ເມື່ອໃບໄມ້ທີ່ຫຼົ່ນໄດ້ກັບຄືນສູ່ຮາກເຫງົ້າຂອງມັນ, ເຈົ້າຈະເສຍໃຈກັບສິ່ງຊົ່ວຮ້າຍທີ່ເຈົ້າໄດ້ເຮັດ

ພວກເຈົ້າທຸກຄົນໄດ້ເຫັນພາລະກິດທີ່ເຮົາໄດ້ເຮັດທ່າມກາງພວກເຈົ້າດ້ວຍຕາຂອງພວກເຈົ້າເອງ, ພວກເຈົ້າເອງແມ່ນໄດ້ຮັບຟັງພຣະທໍາທີ່ເຮົາໄດ້ກ່າວ ແລະ ພວກເຈົ້າທຸກຄົນແມ່ນໄດ້ຮູ້ຈັກທ່າທີທີ່ເຮົາມີຕໍ່ພວກເຈົ້າ, ສະນັ້ນ ພວກເຈົ້າກໍຄວນຮູ້ວ່າ ເປັນຫຍັງເຮົາຈິ່ງເຮັດພາລະກິດນີ້ໃນຕົວພວກເຈົ້າ. ເຮົາຂໍບອກພວກເຈົ້າຕາມຕົງວ່າ ພວກເຈົ້າບໍ່ມີຄວາມສໍາຄັນຫຍັງ ນອກຈາກແຕ່ເປັນເຄື່ອງມືສໍາລັບພາລະກິດແຫ່ງການເອົາຊະນະຂອງເຮົາໃນຍຸກສຸດທ້າຍ ແລະ ເປັນເຄື່ອງໃຊ້ສໍາລັບການຂະຫຍາຍພາລະກິດຂອງເຮົາໃນຊາດທີ່ບໍ່ແມ່ນຊາດຂອງຊາວຢິວ. ເຮົາເວົ້າຜ່ານຄວາມບໍ່ຊອບທໍາ, ຄວາມສົກກະປົກ, ການຕໍ່ຕ້ານ ແລະ ການກະບົດຂອງພວກເຈົ້າ ເພື່ອຂະຫຍາຍພາລະກິດຂອງເຮົາໃຫ້ກວ້າງກວ່າເກົ່າ ແລະ ເຜີຍແຜ່ຊື່ຂອງເຮົາໃນທ່າມກາງຊາດທີ່ບໍ່ແມ່ນຊາດຂອງຊາວຢິວ ເຊິ່ງກໍຄືການເຜີຍແຜ່ພາລະກິດໃນບັນດາຊາດຕ່າງໆນອກເໜືອຈາກອິດສະຣາເອນ. ນີ້ກໍເພື່ອວ່າ ຊື່ຂອງເຮົາ, ການກະທໍາຂອງເຮົາ ແລະ ສຽງຂອງເຮົາອາດໄດ້ຮັບການເຜີຍແຜ່ໄປທົ່ວຊາດຕ່າງໆທີ່ບໍ່ແມ່ນຊາດຂອງຊາວຢິວ ເຊິ່ງດ້ວຍເຫດນັ້ນ ບັນດາຊາດເຫຼົ່ານັ້ນທັງໝົດທີ່ບໍ່ແມ່ນອິດສະຣາເອນອາດຖືກເຮົາເອົາຊະນະ ແລະ ອາດນະມັດສະການເຮົາ ແລ້ວກາຍເປັນດິນແດນສັກສິດທີ່ຢູ່ນອກດິນແດນອິດສະຣາເອນ ແລະ ເອຢິບ. ການຂະຫຍາຍພາລະກິດຂອງເຮົາທີ່ຈິງແລ້ວແມ່ນການຂະຫຍາຍພາລະກິດແຫ່ງການເອົາຊະນະຂອງເຮົາ ແລະ ແມ່ນການຂະຫຍາຍດິນແດນສັກສິດ; ມັນແມ່ນການຂະຫຍາຍຖານທີ່ໝັ້ນຂອງເຮົາຢູ່ແຜ່ນດິນໂລກ. ພວກເຈົ້າຄວນມີຄວາມຊັດເຈນວ່າ ພວກເຈົ້າແມ່ນພຽງແຕ່ສິ່ງຊົງສ້າງທ່າມກາງຕ່າງຊາດທີ່ບໍ່ແມ່ນຊາດຂອງຊາວຢິວທີ່ເຮົາໄດ້ເອົາຊະນະ. ໂດຍແທ້ຈິງແລ້ວ, ພວກເຈົ້າບໍ່ມີສະຖານະ ຫຼື ຄຸນຄ່າເພື່ອການນໍາໃຊ້ ແລະ ບໍ່ໄດ້ຖືກນໍາໃຊ້ຫຍັງເລີຍ. ມັນເປັນພຽງເພາະວ່າ ເຮົາໄດ້ຍົກພວກໂຕໜອນຂຶ້ນຈາກກອງຂີ້ສັດ ເພື່ອມາເປັນຕົວຢ່າງຂອງການເອົາຊະນະດິນແດນທັງໝົດຂອງເຮົາ ແລະ ເພື່ອເປັນ “ສິ່ງອ້າງອີງ” ສໍາລັບການເອົາຊະນະດິນແດນທັງໝົດຂອງເຮົາ, ພວກເຈົ້າຈຶ່ງໄດ້ໂຊກດີພໍທີ່ໄດ້ມາພົບກັບເຮົາ ແລະ ມາເຕົ້າໂຮມຢູ່ກັບເຮົາໃນຕອນນີ້. ຍ້ອນສະຖານະທີ່ຕໍ່າຕ້ອຍຂອງພວກເຈົ້າ ທີ່ເຮັດໃຫ້ເຮົາເລືອກພວກເຈົ້າມາເປັນຕົວຢ່າງ ແລະ ຕົວແບບຂອງພາລະກິດແຫ່ງການເອົາຊະນະຂອງເຮົາ. ຍ້ອນເຫດຜົນນີ້ເທົ່ານັ້ນ ທີ່ເຮັດໃຫ້ເຮົາໄດ້ເຮັດພາລະກິດ ແລະ ເວົ້າໃນທ່າມກາງພວກເຈົ້າ ແລະ ເຮັດໃຫ້ເຮົາອາໄສ ແລະ ພັກແຮມຢູ່ກັບພວກເຈົ້າ. ພວກເຈົ້າຄວນຮູ້ວ່າ ຍ້ອນການຄຸ້ມຄອງຂອງເຮົາເທົ່ານັ້ນ ແລະ ເນື່ອງຈາກຄວາມກຽດຊັງຂອງເຮົາທີ່ມີຫຼາຍທີ່ສຸດຕໍ່ພວກໜອນຄືພວກເຈົ້າທີ່ຢູ່ໃນກອງຂີ້ສັດ ທີ່ເຮັດໃຫ້ເຮົາເວົ້າໃນທ່າມກາງພວກເຈົ້າ ແລະ ມັນເຖິງຈຸດທີ່ເຮັດໃຫ້ເຮົາໃຈຮ້າຍຫຼາຍ. ພາລະກິດຂອງເຮົາໃນທ່າມກາງພວກເຈົ້າບໍ່ແມ່ນພາລະກິດດຽວກັນກັບຂອງພຣະເຢໂຮວາໃນອິດສະຣາເອນ ແລະ ໂດຍສະເພາະບໍ່ແມ່ນພາລະກິດດຽວກັນກັບທີ່ພຣະເຢຊູເຮັດໃນຢູດາຍ. ເຮົາເວົ້າ ແລະ ເຮັດພາລະກິດດ້ວຍຄວາມອົດທົນຢ່າງຫຼວງຫຼາຍ ແລະ ພ້ອມນີ້ ເຮົາຍັງເອົາຊະນະສິ່ງເສື່ອມຊາມເຫຼົ່ານີ້ດ້ວຍຄວາມໂມໂຫ ແລະ ການພິພາກສາອີກດ້ວຍ. ມັນບໍ່ຄືກັນກັບການທີ່ພຣະເຢໂຮວານໍາພາຜູ້ຄົນຂອງພຣະອົງໃນອິດສະຣາເອນ. ພາລະກິດຂອງພຣະອົງໃນອິດສະຣາເອນ ແມ່ນເພື່ອປະທານອາຫານ ແລະ ນໍ້າຫຼໍ່ລ້ຽງຊີວິດ ແລະ ພຣະອົງແມ່ນເຕັມໄປດ້ວຍຄວາມເຫັນອົກເຫັນໃຈ ແລະ ຄວາມຮັກທີ່ມີຕໍ່ຜູ້ຄົນຂອງພຣະອົງໃນຂະນະທີ່ກະທໍາການສະໜອງໃຫ້ແກ່ພວກເຂົາ. ພາລະກິດໃນມື້ນີ້ແມ່ນຖືກເຮັດໃນທ່າມກາງຊາດທີ່ຖືກສາບແຊ່ງຂອງຜູ້ຄົນທີ່ບໍ່ໄດ້ຖືກເລືອກ. ບໍ່ມີອາຫານທີ່ອຸດົມສົມບູນ ຫຼື ນໍ້າຫຼໍ່ລ້ຽງຊີວິດເພື່ອດັບຄວາມກະຫາຍ ແລ້ວແຮງໄກທີ່ຈະມີວັດສະດຸດີໆທີ່ພຽງພໍ; ມີແຕ່ການພິພາກສາ, ຄໍາສາບແຊ່ງ ແລະ ການຂ້ຽນຕີເທົ່ານັ້ນທີ່ມີຫຼາຍພໍ. ພວກໂຕໜອນເຫຼົ່ານີ້ ທີ່ອາໄສຢູ່ໃນກອງຂີ້ສັດ ແມ່ນບໍ່ຄູ່ຄວນທີ່ສຸດທີ່ຈະໄດ້ຮັບພູເຂົາທີ່ເຕັມໄປດ້ວຍຝູງງົວ ແລະ ແກະ, ຄວາມຮັ່ງມີຢ່າງມະຫາສານ ແລະ ລູກເຕົ້າທີ່ສວຍງາມທີ່ສຸດທີ່ມີຢູ່ທົ່ວບ້ານທົ່ວເມືອງ ທີ່ເຮົາໄດ້ປະທານໃຫ້ອິດສະຣາເອນ. ອິດສະຣາເອນສະໄໝໃໝ່ໄດ້ນໍາເອົາຝູງງົວ, ແກະ, ເຄື່ອງຄໍາ ແລະ ເຄື່ອງເງິນ ທີ່ເຮົາໄດ້ມອບໃຫ້ແກ່ຜູ້ຄົນຂອງອິດສະຣາເອນ ມາບູຊາຢູ່ແທ່ນບູຊາ ໂດຍມີຈໍານວນຫຼາຍກວ່າໜຶ່ງສ່ວນສິບທີ່ພຣະເຢໂຮວາຕ້ອງການພາຍໃຕ້ກົດເກນ ເຊິ່ງດ້ວຍເຫດນັ້ນ ເຮົາຈິ່ງໄດ້ມອບໃຫ້ພວກເຂົາຫຼາຍກວ່າເກົ່າ ກໍຄືຫຼາຍກວ່າຮ້ອຍເທົ່າທີ່ອິດສະຣາເອນໄດ້ຮັບພາຍໃຕ້ກົດເກນ. ສິ່ງທີ່ເຮົາຫຼໍ່ລ້ຽງໃຫ້ອິດສະຣາເອນ ແມ່ນມີຫຼາຍກວ່າສິ່ງທີ່ອັບຣາຮາມໄດ້ຮັບທັງໝົດ ແລະ ມີຫຼາຍກວ່າສິ່ງທີ່ອີຊາກໄດ້ຮັບທັງໝົດ. ເຮົາຈະເຮັດໃຫ້ຄອບຄົວຂອງອິດສະຣາເອນອຸດົມສົມບູນ ແລະ ເພີ່ມຈໍານວນຂຶ້ນ ແລະ ເຮົາຈະເຮັດໃຫ້ຜູ້ຄົນຂອງເຮົາທີ່ຢູ່ໃນອິດສະຣາເອນແຜ່ຂະຫຍາຍໄປທົ່ວແຜ່ນດິນໂລກ. ຜູ້ທີ່ເຮົາອວຍພອນ ແລະ ຫ່ວງໃຍຍັງແມ່ນປະຊາຊົນຂອງອິດສະຣາເອນທີ່ຖືກເລືອກ ນັ້ນກໍຄືຜູ້ຄົນທີ່ໄດ້ອຸທິດທຸກສິ່ງທຸກຢ່າງເພື່ອເຮົາ ແລະ ຜູ້ທີ່ໄດ້ຮັບທຸກສິ່ງທຸກຢ່າງຈາກເຮົາ. ຍ້ອນວ່າ ພວກເຂົາເກັບເຮົາໄວ້ໃນຈິດໃຈ ເຊິ່ງເຮັດໃຫ້ພວກເຂົາໄດ້ນໍາເອົາລູກງົວ ແລະ ລູກແກະທີ່ເກີດໃໝ່ຂອງພວກເຂົາມາບູຊາຢູ່ເທິງແທ່ນບູຊາອັນສັກສິດຂອງເຮົາ ແລະ ໄດ້ຖວາຍທຸກສິ່ງທີ່ພວກເຂົາມີໃຫ້ເຮົາ ຈົນເຖິງຂັ້ນຖວາຍລູກຊາຍຄົນທໍາອິດທີ່ເກີດໃໝ່ຂອງພວກເຂົາ ໃນການລໍຖ້າຢ່າງຄາດຫວັງກັບການຄືນມາຂອງເຮົາ. ແລ້ວພວກເຈົ້າເດ? ພວກເຈົ້າໄດ້ປຸກຄວາມໂມໂຫຂອງເຮົາ, ຮຽກຮ້ອງຈາກເຮົາ ແລະ ລັກເຄື່ອງບູຊາຂອງຜູ້ອື່ນທີ່ໄດ້ນໍາມາຖວາຍໃຫ້ເຮົາ ແລະ ພວກເຈົ້າບໍ່ຮູ້ວ່າ ພວກເຈົ້າກໍາລັງລ່ວງເກີນເຮົາ; ດ້ວຍເຫດນັ້ນ, ສິ່ງດຽວທີ່ພວກເຈົ້າໄດ້ຮັບແມ່ນການຮ້ອງໄຫ້ ແລະ ການລົງໂທດຢູ່ໃນຄວາມມືດ. ພວກເຈົ້າໄດ້ຍຸແຍ່ຄວາມໂມໂຫຂອງເຮົາຫຼາຍຄັ້ງ ແລະ ເຮົາໄດ້ປ່ອຍໄຟທີ່ເຜົາໄໝ້ຂອງເຮົາລົງມາຈົນເຖິງຂັ້ນທີ່ວ່າ ບາງຄົນຕ້ອງພົບກັບຈຸດຈົບອັນໜ້າອະນາດ ແລະ ເຮືອນຊານທີ່ມີຄວາມສຸກແມ່ນໄດ້ກາຍເປັນຂຸມຝັງສົບທີ່ເປົ່າປ່ຽວ. ສິ່ງດຽວທີ່ເຮົາມີສໍາລັບພວກໜອນເຫຼົ່ານີ້ແມ່ນຄວາມໂມໂຫທີ່ບໍ່ສິ້ນສຸດ ແລະ ເຮົາບໍ່ມີເຈດຕະນາທີ່ຈະໃຫ້ພອນແກ່ພວກເຂົາ. ເຮົາໄດ້ກະທໍາການຍົກເວັ້ນ, ຍົກພວກເຈົ້າຂຶ້ນ, ອົດກັ້ນຕໍ່ຄວາມອັບອາຍອັນຍິ່ງໃຫຍ່ ແລະ ໄດ້ເຮັດພາລະກິດໃນພວກເຈົ້າກໍເພື່ອປະໂຫຍດຂອງພາລະກິດຂອງເຮົາເທົ່ານັ້ນ. ຖ້າບໍ່ແມ່ນຍ້ອນຄວາມປະສົງຂອງພຣະບິດາຂອງເຮົາ, ເຮົາຈະສາມາດອາໄສຢູ່ໃນເຮືອນຫຼັງດຽວກັນກັບໜອນທີ່ກິ້ງໄປກິ້ງມາໃນກອງຂີ້ສັດໄດ້ແນວໃດ? ເຮົາຮູ້ສຶກລັງກຽດການກະທໍາ ແລະ ຄໍາເວົ້າຂອງພວກເຈົ້າທຸກຄົນຫຼາຍ ແລະ ຢ່າງໃດກໍຕາມ ເພາະວ່າ ເຮົາມີ “ຄວາມສົນໃຈ” ໜ້ອຍໜຶ່ງໃນຄວາມສົກກະປົກ ແລະ ຄວາມກະບົດຂອງພວກເຈົ້າ, ສິ່ງນີ້ເລີຍໄດ້ກາຍເປັນສູນລວມພຣະທໍາອັນຍິ່ງໃຫຍ່ຂອງເຮົາ. ບໍ່ສະນັ້ນ ເຮົາກໍຈະບໍ່ໄດ້ຢູ່ໃນທ່າມກາງພວກເຈົ້າເປັນເວລາດົນນານຢ່າງແນ່ນອນ. ດັ່ງນັ້ນ, ພວກເຈົ້າຄວນຮູ້ວ່າ ທັດສະນະຄະຕິຂອງເຮົາທີ່ມີຕໍ່ພວກເຈົ້າແມ່ນພຽງແຕ່ຄວາມເຫັນໃຈ ແລະ ຄວາມອິດູສົງສານ; ເຮົາບໍ່ມີຄວາມຮັກໃຫ້ພວກເຈົ້າແມ່ນແຕ່ຢົດໜຶ່ງ. ສິ່ງທີ່ເຮົາມີສໍາລັບພວກເຈົ້າແມ່ນພຽງແຕ່ຄວາມອົດກັ້ນ ເພາະວ່າ ເຮົາເຮັດສິ່ງນີ້ເພື່ອປະໂຫຍດຂອງພາລະກິດຂອງເຮົາເທົ່ານັ້ນ. ພວກເຈົ້າໄດ້ເຫັນການກະທໍາຂອງເຮົາ ເພາະວ່າ ເຮົາໄດ້ຄັດເລືອກຄວາມສົກກະປົກ ແລະ ຄວາມກະບົດເປັນ “ວັດຖຸດິບ”; ຖ້າບໍ່ດັ່ງນັ້ນ, ເຮົາກໍຈະບໍ່ເປີດເຜີຍການກະທໍາຂອງເຮົາໃຫ້ພວກໂຕໜອນເຫຼົ່ານີ້ເຫັນແນ່ນອນ. ເຮົາເຮັດພາລະກິດໃນຕົວພວກເຈົ້າດ້ວຍຄວາມບໍ່ເຕັມໃຈ, ບໍ່ມີຄວາມພ້ອມ ແລະ ຄວາມເຕັມໃຈຄືດັ່ງທີ່ເຮົາມີໃນຕອນທີ່ເຮົາປະຕິບັດພາລະກິດຂອງເຮົາໃນອິດສະຣາເອນ. ເຮົາກໍາລັງອົດກັບຄວາມໂມໂຫຂອງເຮົາ ໃນຂະນະທີ່ບັງຄັບຕົວເຮົາເອງເພື່ອເວົ້າໃນທ່າມກາງພວກເຈົ້າ. ຖ້າບໍ່ແມ່ນເພື່ອພາລະກິດອັນຍິ່ງໃຫຍ່ຂອງເຮົາ ແລ້ວເຮົາຈະອົດທົນສືບຕໍ່ເບິ່ງພວກໂຕໜອນດັ່ງກ່າວໄດ້ແນວໃດ? ຖ້າບໍ່ແມ່ນເພື່ອປະໂຫຍດຂອງຊື່ຂອງເຮົາ ແລ້ວເຮົາຈະບໍ່ໄດ້ສະເດັດຂຶ້ນໄປຈຸດສູງສຸດອີກຕໍ່ໄປ ແລະ ເຜົາສົບໂຕໜອນເຫຼົ່ານີ້ໄປພ້ອມກັບກອງຂີ້ສັດຂອງພວກເຂົາຈົນໝົດ! ຖ້າບໍ່ແມ່ນເພື່ອປະໂຫຍດຂອງລັດສະໝີຂອງເຮົາ ແລ້ວເຮົາຈະອະນຸຍາດໃຫ້ພວກຜີສາດຮ້າຍເຫຼົ່ານີ້ຕໍ່ຕ້ານເຮົາຢ່າງເປີດເຜີຍພ້ອມກັບແກວ່ງຫົວຂອງພວກເຂົາຢູ່ຕໍ່ໜ້າເຮົາບໍ? ຖ້າບໍ່ແມ່ນເພື່ອເຮັດໃຫ້ພາລະກິດຂອງເຮົາດໍາເນີນໄປໄດ້ດີ ໂດຍທີ່ບໍ່ມີສິ່ງກີດຂວາງແມ່ນແຕ່ໜ້ອຍດຽວ ແລ້ວເຮົາຈະອະນຸຍາດໃຫ້ຄົນເຫຼົ່ານີ້ທີ່ເປັນຄືກັບໂຕໜອນມາຂົ່ມເຫັງເຮົາຢ່າງປ່າເຖື່ອນບໍ? ຖ້າຜູ້ຄົນຫຼາຍຮ້ອຍຄົນໃນໝູ່ບ້ານໃນອິດສະຣາເອນລຸກຮືຂຶ້ນເພື່ອຕໍ່ຕ້ານເຮົາຄືແບບນີ້, ເຖິງວ່າພວກເຂົາຈະເຮັດການບູຊາຕໍ່ເຮົາ ເຮົາກໍຈະທໍາລາຍພວກເຂົາພາຍໃຕ້ແຜ່ນດິນແຕກໃນພື້ນດິນ ເພື່ອປ້ອງກັນບໍ່ໃຫ້ຜູ້ຄົນທີ່ຢູ່ເມືອງອື່ນໆເຮັດການກະບົດຕໍ່ເຮົາໄດ້ອີກ. ເຮົາແມ່ນໄຟທີ່ເຜົາໄໝ້ ແລະ ເຮົາບໍ່ອົດກັ້ນຕໍ່ການກະທໍາຜິດ. ເພາະວ່າມະນຸດທຸກຄົນຖືກເຮົາສ້າງຂຶ້ນມາ, ພວກເຂົາກໍຕ້ອງເຊື່ອຟັງຕໍ່ສິ່ງທີ່ເຮົາເວົ້າ ແລະ ເຮັດ ແລະ ບໍ່ສາມາດເຮັດການກະບົດໄດ້. ຜູ້ຄົນບໍ່ມີສິດເຂົ້າມາຫຍຸ້ງກ່ຽວໃນພາລະກິດຂອງເຮົາ ແລ້ວແຮງໄກທີ່ພວກເຂົາຈະມີຄຸນສົມບັດວິເຄາະສິ່ງທີ່ຖືກ ຫຼື ຜິດໃນພາລະກິດ ແລະ ພຣະທໍາຂອງເຮົາ. ເຮົາແມ່ນພຣະຜູ້ເປັນເຈົ້າແຫ່ງການຊົງສ້າງ ແລະ ສິ່ງທີ່ຖືກຊົງສ້າງຄວນບັນລຸທຸກສິ່ງທີ່ເຮົາຕ້ອງການດ້ວຍຫົວໃຈທີ່ເຄົາລົບບູຊາເຮົາ; ພວກເຂົາບໍ່ຄວນພະຍາຍາມໃຊ້ເຫດຜົນກັບເຮົາ ແລະ ພິເສດ ພວກເຂົາບໍ່ຄວນຕໍ່ຕ້ານເຮົາ. ເຮົາຄຸ້ມຄອງຜູ້ຄົນຂອງເຮົາດ້ວຍອໍານາດຂອງເຮົາ ແລະ ທຸກຄົນທີ່ເປັນສ່ວນໃນການຊົງສ້າງຂອງເຮົາຄວນຍອມຢູ່ພາຍໃຕ້ອໍານາດຂອງເຮົາ. ເຖິງວ່າໃນປັດຈຸບັນ ພວກເຈົ້າຈະກ້າຫານ ແລະ ອວດດີຢູ່ຕໍ່ໜ້າເຮົາ, ເຖິງພວກເຈົ້າຈະບໍ່ເຊື່ອຟັງພຣະທໍາທີ່ເຮົາສັ່ງສອນພວກເຈົ້າ ແລະ ບໍ່ຮູ້ຈັກຢໍາເກງ, ເຮົາພຽງໄດ້ແຕ່ທົນກັບຄວາມກະບົດຂອງພວກເຈົ້າ; ເຮົາຈະບໍ່ຍອມເສຍອາລົມຂອງເຮົາ ແລະ ເຮັດໃຫ້ມີຜົນກະທົບຕໍ່ພາລະກິດຂອງເຮົາ ຍ້ອນໂຕໜອນນ້ອຍໆທີ່ບໍ່ມີຄວາມໝາຍຫຍັງໄດ້ພິກດິນໃນກອງຂີ້ສັດຂຶ້ນມາ. ເຮົາອົດທົນກັບການມີຢູ່ຢ່າງຕໍ່ເນື່ອງຂອງທຸກສິ່ງທີ່ເຮົາລັງກຽດ ແລະ ທຸກສິ່ງທີ່ເຮົາກຽດຊັງ ຍ້ອນຜົນປະໂຫຍດແກ່ຄວາມປະສົງຂອງພຣະບິດາຂອງເຮົາ ຈົນກວ່າພຣະຄໍາຂອງເຮົາຈະສົມບູນ ແລະ ຈົນເຖິງວາລະສຸດທ້າຍຂອງເຮົາ. ຈົ່ງຢ່າກັງວົນ! ເຮົາບໍ່ສາມາດຈົມລົງໄປຢູ່ໃນລະດັບດຽວກັນກັບໂຕໜອນທີ່ບໍ່ມີຊື່ ແລະ ເຮົາຈະບໍ່ປຽບທຽບລະດັບທັກສະຂອງເຮົາກັບເຈົ້າ. ເຮົາລັງກຽດເຈົ້າ ແຕ່ເຮົາກໍສາມາດອົດທົນໄດ້. ເຈົ້າບໍ່ເຊື່ອຟັງເຮົາ ແຕ່ເຈົ້າບໍ່ສາມາດໜີພົ້ນຈາກມື້ທີ່ເຮົາຈະຕີສອນເຈົ້າ ເຊິ່ງພຣະບິດາຂອງເຮົາໄດ້ສັນຍາກັບເຮົາໄວ້ແລ້ວ. ໂຕໜອນທີ່ຖືກສ້າງຂຶ້ນສາມາດປຽບທຽບກັບພຣະຜູ້ເປັນເຈົ້າແຫ່ງການຊົງສ້າງໄດ້ບໍ? ໃນລະດູໃບໄມ້ຫຼົ່ນ, ໃບໄມ້ທີ່ຫຼົ່ນຈະກັບຄືນໄປສູ່ຮາກເຫງົ້າຂອງມັນ; ເຈົ້າຈະກັບຄືນເມືອເຮືອນຊານຂອງ “ບິດາ” ຂອງເຈົ້າ ແລະ ເຮົາຈະກັບຄືນໄປຢູ່ຄຽງຂ້າງພຣະບິດາຂອງເຮົາ. ຄວາມຮັກທີ່ອ່ອນໂຍນຂອງພຣະອົງຈະຕິດຕາມເຮົາ ແລະ ການຢຽບຢ່ຳຂອງບິດາຂອງເຈົ້າຈະຕິດຕາມເຈົ້າ. ເຮົາຈະມີລັດສະໝີຂອງພຣະບິດາຂອງເຮົາ ແລະ ເຈົ້າຈະມີຄວາມອັບອາຍຂອງບິດາຂອງເຈົ້າ. ເຮົາຈະໃຊ້ການຕີສອນທີ່ເຮົາໄດ້ເກັບໄວ້ເປັນເວລາດົນນານເພື່ອໃຫ້ຕິດຕາມເຈົ້າ ແລະ ເຈົ້າຈະພົບກັບການຕີສອນຂອງເຮົາດ້ວຍເນື້ອໜັງທີ່ເນົ່າບູດຂອງເຈົ້າ ທີ່ເສື່ອມຊາມເປັນເວລາຫຼາຍສິບພັນປີ. ເຮົາຈະຕ້ອງໄດ້ສະຫຼຸບພາລະກິດແຫ່ງພຣະທໍາຂອງເຮົາໃນຕົວເຈົ້າ ພ້ອມກັບການອົດກັ້ນ ແລະ ເຈົ້າຈະເລີ່ມເຮັດບົດບາດໃນການທົນທຸກຕໍ່ຄວາມພິນາດຈາກພຣະທໍາຂອງເຮົາ. ເຮົາຈະຍິນດີເປັນຢ່າງຍິ່ງ ແລະ ຈະປະຕິບັດພາລະກິດໃນອິດສະຣາເອນ; ເຈົ້າຈະຮ້ອງໄຫ້ ແລະ ກັດແຂ້ວຕົວເອງ, ດໍາລົງຢູ່ ແລະ ຕາຍໄປໃນຂີ້ຕົມ. ເຮົາຈະໄດ້ຮັບຮູບຮ່າງແທ້ຂອງເຮົາກັບຄືນມາ ແລະ ບໍ່ໄດ້ຢູ່ໃນຄວາມສົກກະປົກກັບພວກເຈົ້າອີກຕໍ່ໄປ ໃນຂະນະທີ່ພວກເຈົ້າຈະໄດ້ຮັບຄວາມຂີ້ຮ້າຍທີ່ແທ້ຈິງຂອງພວກເຈົ້າກັບຄືນໄປ ແລະ ສືບຕໍ່ດຸດໄປມາຢູ່ໃນກອງຂີ້ສັດ. ເມື່ອພາລະກິດ ແລະ ພຣະທໍາຂອງເຮົາຖືກເຮັດສໍາເລັດ, ມັນກໍຈະເປັນມື້ແຫ່ງຄວາມສຸກສໍາລັບເຮົາ. ເມື່ອການຕໍ່ຕ້ານ ແລະ ການກະບົດຂອງເຈົ້າຖືກເຮັດສໍາເລັດ, ມັນກໍຈະເປັນມື້ແຫ່ງການຮ້ອງໄຫ້ສໍາລັບເຈົ້າ. ເຮົາຈະບໍ່ເຫັນໃຈເຈົ້າ ແລະ ເຈົ້າຈະບໍ່ເຫັນເຮົາອີກ. ເຮົາຈະບໍ່ສົນທະນາກັບເຈົ້າອີກຕໍ່ໄປ ແລະ ເຈົ້າຈະບໍ່ຜະເຊີນກັບເຮົາອີກ. ເຮົາຈະກຽດຊັງການກະບົດຂອງເຈົ້າ ແລະ ເຈົ້າຈະຄິດຮອດຄວາມໜ້າຮັກຂອງເຮົາ. ເຮົາຈະຕີເຈົ້າ ແລະ ເຈົ້າຈະຄິດຮອດເຮົາ. ເຮົາຈະໜີອອກຈາກເຈົ້າດ້ວຍຄວາມຍິນດີ ແລະ ເຈົ້າຈະຮັບຮູ້ເຖິງໜີ້ບຸນຄຸນທີ່ເຈົ້າມີຕໍ່ເຮົາ. ເຮົາຈະບໍ່ເຫັນເຈົ້າອີກຕໍ່ໄປ ແຕ່ເຈົ້າຈະຫວັງຫາເຮົາສະເໝີ. ເຮົາຈະກຽດຊັງເຈົ້າ ເພາະວ່າ ໃນປັດຈຸບັນເຈົ້າຕໍ່ຕ້ານເຮົາ ແລະ ເຈົ້າຈະຄິດຮອດເຮົາ ເພາະວ່າ ໃນປັດຈຸບັນເຮົາຕີສອນເຈົ້າ. ເຮົາຈະບໍ່ເຕັມໃຈທີ່ຈະອາໄສຢູ່ຄຽງຂ້າງເຈົ້າ ແຕ່ເຈົ້າຈະໂຫຍຫາຢ່າງຂົມຂື່ນ ແລະ ຫ້ອງໄຮ້ຕະຫຼອດການ ເພາະເຈົ້າຈະເສຍໃຈກັບທຸກສິ່ງທີ່ເຈົ້າໄດ້ເຮັດຕໍ່ເຮົາ. ເຈົ້າຈະຮູ້ສຶກສໍານຶກຜິດຕໍ່ການກະບົດ ແລະ ການຕໍ່ຕ້ານຂອງເຈົ້າ, ເຈົ້າຈະໝອບລົງກັບພື້ນພ້ອມກັບຄວາມເສຍໃຈ ແລະ ລົ້ມລົງຢູ່ຕໍ່ໜ້າເຮົາ ແລະ ສາບານທີ່ຈະເລີກບໍ່ເຊື່ອຟັງເຮົາອີກຕໍ່ໄປ. ຢ່າງໃດກໍຕາມ, ໃນໃຈຂອງເຈົ້າ ເຈົ້າຈະຮັກພຽງແຕ່ເຮົາ ແຕ່ເຈົ້າຈະບໍ່ສາມາດໄດ້ຍິນສຽງຂອງເຮົາອີກຕໍ່ໄປ. ເຮົາຈະເຮັດໃຫ້ເຈົ້າລະອາຍໃຈກັບຕົວເອງ.

ຕອນນີ້ເຮົາກໍາລັງເບິ່ງເນື້ອໜັງທີ່ໝົກມຸ້ນຂອງເຈົ້າ ເຊິ່ງຈະຫຼອກລວງເຮົາ ແລະ ເຮົາກໍມີຄໍາເຕືອນໜ້ອຍໜຶ່ງໃຫ້ກັບເຈົ້າ ເຖິງວ່າເຮົາຈະບໍ່ໃຊ້ການຕີສອນເພື່ອ “ຮັບໃຊ້” ເຈົ້າ. ເຈົ້າກໍຄວນຮູ້ບົດບາດທີ່ເຈົ້າມີໃນພາລະກິດຂອງເຮົາ ແລະ ຫຼັງຈາກນັ້ນ ເຮົາຈິ່ງຈະພໍໃຈ. ນອກເໜືອຈາກເລື່ອງນີ້, ຖ້າເຈົ້າຕໍ່ຕ້ານເຮົາ ຫຼື ໃຊ້ເງິນຂອງເຮົາ ຫຼື ກິນຂອງບູຊາທີ່ມີໄວ້ສໍາລັບເຮົາ ນັ້ນກໍຄືພຣະເຢໂຮວາ ຫຼື ຖ້າໂຕໜອນແບບພວກເຈົ້າຈະກັດກັນເອງ ຫຼື ຖ້າສັບພະສິ່ງທີ່ຄ້າຍຄືໝາຈະມີຂໍ້ຂັດແຍ້ງ ຫຼື ເຮັດຜິດຕໍ່ກັນເອງ, ເຮົາກໍຈະບໍ່ສົນໃຈກັບສິ່ງນັ້ນເລີຍ. ພວກເຈົ້າພຽງແຕ່ຈໍາເປັນຕ້ອງຮູ້ວ່າ ພວກເຈົ້າແມ່ນສິ່ງຫຍັງ ແລະ ເຮົາກໍຈະພໍໃຈແລ້ວ. ນອກຈາກທັງໝົດນີ້ແລ້ວ, ມັນກໍບໍ່ເປັນຫຍັງ ຖ້າເຈົ້າຢາກຈະຊັກອາວຸດໃສ່ກັນ ຫຼື ຕໍ່ສູ້ກັນເອງດ້ວຍຄໍາເວົ້າ; ເຮົາບໍ່ມີຄວາມປາຖະໜາທີ່ຈະໄປຫຍຸ້ງກ່ຽວໃນສິ່ງດັ່ງກ່າວ ແລະ ເຮົາບໍ່ໄດ້ກ່ຽວຂ້ອງກັບເລື່ອງຂອງມະນຸດແມ່ນແຕ່ໜ້ອຍດຽວ. ມັນບໍ່ແມ່ນວ່າ ເຮົາບໍ່ສົນໃຈກ່ຽວກັບຂໍ້ຂັດແຍ້ງລະຫວ່າງພວກເຈົ້າ; ມັນຍ້ອນວ່າ ເຮົາບໍ່ແມ່ນໜຶ່ງໃນບັນດາພວກເຈົ້າ ແລະ ດ້ວຍເຫດນັ້ນ ຈຶ່ງບໍ່ໄດ້ເຂົ້າຮ່ວມໃນເລື່ອງຕ່າງໆທີ່ເກີດຂຶ້ນລະຫວ່າງພວກເຈົ້າ. ເຮົາເອງບໍ່ແມ່ນສິ່ງມີຊີວິດທີ່ຖືກສ້າງຂຶ້ນ ແລະ ບໍ່ແມ່ນສິ່ງຂອງໂລກ ເຊິ່ງດ້ວຍເຫດນັ້ນ ເຮົາຈິ່ງລັງກຽດຊີວິດທີ່ວຸ້ນວາຍຂອງຜູ້ຄົນ ແລະ ຄວາມສໍາພັນທີ່ບໍ່ເປັນລະບຽບ ແລະ ບໍ່ຖືກຕ້ອງລະຫວ່າງພວກເຂົາ. ໂດຍສະເພາະແມ່ນເຮົາລັງກຽດກຸ່ມຄົນທີ່ຝົດນັນ. ຢ່າງໃດກໍຕາມ, ເຮົາມີຄວາມຮູ້ທີ່ເລິກເຊິ່ງກ່ຽວກັບຄວາມບໍ່ບໍລິສຸດໃນຈິດໃຈຂອງສິ່ງທີ່ຖືກຊົງສ້າງແຕ່ລະຄົນ ແລະ ກ່ອນທີ່ເຮົາໄດ້ສ້າງພວກເຈົ້າ ເຮົາແມ່ນຮູ້ເຖິງຄວາມບໍ່ຊອບທໍາທີ່ຝັງເລິກຢູ່ໃນໃຈມະນຸດມາກ່ອນແລ້ວ ແລະ ເຮົາກໍຮູ້ເຖິງຄວາມຫຼອກລວງ ແລະ ຄວາມຄົດງໍໃນໃຈຂອງມະນຸດ. ດັ່ງນັ້ນ, ເຖິງວ່າຈະບໍ່ມີຮ່ອງຮອຍເລີຍໃນເວລາທີ່ຜູ້ຄົນເຮັດໃນສິ່ງທີ່ບໍ່ຊອບທໍາ, ເຮົາກໍຍັງຮູ້ວ່າ ຄວາມບໍ່ຊອບທໍາທີ່ຢູ່ພາຍໃນໃຈຂອງພວກເຈົ້າແມ່ນມີຫຼາຍກວ່າຄວາມອຸດົມສົມບູນຂອງທຸກສິ່ງທຸກຢ່າງທີ່ເຮົາໄດ້ຊົງສ້າງ. ພວກເຈົ້າທຸກຄົນໄດ້ຂຶ້ນໄປສູ່ຈຸດສູງສຸດຂອງຝູງຊົນ; ພວກເຈົ້າໄດ້ຂຶ້ນໄປເປັນບັນພະບຸລຸດຂອງມວນຊົນ. ພວກເຈົ້າເຮັດຕາມອໍາເພີໃຈທີ່ສຸດ ແລະ ພວກເຈົ້າແລ່ນອາລະວາດໃນທ່າມກາງໂຕໜອນ ໂດຍຊອກຫາບ່ອນທີ່ຈະຜ່ອນຄາຍ ແລະ ພະຍາຍາມກິນໜອນທີ່ນ້ອຍກວ່າພວກເຈົ້າ. ໃນຈິດໃຈຂອງພວກເຈົ້າ ພວກເຈົ້າແມ່ນມີເຈດຕະນາຮ້າຍ ແລະ ເປັນຕາຢ້ານຫຼາຍກວ່າຜີສາດ ທີ່ໄດ້ຈົມລົງໄປກົ້ນທະເລ. ພວກເຈົ້າຢູ່ໃນພື້ນຂອງກອງຂີ້ສັດ, ລົບກວນໂຕໜອນອື່ນໆແຕ່ທາງເທິງຈົນຮອດລຸ່ມ ຈົນກວ່າພວກມັນບໍ່ມີຄວາມສະຫງົບ, ຕໍ່ສູ້ກັນເອງໄລຍະໜຶ່ງ ແລະ ຫຼັງຈາກນັ້ນກໍໃຈເຢັນລົງ. ພວກເຈົ້າບໍ່ຮູ້ຈັກບ່ອນຂອງຕົວເອງ ແຕ່ພວກເຈົ້າກໍຍັງຕໍ່ສູ້ກັນເອງໃນກອງຂີ້ສັດ. ພວກເຈົ້າຈະໄດ້ຫຍັງຈາກການດິ້ນລົນດັ່ງກ່າວ? ຖ້າໃນໃຈຂອງພວກເຈົ້າ ພວກເຈົ້າມີຄວາມເຄົາລົບຕໍ່ເຮົາຢ່າງແທ້ຈິງ ແລ້ວພວກເຈົ້າຈະສາມາດຕໍ່ສູ້ກັນເອງຫຼັບຫຼັງເຮົາໄດ້ແນວໃດ? ເຖິງວ່າສະຖານະຂອງເຈົ້າຈະສູງສົ່ງພຽງໃດກໍຕາມ ແຕ່ເຈົ້າກໍຍັງແມ່ນໂຕໜອນທີ່ເໝັນເນົ່າໃນກອງຂີ້ສັດບໍ່ແມ່ນບໍ? ເຈົ້າຈະສາມາດມີປີກ ແລະ ກາຍເປັນນົກເຂົາໃນທ້ອງຟ້າໄດ້ແນວໃດ? ພວກເຈົ້າແມ່ນໂຕໜອນນ້ອຍໆທີ່ເໝັນທີ່ລັກເຄື່ອງຖວາຍຈາກແທ່ນບູຊາຂອງເຮົາ ນັ້ນກໍຄືພຣະເຢໂຮວາ; ໃນການເຮັດແບບນັ້ນ, ເຈົ້າສາມາດຊ່ວຍຊື່ສຽງທີ່ເສຍຫາຍ ແລະ ລົ້ມເຫຼວ ແລະ ກາຍເປັນຜູ້ຄົນຂອງອິດສະຣາເອນທີ່ຖືກເລືອກໄດ້ບໍ? ເຈົ້າແມ່ນຄົນຊົ່ວທີ່ບໍ່ມີຢາງອາຍ! ເຄື່ອງບູຊາຢູ່ແທ່ນບູຊາແມ່ນຖືກຖວາຍແກ່ເຮົາໂດຍຜູ້ຄົນ ເພື່ອເປັນການສະແດງອອກເຖິງຄວາມຮູ້ສຶກເມດຕາກະລຸນາຈາກຄົນທີ່ເຄົາລົບບູຊາເຮົາ. ພວກມັນແມ່ນເພື່ອການຄວບຄຸມ ແລະ ການນໍາໃຊ້ຂອງເຮົາ, ສະນັ້ນ ເຈົ້າຈະສາມາດປຸ້ນເອົານົກເຂົາຈາກເຮົາ ເຊິ່ງຜູ້ຄົນໄດ້ມອບໃຫ້ແກ່ເຮົາໄດ້ແນວໃດ? ເຈົ້າບໍ່ຢ້ານກາຍເປັນຄົນຢູດາບໍ? ເຈົ້າບໍ່ຢ້ານວ່າ ດິນແດນຂອງເຈົ້າອາດຈະກາຍເປັນສະໜາມທີ່ເຕັມໄປດ້ວຍເລືອດບໍ? ເຈົ້າແມ່ນສິ່ງທີ່ບໍ່ມີຢາງອາຍ! ເຈົ້າຄິດວ່າ ນົກເຂົາທີ່ຜູ້ຄົນຖວາຍແມ່ນເພື່ອຫຼໍ່ລ້ຽງທ້ອງໃສ້ຂອງໂຕໜອນແບບເຈົ້າບໍ? ສິ່ງທີ່ເຮົາໄດ້ເອົາໃຫ້ເຈົ້າແມ່ນສິ່ງທີ່ເຮົາພໍໃຈ ແລະ ເຕັມໃຈເອົາໃຫ້ເຈົ້າ; ສິ່ງທີ່ເຮົາບໍ່ໄດ້ໃຫ້ເຈົ້າແມ່ນສິ່ງທີ່ເຮົາສາມາດໃຊ້ໄດ້. ເຈົ້າບໍ່ສາມາດລັກເຄື່ອງຖວາຍຂອງເຮົາໄດ້ຢ່າງງ່າຍດາຍ. ຜູ້ທີ່ປະຕິບັດພາລະກິດແມ່ນເຮົາ, ພຣະເຢໂຮວາ ເຊິ່ງກໍຄືພຣະຜູ້ສ້າງ ແລະ ຜູ້ຄົນພາກັນຖວາຍເຄື່ອງບູຊາກໍຍ້ອນເຮົາ. ເຈົ້າຄິດວ່າ ມັນເປັນຄ່າຕອບແທນສໍາລັບການແລ່ນໄປມາທີ່ເຈົ້າເຮັດບໍ? ເຈົ້າຈັງແມ່ນບໍ່ມີຢາງອາຍແທ້ໆ! ເຈົ້າແລ່ນໄປມາເພື່ອຫຍັງ? ມັນບໍ່ແມ່ນເພື່ອຕົວເຈົ້າເອງບໍ? ເປັນຫຍັງເຈົ້າຈຶ່ງລັກເຄື່ອງບູຊາຂອງເຮົາ? ເປັນຫຍັງເຈົ້າຈຶ່ງລັກເງິນຈາກຖົງເງິນຂອງເຮົາ? ເຈົ້າບໍ່ແມ່ນລູກຊາຍຂອງ ຢູດາ ອິສະກາຣີອົດ ບໍ? ເຄື່ອງບູຊາທີ່ມີໃຫ້ເຮົາ ກໍຄືພຣະເຢໂຮວາ ແມ່ນເປັນເຄື່ອງບູຊາເພື່ອໃຫ້ພວກປະໂລຫິດໄດ້ຊື່ນຊົມ. ເຈົ້າແມ່ນພວກປະໂລຫິດບໍ? ເຈົ້າກ້າກິນເຄື່ອງຖວາຍຂອງເຮົາດ້ວຍຄວາມສະບາຍໃຈ ແລະ ເຖິງກັບວາງພວກມັນຢູ່ເທິງໂຕະ; ເຈົ້າບໍ່ມີຄ່າຫຍັງເລີຍ! ຄົນຊົ່ວທີ່ບໍ່ມີຄ່າເອີຍ! ໄຟຂອງເຮົາ ກໍຄືພຣະເຢໂຮວາ ຈະເຜົາເຈົ້າຈົນເປັນຂີ້ເຖົ່າ!

ກ່ອນນີ້: ເຈົ້າຮູ້ຫຍັງແດ່ກ່ຽວກັບຄວາມສັດທາ?

ຕໍ່ໄປ: ບໍ່ມີໃຜທີ່ເກີດຈາກເນື້ອໜັງສາມາດລອດພົ້ນຈາກມື້ແຫ່ງຄວາມໂກດຮ້າຍ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້