ບົດນໍາ
ພຣະທຳຂອງພຣະເຈົ້າສ່ວນນີ້ມີທັງໝົດສີ່ພາກທີ່ລ້ວນແລ້ວແຕ່ຖືກກ່າວໂດຍພຣະຄຣິດ ໃນລະຫວ່າງເດືອນມິຖຸນາ 1992 ແລະ ວັນທີ 23 ມີນາ 2010. ພຣະທຳສ່ວນໃຫຍ່ແມ່ນອີງໃສ່ການບັນທຶກຄຳເທດສະນາ ແລະ ການສົນທະນາຂອງພຣະຄຣິດ ໃນຂະນະທີ່ພຣະອົງເດີນທາງໄປທົ່ວຄຣິສຕະຈັກຕ່າງໆ. ພຣະທຳເຫຼົ່ານີ້ບໍ່ໄດ້ຖືກແກ້ໄຂໃນລັກສະນະໃດໜຶ່ງ ຫຼື ຖືກປ່ຽນແປງໂດຍພຣະຄຣິດໃນເວລາຕໍ່ມາ. ພາກສ່ວນທີ່ເຫຼືອແມ່ນຖືກຂຽນຂຶ້ນໂດຍພຣະຄຣິດເອງ (ເມື່ອພຣະຄຣິດຂຽນ, ພຣະອົງກໍສືບຕໍ່ຂຽນຢ່າງຕໍ່ເນື່ອງ ໂດຍບໍ່ໄດ້ເຊົາເພື່ອຈະຄິດ ຫຼື ດຳເນີນການແກ້ໄຂໃດໆ ແລະ ພຣະທຳຂອງພຣະອົງແມ່ນຖ້ອຍຄຳຂອງພຣະວິນຍານບໍລິສຸດທັງສິ້ນ, ສິ່ງນີ້ແມ່ນຢູ່ນອກເໜືອຂໍ້ສົງໄສທຸກປະການ). ແທນທີ່ຈະແຍກພຣະຄຳທັງສອງປະເພດນີ້ອອກ, ພວກເຮົາໄດ້ນໍາສະເໜີພຣະທຳເຫຼົ່ານີ້ລວມກັນ ໂດຍໃຊ້ລຳດັບເດີມຂອງການກ່າວພຣະທຳເຫຼົ່ານັ້ນ; ຈາກພຣະຄຳທັງໝົດຂອງພຣະອົງ, ສິ່ງນີ້ເຮັດໃຫ້ພວກເຮົາເຫັນເຖິງບາດກ້າວຂອງພາລະກິດຂອງພຣະເຈົ້າ ແລະ ເຂົ້າໃຈເຖິງວິທີທີ່ພຣະອົງປະຕິບັດພາລະກິດໃນແຕ່ລະໄລຍະ ເຊິ່ງເປັນປະໂຫຍດຕໍ່ຄວາມຮູ້ຂອງຜູ້ຄົນກ່ຽວກັບບາດກ້າວຂອງພາລະກິດຂອງພຣະເຈົ້າ ແລະ ສະຕິປັນຍາຂອງພຣະເຈົ້າ.
ແປດບົດທຳອິດຂອງໜັງສື “ພຣະທໍາຂອງພຣະຄຣິດໃນຂະນະທີ່ພຣະອົງຊົງຍ່າງໃນຄຣິສຕະຈັກ I” ເຊິ່ງເອີ້ນລວມກັນວ່າ “ເສັ້ນທາງ” ແມ່ນພາກສ່ວນເລັກນ້ອຍຂອງພຣະທຳທີ່ພຣະຄຣິດໄດ້ກ່າວ ໃນຂະນະທີ່ພຣະອົງຢືນຢ່າງເທົ່າທຽມກັບມະນຸດ. ເຖິງແມ່ນພຣະທໍາເຫຼົ່ານີ້ເບິ່ງຄືກັບວ່າໜ້າເບື່ອ, ພວກມັນກໍເຕັມໄປດ້ວຍຄວາມຮັກຂອງພຣະເຈົ້າ ແລະ ຄວາມຫ່ວງໃຍສຳລັບມະນຸດຊາດ. ກ່ອນໜ້ານີ້, ພຣະເຈົ້າໄດ້ກ່າວຈາກທັດສະນະຂອງສະຫວັນຊັ້ນສາມ ເຊິ່ງໄດ້ສ້າງຄວາມຫ່າງໄກຢ່າງໃຫຍ່ຫຼວງລະຫວ່າງພຣະອົງກັບມະນຸດ ແລະ ເຮັດໃຫ້ຜູ້ຄົນຢ້ານທີ່ຈະເຂົ້າຫາພຣະເຈົ້າ, ແລ້ວແຮງໄກທີ່ຈະຂໍໃຫ້ພຣະອົງສະໜອງຊີວິດໃຫ້ແກ່ພວກເຂົາ. ສະນັ້ນ ໃນໜັງສື “ເສັ້ນທາງ”, ພຣະເຈົ້າຈຶ່ງກ່າວຕໍ່ມະນຸດດັ່ງຄົນເທົ່າທຽມກັນ ແລະ ຊີ້ໃຫ້ເຫັນເຖິງທິດທາງ ເພື່ອຟື້ນຟູຄວາມສຳພັນຂອງມະນຸດກັບພຣະເຈົ້າຄືນສູ່ສະພາວະດັ່ງເດີມ; ຜູ້ຄົນບໍ່ສົງໄສອີກຕໍ່ໄປວ່າພຣະເຈົ້າຈະຍັງໃຊ້ວິທີການເວົ້າ ແລະ ບໍ່ຖືກຫຼອກຫຼອນດ້ວຍຄວາມຢ້ານກົວຈາກການທົດລອງແຫ່ງຄວາມຕາຍອີກຕໍ່ໄປ. ພຣະເຈົ້າລົງມາຈາກສະຫວັນຊັ້ນສາມສູ່ແຜ່ນດິນໂລກ, ຜູ້ຄົນມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ ຈາກທະເລສາບແຫ່ງໄຟ ແລະ ມາດ, ພວກເຂົາໂຍນຖິ້ມວິນຍານແຫ່ງ “ຜູ້ບໍລິການ” ແລະ ເຊັ່ນດຽວກັບລູກງົວທີ່ຫາກໍເກີດໃໝ່, ພວກເຂົາຍອມການຮັບບັບຕິດສະມາແຫ່ງພຣະທຳຂອງພຣະເຈົ້າຢ່າງເປັນທາງການ. ມີແຕ່ເມື່ອນັ້ນ ພຣະເຈົ້າຈຶ່ງສາມາດລົມກັບພວກເຂົາໄດ້ຢ່າງໃກ້ຊິດ ແລະ ປະຕິບັດພາລະກິດແຫ່ງການສະໜອງຊີວິດໃຫ້ກັບພວກເຂົາໄດ້ຫຼາຍຂຶ້ນ. ເປົ້າໝາຍທີ່ພຣະເຈົ້າຖ່ອມຕົວພຣະອົງເອງເປັນມະນຸດກໍເພື່ອໃຫ້ພຣະອົງໄດ້ໃກ້ຊິດກັບຜູ້ຄົນຫຼາຍຂຶ້ນ, ຕັດຄວາມຫ່າງໄກລະຫວ່າງພວກເຂົາ ແລະ ພຣະອົງ, ເຮັດໃຫ້ພຣະອົງໄດ້ຮັບການຍອມຮັບ ແລະ ຄວາມໄວ້ວາງໃຈຂອງຜູ້ຄົນ ແລະ ດົນບັນດານໃຫ້ຜູ້ຄົນມີຄວາມເຊື່ອໝັ້ນທີ່ຈະສະແຫວງຊີວິດ ແລະ ຕິດຕາມພຣະເຈົ້າ. ແປດບົດຂອງໜັງສື “ເສັ້ນທາງ” ສາມາດສະຫຼຸບໄດ້ວ່າເປັນກະແຈສໍາຄັນທີ່ພຣະເຈົ້າໃຊ້ເພື່ອເປີດປະຕູສູ່ຫົວໃຈຂອງຜູ້ຄົນ ແລະ ເມື່ອຮວມເຂົ້າກັນ ພວກມັນໄດ້ກາຍເປັນເມັດຢາເຄືອບນໍ້າຕານທີ່ພຣະອົງມອບໃຫ້ແກ່ມະນຸດ. ມີພຽງແຕ່ພຣະເຈົ້າເຮັດແບບນີ້ເທົ່ານັ້ນ, ຜູ້ຄົນຈຶ່ງຈະສາມາດໃຫ້ຄວາມສົນໃຈຢ່າງໃກ້ຊິດກັບການສັ່ງສອນ ແລະ ການຕໍານິຊໍ້າແລ້ວຊໍ້າເລົ່າຂອງພຣະເຈົ້າ. ສາມາດເວົ້າໄດ້ວ່າ ມີພຽງແຕ່ຫຼັງຈາກສິ່ງນີ້ເທົ່ານັ້ນ ພຣະເຈົ້າຈຶ່ງເລີ່ມຕົ້ນພາລະກິດແຫ່ງການສະໜອງຊີວິດ ແລະ ກ່າວຄວາມຈິງຢ່າງໃນຂັ້ນຕອນປັດຈຸບັນຂອງພາລະກິດຢ່າງເປັນທາງການ, ດັ່ງທີ່ພຣະອົງສືບຕໍ່ກ່າວວ່າ: “ຜູ້ເຊື່ອຄວນມີມຸມມອງແບບໃດ” ແລະ “ກ່ຽວກັບຂັ້ນຕອນຂອງພາລະກິດຂອງພຣະເຈົ້າ”... ວິທີການດັ່ງກ່າວບໍ່ໄດ້ສະແດງເຖິງສະຕິປັນຍາຂອງພຣະເຈົ້າ ແລະ ເຈດຕະນາອັນຈິງຈັງຂອງພຣະອົງບໍ? ນີ້ແມ່ນຈຸດເລີ່ມຕົ້ນທີ່ພຣະຄຣິດສະໜອງຊີວິດ, ສະນັ້ນ ຄວາມຈິງຈຶ່ງຂ້ອນຂ້າງຕື້ນກວ່າພາກສ່ວນທີ່ຕາມມາ. ຫຼັກການເບື້ອງຫຼັງສິ່ງນີ້ແມ່ນງ່າຍຫຼາຍ: ພຣະເຈົ້າປະຕິບັດພາລະກິດຕາມຄວາມຕ້ອງການຂອງມະນຸດຊາດ. ພຣະອົງບໍ່ປະຕິບັດ ຫຼື ກ່າວຢ່າງລັບຫູລັບຕາ; ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ເຂົ້າໃຈຄວາມຕ້ອງການຂອງມະນຸດຊາດຢ່າງແທ້ຈິງ ແລະ ບໍ່ມີຜູ້ໃດທີ່ມີຄວາມຮັກທີ່ຍິ່ງໃຫຍ່ ແລະ ຄວາມເຂົ້າໃຈສຳລັບມະນຸດ.
ໃນພຣະຄຳຂໍ້ທີໜຶ່ງຫາສິບໃນໜັງສື “ພາລະກິດ ແລະ ທາງເຂົ້າ”, ພຣະທຳຂອງພຣະເຈົ້າໄດ້ເຂົ້າສູ່ໄລຍະໃໝ່. ດ້ວຍເຫດນັ້ນ ພຣະຄຳເຫຼົ່ານີ້ຈຶ່ງຖືກວາງໄວ້ໃນຕອນຕົ້ນ. ຕໍ່ມາ ໜັງສື “ພຣະທໍາຂອງພຣະຄຣິດໃນຂະນະທີ່ພຣະອົງຊົງຍ່າງໃນຄຣິສຕະຈັກ II” ຈຶ່ງໄດ້ເກີດຂຶ້ນ. ໃນລະຫວ່າງຂັ້ນຕອນນີ້, ພຣະເຈົ້າໄດ້ຮຽກຮ້ອງຜູ້ຕິດຕາມຂອງພຣະອົງ ຢ່າງລະອຽດຫຼາຍຂຶ້ນ, ການຮຽກຮ້ອງທີ່ລວມເຖິງຄວາມຮູ້ກ່ຽວກັບວິທີການໃຊ້ຊີວິດຂອງຜູ້ຄົນ, ສິ່ງທີ່ຈຳເປັນກ່ຽວກັບຄວາມສາມາດຂອງພວກເຂົາ ແລະ ອື່ນໆ. ຍ້ອນຜູ້ຄົນເຫຼົ່ານີ້ຕັ້ງໃຈທີ່ຈະຕິດຕາມພຣະເຈົ້າ ແລະ ບໍ່ມີຂໍ້ສົງໄສອີກຕໍ່ໄປກ່ຽວກັບຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າ, ພຣະເຈົ້າຍັງເລີ່ມຕົ້ນປະຕິບັດຕໍ່ພວກເຂົາດັ່ງສະມາຊິກໃນຄອບຄົວຂອງພຣະອົງເອງຢ່າງເປັນທາງການ, ສົນທະນາກ່ຽວກັບເບື້ອງຫຼັງພາລະກິດຂອງພຣະເຈົ້າຕັ້ງແຕ່ການເນລະມິດສ້າງຈົນເຖິງປັດຈຸບັນ, ເປີດເຜີຍຄວາມຈິງທີ່ຢູ່ເບື້ອງຫຼັງພຣະຄຳພີ ແລະ ສັ່ງສອນພວກເຂົາເຖິງຄວາມສຳຄັນທີ່ແທ້ຈິງຂອງການບັງເກີດເປັນມະນຸດຂອງພຣະເຈົ້າ. ພຣະຄຳຂອງພຣະເຈົ້າໃນພາກສ່ວນນີ້ໄດ້ມອບຄວາມເຂົ້າໃຈທີ່ດີຂຶ້ນກ່ຽວກັບແກ່ນແທ້ຂອງພຣະເຈົ້າແກ່ຜູ້ຄົນ ແລະ ແກ່ນແທ້ຂອງພາລະກິດຂອງພຣະອົງ ແລະ ເຮັດໃຫ້ພວກເຂົາຮູ້ຄຸນຄ່າວ່າ ສິ່ງທີ່ພວກເຂົາໄດ້ຮັບຈາກຄວາມລອດພົ້ນຂອງພຣະເຈົ້ານັ້ນເໜືອກວ່າສິ່ງທີ່ຜູ້ປະກາດພຣະທຳ ແລະ ອັກຄະສາວົກໄດ້ຮັບຕະຫຼອດທັງຍຸກທີ່ຜ່ານມາ. ຈາກພຣະທຳຂອງພຣະເຈົ້າທຸກຂໍ້ຄວາມ, ເຈົ້າສາມາດຮັບຮູ້ເຖິງທຸກພາກສ່ວນຂອງສະຕິປັນຍາຂອງພຣະອົງ ພ້ອມທັງຄວາມຮັກ ແລະ ຄວາມຫ່ວງໃຍຢ່າງມີສິນທຳສຳລັບມະນຸດ. ນອກຈາກກ່າວພຣະທຳເຫຼົ່ານີ້ແລ້ວ, ພຣະເຈົ້າຍັງໄດ້ເປີດເຜີຍແນວຄິດ ແລະ ຄວາມຄິດຜິດຜ່ານມາຂອງມະນຸດ ແລະ ສິ່ງຕ່າງໆທີ່ຜູ້ຄົນບໍ່ເຄີຍຈິນຕະນາການມາກ່ອນ, ພ້ອມທັງເສັ້ນທາງທີ່ຜູ້ຄົນຕ້ອງຍ່າງໃນອະນາຄົດ. ບາງເທື່ອ ນີ້ຄື “ຄວາມຮັກ” ອັນຄັບແຄບທີ່ມະນຸດສາມາດຜະເຊີນໄດ້! ຢ່າງໃດກໍຕາມ, ພຣະເຈົ້າໄດ້ມອບທຸກສິ່ງທີ່ຜູ້ຄົນຕ້ອງການໃຫ້ແກ່ພວກເຂົາ ແລະ ໄດ້ມອບສິ່ງທີ່ພວກເຂົາຮຽກຮ້ອງໃຫ້ແກ່ພວກເຂົາ ໂດຍບໍ່ປິດບັງຫຍັງໄວ້ ຫຼື ຮຽກຮ້ອງສິ່ງໃດຕອບແທນ.
ມີບົດພິເສດສອງສາມບົດໃນພາກນີ້ກ່າວເຖິງພຣະຄຳພີ. ພຣະຄຳພີໄດ້ເປັນສ່ວນໜຶ່ງຂອງປະຫວັດສາດມະນຸດເປັນເວລາສອງສາມພັນປີ. ຍິ່ງໄປກວ່ານັ້ນ ຜູ້ຄົນປະຕິບັດຕໍ່ພຣະຄຳພີຄືກັບພຣະເຈົ້າ, ຈົນເຖິງຂັ້ນທີ່ວ່າ ໃນຍຸກສຸດທ້າຍ ມັນໄດ້ແທນທີ່ຂອງພຣະເຈົ້າໄປແລ້ວ ເຊິ່ງເຮັດໃຫ້ພຣະເຈົ້າກຽດຊັງ. ສະນັ້ນ ເມື່ອເວລາເອື້ອອຳນວຍ ພຣະເຈົ້າຈຶ່ງຮູ້ສຶກວ່າຈໍາເປັນຕ້ອງຊີ້ແຈງເລື່ອງລາວພາຍໃນ ແລະ ຕົ້ນກຳເນີດຂອງພຣະຄຳພີ; ຖ້າພຣະອົງບໍ່ເຮັດແບບນີ້, ພຣະຄຳພີກໍຈະສືບຕໍ່ຍຶດຕໍາແໜ່ງຂອງພຣະເຈົ້າໃນຫົວໃຈຂອງຜູ້ຄົນ ແລະ ຜູ້ຄົນຈະໃຊ້ພຣະທຳຂອງພຣະເຈົ້າເພື່ອວັດແທກ ແລະ ປະນາມການກະທຳຂອງພຣະເຈົ້າ. ເມື່ອອະທິບາຍເຖິງແກ່ນແທ້, ໂຄງສ້າງ ແລະ ຂໍ້ບົກຜ່ອງໃນພຣະຄຳພີ, ບໍ່ໄດ້ໝາຍຄວາມວ່າພຣະເຈົ້າປະຕິເສດການເປັນຢູ່ຂອງພຣະຄຳພີ ຫຼື ພຣະອົງປະນາມພຣະຄຳພີ; ກົງກັນຂ້າມ ພຣະອົງກຳລັງໃຫ້ຄຳອະທິບາຍທີ່ເໝາະສົມ ແລະ ສົມຄວນ ເພື່ອຟື້ນຟູລັກສະນະດັ້ງເດີມຂອງພຣະຄຳພີ, ເພື່ອກ່າວເຖິງຄວາມເຂົ້າໃຈຜິດຂອງຜູ້ຄົນທີ່ມີຕໍ່ພຣະຄຳພີ ແລະ ມອບມຸມມອງທີ່ຖືກຕ້ອງກ່ຽວກັບພຣະຄຳພີໃຫ້ແກ່ພວກເຂົາ ເພື່ອວ່າ ພວກເຂົາຈະບໍ່ນະມັດສະການພຣະຄຳພີອີກຕໍ່ໄປ ແລະ ບໍ່ຫຼົງຫາຍອີກຕໍ່ໄປ; ໝາຍຄວາມວ່າ ເພື່ອໃຫ້ພວກເຂົາບໍ່ເຂົ້າໃຈຜິດວ່າຄວາມເຊື່ອຢ່າງລັບຫູລັບຕາຂອງພວກເຂົາໃນພຣະຄຳພີນັ້ນເປັນຄືກັບຄວາມເຊື່ອໃນພຣະເຈົ້າ ແລະ ເປັນການນະມັດສະການພຣະເຈົ້າ ໂດຍຢ້ານແມ່ນແຕ່ຈະເປີດເຜີຍເບື້ອງຫຼັງ ແລະ ຂໍ້ບົກຜ່ອງແທ້ຈິງຂອງພຣະຄຳພີ. ຫຼັງຈາກທີ່ຜູ້ຄົນໄດ້ເຂົ້າໃຈຢ່າງສົມບູນກ່ຽວກັບພຣະຄຳພີ, ພວກເຂົາຈຶ່ງຈະສາມາດປະວາງພຣະຄຳພີໄວ້ ໂດຍບໍ່ຮູ້ສຶກຜິດ ແລະ ຍອມຮັບພຣະທຳໃໝ່ຂອງພຣະເຈົ້າຢ່າງກ້າຫານ. ນີ້ຄືເປົ້າໝາຍຂອງພຣະເຈົ້າໃນສອງສາມບົດເຫຼົ່ານີ້. ຄວາມຈິງທີ່ພຣະເຈົ້າປາຖະໜາຈະບອກຜູ້ຄົນໃນນີ້ກໍຄື ບໍ່ມີທິດສະດີ ຫຼື ຄວາມຈິງໃດທີ່ສາມາດແທນທີ່ພາລະກິດ ແລະ ພຣະທຳໃນປັດຈຸບັນຂອງພຣະເຈົ້າ ແລະ ບໍ່ມີຫຍັງທີ່ສາມາດຢືນແທນພຣະເຈົ້າໄດ້. ຖ້າຜູ້ຄົນບໍ່ສາມາດຫຼົບໜີຈາກກັບດັກຂອງພຣະຄຳພີ, ພວກເຂົາຈະບໍ່ສາມາດມາຢູ່ຕໍ່ໜ້າພຣະເຈົ້າໄດ້ຈັກເທື່ອ. ຖ້າພວກເຂົາປາຖະໜາທີ່ຈະມາຢູ່ຕໍ່ໜ້າພຣະເຈົ້າ, ພວກເຂົາຕ້ອງຊໍາລະລ້າງຫົວໃຈຂອງພວກເຂົາຈາກສິ່ງໃດກໍຕາມທີ່ຈະມາແທນທີ່ພຣະອົງ; ແລ້ວເມື່ອນັ້ນພວກເຂົາຈຶ່ງຈະເປັນທີ່ພໍໃຈພຣະເຈົ້າ. ເຖິງແມ່ນພຣະເຈົ້າພຽງແຕ່ອະທິບາຍພຣະຄຳພີໃນນີ້, ຢ່າລືມວ່າມີອີກຫຼາຍສິ່ງທີ່ຜູ້ຄົນນະມັດສະການຢ່າງແທ້ຈິງ ນອກຈາກພຣະຄຳພີ; ສິ່ງດຽວທີ່ພວກເຂົາບໍ່ນະມັດສະການກໍຄືສິ່ງທີ່ມາຈາກພຣະເຈົ້າຢ່າງແທ້ຈິງ. ພຣະເຈົ້າພຽງແຕ່ໃຊ້ພຣະຄຳພີໃຫ້ເປັນຕົວຢ່າງເພື່ອເຕືອນຜູ້ຄົນບໍ່ໃຫ້ຍ່າງໃນເສັ້ນທາງທີ່ຜິດ ແລະ ບໍ່ໃຫ້ອອກນອກເກີນຂອບເຂດອີກ ແລະ ຕົກເປັນເຫຍື່ອຂອງຄວາມສັບສົນ ໃນຂະນະທີ່ພວກເຂົາເຊື່ອໃນພຣະເຈົ້າ ແລະ ຍອມຮັບພຣະທຳຂອງພຣະອົງ.
ພຣະທຳທີ່ພຣະເຈົ້າສະໜອງໃຫ້ແກ່ມະນຸດເລີ່ມຕົ້ນຈາກຈຸດຕື້ນເຖິງຈຸດເລິກເຊິ່ງ. ຫົວຂໍ້ຂອງພຣະຄຳຂອງພຣະອົງເຮັດໃຫ້ມີຄວາມຄືບໜ້າສືບຕໍ່ ນັບຕັ້ງແຕ່ພຶດຕິກຳ ແລະ ການກະທຳພາຍນອກຂອງຜູ້ຄົນໄປຈົນເຖິງອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ເຊິ່ງເປັນບ່ອນທີ່ພຣະເຈົ້າແນປາຍຫອກດ້ານພາສາຂອງພຣະອົງໃສ່ສ່ວນເລິກທີ່ສຸດຂອງຈິດວິນຍານຂອງຜູ້ຄົນ: ທາດແທ້ຂອງພວກເຂົາ. ໃນຊ່ວງເວລາທີ່ ໜັງສື “ພຣະທໍາຂອງພຣະຄຣິດໃນຂະນະທີ່ພຣະອົງຊົງຍ່າງໃນຄຣິສຕະຈັກ III” ໄດ້ສະແດງອອກ, ພຣະຄຳຂອງພຣະເຈົ້າເນັ້ນ ທາດແທ້ ແລະ ຕົວຕົນຂອງມະນຸດ ແລະ ການເປັນຄົນທີ່ແທ້ຈິງໝາຍເຖິງຫຍັງ, ຄວາມຈິງທີ່ເລິກເຊິ່ງທີ່ສຸດເຫຼົ່ານີ້ ແລະ ຄຳຖາມທີ່ກ່ຽວຂ້ອງກັບທາງເຂົ້າສູ່ຊີວິດຂອງຜູ້ຄົນ. ແນ່ນອນ ເມື່ອຄິດຍ້ອນກັບໄປເຖິງຄວາມຈິງທີ່ພຣະເຈົ້າສະໜອງໃຫ້ແກ່ມະນຸດໃນໜັງສື “ພຣະທໍາຂອງພຣະຄຣິດໃນຂະນະທີ່ພຣະອົງຊົງຍ່າງໃນຄຣິສຕະຈັກ I,” ເນື້ອຫາຂອງ ໜັງສື “ພຣະທໍາຂອງພຣະຄຣິດໃນຂະນະທີ່ພຣະອົງຊົງຍ່າງໃນຄຣິສຕະຈັກ III” ແມ່ນເລິກເຊິ່ງຢ່າງເຫຼືອເຊື່ອ ເມື່ອປຽບທຽບກັນ. ພຣະທຳໃນພາກນີ້ໄດ້ລາມໄປເຖິງເສັ້ນທາງໃນອະນາຄົດຂອງຜູ້ຄົນ ແລະ ວິທີທີ່ພວກເຂົາສາມາດຖືກເຮັດໃຫ້ສົມບູນ; ພວກມັນຍັງລາມໄປເຖິງຈຸດໝາຍປາຍທາງໃນອະນາຄົດຂອງມະນຸດຊາດ ແລະ ວິທີທີ່ພຣະເຈົ້າ ແລະ ມະນຸດຈະເຂົ້າສູ່ຄວາມສະຫງົບຮ່ວມກັບມະນຸດ. (ມັນສາມາດເວົ້າໄດ້ວ່າ ໃນປັດຈຸບັນ ພຣະທຳເຫຼົ່ານີ້ແມ່ນພຣະທຳທີ່ພຣະເຈົ້າໄດ້ກ່າວຕໍ່ມະນຸດ ໂດຍກ່ຽວຂ້ອງກັບທາດແທ້ຂອງພວກເຂົາ, ພາລະກິດຂອງພວກເຂົາ ແລະ ຈຸດໝາຍປາຍທາງຂອງພວກເຂົາ ເຊິ່ງງ່າຍທີ່ສຸດທີ່ຈະເຂົ້າໃຈ). ມັນຄືຄວາມຫວັງຂອງພຣະເຈົ້າສໍາລັບຜູ້ຄົນທີ່ອ່ານພຣະທຳເຫຼົ່ານີ້ຈະເປັນຄົນທີ່ແຍກຕົນເອງອອກຈາກແນວຄິດ ແລະ ຈິນຕະນາການຂອງຕົນເອງ, ຈະເປັນຜູ້ທີ່ສາມາດມີຄວາມເຂົ້າໃຈຢ່າງບໍລິສຸດກ່ຽວກັບພຣະທຳທຸກຂໍ້ຂອງພຣະເຈົ້າໃນສ່ວນເລິກຂອງຫົວໃຈຂອງພວກເຂົາ. ຍິ່ງໄປກວ່ານັ້ນ, ພຣະອົງຫວັງວ່າ ທຸກຄົນທີ່ອ່ານພຣະທຳເຫຼົ່ານີ້ຈະສາມາດຖືເອົາພຣະທຳຂອງພຣະອົງເປັນຄວາມຈິງ, ຫົນທາງ ແລະ ຊີວິດ ແລະ ພວກເຂົາຈະບໍ່ປະຕິບັດຕໍ່ພຣະເຈົ້າຢ່າງຖືເບົາ ຫຼື ຊັກຊວນພຣະອົງ. ຖ້າຜູ້ຄົນອ່ານພຣະທຳເຫຼົ່ານີ້ດ້ວຍທ່າທີເພື່ອກວດສອບ ຫຼື ພິຈາລະນາພຣະເຈົ້າ, ແລ້ວພຣະຄຳເຫຼົ່ານີ້ກໍຈະເປັນຄືກັບປຶ້ມທີ່ປິດໄວ້ສຳລັບພວກເຂົາ. ມີພຽງຄົນທີ່ສະແຫວງຫາຄວາມຈິງ, ຄົນທີ່ຕັ້ງໃຈຕິດຕາມພຣະເຈົ້າ ແລະ ຄົນທີ່ປາສະຈາກຂໍ້ສົງໄສກ່ຽວກັບພຣະອົງແມ່ນແຕ່ໜ້ອຍດຽວຈຶ່ງມີຄຸນສົມບັດທີ່ຈະຍອມຮັບເອົາພຣະທຳເຫຼົ່ານີ້.
ໜັງສື “ພຣະທໍາຂອງພຣະຄຣິດໃນຂະນະທີ່ພຣະອົງຊົງຍ່າງໃນຄຣິສຕະຈັກ IV” ບໍ່ແມ່ນອີກປະເພດໜຶ່ງຂອງພຣະຄຳສັກສິດ ທີ່ມາຕາມຫຼັງ ບົດ “ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ”. ພາກນີ້ປະກອບມີການຕັກເຕືອນ, ການສັ່ງສອນ ແລະ ການເປີດເຜີຍຂອງພຣະເຈົ້າແກ່ຜູ້ຄົນໃນນິກາຍຕ່າງໆຂອງຄຣິສຕຽນ ເຊັ່ນໃນບົດ: “ເວລາທີ່ເຈົ້າເຫັນຮ່າງກາຍຝ່າຍວິນຍານຂອງພຣະເຢຊູ, ພຣະເຈົ້າແມ່ນໄດ້ສ້າງສະຫວັນ ແລະ ແຜ່ນດິນໂລກຂຶ້ນໃໝ່ແລ້ວ”, “ຜູ້ທີ່ບໍ່ສາມາດເຂົ້າກັບພຣະຄຣິດເປັນປໍລະປັກກັບພຣະເຈົ້າຢ່າງແນ່ນອນ”. ນອກນັ້ນຍັງປະກອບມີເງື່ອນໄຂສະເພາະທີ່ສຸດຂອງພຣະເຈົ້າສຳລັບມະນຸດຊາດ ເຊັ່ນໃນບົດ: “ກະກຽມຄວາມດີໃຫ້ພຽງພໍເພື່ອຈຸດໝາຍປາຍທາງຂອງເຈົ້າ”, “ພຣະໂອວາດສາມຂໍ້”, “ການເຮັດຜິດຈະນໍາພາມະນຸດໄປສູ່ນະຮົກ”. ຫຼາຍດ້ານທີ່ຖືກກ່າວເຖິງ ເຊັ່ນ: ການເປີດເຜີຍ ແລະ ການພິພາກສາສຳລັບຄົນທຸກປະເພດ ແລະ ພຣະທຳເພື່ອຮູ້ຈັກພຣະເຈົ້າ. ສາມາດເວົ້າໄດ້ວ່າ ພາກນີ້ເປັນແກ່ນຫຼັກຂອງການພິພາກສາມະນຸດຊາດ. ສ່ວນທີ່ບໍ່ສາມາດລືມໄດ້ທີ່ສຸດຂອງພາກນີ້ໃນພຣະຄຳຂອງພຣະເຈົ້າກໍຄື ເມື່ອພຣະເຈົ້າກຳລັງຈະປິດຜ້າກັ້ງໃນພາລະກິດຂອງພຣະອົງ, ພຣະອົງໄດ້ເປີດເຜີຍສິ່ງທີ່ຢູ່ໃນໄຂກະດູກດໍາຂອງຜູ້ຄົນ: ການທໍລະຍົດ. ຈຸດປະສົງຂອງພຣະອົງແມ່ນໃຫ້ຜູ້ຄົນຮູ້ຈັກຂໍ້ແທ້ຈິງໃນຕອນສຸດທ້າຍ ແລະ ເພື່ອເຜົາຜານມັນເຂົ້າໃນສ່ວນເລິກທີ່ສຸດໃນຫົວໃຈຂອງພວກເຂົາ: ມັນບໍ່ສຳຄັນວ່າເຈົ້າເປັນຜູ້ຕິດຕາມພຣະເຈົ້າໄດ້ດົນປານໃດ, ທຳມະຊາດຂອງເຈົ້າກໍຍັງຄືການທໍລະຍົດພຣະເຈົ້າ. ເວົ້າອີກຢ່າງໜຶ່ງກໍຄື ການທໍລະຍົດພຣະເຈົ້າຢູ່ໃນທຳມະຊາດຂອງມະນຸດ, ຍ້ອນຜູ້ຄົນບໍ່ສາມາດບັນລຸຄວາມເປັນຜູ້ໃຫຍ່ທີ່ແທ້ຈິງໃນຊີວິດຂອງພວກເຂົາ ແລະ ສາມາດມີພຽງແຕ່ການປ່ຽນແປງເລັກນ້ອຍໃນອຸປະນິໄສຂອງພວກເຂົາ. ເຖິງແມ່ນທັງສອງບົດນີ້, “ການທໍລະຍົດ (1)” ແລະ “ການທໍລະຍົດ (2)” ໄດ້ໂຈມຕີຜູ້ຄົນ, ພວກມັນກໍເປັນຄຳເຕືອນທີ່ຊື່ສັດ ແລະ ເມດຕາທີ່ສຸດຂອງພຣະເຈົ້າຕໍ່ຜູ້ຄົນ. ຢ່າງໜ້ອຍທີ່ສຸດ, ເມື່ອຜູ້ຄົນເພິ່ງພໍໃຈ ແລະ ຍິ່ງທະນົງຕົນ, ຫຼັງຈາກທີ່ໄດ້ອ່ານທັງສອງບົດນີ້, ຄວາມຊົ່ວຮ້າຍຂອງພວກເຂົາເອງກໍຈະຖືກກວດສອບ ແລະ ພວກເຂົາຈະງຽບລົງ. ຜ່ານທັງສອງບົດນີ້, ພຣະເຈົ້າຕໍານິທຸກຄົນ ບໍ່ວ່າຊີວິດຂອງເຈົ້າຈະເປັນຜູ້ໃຫຍ່ສໍ່າໃດກໍຕາມ, ປະສົບການຂອງເຈົ້າຈະເລິກເຊິ່ງຫຼາຍສໍ່າໃດກໍຕາມ, ຄວາມໝັ້ນໃຈຂອງເຈົ້າມີຫຼາຍສໍ່າໃດກໍຕາມ, ບໍ່ວ່າເຈົ້າເກີດຢູ່ໃສ ແລະ ເຈົ້າກຳລັງຈະໄປໃສກໍຕາມ, ທຳມະຊາດຂອງເຈົ້າທີ່ທໍລະຍົດຕໍ່ພຣະເຈົ້າແມ່ນມີແນວໂນ້ມທີ່ຈະເປີດເຜີຍຕົວມັນເອງໄດ້ໃນທຸກເວລາ ແລະ ທຸກບ່ອນ. ສິ່ງທີ່ພຣະເຈົ້າຕ້ອງການບອກກັບແຕ່ລະຄົນກໍຄື: ມັນຄືທຳມະຊາດໂດຍກຳເນີດຂອງແຕ່ລະຄົນທີ່ທໍລະຍົດພຣະເຈົ້າ. ແນ່ນອນ ເຈດຕະນາຂອງພຣະອົງໃນການກ່າວທັງສອງບົດນີ້ບໍ່ແມ່ນເພື່ອຄົ້ນຫາຂໍ້ອ້າງເພື່ອກຳຈັດ ຫຼື ປະນາມມະນຸດຊາດ, ແຕ່ເພື່ອເຮັດໃຫ້ຜູ້ຄົນຮູ້ຈັກເຖິງທຳມະຊາດຂອງມະນຸດຫຼາຍຂຶ້ນ, ເພື່ອວ່າພວກເຂົາຈະສາມາດດຳລົງຊີວິດຢູ່ຢ່າງລະມັດລະວັງຕໍ່ໜ້າພຣະເຈົ້າຢູ່ຕະຫຼອດເວລາເພື່ອຮັບເອົາການນໍາພາຂອງພຣະອົງ ເຊິ່ງຈະຢຸດພວກເຂົາບໍ່ໃຫ້ສູນເສຍການສະຖິດຂອງພຣະເຈົ້າ ແລະ ກ້າວເດີນໃນເສັ້ນທາງທີ່ບໍ່ສາມາດຫວນກັບຄືນໄດ້. ທັງສອງບົດນີ້ຄືລະຄັງສັນຍານສຳລັບທຸກຄົນທີ່ຕິດຕາມພຣະເຈົ້າ. ຫວັງວ່າ, ຜູ້ຄົນຈະເຂົ້າໃຈເຈດຕະນາທີ່ແທ້ຈິງຂອງພຣະເຈົ້າ; ບໍ່ວ່າຢ່າງໃດກໍຕາມ, ພຣະທຳເຫຼົ່ານີ້ລ້ວນແລ້ວແຕ່ເປັນຄວາມຈິງທີ່ບໍ່ສາມາດໂຕ້ແຍ້ງໄດ້, ແລ້ວມະນຸດຈຳເປັນຕ້ອງຖຽງກັນກ່ຽວກັບເວລາ ແລະ ວິທີທີ່ພຣະເຈົ້າຈະກ່າວພຣະທຳເຫຼົ່ານີ້ເຮັດຫຍັງ? ຖ້າພຣະເຈົ້າເກັບທຸກສິ່ງເຫຼົ່ານີ້ໄວ້ກັບພຣະອົງເອງ ແລະ ລໍຖ້າຈົນເຖິງເວລາທີ່ຜູ້ຄົນເຊື່ອວ່າ ມັນເໝາະສົມສຳລັບພຣະອົງທີ່ຈະກ່າວພຣະທຳເຫຼົ່ານີ້, ມັນຈະບໍ່ຊ້າເກີນໄປບໍ? ເມື່ອໃດຈະເປັນເວລາທີ່ເໝາະສົມທີ່ສຸດນັ້ນ?
ພຣະເຈົ້າໃຊ້ວິທີການ ແລະ ທັດສະນະຫຼາຍຢ່າງໃນສີ່ພາກເຫຼົ່ານີ້. ຕົວຢ່າງເຊັ່ນ: ບາງເທື່ອ ພຣະເຈົ້າໃຊ້ການສຽດສີ ແລະ ບາງຄັ້ງ ພຣະອົງໃຊ້ວິທີການສະໜອງ ການສັ່ງສອນໂດຍກົງ; ບາງເທື່ອ ພຣະອົງໃຊ້ຕົວຢ່າງ ແລະ ບາງຄັ້ງ ພຣະອົງໃຊ້ການປະນາມທີ່ຮຸນແຮງ. ໂດຍລວມແລ້ວແມ່ນມີວິທີການທີ່ແຕກຕ່າງກັນທຸກປະເພດ, ໂດຍມີເປົ້າໝາຍເພື່ອຮັບໃຊ້ຫຼາກຫຼາຍສະພາບ ແລະ ລົດຊາດຂອງຜູ້ຄົນ. ທັດສະນະທີ່ພຣະອົງກ່າວແມ່ນປ່ຽນແປງໄປພ້ອມກັບວິທີການ ແລະ ເນື້ອຫາຂອງພຣະຄຳຂອງພຣະອົງທີ່ແຕກຕ່າງກັນ. ຕົວຢ່າງເຊັ່ນ: ບາງເທື່ອ ພຣະອົງກ່າວວ່າ “ເຮົາ”; ນັ້ນກໍຄື ພຣະອົງກ່າວຕໍ່ຜູ້ຄົນຈາກທັດສະນະຂອງພຣະເຈົ້າເອງ. ບາງຄັ້ງ ພຣະອົງກ່າວຈາກບຸກຄົນທີສາມ ໂດຍເວົ້າວ່າ “ພຣະເຈົ້າ” ເປັນແບບນີ້ ຫຼື ແບບນັ້ນ ແລະ ມີບາງເວລາທີ່ພຣະອົງກ່າວຈາກທັດສະນະຂອງມະນຸດ. ບໍ່ວ່າພຣະອົງຈະກ່າວຈາກທັດສະນະໃດກໍຕາມ, ແກ່ນແທ້ຂອງພຣະອົງບໍ່ໄດ້ປ່ຽນແປງ, ຍ້ອນວ່າ ບໍ່ວ່າພຣະອົງຈະກ່າວແນວໃດກໍຕາມ, ທຸກສິ່ງທີ່ພຣະອົງກ່າວຄືແກ່ນແທ້ຂອງພຣະເຈົ້າເອງ, ມັນຄືຄວາມຈິງທັງໝົດ ແລະ ມັນຄືສິ່ງທີ່ມະນຸດຊາດຕ້ອງການ.