ບົດທີ 113

ສະຕິປັນຍາຂອງເຮົາແມ່ນຢູ່ພາຍໃນການກະທຳທຸກຢ່າງທີ່ເຮົາເຮັດ, ແຕ່ໂດຍພື້ນຖານແລ້ວ ມະນຸດແມ່ນບໍ່ສາມາດຢັ່ງເຖິງສະຕິປັນຍານີ້ເລີຍ; ມະນຸດພຽງແຕ່ສາມາດເຫັນການກະທຳຂອງເຮົາ ແລະ ພຣະທຳຂອງເຮົາເທົ່ານັ້ນ, ບໍ່ແມ່ນສະຫງ່າລາສີຂອງເຮົາ ຫຼື ການປາກົດຕົວຕົນຂອງເຮົາ ຍ້ອນໂດຍພື້ນຖານແລ້ວ ມະນຸດຂາດຄວາມສາມາດນີ້. ສະນັ້ນ ຫາກປາສະຈາກການທີ່ເຮົາເຮັດໃຫ້ມະນຸດປ່ຽນແປງ ລູກຊາຍກົກຂອງເຮົາ ແລະ ເຮົາກໍຈະກັບຄືນສູ່ຊີໂອນ ແລະ ປ່ຽນແປງຮູບຮ່າງ ເພື່ອໃຫ້ມະນຸດໄດ້ເຫັນສະຕິປັນຍາຂອງເຮົາ ແລະ ອຳນາດອັນໄພສານຂອງເຮົາ. ສະຕິປັນຍາ ແລະ ອຳນາດອັນໄພສານຂອງເຮົາ ເຊິ່ງມະນຸດໄດ້ເຫັນໃນຕອນນີ້ ກໍເປັນພຽງສ່ວນໜຶ່ງທີ່ເລັກນ້ອຍໃນສະຫງ່າລາສີຂອງເຮົາ ບໍ່ຄວນຄ່າແກ່ການກ່າວເຖິງແມ່ນແຕ່ໜ້ອຍດຽວ. ຈາກນີ້ ມັນສາມາດເຫັນໄດ້ວ່າ ສະຕິປັນຍາຂອງເຮົາ ແລະ ສະຫງ່າລາສີຂອງເຮົາບໍ່ສິ້ນສຸດ ນັ້ນກໍຄື ສິ່ງເຫຼົ່ານັ້ນເລິກເຊິ່ງໂດຍບໍ່ສາມາດວັດແທກໄດ້ ແລະ ໂດຍພື້ນຖານແລ້ວ ຄວາມຄິດຂອງມະນຸດບໍ່ສາມາດພິຈາລະນາ ຫຼື ເຂົ້າໃຈມັນໄດ້. ການສ້າງອານາຈັກແມ່ນໜ້າທີ່ຂອງລູກຊາຍກົກ ແລະ ນີ້ແມ່ນໜ້າທີ່ຂອງເຮົາເຊັ່ນກັນ. ນັ້ນໝາຍຄວາມວ່າ ມັນຄືລາຍການທີ່ຢູ່ໃນແຜນການຄຸ້ມຄອງຂອງເຮົາ. ການສ້າງອານາຈັກບໍ່ຄືກັບການສ້າງຄຣິສຕະຈັກ; ຍ້ອນລູກຊາຍກົກຂອງເຮົາ ແລະ ເຮົາເປັນຕົວຕົນຂອງເຮົາ ແລະ ອານາຈັກ, ແລ້ວເມື່ອລູກຊາຍກົກຂອງເຮົາ ແລະ ເຮົາເຂົ້າສູ່ພູຊີໂອນ, ການສ້າງອານາຈັກກໍຈະຖືກບັນລຸແລ້ວ. ເວົ້າອີກຢ່າງໜຶ່ງກໍຄື ການສ້າງອານາຈັກແມ່ນບາດກ້າວໜຶ່ງໃນພາລະກິດ ນັ້ນກໍຄື ບາດກ້າວເພື່ອເຂົ້າສູ່ໂລກຝ່າຍວິນຍານ. (ເຖິງຢ່າງໃດກໍຕາມ ທຸກສິ່ງທີ່ເຮົາໄດ້ເຮັດນັບຕັ້ງແຕ່ການສ້າງໂລກກໍແມ່ນເພື່ອເຫັນແກ່ບາດກ້າວນີ້. ເຖິງແມ່ນເຮົາເວົ້າວ່າ ມັນເປັນບາດກ້າວໜຶ່ງ, ໃນຄວາມເປັນຈິງແລ້ວ ມັນບໍ່ແມ່ນບາດກ້າວໜຶ່ງເລີຍ). ສະນັ້ນ ເຮົາຈຶ່ງໃຊ້ຜູ້ໃຫ້ບໍລິການທຸກຄົນຮັບໃຊ້ໃນບາດກ້າວນີ້ ແລະ ຜົນຕາມມາກໍຄື ໃນລະຫວ່າງຍຸກສຸດທ້າຍ ຄົນຈຳນວນຫຼວງຫຼາຍຈະຖອນຕົວ; ພວກເຂົາທຸກຄົນຈະໃຫ້ບໍລິການແກ່ລູກຊາຍກົກ. ຜູ້ໃດກໍຕາມທີ່ເສຍສະຫຼະຄວາມເມດຕາໃຫ້ແກ່ຜູ້ໃຫ້ບໍລິການເຫຼົ່ານີ້ກໍຈະຕາຍດ້ວຍການສາບແຊ່ງຂອງເຮົາ. (ຜູ້ໃຫ້ບໍລິການທຸກຄົນເປັນຕົວແທນໃຫ້ກັບກົນອຸບາຍຂອງມັງກອນແດງຜູ້ຍິ່ງໃຫຍ່ ແລະ ລ້ວນແລ້ວແຕ່ເປັນລູກນ້ອງຂອງຊາຕານ, ສະນັ້ນ ຄົນທີ່ເສຍສະຫຼະຄວາມເມດຕາໃຫ້ແກ່ພວກເຂົາກໍເປັນຜູ້ສົມຮູ້ຮ່ວມຄິດຂອງມັງກອນແດງຜູ້ຍິ່ງໃຫຍ່ ແລະ ເປັນຂອງຊາຕານ). ເຮົາຮັກທຸກຄົນທີ່ເຮົາຮັກ ແລະ ກຽດຊັງເປົ້າໝາຍທັງໝົດໃນການສາບແຊ່ງ ແລະ ການເຜົາໄໝ້ຂອງເຮົາ. ພວກເຈົ້າຍັງສາມາດເຮັດແບບນີ້ໄດ້ບໍ? ແນ່ນອນ ເຮົາຈະບໍ່ໃຫ້ອະໄພຜູ້ໃດກໍຕາມທີ່ຢືນຕໍ່ສູ້ເຮົາ ຫຼື ເຮົາຈະບໍ່ປ່ອຍພວກເຂົາໄປ! ໃນການປະຕິບັດແຕ່ລະການກະທຳ, ເຮົາຈັດແຈງໃຫ້ຜູ້ໃຫ້ບໍລິການຈຳນວນຫຼວງຫຼາຍຮັບໃຊ້ເຮົາ. ສະນັ້ນ ມັນຈຶ່ງສາມາດເຫັນໄດ້ວ່າ ຕະຫຼອດປະຫວັດສາດ ມັນແມ່ນເພື່ອເຫັນແກ່ບາດກ້າວຂອງປັດຈຸບັນ ຜູ້ປະກາດພຣະທຳ ແລະ ອັກຄະສາວົກທັງໝົດຈຶ່ງໄດ້ໃຫ້ບໍລິການ ແລະ ພວກເຂົາບໍ່ໄດ້ເປັນທີ່ພໍໃຈເຮົາ, ບໍ່ໄດ້ມາຈາກເຮົາ. (ເຖິງແມ່ນວ່າພວກເຂົາສ່ວນໃຫຍ່ຈົ່ງຮັກພັກດີຕໍ່ເຮົາ, ກໍບໍ່ມີຜູ້ໃດເປັນຂອງເຮົາ. ສະນັ້ນ ການທີ່ພວກເຂົາແລ່ນໄປມາກໍແມ່ນເພື່ອສ້າງພື້ນຖານຂອງບາດກ້າວສຸດທ້າຍນີ້ສຳລັບເຮົາ, ແຕ່ຄວາມພະຍາຍາມທັງໝົດຂອງພວກເຂົາກໍໄຮ້ປະໂຫຍດ ຕາບໃດທີ່ພວກເຂົາກ່ຽວຂ້ອງກັບພວກເຂົາເອງ). ດ້ວຍເຫດນັ້ນ ໃນລະຫວ່າງຍຸກສຸດທ້າຍກໍຈະມີຜູ້ຄົນຈຳນວນຫຼວງຫຼາຍຍິ່ງຂຶ້ນທີ່ຈະຖອນຕົວ.(ເຫດຜົນທີ່ເຮົາເວົ້າວ່າ “ຈຳນວນຫຼວງຫຼາຍ” ກໍຄື ແຜນການຄຸ້ມຄອງຂອງເຮົາໄດ້ໄປເຖິງຈຸດຈົບຂອງມັນ, ການສ້າງອານາຈັກຂອງເຮົາກໍໄດ້ສຳເລັດແລ້ວ ແລະ ລູກຊາຍກົກກໍໄດ້ນັ່ງເທິງບັນລັງ). ນັ້ນແມ່ນລ້ວນແລ້ວແຕ່ເນື່ອງຈາກການປາກົດຕົວຂອງລູກຊາຍກົກ. ຍ້ອນລູກຊາຍກົກໄດ້ປາກົດຕົວຂຶ້ນ, ມັງກອນແດງຜູ້ຍິ່ງໃຫຍ່ຈຶ່ງພະຍາຍາມທຸກວິທີທາງທີ່ສາມາດເຮັດໄດ້ເພື່ອສ້າງຄວາມເສຍຫາຍ ແລະ ເຮັດໃຫ້ທຸກເສັ້ນທາງເສື່ອມສະພາບ. ມັນສົ່ງວິນຍານທີ່ຊົ່ວຮ້າຍທຸກຮູບແບບເພື່ອມາໃຫ້ບໍລິການແກ່ເຮົາ ຜູ້ທີ່ສະແດງທາດແທ້ຂອງພວກມັນໃນຊ່ວງເວລາປັດຈຸບັນ ແລະ ຜູ້ທີ່ພະຍາຍາມກໍ່ກວນການຄຸ້ມຄອງຂອງເຮົາ. ສິ່ງເຫຼົ່ານີ້ແມ່ນບໍ່ສາມາດເຫັນໄດ້ດ້ວຍຕາເປົ່າ; ພວກມັນແມ່ນທຸກສິ່ງທີ່ຢູ່ໃນໂລກຝ່າຍວິນຍານ. ສະນັ້ນ ຜູ້ຄົນຈຶ່ງບໍ່ເຊື່ອວ່າ ມີຄົນຈຳນວນຫຼວງຫຼາຍທີ່ຖອນຕົວ, ແຕ່ເຮົາຮູ້ວ່າເຮົາເຮັດຫຍັງ, ເຮົາເຂົ້າໃຈການຄຸ້ມຄອງຂອງເຮົາ; ນີ້ແມ່ນເຫດຜົນທີ່ບໍ່ໃຫ້ມະນຸດແຊກແຊງ. (ມື້ທີ່ວິນຍານຊົ່ວຮ້າຍທີ່ຕໍ່າຊ້າທຸກປະເພດຈະເປີດເຜີຍຕົວຕົນທີ່ແທ້ຈິງຂອງພວກມັນກໍຈະມາເຖິງ ແລະ ມະນຸດທຸກຄົນຈະເຊື່ອໝັ້ນຢ່າງຈິງໃຈ).

ເຮົາຮັກລູກຊາຍກົກຂອງເຮົາ, ແຕ່ຄົນທີ່ເປັນເຊື້ອສາຍຂອງມັງກອນແດງຜູ້ຍິ່ງໃຫຍ່ ແລະ ຮັກເຮົາດ້ວຍຄວາມຈິງໃຈຢ່າງຫຼວງຫຼາຍ, ເຮົາບໍ່ໄດ້ຮັກເລີຍ; ໃນຄວາມເປັນຈິງແລ້ວ ເຮົາກຽດຊັງພວກເຂົາທຸກຄົນຫຼາຍຊໍ້າອີກ. (ຜູ້ຄົນເຫຼົ່ານີ້ບໍ່ໄດ້ມາຈາກເຮົາ ແລະ ເຖິງແມ່ນພວກເຂົາສະແດງເຈດຕະນາດີ ແລະ ເວົ້າດ້ວຍຄຳເວົ້າທີ່ມ່ວນຫູ, ສິ່ງນີ້ກໍລ້ວນແລ້ວແຕ່ເປັນກົນອຸບາຍຂອງມັງກອນແດງຜູ້ຍິ່ງໃຫຍ່ ແລະ ດ້ວຍເຫດນັ້ນ ເຮົາຈຶ່ງກຽດຊັງພວກເຂົາຈົນເຂົ້າກະດູກດຳຂອງເຮົາ). ນີ້ແມ່ນອຸປະນິໄສຂອງເຮົາ ແລະ ນີ້ແມ່ນຄວາມຊອບທຳທັງໝົດຂອງເຮົາ. ມະນຸດບໍ່ສາມາດຢັ່ງເຖິງມັນໄດ້ເລີຍ. ເປັນຫຍັງຄວາມຊອບທຳທັງໝົດຂອງເຮົາຈຶ່ງຖືກເປີດເຜີຍໃນທີ່ນີ້? ຈາກນີ້ ຄົນໃດໜຶ່ງກໍສາມາດຮັບຮູ້ເຖິງອຸປະນິໄສອັນບໍລິສຸດຂອງເຮົາ ທີ່ບໍ່ອົດທົນຕໍ່ການເຮັດຜິດ. ເຮົາສາມາດຮັກລູກຊາຍກົກຂອງເຮົາ ແລະ ກຽດຊັງທຸກຄົນທີ່ບໍ່ແມ່ນລູກຊາຍກົກຂອງເຮົາ (ເຖິງແມ່ນວ່າພວກເຂົາເປັນຄົນທີ່ຈົ່ງຮັກພັກດີກໍຕາມ). ນີ້ແມ່ນອຸປະນິໄສຂອງເຮົາ. ພວກເຈົ້າບໍ່ສາມາດເຫັນບໍ? ໃນແນວຄິດຂອງຜູ້ຄົນ ເຮົາເປັນພຣະເຈົ້າທີ່ເມດຕາຢູ່ສະເໝີ ແລະ ເຮົາຮັກທຸກຄົນທີ່ຮັກເຮົາ; ການຕີຄວາມໝາຍນີ້ບໍ່ແມ່ນເປັນການໝິ່ນປະໝາດເຮົາບໍ? ເຮົາຈະສາມາດຮັກສັດ ແລະ ສັດຮ້າຍບໍ? ເຮົາຈະສາມາດຮັບເອົາຊາຕານເປັນລູກຊາຍກົກຂອງເຮົາ ແລະ ມີຄວາມສຸກກັບມັນບໍ? ຊ່າງໄຮ້ສາລະ! ພາລະກິດຂອງເຮົາຖືກປະຕິບັດໃນລູກຊາຍກົກຂອງເຮົາ ແລະ ນອກຈາກລູກຊາຍກົກຂອງເຮົາແລ້ວ ເຮົາກໍບໍ່ມີຜູ້ໃດອີກໃຫ້ຮັກ. (ລູກຊາຍ ແລະ ປະຊາຊົນເປັນສ່ວນເພີ່ມເຕີ່ມ, ແຕ່ບໍ່ສຳຄັນ). ຜູ້ຄົນເວົ້າວ່າ ເຮົາມັກເຮັດພາລະກິດຫຼາຍຢ່າງທີ່ໄຮ້ປະໂຫຍດ, ແຕ່ໃນຄວາມເປັນຈິງແລ້ວ ໃນມຸມມອງຂອງເຮົາ ພາລະກິດນັ້ນແມ່ນມີຄ່າທີ່ສຸດ ແລະ ມີຄວາມໝາຍທີ່ສຸດ. (ສິ່ງນີ້ໝາຍເຖິງພາລະກິດທີ່ຖືກປະຕິບັດໃນລະຫວ່າງການບັງເກີດເປັນມະນຸດທັງສອງຄັ້ງທັງສິ້ນ; ເພາະເຮົາຕ້ອງການເປີດເຜີຍອຳນາດຂອງເຮົາ, ເຮົາຕ້ອງກາຍມາເປັນເນື້ອໜັງເພື່ອເຮັດໃຫ້ພາລະກິດຂອງເຮົາສຳເລັດ). ເຫດຜົນທີ່ເຮົາເວົ້າວ່າ ພຣະວິນຍານຂອງເຮົາມາເພື່ອປະຕິບັດພາລະກິດເປັນການສ່ວນຕົວກໍຄື ພາລະກິດຂອງເຮົາຖືກເຮັດໃຫ້ສຳເລັດໃນເນື້ອໜັງ. ນັ້ນໝາຍຄວາມວ່າ ລູກຊາຍກົກຂອງເຮົາ ແລະ ເຮົາເລີ່ມເຂົ້າສູ່ການພັກຜ່ອນ. ສົງຄາມກັບຊາຕານທີ່ຢູ່ໃນເນື້ອໜັງແມ່ນດຸເດືອດຫຼາຍກວ່າສົງຄາມກັບຊາຕານທີ່ຢູ່ໃນໂລກຝ່າຍວິນຍານ; ມະນຸດທຸກຄົນສາມາດເຫັນມັນໄດ້, ສະນັ້ນ ແມ່ນແຕ່ເຊື້ອສາຍຂອງຊາຕານກໍສາມາດເປັນພະຍານທີ່ສວຍງາມໃຫ້ແກ່ເຮົາໄດ້ ແລະ ບໍ່ເຕັມໃຈທີ່ຈະຈາກໄປ; ນີ້ແມ່ນຄວາມໝາຍໃນຕົວມັນເອງເຊິ່ງກ່ຽວກັບການປະຕິບັດພາລະກິດໃນເນື້ອໜັງ. ຫຼັກໆແລ້ວມັນແມ່ນເພື່ອເຮັດໃຫ້ເຊື້ອສາຍຂອງມານຮ້າຍເຮັດໃຫ້ມານຮ້າຍເອງເສື່ອມເສຍຊື່ສຽງ; ນີ້ແມ່ນຄວາມອັບອາຍທີ່ມີພະລັງທີ່ສຸດທີ່ຈະເກີດຂຶ້ນກັບຊາຕານຜູ້ຊົ່ວຮ້າຍ, ມີພະລັງຫຼາຍຈົນມັນບໍ່ມີບ່ອນໃຫ້ເຊື່ອງຄວາມອັບອາຍຂອງມັນ ແລະ ອ້ອນວອນຂໍຄວາມເມດຕາຢູ່ຕໍ່ໜ້າເຮົາຊໍ້າແລ້ວຊໍ້າອີກ. ເຮົາໄດ້ຊະນະແລ້ວ, ເຮົາມີໄຊເໜືອທຸກສິ່ງ, ເຮົາໄດ້ທະລຸຜ່ານສະຫວັນຊັ້ນສາມ ແລະ ໄປເຖິງພູຊີໂອນເພື່ອຮັບເອົາຄວາມຜາສຸກແບບຄອບຄົວຮ່ວມກັນກັບລູກຊາຍກົກຂອງເຮົາ, ເພື່ອຈົດຈໍ່ກັບງານລ້ຽງທີ່ຍິ່ງໃຫຍ່ໃນອານາຈັກສະຫວັນຕະຫຼອດໄປ! 

ສຳລັບລູກຊາຍກົກ, ເຮົາໄດ້ຈ່າຍທຸກລາຄາ ແລະ ໄດ້ຮັບເອົາຄວາມເຈັບປວດທັງໝົດໃນຄວາມພະຍາຍາມຂອງເຮົາ. (ມະນຸດພຽງແຕ່ບໍ່ຮູ້ເຖິງທຸກສິ່ງທີ່ເຮົາໄດ້ເຮັດ, ທຸກສິ່ງທີ່ເຮົາໄດ້ເວົ້າ, ຂໍ້ແທ້ຈິງທີ່ເຮົາໄດ້ເຫັນຜ່ານວິນຍານຊົ່ວຮ້າຍທຸກປະເພດ ແລະ ຂໍ້ແທ້ຈິງທີ່ເຮົາໄດ້ເນລະເທດຜູ້ໃຫ້ບໍລິການທຸກປະເພດ ນັ້ນກໍຄື ມັນລ້ວນແລ້ວແຕ່ເພື່ອເຫັນແກ່ລູກຊາຍກົກ). ແຕ່ພາຍໃນພາລະກິດຫຼາຍຢ່າງຂອງເຮົາ, ການຈັດແຈງຂອງເຮົາເປັນລະບົບລະບຽບ; ແນ່ນອນ ພາລະກິດບໍ່ໄດ້ຖືກດຳເນີນຢ່າງຫຼັບຫູຫຼັບຕາ. ໃນພຣະທຳຂອງເຮົາໃນແຕ່ລະມື້, ພວກເຈົ້າຄວນທີ່ຈະສາມາດເຫັນເຖິງວິທີການແຫ່ງພາລະກິດຂອງເຮົາ ແລະ ບາດກ້າວຂອງພາລະກິດນັ້ນ; ໃນການກະທຳຂອງເຮົາໃນແຕ່ລະມື້, ພວກເຈົ້າຄວນເຫັນເຖິງສະຕິປັນຍາຂອງເຮົາ ແລະ ຫຼັກການຂອງເຮົາໃນການຈັດການກັບເລື່ອງຕ່າງໆ. ດັ່ງທີ່ເຮົາໄດ້ເວົ້າ ຊາຕານໄດ້ສົ່ງຄົນທີ່ໃຫ້ບໍລິການມາຫາເຮົາເພື່ອຈຸດປະສົງທີ່ຈະກໍ່ກວນການຄຸ້ມຄອງຂອງເຮົາ. ຜູ້ໃຫ້ບໍລິການເຫຼົ່ານີ້ເປັນຫຍ້າເຂົ້ານົກ, ແຕ່ຄຳວ່າ “ເຂົ້າດີ” ບໍ່ໄດ້ໝາຍເຖິງລູກຊາຍກົກ, ແຕ່ໝາຍເຖິງລູກຊາຍ ແລະ ປະຊາຊົນທຸກຄົນທີ່ບໍ່ແມ່ນລູກຊາຍກົກ. “ເຂົ້າດີກໍຈະເປັນເຂົ້າດີຢູ່ສະເໝີ, ຫຍ້າເຂົ້ານົກກໍຈະເປັນຫຍ້າເຂົ້ານົກຢູ່ສະເໝີ”; ນີ້ໝາຍຄວາມວ່າ ທຳມະຊາດຂອງຄົນທີ່ເປັນຂອງຊາຕານແມ່ນບໍ່ສາມາດປ່ຽນແປງໄດ້ຈັກເທື່ອ. ສະນັ້ນ ສະຫຼຸບແລ້ວກໍຄື ພວກເຂົາຍັງຄົງເປັນຊາຕານ. “ເຂົ້າດີ” ໝາຍເຖິງລູກຊາຍ ແລະ ປະຊາຊົນ, ເພາະເຮົາປູກຝັງຄຸນລັກສະນະຂອງເຮົາເຂົ້າໃນຜູ້ຄົນເຫຼົ່ານີ້ກ່ອນການເນລະມິດສ້າງໂລກ. ເຮົາໄດ້ເວົ້າແລ້ວວ່າ ທຳມະຊາດຂອງມະນຸດບໍ່ປ່ຽນແປງ ແລະ ນັ້ນຄືເຫດຜົນທີ່ເຂົ້າດີຈະເປັນເຂົ້າດີຢູ່ສະເໝີ. ແລ້ວສະນັ້ນ ລູກຊາຍກົກແມ່ນຫຍັງ? ລູກຊາຍກົກມາຈາກເຮົາ; ພວກເຂົາບໍ່ໄດ້ຖືກສ້າງໂດຍເຮົາ, ສະນັ້ນ ພວກເຂົາບໍ່ສາມາດຖືກເອີ້ນວ່າເຂົ້າດີໄດ້ (ຍ້ອນການກ່າວເຖິງເຂົ້າດີແມ່ນເຊື່ອມໂຍງກັບຄຳວ່າ “ຫວ່ານ” ຢູ່ສະເໝີ ແລະ “ການຫວ່ານ” ໝາຍເຖິງ “ການສ້າງ”; ຫຍ້າເຂົ້ານົກທັງໝົດແມ່ນຖືກຫວ່ານໂດຍຊາຕານຢ່າງລັບໆ, ເພື່ອເຮັດໜ້າທີ່ເປັນຜູ້ໃຫ້ບໍລິການ). ຄົນໃດໜຶ່ງພຽງແຕ່ສາມາດເວົ້າວ່າ ລູກຊາຍກົກແມ່ນການສະແດງອອກທີ່ຄົບຖ້ວນ ແລະ ອຸດົມສົມບູນຂອງຕົວຕົນຂອງເຮົາ; ທອງຄຳ ແລະ ເງິນ ແລະ ຫີນລໍ້າຄ່າຄວນເປັນຕົວແທນໃຫ້ກັບພວກເຂົາ. ສິ່ງນີ້ກ່ຽວພັນກັບຂໍ້ແທ້ຈິງທີ່ວ່າ ການມາເຖິງຂອງເຮົາເປັນຄືກັບຂະໂມຍ ແລະ ເຮົາໄດ້ມາເພື່ອລັກທອງຄຳ ແລະ ເງິນ ແລະ ຫີນລໍ້າຄ່າ (ຍ້ອນທອງຄຳ ແລະ ເງິນນີ້ ແລະ ຫີນລໍ້າຄ່າເຫຼົ່ານີ້ເປັນຂອງເຮົາຕັ້ງແຕ່ຕົ້ນເດີມ ແລະ ເຮົາຕ້ອງການເອົາພວກມັນກັບຄືນມາສູ່ເຮືອນຂອງເຮົາ). ເມື່ອລູກຊາຍກົກ ແລະ ເຮົາກັບຄືນສູ່ຊີໂອນຮ່ວມກັນ, ທອງຄຳນີ້, ເງິນນີ້ ແລະ ຫີນລໍ້າຄ່າເຫຼົ່ານີ້ຈະຖືກລັກໂດຍເຮົາ. ໃນຊ່ວງເວລານີ້, ມັນຈະມີການຂັດຂວາງ ແລະ ການລົບກວນໂດຍຊາຕານ ແລະ ດ້ວຍເຫດນັ້ນ ເຮົາຈະເອົາທອງຄຳ, ເງິນ ແລະ ຫີນລໍ້າຄ່າ ແລະ ເລີ່ມຕົ້ນການສູ້ຮົບທີ່ຊີ້ຂາດກັບຊາຕານ. (ໃນທີ່ນີ້ ເຮົາບໍ່ໄດ້ກຳລັງເລົ່າເລື່ອງຢ່າງແນ່ນອນ; ນີ້ແມ່ນເຫດການໃນໂລກຝ່າຍວິນຍານ, ສະນັ້ນ ຜູ້ຄົນກໍຂ້ອນຂ້າງບໍ່ຊັດເຈນກ່ຽວກັບມັນ ແລະ ພຽງແຕ່ສາມາດຟັງມັນຄືກັບເລື່ອງເລົ່າ. ແຕ່ມັນແມ່ນພວກເຈົ້າທີ່ຈະເຫັນຈາກພຣະທຳຂອງເຮົາວ່າ ແຜນການຄຸ້ມຄອງຫົກພັນປີຂອງເຮົາແມ່ນຫຍັງ ແລະ ພວກເຈົ້າຕ້ອງບໍ່ຖືວ່າມັນເປັນເລື່ອງຕະຫຼົກຢ່າງເດັດຂາດ. ບໍ່ດັ່ງນັ້ນ ພຣະວິນຍານຂອງເຮົາຈະອອກຈາກມະນຸດທັງໝົດ). ມື້ນີ້ ການສູ້ຮົບນີ້ລ່ວງລັບໄປແລ້ວ ແລະ ເຮົາຈະນໍາລູກຊາຍກົກຂອງເຮົາ (ນໍາທອງຄຳ, ເງິນ ແລະ ຫີນລໍ້າຄ່າທີ່ເປັນຂອງເຮົາ) ກັບຄືນສູ່ພູຊີໂອນຂອງເຮົາຮ່ວມກັບເຮົາ. ຍ້ອນການຂາດແຂນທອງຄຳ, ເງິນ ແລະ ຫີນລໍ້າຄ່າ ແລະ ຍ້ອນຄວາມລໍ້າຄ່າຂອງພວກມັນ, ຊາຕານພະຍາຍາມທຸກວິທີທາງທີ່ສາມາດເຮັດໄດ້ເພື່ອຍາດຊີງເອົາພວກມັນໄປ, ແຕ່ເຮົາເວົ້າຄັ້ງແລ້ວຄັ້ງເລົ່າວ່າ ສິ່ງທີ່ມາຈາກເຮົາຕ້ອງກັບຄືນມາຫາເຮົາ ເຊິ່ງເປັນຄວາມໝາຍຂອງສິ່ງທີ່ກ່າວເຖິງຂ້າງເທິງ. ການທີ່ເຮົາເວົ້າວ່າ ລູກຊາຍກົກມາຈາກເຮົາ ແລະ ເປັນຂອງເຮົາແມ່ນການປະກາດຕໍ່ຊາຕານ. ບໍ່ມີຜູ້ໃດເຂົ້າໃຈສິ່ງນີ້ ແລະ ມັນເປັນເຫດການໃນໂລກຝ່າຍວິນຍານທັງສິ້ນ. ສະນັ້ນ ມະນຸດບໍ່ເຂົ້າໃຈວ່າ ເປັນຫຍັງເຮົາຈຶ່ງເນັ້ນຢໍ້າຊໍ້າແລ້ວຊໍ້າອີກວ່າ ລູກຊາຍກົກເປັນຂອງເຮົາ; ມື້ນີ້ ພວກເຈົ້າຄວນເຂົ້າໃຈ! ເຮົາໄດ້ເວົ້າວ່າ ພຣະທຳຂອງເຮົາມີຈຸດປະສົງ ແລະ ສະຕິປັນຍາ, ແຕ່ພວກເຈົ້າພຽງແຕ່ເຂົ້າໃຈສິ່ງນີ້ຢູ່ໃນພາຍນອກ ນັ້ນກໍຄື ບໍ່ມີຜູ້ໃດສາມາດເຫັນໄດ້ຢ່າງຊັດເຈນເຖິງສິ່ງນີ້ທີ່ຢູ່ໃນວິນຍານ.

ເຮົາເວົ້າຫຼາຍຂຶ້ນເລື້ອຍໆ ແລະ ຍິ່ງເຮົາເວົ້າຫຼາຍສໍ່າໃດ ພຣະທຳຂອງເຮົາກໍຍິ່ງເຂັ້ມງວດຫຼາຍສໍ່ານັ້ນ. ເມື່ອມັນມາເຖິງລະດັບໃດໜຶ່ງ, ເຮົາຈະໃຊ້ພຣະທຳຂອງເຮົາເພື່ອປະຕິບັດກັບຜູ້ຄົນຈົນເຖິງລະດັບໃດໜຶ່ງ, ບໍ່ແມ່ນເພື່ອເຮັດໃຫ້ຜູ້ຄົນເຊື່ອໝັ້ນດ້ວຍໃຈ ແລະ ດ້ວຍຄຳເວົ້າເທົ່ານັ້ນ ແຕ່ຍິ່ງໄປກວ່ານັ້ນ ເພື່ອເຮັດໃຫ້ພວກເຂົາວົນວຽນໄປມາລະຫວ່າງຊີວິດ ແລະ ຄວາມຕາຍ; ນີ້ແມ່ນວິທີການແຫ່ງພາລະກິດຂອງເຮົາ ແລະ ວິທີທີ່ພາລະກິດຂອງເຮົາດຳເນີນຕາມບາດກ້າວຂອງມັນ. ມັນຕ້ອງເປັນແບບນັ້ນ; ມີພຽງແຕ່ແບບນັ້ນ ມັນຈຶ່ງສາມາດເຮັດໃຫ້ຊາຕານອັບອາຍ ແລະ ເຮັດໃຫ້ລູກຊາຍກົກສົມບູນ (ໃຊ້ປະໂຫຍດຈາກພຣະທຳຂອງເຮົາເພື່ອເຮັດໃຫ້ລູກຊາຍກົກສົມບູນໃນທີ່ສຸດ, ເພື່ອເຮັດໃຫ້ພວກເຂົາເປັນອິດສະຫຼະຈາກເນື້ອໜັງ ແລະ ເຂົ້າສູ່ໂລກຝ່າຍວິນຍານ). ມະນຸດບໍ່ເຂົ້າໃຈວິທີການ ແລະ ນໍ້າສຽງຂອງພຣະທຳຂອງເຮົາ. ຄວາມເຂົ້າໃຈບາງຢ່າງຈາກການອະທິບາຍຂອງເຮົາຄວນມາເຖິງພວກເຈົ້າທຸກຄົນ ແລະ ພວກເຈົ້າທຸກຄົນຄວນປະຕິບັດຕາມພຣະທຳຂອງເຮົາເພື່ອເຮັດໃຫ້ພາລະກິດທີ່ພວກເຈົ້າຕ້ອງເຮັດນັ້ນສຳເລັດ. ນີ້ແມ່ນສິ່ງທີ່ເຮົາຝາກຝັງໃຫ້ແກ່ພວກເຈົ້າ. ພວກເຈົ້າຕ້ອງຮູ້ຈັກສິ່ງນີ້ ແລະ ບໍ່ແມ່ນຈາກໂລກພາຍນອກເທົ່ານັ້ນ ແຕ່ທີ່ສຳຄັນໄປກວ່ານັ້ນກໍຄືມາຈາກໂລກຝ່າຍວິນຍານ.

ກ່ອນນີ້ : ບົດທີ 118

ຕໍ່ໄປ : ບົດທີ 112

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ກ່ຽວກັບພຣະຄຳພີ (4)

ຫຼາຍຄົນເຊື່ອວ່າ ການເຂົ້າໃຈ ແລະ ການສາມາດຕີຄວາມໝາຍພຣະຄຳພີໄດ້ນັ້ນ ແມ່ນຄືກັບການຄົ້ນພົບຫົນທາງທີ່ແທ້ຈິງ, ແຕ່ໃນຄວາມເປັນຈິງແລ້ວ...

ເຈົ້າຄວນຮູ້ວ່າ ພຣະເຈົ້າຕາມຄວາມເປັນຈິງແມ່ນພຣະເຈົ້າເອງ

ເຈົ້າຄວນຮູ້ແມ່ນຫຍັງແດ່ກ່ຽວກັບພຣະເຈົ້າຕາມຄວາມເປັນຈິງ? ພຣະວິນຍານ, ບຸກຄົນ ແລະ ພຣະທຳທີ່ປະກອບສ່ວນຂອງພຣະເຈົ້າຕາມຄວາມເປັນຈິງ ແລະ...

ຄວາມສຳເລັດ ຫຼື ຄວາມລົ້ມເຫຼວແມ່ນຂຶ້ນກັບເສັ້ນທາງມະນຸດຍ່າງ

ຄົນສ່ວນໃຫຍ່ເຊື່ອໃນພຣະເຈົ້າຍ້ອນເຫັນແກ່ຈຸດໝາຍປາຍທາງໃນອະນາຄົດຂອງພວກເຂົາ ຫຼື ຍ້ອນຄວາມສຸກຊົ່ວຄາວ. ສຳລັບຄົນທີ່ບໍ່ໄດ້ຜ່ານການຈັດການຫຍັງເລີຍ,...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້