ກ່ຽວກັບຊີວິດຂອງເປໂຕ

ເປໂຕເປັນແບບຢ່າງຂອງພຣະເຈົ້າສຳລັບມະນຸດຊາດ, ດວງປະທີບທີ່ເປັນທີ່ຮູ້ຈັກສຳລັບທຸກຄົນ. ເປັນຫຍັງຄົນໜຶ່ງທີ່ບໍ່ໂດດເດັ່ນແບບນັ້ນຈຶ່ງຖືກຍົກຂຶ້ນໃຫ້ເປັນຕົວຢ່າງໂດຍພຣະເຈົ້າ ແລະ ຖືກຍົກຍ້ອງໂດຍຄົນຮຸ່ນຕໍ່ມາ? ແນ່ນອນ ສິ່ງນີ້ບໍ່ສາມາດແຍກອອກໄດ້ຈາກຄຳເວົ້າແຫ່ງຄວາມຮັກຂອງລາວສຳລັບພຣະເຈົ້າ ແລະ ຄວາມຕັ້ງໃຈທີ່ຈະຮັກພຣະເຈົ້າ. ສຳລັບວິທີການສຳແດງຫົວໃຈແຫ່ງຄວາມຮັກຂອງເປໂຕຕໍ່ພຣະເຈົ້າ ແລະ ປະສົບການໃນຊີວິດຂອງລາວເປັນແນວໃດແທ້ໆ, ພວກເຮົາຕ້ອງກັບໄປທີ່ຍຸກແຫ່ງພຣະຄຸນເພື່ອເບິ່ງປະເພນີໃນເວລານັ້ນ ແລະ ສັງເກດເບິ່ງເປໂຕໃນຍຸກນັ້ນ.

ເປໂຕເກີດໃນຄົວເຮືອນຊາວນາທີ່ເປັນຄົນຢິວທຳມະດາ. ພໍ່ແມ່ຂອງລາວລ້ຽງດູໝົດຄອບຄົວໂດຍການເຮັດນາ ແລະ ລາວເປັນລູກກົກ ໂດຍມີອ້າຍເອື້ອຍນ້ອງສີ່ຄົນ. ແນ່ນອນ ນີ້ບໍ່ແມ່ນສ່ວນຫຼັກຂອງເລື່ອງລາວຂອງພວກເຮົາ; ເປໂຕເປັນຕົວລະຄອນຫຼັກຂອງພວກເຮົາ. ເມື່ອລາວອາຍຸຫ້າປີ, ພໍ່ແມ່ຂອງເປໂຕກໍ່ເລີ່ມສັ່ງສອນລາວໃຫ້ອ່ານ. ໃນເວລານັ້ນ, ຄົນຢິວຂ້ອນຂ້າງມີຄວາມຮູ້ສູງ ແລະ ກ້າວໜ້າເປັນພິເສດໃນຂະແໜງການຕ່າງໆ ເຊັ່ນ: ກະສິກຳ, ອຸດສາຫະກຳ ແລະ ການຄ້າ. ຜົນຕາມມາຂອງສະພາບແວດລ້ອມສັງຄົມຂອງພວກເຂົາກໍ່ຄື ທັງພໍ່ແມ່ຂອງເປໂຕໄດ້ຮັບການສຶກສາສູງ. ເຖິງແມ່ນວ່າຈະມາຈາກຊົນນະບົດ, ພວກເຂົາກໍ່ມີການສຶກສາດີ ແລະ ສາມາດປຽບທຽບໄດ້ກັບນັກສຶກສາມະຫາວິທະຍາໄລໃນປັດຈຸບັນ. ເຫັນໄດ້ຢ່າງຊັດເຈນວ່າ ເປໂຕໄດ້ຮັບພອນໃຫ້ເກີດໃນສະພາບສັງຄົມທີ່ເອື້ອຍອຳນວຍແບບນັ້ນ. ດ້ວຍຄວາມສະຫຼາດ ແລະ ຄວາມເຂົ້າໃຈໄວ, ລາວກໍ່ໄດ້ຊຶມຊັບແນວຄິດໃໝ່ແລ້ວ. ຫຼັງຈາກທີ່ໄດ້ເລີ່ມການສຶກສາຂອງລາວ, ລາວກໍ່ຄິດສິ່ງຕ່າງໆທີ່ຢູ່ໃນຊົ່ວໂມງຮຽນອອກຢ່າງງ່າຍດາຍຫຼາຍ. ພໍ່ແມ່ຂອງລາວພູມໃຈທີ່ມີລູກຊາຍສະຫຼາດແບບນັ້ນ ແລະ ພະຍາຍາມທຸກຢ່າງເພື່ອເຮັດໃຫ້ລາວໄດ້ໄປໂຮງຮຽນ ໂດຍຫວັງວ່າລາວຈະສາມາດເຮັດໃຫ້ຕົນເອງໂດດເດັ່ນ ແລະ ຮັບເອົາຕຳແໜ່ງທາງການບາງຢ່າງໃນສັງຄົມ. ໂດຍບໍ່ຮູ້ຕົວ, ເປໂຕໄດ້ເລີ່ມສົນໃນໃນພຣະເຈົ້າ ເຊິ່ງໝາຍຄວາມວ່າ ເມື່ອອາຍຸສິບສີ່ປີ, ເມື່ອລາວກຳລັງສຶກສາໃນມັດທະຍົມຕອນປາຍ, ລາວກໍ່ເລີ່ມເບື່ອກັບຫຼັກສູດວັດທະນະທຳເກຣັກບູຮານທີ່ລາວກຳລັງສຶກສາ, ໂດຍສະເພາະກ່ຽວກັບຄົນທີ່ປັ້ນແຕ່ງຂຶ້ ແລະ ເຫດການທີ່ສ້າງຂຶ້ນໃນປະຫວັດສາດເກຣັກບູຮານ. ນັບຕັ້ງແຕ່ນັ້ນມາ, ເປໂຕທີ່ຫາກໍ່ເຂົ້າສູ່ຊ່ວງໄວໜຸ່ມຂອງລາວ ກໍ່ເລີ່ມພະຍາຍາມຄົ້ນຫາເພີ່ມເຕີມກ່ຽວກັບຊີວິດມະນຸດ ແລະ ໂລກທີ່ກວ້າງຂຶ້ນ. ຄວາມສຳນຶກຂອງລາວບໍ່ໄດ້ບັງຄັບໃຫ້ລາວຕອບແທນຄວາມເຈັບປວດທີ່ພໍ່ແມ່ຂອງລາວໄດ້ຮັບ, ເພາະລາວເຫັນໄດ້ຢ່າງຊັດເຈນວ່າທຸກຄົນດຳລົງຊີວິດຢູ່ໃນສະພາວະທີ່ຫຼອກລວງຕົນເອງ, ພວກເຂົາທຸກຄົນດຳລົງຊີວິດຢູ່ພາຍໃນຊີວິດທີ່ໄຮ້ຄວາມໝາຍ, ທຳລາຍຊີວິດຂອງພວກເຂົາເອງໃນການດີ້ນຮົນຫາຄວາມຮັ່ງມີ ແລະ ການຍອມຮັບ. ຄວາມເຂົ້າໃຈຂອງລາວກ່ຽວຂ້ອງກັບສະພາບແວດລ້ອມທີ່ລາວອາໄສຢູ່ເປັນສ່ວນໃຫຍ່. ຍິ່ງຜູ້ຄົນມີຄວາມຮູ້ຫຼາຍສໍ່າໃດ, ຄວາມສຳພັນລະຫວ່າງບຸກຄົນຂອງພວກເຂົາ ແລະ ໂລກພາຍໃນກໍ່ຍິ່ງຊັບຊ້ອນຂຶ້ນສໍ່ານັ້ນ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງຍິ່ງຢູ່ໃນຄວາມວ່າງເປົ່າຫຼາຍຂຶ້ນ. ພາຍໃຕ້ສະຖານະການເຫຼົ່ານີ້, ເປໂຕໄດ້ໃຊ້ເວລາວ່າງຂອງລາວເພື່ອຢ້ຽມຢາມຫຼາຍບ່ອນ ເຊິ່ງສ່ວນໃຫຍ່ແມ່ນການຢ້ຽມຢາມບຸກຄົນທາງສາສະໜາ. ໃນຫົວໃຈຂອງລາວ, ມັນເບິ່ງຄືກັບວ່າມີຄວາມຮູ້ສຶກທີ່ບໍ່ຊັດເຈນທີ່ວ່າສາສະໜາອາດສາມາດມີສ່ວນສຳລັບທຸກສິ່ງທີ່ບໍ່ສາມາດອະທິບາຍໄດ້ໃນໂລກມະນຸດ ແລະ ດ້ວຍເຫດນ້ັນ ລາວຈຶ່ງມັກໄປທໍາມະສາລາທີ່ຢູ່ໃກ້ຄຽງເພື່ອເຂົ້າຮ່ວມການບໍລິການ. ພໍ່ແມ່ຂອງລາວບໍ່ຮູ້ເລື່ອງນີ້ ແລະ ຕໍ່ມາບໍ່ດົນ ເປໂຕທີ່ມີລັກສະນະນິໄສດີ ແລະ ການສຶກສາທີ່ດີຢູ່ສະເໝີ ກໍ່ເລີ່ມກຽດຊັງການໄປໂຮງຮຽນ. ພາຍໃຕ້ການກຳກັບຂອງພໍ່ແມ່ຂອງລາວ, ລາວເກືອບບໍ່ສຳເລັດການສຶກສາມັດທະຍົມຕອນປາຍ. ເມື່ອລອຍນໍ້າເຂົ້າຝັ່ງຈາກມະຫາສະໝຸດແຫ່ງຄວາມຮູ້, ລາວໄດ້ຫາຍໃຈເຂົ້າເລິກໆ; ຫຼັງຈາກນັ້ນເປັນຕົ້ນມາ, ບໍ່ມີຜູ້ໃດຈະອົບຮົມ ຫຼື ຈຳກັດລາວອີກຕໍ່ໄປ.

ຫຼັງຈາກທີ່ສຳເລັດການສຶກສາໃນໂຮງຮຽນ, ລາວກໍ່ເລີ່ມອ່ານໜັງສືທຸກປະເພດ, ແຕ່ເມື່ອອາຍຸສິບເຈັດປີ, ລາວຍັງບໍ່ມີປະສົບການຫຼາຍກ່ຽວກັບໂລກທີ່ກວ້າງຂຶ້ນ. ຫຼັງຈາກທີ່ສຳເລັດການສຶກສາຈາກໂຮງຮຽນ, ລາວກໍ່ລ້ຽງດູຕົນເອງໂດຍການເຮັດນາ ໃນຂະນະທີ່ຫາເວລາໃຫ້ຫຼາຍເທົ່າທີ່ລາວສາມາດເຮັດໄດ້ເພື່ອອ່ານໜັງສື ແລະ ເຂົ້າຮ່ວມການບໍລິການທາງສາສະໜາ. ພໍ່ແມ່ຂອງລາວທີ່ມີຄວາມຄາດຫວັງສູງສຳລັບລາວ ກໍ່ມັກສາບແຊ່ງສະຫວັນຍ້ອນ “ລູກຊາຍທີ່ກະບົດ” ຂອງພວກເຂົາ, ແມ່ນແຕ່ສິ່ງນີ້ກໍ່ບໍ່ສາມາດຂັດຂວາງຫົນທາງທີ່ລາວຫິວ ແລະ ກະຫາຍຫາຄວາມຊອບທຳໄດ້. ເປໂຕບໍ່ໄດ້ທົນທຸກກັບຄວາມລົ້ມເຫຼວຈຳນວນໜ້ອຍໃນປະສົບການຂອງລາວ, ແຕ່ລາວມີຫົວໃຈທີ່ຫິວກະຫາຍ ແລະ ລາວເລີ່ມເຕີບໃຫຍ່ຄືກັບຫຍ້າທີ່ເກີດຫຼັງຈາກຝົນຕົກ. ຕໍ່ມາບໍ່ດົນ, ລາວກໍ່ “ໂຊກດີ” ພໍທີ່ຈະພົບພໍ້ບຸກຄົນອະວຸໂສບາງຄົນໃນໂລກສາສະໜາ ແລະ ເພາະຄວາມປາຖະໜາຂອງລາວມີຫຼາຍ, ລາວຈຶ່ງເລີ່ມຮ່ວມສະມາຄົມກັບພວກເຂົາຫຼາຍຂຶ້ນເລື້ອຍໆ ຈົນລາວໃຊ້ເວລາເກືອບທັງໝົດຂອງລາວຢູ່ກັບພວກເຂົາ. ເມື່ອແຊກຊຶມກັບຄວາມສຸກທີ່ພໍໃຈ, ລາວກໍ່ຮັບຮູ້ໃນທັນທີວ່າ ຄົນສ່ວນໃຫຍ່ເຫຼົ່ານີ້ເຊື່ອດ້ວຍປາກຂອງພວກເຂົາ ແລະ ພວກເຂົາບໍ່ໄດ້ມອບຫົວໃຈຂອງພວກເຂົາໃຫ້ແກ່ຄວາມເຊື່ອຂອງພວກເຂົາ. ເປໂຕຜູ້ທີ່ມີວິນຍານທີ່ທ່ຽງທຳ ແລະ ບໍລິສຸດຈະສາມາດອົດກັ້ນຕໍ່ການໂຈມຕີດັ່ງກ່າວໄດ້ແນວໃດ? ລາວຮັບຮູ້ວ່າເກືອບທັງໝົດຂອງຄົນທີ່ລາວໄດ້ຮ່ວມສະມາຄົມນໍາເປັນສັດຮ້າຍໃນເສື້ອຜ້າຂອງມະນຸດ, ພວກເຂົາເປັນສັດທີ່ມີໃບໜ້າຂອງມະນຸດ. ໃນເວລານັ້ນ, ເປໂຕໄຮ້ດຽງສາຫຼາຍ, ສະນັ້ນ ໃນໂອກາດຫຼາຍຄັ້ງ ລາວຈຶ່ງອ້ອນວອນກັບພວກເຂົາຈາກຫົວໃຈ. ແຕ່ບຸກຄົນທາງສາສະໜາທີ່ມີເລ່ຫຼ່ຽມ ແລະ ຫຼອກລວງເຫຼົ່ານີ້ຈະຮັບຟັງການອ້ອນວອນຂອງຄົນໜຸ່ມນ້ອຍທີ່ກະຕືລືລົ້ນຄົນນີ້ໄດ້ແນວໃດ? ມັນເປັນເວລານີ້ເອງທີ່ເປໂຕຮູ້ສຶກເຖິງຄວາມວ່າງເປົ່າທີ່ແທ້ຈິງໃນຊີວິດຂອງມະນຸດ: ໃນບາດກ້າວທຳອິດໃນຂັ້ນຕອນຂອງຊີວິດ, ລາວໄດ້ລົ້ມເຫຼວ... ໜຶ່ງປີຕໍ່ມາ, ລາວໄດ້ຍ້າຍອອກຈາກທຳມະສາລາ ແລະ ເລີ່ມດຳລົງຊີວິດຢ່າງເປັນອິດສະຫຼະ.

ຄວາມລົ້ມເຫຼວໄດ້ເຮັດໃຫ້ເປໂຕທີ່ອາຍຸ 18 ປີ ເປັນຜູ້ໃຫຍ່ ແລະ ມີຄວາມຊຳນານຫຼາຍຂຶ້ນ. ບໍ່ມີຮ່ອງຮອຍຄວາມໄຮ້ດຽງສາແບບໄວໜຸ່ມຂອງລາວຫຼົງເຫຼືອຢູ່; ຄວາມໄຮ້ດຽງສາ ແລະ ຄວາມບໍ່ມີສິລະປະຂອງໄວໜຸ່ມໄດ້ຖືກປົກປິດແໜ້ນດ້ວຍຄວາມລົ້ມເຫຼວທີ່ລາວໄດ້ທົນທຸກ ແລະ ລາວເລີ່ມຊີວິດໃໝ່ໃນຖານະຊາວປະມົງ. ສະນັ້ນຈຶ່ງຈະເຫັນຜູ້ຄົນຮັບຟັງເຂົາເທດສະໜາເທິງເຮືອຂອງລາວ. ໃນຂະນະທີ່ລາວຫາລ້ຽງຊີບດ້ວຍການຫາປາ, ລາວກໍ່ຈະເຜີຍແຜ່ຂໍ້ຄວາມຢູ່ບ່ອນໃດກໍ່ຕາມທີ່ລາວໄປ ແລະ ທຸກຄົນທີ່ໄດ້ຍິນລາວເທດສະໜາກໍ່ຕົກຕະລຶງໃນຄຳເທດສະໜາຂອງລາວ, ຍ້ອນສິ່ງທີ່ລາວເວົ້າໄດ້ກະຕຸ້ນຫົວໃຈຂອງຄົນສາມັນ ແລະ ພວກເຂົາທຸກຄົນກໍ່ຖືກດົນບັນດານໂດຍຄວາມຊື່ສັດຂອງລາວຫຼາຍ. ລາວມັກສັ່ງສອນຜູ້ຄົນໃຫ້ປະຕິບັດຕໍ່ຄົນຈາກຫົວໃຈ, ເອີ້ນຫາຜູ້ມີອຳນາດສູງສຸດແຫ່ງສະຫວັນ ແລະ ແຜ່ນດິນໂລກ ແລະ ສິ່ງທັງປວງ ແລະ ບໍ່ເມິນເສີຍຕໍ່ຄວາມສຳນຶກຂອງພວກເຂົາ ແລະ ບໍ່ເຮັດສິ່ງທີ່ເປັນຕາອັບອາຍ, ເຮັດທຸກສິ່ງໃຫ້ເປັນທີ່ພໍໃຈພຣະເຈົ້າທີ່ພວກເຂົາຮັກໃນຫົວໃຈຂອງພວກເຂົາ... ຜູ້ຄົນມັກຖືກສຳຜັດຫຼັງຈາກທີ່ໄດ້ຍິນຄຳເທດສະໜາຂອງລາວ; ພວກເຂົາທຸກຄົນຮູ້ສຶກໄດ້ຮັບແຮງກະຕຸ້ນຈາກລາວ ແລະ ກໍ່ຖືກດົນບັນດານຈົນຮ້ອງໄຫ້ຢູ່ເລື້ອຍໆ. ໃນເວລານັ້ນ, ລາວເປັນທີ່ຍົກຍ້ອງຫຼາຍໂດຍທຸກຄົນທີ່ເປັນຜູ້ຕິດຕາມລາວ, ຜູ້ເຊິ່ງລ້ວນແລ້ວແຕ່ເປັນຄົນທຸກຍາກ ແລະ ມີຈຳນວນໜ້ອຍໂດຍທຳມະຊາດ ເນື່ອງຈາກລັກສະນະຂອງສັງຄົມທີ່ເປັນຢູ່ໃນເວລານັ້ນ. ເປໂຕຖືກຂົ່ມເຫັງໂດຍອົງປະກອບທາງສາສະໜາຂອງສັງຄົມໃນເວລານັ້ນ. ທຸກຢ່າງນີ້ໝາຍຄວາມວ່າ ທຸກໆສອງປີ ລາວຕ້ອງເຄື່ອນຍ້າຍຈາກບ່ອນໜຶ່ງໄປອີກບ່ອນໜຶ່ງ ແລະ ດຳລົງຊີວິດທີ່ໂດດດ່ຽວ. ໃນເວລາສອງປີທີ່ມີປະສົບການທີ່ພິເສດເຫຼົ່ານີ້, ລາວໄດ້ຮັບຄວາມເຂົ້າໃຈ ແລະ ຮຽນຮູ້ຫຼາຍຢ່າງກ່ຽວກັບສິ່ງທີ່ລາວບໍ່ມີຄວາມຮູ້ມາກ່ອນ ຈົນລາວແຕກຕ່າງຈາກຕົວລາວເອງເມື່ອອາຍຸ 14 ປີ, ເຊິ່ງຄືກັບວ່າບໍ່ມີແມ່ນຫຍັງຄືກັນເລີຍໃນຕອນນີ້. ຕະຫຼອດເວລາສອງປີເຫຼົ່ານີ້ທີ່ລາວໄດ້ປະສົບກັບຄົນທຸກປະເພດ ແລະ ໄດ້ເຫັນຄວາມຈິງທຸກປະເພດກ່ຽວກັບສັງຄົມ, ຜົນຕາມມາກໍ່ຄື ລາວເລີ່ມປະຖິ້ມພິທິກຳທຸກຮູບແບບຈາກໂລກແຫ່ງສາສະໜາອອກຈາກຕົນເອງ. ລາວຍັງໄດ້ຮັບຜົນກະທົບຢ່າງເລິກເຊິ່ງຈາກການພັດທະນາໃນພາລະກິດຂອງພຣະວິນຍານບໍລິສຸດໃນເວລານັ້ນ; ໃນຕອນນີ້, ພຣະເຢຊູເຈົ້າກຳລັງເຮັດພາລະກິດເປັນເວລາຫຼາຍປີ, ສະນັ້ນ ພາລະກິດຂອງເປໂຕຈຶ່ງໄດ້ຮັບອິດທິພົນຈາກພາລະກິດຂອງພຣະວິນຍານບໍລິສຸດໃນເວລານັ້ນອີກດ້ວຍ ເຖິງແມ່ນວ່າລາວຍັງບໍ່ໄດ້ພົບກັນພຣະເຢຊູເທື່ອ. ດ້ວຍເຫດຜົນນີ້, ເມື່ອເປໂຕກຳລັງເທດສະໜາ ລາວຈຶ່ງໄດ້ຮັບຫຼາຍສິ່ງທີ່ໄພ່ພົນຮຸ່ນກ່ອນບໍ່ເຄີຍໄດ້ຮັບຈັກເທື່ອ. ແນ່ນອນ ໃນເວລານັ້ນ ລາວຮູ້ຈັກພຣະເຢຊູແຕ່ໜ້ອຍດຽວ, ແຕ່ລາວບໍ່ເຄີຍມີໂອກາດໄດ້ພົບກັບພຣະອົງຢູ່ຊ່ອງໜ້າ. ລາວພຽງແຕ່ຫວັງ ແລະ ປາຖະໜາທີ່ຈະເຫັນຮູບຮ່າງຈາກສະຫວັນທີ່ເກີດມາຈາກພຣະວິນຍານບໍລິສຸດ.

ໃນຕອນຄໍ່າຂອງແລງມື້ໜຶ່ງ, ເປໂຕກຳລັງຫາປາຈາກເຮືອຂອງລາວ (ໃກ້ກັບຝັ່ງຂອງບ່ອນທີ່ເອີ້ນໃນຕອນນີ້ວ່າ ທະເລກາລີເລ). ລາວຖືກ້ານເບັດໃນມືຂອງລາວ, ແຕ່ມີສິ່ງອື່ນທີ່ຢູ່ໃນຄວາມຄິດຂອງລາວ. ຕາເວັນທີ່ກຳລົງຕົກດິນໄດ້ເປັ່ງປະກາຍເທິງພື້ນນໍ້າຄືກັບມະຫາສະໝຸດເລືອດທີ່ກວ້າງໃຫຍ່. ແສງສະຫວ່າງໄດ້ສະທ້ອນໃຫ້ເຫັນເຖິງໃບໜ້າທີ່ໜຸ່ມນ້ອຍ ແຕ່ສະຫງົບງຽບ ແລະ ໜັກແໜ້ນຂອງເປໂຕ; ລາວເບິ່ງຄືກັບວ່າກຳລັງຄຸ່ນຄິດຢ່າງເລິກເຊິ່ງ. ໃນຊ່ວງເວລານັ້ນ, ລົມອ່ອນໄດ້ພັດມາ ແລະ ລາວຮູ້ສຶກໃນທັນທີເຖິງຄວາມໂດດດ່ຽວໃນຊີວິດຂອງລາວ ເຊິ່ງເຮັດໃຫ້ລາວມີຄວາມຮູ້ສຶກໜາວເຢັນຢ່າງກະທັນຫັນ. ເມື່ອຄື້ນມະຫາສະໝຸດເປັ່ງປະກາຍໃນແສງສະຫວ່າງ, ມັນກໍ່ຊັດເຈນວ່າລາວບໍ່ມີອາລົມທີ່ຈະຫາປາ. ເມື່ອລາວກຳລັງສັບສົນໃນຄວາມຄິດ, ໃນທັນໃດນັ້ນ ລາວກໍ່ໄດ້ຍິນຄົນໜຶ່ງທີ່ຢູ່ຫຼັງຂອງລາວເວົ້າຂຶ້ນວ່າ “ຊີໂມນບາໂຈນາ ຄົນຢິວເອີຍ, ມື້ແຫ່ງຊີວິດຂອງເຈົ້າໂດດດ່ຽວ. ເຈົ້າຈະຕິດຕາມເຮົາບໍ?” ດ້ວຍຄວາມມຶນງົງ, ເປໂຕປະກ້ານເບັດທີ່ລາວກຳລັງຖືໃນທັນທີ ເຊິ່ງຈົມລົງສູ່ກົ້ນທະເລຢ່າງກະທັນຫັນ. ເປໂຕຟ້າວຫັນມາເພື່ອເບິ່ງຜູ້ຊາຍທີ່ຢືນຢູ່ໃນເຮືອຂອງລາວ. ລາວຫຼຽວເບິ່ງພຣະອົງຂຶ້ນໆລົງໆ: ຜົມຂອງມະນຸດທີ່ຫ້ອຍລົງຈົນຮອດບ່າໄຫຼ່ຂອງພຣະອົງແມ່ນມີສີເຫຼືອງທອງອ່ອນໆເມື່ອຢູ່ໃນແສງຕາເວັນ, ພຣະອົງສວມໃສ່ເສື້ອຜ້າທີ່ເທົາ, ມີລວງສູງປານກາງ ແລະ ມີລັກສະນະເປັນຜູ້ຊາຍຄົນຢິວຕັ້ງແຕ່ຫົວຮອດນິ້ວຕີນ. ໃນແສງສະຫວ່າງທີ່ກຳລັງຫາຍໄປ, ເສື້ອຜ້າສີເທົາຂອງຜູ້ຊາຍຄົນນັ້ນເບິ່ງຄືເປັນສີດຳໜ້ອຍໜຶ່ງ ແລະ ໃບໜ້າຂອງພຣະອົງກໍ່ເບິ່ງຄືເປັ່ງປະກາຍເລັກນ້ອຍ. ຫຼາຍຄັ້ງ ເປໂຕສະແຫວງຫາເພື່ອພົບກັບພຣະເຢຊູ, ແຕ່ບໍ່ເຄີຍສຳເລັດ. ໃນຊ່ວງເວລານັ້ນ ເລິກໆພາຍໃນຈິດວິນຍານຂອງລາວ, ເປໂຕເຊື່ອວ່າຜູ້ຊາຍຄົນນີ້ຕ້ອງເປັນຄົນທີ່ບໍລິສຸດໃນຫົວໃຈຂອງລາວ ແລະ ດ້ວຍເຫດນັ້ນ ລາວຈຶ່ງກົ້ມລົງໃນເຮືອຫາປາ ແລະ ເວົ້າວ່າ “ເປັນໄປໄດ້ບໍວ່າພຣະອົງເປັນພຣະຜູ້ເປັນເຈົ້າທີ່ມາດເພື່ອເທດສະໜາກ່ຽວກັບຂ່າວປະເສີດແຫ່ງອານາຈັກສະຫວັນ? ຂ້ານ້ອຍໄດ້ຍິນປະສົບການຂອງພຣະອົງ, ແຕ່ຂ້ານ້ອຍບໍ່ເຄີຍເຫັນພຣະອົງ. ຂ້ານ້ອຍຕ້ອງການຕິດຕາມພຣະອົງ, ແຕ່ຂ້ານ້ອຍບໍ່ສາມາດຄົ້ນຫາພຣະອົງ”. ໃນຕອນນັ້ນເອງ, ພຣະເຢຊູເຈົ້າໄດ້ຍັບໄປຫ້ອງໃນເຮືອ ເຊິ່ງເປັນບ່ອນທີ່ພຣະອົງນັ່ງລົງຢ່າງໃຈເຢັນ. “ລຸກຂຶ້ນ ແລະ ມານັ່ງໃກ້ເຮົາ!” ພຣະອົງເວົ້າຂຶ້ນ. “ເຮົາມາທີ່ນີ້ເພື່ອຊອກຫາຄົນທີ່ຮັກເຮົາຢ່າງແທ້ຈິງ. ເຮົາໄດ້ມາເພື່ອເຜີຍແຜ່ຂ່າວປະເສີດແຫ່ງອານາຈັກສະຫວັນເປັນພິເສດ ແລະ ເຮົາຈະເດີນທາງທົ່ວດິນແດນເພື່ອຊອກຫາຄົນທີ່ມີຄວາມຄິດດຽວກັນກັບເຮົາ. ເຈົ້າເຕັມໃຈບໍ?” ເປໂຕຕອບກັບວ່າ: “ຂ້ານ້ອຍຕ້ອງຕິດຕາມຜູ້ທີ່ຖືກສົ່ງມາໂດຍພຣະບິດາທີ່ຢູ່ໃນສະຫວັນ. ຂ້ານ້ອຍຕ້ອງຮັບຮູ້ຜູ້ທີ່ຖືກເລືອກໂດຍພຣະວິນຍານບໍລິສຸດ. ຍ້ອນຂ້ານ້ອຍຮັກພຣະບິດາທີ່ຢູ່ໃນສະຫວັນ, ຂ້ານ້ອຍຈະບໍ່ເຕັມທີ່ຈະຕິດຕາມພຣະອົງໄດ້ແນວໃດ?” ເຖິງແມ່ນຄຳເວົ້າຂອງເປໂຕເຕັມໄປດ້ວຍແນວຄິດສາສະໜາ, ພຣະເຢຊູກໍ່ຍິ້ມ ແລະ ງຶກຫົວຂອງພຣະອົງດ້ວຍຄວາມພໍໃຈ. ໃນຊ່ວງເວລານັ້ນ, ຄວາມຮູ້ສຶກເຖິງຄວາມຮັກໃນລັກສະນະພໍ່ສຳລັບເປໂຕກໍ່ໃຫຍ່ຂຶ້ນພາຍໃນພຣະອົງ.

ເປໂຕຕິດຕາມພຣະເຢຊູເປັນເວລາຫຼາຍປີ ແລະ ໄດ້ເຫັນຫຼາຍຢ່າງໃນພຣະອົງທີ່ບໍ່ໄດ້ຢູ່ໃນຄົນອື່ນ. ຫຼັງຈາກທີ່ຕິດຕາມພຣະອົງເປັນເວລາໜຶ່ງປີ, ເປໂຕກໍ່ຖືກເລືອກໂດຍພຣະເຢຊູໃຫ້ຢູ່ໃນບັນດາສາວົກສິບສອງຄົນ. (ແນ່ນອນ, ພຣະເຢຊູບໍ່ໄດ້ກ່າວສິ່ງນີ້ອອກດັງ ແລະ ຄົນອື່ນກໍ່ບໍ່ຮູ້ກ່ຽວກັບມັນເລີຍ.) ໃນຊີວິດ, ເປໂຕວັດແທກຕົນເອງໃສ່ທຸກສິ່ງທີ່ພຣະເຢຊູເຮັດ. ສິ່ງທີ່ໂດດເດັ່ນທີ່ສຸດກໍ່ຄື ຂໍ້ຄວາມທີ່ພຣະເຢຊູເທດສະໜາໄດ້ແກະສະຫຼັກໃສ່ຫົວໃຈຂອງລາວ. ລາວອຸທິດຕົນ ແລະ ຈົ່ງຮັກພັກດີຕໍ່ພຣະເຢຊູຢ່າງສິ້ນເຊີງ ແລະ ລາວບໍ່ເຄີຍກ່າວຄຳຮ້ອງທຸກໃດໆຕໍ່ພຣະອົງ. ຜົນຕາມມາກໍ່ຄື ລາວໄດ້ກາຍມາເປັນມິດສະຫາຍທີ່ຈິງໃຈຂອງພຣະເຢຊູໃນທຸກບ່ອນທີ່ພຣະອົງໄປ. ເປໂຕສັງເກດຄຳສັ່ງສອນຂອງພຣະເຢຊູ, ຄຳເວົ້າທີ່ອ່ອນໂຍນຂອງພຣະອົງ, ສິ່ງທີ່ພຣະອົງກິນເພື່ອເປັນອາຫານຂອງພຣະອົງ, ເສື້ອຜ້າຂອງພຣະອົງ, ທີ່ພັກພິງຂອງພຣະອົງ ແລະ ລັກສະນະທີ່ພຣະອົງເດີນທາງ. ລາວຮຽນແບບພຣະເຢຊູໃນທຸກດ້ານ. ລາວບໍ່ເຄີຍຖືວ່າຕົນເອງຊອບທຳ, ແຕ່ປະຖິ້ມທຸກສິ່ງທີ່ຫຼ້າສະໄໝ, ຕິດຕາມຕົວຢ່າງຂອງພຣະເຢຊູທັງໃນຄຳເວົ້າ ແລະ ການກະທຳ. ມັນເປັນເວລານັ້ນເອງທີ່ເປໂຕຮູ້ສຶກວ່າ ສະຫວັນ ແລະ ແຜ່ນດິນໂລກ ແລະ ສິ່ງທັງປວງຢູ່ໃນມືຂອງອົງຊົງລິດທານຸພາບສູງສຸດ ແລະ ດ້ວຍເຫດຜົນນີ້ ລາວຈຶ່ງບໍ່ມີທາງເລືອກຂອງຕົນເອງ. ເປໂຕຍັງໄດ້ຊຶມຊັບທຸກສິ່ງທີ່ພຣະເຢຊູເປັນ ແລະ ໃຊ້ມັນໃຫ້ເປັນຕົວຢ່າງ. ຊີວິດຂອງພຣະເຢຊູໄດ້ສະແດງໃຫ້ເຫັນວ່າພຣະອົງບໍ່ຖືວ່າຕົນເອງຊອບທຳໃນສິ່ງທີ່ພຣະອົງເຮັດ; ແທນທີ່ຈະໂອ້ອວດກ່ຽວກັບຕົນເອງ, ພຣະອົງດົນບັນດານຜູ້ຄົນດ້ວຍຄວາມຮັກ. ສິ່ງຕ່າງໆໄດ້ສະແດງໃຫ້ເຫັນເຖິງສິ່ງທີ່ພຣະເຢຊູເປັນ ແລະ ດ້ວຍເຫດຜົນນີ້ ເປໂຕຈຶ່ງຮຽນແບບທຸກສິ່ງທີ່ກ່ຽວກັບພຣະອົງ. ປະສົບການຂອງເປໂຕເຮັດໃຫ້ລາວມີຄວາມຮູ້ຫຼາຍຂຶ້ນເຖິງຄວາມເປັນຕາຮັກຂອງພຣະເຢຊູ ແລະ ລາວໄດ້ເວົ້າສິ່ງຕ່າງໆ ເຊັ່ນ: “ຂ້ານ້ອຍໄດ້ຄົ້ນຫາອົງຊົງລິດທານຸພາບສູງສຸດທົ່ວຈັກກະວານ ແລະ ຂ້ານ້ອຍໄດ້ເຫັນສິ່ງອັດສະຈັນຈາກສະຫວັນ ແລະ ແຜ່ນດິນໂລກ ແລະ ສິ່ງທັງປວງ ແລະ ດ້ວຍເຫດນັ້ນ ຂ້ານ້ອຍຈຶ່ງໄດ້ຮັບຄວາມຮູ້ສຶກທີ່ເລິກເຊິ່ງກ່ຽວກັບຄວາມເປັນຕາຮັກຂອງອົງຊົງລິດທານຸພາບສູງສຸດ. ເຖິງຢ່າງໃດກໍ່ຕາມ, ຂ້ານ້ອຍບໍ່ເຄີຍມີຄວາມຮັກທີ່ແທ້ຈິງໃນຫົວໃຈຂອງຂ້ານ້ອຍເອງ ແລະ ຂ້ານ້ອຍບໍ່ເຄີຍເຫັນຄວາມເປັນຕາຮັກຂອງອົງຊົງລິດທານຸພາບສູງສຸດດ້ວຍຕາຂອງຂ້ານ້ອຍເອງ. ມື້ນີ້ ໃນສາຍຕາຂອງອົງຊົງລິດທານຸພາບສູງສຸດ, ພຣະອົງໄດ້ຫຼຽວເບິ່ງຂ້ານ້ອຍດ້ວຍຄວາມໂປດປານ ແລະ ຂ້ານ້ອຍຮູ້ສຶກເຖິງຄວາມເປັນຕາຮັກຂອງພຣະເຈົ້າໃນທີ່ສຸດ. ຂ້ານ້ອຍໄດ້ຄົ້ນພົບໃນທີ່ສຸດວ່າ ມັນບໍ່ແມ່ນພຽງແຕ່ຍ້ອນພຣະເຈົ້າໄດ້ສ້າງສິ່ງທັງປວງເທົ່ານັ້ນທີ່ເຮັດໃຫ້ມະນຸດຊາດເຮັດພຣະອົງ; ໃນຊີວິດປະຈຳວັນຂອງຂ້ານ້ອຍ, ຂ້ານ້ອຍໄດ້ຄົ້ນພົບຄວາມເປັນຕາຮັກທີ່ໄຮ້ຂອບເຂດຂອງພຣະອົງ. ມັນຈະສາມາດຖືກຈຳກັດໃຫ້ຢູ່ໃນສິ່ງທີ່ສາມາດເບິ່ງເຫັນໃນຕອນນີ້ໄດ້ແນວໃດ?” ເມື່ອເວລາຜ່ານໄປ, ຫຼາຍສິ່ງທີ່ເປັນຕາຮັກກໍ່ຍັງປາກົດໃນເປໂຕເຊັ່ນກັນ. ລາວເລີ່ມເຊື່ອຟັງພຣະເຢຊູຫຼາຍ ແລະ ແນ່ນອນ ລາວຍັງທົນທຸກກັບຄວາມລົ້ມເຫຼວສອງສາມຢ່າງ. ເມື່ອພຣະເຢຊູພາລາວໄປເທດສະໜາໃນສະຖານທີ່ຫຼາຍແຫ່ງ, ເປໂຕກໍ່ຖ່ອມຕົວລົງ ແລະ ຮັບຟັງຄຳເທດສະໜາຂອງພຣະເຢຊູຢູ່ສະເໝີ. ລາວບໍ່ເຄີຍອວດດີຍ້ອນລາວໄດ້ຕິດຕາມພຣະເຢຊູເປັນເວລາຫຼາຍປີ. ຫຼັງຈາກທີ່ພຣະເຢຊູໄດ້ບອກວ່າເຫດຜົນທີ່ພຣະອົງມາແມ່ນເພື່ອຖືກເທິງໄມ້ກາງແຂນ ເພື່ອວ່າພຣະອົງຈະສາມາດສຳເລັດພາລະກິດຂອງພຣະອົງ, ເປໂຕກໍ່ມັກຮູ້ສຶກເປັນທຸກໃນຫົວໃຈຂອງລາວ ແລະ ຈະຮ້ອງໄຫ້ຄົນດຽວຢ່າງລັບໆ. ເຖິງຢ່າງໃດກໍ່ຕາມ, ມື້ “ທີ່ໂຊກຮ້າຍ” ກໍ່ມາເຖິງໃນທີ່ສຸດ. ຫຼັງຈາກທີ່ພຣະເຢຊູຖືກຈັບກຸມ, ເປໂຕກໍ່ຮ້ອງໄຫ້ຄົນດຽວໃນເຮືອຫາປາຂອງລາວ ແລະ ກ່າວຄຳອະທິຖານຫຼາຍຢ່າງຍ້ອນສິ່ງນີ້. ແຕ່ໃນຫົວໃຈຂອງລາວ, ລາວຮູ້ວ່ານີ້ແມ່ນຄວາມປະສົງຂອງພຣະເຈົ້າພຣະບິດາ ແລະ ບໍ່ມີຜູ້ໃດສາມາດປ່ຽນແປງມັນໄດ້. ລາວຍັງເປັນທຸກໃຈ ແລະ ເຕັມໄປດ້ວຍນໍ້າຕາ ພຽງແຕ່ເພາະຄວາມຮັກຂອງລາວ. ແນ່ນອນ ນີ້ຄືຄວາມອ່ອນແອຂອງມະນຸດ. ສະນັ້ນ ເມື່ອລາວໄດ້ຮຽນຮູ້ວ່າພຣະເຢຊູຈະຖືກຄຶງເທິງໄມ້ກາງແຂນ, ລາວກໍ່ຖາມພຣະເຢຊູວ່າ “ຫຼັງຈາກທີ່ພຣະອົງຈາກໄປ, ພຣະອົງຈະກັບຄືນມາຢູ່ທ່າມກາງພວກເຮົາ ແລະ ເຝົ້າເບິ່ງພວກເຮົາບໍ? ພວກເຮົາຍັງຈະສາມາດເຫັນພຣະອົງບໍ?” ເຖິງແມ່ນຄຳເວົ້າເຫຼົ່ານີ້ໄຮ້ດຽງສາຫຼາຍ ແລະ ເຕັມໄປດ້ວຍແນວຄິດຂອງມະນຸດ, ພຣະເຢຊູກໍ່ຮູ້ເຖິງຄວາມຂົມຂື່ນໃນການທົນທຸກຂອງເປໂຕ, ສະນັ້ນ ຜ່ານຄວາມຮັກຂອງພຣະອົງ ພຣະອົງຈຶ່ງຄຳນຶງເຖິງຄວາມອ່ອນແອຂອງເປໂຕ: “ເປໂຕ, ເຮົາຮັກເຈົ້າ. ເຈົ້າຮູ້ບໍ? ເຖິງແມ່ນວ່າບໍ່ມີເຫດຜົນເບື້ອງຫຼັງສິ່ງທີ່ເຈົ້າເວົ້າ, ພຣະບິດາໄດ້ສັນຍາວ່າຫຼັງຈາກທີ່ເຮົາຟື້ນຄືນຊີບ ເຮົາຈະປາກົດຕໍ່ຜູ້ຄົນເປັນເວລາ 40 ມື້. ເຈົ້າບໍ່ເຊື່ອບໍວ່າພຣະວິນຍານຂອງເຮົາຈະປະທານຄວາມກະລຸນາມາໃຫ້ພວກເຈົ້າທຸກຄົນຢູ່ເລື້ອຍໆ?” ເຖິງແມ່ນເປໂຕຮູ້ສຶກວ່າຂ້ອນຂ້າງໄດ້ຮັບກຳລັງໃຈຈາກສິ່ງນີ້, ລາວກໍ່ຍັງຮູ້ສຶກວ່າມີສິ່ງທີ່ຂາດຫາຍໄປ ແລະ ດ້ວຍເຫດນັ້ນ ຫຼັງຈາກທີ່ຟື້ນຄືນຊີບ ພຣະເຢຊູຈຶ່ງປາກົດຕໍ່ລາວຢ່າງເປີດເຜີຍເປັນຄັ້ງທຳອິດ. ເຖິງຢ່າງໃດກໍ່ຕາມ ເພື່ອທີ່ຈະຫ້າມບໍ່ໃຫ້ເປໂຕສືບຕໍ່ຍຶດຕິດກັບແນວຄິດຂອງລາວ, ພຣະເຢຊູປະຕິເສດອາຫານຫຼູຫຼາທີ່ເປໂຕໄດ້ກະກຽມໃຫ້ພຣະອົງ ແລະ ຫາຍຈາກໄປໃນພິບຕາດຽວ. ຈາກຊ່ວງເວລານັ້ນເປັນຕົ້ນມາ, ໃນທີ່ສຸດ ເປໂຕກໍ່ມີຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບພຣະເຢຊູເຈົ້າ ແລະ ຍິ່ງຮັກພຣະອົງຫຼາຍຂຶ້ນ. ຫຼັງຈາກການຟື້ນຄືນຊີບຂອງພຣະອົງ, ພຣະເຢຊູກໍ່ປາກົດຕົວຕໍ່ເປໂຕຢູ່ເລື້ອຍໆ. ພຣະອົງປາກົດຕົວຕໍ່ເປໂຕອີກສາມຄັ້ງຫຼັງຈາກກາຍສີ່ສິບມື້ ແລະ ພຣະອົງໄດ້ຂຶ້ນສູ່ສະຫວັນ. ການປາກົດຕົວແຕ່ລະຄັ້ງຖືກແມ່ນຕອນທີ່ພາລະກິດຂອງພຣະວິນຍານບໍລິສຸດກຳລັງຈະສຳເລັດລົງ ແລະ ພາລະກິດໃໝ່ກຳລັງຈະເລີ່ມຕົ້ນຂຶ້ນ.

ຕະຫຼອດຊີວິດຂອງລາວ, ເປໂຕໄດ້ຫາປາເພື່ອລ້ຽງຊີບ ແຕ່ຍິ່ງໄປກວ່ານັ້ນ ລາວໄດ້ດຳລົງຊີວິດເພື່ອເທດສະໜາ. ໃນປີຕໍ່ມາຂອງລາວ, ລາວໄດ້ຂຽນຈົດໝາຍຄັ້ງທີໜຶ່ງ ແລະ ສອງໃນພຣະທຳເປໂຕ ພ້ອມທັງຈົດໝາຍອີກຫຼາຍສະບັບໃຫ້ແກ່ຄຣິດຕະຈັກແຫ່ງເມືອງຟິລາເດວເຟຍໃນເວລານັ້ນ. ຜູ້ຄົນທີ່ຢູ່ໃນຊ່ວງເວລານີ້ກໍ່ຖືກສຳຜັດໂດຍລາວຢ່າງເລິກເຊິ່ງ. ແທນທີ່ຈະສັ່ງສອນຜູ້ຄົນໂດຍໃຊ້ຫຼັກຖານອ້າງອີງຂອງລາວເອງ, ລາວໄດ້ໃຫ້ການບຳລຸງລ້ຽງຊີວິດທີ່ເໝາະສົມແກ່ພວກເຂົາ. ລາວບໍ່ເຄີຍລືມຄຳສັ່ງສອນຂອງພຣະເຢຊູກ່ອນທີ່ພຣະອົງຈະຈາກໄປ ແລະ ຖືກກະຕຸ້ນໂດຍຄຳສັ່ງສອນເຫຼົ່ານັ້ນຕະຫຼອດຊີວິດຂອງລາວ. ໃນຂະນະທີ່ກຳລັງຕິດຕາມພຣະເຢຊູ, ລາວຕັ້ງໃຈທີ່ຈະຕອບແທນຄວາມຮັກຂອງພຣະຜູ້ເປັນເຈົ້າດ້ວຍຄວາມຕາຍຂອງລາວ ແລະ ຕິດຕາມຕົວຢ່າງຂອງພຣະອົງໃນທຸກສິ່ງ. ພຣະເຢຊູເຫັນດີກັບສິ່ງນີ້, ສະນັ້ນ ເມື່ອເປໂຕອາຍຸ 53 ປີ (ເປັນເວລາອີກ 20 ປີ ນັບຕັ້ງແຕ່ທີ່ພຣະເຢຊູຈາກໄປ), ພຣະເຢຊູກໍ່ປາກົດຕົວຕໍ່ລາວເພື່ອຊ່ວຍບັນລຸຄວາມປາຖະໜາຂອງລາວ. ໃນເຈັດປີຫຼັງຈາກນັ້ນ, ເປໂຕກໍ່ໃຊ້ຊີວິດຂອງລາວເພື່ອຮູ້ຈັກຕົນເອງ. ມື້ໜຶ່ງ, ໃນຕອນສຸດທ້າຍຂອງເຈັດປີເຫຼົ່ານີ້, ລາວກໍ່ຖືກຄຶງເທິງໄມ້ກາງແຂນກັບຫົວ ແລ້ວນໍາຊີວິດທີ່ບໍ່ທຳມະດາຂອງລາວໄປສູ່ຈຸດຈົບ.

ກ່ອນນີ້: ບົດທີ 6

ຕໍ່ໄປ: ບົດທີ 8

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້