ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (3)

ເມື່ອພຣະເຈົ້າປະຕິບັດພາລະກິດຂອງພຣະອົງ, ພຣະອົງບໍ່ໄດ້ເຂົ້າຮ່ວມໃນການຈັດຕັ້ງ ຫຼື ການເຄື່ອນໄຫວໃດໆ, ແຕ່ປະຕິບັດພັນທະກິດຂອງພຣະອົງໃຫ້ສຳເລັດ. ໃນແຕ່ລະຄັ້ງທີ່ພຣະອົງກາຍມາເປັນເນື້ອໜັງ, ມັນແມ່ນພຽງແຕ່ເພື່ອເຮັດໃຫ້ຂັ້ນຕອນຂອງພາລະກິດສຳເລັດ ແລະ ເປີດຍຸກໃໝ່. ບັດນີ້ ຍຸກແຫ່ງອານາຈັກໄດ້ມາເຖິງແລ້ວ ແລະ ການຝຶກຝົນສຳລັບອານາຈັກກໍມາເຖິງແລ້ວ. ຂັ້ນຕອນນີ້ຂອງພາລະກິດບໍ່ແມ່ນພາລະກິດຂອງມະນຸດ, ມັນບໍ່ແມ່ນເພື່ອປັ້ນມະນຸດຈົນເຖິງລະດັບໃດໜຶ່ງ; ມັນພຽງແຕ່ເພື່ອເຮັດໃຫ້ສ່ວນໜຶ່ງຂອງພາລະກິດຂອງພຣະເຈົ້າສຳເລັດ. ສິ່ງທີ່ພຣະເຈົ້າປະຕິບັດບໍ່ແມ່ນພາລະກິດຂອງມະນຸດ, ມັນບໍ່ແມ່ນເພື່ອບັນລຸຜົນໃດໜຶ່ງໃນການປັ້ນມະນຸດກ່ອນທີ່ຈະຈາກໂລກໄປ; ມັນແມ່ນເພື່ອປະຕິບັດພັນທະກິດຂອງພຣະອົງໃຫ້ສຳເລັດ ແລະ ສຳເລັດພາລະກິດທີ່ພຣະອົງຄວນເຮັດໃຫ້ສຳເລັດ ເຊິ່ງກໍຄືການຈັດກຽມຢ່າງເໝາະສົມສຳລັບພາລະກິດຂອງພຣະອົງເທິງແຜ່ນດິນໂລກ ແລະ ໄດ້ຮັບສະຫງ່າລາສີ. ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດບໍ່ຄືກັບພາລະກິດຂອງມະນຸດທີ່ພຣະວິນຍານບໍລິສຸດໄດ້ໃຊ້. ເມື່ອພຣະເຈົ້າມາເພື່ອປະຕິບັດພາລະກິດຂອງພຣະອົງເທິງແຜ່ນດິນໂລກ, ພຣະອົງພຽງແຕ່ສົນໃຈກັບການປະຕິບັດພັນທະຂອງພຣະອົງໃຫ້ສຳເລັດ. ແຕ່ສຳລັບເລື່ອງອື່ນໆທີ່ບໍ່ກ່ຽວຂ້ອງກັບພັນທະກິດຂອງພຣະອົງ, ພຣະອົງເກືອບບໍ່ມີສ່ວນຮ່ວມໃດໆເລີຍ, ຈົນເຖິງຂັ້ນເຮັດຄືບໍ່ຮູ້ບໍ່ເຫັນ. ພຣະອົງພຽງແຕ່ປະຕິບັດພາລະກິດທີ່ພຣະອົງຄວນປະຕິບັດເທົ່ານັ້ນ ແລະ ໜ້ອຍທີ່ສຸດທີ່ພຣະອົງຈະສົນໃຈໃນພາລະກິດທີ່ມະນຸດຄວນປະຕິບັດ. ພາລະກິດທີ່ພຣະອົງປະຕິບັດແມ່ນສິ່ງທີ່ກ່ຽວຂ້ອງກັບຍຸກທີ່ພຣະອົງກຳລັງຢູ່ເທົ່ານັ້ນ ແລະ ກ່ຽວຂ້ອງກັບພັນທະກິດທີ່ພຣະອົງຄວນປະຕິບັດໃຫ້ສຳເລັດ, ຄືກັບວ່າເລື່ອງອື່ນໆທັງໝົດແມ່ນຢູ່ນອກຂອບເຂດຂອງພຣະອົງ. ພຣະອົງບໍ່ປະກອບຕົນເອງດ້ວຍຄວາມຮູ້ພື້ນຖານເພີ່ມຂຶ້ນກ່ຽວກັບການດຳລົງຊີວິດດັ່ງມະນຸດ ຫຼື ພຣະອົງບໍ່ໄດ້ຮຽນຮູ້ທັກສະສັງຄົມຫຼາຍຂຶ້ນ ຫຼື ປະກອບຕົນເອງດ້ວຍສິ່ງໃດໆທີ່ມະນຸດເຂົ້າໃຈ. ທຸກສິ່ງທີ່ມະນຸດຄວນມີບໍ່ໄດ້ກ່ຽວພັນກັບພຣະອົງເລີຍ ແລະ ພຣະອົງພຽງແຕ່ປະຕິບັດພາລະກິດທີ່ເປັນໜ້າທີ່ຂອງພຣະອົງ. ແລ້ວດ້ວຍເຫດນີ້ ຕາມທີ່ມະນຸດເຂົ້າໃຈ ພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນຂາດເຂີນໃນຫຼາຍຢ່າງຈົນພຣະອົງບໍ່ໃສ່ໃຈກັບຫຼາຍໆສິ່ງທີ່ມະນຸດຄວນມີເລີຍ ແລະ ຍິ່ງໄປກວ່ານັ້ນກໍບໍ່ເຂົ້າໃຈບັນຫາດັ່ງກ່າວ. ສິ່ງດັ່ງກ່າວທີ່ເປັນຄວາມຮູ້ສາມັນກ່ຽວກັບຊີວິດ ພ້ອມກັບຫຼັກການທີ່ຄຸ້ມຄອງການປະພຶດສ່ວນຕົວ ແລະ ການມີປະຕິກິລິຍາກັບຄົນອື່ນ ແມ່ນປາກົດວ່າ ບໍ່ມີສ່ວນກ່ຽວຂ້ອງຫຍັງກັບພຣະອົງເລີຍ. ແຕ່ເຈົ້າບໍ່ສາມາດຮັບຮູ້ພຣະເຈົ້າທີ່ບັງເກີດເປັນມະນຸດພຽງຈາກຄວາມຜິດປົກກະຕິເລັກນ້ອຍເທົ່ານັ້ນ. ນັ້ນໝາຍຄວາມວ່າ ຄວາມເປັນມະນຸດຂອງພຣະອົງພຽງແຕ່ຮັກສາຊີວິດຂອງພຣະອົງດັ່ງມະນຸດປົກກະຕິ ແລະ ການໃຊ້ເຫດຜົນທຳມະດາຈາກສະໝອງຂອງພຣະອົງ, ທີ່ເຮັດໃຫ້ພຣະອົງມີຄວາມສາມາດແຍກແຍະລະຫວ່າງສິ່ງທີ່ຖືກ ແລະ ຜິດ. ເຖິງຢ່າງໃດກໍຕາມ ພຣະອົງບໍ່ໄດ້ປະກອບດ້ວຍສິ່ງອື່ນອີກ, ດ້ວຍວ່າ ທຸກສິ່ງເຫຼົ່ານັ້ນແມ່ນມະນຸດ (ສິ່ງຖືກສ້າງ) ເທົ່ານັ້ນຄວນມີ. ພຣະເຈົ້າກາຍມາເປັນເນື້ອໜັງພຽງແຕ່ເພື່ອປະຕິບັດພັນທະກິດຂອງພຣະອົງເອງໃຫ້ສຳເລັດ. ພາລະກິດຂອງພຣະອົງແມ່ນແນໃສ່ຍຸກທັງໝົດ ບໍ່ແມ່ນບຸກຄົນໃດໜຶ່ງ ຫຼື ສະຖານທີ່ໃດໜຶ່ງ ແຕ່ເປັນຈັກກະວານທັງປວງ. ນີ້ແມ່ນທິດທາງຂອງພາລະກິດຂອງພຣະອົງ ແລະ ຫຼັກການທີ່ພຣະອົງປະຕິບັດພາລະກິດ. ບໍ່ມີໃຜສາມາດປ່ຽນແປງສິ່ງນີ້ໄດ້ ແລະ ມະນຸດກໍບໍ່ມີທາງທີ່ຈະມີສ່ວນຮ່ວມໃນສິ່ງນັ້ນໄດ້. ແຕ່ລະຄັ້ງທີ່ພຣະເຈົ້າກາຍມາເປັນເນື້ອໜັງ, ພຣະອົງແມ່ນນໍາເອົາພາລະກິດຂອງຍຸກນັ້ນມາກັບພຣະອົງ ແລະ ບໍ່ໄດ້ມີເຈດຕະນາທີ່ຈະດຳລົງຊີວິດຄຽງຂ້າງມະນຸດເປັນເວລາຊາວ, ສາມສິບ, ສີ່ສິບ ຫຼື ແມ່ນແຕ່ເຈັດສິບ ຫຼື ແປດສິບປີ ເພື່ອໃຫ້ເຂົາເຂົ້າໃຈ ແລະ ມີຄວາມເຂົ້າໃຈໃນພຣະອົງຫຼາຍຂຶ້ນ. ບໍ່ຈຳເປັນສຳລັບສິ່ງນັ້ນ! ການເຮັດແບບນີ້ຈະບໍ່ມີທາງເຮັດໃຫ້ຄວາມຮູ້ທີ່ມະນຸດມີກ່ຽວກັບອຸປະນິໄສໂດຍທຳມະຊາດຂອງພຣະອົງນັ້ນເລິກເຊິ່ງຍິ່ງຂຶ້ນ; ກົງກັນຂ້າມ ມັນພຽງແຕ່ຈະເພີ່ມແນວຄວາມຄິດ ແລະ ເຮັດໃຫ້ແນວຄິດ ແລະ ຄວາມຄິດຂອງເຂົາກາຍເປັນຊາກຫີນ. ດ້ວຍເຫດນັ້ນ ມັນຈຶ່ງເປັນສິ່ງຈຳເປັນທີ່ພວກເຈົ້າທຸກຄົນຕ້ອງເຂົ້າໃຈຢ່າງແທ້ຈິງວ່າ ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນຫຍັງແທ້. ແນ່ນອນວ່າ ພວກເຈົ້າບໍ່ສາມາດລົ້ມເຫຼວທີ່ຈະເຂົ້າໃຈພຣະທຳທີ່ເຮົາໄດ້ກ່າວຕໍ່ພວກເຈົ້າ: “ເຮົາມາ ບໍ່ແມ່ນເພື່ອປະສົບກັບຊີວິດຂອງມະນຸດທີ່ປົກກະຕິ”? ພວກເຈົ້າໄດ້ລືມພຣະທຳເຫຼົ່ານີ້ແລ້ວບໍ: “ພຣະເຈົ້າໄດ້ມາເທິງແຜ່ນດິນໂລກບໍ່ແມ່ນເພື່ອດຳລົງຊີວິດຂອງມະນຸດທີ່ປົກກະຕິ”? ພວກເຈົ້າບໍ່ເຂົ້າໃຈຈຸດປະສົງຂອງພຣະເຈົ້າໃນການກາຍມາເປັນເນື້ອໜັງ ຫຼື ພວກເຈົ້າບໍ່ຮູ້ຈັກຄວາມໝາຍຂອງ “ພຣະເຈົ້າຈະສາມາດມາຢູ່ເທິງແຜ່ນດິນໂລກໂດຍມີເຈດຕະນາທີ່ຈະປະສົບກັບຊີວິດຂອງສິ່ງຖືກສ້າງໄດ້ແນວໃດ?” ພຣະເຈົ້າມາເທິງແຜ່ນດິນໂລກພຽງແຕ່ເພື່ອເຮັດໃຫ້ພາລະກິດຂອງພຣະອົງສຳເລັດ ແລະ ສະນັ້ນພາລະກິດຂອງພຣະອົງເທິງແຜ່ນດິນໂລກຈຶ່ງເປັນພຽງໄລຍະສັ້ນ. ພຣະອົງມາເທິງແຜ່ນດິນໂລກໂດຍບໍ່ໄດ້ມີເຈດຕະນາເຮັດໃຫ້ພຣະວິນຍານຂອງພຣະເຈົ້າຝຶກຝົນຮ່າງກາຍທາງເນື້ອໜັງຂອງພຣະອົງເພື່ອໃຫ້ກາຍເປັນມະນຸດສູງສົ່ງທີ່ຈະນໍາພາຄຣິສຕະຈັກໄດ້. ເມື່ອພຣະເຈົ້າມາເທິງແຜ່ນດິນໂລກ, ມັນແມ່ນພຣະທຳທີ່ກາຍມາເປັນເນື້ອໜັງ; ເຖິງຢ່າງໃດກໍຕາມ ມະນຸດບໍ່ຮູ້ຈັກເຖິງພາລະກິດຂອງພຣະອົງ ແລະ ໂທດສິ່ງຕ່າງໆໃສ່ພຣະອົງໂດຍການໃຊ້ກຳລັງ. ແຕ່ພວກເຈົ້າທຸກຄົນຄວນເຂົ້າໃຈວ່າພຣະເຈົ້າເປັນ “ພຣະທຳທີ່ກາຍມາເປັນເນື້ອໜັງ” ບໍ່ແມ່ນຮ່າງກາຍທາງເນື້ອໜັງທີ່ຖືກຝຶກຝົນໂດຍພຣະວິນຍານຂອງພຣະເຈົ້າເພື່ອຮັບເອົາບົດບາດຂອງພຣະເຈົ້າໃນຊ່ວງເວລາໃດໜຶ່ງ. ພຣະເຈົ້າເອງບໍ່ແມ່ນຜົນຜະລິດແຫ່ງການຝຶກຝົນ, ແຕ່ເປັນພຣະທຳທີ່ກາຍມາເປັນເນື້ອໜັງ ແລະ ໃນປັດຈຸບັນ ພຣະອົງປະຕິບັດພາລະກິດຂອງພຣະອົງທ່າມກາງພວກເຈົ້າທຸກຄົນຢ່າງເປັນທາງການ. ພວກເຈົ້າທຸກຄົນຮູ້ຈັກ ແລະ ຮັບຮູ້ວ່າການບັງເກີດເປັນມະນຸດຂອງພຣະເຈົ້າແມ່ນຄວາມຈິງ, ແຕ່ພວກເຈົ້າກໍທຳທ່າເຮັດຄືກັບວ່າພວກເຈົ້າບໍ່ສາມາດເຂົ້າໃຈໃນສິ່ງນີ້ເລີຍ. ຈາກພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດຈົນເຖິງຄວາມໝາຍ ແລະ ທາດແທ້ຂອງການບັງເກີດເປັນມະນຸດຂອງພຣະອົງ, ພວກເຈົ້າບໍ່ສາມາດເຂົ້າໃຈສິ່ງເຫຼົ່ານີ້ແມ່ນແຕ່ໜ້ອຍດຽວ ແລະ ພຽງແຕ່ເຮັດຕາມຄົນອື່ນໃນການເລົ່າພຣະທຳຢ່າງຄ່ອງແຄ້ວຈາກຄວາມຈື່ຈຳ. ເຈົ້າເຊື່ອວ່າພຣະເຈົ້າທີ່ບັງເກີດເປັນມະນຸດເປັນຕາມທີ່ເຈົ້າຈິນຕະນາການບໍ?

ພຣະເຈົ້າກາຍມາເປັນເນື້ອໜັງພຽງແຕ່ເພື່ອນໍາພາຍຸກ ແລະ ເຄື່ອນໄຫວພາລະກິດໃໝ່ເທົ່ານັ້ນ. ມັນຈຳເປັນທີ່ພວກເຈົ້າຈະເຂົ້າໃຈໃນຈຸດນີ້. ສິ່ງນີ້ແມ່ນແຕກຕ່າງຈາກໜ້າທີ່ຂອງມະນຸດຫຼາຍ ແລະ ທັງສອງຢ່າງແມ່ນບໍ່ສາມາດຖືກກ່າວເຖິງດ້ວຍລົມຫາຍໃຈດຽວກັນ. ມະນຸດຕ້ອງຖືກປູກຝັງ ແລະ ຖືກເຮັດໃຫ້ສົມບູນເປັນໄລຍະເວລາດົນນານກ່ອນທີ່ເຂົາຈະສາມາດປະຕິບັດພາລະກິດ ແລະ ປະເພດຂອງຄວາມເປັນມະນຸດທີ່ຈຳເປັນແມ່ນມາຈາກລະດັບທີ່ສູງສົ່ງເປັນພິເສດ. ບໍ່ແມ່ນພຽງມະນຸດຕ້ອງສາມາດຮັກສາອຳນາດຂອງມະນຸດທີ່ທຳມະດາໃນການໃຊ້ເຫດຜົນ, ແຕ່ເຂົາຕ້ອງຍິ່ງເຂົ້າໃຈຫຼາຍໆຫຼັກການ ແລະ ກົດລະບຽບທີ່ຄຸ້ມຄອງການປະພຶດຂອງເຂົາໃນການພົວພັນກັບຄົນອື່ນ ແລະ ຍິ່ງໄປກວ່ານັ້ນ ເຂົາຕ້ອງອຸທິດຕົນທີ່ຈະສຶກສາຫຼາຍຍິ່ງຂຶ້ນກ່ຽວກັບສະຕິປັນຍາ ແລະ ຄວາມຮູ້ທາງຈັນຍາບັນຂອງມະນຸດ. ນີ້ແມ່ນສິ່ງທີ່ມະນຸດຄວນປະກອບມີ. ເຖິງຢ່າງໃດກໍຕາມ ມັນບໍ່ໄດ້ເປັນແບບນີ້ສຳລັບພຣະເຈົ້າທີ່ບັງເກີດເປັນມະນຸດ, ຍ້ອນພາລະກິດຂອງພຣະອົງບໍ່ໄດ້ສະແດງໃຫ້ເຫັນເຖິງມະນຸດ ຫຼື ບໍ່ແມ່ນພາລະກິດຂອງມະນຸດ; ກົງກັນຂ້າມ ມັນຄືການສະແດງອອກໂດຍກົງຂອງການເປັນຢູ່ຂອງພຣະອົງ ແລະ ການປະຕິບັດພາລະກິດທີ່ພຣະອົງຄວນປະຕິບັດໂດຍກົງ. (ໂດຍທຳມະຊາດແລ້ວ ພາລະກິດຂອງພຣະອົງແມ່ນຖືກປະຕິບັດໃນເວລາທີ່ເໝາະສົມ ແລະ ບໍ່ແມ່ນບາງຄັ້ງບາງຄາວ ແລະ ຕາມເວລາໃດໜຶ່ງ ແລະ ພາລະກິດນັ້ນເລີ່ມຕົ້ນກໍເມື່ອມັນເຖິງເວລາຂອງການປະຕິບັດພັນທະກິດຂອງພຣະອົງໃຫ້ສຳເລັດ). ພຣະອົງບໍ່ມີສ່ວນຮ່ວມໃນຊີວິດຂອງມະນຸດ ຫຼື ພາລະກິດຂອງມະນຸດ ນັ້ນກໍຄື ຄວາມເປັນມະນຸດຂອງພຣະອົງບໍ່ໄດ້ປະກອບດ້ວຍສິ່ງເຫຼົ່ານີ້ (ສິ່ງເຫຼົ່ານີ້ບໍ່ໄດ້ມີຜົນກະທົບຕໍ່ພາລະກິດຂອງພຣະອົງ). ພຣະອົງພຽງແຕ່ປະຕິບັດພັນທະກິດຂອງພຣະອົງໃຫ້ສຳເລັດ ເມື່ອມັນເຖິງເວລາທີ່ພຣະຕ້ອງປະຕິບັດ; ບໍ່ວ່າສະຖານະຂອງພຣະອົງຈະເປັນແນວໃດກໍຕາມ, ພຣະອົງກໍຈະເດີນໄປຂ້າງໜ້າຢ່າງໄວພ້ອມກັບພາລະກິດທີ່ພຣະອົງຄວນປະຕິບັດ. ບໍ່ວ່າມະນຸດຈະຮູ້ຫຍັງກ່ຽວກັບພຣະອົງ ແລະ ບໍ່ວ່າມະນຸດຈະມີແນວຄິດເຫັນຫຍັງກໍຕາມກ່ຽວກັບພຣະອົງ, ພາລະກິດຂອງພຣະອົງບໍ່ໄດ້ຮັບຜົນກະທົບທັງສິ້ນ. ຕົວຢ່າງເຊັ່ນ ເມື່ອພຣະເຢຊູປະຕິບັດພາລະກິດຂອງພຣະອົງ, ບໍ່ມີໃຜຮູ້ຈັກວ່າພຣະອົງແມ່ນໃຜກັນແທ້, ແຕ່ພຣະອົງກໍເດີນໄປຂ້າງໜ້າຢ່າງໄວກັບພາລະກິດຂອງພຣະອົງ. ບໍ່ມີສິ່ງໃດຂັດຂວາງພຣະອົງບໍ່ໃຫ້ປະຕິບັດພາລະກິດທີ່ພຣະອົງຄວນປະຕິບັດ. ສະນັ້ນ ພຣະອົງຈຶ່ງບໍ່ໄດ້ສາລະພາບ ຫຼື ປະກາດຕົວຕົນຂອງພຣະເອງໄວ້ລ່ວງໜ້າ ແລະ ພຽງແຕ່ປ່ອຍໃຫ້ມະນຸດຕິດຕາມພຣະອົງເອງ. ໂດຍທຳມະຊາດແລ້ວ ສິ່ງນີ້ບໍ່ໄດ້ເປັນພຽງແຕ່ຄວາມຖ່ອມຕົວຂອງພຣະເຈົ້າເທົ່ານັ້ນ; ມັນຍັງເປັນວິທີທີ່ພຣະເຈົ້າປະຕິບັດພາລະກິດໃນເນື້ອໜັງ. ພຣະອົງພຽງແຕ່ສາມາດປະຕິບັດພາລະກິດໃນລັກສະນະນີ້, ຍ້ອນມະນຸດບໍ່ມີທາງຮັບຮູ້ພຣະອົງໄດ້ໂດຍສາຍຕາເປົ່າ. ເຖິງແມ່ນມະນຸດຈະຮັບຮູ້ພຣະອົງ, ເຂົາກໍຈະບໍ່ສາມາດຊ່ວຍໃນພາລະກິດຂອງພຣະອົງໄດ້. ຍິ່ງໄປກວ່ານັ້ນ, ພຣະອົງບໍ່ໄດ້ກາຍມາເປັນເນື້ອໜັງເພື່ອໃຫ້ມະນຸດມາຮູ້ຈັກກັບເນື້ອໜັງຂອງພຣະອົງ; ມັນແມ່ນເພື່ອປະຕິບັດພາລະກິດ ແລະ ເຮັດໃຫ້ພັນທະກິດຂອງພຣະອົງສຳເລັດ. ດ້ວຍເຫດຜົນນີ້, ພຣະອົງຈຶ່ງບໍ່ໃຫ້ຄວາມສຳຄັນໃນການເຮັດໃຫ້ຕົວຕົນຂອງພຣະອົງເປັນທີ່ຮູ້ຈັກກັນໂດຍທົ່ວໄປ. ເມື່ອພຣະອົງໄດ້ເຮັດໃຫ້ພາລະກິດທັງໝົດທີ່ພຣະອົງຄວນປະຕິບັດນັ້ນສຳເລັດລົງ, ຕົວຕົນ ແລະ ສະຖານະທັງໝົດຂອງພຣະອົງກໍຊັດແຈ້ງຕໍ່ມະນຸດໂດຍທຳມະຊາດ. ພຣະເຈົ້າທີ່ກາຍມາເປັນເນື້ອໜັງສືບຕໍ່ຢູ່ແບບງຽບໆ ແລະ ບໍ່ປະກາດຫຍັງເລີຍ. ພຣະອົງບໍ່ສົນໃຈຕໍ່ມະນຸດ ຫຼື ຕໍ່ວິທີທີ່ມະນຸດກ້າວໄປຂ້າງໜ້າພ້ອມກັບການຕິດຕາມພຣະອົງ, ພຽງແຕ່ເດີນໄປຂ້າງໜ້າຢ່າງໄວເພື່ອປະຕິບັດພັນທະກິດຂອງພຣະອົງໃຫ້ສຳເລັດ ແລະ ປະຕິບັດພາລະກິດທີ່ພຣະອົງຄວນປະຕິບັດ. ບໍ່ມີໃຜສາມາດຢືນຂວາງທາງພາລະກິດຂອງພຣະອົງໄດ້. ເມື່ອເວລາທີ່ພຣະອົງຈະສິ້ນສຸດພາລະກິດຂອງພຣະອົງມາເຖິງ, ມັນກໍຈະສິ້ນສຸດລົງໂດຍບໍ່ມີຫຍັງຜິດພາດ ແລະ ຖືກນໍາໄປສູ່ຈຸດສຸດທ້າຍ ແລະ ບໍ່ມີໃຜສາມາດສັ່ງການໄດ້. ພຽງແຕ່ຫຼັງຈາກທີ່ພຣະອົງໄປຈາກມະນຸດເມື່ອໄດ້ສຳເລັດພາລະກິດຂອງພຣະອົງ ມະນຸດຈຶ່ງຈະເຂົ້າໃຈພາລະກິດທີ່ພຣະອົງປະຕິບັດ, ເຖິງແມ່ນຍັງບໍ່ຊັດແຈ້ງທັງໝົດ. ອາດໃຊ້ເວລາດົນທີ່ມະນຸດຈະເຂົ້າໃຈຢ່າງສົມບູນກ່ຽວກັບເຈດຕະນາທີ່ພຣະອົງເລີ່ມປະຕິບັດພາລະກິດຂອງພຣະອົງທໍາອິດ. ເວົ້າອີກແບບໜຶ່ງກໍຄື ພາລະກິດຂອງຍຸກຂອງພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນຖືກແບ່ງອອກເປັນສອງສ່ວນ. ສ່ວນໜຶ່ງປະກອບດ້ວຍພາລະກິດທີ່ເນື້ອໜັງຂອງການບັງເກີດເປັນມະນຸດຂອງພຣະເຈົ້າເອງປະຕິບັດ ແລະ ພຣະທຳຂອງເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າເອງກ່າວ. ຫຼັງຈາກທີ່ພັນທະກິດຂອງເນື້ອໜັງຂອງພຣະອົງຖືກເຮັດໃຫ້ສຳເລັດຢ່າງຄົບຖ້ວນ, ອີກສ່ວນຂອງພາລະກິດກໍຍັງຕ້ອງໄດ້ປະຕິບັດໂດຍຄົນທີ່ພຣະວິນຍານບໍລິສຸດໃຊ້. ໃນເວລານີ້ ມະນຸດຄວນປະຕິບັດໜ້າທີ່ຂອງເຂົາ, ຍ້ອນພຣະເຈົ້າໄດ້ເປີດຫົນທາງແລ້ວ ແລະ ມະນຸດຈຳເປັນຕ້ອງຍ່າງດ້ວຍຕົນເອງ. ນັ້ນໝາຍຄວາມວ່າ ພຣະເຈົ້າທີ່ກາຍມາເປັນເນື້ອໜັງປະຕິບັດສ່ວນໜຶ່ງຂອງພາລະກິດ ແລະ ຫຼັງຈາກນັ້ນ ພຣະວິນຍານບໍລິສຸດພ້ອມກັບຄົນທີ່ພຣະວິນຍານບໍລິສຸດໃຊ້ກໍຈະຮັບຊ່ວງຕໍ່ໄປຂອງພາລະກິດນີ້. ສະນັ້ນ ໃນຂັ້ນຕອນນີ້ ມະນຸດຄວນຮູ້ຈັກວ່າແມ່ນຫຍັງຄືພາລະກິດທີ່ພຣະເຈົ້າທີ່ກາຍມາເປັນເນື້ອໜັງປະຕິບັດເປັນຫຼັກ ແລະ ເຂົາຕ້ອງເຂົ້າໃຈວ່າແມ່ນຫຍັງຄືຄວາມໝາຍແທ້ຈິງຂອງພຣະເຈົ້າທີ່ກາຍເປັນມະນຸດ ແລະ ແມ່ນຫຍັງຄືພາລະກິດທີ່ພຣະເຈົ້າຄວນປະຕິບັດ, ແທນທີ່ຈະຮຽກຮ້ອງຈາກພຣະເຈົ້າຕາມການຕ້ອງການຂອງມະນຸດ. ໃນທີ່ນີ້ມີຂໍ້ຜິດພາດຂອງມະນຸດ, ແນວຄິດຂອງເຂົາ ແລະ ຍິ່ງກວ່ານັ້ນແມ່ນຄວາມບໍ່ເຊື່ອຟັງຂອງເຂົາ.

ພຣະເຈົ້າກາຍມາເປັນເນື້ອໜັງໂດຍບໍ່ໄດ້ມີເຈດຕະນາທີ່ຈະໃຫ້ມະນຸດຮູ້ຈັກເນື້ອໜັງຂອງພຣະອົງ ຫຼື ເຮັດໃຫ້ມະນຸດແຍກແຍະຄວາມແຕກຕ່າງລະຫວ່າງເນື້ອໜັງຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ເນື້ອໜັງມະນຸດ ຫຼື ພຣະເຈົ້າບໍ່ໄດ້ກາຍມາເປັນເນື້ອໜັງເພື່ອຝຶກຝົນຄວາມສາມາດໃນການແຍກແຍະຂອງມະນຸດ ແລະ ແຮງໄກເລີຍທີ່ພຣະອົງຈະເຮັດແບບນັ້ນໂດຍມີເຈດຕະນາທີ່ຈະຍອມໃຫ້ມະນຸດນະມັດສະການເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ, ເພື່ອຮັບເອົາສະຫງ່າລາສີທີ່ຍິ່ງໃຫຍ່ທີ່ສຸດ. ບໍ່ມີຫຍັງໃນບັນດາສິ່ງເຫຼົ່ານີ້ທີ່ເປັນເຈດຕະນາເດີມຂອງພຣະເຈົ້າໃນການກາຍມາເປັນເນື້ອໜັງ ຫຼື ພຣະເຈົ້າບໍ່ໄດ້ກາຍມາເປັນເນື້ອໜັງເພື່ອກ່າວໂທດມະນຸດ ຫຼື ຕັ້ງໃຈເພື່ອເປີດໂປງມະນຸດ ຫຼື ເພື່ອເຮັດໃຫ້ສິ່ງຕ່າງໆລຳບາກສຳລັບເຂົາ. ບໍ່ມີຫຍັງໃນບັນດາສິ່ງເຫຼົ່ານີ້ທີ່ເປັນເຈດຕະນາເດີມຂອງພຣະເຈົ້າ. ທຸກຄັ້ງທີ່ພຣະເຈົ້າກາຍມາເປັນເນື້ອໜັງ, ມັນເປັນຮູບແບບໜຶ່ງຂອງພາລະກິດທີ່ບໍ່ສາມາດຫຼີກເວັ້ນໄດ້. ມັນແມ່ນເພື່ອເຫັນແກ່ພາລະກິດທີ່ຍິ່ງໃຫຍ່ຂອງພຣະອົງ ແລະ ການຄຸ້ມຄອງທີ່ຍິ່ງໃຫຍ່ຂອງພຣະອົງ ພຣະອົງຈຶ່ງປະຕິບັດແບບທີ່ພຣະອົງໄດ້ເຮັດ ແລະ ບໍ່ແມ່ນຍ້ອນເຫດຜົນທີ່ມະນຸດຈິນຕະນາການ. ພຣະອົງມາເທິງແຜ່ນດິນໂລກຕາມທີ່ພາລະກິດຂອງພຣະອົງຮຽກຮ້ອງເທົ່ານັ້ນ ແລະ ມີແຕ່ເມື່ອຈຳເປັນເທົ່ານັ້ນ. ພຣະອົງບໍ່ມາເທິງແຜ່ນດິນໂລກໂດຍມີເຈດຕະນາທີ່ຈະເບິ່ງໄປອ້ອມໆ ແຕ່ເພື່ອປະຕິບັດພາລະກິດທີ່ພຣະອົງຄວນປະຕິບັດ. ແລ້ວເປັນຫຍັງພຣະອົງຈຶ່ງຮັບເອົາພາລະໜັກໜ່ວງແບບນັ້ນ ແລະ ຮັບເອົາຄວາມສ່ຽງທີ່ຍິ່ງໃຫຍ່ດັ່ງກ່າວເພື່ອປະຕິບັດພາລະກິດຂອງພຣະອົງ? ພຣະເຈົ້າກາຍມາເປັນເນື້ອໜັງພຽງແຕ່ເມື່ອພຣະອົງຈຳເປັນຕ້ອງເຮັດ ແລະ ມີຄວາມໝາຍທີ່ພິເສດຢູ່ສະເໝີ. ຖ້າບໍ່ແມ່ນເພື່ອເຫັນແກ່ການເຮັດໃຫ້ມະນຸດຫຼຽວເບິ່ງພຣະອົງ ແລະ ເປີດຂອບເຂດຂອງພວກເຂົາ, ແລ້ວແນ່ນອນທີ່ສຸດ ພຣະອົງແມ່ນບໍ່ໄດ້ມາຢູ່ທ່າມກາງມະນຸດຢ່າງງ່າຍດາຍ. ພຣະອົງມາເທິງແຜ່ນດິນໂລກເພື່ອເຫັນແກ່ການຄຸ້ມຄອງຂອງພຣະອົງ ແລະ ພາລະກິດທີ່ຍິ່ງໃຫຍ່ຂອງພຣະອົງ ແລະ ເພື່ອວ່າພຣະອົງອາດໄດ້ຮັບເອົາມະນຸດຫຼາຍກວ່າເກົ່າ. ພຣະອົງມາເພື່ອເປັນຕົວແທນໃຫ້ກັບຍຸກ, ພຣະອົງມາເພື່ອເອົາຊະນະຊາຕານ ແລະ ເພື່ອເອົາຊະນະຊາຕານ ພຣະອົງຈຶ່ງສວມໃສ່ເນື້ອໜັງ. ຍິ່ງໄປກວ່ານັ້ນ ພຣະອົງມາເພື່ອນໍາພາມະນຸດຊາດທັງປວງໃນການດຳລົງຊີວິດຂອງພວກເຂົາ. ທຸກສິ່ງເຫຼົ່ານີ້ກ່ຽວຂ້ອງກັບການຄຸ້ມຄອງຂອງພຣະອົງ ແລະ ມັນກ່ຽວຂ້ອງກັບພາລະກິດຂອງຈັກກະວານທັງປວງ. ຖ້າພຣະເຈົ້າກາຍມາເປັນເນື້ອໜັງພຽງແຕ່ເພື່ອເຮັດໃຫ້ມະນຸດມາຮູ້ຈັກເນື້ອໜັງຂອງພຣະອົງ ແລະ ເປີດຕາຂອງມະນຸດ, ແລ້ວເປັນຫຍັງພຣະອົງຈຶ່ງບໍ່ເດີນທາງໄປທຸກປະເທດ? ສິ່ງນີ້ບໍ່ແມ່ນເລື່ອງງ່າຍທີ່ສຸດບໍ? ແຕ່ພຣະອົງບໍ່ໄດ້ເຮັດແບບນັ້ນ, ກົງກັນຂ້າມ ພຣະອົງເລືອກສະຖານທີ່ເໝາະສົມທີ່ຈະປັກຫຼັກ ແລະ ເລີ່ມຕົ້ນພາລະກິດທີ່ພຣະອົງຄວນປະຕິບັດ. ມີພຽງແຕ່ເນື້ອໜັງນີ້ເທົ່ານັ້ນທີ່ມີຄວາມໝາຍຢ່າງຫຼວງຫຼາຍ. ພຣະອົງເປັນຕົວແທນໃຫ້ກັບຍຸກທັງໝົດ ແລະ ຍັງປະຕິບັດພາລະກິດຂອງຍຸກທັງໝົດ; ພຣະອົງນໍາຍຸກເກົ່າມາເຖິງຈຸດສິ້ນສຸດ ແລະ ເລີ່ມຕົ້ນຍຸກໃໝ່. ທຸກສິ່ງນີ້ແມ່ນເລື່ອງທີ່ສຳຄັນເຊິ່ງກ່ຽວຂ້ອງກັບການຄຸ້ມຄອງຂອງພຣະເຈົ້າ ແລະ ມັນຄືຄວາມໝາຍຂອງຂັ້ນຕອນໜຶ່ງຂອງພາລະກິດທີ່ພຣະເຈົ້າໄດ້ມາເທິງແຜ່ນດິນໂລກເພື່ອປະຕິບັດ. ເມື່ອພຣະເຢຊູມາເທິງແຜ່ນດິນໂລກ, ພຣະອົງພຽງແຕ່ກ່າວພຣະທຳບາງຂໍ້ ແລະ ປະຕິບັດພາລະກິດບາງຢ່າງ; ພຣະອົງບໍ່ໄດ້ສົນໃຈກັບຊີວິດຂອງມະນຸດ ແລະ ຈາກໄປທັນທີທີ່ພຣະອົງໄດ້ເຮັດໃຫ້ພາລະກິດຂອງພຣະອົງສຳເລັດລົງ. ໃນປັດຈຸບັນ, ເມື່ອເຮົາໄດ້ສຳເລັດການກ່າວ ແລະ ສົ່ງຕໍ່ພຣະທຳຂອງເຮົາໄປໃຫ້ກັບພວກເຈົ້າ ແລະ ເມື່ອພວກເຈົ້າທຸກຄົນໄດ້ເຂົ້າໃຈ, ບາດກ້າວນີ້ໃນພາລະກິດຂອງເຮົາກໍຈະສິ້ນສຸດລົງ, ບໍ່ວ່າຊີວິດຂອງພວກເຈົ້າຈະເປັນແນວໃດກໍຕາມ. ໃນອະນາຄົດ ມີບາງຄົນທີ່ຈະສືບຕໍ່ບາດກ້າວນີ້ໃນພາລະກິດຂອງເຮົາ ແລະ ສືບຕໍ່ປະຕິບັດພາລະກິດເທິງແຜ່ນດິນໂລກຕາມພຣະທຳເຫຼົ່ານີ້; ໃນເວລານັ້ນ ພາລະກິດຂອງມະນຸດ ແລະ ການກໍ່ສ້າງຂອງມະນຸດຈະເລີ່ມຕົ້ນຂຶ້ນ. ແຕ່ໃນປັດຈຸບັນ ພຣະເຈົ້າພຽງແຕ່ປະຕິບັດພາລະກິດຂອງພຣະອົງເພື່ອເຮັດໃຫ້ພັນທະກິດຂອງພຣະອົງສຳເລັດ ແລະ ເພື່ອເຮັດໃຫ້ຂັ້ນຕອນໜຶ່ງຂອງພາລະກິດຂອງພຣະອົງສຳເລັດລົງ. ພຣະເຈົ້າປະຕິບັດພາລະກິດໃນລັກສະນະທີ່ບໍ່ຄືກັນກັບມະນຸດ. ມະນຸດມັກການຊຸມນຸມກັນ ແລະ ການປະຊຸມ ແລະ ໃຫ້ຄວາມສຳຄັນກັບພິທີກຳ, ໃນຂະນະທີ່ສິ່ງທີ່ພຣະເຈົ້າກຽດຊັງທີ່ສຸດແມ່ນການຊຸມນຸມກັນ ແລະ ການພົບປະກັນຂອງມະນຸດ. ພຣະເຈົ້າສົນທະນາ ແລະ ກ່າວກັບມະນຸດຢ່າງບໍ່ເປັນທາງການ; ນີ້ແມ່ນພາລະກິດຂອງພຣະເຈົ້າ ເຊິ່ງຖືກປ່ອຍອອກຢ່າງເປັນພິເສດ ແລະ ຍັງເຮັດໃຫ້ພວກເຈົ້າເປັນອິດສະຫຼະ. ເຖິງຢ່າງໃດກໍຕາມ ເຮົາກຽດຊັງການຊຸມນຸມກັບພວກເຈົ້າແທ້ໆ ແລະ ເຮົາບໍ່ສາມາດລຶ້ງກັບຊີວິດທີ່ມີລະບຽບວິໄນເຄັ່ງຄັດແບບພວກເຈົ້າໄດ້. ເຮົາກຽດຊັງກົດລະບຽບທີ່ສຸດ; ພວກມັນວາງຂໍ້ກຳນົດໃຫ້ມະນຸດຈົນເຖິງຈຸດທີ່ເຮັດໃຫ້ເຂົາຢ້ານທີ່ຈະເຄື່ອນໄຫວ, ຢ້ານທີ່ຈະເວົ້າ ແລະ ຢ້ານທີ່ຈະຮ້ອງເພງ, ສາຍຕາຂອງເຂົາຈ້ອງເບິ່ງແຕ່ເຈົ້າ. ເຮົາກຽດຊັງລັກສະນະການເຕົ້າໂຮມກັນຂອງພວກເຈົ້າທີ່ສຸດ ແລະ ເຮົາກໍກຽດຊັງການຊຸມນຸມໃຫຍ່ທີ່ສຸດ. ເຮົາຂໍປະຕິເສດທີ່ຈະຊຸມນຸມກັນກັບພວກເຈົ້າໃນລັກສະນະນີ້, ຍ້ອນລັກສະນະຂອງການດຳລົງຊີວິດແບບນີ້ເຮັດໃຫ້ຄົນໜຶ່ງຮູ້ສຶກວ່າຖືກຜູກມັດ ແລະ ພວກເຈົ້າກໍປະຕິບັດຕາມພິທີກຳ ແລະ ກົດລະບຽບຫຼາຍເກີນໄປ. ຖ້າພວກເຈົ້າໄດ້ຮັບອະນຸຍາດໃຫ້ນໍາພາມະນຸດ ພວກເຈົ້າກໍຈະນໍາພາພວກເຂົາທຸກຄົນໄປສູ່ຂອບເຂດຂອງກົດລະບຽບ ແລະ ມະນຸດກໍຈະບໍ່ມີທາງປະວາງກົດລະບຽບພາຍໃຕ້ການນໍາພາຂອງພວກເຈົ້າໄດ້; ກົງກັນຂ້າມ ບັນຍາກາດຂອງສາສະໜາຈະຍິ່ງຮຸນແຮງຫຼາຍຂຶ້ນ ແລະ ການປະຕິບັດຂອງມະນຸດກໍພຽງແຕ່ຈະສືບຕໍ່ເພີ່ມທະວີ. ມະນຸດບາງຄົນສືບຕໍ່ເທດສະໜາ ແລະ ເວົ້າເມື່ອພວກເຂົາເຕົ້າໂຮມກັນ ແລະ ບໍ່ເຄີຍຮູ້ສຶກເມື່ອຍຈັກເທື່ອ ແລະ ບາງຄົນສາມາດສືບຕໍ່ເທດສະໜາເປັນເວລາຫຼາຍສິບມື້ໂດຍບໍ່ມີຢຸດເຊົາ. ທຸກສິ່ງເຫຼົ່ານີ້ຖືວ່າເປັນການຊຸມນຸມ ແລະ ການພົບປະກັນຢ່າງໃຫຍ່ຫຼວງຂອງມະນຸດ; ພວກເຂົາບໍ່ມີຫຍັງກ່ຽວຂ້ອງກັບຊີວິດແຫ່ງການກິນ ແລະ ດື່ມ, ການເພີດເພີນ ຫຼື ຈິດວິນຍານຂອງການໄດ້ຮັບອິດສະຫຼະ. ທຸກສິ່ງເຫຼົ່ານີ້ແມ່ນການພົບປະກັນ! ການພົບປະກັນເພື່ອຮ່ວມງານຂອງພວກເຈົ້າ ພ້ອມກັບການຊຸມນຸມທັງໃຫຍ່ ແລະ ນ້ອຍ ລ້ວນແລ້ວແຕ່ເປັນຕາລັງກຽດສຳລັບເຮົາ ແລະ ເຮົາກໍບໍ່ຮູ້ສຶກສົນໃຈໃນສິ່ງເຫຼົ່ານັ້ນຈັກເທື່ອ. ນີ້ແມ່ນຫຼັກການທີ່ເຮົາປະຕິບັດພາລະກິດ: ເຮົາບໍ່ເຕັມໃຈທີ່ຈະເທດສະໜາໃນລະຫວ່າງການຊຸມນຸມ ຫຼື ເຮົາບໍ່ປາຖະໜາທີ່ຈະປະກາດຫຍັງກໍຕາມໃນບ່ອນຊຸມນຸມສາທາລະນະທີ່ໃຫຍ່ໂຕ ແລະ ແຮງໄກທີ່ເຮົາຈະໂຮມພວກເຈົ້າທຸກຄົນເພື່ອການປະຊຸມພິເສດເປັນເວລາສອງສາມມື້. ເຮົາບໍ່ເຫັນດ້ວຍວ່າພວກເຈົ້າທຸກຄົນຄວນນັ່ງຢ່າງຮຽບຮ້ອຍ ແລະ ເໝາະສົມໃນທີ່ຊຸມນຸມ; ເຮົາກຽດຊັງທີ່ຈະເຫັນພວກເຈົ້າດຳລົງຊີວິດພາຍໃນຂໍ້ຈຳກັດຂອງພິທີກຳໃດກໍຕາມທີ່ຖືກມອບໃຫ້ ແລະ ຍິ່ງໄປກວ່ານັ້ນ ເຮົາປະຕິເສດທີ່ຈະມີສ່ວນໃນພິທີກຳດັ່ງກ່າວຂອງພວກເຈົ້າ. ຍິ່ງພວກເຈົ້າເຮັດແບບນີ້ຫຼາຍສໍ່າໃດ, ເຮົາກໍຍິ່ງພົບວ່າມັນເປັນຕາລັງກຽດຫຼາຍສໍ່ານັ້ນ. ເຮົາບໍ່ມີຄວາມສົນໃຈແມ່ນແຕ່ໜ້ອຍດຽວໃນພິທີກຳເຫຼົ່ານີ້ ແລະ ກົດລະບຽບຂອງພວກເຈົ້າ; ບໍ່ວ່າພວກເຈົ້າຈະເຮັດອອກມາໄດ້ດີສໍ່າໃດກໍຕາມ, ເຮົາກໍພົບວ່າສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນຕາລັງກຽດ. ມັນບໍ່ແມ່ນວ່າການຈັດແຈງຂອງພວກເຈົ້າບໍ່ເໝາະສົມ ຫຼື ພວກເຈົ້າຕໍ່າຕ້ອຍເກີນໄປ; ມັນເປັນຍ້ອນເຮົາກຽດຊັງລັກສະນະການດຳລົງຊີວິດຂອງພວກເຈົ້າ ແລະ ຍິ່ງໄປກວ່ານັ້ນ ເຮົາບໍ່ສາມາດລຶ້ງເຄີຍກັບສິ່ງນີ້ໄດ້. ພວກເຈົ້າບໍ່ເຂົ້າໃຈແມ່ນແຕ່ໜ້ອຍດຽວກ່ຽວກັບພາລະກິດທີ່ເຮົາປາຖະໜາຈະປະຕິບັດ. ເມື່ອພຣະເຢຊູປະຕິບັດພາລະກິດຂອງພຣະອົງເມື່ອກ່ອນ ຫຼັງຈາກໃຫ້ການເທດສະໜາໃນສະຖານທີ່ແຫ່ງໃດໜຶ່ງ, ພຣະອົງຈະພາສາວົກຂອງພຣະອົງອອກຈາກເມືອງ ແລະ ເວົ້າກັບພວກເຂົາກ່ຽວກັບຫົນທາງທີ່ມັນຈຳເປັນຕໍ່ພວກເຂົາທີ່ຈະເຂົ້າໃຈ. ພຣະອົງມັກປະຕິບັດພາລະກິດໃນລັກສະນະດັ່ງກ່າວນີ້ສະເໝີ. ພາລະກິດຂອງພຣະອົງທີ່ຢູ່ທ່າມກາງຝູງຊົນແມ່ນມີໜ້ອຍຫຼາຍ. ຕາມສິ່ງທີ່ພວກເຈົ້າຮຽກຮ້ອງຈາກພຣະອົງ, ພຣະເຈົ້າທີ່ກາຍມາເປັນເນື້ອໜັງບໍ່ຄວນມີຊີວິດຂອງມະນຸດທີ່ປົກກະຕິ; ພຣະອົງຕ້ອງປະຕິບັດພາລະກິດຂອງພຣະອົງ ແລະ ບໍ່ວ່າພຣະອົງຈະນັ່ງ, ຢືນ ຫຼື ຍ່າງ, ພຣະອົງກໍຕ້ອງໄດ້ກ່າວ. ພຣະອົງຕ້ອງປະຕິບັດພາລະກິດຢູ່ຕະລອດເວລາ ແລະ ບໍ່ສາມາດເຊົາ “ເຄື່ອງຈັກທີ່ແລ່ນຢູ່ຕະຫຼອດ” ຂອງພຣະອົງໄດ້ຈັກເທື່ອ, ບໍ່ດັ່ງນັ້ນ ພຣະອົງຈະປະລະໜ້າທີ່ຂອງພຣະອົງ. ການຮຽກຮ້ອງເຫຼົ່ານີ້ຈາກມະນຸດແມ່ນເໝາະສົມຕໍ່ຄວາມຮູ້ສຶກຂອງມະນຸດບໍ? ຄວາມຊື່ສັດຂອງພວກເຈົ້າຢູ່ໃສ? ພວກເຈົ້າບໍ່ຮຽກຮ້ອງຫຼາຍເກີນໄປບໍ? ເຮົາຕ້ອງການໃຫ້ເຈົ້າກວດສອບເຮົາໃນຂະນະທີ່ເຮົາປະຕິບັດພາລະກິດບໍ? ເຮົາຕ້ອງການໃຫ້ເຈົ້າຄວບຄຸມໃນຂະນະທີ່ເຮົາປະຕິບັດພັນທະກິດຂອງເຮົາໃຫ້ສຳເລັດບໍ? ເຮົາຮູ້ຢ່າງດີວ່າແມ່ນຫຍັງຄືພາລະກິດທີ່ເຮົາຄວນປະຕິບັດ ແລະ ເມື່ອໃດທີ່ເຮົາຄວນປະຕິບັດພາລະກິດນັ້ນ; ບໍ່ຈຳເປັນຕ້ອງໃຫ້ຄົນອື່ນແຊກແຊງ. ບາງເທື່ອ ສຳລັບເຈົ້າ ມັນອາດຈະເບິ່ງຄືກັບວ່າເຮົາບໍ່ໄດ້ເຮັດຫຍັງຫຼາຍ, ແຕ່ໃນຕອນນັ້ນ ພາລະກິດຂອງເຮົາກໍເຖິງຈຸດສິ້ນສຸດແລ້ວ. ຕົວຢ່າງເຊັ່ນ ພຣະທຳຂອງພຣະເຢຊູທີ່ຢູ່ໃນພຣະກິດຕິຄຸນທັງສີ່: ພຣະທຳເຫຼົ່ານັ້ນບໍ່ໄດ້ຈຳກັດຄືກັນບໍ? ໃນເວລານັ້ນ ເມື່ອພຣະເຢຊູເຂົ້າສູ່ທຳມະສາລາ ແລະ ເທດສະໜາ, ພຣະອົງເທດສະໜາຍາວທີ່ສຸດແມ່ນປະມານສອງສາມນາທີ ແລະ ເມື່ອພຣະອົງກ່າວຈົບແລ້ວ, ພຣະອົງກໍນໍາພາສາວົກຂອງພຣະອົງຂຶ້ນເທິງເຮືອ ແລະ ຈາກໄປໂດຍບໍ່ອະທິບາຍຫຍັງເລີຍ. ຢ່າງຫຼາຍທີ່ສຸດ, ຄົນທີ່ຢູ່ພາຍໃນທຳມະສາລາກໍສົນທະນາເຖິງສິ່ງນີ້ໃນທ່າມກາງພວກເຂົາເອງ, ແຕ່ພຣະເຢຊູບໍ່ມີສ່ວນໃນສິ່ງນີ້. ພຣະເຈົ້າພຽງແຕ່ປະຕິບັດພາລະກິດທີ່ພຣະອົງຄວນປະຕິບັດ ແລະ ບໍ່ມີຫຍັງທີ່ຈະຢູ່ເກີນ ແລະ ຢູ່ເໜືອສິ່ງນີ້ໄດ້. ບັດນີ້ ຫຼາຍຄົນຕ້ອງການໃຫ້ເຮົາກ່າວຫຼາຍຂຶ້ນ ແລະ ເວົ້າຫຼາຍຂຶ້ນ, ຢ່າງໜ້ອຍກໍສອງສາມຊົ່ວໂມງຕໍ່ມື້. ຕາມທີ່ພວກເຈົ້າເຂົ້າໃຈ, ພຣະເຈົ້າເຊົາເປັນພຣະເຈົ້າ ນອກຈາກພຣະອົງຈະກ່າວ ແລະ ມີແຕ່ຜູ້ທີ່ກ່າວຈຶ່ງເປັນພຣະເຈົ້າໄດ້. ພວກເຈົ້າທຸກຄົນແມ່ນຕາບອດ! ສັດຮ້າຍທັງຫຼາຍເອີຍ! ສິ່ງໂງ່ຈ້າທັງຫຼາຍທີ່ບໍ່ມີຄວາມສຳນຶກ! ພວກເຈົ້າມີແນວຄວາມຄິດຫຼາຍເກີນໄປ! ການຮຽກຮ້ອງຂອງພວກເຈົ້າໄປໄກຫຼາຍໂພດ! ພວກເຈົ້າໄຮ້ມະນຸດສະຍະທຳ! ພວກເຈົ້າບໍ່ເຂົ້າໃຈແມ່ນແຕ່ໜ້ອຍດຽວວ່າພຣະເຈົ້າໝາຍຄວາມວ່າແນວໃດ! ພວກເຈົ້າເຊື່ອວ່ານັກເວົ້າ ແລະ ນັກປາໄສທຸກຄົນເປັນພຣະເຈົ້າ, ໃຜກໍຕາມທີ່ເຕັມໃຈສະໜອງພຣະທຳໃຫ້ກັບພວກເຈົ້າແມ່ນພໍ່ຂອງພວກເຈົ້າ. ຈົ່ງບອກເຮົາໄດ້ບໍ່ ພວກເຈົ້າທຸກຄົນພ້ອມກັບລັກສະນະໃບໜ້າ “ທີ່ມີຮູບຊົງດີ” ແລະ ຮູບຮ່າງໜ້າຕາ “ທີ່ບໍ່ທຳມະດາ” ຍັງມີຄວາມສຳນຶກແມ່ນແຕ່ໜ້ອຍດຽວຢູ່ບໍ? ເຈົ້າຮູ້ຈັກດວງຕາເວັນໃນສະຫວັນຢູ່ບໍ! ພວກເຈົ້າແຕ່ລະຄົນເປັນຄືກັບເຈົ້າໜ້າທີ່ໆໂລພາ ແລະ ເສື່ອມຊາມ, ແລ້ວພວກເຈົ້າຈະເຫັນເຖິງຄວາມສຳນຶກໄດ້ແນວໃດ? ພວກເຈົ້າຈະສາມາດແຍກແຍະລະຫວ່າງຖືກ ແລະ ຜິດໄດ້ແນວໃດ? ເຮົາໄດ້ປະທານຫຼາຍຢ່າງໃຫ້ກັບພວກເຈົ້າ, ແຕ່ມີເທົ່າໃດຄົນໃນທ່າມກາງພວກເຈົ້າທີ່ໄດ້ໃຫ້ຄຸນຄ່າກັບສິ່ງນັ້ນແດ່? ຜູ້ໃດແດ່ທີ່ຄອບຄອງສິ່ງນັ້ນຢ່າງສົມບູນ? ພວກເຈົ້າບໍ່ຮູ້ຈັກວ່າຜູ້ໃດເປີດຫົນທາງທີ່ພວກເຈົ້າຍ່າງໃນມື້ນີ້, ແລ້ວພວກເຈົ້າກໍສືບຕໍ່ຮຽກຮ້ອງຈາກເຮົາ, ຮຽກຮ້ອງສິ່ງທີ່ເປັນຕາໜ່າຍ ແລະ ບໍ່ສົມເຫດສົມຜົນຈາກເຮົາ. ພວກເຈົ້າບໍ່ໄດ້ໜ້າແດງຍ້ອນຄວາມອັບອາຍບໍ? ເຮົາບໍ່ໄດ້ເວົ້າເທົ່າທີ່ຄວນບໍ? ເຮົາບໍ່ໄດ້ເຮັດເທົ່າທີ່ຄວນບໍ? ຜູ້ໃດທ່າມກາງພວກເຈົ້າທີ່ສາມາດຖະໜຸຖະໜອມພຣະທຳຂອງເຮົາດັ່ງຊັບສົມບັດຢ່າງແທ້ຈິງແດ່? ພວກເຈົ້າປະຈົບປະແຈງເຮົາເມື່ອຢູ່ຕໍ່ໜ້າເຮົາ, ແຕ່ເວົ້າຕົວະ ແລະ ຫຼອກລວງເມື່ອເຈົ້າບໍ່ໄດ້ຢູ່ຕໍ່ໜ້າເຮົາ! ການກະທຳຂອງພວກເຈົ້າຊົ່ວຊ້າເກີນໄປ ແລະ ສິ່ງເຫຼົ່ານັ້ນກໍຕໍ່ຕ້ານເຮົາ! ເຮົາຮູ້ວ່າພວກເຈົ້າຮຽກຮ້ອງໃຫ້ເຮົາເວົ້າ ແລະ ປະຕິບັດພາລະກິດໂດຍບໍ່ໄດ້ມີເຫດຜົນອື່ນທີ່ຫຼາຍໄປກວ່າການເຮັດໃຫ້ພວກເຈົ້າເພີດເພີນຕາ ແລະ ຂະຫຍາຍຂອບເຂດຂອງພວກເຈົ້າ, ບໍ່ແມ່ນເພື່ອເຫັນແກ່ການປ່ຽນແປງຊີວິດຂອງພວກເຈົ້າ. ເຮົາໄດ້ເວົ້າກັບພວກເຈົ້າຫຼາຍຢ່າງ. ຊີວິດຂອງພວກເຈົ້າຄວນຖືກປ່ຽນແປງແຕ່ດົນແລ້ວ, ແລ້ວເປັນຫຍັງພວກເຈົ້າຈຶ່ງຍັງສືບຕໍ່ກັບໄປສູ່ສະພາວະເດີມຂອງພວກເຈົ້າຈົນເຖິງປັດຈຸບັນ? ເປັນໄປໄດ້ບໍວ່າຍ້ອນພຣະທຳຂອງເຮົາຖືກປຸ້ນຈາກພວກເຈົ້າ ແລະ ພວກເຈົ້າບໍ່ໄດ້ຮັບພຣະທຳເຫຼົ່ານັ້ນ? ເວົ້າຕາມຄວາມຈິງກໍຄື ເຮົາບໍ່ໄດ້ປາຖະໜາທີ່ຈະເວົ້າຫຍັງເພີ່ມເຕີມກັບຄົນເສື່ອມຊາມແບບພວກເຈົ້າ, ມັນຈະສູນເປົ່າ! ເຮົາບໍ່ໄດ້ປາຖະໜາທີ່ຈະເຮັດພາລະກິດທີ່ໄຮ້ປະໂຫຍດທີ່ສຸດ! ພວກເຈົ້າພຽງແຕ່ປາຖະໜາທີ່ຈະຂະຫຍາຍຂອບເຂດຂອງພວກເຈົ້າ ຫຼື ເຮັດໃຫ້ພວກເຈົ້າເພີດເພີນຕາ ແລະ ບໍ່ແມ່ນເພື່ອຮັບເອົາຊີວິດ! ພວກເຈົ້າທຸກຄົນກຳລັງຫຼອກລວງຕົນເອງ! ເຮົາຖາມພວກເຈົ້າແດ່ວ່າ ສິ່ງທີ່ເຮົາໄດ້ເວົ້າຢູ່ຕໍ່ໜ້າພວກເຈົ້ານີ້ ມີຫຍັງແດ່ທີ່ພວກເຈົ້າໄດ້ນໍາເຂົ້າສູ່ການປະຕິບັດ? ສິ່ງທີ່ພວກເຈົ້າເຮັດກໍມີແຕ່ຫຼິ້ນກົນລວງເພື່ອລໍ້ລວງຄົນອື່ນ! ເຮົາກຽດຊັງຄົນທ່າມກາງພວກເຈົ້າທີ່ມັກເບິ່ງຄືກັບຜູ້ສັງເກດການ ແລະ ເຮົາພົບວ່າຄວາມຢາກຮູ້ຢາກເຫັນຂອງພວກເຈົ້ານັ້ນເປັນຕາລັງກຽດຫຼາຍ. ຖ້າພວກເຈົ້າບໍ່ໄດ້ຢູ່ທີ່ນີ້ເພື່ອສະແຫວງຫາຫົນທາງທີ່ແທ້ຈິງ ຫຼື ກະຫາຍຫາຄວາມຈິງ, ແລ້ວພວກເຈົ້າກໍເປັນເປົ້າໝາຍຂອງຄວາມກຽດຊັງຂອງເຮົາ! ເຮົາຮູ້ຈັກວ່າພວກເຈົ້າຟັງເຮົາເວົ້າກໍພຽງແຕ່ເພື່ອພໍໃຈຄວາມຢາກຮູ້ຢາກເຫັນຂອງພວກເຈົ້າ ຫຼື ເພື່ອພໍໃຈຄວາມປາຖະໜາທີ່ໂລພາຂອງພວກເຈົ້າຢ່າງໃດຢ່າງໜຶ່ງ. ພວກເຈົ້າບໍ່ມີຄວາມຄິດທີ່ຈະສະແຫວງຫາການມີຢູ່ຂອງຄວາມຈິງ ຫຼື ຄົ້ນຫາເສັ້ນທາງທີ່ຖືກຕ້ອງເພື່ອເຂົ້າສູ່ຊີວິດ; ຄວາມຮຽກຮ້ອງເຫຼົ່ານີ້ບໍ່ໄດ້ມີຢູ່ຈິງທ່າມກາງພວກເຈົ້າເລີຍ. ສິ່ງທີ່ພວກເຈົ້າເຮັດກໍມີພຽງແຕ່ປະຕິບັດຕໍ່ພຣະເຈົ້າຄືກັບເຄື່ອງຫຼິ້ນທີ່ພວກເຈົ້າສຶກສາ ແລະ ນັບຖື. ພວກເຈົ້າມີຄວາມຮ້ອນຮົນໜ້ອຍເກີນໄປທີ່ຈະສະແຫວງຫາຊີວິດ, ແຕ່ມີຄວາມປາຖະໜາຢາກຮູ້ຢາກເຫັນຫຼາຍທີ່ສຸດ! ການອະທິບາຍຫົນທາງແຫ່ງຊີວິດໃຫ້ກັບຄົນປະເພດດັ່ງກ່າວກໍເທົ່າກັບເວົ້າກັບລົມ; ເຮົາອາດບໍ່ເວົ້າຫຍັງເລີຍດີກວ່າ! ໃຫ້ເຮົາບອກພວກເຈົ້າວ່າ ຖ້າພວກເຈົ້າພຽງແຕ່ເບິ່ງເພື່ອເຕີມເຕັມຄວາມວ່າງເປົ່າທີ່ຢູ່ພາຍໃນຫົວໃຈຂອງພວກເຈົ້າ, ແລ້ວມັນກໍຈະເປັນການດີທີ່ສຸດຖ້າພວກເຈົ້າບໍ່ຕ້ອງມາຫາເຮົາ! ພວກເຈົ້າຄວນໃຫ້ຄວາມສຳຄັນໃນການຮັບເອົາຊີວິດ! ຢ່າຫຼອກລວງຕົນເອງ! ມັນຈະເປັນການດີທີ່ສຸດຖ້າພວກເຈົ້າຮັບເອົາຄວາມຢາກຮູ້ຢາກເຫັນຂອງພວກເຈົ້າເປັນພື້ນຖານສຳລັບການສະແຫວງຫາຊີວິດຂອງພວກເຈົ້າ ຫຼື ໃຊ້ມັນເພື່ອເປັນຂໍ້ອ້າງເພື່ອຂໍໃຫ້ເຮົາເວົ້າກັບພວກເຈົ້າ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນອຸບາຍທີ່ພວກເຈົ້າຊຳນານຫຼາຍ! ເຮົາຂໍຖາມເຈົ້າອີກວ່າ ໃນບັນດາສິ່ງທີ່ເຮົາຮຽກຮ້ອງໃຫ້ເຈົ້າເຂົ້າສູ່ນັ້ນ ມີຫຼາຍສໍ່າໃດທີ່ເຈົ້າໄດ້ເຂົ້າສູ່ຢ່າງແທ້ຈິງ? ເຈົ້າໄດ້ເຂົ້າໃຈທຸກສິ່ງທີ່ເຮົາເວົ້າກັບເຈົ້າຢູ່ບໍ? ເຈົ້າໄດ້ນໍາທຸກສິ່ງທີ່ເຮົາບອກກັບເຈົ້າເຂົ້າສູ່ການປະຕິບັດແລ້ວບໍ?

ພາລະກິດຂອງແຕ່ລະຍຸກແມ່ນເລີ່ມຕົ້ນໂດຍພຣະເຈົ້າເອງ, ແຕ່ເຈົ້າຄວນຮູ້ວ່າ ບໍ່ວ່າຫົນທາງໃດກໍຕາມທີ່ພຣະເຈົ້າປະຕິບັດພາລະກິດ, ພຣະອົງບໍ່ໄດ້ມາເພື່ອເລີ່ມຕົ້ນການເຄື່ອນໄຫວ ຫຼື ຈັດການປະຊຸມທີ່ພິເສດ ຫຼື ກໍ່ຕັ້ງອົງກອນປະເພດໃດໜຶ່ງແທນພວກເຈົ້າ. ພຣະອົງພຽງແຕ່ມາເພື່ອປະຕິບັດພາລະກິດທີ່ພຣະອົງຄວນປະຕິບັດ. ພາລະກິດຂອງພຣະອົງບໍ່ໄດ້ເສຍຫາຍຍ້ອນຂໍ້ຈຳກັດຂອງຄົນໃດຄົນໜຶ່ງ. ພຣະອົງປະຕິບັດພາລະກິດຂອງພຣະອົງແບບໃດກໍໄດ້ຕາມທີ່ພຣະອົງປາຖະໜາ; ບໍ່ວ່າມະນຸດຄິດ ຫຼື ຮູ້ຫຍັງກ່ຽວກັບພາລະກິດນັ້ນກໍຕາມ, ພຣະອົງກໍພຽງແຕ່ສົນໃຈໃນການປະຕິບັດພາລະກິດຂອງພຣະອົງເທົ່ານັ້ນ. ຕັ້ງແຕ່ການສ້າງໂລກຈົນເຖິງປັດຈຸບັນ, ໄດ້ມີພາລະກິດມາແລ້ວສາມຂັ້ນຕອນ; ຕັ້ງແຕ່ພຣະເຢໂຮວາຈົນເຖິງພຣະເຢຊູ ແລະ ຕັ້ງແຕ່ຍຸກແຫ່ງພຣະບັນຍັດຈົນເຖິງຍຸກແຫ່ງພຣະຄຸນ, ພຣະເຈົ້າບໍ່ເຄີຍຈັດປະຊຸມພິເສດໃຫ້ກັບມະນຸດຈັກເທື່ອ ຫຼື ພຣະອົງບໍ່ເຄີຍຮຽກໂຮມມະນຸດຊາດທັງປວງເພື່ອຈັດປະຊຸມພິເສດໃນການປະຕິບັດພາລະກິດທົ່ວໂລກ ແລະ ຂະຫຍາຍຂອບເຂດຂອງພາລະກິດຂອງພຣະອົງ. ສິ່ງທີ່ພຣະອົງເຮັດແມ່ນພຽງແຕ່ປະຕິບັດພາລະກິດເພື່ອເລີ່ມຕົ້ນຍຸກທັງໝົດໃນເວລາທີ່ເໝາະສົມ ແລະ ໃນສະຖານທີ່ໆເໝາະສົມ, ເລີ່ມຕົ້ນຍຸກ ແລະ ນໍາພາມະນຸດຊາດໃນການດຳລົງຊີວິດຂອງພວກເຂົາ. ການຊຸມນຸມພິເສດແມ່ນການໂຮມຕົວຂອງມະນຸດ; ການຮຽກໂຮມຜູ້ຄົນຮ່ວມກັນເພື່ອສະເຫຼີມສະຫຼອງມື້ພັກແມ່ນພາລະກິດຂອງມະນຸດ. ພຣະເຈົ້າບໍ່ມີມື້ພັກ ແລະ ຍິ່ງໄປກວ່ານັ້ນ ພຣະອົງພົບວ່າສິ່ງເຫຼົ່ານັ້ນເປັນສິ່ງທີ່ເປັນຕາລັງກຽດ; ພຣະອົງບໍ່ຮຽກໂຮມການປະຊຸມພິເສດ ແລະ ຍິ່ງໄປກວ່ານັ້ນ ພຣະອົງພົບວ່າສິ່ງເຫຼົ່ານັ້ນເປັນຕາລັງກຽດ. ບັດນີ້ ເຈົ້າຄວນເຂົ້າໃຈຢ່າງແທ້ຈິງວ່າແມ່ນຫຍັງຄືພາລະກິດທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດປະຕິບັດ.

ກ່ອນນີ້: ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (2)

ຕໍ່ໄປ: ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)

ໄພພິບັດ, ສົງຄາມ,ໄພນ້ຳຖ້ວມ ແລະ ອື່ນໆ ໄດ້ເກີດຂຶ້ນຢ່າງຕໍ່ເນື່ອງ, ໃຜສາມາດຊ່ວຍພວກເຮົາໃຫ້ຫຼຸດພົ້ນຈາກໄພພິບັດໄດ້? ເຂົ້າຮ່ວມການເຕົ້າໂຮມຟຣີເພື່ອຊອກຮູ້.

ເນື້ອຫາທີ່ກ່ຽວຂ້ອງ

ຄໍານໍາ

ເຖິງແມ່ນວ່າມີຫຼາຍຄົນເຊື່ອໃນພຣະເຈົ້າ, ມີໜ້ອຍຄົນທີ່ເຂົ້າໃຈຄວາມໝາຍຂອງຄວາມເຊື່ອໃນພຣະເຈົ້າ ແລະ...

ການປະຕິບັດ (2)

ໃນເວລາທີ່ຜ່ານມາ, ຜູ້ຄົນຝຶກຝົນຕົນເອງເພື່ອໃຫ້ຢູ່ກັບພຣະເຈົ້າ ແລະ ດຳລົງຊີວິດພາຍໃນວິນຍານໃນທຸກຊ່ວງເວລາ. ເມື່ອປຽບທຽບກັບການປະຕິບັດໃນປັດຈຸບັນ,...

ວ່າດ້ວຍເລື່ອງປະສົບການ

ຕະຫຼອດທັງປະສົບການຂອງເປໂຕ, ເພິ່ນໄດ້ປະສົບກັບການທົດລອງຫຼາຍຮ້ອຍປະການ. ເຖິງແມ່ນວ່າ ຄົນໃນປັດຈຸບັນຮັບຮູ້ເຖິງຄຳວ່າ “ການທົດລອງ”,...

ສຽງຟ້າຮ້ອງທັງເຈັດກໍາລັງທໍານາຍວ່າ ຂ່າວປະເສີດແຫ່ງອານາຈັກຈະແຜ່ຂະຫຍາຍໄປທົ່ວຈັກກະວານ

ເຮົາກຳລັງເຜີຍແຜ່ພາລະກິດຂອງເຮົາທ່າມກາງຊາວຕ່າງຊາດ. ສະຫງ່າລາສີຂອງເຮົາແມບເຫຼື້ອມທົ່ວຈັກກະວານ; ຄວາມປະສົງຂອງເຮົາສະຖິດຢູ່ພາຍໃນດາວ-ດາວ-ຈຸດ-ຈຸດ,...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້