ຫຼາຍຄົນຖືກເອີ້ນມາ, ແຕ່ໜ້ອຍຄົນຈະຖືກເລືອກ

ເຮົາໄດ້ຊອກຫາຫຼາຍຄົນໃນໂລກທີ່ຈະເປັນຜູ້ຕິດຕາມຂອງເຮົາ. ທ່າມກາງຜູ້ຕິດຕາມເຫຼົ່ານີ້, ມີຜູ້ຄົນທີ່ຮັບໃຊ້ເປັນນັກບວດ, ເປັນຜູ້ນໍາພາ, ຜູ້ທີ່ສ້າງໂອລົດ, ຜູ້ເຕົ້າໂຮມຜູ້ຄົນ ແລະ ຜູ້ທີ່ເຮັດວຽກງານຮັບໃຊ້. ເຮົາໄດ້ຈັດແບ່ງພວກເຂົາອອກເປັນກຸ່ມທີ່ແຕກຕ່າງກັນໂດຍອີງຕາມຄວາມຈົງຮັກພັກດີທີ່ພວກເຂົາສະແດງຕໍ່ເຮົາ. ເມື່ອມະນຸດທັງໝົດໄດ້ຖືກຈໍາແນກອອກອີງຕາມປະເພດຂອງພວກເຂົາເຊິ່ງນັ້ນຄືເມື່ອທໍາມະຊາດຂອງມະນຸດໄດ້ຖືກເປີດເຜີຍແລ້ວ, ເມື່ອນັ້ນເຮົາຈະນັບເອົາແຕ່ລະຄົນຕາມປະເພດທີ່ຖືກຕ້ອງຂອງພວກເຂົາ ແລະ ເອົາພວກເຂົາວາງໄວ້ໃນບ່ອນທີ່ເໝາະສົມ ເພື່ອທີ່ເຮົາຈະໄດ້ຕະໜັກເຖິງຄວາມປະສົງຂອງເຮົາເພື່ອການໄຖ່ບາບໃຫ້ແກ່ມວນມະນຸດ. ໃນທາງກັບກັນ, ເຮົາເອີ້ນເອົາກຸ່ມຄົນທີ່ເຮົາຕ້ອງການຮັກສາໄວ້ໃຫ້ໄດ້ກັບຄືນສູ່ພຣະວິຫານຂອງເຮົາ, ແລ້ວຈາກນັ້ນເຮົາຈະອະນຸຍາດໃຫ້ຜູ້ຄົນທັງໝົດເຫຼົ່ານີ້ໄດ້ຍອມຮັບເອົາພາລະກິດຂອງເຮົາໃນມື້ສຸດທ້າຍ. ໃນເວລາດຽວກັນນັ້ນ, ເຮົາຈໍາແນກມະນຸດໂດຍອີງຕາມປະເພດ, ແລ້ວຈາກນັ້ນໃຫ້ລາງວັນ ຫຼື ລົງໂທດແຕ່ລະຄົນບົນພື້ນຖານການກະທໍາຂອງພວກເຂົາ. ນີ້ຄືຂັ້ນຕອນທີ່ປະກອບກາຍເປັນພາລະກິດຂອງເຮົາ.

ໃນເວລານີ້ ເຮົາດໍາລົງຊີວິດຢູ່ໃນໂລກ ແລະ ດໍາລົງຊີວິດຢູ່ໃນໝູ່ມະນຸດ. ມະນຸດທຸກຄົນກໍາລັງປະສົບກັບພາລະກິດຂອງເຮົາ ແລະ ເຝົ້າເບິ່ງພຣະວັດຈະນະຂອງເຮົາ ແລະ ພ້ອມກັນນີ້ ເຮົາໄດ້ປະທານຄວາມຈິງທັງໝົດໃຫ້ກັບຜູ້ຕິດຕາມຂອງເຮົາແຕ່ລະຄົນ ເພື່ອທີ່ພວກເຂົາຈະໄດ້ຮັບຊີວິດຈາກເຮົາ ແລະ ເພື່ອທີ່ພວກເຂົາຈະໄດ້ມີເສັ້ນທາງໃຫ້ກ້າວເດີນ. ເພາະເຮົາຄືພຣະເຈົ້າ, ຜູ້ໃຫ້ຊີວິດ. ໃນຊ່ວງເວລາຫຼາຍປີຂອງພາລະກິດຂອງເຮົາ, ມະນຸດໄດ້ຮັບ ແລະ ຍອມຖິ້ມຫຼາຍສິ່ງ, ແຕ່ເຖິງຢ່າງນັ້ນ ເຮົາຍັງຄົງເວົ້າໄດ້ວ່າມະນຸດບໍ່ໄດ້ເຊື່ອໃນເຮົາຢ່າງແທ້ຈິງ. ຍ້ອນວ່າມະນຸດພຽງແຕ່ຍອມຮັບດ້ວຍປາກຂອງພວກເຂົາວ່າ ເຮົາເປັນພຣະເຈົ້າ ໃນຂະນະທີ່ໂຕ້ແຍ້ງຄວາມຈິງທີ່ເຮົາກ່າວ ແລະ ຍິ່ງໜ້ອຍກ່ວານັ້ນ ແມ່ນການບໍ່ຂັບຕາມຄວາມຈິງຕາມທີ່ເຮົາຕ້ອງການ. ກ່າວຄື ມະນຸດຍອມຮັບພຽງແຕ່ການຊົງຢູ່ຂອງພຣະເຈົ້າເທົ່ານັ້ນ, ແຕ່ບໍ່ໄດ້ຍອມຮັບດ້ວຍຄວາມຈິງ; ມະນຸດຍອມຮັບພຽງແຕ່ການຊົງຢູ່ຂອງພຣະເຈົ້າເທົ່ານັ້ນ, ແຕ່ບໍ່ໄດ້ຍອມຮັບດ້ວຍຊີວິດ; ມະນຸດຍອມຮັບພຽງແຕ່ພຣະນາມຂອງພຣະເຈົ້າ, ແຕ່ບໍ່ຍອມຮັບແກ່ນແທ້ຂອງພຣະເຈົ້າ. ເນື່ອງຈາກຄວາມກະຕືລືລົ້ນຂອງເຂົາເອງ, ມະນຸດຈຶ່ງກາຍເປັນສິ່ງທີ່ໜ້າລັງກຽດສໍາລັບເຮົາ. ຍ້ອນນະມຸດພຽງແຕ່ໃຊ້ຄໍາເວົ້າທີ່ມ່ວນຫູເພື່ອຫຼອກລວງເຮົາ ແລະ ບໍ່ໄດ້ນະມັດສະການເຮົາດ້ວຍໃຈຈິງ. ຄໍາເວົ້າຂອງພວກເຈົ້າຄືການລໍ່ລວງຂອງງູ; ຍິ່ງໄປກ່ວານັ້ນ, ມັນເປັນຄວາມຈອງຫອງຢ່າງສຸດຂີດ ເຊິ່ງເປັນຄໍາປະກາດຢ່າງແທ້ຈິງຂອງອັກຄະລະສະທູດສະຫວັນ. ຍິ່ງໄປກ່ວານັ້ນ, ການກະທໍາຂອງພວກເຈົ້າແມ່ນຖືກທໍາລາຍ ແລະ ຈີກຂາດຈົນໜ້າອັບອາຍ; ຄວາມປາດຖະໜາທີ່ບໍ່ຮູ້ຈັກພໍ ແລະ ເຈດຕະນາທີ່ເຊື່ອໃຈບໍ່ໄດ້ຂອງພວກເຈົ້າເປັນສິ່ງທີ່ບໍ່ເປັນຕາຟັງ. ພວກເຈົ້າລ້ວນກາຍເປັນຄືມອດໃນເຮືອນຂອງເຮົາ ເຊິ່ງເປັນສິ່ງຂອງທີ່ຈະຖືກກໍາຈັດຖິ້ມພ້ອມກັບຄວາມຊິງຊັງ. ເພາະບໍ່ມີພວກເຈົ້າຄົນໃດທີ່ເປັນຜູ້ທີ່ຮັກຄວາມຈິງ, ແຕ່ພັດເປັນມະນຸດທີ່ປາດຖະໜາຫາແຕ່ພຣະພອນ, ຢາກໄປສູ່ແດນສະຫວັນ, ຢາກເຫັນນິມິດອັນແສນງົດງາມຂອງອົງພຣະຄຣິສທີ່ຊົງສໍາແດງລິດອໍານາດຂອງພຣະອົງຢູ່ໃນໂລກ. ແຕ່ພວກເຈົ້າເຄີຍຄິດບໍ່ວ່າ ຄົນແບບພວກເຈົ້າ ທີ່ເສື່ອມຊາມຢ່າງຮ້າຍແຮງ ແລະ ທີ່ບໍ່ຮູ້ຈັກເລີຍວ່າພຣະເຈົ້າຊົງເປັນຢ່າງໃດ ຈະຄູ່ຄວນທີ່ຈະຕິດຕາມພຣະເຈົ້າບໍ? ພວກເຈົ້າຈະສາມາດຂຶ້ນສູ່ສະຫວັນໄດ້ຢ່າງໃດ? ເຈົ້າຄູ່ຄວນທີ່ຈະໄດ້ເຫັນຄວາມງົດງາມ ເຊິ່ງເປັນຄວາມງົດງາມທີ່ບໍ່ເຄີຍມີມາກ່ອນໄດ້ຢ່າງໃດ? ປາກຂອງພວກເຈົ້າເຕັມໄປດ້ວຍຄວາມຫຼອກລວງ ແລະ ສິ່ງສົກກະປົກ, ການທໍລະຍົດ ແລະ ຄວາມຍິ່ງຍະໂສ. ພວກເຈົ້າບໍ່ເຄີຍເວົ້າຖ້ອຍຄໍາທີ່ຈິງໃຈຕໍ່ເຮົາ, ບໍ່ມີຖ້ອຍຄໍາໃດບໍລິສຸດ, ບໍ່ມີຖ້ອຍຄໍາໃດທີ່ສະແດງເຖິງການເຊື່ອຟັງເຮົາເມື່ອໄດ້ຍິນພຣະທໍາຂອງເຮົາ. ທ້າຍທີ່ສຸດແລ້ວ, ຄວາມເຊື່ອຂອງພວກເຈົ້າເປັນແນວໃດແທ້? ຫົວໃຈຂອງພວກເຈົ້າເຕັມໄປດ້ວຍກິເຫຼດ ແລະ ຄວາມມັ່ງມີ, ຄວາມຄິດຂອງພວກເຈົ້າເຕັມໄປດ້ວຍວັດຖຸສິ່ງຂອງ. ແຕ່ລະມື້ພວກເຈົ້ານັ່ງນັບຕາຄອຍວ່າຈະໄດ້ຮັບສິ່ງຕ່າງໆຈາກເຮົາໃນຮູບແບບໃດ, ພວກເຈົ້າໄດ້ຮັບຄວາມມັ່ງມີ ແລະ ວັດຖຸສິ່ງຂອງຈາກເຮົາຫຼາຍປານໃດ? ແຕ່ລະມື້, ເຈົ້າລໍຄອຍທີ່ພຣະພອນຈະຕົກເທລົງມາຫາພວກເຈົ້າເພື່ອທີ່ພວກເຈົ້າຈະມີຄວາມສຸກກັບມັນ, ຫວັງທີ່ຈະມີຄວາມສຸກກັບພຣະພອນຫຼາຍຂຶ້ນ ແລະ ຫຼາຍຂຶ້ນ. ສິ່ງທີ່ຢູ່ໃນຈິດໃຈຂອງພວກເຈົ້າໃນທຸກເວລານັ້ນບໍ່ແມ່ນເຮົາ ແລະ ບໍ່ແມ່ນຄວາມຈິງທີ່ມາຈາກເຮົາ, ແຕ່ກັບກາຍເປັນສາມີ (ພັນລະຍາ) ຂອງພວກເຈົ້າ, ລູກຊາຍ, ລູກສາວ ຫຼື ອາຫານການກິນ ແລະ ເຄື່ອງນຸ່ງຫົ່ມຂອງພວກເຈົ້າ ແລະ ຄິດພຽງວ່າ ຈະເຮັດແນວໃດໃຫ້ຄວາມສຸກຂອງພວກເຈົ້າເພີ່ມພູນຂຶ້ນ ແລະ ດີກວ່າເກົ່າ. ເຖິງແມ່ນຕອນທີ່ພວກເຈົ້າຍັດອາຫານໃສ່ທ້ອງຈົນແໜ້ນ, ພວກເຈົ້າກໍຍັງຄົງບໍ່ຕ່າງຫຍັງຈາກສົບບໍ່ແມ່ນບໍ? ເຖິງແມ່ນຕອນທີ່ພວກເຈົ້າຕົບແຕ່ງພາບລັກພາຍນອກຂອງຕົວເອງໃຫ້ສວຍງາມ, ພວກເຈົ້າກໍບໍ່ຕ່າງຫຍັງຈາກສົບທີ່ຍ່າງໄດ້ແຕ່ບໍມີຊີວິດ? ພວກເຈົ້າເຮັດວຽກຢ່າງໜັກເພື່ອທ້ອງຂອງຕົນຈົນຜົມຂອງພວກເຈົ້າຫງອກຂຶ້ນ, ເຖິງປານນັ້ນ ກໍບໍ່ມີພວກເຈົ້າຄົນໃດຍອມສະຫຼະແມ່ນແຕ່ຜົມເສັ້ນດຽວເພື່ອພາລະກິດຂອງເຮົາ. ພວກເຈົ້າຫຍຸ້ງວຸ້ນວາຍຕະຫຼອດ, ໃຊ້ຮ່າງກາຍຢ່າງໜັກ ແລະ ທໍລະມານສະໝອງຕົນເອງເພື່ອປະໂຫຍດຂອງເນື້ອໜັງຂອງຕົວເອງ ແລະ ເພື່ອລູກຊາຍ ແລະ ລູກສາວຂອງພວກເຈົ້າ, ແຕ່ເຖິງຢ່າງນັ້ນ ກໍບໍ່ມີພວກເຈົ້າຄົນໃດໃສ່ໃຈ ແລະ ຄໍານຶງເຖິງຄວາມປະສົງຂອງເຮົາ. ເຫດໃດພວກເຈົ້າຍັງຫວັງຈະໄດ້ຮັບສິ່ງຕ່າງໆຈາກເຮົາ?

ໃນການເຮັດພາລະກິດຂອງເຮົາ, ເຮົາບໍ່ເຄີຍຟ້າວຝັ່ງ. ບໍ່ວ່າຈະເປັນຫົນທາງໃດທີ່ມະນຸດຕິດຕາມເຮົາ, ເຮົາເຮັດພາລະກິດຂອງເຮົາເປັນຂັ້ນເປັນຕອນ ໂດຍອີງຕາມແຜນການຂອງເຮົາ. ເຫດສະນັ້ນ, ເຖິງແມ່ນວ່າພວກເຈົ້າອາດຈະຕໍ່ຕ້ານເຮົາຢ່າງໜັກ, ເຮົາຍັງຄົງບໍ່ຢຸດພາລະກິດຂອງຂອງເຮົາ ແລະ ຍັງຄົງສືບຕໍ່ກ່າວພຣະທໍາທີ່ເຮົາຢາກກ່າວຕໍ່ໄປ. ເຮົາເອີ້ນເອົາຜູ້ຄົນທີ່ເຮົາໄດ້ກໍານົດໄວ້ລ່ວງໜ້າມາສູ່ເຮືອນຂອງເຮົາ ເພື່ອທີ່ຈະໃຫ້ພວກເຂົາກາຍເປັນຜູ້ຮັບຟັງພຣະທໍາຂອງເຮົາ ແລະ ແຕ່ງຕັ້ງຜູ້ຄົນທັງໝົດທີ່ເຊື່ອຟັງ ແລະ ສະແຫວງຫາພຣະທໍາຂອງເຮົາຢູ່ຕໍ່ໜ້າບັນລັງຂອງເຮົາ. ບັນດາຜູ້ທີ່ຫັນຫຼັງໃຫ້ກັບພຣະທໍາຂອງເຮົາ, ຜູ້ທີ່ບໍ່ເຊື່ອຟັງ ແລະ ບໍ່ຍອມຈໍານົນຕໍ່ເຮົາ ແລະ ຜູ້ທີ່ປະຕິເສດເຮົາຢ່າງເປີດເຜີຍຈະຖືກໂຍນລົງໄປອີກຂ້າງໜຶ່ງເພື່ອລໍຖ້າຮັບການລົງໂທດຂັ້ນສຸດທ້າຍຂອງພວກເຂົາ. ມະນຸດທຸກຄົນອາໄສຢູ່ທ່າມກາງຄວາມເສື່ອມຊາມ ແລະ ຢູ່ໃນມືຂອງສິ່ງຊົ່ວຮ້າຍ, ດັ່ງນັ້ນ ໃນບັນດາຄົນທີ່ຕິດຕາມເຮົາ ມີພຽງໜ້ອຍຄົນທີ່ປາດຖະໜາຫາຄວາມຈິງ. ນັ້ນກໍຄື ຜູ້ຄົນສ່ວນໃຫຍ່ບໍ່ໄດ້ນະມັດສະການເຮົາດ້ວຍໃຈຈິງ ຫຼື ດ້ວຍຄວາມຈິງ, ແຕ່ກັບພະຍາຍາມຈະເຮັດໃຫ້ເຮົາໄວ້ໃຈຜ່ານຄວາມເສື່ອມຊາມ, ການຕໍ່ຕ້ານ ແລະ ການກະທໍາທີ່ຫຼອກລວງ. ດ້ວຍເຫດນີ້ເຮົາຈຶ່ງກ່າວວ່າ: ຫຼາຍຄົນຖືກເອີ້ນມາ, ແຕ່ໜ້ອຍຄົນຈະຖືກເລືອກ. ຜູ້ຄົນທີ່ຖືກເອີ້ນມາແມ່ນເສື່ອມຊາມຢ່າງສຸດໆ ແລະ ພວກເຂົາລ້ວນແລ້ວແຕ່ຢູ່ໃນຍຸກສະໄໝດຽວກັນ, ແຕ່ຜູ້ຄົນທີ່ຖືກເລືອກແມ່ນມີແຕ່ຜູ້ຄົນທີ່ຮັບຮູ້ ແລະ ເຊື່ອໃນຄວາມຈິງ ແລະ ແມ່ນຜູ້ທີ່ຂັບຕາມຄວາມຈິງ. ຜູ້ຄົນເຫຼົ່ານີ້ເປັນພຽງສ່ວນໜ້ອຍຈາກກຸ່ມຄົນທັງໝົດ ແລະ ເຮົາຈະໄດ້ຮັບພຣະກຽດຫຼາຍຂຶ້ນຈາກຄົນເຫຼົ່ານີ້. ວັດຈາກຄໍາທີ່ກ່າວມານີ້, ພວກເຈົ້າຮູ້ບໍ່ວ່າພວກເຈົ້າເປັນຄົນທີ່ຖືກເລືອກ ຫຼື ບໍ? ຈຸດຈົບຂອງພວກເຈົ້າຈະເປັນຢ່າງໃດ?

ເຮົາໄດ້ກ່າວໄປແລ້ວວ່າ ຜູ້ຄົນທີ່ຕິດຕາມເຮົານັ້ນມີຫຼາຍ ແຕ່ຜູ້ທີ່ຮັກເຮົາດ້ວຍໃຈຈິງມີໜ້ອຍ. ບາງເທື່ອອາດມີຄົນເວົ້າວ່າ: “ຂ້ານ້ອຍຈະຕ້ອງຮັບກໍາບໍ ຫາກຂ້ານ້ອຍບໍ່ຮັກພຣະອົງ? ຂ້ານ້ອຍຈະຕິດຕາມມາຮອດຈຸດນີ້ບໍ ຫາກຂ້ານ້ອຍບໍ່ຮັກພຣະອົງ?” ແນ່ນອນຢູ່ແລ້ວ ທີ່ເຈົ້າມີເຫດຜົນຫຼາກຫຼາຍ ແລະ ແນ່ນອນຢູ່ແລ້ວ ທີ່ຄວາມຮັກຂອງເຈົ້າເປັນສິ່ງທີ່ດີຫຼາຍ ແຕ່ແມ່ນຫຍັງທີ່ເປັນເນື້ອແທ້ແຫ່ງຄວາມຮັກຂອງເຈົ້າທີ່ມີຕໍ່ເຮົາ? “ຄວາມຮັກ” ຕາມທີ່ຖືກເອີ້ນ ແມ່ນໝາຍເຖິງຄວາມຮູ້ສຶກທີ່ບໍລິສຸດ ແລະ ບໍ່ມີຂໍ້ຕໍາໜິ, ເຊິ່ງເຈົ້າໃຊ້ຫົວໃຈຂອງເຈົ້າເພື່ອຮັກ, ເພື່ອຮູ້ສຶກ ແລະ ເພື່ອຄຸ່ນຄິດ. ໃນຄວາມຮັກແມ່ນບໍ່ມີເງື່ອນໄຂ, ບໍ່ມີອຸປະສັກ ແລະ ບໍ່ມີໄລຍະທາງ. ໃນຄວາມຮັກແມ່ນບໍ່ມີຂໍ້ສົງໄສ, ບໍ່ມີການຫຼອງລວງ ແລະ ບໍ່ມີເລ່ຫຼ່ຽມ. ໃນຄວາມຮັກແມ່ນບໍ່ມີການແລກປ່ຽນ ແລະ ບໍ່ມີສິ່ງໃດເຈືອປົນ. ຫາກເຈົ້າຮັກ, ເຈົ້າຈະບໍ່ຫຼອກລວງ, ຈົ່ມວ່າ, ທໍລະຍົດ, ຕໍ່ຕ້ານ, ບີບບັງຄັບ ຫຼື ພະຍາຍາມຈະເອົາບາງສິ່ງບາງຢ່າງ ຫຼື ຈໍານວນໃດໜຶ່ງ. ຫາກເຈົ້າຮັກ, ເຈົ້າຈະເສຍສະຫຼະ ແລະ ອົດທົນຕໍ່ຄວາມຍາກລໍາບາກຢ່າງມີຄວາມສຸກ ແລະ ເຈົ້າຈະເຂົ້າສະໜິດກັບເຮົາ. ເຈົ້າຈະມອບທຸກຢ່າງໃຫ້ແກ່ເຮົາ, ມອບຄອບຄົວຂອງເຈົ້າ, ອະນາຄົດຂອງເຈົ້າ, ໄວໜູ່ມຂອງເຈົ້າ ແລະ ການແຕ່ງງານຂອງເຈົ້າ. ບໍ່ດັ່ງນັ້ນ, ຄວາມຮັກຂອງເຈົ້າກໍບໍ່ແມ່ນຄວາມຮັກ, ແຕ່ເປັນການຫຼອກລວງ ແລະ ການທໍລະຍົດ! ຄວາມຮັກຂອງເຈົ້າເປັນຄວາມຮັກແບບໃດ? ເປັນຄວາມຮັກທີ່ແທ້ຈິງບໍ? ຫຼື ປອມ? ເຈົ້າໄດ້ມອບໃຫ້ແກ່ເຮົາເທົ່າໃດແລ້ວ? ເຈົ້າໄດ້ຖວາຍໃຫ້ແກ່ເຮົາພຽງໃດແລ້ວ? ເຮົາໄດ້ຮັບຄວາມຮັກຈາກເຈົ້າຫຼາຍປານໃດແລ້ວ? ເຈົ້າຮູ້ບໍ? ຫົວໃຈຂອງພວກເຈົ້າເຕັມໄປດ້ວຍສິ່ງຊົ່ວຮ້າຍ, ການຫັກຫຼັງ ແລະ ການຫຼອກລວງ ແລະ ເມື່ອເປັນແນວນັ້ນ, ຄວາມຮັກຂອງພວກເຈົ້າມີມົນທິນຢູ່ຫຼາຍປານໃດ? ພວກເຈົ້າຄິດວ່າ ພວກເຈົ້າໄດ້ຍອມມອບໃຫ້ກັບເຮົາພໍແລ້ວ; ພວກເຈົ້າຄິດວ່າ ຄວາມຮັກຂອງພວກເຈົ້າທີ່ມີຕໍ່ເຮົາແມ່ນພຽງພໍແລ້ວ. ແຕ່ເປັນຫຍັງຄໍາເວົ້າ ແລະ ການກະທໍາຂອງພວກເຈົ້າຈຶ່ງມີການຕໍ່ຕ້ານ ແລະ ການຫຼອກລວງຢູ່ສະເໝີ? ພວກເຈົ້າຕິດຕາມເຮົາ ແຕ່ບໍ່ຍອມຮັບຮູ້ພຣະທໍາຂອງເຮົາ. ນີ້ເອີ້ນວ່າຄວາມຮັກບໍ? ພວກເຈົ້າຕິດຕາມເຮົາ ແລ້ວກໍປະຖິ້ມເຮົາ. ນີ້ເອີ້ນວ່າຄວາມຮັກບໍ? ພວກເຈົ້າຕິດຕາມເຮົາ, ແຕ່ບໍ່ໄວ້ວາງໃຈເຮົາ. ນີ້ເອີ້ນວ່າຄວາມຮັກບໍ? ພວກເຈົ້າຕິດຕາມເຮົາ, ແຕ່ພວກເຈົ້າບໍ່ສາມາດຍອມຮັບການຊົງຢູ່ຂອງເຮົາ. ນີ້ເອີ້ນວ່າຄວາມຮັກບໍ? ພວກເຈົ້າຕິດຕາມເຮົາ, ແຕ່ບໍ່ໄດ້ປະຕິບັດຕໍ່ສິ່ງໃດທີ່ເປັນປະໂຫຍດແກ່ເຮົາ ແລະ ສ້າງຄວາມລໍາບາກໃຫ້ເຮົາທຸກຄັ້ງ. ນີ້ເອີ້ນວ່າຄວາມຮັກບໍ? ພວກເຈົ້າຕິດຕາມເຮົາ, ແຕ່ພະຍາຍາມຈະຕົວະ ແລະ ຫຼອກລວງເຮົາໃນທຸກໆເລື່ອງ. ນີ້ເອີ້ນວ່າຄວາມຮັກບໍ? ພວກເຈົ້າຮັບໃຊ້ເຮົາ, ແຕ່ພວກເຈົ້າບໍ່ຢໍາເກງເຮົາ. ນີ້ເອີ້ນວ່າຄວາມຮັກບໍ? ພວກເຈົ້າຕໍ່ຕ້ານເຮົາໃນທຸກໆປະການ ແລະ ທຸກໆສິ່ງ. ທັງໝົດນີ້ເອີ້ນວ່າຄວາມຮັກບໍ? ພວກເຈົ້າສະຫຼະຫຼາຍສິ່ງ ເຊິ່ງນັ້ນກໍແມ່ນຈິງ, ແຕ່ພວກເຈົ້າບໍ່ໄດ້ຂັບຕາມສິ່ງທີ່ເຮົາຕ້ອງການຈາກພວກເຈົ້າ. ນີ້ສາມາດເອີ້ນວ່າຄວາມຮັກໄດ້ບໍ? ເມື່ອພິຈາລະນາເບິ່ງດີໆແລ້ວ, ໃນຕົວພວກເຈົ້າ ບໍ່ມີຄວາມຮັກທີ່ມີຕໍ່ເຮົາເລີຍແມ່ນແຕ່ໜ້ອຍ. ຜ່ານການເຮັດພາລະກິດມາເປັນເວລາຫຼາຍປີ ແລະ ການໃຫ້ພຣະທໍາທັງຫຼາຍ, ມີຫຼາຍປານໃດທີ່ພວກເຈົ້າໄດ້ຮັບໄວ້ແທ້ໆ? ມັນບໍ່ຄຸ້ມຄ່າທີ່ພວກເຈົ້າຈະທົບທວນເບິ່ງໃຫ້ດີແນ່ບໍ? ເຮົາຂໍເຕືອນສະຕິພວກເຈົ້າ: ບັນດາຜູ້ທີ່ເຮົາເອີ້ນເອົາບໍ່ແມ່ນຜູ້ທີ່ບໍ່ເຄີຍເສື່ອມຊາມ; ໃນທາງກັບກັນ, ບັນດາຜູ້ທີ່ເຮົາເລືອກແມ່ນຜູ້ທີ່ຮັກເຮົາຢ່າງແທ້ຈິງ. ເຫດສະນັ້ນ, ພວກເຈົ້າຄວນຈະລະວັງໃນຄໍາເວົ້າ ແລະ ການກະທໍາຂອງພວກເຈົ້າ ແລະ ໃຫ້ກວດສອບເຈດຈໍານົງ ແລະ ຄວາມຄິດຂອງຕົນເອງ ເພື່ອທີ່ພວກມັນຈະບໍ່ລໍ້າເສັ້ນ. ໃນເວລາສຸດທ້າຍ, ຈົ່ງຖວາຍຄວາມຮັກຂອງພວກເຈົ້າຕໍ່ເຮົາໃຫ້ຫຼາຍທີ່ສຸດ, ບໍ່ສະນັ້ນ ຄວາມກ້ຽວກາດຂອງເຮົາຈະບໍ່ອອກຈາກພວກເຈົ້າ!

ກ່ອນນີ້: ຜູ້​ທີ່​​ບໍ່ສາມາດເຂົ້າ​ກັບ​ພຣະຄຣິດ​​ເປັນປໍລະປັກ​ກັບ​ພຣະ​ເຈົ້າຢ່າງແນ່ນອນ

ຕໍ່ໄປ: ເຈົ້າແມ່ນຜູ້ເຊື່ອທີ່ແທ້ຈິງໃນພຣະເຈົ້າບໍ?

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ໃນຄວາມເຊື່ອ ຜູ້ຄົນຕ້ອງເອົາໃຈໃສ່ຄວາມເປັນຈິງ ແລະ ເຂົ້າຮ່ວມພິທີກໍາທາງສາສະໜາ

ມີຈັກທໍານຽມຂອງສາສະໜາທີ່ເຈົ້າໄດ້ສັງເກດເຫັນ? ແລ້ວມີຈັກເທື່ອທີ່ເຈົ້າໄດ້ຂັດຂືນຕໍ່ພຣະທໍາຂອງພຣະເຈົ້າ ແລະ ເດີນຕາມແນວທາງຂອງເຈົ້າເອງ?...

ເວລາທີ່ເຈົ້າເຫັນຮ່າງກາຍຝ່າຍວິນຍານຂອງພຣະເຢຊູ, ພຣະເຈົ້າແມ່ນໄດ້ສ້າງສະຫວັນ ແລະ ແຜ່ນດິນໂລກຂຶ້ນໃໝ່ແລ້ວ

ເຮົາໄດ້ຊອກຫາຫຼາຍຄົນໃນໂລກທີ່ຈະເປັນຜູ້ຕິດຕາມຂອງເຮົາ. ທ່າມກາງຜູ້ຕິດຕາມເຫຼົ່ານີ້, ມີຜູ້ຄົນທີ່ຮັບໃຊ້ເປັນນັກບວດ, ເປັນຜູ້ນໍາພາ, ຜູ້ທີ່ສ້າງໂອລົດ,...

ການຮູ້ຈັກພຣະເຈົ້າແມ່ນເສັ້ນທາງໃນການຍໍາເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ

ພວກເຈົ້າທຸກຄົນຄວນກວດສອບຊີວິດຂອງພວກເຈົ້າໃໝ່ ໃນການເຊື່ອໃນພຣະເຈົ້າ ເພື່ອເບິ່ງວ່າ ໃນການຕິດຕາມພຣະເຈົ້ານັ້ນ ເຈົ້າໄດ້ເຂົ້າໃຈຢ່າງແທ້ຈິງ,...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້