ເຈົ້າຄວນກຽມຄວາມດີໃຫ້ພຽງພໍເພື່ອຈຸດໝາຍປາຍທາງຂອງເຈົ້າ

ເຮົາໄດ້ເຮັດພາລະກິດທ່າມກາງພວກເຈົ້າ ແລະ ກໍໄດ້ກ່າວສອນເປັນຈໍານວນຫຼາຍຄັ້ງ. ເຖິງຢ່າງນັ້ນກໍຕາມເຮົາກໍຍັງຮູ້ສຶກວ່າ ພຣະທໍາ ແລະ ພາລະກິດຂອງເຮົາຍັງບໍ່ທັນບັນລຸຕາມຈຸດປະສົງຂອງພາລະກິດຂອງເຮົາທີ່ມີຕໍ່ຍຸກສຸດທ້າຍ. ສໍາລັບຍຸກສຸດທ້າຍນີ້ ພາລະກິດຂອງເຮົາບໍ່ແມ່ນດຳເນີນເພື່ອຜູ້ໃດຜູ້ໜຶ່ງ ຫຼື ກຸ່ມຄົນໃດຄົນໜຶ່ງ ແຕ່ແມ່ນເພື່ອສະແດງໃຫ້ເຫັນອຸປະນິໄສແທ້ຈິງຂອງເຮົາ. ເຖິງຢ່າງໃດກໍຕາມ ຍ້ອນຫຼາຍສາເຫດ ອາດເປັນຍ້ອນບໍ່ມີເວລາ ຫຼື ຫຍຸ້ງວຽກຫຍຸ້ງງານ ມະນຸດຈິ່ງບໍ່ຮູ້ຈັກອຸປະນິໄສຂອງເຮົາເລີຍ. ເພາະສະນັ້ນ ເຮົາຈິ່ງສືບຕໍ່ກ້າວເຂົ້າສູ່ແຜນການໃໝ່ ເຂົ້າສູ່ພາລະກິດຂັ້ນສຸດທ້າຍ ແລະ ເປີດພະລາກິດໜ້າໃໝ່ຂອງເຮົາເພື່ອໃຫ້ທຸກຄົນທີ່ເຫັນເຮົາຈະຍົກມືຂຶ້ນຕີເອິກຂອງຕົນເອງ ແລະ ຮ້ອງໄຫ້ຄໍ່າຄວນຢູ່ບໍ່ເຊົາເພາະຍ້ອນການປະກົດຕົວຂອງເຮົາ. ນີ້ກໍຍ້ອນວ່າ ເຮົາຈະນໍາຈຸດຈົບ ຂອງມະນຸດມາສູ່ໂລກ ແລະ ນັບແຕ່ນີ້ເປັນຕົ້ນໄປ ເຮົາຈະເປີດເຜີຍອຸປະນິໄສທັງໝົດຂອງເຮົາຕໍ່ໜ້າມະນຸດ ເພື່ອໃຫ້ທຸກຄົນທີ່ຮູ້ຈັກເຮົາ ແລະ ທຸກຄົນທີ່ບໍ່ຮູ້ຈັກເຮົາກໍດີ ຈະໄດ້ເຫັນເຕັມຕາ ແລະ ຮູ້ວ່າເຮົາໄດ້ມາຍັງໂລກມະນຸດແທ້ ແລະ ໄດ້ມາຍັງໂລກບ່ອນທີ່ຊັບພະສິ່ງທັງປວງແຜ່ຂະຫຍາຍ. ນີ້ແມ່ນແຜນການຂອງເຮົາ ເຊິ່ງແມ່ນ “ຄວາມປະສົງ” ຫຼັກຂອງເຮົາຕັ້ງແຕ່ໄດ້ສ້າງມະນຸດຊາດ. ເຮົາຫວັງວ່າພວກເຈົ້າຈະເອົາໃຈໃສ່ເຝົ້າຕິດຕາມທຸກການເຄື່ອນໄຫວຂອງເຮົາ ເພາະໄມ້ຄ້ອນຂອງເຮົາຍັບເຂົ້າໃກ້ມະນຸດຊາດເຂົ້າມາຊັກໄຊ້ ໂດຍສະເພາະບັນດາຜູ້ທີ່ຕໍ່ຕ້ານເຮົາ.

ເຮົາລິເລີ່ມພາລະກິດທີ່ເຮົາຕ້ອງປະຕິບັດຮ່ວມກັບສະຫວັນ. ເຮົາຜ່ານໄປມາທ່າມກາງຜູ້ຄົນ ແລະ ລະຫວ່າງສະຫວັນກັບໂລກ ໂດຍບໍ່ມີຜູ້ໃດສັງເກດເຫັນການເຄື່ອນໄຫວຂອງເຮົາ ຫຼື ເອົາໃຈໃສ່ພຣະທໍາຂອງເຮົາ. ເຖິງຢ່າງນັ້ນກໍຕາມ ແຜນການຂອງເຮົາກໍຍັງສືບຕໍ່ຢ່າງຕໍ່ເນື່ອງ. ເປັນຍ້ອນຄວາມຮູ້ສຶກທັງໝົດຂອງພວກເຈົ້າມຶນຊາ ພວກເຈົ້າຈິ່ງບໍ່ຮູ້ຂັ້ນຕອນພາລະກິດຂອງເຮົາຈັກໜ້ອຍ. ແຕ່ວ່າມີມື້ໜຶ່ງພວກເຈົ້າຈະຮັບຮູ້ຄວາມປະສົງຂອງເຮົາ. ໃນທຸກມື້ນີ້ ເຮົາສະຖິດຢູ່ນໍາພວກເຈົ້າ ແລະ ທົນທຸກທໍລະມານນໍາພວກເຈົ້າ. ເຮົາຮູ້ມາດົນແລ້ວວ່າມະນຸດມີທັດສະນະຄະຕິຢ່າງໃດຕໍ່ເຮົາ. ເຮົາບໍ່ຈໍາເປັນຕ້ອງອະທິບາຍ ແລະ ເຮົາກໍຈະບໍ່ຍົກຕົວຢ່າງເລື່ອງລາວທີ່ເຈັບປວດຂຶ້ນມາເວົ້າໃຫ້ເຈົ້າອັບອາຍ. ຄວາມປາຖະໜາດຽວຂອງເຮົາແມ່ນ ໃຫ້ພວກເຈົ້າຈື່ສິ່ງທີ່ຕົນໄດ້ກະທໍາໄວ້ໃນໃຈ ເພື່ອພວກເຮົາຈະໄດ້ກວດນັບໃນວັນທີ່ພວກເຮົາພົບກັນອີກຄັ້ງ. ເຮົາບໍ່ຢາກກ່າວຫາຜູ້ໃດໃນພວກເຈົ້າຢ່າງຜິດໆ ເພາະວ່າເຮົາທ່ຽງທໍາ, ຍຸຕິທໍາ ແລະ ມີສັກສີ. ແນ່ນອນ ເຮົາປາຖະໜາໃຫ້ພວກເຈົ້າກົງໄປກົງມາ ແລະ ມີຈິດໃຈສູງສົ່ງ ແລະ ບໍ່ເຮັດສິ່ງໃດທີ່ຂັດຕໍ່ສະຫວັນ ແລະ ໂລກ ແລະ ສະຕິສໍາປັດສະຍະຂອງເຈົ້າ. ນີ້ເປັນສິ່ງດຽວທີ່ເຮົາຂໍຈາກພວກເຈົ້າ. ຫຼາຍຄົນຮູ້ສຶກກະວົນກະວານ ແລະ ເຈັບປວດ ຍ້ອນພວກເຂົາໄດ້ກະທໍາຄວາມຜິດອັນຊົ່ວຊ້າ ແລະ ຫຼາຍຄົນຮູ້ສຶກອັບອາຍກັບຕົວເອງເພາະວ່າພວກເຂົາບໍ່ເຄີຍເຮັດຄວາມດີເລີຍ. ຊໍ້າບໍ່ໜໍາຍັງມີຫຼາຍຄົນ ຄືຜູ້ທີ່ບໍ່ຮູ້ສຶກອັບອາຍໃນຄວາມຜິດບາບຂອງຕົນເອງ ເຮັດຊົ່ວແລ້ວຍິ່ງຊົ່ວລົງອີກ ພາກັນຖອດໜ້າກາກທີ່ປົກປິດຄວາມໜ້າລັງກຽດຂອງຕົນອອກ ເຊິ່ງຍັງບໍ່ທັນຖືກເປີດເຜີຍຢ່າງເຕັມສ່ວນ ເພື່ອທ້າທາຍອຸປະນິໄສຂອງເຮົາ. ເຮົາບໍ່ໄດ້ຫົວຊາ ຫຼື ເອົາໃຈໃສ່ຢ່າງລະອຽດຕໍ່ການກະທໍາຂອງຜູ້ຄົນເຫຼົ່ານັ້ນ. ແຕ່ເຮົາເຮັດພາລະກິດທີ່ເຮົາຄວນເຮັດ ບໍ່ວ່າຈະເປັນການເກັບກໍາຂໍ້ມູນ ຫຼື ທ່ອງຖ່ຽວໄປມາໃນແຜ່ນດິນໂລກ ຫຼື ກະທໍາສິ່ງທີ່ເຮົາປາຖະໜາ. ເມື່ອຮອດກໍານົດ ເຮົາຈະກະທໍາການຂອງເຮົາທ່າມກາງມະນຸດດັ່ງທີ່ໄດ້ວາງແຜນໄວ້ກ່ອນແລ້ວ ເຊິ່ງຈະບໍ່ໄວ ຫຼື ບໍ່ຊ້າກ່ອນເວລາ ແລະ ຈະກະທໍາຢ່າງງ່າຍດາຍ ແລະ ວ່ອງໄວ. ແຕ່ວ່າໃນແຕ່ລະຂັ້ນຕອນຂອງພາລະກິດຂອງເຮົາບາງຄົນຈະຖືກຄັດອອກ ເພາະວ່າເຮົາລັງກຽດຄວາມຈອງຫອງ ແລະ ຄວາມເຊື່ອຟັງອັນຈອມປອມຂອງພວກເຂົາ. ບັນດາຜູ້ທີ່ໜ້າລັງກຽດສໍາລັບເຮົາຈະຖືກປະຖິ້ມຢ່າງແນ່ນອນ ເຖິງວ່າພວກເຂົາຈະ ກະທໍາສິ່ງໜ້າລັງກຽດຢ່າງຕັ້ງໃຈ ຫຼື ບໍ່ຕັ້ງໃຈກໍຕາມ. ສະຫຼຸບຫຍໍ້ໆ ຄື ເຮົາຢາກໃຫ້ທຸກຄົນທີ່ເຮົາລັງກຽດໄກຫ່າງຈາກເຮົາ. ແນ່ນອນ ເຮົາຈະບໍ່ຈົ່ງຄົນບາບໄວ້ຢູ່ໃນເຮືອນຂອງເຮົາ. ຍ້ອນມື້ລົງໂທດມະນຸດຍັບໃກ້ເຂົ້າມາແລ້ວ ເຮົາຈິ່ງບໍ່ຮີບຮ້ອນທີ່ຈະປັດເປົ່າບັນດາຄົນທີ່ໜ້າລັງກຽດອອກໄປ ເພາະວ່າເຮົາມີແຜນການຂອງເຮົາຕ່າງຫາກ.

ເວລານີ້ເປັນເວລາກໍານົດຈຸດຈົບຂອງມະນຸດແຕ່ລະຄົນ ບໍ່ແມ່ນເວລາທີ່ເຮົາເລີ່ມລົງໂທດມະນຸດເທື່ອ. ເຮົາຈະບັນທຶກທຸກຖ້ອຍຄໍາ ແລະ ການກະທໍາຂອງແຕ່ລະຄົນໄວ້ໃນປຶ້ມບັນທຶກຂອງເຮົາ ລວມທັງວິທີການທີ່ພວກເຂົາຕິດຕາມເຮົາ ນິໄສໃຈຄໍແທ້ຈິງຂອງພວກເຂົາ ແລະ ຜົນງານບັ້ນສຸດທ້າຍຂອງພວກເຂົາ. ດ້ວຍວິທີນີ້ຈະບໍ່ມີມະນຸດຄົນໃດລອດພົ້ນຈາກກໍາມືຂອງເຮົາໄດ້ ແລະ ຄົນທັງໝົດຈະ ຕົກຢູ່ຕາມກຸ່ມທີ່ເຮົາກໍານົດໄວ້. ເຮົາຕັດສິນຈຸດໝາຍປາຍທາງຂອງແຕ່ລະຄົນອີງຕາມວ່າພວກເຂົາມີຄວາມຈິງຫຼືບໍ່ ບໍ່ແມ່ນອີງໃສ່ອາຍຸ, ລະດັບອາວຸໂສ, ລະດັບຄວາມທຸກທໍລະມານ ຫຼື ລະດັບຄວາມໜ້າສົງສານ. ບໍ່ມີທາງເລືອກອື່ນ ມີແຕ່ທາງນີ້ທາງດຽວ. ພວກເຈົ້າຕ້ອງຮູ້ເອົາໄວ້ວ່າ ຄົນທັງໝົດທີ່ບໍ່ປະຕິບັດຕາມຄວາມຕັ້ງໃຈຂອງພຣະເຈົ້າຈະຖືກລົງໂທດ. ນີ້ເປັນຄວາມຈິງທີ່ບໍ່ສາມາດປ່ຽນແປງໄດ້. ເພາະສະນັ້ນ ບັນດາຜູ້ທີ່ຖືກລົງໂທດກໍຖືກລົງໂທດຕາມຄວາມຊອບທໍາຂອງພຣະເຈົ້າ ແລະ ເປັນຜົນຕອບແທນຕາມຄວາມຜິດບາບທັງຫຼາຍຂອງພວກເຂົາ. ເຮົາບໍ່ໄດ້ປ່ຽນແປງແຜນຂອງເຮົາຈັກໜ້ອຍ ນັບຕັ້ງແຕ່ເລິ່ມຕົ້ນມາ. ແຕ່ສໍາລັບມະນຸດແລ້ວ ເບິ່ງຄືວ່າ ຈໍານວນຜູ້ທີ່ຮັບຟັງພຣະທໍາຂອງເຮົາຊໍ້າພັດຫຼຸດໜ້ອຍຖອຍລົງ ແລະ ຈໍານວນຜູ້ທີ່ເຮົາເຫັນຊອບກໍເຊັ່ນກັນ. ເຖິງຢ່າງໃດກໍຕາມ ເຮົາຢືນຢັນວ່າແຜນການຂອງເຮົາບໍ່ເຄີຍປ່ຽນ, ແຕ່ແມ່ນຄວາມເຊື່ອ ແລະ ຄວາມຮັກຂອງມະນຸດນັ້ນແຫຼະທີ່ປ່ຽນແປງຢູ່ຕະຫຼອດເວລາ ຫຼຸດໜ້ອຍຖອຍລົງຊັກໄຊ້ ເຖິງຂັ້ນກັບວ່າແຕ່ລະຄົນ ປ່ຽນຈາກປະຈົບປະແຈງເຮົາເປັນເຮັດເຢັນຊາໃສ່ເຮົາ ຫຼື ແມ່ນແຕ່ຂັບໄລ່ເຮົາອອກຈາກຊີວິດ. ທ່າທີຂອງເຮົາຕໍ່ພວກເຈົ້າຈະບໍ່ຮ້ອນບໍ່ເຢັນຈົນກວ່າເຮົາຈະຮູ້ສຶກເບື່ອໜ່າຍ ແລະ ກຽດຊັງ ແລະ ໃນທີ່ສຸດຕັດສິນໃສ່ໂທດ. ເຖິງຢ່າງໃດກໍຕາມ ໃນມື້ທີ່ພວກເຈົ້າຖືກພິພາກສາ ເຮົາຍັງຈະເຫັນພວກເຈົ້າ ແຕ່ພວກເຈົ້າຈະບໍ່ສາມາດເຫັນເຮົາອີກຕໍ່ໄປ. ໃນເມື່ອການດໍາເນີນຊີວິດຂອງພວກເຈົ້າເປັນຕາໜ້າເບື່ອໜ່າຍ ແລະ ມົວໝອງຕໍ່ເຮົາແລ້ວ, ສະນັນ ແນ່ນອນເຮົາຈິ່ງໄດ້ເລືອກບ່ອນຢູ່ໃໝ່ ເພື່ອຫຼີກລ່ຽງຄວາມເຈັບປວດຈາກຄໍາເວົ້າອັນຊົ່ວຮ້າຍຂອງພວກເຈົ້າ ແລະ ຫຼົບຫຼີກພຶດຕິກໍາອັນຊົ່ວຊ້າເກີນຮັບໄດ້ຂອງພວກເຈົ້າ ເພື່ອພວກເຈົ້າຈະບໍ່ໄດ້ຫຼອກລວງເຮົາອີກຕໍ່ໄປ ຫຼື ປະຕິບັດຕໍ່ເຮົາແບບພໍເປັນພິທີ. ກ່ອນເຮົາຈະຈາກພວກເຈົ້າ ເຮົາຂໍຊັກຊວນໃຫ້ພວກເຈົ້າເວັ້ນຈາກການກະທໍາທີ່ບໍ່ສອດຄ່ອງກັບຄວາມຈິງ. ພວກເຈົ້າຄວນກະທໍາແຕ່ສິ່ງທີ່ໜ້າສັນລະເສີນ, ສິ່ງທີ່ເປັນປະໂຫຍດຕໍ່ມະນຸດທັງປວງ, ແລະ ສິ່ງທີ່ເປັນປະໂຫຍດຕໍ່ຈຸດໝາຍປາຍທາງຂອງເຈົ້າ. ຖ້າບໍ່ດັ່ງນັ້ນ ເຈົ້າເອງຈະກາຍເປັນຜູ້ທີ່ໄດ້ຮັບຄວາມທໍລະມານເມື່ອໄພພິບັດມາເຖິງ.

ຄວາມເມດຕາຂອງເຮົາຊົງສໍາແດງຕໍ່ບັນດາຜູ້ທີ່ຮັກເຮົາ ແລະ ຜູ້ທີ່ເອົາຊະນະຕົວເອງ ແລະ ການລົງໂທດທີ່ຄົນຜິດບາບທີ່ໄດ້ຮັບກໍເປັນການພິສູດອຸປະນິໄສອັນຊອບທໍາຂອງເຮົາແລ້ວ ແລະ ຍິ່ງກວ່ານັ້ນ ກໍຍັງເປັນພະຍານຄວາມຮ້າຍກາດຂອງເຮົາ. ເມື່ອໄພພິບັດມາເຖິງ, ຄວາມອຶດຫິວອາຫານ ແລະ ໂລກລະບາດຈະຕົກຖືກທຸກຄົນທີ່ຕໍ່ຕ້ານເຮົາ ແລະ ພວກເຂົາຈະຮ້ອງໄຫ້ນໍ້າຕາໄຫຼ. ບັນດາຜູ້ທີ່ເຮັດບາບທຸກຮູບແບບ ເຖິງວ່າຈະຕິດຕາມເຮົາໄດ້ຫຼາຍປີກໍຕາມ ຈະບໍ່ພົ້ນການລົງໂທດ. ພວກເຂົາຈະ ຖືກໄພພິບັດຮ້າຍແຮງກວ່າເຄີຍປະກົດໃຫ້ເຫັນໃນຍຸກຜ່ານມາ ແລະ ຈະໃຊ້ຊີວິດຢູ່ກັບຄວາມຕື່ນຕົກໃຈ ແລະ ຢ້ານກົວ. ແລະ ມີແຕ່ບັນດາຜູ້ທີ່ຕິດຕາມ ແລະ ຈົງຮັກພັກດີຕໍ່ເຮົາເທົ່ານັ້ນທີ່ຈະປິຕິຍິນດີ ແລະ ສັນລະເສີນຄວາມຍິ່ງໃຫຍ່ຂອງເຮົາ. ພວກເຂົາຈະໄດ້ພົບຄວາມເພິ່ງພໍໃຈເໜືອທີ່ຈະພັນລະນາ ແລະ ໄດ້ຮັບຄວາມເບີກບານໃຈທີ່ເຮົາບໍ່ເຄີຍປະທານໃຫ້ມະນຸດມາກ່ອນ. ຍ້ອນວ່າ ເຮົາຮັກການກະທໍາດີຂອງມະນຸດ ແລະ ກຽດຊັງການກະທໍາຊົ່ວຊ້າຂອງພວກເຂົາ. ນັບຕັ້ງແຕ່ເຮົາເລີ່ມຕົ້ນນໍາພາມະນຸດ ຈິດໃຈເຮົາຈົດຈໍ່ສະແຫວງຫາຄົນທີ່ເປັນຈິດໜຶ່ງໃຈດຽວກັນກັບເຮົາ. ເຮົາບໍ່ເຄີຍລືມຜູ້ທີ່ບໍ່ເປັນຈິດໜຶ່ງໃຈດຽວກັນກັບເຮົາ, ຈິດໃຈຂອງເຮົາກຽດຊັງຄົນເຫຼົ່ານັ້ນ ລໍຄອຍໃຫ້ຮອດເວລາລົງໂທດພວກເຂົາ ເຮົາຈິ່ງຈະເພິ່ງພໍໃຈ. ເວລາຂອງເຮົາມາຮອດມື້ນີ້ແລ້ວ ແລະ ເຮົາຈະບໍ່ລໍຖ້າອີກຕໍ່ໄປ!

ພາລະກິດຂັ້ນຕອນສຸດທ້າຍຂອງເຮົາບໍ່ແມ່ນເພື່ອລົງໂທດມະນຸດພຽງເທົ່ານັ້ນ ແຕ່ຍັງແມ່ນເພື່ອລິຂີດຊະຕາກໍາຂອງມະນຸດ. ຍິ່ງໄປກວ່ານັ້ນ ກໍແມ່ນເພື່ອຮັບເອົາການຍອມຮັບຈາກຄົນທັງປວງສໍາລັບທຸກສິ່ງທີ່ເຮົາໄດ້ກະທໍາ. ເຮົາຕ້ອງການ ໃຫ້ມະນຸດທຸກຄົນເຫັນວ່າທຸກສິ່ງທີ່ເຮົາໄດ້ກະທໍາເປັນສິ່ງທີ່ຖືກຕ້ອງ ແລະ ທຸກສິ່ງທີ່ເຮົາໄດ້ກະທໍາເປັນການສໍາແດງເຖິງອຸປະນິໄສຂອງເຮົາ, ບໍ່ແມ່ນການກະທໍາຂອງມະນຸດ ແລະ ກໍບໍ່ແມ່ນທໍາມະຊາດ ເປັນສິ່ງທີ່ສ້າງມະນຸດຊາດຂຶ້ນມາ. ແຕ່ກົງກັນຂ້າມ ເຮົາເປັນຜູ້ຊົງສ້າງ ແລະ ດູແລທຸກຊີວິດທັງປວງ. ຖ້າປາສະຈາກເຮົາ ມະນຸດກໍຈະມີແຕ່ຄວາມຕາຍ ແລະ ປະສົບກັບການລົງໂທດດ້ວຍໄພພິບັດຢ່າງຮ້າຍແຮງ. ບໍ່ມີມະນຸດຄົນໃດຈະເຫັນດວງຕາເວັນ ແລະ ດວງເດືອນທີ່ສວຍງາມອີກ ຫຼື ໂລກສີຂຽວໜ່ວຍນີ້ອີກ. ມະນຸດຈະປະເຊີນກັບກາງຄືນທີ່ໜາວຈັດ ແລະ ໂລກທີ່ເຕັມໄປດ້ວຍຄວາມມືດ ແລະ ຄວາມຕາຍ. ເຮົາເປັນຄວາມພົ້ນດຽວຂອງມະນຸດ ເຮົາເປັນຄວາມຫວັງດຽວຂອງມະນຸດ ແລະ ຍິ່ງໄປກວ່ານັ້ນ ການດໍາລົງຢູ່ຂອງມະນຸດກໍຂຶ້ນຢູ່ກັບເຮົາ. ປາສະຈາກເຮົາແລ້ວ ມະນຸດກໍຈະດໍາລົງຢູ່ບໍ່ໄດ້. ປາສະຈາກເຮົາແລ້ວ ມະນຸດກໍຈະປະເຊີນກັບໄພພິບັດຢ່າງຮ້າຍແຮງ ແລະ ຖືກມານຮ້າຍທຸກຮູບແບບຢຽບຢໍ່າທໍາລາຍລົງ ເຖິງປານນັ້ນກໍຍັງບໍ່ມີຜູ້ໃດເຊື່ອຟັງເຮົາ. ເຮົາໄດ້ເຮັດພາລະກິດທີ່ບໍ່ມີຜູ້ໃດເຮັດໄດ້ ເຮົາຫວັງຢ່າງດຽວວ່າມະນຸດຈະຕອບແທນເຮົາດ້ວຍການກະທໍາຄວາມດີ. ເຖິງວ່າຜູ້ທີ່ຕອບແທນເຮົາດ້ວຍການເຮັດຄວາມດີມີໜ້ອຍ ເຮົາກໍຍັງຈະສືບຕໍ່ເດີນທາງໄປຍັງໂລກ ແລະ ເລີ່ມປະຕິບັດພາລະກິດຂອງເຮົາໃນຂັ້ນຕອນຕໍ່ໄປ ເຊິ່ງກໍາລັງປະກົດໃຫ້ເຫັນ ເພາະວ່າວຽກງານຂອງເຮົາທ່າມກາງມະນຸດໃນໄລຍະຫຼາຍປີຜ່ານມາໄດ້ເກີດຜົນ ແລະ ເຮົາກໍເພິ່ງພໍໃຈຫຼາຍ. ເຮົາບໍ່ໄດ້ສົນໃຈຈໍານວນຄົນ ແຕ່ສົນໃຈການກະທໍາຄວາມດີຂອງພວກເຂົາ. ຢ່າງໃດກໍຕາມເຮົາຫວັງວ່າ ພວກເຈົ້າຈະກະທໍາຄວາມດີໃຫ້ພຽງພໍເພື່ອຈຸດໝາຍປາຍທາງຂອງເຈົ້າ. ແລ້ວເຮົາກໍຈະເພິ່ງພໍໃຈ, ຖ້າບໍ່ດັ່ງນັ້ນ ບໍ່ມີຄົນໃດໃນລະຫວ່າງ ພວກເຈົ້າຈະໜີພົ້ນໄພພິບັດທີ່ຈະມາເຖິງນັ້ນໄດ້. ໄພພິບັດນັ້ນແມ່ນມາຈາກເຮົາ ແລະ ເຮົາເປັນຜູ້ກໍານົດ. ຖ້າພວກເຈົ້າບໍ່ສົມບູນດີພໍໃນສາຍຕາເຮົາ ພວກເຈົ້າຈະໜີບໍ່ພົ້ນໄພພິບັດດັ່ງກ່າວ. ໃນໄພພິບັດຜ່ານມາ ພຶດຕິກໍາ ແລະ ການກະທໍາຂອງພວກເຈົ້າຍັງບໍ່ເໝາະສົມ ເພາະຄວາມເຊື່ອ ແລະ ຄວາມຮັກຂອງພວກເຈົ້າຍັງບໍ່ພຽງພໍ ແລະ ເຈົ້າໄດ້ພຽງສະແດງໂຕເອງໃຫ້ເຫັນເຖິງຄວາມຢ້ານກົວ ຫຼື ກ້າຫານເທົ່ານັ້ນ. ກ່ຽວກັບເລື່ອງນີ້ ເຮົາຈະຕັດສິນພຽງແຕ່ຄວາມດີ ແລະ ຄວາມຊົ່ວ. ເຮົາເປັນຫວ່ງນໍາການກະທໍາແລະອຸປະນິໄສຂອງພວກເຈົ້າ ເຊິ່ງເປັນມາດຖານໃນການກໍານົດຈຸດຈົບຂອງພວກເຈົ້າ. ເຖິງຢ່າງໃດກໍຕາມ ເຮົາຂໍປະກາດຢ່າງຈະແຈ້ງວ່າ: ເຮົາຈະບໍ່ເມດຕາບັນດາຜູ້ທີ່ບໍ່ຈົງຮັກພັກດີຕໍ່ເຮົາເມື່ອພົບພໍ້ຄວາມລໍາບາກ ເພາະວ່າຄວາມເມດຕາຂອງເຮົາມີຂອບເຂດ. ນອກຈາກນີ້ ເຮົາບໍ່ມັກຜູ້ທີ່ທໍລະຍົດຕໍ່ເຮົາແມ່ນແຕ່ເທື່ອດຽວ ແລະ ໂດຍສະເພາະເຮົາຈະບໍ່ພົວພັນກັບຜູ້ທີ່ທໍລະຍົດຕໍ່ໝູ່ເພື່ອນ. ນີ້ແມ່ນອຸປະນິໄສຂອງເຮົາ ບໍ່ວ່າຄົນນັ້ນແມ່ນໃຜກໍຕາມ. ເຮົາຄວນບອກພວກເຈົ້າວ່າ: ຜູ້ໃດທີ່ເຮັດໃຫ້ເຮົາເສຍໃຈຈະບໍ່ໄດ້ຮັບໂອກາດຄັ້ງທີສອງຈາກເຮົາ ແລະ ຜູ້ໃດໄດ້ມີຄວາມເຊື່ອໃນເຮົາແລ້ວກໍຈະຢູ່ໃນໃຈຂອງເຮົາສະເໝີໄປ.

ກ່ອນນີ້: ພຣະຄຣິດປະຕິບັດພາລະກິດແຫ່ງການພິພາກສາດ້ວຍຄວາມຈິງ

ຕໍ່ໄປ: ມີີພຽງແຕ່ພຣະຄຣິດແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດມອບຫົນທາງແຫ່ງຊີວິດຊົ່ວນິດນິລັນໃຫ້ກັບມະນຸດໄດ້

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ເຈົ້າຄວນໃຫ້ຄວາມສົນໃຈກັບພາລະກິດໃນອະນາຄົດຂອງເຈົ້າແນວໃດ?

ເຈົ້າສາມາດສື່ສານເຖິງອຸປະນິໃສທີ່ພຣະເຈົ້າສະແດງອອກໃນແຕ່ລະຍຸກ ໃນລັກສະນະທີ່ເປັນຮູບປະທຳ, ດ້ວຍພາສາທີ່ເໝາະສົມທີ່ມີຄວາມສຳຄັນຂອງຍຸກສະໄໝໄດ້ບໍ? ເຈົ້າ...

ມີພຽງແຕ່ການຮັກພຣະເຈົ້າເທົ່ານັ້ນທີ່ເປັນການເຊື່ອໃນພຣະເຈົ້າຢ່າງແທ້ຈິງ

ໃນປັດຈຸບັນ, ເມື່ອພວກເຈົ້າສະແຫວງຫາທີ່ຈະຮັກ ແລະ ຮູ້ຈັກພຣະເຈົ້າ, ໃນດ້ານໜຶ່ງ ພວກເຈົ້າຕ້ອງອົດກັ້ນຕໍ່ຄວາມຍາກລຳບາກ ແລະ ການຫຼໍ່ຫຼອມ ແລະ...

ຄົນຊົ່ວຈະຖືກລົງໂທດຢ່າງແນ່ນອນ

ການສໍາຫຼວດເບິ່ງວ່າເຈົ້າຢຶດຖືຄວາມຊອບທຳໃນທຸກສິ່ງທີ່ເຈົ້າກະທຳ ຫຼື ບໍ່ ແລະ ພຣະເຈົ້າໄດ້ເຝົ້າເບິ່ງການກະທໍາທັງໝົດຂອງເຈົ້າ ຫຼື ບໍ່...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້