ການແຍກແຍະພຣະຄຣິດຕົວປອມຈາກພຣະຄຣິດຕົວຈິງ

09 ເດືອນກໍລະກົດ 2023

ມື້ນີ້, ຂ້ອຍຕ້ອງການເວົ້າກ່ຽວກັບ ວິທີການແຍກແຍະພຣະຄຣິດຕົວປອມຈາກພຣະຄຣິດຕົວຈິງ. ບາງຄົນອາດຖາມວ່າ ສິ່ງນັ້ນກ່ຽວຂ້ອງຫຍັງກັບຄວາມເຊື່ອຂອງພວກເຮົາໃນພຣະເຈົ້າ. ຫຼາຍພໍສົມຄວນ. ທຸກຄົນຮູ້ບໍວ່າພຣະຄຣິດແມ່ນຜູ້ໃດ? ຖ້າເຈົ້າຮູ້ວ່າພຣະຄຣິດຄືພຣະຜູ້ຊ່ວຍໃຫ້ລອດພົ້ນທີ່ມາເທິງແຜ່ນດິນໂລກ, ຕອນນີ້ໄພພິບັດກຳລັງມາ ແລະ ຍຸກສຸດທ້າຍໄດ້ມາເຖິງພວກເຮົາແລ້ວ, ເຈົ້າຄິດວ່າເຈົ້າຕ້ອງການພຣະຜູ້ຊ່ວຍໃຫ້ລອດພົ້ນບໍ? ຖ້າເຈົ້າຕ້ອງການພຣະຜູ້ຊ່ວຍໃຫ້ລອດພົ້ນ, ເຈົ້າຮູ້ບໍວ່າເຈົ້າຕ້ອງການພຣະຜູ້ຊ່ວຍໃຫ້ລອດພົ້ນອົງໃດເພື່ອຊ່ວຍເຈົ້າໃຫ້ລອດພົ້ນ? ເຈົ້າຮູ້ວິທີການຕ້ອນຮັບພຣະຜູ້ຊ່ວຍໃຫ້ລອດພົ້ນບໍ? ເຈົ້າຄິດວ່າສິ່ງນີ້ສຳຄັນ ແລະ ກ່ຽວຂ້ອງກັບເຈົ້າບໍ? ຕົວຢ່າງ: 2.000 ປີກ່ອນ, ພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນຂອງພຣະອົງໄດ້ມາເພື່ອໄຖ່ບາບມະນຸດຊາດ ແລະ ສະແດງຄວາມຈິງຫຼາຍຢ່າງ. ຄົນຢິວໃນເວລານັ້ນຮູ້ວ່າ ພຣະທຳຂອງພຣະອົງມີສິດອຳນາດ, ລິດອຳນາດ ແລະ ລ້ວນແລ້ວແຕ່ເປັນຄວາມຈິງ. ແຕ່ເພາະພຣະອົງບໍ່ໄດ້ຊື່ວ່າພຣະເມຊີອາ ແລະ ພຣະອົງບໍ່ໄດ້ຊ່ວຍພວກເຂົາໃຫ້ລອດພົ້ນຈາກການປົກຄອງຂອງຊາວໂຣມັນດັ່ງທີ່ພວກເຂົາຈິນຕະນາການ, ພວກເຂົາບໍ່ຮັບຮູ້ພຣະເຢຊູເຈົ້າວ່າເປັນພຣະຄຣິດ. ພວກເຂົາປະນາມ ແລະ ໝິ່ນປະໝາດພຣະອົງວ່າຫຼອກລວງຜູ້ຄົນ ແລະ ໃນທີ່ສຸດແລ້ວກໍຄຶງພຣະອົງເທິງໄມ້ກາງແຂນທັງທີ່ມີຊີວິດ. ແມ່ນຫຍັງຄືຜົນຕາມມາ? ການພຣະເຈົ້າທີ່ບັງເກີດເປັນມະນຸດຖືກຄຶງເທິງໄມ້ກາງແຂນໂດຍຄົນຢິວເປັນເລື່ອງງ່າຍບໍ? ມັນຖືກສາບແຊ່ງໂດຍພຣະເຈົ້າຢ່າງແນ່ນອນ. ພວກເຮົາຮູ້ວ່າ 60 ປີຕໍ່ມາ, ຊົນຊາດອິດສະຣາເອນຖືກລ້າງກຳຈັດໂດຍຕິຕັສແຫ່ງໂຣມ. ອິດສະຣາເອນເປັນຊົນຊາດທີ່ຖືກທຳລາຍໄດ້ສໍ່າໃດ? ເກືອບ 2.000 ປີ! ເພາະພວກເຂົາໄດ້ຄຶງພຣະຜູ້ຊ່ວຍໃຫ້ລອດພົ້ນເທິງໄມ້ກາງແຂນ, ຄົນອິດສະຣາເອນໄດ້ຈ່າຍລາຄາທີ່ໃຫຍ່ຫຼວງທີ່ສຸດ. ແລ້ວສະນັ້ນ, ການຕ້ອນຮັບພຣະຜູ້ຊ່ວຍໃຫ້ລອດພົ້ນຈຳເປັນຢ່າງຍິ່ງບໍ? ຜູ້ໃດສາມາດເຮັດຜິດຕໍ່ພຣະຜູ້ຊ່ວຍໃຫ້ລອດພົ້ນເທິງແຜ່ນດິນໂລກໄດ້? ຖ້າເຈົ້າບໍ່ຮູ້ຈັກ ຫຼື ຍອມຮັບພຣະອົງ, ແຕ່ເຖິງກັບຕໍ່ຕ້ານ ແລະ ປະນາມພຣະອົງ, ເຈົ້າກໍຈົບແລ້ວ, ຈົບທີ່ສຸດ ແລະ ເຈົ້າຈະຈິບຫາຍຢ່າງແນ່ນອນ. ຖ້າເຈົ້າຕ້ອງການໄດ້ຮັບຄວາມລອດພົ້ນ ແລະ ເອົາຕົວລອດຜ່ານໄພພິບັດ, ເຈົ້າຕ້ອງຍອມຮັບພຣະຜູ້ຊ່ວຍໃຫ້ລອດພົ້ນ! ພຣະເຈົ້າອົງຊົງລິດທານຸພາບສູງສຸດຢູ່ບ່ອນນີ້ໃນຕອນນີ້ ແລະ ພຣະອົງເປັນພຣະຜູ້ຊ່ວຍໃຫ້ລອດພົ້ນທີ່ລົງມາ, ສະແດງຄວາມຈິງ ແລະ ເຮັດພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍ ເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນຈາກຄວາມຜິດບາບ ແລະ ຈາກໄພພິບັດ. ແຕ່ເຈົ້າຈະຮັບຮູ້ພຣະອົງບໍ? ເຈົ້າຈະຍອມຮັບພຣະອົງບໍ? ເຖິງແມ່ນວ່າຫຼາຍຄົນຮັບຮູ້ວ່າພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດມີລິດອຳນາດ ແລະ ສິດອຳນາດ, ເມື່ອພວກເຂົາເຫັນວ່າ ພຣະອົງບໍ່ໄດ້ມາເທິງກ້ອນເມກ ແລະ ພຣະອົງບໍ່ໄດ້ຖືກເອີ້ນວ່າພຣະເຢຊູເຈົ້າ, ພວກເຂົາປະຕິເສດທີ່ຈະຍອມຮັບພຣະເຈົ້າອົງຊົງລິດທານຸພາບສູງສຸດຢ່າງໜັກແໜ້ນ. ພວກເຂົາເຖິງກັບຕິດຕາມໂລກສາດສະໜາ, ປະນາມ ແລະ ໝິ່ນປະໝາດພຣະອົງ, ເວົ້າວ່າພຣະຜູ້ເປັນເຈົ້າທີ່ມາບັງເກີດເປັນມະນຸດຈະເປັນພຣະຄຣິດຕົວປອມ, ນີ້ຄືການຫຼອກລວງ. ແລ້ວກອງກຳລັງຜູ້ຕໍ່ຕ້ານພຣະຄຣິດທີ່ເຄັ່ງສາດສະໜາກໍຢູ່ຝ່າຍດຽວກັນກັບມານຮ້າຍໃນພັກກອມມູນິດ, ຕາມລ່າພຣະຄຣິດຢ່າງບ້າປ່ວງ, ພະຍາຍາມທຳລາຍພຣະອົງ. ພວກເຂົາຂົ່ມເຫັງຄົນທີ່ແບ່ງປັນຂ່າວປະເສີດແຫ່ງອານາຈັກຂອງພຣະເຈົ້າ ແລະ ຢາກທຳລາຍຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໂດຍສິ້ນເຊີງ ແລະ ຂັບໄລ່ພຣະອົງອອກຈາກມະນຸດຊາດ. ນີ້ຄືການເຮັດຜິດບາບຢ່າງໃຫຍ່ຫຼວງເພື່ອຄຶງພຣະເຈົ້າເທິງໄມ້ກາງແຂນອີກຄັ້ງ ແລະ ພວກເຂົາຈະຖືກສາບແຊ່ງ ແລະ ລົງໂທດ ໂດຍພຣະເຈົ້າຢ່າງແນ່ນອນ. ດັ່ງທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດກ່າວວ່າ “ຈົ່ງວິບັດແກ່ຜູ້ທີ່ຄຶງພຣະເຈົ້າໃສ່ໄມ້ກາງແຂນ” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄົນຊົ່ວຈະຖືກລົງໂທດຢ່າງແນ່ນອນ). “ຢູ່ບ່ອນໃດກໍຕາມທີ່ການບັງເກີດເປັນມະນຸດໄດ້ປາກົດຂຶ້ນ ແມ່ນບ່ອນທີ່ສັດຕູຈະຖືກກໍາຈັດ. ປະເທດຈີນຈະເປັນປະເທດທໍາອິດທີ່ຖືກທໍາລາຍລ້າງ; ມັນຈະຖືກທໍາລາຍດ້ວຍມືຂອງພຣະເຈົ້າ. ພຣະເຈົ້າຈະບໍ່ໄວ້ຊີວິດທີ່ຢູ່ບ່ອນນັ້ນຢ່າງເດັດຂາດ” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຕີຄວາມໝາຍຄວາມລຶກລັບແຫ່ງ “ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ”, ບົດທີ 10). ສະນັ້ນ, ທ່າທີ່ຂອງຜູ້ຄົນຕໍ່ພຣະຜູ້ຊ່ວຍໃຫ້ລອດພົ້ນຈະຕັດສິນວ່າພວກເຂົາຈະລອດ ຫຼື ຖືກລ້າງກຳຈັດອອກ.

ຕອນນີ້ທຸກຄົນຮູ້ແລ້ວວ່າ ການທີ່ສາມາດຕ້ອນຮັບພຣະຜູ້ຊ່ວຍໃຫ້ລອດພົ້ນກ່ຽວຂ້ອງກັບຄວາມສຳເລັດ ຫຼື ຄວາມລົ້ມເຫຼວຂອງຄົນໃດໜຶ່ງໃນຄວາມເຊື່ອ ແລະ ກ່ຽວຂ້ອງກັບຜົນຮັບສຸດທ້າຍ ແລະ ຈຸດໝາຍປາຍທາງຂອງພວກເຂົາ! ສະນັ້ນເວົ້າຕໍ່ເລີຍ, ພວກເຮົາມາເວົ້າກັນເທາະວ່າພຣະຜູ້ຊ່ວຍໃຫ້ລອດພົ້ນກັບຄືນມາແນວໃດໃນຍຸກສຸດທ້າຍ. ອີງໃສ່ແນວຄິດດັ້ງເດີມທີ່ໂລກສາດສະໜາມີ, ພຣະຜູ້ເປັນເຈົ້າຈະມາເທິງກ້ອນເມກຢ່າງແນ່ນອນ ແລະ ຮັບຜູ້ເຊື່ອຂຶ້ນສູ່ທ້ອງຟ້າເພື່ອພົບກັບພຣະອົງ. ນີ້ຄືສິ່ງທີ່ຜິດພາດໂດຍສິ້ນເຊີງ. ນີ້ເປັນພຽງແນວຄິດຂອງມະນຸດ ແລະ ບໍ່ສອດຄ່ອງກັບພຣະທຳຂອງພຣະຜູ້ເປັນເຈົ້າແມ່ນແຕ່ໜ້ອຍດຽວ. ພຣະເຢຊູເຈົ້າໄດ້ທຳນາຍ “ການສະເດັດມາຂອງບຸດມະນຸດ”, “ບຸດມະນຸດຖືກເປີດເຜີຍ”, “ບຸດມະນຸດຈະມາ” ແລະ “ບຸດມະນຸດກໍຈະເປັນດັ່ງນັ້ນໃນມື້ຂອງພຣະອົງ”. ພຣະອົງເນັ້ນຢໍ້າ “ບຸດມະນຸດ”, ເຊິ່ງສະແດງໃຫ້ເຫັນວ່າເມື່ອພຣະຜູ້ເປັນເຈົ້າກັບມາ, ພຣະອົງບັງເກີດເປັນມະນຸດໃນຖານະບຸດມະນຸດອີກຄັ້ງ ແລະ ນີ້ຄືການປາກົດຕົວຂອງພຣະຄຣິດຕໍ່ມະນຸດຊາດ. ມັນສາມາດຕີຄວາມໝາຍໄດ້ໜຶ່ງດຽວເທົ່ານັ້ນ. ບາງຄົນອາດຖາມວ່າ “ຖ້າເປັນບຸດມະນຸດທີ່ບັງເກີດເປັນມະນຸດ, ພຣະອົງບໍ່ໄດ້ເປັນຄືກັບພຣະເຢຊູເຈົ້າບໍ? ພຣະອົງຕ້ອງບໍ່ມີລັກສະນະຄືຄົນປົກກະຕິ. ມີຄົນທົ່ວແຜ່ນດິນໂລກທີ່ອ້າງວ່າເປັນພຣະຄຣິດທີ່ກັບຄືນມາ. ບາງຄົນເວົ້າວ່າຄົນໆໜຶ່ງເປັນພຣະຄຣິດ, ບາງຄົນກໍເວົ້າວ່າອີກຄົນໜຶ່ງເປັນ. ແລ້ວພຣະຄຣິດອົງໃດເປັນຕົວຈິງ ແລະ ອົງໃດເປັນຕົວປອມ? ພວກເຮົາຈະສາມາດຕ້ອນຮັບພຣະຜູ້ຊ່ວຍໃຫ້ລອດພົ້ນໄດ້ແນວໃດ?” ນີ້ຄືບ່ອນທີ່ຄົນສ່ວນໃຫຍ່ຕິດກັບເມື່ອພວກເຂົາພິຈາລະນາເບິ່ງຫົນທາງທີ່ແທ້ຈິງ. ໃນຄວາມເປັນຈິງແລ້ວ, ນີ້ບໍ່ແມ່ນຄຳຖາມທີ່ຫຍຸ້ງຍາກ. ຕາບໃດທີ່ພວກເຮົາໄຕ່ຕອງຄຳທຳນາຍຂອງພຣະເຢຊູເຈົ້າຢ່າງຈິງໃຈ, ພວກເຮົາກໍຈະພົບເຫັນເສັ້ນທາງ. ພຣະເຢຊູເຈົ້າຊົງກ່າວໄວ້ວ່າ: “ເຮົາຍັງມີຫລາຍສິ່ງທີ່ຈະບອກພວກເຈົ້າ ແຕ່ໃນເວລານີ້ພວກເຈົ້າອາດຈະບໍ່ສາມາດທົນໄດ້. ເຖິງຢ່າງໃດກໍຕາມເມື່ອພຣະອົງ ຜູ້ເປັນພຣະວິນຍານແຫ່ງຄວາມຈິງ ສະເດັດມາ, ພຣະອົງຈະນຳທາງພວກເຈົ້າໄປສູ່ຄວາມຈິງທັງໝົດ” (ໂຢຮັນ 16:12-13). “ແລ້ວໃນເວລາທ່ຽງຄືນ ກໍມີສຽງຮ້ອງມາວ່າ, ເບິ່ງແມ, ເຈົ້າບ່າວມາແລ້ວ ເຈົ້າຈົ່ງອອກໄປພົບກັບເພິ່ນ” (ມັດທາຍ 25:6). “ຝູງແກະຂອງເຮົາໄດ້ຍິນສຽງຂອງເຮົາ ແລະ ເຮົາກໍຮູ້ຈັກຝູງແກະນັ້ນ ແລະ ຝູງແກະນັ້ນກໍຕິດຕາມເຮົາ” (ໂຢຮັນ 10:27). “ເບິ່ງແມ, ເຮົາຢືນ ແລະ ເຄາະຢູ່ທີ່ປະຕູ: ຖ້າຄົນໃດໄດ້ຍິນສຽງຂອງເຮົາ ແລະ ໄຂປະຕູໃຫ້ເຮົາ, ເຮົາຈະເຂົ້າໄປຫາຄົນນັ້ນ ແລະ ເຮົາຈະກິນອາຫານຮ່ວມກັບຄົນນັ້ນ ແລະ ຄົນນັ້ນຈະກິນອາຫານຮ່ວມກັບເຮົາ” (ພຣະນິມິດ 3:20). “ແລ້ວຖ້າມີມະນຸດຄົນໃດເວົ້າກັບເຈົ້າວ່າ ເບິ່ງແມະ, ພຣະຄຣິດຢູ່ນີ້ ຫຼື ຢູ່ນັ້ນ; ຈົ່ງຢ່າເຊື່ອ. ຍ້ອນຈະເກີດມີພຣະຄຣິດປອມ ແລະ ຜູ້ປະກາດພຣະທຳປອມ ແລະ ພວກເຂົາຈະສະແດງໝາຍສຳຄັນ ແລະ ການອັດສະຈັນຫຼາຍຢ່າງ; ເພື່ອວ່າຖ້າເປັນໄປໄດ້ ພວກເຂົາຈະຫຼອກລວງແມ່ນແຕ່ຄົນທີ່ຖືກເລືອກໄວ້ແລ້ວ” (ມັດທາຍ 24:23-24). ພຣະຜູ້ເປັນເຈົ້າໄດ້ເວົ້າຢ່າງຊັດເຈນຫຼາຍ. ເມື່ອພຣະເຢຊູເຈົ້າກັບຄືນມາໃນຍຸກສຸດທ້າຍ, ພຣະອົງຈະກ່າວພຣະທຳຂອງພຣະອົງຫຼາຍຂຶ້ນ ແລະ ຊີ້ນໍາມະນຸດໃຫ້ເຂົ້າໃຈ ແລະ ເຂົ້າສູ່ຄວາມຈິງທັງໝົດ. ສະນັ້ນພຣະອົງຈຶ່ງເຕືອນຜູ້ຄົນກັບໄປກັບມາວ່າ ກະແສສູ່ການຕ້ອນຮັບພຣະຜູ້ເປັນເຈົ້າຄືການໄດ້ຍິນສຽງຂອງພຣະເຈົ້າ. ແລ້ວຖ້າພວກເຮົາໄດ້ຍິນຄົນໃດໜຶ່ງເປັນພະຍານວ່າ “ເຈົ້າບ່າວມາແລ້ວ” ພວກເຮົາຕ້ອງເປັນຍິງສາວບໍລິສຸດທີ່ມີສະຕິປັນຍາ ແລະ ສະແຫວງຫາ ແລະ ຮັບຟັງສຽງຂອງພຣະເຈົ້າ. ນັ້ນເປັນວິທີດຽວທີ່ຈະຕ້ອນຮັບພຣະຜູ້ເປັນເຈົ້າ. ມັນເປັນເສັ້ນທາງດຽວສູ່ການຕ້ອນຮັບການກັບຄືນມາຂອງພຣະອົງ. ພຣະຄຣິດໄດ້ມາໃນຍຸກສຸດທ້າຍ, ສະນັ້ນພຣະອົງກຳລັງສະແດງຄວາມຈິງຫຼາຍຂຶ້ນສຳລັບຄວາມລອດພົ້ນຂອງມະນຸດຊາດຢ່າງແນ່ນອນ, ແຕ່ພຣະຄຣິດຕົວປອມພຽງແຕ່ອາໄສການສະແດງໝາຍສຳຄັນ ແລະ ສິ່ງອັດສະຈັນເພື່ອນໍາພາຜູ້ຄົນຢ່າງຜິດໆ. ນີ້ຄືຫຼັກການສຳຄັນທີ່ພຣະເຢຊູເຈົ້າໄດ້ບອກພວກເຮົາສຳລັບການແຍກແຍະພຣະຄຣິດຕົວປອມຈາກພຣະຄຣິດຕົວຈິງ. ຕາມຫຼັກການນີ້, ພວກເຮົາສາມາດຮູ້ໄດ້ວ່ານັ້ນຄືພຣະຄຣິດຕົວຈິງ ຫຼື ຕົວປອມ ຈາກຂໍ້ແທ້ຈິງທີ່ວ່າພວກເຂົາສະແດງຄວາມຈິງ ຫຼື ບໍ່. ຖ້າພວກເຂົາສາມາດເຮັດໄດ້, ນັ້ນກໍຕ້ອງເປັນພຣະຄຣິດ. ຄົນທີ່ບໍ່ສາມາດສະແດງຄວາມຈິງຕ້ອງເປັນພຣະຄຣິດຕົວປອມ. ຖ້າຄົນໃດໜຶ່ງອ້າງວ່າເປັນພຣະຄຣິດ ແຕ່ພວກເຂົາບໍ່ສາມາດສະແດງຄວາມຈິງໃດໆ, ແຕ່ອາໄສໝາຍສຳຄັນ ແລະ ສິ່ງອັດສະຈັນແທນ, ມັນເປັນສາກໜ້າຂອງວິນຍານຊົ່ວຮ້າຍໂດຍບໍ່ຕ້ອງສົງໄສ, ເປັນພຣະຄຣິດຕົວປອມທີ່ມາເພື່ອຊີ້ນໍາຜູ້ຄົນຢ່າງຜິດໆ. ເມື່ອພວກເຮົາເຮັດຕາມພຣະທຳຂອງພຣະເຢຊູເຈົ້າເພື່ອແຍກແຍະພຣະຄຣິດຕົວຈິງຈາກພຣະຄຣິດຕົວປອມ, ມັນງ່າຍຫຼາຍ, ບໍ່ແມ່ນບໍ? ແຕ່ເປັນເລື່ອງທີ່ໜ້າເສຍດາຍ, ຜູ້ປະຕິບັດຕາມສາດສະໜາດບໍ່ສະແຫວງຫາຄວາມຈິງ ຫຼື ສະແຫວງຫາສຽງຂອງພຣະເຈົ້າ ຕາມພຣະທຳຂອງພຣະຜູ້ເປັນເຈົ້າ. ສະນັ້ນຍ້ອນຢ້ານທີ່ຈະຖືກນໍາພາຢ່າງຜິດໆໂດຍພຣະຄຣິດຕົວປອມ, ພວກເຂົາຈະບໍ່ແມ່ນແຕ່ສະແຫວງຫາການປາກົດຕົວ ແລະ ພາລະກິດຂອງພຣະຜູ້ເປັນເຈົ້າ. ນັ້ນບໍ່ແມ່ນການຕັດດັງຂອງເຈົ້າເພື່ອທຳລາຍໃບໜ້າຂອງເຈົ້າ, ການເອົາໃຈໃສ່ກັບເລື່ອງນ້ອຍໆແຕ່ເມີນເສີຍເລື່ອງໃຫຍ່ໆບໍ? ພວກເຂົາຍຶດຕິກັບຂໍ້ພຣະທຳກ່ຽວກັບການທີ່ພຣະຜູ້ເປັນເຈົ້າມາເທິງກ້ອນເກມ, ປະນາມ ແລະ ປະຕິເສດວຽກງານຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ຜົນຕາມມາກໍຄືພວກເຂົາສູນເສຍໂອກາດຂອງພວກເຂົາທີ່ຈະຕ້ອນຮັບພຣະຜູ້ຊ່ວຍໃຫ້ລອດພົ້ນ ແລະ ຕົກລົງສູ່ໄພພິບັດ. ນັ້ນບໍ່ແມ່ນຜົນຈາກຄວາມໂງ່ຈ້າ ແລະ ຄວາມບໍ່ສົນໃຈຂອງພວກເຂົາບໍ? ສິ່ງນີ້ສຳເລັດຕາມຂໍ້ພຣະຄຳພີເຫຼົ່ານີ້: “ຄົນໂງ່ຕາຍຍ້ອນຂາດການຕັດສິນ” (ສຸພາສິດ 10:21). “ປະຊາຊົນຂອງເຮົາຖືກທຳລາຍຍ້ອນຂາດຄວາມຮູ້” (ໂຮເຊອາ 4:6).

ແຕ່ສຳລັບວິທີການຮູ້ຈັກພຣະຄຣິດຕົວຈິງຈາກພຣະຄຣິດຕົວປອມ, ພວກເຮົາບໍ່ລົງລາຍລະອຽດກ່ຽວກັບຫົວຂໍ້ຕາມພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນຖືກເອີ້ນວ່າ ພຣະຄຣິດ ແລະ ພຣະຄຣິດເປັນມະນຸດທີ່ຖືກສະຖິດໂດຍພຣະວິນຍານຂອງພຣະເຈົ້າ. ມະນຸດທີ່ກ່າວເຖິງບໍ່ຄືກັບມະນຸດທົ່ວໄປທີ່ເກີດຈາກເນື້ອໜັງ. ຄວາມແຕກຕ່າງກໍຍ້ອນພຣະຄຣິດບໍ່ໄດ້ເກີດຈາກເນື້ອໜັງ ແລະ ເລືອດເນື້ອ; ພຣະອົງເປັນການບັງເກີດເປັນມະນຸດຂອງພຣະວິນຍານ. ພຣະອົງມີທັງຄວາມເປັນມະນຸດທີ່ທຳມະດາ ແລະ ຄວາມເປັນພຣະເຈົ້າທີ່ສົມບູນ. ຄວາມເປັນພຣະເຈົ້າຂອງພຣະອົງບໍ່ໄດ້ຖືກຄອບງຳໂດຍມະນຸດຄົນໃດ. ຄວາມເປັນມະນຸດທີ່ທຳມະດາຂອງພຣະອົງປະຄັບປະຄອງກິດຈະກຳທີ່ທຳມະດາທັງໝົດຂອງພຣະອົງທີ່ເກີດຂຶ້ນທາງເນື້ອໜັງ ໃນຂະນະທີ່ຄວາມເປັນພຣະເຈົ້າຂອງພຣະອົງໄດ້ປະຕິບັດພາລະກິດຂອງພຣະເຈົ້າດ້ວຍຕົວພຣະອົງເອງ” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ແກ່ນແທ້ຂອງພຣະຄຣິດຄືການເຊື່ອຟັງຄວາມປະສົງຂອງພຣະບິດາໃນສະຫວັນ).

ພຣະເຈົ້າທີ່ບັງເກີດເປັນມະນຸດຖືກເອີ້ນວ່າ ພຣະຄຣິດ ແລະ ດ້ວຍເຫດນັ້ນ ພຣະຄຣິດທີ່ສາມາດມອບຄວາມຈິງໃຫ້ກັບຜູ້ຄົນຖືກເອີ້ນວ່າ ພຣະເຈົ້າ. ບໍ່ມີຫຍັງທີ່ຫຼາຍເກີນໄປກວ່າສິ່ງນີ້ ຍ້ອນພຣະອົງມີທາດແທ້ຂອງພຣະເຈົ້າ ແລະ ອຸປະນິໄສຂອງພຣະເຈົ້າ, ສະຕິປັນຍາໃນພາລະກິດຂອງພຣະອົງ ເຊິ່ງມະນຸດບໍ່ສາມາດຢັ່ງເຖິງໄດ້. ຜູ້ຄົນທີ່ເອີ້ນຕົນເອງວ່າ ພຣະຄຣິດ ແຕ່ບໍ່ສາມາດປະຕິບັດພາລະກິດຂອງພຣະເຈົ້າໄດ້ ແມ່ນນັກຫຼອກລວງ. ພຣະຄຣິດບໍ່ແມ່ນພຽງແຕ່ເປັນການປາກົດຕົວຂອງພຣະເຈົ້າເທິງແຜ່ນດິນໂລກເທົ່ານັ້ນ ແຕ່ພຣະອົງຍັງເຮັດໜ້າທີ່ເປັນເນື້ອໜັງພິເສດ ໃນຂະນະທີ່ພຣະອົງປະຕິບັດ ແລະ ເຮັດພາລະກິດຂອງພຣະອົງໃຫ້ສຳເລັດທ່າມກາງມະນຸດ. ເນື້ອໜັງນີ້ບໍ່ແມ່ນສິ່ງທີ່ມະນຸດຄົນໃດສາມາດທົດແທນໄດ້ ແຕ່ແມ່ນເນື້ອໜັງທີ່ສາມາດແບກຫາບພາລະກິດຂອງພຣະເຈົ້າເທິງແຜ່ນດິນໂລກໄດ້ຢ່າງເຕັມທີ່ ແລະ ສຳແດງອຸປະນິໄສຂອງພຣະເຈົ້າ ແລະ ເປັນຕົວແທນຂອງພຣະເຈົ້າໄດ້ຢ່າງຖືກຕ້ອງ ແລະ ສະໜອງຊີວິດໃຫ້ກັບມະນຸດ. ບໍ່ໄວກໍຊ້າ ຜູ້ທີ່ປອມເປັນພຣະຄຣິດເຫຼົ່ານັ້ນຈະລົ້ມລະລາຍໄປໝົດ, ເຖິງພວກເຂົາຈະອ້າງວ່າເປັນພຣະຄຣິດ ພວກເຂົາກໍບໍ່ມີທາດແທ້ຂອງພຣະຄຣິດເລີຍ. ດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ມະນຸດບໍ່ສາມາດອະທິບາຍຄວາມແທ້ຈິງຂອງພຣະຄຣິດໄດ້, ມີແຕ່ພຣະເຈົ້າເອງທີ່ສາມາດຕອບຄຳຖາມ ແລະ ຕັດສິນໃຈໄດ້” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງແຕ່ພຣະຄຣິດແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດມອບຫົນທາງແຫ່ງຊີວິດຊົ່ວນິດນິລັນໃຫ້ກັບມະນຸດໄດ້).

ພຣະອົງ ຜູ້ທີ່ບັງເກີດເປັນມະນຸດຈະມີແກ່ນແທ້ຂອງພຣະເຈົ້າ ແລະ ພຣະອົງ ຜູ້ທີ່ບັງເກີດເປັນມະນຸດຈະມີຖ້ອຍຄຳຂອງພຣະເຈົ້າ. ຍ້ອນພຣະເຈົ້າກາຍເປັນເນື້ອໜັງ, ພຣະອົງຈະເຮັດໃຫ້ພາລະກິດທີ່ພຣະອົງມີເຈດຕະນາປະຕິບັດນັ້ນສໍາເລັດ ແລະ ຍ້ອນວ່າພຣະເຈົ້າກາຍເປັນເນື້ອໜັງ, ພຣະອົງຈະສະແດງເຖິງສິ່ງທີ່ພຣະອົງເປັນ ແລະ ຈະສາມາດນໍາເອົາຄວາມຈິງມາສູ່ມະນຸດ, ປະທານຊີວິດໃຫ້ແກ່ເຂົາ ແລະ ຊີ້ເສັ້ນທາງໃຫ້ກັບເຂົາ. ເນື້ອໜັງທີ່ບໍ່ມີແກ່ນແທ້ຂອງພຣະເຈົ້າບໍ່ແມ່ນພຣະເຈົ້າຜູ້ບັງເກີດເປັນມະນຸດຢ່າງແນ່ນອນ; ເລື່ອງນີ້ແມ່ນບໍ່ຕ້ອງສົງໄສເລີຍ. ຖ້າມະນຸດເຈດຕະນາທີ່ຈະສອບຖາມວ່ານັ້ນແມ່ນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ຫຼື ບໍ່, ແລ້ວເຂົາກໍຕ້ອງຫາຫຼັກຖານມາຢືນຢັນຈາກອຸປະນິໄສທີ່ພຣະອົງສະແດງອອກ ແລະ ພຣະທຳທີ່ພຣະອົງກ່າວ. ນັ້ນໝາຍຄວາມວ່າ, ເພື່ອຫາຫຼັກຖານມາຢືນຢັນວ່ານັ້ນແມ່ນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ຫຼື ບໍ່ ແລະ ມັນແມ່ນເສັ້ນທາງທີ່ແທ້ຈິງ ຫຼື ບໍ່ນັ້ນ, ຜູ້ຄົນຕ້ອງແຍກແຍະບົນພື້ນຖານແກ່ນແທ້ຂອງພຣະອົງ. ດັ່ງນັ້ນ, ໃນການຕັດສິນວ່າ ນັ້ນເປັນເນື້ອໜັງຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ຫຼື ບໍ່, ຈຸດສໍາຄັນແມ່ນນອນຢູ່ໃນແກ່ນແທ້ຂອງພຣະອົງ (ພາລະກິດຂອງພຣະອົງ, ພຣະທໍາຂອງພຣະອົງ, ອຸປະນິໄສຂອງພຣະອົງ ແລະ ລັກສະນະອື່ນໆ), ແທນທີ່ຈະເປັນລັກສະນະພາຍນອກ. ຖ້າມະນຸດພິຈາລະນາແຕ່ພຽງລັກສະນະພາຍນອກຂອງພຣະອົງ, ຜົນໄດ້ຮັບກໍຄື ການເບິ່ງຂ້າມແກ່ນແທ້ຂອງພຣະອົງ. ແລ້ວນີ້ກໍສະແດງວ່າມະນຸດໂງ່ຈ້າ ແລະ ຂາດຄວາມຮູ້” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄໍານໍາ).

ມີບາງຄົນທີ່ຖືກຄອບງຳໂດຍວິນຍານຊົ່ວຮ້າຍ ແລະ ຮ້ອງໂວຍວາຍຂຶ້ນຢ່າງແຮງວ່າ ‘ເຮົາເປັນພຣະເຈົ້າ!’ ແຕ່ໃນທີ່ສຸດ ພວກເຂົາກໍຖືກເປີດໂປງ ຍ້ອນພວກເຂົາຜິດໃນສິ່ງທີ່ພວກເຂົາເປັນຕົວແທນໃຫ້. ພວກເຂົາເປັນຕົວແທນໃຫ້ກັບຊາຕານ ແລະ ພຣະວິນຍານບໍລິສຸດກໍບໍ່ສົນໃຈພວກເຂົາ. ບໍ່ວ່າເຈົ້າຈະຍົກຍ້ອງຕົນເອງຫຼາຍສໍ່າໃດກໍຕາມ ຫຼື ເຈົ້າຈະຮ້ອງຂຶ້ນດັງສໍ່າໃດກໍຕາມ, ເຈົ້າກໍຍັງເປັນສິ່ງທີ່ຖືກສ້າງ ແລະ ເປັນຄົນຂອງຊາຕານ... ເຈົ້າບໍ່ສາມາດເລີ່ມຕົ້ນເສັ້ນທາງໃໝ່ ຫຼື ເປັນຕົວແທນໃຫ້ກັບພຣະວິນຍານບໍລິສຸດໄດ້. ເຈົ້າບໍ່ສາມາດສະແດງເຖິງພາລະກິດຂອງພຣະວິນຍານ ຫຼື ພຣະທຳທີ່ພຣະອົງໄດ້ກ່າວ. ເຈົ້າບໍ່ສາມາດປະຕິບັດພາລະກິດຂອງພຣະເຈົ້າເອງ ແລະ ເຈົ້າກໍບໍ່ສາມາດປະຕິບັດພາລະກິດຂອງພຣະວິນຍານ. ສະຕິປັນຍາ, ການອັດສະຈັນ ແລະ ຄວາມບໍ່ສາມາດຢັ່ງເຖິງໄດ້ຂອງພຣະເຈົ້າ ແລະ ອຸປະນິໄສທັງໝົດທີ່ພຣະເຈົ້າຂ້ຽນຕີມະນຸດ: ທຸກສິ່ງເຫຼົ່ານີ້ແມ່ນຢູ່ເໜືອຄວາມສາມາດໃນການສະແດງອອກຂອງເຈົ້າ. ສະນັ້ນ ມັນຈະບໍ່ເປັນປະໂຫຍດຫຍັງເລີຍທີ່ຈະພະຍາຍາມອ້າງວ່າເປັນພຣະເຈົ້າ; ເຈົ້າຈະມີພຽງແຕ່ຊື່ສຽງ ແລະ ບໍ່ມີທາດແທ້. ພຣະເຈົ້າເອງໄດ້ສະເດັດມາ, ແຕ່ບໍ່ມີໃຜຮູ້ຈັກພຣະເຈົ້າ, ເຖິງຢ່າງນັ້ນກໍຕາມ ພຣະອົງກໍຍັງສືບຕໍ່ໃນພາລະກິດຂອງພຣະອົງ ແລະ ປະຕິບັດເພື່ອເປັນຕົວແທນໃຫ້ກັບພຣະວິນຍານ. ບໍ່ວ່າເຈົ້າຈະເອີ້ນພຣະອົງວ່າມະນຸດ ຫຼື ພຣະເຈົ້າ, ພຣະຜູ້ເປັນເຈົ້າ ຫຼື ພຣະຄຣິດ ຫຼື ເອີ້ນພຣະອົງວ່າເອື້ອຍ, ມັນກໍບໍ່ສຳຄັນ. ແຕ່ພາລະກິດທີ່ພຣະເຈົ້າປະຕິບັດແມ່ນພາລະກິດຂອງພຣະວິນຍານ ແລະ ເປັນຕົວແທນໃຫ້ກັບພາລະກິດຂອງພຣະເຈົ້າເອງ. ພຣະອົງບໍ່ສົນໃຈໃນຊື່ທີ່ມະນຸດເອີ້ນພຣະອົງ. ຊື່ນັ້ນສາມາດກຳນົດພາລະກິດຂອງພຣະອົງໄດ້ບໍ? ບໍ່ວ່າເຈົ້າຈະເອີ້ນພຣະອົງຢ່າງໃດກໍຕາມ ເມື່ອເວົ້າເຖິງພຣະເຈົ້າ ພຣະອົງແມ່ນເນື້ອໜັງທີ່ເປັນມະນຸດຂອງພຣະວິນຍານຂອງພຣະເຈົ້າ; ພຣະອົງເປັນຕົວແທນໃຫ້ກັບພຣະວິນຍານ ແລະ ໄດ້ຮັບການຮອງຮັບໂດຍພຣະວິນຍານ. ຖ້າເຈົ້າບໍ່ສາມາດຫຼີກທາງໃຫ້ກັບຍຸກໃໝ່ ຫຼື ນໍາຍຸກເກົ່າໄປສູ່ຈຸດຈົບ ຫຼື ເລີ່ມຕົ້ນຍຸກໃໝ່ ຫຼື ປະຕິບັດພາລະກິດໃໝ່, ແລ້ວເຈົ້າກໍບໍ່ສາມາດຖືກເອີ້ນວ່າ ເປັນພຣະເຈົ້າໄດ້!” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (1)).

ຖ້າໃນຊ່ວງຍຸກປັດຈຸບັນ ມີບຸກຄົນໃດໜຶ່ງປາກົດຂຶ້ນ ເຊິ່ງເປັນຄົນທີ່ສາມາດສະແດງໝາຍສຳຄັນ ແລະ ສິ່ງມະຫັດສະຈັນຕ່າງໆ, ຂັບໄລ່ຜີຮ້າຍ, ຮັກສາຄົນປ່ວຍ ແລະ ເຮັດການອັດສະຈັນຫຼາຍຢ່າງ, ຖ້າບຸກຄົນນີ້ອ້າງວ່າ ພວກເຂົາແມ່ນພຣະເຢຊູທີ່ລົງມາ, ນີ້ແມ່ນເປັນພຽງສິ່ງປອມທີ່ຖືກສ້າງຂຶ້ນໂດຍວິນຍານຊົ່ວຮ້າຍເທົ່ານັ້ນ ເຊິ່ງເປັນການຮຽນແບບພຣະເຢຊູ. ຈົ່ງຈື່ສິ່ງນີ້ໄວ້! ພຣະເຈົ້າບໍ່ເຮັດຊໍ້າພາລະກິດແບບດຽວກັນ. ບາດກ້າວໃນພາລະກິດຂອງພຣະເຢຊູແມ່ນໄດ້ຖືກເຮັດໃຫ້ສົມບູນແລ້ວ ແລະ ພຣະເຈົ້າຈະບໍ່ປະຕິບັດບາດກ້າວໃນພາລະກິດນັ້ນອີກຈັກເທື່ອ. ພາລະກິດຂອງພຣະເຈົ້າແມ່ນບໍ່ສາມາດເຂົ້າກັນໄດ້ກັບແນວຄວາມຄິດຂອງມະນຸດ; ຕົວຢ່າງເຊັ່ນ: ພັນທະສັນຍາເດີມໄດ້ທຳນາຍການມາຂອງພຣະເມຊີອາ, ແຕ່ຜົນຮັບຂອງຄຳທຳນາຍນີ້ແມ່ນການມາຂອງພຣະເຢຊູ. ສິ່ງນີ້ໄດ້ເກີດຂຶ້ນແລ້ວ, ສະນັ້ນ ມັນກໍຈະຜິດທີ່ຈະໃຫ້ພຣະເມຊີອາອີກອົງໜຶ່ງລົງມາ. ພຣະເຢຊູໄດ້ລົງມາແລ້ວຄັ້ງໜຶ່ງ ແລະ ມັນກໍຈະຜິດຖ້າຕ້ອງໃຫ້ພຣະເຢຊູກັບມາອີກໃນຄັ້ງນີ້. ມີຊື່ດຽວສຳລັບແຕ່ລະຍຸກ ແລະ ແຕ່ລະຊື່ກໍອະທິບາຍລັກສະນະຂອງຍຸກນັ້ນໆ. ໃນແນວຄວາມຄິດຂອງມະນຸດ, ພຣະເຈົ້າຕ້ອງສະແດງໝາຍສຳຄັນ ແລະ ສິ່ງມະຫັດສະຈັນສະເໝີ, ຕ້ອງຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍສະເໝີ ແລະ ຕ້ອງເປັນຄືກັບພຣະເຢຊູ. ແຕ່ເວລານີ້ພຣະເຈົ້າບໍ່ໄດ້ເປັນແບບນັ້ນເລີຍ. ໃນຊ່ວງຍຸກສຸດທ້າຍ, ຖ້າພຣະເຈົ້າຍັງສະແດງໝາຍສຳຄັນ ແລະ ສິ່ງມະຫັດສະຈັນ ແລະ ຍັງຂັບໄລ່ຜີຮ້າຍ ແລະ ຮັກສາຄົນປ່ວຍ, ຖ້າພຣະອົງເຮັດສິ່ງດຽວກັນກັບທີ່ພຣະເຢຊູໄດ້ເຮັດ ແລ້ວພຣະເຈົ້າກໍເຮັດຊໍ້າພາລະກິດແບບດຽວກັນ ແລະ ພາລະກິດຂອງພຣະເຢຊູກໍຈະບໍ່ມີຄວາມໝາຍ ຫຼື ຄຸນຄ່າເລີຍ. ດ້ວຍເຫດນັ້ນ, ພຣະເຈົ້າຈຶ່ງປະຕິບັດໜຶ່ງບາດກ້າວຂອງພາລະກິດໃນແຕ່ລະຍຸກ. ເມື່ອແຕ່ລະບາດກ້າວຂອງພາລະກິດຂອງພຣະອົງຖືກເຮັດໃຫ້ສົມບູນແລ້ວ, ວິນຍານຊົ່ວຮ້າຍກໍຈະຮຽນແບບຢ່າງໄວ ແລະ ຫຼັງຈາກທີ່ຊາຕານເລີ່ມເຮັດຕາມພາລະກິດຂອງພຣະເຈົ້າທັນທີທັນໃດ, ພຣະເຈົ້າກໍຈະປ່ຽນເປັນວິທີການທີ່ແຕກຕ່າງ. ເມື່ອພຣະເຈົ້າໄດ້ເຮັດໃຫ້ບາດກ້າວຂອງພາລະກິດຂອງພຣະອົງສຳເລັດແລ້ວ, ວິນຍານຊົ່ວຮ້າຍກໍຈະຮຽນແບບ. ພວກເຈົ້າຕ້ອງຊັດເຈນກ່ຽວກັບເລື່ອງນີ້” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຮູ້ຈັກພາລະກິດຂອງພຣະເຈົ້າໃນປັດຈຸບັນ).

ຫຼັງຈາກທີ່ໄດ້ອ່ານສິ່ງນີ້, ພວກເຮົາທຸກຄົນບໍ່ໄດ້ຊັດເຈນຫຼາຍຂຶ້ນໜ້ອຍໜຶ່ງກ່ຽວກັບວ່າພຣະຄຣິດຄືຫຍັງ ແລະ ວິທີການຮູ້ຈັກພຣະຄຣິດຕົວຈິງ ຈາກພຣະຄຣິດຕົວປອມບໍ? ພຣະຄຣິດຄືພຣະເຈົ້າທີ່ບັງເກີດເປັນມະນຸດ, ພຣະວິນຍານຂອງພຣະເຈົ້າທີ່ປະທັບໃນເນື້ອໜັງດັ່ງບຸດມະນຸດ. ຈາກພາຍນອກ, ພຣະຄຣິດຄືຄົນປົກກະຕິ ແລະ ທຳມະດາເທົ່ານັ້ນ. ແຕ່ແກ່ນແທ້ຂອງພຣະອົງແມ່ນແຕກຕ່າງຈາກແກ່ນແທ້ຂອງຄົນປົກກະຕິໂດຍສິ້ນເຊີງ. ພຣະຄຣິດມີພຣະວິນຍານຂອງພຣະເຈົ້າຢູ່ພາຍໃນພຣະອົງ, ພຣະອົງຄືຮ່າງປາກົດຂອງພຣະວິນຍານຂອງພຣະເຈົ້າ, ສະນັ້ນພຣະອົງຈຶ່ງມີແກ່ນແທ້ທີ່ສັກສິດ. ໂດຍແກ່ນແທ້ແລ້ວ, ພຣະຄຣິດຄືພຣະເຈົ້າທີ່ແທ້ຈິງໜຶ່ງດຽວ, ເປັນພຣະຜູ້ເປັນເຈົ້າແຫ່ງການເນລະມິດສ້າງ! ພຣະຄຣິດສາມາດສະແດງຄວາມຈິງ ແລະ ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນໄດ້ທຸກຫົນແຫ່ງ, ທຸກເວລາ. ພຣະອົງສາມາດປະຕິບັດພາລະກິດຂອງການໄຖ່ບາບມະນຸດ ພ້ອມທັງພາລະກິດຂອງການພິພາກສາ ແລະ ການຊໍາລະລ້າງມະນຸດ. ຢູ່ພາຍນອກພຣະຄຣິດ, ບໍ່ມີມະນຸດຖືກສ້າງ, ທູດສະຫວັນ ຫຼື ວິນຍານຊົ່ວຮ້າຍຂອງຊາຕານຈະສາມາດສະແດງຄວາມຈິງໄດ້, ແຮງໄກທີ່ຈະຊ່ວຍມະນຸດຊາດໃຫ້ລອດພົ້ນ. ບໍ່ມີຂໍ້ສົງໄສກ່ຽວກັບສິ່ງນີ້. ສະນັ້ນກະແສສູ່ການແຍກແຍະພຣະຄຣິດຕົວຈິງຈາກພຣະຄຣິດຕົວປອມຄືການເບິ່ງວ່າພວກເຂົາສະແດງຄວາມຈິງ ຫຼື ບໍ່ ພວກເຂົາສາມາດເຮັດພາລະກິດຂອງການຊ່ວຍມະນຸດໃຫ້ລອດພົ້ນ ຫຼື ບໍ່ເປັນຫຼັກ. ນີ້ຄືຫຼັກການຈຳເປັນຢ່າງຍິ່ງ ແລະ ພື້ນຖານທີ່ສຸດ. ພວກເຮົາທຸກຄົນຮູ້ວ່າພຣະເຢຊູເຈົ້າກ່າວຄວາມຈິງຫຼາຍຢ່າງ ແລະ ເທດສະໜາຫົນທາງແຫ່ງການກັບໃຈ ແລະ ພຣະອົງປະຕິບັດໝາຍສຳຄັນ ແລະ ສິ່ງອັດສະຈັນຫຼາຍຢ່າງ, ສຳເລັດພາລະກິດຂອງການໄຖ່ມະນຸດຊາດໃຫ້ລອດພົ້ນ. ພຣະອົງເລີ່ມຕົ້ນຍຸກແຫ່ງພຣະຄຸນ ແລະ ສິ້ນສຸດຍຸກແຫ່ງພຣະບັນຍັດ. ພຣະທຳຂອງພຣະຜູ້ເປັນເຈົ້າມີລິດອຳນາດ ແລະ ສິດອຳນາດຫຼາຍຢ່າງ ແລະ ພວກມັນເຕັມໄປດ້ວຍອຸປະນິໄສຂອງພຣະເຈົ້າ, ດ້ວຍສິ່ງທີ່ພຣະອົງມີ ແລະ ເປັນ. ພວກເຮົາຮູ້ໃນຫົວໃຈຂອງພວກເຮົາວ່າ ພຣະເຢຊູເຈົ້າຄືພຣະຄຣິດໃນເນື້ອໜັງ, ການປາກົດຕົວຂອງພຣະເຈົ້າ. ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ມາໃນຍຸກສຸດທ້າຍ, ສະແດງພຣະທຳແຫ່ງຄວາມຈິງຫຼາຍລ້ານຂໍ້ ແລະ ເຮັດພາລະກິດແຫ່ງການພິພາກສາໂດຍເລີ່ມຕົ້ນດ້ວຍເຮືອນຂອງພຣະເຈົ້າ. ພຣະທຳຂອງພຣະອົງບໍ່ພຽງແຕ່ເປີດເຜີຍຄວາມເລິກລັບພາຍໃນພຣະຄຳພີ, ແຕ່ຍັງເປີດເຜີຍຄວາມເລິກລັບໃນແຜນການຄຸ້ມຄອງ 6.000 ປີຂອງພຣະເຈົ້າ. ສິ່ງນີ້ລວມເຖິງເປົ້າໝາຍໃນແຜນການຄຸ້ມຄອງຂອງພຣະເຈົ້າ, ຄວາມຈິງພາຍໃນສາມບາດກ້າວໃນພາລະກິດຂອງພຣະອົງ, ວິທີການທີ່ຊາຕານເຮັດໃຫ້ມະນຸດຊາດເສື່ອມຊາມ, ວິທີການທີ່ພຣະເຈົ້າເຮັດພາລະກິດເທື່ອລະກ້າວເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ, ຄວາມເລິກລັບໃນການບັງເກີດເປັນມະນຸດ, ຄວາມຈິງພາຍໃນຂອງພຣະຄຳພີ, ຜົນຮັບຂອງຄົນທຸກປະເພດ, ວິທີການທີ່ອານາຈັກຂອງພຣະຄຣິດກາຍເປັນຈິງເທິງແຜ່ນດິນໂລກ ແລະ ອື່ນໆອີກ. ຄວາມເລິກລັບທັງໝົດເຫຼົ່ານີ້ໄດ້ຖືກໄຂອອກ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຍັງພິພາກສາ ແລະ ເປີດໂປງທຳມະຊາດທີ່ຜິດບາບ ແລະ ຕໍ່ຕ້ານພຣະເຈົ້າຂອງມະນຸດ ແລະ ອຸປະນິໄສທີ່ເສື່ອມຊາມ. ພຣະອົງໃຫ້ເສັ້ນທາງເພື່ອປະຖິ້ມຄວາມເສື່ອມຊາມ ແລະ ຖືກຊຳລະລ້າງ ແລະ ອື່ນໆອີກ. ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດອຸດົມສົມບູນຫຼາຍ ແລະ ພວກມັນລ້ວນແລ້ວແຕ່ເປັນຄວາມເລິກລັບ ແລະ ຄວາມຈິງທີ່ຄົນບໍ່ເຄີຍໄດ້ຍິນມາກ່ອນ. ພວກເຂົາຕື່ນເຕັ້ນ ແລະ ປະທັບໃຈຫຼາຍ ແລະ ຄົນໃດກໍຕາມທີ່ອ່ານພວກມັນກໍຕ້ອງຍອມຮັບວ່າພວກມັນເປັນຄວາມຈິງແທ້ໆ. ຄົນຖືກເລືອກຂອງພຣະເຈົ້າຜ່ານຜ່າການພິພາກສາໃນພຣະທຳຂອງພຣະອົງ ແລະ ເຂົ້າໃຈຄວາມຈິງຫຼາຍຢ່າງ; ພວກເຂົາຖືກຊໍາລະລ້າງຈາກຄວາມເສື່ອມຊາມເທື່ອລະໜ້ອຍ, ເປັນພະຍານທີ່ກຶກກ້ອງກ່ຽວກັບການປະຖິ້ມຄວາມຜິດບາບ ແລະ ການມີໄຊຊະນະເໜືອຊາຕານ. ສິ່ງນີ້ສຳເລັດຕາມຄຳທຳນາຍຂອງພຣະເຢຊູເຈົ້າ: “ເຮົາຍັງມີຫລາຍສິ່ງທີ່ຈະບອກພວກເຈົ້າ ແຕ່ໃນເວລານີ້ພວກເຈົ້າອາດຈະບໍ່ສາມາດທົນໄດ້. ເຖິງຢ່າງໃດກໍຕາມເມື່ອພຣະອົງ ຜູ້ເປັນພຣະວິນຍານແຫ່ງຄວາມຈິງ ສະເດັດມາ, ພຣະອົງຈະນຳທາງພວກເຈົ້າໄປສູ່ຄວາມຈິງທັງໝົດ ເພາະພຣະອົງຈະບໍ່ກ່າວເຖິງເລື່ອງພຣະອົງ ແຕ່ ຈະກ່າວໃນສິ່ງທີ່ພຣະອົງໄດ້ຍິນ ແລະ ສະແດງໃຫ້ພວກເຈົ້າເຫັນສິ່ງທີ່ຈະເກີດຂຶ້ນ” (ໂຢຮັນ 16:12-13). ສິ່ງນີ້ພິສູດວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດຄື “ພຣະວິນຍານແຫ່ງຄວາມຈິງ”. ພຣະອົງຄືການປາກົດຄົວຂອງພຣະຄຣິດແຫ່ງຍຸກສຸດທ້າຍ, ພຣະຜູ້ຊ່ວຍໃຫ້ລອດພົ້ນທີ່ມາເທິງແຜ່ນດິນໂລກ.

ຕອນນີ້ຂ້ອຍຄິດວ່າທຸກຄົນຄວນຊັດເຈນວ່າ ພຣະເຈົ້າອົງຊົງລິດທານຸພາບສູງສຸດຄືພຣະຄຣິດ, ພຣະຜູ້ຊ່ວຍໃຫ້ລອດພົ້ນ. ນີ້ບໍ່ແມ່ນພຽງການເວົ້າ, ແຕ່ມັນຖືກພິສູດບົນພື້ນຖານຄວາມຈິງທີ່ພຣະອົງສະແດງ ແລະ ພາລະກິດທີ່ພຣະອົງເຮັດ. ພຣະຄຣິດຕົວປອມເດ? ພວກເຂົາຮ້ອງອອກຢູ່ສະເໝີວ່າ “ຂ້ອຍແມ່ນພຣະຄຣິດ”. ເຈົ້າສາມາດຖາມພວກເຂົາວ່າ “ເຈົ້າສາມາດສະແດງຄວາມຈິງບໍ? ເຈົ້າສາມາດເປີດເຜີຍຄວາມຈິງໃນຄວາມເສື່ອມຊາມຂອງມະນຸດບໍ? ເຈົ້າສາມາດຊ່ວຍມະນຸດຊາດໃຫ້ລອດພົ້ນຈາກຄວາມຜິດບາບບໍ?” ພວກເຂົາບໍ່ສາມາດເຮັດແມ່ນແຕ່ສິ່ງດຽວ. ພວກເຂົາຕົກຕະລຶງເມື່ອພົບກັບຄຳຖາມເຫຼົ່ານີ້. ພຣະຄຣິດຕົວປອມເປັນພຽງການປອມຕົວຂອງຊາຕານ ຫຼື ວິນຍານຊົ່ວຮ້າຍ, ຂາດຊີວິດ ແລະ ແກ່ນແທ້ຂອງພຣະເຈົ້າຢ່າງສິ້ນເຊີງ. ສະນັ້ນ, ພວກເຂົາບໍ່ສາມາດສະແດງຄວາມຈິງໄດ້ເລີຍ ຫຼື ປະຕິບັດພາລະກິດແຫ່ງການຊຳລະລ້າງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນ. ສິ່ງດຽວທີ່ພວກເຂົາສາມາດເຮັດໄດ້ຄືການເຜີຍເຜີຍຫຼັກຄຳສອນປອມໆທີ່ປາກົດວ່າເປັນຈິງ ຫຼື ສະແດງໝາຍສຳຄັນ ແລະ ສິ່ງອັດສະຈັນບາງຢ່າງເພື່ອຫຼອກລວງຜູ້ຄົນ. ພຣະຄຣິດຕົວປອມບາງຄົນມີຂອງປະທານບາງຢ່າງ ແລະ ພວກເຂົາອາດຂຽນໜັງສືຂອງພວກເຂົາເອງ ແລະ ສາມາດອະທິບາຍຄວາມຮູ້ພຣະຄຣິດທີ່ເລິກຊຶ້ງຢ່າງລະອຽດ. ແຕ່ທຸກສິ່ງທີ່ພວກເຂົາແບ່ງປັນຄືແນວຄິດ ແລະ ທິດສະດີຂອງມະນຸດ ແລະ ບໍ່ວ່າພວກມັນຈະເບິ່ງຄືດີແນວໃດກໍຕາມຕໍ່ມະນຸດ, ພວກມັນບໍ່ແມ່ນຄວາມຈິງ. ພວກເຂົາບໍ່ສາມາດໃຫ້ການບຳລຸງລ້ຽງສຳລັບຊີວິດຂອງມະນຸດ ຫຼື ຊ່ວຍໃຫ້ຄົນຮູ້ຈັກພຣະເຈົ້າ ແລະ ຄວາມຈິງຈັກເທື່ອ ແລະ ພວກເຂົາບໍ່ສາມາດຊ່ວຍພວກເຮົາໃຫ້ລອດພົ້ນຈາກຄວາມຜິດບາບໂດຍສະເພາະ ສະນັ້ນພວກເຮົາສາມາດຖືກຊຳລະລ້າງໃຫ້ສະອາດ. ນີ້ຄືຂໍ້ແທ້ຈິງທີ່ຊັດເຈນ. ພຣະຄຣິດຕົວປອມຂາດຄວາມຈິງໂດຍສິ້ນເຊີງ, ແຕ່ພວກເຂົາມີຄວາມທະເຍີທະຍານຢ່າງຫຼວງຫຼາຍ ແລະ ຕ້ອງການໃຫ້ຄົນນະມັດສະການພວກເຂົາຄືກັບພຣະເຈົ້າ. ສະນັ້ນພວກເຂົາຈະເຮັດຫຍັງ? ພວກເຂົາຮຽນແບບພາລະກິດໃນອະດີດຂອງພຣະເຈົ້າ, ສະແດງໝາຍສຳຄັນ ແລະ ສິ່ງອັດສະຈັນທຳມະດາບາງຢ່າງເພື່ອທຳທ່າເປັນພຣະຄຣິດ ແລະ ນໍາພາຄົນອື່ນຢ່າງຜິດໆດ້ວຍການຊ່ວຍເຫຼືອບາງຢ່າງທີ່ເລັກໆນ້ອຍໆ. ຖ້າຜູ້ເຊື່ອບໍ່ຮັກຄວາມຈິງ, ແຕ່ຕ້ອງການກິນໃຫ້ອີ່ມທ້ອງຂອງພວກເຂົາ ແລະ ຮັບເອົາຄວາມກະລຸນາບາງຢ່າງເທົ່ານັ້ນ ແລະ ປະຕິບັດໝາຍສຳຄັນ ແລະ ສິ່ງອັດສະຈັນຄືມາດຕະຖານດຽວຂອງພວກເຂົາສຳລັບການພິພາກສາວ່າຄົນໃດໜຶ່ງເປັນພຣະເຈົ້າ ຫຼື ບໍ່, ແລ້ວມັນກໍງ່າຍສຳລັບພວກເຂົາທີ່ຈະຖືກນໍາພາຢ່າງຜິດໆ. ໃນຄວາມເປັນຈິງແລ້ວ, ກົນອຸບາຍຂອງພຣະຄຣິດຕົວປອມສາມາດລໍ້ລວງຄົນໂງ່ ແລະ ຄົນຈ້າເທົ່ານັ້ນ. ແກະຂອງພຣະເຈົ້າ, ຍິງສາວບໍລິສຸດທີ່ມີສະຕິປັນຍາ, ຈະບໍ່ໄດ້ຮັບເອົາໂດຍພຣະຄຣິດຕົວປອມຈັກເທື່ອ, ເພາະພວກເຂົາຮັກຄວາມຈິງ ແລະ ພວກເຂົາຮັບຟັງສຽງຂອງພຣະເຈົ້າ. ເມື່ອພວກເຂົາໄດ້ຍິນສຽງຂອງພຣະເຈົ້າ, ພວກເຂົາຍອມຮັບມັນ ແລະ ປະຕິບັດຕາມມັນ. ພຣະເຈົ້າຕັດສິນສິ່ງນີ້ຕັ້ງແຕ່ດົນມາແລ້ວ. ດັ່ງທີ່ພຣະເຢຊູເຈົ້າກ່າວວ່າ “ຝູງແກະຂອງເຮົາໄດ້ຍິນສຽງຂອງເຮົາ ແລະ ເຮົາກໍຮູ້ຈັກຝູງແກະນັ້ນ ແລະ ຝູງແກະນັ້ນກໍຕິດຕາມເຮົາ” (ໂຢຮັນ 10:27). “ພຣະບິດາຂອງເຮົາ, ຜູ້ທີ່ໄດ້ມອບພວກມັນໃຫ້ແກ່ເຮົາ, ແມ່ນຍິ່ງໃຫຍ່ກວ່າທຸກສິ່ງ ແລະ ບໍ່ມີຜູ້ໃດສາມາດດຶງພວກມັນອອກຈາກມືຂອງພຣະບິດາຂອງເຮົາໄດ້” (ໂຢຮັນ 10:29).

ຕອນນີ້ຂ້ອຍຄິດວ່າພວກເຮົາທຸກຄົນຊັດເຈນກ່ຽວກັບວິທີການແຍກແຍະພຣະຄຣິດຕົວຈິງຈາກພຣະຄຣິດຕົວປອມ. ພຣະຄຣິດຄືພຣະເຈົ້າໃນເນື້ອໜັງ, ຄວາມຈິງ, ຫົນທາງ ແລະ ຊີວິດ. ແກ່ນແທ້ທີ່ສັກສິດຂອງພຣະຄຣິດແມ່ນສະແດງອອກໃນ ຄວາມສາມາດຂອງພຣະອົງໃນການສະແດງຄວາມຈິງ ແລະ ການເຮັດພາລະກິດຂອງພຣະເຈົ້າເອງເປັນຫຼັກ. ບໍ່ວ່າພຣະອົງອາດປາກົດຕົວໂດດເດັ່ນສໍ່າໃດກໍຕາມ ແລະ ບໍ່ວ່າພຣະອົງຈະຂາດອຳນາດ ແລະ ສະຖານະສໍ່າໃດກໍຕາມ, ບໍ່ວ່າພຣະອົງຈະຖືກໂອບຮັບ ຫຼື ປະຕິເສດໂດຍມະນຸດ, ຕາບໃດທີ່ພຣະອົງສາມາດສະແດງຄວາມຈິງ, ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະເຈົ້າມີ ແລະ ເປັນ ແລະ ພຣະອົງສາມາດເຮັດພາລະກິດແຫ່ງຄວາມລອດພົ້ນ, ແລ້ວພຣະອົງກໍເປັນການປາກົດຕົວຂອງພຣະເຈົ້າ. ບໍ່ມີຂໍ້ສົງໄສກ່ຽວກັບສິ່ງນີ້. ຄວາມຈິງທີ່ສະແດງອອກໂດຍພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພາລະກິດຂອງພຣະອົງເພື່ອພິພາກສາ ແລະ ຊໍາລະລ້າງມະນຸດຊາດ ລ້ວນແລ້ວແຕ່ພິສູດວ່າພຣະອົງຄືພຣະເຈົ້າໃນເນື້ອໜັງ, ພຣະອົງເປັນການປາກົດຕົວຂອງພຣະຄຣິດ. ພວກເຮົາຕ້ອງຍອມຮັບ ແລະ ຕິດຕາມພຣະຄຣິດແຫ່ງຍຸກສຸດທ້າຍ, ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ຮັບເອົາຄວາມຈິງ, ຖືກຊ່ວຍໃຫ້ລອດພົ້ນຢ່າງສົມບູນ ແລະ ເຂົ້າສູ່ອານາຈັກຂອງພຣະເຈົ້າ. ແຕ່ຕອນນີ້ຫຼາຍຄົນເຫັນສິດຍາພິບານ ແລະ ຜູ້ນໍາທີ່ເຄັ່ງສາດສະໜາ ແລະ ລະບົບຊົ່ວຮ້າຍຂອງພັກກອມມູນິດ ກົດຂີ່ ແລະ ປະນາມພຣະເຈົ້າອົງຊົງລິດທານຸພາບສູງສຸດຢ່າງບ້າປ່ວງ, ສະນັ້ນພວກເຂົາຈຶ່ງຄິດວ່າພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດບໍ່ແມ່ນຫົນທາງທີ່ແທ້ຈິງ. ການໃຫ້ເຫດຜົນຂອງພວກເຂົາກໍຄື: ຖ້ານີ້ຄືພາລະກິດຂອງພຣະເຈົ້າ, ມັນຈະດຳເນີນໄປໂດຍບໍ່ມີອຸປະສັກຫຍັງ ແລະ ທຸກຄົນຈະເຊື່ອໝັ້ນຢ່າງທີ່ສຸດ. ການຫຼຽວເບິ່ງມັນໃນລັກສະນະນີ້ເປັນສິ່ງທີ່ໂງ່ຈ້າເຫຼືອເກີນ! ນີ້ຄືຄວາມລົ້ມເຫຼວໃນການເບິ່ງວ່າມະນຸດຖືກເຮັດໃຫ້ເສື່ອມຊາມຢ່າງເລິກຊຶ້ງ ຈົນເຖິງຈຸດທີ່ເປັນສັດຕູຂອງພຣະເຈົ້າ ແລະ ບໍ່ມີບ່ອນຫວ່າງສຳລັບພຣະເຈົ້າ. ຄົນຕ້ອນຮັບພຣະເຢຊູເຈົ້າ ເມື່ອພຣະອົງມາເຖິງບໍ? ຄົນຢິວບໍ່ໄດ້ເຊື່ອມໂຍງກັບກອງກຳລັງຂອງລັດຖະບານໂຣມັນເພື່ອຄຶງພຣະອົງເທິງໄມ້ກາງແຂນບໍ? ເຈົ້າຈະເວົ້າວ່າພາລະກິດຂອງພຣະເຢຊູເຈົ້າບໍ່ແມ່ນຫົນທາງທີ່ແທ້ຈິງບໍ? ແລ້ວຄົນປະຕິບັດແນວໃດຕໍ່ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ເມື່ອພຣະອົງໄດ້ມາໃນຍຸກສຸດທ້າຍ? ກອງກຳລັງຜູ້ຕໍ່ຕ້ານພຣະຄຣິດຂອງໂລກສາດສະໜາກໍາລັງເຮັດທຸກສິ່ງເພື່ອຕໍ່ຕ້ານ ແລະ ປະນາມພຣະອົງ, ລະບົບຊົ່ວຮ້າຍຂອງພັກກອມມູນິດຈີນກຳລັງຕາມລ່າພຣະອົງຢ່າງບ້າປ່ວງ, ໃຊ້ທຸກກົນລະຍຸດເພື່ອກຳຈັດລ້າງການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ສິ່ງນີ້ສຳເລັດຕາມສິ່ງທີ່ພຣະເຢຊູເຈົ້າໄດ້ທຳນາຍໄວ້: “ຍ້ອນຟ້າແມບເຫຼື້ອມ ທີ່ສ່ອງແສງຈາກດ້ານໜຶ່ງຂອງສະຫວັນ, ສ່ອງໄປສູ່ອີກດ້ານໜຶ່ງຂອງໃຕ້ສະຫວັນ; ບຸດມະນຸດກໍຈະເປັນດັ່ງນັ້ນໃນມື້ຂອງພຣະອົງ. ແຕ່ກ່ອນອື່ນ ພຣະອົງຕ້ອງທົນທຸກກັບຫຼາຍສິ່ງ ແລະ ຖືກປະຕິເສດໂດຍຄົນຮຸ່ນນີ້” (ລູກາ 17:24-25). ນີ້ໝາຍຄວາມວ່າແນວໃດ? ຫົນທາງທີ່ແທ້ຈິງໄດ້ຖືກກົດຂີ່ຢູ່ສະເໝີ! ພຣະຄຣິດສະແດງຄວາມຈິງເພື່ອຊ່ວຍມະນຸດໃຫ້ລອດພົ້ນ, ສະນັ້ນມັນຫຼີກລ່ຽງບໍ່ໄດ້ທີ່ພຣະອົງຈະຖືກກົດຂີ່, ປະນາມ ແລະ ຕາມລ່າໂດຍກອງກຳລັງຊົ່ວຮ້າຍຂອງຊາຕານ. ຖ້າມີການກ່າວອ້າງວ່າຄົນໃດໜຶ່ງເປັນພຣະຄຣິດ, ແຕ່ພວກເຂົາບໍ່ສະແດງຄວາມຈິງ ແລະ ພວກເຂົາບໍ່ໄດ້ຖືກປະຕິເສດໂດຍຄົນຮຸ່ນນີ້, ຖ້າພວກເຂົາບໍ່ຖືກປະນາມ ແລະ ໂຈມຕີຢ່າງບ້າປ່ວງໂດຍກອງກຳລັງຂອງຊາຕານ, ນັ້ນກໍພິສູດວ່າພວກເຂົາບໍ່ແມ່ນພຣະຄຣິດ. ຍິ່ງໄປກວ່ານັ້ນ, ຊາຕານກຽດຊັງການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ ແລະ ກຽດຊັງການມາເຖິງຂອງພຣະຜູ້ຊ່ວຍໃຫ້ລອດພົ້ນ. ຊາຕານຮູ້ວ່າເມື່ອພຣະຜູ້ຊ່ວຍໃຫ້ລອດພົ້ນມາເຖິງ, ຄົນກໍມີໂອກາດທີ່ຈະຮັບເອົາຄວາມລອດພົ້ນ, ເຂົ້າໃຈຄວາມຈິງ ແລະ ເບິ່ງກົນອຸບາຍຂອງຊາຕານໃຫ້ອອກ. ຈາກນັ້ນພວກເຂົາກໍສາມາດຮັບເອົາການຢັ່ງຮູ້, ປະຕິເສດມັນ, ຫັນມາຫາພຣະເຈົ້າຢ່າງສົມບູນ ແລະ ຖືກຮັບເອົາໂດຍພຣະເຈົ້າ. ຈາກນັ້ນຊາຕານກໍຖືກປາບຢ່າງສົມບູນ ແລະ ມື້ສຸດທ້າຍຂອງມັນກໍມາຢູ່ຕໍ່ໜ້າມັນແລ້ວ. ເຈົ້າຄິດວ່າຊາຕານຈະນອນຫງາຍຮັບເອົາສິ່ງນັ້ນບໍ? ໂດຍບໍ່ມີການເຂົ້າໃຈສິ່ງນີ້, ແຕ່ມີການຍຶດຕິດກັບແນວຄິດ ແລະ ການລົ້ມເຫຼວຂອງເຈົ້າເອງໃນການສືບຄົ້ນພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດເທົ່ານັ້ນ ຫຼື ແມ່ນແຕ່ການເຮັດຕາມກອງກຳລັງຜູ້ຕໍ່ຕ້ານພຣະຄຣິດຂອງໂລກສາດສະໜາ, ການປະນາມ ແລະ ການຕໍ່ຕ້ານພຣະເຈົ້າອົງຊົງລິດທານຸພາບສູງສຸດ, ຈະມີຜົນຕາມມາທີ່ໂຫດຮ້າຍ. ມາເບິ່ງວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດຈະເວົ້າແນວໃດ. “ຜູ້ຄົນທີ່ຕ້ອງການໄດ້ຮັບຊີວິດໂດຍບໍ່ເພິ່ງພາຄວາມຈິງທີ່ພຣະຄຣິດກ່າວໄວ້ ແມ່ນຄົນທີ່ເປັນຕາຫົວຂວັນທີ່ສຸດໃນແຜ່ນດິນໂລກ ແລະ ຄົນທີ່ບໍ່ຍອມຮັບຫົນທາງແຫ່ງຊີວິດທີ່ພຣະຄຣິດນໍາມາໃຫ້ ແມ່ນຄົນທີ່ຫຼົງໃນຄວາມເພີ້ຝັນ. ດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ຄົນທີ່ບໍ່ຍອມຮັບພຣະຄຣິດໃນຍຸກສຸດທ້າຍຈະຖືກພຣະເຈົ້າກຽດຊັງຕະຫຼອດໄປ. ພຣະຄຣິດເປັນປະຕູໃຫ້ມະນຸດເຂົ້າສູ່ອານາຈັກໃນຍຸກສຸດທ້າຍ ແລະ ບໍ່ມີໃຜທີ່ສາມາດອ້ອມຜ່ານພຣະອົງໄປໄດ້. ບໍ່ມີໃຜທີ່ສາມາດຖືກພຣະເຈົ້າເຮັດໃຫ້ສົມບູນ ນອກຈາກຜ່ານທາງພຣະຄຣິດ. ເຈົ້າເຊື່ອໃນພຣະເຈົ້າ ແລະ ດ້ວຍເຫດນີ້ ເຈົ້າຕ້ອງຍອມຮັບພຣະທຳຂອງພຣະອົງ ແລະ ເຊື່ອຟັງຫົນທາງຂອງພຣະອົງ. ເຈົ້າບໍ່ສາມາດຄິດເຖິງພຽງແຕ່ການຮັບພອນ ໃນຂະນະທີ່ບໍ່ສາມາດຮັບຄວາມຈິງ ແລະ ບໍ່ສາມາດຍອມຮັບການສະໜອງຊີວິດ. ພຣະຄຣິດມາໃນຊ່ວງຍຸກສຸດທ້າຍ ເພື່ອວ່າທຸກຄົນທີ່ເຊື່ອໃນພຣະອົງຢ່າງແທ້ຈິງຈະໄດ້ຮັບການສະໜອງຊີວິດ. ພາລະກິດຂອງພຣະອົງແມ່ນເພື່ອຜົນປະໂຫຍດຂອງການສິ້ນສຸດຍຸກເກົ່າ ແລະ ເລີ່ມຕົ້ນຍຸກໃໝ່ ແລະ ພາລະກິດຂອງພຣະອົງເປັນເສັ້ນທາງທີ່ທຸກຄົນຕ້ອງໄດ້ຮັບເອົາເພື່ອເຂົ້າສູ່ຍຸກໃໝ່. ຖ້າເຈົ້າບໍ່ສາມາດຮັບຮູ້ພຣະອົງ ແລະ ກົງກັນຂ້າມ ເຈົ້າກ່າວໂທດ, ກ່າວໝິ່ນປະໝາດ ຫຼື ເຖິງກັບຂົ່ມເຫັງພຣະອົງ, ເຈົ້າກໍຈະຖືກເຜົາໄໝ້ຕະຫຼອດໄປຊົ່ວນິດນິລັນ ແລະ ຈະບໍ່ໄດ້ເຂົ້າອານາຈັກຂອງພຣະເຈົ້າຈັກເທື່ອ. ຍ້ອນພຣະຄຣິດອົງນີ້ເອງເປັນການສະແດງຂອງພຣະວິນຍານບໍລິສຸດ, ການສະແດງຂອງພຣະເຈົ້າ, ຂອງຜູ້ທີ່ພຣະເຈົ້າໄວ້ໃຈໃຫ້ປະຕິບັດພາລະກິດຂອງພຣະອົງເທິງແຜ່ນດິນໂລກ ແລະ ດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ຖ້າເຈົ້າບໍ່ສາມາດຍອມຮັບທຸກສິ່ງທີ່ພຣະຄຣິດແຫ່ງຍຸກສຸດທ້າຍໄດ້ກະທຳ, ເຈົ້າກໍກ່າວໝິ່ນປະໝາດພຣະວິນຍານບໍລິສຸດ. ຜົນກຳທີ່ຄົນເຫຼົ່ານັ້ນທີ່ກ່າວໝິ່ນປະໝາດພຣະວິນຍານບໍລິສຸດຈະໄດ້ຮັບແມ່ນເຮັດໃຫ້ທຸກຄົນເຫັນໄດ້ຊັດເຈນໂດຍຕົວມັນເອງຢູ່ແລ້ວ. ພ້ອມນີ້ ເຮົາຂໍບອກເຈົ້າວ່າ ຖ້າເຈົ້າຕໍ່ຕ້ານພຣະຄຣິດແຫ່ງຍຸກສຸດທ້າຍ, ຖ້າເຈົ້າປະຕິເສດພຣະຄຣິດແຫ່ງຍຸກສຸດທ້າຍ, ຈະບໍ່ມີໃຜທີ່ສາມາດແບກຮັບຜົນຕາມມາແທນເຈົ້າໄດ້. ຍິ່ງໄປກວ່ານັ້ນ, ນັບຕັ້ງແຕ່ມື້ນີ້ເປັນຕົ້ນໄປ ເຈົ້າຈະບໍ່ມີໂອກາດໃນການໄດ້ຮັບຄວາມເຫັນໃຈຂອງພຣະເຈົ້າອີກແລ້ວ; ເຖິງແມ່ນວ່າເຈົ້າຈະພະຍາຍາມໄຖ່ຕົນເອງ, ເຈົ້າກໍຈະບໍ່ໄດ້ເຫັນໃບໜ້າຂອງພຣະເຈົ້າອີກຕໍ່ໄປ. ຍ້ອນສິ່ງທີ່ເຈົ້າຕໍ່ຕ້ານບໍ່ແມ່ນມະນຸດ, ສິ່ງທີ່ເຈົ້າປະຕິເສດບໍ່ແມ່ນສິ່ງມີຊີວິດທີ່ອ່ອນແອ ແຕ່ເປັນພຣະຄຣິດ. ເຈົ້າຮູ້ບໍວ່າຜົນຕາມມາຈະແມ່ນຫຍັງ? ເຈົ້າຈະບໍ່ໄດ້ເຮັດຄວາມຜິດພາດນ້ອຍໆ ແຕ່ເປັນການກະທຳຄວາມຜິດທາງອາຍາທີ່ຊົ່ວຮ້າຍຫຼາຍ. ດ້ວຍເຫດນີ້ ເຮົາຈຶ່ງຂໍແນະນຳໃຫ້ທຸກຄົນຍິ່ງແຂ້ວຂອງເຈົ້າຕໍ່ໜ້າຄວາມຈິງ ຫຼື ວິຈານຢ່າງບໍ່ລະມັດລະວັງ ຍ້ອນມີພຽງແຕ່ຄວາມຈິງເທົ່ານັ້ນທີ່ສາມາດນໍາຊີວິດມາໃຫ້ເຈົ້າໄດ້ ແລະ ບໍ່ມີຫຍັງ ນອກຈາກຄວາມຈິງທີ່ສາມາດເຮັດໃຫ້ເຈົ້າເກີດໃໝ່ ແລະ ເຫັນໃບໜ້າຂອງພຣະເຈົ້າໄດ້” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງແຕ່ພຣະຄຣິດແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດມອບຫົນທາງແຫ່ງຊີວິດຊົ່ວນິດນິລັນໃຫ້ກັບມະນຸດໄດ້).

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ຄວາມເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສູງສຸດຄືການທໍລະຍົດອົງພຣະເຢຊູເຈົ້າບໍ?

ມັນເປັນເວລາ 30 ປີຖ້ວນ ນັບຕັ້ງແຕ່ທີ່ພຣະຄຣິດແຫ່ງຍຸກສຸດທ້າຍ, ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ໄດ້ປາກົດຕົວ ແລະ ເລີ່ມເຮັດພາລະກິດ ແລະ...