4. ຈຸດປະສົງ ແລະ ຄວາມສໍາຄັນຂອງພາລະກິດຂອງພຣະເຈົ້າໃນຍຸກແຫ່ງພຣະຄຸນ

ຂໍ້ຄວາມຈາກພຣະຄໍາພີເພື່ອອ້າງອີງ:

ເພາະວ່າ ພຣະເຈົ້າບໍ່ໄດ້ສົ່ງພຣະບຸດລົງມາສູ່ໂລກເພື່ອລົງໂທດມະນຸດ ແຕ່ເພື່ອມະນຸດຈະໄດ້ພົ້ນດ້ວຍພຣະບຸດນັ້ນ”(ໂຢຮັນ 3:17).

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ພຣະເຢຊູເປັນຕົວແທນພາລະກິດທັງຫມົດຂອງຍຸກແຫ່ງພຣະຄຸນ; ພຣະອົງໄດ້ບັງເກີດເປັນມະນຸດ ແລະ ຖືກຄຶງເທິງໄມ້ກາງເຂນ ແລະ ພຣະອົງໄດ້ເປີດຍຸກແຫ່ງພຣະຄຸນ. ພຣະອົງໄດ້ຖືກຄຶງໄວ້ເທິງໄມ້ກາງແຂນ ເພື່ອເຮັດສໍາເລັດພາລະກິດຂອງການໄຖ່ບາບ, ເພື່ອສິ້ນສຸດຍຸກແຫ່ງພຣະບັນຍັດ ແລະ ເລີ່ມຕົ້ນຍຸກແຫ່ງພຣະຄຸນ ແລະ ດັ່ງນັ້ນພຣະອົງຈຶ່ງຖືກເອີ້ນວ່າ “ຜູ້ບັນຊາສູງສຸດ”, “ຜູ້ຮັບບາບ”, “ຜູ້ໄຖ່ບາບ”. ດັ່ງນັ້ນ ພາລະກິດຂອງພຣະເຍຊູແຕກຕ່າງກັນທາງດ້ານເນື້ອໃນຈາກພາລະກິດຂອງພຣະເຢໂຮວາ, ເຖິງແມ່ນວ່າພາລະກິດທັງສອງໃຊ້ຫຼັກການດຽວກັນ. ພະເຢໂຮວາໄດ້ເລີ່ມຕົ້ນຍຸກແຫ່ງພຣະບັນຍັດ, ໄດ້ສ້າງພື້ນຖານ ເຊິ່ງເປັນຕົ້ນກໍາເນີດຂອງພາລະກິດຂອງພຣະອົງໃນແຜ່ນດິນໂລກ ແລະ ໄດ້ອອກພຣະບັນຍັດ; ສອງສິ່ງເຫຼົ່ານີ້ແມ່ນ ຜົນສຳເລັດຂອງພຣະອົງ ເຊິ່ງເປັນຕົວແທນຂອງ ຍຸກແຫ່ງພຣະບັນຍັດ. ພາລະກິດຂອງພຣະເຢຊູໃນຍຸກແຫ່ງພຣະຄຸນບໍ່ແມ່ນເພື່ອອອກຂໍ້ບັນຍັດ ແຕ່ເພື່ອປະຕິບັດຕາມຂໍ້ບັນຍັດ, ດັ່ງນັ້ນ ພາລະກິດຂອງພຣະອົງຈຶ່ງນຳໄປສູ່ຍຸກแຫ່ງພຣະຄຸນ ແລະ ສິ້ນສຸດຍຸກແຫ່ງພຣະບັນຍັດ ທີ່ໃຊ້ເວລາເຖິງສອງພັນປີ. ພຣະອົງເປັນຜູ້ບຸກເບີກ ແລະ ສະເດັດມາເພື່ອເລີ່ມຕົ້ນຍຸກແຫ່ງພຣະຄຸນ, ແຕ່ພາກສ່ວນຕົ້ນຕໍຂອງພາລະກິດພຣະອົງນັ້ນແມ່ນການໄຖ່ບາບ. ດັ່ງນັ້ນ ຜົນສໍາເລັດຂອງພຣະອົງມີສອງຢ່າງຄື: ເປີດຍຸກໃຫມ່ ແລະ ສໍາເລັດພາລະກິດໄຖ່ບາບຜ່ານການຖືກຄຶງໃສ່ໄມ້ກາງແຂນຂອງພຣະອົງ. ຫຼັງຈາກນັ້ນ, ພຣະອົງກໍ່ໄດ້ຈາກໄປ. ຮອດຈຸດນີ້, ຍຸກແຫ່ງພຣະບັນຍັດໄດ້ສິ້ນສຸດລົງ ແລະ ມວນມະນຸດຊາດກໍເຂົ້າສູ່ ຍຸກແຫ່ງພຣະຄຸນ.

ພາລະກິດທີ່ພຣະເຢຊູໄດ້ກະທໍາແມ່ນສອດຄ່ອງກັບຄວາມຕ້ອງການຂອງມວນມະນຸດຊາດໃນສະໄຫມນັ້ນ. ໜ້າທີ່ຂອງພຣະອົງແມ່ນເພື່ອໄຖ່ບາບມະນຸດ, ໃຫ້ອະໄພບາບພວກເຂົາ ແລະ ດັ່ງນັ້ນ ບຸກຄະລິກຂອງພຣະອົງທັງໝົດກໍຄືຄວາມຖ່ອມຕົນ, ຄວາມອົດທົນ, ຄວາມຮັກ, ຄວາມສັດຊື່, ຄວາມອົດທົນ, ຄວາມເມດຕາ ແລະ ຄວາມຮັກກະລຸນາ. ພຣະອົງໄດ້ປະທານພອນໃຫ້ແກ່ມະນຸດຢ່າງຫລວງຫລາຍ ແລະ ນໍາຄວາມກະລຸນາມາສູ່ພວກເຂົາຢ່າງມາກມາຍກ່າຍກອງ ແລະ ທຸກສິ່ງທຸກຢ່າງທີ່ຈະເຮັດໃຫ້ພວກເຂົາມີຄວາມສຸກໄດ້ ພຣະອົງແມ່ນໄດ້ມອບໃຫ້ພວກເຂົາເພື່ອຄວາມສຸກຂອງພວກເຂົາ, ນັ້ນກໍຄື ຄວາມສັນຕິສຸກ, ຄວາມສຸກ, ຄວາມອົດທົນ, ຄວາມຮັກ, ຄວາມເມດຕາ ແລະ ຄວາມຮັກກະລຸນາຂອງພຣະອົງ. ໃນເວລານັ້ນ, ທຸກຢ່າງທີ່ມະນຸດປະສົບພົບພໍ້ ລ້ວນແຕ່ແມ່ນຄວາມອຸດົມສົມບູນທີ່ສາມາດເຮັດໃຫ້ມີຄວາມສຸກໄດ້: ຫົວໃຈຂອງພວກເຂົາຢູ່ໃນຄວາມສະຫງົບ ແລະ ໄວ້ວາງໃຈ, ຈິດໃຈຂອງພວກເຂົາໄດ້ຮັບການປອບໂຍນ ແລະ ພວກເຂົາໄດ້ຮັບການອຸ້ມຊູຈາກພຣະຜູ້ຊ່ອຍໃຫ້ລອດ ນັ້ນກໍຄືພຣະເຢຊູ. ພວກເຂົາສາມາດໄດ້ຮັບສິ່ງເຫລົ່ານີ້ເປັນຜົນມາຈາກພາລະກິດຂອງຍຸກທີ່ພວກເຂົາມີຊີວິດຢູ່. ໃນຍຸກແຫ່ງພຣະຄຸນ, ມວນມະນຸດໄດ້ຮັບຄວາມເສື່ອມໂຊມຈາກຊາຕານມາແລ້ວ ແລະ ດັ່ງນັນ, ພາລະກິດຂອງການໄຖ່ບາບມວນມະນຸດຊາດຈຶ່ງຕ້ອງການຄວາມກະລຸນາຢ່າງໃຫຍ່ຫຼວງ, ຄວາມອົດກັ້ນ ແລະ ອົດທົນຢ່າງໜັກ ແລະ ນອກຈາກນັ້ນ ເພື່ອປະສົບຄວາມສໍາເລັດຂອງຍຸກ ຈຶ່ງມີການຖວາຍຢ່າງພຽງພໍເພື່ອຊົດໃຊ້ບາບຂອງມະນຸດ. ສິ່ງທີ່ມວນມະນຸດໄດ້ເຫັນໃນຍຸກແຫ່ງພຣະຄຸນແມ່ນການຊົດເຊີຍບາບຂອງມວນມະນຸດຂອງເຮົາ, ນັ້ນຄື ພຣະເຍຊູ. ທັງຫມົດທີ່ພວກເຂົາຮູ້ກ່ຽວກັບພຣະເຈົ້າ ຄືຄວາມເມດຕາ ແລະ ອົດທົດ; ແລະ ທັງຫມົດທີ່ພວກເຂົາເຫັນຄືຄວາມເມດຕາ ແລະ ຄວາມຮັກກາລຸນາຂອງພຣະເຢຊູ. ທັງໝົດນີເປັນເພາະວ່າພວກເຂົາເກີດຢູ່ໃນຍຸກແຫ່ງພຣະຄຸນ. ດັ່ງນັ້ນ ກ່ອນທີ່ພວກເຂົາຈະໄດ້ຮັບການໄຖ່ບາບ ພວກເຂົາຕ້ອງພະເຊີນກັບຄວາມກະລຸນາຫຼາຍຮູບແບບ ທີ່ພຣະເຢຊູໄດ້ມອບໃຫ້ແກ່ພວກເຂົາ ເຊິ່ງມັນມີປະໂຫຍດຕໍ່ພວກເຂົາຫຼາຍ. ດ້ວຍວິທີນີ້, ພວກເຂົາສາມາດໄດ້ຮັບການອະໄພບາບທີ່ພວກເຂົາກະທຳໂດຍຜ່ານການເສບສຸກໃນຍຸກພຣະຄຸນ ແລະ ຍັງສາມາດໄດ້ຮັບການໄຖ່ບາບໂດຍຜ່ານຄວາມອົດທົນ ອົດກັ້ນຂອງພຣະເຢຊູອີກ. ມີພຽງການອົດທົນອົດກັ້ນຂອງພຣະເຢຊູເທົ່ານັ້ນ ພວກເຂົາຈຶ່ງມີສິດທີ່ຈະໄດ້ຮັບການໃຫ້ອະໄພ ແລະ ເສບສຸກຄວາມອຸດົມສົມບູນຂອງຄວາມກະລຸນາທີ່ໄດ້ຮັບຈາກພຣະເຢຊູ, ດັ່ງທີ່ພຣະອົງໄດ້ກ່າວວ່າ: ເຮົາບໍ່ໄດ້ມາໄຖ່ບາບໃຫ້ຄົນຊອບທໍາ ແຕ່ມາເພື່ອໄຖ່ບາບໃຫ້ຄົນຜິດບາບ, ເພື່ອເຮັດໃຫ້ຄົນບາບໄດ້ຮັບການອະໄພບາບ. ຖ້າຫາກວ່າພຣະເຢຊູບັງເກີດເປັນມະນຸດກັບການພິພາກສາລົງໂທດ, ການສາບແຊ່ງ ແລະ ຄວາມບໍອົດທົນຕໍ່ຄວາມຜິດຂອງມວນມະນຸດຊາດ, ມະນຸດຈະບໍ່ມີໂອກາດທີ່ຈະໄຖ່ບາບ ແລະ ຄົງຈະເປັນບາບຕະຫຼອດໄປ. ຖ້າເປັນດັ່ງນັ້ນ, ແຜນການຄຸ້ມຄອງຫົກພັນປີຄົງຈະສິ້ນສຸດໃນຍຸກແຫ່ງພຣະບັນຍັດ ແລະ ຍຸກແຫ່ງພຣະບັນຍັດ ກໍ່ຈະແກ່ຍາວຕະຫຼອດຫົກພັນປີ. ບາບຂອງມະນຸດຈະເພີ່ມຫຼາຍຂຶ້ນ ແລະ ໂສກເສົ້າຫຼາຍຂຶ້ນ ແລະ ການສ້າງມະນຸດຈະບໍ່ມີຜົນປະໂຫຍດຫຍັງເລີຍ. ມະມຸດກໍ່ຈະສາມາດພຽງແຕ່ຮັບໃຊ້ພະເຢໂຮວາພາຍໃຕ້ພຣະບັນຍັດເທົ່ານັ້ນ, ແຕ່ບາບຂອງພວກເຂົາຈະຫຼາຍເກີນກວ່າ ບາບຂອງມະນຸດທີ່ຖືກສ້າງຂຶ້ນມາໃນຄັ້ງທໍາອິດ. ຍິ່ງພຣະເຢຊູຮັກມະນຸດຊາດເທົ່າໃດ, ໃຫ້ອະໄພບາບເຂົາເຈົ້າຫຼາຍເທົ່າໃດ ແລະ ມອບຄວາມເມດຕາ ແລະ ຄວາມຮັກກະລຸນາໃຫ້ພວກເຂົາຢ່າງພຽງພໍເທົ່າໃດ, ມວນມະນຸດກໍ່ຍິ່ງຈະໄດ້ຮັບການຊ່ວຍໃຫ້ລອດພົ້ນຫຼາຍເທົ່ານັ້ນ ແລະ ຖືກເອີ້ນວ່າລູກແກະທີ່ສູນຫາຍ ທີ່ພຣະເຢຊູໄດ້ຊື້ຄືນໃນລາຄາທີ່ແພງທີ່ສຸດ. ຊາຕານບໍ່ສາມາດເຂົ້າຮ່ວມໃນພາລະກິດນີ້ໄດ້ ເພາະວ່າພຣະເຢຊູປະຕິບັດຕໍ່ຜູ້ຕິດຕາມພຣະອົງຄືຜູ້ເປັນແມ່ທີ່ຮັກລູກປະຕິບັດຕໍ່ລູກໃນອ້ອມກອດອັນອົບອຸ່ນຂອງນາງ. ພຣະອົງບໍ່ໄດ້ໂກດເຄືອງພວກເຂົາ ຫລື ດູຫມິ່ນພວກເຂົາ ແຕ່ເຕັມໄປດ້ວຍຄວາມປອບໂຍນ; ພຣະອົງບໍ່ເຄີຍ ໂກດແຄ້ນໃນທ່າມກາງພວກເຂົາ ແຕ່ໄດ້ອົດທົນກັບບາບຂອງພວກເຂົາ ແລະ ມອງຂ້າມຄວາມໂງ່ຂອງພວກເຂົາ ແລະ ຄວາມໄຮ້ດຽງສາຂອງພວກເຂົາ ຈົນເຖິງຂັ້ນກ່າວວ່າ: “ໃຫ້ອະໄພຜູ້ອື່ນເຈັດສິບເທື່ອຄູນເຈັດເທື່ອ”. ດັ່ງນັ້ນຫົວໃຈຂອງພຣະອົງຫັນປ່ຽນຫົວໃຈຂອງຄົນອື່ນ. ແລ້ວມັນກໍແມ່ນວິທີນີ້ເອງທີ່ຜູ້ຄົນໄດ້ຮັບການໃຫ້ອະໄພບາບໂດຍຜ່ານການອົດທົນຂອງພຣະອົງ.

(ຄັດຈາກບົດ “ເລື່ອງຈິງທີ່ຢູ່ເບື້ອງຫຼັງພາລະກິດໃນຍຸກແຫ່ງການໄຖ່ບາບ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ເຖິງແມ່ນວ່າພຣະເຢຊູຢູ່ໃນການບັງເກີດເປັນມະນຸດຂອງພຣະອົງ ຈະປາດສະຈາກຄວາມຮູ້ສຶກໃດໆ, ພຣະອົງຍັງ ປອບໃຈພວກສາວົກຂອງພຣະອົງ, ສະໜອງໃຫ້ພວກເຂົາ, ຊ່ວຍເຫຼືອພວກເຂົາ ແລະ ສະໜັບສະໜູນພວກເຂົາຢູ່ສະເໝີ. ເຖິງວ່າພຣະອົງໄດ້ເຮັດເພື່ອສາວົກຂອງພຣະອົງຫຼາຍເທົ່າໃດ ຫຼື ໄດ້ທົນທຸກທໍລະມານຫຼາຍເທົ່າໃດ, ພຣະອົງບໍ່ເຄີຍຮຽກຮ້ອງຈາກຄົນຂອງພຣະອົງເກີນຄວາມຈຳເປັນເລີຍ, ແຕ່ຊ້ຳພັດອົດທົນ ແລະ ຮັບບາບແທນພວກເຂົາ ຈົນເຮັດໃຫ້ຄົນທີ່ຢູ່ໃນ ຍຸກແຫ່ງຄວາມກະລຸນາ ເອີ້ນພຣະອົງວ່າ “ພຣະຜູ້ຊ່ວຍໃຫ້ລອດທີ່ໜ້າຮັກ ພຣະເຢຊູເຈົ້າ”. ສຳລັບຜູ້ຄົນໃນເວລານັ້ນ ແລະ ສຳລັບທຸກຄົນ, ສິ່ງທີ່ພຣະເຢຊູມີ ແລະ ເປັນ ແມ່ນຄວາມເມດຕາ ແລະ ຄວາມຮັກກະລຸນາ. ພຣະອົງບໍ່ເຄີຍຈົດຈໍາການລ່ວງລະເມີດຂອງຜູ້ຄົນ ແລະ ການປະຕິບັດຂອງພຣະອົງຕໍ່ພວກເຂົາເຈົ້າບໍ່ໄດ້ຂຶ້ນຢູ່ກັບການລ່ວງລະເມີດຂອງພວກເຂົາ. ເນື່ອງຈາກວ່າການປະຕິບັດແບບນັ້ນແມ່ນຢູ່ຍຸກອື່ນ, ພຣະອົງມັກຈະມອບອາຫານ ແລະ ເຄື່ອງດື່ມທີ່ອຸດົມສົມບູນແກ່ຜູ້ຄົນເພື່ອໃຫ້ພວກເຂົາໄດ້ຮັບປະທານຢ່າງອີ່ມໜຳສຳລານສະເໝີ. ພຣະອົງໄດ້ປະຕິບັດຕໍ່ຜູ້ຕິດຕາມພຣະອົງທັງຫມົດດ້ວຍຄວາມກະລຸນາ, ປິ່ນປົວຄົນເຈັບປ່ວຍ, ຂັບໄລ່ພວກຜີປີສາດ, ຟື້ນຜູ້ຕາຍໃຫ້ຄືນມາ. ເພື່ອວ່າຜູ້ຄົນຈະໄດ້ເຊື່ອໃນພຣະອົງ ແລະ ເຫັນວ່າທຸກສິ່ງທີ່ພຣະອົງໄດ້ກະທໍາລົງໄປນັ້ນແມ່ນມີຄວາມບໍລິສຸດ ແລະ ຈິງໃຈ, ພຣະອົງໄດ້ສະແດງເຖິງຂະໜາດວ່າຟື້ນຄືນຊີວິດຂອງສົບທີ່ເໜົ່າເປື່ອຍ, ສະແດງໃຫ້ພວກເຂົາເຫັນວ່າ ຍ້ອນກໍາມືຂອງພຣະອົງ ແມ່ນແຕ່ຄົນຕາຍແລ້ວຍັງກັບຄືນມາມີຊີວິດອີກ. ຍ້ອນວິທີການແບບນີ້ພຣະອົງໄດ້ຮັບເອົາຄວາມເຈັບປວດຢ່າງງຽບໆ ແລະ ໄດ້ເຮັດພາລະກິດແຫ່ງການໄຖ່ບາບຂອງພຣະອົງທ່າມກາງພວກເຂົາ. ກ່ອນທີ່ພຣະອົງຈະຖືກຕອກຕະປູໃສ່ໄມ້ກາງແຂນ, ພຣະເຢຊູໄດ້ຮັບເອົາບາບຂອງມວນມະນຸດຊາດມາແລ້ວ ແລະ ກາຍເປັນເຄື່ອງບູຊາໄຖ່ບາບຂອງມວນມະນຸດຊາດ. ກ່ອນທີ່ຈະຖືກຄືງໃສ່ໄມ້ກາງແຂນ, ພຣະອົງໄດ້ເປີດທາງໄປສູ່ໄມ້ກາງແຂນເພື່ອໄຖ່ເອົາມວນມະນຸດຊາດ. ໃນທີ່ສຸດພຣະອົງໄດ້ຖືກຕອກຕະປູຕິດໃສ່ໄມ້ກາງແຂນ, ເສຍສະລະຕົນເອງເພື່ອກາງແຂນ ແລະ ພຣະອົງໄດ້ມອບ ຄວາມເມດຕາ, ຄວມຮັກກະລຸນາ ແລະ ຄວາມບໍລິສຸດທັງຫມົດໃຫ້ແກ່ມວນມະນຸດຊາດ. ເພື່ອມະນຸດຊາດ, ພຣະອົງອົດທົນສະເຫມີ, ບໍ່ເຄີຍແກ້ແຄ້ນ, ແຕ່ໃຫ້ອະໄພບາບຂອງພວກເຂົາເຈົ້າ, ເຕືອນພວກເຂົາໃຫ້ກັບໃຈ ແລະ ສອນພວກເຂົາໃຫ້ມີຄວາມອົດທົນ, ອົດກັ້ນ ແລະ ໃຫ້ຄວາມຮັກ, ໃຫ້ນຳຮອຍພຣະອົງ ແລະ ເສຍສະລະຕົນເອງເພື່ອຄວາມໝາຍຂອງໄມ້ກາງແຂນ. ຄວາມຮັກຂອງພຣະອົງຕໍ່ອ້າຍເອື້ອຍນ້ອງແມ່ນເກີນຄວາມຮັກທີ່ມີໃຫ້ນາງມາຣີ. ພາລະກິດທີ່ພຣະອົງໄດ້ກະທໍາເປັນຫລັກການປິ່ນປົວຜູ້ຄົນ ແລະ ຂັບໄລ່ພວກຜີມ່ານຮ້າຍ, ທັງຫມົດແມ່ນເພື່ອເປັນການໄຖ່ບາບໃຫ້ມວນມະນຸດຊາດ. ບໍ່ວ່າພຣະອົງຈະໄປໃສ, ພຣະອົງໄດ້ປະຕິບັດຕໍ່ທຸກຄົນທີ່ຕິດຕາມພຣະອົງດ້ວຍຄວາມກະລຸນາ. ພຣະອົງໄດ້ເຮັດໃຫ້ຜູ້ທຸກຍາກກາຍເປັນເສດຖີ, ຜູ້ເປ້ຍລ່ອຍຍ່າງໄດ້, ຄົນຕາບອດກັບມາເຫັນ ແລະ ຄົນຫູຫນວກໄດ້ຍິນ; ພຣະອົງຍັງໄດ້ເຊື້ອເຊີນບັນດາຄົນຕ່ຳຕ້ອຍ ຜູ້ຍາກໄຮ້, ຄົນບາບ, ນັ່ງຢູ່ໂຕະດຽວກັນກັບພຣະອົງ, ບໍ່ເຄີຍຫຼີກເວັ້ນພວກເຂົາ ແຕ່ມີຄວາມອົດທົນຢູ່ສະເໝີ, ເຖິງຂັ້ນກ່າວວ່າ: “ເມື່ອຜູ້ລ້ຽງແກະສູນເສຍແກະໜຶ່ງໂຕຈາກຈຳນວນຫນຶ່ງຮ້ອຍໂຕ, ລາວຈະຊອກຫາແກະທີ່ສູນເສຍນັ້ນແມ່ນແຕ່ຕ້ອງປ່ອຍປະແກະ 99 ໂຕທີ່ເຫຼືອໄວ້ຂ້າງຫຼັງກໍ່ຕາມ, ເມື່ອລາວຫາພົບມັນແລ້ວ ລາວຈະປິຕິຍິນດີຢ່າງໃຫຍ່ຫຼວງ”. ພຣະອົງຮັກຜູ້ຕິດຕາມພຣະອົງປານກັບແມ່ແກະຮັກລູກຂອງຕົນ. ເຖິງແມ່ນວ່າພວກເຂົາໂງ່ຈ້າ ແລະ ບໍ່ຮັບຮູ້ ແລະ ເປັນຄົນບາບຢູ່ໃນສາຍຕາຂອງພຣະອົງ ແລະ ຍິ່ງໄປກ່ວານັ້ນຍັງເປັນຄົນອ່ອນໂຍນທີ່ສຸດຂອງສັງຄົມ, ພຣະອົງໄດ້ຖືວ່າຄົນບາບເຫຼົ່ານີ້ ຄົນທີ່ຄົນອື່ນດູຫມິ່ນ ເປັນທີ່ໂປດປານໃນສາຍຕາຂອງພຣະອົງ. ຍ້ອນພຣະອົງໄດ້ໂປດປານພວກເຂົາ, ພຣະອົງໄດ້ມອບຊີວິດຂອງພຣະອົງເພື່ອພວກເຂົາ ດັ່ງທີ່ລູກແກະໄດ້ຖືກຖວາຍເທິງແທ່ນບູຊາ. ພຣະອົງໄດ້ໄປຢູ່ໃນທ່າມກາງພວກເຂົາເຫມືອນກັບວ່າພຣະອົງເປັນຜູ້ຮັບໃຊ້ຂອງພວກເຂົາ, ປ່ອຍໃຫ້ພວກເຂົາໃຊ້ພຣະອົງ ແລະ ຂ້າພຣະອົງ, ຍອມຮັບໃຊ້ພວກເຂົາໂດຍບໍ່ມີເງື່ອນໄຂ. ຕໍ່ກັບຜູ້ຕິດຕາມພຣະອົງ ພຣະອົງເປັນພຣະເຢຊູພຣະຜູ້ຊ່ວຍໃຫ້ລອດ, ແຕ່ຕໍ່ກັບພວກຟາຣີຊາຍ ຜູ້ສິດສອນຜູ້ຄົນຈາກແທ່ນທີ່ສູງ, ພຣະອົງບໍ່ສະແດງຄວາມເມດຕາ ແລະ ຄວາມຮັກກະລຸນາ, ແຕ່ຄວາມກຽດຊັງ ແລະ ຄວາມບໍພໍໃຈ. ພຣະອົງບໍໄດ້ກະທຳການໃດຢ່າງຫຼວງຫຼາຍກັບພວກຟາຣີຊາຍ, ມີແຕ່ສັ່ງສອນພວກເຂົາ ແລະ ຕຳນິພວກເຂົາບາງຄັ້ງຄາວ; ພຣະອົງບໍໄດ້ໄປຢູ່ໃນທ່າມກາງພວກເຂົາ ດໍາເນີນພະລະກິດໄຖ່ບາບ ຫຼື ປະຕິບັດການສຳຄັນ ແລະ ສິ່ງມະຫັດສະຈັນ. ພຣະອົງໄດ້ມອບຄວາມເມດຕາ ແລະ ຄວາມຮັກກະລຸນາຂອງພຣະອົງໃຫ້ຜູ້ຕິດຕາມພຣະອົງ, ຮັບເອົາຄວາມທຸກເພື່ອຄົນບາບເຫຼົ່ານີ້ຈົນເຖິງທີ່ສຸດ, ເມື່ອພຣະອົງຖືກຕອກຕະປູໃສ່ໄມ້ກາງແຂນ ແລະ ທົນທຸກທໍລະມານຈົນກວ່າພຣະອົງໄດ້ໄຖ່ບາບໃຫ້ມະນຸດທັງປວງ, ນີ້ແມ່ນຜົນລວມຂອງພາລະກິດຂອງພຣະອົງ.

ຖ້າປາສະຈາກການໄຖ່ບາບຂອງພຣະເຢຊູ, ມະນຸດຄົງຈະມີຊີວິດຢູ່ກັບຄວາມບາບຕະຫຼອດໄປ ແລະ ກາຍເປັນລູກຫຼານຂອງຄວາມບາບ, ລູກຫຼານຂອງພວກມານຮ້າຍ. ຖ້າເປັນໄປຕາມນີ້ ໃນໂລກນີ້ກໍ່ຈະກາຍເປັນສະຖານທີ່ພັກເຊົາຂອງຊາຕານ, ບ່ອນທີ່ຢູ່ອາໄສຂອງພວກມັນ. ແຕ່ພາລະກິດແຫ່ງການໄຖ່ບາບຕ້ອງການ ການສະແດງອອກເຊິ່ງຄວາມເມດຕາ ແລະ ຄວາມຮັກກະລຸນາຕໍ່ມວນມະນຸດ; ດ້ວຍວິທີນີ້ເທົ່ານັ້ນ ມະນຸດຈຶ່ງຈະໄດ້ຮັບການໃຫ້ອະໄພບາບ ແລະ ສຸດທ້າຍໄດ້ຮັບສິດທີ່ຈະເຮັດໃຫ້ສົມບູນ ແລະ ໄດ້ຮັບພອນຢ່າງເຕັມທີ່. ຖ້າປາສະຈາກພາລະກິດໃນຍຸກນີ້, ແຜນການຄຸ້ມຄອງຫົກພັນປີຈະບໍ່ສາມາດດໍາເນີນຕໍ່ໄປໄດ້. ຖ້າຫາກວ່າພຣະເຢຊູບໍ່ໄດ້ຖືກຄຶງໃສ່ໄມ້ກາງແຂນ, ຖ້າຫາກພຣະອົງພຽງແຕ່ໄດ້ປິ່ນປົວຜູ້ຄົນ ແລະ ຂັບໄລ່ພວກມານຮ້າຍ, ຜູ້ຄົນກໍຈະບໍ່ສາມາດໄດ້ຮັບການໃຫ້ອະໄພບາບຂອງພວກເຂົາຢ່າງສົມບູນ. ໃນໄລຍະສາມປີເຄິ່ງທີ່ພຣະເຍຊູໃຊ້ເວລາກະທໍາພາລະກິດຂອງພຣະອົງເທິງແຜ່ນດິນໂລກ, ພຣະອົງໄດ້ສໍາເລັດພຽງແຕ່ເຄິ່ງຫນຶ່ງຂອງພາລະກິດແຫ່ງການໄຖ່ບາບຂອງພຣະອົງເທົ່ານັ້ນ; ຈົນກວ່າ ວ່າພຣະອົງໄດ້ຖືກຄຶງໃສ່ເທິງໄມ້ກາງແຂນ ແລະ ກາຍເປັນເໝືອນເນື້ອໜັງທີ່ເປັນບາບທີ່ມອບຄືນໃຫ້ແກ່ຄົນຊົ່ວ, ພຣະອົງຈຶ່ງໄດ້ສໍາເລັດພາລະກິດຂອງການຖືກຄຶງໃສ່ໄມ້ກາງແຂນ ແລະ ເຂົາໃຈແຈ່ມແຈ້ງເຖິງ ຊະຕາກຳຂອງມະນຸດ. ຫລັງຈາກທີ່ຮ່າງກາຍຂອງພຣະອົງຖືກມອບໃຫ້ຊາຕານ, ພຣະອົງກໍໄດ້ໄຖ່ບາບໃຫ້ກັບມະນຸດຊາດທັງປວງ. ເປັນເວລາສາມສິບສາມປີເຄິ່ງ, ພຣະອົງໄດ້ທົນທຸກທໍລະມານຢູ່ເທິງແຜ່ນດິນໂລກນີ້, ຖືກເຍາະເຍີ້ຍໃສ່ຮ້າຍ, ຖືກດູຖູກ ແລະ ຖືກປະຖິ້ມ, ຈົນເຖິງຂັ້ນທີ່ພຣະອົງບໍ່ມີບ່ອນຊຸກຫົວນອນ, ບໍ່ມີບ່ອນໃຫ້ພັກເຊົາ ແລະ ຫຼັງຈາກນັ້ນ ພຣະອົງກໍຖືກຄຶງໃສ່ໄມ້ກາງແຂນ, ທັງຫມົດຕົວຕົນຂອງພຣະອົງ ເຊິ່ງເປັນຮ່າງກາຍທີ່ບໍລິສຸດ ແລະ ໄຮ້ດຽງສາຖືກຕອກຕະປູຄຶງໄວ້ເທິງໄມ້ກາງແຂນ. ພຣະອົງອົດທົນຕໍ່ຄວາມທຸກທໍລະມານທຸກດ້ານ. ຜູ້ທີ່ມີອໍານາດໄດ້ເຍາະເຍີ້ຍ ແລະ ຂ້ຽນຕີພຣະອົງ ແລະ ພວກທະຫານເຮັດເຖິງກັບຖົ່ມນ້ຳລາຍໃສ່ໃບຫນ້າຂອງພຣະອົງ; ແຕ່ພຣະອົງຍັງຄົງງຽບສະຫງົບ ແລະ ທົນທຸກທໍລະມານຈົນເຖິງທີ່ສຸດ, ຖວາຍຕົນຢ່າງບໍມີເງື່ອນໄຂຈົນເຖິງຈຸດຈົບຂອງເຊີວິດ, ດັ່ງນັ້ນແລ້ວ ພຣະອົງຈຶ່ງໄດ້ໄຖ່ບາບມະນຸດຊາດທັງຫມົດ. ເມື່ອນັ້ນ ພຣະອົງກໍໄດ້ຖືກໂຜດໃຫ້ພັກຜ່ອນ. ພາລະກິດທີ່ພຣະເຍຊູໄດ້ກະທຳເປັນພຽງແຕ່ຍຸກແຫ່ງພຣະຄຸນ; ມັນບໍ່ໄດ້ລວມຍຸກແຫ່ງພຣະບັນຍັດ ແລະ ມັນບໍ່ແມ່ນການທົດແທນພາລະກິດໃນຍຸກສຸດທ້າຍແຕ່ຢ່າງໃດ. ນີ້ແມ່ນຄວາມສໍາຄັນຂອງພາລະກິດຂອງພຣະເຢຊູໃນຍຸກແຫ່ງພຣະຄຸນ, ຍຸກທີສອງທີ່ມະນຸດໄດ້ຜ່ານພົ້ນ ນັ້ນກໍຄືຍຸກແຫ່ງການໄຖ່ບາບ.

(ຄັດຈາກບົດ “ເລື່ອງຈິງທີ່ຢູ່ເບື້ອງຫຼັງພາລະກິດໃນຍຸກແຫ່ງການໄຖ່ບາບ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

“ພຣະເຢຊູ” ແມ່ນເອມະນູເອນ ແລະ ໝາຍເຖິງການຖວາຍບາບທີ່ເຕັມໄປດ້ວຍຄວາມຮັກ ຄວາມເມດຕາ ແລະ ໄຖ່ບາບໃຫ້ມະນຸດ. ພຣະອົງປະຕິບັດພາລະກິດໃນຍຸກແຫ່ງພຣະກະລຸນາ ແລະ ເປັນຕົວແທນໃຫ້ແກ່ຍຸກແຫ່ງພຣະພະກະລຸນາ ແລະ ສາມາດເປັນພຽງສ່ວນໜຶ່ງຂອງແຜນການຄຸ້ມຄອງຂອງພຣະເຈົ້າເທົ່ານັ້ນ. … ມີພຽງພຣະເຢຊູເທົ່ານັ້ນເປັນຜູ້ໄຖ່ບາບຂອງມະນຸດ. ພຣະອົງແມ່ນການຖວາຍບາບທີ່ໄຖ່ບາບແກ່ມະນຸດໃຫ້ຫຼຸດພົ້ນຈາກບາບ. ນັ້ນໝາຍຄວາມວ່າ ພຣະນາມພຣະເຢຊູແມ່ນມາຈາກຍຸກແຫ່ງພຣະກະລຸນາ ແລະ ເກີດຂຶ້ນເນື່ອງຈາກພາລະກິດໄຖ່ບາບໃນຍຸກແຫ່ງພຣະກະລຸນາ. ພຣະນາມຂອງພຣະເຢຊູເກີດຂຶ້ນເພື່ອເຮັດໃຫ້ຜູ້ຄົນຂອງຍຸກແຫ່ງພຣະກະລຸນາໄດ້ເກີດໃໝ່ ແລະ ໄດ້ຮັບການຊ່ວຍໃຫ້ລອດ ແລະ ແມ່ນພຣະນາມໂດຍສະເພາະສຳລັບການໄຖ່ບາບຂອງມະນຸດ ຊາດທັງໝົດ. ສະນັ້ນ ພຣະນາມພຣະເຢຊູຈິ່ງເປັນຕົວແທນໃຫ້ແກ່ພາລະກິດໄຖ່ບາບ ແລະ ສະແດງເຖິງຍຸກແຫ່ງພຣະກະລຸນາ. … “ພຣະເຢຊູ” ເປັນຕົວແທນໃຫ້ແກ່ຍຸກແຫ່ງພຣະກະລຸນາ ແລະ ເປັນພຣະນາມຂອງພຣະເຈົ້າຂອງຜູ້ຄົນທັງໝົດທີ່ໄດ້ຮັບການໄຖ່ບາບໃນຊ່ວງຍຸກແຫ່ງພຣະກະລຸນາ.

(ຄັດຈາກບົດ “ພຣະຜູ້ຊ່ວຍໃຫ້ລອດໄດ້ກັບຄືນມາເທິງ ‘ເມກຂາວ’” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໃນເວລານັ້ນ ພາລະກິດຂອງພຣະເຢຊູແມ່ນການໄຖ່ບາບໃຫ້ກັບມວນມະນຸດຊາດ. ຄວາມຜິດບາບຂອງທຸກຄົນທີ່ເຊື່ອໃນພຣະອົງແມ່ນໄດ້ຮັບການອະໄພ; ຕາບໃດທີ່ເຈົ້າເຊື່ອໃນພຣະອົງ, ພຣະອົງກໍຈະໄຖ່ບາບໃຫ້ກັບເຈົ້າ; ຖ້າເຈົ້າເຊື່ອໃນພຣະອົງ ເຈົ້າກໍບໍ່ແມ່ນຄົນບາບອີກຕໍ່ໄປ ແລະ ເຈົ້າກໍໄດ້ພົ້ນຈາກຄວາມຜິດບາບຂອງເຈົ້າແລ້ວ. ນີ້ຄືຄວາມໝາຍທີ່ວ່າ ໄດ້ຮັບຄວາມລອດພົ້ນ ແລະ ໄດ້ຮັບການຍົກໂທດໂດຍຄວາມເຊື່ອ. ແຕ່ເຖິງຢ່າງນັ້ນກໍຕາມ ໃນບັນດາຄົນທີ່ເຊື່ອກໍຍັງມີສິ່ງທີ່ກະບົດ ແລະ ຕໍ່ຕ້ານພຣະເຈົ້າ ເຊິ່ງຈໍາເປັນຕ້ອງຄ່ອຍໆຖືກກຳຈັດອອກໄປ. ຄວາມລອດພົ້ນບໍ່ໄດ້ໝາຍຄວາມວ່າ ມະນຸດໄດ້ຖືກພຣະເຢຊູຮັບເອົາຢ່າງສົມບູນ ແຕ່ໝາຍເຖິງ ມະນຸດບໍ່ມີຄວາມບາບອີກຕໍ່ໄປ, ມະນຸດໄດ້ຮັບການອະໄພຄວາມຜິດບາບຂອງເຂົາແລ້ວ ນັ້ນກໍຄື ຂໍພຽງແຕ່ເຈົ້າເຊື່ອ ເຈົ້າກໍຈະບໍ່ມີບາບອີກຕໍ່ໄປ.

(ຄັດຈາກບົດ “ນິມິດແຫ່ງພາລະກິດຂອງພຣະເຈົ້າ (2)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: 3. ຈຸດປະສົງ ແລະ ຄວາມສໍາຄັນຂອງພາລະກິດຂອງພຣະເຈົ້າໃນຍຸກແຫ່ງພຣະບັນຍັດ

ຕໍ່ໄປ: 5. ຄໍາພິພາກສາ ແລະ ການລົງໂທດໃນຍຸກສຸດທ້າຍເທົ່ານັ້ນເປັນພາລະກິດສໍາຄັນ ແລະ ເດັດຂາດເພື່ອການຊ່ວຍມະນຸດໃຫ້ພົ້ນ

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້