2. ການຖືກຮັບແມ່ນຫຍັງແທ້ໆ ແລະ ຄົນໆໜຶ່ງຈະສາມາດຖືກຍົກຂຶ້ນຕໍ່ໜ້າບັນລັງຂອງພຣະເຈົ້າໄດ້ແນວໃດ

ຂໍ້ຄວາມຈາກພຣະຄໍາພີເພື່ອອ້າງອີງ:

“ແລ້ວໃນເວລາທ່ຽງຄືນ ກໍມີສຽງຮ້ອງມາວ່າ, ເບິ່ງແມ, ເຈົ້າບ່າວມາແລ້ວ ເຈົ້າຈົ່ງອອກໄປພົບກັບເພິ່ນ” (ມັດທາຍ 25:6).

“ເບິ່ງແມ, ເຮົາຢືນ ແລະ ເຄາະຢູ່ທີ່ປະຕູ: ຖ້າຄົນໃດໄດ້ຍິນສຽງຂອງເຮົາ ແລະ ໄຂປະຕູໃຫ້ເຮົາ, ເຮົາຈະເຂົ້າໄປຫາຄົນນັ້ນ ແລະ ເຮົາຈະກິນອາຫານຮ່ວມກັບຄົນນັ້ນ ແລະ ຄົນນັ້ນຈະກິນອາຫານຮ່ວມກັບເຮົາ” (ພຣະນິມິດ 3:20).

“ຄົນໃດມີຫູ ຄົນນັ້ນຈົ່ງຟັງສິ່ງທີ່ພຣະວິນຍານກ່າວຕໍ່ຄຣິສຕະຈັກ” (ພຣະນິມິດ 2:7).

“ຝູງແກະຂອງເຮົາໄດ້ຍິນສຽງຂອງເຮົາ ແລະ ເຮົາກໍຮູ້ຈັກຝູງແກະນັ້ນ ແລະ ຝູງແກະນັ້ນກໍຕິດຕາມເຮົາ” (ໂຢຮັນ 10:27).

“ຄົນເຫຼົ່ານີ້ແມ່ນຄົນທີ່ຕິດຕາມພຣະເມສານ້ອຍໄປທຸກບ່ອນທີ່ພຣະອົງສະເດັດໄປ” (ພຣະນິມິດ 14:4).

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

“ຖືກຍົກຂຶ້ນມາ” ບໍ່ແມ່ນຖືກຍົກຈາກບ່ອນຕ່ຳຂຶ້ນໄປບ່ອນສູງແບບທີ່ຄົນຈິນຕະນາການ. ມັນແມ່ນຄວາມຜິດພາດຢ່າງໃຫຍ່ຫຼວງ. “ຖືກຍົກຂຶ້ນມາ” ແມ່ນໝາຍເຖິງການກຳນົດໄວ້ລ່ວງໜ້າ ແລະ ແລ້ວການຄັດເລືອກຂອງເຮົາ. ມັນແນໃສ່ບັນດາຜູ້ທີ່ເຮົາໄດ້ກຳນົດໄວ້ລ່ວງໜ້າ ແລະ ໄດ້ເລືອກໄວ້ທັງໝົດ. ຜູ້ທີ່ໄດ້ຮັບສະຖານະເປັນລູກຊາຍກົກ, ສະຖານະເປັນລູກຊາຍ ຫຼື ຄົນ ແມ່ນບັນດາຜູ້ທີ່ໄດ້ຖືກຍົກຂຶ້ນມາທັງໝົດ. ນີ້ແມ່ນສິ່ງທີ່ບໍ່ສອດຄ່ອງທີ່ສຸດກັບຄວາມຄິດຂອງຄົນ. ຜູ້ທີ່ໄດ້ຮັບການແບ່ງປັນຢູ່ໃນເຮືອນຂອງເຮົາໃນອະນາຄົດແມ່ນຜູ້ທີ່ໄດ້ຖືກຍົກຂຶ້ນມາຢູ່ຕໍ່ໜ້າເຮົາ. ນີ້ແມ່ນເລື່ອງແທ້ແນ່ນອນ, ບໍ່ເຄີຍປ່ຽນແປງ ແລະ ບໍ່ມີໃຜສາມາດໂຕ້ຖຽງໄດ້. ນີ້ແມ່ນການຕອບໂຕ້ຊາຕານ. ທຸກຄົນທີ່ເຮົາໄດ້ກຳນົດໄວ້ລ່ວງໜ້າຈະຖືກຍົກຂຶ້ນມາຢູ່ຕໍ່ໜ້າເຮົາ.

(ຄັດຈາກ “ບົດທີ 104” ຂອງຖ້ອຍຄຳຂອງພຣະຄຣິດໃນຕອນເລີ່ມຕົ້ນໃນໜັງສືພຣະທຳປາກົດໃນຮ່າງກາຍ)

ຍ້ອນພວກເຮົາກຳລັງຊອກຫາຮອຍພຣະບາດຂອງພຣະເຈົ້າ, ມັນໄດ້ເຮັດໃຫ້ພວກເຮົາຈຳເປັນທີ່ຈະຊອກຫາຄວາມປະສົງຂອງພຣະເຈົ້າ, ຫາພຣະທຳຂອງພຣະເຈົ້າ, ຫາຖ້ອຍຄຳຂອງພຣະອົງ, ຍ້ອນວ່າ ບ່ອນໃດກໍຕາມທີ່ພຣະເຈົ້າກ່າວພຣະທຳໃໝ່, ສຽງຂອງພຣະເຈົ້າກໍຢູ່ທີ່ນັ້ນ ແລະ ບ່ອນໃດກໍຕາມທີ່ມີບາດກ້າວຂອງພຣະເຈົ້າ, ການກະທຳຂອງພຣະເຈົ້າກໍຢູ່ທີ່ນັ້ນ. ບ່ອນໃດກໍຕາມທີ່ມີການສຳແດງຂອງພຣະເຈົ້າ, ພຣະເຈົ້າກໍຈະປາກົດຕົວໃນທີ່ນັ້ນ ແລະ ບ່ອນໃດກໍຕາມທີ່ພຣະເຈົ້າປາກົດຕົວ, ຄວາມຈິງ, ຫົນທາງ ແລະ ຊີວິດກໍຈະມີຢູ່ໃນທີ່ນັ້ນ. ໃນການສະແຫວງຫາຮອຍພຣະບາດຂອງພຣະເຈົ້າ, ພວກເຈົ້າໄດ້ເບິ່ງຂ້າມພຣະທຳທີ່ວ່າ “ພຣະເຈົ້າເປັນຄວາມຈິງ, ຫົນທາງ ແລະ ຊີວິດ”. ດ້ວຍເຫດນັ້ນ ເຖິງແມ່ນພວກເຂົາໄດ້ຮັບເອົາຄວາມຈິງ ຫຼາຍຄົນກໍບໍ່ເຊື່ອວ່າ ພວກເຂົາໄດ້ຄົ້ນພົບຮອຍພຣະບາດຂອງພຣະເຈົ້າ ແລ້ວແຮງໄກທີ່ພວກເຂົາຈະຮັບຮູ້ເຖິງການປາກົດຕົວຂອງພຣະເຈົ້າ. ມັນຊ່າງເປັນຄວາມຜິດພາດທີ່ຮ້າຍແຮງຫຼາຍ! ການປາກົດຕົວຂອງພຣະເຈົ້າບໍ່ສາມາດກົງກັນກັບແນວຄິດຂອງມະນຸດໄດ້ ແລ້ວແຮງໄກທີ່ພຣະເຈົ້າຈະປາກົດຕົວຕາມຄຳສັ່ງຂອງມະນຸດ. ພຣະເຈົ້າດຳເນີນການຕາມທາງເລືອກຂອງພຣະອົງ ແລະ ຕາມແຜນການຂອງພຣະອົງເອງ ເວລາທີ່ພຣະອົງປະຕິບັດພາລະກິດຂອງພຣະອົງ; ຍິ່ງໄປກວ່ານັ້ນ ພຣະອົງກໍມີຈຸດປະສົງຂອງພຣະອົງເອງ ແລະ ວິທີການຂອງພຣະອົງເອງ. ພາລະກິດຫຍັງກໍຕາມທີ່ພຣະອົງປະຕິບັດ, ພຣະອົງບໍ່ຈຳເປັນຕ້ອງສົນທະນາກັບມະນຸດ ຫຼື ສະແຫວງຫາຄຳປຶກສາຂອງເຂົາ ແລ້ວແຮງໄກທີ່ຈະແຈ້ງໃຫ້ແຕ່ລະຄົນຮູ້ກ່ຽວກັບພາລະກິດຂອງພຣະອົງ. ນີ້ແມ່ນອຸປະນິໄສຂອງພຣະເຈົ້າ ເຊິ່ງທຸກຄວນຮັບຮູ້. ຖ້າພວກເຈົ້າປາຖະໜາທີ່ຈະເປັນພະຍານເຖິງການປາກົດຕົວຂອງພຣະເຈົ້າ, ເພື່ອຕິດຕາມບາດກ້າວຂອງພຣະເຈົ້າ, ກ່ອນອື່ນ ພວກເຈົ້າກໍຕ້ອງປະຖິ້ມແນວຄິດຂອງພວກເຈົ້ານັ້ນກ່ອນ. ພວກເຈົ້າຕ້ອງບໍ່ຮຽກຮ້ອງໃຫ້ພຣະເຈົ້າເຮັດນັ້ນເຮັດນີ້ ຍິ່ງໄປກວ່ານັ້ນພວກເຈົ້າບໍ່ຄວນວາງພຣະອົງໃຫ້ຢູ່ພາຍໃນຂອບເຂດຂອງພວກເຈົ້າ ແລະ ຈຳກັດພຣະອົງໃນແນວຄິດຂອງພວກເຈົ້າເອງ. ກົງກັນຂ້າມ ພວກເຈົ້າຄວນຖາມວ່າ ພວກເຈົ້າຈະສະແຫວງຫາຮອຍພຣະບາດຂອງພຣະເຈົ້າໄດ້ແນວໃດ, ພວກເຈົ້າຈະຍອມຮັບການປາກົດຕົວຂອງພຣະເຈົ້າໄດ້ແນວໃດ ແລະ ພວກເຈົ້າຈະຍອມຕາມພາລະກິດໃໝ່ຂອງພຣະເຈົ້າໄດ້ແນວໃດ; ນີ້ຄືສິ່ງທີ່ມະນຸດຄວນກະທຳ. ຍ້ອນມະນຸດບໍ່ແມ່ນຄວາມຈິງ ແລະ ບໍ່ໄດ້ປະກອບດ້ວຍຄວາມຈິງ, ເຂົາຄວນສະແຫວງຫາ, ຍອມຮັບ ແລະ ເຊື່ອຟັງ.

(ຄັດຈາກບົດ “ການປາກົດຕົວຂອງພຣະເຈົ້າໄດ້ນໍາພາໄປສູ່ຍຸກໃໝ່” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໃນເມື່ອມະນຸດເຊື່ອໃນພຣະເຈົ້າ, ເຂົາກໍຕ້ອງຕິດຕາມບາດກ້າວຂອງພຣະເຈົ້າເທື່ອລະບາດກ້າວຢ່າງໃກ້ຊິດ; ເຂົາຄວນ “ຕິດຕາມພຣະເມສານ້ອຍບໍ່ວ່າພຣະອົງຈະໄປໃສກໍຕາມ”. ມີພຽງແຕ່ຄົນເຫຼົ່ານີ້ທີ່ເປັນຄົນສະແຫວງຫາຫົນທາງທີ່ແທ້ຈິງ, ມີພຽງແຕ່ພວກເຂົາເທົ່ານັ້ນທີ່ຮູ້ຈັກພາລະກິດຂອງພຣະວິນຍານບໍລິສຸດ. ຄົນທີ່ຕິດຕາມຕົວອັກສອນ ແລະ ຄຳສັ່ງສອນຄືກັບທາດ ແມ່ນຄົນທີ່ຖືກກຳຈັດໂດຍພາລະກິດຂອງພຣະວິນຍານບໍລິສຸດ. ໃນແຕ່ລະໄລຍະຂອງເວລາ, ພຣະເຈົ້າຈະເລີ່ມຕົ້ນພາລະກິດໃໝ່ ແລະ ໃນແຕ່ລະໄລຍະ ຈະມີການເລີ່ມຕົ້ນໃໝ່ທ່າມກາງມະນຸດ. ຖ້າມະນຸດພຽງແຕ່ປະຕິບັດຕາມຄວາມຈິງທີ່ວ່າ “ພຣະເຢໂຮວາເປັນພຣະເຈົ້າ” ແລະ “ພຣະເຢຊູເປັນພຣະຄຣິດ” ເຊິ່ງເປັນຄວາມຈິງທີ່ພຽງແຕ່ໃຊ້ໄດ້ກັບຍຸກທີ່ກ່ຽວຂ້ອງ, ແລ້ວມະນຸດກໍຈະນໍາບໍ່ທັນພາລະກິດຂອງພຣະວິນຍານບໍລິສຸດໄດ້ຈັກເທື່ອ ແລະ ຈະບໍ່ສາມາດຮັບເອົາພາລະກິດຂອງພຣະວິນຍານບໍລິສຸດຕະຫຼອດໄປ. ບໍ່ວ່າພຣະເຈົ້າຈະປະຕິບັດພາລະກິດແນວໃດກໍຕາມ, ມະນຸດກໍຕິດຕາມໂດຍບໍ່ສົງໄສແມ່ນແຕ່ໜ້ອຍດຽວ ແລະ ເຂົາກໍຕິດຕາມຢ່າງໃກ້ຊິດ. ໃນວິທີນີ້, ມະນຸດຈະສາມາດຖືກພຣະວິນຍານບໍລິສຸດກຳຈັດໄດ້ແນວໃດ? ບໍ່ວ່າພຣະເຈົ້າຈະເຮັດຫຍັງກໍຕາມ, ຕາບໃດທີ່ມະນຸດໝັ້ນໃຈວ່າ ນັ້ນແມ່ນພາລະກິດຂອງພຣະວິນຍານບໍລິສຸດ ແລະ ຮ່ວມມືໃນພາລະກິດຂອງພຣະວິນຍານບໍລິສຸດໂດຍບໍ່ມີຂໍ້ສົງໄສໃດໆ ແລະ ພະຍາຍາມບັນລຸເງື່ອນໄຂຂອງພຣະເຈົ້າ, ແລ້ວເຂົາຈະຖືກລົງໂທດໄດ້ແນວໃດ? ພາລະກິດຂອງພຣະເຈົ້າບໍ່ເຄີຍຢຸດເຊົາຈັກເທື່ອ, ບາດກ້າວຂອງພຣະອົງບໍ່ເຄີຍຢຸດສະງັດຈັກເທື່ອ ແລະ ກ່ອນການສຳເລັດພາລະກິດແຫ່ງການຄຸ້ມຄອງຂອງພຣະອົງ, ພຣະອົງຫຍຸ້ງຢູ່ສະເໝີ ແລະ ບໍ່ເຄີຍຢຸດຈັກເທື່ອ.

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ ແລະ ການປະຕິບັດຂອງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ຄວາມສຳຄັນຫຼັກໃນການປະຕິບັດຕາມພຣະເຈົ້າກໍຄື ທຸກສິ່ງຄວນເປັນໄປຕາມພຣະທຳຂອງພຣະເຈົ້າໃນປັດຈຸບັນ: ບໍ່ວ່າເຈົ້າສະແຫວງຫາເພື່ອເຂົ້າສູ່ຊີວິດ ຫຼື ການບັນລຸເຮັດສໍາເລັດຄວາມປະສົງຂອງພຣະເຈົ້າ, ທຸກສິ່ງຄວນຕັ້ງຢູ່ໃນພຣະທຳຂອງພຣະເຈົ້າໃນປັດຈຸບັນ. ຖ້າສິ່ງທີ່ເຈົ້າພົວພັນ ແລະ ສະແຫວງຫາບໍ່ໄດ້ຕັ້ງຢູ່ໃນພຣະທຳຂອງພຣະເຈົ້າໃນປັດຈຸບັນ ແລ້ວເຈົ້າກໍເປັນຄົນແປກໜ້າໃນພຣະທຳຂອງພຣະເຈົ້າ ແລະ ຈະຖືກປ່ອຍປະໂດຍພາລະກິດຂອງພຣະວິນຍານບໍລິສຸດ. ຄົນທີ່ພຣະເຈົ້າຕ້ອງການແມ່ນຄົນທີ່ປະຕິບັດຕາມບາດກ້າວຂອງພຣະອົງ. ບໍ່ວ່າສິ່ງທີ່ເຈົ້າເຂົ້າໃຈກ່ອນໜ້ານີ້ຈະອັດສະຈັນ ແລະ ບໍລິສຸດພຽງໃດກໍຕາມ, ພຣະເຈົ້າກໍບໍ່ຕ້ອງການມັນ ແລະ ຖ້າເຈົ້າບໍ່ສາມາດຮັກສາສິ່ງເຫຼົ່ານັ້ນໄວ້ໄດ້ ແລ້ວພວກມັນກໍຈະເປັນອຸປະສັກທີ່ໃຫຍ່ຫຼວງໃນການເຂົ້າຫາຂອງເຈົ້າໃນອະນາຄົດ. ທຸກຄົນທີ່ສາມາດປະຕິບັດຕາມແສງສະຫວ່າງໃນປັດຈຸບັນຂອງພຣະວິນຍານບໍລິສຸດແມ່ນໄດ້ຮັບການອວຍພອນ. ປະຊາຊົນໃນຍຸກຜ່ານມາກໍປະຕິບັດຕາມບາດກ້າວຂອງພຣະເຈົ້າເຊັ່ນດຽວກັນ ແຕ່ພວກເຂົາບໍ່ສາມາດປະຕິບັດຕາມພຣະອົງຈົນຮອດປັດຈຸບັນ; ນີ້ຄືການໄດ້ຮັບພອນຂອງປະຊາຊົນແຫ່ງຍຸກສຸດທ້າຍ. ຄົນທີ່ສາມາດປະຕິບັດຕາມພາລະກິດໃນປັດຈຸບັນຂອງພຣະວິນຍານບໍລິສຸດ ແລະ ຄົນທີ່ສາມາດປະຕິບັດຕາມບາດກ້າວຂອງພຣະເຈົ້າ ທີ່ພວກເຂົາຍອມປະຕິບັດຕາມພຣະເຈົ້າບໍ່ວ່າພຣະອົງຈະນໍາພາພວກເຂົາໄປທາງໃດກໍຕາມ ແມ່ນຄົນທີ່ໄດ້ຮັບພອນຈາກພຣະເຈົ້າ. ຄົນທີ່ບໍ່ປະຕິບັດຕາມພາລະກິດຂອງພຣະວິນຍານບໍລິສຸດໃນປັດຈຸບັນ ແມ່ນບໍ່ໄດ້ເຂົ້າສູ່ພາລະກິດຂອງພຣະທຳຂອງພຣະເຈົ້າ ແລະ ບໍ່ວ່າພວກເຂົາຈະປະຕິບັດພາລະກິດໜັກພຽງໃດກໍຕາມ ຫຼື ພວກເຂົາທົນທຸກທໍລະມານຫຼາຍພຽງໃດ ຫຼື ພວກເຂົາດີ້ນຮົນຫຼາຍພຽງໃດກໍຕາມ ບໍ່ມີສິ່ງໃດທີ່ມີຄວາມໝາຍຕໍ່ພຣະເຈົ້າເລີຍ ແລະ ພຣະອົງຈະບໍ່ຍົກຍ້ອງພວກເຂົາ. ໃນປັດຈຸບັນ ທຸກຄົນທີ່ປະຕິບັດຕາມພຣະທຳຂອງພຣະເຈົ້າໃນປັດຈຸບັນແມ່ນຢູ່ໃນກະແສແຫ່ງພຣະວິນຍານບໍລິສຸດ; ຄົນທີ່ເປັນຄົນແປກໜ້າໃນພຣະທຳຂອງພຣະເຈົ້າໃນປັດຈຸບັນແມ່ນຢູ່ຂ້າງນອກຂອງກະແສແຫ່ງພຣະວິນຍານບໍລິສຸດ ແລະ ຄົນດັ່ງກ່າວບໍ່ໄດ້ຮັບການຍົກຍ້ອງຈາກພຣະເຈົ້າ. ການຮັບໃຊ້ທີ່ແຍກອອກຈາກຖ້ອຍຄຳຂອງພຣະວິນຍານບໍລິສຸດໃນປັດຈຸບັນແມ່ນການຮັບໃຊ້ທີ່ເກີດຈາກເນື້ອໜັງ ແລະ ເກີດຈາກແນວຄວາມຄິດ ແລະ ບໍ່ສາມາດສອດຄ່ອງກັບຄວາມປະສົງຂອງພຣະເຈົ້າໄດ້. ຖ້າຄົນມີຊີວິດທ່າມກາງແນວຄວາມຄິດທາງສາສະໜາ, ແລ້ວພວກເຂົາກໍບໍ່ສາມາດເຮັດສິ່ງໃດໆທີ່ເໝາະສົມກັບຄວາມປະສົງຂອງພຣະເຈົ້າ ແລະ ເຖິງແມ່ນວ່າ ພວກເຂົາຈະຮັບໃຊ້ພຣະເຈົ້າ, ພວກເຂົາກໍຮັບໃຊ້ໃນທ່າມກາງຈິນຕະນາການ ແລະ ແນວຄວາມຄິດຂອງພວກເຂົາ ແລະ ບໍ່ສາມາດຮັບໃຊ້ອີງຕາມຄວາມປະສົງຂອງພຣະເຈົ້າທັງໝົດ. ຄົນທີ່ບໍ່ສາມາດປະຕິບັດຕາມພາລະກິດຂອງພຣະວິນຍານບໍລິສຸດບໍ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແລະ ຄົນທີ່ບໍ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າບໍ່ສາມາດຮັບໃຊ້ພຣະອົງໄດ້. ພຣະເຈົ້າຕ້ອງການ ການຮັບໃຊ້ທີ່ເປັນໄປຕາມຫົວໃຈຂອງພຣະອົງເອງ; ພຣະອົງບໍ່ຕ້ອງການການຮັບໃຊ້ທີ່ເກີດຈາກແນວຄວາມຄິດ ແລະ ເນື້ອໜັງ. ຖ້າຄົນບໍ່ສາມາດປະຕິບັດຕາມບາດກ້າວຂອງພາລະກິດຂອງພຣະວິນຍານບໍລິສຸດໄດ້ ແລ້ວພວກເຂົາກໍມີຊີວິດຢູ່ທ່າມກາງແນວຄວາມຄິດຕ່າງໆນາໆ. ການຮັບໃຊ້ຂອງຄົນດັ່ງກ່າວແມ່ນຂັດຂວາງ ແລະ ລົບກວນ ແລະ ເປັນການຮັບໃຊ້ທີ່ກົງກັນຂ້າມກັບພຣະເຈົ້າ. ສະນັ້ນ ຄົນທີ່ບໍ່ສາມາດປະຕິບັດຕາມບາດກ້າວຂອງພຣະເຈົ້າບໍ່ສາມາດຮັບໃຊ້ພຣະເຈົ້າໄດ້; ຄົນທີ່ບໍ່ສາມາດປະຕິບັດຕາມບາດກ້າວພຣະເຈົ້າໄດ້ ຕໍ່ຕ້ານພຣະເຈົ້າຢ່າງແນ່ນອນ ແລະ ບໍ່ສາມາດເຂົ້າກັນກັບພຮະເຈົ້າໄດ້. “ການປະຕິບັດຕາມພາລະກິດຂອງພຣະວິນຍານບໍລິສຸດ” ໝາຍເຖິງການເຂົ້າໃຈຄວາມປະສົງຂອງພຣະເຈົ້າໃນປັດຈຸບັນ, ຄວາມສາມາດປະຕິບັດໃຫ້ສອດຄ່ອງກັບຄວາມຕ້ອງການຂອງພຣະເຈົ້າໃນປັດຈຸບັນ, ມີຄວາມສາມາດໃນການເຊື່ອຟັງ ແລະ ປະຕິບັດຕາມພຣະເຈົ້າແຫ່ງປັດຈຸບັນ ແລະ ເຂົ້າສູ່ໃຫ້ສອດຄ່ອງກັບຖ້ອຍຄຳໃໝ່ສຸດຂອງພຣະເຈົ້າ. ມີພຽງແຕ່ດ້ວຍວິທີນີ້ເທົ່ານັ້ນ ຈຶ່ງຖືວ່າຄົນນັ້ນໄດ້ປະຕິບັດຕາມພາລະກິດຂອງພຣະວິນຍານບໍລິສຸດ ແລະ ຢູ່ໃນກະແສຂອງພຣະວິນຍານບໍລິສຸດ. ຄົນດັ່ງກ່າວບໍ່ພຽງແຕ່ສາມາດຮັບເອົາການຍົກຍ້ອງຂອງພຣະເຈົ້າ ແລະ ການເຫັນພຣະເຈົ້າ, ແຕ່ສາມາດຮູ້ຈັກຈິດໃຈຂອງພຣະເຈົ້າໂດຍຜ່ານພາລະກິດລ້າສຸດຂອງພຣະອົງໄດ້ເຊັ່ນກັນ ແລະ ສາມາດຮູ້ຈັກແນວຄວາມຄິດ ແລະ ຄວາມບໍ່ເຊື່ອຟັງຂອງມະນຸດ ແລະ ທຳມະຊາດ ແລະ ທາດແທ້ຂອງມະນຸດຈາກພາລະກິດລ້າສຸດຂອງພຣະອົງ; ຍິ່ງໄປກວ່ານັ້ນ ພວກເຂົາສາມາດຮັບການປ່ຽນແປງອຸປະນິໄສເທື່ອລະໜ້ອຍໃນລະຫວ່າງການຮັບໃຊ້ຂອງພວກເຂົາ. ມີພຽງແຕ່ຄົນແບບນີ້ເທົ່ານັ້ນທີ່ສາມາດຮັບພຣະເຈົ້າ ແລະ ຄົນທີ່ພົບຫົນທາງທີ່ແທ້ຈິງຢ່າງຖືກຕ້ອງ. ຄົນທີ່ຖືກກຳຈັດໂດຍພາລະກິດຂອງພຣະວິນຍານແມ່ນຄົນທີ່ບໍ່ສາມາດປະຕິບັດພາລະກິດລ້າສຸດຂອງພຣະເຈົ້າໄດ້ ແລະ ຄົນທີ່ກະບົດຕໍ່ພາລະກິດລ້າສຸດຂອງພຣະເຈົ້າ. ເຫດຜົນທີ່ຄົນດັ່ງກ່າວຕໍ່ຕ້ານພຣະເຈົ້າຢ່າງເປີດເຜີຍກໍຍ້ອນພຣະເຈົ້າໄດ້ສຳເລັດພາລະກິດໃໝ່ ແລະ ຍ້ອນພາບລັກຂອງພຣະເຈົ້າບໍ່ຄືກັນກັບສິ່ງທີ່ຢູ່ໃນແນວຄວາມຄິດຂອງພວກເຂົາ ເຊິ່ງຜົນຕາມມາກໍຄື ພວກເຂົາຕໍ່ຕ້ານພຣະເຈົ້າຢ່າງເປີດເຜີຍ ແລະ ພິພາກສາພຣະອົງ, ເຊິ່ງການກະທໍາດັ່ງກ່າວໄດ້ນໍາໄປສູ່ຄວາມກຽດຊັງ ແລະ ການປະຕິເສດຈາກພຣະເຈົ້າ. ການມີຄວາມຮູ້ກ່ຽວກັບພາລະກິດລ້າສຸດຂອງພຣະເຈົ້າບໍ່ແມ່ນບັນຫາທີ່ງ່າຍ, ແຕ່ຖ້າຄົນມີຈິດໃຈເຊື່ອຟັງພາລະກິດຂອງພຣະເຈົ້າ ແລະ ສະແຫວງຫາພາລະກິດຂອງພຣະເຈົ້າ, ແລ້ວພວກເຂົາກໍຈະມີໂອກາດເຫັນພຣະເຈົ້າ ແລະ ຈະມີໂອກາດໄດ້ຮັບການນໍາພາໃໝ່ສຸດຂອງພຣະວິນຍານບໍລິສຸດ. ຄົນທີ່ຕໍ່ຕ້ານພາລະກິດຂອງພຣະເຈົ້າໂດຍເຈດຕະນາບໍ່ສາມາດຮັບແສງສະຫວ່າງຈາກພຣະວິນຍານບໍລິສຸດໄດ້ ຫຼື ການນໍາພາຈາກພຣະເຈົ້າໄດ້. ດ້ວຍເຫດນີ້ ບໍ່ວ່າຄົນສາມາດຮັບພາລະກິດລ້າສຸດຂອງພຣະເຈົ້າ ຫຼື ບໍ ແມ່ນຂຶ້ນຢູ່ກັບພຣະຄຸນຂອງພຣະເຈົ້າ, ມັນຂຶ້ນຢູ່ກັບການສະແຫວງຫາຂອງພວກເຂົາ ແລະ ມັນຂຶ້ນຢູ່ກັບເຈດຕະນາຂອງພວກເຂົາ.

ທຸກຄົນທີ່ສາມາດເຊື່ອຟັງພຣະທໍາຂອງພຣະວິນຍານບໍລິສຸດໃນປັດຈຸບັນແມ່ນໄດ້ຮັບການອວຍພອນ. ມັນບໍ່ກ່ຽວກັບວ່າພວກເຂົາເຄີຍເປັນແນວໃດ ຫຼື ພຣະວິນຍານບໍລິສຸດເຄີຍເຮັດວຽກໃນຕົວພວກເຂົາແນວໃດ, ຄົນທີ່ໄດ້ຮັບພາລະກິດລ້າສຸດແມ່ນໄດ້ຮັບພອນຢ່າງຫຼວງຫຼາຍ ແລະ ຄົນທີ່ບໍ່ສາມາດປະຕິບັດພາລະກິດລ້າສຸດໃນປັດຈຸບັນແມ່ນຖືກກຳຈັດ. ພຣະເຈົ້າຕ້ອງການຄົນທີ່ສາມາດຍອມຮັບແສງສະຫວ່າງໃໝ່ ແລະ ພຣະອົງຕ້ອງການຄົນທີ່ຍອມຮັບ ແລະ ຮູ້ຈັກພາລະກິດລ້າສຸດຂອງພຣະອົງ. ເປັນຫຍັງຈຶ່ງມີການກ່າວວ່າ ພວກເຈົ້າຕ້ອງເປັນຍິງພົມມະຈັນ? ຍິງພົມມະຈັນສາມາດສະແຫວງຫາພາລະກິດຂອງພຣະວິນຍານບໍລິສຸດ ແລະ ເຂົ້າໃຈສິ່ງໃໝ່ໆ ແລະ ຍິ່ງໄປກວ່ານັ້ນ ສາມາດນໍາສິ່ງທີ່ເປັນແນວຄວາມຄິດເກົ່າໆອອກໄປ ແລະ ປະຕິບັດພາລະກິດຂອງພຣະເຈົ້າໃນປັດຈຸບັນ. ຄົນກຸ່ມນີ້ທີ່ຍອມຮັບພາລະກິດໃໝ່ສຸດຂອງປັດຈຸບັນ ແມ່ນຖືກກຳນົດລ່ວງໜ້າໂດຍພຣະເຈົ້າກ່ອນຍຸກຕ່າງໆ ແລະ ເປັນຄົນທີ່ຈະໄດ້ຮັບການອວຍພອນຫຼາຍທີ່ສຸດ. ພວກເຈົ້າໄດ້ຍິນສຽງຂອງພຣະເຈົ້າໂດຍກົງ ແລະ ເຫັນການປາກົດຂອງພຣະເຈົ້າ. ດ້ວຍເຫດນັ້ນ, ທົ່ວທັງສະຫວັນ ແລະ ແຜ່ນດິນໂລກ ແລະ ທົ່ວທຸກຍຸກ, ບໍ່ມີໃຜໄດ້ຮັບພອນຫຼາຍກວ່າພວກເຈົ້າ, ເຊິ່ງເປັນຄົນກຸ່ມນີ້.

(ຄັດຈາກບົດ “ຮູ້ຈັກພາລະກິດໃໝ່ສຸດຂອງພຣະເຈົ້າ ແລະ ຕິດຕາມຮອຍພຣະບາດຂອງພຣະອົງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: 1. “ການຖືກຮັບ” ໝາຍຄວາມເຖິງການຮັບຂຶ້ນສູ່ອາກາດ ຫຼື ສະຫວັນແທ້ໆ ຫຼື ບໍ່ ແລະ ອານາຈັກສະຫວັນຢູ່ເທິງແຜ່ນດິນໂລກ ຫຼື ຢູ່ໃນສະຫວັນ

ຕໍ່ໄປ: 1. ພື້ນຖານສຳລັບການບັງເກີດເປັນມະນຸດຂອງພຣະເຈົ້າໃນປະເທດຈີນຕາມຄຳທຳນາຍໃນພຣະຄຳພີ ແລະ ໃນພຣະທຳຂອງພຣະເຈົ້າ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້