ຄວາມຮູ້ກ່ຽວກັບອຸປະນິໄສທີ່ເສື່ອມຊາມຫົກປະເພດເທົ່ານັ້ນຈຶ່ງເປັນຄວາມຮູ້ກ່ຽວກັບຕົນເອງຢ່າງແທ້ຈິງ

ແມ່ນຫຍັງຄືຈຸດປະສົງຂອງຄວາມເຊື່ອໃນພຣະເຈົ້າຂອງມະນຸດ? (ເພື່ອຖືກຊ່ວຍໃຫ້ລອດພົ້ນ.) ຄວາມລອດພົ້ນຄືຫົວຂໍ້ທີ່ມີມາຢ່າງຍາວນານຂອງຄວາມເຊື່ອໃນພຣະເຈົ້າ. ສະນັ້ນຈະສາມາດຮັບເອົາຄວາມລອດພົ້ນໄດ້ແນວໃດ? (ໂດຍການສະແຫວງຫາຄວາມຈິງ ແລະ ການດຳລົງຊີວິດຢູ່ຕໍ່ໜ້າພຣະເຈົ້າຢູ່ສະເໝີ.) ນັ້ນແມ່ນການປະຕິບັດປະເພດໜຶ່ງ. ຈະໄດ້ຮັບຫຍັງໂດຍການດຳລົງຊີວິດຢູ່ຕໍ່ໜ້າພຣະເຈົ້າຢູ່ສະເໝີ? ແມ່ນຫຍັງຄືເປົ້າໝາຍ? (ເພື່ອສ້າງຄວາມສຳພັນທີ່ປົກກະຕິກັບພຣະເຈົ້າ.) (ເພື່ອຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຈາກສິ່ງຊົ່ວຮ້າຍ ແລະ ເພື່ອເຂົ້າໃຈຄວາມຈິງ ແລະ ບັນລຸຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ.) ມີຫຍັງອີກ? (ເພື່ອສະແຫວງຫາຄວາມຈິງ, ເພື່ອເຮັດໃຫ້ຄວາມຈິງເປັນຊີວິດຂອງພວກເຮົາ.) ມັກມີການເວົ້າສິ່ງເຫຼົ່ານີ້ໃນລະຫວ່າງການເທດສະໜາ, ພວກມັນຄືວະລີຝ່າຍວິນຍານ. ມີຫຍັງອີກ? (ເພື່ອມີປະສົບການກັບການຖືກລິຮານ ແລະ ການຖືກຈັດການໂດຍພຣະເຈົ້າ, ພ້ອມກັບການພິພາກສາ ແລະ ການຂ້ຽນຕີຂອງພຣະອົງ ແລະ ການທົດລອງ ແລະ ການຫຼໍ່ຫຼອມຂອງພຣະອົງ ເພື່ອທີ່ຈະມາໄຕ່ຕອງ ແລະ ຮູ້ຈັກຕົນເອງ ແລະ ສະແຫວງຫາຄວາມຈິງເພື່ອແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງພວກເຮົາໃນລະຫວ່າງຂະບວນການນີ້, ພ້ອມທັງເພື່ອບັນລຸຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ, ແລ້ວກາຍມາເປັນຄົນທີ່ມີຄວາມຈິງ ແລະ ຄວາມເປັນມະນຸດໃນທີ່ສຸດ.) ມັນເບິ່ງຄືກັບວ່າພວກເຈົ້າໄດ້ເຂົ້າໃຈຫຼາຍຢ່າງຈາກຄຳເທດສະໜາຫຼາຍປີທີ່ຜ່ານມາ. ສະນັ້ນ, ສາມາດນໍາໃຊ້ສິ່ງເຫຼົ່ານີ້ທີ່ພວກເຈົ້າເຂົ້າໃຈໃນປະສົບການຂອງພວກເຈົ້າເພື່ອແກ້ໄຂບັນຫາ ແລະ ຄວາມຫຍຸ້ງຍາກໃດໜຶ່ງທີ່ເປັນຈິງບໍ? ຕົວຢ່າງ: ຄວາມຄິດ ແລະ ແນວຄິດທີ່ບໍ່ຖືກຕ້ອງ ແລະ ຄວາມຄິດລົບ ແລະ ຄວາມອ່ອນແອໃນບາງຄັ້ງບາງຄາວ ພ້ອມທັງບັນຫາໃດໜຶ່ງທີ່ກ່ຽວຂ້ອງກັບແນວຄິດ ແລະ ຈິນຕະນາການ: ສາມາດແກ້ໄຂສິ່ງເຫຼົ່ານີ້ໄດ້ໄວບໍ? ບາງຄົນອາດສາມາດແກ້ໄຂບັນຫາເລັກໆນ້ອຍໆສອງສາມຢ່າງ, ແຕ່ພວກເຂົາອາດຍັງດິ້ນຮົນກັບບັນຫາໃຫຍ່ໆທີ່ເກີດຂຶ້ນທີ່ຮາກເງົ້າ. ອີງຕາມລະດັບຄວາມເຂົ້າໃຈທີ່ພວກເຈົ້າມີກ່ຽວກັບຄວາມຈິງໃນມື້ນີ້, ພວກເຈົ້າຈະສາມາດຢືນຍັດໄດ້ບໍ ຖ້າພວກເຈົ້າຜະເຊີນໜ້າກັບການທົດລອງປະເພດດຽວກັນກັບໂຢບ? (ພວກເຮົາຈະເດັດດ່ຽວເພື່ອຢືນຍັດ, ແຕ່ພວກເຮົາບໍ່ຮູ້ວ່າວຸດທິພາວະທີ່ແທ້ຈິງຂອງພວກເຮົາຈະເປັນແນວໃດ ຖ້າຕ້ອງເກີດບາງສິ່ງຂຶ້ນກັບພວກເຮົາແທ້ໆ.) ແຕ່ພວກເຈົ້າບໍ່ຄວນຮູ້ບໍວ່າ ວຸດທິພາວະທີ່ແທ້ຈິງຂອງພວກເຈົ້າແມ່ນຫຍັງ, ເຖິງແມ່ນໃນເວລາທີ່ບໍ່ມີຫຍັງເກີດຂຶ້ນກັບພວກເຈົ້າ? ການບໍ່ຮູ້ສິ່ງນີ້ຊ່າງເຕັມໄປດ້ວຍອັນຕະລາຍ! ພວກເຈົ້າຮູ້ບໍວ່າ ແມ່ນຫຍັງຄືແງ່ມຸມທີ່ເປັນຈິງຂອງຄຳເວົ້າຝ່າຍວິນຍານທີ່ເວົ້າຊໍ້າຢູ່ເລື້ອຍໆ ແລະ ວະລີທີ່ຄົງຕົວເຫຼົ່ານີ້? ພວກເຈົ້າເຂົ້າໃຈຄວາມໝາຍແອບແຝງທີ່ແທ້ຈິງຂອງແຕ່ລະວະລີເຫຼົ່ານີ້ບໍ? ພວກເຈົ້າເຂົ້າໃຈບໍວ່າ ຄວາມຈິງໃນພວກມັນແມ່ນຫຍັງແທ້ໆ? ຖ້າເຈົ້າຮູ້ ແລະ ມີປະສົບການກັບສິ່ງເຫຼົ່ານີ້, ແລ້ວສິ່ງນີ້ຈະພິສູດວ່າເຈົ້າເຂົ້າໃຈຄວາມຈິງ. ຖ້າເຈົ້າພຽງແຕ່ສາມາດເວົ້າຊໍ້າຄຳເວົ້າຝ່າຍວິນຍານ ແລະ ວະລີສອງສາມຄຳ, ແຕ່ພວກມັນບໍ່ເປັນປະໂຫຍດສຳລັບເຈົ້າ ເມື່ອເຈົ້າຜະເຊີນໜ້າກັບບາງສິ່ງແທ້ໆ ແລະ ພວກມັນບໍ່ສາມາດແກ້ໄຂບັນຫາຂອງເຈົ້າ, ແລ້ວສິ່ງນີ້ກໍພິສູດວ່າຫຼັງຈາກຕະຫຼອດປີເຫຼົ່ານີ້ທີ່ເຊື່ອໃນພຣະເຈົ້າ, ເຈົ້າຍັງບໍ່ເຂົ້າໃຈຄວາມຈິງ ແລະ ບໍ່ມີປະສົບການທີ່ເປັນຈິງໃດໆເລີຍ. ແມ່ນຫຍັງຄືຄວາມໝາຍທີ່ເຮົາເວົ້າສິ່ງນີ້? ເມື່ອມາໄກຂະໜາດນີ້ໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ, ຄົນກໍເຂົ້າໃຈຄວາມຈິງຫຼາຍກວ່ານັກສາດສະໜາ ຫຼື ຜູ້ບໍ່ເຊື່ອໜ້ອຍໜຶ່ງ, ພວກເຂົາເຂົ້າໃຈນິມິດບາງຢ່າງກ່ຽວກັບພາລະກິດຂອງພຣະເຈົ້າ ແລະ ສາມາດປະຕິບັດຕາມເລື່ອງກົດລະບຽບສອງສາມຢ່າງ ແລະ ສາມາດເວົ້າໄດ້ວ່າມີການເຂົ້າໃຈ ແລະ ການຊື່ນຊົມສໍ່າໃດໜຶ່ງ ແລະ ມີຄວາມເຂົ້າໃຈທີ່ແທ້ຈິງສອງສາມຢ່າງກ່ຽວກັບອຳນາດສູງສຸດຂອງພຣະເຈົ້າ, ແຕ່ສິ່ງເຫຼົ່ານີ້ໄດ້ນໍາການປ່ຽນແປງມາສູ່ຊີວິດ-ອຸປະນິໄສຂອງພວກເຂົາບໍ? ໂດຍລວມແລ້ວ, ພວກເຈົ້າແຕ່ລະຄົນສາມາດເວົ້າໜ້ອຍໜຶ່ງກ່ຽວກັບຄວາມຈິງທີ່ໄດ້ຍິນຢູ່ເລື້ອຍໆທີ່ກ່ຽວຂ້ອງກັບນິມິດ: ນິມິດໃນພາລະກິດຂອງພຣະເຈົ້າ, ຈຸດປະສົງໃນພາລະກິດຂອງພຣະເຈົ້າ ແລະ ຄວາມປະສົງຂອງພຣະເຈົ້າສຳລັບມະນຸດຊາດ; ແລະ ຄວາມຮູ້ທີ່ພວກເຈົ້າກ່າວເຖິງນັ້ນສູງສົ່ງກວ່າຂອງນັກສາດສະໜາ, ແຕ່ທຸກສິ່ງນີ້ສາມາດກໍ່ໃຫ້ເກີດການປ່ຽນແປງໃນອຸປະນິໄສຂອງພວກເຈົ້າ ຫຼື ແມ່ນແຕ່ການປ່ຽນແປງບາງສ່ວນໃນອຸປະນິໄສຂອງພວກເຈົ້າບໍ? ພວກເຈົ້າສາມາດວັດແທກສິ່ງນີ້ບໍ? ນີ້ຄືສິ່ງທີ່ສຳຄັນເປັນຢ່າງຍິ່ງ.

ເມື່ອບໍ່ດົນມານີ້, ພວກເຮົາໄດ້ໂອ້ລົມກ່ຽວກັບວິທີການຮູ້ຈັກພຣະເຈົ້າເທິງແຜ່ນດິນໂລກຢ່າງຄັກແນ່, ວິທີການມີປະຕິສຳພັນກັບພຣະເຈົ້າເທິງແຜ່ນດິນໂລກ ແລະ ວິທີການສ້າງຄວາມສຳພັນທີ່ປົກກະຕິກັບພຣະເຈົ້າ. ສິ່ງເຫຼົ່ານີ້ບໍ່ແມ່ນຄຳຖາມທີ່ເປັນຈິງທີ່ສຸດບໍ? ສິ່ງເຫຼົ່ານີ້ຄືຄວາມຈິງທັງໝົດທີ່ກ່ຽວຂ້ອງກັບແງ່ມຸມການປະຕິບັດ ແລະ ເປົ້າໝາຍຂອງການໂອ້ລົມກ່ຽວກັບສິ່ງເຫຼົ່ານີ້ແມ່ນເພື່ອແຈ້ງໃຫ້ຜູ້ຄົນຮັບຊາບເຖິງວິທີການເຊື່ອໃນພຣະເຈົ້າ ແລະ ວິທີການມີປະຕິສຳພັນກັບພຣະເຈົ້າ ແລະ ສ້າງຄວາມສຳພັນທີ່ປົກກະຕິກັບພຣະເຈົ້າໃນຊີວິດປະຈຳວັນຂອງພວກເຂົາ. ໃນເລື່ອງຄວາມຈິງທີ່ກ່ຽວຂ້ອງກັບການປະຕິບັດ, ກ່ຽວກັບຄວາມຈິງທັງໝົດທີ່ພວກເຈົ້າໄດ້ຍິນ, ເຂົ້າໃຈ ແລະ ສາມາດນໍາໄປປະຕິບັດ, ພວກມັນສາມາດປ່ຽນແປງອຸປະນິໄສຂອງພວກເຈົ້າບໍ? ມັນສາມາດເວົ້າໄດ້ບໍວ່າ ຖ້າຜູ້ຄົນນໍາຄວາມຈິງໄປປະຕິບັດໃນລັກສະນະນີ້ ແລະ ດິ້ນຮົນເພື່ອບັນລຸສິ່ງນີ້ຢ່າງແທ້ຈິງ, ແລ້ວພວກເຂົາກໍກຳລັງປະຕິບັດຄວາມຈິງ; ແລະ ຖ້າພວກເຂົາໄດ້ເຮັດໃຫ້ຄວາມຈິງເຫຼົ່ານີ້ເປັນຄວາມເປັນຈິງຂອງພວກເຂົາ, ພວກເຂົາຈະສາມາດບັນລຸການປ່ຽນແປງໃນອຸປະນິໄສຂອງພວກເຂົາ? (ມັນສາມາດເວົ້າໄດ້.) ຫຼາຍຄົນຫຼັບຫູຫຼັບຕາຕໍ່ສິ່ງທີ່ເປັນການປ່ຽນແປງໃນອຸປະນິໄສ. ພວກເຂົາຄິດວ່າການທີ່ສາມາດເວົ້າຊໍ້າຫຼັກຄຳສອນຝ່າຍວິນຍານຫຼາຍຢ່າງ ແລະ ການເຂົ້າໃຈຄວາມຈິງຫຼາຍຢ່າງແມ່ນສະແດງເຖິງການປ່ຽນແປງໃນອຸປະນິໄສ. ນີ້ຄືສິ່ງທີ່ຜິດ. ນັບຕັ້ງແຕ່ຈຸດທີ່ເຂົ້າໃຈຄວາມຈິງ, ຈົນເຖິງການນໍາຄວາມຈິງໄປປະຕິບັດ ແລະ ຈາກນັ້ນກໍຈົນເຖິງການປ່ຽນແປງໃນອຸປະນິໄສ, ແມ່ນຂະບວນການທີ່ຍາວນານໃນປະສົບການຊີວິດ. ພວກເຈົ້າຈະເຂົ້າໃຈການປ່ຽນແປງໃນອຸປະນິໄສໄດ້ແນວໃດ? ໃນທຸກສິ່ງທີ່ພວກເຈົ້າໄດ້ພົບພໍ້ຈົນເຖິງຈຸດນີ້, ມີການປ່ຽນແປງໃດໆໃນຊີວິດ-ອຸປະນິໄສຂອງພວກເຈົ້າບໍ? ພວກເຈົ້າອາດບໍ່ສາມາດເຫັນເຂົ້າໄປໃນສິ່ງເຫຼົ່ານີ້ ແລະ ທຸກສິ່ງນີ້ມີບັນຫາ.ຄຳວ່າ “ການປ່ຽນແປງ” ໃນ “ການປ່ຽນແປງໃນອຸປະນິໄສ” ບໍ່ໄດ້ເຂົ້າໃຈຍາກແທ້ໆ, ສະນັ້ນແມ່ນຫຍັງຄື “ອຸປະນິໄສ”? (ກົດເກນການເປັນຢູ່ຂອງມະນຸດ, ພິດຂອງຊາຕານ.) ມີຫຍັງອີກ? (ສິ່ງທີ່ເປັນທຳມະຊາດໃນມະນຸດ, ສິ່ງທີ່ເປັນແກ່ນແທ້ຂອງຊີວິດ.) ພວກເຈົ້າສືບຕໍ່ນໍາສະເໜີຄຳສັບຝ່າຍວິນຍານເຫຼົ່ານີ້, ແຕ່ພວກມັນລ້ວນແລ້ວແຕ່ເປັນຫຼັກຄຳສອນ ແລະ ເຄົ້າໂຄງ ແລະ ພວກມັນບໍ່ປະກອບມີລາຍລະອຽດໃດໆເລີຍ. ສິ່ງນີ້ບໍ່ແມ່ນການເຂົ້າໃຈແກ່ນແທ້ຂອງຄວາມຈິງ. ພວກເຮົາມັກເວົ້າເຖິງການປ່ຽນແປງໃນອຸປະນິໄສ ແລະ ມີການສົນທະນາຫົວຂໍ້ດັ່ງກ່າວນັບຕັ້ງແຕ່ຈຸດເລີ່ມຕົ້ນທີ່ຜູ້ຄົນເຊື່ອໃນພຣະເຈົ້າຢູ່ສະເໝີ, ບໍ່ວ່າພວກເຂົາຈະເຂົ້າຮ່ວມການເຕົ້າໂຮມ ຫຼື ຮັບຟັງຄຳເທດສະໜາ; ສິ່ງເຫຼົ່ານີ້ຄືສິ່ງຕ່າງໆທີ່ຜູ້ຄົນຄວນພະຍາຍາມຄິດໃຫ້ອອກ ເມື່ອພວກເຂົາເຊື່ອໃນພຣະເຈົ້າ. ແຕ່ສຳລັບວ່າແມ່ນຫຍັງຄືການປ່ຽນແປງໃນອຸປະນິໄສແທ້ໆ, ບໍ່ວ່າຈະມີການປ່ຽນແປງໃນອຸປະນິໄສຂອງພວກເຂົາເອງ ຫຼື ບໍ່ ແລະ ບໍ່ວ່າມັນຈະເປັນໄປໄດ້ ຫຼື ບໍ່ທີ່ຈະບັນລຸການປ່ຽນແປງ, ຫຼາຍຄົນບໍ່ຮູ້ຈັກສິ່ງເຫຼົ່ານີ້, ພວກເຂົາບໍ່ເຄີຍຄິດກ່ຽວກັບພວກມັນຈັກເທື່ອ ຫຼື ພວກເຂົາບໍ່ຮູ້ຈັກວ່າຈະເລີ່ມຄິດກ່ຽວກັບພວກມັນຈາກບ່ອນໃດ. ແມ່ນຫຍັງຄືອຸປະນິໄສ? ນີ້ຄືຫົວຂໍ້ໃຫຍ່. ຫຼັງຈາກທີ່ເຈົ້າໄດ້ເຂົ້າສິ່ງນີ້, ຈາກນັ້ນເຈົ້າຈະຂ້ອນຂ້າງເຂົ້າໃຈຄຳຖາມຕ່າງໆ ເຊັ່ນ: ມີການປ່ຽນແປງໃນອຸປະນິໄສຂອງເຈົ້າ ຫຼື ບໍ່, ມັນມີການປ່ຽນແປງຈົນເຖິງລະດັບໃດ, ມີການປ່ຽນແປງຫຼາຍສໍ່າໃດ ແລະ ມີການປ່ຽນແປງໃນອຸປະນິໄສຂອງເຈົ້າ ຫຼື ບໍ່ ຫຼັງຈາກທີ່ເຈົ້າໄດ້ພົບພໍ້ສິ່ງໃດໜຶ່ງ. ເພື່ອສົນທະນາກ່ຽວກັບການປ່ຽນແປງໃນອຸປະນິໄສ, ເຈົ້າຕ້ອງຮູ້ຈັກກ່ອນວ່າອຸປະນິໄສແມ່ນຫຍັງ. ທຸກຄົນຮູ້ຈັກຄຳວ່າ “ອຸປະນິໄສ”, ທຸກຄົນລຶ້ງເຄີຍກັບມັນ. ແຕ່ພວກເຂົາບໍ່ຮູ້ຈັກວ່າອຸປະນິໄສແມ່ນຫຍັງ. ບໍ່ສາມາດອະທິບາຍຄວາມໝາຍຂອງອຸປະນິໄສໃຫ້ຊັດເຈນຄັກແນ່ດ້ວຍຄຳເວົ້າສອງສາມຄຳເທົ່ານັ້ນ ແລະ ບໍ່ສາມາດອະທິບາຍມັນວ່າເປັນຄຳນາມ, ຍ້ອນສິ່ງນີ້ຈະເປັນນາມມະທຳເກີນໄປ ແລະ ບໍ່ສາມາດຢັ່ງເຖິງໄດ້ຢ່າງງ່າຍດາຍ. ເຮົາຈະຍົກຕົວຢ່າງທີ່ຈະເຮັດໃຫ້ພວກເຈົ້າເຂົ້າໃຈ. ທັງແກະ ແລະ ໝາປ່າເປັນສັດ. ແກະກິນຫຍ້າ ແລະ ໝາປ່າກິນຊີ້ນ. ສິ່ງນີ້ແມ່ນຖືກກຳນົດໂດຍທຳມະຊາດຂອງພວກມັນ. ຖ້າມື້ໜຶ່ງແກະກິນຊີ້ນ ແລະ ໝາປ່າກິນຫຍ້າ, ທຳມະຊາດຂອງພວກມັນຈະປ່ຽນແປງບໍ? (ບໍ່.) ຖ້າແກະບໍ່ກິນຫຍ້າ, ມັນຈະເລີ່ມຫິວກະຫາຍຫຼາຍ. ເອົາຊີ້ນບາງສ່ວນໃຫ້ມັນ ແລະ ມັນຈະກິນຊີ້ນນັ້ນ, ແຕ່ແກະຈະຍັງຫົວອ່ອນຕໍ່ເຈົ້າຫຼາຍ. ນີ້ຄືອຸປະນິໄສ, ມັນເປັນແກ່ນແທ້ໃນທຳມະຊາດຂອງແກະ. ຄວາມຫົວອ່ອນຂອງແກະຈະສະແດງໂຕມັນເອງອອກໃນລັກສະນະໃດ? (ມັນບໍ່ໂຈມຕີຜູ້ຄົນ.) ຖືກຕ້ອງ, ນີ້ຄືອຸປະນິໄສທີ່ຫົວອ່ອນ. ອຸປະນິໄສທີ່ສະແດງອອກໃນແກະຄືຄວາມອ່ອນໂຍນ ແລະ ຄວາມເຊື່ອຟັງ. ມັນບໍ່ໄດ້ດຸຮ້າຍ, ແຕ່ຫົວອ່ອນ ແລະ ໃຈດີ. ໝາປ່າແມ່ນແຕກຕ່າງກັນ. ອຸປະນິໄສຂອງມັນດຸຮ້າຍ ແລະ ມັນກິນສັດນ້ອຍທຸກປະເພດ. ການຜະເຊີນໜ້າກັບໝາປ່າທີ່ຫິວກະຫາຍເປັນສິ່ງທີ່ອັນຕະລາຍຫຼາຍ, ມັນສາມາດພະຍາຍາມກິນເຈົ້າໄດ້ ເຖິງແມ່ນວ່າເຈົ້າບໍ່ກະຕຸ້ນໃຫ້ມັນໃຈຮ້າຍ. ອຸປະນິໄສຂອງໝາປ່າບໍ່ໄດ້ຫົວອ່ອນ ຫຼື ໃຈດີ, ແຕ່ໂຫດຮ້າຍ ແລະ ດຸຮ້າຍ, ໂດຍບໍ່ມີຄວາມສົງສານ ຫຼື ຄວາມປານີແມ່ນແຕ່ໜ້ອຍດຽວ. ສິ່ງດັ່ງກ່າວຄືອຸປະນິໄສຂອງໝາປ່າ. ອຸປະນິໄສຂອງໝາປ່າ ແລະ ແກະເປັນຕົວແທນໃຫ້ແກ່ແກ່ນແທ້ໃນທຳມະຊາດຂອງພວກມັນ. ເປັນຫຍັງເຮົາຈຶ່ງເວົ້າສິ່ງນີ້? ເພາະສິ່ງຕ່າງໆທີ່ຖືກເປີດເຜີຍໃນພວກມັນກໍສະແດງໂຕມັນເອງໂດຍທຳມະຊາດ ໂດຍບໍ່ກ່ຽວກັບບໍລິບົດຫຍັງ, ໂດຍບໍ່ມີການກະຕຸ້ນ ຫຼື ການປຸກປັ່ນຂອງມະນຸດ; ພວກມັນຖືກເປີດເຜີຍຢ່າງເປັນທຳມະຊາດ, ໂດຍບໍ່ຈຳເປັນຕ້ອງມີການກະຕຸ້ນເພີ່ມເຕີມຈາກມະນຸດເລີຍ. ມະນຸດບໍ່ໄດ້ບີບບັງຄັບຄວາມດຸຮ້າຍ ແລະ ຄວາມໂຫດຮ້າຍຂອງໝາປ່າອອກຈາກພວກມັນ ຫຼື ມະນຸດບໍ່ໄດ້ຝັງຄວາມໃຈດີ ແລະ ຄວາມຫົວອ່ອນຂອງແກະໄວ້ໃນພວກມັນ; ພວກມັນເກີດມາພ້ອມກັບສິ່ງເຫຼົ່ານີ້, ສິ່ງເຫຼົ່ານີ້ເປັນສິ່ງຕ່າງໆທີ່ເປີດເຜີຍອອກໂດຍທຳມະຊາດ, ພວກມັນຄືແກ່ນແທ້ຂອງສິ່ງເຫຼົ່ານັ້ນ. ນີ້ຄືອຸປະນິໄສ. ຕົວຢ່າງນີ້ເຮັດໃຫ້ພວກເຈົ້າມີຄວາມເຂົ້າໃຈພໍສົມຄວນກ່ຽວກັບວ່າອຸປະນິໄສແມ່ນຫຍັງບໍ? (ແມ່ນແລ້ວ.) ນີ້ບໍ່ແມ່ນເລື່ອງແນວຄິດ, ພວກເຮົາບໍ່ໄດ້ອະທິບາຍຄຳນາມບາງຄຳ. ມີຄວາມຈິງໃນສິ່ງນີ້. ສະນັ້ນ, ແມ່ນຫຍັງຄືຄວາມຈິງຢູ່ບ່ອນນີ້? ອຸປະນິໄສຂອງມະນຸດແມ່ນກ່ຽວຂ້ອງກັບທຳມະຊາດຂອງມະນຸດ. ທັງອຸປະນິໄສຂອງມະນຸດ ແລະ ທຳມະຊາດຂອງມະນຸດແມ່ນຂອງຊາຕານ, ພວກມັນຕໍ່ຕ້ານ ແລະ ເປັນປໍລະປັກຕໍ່ພຣະເຈົ້າ. ຖ້າຄົນບໍ່ຮັບເອົາຄວາມລອດພົ້ນຂອງພຣະເຈົ້າ ແລະ ບໍ່ປ່ຽນແປງ, ແລ້ວສິ່ງທີ່ຄົນດຳລົງຊີວິດຕາມ ແລະ ເປີດເຜີຍໂດຍທຳມະຊາດກໍຈະເປັນພຽງສິ່ງຊົ່ວຮ້າຍ, ສິ່ງບໍ່ດີ ແລະ ການລະເມີດຄວາມຈິງ, ບໍ່ມີຂໍ້ສົງໄສໃນສິ່ງນີ້ເລີຍ.

ພວກເຮົາພຽງແຕ່ເວົ້າເຖິງອຸປະນິໄສຂອງແກະ ແລະ ໝາປ່າ. ສິ່ງເຫຼົ່ານີ້ເປັນສັດສອງຊະນິດທີ່ແຕກຕ່າງກັນຢ່າງສິ້ນເຊີງ: ພວກມັນແຕ່ລະໂຕມີອຸປະນິໄສຂອງພວກມັນເອງ ແລະ ສິ່ງຕ່າງໆທີ່ຖືກເປີດເຜີຍໃນພວກມັນ. ແຕ່ແມ່ນຫຍັງຄືຄວາມເຊື່ອມໂຍງກັບອຸປະນິໄສຂອງມະນຸດ? ເມື່ອຫຼຽວເບິ່ງຄວາມໝາຍຂອງອຸປະນິໄສຂອງມະນຸດຢ່າງຄັກແນ່ອີກຄັ້ງຜ່ານຕົວຢ່າງນີ້, ມີອຸປະນິໄສທີ່ເສື່ອມຊາມປະເພດໃດແນ່? (ພວກເຮົາສາມາດຮູ້ໄດ້ໂດຍທົ່ວໄປວ່າຜູ້ຄົນມີອຸປະນິໄສປະເພດໃດໂດຍການມີປະຕິສຳພັນກັບພວກເຂົາ. ຕົວຢ່າງ: ໃນຂະນະທີ່ເວົ້າກັບຄົນໃດໜຶ່ງ, ພວກເຮົາອາດຮູ້ສຶກວ່າພວກເຂົາເວົ້າອ້ອມໆ, ພວກເຂົາເວົ້າຫຼົບຫຼີກຢູ່ສະເໝີ ເພື່ອວ່າຄົນອື່ນຈະບໍ່ສາມາດບອກໄດ້ວ່າພວກເຂົາໝາຍຄວາມວ່າແນວໃດແທ້ໆ, ເຊິ່ງໝາຍຄວາມວ່າພວກເຂົາມີອຸປະນິໄສທີ່ມີເລ່ຫຼ່ຽມໃນພວກເຂົາ. ພວກເຮົາສາມາດໄດ້ຮັບແນວຄິດໂດຍທົ່ວໄປຈາກສິ່ງທີ່ພວກເຂົາເວົ້າ ແລະ ເຮັດເປັນປະຈຳ, ຈາກການກະທຳ ແລະ ພຶດຕິກຳຂອງພວກເຂົາ.) ເຈົ້າສາມາດເຫັນບັນຫາໃດໜຶ່ງໃນອຸປະນິໄສຈາກການມີປະຕິສຳພັນກັບຜູ້ຄົນ. ຫຼັງຈາກທີ່ໄດ້ຍິນຕົວຢ່າງນີ້, ມັນເບິ່ງຄືກັບວ່າພວກເຈົ້າມີຄວາມເຂົ້າໃຈໂດຍທົ່ວໄປກ່ຽວກັບສິ່ງທີ່ເປັນອຸປະນິໄສ. ສະນັ້ນອັນໃດຄືອຸປະນິໄສເສື່ອມຊາມທີ່ທຸກຄົນມີ? ຜູ້ຄົນບໍ່ຮັບຮູ້ອຸປະນິໄສອັນໃດ ແລະ ເຖິງວ່າຮູ້ກໍບໍ່ສາມາດຮູ້ສຶກເຖິງອຸປະນິໄສທີ່ເສື່ອມຊາມໂດຍບໍ່ຕ້ອງສົງໄສ? ຕົວຢ່າງ: ບາງຄົນມີອາລົມອ່ອນໄຫວຫຼາຍ ແລະ ພຣະເຈົ້າເວົ້າວ່າ “ເຈົ້າມີອາລົມອ່ອນໄຫວຫຼາຍ. ເມື່ອເວົ້າເຖິງຄົນໃດໜຶ່ງທີ່ເຈົ້າມັກ ຫຼື ບາງສິ່ງທີ່ກ່ຽວຂ້ອງກັບຄອບຄົວຂອງເຈົ້າ, ບໍ່ວ່າຜູ້ໃດຈະພະຍາຍາມເຂົ້າໃຈສະຖານະການຂອງພວກເຂົາ ຫຼື ສິ່ງທີ່ກຳລັງເກີດຂຶ້ນແທ້ໆ, ເຈົ້າຈະບໍ່ໃຫ້ຂໍ້ມູນຫຍັງກ່ຽວກັບພວກເຂົາ ແລະ ສືບຕໍ່ປົກປ້ອງພວກເຂົາ. ນີ້ຄືອາລົມອ່ອນໄຫວ”. ພວກເຂົາໄດ້ຍິນສິ່ງນີ້ ແລະ ພວກເຂົາເຂົ້າໃຈມັນ, ຮັບຮູ້ມັນ ແລະ ພວກເຂົາຍອມຮັບວ່າເປັນຂໍ້ແທ້ຈິງ. ພວກເຂົາຮັບຮູ້ວ່າພຣະທຳຂອງພຣະເຈົ້າຖືກຕ້ອງ, ພຣະທຳຂອງພຣະເຈົ້າເປັນຄວາມຈິງ ແລະ ພວກເຂົາຂອບໃຈພຣະເຈົ້າທີ່ເປີດເຜີຍສິ່ງນີ້ກັບພວກເຂົາ. ສາມາດເຫັນອຸປະນິໄສຂອງພວກເຂົາຈາກສິ່ງນີ້ບໍ? ມັນຊັດເຈນບໍທີ່ພວກເຂົາຍອມຮັບຄວາມຈິງ, ຍອມຮັບຂໍ້ແທ້ຈິງ, ບໍ່ຕໍ່ຕ້ານ ແລະ ເຊື່ອຟັງ? (ບໍ່. ມັນຂຶ້ນກັບວ່າພວກເຂົາເຮັດແນວໃດເມື່ອປະສົບກັບບັນຫາ ແລະ ສິ່ງທີ່ພວກເຂົາເວົ້າ ແລະ ສິ່ງທີ່ພວກເຂົາເຮັດເປັນສິ່ງດຽວກັນ ຫຼື ບໍ່.) ເຈົ້າເກືອບເວົ້າຖືກແລ້ວ. ໃນເວລານັ້ນ, ພວກເຂົາຍອມຮັບ ແຕ່ຫຼັງຈາກນັ້ນ ເມື່ອສິ່ງດັ່ງກ່າວເກີດຂຶ້ນກັບພວກເຂົາ, ບໍ່ມີການປ່ຽນແປງໃນວິທີການທີ່ພວກເຂົາກະທຳ. ສິ່ງນີ້ເປັນຕົວແທນໃຫ້ອຸປະນິໄສປະເພດໜຶ່ງ. ອຸປະນິໄສຫຍັງ? ພວກເຂົາຮັບຟັງໃນເວລາດຽວກັນ, ຫຼັງຈາກນັ້ນພວກເຂົາກໍຄິດກ່ຽວກັບມັນ ແລະ ເວົ້າກັບພວກເຂົາເອງວ່າ “ຂ້ານ້ອຍຈະບໍ່ສາມາດຮູ້ໄດ້ແນວໃດວ່າຂ້ານ້ອຍອາລົມອ່ອນໄຫວ ຫຼັງຈາກທີ່ໄດ້ຍິນຄຳເທດສະໜາຫຼາຍເຊັ່ນນັ້ນ? ຂ້ານ້ອຍມີອາລົມອ່ອນໄຫວ, ແຕ່ຜູ້ໃດແນ່ທີ່ບໍ່ມີອາລົມອ່ອນໄຫວ? ຖ້າຂ້ານ້ອຍບໍ່ປົກປ້ອງຄອບຄົວຂອງຂ້ານ້ອຍ ແລະ ຄົນທີ່ຂ້ານ້ອຍໃກ້ຊິດ, ຜູ້ໃດຈະເຮັດ? ແມ່ນແຕ່ຄົນທີ່ມີຄວາມສາມາດກໍຕ້ອງການການສະໜັບສະໜູນຈາກອີກສາມຄົນ”. ນີ້ຄືສິ່ງທີ່ພວກເຂົາຄິດແທ້ໆ. ເມື່ອມັນຮອດເວລາທີ່ຈະເຮັດ, ສິ່ງທີ່ພວກເຂົາຄິດ ແລະ ວາງແຜນໃນຫົວໃຈຂອງພວກເຂົາ ແລະ ທ່າທີ່ຂອງພວກເຂົາຕໍ່ພຣະທຳຂອງພຣະເຈົ້າແມ່ນລ້ວນແລ້ວແຕ່ກຳນົດໂດຍອຸປະນິໄສຂອງພວກເຂົາ. ແມ່ນຫຍັງຄືທ່າທີ່ຂອງພວກເຂົາ? “ພຣະເຈົ້າສາມາດເວົ້າ ແລະ ເປີດເຜີຍແມ່ນຫຍັງກໍຕາມທີ່ພຣະອົງຕ້ອງການ ແລະ ຂ້ານ້ອຍຈະຍອມຮັບແມ່ນຫຍັງກໍຕາມທີ່ຂ້ານ້ອຍຄວນຍອມຮັບ ເມື່ອຂ້ານ້ອຍມາຢູ່ຕໍ່ໜ້າພຣະອົງ, ແຕ່ຂ້ານ້ອຍໄດ້ຕັດສິນໃຈແລ້ວ ແລະ ຂ້ານ້ອຍບໍ່ມີເຈດຕະນາທີ່ຈະປະຖິ້ມອາລົມຂອງຂ້ານ້ອຍ”. ນີ້ຄືອຸປະນິໄສຂອງພວກເຂົາບໍ? ອຸປະນິໄສຂອງພວກເຂົາໄດ້ສະແດງໂຕມັນເອງ ແລະ ໃບໜ້າທີ່ແທ້ຈິງຂອງພວກເຂົາໄດ້ຖືກເປີດໂປງແລ້ວ, ແມ່ນບໍ? ພວກເຂົາເປັນຄົນທີ່ຍອມຮັບຄວາມຈິງບໍ? (ບໍ່.) ແລ້ວນີ້ແມ່ນຫຍັງ? ນີ້ຄືຄວາມຫົວດື້. ຕໍ່ໜ້າພຣະເຈົ້າ, ພວກເຂົາເວົ້າວ່າອາແມນ ແລະ ທຳທ່າວ່າຍອມຮັບ. ແຕ່ຫົວໃຈຂອງພວກເຂົາຍັງບໍ່ໄດ້ຮັບການດົນບັນດານ. ພວກເຂົາບໍ່ໄດ້ຈິງຈັງກັບພຣະທຳຂອງພຣະເຈົ້າ, ພວກເຂົາບໍ່ໄດ້ຖືເອົາພຣະທຳເປັນຄວາມຈິງ ແລະ ແຮງແລ້ວທີ່ພວກເຂົາຈະນໍາພຣະທຳເຫຼົ່ານີ້ໄປປະຕິບັດເປັນຄວາມຈິງ. ນີ້ຄືອຸປະນິໄສປະເພດໜຶ່ງ, ບໍ່ແມ່ນບໍ? ແລ້ວອຸປະນິໄສເຊັ່ນນີ້ບໍ່ແມ່ນການເປີດເຜີຍທຳມະຊາດປະເພດໃດໜຶ່ງບໍ? (ແມ່ນແລ້ວ.) ສະນັ້ນແມ່ນຫຍັງຄືແກ່ນແທ້ໃນອຸປະນິໄສປະເພດນີ້? ມັນແມ່ນຄວາມຫົວດື້ບໍ? (ແມ່ນແລ້ວ.) ຄວາມຫົວດື້: ນີ້ແມ່ນອຸປະນິໄສປະເພດໜຶ່ງຂອງມະນຸດ ແລະ ມັນຖືກຄົ້ນພົບໃນທຸກຄົນ. ເປັນຫຍັງເຮົາຈຶ່ງເວົ້າວ່ານີ້ຄືອຸປະນິໄສ? ນີ້ຄືສິ່ງທີ່ເກີດມາຈາກແກ່ນແທ້ໃນທຳມະຊາດຂອງຜູ້ຄົນ. ເຈົ້າບໍ່ຕ້ອງຄິດກ່ຽວກັບມັນ, ຄົນອື່ນບໍ່ຕ້ອງສັ່ງສອນເຈົ້າ ຫຼື ພະຍາຍາມປັບປ່ຽນຄວາມຄິດຂອງເຈົ້າ ຫຼື ຊາຕານບໍ່ຕ້ອງຫຼອກລວງເຈົ້າ; ໂດຍທຳມະຊາດແລ້ວມັນຖືກເປີດເຜີຍໃນຕົວເຈົ້າ ແລະ ມັນເກີດມາຈາກທຳມະຊາດຂອງເຈົ້າ. ມີບາງຄົນທີ່ກ່າວໂທດຊາຕານຢູ່ສະເໝີ ບໍ່ວ່າພວກເຂົາຈະເຮັດສິ່ງບໍ່ດີແນວໃດກໍຕາມ. ພວກເຂົາເວົ້າຢູ່ສະເໝີວ່າ “ຊາຕານເອົາແນວຄິດໃສ່ຫົວຂອງຂ້ານ້ອຍ, ຊາຕານເຮັດໃຫ້ຂ້ານ້ອຍເຮັດ”. ພວກເຂົາໂຍນທຸກສິ່ງທີ່ບໍ່ດີໃສ່ຊາຕານ ແລະ ບໍ່ເຄີຍຍອມຮັບບັນຫາທີ່ຢູ່ພາຍໃນທຳມະຊາດຂອງພວກເຂົາເອງຈັກເທື່ອ. ນີ້ຄືສິ່ງທີ່ຖືກຕ້ອງບໍ? ເຈົ້າບໍ່ໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງຮ້າຍແຮງບໍ? ຖ້າເຈົ້າບໍ່ຍອມຮັບສິ່ງນີ້, ແລ້ວມັນເປັນໄປໄດ້ແນວໃດທີ່ອຸປະນິໄສຂອງຊາຕານຖືກເປີດເຜີຍໃນຕົວເຈົ້າ? ແນ່ນອນ, ຍັງມີຫຼາຍຄັ້ງທີ່ຊາຕານຂັດຂວາງ, ລວມເຖິງເມື່ອຜູ້ຄົນຖືກຫຼອກລວງ ແລະ ສະເໜີບາງສິ່ງໂດຍບາງຄົນທີ່ຊົ່ວຮ້າຍ ຫຼື ໂດຍຜູ້ຕໍ່ຕ້ານພຣະຄຣິດ ຫຼື ເມື່ອວິນຍານຊົ່ວຮ້າຍເຮັດວຽກ ແລະ ສົ່ງຄວາມຄິດໄປໃຫ້ພວກເຂົາ, ແຕ່ສິ່ງເຫຼົ່ານີ້ເປັນພຽງຂໍ້ຍົກເວັ້ນ; ໃນເວລາສ່ວນໃຫຍ່ ຜູ້ຄົນຖືກສັ່ງການໂດຍທຳມະຊາດທີ່ຊົ່ວຮ້າຍຂອງພວກເຂົາ ແລະ ພວກເຂົາເປີດເຜີຍອຸປະນິໄສທີ່ເສື່ອມຊາມທຸກລັກສະນະ. ເມື່ອຜູ້ຄົນເຮັດຕາມຄວາມມັກ ແລະ ແນວໂນ້ມຂອງພວກເຂົາ, ເມື່ອພວກເຂົາເຮັດສິ່ງຕ່າງໆໂດຍວິທີການຂອງພວກເຂົາເອງ, ຕາມແນວຄິດ ແລະ ຈິນຕະນາການຂອງພວກເຂົາເອງ, ແລ້ວພວກເຂົາກໍດຳລົງຊີວິດຕາມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາເອງ ແລະ ເມື່ອພວກເຂົາດຳລົງຊີວິດໂດຍສິ່ງເຫຼົ່ານີ້, ພວກເຂົາກໍດຳລົງຊີວິດຕາມທຳມະຊາດຂອງພວກເຂົາເອງ. ສິ່ງເຫຼົ່ານີ້ຄືຂໍ້ແທ້ຈິງທີ່ບໍ່ສາມາດໂຕ້ແຍ່ງໄດ້. ເມື່ອຄົນຖືກຄວບຄຸມໂດຍທຳມະຊາດທີ່ຊົ່ວຮ້າຍຂອງພວກເຂົາ, ເມື່ອພວກເຂົາດຳລົງຊີວິດຕາມທຳມະຊາດທີ່ຊົ່ວຮ້າຍຂອງພວກເຂົາ, ທຸກສິ່ງທີ່ຖືກເປີດເຜີຍໃນພວກເຂົາແມ່ນອຸປະນິໄສທີ່ເສື່ອມຊາມຂອງພວກເຂົາເອງ; ບໍ່ສາມາດໂຍນສິ່ງນີ້ໃຫ້ຊາຕານໄດ້, ເຈົ້າບໍ່ສາມາດເວົ້າວ່າສິ່ງເຫຼົ່ານີ້ຄືຄວາມຄິດທີ່ສົ່ງໃຫ້ໂດຍຊາຕານ. ເພາະຄົນຖືກເຮັດໃຫ້ເສື່ອມຊາມຢ່າງຮ້າຍແຮງ, ພວກເຂົາເປັນຂອງຊາຕານ ແລະ ເພາະຜູ້ຄົນບໍ່ໄດ້ແຕກຕ່າງຈາກຊາຕານ ແລະ ພວກເຂົາເປັນມານຮ້າຍທີ່ມີຊີວິດ, ເປັນຊາຕານທີ່ມີຊີວິດ, ສະນັ້ນ ເຈົ້າຕ້ອງບໍ່ໂຍນຫຍັງທີ່ຊົ່ວຮ້າຍເຊິ່ງຖືກເປີດເຜີຍພາຍໃນຕົວເຈົ້າໃຫ້ຊາຕານ. ເຈົ້າບໍ່ໄດ້ດີກວ່າຊາຕານ ແລະ ນັ້ນຄືອຸປະນິໄສທີ່ເສື່ອມຊາມຂອງເຈົ້າ.

ມີສະພາວະປະເພດໃດຢູ່ພາຍໃນຜູ້ຄົນ ເມື່ອພວກເຂົາມີອຸປະນິໄສທີ່ຫົວດື້? ຫຼັກໆແມ່ນພວກເຂົາດື້ດ້ານ ແລະ ຖືວ່າຕົນເອງຊອບທຳ. ພວກເຂົາຍຶດຕິດກັບແນວຄິດຂອງພວກເຂົາເອງຢູ່ສະເໝີ, ພວກເຂົາຄິດຢູ່ສະເໝີວ່າສິ່ງທີ່ພວກເຂົາເວົ້າແມ່ນຖືກຕ້ອງ, ພວກເຂົາບໍ່ປະນີປະນອມທີ່ສຸດ ແລະ ພວກເຂົາດື້ດຶງ. ນີ້ຄືທ່າທີ່ຄວາມຫົວດື້. ພວກເຂົາເປັນຄືກັບແຜ່ນສຽງແຕກ, ບໍ່ຮັບຟັງຜູ້ໃດ, ຍັງຈົດຈໍ່ກັບການກະທຳເສັ້ນທາງດຽວໂດຍປ່ຽນແປງບໍ່ໄດ້, ຢືນຢັນທີ່ຈະຜ່ານຜ່າມັນໄປໃຫ້ໄດ້, ບໍ່ວ່າມັນຈະຖືກຕ້ອງ ຫຼື ຜິດ; ມີຄວາມບໍ່ຮູ້ສຶກຜິດບາງຢ່າງໃນສິ່ງນີ້. ດັ່ງຄຳເວົ້າທີ່ລະບຸວ່າ “ໝູທີ່ຕາຍແລ້ວບໍ່ຢ້ານນໍ້າຕົ້ມ”. ຄົນຮູ້ເປັນຢ່າງດີແທ້ໆເຖິງສິ່ງຖືກຕ້ອງທີ່ຈະເຮັດ ແລະ ພວກເຂົາບໍ່ເຮັດມັນ, ພວກເຂົາປະຕິບັດຢ່າງໜັກແໜ້ນທີ່ຈະຍອມຮັບຄວາມຈິງ. ນີ້ຄືອຸປະນິໄສປະເພດໜຶ່ງ: ຄວາມຫົວດື້. ພວກເຈົ້າໄດ້ເປີດເຜີຍອຸປະນິໄສທີ່ຫົວດື້ໃນສະຖານະປະເພດໃດ? ພວກເຈົ້າມັກຫົວດື້ບໍ? (ແມ່ນ.) ມັກເກີດຂຶ້ນຫຼາຍຄັ້ງ! ແລ້ວຍ້ອນຄວາມຫົວດື້ເປັນອຸປະນິໄສຂອງເຈົ້າ, ສິ່ງນີ້ຈະຕາມເຈົ້າໄປໃນທຸກໆວິນາທີໃນທຸກໆມື້ທີ່ເຈົ້າມີຊີວິດຢູ່. ຄວາມຫົວດື້ຫ້າມບໍ່ໃຫ້ຄົນສາມາດມາຢູ່ຕໍ່ໜ້າພຣະເຈົ້າ, ມັນຫ້າມບໍ່ໃຫ້ພວກເຂົາສາມາດຍອມຮັບຄວາມຈິງ ແລະ ມັນຫ້າມບໍ່ໃຫ້ພວກເຂົາສາມາດເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ. ແລ້ວຖ້າເຈົ້າບໍ່ສາມາດເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ, ການປ່ຽນແປງສາມາດເກີດຂຶ້ນໃນອຸປະນິໄສດ້ານນີ້ຂອງເຈົ້າບໍ? ດ້ວຍຄວາມຫຍຸ້ງຍາກທີ່ໃຫຍ່ຫຼວງເທົ່ານັ້ນ. ໃນຕອນນີ້ມີການປ່ຽນແປງຫຍັງໃນອຸປະນິໄສແງ່ມຸມນີ້ຂອງພວກເຈົ້າທີ່ຫົວດື້ບໍ? ແລ້ວມີການປ່ຽນແປງຫຼາຍສໍ່າໃດ? ຕົວຢ່າງ: ເຈົ້າເຄີຍເປັນຄົນດື້ດ້ານທີ່ສຸດ, ແຕ່ຕອນນີ້ມີການປ່ຽນແປງໜ້ອຍໜຶ່ງໃນຕົວເຈົ້າ: ເມື່ອເຈົ້າພົບກັບບັນຫາບາງຢ່າງ, ເຈົ້າກໍມີຄວາມຮູ້ສຶກສຳນຶກໃນຫົວໃຈຂອງເຈົ້າ ແລະ ເວົ້າກັບຕົນເອງວ່າ “ຂ້ານ້ອຍຕ້ອງປະຕິບັດຄວາມຈິງບາງຢ່າງໃນເລື່ອງນີ້. ຍ້ອນພຣະເຈົ້າໄດ້ເປີດເຜີຍອຸປະນິໄສທີ່ຫົວດື້ນີ້, ຍ້ອນຂ້ານ້ອຍໄດ້ຍິນກ່ຽວກັບມັນ ແລະ ຕອນນີ້ຂ້ານ້ອຍຮູ້ຈັກມັນແລ້ວ, ສະນັ້ນຂ້ານ້ອຍຕ້ອງປ່ຽນແປງ. ເມື່ອຂ້ານ້ອຍພົບກັບສິ່ງປະເພດເຫຼົ່ານີ້ສອງສາມຄັ້ງໃນອະດີດ, ຂ້ານ້ອຍກໍເຮັດຕາມເນື້ອໜັງຂອງຂ້ານ້ອຍ ແລະ ລົ້ມເຫຼວ ແລະ ຂ້ານ້ອຍບໍ່ມີຄວາມສຸກກັບສິ່ງນີ້. ຄັ້ງນີ້ຂ້ານ້ອຍຕ້ອງປະຕິບັດຄວາມຈິງ”. ດ້ວຍຄວາມປາຖະໜາເຊັ່ນນັ້ນ, ມັນເປັນໄປໄດ້ທີ່ຈະປະຕິບັດຄວາມຈິງ ແລະ ນີ້ຄືການປ່ຽນແປງ. ເມື່ອເຈົ້າມີປະສົບການໃນລັກສະນະນີ້ສຳລັບຊ່ວງເວລາໜຶ່ງ ແລະ ເຈົ້າສາມາດນໍາຄວາມຈິງຫຼາຍຂຶ້ນໄປປະຕິບັດ ແລະ ສິ່ງນີ້ກໍ່ໃຫ້ເກີດການປ່ຽນແປງທີ່ໃຫຍ່ຂຶ້ນ ແລະ ອຸປະນິໄສທີ່ກະບົດ ແລະ ຫົວດື້ຂອງເຈົ້າເລີ່ມຈາງຫາຍໄປເລື້ອຍໆ, ມີການປ່ຽນແປງຫຍັງໃນຊີວິດ-ອຸປະນິໄສຂອງເຈົ້າບໍ? ຖ້າອຸປະນິໄສທີ່ກະບົດຂອງເຈົ້າຫຼຸດລົງເລື້ອຍໆຢ່າງເຫັນໄດ້ຊັດ ແລະ ຄວາມເຊື່ອຟັງຂອງເຈົ້າຕໍ່ພຣະເຈົ້າມີຫຼາຍຂຶ້ນເລື້ອຍໆ, ແລ້ວມີການປ່ຽນແປງທີ່ແທ້ຈິງ. ສະນັ້ນເຈົ້າຕ້ອງປ່ຽນແປງຈົນຮອດລະດັບໃດເພື່ອບັນລຸຄວາມເຊື່ອຟັງຢ່າງແທ້ຈິງ? ເຈົ້າຈະສຳເລັດ ເມື່ອບໍ່ມີຄວາມຫົວດື້ແມ່ນແຕ່ໜ້ອຍດຽວ, ແຕ່ມີຄວາມເຊື່ອຟັງເທົ່ານັ້ນ. ນີ້ຄືຂະບວນການທີ່ຊ້າ. ການປ່ຽນແປງໃນອຸປະນິໄສບໍ່ໄດ້ເກີດຂຶ້ນຂ້າມມື້, ພວກມັນໃຊ້ປະສົບການໃນຊ່ວງຍາວນານ, ບາງທີເຖິງກັບຕະຫຼອດຊີວິດ. ບາງຄັ້ງ, ມັນເປັນສິ່ງຈຳເປັນທີ່ຈະທົນທຸກກັບຄວາມລຳບາກຫຼາຍຢ່າງທີ່ໃຫຍ່ຫຼວງ, ຄວາມລຳບາກທີ່ຄ້າຍຄືກັບການເສຍຊີວິດ ແລະ ການກັບມາມີຊີວິດ, ຄວາມລຳບາກທີ່ເຈັບປວດ ແລະ ຫຍຸ້ງຍາກຫຼາຍກວ່າການເອົາຢາພິດຂູດໃສ່ກະດູກຂອງເຈົ້າ. ສະນັ້ນມີການປ່ຽນແປງຫຍັງໃນອຸປະນິໄສທີ່ຫົວດື້ຂອງພວກເຈົ້າ? ພວກເຈົ້າສາມາດວັດແທກສິ່ງນີ້ໄດ້ບໍ? (ເມື່ອກ່ອນ, ຂ້ານ້ອຍເຊື່ອວ່າຄວນເຮັດສິ່ງໃດໜຶ່ງໃນລັກສະນະໃດໜຶ່ງ. ເມື່ອຜູ້ຄົນສະເໜີມຸມມອງທີ່ແຕກຕ່າງກັນ, ຂ້ານ້ອຍບໍ່ຮັບຟັງ ແລະ ຈົນຂ້ານ້ອຍພົບກັບຄວາມລົ້ມເຫຼວທີ່ເປັນຈິງ, ຂ້ານ້ອຍຈຶ່ງເລີ່ມມີສະຕິ. ຕອນນີ້ຂ້ານ້ອຍດີຂຶ້ນໜ້ອຍໜຶ່ງ. ຂ້ານ້ອຍຄັດຄ້ານເມື່ອຜູ້ຄົນນໍາສະເໜີມຸມມອງທີ່ແຕກຕ່າງກັນ, ແຕ່ສາມາດຍອມຮັບບາງຢ່າງທີ່ພວກເຂົາເວົ້າໃນພາຍຫຼັງ.) ການປ່ຽນແປງໃນທ່າທີ່ເປັນການປ່ຽນແປງອີກໜຶ່ງປະເພດ; ສິ່ງນີ້ໝາຍຄວາມວ່າມີການປ່ຽນແປງເລັກນ້ອຍ. ມັນບໍ່ໄດ້ເປັນຄືກັບແຕ່ກ່ອນ, ເຊິ່ງບຸກຄົນໜຶ່ງຮູ້ວ່າຄົນອື່ນຖືກຕ້ອງ ແຕ່ປະຕິເສດມັນ ແລະ ບໍ່ສົນໃຈທີ່ຈະຍອມຮັບມັນ, ຍັງຍຶດຕິດກັບຄວາມໂນ້ມອ່ຽງຂອງພວກເຂົາເອງ; ມັນບໍ່ໄດ້ເປັນເຊັ່ນນີ້ໃນຕອນນີ້. ມີການປ່ຽນແປງໃນທ່າທີ່ຂອງພວກເຂົາແລ້ວ. ພວກເຂົາປ່ຽນແປງຫຼາຍສໍ່າໃດເມື່ອພວກເຂົາໄດ້ປ່ຽນແປງຫຼາຍເຊັ່ນນີ້? ບໍ່ມີແມ່ນແຕ່ 10%. 10% ໝາຍຄວາມວ່າຢ່າງໜ້ອຍທີ່ສຸດ, ຫຼັງຈາກທີ່ຄົນອື່ນໄດ້ລະບຸມຸມມອງທີ່ແຕກຕ່າງກັນຂອງພວກເຂົາ, ເຈົ້າບໍ່ມີຄວາມຮູ້ສຶກເຖິງການຄັດຄ້ານ ຫຼື ຄວາມຄິດຕໍ່ຕ້ານເລີຍ; ເຈົ້າມີທ່າທີ່ທີ່ເປັນປົກກະຕິ. ເຖິງແມ່ນວ່າມັນຍັງບໍ່ເຫັນດີກັບເຈົ້າໃນຫົວໃຈຂອງເຈົ້າ, ເຈົ້າບໍ່ມີທ່າທີ່ທີ່ຫົວດື້, ເຈົ້າສາມາດສົນທະນາສິ່ງນີ້ກັບບຸກຄົນ, ມີຄວາມເຊື່ອຟັງບາງຢ່າງເມື່ອເຈົ້າປະຕິບັດ ແລະ ເຈົ້າບໍ່ໄດ້ເຮັດສິ່ງຕ່າງໆຕາມແນວຄິດຂອງເຈົ້າເອງ. ຫຼັງຈາກນັ້ນ, ມີຫຼາຍຄັ້ງທີ່ເຈົ້າຍຶດຕິດກັບແນວຄິດຂອງເຈົ້າເອງ ແລະ ຫຼາຍຄັ້ງເມື່ອເຈົ້າສາມາດຍອມຮັບສິ່ງທີ່ຄົນອື່ນເວົ້າ. ການປ່ຽນແປງໃນອຸປະນິໄສກັບໄປກັບມາ. ເຈົ້າຕ້ອງປະສົບກັບການເສື່ອມຖອຍທີ່ນັບບໍ່ຖ້ວນເພື່ອບັນລຸການປ່ຽນແປງໜ້ອຍໜຶ່ງ ແລະ ຄວາມລົ້ມເຫຼວທີ່ນັບບໍ່ຖ້ວນເພື່ອທີ່ຈະສຳເລັດ ແລະ ດ້ວຍເຫດນັ້ນ ມັນບໍ່ແມ່ນເລື່ອງງ່າຍທີ່ອຸປະນິໄສຂອງເຈົ້າຈະປ່ຽນແປງໂດຍບໍ່ປະສົບກັບການທົດລອງ ແລະ ການຫຼໍ່ຫຼອມຫຼາຍປີ. ບາງຄັ້ງ, ເມື່ອຄົນຢູ່ໃນສະພາວະຈິດໃຈທີ່ດີ, ພວກເຂົາສາມາດຍອມຮັບສິ່ງທີ່ຖືກຕ້ອງທີ່ຄົນອື່ນເວົ້າ, ແຕ່ເມື່ອພວກເຂົາຮູ້ສຶກຕົກຕໍ່າ ພວກເຂົາກໍບໍ່ສະແຫວງຫາຄວາມຈິງ. ສິ່ງນີ້ບໍ່ໄດ້ເຮັດໃຫ້ສິ່ງຕ່າງໆຊັກຊ້າບໍ? ບາງຄັ້ງ, ເມື່ອເຈົ້າບໍ່ເຫັນດີກັບເພື່ອນຮ່ວມງານຂອງເຈົ້າ, ເຈົ້າບໍ່ໄດ້ສະແຫວງຫາຫຼັກການແຫ່ງຄວາມຈິງ ແລະ ເຈົ້າດຳລົງຊີວິດຕາມປັດຊະຍາຂອງຊາຕານ. ບາງຄັ້ງ, ເມື່ອເຈົ້າຮ່ວມມືກັບຄົນອື່ນ ແລະ ຄວາມສາມາດຂອງພວກເຂົາດີກວ່າຂອງເຈົ້າ ແລະ ພວກເຂົາດີກວ່າເຈົ້າ, ເຈົ້າຮູ້ສຶກວ່າຖືກພວກເຂົາຄວບຄຸມ ແລະ ເຈົ້າບໍ່ມີຄວາມກ້າຫານທີ່ຈະເຊີດຊູຫຼັກການເມື່ອເຈົ້າປະສົບກັບບັນຫາ. ບາງຄັ້ງ, ເຈົ້າດີກວ່າເພື່ອນຮ່ວມງານຂອງເຈົ້າ ແລະ ພວກເຂົາກະທຳຢ່າງໂງ່ຈ້າ ແລະ ເຈົ້າດູຖູກພວກເຂົາ ແລະ ບໍ່ເຕັມໃຈທີ່ຈະໂອ້ລົມຄວາມຈິງກັບພວກເຂົາ. ບາງຄັ້ງ, ເຈົ້າປາຖະໜາທີ່ຈະປະຕິບັດຄວາມຈິງ ແຕ່ຖືກປົກຄອງໂດຍອາລົມຂອງເນື້ອໜັງ. ບາງຄັ້ງ, ເຈົ້າປາຖະໜາຢາກໄດ້ຄວາມສຸກທາງເນື້ອໜັງ ແລະ ເຖິງແມ່ນວ່າເຈົ້າອາດປາຖະໜາ, ເຈົ້າບໍ່ສາມາດຫັນຫຼັງເຈົ້າໃສ່ເນື້ອໜັງ. ບາງຄັ້ງ, ເຈົ້າຮັບຟັງຄຳເທດສະໜາ ແລະ ເຂົ້າໃຈຄວາມຈິງ, ແຕ່ບໍ່ສາມາດນໍາມັນໄປປະຕິບັດ. ບັນຫາເຫຼົ່ານີ້ແມ່ນແກ້ໄຂໄດ້ງ່າຍບໍ? ໂດຍຕົວເຈົ້າເອງ, ພວກມັນບໍ່ສາມາດແກ້ໄຂໄດ້ງ່າຍໆ. ພຣະເຈົ້າສາມາດເອົາຄົນໄປຢູ່ໃນການທົດລອງ ແລະ ການຫຼໍ່ຫຼອມເທົ່ານັ້ນ, ເຮັດໃຫ້ພວກເຂົາທົນທຸກຢ່າງຫຼວງຫຼາຍ ແລະ ໃນທີ່ສຸດກໍຮູ້ສຶກວ່າງເປົ່າຢູ່ພາຍໃນພວກເຂົາໂດຍບໍ່ມີຄວາມຈິງ ແລະ ຄືກັບວ່າພວກເຂົາບໍ່ສາມາດດຳລົງຊີວິດໂດຍບໍ່ມີຄວາມຈິງ. ສິ່ງນີ້ຫຼໍ່ຫຼອມໃຫ້ຄົນພັດທະນາຄວາມເຊື່ອ ແລະ ເຮັດໃຫ້ພວກເຂົາຮູ້ສຶກຄືກັບວ່າພວກເຂົາຕ້ອງດິ້ນຮົນຫາຄວາມຈິງ, ຫົວໃຈຂອງພວກເຂົາຈະບໍ່ສະບາຍຈົນກວ່າພວກເຂົາຈະນໍາຄວາມຈິງໄປປະຕິບັດ ແລະ ພວກເຂົາຈະປະສົບກັບການທໍລະມານທີ່ໃຫຍ່ຫຼວງ ຖ້າພວກເຂົາບໍ່ສາມາດເຊື່ອຟັງພຣະເຈົ້າ. ສິ່ງດັ່ງກ່າວຄືຜົນສະທ້ອນທີ່ບັນລຸໂດຍການທົດລອງ ແລະ ການຫຼໍ່ຫຼອມ. ນີ້ຄືສິ່ງທີ່ເປັນການປ່ຽນແປງທີ່ຫຍຸ້ງຍາກໃນອຸປະນິໄສ. ເປັນຫຍັງເຮົາຈຶ່ງບອກພວກເຈົ້າວ່າພວກມັນບໍ່ແມ່ນເລື່ອງງ່າຍ? ມັນສາມາດເປັນໄປໄດ້ບໍວ່າເຮົາບໍ່ຢ້ານວ່າພວກເຈົ້າຈະເລີ່ມຄິດລົບ? ມັນແມ່ນເພື່ອປ່ອຍໃຫ້ພວກເຈົ້າຮູ້ວ່າການປ່ຽນແປງໃນອຸປະນິໄສສໍາຄັນສໍ່າໃດ. ເຮົາປາຖະໜາໃຫ້ພວກເຈົ້າທຸກຄົນເອົາໃຈໃສ່ກັບສິ່ງນີ້, ເຊົາສະແຫວງຫາພາບລັກຝ່າຍວິນຍານທີ່ບໍ່ເປັນຈິງ, ໜ້າຊື່ໃຈຄົດ ແລະ ຈອມປອມເຫຼົ່ານີ້, ເຊົາຕິດຕາມຫຼັກຄຳສອນຝ່າຍວິນຍານ, ການປະຕິບັດ ແລະ ກົດລະບຽບເພີ້ຝັນເຫຼົ່ານັ້ນຢູ່ສະເໝີ; ການເຮັດເຊັ່ນນັ້ນຈະທຳຮ້າຍເຈົ້າ ແລະ ບໍ່ໄດ້ເປັນປະໂຫຍດຕໍ່ເຈົ້າເລີຍ.

ພວກເຮົາຫາກໍເວົ້າເຖິງດ້ານໜຶ່ງໃນອຸປະນິໄສ: ຄວາມຫົວດື້. ຄວາມຫົວດື້ມັກເປັນທ່າທີ່ປະເພດໜຶ່ງທີ່ເຊື່ອງໄວ້ພາຍໃນສ່ວນເລິກໃນຫົວໃຈຂອງຜູ້ຄົນ. ໂດຍທົ່ວໄປແລ້ວ, ມັນບໍ່ຊັດເຈນຈາກພາຍນອກ ແຕ່ເມື່ອມັນເຫັນໄດ້ຢ່າງຊັດເຈນ, ມັນຈະກວດພົບໄດ້ຢ່າງງ່າຍດາຍ ແລະ ຄົນຈະເວົ້າວ່າ “ພວກເຂົາຫົວດື້! ພວກເຂົາບໍ່ຍອມຮັບຄວາມຈິງເລີຍ, ພວກເຂົາຫົວດື້ຫຼາຍ!” ຄົນທີ່ມີອຸປະນິໄສທີ່ຫົວດື້ກໍຈົດຈໍ່ກັບວິທີການໜຶ່ງ ແລະ ພຽງແຕ່ຍຶດຕິດກັບໜຶ່ງສິ່ງ, ບໍ່ປ່ອຍໄປຈັກເທື່ອ. ສະນັ້ນສິ່ງນີ້ເປັນດ້ານດຽວໃນອຸປະນິໄສຂອງຜູ້ຄົນບໍ? ບໍ່ແມ່ນແນ່ນອນ, ມີອີກຫຼາຍດ້ານ. ກວດເບິ່ງວ່າພວກເຈົ້າສາມາດບອກໄດ້ ຫຼື ບໍ່ວ່າເຮົາກຳລັງອະທິບາຍອຸປະນິໄສປະເພດໃດຕໍ່ໄປ. ບາງຄົນເວົ້າວ່າ “ໃນເຮືອນຂອງພຣະເຈົ້າ, ຂ້ານ້ອຍບໍ່ຍອມຕໍ່ຄົນໃດເລີຍນອກຈາກພຣະເຈົ້າ, ເພາະມີພຽງແຕ່ພຣະເຈົ້າທີ່ເປັນຄວາມຈິງ; ຄົນບໍ່ມີຄວາມຈິງ, ພວກເຂົາມີອຸປະນິໄສທີ່ເສື່ອມຊາມ, ບໍ່ມີຫຍັງທີ່ພວກເຂົາເວົ້າຈະສາມາດເພິ່ງພາໄດ້ ສະນັ້ນຂ້ານ້ອຍຈຶ່ງພຽງແຕ່ຍອມຕໍ່ພຣະເຈົ້າ”. ການທີ່ພວກເຂົາເວົ້າເຊັ່ນນີ້ແມ່ນຖືກຕ້ອງບໍ? (ບໍ່.) ເປັນຫຍັງຈຶ່ງບໍ່ຖືກຕ້ອງ? ນີ້ແມ່ນອຸປະນິໄສປະເພດໃດ? (ອຸປະນິໄສທີ່ອວດດີ ແລະ ຫຼອກລວງ.) (ອຸປະນິໄສຂອງຊາຕານ ແລະ ອັກຄະເທວະດາ.) ນີ້ຄືອຸປະນິໄສທີ່ອວດດີ. ຢ່າເວົ້າຢູ່ສະເໝີວ່າມັນເປັນອຸປະນິໄສຂອງຊາຕານ ແລະ ອັກຄະເທວະດາ, ວິທີການເວົ້ານີ້ກວ້າງເກີນໄປ ແລະ ຄຸມເຄືອ. ອຸປະນິໄສທີ່ເສື່ອມຊາມຂອງຊາຕານ ແລະ ອັກຄະເທວະດາແມ່ນມີຫຼາຍເກີນໄປ. ການເວົ້າເຖິງອັກຄະເທວະດາ, ມານຮ້າຍ ແລະ ຊາຕານລວມກັນເປັນເລື່ອງທີ່ທົ່ວໄປເກີນໄປ ແລະ ບໍ່ແມ່ນເລື່ອງງ່າຍທີ່ຜູ້ຄົນຈະເຂົ້າໃຈ. ການພຽງແຕ່ເວົ້າວ່ານີ້ຄືອຸປະນິໄສທີ່ເສື່ອມຊາມເປັນສິ່ງທີ່ສະເພາະເຈາະຈົງກວ່າ. ແນ່ນອນ, ນີ້ບໍ່ແມ່ນພຽງອຸປະນິໄສປະເພດດຽວທີ່ພວກເຂົາເປີດເຜີຍ, ມັນເປັນພຽງແຕ່ວ່າອຸປະນິໄສທີ່ອວດດີເປີດເຜີຍຕົວມັນເອງຢ່າງຊັດເຈນຫຼາຍ. ໂດຍການເວົ້າວ່ານີ້ຄືອຸປະນິໄສທີ່ອວດດີ, ຄົນຈະສາມາດເຂົ້າໃຈໄດ້ຢ່າງງ່າຍດາຍ ສະນັ້ນວິທີການເວົ້າເຊັ່ນນີ້ຈຶ່ງເໝາະສົມທີ່ສຸດ. ບາງຄົນມີທັກສະບາງຢ່າງ, ພອນສະຫວັນບາງຢ່າງ, ຄວາມຖະໜັດເລັກນ້ອຍບາງຢ່າງ ແລະ ໄດ້ດຳເນີນການກະທຳຈຳນວນໜຶ່ງສຳລັບຄຣິສຕະຈັກ. ສິ່ງທີ່ຄົນເຫຼົ່ານີ້ຄິດກໍຄື “ຄວາມເຊື່ອຂອງພວກທ່ານໃນພຣະເຈົ້າກ່ຽວພັນກັບການໃຊ້ເວລາໝົດມື້ເພື່ອອ່ານ, ຄັດລອກ, ຂຽນ, ທ່ອງຈຳພຣະທຳຂອງພຣະເຈົ້າຄືກັບບຸກຄົນຝ່າຍວິນຍານບາງຄົນ. ແມ່ນຫຍັງຄືປະເດັນ? ທ່ານສາມາດເຮັດຫຍັງທີ່ເປັນຈິງບໍ? ທ່ານສາມາດເອີ້ນຕົນເອງວ່າເຂັ້ມງວດຝ່າຍວິນຍານບໍ ເມື່ອທ່ານບໍ່ໄດ້ເຮັດຫຍັງ? ພວກທ່ານບໍ່ມີຊີວິດ. ຂ້ານ້ອຍມີຊີວິດ, ທຸກສິ່ງທີ່ຂ້ານ້ອຍເຮັດແມ່ນເປັນຈິງ”. ສິ່ງນີ້ເປັນອຸປະນິໄສຫຍັງ? ພວກເຂົາມີທັກສະທີ່ພິເສດບາງຢ່າງ, ຂອງປະທານບາງຢ່າງ, ພວກເຂົາສາມາດເຮັດສິ່ງທີ່ດີໄດ້ເລັກໆນ້ອຍໆ ແລະ ພວກເຂົາຖືວ່າສິ່ງເຫຼົ່ານີ້ເປັນຊີວິດ. ຜົນຕາມມາກໍຄືພວກເຂົາບໍ່ເຊື່ອຟັງຜູ້ໃດ, ພວກເຂົາບໍ່ຢ້ານການບັນລະຍາຍສັ່ງສອນຄົນໃດໜຶ່ງ, ພວກເຂົາດູຖູກຄົນອື່ນໆທຸກຄົນ, ນີ້ຄືຄວາມອວດດີບໍ? (ແມ່ນແລ້ວ.) ນ້ີຄືຄວາມອວດດີ. ໂດຍທົ່ວໄປແລ້ວ, ຄົນເປີດເຜີຍຄວາມອວດດີພາຍໃຕ້ສະຖານະການໃດ? (ເມື່ອພວກເຂົາມີຂອງປະທານ ຫຼື ທັກສະພິເສດບາງຢ່າງ, ເມື່ອພວກເຂົາສາມາດເຮັດບາງສິ່ງທີ່ເປັນຈິງ, ເມື່ອພວກເຂົາມີທຶນ.) ນີ້ຄືສະຖານະການປະເພດໜຶ່ງ. ສະນັ້ນຄົນທີ່ບໍ່ມີຂອງປະທານ ຫຼື ບໍ່ມີທັກສະພິເສດໃດໜຶ່ງຈະເປັນຄົນອວດດີບໍ? (ພວກເຂົາກໍອວດດີເຊັ່ນກັນ.) ຄົນທີ່ພວກເຮົາຫາກໍເວົ້າເຖິງຈະມັກເວົ້າວ່າ “ຂ້ານ້ອຍບໍ່ເຊື່ອຟັງຜູ້ໃດນອກຈາກພຣະເຈົ້າ” ແລະ ເມື່ອໄດ້ຍິນສິ່ງນີ້, ຄົນຈະຄິດກັບຕົນເອງວ່າ “ຄົນນີ້ຊ່າງເຊື່ອຟັງຄວາມຈິງ, ພວກເຂົາບໍ່ເຊື່ອຟັງຜູ້ໃດນອກຈາກຄວາມຈິງ, ສິ່ງທີ່ພວກເຂົາເວົ້າກໍຖືກຕ້ອງ!” ໃນຄວາມເປັນຈິງແລ້ວ, ພາຍໃນຄຳເວົ້າທີ່ເບິ່ງຄືຖືກຕ້ອງເຫຼົ່ານີ້ແມ່ນອຸປະນິໄສທີ່ອວດດີປະເພດໜຶ່ງ: “ຂ້ານ້ອຍບໍ່ເຊື່ອຟັງຜູ້ໃດນອກຈາກພຣະເຈົ້າ” ໝາຍຄວາມຢ່າງຊັດເຈນວ່າພວກເຂົາບໍ່ເຊື່ອຟັງຄົນໃດໜຶ່ງ. ເຮົາຖາມເຈົ້າວ່າ ຄົນທີ່ເວົ້າຄຳເວົ້າດັ່ງກ່າວຈະສາມາດເຊື່ອຟັງພຣະເຈົ້າແທ້ໆບໍ? ພວກເຂົາບໍ່ສາມາດເຊື່ອຟັງພຣະເຈົ້າໄດ້ຈັກເທື່ອ. ຄົນທີ່ມີແນວໂນ້ມຈະກ່າວຄຳເວົ້າດັ່ງກ່າວກໍເປັນຄົນທີ່ອວດດີທີ່ສຸດຢ່າງບໍ່ຕ້ອງສົງໄສ. ໃນພາຍນອກ ສິ່ງທີ່ພວກເຂົາເວົ້າເບິ່ງຄືຖືກຕ້ອງ, ແຕ່ໃນຄວາມເປັນຈິງແລ້ວ ນີ້ຄືວິທີການທີ່ສົມຍອມຫຼາຍທີ່ສຸດໃນການສຳແດງອຸປະນິໄສທີ່ອວດດີ. ພວກເຂົາໃຊ້ຄຳນີ້ “ຍົກເວັ້ນພຣະເຈົ້າ” ເພື່ອພະຍາຍາມພິສູດວ່າພວກເຂົາສົມເຫດສົມຜົນ, ແຕ່ໃນຄວາມເປັນຈິງແລ້ວ ນັ້ນຄືກັບການຝັງຄຳ ແລະ ການຕິດປ້າຍຢູ່ຂ້າງເທິງ ແລ້ວລະບຸວ່າ “ບໍ່ມີການຝັງຄຳຢູ່ບ່ອນນີ້”. ນີ້ບໍ່ແມ່ນສິ່ງທີ່ໂງ່ຈ້າບໍ? ພວກເຈົ້າຄິດວ່າຄົນປະເພດໃດອວດດີທີ່ສຸດ? ແມ່ນຫຍັງຄືສິ່ງທີ່ຜູ້ຄົນສາມາດເວົ້າໄດ້ ເຊິ່ງເຮັດໃຫ້ພວກເຂົາອວດດີທີ່ສຸດ? ບາງທີພວກເຈົ້າໄດ້ຍິນສິ່ງທີ່ອວດດີບາງຢ່າງກ່ອນໜ້ານີ້. ແມ່ນຫຍັງຄືສິ່ງທີ່ອວດດີທີ່ສຸດໃນບັນດາສິ່ງເຫຼົ່ານີ້? ພວກເຈົ້າຮູ້ບໍ? ມີຄົນໃດກ້າເວົ້າວ່າ “ຂ້ານ້ອຍບໍ່ເຊື່ອຟັງຜູ້ໃດ, ບໍ່ແມ່ນແຕ່ສະຫວັນ ຫຼື ແຜ່ນດິນໂລກ, ບໍ່ແມ່ນແຕ່ພຣະທຳຂອງພຣະເຈົ້າ”? ມີພຽງແຕ່ມັງກອນແດງໃຫຍ່ທີ່ເປັນມານຮ້າຍທີ່ກ້າເວົ້າສິ່ງນີ້. ບໍ່ມີຜູ້ໃດທີ່ເຊື່ອໃນພຣະເຈົ້າຈະເວົ້າສິ່ງນີ້ໄດ້. ເຖິງຢ່າງໃດກໍຕາມ, ຖ້າຄົນທີ່ເຊື່ອໃນພຣະເຈົ້າເວົ້າວ່າ “ຂ້ານ້ອຍບໍ່ເຊື່ອຟັງຜູ້ໃດນອກຈາກພຣະເຈົ້າ”, ແລ້ວພວກເຂົາກໍບໍ່ໄດ້ແຕກຕ່າງຫຍັງຫຼາຍຈາກມັງກອນແດງໃຫຍ່, ພວກເຂົາສະເໝີກັນສຳລັບອັນດັບໜຶ່ງຂອງໂລກ, ພວກເຂົາເປັນຄົນທີ່ອວດດີທີ່ສຸດໃນບັນດາທຸກຄົນ. ພວກເຈົ້າຄິດວ່າແນວໃດ ຜູ້ຄົນລ້ວນແລ້ວແຕ່ອວດດີ, ແຕ່ມີຄວາມແຕກຕ່າງຫຍັງໃນຄວາມອວດດີຂອງພວກເຂົາບໍ? ພວກເຈົ້າມີຄວາມແຕກຕ່າງຢູ່ບ່ອນໃດ? ມະນຸດທີ່ເສື່ອມຊາມທຸກຄົນມີອຸປະນິໄສທີ່ອວດດີ, ແຕ່ມີຄວາມແຕກຕ່າງໃນຄວາມອວດດີຂອງພວກເຂົາ. ເມື່ອຄວາມອວດດີຂອງບຸກຄົນໜຶ່ງໄດ້ໄປເຖິງລະດັບໃດໜຶ່ງ, ແລ້ວພວກເຂົາກໍໄດ້ສູນເສຍຄວາມສຳນຶກທັງໝົດ. ຄວາມແຕກຕ່າງກໍຄືມີຄວາມສຳນຶກໃນສິ່ງທີ່ຄົນໃດໜຶ່ງເວົ້າ ຫຼື ບໍ່. ບາງຄົນອວດດີ ແຕ່ຍັງມີເຫດຜົນເລັກໆນ້ອຍໆ. ຖ້າພວກເຂົາສາມາດຍອມຮັບຄວາມຈິງ, ແລ້ວພວກເຂົາຍັງມີຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນ. ບາງຄົນອວດດີຫຼາຍຈົນພວກເຂົາບໍ່ມີຄວາມສຳນຶກ, ບໍ່ມີຂີດຈຳກັດໃນຄວາມອວດດີຂອງພວກເຂົາ ແລະ ຄົນເຊັ່ນນັ້ນບໍ່ສາມາດຍອມຮັບຄວາມຈິງຈັກເທື່ອ. ຖ້າຄົນອວດດີຫຼາຍຈົນພວກເຂົາບໍ່ມີຄວາມສຳນຶກ, ແລ້ວພວກເຂົາກໍສູນເສຍຄວາມຮູ້ສຶກລະບາຍໃຈທັງໝົດ ແລະ ພຽງແຕ່ອວດດີຢ່າງໂງ່ຈ້າ. ສິ່ງເຫຼົ່ານີ້ຄືການເປີດເຜີຍ ແລະ ການສຳແດງອອກທັງໝົດຂອງອຸປະນິໄສທີ່ອວດດີ. ພວກເຂົາຈະສາມາດເວົ້າບາງສິ່ງ ເຊັ່ນ: “ຂ້າພະເຈົ້າບໍ່ເຊື່ອຟັງຜູ້ໃດນອກຈາກພຣະເຈົ້າ” ໄດ້ແນວໃດ ຖ້າພວກເຂົາບໍ່ມີອຸປະນິໄສທີ່ອວດດີ? ພວກເຂົາຈະບໍ່ເຮັດຢ່າງແນ່ນອນ. ໂດຍບໍ່ຕ້ອງສົງໄສ, ຖ້າຄົນໃດໜຶ່ງມີອຸປະນິໄສທີ່ອວດດີ, ແລ້ວພວກເຂົາມີການສຳແດງອອກເຖິງຄວາມອວດດີ ແລະ ບຸກຄົນຈະເວົ້າໂດຍບໍ່ຕ້ອງສົງໄສ ແລະ ເຮັດສິ່ງຕ່າງໆທີ່ອວດດີ, ຂາດຄວາມສຳນຶກປະເພດໃດໜຶ່ງ. ບາງຄົນເວົ້າວຳ່າ “ຂ້ານ້ອຍບໍ່ມີອຸປະນິໄສທີ່ອວດດີ, ແຕ່ສິ່ງດັ່ງກ່າວແມ່ນເປີດເຜີຍໃນຕົວຂ້ານ້ອຍ”. ຄຳເວົ້າເຊັ່ນນັ້ນມີນໍ້າໜັກບໍ? (ບໍ່.) ຄົນອື່ນເວົ້າວ່າ “ຂ້ານ້ອຍບໍ່ສາມາດຊ່ວຍເຫຼືອຕົນເອງໄດ້. ທັນທີທີ່ຂ້ານ້ອຍເຊົາລະມັດລະວັງ, ຂ້ານ້ອຍກໍສະແດງບາງຢ່າງທີ່ອວດດີ”. ຄຳເວົ້າເຫຼົ່ານີ້ມີນໍ້າໜັກບໍ? (ບໍ່.) ເປັນຫຍັງຈຶ່ງບໍ່? ແມ່ນຫຍັງຕືສາເຫດຕົ້ນຕໍຂອງຄຳເວົ້າເຫຼົ່ານີ້? (ການບໍ່ຮູ້ຈັກຕົນເອງ.) ບໍ່, ພວກເຂົາຮູ້ວ່າພວກເຂົາອວດດີ, ແຕ່ເມື່ອໄດ້ຍິນຄົນອື່ນເຍາະເຍີ້ຍພວກເຂົາໂດຍເວົ້າວ່າ “ທ່ານອວດດີເຊັ່ນນີ້ໄດ້ແນວໃດ? ແມ່ນຫຍັງຄືສິ່ງທີ່ເຮັດໃຫ້ທ່ານອວດດີເຊັ່ນນັ້ນ?” ພວກເຂົາກໍຮູ້ສຶກອັບອາຍ, ເຊິ່ງເປັນເຫດຜົນທີ່ພວກເຂົາເວົ້າສິ່ງດັ່ງກ່າວ. ຄວາມສຳນຶກທະນົງຕົວຂອງພວກເຂົາບໍ່ສາມາດຮັບມັນໄດ້, ພວກເຂົາກຳລັງຊອກຫາຂໍ້ອ້າງເພື່ອປົກປິດມັນ, ເພື່ອປິດບັງມັນ, ເພື່ອຫຸ້ມມັນເອົາໄວ້ ແລະ ເພື່ອປ່ອຍໃຫ້ພວກເຂົາຫຼຸດອອກຈາກຂໍເກາະ. ສະນັ້ນຄຳເວົ້າຂອງພວກເຂົາຈຶ່ງບໍ່ມີນໍ້າໜັກ. ເມື່ອອຸປະນິໄສທີ່ເສື່ອມຊາມຂອງເຈົ້າຍັງບໍ່ທັນໄດ້ຮັບການແກ້ໄຂ, ເຈົ້າກໍອວດດີ ເຖິງແມ່ນເມື່ອເຈົ້າບໍ່ເວົ້າ. ຄວາມອວດດີຢູ່ໃນທຳມະຊາດຂອງຜູ້ຄົນ, ມັນເຊື່ອງໄວ້ໃນຫົວໃຈຂອງພວກເຂົາ ແລະ ສາມາດປາກົດຂຶ້ນໄດ້ຕະຫຼອດເວລາ. ແລ້ວດ້ວຍເຫດນັ້ນ ຕາບໃດທີ່ບໍ່ມີການປ່ຽນແປງໃນອຸປະນິໄສ, ຄົນກໍຍັງອວດດີ ແລະ ຖືວ່າຕົນເອງຊອບທຳ.ເຮົາຈະໃຫ້ຕົວຢ່າງ. ຜູ້ນໍາທີ່ຫາກໍຖືກເລືອກຕັ້ງໃໝ່ມາຮອດຄຣິສຕະຈັກ ແລະ ຄົ້ນພົບວ່າວິທີການທີ່ຄົນຫຼຽວເບິ່ງເຂົາ ແລະ ການສະແດງອອກເທິງໃບໜ້າຂອງພວກເຂົາຂ້ອນຂ້າງບໍ່ກະຕືລືລົ້ນ. ໃນຄວາມຄິດຂອງເຂົາ, ເຂົາຄິດກັບຕົນເອງວ່າ “ຂ້ານ້ອຍບໍ່ເປັນທີ່ຕ້ອນຮັບຢູ່ບ່ອນນີ້ບໍ? ຂ້ານ້ອຍເປັນຜູ້ນໍາທີ່ຫາກໍຖືກເລືອກໃໝ່; ເຈົ້າສາມາດປະຕິບັດຕໍ່ຂ້ານ້ອຍດ້ວຍທ່າທີ່ເຊັ່ນນັ້ນໄດ້ແນວໃດ? ເປັນຫຍັງທ່ານຈຶ່ງບໍ່ປະທັບໃຈກັບຂ້ານ້ອຍ? ຂ້ານ້ອຍຖືກເລືອກໂດຍອ້າຍເອື້ອຍນ້ອງ, ສະນັ້ນຄວາມສາມາດຝ່າຍວິນຍານຂອງຂ້ານ້ອຍຈຶ່ງມີຫຼາຍກວ່າຂອງພວກທ່ານ, ບໍ່ແມ່ນບໍ?” ແລ້ວດ້ວຍເຫດນັ້ນ ຜົນຕາມມາກໍຄື ເຂົາເວົ້າວ່າ “ຂ້ານ້ອຍເປັນຜູ້ນໍາທີ່ຫາກໍຖືກເລືອກຕັ້ງໃໝ່. ບາງຄົນອາດບໍ່ຍອມຮັບຂ້ານ້ອຍ, ແຕ່ບໍ່ໄດ້ສຳຄັນ. ມາແຂ່ງຂັນກັນເບິ່ງວ່າຜູ້ໃດທ່ອງຈຳພຣະທຳຂອງພຣະເຈົ້າຫຼາຍຂໍ້ກວ່າກັນ, ຜູ້ໃດສາມາດໂອ້ລົມຄວາມຈິງກ່ຽວກັບນິມິດ. ຂ້ານ້ອຍຈະມອບຕຳແໜ່ງຜູ້ນໍາໃຫ້ຜູ້ໃດກໍຕາມທີ່ສາມາດໂອ້ລົມກ່ຽວກັບຄວາມຈິງຢ່າງຊັດເຈນຫຼາຍກວ່າຂ້ານ້ອຍ. ພວກທ່ານຈະວ່າແນວໃດ?” ນີ້ແມ່ນກົນລະຍຸດປະເພດໃດ? ເມື່ອຜູ້ຄົນເມິນເສີຍກັບເຂົາ, ເຂົາບໍ່ພໍໃຈ ແລະ ຕ້ອງການໃຫ້ພວກເຂົາປະສົບກັບຄວາມຫຍຸ້ງຍາກ ແລະ ເຮັດຄືນໃສ່ພວກເຂົາ; ຕອນນີ້ເຂົາເປັນຜູ້ນໍາ, ເຂົາຕ້ອງການຄອບງໍາຜູ້ຄົນ, ເຂົາຕ້ອງການຢູ່ເທິງສຸດ. ນີ້ແມ່ນອຸປະນິໄສແນວໃດ? (ຄວາມອວດດີ.) ແລ້ວອຸປະນິໄສທີ່ອວດດີເປັນເລື່ອງທີ່ແກ້ໄຂໄດ້ງ່າຍບໍ? (ບໍ່.) ອຸປະນິໄສທີ່ອວດດີຂອງຄົນຈະເປີດເຜີຍຕົນເອງໄດ້ຢ່າງເລື້ອຍໆຂຶ້ນ. ສຳລັບບາງຄົນ, ການໄດ້ຍິນຄົນອື່ນໂອ້ລົມກ່ຽວກັບແສງສະຫວ່າງໃໝ່ ແລະ ການເຂົ້າໃຈຈຶ່ງໜ້າລຳຄານ: “ເປັນຫຍັງຂ້ານ້ອຍຈຶ່ງບໍ່ມີຫຍັງໃຫ້ເວົ້າກ່ຽວກັບສິ່ງນີ້? ສິ່ງນີ້ຈະໃຊ້ການບໍ່ໄດ້, ຂ້ານ້ອຍຕ້ອງຄິດ ແລະ ຄິດຫາບາງຢ່າງທີ່ດີກວ່າ”. ແລ້ວດ້ວຍເຫດນັ້ນ ພວກເຂົາຈຶ່ງເປັ່ງຫຼັກຄຳສອນອອກມາຢ່າງຫຼວງຫຼາຍ, ພະຍາຍາມເອົາຊະນະຄົນອື່ນ. ນີ້ແມ່ນອຸປະນິໄສຫຍັງ? ນີ້ຄືການຍາດຊິງເອົາຊື່ ແລະ ຜົນປະໂຫຍດ; ມັນຍັງເປັນຄວາມອວດດີ. ໃນເລື່ອງຂອງອຸປະນິໄສ, ເຈົ້າສາມາດນັ່ງຢູ່ຊື່ໆ, ບໍ່ເວົ້າ ຫຼື ເຮັດຫຍັງ, ແຕ່ອຸປະນິໄສຈະຍັງຢູ່ພາຍໃນຫົວໃຈຂອງເຈົ້າ ແລະ ຢູ່ພາຍໃນຄວາມຄິດຂອງເຈົ້າ ແລະ ແມ່ນແຕ່ການສະແດງອອກຂອງເຈົ້າກໍສາມາດເປີດເຜີຍສິ່ງນີ້. ເຖິງແມ່ນວ່າຄົນຈະພະຍາຍາມຄິດຫາວິທີການປາບປາມມັນ ຫຼື ຄວບຄຸມມັນ ແລະ ລະມັດລະວັງຫຼາຍເພື່ອຢຸດບໍ່ໃຫ້ມັນເປີດເຜີຍອອກມາ, ສິ່ງນີ້ຈະເປັນປະໂຫຍດຫຍັງບໍ? (ບໍ່.) ບາງຄົນຮັບຮູ້ໃນທັນທີເມື່ອພວກເຂົາເວົ້າບາງຢ່າງທີ່ອວດດີ: “ຂ້ານ້ອຍໄດ້ເປີດເຜີຍອຸປະນິໄສທີ່ອວດດີຂອງຂ້ານ້ອຍອີກຄັ້ງ, ຊ່າງໜ້າອັບອາຍ! ຂ້ານ້ອຍຕ້ອງບໍ່ເວົ້າຫຍັງທີ່ອວດດີອີກຈັກເທື່ອ”. ແຕ່ການສາບານວ່າເຈົ້າຈະຫຸບປາກຂອງເຈົ້າກໍບໍ່ເປັນປະໂຫຍດຫຍັງ, ສິ່ງນີ້ບໍ່ໄດ້ຂຶ້ນກັບເຈົ້າ, ມັນຂຶ້ນກັບອຸປະນິໄສຂອງເຈົ້າ. ສະນັ້ນ, ຖ້າເຈົ້າບໍ່ຕ້ອງການໃຫ້ອຸປະນິໄສທີ່ອວດດີຂອງເຈົ້າເປີດເຜີຍໂຕມັນເອງ, ເຈົ້າຕ້ອງແກ້ໄຂມັນ. ສິ່ງນີ້ບໍ່ແມ່ນເລື່ອງການແກ້ໄຂຄຳເວົ້າສອງສາມຄຳ ຫຼື ການເຮັດໃຫ້ໜຶ່ງໃນວິທີການທີ່ເຈົ້າເຮັດສິ່ງຕ່າງໆນັ້ນຖືກຕ້ອງ, ແຮງໄກທີ່ມັນຈະເປັນກໍລະນີການປະຕິບັດຕາມກົດລະບຽບບາງຢ່າງ. ມັນເປັນເລື່ອງການແກ້ໄຂບັນຫາໃນອຸປະນິໄສຂອງເຈົ້າ. ຕອນນີ້ເມື່ອເຮົາໄດ້ເວົ້າກ່ຽວກັບຫົວຂໍ້ນີ້ທີ່ວ່າແມ່ນຫຍັງຄືອຸປະນິໄສແທ້ໆ, ເຈົ້າບໍ່ມີຄວາມເຂົ້າໃຈທີ່ເລິກຊຶ້ງຫຼາຍຂຶ້ນ ແລະ ແຫຼມຄົມຫຼາຍຂຶ້ນກ່ຽວກັບຕົນເອງບໍ? (ແມ່ນແລ້ວ.) ການຮູ້ຈັກຕົນເອງບໍ່ແມ່ນເລື່ອງການຮູ້ຈັກລັກສະນະທີ່ສະແດງອອກພາຍນອກຂອງຄົນໃດໜຶ່ງ, ອາລົມ, ນິໄສທີ່ບໍ່ດີ, ສິ່ງທີ່ບໍ່ຮູ້ ແລະ ໂງ່ຈ້າທີ່ຄົນໆໜຶ່ງໄດ້ເຮັດໃນອະດີດ, ມັນບໍ່ແມ່ນສິ່ງເຫຼົ່ານີ້ເລີຍ. ໃນທາງກົງກັນຂ້າມ, ມັນເປັນການຮູ້ຈັກເຖິງອຸປະນິໄສທີ່ເສືອມຊາມຂອງຄົນໆໜຶ່ງເອງ ແລະ ສິ່ງຊົ່ວຮ້າຍທີ່ຄົນໆໜຶ່ງສາມາດເຮັດເພື່ອຕໍ່ຕ້ານພຣະເຈົ້າ. ນີ້ຄືສິ່ງສຳຄັນ. ບາງຄົນເວົ້າວ່າ “ຂ້ານ້ອຍມີອາລົມທີ່ສາມາດລະເບີດອອກໄດ້ ແລະ ບໍ່ມີຫຍັງທີ່ຂ້ານ້ອຍສາມາດເຮັດເພື່ອປ່ຽນແປງມັນໄດ້. ຂ້ານ້ອຍຈະສາມາດປ່ຽນແປງອຸປະນິໄສນີ້ໄດ້ເມື່ອໃດ?” ມີຄົນອື່ນທີ່ເວົ້າວ່າ “ຂ້ານ້ອຍບໍ່ເກ່ງໃນການສະແດງຕົນເອງ, ຂ້ານ້ອຍບໍ່ແມ່ນຄົນທີ່ເວົ້າເກ່ງ. ທຸກສິ່ງທີ່ຂ້ານ້ອຍເວົ້າກໍຈົບລົງໂດຍການເຮັດຜິດໃຈຜູ້ຄົນ ຫຼື ການທຳຮ້າຍຄວາມຮູ້ສຶກຂອງພວກເຂົາ. ເມື່ອໃດສິ່ງນີ້ຈຶ່ງຈະປ່ຽນແປງ?” ພວກເຂົາເຮັດຖືກບໍໃນການເວົ້າສິ່ງນີ້? (ບໍ່ແມ່ນ.) ຂໍ້ຜິດພາດຂອງພວກເຂົາແມ່ນຢູ່ໃສ? (ນີ້ບໍ່ແມ່ນການຮັບຮູ້ສິ່ງຕ່າງໆທີ່ຢູ່ພາຍໃນທຳມະຊາດຂອງຄົນໆໜຶ່ງ.) ນັ້ນຄືສິ່ງທີ່ຖືກຕ້ອງ. ລັກສະນະບໍ່ໄດ້ກຳນົດທຳມະຊາດ. ບໍ່ວ່າບຸກຄະລິກຂອງຄົນໃດໜຶ່ງຈະດີສໍ່າໃດກໍຕາມ, ພວກເຂົາຍັງສາມາດມີອຸປະນິໄສທີ່ເສື່ອມຊາມ.

ເຮົາຫາກໍເວົ້າກ່ຽວກັບສອງແງ່ມຸມຂອງອຸປະນິໄສ. ຢ່າງທຳອິດແມ່ນຄວາມຫົວດື້, ຢ່າງທີສອງແມ່ນຄວາມອວດດີ. ພວກເຮົາບໍ່ຈຳເປັນຕ້ອງເວົ້າຫຼາຍເກີນໄປກ່ຽວກັບຄວາມອວດດີ. ທຸກຄົນເປີດເຜີຍພຶດຕິກຳທີ່ອວດດີຫຼາຍ ແລະ ພວກເຈົ້າພຽງແຕ່ຕ້ອງຮູ້ວ່າຄວາມອວດດີເປັນແງ່ມຸມໜຶ່ງຂອງອຸປະນິໄສ. ຍັງມີອຸປະນິໄສອີກປະເພດໜຶ່ງ. ບາງຄົນບໍ່ເຄີຍບອກຄວາມຈິງຕໍ່ຄົນໃດໜຶ່ງຈັກເທື່ອ. ຄວາມພວກເຂົາຄິດໄຕ່ຕອງ ແລະ ປັບປຸງທຸກສິ່ງໃນຄວາມຄິດຂອງພວກເຂົາກ່ອນທີ່ພວກເຂົາຈະເວົ້າກັບຜູ້ຄົນ. ເຈົ້າບໍ່ສາມາດບອກໄດ້ວ່າສິ່ງໃດທີ່ພວກເຂົາເວົ້າເປັນຈິງ ແລະ ສິ່ງໃດເປັນເທັດ. ພວກເຂົາເວົ້າສິ່ງໜຶ່ງໃນມື້ນີ້ ແລະ ອີກສິ່ງໜຶ່ງໃນມື້ຕໍ່ໄປ, ພວກເຂົາເວົ້າສິ່ງໜຶ່ງກັບຄົນໜຶ່ງ ແລະ ສິ່ງອື່ນກັບອີກຄົນໜຶ່ງ. ທຸກສິ່ງທີ່ພວກເຂົາເວົ້າຂັດແຍ່ງກັບໂຕມັນເອງ. ຈະສາມາດເຊື່ອຄົນແບບນັ້ນໄດ້ແນວໃດ? ມັນຍາກຫຼາຍທີ່ຈະເຂົ້າໃຈຂໍ້ແທ້ຈິງໄດ້ຢ່າງຖືກຕ້ອງ ແລະ ເຈົ້າບໍ່ສາມາດໄດ້ຮັບຄຳເວົ້າທີ່ກົງໄປກົງມາຈາກພວກເຂົາ. ນີ້ແມ່ນອຸປະນິໄສຫຍັງ? ມັນຄືຄວາມຫຼອກລວງ. ອຸປະນິໄສທີ່ຫຼອກລວງແມ່ນປ່ຽນແປງໄດ້ງ່າຍບໍ? ມັນຍາກທີ່ສຸດທີ່ຈະປ່ຽນ. ສິ່ງໃດໜຶ່ງທີ່ກ່ຽວພັນກັບອຸປະນິໄສແມ່ນກ່ຽວຂ້ອງກັບທຳມະຊາດຂອງຄົນໆໜຶ່ງ ແລະ ບໍ່ມີຫຍັງທີ່ປ່ຽນແປງໄດ້ຍາກກວ່າສິ່ງທີ່ກ່ຽວຂ້ອງກັບທຳມະຊາດຂອງຄົນໆໜຶ່ງ. ຄຳເວົ້າທີ່ວ່າ “ເສືອດາວບໍ່ສາມາດປ່ຽນແປງລາຍດາວຂອງມັນ” ແມ່ນເປັນຈິງຢ່າງແນ່ນອນ! ບໍ່ວ່າພວກເຂົາຈະເວົ້າ ຫຼື ເຮັດກ່ຽວກັບຫຍັງກໍຕາມ, ຄົນຫຼອກລວງແອບມີເປົ້າໝາຍ ແລະ ເຈດຕະນາຂອງພວກເຂົາເອງຢູ່ສະເໝີ. ຖ້າພວກເຂົາບໍ່ມີຫຍັງເລີຍ, ພວກເຂົາຈະບໍ່ເວົ້າຫຍັງ. ຖ້າເຈົ້າພະຍາຍາມເຂົ້າໃຈວ່າເປົ້າໝາຍ ແລະ ເຈດຕະນາຂອງພວກເຂົາແມ່ນຫຍັງ, ພວກເຂົາຈະສະຫງົບງຽບ. ຖ້າພວກເຂົາປ່ອຍໃຫ້ບາງສິ່ງທີ່ເປັນຈິງຜ່ານໄປໂດຍບໍ່ຕັ້ງໃຈ, ພວກເຂົາຈະໃຊ້ເວລາດົນເພື່ອຄິດຫາວິທີທີ່ຈະບິດເບືອນມັນ, ເຮັດໃຫ້ເຈົ້າສັບສົນ ແລະ ປ້ອງກັນບໍ່ໃຫ້ເຈົ້າຮູ້ຈັກຄວາມຈິງ. ບໍ່ວ່າຄົນຫຼອກລວງຈະເຮັດຫຍັງກໍຕາມ, ພວກເຂົາຈະບໍ່ປ່ອຍໃຫ້ຄົນໃດຮູ້ຈັກຄວາມຈິງທັງໝົດກ່ຽວກັບມັນ. ບໍ່ວ່າຜູ້ຄົນຈະໃຊ້ເວລາກັບພວກເຂົາຫຼາຍສໍ່າໃດກໍຕາມ, ບໍ່ມີຜູ້ໃດຮູ້ໄດ້ວ່າກຳລັງເກີດຂຶ້ນຫຍັງຂຶ້ນໃນຄວາມຄິດຂອງພວກເຂົາແທ້ໆ. ສິ່ງດັ່ງກ່າວຄືທຳມະຊາດຂອງຄົນຫຼອກລວງ. ບໍ່ວ່າຄົນຫຼອກລວງຈະເວົ້າຫຼາຍສໍ່າໃດກໍຕາມ, ຄົນອື່ນຈະບໍ່ຮູ້ຈັກເທື່ອວ່າເຈດຕະນາຂອງພວກເຂົາແມ່ນຫຍັງ, ພວກເຂົາຄິດກ່ຽວກັບຫຍັງແທ້ໆ ຫຼື ພວກເຂົາພະຍາຍາມບັນລຸຫຍັງແທ້ໆ. ແມ່ນແຕ່ພໍ່ແມ່ຂອງພວກເຂົາກໍມີເວລາທີ່ຍາກລຳບາກທີ່ຈະຮູ້ຈັກສິ່ງນີ້. ການພະຍາຍາມເຂົ້າໃຈຄົນຫຼອກລວງເປັນສິ່ງທີ່ຍາກທີ່ສຸດ, ບໍ່ມີຜູ້ໃດສາມາດຄິດອອກວ່າແມ່ນຫຍັງຢູ່ໃນຄວາມຄິດຂອງພວກເຂົາ. ນີ້ຄືວິທີທີ່ຄົນຫຼອກລວງເວົ້າ ແລະ ເຮັດ: ພວກເຂົາບໍ່ເຄີຍເວົ້າສິ່ງທີ່ຢູ່ໃນຄວາມຄິດຂອງພວກເຂົາ ຫຼື ສື່ສິ່ງທີ່ກຳລັງເກີດຂຶ້ນແທ້ໆຈັກເທື່ອ. ນີ້ຄືອຸປະນິໄສປະເພດໜຶ່ງ, ບໍ່ແມ່ນບໍ? ເມື່ອເຈົ້າມີອຸປະນິໄສທີ່ລອກລວງ, ມັນບໍ່ສຳຄັນວ່າເຈົ້າຈະເວົ້າ ຫຼື ເຮັດຫຍັງ, ອຸປະນິໄສນີ້ຢູ່ພາຍໃນເຈົ້າຢູ່ສະເໝີ, ຄວບຄຸມເຈົ້າ, ເຮັດໃຫ້ເຈົ້າຫຼິ້ນເກມ ແລະ ມີສ່ວນຮ່ວມໃນກົນອຸບາຍ, ຢອກຫຼິ້ນກັບຜູ້ຄົນ, ປົກປິດຄວາມຈິງ ແລະ ທຳທ່າສະແດງ. ນີ້ຄືຄວາມຫຼອກລວງ. ຄົນຫຼອກລວງມີສ່ວນຮ່ວມໃນພຶດຕິກຳທີ່ສະເພາະຫຍັງອີກ? ເຮົາຈະຍົກໜຶ່ງຕົວຢ່າງໃຫ້ຟັງ. ສອງຄົນກຳລັງລົມກັນ ແລະ ໜຶ່ງໃນພວກເຂົາເຫຼົ່ານັ້ນກຳລັງເວົ້າກ່ຽວກັບຄວາມຮູ້ກ່ຽວກັບຕົນເອງພວກເຂົາ; ຄົນນີ້ສືບຕໍ່ເວົ້າກ່ຽວກັບວ່າພວກເຂົາໄດ້ປັບປຸງດີຂຶ້ນແນວໃດ ແລະ ພະຍາຍາມເຮັດໃຫ້ຄົນອື່ນເຊື່ອສິ່ງນີ້, ແຕ່ພວກເຂົາບໍ່ໄດ້ບອກຄົນເຫຼົ່ານີ້ເຖິງຂໍ້ແທ້ຈິງທີ່ເປັນຈິງຂອງເລື່ອງດັ່ງກ່າວ. ໃນສິ່ງນີ້, ມີການປິດບັງບາງຢ່າງ ແລະ ນີ້ບົ່ງບອກເຖິງອຸປະນິໄສທີ່ສະເພາະ, ນັ້ນຄືຄວາມຫຼອກລວງ. ພວກເຮົາມາເບິ່ງກັນເທາະວ່າພວກເຈົ້າຈະສາມາດແຍກແຍະມັນໄດ້ ຫຼື ບໍ່. ຄົນນີ້ເວົ້າວ່າ “ຂ້ານ້ອຍມີປະສົບການກັບບາງຢ່າງເມື່ອບໍ່ດົນມານີ້ ແລະ ຂ້ານ້ອຍຮູ້ສຶກວ່າຕະຫຼອດຫຼາຍປີເຫຼົ່ານີ້ທີ່ຂ້ານ້ອຍເຊື່ອໃນພຣະເຈົ້າແມ່ນສູນເປົ່າ. ຂ້ານ້ອຍບໍ່ໄດ້ຮັບຫຍັງ. ຂ້ານ້ອຍຊ່ອງຕໍ່າຕ້ອຍ ແລະ ເປັນຕາສັງເວດຫຼາຍ! ພຶດຕິກຳຂອງຂ້ານ້ອຍບໍ່ໄດ້ດີຫຼາຍເມື່ອບໍ່ດົນມານີ້, ແຕ່ຂ້ານ້ອຍພ້ອມທີ່ຈະກັບໃຈແລ້ວ”. ແຕ່ໃນຊ່ວງເວລາໜຶ່ງຫຼັງຈາກທີ່ພວກເຂົາເວົ້າສິ່ງນີ້, ການສະແດງອອກເຖິງການກັບໃຈກໍບໍ່ປາກົດໃຫ້ເຫັນໃນພວກເຂົາເລີຍ. ແມ່ນຫຍັງຄືບັນຫາຢູ່ບ່ອນນີ້? ມັນຄືພວກເຂົາເວົ້າຕົວະ ແລະ ຫຼອກລວງຄົນອື່ນ. ເມື່ອຄົນອື່ນໄດ້ຍິນພວກເຂົາເວົ້າສິ່ງເຫຼົ່ານັ້ນ, ພວກເຂົາກໍຄິດວ່າ “ຄົນນີ້ບໍ່ສະແຫວງຫາຄວາມຈິງກ່ອນໜ້ານີ້, ແຕ່ຂໍ້ແທ້ຈິງທີ່ພວກເຂົາສາມາດເວົ້າສິ່ງເຫຼົ່ານັ້ນໃນຕອນນີ້ສະແດງໃຫ້ເຫັນວ່າພວກເຂົາໄດ້ກັບໃຈຢ່າງແທ້ຈິງ. ບໍ່ມີຂໍ້ສົງໄສກ່ຽວກັບສິ່ງນັ້ນເລີຍ. ພວກເຮົາຕ້ອງບໍ່ເບິ່ງພວກເຂົາດັ່ງທີ່ພວກເຮົາເຄີຍເຮັດ, ແຕ່ໃນແສງສະຫວ່າງທີ່ໃໝ່ ແລະ ດີຂຶ້ນ”. ນັ້ນຄືວິທີທີ່ຜູ້ຄົນຕຶກຕອງ ແລະ ຄິດຫຼັງຈາກທີ່ໄດ້ຍິນຄຳເວົ້າເຫຼົ່ານັ້ນ. ແຕ່ສະພາວະໃນປັດຈຸບັນຂອງຄົນນັ້ນເປັນແບບດຽວກັນກັບທີ່ພວກເຂົາເວົ້າວ່າມັນເປັນບໍ? ຄວາມເປັນຈິງກໍຄືມັນບໍ່ແມ່ນ. ພວກເຂົາບໍ່ໄດ້ກັບໃຈຢ່າງແທ້ຈິງ, ແຕ່ຄຳເວົ້າຂອງພວກເຂົາເຮັດໃຫ້ມີພາບລວງຕາຄືກັບວ່າພວກເຂົາໄດ້ກັບໃຈແລ້ວ ແລະ ພວກເຂົາປ່ຽນແປງເພື່ອສິ່ງທີ່ດີຂຶ້ນ ແລະ ພວກເຂົາແຕກຕ່າງຈາກແຕ່ກ່ອນ. ນີ້ແມ່ນສິ່ງທີ່ພວກເຂົາຕ້ອງການບັນລຸດ້ວຍຄຳເວົ້າຂອງພວກເຂົາ. ໂດຍການເວົ້າໃນລັກສະນະນີ້ເພື່ອຫຼອກລວງຜູ້ຄົນ, ພວກເຂົາກຳລັງເປີດເຜີຍອຸປະນິໄສຫຍັງ? ມັນຄືຄວາມຫຼອກລວງ ແລະ ມັນເປັນສິ່ງທີ່ຮ້າຍກາດຫຼາຍ! ຂໍ້ແທ້ຈິງກໍຄືພວກເຂົາບໍ່ໄດ້ຮັບຮູ້ເລີຍວ່າພວກເຂົາລົ້ມເຫຼວໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ, ພວກເຂົາຕໍ່າຕ້ອຍ ແລະ ໜ້າສົມເພດ. ພວກເຂົາກຳລັງຢືມຄຳເວົ້າ ແລະ ພາສາຝ່າຍວິນຍານເພື່ອຫຼອກລວງຜູ້ຄົນ, ເພື່ອບັນລຸເປົ້າໝາຍຂອງພວກເຂົາໃນການເຮັດໃຫ້ຄົນອື່ນຄິດດີກັບພວກເຂົາ ແລະ ມີຄວາມຄິດເຫັນທີ່ດີກ່ຽວກັບພວກເຂົາ. ນີ້ບໍ່ແມ່ນຄວາມຫຼອກລວງບໍ? ແມ່ນແລ້ວ ແລະ ເມື່ອຄົນໃດໜຶ່ງຫຼອກລວງເກີນໄປ, ມັນບໍ່ແມ່ນເລື່ອງງ່າຍສຳລັບພວກເຂົາທີ່ຈະປ່ຽນແປງ.

ມີຄົນອີກປະເພດໜຶ່ງທີ່ບໍ່ເຄີຍເວົ້າງ່າຍໆ ຫຼື ເປີດເຜີຍໃນລັກສະນະທີ່ພວກເຂົາເວົ້າຈັກເທື່ອ. ພວກເຂົາເຊື່ອງ ແລະ ປິດບັງສິ່ງຕ່າງໆຢູ່ສະເໝີ, ຮວບຮວມຂໍ້ມູນຈາກຜູ້ຄົນໃນທຸກໂອກາດ ແລະ ຖາມຄວາມຄິດເຫັນຂອງພວກເຂົາ. ພວກເຂົາປາດຖະໜາທີ່ຈະຮູ້ຈັກຄວາມຈິງທັງໝົດກ່ຽວກັບຄົນອື່ນຢູ່ສະເໝີ, ແຕ່ພວກເຂົາບໍ່ເວົ້າສິ່ງທີ່ຢູ່ໃນຫົວໃຈຂອງພວກເຂົາເອງ. ບໍ່ມີຜູ້ໃດທີ່ມີປະຕິສຳພັນກັບພວກເຂົາຈະສາມາດຄາດຫວັງທີ່ຈະຄົ້ນພົບຄວາມຈິງທັງໝົດກ່ຽວກັບພວກເຂົາ. ຄົນແບບນັ້ນບໍ່ຕ້ອງການໃຫ້ຄົນອື່ນຮູ້ຈັກແຜນການຂອງພວກເຂົາ ແລະ ພວກເຂົາບໍ່ແບ່ງປັນພວກມັນກັບຜູ້ໃດ. ນີ້ແມ່ນອຸປະນິໄສຫຍັງ? ມັນເປັນອຸປະນິໄສທີ່ຫຼອກລວງ. ຄົນແບບນັ້ນມີເລ່ຫຼ່ຽມທີ່ສຸດ, ທຸກຄົນບໍ່ສາມາດຢັ່ງເຖິງພວກເຂົາໄດ້. ຖ້າຄົນໆໜຶ່ງມີອຸປະນິໄສທີ່ຫຼອກລວງ, ພວກເຂົາກໍເປັນຄົນຫຼອກລວງໂດຍບໍ່ຕ້ອງສົງໄສ ແລະ ພວກເຂົາມີທຳມະຊາດ ແລະ ແກ່ນແທ້ທີ່ຫຼອກລວງ. ຄົນປະເພດນີ້ສະແຫວງຫາຄວາມຈິງໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າບໍ? ຖ້າພວກເຂົາບໍ່ບອກຄວາມຈິງຢູ່ຕໍ່ໜ້າຄົນອື່ນ, ພວກເຂົາຈະສາມາດເວົ້າຄວາມຈິງຢູ່ຕໍ່ໜ້າພຣະເຈົ້າບໍ? ບໍ່ໄດ້ຢ່າງແນ່ນອນ. ຄົນຫຼອກລວງບໍ່ເຄີຍເວົ້າຄວາມຈິງຈັກເທື່ອ. ພວກເຂົາອາດເຊື່ອໃນພຣະເຈົ້າ, ແຕ່ຄວາມເຊື່ອຂອງພວກເຂົາເປັນຄວາມເຊື່ອທີ່ແທ້ຈິງບໍ? ພວກເຂົາມີທ່າທີ່ປະເພດໃດຕໍ່ພຣະເຈົ້າ? ພວກເຂົາຈະມີຂໍ້ສົງໄສຫຼາຍຢ່າງໃນຫົວໃຈຂອງພວກເຂົາຢ່າງແນ່ນອນ: “ພຣະເຈົ້າຢູ່ໃສ? ຂ້ານ້ອຍບໍ່ສາມາດເຫັນພຣະອົງ. ມີສິ່ງພິສູດຫຍັງທີ່ວ່າພຣະອົງເປັນຈິງບໍ?” “ພຣະເຈົ້າມີອຳນາດສູງສຸດເໜືອທຸກສິ່ງບໍ? ແທ້ໆບໍ? ລະບອບຂອງຊາຕານກຳລັງກົດຂີ່ ແລະ ຈັບກຸມຄົນທີ່ເຊື່ອໃນພຣະເຈົ້າຢ່າບ້າປ່ວງ. ເປັນຫຍັງພຣະເຈົ້າຈຶ່ງບໍ່ທຳລາຍມັນ?” “ພຣະເຈົ້າຊ່ວຍຄົນໃຫ້ລອດພົ້ນແນວໃດແທ້ໆ? ຄວາມລອດພົ້ນຂອງພຣະອົງເປັນຈິງບໍ? ມັນບໍ່ຊັດເຈນຫຼາຍ”. “ຜູ້ເຊື່ອໃນພຣະເຈົ້າສາມາດເຂົ້າສູ່ອານາຈັກສະຫວັນໄດ້ ຫຼື ບໍ່? ໂດຍບໍ່ມີການຢືນຢັນໃດໆ, ມັນຍາກທີ່ຈະເວົ້າ”. ດ້ວຍຂໍ້ສົງໄສທີ່ຫຼາຍຢ່າງກ່ຽວກັບພຣະເຈົ້າໃນຫົວໃຈຂອງພວກເຂົາ, ພວກເຂົາສາມາດເສຍສະຫຼະຕົນເອງເພື່ອພຣະອົງຢ່າງຈິງໃຈບໍ? ມັນເປັນໄປບໍ່ໄດ້. ພວກເຂົາເຫັນທຸກຄົນເຫຼົ່ານີ້ທີ່ປະຖິ້ມທຸກສິ່ງທີ່ພວກເຂົາມີເພື່ອຕິດຕາມພຣະເຈົ້າ, ຄົນທີ່ເສຍສະຫຼະຕົນເອງເພື່ອພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງພວກເຂົາ ແລະ ພວກເຂົາຄິດວ່າ “ຂ້ານ້ອຍຈຳເປັນຕ້ອງຄວບຄຸມບາງຢ່າງ. ຂ້ານ້ອຍບໍ່ສາມາດໂງ່ຈ້າສໍ່າພວກເຂົາ. ຖ້າຂ້ານ້ອຍຖວາຍທຸກສິ່ງໃຫ້ພຣະເຈົ້າ, ຂ້ານ້ອຍຈະໃຊ້ຊີວິດໃນອະນາຄົດແນວໃດ? ຜູ້ໃດຈະດູແລຂ້ານ້ອຍ? ຂ້ານ້ອຍຈຳເປັນຕ້ອງມີແຜນສຳຮອງ”. ເຈົ້າສາມາດເຫັນໄດ້ວ່າຄົນທີ່ຫຼອກລວງ “ເຈົ້າເລ່” ສໍ່າໃດ, ພວກເຂົາຄິດລ່ວງໜ້າໄປໄກສໍ່າໃດ. ພວກເຂົາເປັນຄົນທີ່ເມື່ອພວກເຂົາເຫັນຄົນອື່ນໃນການເຕົ້າໂຮມເປີດໃຈເຖິງຄວາມຮູ້ຂອງພວກເຂົາກ່ຽວກັບຄວາມເສື່ອມຊາມຂອງພວກເຂົາ, ນໍາສະເໜີສິ່ງຕ່າງໆທີ່ເຊື່ອງໄວ້ພາຍໃນຫົວໃຈຂອງພວກເຂົາໃນການໂອ້ລົມ ແລະ ເວົ້າຕາມຄວາມຈິງວ່າພວກເຂົາໄດ້ກະທຳການລ່ວງປະເວພີເທົ່າໃດຄັ້ງ, ຄິດວ່າ “ທ່ານຄົນໂງ່ເອີຍ! ສິ່ງເຫຼົ່ານ້ັນຄືເລື່ອງສ່ວນຕົວ; ເປັນຫຍັງທ່ານຈຶ່ງຈະບອກພວກມັນກັບຄົນອື່ນ? ທ່ານບໍ່ສາມາດບີບຄັ້ນເອົາສິ່ງຕ່າງໆອອກຈາກຂ້ານ້ອຍ!” ນີ້ແມ່ນລັກສະນະທີ່ຄົນຫຼອກລວງເປັນ, ພວກເຂົາຈະຕາຍແທນທີ່ຈະເປັນຄົນຊື່ສັດ ແລະ ພວກເຂົາຈະບໍ່ບອກຄວາມຈິງທັງໝົດກັບຜູ້ໃດ. ບາງຄົນເວົ້າວ່າ “ຂ້ານ້ອຍໄດ້ເຮັດຜິດ ແລະ ເຮັດບາງຢ່າງທີ່ບໍ່ຖືກຕ້ອງ ແລະ ຂ້ານ້ອຍຮູ້ສຶກອັບອາຍໜ້ອຍໜຶ່ງທີ່ຈະບອກຜູ້ຄົນກ່ຽວກັບສິ່ງເຫຼົ່ານັ້ນຊ່ອງໜ້າ. ໃນທີ່ສຸດແລ້ວ, ພວກມັນເປັນສິ່ງສ່ວນຕົວ ແລະ ພວກມັນເປັນສິ່ງທີ່ໜ້າລະອາຍໃຈ. ແຕ່ຂ້ານ້ອຍບໍ່ສາມາດເຊື່ອງ ຫຼື ປິດບັງພວກມັນຈາກພຣະເຈົ້າໄດ້. ຂ້ານ້ອຍຄວນບອກສິ່ງເຫຼົ່ານີ້ກັບພຣະເຈົ້າຢ່າງໂລ່ງໆ ແລະ ຢ່າງເປີດເຜີຍ. ຂ້ານ້ອຍຈະບໍ່ກ້າບອກຄົນອື່ນກ່ຽວກັບຄວາມຄິດຂອງຂ້ານ້ອຍ ຫຼື ເລື່ອງສ່ວນຕົວ, ແຕ່ຂ້ານ້ອຍຕ້ອງບອກພຣະເຈົ້າ. ບໍ່ວ່າຂ້ານ້ອຍຈະເກັບຄວາມລັບຈາກຜູ້ໃດໄດ້ອີກ, ຂ້ານ້ອຍກໍບໍ່ສາມາດເກັບຄວາມລັບຈາກພຣະເຈົ້າໄດ້”. ນີ້ຄືທ່າທີ່ທີ່ຄົນຊື່ສັດຈະມີຕໍ່ພຣະເຈົ້າ. ແຕ່ຄົນຫຼອກລວງຕັ້ງທ່າລະວັງທຸກຄົນ, ພວກເຂົາບໍ່ໄວ້ໃຈຄົນໃດ ແລະ ພວກເຂົາບໍ່ເວົ້າຢ່າງກົງໄປກົງມາກັບຄົນໃດເລີຍ. ພວກເຂົາບໍ່ບອກຄວາມຈິງທັງໝົດແກ່ຄົນໃດ ແລະ ບໍ່ມີຜູ້ໃດສາມາດຄິດອອກໄດ້. ຄົນເຫຼົ່ານີ້ຄືຄົນຫຼອກລວງທີ່ສຸດໃນບັນດາຄົນທັງປວງ. ທຸກຄົນມີອຸປະນິໄສທີ່ຫຼອກລວງ; ຄວາມແຕກຕ່າງດຽວແມ່ນຢູ່ທີ່ວ່າມັນຮ້າຍແຮງສໍ່າໃດ. ເຖິງແມ່ນວ່າເຈົ້າອາດເປີດໃຈຂອງເຈົ້າ ແລະ ໂອ້ລົມກ່ຽວກັບບັນຫາຂອງເຈົ້າໃນການເຕົ້າໂຮມ, ນັ້ນໝາຍຄວາມວ່າເຈົ້າບໍ່ມີອຸປະນິໄສທີ່ຫຼອກລວງບໍ? ມັນບໍ່ໄດ້ໝາຍຄວາມເຊັ່ນນັ້ນ, ເຈົ້າມີອຸປະນິໄສຢູ່ດີ. ເປັນຫຍັງເຮົາຈຶ່ງເວົ້າສິ່ງນີ້? ນີ້ແມ່ນຕົວຢ່າງ: ເຈົ້າອາດສາມາດເປີດໃຈຕົນເອງໃນການໂອ້ລົມກ່ຽວກັບສິ່ງຕ່າງໆທີ່ບໍ່ແຕະຕ້ອງຮອດຄວາມພາກພູມໃຈ ຫຼື ຄວາມທະນົງຕົວຂອງເຈົ້າ, ສິ່ງຕ່າງໆທີ່ບໍ່ໜ້າລະອາຍໃຈ ແລະ ສິ່ງຕ່າງໆທີ່ເຈົ້າຈະບໍ່ຖືກລິຮານ ແລະ ຖືກຈັດການ, ແຕ່ຖ້າເຈົ້າໄດ້ເຮັດບາງສິ່ງທີ່ລະເມີດຫຼັກການແຫ່ງຄວາມຈິງ, ສິ່ງທີ່ທຸກຄົນຈະລັງກຽດ ແລະ ສະອິດສະອຽນ, ເຈົ້າຈະສາມາດໂອ້ລົມຢ່າງເປີດເຜີຍກ່ຽວກັບມັນໃນການເຕົ້າໂຮມບໍ? ແລ້ວຖ້າເຈົ້າໄດ້ເຮັດບາງສິ່ງທີ່ບໍ່ສາມາດເວົ້າອອກໄດ້, ມັນຍິ່ງຈະຍາກຂຶ້ນສຳລັບເຈົ້າທີ່ຈະເປີດໃຈ ແລະ ເປີດເຜີຍຄວາມຈິງກ່ຽວກັບມັນ. ຖ້າຄົນໃດໜຶ່ງຕ້ອງພິຈາລະນາເບິ່ງມັນ ຫຼື ພະຍາຍາມກ່າວໂທດ, ເຈົ້າຈະໃຊ້ວິທີການທັງໝົດຕາມຄວາມປາດຖະໜາຂອງເຈົ້າເພື່ອເຊື່ອງມັນ ແລະ ເຈົ້າຈະຢ້ານກົວວ່າເລື່ອງນີ້ອາດຖືກເປີດເຜີຍ. ເຈົ້າຈະພະຍາຍາມປົກປິດມັນຢູ່ສະເໝີ ແລະ ຜ່ານມັນໄປໄດ້. ນີ້ບໍ່ແມ່ນອຸປະນິໄສທີ່ຫຼອກລວງບໍ? ເຈົ້າອາດເຊື່ອວ່າຖ້າເຈົ້າບໍ່ເວົ້າມັນອອກສຽງດັງ, ບໍ່ມີຜູ້ໃດຈະຮູ້ຈັກມັນ ແລະ ແມ່ນແຕ່ພຣະເຈົ້າຈະບໍ່ມີທາງເຮັດຫຍັງກັບເຈົ້າ. ນັ້ນຄືສິ່ງທີ່ຜິດພາດ! ພຣະເຈົ້າພິຈາລະນາເບິ່ງສິ່ງທີ່ຢູ່ໃນສ່ວນເລິກສຸດຂອງຜູ້ຄົນ. ຖ້າເຈົ້າບໍ່ສາມາດຢັ່ງຮູ້ສິ່ງນີ້, ເຈົ້າກໍບໍ່ຮູ້ຈັກພຣະເຈົ້າເລີຍ. ຄົນຫຼອກລວງບໍ່ພຽງແຕ່ຫຼອກລວງຄົນອື່ນ, ພວກເຂົາເຖິງກັບກ້າທີ່ຈະພະຍາຍາມຫຼອກລວງພຣະເຈົ້າ ແລະ ໃຊ້ວິທີການທີ່ຫຼອກລວງເພື່ອຕໍ່ຕ້ານພຣະອົງ. ຄົນແບບນີ້ສາມາດຮັບເອົາຄວາມລອດພົ້ນຂອງພຣະເຈົ້າບໍ? ອຸປະນິໄສຂອງພຣະເຈົ້າຊອບທຳ ແລະ ບໍລິສຸດ ແລະ ຄົນຫຼອກລວງຄືສິ່ງທີ່ພຣະອົງລັງກຽດທີ່ສຸດ. ສະນັ້ນຄົນທີ່ຫຼອກລວງເປັນຄົນທີ່ຈະຮັບເອົາຄວາມລອດພົ້ນໄດ້ຍາກທີ່ສຸດ. ຄົນທີ່ມີທຳມະຊາດທີ່ຫຼອກລວງແມ່ນຄົນທີ່ເວົ້າຕົວະຫຼາຍທີ່ສຸດ. ພວກເຂົາຈະເຖິງເວົ້າຕົວະກັບພຣະເຈົ້າ ແລະ ພະຍາຍາມຫຼອກລວງພຣະອົງ ແລະ ພວກເຂົາບໍ່ຮູ້ສຶກຜິດຢ່າງຫົວແຂງ. ນີ້ໝາຍຄວາມວ່າພວກເຂົາບໍ່ສາມາດຮັບເອົາຄວາມລອດພົ້ນຂອງພຣະເຈົ້າ. ຖ້າຄົນໃດໜຶ່ງພຽງແຕ່ເປີດເຜີຍອຸປະນິໄສທີ່ເສື່ອມຊາມເປັນບາງຄັ້ງບາງຄາວ, ຖ້າພວກເຂົາເວົ້າຕົວະ ແລະ ຫຼອກລວງຜູ້ຄົນ ແຕ່ຖ່ອມຕົວ ແລະ ເປີດໃຈກັບພຣະເຈົ້າ ແລະ ກັບໃຈມາຫາພຣະອົງ, ແລ້ວຄົນປະເພດນີ້ຍັງມີຄວາມຫວັງທີ່ຈະຮັບເອົາຄວາມລອດພົ້ນ. ຖ້າເຈົ້າເປັນຄົນທີ່ມີຄວາມສຳນຶກຢ່າງແທ້ຈິງ, ເຈົ້າຄວນເປີດໃຈຕົນເອງໃຫ້ພຣະເຈົ້າ, ເວົ້າກັບພຣະອົງຈາກຫົວໃຈ ແລະ ໄຕ່ຕອງ ແລະ ຮູ້ຈັກຕົນເອງ. ເຈົ້າບໍ່ຄວນເວົ້າຕົວະກັບພຣະເຈົ້າອີກຕໍ່ໄປ, ເຈົ້າບໍ່ຄວນພະຍາຍາມຫຼອກລວງພຣະອົງຢູ່ຕະຫຼອດເວລາ ແລະ ເຈົ້າຍິ່ງບໍ່ຄວນທີ່ຈະພະຍາຍາມເຊື່ອງແມ່ນຫຍັງກໍຕາມຈາກພຣະອົງ. ຂໍ້ແທ້ຈິງກໍຄືມີບາງສິ່ງທີ່ຜູ້ຄົນບໍ່ຈຳເປັນຕ້ອງຮູ້. ຕາບໃດທີ່ເຈົ້າເປີດໃຈກັບພຣະເຈົ້າກ່ຽວກັບພວກເຂົາ, ນັ້ນຄືສິ່ງທີ່ດີ. ເມື່ອເຈົ້າເຮັດສິ່ງຕ່າງໆ, ໃຫ້ແນ່ໃຈວ່າບໍ່ໄດ້ປິດບັງຄວາມລັບຫຍັງຈາກພຣະເຈົ້າ. ເຈົ້າສາມາດເວົ້າທຸກສິ່ງເຫຼົ່ານັ້ນກັບພຣະເຈົ້າ ເຊິ່ງບໍ່ເໝາະສົມທີ່ຈະເວົ້າກັບຄົນອື່ນ. ຄົນໆໜຶ່ງທີ່ເຮັດເຊັ່ນນັ້ນກໍສະຫຼາດ. ເຖິງແມ່ນວ່າມີບາງຄັ້ງທີ່ພວກເຂົາຮູ້ສຶກວ່າບໍ່ຈຳເປັນຕ້ອງເປີດໃຈກັບຄົນອື່ນ, ສິ່ງນີ້ບໍ່ຄວນຖືກເອີ້ນວ່າຄວາມຫຼອກລວງ. ຄົນຫຼອກລວງແມ່ນແຕກຕ່າງ. ພວກເຂົາເຊື່ອວ່າພວກເຂົາຄວນເຊື່ອທຸກສິ່ງ, ພວກເຂົາບໍ່ສາມາດບອກສິ່ງໃດໜຶ່ງກັບຄົນອື່ນ, ໂດຍສະເພາະເມື່ອເວົ້າເຖິງເລື່ອງສ່ວນຕົວ. ຖ້າມັນຈະເປັນປະໂຫຍດຕໍ່ພວກເຂົາທີ່ຈະເວົ້າບາງຢ່າງ, ພວກເຂົາຈະບໍ່ເວົ້າມັນ, ແມ່ນແຕ່ກັບພຣະເຈົ້າ. ນີ້ບໍ່ແມ່ນອຸປະນິໄສທີ່ຫຼອກລວງບໍ? ຄົນແບບນັ້ນຫຼອກລວງຢ່າງແນ່ນອນ! ຖ້າຄົນໃດໜຶ່ງຫຼອກລວງເຊັ່ນນັ້ນຈົນພວກເຂົາບໍ່ບອກຄວາມຈິງກັບພຣະເຈົ້າ ແລະ ເກັບຮັກສາທຸກສິ່ງໃຫ້ເປັນຄວາມລັບຈາກພຣະເຈົ້າ, ພວກເຂົາເຖິງກັບເປັນຄົນທີ່ເຊື່ອໃນພຣະເຈົ້າບໍ? ພວກເຂົາມີຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ? ພວກເຂົາເປັນຄົນທີ່ສົງໄສໃນພຣະເຈົ້າ ແລະ ໃນຫົວໃຈຂອງພວກເຂົານັ້ນ ພວກເຂົາບໍ່ເຊື່ອພຣະອົງ. ສະນັ້ນຄວາມເຊື່ອຂອງພວກເຂົາບໍ່ໄດ້ເປັນເທັດບໍ? ພວກເຂົາຄືຜູ້ບໍ່ເຊື່ອ, ເປັນຜູ້ເຊື່ອປອມ.ພວກເຈົ້າມີຫຼາຍຄັ້ງທີ່ພວກເຈົ້າສົງໄສພຣະເຈົ້າ ແລະ ເລີ່ມຕັ້ງທ່າລະວັງພຣະອົງ? (ແມ່ນແລ້ວ.) ເມື່ອສົງໄສພຣະເຈົ້າ ແລະ ຕັ້ງທ່າລະວັງພຣະອົງ, ນີ້ແມ່ນອຸປະນິໄສປະເພດໃດ? ນີ້ແມ່ນອຸປະນິໄສທີ່ຫຼອກລວງ. ທຸກຄົນມີອຸປະນິໄສທີ່ຫຼອກລວງ, ມັນເປັນພຽງເລື່ອງຄວາມຮ້າຍແຮງ. ຕາບໃດທີ່ເຈົ້າສາມາດຍອມຮັບຄວາມຈິງ, ເຈົ້າຈະສາມາດບັນລຸການກັບໃຈ ແລະ ການປ່ຽນແປງ.

ສຳລັບບາງຄົນ, ເມື່ອເກີດບາງສິ່ງຂຶ້ນກັບພວກເຂົາ, ພວກເຂົາກໍເປີດເຜີຍອຸປະນິໄສທີ່ເສື່ອມຊາມ, ພວກເຂົາມີແນວຄິດ ແລະ ຄວາມຄິດ, ພວກເຂົາມີອະຄະຕິກ່ຽວກັບຄົນອື່ນ ແລະ ພວກເຂົາຕັດສິນພວກເຂົາ ແລະ ທຳລາຍພວກເຂົາຢູ່ຫຼັບຫຼັງພວກເຂົາ. ພວກເຂົາສາມາດໄຕ່ຕອງກ່ຽວກັບຕົນເອງ ແລະ ເປີດໃຈຢ່າງສົມບູນກ່ຽວກັບສິ່ງເຫຼົ່ານີ້, ແຕ່ເມື່ອພວກເຂົາເຮັດບາງສິ່ງທີ່ໜ້າລະອາຍໃຈ, ພວກເຂົາກໍຕ້ອງການເກັບໄວ້ກັບຕົນເອງ ແລະ ປິດກັ້ນພາຍໃນຫົວໃຈຂອງພວກເຂົາຕະຫຼອດການ. ພວກເຂົາຈະບໍ່ພຽງແຕ່ບໍ່ເວົ້າເຖິງສິ່ງເຫຼົ່ານີ້ກັບຄົນອື່ນ, ແຕ່ພວກເຂົາບໍ່ບອກພຣະເຈົ້າກ່ຽວກັບສິ່ງເຫຼົ່ານັ້ນ ເມື່ອພວກເຂົາອະທິຖານ. ພວກເຂົາເຖິງກັບພະຍາຍາມເຮັດທຸກສິ່ງທີ່ພວກເຂົາເຮັດໄດ້ເພື່ອຄິດຫາການເວົ້າຕົວະທີ່ຈະມາປົກປິດສິ່ງເຫຼົ່ານີ້ ຫຼື ລວງຕາພວກມັນ. ນີ້ຄືອຸປະນິໄສທີ່ຫຼອກລວງ. ເມື່ອເຈົ້າມີຄວາມຄິດເຊັ່ນນັ້ນ, ເມື່ອເຈົ້າອາໄສຢູ່ໃນສະພາວະປະເພດນີ້, ເຈົ້າຄວນໄຕ່ຕອງກ່ຽວກັບຕົນເອງ ແລະ ເຫັນຢ່າງຊັດເຈນວ່າເຈົ້າບໍ່ແມ່ນຄົນທີ່ຊື່ສັດ, ບໍ່ມີຫຍັງໃນສິ່ງທີ່ພຣະເຈົ້າອະທິບາຍວ່າເປັນຄົນຊື່ສັດໄດ້ຖືກສະແດງອອກໃນຕົວເຈົ້າ, ເຈົ້າເປັນຄົນທີ່ລອກລວງຢ່າງຮຽບຮ້ອຍ ແລະ ຢ່າງແທ້ຈິງ ແລະ ເຖິງແມ່ນວ່າເຈົ້າໂງ່ຈ້າ, ມີຄວາມສາມາດທີ່ຕໍ່າຕ້ອຍ ແລະ ຫົວຊ້າ, ເຈົ້າກໍຍັງເປັນຄົນທີ່ລອກລວງ. ນີ້ຄືຄວາມໝາຍຂອງການຮູ້ຈັກຕົນເອງ. ຢ່າງໜ້ອຍທີ່ສຸດທີ່ເຈົ້າຄວນຈະສາມາດບັນລຸໃນການຮູ້ຈັກຕົນເອງກໍຄືການທີ່ສາມາດເຫັນ ແລະ ແຍກແຍະຄວາມເສື່ອມຊາມທີ່ເຈົ້າເປີດເຜີຍອອກຢ່າງຊັດເຈນ ແລະ ການທີ່ສາມາດສະແຫວງຫາຄວາມຈິງເພື່ອແກ້ໄຂສິ່ງນີ້ໄດ້. ຖ້າເຈົ້າຮູ້ອຸປະນິໄສທີ່ຫຼອກລວງຂອງເຈົ້າເອງໄດ້ຢ່າງແທ້ຈິງ, ເຈົ້າຄວນອະທິຖານຫາພຣະເຈົ້າຢູ່ເລື້ອຍໆ, ໄຕ່ຕອງກ່ຽວກັບຕົນເອງ, ແຍກແຍະ ແລະ ວິເຄາະອຸປະນິໄສທີ່ຫຼອກລວງຂອງເຈົ້າຕາມພຣະທຳຂອງພຣະເຈົ້າ ແລະ ຢັ່ງຮູ້ແກ່ນແທ້ຂອງມັນ; ຈາກນັ້ນເຈົ້າຈະມີຄວາມຫວັງທີ່ຈະຫຼົບໜີຈາກອຸປະນິໄສທີ່ເສື່ອມຊາມຂອງເຈົ້າທີ່ມີຄວາມຫຼອກລວງ. ບາງຄົນບໍ່ສາມາດບອກຄວາມແຕກຕ່າງລະຫວ່າງຄົນຫຼອກລວງ ແລະ ຄົນຊື່ສັດໄດ້ຢ່າງຊັດເຈນ, ເຊິ່ງໝາຍຄວາມວ່າຄວາມສາມາດຂອງພວກເຂົາຕໍ່າຕ້ອຍເກີນໄປ. ບາງຄົນມັກໃຊ້ຄວາມສາມາດທີ່ຕໍ່າຕ້ອຍຂອງພວກເຂົາ, ຄວາມໂງ່ຈ້າ, ຄວາມບໍ່ສົນໃຈ, ຄວາມງຸ່ມງ່າມກັບຄຳເວົ້າ, ຄວາມເງິງະ ແລະ ແນວໂນ້ມທີ່ຈະຖືກສໍ້ໂກງເພື່ອເປັນຫຼັກຖານເຖິງຄວາມຊື່ສັດ. ພວກເຂົາບອກຄົນອື່ນຢູ່ສະເໝີວ່າ “ຂ້ານ້ອຍຊື່ສັດເກີນໄປ, ຂ້ານ້ອຍມັກມີຜົນຮັບທີ່ສູນເສຍປະໂຫຍດຫຼາຍທີ່ສຸດ, ຂ້ານ້ອຍບໍ່ຮູ້ວິທີການເອົາປຽບຄົນອື່ນ, ພຣະເຈົ້າກໍມັກຂ້ານ້ອຍ ເພາະຂ້ານ້ອຍເປັນຄົນຊື່ສັດ”. ຄຳເວົ້າເຫຼົ່ານີ້ຖືກຕ້ອງບໍ?ຄົນເວົ້າດັ່ງກ່າວເປັນຕາຫົວ, ພວກມັນໄດ້ຖືກອອກແບບມາເພື່ອຫຼອກລວງຜູ້ຄົນ, ພວກເຂົາໜ້າດ້ານ ແລະ ໄຮ້ຢາງອາຍ. ຄົນທີ່ໂງ່ຈ້າ ແລະ ໂງ່ງ່າວຈະສາມາດເປັນຄົນຊື່ສັດໄດ້ແນວໃດ? ສິ່ງເຫຼົ່ານີ້ແມ່ນສອງສິ່ງທີ່ແຕກຕ່າງກັນ. ມັນເປັນຂໍ້ຜິດພາດຄັ້ງໃຫຍ່ທີ່ຈະປະຕິບັດຕໍ່ສິ່ງໂງ່ໆທີ່ເຈົ້າເຮັດວ່າເປັນຄວາມຊື່ສັດ. ທຸກຄົນສາມາດເຫັນວ່າແມ່ນແຕ່ຄົນໂງ່ກໍມີແນວໂນ້ມທີ່ຈະອວດດີ ແລະ ຖືດີ, ຫຍິ່ງຍະໂສໃນຕົນເອງ. ບໍ່ວ່າຜູ້ຄົນຈະບໍ່ສົນໃຈ ແລະ ຂາດຄວາມສາມາດແນວໃດກໍຕາມ, ພວກເຂົາຍັງເວົ້າຕົວະ ແລະ ຫຼອກລວງຄົນອື່ນ. ທັງໝົດນີ້ບໍ່ແມ່ນຂໍ້ແທ້ຈິງບໍ? ຄົນໂງ່ ແລະ ຄົນທີ່ມີຄວາມສາມາດຕໍ່າຕ້ອຍບໍ່ເຄີຍເຮັດຫຍັງທີ່ບໍ່ດີແທ້ໆບໍ? ພວກເຂົາບໍ່ມີອຸປະນິໄສທີ່ເສື່ອມຊາມແທ້ໆບໍ? ພວກເຂົາມີຢ່າງແຈ່ມແຈ້ງທີ່ສຸດ. ບາງຄົນຍັງເວົ້າວ່າພວກເຂົາຊື່ສັດ ແລະ ພວກເຂົາເປີດໃຈກ່ຽວກັບຄຳເວົ້າຕົວະຂອງພວກເຂົາຕໍ່ຄົນອື່ນ, ແຕ່ພວກເຂົາບໍ່ກ້າທີ່ຈະເປີດໃຈກ່ຽວກັບສິ່ງໜ້າລະອາຍໃຈທີ່ພວກເຂົາເຮັດ. ເມື່ອຄຣິສຕະຈັກຈັດການກັບພວກເຂົາສຳລັບບັນຫາຂອງພວກເຂົາ, ພວກເຂົາບໍ່ສາມາດຍອມຮັບມັນ ແລະ ບໍ່ຍອມເລີຍ, ເລືອກທີ່ຈະຊອກຫາບ່ອນນັ້ນບ່ອນນີ້ຢູ່ຫຼັງສາກ ແລະ ບີບຄັ້ນເອົາຄວາມຈິງອອກ. ຄົນຫຼອກລວງປະເພດນີ້ບໍ່ຍອມຮັບຄວາມຈິງເລີຍ ແລະ ພວກເຂົາບໍ່ຍອມບໍ່ວ່າຫຍັງກໍຕາມ, ແຕ່ພວກເຂົາຍັງຄິດວ່າຕົນເອງຊື່ສັດ. ພວກເຂົາບໍ່ໄຮ້ຢາງອາຍຢ່າງທີ່ສຸດບໍ? ນີ້ຄືຄວາມໂງ່ຈ້າທີ່ສຸດ! ຄົນປະເພດນີ້ບໍ່ຊື່ສັດຢ່າງແນ່ນອນ ຫຼື ພວກເຂົາບໍ່ແມ່ນວ່າບໍ່ມີເລ່ຫຼ່ຽມ. ຄົນໂງ່ຈ້າຄືຄົນໂງ່ຈ້າ; ຄົນໂງ່ຄືຄົນໂງ່. ມີພຽງແຕ່ຄົນທີ່ບໍ່ມີເລ່ຫຼ່ຽມທີ່ບໍ່ຫຼອກລວງຈຶ່ງຊື່ສັດ.

ຄົນຫຼອກລວງຈະສາມາດຖືກແຍກແຍະໄດ້ແນວໃດ? ແມ່ນຫຍັງຄືພຶດຕິກຳຂອງຄົນຫຼອກລວງ? ບໍ່ວ່າພວກເຂົາຈະຄົບຫາສະມາຄົມ ຫຼື ພົວພັນກັບຜູ້ໃດກໍຕາມ, ພວກເຂົາຈະບໍ່ປ່ອຍໃຫ້ຄົນໃດໜຶ່ງຄົ້ນຫາວ່າກຳລັງເກີດຂຶ້ນຫຍັງກັບພວກເຂົາແທ້ໆ; ພວກເຂົາລະມັດລະວັງຄົນອື່ນຢູ່ສະເໝີ, ພວກເຂົາເຮັດສິ່ງຕ່າງໆຢູ່ຫຼັບຫຼັງຂອງຜູ້ຄົນຢູ່ສະເໝີ ແລະ ພວກເຂົາບໍ່ເຄີຍເວົ້າສິ່ງທີ່ພວກເຂົາຄິດແທ້ໆຈັກເທື່ອ. ໃນບາງຄັ້ງພວກເຂົາອາດເວົ້າໜ້ອຍໜຶ່ງກ່ຽວກັບການຮູ້ຈັກຕົນເອງ, ແຕ່ພວກເຂົາບໍ່ໄດ້ກ່າວເຖິງປະເດັນທີ່ສຳຄັນຫຼາຍ ຫຼື ຄຳເວົ້າຫຼັກ ແລະ ພວກເຂົາຢ້ານກົວທີ່ຈະປ່ອຍໃຫ້ບາງສິ່ງຜ່ານໄປ. ພວກເຂົາອ່ອນໄຫວຫຼາຍກັບສິ່ງເຫຼົ່ານີ້, ຍ້ອນຢ້ານວ່າຄົນອື່ນອາດພົບເຫັນຈຸດອ່ອນຂອງພວກເຂົາ. ນີ້ຄືອຸປະນິໄສປະເພດທີ່ຫຼອກລວງ. ອີກຢ່າງ, ບາງຄົນຕັ້ງໃຈສ້າງພາບປອມໆ ເພື່ອວ່າຄົນອື່ນຈະຄິດວ່າພວກເຂົາບໍ່ມີເລ່ຫຼ່ຽມ, ພວກເຂົາສາມາດທົນຮັບການທົນທຸກ ແລະ ບໍ່ຈົ່ມຕໍ່ວ່າ ຫຼື ພວກເຂົາເຄັ່ງຄັດຝ່າຍວິນຍານ ແລະ ພວກເຂົາຮັກ ແລະ ສະແຫວງຫາຄວາມຈິງ. ພວກເຂົາບໍ່ແມ່ນຄົນປະເພດນີ້ຢ່າງຊັດເຈນ, ແຕ່ພວກເຂົາຢືນຢັນທີ່ຈະສ້າງພາບສະແດງນີ້ສຳລັບຄົນອື່ນ. ນີ້ຍັງເປັນອຸປະນິໄສທີ່ຫຼອກລວງ. ທຸກສິ່ງທີ່ຄົນຫຼອກລວງເວົ້າ ແລະ ເຮັດມີເຈດຕະນາຢູ່ເບື້ອງຫຼັງມັນ. ຖ້າພວກເຂົາບໍ່ມີເຈດຕະນາໃດໆ, ພວກເຂົາຈະບໍ່ເວົ້າ ຫຼື ເຮັດຫຍັງ. ມີອຸປະນິໄສຢູ່ພາຍໃນພວກເຂົາທີ່ຄວບຄຸມພວກເຂົາໃຫ້ເຮັດເຊັ່ນນັ້ນ ແລະ ນັ້ນຄືອຸປະນິໄສຂອງຄວາມຫຼອກລວງ. ເມື່ອຄົນມີອຸປະນິໄສທີ່ຫຼອກລວງ, ມັນປ່ຽນແປງໄດ້ງ່າຍບໍ? ພວກເຈົ້າໄດ້ປ່ຽນແປງຫຼາຍສໍ່າໃດ? ພວກເຈົ້າໄດ້ເຂົ້າສູ່ເສັ້ນທາງແຫ່ງການສະແຫວງຫາຄວາມຊື່ສັດບໍ? (ແມ່ນ, ນີ້ຄືທິດທາງທີ່ພວກເຮົາກຳລັງເຮັດວຽກ.) ເຈົ້າໄດ້ຍ່າງເທົ່າໃດກ້າວແລ້ວ? ຫຼື ເຈົ້າຍັງຕິດຢູ່ໃນຂັ້ນຕອນທີ່ຕ້ອງການຈະເຮັດມັນບໍ? (ມັນຍັງເປັນພຽງສິ່ງທີ່ພວກເຮົາຕ້ອງການເຮັດ. ບາງຄັ້ງ ຫຼັງຈາກທີ່ພວກເຮົາໄດ້ເຮັດບາງສິ່ງເທົ່ານັ້ນເອງ, ພວກເຮົາຈຶ່ງຮັບຮູ້ວ່າມັນກ່ຽວພັນກັບການຕົບຕາ, ພວກເຮົາພະຍາຍາມສ້າງຄວາມປະທັບໃຈປອມໆໃຫ້ຜູ້ຄົນ; ໃນຕອນນັ້ນເອງ ພວກເຮົາຈຶ່ງຮັບຮູ້ວ່າພວກເຮົາຫຼອກລວງ.) ເຈົ້າຮັບຮູ້ວ່ານີ້ຄືການຫຼອກລວງ, ແຕ່ເຈົ້າສາມາດຮັບຮູ້ບໍວ່າມັນເປັນອຸປະນິໄສປະເພດທີ່ເສື່ອມຊາມ? ແລ້ວສິ່ງຫຼອກລວງເຫຼົ່ານີ້ມາຈາກໃສແທ້ໆ? (ຈາກທຳມະຊາດຂອງພວກເຮົາ.) ຖືກຕ້ອງ, ຈາກທຳມະຊາດຂອງເຈົ້າ. ແລ້ວສິ່ງທີ່ເສື່ອມຊາມເຫຼົ່ານີ້ແຊກແຊງກັບເຈົ້າບໍ? ພວກມັນຍາກທີ່ຈະຫຼຸດພົ້ນ, ຍາກທີ່ຈະຈັດການ, ຍາກທີ່ຈະຫຼົບໜີ ແລະ ສ້າງບັນຫາຫຼາຍເຊັ່ນກັນ. ແມ່ນຫຍັງເຮັດໃຫ້ພວກມັນເປັນບັນຫາ? ແມ່ນຫຍັງກ່ຽວກັບພວກມັນທີ່ເຮັດໃຫ້ເຈົ້າເຈັບປວດ?(ພວກເຮົາຕ້ອງການປ່ຽນແປງ, ແຕ່ຮູ້ສຶກເຈັບປວດຫຼາຍ ເມື່ອພວກເຮົາບໍ່ສາມາດເຮັດໄດ້.) ນັ້ນຄືແງ່ມຸມໜຶ່ງ, ແຕ່ມັນບໍ່ຖືວ່າເປັນບັນຫາ. ເມື່ອຄົນໆໜຶ່ງຖືກຄວບຄຸມໂດຍອຸປະນິໄສທີ່ຫຼອກລວງ; ພວກເຂົາສາມາດເວົ້າຕົວະ ແລະ ສໍ້ໂກງຄົນອື່ນຢູ່ຕະຫຼອດເວລາ ຫຼື ຢູ່ທຸກຫົນແຫ່ງ ແລະ ບໍ່ວ່າຈະເກີດຫຍັງກັບພວກເຂົາກໍຕາມ, ພວກເຂົາຈະຄິດຫາວິທີທີ່ຈະເວົ້າຕົວະເພື່ອສໍ້ໂກງ ແລະ ຫຼອກລວງຜູ້ຄົນ. ເຖິງແມ່ນວ່າພວກເຂົາຕ້ອງການຄວບຄຸມຕົນເອງ, ພວກເຂົາບໍ່ສາມາດເຮັດໄດ້, ມັນເກີດຂຶ້ນໂດຍບໍ່ໄດ້ຕັ້ງໃຈ. ນີ້ຄືບ່ອນທີ່ມີບັນຫາ. ນີ້ຄືບັນຫາຂອງອຸປະນິໄສ. ອຸປະນິໄສທີ່ຫຼອກລວງສາມາດເປີດເຜີຍໂຕມັນເອງໃນຈັກວິທີ? ໃນການຄົ້ນຫາ, ການຕົບຕາ, ການລະມັດລະວັງ, ພ້ອມທັງການສົງໄສ, ການທຳທ່າ ແລະ ການເວົ້າຕົວະ. ອຸປະນິໄສທີ່ພຶດຕິກຳດັ່ງກ່າວເປີດໂປງ ແລະ ສຳແດງອອກຄືຄວາມຫຼອກລວງ. ຫຼັງຈາກທີ່ໂອ້ລົມຫົວຂໍ້ເຫຼົ່ານີ້, ພວກເຈົ້າມີຄວາມຮູ້ທີ່ຊັດເຈນຂຶ້ນກ່ຽວກັບອຸປະນິໄສທີ່ຫຼອກລວງບໍ? ຍັງມີພວກເຈົ້າທີ່ເວົ້າວ່າ “ຂ້ານ້ອຍບໍ່ມີອຸປະນິໄສທີ່ຫຼອກລວງ; ຂ້ານ້ອຍບໍ່ແມ່ນຄົນຫຼອກລວງ, ຂ້ານ້ອຍໃກ້ຈະເປັນຄົນຊື່ສັດ” ບໍ? (ບໍ່.) ມີຫຼາຍຄົນທີ່ຂ້ອນຂ້າງບໍ່ເຂົ້າໃຈວ່າຄົນຊື່ສັດແມ່ນຫຍັງແທ້ໆ. ບາງຄົນເວົ້າວ່າຄົນຊື່ສັດເປັນຄົນທີ່ບໍ່ມີເລ່ຫຼ່ຽມ ແລະ ເວົ້າຢ່າງກົງໄປກົງມາ, ຄົນທີ່ຖືກກັ່ນແກ້ງ ແລະ ກີດກັນບໍ່ວ່າພວກເຂົາຈະໄປໃສກໍຕາມ ຫຼື ຄົນທີ່ຊ້າ ແລະ ເວົ້າ ແລະ ເຮັດຊ້າກວ່າຄົນອື່ນເຄິ່ງໜຶ່ງ. ຄົນໂງ່ ແລະ ຄົນທີ່ບໍ່ສົນໃຈບາງຄົນ, ເຊິ່ງເປັນຄົນທີ່ມີສ່ວນຮ່ວມໃນການກະທຳໂງ່ໆຈົນຄົນອື່ນດູຖູກພວກເຂົາ, ຍັງອະທິບາຍວ່າຕົນເອງເປັນຄົນຊື່ສັດ. ແລ້ວທຸກຄົນເຫຼົ່ານັ້ນທີ່ບໍ່ມີການສຶກສາຈາກຊັ້ນລຸ່ມຂອງສັງຄົມ, ຄົນທີ່ຮູ້ສຶກວ່າຕົນເອງດ້ອຍກວ່າ, ກໍເວົ້າໃນທຳນອງດຽວກັນວ່າພວກເຂົາເປັນຄົນຊື່ສັດ. ຂໍ້ຜິດພາດຂອງພວກເຂົາຢູ່ບ່ອນໃດ? ພວກເຂົາບໍ່ຮູ້ວ່າຄົນຊື່ສັດແມ່ນຫຍັງ. ແມ່ນຫຍັງຄືແຫຼ່ງທີ່ມາຂອງການເຂົ້າໃຈຜິດຂອງພວກເຂົາ? ເຫດຜົນຫຼັກກໍຄືພວກເຂົາບໍ່ເຂົ້າໃຈຄວາມຈິງ. ພວກເຂົາເຊື່ອວ່າ “ຄົນຊື່ສັດ” ທີ່ພຣະເຈົ້າເວົ້າເຖິງເປັນຄົນໂງ່ ແລະ ຄົນປັນຍາອ່ອນ, ພວກເຂົາບໍ່ມີການສຶກສາ, ປາກເວົ້າ ແລະ ມີລີ້ນທີ່ຊ້າ, ຖືກກັ່ນແກ້ງ ແລະ ກົດຂີ່ ແລະ ຖືກຫຼອກລວງ ແລະ ຖືກລໍ້ລວງໄດ້ງ່າຍ. ຄວາມໝາຍແອບແຝງກໍຄືເປົ້າໝາຍໃນຄວາມລອດພົ້ນຂອງພຣະເຈົ້າຄືຄົນບໍ່ມີສະໝອງເຫຼົ່ານີ້ທີ່ຢູ່ຂ້າງລຸ່ມຂອງສັງຄົມ ເຊິ່ງມັກຖືກສັ່ງໃຫ້ເຮັດນັ້ນເຮັດນີ້ໂດຍຄົນອື່ນ. ພຣະເຈົ້າຈະຊ່ວຍຜູ້ໃດໃຫ້ລອດພົ້ນ ຖ້າບໍ່ແມ່ນຄົນທຸກຍາກທີ່ຕ້ອຍຕໍ່າເຫຼົ່ານີ້? ນີ້ບໍ່ແມ່ນສິ່ງທີ່ພວກເຂົາເຊື່ອບໍ? ຄົນເຫຼົ່ານັ້ນເປັນຄົນທີ່ພຣະເຈົ້າຊ່ວຍໃຫ້ລອດພົ້ນແທ້ໆບໍ? ນີ້ຄືການຕີຄວາມໝາຍທີ່ຜິດພາດກ່ຽວກັບຄວາມປະສົງຂອງພຣະເຈົ້າ. ຄົນທີ່ພຣະເຈົ້າຊ່ວຍໃຫ້ລອດພົ້ນຄືຄົນທີ່ຮັກຄວາມຈິງ, ຄົນທີ່ມີຄວາມສາມາດ ແລະ ສັກກະຍາພາບທີ່ຈະເຂົ້າໃຈ, ພວກເຂົາທຸກຄົນເປັນຄົນທີ່ມີຈິດສຳນຶກ ແລະ ຄວາມສຳນຶກ, ຄົນທີ່ສາມາດປະຕິບັດການຝາກຝັງຂອງພຣະເຈົ້າ ແລະ ເຮັດໜ້າທີ່ຂອງພວກເຂົາໄດ້ເປັນຢ່າງດີ. ພວກເຂົາເປັນຄົນທີ່ສາມາດຍອມຮັບຄວາມຈິງ ແລະ ປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ພວກເຂົາເປັນຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງ, ເຊື່ອຟັງພຣະເຈົ້າ ແລະ ນະມັດສະການພຣະເຈົ້າ. ເຖິງແມ່ນສ່ວນໃຫຍ່ຂອງຄົນເຫຼົ່ານີ້ມາຈາກຂ້າງລຸ່ມຂອງສັງຄົມ, ຈາກຄອບຄົວຂອງກຳມະກອນ ແລະ ຊາວນາ, ພວກເຂົາບໍ່ແມ່ນຄົນໂງ່ໆ, ຄົນທຳມະດາ ຫຼື ຄົນທີ່ບໍ່ມີຫຍັງດີຢ່າງແນ່ນອນ. ໃນທາງກົງກັນຂ້າມ, ພວກເຂົາເປັນຄົນສະຫຼາດທີ່ສາມາດຍອມຮັບ, ປະຕິບັດ ແລະ ຍອມຕໍ່ຄວາມຈິງ. ພວກເຂົາທຸກຄົນເປັນຄົນຊອບທຳ, ຄົນທີ່ຈະປະຖິ້ມສະຫງ່າລາສີທາງໂລກ ແລະ ຄວາມຮັ່ງມີ ເພື່ອຕິດຕາມພຣະເຈົ້າ ແລະ ຮັບເອົາຄວາມຈິງ ແລະ ຊີວິດ, ພວກເຂົາເປັນຄົນທີ່ມີສະຕິປັນຍາທີ່ສຸດໃນບັນດາຄົນທັງປວງ. ຄົນເຫຼົ່ານີ້ລ້ວນແລ້ວແຕ່ເປັນຄົນຊື່ສັດທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ ແລະ ເສຍສະຫຼະຕົນເອງເພື່ອພຣະເຈົ້າຢ່າງແທ້ຈິງ. ພວກເຂົາສາມາດຮັບເອົາການເຫັນດີເຫັນພ້ອມ ແລະ ພອນຂອງພຣະເຈົ້າ ແລະ ພວກເຂົາສາມາດຖືກເຮັດໃຫ້ສົມບູນຈົນກາຍມາເປັນຄົນຂອງພຣະອົງ ແລະ ເສົາໃນພຣະວິຫານຂອງພຣະອົງ. ພວກເຂົາເປັນຄົນທີ່ມີຄຳ, ເງິນ ແລະ ສິ່ງປະດັບມີຄ່າ. ມັນເປັນຄົນໂງ່ໆ, ຄົນໂງ່ຈ້າ, ຄົນແປກປະຫຼາດ ແລະ ຄົນທີ່ບໍ່ມີຫຍັງດີເຫຼົ່ານັ້ນທີ່ຈະຖືກໂຍນຖິ້ມ. ຜູ້ບໍ່ເຊື່ອ ແລະ ຄົນແປກປະຫຼາດຈະເບິ່ງພາລະກິດ ແລະ ແຜນການຄຸ້ມຄອງຂອງພຣະເຈົ້າເປັນຫຍັງ? ເປັນບ່ອນຖິ້ມຂີ້ເຫຍື້ອບໍ? ຄົນເຫຼົ່ານີ້ບໍ່ມີຄວາມສາມາດທີ່ຕໍ່າຕ້ອຍເທົ່ານັ້ນ, ພວກເຂົາຍັງແປກປະຫຼາດ. ບໍ່ວ່າພວກເຂົາຈະອ່ານພຣະທຳຂອງພຣະເຈົ້າຫຼາຍສໍ່າໃດກໍຕາມ, ພວກເຂົາບໍ່ສາມາດເຂົ້າໃຈຄວາມຈິງ ແລະ ບໍ່ວ່າພວກເຂົາຈະໄດ້ຍິນຄຳເທດສະໜາຫຼາຍສໍ່າໃດກໍຕາມ, ພວກເຂົາບໍ່ສາມາດເຂົ້າສູ່ຄວາມເປັນຈິງ, ຖ້າພວກເຂົາໂງ່ຈ້າເຊັ່ນນີ້, ພວກເຂົາຍັງສາມາດຖືກຊ່ວຍໃຫ້ລອດພົ້ນບໍ? ພຣະເຈົ້າສາມາດຕ້ອງການຄົນປະເພດນີ້ບໍ? ບໍ່ວ່າພວກເຂົາຈະເປັນຜູ້ເຊື່ອເທົ່າໃດປີກໍຕາມ, ພວກເຂົາຍັງບໍ່ເຂົ້າໃຈຄວາມຈິງໃດໆ, ພວກເຂົາຍັງເວົ້າສິ່ງທີ່ໄຮ້ສາລະ ແລະ ພວກເຂົາຍັງພິຈາລະນາວ່າຕົນເອງຊື່ສັດ, ພວກເຂົາບໍ່ມີຄວາມລະອາຍໃຈບໍ? ຄົນແບບນັ້ນບໍ່ເຂົ້າໃຈຄວາມຈິງ. ພວກເຂົາຕີຄວາມໝາຍຄວາມປະສົງຂອງພຣະເຈົ້າຜິດໆຢູ່ສະເໝີ ແລະ ໃນທຸກບ່ອນທີ່ພວກເຂົາໄປ, ພວກເຂົາກໍເນັ້ນຢໍ້າການຕີຄວາມໝາຍຜິດໆຂອງພວກເຂົາຢ່າງແຮງ, ເທດສະໜາພວກມັນຄືກັບເປັນຄວາມຈິງ, ບອກຜູ້ຄົນວ່າ “ມັນດີທີ່ຈະຖືກກັ່ນແກ້ງໜ້ອຍໜຶ່ງ, ຜູ້ຄົນຄວນລົ້ມເຫຼວໜ້ອຍໜຶ່ງ, ພວກເຂົາຄວນໂງ່ຈ້າໜ້ອຍໜຶ່ງ, ສິ່ງເຫຼົ່ານີ້ຄືເປົ້າໝາຍສຳລັບຄວາມລອດພົ້ນຂອງພຣະເຈົ້າ ແລະ ພວກເຂົາເປັນຄົນທີ່ພຣະເຈົ້າຈະຊ່ວຍໃຫ້ລອດພົ້ນ. ຄົນທີ່ເວົ້າສິ່ງເຫຼົ່ານັ້ນເປັນຕາຂີ້ດຽດ; ສິ່ງນີ້ນໍາຄວາມອັບອາຍຄັ້ງທີ່ໃຫຍ່ຫຼວງມາສູ່ພຣະເຈົ້າ! ມັນເປັນຕາຂີ້ດຽດຫຼາຍ! ເສົາໃນອານາຈັກຂອງພຣະເຈົ້າ ແລະ ຜູ້ເອົາຊະນະທີ່ພຣະເຈົ້າຊ່ວຍໃຫ້ລອດພົ້ນຄືທຸກຄົນທີ່ເຂົ້າໃຈຄວາມຈິງ ແລະ ຄົນທີ່ມີສະຕິປັນຍາ. ຄົນເຫຼົ່ານີ້ຄືຄົນທີ່ຈະມີສ່ວນແບ່ງໃນອານາຈັກສະຫວັນ. ທຸກຄົນທີ່ໂງ່ຈ້າ ແລະ ບໍ່ສົນໃຈ, ໄຮ້ຢາງອາຍ ແລະ ໄຮ້ຄວາມຮູ້ສຶກ, ຄົນທີ່ບໍ່ມີຄວາມເຂົ້າໃຈກ່ຽວກັບຄວາມຈິງແມ່ນແຕ່ໜ້ອຍດຽວ, ຄົນທຳມະດາ ແລະ ຄົນໂງ່, ພວກເຂົາບໍ່ແມ່ນຄົນທີ່ບໍ່ມີຫຍັງດີຢ່າງສິ້ນເຊີງບໍ? ຄົນແບບນັ້ນຈະສາມາດມີສ່ວນແບ່ງໃນອານາຈັກສະຫວັນບໍ? ຄົນຊື່ສັດທີ່ພຣະເຈົ້າເວົ້າເຖິງແມ່ນຄົນທີ່ສາມາດນໍາຄວາມຈິງໄປປະຕິບັດ ຫຼັງຈາກທີ່ພວກເຂົາເຂົ້າໃຈມັນ, ຄົນທີ່ມີສະຕິປັນຍາ ແລະ ສະຫຼາດ, ຄົນທີ່ເປີດໃຈຕົນເອງກັບພຣະເຈົ້າຢ່າງກົງໄປກົງມາ ແລະ ຄົນທີ່ເຮັດຕາມຫຼັກການ ແລະ ເຊື່ອຟັງພຣະເຈົ້າຢ່າງທີ່ສຸດ. ທຸກຄົນເຫຼົ່ານີ້ມີຫົວໃຈທີ່ຢຳເກງພຣະເຈົ້າ, ພວກເຂົາໃຫ້ຄວາມສຳຄັນກັບການເຮັດສິ່ງຕ່າງໆຕາມຫຼັກການ ແລະ ພວກເຂົາທຸກຄົນສະແຫວງຫາຄວາມເຊື່ອຟັງທີ່ສົມບູນຕໍ່ພຣະເຈົ້າ ແລະ ຮັກພຣະເຈົ້າໃນຫົວໃຈຂອງພວກເຂົາ. ມີພຽງແຕ່ພວກເຂົາທີ່ເປັນຄົນຊື່ສັດຢ່າງແທ້ຈິງ. ຖ້າຄົນໃດໜຶ່ງບໍ່ຮູ້ເລີຍວ່າການເປັນຄົນຊື່ສັດມີຄວາມໝາຍແນວໃດ, ຖ້າພວກເຂົາບໍ່ສາມາດເຫັນວ່າແກ່ນແທ້ຂອງຄົນຊື່ສັດເປັນຄວາມເຊື່ອຟັງທີ່ສົມບູນຕໍ່ພຣະເຈົ້າ, ການຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນຈາກສິ່ງຊົ່ວຮ້າຍ ຫຼື ຄົນຊື່ສັດເປັນຄົນຊື່ສັດ ເພາະພວກເຂົາຮັກຄວາມຈິງ, ເພາະພວກເຂົາຮັກພຣະເຈົ້າ ແລະ ເພາະພວກເຂົາປະຕິບັດຄວາມຈິງ, ຈາກນັ້ນຄົນປະເພດນັ້ນກໍໂງ່ຈ້າຫຼາຍ ແລະ ຂາດການຢັ່ງຮູ້ຢ່າງແທ້ຈິງ. ຄົນຊື່ສັດບໍ່ແມ່ນບຸກຄົນທີ່ບໍ່ມີເລ່ຫຼ່ຽມ, ໂງ່ໆ, ບໍ່ສົນໃຈ ແລະ ໂງ່ຈ້າດັ່ງທີ່ຜູ້ຄົນຈິນຕະນາການຢ່າງແນ່ນອນ; ພວກເຂົາເປັນຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິ, ຄົນທີ່ມີຈິດສຳນຶກ ແລະ ເຫດຜົນ. ມີຄວາມສະຫຼາດຫຍັງກ່ຽວກັບຄົນຊື່ສັດທີ່ພວກເຂົາສາມາດຮັບຟັງພຣະທຳຂອງພຣະເຈົ້າ ແລະ ຊື່ສັດ ແລະ ນີ້ຄືເຫດຜົນທີ່ພວກເຂົາໄດ້ຮັບພອນຈາກພຣະເຈົ້າ.

ບໍ່ມີຫຍັງຈະມີຄວາມໝາຍສຳຄັນຫຼາຍກວ່າຂໍ້ຮຽກຮ້ອງຂອງພຣະເຈົ້າເພື່ອໃຫ້ຄົນຊື່ສັດ, ພຣະອົງກໍາລັງຮຽກຮ້ອງໃຫ້ຜູ້ຄົນໃຊ້ຊີວິດຢູ່ຕໍ່ໜ້າພຣະອົງ, ໃຫ້ພວກເຂົາຍອມຮັບການພິເຄາະຂອງພຣະອົງ ແລະ ໃຫ້ພວກເຂົາໃຊ້ຊີວິດໃນແສງສະຫວ່າງ. ມີພຽງແຕ່ຄົນຊື່ສັດຈຶ່ງເປັນສະມາຊິກທີ່ແທ້ຈິງຂອງເຜົ່າພັນມະນຸດ. ຄົນທີ່ບໍ່ຊື່ສັດຄືສັດຮ້າຍ, ພວກເຂົາເປັນສັດທີ່ຍ່າງໄປມາດ້ວຍເຄື່ອງຫົ່ມກາຍຂອງມະນຸດ, ພວກເຂົາບໍ່ແມ່ນມະນຸດ. ເພື່ອພະຍາຍາມເປັນຄົນຊື່ສັດ, ເຈົ້າຕ້ອງປະພຶດຕາມເງື່ອນໄຂຂອງພຣະເຈົ້າ; ເຈົ້າຕ້ອງຜ່ານການພິພາກສາ, ການຂ້ຽນຕີ, ການຖືກຈັດການ ແລະ ການຖືກລິຮານ. ເມື່ອອຸປະນິໄສທີ່ເສື່ອມຊາມຂອງເຈົ້າຖືກເຮັດໃຫ້ສະອາດ ແລະ ເຈົ້າສາມາດປະຕິບັດຄວາມຈິງ ແລະ ໃຊ້ຊີວິດຕາມພຣະທຳຂອງພຣະເຈົ້າ, ໃນຕອນນັ້ນເອງ ເຈົ້າຈຶ່ງຈະເປັນຄົນຊື່ສັດ. ຄົນທີ່ບໍ່ສົນໃຈ, ໂງ່ຈ້າ ແລະ ບໍ່ມີເລ່ຫຼ່ຽມບໍ່ແມ່ນຄົນຊື່ສັດຢ່າງແນ່ນອນ. ໂດຍການຮຽກຮ້ອງໃຫ້ຜູ້ຄົນຊື່ສັດ, ພຣະເຈົ້າກຳລັງບອກໃຫ້ພວກເຂົາມີຄວາມເປັນມະນຸດທີ່ປົກກະຕິ, ປະຖິ້ມຄວາມຫຼອກລວງ ແລະ ການອຳພາງຂອງພວກເຂົາ, ບໍ່ເວົ້າຕົວະເພື່ອຫຼອກລວງຄົນອື່ນ, ປະຕິບັດໜ້າທີ່ຂອງພວກເຂົາດ້ວຍຄວາມຈົງຮັກພັກດີ ແລະ ສາມາດຮັກ ແລະ ເຊື່ອຟັງພຣະອົງຢ່າງແທ້ຈິງ. ມີພຽງແຕ່ຄົນເຫຼົ່ານີ້ຈຶ່ງເປັນປະຊາຊົນໃນອານາຈັກຂອງພຣະເຈົ້າ. ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນເປັນທະຫານທີ່ດີຂອງພຣະຄຣິດ. ແມ່ນຫຍັງຄືທະຫານທີ່ດີຂອງພຣະຄຣິດ? ພວກເຂົາຕ້ອງປະກອບດ້ວຍຄວາມເປັນຈິງແຫ່ງຄວາມຈິງ ແລະ ຮ່ວມມືຫົວໃຈ ແລະ ຄວາມຄິດໜຶ່ງດຽວກັນກັບພຣະຄຣິດ. ຢູ່ຕະຫຼອດເວລາ ແລະ ຢູ່ທຸກຫົນແຫ່ງ, ພວກເຂົາຕ້ອງສາມາດຍົກຍ້ອງ ແລະ ເປັນພະຍານໃຫ້ພຣະເຈົ້າ ແລະ ສາມາດໃຊ້ຄວາມຈິງເພື່ອຕໍ່ສູ້ກັບຊາຕານ. ໃນທຸກສິ່ງ, ພວກເຂົາຕ້ອງຢືນຢູ່ຂ້າງພຣະເຈົ້າ, ເປັນພະຍານ ແລະ ດຳລົງຊີວິດຕາມຄວາມເປັນຈິງແຫ່ງຄວາມຈິງ. ພວກເຂົາຕ້ອງສາມາດເຮັດໃຫ້ຊາຕານອັບອາຍ ແລະ ຮັບໄຊຊະນະທີ່ອັດສະຈັນສຳລັບພຣະເຈົ້າ. ນີ້ຄືຄວາມໝາຍຂອງການເປັນທະຫານທີ່ດີຂອງພຣະຄຣິດ. ທະຫານທີ່ດີຂອງພຣະຄຣິດຄືຜູ້ເອົາຊະນະ, ພວກເຂົາເປັນຄົນທີ່ເອົາຊະນະຊາຕານ. ໃນການຮຽກຮ້ອງໃຫ້ຜູ້ຄົນຊື່ສັດ ແລະ ບໍ່ຫຼອກລວງ, ພຣະເຈົ້າບໍ່ໄດ້ຮຽກຮ້ອງໃຫ້ພວກເຂົາເປັນຄົນໂງ່ ແຕ່ເພື່ອກຳຈັດອຸປະນິໄສທີ່ຫຼອກລວງຂອງພວກເຂົາອອກຈາກຕົນເອງ, ບັນລຸການຍອມອ່ອນນ້ອມຕໍ່ພຣະອົງ ແລະ ນໍາສະຫງ່າລາສີມາຫາພຣະອົງ. ນີ້ຄືສິ່ງທີ່ສາມາດບັນລຸໂດຍການປະຕິບັດຄວາມຈິງ. ນີ້ບໍ່ແມ່ນການປ່ຽນແປງໃນພຶດຕິກຳຂອງຄົນໆໜຶ່ງ, ມັນບໍ່ແມ່ນເລື່ອງການເວົ້າຫຼາຍກວ່າ ຫຼື ການເວົ້າໜ້ອຍກວ່າ ຫຼື ມັນບໍ່ກ່ຽວກັບວິທີການທີ່ຄົນໆໜຶ່ງເຮັດ. ໃນທາງກົງກັນຂ້າມ, ມັນກ່ຽວກັບເຈດຕະນາທີ່ຢູ່ເບື້ອງຫຼັງການປາກເວົ້າ ແລະ ການກະທຳຂອງຄົນໆໜຶ່ງ, ຄວາມຄິດ ແລະ ແນວຄິດຂອງຄົນໆໜຶ່ງ, ຄວາມທະເຍີທະຍານ ແລະ ຄວາມປາດຖະໜາຂອງຄົນໆໜຶ່ງ. ທຸກສິ່ງທີ່ຢູ່ໃນການສະແດງອອກເຖິງອຸປະນິໄສທີ່ເສື່ອມຊາມ ແລະ ການເຮັດຜິດພາດຕ້ອງໄດ້ຮັບການປ່ຽນແປງທີ່ຮາກເງົ້າຂອງມັນ, ເພື່ອວ່າມັນຈະສອດຄ່ອງກັບຄວາມຈິງ. ຖ້າຄົນໆໜຶ່ງຕ້ອງບັນລຸການປ່ຽນແປງໃນອຸປະນິໄສ, ພວກເຂົາຕ້ອງສາມາດເບິ່ງອອກເຖິງແກ່ນແທ້ໃນອຸປະນິໄສຂອງຊາຕານ. ຖ້າເຈົ້າສາມາດເບິ່ງອອກເຖິງແກ່ນແທ້ໃນອຸປະນິໄສທີ່ຫຼອກລວງ, ມັນເປັນອຸປະນິໄສຂອງຊາຕານ ແລະ ໃບໜ້າຂອງມານຮ້າຍ, ຖ້າເຈົ້າສາມາດກຽດຊັງຊາຕານ ແລະ ປະຖິ້ມມານຮ້າຍ, ຈາກນັ້ນມັນກໍຈະງ່າຍສຳລັບເຈົ້າທີ່ຈະປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງເຈົ້າ. ຖ້າເຈົ້າບໍ່ຮູ້ວ່າມີສະພາວະທີ່ຫຼອກລວງຢູ່ພາຍໃນຕົວເຈົ້າ, ຖ້າເຈົ້າບໍ່ຮັບຮູ້ການສະແດງອອກເຖິງອຸປະນິໄສທີ່ຫຼອກລວງ, ຈາກນັ້ນເຈົ້າຈະບໍ່ຮູ້ຈັກວິທີການສະແຫວງຫາຄວາມຈິງເພື່ອແກ້ໄຂສິ່ງນີ້ ແລະ ມັນຈະຍາກສຳລັບເຈົ້າທີ່ຈະປ່ຽນແປງອຸປະນິໄສທີ່ຫຼອກລວງຂອງເຈົ້າ. ເຈົ້າຕ້ອງຮັບຮູ້ກ່ອນວ່າແມ່ນຫຍັງຄືສິ່ງທີ່ສະແດງອອກຈາກຕົວເຈົ້າ ແລະ ພວກມັນເປັນແງ່ມຸມໃດໃນອຸປະນິໄສທີ່ເສື່ອມຊາມ. ຖ້າສິ່ງຕ່າງໆທີ່ເຈົ້າເປີດເຜີຍເປັນອຸປະນິໄສທີ່ຫຼອກລວງ, ເຈົ້າຈະດູຖູກມັນໃນຫົວໃຈຂອງເຈົ້າບໍ? ແລ້ວຖ້າເຈົ້າເຮັດເຊັ່ນນັ້ນ, ເຈົ້າຄວນຈະປ່ຽນແປງແນວໃດ? ເຈົ້າຕ້ອງຈັດການກັບເຈດຕະນາຂອງເຈົ້າ ແລະ ແກ້ໄຂມຸມມອງຂອງເຈົ້າ. ເຈົ້າຕ້ອງສະແຫວງຫາຄວາມຈິງກ່ຽວກັບເລື່ອງນີ້ກ່ອນເພື່ອແກ້ໄຂບັນຫາຂອງເຈົ້າ, ດິ້ນຮົນບັນລຸສິ່ງທີ່ພຣະເຈົ້າຮ້ອງຂໍ ແລະ ເຮັດໃຫ້ພຣະອົງພໍໃຈ ແລະ ກາຍມາເປັນຄົນທີ່ບໍ່ພະຍາຍາມຫຼອກລວງພຣະເຈົ້າ ຫຼື ຄົນອື່ນ, ແມ່ນແຕ່ຄົນທີ່ໂງ່ຈ້າ ຫຼື ບໍ່ສົນໃຈເລັກນ້ອຍ. ການພະຍາຍາມຫຼອກລວງຄົນໃດໜຶ່ງທີ່ໂງ່ຈ້າ ຫຼື ບໍ່ສົນໃຈເປັນສິ່ງທີ່ຜິດສິນທຳຫຼາຍ, ມັນເຮັດໃຫ້ເຈົ້າເປັນມານຮ້າຍ. ເພື່ອເປັນຄົນຊື່ສັດ, ເຈົ້າຕ້ອງບໍ່ຫຼອກລວງ ຫຼື ເວົ້າຕົວະກັບຄົນໃດໜຶ່ງ. ເຖິງຢ່າງໃດກໍຕາມ, ສຳລັບມມານຮ້າຍ ແລະ ຊາຕານນັ້ນ ເຈົ້າຕ້ອງເລືອກຄຳເວົ້າຂອງເຈົ້າຢ່າງມີສະຕິປັນຍາ; ຖ້າເຈົ້າບໍ່ເຮັດເຊັ່ນນັ້ນ, ເຈົ້າກໍມີແນວໂນ້ມທີ່ຈະຖືກພວກເຂົາເຮັດໃຫ້ເປັນຄົນໂງ່ ແລະ ນໍາຄວາມລະອາຍໃຈມາສູ່ພຣະເຈົ້າ. ໂດຍການເລືອກຄຳເວົ້າຂອງເຈົ້າຢ່າງມີສະຕິປັນຍາ ແລະ ການປະຕິບັດຄວາມຈິງເທົ່ານັ້ນ, ເຈົ້າຈຶ່ງຈະສາມາດເອົາຊະນະ ແລະ ເຮັດໃຫ້ຊາຕານອັບອາຍ. ຄົນທີ່ບໍ່ສົນໃຈ, ໂງ່ຈ້າ ແລະ ດື້ດ້ານກໍຈະບໍ່ສາມາດເຂົ້າໃຈຄວາມຈິງໄດ້ຈັກເທື່ອ; ພວກເຂົາສາມາດຖືກຫຼອກລວງ, ຢອກຫຼິ້ນ ແລະ ຢຽບຍໍ່າໂດຍຊາຕານເທົ່ານັ້ນ ແລະ ໃນທີ່ສຸດແລ້ວກໍຈະຖືກກືນກິນ.

ຕໍ່ໄປ, ພວກເຮົາເວົ້າກ່ຽວກັບອຸປະນິໄສປະເພດທີສີ່ກັນເທາະ. ໃນລະຫວ່າງການເຕົ້າໂຮມ, ບາງຄົນສາມາດໂອ້ລົມເລັກໆນ້ອຍໆກ່ຽວກັບສະພາວະຂອງພວກເຂົາເອງ, ແຕ່ເມື່ອເວົ້າເຖິງແກ່ນແທ້ຂອງບັນຫາ, ສຳລັບແຮງຈູງໃຈ ແລະ ແນວຄິດຂອງພວກເຂົານັ້ນ ພວກເຂົາເລີ່ມຫຼີກລ່ຽງ. ເມື່ອຄົນເປີດໂປງພວກເຂົາວ່າມີແຮງຈູງໃຈ ແລະ ເປົ້າໝາຍ, ພວກເຂົາກໍປາກົດວ່າງຶກຫົວ ແລະ ຍອມຮັບມັນ. ແຕ່ເມື່ອຄົນພະຍາຍາມເປີດໂປງ ຫຼື ວິເຄາະແມ່ນຫຍັງກໍຕາມທີ່ເລິກລົງກວ່ານັ້ນ, ພວກເຂົາບໍ່ສາມາດທົນຮັບມັນໄດ້, ພວກເຂົາລຸກຂຶ້ນ ແລະ ຈາກໄປ. ໃນຊ່ວງເວລາທີີ່ສຳຄັນຫຼາຍ, ເປັນຫຍັງພວກເຂົາຈຶ່ງປ່ອຍໃຫ້ຜ່ານໄປ? (ພວກເຂົາບໍ່ຍອມຮັບຄວາມຈິງ ແລະ ບໍ່ເຕັມໃຈທີ່ຈະຜະເຊີນໜ້າກັບບັນຫາຂອງພວກເຂົາເອງ.) ນີ້ຄືບັນຫາໃນອຸປະນິໄສ. ເມື່ອພວກເຂົາບໍ່ເຕັມໃຈທີ່ຈະຍອມຮັບຄວາມຈິງເພື່ອແກ້ໄຂບັນຫາທີ່ຢູ່ພາຍໃນພວກເຂົາ, ນີ້ບໍ່ໝາຍຄວາມວ່າພວກເຂົາເບື່ອໜ່າຍຄວາມຈິງບໍ? ຄຳເທດສະໜາປະເພດໃດທີ່ຜູ້ນໍາ ແລະ ຜູ້ເຮັດວຽກບາງຢ່າງເຕັມໃຈທີ່ຈະໄດ້ຍິນໜ້ອຍທີ່ສຸດ? (ຄຳເທດສະໜາກ່ຽວກັບວິທີການແຍກແຍະຜູ້ຕໍ່ຕ້ານພຣະຄຣິດ ແລະ ຜູ້ນໍາຈອມປອມ.) ຖືກຕ້ອງ. ພວກເຂົາຄິດວ່າ “ການເວົ້າທັງໝົດນີ້ທີ່ກ່ຽວຂ້ອງກັບການລະບຸຜູ້ຕໍ່ຕ້ານພຣະຄຣິດ ແລະ ຜູ້ນໍາຈອມປອມ ແລະ ກ່ຽວກັບພວກຟາຣີຊາຍ, ເປັນຫຍັງເຈົ້າຈຶ່ງພາກັນເວົ້າກ່ຽວກັບເລື່ອງນີ້ຫຼາຍ? ເຈົ້າກຳລັງເຮັດໃຫ້ຂ້ອຍເຄັ່ງຄຽດ”. ເມື່ອໄດ້ຍິນວ່າຈະມີການເວົ້າກ່ຽວກັບການລະບຸຜູ້ນໍາຈອມປອມ ແລະ ຜູ້ເຮັດວຽກ, ພວກເຂົາຈະຊອກຫາຂໍ້ອ້າງເພື່ອຈາກໄປ. ຄຳວ່າ “ຈາກໄປ” ຢູ່ບ່ອນນີ້ໝາຍເຖິງຫຍັງ? ສິ່ງນີ້ໝາຍເຖິງການຫຼອຍອອກໄປ, ການລີ້. ເປັນຫຍັງພວກເຂົາຈຶ່ງພະຍາຍາມລີ້? ເມື່ອຄົນອື່ນເວົ້າຂໍ້ແທ້ຈິງ, ເຈົ້າຄວນຮັບຟັງ: ການຮັບຟັງເປັນສິ່ງທີ່ສຳລັບເຈົ້າ. ຈົດບັນທຶກສິ່ງຕ່າງໆທີ່ຮຸນແຮງ ຫຼື ສິ່ງທີ່ເຈົ້າພົບວ່າຍອມຮັບໄດ້ຍາກ ຈາກນັ້ນເຈົ້າຄວນຄິດກ່ຽວກັບສິ່ງເຫຼົ່ານີ້ຢູ່ເລື້ອຍໆ, ຄິດທົບທວນພວກມັນຊ້າໆ ແລະ ປ່ຽນແປງຊ້າໆ. ສະນັ້ນເປັນຫຍັງຈຶ່ງລີ້? ຄົນແບບນັ້ນຮູ້ສຶກວ່າຄຳເວົ້າຕັດສິນເຫຼົ່ານີ້ຮຸນແຮງເກີນໄປ ແລະ ພວກມັນບໍ່ງ່າຍທີ່ຈະຮັບຟັງໄດ້, ສະນັ້ນການຕໍ່ຕ້ານ ແລະ ຄວາມຊີງຊັນຈຶ່ງພັດທະນາພາຍໃນພວກເຂົາ. ພວກເຂົາເວົ້າກັບຕົນເອງວ່າ “ຂ້ານ້ອຍບໍ່ແມ່ນຜູ້ຕໍ່ຕ້ານພຣະຄຣິດ ຫຼື ຜູ້ນໍາຈອມປອມ, ເປັນຫຍັງຈຶ່ງສືບຕໍ່ເວົ້າກ່ຽວກັບຂ້ານ້ອຍ? ເປັນຫຍັງຈຶ່ງບໍ່ເວົ້າກ່ຽວກັບຄົນອື່ນ? ເວົ້າບາງສິ່ງກ່ຽວກັບການລະບຸຄົນຊົ່ວຮ້າຍ, ຢ່າເວົ້າກ່ຽວກັບຂ້ານ້ອຍ!” ພວກເຂົາເລີ່ມຫຼີກລ່ຽງ ແລະ ຕໍ່ຕ້ານ. ນີ້ແມ່ນອຸປະນິໄສຫຍັງ? ຖ້າພວກເຂົາບໍ່ເຕັມໃຈທີ່ຈະຍອມຮັບຄວາມຈິງ ແລະ ໃຊ້ເຫດຜົນຢູ່ສະເໝີ ແລະ ໂຕ້ຖຽງເພື່ອປົກປ້ອງຕົນເອງ, ບໍ່ມີບັນຫາຂອງອຸປະນິໄສທີ່ເສ່ືອມຊາມຢູ່ບ່ອນນີ້ບໍ? ນີ້ຄືອຸປະນິໄສທີ່ເບື່ອໜ່າຍຄວາມຈິງ. ຜູ້ນໍາ ແລະ ຜູ້ເຮັດວຽກມີສະພາວະປະເພດນີ້, ແລ້ວສະນັ້ນອ້າຍເອື້ອຍນ້ອງຄົນທຳມະດາເດ? (ພວກເຂົາກໍມີເຊັ່ນກັນ.) ເມື່ອທຸກຄົນພົບປະກັນໃນຕອນທຳອິດ, ພວກເຂົາທຸກຄົນສະແດງຄວາມຮັກຫຼາຍ ແລະ ຂ້ອນຂ້າງມີຄວາມສຸກທີ່ໄດ້ທ່ອງຄຳເວົ້າທີ່ເປັນຫຼັກຄຳສອນຄືກັບນົກແກ້ວ. ພວກເຂົາທຸກຄົນເບິ່ງຄືຮັກຄວາມຈິງ. ແຕ່ເມື່ອເວົ້າເຖິງບັນຫາສ່ວນຕົວ ແລະ ຄວາມຫຍຸ້ງຍາກທີ່ແທ້ຈິງ, ຫຼາຍຄົນເລີ່ມເວົ້າຫຍັງບໍ່ອອກ. ຕົວຢ່າງ: ບາງຄົນຖືກຈຳກັດໂດຍການແຕ່ງດອງຢູ່ສະເໝີ. ພວກເຂົາເລີ່ມບໍ່ເຕັມໃຈທີ່ຈະເຮັດໜ້າທີ່ ຫຼື ສະແຫວງຫາຄວາມຈິງ ແລະ ການແຕ່ງດອງກໍກາຍມາເປັນອຸປະສັກທີ່ໃຫຍ່ທີ່ສຸດ ແລະ ສິ່ງກີດຂວາງທີ່ໃຫຍ່ທີ່ສຸດຂອງພວກເຂົາ. ໃນການເຕົ້າໂຮມ, ເມື່ອທຸກຄົນກຳລັງໂອ້ລົມກ່ຽວກັບສະພາວະນີ້, ພວກເຂົາກໍຈັບຄຳເວົ້າຂອງຄົນອື່ນໃນການໂອ້ລົມທີ່ຕໍ່ຕ້ານພວກເຂົາ ແລະ ຮູ້ສຶກວ່າຄົນເຫຼົ່ານີ້ກຳລັງເວົ້າກ່ຽວກັບພວກເຂົາ. ພວກເຂົາເວົ້າວ່າ “ຂ້ານ້ອຍບໍ່ມີບັນຫາກັບການທີ່ພວກທ່ານໂອ້ລົມກ່ຽວກັບຄວາມຈິງ, ແຕ່ເປັນຫຍັງຈຶ່ງເວົ້າມາຫາຂ້ານ້ອຍ? ພວກເຈົ້າມີບັນຫາຫຍັງບໍ? ເປັນຫຍັງຈຶ່ງພຽງແຕ່ເວົ້າກ່ຽວກັບຂ້ານ້ອຍ?” ນີ້ແມ່ນອຸປະນິໄສຫຍັງ? ເມື່ອເຈົ້າເຕົ້າໂຮມກັນເພື່ອໂອ້ລົມກ່ຽວກັບຄວາມຈິງ, ເຈົ້າຕ້ອງວິເຄາະບັນຫາທີ່ແທ້ຈິງ ແລະ ປ່ອຍໃຫ້ທຸກຄົນເວົ້າກ່ຽວກັບຄວາມເຂົ້າໃຈຂອງພວກເຂົາຕໍ່ບັນຫາເຫຼົ່ານີ້; ໃນຕອນນັ້ນເອງ ເຈົ້າຈຶ່ງຈະສາມາດຮູ້ຈັກຕົນເອງ ແລະ ແກ້ໄຂບັນຫາຂອງເຈົ້າ. ເປັນຫຍັງຄົນຈຶ່ງບໍ່ສາມາດຍອມຮັບສິ່ງນີ້ໄດ້? ມັນຄືອຸປະນິໄສຫຍັງທີ່ຄົນບໍ່ສາມາດຍອມຮັບການຖືກລິຮານ ແລະ ການຖືກຈັດການ ແລະ ບໍ່ສາມາດຍອມຮັບຄວາມຈິງ? ເຈົ້າບໍ່ຄວນແຍກແຍະສິ່ງນີ້ຢ່າງຊັດເຈນບໍ? ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນການສຳແດງອອກເຖິງການເບື່ອໜ່າຍຄວາມຈິງ, ນີ້ຄືແກ່ນແທ້ຂອງບັນຫາ. ເມື່ອຜູ້ຄົນເບື່ອໜ່າຍຄວາມຈິງ, ມັນກໍຍາກຫຼາຍສຳລັບພວກເຂົາທີ່ຈະຍອມຮັບຄວາມຈິງ ແລະ ຖ້າພວກເຂົາບໍ່ສາມາດຍອມຮັບຄວາມຈິງໄດ້, ບັນຫາໃນອຸປະນິໄສທີ່ເສື່ອມຊາມຂອງພວກເຂົາຈະສາມາດໄດ້ຮັບການແກ້ໄຂໄດ້ບໍ? (ບໍ່.) ສະນັ້ນຄົນເຊັ່ນນີ້, ຄົນທີ່ບໍ່ສາມາດຍອມຮັບຄວາມຈິງ, ພວກເຂົາຈະສາມາດໄດ້ຮັບຄວາມຈິງບໍ? ພວກເຂົາສາມາດຖືກພຣະເຈົ້າຊ່ວຍໃຫ້ລອດພົ້ນບໍ? ບໍ່ແມ່ນຢ່າງແນ່ນອນ. ຄົນທີ່ບໍ່ຍອມຮັບຄວາມຈິງຈະເຊື່ອໃນພຣະເຈົ້າຢ່າງຈິງໃຈບໍ? ບໍ່ແມ່ນຢ່າງແນ່ນອນ. ແງ່ມຸມທີ່ສຳຄັນທີ່ສຸດຂອງຄົນທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງກໍຄືການທີ່ສາມາດຍອມຮັບຄວາມຈິງ. ຄົນທີ່ບໍ່ສາມາດຍອມຮັບຄວາມຈິງກໍບໍ່ເຊື່ອໃນພຣະເຈົ້າຢ່າງຈິງໃຈເດັດຂາດ. ຄົນແບບນີ້ສາມາດນັ່ງນິ້ງໃນລະຫວ່າງການເທດສະໜາບໍ? ພວກເຂົາສາມາດໄດ້ຮັບຫຍັງບໍ? ພວກເຂົາບໍ່ສາມາດເຮັດໄດ້. ນີ້ກໍເພາະຄຳເທດສະໜາເປີດເຜີຍຫຼາກຫຼາຍສະພາວະທີ່ເສື່ອມຊາມຂອງພວກເຂົາ. ຜ່ານການວິເຄາະຈາກພຣະທຳຂອງພຣະເຈົ້າ, ຄົນກໍຮັບຄວາມຮູ້ ແລະ ຈາກນັ້ນໂດຍການສືບຕໍ່ໂອ້ລົມກ່ຽວກັບຫຼັກການແຫ່ງການປະຕິບັດ, ພວກເຂົາກໍໄດ້ຮັບເສັ້ນທາງໃຫ້ປະຕິບັດ ແລະ ດ້ວຍວິທີນີ້ຈຶ່ງບັນລຸຜົນ. ເມື່ອຄົນແບບນັ້ນໄດ້ຍິນວ່າສະພາວະທີ່ກຳລັງຖືກເປີດເຜີຍນັ້ນກ່ຽວຂ້ອງກັບພວກເຂົາ, ມັນກ່ຽວຂ້ອງກັບບັນຫາຂອງພວກເຂົາເອງ, ຄວາມລະອາຍໃຈຂອງພວກເຂົາກໍຜັກດັນໃຫ້ພວກເຂົາໃຈຮ້າຍເປັນຟືນເປັນໄຟ ແລະ ພວກເຂົາອາດເຖິງກັບລຸກຂຶ້ນ ແລະ ອອກຈາກການເຕົ້າໂຮມ. ເຖິງແມ່ນວ່າພວກເຂົາບໍ່ຈາກໄປ, ພວກເຂົາອາດເລີ່ມຮູ້ສຶກໂກດເຄືອງ ແລະ ທຸກໃຈຢູ່ຂ້າງໃນ, ເຊິ່ງໃນກໍລະນີນັ້ນບໍ່ມີປະເດັນທີ່ພວກເຂົາຈະເຂົ້າຮ່ວມການເຕົ້າໂຮມ ຫຼື ຮັບຟັງຄຳເທດສະໜາ. ຈຸດປະສົງຂອງການຮັບຟັງຄຳເທດສະໜາບໍ່ແມ່ນເພື່ອເຂົ້າໃຈຄວາມຈິງ ແລະ ແກ້ໄຂບັນຫາທີ່ແທ້ຈິງຂອງຄົນໆໜຶ່ງເອງບໍ? ຖ້າເຈົ້າຢ້ານຢູ່ສະເໝີວ່າບັນຫາຂອງເຈົ້າເອງຈະຖືກເປີດໂປງ, ຖ້າເຈົ້າຢ້ານຢູ່ເລື້ອຍໆວ່າຈະຖືກກ່າວເຖິງ, ເປັນຫຍັງຈຶ່ງເຊື່ອໃນພຣະເຈົ້າ? ຖ້າໃນຄວາມເຊື່ອຂອງເຈົ້ານັ້ນ ເຈົ້າບໍ່ສາມາດຍອມຮັບຄວາມຈິງ, ເຈົ້າບໍ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ. ຖ້າເຈົ້າຢ້ານຢູ່ສະເໝີວ່າຈະຖືກເປີດໂປງ, ເຈົ້າຈະສາມາດແກ້ໄຂບັນຫາຂອງຄວາມເສື່ອມຊາມໄດ້ແນວໃດ? ຖ້າເຈົ້າບໍ່ສາມາດແກ້ໄຂບັນຫາໃນຄວາມເສ່ືອມຊາມຂອງເຈົ້າ, ການເຊື່ອໃນພຣະເຈົ້າຈະເປັນປະໂຫຍດຫຍັງ? ຈຸດປະສົງຂອງຄວາມເຊື່ອໃນພຣະເຈົ້າແມ່ນເພື່ອຍອມຮັບຄວາມລອດພົ້ນຂອງພຣະເຈົ້າ, ປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງເຈົ້າ ແລະ ດຳລົງຊີວິດຕາມລັກສະນະຂອງມະນຸດທີ່ແທ້ຈິງ, ເຊິ່ງທັງໝົດນີ້ແມ່ນບັນລຸໄດ້ຜ່ານການຍອມຮັບຄວາມຈິງ. ຖ້າເຈົ້າບໍ່ສາມາດຍອມຮັບຄວາມຈິງເລີຍ ຫຼື ແມ່ນແຕ່ການຖືກຈັດການ ຫຼື ການຖືກເປີດໂປງ, ແລ້ວເຈົ້າກໍບໍ່ມີທາງທີ່ຈະຮັບເອົາຄວາມລອດພົ້ນຂອງພຣະເຈົ້າ. ແລ້ວບອກເຮົາເບິ່ງ: ໃນຄຣິສຕະຈັກແຕ່ລະແຫ່ງ, ມີຫຼາຍເທົ່າໃດຄົນທີ່ສາມາດຍອມຮັບຄວາມຈິງ? ຄົນທີ່ບໍ່ສາມາດຍອມຮັບຄວາມຈິງມີຫຼາຍ ຫຼື ສອງສາມຄົນ? (ຫຼາຍ.) ນີ້ເປັນສະຖານະການທີ່ມີຢູ່ທ່າມກາງຜູ້ຄົນຖືກເລືອກໃນຄຣິສຕະຈັກແທ້ໆບໍ, ມັນເປັນບັນຫາທີ່ແທ້ຈິງບໍ? ທຸກຄົນທີ່ບໍ່ສາມາດຍອມຮັບຄວາມຈິງ ແລະ ບໍ່ສາມາດຍອມຮັບການຖືກຈັດການ ແລະ ການຖືກລິຮານກໍເບື່ອໜ່າຍຄວາມຈິງ. ການເບື່ອໜ່າຍຄວາມຈິງເປັນອຸປະນິໄສປະເພດທີ່ເສື່ອມຊາມ ແລະ ຖ້າອຸປະນິໄສນີ້ບໍ່ສາມາດປ່ຽນແປງໄດ້, ພວກເຂົາຈະສາມາດຖືກຊ່ວຍໃຫ້ລອດພົ້ນບໍ? ບໍ່ໄດ້ຢ່າງແນ່ນອນ. ມື້ນີ້, ຫຼາຍຄົນມີເວລາທີ່ຍາກລຳບາກໃນການຍອມຮັບຄວາມຈິງ. ມັນບໍ່ແມ່ນເລື່ອງງ່າຍບໍ່ວ່າຈະດ້ວຍວິທີໃດກໍຕາມ. ເພື່ອແກ້ໄຂສິ່ງນີ້, ຄົນໆໜຶ່ງຕ້ອງມີປະສົບການກັບການພິພາກສາ, ການຂ້ຽນຕີ, ການທົດລອງ ແລະ ການຫຼໍ່ຫຼອມບາງຢ່າງຂອງພຣະເຈົ້າ. ແລ້ວພວກເຈົ້າຈະເວົ້າແນວໃດ: ມັນເປັນອຸປະນິໄສຫຍັງ ເມື່ອຄົນບໍ່ສາມາດຍອມຮັບການຖືກລິຮານ ແລະ ການຖືກຈັດການ, ເມື່ອພວກເຂົາບໍ່ປຽບທຽບຕົນເອງກັບພຣະທຳຂອງພຣະເຈົ້າ ຫຼື ສະພາວະທີ່ເປີດເຜີຍໃນລະຫວ່າງການເທດສະໜາ? (ອຸປະນິໄສຂອງການເບື່ອໜ່າຍຄວາມຈິງ.) ນີ້ແມ່ນອຸປະນິໄສທີ່ເສື່ອມຊາມຢ່າງທີສີ່: ການເບື່ອໜ່າຍຄວາມຈິງ. ພວກເຂົາປ່ວຍສໍ່າໃດ. (ພວກເຂົາບໍ່ປາດຖະໜາທີ່ຈະອ່ານພຣະທຳຂອງພຣະເຈົ້າ ຫຼື ຮັບຟັງຄຳເທດສະໜາ ແລະ ບໍ່ປາດຖະໜາທີ່ຈະໂອ້ລົມກ່ຽວກັບຄວາມຈິງ.) ສິ່ງເຫຼົ່ານີ້ຄືການສຳແດງອອກທີ່ເຫັນໄດ້ຢ່າງຊັດເຈນທີ່ສຸດ. ຕົວຢ່າງ: ເມື່ອມີຄົນເວົ້າວ່າ “ທ່ານເຊື່ອໃນພຣະເຈົ້າຢ່າງແທ້ຈິງ. ທ່ານເລືອກທີ່ຈະບໍ່ສົນໃຈຄອບຄົວ ແລະ ອາຊີບເພື່ອປະຕິບັດໜ້າທີ່ ແລະ ໄດ້ທົນທຸກຫຼາຍ ແລະ ຈ່າຍລາຄາທີ່ຂ້ອນຂ້າງຫຼາຍຕະຫຼອດຫຼາຍປີທີ່ຜ່ານມາ. ພຣະເຈົ້າອວຍພອນຄົນແບບນັ້ນ. ພຣະທຳຂອງພຣະເຈົ້າເວົ້າວ່າຄົນທີ່ເສຍສະຫຼະເພື່ອພຣະເຈົ້າຢ່າງຈິງໃຈຈະໄດ້ຮັບພອນຢ່າງຫຼວງຫຼາຍ” ເຖິງຢ່າງໃດກໍຕາມ, ເມື່ອຄົນໆໜຶ່ງສືບຕໍ່ເວົ້າວ່າ “ແຕ່ທ່ານຕ້ອງສືບຕໍ່ພະຍາຍາມຮັບເອົາຄວາມຈິງ! ຖ້າຄົນມີແຮງຈູງໃຈໃນສິ່ງທີ່ພວກເຂົາຢູ່ສະເໝີ ແລະ ອາລະວາດຕາມເຈດຕະນາຂອງພວກເຂົາເອງຢູ່ສະເໝີ, ແລ້ວບໍ່ໄວກໍຊ້າ ພວກເຂົາຈະເຮັດຜິດໃຈພຣະເຈົ້າ ແລະ ໄດ້ຮັບການລັງກຽດຂອງພຣະອົງ”, ເມື່ອພວກເຂົາເວົ້າປະມານນີ້, ເຈົ້າບໍ່ສາມາດຍອມຮັບໄດ້. ເມື່ອໄດ້ຍິນການໂອ້ລົມເຖິງຄວາມຈິງ, ເຈົ້າບໍ່ພຽງແຕ່ບໍ່ສາມາດຍອມຮັບມັນໄດ້ ແຕ່ຍັງເລີ່ມໃຈຮ້າຍ ແລະ ໃນຄວາມຄິດຂອງເຈົ້ານັ້ນ ເຈົ້າຕອບໂຕ້ກັບ: “ພວກທ່ານໃຊ້ເວລາໝົດມື້ເພື່ອໂອ້ລົມຄວາມຈິງ ແຕ່ຂ້ານ້ອຍບໍ່ເຫັນຜູ້ໃດໃນບັນດາພວກທ່ານທີ່ໄປສະຫວັນ”. ນີ້ແມ່ນອຸປະນິໄສຫຍັງ? (ການເບື່ອໜ່າຍຄວາມຈິງ.) ເມື່ອການເວົ້າປ່ຽນຫົວຂໍ້ມາເປັນການປະຕິບັດ, ເມື່ອຄົນເລີ່ມຈິງໃຈກັບເຈົ້າ, ມີການສະແດງອອກເຖິງຄວາມບໍ່ມັກ, ຄວາມບໍ່ອົດທົນ ແລະ ການຕໍ່ຕ້ານທີ່ສຸດໃນຕົວເຈົ້າ. ນີ້ຄືການເບື່ອໜ່າຍຄວາມຈິງ. ແລ້ວອຸປະນິໄສປະເພດນີ້ທີ່ເປັນການເບື່ອໜ່າຍຄວາມຈິງສຳແດງອອກແນວໃດເປັນຫຼັກ? ໃນການປະຕິເສດທີ່ຈະຍອມຮັບການຖືກລິຮານ ແລະ ການຖືກຈັດການ. ການບໍ່ຍອມຮັບການຖືກລິຮານ ແລະ ການຖືກຈັດການເປັນສະພາວະປະເພດໜຶ່ງທີ່ສຳແດງອອກໂດຍອຸປະນິໄສປະເພດນີ້. ໃນຫົວໃຈຂອງພວກເຂົານັ້ນ, ຄົນເຫຼົ່ານີ້ຕໍ່ຕ້ານເປັນຢ່າງຍິ່ງ ເມື່ອພວກເຂົາຖືກຈັດການ. ພວກເຂົາຄິດວ່າ “ຂ້ານ້ອຍບໍ່ຕ້ອງການໄດ້ຍິນມັນ! ຂ້ານ້ອຍບໍ່ຕ້ອງການໄດ້ຍິນມັນ!” ຫຼື “ເປັນຫຍັງຈຶ່ງບໍ່ຈັດການກັບຄົນອື່ນ? ເປັນຫຍັງຈຶ່ງເລືອກຕຳນິຂ້ານ້ອຍ?” ແມ່ນຫຍັງຄືຄວາມໝາຍຂອງການເບື່ອໜ່າຍຄວາມຈິງ? ການເບື່ອໜ່າຍຄວາມຈິງແມ່ນເວລາທີ່ຄົນໆໜຶ່ງບໍ່ສົນໃຈຫຍັງທັງສິ້ນທີ່ເຊື່ອມໂຍງກັບສິ່ງດີໆ, ກັບຄວາມຈິງ, ກັບສິ່ງທີ່ພຣະເຈົ້າຮຽກຂໍ ຫຼື ກັບຄວາມປະສົງຂອງພຣະເຈົ້າ. ບາງຄັ້ງພວກເຂົາມີຄວາມບໍ່ມັກຕໍ່ສິ່ງເຫຼົ່ານີ້, ບາງຄັ້ງພວກເຂົາບໍ່ສົນໃຈພວກມັນ, ບາງຄັ້ງພວກເຂົາບໍ່ເຄົາລົບ ແລະ ເມີນເສີຍ ແລະ ປະຕິບັດຕໍ່ພວກມັນຄືກັບເປັນສິ່ງທີ່ບໍ່ສຳຄັນ ແລະ ພວກເຂົາບໍ່ຈິງໃຈ ແລະ ບໍ່ໄດ້ຫົວຊາກັບພວກມັນ ຫຼື ບໍ່ມີຄວາມຮັບຜິດຊອບຕໍ່ພວກມັນ. ການສຳແດງອອກຫຼັກໆເຖິງການການເບື່ອໜ່ວຍຄວາມຈິງບໍ່ແມ່ນທີ່ປະກົດອອກມາບໍ່ແມ່ນພຽງແຕ່ຄວາມຮູ້ສຶກທີ່ລັງກຽດເມື່ອຜູ້ຄົນໄດ້ຍິນຄວາມຈິງ. ມັນຍັງລວມເຖິງຄວາມບໍ່ເຕັມໃຈທີ່ຈະປະຕິບັດຄວາມຈິງອີກດ້ວຍ, ການຖອຍກັບເມື່ອຮອດເວລາປະຕິບັດຄວາມຈິງ, ຄືກັບວ່າຄວາມຈິງກໍບໍ່ມີຫຍັງກ່ຽວຂ້ອງກັບພວກເຂົາ. ເມື່ອບາງຄົນໂອ້ລົມໃນລະຫວ່າງການເຕົ້າໂຮມ, ພວກເຂົາເບິ່ງຄືວ່າມີຊີວິດຊີວາຫຼາຍ, ພວກເຂົາມັກເວົ້າຊໍ້າຄຳເວົ້າທີ່ເປັນຫຼັກຄຳສອນ ແລະ ເວົ້າຢ່າງສູງສົ່ງເພື່ອນໍາພາຄົນອື່ນຢ່າງຜິດໆ ແລະ ເອົາຊະນະພວກເຂົາ. ພວກເຂົາເບິ່ງຄືເຕັມໄປດ້ວຍກຳລັງ ແລະ ເບີກບານເມື່ອພວກເົຂາເຮັດສິ່ງນີ້ ແລະ ພວກເຂົາດຳເນີນຕໍ່ໄປເລື້ອຍໆຢ່າງບໍ່ສິ້ນສຸດ. ໃນຂະນະດຽວກັນ, ຄົນອື່ນໃຊ້ເວລາໝົດມື້ຈາກຕອນເຊົ້າຈົນເຖິງຕອນແລງໄປກັບການຫຍຸ້ງຢູ່ກັບເລື່ອງຄວາມເຊື່ອ: ການອ່ານພຣະທຳຂອງພຣະເຈົ້າ, ການອະທິຖານ, ການຟັງເພງນະມັດສະການ, ການຈົດບັນທຶກ ຄືກັບວ່າພວກເຂົາບໍ່ສາມາດແຍກຈາກພຣະເຈົ້າໄດ້ແມ່ນແຕ່ຄາວດຽວ. ຕັ້ງແຕ່ຮຸ່ງອະລຸນຈົນຮອດຫົວຄ່ຳ, ພວກເຂົາເຮັດໃຫ້ຕົນເອງຫຍຸ້ງຢູ່ກັບການປະຕິບັດໜ້າທີ່ຂອງພວກເຂົາ. ຄົນເຫຼົ່ານີ້ຮັກພຣະເຈົ້າແທ້ໆບໍ? ພວກເຂົາບໍ່ມີອຸປະນິໄສທີ່ເບື່ອໜ່າຍຄວາມຈິງບໍ? ເມື່ອສາມາດເຫັນສະພາວະທີ່ແທ້ຈິງຂອງພວກເຂົາ? (ເມື່ອຮອດເວລາປະຕິບັດຄວາມຈິງ, ພວກເຂົາກໍແລ່ນໜີ ແລະ ພວກເຂົາບໍ່ເຕັມໃຈທີ່ຈະຍອມຮັບການຖືກລິຮານ ແລະ ການຖືກຈັດ). ເປັນໄປໄດ້ບໍວ່າ ຍ້ອນພວກເຂົາບໍ່ເຂົ້າໃຈສິ່ງທີ່ພວກເຂົາໄດ້ຍິນ ຫຼື ມັນເປັນຍ້ອນພວກເຂົາບໍ່ເຂົ້າໃຈຄວາມຈິງ, ພວກເຂົາຈຶ່ງບໍ່ເຕັມໃຈຍອມຮັບມັນ? ຄຳຕອບຄືບໍ່ແມ່ນທັງສອງນີ້. ພວກເຂົາຖືກຄວບຄຸມໂດຍທຳມະຊາດຂອງພວກເຂົາ. ນີ້ຄືບັນຫາຂອງອຸປະນິໄສ. ໃນຫົວໃຈຂອງພວກເຂົາ, ຄົນເຫຼົ່ານີ້ຮູ້ຂ້ອນຂ້າງດີວ່າພຣະທຳຂອງພຣະເຈົ້າແມ່ນຄວາມຈິງ, ພວກມັນເປັນສິ່ງທີ່ດີ ແລະ ການປະຕິບັດຄວາມຈິງສາມາດນຳມາເຊິ່ງການປ່ຽນແປງໃນອຸປະນິໄສຂອງຜູ້ຄົນ ແລະ ເຮັດໃຫ້ພວກເຂົາສາມາດຕອບສະໜອງຄວາມປະສົງຂອງພຣະເຈົ້າ, ແຕ່ພວກເຂົາພຽງບໍ່ຍອມຮັບພວມມັນ ຫຼື ນໍາພວກມັນໄປປະຕິບັດ. ນັ້ນແມ່ນການເບື່ອໜ່າຍຄວາມຈິງ. ພວກເຈົ້າໄດ້ເຫັນອຸປະນິໄສທີ່ເບື່ອໜ່າຍຄວາມຈິງໃນຜູ້ໃດ? (ຜູ້ບໍ່ເຊື່ອ.) ຜູ້ບໍ່ເຊື່ອເບື່ອໜ່າຍຄວາມຈິງ, ນັ້ນຄືສິ່ງທີ່ຊັດເຈນຫຼາຍ. ພຣະເຈົ້າບໍ່ມີທາງຊ່ວຍຄົນແບບນັ້ນໃຫ້ລອດພົ້ນໄດ້.ສະນັ້ນໃນທ່າມກາງຜູ້ເຊື່ອໃນພຣະເຈົ້າ, ພວກເຈົ້າໄດ້ເຫັນເລື່ອງຫຍັງໃນຄົນທີ່ເບື່ອໜ່າຍຄວາມຈິງ? ມັນອາດເປັນຍ້ອນເມື່ອເຈົ້າໂອ້ລົມຄວາມຈິງກັບພວກເຂົາ, ພວກເຂົາບໍ່ໄດ້ຢືນຍັດ ແລະ ຈາກໄປ ແລະ ເມື່ອການໂອ້ລົມລ່າມໄປຮອດຄວາມຫຍຸ້ງຍາກ ແລະ ບັນຫາຂອງພວກເຂົາເອງ, ພວກເຂົາກໍຜະເຊີນໜ້າກັບພວກມັນຢ່າງຖືກຕ້ອງ ແລະ ພວກເຂົາຍັງມີອຸປະນິໄສທີ່ເບື່ອໜ່າຍຄວາມຈິງ. ສາມາດເຫັນສິ່ງນີ້ໄດ້ຢູ່ໃສ? (ພວກເຂົາມັກໄດ້ຍິນຄຳເທດສະໜາ, ແຕ່ພວກເຂົາບໍ່ໄດ້ນໍາຄວາມຈິງໄປປະຕິບັດ.) ຄົນທີ່ບໍ່ນໍາຄວາມຈິງໄປປະຕິບັດກໍມີອຸປະນິໄສທີ່ເບື່ອໜ່າຍຄວາມຈິງໂດຍບໍ່ຕ້ອງຕັ້ງຄຳຖາມ. ບາງຄົນສາມາດນໍາຄວາມຈິງເລັກໆນ້ອຍໆໄປປະຕິບັດໃນບາງຄັ້ງບາງຄາວ, ສະນັ້ນພວກເຂົາມີອຸປະນິໄສທີ່ເບື່ອໜ່າຍຄວາມຈິງບໍ? ໃນທຳນອງດຽວກັນ, ອຸປະນິໄສແບບນັ້ນກໍຖືກຄົ້ນພົບໃນຄົນທີ່ປະຕິບັດຄວາມຈິງ, ພຽງແຕ່ໃນລະດັບທີ່ແຕກຕ່າງກັນ. ການທີ່ເຈົ້າສາມາດປະຕິບັດຄວາມຈິງບໍ່ໄດ້ໝາຍຄວາມວ່າເຈົ້າບໍ່ມີອຸປະນິໄສທີ່ເບື່ອໜ່າຍຄວາມຈິງ. ການປະຕິບັດຄວາມຈິງບໍ່ໄດ້ໝາຍຄວາມວ່າຊີວິດ-ອຸປະນິໄສຂອງເຈົ້າມີການປ່ຽນແປງໃນທັນທີ, ມັນບໍ່ໄດ້ເປັນເຊັ່ນນັ້ນ. ເຈົ້າຕ້ອງແກ້ໄຂບັນຫາໃນອຸປະນິໄສທີ່ເສື່ອມຊາມຂອງເຈົ້າ, ນີ້ຄືວິທີດຽວທີ່ຈະຮັບເອົາການປ່ຽນແປງໃນຊີວິດ-ອຸປະນິໄສຂອງເຈົ້າ. ການປະຕິບັດຄວາມຈິງໃນໂອກາດຄັ້ງດຽວບໍ່ໄດ້ໝາຍຄວາມວ່າເຈົ້າບໍ່ມີອຸປະນິໄສທີ່ເສື່ອມຊາມອີກຕໍ່ໄປ. ເຈົ້າສາມາດປະຕິບັດຄວາມຈິງໄດ້ໃນໜຶ່ງຂົງເຂດ, ແຕ່ເຈົ້າອາດບໍ່ສາມາດປະຕິບັດຄວາມຈິງໃນຂົງເຂດອື່ນໆ. ບໍລິບົດ ແລະ ເຫດຜົນທີ່ກ່ຽວຂ້ອງແມ່ນແຕກຕ່າງກັນ, ແຕ່ສິ່ງທີ່ສຳຄັນທີ່ສຸດກໍຄືອຸປະນິໄສທີ່ເສື່ອມຊາມມີຢູ່, ເຊິ່ງເປັນຮາກເງົ້າຂອງບັນຫາ. ສະນັ້ນ, ຫຼັງຈາກທີ່ອຸປະນິໄສຂອງຄົນໆໜຶ່ງມີການປ່ຽນແປງ, ຄວາມຫຍຸ້ງຍາກ, ຂໍ້ແກ້ຕົວ ແລະ ຂໍ້ອ້າງທັງໝົດຂອງພວກເຂົາທີ່ກ່ຽວພັນໃນການປະຕິບັດຄວາມຈິງ, ບັນຫາທັງໝົດນີ້ຈະໄດ້ຮັບການແກ້ໄຂ ແລະ ຄວາມບໍ່ເຊື່ອຟັງ, ຂໍ້ບົກຜ່ອງ ແລະ ຄວາມຜິດທັງໝົດຂອງພວກເຂົາຈະໄດ້ຮັບການແກ້ໄຂ. ຖ້າອຸປະນິໄສຂອງຜູ້ຄົນບໍ່ປ່ຽນແປງ, ພວກເຂົາຈະມີຄວາມຫຍຸ້ງຍາກໃນການປະຕິບັດຄວາມຈິງຢູ່ສະເໝີ ແລະ ຈະມີຂໍ້ແກ້ຕົວ ແລະ ຂໍ້ອ້າງຢູ່ສະເໝີ. ຖ້າເຈົ້າປາດຖະໜາທີ່ຈະສາມາດປະຕິບັດຄວາມຈິງ ແລະ ເຊື່ອຟັງພຣະເຈົ້າໃນທຸກສິ່ງ, ຕ້ອງມີການປ່ຽນແປງໃນອຸປະນິໄສຂອງເຈົ້າກ່ອນ. ໃນຕອນນັ້ນເອງ ເຈົ້າຈຶ່ງຈະສາມາດແກ້ໄຂບັນຫາຢູ່ທີ່ຮາກເງົ້າຂອງພວກມັນ.

ແມ່ນຫຍັງຄືອຸປະນິໄສການເບື່ອໜ່າຍຄວາມຈິງທີ່ກ່າວເຖິງເປັນຫຼັກ? ພວກເຮົາມາສົນທະນາກ່ຽວກັບປະເພດຂອງສະພາວະກ່ອນເທາະ. ບາງຄົນມີຄວາມສົນໃຈອັນແຮງກ້າໃນການຮັບຟັງຄຳເທດສະໜາ ແລະ ຍິ່ງພວກເຂົາຮັບຟັງການໂອ້ລົມກ່ຽວກັບຄວາມຈິງຫຼາຍສໍ່າໃດ ຫົວໃຈຂອງພວກເຂົາກໍຍິ່ງສົດໃສຂຶ້ນສໍ່ານັ້ນ ແລະ ພວກເຂົາກໍຍິ່ງປິຕິຍິນດີຫຼາຍສໍ່ານັ້ນ. ພວກເຂົາມີທ່າທີ່ເປັນບວກ ແລະ ຄວາມຫ້າວຫັນ. ສິ່ງນີ້ພິສູດວ່າພວກເຂົາບໍ່ມີອຸປະນິໄສທີ່ເບື່ອໜ່າຍຄວາມຈິງບໍ? (ບໍ່.) ຕົວຢ່າງ: ເດັກບາງຄົນທີ່ອາຍຸເຈັດ ຫຼື ແປດປີມີຄວາມສົນໃຈ ເມື່ອພວກເຂົາໄດ້ຍິນກ່ຽວກັບຄວາມເຊື່ອໃນພຣະເຈົ້າ ແລະ ພວກເຂົາອ່ານພຣະທຳຂອງພຣະເຈົ້າຢູ່ສະເໝີ ແລະ ເຂົ້າຮ່ວມການເຕົ້າໂຮມກັບພໍ່ແມ່ຂອງພວກເຂົາ ແລະ ບາງຄົນເວົ້າວ່າ “ເດັກຄົນນີ້ບໍ່ມີອຸປະນິໄສທີ່ເບື່ອໜ່າຍຄວາມຈິງ, ພວກເຂົາສະຫຼາດຫຼາຍ, ພວກເຂົາເກີດມາເພື່ອເຊື່ອໃນພຣະເຈົ້າ, ພວກເຂົາໄດ້ຖືກເລືອກໄວ້ໂດຍພຣະເຈົ້າ”. ພວກເຂົາອາດຖືກເລືອກໄວ້ໂດຍພຣະເຈົ້າເຊັ່ນກັນ ແຕ່ຄຳເວົ້າເຫຼົ່ານີ້ພຽງແຕ່ຖືກຕ້ອງເຄິ່ງໜຶ່ງ. ນີ້ເປັນເພາະພວກເຂົາຍັງໜຸ່ມ ແລະ ທິດທາງການສະແຫວງຫຂອງພວກເຂົາ ແລະ ເປົ້າໝາຍຂອງພວກເຂົາໃນຊີວິດຍັງບໍ່ທັນກໍ່ຕົວຂຶ້ນເທື່ອ. ເມື່ອທັດສະນະຂອງພວກເຂົາກ່ຽວກັບຊີວິດ ແລະ ສັງຄົມຍັງບໍ່ທັນກໍ່ຕົວຂຶ້ນເທື່ອ, ມັນສາມາດເວົ້າໄດ້ວ່າວິນຍານທີ່ໜຸ່ມຂອງພວກເຂົາມັກສິ່ງທີ່ດີ ແຕ່ເຈົ້າບໍ່ສາມາດເວົ້າວ່າພວກເຂົາບໍ່ມີອຸປະນິໄສທີ່ເບື່ອໜ່າຍຄວາມຈິງ. ເປັນຫຍັງເຮົາຈຶ່ງເວົ້າເຊັ່ນນີ້? ພວກເຂົາມີອາຍຸທີ່ຍັງນ້ອຍ.ຄວາມເປັນມະນຸດຂອງພວກເຂົາຍັງບໍ່ເປັນຜູ້ໃຫຍ່, ພວກເຂົາຂາດປະສົບການ, ຂອບເຂດຄວາມຮູ້ຂອງພວກເຂົາມີຢ່າງຈຳກັດ ແລະ ພວກເຂົາບໍ່ເຂົ້າໃຈເລີຍວ່າຄວາມຈິງແມ່ນຫຍັງ. ພວກເຂົາພຽງແຕ່ມີລົດຊາດສຳລັບສິ່ງທີ່ດີ. ເຈົ້າບໍ່ສາມາດເວົ້າວ່າພວກເຂົາຮັກຄວາມຈິງ, ແຮງແລ້ວທີ່ຈະເວົ້າວ່າພວກເຂົາປະກອບມີຄວາມເປັນຈິງແຫ່ງຄວາມຈິງ. ຍິ່ງໄປກວ່ານັ້ນ, ເດັກບໍ່ມີປະສົບການ ແລະ ສະນັ້ນຈຶ່ງບໍ່ມີຜູ້ໃດສາມາດເຫັນສິ່ງທີ່ເຊື່ອງໄວ້ຢູ່ພາຍໃນຫົວໃຈຂອງພວກເຂົາແທ້ໆ, ທຳມະຊາດ ແລະ ແກ່ນແທ້ປະເພດທີ່ພວກເຂົາມີ. ພຽງແຕ່ເພາະພວກເຂົາສົນໃຈຄວາມເຊື່ອໃນພຣະເຈົ້າ ແລະ ຮັບຟັງຄຳເທດສະໜາ, ຜູ້ຄົນກໍຕັດສິນວ່າພວກເຂົາຮັກຄວາມຈິງ ເຊິ່ງເປັນການສຳແດງອອກເຖິງຄວາມບໍ່ສົນໃຈ ແລະ ຄວາມໂງ່ຈ້າ, ເພາະເດັກບໍ່ມີຄວາມຮູ້ກ່ຽວກັບວ່າຄວາມຈິງແມ່ນຫຍັງ ແລະ ສະນັ້ນຈຶ່ງບໍ່ມີຜູ້ໃດເລີຍທີ່ບໍ່ສາມາດກ່າວເຖິງເລື່ອງທີ່ວ່າພວກເຂົາມັກຄວາມຈິງ ຫຼື ເບື່ອໜ່າຍຄວາມຈິງ. ການເບື່ອໜ່າຍຄວາມຈິງໝາຍເຖິງການຂາດຄວາມສົນໃຈ ແລະ ຄວາມຊີງຊັງຕໍ່ຄວາມຈິງ ແລະ ສິ່ງທີ່ດີເປັນຫຼັກ. ການເບື່ອໜ່າຍຄວາມຈິງຄືເມື່ອຜູ້ຄົນສາມາດເຂົ້າໃຈຄວາມຈິງ ແລະ ຮູ້ວ່າສິ່ງດີໆແມ່ນຫຍັງ ແລະ ຍັງປະຕິບັດຕໍ່ຄວາມຈິງ ແລະ ສິ່ງດີໆດ້ວຍທ່າທີ່ ແລະ ສະພາວະທີ່ຕໍ່ຕ້ານ, ເຮັດພໍເປັນພິທີ, ບໍ່ຖືກໃຈ, ເວົ້າຫຼີກລ່ຽງ ແລະ ເມີນເສີຍ. ນີ້ຄືອຸປະນິໄສທີ່ເບື່ອໜ່າຍຄວາມຈິງ. ອຸປະນິໄສປະເພດນີ້ມີຢູ່ໃນທຸກຄົນບໍ? ບາງຄົນເວົ້າວ່າ “ເຖິງແມ່ນວ່າຂ້ານ້ອຍຮູ້ວ່າພຣະທຳຂອງພຣະເຈົ້າເປັນຄວາມຈິງ, ຂ້ານ້ອຍກໍຍັງບໍ່ມັກມັນ ຫຼື ຍອມຮັບມັນ ຫຼື ຢ່າງໜ້ອຍທີ່ສຸດ ຂ້ານ້ອຍກໍບໍ່ສາມາດຍອມຮັບມັນໃນຕອນນີ້”. ແມ່ນຫຍັງຄືບັນຫາຢູ່ບ່ອນນີ້? ນີ້ຄືການເບື່ອໜ່າຍຄວາມຈິງ. ອຸປະນິໄສຢູ່ຂ້າງໃນພວກເຂົາບໍ່ປ່ອຍໃຫ້ພວກເຂົາຍອມຮັບຄວາມຈິງ. ມີການສຳແດງອອກທີ່ສະເພາະຫຍັງສຳລັບການບໍ່ຍອມຮັບຄວາມຈິງ? ບາງຄົນເວົ້າວ່າ “ຂ້ານ້ອຍເຂົ້າໃຈຄວາມຈິງທັງໝົດ, ແຕ່ຂ້ານ້ອຍພຽງແຕ່ບໍ່ສາມາດນໍາພວກມັນໄປປະຕິບັດ”. ສິ່ງນີ້ເປີດເຜີຍວ່ານີ້ຄືຄົນທີ່ເບື່ອໜ່າຍຄວາມຈິງ ແລະ ພວກເຂົາບໍ່ຮັກຄວາມຈິງ ແລະ ສະນັ້ນພວກເຂົາຈຶ່ງບໍ່ສາມາດນໍາຄວາມຈິງໃດໆໄປປະຕິບັດໄດ້ເລີຍ. ບາງຄົນເວົ້າວ່າ “ການທີ່ຂ້ານ້ອຍສາມາດຫາເງິນໄດ້ຫຼາຍເຊັ່ນນັ້ນກໍເປັນຍ້ອນພຣະເຈົ້າ. ພຣະເຈົ້າໄດ້ອວຍພອນຂ້ານ້ອຍຢ່າງແທ້ຈິງ, ພຣະເຈົ້າດີກັບຂ້ານ້ອຍຫຼາຍ, ພຣະເຈົ້າໄດ້ມອບຄວາມຮັ່ງມີຢ່າງຫຼວງຫຼາຍໃຫ້ຂ້ານ້ອຍ. ໝົດຄອບຄົວຂອງຂ້ານ້ອຍມີເຄື່ອງນຸ່ງຫົ່ມເປັນຢ່າງດີ ແລະ ມີອາຫານກິນ ແລະ ພວກເຂົາບໍ່ຕ້ອງການເຄື່ອງນຸ່ງຫົ່ມ ຫຼື ອາຫານ”. ເມື່ອເຫັນວ່າພວກເຂົາໄດ້ຮັບພອນຈາກພຣະເຈົ້າ, ຄົນເຫຼົ່ານີ້ກໍຂອບໃຈພຣະເຈົ້າໃນຫົວໃຈຂອງພວກເຂົາ, ພວກເຂົາຮູ້ວ່າທຸກສິ່ງນີ້ແມ່ນຖືກຄວບຄຸມໂດຍພຣະເຈົ້າ ແລະ ຖ້າພວກເຂົາບໍ່ໄດ້ຮັບພອນຈາກພຣະເຈົ້າ, ຖ້າພວກເຂົາເພິ່ງພາພອນສະຫວັນຂອງພວກເຂົາເອງ, ພວກເຂົາຈະບໍ່ຫາເງິນທັງໝົດນີ້ໄດ້ຢ່າງແນ່ນອນ. ນີ້ຄືສິ່ງທີ່ພວກເຂົາຄິດໃນຫົວໃຈຂອງພວກເຂົາແທ້ໆ, ສິ່ງທີ່ພວກເຂົາຮູ້ຢ່າງແທ້ຈິງ ແລະ ພວກເຂົາຂອບໃຈພຣະເຈົ້າຢ່າງແທ້ຈິງ. ແຕ່ມື້ໜຶ່ງມາຮອດເມື່ອທຸລະກິດຂອງພວກເຂົາລົ້ມເຫຼວ, ເມື່ອເວລາເລີ່ມຫຍຸ້ງຍາກສຳລັບພວກເຂົາ ແລະ ພວກເຂົາທົນທຸກກັບຄວາມທຸກຍາກ. ເປັນຫຍັງຈຶ່ງເປັນເຊັ່ນນີ້? ເພາະພວກເຂົາຫິວກະຫາຍຫາຄວາມສະບາຍ ແລະ ບໍ່ໄດ້ຄິດຫາວິທີການປະຕິບັດໜ້າທີ່ຂອງພວກເຂົາຢ່າງເໝາະສົມ ແລະ ພວກເຂົາໃຊ້ເວລາທັງໝົດຂອງພວກເຂົາເພື່ອໄລ່ຕາມຫາຄວາມຮັ່ງມີ, ກາຍມາເປັນທາດຂອງເງິນ, ເຊິ່ງສົ່ງຜົນກະທົບຕໍ່ການທີ່ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາ ແລະ ສະນັ້ນພຣະເຈົ້າຈຶ່ງຖອດເອົາສິ່ງນີ້ອອກຈາກພວກເຂົາ. ໃນຫົວໃຈຂອງພວກເຂົາ, ພວກເຂົາຮູ້ວ່າພຣະເຈົ້າໄດ້ອວຍພອນພວກເຂົາຫຼາຍຢ່າງ ແລະ ມອບໃຫ້ພວກເຂົາຫຼາຍຢ່າງ, ແຕ່ພວກເຂົາບໍ່ມີຄວາມປາດຖະໜາທີ່ຈະຕອບແທນຄວາມຮັກຂອງພຣະເຈົ້າ, ພວກເຂົາບໍ່ປາດຖະໜາທີ່ຈະອອກໄປ ແລະ ປະຕິບັດໜ້າທີ່ຂອງພວກເຂົາ ແລະ ຢ້ານກົວ ແລະ ຫວາດຫວັ່ນຢູ່ເລື້ອຍໆວ່າຈະຖືກຈັບກຸມ ແລະ ພວກເຂົາຢ້ານທີ່ຈະສູນເສຍຄວາມຮັ່ງມີ ແລະ ຄວາມພໍໃຈທັງໝົດນີ້ ແລະ ຜົນຕາມມາກໍຄືພຣະເຈົ້າຖອດເອົາສິ່ງເຫຼົ່ານີ້ອອກຈາກພວກເຂົາ. ຫົວໃຈຂອງພວກເຂົາໃສແຈ້ງຄືກັບແວ່ນ, ພວກເຂົາຮູ້ວ່າພຣະເຈົ້າໄດ້ເອົາສິ່ງເຫຼົ່ານີ້ໄປຈາກພວກເຂົາ ແລະ ພວກເຂົາຖືກລົງວິໄນໂດຍພຣະເຈົ້າ ແລະ ສະນັ້ນພວກເຂົາຈຶ່ງອະທິຖານຫາພຣະເຈົ້າ ແລະ ເວົ້າວ່າ “ໂອ ພຣະເຈົ້າ! ພຣະອົງອວຍພອນຂ້ານ້ອຍຄັ້ງໜຶ່ງແລ້ວ, ສະນັ້ນພຣະອົງສາມາດອວຍພອນຂ້ານ້ອຍເປັນຄັ້ງທີສອງ. ການເປັນຢູ່ຂອງພຣະອົງແມ່ນຊົ່ວນິດນິລັນ ແລະ ສະນັ້ນພອນຂອງພຣະອົງຈຶ່ງມີຢູ່ກັບມະນຸດຊາດເຊັ່ນກັນ. ຂ້ານ້ອຍຂອບໃຈພຣະອົງ! ບໍ່ວ່າຈະເກີດຂຶ້ນຫຍັງກໍຕາມ, ພອນ ແລະ ຄຳສັນຍາຂອງພຣະອົງຈະບໍ່ປ່ຽນແປງ. ຖ້າພຣະອົງເອົາໄປຈາກຂ້ານ້ອຍ, ຂ້ານ້ອຍກໍຍັງຈະເຊື່ອຟັງ”. ແຕ່ຄຳເວົ້າ “ເຊື່ອຟັງ” ເປັ່ງອອກມາດ້ວຍນໍ້າສຽງທີ່ບໍ່ຈິງໃຈຈາກປາກຂອງພວກເຂົາ. ປາກຂອງພວກເຂົາເວົ້າວ່າພວກເຂົາສາມາດເຊື່ອຟັງ, ແຕ່ຫຼັງຈາກນັ້ນ ພວກເຂົາກໍຄິດກ່ຽວກັບມັນ ແລະ ພວກເຂົາບໍ່ເຫັນດີກັບບາງຢ່າງ: “ສິ່ງຕ່າງໆເຄີຍດີຫຼາຍ. ເປັນຫຍັງພຣະເຈົ້າຈຶ່ງເອົາມັນໄປໝົດ? ການຢູ່ເຮືອນ ແລະ ການເຮັດໜ້າທີ່ຂອງຂ້ານ້ອຍບໍ່ໄດ້ເປັນສິ່ງດຽວກັນກັບການອອກໄປເຮັດໜ້າທີ່ຂອງຂ້ານ້ອຍບໍ? ຂ້ານ້ອຍກຳລັງເຮັດໃຫ້ຫຍັງຊັກຊ້າ?” ພວກເຂົາລຳລຶກກ່ຽວກັບອະດີດຢູ່ສະເໝີ. ພວກເຂົາມີຄວາມບໍ່ພໍໃຈ ແລະ ຄວາມຂຸ່ນເຄືອງປະເພດໜຶ່ງຕໍ່ພຣະເຈົ້າ ແລະ ຮູ້ສຶກສິ້ນຫວັງຢູ່ສະເໝີ. ພຣະເຈົ້າຍັງຢູ່ໃນຫົວໃຈຂອງພວກເຂົາບໍ? ສິ່ງທີ່ຢູ່ໃນຫົວໃຈຂອງພວກເຂົາຄືເງິນ, ຄວາມສະບາຍທາງວັດຖຸ ແລະ ເວລາທີ່ດີເຫຼົ່ານັ້ນ. ພຣະເຈົ້າບໍ່ມີບ່ອນຢູ່ຫຍັງເລີຍໃນຫົວໃຈຂອງພວກເຂົາ, ພຣະອົງບໍ່ແມ່ນພຣະເຈົ້າຂອງພວກເຂົາອີກຕໍ່ໄປ. ເຖິງແມ່ນພວກເຂົາຮູ້ວ່າມັນເປັນຄວາມຈິງທີ່ “ພຣະເຈົ້າໃຫ້ ແລະ ພຣະເຈົ້າກໍເອົາໄປ”, ພວກເຂົາກໍມັກຄຳວ່າທີ່ “ພຣະເຈົ້າໃຫ້” ແລະ ກຽດຊັງຄຳວ່າ “ພຣະເຈົ້າກໍເອົາໄປ”. ການຍອມຮັບຄວາມຈິງຂອງພວກເຂົາຄືການເລືອກເຮັດຢ່າງຊັດເຈນ. ເມື່ອພຣະເຈົ້າອວຍພອນພວກເຂົາ, ພວກເຂົາກໍຍອມຮັບວ່າມັນເປັນຄວາມຈິງ, ແຕ່ທັນທີທີ່ພຣະເຈົ້າເອົາໄປຈາກພວກເຂົາ ພວກເຂົາກໍບໍ່ສາມາດຍອມຮັບມັນໄດ້. ພວກເຂົາບໍ່ສາມາດຍອມຮັບການຈັດແຈງດັ່ງກ່າວຈາກພຣະເຈົ້າ ແລະ ໃນທາງກົງກັນຂ້າມ ພວກເຂົາຕໍ່ຕ້ານ ແລະ ເລີ່ມບໍ່ພໍໃຈ. ເມື່ອຖືກຮ້ອງຂໍໃຫ້ປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາກໍເວົ້າວ່າ “ຂ້ານ້ອຍຈະເຮັດ ຖ້າພຣະເຈົ້າມອບພອນໃຫ້ຂ້ານ້ອຍ ແລະ ປະທານຄວາມກະລຸນາແກ່ຂ້ານ້ອຍ. ຖ້າບໍ່ມີພອນຂອງພຣະເຈົ້າ ແລະ ຖ້າຄອບຄົວຂອງຂ້ານ້ອຍຢູ່ໃນສະພາວະທີ່ທຸກຍາກເຊັ່ນນັ້ນ, ຂ້ານ້ອຍຈະປະຕິບັດໜ້າທີ່ຂອງຂ້ານ້ອຍໄດ້ແນວໃດ? ຂ້ານ້ອຍບໍ່ຕ້ອງການເຮັດ!” ນີ້ແມ່ນອຸປະນິໄສຫຍັງ? ເຖິງແມ່ນວ່າໃນຫົວໃຈຂອງພວກເຂົາ, ພວກເຂົາຜະເຊີນໜ້າກັບພອນຂອງພຣະເຈົ້າເປັນການສ່ວນຕົວ ແລະ ພຣະອົງຈະມອບໃຫ້ພວກເຂົາຫຼາຍສໍ່າໃດກໍຕາມ, ພວກເຂົາບໍ່ເຕັມໃຈທີ່ຈະຍອມຮັບເມື່ອພຣະເຈົ້າເອົາໄປຈາກພວກເຂົາ. ເປັນຫຍັງຈຶ່ງເປັນເຊັ່ນນີ້? ເພາະພວກເຂົາບໍ່ສາມາດປ່ອຍໃຫ້ເງິນ ແລະ ຊີວິດທີ່ສະບາຍຂອງພວກເຂົາໄປ. ເຖິງແມ່ນພວກເຂົາອາດບໍ່ໄດ້ຄັດຄ້ານຢ່າງເປີດເຜີຍກ່ຽວກັບມັນ, ພວກເຂົາອາດບໍ່ເດມືອອກຕໍ່ຕ້ານພຣະເຈົ້າ ແລະ ພວກເຂົາອາດບໍ່ພະຍາຍາມຕໍ່ສູ້ເພື່ອເອົາຊັບສິນກ່ອນໜ້າຂອງພວກເຂົາກັບມາໂດຍການເພິ່ງພາຄວາມພະຍາຍາມຂອງພວກເຂົາເອງ, ພວກເຂົາເລີ່ມທໍ້ໃຈຕໍ່ການກະທຳຂອງພຣະເຈົ້າແລ້ວ, ພວກເຂົາບໍ່ສາມາດຍອມຮັບຫຍັງທັງສິ້ນ ແລະ ເວົ້າວ່າ “ການທີ່ພຣະເຈົ້າເຮັດເຊັ່ນນີ້ຄືສິ່ງທີ່ບໍ່ໄດ້ພິຈາລະນາຢ່າງແທ້ຈິງ. ມັນຢູ່ເໜືອຄວາມສາມາດເຂົ້າໃຈໄດ້. ຂ້ານ້ອຍຈະສາມາດສືບຕໍ່ເຊື່ອໃນພຣະເຈົ້າໄດ້ແນວໃດ?ຂ້ານ້ອຍບໍ່ປາດຖະໜາທີ່ຈະຮັບຮູ້ວ່າພຣະອົງເປັນພຣະເຈົ້າອີກຕໍ່ໄປ. ຖ້າຂ້ານ້ອຍບໍ່ຮັບຮູ້ວ່າພຣະອົງຄືພຣະເຈົ້າ, ພຣະອົງກໍບໍ່ແມ່ນພຣະເຈົ້າ”. ນີ້ແມ່ນອຸປະນິໄສປະເພດໜຶ່ງບໍ? (ແມ່ນແລ້ວ.)ຊາຕານມີອຸປະນິໄສປະເພດນີ້, ຊາຕານປະຕິເສດພຣະເຈົ້າໃນລັກສະນະນີ້. ອຸປະນິໄສປະເພດນີ້ເປັນໜຶ່ງໃນການເບື່ອໜ່າຍຄວາມຈິງ ແລະ ການກຽດຊັງຄວາມຈິງ. ເມື່ອຄົນເບື່ອໜ່າຍຄວາມຈິງຈົນຮອດຂັ້ນນີ້, ມັນຈະພາພວກເຂົາໄປໃສ? ມັນເຮັດໃຫ້ພວກເຂົາຕໍ່ຕ້ານພຣະເຈົ້າ ແລະ ມັນເຮັດໃຫ້ພວກເຂົາຕໍ່ຕ້ານພຣະເຈົ້າຢ່າງດື້ດ້ານຈົນເຖິງທີ່ສຸດ ເຊິ່ງໝາຍຄວາມວ່າມັນຈົບໝົດແລ້ວສຳລັບພວກເຂົາ.

ແມ່ນຫຍັງຄືທຳມະຊາດຂອງອຸປະນິໄສທີ່ເບື່ອໜ່າຍຄວາມຈິງແທ້ໆ? ຄົນທີ່ເບື່ອໜ່າຍຄວາມຈິງບໍ່ຮັກສິ່ງທີ່ດີ ຫຼື ສິ່ງໃດກໍຕາມທີ່ພຣະເຈົ້າເຮັດ. ຍົກຕົວຢ່າງພາລະກິດແຫ່ງການພິພາກສາຂອງພຣະເຈົ້າໃນລະຫວ່າງຍຸກສຸດທ້າຍ: ບໍ່ມີຜູ້ໃດຕ້ອງການຍອມຮັບພາລະກິດນີ້. ສອງສາມຄົນເຕັມໃຈທີ່ຈະຮັບຟັງຄຳເທດສະໜາກ່ຽວກັບການທີ່ພຣະເຈົ້າເປີດໂປງຜູ້ຄົນ, ປະນາມຜູ້ຄົນ, ຂ້ຽນຕີຜູ້ຄົນ, ທົດສອບຜູ້ຄົນ, ຫຼໍ່ຫຼອມຜູ້ຄົນ, ຕິຕຽນຜູ້ຄົນ ແລະ ລົງວິໄນຜູ້ຄົນ, ແຕ່ພວກເຂົາມີຄວາມສຸກທີ່ໄດ້ຍິນກ່ຽວກັບການທີ່ພຣະເຈົ້າອວຍພອນຜູ້ຄົນ, ໃຫ້ກຳລັງໃຈຜູ້ຄົນ ແລະ ຄຳສັນຍາຂອງພຣະອົງຕໍ່ຜູ້ຄົນ, ບໍ່ມີຜູ້ໃດປະຕິເສດສິ່ງເຫຼົ່ານີ້. ມັນເປັນຄືໃນລະຫວ່າງຍຸກແຫ່ງພຣະຄຸນ, ເມື່ອພຣະເຈົ້າເຮັດພາລະກິດໃນການໃຫ້ອະໄພ, ການຍົກໂທດ, ການອວຍພອນ ແລະ ການປະທານຄວາມກະລຸນາໃຫ້ມະນຸດ, ເມື່ອພຣະອົງຮັກສາຄົນເຈັບປ່ວຍ ແລະ ຂັບໄລ່ມານຮ້າຍ ແລະ ສັນຍາກັບຜູ້ຄົນ, ຄົນກໍເຕັມໃຈທີ່ຈະຍອມຮັບທຸກສິ່ງນັ້ນ, ພວກເຂົາທຸກຄົນຍົກຍ້ອງພຣະເຢຊູສຳລັບຄວາມຮັກທີ່ຍິ່ງໃຫຍ່ຂອງພຣະອົງຕໍ່ມະນຸດ. ແຕ່ຕອນນີ້ເມື່ອຍຸກແຫ່ງລາຊະອານາຈັກໄດ້ມາເຖິງ ແລະ ພຣະເຈົ້າເຮັດພາລະກິດແຫ່ງການພິພາກສາ ແລະ ກ່າວຄວາມຈິງຫຼາຍຢ່າງ, ບໍ່ມີຜູ້ໃດສົນໃຈ. ບໍ່ວ່າພຣະເຈົ້າຈະເປີດໂປງ ແລະ ພິພາກສາຄົນແນວໃດກໍຕາມ, ພວກເຂົາບໍ່ຍອມຮັບມັນ ແລະ ເຖິງກັບເວົ້າກັບຕົນເອງວ່າ “ພຣະເຈົ້າສາມາດເຮັດເຊັ່ນນັ້ນບໍ? ພຣະເຈົ້າບໍ່ຮັກມະນຸດບໍ?” ຖ້າພວກເຂົາຖືກຈັດການ ແລະ ຖືກລິຮານ ຫຼື ຖືກຂ້ຽນຕີ ແລະ ຖືກລົງວິໄນ, ພວກເຂົາເຖິງກັບມີແນວຄິດເພີ່ມເຕີມ ແລະ ເວົ້າກັບຕົນເອງວ່າ “ນີ້ຄືຄວາມຮັກຂອງພຣະເຈົ້າບໍ? ຄຳເວົ້າແຫ່ງການພິພາກສາ ແລະ ການປະນາມເຫຼົ່ານີ້ບໍ່ແມ່ນຄວາມຮັກເລີຍ, ຂ້ານ້ອຍບໍ່ຍອມຮັບພວກມັນ. ຂ້ານ້ອຍບໍ່ໄດ້ໂງ່ຈ້າຂະໜາດນັ້ນ!” ນີ້ຄືອຸປະນິໄສທີ່ເບື່ອໜ່າຍຄວາມຈິງ. ເມື່ອໄດ້ຍິນຄວາມຈິງ, ບາງຄົນກໍເວົ້າວ່າ “ຄວາມຈິງຫຍັງ? ນີ້ເປັນພຽງແຕ່ທິດສະດີ. ມັນເບິ່ງຄືກັບວ່າສູງສົ່ງຫຼາຍ, ຍິ່ງໃຫຍ່ຫຼາຍ, ບໍລິສຸດຫຼາຍ, ແຕ່ສິ່ງເຫຼົ່ານີ້ເປັນພຽງຄຳເວົ້າທີ່ຟັງດູດີ”. ນີ້ບໍ່ແມ່ນອຸປະນິໄສທີ່ເບື່ອໜ່າຍຄວາມຈິງບໍ? ນີ້ຄືອຸປະນິໄສຂອງການເບື່ອໜ່າຍຄວາມຈິງ. ອຸປະນິໄສປະເພດນີ້ຢູ່ໃນພວກເຈົ້າບໍ? (ແມ່ນແລ້ວ.) ແມ່ນຫຍັງຄືສະພາວະທີ່ເຮົາຫາກໍກ່າວເຖິງ ເຊິ່ງພວກເຈົ້າມີແນວໂນ້ມຫຼາຍທີ່ສຸດທີ່ຈະຕົກເປັນເຫຍື່ອ, ເຊິ່ງພວກເຈົ້າຈະເຫັນຫຼາຍທີ່ສຸດ ແລະ ມີການຊື່ນຊົມທີ່ເລິກຊຶ້ງທີ່ສຸດ? (ການບໍ່ຕ້ອງການປະສົບກັບຄວາມຫຍຸ້ງຍາກເມື່ອປະຕິບັດໜ້າທີ່ຂອງພວກເຮົາ, ບໍ່ປາດຖະໜາທີ່ຈະຖືກພິພາກສາ ແລະ ຂ້ຽນຕີໂດຍພຣະເຈົ້າ, ຕ້ອງການທຸກສິ່ງເພື່ອໃຫ້ຜ່ານໄປໂດຍບໍ່ມີອຸປະສັກ.) ການປະຕິເສດອຳນາດຂອງພຣະເຈົ້າ, ການປະຕິເສດການລົງວິໄນ ແລະ ການຂ້ຽນຕີຂອງພຣະເຈົ້າ, ການຮູ້ຈັກຢ່າງຊັດເຈນວ່າພຣະເຈົ້າກຳລັງເຮັດເລື່ອງດີໃນສິ່ງນີ້ ແຕ່ຍັງຕໍ່ຕ້ານໃນຫົວໃຈຂອງເຈົ້າ: ນີ້ຄືການສຳແດງອອກໜຶ່ງປະເພດ. ມີຫຍັງອີກ? (ການມີຄວາມສຸກເມື່ອພວກເຮົາມີປະສິດທິພາບໃນການປະຕິບັດໜ້າທີ່ຂອງພວກເຮົາ ແລະ ການຢູ່ຊື່ໆ, ອ່ອນແອ ແລະ ບໍ່ສາມາດຮ່ວມມືຢ່າງຫ້າວຫັນເມື່ອພວກເຮົາບໍ່ມີປະສິດທິພາບ.) ນີ້ແມ່ນການສຳແດງອອກປະເພດໃດ? (ຄວາມຫົວດື້.) ເຈົ້າຕ້ອງຖືກຕ້ອງກ່ຽວກັບສິ່ງນີ້. ຢ່າສັບສົນ ແລະ ເວົ້າຢືນຢັນຢ່າງຫຼັບຫູຫຼັບຕາ. ບາງຄັ້ງສະພາວະຂອງຜູ້ຄົນມີຄວາມຊັບຊ້ອນຫຼາຍ; ພວກເຂົາບໍ່ແມ່ນພຽງແຕ່ໜຶ່ງປະເພດ, ແຕ່ສອງ ຫຼື ສາມປະເພດປະສົມກັນ. ຖ້າເປັນແນວນັ້ນ ເຈົ້າຈະນິຍາມມັນແນວໃດ? ບາງຄັ້ງອຸປະນິໄສໜຶ່ງຢ່າງຈະເປີດເຜີຍໂຕມັນເອງໃນສອງສະພາວະ, ບາງຄັ້ງໃນສາມສະພາວະ, ແຕ່ເຖິງແມ່ນວ່າສະພາວະເຫຼົ່ານີ້ຈະແຕກຕ່າງ, ໃນທີ່ສຸດແລ້ວນັ້ນ ນີ້ຍັງເປັນອຸປະນິໄສປະເພດໜຶ່ງ. ເຈົ້າຕ້ອງເຂົ້າໃຈອຸປະນິໄສທີ່ເບື່ອໜ່າຍຄວາມຈິງນີ້ ແລະ ພວກເຈົ້າບໍ່ຄວນຄົ້ນຫາວ່າແມ່ນຫຍັງຄືການສຳແດງອອກທີ່ເບື່ອໜ່າຍຄວາມຈິງ. ດ້ວຍວິທີນີ້, ເຈົ້າຈະສາມາດເຂົ້າໃຈອຸປະນິໄສທີ່ເບື່ອໜ່າຍຄວາມຈິງນີ້ຢ່າງແທ້ຈິງ. ເຈົ້າເບື່ອໜ່າຍຄວາມຈິງ. ເຈົ້າຮູ້ເປັນຢ່າງດີວ່າບາງຢ່າງຖືກຕ້ອງ, ມັນບໍ່ຈຳເປັນຕ້ອງເປັນພຣະທຳຂອງພຣະເຈົ້າ ຫຼື ຫຼັກການແຫ່ງຄວາມຈິງ ແລະ ບາງຄັ້ງມັນເປັນສິ່ງທີ່ດີ, ສິ່ງທີ່ຖືກຕ້ອງ, ຄຳເວົ້າທີ່ຖືກຕ້ອງ, ຂໍ້ສະເໜີທີ່ຖືກຕ້ອງ, ແຕ່ເຈົ້າຍັງເວົ້າວ່າ “ນີ້ບໍ່ແມ່ນຄວາມຈິງ, ສິ່ງເຫຼົ່ານີ້ເປັນພຽງຄຳເວົ້າທີ່ຖືກຕ້ອງ. ຂ້ານ້ອຍບໍ່ຕ້ອງການຮັບຟັງ, ຂ້ານ້ອຍບໍ່ຮັບຟັງຄຳເວົ້າຂອງຜູ້ຄົນ!” ນີ້ແມ່ນອຸປະນິໄສຫຍັງ? ມີຄວາມອວດດີ, ຄວາມຫົວດື້ ແລະ ການເບື່ອໜ່າຍຄວາມຈິງຢູ່ບ່ອນນີ້, ມີອຸປະນິໄສປະເພດເຫຼົ່ານີ້ທັງໝົດ. ອຸປະນິໄສແຕ່ລະປະເພດສາມາດສ້າງສະພາວະຫຼາຍປະເພດ. ໜຶ່ງສະພາວະສາມາດກ່ຽວຂ້ອງກັບຫຼາຍອຸປະນິໄສທີ່ແຕກຕ່າງກັນ. ເຈົ້າຕ້ອງຊັດເຈນກ່ຽວກັບວ່າສະພາວະເຫຼົ່ານີ້ຖືກສ້າງຈາກອຸປະນິໄສປະເພດໃດ. ດ້ວຍວິທີນີ້, ເຈົ້າຈະສາມາດແຍກແຍະອຸປະນິໄສທີ່ເສື່ອມຊາມຫຼາກຫຼາຍປະເພດ.

ໃນບັນດາສີ່ປະເພດຂອງອຸປະນິໄສທີ່ເສື່ອມຊາມທີ່ພວກເຮົາຫາກໍໂອ້ລົມ, ອັນໃດໜຶ່ງໃນບັນດາພວກເຂົາກໍພຽງພໍທີ່ຈະປະນາມຜູ້ຄົນຈົນຕາຍ, ມັນໄກເກີນໄປບໍທີ່ຈະເວົ້າເຊັ່ນນັ້ນ? (ບໍ່.) ອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນຈະເກີດຂຶ້ນໄດ້ແນວໃດ? ພວກມັນລ້ວນແລ້ວແຕ່ມາຈາກຊາຕານ. ຜູ້ຄົນເລີ່ມຊຶມຊັບກັບຄວາມເຫັນນອກຮີດ ແລະ ຄວາມເຊື່ອຜິດໆທີ່ປ່ອຍອອກໂດຍຊາຕານ, ມານຮ້າຍ ແລະ ບຸກຄົນທີ່ມີຊື່ສຽງ ແລະ ໂດດເດັ່ນ ແລະ ດ້ວຍເຫດນັ້ນຫຼາກຫຼາຍອຸປະນິໄສທີ່ເສື່ອມຊາມເຫຼົ່ານີ້ຈຶ່ງປາກົດຂຶ້ນ. ອຸປະນິໄສເຫຼົ່ານີ້ດີ ຫຼື ບໍ່ດີ? (ບໍ່ດີ.) ເຈົ້າເວົ້າວ່າພວກມັນບໍ່ດີບົນພື້ນຖານຫຍັງ? (ຄວາມຈິງ.) ເພາະອຸປະນິໄສເຫຼົ່ານີ້ລະເມີດຄວາມຈິງ ແລະ ຕໍ່ຕ້ານພຣະເຈົ້າ ແລະ ພວກເຂົາຕໍ່ຕ້ານອຸປະນິໄສຂອງພຣະເຈົ້າຢ່າງເປັນປໍລະປັກ ແລະ ທຸກສິ່ງທີ່ພຣະເຈົ້າມີ ແລະ ເປັນ, ສະນັ້ນຖ້າພົບເຫັນໜຶ່ງໃນອຸປະນິໄສທີ່ເສື່ອມຊາມເຫຼົ່ານີ້ໃນຜູ້ຄົນ, ພວກເຂົາກໍກາຍມາເປັນຄົນທີ່ຕໍ່ຕ້ານພຣະເຈົ້າ. ຖ້າມີການພົບເຫັນໜຶ່ງໃນສີ່ອຸປະນິໄສເຫຼົ່ານີ້ພາຍໃນຄົນໆໜຶ່ງ, ແລ້ວສິ່ງນີ້ກໍເປັນບັນຫາ ແລະ ພວກເຂົາໄດ້ກາຍມາເປັນສັດຕູຂອງພຣະເຈົ້າ ແລະ ພວກເຂົາຖືກລິຂິດໃຫ້ຕາຍໃນລັກສະນະໃດໜຶ່ງ. ບໍ່ວ່າມັນຈະເປັນອຸປະນິໄສຫຍັງກໍຕາມ, ຖ້າເຈົ້າຊັ່ງຊາມັນໂດຍນໍາໃຊ້ຄວາມຈິງ, ເຈົ້າຈະເຫັນວ່າແກ່ນແທ້ທີ່ແຕ່ລະຄົນສຳແດງອອກແມ່ນແນໃສ່ພຣະເຈົ້າທັງສິ້ນ, ຕໍ່ຕ້ານພຣະເຈົ້າ ແລະ ເປັນສັດຕູຕໍ່ພຣະເຈົ້າ. ສະນັ້ນ, ຖ້າອຸປະນິໄສຂອງເຈົ້າບໍ່ປ່ຽນ ແລ້ວເຈົ້າຈະບໍ່ສາມາດເຂົ້າກັນກັບພຣະເຈົ້າໄດ້, ເຈົ້າຈະກຽດຊັງຄວາມຈິງ ແລະ ເຈົ້າຈະເປັນສັດຕູຂອງພຣະເຈົ້າ.

ຕໍ່ໄປ, ພວກເຮົາມາເວົ້າກ່ຽວກັບອຸປະນິໄສປະເພດທີຫ້າກັນເທາະ. ເຮົາຈະຍົກຕົວຢ່າງໃຫ້ພວກເຈົ້າຟັງ ແລະ ພວກເຈົ້າສາມາດພະຍາຍາມຄິດວ່ານີ້ແມ່ນອຸປະນິໄສປະເພດໃດ. ລອງຈິນຕະນາການວ່າມີສອງຄົນກຳລັງລົມກັນ ແລະ ໜຶ່ງໃນພວກເຂົາເຫຼົ່ານັ້ນກົງໄປກົງມາຫຼາຍເກີນໄປໃນສິ່ງທີ່ພວກເຂົາເວົ້າ ແລະ ສະນັ້ນ ອີກຄົນຈຶ່ງຂຸ່ນເຄືອງ. ໃນຄວາມຄິດຂອງພວກເຂົາ, ພວກເຂົາກຳລັງຄິດວ່າ “ເປັນຫຍັງທ່ານຈຶ່ງທຳຮ້າຍຄວາມພາກພູມໃຈຂອງຂ້ານ້ອຍແນວນີ້? ທ່ານຄິດວ່າຂ້ານ້ອຍຈະປ່ອຍໃຫ້ຜູ້ຄົນເລືອກຕຳນິຂ້ານ້ອຍບໍ?” ແລະ ສະນັ້ນຈຶ່ງເລີ່ມມີຄວາມກຽດຊັງຢູ່ພາຍໃນພວກເຂົາ. ໃນຄວາມເປັນຈິງແລ້ວ, ບັນຫານີ້ແມ່ນແກ້ໄຂໄດ້ງ່າຍ. ຖ້າຄົນໃດໜຶ່ງໄດ້ເວົ້າບາງສິ່ງທີ່ທຳຮ້າຍຄົນອື່ນ, ຕາບໃດທີ່ຜູ້ເວົ້າຂໍໂທດຜູ້ຟັງ ເລື່ອງດັ່ງກ່າວກໍຈະຜ່ານໄປ. ແຕ່ຖ້າຝ່າຍທີ່ຂຸ່ນເຄືອງບໍ່ສາມາດປ່ອຍໃຫ້ເລື່ອງນີ້ຜ່ານໄປ ແລະ ສຳລັບພວກເຂົາແລ້ວ “ມັນບໍ່ເຄີຍຊ້າເກີນໄປທີ່ສຸພາບບຸລຸດຈະແກ້ແຄ້ນ”, ນີ້ແມ່ນອຸປະນິໄສຫຍັງ? (ຄວາມມຸ່ງຮ້າຍ.) ຖືກຕ້ອງ, ນີ້ຄືຄວາມມຸ່ງຮ້າຍ ແລະ ນີ້ຄືຄົນທີ່ມີອຸປະນິໄສທີ່ຊົ່ວຊ້າ. ໃນຄຣິສຕະຈັກ, ບາງຄົນຖືກລິຮານ ແລະ ຖືກຈັດການ ເພາະພວກເຂົາບໍ່ໄດ້ເຮັດໜ້າທີ່ຂອງພວກເຂົາຢ່າງຖືກຕ້ອງ. ສິ່ງຕ່າງໆທີ່ເວົ້າເມື່ອກຳລັງລິຮານ ແລະ ຈັດການກັບຄົນໆໜຶ່ງມັກກ່ຽວຂ້ອງກັບການໃຫ້ຄົນນັ້ນຖືກຕຳນິ ແລະ ບາງທີກໍເຖິງກັບຖືກຮ້າຍດ່າ. ສິ່ງນີ້ຈະເຮັດໃຫ້ພວກເຂົາບໍ່ພໍໃຈຢ່າງແນ່ນອນ ແລະ ພວກເຂົາຈະຕ້ອງການຊອກຫາຂໍ້ອ້າງ ແລະ ຕອບກັບ. ພວກເຂົາເວົ້າສິ່ງຕ່າງໆ ເຊັ່ນ: “ເຖິງແມ່ນວ່າທ່ານຈັດການກັບຂ້ານ້ອຍໂດຍການເວົ້າສິ່ງຕ່າງໆທີ່ຖືກຕ້ອງ, ບາງຢ່າງທີ່ທ່ານເວົ້າສ້າງຄວາມຂຸ່ນເຄື່ອງແທ້ໆ ແລະ ທ່ານເຮັດໃຫ້ຂ້ານ້ອຍອັບອາຍ ແລະ ທຳຮ້າຍຄວາມຮູ້ສຶກຂອງຂ້ານ້ອຍ. ຂ້ານ້ອຍເຊື່ອໃນພຣະເຈົ້າຕະຫຼອດປີເຫຼົ່ານີ້, ເຮັດວຽກໜັກ ເຖິງແມ່ນວ່າຈະບໍ່ເຄີຍປະກອບສ່ວນຫຍັງຈັກເທື່ອ, ຂ້ານ້ອຍຈະສາມາດຖືກປະຕິບັດເຊັ່ນນີ້ໄດ້ແນວໃດ? ເປັນໄປໄດ້ແນວໃດທີ່ທ່ານບໍ່ຈັດການກັບຄົນອື່ນເລີຍ? ຂ້ານ້ອຍບໍ່ສາມາດຍອມຮັບສິ່ງນີ້ໄດ້ ແລະ ຂ້ານ້ອຍຈະບໍ່ທົນກັບມັນ!” ນີ້ແມ່ນອຸປະນິໄສທີ່ເສື່ອມຊາມປະເພດໜຶ່ງ, ບໍ່ແມ່ນບໍ? (ແມ່ນແລ້ວ.) ອຸປະນິໄສທີ່ເສື່ອມຊາມນີ້ພຽງແຕ່ສຳແດງອອກຜ່ານການຈົ່ມຕໍ່ວ່າ, ການບໍ່ເຊື່ອຟັງ ແລະ ການເປັນປໍລະປັກ, ແຕ່ມັນຍັງບໍ່ທັນໄປຮອດຈຸດສູງສຸດຂອງມັນເທື່ອ, ມັນບໍ່ໄດ້ໄປຮອດຈຸດສຸດຍອດຂອງມັນ, ເຖິງແມ່ນວ່າມັນກຳລັງສະແດງສັນຍານບາງຢ່າງແລ້ວ ແລະ ມັນໄດ້ເລີ່ມໄປຮອດຈຸດທີ່ມັນໃກ້ຈະລະເບີດອອກແລ້ວ. ແມ່ນຫຍັງຄືທ່າທີ່ຂອງພວກເຂົາບໍ່ດົນຫຼັງຈາກນີ້? ພວກເຂົາຫົວດື້, ພວກເຂົາຮູ້ສຶກໂກດເຄືອງ ແລະ ບໍ່ຍອມເຊື່ອຟັງ ແລະ ເລີ່ມສະແດງອອກດ້ວຍເຈດຕະນາຮ້າຍ. ພວກເຂົາເລີ່ມໃຊ້ເຫດຜົນຕັດສິນ. “ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ໄດ້ເຮັດຖືກຢູ່ສະເໝີ ເມື່ອພວກເຂົາຈັດການກັບຜູ້ຄົນ. ພວກທ່ານຄົນທີ່ເຫຼືອອາດສາມາດຍອມຮັບມັນໄດ້, ແຕ່ຂ້ານ້ອຍບໍ່ສາມາດຍອມຮັບມັນ. ການທີ່ພວກທ່ານສາມາດຍອມຮັບສິ່ງນີ້ໄດ້ກໍເປັນເພາະພວກທ່ານໂງ່ຈ້າ ແລະ ໂງ່ງ່າວ. ຂ້ານ້ອຍຈະບໍ່ຍອມຮັບມັນ! ພວກເຮົາມາລົມກັນໃນເລື່ອງທີ່ເປັນບັນຫາກັນເທາະ ແລະ ເບິ່ງວ່າຜູ້ໃດເຮັດຖືກ ຫຼື ຜູ້ໃດເຮັດຜິດ”. ຫຼັງຈາກນັ້ນ, ຜູ້ຄົນກໍໂອ້ລົມກັບພວກເຂົາໂດຍເວົ້າວ່າ “ບໍ່ວ່າຈະຖືກ ຫຼື ຜິດ, ສິ່ງທຳອິດທີ່ທ່ານຕ້ອງເຮັດກໍຄືການເຊື່ອຟັງ. ມັນເປັນໄປໄດ້ບໍວ່າການປະຕິບັດໜ້າທີ່ຂອງທ່ານບໍ່ມີມົນທິນແມ່ນແຕ່ໜ້ອຍດຽວ? ທ່ານເຮັດທຸກສິ່ງຢ່າງຖືກຕ້ອງບໍ? ເຖິງແມ່ນວ່າທ່ານເຮັດທຸກສິ່ງຢ່າງຖືກຕ້ອງ, ການຖືກຈັດການກໍຍັງເປັນປະໂຫຍດສຳລັບທ່ານ! ພວກເຮົາໄດ້ໂອ້ລົມກ່ຽວກັບຫຼັກການຕ່າງໆກັບທ່ານຫຼາຍຄັ້ງ, ແຕ່ທ່ານບໍ່ເຄີຍຮັບຟັງຈັກເທື່ອ ແລະ ເລືອກທີ່ຈະເຮັດຢ່າງຫຼັບຫູຫຼັບຕາຕາມທີ່ທ່ານພໍໃຈ, ສ້າງການລົບກວນຕໍ່ວຽກງານຂອງຄຣິສຕະຈັກ ແລະ ກໍ່ໃຫ້ເກີດຄວາມສູນເສຍຄັ້ງໃຫຍ່ຫຼວງ, ສະນັ້ນທ່ານຈະບໍ່ຖືກລິຮານ ແລະ ຖືກຈັດການໄດ້ແນວໃດ? ຄຳເວົ້າອາດຮຸນແຮງ ແລະ ມັນອາດຟັງໄດ້ຍາກ, ແຕ່ນັ້ນຄືສິ່ງທີ່ປົກກະຕິ ບໍ່ແມ່ນບໍ? ສະນັ້ນເຈົ້າກຳລັງໂຕ້ຖຽງກ່ຽວກັບຫຍັງ? ຄວນປ່ອຍໃຫ້ເຈົ້າເຮັດສິ່ງທີ່ບໍ່ດີພຽງຄົນດຽວ ໂດຍທີ່ບໍ່ປ່ອຍໃຫ້ຄົນອື່ນຈັດການກັບເຈົ້າບໍ?” ແຕ່ພວກເຂົາຈະສາມາດຍອມຮັບການຖືກຈັດການໄດ້ບໍ ຫຼັງຈາກທີ່ໄດ້ຍິນສິ່ງນີ້? ພວກເຂົາຈະບໍ່ຍອມຮັບ. ພວກເຂົາຈະພຽງແຕ່ສືບຕໍ່ຫາຂໍ້ອ້າງ ແລະ ຕໍ່ຕ້ານ. ພວກເຂົາເປີດເຜີຍອຸປະນິໄສຫຍັງ? ຄວາມໂຫດຫ້ຽມ; ມັນເປັນອຸປະນິໄສທີ່ຊົ່ວຊ້າ. ພວກເຂົາໝາຍວ່າແນວໃດແທ້ໆ? “ຂ້ານ້ອຍຈະບໍ່ທົນທຸກກັບການທີ່ຜູ້ຄົນເຮັດໃຫ້ຂ້ານ້ອຍໂກດເຄືອງ. ບໍ່ມີຜູ້ໃດຄວນພະຍາຍາມ ແລະ ຈັບຕ້ອງຜົມເທິງຫົວຂອງຂ້ານ້ອຍ. ຖ້າຂ້ານ້ອຍສະແດງໃຫ້ທ່ານເຫັນວ່າຂ້ານ້ອຍບໍ່ໄດ້ກໍ່ກວນໄດ້ງ່າຍໆ, ທ່ານຈະບໍ່ກ້າຈັດການກັບຂ້ານ້ອຍໃນອະນາຄົດ. ຖ້າເປັນເຊັ່ນນັ້ນ, ຂ້ານ້ອຍຈະບໍ່ຊະນະບໍ?” ມັນເປັນແນວໃດ? ອຸປະນິໄສຖືກເປີດໂປງ, ແມ່ນບໍ? ນີ້ຄືອຸປະນິໄສທີ່ຊົ່ວຊ້າ. ຄົນທີ່ມີອຸປະນິໄສທີ່ຊົ່ວຊ້າບໍ່ພຽງແຕ່ເບື່ອໜ່າຍຄວາມຈິງ, ພວກເຂົາກຽດຊັງຄວາມຈິງ! ເມື່ອພວກເຂົາຖືກລິຮານ ແລະ ຖືກຈັດການ, ພວກເຂົາຈະພະຍາຍາມຫຼົບໜີ ຫຼື ພວກເຂົາຈະບໍ່ສົນໃຈມັນ, ໃນຫົວໃຈຂອງພວກເຂົາ ພວກເຂົາເປັນປໍລະປັກເຫຼືອເກີນ. ມັນບໍ່ແມ່ນພຽງກໍລະນີທີ່ພວກເຂົາຄິດຫາຂໍ້ອ້າງ. ນັ້ນບໍ່ແມ່ນທ່າທີ່ຂອງພວກເຂົາເລີຍ. ພວກເຂົາບໍ່ຍອມເຮັດຕາມ ແລະ ຕໍ່ຕ້ານ, ພວກເຂົາເຖິງກັບໂຕ້ຖຽງຄືນຄືກັບສັດປະຫຼາດນົກຈຳນວນໜຶ່ງ. ໃນຫົວໃຈຂອງພວກເຂົາ, ພວກເຂົາຄິດວ່າ “ຂ້ານ້ອຍເຂົ້າໃຈວ່າທ່ານກຳລັງພະຍາຍາມເຮັດໃຫ້ຂ້ານ້ອຍອັບອາຍ ແລະ ຕັ້ງໃຈເຮັດໃຫ້ຂ້ານ້ອຍຂາຍໜ້າ ແລະ ເຖິງແມ່ນວ່າຂ້ານ້ອຍບໍ່ກ້າຂັດແຍ່ງທ່ານຢູ່ຊ່ອງໜ້າທ່ານ, ຂ້ານ້ອຍຈະຊອກຫາໂອກາດເພື່ອແກ້ແຄ້ນຄືນ! ທ່ານຄິດວ່າທ່ານສາມາດຈັດການກັບຂ້ານ້ອຍ ແລະ ສັ່ງໃຫ້ຂ້ານ້ອຍເຮັດນັ້ນເຮັດນີ້ບໍ? ຂ້ານ້ອຍຈະເຮັດໃຫ້ທຸກຄົນຢູ່ຂ້າງຂ້ານ້ອຍ, ກີດກັນທ່ານ ແລະ ຫຼັງຈາກນັ້ນຂ້ານ້ອຍຈະເຮັດໃຫ້ທ່ານໄດ້ຊີມລົດຊາດການກະທຳຂອງທ່ານເອງ!” ນີ້ຄືສິ່ງທີ່ພວກເຂົາກຳລັງຄິດໃນຫົວໃຈຂອງພວກເຂົາ; ໃນທີ່ສຸດ ອຸປະນິໄສທີ່ຊົ່ວຊ້າກໍເປີດເຜີຍໂຕມັນເອງ. ເພື່ອບັນລຸເປົ້າໝາຍຂອງພວກເຂົາ ແລະ ສະແດງອອກເຖິງເຈດຕະນາຮ້າຍຂອງພວກເຂົາ, ພວກເຂົາເຮັດສຸດຄວາມສາມາດຂອງພວກເຂົາເພື່ອຄິດຫາຂໍ້ອ້າງທີ່ຈະເຮັດໃຫ້ພວກເຂົາເອງມີຄວາມຊອບທຳ ແລະ ເຮັດໃຫ້ທຸກຄົນຢູ່ຂ້າງພວກເຂົາ. ໃນຕອນນັ້ນເອງ, ພວກເຂົາຈຶ່ງມີຄວາມສຸກ ແລະ ສະຫງົບຈາກຄວາມໃຈຮ້າຍ. ນີ້ຄືຄວາມມຸ່ງຮ້າຍ, ບໍ່ແມ່ນບໍ? ນີ້ຄືອຸປະນິໄສທີ່ຊົ່ວຊ້າ. ເມື່ອພວກເຂົາຍັງບໍ່ທັນຖືກລິຮານ ຫຼື ຈັດການ, ຄົນແບບນີ້ກໍເປັນຄືກັບແກະນ້ອຍ. ເມື່ອພວກເຂົາຖືກລິຮານ ແລະ ຖືກຈັດການ ຫຼື ເມື່ອຕົວຕົນທີ່ແທ້ຈິງຂອງພວກເຂົາໄດ້ຖືກເປີດໂປງ, ພວກເຂົາກໍປ່ຽນຈາກແກະກາຍເປັນໝາປ່າໃນທັນທີ ແລະ ຄວາມເປັນໝາປ່າຂອງພວກເຂົາກໍປາກົດອອກມາ. ນີ້ຄືອຸປະນິໄສທີ່ຊົ່ວຊ້າ, ບໍ່ແມ່ນບໍ? (ແມ່ນແລ້ວ.) ສະນັ້ນເປັນຫຍັງຈຶ່ງບໍ່ສາມາດເຫັນມັນໄດ້ໃນເວລາສ່ວນໃຫຍ່? (ພວກເຂົາບໍ່ໄດ້ຖືກກະຕຸ້ນໃຫ້ໃຈຮ້າຍ.) ຖືກຕ້ອງ, ພວກເຂົາບໍ່ໄດ້ຖືກກະຕຸ້ນໃຫ້ໃຈຮ້າຍ ແລະ ຜົນປະໂຫຍດຂອງພວກເຂົາບໍ່ໄດ້ຕົກຢູ່ໃນອັນຕະລາຍ. ມັນເປັນຄືກັບວ່າໝາປ່າຈະບໍ່ກິນເຈົ້າ ເມື່ອມັນບໍ່ໄດ້ຫິວກະຫາຍ, ແລ້ວເຈົ້າຈະສາມາດເວົ້າໄດ້ບໍວ່າມັນບໍ່ແມ່ນໝາປ່າ? ຖ້າເຈົ້າລໍຖ້າຈົນກວ່າມັນພະຍາຍາມກິນເຈົ້າເພື່ອເອີ້ນມັນວ່າໝາປ່າ, ນັ້ນກໍຈະຊ້າເກີນໄປ ບໍ່ແມ່ນບໍ? ເຖິງແມ່ນເມື່ອມັນບໍ່ໄດ້ພະຍາຍາມກິນເຈົ້າ, ເຈົ້າກໍຄວນມີສະຕິລະວັງຕົວຕະຫຼອດເວລາ. ການທີ່ໝາປ່າບໍ່ກິນເຈົ້າບໍ່ໄດ້ໝາຍຄວາມວ່າມັນບໍ່ຕ້ອງການກິນເຈົ້າ, ພຽງແຕ່ວ່າຍັງບໍ່ທັນຮອດເວລາເທື່ອ ແລະ ເມື່ອຮອດເວລາ, ທຳມະຊາດທີ່ເປັນໝາປ່າຂອງມັນກໍຈະຈູ່ໂຈມ. ການຖືກລິຮານ ແລະ ການຖືກຈັດການຈະເປີດເຜີຍຄົນທຸກໆປະເພດ. ບາງຄົນຄິດກັບຕົນເອງວ່າ “ເປັນຫຍັງຂ້ານ້ອຍຈຶ່ງເປັນຄົນດຽວທີ່ຖືກຈັດການ? ເປັນຫຍັງຂ້ານ້ອຍຈຶ່ງຖືກເລືອກຕຳນິຢູ່ສະເໝີ? ພວກເຂົາເຫັນວ່າຂ້ານ້ອຍເປັນເປົ້າໄດ້ງ່າຍບໍ? ຂ້ານ້ອຍບໍ່ມີຄົນປະເພດທີ່ທ່ານສາມາດກໍ່ກວນ!” ນີ້ແມ່ນອຸປະນິໄສຫຍັງ? ພວກເຂົາສາມາດເປັນຄົນດຽວທີ່ຖືກຈັດການໄດ້ແນວໃດ? ນີ້ບໍ່ແມ່ນລັກສະນະທີ່ແທ້ຈິງຂອງສິ່ງຕ່າງໆທີ່ເປັນ. ຜູ້ໃດໃນບັນດາພວກເຈົ້າທີ່ບໍ່ຖືກຈັດການ ຫຼື ຖືກລິຮານ? ພວກເຈົ້າໄດ້ຖືກໝົດ. ບາງຄັ້ງຜູ້ນໍາ ແລະ ຜູ້ເຮັດວຽກກໍຫົວແຂງ ແລະ ປະໝາດໃນວຽກງານຂອງພວກເຂົາ ຫຼື ບໍ່ດັ່ງນັ້ນພວກເຂົາກໍບໍ່ໄດ້ເຮັດວຽກງານຕາມການຈັດແຈງວຽກງານ ແລະ ພວກເຂົາສ່ວນໃຫຍ່ກໍຖືກຈັດການ ແລະ ຖືກລິຮານ. ສິ່ງນີ້ແມ່ນເຮັດເພື່ອປົກປ້ອງວຽກງານຂອງຄຣິສຕະຈັກ ແລະ ເພື່ອປ້ອງກັນບໍ່ໃຫ້ຄົນເລີ່ມໂກກເກກ. ມັນບໍ່ໄດ້ເຮັດເພື່ອແນເປົ້າໃສ່ບຸກຄົນໃດໜຶ່ງໂດຍສະເພາະ. ສິ່ງທີ່ພວກເຂົາເວົ້າເປັນການບິດເບືອນຂໍ້ແທ້ຈິງຢ່າງຊັດເຈນ ແລະ ນີ້ຍັງເປັນການສຳແດງອອກເຖິງອຸປະນິໄສທີ່ຊົ່ວຊ້າຍ.

ອຸປະນິໄສທີ່ຊົ່ວຊ້າຍສຳແດງອອກໃນລັກສະນະໃດອີກ? ມັນກ່ຽວຂ້ອງກັບການເບື່ອໜ່າຍຄວາມຈິງແນວໃດ? ໃນຄວາມເປັນຈິງແລ້ວ, ເມື່ອການເບື່ອໜ່າຍຄວາມຈິງສຳແດງໂຕມັນເອງໃນລັກສະນະທີ່ຮ້າຍແຮງ ແລ້ວສະແດງອອກເຖິງລັກສະນະທີ່ຕໍ່ຕ້ານ ແລະ ຕັດສິນ, ສິ່ງນີ້ກໍເປີດເຜີຍອຸປະນິໄສທີ່ຊົ່ວຊ້າ. ການເບື່ອໜ່າຍຄວາມຈິງລວມມີສະພາວະຈຳນວນໜຶ່ງ, ນັບຕັ້ງແຕ່ການຂາດຄວາມສົນໃຈໃນຄວາມຈິງຈົນເຖິງການດູຖູກຄວາມຈິງ, ເຊິ່ງເດີນໜ້າເປັນການຕັດສິນພຣະເຈົ້າ ແລະ ການປະນາມພຣະເຈົ້າ. ເມື່ອການເບື່ອໜ່າຍຄວາມຈິງໄດ້ໄປຮອດຈຸດໃດໜຶ່ງ, ຜູ້ຄົນກໍມີແນວໂນ້ມທີ່ຈະປະຕິເສດພຣະເຈົ້າ, ກຽດຊັງພຣະເຈົ້າ ແລະ ຕໍ່ຕ້ານພຣະເຈົ້າ. ສະພາວະຫຼາຍຢ່າງເຫຼົ່ານີ້ຄືອຸປະນິໄສທີ່ຊົ່ວຊ້າ, ບໍ່ແມ່ນບໍ? (ແມ່ນແລ້ວ.) ສະນັ້ນ, ຄົນທີ່ເບື່ອໜ່າຍຄວາມຈິງກໍຍິ່ງມີສະພາວະທີ່ຮ້າຍແຮງຫຼາຍຂຶ້ນ ແລະ ພາຍໃນສິ່ງນີ້ກໍມີອຸປະນິໄສປະເພດໜຶ່ງ: ອຸປະນິໄສທີ່ຊົ່ວຊ້າ. ຕົວຢ່າງ: ບາງຄົນຮັບຮູ້ວ່າທຸກສິ່ງຖືກປົກຄອງໂດຍພຣະເຈົ້າ, ແຕ່ເມື່ອພຣະເຈົ້າເອົາໄປຈາກພວກເຂົາ ແລະ ພວກເຂົາໄດ້ຮັບຄວາມເສຍຫາຍຕໍ່ຜົນປະໂຫຍດຂອງພວກເຂົາ, ພວກເຂົາກໍບໍ່ພໍໃຈ ຫຼື ເປັນປໍລະປັກຢູ່ພາຍນອກ, ແຕ່ຢູ່ພາຍໃນ ພວກເຂົາບໍ່ມີການຍອມຮັບ ຫຼື ການຍອມອ່ອນນ້ອມ. ທ່າທີ່ຂອງພວກເຂົາເປັນທ່າທີ່ທີ່ນັ່ງຢູ່ຊື່ໆ ແລະ ລໍຖ້າຄວາມຫາຍະນະ, ເຊິ່ງເປັນສະພາວະທີ່ເບື່ອໜ່າຍຄວາມຈິງຢ່າງຊັດເຈນ. ຍັງມີອີກໜຶ່ງສະພາວະທີ່ຮ້າຍແຮງກວ່າ: ພວກເຂົາບໍ່ນັ່ງຢູ່ຊື່ໆ ແລະ ລໍຖ້າຄວາມຫາຍະນະ, ແຕ່ຕໍ່ຕ້ານການຈັດແຈງ ແລະ ການປັ້ນແຕ່ງຂອງພຣະເຈົ້າແທນ ແລະ ຕໍ່ຕ້ານການທີ່ພຣະເຈົ້າເອົາສິ່ງຕ່າງໆໄປຈາກພວກເຂົາ. ພວກເຂົາຕໍ່ຕ້ານແນວໃດ? (ໂດຍການລົບກວນ ແລະ ການແຊກແຊງວຽກງານຂອງຄຣິສຕະຈັກ ຫຼື ບໍ່ດັ່ງນັ້ນກໍມ້າງເພສິ່ງຕ່າງໆ, ພະຍາຍາມສ້າງຕັ້ງອານາຈັກຂອງພວກເຂົາເອງ.) ນີ້ແມ່ນຮູບແບບໜຶ່ງ. ຫຼັງຈາກທີ່ມີການປ່ຽນຜູ້ນໍາຄຣິສຕະຈັກບາງຄົນ, ພວກເຂົາກໍລົບກວນສິ່ງຕ່າງໆຢູ່ສະເໝີ ແລະ ແຊກແຊງໃນຄຣິສຕະຈັກເມື່ອພວກເຂົາດຳເນີນຊີວິດໃນຄຣິສຕະຈັກ, ພວກເຂົາຕໍ່ຕ້ານ ແລະ ບໍ່ເຊື່ອຟັງທຸກສິ່ງທີ່ຜູ້ນໍາທີ່ຫາກໍຖືກເລືອກໃໝ່ເວົ້າ ແລະ ພວກເຂົາພະຍາຍາມທຳລາຍພວກເຂົາຢູ່ຫຼັບຫຼັງພວກເຂົາ. ນີ້ແມ່ນອຸປະນິໄສຫຍັງ? ນີ້ແມ່ນອຸປະນິໄສທີ່ຊົ່ວຊ້າ. ສິ່ງທີ່ພວກເຂົາຄິດແທ້ໆກໍຄື “ຖ້າຂ້ານ້ອຍບໍ່ສາມາດເປັນຜູ້ນໍາ, ແລ້ວບໍ່ມີຜູ້ໃດສາມາດຮັກສາຕຳແໜ່ງນີ້ໄດ້, ຂ້ານ້ອຍຈະໄລ່ພວກເຂົາອອກໝົດທຸກຄົນ! ຖ້າຂ້ານ້ອຍບັງຄັບໃຫ້ທ່ານອອກໄດ້, ຂ້ານ້ອຍກໍຈະຄວບຄຸມຄືແຕ່ກ່ອນ!” ນີ້ບໍ່ແມ່ນພຽງການເບື່ອໜ່າຍຄວາມຈິງ, ມັນຄືສິ່ງທີ່ຊົ່ວຊ້າ! ການສໍ້ໂກງເພື່ອສະຖານະ, ການສໍ້ໂກງເພື່ອດິນແດນ, ການສໍ້ໂກງເພື່ອຜົນປະໂຫຍດ ແລະ ຊື່ສຽງສ່ວນຕົວ, ການເຮັດທຸກວິທີທາງເພື່ອແກ້ແຄ້ນ, ການເຮັດທຸກສິ່ງທີ່ຄົນໆໜຶ່ງສາມາດເຮັດໄດ້, ການນໍາໃຊ້ທັກສະທັງໝົດຂອງຄົນໆໜຶ່ງ, ການເຮັດທຸກສິ່ງເທົ່າທີ່ເຮັດໄດ້ເພື່ອບັນລຸເປົ້າໝາຍຂອງຄົນໆໜຶ່ງ, ເພື່ອກອບກູ້ຊື່ສຽງ, ຄວາມພາກພູມໃຈ ແລະ ສະຖານະຂອງຄົນໆໜຶ່ງ ຫຼື ບໍ່ດັ່ງນັ້ນກໍເພື່ອສະໜອງຄວາມປາດຖະໜາຂອງຄົນໆໜຶ່ງໃນການແກ້ແຄ້ນ, ທຸກສິ່ງນີ້ແມ່ນການສຳແດງອອກເຖິງຄວາມຊົ່ວຊ້າ. ພຶດຕິກຳບາງຢ່າງໃນອຸປະນິໄສທີ່ຊົ່ວຊ້າກ່ຽວພັນກັບການເວົ້າຫຼາຍຢ່າງທີ່ສອດແຊກ ແລະ ລົບກວນ; ບາງຢ່າງກໍກ່ຽວພັນກັບການເຮັດສິ່ງບໍ່ດີຫຼາຍຢ່າງເພື່ອບັນລຸເປົ້າໝາຍຂອງຄົນໆໜຶ່ງ. ບໍ່ວ່າຈະເປັນຄຳເວົ້າ ຫຼື ການກະທຳຂອງພວກເຂົາ, ທຸກສິ່ງທີ່ຄົນແບບນັ້ນເຮັດກໍຂັດກັບຄວາມຈິງ ແລະ ລະເມີດຄວາມຈິງ ແລະ ມັນລ້ວນແລ້ວແຕ່ເປັນການສະແດງອອກເຖິງອຸປະນິໄສທີ່ຊົ່ວຊ້າ. ບາງຄົນບໍ່ສາມາດແຍກແຍະສິ່ງເຫຼົ່ານີ້. ຖ້າການປາກເວົ້າ ຫຼື ພຶດຕິກຳທີ່ຜິດພາດບໍ່ໄດ້ຊັດແຈ້ງ, ພວກເຂົາກໍບໍ່ສາມາດເຫັນມັນໃນສິ່ງທີ່ມັນເປັນແທ້ໆ. ແຕ່ສຳລັບຄົນທີ່ເຂົ້າໃຈຄວາມຈິງ, ທຸກສິ່ງທີ່ຄົນຊົ່ວຮ້າຍເວົ້າ ແລະ ເຮັດນັ້ນເປັນສິ່ງຊົ່ວຮ້າຍ ແລະ ບໍ່ສາມາດປະກອບມີສິ່ງທີ່ຖືກຕ້ອງຈັກເທື່ອ ຫຼື ສອດຄ່ອງກັບຄວາມຈິງໄດ້; ມັນກໍສາມາດເວົ້າໄດ້ວ່າສິ່ງເຫຼົ່ານີ້ທີ່ຄົນເຫຼົ່ານີ້ເວົ້າ ແລະ ເຮັດນັ້ນເປັນສິ່ງຊົ່ວຮ້າຍ 100% ແລະ ເປັນການສະແດງອອກເຖິງອຸປະນິໄສທີ່ຊົ່ວຊ້າຢ່າງແນ່ນອນ. ແມ່ນຫຍັງຄືແຮງຈູງໃຈຂອງຄົນຊົ່ວຮ້າຍກ່ອນທີ່ພວກເຂົາຈະເປີດເຜີຍອຸປະນິໄສທີ່ຊົ່ວຊ້ານີ້? ພວກເຂົາພະຍາຍາມບັນລຸເປົ້າໝາຍປະເພດໃດ? ພວກເຂົາສາມາດເຮັດເຊັ່ນນັ້ນໄດ້ແນວໃດ? ພວກເຈົ້າສາມາດແຍກແຍະສິ່ງນີ້ບໍ? ເຮົາຈະຍົກຕົວຢ່າງໃຫ້ເຈົ້າຟັງ. ບາງສິ່ງເກີດຂຶ້ນຢູ່ເຮືອນຂອງຄົນໆໜຶ່ງ. ພວກເຂົາຖືກເຝົ້າສອດແນມໂດຍມັງກອນແດງໃຫຍ່ ແລະ ບໍ່ສາມາດກັບເມືອເຮືອນ, ເຊິ່ງເຮັດໃຫ້ພວກເຈົາເຈັບປວດຢ່າງຮຸນແຮງ. ອ້າຍເອື້ອຍນ້ອງບາງຄົນຮັບເອົາພວກເຂົາເຂົ້າມາ ແລະ ເມື່ອເຫັນວ່າທຸກສິ່ງໃນເຮືອນເຈົ້າພາບຂອງພວກເຂົາດີສໍ່າໃດ, ພວກເຂົາກໍຄິດກັບຕົນເອງວ່າ “ເປັນໄປໄດ້ແນວໃດທີ່ບໍ່ມີຫຍັງເກີດຂຶ້ນກັບເຮືອນຂອງທ່ານ? ມັນເກີດຂຶ້ນກັບເຮືອນຂອງຂ້ານ້ອຍໄດ້ແນວໃດ? ນັ້ນບໍ່ຍຸຕິທຳ. ເປັນແບບນີ້ບໍ່ໄດ້, ຂ້ານ້ອຍຕ້ອງຄິດຫາວິທີການທີ່ຈະເຮັດໃຫ້ບາງສິ່ງເກີດຂຶ້ນກັບເຮືອນຂອງທ່ານ, ເພື່ອວ່າທ່ານຈະບໍ່ສາມາດກັບເມືອເຮືອນ. ຂ້ານ້ອຍຈະເຮັດໃຫ້ທ່ານຊີມລົດຊາດຄວາມລຳບາກແບບດຽວກັນກັບທີ່ຂ້ານ້ອຍທົນທຸກ”. ບໍ່ວ່າພວກເຂົາຈະເຮັດຫຍັງ ຫຼື ບໍ່ ຫຼື ບໍ່ວ່າສິ່ງນີ້ຈະກາຍເປັນຈິງ ຫຼື ບໍ່ ຫຼື ພວກເຂົາຈະບັນລຸເປົ້າໝາຍຂອງພວກເຂົາ ຫຼື ບໍ່, ພວກເຂົາຍັງມີເຈດຕະນາປະເພດນີ້. ນີ້ຄືອຸປະນິໄສປະເພດໜຶ່ງ, ບໍ່ແມ່ນບໍ? (ແມ່ນແລ້ວ.) ຖ້າພວກເຂົາບໍ່ສາມາດມີຊີວິດທີ່ດີ, ພວກເຂົາຈະບໍ່ປ່ອຍໃຫ້ຄົນອື່ນມີຊີວິດທີ່ດີເຊັ່ນກັນ. ນີ້ແມ່ນອຸປະນິໄສຫຍັງ? (ຄວາມມຸ່ງຮ້າຍ.) ອຸປະນິໄສທີ່ຊົ່ວຊ້າ, ຄົນນີ້ຊ່າງໜ້າສະອິດສະອຽນ! ດັ່ງຄຳເວົ້າທີ່ວ່າ ພວກເຂົາເປື່ອຍເນົ່າຈົນຮອດແກ່ນ. ສິ່ງນີ້ອະທິບາຍວ່າພວກເຂົາຊົ່ວຊ້າສໍ່າໃດແທ້ໆ. ແມ່ນຫຍັງຄືທຳມະຊາດໃນອຸປະນິໄສດັ່ງກ່າວ? ລອງວິເຄາະເບິ່ງວ່າເມື່ອອຸປະນິໄສນີ້ຖືກເປີດເຜີຍໃນພວກເຂົາ, ແມ່ນຫຍັງຄືແຮງຈູງໃຈ, ເຈດຕະນາ ແລະ ເປົ້າໝາຍຂອງພວກເຂົາ? ເມື່ອພວກເຂົາເປີດເຜີຍອຸປະນິໄສນີ້, ມັນເລີ່ມມາຈາກໃສ? ພວກເຂົາປາດຖະໜາທີ່ຈະບັນລຸຫຍັງ? ບາງສິ່ງເກີດຂຶ້ນຢູ່ເຮືອນຂອງພວກເຂົາເອງ ແລະ ພວກເຂົາໄດ້ຮັບການດູແລເປັນຢ່າງດີຢູ່ເຮືອນເຈົ້າພາບຂອງພວກເຂົາ, ສະນັ້ນເປັນຫຍັງພວກເຂົາຈຶ່ງຕ້ອງການເຮັດໃຫ້ສິ່ງນີ້ວຸ້ນວາຍ? ພວກເຂົາມີຄວາມສຸກແທ້ໆບໍ ເມື່ອພວກເຂົາເຮັດໃຫ້ສິ່ງຕ່າງໆວຸ້ນວາຍສຳລັບເຈົ້າພາບຂອງພວກເຂົາ, ເພື່ອວ່າບາງສິ່ງຈະເກີດຂຶ້ນຢູ່ເຮືອນເຈົ້າພາບຂອງພວກເຂົາ ແລະ ເຈົ້າພາບຂອງພວກເຂົາຈະບໍ່ສາມາດກັບເມືອເຮືອນເຊັ່ນກັນ? ເພື່ອເຫັນແກ່ພວກເຂົາເອງ, ພວກເຂົາຄວນປົກປ້ອງສະຖານທີ່ແຫ່ງນີ້, ຫ້າມບໍ່ໃຫ້ສິ່ງໃດໜຶ່ງເກີດຂຶ້ນກັບມັນ ແລະ ບໍ່ທຳຮ້າຍເຈົ້າພາບຂອງພວກເຂົາ, ຍ້ອນການທຳຮ້າຍພວກເຂົາຈະເປັນຄືກັບການທຳຮ້າຍຕົນເອງ. ສະນັ້ນແມ່ນຫຍັງຄືຈຸດປະສົງຂອງພວກເຂົາແທ້ໆໃນການຕ້ອງການເຮັດເຊັ່ນນີ້? (ເມື່ອສິ່ງຕ່າງໆດຳເນີນໄປບໍ່ດີສຳລັບພວກເຂົາ, ພວກເຂົາບໍ່ຕ້ອງການໃຫ້ສິ່ງຕ່າງໆດຳເນີນໄປບໍ່ດີສຳລັບຄົນອື່ນເຊັ່ນກັນ.) ສິ່ງນີ້ແມ່ນເອີ້ນວ່າຄວາມຊົ່ວຊ້າ. ສິ່ງທີ່ພວກເຂົາກຳລັງຄິດກໍຄື “ເຮືອນຂອງຂ້ານ້ອຍໄດ້ຖືກທຳລາຍໂດຍມັງກອນແດງໃຫຍ່ ແລະ ຕອນນີ້ຂ້ານ້ອຍບໍ່ມີເຮືອນ. ແຕ່ທ່ານຍັງມີເຮືອນທີ່ດີ ແລະ ອົບອຸ່ນທີ່ທ່ານສາມາດກັບເມືອ. ນີ້ບໍ່ຍຸຕິທຳ. ຂ້ານ້ອຍບໍ່ສາມາດທົນເຫັນທ່ານກັບໄປເຮືອນໄດ້. ຂ້ານ້ອຍຈະສັ່ງສອນບົດຮຽນໃຫ້ທ່ານ. ຂ້ານ້ອຍຈະເຮັດໃຫ້ທ່ານບໍ່ສາມາດກັບເມືອເຮືອນ ແລະ ທ່ານກໍຈະເປັນຄືກັບຂ້ານ້ອຍແທ້ໆ. ນີ້ຈະເຮັດໃຫ້ສິ່ງຕ່າງໆຮູ້ສຶກວ່າຍຸຕິທຳ”. ການເຮັດເຊັ່ນນີ້ບໍ່ແມ່ນຄວາມມຸ່ງຮ້າຍ ແລະ ການມີເຈດຕະນາທີ່ບໍ່ດີບໍ? ນີ້ແມ່ນທຳມະຊາດຫຍັງ? (ຄວາມຊົ່ວຊ້າ.) ທຸກສິ່ງທີ່ຄົນຊົ່ວຮ້າຍເວົ້າ ແລະ ເຮັດນັ້ນກໍເຮັດເພື່ອບັນລຸເປົ້າໝາຍ. ໂດຍປົກກະຕິແລ້ວ, ພວກເຂົາເຮັດຫຍັງປະເພດໃດ? ແມ່ນຫຍັງຄືສິ່ງທີ່ຄົນທີ່ມີອຸປະນິໄສທີ່ຊົ່ວຊ້າເຮັດຫຼາຍທີ່ສຸດ? (ພວກເຂົາລົບກວນ, ແຊກແຊງ ແລະ ພັງພິນາດວຽກງານຂອງຄຣິສຕະຈັກ.) (ພວກເຂົາພະຍາຍາມປະຈົບປະແຈງ ເມື່ອພວກເຂົາຢູ່ຊ່ອງໜ້າກັບຜູ້ຄົນ, ແຕ່ຫຼັງຈາກນັ້ນ ພວກເຂົາກໍພະຍາຍາມທຳລາຍຜູ້ຄົນຢູ່ຫຼັບຫຼັງພວກເຂົາ.) (ພວກເຂົາໂຈມຕີຜູ້ຄົນ, ຄຽດແຄ້ນ ແລະ ຕອບໂຕ້ກັບຜູ້ຄົນຢ່າງຮຸນແຮງດ້ວຍຄວາມມຸ່ງຮ້າຍ.) (ພວກເຂົາແຜ່ຂ່າວລື ແລະ ເວົ້າໃສ່ຮ້າຍ.) (ພວກເຂົາໃສ່ຮ້າຍ, ຕັດສິນ ແລະ ປະນາມຄົນອື່ນ.) ທຳມະຊາດຂອງການກະທຳເຫຼົ່ານີ້ຄືການລົບກວນ ແລະ ການພັງພິນາດວຽກງານຂອງຄຣິສຕະຈັກ ແລະ ພວກມັນລ້ວນແລ້ວແຕ່ເປັນການສຳແດງອອກເຖິງການຕໍ່ຕ້ານ ແລະ ການໂຈມຕີພຣະເຈົ້າ, ລ້ວນແລ້ວແຕ່ເປັນການເປີດເຜີຍອຸປະນິໄສທີ່ຊົ່ວຊ້າ. ຄົນທີ່ສາມາດເຮັດສິ່ງເຫຼົ່ານີ້ແມ່ນຄົນຊົ່ວຮ້າຍໂດຍບໍ່ຕ້ອງສົງໄສ ແລະ ທຸກຄົນທີ່ມີການສຳແດງອອກໃນລັກສະນະໃດໜຶ່ງເຖິງອຸປະນິໄສທີ່ຊົ່ວຊ້າກໍສາມາດຖືກນິຍາມວ່າເປັນຄົນຊົ່ວຮ້າຍ. ແມ່ນຫຍັງຄືແກ່ນແທ້ຂອງບຸກຄົນຊົ່ວຮ້າຍ? ມັນເປັນແກ່ນແທ້ຂອງມານຮ້າຍ, ຂອງຊາຕານ. ນີ້ບໍ່ແມ່ນການເວົ້າເກີນຄວາມຈິງ. ພວກເຈົ້າສາມາດດຳເນີນການກະທຳເຫຼົ່ານີ້ບໍ? ພວກເຈົ້າສາມາດດຳເນີນອັນໃດໃນການກະທຳເຫຼົ່ານີ້? (ການຕັດສິນ.) ສະນັ້ນເຈົ້າກ້າໂຈມຕີ ຫຼື ແກ້ແຄ້ນຜູ້ຄົນບໍ? (ບາງຄັ້ງ, ຂ້ານ້ອຍມີຄວາມຄິດປະເພດເຫຼົ່ານີ້ ແຕ່ບໍ່ກ້າທີ່ຈະເຮັດຕາມພວກມັນ.) ພວກເຈົ້າພຽງແຕ່ມີຄວາມຄິດເຫຼົ່ານີ້, ແຕ່ພວກເຈົ້າບໍ່ກ້າເຮັດຕາມພວກມັນ. ຖ້າຄົນໃດໜຶ່ງທີ່ມີສະຖານະຕໍ່າກວ່າສ້າງຄວາມເຈັບປວດໃຫ້ເຈົ້າ, ເຈົ້າຈະກ້າແກ້ແຄ້ນບໍ? (ບາງຄັ້ງ, ຂ້ານ້ອຍຈະແກ້ແຄ້ນ, ຂ້ານ້ອຍສາມາດເຮັດສິ່ງດັ່ງກ່າວໄດ້.) ຖ້າຄົນນີ້ມີອຳນາດໃຫຍ່ໂຕແທ້ໆ, ຖ້າພວກເຂົາເວົ້າໄດ້ຢ່າງຄ່ອງແຄ້ວຫຼາຍ ແລະ ພວກເຂົາທຳຮ້າຍເຈົ້າ, ເຈົ້າຈະກ້າແກ້ແຄ້ນບໍ? ບາງທີມີພຽງສອງສາມຄົນທີ່ຈະບໍ່ຢ້ານໃນການເຮັດສິ່ງນີ້. ຄົນເຊັ່ນນີ້, ຄົນທີ່ເລືອກຕຳນິຄົນອ່ອນແອແຕ່ຢ້ານຄົນທີ່ເຂັ້ມແຂງ, ພວກເຂົາມີອຸປະນິໄສທີ່ຊົ່ວຊ້າບໍ? (ແມ່ນແລ້ວ.) ບໍ່ວ່າມັນເປັນພຶດຕິກຳປະເພດໃດກໍຕາມ ແລະ ມັນແນໃສ່ຜູ້ໃດກໍຕາມ, ຖ້າເຈົ້າສາມາດດຳເນີນການກະທຳທີ່ຊົ່ວຮ້າຍໃນການແກ້ແຄ້ນອ້າຍເອື້ອຍນ້ອງຄົນອື່ນ, ສິ່ງນີ້ກໍພິສູດວ່າມີອຸປະນິໄສທີ່ຊົ່ວຊ້າພາຍໃນຕົວເຈົ້າ. ອຸປະນິໄສທີ່ຊົ່ວຊ້ານີ້ບໍ່ໄດ້ເບິ່ງຄືແຕກຕ່າງຈາກພາຍນອກຈົນເກີນໄປ, ແຕ່ເຈົ້າຕ້ອງສາມາດແຍກແຍະມັນໄດ້ ແລະ ເຈົ້າຕ້ອງສາມາດແຍກແຍະໄດ້ວ່າເຈົ້າກຳລັງແນເປົ້າໃສ່ຜູ້ໃດ. ຖ້າເຈົ້າກ້ຽວກາດຕໍ່ຊາຕານ ແລະ ເຈົ້າສາມາດປາບ ແລະ ເຮັດໃຫ້ຊາຕານອັບອາຍ, ສິ່ງນີ້ຈະຖືວ່າເປັນອຸປະນິໄສທີ່ຊົ່ວຊ້າບໍ? ມັນບໍ່ແມ່ນ. ນີ້ຄືການຢືນຍັດສຳລັບສິ່ງທີ່ຖືກຕ້ອງ ແລະ ຄວາມກ້າຫານເມື່ອຢູ່ຕໍ່ໜ້າສັດຕູຂອງຄົນໆໜຶ່ງ. ນີ້ຄືການມີຄວາມສຳນຶກຊອບທຳ. ສິ່ງນີ້ຈະຖືວ່າເປັນອຸປະນິໄສທີ່ຊົ່ວຊ້າຍໃນສະຖານະການໃດ? ຖ້າເຈົ້າຕ້ອງກັ່ນແກ້ງ, ຢຽບຍໍ່າ ແລະ ເຮັດໃຫ້ຄົນດີ ຫຼື ອ້າຍເອື້ອຍນ້ອງອັບອາຍ, ແລ້ວສິ່ງນີ້ກໍຈະເປັນອຸປະນິໄສທີ່ຊົ່ວຊ້າ. ສະນັ້ນ, ເຈົ້າຕ້ອງມີຈິດສຳນຶກ ແລະ ເຫດຜົນ, ເຂົ້າຫາຜູ້ຄົນ ແລະ ເລື່ອງຕ່າງໆດ້ວຍຫຼັກການ, ສາມາດແຍກແຍະຄົນຊົ່ວຮ້າຍ ແລະ ມານຮ້າຍ, ມີຄວາມສຳນຶກຊອບທຳ, ເຈົ້າຕ້ອງອົດກັ້ນ ແລະ ອົດທົນຕໍ່ຜູ້ຄົນຖືກເລືອກຂອງພຣະເຈົ້າ ແລະ ອ້າຍເອື້ອຍນ້ອງ ແລະ ເຈົ້າຕ້ອງປະຕິບັດຕາມຄວາມຈິງ. ນີ້ຄືສິ່ງທີ່ຖືກຕ້ອງໂດຍສິ້ນເຊີງ ແລະ ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ. ຄົນທີ່ມີອຸປະນິໄສທີ່ຊົ່ວຊ້າຈະບໍ່ປະຕິບັດຕໍ່ຜູ້ຄົນຕາມຫຼັກການເຊັ່ນນີ້. ບໍ່ວ່າມັນຈະເປັນຜູ້ໃດກໍຕາມ, ຖ້າຄົນໃດໜຶ່ງເຮັດສິ່ງທີ່ສ້າງຄວາມເຈັບປວດໃຫ້ພວກເຂົາ, ພວກເຂົາຈະພະຍາຍາມ ແລະ ແກ້ແຄ້ນຄືນ, ນີ້ຄືຄວາມຊົ່ວຊ້າ. ບໍ່ມີຫຼັກການໃນວິທີການທີ່ຄົນຊົ່ວຮ້າຍກະທຳ. ພວກເຂົາບໍ່ສະແຫວງຫາຄວາມຈິງ. ບໍ່ວ່າມັນຈະເຮັດຍ້ອນເຈດຕະນາຮ້າຍສ່ວນຕົວ ຫຼື ການເລືອກຕຳນິຄົນອ່ອນແອ ແລະ ການຢ້ານກົວຄົນເຂັ້ມແຂງ ຫຼື ການທີ່ກ້າແກ້ໄຂຜູ້ໃດກໍຕາມ, ທຸກສິ່ງນີ້ແມ່ນກ່ຽວຂ້ອງກັບອຸປະນິໄສທີ່ຊົ່ວຊ້າ ແລະ ທຸກສິ່ງນີ້ປະກອບເປັນອຸປະນິໄສທີ່ເສື່ອມຊາມ. ໃນເລື່ອງນີ້, ບໍ່ຕ້ອງສົງໄສເລີຍ.

ແມ່ນຫຍັງຄືການສຳແດງອອກທີ່ເຫັນໄດ້ຢ່າງຊັດເຈນທີ່ສຸດຂອງຄົນທີ່ມີອຸປະນິໄສທີ່ຊົ່ວຊ້າ? ມັນຄືເມື່ອພວກເຂົາພົບກັບຄົນບໍ່ມີເລ່ຫຼ່ຽມທີ່ເລືອກຕຳນິໄດ້ງ່າຍ ແລະ ພວກເຂົາເລີ່ມເລືອກຕຳນິພວກເຂົາ ແລະ ຢອກຫຼິ້ນກັບພວກເຂົາ. ນີ້ຄືປາກົດການທີ່ມັກເກີດຂຶ້ນ. ເມື່ອຄົນທີ່ຂ້ອນຂ້າງໃຈດີເຫັນຄົນທີ່ບໍ່ມີເລ່ຫຼ່ຽມ ແລະ ຂີ້ຢ້ານ, ພວກເຂົາຈະຮູ້ສຶກເຖິງຄວາມສຳນຶກເຫັນໃຈພວກເຂົາ ແລະ ເຖິງແມ່ນວ່າພວກເຂົາບໍ່ສາມາດຊ່ວຍເຫຼືອພວກເຂົາ, ພວກເຂົາກໍຈະບໍ່ກັ່ນແກ້ງພວກເຂົາ. ເມື່ອເຈົ້າເຫັນວ່າໜຶ່ງໃນອ້າຍເອື້ອຍນ້ອງຂອງເຈົ້າບໍ່ມີເລ່ຫຼ່ຽມ, ເຈົ້າປະຕິບັດຕໍ່ພວກເຂົາແນວໃດ? ເຈົ້າກັ່ນແກ້ງພວກເຂົາ ຫຼື ຕໍ່ແຍພວກເຂົາບໍ? (ຂ້ານ້ອຍອາດຈະດູຖູກພວກເຂົາ.) ການດູຖູກຄົນເປັນວິທີການເບິ່ງພວກເຂົາ, ເປັນວິທີການແນມພວກເຂົາ, ເປັນຄວາມຄິດປະເພດໜຶ່ງ, ເຈົ້າວິທີທີ່ເຈົ້າຈະເຮັດ ແລະ ເວົ້າຕໍ່ພວກເຂົາກໍກ່ຽວຂ້ອງກັບອຸປະນິໄສຂອງເຈົ້າ. ບອກເຮົາເບິ່ງວ່າ ພວກເຈົ້າຈະປະຕິບັດຕໍ່ຄົນທີ່ຢ້ານກົວ ແລະ ຂີ້ຢ້ານແນວໃດ? (ຂ້ານ້ອຍສັ່ງພວກເຂົາໃຫ້ເຮັດນັ້ນນີ້ ແລະ ເລືອກຕຳນິພວກເຂົາ.) (ເມື່ອຂ້ານ້ອຍເຫັນພວກເຂົາກຳລັງເຮັດໜ້າທີ່ຂອງພວກເຂົາຜິດ, ຂ້ານ້ອຍຈະຈຳແນກປະຕິບັດຕໍ່ພວກເຂົາ ແລະ ກີດກັນພວກເຂົາ.) ສິ່ງເຫຼົ່ານີ້ພວກເຈົ້າກ່າວເຖິງເປັນການສຳແດງອອກເຖິງອຸປະນິໄສທີ່ຊົ່ວຊ້າ ແລະ ກ່ຽວຂ້ອງກັບອຸປະນິໄສຂອງຜູ້ຄົນ. ມີສິ່ງເຫຼົ່ານີ້ອີກຫຼາຍຢ່າງ, ສະນັ້ນບໍ່ຈຳເປັນຕ້ອງລົງລາຍລະອຽດກ່ຽວກັບພວກມັນ. ພວກເຈົ້າເຄີຍພົບຄົນເຊັ່ນນີ້ບໍ, ເຊິ່ງເປັນຄົນທີ່ປາດຖະໜາຄວາມຕາຍໃຫ້ຜູ້ໃດກໍຕາມທີ່ເຮັດຜິດໃຈພວກເຂົາ ແລະ ເຖິງກັບອະທິຖານຫາພຣະເຈົ້າ, ຂໍໃຫ້ພຣະອົງສາບແຊ່ງພວກເຂົາ, ລ້າງກຳຈັດພວກເຂົາອອກຈາກໜ້າໂລກ? ເຖິງແມ່ນວ່າບໍ່ມີມະນຸດຄົນໃດທີ່ມີອຳນາດເຊັ່ນນັ້ນ, ໃນຫົວໃຈຂອງພວກເຂົານັ້ນ ພວກເຂົາຄິດກ່ຽວກັບວ່າມັນດີສໍ່າໃດຖ້າພວກເຂົາມີ ຫຼື ບໍ່ດັ່ງນັ້ນພວກເຂົາກໍອະທິຖານຫາພຣະເຈົ້າ ແລະ ຂໍໃຫ້ພຣະເຈົ້າເຮັດສິ່ງນີ້. ພວກເຈົ້າມີຄວາມຄິດເຊັ່ນນັ້ນໃນຫົວໃຈຂອງພວກເຈົ້າບໍ? (ເມື່ອພວກເຮົາກຳລັງເຜີຍແຜ່ຂ່າວປະເສີດ ແລະ ພົບກັບຄົນຊົ່ວຮ້າຍທີ່ໂຈມຕີພວກເຮົາ ແລະ ລາຍງານພວກເຮົາຕໍ່ຕຳຫຼວດ, ຂ້ານ້ອຍກໍຮູ້ສຶກກຽດຊັງພວກເຂົາ ແລະ ມີຄວາມຄິດຕ່າງໆ ເຊັ່ນ: “ມື້ນັ້ນຈະມາເຖິງເມື່ອເຈົ້າຖືກລົງໂທດໂດຍພຣະເຈົ້າ.”) ນັ້ນຄືກໍລະນີທີ່ກົງໄປກົງມາພໍສົມຄວນ. ເຈົ້າຖືກໂຈມຕີ, ເຈົ້າທົນທຸກ, ເຈົ້າຮູ້ສຶກເຈັບປວດ, ຄວາມຊື່ສັດສ່ວນຕົວຂອງເຈົ້າ ແລະ ການເຄົາລົບຕົນເອງຖືກຢຽບຍໍ່າຢ່າງທີ່ສຸດ, ໃນກໍລະນີດັ່ງກ່າວ ຄົນສ່ວນໃຫຍ່ຈະພົບກັບເວລາທີ່ຍາກລຳບາກເພື່ອທີ່ຈະຜ່ານຜ່າມັນໄປໄດ້. (ບາງຄົນເຜີຍແຜ່ຂ່າວລືກ່ຽວກັບຄຣິສຕະຈັກຂອງພວກເຮົາຢູ່ອອນລາຍ, ພວກເຂົາກ່າວຫາຫຼາຍຢ່າງ ແລະ ມັນເຮັດໃຫ້ຂ້ານ້ອຍໃຈຮ້າຍແທ້ໆ ເມື່ອຂ້ານ້ອຍອ່ານພວກມັນ ແລະ ມີຄວາມກຽດຊັງຫຼາຍຢ່າງໃນຫົວໃຈຂອງຂ້ານ້ອຍ.) ນີ້ແມ່ນຄວາມຊົ່ວຊ້າບໍ ຫຼື ມັນເປັນຄວາມຫົວຮ້ອນບໍ ຫຼື ນີ້ຄືຄວາມເປັນມະນຸດທີ່ປົກກະຕິບໍ? (ມັນຄືຄວາມເປັນມະນຸດທີ່ປົກກະຕິ. ການບໍ່ກຽດຊັງມານຮ້າຍ ແລະ ສັດຕູຂອງພຣະເຈົ້າບໍ່ແມ່ນຄວາມເປັນມະນຸດທີ່ປົກກະຕິ.) ຖືກຕ້ອງ. ນີ້ຄືການເປີດເຜີຍ, ການສຳແດງອອກ ແລະ ການຕອບກັບຂອງຄວາມເປັນມະນຸດທີ່ປົກກະຕິ. ຖ້າຄົນບໍ່ກຽດຊັງສິ່ງທີ່ບໍ່ດີ ຫຼື ຮັກສິ່ງທີ່ດີ, ຖ້າພວກເຂົາບໍ່ມີມາດຕະຖານໃນຈິດສຳນຶກ, ສະນັ້ນພວກເຂົາກໍບໍ່ແມ່ນຄົນ. ພາຍໃຕ້ສະຖານະການເຫຼົ່ານີ້, ຄົນໆໜຶ່ງຈະສາມາດປະຕິບັດການກະທຳຫຍັງເພື່ອພັດທະນາໃຫ້ກາຍເປັນອຸປະນິໄສທີ່ຊົ່ວຊ້າ? ຖ້າຄວາມກຽດຊັງ ແລະ ການລັງກຽດນີ້ກາຍຮ່າງມາເປັນພຶດຕິກຳປະເພດໃດໜຶ່ງ, ຖ້າເຈົ້າສູນເສຍເຫດຜົນທັງໝົດ ແລະ ການກະທຳຂອງເຈົ້າຂ້າມເສັ້ນແດງທີ່ສະເພາະສຳລັບມະນຸດຊາດ, ຖ້າເຈົ້າເຖິງກັບມີແນວໂນ້ມທີ່ຈະຂ້າພວກເຂົາ ແລະ ລະເມີດກົດໝາຍ, ແລ້ວນີ້ເປັນຄວາມຊົ່ວຊ້າ, ມັນເປັນການກະທຳດ້ວຍວິທີທີ່ຫົວຮ້ອນ. ເມື່ອຄົນເຂົ້າໃຈຄວາມຈິງ ແລະ ສາມາດແຍກແຍະຄົນຊົ່ວຮ້າຍ ແລະ ພວກເຂົາດູຖູກຄວາມຊົ່ວຮ້າຍ, ນີ້ຄືຄວາມເປັນມະນຸດທີ່ປົກກະຕິ. ແຕ່ຖ້າຄົນຈັດການກັບສິ່ງຕ່າງໆດ້ວຍວິທີທີ່ຫົວຮ້ອນ, ພວກເຂົາກໍກຳລັງກະທຳໂດຍບໍ່ມີຫຼັກການ. ສິ່ງນີ້ແຕກຕ່າງຫຍັງຈາກການເຮັດສິ່ງຊົ່ວຮ້າຍ? (ແມ່ນແລ້ວ.) ມີຄວາມແຕກຕ່າງກັນ. ຖ້າຄົນໆໜຶ່ງຊົ່ວທີ່ສຸດ, ຊົ່ວຊ້າທີ່ສຸດ, ຊົ່ວຮ້າຍທີ່ສຸດ, ໄຮ້ສິນທຳທີ່ສຸດ ແລະ ເຈົ້າຮູ້ສຶກເຖິງຄວາມຊີງຊັງຢ່າງຫຼວງຫຼາຍຕໍ່ພວກເຂົາ ແລະ ຄວາມຊີງຊັນນີ້ໄປຮອດຈຸດທີ່ເຈົ້າຂໍໃຫ້ພຣະເຈົ້າສາບແຊ່ງພວກເຂົາ, ແລ້ວສິ່ງນີ້ກໍບໍ່ເປັນຫຍັງ. ແຕ່ມັນບໍ່ເປັນຫຍັງບໍທີ່ພຣະເຈົ້າບໍ່ເຮັດຫຍັງຫຼັງຈາກທີ່ເຈົ້າອະທິຖານສອງ ຫຼື ສາມຄັ້ງ ແລະ ເຈົ້າຮັບມືກັບບັນຫາດ້ວຍຕົວເຈົ້າເອງ? (ບໍ່.) ເຈົ້າສາມາດອະທິຖານຫາພຣະເຈົ້າ ແລະ ສະແດງມຸມມອງ ແລະ ຄວາມຄິດເຫັນຂອງເຈົ້າ, ຈາກນັ້ນກໍຊອກຫາຫຼັກການແຫ່ງຄວາມຈິງ, ເຊິ່ງເປັນກໍລະນີທີ່ເຈົ້າຈະສາມາດຮັບມືກັບສິ່ງຕ່າງໆຢ່າງຖືກຕ້ອງ. ແຕ່ເຈົ້າບໍ່ຄວນຮຽກຮ້ອງ ຫຼື ພະຍາຍາມບັງຄັບພຣະເຈົ້າໃຫ້ແກ້ແຄ້ນແທນເຈົ້າ, ແຮງໄກທີ່ເຈົ້າຈະຄວນປ່ອຍໃຫ້ຄວາມຫົວຮ້ອນຂອງເຈົ້າເຮັດໃຫ້ເຈົ້າເຮັດສິ່ງທີ່ໂງ່ຈ້າ. ເຈົ້າຄວນຮັບມືກັບເລື່ອງດັ່ງກ່າວຢ່າງມີເຫດຜົນ. ເຈົ້າຄວນອົດທົນ, ລໍຖ້າເວລາຂອງພຣະເຈົ້າ ແລະ ໃຊ້ເວລາຫຼາຍຂຶ້ນໃນການອະທິຖານຫາພຣະເຈົ້າ. ເບິ່ງວິທີການທີ່ພຣະເຈົ້າກະທຳດ້ວຍສະຕິປັນຍາຕໍ່ຊາຕານທີ່ເປັນມານຮ້າຍ ແລະ ດ້ວຍວິທີນີ້, ເຈົ້າຈະສາມາດອົດທົນໄດ້. ການມີເຫດຜົນໝາຍຄວາມເຖິງການຝາກຝັງທຸກສິ່ງນີ້ໃຫ້ພຣະເຈົ້າ ແລະ ການປ່ອຍໃຫ້ພຣະເຈົ້າເຮັດ. ນີ້ແມ່ນສິ່ງທີ່ສິ່ງຖືກສ້າງຄວນເຮັດ. ຢ່າເຮັດດ້ວຍຄວາມຫົວຮ້ອນ. ການເຮັດດ້ວຍຄວາມຫົວຮ້ອນແມ່ນບໍ່ສາມາດຍອມຮັບໄດ້ຕໍ່ພຣະເຈົ້າ, ມັນຖືກປະນາມໂດຍພຣະເຈົ້າ. ໃນເວລານັ້ນ, ອຸປະນິໄສທີ່ເປີດເຜີຍໃນຜູ້ຄົນບໍ່ແມ່ນຄວາມອ່ອນແອຂອງມະນຸດ ຫຼື ການສະແດງຄວາມໃຈຮ້າຍ, ໃນທາງກົງກັນຂ້າມ ມັນເປັນອຸປະນິໄສທີ່ຊົ່ວຊ້າ. ຫຼັງຈາກທີ່ມັນຖືກກຳນົດວ່າເປັນອຸປະນິໄສທີ່ຊົ່ວຊ້າ, ເຈົ້າກໍປະສົບກັບບັນຫາ ແລະ ບໍ່ມີແນວໂນ້ມທີ່ຈະຖືກຊ່ວຍໃຫ້ລອດພົ້ນ. ນັ້ນເປັນເພາະເມື່ອຜູ້ຄົນມີອຸປະນິໄສທີ່ຊົ່ວຊ້າ, ພວກເຂົາມີແນວໂນ້ມທີ່ຈະເຮັດໂດຍລະເມີດຈິດສຳນຶກ ແລະ ເຫດຜົນ ແລະ ພວກເຂົາມີຄວາມໂນ້ມອ່ຽງຫຼາຍທີ່ຈະລະເມີດກົດໝາຍ ແລະ ລະເມີດບົດບັນຍັດບໍລິຫານຂອງພຣະເຈົ້າ. ສະນັ້ນຈະສາມາດຫຼີກລ່ຽງສິ່ງນີ້ໄດ້ແນວໃດ? ຢ່າງໜ້ອຍທີ່ສຸດ, ມີເສັ້ນແດງສາມເສັ້ນທີ່ຕ້ອງບໍ່ຂ້າມ: ສິ່ງທຳອິດກໍຄືການບໍ່ເຮັດສິ່ງຕ່າງໆທີ່ລະເມີດຈິດສຳນຶກ ແລະ ເຫດຜົນ, ສິ່ງທີສອງຄືການບໍ່ລະເມີດກົດໝາຍ ແລະ ສິ່ງທີສາມຄືການບໍລະເມີດບົດບັນຍັດບໍລິຫານຂອງພຣະເຈົ້າ. ນອກຈາກນັ້ນ, ຢ່າເຮັດສິ່ງໃດໜຶ່ງທີ່ສຸດໂຕ່ງ ຫຼື ສິ່ງໃດໜຶ່ງທີ່ຈະລົບກວນວຽກງານຂອງຄຣິສຕະຈັກ. ຖ້າເຈົ້າປະຕິບັດຕາມຫຼັກການເຫຼົ່ານີ້, ຢ່າງໜ້ອຍທີ່ສຸດ ຄວາມປອດໄພຂອງເຈົ້າຈະແນ່ນອນ ແລະ ເຈົ້າຈະບໍ່ຖືກໂຍນຖິ້ມ. ຖ້າເຈົ້າຕໍ່ຕ້ານຢ່າງຊົ່ວຊ້າ ເມື່ອເຈົ້າກຳລັງຖືກລິຮານ ແລະ ຖືກຈັດການ ເພາະເຈົ້າເຮັດສິ່ງຊົ່ວຮ້າຍທຸກປະເພດ, ແລ້ວນັ້ນກໍຍິ່ງເປັນສິ່ງທີ່ອັນຕະລາຍຫຼາຍຂຶ້ນ. ເຈົ້າມີແນວໂນ້ມທີ່ຈະເຮັດຜິດຕໍ່ອຸປະນິໄສຂອງພຣະເຈົ້າໂດຍກົງ ແລະ ຖືກກຳຈັດອອກ ຫຼື ຂັບໄລ່ອອກຈາກຄຣິສຕະຈັກ. ການລົງໂທດສຳລັບການເຮັດຜິດຕໍ່ອຸປະນິໄສຂອງພຣະເຈົ້າແມ່ນຮ້າຍແຮງຫຼາຍກວ່າການລົງໂທດສຳລັບການລະເມີດກົດໝາຍ, ມັນເປັນໂຊກຊະຕາທີ່ຮຸນແຮງກວ່າຄວາມຕາຍ. ການລະເມີດກົດໝາຍສົ່ງຜົນໃຫ້ມີການລົງໂທດຕິດຄຸກຢ່າງຫຼາຍທີ່ສຸດ; ສອງສາມປີທີ່ຍາກລຳບາກ ແລະ ເຈົ້າກໍອອກຈາກຄຸກ, ມັນກໍຈົບສໍ່ານັ້ນ. ແຕ່ຖ້າເຈົ້າເຮັດຜິດຕໍ່ອຸປະນິໄສຂອງພຣະເຈົ້າ, ເຈົ້າຈະທົນທຸກກັບການລົງໂທດຕະຫຼອດການ. ສະນັ້ນ, ຖ້າຄົນທີ່ມີອຸປະນິໄສທີ່ຊົ່ວຊ້າບໍ່ມີຄວາມເປັນເຫດເປັນຜົນ, ພວກເຂົາກໍຕົກຢູ່ໃນອັນຕະລາຍທີ່ສຸດ, ພວກເຂົາມີແນວໂນ້ມທີ່ຈະເຮັດສິ່ງຊົ່ວຮ້າຍ ແລະ ພວກເຂົາຈະຖືກລົງໂທດ ແລະ ທົນທຸກກັບຜົນກຳສະໜອງຢ່າງແນ່ນອນ. ຖ້າຜູ້ຄົນມີຄວາມເປັນເຫດເປັນຜົນໜ້ອຍໜຶ່ງ, ສາມາດສະແຫວງຫາ ແລະ ຍອມຕໍ່ຄວາມຈິງ ແລະ ສາມາດຢັ້ງຈາກການເຮັດສິ່ງຊົ່ວຮ້າຍຫຼາຍເກີນໄປ, ແລ້ວພວກເຂົາກໍມີຄວາມຫວັງທີ່ຈະຖືກຊ່ວຍໃຫ້ລອດພົ້ນຢ່າງແນ່ນອນ. ມັນສຳຄັນຫຼາຍທີ່ບຸກຄົນໜຶ່ງຈະມີຄວາມເປັນເຫດເປັນຜົນ ແລະ ເຫດຜົນ. ຄົນທີ່ມີເຫດຜົນກໍມີແນວໂນ້ມທີ່ຈະຍອມຮັບຄວາມຈິງ ແລະ ຮັບມືກັບການຖືກລິຮານ ແລະ ການຖືກຈັດການດ້ວຍວິທີທີ່ຖືກຕ້ອງ. ຄົນທີ່ບໍ່ມີເຫດຜົນກໍຕົກຢູ່ໃນອັນຕະລາຍ ເມື່ອພວກເຂົາຖືກລິຮານ ແລະ ຖືກຈັດການ.ຍົກຕົວຢ່າງ: ຄົນໃດໜຶ່ງໃຈຮ້າຍຫຼາຍຫຼັງຈາກທີ່ຖືກຈັດການ ແລະ ຖືກລິຮານໂດຍຜູ້ນໍາ. ພວກເຂົາຮູ້ສຶກຄືກັບວ່າເຜີຍແຜ່ຂ່າວລື ແລະ ໂຈມຕີຜູ້ນໍາ, ແຕ່ບໍ່ກ້າທີ່ຈະເຮັດ ຍ້ອນຢ້ານວ່າຈະສ້າງບັນຫາ. ເຖິງຢ່າງໃດກໍຕາມ, ອຸປະນິໄສດັ່ງກ່າວມີຢູ່ໃນຫົວໃຈຂອງພວກເຂົາແລ້ວ ແລະ ມັນຍາກທີ່ຈະເວົ້າວ່າພວກເຂົາຈະເຮັດຕາມມັນ ຫຼື ບໍ່. ຕາບໃດທີ່ອຸປະນິໄສປະເພດນີ້ຢູ່ໃນຫົວໃຈຂອງຄົນໆໜຶ່ງ, ຕາບໃດທີ່ຄວາມຄິດເຫຼົ່ານີ້ມີຢູ່ ແລ້ວເຖິງແມ່ນວ່າພວກເຂົາອາດບໍ່ເຮັດຕາມມັນ, ພວກເຂົາກໍຕົກຢູ່ໃນອັນຕະລາຍແລ້ວ. ເມື່ອສະຖານະການເອື້ອຍອຳນວຍ, ເມື່ອພວກເຂົາໄດ້ຮັບໂອກາດ, ພວກເຂົາອາດເຮັດໄດ້ດີ. ຕາບໃດທີ່ອຸປະນິໄສທີ່ຊົ່ວຊ້າຂອງພວກເຂົາມີຢູ່, ຖ້າມັນບໍ່ໄດ້ຮັບການແກ້ໄຂ, ຈາກນັ້ນບໍ່ໄວກໍຊ້າ ບຸກຄົນໜຶ່ງກໍຈະເຮັດສິ່ງຊົ່ວຮ້າຍ. ສະນັ້ນແມ່ນຫຍັງຄືສະຖານະການອື່ນໆທີ່່ຄົນໆໜຶ່ງເປີດເຜີຍອຸປະນິໄສທີ່ຊົ່ວຊ້າ? ບອກເຮົາເບິ່ງ. (ຂ້ານ້ອຍເຮັດພໍເປັນພິທີໃນໜ້າທີ່ຂອງຂ້ານ້ອຍ ແລະ ບໍ່ໄດ້ຮັບຜົນຮັບຫຍັງເລີຍ ແລະ ຈາກນັ້ນຂ້ານ້ອຍກໍຖືກປ່ຽນແທນໂດຍຜູ້ນໍາຕາມຫຼັກການ ແລະ ຂ້ານ້ອຍຮູ້ສຶກຕໍ່ຕ້ານພໍສົມຄວນ. ຈາກນັ້ນເມື່ອຂ້ານ້ອຍເຫັນວ່າເຂົາເປີດເຜີຍອຸປະນິໄສທີ່ເສື່ອມຊາມ, ຂ້ານ້ອຍກໍຄິດທີ່ຈະຂຽນໜັງສືເພື່ອລາຍງານລາວ.) ແນວຄິດນີ້ເກີດຂຶ້ນໂດຍບໍ່ຄາດຄິດບໍ? ບໍ່ແມ່ນຢ່າງແນ່ນອນ. ສິ່ງນີ້ເກີດຂຶ້ນໂດຍທຳມະຊາດຂອງເຈົ້າ. ບໍ່ໄວກໍຊ້າ, ສິ່ງຕ່າງໆໃນທຳມະຊາດຂອງຜູ້ຄົນຈະຖືກເປີດເຜີຍ, ບໍ່ຮູ້ວ່າພວກເຂົາຈະຖືກເປີດເຜີຍ ແລະ ສະແດງອອກໃນກໍລະນີ ຫຼື ບໍລິບົດຫຍັງ. ບາງຄັ້ງຜູ້ຄົນບໍ່ເຮັດຫຍັງ, ແຕ່ນີ້ກໍເປັນເພາະສະຖານະການບໍ່ເອື້ອຍອຳນວຍໃຫ້ມັນເກີດຂຶ້ນ. ເຖິງຢ່າງໃດກໍຕາມ, ຖ້າພວກເຂົາເປັນຄົນທີ່ສະແຫວງຫາຄວາມຈິງ ພວກເຂົາຈະສາມາດສະແຫວງຫາຄວາມຈິງເພື່ອແກ້ໄຂສິ່ງນີ້. ຖ້າພວກເຂົາບໍ່ແມ່ນຄົນທີ່ສະແຫວງຫາຄວາມຈິງ, ພວກເຂົາຈະເຮັດຕາມທີ່ພວກເຂົາຕ້ອງການ ແລະ ທັນທີທີ່ສະຖານະການເອື້ອອຳນວຍ, ພວກເຂົາຈະເຮັດສິ່ງຊົ່ວຮ້າຍ. ສະນັ້ນ, ຖ້າອຸປະນິໄສທີ່ເສື່ອມຊາມບໍ່ໄດ້ຮັບການແກ້ໄຂ, ມັນກໍມີແນວໂນ້ມຫຼາຍທີ່ສຸດທີ່ຜູ້ຄົນຈະເຮັດໃຫ້ຕົນເອງປະສົບກັບບັນຫາ, ເຊິ່ງໃນກໍລະນີນັ້ນ ພວກເຂົາຈະຕ້ອງເກັບກ່ຽວສິ່ງທີ່ພວກເຂົາໄດ້ຫວ່ານ. ບາງຄົນບໍ່ສະແຫວງຫາຄວາມຈິງ ແລະ ເຮັດພໍເປັນພິທີຢູ່ສະເໝີໃນການປະຕິບັດໜ້າທີ່ຂອງພວກເຂົາ. ພວກເຂົາບໍ່ຍອມຮັບມັນເມື່ອພວກເຂົາຖືກລິຮານ ແລະ ຖືກຈັດການ, ພວກເຂົາບໍ່ເຄີຍກັບໃຈຈັກເທື່ອ ແລະ ໃນທີ່ສຸດແລ້ວ ພວກເຂົາຈະຖືກກີດກັນເພື່ອຈຸດປະສົງຂອງການໄຕ່ຕອງ. ບາງຄົນຖືກກຳຈັດອອກຈາກຄຣິສຕະຈັກ ເພາະພວກເຂົາແຊກແຊງໃນຊີວິດໃນຄຣິສຕະຈັກຢູ່ສະເໝີ ແລະ ພວກເຂົາກາຍມາເປັນໝາກປົ່ມທີ່ເປື່ອຍເນົ່າ; ແລະ ບາງຄົນກໍຖືກຂັບໄລ່ ເພາະພວກເຂົາປະຕິບັດສິ່ງຊົ່ວຮ້າຍທຸກປະເພດ. ສະນັ້ນ, ບໍ່ວ່າພວກເຂົາຈະເປັນຄົນປະເພດໃດກໍຕາມ, ຖ້າຄົນໃດໜຶ່ງເປີດເຜີຍອຸປະນິໄສທີ່ເສື່ອມຊາມຢູ່ເລື້ອຍໆ ແລະ ບໍ່ສະແຫວງຫາຄວາມຈິງເພື່ອແກ້ໄຂສິ່ງນີ້, ພວກເຂົາກໍມີແນວໂນ້ມທີ່ຈະເຮັດສິ່ງຊົ່ວຮ້າຍ. ອຸປະນິໄສທີ່ເສື່ອມຊາມຂອງມະນຸດຊາດບໍ່ປະກອບມີຄວາມອວດດີພຽງຢ່າງດຽວ, ແຕ່ຍັງມີຄວາມຊົ່ວຮ້າຍ ແລະ ຄວາມຊົ່ວຊ້າ. ຄວາມອວດດີ ແລະ ຄວາມຊົ່ວຊ້າພຽງແຕ່ເປັນປັດໄຈທີ່ມັກພົບເຫັນ.

ສະນັ້ນບັນຫາການເປີດເຜີຍອຸປະນິໄສທີ່ຊົ່ວຊ້ານີ້ຄວນໄດ້ຮັບການແກ້ໄຂແນວໃດ? ຜູ້ຄົນຕ້ອງຮັບຮູ້ວ່າອຸປະນິໄສທີ່ເສື່ອມຊາມຂອງພວກເຂົາແມ່ນຫຍັງ. ອຸປະນິໄສຂອງບາງຄົນຊົ່ວຊ້າ, ມຸ່ງຮ້າຍ ແລະ ອວດດີເປັນຢ່າງຍິ່ງ ແລະ ພວກເຂົາໄຮ້ຢາງອາຍໂດຍສິ້ນເຊີງ. ນີ້ຄືທຳມະຊາດຂອງຄົນຊົ່ວຮ້າຍ ແລະ ຄົນເຫຼົ່ານີ້ເປັນອັນຕະລາຍທີ່ສຸດໃນບັນດາຄົນທັງປວງ. ເມື່ອຄົນແບບນັ້ນມີອຳນາດ, ມານຮ້າຍກໍມີອຳນາດ, ຊາຕານກໍມີອຳນາດ. ໃນເຮືອນຂອງພຣະເຈົ້າ, ທຸກຄົນທີ່ຊົ່ວຮ້າຍໄດ້ຖືກເປີດໂປງ ແລະ ໂຍນຖິ້ມ ຍ້ອນພວກເຂົາປະຕິບັດສິ່ງຊົ່ວຮ້າຍທຸກປະເພດ. ເມື່ອເຈົ້າພະຍາຍາມໂອ້ລົມຄວາມຈິງກັບຄົນຊົ່ວຮ້າຍ ຫຼື ລິຮານພວກເຂົາ ແລະ ຈັດການກັບພວກເຂົາ, ມີໂອກາດສູງທີ່ພວກເຂົາຈະໂຈມຕີເຈົ້າ ຫຼື ຕັດສິນເຈົ້າ ຫຼື ເຖິງກັບແກ້ແຄ້ນເຈົ້າ, ເຊິ່ງລ້ວນແລ້ວແຕ່ເປັນຜົນຕາມມາຈາກການທີ່ອຸປະນິໄສຂອງພວກເຂົາມີຄວາມມຸ່ງຮ້າຍ. ໃນຄວາມເປັນຈິງແລ້ວ, ນີ້ຄືສິ່ງທີ່ມັກເກີດຂຶ້ນຫຼາຍ. ຕົວຢ່າງ: ສາມາດມີສອງຄົນທີ່ເຂົ້າກັນໄດ້ດີຫຼາຍ, ຄົນທີ່ເກງໃຈ ແລະ ເຂົ້າໃຈກັນຫຼາຍ, ແຕ່ພວກເຂົາຈົບລົງດ້ວຍການແບ່ງແຍກກັນຍ້ອນໜຶ່ງສິ່ງທີ່ກ່ຽວຂ້ອງກັບຜົນປະໂຫຍດຂອງພວກເຂົາ ແລະ ພວກເຂົາຕັດຄວາມສຳພັນກັນ. ບາງຄົນເຖິງກັບກາຍມາເປັນສັດຕູ ແລະ ພະຍາຍາມແກ້ແຄ້ນກັນ. ພວກເຂົາທຸກຄົນຊົ່ວຊ້າຫຼາຍ. ເມື່ອເວົ້າເຖິງການທີ່ຜູ້ຄົນເຮັດໜ້າທີ່ຂອງພວກເຂົາ, ພວກເຈົ້າໄດ້ສັງເກດບໍວ່າສິ່ງທີ່ຖືກສຳແດງອອກ ແລະ ເປີດເຜີຍໃນພວກເຂົາເປັນສ່ວນໜຶ່ງຂອງອຸປະນິໄສທີ່ຊົ່ວຊ້າ? ສິ່ງເຫຼົ່ານີ້ມີຢູ່ແນ່ນອນ ແລະ ເຈົ້າຕ້ອງບໍ່ທຳລາຍພວກມັນ. ສິ່ງນີ້ຈະຊ່ວຍໃຫ້ພວກເຈົ້າແຍກແຍະ ແລະ ຮັບຮູ້ສິ່ງເຫຼົ່ານີ້. ຖ້າເຈົ້າບໍ່ຮູ້ວິທີການທຳລາຍພວກມັນ ແລະ ແຍກແຍະພວກມັນ, ພວກເຈົ້າຈະບໍ່ສາມາດແຍກແຍະຄົນຊົ່ວຮ້າຍໄດ້ຈັກເທື່ອ. ຫຼັງຈາກທີ່ຖືກນໍາພາຢ່າງຜິດໆໂດຍຜູ້ຕໍ່ຕ້ານພຣະຄຣິດ ແລະ ຕົກຢູ່ພາຍໃຕ້ການຄວບຄຸມຂອງພວກເຂົາ, ຊີວິດຂອງບາງຄົນໄດ້ຖືກທຳຮ້າຍ ແລະ ໃນຕອນນັ້ນເອງ ພວກເຂົາຈຶ່ງຮູ້ວ່າຜູ້ຕໍ່ຕ້ານພຣະຄຣິດແມ່ນຫຍັງ ແລະ ອຸປະນິໄສທີ່ຊົ່ວຊ້າແມ່ນຫຍັງ. ການເຂົ້າໃຈຄວາມຈິງຂອງພວກເຈົ້າຜິວເຜີນເກີນໄປ. ການທີ່ພວກເຈົ້າເຂົ້າໃຈຄວາມຈິງສ່ວນໃຫຍ່ຢຸດຢູ່ໃນລະດັບການເວົ້າ ຫຼື ການຂຽນເທົ່ານັ້ນ ຫຼື ເຈົ້າພຽງແຕ່ເຂົ້າໃຈຄຳເວົ້າທີ່ເປັນຫຼັກຄຳສອນ ແລະ ສິ່ງເຫຼົ່ານີ້ບໍ່ໄດ້ສອດຄ່ອງກັບຄວາມເປັນຈິງເລີຍ. ຫຼັງຈາກທີ່ໄດ້ຍິນຄຳເທດສະໜາຫຼາຍຢ່າງ, ເບິ່ງຄືວ່າມີຄວາມເຂົ້າໃຈ ແລະ ແສງສະຫວ່າງໃນຫົວໃຈຂອງເຈົ້າ; ແຕ່ເມື່ອຜະເຊີນໜ້າກັບຄວາມເປັນຈິງ, ເຈົ້າຍັງບໍ່ສາມາດແຍກແຍະສິ່ງຕ່າງໆສຳລັບສິ່ງທີ່ພວກມັນເປັນແທ້ໆ. ເມື່ອເວົ້າໃນທາງທິດສະດີ, ພວກເຈົ້າທຸກຄົນຮູ້ວ່າການສຳແດງອອກຂອງຜູ້ຕໍ່ຕ້ານພຣະຄຣິດແມ່ນຫຍັງ, ແຕ່ເມື່ອພວກເຈົ້າເບິ່ງເຫັນຜູ້ຕໍ່ຕ້ານພຣະຄຣິດຕົວຈິງ, ພວກເຈົ້າກໍບໍ່ສາມາດແຍກແຍະວ່າພວກເຂົາເປັນຜູ້ຕໍ່ຕ້ານພຣະຄຣິດ. ນີ້ເປັນເພາະເຈົ້າມີປະສົບການໜ້ອຍເກີນໄປ. ເມື່ອເຈົ້າມີປະສົບການຫຼາຍຂຶ້ນ, ເມື່ອເຈົ້າຖືກທຳຮ້າຍໂດຍຜູ້ຕໍ່ຕ້ານພຣະຄຣິດພໍສົມຄວນ, ເຈົ້າຈະສາມາດແຍກແຍະພວກເຂົາໄດ້ເປັນຢ່າງດີ ແລະ ຢ່າງແທ້ຈິງສຳລັບສິ່ງທີ່ພວກເຂົາເປັນແທ້ໆ. ມື້ນີ້, ເຖິງແມ່ນວ່າຄົນສ່ວນໃຫຍ່ຮັບຟັງຄຳເທດສະໜາຢ່າງມີສະຕິໃນລະຫວ່າງການເຕົ້າໂຮມ ແລະ ຕ້ອງການພະຍາຍາມຮັບເອົາຄວາມຈິງ, ທັນທີທີ່ພວກເຂົາໄດ້ຍິນຄຳເທດສະໜາ, ພວກເຂົາພຽງແຕ່ເຂົ້າໃຈຄວາມໝາຍຕາມຕົວອັກສອນ, ພວກເຂົາບໍ່ສາມາດໄປໄກກວ່າລະດັບທິດສະດີເລີຍ ແລະ ພວກເຂົາບໍ່ສາມາດມີປະສົບການກັບຄວາມເປັນຈິງແຫ່ງຄວາມຈິງ. ສະນັ້ນ, ທາງເຂົ້າຂອງພວກເຂົາສູ່ຄວາມເປັນຈິງແຫ່ງຄວາມຈິງຈຶ່ງຜິວເຜີນຫຼາຍ, ເຊິ່ງໝາຍຄວາມວ່າພວກເຂົາຂາດການຢັ່ງຮູ້ຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິດ. ຜູ້ຕໍ່ຕ້ານພຣະຄຣິດມີແກ່ນແທ້ຂອງຜູ້ເຮັດການຊົ່ວ, ແຕ່ນອກຈາກຜູ້ຕໍ່ຕ້ານພຣະຄຣິດ ແລະ ຜູ້ເຮັດການຊົ່ວ, ຄົນອື່ນບໍ່ມີອຸປະນິໄສທີ່ຊົ່ວຊ້າບໍ? ໃນຄວາມເປັນຈິງແລ້ວແມ່ນບໍ່ມີຄົນດີ. ເມື່ອບໍ່ມີຫຍັງຜິດ, ພວກເຂົາທຸກຄົນຍິ້ມ, ແຕ່ເມື່ອພວກເຂົາພົບກັບບາງສິ່ງທີ່ທຳລາຍຜົນປະໂຫຍດຂອງພວກເຂົາເອງ, ພວກເຂົາກໍສະແດງພຶດຕິກຳທີ່ບໍ່ດີ. ນີ້ຄືອຸປະນິໄສທີ່ຊົ່ວຊ້າ. ອຸປະນິໄສທີ່ຊົ່ວຊ້ານີ້ສາມາດຖືກເປີດເຜີຍໃນເວລາໃດໜຶ່ງ; ມັນບໍ່ໄດ້ເກີດຂຶ້ນໂດຍຕັ້ງໃຈ. ສະນັ້ນກຳລັງເກີດຫຍັງຂຶ້ນແທ້ໆໃນບ່ອນນີ້? ມັນເປັນເລື່ອງການຖືກສິງໂດຍວິນຍານຊົ່ວຮ້າຍບໍ? ມັນເປັນເລື່ອງການກັບມາເກີດເປັນມະນຸດຂອງມານຮ້າຍບໍ? ຖ້າມັນເປັນສິ່ງໃດສິ່ງໜຶ່ງໃນບັນດາສອງສິ່ງນັ້ນ, ແລ້ວຄົນນັ້ນກໍມີແກ່ນແທ້ຂອງຜູ້ເຮັດການຊົ່ວ ແລະ ພວກເຂົາກໍເກີນທີ່ຈະຊ່ວຍເຫຼືອໄດ້. ຖ້າແກ່ນແທ້ຂອງພວກເຂົາບໍ່ແມ່ນແກ່ນແທ້ຂອງຜູ້ເຮັດການຊົ່ວ ແລະ ພວກເຂົາພຽງແຕ່ມີອຸປະນິໄສທີ່ເສື່ອມຊາມນີ້, ແລ້ວອາການຂອງພວກເຂົາບໍ່ມີໄລຍະສຸດທ້າຍ ແລະ ຖ້າພວກເຂົາສາມາດຍອມຮັບຄວາມຈິງໄດ້, ມັນກໍຍັງມີຄວາມຫວັງທີ່ພວກເຂົາຈະຖືກຊ່ວຍໃຫ້ລອດພົ້ນ. ສະນັ້ນຈະແກ້ໄຂອຸປະນິໄສທີ່ຊົ່ວຊ້າ ແລະ ເສື່ອມຊາມໄດ້ແນວໃດ? ຢ່າງທຳອິດ, ເຈົ້າຕ້ອງອະທິຖານຢູ່ເລື້ອຍໆ ເມື່ອເຈົ້າພົບກັບເລື່ອງຕ່າງໆ ແລະ ໄຕ່ຕອງກ່ຽວກັບແຮງຈູງໃຈ ແລະ ຄວາມປາດຖະໜາທີ່ເຈົ້າມີ. ເຈົ້າຕ້ອງຍອມຮັບການພິເຄາະຂອງພຣະເຈົ້າ ແລະ ກວດສອບພຶດຕິກຳຂອງເຈົ້າຢູ່ສະໝີ. ຍິ່ງໄປກວ່ານັ້ນ, ເຈົ້າຕ້ອງບໍ່ສະແດງຄຳເວົ້າ ຫຼື ພຶດຕິກຳທີ່ຊົ່ວຮ້າຍໃດໆ. ຖ້າຄົນໆໜຶ່ງພົບວ່າຕົນເອງມີເຈດຕະນາທີ່ບໍ່ຖືກຕ້ອງ ແລະ ເຈດຕະນາຮ້າຍໃນຫົວໃຈຂອງພວກເຂົາ, ຕ້ອງການເຮັດສິ່ງທີ່ບໍ່ດີ, ພວກເຂົາຕ້ອງສະແຫວງຫາຄວາມຈິງເພື່ອແກ້ໄຂມັນ, ພວກເຂົາຕ້ອງຊອກຫາພຣະທຳທີ່ກ່ຽວຂ້ອງຂອງພຣະເຈົ້າເພື່ອເຂົ້າໃຈ ແລະ ແກ້ໄຂເລື່ອງນີ້, ພວກເຂົາຕ້ອງອະທິຖານຫາພຣະເຈົ້າ, ຂໍການປົກປ້ອງຂອງພຣະອົງ, ສາບານກັບພຣະເຈົ້າ ແລະ ພວກເຂົາຕ້ອງສາບແຊ່ງຕົນເອງ ເມື່ອພວກເຂົາບໍ່ຍອມຮັບຄວາມຈິງ ແລະ ເຮັດສິ່ງຊົ່ວຮ້າຍ. ການໂອ້ລົມກັບພຣະເຈົ້າດ້ວຍວິທີນີ້ຈະອະນຸຍາດໃຫ້ມີການປົກປ້ອງ ແລະ ປ້ອງກັນບໍ່ໃຫ້ຄົນໆໜຶ່ງເຮັດສິ່ງຊົ່ວຮ້າຍ. ຖ້າເກີດສິ່ງໃດໜຶ່ງກັບຄົນໆໜຶ່ງ ແລະ ປາກົດມີເຈດຕະນາທີ່ຊົ່ວຮ້າຍ, ແຕ່ພວກເຂົາບໍ່ເອົາໃຈໃສ່ກັບມັນ ແລະ ພຽງແຕ່ປ່ອຍໃຫ້ສິ່ງຕ່າງໆສະແດງອອກມາ ຫຼື ຖືເບົາກັບໃນເລື່ອງນີ້ໂດຍຄິດວ່ານີ້ຄືວິທີທີ່ພວກເຂົາຄວນເຮັດ, ຈາກນັ້ນພວກເຂົາກໍເປັນຄົນຊົ່ວຮ້າຍ ແລະ ພວກເຂົາບໍ່ແມ່ນຄົນທີ່ເຊື່ອໃນພຣະເຈົ້າ ແລະ ຮັກຄວາມຈິງຢ່າງແທ້ຈິງ. ຄົນແບບນັ້ນຍັງຕ້ອງການເຊື່ອໃນພຣະເຈົ້າ ແລະ ຕິດຕາມພຣະເຈົ້າ ແລະ ຮັບເອົາພອນ ແລະ ເຂົ້າສູ່ອານາຈັກສະຫວັນ, ນັ້ນຄືສິ່ງທີ່ເປັນໄປໄດ້ບໍ? ພວກເຂົາກຳລັງຝັນ. ອຸປະນິໄສປະເພດທີຫ້າຄືຄວາມຊົ່ວຊ້າ. ສິ່ງນີ້ຍັງເປັນບັນຫາທີ່ກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມ ແລະ ນັ້ນກໍພໍສໍ່ານີ້ສຳລັບຫົວຂໍ້ນີ້.

ເຈົ້າຍັງຄວນລຶ້ງເຄີຍກັບອຸປະນິໄສເສື່ອມຊາມປະເພດທີຫົກ: ຄວາມຊົ່ວຮ້າຍ. ໃຫ້ພວກເຮົາເລີ່ມຕົ້ນເມື່ອຄົນເທດສະໜາຂ່າວປະເສີດ. ບາງຄົນເປີດເຜີຍອຸປະນິໄສທີ່ຊົ່ວຮ້າຍ ເມື່ອພວກເຂົາເທດສະໜາຂ່າວປະເສີດ. ພວກເຂົາບໍ່ເທດສະໜາຕາມຫຼັກການ ຫຼື ພວກເຂົາບໍ່ຮູ້ວ່າຄົນປະເພດໃດທີ່ຮັກຄວາມຈິງ ແລະ ມີຄວາມເປັນມະນຸດ; ພວກເຂົາພຽງແຕ່ຊອກຫາສະມາຊິກຂອງເພດກົງຂ້າມທີ່ພວກເຂົາເຂົ້າກັນໄດ້ດີ, ຄົນທີ່ພວກເຂົາມັກ ແລະ ເປັນມິດນໍາໄດ້. ພວກເຂົາບໍ່ເທດສະໜາຕໍ່ຄົນທີ່ພວກເຂົາບໍ່ມັກ ຫຼື ຄົນທີ່ພວກເຂົາບໍ່ສາມາດເປັນມິດນໍາໄດ້. ມັນບໍ່ສຳຄັນວ່າຄົນໆໜຶ່ງຈະສອດຄ່ອງກັບຫຼັກການໃນການເຜີຍແຜ່ຂ່າວປະເສີດ ຫຼື ບໍ່, ຖ້າມັນເປັນຄົນທີ່ພວກເຂົາສົນໃຈ ພວກເຂົາຈະບໍ່ປະຖິ້ມພວກເຂົາ. ຄົນອື່ນອາດບອກພວກເຂົາວ່າຄົນໆນັ້ນບໍ່ເໝາະສົມກັບຫຼັກການສຳລັບການເຜີຍແຜ່ຂ່າວປະເສີດ, ແຕ່ພວກເຂົາຍັງຢືນຢັນທີ່ຈະເທດສະໜາໃຫ້ຄົນເຫຼົ່ານັ້ນ. ມີອຸປະນິໄສຢູ່ຂ້າງໃນພວກເຂົາທີ່ຄວບຄຸມການກະທຳຂອງພວກເຂົາ, ເຮັດໃຫ້ພວກເຂົາຕອບສະໜອງຄວາມປາດຖະໜາທີ່ເຕັມໄປດ້ວຍຕັນຫາຂອງພວກເຂົາ ແລະ ບັນລຸເປົ້າໝາຍຂອງພວກເຂົາເອງພາຍໃຕ້ທຸງຂອງການເຜີຍແຜ່ຂ່າວປະເສີດ. ນີ້ແມ່ນພໍໆກັບອຸປະນິໄສທີ່ຊົ່ວຮ້າຍ. ເຖິງກັບມີຄົນທີ່ຮູ້ຈັກເປັນຢ່າງດີວ່າພວກເຂົາຜິດໃນການເຮັດສິ່ງນີ້ ແລະ ການເຮັດເຊັ່ນນັ້ນຈະເຮັດຜິດໃຈພຣະເຈົ້າ ແລະ ລະເມີດບົດບັນຍັດບໍລິຫານຂອງພຣະອົງ, ແຕ່ພວກເຂົາບໍ່ໄດ້ຢຸດ. ນີ້ແມ່ນອຸປະນິໄສປະເພດໜຶ່ງ, ບໍ່ແມ່ນບໍ? (ແມ່ນແລ້ວ.) ນີ້ແມ່ນໜຶ່ງໃນການສຳແດງອອກເຖິງອຸປະນິໄສທີ່ຊົ່ວຮ້າຍ, ແຕ່ບໍ່ພຽງແຕ່ຄວນການສະແດງອອກເຖິງຄວາມປາດຖະໜາທີ່ເຕັມໄປດ້ວຍຕັນຫາເປັນຄວາມຊົ່ວຮ້າຍ; ຂອບເຂດຄວາມຊົ່ວຮ້າຍແມ່ນກວ້າງກວ່າຕັນຫາທາງເນື້ອໜັງເທົ່ານັ້ນ. ໃຫ້ຄິດແບບນີ້: ແມ່ນຫຍັງຄືການສຳແດງອອກອື່ນໆເຖິງອຸປະນິໄສທີ່ຊົ່ວຮ້າຍ? ຍ້ອນມັນເປັນອຸປະນິໄສ, ມັນຈຶ່ງເປັນຫຼາຍກວ່າວິທີການກະທຳ, ມັນກ່ຽວຂ້ອງກັບຫຼາຍສະພາວະ, ການສຳແດງອອກ ແລະ ການສະແດງອອກທີ່ແຕກຕ່າງກັນ, ນັ້ນຄືນິຍາມຂອງອຸປະນິໄສ. (ການຕິດຕາມກະແສທາງໂລກ, ການບໍ່ປ່ອຍສິ່ງຕ່າງໆທີ່ກ່ຽວຂ້ອງກັບກະແສທາງໂລກໄປ.) ການບໍ່ປະຖິ້ມກະແສທີ່ຊົ່ວຮ້າຍເປັນປະເພດໜຶ່ງ. ການຜູກພັນກັບກະແສທີ່ຊົ່ວຮ້າຍຂອງໂລກ, ການໄລ່ຕາມຫາພວກມັນ, ການຖືກພວກເຂົາຄອບງໍາ, ການສະແຫວງຫາພວກເຂົາດ້ວຍຄວາມຫຼົງໄຫຼທີ່ຫຼວງຫຼາຍ. ມີບາງຄົນທີ່ບໍ່ເຄີຍປ່ອຍສິ່ງເຫຼົ່ານີ້ໄປ ບໍ່ວ່າຈະໂອ້ລົມກ່ຽວກັບຄວາມຈິງແນວໃດກໍຕາມ, ບໍ່ວ່າພວກເຂົາຈະຖືກລິຮານ ແລະ ຖືກຈັດການແນວໃດກໍຕາມ; ມັນເຖິງກັບໄປຮອດຈຸດທີ່ມົວເມົາ. ນີ້ຄືຄວາມຊົ່ວຮ້າຍ. ສະນັ້ນເມື່ອຄົນຕິດຕາມກະແສທີ່ຊົ່ວຮ້າຍ, ການສຳແດງອອກຫຍັງບົ່ງບອກວ່າພວກເຂົາມີອຸປະນິໄສທີ່ຊົ່ວຮ້າຍ? ເປັນຫຍັງພວກເຂົາຈຶ່ງຮັກສິ່ງເຫຼົ່ານີ້? ແມ່ນຫຍັງກ່ຽວກັບໃນກະແສທາງໂລກທີ່ຊົ່ວຮ້າຍເຫຼົ່ານີ້ເຊິ່ງນໍາຄວາມພໍໃຈທາງຈິດຕະສາດມາເຖິງພວກເຂົາ, ເຊິ່ງຕອບສະໜອງຄວາມຕ້ອງການຂອງພວກເຂົາ ແລະ ຕອບສະໜອງຄວາມລຳອຽງ ແລະ ຄວາມປາດຖະໜາຂອງພວກເຂົາ? ຍົກຕົວຢ່າງ: ພວກເຂົາມັກດາລາຮູບເງົາ: ແມ່ນຫຍັງກ່ຽວກັບດາລາຮູບເງົາເຫຼົ່ານີ້ທີ່ຂັບເຄື່ອນຄວາມຫຼົງໄຫຼນີ້ ແລະ ເຮັດໃຫ້ພວກເຂົາຕິດຕາມຄົນເຫຼົ່ານັ້ນ? ມັນເປັນການໂອ້ອວດ, ລົດນິຍົມ, ລັກສະນະທ່າທາງ ແລະ ຄວາມມີຊື່ສຽງຂອງຄົນເຫຼົ່ານີ້, ພ້ອມທັງຊີວິດປະເພດຟູມເຟືອຍທີ່ພວກເຂົາປາດຖະໜາຫາ. ທຸກສິ່ງເຫຼົ່ານີ້ທີ່ພວກເຂົາຕິດຕາມ, ພວກມັນເປັນສິ່ງທີ່ຊົ່ວຮ້າຍທັງສິ້ນບໍ? (ແມ່ນແລ້ວ.) ເປັນຫຍັງຈຶ່ງເວົ້າວ່າພວກມັນຊົ່ວຮ້າຍ? (ເພາະພວກເຂົາຂັດກັບຄວາມຈິງ ແລະ ສິ່ງດີໆ ແລະ ພວກມັນບໍ່ສອດຄ່ອງກັບສິ່ງທີ່ພຣະເຈົ້າຮ້ອງຂໍ.) ນີ້ຄືຫຼັກຄຳສອນ. ມາວິເຄາະເບິ່ງຄົນມີຊື່ສຽງ ແລະ ດາລາຮູບເງົາເຫຼົ່ານີ້: ຊົງຜົມຂອງພວກເຂົາ, ພຶດຕິກຳຂອງພວກເຂົາ, ແມ່ນແຕ່ຊີວິດສ່ວນຕົວ ແລະ ເຄື່ອງນຸ່ງຫົ່ມໃນສາທາລະນະທີ່ທຸກຄົນນະມັດສະການຫຼາຍ. ເປັນຫຍັງພວກເຂົາຈຶ່ງມີຊີວິດແບບນັ້ນ? ແລ້ວເປັນຫຍັງພວກເຂົາຈຶ່ງກະຕຸ້ນໃຫ້ຄົນອື່ນຕິດຕາມພວກເຂົາ? ພວກເຂົາໃຊ້ຄວາມພະຍາຍາມຫຼາຍໃນເລື່ອງທັງໝົດນີ້. ພວກເຂົາມີຊ່າງແຕ່ງໜ້າ ແລະ ຊ່າງແຕ່ງຊົງສ່ວນບຸກຄົນເພື່ອສ້າງພາບລັກນີ້ຂອງພວກເຂົາ. ສະນັ້ນແມ່ນຫຍັງຄືເປົ້າໝາຍຂອງພວກເຂົາໃນການສ້າງພາບລັກນີ້ຂອງພວກເຂົາເອງ? ເພື່ອດຶງດູດຜູ້ຄົນ, ເພື່ອນໍາພາຜູ້ຄົນຢ່າງຜິດໆ, ເພື່ອເຮັດໃຫ້ຜູ້ຄົນຕິດຕາມພວກເຂົາ ແລະ ເພື່ອໄດ້ປະໂຫຍດຈາກສິ່ງນີ້. ແລ້ວດ້ວຍເຫດນັ້ນ, ບໍ່ວ່າຄົນຈະນະມັດສະການຊື່ສຽງຂອງດາລາຮູບເງົາເຫຼົ່ານີ້ ຫຼື ລັກສະນະທ່າທາງຂອງພວກເຂົາ ຫຼື ຊີວິດຂອງພວກເຂົາ, ສິ່ງເຫຼົ່ານີ້ເປັນການກະທຳທີ່ໂງ່ຈ້າ ແລະ ແປກປະຫຼາດຢ່າງແທ້ຈິງ. ຖ້າຄົນໆໜຶ່ງຕ້ອງມີຄວາມເປັນເຫດເປັນຜົນ, ພວກເຂົາຈະນະມັດສະການມານຮ້າຍແນວໃດ? ມານຮ້າຍເປັນສິ່ງທີ່ນໍາພາຢ່າງຜິດໆ, ຫຼອກລວງ ແລະ ທຳຮ້າຍຜູ້ຄົນ. ມານຮ້າຍບໍ່ເຊື່ອໃນພຣະເຈົ້າ ແລະ ພວກເຂົາບໍ່ມີການຍອມຮັບຄວາມຈິງບໍ່ວ່າຫຍັງກໍຕາມ. ມານຮ້າຍລ້ວນແລ້ວແຕ່ຕິດຕາມຊາຕານ. ແມ່ນຫຍັງຄືເປົ້າໝາຍຂອງຄົນທີ່ຕິດຕາມ ແລະ ນະມັດສະການມານຮ້າຍ ແລະ ຊາຕານ? ພວກເຂົາຕ້ອງການຮຽນແບບມານຮ້າຍເຫຼົ່ານີ້, ຈຳລອງແບບພວກເຂົາເອງຕາມມານຮ້າຍເຫຼົ່ານັ້ນ, ໂດຍຫວັງວ່າມື້ໜຶ່ງພວກເຂົາຈະກາຍມາເປັນມານຮ້າຍທີ່ສວຍງາມ ແລະ ດຶງດູດທາງເພດຄືກັບມານຮ້າຍ ແລະ ຄົນມີຊື່ສຽງເຫຼົ່ານີ້. ພວກເຂົາມັກທີ່ມີຄວາມສຸກກັບຄວາມຮູ້ສຶກນີ້. ບໍ່ວ່າຄົນໆໜຶ່ງຈະນະມັດສະການຄົນມີຊື່ສຽງ ຫຼື ຄົນໂດດເດັ່ນຄົນໃດກໍຕາມ, ເປົ້າໝາຍທີ່ສຸດຂອງດາລາເຫຼົ່ານີ້ກໍຄືກັນ ນັ້ນກໍຄື ເພື່ອນໍາພາຜູ້ຄົນຢ່າງຜິດໆ, ເພື່ອດຶງດູດຜູ້ຄົນ ແລະ ເພື່ອເຮັດໃຫ້ຜູ້ຄົນນະມັດສະການ ແລະ ຕິດຕາມພວກເຂົາ. ນີ້ບໍ່ແມ່ນອຸປະນິໄສທີ່ຊົ່ວຮ້າຍບໍ? ນີ້ຄືອຸປະນິໄສທີ່ຊົ່ວຮ້າຍ ແລະ ມັນບໍ່ສາມາດຊັດເຈນກວ່ານີ້ແລ້ວ.

ອຸປະນິໄສທີ່ຊົ່ວຮ້າຍແມ່ນຍັງສຳແດງອອກດ້ວຍອີກໜຶ່ງວິທີ. ບາງຄົນເຫັນວ່າການເຕົ້າໂຮມໃນເຮືອນຂອງພຣະເຈົ້າກ່ຽວພັນກັບການອ່ານພຣະທຳຂອງພຣະເຈົ້າຢູ່ສະເໝີ, ການໂອ້ລົມຄວາມຈິງ ແລະ ການສົນທະນາເຖິງຄວາມຮູ້ກ່ຽວກັບຕົນເອງ, ການປະຕິບັດໜ້າທີ່ຢ່າງເໝາະສົມ, ວິທີການປະຕິບັດຕາມຫຼັກການ, ວິທີການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຈາກສິ່ງຊົ່ວຮ້າຍ, ວິທີການເຂົ້າໃຈ ແລະ ປະຕິບັດຄວາມຈິງ ແລະ ອີກຫຼາກຫຼາຍແງ່ມຸມຂອງວຄາມຈິງ. ເມື່ອໄດ້ຮັບຟັງຕະຫຼອດປີເຫຼົ່ານີ້, ພວກເຂົາກໍເລີ່ມເບື່ອໜ່າຍສິ່ງທີ່ພວກເຂົາຮັບຟັງຫຼາຍຂຶ້ນ ແລະ ພວກເຂົາເລີ່ມຈົ່ມຕໍ່ວ່າໂດຍເວົ້າວ່າ “ເປົ້າໝາຍຂອງຄວາມເຊື່ອໃນພຣະເຈົ້າບໍ່ແມ່ນເພື່ອຮັບເອົາພອນບໍ? ເປັນຫຍັງພວກເຮົາຈຶ່ງເວົ້າກ່ຽວກັບຄວາມຈິງ ແລະ ໂອ້ລົມກ່ຽວກັບພຣະທຳຂອງພຣະເຈົ້າຢູ່ສະເໝີ? ມັນມີບ່ອນຈົບບໍ? ຂ້ານ້ອຍເບື່ອໜ່າຍມັນແລ້ວ!” ແຕ່ພວກເຂົາບໍ່ຕ້ອງການກັບຄືນໄປຫາໂລກທີ່ບໍ່ແມ່ນສາດສະໜາ. ພວກເຂົາຄິດກັບຕົນເອງວ່າ “ຄວາມເຊື່ອໃນພຣະເຈົ້າແມ່ນບໍ່ມີຊີວິດຊີວາ, ມັນໜ້າເບື່ອ, ຂ້ານ້ອຍຈະສາມາດເຮັດໃຫ້ມັນໜ້າສົນໃຈຂຶ້ນໜ້ອຍໜຶ່ງໄດ້ແນວໃດ? ຂ້ານ້ອຍຕ້ອງຊອກຫາບາງສິ່ງທີ່ໜ້າສົນໃຈ”, ສະນັ້ນພວກເຂົາຈຶ່ງໄປໆມາໆແລ້ວຖາມວ່າ “ມີຜູ້ເຊື່ອໃນພຣະເຈົ້າເທົ່າໃດຄົນໃນຄຣິສຕະຈັກ? ມີຜູ້ນໍາ ແລະ ຜູ້ເຮັດວຽກເທົ່າໃດຄົນ? ມີເທົ່າໃດຄົນທີ່ຈະຖືກປ່ຽນແທນ? ມີເທົ່າໃດຄົນທີ່ເປັນນັກສຶກສາໜຸ່ມໃນມະຫາວິທະຍາໄລ ແລະ ນັກສຶກສາບັນດິດ? ມີຄົນໃດຮູ້ຈັກຕົວເລກແນ່?” ພວກເຂົາປະຕິບັດຕໍ່ສິ່ງເຫຼົ່ານີ້ ແລະ ຂໍ້ມູນນີ້ວ່າເປັນຄວາມຈິງ. ນີ້ແມ່ອຸປະນິໄສຫຍັງ? ນີ້ຄືຄວາມຊົ່ວຮ້າຍ, ເຊິ່ງກ່າວເຖິງໂດຍທົ່ວໄປຄື “ຄວາມຕໍ່າຊ້າ”. ພວກເຂົາໄດ້ຍິນຄວາມຈິງຫຼາຍຢ່າງ, ແຕ່ບໍ່ມີຜູ້ໃດໃນບັນດາພວກເຂົາທີ່ກະຕຸ້ນໃຫ້ມີຄວາມເອົາໃຈໃສ່ ຫຼື ການໃຫ້ຄວາມສຳຄັນຢ່າງພຽງພໍໃນພວກເຂົາ. ທັນທີທີ່ຄົນໃດໜຶ່ງມີເລື່ອງນິນທາ ຫຼື ຂ່າວພາຍໃນບາງຢ່າງ, ຫູຂອງພວກເຂົາກໍຈັບໄດ້ໃນທັນທີ, ພວກເຂົາຢ້ານທີ່ຈະພາດມັນ. ນີ້ຄືຄວາມຕໍ່າຊ້າ, ບໍ່ແມ່ນບໍ? (ແມ່ນແລ້ວ.) ແມ່ນຫຍັງຄືລັກສະນະຂອງຄົນຕໍ່າຊ້າ? ພວກເຂົາບໍ່ມີຄວາມສົນໃຈໃນຄວາມຈິງແມ່ນແຕ່ໜ້ອຍດຽວ. ພວກເຂົາພຽງແຕ່ສົນໃຈເລື່ອງພາຍນອກ ແລະ ຊອກຫາເລື່ອງນິນທາ ແລະ ສິ່ງທີ່ບໍ່ກ່ຽວຂ້ອງກັບການເຂົ້າສູ່ຊີວິດຂອງພວກເຂົາ ຫຼື ກ່ຽວຂ້ອງກັບຄວາມຈິງຢ່າງບໍ່ອິດເມື່ອຍ ແລະ ຢ່າງໂລບມາກ. ພວກເຂົາຄິດວ່າການຄິດເລື່ອງນີ້, ຂໍ້ມູນທັງໝົດນີ້ອອກ ແລະ ການຮັບມັນທັງໝົດຢູ່ໃນຫົວຂອງພວກເຂົາໝາຍຄວາມວ່າພວກເຂົາມີຄວາມເປັນຈິງແຫ່ງຄວາມຈິງ, ພວກເຂົາສະບາຍດີ ແລະ ເປັນສະມາຊິກໃນເຮືອນຂອງພຣະເຈົ້າຢ່າງແທ້ຈິງ, ພວກເຂົາຈະຖືກຍົກຍ້ອງໂດຍພຣະເຈົ້າຢ່າງແນ່ນອນ ແລະ ສາມາດເຂົ້າສູ່ອານາຈັກຂອງພຣະເຈົ້າ. ພວກເຈົ້າຄິດວ່ານັ້ນຄືຄວາມຈິງແທ້ໆບໍ? (ບໍ່ແມ່ນ.) ພວກເຈົ້າສາມາດເບິ່ງສິ່ງນີ້ອອກ, ແຕ່ຜູ້ເຊື່ອໃໝ່ຫຼາຍຄົນໃນພຣະເຈົ້າບໍ່ສາມາດເຮັດໄດ້. ພວກເຂົາຈົດຈໍ່ກັບຂໍ້ມູນນີ້, ພວກເຂົາຄິດວ່າການຮູ້ສິ່ງເຫຼົ່ານີ້ເຮັດໃຫ້ພວກເຂົາເປັນສະມາຊິກໃນເຮືອນຂອງພຣະເຈົ້າ, ແຕ່ໃນຄວາມເປັນຈິງແລ້ວ ພຣະເຈົ້າດູຖູກຄົນແບບນັ້ນຫຼາຍທີ່ສຸດ, ພວກເຂົາເປັນຄົນທີ່ໄຮ້ປະໂຫຍດ, ຜິວເຜີນ ແລະ ບໍ່ສົນໃຈຫຼາຍທີ່ສຸດໃນບັນຫາຄົນທັງປວງ. ພຣະເຈົ້າປາກົດໃນເນື້ອໜັງໃນຍຸກສຸດທ້າຍເພື່ອເຮັດພາລະກິດໃນການພິພາກສາ ແລະ ການຊໍາລະລ້າງຜູ້ຄົນ, ເຊິ່ງມີຜົນທີ່ຈະໃຫ້ຄວາມຈິງເປັນຊີວິດແກ່ຜູ້ຄົນ. ແຕ່ຖ້າເຈົ້າບໍ່ໃຫ້ຄວາມສຳຄັນກັບການກິນ ແລະ ການດື່ມພຣະທຳຂອງພຣະເຈົ້າ ແລະ ພະຍາຍາມຄົ້ນຫາເລື່ອງນິນທາຢູ່ສະເໝີ ແລະ ພະຍາຍາມຊອກຫາຫຼາຍຂຶ້ນກ່ຽວກັບເລື່ອງພາຍໃນຂອງຄຣິສຕະຈັກ, ພວກເຂົາສະແຫວງຫາຄວາມຈິງບໍ? ພວກເຂົາເປັນຄົນທີ່ເຮັດວຽກງານຢ່າງເໝາະສົມບໍ? ສຳລັບເຮົາແລ້ວ, ຄົນເຫຼົ່ານີ້ເປັນຄົນທີ່ຊົ່ວຮ້າຍ. ພວກເຂົາບໍ່ແມ່ນຜູ້ເຊື່ອ. ຄົນແບບນີ້ຍັງສາມາດເອີ້ນວ່າຕໍ່າຊ້າ. ພວກເຂົາພຽງແຕ່ໃຫ້ຄວາມສຳຄັນກັບຄຳບອກເລົ່າ. ສິ່ງນີ້ຕອບສະໜອງຄວາມຢາກຮູ້ຢາກເຫັນຂອງພວກເຂົາ, ແຕ່ພວກເຂົາຖືກພຣະເຈົ້າດູຖູກ. ຄົນເຫຼົ່ານີ້ບໍ່ແມ່ນຄົນທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ, ແຮງແລ້ວທີ່ຈະເປັນຄົນທີ່ສະແຫວງຫາຄວາມຈິງ. ເວົ້າງ່າຍໆພວກເຂົາເປັນຜູ້ຮັບໃຊ້ຂອງຊາຕານທີ່ມາເພື່ອລົບກວນວຽກງານຂອງຄຣິສຕະຈັກ. ຍິ່ງໄປກວ່ານັ້ນ, ຄົນທີ່ກວດສອບ ແລະ ສືບສວນພຣະເຈົ້າຢູ່ສະເໝີກໍເປັນຜູ້ຮັບໃຊ້ ແລະ ລູກນ້ອງຂອງມັງກອນແດງໃຫຍ່. ພຣະເຈົ້າກຽດຊັງ ແລະ ເປັນທີ່ລັງກຽດໂດຍຄົນເຫຼົ່ານີ້ເປັນສ່ວນໃຫຍ່. ຖ້າເຈົ້າເຊື່ອໃນພຣະເຈົ້າ, ເປັນຫຍັງເຈົ້າຈຶ່ງບໍ່ໄວ້ໃຈພຣະເຈົ້າ? ເມື່ອເຈົ້າກວດສອບ ແລະ ສືບສວນພຣະເຈົ້າ, ເຈົ້າກຳລັງຊອກຫາຄວາມຈິງບໍ? ການຊອກຫາຄວາມຈິງມີຄວາມກ່ຽວຂ້ອງຫຍັງກັບຄອບຄົວທີ່ພຣະຄຣິດເກີດ ຫຼື ສະພາບແວດລ້ອມທີ່ພຣະອົງເຕີບໃຫຍ່ບໍ? ຄົນທີ່ເອົາພຣະເຈົ້າມາຢູ່ພາຍໃຕ້ກ້ອງຈຸລະທັດຢູ່ສະເໝີ, ພວກເຂົາບໍ່ເປັນຕາຂີ້ດຽດບໍ? ຖ້າເຈົ້າມີແນວຄິດກ່ຽວກັບສິ່ງຕ່າງໆທີ່ກ່ຽວຂ້ອງກັບຄວາມເປັນມະນຸດຂອງພຣະຄຣິດຢູ່ສະເໝີ, ເຈົ້າຄວນໃຊ້ເວລາຫຼາຍຂຶ້ນໃນການສະແຫວງຫາຄວາມຮູ້ກ່ຽວກັບພຣະທຳຂອງພຣະເຈົ້າ; ເມື່ອເຈົ້າເຂົ້າໃຈຄວາມຈິງເທົ່ານັ້ນເອງ ເຈົ້າຈະຈຶ່ງສາມາດແກ້ໄຂບັນຫາໃນແນວຄິດຂອງເຈົ້າ. ການກວດສອບເບື້ອງຫຼັງຄອບຄົວຂອງພຣະຄຣິດ ຫຼື ສະຖານະການການເກີດຂອງພຣະອົງຈະເຮັດໃຫ້ເຈົ້າຮູ້ຈັກພຣະເຈົ້າບໍ? ສິ່ງນີ້ຈະເຮັດໃຫ້ເຈົ້າຄົ້ນພົບແກ່ນແທ້ທີ່ສັກສິດຂອງພຣະເຈົ້າບໍ? ບໍ່ແມ່ນຢ່າງແນ່ນອນ. ຄົນທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງກໍອຸທິດຕົນເອງຕໍ່ພຣະທຳຂອງພຣະເຈົ້າ ແລະ ຄວາມຈິງ, ມີພຽງແຕ່ສິ່ງນີ້ຈຶ່ງນໍາໄປສູ່ການຮູ້ຈັກແກ່ນແທ້ທີ່ສັກສິດຂອງພຣະຄຣິດ. ແຕ່ເປັນຫຍັງຄົນທີ່ພິຈາລະນາກວດສອບພຣະເຈົ້າຢູ່ສະເໝີຈຶ່ງມີສ່ວນຮ່ວມໃນຄວາມຕໍ່າຊ້າຢູ່ສະເໝີ? ຄົນໄຮ້ຄ່າເຫຼົ່ານີ້ທີ່ບໍ່ເຂົ້າໃຈເລື່ອງຝ່າຍວິນຍານຄວນຟ້າວ ແລະ ອອກຈາກເຮືອນຂອງພຣະເຈົ້າ! ມີການກ່າວຄວາມຈິງຫຼາຍຢ່າງ, ມີການໂອ້ລົມຫຼາຍຢ່າງໃນລະຫວ່າງການເຕົ້າໂຮມ ແລະ ການເທດສະໜາ; ເປັນຫຍັງເຈົ້າຈຶ່ງຍັງພິຈາລະນາກວດສອບພຣະເຈົ້າ? ມັນໝາຍຄວາມວ່າແນວໃດທີ່ເຈົ້າພິຈາລະນາກວດສອບພຣະເຈົ້າຢູ່ສະເໝີ? ເຈົ້າຊົ່ວຮ້າຍທີ່ສຸດ! ຍິ່ງໄປກວ່ານັ້ນ, ເຖິງກັບມີຄົນທີ່ຄິດວ່າການຮຽນຮູ້ຂໍ້ມູນທີ່ບໍ່ສຳຄັນທັງໝົດນີ້ຈະເຮັດໃຫ້ພວກເຂົາມີທຶນ ແລະ ພວກເຂົາໄປໆມາໆເພື່ອໂອ້ອວດມັນໃຫ້ຜູ້ຄົນ. ແລ້ວເກີດຫຍັງຂຶ້ນໃນທີ່ສຸດ? ພວກເຂົາເປັນຕາລັງກຽດ ແລະ ເປັນຕາຂີ້ດຽດສຳລັບພຣະເຈົ້າ. ພວກເຂົາເຖິງກັບເປັນມະນຸດບໍ? ພວກເຂົາບໍ່ແມ່ນມານຮ້າຍທີ່ມີຊີວິດບໍ? ພວກເຂົາເປັນຄົນທີ່ເຊື່ອໃນພຣະເຈົ້າໄດ້ແນວໃດ? ພວກເຂົາອຸທິດຄວາມຄິດທັງໝົດຂອງພວກເຂົາໃຫ້ສິ່ງຊົ່ວຮ້າຍ ແລະ ຄົດໂກງ. ມັນເປັນຄືກັບພວກເຂົາຄິດວ່າຍິ່ງພວກເຂົາຮູ້ຈັກຄຳບອກເລົ່າຫຼາຍສໍ່າໃດ, ພວກເຂົາກໍເປັນສະມາຊິກໃນເຮືອນຂອງພຣະເຈົ້າສໍ່ານັ້ນ ແລະ ພວກເຂົາເຂົ້າໃຈຄວາມຈິງຫຼາຍສໍ່ານັ້ນ. ຄົນແບບນີ້ແມ່ນແປກປະຫຼາດຢ່າງສິ້ນເຊີງ. ໃນເຮືອນຂອງພຣະເຈົ້າ, ບໍ່ມີຜູ້ໃດທີ່ເປັນຕາລັງກຽດໄປຫຼາຍກວ່າພວກເຂົາ.

ບາງຄົນໃຫ້ຄວາມສຳຄັນກັບສິ່ງທີ່ບໍ່ເປັນຈິງໃນຄວາມເຊື່ອຂອງພວກເຂົາຢູ່ສະເໝີ. ຕົວຢ່າງ: ບາງຄົນກວດສອບຢູ່ສະເໝີວ່າອານາຈັກເປັນແນວໃດ, ສະຫວັນຊັ້ນສາມຢູ່ໃສ, ຍົມມະໂລກເປັນແນວໃດ ແລະ ນະຮົກຢູ່ໃສ. ພວກເຂົາກວດສອບຄວາມເລິກລັບຢູ່ສະເໝີ ແທນທີ່ຈະໃຫ້ຄວາມສຳຄັນກັບການເຂົ້າສູ່ຊີວິດ. ນີ້ຄືຄວາມຕໍ່າຊ້າ, ມັນເປັນສິ່ງຊົ່ວຮ້າຍ. ບໍ່ວ່າພວກເຂົາຈະໄດ້ຍິນຄຳເທດສະໜາ ແລະ ການໂອ້ລົມຫຼາຍສໍ່າໃດ, ມີຄົນທີ່ຍັງບໍ່ເຂົ້າໃຈວ່າຄວາມຈິງແມ່ນຫຍັງແທ້ໆ ຫຼື ພວກເຂົາບໍ່ຮູ້ວ່າພວກເຂົາຄວນນໍາມັນໄປປະຕິບັດແນວໃດ. ເມື່ອໃດກໍຕາມທີ່ພວກເຂົາມີເວລາ, ພວກເຂົາກໍຄົ້ນຫາພຣະທຳຂອງພຣະເຈົ້າ, ເອົາໃຈໃສ່ກັບການຈັດຮຽງຄຳເວົ້າ, ຊອກຫາຄວາມຮູ້ສຶກຕື່ນເຕັ້ນປະເພດໃດໜຶ່ງ ແລະ ພວກເຂົາຍັງພິຈາລະນາກວດສອບຢູ່ສະເໝີວ່າພຣະທຳຂອງພຣະເຈົ້າໄດ້ສຳເລັດແລ້ວ ຫຼື ບໍ່. ຖ້າພວກມັນສຳເລັດ, ພວກເຂົາກໍເຊື່ອວ່ານີ້ຄືພາລະກິດຂອງພຣະເຈົ້າ ແລະ ຖ້າພວກມັນບໍ່ສຳເລັດ, ພວກເຂົາກໍປະຕິເສດວ່ານີ້ຄືພາລະກິດຂອງພຣະເຈົ້າ. ພວກເຂົາບໍ່ໄດ້ແປກປະຫຼາດບໍ? ນີ້ບໍ່ແມ່ນຄວາມຕໍ່າຊ້າບໍ? ຄົນສາມາດເຫັນໄດ້ຢູ່ສະເໝີບໍໃນເວລາທີ່ພຣະທຳຂອງພຣະເຈົ້າສຳເລັດແລ້ວ? ຄົນບໍ່ສາມາດເຫັນໄດ້ເມື່ອພຣະທຳບາງຂໍ້ຂອງພຣະເຈົ້າສຳເລັດ. ສຳລັບຜູ້ຄົນແລ້ວ, ພຣະທຳບາງຂໍ້ຂອງພຣະອົງບໍ່ໄດ້ເບິ່ງຄືສຳເລັດ ແຕ່ສຳລັບພຣະເຈົ້ານັ້ນ ພວກມັນໄດ້ສຳເລັດແລ້ວ. ຄົນບໍ່ມີທາງເຫັນສິ່ງເຫຼົ່ານີ້ໄດ້ຢ່າງຊັດເຈນ; ພວກເຂົາມີສິດທິພິເສດ ຖ້າພວກເຂົາສາມາດເຂົ້າໃຈໄດ້ແມ່ນແຕ່ 20%. ບາງຄົນໃຊ້ຕະຫຼອດເວລາຂອງພວກເຂົາໃນການສຶກສາພຣະທຳຂອງພຣະເຈົ້າ ແຕ່ບໍ່ໄດ້ເອົາໃຈໃສ່ກັບການປະຕິບັດຄວາມຈິງ ຫຼື ການເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ. ນີ້ບໍ່ແມ່ນການປະລະໜ້າທີ່ທີ່ເໝາະສົມຂອງຄົນໆໜຶ່ງບໍ? ພວກເຂົາໄດ້ຍິນຄວາມຈິງຫຼາຍຢ່າງ ແຕ່ຍັງບໍ່ເຂົ້າໃຈພວກມັນ ແລະ ພວກເຂົາຊອກຫາສິ່ງພິສູດວ່າຄຳທຳນາຍສຳເລັດແລ້ວ, ປະຕິບັດຕໍ່ພວກມັນຄືກັບເປັນຊີວິດ ແລະ ແຮງຜັກດັນຂອງພວກເຂົາ. ຕົວຢ່າງ: ເມື່ອບາງຄົນອະທິຖານ, ພວກເຂົາກໍເວົ້າສິ່ງຕ່າງໆປະມານວ່າ “ພຣະເຈົ້າ, ຖ້າພຣະອົງປາດຖະໜາທີ່ຈະໃຫ້ຂ້ານ້ອຍເຮັດສິ່ງນີ້, ເຮັດໃຫ້ຂ້ານ້ອຍຕື່ນນອນຫົກໂມງເຊົ້າຂອງມື້ຖັດໄປ; ຖ້າພຣະອົງບໍ່ຕ້ອງການ, ປ່ອຍໃຫ້ຂ້ານ້ອຍນອນຫຼັບຈົນຮອດເຈັດໂມງ”. ນີ້ມັກເປັນວິທີການທີ່ພວກເຂົາເຮັດ, ພວກເຂົາໃຊ້ສິ່ງນີ້ເປັນຫຼັກການຂອງພວກເຂົາ, ປະຕິບັດມັນຄືກັບວ່າມັນເປັນຄວາມຈິງ. ສິ່ງນີ້ແມ່ນເອີ້ນວ່າຄວາມຕໍ່າຊ້າ. ໃນການກະທຳຂອງພວກເຂົາ, ພວກເຂົາເພິ່ງພາຄວາມຮູ້ສຶກຢູ່ສະເໝີ, ໃຫ້ຄວາມສຳຄັນກັບສິ່ງທີ່ເໜືອທຳມະຊາດ, ເພິ່ງພາຄຳບອກເລົ່າ ແລະ ສິ່ງອື່ນໆທີ່ບໍ່ເປັນຈິງ; ພວກເຂົາເອົາສຸ່ມກຳລັງຂອງພວກເຂົາໃສ່ສິ່ງທີ່ຕໍ່າຊ້າຢູ່ສະເໝີ. ນີ້ຄືຄວາມຊົ່ວຮ້າຍ. ບໍ່ວ່າເຈົ້າຈະໂອ້ລົມຄວາມຈິງກັບພວກເຂົາແນວໃດກໍຕາມ, ພວກເຂົາຄິດວ່າຄວາມຈິງບໍ່ເປັນປະໂຫຍດ ແລະ ບໍ່ຖືກຕ້ອງສໍ່າການເພິ່ງພາຄວາມຮູ້ສຶກ ຫຼື ການໃຫ້ເຫດຜົນຜ່ານການປຽບທຽບ. ນີ້ຄືຄວາມຕໍ່າຊ້າ. ພວກເຂົາບໍ່ເຊື່ອວ່າພຣະເຈົ້າປົກຄອງ ແລະ ຈັດແຈງໂຊກຊະຕາຂອງຜູ້ຄົນ ແລະ ເຖິງແມ່ນພວກເຂົາເວົ້າວ່າພວກເຂົາຮັບຮູ້ວ່າພຣະທຳຂອງພຣະເຈົ້າເປັນຄວາມຈິງ, ໃນຫົວໃຈຂອງພວກເຂົານັ້ນ ພວກເຂົາຍັງບໍ່ຍອມຮັບຄວາມຈິງ, ພວກເຂົາບໍ່ເຄີຍເຫັນສິ່ງຕ່າງໆຜ່ານພຣະທຳຂອງພຣະເຈົ້າຈັກເທື່ອ. ຖ້າຄົນໃດໜຶ່ງທີ່ເປັນທີ່ຮູ້ຈັກດີເວົ້າບາງສິ່ງ, ພວກເຂົາກໍເຊື່ອວ່າມັນເປັນຄວາມຈິງ ແລະ ເຫັນດີເຫັນພ້ອມກັບມັນ. ຖ້າໝໍດູ ຫຼື ຄົນອ່ານໂງເຮັ້ງບອກພວກເຂົາວ່າພວກເຂົາຈະຖືກເລື່ອນຕຳແໜ່ງໄປຜູ້ຈັດການໃນປີຖັດໄປ, ພວກເຂົາກໍເຊື່ອຄົນເຫຼົ່ານັ້ນ. ນີ້ບໍ່ແມ່ນຄວາມຕໍ່າຊ້າບໍ? ພວກເຂົາເຊື່ອໃນການທຳນາຍດວງ, ການທຳນາຍໂຊກຊະຕາ ແລະ ສິ່ງທີ່ເໜືອທຳມະຊາດ ແລະ ສິ່ງຕໍ່າຊ້າເຫຼົ່ານີ້ພຽງຢ່າງດຽວ. ມັນເປັນດ່ັງທີ່ບາງຄົນເວົ້າວ່າ “ຂ້ານ້ອຍເຂົ້າໃຈຄວາມຈິງທຸກຢ່າງ, ພຽງແຕ່ວ່າຂ້ານ້ອຍບໍ່ສາມາດນໍາພວກມັນໄປປະຕິບັດ. ຂ້ານ້ອຍບໍ່ຮູ້ວ່າບັນຫາແມ່ນຫຍັງ”. ຕອນນີ້ພວກເຮົາມີຄຳຖາມສຳລັບຄຳຖາມນີ້: ພວກເຂົາຕໍ່າຊ້າ. ມັນບໍ່ສຳຄັນວ່າເຈົ້າຈະໂອ້ລົມຄວາມຈິງກັບຄົນແບບນັ້ນແນວໃດ, ມັນຈະບໍ່ຜ່ານໄປຫາພວກເຂົາ ຫຼື ເຈົ້າຈະບໍ່ເຫັນຜົນໃດໆເລີຍ. ຄົນເຫຼົ່ານີ້ພຽງແຕ່ເບື່ອໜ່າຍຄວາມຈິງ, ແຕ່ຍັງມີອຸປະນິໄສທີ່ຊົ່ວຮ້າຍ. ແມ່ນຫຍັງຄືການສຳແດງອອກທີ່ສຳຄັນທີ່ສຸດຂອງການເບື່ອໜ່າຍຄວາມຈິງ? ມັນຄືການທີ່ຄົນໆໜຶ່ງເຂົ້າໃຈຄວາມຈິງ, ແຕ່ພວກເຂົາບໍ່ໄດ້ນໍາມັນໄປປະຕິບັດ. ພວກເຂົາບໍ່ຕ້ອງການໄດ້ຍິນມັນ, ພວກເຂົາຕໍ່ຕ້ານ ແລະ ບໍ່ພໍໃຈກັບມັນ. ພວກເຂົາຮູ້ວ່າຄວາມຈິງເປັນສິ່ງທີ່ຖືກຕ້ອງ ແລະ ດີ, ແຕ່ພວກເຂົາບໍ່ນໍາມັນໄປປະຕິບັດ, ພວກເຂົາບໍ່ເຕັມໃຈທີ່ຈະຍ່າງໃນເສັ້ນທາງນີ້ ຫຼື ພວກເຂົາບໍ່ປາດຖະໜາທີ່ຈະທົນທຸກ ຫຼື ຈ່າຍລາຄາ, ແຮງແລ້ວທີ່ຈະທົນທຸກກັບຄວາມສູນເສຍໃດໆ. ຄົນຊົ່ວຮ້າຍບໍ່ໄດ້ເປັນແບບນີ້. ພວກເຂົາຄິດວ່າສິ່ງຊົ່ວຮ້າຍຄືຄວາມຈິງ, ນັ້ນຄືວິທີທີ່ຖືກຕ້ອງ ແລະ ພວກເຂົາໄລ່ຕາມຫາສິ່ງເຫຼົ່ານີ້ ແລະ ພະຍາຍາມຮຽນແບບພວກມັນ ແລະ ສຸ່ມກຳລັງຂອງພວກເຂົາໃສ່ພວກມັນຢູ່ສະເໝີ. ເຮືອນຂອງພຣະເຈົ້າມັກໂອ້ລົມກ່ຽວກັບຫຼັກການໃນການອະທິຖານ: ຄົນສາມາດອະທິຖານເມື່ອໃດກໍຕາມ ຫຼື ບ່ອນໃດກໍຕາມທີ່ພວກເຂົາປາດຖະໜາ, ໂດຍບໍ່ມີຂໍ້ຈຳກັດດ້ານເວລາ, ພວກເຂົາພຽງແຕ່ຕ້ອງມາຢູ່ຕໍ່ໜ້າພຣະເຈົ້າ, ກ່າວຄຳເວົ້າໃນຫົວໃຈຂອງພວກເຂົາ ແລະ ສະແຫວງຫາຄວາມຈິງ. ຄວນມີການຮັບຟັງຄຳເວົ້າເຫຼົ່ານີ້ຢູ່ເລື້ອຍໆ ແລະ ຄວນເຂົ້າໃຈພວກມັນຢ່າງງ່າຍດາຍ, ແຕ່ຊົ່ວຮ້າຍຈະນໍາສິ່ງນີ້ໄປປະຕິບັດໄດ້ແນວໃດ? ທຸກໆເຊົ້າໃນລະຫວ່າງການຮ້ອງປະສານສຽງຕອນຮຸ່ງອະລຸນ, ພວກເຂົາຫັນໜ້າໄປທາງທິດໃຕ້ຢ່າງບໍ່ສິ້ນສຸດ, ຄຸເຂົ່າທັງສອງຂ້າງລົງ ແລະ ເອົາມືທັງສອງຂ້າງວາງເທິງພື້ນດິນ, ໂຄ້ງກົ້ມຕົນເອງລົງເພື່ອອະທິຖານຕໍ່ພຣະເຈົ້າໃຫ້ຫຼາຍເທົ່າທີ່ພວກເຂົາສາມາດເຮັດໄດ້. ພວກເຂົາຄິດວ່າໃນເວລານັ້ນເອງ ພຣະເຈົ້າຈຶ່ງຈະສາມາດໄດ້ຍິນຄຳອະທິຖານຂອງພວກເຂົາ, ເພາະນີ້ຄືເວລາທີ່ພຣະເຈົ້າບໍ່ຫຍຸ້ງ, ພຣະອົງມີເວລາ ແລະ ດ້ວຍເຫດນັ້ນພຣະອົງຈຶ່ງຮັບຟັງ. ນີ້ບໍ່ແມ່ນສິ່ງທີ່ເປັນຕາຫົວບໍ? ມັນບໍ່ແມ່ນສິ່ງຊົ່ວຮ້າຍບໍ? ມີຄົນອື່ນທີ່ເວົ້າວ່າເວລາທີ່ມີປະສິດທິພາບທີ່ສຸດໃນການອະທິຖານແມ່ນຕອນໜຶ່ງ ຫຼື ສອງໂມງກາງຄືນ, ເມື່ອທຸກສິ່ງມິດງຽບ. ເປັນຫຍັງພວກເຂົາຈຶ່ງເວົ້າສິ່ງນີ້? ພວກເຂົາມີເຫດຜົນຂອງພວກເຂົາເຊັ່ນກັນ. ພວກເຂົາເວົ້າວ່າໃນເວລານັ້ນທີ່ທຸກຄົນນອນຫຼັບໄຫຼ; ພຣະເຈົ້າມີເວລາທີ່ຈະຈັດການກັບກິດຈະການຂອງພວກເຂົາແທ້ໆເມື່ອພຣະອົງບໍ່ຫຍຸ້ງ. ນີ້ບໍ່ແມ່ນສິ່ງແປກປະຫຼາດບໍ? ມັນບໍ່ແມ່ນສິ່ງຊົ່ວຮ້າຍບໍ? ບໍ່ວ່າເຈົ້າຈະໂອ້ລົມຄວາມຈິງກັບພວກເຂົາແນວໃດກໍຕາມ, ພວກເຂົາກໍປະຕິເສດທີ່ຈະຍອມຮັບມັນ. ພວກເຂົາເປັນຄົນແປກປະຫຼາດທີ່ສຸດ ແລະ ພວກເຂົາບໍ່ສາມາດເຂົ້າໃຈຄວາມຈິງ. ມີຄົນອື່ນທີ່ເວົ້າວ່າ “ເມື່ອຄົນເຊື່ອໃນພຣະເຈົ້າ, ພວກເຂົາຕ້ອງເຮັດສິ່ງດີໆ ແລະ ໃຈດີ ແລະ ພວກເຂົາຕ້ອງບໍ່ຂ້າ ຫຼື ກິນຊີ້ນ. ການກິນຊີ້ນຄືການຂ້າ, ການເຮັດບາບ ແລະ ພຣະເຈົ້າບໍ່ຕ້ອງການຄົນທີ່ເຮັດແບບນີ້”. ຄຳເວົ້າເຫຼົ່ານີ້ມີພື້ນຖານຫຍັງບໍ? ພຣະເຈົ້າເຄີຍເວົ້າຫຍັງແບບນັ້ນບໍ? (ບໍ່.) ສະນັ້ນຜູ້ໃດເວົ້າສິ່ງນີ້? ສິ່ງນີ້ແມ່ນເວົ້າໂດຍຜູ້ບໍ່ເຊື່ອ, ໂດຍຄົນປະເພດແປກປະຫຼາດ. ໃນຄວາມເປັນຈິງແລ້ວ, ຄົນທີ່ເວົ້າສິ່ງນີ້ບໍ່ຈຳເປັນຕ້ອງກິນຊີ້ນ ຫຼື ມັນອາດເປັນຍ້ອນວ່າພວກເຂົາບໍ່ກິນຊີ້ນຢູ່ຕໍ່ໜ້າຄົນອື່ນ, ແຕ່ພວກເຂົາກິນຊີ້ນຫຼາຍໃນບ່ອນລັບໆ. ຄົນເຫຼົ່ານີ້ເກ່ງໃນການທຳທ່າ ແລະ ເຜີຍແຜ່ຄວາມເຊື່ອຜິດໆແທ້ໆຢູ່ທຸກບ່ອນທີ່ພວກເຂົາໄປ. ນີ້ຄືຄວາມຊົ່ວຮ້າຍ. ຄົນແບບນີ້ຕໍ່າຊ້າຫຼາຍ. ພວກເຂົາປະຕິບັດຕໍ່ຄວາມເຫັນນອກຮີດ ແລະ ຄວາມເຊື່ອຜິດໆວ່າເປັນບັນຍັດ ແລະ ກົດລະບຽບ ແລະ ພວກເຂົາເຖິງກັບປະຕິບັດ ແລະ ຍຶດຕິດກັບພວກມັນຄືກັບວ່າພວກມັນເປັນຄວາມຈິງ ຫຼື ການຮຽກຮ້ອງຂອງພຣະເຈົ້າ, ສັ່ງສອນຄົນອື່ນຢ່າງມີກຳລັງ ແລະ ຢ່າງໄຮ້ຢາງອາຍໃຫ້ເຮັດເຊັ່ນດຽວກັນ. ເປັນຫຍັງເຮົາຈຶ່ງເວົ້າວ່າວິທີການເຮັດສິ່ງຕ່າງໆຂອງຄົນເຫຼົ່ານີ້, ວິທີການຮຽບຮຽງຄຳເວົ້າໃນສິ່ງຕ່າງໆຂອງພວກເຂົາ ແລະ ວິທີການທີ່ພວກເຂົາສະແຫວງຫານັ້ນເປັນສິ່ງຊົ່ວຮ້າຍ? (ເພາະສິ່ງເຫຼົ່ານີ້ບໍ່ມີຄວາມເຊື່ອໂຍງກັບຄວາມຈິງ.) ສະນັ້ນສິ່ງໃດກໍຕາມທີ່ບໍ່ເຊື່ອມໂຍງກັບຄວາມຈິງເປັນສິ່ງຊົ່ວຮ້າຍບໍ? ການຕີຄວາມໝາຍດັ່ງກ່າວແມ່ນມີບັນຫາຫຼາຍ. ມີສິ່ງຕ່າງໆໃນຊີວິດປະຈຳວັນຂອງຜູ້ຄົນທີ່ບໍ່ເຊື່ອມໂຍງກັບຄວາມຈິງ. ມັນບໍ່ໄດ້ບິດເບືອນຂໍ້ແທ້ຈິງເພື່ອເວົ້າວ່າພວກເຂົາຊົ່ວຮ້າຍບໍ? ສິ່ງທີ່ບໍ່ຖືກປະນາມໂດຍພຣະເຈົ້າກໍບໍ່ສາມາດເວົ້າໄດ້ວ່າເປັນສິ່ງຊົ່ວຮ້າຍ, ມີພຽງແຕ່ສິ່ງທີ່ຖືກປະນາມໂດຍພຣະເຈົ້າຈຶ່ງສາມາດອະທິບາຍໄດ້ວ່າເປັນສິ່ງຊົ່ວຮ້າຍ. ມັນຈະເປັນຂໍ້ຜິດພາດຄັ້ງໃຫຍ່ທີ່ຈະນິຍາມທຸກສິ່ງທີ່ບໍ່ເຊື່ອມໂຍງກັບຄວາມຈິງວ່າເປັນສິ່ງຊົ່ວຮ້າຍ. ລາຍລະອຽດໃນສິ່ງຈຳເປັນໃນຊີວິດ ຕົວຢ່າງ: ການກິນ, ການນອນ, ການດື່ມ, ການພັກຜ່ອນ, ສິ່ງເຫຼົ່ານີ້ເຊື່ອມໂຍງກັບຄວາມຈິງບໍ? ສິ່ງເຫຼົ່ານີ້ຊົ່ວຮ້າຍບໍ? ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນຄວາມຈຳເປັນທີ່ປົກກະຕິ, ພວກມັນເປັນສ່ວນໜຶ່ງໃນຫຼັກເກນປະຈຳວັນຂອງຜູ້ຄົນ, ພວກມັນບໍ່ໄດ້ຊົ່ວຮ້າຍ. ສະນັ້ນເປັນຫຍັງການກະທຳທີ່ເຮົາຫາກໍກ່າວເຖິງຈຶ່ງຈັດປະເພດວ່າເປັນສິ່ງຊົ່ວຮ້າຍ? ເພາະວິທີການເຮັດສິ່ງຕ່າງໆນັ້ນໄດ້ພາຜູ້ຄົນໄປຫາເສັ້ນທາງທີ່ບໍ່ຖືກຕ້ອງ ແລະ ເປັນຕາຫົວ, ມັນພາພວກເຂົາໄປສູ່ເສັ້ນທາງຂອງສາດສະໜາ. ການປະຕິບັດໃນລັກສະນະນີ້ຂອງພວກເຂົາ ແລະ ການທີ່ພວກເຂົາສັ່ງສອນຄົນອື່ນໃຫ້ເຮັດໃນລັກສະນະນີ້ໄດ້ພາຜູ້ຄົນໄປສູ່ເສັ້ນທາງຂອງຄວາມຊົ່ວຮ້າຍ. ນີ້ຄືຜົນຮັບທີ່ຫຼີກລ່ຽງບໍ່ໄດ້. ເມື່ອຄົນນະມັດສະການກະແສທີ່ຊົ່ວຮ້າຍທາງໂລກ ແລະ ຍ່າງໃນເສັ້ນທາງຂອງຄວາມຊົ່ວຮ້າຍ, ພວກເຂົາຈົບລົງແນວໃດ? ພວກເຂົາເລີ່ມຕໍ່າຊ້າ, ພວກເຂົາສູນເສຍເຫດຜົນ, ພວກເຂົາບໍ່ມີຄວາມລະອາຍໃຈ ແລະ ໃນທີ່ສຸດແລ້ວ ພວກເຂົາກໍຖືກພັດໄປຕາມກະແສຂອງໂລກ ແລະ ພວກເຂົາຍ່າງໄປສູ່ຄວາມຫາຍະນະ, ບໍ່ໄດ້ແຕກຕ່າງຫຍັງຈາກຜູ້ບໍ່ເຊື່ອ. ບາງຄົນບໍ່ພຽງແຕ່ຖືວ່າຄວາມເຫັນນອກຮີດ ແລະ ຄວາມເຊື່ອຜິດໆເຫຼົ່ານີ້ເປັນກົດລະບຽບທີ່ຕ້ອງປະຕິບັດຕາມ ຫຼື ບັນຍັດທີ່ຕ້ອງເຊື່ອຟັງ, ແຕ່ພວກເຂົາຍັງຍຶດເອົາພວກມັນເປັນຄວາມຈິງ. ນີ້ຄືຄົນແປກປະຫຼາດທີ່ຂາດຄວາມເຂົ້າໃຈຝ່າຍວິນຍານທີ່ສຸດ. ໃນທີ່ສຸດແລ້ວ ພວກເຂົາພຽງແຕ່ສາມາດຖືກໂຍນຖິ້ມ. ພຣະວິນຍານບໍລິສຸດຈະເຮັດພາລະກິດໃນຜູ້ໃດກໍຕາມທີ່ມີຄວາມເຂົ້າໃຈກ່ຽວກັບຄວາມຈິງຢ່າງບິດເບືອນເຊັ່ນນັ້ນບໍ? (ບໍ່.) ພຣະວິນຍານບໍລິສຸດບໍ່ເຮັດພາລະກິດໃນຄົນເຫຼົ່ານີ້, ເຊິ່ງເປັນກໍລະນີທີ່ວິນຍານຊົ່ວຮ້າຍເຮັດ, ເພາະເສັ້ນທາງທີ່ຄົນເຫຼົ່ານີ້ຍ່າງຄືເສັ້ນທາງຂອງຄວາມຊົ່ວຮ້າຍ, ພວກເຂົາຟ້າວຟັ່ງໄປຕາມເສັ້ນທາງຂອງວິນຍານຊົ່ວຮ້າຍ, ເຊິ່ງເປັນສິ່ງທີ່ວິນຍານຊົ່ວຮ້າຍເຫຼົ່ານີ້ຕ້ອງການແທ້ໆ. ແລ້ວຜົນຮັບເດ? ຄົນເຫຼົ່ານີ້ຖືກຄອບງໍາໂດຍວິນຍານຊົ່ວຮ້າຍ. ໃນເມື່ອກ່ອນ, ເຮົາເວົ້າວ່າ “ຊາຕານທີ່ຊົ່ວຮ້າຍ ທີ່ຄ້າຍຄືກັບສິງໂຕແຜດສຽງ ຍ່າງໄປມາ ເພື່ອຊອກຫາກິນຜູ້ຄົນ”. ເມື່ອຄົນຍ່າງໃນເສັ້ນທາງທີ່ຄົດໂກງ ແລະ ຊົ່ວຮ້າຍ, ພວກເຂົາຈະຖືກຍາດເອົາໄປໂດຍວິນຍານຊົ່ວຮ້າຍຢ່າງຫຼີກລ່ຽງບໍ່ໄດ້. ບໍ່ມີຄວາມຈຳເປັນທີ່ພຣະເຈົ້າຈະມອບເຈົ້າໃຫ້ວິນຍານຊົ່ວຮ້າຍ. ຖ້າເຈົ້າບໍ່ສະແຫວງຫາຄວາມຈິງ, ເຈົ້າຈະບໍ່ໄດ້ປົກປ້ອງ ແລະ ພຣະເຈົ້າຈະບໍ່ຢູ່ກັບເຈົ້າ. ພຣະເຈົ້າຈະບໍ່ສົນໃຈກ່ຽວກັບເຈົ້າ ຖ້າພຣະອົງບໍ່ສາມາດຮັບເອົາເຈົ້າ ແລະ ວິນຍານຊົ່ວຮ້າຍຈະໃຊ້ໂອກາດນີ້ເພື່ອລອຍເຂົ້າມາ ແລະ ຄອບງໍາເຈົ້າ. ນີ້ຄືຜົນຕາມມາ, ບໍ່ແມ່ນບໍ? ທຸກຄົນທີ່ເບື່ອໜ່າຍຄວາມຈິງ ແລະ ຄົນທີ່ປະນາມພາລະກິດຂອງການບັງເກີດເປັນມະນຸດຂອງພຣະເຈົ້າຢູ່ສະເໝີ ແລະ ຄົນທີ່ເຫັນດີເຫັນພ້ອມກັບກະແສທາງໂລກ, ຄົນທີ່ຕີຄວາມໝາຍພຣະທຳຂອງພຣະເຈົ້າ ແລະ ພຣະຄຳພີຢ່າງຊັດເຈນ, ຄົນທີ່ເຜີຍແຜ່ຄວາມເຫັນນອກຮີດ ແລະ ຄວາມເຊື່ອຜິດໆ, ທຸກສິ່ງນີ້ທີ່ພວກເຂົາເຮັດແມ່ນເກີດຈາກອຸປະນິໄສທີ່ຊົ່ວຮ້າຍ. ບາງຄົນສະແຫວງຫາເລື່ອງວິນຍານ ແລະ ເພາະຄວາມເຂົ້າໃຈຂອງພວກເຂົາບິດເບືອນ, ພວກເຂົາວາງແຜນຄວາມເຊື່ອຜິດໆຫຼາຍຢ່າງເພື່ອນໍາພາຜູ້ຄົນຢ່າງຜິດໆ ແລະ ພວກເຂົາກາຍມາເປັນນັກອຸດົມຄະຕິ ແລະ ນັກທິດສະດີ, ເຊິ່ງຍັງເປັນການເຮັດຄວາມຕໍ່າຊ້າ. ພວກເຂົາເປັນຄົນຊົ່ວຮ້າຍ. ເຊັ່ນດຽວກັບພວກຟາຣີຊາຍ, ທຸກສິ່ງທີ່ພວກເຂົາເຮັດແມ່ນໜ້າຊື່ໃຈຄົດ, ພວກເຂົາບໍ່ມັກປະຕິບັດຄວາມຈິງ ແລະ ນໍາພາຜູ້ຄົນຢ່າງຜິດໆເພື່ອໃຫ້ເທີດທູນພວກເຂົາ ແລະ ນະມັດສະການພວກເຂົາ. ເມື່ອພຣະເຢຊູເຈົ້າປາກົດຕົວເພື່ອເຮັດພາລະກິດ, ພວກເຂົາເຖິງກັບຄຶງພຣະອົງເທິງໄມ້ກາງແຂນ. ນີ້ຄືສິ່ງຊົ່ວຮ້າຍ ແລະ ໃນທີ່ສຸດແລ້ວ ພວກເຂົາຖືກສາບແຊ່ງໂດຍພຣະເຈົ້າ. ມື້ນີ້, ໂລກສາດສະໜາບໍ່ພຽງແຕ່ຕັດສິນ ແລະ ປະນາມການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ, ແຕ່ສິ່ງທີ່ໜ້າລັງກຽດທີ່ສຸດກໍຄືມັນຍັງຢືນຢູ່ຂ້າງມັງກອນແດງໃຫຍ່, ເຂົ້າຮ່ວມກັບກອງກຳລັງທີ່ຊົ່ວຮ້າຍເພື່ອຂົ່ມເຫັງຜູ້ຄົນຖືກເລືອກຂອງພຣະເຈົ້າ ແລະ ຢືນເປັນສັດຕູຂອງພຣະເຈົ້າຕາມໆກັນ. ນີ້ຄືສິ່ງຊົ່ວຮ້າຍ. ຊຸມຊົນສາດສະໜາບໍ່ເຄີຍກຽດຊັງກອງກຳລັງທີ່ຊົ່ວຮ້າຍຂອງຊາຕານ, ມັນບໍ່ກຽດຊັງຄວາມຊົ່ວຮ້າຍຂອງປະເທດມັງກອນແດງໃຫຍ່, ແຕ່ອະທິຖານ ແລະ ອວຍພອນພວກເຂົາແທນ. ນີ້ຄືສິ່ງຊົ່ວຮ້າຍ. ພຶດຕິກຳໃດກໍຕາມທີ່ເຊື່ອມໂຍງ ຫຼື ເປັນການຮ່ວມມືກັບຊາຕານ ແລະ ວິນຍານຊົ່ວຮ້າຍສາມາດເອີ້ນລວມກັນວ່າເປັນສິ່ງຊົ່ວຮ້າຍ. ວິທີການປະຕິບັດເຫຼົ່ານັ້ນທີ່ຜິດປົກກະຕິ, ຊົ່ວຮ້າຍ, ສຸດໂຕ່ງ ແລະ ເກີນຂອບເຂດຢ່າງແທ້ຈິງ, ສິ່ງເຫຼົ່ານີ້ແມ່ນຊົ່ວຮ້າຍເຊັ່ນກັນ. ບາງຄົນເຂົ້າໃຈພຣະເຈົ້າຜິດຢູ່ສະເໝີ ແລະ ຄວາມເຂົ້າໃຈຜິດເຫຼົ່ານີ້ບໍ່ສາມາດຖືກກຳຈັດໃຫ້ກ້ຽງໝົດ ບໍ່ວ່າຈະມີການໂອ້ລົມຄວາມຈິງກັບພວກເຂົາແນວໃດກໍຕາມ. ພວກເຂົາເທດສະໜາການໃຊ້ເຫດຜົນຂອງພວກເຂົາເອງຢູ່ສະເໝີ, ຢືນຢັນກັບຄວາມເຊື່ອຜິດໆຂອງພວກເຂົາເອງ. ແລ້ວບໍ່ມີຄວາມຊົ່ວຮ້າຍເລັກໆນ້ອຍໆໃນສິ່ງນີ້ເຊັ່ນກັນບໍ? ບາງຄົນມີແນວຄິດກ່ຽວກັບພຣະເຈົ້າ; ຫຼັງຈາກທີ່ມີການໂອ້ລົມຄວາມຈິງກັບພວກເຂົາຫຼາຍຄັ້ງ, ພວກເຂົາເວົ້າວ່າພວກເຂົາເຂົ້າໃຈ ແລະ ແນວຄິດຂອງພວກເຂົາໄດ້ຖືກກຳຈັດໃຫ້ໝົດກ້ຽງ, ແຕ່ຫຼັງຈາກນັ້ນ ພວກເຂົາຍັງຍຶດຕິດກັບແນວຄິດຂອງພວກເຂົາ, ຄິດລົບຢູ່ສະເໝີ ແລະ ຍຶດຕິດກັບຂໍ້ອ້າງຂອງພວກເຂົາຢ່າງໜັກແໜ້ນ. ນີ້ຄືສິ່ງຊົ່ວຮ້າຍ, ບໍ່ແມ່ນບໍ? ນີ້ຄືຄວາມຊົ່ວຮ້າຍປະເພດໜຶ່ງເຊັ່ນກັນ. ສະຫຼຸບແລ້ວຄົນໃດກໍຕາມທີ່ເຮັດບາງສິ່ງທີ່ບໍ່ສົມເຫດສົມຜົນ ແລະ ປະຕິເສດທີ່ຈະຍອມຮັບມັນ ບໍ່ວ່າຈະມີການໂອ້ລົມຄວາມຈິງແນວໃດກໍຕາມກັບພວກເຂົານັ້ນແມ່ນຄົນຕໍ່າຊ້າ ແລະ ຂ້ອນຂ້າງຊົ່ວຮ້າຍ. ມັນບໍ່ງ່າຍສຳລັບຄົນເຫຼົ່ານີ້ທີ່ມີອຸປະນິໄສທີ່ຊົ່ວຮ້າຍຈະຖືກຊ່ວຍໃຫ້ລອດພົ້ນໂດຍພຣະເຈົ້າ, ເພາະພວກເຂົາບໍ່ສາມາດຍອມຮັບຄວາມຈິງ ແລະ ປະຕິເສດທີ່ຈະປ່ອຍຄວາມເຊື່ອຜິດໆທີ່ຊົ່ວຮ້າຍຂອງພວກເຂົາໄປ; ບໍ່ມີຫຍັງທີ່ສາມາດເຮັດໄດ້ສຳລັບພວກເຂົາແທ້ໆ.

ພວກເຮົາຫາກໍໂອ້ລົມອຸປະນິໄສທັງໝົດຫົກປະເພດ: ຄວາມຫົວດື້, ຄວາມອວດດີ, ຄວາມຫຼອກລວງ, ການເບື່ອໜ່າຍຄວາມຈິງ, ຄວາມຕໍ່າຊ້າ ແລະ ຄວາມຊົ່ວຮ້າຍ. ການວິເຄາະທັງຫົກອຸປະນິໄສນີ້ເຮັດໃຫ້ພວກເຈົ້າທ່ານມີຄວາມຮູ້ ແລະ ຄວາມເຂົ້າໃຈໃໝ່ໆກ່ຽວກັບການປ່ຽນແປງໃນອຸປະນິໄສບໍ? ແມ່ນຫຍັງຄືການປ່ຽນແປງໃນອຸປະນິໄສແທ້ໆ? ນີ້ໝາຍຄວາມເຖິງການກຳຈັດຂໍ້ບົກຜ່ອງໃດໜຶ່ງ, ການແກ້ໄຂພຶດຕິກຳໃດໜຶ່ງ ຫຼື ການປ່ຽນແປງລັກສະນະໃດໜຶ່ງບໍ? ບໍ່ແມ່ນຢ່າງແນ່ນອນ. ສະນັ້ນຕອນນີ້ ພວກເຈົ້າຊັດເຈນຂຶ້ນໜ້ອຍໜຶ່ງກ່ຽວກັບວ່າອຸປະນິໄສໝາຍເຖິງຫຍັງແທ້ໆບໍ? ທັງຫົກອຸປະນິໄສນີ້ສາມາດອະທິບາຍໄດ້ວ່າເປັນອຸປະນິໄສທີ່ເສື່ອມຊາມຂອງມະນຸດ, ເປັນທຳມະຊາດ ແລະ ແກ່ນແທ້ຂອງມະນຸດບໍ? (ແມ່ນແລ້ວ.) ທັງຫົກອຸປະນິໄສນີ້ເປັນສິ່ງທີ່ດີ ຫຼື ສິ່ງທີ່ບໍ່ດີ? (ສິ່ງທີ່ບໍ່ດີ.) ເວົ້າງ່າຍໆພວກມັນເປັນອຸປະນິໄສທີ່ເສື່ອມຊາມຂອງມະນຸດ, ພວກມັນເປັນດ້ານຫຼັກຂອງອຸປະນິໄສທີ່ເສື່ອມຊາມຂອງມະນຸດ. ບໍ່ມີແມ່ນແຕ່ໜ່ຶງຢ່າງໃນອຸປະນິໄສທີ່ເສື່ອມຊາມເຫຼົ່ານີ້ເປັນບໍ່ເປັນປໍລະປັກຕໍ່ພຣະເຈົ້າ ແລະ ຄວາມຈິງ ແລະ ບໍ່ມີແມ່ນແຕ່ໜຶ່ງຢ່າງໃນພວກມັນທີ່ເປັນສິ່ງທີ່ດີ. ສະນັ້ນ, ທັງຫົກອຸປະນິໄສນີ້ເປັນຫົກແງ່ມຸມ, ເຊິ່ງເອີ້ນລວມກັນວ່າອຸປະນິໄສທີ່ເສື່ອມຊາມ. ອຸປະນິໄສທີ່ເສື່ອມຊາມແມ່ນທຳມະຊາດ ແລະ ແກ່ນແທ້ຂອງມະນຸດ. ຈະສາມາດອະທິບາຍ “ແກ່ນແທ້” ໄດ້ແນວໃດ? ແກ່ນແທ້ໝາຍເຖິງທຳມະຊາດຂອງມະນຸດ. ທຳມະຊາດຂອງມະນຸດໝາຍເຖິງສິ່ງຕ່າງໆທີ່ມະນຸດເພິ່ງພາສຳລັບການເປັນຢູ່ຂອງພວກເຂົາ, ສິ່ງຕ່າງໆທີ່ຄວບຄຸມວິທີທີ່ພວກເຂົາມີຊີວິດ. ຄົນດຳລົງຊີວິດຕາມທຳມະຊາດຂອງພວກເຂົາ. ບໍ່ວ່າເຈົ້າຈະດຳລົງຊີວິດຕາມຫຍັງກໍຕາມ, ເປົ້າໝາຍ ແລະ ທິດທາງຂອງເຈົ້າແມ່ນຫຍັງ, ກົດລະບຽບທີ່ເຈົ້າດຳລົງຊີວິດຕາມ, ທຳມະຊາດ ແລະ ແກ່ນແທ້ຂອງເຈົ້າບໍ່ມີການປ່ຽນແປງ, ນີ້ຄືສິ່ງທີ່ບໍ່ສາມາດໂຕ້ຖຽງໄດ້. ແລ້ວດ້ວຍເຫດນັ້ນ ເມື່ອເຈົ້າບໍ່ມີຄວາມຈິງ ແລະ ເຈົ້າດຳລົງຊີວິດໂດຍການເພິ່ງພາອຸປະນິໄສທີ່ເສື່ອມຊາມເຫຼົ່ານີ້, ທຸກສິ່ງທີ່ເຈົ້າດຳລົງຊີວິດຕາມແມ່ນຂັດກັບພຣະເຈົ້າ, ຂັດກັບຄວາມຈິງ ແລະ ບໍ່ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ. ເຈົ້າຄວນເຂົ້າໃຈສິ່ງນີ້ໃນຕອນນີ້: ຄົນຈະສາມາດຮັບເອົາຄວາມລອດພົ້ນໄດ້ບໍ ຖ້າອຸປະນິໄສຂອງພວກເຂົາບໍ່ປ່ຽນແປງ? (ບໍ່.) ນັ້ນຈະເປັນໄປບໍ່ໄດ້. ສະນັ້ນຖ້າອຸປະນິໄສຂອງຄົນບໍ່ປ່ຽນແປງ, ພວກມັນຈະສາມາດເຂົ້າກັນກັບພຣະເຈົ້າໄດ້ບໍ? (ບໍ່.) ມັນຈະຍາກທີ່ສຸດ. ເມື່ອເວົ້າເຖິງທັງຫົກອຸປະນິໄສນີ້, ບໍ່ວ່າມັນຈະເປັນອັນໃດກໍຕາມ ແລະ ບໍ່ກ່ຽວຂ້ອງກັບຂອບເຂດທີ່ຖືກສຳແດງອອກ ຫຼື ເປີດເຜີຍໃນຕົວເຈົ້າ, ຖ້າເຈົ້າບໍ່ສາມາດປົດປ່ອຍຕົນເອງຈາກຂໍ້ຈຳກັດໃນອຸປະນິໄສທີ່ເສື່ອມຊາມເຫຼົ່ານີ້, ແລ້ວບໍ່ວ່າການກະທຳຂອງເຈົ້າຈະມີແຮງຈູງໃຈ ຫຼື ເປົ້າໝາຍຫຍັງກໍຕາມ ແລະ ບໍ່ວ່າເຈົ້າຈະເຮັດຢ່າງຕັ້ງໃຈ ຫຼື ບໍ່, ທຳມະຊາດຂອງທຸກສິ່ງທີ່ເຈົ້າເຮັດກໍຈະຕໍ່ຕ້ານພຣະເຈົ້າຢ່າງຫຼີກລ່ຽງບໍ່ໄດ້ ແລະ ຈະຖືກພຣະເຈົ້າປະນາມຢ່າງຫຼີກລ່ຽງບໍ່ໄດ້, ເຊິ່ງເປັນຜົນຕາມມາທີ່ຮ້າຍແຮງທີ່ສຸດ. ການຖືກປະນາມໂດຍພຮະເຈົ້າເປັນສິ່ງທີ່ທຸກຄົນທີ່ເຊື່ອໃນພຣະເຈົ້າປາດຖະໜາຫາໃນທີ່ສຸດບໍ? (ບໍ່.) ແລ້ວຍ້ອນນີ້ບໍ່ແມ່ນຜົນຮັບທີ່ຄົນປາດຖະໜາຫາ, ແມ່ນຫຍັງຄືສິ່ງສຳຄັນທີ່ສຸດທີ່ພວກເຂົາຕ້ອງເຮັດ? ພວກເຂົາຄວນຮູ້ຈັກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາເອງ ແລະ ແກ່ນແທ້ທີ່ເສື່ອມຊາມ, ເຂົ້າໃຈຄວາມຈິງ ແລະ ຈາກນັ້ນພວກເຂົາກໍຄວນຍອມຮັບຄວາມຈິງ, ຄ່ອຍໆປົດປ່ອຍຕົນເອງເທື່ອລະໜ້ອຍຈາກອຸປະນິໄສທີ່ເສື່ອມຊາມເຫຼົ່ານີ້ໃນສະພາບແວດລ້ອມທີ່ສ້າງຂຶ້ສສຳລັບພວກເຂົາໂດຍພຣະເຈົ້າ ແລະ ຮັບເອົາຄວາມສາມາດເຂົ້າກັນໄດ້ກັບພຣະເຈົ້າ ແລະ ຄວາມຈິງ. ນີ້ຄືເສັ້ນທາງສູ່ການປ່ຽນແປງໃນອຸປະນິໄສຂອງຄົນໆໜຶ່ງ.

ທີ່ຜ່ານມາມີຄົນທີ່ເບິ່ງການປ່ຽນແປງອຸປະນິໄສຂອງພວກເຂົາວ່າເປັນສິ່ງທີ່ງ່າຍ ແລະ ກົງໄປກົງມາ. ພວກເຂົາເຊື່ອວ່າ “ຕາບໃດທີ່ຂ້ານ້ອຍບັງຄັບໃຫ້ຕົນເອງບໍ່ເວົ້າສິ່ງຕ່າງໆທີ່ຕໍ່ຕ້ານພຣະເຈົ້າ ຫຼື ເຮັດຫຍັງທີ່ຈະລົບກວນ ຫຼື ແຊກແຊງກັບວຽກງານຂອງຄຣິສຕະຈັກ ແລະ ຕາບໃດທີ່ຂ້ານ້ອຍມີທັດສະນະຄະຕິທີ່ຖືກຕ້ອງ, ຫົວໃຈຂອງຂ້ານ້ອຍກໍຖືກຕ້ອງ ແລະ ຂ້ານ້ອຍເຂົ້າໃຈກ່ຽວກັບຄວາມຈິງຫຼາຍຂຶ້ນໜ້ອຍໜຶ່ງ, ທຸ່ມເທຄວາມພະຍາຍາມຫຼາຍຂຶ້ນ, ທົນທຸກຫຼາຍຂຶ້ນ ແລະ ຈ່າຍລາຄາຫຼາຍຂຶ້ນ, ຈາກນັ້ນຫຼັງຈາກສອງສາມປີ ຂ້ານ້ອຍກໍຈະສາມາດບັນລຸການປ່ຽນແປງໃນອຸປະນິໄສຂອງຂ້ານ້ອຍຢ່າງແນ່ນອນ”. ຄຳເວົ້າເຫຼົ່ານີ້ເປັນຈິງບໍ? (ບໍ່.) ຂໍ້ຜິດພາດຂອງພວກເຂົາແມ່ນຢູ່ໃສ? (ພວກເຂົາບໍ່ມີຄວາມຮູ້ກ່ຽວກັບອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ.) ແມ່ນຫຍັງຄືເປົ້າໝາຍຂອງການຮູ້ຈັກອຸປະນິໄສທີ່ເສື່ອມຊາມຂອງເຈົ້າ? (ການປ່ຽນແປງ.) ແລ້ວແມ່ນຫຍັງຄືຜົນຮັບຂອງການປ່ຽນແປງນີ້? ເພື່ອຮັບເອົາຄວາມຈິງ. ການວັດແທກວ່າມີການປ່ຽນແປງໃນອຸປະນິໄສຂອງເຈົ້າ ຫຼື ບໍ່ແມ່ນຈຳເປັນຕ້ອງພິຈາລະນາເບິ່ງວ່າການກະທຳຂອງເຈົ້າສອດຄ່ອງກັບຄວາມຈິງ ຫຼື ລະເມີດຄວາມຈິງ, ພວກມັນເກີດຈາກຄວາມປະສົງຂອງມະນຸດ ຫຼື ຕອບສະໜອງຄວາມປະສົງຂອງພຣະເຈົ້າ. ການເບິ່ງຂອບເຂດທີ່ອຸປະນິໄສຂອງເຈົ້າປ່ຽນແປງຄືການເບິ່ງວ່າເຈົ້າສາມາດໄຕ່ຕອງກ່ຽວກັບຕົນເອງ ແລະ ປະຖິ້ມເນື້ອໜັງ, ແຮງຈູງໃຈ, ຄວາມທະເຍີທະຍານທີ່ບ້າປ່ວງ ແລະ ຄວາມປາດຖະໜາຂອງເຈົ້າ ຫຼື ບໍ່ ເມື່ອເຈົ້າເປີດເຜີຍອຸປະນິໄສທີ່ເສື່ອມຊາມ ແລະ ເຈົ້າສາມາດປະຕິບັດຕາມຄວາມຈິງ ຫຼື ບໍ່ ເມື່ອເຈົ້າເຮັດສິ່ງນີ້. ຂອບເຂດຄວາມສາມາດຂອງເຈົ້າໃນການປະຕິບັດຕາມຄວາມຈິງ ແລະ ພຣະທຳຂອງພຣະເຈົ້າ ແລະ ການປະຕິບັດຂອງເຈົ້າຈະສອດຄ່ອງກັບມາດຕະຖານຂອງຄວາມຈິງຢ່າງສົມບູນ ຫຼື ບໍ່ນັ້ນກໍພິສູດວ່າການປ່ຽນແປງໃນອຸປະນິໄສຂອງເຈົ້າມີຫຼາຍສໍ່າໃດ. ນີ້ຄືສິ່ງທີ່ໄດ້ສັດສ່ວນ. ຍົກຕົວຢ່າງອຸປະນິໄສທີ່ຫົວດື້: ໃນຕອນເລີ່ມຕົ້ນ, ເມື່ອບໍ່ມີການປ່ຽນແປງໃນອຸປະນິໄສຂອງເຈົ້າ, ເຈົ້າບໍ່ເຂົ້າໃຈຄວາມຈິງ ຫຼື ເຈົ້າບໍ່ຮັບຮູ້ວ່າເຈົ້າມີອຸປະນິໄສທີ່ຫົວດື້ ແລະ ເມື່ອເຈົ້າໄດ້ຍິນຄວາມຈິງ, ເຈົ້າກໍຄິດກັບຕົນເອງວ່າ “ຄວາມຈິງຈະສາມາດເປີດເຜີຍບາດແຜຂອງຜູ້ຄົນຢູ່ສະເໝີໄດ້ແນວໃດ?” ຫຼັງຈາກທີ່ໄດ້ຍິນເຊັ່ນນັ້ນ, ເຈົ້າກໍຮູ້ສຶກວ່າພຣະທຳຂອງພຣະເຈົ້າຖືກຕ້ອງ, ແຕ່ຫຼັງຈາກເວລາໜຶ່ງ ຫຼື ສອງປີ ຖ້າເຈົ້າບໍ່ໄດ້ເອົາໃຈໃສ່ກັບພວກມັນ, ຖ້າເຈົ້າບໍ່ໄດ້ຍອມຮັບພວກມັນເລີຍ ແລ້ວນີ້ຄືຄວາມຫົວດື້, ບໍ່ແມ່ນບໍ? ຫຼັງຈາກເວລາສອງ ຫຼື ສາມປີ, ຖ້າບໍ່ມີການຍອມຮັບ, ຖ້າບໍ່ມີການປ່ຽນແປງໃນສະພາວະທີ່ຢູ່ພາຍໃນເຈົ້າ ແລະ ເຖິງແມ່ນວ່າເຈົ້າບໍ່ໄດ້ຕາມຫຼັງໃນການປະຕິບັດໜ້າທີ່ຂອງເຈົ້າ ແລະ ເຈົ້າໄດ້ທົນທຸກຫຼາຍຢ່າງ, ສະພາວະທີ່ຫົວດື້ຂອງເຈົ້າບໍ່ໄດ້ຮັບການແກ້ໄຂເລີຍ ຫຼື ຫຼຸດລົງແມ່ນແຕ່ໜ້ອຍດຽວ, ແລ້ວມີການປ່ຽນແປງຫຍັງໃນແງ່ມຸມນີ້ຂອງອຸປະນິໄສເຈົ້າບໍ? (ບໍ່.) ແລ້ວເປັນຫຍັງເຈົ້າຈຶ່ງຫຍຸ້ງນັ້ນຫຍຸ້ງນີ້ ແລະ ເຮັດວຽກ? ບໍ່ວ່າເຈົ້າເຮັດແນວນັ້ນດ້ວຍເຫດຜົນຫຍັງກໍຕາມ, ເຈົ້າກຳລັງຫຍຸ້ງນັ້ນຫຍຸ້ງນີ້ ແລະ ເຮັດວຽກຢ່າງຫຼັບຫູຫຼັບຕາ, ເພາະເຈົ້າຫຍຸ້ງນັ້ນຫຍຸ້ງນີ້ຫຼາຍຂະໜາດນີ້ ແລະ ເຮັດວຽກຫຼາຍຂະໜດນີ້ ແລະ ບໍ່ມີການປ່ຽນແປງແມ່ນແຕ່ໜ້ອຍດຽວໃນອຸປະນິໄສຂອງເຈົ້າ. ຈົນມື້ໜຶ່ງມາຮອດເມື່ອເຈົ້າຄິດກັບຕົນເອງໃນທັນທີທັນໃດວ່າ “ມັນເປັນໄປໄດ້ແນວໃດທີ່ຂ້ານ້ອຍບໍ່ສາມາດເວົ້າຄຳພະຍານແມ່ນແຕ່ຄຳດຽວ? ຊີວິດ-ອຸປະນິໄສຂອງຂ້ານ້ອຍບໍ່ໄດ້ປ່ຽນແປງເລີຍ”. ໃນເວລານີ້ ເຈົ້າຮູ້ສຶກວ່າບັນຫານີ້ຮ້າຍແຮງສໍ່າໃດແທ້ໆ ແລະ ເຈົ້າຄິດກັບຕົນເອງວ່າ “ຂ້ານ້ອຍກະບົດ ແລະ ຫົວດື້ຢ່າງແທ້ຈິງ! ຂ້ານ້ອຍບໍ່ແມ່ນຄົນທີ່ສະແຫວງຫາຄວາມຈິງ! ຂ້ານ້ອຍບໍ່ມີບ່ອນສຳລັບພຣະເຈົ້າພາຍໃນຫົວໃຈຂອງຂ້ານ້ອຍ! ສິ່ງນີ້ຈະສາມາດເອີ້ນວ່າເປັນຄວາມເຊື່ອໃນພຣະເຈົ້າໄດ້ແນວໃດ? ຂ້ານ້ອຍເຊື່ອໃນພຣະເຈົ້າເປັນເວລາຫຼາຍປີ ແຕ່ຍັງບໍ່ໄດ້ດຳລົງຊີວິດຕາມພາບລັກຂອງມະນຸດ ຫຼື ຫົວໃຈຂອງຂ້ານ້ອຍບໍ່ໄດ້ໃກ້ຊິດພຣະເຈົ້າ. ຂ້ານ້ອຍບໍ່ໄດ້ເອົາພຣະທຳຂອງພຣະເຈົ້າມາສູ່ຫົວໃຈເຊັ່ນກັນ; ຫຼື ຂ້ານ້ອຍບໍ່ມີຄວາມສຳນຶກຕິຕຽນໃດໆ ຫຼື ແນວໂນ້ມທີ່ຈະກັບໃຈເມື່ອຂ້ານ້ອຍເຮັດບາງສິ່ງທີ່ບໍ່ຖືກຕ້ອງ, ນີ້ບໍ່ແມ່ນຄວາມຫົວດື້ບໍ? ຂ້ານ້ອຍບໍ່ແມ່ນບຸດແຫ່ງຄວາມກະບົດບໍ? ເຈົ້າຮູ້ສຶກວຸ້ນວາຍ. ແລ້ວມັນໝາຍຄວາມວ່າແນວໃດທີ່ເຈົ້າຮູ້ສຶກວຸ້ນວາຍ? ມັນໝາຍຄວາມວ່າເຈົ້າປາດຖະໜາທີ່ຈະກັບໃຈ. ເຈົ້າຮັບຮູ້ຄວາມຫົວດື້ ແລະ ຄວາມກະບົດຂອງເຈົ້າເອງ. ແລ້ວໃນເວລານີ້, ອຸປະນິໄສຂອງເຈົ້າເລີ່ມປ່ຽນແປງ. ໂດຍທີ່ບໍ່ຮູ້ຕົວ, ມີຄວາມຄິດ ແລະ ຄວາມປາດຖະໜາໃດໜຶ່ງຢູ່ພາຍໃນຈິດສຳນຶກຂອງເຈົ້າທີ່ເຈົ້າຕ້ອງການປ່ຽນແປງ ແລະ ເຈົ້າບໍ່ພົບວ່າຕົນເອງມາຮອດທາງຕັນກັບພຣະເຈົ້າອີກຕໍ່ໄປ. ເຈົ້າພົບວ່າຕົນເອງຕ້ອງການປັບປຸງຄວາມສຳພັນຂອງເຈົ້າກັບພຣະເຈົ້າໃຫ້ດີຂຶ້ນ, ບໍ່ຫົວດື້ອີກຕໍ່ໄປ, ສາມາດນໍາພຣະທຳຂອງພຣະເຈົ້າໄປປະຕິບັດໃນຊີວິດປະຈຳວັນຂອງເຈົ້າ, ປະຕິບັດພວກມັນຄືກັບເປັນຫຼັກການແຫ່ງຄວາມຈິງ, ເຈົ້າມີຈິດສຳນຶກແບບນີ້. ມັນດີທີ່ເຈົ້າສຳນຶກເຖິງສິ່ງເຫຼົ່ານີ້, ແຕ່ມັນໝາຍຄວາມວ່າເຈົ້າຈະສາມາດປ່ຽນແປງໃນທັນທີບໍ? (ບໍ່.) ເຈົ້າຕ້ອງຜ່ານປະສົບການຫຼາຍປີ, ເຊິ່ງໃນລະຫວ່າງເວລານັ້ນ ເຈົ້າຈະມີການຮັບຮູ້ທີ່ຊັດເຈນຂຶ້ນໃນຫົວໃຈຂອງເຈົ້າ ແລະ ເຈົ້າຈະມີຄວາມຕ້ອງການອັນແຮງກ້າ ແລະ ໃນຫົວໃຈຂອງເຈົ້ານັ້ນ ເຈົ້າຈະຄິດກັບຕົນເອງວ່າ “ສິ່ງນີ້ບໍ່ຖືກຕ້ອງ, ຂ້ານ້ອຍຕ້ອງເຊົາເສຍເວລາຂອງຂ້ານ້ອຍ. ຂ້ານ້ອຍຕ້ອງສະແຫວງຫາຄວາມຈິງ, ຂ້ານ້ອຍຕ້ອງເຮັດບາງສິ່ງທີ່ຖືກຕ້ອງ. ໃນອະດີດ, ຂ້ານ້ອຍໄດ້ປະລະໜ້າທີ່ເໝາະສົມຂອງຂ້ານ້ອຍ, ພຽງແຕ່ຄິດກ່ຽວກັບສິ່ງທີ່ເປັນວັດຖຸ ເຊັ່ນ: ອາຫານ ແລະ ເຄື່ອງຫົ່ມກາຍ ແລະ ຂ້ານ້ອຍພຽງແຕ່ສະແຫວງຫາຊື່ສຽງ ແລະ ຜົນປະໂຫຍດ. ຜົນຕາມມາກໍຄືຂ້ານ້ອຍບໍ່ໄດ້ຮັບເອົາຄວາມຈິງເລີຍ. ຂ້ານ້ອຍເສຍໃຈກັບສິ່ງນີ້ ແລະ ຂ້ານ້ອຍຕ້ອງກັບໃຈ!” ໃນຈຸດນີ້, ເຈົ້າເລີ່ມຍ່າງໃນເສັ້ນທາງທີ່ຖືກຕ້ອງແຫ່ງຄວາມເຊື່ອໃນພຣະເຈົ້າ. ຕາບໃດທີ່ຄົນເລີ່ມໃຫ້ຄວາມສຳຄັນກັບການປະຕິບັດຄວາມຈິງ, ສິ່ງນີ້ບໍ່ໄດ້ເຮັດໃຫ້ພວກເຂົາຍັບເຂົ້າໃກ້ການປ່ຽນແປງໃນອຸປະນິໄສຂອງພວກເຂົາອີກໜຶ່ງກ້າວບໍ? ບໍ່ວ່າເຈົ້າຈະເຊື່ອໃນພຣະເຈົ້າດົນສໍ່າໃດ, ຖ້າເຈົ້າສາມາດຮູ້ສຶກເຖິງຄວາມວຸ້ນວາຍຂອງເຈົ້າເອງ, ເຈົ້າເລື່ອນລອຍໄປມາຢູ່ສະເໝີ ແລະ ຫຼັງຈາກເວລາຫຼາຍປີທີ່ເລື່ອນລອຍໄປມາ, ເຈົ້າບໍ່ໄດ້ຮັບຫຍັງເລີຍ ແລະ ເຈົ້າຍັງຮູ້ສຶກຫວ່າງເປົ່າ ແລະ ຖ້າສິ່ງນີ້ເຮັດໃຫ້ເຈົ້າຮູ້ສຶກອຶດອັດ ແລະ ເຈົ້າເລີ່ມໄຕ່ຕອງກ່ຽວກັບຕົນເອງ ແລະ ເຈົ້າຮູ້ສຶກວ່າການບໍ່ສະແຫວງຫາຄວາມຈິງເປັນການເສຍເວລາ, ແລ້ວໃນເວລານັ້ນ ເຈົ້າຈະຮັບຮູ້ວ່າພຣະທຳຂອງພຣະເຈົ້າທີ່ເປັນການຕັກເຕືອນນັ້ນຄືຄວາມຮັກຂອງພຣະອົງສຳລັບມະນຸດ ແລະ ເຈົ້າຈະກຽດຊັງຕົນເອງທີ່ບໍ່ຮັບຟັງພຣະທຳຂອງພຣະເຈົ້າ ແລະ ທີ່ຂາດຈິດສຳນຶກ ແລະ ຄວາມສຳນຶກຫຼາຍ. ເຈົ້າຈະຮູ້ສຶກເສຍໃຈ ແລະ ຈາກນັ້ນເຈົ້າຈະຕ້ອງການປະພຶດຕົນເອງຄືນໃໝ່ ແລະ ດຳລົງຊີວິດຢ່າງແທ້ຈິງຕໍ່ໜ້າພຣະເຈົ້າ ແລະ ເຈົ້າຈະເວົ້າກັບຕົນເອງວ່າ “ຂ້ານ້ອຍບໍ່ສາມາດທຳຮ້າຍພຣະເຈົ້າອີກຕໍ່ໄປ. ພຣະເຈົ້າໄດ້ເວົ້າຫຼາຍຢ່າງ ແລະ ພຣະທຳທຸກຂໍ້ກໍແມ່ນເພື່ອຜົນປະໂຫຍດຂອງມະນຸດ ແລະ ເພື່ອຊີ້ນໍາມະນຸດໄປໃນທາງທີ່ຖືກຕ້ອງ. ພຣະເຈົ້າເປັນຕາຮັກຫຼາຍ ແລະ ຄູ່ຄວນແກ່ຄວາມຮັກຂອງມະນຸດ!” ນີ້ຄືຈຸດເລີ່ມຕົ້ນຂອງການປ່ຽນແປງຂອງຜູ້ຄົນ. ມັນເປັນສິ່ງທີ່ດີທີ່ຈະມີການຊື່ນຊົມນີ້! ຖ້າເຈົ້າມຶນຊາຫຼາຍຈົນເຈົ້າບໍ່ຮູ້ກ່ຽວກັບສິ່ງເຫຼົ່ານີ້ເລີຍ, ແລ້ວເຈົ້າກໍຕົກຢູ່ໃນບັນຫາ ບໍ່ແມ່ນບໍ? ມື້ນີ້ຄົນຮູ້ວ່າກະແສສູ່ຄວາມເຊື່ອໃນພຣະເຈົ້າຄືການອ່ານພຣະທຳຂອງພຣະເຈົ້າຫຼາຍຂຶ້ນ, ການເຂົ້າໃຈຄວາມຈິງຄືສິ່ງສຳຄັນທີ່ສຸດໃນບັນດາສິ່ງອື່ນໃດ, ການເຂົ້າໃຈຄວາມຈິງ ແລະ ການຮູ້ຈັກຕົນເອງເປັນສິ່ງສຳຄັນຫຼາຍ ແລະ ການທີ່ສາມາດປະຕິບັດຄວາມຈິງ ແລະ ເຮັດໃຫ້ຄວາມຈິງເປັນຄວາມເປັນຈິງຂອງພວກເຂົາເທົ່ານັ້ນຈຶ່ງເປັນການເຂົ້າສູ່ເສັ້ນທາງທີ່ຖືກຕ້ອງແຫ່ງຄວາມເຊື່ອໃນພຣະເຈົ້າ. ສະນັ້ນພວກເຈົ້າຄິດວ່າພວກເຈົ້າຕ້ອງມີປະສົບການເທົ່າໃດປີເພື່ອມີຄວາມຮູ້ນີ້ ແລະ ຄວາມຮູ້ສຶກໃນຫົວໃຈຂອງພວກເຈົ້າ? ຄົນທີ່ມີເລ່ຫຼ່ຽມ, ຄົນທີ່ຊານສະຫຼາດ, ຄົນທີ່ມີຄວາມປາດຖະໜາອັນແຮງກ້າສຳລັບພຣະເຈົ້າ, ຄົນແບບນັ້ນອາດສາມາດປ່ຽນແປງຕົນເອງໃນໜຶ່ງ ຫຼື ສອງປີ ແລະ ເລີ່ມຕົ້ນໃນການເຂົ້າສູ່ຊີວິດ. ແຕ່ຄົນທີ່ຄິດເລື້ອຍເປື່ອຍ, ຄົນທີ່ມຶນຊາ ແລະ ຫົວຊ້າ, ຄົນທີ່ຂາດຄວາມເຂົ້າໃຈ, ແມ່ນຈະຜ່ານສາມ ຫຼື ຫ້າປີໄປຢ່າງມຶນງົງ, ບໍ່ຮັບຮູ້ວ່າພວກເຂົາບໍ່ໄດ້ຮັບຫຍັງເລີຍ. ຖ້າພວກເຂົາປະຕິບັດໜ້າທີ່ຂອງພວກເຂົາດ້ວຍຄວາມກະຕືລືລົ້ນ, ພວກເຂົາອາດຜ່ານຫຼາຍກວ່າສິບປີຢ່າງມຶນງົງ ແລະ ຍັງບໍ່ມີຜົນປະໂຫຍດຫຍັງທີ່ເຫັນໄດ້ຢ່າງຊັດເຈນ ຫຼື ສາມາດເວົ້າເຖິງຄຳພະຍານຈາກປະສົບການຂອງພວກເຂົາ. ຈົນກວ່າພວກເຂົາໄດ້ຖືກສົ່ງໜີ ຫຼື ໂຍນຖິ້ມ, ພວກເຂົາຈຶ່ງຕື່ນນອນໃນທີ່ສຸດ ແລະ ຄິດກັບຕົນເອງວ່າ “ຂ້ານ້ອຍບໍ່ມີຄວາມເປັນຈິງແຫ່ງຄວາມຈິງເລີຍ. ຂ້ານ້ອຍບໍ່ແມ່ນຄົນທີ່ສະແຫວງຫາຄວາມຈິງແທ້ໆ!” ການຕື່ນຂຶ້ນຂອງພວກເຂົາບໍ່ໄດ້ຊ້າໄປໜ້ອຍໜຶ່ງບໍໃນຈຸດນີ້? ບາງຄົນເລື່ອນລອຍໄປມາຢ່າງມຶນງົງ, ຄາດຫວັງມື້ທີ່ພຣະເຈົ້າຈະມາຢູ່ສະເໝີ ແຕ່ບໍ່ສະແຫວງຫາຄວາມຈິງເລີຍ. ຜົນຕາມມາກໍຄື ເວລາຜ່ານໄປຫຼາຍກວ່າສິບປີໂດຍທີ່ພວກເຂົາບໍ່ໄດ້ຮັບຜົນປະໂຫຍດຫຍັງເລີຍ ຫຼື ບໍ່ສາມາດແບ່ງປັນຄຳພະຍານຫຍັງເລີຍ. ຫຼັງຈາກທີ່ພວກເຂົາຖືກລິຮານຢ່າງຮຸນແຮງ, ຖືກຈັດການ ແລະ ຖືກຕັກເຕືອນເທົ່ານັ້ນເອງ, ໃນທີ່ສຸດພວກເຂົາຈຶ່ງຮູ້ສຶກວ່າພຣະທຳຂອງພຣະເຈົ້າສຽບແທງຫົວໃຈຂອງພວກເຂົາ. ຫົວໃຈອຂອງພວກເຂົາຊ່າງຫົວດື້! ມັນບໍ່ເປັນຫຍັງບໍທີ່ພວກເຂົາຈະບໍ່ຖືກຈັດການ, ຖືກລິຮານ ແລະ ຖືກລົງໂທດ? ມັນບໍ່ເປັນຫຍັງບໍທີ່ພວກເຂົາຈະບໍ່ຖືກລົງວິໄນຢ່າງຮ້າຍແຮງ? ຕ້ອງເຮັດຫຍັງເພື່ອໃຫ້ພວກເຂົາຮັບຮູ້, ເພື່ອໃຫ້ພວກເຂົາຕອບໂຕ້ກັບ? ຄົນທີ່ບໍ່ສະແຫວງຫາຄວາມຈິງກໍຈະບໍ່ຫຼັ່ງນໍ້າຕາຈົນກວ່າພວກເຂົາຈະເຫັນໂລງສົບ. ຫຼັງຈາກທີ່ພວກເຂົາໄດ້ເຮັດສິ່ງຊົ່ວຊ້າ ແລະ ຊົ່ວຮ້າຍຢ່າງຫຼວງຫຼາຍເທົ່ານັ້ນ, ການສຳນຶກຈຶ່ງປາກົດຂຶ້ນກັບພວກເຂົາ ແລະ ພວກເຂົາຈຶ່ງເວົ້າກັບຕົນເອງວ່າ “ຄວາມເຊື່ອຂອງຂ້ານ້ອຍໃນພຣະເຈົ້າຈົບແລ້ວບໍ? ພຣະເຈົ້າບໍ່ຕ້ອງການຂ້ານ້ອຍອີກຕໍ່ໄປບໍ? ຂ້ານ້ອຍໄດ້ຖືກປະນາມບໍ?” ພວກເຂົາເລີ່ມໄຕ່ຕອງ. ເມື່ອພວກເຂົາຄິດລົບ, ພວກເຂົາກໍຮູ້ສຶກວ່າຕະຫຼອດປີເຫຼົ່ານີ້ທີ່ເຊື່ອໃນພຣະເຈົ້າເປັນການເສຍເປົ່າ ແລະ ພວກເຂົາເຕັມໄປດ້ວຍຄວາມບໍ່ພໍໃຈ ແລະ ມີແນວໂນ້ມທີ່ຈະປະຖິ້ມຕົນເອງຄືກັບຄົນສິ້ນຫວັງ. ແຕ່ເມື່ອພວກເຂົາສຳນຶກໄດ້, ພວກເຂົາກໍຮູ້ວ່າ “ຂ້ານ້ອຍບໍ່ພຽງແຕ່ທຳຮ້າຍຕົນເອງບໍ? ຂ້ານ້ອຍຕ້ອງກັບມາຢືນດ້ວຍແຄ່ງດ້ວຍຂາຕົນເອງອີກຄັ້ງ. ມີຄົນບອກຂ້ານ້ອຍວ່າຂ້ານ້ອຍບໍ່ຮັກຄວາມຈິງ. ເປັນຫຍັງຈຶ່ງບອກສິ່ງນີ້ກັບຂ້ານ້ອຍ? ຂ້ານ້ອຍຈະບໍ່ຮັກຄວາມຈິງໄດ້ແນວໃດ? ໂອ້ ເປັນໄປບໍ່ໄດ້! ຂ້ານ້ອຍບໍ່ພຽງແຕ່ບໍ່ຮັກຄວາມຈິງ ແຕ່ຂ້ານ້ອຍເຖິງກັບບໍ່ສາມາດນໍາຄວາມຈິງທີ່ຂ້ານ້ອຍເຂົ້າໃຈໄປປະຕິບັດ! ນີ້ຄືການສຳແດງອອກເຖິງການເບື່ອໜ່າຍຄວາມຈິງ!” ເມື່ອຄິດເຊັ່ນນີ້, ພວກເຂົາກໍຮູ້ສຶກສຳນຶກຜິດພໍສົມຄວນ ແລະ ຢ້ານພໍສົມຄວນເຊັ່ນກັນ: “ຖ້າຂ້ານ້ອຍສືບຕໍ່ເຮັດແນວນີ້, ຂ້ານ້ອຍຈະຖືກລົງໂທດຢ່າງແນ່ນອນ. ບໍ່, ຂ້ານ້ອຍຕ້ອງກັບໃຈໃຫ້ໄວ, ອຸປະນິໄສຂອງພຣະເຈົ້າຕ້ອງບໍ່ຖືກລ່ວງເກີນ”. ໃນເວລານັ້ນ, ລະດັບຄວາມຫົວດື້ຂອງພວກເຂົາຫຼຸດລົງບໍ? ມັນເປັນຄືກັບມີເຂັມສຽບແທງຫົວໃຈຂອງພວກເຂົາ; ພວກເຂົາຮູ້ສຶກເຖິງບາງຢ່າງ. ແລ້ວເມື່ອເຈົ້າມີຄວາມຮູ້ສຶກນີ້, ຫົວໃຈຂອງເຈົ້າກໍວຸ້ນວາຍ ແລະ ເຈົ້າເລີ່ມຮູ້ສຶກສົນໃຈໃນຄວາມຈິງ. ເປັນຫຍັງເຈົ້າຈຶ່ງມີຄວາມສົນໃຈນີ້? ເພາະເຈົ້າຕ້ອງການຄວາມຈິງ. ຖ້າບໍ່ມີຄວາມຈິງ, ເມື່ອເຈົ້າຖືກລິຮານ ແລະ ຖືກຈັດການ, ເຈົ້າບໍ່ສາມາດຍອມ ຫຼື ຍອມຮັບຄວາມຈິງໄດ້ ແລະ ເຈົ້າບໍ່ສາມາດຢືນຍັດເມື່ອເຈົ້າຖືກທົດສອບ. ຖ້າເຈົ້າຕ້ອງກາຍມາເປັນຜູ້ນໍາ, ເຈົ້າຈະສາມາດຢັ້ງຈາກການເປັນຜູ້ນໍາຈອມປອມ ແລະ ຈາກການຍ່າງໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິດບໍ? ເຈົ້າຈະເຮັດບໍ່ໄດ້. ເຈົ້າຈະສາມາດເອົາຊະນະການມີສະຖານະ ແລະ ການຖືກຍົກຍ້ອງໂດຍຄົນອື່ນບໍ? ເຈົ້າສາມາດເອົາຊະນະສະຖານະການທີ່ເຈົ້າຖືກຈັດວາງ ແລະ ການທົດສອບທີ່ເຈົ້າໄດ້ຮັບບໍ? ເຈົ້າຮູ້ ແລະ ເຂົ້າໃຈຕົນເອງໄດ້ເປັນຢ່າງດີ ແລະ ເຈົ້າຈະເວົ້າວ່າ “ຖ້າຂ້ານ້ອຍບໍ່ເຂົ້າໃຈຄວາມຈິງ, ຂ້ານ້ອຍບໍ່ສາມາດເອົາຊະນະທຸກສິ່ງນີ້, ຂ້ານ້ອຍໄຮ້ຄ່າ, ຂ້ານ້ອຍບໍ່ສາມາດເຮັດຫຍັງໄດ້”. ນີ້ແມ່ນຄວາມຄິດປະເພດໃດ? ນີ້ຄືການຕ້ອງການຄວາມຈິງ. ເມື່ອເຈົ້າມີຄວາມຕ້ອງການ, ເມື່ອເຈົ້າຢູ່ໃນສະພາວະທີ່ສິ້ນຫວັງທີ່ສຸດຂອງເຈົ້າ, ເຈົ້າຈະພຽງແຕ່ຕ້ອງການເພິ່ງພາຄວາມຈິງ. ເຈົ້າຈະຮູ້ສຶກວ່າບໍ່ມີຜູ້ໃດທີ່ສາມາດເພິ່ງພາໄດ້ ແລະ ການເພິ່ງພາຄວາມຈິງພຽງຢ່າງດຽວຈຶ່ງສາມາດແກ້ໄຂບັນຫາຂອງເຈົ້າ ແລະ ປ່ອຍໃຫ້ເຈົ້າຜ່ານພົ້ນການຖືກລິຮານ ແລະ ການຖືກຈັດການ ແລະ ການທົດລອງ ແລະ ການລໍ້ລວງ ແລະ ຊ່ວຍໃຫ້ເຈົ້າຜ່ານພົ້ນທຸກສະຖານະການ. ແລ້ວຍິ່ງເຈົ້າເພິ່ງພາຄວາມຈິງຫຼາຍສໍ່າໃດ, ເຈົ້າຈະຮູ້ສຶກຫຼາຍສໍ່ານັ້ນວ່າຄວາມຈິງເປັນສິ່ງທີ່ດີ, ມີປະໂຫຍດ ແລະ ເປັນປະໂຫຍດໃຫ້ເຈົ້າຫຼາຍທີ່ສຸດ ແລະ ມັນສາມາດແກ້ໄຂຄວາມຫຍຸ້ງຍາກທັງໝົດຂອງເຈົ້າ. ໃນເວລານັ້ນ, ເຈົ້າຈະເລີ່ມຕົ້ນປາດຖະໜາຫາຄວາມຈິງ. ເມື່ອຄົນໄປຮອດຈຸດນີ້, ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາເລີ່ມຈາງຫາຍໄປ ຫຼື ປ່ຽນແປງເທື່ອລະໜ້ອຍ? ຈາກເວລາທີ່ພວກເຂົາເລີ່ມເຂົ້າໃຈ ແລະ ຍອມຮັບຄວາມຈິງ, ວິທີການທີ່ຄົນເບິ່ງສິ່ງຕ່າງໆກໍເລີ່ມປ່ຽນແປງ, ຫຼັງຈາກນັ້ນ ອຸປະນິໄສຂອງພວກເຂົາກໍເລີ່ມປ່ຽນແປງເຊັ່ນກັນ. ນີ້ຄືຂະບວນການທີ່ຊ້າ. ໃນຂັ້ນຕອນຊ່ວງຕົ້ນ, ຄົນບໍ່ສາມາດຢັ່ງຮູ້ການປ່ຽນແປງນ້ອຍໆເຫຼົ່ານີ້; ແຕ່ເມື່ອພວກເຂົາເຂົ້າໃຈຢ່າງແທ້ຈິງ ແລະ ສາມາດປະຕິບັດຄວາມຈິງ, ເລີ່ມມີການປ່ຽນແປງທີ່ຈຳເປັນ ແລະ ພວກເຂົາສາມາດຮູ້ສຶກເຖິງການປ່ຽນແປງເຫຼົ່ານັ້ນ. ຈາກຈຸດທີ່ຄົນເລີ່ມມີຄວາມປາດຖະໜາ ແລະ ຄວາມຫິວກະຫາຍຫາຄວາມຈິງ ແລະ ປາດຖະໜາທີ່ຈະສະແຫວງຫາຄວາມຈິງ, ຈົນເຖິງຈຸດທີ່ບາງສິ່ງເກີດຂຶ້ນກັບພວກເຂົາ ແລະ ອີງຕາມຄວາມເຂົ້າໃຈຂອງພວກເຂົາຕໍ່ຄວາມຈິງ, ພວກເຂົາກໍສາມາດນໍາຄວາມຈິງໄປປະຕິບັດ ແລະ ຕອບສະໜອງຄວາມປະສົງຂອງພຣະເຈົ້າ ແລະ ບໍ່ເຮັດຕາມຄວາມປະສົງຂອງພວກເຂົາເອງ ແລະ ສາມາດເອົາຊະນະແຮງຈູງໃຈຂອງພວກເຂົາ ແລະ ເອົາຊະນະຄວາມອວດດີ, ຄວາມກະບົດ, ຄວາມຫົວດື້ ແລະ ຫົວໃຈທີ່ທໍລະຍົດຂອງພວກເຂົາເອງ, ຈາກນັ້ນຄວາມຈິງຈະບໍ່ກາຍມາເປັນຊີວິດຂອງພວກເຂົາເທື່ອລະໜ້ອຍບໍ? ແລ້ວເມື່ອຄວາມຈິງກາຍມາເປັນຊີວິດຂອງເຈົ້າ, ອຸປະນິໄສທີ່ອວດດີ, ກະບົດ, ຫົວດື້ ແລະ ທໍລະຍົດທີ່ຢູ່ພາຍໃນເຈົ້າຈະເຊົາເປັນຊີວິດຂອງເຈົ້າ ແລະ ບໍ່ສາມາດຄວບຄຸມເຈົ້າອີກຕໍ່ໄປ. ແລ້ວແມ່ນຫຍັງຊີ້ນໍາຄວາມປະພຶດຂອງເຈົ້າໃນເວລານີ້? ພຣະທຳຂອງພຣະເຈົ້າ. ເມື່ອພຣະເຈົ້າຂອງພຣະເຈົ້າກາຍມາເປັນຊີວິດຂອງເຈົ້າ, ມີການປ່ຽນແປງຫຍັງບໍ? (ແມ່ນແລ້ວ.) ແລ້ວຫຼັງຈາກນັ້ນ ຍິ່ງເຈົ້າປ່ຽນແປງຫຼາຍສໍ່າໃດ, ສິ່ງຕ່າງໆກໍເລີ່ມດີຂຶ້ນສໍ່ານັ້ນ. ນີ້ຄືຂະບວນການທີ່ອຸປະນິໄສຂອງຜູ້ຄົນປ່ຽນແປງ ແລະ ການບັນລຸຜົນນີ້ກໍໃຊ້ເວລາດົນ.

ໄລຍະເວລາທີ່ໃຊ້ເພື່ອປ່ຽນແປງໃນອຸປະນິໄສແມ່ນຂຶ້ນກັບຄົນໆໜຶ່ງ; ບໍ່ມີກອບເວລາທີ່ຄົງຕົວສຳລັບສິ່ງນີ້. ຖ້າມັນເປັນຄົນທີ່ຮັກ ແລະ ສະແຫວງຫາຄວາມຈິງ, ແລ້ວການປ່ຽນແປງໃນອຸປະນິໄສຂອງພວກເຂົາກໍຈະເຫັນໄດ້ໃນເຈັດ, ແປດ ຫຼື ສິບປີ. ຖ້າພວກເຂົາມີຄວາມສາມາດທົ່ວໄປ ແລະ ຍັງເຕັມໃຈທີ່ຈະສະແຫວງຫາຄວາມຈິງ, ມັນອາດໃຊ້ເວລາປະມານສິບຫ້າ ຫຼື ຊາວປີກ່ອນທີ່ການປ່ຽນແປງຈະເຫັນໄດ້ໃນອຸປະນິໄສຂອງພວກເຂົາ. ສິ່ງທີ່ສຳຄັນກໍຄືຄວາມຕັ້ງໃຈຂອງຄົນໆນັ້ນໃນການສະແຫວງຫາຄວາມຈິງ ແລະ ພວກເຂົາມີຄວາມເຂົ້າໃຈຫຼາຍສໍ່າໃດ, ສິ່ງເຫຼົ່ານີ້ຄືປັດໄຈກຳນົດ. ທຸກປະເພດຂອງອຸປະນິໄສທີ່ເສື່ອມຊາມມີຢູ່ໃນທຸກໆຄົນໃນລະດັບທີ່ແຕກຕ່າງກັນ, ພວກມັນທັງໝົດເປັນທຳມະຊາດຂອງມະນຸດ ແລະ ພວກມັນທັງໝົດໄດ້ຝັງເລິກຫຼາຍ. ເຖິງຢ່າງໃດກໍຕາມ, ໂດຍການສະແຫວງຫາ ແລະ ການປະຕິບັດຄວາມຈິງ ແລະ ໂດຍການຍອມຮັບການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ, ໂດຍການຖືກຈັດການ ແລະ ການຖືກລິຮານ ແລະ ໂດຍການຍອມຮັບການທົດລອງ ແລະ ການຫຼໍ່ຫຼອມຂອງພຣະເຈົ້າ, ລະດັບທີ່ແຕກຕ່າງກັນຂອງການປ່ຽນແປງແມ່ນສາມາດບັນລຸໄດ້ໃນທຸກໆອຸປະນິໄສ. ບາງຄົນເວົ້າວ່າ “ຖ້າມັນເປັນເຊັ່ນນັ້ນ, ການປ່ຽນແປງໃນອຸປະນິໄສບໍ່ແມ່ນພຽງເລື່ອງເວລາບໍ? ເມື່ອເວລາມາຮອດ, ຂ້ານ້ອຍຈະຮູ້ວ່າການປ່ຽນແປງໃນອຸປະນິໄສແມ່ນຫຍັງ ແລະ ຂ້ານ້ອຍຈະສາມາດເຂົ້າສູ່ຊີວິດ”. ມັນເປັນເຊັ່ນນີ້ບໍ? (ບໍ່ແມ່ນ.) ບໍ່ແມ່ນຢ່າງແນ່ນອນ. ຖ້າເວລາຄືສິ່ງດຽວທີ່ມັນໃຊ້ເພື່ອບັນລຸການປ່ຽນແປງໃນອຸປະນິໄສ, ແລ້ວທຸກຄົນທີ່ເຊື່ອໃນພຣະເຈົ້າຕະຫຼອດຊີວິດຂອງພວກເຂົາກໍຍ່ອມບັນລຸການປ່ຽນແປງໃນອຸປະນິໄສຂອງພວກເຂົາຢ່າງແນ່ນອນ. ແຕ່ນີ້ຄືລັກສະນະທີ່ສິ່ງຕ່າງໆເປັນບໍ? ຄົນເຫຼົ່ານີ້ໄດ້ຮັບຄວາມຈິງບໍ? ພວກເຂົາບັນລຸການປ່ຽນແປງໃນອຸປະນິໄສຂອງພວກເຂົາບໍ? ພວກເຂົາບໍ່ໄດ້ບັນລຸ. ຄົນທີ່ເຊື່ອໃນພຣະເຈົ້າກໍມີຈຳນວນຫຼວງຫຼາຍສໍ່າກັບຂົນເທິງໂຕງົວ, ແຕ່ຄົນທີ່ມີການປ່ຽນແປງໃນອຸປະນິໄສກໍມີໜ້ອຍສໍ່າກັບມ້າເຂົາດຽວ. ເພື່ອໃຫ້ອຸປະນິໄສຂອງຜູ້ຄົນມີການປ່ຽນແປງຢ່າງແທ້ຈິງ, ພວກເຂົາຕ້ອງເພິ່ງພາການສະແຫວງຫາຄວາມຈິງເພື່ອບັນລຸສິ່ງນີ້; ພວກເຂົາຖືກເຮັດໃຫ້ສົມບູນໂດຍການເພິ່ງພາພາລະກິດຂອງພຣະວິນຍານບໍລິສຸດ. ການປ່ຽນແປງໃນອຸປະນິໄສແມ່ນບັນລຸຜ່ານການສະແຫວງຫາຄວາມຈິງ. ໃນດ້ານໜຶ່ງ, ຄົນຕ້ອງຈ່າຍລາຄາ, ພວກເຂົາຕ້ອງຈ່າຍລາຄາເມື່ອເວົ້າເຖິງການສະແຫວງຫາຄວາມຈິງ ແລະ ບໍ່ມີຄວາມລຳບາກໃນຈຳນວນໃດເພື່ອຮັບເອົາຄວາມຈິງຈະນ້ອຍເກີນໄປ. ນອກຈາກນັ້ນ, ພວກເຂົາຕ້ອງຖືກກວດສອບຄວາມຖືກຕ້ອງໂດຍພຣະເຈົ້າວ່າເປັນຄົນປະເພດທີ່ຖືກຕ້ອງ, ເປັນຄົນທີ່ໃຈດີ ແລະ ເປັນຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງ, ເພື່ອໃຫ້ພຣະວິນຍານບໍລິສຸດເຮັດພາລະກິດ ແລະ ເຮັດໃຫ້ພວກເຂົາສົມບູນ. ການຮ່ວມມືຂອງຜູ້ຄົນແມ່ນບໍ່ສາມາດຕັດອອກຈາກກັນໄດ້ ແຕ່ການຮັບເອົາພາລະກິດຂອງພຣະວິນຍານບໍລິສຸດຍິ່ງສຳຄັນຫຼາຍກວ່າ. ຖ້າຄົນບໍ່ສະແຫວງຫາ ຫຼື ຮັກວຄາມຈິງ, ຖ້າພວກເຂົາບໍ່ເຄີຍຮູ້ທີ່ຈະເອົາໃຈໃສ່ກັບຄວາມປະສົງຂອງພຣະເຈົ້າຈັກເທື່ອ, ແຮງແລ້ວທີ່ຈະຮັກພຣະເຈົ້າ, ຖ້າພວກເຂົາບໍ່ມີຄວາມສຳນຶກເຖິງພາລະຕໍ່ວຽກງານຂອງຄຣິສຕະຈັກ ແລະ ບໍ່ມີຄວາມຮັກຕໍ່ຄົນອື່ນ ແລະ ຖ້າໂດຍສະເພາະແລ້ວ ພວກເຂົາບໍ່ມີການອຸທິດເມື່ອປະຕິບັດໜ້າທີ່ຂອງພວກເຂົາ, ແລ້ວພວກເຂົາກໍບໍ່ເປັນທີ່ຮັກຂອງພຣະເຈົ້າ ແລະ ບໍ່ສາມາດຖືກພຣະເຈົ້າເຮັດໃຫ້ສົມບູນຈັກເທື່ອ. ສະນັ້ນຄົນຕ້ອງບໍ່ຢືນຢັນຢ່າງຫຼັບຫູຫຼັບຕາ, ແຕ່ຕ້ອງເຂົ້າໃຈຄວາມປະສົງຂອງພຣະເຈົ້າ. ບໍ່ວ່າພຣະເຈົ້າຈະເວົ້າ ຫຼື ເຮັດຫຍັງກໍຕາມ, ພວກເຂົາຕ້ອງສາມາດເຊື່ອຟັງ ແລະ ປົກປ້ອງວຽກງານຂອງຄຣິສຕະຈັກ, ຫົວໃຈຂອງພວກເຂົາຕ້ອງຖືກຕ້ອງ ແລະ ໃນຕອນນັ້ນເອງ ພຣະວິນຍານບໍລິສຸດຈຶ່ງສາມາດເຮັດພາລະກິດໄດ້. ຖ້າຄົນປາດຖະໜາທີ່ຈະພະຍາຍາມເພື່ອຖືກພຣະເຈົ້າເຮັດໃຫ້ສົມບູນ, ແລ້ວພວກເຂົາຕ້ອງມີຫົວໃຈທີ່ຮັກພຣະເຈົ້າ, ຫົວໃຈທີ່ເຊື່ອຟັງພຣະເຈົ້າ, ຫົວໃຈທີ່ຢຳເກງພຣະເຈົ້າ ແລະ ເມື່ອປະຕິບັດໜ້າທີ່ຂອງພວກເຂົານັ້ນ ພວກເຂົາຕ້ອງຈົງຮັກພັກດີຕໍ່ພຣະເຈົ້າ ແລະ ນໍາຄວາມພໍໃຈມາຫາພຣະເຈົ້າ. ໃນຕອນນັ້ນເອງ ພວກເຂົາຈຶ່ງຈະສາມາດຮັບເອົາພາລະກິດຂອງພຣະວິນຍານບໍລິສຸດ. ເມື່ອຄົນມີພາລະກິດຂອງພຣະວິນຍານບໍລິສຸດ, ພວກເຂົາກໍໄດ້ຮັບແສງສະຫວ່າງ ເມື່ອພວກເຂົາອ່ານພຣະທຳຂອງພຣະເຈົ້າ, ພວກເຂົາມີເສັ້ນທາງໃຫ້ປະຕິບັດຄວາມຈິງ ແລະ ຫຼັກການໃນການປະຕິບັດໜ້າທີ່ຂອງພວກເຂົາ, ພຣະເຈົ້າຈະຊີ້ນໍາພວກເຂົາເມື່ອພວກເຂົາປະສົບກັບບັນຫາ ແລະ ຫົວໃຈຂອງພວກເຂົາຈະປິຕິຍິນດີ ແລະ ສະຫງົບສຸກ ບໍ່ວ່າພວກເຂົາຈະທົນທຸກຫຼາຍສໍ່າໃດກໍຕາມ. ເມື່ອພວກເຂົາຜ່ານການຊີ້ນໍາຂອງພຣະວິນຍານບໍລິສຸດໃນລັກສະນະນີ້ເປັນເວລາສິບ ຫຼື ຊາວປີ, ພວກເຂົາຈະປ່ຽນແປງໂດຍທີ່ບໍ່ໄດ້ສັງເກດມັນເລີຍ. ຍິ່ງມີການປ່ຽນແປງໄວສໍ່າໃດ, ຍິ່ງມີຄວາມສະຫງົບສຸກໄວສໍ່ານັ້ນ; ຍິ່ງມີການປ່ຽນແປງໄວສໍ່າໃດ, ພວກເຂົາຍິ່ງສາມາດມີຄວາມສຸກໄວສໍ່ານັ້ນ. ເມື່ອອຸປະນິໄສຂອງຄົນປ່ຽນແປງເທົ່ານັ້ນເອງ, ພວກເຂົາຈຶ່ງຊອກຫາຄວາມສະຫງົບສຸກ ແລະ ຄວາມປິຕິຍິນດີທີ່ແທ້ຈິງ, ໃນຕອນນັ້ນເອງ ພວກເຂົາຈຶ່ງສາມາດມີຊີວິດທີ່ມີຄວາມສຸກໄດ້ຢ່າງແທ້ຈິງ. ຄົນທີ່ບໍ່ສະແຫວງຫາຄວາມຈິງກໍບໍ່ມີຄວາມສະຫງົບສຸກ ຫຼື ຄວາມປິຕິຍິນດີຝ່າຍວິນຍານ, ມື້ຂອງພວກເຂົາເລີ່ມຫວ່າງເປົ່າຫຼາຍຂຶ້ນ ແລະ ຍາກຫຼາຍຂຶ້ນທີ່ຈະແບກຮັບ. ສຳລັບຄົນທີ່ເຊື່ອໃນພຣະເຈົ້າແຕ່ບໍ່ສະແຫວງຫາຄວາມຈິງ, ມື້ຂອງພວກເຂົາກໍເຕັມໄປດ້ວຍຄວາມເຈັບປວດ ແລະ ການທົນທຸກ. ແລ້ວດ້ວຍເຫດນັ້ນ, ເມື່ອຄົນເຊື່ອໃນພຣະເຈົ້າ ບໍ່ມີຫຍັງສຳຄັນໄປກວ່າການຮັບເອົາຄວາມຈິງ. ການຮັບເອົາຄວາມຈິງຄືການຮັບເອົາຊີວິດ ແລະ ຍິ່ງຮັບເອົາຄວາມຈິງໄວສໍ່າໃດ, ມັນກໍດີສໍ່ານັ້ນ. ຖ້າບໍ່ມີຄວາມຈິງ, ຊີວີດຂອງຜູ້ຄົນກໍຫວ່າງເປົ່າ. ການຮັບເອົາຄວາມຈິງຄືການຊອກຫາຄວາມສະຫງົບສຸກ ແລະ ຄວາມປິຕິຍິນດີ, ການທີ່ສາມາດດຳລົງຊີວິດຢູ່ຕໍ່ໜ້າພຮະເຈົ້າ, ການໄດ້ຮັບແສງສະຫວ່າງ, ການຊີ້ນໍາ ແລະ ການນໍາພາໂດຍພາລະກິດຂອງພຣະວິນຍານບໍລິສຸດ, ມັນຈະມີແສງສະຫວ່າງຫຼາຍຂຶ້ນເລື້ອຍໆໃນຫົວໃຈຂອງພວກເຂົາ ແລະ ຄວາມເຊື່ອຂອງພວກເຂົາໃນພຣະເຈົ້າກໍຈະເລີ່ມມີຫຼາຍຂຶ້ນເລື້ອຍໆ. ສະນັ້ນໃນຕອນນີ້, ຄວາມຈິງທີ່ກ່ຽວຂ້ອງກັບການປ່ຽນແປງໃນອຸປະນິໄສຊັດເຈນຂຶ້ນສຳລັບເຈົ້າບໍ? (ແມ່ນແລ້ວ, ພວກເຮົາເຂົ້າໃຈໃນຕອນນີ້.) ຖ້າສິ່ງນີ້ຊັດເຈນກັບເຈົ້າແທ້ໆ, ແລ້ວເຈົ້າກໍມີເສັ້ນທາງ ແລະ ເຈົ້າຮູ້ວິທີການທີ່ຈະມີປະສິດທິພາບໃນການສະແຫວງຫາຄວາມຈິງ.

ວັນທີ 28 ເມສາ 2017

ກ່ອນນີ້: ການປະຕິບັດທີ່ເປັນພື້ນຖານທີ່ສຸດຂອງການເປັນຄົນສັດຊື່

ຕໍ່ໄປ: ໂດຍການເຂົ້າໃຈຄວາມຈິງເທົ່ານັ້ນ, ຄົນໆໜຶ່ງຈຶ່ງສາມາດຮູ້ຈັກການກະທຳຂອງພຣະເຈົ້າໄດ້

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້