ບົດທີ 9

ໃນຈິນຕະນາການຂອງຜູ້ຄົນ, ພຣະເຈົ້າຄືພຣະເຈົາ ແລະ ມະນຸດກໍຄືມະນຸດ. ພຣະເຈົ້າບໍ່ເວົ້າພາສາຂອງມະນຸດ ແລະ ມະນຸດກໍບໍ່ສາມາດເວົ້າພາສາຂອງພຣະເຈົ້າໄດ້. ສໍາລັບພຣະເຈົ້າແລ້ວ ການຕອບສະໜອງຄວາມຕ້ອງການຂອງມະນຸດຈາກພຣະອົງນັ້ນແມ່ນເປັນເລື່ອງງ່າຍທີ່ສາມາດເຮັດໄດ້ງ່າຍທີ່ສຸດ ໃນຂະນະທີ່ຄວາມຕ້ອງການຂອງພຣະເຈົ້າຈາກມະນຸດແມ່ນບໍ່ສາມາດບັນລຸໄດ້ ແລະ ບໍ່ສາມາດຄິດໄດ້ໂດຍມະນຸດ. ຢ່າງໃດກໍຕາມ, ຄວາມຈິງແລ້ວ ມັນເປັນເລື່ອງກົງກັນຂ້າມ: ພຣະເຈົ້າພຽງແຕ່ຂໍ “0.1 ເປີເຊັນ” ຈາກມະນຸດເທົ່ານັ້ນ. ສິ່ງນີ້ບໍ່ພຽງແຕ່ເປັນເລື່ອງທີ່ເປັນຕາງຶດເທົ່ານັ້ນສໍາລັບຜູ້ຄົນ ແຕ່ຍັງເຮັດໃຫ້ພວກເຂົາຮູ້ສຶກງົງ ຄືກັບວ່າ ພວກເຂົາມີຄວາມສັບສົນ. ມັນເປັນຍ້ອນແສງສະຫວ່າງ ແລະ ພຣະຄຸນຂອງພຣະເຈົົ້າເທົ່ານັ້ນ ທີ່ຜູ້ຄົນໄດ້ຮັບຄວາມຮູ້ເລັກນ້ອຍກ່ຽວກັບຄວາມປະສົງຂອງພຣະເຈົ້າ. ຢ່າງໃດກໍຕາມ, ໃນວັນທີ 1 ມີນາ ທຸກຄົນແມ່ນຖືກປະໃຫ້ງົງ ແລະ ເກົາຫົວຕົນເອງອີກຄັ້ງ; ພຣະເຈົ້າຂໍໃຫ້ປະຊາຊົນຂອງພຣະອົງເປັນຫິມະທີ່ສະທ້ອນແສງຍິບຍັບ ແລະ ບໍ່ແມ່ນເປັນເມກທີ່ລ່ອງລອຍ. ແລ້ວ “ຫິມະ” ນີ້ແມ່ນໝາຍເຖິງຫຍັງ? ແລະ “ເມກທີ່ລ່ອງລອຍ” ນັ້ນບົ່ງບອກເຖິງຫຍັງ? ໃນຕອນນີ້, ພຣະເຈົ້າແມ່ນຈົງໃຈບໍ່ຍອມເປີດເຜີຍຄວາມໝາຍອັນເລິກເຊິ່ງຂອງພຣະທໍາເຫຼົ່ານີ້. ສິ່ງນີ້ເຮັດໃຫ້ຜູ້ຄົນຕົກຢູ່ໃນຄວາມສັບສົນ ແລະ ດ້ວຍເຫດນັ້ນ ພວກເຂົາກໍຈະໄດ້ເພີ່ມຄວາມເຊື່ອຂອງພວກເຂົາ ໃນຂະນະທີ່ພວກເຂົາສະແຫວງຫາຄວາມຮູ້ ເພາະວ່ານີ້ແມ່ນຄວາມຮຽກຮ້ອງຂອງປະຊາຊົນຂອງພຣະເຈົ້າໂດຍສະເພາະ ແລະ ບໍ່ມີສິ່ງອື່ນໃດອີກ; ດັ່ງນັ້ນ ທຸກຄົນຈຶ່ງພົບເຫັນຕົວເອງໃຊ້ເວລາໂດຍບໍ່ຮູ້ຕົວ ໃນການຄໍານຶງເຖິງພຣະທໍາທີ່ບໍ່ສາມາດຍັ່ງເຖິງໄດ້ເຫຼົ່ານີ້. ດ້ວຍເຫດນັ້ນ, ແນວຄວາມຄິດຕ່າງໆນາໆຈຶ່ງເກີດຂຶ້ນໃນສະໝອງຂອງພວກເຂົາ, ເກັດຫິມະທີ່ລ່ອງລອຍກໍໄດ້ຜ່ານສາຍຕາຂອງພວກເຂົາໄປຢ່າງໄວ ແລະ ເມກທີ່ລ່ອງລອຍໃນທ້ອງຟ້າກໍປາກົດຂຶ້ນໃນໃຈຂອງພວກເຂົາທັນທີ. ເປັນຫຍັງພຣະເຈົ້າຈຶ່ງຂໍໃຫ້ປະຊາຊົນຂອງພຣະອົງເປັນຫິມະ ແລະ ບໍ່ໃຫ້ເປັນເມກທີ່ລ່ອງລອຍ? ຄວາມໝາຍທີ່ແທ້ຈິງໃນນີ້ແມ່ນຫຍັງ? ໂດຍສະເພາະແລ້ວ ພຣະທໍາເຫຼົ່ານີ້ແມ່ນໝາຍເຖິງຫຍັງ? “ຫິມະ” ບໍ່ພຽງແຕ່ເຮັດໃຫ້ທໍາມະຊາດສວຍງາມ ແຕ່ຍັງດີສໍາລັບດິນປູກຝັງ; ມັນດີສໍາລັບການຂ້າເຊື້ອພະຍາດ. ຫຼັງຈາກຫິມະຕົກໜັກ, ເຊື້ອພະຍາດທັງໝົດກໍຖືກຫິມະທີ່ສະທ້ອນແສງຍິບຍັບປົກຄຸມ ແລະ ພື້ນທີ່ທັງໝົດກໍເຕັມໄປດ້ວຍຊີວິດທັນທີ. ໃນທໍານອງດຽວກັນນັ້ນ, ປະຊາຊົນຂອງພຣະເຈົ້າບໍ່ພຽງແຕ່ຕ້ອງຮູ້ຈັກພຣະເຈົ້າທີ່ບັງເກີດເປັນມະນຸດ ແຕ່ຍັງຕ້ອງເຮັດໃຫ້ຕົວເອງມີວິໄນບົນຄວາມຈິງ ກ່ຽວກັບການບັງເກີດເປັນມະນຸດຂອງພຣະເຈົ້າ; ໃນການເຮັດເຊັ່ນນັ້ນ ພວກເຂົາຈະໄດ້ດໍາລົງຊີວິດໃນຄວາມເປັນມະນຸດແບບປົກກະຕິ. ນີ້ແມ່ນວິທີທີ່ຫິມະເຮັດໃຫ້ທໍາມະຊາດເບິ່ງສວຍງາມ; ແລ້ວໃນທີ່ສຸດ, ວຸດທິພາວະຂອງປະຊາຊົນຂອງພຣະເຈົ້າກໍຈະນໍາເອົາຈຸດຈົບມາສູ່ມັງກອນແດງທີ່ຍິ່ງໃຫຍ່ ໂດຍສ້າງອານາຈັກຂອງພຣະເຈົ້າຢູ່ເທິງແຜ່ນດິນໂລກ, ເຜີຍແຜ່ ແລະ ສັນລະເສີນນາມບໍລິສຸດຂອງພຣະເຈົ້າຢ່າງສະຫງ່າລາສີ ເພື່ອວ່າທົ່ວອານາຈັກເທິງແຜ່ນດິນໂລກຈະເຕັມໄປດ້ວຍຄວາມຊອບທໍາຂອງພຣະເຈົ້າ, ເປັ່ງປະກາຍໄປດ້ວຍແສງສະຫວ່າງຂອງພຣະອົງ ແລະ ສ່ອງແສງແວວວາວດ້ວຍລັດສະໝີຂອງພຣະອົງ. ທຸກບ່ອນຈະມີພາບແຫ່ງຄວາມສະຫງົບ ແລະ ຄວາມພໍໃຈ, ຄວາມສຸກ, ຄວາມສໍາເລັດ ແລະ ຄວາມສວຍງາມທີ່ເກີດຂຶ້ນໃໝ່ຢ່າງຕໍ່ເນື່ອງ. ໂຣກລະບາດຕ່າງໆທີ່ມີຢູ່ໃນປັດຈຸບັນ ນັ້ນກໍຄື ອຸປະນິໄສແບບຊາຕານທີ່ເສື່ອມຊາມ ເຊັ່ນ: ຄວາມບໍ່ຊອບທໍາ, ຄວາມຄົດລ້ຽວ ແລະ ຄວາມຫຼອກລວງ, ຄວາມປາດຖະໜາທີ່ຊົ່ວຮ້າຍ ແລະ ອື່ນໆ ຈະຖືກກໍາຈັດ ແລະ ດ້ວຍເຫດນັ້ນ ສະຫວັນ ແລະ ແຜ່ນດິນໂລກຈຶ່ງຈະຖືກສ້າງຂຶ້ນໃໝ່. ນີ້ແມ່ນຄວາມໝາຍທີ່ແທ້ຈິງກ່ຽວກັບ “ຫຼັງຈາກຫິມະທີ່ຕົກໜັກ”. ຜູ້ທີ່ເປັນເມກທີ່ລ່ອງລອຍແມ່ນເປັນພີ່ນ້ອງຂອງຜູ້ຄົນແບບນັ້ນ ທີ່ຕິດຕາມຝູງສັດທີ່ພຣະເຈົ້າກ່າວເຖິງ; ຖ້າມີການລໍ້ລວງຈາກຊາຕານ ຫຼື ການທົດລອງຈາກພຣະເຈົ້າ, ພວກເຂົາຈະລ່ອງລອຍໄປທັນທີ ໂດຍບໍ່ມີຕົວຕົນຢູ່ອີກຕໍ່ໄປ. ແມ່ນແຕ່ທາດແທ້ຂອງພວກເຂົາກໍຈະບໍ່ຢູ່ລອດ ເພາະວ່າ ໄດ້ສູນຫາຍໄປແຕ່ດົນນານແລ້ວ. ຖ້າຜູ້ຄົນເປັນຄືເມກທີ່ລ່ອງລອຍ, ພວກເຂົາບໍ່ພຽງແຕ່ບໍ່ສາມາດດໍາລົງຊີວິດຢູ່ໃນພາບລັກຂອງພຣະເຈົ້າໄດ້ເທົ່ານັ້ນ ແຕ່ຍັງນໍາເອົາຄວາມອັບອາຍມາສູ່ນາມຂອງພຣະອົງອີກດ້ວຍ, ເນື່ອງຈາກວ່າ ຜູ້ຄົນດັ່ງກ່າວແມ່ນຢູ່ໃນອັນຕະລາຍທີ່ຈະຖືກດຶງໜີໃນເວລາໃດກໍໄດ້ ຫຼື ຢູ່ສະຖານທີ່ໃດກໍໄດ້; ພວກເຂົາແມ່ນອາຫານທີ່ຊາຕານກິນ ແລະ ເມື່ອຊາຕານຈັບຕົວພວກເຂົາໄປ, ພວກເຂົາກໍຈະທໍລະຍົດຕໍ່ພຣະເຈົ້າ ແລະ ຮັບໃຊ້ຊາຕານ. ສິ່ງນີ້ແມ່ນນໍາເອົາຄວາມອັບອາຍມາສູ່ນາມຂອງພຣະເຈົ້າຢ່າງແນ່ນອນ ແລະ ແມ່ນສິ່ງທີ່ພຣະເຈົ້າກຽດຊັງທີ່ສຸດ; ຜູ້ຄົນດັ່ງກ່າວແມ່ນສັດຕູຂອງພຣະເຈົ້າ. ສະນັ້ນ, ພວກເຂົາທັງສອງແມ່ນບໍ່ມີທາດແທ້ຂອງຄົນທີ່ດີ ແລະ ບໍ່ມີຄຸນຄ່າທີ່ແທ້ຈິງ. ຍ້ອນສິ່ງນີ້ ພຣະເຈົ້າຈຶ່ງມີເງື່ອນໄຂດັ່ງກ່າວຕໍ່ປະຊາຊົນຂອງພຣະອົງ. ຢ່າງໃດກໍຕາມ, ຫຼັງຈາກທີ່ເຂົ້າໃຈບາງຢ່າງຈາກພຣະທໍາເຫຼົ່ານີ້ແລ້ວ ຜູ້ຄົນຮູ້ສຶກວ່າ ພວກເຂົາເຮັດຫຍັງຕໍ່ໄປບໍ່ຖືກ ຍ້ອນວ່າ ຫົວຂໍ້ຂອງພຣະທໍາຂອງພຣະເຈົ້າໄດ້ກາຍເປັນພຣະເຈົ້າເອງ ເຊິ່ງເຮັດໃຫ້ພວກເຂົາຢູ່ໃນຕໍາແໜ່ງທີ່ລໍາບາກ: “ຍ້ອນເຮົາມາຈາກດິນແດນທີ່ບໍລິສຸດ, ເຮົາຈຶ່ງບໍ່ຄືກັນກັບດອກບົວ ເຊິ່ງມີແຕ່ຊື່ເທົ່ານັ້ນ ແລະ ບໍ່ມີແກ່ນແທ້ ເນື່ອງຈາກມັນມາຈາກບຶງ ແລະ ບໍ່ແມ່ນດິນແດນທີ່ບໍລິສຸດ”. ຫຼັງຈາກກ່າວເຖິງເງື່ອນໄຂຂອງພຣະອົງ ທີ່ມີຕໍ່ປະຊາຊົນຂອງພຣະອົງແລ້ວ ເປັນຫຍັງພຣະເຈົ້າຈຶ່ງອະທິບາຍ ກ່ຽວກັບການກໍາເນີດຂອງພຣະອົງເອງ? ເປັນໄປໄດ້ບໍທີ່ມັນມີຄວາມຕິດພັນກັນລະຫວ່າງທັງສອງຢ່າງເຫຼົ່ານັ້ນ? ແນ່ນອນຢູ່ແລ້ວ ມັນມີຄວາມກ່ຽວພັນລະຫວ່າງສິ່ງເຫຼົ່ານັ້ນໃນຕົວຂອງມັນຢູ່ແລ້ວ; ຖ້າບໍ່ມີຄວາມກ່ຽວພັນ, ພຣະເຈົ້າກໍຈະບໍ່ບອກເລື່ອງນັ້ນກັບຜູ້ຄົນ. ໃນທ່າມກາງໃບໄມ້ສີຂຽວ, ດອກບົວຈະໄກວໄປມາໃນສາຍລົມທີ່ພັດເບົາໆ. ມັນສວຍງາມຕໍ່ສາຍຕາ ແລະ ເປັນຕາໜ້າຖະໜຸຖະໜອມຫຼາຍ. ຜູ້ຄົນບໍ່ສາມາດຫ້າມໃຈໄດ້ ແລະ ຢາກລອຍໃນນໍ້າ ເພື່ອເກັບເອົາດອກບົວທີ່ເບັ່ງບານ ແລະ ເຂົ້າແຍງເບິ່ງມັນຢູ່ໃກ້ໆ. ຢ່າງໃດກໍຕາມ, ພຣະເຈົ້າໄດ້ເວົ້າວ່າ ດອກບົວແມ່ນມາຈາກບຶງ ແລະ ມີແຕ່ຊື່ເທົ່ານັ້ນ ໂດຍບໍ່ມີແກ່ນແທ້; ປາກົດວ່າ ພຣະເຈົ້າບໍ່ໄດ້ໃຫ້ຄວາມສໍາຄັນກັບດອກບົວ ແລະ ພຣະທໍາຂອງພຣະອົງກໍພິສູດໃຫ້ເຫັນວ່າ ພຣະອົງມີຄວາມກຽດຊັງບາງຢ່າງຕໍ່ມັນ. ຕະຫຼອດຍຸກຕ່າງໆ, ຫຼາຍຄົນໄດ້ສັນລະເສີນດອກບົວຫຼາຍ ຍ້ອນວ່າ ມັນເກີດຈາກບ່ອນທີ່ສົກກະປົກ ແຕ່ມັນເອງພັດບໍ່ເປີເປື້ອນ ແລະ ເບິ່ງຄືກັບວ່າ ພວກເຂົາເຖິງກັບພະຍາຍາມຊີ້ບອກວ່າ ດອກບົວນັ້ນແມ່ນບໍ່ມີສິ່ງໃດປຽບທຽບໄດ້ເລີຍ ແລະ ມັນວິເສດຈົນບໍ່ອາດສາມາດພັນລະນາໄດ້. ແຕ່ສໍາລັບໃນສາຍຕາຂອງພຣະເຈົ້າແລ້ວ ດອກບົວແມ່ນບໍ່ມີຄຸນຄ່າຫຍັງ, ເຊິ່ງນີ້ຄືຄວາມແຕກຕ່າງລະຫວ່າງພຣະເຈົ້າ ແລະ ມະນຸດຢ່າງແນ່ນອນ. ດັ່ງນັ້ນ ມັນຈິ່ງສາມາດເຫັນໄດ້ວ່າຄວາມແຕກຕ່າງລະຫວ່າງ ພຣະເຈົ້າ ແລະ ມະນຸດແມ່ນຫ່າງໄກກັນປານເສັ້ນທາງລະຫວ່າງຫ້ອງສະຫວັນກັບໃຈກາງຂອງແຜ່ນດິນໂລກ. ຍ້ອນວ່າ ດອກບົວມາຈາກບຶງ ສານອາຫານທີ່ມັນຕ້ອງການກໍລ້ວນແລ້ວແຕ່ມາຈາກບ່ອນນັ້ນເຊັ່ນກັນ. ມັນເປັນພຽງແຕ່ວ່າ ດອກບົວສາມາດປິດບັງຕົວມັນເອງ ແລະ ດ້ວຍເຫດນັ້ນ ມັນຈຶ່ງສາມາດສະໜອງຄວາມສວຍງາມໃຫ້ແກ່ສາຍຕາຜູ້ຄົນ. ຫຼາຍຄົນເຫັນແຕ່ຄວາມງາມພາຍນອກຂອງດອກບົວ ແຕ່ບໍ່ມີໃຜເຫັນ ຊີວິດທີ່ຖືກປິດບັງພາຍໃນມັນນັ້ນສົກກະປົກ ແລະ ບໍ່ບໍລໍລິສຸດສໍ່າໃດ. ສະນັ້ນ, ພຣະເຈົ້າຈຶ່ງເວົ້າວ່າ ມັນມີແຕ່ຊື່ເທົ່ານັ້ນ ແລະ ບໍ່ມີແກ່ນແທ້ຫຍັງເລີຍ, ນັ້ນແມ່ນຖືກຕ້ອງ ແລະ ແທ້ຈິງທີ່ສຸດ. ນີ້ບໍ່ແມ່ນສິ່ງທີ່ປະຊາຊົນຂອງພຣະເຈົ້າເປັນຢູ່ໃນປັດຈຸບັນບໍ? ການອ່ອນນ້ອມຂອງພວກເຂົາ ແລະ ຄວາມເຊື່ອທີ່ມີຕໍ່ພຣະເຈົ້າແມ່ນເປັນພຽງຜິວເຜີນເທົ່ານັ້ນ. ເມື່ອຢູ່ຕໍ່ໜ້າພຣະເຈົ້າ, ພວກເຂົາຈະປະຈົບປະແຈງ ແລະ ພາກັນແຫ່ຂະບວນ ເພື່ອເຮັດໃຫ້ພຣະເຈົ້າພໍໃຈກັບພວກເຂົາ; ຢ່າງໃດກໍຕາມ, ທາງດ້ານໃນ ຂອງພວກເຂົາແມ່ນເຕັມໄປດ້ວຍອຸປະນິໄສແບບຊາຕານທີ່ເສື່ອມຊາມ ແລະ ທ້ອງຂອງພວກເຂົາກໍເຕັມໄປດ້ວຍຄວາມບໍ່ບໍລິສຸດ. ນີ້ແມ່ນເຫດຜົນທີ່ເປັນຫຍັງພຣະເຈົ້າຈຶ່ງມີຄໍາຖາມຕໍ່ມະນຸດວ່າ ຄວາມຈົງຮັກພັກດີຂອງພວກເຂົາທີ່ມີຕໍ່ພຣະເຈົ້ານັ້ນແມ່ນບໍ່ບໍລິສຸດ ຫຼື ບໍລິສຸດ ແລະ ຈິງໃຈກັນແທ້. ເມື່ອພວກເຂົາເປັນຜູ້ຮັບໃຊ້ບໍລິການ, ຫຼາຍຄົນແມ່ນສັນລະເສີນພຣະເຈົ້າດ້ວຍສຽງດັງ ແຕ່ໃນໃຈຂອງພວກເຂົາແມ່ນພາກັນສາບແຊ່ງພຣະອົງ. ດ້ວຍຄໍາເວົ້າຂອງພວກເຂົາ, ພວກເຂົາແມ່ນອ່ອນນ້ອມຕໍ່ພຣະເຈົ້າ ແຕ່ໃນໃຈຂອງພວກເຂົາ ພວກເຂົາບໍ່ເຊື່ອຟັງພຣະອົງ. ປາກຂອງພວກເຂົາເວົ້າແຕ່ສິ່ງບໍ່ດີ ແລະ ໃນໃຈຂອງພວກເຂົາກໍມີແຕ່ຕໍ່ຕ້ານພຣະເຈົ້າ. ຍັງມີຜູ້ຄົນເຖິງກັບມີການກະທໍາຢ່າງເປັນລະບົບ ເຊັ່ນ: ພວກເຂົາປ່ອຍຄໍາເວົ້າທີ່ຫຍາບຄາຍດ້ວຍປາກຂອງພວກເຂົາ ແລະ ສະແດງທ່າທາງດ້ວຍມືຂອງພວກເຂົາ, ຂາດສິນທໍາທີ່ສຸດ ເຊິ່ງມັນສະແດງໃຫ້ເຫັນເຖິງສີໜ້າອັນສົດໄສ ແລະ ຊີວິດກ່ຽວກັບໃບໜ້າອັນແທ້ຈິງຂອງມັງກອນແດງທີ່ຍິ່ງໃຫຍ່. ຜູ້ຄົນດັ່ງກ່າວແມ່ນຄູ່ຄວນແລ້ວທີ່ຈະຖືກເອີ້ນວ່າ ລູກຫຼານແທ້ຈິງຂອງມັງກອນແດງທີ່ຍິ່ງໃຫຍ່. ຢ່າງໃດກໍຕາມ, ໃນປັດຈຸບັນ ພວກເຂົາຢືນຢູ່ໃນບ່ອນຂອງຜູ້ຮັບໃຊ້ບໍລິການທີ່ຈົງຮັກພັກດີ ແລະ ເຮັດຄືກັບວ່າ ພວກເຂົາແມ່ນປະຊາຊົນທີ່ຈົງຮັກພັກດີຕໍ່ພຣະເຈົ້າ. ຈັ່ງແມ່ນບໍ່ມີຢາງອາຍ! ແຕ່ນີ້ແມ່ນບໍ່ແປກເລີຍ; ພວກເຂົາມາຈາກບຶງ, ສະນັ້ນ ຈຶ່ງບໍ່ສາມາດຊ່ວຍໄດ້ ນອກຈາກຈະສະແດງທາດແທ້ຂອງພວກເຂົາໃນລັກສະນະນີ້. ຍ້ອນພຣະເຈົ້າສັກສິດ, ບໍລິສຸດ, ມີຄວາມເປັນຈິງ ແລະ ແທ້ຈິງ, ເນື້ອໜັງຂອງພຣະອົງຈຶ່ງມາຈາກພຣະວິນຍານ. ນີ້ແມ່ນສິ່ງທີ່ແນ່ນອນ ແລະ ບໍ່ສາມາດປ່ຽນແປງໄດ້. ພຣະອົງບໍ່ພຽງແຕ່ຈະສາມາດເປັນພະຍານໃຫ້ແກ່ພຣະເຈົ້າເທົ່ານັ້ນ ແຕ່ຍັງສາມາດອຸທິດພຣະອົງເອງທັງໝົດເພື່ອປະຕິບັດຕາມຄວາມປະສົງຂອງພຣະເຈົ້າ: ສິ່ງເຫຼົ່ານີ້ແມ່ນສະແດງໃຫ້ເຫັນອີກດ້ານຂອງແກ່ນແທ້ຂອງພຣະເຈົ້າ. ການທີ່ເນື້ອໜັງມາຈາກພຣະວິນຍານພ້ອມກັບພາບລັກແມ່ນໝາຍຄວາມວ່າ ເນື້ອໜັງທີ່ພຣະວິນຍານເອົາມາຫໍ່ຫຸ້ມຕົວພຣະອົງເອງນັ້ນແມ່ນແຕກຕ່າງຈາກເນື້ອໜັງຂອງມະນຸດຢ່າງສິ້ນເຊີງ ແລະ ຄວາມແຕກຕ່າງນີ້ໂດຍສ່ວນໃຫຍ່ແລ້ວແມ່ນຢູ່ໃນຈິດໃຈຂອງພວກເຂົາ. ຄວາມໝາຍຂອງ ຄໍາວ່າ “ພຣະວິນຍານພ້ອມກັບພາບລັກ” ແມ່ນໝາຍເຖິງການປົກຄຸມໄປດ້ວຍຄວາມເປັນມະນຸດແບບປົກກະຕິ ແລະ ດ້ວຍສິ່ງນີ້ ຄວາມສັກສິດຈຶ່ງສາມາດປະຕິບັດພາລະກິດຢ່າງປົກກະຕິຈາກພາຍໃນເນື້ອໜັງໄດ້. ສິ່ງນີ້ບໍ່ໄດ້ເໜືອທໍາມະຊາດແມ່ນແຕ່ໜ້ອຍດຽວ ແລະ ບໍ່ໄດ້ຖືກຈໍາກັດດ້ວຍຄວາມເປັນມະນຸດ. “ພາບລັກຂອງພຣະວິນຍານ” ແມ່ນໝາຍເຖິງຄວາມສັກສິດທີ່ສົມບູນ ແລະ ບໍ່ຖືກຈໍາກັດດ້ວຍຄວາມເປັນມະນຸດ. ສະນັ້ນ, ອຸປະນິໄສທີ່ມີຢູ່ໂດຍທໍາມະຊາດຂອງພຣະເຈົ້າ ແລະ ພາບລັກທີ່ແທ້ຈິງແມ່ນສາມາດດໍາລົງຢູ່ໃນເນື້ອໜັງທີ່ບັງເກີດເປັນມະນຸດຢ່າງສົມບູນ ເຊິ່ງບໍ່ພຽງແຕ່ຈະປົກກະຕິ ແລະ ໝັ້ນຄົງເທົ່ານັ້ນ ແຕ່ຍັງມີລິດທານຸພາບ ແລະ ຄວາມໂກດຮ້າຍ. ເນື້ອໜັງທີ່ບັງເກີດເປັນມະນຸດຄັ້ງທໍາອິດແມ່ນພຽງສາມາດສະແດງເຖິງພຣະເຈົ້າໃນຈິນຕະນາການຂອງຜູ້ຄົນເທົ່ານັ້ນ; ນັ້ນກໍຄື ພຣະອົງສາມາດເຮັດໝາຍສໍາຄັນ ແລະ ສິ່ງອັດສະຈັນ ແລະ ກ່າວຄໍາທໍານວາຍ. ສະນັ້ນ, ພຣະອົງບໍ່ໄດ້ດໍາລົງຢູ່ໃນຄວາມເປັນຈິງຂອງພຣະເຈົ້າຢ່າງສົມບູນ ແລະ ດ້ວຍເຫດນັ້ນຈຶ່ງບໍ່ແມ່ນຕົວຕົນຂອງພຣະວິນຍານທີ່ມີພາບລັກ; ພຣະອົງແມ່ນການປາກົດຕົວຂອງຄວາມສັກສິດໂດຍກົງ. ຢິ່ງໄປກວ່ານັ້ນ, ຍ້ອນພຣະອົງຢູ່ເໜືອກວ່າຄວາມເປັນມະນຸດທໍາມະດາ, ພຣະອົງຈຶ່ງບໍ່ຖືກເອີ້ນວ່າເປັນພຣະເຈົ້າທີ່ແທ້ຈິງຢ່າງສົມບູນ ແຕ່ວ່າພຣະອົງແມ່ນມີພຣະເຈົ້າທີ່ເລື່ອນລອຍໃນສະຫວັນໃນຕົວພຣະອົງເລັກນ້ອຍ; ພຣະອົງຄືພຣະເຈົ້າຂອງປະຊາຊົນທີ່ມີແນວຄວາມຄິດແບບອະຄະຕິ. ນີ້ແມ່ນຄວາມແຕກຕ່າງລະຫວ່າງເນື້ອໜັງທີ່ບັງເກີດເປັນມະນຸດຄັ້ງທໍາອິດ ແລະ ຄັ້ງທີ່ສອງ.

ຈາກຈຸດສູງສຸດໃນຈັກກະວານ, ພຣະເຈົ້າເຝົ້າເບິ່ງທຸກການເຄື່ອນໄຫວຂອງມະນຸດ ແລະ ທຸກສິ່ງທີ່ຜູ້ຄົນເວົ້າ ແລະ ເຮັດ. ພຣະອົງຍັງສັງເກດເບິ່ງຄວາມຄິດທີ່ຢູ່ໃນສ່ວນເລິກຂອງຫົວໃຈຂອງພວກເຂົາດ້ວຍຄວາມຊັດເຈນແທ້ຈິງ, ບໍ່ເຄີຍເບິ່ງຂ້າມ; ສະນັ້ນ, ພຣະທໍາຂອງພຣະອົງຈຶ່ງຕັດເຂົ້າໄປໃນໃຈຂອງຜູ້ຄົນ, ໂຈມຕີໃສ່ທຸກຄວາມຄິດຂອງພວກເຂົາ ແລະ ພຣະທໍາຂອງພຣະເຈົ້າແມ່ນຫຼັກແຫຼມ ແລະ ບໍ່ມີຂໍ້ຜິດພາດ. “ເຖິງວ່າຜູ້ຄົນຈະ ‘ຮູ້ຈັກ’ ພຣະວິນຍານຂອງເຮົາ ແຕ່ພວກເຂົາກໍຍັງລ່ວງເກີນພຣະວິນຍານຂອງເຮົາ. ພຣະທໍາຂອງເຮົາເປີດເຜີຍໃບໜ້າອັນຂີ້ຮ້າຍຂອງທຸກຄົນ ພ້ອມກັບຄວາມຄິດໃນສ່ວນເລິກຂອງຫົວໃຈຂອງພວກເຂົາ ແລະ ເຮັດໃຫ້ທຸກສິ່ງທີ່ຢູ່ເທິງແຜ່ນດິນໂລກລົ້ມລົງໃນທ່າມກາງການກວດສອບຂອງເຮົາ”. ຈາກສິ່ງນີ້ ມັນຈຶ່ງພິສຸດໃຫ້ເຫັນວ່າ ເຖິງວ່າຄວາມຕ້ອງການຂອງພຣະເຈົ້າ ທີ່ມີຕໍ່ມະນຸດຈະບໍ່ຮຽກຮ້ອງຫຼາຍ ແຕ່ຜູ້ຄົນກໍຍັງບໍ່ສາມາດທົນຕໍ່ການກວດສອບຂອງພຣະວິນຍານຂອງພຣະເຈົ້າ. “ຢ່າງໃດກໍຕາມ, ເຖິງຈະລົ້ມລົງ ແຕ່ໃຈຂອງພວກເຂົາກໍບໍ່ກ້າທີ່ຈະຫຼົງທາງຈາກເຮົາ. ໃນທ່າມກາງວັດຖຸຂອງການຊົງສ້າງ, ມີໃຜແດ່ທີ່ບໍ່ຮັກເຮົາ ຍ້ອນການກະທໍາຂອງເຮົາ?” ສິ່ງນີ້ຍິ່ງຊີ້ໃຫ້ເຫັນເຖິງສະຕິປັນຍາ ແລະ ລິດອໍານາດອັນຍິ່ງໃຫຍ່ຂອງພຣະເຈົ້າ ແລະ ດ້ວຍເຫດນັ້ນ ຈຶ່ງໄດ້ເປີດເຜີຍທຸກສິ່ງທີ່ປະຊາຊົນຂອງພຣະເຈົ້າຄິດ ໃນຖານະທີ່ພວກເຂົາເປັນຜູ້ຮັບໃຊ້ບໍລິການ: ຫຼັງຈາກການເຮັດ “ການຄ້າ” ລົ້ມເຫຼວ, ຈໍານວນຕົວເລກ “ຫຼາຍແສນ” ຫຼື “ລ້ານ” ໃນຫົວຂອງພວກເຂົາກໍຈະບໍ່ມີປະໂຫຍດຫຍັງ. ຢ່າງໃດກໍຕາມ, ຍ້ອນບົດບັນຍັດແຫ່ງການບໍລິຫານຂອງພຣະເຈົ້າ ແລະ ຍ້ອນລິດທານຸພາບ ແລະ ຄວາມໂກດຮ້າຍຂອງພຣະເຈົ້າ ເຖິງແມ່ນວ່າ ພວກເຂົາຈະເຮັດຄໍຕົກດ້ວຍຄວາມໂສກເສົ້າ ແຕ່ພວກເຂົາກໍຍັງຮັບໃຊ້ພຣະເຈົ້າດ້ວຍທັດສະນະຄະຕິທີ່ບໍ່ດີ ແລະ ການປະຕິບັດທັງໝົດຂອງພວກເຂົາໃນອະດີດໄດ້ກາຍເປັນການເວົ້າທີ່ວ່າງເປົ່າ ແລະ ຖືກລືມໄປຢ່າງສິ້ນເຊີງ. ກົງກັນຂ້າມ, ເພື່ອໃຫ້ຄວາມສຸກກັບພວກເຂົາເອງ, ເພື່ອຂ້າເວລາ ຫຼື ຢູ່ລ້າໆ, ພວກເຂົາແມ່ນໄດ້ເຮັດສິ່ງຕ່າງໆຕາມໃຈ ທີ່ເຮັດໃຫ້ພວກເຂົາ ແລະ ທຸກຄົນມີຄວາມສຸກ... ນີ້ແມ່ນສິ່ງທີ່ເກີດຂຶ້ນຢ່າງແທ້ຈິງໃນທ່າມກາງມະນຸດ. ສະນັ້ນ, ພຣະເຈົ້າຈຶ່ງໄດ້ເປີດເຜີຍຕໍ່ມະນຸດ ແລະ ເວົ້າວ່າ “ແມ່ນໃຜທີ່ບໍ່ປາດຖະໜາເຖິງເຮົາຍ້ອນພຣະທໍາຂອງເຮົາ? ໃນຜູ້ໃດທີ່ບໍ່ເກີດມີຄວາມຮູ້ສຶກຍຶດຕິດ ຍ້ອນຄວາມຮັກຂອງເຮົາ?” ເວົ້າຕາມກົງ, ມະນຸດແມ່ນເຕັມໃຈທີ່ຈະຍອມຮັບເອົາພຣະທໍາຂອງພຣະເຈົ້າ ແລະ ບໍ່ມີຜູ້ໃດໃນບັນດາພວກເຂົາ ທີ່ບໍ່ມັກອ່ານພຣະທໍາຂອງພຣະເຈົ້າ; ມັນເປັນພຽງແຕ່ວ່າ ພວກເຂົາບໍ່ສາມາດເອົາພຣະທໍາຂອງພຣະເຈົ້າເຂົ້າສູ່ການປະຕິບັດ, ເນື່ອງຈາກວ່າ ພວກເຂົາຖືກທໍາມະຊາດຂອງພວກເຂົາຂັດຂວາງ. ຫຼັງຈາກອ່ານພຣະທໍາຂອງພຣະເຈົ້າ, ຫຼາຍຄົນກໍບໍ່ສາມາດທົນໄດ້ທີ່ຈະຈາກພຮະທໍາເຫຼົ່ານັ້ນ ແລະ ຄວາມຮັກຂອງພວກເຂົາທີ່ມີຕໍ່ພຣະເຈົ້າກໍມີລົ້ນຢູ່ພາຍໃນພວກເຂົາ. ສະນັ້ນ, ພຣະເຈົ້າຈຶ່ງສາບແຊ່ງຊາຕານອີກຄັ້ງ ໂດຍເປີດເຜີຍໃບໜ້າອັນຂີ້ຮ້າຍຂອງມັນອີກຄັ້ງ. “ເຊິ່ງເປັນຍຸກທີ່ຊາຕານສ້າງຄວາມວຸ້ນວາຍ ແລະ ກົດຂີ່ຂົ່ມເຫັງຢ່າງບ້າປ່ວງ” ຍັງແມ່ນຍຸກທີ່ພຣະເຈົ້າເລີ່ມພາລະກິດອັນຍິ່ງໃຫຍ່ຂອງພຣະອົງເທິງແຜ່ນໂລກຢ່າງເປັນທາງການ. ຕໍ່ໄປ ພຣະອົງຈະເລີ່ມພາລະກິດໃນການທໍາລາຍລ້າງໂລກ. ເວົ້າອີກຢ່າງໜຶ່ງກໍຄື ຍິ່ງຊາຕານແລ່ນອາລະວາດ ມື້ຂອງພຣະເຈົ້າກໍຍິ່ງຈະມາຮອດໄວຂຶ້ນ. ສະນັ້ນ, ຍິ່ງພຣະເຈົ້າເວົ້າເຖິງຄວາມປ່າເຖື່ອນຂອງຊາຕານ ມື້ທີ່ພຣະເຈົ້າຈະທໍາລາຍລ້າງໂລກກໍຈະຍັບເຂົ້າໃກ້ຍິ່ງຂຶ້ນ. ສິ່ງດັ່ງກ່າວແມ່ນການປະກາດຂອງພຣະເຈົ້າທີ່ມີຕໍ່ຊາຕານ.

ເປັນຫຍັງພຣະເຈົ້າຈຶ່ງເວົ້າຊໍ້າແລ້ວຊໍ້າອີກວ່າ “ຍິ່ງໄປກວ່ານັ້ນ, ລັບຫຼັງເຮົາ ພວກເຂົາກໍຈະພາກັນເຮັດກິດຈະການສົກກະປົກທີ່ ‘ເປັນຕາສັນລະເສີນ’. ເຈົ້າຄິດວ່າ ເນື້ອໜັງທີ່ເຮົາໃຊ້ຫໍ່ຫຸ້ມຕົວເອງແມ່ນບໍ່ຮູ້ຫຍັງກ່ຽວກັບການກະທໍາ, ພຶດຕິກໍາ ແລະ ຄໍາເວົ້າຂອງເຈົ້າບໍ?” ພຣະອົງບໍ່ໄດ້ກ່າວພຣະທໍາດັ່ງກ່າວພຽງແຕ່ໜຶ່ງ ຫຼື ສອງຄັ້ງເທົ່ານັ້ນ. ເປັນຫຍັງຄືເປັນແນວນັ້ນ? ເມື່ອຜູ້ຄົນຖືກພຣະເຈົ້າປອບໃຈ ແລະ ຮັບຮູ້ເຖິງຄວາມໂສກເສົ້າຂອງພຣະເຈົ້າທີ່ມີຕໍ່ມວນມະນຸດ, ມັນກໍງ່າຍສໍາລັບພວກເຂົາທີ່ຈະລືມອະດີດໃນຂະນະທີ່ພວກເຂົາດິ້ນຮົນໄປຂ້າງໜ້າ. ຢ່າງໃດກໍຕາມ, ພຣະເຈົ້າບໍ່ໄດ້ປານີມະນຸດແມ່ນແຕ່ໜ້ອຍດຽວ: ພຣະອົງສືບຕໍ່ຊີ້ນໍາແນວຄວາມຄິດຂອງພວກເຂົາ. ສະນັ້ນ, ພຣະອົງຈຶ່ງບອກຜູ້ຄົນຊໍ້າແລ້ວຊໍ້າອີກເພື່ອໃຫ້ຮູ້ຈັກຕົວເອງ, ເພື່ອຢຸດການມົວເມົາຂອງພວກເຂົາ, ເພື່ອບໍ່ພົວພັນກັບກິດຈະການທີ່ສົກກະປົກທີ່ເປັນຕາສັນລະເສີນດັ່ງກ່າວອີກຕໍ່ໄປ ແລະ ເພື່ອບໍ່ຫຼອກລວງພຣະເຈົ້າໃນເນື້ອໜັງອີກຕໍ່ໄປ. ເຖິງວ່າທໍາມະຊາດຂອງຜູ້ຄົນຈະບໍ່ປ່ຽນແປງ ແຕ່ຢ່າງໜ້ອຍມັນກໍມີປະໂຫຍດໃນການເຕືອນພວກເຂົາບາງຄັ້ງຄາວ. ຫຼັງຈາກນີ້ ພຣະເຈົ້າຈະເວົ້າຈາກມຸມມອງຂອງມະນຸດ ເພື່ອເປີດເຜີຍຄວາມເລິກລັບໃນສິ່ງເຫຼົ່ານັ້ນ: “ເຮົາໄດ້ທົນຕໍ່ລົມ ແລະ ຝົນເປັນເວລາຫຼາຍປີ ແລະ ດ້ວຍເຫດນັ້ນ ເຮົາຈຶ່ງໄດ້ປະສົບກັບຄວາມຂົມຂື່ນຂອງໂລກມະນຸດ; ຢ່າງໃດກໍຕາມ, ເມື່ອສະທ້ອນເບິ່ງຢ່າງໃກ້ຊິດແລ້ວ, ບໍ່ມີການທົນທຸກໃນຈໍານວນໃດ ທີ່ສາມາດເຮັດໃຫ້ມະນຸດທີ່ຢູ່ໃນເນື້ອໜັງສູນເສຍຄວາມຫວັງໃນຕົວເຮົາເລີຍ, ແລ້ວແຮງໄກທີ່ຄວາມຫວານຈະສາມາດເຮັດໃຫ້ມະນຸດທີ່ຢູ່ໃນເນື້ອໜັງເຢັນຊາ, ທໍ້ແທ້ ຫຼື ປະຕິເສດເຮົາ. ຄວາມຮັກຂອງພວກເຂົາ ທີ່ມີຕໍ່ເຮົາແມ່ນຖືກຈໍາກັດຢູ່ທີ່ການຂາດຄວາມທຸກ ຫຼື ການຂາດຄວາມຫວານແທ້ບໍ?” “ທຸກສິ່ງທີ່ຢູ່ກ້ອງດວງຕາເວັນແມ່ນວ່າງເປົ່າ”, ແນ່ນອນ ພຣະທໍາເຫຼົ່ານີ້ແມ່ນມີຄວາມໝາຍພາຍໃນໂຕ. ສະນັ້ນ, ພຣະເຈົ້າຈຶ່ງເວົ້າວ່າ ບໍ່ມີຫຍັງສາມາດເຮັດໃຫ້ມະນຸດສູນເສຍຄວາມຫວັງໃນຕົວພຣະອົງ ຫຼື ເຢັນຊາຕໍ່ພຣະອົງ. ຖ້າຜູ້ຄົນບໍ່ຮັກພຣະເຈົ້າ ພວກເຂົາກໍສົມຄວນຕາຍ; ຖ້າພວກເຂົາບໍ່ຮັກພຣະເຈົ້າ ຄວາມອົດທົນຂອງພວກເຂົາກໍຈະບໍ່ມີປະໂຫຍດຫຍັງ ແລະ ຄວາມສຸກທີ່ພວກເຂົາໄດ້ຮັບກໍຈະວ່າງເປົ່າ ແລະ ທຸກສິ່ງກໍຈະເພີ່ມເຂົ້າໃນການເຮັດບາບຂອງພວກເຂົາ. ຍ້ອນບໍ່ມີແມ່ນແຕ່ໜຶ່ງຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງ ພຣະອົງຈຶ່ງເວົ້າວ່າ “ຄວາມຮັກຂອງພວກເຂົາ ທີ່ມີຕໍ່ເຮົາແມ່ນຖືກຈໍາກັດຢູ່ທີ່ການຂາດຄວາມທຸກ ຫຼື ການຂາດຄວາມຫວານແທ້ບໍ?” ໃນໂລກຂອງມະນຸດ ຜູ້ໃດສາມາດມີຊີວິດຢູ່ໂດຍທີ່ບໍ່ມີຄວາມທຸກ ຫຼື ຄວາມຫວານແດ່? ຊໍ້າແລ້ວຊໍ້າອີກ ພຣະເຈົ້າໄດ້ເວົ້າວ່າ “ບໍ່ມີມະນຸດແມ່ນແຕ່ໜຶ່ງຄົນ ທີ່ເຄີຍເຫັນໃບໜ້າຂອງເຮົາຢ່າງແທ້ຈິງ ຫຼື ເຄີຍໄດ້ຍິນສຽງຂອງເຮົາຢ່າງແທ້ຈິງ ເນື່ອງຈາກວ່າ ມະນຸດບໍ່ຮູ້ຈັກເຮົາຢ່າງແທ້ຈິງ”. ພຣະເຈົາເວົ້າວ່າ ມະນຸດບໍ່ຮູ້ຈັກພຣະອົງຢ່າງແທ້ຈິງ ແຕ່ເປັນຫຍັງພຣະອົງຈຶ່ງຂໍໃຫ້ມະນຸດຮູ້ຈັກພຣະອົງ? ສິ່ງນີ້ບໍ່ຄັດແຍ້ງກັນບໍ? ພຣະທໍາຂອງພຣະເຈົາທຸກຂໍ້ແມ່ນມີຈຸດປະສົງໂດຍສະເພາະ. ຍ້ອນມະນຸດໄດ້ມີຄວາມມຶນຊາ ພຣະເຈົ້າຈຶ່ງນໍາໃຊ້ຫຼັກການໃນການເຮັດພາລະກິດຂອງພຣະອົງ 100% ຜ່ານມະນຸດ ເພື່ອໃຫ້ໄດ້ມີ 0.1 ເປີເຊັນຂອງຫົວໃຈແຕ່ລະດວງຂອງພວກເຂົາ. ສິ່ງດັ່ງກ່າວແມ່ນວິທີການທີ່ພຣະເຈົ້າປະຕິບັດພາລະກິດ ແລະ ພຣະເຈົ້າຕ້ອງກະທໍາການ ເພື່ອບັນລຸເປົ້າໝາຍຂອງພຣະອົງ. ແນ່ນອນ ນີ້ຍັງແມ່ນສະຕິປັນຍາໃນພຣະທໍາຂອງພຣະເຈົ້າອີກດ້ວຍ. ພວກເຈົ້າໄດ້ເຂົ້າໃຈສິ່ງນີ້ແລ້ວບໍ?

ພຣະເຈົ້າກ່າວວ່າ: “ເມື່ອເຮົາເປີດເຜີຍຄວາມເລິກລັບຂອງເຮົາໂດຍກົງ ແລະ ເຮັດໃຫ້ຄວາມປະສົງຂອງເຮົາຊັດເຈນຂຶ້ນໃນເນື້ອໜັງ ພວກເຈົ້າກໍບໍ່ໄດ້ສັງເກດເຫັນສິ່ງນັ້ນ; ພວກເຈົ້າຟັງສຽງ ແຕ່ບໍ່ເຂົ້າໃຈຄວາມໝາຍຂອງພວກມັນ. ເຮົາເຕັມໄປດ້ວຍຄວາມໂສກເສົ້າ. ເຖິງວ່າເຮົາຈະຢູ່ໃນເນື້ອໜັງ ແຕ່ເຮົາບໍ່ສາມາດເຮັດພາລະກິດແຫ່ງພັນທະກິດຂອງເນື້ອໜັງໄດ້”. ໃນດ້ານໜຶ່ງ, ຍ້ອນຄວາມມຶນຊາຂອງພວກເຂົາ ພຣະທໍາເຫຼົ່ານີ້ຈຶ່ງເຮັດໃຫ້ຜູ້ຄົນລິເລີ່ມຮ່ວມມືກັບພຣະເຈົ້າ; ໃນອີກດ້ານ, ພຣະເຈົ້າແມ່ນເປີດເຜີຍໃບໜ້າທີ່ແທ້ຈິງຂອງຄວາມສັກສິດຂອງພຣະອົງໃນເນື້ອໜັງທີ່ບັງເກີດເປັນມະນຸດ. ຍ້ອນມະນຸດມີວຸດທິພາວະທີ່ຕໍ່າຫຼາຍ, ການເປີດເຜີຍຄວາມສັກສິດໃນຊ່ວງໄລຍະທີ່ພຣະເຈົ້າຢູ່ໃນເນື້ອໜັງຈຶ່ງອີງຕາມຄວາມສາມາດຂອງພວກເຂົາໃນການຍອມຮັບມັນເທົ່ານັ້ນ. ໃນໄລຍະນີ້ຂອງພາລະກິດ, ຄົນສ່ວນຫຼາຍຍັງຄົງບໍ່ສາມາດຍອມຮັບມັນໄດ້ຢ່າງສົມບູນ ເຊິ່ງພຽງພໍທີ່ຈະສະແດງໃຫ້ເຫັນວ່າ ພວກເຂົາບໍ່ສາມາດຮັບມັນໄດ້ສໍ່າໃດ. ສະນັ້ນ, ໃນໄລຍະພາລະກິດນີ້ ຄວາມສັກສິດຈຶ່ງບໍ່ໄດ້ປະຕິບັດໜ້າທີ່ດັ່ງເດີມທັງໝົດຂອງມັນ; ຄວາມສັກສິດພຽງແຕ່ປະຕິບັດໜ້າທີ່ບາງສ່ວນເລັກນ້ອຍເທົ່ານັ້ນ. ນີ້ສະແດງໃຫ້ເຫັນວ່າ ພາລະກິດໃນອະນາຄົດນັ້ນ, ຄວາມສັກສິດຈະຖືກເປີດເຜີຍເທື່ອລະໜ້ອຍຕາມສະພາບການຂອງການຟື້ນຟູຂອງມວນມະນຸດ. ເຖິງຢ່າງໃດກໍຕາມ, ຄວາມສັກສິດບໍ່ໄດ້ເຕີບໃຫຍ່ຂຶ້ນເທື່ອລະໜ້ອຍ; ກົງກັນຂ້າມ, ຄວາມສັກສິດແມ່ນສິ່ງທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດມີມາໂດຍທໍາມະຊາດ ແລະ ມັນບໍ່ຄືກັບວຸດທິພາວະຂອງມະນຸດ.

ການສ້າງມະນຸດຂອງພຣະເຈົ້າແມ່ນມີຈຸດປະສົງ ແລະ ຄວາມໝາຍ, ດ້ວຍເຫດນີ້ພຣະເຈົ້າຈຶ່ງກ່າວວ່າ “ຖ້າມວນມະນຸດຖືກທໍາລາຍທັງໝົດດ້ວຍຄວາມໂກດຮ້າຍຂອງເຮົາ, ແລ້ວແມ່ນຫຍັງຄືຄວາມສໍາຄັນຂອງການຊົງສ້າງສະຫວັນ ແລະ ແຜ່ນດິນໂລກຂອງເຮົາ?” ຫຼັງຈາກມະນຸດໄດ້ເສື່ອມຊາມ, ພຣະເຈົ້າໄດ້ວາງແຜນຮັບເອົາພວກເຂົາຈໍານວນໜຶ່ງ ເພື່ອຄວາມສຸກຂອງພຣະອົງ; ມັນບໍ່ແມ່ນເຈດຕະນາຂອງພຣະອົງ ທີ່ມະນຸດທຸກຄົນຈະຖືກທໍາລາຍ ແລະ ພວກເຂົາຈະບໍ່ຖືກກໍາຈັດເມື່ອລະເມີດຕໍ່ພຣະດໍາລັດແຫ່ງການຄຸ້ມຄອງຂອງພຣະເຈົ້າແມ່ນແຕ່ໜ້ອຍດຽວ. ສິ່ງດັ່ງກ່າວບໍ່ແມ່ນຄວາມປະສົງຂອງພຣະເຈົ້າ; ດັ່ງທີ່ພຣະເຈົ້າໄດ້ກ່າວກ່ອນໜ້ານີ້, ສິ່ງນັ້ນຈະບໍ່ມີຄວາມໝາຍຫຍັງ. ກໍຍ້ອນຄໍາເວົ້າທີ່ວ່າ “ບໍ່ມີຄວາມໝາຍຫຍັງ” ນີ້ແຫຼະ, ສະຕິປັນຍາຂອງພຣະເຈົ້າຈຶ່ງຖືກເຮັດໃຫ້ຊັດເຈນຂຶ້ນ. ມີຫຍັງທີ່ສໍາຄັນຍິ່ງໃຫຍ່ໄປກວ່ານີ້ບໍ ນອກຈາກການເວົ້າ ແລະ ການກະທໍາພາລະກິດຂອງພຣະເຈົ້າຜ່ານວີທີທາງຕ່າງໆເພື່ອຂ້ຽນຕີ, ພິພາກສາ ແລະ ໂຈມຕີທຸກຄົນ ເພື່ອພຽງຫວັງຄັດເລືອກເອົາຜູ້ທີ່ຮັກພຣະອົງຢ່າງແທ້ຈິງ? ຍ້ອນວິທິການນີ້ ການກະທໍາຂອງພຣະເຈົ້າຈຶ່ງຖືກເປີດເຜີຍ ແລະ ດ້ວຍເຫດນັ້ນ ການສ້າງມະນຸດກໍຈຶ່ງມີຄວາມໝາຍຍິ່ງຂຶ້ນ. ສະນັ້ນ, ຈຶ່ງມີການເວົ້າວ່າ ພຣະທໍາຂອງພຣະເຈົ້າສ່ວນໃຫຍ່ພຽງແຕ່ລອຍຜ່ານພວກເຂົາ; ນີ້ກໍເພື່ອບັນລຸເປົ້າໝາຍ ແລະ ສິ່ງນີ້ແມ່ນຄວາມເປັນຈິງກ່ຽວກັບສ່ວນໜຶ່ງຂອງພຣະທໍາຂອງພຣະອົງ.

ກ່ອນນີ້ : ບົດທີ 8

ຕໍ່ໄປ : ບົດເສີມທີ: ບົດທີ 1

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ພາລະກິດເຜີຍແຜ່ຂ່າວປະເສີດຍັງເປັນພາລະກິດແຫ່ງການຊ່ວຍມະນຸດໃຫ້ພົ້ນອີກດ້ວຍ

ມະນຸດທຸກຄົນຈຳເປັນຕ້ອງເຂົ້າໃຈຈຸດປະສົງຂອງພາລະກິດຂອງເຮົາຢູ່ໃນໂລກນີ້, ນັ້ນແມ່ນ ຈຸດປະສົງສຸດທ້າຍຂອງພາລະກິດຂອງເຮົາ ແລະ...

ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (2)

ໃນເວລານັ້ນ ພຣະເຢຊູປະຕິບັດພາລະກິດໃນຢູດາຍ, ພຣະອົງກໍປະຕິບັດຢ່າງເປີດເຜີຍ, ແຕ່ໃນປັດຈຸບັນນີ້, ເຮົາປະຕິບັດພາລະກິດ ແລະ ກ່າວທ່າມກາງພວກເຈົ້າຢ່າງລັບໆ....

ພຣະໂອວາດສາມຂໍ້

ໃນຖານະເປັນຜູ້ທີ່ເຊື່ອໃນພຣະເຈົ້າ ເຈົ້າບໍ່ຄວນ ຈົງຮັກພັກດີຕໍ່ຜູ້ໃດ ນອກຈາກຕໍ່ພຣະອົງໃນທຸກສິ່ງ ທຸກຢ່າງ ແລະ...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້