ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ມະນຸດພຽງແຕ່ສາມາດໄດ້ຮັບຄວາມລອດພົ້ນທ່າມກາງການຄຸ້ມຄອງຂອງພຣະເຈົ້າເທົ່ານັ້ນ

ທຸກຄົນຮູ້ສຶກວ່າການຄຸ້ມຄອງຂອງພຣະເຈົ້າແມ່ນແປກທີ່ສຸດ ຍ້ອນຜູ້ຄົນຄິດວ່າການຄຸ້ມຄອງຂອງພຣະເຈົ້າແມ່ນບໍ່ກ່ຽວຂ້ອງກັບມະນຸດ. ພວກເຂົາຄິດວ່າການຄຸ້ມຄອງນີ້ແມ່ນພາລະກິດຂອງພຣະເຈົ້າເທົ່ານັ້ນ ແລະ ເປັນທຸລະຂອງພຣະເຈົ້າເອງ ແລະ ດ້ວຍເຫດນັ້ນ ມະນຸດຈຶ່ງບໍ່ສົນໃຈໃນການຄຸ້ມຄອງຂອງພຣະເຈົ້າ. ດ້ວຍເຫດນີ້, ການລອດພົ້ນຂອງມະນຸດຈຶ່ງກາຍເປັນຄວາມມືດມົວ, ບໍ່ຈະແຈ້ງ ແລະ ຕອນນີ້ບໍ່ມີຫຍັງນອກຈາກວາທະສາດທີ່ຫວ່າງເປົ່າ. ເຖິງແມ່ນວ່າ ມະນຸດປະຕິບັດຕາມພຣະເຈົ້າເພື່ອຈະໄດ້ລອດພົ້ນ ແລະ ເຂົ້າສູ່ຈຸດໝາຍປາຍທາງທີ່ງົດງາມ ແຕ່ມະນຸດບໍ່ມີຄວາມສົນໃຈໃນວີທີທີ່ພຣະເຈົ້າປະຕິບັດພາລະກິດຂອງພຣະອົງເລີຍ. ມະນຸດບໍ່ສົນໃຈວ່າ ພຣະເຈົ້າວາງແຜນຈະເຮັດຫຍັງ ແລະ ບໍ່ສົນໃຈໃນພາກສ່ວນທີ່ຕົນເອງຕ້ອງປະຕິບັດເພື່ອຈະໄດ້ລອດພົ້ນ. ນີ້ຈັ່ງແມ່ນໜ້າເສົ້າໃຈແທ້ເດ! ຄວາມລອດພົ້ນຂອງມະນຸດບໍ່ສາມາດແຍກອອກຈາກການຄຸ້ມຄອງຂອງພຣະເຈົ້າໄດ້ ແລ້ວແຮງໄກທີ່ຈະສາມາດແຍກອອກຈາກແຜນການຂອງພຣະເຈົ້າໄດ້. ແຕ່ເຖິງຢ່າງນັ້ນກໍຕາມ, ມະນຸດບໍ່ຄິດຫຍັງກັບການຄຸ້ມຄອງຂອງພຣະເຈົ້າ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງໄດ້ຮ່າງເຫີນຈາກພຣະເຈົ້າຫຼາຍຂຶ້ນ. ຜົນຕາມມາກໍຄື ມີຈໍານວນຫຼາຍຄົນທີ່ຕິດຕາມພຣະເຈົ້າ ໂດຍບໍ່ຮູ້ຫຍັງຈັກຢ່າງກ່ຽວກັບຄວາມລອດພົ້ນຂອງມະນຸດເຊັ່ນ: ການສ້າງແມ່ນຫຍັງ, ການເຊື່ອໃນພຣະເຈົ້າແມ່ນຫຍັງ, ວິທີບູຊາພຣະເຈົ້າ ແລະ ອື່ນໆ. ດັ່ງນັ້ນ, ໃນເວລານີ້ ພວກເຮົາຕ້ອງໄດ້ໂອ້ລົມກັນກ່ຽວກັບການຄຸ້ມຄອງຂອງພຣະເຈົ້າ ເພື່ອວ່າຜູ້ຕິດຕາມພຣະອົງແຕ່ລະຄົນອາດຈະຮູ້ແຈ້ງເຖິງຄວາມໝາຍອັນສໍາຄັນຂອງການຕິດຕາມພຣະເຈົ້າ ແລະ ການເຊື່ອໃນພຣະອົງ. ພ້ອມນີ້ ແທນທີ່ຈະຕິດຕາມພຣະເຈົ້າເພື່ອພຽງການຮັບພອນ ຫຼື ຫຼີກເວັ້ນໄພພິບັດ ຫຼື ເພື່ອປະສົບຜົນສໍາເລັດ, ພວກເຂົາຍັງຈະສາມາດເລືອກເສັ້ນທາງທີ່ພວກເຂົາຄວນເດີນຢ່າງຖືກຕ້ອງຫຼາຍຂຶ້ນ.

ເຖິງແມ່ນວ່າ ການຄຸ້ມຄອງຂອງພຣະເຈົ້າອາດເບິ່ງຄືວ່າເລິກເຊິ່ງເກີນໄປສໍາລັບມະນຸດ ແຕ່ນັ້ນບໍ່ແມ່ນສິ່ງທີ່ມະນຸດບໍ່ສາມາດເຂົ້າໃຈໄດ້. ເຖິງແມ່ນວ່າພາລະກິດຂອງພຣະເຈົ້າຈະຕິດພັນກັບການຄຸ້ມຄອງຂອງພຣະອົງ, ແຕ່ນັ້ນກໍກ່ຽວຂ້ອງກັບພາລະກິດຂອງຄວາມລອດຂອງມະນຸດ, ກ່ຽວກັບຊີວິດ, ການໃຊ້ຊີວິດ ແລະ ຈຸດໝາຍປາຍທາງຂອງມະນຸດ. ພາລະກິດທີ່ພຣະເຈົ້າກະທໍາໃນທ່າມກາງມະນຸດ ແລະ ຕໍ່ມະນຸດ ແມ່ນສະມາດເວົ້າໄດ້ວ່າ ມີຄວາມເປັນຈິງ ແລະ ມີຄວາມໝາຍຢ່າງສູງ. ມະນຸດສາມາດເບິ່ງເຫັນພາລະກິດນັ້ນໄດ້, ສາມາດສໍາພັດມັນໄດ້ ແລະ ສິ່ງນີ້ບໍ່ແມ່ນທິດສະດີ. ຖ້າມະນຸດບໍ່ສາມາດຮັບເອົາທຸກພາລະກິດທີ່ພຣະເຈົ້າກະທໍາ ແລ້ວພາລະກິດນີ້ຈະມີຄວາມ ໝາຍຫຍັງ? ການຄຸ້ມຄອງດັ່ງກ່າວສາມາດນໍາພາໄປສູ່ຄວາມລອດພົ້ນຂອງມະນຸດໄດ້ແນວໃດ? ຫຼາຍຄົນທີ່ຕິດຕາມພຣະເຈົ້າພຽງສົນໃຈໃນການຮັບພອນ ຫຼື ຫຼີກເວັ້ນໄພພິບັດ. ເມື່ອເວລາກ່າວເຖິງເລື່ອງພາລະກິດ ແລະ ການຄຸ້ມຄອງຂອງພຣະເຈົ້າ, ພວກເຂົາພາກັນມິດງຽບ ແລະ ບໍ່ສົນໃຈຫຍັງທັງໝົດ. ພວກເຂົາເຊື່ອວ່າ ການຮູ້ຈັກຄໍາຖາມທີ່ໜ້າເບື່ອນີ້ຈະບໍ່ເຮັດໃຫ້ຊີວິດຂອງພວກເຂົາຈະເລີນເຕີບໂຕຂຶ້ນ ຫຼື ມີຜົນປະໂຫຍດຫຍັງ ແລະ ດ້ວຍເຫດນັ້ນ ເຖິງແມ່ນວ່າ ພວກເຂົາຈະໄດ້ຍິນຂໍ້ຄວາມກ່ຽວກັບການຄຸ້ມຄອງຂອງພຣະເຈົ້າ, ພວກເຂົາກໍຖືວ່າເປັນຂໍ້ຄວາມທໍາມະດາ. ພວກເຂົາບໍ່ເຫັນມັນເປັນສິ່ງທີ່ມີຄຸນຄ່າທີ່ຈະຮັບເອົາ ແລ້ວແຮງໄກທີ່ພວກເຂົາຈະຮັບເອົາຂໍ້ຄວາມນັ້ນເປັນສ່ວນໜຶ່ງໃນຊີວິດຂອງພວກເຂົາ. ຜູ້ຄົນດັ່ງກ່າວມີພຽງຈຸດປະສົງດຽວໃນການຕິດຕາມພຣະເຈົ້າ ນັ້ນກໍຄື ເພື່ອການຮັບພອນ ແລະ ພວກເຂົາຂີ້ຄ້ານເກີນໄປທີ່ຈະໃສ່ໃຈກັບສິ່ງທີ່ບໍ່ພົວພັນກັບຈຸດປະສົງນີ້. ສໍາລັບພວກເຂົາແລ້ວ, ການເຊື່ອໃນພຣະເຈົ້າເພື່ອການຮັບພອນຄືເປົ້າໝາຍທີ່ຖືກຕ້ອງທີ່ສຸດ ແລະ ເປັນຄຸນຄ່າທີ່ແທ້ຈິງແຫ່ງຄວາມເຊື່ອຂອງພວກເຂົາ. ພວກເຂົາຈະບໍ່ໄດ້ຮັບຜົນກະທົບໃດເລີຍເຖິງແມ່ນພວກເຂົາບໍ່ສາມາດບັນລຸເປົ້າໝາຍນີ້ກໍຕາມ. ນີ້ຄືກໍລະນີຂອງຄົນສ່ວນໃຫຍ່ທີ່ເຊື່ອໃນພຣະເຈົ້າໃນປັດຈຸບັນ. ເປົ້າໝາຍ ແລະ ແຮງຈູງໃຈຂອງພວກເຂົາເບິ່ງຄືວ່າຖືກຕ້ອງ ຍ້ອນວ່າໃນຂະນະທີ່ເຊື່ອໃນພຣະເຈົ້າ ພວກເຂົາຍັງເສຍສະລະເພື່ອພຣະເຈົ້າ, ອຸທິດຕົນຕໍ່ພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງຕົນ. ພວກເຂົາຍອມເສຍສະລະຄວາມໜຸ່ມ, ປະຖິ້ມຄອບຄົວ, ອາຊີບ ແລະ ເຖິງກັບໃຊ້ເວລາຫຼາຍປີອອກຈາກບ້ານເພື່ອປະຕິບັດໜ້າທີ່. ເພື່ອເຫັນແກ່ເປົ້າໝາຍອັນສູງສຸດຂອງພວກເຂົາ, ພວກເຂົາປ່ຽນຄວາມສົນໃຈ, ປ່ຽນແປງມຸມມອງແຫ່ງຊີວິດ ແລະ ເຖິງກັບປ່ຽນທິດທາງທີ່ພວກເຂົາຄົ້ນຫາ, ແຕ່ເຖິງຢ່າງນັ້ນກໍຕາມ ພວກເຂົາກໍບໍ່ສາມາດປ່ຽນແປງຈຸດປະສົງແຫ່ງຄວາມເຊື່ອໃນພຣະເຈົ້າຂອງພວກເຂົາໄດ້. ພວກເຂົາດໍາເນີນການເພື່ອຈັດການຕາມອະດົມຄະຕິຂອງພວກເຂົາ; ບໍ່ວ່າຫົນທາງຈະຍາວໄກພຽງໃດ ແລະ ບໍ່ວ່າລະຫວ່າງທາງຈະມີຄວາມຍາກລໍາບາກ ແລະ ອຸປະສັກຫຼາຍພຽງໃດກໍຕາມ ພວກເຂົາກໍບໍ່ຍອມຖອຍ ແລະ ບໍ່ຢ້ານຕໍ່ຄວາມຕາຍ. ອໍານາດຫຍັງທີ່ເຮັດໃຫ້ພວກເຂົາສືບຕໍ່ອຸທິດຕົນດ້ວຍວິທີນີ້? ຄວາມສໍານຶກຂອງພວກເຂົາບໍ? ຄວາມຍິ່ງໃຫຍ່ ແລະ ບຸກຄະລິກອັນສູງສົ່ງຂອງພວກເຂົາບໍ? ຄວາມຕັ້ງໃຈເພື່ອຕໍ່ສູ້ກັບອໍານາດຊົ່ວຮ້າຍຈົນເຖິງທີ່ສຸດບໍ? ຄວາມສັດທາຂອງພວກເຂົາທີ່ພວກເຂົາເປັນພະຍານຕໍ່ພຣະເຈົ້າໂດຍບໍ່ຫວັງຜົນຕອບແທນບໍ? ຄວາມຊື່ສັດຂອງພວກເຂົາທີ່ພວກເຂົາເຕັມໃຈເສຍສະລະທຸກສິ່ງເພື່ອບັນລຸຄວາມປະສົງຂອງພຣະເຈົ້າບໍ? ຫຼື ມັນແມ່ນຈິດວິນຍານແຫ່ງການອຸທິດຕົນ ທີ່ພວກເຂົາຍອມປະຖິ້ມຄວາມຕ້ອງການເປັນສ່ວນຕົວໃນສິ່ງທີ່ຟຸມເຟືອຍບໍ? ສໍາລັບຜູ້ຄົນທີ່ບໍ່ເຄີຍຮູ້ຈັກພາລະກິດການຄຸ້ມຄອງຂອງພຣະເຈົ້າທີ່ຍອມເສຍສະລະຢ່າງຫຼວງຫຼາຍຂະໜາດນັ້ນ ຖືວ່າເປັນສິ່ງມະຫັດສະຈັນທີ່ໜ້າອັດສະຈັນໃຈຫຼາຍ! ສໍາລັບຕອນນີ້, ໃຫ້ພວກເຮົາເຊົາເວົ້າວ່າ ຜູ້ຄົນເຫຼົ່ານີ້ທີ່ໄດ້ເສຍສະລະຫຼາຍປານໃດ. ເຖິງຢ່າງໃດກໍຕາມ, ພຶດຕິກໍາຂອງພວກເຂົາແມ່ນເໝາະສົມທີ່ສຸດກັບການວິເຄາະຂອງພວກເຮົາ. ນອກຈາກຜົນປະໂຫຍດທີ່ກ່ຽວພັນກັບພວກເຂົາຢ່າງໃກຊິດແລ້ວ, ຍັງຈະມີເຫດຜົນໃດອີກສໍາລັບຜູ້ຄົນເຫຼົ່ານີ້ທີ່ບໍ່ເຄີຍເຂົ້າໃຈພຣະເຈົ້າ ທີ່ຈະຍອມເສຍສະລະເພື່ອພຣະອົງ? ໃນນີ້ ພວກເຮົາກໍພົບເຫັນບັນຫາທີ່ບໍ່ໄດ້ລະບຸມາກ່ອນເຊັ່ນ: ຄວາມສໍາພັນຂອງມະນຸດກັບພຣະເຈົ້າເປັນພຽງຜົນປະໂຫຍດສ່ວນຕົວເທົ່ານັ້ນ. ມັນເປັນຄວາມສໍາພັນ ລະຫວ່າງ ຜູ້ຮັບ ແລະ ຜູ້ໃຫ້ພອນ. ເວົ້າງ່າຍໆກໍຄື ມັນຄ້າຍຄືຄວາມສໍາພັນລະຫວ່າງພະນັກງານກັບນາຍຈ້າງ. ພະນັກງານເຮັດວຽກເພື່ອໄດ້ຮັບລາງວັນທີ່ນາຍຈ້າງເປັນຜູ້ມອບ. ຄວາມສໍາພັນໃນລັກສະນະນີ້ ແມ່ນບໍ່ມີຄວາມຮັກໄຄ່ ມີແຕ່ຄວາມພົວພັນທາງດ້ານພັນທະສັນຍາ; ບໍ່ມີຮັກ, ບໍ່ຖືກຮັກ, ມີພຽງການກຸສົນ ແລະ ຄວາມເມດຕາ; ບໍ່ມີຄວາມເຂົ້າໃຈ, ມີແຕ່ຄວາມທໍ້ແທ້ ແລະ ຄວາມຫຼອກລວງ; ບໍ່ມີຄວາມໃກ້ຊິດ, ມີແຕ່ອ່າວທະເລທີ່ບໍ່ສາມາດສ້າງຂົວຂ້າມໄດ້. ເມື່ອມາເຖິງຈຸດນີ້ແລ້ວ ມີໃຜແນ່ທີ່ສາມາດປ່ຽນແປງແນວຄິດດັ່ງກ່າວນີ້ໄດ້? ມີຈັກຄົນທີ່ສາມາດເຂົ້າໃຈວ່າ ຄວາມສໍາພັນແບບນີ້ຄືສິ່ງທີ່ຜິດຫວັງພຽງໃດ? ເຮົາເຊື່ອວ່າເມືອຜູ້ຄົນຈົມປັກຢູ່ກັບຄວາມສຸກໃນການຮັບພອນ, ບໍ່ມີໃຜສາມາດວາດພາບໄດ້ວ່າ ຄວາມສໍາພັນກັບພຣະເຈົ້າດັ່ງກ່າວຈະເປັນຕາອັບອາຍ ແລະ ໜ້າກຽດຊັງພຽງໃດ.

ສິ່ງທີ່ໜ້າເສົ້າໃຈທີ່ສຸດກ່ຽວກັບຄວາມເຊື່ອໃນພຣະເຈົ້າຂອງມະນຸດກໍຄື ມະນຸດດໍາເນີນການຄຸ້ມຄອງຂອງຕົນໃນທ່າມກາງພາລະກິດຂອງພຣະເຈົ້າ ແລະ ບໍ່ສົນໃຈການຄຸ້ມຄອງຂອງພຣະເຈົ້າ. ໃນເວລາດຽວກັນທີ່ພວກເຂົາສະແຫວງຫາເພື່ອຍອມອ່ອນນ້ອມຕໍ່ພຣະເຈົ້າ ແລະ ບູຊາພຣະອົງ, ຄວາມລົ້ມເຫຼວຢ່າງໃຫຍ່ຫຼວງຂອງມະນຸດ ແມ່ນຂຶ້ນຢູ່ກັບວິທີທີ່ມະນຸດສ້າງຈຸດໝາຍປາຍທາງຕາມອຸດົມການຂອງຕົນເອງ, ຄິດໄລ່ວິທີທີ່ຈະຮັບພອນອັນປະເສີດ ແລະ ຈຸດໝາຍປາຍທາງທີ່ດີທີ່ສຸດ. ເຖິງຜູ້ຄົນຈະເຂົ້າໃຈວ່າ ພວກເຂົາເປັນຕາສັງເວດ, ໜ້າລັງກຽດ ແລະ ໜ້າເວດທະນາພຽງໃດ ແຕ່ມີຈັກຄົນທີ່ມີຄວາມພ້ອມທີ່ຈະສາມາດປະຖີ້ມອຸດົນການ ແລະ ຄວາມຫວັງຂອງຕົນ? ມີໃຜທີ່ສາມາດຢຸດການກະທໍາຂອງຕົນເອງ ແລະ ຢຸດຄິດພຽງຜົນປະໂຫຍດຂອງຕົນເອງ? ພຣະເຈົ້າຕ້ອງການຜູ້ຄົນທີ່ຈະຮ່ວມມືກັບພຣະອົງຢ່າງໃກ້ຊິດເພື່ອສໍາເລັດການຄຸ້ມຄອງຂອງພຣະອົງ. ພຣະອົງຕ້ອງການຜູ້ຄົນທີ່ຈະອຸທິດຈິດໃຈ ແລະ ຮ່າງກາຍໃຫ້ກັບພາລະກິດການຄຸ້ມຄອງຂອງພຣະອົງເພື່ອຍອມອ່ອນນ້ອມຕໍ່ພຣະອົງ; ພຣະອົງບໍ່ຕ້ອງການຜູ້ຄົນທີ່ຈະແບມືຂໍທານຈາກພຣະອົງທຸກວັນ ແລ້ວແຮງໄກທີ່ພຣະອົງຕ້ອງການຜູ້ຄົນທີ່ໃຫ້ໜ້ອຍດຽວ ແຕ່ລໍຖ້າຮັບເອົາການຕອບແທນຢ່າງໃຫຍ່ຫຼວງ. ພຣະເຈົ້າກຽດຊັງຜູ້ຄົນທີ່ປະກອບສ່ວນພຽງໜ້ອຍດຽວ ແຕ່ນອນຢູ່ກັບຄວາມສໍາເລັດໃນອະດີດ. ພຣະເຈົ້າກຽດຊັງຜູ້ຄົນທີ່ເລືອດເຢັນທີ່ຕໍ່ຕ້ານພາລະກິດການຄຸ້ມຄອງຂອງພຣະອົງ ແລະ ມີແຕ່ຢາກເວົ້າກ່ຽວກັບເລື່ອງໄປສະຫວັນ ແລະ ການຮັບພອນ. ພຣະອົງຍິ່ງກຽດຊັງຜູ້ທີ່ສວຍໂອກາດທີ່ພຣະອົງປະຕິບັດພາລະກິດໃນການຊ່ວຍມະນຸດໃຫ້ລອດພົ້ນເພື່ອຜົນປະໂຫຍດຂອງຕົນເອງ. ນັ້ນຍ້ອນວ່າ ຜູ້ຄົນເຫຼົ່ານີ້ບໍ່ເຄີຍສົນໃຈໃນສິ່ງທີ່ພຣະເຈົ້າປາດຖະໜາຈະບັນລຸ ແລະ ສິ່ງທີ່ຈະໄດ້ຮັບດ້ວຍພາລະກິດການຄຸ້ມຄອງຂອງພຣະອົງ. ພວກເຂົາພຽງເປັນຫ່ວງກັບວິທີທີ່ພວກເຂົາສາມາດໃຊ້ໂອກາດທີ່ສະໜອງໂດຍພາລະກິດຂອງພຣະເຈົ້າເພື່ອການຮັບພອນ. ພວກເຂົາບໍ່ສົນໃຈຫົວໃຈຂອງພຣະເຈົ້າ, ມີແຕ່ວົນຢູ່ກັບເລື່ອງອະນາຄົດ ແລະ ຊະຕາກໍາຂອງພວກເຂົາ. ຜູ້ຄົນເຫຼົ່ານັ້ນທີ່ຕໍ່ຕ້ານການຄຸ້ມຄອງຂອງເຈົ້າ ແລະ ບໍ່ເຄີຍສົນໃຈແມ່ນແຕ່ໜ້ອຍດຽວຕໍ່ວີທີທີ່ພຣະເຈົ້າຊ່ວຍມະນຸດໃຫ້ລອດ ແລະ ຄວາມປະສົງຂອງພຣະອົງ ແມ່ນລ້ວນແລ້ວແຕ່ເຮັດໃນສິ່ງທີ່ເຮັດໃຫ້ພວກເຂົາພໍໃຈໂດຍບໍ່ກ່ຽວຂ້ອງກັບພາລະກິດການຄຸ້ມຄອງຂອງພຣະເຈົ້າ. ພຣະເຈົ້າບໍ່ໄດ້ຍົກຍ້ອງ ແລະ ເຫັນດີກັບຄວາມປະພຶດຂອງພວກເຂົາ ແລ້ວແຮງໄກທີ່ພຣະອົງຈະເບິ່ງຄວາມປະພຶດນັ້ນດ້ວຍຄວາມເພິ່ງພໍໃຈ.

ມີສັບພະສິ່ງຫຼາຍເທົ່າໃດທີ່ດໍາລົງຊີວິດ ແລະ ຂະຫຍາຍພັນຢູ່ໃນຈັກກະວານອັນກວ້າງໃຫຍ່ໄພສານນີ້ ໂດຍປະຕິບັດຕາມກົດແຫ່ງຊີວິດຊໍ້າແລ້ວຊໍ້າອີກ ແລະ ຍຶດໝັ້ນກັບໜຶ່ງກົດທີ່ບໍ່ເຄີຍປ່ຽນແປງ. ຜູ້ທີ່ຕາຍກໍຕາຍໄປພ້ອມເລື່ອງລາວຊີວິດ ແລະ ຜູ້ທີ່ຍັງຢູ່ກໍໃຊ້ຊີວິດຊໍ້າຮອຍປະຫວັດສາດທີ່ໜ້າອະນາດຂອງຜູ້ຄົນທີ່ຕາຍໄປ. ສະນັ້ນ ມະນຸດຈຶ່ງຊ່ວຍບໍ່ໄດ້ນອກຈາກຖາມຕົວເອງວ່າ: ເປັນຫຍັງພວກເຮົາຈຶ່ງມີຊີວິດ? ແລ້ວເປັນຫຍັງພວກເຮົາຕ້ອງຕາຍ? ແມ່ນໃຜເປັນຜູ້ບັນຊາໂລກນີ້? ແມ່ນໃຜສ້າງມະນຸດເຫຼົ່ານີ້? ມະນຸດຖືກສ້າງຂຶ້ນຈາກອໍານາດແຫ່ງທໍາມະຊາດແທ້ບໍ? ມະນຸດຄວບຄຸມຊະຕາກໍາຂອງຕົນເອງໄດ້ແທ້ບໍ? ເປັນເວລາຫຼາຍພັນປີທີ່ມະນຸດໄດ້ຖາມຄໍາຖາມເຫຼົ່ານີ້ຊໍ້າແລ້ວຊໍ້າອີກ. ໜ້າເສຍດາຍ ຍິ່ງມະນຸດຕິດພັນກັບຄໍາຖາມເຫຼົ່ານີ້ຫຼາຍເທົ່າໃດ, ເຂົາຍິ່ງເລີ່ມມີຄວາມກະຫາຍຕໍ່ວິທະຍາສາດຫຼາຍເທົ່ານັ້ນ. ວິທະຍາສາດສະໜອງຄວາມພໍໃຈ ແລະ ຄວາມສຸກໃຈຂອງຮ່າງກາຍພຽງຊົ່ວຄາວ, ແຕ່ບໍ່ພຽງພໍທີ່ຈະປົດປ່ອຍມະນຸດອອກຈາກຄວາມເປົ່າປ່ຽວ, ຄວາມໂດດດ່ຽວ, ຄວາມຢ້ານກົວທີ່ຍາກຈະປົກປິດ ແລະ ຄວາມໝົດຫວັງທີ່ຝັງເລິກຢູ່ໃນຈິດວິນຍານຂອງພວກເຂົາ. ມະນຸດພຽງໃຊ້ຄວາມຮູ້ທາງດ້ານວິທະຍາສາດທີ່ສາມາດເບິ່ງເຫັນດ້ວຍຕາເປົ່າ ແລະ ເຂົ້າໃຈດ້ວຍມັນສະໝອງເພື່ອປອບໃຈຕົນເອງ. ແຕ່ຄວາມຮູ້ທາງດ້ານວິທະຍາສາດດັ່ງກ່າວບໍ່ສາມາດຢຸດມະນຸດຈາກການຄົ້ນຫາຄວາມລຶກລັບໄດ້. ມະນຸດບໍ່ຮູ້ຈັກວ່າໃຜເປັນຜູ້ປົກຄອງສັບພະສິ່ງທັງປວງໃນຈັກກະວານ ແລ້ວແຮງໄກທີ່ພວກເຂົາຈະຮູ້ຈັກການເລິ່ມຕົ້ນ ແລະ ອະນາຄົດຂອງຕົນເອງ. ມະນຸດພຽງແຕ່ໃຊ້ຊີວິດດ້ວຍຄວາມຈໍາເປັນໃນທ່າມກາງກົດເກນນີ້ເທົ່ານັ້ນ. ບໍ່ມີໃຜສາມາດຫຼົບໜີກົດເກນນີ້ ແລະ ບໍ່ມີໃຜສາມາດປ່ຽນແປງມັນໄດ້ ເພາະວ່າໃນທ່າມກາງສັບພະສິ່ງທັງປວງ ແລະ ໃນສະຫວັນ ແມ່ນມີພຣະເຈົ້າອົງດຽວຈາກນິດສູ່ນິດລັນດອນ ຜູ້ທີ່ຖືສິດອໍານາດເໜືອສັບພະສິ່ງທັງປວງ. ພຣະອົງເປັນຜູ້ທີ່ມະນຸດບໍ່ເຄີຍໄດ້ປະຈັກ, ເປັນຜູ້ທີ່ມະນຸດບໍ່ເຄີຍຮູ້ຈັກ ແລະ ເປັນຜູ້ທີ່ມະນຸດບໍ່ເຄີຍເຊື່ອໃນການດໍາລົງຢູ່, ແຕ່ເຖິງຢ່າງນັ້ນກໍຕາມ ພຣະອົງເປັນຜູ້ທີ່ສູບລົມຫາຍໃຈເຂົ້າສູ່ບັນພະບູລຸດຂອງມະນຸດ ແລະ ມອບຊີວິດໃຫ້ແກ່ມະນຸດຊາດ. ພຣະອົງຄືຜູ້ທີ່ສະໜອງ ແລະ ລໍ່ລ້ຽງມະນຸດເພື່ອຄວາມເປັນຢູ່ຂອງພວກເຂົາ ແລະ ຊີ້ນໍາມະນຸດຈົນມາເຖິງທຸກວັນນີ້. ຍິ່ງໄປກວ່ານັ້ນ, ພຣະອົງ ແລະ ພຣະອົງຜູ້ດຽວຄືຜູ້ທີ່ມະນຸດເພິ່ງພາອາໄສເພື່ອຄວາມຢູ່ລອດ. ພຣະອົງຖືສິດອໍານາດເໜືອສັບພະສິ່ງທັງປວງ ແລະ ປົກຄອງທຸກສິ່ງທີ່ມີຊີວິດຢູ່ໃນຈັກກະວານ. ພຣະອົງບັນຊາສີ່ລະດູ ແລະ ພຣະອົງເປັນຜູ້ສັ່ງໃຫ້ມີລົມ, ນໍ້າກ້າມ, ຫິມະ ແລະ ຝົນ. ພຣະອົງມອບແສງຕາເວັນ ແລະ ກາງຄືນໃຫ້ແກ່ມະນຸດ. ພຣະອົງເປັນຜູ້ປັ້ນແຕ່ງສະຫວັນ ແລະ ແຜ່ນດິນໂລກ, ມອບພູເຂົາ, ທະເລສາບ, ແມ່ນໍ້າລໍາທານ ພ້ອມດ້ວຍສິ່ງທີ່ມີຊີວິດຢູ່ໃນນັ້ນທັງປວງໃຫ້ແກ່ມະນຸດ. ການກະທໍາຂອງພຣະອົງຢູ່ທົ່ວທຸກແຫ່ງ, ລິດທານຸພາບຂອງພຣະອົງຢູ່ທົ່ວທຸກແຫ່ງ, ສະຕິປັນຍາຂອງພຣະອົງຢູ່ທົ່ວທຸກແຫ່ງ ແລະ ອໍານາດຂອງພຣະອົງຢູ່ທຸກແຫ່ງ. ແຕ່ລະກົດເກນ ແລະ ກົດລະບຽບເຫຼົ່ານີ້ຄືຈຸດສູນລວມຂອງການກະທໍາຂອງພຣະອົງ; ແລະ ທຸກກົດເກນ ແລະ ກົດລະບຽບເຫຼົ່ານັ້ນແມ່ນເປີດເຜີຍສະຕິປັນຍາ ແລະ ອໍານາດຂອງພຣະອົງ. ມີໃຜແດ່ທີ່ສາມາດຍົກເວັ້ນຕົນເອງອອກຈາກອໍານາດການປົກຄອງຂອງພຣະອົງໄດ້? ໃຜສາມາດຍົກເວັ້ນຕົນເອງອອກຈາກການປັ້ນແຕ່ງຂອງພຣະອົງ? ສັບພະທຸກສິ່ງທີ່ມີຊີວິດແມ່ນຢູ່ພາຍໃຕ້ການເບິ່ງແຍງຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນ ສັບພະສິ່ງທັງປວງແມ່ນຢູ່ພາຍໃຕ້ອໍານາດການປົກຄອງຂອງພຣະອົງ. ການກະທໍາ ແລະ ອໍານາດຂອງພຣະອົງເຮັດໃຫ້ມະນຸດບໍ່ມີທາງເລືອກນອກຈາກຍອມຮັບເອົາຄວາມຈິງທີ່ວ່າ ພຣະອົງດໍາລົງຢູ່ແທ້ ແລະ ຖືສິດອໍານາດເໜືອທຸກສິ່ງ. ນອກຈາກພຣະອົງແລ້ວ ບໍ່ມີສິ່ງໃດສາມາດບັນຊາຈັກກະວານໄດ້ ແລ້ວແຮງໄກທີ່ສິ່ງເຫຼົ່ານັ້ນຈະສາມາດສະໜອງເພື່ອມະນຸດໄດ້. ບໍ່ວ່າເຈົ້າຈະສາມາດຮັບຮູ້ການກະທໍາຂອງພຣະເຈົ້າ ຫຼື ບໍ່ ແລະ ບໍ່ວ່າເຈົ້າຈະເຊື່ອໃນການມີຕົວຕົນຂອງພຣະເຈົ້າ ຫຼື ບໍ່ກໍຕາມ, ຄວາມຈິງກໍຄື ຊະຕາກໍາຂອງເຈົ້າແມ່ນຂຶ້ນຢູ່ກັບການລິຂິດຂອງພຣະເຈົ້າ ແລະ ຄວາມຈິງກໍຄື ພຣະອົງຈະຖືສິດອໍານາດເໜືອທຸກສິ່ງສະເໝີ. ການດໍາລົງຢູ່ ແລະ ສິດອໍານາດຂອງພຣະອົງບໍ່ແມ່ນອີງໃສ່ວ່າສິ່ງເຫຼົ່ານັ້ນຈະຖືກຮັບຮູ້ ແລະ ເຂົ້າໃຈໂດຍມະນຸດ ຫຼື ບໍ່. ພຣະອົງເທົ່ານັ້ນທີ່ຮູ້ຈັກອະດີດ, ປັດຈຸບັນ ແລະ ອະນາຄົດຂອງມະນຸດ ແລະ ມີແຕ່ພຣະອົງເທົ່ານັ້ນທີ່ສາມາດກໍານົດຊະຕາກໍາຂອງມະນຸດ. ບໍ່ວ່າເຈົ້າຈະສາມາດຍອມຮັບເອົາຄວາມຈິງນີ້ ຫຼື ບໍ່ກໍຕາມ, ບໍ່ດົນມະນຸດຈະໄດ້ເຫັນທຸກສິ່ງນີ້ດ້ວຍຕາຂອງຕົນເອງ ແລະ ນີ້ຄືຄວາມຈິງທີ່ພຣະເຈົ້າຈະນໍາມາໃຫ້ຮັບເອົາໃນໄວໆນີ້. ມະນຸດມີຊີວິດ ແລະ ຕາຍຢູ່ພາຍໃຕ້ສາຍຕາຂອງພຣະເຈົ້າ. ມະນຸດມີຊີວິດຢູ່ກໍຍ້ອນການຄຸ້ມຄອງຂອງພຣະເຈົ້າ ແລະ ເມື່ອພວກເຂົາຫຼັບຕາລົງເປັນຄັ້ງສຸດທ້າຍ, ນັ້ນກໍແມ່ນຍ້ອນການຄຸ້ມຄອງນີ້ເຊັ່ນດຽວກັນ. ຊໍ້າແລ້ວຊໍ້າອີກທີ່ມະນຸດເກີດມາແລ້ວກໍຕາຍ, ຕາຍແລ້ວກໍເກີດໃໝ່. ໂດຍທີ່ບໍ່ມີການຍົກເວັ້ນ, ມັນເປັນສ່ວນໜຶ່ງຂອງການປົກຄອງ ແລະ ການປັ້ນແຕ່ງຂອງພຣະເຈົ້າ. ການຄຸ້ມຄອງຂອງພຣະເຈົ້າແມ່ນດໍາເນີນໜ້າເລື່ອຍໆ ແລະ ບໍ່ເຄີຍສີ້ນສຸດ. ພຣະອົງຈະເຮັດໃຫ້ມະນຸດຮັບຮູ້ໃນການດໍາລົງຢູ່ຂອງພຣະອົງ, ເຊື່ອໝັ້ນໃນການປົກຄອງຂອງພຣະອົງ, ເຫັນແຈ້ງໃນການກະທໍາຂອງພຣະອົງ ແລະ ກັບຄືນສູ່ອານາຈັກຂອງພຣະອົງ. ນີ້ຄືແຜ່ນການຂອງພຣະອົງ ແລະ ເປັນພາລະກິດທີ່ພຣະອົງໄດ້ປະຕິບັດມາເປັນເວລາຫຼາຍພັນປີ.

ພາລະກິດການຄຸ້ມຄອງຂອງພຣະເຈົ້າເລິ່ມຕົ້ນຈາກການສ້າງໂລກ ແລະ ມະນຸດກໍຄືຈຸດສູນກາງຂອງພາລະກິດນີ້. ການທີ່ພຣະເຈົ້າສ້າງສັບພະທຸກສິ່ງນັ້ນສາມາດເວົ້າໄດ້ວ່າ ພຣະອົງສ້າງເພື່ອມະນຸດເທົ່ານັ້ນ. ເນື່ອງຈາກວ່າພາລະກິດການຄຸ້ມຄອງຂອງພຣະອົງແມ່ນໃຊ້ເວລາຫຼາຍພັນປີ ເຊິ່ງບໍ່ໄດ້ດໍາເນີນຢູ່ໃນພຽງສ້ຽວນາທີ ຫຼື ວິນາທີ ຫຼື ພຽງພັບຕາ ຫຼື ພາຍໃນປີ ຫຼື ສອງປີເທົ່ານັ້ນ ແຕ່ພຣະອົງຕ້ອງໄດ້ສ້າງສິ່ງຈໍາເປັນຫຼາຍຢ່າງເພື່ອຄວາມຢູ່ລອດຂອງມະນຸດ, ເຊັ່ນ: ຕາເວັນ, ດວງເດືອນ, ທຸກສິ່ງທຸກຢ່າງທີ່ມີຊີວິດ, ອາຫານ ແລະ ສະພາບແວດລ້ອມສໍາລັບມະນຸດ. ນີ້ຄືການເລີ່ມຕົ້ນ ແຫ່ງການຄຸ້ມຄອງຂອງພຣະເຈົ້າ.

ຫຼັງຈາກນັ້ນ ພຣະເຈົ້າໄດ້ມອບມະນຸດໃຫ້ກັບຊາຕານ, ມະນຸດໃຊ້ຊີວິດຢູ່ພາຍໃຕ້ອໍານາດຂອງຊາຕານ ແລະ ດ້ວຍເຫດນີ້ຈຶ່ງພາໃຫ້ເກີດມີພາລະກິດແຫ່ງຍຸກທໍາອິດຂອງພຣະເຈົ້າ ນັ້ນກໍຄືເລື່ອງລາວຂອງຍຸກແຫ່ງພຣະບັນຍັດ. ໃນລະຫວ່າງສອງສາມພັນປີຂອງຍຸກແຫ່ງພຣະບັນຍັດນັ້ນ, ມະນຸດໄດ້ຄຸ້ນເຄີຍກັບການນໍາພາຂອງຍຸກດັ່ງກ່າວ ແລະ ພວກເຂົາກໍໄດ້ເລິ່ມຖືເບົາ ແລະ ສຸດທ້າຍກໍໄດ້ອອກຈາກການເບິ່ງແຍງດູແລຂອງພຣະເຈົ້າ. ພ້ອມນັ້ນໃນຂະນະທີ່ພວກເຂົາຍຶດໝັ້ນຕໍ່ກົດບັນຍັດ ພວກເຂົາຍັງບູຊາຮູບປັ້ນບູຊາ ແລະ ພາກັນກະທໍາຄວາມຊົ່ວຮ້າຍຕ່າງໆນາໆ. ພວກເຂົາບໍ່ໄດ້ຮັບການປົກປ້ອງຈາກພຣະເຢໂຮວາ ແລະ ພວກເຂົາພຽງແຕ່ໃຊ້ຊີວິດຂອງພວກເຂົາຢູ່ຕໍ່ໜ້າແທ່ນບູຊາໃນພຣະວິຫານເທົ່ານັ້ນ. ຄວາມຈິງແລ້ວ ພາລະກິດຂອງພຣະເຈົ້າແມ່ນໄດ້ອອກຈາກພວກເຂົາແຕ່ດົນນານແລ້ວ ແລະ ເຖິງແມ່ນວ່າຊົນຊາດອິດສະຣາແອນຍັງນັບຖືກົດບັນຍັດ ແລະ ກ່າວເຖິງພຣະນາມຂອງພຣະເຢໂຮວາ ແລະ ແມ່ນກະທັ້ງເຖິງກັບອວດດີໃຈຫລົງເຊື່ອວ່າ ມີແຕ່ພວກຕົນທີ່ເປັນຄົນຂອງພຣະເຢໂຮວາ ແລະ ເປັນຄົນທີ່ພຣະເຢໂຮວາເລືອກ ແຕ່ລັດສະໝີຂອງພຣະເຈົ້ານັ້ນແມ່ນໄດ້ປະຖິ້ມພວກເຂົາໄປແບບງຽບໆແລ້ວ...

ເມື່ອພຣະເຈົ້າກະທໍາພາລະກິດຂອງພຣະອົງ, ພຣະອົງມັກຈະອອກຈາກບ່ອນໜຶ່ງຢ່າງງຽບໆ ແລ້ວຄ່ອຍໆດໍາເນີນພາລະກິດໃໝ່ທີ່ພຣະອົງເລິ່ມຕົ້ນຢູ່ບ່ອນອື່ນ. ນີ້ເບິ່ງຄືວ່າ ເປັນຕາເຫຼືອເຊື່ອສໍາລັບຜູ້ຄົນທີ່ຂາດຄວາມຮູ້ສຶກ. ຜູ້ຄົນມັກຈະຖະໜຸຖະໜອມໃນສິ່ງເກົ່າ ແລະ ຖືເອົາສິ່ງໃໝ່ທີ່ຕົນບໍ່ຄຸ້ນເຄີຍເປັນສັດຕູ ຫຼື ເຫັນສິ່ງໃໝ່ນັ້ນເປັນສິ່ງເບື່ອນ່າຍ. ດັ່ງນັ້ນ ບໍ່ວ່າຈະເປັນພາລະກິດໃໝ່ທີ່ພຣະເຈົ້າກະທໍາຈາກຕົ້ນຈົນຈົບຈະແມ່ນຫຍັງກໍຕາມ, ມະນຸດຈະເປັນຄົນສຸດທ້າຍທີ່ຮູ້ຈັກກັບສິ່ງນັ້ນໃນບັນດາສັບພະທຸກສິ່ງ.

ດັ່ງທີ່ເຄີຍເປັນມາ, ຫຼັງຈາກພາລະກິດຂອງພຣະເຢໂຮວາໃນຍຸກແຫ່ງພຣະບັນຍັດ, ພຣະເຈົ້າກໍເລີ່ິ່ມຕົ້ນພາລະກິດໃໝ່ຂອງຍຸກທີ່ສອງຂອງພຣະອົງ: ພຣະອົງກາຍເປັນເນື້ອໜັງ ແລະ ບັງເກີດເປັນມະນຸູດເປັນເວລາສິບຊາວປີ ແລະ ກ່າວເຖິງ ແລະ ປະຕິບັດພາລະກິດຂອງພຣະອົງໃນທ່າມກາງຜູ້ຄົນທີ່ມີຄວາມເຊື່ອ. ໂດຍບໍ່ມີຂໍ້ຍົກເວັ້ນ, ບໍ່ມີໃຜີູ້ ແລະ ມີພຽງຄົນຈໍານວນໜ້ອຍທີ່ໄດ້ຮັບຮູ້ວ່າ ພຣະອົງເປັນພຣະເຈົ້າທີ່ກາຍເປັນເນື້ອໜັງ ຫຼັງຈາກທີ່ພຣະເຢຊູໄດ້ຖືກຕອກຕະປູໃສ່ໄມ້ກາງແຂນ ແລະ ໄດ້ຟື້ນຊີວິດຄືນມາໃໝ່. ບັນຫາກໍຄື ມີຄົນໜຶ່ງຊື່ໂປລ ທີ່ຕັ້ງຕົນເອງເປັນສັດຕູກັບພຣະເຈົ້າ. ເຖິງແມ່ນວ່າ ຫຼັງຈາກລາວຖືກເອົາຊະນະ ແລະ ກາຍເປັນອັກຄະສາວົກ, ສັນຊາດຕະຍານດັ່ງເດີມຂອງໂປໂລກໍບໍ່ໄດ້ປ່ຽນ ແລະ ລາວໄດ້ເດີນບົນເສັ້ນທາງແຫ່ງການຕໍ່ຕ້ານພຣະເຈົ້າ. ໃນໄລຍະເວລາທີ່ລາວປະຕິບັດວຽກງານຢູ່ນັ້ນ, ລາວໄດ້ຂຽນຈົດໝາຍຫຼາຍສະບັບ; ແຕ່ໜ້າເສຍດາຍ, ຄົນຮຸ່ນຫຼັງຕໍ່ມາພາກັນເພີດເພີນກັບຈົດໝາຍຂອງລາວ ຄືດັ່ງກັບວ່າ ເປັນພຣະທໍາຂອງພຣະເຈົ້າ ຈົນເຖິງກັບວ່າ ຖືກບັນທຶກເຂົ້າໃນພຣະຄໍາພີພາກພຣະສັນຍາໃໝ່ ແລະ ພາກັນສັບສົນກັບພຣະທໍາທີ່ພຣະເຈົ້າກ່າວ. ນີ້ເປັນສິ່ງທີ່ອັບປະຍົດທີ່ສຸດນັບຕັ້ງແຕ່ການກໍາເນີດຂອງພຣະຄໍາພີ! ແລ້ວນີ້ບໍ່ແມ່ນຄວາມພິດພາດທີ່ເກີດຂຶ້ນຍ້ອນຄວາມໂງ່ຂອງມະນຸດບໍ? ພວກເຂົາບໍ່ຮູ້ຊໍ້າວ່າ ໃນບົດບັນທຶກກ່ຽວກັບພາລະກິດຂອງພຣະເຈົ້າໃນຍຸກແຫ່ງພຣະຄຸນນັ້ນ, ຈົດໝາຍ ຫຼື ບົດຂຽນຂອງມະນຸດ ຄວາມຈິງແລ້ວ ບໍ່ສົມຄວນຢູ່ໃນບົດບັນທຶກນັ້ນ ເພື່ອທີ່ຈະແອບອ້າງເຖິງພາລະກິດ ແລະ ພຣະທໍາຂອງພຣະເຈົ້າ. ແຕ່ນີ້ກໍແມ່ນເລື່ອງນອກປະເດັນ, ສະນັ້ນ ຂໍກັບຄືນສູ່ຫົວຂໍ້ດັ່ງເດີມຂອງພວກເຮົາດີກວ່າ. ທັນທີທີ່ພາລະກິດຍຸກທີ່ສອງຂອງພຣະເຈົ້າໄດ້ສໍາເລັດລົງຫຼັງຈາກການໄຖ່ບາບດ້ວຍການຄຶືງໃສ່ໄມ້ກາງແຂນ, ພາລະກິດຂອງພຣະເຈົ້າໃນການກອບກູ້ມະນຸດຈາກບາບ (ເຊິ່ງເວົ້າໄດ້ອີກວ່າ ເປັນການກອບກູ້ມະນຸດໃຫ້ລອດພົ້ນຈາກກໍາມືຂອງຊາຕານ) ນັ້ນໄດ້ສໍາເລັດລົງ. ດ້ວຍເຫດນັ້ນ, ນັບແຕ່ເວລານັ້ນເປັນຕົ້ນມາ, ມະນຸດຕ້ອງໄດ້ຍອມຮັບເອົາພຣະເຢຊູ ເປັນພຣະຜູ້ຊ່ວຍໃຫ້ລອດພົ້ນ ເພື່ອໃຫ້ບາບຂອງຕົນໄດ້ຮັບການໃຫ້ອະໄພ. ຖ້າຈະເວົ້າໄປແລ້ວ, ບາບຂອງມະນຸດແມ່ນບໍ່ໄດ້ເປັນອຸປະສັກໃນການບັນລຸຜົນຂອງການໄຖ່ບາບຂອງຕົນ ແລະ ໃນການໄປຢູ່ຕໍ່ໜ້າພຣະເຈົ້າ ແລະ ບໍ່ແມ່ນຂໍ້ອ້າງທີ່ຊາຕານໃຊ້ໃນການກ່າວຫາມະນຸດອີກຕໍ່ໄປ. ນັ້ນກໍເນື່ອງຈາກວ່າ ພຣະເຈົ້າໄດ້ກະທໍາການພາລະກິດຢ່າງແທ້ຈິງ, ໄດ້ກາຍເປັນເນື້ອໜັງທີ່ຄ້າຍຄື ແລະ ມີລົດຊາດທີ່ຄ້າຍຄືກັບບາບ ແລະ ພຣະເຈົ້າພຣະອົງເອງແມ່ນເຄື່ອງຖວາຍບາບ. ດ້ວຍວິທີນີ້, ມະນຸດຈິ່ງລົງຈາກໄມ້ກາງແຂນ, ໄດ່ຮັບດ້ວຍການຖືກໄຖ່ບາບ ແລະ ຖືກຊ່ວຍໃຫ້ລອດພົ້ນຍ້ອນການເປັນເນື້ອໜັງຂອງພຣະເຈົ້າ ເຊິ່ງກໍຄື ເນື້ອໜັງທີ່ມີບາບດັ່ງກ່າວນີ້. ສະນັ້ນ, ຫຼັງຈາກຖືກຊາຕານຈັບກຸມ, ມະນຸດຈຶ່ງເລີ່ິ່ມເຂົ້າໃກ້ການຍອມຮັບເອົາການໄຖ່ບາບຢູ່ຕໍ່ໜ້າພຣະອົງ. ແນ່ນອນຢູ່ແລ້ວທີ່ພາລະກິດຂອງຍຸກນີ້ ແມ່ນເປັນການຄຸ້ມຄອງຂອງພຣະເຈົ້າ ເຊິ່ງເປັນຂັ້ນຕອນຕໍ່ຈາກຍຸກແຫ່ງພຣະບັນຍັດ ແລະ ຂັ້ນຕອນນີ້ແມ່ນຢູ່ໃນລະດັບທີ່ເລິກເຊິ່ງກວ່າຍຸກພຣະບັນຍັດ.

ນັ້ນແມ່ານການຄຸ້ມຄອງຂອງພຣະເຈົ້າ: ເພື່ອມອບມະນຸດໃຫ້ກັບຊາຕານ ເຊິ່ງເປັນມະນຸດທີ່ບໍ່ຮູ້ວ່າພຣະເຈົ້າແມ່ນຫຍັງ, ບໍ່ຮູ້ວ່າພຣະຜູ້ສ້າງແມ່ນຫຍັງຄືໃຜ, ບໍ່ຮູ້ຈັກວິທີບູຊາພຣະເຈົ້າ, ບໍ່ຮູ້ວ່າເປັນຫຍັງມັນຈຶ່ງຈໍາເປັນທີ່ຕ້ອງອ່ອນນ້ອມຕໍ່ພຣະເຈົ້າ ແລະ ເຮັດໃຫ້ຄວາມເສື່ອຊາມຂອງຊາຕານຄວບຄຸມຢ່າງອິດສະຫຼະ. ພຣະເຈົ້າຈະກອບກູ້ເອົາມະນຸດຈາກກໍາມືຂອງຊາຕານເທື່ອລະກ້າວຈົນກວ່າມະນຸດຈະບູຊາພຣະເຈົ້າຢ່າງສົມບູນ. ນີ້ຄືການຄຸ້ມຄອງຂອງພຣະເຈົ້າ. ທຸກສິ່ງດັ່ງກ່າວມານີ້ແມ່ນຟັງເບິ່ງຄືກັບວ່າເປັນເລຶ່ອງນິທານບູຮານ ແລະ ເບິ່ງຄືວ່າເປັນເລຶ່ອງສັບສົນ. ຜູ້ຄົນຈຶ່ງມີຄວາມຮູ້ສຶກວ່າມັນເປັນຄືກັບນິທານບູຮານ ແລະ ນັ້ນກໍເນື່ອງຈາກວ່າພວກເຂົາບໍ່ຮູ້ວ່າມີຫຍັງແດ່ທີ່ເກີດຂຶ້ນກັບມະນຸດໃນໄລຍະສອງສາມພັນຜີຜ່ານມາ ແລ້ວເຫດໃດຈະໃຫ້ພວກເຂົາຮູ້ໃນເລຶ່ອງທີ່ເກີດຂຶ້ນໃນທົ່ວຈັກກະວານອັນກວ້າງໃຫຍ່ໄພສານນີ້. ຍິ່ງໄປກວ່ານັ້ນ, ຍ້ອນວ່າພວກເຂົາບໍ່ສາມາດຊື່ນຊົມສິ່ງທີ່ໜ້າອັດສະຈັນ ແລະ ໂລກທີ່ໜ້າຢ້ານກົວທີ່ສຸດທີ່ຢູ່ນອກເໜືອໂລກແຫ່ງວັດຖຸ ແຕ່ເປັນໂລກທີ່ດວງຕາຂອງພວກເຂົາປິດບັງບໍ່ຍອມໃຫ້ພວກເຂົາເບິ່ງເຫັນ. ມະນຸດອາດຈະຮູ້ສຶກວ່ານີ້ເປັນສິ່ງທີ່ເຂົ້າໃຈຍາກ ແລະ ນັ້ນກໍເພາະວ່າ ພວກເຂົາບໍ່ເຂົ້າໃຈຄວາມສໍາຄັນຂອງການໄຖ່ບາບມະນຸດຂອງພຣະເຈົ້າ ແລະ ບໍ່ເຂົ້າໃຈຄວາມສໍາຄັນຂອງພາລະກິດການຄຸ້ມຄອງຂອງພຣະເຈົ້າ ແລະ ບໍ່ເຂົ້າໃຈໃນສິ່ງທີ່ພຣະເຈົ້າປາດຖະໜາໃຫ້ມະນຸດເປັນ. ມະນຸດເປັນຄືອາດາມ ແລະ ເອວາ ທີ່ຊາຕານບໍ່ໄດ້ເຮັດໃຫ້ເສື່ອມຊາມບໍ? ບໍ່ເລີຍ! ການຄຸ້ມຄອງຂອງພຣະເຈົ້າແມ່ນເພື່ອຮັບເອົາກຸ່ມຄົນ ທີ່ບູຊາພຣະເຈົ້າ ແລະ ອ່ອນນ້ອມຕໍ່ພຣະເຈົ້າ. ມະນຸດດັ່ງກ່າວນີ້ແມ່ນຖືກຊາຕານເຮັດໃຫ້ເສື່ອມຊາມ ແຕ່ບໍ່ເຫັນຊາຕານເປັນພໍ່ຂອງຕົນອີກຕໍ່ໄປ; ເຂົາຮັບຮູ້ເຖິງໜ້າຕາທີ່ບໍ່ງາມຂອງຊາຕານ ແລະ ໄດ້ປະຕິເສດມັນ ແລະ ໄດ້ມາຢູ່ຕໍ່ໜ້າພຣະເຈົ້າເພື່ອຮັບເອົາຄໍາພິພາສາ ແລະ ການລົງໂທດຂອງພຣະອົງ. ເຂົາຮູ້ຈັກວ່າ ແມ່ນຫຍັງທີ່ບໍ່ງາມ ແລະ ຮູ້ວ່າມັນກົງກັນຂ້າມກັບຄວາມບໍລິສຸດແນວໃດ ແລະ ເຂົາຮັບຮູ້ເຖິງຄວາມຍິ່ງໃຫຍ່ຂອງພຣະເຈົ້າ ແລະ ຄວາມຊົ່ວຮ້າຍຂອງຊາຕານ. ມະນຸດແບບນີ້ຈະບໍ່ກະທໍາເພື່ອຊາຕານ ຫຼື ບູຊາຊາຕານ ຫຼື ຍົກຊາຕານໄວ້ເທິງແທ່ນບູຊາອີກຕໍ່ໄປ. ນັ້ນກໍເພາະວ່າ ພວກເຂົາເປັນກຸ່ມຄົນທີ່ໄດ້ຮັບພອນຈາກພຣະເຈົ້າຢ່າງແທ້ຈິງ. ນີ້ຄືຄວາມສໍາຄັນຂອງການຄຸ້ມຄອງມະນຸດຂອງພຣະເຈົ້າ. ໃນໄລຍະການເຮັດພາລະກິດການຄຸ້ມຄອງຂອງພຣະເຈົ້າໃນເວລານີ້, ມະນຸດຄືເປົ້າໝາຍແຫ່ງການເສື່ອມຊາມຂອງຊາຕານ ແລະ ໃນເວລາດຽວກັນພວກເຂົາກໍເປັນເປົ້າໝາຍຂອງການເຮັດໃຫ້ລອດພົ້ນຂອງພຣະເຈົ້າ ພ້ອມທັງເປັນຜົນຜະລິດທີ່ພຣະເຈົ້າ ແລະ ຊາຕານຕໍ່ສູ້ກັນເພື່ອຍາດຊີງເອົາ. ໃນເວລາດຽວກັນ ທີ່ປະຕິບັດພາລະກິດຂອງພຣະອົງ, ພຣະເຈົ້າກໍຄ່ອຍໆກູ້ເອົາມະນຸດຈາກມືຂອງຊາຕານ ແລະ ດ້ວຍເຫດນັ້ນ ມະນຸດຈຶ່ງເຂົ້າມາໃກ້ກັບພຣະເຈົ້າຫຼາຍຂຶ້ນ...

ແລ້ວຍຸກແຫ່ງອານາຈັກກໍມາເຖິງ ເຊິ່ງເປັນຍຸກຂອງພາລະກິດທີ່ມີຄວາມຈິງຫຼາຍຂຶ້ນ ແຕ່ເປັນຍຸກທີ່ມະນຸດຮັບເອົາຍາກທີ່ສຸດ. ນັ້ນກໍເນື່ອງຈາກວ່າມະນຸດມາຢູ່ໃກ້ພຣະເຈົ້າຫຼາຍເທົ່າໃດ ໄມ້ຄ້ອນຂອງພຣະອົງກໍຍິ່ງເຂົ້າໃກ້ມະນຸດຫຼາຍເທົ່ານັ້ນ ແລະ ໜ້າຕາຂອງພຣະອົງກໍປະກົດຕໍ່ມະນຸດແຈ້ງຂຶ້ນ. ພາຍຫຼັງຈາກການໄຖ່ບາບຂອງມະນຸດຊາດ, ມະນຸດໄດ້ກັບຄືນມາຫາຄອບຄົວຂອງພຣະເຈົ້າຢ່າງເປັນທາງການ. ມະນຸດຄິດວ່ານີ້ຄືເວລາຂອງການເພີດເພີນ ແຕ່ເຂົາຍັງຕ້ອງຖືກລົງໂທດຢ່າງສາຫັດໂດຍພຣະເຈົ້າ ທີ່ບໍ່ມີໃຜຄາດຄິດມາກ່ອນ: ແຕ່ໃນຄວາມເປັນຈິງແລ້ວ, ນີ້ຄືການຮັບບັບຕິສະມາທີ່ຜູ້ຄົນຂອງພຣະເຈົ້າຕ້ອງໄດ້ “ເພີດເພີນ.” ພາຍໃຕ້ການປະຕິບັດແບບນີ້, ຜູ້ຄົນບໍ່ມີທາງເລືອກ ແຕ່ຕ້ອງໄດ້ຢຸດ ແລະ ຄິດກັບຕົນເອງວ່າ: ຂ້ານ້ອຍເປັນລູກແກະທີ່ຫຼົງທາງເປັນເວລາຫຼາຍປີ ເຊິ່ງພຣະເຈົ້າຊົງເສຍສະລະຢ່າງໜັກເພື່ອໄຖ່ຄືນມາ ແລ້ວເຫດໃດພຣະເຈົ້າຈຶ່ງປະຕິບັດຕໍ່ຂ້ານ້ອຍແບບນີ້? ນີ້ແມ່ນວິທີທີ່ພຣະເຈົ້າຫົວຂວັນຍົວະເຍີ້ຍ ແລະ ເປີດໂປ່ງຂ້ານ້ອຍບໍ? ... ຫຼັງຈາກຫຼາຍປີຜ່ານໄປ, ມະນຸດໄດ້ກາຍເປັນຄົນອົດທົນ ຍ້ອນໄດ້ຮັບປະສົບການຈາກການທົນທຸກທໍລະມານ ຂອງການຖືກເຮັດໃຫ້ບໍລິສຸດ ແລະ ການລົງທົດ. ເຖິງແມ່ນວ່າ ມະນຸດໄດ້ສູນເສຍ “ລັດສະໝີ” ແລະ “ຄວາມຮັກ” ໃນອະດີດຜ່ານມາ ແຕ່ເຂົາໄດ້ຮູ້ຈັກຄວາມຈິງໃນການເປັນມະນຸດໂດຍບໍ່ຮູ້ຕົວ ແລະ ໄດ້ຊື່ນຊົມທີ່ພຣະເຈົ້າໃຊ້ເວລາຫຼາຍປີອຸທິດເພື່ອໄຖບາບໃຫ້ກັບມະນຸດ. ມະນຸດເລິ່ມກຽດຊັງຄວາມໂຫດຮ້າຍຂອງຕົນເອງຢ່າງຊ້າໆ. ເຂົາເລິ່ມຊັງຄວາມໂຫດຮ້າຍທີ່ຕົນເປັນ ແລະ ຄວາມເຂົ້າໃຈຜິດທັງໝົດທີ່ມີຕໍ່ພຣະເຈົ້າ ແລະ ການຮຽກຮ້ອງທີ່ບໍ່ສົມເຫດສົມຜົນທີ່ເຂົາມີຕໍ່ພຣະອົງ. ບໍ່ສາມາດຫວນຄືນເວລາໄດ້; ເຫດການໃນອະດີດກາຍເປັນຄວາມຊົງຈໍາທີ່ມະນຸດຄິດເສຍໃຈກັບມັນ ແລະ ພຣະທໍາ ແລະ ຄວາມຮັກຂອງພຣະເຈົ້າກາຍເປັນແຮງບັນດານໃຈໃນການມີຊີວິດໃໝ່ຂອງມະນຸດ. ບາດແຜຂອງມະນຸດຖືກປິ່ນປົວທຸກມື້, ພາລະກໍາລັງຂອງເຂົາໄດ້ກັບຄືນມາ ແລະ ເຂົາລຸກຢືນຂຶ້ນ ແລະ ເງີຍໜ້າເບິ່ງພຣະເຈົ້າອົງຊົງລິດທານຸພາບສູງສຸດ ... ພຽງແຕ່ໄດ້ຮູ້ວ່າພຣະອົງຊົງຢູ່ຄຽງຂ້າງເຮົາຕະຫຼອດມາ ແລະ ຮອຍຍິ້ມ ແລະ ໃບໜ້າອັນສະຫງ່າລາສີຂອງພຣະອົງຍັງເປັນທີ່ຕື່ນເຕັ້ນຕັນໃຈຢູ່ສະເໝີ. ຫົວໃຈຂອງພຣະອົງຍັງເປັນຫ່ວງມະນຸດທີ່ພຣະອົງສ້າງສະເໝີ ແລະ ມືຂອງພຣະອົງຍັງອົບອຸ່ນ ແລະ ມີພະລັງຄືໃນແຕ່ຕອນເລີ່ມຕົ້ນ. ມັນເປັນຄືດັ່ງວ່າມະນຸດໄດ້ກັບຄືນສູ່ສວນເອເດັນອີກຄັ້ງ ແຕ່ເທື່ອນີ້ມະນຸດບໍ່ໄດ້ເຊື່ອຟັງການລໍ້ລວງຂອງງູ ແລະ ບໍ່ໄດ້ເດີນໜີຈາກພຣະເຢໂຮວາ. ມະນຸດຂາບລົງຕໍ່ໜ້າພຣະເຈົ້າ ແລ້ວເງີຍໜ້າເບິ່ງໃບໜ້າອັນຍິ້ມແຍ້ມແຈ່ມໃສຂອງພຣະອົງ ແລະ ຖວາຍການເສຍສະລະທີ່ມີຄຸນຄ່າທີ່ສຸດຂອງຕົນເອງ. ໂອ! ພຣະຜູ້ເປັນເຈົ້າຂອງຂ້ານ້ອຍ ພຣະເຈົ້າຂອງຂ້ານ້ອຍ!

ຄວາມຮັກ ແລະ ຄວາມເມດຕາຂອງພຣະເຈົ້າຂະຫຍາຍທຸກລາຍລະອຽດຂອງການຄຸ້ມຄອງຂອງພຣະອົງ ແລະ ບໍ່ວ່າຜູ້ຄົນຈະສາມາດເຂົ້າໃຈເຈດຕະນາທີ່ດີຂອງພຣະເຈົ້າ ຫຼື ບໍ່, ພຣະອົງຍັງກະທໍາພາລະກິດທີ່ພຣະອົງຕັ້ງໃຈກະທໍາໃຫ້ສໍາເລັດຢ່າງບໍ່ມີຄວາມອິດເມື່ອຍ. ບໍ່ວ່າຜູ້ຄົນຈະເຂົ້າໃຈການຄຸ້ມຄອງຂອງພຣະເຈົ້າຫຼາຍປານໃດກໍຕາມ, ທຸກຄົນສາມາດສັນລະເສີນຜົນປະໂຫຍດ ແລະ ການຊ່ວຍເຫຼືອຂອງພາລະກິດທີ່ກະທໍາໂດຍພຣະເຈົ້າໄດ້. ບາງເທື່ອ, ມື້ນີ້ ເຈົ້າບໍ່ໄດ້ຮູ້ສຶກກັບຄວາມຮັກໃດໆ ຫຼື ຊີວິດທີ່ພຣະເຈົ້າສະໜອງໃຫ້, ແຕ່ຖ້າເຈົ້າຍັງບໍ່ປະຖິ້ມພຣະເຈົ້າ ແລະ ບໍ່ທໍ້ແທ້ຕໍ່ຄວາມຕັ້ງໃຈຂອງເຈົ້າໃນການສະແຫວງຫາຄວາມຈິງ, ມັນກໍຈະມີມື້ນັ້ນສະເໝີທີ່ພຣະເຈົ້າເປີດເຜີຍຮອຍຍິ້ມໃຫ້ກັບເຈົ້າ. ຍ້ອນວ່າຈຸດປະສົງຂອງພາລະກິດການຄຸ້ມຄອງຂອງພຣະເຈົ້າແມ່ນເພື່ອກອບກູ້ມະນຸດທີ່ຢູ່ພາຍໃຕ້ອໍານາດຂອງຊາຕານ, ບໍ່ແມ່ນເພື່ອປະຖິ້ມມະນຸດທີ່ຊາຕານເຮັດໃຫ້ເສື່ອມຊາມ ແລະ ປະຖິ້ມຜູ້ທີ່ຕໍ່ຕ້ານພຣະເຈົ້າ.

ວັນທີ 23 ກັນຍາ2005

​ກ່ອນ​ນີ້ :ພຣະເຈົ້າປົກຄອງຢູ່ເໜືອຊະຕາກໍາຂອງມວນມະນຸດຊາດ

ຕໍ່​ໄປ:ພຣະເຈົ້າເອງ, ທີ່ເປັນເອກະລັກ IV

ທ່ານອາດຈະຍັງມັກ