ອານາຈັກພັນປີມາຮອດແລ້ວ

ພວກເຈົ້າເຄີຍເຫັນບໍ່ວ່າພຣະເຈົ້າຈະບັນລຸພາລະກິດໃດໃນກຸ່ມຄົນເຫຼົ່ານີ້? ພຣະເຈົ້າເຄີຍກ່າວໄວ້ຄັ້ງໜຶ່ງວ່າ ເຖິງແມ່ນຢູ່ໃນອານາຈັກພັນປີ ມະນຸດຍັງຈະຕ້ອງປະຕິບັດຕາມພຣະວັດຈະນະຂອງພຣະອົງຕໍ່ໄປ ແລະ ໃນອະນາຄົດ ພຣະວັດຈະນະຂອງພຣະເຈົ້າກໍຍັງຈະນຳພາຊີວິດຂອງມະນຸດໂດຍກົງຢູ່ໃນດິນແດນທີດີແຫ່ງການາອານນີ້. ເມື່ອໂມເຊຢູ່ໃນຖິ່ນແຫ້ງແລ້ງກັນດານ, ພຣະເຈົ້າໄດ້ແນະນຳ ແລະ ເວົ້າກັບລາວໂດຍກົງ. ພຣະເຈົ້າສົ່ງອາຫານ ສົ່ງນໍ້າ ແລະ ອາຫານມານາຈາກສະຫວັນມາໃຫ້ຜູ້ຄົນ ແລະ ທຸກມື້ນີ້ກໍຍັງເປັນແບບນັ້ນຢູ່: ພຣະເຈົ້າໄດ້ສົ່ງສິ່ງຕ່າງໆລົງມາໃຫ້ຜູ້ຄົນກິນ ແລະ ດື່ມໂດຍພຣະອົງເອງ ແລະ ພຣະອົງໄດ້ສົ່ງຄຳສາບເພື່ອຂ້ຽນຕີຜູ້ຄົນໂດຍພຣະອົງເອງເຊັ່ນກັນ. ສະນັ້ນ ແຕ່ລະຂັ້ນຕອນຂອງພາລະກິດຂອງພຣະອົງແມ່ນຖືກດຳເນີນໂດຍຕົວພຣະເຈົ້າເອງ. ໃນທຸກມື້ນີ້ ຜູ້ສະແຫວງຫາການປະກົດຂອງຄວາມຈິງ, ພວກເຂົາສະແຫວງຫາສັນຍານບອກເຫດການ ແລະ ຄວາມມະຫັດສະຈັນ ແລະ ມັນອາດເປັນໄປໄດ້ທີ່ຄົນທັງໝົດດັ່ງກ່າວຈະຖືກປະຖິ້ມ ເພາະວ່າພາລະກິດຂອງພຣະເຈົ້າກຳປາກົດເປັນຈິງຫຼາຍຂຶ້ນ. ບໍ່ມີຜູ້ໃດຮູ້ວ່າພຣະເຈົ້າໄດ້ສະເດັດລົງມາຈາກສະຫວັນແລ້ວ, ພວກເຂົາຍັງບໍ່ຮູ້ຊໍ້າວ່າພຣະເຈົ້າໄດ້ສົ່ງອາຫານ ແລະ ຢາບຳລຸງຈາກສະຫວັນມາໃຫ້. ແຕ່ພຣະເຈົ້າມີຢູ່ຈິງ ແລະ ພາບທີ່ປຸກໃຈຂອງອານາຈັກພັນປີທີ່ຜູ້ຄົນຈິນຕະນາການເຖິງ ກໍເປັນພຣະວັດຈະນະສ່ວນຕົວຂອງພຣະເຈົ້າເຊັ່ນກັນ. ນີ້ເປັນຄວາມຈິງ ແລະ ມີແຕ່ສິ່ງນີ້ເທົ່ານັ້ນທີ່ຖືກເອີ້ນວ່າເປັນການປົກຄອງກັບພຣະເຈົ້າຢູ່ເທິງແຜ່ນດິນໂລກ. ການປົກຄອງກັບພຣະເຈົ້າຢູ່ໃນແຜ່ນດິນໂລກແມ່ນໝາຍເຖິງເນື້ອໜັງມະນຸດ. ສິ່ງທີ່ບໍ່ແມ່ນເນື້ອໜັງມະນຸດບໍ່ມີຢູ່ຈິງຢູ່ເທິງແຜ່ນດິນໂລກ ແລະ ດ້ວຍເຫດນັ້ນ ທຸກຄົນທີ່ສົນໃຈການໄປສະຫວັນທີສາມແມ່ນເຮັດໄປໂດຍທີ່ບໍ່ມີປະໂຫຍດຫຍັງ. ມື້ໜຶ່ງ ເມື່ອຈັກກະວານທັງໝົດກັບຄືນຫາພຣະເຈົ້າ ສູນກາງພາລະກິດຂອງພຣະອົງໃນທົ່ວຈັກກະວານຈະປະຕິບັດຕາມພຣະວັດຈະນະຂອງພຣະອົງ; ໃນຂະນະຢູ່ບ່ອນອື່ນ, ບາງຄົນຈະໃຊ້ໂທລະສັບ, ບາງຄົນຈະຂີ່ຍົນ, ບາງຄົນຈະຂີ່ເຮືອຂ້າມທະເລ ແລະ ບາງຄົນຈະໃຊ້ເລເຊີເພື່ອຮັບເອົາພຣະວັດຈະນະຂອງພຣະເຈົ້າ. ທຸກຄົນຈະຮັກໄຄ່ ແລະ ເຕັມໄປດ້ວຍຄວາມປາດຖະໜາ, ພວກເຂົາທັງໝົດຈະມາໃກ້ພຣະເຈົ້າ, ຮ່ວມກັນເຂົ້າຫາພຣະເຈົ້າ ແລະ ທຸກຄົນຈະນະມັດສະການພຣະເຈົ້າ. ທັງໝົດນີ້ຈະເປັນການກະທຳຂອງພຣະເຈົ້າ. ຈົ່ງຈື່ສິ່ງນີ້ໄວ້! ພຣະເຈົ້າຈະບໍ່ເລີ່ມຕົ້ນຢູ່ບ່ອນອື່ນອີກຢ່າງແນ່ນອນ. ພຣະເຈົ້າຈະບັນລຸຄວາມຈິງນີ້: ພຣະອົງຈະເຮັດໃຫ້ທຸກຄົນໃນທົ່ວຈັກກະວານມາຢູ່ຕໍ່ໜ້າພຣະອົງ ແລະ ນະມັດສະການພຣະເຈົ້າຢູ່ເທິງແຜ່ນດິນໂລກ ແລະ ພາລະກິດຂອງພຣະອົງຢູ່ບ່ອນອື່ນຈະຢຸດ ແລະ ຜູ້ຄົນຈະຖືກບັງຄັບໃຫ້ຊອກຫາຫົນທາງທີ່ແທ້ຈິງ. ມັນຈະເປັນຄືໂຢເຊັບ: ທຸກຄົນມາຫາລາວເພື່ອຂໍອາຫານ ແລະ ກົ້ມກາບລາວ ເພາະລາວມີອາຫານໃຫ້ກິນ. ເພື່ອຫຼີກລ່ຽງຄວາມອຶດຫິວ ຜູ້ຄົນຈະຖືກບັງຄັບເພື່ອຊອກຫາຫົນທາງທີ່ແທ້ຈິງ. ຊຸມຊົນສາສະໜາທັງໝົດຈະປະສົບກັບຄວາມອຶດຫິວຢ່າງຮ້າຍແຮງ ແລະ ພຽງແຕ່ພຣະເຈົ້າໃນຍຸກປັດຈຸບັນເທົ່ານັ້ນທີ່ເປັນແຫຼ່ງນໍ້າແຫ່ງຊີວິດ ທີ່ມີແຫຼ່ງນໍ້າທີ່ໄຫຼຕະຫຼອດເພື່ອສະໜອງຄວາມສຸກໃຫ້ແກ່ມະນຸດ ແລະ ຜູ້ຄົນຈະມາຫາ ແລະ ເພິ່ງພາອາໄສພຣະອົງ. ນັ້ນຈະແມ່ນເວລາທີ່ການກະທຳຂອງພຣະເຈົ້າຖືກເປີດເຜີຍ ແລະ ເມື່ອພຣະເຈົ້າໄດ້ຮັບສະຫງ່າລາສີ; ທຸກຄົນໃນທົ່ວຈັກກະວານຈະນະມັດສະການ “ມະນຸດ” ທີ່ທຳມະດາຄົນນີ້. ນີ້ບໍ່ແມ່ນມື້ແຫ່ງລັດສະໝີຂອງພຣະເຈົ້າບໍ? ໃນມື້ໜຶ່ງ ນັກບວດທີ່ແກ່ຊະລາຈະສົ່ງໂທລະເລກໄປຂໍນໍ້າຈາກແຫຼ່ງນໍ້າແຫ່ງຊີວິດ. ເຖິງພວກເຂົາຈະເປັນຄົນແກ່ຊະລາ ແຕ່ພວກເຂົາຍັງຈະນະມັດສະການຄົນຜູ້ນີ້ຜູ້ທີ່ພວກເຂົາເຄີຍດູຖູກຢຽດຫຍາມ. ພວກເຂົາຈະຮັບຮູ້ພຣະອົງດ້ວຍປາກຂອງພວກເຂົາ ແລະ ຈະເຊື່ອໝັ້ນພຣະອົງດ້ວຍຫົວໃຈຂອງພວກເຂົາ ແລ້ວນີ້ບໍ່ແມ່ນສັນຍານບອກເຫດການ ແລະ ຄວາມມະຫັດສະຈັນບໍ? ເມື່ອອານາຈັກທັງໝົດມີຄວາມປິຕິຍິນດີ ນັ້ນກໍຄືມື້ແຫ່ງລັດສະໝີຂອງພຣະເຈົ້າ ແລະ ໃຜກໍຕາມທີ່ມາຫາພວກເຈົ້າ ແລະ ຮັບເອົາຂ່າວດີຈາກພຣະເຈົ້າຈະໄດ້ຮັບພອນຈາກພຣະເຈົ້າ ແລະ ປະເທດຕ່າງໆ ແລະ ຜູ້ຄົນທີ່ເຮັດເຊັ່ນນັ້ນຈະໄດ້ຮັບພອນ ແລະ ການດູແລເບິ່ງແຍງຈາກພຣະເຈົ້າ. ທິດທາງໃນອະນາຄົດຈະເປັນດັ່ງນີ້: ຜູ້ຄົນທີ່ໄດ້ຮັບພຣະວັດຈະນະຈາກປາກຂອງພຣະເຈົ້າຈະມີເສັ້ນທາງໃຫ້ຍ່າງຢູ່ເທິງແຜ່ນດິນໂລກ ແລະ ບໍ່ວ່າຈະເປັນນັກທຸລະກິດ ຫຼື ນັກວິທະຍາສາດ ຫຼື ຜູ້ໃຫ້ການສຶກສາ ຫຼື ນັກອຸດສາຫະກຳຕ່າງໆ, ຜູ້ຄົນທີ່ບໍ່ມີພຣະທຳຂອງພຣະເຈົ້າຈະມີຄວາມຍາກລຳບາກແມ່ນແຕ່ບາດກ້າວດຽວ ແລະ ຈະຖືກບັງຄັບໃຫ້ຊອກຫາຫົນທາງທີ່ແທ້ຈິງ. ນີ້ຄືຄວາມໝາຍທີ່ວ່າ “ດ້ວຍຄວາມຈິງ ເຈົ້າຈະໄປໄດ້ທົ່ວໂລກ; ປາສະຈາກຄວາມຈິງ ເຈົ້າກໍຈະໄປໃສບໍ່ໄດ້”. ຄວາມຈິງມີດັ່ງນີ້: ພຣະເຈົ້າຈະໃຊ້ວິທີທາງ (ເຊິ່ງໝາຍເຖິງພຣະທຳຂອງພຣະອົງທັງໝົດ) ເພື່ອບັນຊາຈັກກະວານທັງໝົດ ແລະ ປົກຄອງ ແລະ ເອົາຊະນະມະນຸດ. ຜູ້ຄົນຫວັງສະເໝີເພື່ອໃຫ້ມີການປ່ຽນແປງທີ່ຍິ່ງໃຫຍ່ໃນການດໍາເນີນພາລະກິດຂອງພຣະເຈົ້າ. ເວົ້າງ່າຍໆກໍຄື ພຣະເຈົ້າຄວບຄຸມມະນຸດຜ່ານພຣະທຳ ແລະ ເຈົ້າຕ້ອງເຮັດໃນສິ່ງທີ່ພຣະອົງບອກ ບໍ່ວ່າເຈົ້າຈະຕ້ອງການ ຫຼື ບໍ່ກໍຕາມ; ນີ້ແມ່ນຂໍ້ແທ້ຈິງທີ່ກົງໄປກົງມາ ແລະ ທຸກຄົນຕ້ອງໄດ້ເຊື່ອຟັງ ແລະ ເຊັ່ນດຽວກັນ ທຸກຄົນຕ້ອງຮູ້ວ່າມັນບໍ່ສາມາດຜ່ອນຜັນໄດ້.

ພຣະວິນຍານບໍລິສຸດໃຫ້ຄວາມຮູ້ສຶກແກ່ຜູ້ຄົນ. ຫຼັງຈາກອ່ານພຣະທຳຂອງພຣະເຈົ້າ ຜູ້ຄົນແມ່ນຮູ້ສຶກໝັ້ນຄົງ ແລະ ມີຄວາມສະຫງົບສຸກໃນຫົວໃຈຂອງເຂົາເຈົ້າ ໃນຂະນະຜູ້ທີ່ບໍ່ໄດ້ຮັບພຣະທຳຂອງພຣະເຈົ້າຈະຮູ້ສຶກວ່າງເປົ່າ. ນັ້ນແມ່ນພະລັງຂອງພຣະທຳຂອງພຣະເຈົ້າ. ຜູ້ຄົນຈຳເປັນຕ້ອງອ່ານພຣະທໍາ ແລະຫຼັງຈາກອ່ານພຣະທໍາແລ້ວ ພວກເຂົາຈະໄດ້ຮັບການບຳລຸງລ້ຽງ ແລະ ພວກເຂົາບໍ່ສາມາດປະຕິບັດໂດຍບໍ່ມີພຣະທໍາ. ຄືດັ່ງເວລາທີ່ຜູ້ຄົນໃຊ້ຢາຝິ່ນ: ມັນໃຫ້ພາລະກໍາລັງແກ່ເຂົາເຈົ້າ ແລະ ຖ້າບໍ່ມີມັນ ພວກເຂົາກໍຮູ້ສຶກແງ້ນ ແລະ ຂາດເຫື່ອແຮງ. ນັ້ນແມ່ນແນວໂນ້ມໃນທ່າມກາງກຸ່ມຜູ້ຄົນໃນທຸກມື້ນີ້. ການອ່ານພຣະທຳຂອງພຣະເຈົ້າໃຫ້ຄວາມເຂັ້ມແຂງແກ່ຜູ້ຄົນ. ຖ້າພວກເຂົາບໍ່ອ່ານພຣະທຳ ພວກເຮົາຮູ້ສຶກບໍ່ມີຊີວິດຊີວາ ແຕ່ຫຼັງຈາກອ່ານພຣະທຳແລ້ວ ພວກເຂົາກໍລຸກຂຶ້ນຈາກ “ຕຽງຄົນເຈັບ” ຂອງພວກເຂົາທັນທີ. ນີ້ແມ່ນການສະແດງພະລັງອໍານາດຈາກພຣະທໍາຂອງພຣະເຈົ້າຢູ່ເທິງແຜ່ນດິນໂລກ ແລະ ການປົກຄອງແຜ່ນດິນໂລກຂອງພຣະເຈົ້າ. ບາງຄົນຕ້ອງການຈາກໄປ ຫຼື ເບື່ອໜ່າຍກັບພາລະກິດຂອງພຣະເຈົ້າ. ບໍ່ວ່າແນວໃດກໍຕາມ ພວກເຂົາບໍ່ສາມາດແຍກຕົວເອງອອກຈາກພຣະທຳຂອງພຣະເຈົ້າໄດ້; ບໍ່ວ່າພວກເຂົາຈະອ່ອນແອພຽງໃດ ພວກເຂົາຍັງຕ້ອງດຳລົງຊີວິດດ້ວຍພຣະທຳຂອງພຣະເຈົ້າ ແລະ ບໍ່ວ່າພວກເຂົາຈະຕໍ່ຕ້ານພຽງໃດ, ພວກເຂົາກໍບໍ່ກ້າອອກຈາກພຣະທຳຂອງພຣະເຈົ້າໄດ້. ເມື່ອພຣະທຳຂອງພຣະເຈົ້າສະແດງອຳນາດ ນັ້ນແມ່ນເວລາທີ່ພຣະເຈົ້າປົກຄອງ ແລະ ໃຊ້ພະລັງອຳນາດ; ນີ້ແມ່ນວິທີທີ່ພຣະເຈົ້າດຳເນີນພາລະກິດ. ບໍ່ວ່າຢ່າງໃດກໍຕາມ, ນີ້ແມ່ນວິທີທີ່ພຣະເຈົ້າດຳເນີນພາລະກິດ ແລະ ບໍ່ມີຜູ້ໃດສາມາດຫລິກເວັ້ນພາລະກິດນີ້ໄດ້. ພຣະທຳຂອງພຣະເຈົ້າຈະເຜີຍແຜ່ໄປຍັງເຮືອນຈຳນວນນັບບໍ່ຖ້ວນ, ພຣະທໍາຈະຖືກຮັບຮູ້ໂດຍທຸກຄົນ ແລະ ເມື່ອນັ້ນເທົ່ານັ້ນພາລະກິດຂອງພຣະອົງຈະເຜີຍແຜ່ໄປທົ່ວຈັກກະວານ. ນັ້ນໝາຍຄວາມວ່າ ຖ້າພາລະກິດຂອງພຣະເຈົ້າຈະຖືກເຜີຍແຜ່ໄປທົ່ວທັງຈັກກະວານ ພຣະທຳຂອງພຣະອົງກໍຕ້ອງໄດ້ຮັບການເຜີຍແຜ່. ໃນມື້ແຫ່ງຄວາມສະຫງ່າລາສີຂອງພຣະເຈົ້າ ພຣະທຳຂອງພຣະເຈົ້າຈະສະແດງລິດເດດ ແລະ ອຳນາດ. ພຣະທຳທຸກຂໍ້ຂອງພຣະອົງ ຈາກເວລາທີ່ດົນນານມາແລ້ວຈົນຮອດມື້ນີ້ຈະບັນລຸຜົນ ແລະ ຈະເກີດຂຶ້ນ. ດ້ວຍວິທີນີ້ ລັດສະໝີພາບຈະເປັນຂອງພຣະເຈົ້າຢູ່ເທິງແຜ່ນດິນໂລກ ເຊິ່ງໝາຍຄວາມວ່າ ພຣະທຳຂອງພຣະອົງຈະປົກຄອງແຜ່ນດິນໂລກ. ທຸກຄົນທີ່ຊົ່ວຮ້າຍຈະຖືກຂ້ຽນຕີໂດຍພຣະທຳຈາກປາກຂອງພຣະເຈົ້າ, ທຸກຄົນທີ່ມີຄວາມຊອບທໍາຈະໄດ້ຮັບພອນຈາກພຣະທຳທີ່ກ່າວຈາກປາກຂອງພຣະອົງ ແລະ ທຸກຄົນຈະຖືກຈັດຕັ້ງ ແລະ ເຮັດໃຫ້ສົມບູນໂດຍພຣະທຳຈາກປາກຂອງພຣະອົງ. ພຣະອົງຈະບໍ່ສະແດງສັນຍານບອກເຫດການ ຫຼື ສະແດງຄວາມອັດສະຈັນໃດໆ; ທັງໝົດຈະບັນລຸຜົນໂດຍພຣະທຳຂອງພຣະອົງ ແລະ ພຣະທຳຂອງພຣະອົງຈະສ້າງຄວາມຈິງ. ທຸກຄົນໃນແຜ່ນດິນໂລກຈະສະເຫຼີມສະຫຼອງພຣະທຳຂອງພຣະເຈົ້າ, ບໍ່ວ່າພວກເຂົາຈະເປັນຜູ້ໃຫຍ່ ຫຼື ເດັກນ້ອຍ, ຜູ້ຊາຍ, ແມ່ຍິງ, ຄົນເຖົ້າ ຫຼື ຄົນໜຸ່ມ ທຸກຄົນຈະຍອມອ່ອນນ້ອມພາຍໃຕ້ພຣະທຳຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າປາກົດໃນເນື້ອໜັງ ໂດຍທີ່ເຮັດໃຫ້ຜູ້ຄົນໄດ້ເຫັນພຣະທໍາເຫຼົ່ານັ້ນເທິງແຜ່ນດິນໂລກຢ່າງຈະແຈ້ງ ແລະ ໃນຮູບແບບທີ່ມີຊີວິດ. ນີ້ຄືຄວາມໝາຍທີ່ວ່າພຣະທຳກາຍເປັນເນື້ອໜັງ. ພຣະເຈົ້າໄດ້ມາຍັງແຜ່ນດິນໂລກໂດຍຕົ້ນຕໍແລ້ວແມ່ນເພື່ອບັນລຸຄວາມຈິງກ່ຽວກັບ “ພຣະທຳກາຍເປັນເນື້ອໜັງ” ເຊິ່ງໝາຍຄວາມວ່າ ພຣະອົງໄດ້ມາເພື່ອໃຫ້ພຣະທຳຂອງພຣະອົງສາມາດກ່າວອອກມາຈາກເນື້ອໜັງ (ບໍ່ຄືກັນກັບຍຸກສະໄໝຂອງໂມເຊໃນພັນທະສັນຍາເກົ່າ ໃນຕອນທີ່ສຽງຂອງພຣະເຈົ້າດັງອອກມາຈາກທ້ອງຟ້າໂດຍກົງ). ຫຼັງຈາກນັ້ນ ພຣະທຳທຸກຂໍ້ຂອງພຣະອົງຈະບັນລຸຜົນໃນຊ່ວງຍຸກອານາຈັກພັນປີ, ພຣະທໍາຈະກາຍເປັນຄວາມຈິງທີ່ມະນຸດເບິ່ງເຫັນໄດ້ກັບຕາ ແລະ ຜູ້ຄົນຈະເຫັນພຣະທໍາດ້ວຍຕາຂອງຕົນເອງໂດຍບໍ່ມີຄວາມແຕກຕ່າງຫຍັງເລີຍ. ນີ້ແມ່ນຄວາມໝາຍສູງສຸດຂອງການບັງເກີດເປັນມະນຸດຂອງພຣະເຈົ້າ. ນັ້ນໝາຍຄວາມວ່າ ພາລະກິດຂອງພຣະວິນຍານຈະບັນລຸຜົນຜ່ານເນື້ອໜັງ ແລະ ຜ່ານພຣະທຳ. ນີ້ແມ່ນຄວາມໝາຍທີ່ແທ້ຈິງຂອງ “ພຣະທຳກາຍເປັນເນື້ອໜັງ” ແລະ “ການປາກົດຕົວຂອງພຣະທຳໃນເນື້ອໜັງ”. ມີແຕ່ພຣະເຈົ້າເທົ່ານັ້ນທີ່ສາມາດກ່າວຄວາມປະສົງຂອງພຣະວິນຍານ ແລະ ມີແຕ່ພຣະເຈົ້າໃນເນື້ອໜັງມະນຸດເທົ່ານັ້ນທີ່ສາມາດກ່າວໃນນາມພຣະວິນຍານໄດ້; ພຣະທຳຂອງພຣະເຈົ້າໄດ້ສ້າງຂຶ້ນຢ່າງຈະແຈ້ງໃນການບັງເກີດເປັນມະນຸດຂອງພຣະເຈົ້າ ແລະ ທຸກຄົນຈະຖືກນໍາພາໂດຍພຣະທຳດັ່ງກ່າວ. ບໍ່ມີໃຜໄດ້ຮັບການຍົກເວັ້ນ, ພວກເຂົາທຸກຄົນຈະດໍາລົງຊີວິດຢູ່ພາຍໃນຂອບເຂດນີ້. ຜູ້ຄົນສາມາດຮູ້ໄດ້ຈາກພຣະວັດຈະນະເຫຼົ່ານີ້ເທົ່ານັ້ນ; ຜູ້ທີ່ບໍ່ໄດ້ຮັບການນໍາພາໂດຍວິທີນີ້ຄືຜູ້ຄົນທີ່ຝັນກາງເວັນເທົ່ານັ້ນ ຖ້າພວກເຂົາຄິດວ່າພວກເຂົາສາມາດໄດ້ຮັບພຣະວັດຈະນະຈາກສະຫວັນໄດ້. ສິ່ງດັ່ງກ່າວແມ່ນອຳນາດທີ່ສະແດງໃນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ເຊິ່ງເຮັດໃຫ້ທຸກຄົນເຊື່ອໃນສິ່ງນີ້ດ້ວຍຄວາມເຊື່ອໝັ້ນ. ແມ່ນແຕ່ຜູ້ຊ່ຽວຊານ ແລະ ນັກບວດທີ່ໜ້ານັບຖືກໍບໍ່ສາມາດກ່າວພຣະທຳເຫຼົ່ານີ້ໄດ້. ພວກເຂົາທຸກຄົນຕ້ອງອ່ອນນ້ອມພາຍໃຕ້ພຣະທຳ ແລະ ບໍ່ມີໃຜຈະສາມາດເລີ່ມຕົ້ນໃໝ່ອີກໄດ້. ພຣະເຈົ້າຈະໃຊ້ພຣະທຳເພື່ອເອົາຊະນະຈັກກະວານ. ພຣະອົງຈະເຮັດສິ່ງນີ້ໂດຍທີ່ບໍ່ໄດ້ເຮັດຜ່ານເນື້ອໜັງຈາກການບັງເກີດເປັນມະນຸດຂອງພຣະອົງ ແຕ່ຜ່ານການໃຊ້ພຣະວັດຈະນະຈາກປາກຂອງພຣະເຈົ້າທີ່ກາຍເປັນເນື້ອໜັງມະນຸດເພື່ອເອົາຊະນະມະນຸດທຸກຄົນໃນທົ່ວຈັກກະວານ; ມີພຽງສິ່ງນີ້ເທົ່ານັ້ນທີ່ແມ່ນພຣະທໍາທີ່ກາຍເປັນເນື້ອຫນັງ ແລະ ມີພຽງສິ່ງນີ້ເທົ່ານັ້ນທີ່ແມ່ນການປາກົດຕົວຂອງພຣະທຳໃນເນື້ອໜັງ. ບາງເທື່ອ ສໍາລັບກັບມະນຸດແລ້ວ ມັນອາດຈະປາກົດວ່າພຣະເຈົ້າບໍ່ໄດ້ດຳເນີນພາລະກິດຫຼາຍພໍປານໃດ ແຕ່ພຣະເຈົ້າໄດ້ກ່າວພຣະທຳຂອງພຣະອົງ ແລະ ພວກເຂົາຈະເຊື່ອ ແລະ ຢໍາເກງຈົນໝົດ. ຖ້າບໍ່ມີ ຄວາມຈິງ ມະນຸດຈະຮ້ອງໂຮ່ ແລະ ກີດຮ້ອງ; ແຕ່ຖ້າມີພຣະທຳຂອງພຣະເຈົ້າ ພວກເຂົາຈະງຽບສະຫງົບ. ແນ່ນອນວ່າພຣະເຈົ້າຈະບັນລຸຄວາມຈິງນີ້ ເພາະວ່ານີ້ແມ່ນແຜນການຂອງພຣະເຈົ້າທີ່ກຳນົດໄວ້ແຕ່ດົນນານມາແລ້ວ: ການບັນລຸຄວາມຈິງກ່ຽວກັບການມາສູ່ໂລກຂອງພຣະທຳ. ຄວາມຈິງແລ້ວ ບໍ່ມີຄວາມຈຳເປັນທີ່ເຮົາຕ້ອງອະທິບາຍ ເພາະການມາຮອດຂອງອານາຈັກພັນປີໃນແຜ່ນດິນໂລກແມ່ນການມາຮອດຂອງພຣະທຳຂອງພຣະເຈົ້າໃນແຜ່ນດິນໂລກ. ການລົງມາໃໝ່ຂອງນະຄອນເຢຣູຊາເລັມຈາກສະຫວັນແມ່ນການມາຮອດຂອງພຣະທຳຂອງພຣະເຈົ້າເພື່ອດຳເນີນຊີວິດໃນທ່າມກາງມະນຸດ, ເພື່ອຕິດຕາມເບິ່ງທຸກການກະທຳຂອງມະນຸດ ແລະ ທຸກຄວາມຄິດທີ່ຝັງຢູ່ໃນຈິດໃຈຂອງມະນຸດ. ນີ້ແມ່ນອີກຄວາມຈິງທີ່ພຣະເຈົ້າຈະບັນລຸຜົນ; ນີ້ແມ່ນພາບທີ່ງົດງາມຂອງອານາຈັກພັນປີ. ນີ້ແມ່ນແຜນການທີ່ພຣະເຈົ້າກຳນົດໄວ້: ພຣະທຳຂອງພຣະອົງຈະປາກົດໃນແຜ່ນດິນໂລກເປັນເວລາໜຶ່ງພັນປີ ແລະ ພຣະທຳຈະສະແດງທຸກການກະທຳຂອງພຣະອົງ ເພື່ອເຮັດໃຫ້ພາລະກິດທັງໝົດຂອງພຣະອົງໃນແຜ່ນດິນໂລກສໍາເລັດ ເຊິ່ງຫຼັງຈາກໄລຍະນີ້ແລ້ວ ມະນຸດຊາດກໍຈະຈົບສິ້ນ.

ກ່ອນນີ້: ພຣະບັນຍັດແຫ່ງຍຸກໃໝ່

ຕໍ່ໄປ: ເຈົ້າຄວນຮູ້ວ່າ ພຣະເຈົ້າທີ່ແທ້ທີ່ແທ້ຈິງແມ່ນພຣະອົງເຈົ້າເອງ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້