5. ຜົນຕາມມາ ແລະ ຜົນໄດ້ຮັບຂອງການບໍ່ຍອມຮັບພາລະກິດແຫ່ງການພິພາກສາຂອງພຣະເຈົ້າໃນຍຸກສຸດທ້າຍ

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ພຣະຄຣິດແຫ່ງຍຸກສຸດທ້າຍນໍາພາຊີວິດ ແລະ ນໍາພາຫົນທາງແຫ່ງຄວາມຈິງທີ່ຍືນນານ ແລະ ບໍ່ສິ້ນສຸດ. ຄວາມຈິງນີ້ແມ່ນເສັ້ນທາງທີ່ມະນຸດຈະໄດ້ຮັບຊີວິດ ແລະ ເປັນເສັ້ນທາງດຽວທີ່ມະນຸດຈະຮູ້ຈັກພຣະເຈົ້າ ແລະ ເສັ້ນທາງທີ່ພຣະເຈົ້າເຫັນດີນໍາ. ຖ້າເຈົ້າບໍ່ສະແຫວງຫາຫົນທາງແຫ່ງຊີວິດທີ່ພຣະຄຣິດແຫ່ງຍຸກສຸດທ້າຍຈັດຕຽມໄວ້ໃຫ້ ແລ້ວເຈົ້າຈະບໍ່ໄດ້ຮັບການເຫັນດີຂອງພຣະເຢຊູຈັກເທື່ອ ແລະ ບໍ່ມີຄຸນສົມບັດໃນການເຂົ້າປະຕູຂອງອານາຈັກສະຫວັນຈັກເທື່ອ ຍ້ອນເຈົ້າເປັນທັງຫຸ່ນ ແລະ ນັກໂທດຂອງປະຫວັດສາດ. ຄົນເຫຼົ່ານັ້ນທີ່ຖືກຄວບຄຸມໂດຍຂໍ້ບັງຄັບ, ໂດຍຕົວໜັງສື ແລະ ຖືກປະຫວັດສາດໃສ່ໂສ້ ຈະບໍ່ສາມາດຮັບຊີວິດຈັກເທື່ອ ແລະ ຈະບໍ່ຮັບຫົນທາງແຫ່ງຊີວິດຕະຫຼອດໄປຈັກເທື່ອ. ນີ້ກໍຍ້ອນວ່າ ທຸກສິ່ງທີ່ພວກເຂົາມີແມ່ນນໍ້າສົກກະປົກທີ່ຂັງຢູ່ເປັນເວລາຫຼາຍພັນປີ ແທນທີ່ຈະເປັນນໍ້າແຫ່ງຊີວິດທີ່ຫຼັງໄຫລມາຈາກບັນລັງ. ຄົນເຫຼົ່ານັ້ນທີ່ບໍ່ໄດ້ຮັບການເຕີ່ມເຕັມໂດຍນໍ້າແຫ່ງຊີວິດຈະຍັງຄົງເປັນສາກສົບຕະຫຼອດໄປ, ເປັນຂອງຫຼິ້ນໃຫ້ກັບຊາຕານ ແລະ ເປັນບຸດຊາຍແຫ່ງນະຮົກ. ແລ້ວ ພວກເຂົາຈະສາມາດເຫັນພຣະເຈົ້າໄດ້ແນວໃດ? ຖ້າເຈົ້າພຽງແຕ່ພະຍາຍາມຍຶດຕິດກັບອະດີດ, ພຽງແຕ່ຮັກສາສິ່ງຕ່າງໆຄ້າຍຄືກັບວ່າພວກມັນຍັງບໍ່ເໜັງຕີງເລີຍ ແລະ ບໍ່ພະຍາຍາມປ່ຽນແປງສະຖານະພາບໃນປັດຈຸບັນ ແລະ ປະຖິ້ມປະຫວັດສາດ, ແລ້ວເຈົ້າຈະບໍ່ຕໍ່ຕ້ານພຣະເຈົ້າຢູ່ຕະຫຼອດເວລາບໍ? ຂັ້ນຕອນໃນພາລະກິດຂອງພຣະເຈົ້າກວ້າງໃຫຍ່ ແລະ ຍິ່ງໃຫຍ່ ຄືກັບຄື້ນທະເລຍື່ງຂຶ້ນ ແລະ ສຽງຟ້າຮ້ອງທີ່ດັງສະນັ່ນ, ແຕ່ເຈົ້ານັ່ງ ແລະ ລໍຖ້າຄວາມພິນາດໂດຍບໍ່ດີ້ນຮົນ, ຍຶດໝັ້ນໃນຄວາມໂງ່ຂອງເຈົ້າ ແລະ ບໍ່ເຮັດຫຍັງເລີຍ. ດ້ວຍວິທີນີ້ ເຈົ້າຈະສາມາດຖືກພິຈາລະນາໃຫ້ເປັນຄົນທີ່ຕິດຕາມບາດຍ່າງຂອງພຣະເມສານ້ອຍໄດ້ແນວໃດ? ເຈົ້າຈະສາມາດພິສູດຄວາມຖືກຕ້ອງຂອງພຣະເຈົ້າທີ່ເຈົ້າຍຶດໝັ້ນວ່າເປັນພຣະເຈົ້າທີ່ໃໝ່ຢູ່ສະເໝີ ແລະ ບໍ່ເກົ່າເລີຍໄດ້ແນວໃດ? ແລະພຣະທຳຂອງໜັງສືຫົວສີເຫຼືອງຂອງເຈົ້າຈະນໍາພາເຈົ້າເຂົ້າສູ່ຍຸກໃໝ່ໄດ້ແນວໃດ? ພຣະທໍາເຫຼົ່ານັ້ນຈະນໍາພາເຈົ້າໃຫ້ສະແຫວງຫາຂັ້ນຕອນໃນພາລະກິດຂອງພຣະເຈົ້າໄດ້ແນວໃດ? ແລະພຣະທໍານັ້ນຈະນໍາເຈົ້າຂຶ້ນສູ່ແຜ່ນດິນສະຫວັນໄດ້ແນວໃດ? ສິ່ງທີ່ເຈົ້າມີຢູ່ໃນມືຂອງເຈົ້າແມ່ນຕົວໜັງສືທີ່ສາມາດສະໜອງພຽງແຕ່ເຄື່ອງປອບໃຈຊົ່ວຄາວ ບໍ່ແມ່ນຄວາມຈິງທີ່ສາມາດໃຫ້ຊີວິດໄດ້. ຂໍ້ພຣະທຳທີ່ເຈົ້າອ່ານແມ່ນສິ່ງທີ່ສາມາດພຽງແຕ່ໃຫ້ເຈົ້າເພີ່ມພູນລີ້ນຂອງເຈົ້າ ບໍ່ແມ່ນພຣະທຳແຫ່ງສະຕິປັນຍາທີ່ສາມາດຊ່ວຍໃຫ້ເຈົ້າຮູ້ຈັກຊີວິດຂອງມະນຸດ ຢ່າວ່າແຕ່ຫົນທາງທີ່ສາມາດນໍາພາເຈົ້າໄປສູ່ຄວາມສົມບູນເລີຍ. ຄວາມບໍ່ກົງກັນນີ້ບໍ່ໄດ້ເຮັດໃຫ້ເຈົ້າໄຕ່ຕອງແດ່ບໍ? ມັນບໍ່ໄດ້ເຮັດໃຫ້ເຈົ້າເຂົ້າໃຈເຖິງສິ່ງລຶກລັບທີ່ຢູ່ພາຍໃນບໍ? ເຈົ້າສາມາດນໍາພາຕົນເອງໄປສະຫວັນເພື່ອພົບກັບພຣະເຈົ້າດ້ວຍຕົນເອງບໍ? ປາດສະຈາກການມາຂອງພຣະເຈົ້າ ເຈົ້າສາມາດນໍາຕົວເອງເຂົ້າສູ່ສະຫວັນເພື່ອມີຄວາມສຸກແບບຄອບຄົວດຽວກັບກັບພຣະເຈົ້າບໍ? ໃນຕອນນີ້ ເຈົ້າຍັງກຳລັງຝັນຢູ່ບໍ? ດ້ວຍເຫດນັ້ນ ເຮົາແນະນໍາໃຫ້ເຈົ້າຢຸດຝັນ ແລະ ເບິ່ງວ່າ ແມ່ນໃຜທີ່ກຳລັງປະຕິບັດພາລະກິດໃນຕອນນີ້, ໃຜທີ່ກຳລັງປະຕິບັດພາລະກິດໃນການຊ່ວຍມະນຸດໃນຍຸກສຸດທ້າຍ. ຖ້າເຈົ້າບໍ່ຢຸດ ເຈົ້າຈະບໍ່ໄດ້ຮັບຄວາມຈິງຈັກເທື່ອ ແລະ ຈະບໍ່ໄດ້ຮັບຊີວິດອີກຕໍ່ໄປ.

(ຄັດຈາກບົດ “ມີພຽງແຕ່ພຣະຄຣິດແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດມອບຫົນທາງແຫ່ງຊີວິດຊົ່ວນິດນິລັນໃຫ້ກັບມະນຸດໄດ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ຜູ້ຄົນທີ່ຕ້ອງການໄດ້ຮັບຊີວິດໂດຍບໍ່ເພິ່ງພາຄວາມຈິງທີ່ພຣະຄຣິດກ່າວໄວ້ ແມ່ນຄົນທີ່ເປັນຕາໜ່າຍທີ່ສຸດໃນແຜ່ນດິນໂລກ ແລະ ຄົນທີ່ບໍ່ຍອມຮັບຫົນທາງແຫ່ງຊີວິດທີ່ພຣະຄຣິດນໍາມາໃຫ້ ແມ່ນຄົນທີ່ຫຼົງໃນຄວາມເພີ້ຝັນ. ດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ຄົນທີ່ບໍ່ຍອມຮັບພຣະຄຣິດໃນຍຸກສຸດທ້າຍຈະຖືກພຣະເຈົ້າກຽດຊັງຕະຫຼອດໄປ. ພຣະຄຣິດເປັນປະຕູໃຫ້ມະນຸດເຂົ້າສູ່ອານາຈັກໃນຍຸກສຸດທ້າຍ ເຊິ່ງບໍ່ມີໃຜທີ່ສາມາດຜ່ານໄປໄດ້. ບໍ່ມີໃຜທີ່ສາມາດຖືກພຣະເຈົ້າເຮັດໃຫ້ສົມບູນ ນອກຈາກຜ່ານທາງພຣະຄຣິດ. ເຈົ້າເຊື່ອໃນພຣະເຈົ້າ ແລະ ດ້ວຍເຫດນີ້ ເຈົ້າຕ້ອງຍອມຮັບພຣະທຳຂອງພຣະອົງ ແລະ ເຊື່ອຟັງຫົນທາງຂອງພຣະອົງ. ເຈົ້າຕ້ອງບໍ່ຄິດເຖິງພຽງແຕ່ການຮັບພອນ ໂດຍບໍ່ມີການຮັບຄວາມຈິງ ຫຼື ການຮັບການຈັດກຽມຂອງຊີວິດ. ພຣະຄຣິດມາໃນລະຫວ່າງຍຸກສຸດທ້າຍ ເພື່ອທຸກຄົນທີ່ເຊື່ອໃນພຣະອົງຢ່າງແທ້ຈິງຈະໄດ້ຮັບການສະໜອງຂອງຊີວິດ. ພາລະກິດຂອງພຣະອົງແມ່ນເພື່ອຜົນປະໂຫຍດຂອງການສິ້ນສຸດຍຸກເກົ່າ ແລະ ເລີ່ມຕົ້ນຍຸກໃໝ່ ແລະ ເປັນເສັ້ນທາງທີ່ທຸກຄົນຕ້ອງໄດ້ຮັບເອົາເພື່ອເຂົ້າສູ່ຍຸກໃໝ່. ຖ້າເຈົ້າບໍ່ສາມາດຮັບຮູ້ພຣະອົງ ແລະ ກົງກັນຂ້າມ ເຈົ້າກ່າວໂທດ, ກ່າວໝິ່ນປະໝາດ ຫຼື ແມ່ນແຕ່ຂົ່ມເຫັງພຣະເຈົ້າ ແລ້ວເຈົ້າກໍຈະຖືກເຜົາໄໝ້ຕະຫຼອດໄປເປັນນິດ, ແລະ ຈະບໍ່ໄດ້ເຂົ້າອານາຈັກຂອງພຣະເຈົ້າຈັກເທື່ອ. ຍ້ອນພຣະຄຣິດອົງນີ້ເອງເປັນການສະແດງຂອງພຣະວິນຍານບໍລິສຸດ, ການສະແດງຂອງພຣະເຈົ້າ, ຂອງຜູ້ທີ່ພຣະເຈົ້າໄວ້ໃຈໃຫ້ປະຕິບັດພາລະກິດຂອງພຣະອົງເທິງແຜ່ນດິນໂລກ ແລະ ດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ຖ້າເຈົ້າບໍ່ສາມາດຍອມຮັບທຸກສິ່ງທີ່ພຣະຄຣິດແຫ່ງຍຸກສຸດທ້າຍໄດ້ກະທຳ ແລ້ວເຈົ້າກ່າວໝິ່ນປະໝາດພຣະວິນຍານບໍລິສຸດ. ຜົນກຳທີ່ຄົນເຫຼົ່ານັ້ນທີ່ກ່າວໝິ່ນປະໝາດພຣະວິນຍານບໍລິສຸດຈະໄດ້ຮັບແມ່ນເຮັດໃຫ້ທຸກຄົນເຫັນໄດ້ຊັດເຈນໂດຍຕົວມັນເອງຢູ່ແລ້ວ. ພ້ອມນີ້ ເຮົາຂໍບອກເຈົ້າວ່າ ຖ້າເຈົ້າຕໍ່ຕ້ານພຣະຄຣິດແຫ່ງຍຸກສຸດທ້າຍ ແລະ ປະຕິເສດພຣະອົງ ແລ້ວຈະບໍ່ມີໃຜທີ່ສາມາດແບກຮັບຜົນຕາມມາແທນເຈົ້າໄດ້. ຍິ່ງໄປກວ່ານັ້ນ ນັບຕັ້ງແຕ່ມື້ນີ້ເປັນຕົ້ນໄປ ເຈົ້າຈະບໍ່ມີໂອກາດໃນການໄດ້ຮັບຄວາມເຫັນໃຈຂອງພຣະເຈົ້າອີກແລ້ວ; ເຖິງແມ່ນເຈົ້າພະຍາຍາມໄຖ່ຕົນເອງ ເຈົ້າກໍຈະບໍ່ໄດ້ເຫັນໃບໜ້າຂອງພຣະເຈົ້າອີກຕໍ່ໄປ. ຍ້ອນສິ່ງທີ່ເຈົ້າຕໍ່ຕ້ານບໍ່ແມ່ນມະນຸດ, ສິ່ງທີ່ເຈົ້າປະຕິເສດບໍ່ແມ່ນສິ່ງມີຊີວິດທີ່ອ່ອນແອ ແຕ່ເປັນພຣະຄຣິດ. ເຈົ້າຮູ້ສຶກຕົວກ່ຽວກັບຜົນຕາມມານີ້ບໍ? ເຈົ້າບໍ່ໄດ້ເຮັດຄວາມຜິດພາດນ້ອຍໆ ແຕ່ເປັນການກະທຳຄວາມຜິດອາຊະຍາກຳທີ່ຊົ່ວຮ້າຍຫຼາຍ. ດ້ວຍເຫດນີ້ ເຮົາແນະນຳໃຫ້ທຸກຄົນຍິ່ງແຂ້ວຂອງເຈົ້າຕໍ່ໜ້າຄວາມຈິງ ຫຼື ວິຈານຢ່າງບໍ່ລະໝັດລະວັງ ຍ້ອນມີພຽງແຕ່ຄວາມຈິງເທົ່ານັ້ນທີ່ສາມາດນໍາຊີວິດມາໃຫ້ເຈົ້າໄດ້ ແລະ ບໍ່ມີຫຍັງ ນອກຈາກຄວາມຈິງ ທີ່ສາມາດເຮັດໃຫ້ເຈົ້າເກີດໃໝ່ ແລະ ເຫັນໃບໜ້າຂອງພຣະເຈົ້າໄດ້.

(ຄັດຈາກບົດ “ມີພຽງແຕ່ພຣະຄຣິດແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດມອບຫົນທາງແຫ່ງຊີວິດຊົ່ວນິດນິລັນໃຫ້ກັບມະນຸດໄດ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໃນການປະຕິບັດພາລະກິດພິພາກສາຂອງພຣະເຈົ້າ, ພຣະອົງບໍ່ພຽງແຕ່ເຮັດໃຫ້ທໍາມະຊາດຂອງມະນຸດຊັດເຈນດ້ວຍພຣະທໍາສອງສາມຂໍ້ເທົ່ານັ້ນ; ແຕ່ພຣະອົງເປີດໂປງ, ຈັດການ ແລະ ລິຮານມັນໃນໄລຍະຍາວ. ວິທີການເປີດໂປ່ງ, ຈັດການ ແລະ ລິຮານເຫຼົ່ານີ້ບໍ່ສາມາດທົດແທນດ້ວຍຄໍາກ່າວທໍາມະດາ ແຕ່ທົດແທນດ້ວຍຄວາມຈິງທີ່ມະນຸດບໍ່ມີແທ້ໆ. ມີພຽງວິທີການແບບນີ້ເທົ່ານັ້ນຈຶ່ງຖືກເອີ້ນວ່າເປັນການພິພາກສາ; ຜ່ານການພິພາກສາແບບນີ້ເທົ່ານັ້ນ ທີ່ຈະສາມາດເອົາຊະນະມະນຸດ ແລະ ເຮັດໃຫ້ມະນຸດຍອມອ່ອນນ້ອມຕໍ່ພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນກໍຮັບເອົາຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະອົງ. ສິ່ງທີ່ພາລະກິດແຫ່ງການພິພາກສານໍາມາ ກໍຄືຄວາມເຂົ້າໃຈຂອງມະນຸດຕໍ່ໃບໜ້າທີ່ແທ້ຈິງຂອງພຣະເຈົ້າ ແລະ ຄວາມຈິງກ່ຽວກັບການກະບົດຂອງເຂົາເອງ. ພາລະກິດແຫ່ງການພິພາກສາເຮັດໃຫ້ມະນຸດເຂົ້າໃຈຈຸດປະສົງຂອງພຣະເຈົ້າຫຼາຍຂຶ້ນ, ເຂົ້າໃຈຈຸດປະສົງຂອງພາລະກິດຂອງພຣະອົງ ແລະ ເຂົ້າໃຈເຖິງຄວາມລຶກລັບທີ່ເຂົາບໍ່ອາດສາມາດເຂົ້າໃຈໄດ້. ພາລະກິດດັ່ງກ່າວຍັງສາມາດເຮັດໃຫ້ມະນຸດຮັບຮູ້ ແລະ ຮູ້ຈັກທາດແທ້ທີ່ເສື່ອມຊາມຂອງເຂົາ ແລະ ຕົ້ນຕໍຂອງຄວາມເສື່ອມຊາມຂອງຕົນ ພ້ອມທັງຄົ້ນພົບຄວາມໜ້າລັງກຽດຂອງມະນຸດອີກດ້ວຍ. ຜົນກະທົບເຫຼົ່ານີ້ແມ່ນເກີດຂຶ້ນໂດຍພາລະກິດແຫ່ງການພິພາກສາທັງໝົດ ເພາະວ່າທາດແທ້ຂອງພາລະກິດນີ້ຄືພາລະກິດແຫ່ງການເປີດເຜີຍຄວາມເປັນຈິງ, ຫົນທາງ ແລະ ຊີວິດຂອງພຣະເຈົ້າ ໃຫ້ກັບຜູ້ທີ່ມີຄວາມສັດທາໃນພຣະອົງແທ້ໆ. ພາລະກິດນີ້ແມ່ນພາລະກິດແຫ່ງການພິພາກສາທີ່ພຣະເຈົ້າໄດ້ປະຕິບັດ. ຖ້າເຈົ້າບໍ່ຖືຄວາມຈິງເຫຼົ່ານີ້ວ່າເປັນສິ່ງສໍາຄັນ, ຖ້າເຈົ້າຄິດແຕ່ຈະຫຼີກລ້ຽງຈາກຄວາມຈິງນັ້ນຕະຫຼອດ ຫຼື ຄິດຈະຊອກຫາຫົນທາງໃໝ່ທີ່ບໍ່ກ່ຽວພັນກັບຄວາມຈິງນັ້ນ, ແລ້ວເຮົາຂໍເວົ້າວ່າ ເຈົ້າເປັນຄົນບາບໜັກໜາທີ່ສຸດ. ຖ້າເຈົ້າມີຄວາມສັດທາໃນພຣະເຈົ້າ, ແຕ່ບໍ່ສະແຫວງຫາຄວາມຈິງ ຫຼື ຄວາມປະສົງຂອງພຣະເຈົ້າ ຫຼື ເຈົ້າບໍ່ຮັກຫົນທາງທີ່ຈະນໍາພາເຈົ້າເຂົ້າໃກ້ພຣະເຈົ້າແລ້ວ, ເຮົາຂໍບອກເຈົ້າວ່າ ເຈົ້າເປັນຄົນທີ່ພະຍາຍາມຫຼົບໜີຄໍາພິພາກສາ ແລະ ເຈົ້າຄືຫຸ່ນຕຸກກະຕາ ແລະ ເປັນຄົນທໍລະຍົດທີ່ຫຼົບໜີຈາກບັນລັງຂາວທີ່ຍິ່ງໃຫຍ່. ພຣະເຈົ້າຈະບໍ່ຍົກເວັ້ນຄົນກະບົດຄົນໃດຄົນໜຶ່ງທີ່ຫຼົບໜີຈາກສາຍຕາຂອງພຣະອົງ. ມະນຸດດັ່ງກ່າວຈະໄດ້ຮັບການລົງໂທດຢ່າງຮຸນແຮງຫຼາຍຍິ່ງຂຶ້ນ. ຜູ້ທີ່ມາຢູ່ຕໍ່ໜ້າພຣະເຈົ້າເພື່ອຮັບເອົາການລົງໂທດ ແລະ ຍິ່ງໄປກວ່ານັ້ນກໍຄືເພື່ອໄດ້ຖືກຊໍາລະລ້າງໃຫ້ບໍລິສຸດ, ຈະໄດ້ໃຊ້ຊີວິດຢູ່ໃນອານາຈັກຂອງພຣະເຈົ້າຕະຫຼອດໄປ. ແນ່ນອນ, ນີ້ຄືສິ່ງທີ່ຢູ່ໃນອະນາຄົດ.

(ຄັດຈາກບົດ “ພຣະຄຣິດປະຕິບັດພາລະກິດແຫ່ງການພິພາກສາດ້ວຍຄວາມຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ມີຫຼາຍຄົນຮູ້ສຶກບໍ່ດີກ່ຽວກັບການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າ ເພາະວ່າມະນຸດເຫັນວ່າມັນເປັນສິ່ງທີ່ເຊື່ອໄດ້ຍາກທີ່ພຣະເຈົ້າຈະກາຍເປັນມະນຸດເພື່ອປະຕິບັດພາລະກິດແຫ່ງການພິພາກສາ. ເຖິງຢ່າງໃດກໍຕາມ, ເຮົາຕ້ອງບອກເຈົ້າວ່າ ພາລະກິດຂອງພຣະເຈົ້າຢູ່ເໜືອຄວາມຄາດຫວັງຂອງມະນຸດຫຼາຍ ແລະ ຍາກທີ່ຄວາມຄິດຂອງມະນຸດຈະຍອມຮັບໄດ້. ຍ້ອນວ່າຜູ້ຄົນເປັນພຽງໂຕໜອນຢູ່ເທິງແຜ່ນດິນໂລກ ໃນຂະນະທີ່ພຣະເຈົ້າເປັນຜູ້ຍິ່ງໃຫຍ່ທີ່ຄອບຄອງຈັກກະວານ; ຄວາມຄິດຂອງມະນຸດເປັນຄືກັບບວກນໍ້າເນົ່າເໝັນທີ່ເປັນພຽງບໍ່ເກີດຂອງໜອນເທົ່ານັ້ນ, ໃນຂະນະທີ່ແຕ່ລະຂັ້ນຕອນຂອງພາລະກິດທີ່ຖືກນໍາພາໂດຍຄວາມຄິດຂອງພຣະເຈົ້າຄືໝາກຜົນແຫ່ງສະຕິປັນຍາຂອງພຣະເຈົ້າ. ຜູ້ຄົນພະຍາຍາມທີ່ຈະແຂ່ງຂັນກັບພຣະເຈົ້າຢູ່ຕະຫຼອດ ເຊິ່ງເຮົາບອກວ່າມັນເຫັນຊັດໃນຕົວມັນເອງວ່າ ຜູ້ໃດຈະທົນທຸກກັບຄວາມສູນເສຍໃນທີ່ສຸດ. ເຮົາຂໍແນະນໍາພວກເຈົ້າທຸກຄົນ ບໍ່ຄວນຄິດວ່າຕົນເອງມີຄ່າຫຼາຍໄປກວ່າທອງຄຳ. ຖ້າຄົນອື່ນສາມາດຮັບເອົາຄໍາພິພາກສາຂອງພຣະເຈົ້າ ແລ້ວເປັນຫຍັງເຈົ້າຈຶ່ງບໍ່ສາມາດຮັບເອົາຄໍາພິພາກສາຂອງພຣະອົງ? ເຈົ້າຢືນສູງກວ່າຄົນອື່ນຫຼາຍປານໃດ? ຖ້າຄົນອື່ນສາມາດກົ້ມຫົວລົງຕໍ່ໜ້າຄວາມເປັນຈິງ ແລ້ວເປັນຫຍັງເຈົ້າຈຶ່ງບໍ່ສາມາດເຮັດຄືຜູ້ຄົນດັ່ງກ່າວນັ້ນໄດ້? ພາລະກິດຂອງພຣະເຈົ້າມີແຮງຜັກດັນທີ່ບໍ່ສາມາດຢຸດຢັ້ງໄດ້. ພຣະອົງຈະບໍ່ປິຕິບັດຊໍ້າພາລະກິດແຫ່ງການພິພາກສາເພື່ອເຫັນແກ່ “ຄວາມດີ” ທີ່ເຈົ້າໄດ້ສ້າງ ແລະ ເຈົ້າກໍຈະເຕັມໄປດ້ວຍຄວາມເສຍໃຈທີ່ປ່ອຍໃຫ້ໂອກາດດີດັ່ງກ່າວນັ້ນຫຼຸດໄປ. ຖ້າເຈົ້າບໍ່ເຊື່ອພຣະທໍາຂອງເຮົາ ແລ້ວຈົ່ງລໍຖ້າໃຫ້ບັນລັງຂາວທີ່ຍິ່ງໃຫຍ່ໃນທ້ອງຟ້າຕັດສິນລົງໂທດເຈົ້າ! ເຈົ້າຕ້ອງຮູ້ໄວ້ວ່າ ຊາວອິດສະຣາເອນທຸກຄົນໄດ້ກຽດຊັງ ແລະ ປະຕິເສດພຣະເຢຊູ, ແຕ່ເຖິງຢ່າງນັ້ນກໍຕາມ ຄວາມຈິງຂອງການທີ່ພຣະເຢຊູໄຖ່ບາບມະນຸດຍັງຂະຫຍາຍໄປທົ່ວຈັກກະວານ ແລະ ໄປຈົນສຸດແຜ່ນດິນໂລກ. ແລ້ວນີ້ບໍ່ແມ່ນຄວາມເປັນຈິງທີ່ພຣະເຈົ້າໄດ້ສ້າງມາແຕ່ດົນນານບໍ? ຖ້າເຈົ້າຍັງລໍຖ້າພຣະເຢຊູຮັບເອົາເຈົ້າໄປສູ່ສະຫວັນ, ເຮົາຂໍເວົ້າວ່າເຈົ້າຄືທ່ອນໄມ້ຕາຍທີ່ແຂງກະດ້າງທ່ອນໜຶ່ງ[ກ]. ພຣະເຢຊູຈະບໍ່ຮັບຮູ້ຜູ້ເຊື່ອຈອມປອມຄືກັບເຈົ້າ ຜູ້ທີ່ບໍ່ຊື່ສັດຕໍ່ຄວາມຈິງ ແລະ ຜູ້ທີ່ສະແຫວງຫາພຽງແຕ່ພອນເທົ່ານັ້ນ. ໃນທາງກົງກັນຂ້າມ, ພຣະອົງຈະບໍ່ສະແດງຄວາມເມດຕາໃນການໂຍນເຈົ້າລົງໄປໃນບຶງໄຟເພື່ອຖືກເຜົາໄໝ້ເປັນເວລາຫຼາຍສິບພັນປີ.

ຕອນນີ້ ເຈົ້າເຂົ້າໃຈແລ້ວບໍ ວ່າສິ່ງໃດຄືການພິພາກສາ ແລະ ສິ່ງໃດຄືຄວາມຈິງ? ຖ້າເຈົ້າໄດ້ເຂົ້າໃຈແລ້ວ, ແລ້ວເຮົາຂໍແນະນໍາເຈົ້າໃຫ້ຍອມເຊື່ອຟັງຮັບເອົາການຖືກພິພາກສາ, ບໍ່ດັ່ງນັ້ນ ເຈົ້າຈະບໍ່ໄດ້ມີໂອກາດທີ່ຈະຖືກຍົກຍ້ອງໂດຍພຣະເຈົ້າ ຫຼື ຖືກພຣະອົງນໍາພາໄປສູ່ອານາຈັກຂອງພຣະອົງ. ຜູ້ທີ່ພຽງຍອມຮັບເອົາຄໍາພິພາກສາ ແຕ່ບໍ່ສາມາດຖືກຊໍາລະລ້າງໃຫ້ບໍລິສຸດຈັກເທື່ອ, ນັ້ນກໍຄື ຜູ້ທີ່ຫຼົບໜີໄປໃນທ່າມກາງພາລະກິດແຫ່ງການພິພາກສາ ຈະຖືກລັງກຽດ ແລະ ປະຕິເສດໂດຍພຣະເຈົ້າຕະຫຼອດໄປ. ຄວາມບາບຂອງພວກເຂົາຈະມີຢ່າງຫຼວງຫຼາຍກວ່າ ແລະ ຮ້າຍແຮງກວ່າຄວາມບາບພວກຟາຣິຊາຍ ຍ້ອນວ່າພວກເຂົາໄດ້ທໍລະຍົດພຣະເຈົ້າ ແລະ ເປັນກະບົດຕໍ່ພຣະເຈົ້າ. ຜູ້ຄົນດັ່ງກ່າວ ຜູ້ທີ່ບໍ່ມີສົມຄວນແມ່ນແຕ່ຈະເຮັດບໍລິການ ກໍຈະໄດ້ຮັບການລົງໂທດທີ່ຮ້າຍແຮງຂຶ້ນກວ່າເກົ່າ, ຍິ່ງໄປກວ່ານັ້ນກໍເປັນການລົງໂທດຊົ່ວນິລັນດອນ. ພຣະເຈົ້າຈະບໍ່ຍົກເວັ້ນຄົນທໍລະຍົດ ຜູ້ທີ່ໄດ້ສະແດງຄວາມສັດຊື່ດ້ວຍຄຳເວົ້າ ແຕ່ຕໍ່ມາແມ່ນທໍລະຍົດຕໍ່ພຣະອົງ. ຄົນປະເພດນີ້ຈະໄດ້ຮັບຜົນກໍາຜ່ານການລົງໂທດຕໍ່ວິນຍານ, ຈິດໃຈ ແລະ ຮ່າງກາຍ. ແລ້ວນີ້ບໍ່ແມ່ນເປັນການເປີດເຜີຍແທ້ຈິງເຖິງອຸປະນິໄສທີ່ຊອບທໍາຂອງພຣະເຈົ້າບໍ? ນີ້ບໍ່ແມ່ນຈຸດປະສົງຂອງພຣະເຈົ້າໃນການຕັດສິນລົງໂທດ ແລະ ເປີດເຜີຍເຂົາບໍ? ພຣະເຈົ້າໄດ້ມອບໝາຍທຸກຄົນທີ່ປະຕິບັດຄວາມປະພຶດຊົ່ວຊ້າທຸກປະເພດໃນລະຫວ່າງເວລາແຫ່ງການພິພາກສາໄປສະຖານທີ່ໆເຕັມໄປດ້ວຍວິນຍານຊົ່ວ ແລະ ປ່ອຍໃຫ້ວິນຍານຊົ່ວເຫຼົ່ານີ້ທໍາລາຍຮ່າງກາຍຝ່າຍເນື້ອໜັງຂອງພວກເຂົາຕາມໃຈມັກ ແລະ ຮ່າງກາຍຂອງຜູ້ຄົນເຫຼົ່ານີ້ກໍສົ່ງກິ້ນເໝັນເນົ່າຂອງຊາກສົບ. ສິ່ງດັ່ງກ່າວແມ່ນຜົນກຳທີ່ເໝາະສົມສຳລັບພວກເຂົາ. ພຣະເຈົ້າຈົດບັນທຶກຄວາມບາບທຸກຢ່າງຂອງຜູ້ເຊື່ອຈອມປອມທີ່ບໍ່ຊື່ສັດ, ອັກຄະສາວົກປອມ ແລະ ຜູ້ປະຕິບັດພາລະກິດຈອມປອມ; ຫລັງຈາກນັ້ນ ເມື່ອເຖິງເວລາທີ່ເໝາະສົມ ພຣະອົງຈະໂຍນພວກເຂົາໄປຢູ່ທ່າມກາງວິນຍານທີ່ສົກກະປົກ, ປ່ອຍໃຫ້ວິນຍານທີ່ສົກກະປົກເຫຼົ່ານີ້ເຮັດໃຫ້ຮ່າງກາຍຂອງພວກເຂົາທັງໝົດເປິະເປື້ອນຢ່າງຕາມໃຈມັກ ເພື່ອວ່າພວກເຂົາຈະບໍ່ໄດ້ເກີດໃໝ່ອີກຄັ້ງ ແລະ ບໍ່ໄດ້ເຫັນແສງສະຫວ່າງອີກຈັກເທື່ອ. ຜູ້ໜ້າຊື່ໃຈຄົດເຫຼົ່ານັ້ນ ທີ່ໄດ້ເຮັດບໍລິການໃນໄລຍະເວລາໃດໜຶ່ງ ແຕ່ບໍ່ສາມາດສືບຕໍ່ຈົງຮັກພັກດີເຖິງທີ່ສຸດແມ່ນຖືກພຣະເຈົ້ານັບໃຫ້ຢູ່ກຸ່ມຄົນຊົ່ວຊ້າ ເພື່ອວ່າພວກເຂົາຈະໄດ້ເດີນຢູ່ໃນການຊີ້ນໍາຂອງຄົນຊົ່ວຊ້ານັ້ນ ແລະ ກາຍເປັນສ່ວນໜຶ່ງຂອງກຸ່ມຄົນທີ່ຂາດລະບຽບວິໄນ; ໃນທີ່ສຸດ ພຣະເຈົ້າຈະທໍາລາຍລ້າງພວກເຂົາ. ພຣະເຈົ້າປະຖິ້ມ ແລະ ບໍ່ສົນໃຈກັບຜູ້ທີ່ບໍ່ເຄີຍມີຄວາມຊື່ສັດຕໍ່ພຣະຄຣິດ ຫຼື ບໍ່ປະກອບສ່ວນຫຍັງດ້ວຍກຳລັງຂອງພວກເຂົາ ແລະ ເມື່ອຍຸກໄດ້ປ່ຽນແປງໄປ ພຣະອົງຈະທໍາລາຍລ້າງພວກເຂົາທັງໝົດ. ພວກເຂົາຈະບໍ່ມີຊີວິດຢູ່ເທິງແຜ່ນດິນໂລກອີກຕໍ່ໄປ, ແຮງໄກທີ່ພວກເຂົາຈະໄດ້ຮັບເສັ່ນທາງເຂົ້າສູ່ອານາຈັກຂອງພຣະເຈົ້າ. ຜູ້ທີ່ບໍ່ເຄີຍຈິງໃຈຕໍ່ພຣະເຈົ້າ ແຕ່ຖືກບັງຄັບໂດຍສະຖານະການໃຫ້ປະຕິບັດຕໍ່ພຣະອົງພໍເປັນພິທີ ແມ່ນຈະຖືກນັບໄວ້ກັບຜູ້ຄົນທີ່ເຮັດບໍລິການສຳລັບຄົນຂອງພຣະອົງ. ໃນບັນດາມະນຸດເຫຼົ່ານັ້ນ ມີພຽງຈໍານວນນ້ອຍຄົນທີ່ສາມາດຢູ່ລອດໄດ້ ໃນຂະນະທີສ່ວນຫຼາຍແມ່ນຈະດັບສູນໄປກັບຜູ້ທີ່ບໍ່ມີຄຸນສົມບັດທີ່ແມ່ນແຕ່ຈະເຮັດບໍລິການ. ໃນທີ່ສຸດແລ້ວ, ພຣະເຈົ້າຈະນໍາເອົາທຸກຄົນຜູ້ທີ່ມີຄວາມຄິດອັນໜຶ່ງອັນດຽວກັບພຣະເຈົ້າເຂົ້າສູ່ອານາຈັກຂອງພຣະອົງ ເຊັ່ນ: ຜູ້ຄົນ ແລະ ລູກຊາຍຂອງພຣະເຈົ້າ ແລະ ຄົນທີ່ຖືກກໍານົດໄວ້ລ່ວງໜ້າໂດຍພຣະເຈົ້າໃຫ້ເປັນປະໂລຫິດ. ພວກເຂົາຈະເປັນໝາກຜົນຂອງພາລະກິດຂອງພຣະເຈົ້າ. ແຕ່ສໍາລັບຄົນທີ່ບໍ່ສາມາດຖືກຈັດຢູ່ໃນປະເພດທີ່ພຣະເຈົ້າໄດ້ກໍານົດໄວ້, ພວກເຂົາຈະຖືກນັບໃຫ້ຢູ່ທ່າມກາງຜູ້ບໍ່ເຊື່ອ ແລະ ແນ່ນອນ ພວກເຈົ້າສາມາດຈິນຕະນາການໄດ້ເລີຍວ່າ ຜົນຮັບຂອງພວກເຂົາຈະອອກມາແບບໃດ. ເຮົາໄດ້ເວົ້າທຸກສິ່ງທີ່ເຮົາຄວນເວົ້າກັບພວກເຈົ້າໄປແລ້ວ; ເສັ່ນທາງທີ່ພວກເຈົ້າເລືອກແມ່ນທາງເລືອກຂອງພວກເຈົ້າເອງ. ສິ່ງທີ່ພວກເຈົ້າຄວນເຂົ້າໃຈກໍຄື: ພາລະກິດຂອງພຣະເຈົ້າບໍ່ເຄີຍລໍຖ້າສໍາລັບຄົນທີ່ບໍ່ສາມາດກ້າວທັນພຣະອົງໄດ້ ແລະ ອຸປະນິໄສທີ່ຊອບທໍາຂອງພຣະເຈົ້າຈະບໍ່ສະແດງຄວາມເມດຕາຕໍ່ມະນຸດຄົນໃດ.

(ຄັດຈາກບົດ “ພຣະຄຣິດປະຕິບັດພາລະກິດແຫ່ງການພິພາກສາດ້ວຍຄວາມຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ຕາບໃດທີ່ໂລກເກົ່າຍັງຢູ່, ເຮົາຈະໂຍນຄວາມໂກດຮ້າຍຂອງເຮົາລົງໄສ່ເຊື້ອຊາດຕ່າງໆ, ປະກາດພຣະບັນຍັດການປົກຄອງຂອງເຮົາໄປທົ່ວຈັກກະວານຢ່າງເປີດເຜີຍ ແລະ ຕິດຕາມການລົງໂທດຕໍ່ຜູ້ທີ່ລະເມີດພຣະບັນຍັດດັ່າກ່າວນັ້ນ:

ເມື່ອເວລາເຮົາຫັນໜ້າໄປສູ່ຈັກກະວານເພື່ອກ່າວ, ມະນຸດທຸກຄົນຈະໄດ້ຍິນສຽງຂອງເຮົາ ແລະ ຈາກນັ້ນຈະເຫັນຜົນງານທັງໝົດທີ່ເຮົາໄດ້ເຮັດໃນທົ່ວຈັກກະວານ. ຜູ້ໃດທີ່ເດີນກົງກັນຂ້າມກັບຄວາມປະສົງຂອງເຮົາ. ເວົ້າໄດ້ອີກວ່າ ຜູ້ໃດທີ່ຕໍ່ຕ້ານເຮົາດ້ວຍການກະທໍາຂອງມະນຸດ ຈະຕົກຢູ່ພາຍໃຕ້ການລົງໂທດຂອງເຮົາ. ເຮົາຈະເອົາດວງດາວຢ່າງຫຼວງຫຼາຍໃນສະຫວັນ ແລະ ເຮັດໃຫ້ດວງດາວເຫຼົ່ານັ້ນເປັນດວງດາວ ໃໝ່ ແລະ ຈົ່ງຂອບໃຈເຮົາທີ່ດວງອາທິດ ແລະ ດວງຈັນຈະໄດ້ຮັບການສ້າງໃໝ່. ທ້ອງຟ້າຈະບໍ່ຄືເກົ່າອີກຕໍ່ໄປ, ຊັບພະສິ່ງທີ່ມະຫາສານຢູ່ເທິງແຜ່ນດິນໂລກຈະໄດ້ຮັບການສ້າງໃໝ່ອີກຄັ້ງ. ທັງໝົດຈະສົມບູນດ້ວຍພຣະທໍາຂອງເຮົາ. ຫຼາຍປະເທດຊາດທີຢູ່ໃນຈັກກະວານຈະຖືກແບ່ງປັນໃໝ່ ແລະ ຖືກແທນທີ່ດ້ວຍອານາຈັກຂອງເຮົາ ເພື່ອໃຫ້ປະເທດຊາດຕ່າງໆໃນແຜ່ນດິນໂລກຫາຍໄປຕະຫຼອດການ ແລະ ຈະກາຍເປັນອານາຈັກທີ່ບູຊາເຮົາ, ເຊື້ອຊາດທັງໝົດຂອງແຜ່ນດິນໂລກຈະຖືກທໍາລາຍ ແລະ ຈະບໍ່ມີອີກຕໍ່ໄປ. ໃນບັນດາມະນຸດໃນຈັກກະວານ, ທຸກຄົນທີ່ເປັນຄົນຂອງຜີສາດຮ້າຍຈະຖືກກໍາຈັດ; ທຸກຄົນທີ່ບູຊາຊາຕານຈະຖືກວາງລົງໄປໃນເຕົາໄຟຂອງເຮົາ, ຍົກເວັ້ນແຕ່ສໍາລັບຜູ້ທີ່ຢູ່ພາຍໃນສາຍນໍ້າ, ສ່ວນທີ່ເຫລືອຈະຖືກປ່ຽນເປັນເຖົ່າທານ. ເມື່ອເຮົາລົງໂທດຜູ້ຄົນຈຳນວນຫຼວງຫຼາຍຢ່າງໜັກ, ຜູ້ທີ່ຢູ່ໃນໂລກຝ່າຍສາສະໜາ ໃນຫຼາກຫຼາຍຂອບເຂດຈະກັບຄືນມາຫາອານາຈັກຂອງເຮົາ, ຖືກເອົາຊະນະດ້ວຍພາລະກິດຂອງເຮົາ, ເພາະວ່າພວກເຂົາຈະໄດ້ເຫັນການມາເຖິງຂອງພຣະຜູ້ບໍລິສຸດໃນເທິງກ້ອນເມກສີຂາວ. ທຸກຄົນຈະຖືກແຍກອອກຕາມປະເພດຂອງພວກເຂົາເອງ ແລະ ຈະໄດ້ຮັບການຂ້ຽນຕີທີ່ເໝາະສົມກັບການກະທໍາຂອງພວກເຂົາ. ຜູ້ທີ່ຕໍ່ຕ້ານເຮົາຈະຖືກດັບສະຫຼາຍໄປ, ສໍາລັບຜູ້ທີ່ມີການກະທໍາໃນແຜ່ນດິນໂລກທີ່ບໍ່ກ່ຽວຂ້ອງກັບເຮົາ, ພວກເຂົາຈະສືບຕໍ່ຢູ່ເທິງແຜ່ນດິນໂລກພາຍໃຕ້ການປົກຄອງຂອງບຸດເຮົາ ແລະ ຜູ້ຄົນຂອງເຮົາ. ເຮົາຈະເປີດເຜີຍຕົວຕົນຕໍ່ບັນດາຜູ້ຄົນ ແລະ ເຊື້ອຊາດທີ່ນັບບໍ່ຖ້ວນດ້ວຍສຽງຂອງເຮົາເທິງແຜ່ນດິນໂລກ ເພື່ອປະກາດຄວາມສໍາເລັດຂອງພາລະກິດທີ່ຍິ່ງໃຫຍ່ຂອງເຮົາໃຫ້ມະນຸດທັງປວງໄດ້ເຫັນດ້ວຍຕາຂອງພວກເຂົາເອງ.

(ຄັດຈາກ “ບົດທີ 26” ຂອງພາກພຣະທຳຂອງພຣະເຈົ້າຕໍ່ຈັກກະວານທັງປວງໃນໜັງສືພຣະທຳປາກົດໃນຮ່າງກາຍ)

ໝາຍເຫດ:

ກ. ທ່ອນໄມ້ຕາຍ: ສຳນວນພາສາຈີນທີ່ໝາຍເຖິງ “ເກີນຄວາມຊ່ວຍເຫຼືອ”.

ກ່ອນນີ້: 4. ຄົນໆໜຶ່ງຈະຮູ້ຈັກຄວາມສຳຄັນຂອງພາລະກິດແຫ່ງການພິພາກສາຂອງພຣະເຈົ້າໃນຍຸກສຸດທ້າຍໄດ້ແນວໃດ

ຕໍ່ໄປ: 1. ຈຸດປະສົງຂອງສາມຂັ້ນຕອນຂອງພາລະກິດແຫ່ງການຄຸ້ມຄອງມະນຸດຊາດຂອງພຣະເຈົ້າ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້