ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (ສິບເອັດ)
ໃນການເຕົ້າໂຮມຄັ້ງທີ່ຜ່ານມາ, ພວກເຮົາໄດ້ໂອ້ລົມກ່ຽວກັບຂໍ້ທີເກົ້າໃນຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ເຊິ່ງກໍຄື: “ການສື່ສານ, ການປະກາດໃຊ້ ແລະ ການຈັດຕັ້ງປະຕິບັດການຈັດແຈງວຽກງານຕ່າງໆຂອງເຮືອນຂອງພຣະເຈົ້າຢ່າງຖືກຕ້ອງຕາມຂໍ້ກຳນົດ, ໃຫ້ການຊີ້ນຳ, ການຕິດຕາມກວດກາ ແລະ ການຊຸກຍູ້, ທັງກວດກາ ແລະ ຕິດຕາມສະຖານະການຈັດຕັ້ງປະຕິບັດ.” ພວກເຮົາໄດ້ໂອ້ລົມກ່ຽວກັບຄວາມຮັບຜິດຊອບທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຮັດໃຫ້ສຳເລັດ ແລະ ວຽກງານທີ່ພວກເຂົາຕ້ອງເຮັດ ແລະ ພວກເຮົາຍັງໄດ້ໄຈ້ແຍກພຶດຕິກຳຈຳນວນໜຶ່ງຂອງຜູ້ນໍາປອມ. ເຖິງແມ່ນວ່າພວກເຮົາບໍ່ໄດ້ໂອ້ລົມກ່ຽວກັບລາຍລະອຽດສະເພາະຂອງຫຼັກການທີ່ຜູ້ນໍາ ແລະ ຜູ້ເຮັດວຽກຈະຈັດຕັ້ງປະຕິບັດການຈັດແຈງວຽກງານແຕ່ລະຢ່າງ, ພວກເຮົາກໍໄດ້ໂອ້ລົມກ່ຽວກັບລາຍລະອຽດສະເພາະຂອງຫຼັກການສຳລັບການຈັດຕັ້ງປະຕິບັດການຈັດແຈງເຫຼົ່ານັ້ນ, ຕະຫຼອດຈົນສິ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຮັດ. ຜ່ານການໂອ້ລົມຂອງພວກເຮົາກ່ຽວກັບຂໍ້ທີເກົ້າ, ພວກເຈົ້າໄດ້ຮັບຄຳນິຍາມທີ່ສະເພາະເຈາະຈົງ ແລະ ຖືກຕ້ອງກວ່າເກົ່າກ່ຽວກັບວຽກງານທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຮັດແລ້ວບໍ? ຕອນນີ້ພວກເຈົ້າເຂົ້າໃຈແຈ້ງແລ້ວບໍກ່ຽວກັບວຽກງານທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຮັດ? ສິ່ງສຳຄັນສຳລັບພວກເຂົາກໍຄືການຈັດຕັ້ງປະຕິບັດວຽກງານຕາມຂໍ້ກຳນົດຂອງພຣະເຈົ້າ ແລະ ການຈັດແຈງວຽກງານຂອງເຮືອນຂອງພຣະອົງ. ໂດຍພື້ນຖານແລ້ວກໍແມ່ນເທົ່ານັ້ນ. ຕອນນີ້, ພວກເຮົາທຸກຄົນກໍເຂົ້າໃຈແຈ້ງແລ້ວ. ວຽກງານໃດທີ່ຜູ້ນໍາ ຫຼື ຜູ້ເຮັດວຽກຕ້ອງເຮັດໃນເຮືອນຂອງພຣະເຈົ້າ ແລະ ຄວາມຮັບຜິດຊອບຂອງພວກເຂົາແມ່ນຫຍັງ, ຄວນຈະໄດ້ຮັບການໂອ້ລົມກັນຢ່າງລະອຽດພໍສົມຄວນໃນຂໍ້ທີເກົ້າ. ໂດຍພື້ນຖານແລ້ວແມ່ນຄົບຖ້ວນ. ຂອບເຂດຄວາມຮັບຜິດຊອບຂອງພວກເຂົາໄດ້ຖືກກຳນົດໄວ້ ແລະ ວຽກງານທີ່ພວກເຂົາຄວນເຮັດ, ຕະຫຼອດຈົນວິທີທີ່ພວກເຂົາຄວນເຮັດ ກໍໄດ້ລະບຸໄວ້ຢ່າງຊັດເຈນເຊັ່ນກັນ. ຖ້າໃຜຜູ້ໜຶ່ງຍັງບໍ່ຮູ້ວິທີເຮັດວຽກທີ່ເປັນຮູບປະທຳຕອນນີ້ທີ່ມັນໄດ້ຖືກລະບຸໄວ້ຢ່າງຊັດເຈນແລ້ວ, ນັ້ນເປັນບັນຫາຂອງການທີ່ພວກເຂົາມີຄວາມສາມາດຕໍ່າ. ພວກເຂົາກໍແມ່ນຜູ້ນໍາປອມປະເພດໜຶ່ງທີ່ບໍ່ສາມາດເຮັດວຽກໄດ້. ຍັງມີຜູ້ນໍາປອມອີກປະເພດໜຶ່ງທີ່ຈັດແຈງວຽກງານໂດຍອີງໃສ່ພຽງແຕ່ແນວຄິດ ແລະ ຈິນຕະນາການຂອງພວກເຂົາເອງ ແລະ ໃຊ້ຄົນຢ່າງຊະຊາຍ, ສົ່ງຜົນໃຫ້ມີຄົນຫຼາຍເກີນຄວາມຈຳເປັນຈົນວຽກງານເກີດຄວາມສັບສົນວຸ້ນວາຍ. ບໍ່ພຽງແຕ່ວຽກງານຈະບໍ່ໄດ້ຖືກເຮັດເປັນຢ່າງດີເທົ່ານັ້ນ, ພວກເຂົາຍັງເຮັດໃຫ້ມັນສັບສົນວຸ້ນວາຍຢ່າງສົມບູນ, ເຮັດໃຫ້ມັນບໍ່ມີທາງໄປຕໍ່. ຜູ້ນໍາປອມຈະບໍ່ຈັດຕັ້ງປະຕິບັດການຈັດແຈງວຽກງານຈັກເທື່ອ, ແຮງໄກທີ່ຈະເຮັດວຽກຕົວຈິງ. ພວກເຂົາພຽງແຕ່ເຮັດວຽກທີ່ພວກເຂົາມັກ, ໂດຍສຸມໃສ່ພຽງແຕ່ວຽກງານທົ່ວໄປ; ເມື່ອພວກເຂົາເຮັດວຽກ, ພວກເຂົາຮູ້ພຽງແຕ່ວິທີອອກຄຳສັ່ງ ແລະ ຮ້ອງປ່າວຄຳຂວັນກັບຫຼັກຄຳສອນທີ່ໄຮ້ເນື້ອໃນ. ພວກເຂົາບໍ່ເຄີຍຕິດຕາມວຽກງານ, ທັງບໍ່ສົນໃຈວ່າມັນມີປະສິດທິຜົນ ຫຼື ບໍ່. ນີ້ແມ່ນຜູ້ນໍາປອມປະເພດໜຶ່ງ. ສະຫຼຸບແລ້ວ, ບໍ່ວ່າຄົນໃດຄົນໜຶ່ງຈະບໍ່ສາມາດເຮັດວຽກຕົວຈິງໄດ້ ຫຼື ບໍ່ເຮັດວຽກຕົວຈິງໃນຖານະຜູ້ນໍາ, ບໍ່ວ່າສະຖານະການຈະເປັນແນວໃດກໍຕາມ, ຖ້າພວກເຂົາບໍ່ສາມາດເຮັດສຳເລັດຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ ຫຼື ເຮັດວຽກງານຕາມການຝາກຝັງຂອງພຣະເຈົ້າ ແລະ ຖ້າພວກເຂົາບໍ່ສາມາດຈັດການຈັດຕັ້ງປະຕິບັດວຽກງານຕ່າງໆທີ່ຈັດແຈງໂດຍເຮືອນຂອງພຣະເຈົ້າໄດ້, ແລ້ວພວກເຂົາກໍແມ່ນຜູ້ນໍາປອມ.
ຜ່ານການໂອ້ລົມຂອງພວກເຮົາກ່ຽວກັບຄວາມຮັບຜິດຊອບທັງເກົ້າຂໍ້ຂອງຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ການເປີດໂປງວິທີການຕ່າງໆທີ່ຜູ້ນໍາປອມສະແດງອອກ, ຕອນນີ້ພວກເຈົ້າໄດ້ຮັບຄວາມຮູ້ ແລະ ຄວາມເຂົ້າໃຈພື້ນຖານບາງຢ່າງກ່ຽວກັບວິທີເຮັດໃຫ້ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກສຳເລັດແລ້ວບໍ? (ແມ່ນແລ້ວ.) ແລ້ວພວກເຈົ້າເຫັນວ່າວຽກງານຂອງເຮືອນຂອງພຣະເຈົ້າເຮັດງ່າຍບໍ? ຂໍ້ກຳນົດຂອງມະນຸດສູງບໍ? ພວກມັນເກີນຂອບເຂດບໍ? (ພວກມັນບໍ່ສູງ; ພວກມັນລ້ວນແຕ່ເປັນຂໍ້ກຳນົດທີ່ພວກເຮົາສາມາດເຮັດໄດ້.) ມີຜູ້ນໍາ ແລະ ຜູ້ເຮັດວຽກທີ່ເວົ້າວ່າ “ມີລາຍການ ແລະ ປະເພດວຽກງານຫຼາຍເກີນໄປທີ່ເຮືອນຂອງພຣະເຈົ້າກຳນົດໃຫ້ພວກເຮົາເຮັດ. ຍິ່ງຜູ້ນໍາຢູ່ໃນຕຳແໜ່ງສູງຂຶ້ນເທົ່າໃດ, ຂອບເຂດວຽກງານຂອງພວກເຂົາກໍຍິ່ງກວ້າງຂວາງຂຶ້ນ ແລະ ລາຍການວຽກງານທີ່ພວກເຂົາຮັບຜິດຊອບກໍຍິ່ງຫຼາຍຂຶ້ນເທົ່ານັ້ນ. ເພື່ອເຮັດວຽກງານນັ້ນໃຫ້ດີ ແລະ ເຫັນວ່າມັນຖືກຈັດຕັ້ງປະຕິບັດຕາມຂໍ້ກຳນົດຂອງເບື້ອງເທິງ, ພວກເຮົາຄົງຈະເມື່ອຍຕາຍ, ບໍ່ແມ່ນບໍ?” ມີໃຜລົ້ມປ່ວຍຍ້ອນຄວາມອິດເມື່ອຍຈາກການເຮັດວຽກທີ່ເປັນຮູບປະທຳທັງໝົດໄດ້ດີ, ຈາກການຈັດຕັ້ງປະຕິບັດວຽກງານທຸກລາຍການຈົນເຖິງບ່ອນທີ່ມັນຄວນຈະເປັນບໍ? (ບໍ່.) ມີໃຜເຈັບປ່ວຍຍ້ອນຄວາມອິດເມື່ອຍບໍ? ມີໃຜຫຍຸ້ງຫຼາຍຈົນບໍ່ມີເວລາກິນເຂົ້າ ຫຼື ນອນບໍ? (ບໍ່.) ບາງຄົນອາດຈະເວົ້າວ່າ “ເຈົ້າໝາຍຄວາມວ່າແນວໃດ, ບໍ່ມີ? ບາງຄົນກໍເມື່ອຍກັບການເຮັດວຽກງານຂອງຄຣິສຕະຈັກ, ເພາະພວກເຂົາໃຊ້ເວລາດົນໂດຍບໍ່ສາມາດກິນເຂົ້າຕາມເວລາປົກກະຕິ ຫຼື ເຮັດວຽກ ແລະ ພັກຜ່ອນຢ່າງເປັນລະບຽບ, ໂດຍມີການອອກແຮງງານ ແລະ ການພັກຜ່ອນທີ່ສົມດຸນກັນ. ພວກເຂົາລົງທ້າຍດ້ວຍການເຈັບປ່ວຍຍ້ອນຄວາມອິດເມື່ອຍ”. ພວກເຈົ້າເຄີຍໄດ້ຍິນສະຖານະການເຊັ່ນນີ້ເກີດຂຶ້ນບໍ? (ບໍ່.) ມີໃຜທີ່ຫຼັງຈາກໄດ້ຍິນຂໍ້ທີເກົ້າ ແລະ ເຫັນເນື້ອໃນສະເພາະຂອງລາຍການວຽກງານຕ່າງໆໃນເຮືອນຂອງພຣະເຈົ້າ, ຕະຫຼອດຈົນມາດຕະຖານທີ່ກຳນົດໄວ້ສຳລັບຜູ້ນໍາ ແລະ ຜູ້ເຮັດວຽກໃນການເຮັດວຽກສະເພາະນີ້, ແລ້ວຮູ້ສຶກຢ້ານກົວ ແລະ ຫວາດຫວັ່ນບໍ? ພວກເຂົາຮູ້ສຶກວ່າ “ການເປັນຜູ້ນໍາ ຫຼື ຜູ້ເຮັດວຽກບໍ່ແມ່ນເລື່ອງງ່າຍ, ຖ້າບໍ່ມີຮ່າງກາຍທີ່ແຂງແຮງ, ຄຸນນະພາບທີ່ດີ, ຈິດໃຈທີ່ກວ້າງຂວາງ, ທັງບໍ່ມີພະລັງງານ ແລະ ຄວາມເຂັ້ມແຂງທີ່ເໜືອມະນຸດແລ້ວ, ແມ່ນໃຜກັນທີ່ຈະສາມາດເຮັດວຽກໄດ້ດີ?” ມີໃຜເຄີຍຄິດແບບນີ້ບໍ? ມັນໃຊ້ໄດ້ບໍ? (ບໍ່.) ແມ່ນຫຍັງເຮັດໃຫ້ມັນໃຊ້ບໍ່ໄດ້? ກ່ອນອື່ນ, ເມື່ອປະຕິບັດວຽກງານຂອງເຮືອນຂອງພຣະເຈົ້າ, ບໍ່ວ່າພວກເຂົາຈະຢູ່ໃນລະດັບໃດກໍຕາມ ແລະ ບໍ່ວ່າຄວາມຮັບຜິດຊອບຂອງພວກເຂົາຈະເປັນແບບຄົບຖ້ວນ ຫຼື ສຳລັບວຽກງານລາຍການດຽວ, ຜູ້ນໍາ ແລະ ເປັນຢ່າງໜ້ອຍທີ່ສຸດ ຜູ້ເຮັດວຽກຕ້ອງເຮັດວຽກງານຫຼັກຂອງພວກເຂົາໃຫ້ດີ, ພ້ອມກັບວຽກງານເພີ່ມເຕີມໜຶ່ງ ຫຼື ສອງລາຍການ ເປັນຢ່າງຫຼາຍທີ່ສຸດ. ເຖິງແມ່ນວ່າພວກເຂົາຈະໄດ້ຮັບມອບໝາຍວຽກງານທີ່ຄົບຖ້ວນ, ນັ້ນກໍບໍ່ໄດ້ໝາຍຄວາມວ່າພວກເຂົາຈະຕ້ອງໃຫ້ການຕິດຕາມ ຫຼື ການຊີ້ນໍາທີ່ຄົບຖ້ວນ. ພວກເຂົາຕ້ອງສຸມໃສ່ການຮັບຜິດຊອບວຽກງານທີ່ສຳຄັນທີ່ສຸດ ຫຼື ເອົາໃຈໃສ່ກັບຈຸດອ່ອນໃນວຽກງານບາງລາຍການໄປພ້ອມໆກັນ. ບາງຄົນອາດຈະເຕັມໄປດ້ວຍພະລັງງານ, ມີຄວາມຮັບຜິດຊອບສູງ ແລະ ມີຄຸນນະພາບທີ່ດີ ແລະ ພວກເຂົາສາມາດເຮັດວຽກງານທີ່ຫຼາກຫຼາຍດ້ານໃນຂອບເຂດກວ້າງ, ແຕ່ວຽກງານຫຼັກຂອງພວກເຂົາສ່ວນໃຫຍ່ປະກອບດ້ວຍວຽກງານພຽງໜຶ່ງ ຫຼື ສອງລາຍການເທົ່ານັ້ນ. ສ່ວນວຽກງານອື່ນໆ, ພວກເຂົາພຽງແຕ່ຕ້ອງໄຕ່ຖາມ, ສອບຖາມ ແລະ ພະຍາຍາມເຂົ້າໃຈມັນ ແລະ ແກ້ໄຂພຽງແຕ່ບັນຫາທີ່ພວກເຂົາຄົ້ນພົບເທົ່ານັ້ນ. ນັ້ນແມ່ນສ່ວນໜຶ່ງຂອງມັນ. ອີກສ່ວນໜຶ່ງກໍຄື ເຖິງແມ່ນວ່າພວກເຂົາຈະຮັບຜິດຊອບວຽກງານຫຼາຍລາຍການພ້ອມກັນ, ພວກເຂົາກໍພຽງແຕ່ຕ້ອງເພິ່ງພາຫົວໜ້າສາຍງານຫຼັກເພື່ອເຮັດວຽກງານເຫຼົ່ານັ້ນ. ສິ່ງທີ່ພວກເຂົາເຮັດທັງໝົດກໍຄືການຕິດຕາມກວດກາວຽກງານຕ່າງໆ, ກວດກາພວກມັນ ແລະ ຊີ້ນໍາພວກມັນ; ວຽກງານຫຼັກທີ່ພວກເຂົາຕ້ອງເຮັດດ້ວຍຕົນເອງຍັງຄົງເປັນວຽກງານລາຍການດຽວ. ແລ້ວຄົນເຮົາຈະເມື່ອຍກັບການເຮັດວຽກງານລາຍການດຽວບໍ? (ບໍ່.) ຖ້າຄວາມສາມາດຂອງບຸກຄົນນັ້ນພຽງພໍ ແລະ ຄວາມຄິດຂອງພວກເຂົາຍືດຍຸ່ນ, ພວກເຂົາຈະຈັດແຈງວຽກງານຢ່າງສົມເຫດສົມຜົນໃນແງ່ຂອງການຈັດສັນເວລາ ແລະ ວິທີເຮັດໃຫ້ມັນມີປະສິດທິພາບ. ວຽກງານຂອງພວກເຂົາຈະບໍ່ສັບສົນວຸ້ນວາຍ ແລະ ຂາດແບບແຜນ. ພວກເຂົາຈະບໍ່ເບິ່ງຄືວ່າຫຍຸ້ງຫຼາຍ, ພວກເຂົາຈະເຮັດວຽກໄປຕາມລຳດັບຂັ້ນຕອນ, ແຕ່ວຽກງານຈະບໍ່ຂາດປະສິດທິພາບ ແລະ ມັນຈະໃຫ້ຜົນດີ. ນັ້ນແມ່ນຄົນທີ່ມີຄຸນນະພາບ, ຜູ້ທີ່ຮູ້ວິທີຈັດສັນກຳລັງຄົນ ແລະ ເວລາຢ່າງສົມເຫດສົມຜົນ. ຄົນທີ່ບໍ່ມີຄຸນນະພາບ ຫຼື ມີຄຸນນະພາບຕໍ່າແມ່ນເຮັດວຽກຫຍັງກໍເລະເທະໄປໝົດ. ພວກເຂົາຂ້ອນຂ້າງຫຍຸ້ງທຸກມື້, ແຕ່ສິ່ງທີ່ເຮັດໃຫ້ພວກເຂົາຫຍຸ້ງນັ້ນ, ພວກເຂົາເອງກໍເວົ້າຢ່າງແນ່ນອນບໍ່ໄດ້. ພວກເຂົາບໍ່ມີຕາຕະລາງເວລາ, ບໍ່ມີແນວຄິດເລື່ອງເວລາ; ພວກເຂົາຕື່ນຂ້ອນຂ້າງແຕ່ເຊົ້າ ແລະ ເຂົ້ານອນເດິກ; ພວກເຂົາບໍ່ສາມາດກິນເຂົ້າຕາມເວລາປົກກະຕິໄດ້, ແຕ່ເມື່ອເບິ່ງປະສິດທິພາບຂອງວຽກງານແລ້ວ, ພວກເຂົາບໍ່ໄດ້ເຮັດວຽກຕົວຈິງເລີຍ. ນີ້ບໍ່ແມ່ນກໍລະນີຂອງການມີຄຸນນະພາບທີ່ຕໍ່າເກີນໄປບໍ? (ແມ່ນແລ້ວ.) ຄົນປະເພດນີ້ເບິ່ງຄືວ່າຈະຫຍຸ້ງວຸ້ນວາຍທຸກມື້ໂດຍບໍ່ໄດ້ພັກຜ່ອນ, ແຕ່ພວກເຂົາຈັບຈຸດສຳຄັນຂອງວຽກງານບໍ່ໄດ້, ທັງບໍ່ສາມາດແຍກແຍະໄດ້ວ່າອັນໃດຮີບດ່ວນ ແລະ ອັນໃດທີ່ລໍຖ້າໄດ້ ແລະ ພວກເຂົາບໍ່ມີປະສິດທິພາບໃນການແກ້ໄຂບັນຫາ. ສິ່ງນີ້ເຮັດໃຫ້ວຽກງານຊັກຊ້າ. ພວກເຂົາກະວົນກະວາຍໃຈຈົນຮ້ອນໃນ ແລະ ເປັນບາດແຜໃນປາກ. ເຖິງຢ່າງໃດກໍຕາມ, ແມ່ນແຕ່ໃນກໍລະນີເຫຼົ່ານີ້, ພວກເຂົາກໍບໍ່ໄດ້ລົ້ມປ່ວຍຍ້ອນຄວາມອິດເມື່ອຍ. ຄົນທີ່ມີຄຸນນະພາບຕໍ່າອາດຈະເຮັດວຽກຫຼາຍກວ່າແປດຊົ່ວໂມງຕໍ່ມື້, ແຕ່ປະສິດທິພາບຂອງວຽກງານຂອງພວກເຂົາກໍຍັງຕໍ່າກວ່າຄົນທີ່ມີຄຸນນະພາບດີຫຼາຍ. ສະນັ້ນ, ພວກເຂົາຕ້ອງຫຍຸ້ງ, ບໍ່ແມ່ນບໍ? ພວກເຂົາຄວນຈະຫຍຸ້ງ, ແມ່ນແຕ່ເມື່ອພວກເຂົາຫຍຸ້ງ ພວກເຂົາບໍ່ສາມາດໄດ້ຮັບຜົນລັບ,; ຖ້າພວກເຂົາບໍ່ຫຍຸ້ງຢູ່ຕະຫຼອດ, ວຽກງານກໍຈະຢຸດສະງັກລົງ. ນີ້ແມ່ນຄົນທີ່ມີຄຸນນະພາບຕໍ່າຫຼາຍຈົນບໍ່ເໝາະສົມທີ່ຈະເຮັດວຽກ ຫຼື ຮັບຜິດຊອບວຽກງານນັ້ນໄດ້. ນອກຈາກນີ້, ຍັງມີຫຼາຍລາຍການໃນວຽກງານຂອງເຮືອນຂອງພຣະເຈົ້າ ແລະ ຂໍ້ກຳນົດກໍຂ້ອນຂ້າງເຂັ້ມງວດໃນດ້ານບຸກຄະລາກອນ ແລະ ເວລາ. ສຳລັບຄົນສ່ວນໃຫຍ່, ເມື່ອພວກເຂົາຫຍຸ້ງຫຼາຍຂຶ້ນໜ້ອຍໜຶ່ງ, ມັນກໍເພື່ອພະຍາຍາມໃຫ້ເກີດຄວາມເປັນເລີດ ແລະ ໄດ້ຮັບຜົນດີ, ເພາະວ່າວຽກງານຂອງເຮືອນຂອງພຣະເຈົ້າແຕກຕ່າງຈາກທຸລະກິດ ແລະ ໂຮງງານຂອງໂລກຜູ້ບໍ່ເຊື່ອ, ເຊິ່ງພວກເຂົາຕ້ອງການຜົນປະໂຫຍດທາງເສດຖະກິດ, ໃນຂະນະທີ່ພວກເຮົາເນັ້ນໜັກໃສ່ຜົນຮັບຂອງການເຮັດວຽກ. ແຕ່ເນື່ອງຈາກວ່າຄົນສ່ວນໃຫຍ່ມີຄຸນນະພາບຕໍ່າ, ບໍ່ມີຫຼັກການ ແລະ ບໍ່ມີປະສິດທິພາບໃນວຽກງານຂອງພວກເຂົາຢ່າງຍິ່ງ, ມັນຈຶ່ງໃຊ້ເວລາຫຼາຍກວ່າເພື່ອໃຫ້ໄດ້ຜົນລັບ. ຕອນນີ້ພວກເຈົ້າສ່ວນໃຫຍ່ບໍ່ມີຄວາມຄິດລົບກ່ຽວກັບຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກແລ້ວບໍ? ມີສິ່ງໜຶ່ງທີ່ແນ່ນອນນັ້ນກໍຄື ຜູ້ນໍາ ແລະ ຜູ້ເຮັດວຽກຈະບໍ່ລົ້ມປ່ວຍຍ້ອນຄວາມອິດເມື່ອຍໂດຍການເຮັດວຽກຕາມຂໍ້ກຳນົດຂອງເຮືອນຂອງພຣະເຈົ້າ. ນອກເໜືອຈາກປັດໄຈພາຍນອກທີ່ພາວະວິໄສເຫຼົ່ານີ້, ຍັງມີສິ່ງອື່ນອີກທີ່ເຈົ້າສາມາດແນ່ໃຈໄດ້ຄື: ຖ້າບຸກຄົນໃດໜຶ່ງມີຄວາມຮັບຜິດຊອບໃນໃຈ ແລະ ມີຄຸນນະພາບໃນລະດັບໃດໜຶ່ງ ແລະ ຢ່າເບິ່ງຂ້າມຕໍ່ຄວາມຈິງທີ່ວ່າມີພາລະກິດຂອງພຣະວິນຍານບໍລິສຸດ, ແລ້ວດ້ວຍບັນຫາບາງຢ່າງທີ່ພວກເຂົາບໍ່ສາມາດຈິນຕະນາການ ຫຼື ຄາດເດົາໄດ້ ແລະ ດ້ວຍເລື່ອງບາງຢ່າງທີ່ພວກເຂົາບໍ່ເຄີຍຜ່ານຜ່າມາກ່ອນ ແລະ ບໍ່ມີປະສົບການ, ພຣະວິນຍານບໍລິສຸດຈະໃຫ້ການເຕືອນສະຕິພວກເຂົາຢູ່ສະເໝີ, ໃຫ້ຄວາມສະຫວ່າງ ແລະ ຊ່ວຍເຫຼືອພວກເຂົາໄດ້ທຸກເວລາ. ວຽກງານຂອງຄຣິສຕະຈັກບໍ່ໄດ້ເພິ່ງພາກຳລັງ, ພະລັງງານ ແລະ ພາລະຂອງມະນຸດທັງໝົດເພື່ອໃຫ້ສຳເລັດ, ສ່ວນໜຶ່ງຂອງມັນຕ້ອງເພິ່ງພາພາລະກິດ ແລະ ການນໍາພາຂອງພຣະວິນຍານບໍລິສຸດ, ດັ່ງທີ່ຄົນສ່ວນໃຫຍ່ໄດ້ປະສົບມາ. ສະນັ້ນ, ບໍ່ວ່າຈະເບິ່ງຈາກມຸມໃດກໍຕາມ, ການເຮັດຄວາມຮັບຜິດຊອບຂອງພວກເຂົາໃຫ້ສຳເລັດແມ່ນສິ່ງທີ່ຜູ້ນໍາ ຫຼື ຜູ້ເຮັດວຽກຄວນບັນລຸ. ມັນບໍ່ແມ່ນຂໍ້ກຳນົດເພີ່ມເຕີມສຳລັບພວກເຂົາ. ເມື່ອຜູ້ບໍ່ເຊື່ອເຮັດວຽກໃນໂລກ, ພວກເຂົາກະທຳບົນພື້ນຖານຄວາມສາມາດສ່ວນຕົວຂອງພວກເຂົາ. ການເຮັດໜ້າທີ່ໃນເຮືອນຂອງພຣະເຈົ້າແມ່ນແຕກຕ່າງກັນ, ຄົນເຮົາບໍ່ພຽງແຕ່ເຮັດມັນບົນພື້ນຖານຄວາມສາມາດຂອງພວກເຂົາເທົ່ານັ້ນ, ພວກເຂົາຍັງຕ້ອງເພິ່ງພາຄວາມເຂົ້າໃຈຂອງພວກເຂົາກ່ຽວກັບຫຼັກການຄວາມຈິງ ຖ້າພວກເຂົາຈະບັນລຸຜົນລັບ. ບາງຄັ້ງ, ພວກເຂົາຍັງຕ້ອງຊ່ວຍເຫຼືອເຊິ່ງກັນແລະກັນ ແລະ ຮ່ວມມືກັນຢ່າງກົມກຽວ ເພື່ອໃຫ້ພວກເຂົາເຮັດໜ້າທີ່ຂອງພວກເຂົາໄດ້ດີ. ບາງຄົນອາດຈະຖາມວ່າ, “ການເຮັດວຽກໃນເຮືອນຂອງພຣະເຈົ້າຮຽກຮ້ອງໃຫ້ພວກເຮົາຕ້ອງ ‘ອຸທິດຕົນຢ່າງສຸດກໍາລັງຈົນເຖິງວັນຕາຍຂອງພວກເຮົາເລີຍບໍ?’ ພວກເຮົາຈຳເປັນຕ້ອງເຮັດວຽກຈົນລົມຫາຍໃຈສຸດທ້າຍຄືກັບທີ່ຄົນໃນໂລກກ່າວໄວ້, ພວກເຮົາຕ້ອງເຮັດໃຫ້ໄດ້ປານນັ້ນເລີຍບໍ? ເຮືອນຂອງພຣະເຈົ້າຈະພໍໃຈກັບພວກເຮົາກໍຕໍ່ເມື່ອພວກເຮົາກຳລັງຈະຕາຍຍ້ອນຄວາມອິດເມື່ອຍເທົ່ານັ້ນບໍ?” ນີ້ແມ່ນສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດບໍ (ບໍ່.) ການໂອ້ລົມຂອງພວກເຮົາກ່ຽວກັບຂໍ້ກຳນົດສຳລັບຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກແມ່ນມີຈຸດປະສົງພຽງເພື່ອໃຫ້ຜູ້ຄົນມີຄວາມກະຈ່າງແຈ້ງ ແລະ ຄວາມເຂົ້າໃຈກ່ຽວກັບວິທີການຮ່ວມມືກັບພາລະກິດຂອງພຣະເຈົ້າຕາມຫຼັກການຄວາມຈິງ ແລະ ວິທີການເຮັດວຽກທີ່ພຣະອົງກຳນົດ, ເພື່ອໃຫ້ພາລະກິດຂອງພຣະອົງສາມາດດຳເນີນງານ ແລະ ຂະຫຍາຍວຽກງານອອກໄປຢ່າງເປັນລະບຽບ, ມີປະສິດທິພາບ ແລະ ເພື່ອໃຫ້ພຣະທຳ ແລະ ພາລະກິດຂອງພຣະອົງສາມາດບັນລຸປະສິດທິຜົນທີ່ດີກວ່າໃນຜູ້ຄົນທີ່ຖືກເລືອກຂອງພຣະອົງ. ດ້ານໜຶ່ງແມ່ນເພື່ອພັດທະນາ ແລະ ຂະຫຍາຍວຽກງານອອກໄປ; ອີກດ້ານໜຶ່ງແມ່ນກ່ຽວກັບການເຮັດໃຫ້ພຣະທຳ ແລະ ພາລະກິດຂອງພຣະເຈົ້າບັນລຸຜົນທີ່ຄວນຈະເປັນຕໍ່ຜູ້ທີ່ຕິດຕາມພຣະອົງ. ສິ່ງເຫຼົ່ານີ້ແມ່ນຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ສິ່ງທີ່ພວກເຂົາຕ້ອງບັນລຸໃນວຽກງານຂອງພວກເຂົາ.
ຂໍ້ທີສິບ: ປົກປັກຮັກສາຢ່າງຖືກຕ້ອງ ແລະ ຈັດສັນຢ່າງສົມເຫດສົມຜົນບັນດາລາຍການວັດຖຸຕ່າງໆຂອງເຮືອນຂອງພຣະເຈົ້າ (ໜັງສື, ອຸປະກອນຕ່າງໆ, ທັນຍາພືດ ແລະ ອື່ນໆ) ແລະ ດຳເນີນການກວດກາ, ການບຳລຸງຮັກສາ ແລະ ການສ້ອມແປງເປັນປະຈຳເພື່ອຫຼຸດຜ່ອນຄວາມເສຍຫາຍ ແລະ ການສິ້ນເປືອງ; ນອກຈາກນີ້, ປ້ອງກັນບໍ່ໃຫ້ຄົນຊົ່ວຊ້າສວຍໂອກາດຍຶດເອົາສິ່ງເຫຼົ່ານັ້ນ
ມື້ນີ້, ພວກເຮົາຈະໂອ້ລົມກັນຕໍ່ກ່ຽວກັບຂໍ້ທີສິບໃນຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ເຊິ່ງກໍຄື “ການປົກປັກຮັກສາຢ່າງຖືກຕ້ອງ ແລະ ການຈັດສັນຢ່າງສົມເຫດສົມຜົນບັນດາລາຍການວັດຖຸຕ່າງໆຂອງເຮືອນຂອງພຣະເຈົ້າ, ເຊັ່ນ ໜັງສື, ອຸປະກອນຕ່າງໆ, ທັນຍາພືດ ແລະ ອື່ນໆ, ແລະ ດຳເນີນການກວດກາ, ບຳລຸງຮັກສາ ແລະ ສ້ອມແປງເປັນປະຈຳເພື່ອຫຼຸດຜ່ອນຄວາມເສຍຫາຍ ແລະ ການສິ້ນເປືອງ, ທັງຍັງຕ້ອງປ້ອງກັນບໍ່ໃຫ້ຄົນຊົ່ວຊ້າສວຍໂອກາດຍຶດເອົາສິ່ງເຫຼົ່ານັ້ນ”. ຂໍ້ທີເກົ້າແມ່ນຂໍ້ກຳນົດທີ່ຂ້ອນຂ້າງຄົບຖ້ວນສຳລັບຜູ້ນໍາ ແລະ ຜູ້ເຮັດວຽກ. ຂໍ້ທີສິບແມ່ນອີກພາກສ່ວນໃຫຍ່ໜຶ່ງຂອງວຽກງານ, ເຊິ່ງປະກອບດ້ວຍຂໍ້ກຳນົດສະເພາະອີກຢ່າງໜຶ່ງສຳລັບຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ວຽກງານສ່ວນນີ້ກ່ຽວຂ້ອງກັບລາຍການຕ່າງໆທີ່ເປັນຂອງເຮືອນຂອງພຣະເຈົ້າ, ບາງສ່ວນແມ່ນຊື້ມາເພື່ອຕອບສະໜອງຄວາມຈຳເປັນໃນຊີວິດຂອງຜູ້ຄົນທີ່ເຮັດໜ້າທີ່ຂອງພວກເຂົາເຕັມເວລາ ແລະ ສ່ວນອື່ນໆແມ່ນອຸປະກອນ, ວັດສະດຸ ແລະ ອື່ນໆທີ່ຊື້ມາເພື່ອວຽກງານການຂະຫຍາຍຂ່າວປະເສີດ. ຍັງມີໜັງສືພຣະທຳຂອງພຣະເຈົ້າຈຳນວນໜຶ່ງ ແລະ ສິ່ງອື່ນໆທີ່ກ່ຽວຂ້ອງກັບທາງເຂົ້າຊີວິດຂອງອ້າຍເອື້ອຍນ້ອງ ແລະ ສິ່ງທີ່ຄວນຖືກເກັບຮັກສາໄວ້ໂດຍເຮືອນຂອງພຣະເຈົ້າ. ສິ່ງເຫຼົ່ານີ້ແມ່ນວັດຖຸສິ່ງຂອງທີ່ກ່ຽວຂ້ອງກັບຄວາມເຊື່ອຂອງຜູ້ຄົນໃນພຣະເຈົ້າ. ມີທັງໝົດສາມປະເພດ, ນັ້ນກໍຄື ລາຍການທີ່ຈຳເປັນສຳລັບຊີວິດ, ລາຍການທີ່ຈຳເປັນສຳລັບວຽກງານ ແລະ ລາຍການທີ່ຈຳເປັນສຳລັບຄວາມເຊື່ອໃນພຣະເຈົ້າ. ບໍ່ວ່າລາຍການເຫຼົ່ານີ້ຈະຖືກຊື້ໂດຍເຮືອນຂອງພຣະເຈົ້າ ຫຼື ຖວາຍໂດຍອ້າຍເອື້ອຍນ້ອງ, ເມື່ອພວກມັນຕົກເປັນຂອງເຮືອນຂອງພຣະເຈົ້າ, ພວກມັນກໍກ່ຽວຂ້ອງກັບເລື່ອງການຈັດການ ແລະ ການຈັດສັນລາຍການວັດຖຸໂດຍຜູ້ນໍາ ແລະ ຜູ້ເຮັດວຽກ. ເຖິງແມ່ນວ່າວຽກງານນີ້ຈະບໍ່ເບິ່ງຄືວ່າສຳຄັນຫຼາຍຈາກພາຍນອກ ເມື່ອທຽບໃສ່ກັບຊີວິດໃນຄຣິສຕະຈັກ, ວຽກງານບໍລິຫານ ຫຼື ວຽກງານວິຊາຊີບ ແລະ ບໍ່ແມ່ນສິ່ງທີ່ຕ້ອງຖືກຈັດໃຫ້ເປັນວາລະສຳຄັນ, ມັນກໍຍັງເປັນວຽກງານທີ່ສຳຄັນທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຮັດ. ລາຍການຕ່າງໆຂອງເຮືອນຂອງພຣະເຈົ້າກ່ຽວຂ້ອງກັບວຽກງານ, ຊີວິດ, ການສຶກສາ ແລະ ສິ່ງທັງໝົດນັ້ນຂອງບຸກຄະລາກອນທຸກຄົນທີ່ເຮັດໜ້າທີ່ຕ່າງໆ, ສະນັ້ນການປົກປັກຮັກສາ ແລະ ການຈັດສັນຢ່າງສົມເຫດສົມຜົນຂອງພວກມັນຈຶ່ງສຳຄັນຫຼາຍ ແລະ ຕ້ອງບໍ່ຖືກເບິ່ງຂ້າມ.
ການເກັບຮັກສາຢ່າງເໝາະສົມ
ໃນຖານະຜູ້ນໍາ ແລະ ຜູ້ເຮັດວຽກ, ນອກເໜືອຈາກການເຮັດວຽກງານບໍລິຫານຂອງຄຣິສຕະຈັກ ແລະ ເຮັດໃຫ້ຊີວິດຄຣິສຕະຈັກດີແລ້ວ, ສິ່ງທີ່ສຳຄັນກວ່ານັ້ນກໍຄືການເຮັດວຽກງານເຜີຍແຜ່ຂ່າວປະເສີດໃຫ້ດີ, ພ້ອມທັງວຽກງານຕ່າງໆທີ່ກ່ຽວຂ້ອງ. ນອກຈາກນັ້ນ, ວັດຖຸສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າກໍຄວນໄດ້ຮັບການຈັດການຢ່າງເໝາະສົມເຊັ່ນກັນ. ສິ່ງເຫຼົ່ານີ້ຄວນໄດ້ຮັບການປົກປັກຮັກສາໄວ້ເປັນຢ່າງດີ; ຢ່າປ່ອຍໃຫ້ມັນຂຶ້ນລາ ຫຼື ຖືກແມງໄມ້ທຳລາຍ ແລະ ຢ່າໃຫ້ຜູ້ຄົນຍຶດຄອງເອົາໄປເປັນຂອງຕົນ. ເຮືອນຂອງພຣະເຈົ້າຍັງມີຂໍ້ກຳນົດ ແລະ ຂັ້ນຕອນທີ່ລະອຽດກ່ຽວກັບວິທີທີ່ຜູ້ນໍາ ແລະ ຜູ້ເຮັດວຽກຈະເຮັດວຽກງານນີ້ໃຫ້ດີ. ພວກເຂົາຕ້ອງເລີ່ມຕົ້ນໂດຍການກວດສອບວ່າບຸກຄະລາກອນທີ່ຈັດການສິ່ງຂອງເຫຼົ່ານີ້ເປັນຄົນທີ່ເໝາະສົມ, ມີຄວາມຮັບຜິດຊອບ ຫຼື ບໍ່, ພວກເຂົາຮູ້ວິທີຈັດການສິ່ງຂອງເຫຼົ່ານັ້ນ ຫຼື ບໍ່ ແລະ ພວກເຂົາສາມາດເຮັດໜ້າທີ່ຮັບຜິດຊອບຂອງຕົນຢ່າງພາກພຽນໄດ້ ຫຼື ບໍ່, ສິ່ງຂອງເຫຼົ່ານີ້ຈະຖືກເກັບຮັກສາໄວ້ຢ່າງປອດໄພໃນມືຂອງພວກເຂົາ ຫຼື ບໍ່. ຕົວຢ່າງ, ໃນການເກັບຮັກສາເຂົ້າສານ, ໃນລະຫວ່າງລະດູຝົນທີ່ອາກາດຊຸ່ມ ແລະ ມີຝົນຕົກຫຼາຍ, ສະຖານທີ່ເກັບມ້ຽນນັ້ນຊຸ່ມບໍ່. ຜູ້ທີ່ຮັບຜິດຊອບໄດ້ກວດກາມັນທັນເວລາບໍ່. ຖ້າເຂົ້າສານປຽກຊຸ່ມ, ພວກເຂົາເອົາມັນອອກໄປຕາກແດດບໍ່. ພວກເຂົາຈັດການສິ່ງເຫຼົ່ານີ້ຢ່າງລະອຽດຮອບຄອບຄືກັບວ່າເປັນຂອງຕົນເອງບໍ່. ພວກເຂົາມີຄວາມເປັນມະນຸດເຊັ່ນນັ້ນບໍ່. ພວກເຂົາມີຄວາມຈົງຮັກພັກດີເຊັ່ນນັ້ນບໍ່. ພວກເຂົາຕ້ອງເລີ່ມຕົ້ນໂດຍການກວດສອບຜູ້ທີ່ຮັບຜິດຊອບສິ່ງເຫຼົ່ານີ້ ເພື່ອເບິ່ງວ່າຄວາມເປັນມະນຸດຂອງພວກເຂົາເປັນແນວໃດ ແລະ ພວກເຂົາມີຄວາມສຳນຶກ ແລະ ມີຄຸນນະທຳ ຫຼື ບໍ່. ຖ້າບຸກຄົນໃດໜຶ່ງເບິ່ງຄືວ່າມີຄວາມເປັນມະນຸດທີ່ດີ ແລະ ມີໃຈເມດຕາ ແລະ ຄົນສ່ວນຫຼາຍກໍຕີລາຄາວ່າດີ, ແຕ່ພວກເຈົ້າຍັງບໍ່ຮູ້ວ່າພວກເຂົາເໝາະສົມທີ່ຈະຈັດການສິ່ງຂອງຂອງເຮືອນຂອງພຣະເຈົ້າ ຫຼື ບໍ່, ແລ້ວຈະຕ້ອງເຮັດແນວໃດ. ພວກເຈົ້າຕ້ອງຕິດຕາມ, ກວດກາ ແລະ ຊີ້ນໍາ. ພວກເຈົ້າຕ້ອງຖາມໄຖ່ກ່ຽວກັບເລື່ອງຕ່າງໆຫຼັງຈາກຜ່ານໄປໄລຍະໜຶ່ງ ເພື່ອເບິ່ງວ່າຜູ້ດູແລໄດ້ປະຕິບັດໜ້າທີ່ຂອງຕົນ ຫຼື ບໍ່. ຕົວຢ່າງເຊັ່ນ ກັບເຂົ້າສານ, ສິ່ງທີ່ໜ້າເປັນຫ່ວງທີ່ສຸດແມ່ນຄວາມຊຸ່ມ. ຜູ້ດູແລຄວນກວດເບິ່ງວ່າສາງເກັບມ້ຽນຊຸ່ມ ຫຼື ບໍ່ ແລະ ເຂົ້າສານຈະເກີດມີແມງໄມ້ບໍ່ ແລະ ພວກເຂົາຄວນຊອກຫາຄົນທີ່ຮູ້ກ່ຽວກັບເລື່ອງດັ່ງກ່າວ ເພື່ອປຶກສາຫາລື ແລະ ທຳຄວາມເຂົ້າໃຈກ່ຽວກັບວິທີການປະຕິບັດທີ່ສາມາດຮັບປະກັນໄດ້ວ່າເຂົ້າສານຈະບໍ່ປຽກຊຸ່ມ ແລະ ຂຶ້ນລາ ຫຼື ຖືກແມງໄມ້ເຈາະ. ຫຼັງຈາກທີ່ພວກເຂົາເກັບມ້ຽນເຂົ້າສານແລ້ວ, ພວກເຂົາຄວນກວດກາສາງເກັບມ້ຽນເລື້ອຍໆ ຫຼື ເປີດປ່ອງຢ້ຽມເພື່ອລະບາຍອາກາດ. ນັ້ນຈະເປັນການເຮັດໜ້າທີ່ຮັບຜິດຊອບຂອງຕົນຢ່າງແທ້ຈິງ. ຖ້າຜູ້ດູແລລິເລີ່ມເຮັດສິ່ງເຫຼົ່ານີ້ໂດຍບໍ່ຈຳເປັນຕ້ອງຖືກກະຕຸ້ນ ຫຼື ເຕືອນ, ແລ້ວພວກເຂົາກໍເປັນຄົນທີ່ໜ້າເຊື່ອຖື ເຊິ່ງເປັນສິ່ງທີ່ໜ້າອຸ່ນໃຈ. ແລ້ວຜູ້ທີ່ຮັບຜິດຊອບອຸປະກອນປະເພດຕ່າງໆເດ, ພວກເຂົາເໝາະສົມກັບວຽກງານນີ້ບໍ່. ພວກເຈົ້າຍັງບໍ່ຮູ້ເທື່ອ; ພວກເຈົ້າຕ້ອງກວດກາພວກເຂົາເຊັ່ນກັນ. ອຸປະກອນສ່ວນໃຫຍ່ ເຊັ່ນ: ເຄື່ອງໃຊ້ໄຟຟ້າ, ເຄື່ອງເຟີນີເຈີ, ສິ່ງອຳນວຍຄວາມສະດວກ ແລະ ອື່ນໆ ຈະຖືກເກັບຮັກສາແນວໃດ ຖ້າບໍ່ໄດ້ຖືກນຳໃຊ້ເປັນປົກກະຕິ. ຜູ້ດູແລໄດ້ເບິ່ງແຍງ ແລະ ບຳລຸງຮັກສາມັນບໍ່. ພວກເຂົາໄດ້ກວດກາເຄື່ອງໃຊ້ໄຟຟ້າເປັນປະຈຳ, ເປີດໄຟ ແລະ ເຮັດໃຫ້ມັນເຮັດວຽກບໍ່. ໂດຍການສອບຖາມ, ພວກເຈົ້າອາດຈະຮູ້ໄດ້ວ່າຜູ້ດູແລສິ່ງເຫຼົ່ານີ້ກຳລັງເຮັດສິ່ງນີ້ເປັນປະຈຳ. ສິ່ງເຫຼົ່ານັ້ນອາດຈະຖືກວາງໄວ້ຊື່ໆ, ແຕ່ບໍ່ມີຂີ້ຝຸ່ນຢູ່ເທິງພວກມັນ, ຊຶ່ງໝາຍຄວາມວ່າມີຄົນມາເບິ່ງແຍງພວກມັນເລື້ອຍໆ, ພວກເຈົ້າຈະເຫັນວ່າຜູ້ດູແລຂອງພວກເຂົາບໍ່ເປັນຫຍັງ, ພວກເຂົາກຳລັງເຮັດໜ້າທີ່ຮັບຜິດຊອບຂອງຕົນ. ຫຼັງຈາກນັ້ນ ພວກເຈົ້າກໍສາມາດວາງໃຈໄດ້. ຍັງມີໜັງສືພຣະທຳຂອງພຣະເຈົ້າອີກ. ແຕ່ລະຫົວແມ່ນເປັນຂອງທີ່ຫາໄດ້ຍາກ ແລະ ນອກຈາກນັ້ນ, ໜັງສືພຣະທຳຂອງພຣະເຈົ້າກໍສຳຄັນກວ່າສິ່ງອື່ນໃດສຳລັບຜູ້ເຊື່ອໃນພຣະເຈົ້າທຸກຄົນ, ສຳຄັນກວ່າເຂົ້າສານ, ເຄື່ອງໃຊ້ໄຟຟ້າ ຫຼື ສິ່ງຂອງອື່ນໆ. ສະນັ້ນ, ກັບສິ່ງເຫຼົ່ານີ້, ຍິ່ງຄວນຊອກຫາຄົນທີ່ເໝາະສົມເພື່ອຈັດການພວກມັນ ແລະ ສະຖານທີ່ທີ່ເໝາະສົມເພື່ອເກັບຮັກສາພວກມັນ. ການລະບາຍອາກາດ, ການກວດກາ ແລະ ການກວດສອບທີ່ເໝາະສົມກໍເປັນສິ່ງຈຳເປັນເຊັ່ນກັນ, ພວກເຂົາບໍ່ສາມາດປ່ອຍໃຫ້ໜັງສືປຽກຊຸ່ມ ຫຼື ຖືກໜູແຫ້ນ. ສິ່ງເຫຼົ່ານີ້ທັງໝົດຕ້ອງໄດ້ຮັບການເຝົ້າລະວັງ. ສະນັ້ນ, ຜູ້ທີ່ຈັດການສິ່ງຂອງດັ່ງກ່າວເໝາະສົມກັບວຽກງານນີ້ບໍ່. ພວກເຈົ້າຕ້ອງກວດກາເລື່ອງນີ້ເລື້ອຍໆເຊັ່ນກັນ. ຖ້າຜູ້ດູແລຂີ້ຄ້ານ, ລະເລີຍ ແລະ ບໍ່ໃສ່ໃຈ, ສິ່ງຂອງບາງຢ່າງຈະເສຍຫາຍ, ຖ້າບໍ່ແມ່ນຍ້ອນຄວາມຊຸ່ມ ແລະ ເຊື້ອລາ, ກໍແມ່ນຍ້ອນແມງໄມ້ທຳລາຍ. ສິ່ງເຫຼົ່ານີ້ລ້ວນແຕ່ເປັນການສູນເສຍ, ເຊິ່ງເກີດຈາກການກວດກາທີ່ບໍ່ເຂັ້ມງວດຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ຖ້າຜູ້ດູແລເບິ່ງແຍງສິ່ງຂອງເຫຼົ່ານີ້ຢ່າງເໝາະສົມ, ໜ້າທີ່ຮັບຜິດຊອບນີ້ຂອງຜູ້ນໍາ ແລະ ຜູ້ເຮັດວຽກກໍຖືວ່າສຳເລັດ. ບໍ່ວ່າສິ່ງຂອງເຫຼົ່ານີ້ຈະໃຫຍ່ ຫຼື ນ້ອຍ ແລະ ບໍ່ວ່າຈະຖືກນຳໃຊ້ເລື້ອຍໆ ຫຼື ບໍ່, ຕາບໃດທີ່ພວກມັນຢູ່ໃນປະເພດສິ່ງຂອງທີ່ເປັນຂອງເຮືອນຂອງພຣະເຈົ້າ, ກໍຄວນຈັດໃຫ້ມີຄົນມາຈັດການພວກມັນ. ສິ່ງຂອງຄວນປອດໄພ, ບໍ່ວ່າຈະເປັນປະເພດໃດ ແລະ ເກັບໄວ້ບ່ອນໃດກໍຕາມ ແລະ ຄວນຮັບປະກັນວ່າຈະບໍ່ມີຫຍັງຜິດພາດກັບມັນ. ນັ້ນຄືການເປັນຄົນທີ່ຈົງຮັກພັກດີ ແລະ ມີຄວາມຮັບຜິດຊອບ. ຖ້າພົບວ່າຜູ້ທີ່ຈັດການສິ່ງຂອງບໍ່ເໝາະສົມ, ຈະຕ້ອງເຮັດແນວໃດ? ຕ້ອງໄດ້ປັບປ່ຽນໜ້າທີ່ຂອງພວກເຂົາທັນທີ ແລະ ຊອກຫາຄົນມາແທນ. ຕົວຢ່າງ, ບາງຄົນເປັນຄົນຂີ້ຄ້ານມັກງ່າຍ, ມັກກິນແຕ່ບໍ່ມັກເຮັດວຽກ, ບໍ່ມີຄວາມຮັບຜິດຊອບ. ພວກເຂົາປະຕິບັດຕໍ່ສິ່ງຂອງຂອງຄຣິສຕະຈັກຢ່າງບໍ່ໃສ່ໃຈ, ຄືກັບວ່າເປັນຂອງສ່ວນລວມ, ຄິດວ່າພຽງແຕ່ບໍ່ໃຫ້ເສຍກໍພໍແລ້ວ. ສ່ວນເລື່ອງທີ່ວ່າສິ່ງຂອງເຫຼົ່ານັ້ນຈະຂຶ້ນລາ ຫຼື ຖືກແມງໄມ້ທຳລາຍ, ຫຼື ມີອັນໃດເສຍຫາຍ ຫຼື ບໍ່, ພວກເຂົາກໍບໍ່ສົນໃຈ ແລະ ບໍ່ຖາມໄຖ່ເລີຍ. ເມື່ອໃດກໍຕາມທີ່ພວກເຈົ້າຖາມ, ພວກເຂົາກໍຈະຕອບວ່າໄດ້ໄປກວດເບິ່ງແລ້ວ ແລະ ທຸກຢ່າງປົກກະຕິດີ. ແຕ່ຄວາມຈິງແລ້ວ, ພວກເຂົາບໍ່ໄດ້ໄປກວດເບິ່ງເປັນເວລາດົນແລ້ວ. ແລ້ວມື້ໜຶ່ງ, ກໍມີຄົນໄປພົບວ່າເຂົ້າສານໄດ້ຂຶ້ນລາແລ້ວ, ສາຍໄຟຂອງອຸປະກອນບາງຢ່າງກໍຖືກໜູແຫ້ນຂາດ ແລະ ແມ່ນແຕ່ໜັງສືພຣະທຳຂອງພຣະເຈົ້າກໍປຽກຊຸ່ມຫຼາຍຈົນຕົວໜັງສືຈາງ ແລະ ອ່ານບໍ່ອອກ. ການມາພົບເຫັນບັນຫາເຫຼົ່ານີ້ໃນຕອນນັ້ນ, ມັນບໍ່ສວາຍເກີນໄປບໍ? (ແມ່ນແລ້ວ, ຄວາມເສຍຫາຍໄດ້ເກີດຂຶ້ນແລ້ວ.) ນັ້ນຄືຜົນຂອງການຈັດການທີ່ບໍ່ເໝາະສົມ. ແລ້ວຜູ້ທີ່ຈັດການນັ້ນບໍ່ແມ່ນຄົນທີ່ບໍ່ເໝາະສົມບໍ? ພວກເຂົາບໍ່ແມ່ນຄົນທີ່ມີຄວາມເປັນມະນຸດທີ່ບໍ່ດີ ແລະ ຂາດສິນທຳບໍ? (ແມ່ນແລ້ວ.) ຄົນທີ່ບໍ່ເຊື່ອຈະເອີ້ນຄົນປະເພດນີ້ວ່າຄົນຂາດສິນທຳ; ແລ້ວພວກເຮົາຈະວ່າແນວໃດ? ກໍຄືຄົນຜູ້ນີ້ມີຄວາມເປັນມະນຸດທີ່ບໍ່ດີ, ບໍ່ມີຄວາມຈົງຮັກພັກດີ. ແມ່ນແຕ່ຄວາມຮັບຜິດຊອບພຽງເລັກນ້ອຍນັ້ນພວກເຂົາກໍຍັງເຮັດບໍ່ສຳເລັດ; ພວກເຂົາບໍ່ສາມາດເຮັດແມ່ນແຕ່ສິ່ງທີ່ຄົນທີ່ພຽງແຕ່ໃສ່ໃຈໜ້ອຍໜຶ່ງ, ມີຄວາມສຳນຶກ ແລະ ຄວາມເປັນມະນຸດໜ້ອຍໜຶ່ງກໍສາມາດເຮັດໄດ້. ພວກເຂົາຍັງເປັນຜູ້ທີ່ເຊື່ອໃນພຣະເຈົ້າຢູ່ບໍ? ແມ່ນແຕ່ຄົນທີ່ບໍ່ເຊື່ອກໍຍັງມີທັດສະນະທີ່ວ່າ “ຈົ່ງເຮັດໃຫ້ດີທີ່ສຸດເພື່ອຈັດການສິ່ງທີ່ຄົນອື່ນໄວ້ວາງໃຈມອບໝາຍໃຫ້ເຈົ້າຢ່າງຊື່ສັດ”, ຄົນຜູ້ນີ້ແມ່ນແຕ່ມາດຕະຖານທາງສິນທຳຂັ້ນພື້ນຖານຂອງຄົນທີ່ບໍ່ເຊື່ອກໍຍັງບໍ່ຜ່ານ, ສະນັ້ນເຫັນໄດ້ຊັດເຈນວ່າພວກເຂົາບໍ່ເໝາະສົມທີ່ຈະເປັນຜູ້ຮັບຜິດຊອບຈັດການສິ່ງຂອງ. ຄົນທີ່ບໍ່ເໝາະສົມຕ້ອງຖືກຈັດການໂດຍທັນທີ ແລະ ຕ້ອງຊອກຫາຄົນທີ່ເໝາະສົມມາແທນ. ຖ້າພວກເຈົ້າບໍ່ໄວ້ວາງໃຈບຸກຄະລາກອນທີ່ຈັດການສິ່ງຂອງ ແລະ ພວກເຈົ້າບໍ່ມີເວລາໄປກວດກາດ້ວຍຕົນເອງ ຫຼື ບໍ່ສາມາດຕິດຕາມ ແລະ ກວດກາໄດ້ຍ້ອນເຫດຜົນທາງສະຖານະການ, ໃນກໍລະນີນັ້ນຈະຕ້ອງເຮັດແນວໃດ? ພວກເຈົ້າອາດຈະໃຫ້ຜູ້ທີ່ຈັດການສິ່ງຂອງຂຽນໜັງສືຄໍ້າປະກັນ, ໂດຍລະບຸວ່າຖ້າຫາກສິ່ງຂອງທີ່ພວກເຂົາຈັດການມີຄວາມເສຍຫາຍ, ພວກເຂົາຈະຕ້ອງຊົດໃຊ້ ຫຼື ຍິນດີຮັບການລົງໂທດໃດໆກໍຕາມຈາກເຮືອນຂອງພຣະເຈົ້າ. ບັນຫານີ້ຕ້ອງຖືກແກ້ໄຂຕາມລະບົບບໍລິຫານ. ຖ້າຜູ້ນໍາ ຫຼື ຜູ້ເຮັດວຽກສາມາດເຮັດວຽກຂອງຕົນໄດ້ເຖິງລະດັບນີ້, ພວກເຂົາກໍຈະຖືວ່າໄດ້ບັນລຸໜ້າທີ່ຂອງຕົນ.
ວັດຖຸສິ່ງຂອງໃດໜຶ່ງຂອງເຮືອນຂອງພຣະເຈົ້າ, ບໍ່ວ່າມັນຈະໃຫຍ່ ຫຼື ນ້ອຍ, ແພງ ຫຼື ຖືກ, ບໍ່ວ່າມັນຈະເປັນປະໂຫຍດກັບເຈົ້າ ຫຼື ບໍ່ກໍຕາມ, ຖ້າເຈົ້າຖືກມອບໝາຍໃຫ້ຈັດການມັນ, ມັນກໍເປັນຄວາມຮັບຜິດຊອບຂອງເຈົ້າ. ວຽກງານນີ້ກໍຢູ່ໃນຂອບເຂດໜ້າທີ່ຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ສະນັ້ນ ເຈົ້າຄວນຊອກຫາຄົນທີ່ເໝາະສົມ ແລະ ສະຖານທີ່ທີ່ເໝາະສົມເພື່ອເກັບຮັກສາມັນໄວ້ຢ່າງເໝາະສົມ. ຢ່າປ່ອຍໃຫ້ສິ່ງຂອງຂອງເຮືອນຂອງພຣະເຈົ້າເສຍຫາຍ. ຕົວຢ່າງ, ໃນການເກັບຮັກສາໜັງສືພຣະທຳຂອງພຣະເຈົ້າ, ຫຼັງຈາກທີ່ຜູ້ນໍາ ຫຼື ຜູ້ເຮັດວຽກໄດ້ຈັດຫາບຸກຄະລາກອນທີ່ເໝາະສົມແລ້ວ, ພວກເຂົາກໍຍັງຄວນຖາມໄຖ່ກ່ຽວກັບມັນເປັນໄລຍະໆ: “ບໍ່ດົນມານີ້ໄດ້ມີການແຈກຢາຍໜັງສືອອກໄປຫຼາຍຫົວແລ້ວ, ແຕ່ກໍຢ່າປະໝາດ, ເຖິງແມ່ນວ່າຈະເຫຼືອໜ້ອຍກໍຕາມ. ໃນການເກັບຮັກສາໜັງສື, ສິ່ງທີ່ສຳຄັນທີ່ສຸດແມ່ນບໍ່ໃຫ້ມັນປຽກຊຸ່ມ ຫຼື ຖືກຄວາມເສຍຫາຍຈາກແສງແດດ ແລະ ບໍ່ໃຫ້ພວກມັນຖືກກົດທັບຈົນບິດບ້ຽວ”. ພວກເຂົາຕ້ອງຖາມໄຖ່ ແລະ ສອບຖາມເປັນໄລຍະໆ. ຖ້າມີໜັງສືໃໝ່ມາ, ພວກເຂົາຕ້ອງຖາມວ່າໄດ້ຮັບການເກັບຮັກສາໄວ້ດີສໍ່າໃດ; ສະຖານທີ່ເດີມສາມາດເກັບໄວ້ໄດ້ໝົດບໍ່ ແລະ ຖ້າບໍ່, ໄດ້ຊອກຫາສະຖານທີ່ອື່ນໄວ້ແລ້ວບໍ່ ແລະ ສະຖານທີ່ນັ້ນເປັນແນວໃດ, ປອດໄພ ແລະ ແຫ້ງດີບໍ່; ໜັງສືຖືກເກັບມ້ຽນໄວ້ດີບໍ່; ແລະ ຖ້າເປັນຫ່ວງເລື່ອງໜູ, ຈຳເປັນຕ້ອງລ້ຽງແມວໄວ້ບໍ່. ສິ່ງທັງໝົດນີ້ແມ່ນສິ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຮັດ ແລະ ເປັນຄວາມຮັບຜິດຊອບທີ່ຕ້ອງບັນລຸ. ວຽກງານນີ້ອາດຈະເບິ່ງຄືວ່າບໍ່ສຳຄັນປານໃດ, ແຕ່ມັນກໍເປັນໜຶ່ງໃນໜ້າວຽກທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດເປັນປະຈຳ. ຢ່າດູຖູກມັນ, ຕ້ອງຖືເປັນເລື່ອງສຳຄັນ. ສິ່ງເຫຼົ່ານັ້ນອາດຈະເປັນຂອງສ່ວນລວມ ແລະ ບໍ່ແມ່ນຂອງບຸກຄົນໃດໜຶ່ງ, ແຕ່ພວກມັນຕ້ອງໄດ້ຮັບການເກັບຮັກສາໄວ້ເປັນຢ່າງດີ; ບໍ່ວ່າພວກມັນມັນຈະເປັນປະໂຫຍດສຳລັບເຈົ້າໃນອະນາຄົດ ຫຼື ບໍ່ ແລະ ບໍ່ວ່າມັນຈະເປັນຂອງສຳລັບເຈົ້າໃຊ້ ຫຼື ບໍ່, ການເກັບຮັກສາມັນໄວ້ເປັນຢ່າງດີແມ່ນຄວາມຮັບຜິດຊອບຂອງເຈົ້າ, ເປັນສິ່ງທີ່ຢູ່ໃນໜ້າທີ່ຂອງເຈົ້າ ແລະ ພວກເຈົ້າບໍ່ຄວນຊອກຫາເຫດຜົນ ຫຼື ຂໍ້ອ້າງໃດໆເພື່ອປັດຄວາມຮັບຜິດຊອບ ແລະ ບໍ່ໃສ່ໃຈ. ຕາບໃດທີ່ມັນເປັນຄວາມຮັບຜິດຊອບຂອງເຈົ້າ, ມັນກໍເປັນສິ່ງທີ່ເຈົ້າຄວນຈັດການ, ເປັນວຽກທີ່ເຈົ້າຄວນເຮັດ. ກັບທຸກເລື່ອງ, ເຈົ້າຄວນສອບຖາມ ແລະ ພະຍາຍາມທຳຄວາມເຂົ້າໃຈ ຫຼື ເຂົ້າຮ່ວມດ້ວຍຕົນເອງ. ແນ່ນອນວ່າ, ຖ້າພວກເຈົ້າມີເວລາໄປເບິ່ງສະຖານທີ່ຈິງດ້ວຍຕົນເອງກໍຈະດີກວ່າ. ແຕ່ຖ້າສະຖານະການ ແລະ ເງື່ອນໄຂບໍ່ເອື້ອອຳນວຍ ຫຼື ຖ້າພວກເຈົ້າຫຍຸ້ງກັບວຽກຫຼາຍເກີນໄປ, ພວກເຈົ້າກໍຍັງຄວນສອບຖາມ ແລະ ຖາມໄຖ່ກ່ຽວກັບມັນຢ່າງທັນການ, ເພື່ອພະຍາຍາມປ້ອງກັນບໍ່ໃຫ້ສິ່ງຂອງຂອງເຮືອນຂອງພຣະເຈົ້າຖືກທຳລາຍ ຫຼື ສິ້ນເປືອງໃນທາງໃດທາງໜຶ່ງ. ການເຮັດເຊັ່ນນີ້ໝາຍຄວາມວ່າ ພວກເຈົ້າໄດ້ບັນລຸຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກແລ້ວ.
ການຈັດສັນຢ່າງສົມເຫດສົມຜົນ
ສຳລັບວັດຖຸສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າ, ນອກເໜືອຈາກການເກັບຮັກສາພວກມັນແລ້ວ ຍັງມີວຽກງານທີ່ສຳຄັນອີກຢ່າງໜຶ່ງ ນັ້ນກໍຄືການຈັດສັນພວກມັນຢ່າງສົມເຫດສົມຜົນ. ວັດຖຸສິ່ງຂອງທັງໝົດເຫຼົ່ານີ້ແມ່ນສຳລັບໃຫ້ຜູ້ຄົນນຳໃຊ້, ພວກມັນລ້ວນແລ້ວແຕ່ເປັນສິ່ງຂອງທີ່ມີປະໂຫຍດ. ສະນັ້ນ, ເປົ້າໝາຍຫຼັກໃນການເກັບຮັກສາພວກມັນກໍຄືເພື່ອໃຫ້ພວກມັນສາມາດຖືກນຳໃຊ້ຢ່າງສົມເຫດສົມຜົນ. ກ່ອນທີ່ຈະນຳເອົາສິ່ງຂອງເຫຼົ່ານີ້ໄປໃຊ້ຢ່າງສົມເຫດສົມຜົນ, ມັນເປັນໜ້າທີ່ຂອງຜູ້ນໍາ ແລະ ຜູ້ເຮັດວຽກທີ່ຈະຈັດສັນພວກມັນຢ່າງສົມເຫດສົມຜົນ. ການຈັດສັນຢ່າງສົມເຫດສົມຜົນແມ່ນຫຍັງ? ສ່ວນວ່າສິ່ງຂອງເຫຼົ່ານີ້ຄວນມອບໃຫ້ໃຜນຳໃຊ້, ເຮືອນຂອງພຣະເຈົ້າກໍມີຫຼັກການ ແລະ ມີຂໍ້ກຳນົດ. ເປົ້າໝາຍຫຼັກຂອງສິ່ງຂອງເຫຼົ່ານີ້, ບໍ່ວ່າຈະເປັນເຄື່ອງຖວາຍຈາກອ້າຍເອື້ອຍນ້ອງ ຫຼື ຂອງທີ່ເຮືອນຂອງພຣະເຈົ້າຈັດຊື້ມາ, ບໍ່ແມ່ນການເກັບສະສົມໄວ້ເພື່ອການບັນເທົາທຸກ ຫຼື ເປັນຂອງທານສຳລັບວຽກງານສະຫວັດດີການ, ແທນທີ່ຈະເປັນແນວນັ້ນ ພວກມັນແມ່ນເພື່ອໃຫ້ອ້າຍເອື້ອຍນ້ອງທຸກຄົນທີ່ປະຕິບັດໜ້າທີ່ຂອງຕົນເຕັມເວລານຳໃຊ້. ສະນັ້ນ, ການກຳນົດວິທີ ແລະ ຫຼັກການໃນການຈັດສັນສິ່ງຂອງເຫຼົ່ານັ້ນ, ກໍແມ່ນຄວາມຮັບຜິດຊອບອີກຢ່າງໜຶ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນປະຕິບັດໃນການຈັດການວັດຖຸສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າ. ພວກເຮົາໄດ້ກ່າວເຖິງການຈັດສັນຢ່າງສົມເຫດສົມຜົນຢູ່ບ່ອນນີ້; ໃນກໍລະນີນີ້, ຄວາມ “ສົມເຫດສົມຜົນ” ແມ່ນຫຼັກການທີ່ເຮືອນຂອງພຣະເຈົ້າກຳນົດ.
1. ການຈັດສັນໜັງສືພຣະທຳຂອງພຣະເຈົ້າຢ່າງສົມເຫດສົມຜົນ
ພວກເຮົາຈະເລີ່ມຕົ້ນດ້ວຍໜັງສືພຣະທຳຂອງພຣະເຈົ້າ. ທຸກໆຄັ້ງທີ່ມີການອອກໜັງສືໃໝ່, ເຮືອນຂອງພຣະເຈົ້າມີຂໍ້ກຳນົດ ແລະ ຫຼັກການຕ່າງໆກ່ຽວກັບວ່າຄວນຈະມອບໜັງສືເຫຼົ່ານັ້ນໃຫ້ແກ່ຜູ້ໃດ. ໃນຄຣິສຕະຈັກ, ມີຄົນທີ່ອ່ານພຣະທຳຂອງພຣະເຈົ້າ ແລະ ມີຄົນທີ່ບໍ່ອ່ານ, ມີຄົນທີ່ຮັກຄວາມຈິງ ແລະ ມີຄົນທີ່ບໍ່ຮັກ ແລະ ມີຄົນທີ່ປະຕິບັດໜ້າທີ່ ແລະ ມີຄົນທີ່ບໍ່ປະຕິບັດ, ຄວນມີການຈຳແນກລະຫວ່າງຄົນປະເພດເຫຼົ່ານີ້. ຍັງມີໜັງສືພິເສດບາງຫົວໃນປະເພດຕຳລາຮຽນ ເຊັ່ນ, ໜັງສືໄວຍະກອນ, ວັດຈະນານຸກົມ ແລະ ໜັງສືເຄື່ອງມືອື່ນໆ. ໜັງສືທັງໝົດເຫຼົ່ານີ້ຄວນຖືກແຈກຢາຍຢ່າງເຂັ້ມງວດຕາມຫຼັກການ. ຕ້ອງມອບໃຫ້ແກ່ຜູ້ທີ່ຕ້ອງການ ແລະ ບໍ່ແມ່ນຜູ້ທີ່ບໍ່ຕ້ອງການໜັງສືເຫຼົ່ານັ້ນ. ແລ້ວຍັງມີໜັງສືເຄື່ອງມືບາງຫົວທີ່ພິມອອກໃນປະລິມານທີ່ຂ້ອນຂ້າງໜ້ອຍ,ຖ້າຫາກໜັງສືເຫຼົ່ານີ້ຖືກມອບໃຫ້ບຸກຄົນໃດໜຶ່ງ, ແມ່ນຫຍັງຄືຂໍ້ກຳນົດສຳລັບບຸກຄົນຜູ້ນັ້ນ? ເຈົ້າສາມາດອ່ານໄດ້, ແຕ່ຢ່າເຮັດໃຫ້ມັນເສຍຫາຍ, ຢ່າວາງປະໄວ້ຊະຊາຍ ຫຼື ຈີກເຈ້ຍອອກຈາກໜັງສືຕາມອຳເພີໃຈ. ຄວນສົ່ງຄືນໄວ້ບ່ອນເກົ່າເມື່ອເຈົ້າອ່ານແລ້ວ. ສຳລັບໜັງສືກ່ຽວກັບຄວາມເຊື່ອໃນພຣະເຈົ້າ, ຜູ້ນໍາ ແລະ ຜູ້ເຮັດວຽກຄວນແຈກຢາຍພວກມັນຢ່າງເຂັ້ມງວດຕາມການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ ແລະ ພວກເຂົາຄວນເຮັດໃຫ້ຜູ້ທີ່ຖືກເລືອກຂອງພຣະເຈົ້າເຂົ້າໃຈຫຼັກການເຊັ່ນກັນ ແລະ ປະຕິບັດຕາມຫຼັກການເຫຼົ່ານັ້ນ.
2. ການຈັດສັນອຸປະກອນປະເພດຕ່າງໆຢ່າງສົມເຫດສົມຜົນ
ຕໍ່ໄປນີ້ແມ່ນວິທີການຈັດສັນອຸປະກອນປະເພດຕ່າງໆ. ນີ້ແມ່ນວຽກງານທີ່ຂ້ອນຂ້າງສຳຄັນ. ການຈັດສັນອຸປະກອນປະເພດຕ່າງໆແມ່ນມີຄວາມເຂັ້ມງວດກວ່າໜ້ອຍໜຶ່ງ. ອຸປະກອນດັ່ງກ່າວລວມມີເຄື່ອງໃຊ້ໄຟຟ້າ, ພ້ອມທັງເຄື່ອງມືທີ່ຈຳເປັນສຳລັບອາຊີບຕ່າງໆ. ເມື່ອຜູ້ນໍາ ແລະ ຜູ້ເຮັດວຽກແຈກຢາຍສິ່ງຂອງເຫຼົ່ານີ້, ກໍຄວນມີຫຼັກການຕໍ່ສິ່ງນັ້ນໆເຊັ່ນກັນ. ຜູ້ທີ່ໄດ້ຮັບການມອບໝາຍຕ້ອງເປັນຜູ້ທີ່ສາມາດໃຊ້ອຸປະກອນດັ່ງກ່າວໄດ້ຢ່າງຊຳນານ ແລະ ນຳໃຊ້ຢ່າງຖືກຕ້ອງ ແລະ ສົມເຫດສົມຜົນ. ຖ້າຫາກຜູ້ໃດໜຶ່ງເປັນມືໃໝ່ ຫຼື ພຽງແຕ່ບໍ່ຮູ້ວິທີນຳໃຊ້ສິ່ງຂອງນັ້ນ, ກໍຕ້ອງບໍ່ມອບໃຫ້ພວກເຂົາ. ໂດຍສະເພາະຢ່າງຍິ່ງສຳລັບເຄື່ອງໃຊ້ໄຟຟ້າມີປະສິດທິພາບສູງທີ່ມີຄຸນນະພາບດີ ເຊັ່ນ ກ້ອງຖ່າຍຮູບມີປະສິດທິພາບສູງ ແລະ ຄອມພິວເຕີລາຄາແພງ, ພ້ອມທັງອຸປະກອນບັນທຶກສຽງ, ອຸປະກອນຖ່າຍຮູບ ຫຼື ອຸປະກອນທີ່ຈຳເປັນສຳລັບການຕັດຕໍ່ວິດີໂອ, ຍິ່ງບໍ່ຄວນມອບອຸປະກອນເຊັ່ນນີ້ໃຫ້ແກ່ຄົນປະເພດນັ້ນ ເພື່ອປ້ອງກັນບໍ່ໃຫ້ເກີດຄວາມເສຍຫາຍ. ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງຮັບປະກັນວ່າຜູ້ທີ່ນຳໃຊ້ອຸປະກອນດັ່ງກ່າວ, ໜຶ່ງ, ສາມາດທະນຸຖະໜອມເຄື່ອງຈັກໄດ້ ແລະ ສອງ, ສາມາດນຳໃຊ້ ແລະ ບຳລຸງຮັກສາມັນໄດ້ຢ່າງຖືກຕ້ອງ. ຕົວຢ່າງ, ເຄື່ອງຈັກບາງຢ່າງ, ຕາມຂໍ້ກຳນົດແລ້ວ, ຕ້ອງໄດ້ພັກສິບນາທີຫຼັງຈາກໃຊ້ງານສອງຊົ່ວໂມງ ເພື່ອໃຫ້ມັນເຢັນລົງ. ຖ້າມັນບໍ່ເຢັນລົງ, ມັນຈະສ້າງຄວາມເສຍຫາຍໃຫ້ແກ່ເຄື່ອງຈັກ ແລະ ເຮັດໃຫ້ອາຍຸການໃຊ້ງານຂອງມັນສັ້ນລົງ. ຄົນທີ່ທະນຸຖະໜອມເຄື່ອງຈັກຈະນຳໃຊ້ມັນຢ່າງເຂັ້ມງວດຕາມຂໍ້ຄວນລະວັງໃນການບຳລຸງຮັກສາ; ພວກເຂົາຈະປະຕິບັດຕາມດ້ວຍຕົນເອງ, ໂດຍບໍ່ຕ້ອງໃຫ້ເຈົ້າບອກ ແລະ ພວກເຂົາຈະເຂັ້ມງວດ ແລະ ຖືກຕ້ອງຍິ່ງຂຶ້ນຖ້າເຈົ້າໄດ້ຊຸກຍູ້ພວກເຂົາ. ຄົນປະເພດນີ້ເໝາະສົມທີ່ຈະນຳໃຊ້ເຄື່ອງຈັກ; ພວກເຂົາເໝາະສົມທີ່ຈະນຳໃຊ້ຂອງມີປະສິດທິພາບສູງ ເພາະພວກເຂົາຮູ້ຈັກທະນຸຖະໜອມເຄື່ອງຈັກ ແລະ ພວກເຂົາເອົາໃຈໃສ່ຕໍ່ຂໍ້ຄວນລະວັງໃນການບຳລຸງຮັກສາ ແລະ ການສ້ອມແປງຢ່າງຈິງຈັງ. ຄົນປະເພດນີ້, ຜູ້ທີ່ສາມາດທະນຸຖະໜອມເຄື່ອງຈັກ ແລະ ນຳໃຊ້ມັນໄດ້ຢ່າງປົກກະຕິ ແມ່ນຜູ້ທີ່ເໝາະສົມທີ່ສຸດສຳລັບການຈັດສັນ ແລະ ແຈກຢາຍເຄື່ອງຈັກມີປະສິດທິພາບສູງ. ຜູ້ນໍາ ແລະ ຜູ້ເຮັດວຽກຄວນດຳເນີນການກວດສອບຢ່າງເໝາະສົມໃນເລື່ອງນີ້. ຖ້າມີຄອມພິວເຕີປະສິທິພາບສູງໜ່ວຍໜຶ່ງ ແລະ ມັນຖືກມອບໃຫ້ຜູ້ໃດກໍຕາມທີ່ສະໝັກໂດຍລະບຸຄວາມຕ້ອງການຂອງຕົນ, ຫຼັກການນັ້ນຖືກຕ້ອງບໍ? (ບໍ່ຖືກຕ້ອງ.) ແມ່ນຫຍັງທີ່ບໍ່ຖືກຕ້ອງກ່ຽວກັບເລື່ອງນີ້? ສຳລັບຜູ້ນໍາ ແລະ ຜູ້ເຮັດວຽກ, ສ່ວນໜຶ່ງຂອງການແຈກຢາຍ ແລະ ຈັດສັນສິ່ງຂອງດັ່ງກ່າວຄວນອີງໃສ່ຄວາມສາມາດທາງວິຊາຊີບຂອງບຸກຄົນທີ່ໄດ້ຮັບມອບໝາຍວຽກງານນັ້ນ; ອີກສ່ວນໜຶ່ງແມ່ນພວກເຂົາຕ້ອງອີງໃສ່ລະດັບການທະນຸຖະໜອມເຄື່ອງຈັກຂອງບຸກຄົນນັ້ນ, ອີງໃສ່ວ່າພວກເຂົາມີຄວາມເປັນມະນຸດ ຫຼື ບໍ່, ວ່າພວກເຂົາທະນຸຖະໜອມເຄື່ອງຈັກເມື່ອນຳໃຊ້ ຫຼື ບໍ່. ຖ້າບຸກຄົນນັ້ນບໍ່ຮູ້ຈັກເບິ່ງແຍງເຄື່ອງຈັກ ແລະ ບໍ່ຊຳນານໃນທັກສະທາງວິຊາຊີບ ແລະ ພຽງແຕ່ຢາກຫຼິ້ນເຄື່ອງຈັກດ້ວຍຄວາມຢາກຮູ້ຢາກເຫັນ, ກໍຄວນຈຳກັດ ແລະ ຫ້າມບໍ່ໃຫ້ພວກເຂົານຳໃຊ້. ພວກເຂົາບໍ່ເໝາະສົມທີ່ຈະນຳໃຊ້ ແລະ ເບິ່ງແຍງເຄື່ອງຈັກມີປະສິດທິພາບສູງ. ມັນກໍພຽງພໍແລ້ວທີ່ຈະໃຫ້ຜູ້ທີ່ປະຕິບັດໜ້າທີ່ທົ່ວໄປນຳໃຊ້ເຄື່ອງຈັກທຳມະດາ. ຜູ້ທີ່ຮູ້ຈັກວິຊາຊີບ ແມ່ນຄົນມີຄວາມເປັນມະນຸດທີ່ດີ ແລະ ຮູ້ວິທີນຳໃຊ້, ບຳລຸງຮັກສາ ແລະ ທະນຸຖະໜອມເຄື່ອງຈັກ ອາດຈະນຳໃຊ້ຂອງມີປະສິດທິພາບສູງໄດ້ ເພາະພວກເຂົາຊຳນານໃນວິຊາຊີບ ແລະ ສາມາດນຳໃຊ້ເຄື່ອງຈັກມີປະສິດທິພາບສູງໄດ້. ຖ້າເຈົ້າມອບຂອງມີປະສິດທິພາບສູງໃຫ້ຄົນເບົາປັນຍາ ຫຼື ຄົນປະໝາດນຳໃຊ້, ພວກເຂົາຈະທຳລາຍເຄື່ອງຈັກໃນເວລາພຽງບໍ່ເທົ່າໃດມື້. ຄົນອື່ນກໍຈະບໍ່ສາມາດນຳໃຊ້ມັນໄດ້ ແລະ ມັນກໍຈະສ້ອມແປງໄດ້ບໍ່ງ່າຍ. ສິ່ງນີ້ບໍ່ພຽງແຕ່ກີດຂວາງວຽກງານຂອງຄຣິສຕະຈັກ, ແຕ່ຍັງເຮັດໃຫ້ວັດຖຸສິ່ງຂອງຂອງເຮືອນຂອງພຣະເຈົ້າສິ້ນເປືອງອີກດ້ວຍ. ມີຄວາມໝາຍຫຍັງແຝງຢູ່ໃນນີ້? ນັ້ນກໍຄືຄົນປະເພດນັ້ນບໍ່ເໝາະສົມທີ່ຈະນຳໃຊ້ເຄື່ອງຈັກທີ່ດີ. ເຄື່ອງຈັກທີ່ດີຕ້ອງມອບໃຫ້ຄົນທີ່ມີຄວາມເປັນມະນຸດ, ຜູ້ທີ່ຊຳນານໃນວິຊາຊີບຂອງຕົນເປັນຜູ້ນຳໃຊ້. ມັນກໍດີພໍແລ້ວສຳລັບຜູ້ທີ່ບໍ່ແມ່ນຜູ້ຊ່ຽວຊານໃນວິຊາຊີບ ແລະ ມີຄວາມເປັນມະນຸດທີ່ບໍ່ດີ ທີ່ຈະນຳໃຊ້ຂອງທຳມະດາ. ການຈັດສັນສິ່ງຂອງແບບນີ້ສົມເຫດສົມຜົນບໍ? (ແມ່ນແລ້ວ.)
ສຳລັບວັດຖຸສິ່ງຂອງທຸກປະເພດ, ຄົນຕ່າງກັນກໍມີວິທີປະຕິບັດຕໍ່ສິ່ງຂອງເຫຼົ່ານັ້ນບໍ່ຄືກັນ. ບາງຄົນຊື້ຄອມພິວເຕີມີປະສິດທິພາບສູງໜ່ວຍໜຶ່ງ ແລະ ຫຼັງຈາກໃຊ້ງານສອງປີ, ມັນກໍຍັງເບິ່ງຄືໃໝ່ຢູ່, ບໍ່ເຄີຍມີຮອຍນິ້ວມືໃຫ້ເຫັນເທິງໜ້າຈໍ ແລະ ແປ້ນພິມກໍສະອາດຢູ່ສະເໝີ, ໂດຍບໍ່ມີຝຸ່ນຕິດແມ່ນແຕ່ໜ້ອຍດຽວ. ໜ້າຈໍເດັສທັອບກໍຈົບງາມ ແລະ ເປັນລະບຽບເຊັ່ນກັນ ແລະ ສິ່ງທີ່ເກັບໄວ້ໃນຄອມພິວເຕີກໍເປັນລະບຽບ ແລະ ຊັດເຈນດີ. ຖ້າຫາກມີຄົນບອກພວກເຂົາວ່າມັນບໍ່ດີຕໍ່ໜ້າຈໍຖ້າໃຊ້ງານເປັນເວລາດົນ, ພວກເຂົາກໍຈະຖາມທັນທີວ່າຈະປົກປ້ອງໜ້າຈໍໄດ້ດີທີ່ສຸດແນວໃດ, ວິທີໃດດີທີ່ສຸດ, ພວກເຂົາກໍເຮັດຕາມນັ້ນ. ຖ້າຫາກມີຄົນບອກພວກເຂົາວ່າຄອມພິວເຕີຕ້ອງໄດ້ພັກຫຼັງຈາກໃຊ້ງານດົນ, ມັນຈະເຮັດວຽກໄດ້ບໍ່ດີຖ້າມັນຮ້ອນເກີນໄປ, ເຊິ່ງສົ່ງຜົນກະທົບຕໍ່ອາຍຸການໃຊ້ງານຂອງເຄື່ອງ, ແລ້ວເມື່ອພວກເຂົາຮູ້ວ່າພວກເຂົາໃຊ້ຄອມພິວເຕີມາດົນກວ່າສອງຊົ່ວໂມງ, ພວກເຂົາກໍຈະຢຸດທັນທີເພື່ອໃຫ້ມັນເຢັນລົງ. ຖ້າມັນເຢັນລົງຊ້າຍ້ອນອາກາດຮ້ອນເກີນໄປ, ພວກເຂົາກໍຈະເປີດພັດລົມເປົ່າໃສ່ມັນ. ພວກເຂົາປະຕິບັດຕໍ່ເຄື່ອງຈັກດ້ວຍການດູແລເອົາໃຈໃສ່ເປັນພິເສດຄືກັບວ່າມັນເປັນລູກຂອງພວກເຂົາ. ພວກເຂົາເອົາໃຈໃສ່ ແລະ ລະມັດລະວັງເປັນພິເສດເມື່ອເອົາມັນໃສ່ກະເປົາ ແລະ ເມື່ອພວກເຂົາວາງມັນເທິງໂຕະ, ພວກເຂົາກໍຕ້ອງທຳຄວາມສະອາດພື້ນຜິວຂອງໂຕະ ແລະ ວາງເຄື່ອງຈັກຢ່າງເໝາະສົມ. ນີ້ບໍ່ແມ່ນຈຸດແຂງຂອງພວກເຂົາແທ້ບໍ? (ແມ່ນແລ້ວ.) ຄົນປະເພດນີ້ບໍ່ພຽງແຕ່ທະນຸຖະໜອມເຄື່ອງຈັກດ້ວຍຕົນເອງ, ເມື່ອພວກເຂົາເຫັນຄົນອື່ນທຳລາຍ ແລະ ເຮັດໃຫ້ເຄື່ອງຈັກເສຍຫາຍ, ພວກເຂົາກໍຮູ້ສຶກທົນບໍ່ໄດ້. ຄົນປະເພດນີ້ເໝາະສົມທີ່ຈະນຳໃຊ້ເຄື່ອງຈັກທີ່ດີ. ຄົນມີເງິນບາງຄົນກໍຈະຊື້ຄອມພິວເຕີມີປະສິດທິພາບສູງເຊັ່ນກັນ, ເຊິ່ງພວກເຂົາບໍ່ທະນຸຖະໜອມມັນເລີຍຫຼັງຈາກທີ່ໄດ້ມັນກັບເມືອເຮືອນ. ພວກເຂົາບໍ່ທຳຄວາມສະອາດມັນ, ບໍ່ວ່າຈະມີຝຸ່ນຈັບຫຼາຍສໍ່າໃດກໍຕາມ ແລະ ພວກເຂົາກໍເຮັດໃຫ້ມັນຂ້ອນຂ້າງເປິເປື້ອນ. ຄົນອື່ນຈະໃຊ້ເຄື່ອງຈັກເປັນເວລາສອງປີ ແລະ ມັນກໍຍັງເບິ່ງຄືໃໝ່, ສ່ວນຄົນເຫຼົ່ານີ້ໃຊ້ເຄື່ອງຈັກເປັນເວລາສອງເດືອນ ແລະ ມັນກໍເບິ່ງຄືກັບວ່າມັນຖືກໃຊ້ງານມາແລ້ວສິບປີ. ບອກພວກເຂົາວ່າເຄື່ອງຈັກຕ້ອງການການບຳລຸງຮັກສາ ແລະ ພວກເຂົາກໍຈະເວົ້າວ່າ “ສິໄປບຳລຸງຮັກສາມັນເຮັດຫຍັງ? ເຄື່ອງຈັກໃຫ້ບໍລິການແກ່ຜູ້ຄົນ, ເພື່ອຮັບໃຊ້ຜູ້ຄົນ. ຖ້າມັນເພ, ກໍພຽງແຕ່ຊື້ໜ່ວຍໃໝ່.” ຜົນກໍຄື, ເຄື່ອງຈັກເພໃນເວລາບໍ່ຮອດຫົກເດືອນຍ້ອນການນຳໃຊ້ທີ່ບໍ່ຖືກຕ້ອງ. ເຈົ້າຄິດແນວໃດກັບຄົນປະເພດນີ້? ພວກເຂົາເໝາະສົມທີ່ຈະນຳໃຊ້ເຄື່ອງຈັກມີປະສິດທິພາບສູງບໍ? (ບໍ່ເໝາະສົມ.) ບໍ່ວ່າຄອມພິວເຕີທີ່ພວກເຂົາຊື້ຈະດີສໍ່າໃດ, ພວກເຂົາກໍບໍ່ຄິດທີ່ຈະທະນຸຖະໜອມມັນ, ແຕ່ພັດໂຍນມັນໄປມາ ແລະ ວາງໄວ້ຢ່າງບໍ່ໃສ່ໃຈ. ຄອມພິວເຕີຂອງພວກເຂົາບາງໜ່ວຍກໍມີຮອຍຂີດຂ່ວນ, ບາງໜ່ວຍກໍເສຍຫາຍຍ້ອນນໍ້າ, ບາງໜ່ວຍກໍຕົກລົງພື້ນ ແລະ ເພ. ພວກເຂົານຳໃຊ້ມັນຢ່າງຊະຊາຍຫຼາຍ. ມີບາງຢ່າງຂາດຫາຍໄປໃນຄວາມເປັນມະນຸດຂອງຄົນປະເພດນີ້. ພວກເຈົ້າເຕັມໃຈທີ່ຈະຈັດສັນເຄື່ອງຈັກທີ່ດີໃຫ້ຄົນປະເພດນີ້ນຳໃຊ້ບໍ? (ບໍ່ເຕັມໃຈ.) ບາງຄົນໃສ່ແວ່ນຕາ ແລະ ແວ່ນຕາກໍຖືກເຊັດສະອາດຢູ່ສະເໝີ, ໃນຂະນະທີ່ແວ່ນຕາຂອງຄົນອື່ນມີໜ້າແວ່ນເປິເປື້ອນ, ມີທັງຝຸ່ນ ແລະ ຮອຍນິ້ວມື ແລະ ສິ່ງອື່ນໆ. ພວກເຂົາຈະໃສ່ມັນແບບນັ້ນໄດ້ແນວໃດ? ຜູ້ທີ່ຈະເບິ່ງແຍງແວ່ນຕາຂອງພວກເຂົາຈະມີຄວາມລະມັດລະວັງເປັນພິເສດເມື່ອວາງມັນລົງ; ພວກເຂົາຈະບໍ່ຍອມໃຫ້ແວ່ນຕາສຳຜັດກັບໜ້າໂຕະ ຫຼື ວັດຖຸໃດໆຢ່າງເດັດຂາດ, ທັງຈະບໍ່ຍອມໃຫ້ແວ່ນຕາຖືກຂູດຂີດ ຫຼື ມີຮອຍຂູດໃດໆ. ແວ່ນຕາສຳຄັນຫຼາຍສຳລັບຄົນສາຍຕາສັ້ນເປັນພິເສດ, ເຈົ້າຈະໃຊ້ມັນໄດ້ແນວໃດຖ້າເຈົ້າເຮັດໃຫ້ແວ່ນຕາເປັນຮອຍ? ບາງຄົນກໍໃຊ້ແວ່ນຕາຢ່າງຊະຊາຍ ແລະ ແວ່ນຕາກໍມົວໄປໝົດຫຼັງຈາກທີ່ພວກເຂົາໃສ່ມັນໄດ້ໄລຍະໜຶ່ງ. ພວກເຂົາບໍ່ສາມາດເຫັນຫຍັງໄດ້ຊັດເຈນເມື່ອໃສ່ມັນ, ບໍ່ໃສ່ມັນເສຍຍັງຈະດີກວ່າ. ແຕ່ພວກເຂົາກໍຄິດວ່າມັນບໍ່ເປັນຫຍັງທີ່ຈະໃສ່ມັນຕໍ່ໄປຄືເກົ່າ, ຄືກັບວ່າມັນບໍ່ມີຫຍັງແຕກຕ່າງ. ເຮົາງົງກັບເລື່ອງນີ້: ເປົ້າໝາຍຂອງພວກເຂົາໃນການໃສ່ແວ່ນຕາບໍ່ແມ່ນເພື່ອໃຫ້ສາມາດເຫັນສິ່ງຕ່າງໆໄດ້ຊັດເຈນຂຶ້ນບໍ? ພວກເຂົາຈະເຫັນຫຍັງໄດ້ຊັດເຈນ ເມື່ອແວ່ນຕາຂອງພວກເຂົາຂູດຂີດໄປໝົດ? ຄົນເຫຼົ່ານີ້ບໍ່ແມ່ນຄົນປະໝາດເລິນເລີ້ບໍ? ແມ່ນແທ້, ປະໝາດເລີນເລີ້ແທ້ໆ! ມີບາງຢ່າງຂາດຫາຍໄປໃນຄວາມເປັນມະນຸດຂອງຄົນທີ່ປະໝາດເລີນເລີ້ເກີນໄປ, ພວກເຂົາບໍ່ຮູ້ຈັກວິທີເບິ່ງແຍງສິ່ງຂອງ, ແຮງໄກທີ່ພວກເຂົາຈະຄິດທີ່ຈະທະນຸຖະໜອມພວກມັນ.
ສຳລັບອຸປະກອນ ແລະ ເຄື່ອງມືທີ່ສຳຄັນຂອງເຮືອນຂອງພຣະເຈົ້າ, ຜູ້ນໍາ ແລະ ຜູ້ເຮັດວຽກມີຄວາມຮັບຜິດຊອບຫຍັງ? ເມື່ອຈັດສັນອຸປະກອນດັ່ງກ່າວ, ຕ້ອງມອບໃຫ້ແກ່ບຸກຄົນທີ່ເໝາະສົມ. ຜູ້ທີ່ນຳໃຊ້ອຸປະກອນທີ່ສຳຄັນ ແລະ ມີປະສິດທິພາບສູງດັ່ງກ່າວຕ້ອງເປັນຄົນທີ່ຮູ້ຈັກວິທີທະນຸຖະໜອມສິ່ງຂອງຢ່າງແນ່ນອນ. ພວກເຂົາຈະທະນຸຖະໜອມມັນ, ເບິ່ງແຍງມັນ ແລະ ບຳລຸງຮັກສາມັນ; ເມື່ອມັນຢູ່ໃນການຄອບຄອງຂອງພວກເຂົາ, ເຈົ້າສາມາດໝັ້ນໃຈໄດ້ວ່າພວກເຂົາຈະບໍ່ທຳລາຍ ຫຼື ເຮັດໃຫ້ມັນເສຍຫາຍໂດຍເຈດຕະນາ ຫຼື ທີ່ເກີດຈາກການກະທຳຂອງຕົນເອງ, ເວັ້ນເສຍແຕ່ຈະເປັນການປະໝາດຊົ່ວຄາວ ຫຼື ຂາດອົງປະກອບຄວາມຮູ້ທົ່ວໄປບາງຢ່າງ. ຄົນປະເພດນີ້ອາດຈະນຳໃຊ້ອຸປະກອນເຫຼົ່ານີ້ໄດ້, ອຸປະກອນມີປະສິດທິພາບສູງທີ່ມີຄຸນນະພາບດີອາດຈະຖືກຈັດສັນໃຫ້ພວກເຂົາ. ສຳລັບຄົນທີ່ນຳໃຊ້ສິ່ງຂອງຢ່າງປະໝາດໂດຍທຳມະຊາດ, ມັນກໍພຽງພໍແລ້ວທີ່ຈະໃຫ້ພວກເຂົານຳໃຊ້ຂອງທຳມະດາ. ນອກຈາກນີ້, ຜູ້ດູແລອຸປະກອນ ແລະ ເຄື່ອງມືດັ່ງກ່າວມີຄວາມຮັບຜິດຊອບໃນການເກັບກຳບັນທຶກການນຳໃຊ້ຂອງພວກເຂົາ: ໃຜເອົາຫຍັງໄປ ແລະ ພວກເຂົາໃຊ້ມັນດົນສໍ່າໃດ ຫຼື ສິ່ງຂອງໃດທີ່ເປັນຂອງໃຊ້ສະເພາະຂອງບຸກຄົນໃດໜຶ່ງ, ຖ້າມັນເສຍຫາຍ, ໃຜຄວນຊົດເຊີຍຕາມມູນຄ່າຂອງມັນ. ທັງສອງຝ່າຍຕ້ອງເຊັນຮັບຮອງສິ່ງເຫຼົ່ານີ້ ເພື່ອໃຫ້ທຸກຢ່າງເປັນທຳ ແລະ ສົມເຫດສົມຜົນສຳລັບທຸກຄົນ. ເຄື່ອງຈັກ ແລະ ອຸປະກອນຕ້ອງໄດ້ຮັບການເບິ່ງແຍງເປັນຢ່າງດີ, ບໍ່ວ່າຈະເປັນການນຳໃຊ້ໄລຍະສັ້ນ ຫຼື ໄລຍະຍາວ, ຜູ້ໃຊ້ຕ້ອງຮຽນຮູ້ທີ່ຈະນຳໃຊ້ມັນຢ່າງຖືກຕ້ອງ ແລະ ຖ້າມັນເຮັດວຽກຜິດປົກກະຕິ, ກໍຄວນສ້ອມແປງໂດຍທັນທີ. ຍິ່ງວຽກງານນີ້ເຮັດໄດ້ລະອຽດສໍ່າໃດກໍຍິ່ງດີ. ຖ້າຫາກເກີດສະຖານະການທີ່ລະບອບຂອງຊາຕານຈັບກຸມຜູ້ຄົນ, ຄວາມຮັບຜິດຊອບທີ່ສຳຄັນທີ່ສຸດຂອງຜູ້ນໍາ ແລະ ຜູ້ເຮັດວຽກໃນຕອນນັ້ນກໍຄືການຈັດສັນອຸປະກອນ ແລະ ເຄື່ອງມືທີ່ສຳຄັນໃຫ້ແກ່ຄົນທີ່ໜ້າເຊື່ອຖື ແລະ ໄວ້ວາງໃຈໄດ້. ຫຼັງຈາກທີ່ພວກເຂົາສົ່ງມັນໄປແລ້ວ, ພວກເຂົາຄວນໃຫ້ຄຳແນະນຳແກ່ບຸກຄົນນັ້ນ, ໂດຍບອກພວກເຂົາວ່າ “ສິ່ງເຫຼົ່ານີ້ແມ່ນຂອງຈາກເຮືອນຂອງພຣະເຈົ້າ, ເພື່ອໃຫ້ເຈົ້ານຳໃຊ້ໃນການປະຕິບັດໜ້າທີ່ຂອງເຈົ້າ. ພວກມັນບໍ່ແມ່ນຂອງຫຼິ້ນ. ເຈົ້າຄວນນຳໃຊ້ມັນຢ່າງສົມເຫດສົມຜົນ ແລະ ເບິ່ງແຍງມັນເປັນຢ່າງດີ. ຢ່າເຮັດໃຫ້ມັນເສຍຫາຍ. ເນື່ອງຈາກອຸປະກອນ ແລະ ເຄື່ອງມືເຫຼົ່ານີ້ຈຳເປັນສຳລັບການປະຕິບັດໜ້າທີ່, ຖ້າຫາກມີຄວາມເສຍຫາຍ, ຄວນມີການຊົດເຊີຍຕາມມູນຄ່າຂອງມັນ. ຖ້າວຽກງານຊັກຊ້າຍ້ອນອຸປະກອນເສຍຫາຍ, ນັ້ນກໍເປັນບັນຫາທີ່ມີລັກສະນະທີ່ຮ້າຍແຮງກວ່າ, ຊຶ່ງໝາຍຄວາມວ່າມີການລົບກວນ ແລະ ການທຳລາຍຕໍ່ວຽກງານ. ສະນັ້ນ, ເຈົ້າຕ້ອງຮູ້ວິທີນຳໃຊ້ອຸປະກອນ ແລະ ເຄື່ອງມືທຸກປະເພດຢ່າງຖືກຕ້ອງໃນການປະຕິບັດໜ້າທີ່, ເຈົ້າຕ້ອງບໍ່ທຳລາຍຊັບສິນຂອງເຮືອນຂອງພຣະເຈົ້າຢ່າງເດັດຂາດ. ຈົ່ງຈື່ຈຳຫຼັກການເຫຼົ່ານີ້ໃຫ້ດີ: ການນຳໃຊ້ຢ່າງສົມເຫດສົມຜົນ ແລະ ການກວດກາ, ສ້ອມແປງ ແລະ ບຳລຸງຮັກສາເປັນປະຈຳ, ຖ້າຫາກມີສິ່ງໃດເຮັດວຽກຜິດປົກກະຕິ, ໃຫ້ລາຍງານໂດຍທັນທີ ແລະ ຂໍສ້ອມແປງ.” ເພື່ອເຮັດວຽກງານນີ້ໃຫ້ດີ, ໃນດ້ານໜຶ່ງ ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງຮູ້ຫຼັກການໃນການຈັດສັນ ແລະ ການນຳໃຊ້, ອີກດ້ານໜຶ່ງແມ່ນພວກເຂົາຄວນເຮັດໃຫ້ຜູ້ໃຊ້ນຳໃຊ້ຮູ້ວິທີບຳລຸງຮັກສາ ແລະ ເບິ່ງແຍງ, ວິທີສ້ອມແປງ ແລະ ອື່ນໆ ເມື່ອເກີດການເຮັດວຽກຜິດປົກກະຕິ. ນີ້ແມ່ນຄວາມຮູ້ພື້ນຖານທີ່ຜູ້ຄົນຄວນເຂົ້າໃຈ ແລະ ມີໄວ້ ເມື່ອເວົ້າເຖິງການເບິ່ງແຍງ ແລະ ການນຳໃຊ້ອຸປະກອນ ແລະ ເຄື່ອງມືທຸກປະເພດ.
ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງຈັດສັນອຸປະກອນຕ່າງໆຂອງເຮືອນຂອງພຣະເຈົ້າຢ່າງສົມເຫດສົມຜົນ. ຕົວຢ່າງ, ຖ້າຫາກບຸກຄະລາກອນຄົນໜຶ່ງຕ້ອງການຄອມພິວເຕີທີ່ມີຄຸນສົມບັດຄົບຖ້ວນ, ເຈົ້າກໍຄວນຈັດສັນໃຫ້ພວກເຂົາໜ່ວຍໜຶ່ງ. ຖ້າພວກເຂົາເວົ້າວ່າໜ່ວຍໜຶ່ງບໍ່ພໍ, ເຈົ້າຕ້ອງຖາມພວກເຂົາວ່າເປັນຫຍັງ ແລະ ເຈົ້າຕ້ອງສອບຖາມເບິ່ງວ່າສິ່ງທີ່ພວກເຂົາເວົ້ານັ້ນເປັນຄວາມຈິງ ຫຼື ບໍ່. ຢ່າພຽງແຕ່ອີງໃສ່ຄຳຮ້ອງຂໍຂອງພວກເຂົາ ແລະ ໃຫ້ຄອມພິວເຕີຫຼາຍເທົ່າທີ່ພວກເຂົາຂໍ, ໃຫ້ສອງໜ່ວຍຖ້າພວກເຂົາເວົ້າວ່າໜ່ວຍໜຶ່ງບໍ່ພໍ, ໃຫ້ສາມໜ່ວຍຖ້າພວກເຂົາເວົ້າວ່າສອງໜ່ວຍບໍ່ພໍ. ແລ້ວເຈົ້າຈະບໍ່ແມ່ນກຳລັງແຈກຢາຍຄອມພິວເຕີຄືກັບວ່າມັນເປັນຂອງຫຼິ້ນບໍ? ນັ້ນຈະບໍ່ແມ່ນການກະທຳທີ່ບໍ່ຮອບຄອບບໍ? ເຈົ້າຄວນສືບສວນສະຖານະການກ່ອນ ແລະ ຕັດສິນໃຈໂດຍອີງໃສ່ຫຼັກການຂອງເຮືອນຂອງພຣະເຈົ້າ. ເຈົ້າຕ້ອງບໍ່ອະນຸມັດຄຳຮ້ອງຂໍທຸກປະເພດຕາມອຳເພີໃຈຢ່າງເດັດຂາດ, ໃນກໍລະນີທີ່ບາງຄົນພຽງແຕ່ຍື່ນຄຳຮ້ອງຂໍຢ່າງບໍ່ຈຳແນກພາຍໃຕ້ຂໍ້ອ້າງຂອງການປະຕິບັດໜ້າທີ່. ຍິ່ງໄປກວ່ານັ້ນ, ບາງຄົນທີ່ເຮັດວຽກສຳຄັນອາດຈະຕ້ອງການຄອມພິວເຕີຊັ້ນດີ, ແຕ່ຄອມພິວເຕີສ່ວນຕົວຂອງພວກເຂົາມີສະເປັກທີ່ຕໍ່າກວ່າ. ຜູ້ນໍາ ແລະ ຜູ້ເຮັດວຽກກໍຕ້ອງກວດສອບເລື່ອງນີ້ໂດຍທັນທີເຊັ່ນກັນ ແລະ ຈັດສັນອຸປະກອນຢ່າງສົມເຫດສົມຜົນ. ການຈັດຫາຄອມພິວເຕີຄວນຖືກຕັດສິນໃຈໂດຍອີງໃສ່ລັກສະນະຂອງວຽກງານຂອງບຸກຄົນ ແລະ ຂໍ້ກຳນົດສຳລັບລະດັບຂອງຄອມພິວເຕີ. ຖ້າຫາກຜູ້ໃດໜຶ່ງເປັນພຽງຜູ້ນໍາ ຫຼື ຜູ້ເຮັດວຽກທຳມະດາ ແລະ ພວກເຂົາບໍ່ໄດ້ເຮັດວຽກດ້ານເທັກໂນໂລຢີຄອມພິວເຕີ ຫຼື ການຜະລິດວິດີໂອ ແລະ ພຽງແຕ່ນຳໃຊ້ຄອມພິວເຕີເພື່ອເຮັດສິ່ງຕ່າງໆ ເຊັ່ນ: ເຂົ້າອິນເຕີເນັດ, ຊອກຫາຂໍ້ມູນ ແລະ ໂທອອກ ແລະ ພວກເຂົາບໍ່ໄດ້ຕ້ອງການສະເປັກຄອມພິວເຕີທີ່ສູງຫຼາຍ, ມັນກໍພຽງພໍແລ້ວທີ່ພວກເຂົາຈະນຳໃຊ້ເຄື່ອງທຳມະດາ. ຜູ້ສູງອາຍຸບາງຄົນຮູ້ພຽງແຕ່ວິທີການໃຊ້ງານງ່າຍໆ ເຊັ່ນ: ການພິມ, ການເຂົ້າອອນລາຍ ແລະ ການໂທອອກ, ແຕ່ເມື່ອພວກເຂົາກາຍເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ພວກເຂົາກໍໄດ້ຮັບຄອມພິວເຕີຊັ້ນດີຫຼາຍ. ສິ່ງນີ້ສົມເຫດສົມຜົນບໍ? ພວກເຂົາບໍ່ໄດ້ກຳລັງສະແຫວງຫາສິດທິພິເສດບໍ? ພວກເຂົາບໍ່ໄດ້ກຳລັງໄດ້ຮັບ ຜົນປະໂຫຍດຈາກສະຖານະບໍ? (ແມ່ນແລ້ວ.) ອຸປະກອນຊັ້ນດີ ແລະ ຄຸນນະພາບສູງປະເພດນີ້ໃຊ້ເພື່ອຫຍັງ? ພວກມັນຕ້ອງຖືກມອບໃຫ້ແກ່ບຸກຄະລາກອນທີ່ກ່ຽວຂ້ອງ ແລະ ບຸກຄະລາກອນມືອາຊີບນຳໃຊ້. ພວກມັນບໍ່ຈຳເປັນຕ້ອງຖືກຈັບຄູ່ກັບສະຖານະຂອງບຸກຄົນ. ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນເຊື່ອຢ່າງຜິດໆວ່າພວກເຂົາຄວນໄດ້ຮັບສິດທິພິເສດໃນການນຳໃຊ້ສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າ. ນັ້ນແມ່ນກົດລະບຽບໃນເຮືອນຂອງພຣະເຈົ້າບໍ? ບໍ່ແມ່ນ. ເມື່ອບາງຄົນກາຍເປັນຜູ້ນໍາ ແລະ ຜູ້ເຮັດວຽກ, ພວກເຂົາກໍໄດ້ຮັບຄອມພິວເຕີ, ໂທລະສັບມືຖື ແລະ ຫູຟັງຊັ້ນດີຢ່າງໄວວາ, ພວກເຂົາໄດ້ຮັບອຸປະກອນຊັ້ນດີທຸກປະເພດ. ຜົນທີ່ຕາມມາຂອງສິ່ງນີ້ແມ່ນຫຍັງ? ສິ່ງນີ້ເຮັດໄປເພື່ອໃຫ້ໄດ້ຜົນດີໃນວຽກງານແທ້ບໍ? ຄົນເຫຼົ່ານັ້ນບໍ່ໄດ້ກຳລັງໂລບມາກໃນຄວາມສຸກທາງເນື້ອໜັງບໍ? ແລ້ວເຈົ້າເອົາຄອມພິວເຕີຊັ້ນດີໄປເຮັດຫຍັງ? ບໍ່ແມ່ນວ່າເຈົ້າພຽງແຕ່ຈັດການປະຊຸມອອນລາຍ ແລະ ເທດສະໜາພຣະຄຳ ແລະ ຫຼັກຄຳສອນບໍ? ເຈົ້າຮູ້ວິທີອັບໂຫຼດວິດີໂອ ຫຼື ສາມາດຜະລິດວິດີໂອໄດ້ບໍ? ເຈົ້າຮູ້ວິທີຮັກສາຄວາມປອດໄພຂອງເຄືອຂ່າຍ ຫຼື ສາມາດສ້າງເວັບໄຊໄດ້ບໍ? ເຈົ້າຮູ້ຈັກວິຊາຊີບເຫຼົ່ານີ້ບໍ? ຖ້າເຈົ້າບໍ່ຮູ້, ເຈົ້າຈະໃຊ້ຄອມພິວເຕີຊັ້ນດີໄປເພື່ອຫຍັງ? ການກະທຳເຊັ່ນນີ້ບໍ່ເປັນຕາໜ້າລັງກຽດບໍ? (ແມ່ນແລ້ວ.) ຖ້າເຈົ້າມີເງິນຂອງຕົນເອງ, ບໍ່ມີໃຜສົນໃຈວ່າເຈົ້າຈະຊື້ຄອມພິວເຕີຈັກໜ່ວຍ ແລະ ບໍ່ມີໃຜຈະແຊກແຊງບໍ່ວ່າພວກມັນຈະເປັນຊັ້ນດີສໍ່າໃດກໍຕາມ. ຕອນນີ້ພວກເຮົາກຳລັງເວົ້າເຖິງວິທີທີ່ວັດຖຸສິ່ງຂອງຂອງເຮືອນຂອງພຣະເຈົ້າຕ້ອງຖືກຈັດສັນຢ່າງສົມເຫດສົມຜົນ. “ສົມເຫດສົມຜົນ” ໝາຍຄວາມວ່າແນວໃດ? ເມື່ອຜູ້ນໍາ ແລະ ຜູ້ເຮັດວຽກນຳໃຊ້ອຸປະກອນຊັ້ນດີນີ້ຂອງເຮືອນຂອງພຣະເຈົ້າ, ນັ້ນນັບວ່າເປັນການນຳໃຊ້ຢ່າງ “ສົມເຫດສົມຜົນ” ບໍ? (ບໍ່ແມ່ນ.) ພວກເຂົາບໍ່ຮູ້ວິຊາຊີບ ແລະ ກໍບໍ່ຮູ້ວ່າຈະເຮັດຫຍັງ. ການມີຄອມພິວເຕີຊັ້ນດີເຮັດໃຫ້ພວກເຂົາກາຍເປັນຄົນຊັ້ນສູງບໍ? ພວກເຂົາກຳລັງອວດອ້າງໂຕໄປເພື່ອຫຍັງ? ເຮືອນຂອງພຣະເຈົ້າບໍ່ມີກົດທີ່ໃຫ້ສິດທິພິເສດໃນການນຳໃຊ້ ແລະ ຈັດສັນວັດຖຸສິ່ງຂອງຂອງຕົນໃຫ້ແກ່ຜູ້ນໍາ ແລະ ຜູ້ເຮັດວຽກ; ພວກເຂົາບໍ່ມີສິດທິພິເສດນັ້ນ ແລະ ນີ້ບໍ່ແມ່ນຫຼັກການທີ່ສົມເຫດສົມຜົນສຳລັບການຈັດສັນສິ່ງຂອງຂອງເຮືອນຂອງພຣະເຈົ້າ, ມັນບໍ່ສົມເຫດສົມຜົນເລີຍ. ຜູ້ໃດຜູ້ໜຶ່ງອາດຈະຊື້ສິ່ງຂອງເຫຼົ່ານີ້ດ້ວຍຕົນເອງຖ້າພວກເຂົາສາມາດຊື້ໄດ້, ຖ້າບໍ່, ແລະ ຕ້ອງການໃຫ້ເຮືອນຂອງພຣະເຈົ້າຈັດສັນໃຫ້, ມັນກໍພຽງພໍແລ້ວທີ່ພວກເຂົາຈະນຳໃຊ້ຂອງທຳມະດາ. ນີ້ແມ່ນຍຸຕິທຳ ແລະ ສົມເຫດສົມຜົນ. ຜູ້ທີ່ຮູ້ວິທີນຳໃຊ້ອຸປະກອນຊັ້ນດີນີ້ຢ່າງແທ້ຈິງແມ່ນບຸກຄະລາກອນມືອາຊີບທີ່ກ່ຽວຂ້ອງກັບວຽກງານນີ້, ສະນັ້ນ ເຮືອນຂອງພຣະເຈົ້າຄວນຈັດສັນອຸປະກອນນີ້ໃຫ້ພວກເຂົາ. ສິ່ງເຫຼົ່ານີ້ແມ່ນຫຼັກການບາງຢ່າງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຂົ້າໃຈ ແລະ ກຳແໜ້ນກ່ຽວກັບການຈັດສັນວັດຖຸສິ່ງຂອງຂອງເຮືອນຂອງພຣະເຈົ້າ. ໂດຍອີງໃສ່ຫຼັກການເຫຼົ່ານີ້, ຈົ່ງກວດສອບອີກຄັ້ງ ເພື່ອເບິ່ງວ່າມີການຈັດສັນສິ່ງຂອງເຫຼົ່ານີ້ຢ່າງບໍ່ສົມເຫດສົມຜົນຢູ່ບ່ອນໃດ ຫຼື ບໍ່. ຖ້າມີ, ໃຫ້ຮີບຮ້ອນແກ້ໄຂມັນ. ຫຼັງຈາກທີ່ບາງຄົນກາຍເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ພວກເຂົາເຫັນວ່າບໍ່ມີໃຜໃນເຮືອນຂອງພຣະເຈົ້າທີ່ປະຈົບປະແຈງພວກເຂົາ, ບໍ່ມີໃຜມອບຂອງຊັ້ນດີໃຫ້ພວກເຂົາ ແລະ ພວກເຂົາຍັງນຸ່ງເຄື່ອງເກົ່າຂອງຕົນເອງ, ຍັງໃຊ້ຄອມພິວເຕີໜ່ວຍນ້ອຍທີ່ທຳມະດາທີ່ສຸດຂອງຕົນເອງ ແລະ ເຮືອນຂອງພຣະເຈົ້າກໍບໍ່ໄດ້ຈັດຫາເຄື່ອງທີ່ດີໃຫ້ພວກເຂົາ. ສະນັ້ນ, ພວກເຂົາຈຶ່ງໄປຫາທີມການເງິນ ແລະ ຂໍຊື້ຄອມພິວເຕີ. ສິ່ງນີ້ສົມເຫດສົມຜົນບໍ? (ບໍ່ສົມເຫດສົມຜົນ) ພວກເຂົາເວົ້າວ່າ “ຖ້າເຈົ້າບໍ່ມອບມັນໃຫ້ຂ້ອຍ, ຂ້ອຍຈະບໍ່ປະຕິບັດໜ້າທີ່ຂອງຂ້ອຍ, ຂ້ອຍຈະຫາໂອກາດເຮັດໃຫ້ເຮືອນຂອງພຣະເຈົ້າຊື້ຄອມພິວເຕີຊັ້ນດີກວ່າ, ລຸ້ນໃໝ່ກວ່າ, ໄວກວ່າໃຫ້ຂ້ອຍ!” ພວກເຂົາກ້າຫານຫຼາຍ, ບໍ່ມີຫຍັງທີ່ພວກເຂົາບໍ່ກ້າເຮັດ. ຫຼັງຈາກທີ່ຄົນເຫຼົ່ານີ້ກາຍເປັນຜູ້ນໍາ, ພວກເຂົາກໍປະຕິບັດຕໍ່ເຮືອນຂອງພຣະເຈົ້າຄືກັບເປັນຂອງຕົນເອງ, ໂດຍຄິດວ່າ “ເງິນຂອງເຮືອນຂອງພຣະເຈົ້າກໍແມ່ນເງິນຂອງຂ້ອຍຄືກັນ, ຂ້ອຍຈະໃຊ້ມັນຕາມທີ່ຂ້ອຍພໍໃຈ!” ນີ້ແມ່ນສິ່ງທີ່ພວກຕໍ່ຕ້ານພຣະຄຣິດສາມາດເຮັດໄດ້.
3. ການຈັດສັນເຄື່ອງໃຊ້ປະຈຳວັນ ແລະ ອາຫານຕ່າງໆຢ່າງສົມເຫດສົມຜົນ
ຕອນນີ້ພວກເຮົາເວົ້າຈົບແລ້ວກ່ຽວກັບການຈັດສັນວັດຖຸສິ່ງຂອງ ແລະ ອຸປະກອນຕ່າງໆຢ່າງສົມເຫດສົມຜົນ. ຕໍ່ໄປ, ພວກເຮົາຈະເວົ້າເຖິງສິ່ງຂອງສຳລັບການດຳລົງຊີວິດປະຈຳວັນ, ຕົວຢ່າງ: ທັນຍາພືດ, ຜັກ ແລະ ອາຫານແຫ້ງ, ພ້ອມທັງເຄື່ອງປຸງທີ່ຈຳເປັນສຳລັບການປຸງແຕ່ງອາຫານ, ອາຫານເສີມຕ່າງໆ ແລະ ອື່ນໆ. ສິ່ງຂອງເຫຼົ່ານີ້ບໍ່ພຽງແຕ່ຕ້ອງຖືກເກັບຮັກສາຢ່າງສົມເຫດສົມຜົນ, ແຕ່ຍັງຕ້ອງຖືກຈັດສັນຢ່າງສົມເຫດສົມຜົນເຊັ່ນກັນ. ແລ້ວ, ຈະຈັດສັນສິ່ງຂອງຕ່າງໆເຫຼົ່ານີ້ຢ່າງສົມເຫດສົມຜົນໄດ້ແນວໃດ? ເຮືອນຂອງພຣະເຈົ້າມີມາດຕະຖານດ້ານອາຫານ ແລະ ຜູ້ທີ່ຈັດການສິ່ງຂອງດັ່ງກ່າວຄວນຈັດສັນພວກມັນຢ່າງສົມເຫດສົມຜົນໂດຍຍຶດໝັ້ນຕາມມາດຕະຖານເຫຼົ່ານັ້ນຢ່າງເຂັ້ມງວດ. ພວກເຂົາບໍ່ຄວນໃຫ້ອາຫານທີ່ດີຫຼາຍກວ່າແກ່ຜູ້ທີ່ໃກ້ຊິດພວກເຂົາ. ຕົວຢ່າງ, ຖ້າຫາກຊື້ເຂົ້າສານຄຸນນະພາບດີທີ່ແຊບ ຫຼື ຖ້າຫາກຊື້ໝາກໄມ້ ຫຼື ຊີ້ນເປັນບາງຄັ້ງຄາວ ແລະ ເຈົ້າກໍມອບໃຫ້ຜູ້ທີ່ເຈົ້າສະໜິດສະໜົມຫຼາຍກວ່າ ຫຼື ມອບຂອງດີທັງໝົດໃຫ້ພວກເຂົາ, ສົ່ງຂອງບໍ່ດີໃຫ້ຄົນອື່ນ, ນັ້ນຖືວ່າເປັນການຈັດສັນຢ່າງສົມເຫດສົມຜົນບໍ? (ບໍ່ສົມເຫດສົມຜົນ) ແລ້ວ, “ຄວາມສົມເຫດສົມຜົນ” ໃນທີ່ນີ້ຈະວັດແທກໄດ້ແນວໃດ? ການຈັດສັນສິ່ງຕ່າງໆແບບໃດຈຶ່ງຈະຖືວ່າສົມເຫດສົມຜົນ? ໃຫ້ຈັດສັນຢ່າງເທົ່າທຽມກັນ ຕາມຫຼັກການ ແລະ ຕາມມາດຕະຖານທີ່ເຮືອນຂອງພຣະເຈົ້າກຳນົດໄວ້ສຳລັບອາຫານ ໂດຍໃຫ້ມອບໃຫ້ຫຼາຍເທົ່າທີ່ຄວນຈະມອບ. ຖ້າເຈົ້າຮູ້ສຶກວ່າເຈົ້າໃກ້ຊິດກັບຜູ້ໃດຜູ້ໜຶ່ງ, ເຈົ້າກໍສາມາດໃຫ້ສ່ວນຂອງເຈົ້າເອງແກ່ພວກເຂົາ. ຢ່າໃຈກວ້າງກັບສິ່ງຂອງຂອງຄົນອື່ນ ແລະ ຢ່າໃຊ້ວັດຖຸສິ່ງຂອງຂອງເຮືອນຂອງພຣະເຈົ້າເພື່ອສະແດງຄວາມໃຈກວ້າງຕໍ່ຄົນອື່ນ, ຖ້າເຈົ້າຢາກໃຈກວ້າງ, ຈົ່ງເຮັດດ້ວຍສິ່ງຂອງຂອງເຈົ້າເອງ. ຄວາມໃຈກວ້າງບໍ່ແມ່ນຫຼັກການໃນເຮືອນຂອງພຣະເຈົ້າ, ຫຼັກການຂອງເຮືອນຂອງພຣະເຈົ້າແມ່ນການຈັດສັນຢ່າງສົມເຫດສົມຜົນ. ການແຈກຢາຍສິ່ງຂອງຈຳເປັນໃນຊີວິດປະຈຳວັນ ແລະ ອາຫານຕ່າງໆຄວນເຮັດຕາມມາດຕະຖານທີ່ກຳນົດໂດຍເຮືອນຂອງພຣະເຈົ້າ, ບໍ່ແມ່ນຕາມອຳເພີໃຈ. ແນ່ນອນ, ຜູ້ນໍາ ແລະ ຜູ້ເຮັດວຽກສາມາດກວດກາ ແລະ ເບິ່ງວ່າຜູ້ທີ່ຮັບຜິດຊອບການແຈກຢາຍສິ່ງຂອງດັ່ງກ່າວມີຈິດໃຈທີ່ຖືກຕ້ອງ ຫຼື ບໍ່, ວ່າການແຈກຢາຍຂອງພວກເຂົາສົມເຫດສົມຜົນ ຫຼື ບໍ່, ວ່າການແຈກຢາຍນັ້ນເຮັດຕາມຫຼັກການຂອງເຮືອນຂອງພຣະເຈົ້າ ຫຼື ບໍ່, ເບິ່ງວ່າຄົນສ່ວນຫຼາຍມີຄວາມເຫັນແນວໃດ, ພວກເຂົາມີຄຳຮ້ອງທຸກ ຫຼື ບໍ່ ແລະ ທຸກຄົນໄດ້ຮັບການເບິ່ງແຍງ ຫຼື ບໍ່. ຈະເຮັດແນວໃດຖ້າຫາກສິ່ງຂອງຂາດເຂີນໃນບາງຄັ້ງ? ມັນເໝາະສົມບໍທີ່ຜູ້ນໍາ ແລະ ຜູ້ເຮັດວຽກຈະເກັບມັນໄວ້ກິນເອງ? ບາງຄົນອາດຈະເວົ້າວ່າ “ຜູ້ນໍາ ແລະ ຜູ້ເຮັດວຽກມີສະຖານະ ແລະ ຊື່ສຽງສູງສຸດ ແລະ ພວກເຂົາກໍມັກຈະເປັນຜູ້ທີ່ເວົ້າກັບພວກເຮົາຫຼາຍທີ່ສຸດ, ເຊິ່ງເຮັດໃຫ້ພວກເຂົາຄໍແຫ້ງ. ຖ້າມີຂອງດີ, ໃຫ້ເກັບໄວ້ໃຫ້ພວກເຂົາກິນ.” ການຈັດສັນສິ່ງຂອງແບບນີ້ເໝາະສົມບໍ? (ບໍ່ເໝາະສົມ, ສິ່ງຂອງຄວນເກັບໄວ້ໃຫ້ຜູ້ທີ່ຕ້ອງການແທ້ໆ). ຖ້າຫາກຜະລິດຕະພັນເພື່ອສຸຂະພາບທີ່ມີລາຄາແພງບາງຢ່າງຂາດເຂີນ, ຄວນຈັດສັນແນວໃດ? ຄວນຈັດສັນໃຫ້ແກ່ຜູ້ທີ່ໄດ້ອຸທິດຕົນເພື່ອພຣະເຈົ້າມາຫຼາຍປີ ແລະ ໄດ້ປະກອບສ່ວນ. ຄົນເຫຼົ່ານີ້ມີສຸຂະພາບບໍ່ດີຍ້ອນອາຍຸຂອງພວກເຂົາ, ແຕ່ພວກເຂົາກໍຍັງປະຕິບັດໜ້າທີ່ຂອງຕົນຢ່າງມີສະຕິ ແລະ ອ້າຍເອື້ອຍນ້ອງກໍໄດ້ຮັບຜົນປະໂຫຍດຢ່າງຫຼວງຫຼາຍຈາກພວກເຂົາ. ຄົນເຫຼົ່ານີ້ຕ້ອງການການບຳລຸງ ແລະ ເບິ່ງແຍງຮ່າງກາຍຂອງພວກເຂົາໜ້ອຍໜຶ່ງ ແລະ ມັນກໍຖືກຕ້ອງແລ້ວທີ່ພວກເຂົາຈະໄດ້ຮັບອະນຸຍາດໃຫ້ກິນ ແລະ ໃຊ້ຜະລິດຕະພັນເພື່ອສຸຂະພາບເຫຼົ່ານັ້ນ. ບໍ່ມີໃຜຄວນຍາດແຍ່ງຂອງທີ່ຂາດເຂີນ. ນີ້ແມ່ນວິທີທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງຈັດສັນສິ່ງຂອງເຫຼົ່ານີ້. ສິ່ງນີ້ສົມເຫດສົມຜົນບໍ? (ແມ່ນແລ້ວ.) ແລ້ວຄົນສ່ວນຫຼາຍຈະຄັດຄ້ານການຈັດສັນດັ່ງກ່າວບໍ? ມີໃຜທີ່ເວົ້າວ່າ “ຂ້ອຍອາດຈະບໍ່ເຖົ້າປານນັ້ນ, ແຕ່ຂ້ອຍກໍມີວຽກຫຼາຍທີ່ຕ້ອງເຮັດ, ຂ້ອຍເຮັດວຽກຫຼາຍກວ່າແປດຊົ່ວໂມງທຸກມື້. ວຽກຂອງຂ້ອຍອາດຈະບໍ່ມີປະສິດທິພາບປານນັ້ນ ແລະ ຂ້ອຍອາດຈະບໍ່ໄດ້ເຮັດມັນມາຫຼາຍປີ, ແຕ່ບາງຄັ້ງສຸຂະພາບຂອງຂ້ອຍກໍບໍ່ດີປານໃດຄືກັນ. ເປັນຫຍັງບໍ່ມີໃຜເບິ່ງແຍງຂ້ອຍ? ເມື່ອມີຂອງດີ, ກໍບໍ່ເຄີຍຮອດຮອບຂອງຂ້ອຍທີ່ຈະໄດ້ຮັບພວກມັນ, ແຕ່ເມື່ອມີວຽກທີ່ຕ້ອງເຮັດ, ກໍແມ່ນຂ້ອຍສະເໝີທີ່ຖືກຕາມຫາບໍ?” ຄົນແບບນີ້ຄວນໄດ້ຮັບສ່ວນແບ່ງບໍ? ເນື່ອງຈາກພວກເຂົາກ້າພໍທີ່ຈະຂໍແບບນີ້, ກໍໃຫ້ເຫຼືອໄວ້ໃຫ້ພວກເຂົາແດ່, ນັ້ນສົມເຫດສົມຜົນບໍ? ພວກເຈົ້າຈະເຫັນດີນຳການເຮັດແບບນັ້ນບໍ? (ບໍ່ເຫັນດີ) ຖ້າເປັນເຮົາ, ເຮົາກໍຈະເຫັນດີ. ເປັນຫຍັງຕ້ອງກັງວົນກັບເລື່ອງແບບນັ້ນຫຼາຍ. ຜູ້ຄົນບໍ່ໄດ້ດຳລົງຊີວິດເພື່ອຄວາມສຸກ, ພວກເຂົາບໍ່ໄດ້ດຳລົງຊີວິດເພື່ອກິນ, ດື່ມ ແລະ ມ່ວນຊື່ນ. ເປັນຫຍັງຕ້ອງຍາດແຍ່ງສິ່ງຂອງແບບນັ້ນ? ຖ້າຫາກມີຄົນຢາກຍາດແຍ່ງມັນແທ້ໆ ແລະ ສະຖານະການຂອງພວກເຂົາກໍຂ້ອນຂ້າງເໝາະສົມ, ກໍໃຫ້ພວກເຂົາຊື່ນຊົມກັບສິ່ງຂອງເຫຼົ່ານັ້ນໜ້ອຍໜຶ່ງ. ພວກເຂົາຈະໄດ້ຮັບຄວາມໂປດປານເປັນພິເສດ, ແຕ່ເຈົ້າກໍບໍ່ໄດ້ເສຍຫາຍຫຍັງ, ບໍ່ຈຳເປັນຕ້ອງກັງວົນຫຼາຍ. ສະນັ້ນ, ສົມມຸດວ່າມີຄົນເວົ້າວ່າ “ເປັນຫຍັງເຈົ້າບໍ່ໃຫ້ຂ້ອຍແດ່? ສຸຂະພາບຂອງຂ້ອຍກໍບໍ່ດີຄືກັນ, ຖ້າຂ້ອຍໄດ້ກິນຂອງດີແທ້ໆ, ດ້ວຍສຸຂະພາບທີ່ດີຂຶ້ນ ຂ້ອຍກໍຈະສາມາດເຮັດວຽກໄດ້ຫຼາຍຂຶ້ນ ແລະ ອອກແຮງຫຼາຍຂຶ້ນເພື່ອເຮືອນຂອງພຣະເຈົ້າ ແລະ ວຽກຂອງຂ້ອຍກໍຈະມີປະສິດທິພາບຫຼາຍຂຶ້ນ.” ເນື່ອງຈາກພວກເຂົາໄດ້ຍື່ນຄຳຮ້ອງຂໍນີ້, ຢ່າເຮັດໃຫ້ພວກເຂົາອັບອາຍໂດຍການປະຕິເສດ, ຈົ່ງແບ່ງປັນໃຫ້ພວກເຂົາແດ່. ຄົນອື່ນບໍ່ຄວນກັງວົນຫຼາຍກັບເລື່ອງນີ້, ຈົ່ງມີໃຈກວ້າງຂຶ້ນໜ້ອຍໜຶ່ງ. ຖ້າບໍ່ມີສິ່ງຂອງເຫຼົ່ານັ້ນ ຊີວິດຂອງເຈົ້າກໍຈະບໍ່ດຳເນີນຕໍ່ໄປຄືເກົ່າບໍ? ສິ່ງທີ່ພຣະເຈົ້າມອບໃຫ້ຜູ້ຄົນນັ້ນບໍ່ໄດ້ຂາດເຂີນ, ມັນອຸດົມສົມບູນ ແລະ ເຫຼືອເຟືອ, ບໍ່ຈຳເປັນຕ້ອງຍາດແຍ່ງກັນ. ຖ້າມີສິ່ງຂອງພິເສດຢ່າງໜຶ່ງ ແລະ ບໍ່ມີໃຜຮູ້ສຶກວ່າພວກເຂົາຕ້ອງການມັນ ຫຼື ຕ້ອງການຊື່ນຊົມກັບມັນ, ແລ້ວຄົນປະເພດໃດກໍຕາມທີ່ຄົນສ່ວນຫຼາຍເຫັນດີວ່າເໝາະສົມທີ່ສຸດກໍຄວນເອົາມັນໄປກິນ.ພວກເຮົາເນັ້ນໜັກເຖິງຄວາມເປັນມະນຸດ ແລະ ການຈັດສັນສິ່ງຂອງຢ່າງສົມເຫດສົມຜົນ. ຜູ້ທີ່ໄດ້ຮັບສິ່ງຂອງເຫຼົ່ານີ້ຄວນຍອມຮັບພວກມັນຈາກພຣະເຈົ້າ ແລະ ຂອບໃຈພຣະອົງສຳລັບພຣະຄຸນຂອງພຣະອົງ. ຄົນອື່ນບໍ່ຄວນຍາດແຍ່ງພວກມັນ. ຖ້າເຈົ້າເຮັດເຊັ່ນນັ້ນ, ເຈົ້າກໍເປັນຄົນບໍ່ມີເຫດຜົນ, ເຈົ້າກຳລັງສ້າງບັນຫາໂດຍເຈດຕະນາ ແລະ ເປັນການຫາເລື່ອງ. ນີ້ແມ່ນວິທີທີ່ຄວນຈັດການກັບສະຖານະການພິເສດດັ່ງກ່າວ. ມີຫຼັກການສຳລັບສະຖານະການພິເສດ ແລະ ສະຖານະການທຳມະດາຄືກັນ, ພວກມັນບໍ່ຄວນຖືກປະຕິບັດຢ່າງບໍ່ຈຳແນກ, ແຮງໄກທີ່ຈະປະຕິບັດບົນພື້ນຖານຂໍ້ກຳນົດດ້ານຄວາມສຳພັນຂອງມະນຸດ. ເມື່ອສິ່ງຂອງເຫຼົ່ານີ້ຖືກຈັດສັນຢ່າງສົມເຫດສົມຜົນ, ຜູ້ນໍາ ແລະ ຜູ້ເຮັດວຽກກໍໄດ້ປະຕິບັດໜ້າທີ່ຂອງຕົນສຳເລັດ.
ໃນການຈັດສັນເຄື່ອງໃຊ້ປະຈຳວັນ ແລະ ອາຫານ, ຜູ້ນໍາ ແລະ ຜູ້ເຮັດວຽກກໍຄວນເຮັດເຊັ່ນນັ້ນໂດຍອີງໃສ່ສະຖານະການຕົວຈິງ, ຈຳນວນຄົນຕົວຈິງ ແລະ ປະລິມານທີ່ຕ້ອງການຕົວຈິງ ເພື່ອຈັດສັນສິ່ງຂອງເຫຼົ່ານັ້ນຢ່າງສົມເຫດສົມຜົນແທ້ໆ, ໂດຍມີຈຸດປະສົງເພື່ອບໍ່ໃຫ້ພວກມັນຖືກສິ້ນເປືອງ ຫຼື ເກີດການສູນເສຍ. ນີ້ແມ່ນຄວາມຮັບຜິດຊອບທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນປະຕິບັດໃຫ້ສຳເລັດ. ບາງຄັ້ງ, ເມື່ອພວກເຂົາບໍ່ມີຄວາມເຂົ້າໃຈສະຖານະການສະເພາະ, ພວກເຂົາອາດຈະຈັດສັນສິ່ງຂອງບາງຢ່າງຕາມຫຼັກການພື້ນຖານ ແລະ ມາຮູ້ພາຍຫຼັງຜ່ານຄຳຕິຊົມຂອງທຸກຄົນ ແລະ ການຕິດຕາມກວດກາຕໍ່ມາວ່າ ການຈັດສັນນັ້ນບໍ່ສົມເຫດສົມຜົນ, ມີລັກສະນະຍຶດຕິດກັບກົດລະບຽບ. ໃນກໍລະນີນັ້ນ, ພວກເຂົາຕ້ອງປັບປຸງໃນຄັ້ງຕໍ່ໄປ ເພື່ອຫຼີກລ່ຽງບໍ່ໃຫ້ບັນຫານັ້ນເກີດຂຶ້ນຊ້ຳ ແລະ ເພື່ອຫຼຸດຜ່ອນການສິ້ນເປືອງ ແລະ ການສູນເສຍ. ນັ້ນຄືການເຮັດໜ້າທີ່ຮັບຜິດຊອບຂອງຕົນໃຫ້ສຳເລັດ. ແນ່ນອນ, ເພື່ອຫຼີກລ່ຽງຄວາມເສຍຫາຍ ແລະ ການສິ້ນເປືອງ, ໃນດ້ານໜຶ່ງ ພວກເຂົາຕ້ອງປຶກສາຫາລືໃຫ້ຫຼາຍຂຶ້ນເມື່ອຈັດສັນສິ່ງຕ່າງໆ; ພວກເຂົາຍັງຕ້ອງຍຶດໝັ້ນຕາມຫຼັກການຢ່າງເຂັ້ມງວດອີກດ້ວຍ. ນີ້ແມ່ນສິ່ງທີ່ຈຳເປັນ. ຢ່າມອບສິ່ງຂອງໃຫ້ຢ່າງບໍ່ຈຳແນກ, ບໍ່ມອບໃຫ້ຜູ້ທີ່ຕ້ອງການແທ້ໆ, ບໍ່ມອບໃຫ້ຜູ້ທີ່ປະຕິບັດໜ້າທີ່ຂອງຕົນຢ່າງຈິງໃຈ, ຜູ້ທີ່ມີຄວາມເປັນຈິງແຫ່ງຄວາມຈິງ, ແຕ່ພັດມອບໃຫ້ສະເພາະພວກປະຈົບປະແຈງທີ່ບໍ່ມີຄວາມເຂົ້າໃຈຝ່າຍວິນຍານ. ການເຮັດແບບນັ້ນເປັນການກະທຳຕາມຫຼັກການບໍ? (ບໍ່ແມ່ນ.) ການເຮັດແບບນັ້ນບໍ່ແມ່ນການກະທຳແບບຊະຊາຍໂດຍບໍ່ຄຳນຶງເຖິງຜົນເສຍຫາຍບໍ? ການທີ່ບໍ່ປະຕິບັດຕາມຫຼັກການ ກໍໝາຍຄວາມວ່າບໍ່ໄດ້ເຮັດໜ້າທີ່ຂອງຕົນໃຫ້ສຳເລັດ. ການເຮັດໜ້າທີ່ຮັບຜິດຊອບຂອງຕົນໃຫ້ສຳເລັດໝາຍເຖິງຫຍັງ? ມັນບໍ່ແມ່ນການເຮັດພໍເປັນພິທີ ແລະ ການຍຶດໝັ້ນຕາມກົດລະບຽບ ແລະ ມັນບໍ່ແມ່ນວ່າຈະສຳເລັດໄດ້ໂດຍການເຮັດຕາມຂັ້ນຕອນທີ່ກຳນົດໄວ້, ແທນທີ່ຈະເປັນແນວນັ້ນ ມັນຄືການກະທຳໂດຍຍຶດໝັ້ນຕາມຫຼັກການທີ່ກຳນົດໂດຍເຮືອນຂອງພຣະເຈົ້າຢ່າງເຂັ້ມງວດແທ້ໆ, ພ້ອມທັງຮັບປະກັນວ່າບໍ່ມີກໍລະນີການສິ້ນເປືອງ ຫຼື ຄວາມເສຍຫາຍເກີດຂຶ້ນກັບສິ່ງຂອງໃດໆຂອງເຮືອນຂອງພຣະເຈົ້າ. ນັ້ນຈິ່ງຖືວ່າເປັນການເຮັດໜ້າທີ່ຮັບຜິດຊອບຂອງເຈົ້າໃຫ້ສຳເລັດຢ່າງແທ້ຈິງ. ຕົວຢ່າງ, ໃນການມອບໄຂ່ໃຫ້ຄົນຫ້າຄົນ, ເຈົ້າຄວນໃຫ້ຄົນລະໜ່ວຍຕໍ່ມື້ ແລະ ມອບໃຫ້ທຸກໆສິບມື້, ສະນັ້ນ ເຈົ້າຈະສົ່ງໄຂ່ຫ້າສິບໜ່ວຍພໍດີ. ໃນດ້ານໜຶ່ງ ເຈົ້າຄວນມອບໃຫ້ແບບນີ້ ເພາະມັນເປັນຈຳນວນໜ້ອຍ ແລະ ເບິ່ງແຍງງ່າຍ; ຍິ່ງໄປກວ່ານັ້ນ, ມັນເປັນປະລິມານທີ່ພໍດີສຳລັບພວກເຂົາທີ່ຈະກິນ. ການປະຕິບັດແບບນີ້ ໂດຍຕາມມາດຕະຖານ ແລະ ຂໍ້ກຳນົດທີ່ເຮືອນຂອງພຣະເຈົ້າກຳນົດ ແມ່ນຖືກຕ້ອງແລ້ວ, ມັນຄືການກະທຳຕາມຫຼັກການ. ຖ້າຜູ້ນໍາ ຫຼື ຜູ້ເຮັດວຽກ, ຍ້ອນຢ້ານຄວາມລຳບາກ, ໄດ້ມອບໄຂ່ໃຫ້ພວກເຂົາໃນປະລິມານສຳລັບໜຶ່ງຮ້ອຍມື້ໃນຄັ້ງດຽວ, ເຊິ່ງກໍຄືໄຂ່ຫ້າຮ້ອຍໜ່ວຍ, ນັ້ນຈະເໝາະສົມບໍ? ພວກເຈົ້າລອງບອກເຮົາເບິ່ງ, ໄຂ່ຫ້າສິບໜ່ວຍ ຫຼື ຫ້າຮ້ອຍໜ່ວຍ ອັນໃດຂົນສົ່ງ ແລະ ເບິ່ງແຍງງ່າຍກວ່າກັນ? (ຫ້າສິບໜ່ວຍ.) ຈຳນວນທີ່ໜ້ອຍກວ່າແມ່ນຂົນສົ່ງ ແລະ ເບິ່ງແຍງງ່າຍກວ່າ. ບາງຄົນກໍສົ່ງໃຫ້ໃນປະລິມານສຳລັບໜຶ່ງຮ້ອຍມື້ ແລະ ຜົນກໍຄື, ບາງໜ່ວຍກໍແຕກລະຫວ່າງທາງ ແລະ ບາງໜ່ວຍກໍຖືກບີບແຕກເມື່ອຖືກຍົກຍ້າຍຢູ່ປາຍທາງ. ດ້ວຍການແຕກຫັກເທື່ອລະເລັກເທື່ອລະໜ້ອຍ, ສ່ວນໜຶ່ງກໍໄດ້ຮັບຄວາມເສຍຫາຍ. ນອກຈາກນີ້, ເມື່ອຜູ້ຄົນເຫັນວ່າໄດ້ຮັບໄຂ່ຫຼາຍ, ພວກເຂົາກໍຈະໃຊ້ມັນຢ່າງສິ້ນເປືອງ ແລະ ດັ່ງນັ້ນ ພວກເຂົາກໍຈະບໍ່ມີໄຂ່ກິນກ່ອນມື້ທີ່ຈະມີການສົ່ງຄັ້ງຕໍ່ໄປ. ສະນັ້ນ, ເມື່ອໄຂ່ເຫຼົ່ານີ້ແຕກ ແລະ ໄດ້ຮັບຄວາມເສຍຫາຍ, ມັນບໍ່ແມ່ນການລະເລີຍຕໍ່ໜ້າທີ່ຂອງຜູ້ນໍາ ແລະ ຜູ້ເຮັດວຽກທີ່ກໍ່ໃຫ້ເກີດສິ່ງນີ້ບໍ? (ແມ່ນແລ້ວ.) ຖ້າພວກເຂົາຂໍຕື່ມ, ເຈົ້າຈະໃຫ້ພວກເຂົາໄດ້ບໍ? ຕາມຫຼັກການແລ້ວ, ເຈົ້າບໍ່ສາມາດໃຫ້ພວກເຂົາຕື່ມອີກກ່ອນວັນທີທີ່ກຳນົດ, ແຕ່ພວກເຂົາກໍຮູ້ສຶກນ້ອຍໃຈເມື່ອບໍ່ມີຫຍັງກິນ. ຈະຕ້ອງເຮັດແນວໃດໃນກໍລະນີນີ້? (ຄວນມອບໃຫ້ຕາມເວລາ ແລະ ໃນປະລິມານທີ່ເໝາະສົມ.) ການມອບໃຫ້ຕາມເວລາ ແລະ ໃນປະລິມານທີ່ເໝາະສົມແມ່ນການກະທຳຕາມຫຼັກການ, ນັ້ນຄືການຈັດສັນຢ່າງສົມເຫດສົມຜົນ. ເມື່ອຈັດສັນສິ່ງຂອງເຫຼົ່ານີ້, ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງຍຶດໝັ້ນຕາມຫຼັກການຂອງການຈັດສັນຢ່າງສົມເຫດສົມຜົນ ແລະ ມາດຕະຖານທີ່ກຳນົດໂດຍເຮືອນຂອງພຣະເຈົ້າຢ່າງເດັດຂາດ, ໂດຍໃຫ້ມອບໃຫ້ຕົງເວລາ ແລະ ເປັນປະຈຳ. ນອກເໜືອຈາກນັ້ນ, ພວກເຂົາຕ້ອງເຂົ້າໃຈຢ່າງທັນທ່ວງທີວ່າມີກໍລະນີການສິ້ນເປືອງເກີດຂຶ້ນ ຫຼື ບໍ່, ມີການຂໍຕື່ມ ຫຼື ຮ້ອງຂໍສິ່ງຂອງທີ່ຂາດເຂີນຍ້ອນການສິ້ນເປືອງ ຫຼື ບໍ່ ແລະ ມີກໍລະນີການສິ້ນເປືອງກັບສິ່ງຂອງທີ່ມອບໃຫ້ແລ້ວຄົນບໍ່ມັກກິນ ຫຼື ບໍ່. ຕົວຢ່າງ, ຊີ້ນ ແລະ ຜັກຖືກມອບໃຫ້ທັງສອງຢ່າງ ແລະ ຄົນສ່ວນຫຼາຍມັກກິນຊີ້ນ, ສະນັ້ນ ພວກເຂົາອາດຈະກິນມັນໝົດພາຍໃນສາມຫາຫ້າມື້ ແລະ ເຮັດໃຫ້ຜັກເຫຼືອ. ຜັກເກັບໄວ້ໄດ້ບໍ່ດົນ; ບາງສ່ວນກໍເນົ່າເປື່ອຍຫຼັງຈາກຜ່ານໄປໄລຍະໜຶ່ງ ແລະ ດັ່ງນັ້ນ ມັນກໍໝົດກ່ອນທີ່ຈະມີການມອບຊຸດຕໍ່ໄປ. ຈາກນັ້ນ ບາງຄົນອາດຈະສະໝັກຂໍຕື່ມ ແລະ ຂໍຕື່ມອີກ. ໃນກໍລະນີແບບນີ້ ຄວນໃຫ້ຕື່ມອີກບໍ? ມັນສົມເຫດສົມຜົນບໍທີ່ຈະໃຫ້ພວກເຂົາຕື່ມອີກ? (ບໍ່ສົມເຫດສົມຜົນ.) ຄົນອື່ນກໍຈະລັກກິນຊີ້ນ ແລະ ໄຂ່ຈົນໝົດ ແລະ ກິນຜັກທຸກຊະນິດທີ່ພວກເຂົາມັກຈົນໝົດ ໃນຂະນະທີ່ໃຫ້ເຫດຜົນ ແລະ ຂໍ້ອ້າງຕ່າງໆນາໆເພື່ອບໍ່ກິນຜັກທີ່ພວກເຂົາບໍ່ມັກ. ເມື່ອຜັກເຫຼືອງ ແລະ ເນົ່າ, ພວກເຂົາກໍເວົ້າວ່າມັນກິນບໍ່ໄດ້ ແລະ ສຸດທ້າຍກໍເອົາໄປໃຫ້ໝູ ແລະ ໄກ່ກິນ ຫຼື ບໍ່ກໍພຽງແຕ່ຖິ້ມໄປ, ແລ້ວກໍຂໍຕື່ມອີກ. ເມື່ອຜູ້ນໍາ ແລະ ຜູ້ເຮັດວຽກພົບພໍ້ກໍລະນີແບບນີ້, ພວກເຂົາຈະຈັດການກັບມັນແນວໃດ? ຖ້າພວກເຂົາເວົ້າວ່າ “ຄັ້ງໜ້າຂ້ອຍຈະໃຫ້ພວກເຈົ້າຫຼາຍຂຶ້ນ ເພາະເຫັນວ່າມັນບໍ່ພຽງພໍ, ຂ້ອຍຈະຈັດຫາໃຫ້ພວກເຈົ້າຕື່ມ ເພາະພວກເຈົ້າກິນຫຼາຍ”, ນັ້ນແມ່ນວິທີທີ່ເໝາະສົມໃນການຈັດການກັບມັນບໍ? ນັ້ນບໍ່ແມ່ນການກະທຳແບບບໍ່ລືມຫູລືມຕາບໍ? (ແມ່ນແລ້ວ.) ເປັນຫຍັງພວກເຂົາຈຶ່ງບໍ່ລືມຫູລືມຕາ? (ພວກເຂົາບໍ່ເຂົ້າໃຈສະຖານະການຕົວຈິງ: ເຫດຜົນຫຼັກທີ່ອາຫານທີ່ພວກເຂົາມອບໃຫ້ບໍ່ພຽງພໍກໍຄືມັນຖືກເຮັດໃຫ້ສິ້ນເປືອງ.) ພວກເຂົາຟ້າວສະຫຼຸບໂດຍບໍ່ເຂົ້າໃຈສະຖານະການຕົວຈິງ. ໃນສະຖານທີ່ສ່ວນໃຫຍ່, ອາຫານທີ່ມອບໃຫ້ຕາມຂໍ້ກຳນົດຂອງເຮືອນຂອງພຣະເຈົ້າແມ່ນພຽງພໍທີ່ຈະກິນ. ເປັນຫຍັງມັນຈຶ່ງບໍ່ເຄີຍພຽງພໍສຳລັບສະຖານທີ່ນັ້ນພຽງແຫ່ງດຽວ? ນັ້ນບໍ່ຈຳເປັນຕ້ອງມີການສືບສວນສະເພາະບໍ? ພວກເຂົາຕ້ອງໄປທີ່ສະຖານທີ່ນັ້ນ ແລະ ສອບຖາມກ່ຽວກັບສະຖານະການຢ່າງລະມັດລະວັງ ແລະ ຢ່າງລະອຽດ ເພື່ອເບິ່ງວ່າມີຫຍັງເກີດຂຶ້ນ. ໃນທີ່ສຸດ, ຜ່ານການສືບສວນ ແລະ ການທຳຄວາມເຂົ້າໃຈຂອງພວກເຂົາ, ພວກເຂົາກໍພົບວ່າຄົນຄົວໃນສະຖານທີ່ນັ້ນເປັນຄົນບໍ່ດີ ແລະ ຂາດສິນທຳ, ຜູ້ທີ່ເອົາອາຫານຂອງຄົນໄປໃຫ້ໄກ່ກິນ, ໂດຍເຈດຕະນາເຮັດໃຫ້ອາຫານຂອງເຮືອນຂອງພຣະເຈົ້າສິ້ນເປືອງ. ພວກເຂົາຂ້ອນຂ້າງເລືອກກິນ ແລະ ມັກກິນແຕ່ຂອງແຊບ. ພວກເຂົາຈະບໍ່ກິນຜັກເມື່ອບໍ່ມີຊີ້ນ ແລະ ເມື່ອມີຊີ້ນ, ພວກເຂົາກໍຈະບໍ່ກິນແມ່ນແຕ່ເຕົ້າຮູ້. ເມື່ອພວກເຂົາໄດ້ໄຂ່, ພວກເຂົາກໍກິນມັນທຸກຄາບ. ພວກເຂົາເລືອກກິນແຕ່ອາຫານແຊບໆ ແລະ ບໍ່ກິນຜັກທຳມະດາເລີຍ, ທັງບໍ່ສົນໃຈວ່າມັນຈະເນົ່າເປື່ອຍ. ການທຳຄວາມເຂົ້າໃຈໄດ້ສະແດງໃຫ້ເຫັນວ່າຄົນຄົວເປັນຄົນບໍ່ດີ, ແລ້ວພວກເຂົາຄວນໄດ້ຮັບການເພີ່ມປະລິມານໃນຄັ້ງຕໍ່ໄປທີ່ມອບສິ່ງຂອງໃຫ້ບໍ? (ບໍ່ຄວນ.) ການບໍ່ໃຫ້ພວກເຂົາຕື່ມອີກແມ່ນທັງໝົດທີ່ຕ້ອງເຮັດແລ້ວບໍ? ບັນຫານີ້ຈະຖືກຈັດການແນວໃດ ເມື່ອຖືກຄົ້ນພົບ? ໃຫ້ປ່ຽນພວກເຂົາອອກທັນທີ; ປ່ຽນພວກເຂົາອອກດ້ວຍຄົນທີ່ມີຄວາມເປັນມະນຸດແດ່ເພື່ອຮັບຜິດຊອບໜ້າທີ່ນັ້ນ. ໃຫ້ຄົ້ນພົບ ແລະ ແກ້ໄຂບັນຫາໂດຍທັນທີ ແລະ ກຳຈັດຄົນຊົ່ວຊ້າເຊັ່ນນັ້ນ, ຄົນຖ່ອຍເຊັ່ນນັ້ນ. ບາງຄົນອາດຈະຖາມວ່າ “ເນື່ອງຈາກພວກເຂົາບໍ່ໄດ້ແຕ່ງກິນອີກຕໍ່ໄປ, ມັນຈະເປັນການດີບໍທີ່ຈະໃຫ້ພວກເຂົາລ້ຽງໄກ່?” (ບໍ່ໄດ້.) ຖ້າພວກເຂົາລ້ຽງໄກ່, ໄກ່ກໍຈະບໍ່ໄຂ່; ຖ້າພວກເຂົາລ້ຽງໝູ, ໝູກໍຈະຈ່ອຍຜອມ. ມັນຈະບໍ່ເປັນການດີທີ່ຈະໃຫ້ພວກເຂົາລ້ຽງຫຍັງເລີຍ. ຄົນປະເພດນີ້ຕ້ອງຖືກສົ່ງໄປ, ພວກເຂົາບໍ່ເໝາະສົມທີ່ຈະປະຕິບັດໜ້າທີ່ໃນເຮືອນຂອງພຣະເຈົ້າ. ຖ້າພົບເຫັນບັນຫາອື່ນໆໃນຂະນະທີ່ຈັດສັນວັດຖຸສິ່ງຂອງຂອງເຮືອນຂອງພຣະເຈົ້າ, ກໍຄວນແກ້ໄຂພວກມັນໂດຍທັນທີເຊັ່ນກັນ. ເປົ້າໝາຍຂອງການແກ້ໄຂບັນຫາເຫຼົ່ານີ້ແມ່ນຫຍັງ? ເພື່ອຫຼຸດຜ່ອນການສິ້ນເປືອງ ແລະ ການເນົ່າເປື່ອຍທີ່ເກີດຂຶ້ນກັບວັດຖຸສິ່ງຂອງຂອງເຮືອນຂອງພຣະເຈົ້າ. ບາງຄົນອາດຈະຖາມວ່າ “ເພື່ອແກ້ໄຂບັນຫາເຫຼົ່ານັ້ນ, ຄົນເຮົາຕ້ອງໄປສືບສວນໃນເຮືອນຄົວ. ບໍ່ແມ່ນວ່າພຣະອົງເຄີຍເວົ້າບໍວ່າຜູ້ນໍາ ແລະ ຜູ້ເຮັດວຽກບໍ່ໄດ້ຮັບອະນຸຍາດໃຫ້ເຂົ້າໄປໃນເຮືອນຄົວ? ເປັນຫຍັງຕອນນີ້ພວກເຂົາຈຶ່ງໄດ້ຮັບອະນຸຍາດ?” ນັ້ນເປັນຄົນລະເລື່ອງກັນ. ເຮົາບໍ່ໄດ້ເວົ້າວ່າພວກເຂົາບໍ່ໄດ້ຮັບອະນຸຍາດໃຫ້ໄປ, ມັນເປັນການໄຈ້ແຍກກ່ຽວກັບຜູ້ນໍາ ແລະ ຜູ້ເຮັດວຽກທີ່ບໍ່ຮູ້ວິທີເຮັດວຽກ, ປ່ອຍເວລາໄປລ້າໆ ແລະ ຍ່າງຫຼິ້ນໄປມາ, ເພີດເພີນກັບຜົນປະໂຫຍດຈາກສະຖານະ, ໄປເຮືອນຄົວສະເໝີເພື່ອຊອກຫາຂອງດີກິນ. ໃນກໍລະນີປັດຈຸບັນ, ພວກເຂົາກຳລັງໄປເຮືອນຄົວເພື່ອແກ້ໄຂບັນຫາ, ບໍ່ແມ່ນເພື່ອຊອກຫາຂອງດີກິນ. ໃຫ້ໄປເມື່ອເຈົ້າຄວນໄປ ແລະ ຢ່າໄປເມື່ອເຈົ້າບໍ່ຄວນໄປ. ຜູ້ນໍາ ແລະ ຜູ້ເຮັດວຽກມີວຽກຫຼາຍທີ່ຕ້ອງເຮັດ ແລະ ນີ້ກໍເປັນໜຶ່ງໃນໜ້າວຽກຂອງພວກເຂົາ, ເປັນໜ້າວຽກທີ່ບັນຫາສະເພາະຂອງມັນຈະສາມາດຮູ້ໄດ້ກໍຕໍ່ເມື່ອໄດ້ເຂົ້າໄປໃນເຮືອນຄົວຢ່າງເລິກເຊິ່ງ ແລະ ທຳຄວາມເຂົ້າໃຈລາຍລະອຽດ. ຖ້າພົບວ່າຄົນຄົວບໍ່ເໝາະສົມ, ກໍຕ້ອງປົດພວກເຂົາອອກທັນທີ ແລະ ປ່ຽນແທນດ້ວຍຄົນທີ່ເໝາະສົມ. ການເຮັດເຊັ່ນນັ້ນຮັບປະກັນວ່າສິ່ງຂອງທີ່ມອບໃຫ້ໂດຍເຮືອນຂອງພຣະເຈົ້າຈະບໍ່ຖືກເຮັດໃຫ້ສິ້ນເປືອງ ແລະ ເນົ່າເປື່ອຍ. ບໍ່ວ່າເຮົາຈະເວົ້າແນວໃດກໍຕາມ, ຂໍ້ກຳນົດຂອງຜູ້ນໍາ ແລະ ຜູ້ເຮັດວຽກກໍຄືພວກເຂົາຕ້ອງເຮັດໜ້າທີ່ຮັບຜິດຊອບຂອງຕົນໃຫ້ສຳເລັດ, ຖ້າມັນເປັນສິ່ງທີ່ເຈົ້າຄວນກັງວົນ ແລະ ເຮັດ, ເຈົ້າກໍຕ້ອງກັງວົນ ແລະ ເຮັດມັນຢ່າງເດັດຂາດ. ເຈົ້າຕ້ອງສັງເກດດ້ວຍຕາຂອງເຈົ້າ ແລະ ໃຊ້ຫູຂອງເຈົ້າເພື່ອຮັບຟັງຢ່າງຕັ້ງໃຈຕໍ່ສິ່ງທີ່ຄົນແຕ່ລະປະເພດເວົ້າ ແລະ ແນ່ນອນ, ເຈົ້າຍັງຕ້ອງຮຽນຮູ້ດ້ວຍໃຈທີ່ຈະມີຄວາມຄິດເຫັນ, ຄວາມຄິດ ແລະ ການແຍກແຍະກ່ຽວກັບສິ່ງຕ່າງໆທຸກປະເພດ; ອີກສ່ວນໜຶ່ງທີ່ສຳຄັນກໍຄືການເອົາໃຈໃສ່ຕໍ່ຫຼັກການທີ່ເຮືອນຂອງພຣະເຈົ້າກຳນົດໃຫ້ປະຕິບັດຕາມ ແລະ ບໍ່ປ່ຽນແປງຈາກຫຼັກການເຫຼົ່ານັ້ນໃນເວລາໃດກໍຕາມ. ບໍ່ວ່າເຈົ້າຈະເຮັດວຽກຫຍັງກໍຕາມ, ເຈົ້າຕ້ອງເຂົ້າໃຈກ່ອນວ່າຫຼັກການ ແລະ ກົດລະບຽບທີ່ເຮືອນຂອງພຣະເຈົ້າກຳນົດແມ່ນຫຍັງ; ກ່ອນທີ່ເຈົ້າຈະເລີ່ມເຮັດວຽກ, ເຈົ້າຕ້ອງຖາມຕົວເອງຫຼາຍໆຄັ້ງດ້ວຍຄຳຖາມເຊັ່ນ: ຂ້ອຍເຂົ້າໃຈຫຼັກການທີ່ເຮືອນຂອງພຣະເຈົ້າກຳນົດແຈ່ມແຈ້ງແລ້ວບໍ? ຄວນເຮັດແນວໃດ ຖ້າຈະເຮັດຕາມຫຼັກການຂອງເຮືອນຂອງພຣະເຈົ້າ? ຄວນເຮັດແນວໃດຕາມຫຼັກການໃນສະຖານະການພິເສດ? ຈະຈັດການແນວໃດໃນສະຖານະການທຳມະດາ? ເຈົ້າຕ້ອງຖາມຕົວເອງດ້ວຍຄຳຖາມເຫຼົ່ານີ້ ແລະ ຄຳຖາມອື່ນໆໃຫ້ຫຼາຍຂຶ້ນຢ່າງເດັດຂາດກ່ອນທີ່ເຈົ້າຈະເລີ່ມເຮັດວຽກ ແລະ ອະທິຖານຕໍ່ໜ້າພຣະເຈົ້າໃຫ້ຫຼາຍຂຶ້ນ. ສ່ວນໜຶ່ງແມ່ນການກວດສອບຕົນເອງ; ອີກສ່ວນໜຶ່ງແມ່ນການຍອມຮັບການກວດສອບຂອງພຣະເຈົ້າ. ການເຮັດເຊັ່ນນັ້ນຊ່ວຍໃຫ້ຜູ້ນໍາ ແລະ ຜູ້ເຮັດວຽກເຮັດຜິດພາດໜ້ອຍລົງ ແລະ ບ່ຽງເບນໜ້ອຍລົງໃນວຽກງານຂອງພວກເຂົາ, ຫຼຸດຜ່ອນການສິ້ນເປືອງວັດຖຸສິ່ງຂອງຂອງເຮືອນຂອງພຣະເຈົ້າ ແລະ ຫຼຸດຜ່ອນການສູນເສຍທີ່ເກີດຂຶ້ນກັບເຮືອນຂອງພຣະອົງ. ສິ່ງທີ່ສຳຄັນກວ່ານັ້ນກໍຄື ການເຮັດເຊັ່ນນັ້ນເປັນການຍຶດໝັ້ນຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ເຮັດໜ້າທີ່ຮັບຜິດຊອບເຫຼົ່ານັ້ນໃຫ້ສຳເລັດ. ມັນຄືສິ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດຢ່າງແທ້ຈິງ. ນີ້ຄືຂໍ້ກຳນົດຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ການປົກປ້ອງ ແລະ ການຈັດສັນວັດຖຸສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າບໍ່ແມ່ນໜ້າວຽກທີ່ຊັບຊ້ອນ. ໃນດ້ານໜຶ່ງ, ມັນເປັນເລື່ອງຂອງຜູ້ນໍາ ແລະ ຜູ້ເຮັດວຽກທີ່ຕ້ອງຄຸ້ນເຄີຍກັບຫຼັກການດ້ວຍຕົນເອງ; ອີກດ້ານໜຶ່ງກໍຄື ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງໂອ້ລົມກ່ຽວກັບຫຼັກການເຫຼົ່ານີ້ໃຫ້ຫຼາຍຂຶ້ນກັບຜູ້ທີ່ຮັບຜິດຊອບຈັດການວັດຖຸສິ່ງຂອງຕ່າງໆ, ຕິດຕາມສິ່ງຕ່າງໆໃຫ້ຫຼາຍຂຶ້ນ ແລະ ພະຍາຍາມທຳຄວາມເຂົ້າໃຈສິ່ງຕ່າງໆໃຫ້ຫຼາຍຂຶ້ນ ແລະ ສືບສວນກ່ຽວກັບສະຖານະການຈັດການໃຫ້ຫຼາຍຂຶ້ນ, ພ້ອມທັງໂອ້ລົມໃຫ້ຫຼາຍຂຶ້ນກັບຜູ້ຄຸມງານການຈັດສັນວັດຖຸສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າ ເພື່ອໃຫ້ພວກເຂົາກຳແໜ້ນຫຼັກການເຫຼົ່ານີ້ຢ່າງລະອຽດຖີ່ຖ້ວນຫຼາຍຂຶ້ນ. ແນ່ນອນ, ຜູ້ນໍາ ແລະ ຜູ້ເຮັດວຽກກໍຕ້ອງສອບຖາມ ແລະ ຖາມຢ່າງຕໍ່ເນື່ອງວ່າຄົນເຫຼົ່ານັ້ນຈັດສັນ ແລະ ມອບສິ່ງຂອງແນວໃດ ແລະ ມີສະຖານະການພິເສດໃດໆ ຫຼື ບໍ່, ຕົວຢ່າງ, ຜູ້ຄຸມງານໄດ້ຈັດສັນສິ່ງຂອງຕາມຫຼັກການທີ່ເຮືອນຂອງພຣະເຈົ້າກຳນົດໃນລະດູການຕ່າງໆ, ໃນເວລາຕ່າງໆ ແລະ ໃນກໍລະນີທີ່ຄົນປະເພດຕ່າງໆມີຄວາມຕ້ອງການທີ່ແຕກຕ່າງກັນ ຫຼື ບໍ່. ເປົ້າໝາຍໃນການເຮັດເຊັ່ນນັ້ນກໍຄືເພື່ອເຮັດໃຫ້ສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າສາມາດເຮັດໜ້າທີ່ຂອງຕົນໄດ້ຢ່າງມີປະສິດທິພາບ ແລະ ຖືກນຳໃຊ້ຢ່າງສົມເຫດສົມຜົນໃນຂອບເຂດທີ່ເປັນໄປໄດ້ສູງສຸດ ແລະ ຖືກເກັບຮັກສາໄວ້ໃນການດູແລທີ່ດີທີ່ສຸດ, ດ້ວຍການບຳລຸງຮັກສາທີ່ດີທີ່ສຸດ. ນີ້ຄືຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ.
ການຈັດການວັດຖຸສິ່ງຂອງຂອງເຮືອນຂອງພຣະເຈົ້າໃຫ້ດີ ແມ່ນຄວາມຮັບຜິດຊອບຂອງຜູ້ທີ່ຖືກເລືອກຂອງພຣະເຈົ້າທຸກຄົນ
ຫຼັງຈາກທີ່ໄດ້ເຂົ້າໃຈຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກແລ້ວ, ພວກເຈົ້າໄດ້ເຂົ້າໃຈຫຼັກການທີ່ອ້າຍເອື້ອຍນ້ອງແຕ່ລະຄົນຄວນກຳແໜ້ນໃນການປະຕິບັດຕໍ່ວັດຖຸສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າເຊັ່ນກັນບໍ? ພວກເຈົ້າອາດຈະບໍ່ແມ່ນຜູ້ນໍາ ແລະ ຜູ້ເຮັດວຽກ, ແຕ່ພວກເຈົ້າກໍຍັງຄວນເຮັດໜ້າທີ່ຮັບຜິດຊອບໃນການກວດກາ. ນີ້ຄືສິດທິຂອງຜູ້ທີ່ຖືກເລືອກຂອງພຣະເຈົ້າ. ນອກຈາກນີ້, ສຳລັບວັດຖຸສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າ ເຊັ່ນ, ໜັງສື ແລະ ເຄື່ອງມືທຸກປະເພດ; ອາຫານ, ເຄື່ອງດື່ມ ແລະ ສິ່ງຂອງປະຈຳວັນ ແລະ ອື່ນໆ, ທຸກຄົນຕ້ອງປະຕິບັດຕໍ່ສິ່ງຂອງເຫຼົ່ານັ້ນດ້ວຍຄວາມຮັກ ແລະ ການໃສ່ໃຈ. ທຸກຄົນກໍຄວນດຳເນີນການກວດກາ, ສ້ອມແປງ ແລະ ບຳລຸງຮັກສາສິ່ງຂອງຕ່າງໆທີ່ພວກເຂົາກຳລັງນຳໃຊ້ເປັນປະຈຳ ແລະ ພວກເຂົາຄວນນຳໃຊ້ພວກມັນຢ່າງສົມເຫດສົມຜົນ, ຢ່າປ່ອຍໃຫ້ສິ່ງຂອງເຫຼົ່ານີ້ເສຍຫາຍ ແລະ ສິ້ນເປືອງໃນຂະນະທີ່ຢູ່ໃນການຄອບຄອງຂອງເຈົ້າ ຫຼື ກຳຈັດມັນຢ່າງບໍ່ຈຳແນກ. ບາງຄົນເວົ້າວ່າ “ຢ່າງໃດກໍຕາມ, ສິ່ງນີ້ບໍ່ແມ່ນຂອງຂ້ອຍ. ຂ້ອຍບໍ່ໄດ້ຊື້ມັນດ້ວຍເງິນຂອງຂ້ອຍ. ເຮືອນຂອງພຣະເຈົ້າມອບມັນໃຫ້ຂ້ອຍ, ມັນເປັນຂອງສ່ວນລວມ. ຂ້ອຍບໍ່ຈຳເປັນຕ້ອງສົນໃຈວ່າມັນຈະຖືກບຳລຸງຮັກສາ ແລະ ສ້ອມແປງເມື່ອໃດ ຫຼື ຈະເກັບໄວ້ບ່ອນໃດ. ຂ້ອຍບໍ່ສາມາດເອົາມັນໄປນຳໄດ້, ຄືກັບວ່າຂ້ອຍໄດ້ຍຶດເອົາມັນໄປ.” ຄວາມຄິດນີ້ສົມເຫດສົມຜົນບໍ? ມັນບໍ່ແມ່ນຂ້ອນຂ້າງເຫັນແກ່ຕົວ ແລະ ຂາດຄວາມເປັນມະນຸດບໍ? (ແມ່ນແລ້ວ.) ສະນັ້ນ, ຄວນປະຕິບັດຕາມຫຼັກການໃດໃນການນຳໃຊ້ວັດຖຸສິ່ງຂອງຂອງເຮືອນຂອງພຣະເຈົ້າ? ຖ້າຫາກມີສິ່ງໃດໜຶ່ງຖືກຈັດສັນໃຫ້ເຈົ້ານຳໃຊ້, ມັນກໍເປັນຂອງເຈົ້າທີ່ຈະຕ້ອງສ້ອມແປງ ແລະ ເບິ່ງແຍງໃນຂະນະທີ່ເຈົ້ານຳໃຊ້ມັນ. ເຈົ້າຕ້ອງຮັບຜິດຊອບທັງໝົດ; ໂດຍບໍ່ຕ້ອງໃຫ້ຜູ້ອື່ນຊຸກຍູ້ ຫຼື ກວດກາ, ເຈົ້າຄວນປະຕິບັດຕໍ່, ທະນຸຖະໜອມ ແລະ ປົກປ້ອງສິ່ງຂອງນັ້ນຄືກັບວ່າມັນເປັນຊັບສິນສ່ວນຕົວຂອງເຈົ້າ. ນັ້ນຄືສິ່ງທີ່ເອີ້ນວ່າການມີຄວາມເປັນມະນຸດ. ບໍ່ວ່າສິ່ງຂອງນັ້ນຈະຢູ່ໃນສະພາບໃດເມື່ອມັນຖືກມອບໃຫ້ເຈົ້າ, ເມື່ອເຈົ້າບໍ່ໄດ້ຮັບອະນຸຍາດໃຫ້ນຳໃຊ້ມັນອີກຕໍ່ໄປ ຫຼື ໃຊ້ແລ້ວ, ເຈົ້າຄວນສົ່ງຄືນໃຫ້ຜູ້ທີ່ເກັບຮັກສາມັນໃນສະພາບເດີມທີ່ບໍ່ມີຄວາມເສຍຫາຍ. ສິ່ງນີ້ເອີ້ນວ່າການມີເຫດຜົນ; ນີ້ແມ່ນສິ່ງທີ່ຄວນມີຢູ່ໃນຄວາມເປັນມະນຸດ. ເຈົ້າເວົ້າວ່າເຈົ້າເຊື່ອໃນພຣະເຈົ້າ, ວ່າເຈົ້າມີຄວາມສຳນຶກ ແລະ ເຫດຜົນ, ວ່າເຈົ້າຮັກຄວາມຈິງ, ສະແຫວງຫາມັນ ແລະ ຍອມອ່ອນນ້ອມຕໍ່ມັນ, ແຕ່ຖ້າເຈົ້າບໍ່ມີແມ່ນແຕ່ຄວາມເປັນມະນຸດຂັ້ນພື້ນຖານທີ່ສຸດທີ່ເຈົ້າຄວນມີໃນການປະຕິບັດຕໍ່ວັດຖຸສິ່ງຂອງ, ເຈົ້າຈະເວົ້າເຖິງການຮັກຄວາມຈິງ ຫຼື ການປະຕິບັດມັນໄດ້ແນວໃດ? ນັ້ນບໍ່ແມ່ນສິ່ງທີ່ວ່າງເປົ່າເກີນໄປໜ້ອຍໜຶ່ງບໍ? ຖ້າເຈົ້າບໍ່ສາມາດເຮັດໜ້າທີ່ຮັບຜິດຊອບທີ່ເຈົ້າຄວນເຮັດໃນການປະຕິບັດຕໍ່ວັດຖຸສິ່ງຂອງໄດ້, ມັນກໍໝາຍຄວາມວ່າຄວາມເປັນມະນຸດຂອງເຈົ້າບໍ່ດີ, “ຂາດຄວາມເປັນມະນຸດ” ແມ່ນຄຳເວົ້າທົ່ວໄປທີ່ໃຊ້ກັນ. ນອກຈາກນີ້, ບໍ່ວ່າເຈົ້າຈະນຳໃຊ້ສິ່ງຂອງຂອງເຈົ້າເອງແນວໃດ, ບໍ່ວ່າເຈົ້າຈະປະຕິບັດຕໍ່ມັນຢ່າງຊະຊາຍ ຫຼື ພິຖີພິຖັນ, ນັ້ນກໍເປັນສິດທິຂອງເຈົ້າ. ບໍ່ມີໃຜຈະແຊກແຊງ. ແຕ່ເຮືອນຂອງພຣະເຈົ້າມີຫຼັກການໃນການນຳໃຊ້ສິ່ງຂອງຂອງຕົນ. ຫຼັກການເຫຼົ່ານີ້ລ້ວນແລ້ວແຕ່ຕັ້ງຢູ່ບົນພື້ນຖານຂອງຄວາມສຳນຶກ ແລະ ເຫດຜົນ ແລະ ເຖິງແມ່ນວ່າມັນອາດຈະບໍ່ສູງສົ່ງເຖິງລະດັບຂອງຄວາມຈິງ, ຢ່າງໜ້ອຍທີ່ສຸດ ພວກມັນກໍສອດຄ່ອງກັບມາດຕະຖານຂອງຄວາມເປັນມະນຸດ. ຖ້າເຈົ້າບໍ່ສາມາດບັນລຸມາດຕະຖານຂອງຄວາມເປັນມະນຸດນີ້ໄດ້, ຖ້າເຈົ້າບໍ່ສາມາດແມ່ນແຕ່ປະຕິບັດຕໍ່ ແລະ ນຳໃຊ້ເຄື່ອງມື ແລະ ເຄື່ອງໃຊ້ທີ່ເຮືອນຂອງພຣະເຈົ້າມອບໃຫ້ເຈົ້າຢ່າງຖືກຕ້ອງໄດ້, ແລ້ວການທີ່ເຈົ້າຈະສາມາດເຂົ້າໃຈຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງກໍເປັນບັນຫາ, ມັນເປັນເລື່ອງທີ່ໜ້າສົງໄສ. ສະນັ້ນ, ເມື່ອເວົ້າເຖິງການປະຕິບັດຕໍ່ສິ່ງຂອງເຫຼົ່ານີ້, ເຈົ້າມີສິດທີ່ຈະນຳໃຊ້ພວກມັນ ແລະ ແນ່ນອນ ເຈົ້າກໍມີຄວາມຮັບຜິດຊອບທີ່ຈະສ້ອມແປງ, ບຳລຸງຮັກສາ ແລະ ເບິ່ງແຍງພວກມັນເຊັ່ນກັນ. ເຈົ້າຕ້ອງເອົາໃຈໃສ່ຕໍ່ສິ່ງເຫຼົ່ານີ້ຢ່າງຈິງຈັງ. ຖ້າເຈົ້າ, ຄືກັບພວກຜູ້ບໍ່ເຊື່ອ, ເວົ້າວ່າ “ຢ່າງໃດກໍຕາມ, ມັນບໍ່ແມ່ນຂອງຂ້ອຍ. ຂ້ອຍບໍ່ໄດ້ຊື້ມັນດ້ວຍເງິນຂອງຂ້ອຍ. ຖ້າຂອງສ່ວນລວມເພ, ກໍໃຫ້ມັນເພໄປ, ພຽງແຕ່ຊື້ໜ່ວຍໃໝ່ ຫຼື ຖ້າຮ້າຍແຮງທີ່ສຸດກໍສ້ອມແປງມັນ. ເຖິງຢ່າງໃດກໍຕາມ, ມັນກໍບໍ່ແມ່ນວ່າຂ້ອຍໄດ້ສູນເສຍຫຍັງ.” ຖ້ານັ້ນຄືວິທີທີ່ເຈົ້າຄິດ, ນັ້ນກໍເປັນບັນຫາ, ເຈົ້າກຳລັງຕົກຢູ່ໃນອັນຕະລາຍ. ເຈົ້າບໍ່ມີຄຸນລັກສະນະທີ່ຊື່ຕົງ ແລະ ຈິດໃຈຂອງເຈົ້າກໍບໍ່ບໍລິສຸດ. ການໃຊ້ສິ່ງຂອງຂອງຕົນເອງຢ່າງປະຢັດ, ແຕ່ປະຕິບັດຕໍ່ສິ່ງຂອງຂອງເຮືອນຂອງພຣະເຈົ້າຄືກັບບໍ່ສຳຄັນ, ບໍ່ຄິດທີ່ຈະທະນຸຖະໜອມມັນ, ນັ້ນບໍ່ແມ່ນຄົນທີ່ຈິດໃຈບໍ່ຊື່ຕົງບໍ? ພຣະເຈົ້າມັກຄົນທີ່ຈິດໃຈບໍ່ຊື່ຕົງບໍ? (ບໍ່ມັກ.) ບອກເຮົາເບິ່ງ, ພຣະເຈົ້າກວດສອບຄົນທີ່ຈິດໃຈບໍ່ຊື່ຕົງບໍ? (ແມ່ນແລ້ວ.) ພຣະເຈົ້າກວດສອບທັງຜູ້ທີ່ມີຈິດໃຈຊື່ຕົງ ແລະ ຜູ້ທີ່ບໍ່ມີຄືກັນ. ເມື່ອເຈົ້າຍອມຮັບການກວດສອບຂອງພຣະເຈົ້າ, ຈະຕ້ອງເຮັດແນວໃດຖ້າເຈົ້າພົບວ່າຕົນເອງກຳລັງຄິດແບບນັ້ນ? ບໍ່ສົນໃຈມັນບໍ? ປ່ອຍໄວ້ໂດຍບໍ່ກວດສອບບໍ? ບໍ່ໃສ່ໃຈມັນບໍ? “ສິ່ງທີ່ຂ້ອຍຄິດແມ່ນເລື່ອງຂອງຂ້ອຍ. ເຈົ້າເປັນໃຜຈຶ່ງມາຫຍຸ້ງກ່ຽວກັບມັນ? ຖ້າເຈົ້າໃຫ້ຂ້ອຍໃຊ້ບາງຢ່າງ, ຂ້ອຍກໍມີສິດທີ່ຈະໃຊ້ມັນ ແລະ ຢ່າງໃດກໍຕາມ, ມັນກໍຈະບໍ່ເປັນຫຍັງ ຖ້າຂ້ອຍພຽງແຕ່ບໍ່ເຮັດໃຫ້ເຄື່ອງຈັກເພ. ເປັນຫຍັງເຈົ້າຈຶ່ງຕັ້ງຂໍ້ກຳນົດທີ່ສູງ ແລະ ຫຼາຍຢ່າງເຊັ່ນນີ້?” ຄວາມຄິດແບບນີ້ດີບໍ? (ບໍ່ດີ.) ມັນຄື “ການຂາດຄວາມເປັນມະນຸດ.” ຖ້າເຈົ້າມີຄວາມຄິດເຊັ່ນນັ້ນ, ເຈົ້າຕ້ອງຍອມຮັບການກວດສອບຂອງພຣະເຈົ້າ ແລະ ເວົ້າວ່າ “ຂ້າແດ່ພຣະເຈົ້າ, ຂ້ານ້ອຍມີອຸປະນິໄສທີ່ເສື່ອມຊາມ ແລະ ຄວາມເປັນມະນຸດຂອງຂ້ານ້ອຍກໍບໍ່ດີ. ຂ້ານ້ອຍເຄີຍຄິດວ່າຕົນເອງຂ້ອນຂ້າງສູງສົ່ງ ແລະ ມີກຽດ, ວ່າຂ້ານ້ອຍມີສັກສີ; ຂ້ານ້ອຍບໍ່ຄິດວ່າສິ່ງຂອງເລັກນ້ອຍນີ້ຈະເປີດເຜີຍຂ້ານ້ອຍ: ຂ້ານ້ອຍມີຄວາມປາຖະໜາທີ່ເຫັນແກ່ຕົວ; ຈິດໃຈຂອງຂ້ານ້ອຍບໍ່ຊື່ຕົງ; ຂ້ານ້ອຍມີເປົ້າໝາຍເລັກນ້ອຍຂອງຕົນເອງ. ຂ້ານ້ອຍເຕັມໃຈທີ່ຈະຍອມຮັບການກວດສອບຂອງພຣະອົງ ແລະ ການລົງວິໄນຂອງພຣະອົງ ແລະ ຂ້ານ້ອຍເຕັມໃຈທີ່ຈະຫັນປ່ຽນຕົນເອງ.” ເຈົ້າຕ້ອງອະທິຖານ ແລະ ກັບໃຈຕໍ່ໜ້າພຣະເຈົ້າ ແລະ ໃຫ້ພຣະອົງກວດສອບເຈົ້າ. ເມື່ອເຈົ້າຍອມຮັບການກວດສອບຂອງພຣະອົງແລ້ວ, ເຈົ້າຄວນຫັນປ່ຽນຕົນເອງແນວໃດ? ເຈົ້າຈະເວົ້າວ່າ “ການຄິດແບບທີ່ຂ້ອຍເຄີຍຄິດນັ້ນຂາດສິນທຳ, ນັ້ນຄືຄວາມຄິດຂອງພວກຜູ້ບໍ່ເຊື່ອ. ຂ້ອຍບໍ່ສາມາດຄິດແບບນັ້ນໄດ້ອີກຕໍ່ໄປ. ຂ້ອຍຕ້ອງບໍ່ເດີນຕາມເສັ້ນທາງນັ້ນ. ຂ້ອຍເປັນຜູ້ທີ່ເຊື່ອໃນພຣະເຈົ້າ; ຂ້ອຍຕ້ອງເປັນຄົນທີ່ມີຄວາມເປັນມະນຸດ ແລະ ມີສັກສີ, ຂ້ອຍຕ້ອງເຮັດສິ່ງທີ່ພຣະເຈົ້າຮັກ. ຂ້ອຍຕ້ອງປ່ຽນແປງວິທີການຂອງຂ້ອຍໃນການນຳໃຊ້ເຄື່ອງມື ແລະ ເຄື່ອງຈັກໃນອະນາຄົດ. ຂ້ອຍຕ້ອງໃຫ້ພວກມັນພັກຜ່ອນເມື່ອຄວນພັກ, ສ້ອມແປງເມື່ອຈຳເປັນ ແລະ ບຳລຸງຮັກສາເມື່ອຈຳເປັນ. ຂ້ອຍຕ້ອງທຳຄວາມສະອາດພວກມັນເລື້ອຍໆ ແລະ ກວດກາອົງປະກອບຕ່າງໆຂອງພວກມັນເປັນປະຈຳ ເພື່ອຮັບປະກັນການນຳໃຊ້ພວກມັນໄດ້ປົກກະຕິ. ແລະ ຂ້ອຍຈະທຳຄວາມສະອາດທັນທີເມື່ອໃຊ້ແລ້ວ ແລະ ເກັບຮັກສາໄວ້ຢ່າງປອດໄພ ເພື່ອບໍ່ໃຫ້ຜູ້ທີ່ບໍ່ກ່ຽວຂ້ອງມາແຕະຕ້ອງ.” ຈາກນັ້ນ, ເມື່ອເຈົ້ານຳໃຊ້ເຄື່ອງຈັກອີກຄັ້ງໃນອະນາຄົດ, ເຈົ້າກໍຈະລະມັດລະວັງ ແລະ ເອົາໃຈໃສ່ເປັນພິເສດ. ທັດສະນະຂອງເຈົ້າຈະປ່ຽນແປງຢູ່ສະເໝີ ແລະ ວິທີການຂອງເຈົ້າກໍຈະປັບປຸງ, ຫັນປ່ຽນຈາກຄວາມຄິດ ແລະ ການກະທຳທີ່ເຫັນແກ່ຕົວ ແລະ ຕ່ຳຊ້າໃນເມື່ອກ່ອນ ໄປສູ່ຄວາມຮູ້ສຶກຮັບຜິດຊອບ, ຈິດໃຈທີ່ຈະເບິ່ງແຍງສິ່ງຂອງ ແລະ ຈິດໃຈທີ່ຈະຮັບຜິດຊອບ. ການປ່ຽນແປງໃນຄວາມຄິດຂອງເຈົ້າຄືການເລີ່ມຕົ້ນຂອງການຫັນປ່ຽນຕົນເອງຢ່າງແທ້ຈິງ. ມັນຈະກາຍເປັນການປ່ຽນແປງໃນວິທີການຂອງເຈົ້າ ເມື່ອເຈົ້າເຮັດໃຫ້ຄວາມຄິດ ແລະ ແນວຄິດຂອງເຈົ້າເປັນຈິງໃນການປະຕິບັດຂອງເຈົ້າ. ເມື່ອມັນບັນລຸເຖິງລະດັບນີ້ ພຣະເຈົ້າຈຶ່ງຈະເຫັນວ່າເຈົ້າກຳລັງຫັນປ່ຽນ ແລະ ກັບໃຈຢ່າງແທ້ຈິງ; ການຫັນປ່ຽນ ແລະ ການປ່ຽນແປງທີ່ເຈົ້າເຮັດເຫຼົ່ານີ້ຈະເປັນທີ່ຍອມຮັບຂອງພຣະເຈົ້າຢ່າງແທ້ຈິງ. ນີ້ຄືການປະຕິບັດຄວາມຈິງ. ສິ່ງທີ່ພື້ນຖານທີ່ສຸດທີ່ຄົນເຮົາຕ້ອງມີໃນການປະຕິບັດຄວາມຈິງແມ່ນຫຍັງ? ຄວາມສຳນຶກ ແລະ ເຫດຜົນທີ່ຜູ້ຄົນຄວນມີ. ແລ້ວຄົນທີ່ເຫັນແກ່ຕົວ ແລະ ຕ່ຳຊ້າມີຄວາມສຳນຶກ ແລະ ເຫດຜົນບໍ? (ບໍ່ມີ.) ຕາມຫຼັກຄຳສອນແລ້ວ ເຈົ້າອາດຈະຮູ້ວ່າເຈົ້າບໍ່ສາມາດປະຖິ້ມສິ່ງຂອງຂອງເຮືອນຂອງພຣະເຈົ້າໄວ້ຊະຊາຍ ຫຼື ເຮັດໃຫ້ເສຍຫາຍ ແລະ ສິ້ນເປືອງ ຫຼື ບໍ່ຮັບຜິດຊອບຕໍ່ສິ່ງຂອງເຫຼົ່ານັ້ນ, ແຕ່ທັດສະນະໃນໃຈ ແລະ ຄວາມຄິດຂອງເຈົ້າເປັນແນວໃດ? “ຈະໄປສົນໃຈເລື່ອງເຫຼົ່ານັ້ນເຮັດຫຍັງ? ສິ່ງຂອງນັ້ນກໍບໍ່ແມ່ນຂອງຂ້ອຍຊ້ຳ.” ຄວາມຄິດເຊັ່ນນັ້ນຈະຊີ້ນຳພຶດຕິກຳຂອງເຈົ້າ ແລະ ແລ້ວຫຼັກຄຳສອນທີ່ເຈົ້າຮູ້ຈະມີປະໂຫຍດຫຍັງບໍ? ບໍ່ມີ, ມັນຈະເປັນພຽງຫຼັກຄຳສອນທີ່ບໍ່ມີປະໂຫຍດຫຍັງເລີຍ. ມີພຽງແຕ່ເມື່ອຄວາມຄິດ ແລະ ທັດສະນະຂອງເຈົ້າຫັນປ່ຽນ ແລະ ເຈົ້າໄດ້ຫັນປ່ຽນ ແລະ ກັບໃຈຢ່າງແທ້ຈິງຕໍ່ໜ້າພຣະເຈົ້າ, ເມື່ອນັ້ນພຶດຕິກຳ ແລະ ການກະທຳຕົວຈິງຂອງເຈົ້າຈຶ່ງຈະເລີ່ມປ່ຽນແປງ. ນັ້ນຄືເວລາທີ່ສິ່ງທີ່ເຈົ້າດຳລົງຊີວິດຢູ່ຈະເລີ່ມມີຄວາມເປັນມະນຸດ; ນັ້ນຄືເວລາທີ່ເຈົ້າຈະເລີ່ມເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ. ເລື່ອງເລັກນ້ອຍເຊັ່ນນີ້ເປີດເຜີຍຄວາມເປັນມະນຸດຂອງບຸກຄົນ, ພ້ອມທັງເປີດເຜີຍວ່າບຸກຄົນນັ້ນຮັກຄວາມຈິງຢ່າງແທ້ຈິງ ຫຼື ບໍ່.
ການຈັດການວັດຖຸສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າແມ່ນຄວາມຮັບຜິດຊອບທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນປະຕິບັດໃຫ້ສຳເລັດ ແລະ ຜູ້ທີ່ຖືກເລືອກຂອງພຣະເຈົ້າທຸກຄົນຄວນຮ່ວມກັນກວດກາ, ຊ່ວຍເຫຼືອ ແລະ ໃຫ້ຄວາມຮ່ວມມືຢ່າງສຸດກໍາລັງ. ນີ້ຄືຄວາມຮັບຜິດຊອບຂອງທຸກຄົນ. ຜູ້ທີ່ຖືກເລືອກຂອງພຣະເຈົ້າຄວນເປັນແບບຢ່າງ. ພວກເຂົາຄວນເລີ່ມຕົ້ນຈາກຕົນເອງ, ມີພຽງແຕ່ເມື່ອພວກເຂົາເຮັດໄດ້ດີດ້ວຍຕົນເອງເທົ່ານັ້ນ ພວກເຂົາຈຶ່ງມີຄຸນສົມບັດທີ່ຈະກວດກາຄົນອື່ນ ແລະ ປະເມີນວ່າສິ່ງທີ່ຄົນອື່ນເຮັດນັ້ນເໝາະສົມ ແລະ ສອດຄ່ອງກັບຫຼັກການ ຫຼື ບໍ່. ນີ້ແມ່ນເລື່ອງທີ່ກ່ຽວຂ້ອງກັບທຸກຄົນ, ເລື່ອງເລັກນ້ອຍນັ້ນເປີດເຜີຍຄວາມເປັນມະນຸດຂອງຜູ້ຄົນ, ພ້ອມທັງທັດສະນະຂອງພວກເຂົາຕໍ່ຄວາມຈິງ. ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດວຽກງານນີ້ໃຫ້ດີ ແລະ ຢ່າງສຸດກໍາລັງ, ຕາມຫຼັກການຂອງເຮືອນຂອງພຣະເຈົ້າ ແລະ ອ້າຍເອື້ອຍນ້ອງທຳມະດາທຸກຄົນກໍຄວນປະຕິບັດຕໍ່ເລື່ອງນີ້ດ້ວຍຄວາມເຂັ້ມງວດ ແລະ ຄວາມລະມັດລະວັງເຊັ່ນກັນ. ເຈົ້າຕ້ອງໄຕ່ຕອງກ່ຽວກັບຕົນເອງເລື້ອຍໆ, ໄຕ່ຕອງວ່າມີບັນຫາໃນຄວາມເປັນມະນຸດ ແລະ ຄວາມຄິດຂອງເຈົ້າ ຫຼື ບໍ່, ວ່າເຈົ້າມີທັດສະນະແບບໃດ. ເມື່ອເຈົ້າພົບວ່າມີບັນຫາກັບທັດສະນະ ແລະ ຄວາມຄິດຂອງເຈົ້າ, ເຈົ້າຄວນອະທິຖານ ແລະ ຫັນປ່ຽນຕົນເອງໂດຍທັນທີ ແລະ ເມື່ອຈັດການ ຫຼື ນຳໃຊ້ສິ່ງຂອງຂອງເຮືອນຂອງພຣະເຈົ້າ, ເຈົ້າຄວນພະຍາຍາມໃນດ້ານໜຶ່ງບໍ່ໃຫ້ຖືກຕຳໜິໂດຍຄວາມສຳນຶກຂອງຕົນ ແລະ ບໍ່ຂາດຕົກບົກຜ່ອງຕໍ່ພຣະເຈົ້າ ແລະ ໃນອີກດ້ານໜຶ່ງ ເພື່ອໃຫ້ຄົນອື່ນຊື່ນຊົມ ແລະ ເຫັນດີນຳສິ່ງທີ່ເຈົ້າເຮັດ ແລະ ເວົ້າວ່າເຈົ້າມີຄວາມເປັນມະນຸດ ເຊິ່ງເປັນທີ່ປະຈັກແກ່ສາຍຕາທຸກຄົນ. ສິ່ງທີ່ສຳຄັນທີ່ສຸດກໍຄືຜູ້ຄົນຕ້ອງຍຶດໝັ້ນຫຼັກການເມື່ອເຮັດສິ່ງນີ້. ນີ້ຄືພັນທະທີ່ຜູ້ຄົນຄວນປະຕິບັດໃຫ້ສຳເລັດ, ເປັນສິ່ງທີ່ສະມາຊິກຄົນໃດກໍຕາມຂອງເຮືອນຂອງພຣະເຈົ້າຄວນບັນລຸ. ມັນບໍ່ແມ່ນພຽງແຕ່ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກເທົ່ານັ້ນ.
ຕອນນີ້ພວກເຈົ້າຂ້ອນຂ້າງຈະແຈ້ງກ່ຽວກັບຂໍ້ທີສິບຂອງຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກແລ້ວບໍ? ຫຼັງຈາກທີ່ໄດ້ເຂົ້າໃຈຫຼັກການແລ້ວ, ຄົນເຮົາຄວນເອົາໃຈໃສ່ ແລະ ລະອຽດຮອບຄອບຫຼາຍຂຶ້ນໃນການເຮັດວຽກງານນີ້ ແລະ ພວກເຂົາຄວນເອົາໃຈໃສ່ກັບມັນໃຫ້ຫຼາຍຂຶ້ນ ແລະ ບໍ່ຂີ້ຄ້ານ, ແລ້ວໂດຍພື້ນຖານແລ້ວ ພວກເຂົາກໍຈະສາມາດຫຼຸດຜ່ອນຄວາມເສຍຫາຍ ແລະ ການສິ້ນເປືອງຂອງວັດຖຸສິ່ງຂອງຂອງເຮືອນຂອງພຣະເຈົ້າ ແລະ ປ້ອງກັນບໍ່ໃຫ້ພວກມັນຖືກຍຶດຄອງໂດຍຄົນຊົ່ວຊ້າ. ສິ່ງນີ້ຄວນຈະສາມາດບັນລຸໄດ້. ເປັນຫຍັງເຮົາຈຶ່ງເວົ້າວ່າມັນບັນລຸໄດ້ງ່າຍ? ເລື່ອງເຫຼົ່ານີ້ແມ່ນເລື່ອງທີ່ທຸກຄົນອາດຈະພົບພໍ້ໃນຊີວິດປະຈຳວັນຢູ່ເຮືອນ. ມັນງ່າຍທີ່ຈະເອົາໃຈໃສ່ໃນການຈັດການສິ່ງຂອງໃນເຮືອນຂອງເຈົ້າເອງ, ສະນັ້ນ ຖ້າເຈົ້າເກັບຮັກສາສິ່ງຂອງຂອງເຮືອນຂອງພຣະເຈົ້າຄືກັບວ່າມັນເປັນຂອງເຈົ້າເອງ, ຕາມຂໍ້ກຳນົດຂອງເຮືອນຂອງພຣະອົງ, ຈັດສັນພວກມັນຢ່າງສົມເຫດສົມຜົນ, ຈົນສາມາດຫຼຸດຜ່ອນຄວາມເສຍຫາຍ ແລະ ການສິ້ນເປືອງ ແລະ ບໍ່ໃຫ້ຄົນຊົ່ວຊ້າຍຶດຄອງເອົາໄປ, ແລ້ວເຈົ້າກໍຈະໄດ້ເຮັດໜ້າທີ່ຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກໃຫ້ສຳເລັດ. ວຽກງານນີ້ເບິ່ງຄືວ່າໂດຍທຳມະຊາດແລ້ວເປັນວຽກງານດ້ານບໍລິຫານທົ່ວໄປ. ເປັນຫຍັງພວກເຮົາຈຶ່ງເອີ້ນມັນວ່າວຽກງານດ້ານບໍລິຫານທົ່ວໄປ? ມັນກ່ຽວຂ້ອງກັບການຈັດການວັດຖຸສິ່ງຂອງ. ຈົ່ງຈັດການ ແລະ ຈັດສັນພວກມັນໃຫ້ດີ ແລະ ເຈົ້າກໍຈະໄດ້ເຮັດໜ້າທີ່ຮັບຜິດຊອບຂອງຕົນໃຫ້ສຳເລັດ. ນອກຈາກນີ້, ຫຼັກການຂອງວຽກງານນີ້ກໍຂ້ອນຂ້າງງ່າຍດາຍ, ມັນກ່ຽວຂ້ອງກັບຫຼັກການພຽງຢ່າງດຽວ ແລະ ບໍ່ກ່ຽວຂ້ອງກັບຄວາມຈິງທີ່ຊັບຊ້ອນ. ຕາບໃດທີ່ຄົນເຮົາມີພາລະ ແລະ ມີເຈດຕະນາທີ່ຖືກຕ້ອງ, ພວກເຂົາກໍສາມາດເຮັດວຽກງານນີ້ໄດ້ດີໂດຍບໍ່ຈຳເປັນຕ້ອງເຂົ້າໃຈຄວາມຈິງຫຼາຍເກີນໄປ ແລະ ໂດຍບໍ່ຈຳເປັນຕ້ອງມີການໂອ້ລົມຄວາມຈິງຫຼາຍເກີນໄປໃຫ້ພວກເຂົາຟັງ. ສະນັ້ນ, ວຽກງານນີ້ຈຶ່ງເປັນໜ້າວຽກໜຶ່ງດຽວ ແລະ ເປັນວຽກງານດ້ານບໍລິຫານທົ່ວໄປ. ມັນເປັນວຽກງານທີ່ຜູ້ນໍາ ແລະ ຜູ້ເຮັດວຽກເຮັດໄດ້ງ່າຍ. ຕາບໃດທີ່ເຈົ້າດຸໝັ່ນຂຶ້ນໜ້ອຍໜຶ່ງ, ຖາມຫຼາຍຂຶ້ນ, ສອບຖາມຫຼາຍຂຶ້ນ, ເອົາໃຈໃສ່ຫຼາຍຂຶ້ນ ແລະ ມີເຈດຕະນາທີ່ຖືກຕ້ອງ, ເຈົ້າກໍສາມາດເຮັດມັນໄດ້. ມັນບໍ່ຊັບຊ້ອນເລີຍ. ພວກເຮົາໄດ້ໂອ້ລົມກັນຈົບແລ້ວກ່ຽວກັບຂໍ້ທີສິບຂອງຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ມັນກໍງ່າຍດາຍພຽງເທົ່ານັ້ນ.
ທັດສະນະ ແລະ ການສະແດງອອກຂອງຜູ້ນໍາປອມກ່ຽວກັບວັດຖຸສິ່ງຂອງຂອງເຮືອນຂອງພຣະເຈົ້າ
ຕອນນີ້ເມື່ອພວກເຈົ້າໄດ້ເຂົ້າໃຈຄວາມຮັບຜິດຊອບນີ້ຂອງຜູ້ນໍາ ແລະ ຜູ້ເຮັດວຽກແລ້ວ, ກ່ຽວກັບເລື່ອງນີ້, ພວກເຮົາຈະໄຈ້ແຍກຕໍ່ໄປເຖິງການສະແດງອອກທີ່ຜູ້ນໍາປອມສະແດງອອກເມື່ອພວກເຂົາປະຕິບັດວຽກງານນີ້ ແລະ ສິ່ງທີ່ພວກເຂົາເຮັດທີ່ໝາຍຄວາມວ່າພວກເຂົາສາມາດຖືກຈັດປະເພດວ່າເປັນຜູ້ນໍາປອມ. ກ່ອນອື່ນ, ເມື່ອຜູ້ນໍາປອມເຮັດວຽກງານນີ້, ພວກເຂົາບໍ່ສາມາດເກັບຮັກສາສິ່ງຂອງຕ່າງໆຢ່າງເໝາະສົມ. ການເກັບຮັກສາແມ່ນວຽກງານທີ່ສຳຄັນອັນດັບທຳອິດເມື່ອເວົ້າເຖິງວັດຖຸສິ່ງຂອງທຸກປະເພດ. ຜູ້ນໍາປອມເຮັດທຸກຢ່າງແບບບໍ່ເປັນລະບຽບ; ນອກເໜືອຈາກຄວາມສັບສົນວຸ້ນວາຍເມື່ອເວົ້າເຖິງຄວາມຈິງ ແລະ ຫຼັກການຕ່າງໆທີ່ກ່ຽວຂ້ອງກັບຄວາມຈິງແລ້ວ, ພວກເຂົາກໍຍັງສັບສົນເຊັ່ນດຽວກັນເມື່ອເວົ້າເຖິງການເກັບຮັກສາວັດຖຸສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າ. ພວກເຂົາບໍ່ຮູ້ວ່າຈະຊອກຫາຄົນປະເພດໃດເພື່ອຈັດການສິ່ງຂອງເຫຼົ່ານັ້ນ ຫຼື ວິທີທີ່ຄວນເກັບຮັກສາ. ພວກເຂົາບໍ່ມີເປົ້າໝາຍທີ່ຊັດເຈນ ແລະ ບໍ່ມີແຜນການທີ່ສະເພາະ, ແຮງໄກທີ່ຈະມີຂັ້ນຕອນທີ່ລະອຽດໃນການເຮັດວຽກງານນີ້. ຖ້າມີຄົນທີ່ເຕັມໃຈຈະເອົາໃຈໃສ່, ສິ່ງຂອງເຫຼົ່ານີ້ກໍສາມາດຖືກເກັບຮັກສາໄດ້; ຖ້າບໍ່ມີ, ຜູ້ນໍາປອມກໍຈະປ່ອຍໃຫ້ສິ່ງຂອງເຫຼົ່ານີ້ຖືກວາງປະໄວ້ຊະຊາຍ. ພວກເຂົາບໍ່ຊອກຫາຄົນທີ່ເໝາະສົມເພື່ອເກັບຮັກສາພວກມັນ ຫຼື ສະຖານທີ່ທີ່ເໝາະສົມເພື່ອເກັບມ້ຽນພວກມັນ ແລະ ແຮງໄກທີ່ພວກເຂົາຈະໂອ້ລົມກ່ຽວກັບຫຼັກການສະເພາະຂອງການເກັບຮັກສາພວກມັນ. ໃນຂະນະດຽວກັນ, ພວກເຂົາກໍບໍ່ໄດ້ຈັດການໃດໆສຳລັບການວາງ, ການສ້ອມແປງ ແລະ ການບຳລຸງຮັກສາວັດຖຸສິ່ງຂອງເຫຼົ່ານີ້ໃນອະນາຄົດ. ຜູ້ນໍາປອມບາງຄົນເຖິງກັບບໍ່ຮູ້ຫຍັງເລີຍກ່ຽວກັບວ່າເຮືອນຂອງພຣະເຈົ້າມີສິ່ງຂອງຫຍັງແດ່, ພວກເຂົາບໍ່ສົນໃຈ ແລະ ບໍ່ຖາມກ່ຽວກັບເລື່ອງນີ້. ຕົວຢ່າງ, ສົມມຸດວ່າເຮືອນຂອງພຣະເຈົ້າໄດ້ພິມໜັງສືພຣະທຳຂອງພຣະເຈົ້າຫົວໃໝ່. ມີໜັງສືເຫຼືອຈັກຫົວຫຼັງຈາກທີ່ໄດ້ແຈກຢາຍໄປແລ້ວ, ໃຜຖືກຈັດໃຫ້ເກັບຮັກສາປື້ມເຫຼົ່ານັ້ນ, ພວກມັນຖືກເກັບຮັກສາແນວໃດ ແລະ ພວກມັນຖືກເກັບຮັກສາໃນສະຖານທີ່ທີ່ເໝາະສົມ ຫຼື ບໍ່, ຜູ້ນໍາປອມຈະບໍ່ຮູ້ຫຍັງກ່ຽວກັບເລື່ອງເຫຼົ່ານີ້ເລີຍ, ທັງຈະບໍ່ຖາມ ຫຼື ສອບຖາມກ່ຽວກັບພວກມັນ. ເປັນຫຍັງພວກເຂົາຈຶ່ງບໍ່ສອບຖາມ? ພວກເຂົາຄິດວ່າການເກັບຮັກສາວັດຖຸສິ່ງຂອງຂອງເຮືອນຂອງພຣະເຈົ້າເປັນເລື່ອງເລັກນ້ອຍ, ວ່າພວກເຂົາເປັນຜູ້ນໍາ, ເປັນຄົນທີ່ເຮັດສິ່ງສຳຄັນ, ຜູ້ທີ່ເທດສະໜາສະເພາະ. ພວກເຂົາບໍ່ໃສ່ໃຈເລີຍຕໍ່ “ເລື່ອງເລັກນ້ອຍ” ເຫຼົ່ານີ້, ແຕ່ພັດໂຍນໃຫ້ຄົນທີ່ບໍ່ເຂົ້າໃຈຫຍັງເຮັດ ແລະ ພວກເຂົາກໍບໍ່ສົນໃຈວ່າມັນຈະເຮັດໄດ້ດີ ຫຼື ບໍ່ດີ. ສະນັ້ນ, ພວກເຂົາຈຶ່ງບໍ່ເອົາໃຈໃສ່ຕໍ່ວຽກງານການເກັບຮັກສາວັດຖຸສິ່ງຂອງຂອງເຮືອນຂອງພຣະເຈົ້າຢ່າງຈິງຈັງເລີຍ. ນີ້ແມ່ນເຫດຜົນໜຶ່ງ. ອີກເຫດຜົນໜຶ່ງກໍຄື ຜູ້ນໍາປອມບາງຄົນເປັນຄົນສະໝອງຕື້, ຈິດໃຈຂອງພວກເຂົາສັບສົນວຸ້ນວາຍ. ພວກເຂົາບໍ່ມີຄວາມຄິດທີ່ປົກກະຕິ ຫຼື ຄວາມຮັບຮູ້ໃນການເກັບຮັກສາສິ່ງຂອງ ແລະ ພວກເຂົາບໍ່ມີຂັ້ນຕອນ ຫຼື ແນວທາງກ່ຽວກັບວິທີການເກັບຮັກສາສິ່ງຂອງຂອງເຮືອນຂອງພຣະເຈົ້າ. ສະນັ້ນ, ພວກເຂົາຈຶ່ງບໍ່ຮູ້ວ່າມີສິ່ງຂອງເຫຼົ່ານີ້ເສຍຫາຍຫຼາຍສໍ່າໃດ ແລະ ພວກເຂົາກໍບໍ່ຮູ້ວ່າມີກໍລະນີການສິ້ນເປືອງເກີດຂຶ້ນ ຫຼື ບໍ່. ເມື່ອສິ່ງຂອງບາງຢ່າງຖືກຄົນຊົ່ວຊ້າຍຶດຄອງ, ຜູ້ນໍາປອມກໍເວົ້າວ່າ “ປ່ອຍມັນໄປ, ຢ່າງໃດກໍຕາມ, ທຸກສິ່ງກໍຢູ່ໃນພຣະຫັດຂອງພຣະເຈົ້າ.” ສິ່ງຂອງສຳຄັນບາງຢ່າງຖືກບຸກຄົນນຳໃຊ້ໂດຍບໍ່ໄດ້ຮັບອະນຸຍາດຈາກໃຜ; ຄົນເຫຼົ່ານັ້ນກໍຍຶດເອົາສິ່ງຂອງເຫຼົ່ານີ້ໄປ ແລະ ຄົນອື່ນກໍບໍ່ສາມາດນຳໃຊ້ມັນໃນວຽກງານຂອງພວກເຂົາໄດ້ ແລະ ບໍ່ມີໃຜກ້າທວງ. ຜູ້ນໍາປອມກໍເວົ້າວ່າ “ບໍ່ເປັນຫຍັງດອກ. ຊື້ໜ່ວຍໃໝ່ກໍໄດ້. ພວກເຂົາຍຶດເອົາສິ່ງນັ້ນໄປ, ກໍໃຫ້ພວກເຂົາໃຊ້ມັນກ່ອນ. ມັນກໍເປັນພຽງສິ່ງຂອງ, ໃຜໃຊ້ກໍຄືກັນ. ຖ້າພວກເຂົານຳໃຊ້ມັນຢ່າງບໍ່ສົມເຫດສົມຜົນ, ນັ້ນກໍເປັນເລື່ອງລະຫວ່າງພວກເຂົາກັບພຣະເຈົ້າ. ພວກເຮົາບໍ່ຈຳເປັນຕ້ອງແຊກແຊງ.” ເບິ່ງແມ, ພວກເຂົາເທດສະໜາຫຼັກຄຳສອນທີ່ຍິ່ງໃຫຍ່ແນວໃດເພື່ອ “ຈັດການ” ກັບບັນຫາ, ເຮັດໃຫ້ເລື່ອງໃຫຍ່ກາຍເປັນເລື່ອງນ້ອຍ ແລະ ເລື່ອງນ້ອຍກາຍເປັນບໍ່ມີຫຍັງ. ຜູ້ນໍາປອມບໍ່ໄດ້ເຮັດໜ້າທີ່ຮັບຜິດຊອບຂອງຕົນເລີຍເມື່ອເວົ້າເຖິງການເກັບຮັກສາສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າ. ພວກເຂົາບໍ່ສົນໃຈ ຫຼື ຖາມກ່ຽວກັບມັນ ແລະ ພວກເຂົາກໍບໍ່ແກ້ໄຂ ຫຼື ຈັດການກັບບັນຫາໃດໆ. ແມ່ນແຕ່ຖ້າເບື້ອງເທິງກວດສອບວຽກງານຂອງພວກເຂົາ, ພວກເຂົາກໍພຽງແຕ່ເວົ້າອ້ຳໆອຶ້ງໆເພື່ອປັດຄວາມຮັບຜິດຊອບ ແລະ ກໍເທົ່ານັ້ນ.
ອ້າຍເອື້ອຍນ້ອງບາງຄົນຊື້ອຸປະກອນ, ເຄື່ອງນຸ່ງ ແລະ ຢາເພື່ອໃຫ້ເຮືອນຂອງພຣະເຈົ້ານຳໃຊ້ ແລະ ເມື່ອຜູ້ນໍາປອມເຫັນສິ່ງຂອງເຫຼົ່ານັ້ນ, ພວກເຂົາກໍຈະເລືອກເອົາເຄື່ອງນຸ່ງ, ເກີບ ແລະ ກະເປົາທີ່ດີໆໄປກ່ອນ ແລະ ປະໃຫ້ຄົນອື່ນເອົາແຕ່ຂອງທີ່ເຫຼືອທີ່ພວກເຂົາເອງບໍ່ຕ້ອງການ. ເມື່ອພວກສະໝຸນທີ່ໂງ່ຈ້າຂອງພວກເຂົາເຫັນເຊັ່ນນີ້, ພວກເຂົາກໍເວົ້າວ່າ “ຜູ້ນໍາຂອງພວກເຮົາເລືອກເອົາສິ່ງທີ່ລາວຕ້ອງການແລ້ວ, ຕອນນີ້ເຖິງຮອບຂອງພວກເຮົາແລ້ວ. ເມື່ອພວກເຮົາເລືອກແລ້ວ, ພວກເຮົາຈະໂຍນຂອງທີ່ບໍ່ມີຄ່າທີ່ເຫຼືອໃຫ້ອ້າຍເອື້ອຍນ້ອງທີ່ຢູ່ລະດັບຕໍ່າກວ່າພວກເຮົາ.” ສິ່ງຂອງເຫຼົ່ານີ້ຕົກໄປຢູ່ໃນມືໃຜ, ກໍເປັນຂອງຄົນນັ້ນ ແລະ ສິ່ງຂອງທີ່ເຫຼືອທີ່ບໍ່ມີໃຜມັກກໍຖືກປະຖິ້ມໄວ້ ແລະ ບໍ່ມີໃຜເກັບຮັກສາ. ສະນັ້ນ, ຕາມຊື່ແລ້ວ ວັດຖຸສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າມີສະຖານທີ່ເກັບຮັກສາ, ແຕ່ຄວາມຈິງແລ້ວ, ພວກມັນບໍ່ໄດ້ຖືກເກັບຮັກສາເລີຍ, ສະຖານທີ່ເຫຼົ່ານັ້ນກໍຄືບ່ອນຖິ້ມຂີ້ເຫຍື້ອ, ໂດຍບໍ່ມີໃຜຈັດການເລີຍ. ພວກເຂົາພຽງແຕ່ຖິ້ມສິ່ງຂອງໄວ້ບ່ອນໃດບ່ອນໜຶ່ງ ແລະ ປ່ອຍໃຫ້ມັນກອງກັນ. ມີທັງເຄື່ອງນຸ່ງ, ເກີບ ແລະ ຖົງຕີນ, ຢາ ແລະ ເຄື່ອງໃຊ້ໄຟຟ້າ, ພ້ອມທັງເຄື່ອງໃຊ້ປະຈຳວັນ ແລະ ເຄື່ອງຄົວ, ມັນສັບສົນປົນເປ, ມີທັງສິ່ງຂອງທີ່ບໍ່ມີໃຜຕ້ອງການທຸກຊະນິດ ແລະ ແມ່ນແຕ່ອາຫານຂອງຄົນ ແລະ ອາຫານຂອງໝາກໍປົນກັນ. ຖ້າເຈົ້າຖາມວ່າໃຜກຳລັງຈັດການສິ່ງຂອງເຫຼົ່ານີ້ ແລະ ພວກເຂົາໄດ້ຈັດແຍກປະເພດຂອງພວກມັນ ຫຼື ບໍ່; ຫຼື ວ່າມີຄຳແນະນຳສຳລັບສິ່ງຂອງເຫຼົ່ານີ້ ຫຼື ບໍ່ ແລະ ພວກມັນຕ້ອງຖືກເກັບຮັກສາແນວໃດ; ຫຼື ຖ້າສິ່ງຂອງເຫຼົ່ານີ້ບໍ່ຈຳເປັນສຳລັບວຽກງານຂອງເຮືອນຂອງພຣະເຈົ້າ, ອ້າຍເອື້ອຍນ້ອງຕ້ອງການພວກມັນ ຫຼື ບໍ່, ກໍບໍ່ມີໃຜຮູ້ຄຳຕອບ. ມັນເປັນເລື່ອງປົກກະຕິທີ່ອ້າຍເອື້ອຍນ້ອງຈະບໍ່ຮູ້, ແຕ່ຜູ້ນໍາ ແລະ ຜູ້ເຮັດວຽກກໍບໍ່ມີຄຳຕອບສຳລັບຄຳຖາມເຫຼົ່ານີ້ເຊັ່ນກັນ, ພວກເຂົາປັດຄວາມຮັບຜິດຊອບຕໍ່ສິ່ງເຫຼົ່ານີ້ຢ່າງສິ້ນເຊີງ, ໂດຍເວົ້າວ່າ “ຂ້ອຍບໍ່ຮູ້” ຫຼື “ມີຄົນເບິ່ງແຍງຢູ່ແລ້ວ”, ດ້ວຍເຫດນີ້ຈຶ່ງເປັນການໄລ່ເຈົ້າ ແລະ ຫຼອກລວງເຮືອນຂອງພຣະເຈົ້າ. ສິ່ງນີ້ເຮັດໃຫ້ບັນຫາເຫຼົ່ານີ້ບໍ່ໄດ້ຮັບການແກ້ໄຂ. ມັນບໍ່ຍາກສຳລັບຜູ້ນໍາ ແລະ ຜູ້ເຮັດວຽກທີ່ຈະຊອກຫາຄົນທີ່ເໝະສົມເພື່ອຈັດການວັດຖຸສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າ, ແມ່ນບໍ? ຜູ້ນໍາປອມບໍ່ໄດ້ເຮັດແມ່ນແຕ່ວຽກງານງ່າຍໆໃນການຊອກຫາຄົນທີ່ຈົງຮັກພັກດີເພື່ອເກັບຮັກສາສິ່ງຂອງເຫຼົ່ານີ້ຢ່າງເໝາະສົມ, ເພື່ອເກັບກຳບັນທຶກທີ່ດີ ແລະ ຈັດແຍກໃຫ້ເປັນລະບຽບ. ແລ້ວພວກເຂົາເຮັດຫຍັງ? ເມື່ອອ້າຍເອື້ອຍນ້ອງໄດ້ຖວາຍເຄື່ອງນຸ່ງ ຫຼື ເຄື່ອງໃຊ້ປະຈຳວັນໃຫ້ແກ່ເຮືອນຂອງພຣະເຈົ້າ ແລະ ຜູ້ນໍາປອມເຫັນສິ່ງຂອງເຫຼົ່ານີ້, ພວກເຂົາກໍແຫ່ມາລ້ອມຮອບ, ຄືກັບຝູງໝາປ່າທີ່ຫິວໂຫຍກຳລັງແບ່ງກັນກິນຊີ້ນ. ພວກເຂົາລອງເຄື່ອງນຸ່ງທີ່ເໝາະສົມກັບພວກເຂົາເທື່ອແລ້ວເທື່ອເລົ່າ, ເລືອກເອົາສິ່ງຂອງໃຫ້ຕົນເອງຢ່າງບໍ່ມີທີ່ສິ້ນສຸດ. ເມື່ອເຮືອນຂອງພຣະເຈົ້າຈັດຊື້ເຄື່ອງຈັກ ແລະ ອຸປະກອນທີ່ສຳຄັນ ແລະ ລາຄາແພງປະເພດຕ່າງໆ, ພວກເຂົາກໍຟ້າວເລືອກເອົາຂອງດີໆໃຫ້ຕົນເອງກ່ອນ. ເປັນຫຍັງພວກເຂົາຈຶ່ງເລືອກເອົາຂອງດີ? ພວກເຂົາຄິດວ່າໃນຖານະຜູ້ນໍາ ຫຼື ຜູ້ເຮັດວຽກ, ພວກເຂົາມີສິດທິພິເສດໃນການນຳໃຊ້ສິ່ງຂອງຂອງເຮືອນຂອງພຣະເຈົ້າ. ບໍ່ວ່າເຮືອນຂອງພຣະເຈົ້າຈະມອບຫຍັງໃຫ້, ພວກເຂົາກໍຈະເລືອກເອົາຂອງດີທີ່ສຸດກ່ອນສະເໝີ. ນີ້ຄືວິທີທີ່ພວກເຂົາປະຕິບັດຕໍ່ສິ່ງຂອງຂອງເຮືອນຂອງພຣະເຈົ້າ. ນີ້ແມ່ນການເຮັດວຽກບໍ? ນີ້ບໍ່ແມ່ນການສະແດງອອກຂອງຜູ້ນໍາປອມບໍ? ເມື່ອເວົ້າເຖິງສິ່ງຂອງທີ່ມີວັນໝົດອາຍຸ, ຕົວຢ່າງ, ອາຫານ ແລະ ຢາ, ຜູ້ນໍາປອມກໍພຽງແຕ່ບໍ່ສົນໃຈພວກມັນ. ພວກເຂົາບໍ່ຊອກຫາບຸກຄະລາກອນທີ່ເໝາະສົມເພື່ອຈັດການພວກມັນ, ທັງບໍ່ບອກບຸກຄະລາກອນວ່າ “ສິ່ງຂອງເຫຼົ່ານີ້ບາງຢ່າງມີວັນໝົດອາຍຸ, ສະນັ້ນ ໃຫ້ເຮັດບັນທຶກໄວ້ທັນທີ. ໃຫ້ຮີບຮ້ອນຈັດສັນໃຫ້ອ້າຍເອື້ອຍນ້ອງກ່ອນວັນໝົດອາຍຸ ເພື່ອໃຫ້ພວກມັນຖືກນຳໃຊ້ຢ່າງສົມເຫດສົມຜົນ, ຢ່າລໍຖ້າໃຫ້ມັນໝົດອາຍຸ; ຢ່າປ່ອຍໃຫ້ມັນສິ້ນເປືອງ.” ຜູ້ນໍາປອມບໍ່ເຄີຍເຮັດສິ່ງເຫຼົ່ານີ້. ເມື່ອສິ່ງໃດໜຶ່ງໝົດອາຍຸ, ພວກເຂົາກໍພຽງແຕ່ຖິ້ມມັນໄປ. ເມື່ອຜູ້ນໍາ ແລະ ຜູ້ເຮັດວຽກປະຕິບັດວຽກງານໃນເຮືອນຂອງພຣະເຈົ້າ, ຖ້າຈະເວົ້າຢ່າງເຂັ້ມງວດແລ້ວ, ພວກເຂົາຄວນເປັນຜູ້ດູແລຂອງເຮືອນຂອງພຣະເຈົ້າ. ສິ່ງທຳອິດທີ່ພວກເຂົາຄວນເຮັດກໍຄືການເກັບຮັກສາສິ່ງຂອງຂອງເຮືອນຂອງພຣະເຈົ້າໃຫ້ດີຢ່າງສົມເຫດສົມຜົນ, ເຝົ້າລະວັງຢ່າງເຂັ້ມງວດ ແລະ ດຳເນີນການກວດສອບຢ່າງເໝາະສົມໃນເລື່ອງນີ້. ນີ້ກໍເປັນລາຍການພື້ນຖານຂອງວຽກງານຂອງເຮືອນຂອງພຣະເຈົ້າເຊັ່ນກັນ, ແຕ່ຜູ້ນໍາປອມບໍ່ສາມາດເຮັດແມ່ນແຕ່ວຽກງານພື້ນຖານເຊັ່ນນີ້ໄດ້. ພວກເຂົາເປັນຄົນສະໝອງຕື້, ມີຄວາມສາມາດຕໍ່າ ແລະ ໂງ່ຈ້າ ຫຼື ວ່າຈິດໃຈຂອງພວກເຂົາບໍ່ຊື່ຕົງ? ຖ້າພວກເຂົາເປັນຄົນໂງ່ຈ້າ ແລະ ສະໝອງຕື້, ພວກເຂົາຮູ້ຈັກເລືອກເອົາຂອງດີໆໃຫ້ຕົນເອງໄດ້ແນວໃດ? ເປັນຫຍັງພວກເຂົາຈຶ່ງບໍ່ແບ່ງປັນສິ່ງຂອງຂອງຕົນເອງ ຫຼື ມອບໃຫ້ຄົນອື່ນຢ່າງຊະຊາຍ? ເປັນຫຍັງພວກເຂົາຈຶ່ງບໍ່ທຳລາຍ ຫຼື ເຮັດໃຫ້ສິ່ງຂອງຕົນເອງເສຍຫາຍ? ແລ້ວ ເປັນຫຍັງນີ້ຈຶ່ງເປັນທັດສະນະຂອງພວກເຂົາຕໍ່ສິ່ງຂອງຂອງເຮືອນຂອງພຣະເຈົ້າ? ເຫັນໄດ້ຊັດເຈນວ່າ ພວກເຂົາຂາດສິນທຳ ແລະ ຈິດໃຈຂອງພວກເຂົາກໍບໍ່ຊື່ຕົງ. ເມື່ອຜູ້ນໍາ ແລະ ຜູ້ເຮັດວຽກໄດ້ຮັບສະຖານະ ແລະ ໄດ້ສຳຜັດກັບຂອບເຂດວຽກງານທີ່ກວ້າງຂວາງຂຶ້ນຂອງເຮືອນຂອງພຣະເຈົ້າ, ພວກເຂົາກໍຈະໄດ້ຮັບສິດທິພິເສດໃນການເຂົ້າເຖິງວັດຖຸສິ່ງຂອງຕ່າງໆ ແລະ ຊັບສິນສ່ວນລວມຂອງເຮືອນຂອງພຣະເຈົ້າ ແລະ ພວກເຂົາກໍເປັນຜູ້ທີ່ຮູ້ຂໍ້ມູນກ່ຽວກັບສິ່ງເຫຼົ່ານີ້ດີທີ່ສຸດ. ແຕ່ພວກເຂົາກໍພັດບໍ່ສົນໃຈພວກມັນ, ບໍ່ເກັບຮັກສາພວກມັນຢ່າງເໝາະສົມ ແລະ ປ່ອຍໃຫ້ໃຜກໍໄດ້ນຳໃຊ້ ແລະ ເອົາໄປ, ພວກເຂົາພຽງແຕ່ປ່ອຍໃຫ້ໃຜກໍຕາມທີ່ເຕັມໃຈຈະໃສ່ໃຈເຮັດໄປ ແລະ ຖ້າຫາກມີຄົນບໍ່ເຕັມໃຈທີ່ຈະໃສ່ໃຈ ແລະ ບໍ່ຮັບຜິດຊອບ, ພວກເຂົາກໍບໍ່ສົນໃຈ ແລະ ແມ່ນແຕ່ຖ້າພວກເຂົາຮູ້ວ່າຄົນໃດໜຶ່ງມີບັນຫາ, ພວກເຂົາກໍບໍ່ແກ້ໄຂມັນ. ຄົນເຫຼົ່ານີ້ຄືຜູ້ນໍາປອມ. ມາຮອດຈຸດນີ້, ພວກເຮົາໄດ້ສະຫຼຸບວ່າ ຜູ້ນໍາປອມ, ນອກເໜືອຈາກການມີຄຸນນະພາບຕໍ່າ ແລະ ບໍ່ແບກຮັບພາລະແລ້ວ, ຍັງມີຈິດໃຈທີ່ບໍ່ຊື່ຕົງ ແລະ ມີຄຸນລັກສະນະທີ່ບໍ່ດີອີກດ້ວຍ. ເນື່ອງຈາກຜູ້ນໍາເຫຼົ່ານີ້ມີຄຸນນະພາບຕໍ່າ ແລະ ຂາດຄວາມສາມາດໃນການຢັ່ງຮູ້, ການທີ່ພວກເຂົາເຮັດວຽກງານທີ່ກ່ຽວຂ້ອງກັບຄວາມຈິງ ແລະ ທາງເຂົ້າຂອງຊີວິດໄດ້ບໍ່ດີກໍເປັນສິ່ງທີ່ເຂົ້າໃຈໄດ້. ແລ້ວເນື່ອງຈາກພວກເຂົາມີຄຸນນະພາບຕໍ່າ ແລະ ບໍ່ມີຄວາມສາມາດໃນການເຮັດວຽກ, ການທີ່ພວກເຂົາເຮັດວຽກງານທີ່ກ່ຽວຂ້ອງກັບການບໍລິຫານໄດ້ບໍ່ດີກໍເປັນສິ່ງທີ່ສາມາດທົນໄດ້ເຊັ່ນກັນ. ແຕ່ການທີ່ພວກເຂົາບໍ່ສາມາດແມ່ນແຕ່ປະຕິບັດວຽກງານທີ່ກ່ຽວຂ້ອງກັບການຈັດການສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າ, ເຊິ່ງເປັນວຽກງານທີ່ເລັກນ້ອຍທີ່ສຸດ, ງ່າຍດາຍທີ່ສຸດ, ກໍຍິ່ງສະແດງໃຫ້ເຫັນບາງສິ່ງຢ່າງຊັດເຈນຍິ່ງຂຶ້ນ: ສຳລັບຜູ້ນໍາປອມບາງຄົນ, ບັນຫາຂອງພວກເຂົາບໍ່ແມ່ນພຽງແຕ່ການມີຄຸນນະພາບຕໍ່າ ແລະ ບໍ່ແບກຮັບພາລະ, ຍິ່ງໄປກວ່ານັ້ນ ພວກເຂົາຍັງມີຄຸນລັກສະນະທີ່ຕໍ່າຕ້ອຍ ແລະ ມີຄວາມເປັນມະນຸດທີ່ບໍ່ດີເປັນພິເສດ. ຜ່ານການໂອ້ລົມຂອງພວກເຮົາກ່ຽວກັບຄວາມຮັບຜິດຊອບຂໍ້ທີສິບຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ການສະແດງອອກອີກຢ່າງໜຶ່ງຂອງຜູ້ນໍາປອມກໍໄດ້ຖືກເປີດເຜີຍ: ພວກເຂົາບໍ່ພຽງແຕ່ມີຄຸນນະພາບຕໍ່າ, ບໍ່ແບກຮັບພາລະ ແລະ ເພີດເພີນກັບຄວາມສຸກສະບາຍທາງເນື້ອໜັງ, ພວກເຂົາຍັງມີຄຸນລັກສະນະທີ່ບໍ່ດີ ແລະ ຈິດໃຈຂອງພວກເຂົາກໍບໍ່ຊື່ຕົງ. ສິ່ງຂອງທີ່ບໍ່ແມ່ນຂອງພວກເຂົາກໍບໍ່ແມ່ນເລື່ອງທີ່ພວກເຂົາສົນໃຈ, ພວກເຂົາບໍ່ໄດ້ເກັບຮັກສາມັນແມ່ນແຕ່ໜ້ອຍດຽວ. ເຈົ້າໄດ້ຖືກແຕ່ງຕັ້ງໃຫ້ເປັນຜູ້ດູແລຂອງເຮືອນຂອງພຣະເຈົ້າ, ແຕ່ເຈົ້າພັດລ້ຽງບໍ່ເຊື້ອງ ແລະ ບໍ່ປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າທັງໆທີ່ອາໄສຢູ່ກັບເຮືອນຂອງພຣະອົງ; ເຈົ້າໂຍນສິ່ງຂອງຂອງເຮືອນຂອງພຣະເຈົ້າໄປຂ້າງທາງຊະຊາຍ, ຄືກັບວ່າມັນເປັນຂອງຄົນນອກ ແລະ ເຈົ້າກໍບໍ່ເກັບຮັກສາພວກມັນ ແລະ ເຈົ້າກໍຄິດວ່າມັນບໍ່ແມ່ນເລື່ອງໃຫຍ່. ນີ້ບໍ່ແມ່ນການລົ້ມເຫຼວໃນການເຮັດໜ້າທີ່ຮັບຜິດຊອບຂອງເຈົ້າ, ມັນເປັນບັນຫາກັບຄວາມເປັນມະນຸດຂອງເຈົ້າ, ມັນຄືການຂາດສິນທຳຢ່າງໃຫຍ່ຫຼວງ! ການເກັບຮັກສາສິ່ງຂອງທີ່ພວກເຂົາຄວນເກັບຮັກສາໄດ້ບໍ່ດີ ຫຼື ບໍ່ເກັບຮັກສາເລີຍ ສະແດງໃຫ້ເຫັນວ່າຜູ້ນໍາປອມບໍ່ມີຄວາມເປັນມະນຸດ ແລະ ຈິດໃຈຂອງພວກເຂົາກໍບໍ່ຊື່ຕົງ. ພວກເຂົາບໍ່ສາມາດແມ່ນແຕ່ເກັບຮັກສາສິ່ງຂອງຂອງເຮືອນຂອງພຣະເຈົ້າໄດ້ດີ, ສະນັ້ນ ຖ້າຫາກໃຫ້ພວກເຂົາຈັດສັນ, ພວກເຂົາຈະສາມາດເຮັດໄດ້ຢ່າງສົມເຫດສົມຜົນບໍ? ພວກເຂົາຍິ່ງຫ່າງໄກຈາກການກະທຳຕາມຫຼັກການ. ພວກເຂົາເຫັນສິ່ງຂອງຂອງເຮືອນຂອງພຣະເຈົ້າຖືກຖິ້ມຢ່າງບໍ່ໃສ່ໃຈ, ເສຍຫາຍ ແລະ ສິ້ນເປືອງ, ໂດຍບໍ່ມີຄົນດີຄອຍຈັດການ ແລະ ພວກເຂົາກໍຮູ້ດີໃນໃຈວ່າການເຮັດເຊັ່ນນັ້ນບໍ່ຖືກຕ້ອງ, ແຕ່ພວກເຂົາກໍຍັງບໍ່ຈັດການກັບເລື່ອງນີ້. ນັ້ນຄືການມີຈິດໃຈທີ່ບໍ່ຊື່ຕົງ. ຄົນຖ່ອຍເຫຼົ່ານັ້ນ, ທີ່ຈິດໃຈບໍ່ຊື່ຕົງ, ຈະສາມາດຈັດສັນວັດຖຸສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າຢ່າງສົມເຫດສົມຜົນໄດ້ບໍ? ພວກເຂົາຍິ່ງບໍ່ສາມາດເຮັດໄດ້, ຖ້າເຈົ້າໃຫ້ພວກເຂົາຈັດສັນສິ່ງຂອງເຫຼົ່ານັ້ນ, ພວກເຂົາກໍຈະເຮັດສິ່ງທີ່ຍິ່ງຂາດສິນທຳຫຼາຍຂຶ້ນ.
ໃນຄຣິສຕະຈັກຟາມແຫ່ງໜຶ່ງທີ່ລ້ຽງໝາ, ຜູ້ທີ່ຮັບຜິດຊອບລ້ຽງໝາໄດ້ເອົາໃຈໃສ່ລູກໝາເກີດໃໝ່ເປັນພິເສດ. ພວກເຂົາຢ້ານວ່າລູກໝາຈະບໍ່ໄດ້ຮັບສານອາຫານທີ່ຈຳເປັນ, ສະນັ້ນ ພວກເຂົາຈຶ່ງຍື່ນຄຳຮ້ອງຂໍໄຂ່ປອດສານພິດໃຫ້ໝາກິນ. ຜູ້ນໍາປອມຢູ່ທີ່ນັ້ນກໍໄດ້ອະນຸມັດຄຳຮ້ອງຂໍນັ້ນທັນທີ; ພວກເຂົາບໍ່ໄດ້ຄິດເລີຍວ່າໄຂ່ປອດສານພິດນັ້ນຫາຍາກສໍ່າໃດ. ແມ່ນແຕ່ຄົນກໍຍັງ ບໍ່ພໍກິນ, ແລ້ວເປັນຫຍັງພວກເຂົາຈຶ່ງເອົາໃຫ້ໝາກິນ? ນີ້ບໍ່ແມ່ນວິທີການຈັດການກັບເລື່ອງນີ້ທີ່ໜ້າຂັນທີ່ສຸດບໍ? ແມ່ນຫຍັງຄືລັກສະນະຂອງພຶດຕິກຳນີ້ຂອງຜູ້ນໍາປອມຜູ້ນັ້ນ? ມັນຈະຖືກຈັດປະເພດແນວໃດ? ການກະທຳຂອງຜູ້ນໍາປອມຜູ້ນັ້ນບໍ່ໄຮ້ສາລະບໍ? ຄຳເວົ້າທີ່ຜູ້ນໍາປອມຜູ້ນັ້ນເວົ້າອອກມາຢູ່ສະເໝີກໍຄືຫຼັກຄຳສອນທີ່ຖືກໃຈຄົນ, ແຕ່ຄວາມຈິງແລ້ວ, ພວກເຂົາບໍ່ເຂົ້າໃຈຫຼັກການຄວາມຈິງແມ່ນແຕ່ໜ້ອຍດຽວ, ສະນັ້ນ ເມື່ອມີບາງຢ່າງເກີດຂຶ້ນ, ພວກເຂົາກໍຮັບມື ແລະ ຈັດການກັບມັນຕາມຈິນຕະນາການ, ຄວາມມັກ ແລະ ຄວາມປາຖະໜາສ່ວນຕົວຂອງມະນຸດ ແລະ ໃນທີ່ສຸດ ພວກເຂົາກໍລົງທ້າຍດ້ວຍການເຮັດສິ່ງທີ່ເປັນຕາໜ້າລັງກຽດເຊັ່ນການເອົາໄຂ່ປອດສານພິດໃຫ້ໝາກິນ. ການຈັດສັນສິ່ງຂອງຂອງເຮືອນຂອງພຣະເຈົ້າແບບນີ້ໂດຍຜູ້ນໍາປອມຜູ້ນັ້ນສາມາດຖືວ່າສົມເຫດສົມຜົນໄດ້ບໍ? (ບໍ່ໄດ້.) ເປັນຫຍັງພວກເຂົາຈຶ່ງບໍ່ສາມາດບັນລຸການຈັດສັນຢ່າງສົມເຫດສົມຜົນໄດ້? ເມື່ອເບິ່ງຜິວເຜີນ, ເບິ່ງຄືວ່າຜູ້ນໍາປອມໄດ້ແຊກແຊງ, ເອົາໃຈໃສ່ ແລະ ຕິດຕາມແມ່ນແຕ່ເລື່ອງທີ່ເລັກນ້ອຍນີ້ ແລະ ພວກເຂົາກໍມີເຫດຜົນ ແລະ ຫຼັກຖານພຽງພໍທີ່ຈະສະໜັບສະໜູນຄຳຮ້ອງຂໍນີ້, ແຕ່ພວກເຂົາໄດ້ກະທຳຕາມຫຼັກການບໍ? ພວກເຂົາໄດ້ກະທຳຕາມຫຼັກການທີ່ເຮືອນຂອງພຣະເຈົ້າກຳນົດບໍ? ບໍ່. ສະນັ້ນ, ເມື່ອເບິ່ງລັກສະນະຂອງການກະທຳນີ້ຂອງພວກເຂົາ, ມັນເປັນການກະທຳທີ່ດີ ຫຼື ການກະທຳທີ່ຊົ່ວຊ້າ? ມັນເປັນການເຮັດໜ້າທີ່ຮັບຜິດຊອບຂອງຕົນໃຫ້ສຳເລັດ ຫຼື ເປັນການລະເລີຍຕໍ່ໜ້າທີ່? ມັນເປັນການລະເລີຍຕໍ່ໜ້າທີ່, ມັນບໍ່ມີຫຼັກການ, ມັນເປັນການປະພຶດຊົ່ວຊ້າຢ່າງບໍ່ມີຂອບເຂດ! ຜ່ານເລື່ອງນີ້, ເຈົ້າເຫັນວ່າແກ່ນແທ້ແຫ່ງຄວາມເປັນມະນຸດຂອງຜູ້ນໍາປອມຜູ້ນີ້ແມ່ນຫຍັງ? ມັນບໍ່ແມ່ນຄວາມເຂົ້າໃຈທີ່ບິດເບືອນ ແລະ ການນຳໃຊ້ກົດລະບຽບຢ່າງຫຼັບຫູຫຼັບຕາບໍ? ສິ່ງທີ່ພວກເຂົາເວົ້າທຸກຄຳແມ່ນຫຼັກຄຳສອນທີ່ຖືກຕ້ອງ ແລະ ຟັງຄືກັບວ່າບໍ່ມີວະລີໃດທີ່ຜິດ, ແຕ່ຄວາມຈິງແລ້ວ, ມັນບິດເບືອນ. ຄົນປະເພດນີ້ເປັນພວກຝ່າຍວິນຍານປອມ ແລະ ມີຄວາມເຂົ້າໃຈທີ່ບິດເບືອນ, ພວກເຂົາເປັນພວກໄຮ້ຄ່າທີ່ຂາດຄວາມເຂົ້າໃຈຝ່າຍວິນຍານ. ພວກເຮົາໄດ້ກ່າວເຖິງເມື່ອກີ້ນີ້ວ່າ ຄວາມເປັນມະນຸດຂອງຜູ້ນໍາປອມກໍຄື ພວກເຂົາມີຄຸນລັກສະນະຕໍ່າຕ້ອຍ ແລະ ມີຈິດໃຈທີ່ບໍ່ຊື່ຕົງ. ພວກເຂົາຂາດຫຼັກການເມື່ອເຖິງເວລາຈັດສັນສິ່ງຂອງຂອງເຮືອນຂອງພຣະເຈົ້າ ແລະ ພວກເຂົາກໍຈັດສັນຢ່າງຫຼັບຫູຫຼັບຕາ, ຊຶ່ງເປີດເຜີຍວ່າຜູ້ນໍາປອມມີຄວາມເຂົ້າໃຈທີ່ບິດເບືອນ ແລະ ນຳໃຊ້ກົດລະບຽບຢ່າງຫຼັບຫູຫຼັບຕາ ແລະ ພວກເຂົາບໍ່ມີຫຼັກການໃນການກະທຳຂອງພວກເຂົາ, ພວກເຂົາພຽງແຕ່ກະທຳຢ່າງຫຼັບຫູຫຼັບຕາ ແລະ ຕາມອຳເພີໃຈ. ເມື່ອເບິ່ງຈາກພາຍນອກ ຜູ້ນໍາປອມເບິ່ງຄືວ່າມີເມດຕາ ແລະ ໃຈດີຫຼາຍ, ແຕ່ຄວາມຈິງແລ້ວ, ນີ້ຄືຄວາມເມດຕາປອມ ແລະ ຄວາມໃຈດີປອມ. ຕົວຢ່າງ, ເມື່ອແມ່ໝາອອກລູກ, ຄົນລ້ຽງໝາກໍເວົ້າວ່າພວກເຂົາຄວນເອົາຜ້າຫົ່ມໃໝ່ທີ່ເປັນຂອງຄົນໃຫ້ໝາໃຊ້. ຈາກນັ້ນກໍມີຄົນໜຶ່ງເວົ້າວ່າ “ມັນໜ້າເສຍດາຍທີ່ຈະເອົາຜ້າຫົ່ມໃໝ່ໃຫ້ໝາ, ເອົາໃຫ້ອ້າຍເອື້ອຍນ້ອງໃຊ້ຈະດີກວ່າ ແລະ ເອົາຜ້າຫົ່ມເກົ່າທີ່ພວກເຮົາກຳລັງຈະປ່ຽນອອກໃຫ້ສັດໃຊ້.” ເຈົ້າຄິດແນວໃດກັບຄຳແນະນຳນີ້? ການຈັດສັນຂອງໃໝ່ໃຫ້ຄົນ ແລະ ຂອງເກົ່າໃຫ້ສັດແມ່ນຂ້ອນຂ້າງສົມເຫດສົມຜົນ. ນີ້ຄືຫຼັກການ; ນີ້ຄືການຈັດສັນຢ່າງສົມເຫດສົມຜົນ. ຜູ້ນໍາປອມຈັດການກັບເລື່ອງແບບນີ້ແນວໃດເມື່ອພວກເຂົາພົບພໍ້? ຫຼັງຈາກໄດ້ຍິນດັ່ງນັ້ນ, ຜູ້ນໍາປອມຢູ່ທີ່ນັ້ນກໍຄິດໄຕ່ຕອງວ່າ: “ສັດບໍ່ເຄີຍໄດ້ໃຊ້ຂອງໃໝ່. ພວກມັນໃຊ້ແຕ່ຂອງເກົ່າ, ເປິເປື້ອນຢູ່ສະເໝີ. ສ່ວນພວກເຮົາຜູ້ຄົນກໍໄດ້ໃຊ້ຂອງໃໝ່ຢູ່ສະເໝີ. ພຣະທຳຂອງພຣະເຈົ້າໄດ້ກ່າວໄວ້ວ່າ ບາງຄັ້ງພວກເຮົາກໍບໍ່ດີເທົ່າໝູ ຫຼື ໝາ. ສະນັ້ນ, ຢ່າ ຍາດຊີງສິ່ງຂອງກັບໝູ ແລະ ໝາ. ນັ້ນຄືການຂາດຄວາມເປັນມະນຸດ.” ດັ່ງນັ້ນ, ພວກເຂົາກໍລົງທ້າຍດ້ວຍການເອົາຜ້າຫົ່ມໃໝ່ໃຫ້ສັດເຫຼົ່ານັ້ນ. ຄົນຢູ່ທີ່ນັ້ນອາດຈະບໍ່ໄດ້ເສຍຫາຍຫຍັງໂດຍການໃຊ້ຜ້າຫົ່ມເກົ່າ, ແຕ່ວິທີການຈັດການກັບເລື່ອງນີ້ກໍສະແດງໃຫ້ເຫັນເຖິງບັນຫາໄດ້ເປັນຢ່າງດີ. ຜູ້ນໍາປອມມີບົດບາດຫຍັງໃນເລື່ອງນີ້? ພວກເຈົ້າຈະເວົ້າໄດ້ບໍວ່າຄົນປົກກະຕິຈະສາມາດເຮັດສິ່ງເຊັ່ນນີ້ໄດ້? (ບໍ່ໄດ້.) ແລ້ວຄົນປະເພດໃດທີ່ຈະປ່ອຍໃຫ້ເລື່ອງລາວເປັນໄປເຖິງຂັ້ນນີ້ໃນຂະນະທີ່ຈັດການກັບເລື່ອງນີ້? (ຄົນປະເພດປະຫຼາດ, ທີ່ຂາດເຫດຜົນ ຫຼື ຄວາມຄິດຂອງຄົນປົກກະຕິ.) ຄຳຕອບເຫຼົ່ານີ້ລ້ວນແລ້ວແຕ່ຖືກຕ້ອງ, ຄົນເຫຼົ່ານັ້ນບໍ່ມີຄ່າຫຍັງເລີຍ. ເມື່ອຄົນປົກກະຕິພົບພໍ້ບາງຢ່າງເຊັ່ນນີ້, ພວກເຂົາກໍຮູ້ວິທີຈັດການກັບມັນຢ່າງສົມເຫດສົມຜົນ, ແຕ່ຜູ້ນໍາປອມທີ່ເປັນພວກຝ່າຍວິນຍານປອມທີ່ມີຄວາມເຂົ້າໃຈທີ່ບິດເບືອນພັດບໍ່ຮູ້ວິທີຈັດການກັບມັນ. ວິທີການຈັດການຂອງພວກເຂົາກໍເບິ່ງຄືວ່າມີຫຼັກຖານ ແລະ ເບິ່ງຄືວ່າສອດຄ່ອງກັບຫຼັກການຂອງເຮືອນຂອງພຣະເຈົ້າ ແລະ ມີເຫດຜົນທີ່ສົມເຫດສົມຜົນ ແລະ ພຽງພໍມາສະໜັບສະໜູນ, ແຕ່ເມື່ອໄດ້ຍິນແລ້ວ ກໍເຮັດໃຫ້ຄົນບໍ່ຮູ້ວ່າຈະຫົວ ຫຼື ໄຫ້, ມັນໜ້າຂັນທີ່ສຸດ. ເປັນໄປໄດ້ແນວໃດທີ່ພວກເຂົາບໍ່ສາມາດແມ່ນແຕ່ຈະເຂົ້າໃຈເຫດຜົນທີ່ງ່າຍດາຍ ແລະ ຊັດເຈນເຊັ່ນນີ້ໄດ້? ເປັນໄປໄດ້ແນວໃດທີ່ພວກເຂົາລົງທ້າຍດ້ວຍການຈັດການກັບມັນໃນທາງທີ່ບິດເບືອນເຊັ່ນນີ້? ມັນເປັນຕາໜ້າລັງກຽດ. ຖ້າເຈົ້າໃຫ້ພວກເຂົາເຮັດໜ້າທີ່ເປັນຜູ້ດູແລ, ພວກເຂົາກໍຈະໃຫ້ໝາຈັບໜູ, ໃຫ້ແມວເຝົ້າເຮືອນ ແລະ ໃຫ້ໝູນອນເທິງຕຽງ, ທຸກຢ່າງຈະສັບສົນວຸ້ນວາຍໄປໝົດ. ຜູ້ນໍາປອມສາມາດຈັດສັນວັດຖຸສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າຢ່າງສົມເຫດສົມຜົນໄດ້ບໍ? (ບໍ່ໄດ້.) ພວກເຂົາເປັນຄົນອີກຈຳພວກໜຶ່ງ, ເປັນພວກຄົນໂງ່ຈ້າ ແລະ ເປັນພວກຄົນປະຫຼາດ. ນອກເໜືອຈາກຜູ້ນໍາປອມເຫຼົ່ານັ້ນທີ່ມີຄວາມເຂົ້າໃຈທີ່ບິດເບືອນເປັນພິເສດ ແລະ ມີຈິດໃຈທີ່ບໍ່ຊື່ຕົງແລ້ວ, ຜູ້ນໍາປອມສ່ວນຫຼາຍກໍຍັງເຮັດໃຫ້ວຽກງານປະເພດນີ້ສັບສົນ ແລະ ວຸ້ນວາຍ, ເຖິງແມ່ນວ່າພວກເຂົາຈະມີຄວາມສາມາດຢູ່ແດ່ ແລະ ບໍ່ມີຄວາມເຂົ້າໃຈທີ່ບິດເບືອນກໍຕາມ. ພວກເຂົາບໍ່ສາມາດແມ່ນແຕ່ຈະເຮັດໜ້າທີ່ຮັບຜິດຊອບຂັ້ນພື້ນຖານທີ່ສຸດທີ່ພວກເຂົາຄວນເຮັດໃຫ້ສຳເລັດໄດ້. ສະນັ້ນ, ເມື່ອເຈົ້າຖາມພວກເຂົາກ່ຽວກັບວຽກງານນີ້, ຄຳຕອບຂອງພວກເຂົາກໍຈະເປັນແບບເດີມສະເໝີ: “ເລື່ອງນີ້ມີຄົນຮັບຜິດຊອບຢູ່ແລ້ວ, ມີຄົນຮູ້ເລື່ອງນີ້ຢູ່. ຖ້າເຈົ້າມີຄຳຖາມຫຍັງ, ຂ້ອຍຕ້ອງໄປຖາມເພິ່ນກ່ອນ.” ແລ້ວນັ້ນກໍເປັນຄັ້ງສຸດທ້າຍທີ່ເຈົ້າຈະໄດ້ຍິນກ່ຽວກັບເລື່ອງນີ້. ນີ້ຄືການສະແດງອອກທີ່ຜູ້ນໍາປອມສະແດງອອກເມື່ອພວກເຂົາກຳລັງເຮັດວຽກງານນີ້.
ເມື່ອເວົ້າເຖິງວຽກງານການຈັດສັນວັດຖຸສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າ, ຜູ້ນໍາປອມບໍ່ພຽງແຕ່ບໍ່ສາມາດເຮັດສິ່ງນີ້ຕາມຫຼັກການທີ່ເຮືອນຂອງພຣະເຈົ້າກຳນົດ, ພວກເຂົາຍັງເອົາຄວາມຮູ້ສຶກສ່ວນຕົວ, ຄວາມມັກ ແລະ ຄວາມປາຖະໜາຫຼາຍຢ່າງຂອງພວກເຂົາ, ພ້ອມທັງຄວາມເຂົ້າໃຈສ່ວນຕົວຂອງພວກເຂົາ ມາປົນເປນຳອີກ. ພວກເຂົາເຮັດໃຫ້ວຽກງານນີ້ສັບສົນວຸ້ນວາຍ, ໂດຍບໍ່ມີຫຼັກການໃດໆໃຫ້ເວົ້າເຖິງເລີຍ. ສະນັ້ນ, ເມື່ອຜູ້ນໍາປອມກຳລັງຈັດການວັດຖຸສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າ, ຈຶ່ງມັກເກີດມີສະຖານະການທີ່ສິ່ງຂອງຖືກທຳລາຍ, ສິ້ນເປືອງໄປລ້າໆ ຫຼື ເສຍໄປ ແລະ ຈຳນວນກໍບໍ່ຕົງກັນ ໂດຍທີ່ບໍ່ມີໃຜຮູ້. ສິ່ງຂອງອື່ນໆກໍຖືກບຸກຄົນເອົາໄປໃຊ້ສ່ວນຕົວ, ໂດຍບໍ່ໄດ້ລົງທະບຽນ ຫຼື ລາຍງານເລື່ອງນີ້. ຜູ້ນໍາປອມບໍ່ສາມາດແມ່ນແຕ່ຈະຈັດການວຽກງານບໍລິຫານທົ່ວໄປທີ່ງ່າຍດາຍເຊັ່ນນີ້ໃຫ້ດີໄດ້. ພວກເຂົາເຮັດໃຫ້ວຽກງານນີ້ສັບສົນວຸ້ນວາຍ, ແຕ່ພວກເຂົາກໍຍັງຮູ້ສຶກສະບາຍໃຈ, ໂດຍຄິດວ່າພວກເຂົາໄດ້ເຮັດວຽກຫຼາຍແລ້ວ. ຜູ້ນໍາປອມບໍ່ເຄີຍດຳເນີນການກວດກາ, ບຳລຸງຮັກສາ ແລະ ເບິ່ງແຍງວັດຖຸສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າເປັນປະຈຳ; ໃນໃຈແລ້ວ, ພວກເຂົາບໍ່ສົນໃຈສິ່ງຂອງເຫຼົ່ານີ້ແມ່ນແຕ່ໜ້ອຍດຽວ. ສົມມຸດວ່າເຈົ້າຖາມພວກເຂົາວ່າ “ມີໃຜເບິ່ງແຍງການບຳລຸງຮັກສາ ແລະ ການເບິ່ງແຍງອຸປະກອນເຫຼົ່ານີ້ບໍ? ມີກໍລະນີການສິ້ນເປືອງໃນການຈັດຊື້ອາໄຫຼ່ສຳຮອງເມື່ອສ້ອມແປງພວກມັນບໍ? ຫຼື ມີໃຜໃຊ້ຈ່າຍເກີນງົບ ຫຼື ຖືກໂກງບໍ? ມີໃຜຖືກຮັບຜິດຊອບຫຼັງຈາກເຫດການເຫຼົ່ານັ້ນບໍ? ມີໃຜຖືກປັບໃໝ ຫຼື ໄດ້ຮັບຄຳເຕືອນບໍ?” ຜູ້ນໍາປອມຈະບໍ່ຮູ້ ຫຼື ສົນໃຈເລື່ອງໃດໆເຫຼົ່ານີ້ເລີຍ. ບໍ່ວ່າເງິນຈະຖືກໃຊ້ຈ່າຍຢ່າງບໍ່ຖືກຕ້ອງເມື່ອຊື້ສິ່ງຂອງໃຫ້ເຮືອນຂອງພຣະເຈົ້າ, ບໍ່ວ່າມີໃຜຖືກມອບໝາຍໃຫ້ຈັດການສິ່ງຂອງເຫຼົ່ານັ້ນຫຼັງຈາກທີ່ຊື້ມາ, ບໍ່ວ່າສິ່ງຂອງທີ່ຊື້ມາເໝາະສົມ ຫຼື ບໍ່ ແລະ ສາມາດນຳໃຊ້ໄດ້ຢ່າງມີປະສິດທິພາບ ຫຼື ບໍ່ ແລະ ຖ້າບໍ່, ພວກມັນຖືກສົ່ງຄືນ ຫຼື ປ່ຽນຄືນພາຍໃນກຳນົດເວລາທີ່ກຳນົດໄວ້ ຫຼື ບໍ່, ພວກເຂົາບໍ່ຮູ້ກ່ຽວກັບເລື່ອງໃດໆເຫຼົ່ານີ້ເລີຍ. ພວກເຂົາເປັນຄົນເບົາປັນຍາແທ້ໆ—ພວກເຂົາບໍ່ຮູ້ຫຍັງເລີຍ. ສິ່ງດຽວທີ່ຜູ້ນໍາປອມຄິດກໍຄືວິທີການເທດສະໜາຫຼັກຄຳສອນໃນການປະຊຸມເພື່ອເຮັດໃຫ້ຄົນນັບຖືພວກເຂົາ; ພວກເຂົາບໍ່ມີຄວາມສາມາດໃນການເຮັດວຽກເມື່ອເວົ້າເຖິງເລື່ອງສະເພາະຂອງການຈັດການສິ່ງຂອງ, ທັງບໍ່ມີທັດສະນະຄະຕິໃດໆຕໍ່ເລື່ອງນີ້. ພວກເຂົາບໍ່ຮູ້ວ່ານີ້ຄືວຽກທີ່ພວກເຂົາຄວນເຮັດ, ທັງບໍ່ຮູ້ວິທີເຮັດມັນ. ທັດສະນະທີ່ຜູ້ນໍາປອມມີຕໍ່ສິ່ງຂອງຂອງເຮືອນຂອງພຣະເຈົ້າກໍຄື ພວກມັນເປັນຂອງທຸກຄົນ, ສະນັ້ນ ໃຜກໍຕາມທີ່ຢາກໃຊ້ຫຍັງກໍສາມາດໃຊ້ໄດ້ ແລະ ໃຜກໍຕາມທີ່ຕ້ອງການຫຍັງກໍສາມາດເອົາໄປ ຫຼື ຂໍຈາກເບື້ອງເທິງໄດ້, ວ່ານີ້ຄືສິດທິຂອງທຸກຄົນ ແລະ ວ່າສິ່ງຂອງຂອງເຮືອນຂອງພຣະເຈົ້າບໍ່ຄວນຢູ່ພາຍໃຕ້ການຈັດການ ຫຼື ການຄວບຄຸມຂອງບຸກຄົນໃດໜຶ່ງ. ສະນັ້ນ, ຖ້າຫາກມີຄົນເຮັດເຄື່ອງຈັກເພ ຫຼື ເສຍ, ພວກເຂົາກໍບໍ່ສົນໃຈ ແລະ ຖ້າຫາກມີຄົນຂໍຊື້ບາງຢ່າງ, ພວກເຂົາກໍບໍ່ສົນໃຈວ່າສິ່ງນັ້ນຈະແພງ ຫຼື ຖືກ. ຄວາມຈິງກໍຄື ເຮືອນຂອງພຣະເຈົ້າມີຂໍ້ກຳນົດສຳລັບສິ່ງເຫຼົ່ານີ້. ຕາບໃດທີ່ຜູ້ນໍາ ແລະ ຜູ້ເຮັດວຽກເຮັດໜ້າທີ່ຮັບຜິດຊອບຂອງຕົນໃຫ້ສຳເລັດ ແລະ ດຳເນີນການກວດສອບຢ່າງເໝາະສົມຕາມຫຼັກການຂອງເຮືອນຂອງພຣະເຈົ້າ, ການສູນເສຍ ແລະ ການສິ້ນເປືອງດັ່ງກ່າວທັງໝົດກໍສາມາດຫຼີກລ່ຽງໄດ້. ແຕ່ຜູ້ນໍາປອມບໍ່ໄດ້ເຮັດແມ່ນແຕ່ວຽກງານທີ່ງ່າຍດາຍທີ່ສຸດນີ້ທີ່ອາດຈະປ້ອງກັນການສູນເສຍໄດ້. ພວກເຂົາບໍ່ແມ່ນພຽງແຕ່ກິນອາຫານຂອງເຮືອນຂອງພຣະເຈົ້າລ້າໆບໍ? ພວກເຂົາບໍ່ແມ່ນກາຝາກບໍ? ນີ້ບໍ່ແມ່ນການສະແດງອອກທີ່ສະເພາະຂອງ “ຄວາມປອມ” ຂອງຜູ້ນໍາປອມບໍ? ຖ້າຫາກພວກເຈົ້າພົບພໍ້ຜູ້ນໍາແບບນັ້ນ, ພວກເຈົ້າຈະຈັດການກັບພວກເຂົາແນວໃດ? (ໂດຍການປົດພວກເຂົາອອກ.) ພຽງແຕ່ປົດພວກເຂົາອອກ, ແລ້ວກໍແລ້ວບໍ? ພວກເຈົ້າບໍ່ຈຳເປັນຕ້ອງສັ່ງສອນພວກເຂົາຈັກໜ້ອຍບໍ? “ເຄື່ອງຈັກໜ່ວຍນັ້ນວາງໄວ້ຫັ້ນຈົນປຽກຊຸ່ມ ແລະ ບໍ່ມີໃຜກວດກາເປັນເວລາຫຼາຍມື້. ກໍບໍ່ຮູ້ວ່າໄຟຍັງໃຊ້ໄດ້ຢູ່ ຫຼື ບໍ່ ຫຼື ວ່າໜູໄດ້ແຫ້ນສາຍໄຟແລ້ວ. ເປັນຫຍັງເຈົ້າຈຶ່ງບໍ່ສົນໃຈສິ່ງເຫຼົ່ານີ້? ຄອມພິວເຕີທີ່ຂ້ານ້ອຍໃຊ້ເພ ແລະ ຕ້ອງການການສ້ອມແປງ. ຖ້າບໍ່ສ້ອມແປງກໍຈະເຮັດໃຫ້ວຽກງານຊັກຊ້າ. ແຕ່ຂ້ານ້ອຍໄດ້ຂໍຈາກເຈົ້າຫຼາຍຄັ້ງແລ້ວ, ເປັນຫຍັງເຈົ້າຈຶ່ງບໍ່ໃສ່ໃຈ? ເຈົ້າກຳລັງເຮັດຫຍັງວຸ້ນວາຍໄປທົ່ວໝົດມື້ຄືກັບໄກ່ຫົວຂາດ? ເມື່ອຕ້ອງເພິ່ງພາຜູ້ນໍາແບບເຈົ້າເຮັດວຽກ, ເຈົ້າກໍເຮັດໃຫ້ວຽກງານທັງໝົດຊັກຊ້າ ແລະ ເຄື່ອງຈັກ ແລະ ວັດຖຸສິ່ງຂອງທັງໝົດກໍຖືກທຳລາຍດ້ວຍມືຂອງເຈົ້າ. ເຈົ້າບໍ່ເບິ່ງແຍງ ຫຼື ຈັດການວັດຖຸສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າ. ເຈົ້າບໍ່ເໝາະສົມທີ່ຈະເປັນຜູ້ນໍາ, ຮີບຮ້ອນລົງຈາກຕຳແໜ່ງສາ!” ການສັ່ງສອນພວກເຂົາແບບນີ້ເໝາະສົມບໍ? (ເໝາະສົມ.) ຄົນທີ່ກ້າສັ່ງສອນຜູ້ນໍາ ແລະ ຜູ້ເຮັດວຽກມີຫຍັງແດ່? ກ່ອນອື່ນ ພວກເຂົາຕ້ອງກ້າຫານ ແລະ ຕ້ອງມີຄວາມຮູ້ສຶກຍຸຕິທຳ. ບາງຄົນອາດຈະເວົ້າວ່າ “ຂ້ານ້ອຍບໍ່ກ້າສັ່ງສອນຜູ້ນໍາ ແລະ ຜູ້ເຮັດວຽກ. ພວກເຂົາເປັນນາຍ, ສ່ວນຂ້ານ້ອຍເປັນພຽງທະຫານ, ຕຳແໜ່ງຂອງຂ້ານ້ອຍຕໍ່າກວ່າພວກເຂົາຫຼາຍ. ພວກເຂົາມີຄວາມຈິງ ແລະ ສາມາດເທດສະໜາໄດ້. ຂ້ານ້ອຍບໍ່ເກັ່ງຫຍັງເລີຍ ແລະ ບໍ່ຢູ່ໃນຖານະທີ່ຈະສັ່ງສອນພວກເຂົາ.” ນີ້ບໍ່ແມ່ນເຫດຜົນແບບບ້າໆບໍ? (ແມ່ນແລ້ວ.) ແລ້ວ, ພວກເຈົ້າຈະສັ່ງສອນຜູ້ນໍາປະເພດນີ້ແນວໃດ? “ຖ້າເຈົ້າສາມາດເຮັດວຽກງານນີ້ໄດ້, ກໍຈົ່ງພະຍາຍາມເຮັດໃຫ້ດີທີ່ສຸດ ແລະ ເຮັດຕາມຫຼັກການຂອງເຮືອນຂອງພຣະເຈົ້າ. ບໍ່ວ່າເຈົ້າຈະຈັດແຈງໃຫ້ພວກເຮົາເຮັດຫຍັງ, ພວກເຮົາກໍຈະເຊື່ອຟັງ. ແຕ່ຖ້າເຈົ້າບໍ່ພະຍາຍາມເຮັດວຽກງານນີ້ໃຫ້ດີທີ່ສຸດ, ຖ້າເຈົ້າບໍ່ເຮັດຕາມຫຼັກການຂອງເຮືອນຂອງພຣະເຈົ້າ, ເຈົ້າຢ່າຫວັງວ່າພວກເຮົາຈະຟັງເຈົ້າເລີຍ! ຍິ່ງໄປກວ່ານັ້ນ, ຖ້າເຈົ້າບໍ່ເຮັດວຽກງານທີ່ແທ້ຈິງ, ພວກເຮົາມີສິດທີ່ຈະປົດເຈົ້າອອກຈາກຕຳແໜ່ງ ແລະ ກຳຈັດເຈົ້າອອກ! ຖ້າເຈົ້າຢາກສ້າງຄວາມເສຍຫາຍ, ກໍສ້າງໃຫ້ແຕ່ໂຕເຈົ້າເອງ, ເຈົ້າຢ່າພະຍາຍາມມາສ້າງຄວາມເສຍຫາຍໃຫ້ພວກເຮົາທຸກຄົນ.” ພວກເຈົ້າຈະກ້າສັ່ງສອນພວກເຂົາແບບນີ້ບໍ? (ກ້າ.) ຕອນນີ້ພວກເຈົ້າເວົ້າແນວນັ້ນ; ເມື່ອເຖິງເວລາແທ້ໆ, ພວກເຈົ້າຈະກ້າເຮັດແທ້ບໍ? ໂດຍທົ່ວໄປແລ້ວ, ສຳລັບເລື່ອງທີ່ກ່ຽວຂ້ອງກັບຫຼັກການຄວາມຈິງ ແລະ ເລື່ອງສຳຄັນ, ພວກເຈົ້າບໍ່ກ້າເວົ້າຕາມອຳເພີໃຈ, ຍ້ອນຢ້ານວ່າການທີ່ບໍ່ເຂົ້າໃຈຢ່າງເລິກເຊິ່ງ ແລະ ເວົ້າບໍ່ແຈ່ມແຈ້ງ ອາດຈະກາຍເປັນການຕັດສິນຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ກໍ່ໃຫ້ເກີດການລົບກວນ. ແຕ່ພວກເຈົ້າຄວນຈະສາມາດມີຄວາມເຂົ້າໃຈຢ່າງເລິກເຊິ່ງໃນເລື່ອງການຈັດການວັດຖຸສິ່ງຂອງ; ພວກເຈົ້າຄວນຮຽນຮູ້ການແຍກແຍະໃນເລື່ອງນີ້ ແລະ ກຳແໜ້ນຫຼັກການຂອງມັນ.
ໃນທີມຜະລິດຮູບເງົາ ມີຜູ້ຊາຍຄົນໜຶ່ງທີ່ຮັບຜິດຊອບເລື່ອງເຄື່ອງນຸ່ງ. ລາວປະພຶດຕົວບໍ່ເປັນລະບຽບ ແລະ ລັກລອບຍັກຍອກສິ່ງຂອງຂອງເຮືອນຂອງພຣະເຈົ້າຢູ່ສະເໝີ. ເມື່ອລາວອອກຈາກທີມຜະລິດຮູບເງົາ, ລາວກໍໄດ້ເອົາສິ່ງຂອງບາງຢ່າງໄປນຳ ແລະ ຕໍ່ມາການກວດສອບບັນຊີກໍພົບວ່າເງິນທີ່ລາວໄດ້ຮັບຈຳນວນຫຼາຍບໍ່ຕົງກັນ. ຍິ່ງໄປກວ່ານັ້ນ, ເຖິງແມ່ນວ່າລາວບໍ່ໄດ້ເຮັດວຽກ, ລາວກໍມີເງິນ ແລະ ຍັງໄດ້ຊື້ຂອງຊັ້ນດີຫຼາຍຢ່າງ. ຫຼາຍຄົນໄດ້ປະຈົບປະແຈງລາວໃນຂະນະທີ່ລາວຢູ່ໃນທີມຜະລິດຮູບເງົາ ແລະ ພວກເຂົາທຸກຄົນກໍຢາກມີຄວາມສຳພັນທີ່ດີກັບລາວ, ເພື່ອວ່າເມື່ອພວກເຂົາຕ້ອງການເຄື່ອງນຸ່ງ, ພວກເຂົາພຽງແຕ່ຂໍ, ລາວກໍຈະເອົາໃຫ້. ຖ້າຫາກຄົນໃດມີຄວາມສຳພັນທີ່ບໍ່ດີກັບລາວ, ລາວກໍຈະບໍ່ເອົາແມ່ນແຕ່ເຄື່ອງນຸ່ງທີ່ພວກເຂົາຄວນຈະໄດ້ຮັບໃຫ້. ນີ້ແມ່ນບັນຫາຫຍັງ? ມັນເປັນບັນຫາກັບບຸກຄະລາກອນຝ່າຍຈັດການ. ສ່ວນໜຶ່ງກໍຄືລາວຍັກຍອກສິ່ງຂອງເຫຼົ່ານີ້ດ້ວຍຕົນເອງ; ອີກສ່ວນໜຶ່ງກໍຄືລາວບໍ່ໄດ້ຈັດສັນສິ່ງຂອງຂອງເຮືອນຂອງພຣະເຈົ້າຕາມຫຼັກການ, ແຕ່ພັດເຮັດຕາມຄວາມຮູ້ສຶກຂອງຕົນ, ຄວາມຕັ້ງໃຈຂອງຕົນເອງ ແລະ ຄວາມສຳພັນຂອງລາວ. ຕາມຫຼັກການແລ້ວ, ຄົນຜູ້ນີ້ຄວນຖືກສະລ້າງອອກ. ນີ້ແມ່ນບັນຫາທີ່ເຫັນໄດ້ຊັດເຈນ. ຜູ້ນໍາປອມບໍ່ພຽງແຕ່ບໍ່ໄດ້ເຮັດເຊັ່ນນັ້ນ, ແຕ່ຍັງຖືວ່າລາວເປັນຄົນດີ ແລະ ຈັດແຈງໃຫ້ລາວໄປປະຕິບັດໜ້າທີ່ຢູ່ບ່ອນອື່ນ. ນີ້ບໍ່ແມ່ນການເຮັດໃຫ້ຄວາມຜິດພາດຮ້າຍແຮງຂຶ້ນບໍ? ເຈົ້າຄິດແນວໃດກັບວິທີການເຮັດວຽກງານນີ້? ມັນສອດຄ່ອງກັບຫຼັກການບໍ? ຜູ້ນໍາຜູ້ນີ້ໄດ້ເຮັດໜ້າທີ່ຮັບຜິດຊອບທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດໃຫ້ສຳເລັດບໍ? (ບໍ່.) ໂດຍບໍ່ຕ້ອງຄຳນຶງເຖິງວ່າຜູ້ນໍາຈະໄດ້ຮັບຜົນປະໂຫຍດຫຍັງຈາກການຈັດການກັບຄົນຜູ້ນັ້ນໃນລັກສະນະນີ້, ພຽງແຕ່ຕັດສິນຈາກວິທີທີ່ພວກເຂົາຈັດການກັບເລື່ອງນີ້, ແມ່ນຫຍັງຄືລັກສະນະຂອງສິ່ງນີ້? ມັນຄືການປົກປ້ອງຄົນຊົ່ວຊ້າໂດຍອີງໃສ່ຄວາມຮູ້ສຶກ ແລະ ບໍ່ຈັດການກັບລາວຕາມຫຼັກການຂອງເຮືອນຂອງພຣະເຈົ້າ. ສະນັ້ນ, ເພື່ອເຊື່ອມໂຍງສິ່ງນັ້ນກັບຂໍ້ທີສິບຂອງຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ຜູ້ນໍາ ແລະ ຜູ້ເຮັດວຽກປະເພດນີ້ໄດ້ເຮັດຜິດພາດຫຍັງໃນການປະຕິບັດຕໍ່ວັດຖຸສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າ? ຜູ້ນໍາຜູ້ນີ້ໄດ້ເຮັດໜ້າທີ່ຮັບຜິດຊອບຂອງຕົນໃຫ້ສຳເລັດບໍ? ການຈັດການກັບເລື່ອງນີ້ຂອງພວກເຂົາແມ່ນອີງໃສ່ການປົກປ້ອງສິ່ງຂອງຂອງເຮືອນຂອງພຣະເຈົ້າບໍ? ບໍ່ແມ່ນຢ່າງແນ່ນອນ. ພວກເຂົາບໍ່ໄດ້ເອົາໃຈໃສ່ສິ່ງຂອງຂອງເຮືອນຂອງພຣະເຈົ້າຢ່າງຈິງຈັງ, ເຖິງກັບເຮັດເປັນບໍ່ຮູ້ບໍ່ເຫັນ ໃນຂະນະທີ່ພວກເຂົາປ່ອຍໃຫ້ສິ່ງຂອງເຫຼົ່ານີ້ຖືກທຳລາຍ ຫຼື ຍຶດເອົາໄປຕາມອຳເພີໃຈໂດຍຄົນຊົ່ວຊ້າ. ນັ້ນແມ່ນວິທີທີ່ພວກເຂົາຈະຈັດການບໍ ຖ້າຫາກສິ່ງຂອງຂອງຕົນເອງເສຍຫາຍ ຫຼື ຖືກຄົນອື່ນຍຶດຄອງເອົາໄປ? ບໍ່ແມ່ນ, ຕອນນັ້ນພວກເຂົາກໍຄົງຈະຄິດເຖິງການແກ້ແຄ້ນ ແລະ ການຊົດເຊີຍ. ສະນັ້ນ, ເປັນຫຍັງພວກເຂົາຈຶ່ງບໍ່ຈັດການກັບສິ່ງຂອງຂອງເຮືອນຂອງພຣະເຈົ້າໃນລັກສະນະນັ້ນ? ພວກເຂົາເຖິງກັບເວົ້າວ່າ “ລາວຈະເອົາຂອງໄປຈັກສອງສາມຢ່າງກໍໄດ້ ຖ້າລາວມັກ, ລາວບໍ່ໄດ້ເອົາໄປຫຼາຍປານນັ້ນ. ລາວຈະຍັກຍອກຂອງເຫຼົ່ານີ້ໜ້ອຍໜຶ່ງກໍໄດ້ ຖ້າລາວມັກ, ໃຜແດ່ທີ່ບໍ່ມີຄວາມປາຖະໜາເລັກນ້ອຍທີ່ຈະເຮັດແນວນັ້ນ? ຈຳນວນໜ້ອຍທີ່ລາວຍັກຍອກໄປນັ້ນມັນສຳຄັນຫຍັງ? ມັນບໍ່ແມ່ນວ່າຄົນອື່ນຈະໄດ້ໜ້ອຍລົງ.” ນີ້ແມ່ນທັດສະນະຄະຕິປະເພດໃດ? ນີ້ແມ່ນທັດສະນະຄະຕິທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນມີຕໍ່ສິ່ງຂອງຂອງເຮືອນຂອງພຣະເຈົ້າບໍ? (ບໍ່ແມ່ນ.) ພວກເຂົາບໍ່ໄດ້ລ້ຽງບໍ່ເຊື້ອງບໍ? ແລ້ວໃນທີ່ສຸດ ພວກເຂົາໄດ້ໃຫ້ເຫດຜົນຫຍັງ? “ປ່ອຍໃຫ້ລາວຍັກຍອກຂອງເຫຼົ່ານັ້ນໄປ, ບໍ່ຈຳເປັນທີ່ພວກເຮົາຈະຕ້ອງໄປສະສາງບັນຊີເຫຼົ່ານີ້ກັບລາວ. ເງິນເລັກນ້ອຍ ແລະ ສິ່ງຂອງເລັກນ້ອຍເຫຼົ່ານັ້ນມັນສຳຄັນຫຍັງ? ພວກຕໍ່ຕ້ານພຣະຄຣິດຍັກຍອກຫຼາຍກວ່ານັ້ນຫຼາຍ. ການຍັກຍອກສິ່ງຂອງເຫຼົ່ານັ້ນຂອງລາວເປັນເລື່ອງລະຫວ່າງລາວກັບພຣະເຈົ້າ, ມັນເປັນເລື່ອງຂອງລາວວ່າລາວຈະສະສາງບັນຊີຕໍ່ໜ້າພຣະເຈົ້າແນວໃດເມື່ອເຖິງເວລາ. ມັນບໍ່ກ່ຽວຫຍັງກັບພວກເຮົາ.” ພວກເຈົ້າປະສົບກັບຄວາມຄິດ ແລະ ຄວາມຮູ້ສຶກຫຍັງ ຫຼັງຈາກທີ່ໄດ້ຍິນຜູ້ນໍາເວົ້າສິ່ງເຊັ່ນນັ້ນ? ໃຜກໍຕາມທີ່ມີຄວາມຮູ້ສຶກຍຸຕິທຳ, ມີຄວາມສຳນຶກຜິດຊອບຊົ່ວດີໜ້ອຍໜຶ່ງ, ກໍຈະຮ້ອງໄຫ້ຢູ່ໃນໃຈເມື່ອໄດ້ຍິນຄຳເວົ້າເຫຼົ່ານີ້ ແລະ ພວກເຂົາກໍຈະຮູ້ສຶກເຈັບປວດໃຈ ແລະ ຜິດຫວັງ, ເຖິງແມ່ນວ່າພວກເຂົາຈະເປັນພຽງຜູ້ຕິດຕາມທຳມະດາ, ແຮງໄກທີ່ພວກເຂົາຈະເປັນຜູ້ນໍາ ຫຼື ຜູ້ເຮັດວຽກ! ຜູ້ນໍາປອມປະເພດນີ້ໄດ້ຮັບພຣະຄຸນ ແລະ ການປົກປ້ອງຂອງພຣະເຈົ້າຫຼາຍ ແລະ ໄດ້ຮັບຄວາມຈິງຂອງພຣະອົງຫຼາຍ, ແຕ່ພວກເຂົາກໍຍັງມີທັດສະນະຄະຕິທີ່ເຢັນຊາແບບນີ້ຕໍ່ສິ່ງຂອງຂອງເຮືອນຂອງພຣະອົງ. ພວກເຂົາມີຄວາມເປັນມະນຸດບໍ? ພວກເຂົາເໝາະສົມທີ່ຈະເປັນຜູ້ນໍາ ຫຼື ຜູ້ເຮັດວຽກບໍ? (ບໍ່ເໝາະສົມ.) ເມື່ອຄົນເຊັ່ນນັ້ນຖືກປົດອອກແລ້ວ, ພວກເຂົາຍັງມີຄຸນສົມບັດທີ່ຈະເປັນຜູ້ນໍາ ຫຼື ຜູ້ເຮັດວຽກໃນອະນາຄົດອີກບໍ? (ບໍ່ມີ, ຄວາມເປັນມະນຸດຂອງພວກເຂົາບໍ່ດີ.) ຄວາມເປັນມະນຸດທີ່ບໍ່ດີຂອງພວກເຂົາສະແດງອອກແນວໃດ? (ໃນການທີ່ພວກເຂົາບໍ່ປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ.) ແມ່ນຫຍັງຄືການກະທຳທີ່ສະເພາະວ່າພວກເຂົາບໍ່ປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ? ແມ່ນຫຍັງຄືແກ່ນແທ້ຂອງການສະແດງອອກທີ່ສະເພາະນີ້? ຄົນແບບນີ້ມີຈິດໃຈທີ່ບໍ່ຊື່ຕົງ ແລະ ມີຄຸນລັກສະນະທີ່ຕໍ່າຕ້ອຍ; ພວກເຂົາເວົ້າຈາຂ້ອນຂ້າງດີ, ແຕ່ພວກເຂົາບໍ່ໄດ້ເຮັດຫຍັງທີ່ເປັນຊິ້ນເປັນອັນ. ຄົນປະເພດນີ້ຕ້ອງບໍ່ເປັນຜູ້ນໍາ ແລະ ຜູ້ເຮັດວຽກຢ່າງເດັດຂາດ. ຜູ້ທີ່ມີຈິດໃຈທີ່ບໍ່ຊື່ຕົງບໍ່ແມ່ນຜູ້ທີ່ຮັກຄວາມຈິງ, ແຕ່ເປັນຜູ້ທີ່ສະແຫວງຫາຜົນປະໂຫຍດຂອງຕົນເອງ; ຜູ້ທີ່ມີຈິດໃຈທີ່ບໍ່ຊື່ຕົງບໍ່ໄດ້ຄິດເຖິງຜູ້ທີ່ຖືກເລືອກຂອງພຣະເຈົ້າຢ່າງເດັດຂາດ ແລະ ພວກເຂົາບໍ່ປົກປ້ອງວຽກງານຂອງຄຣິສຕະຈັກ ຫຼື ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າຢ່າງເດັດຂາດ.
ສິ່ງພື້ນຖານທຳອິດທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຮັດກໍຄືການເຝົ້າລະວັງວັດຖຸສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າຢ່າງເໝາະສົມ, ດຳເນີນການກວດສອບ ແລະ ເຝົ້າຍາມໃຫ້ເຮືອນຂອງພຣະເຈົ້າຢ່າງເໝາະສົມ, ບໍ່ໃຫ້ສິ່ງຂອງໃດໆເສຍຫາຍ, ສິ້ນເປືອງ ຫຼື ຖືກຄົນຊົ່ວຊ້າຍຶດຄອງເອົາໄປ. ນີ້ຄືສິ່ງຂັ້ນຕໍ່າທີ່ສຸດທີ່ພວກເຂົາຄວນເຮັດ. ທັນທີທີ່ເຈົ້າຖືກເລືອກໃຫ້ເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ເຮືອນຂອງພຣະເຈົ້າກໍຖືວ່າເຈົ້າເປັນຜູ້ດູແລຂອງຕົນ: ເຈົ້າຢູ່ໃນຊັ້ນຜູ້ຈັດການ ແລະ ໜ້າວຽກທີ່ເຈົ້າແບກຮັບກໍໜັກໜ່ວງກວ່າຂອງຄົນອື່ນ. ເຈົ້າແບກຮັບຄວາມຮັບຜິດຊອບອັນໃຫຍ່ຫຼວງ. ນັ້ນຄືເຫດຜົນທີ່ທຸກທັດສະນະຄະຕິຂອງເຈົ້າ, ທຸກການກະທຳຂອງເຈົ້າ, ທຸກແຜນການຂອງເຈົ້າໃນການຈັດການກັບບັນຫາ ແລະ ທຸກວິທີການຂອງເຈົ້າໃນການແກ້ໄຂບັນຫາ ລ້ວນແລ້ວແຕ່ກ່ຽວຂ້ອງກັບຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ຖ້າເຈົ້າບໍ່ໄດ້ແມ່ນແຕ່ຈະຄຳນຶງເຖິງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ຫຼື ເອົາໃຈໃສ່, ເຈົ້າກໍບໍ່ເໝາະສົມທີ່ຈະເປັນຜູ້ດູແລຂອງເຮືອນຂອງພຣະອົງ. ຄົນປະເພດນີ້ແມ່ນຄົນແບບໃດ? ເປັນຫຍັງພວກເຂົາຈຶ່ງບໍ່ເໝາະສົມທີ່ຈະເປັນຜູ້ດູແລຂອງເຮືອນຂອງພຣະເຈົ້າ? ໃນບັນດາຜູ້ນໍາປອມ, ມີບາງຄົນທີ່ບໍ່ພຽງແຕ່ມີຄຸນນະພາບຕໍ່າ, ບັນຫາສຳຄັນຂອງພວກເຂົາກໍຄືພວກເຂົາບໍ່ແບກຮັບພາລະ; ພວກເຂົາບໍ່ຮູ້ວິທີເຮັດວຽກ, ແຕ່ພວກເຂົາກໍບໍ່ສະແຫວງຫາຄວາມຈິງ ແລະ ພວກເຂົາບໍ່ສາມາດເຮັດໜ້າທີ່ຮັບຜິດຊອບຂັ້ນພື້ນຖານທີ່ສຸດທີ່ຜູ້ດູແລຄວນເຮັດໄດ້. ພວກເຂົາບໍ່ມີຄວາມສຳນຶກ ແລະ ເຫດຜົນ. ນີ້ກໍເພາະວ່າຈິດໃຈຂອງພວກເຂົາບໍ່ຊື່ຕົງ, ພວກເຂົາມີຄຸນລັກສະນະທີ່ຕໍ່າຕ້ອຍ ແລະ ພວກເຂົາເຫັນແກ່ຕົວ ແລະ ຊົ່ວຊາມ; ພວກເຂົາບໍ່ປົກປ້ອງວຽກງານຂອງຄຣິສຕະຈັກເລີຍ, ແຕ່ມັກຈະທຳລາຍ ແລະ ຂາຍຜົນປະໂຫຍດຂອງຄຣິສຕະຈັກ, ເອົາໃຈຄົນ ແລະ ຮັກສາຄວາມສຳພັນຂອງພວກເຂົາກັບຄົນອື່ນ ໂດຍແລກກັບການສ້າງຄວາມເສຍຫາຍຕໍ່ຜົນປະໂຫຍດຂອງຄຣິສຕະຈັກ. ພວກເຂົາປ່ອຍໃຫ້ວັດຖຸສິ່ງຂອງຂອງເຮືອນຂອງພຣະເຈົ້າເສຍຫາຍ, ສິ້ນເປືອງ, ສູນຫາຍ ຫຼື ແມ່ນແຕ່ຖືກຄົນຊົ່ວຊ້າຍຶດຄອງເອົາໄປ ແລະ ພວກເຂົາກໍບໍ່ສົນໃຈເລື່ອງນີ້ເລີຍ ຫຼື ມີຄວາມຮູ້ສຶກເປັນໜີ້ ຫຼື ສຳນຶກຜິດກັບເລື່ອງນີ້ແມ່ນແຕ່ໜ້ອຍດຽວ. ສະນັ້ນ, ເມື່ອເວົ້າເຖິງການເລືອກຜູ້ນໍາ ແລະ ຜູ້ເຮັດວຽກ, ເມື່ອເບິ່ງຈາກທັດສະນະຂອງຄວາມເປັນມະນຸດ, ແມ່ນຫຍັງຄືສິ່ງພື້ນຖານທີ່ສຸດທີ່ພວກເຂົາຄວນມີ? ພວກເຂົາຕ້ອງມີຄວາມສຳນຶກ ແລະ ຄວາມຮູ້ສຶກຍຸຕິທຳ ແລະ ແຮງຈູງໃຈຂອງພວກເຂົາກໍຄວນເໝາະສົມ. ຄວາມເປັນມະນຸດຂອງພວກເຂົາຕ້ອງຜ່ານເກນກ່ອນ. ບໍ່ວ່າພວກເຂົາຈະມີຄວາມສາມາດໃນການເຮັດວຽກຫຼາຍສໍ່າໃດ ຫຼື ມີລະດັບຄວາມສາມາດສູງສໍ່າໃດ, ຄົນປະເພດນັ້ນກໍຈະໄດ້ມາດຕະຖານໃນຖານະຜູ້ດູແລ ຖ້າພວກເຂົາເຮັດໜ້າທີ່ເປັນຜູ້ຄຸມງານ. ຢ່າງໜ້ອຍທີ່ສຸດ, ພວກເຂົາກໍຈະສາມາດປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ຜົນປະໂຫຍດສ່ວນລວມຂອງອ້າຍເອື້ອຍນ້ອງ. ພວກເຂົາຈະບໍ່ຂາຍຜົນປະໂຫຍດຂອງອ້າຍເອື້ອຍນ້ອງຢ່າງເດັດຂາດ, ທັງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ເມື່ອຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ອ້າຍເອື້ອຍນ້ອງກຳລັງຈະໄດ້ຮັບຄວາມເສຍຫາຍ ຫຼື ໄດ້ຮັບບາດເຈັບ, ພວກເຂົາກໍຈະຄິດເຖິງມັນລ່ວງໜ້າ ແລະ ພວກເຂົາກໍຈະເປັນຄົນທຳອິດທີ່ອອກໜ້າປົກປ້ອງພວກເຂົາ, ເຖິງແມ່ນວ່າການເຮັດເຊັ່ນນັ້ນຈະສົ່ງຜົນກະທົບຕໍ່ຄວາມປອດໄພຂອງຕົນເອງ ຫຼື ຮຽກຮ້ອງໃຫ້ພວກເຂົາຕ້ອງຈ່າຍລາຄາ ຫຼື ທົນທຸກກໍຕາມ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນສິ່ງທີ່ຄົນທີ່ມີຄວາມສຳນຶກ ແລະ ເຫດຜົນສາມາດເຮັດໄດ້. ຜູ້ນໍາປອມ ແລະ ຜູ້ເຮັດວຽກປອມບາງຄົນກໍຮີບຮ້ອນຊອກຫາບ່ອນທີ່ປອດໄພເພື່ອລີ້ຊ່ອນຕົວເມື່ອພວກເຂົາປະເຊີນກັບສະຖານະການທີ່ອັນຕະລາຍ, ແຕ່ສຳລັບສິ່ງຂອງທີ່ສຳຄັນຂອງເຮືອນຂອງພຣະເຈົ້າ ເຊັ່ນ, ໜັງສືພຣະທຳຂອງພຣະເຈົ້າ, ໂທລະສັບມືຖື, ຄອມພິວເຕີ ແລະ ອື່ນໆ, ພວກເຂົາກໍບໍ່ສົນໃຈພວກມັນ ຫຼື ຖາມໄຖ່ເລີຍ. ຖ້າພວກເຂົາກັງວົນວ່າການຖືກຈັບກຸມຂອງພວກເຂົາຈະສົ່ງຜົນກະທົບຕໍ່ພາບລວມຂອງວຽກງານຂອງຄຣິສຕະຈັກ, ພວກເຂົາກໍສາມາດສົ່ງຄົນອື່ນໄປຈັດການກັບສິ່ງເຫຼົ່ານີ້ໄດ້, ແຕ່ຜູ້ນໍາປອມເຫຼົ່ານີ້ພັດລີ້ຊ່ອນພຽງເພື່ອຄວາມປອດໄພຂອງຕົນເອງ. ພວກເຂົາຢ້ານຈົນຕາຍ ແລະ ເພື່ອຮັບປະກັນຄວາມປອດໄພຂອງຕົນເອງ, ພວກເຂົາກໍບໍ່ເຮັດໃນສິ່ງທີ່ພວກເຂົາສາມາດເຮັດໄດ້. ສະນັ້ນ ຈຶ່ງມີຫຼາຍກໍລະນີທີ່ການລະເລີຍ, ການບໍ່ກະທຳ ແລະ ການບໍ່ຮັບຜິດຊອບຂອງຜູ້ນໍາປອມ ທີ່ເຮັດໃຫ້ວັດຖຸສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າ ແລະ ເຄື່ອງຖວາຍແກ່ພຣະເຈົ້າຖືກມັງກອນແດງທີ່ຍິ່ງໃຫຍ່ປຸ້ນສະດົມ ແລະ ຍຶດເອົາໄປເມື່ອເກີດສະຖານະການອັນຕະລາຍ, ຊຶ່ງນຳໄປສູ່ການສູນເສຍຢ່າງຮ້າຍແຮງ. ເມື່ອສະຖານະການເຫຼົ່ານັ້ນຫາກໍເກີດຂຶ້ນໃນຄຣິສຕະຈັກ, ສິ່ງທຳອິດທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນຄິດກໍຄືການເອົາອຸປະກອນ ແລະ ວັດຖຸສິ່ງຂອງຂອງເຮືອນຂອງພຣະເຈົ້າໄປໄວ້ໃນບ່ອນທີ່ເໝາະສົມ, ມອບໃຫ້ຄົນທີ່ເໝາະສົມຈັດການພວກມັນ; ຕ້ອງບໍ່ປ່ອຍໃຫ້ມັງກອນແດງທີ່ຍິ່ງໃຫຍ່ຍຶດເອົາໄປຢ່າງເດັດຂາດ. ແຕ່ຜູ້ນໍາປອມບໍ່ເຄີຍມີສິ່ງດັ່ງກ່າວຢູ່ໃນໃຈ; ພວກເຂົາບໍ່ເຄີຍເອົາຜົນປະໂຫຍດຂອງເຮືອນຂອງພຣະເຈົ້າມາເປັນອັນດັບທຳອິດ, ແທນທີ່ຈະເປັນແນວນັ້ນ ພວກເຂົາພັດເອົາຄວາມປອດໄພຂອງຕົນເອງມາເປັນອັນດັບທຳອິດ. ການທີ່ຜູ້ນໍາປອມບໍ່ເຮັດວຽກງານທີ່ແທ້ຈິງມັກຈະເຮັດໃຫ້ວັດຖຸສິ່ງຂອງທີ່ສຳຄັນຕ່າງໆຂອງເຮືອນຂອງພຣະເຈົ້າໄດ້ຮັບການສູນເສຍ ຫຼື ເສຍຫາຍ. ນີ້ບໍ່ແມ່ນການລະເລີຍຕໍ່ໜ້າທີ່ຢ່າງຮ້າຍແຮງໃນສ່ວນຂອງຜູ້ນໍາປອມບໍ? (ແມ່ນແລ້ວ.)
ກ່ຽວກັບຂໍ້ທີສິບຂອງຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ແມ່ນຫຍັງຄືການສະແດງອອກຫຼັກຂອງຜູ້ນໍາປອມທີ່ພວກເຮົາກຳລັງເປີດເຜີຍ? ທັດສະນະຄະຕິຂອງຜູ້ນໍາປອມຕໍ່ວັດຖຸສິ່ງຂອງຂອງເຮືອນຂອງພຣະເຈົ້າແມ່ນການບໍ່ໃສ່ໃຈ ແລະ ການບໍ່ສົນໃຈ; ພວກເຂົາບໍ່ເຮັດຕາມຫຼັກການ, ແຕ່ຈັດສັນສິ່ງຂອງເຫຼົ່ານັ້ນຢ່າງຊະຊາຍ, ຕາມຈິນຕະນາການ ແລະ ຄວາມມັກຂອງຕົນເອງ. ໃນຂະນະທີ່ພວກເຂົາກຳລັງຈັດການສິ່ງຕ່າງໆ, ສິ່ງຂອງຂອງເຮືອນຂອງພຣະເຈົ້າມັກຈະໄດ້ຮັບຄວາມເສຍຫາຍ ແລະ ການສິ້ນເປືອງບໍ່ຫຼາຍກໍ່ໜ້ອຍ, ຊຶ່ງກໍ່ໃຫ້ເກີດການສູນເສຍຕໍ່ວຽກງານຂອງເຮືອນຂອງພຣະເຈົ້າ. ນີ້ຄືການສະແດງອອກຫຼັກຂອງຜູ້ນໍາປອມ. ຜູ້ນໍາປອມບໍ່ສາມາດແມ່ນແຕ່ຈະຈັດການວຽກງານບໍລິຫານທົ່ວໄປພຽງຢ່າງດຽວທີ່ງ່າຍດາຍທີ່ສຸດນີ້ໄດ້; ພວກເຂົາບໍ່ສາມາດແມ່ນແຕ່ຈະເຮັດສິ່ງນັ້ນ ຫຼື ເຮັດໃຫ້ດີໄດ້, ແລ້ວພວກເຂົາຈະເຮັດຫຍັງໄດ້? ສະນັ້ນ, ເມື່ອພວກເຈົ້າເຫັນຄົນແບບນີ້ເຮັດໜ້າທີ່ເປັນຜູ້ນໍາ, ພວກເຈົ້າອາດຈະກວດກາ ແລະ ຊີ້ນໍາວຽກງານຂອງພວກເຂົາໄດ້. ຖ້າພວກເຂົາເຮັດໃຫ້ວຽກງານບໍລິຫານທົ່ວໄປພຽງຢ່າງດຽວນີ້ສັບສົນວຸ້ນວາຍ, ບໍ່ເຮັດແມ່ນແຕ່ສິ່ງທີ່ພວກເຂົາສາມາດເຮັດໄດ້ ແລະ ບໍ່ຊອກຫາຄົນອື່ນທີ່ເໝາະສົມ ມາເຮັດເມື່ອພວກເຂົາບໍ່ມີເວລາ, ແລ້ວຜູ້ນໍາແບບນັ້ນກໍຕ້ອງຖືກປົດອອກຈາກຕຳແໜ່ງທັນທີ. ເຮືອນຂອງພຣະເຈົ້າຈະບໍ່ໃຊ້ພວກເຂົາອີກເລີຍ. ສິ່ງນີ້ເໝາະສົມບໍ? (ເໝາະສົມ.) ເປັນຫຍັງ? ຄົນທີ່ຈິດໃຈບໍ່ຊື່ຕົງ, ມີຄວາມເຂົ້າໃຈທີ່ບິດເບືອນ ແລະ ພຽງແຕ່ກະທຳຕາມຄວາມຮູ້ສຶກ ແລະ ຄວາມທະເຍີທະຍານ ແລະ ຄວາມປາຖະໜາທີ່ເຫັນແກ່ຕົວ ແລະ ຊົ່ວຊາມຂອງຕົນ, ກໍເປັນຄົນທີ່ບໍ່ໜ້າໄວ້ວາງໃຈ. ຄົນທີ່ບໍ່ໜ້າໄວ້ວາງໃຈຈະສາມາດເຮັດວຽກງານໃດໄດ້ດີ? ພວກເຂົາຈະສາມາດປະຕິບັດໜ້າທີ່ໃດໄດ້ດີ? ພວກເຂົາສາມາດປະຕິບັດໜ້າທີ່ດ້ວຍຄວາມຈົງຮັກພັກດີໄດ້ບໍ? (ບໍ່ໄດ້.)
ຜ່ານການໂອ້ລົມຂອງມື້ນີ້ກ່ຽວກັບຂໍ້ທີສິບຂອງຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ເຮົາບໍ່ໄດ້ວາງຫຼັກການ ແລະ ມາດຕະຖານອີກຢ່າງໜຶ່ງທີ່ກຳນົດສຳລັບຜູ້ນໍາ ແລະ ຜູ້ເຮັດວຽກຢ່າງແຈ່ມແຈ້ງແລ້ວບໍ? ສິ່ງທີ່ກ່ຽວຂ້ອງໃນທີ່ນີ້ບໍ່ແມ່ນເລື່ອງກ່ຽວກັບຄວາມສາມາດ, ທັງບໍ່ແມ່ນເລື່ອງກ່ຽວກັບຄວາມສາມາດໃນການເຮັດວຽກ, ແຕ່ເປັນເລື່ອງກ່ຽວກັບຄວາມເປັນມະນຸດ. ຈົ່ງສັງເກດເບິ່ງຜູ້ທີ່ກຳລັງຮັບໃຊ້ເປັນຜູ້ນໍາ ແລະ ຜູ້ເຮັດວຽກ ຫຼື ຜູ້ທີ່ຄຣິສຕະຈັກກຳລັງບົ່ມເພາະ ແລະ ເບິ່ງວ່າມີໃຜໃນບັນດາພວກເຂົາທີ່ມີຄວາມເປັນມະນຸດທີ່ບໍ່ດີ ແລະ ມີຈິດໃຈທີ່ບໍ່ຊື່ຕົງ, ຜູ້ທີ່ມີຄວາມເປັນມະນຸດຄືກັນກັບຜູ້ນໍາປອມທີ່ຖືກໄຈ້ແຍກໃນຂໍ້ທີສິບ. ຖ້າຫາກເຈົ້າພົບເຫັນຜູ້ນໍາ ແລະ ຜູ້ເຮັດວຽກແບບນັ້ນແທ້ໆ, ເຈົ້າກໍຄວນປົດພວກເຂົາອອກ ແລະ ເຈົ້າຕ້ອງຈື່ໄວ້ວ່າຢ່າເລືອກຄົນແບບນັ້ນເປັນຜູ້ນໍາເດັດຂາດ ແລະ ຢ່າບົ່ມເພາະຄົນແບບນັ້ນໃຫ້ເປັນຜູ້ນໍາ ແລະ ຜູ້ເຮັດວຽກເດັດຂາດ. ຖ້າຫາກບາງຄົນບໍ່ເຂົ້າໃຈຄຸນລັກສະນະຂອງຄົນເຫຼົ່ານັ້ນ ແລະ ເລືອກພວກເຂົາ, ກໍໃຫ້ລາຍງານພວກເຂົາທັນທີ. ຢ່າໃຫ້ໂອກາດພວກເຂົາໄດ້ເປັນຜູ້ນໍາ ແລະ ຜູ້ເຮັດວຽກ. ຄົນເຫຼົ່ານັ້ນບໍ່ໄດ້ກາຍເປັນຜູ້ນໍາ ແລະ ຜູ້ເຮັດວຽກເພື່ອເຮັດວຽກງານທີ່ແທ້ຈິງ, ແຕ່ເພື່ອທຳລາຍວຽກງານຂອງຄຣິສຕະຈັກ. ຖ້າພວກເຂົາກາຍເປັນຜູ້ນໍາ, ວັດຖຸສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າກໍຈະພອຍໄດ້ຮັບເຄາະຮ້າຍໄປນຳ. ພວກເຈົ້າເຕັມໃຈທີ່ຈະເຫັນຜົນທີ່ຕາມມາແບບນັ້ນບໍ? (ບໍ່ເຕັມໃຈ.) ສະນັ້ນ,ພວກເຈົ້າຄວນປະຕິບັດຕໍ່ຄົນແບບນັ້ນແນວໃດ? ຖ້າພວກເຂົາກຳລັງຮັບໃຊ້ເປັນຜູ້ນໍາຢູ່, ກໍໃຫ້ລາຍງານພວກເຂົາ ແລະ ປົດພວກເຂົາອອກຈາກຕຳແໜ່ງ. ຖ້າບໍ່, ຖ້າພວກເຂົາຍັງບໍ່ທັນຖືກເລືອກ, ກໍໃຫ້ບອກທຸກຄົນວ່າ: “ຄົນຜູ້ນີ້ບໍ່ດີ. ຢ່າເລືອກພວກເຂົາ, ບໍ່ວ່າຈະເຮັດຫຍັງກໍຕາມ; ມັນຈະເປັນການທຳລາຍຄຣິສຕະຈັກ.” ແລ້ວຖ້າຫາກຜູ້ຄົນຖືກຫຼອກລວງ ແລະ ນໍາພາຢ່າງຜິດໆຈົນເລືອກພວກເຂົາ, ເຈົ້າກໍຕ້ອງແຈ້ງໃຫ້ທຸກຄົນຮູ້ທັນທີວ່າ: “ມື້ນີ້ພວກເຮົາໄດ້ເຮັດສິ່ງທີ່ຜິດພາດ. ພວກເຮົາໄດ້ເລືອກຄົນທີ່ມີຄວາມເປັນມະນຸດທີ່ບໍ່ດີ, ຜູ້ທີ່ມີຈິດໃຈທີ່ບໍ່ຊື່ຕົງ, ມາເປັນຜູ້ນໍາຂອງພວກເຮົາ. ຕອນນີ້ເມື່ອພວກເຮົາໄດ້ເຮັດສິ່ງນີ້ແລ້ວ, ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າກໍຈະໄດ້ຮັບການສູນເສຍ ແລະ ຄວາມເສຍຫາຍ. ພວກເຮົາຕ້ອງປົດພວກເຂົາອອກຈາກຕຳແໜ່ງທັນທີ ເພື່ອປ້ອງກັນບໍ່ໃຫ້ຜົນປະໂຫຍດ ແລະ ສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າໄດ້ຮັບຄວາມເສຍຫາຍ. ພວກເຮົາຕ້ອງບໍ່ປ່ອຍໃຫ້ອຸບາຍຂອງພວກເຂົາສຳເລັດ.” ການເຮັດແບບນີ້ເໝາະສົມບໍ? (ເໝາະສົມ.)
ຜູ້ທີ່ຖືກເລືອກໃຫ້ເປັນຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງມີທັງຄວາມສາມາດ ແລະ ຄວາມສາມາດໃນການເຮັດວຽກ; ຕອນນີ້ກໍຍັງມີຂໍ້ກຳນົດດ້ານຄຸນລັກສະນະຂອງພວກເຂົາອີກດ້ວຍ. ພວກເຈົ້າວ່າແນວໃດ, ແລ້ວຄົນສ່ວນຫຼາຍກໍບໍ່ມີຄຸນສົມບັດຄົບຖ້ວນຕາມເກນທີ່ຈະເປັນຜູ້ນໍາ ແລະ ຜູ້ເຮັດວຽກແມ່ນບໍ? ໃນສາມຢ່າງນີ້, ອັນໃດສຳຄັນທີ່ສຸດ? (ຄວາມເປັນມະນຸດ.) ອັນດັບສອງເດ? (ຄວາມສາມາດໃນການເຮັດວຽກ.) ຕໍ່ຈາກນັ້ນເດ? (ວ່າພວກເຂົາມີຄວາມສາມາດ ຫຼື ບໍ່.) ການຈັດລຳດັບນັ້ນຂ້ອນຂ້າງຖືກຕ້ອງ. ເມື່ອພວກເຈົ້າເລືອກຕັ້ງຜູ້ນໍາໃນອະນາຄົດ, ໃຫ້ວັດແທກພວກເຂົາຕາມລຳດັບນີ້. ບາງຄົນເວົ້າວ່າ: “ການຈັດລຳດັບແບບນີ້ມີບັນຫາຢູ່. ສົມມຸດວ່າຄວາມເປັນມະນຸດມາກ່ອນ ແລະ ມີບາງຄົນທີ່ມີຄວາມເປັນມະນຸດທີ່ດີ ແຕ່ມີຄວາມສາມາດທີ່ຂ້ອນຂ້າງຕໍ່າ ແລະ ຖ້າພວກເຂົາຖືກເລືອກໃຫ້ເປັນຜູ້ນໍາ, ພວກເຂົາກໍຈະບໍ່ສາມາດເຮັດວຽກງານທີ່ແທ້ຈິງໄດ້, ແລ້ວມັນຈະຍັງເໝາະສົມບໍທີ່ຈະພິຈາລະນາແຕ່ຄວາມເປັນມະນຸດຂອງຄົນ?” ຄວາມເປັນມະນຸດຂອງຄົນແມ່ນສຳຄັນທີ່ສຸດ ແລະ ເປັນສິ່ງທຳອິດທີ່ເຈົ້າຄວນເບິ່ງ, ແຕ່ມັນບໍ່ແມ່ນສິ່ງດຽວທີ່ຕ້ອງພິຈາລະນາເມື່ອເລືອກຕັ້ງຜູ້ນໍາ ແລະ ຜູ້ເຮັດວຽກ. ຖ້າຄວາມເປັນມະນຸດຂອງຄົນໃດໜຶ່ງໄດ້ມາດຕະຖານ, ຕໍ່ໄປກໍໃຫ້ເບິ່ງຄວາມສາມາດໃນການເຮັດວຽກຂອງພວກເຂົາ. ຖ້າພວກເຂົາຂາດຄວາມສາມາດໃນການເຮັດວຽກ ແລະ ບໍ່ສາມາດເຮັດວຽກງານທີ່ແທ້ຈິງໄດ້, ເຈົ້າກໍສາມາດຂໍໃຫ້ພວກເຂົາຮັບຜິດຊອບວຽກງານທີ່ບໍ່ໜັກໜ່ວງເກີນຄວາມສາມາດຂອງພວກເຂົາ. ຖ້າພວກເຂົາມີຄວາມເປັນມະນຸດທີ່ດີ ແລະ ສາມາດແບກຮັບວຽກງານ ແລະ ພະຍາຍາມເຮັດມັນໃຫ້ດີທີ່ສຸດ, ເປັນຄົນທີ່ໜ້າໄວ້ວາງໃຈ ແລະ ເຮືອນຂອງພຣະເຈົ້າກໍບໍ່ຕ້ອງກັງວົນໃນການໃຊ້ພວກເຂົາ ແລະ ພວກເຂົາເປັນການສ້າງສາ, ເປັນປະໂຫຍດ ແລະ ເປັນຜົນດີຕໍ່ອ້າຍເອື້ອຍນ້ອງສ່ວນຫຼາຍ, ແລ້ວພວກເຂົາກໍໄດ້ມາດຕະຖານ. ຖ້າຄວາມສາມາດຂອງພວກເຂົາຕໍ່າ ແລະ ພວກເຂົາຂາດຄວາມສາມາດໃນການເຮັດວຽກ ຫຼື ຖ້າພວກເຂົາມີຄວາມສາມາດໃນການເຮັດວຽກໃນລະດັບປານກາງ, ກໍໃຫ້ພວກເຂົາເຮັດວຽກງານທີ່ງ່າຍດາຍ ຫຼື ວຽກງານພຽງຢ່າງດຽວ. ຖ້າພວກເຂົາມີຄວາມສາມາດທີ່ດີ ແລະ ມີຄວາມສາມາດໃນການເຮັດວຽກທີ່ສູງ, ພວກເຂົາກໍສາມາດເຮັດວຽກງານທີ່ສຳຄັນ ຫຼື ວຽກງານທີ່ແຕກຕ່າງກັນຫຼາຍຢ່າງ. ພວກເຈົ້າບໍ່ສາມາດແມ່ນແຕ່ຈະຈັດການຈັດແຈງແບບນີ້ໄດ້ບໍ? ຖ້າພວກເຂົາມີຄວາມເປັນມະນຸດທີ່ບໍ່ດີ ແລະ ມີຈິດໃຈທີ່ບໍ່ຊື່ຕົງ, ແລ້ວບໍ່ວ່າຄວາມສາມາດໃນການເຮັດວຽກຂອງພວກເຂົາຈະດີສໍ່າໃດກໍຕາມ, ພວກເຂົາຈະສາມາດເຮັດວຽກງານໄດ້ດີບໍ? (ບໍ່ໄດ້.) ຖ້າພວກເຂົາຈັດການບໍລິສັດ ຫຼື ພະນັກງານຈຳນວນໜຶ່ງ, ມັນອາດຈະບໍ່ເປັນບັນຫາ, ແຕ່ຈະເກີດບັນຫາຫຍັງຂຶ້ນ ຖ້າພວກເຂົາຖືກຂໍໃຫ້ຈັດການວັດຖຸສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າ? ກ່ອນອື່ນໝົດ, ພວກເຂົາຈະບໍ່ຈັດການສິ່ງຂອງເຫຼົ່ານັ້ນ ຫຼື ຈັດການກັບເລື່ອງຕ່າງໆຕາມຫຼັກການທີ່ເຮືອນຂອງພຣະເຈົ້າກຳນົດຢ່າງເດັດຂາດ. ຈິດໃຈຂອງພວກເຂົາບໍ່ຊື່ຕົງ, ພວກເຂົາບໍ່ຮັກຄວາມຈິງ ແລະ ໃນໃຈຂອງພວກເຂົາມີແຕ່ກົນອຸບາຍທີ່ຊົ່ວຮ້າຍ, ມີແຕ່ແນວຄິດ ແລະ ຄວາມຄິດທີ່ຊົ່ວຮ້າຍ, ສະນັ້ນ ເມື່ອໃດກໍຕາມທີ່ພວກເຂົາກະທຳ, ພວກເຂົາກໍເຮັດຕາມຄວາມມັກຂອງຕົນເອງ ແລະ ອີງໃສ່ຜົນປະໂຫຍດຂອງຕົນເອງ, ບໍ່ແມ່ນອີງໃສ່ຫຼັກການຄວາມຈິງ, ທັງບໍ່ແມ່ນອີງໃສ່ຄວາມຍຸຕິທຳ. ພວກເຂົາພິຈາລະນາພຽງແຕ່ສິ່ງທີ່ພວກເຂົາຈະໄດ້ ຫຼື ເສຍ ແລະ ບໍ່ໄດ້ຄິດເຖິງຫຼັກການທີ່ເຮືອນຂອງພຣະເຈົ້າກຳນົດໄວ້ ແລະ ດັ່ງນັ້ນ ພວກເຂົາຈຶ່ງຖືກກຳນົດໃຫ້ລົ້ມເຫຼວໃນວຽກງານຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ສິ່ງນີ້ຖືກກຳນົດໂດຍຫຍັງ? ໂດຍຄຸນລັກສະນະຂອງພວກເຂົາ; ມັນບໍ່ໄດ້ຖືກກຳນົດໂດຍຄວາມສາມາດໃນການເຮັດວຽກຂອງພວກເຂົາ. ດ້ວຍນັ້ນ, ເມື່ອຊັ່ງຊາເບິ່ງວ່າຄົນໃດໜຶ່ງສູງສົ່ງ ຫຼື ຕໍ່າຕ້ອຍ ແລະ ວ່າພວກເຂົາຜ່ານມາດຕະຖານຂອງເຮືອນຂອງພຣະເຈົ້າສຳລັບການເລືອກຜູ້ນໍາ ແລະ ຜູ້ເຮັດວຽກ ຫຼື ບໍ່, ກ່ອນອື່ນ ໃຫ້ເບິ່ງຄວາມເປັນມະນຸດຂອງພວກເຂົາ: ຖ້າຄວາມເປັນມະນຸດຂອງພວກເຂົາໜ້າເຊື່ອຖື ແລະ ໄດ້ມາດຕະຖານ, ຕໍ່ໄປກໍໃຫ້ພິຈາລະນາວ່າພວກເຂົາມີຄວາມສາມາດໃນການເຮັດວຽກ ແລະ ແບກຮັບພາລະ ຫຼື ບໍ່; ຈາກນັ້ນຈຶ່ງພິຈາລະນາດ້ານອື່ນໆ.
ນີ້ຄືຂໍ້ທີສິບຂອງຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ໃນຂໍ້ທີສິບນີ້ ການໄຈ້ແຍກການສະແດງອອກຕ່າງໆຂອງຜູ້ນໍາປອມກໍມີປະມານນີ້ແຫຼະ. ຈາກທັດສະນະຄະຕິ ແລະ ການສະແດງອອກທີ່ຜູ້ນໍາປອມປະຕິບັດຕໍ່ວັດຖຸສິ່ງຂອງຂອງເຮືອນຂອງພຣະເຈົ້າ, ເຮົາສາມາດເຫັນໄດ້ວ່າ ພວກເຂົາສ່ວນຫຼາຍຂາດຄວາມສຳນຶກ ແລະ ເຫດຜົນ, ວ່າພວກເຂົາມີຄວາມເປັນມະນຸດທີ່ບໍ່ດີຫຼາຍ ແລະ ບໍ່ມີຄວາມຮັບຜິດຊອບ, ເຈົ້າສາມາດເວົ້າໄດ້ວ່າຈິດໃຈຂອງພວກເຂົາບໍ່ຊື່ຕົງ. ຕອນນີ້ພວກເຮົາບໍ່ມີຫຼັກຖານອີກຢ່າງໜຶ່ງທີ່ສາມາດໃຊ້ເພື່ອກຳນົດວ່າຜູ້ໃດຜູ້ໜຶ່ງເປັນຜູ້ນໍາປອມແລ້ວບໍ? ຜູ້ນໍາປອມບາງຄົນບໍ່ສາມາດເຮັດວຽກໄດ້ ຍ້ອນວ່າຄວາມສາມາດຂອງພວກເຂົາຕໍ່າ ແລະ ຍ້ອນວ່າພວກເຂົາຕາບອດ ແລະ ບໍ່ມີຄວາມເຂົ້າໃຈຢ່າງເລິກເຊິ່ງໃນສິ່ງຕ່າງໆ. ບາງຄົນບໍ່ເຮັດວຽກງານທີ່ແທ້ຈິງ ຍ້ອນວ່າຈິດໃຈຂອງພວກເຂົາບໍ່ຊື່ຕົງ ແລະ ພວກເຂົາສະແຫວງຫາແຕ່ຜົນປະໂຫຍດຂອງຕົນເອງເທົ່ານັ້ນ, ພວກເຂົາບໍ່ປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ພວກເຂົາບໍ່ສົນໃຈວ່າຜູ້ທີ່ຖືກເລືອກຂອງພຣະເຈົ້າຈະເປັນ ຫຼື ຕາຍ. ຜູ້ນໍາປອມທຸກປະເພດຕ້ອງຖືກປົດອອກ ແລະ ຖືກກຳຈັດອອກໂດຍໄວເທົ່າທີ່ຈະໄວໄດ້, ເພື່ອປ້ອງກັນຄວາມຊັກຊ້າຕໍ່ວຽກງານຂອງເຮືອນຂອງພຣະເຈົ້າ ແລະ ການທຳຮ້າຍຕໍ່ຜູ້ທີ່ຖືກເລືອກຂອງພຣະອົງ.
1 ພຶດສະພາ 2021