ບົດທີ 119

ພວກເຈົ້າທຸກຄົນຄວນເຂົ້າໃຈເຈດຕະນາຂອງເຮົາ ແລະ ພວກເຈົ້າທຸກຄົນຄວນຈະເຂົ້າໃຈອາລົມຂອງເຮົາ. ຕອນນີ້ແມ່ນເວລາທີ່ຈະກຽມກັບຄືນສູ່ຊີໂອນ. ເຮົາບໍ່ມີຄວາມຄິດທີ່ຈະເຮັດຫຍັງ ນອກຈາກສິ່ງນີ້. ເຮົາພຽງແຕ່ຫວັງວ່າຈະໄດ້ກັບມາຮ່ວມຢູ່ກັບພວກເຈົ້າໃນມື້ໃດມື້ໜຶ່ງໃນອີກບໍ່ດົນ ແລະ ໃຊ້ທຸກນາທີ ແລະ ທຸກວິນາທີຮ່ວມກັນກັບພວກເຈົ້າໃນຊີໂອນ. ເຮົາກຽດຊັງໂລກ, ເຮົາກຽດຊັງເນື້ອໜັງ ແລະ ຍິ່ງໄປກວ່ານັ້ນ ເຮົາກຽດຊັງມະນຸດທຸກຄົນທີ່ຢູ່ເທິງແຜ່ນດິນໂລກ. ເຮົາບໍ່ເຕັມໃຈທີ່ຈະເຫັນພວກເຂົາ ເພາະພວກເຂົາທຸກຄົນເປັນຄືກັບມານຮ້າຍ ບໍ່ມີຮ່ອງຮອຍທຳມະຊາດຂອງມະນຸດແມ່ນແຕ່ໜ້ອຍດຽວ. ເຮົາບໍ່ເຕັມໃຈທີ່ຈະດຳລົງຊີວິດເທິງແຜ່ນດິນໂລກ; ເຮົາກຽດຊັງສິ່ງຖືກສ້າງທັງໝົດ, ເຮົາກຽດຊັງທຸກຄົນທີ່ມາຈາກເນື້ອໜັງ ແລະ ເລືອດ. ໂລກທັງປວງເຕັມໄປດ້ວຍຊາກສົບ; ເຮົາຕ້ອງການກັບຄືນສູ່ຊີໂອນທັນທີ, ເພື່ອກຳຈັດກິ່ນຊາກສົບທັງໝົດອອກຈາກແຜ່ນດິນໂລກ ແລະ ເຕີມເຕັມໂລກທັງປວງໄປດ້ວຍສຽງສັນລະເສີນໃຫ້ແກ່ເຮົາ. ເຮົາຈະກັບຄືນສູ່ຊີໂອນ, ເຮົາຈະແຍກຕົວອອກຈາກເນື້ອໜັງ ແລະ ໂລກ ແລະ ບໍ່ມີຜູ້ໃດອາດຂວາງທາງເຮົາໄດ້. ມືຂອງເຮົາທີ່ຂ້າມະນຸດແມ່ນບໍ່ມີຄວາມຮູ້ສຶກ! ຈາກນີ້ເປັນຕົ້ນໄປ ອາດບໍ່ມີຜູ້ໃດເວົ້າເຖິງການສ້າງຄຣິສຕະຈັກ. ຖ້າຜູ້ໃດກໍຕາມເວົ້າ ເຮົາຈະບໍ່ອະໄພໃຫ້ພວກເຂົາ. (ນີ້ກໍຍ້ອນວ່າ ຕອນນີ້ແມ່ນເວລາທີ່ຈະເປັນພະຍານໃຫ້ແກ່ລູກຊາຍກົກຂອງເຮົາ ແລະ ມັນເປັນເວລາທີ່ຈະສ້າງອານາຈັກ; ຜູ້ໃດກໍຕາມທີ່ເວົ້າເຖິງການສ້າງຄຣິສຕະຈັກແມ່ນກຳລັງທຳລາຍການສ້າງອານາຈັກລົງ ແລະ ກໍ່ກວນການຄຸ້ມຄອງຂອງເຮົາ). ທຸກສິ່ງແມ່ນກຽມພ້ອມແລ້ວ, ທຸກສິ່ງໄດ້ຖືກຈັດກຽມແລ້ວ; ສິ່ງດຽວທີ່ຍັງຄົງຢູ່ກໍຄືເພື່ອໃຫ້ລູກຊາຍກົກໄດ້ຮັບການເຊີດຊູ ແລະ ການເປັນພະຍານ. ເມື່ອສິ່ງນັ້ນເກີດຂຶ້ນ ເຮົາຈະກັບຄືນສູ່ຊີໂອນທັນທີ ໂດຍບໍ່ຊັກຊ້າແມ່ນແຕ່ຊ່ວງເວລາດຽວ ແລະ ໂດຍບໍ່ຄຳນຶງເຖິງວ່າຢູ່ໃນຮູບຮ່າງໃດ ເຊິ່ງເປັນບ່ອນທີ່ພວກເຈົ້າມີໃນຄວາມຄິດຂອງພວກເຈົ້າທັງກາງເວັນ ແລະ ກາງຄືນ. ຢ່າພຽງແຕ່ເບິ່ງວ່າ ໂລກໃນປັດຈຸບັນສືບຕໍ່ໄປແນວໃດ, ລາບລື່ນ ແລະ ໝັ້ນຄົງ. ພາລະກິດນີ້ທັງໝົດແມ່ນພາລະກິດຂອງການກັບຄືນສູ່ຊີໂອນ, ສະນັ້ນ ບໍ່ຕ້ອງສົນໃຈສິ່ງເຫຼົ່ານີ້ໃນເວລານີ້; ເມື່ອມື້ແຫ່ງການກັບຄືນສູ່ຊີໂອນມາເຖິງ, ທຸກຄົນກໍຈະຖືກເຮັດໃຫ້ສົມບູນ. ຜູ້ໃດບໍ່ປາຖະໜາທີ່ຈະກັບຄືນສູ່ຊີໂອນໃນໄວໆນີ້? ຜູ້ໃດບໍ່ປາຖະໜາໃຫ້ພຣະບິດາ ແລະ ລູກຊາຍກັບຄືນມາຢູ່ຮ່ວມກັນໃນໄວໆນີ້? ບໍ່ວ່າຄວາມສຸກທາງໂລກຈະສຸກສຳລານສໍ່າໃດກໍຕາມ, ພວກມັນກໍບໍ່ສາມາດຍຶດໝັ້ນກັບເນື້ອໜັງຂອງພວກເຮົາໄດ້; ພວກເຮົາຈະຢູ່ເໜືອເນື້ອໜັງຂອງພວກເຮົາ ແລະ ພ້ອມກັນກັບຄືນສູ່ຊີໂອນ. ຜູ້ໃດກ້າຂັດຂວາງສິ່ງນີ້? ຜູ້ໃດກ້າກໍ່ອຸປະສັກ? ເຮົາຈະບໍ່ໃຫ້ອະໄພພວກເຂົາຢ່າງແນ່ນອນ! ເຮົາຈະກວາດລ້າງສິ່ງກີດຂວາງທັງໝົດໄປ. (ນີ້ຄືເຫດຜົນທີ່ເຮົາເວົ້າວ່າ ເຮົາບໍ່ສາມາດກັບຄືນສູ່ຊີໂອນໄດ້ຢ່າງທັນທີ. ເຮົາກຳລັງປະຕິບັດພາລະກິດແຫ່ງການຊໍາລະລ້າງນີ້ ແລະ ໃນຂະນະດຽວກັນເຮົາກໍກຳລັງເປັນພະຍານໃຫ້ແກ່ລູກຊາຍກົກຂອງເຮົາ; ໜ້າທີ່ສອງຢ່າງເຫຼົ່ານີ້ກຳລັງຄືບໜ້າໃນເວລາດຽວກັນ. ເມື່ອພາລະກິດແຫ່ງການຊໍາລະລ້າງສຳເລັດ, ມັນກໍຈະເປັນເວລາທີ່ເຮົາຈະເປີດເຜີຍລູກຊາຍກົກ. “ສິ່ງກີດຂວາງ” ແມ່ນຜູ້ໃຫ້ບໍລິການຈຳນວນຫຼວງຫຼາຍ ເຊິ່ງເປັນເຫດຜົນທີ່ເຮົາເວົ້າວ່າໜ້າທີ່ສອງຢ່າງເຫຼົ່ານີ້ເກີດຂຶ້ນໃນເວລາດຽວກັນ). ເຮົາຈະໃຫ້ລູກຊາຍກົກຂອງເຮົາຍ່າງໄປກັບເຮົາທົ່ວທັງຈັກກະວານ ແລະ ຈົນສຸດປາຍແຜ່ນດິນໂລກ, ຂ້າມພູເຂົາ ແລະ ແມ່ນໍ້າ ແລະ ສິ່ງທັງປວງ; ຜູ້ໃດກ້າຂັດຂວາງສິ່ງນີ້? ຜູ້ໃດກ້າກີດກັນສິ່ງນີ້? ມືຂອງເຮົາບໍ່ໄດ້ປ່ອຍມະນຸດຄົນໃດໄປຢ່າງງ່າຍດາຍ; ຍົກເວັ້ນລູກຊາຍກົກຂອງເຮົາ ເຮົາໂກດແຄ້ນທຸກຄົນ ແລະ ສາບແຊ່ງທຸກຄົນ. ທົ່ວແຜ່ນດິນ ບໍ່ມີມະນຸດແມ່ນແຕ່ຄົນດຽວທີ່ໄດ້ຮັບພອນຂອງເຮົາ; ທຸກຄົນພົບກັບການສາບແຊ່ງຂອງເຮົາ. ຕັ້ງແຕ່ການເນລະມິດສ້າງໂລກ, ເຮົາບໍ່ໄດ້ອວຍພອນຜູ້ໃດ; ແມ່ນແຕ່ເມື່ອເຮົາໄດ້ມອບພອນ, ພວກມັນກໍເປັນພຽງຄຳເວົ້າ ບໍ່ແມ່ນຄວາມຈິງຈັກເທື່ອ, ຍ້ອນເຮົາກຽດຊັງຊາຕານທີ່ສຸດ; ເຮົາຈະບໍ່ອວຍພອນມັນຈັກເທື່ອ, ມີແຕ່ຈະລົງໂທດມັນ. ມີແຕ່ໃນທີ່ສຸດ ຫຼັງຈາກທີ່ເຮົາໄດ້ເອົາຊະນະຊາຕານຢ່າງຄົບຖ້ວນ ແລະ ໄຊຊະນະທີ່ສົມບູນເປັນຂອງເຮົາ, ເຮົາຈຶ່ງຈະມອບພອນທາງດ້ານວັດຖຸໃຫ້ແກ່ຜູ້ໃຫ້ບໍລິການທີ່ຈົ່ງຮັກພັກດີທຸກຄົນ ແລະ ປ່ອຍໃຫ້ພວກເຂົາໄດ້ຮັບຄວາມປິຕິຍິນດີໃນການສັນລະເສີນເຮົາ ຍ້ອນພາລະກິດທັງໝົດຂອງເຮົາຖືກເຮັດໃຫ້ສຳເລັດແລ້ວ.

ແນ່ນອນ ເວລາຂອງເຮົາບໍ່ໄດ້ຢູ່ໄກ. ແຜນການຄຸ້ມຄອງຫົກພັນປີໃກ້ທີ່ຈະສຳເລັດຕໍ່ຕາຂອງພວກເຈົ້າ. (ແນ່ນອນ ມັນຢູ່ຕໍ່ຕາຂອງພວກເຈົ້າ. ມັນບໍ່ແມ່ນການຄາດການບາງຢ່າງ; ພວກເຈົ້າສາມາດເຫັນສິ່ງນີ້ໄດ້ຈາກອາລົມຂອງເຮົາ). ເຮົາຈະເອົາລູກຊາຍກົກຂອງເຮົາກັບຄືນສູ່ຊີໂອນທັນທີ. ບາງຄົນຈະເວົ້າວ່າ “ຖ້າມັນແມ່ນສຳລັບລູກຊາຍກົກເທົ່ານັ້ນ ເປັນຫຍັງມັນຈຶ່ງໃຊ້ເວລາຫົກພັນປີ? ແລ້ວເປັນຫຍັງຫຼາຍຄົນຈຶ່ງຖືກສ້າງຂຶ້ນ?” ເຮົາໄດ້ເວົ້າກ່ອນໜ້ານັ້ນແລ້ວວ່າ ທຸກສິ່ງຂອງເຮົາລໍ້າຄ່າ. ລູກຊາຍກົກຂອງເຮົາຈະບໍ່ຍິ່ງເປັນຫຼາຍກວ່ານັ້ນບໍ? ເຮົາຈະລະດົມທຸກຄົນໃຫ້ຮັບໃຊ້ເຮົາ ແລະ ຍິ່ງໄປກວ່ານັ້ນ ເຮົາຈະເປີດເຜີຍອຳນາດຂອງເຮົາ ເພື່ອໃຫ້ທຸກຄົນສາມາດເຫັນໄດ້ວ່າ ໃນໂລກຈັກກະວານທັງປວງ ບໍ່ມີວັດຖຸແມ່ນແຕ່ສິ່ງດຽວທີ່ບໍ່ໄດ້ຢູ່ໃນມືຂອງພວກເຮົາ, ບໍ່ມີຄົນແມ່ນແຕ່ຄົນດຽວທີ່ບໍ່ໄດ້ຢູ່ໃນການບໍລິການຂອງພວກເຮົາ ແລະ ບໍ່ມີສິ່ງຂອງແມ່ນແຕ່ສິ່ງດຽວທີ່ບໍ່ແມ່ນເພື່ອຄວາມສຳເລັດຂອງພວກເຮົາ. ເຮົາຈະບັນລຸທຸກສິ່ງ. ສຳລັບເຮົາແລ້ວ ບໍ່ມີແນວຄວາມຄິດກ່ຽວກັບເວລາ; ເຖິງແມ່ນເຮົາຕັ້ງໃຈທີ່ຈະເຮັດໃຫ້ແຜນການ ແລະ ພາລະກິດຂອງເຮົາໃນເວລາຫົກພັນປີນັ້ນສຳເລັດ, ສຳລັບເຮົາແລ້ວ ທຸກສິ່ງແມ່ນຖືກປົດປ່ອຍ ແລະ ເປັນອິດສະຫຼະ. ເຖິງແມ່ນວ່າມັນໜ້ອຍກວ່າຫົກພັນປີ, ໃນມຸມມອງຂອງເຮົາ ເວລາໄດ້ມາເຖິງແລ້ວ ຜູ້ໃດຈະກ້າກ່າວຄຳເວົ້າທີ່ຕໍ່ຕ້ານ? ຜູ້ໃດຈະກ້າຢືນຢັດ ແລະ ຕັດສິນຕາມອຳເພີໃຈ? ພາລະກິດຂອງເຮົາ, ເຮົາຈະເຮັດດ້ວຍຕົນເອງ; ເວລາຂອງເຮົາ, ເຮົາຈະຈັດແຈງດ້ວຍຕົນເອງ. ບໍ່ມີຜູ້ໃດ, ບໍ່ມີເລື່ອງໃດ ແລະ ບໍ່ມີສິ່ງໃດກ້າເຮັດຕາມອຳເພີໃຈ; ເຮົາຈະເຮັດໃຫ້ທຸກຄົນຕິດຕາມເຮົາ. ສຳລັບເຮົາແລ້ວ ບໍ່ມີຖືກ ຫຼື ຜິດ; ຖ້າເຮົາເວົ້າວ່າສິ່ງໃດໜຶ່ງຖືກຕ້ອງ, ມັນກໍຖືກຕ້ອງຢ່າງແນ່ນອນ; ຖ້າເຮົາເວົ້າວ່າສິ່ງໃດໜຶ່ງຜິດ ມັນກໍຈະຜິດເຊັ່ນກັນ. ເຈົ້າຕ້ອງບໍ່ວັດແທກເຮົາດ້ວຍແນວຄິດຂອງມະນຸດຢູ່ສະເໝີ! ເຮົາເວົ້າວ່າ ລູກຊາຍກົກ ແລະ ເຮົາໄດ້ຮັບພອນຮ່ວມກັນ, ຜູ້ໃດກ້າປະຕິເສດທີ່ຈະຍອມ? ເຮົາຈະທຳລາຍເຈົ້າທັນທີ! ເຈົ້າປະຕິເສດທີ່ຈະຍອມ! ເຈົ້າກະບົດ! ເຮົາບໍ່ມີຄວາມເມດຕາຕໍ່ມະນຸດຊາດຄົນໃດໜຶ່ງແທ້ໆ ແລະ ຄວາມກຽດຊັງຂອງເຮົາໄດ້ໄປເຖິງຂີດຈຳກັດຂອງມັນແລ້ວ; ເຮົາພຽງແຕ່ບໍ່ສາມາດອົດທົນໄດ້ອີກຕໍ່ໄປ. ເທົ່າທີ່ເຮົາຮູ້ ໂລກຈັກກະວານທັງປວງຕ້ອງຖືກທຳລາຍຖິ້ມທັນທີ, ມີແຕ່ເມື່ອນັ້ນ ພາລະກິດທີ່ຍິ່ງໃຫຍ່ຂອງເຮົາຈຶ່ງຈະບັນລຸ; ມີແຕ່ເມື່ອນັ້ນ ແຜນການຄຸ້ມຄອງຂອງເຮົາຈຶ່ງຈະສຳເລັດ; ແລະ ມີແຕ່ເມື່ອນັ້ນ ຄວາມກຽດຊັງທີ່ຢູ່ໃນຫົວໃຈຂອງເຮົາຈຶ່ງຈະຖືກປັດເປົ່າອອກ. ບັດນີ້ ເຮົາເປັນຫ່ວງແຕ່ການເປັນພະຍານໃຫ້ກັບລູກຊາຍກົກຂອງເຮົາເທົ່ານັ້ນ. ເຮົາຈະປະຖິ້ມເລື່ອງອື່ນໆທັງໝົດ; ເຮົາຈະເຮັດສິ່ງທີ່ສຳຄັນກ່ອນ ແລະ ຫຼັງຈາກນັ້ນ ເຮົາຈຶ່ງຈະເຮັດສິ່ງທີ່ຮອງລົງມາ. ສິ່ງເຫຼົ່ານີ້ແມ່ນບາດກ້າວໃນພາລະກິດຂອງເຮົາ ເຊິ່ງບໍ່ມີຜູ້ໃດຄວນລະເມີດ; ທຸກຄົນຕ້ອງປະຕິບັດຕາມທີ່ເຮົາເວົ້າ ເພື່ອບໍ່ໃຫ້ພວກເຂົາກາຍມາເປັນເປົ້າໝາຍຂອງການສາບແຊ່ງຂອງເຮົາ.

ບັດນີ້ເມື່ອພາລະກິດຂອງເຮົາສຳເລັດລົງ, ເຮົາກໍສາມາດພັກຜ່ອນ. ຈາກນີ້ເປັນຕົ້ນໄປ ເຮົາຈະບໍ່ປະຕິບັດພາລະກິດອີກຕໍ່ໄປ, ແຕ່ຈະສັ່ງໃຫ້ລູກຊາຍກົກຂອງເຮົາເຮັດທຸກສິ່ງທີ່ເຮົາຕ້ອງການເຮັດໃຫ້ສຳເລັດ ເພາະລູກຊາຍກົກຂອງເຮົາກໍເປັນເຮົາ; ລູກຊາຍກົກຂອງເຮົາເປັນຕົວຕົນຂອງເຮົາ. ສິ່ງນີ້ບໍ່ໄດ້ຜິດພາດແມ່ນແຕ່ໜ້ອຍດຽວ; ຢ່າໃຊ້ແນວຄິດເພື່ອຕັດສິນ. ການໄດ້ເຫັນລູກຊາຍກົກກໍຄືການໄດ້ເຫັນເຮົາ ຍ້ອນພວກເຮົາເປັນໜຶ່ງດຽວກັນ ແລະ ເປັນອັນດຽວກັນ. ຜູ້ໃດກໍຕາມທີ່ແຍກພວກເຮົາກໍກຳລັງຕໍ່ຕ້ານເຮົາ ແລະ ເຮົາຈະບໍ່ໃຫ້ອະໄພແກ່ພວກເຂົາ. ໃນພຣະທຳຂອງເຮົາ ມີຄວາມລຶກລັບທີ່ມະນຸດບໍ່ສາມາດເຂົ້າໃຈໄດ້. ມີແຕ່ຄົນທີ່ເຮົາຮັກເທົ່ານັ້ນທີ່ສາມາດສະແດງເຖິງເຮົາ ແລະ ບໍ່ມີຄົນອື່ນອີກ; ສິ່ງນີ້ຖືກເຮົາກຳນົດ ແລະ ບໍ່ມີຜູ້ໃດສາມາດປ່ຽນແປງມັນໄດ້. ພຣະທຳຂອງເຮົາອຸດົມສົມບູນ, ຄວບຄຸມ ແລະ ບໍ່ສາມາດຢັ່ງເຖິງ. ທຸກຄົນຄວນເສຍສະຫຼະຄວາມພະຍາຍາມອັນຍິ່ງໃຫຍ່ໃນພຣະທຳຂອງເຮົາ, ພະຍາຍາມໄຕ່ຕອງພຣະທຳເຫຼົ່ານີ້ຢູ່ເລື້ອຍໆ ແລະ ບໍ່ເອົາອອກພຣະທຳແມ່ນແຕ່ຄຳດຽວ ຫຼື ປະໂຫຍກດຽວ, ບໍ່ດັ່ງນັ້ນ ຜູ້ຄົນຈະເຮັດວຽກໜັກພາຍໃຕ້ຄວາມຜິດພາດ ແລະ ພຣະທຳຂອງເຮົາຈະຖືກເຂົ້າໃຈຜິດ. ເຮົາໄດ້ເວົ້າວ່າ ອຸປະນິໄສຂອງເຮົາບໍ່ອົດທົນຕໍ່ການເຮັດຜິດ ເຊິ່ງໝາຍຄວາມວ່າ ລູກຊາຍກົກຂອງເຮົາທີ່ໄດ້ຮັບການເປັນພະຍານແມ່ນບໍ່ສາມາດຖືກຕໍ່ຕ້ານໄດ້. ລູກຊາຍກົກຂອງເຮົາເປັນຕົວແທນໃຫ້ກັບທຸກລັກສະນະໃນອຸປະນິໄສຂອງເຮົາ, ສະນັ້ນ ເມື່ອແກທີ່ສັກສິດດັງຂຶ້ນ, ນັ້ນແມ່ນເວລາທີ່ເຮົາເລີ່ມເປັນພະຍານໃຫ້ກັບລູກຊາຍກົກ ແລະ ດ້ວຍເຫດນັ້ນ ຕໍ່ນີ້ໄປ ແກທີ່ສັກສິດກໍຈະເປັນການປະກາດເຖິງອຸປະນິໄສຂອງເຮົາຕໍ່ມວນຊົນເທື່ອລະໜ້ອຍ. ເວົ້າອີກຢ່າງກໍຄື ເມື່ອລູກຊາຍກົກຖືກເປີດເຜີຍ ນັ້ນກໍຈະເປັນເວລາທີ່ອຸປະນິໄສຂອງເຮົາຖືກເປີດເຜີຍ. ຜູ້ໃດສາມາດຢັ່ງເຖິງສິ່ງນີ້ໄດ້? ເຮົາເວົ້າວ່າ ແມ່ນແຕ່ພາຍໃນຄວາມລຶກລັບທີ່ເຮົາໄດ້ເປີດເຜີຍ ທີ່ນັ້ນກໍຍັງມີຄວາມລຶກລັບທີ່ຜູ້ຄົນບໍ່ສາມາດແກ້ໄຂໄດ້. ຜູ້ໃດທ່າມກາງພວກເຈົ້າທີ່ໄດ້ພະຍາຍາມຄິດອອກເຖິງຄວາມໝາຍທີ່ແທ້ຈິງຂອງພຣະທຳເຫຼົ່ານີ້ແທ້ໆ? ອຸປະນິໄສຂອງເຮົາເປັນບຸກຄະລິກຂອງບຸກຄົນໃດໜຶ່ງ ດັ່ງທີ່ພວກເຈົ້າໄດ້ຈິນຕະນາການບໍ? ການຄິດແບບນັ້ນແມ່ນເປັນຂໍ້ຜິດພາດທີ່ຮ້າຍແຮງ! ມື້ນີ້ ຜູ້ໃດກໍຕາມທີ່ເຫັນວ່າລູກຊາຍກົກຂອງເຮົາເປັນເປົ້າໝາຍຂອງພອນ ແລະ ພວກເຂົາໄດ້ເຫັນອຸປະນິໄສຂອງເຮົາ, ສິ່ງນີ້ກໍເປັນຈິງແທ້ໆ. ລູກຊາຍກົກຂອງເຮົາເປັນຕົວແທນໃຫ້ແກ່ທຸກຢ່າງຂອງເຮົາ; ພວກເຂົາເປັນຕົວຕົນຂອງເຮົາ ໂດຍບໍ່ຕ້ອງສົງໄສ. ບໍ່ມີຜູ້ໃດອາດມີຄວາມສົງໄສກ່ຽວກັບສິ່ງນີ້ໄດ້! ຄົນທີ່ເຊື່ອຟັງກໍໄດ້ຮັບພອນດ້ວຍຄວາມກະລຸນາ ແລະ ຄົນທີ່ກະບົດກໍຖືກສາບແຊ່ງ. ນີ້ແມ່ນສິ່ງທີ່ເຮົາສັ່ງການ ແລະ ບໍ່ມີຜູ້ໃດສາມາດປ່ຽນແປງມັນໄດ້!

ກ່ອນນີ້: ບົດທີ 118

ຕໍ່ໄປ: ບົດທີ 120

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້