ພວກເຈົ້າໄດ້ຍິນສຽງຂອງພຣະເຈົ້າບໍ?

12 ເດືອນເມສາ 2023

ສະບາຍດີ ອ້າຍເອື້ອຍນ້ອງ, ພວກເຮົາໂຊກດີຫຼາຍທີ່ໄດ້ເຕົ້າໂຮມຮ່ວມກັນ, ຂອບໃຈພຣະຜູ້ເປັນເຈົ້າ! ພວກເຮົາທຸກຄົນເປັນຄົນທີ່ມັກຟັງພຣະທຳຂອງພຣະເຈົ້າ ແລະ ປາຖະໜາທີ່ຈະຕ້ອນຮັບພຣະຜູ້ເປັນເຈົ້າ. ມື້ນີ້, ພວກເຮົາຈະໂອ້ລົມໜ້ອຍໜຶ່ງກ່ຽວກັບຄຳທຳນາຍຂອງພຣະເຢຊູເຈົ້າ ແລະ ສົນທະນາຄວາມເຂົ້າໃຈທີ່ແຕກຕ່າງກັນກ່ຽວກັບການກັບຄືນມາຂອງພຣະຜູ້ເປັນເຈົ້າ. ຄົນສ່ວນໃຫຍ່ໄດ້ໃຫ້ນິຍາມການກັບຄືນມາຂອງພຣະຜູ້ເປັນເຈົ້າຢ່າງແຄບໆວ່າເປັນການທີ່ພຣະອົງລົງມາເທິງກ້ອນເມກ, ແຕ່ຕາມຄຳທຳນາຍຂອງພຣະເຢຊູເຈົ້າເອງໃນພຣະຄຳພີ, ພຣະອົງຈະກັບຄືນມາ ແລະ ກ່າວພຣະທຳດັ່ງບຸດມະນຸດ. ພຣະຜູ້ເປັນເຈົ້າໄດ້ທຳນາຍເຖິງການມາເຖິງ ຫຼື ການປາກົດຕົວຂອງບຸດມະນຸດໃນຫຼາຍຄັ້ງ ແລະ ການມາເຖິງຂອງບຸດມະນຸດໝາຍເຖິງການທີ່ພຣະເຈົ້າປາກົດຕົວ ແລະ ເຮັດພາລະກິດໃນເນື້ອໜັງ. ມີພຽງແຕ່ສິ່ງນີ້ເທົ່ານັ້ນຈຶ່ງເປັນການຕີຄວາມໝາຍທີ່ສົມບູນທີ່ສຸດ ແລະ ພວກເຈົ້າຄົງຈະບໍ່ຄ່ອຍໄດ້ຍິນມັນໃນຄຣິສຕະຈັກສາສະໜາ. ການມາເຖິງ ຫຼື ການປາກົດຕົວຂອງບຸດມະນຸດຄືຄວາມເລິກລັບທີ່ຍິ່ງໃຫຍ່, ເປັນຄວາມເລິກລັບທີ່ຈະບໍ່ມີຜູ້ໃດຮູ້ໄດ້ ຖ້າບໍ່ໄດ້ຕ້ອນຮັບການປາກົດຕົວ ແລະ ພາລະກິດຂອງພຣະອົງຮຽບຮ້ອຍແລ້ວ.

ມີຄຳທຳນາຍຫຼາຍຢ່າງກ່ຽວກັບການກັບຄືນມາຂອງພຣະຜູ້ເປັນເຈົ້າໃນພຣະຄຳພີ, ແຕ່ຄຳທຳນາຍສ່ວນໃຫຍ່ແມ່ນມາຈາກມະນຸດ ເຊັ່ນ: ພວກອັກຄະສາວົກ ຫຼື ຜູ້ປະກາດພຣະທຳ ຫຼື ຈາກທູດສະຫວັນ. ຄຳທຳນາຍທີ່ຜູ້ຄົນມັກຈະທ່ອງຈໍາແມ່ນຄຳທຳນາຍຈາກມະນຸດ ແລະ ດ້ວຍເຫດນັ້ນພວກເຂົາຈຶ່ງປາຖະໜາທີ່ຈະເຫັນພຣະຜູ້ເປັນເຈົ້າລົງມາເທິງກ້ອນເມກຢ່າງເປີດເຜີຍ. ແຕ່ໃນຄວາມເປັນຈິງແລ້ວ, ການກັບຄືນມາຂອງພຣະຜູ້ເປັນເຈົ້າຄືຄວາມລັບທີ່ຮັກສາໄວ້ດີທີ່ສຸດ. ພຣະເຢຊູເຈົ້າຊົງກ່າວໄວ້ວ່າ: “ແຕ່ສຳລັບເລື່ອງຂອງວັນ ແລະ ເວລານັ້ນ ບໍ່ມີມະນຸດຄົນໃດຮູ້, ແມ່ນແຕ່ທູດສະຫວັນທີ່ຢູ່ໃນສະຫວັນ ຫຼື ພຣະບຸດກໍບໍ່ຮູ້ ມີແຕ່ພຣະບິດາຂອງເຮົາຜູ້ດຽວ(ມັດທາຍ 24:36). ຍ້ອນບໍ່ມີຜູ້ໃດຮູ້ມື້ ຫຼື ຊົ່ວໂມງນັ້ນ, ແມ່ນແຕ່ທູດສະຫວັນ ຫຼື ພຣະບຸດໃນສະຫວັນກໍບໍ່ຮູ້, ຄຳທຳນາຍໃດໜຶ່ງໃນພຣະຄຳພີກ່ຽວກັບການກັບຄືນມາຂອງພຣະຜູ້ເປັນເຈົ້າທີ່ໃຫ້ໂດຍມະນຸດ ຫຼື ທູດສະຫວັນຖືກຕ້ອງແທ້ໆບໍ? ພວກມັນບໍ່ສາມາດຖືກຕ້ອງໄດ້ແທ້ໆ. ແລ້ວດ້ວຍເຫດນັ້ນ ຖ້າພວກເຂົາຕ້ອງການຕ້ອນຮັບພຣະຜູ້ເປັນເຈົ້າ, ພວກເຮົາຕ້ອງໄປເບິ່ງຄຳທຳນາຍຂອງພຣະເຢຊູເຈົ້າເອງ. ນັ້ນຄືຄວາມຫວັງດຽວຂອງພວກເຮົາໃນການຕ້ອນຮັບພຣະຜູ້ເປັນເຈົ້າ. ສະນັ້ນ, ບັນດາຄົນທີ່ລໍຖ້າໃຫ້ພຣະຜູ້ເປັນເຈົ້າລົງມາເທິງກ້ອນເມກຢ່າງເປີດເຜີຍກໍຕ້ອງຕົກຢູ່ໃນໄພພິບັດ, ຮ້ອງໄຫ້ ແລະ ກັດແຂ້ວຂອງພວກເຂົາຢ່າງແນ່ນອນ. ພຣະເຢຊູເຈົ້າຊົງກ່າວໄວ້ວ່າ: “ດ້ວຍວ່າ ຟ້າແມບເຫຼື້ອມຈາກທິດຕາເວັນອອກ ຍັງເຫຼື້ອມໄປເຖິງທິດຕາເວັນຕົກ, ການສະເດັດມາຂອງບຸດມະນຸດກໍຈະເປັນດັ່ງນັ້ນ(ມັດທາຍ 24:27). “ຍ້ອນຟ້າແມບເຫຼື້ອມ ທີ່ສ່ອງແສງຈາກດ້ານໜຶ່ງຂອງສະຫວັນ, ສ່ອງໄປສູ່ອີກດ້ານໜຶ່ງຂອງໃຕ້ສະຫວັນ; ບຸດມະນຸດກໍຈະເປັນດັ່ງນັ້ນໃນມື້ຂອງພຣະອົງ. ແຕ່ກ່ອນອື່ນ ພຣະອົງຕ້ອງທົນທຸກກັບຫຼາຍສິ່ງ ແລະ ຖືກປະຕິເສດໂດຍຄົນຮຸ່ນນີ້(ລູກາ 17:24-25). “ເຮົາຍັງມີຫລາຍສິ່ງທີ່ຈະບອກພວກເຈົ້າ ແຕ່ໃນເວລານີ້ພວກເຈົ້າອາດຈະບໍ່ສາມາດທົນໄດ້. ເຖິງຢ່າງໃດກໍຕາມເມື່ອພຣະອົງ ຜູ້ເປັນພຣະວິນຍານແຫ່ງຄວາມຈິງ ສະເດັດມາ, ພຣະອົງຈະນຳທາງພວກເຈົ້າໄປສູ່ຄວາມຈິງທັງໝົດ ... ແລະ ສະແດງໃຫ້ພວກເຈົ້າເຫັນສິ່ງທີ່ຈະເກີດຂຶ້ນ(ໂຢຮັນ 16:12-13). “ເບິ່ງແມ, ເຮົາຢືນ ແລະ ເຄາະຢູ່ທີ່ປະຕູ: ຖ້າຄົນໃດໄດ້ຍິນສຽງຂອງເຮົາ ແລະ ໄຂປະຕູໃຫ້ເຮົາ, ເຮົາຈະເຂົ້າໄປຫາຄົນນັ້ນ ແລະ ເຮົາຈະກິນອາຫານຮ່ວມກັບຄົນນັ້ນ ແລະ ຄົນນັ້ນຈະກິນອາຫານຮ່ວມກັບເຮົາ(ພຣະນິມິດ 3:20). “ຄົນໃດມີຫູ ຄົນນັ້ນຈົ່ງຟັງສິ່ງທີ່ພຣະວິນຍານກ່າວຕໍ່ຄຣິສຕະຈັກ(ພຣະນິມິດ 2:7). “ຝູງແກະຂອງເຮົາໄດ້ຍິນສຽງຂອງເຮົາ ແລະ ເຮົາກໍຮູ້ຈັກຝູງແກະນັ້ນ ແລະ ຝູງແກະນັ້ນກໍຕິດຕາມເຮົາ(ໂຢຮັນ 10:27). ພວກເຮົາສາມາດເຫັນຫຍັງໃນຄຳທຳນາຍເຫຼົ່ານີ້ຈາກພຣະເຢຊູເຈົ້າ? ພຣະທຳຂອງພຣະຜູ້ເປັນເຈົ້າບອກພວກເຮົາຢ່າງຊັດເຈນວ່າພຣະອົງກັບຄືນມາໃນຍຸກສຸດທ້າຍດັ່ງບຸດມະນຸດ. ບຸດມະນຸດຄືການບັງເກີດເປັນມະນຸດແທ້ໆ ແລະ ພຣະອົງຈະກ່າວພຣະທຳເປັນຫຼັກ, ສະແດງຄວາມຈິງຫຼາຍຢ່າງ ແລະ ນໍາພາຜູ້ຄົນຖືກເລືອກຂອງພຣະເຈົ້າເຂົ້າສູ່ຄວາມຈິງທັງໝົດ. ພຣະຜູ້ເປັນເຈົ້າຈະສຳເລັດພາລະກິດຫຍັງໂດຍການມາ ແລະ ສະແດງຄວາມຈິງ? ບໍ່ຕ້ອງສົງໄສເລີຍວ່າ ນີ້ແມ່ນເພື່ອປະຕິບັດພາລະກິດແຫ່ງການພິພາກສາໂດຍເລີ່ມຕົ້ນຈາກເຮືອນຂອງພຣະເຈົ້າ, ເຊິ່ງຍິ່ງເປັນການພິສູດອີກວ່າພຣະເຈົ້າເຮັດພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍໂດຍການສະແດງຄວາມຈິງ. ແລ້ວຖ້າເປັນເຊັ່ນນັ້ນ ພວກເຮົາຈະສາມາດຕ້ອນຮັບພຣະຜູ້ເປັນເຈົ້າໄດ້ແນວໃດ? ຍ້ອນພຣະອົງມາດັ່ງບຸດມະນຸດ ແລະ ບຸດມະນຸດມີລັກສະນະພາຍນອກທີ່ປົກກະຕິຢ່າງສິ້ນເຊີງໂດຍບໍ່ມີຫຍັງທີ່ເໜືອທຳມະຊາດຢ່າງຈະແຈ້ງ, ບໍ່ມີຜູ້ໃດຈະສາມາດເຫັນວ່ານີ້ຄືການປາກົດຕົວຂອງພຣະເຈົ້າຈາກລັກສະນະພາຍນອກຂອງພຣະອົງເທົ່ານັ້ນ. ສິ່ງສຳຄັນຄືການຮັບຟັງຖ້ອຍຄຳຂອງບຸດມະນຸດ ແລະ ເບິ່ງວ່ານີ້ຄືສຽງຂອງພຣະເຈົ້າ ຫຼື ບໍ່. ການຕ້ອນຮັບພຣະຜູ້ເປັນເຈົ້າແມ່ນສຳເລັດໂດຍການຮັບຮູ້ສຽງຂອງພຣະເຈົ້າ ແລະ ການເປີດປະຕູຕ້ອນຮັບພຣະອົງ. ຖ້າພຣະອົງກ່າວຄວາມຈິງ ແລະ ຜູ້ຄົນໄດ້ຍິນແຕ່ບໍ່ຮັບຮູ້ສຽງຂອງພຣະອົງ, ພວກເຂົາຈະບໍ່ມີທາງຕ້ອນຮັບພຣະອົງໄດ້. ມັນມີການທຳນາຍຊໍ້າໆໄວ້ໃນໜັງສືພຣະນິມິດວ່າ: “ຄົນໃດມີຫູ ຄົນນັ້ນຈົ່ງຟັງສິ່ງທີ່ພຣະວິນຍານກ່າວຕໍ່ຄຣິສຕະຈັກ(ພຣະນິມິດ ບົດທີ 2, 3). ມີການກ່າວເຖິງສິ່ງນີ້ທັງໝົດເຈັດຄັ້ງ. ດ້ວຍເຫດນັ້ນ, ເພື່ອທີ່ຈະຕ້ອນຮັບພຣະຜູ້ເປັນເຈົ້າ ການໄດ້ຍິນສຽງຂອງພຣະເຈົ້າຈຶ່ງສຳຄັນທີ່ສຸດ; ນີ້ຄືວິທີດຽວທີ່ຈະຕ້ອນຮັບພຣະອົງ. ຕອນນີ້ ພວກເຈົ້າຮູ້ບໍວ່າສິ່ງສຳຄັນໃນການຕ້ອນຮັບພຣະຜູ້ເປັນເຈົ້າແມ່ນຫຍັງ? ຖືກຕ້ອງ, ເພື່ອທີ່ຈະຕ້ອນຮັບພຣະຜູ້ເປັນເຈົ້າ ພວກເຮົາຕ້ອງສະແຫວງຫາຢ່າງຍິ່ງທີ່ຈະໄດ້ຍິນສຽງຂອງພຣະເຈົ້າ ແລະ “ສຽງ” ນີ້ໝາຍເຖິງຄວາມຈິງຫຼາຍຢ່າງທີ່ກ່າວອອກໂດຍພຣະຜູ້ເປັນເຈົ້າທີ່ໄດ້ກັບຄືນມາແລ້ວ, ຄວາມຈິງທຸກຢ່າງທີ່ຜູ້ຄົນບໍ່ເຄີຍໄດ້ຍິນມາກ່ອນ ແລະ ສິ່ງຕ່າງໆທີ່ບໍ່ເຄີຍຖືກບັນທຶກໄວ້ໃນພຣະຄຳພີຈັກເທື່ອ. ຍິງບໍລິສຸດທີ່ມີສະຕິປັນຍາໄດ້ຍິນວ່າພຣະທຳທີ່ກ່າວອອກໂດຍບຸດມະນຸດລ້ວນແລ້ວແຕ່ເປັນຄວາມຈິງ, ລ້ວນແລ້ວແຕ່ເປັນສຽງຂອງພຣະເຈົ້າ ແລະ ພວກເຂົາຈະຕ້ອນຮັບພຣະຜູ້ເປັນເຈົ້າຢ່າງເຕັມລົ້ນດ້ວຍຄວາມປິຕິຍິນດີ. ມີພຽງແຕ່ພຣະຜູ້ເປັນເຈົ້າຈຶ່ງສາມາດກ່າວຄວາມຈິງ; ມີພຽງພຣະຜູ້ເປັນເຈົ້າຈຶ່ງເປັນຫົນທາງ, ຄວາມຈິງ ແລະ ຊີວິດ. ຄົນໃດກໍຕາມທີ່ໄດ້ຍິນພຣະທຳທີ່ກ່າວອອກໂດຍບຸດມະນຸດ ແຕ່ຍັງຄົງເສີຍຊາ ຫຼື ບໍ່ສົນໃຈພວກມັນ ຫຼື ປະຕິເສດທີ່ຈະຍອມຮັບຄວາມຈິງ ແມ່ນຍິງບໍລິສຸດທີ່ໂງ່ຈ້າທີ່ຈະຖືກພຣະຜູ້ເປັນເຈົ້າປະຖິ້ມ. ພວກເຂົາຈະຕົກລົງສູ່ໄພພິບັດທີ່ໃຫຍ່ຫຼວງ, ຮ້ອງໄຫ້ ແລະ ກັດແຂ້ວຂອງພວກເຂົາຢ່າງແນ່ນອນ. ຈົນເຖິງຕອນນີ້, ໂລກສາສະໜາບໍ່ໄດ້ຕ້ອນຮັບພຣະຜູ້ເປັນເຈົ້າ; ໃນທາງກົງກັນຂ້າມ, ພວກເຂົາຕົກຢູ່ໃນໄພພິບັດ, ກ່າວໂທດ ແລະ ປະຕິເສດພຣະເຈົ້າ, ຢູ່ໃນສະພາວະທີ່ສິ້ນຫວັງຢ່າງຕໍ່ເນື່ອງ. ຄົນທີ່ເປັນແກະຂອງພຣະເຈົ້າກໍສະແຫວງຫາ ແລະ ສືບຄົ້ນຫົນທາງທີ່ແທ້ຈິງຢ່າງກະຕືລືລົ້ນຫຼັງຈາກທີ່ໄດ້ຍິນສຽງຂອງພຣະເຈົ້າ, ເຮັດໃຫ້ພວກເຂົາສາມາດຕ້ອນຮັບພຣະຜູ້ເປັນເຈົ້າ. ສະນັ້ນພວກເຮົາຕ້ອງຊັດເຈນ: ເມື່ອພຣະຜູ້ເປັນເຈົ້າກັບຄືນມາໃນຍຸກສຸດທ້າຍ, ພຣະອົງປາກົດຕົວດັ່ງບຸດມະນຸດ ແລະ ກ່າວຄວາມຈິງທັງໝົດ ແລະ ສິ່ງສຳຄັນສຳລັບພວກເຮົາໃນການສະແຫວງຫາການປາກົດຕົວຂອງພຣະຜູ້ເປັນເຈົ້າກໍຄືການຊອກຫາວ່າພຣະຜູ້ເປັນເຈົ້າກ່າວຄວາມຈິງທັງໝົດນີ້ຢູ່ໃສ, ຊອກຫາຄຣິສຕະຈັກທີ່ພຣະເຈົ້າກຳລັງກ່າວເຖິງ. ຫຼັງຈາກທີ່ພວກເຈົ້າໄດ້ຄົ້ນພົບຄວາມຈິງທີ່ກ່າວອອກໂດຍບຸດມະນຸດ, ພວກເຈົ້າຈຶ່ງຈະສາມາດພົບເຫັນການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າໂດຍຕິດຕາມສຽງນັ້ນໄປຫາແຫຼ່ງທີ່ມາຂອງມັນ. ທັນທີທີ່ພວກເຈົ້າຄົ້ນພົບວ່າຄວາມຈິງທັງໝົດທີ່ກ່າວອອກໂດຍພຣະຜູ້ເປັນເຈົ້າເປັນຄວາມຈິງທີ່ຈະຊໍາລະລ້າງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນ, ພວກເຈົ້າຈະຍອມຮັບການກັບຄືນມາຂອງພຣະຜູ້ເປັນເຈົ້າ ແລະ ຫຼັງຈາກນັ້ນ ພວກເຈົ້າກໍຈະຕ້ອນຮັບພຣະອົງ. ນີ້ຄືວິທີທີ່ດີທີ່ສຸດ ແລະ ເປັນວິທີທີ່ລຽບງ່າຍທີ່ສຸດໃນການຕ້ອນຮັບພຣະຜູ້ເປັນເຈົ້າ. ບໍ່ຈຳເປັນຕ້ອງຢືນຈ້ອງເບິ່ງທ້ອງຟ້າຢ່າງໂງ່ໆ ຫຼື ບໍ່ຈຳເປັນຕ້ອງຢືນເທິງພູເຂົາເພື່ອຕ້ອນຮັບພຣະຜູ້ເປັນເຈົ້າໃນຂະນະທີ່ພຣະອົງລົງມາເທິງກ້ອນເມກເລີຍ, ແຮງໄກທີ່ຈະອະທິຖານໝົດມື້ໝົດຄືນ ຫຼື ອົດອາຫານ ແລະ ອະທິຖານ. ພວກເຈົ້າພຽງແຕ່ຕ້ອງເຝົ້າເບິ່ງ ແລະ ລໍຖ້າ, ບໍ່ລົດລະໃນການສືບຫາຂອງພວກເຈົ້າເພື່ອທີ່ຈະໄດ້ຍິນສຽງຂອງພຣະເຈົ້າ.

ໃນຈຸດນີ້, ພວກເຈົ້າບາງຄົນອາດສົງໄສວ່າ: ຖ້າເປັນເຊັ່ນນັ້ນ ພວກເຮົາຈະສາມາດຮັບຮູ້ໄດ້ແນວໃດວ່າພວກເຮົາໄດ້ຍິນສຽງຂອງພຣະເຈົ້າແລ້ວ? ໃນຄວາມເປັນຈິງ, ການໄດ້ຍິນສຽງຂອງພຣະເຈົ້າບໍ່ແມ່ນເລື່ອງຍາກເລີຍ. ພຣະເຢຊູເຈົ້າຊົງກ່າວໄວ້ວ່າ: “ແລ້ວໃນເວລາທ່ຽງຄືນ ກໍມີສຽງຮ້ອງມາວ່າ, ເບິ່ງແມ, ເຈົ້າບ່າວມາແລ້ວ ເຈົ້າຈົ່ງອອກໄປພົບກັບເພິ່ນ(ມັດທາຍ 25:6). ເມື່ອໃດກໍຕາມທີ່ພວກເຈົ້າໄດ້ຍິນຄົນທີ່ໃຫ້ຄຳພະຍານກ່ຽວກັບການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ ຫຼື ໄດ້ຍິນວ່າພຣະອົງໄດ້ກ່າວຄວາມຈິງຫຼາຍຢ່າງ, ພວກເຈົ້າຕ້ອງພິຈາລະນາເບິ່ງສິ່ງນີ້ໃນທັນທີ ແລະ ເບິ່ງວ່າພຣະທຳເຫຼົ່ານີ້ທີ່ຄາດວ່າຖືກກ່າວອອກໂດຍພຣະເຈົ້ານັ້ນຄືຄວາມຈິງ ຫຼື ບໍ່. ຖ້າພວກມັນເປັນຄວາມຈິງ, ພວກເຈົ້າຄວນຍອມຮັບພວກມັນ ເພາະແກະຂອງພຣະເຈົ້າສາມາດໄດ້ຍິນສຽງຂອງພຣະອົງ. ນີ້ຄືສິ່ງທີ່ພຣະເຈົ້າໄດ້ກຳນົດໄວ້ລ່ວງໜ້າ ແລະ ບໍ່ໄດ້ຂຶ້ນກັບວ່າຄົນໃດໜຶ່ງມີການສຶກສາຫຼາຍສໍ່າໃດ, ພວກເຂົາຮູ້ຈັກພຣະຄຳພີຫຼາຍສໍ່າໃດ ຫຼື ຄວາມເລິກຊຶ້ງໃນປະສົບການຂອງພວກເຂົາ. ໃນຖານະທີ່ເປັນຊາວຄຣິດ, ພວກເຮົາຮູ້ສຶກແນວໃດ ເມື່ອພວກເຮົາໄດ້ຍິນພຣະທຳຫຼາຍຂໍ້ທີ່ກ່າວອອກໂດຍພຣະເຢຊູເຈົ້າ? ເຖິງແມ່ນວ່າຈະບໍ່ມີປະສົບການ ຫຼື ຄວາມເຂົ້າໃຈກ່ຽວກັບພຣະທຳຂອງພຣະຜູ້ເປັນເຈົ້າເລີຍ, ທັນທີທີ່ພວກເຮົາໄດ້ຍິນພວກມັນ ພວກເຮົາກໍສາມາດຮູ້ສຶກໄດ້ວ່າພວກມັນຄືຄວາມຈິງ, ພວກມັນມີສິດອຳນາດ ແລະ ລິດອຳນາດ; ພວກເຮົາສາມາດຮູ້ສຶກໄດ້ວ່າພວກມັນເລິກຊຶ້ງ ແລະ ເລິກລັບ, ຢູ່ນອກເໜືອຄວາມຢັ່ງຮູ້ຂອງມະນຸດ, ນີ້ຄືບົດບາດຂອງແຮງບັນດານໃຈ ແລະ ການຢັ່ງຮູ້ທີ່ເກີດຂຶ້ນໃນໃຈ. ບໍ່ວ່າພວກເຮົາຈະສາມາດກ່າວສິ່ງນີ້ອອກມາຢ່າງຊັດເຈນ ຫຼື ບໍ່, ຄວາມຮູ້ສຶກນີ້ຖືກຕ້ອງ ແລະ ພຽງພໍທີ່ຈະສະແດງໃຫ້ເຫັນວ່າຄົນໜຶ່ງມີຫົວໃຈ ແລະ ວິນຍານ, ພວກເຂົາສາມາດຮູ້ສຶກເຖິງລິດອຳນາດ ແລະ ສິດອຳນາດຂອງພຣະທຳຈາກພຣະເຈົ້າ. ນັ້ນຄືລັກສະນະການໄດ້ຍິນສຽງຂອງພຣະເຈົ້າ. ເພື່ອທີ່ຈະລົງເລິກໃນເລື່ອງນີ້ອີກໜ້ອຍໜຶ່ງ, ພຣະທຳຂອງພຣະເຈົ້າມີຄຸນລັກສະນະຫຍັງອີກ? ພຣະທຳຂອງພຣະເຈົ້າໃຫ້ການບຳລຸງລ້ຽງສຳລັບຊີວິດແກ່ພວກເຮົາ; ພວກມັນເປີດເຜີຍຄວາມເລິກລັບ, ເປີດຍຸກໃໝ່ ແລະ ນໍາຈຸດຈົບມາສູ່ຍຸກເກົ່າ. ດັ່ງທີ່ພຣະເຢຊູເຈົ້າສາມາດກ່າວຄວາມຈິງໄດ້ຕະຫຼອດເວລາ ແລະ ຢູ່ທຸກຫົນແຫ່ງເພື່ອລ້ຽງດູ, ຫົດນໍ້າ ແລະ ບຳລຸງລ້ຽງຜູ້ຄົນ; ພຣະຜູ້ເປັນເຈົ້າຍັງເປີດເຜີຍຄວາມເລິກລັບກ່ຽວກັບອານາຈັກສະຫວັນ, ນໍາເສັ້ນທາງແຫ່ງການກັບໃຈມາສູ່ມະນຸດຊາດເພື່ອເຂົ້າສູ່ອານາຈັກສະຫວັນ, ເປີດຍຸກແຫ່ງພຣະຄຸນ, ນໍາຍຸກແຫ່ງພຣະບັນຍັດໄປເຖິງຈຸດຈົບ ແລະ ສຳເລັດພາລະກິດແຫ່ງການໄຖ່ບາບມະນຸດຊາດ. ນີ້ຄືສິ່ງທີ່ບໍ່ມີມະນຸດຄົນໃດສາມາດເຮັດໃຫ້ສຳເລັດໄດ້. ມັນບໍ່ໄດ້ເປັນເຊັ່ນນັ້ນບໍ? ສະນັ້ນທຸກມື້ນີ້ມີບຸດມະນຸດທີ່ກ່າວພຣະທຳເປັນເວລາຫຼາຍປີ, ກ່າວຄວາມຈິງຫຼາຍຢ່າງ. ຫຼາຍຄົນຮູ້ສຶກໄດ້ຫຼັງຈາກທີ່ອ່ານພຣະທຳເຫຼົ່ານີ້ວ່າພວກມັນຄືຖ້ອຍຄຳຂອງພຣະວິນຍານບໍລິສຸດ, ສຽງຂອງພຣະເຈົ້າ ແລະ ພວກເຂົາເລີ່ມແນ່ໃຈວ່າບຸດມະນຸດອົງນີ້ທີ່ກຳລັງກ່າວຄວາມຈິງຄືພຣະເຢຊູເຈົ້າທີ່ໄດ້ກັບຄືນມາແລ້ວ, ພຣະອົງຄືພຣະເຈົ້າອົງຊົງລິດທານຸພາບສູງສຸດໃນເນື້ອໜັງ. ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວຄວາມຈິງທັງໝົດທີ່ຈຳເປັນເພື່ອຊໍາລະລ້າງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນ, ໄຂຄວາມເລິກລັບໃນແຜນການຄຸ້ມຄອງ 6.000 ປີຂອງພຣະເຈົ້າ ແລະ ເຮັດພາລະກິດແຫ່ງການພິພາກສາໂດຍເລີ່ມຕົ້ນດ້ວຍເຮືອນຂອງພຣະເຈົ້າ. ພຣະອົງໄດ້ເລີ່ມຕົ້ນຍຸກແຫ່ງອານາຈັກ ແລະ ນໍາຈຸດຈົບໄປສູ່ຍຸກແຫ່ງພຣະຄຸນ. ທຸກຄົນຕ້ອງການໄດ້ຍິນພຣະທຳບາງຂໍ້ຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ໄດ້ຍິນສຽງຂອງພຣະເຈົ້າບໍ? ມາອ່ານສອງສາມຂໍ້ຄວາມໃນຖ້ອຍຄຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດກັນເທາະ.

ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ຄັ້ງໜຶ່ງ ເຮົາເຄີຍຖືກຮັບຮູ້ວ່າເປັນພຣະເຢໂຮວາ. ຜູ້ຄົນຍັງເອີ້ນເຮົາວ່າພຣະເມຊີອາ ແລະ ຜູ້ຄົນເຄີຍເອີ້ນເຮົາວ່າພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນໃນຄັ້ງໜຶ່ງ ເຊິ່ງເຕັມໄປດ້ວຍຄວາມຮັກ ແລະ ການເຄົາລົບບູຊາ. ເຖິງຢ່າງໃດກໍ່ຕາມ, ມື້ນີ້ ເຮົາບໍ່ແມ່ນພຣະເຢໂຮວາ ຫຼື ພຣະເຢຊູທີ່ຜູ້ຄົນເຄີຍຮູ້ຈັກໃນອະດີດຜ່ານມາອີກຕໍ່ໄປ; ເຮົາແມ່ນພຣະເຈົ້າທີ່ກັບຄືນມາໃນຍຸກສຸດທ້າຍ, ພຣະເຈົ້າທີ່ຈະນຳເອົາຍຸກໄປສູ່ຈຸດສິ້ນສຸດ. ເຮົາແມ່ນພຣະເຈົ້າທີ່ລຸກຂຶ້ນຈາກສຸດປາຍແຜ່ນດິນໂລກ ເຊິ່ງເຕັມໄປດ້ວຍອຸປະນິໄສທັງໝົດຂອງເຮົາ ແລະ ເຕັມໄປດ້ວຍສິດອຳນາດ, ກຽດຕິຍົດ ແລະ ສະຫງ່າລາສີ. ຜູ້ຄົນບໍ່ເຄີຍໄດ້ພົວພັນກັບເຮົາ, ບໍ່ເຄີຍຮູ້ຈັກເຮົາ ແລະ ບໍ່ເຄີຍຮູ້ຈັກອຸປະນິໄສຂອງເຮົາ. ນັບຕັ້ງແຕ່ການສ້າງໂລກຈົນມາຮອດມື້ນີ້, ບໍ່ທັນມີຜູ້ໃດເຄີຍເຫັນເຮົາ. ນີ້ແມ່ນພຣະເຈົ້າຜູ້ທີ່ປາກົດຕໍ່ມະນຸດໃນຍຸກສຸດທ້າຍ ແຕ່ລີ້ລັບທ່າມກາງມະນຸດ. ພຣະອົງອາໄສຢູ່ທ່າມກາງມະນຸດຢ່າງແທ້ຈິງ ແລະ ເປັນຈິງຄືກັບດວງອາທິດທີ່ເຜົາໄໝ້ ແລະ ເຕັມປ່ຽມໄປດ້ວຍສິດອຳນາດ. ບໍ່ມີບຸກຄົນ ຫຼື ສິ່ງໃດທີ່ຈະບໍ່ຖືກພິພາກສາໂດຍພຣະທຳຂອງເຮົາ ແລະ ບໍ່ມີບຸກຄົນ ຫຼື ສິ່ງໃດຈະບໍ່ຖືກຊຳລະລ້າງໃຫ້ບໍລິສຸດຜ່ານແປວໄຟທີ່ເຜົາໄໝ້. ໃນທີ່ສຸດແລ້ວ ທຸກຊົນຊາດຈະໄດ້ຮັບພອນເນື່ອງຈາກພຣະທຳຂອງເຮົາ ແລະ ຍັງຈະຖືກທໍາລາຍໃຫ້ແຫຼກລະອຽດດ້ວຍພຣະທຳຂອງເຮົາ. ດ້ວຍວິທີນີ້, ທຸກຄົນໃນລະຫວ່າງຍຸກສຸດທ້າຍຈະເຫັນວ່າເຮົາແມ່ນພຣະຜູ້ຊ່ວຍໃຫ້ລອດພົ້ນທີ່ກັບຄືນມາ ແລະ ເຮົາແມ່ນພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ເອົາຊະນະມະນຸດຊາດທັງປວງ. ແລ້ວທຸກຄົນຈະໄດ້ເຫັນວ່າ ໃນຄັ້ງໜຶ່ງ ເຮົາເຄີຍເປັນເຄື່ອງບູຊາແທນຄວາມຜິດບາບສຳລັບມະນຸດ, ແຕ່ໃນຍຸກສຸດທ້າຍ ເຮົາຍັງຈະກາຍເປັນແປວໄຟຈາກດວງອາທິດທີ່ແຜດເຜົາທຸກສິ່ງຢ່າງ ພ້ອມທັງເປັນດວງອາທິດແຫ່ງຄວາມຊອບທຳທີ່ເປີດເຜີຍທຸກສິ່ງຢ່າງ. ນີ້ແມ່ນພາລະກິດຂອງເຮົາໃນຍຸກສຸດທ້າຍ. ເຮົາໃຊ້ນາມນີ້ ແລະ ມີອຸປະນິໄສນີ້ ເພື່ອໃຫ້ທຸກຄົນສາມາດເຫັນວ່າເຮົາແມ່ນພຣະເຈົ້າທີ່ຊອບທຳ, ເປັນດວງອາທິດທີ່ແຜດເຜົາ, ເປັນແປວໄຟທີ່ເຜົາໄໝ້ ແລະ ເພື່ອໃຫ້ທຸກຄົນນະມັດສະການເຮົາ ຜູ້ທີ່ເປັນພຣະເຈົ້າທີ່ແທ້ຈິງອົງດຽວ ແລະ ເພື່ອໃຫ້ພວກເຂົາເຫັນໃບໜ້າແທ້ຈິງຂອງເຮົາ: ເຮົາບໍ່ໄດ້ເປັນພຽງພຣະເຈົ້າຂອງຄົນອິດສະຣາເອນ ແລະ ເຮົາບໍ່ແມ່ນພຽງແຕ່ຜູ້ໄຖ່ບາບເທົ່ານັ້ນ; ເຮົາເປັນພຣະເຈົ້າຂອງສັບພະສິ່ງທັງປວງໃນສະຫວັນ ແລະ ແຜ່ນດິນໂລກ ແລະ ທະເລ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຜູ້ຊ່ວຍໃຫ້ລອດພົ້ນໄດ້ກັບຄືນມາເທິງ “ກ້ອນເມກສີຂາວ”). “ໃນທົ່ວຈັກກະວານເຮົາກໍາລັງດຳເນີນພາລະກິດຂອງເຮົາ ແລະ ໃນທິດຕາເວັນອອກ, ສຽງຟ້າຮ້ອງດັງໄດ້ປາກົດຂຶ້ນຢ່າງບໍ່ສິ້ນສຸດ, ສັ່ນສະເທືອນທຸກຊົນຊາດ ແລະ ທຸກນິກາຍ. ມັນແມ່ນສຽງຂອງເຮົາທີ່ໄດ້ນໍາພາທຸກຄົນໃນປັດຈຸບັນ. ເຮົາເຮັດໃຫ້ທຸກຄົນຖືກເອົາຊະນະດ້ວຍສຽງຂອງເຮົາ, ໃຫ້ຕົກລົງສູ່ກະແສນີ້ ແລະ ຍອມຈຳນົນຕໍ່ໜ້າເຮົາ, ເພາະວ່າເຮົາໄດ້ທວງສະຫງ່າລາສີຂອງເຮົາຈາກທົ່ວໂລກ ແລະ ໄດ້ສ້າງມັນຂຶ້ນໃໝ່ໃນພາກຕາເວັນອອກ. ຜູ້ໃດຈະບໍ່ຢາກເຫັນສະຫງ່າລາສີຂອງເຮົາ? ຜູ້ໃດຈະບໍ່ລໍຖ້າດ້ວຍໃຈຕື່ນເຕັ້ນໃນການກັບມາຂອງເຮົາ? ຜູ້ໃດຈະບໍ່ປາຖະໜາຢາກເຫັນການປາກົດຕົວຂອງເຮົາ? ຜູ້ໃດຈະບໍ່ຢາກເຫັນຄວາມສະຫງ່າລາສີຂອງເຮົາ? ຜູ້ໃດທີ່ຈະບໍ່ຢາກມາສູ່ແສງສະຫວ່າງ? ຜູ້ໃດຈະບໍ່ຢາກເບິ່ງ ບໍ່ຢາກເຫັນຄວາມຮັ່ງມີຂອງການາອານ? ຜູ້ໃດຈະບໍ່ປາຖະໜາການກັບມາຂອງພຣະຜູ້ໄຖ່? ຜູ້ໃດຈະບໍ່ນັບຖືພຣະອົງຜູ້ທີ່ມີລິດອຳນາດທີ່ຍິ່ງໃຫຍ່? ສຽງຂອງເຮົາຈະແຜ່ຂະຫຍາຍໄປທົ່ວແຜ່ນດິນໂລກ; ເຮົາຈະພົບກັບຜູ້ຄົນທີ່ຖືກເລືອກຂອງເຮົາ ແລະ ກ່າວພຣະທຳຕໍ່ພວກເຂົາຫຼາຍຂຶ້ນ. ເໝືອນດັ່ງສຽງຟ້າຮ້ອງທີ່ດັງສະນັ່ນສັ່ນສະເທືອນພູເຂົາ ແລະ ແມ່ນໍ້າລຳທານ, ເຮົາກ່າວພຣະຄຳຂອງເຮົາຕໍ່ຈັກກະວານທັງປວງ ແລະ ມະນຸດຊາດ. ດັ່ງນັ້ນພຣະທຳທີ່ຢູ່ໃນປາກຂອງເຮົາໄດ້ກາຍເປັນສົມບັດຂອງມະນຸດ ແລະ ມະນຸດທຸກຄົນລ້ວນແຕ່ຖະໜອມພຣະຄຳຂອງເຮົາ. ສາຍຟ້າແມບຈາກຕາເວັນອອກໄປເຖິງຕາເວັນຕົກ. ພຣະຄຳຂອງເຮົາເຮັດໃຫ້ມະນຸດລັງເລທີ່ຈະຍອມສະຫຼະພວກມັນ ແລະ ໃນເວລາດຽວກັນກໍພົບວ່າພຣະທຳເຫຼົ່ານັ້ນເປັນສິ່ງທີ່ບໍ່ສາມາດຢັ່ງເຖິງ, ແຕ່ຊື່ນຊົມຍິນດີໃນທຸກສິ່ງຫຼາຍຂຶ້ນກວ່າເດີມ. ມະນຸດທຸກຄົນຍິນດີ ແລະ ມີຄວາມສຸກ, ສະເຫຼີມສະຫຼອງການມາຂອງເຮົາ ເປັນຄືກັບວ່າເດັກນ້ອຍຫາກໍ່ເກີດ. ດ້ວຍສຽງຂອງເຮົາ, ເຮົາຈະນໍາເອົາມະນຸດທັງປວງມາຢູ່ຕໍ່ໜ້າຂອງເຮົາ. ຈາກນັ້ນ ເຮົາຈະເຂົ້າສູ່ເຊື້ອຊາດມະນຸດຢ່າງເປັນທາງການ ເພື່ອວ່າພວກເຂົາໄດ້ມານະມັດສະການເຮົາ. ດ້ວຍສະຫງ່າລາສີທີ່ເຮົາສ່ອງແສງອອກມາ ແລະ ພຣະທຳທີ່ຢູ່ໃນປາກຂອງເຮົາ, ເຮົາຈະເຮັດໃຫ້ທຸກຄົນມາກົ້ມຫົວລົງຕໍ່ໜ້າເຮົາ ແລະ ເຫັນແສງຟ້າແມບສົ່ງແສງສະຫວ່າງມາຈາກທິດຕາເວັນອອກ ແລະ ນັ້ນໝາຍຄວາມວ່າເຮົາໄດ້ລົງມາຍັງ ‘ພູເຂົາໝາກກອກ’ ແຫ່ງທິດຕາເວັນອອກ. ພວກເຂົາຈະເຫັນວ່າເຮົາໄດ້ຢູ່ໂລກນີ້ມາດົນນານແລ້ວ, ບໍ່ແມ່ນບຸດຊາຍຂອງຊາວຢິວອີກຕໍ່ໄປແຕ່ເປັນແສງຟ້າແມບແຫ່ງທິດຕາເວັນອອກ. ເພາະວ່າເຮົາໄດ້ຟື້ນຄືນຊີບມາດົນນານແລ້ວ ແລະ ໄດ້ພັດພາກຈາກທ່າມກາງມະນຸດ ແລ້ວໄດ້ກັບມາປາກົດຕົວໃໝ່ດ້ວຍສະຫງ່າລາສີໃນທ່າມກາງມະນຸດ. ເຮົາເປັນຜູ້ທີ່ຖືກເຄົາລົບບູຊາມາຫຼາຍຍຸກຫຼາຍສະໄໝກ່ອນໜ້ານີ້ ແລະ ເຮົາຍັງເປັນເດັກນ້ອຍທີ່ຖືກຊາວອິດສະຣາເອນປະຖິ້ມມາຫຼາຍຍຸກຫຼາຍສະໄໝກ່ອນໜ້ານີ້. ຍິ່ງໄປກວ່ານັ້ນ ເຮົາເປັນພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ມີສະຫງ່າລາສີຢ່າງສົມບູນໃນຍຸກປັດຈຸບັນ! ໃຫ້ທຸກຄົນມາຢູ່ຕໍ່ຫນ້າບັນລັງຂອງເຮົາ ແລະ ເບິ່ງໃບໜ້າອັນສະຫງ່າລາສີຂອງເຮົາ, ຟັງສຽງຂອງເຮົາ ແລະ ຫຼຽວເບິ່ງການກະທໍາຂອງເຮົາ. ນີ້ແມ່ນຄວາມປະສົງທັງໝົດຂອງເຮົາ; ມັນແມ່ນຈຸດສິ້ນສຸດ ແລະ ຈຸດສູງສຸດຂອງແຜນການຂອງເຮົາ, ພ້ອມທັງເປັນຈຸດປະສົງຂອງການຄຸ້ມຄອງຂອງເຮົາເພື່ອໃຫ້ທຸກຊົນຊາດນະມັດສະການເຮົາ, ໃຫ້ທຸກພາສາຮັບຮູ້ເຮົາ, ໃຫ້ມະນຸດທຸກຄົນຍຶດໝັ້ນຄວາມເຊື່ອຂອງເຂົາໃນຕົວເຮົາ ແລະ ໃຫ້ທຸກຄົນຂຶ້ນຢູ່ກັບເຮົາ!(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ສຽງຟ້າຮ້ອງທັງເຈັດກໍາລັງທໍານາຍວ່າ ຂ່າວປະເສີດແຫ່ງອານາຈັກຈະແຜ່ຂະຫຍາຍໄປທົ່ວຈັກກະວານ). “ເມື່ອເວລາເຮົາຫັນໜ້າໄປສູ່ຈັກກະວານເພື່ອກ່າວ, ມະນຸດທຸກຄົນຈະໄດ້ຍິນສຽງຂອງເຮົາ ແລະ ຈາກນັ້ນຈະເຫັນຜົນງານທັງໝົດທີ່ເຮົາໄດ້ເຮັດໃນທົ່ວຈັກກະວານ. ຜູ້ໃດທີ່ ຕັ້ງຕົນຕໍ່ຕ້ານກັບຄວາມປະສົງຂອງເຮົາ, ເວົ້າໄດ້ອີກວ່າ ຜູ້ໃດທີ່ຕໍ່ຕ້ານເຮົາດ້ວຍການກະທໍາຂອງມະນຸດ ຈະຕົກຢູ່ພາຍໃຕ້ການລົງໂທດຂອງເຮົາ. ເຮົາຈະເອົາດວງດາວຢ່າງຫຼວງຫຼາຍໃນສະຫວັນ ແລະ ເຮັດໃຫ້ດວງດາວເຫຼົ່ານັ້ນເປັນດວງດາວໃໝ່ ແລະ ຈົ່ງຂອບໃຈເຮົາທີ່ດວງອາທິດ ແລະ ດວງຈັນຈະໄດ້ຮັບການສ້າງໃໝ່. ທ້ອງຟ້າຈະບໍ່ຄືເກົ່າອີກຕໍ່ໄປ ແລະ ສັບພະສິ່ງທີ່ມະຫາສານຢູ່ເທິງແຜ່ນດິນໂລກຈະໄດ້ຮັບການສ້າງໃໝ່ອີກຄັ້ງ. ທັງໝົດຈະສົມບູນດ້ວຍພຣະທໍາຂອງເຮົາ. ນາໆຊາດທີ່ຢູ່ໃນຈັກກະວານຈະຖືກແບ່ງປັນໃໝ່ ແລະ ຖືກແທນທີ່ດ້ວຍອານາຈັກຂອງເຮົາ ເພື່ອໃຫ້ປະເທດຊາດຕ່າງໆໃນແຜ່ນດິນໂລກຫາຍໄປຕະຫຼອດການ ແລະ ຈະກາຍເປັນອານາຈັກທີ່ບູຊາເຮົາ, ເຊື້ອຊາດທັງໝົດຂອງແຜ່ນດິນໂລກຈະຖືກທໍາລາຍ ແລະ ບໍ່ມີອີກຕໍ່ໄປ. ໃນບັນດາມະນຸດໃນຈັກກະວານ, ທຸກຄົນທີ່ເປັນຄົນຂອງຜີສາດຮ້າຍຈະຖືກກໍາຈັດ, ແລະ ທຸກຄົນທີ່ບູຊາຊາຕານຈະຖືກວາງລົງໄປໃນເຕົາໄຟຂອງເຮົາ, ນັ້ນກໍ່ຄື ຍົກເວັ້ນແຕ່ສໍາລັບຜູ້ທີ່ຢູ່ພາຍໃນສາຍນໍ້າ, ທັງໝົດຈະຖືກປ່ຽນເປັນເທົ່າຖ່ານ. ເມື່ອເຮົາລົງໂທດຜູ້ຄົນຈຳນວນຫຼວງຫຼາຍຢ່າງໜັກ, ໃນຫຼາກຫຼາຍຂອບເຂດ ຜູ້ທີ່ຢູ່ໃນໂລກຝ່າຍສາສະໜາຈະກັບຄືນມາຫາອານາຈັກຂອງເຮົາ, ຖືກເອົາຊະນະດ້ວຍພາລະກິດຂອງເຮົາ, ເພາະວ່າພວກເຂົາຈະໄດ້ເຫັນການມາເຖິງຂອງພຣະຜູ້ບໍລິສຸດໃນເທິງກ້ອນເມກສີຂາວ. ທຸກຄົນຈະຖືກແຍກອອກຕາມປະເພດຂອງພວກເຂົາເອງ ແລະ ຈະໄດ້ຮັບການຂ້ຽນຕີທີ່ເໝາະສົມກັບການກະທໍາຂອງພວກເຂົາ. ບັນດາຜູ້ທີ່ຕໍ່ຕ້ານເຮົາຈະຖືກດັບສະຫຼາຍໄປ, ສໍາລັບຜູ້ທີ່ມີການກະທໍາໃນແຜ່ນດິນໂລກທີ່ບໍ່ກ່ຽວຂ້ອງກັບເຮົາ, ຍ້ອນພວກເຮົາໄດ້ເຮັດໃຫ້ຕົນເອງພົ້ນໂທດແນວໃດ, ພວກເຂົາຈະສືບຕໍ່ຢູ່ເທິງແຜ່ນດິນໂລກພາຍໃຕ້ການປົກຄອງຂອງບຸດເຮົາ ແລະ ຜູ້ຄົນຂອງເຮົາ. ເຮົາຈະເປີດເຜີຍຕົວຕົນຕໍ່ບັນດາຜູ້ຄົນ ແລະ ເຊື້ອຊາດທີ່ນັບບໍ່ຖ້ວນ ແລະ ດ້ວຍສຽງຂອງເຮົາ, ເຮົາຈະເປັ່ງສຽງອອກມາເທິງແຜ່ນດິນໂລກ ເພື່ອປະກາດຄວາມສໍາເລັດຂອງພາລະກິດທີ່ຍິ່ງໃຫຍ່ຂອງເຮົາໃຫ້ມະນຸດທັງປວງໄດ້ເຫັນດ້ວຍຕາຂອງພວກເຂົາເອງ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ, ບົດທີ 26).

ຕອນນີ້ທຸກຄົນຮູ້ສຶກແນວໃດ ຫຼັງຈາກທີ່ໄດ້ຟັງຂໍ້ຄວາມບາງຂໍ້ໃນພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ? ນີ້ຄືສຽງຂອງພຣະເຈົ້າບໍ? ທຸກໆປະໂຫຍກໃນພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດມີລິດອຳນາດ ແລະ ສິດອຳນາດ ແລະ ເຮັດໃຫ້ຜູ້ຄົນສັ່ນສະເທືອນໄປຈົນເຖິງແກນກະດູກຂອງພວກເຂົາ. ນອກຈາກພຣະເຈົ້າແລ້ວ, ຜູ້ໃດຈະສາມາດກ່າວຕໍ່ມະນຸດຊາດທັງປວງ? ຜູ້ໃດຈະສາມາດສະແດງຄວາມປະສົງຂອງພຣະເຈົ້າເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ? ຜູ້ໃດຈະສາມາດເປີດເຜີຍແຜນ ແລະ ການຈັດແຈງຂອງພຣະເຈົ້າສຳລັບພາລະກິດຂອງພຣະອົງໃນຍຸກສຸດທ້າຍຢ່າງຈະແຈ້ງ ພ້ອມທັງຜົນໄດ້ຮັບ ແລະ ຈຸດໝາຍປາຍທາງຂອງມະນຸດຊາດລ່ວງໜ້າ? ຜູ້ໃດຈະສາມາດເຮັດໃຫ້ບົດບັນຍັດບໍລິຫານຂອງພຣະເຈົ້າເປັນທີ່ຮູ້ຈັກຕໍ່ຈັກກະວານທັງປວງ? ນອກຈາກພຣະເຈົ້າ, ບໍ່ມີຜູ້ໃດຈະສາມາດເຮັດສິ່ງເຫຼົ່ານີ້ໄດ້. ຖ້ອຍຄຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຕໍ່ມະນຸດຊາດທັງປວງເຮັດໃຫ້ພວກເຮົາສາມາດຮູ້ສຶກເຖິງສິດອຳນາດ ແລະ ອຳນາດໃນພຣະທຳຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຄືຖ້ອຍຄຳຈາກພຣະເຈົ້າໂດຍກົງ, ແມ່ນສຽງຂອງພຣະເຈົ້າເອງ! ດ້ວຍພຣະທຳເຫຼົ່ານີ້ຈາກພຣະເຈົ້າອົງຊົງລິດທານຸພາບສູງສຸດ, ມັນເປັນຄືກັບວ່າພຣະເຈົ້າຢືນຂຶ້ນຢູ່ບ່ອນສູງໃນສະຫວັນ ແລ້ວຫັນໜ້າມາຫາໂລກທັງໃບ ແລະ ເວົ້າ. ພຣະເຈົ້າອົງຊົງລິດທານຸພາບສູງສຸດກຳລັງເວົ້າຕໍ່ມະນຸດຊາດຈາກຕຳແໜ່ງຂອງພຣະອົງໃນຖານະພຣະຜູ້ເປັນເຈົ້າແຫ່ງການເນລະມິດສ້າງ, ເປີດເຜີຍອຸປະນິໄສທີ່ຊອບທຳ ແລະ ສະຫງ່າຜາເຜີຍຂອງພຣະເຈົ້າຕໍ່ມະນຸດຊາດ ເຊິ່ງຈະບໍ່ອົດກັ້ນຕໍ່ການເຮັດຜິດ. ເຖິງແມ່ນວ່າພວກເຂົາອາດບໍ່ເຂົ້າໃຈຄວາມຈິງທີ່ຢູ່ພາຍໃນພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ຫຼື ມີປະສົບການ ຫຼື ຄວາມເຂົ້າໃຈທີ່ແທ້ຈິງໃດໜຶ່ງ ເມື່ອພວກເຂົາໄດ້ຍິນພຣະທຳເຫຼົ່ານັ້ນເປັນຄັ້ງທຳອິດ, ທຸກຄົນທີ່ເປັນແກະຂອງພຣະເຈົ້າຍັງຈະຮູ້ສຶກໄດ້ວ່າພຣະທຳທຸກຂໍ້ຈາກພຣະເຈົ້າອົງຊົງລິດທານຸພາບສູງສຸດອຸດົມສົມບູນໄປດ້ວຍລິດອຳນາດ ແລະ ສິດອຳນາດ ແລະ ແນ່ໃຈວ່ານີ້ຄືສຽງຂອງພຣະເຈົ້າ ແລະ ມັນມາຈາກພຣະວິນຍານຂອງພຣະເຈົ້າໂດຍກົງ. ສິ່ງນີ້ສຳເລັດຕາມພຣະທຳຂອງພຣະເຢຊູເຈົ້າທີ່ວ່າ “ຝູງແກະຂອງເຮົາໄດ້ຍິນສຽງຂອງເຮົາ ແລະ ເຮົາກໍຮູ້ຈັກຝູງແກະນັ້ນ ແລະ ຝູງແກະນັ້ນກໍຕິດຕາມເຮົາ(ໂຢຮັນ 10:27).

ຕອນນີ້ພວກເຮົາໄດ້ຍິນສຽງຂອງພຣະເຈົ້າ ແລະ ເຫັນຄວາມຈິງທີ່ພຣະເຈົ້າໄດ້ກ່າວອອກ, ສະນັ້ນພຣະເຈົ້າໄດ້ມາເຮັດພາລະກິດຫຍັງດ້ວຍການກ່າວຄວາມຈິງ? ພຣະອົງມາເຮັດພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍ, ເຊິ່ງສາມາດພິສູດໄດ້ໂດຍຄຳທຳນາຍຈາກປາກຂອງພຣະເຢຊູເຈົ້າເອງ. “ເພາະວ່າ ພຣະບິດາບໍ່ພິພາກສາຄົນໃດຄົນໜຶ່ງ, ແຕ່ມອບການພິພາກສາທັງໝົດໃຫ້ແກ່ພຣະບຸດ(ໂຢຮັນ 5:22). “ແລະ ຍັງໄດ້ມອບສິດອຳນາດໃຫ້ພຣະອົງໃນການຕັດສິນລົງໂທດອີກດ້ວຍ, ເພາະວ່າພຣະອົງເປັນບຸດມະນຸດ(ໂຢຮັນ 5:27). “ແລະ ຖ້າມະມຸດຄົນໃດໄດ້ຍິນພຣະທຳຂອງເຮົາ ແລະ ບໍ່ເຊື່ອ, ເຮົາບໍ່ພິພາກສາເຂົາ ຍ້ອນເຮົາບໍ່ໄດ້ມາເພື່ອພິພາກສາໂລກ, ແຕ່ເພື່ອຊ່ວຍໂລກໃຫ້ພົ້ນ. ຜູ້ທີ່ປະຕິເສດເຮົາ ແລະ ບໍ່ຮັບເອົາພຣະທໍາຂອງເຮົາ ກໍຈະມີສິ່ງທີ່ຕັດສິນພວກເຂົາ, ພຣະທໍາທີ່ເຮົາໄດ້ກ່າວກໍຈະຕັດສິນພວກເຂົາໃນວັນສຸດທ້າຍເຊັ່ນກັນ(ໂຢຮັນ 12:47-48). “ເຮົາຍັງມີຫລາຍສິ່ງທີ່ຈະບອກພວກເຈົ້າ ແຕ່ໃນເວລານີ້ພວກເຈົ້າອາດຈະບໍ່ສາມາດທົນໄດ້. ເຖິງຢ່າງໃດກໍຕາມເມື່ອພຣະອົງ ຜູ້ເປັນພຣະວິນຍານແຫ່ງຄວາມຈິງ ສະເດັດມາ, ພຣະອົງຈະນຳທາງພວກເຈົ້າໄປສູ່ຄວາມຈິງທັງໝົດ ... ແລະ ສະແດງໃຫ້ພວກເຈົ້າເຫັນສິ່ງທີ່ຈະເກີດຂຶ້ນ(ໂຢຮັນ 16:12-13). ແລ້ວພວກເຮົາບໍ່ສາມາດລືມບົດທີ 4, ຂໍ້ 17 ຂອງໜັງສືເຫຼັ້ມທຳອິດຂອງເປໂຕ: “ເຖິງເວລາ ທີ່ການຄໍາພິພາກສາເລີ້ມຕົ້ນທີ່ຄົວເຮືອນຂອງພຣະເຈົ້າ”. ທຸກຄຳທຳນາຍເຫຼົ່ານີ້ຊັດເຈນຫຼາຍ. ການພິພາກສາໃນຍຸກສຸດທ້າຍຈະເລີ່ມຕົ້ນດ້ວຍເຮືອນຂອງພຣະເຈົ້າ ແລະ ມັນຈະຖືກດຳເນີນການໃນທ່າມກາງທຸກຄົນທີ່ໄດ້ຍອມຮັບພາລະກິດແຫ່ງການພິພາກສາຂອງພຣະເຈົ້າໃນຍຸກສຸດທ້າຍ. ນັ້ນກໍຄື ບຸດມະນຸດທີ່ບັງເກີດເປັນມະນຸດຈະກ່າວຄວາມຈິງຫຼາຍຢ່າງເທິງໂລກເພື່ອພິພາກສາ ແລະ ຊໍາລະລ້າງມະນຸດຊາດ, ຊີ້ນໍາຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າໃຫ້ເຂົ້າສູ່ຄວາມຈິງທັງປວງ. ນີ້ແມ່ນພາລະກິດແຫ່ງການພິພາກສາທີ່ປະຕິບັດໂດຍພຣະຜູ້ຊ່ວຍໃຫ້ລອດພົ້ນໃນຍຸກສຸດທ້າຍ, ເປັນພາລະກິດທີ່ພຣະເຈົ້າໄດ້ວາງແຜນຕັ້ງແຕ່ດົນນານມາແລ້ວ. ຕອນນີ້ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ບຸດມະນຸດໃນເນື້ອໜັງ, ມາໄດ້ຊົ່ວໄລຍະໜຶ່ງແລ້ວ, ກ່າວຄວາມຈິງທັງປວງສຳລັບການຊໍາລະລ້າງ ແລະ ຄວາມລອດພົ້ນຂອງມະນຸດຊາດ, ສັ່ນສະເທືອນໂລກທັງໃບ, ສັ່ນສະເທືອນທຸກສາສະໜາ ແລະ ຂະແໜງການ. ມີຄົນຫຼາຍຂຶ້ນເລື້ອຍໆທີ່ຮັບຟັງສຽງຂອງພຣະເຈົ້າ, ສະແຫວງຫາ ແລະ ສືບຄົ້ນຫົນທາງທີ່ແທ້ຈິງ. ພຣະເຈົ້າອົງຊົງລິດທານຸພາບສູງສຸດບໍ່ພຽງແຕ່ເປີດເຜີຍທຸກຄວາມເລິກລັບທີ່ໃຫຍ່ຫຼວງໃນແຜນການຄຸ້ມຄອງ 6.000 ປີຂອງພຣະເຈົ້າ ແລະ ບອກພວກເຮົາເຖິງຄວາມເລິກລັບກ່ຽວກັບຄວາມຈິງ ເຊັ່ນ: ຈຸດປະສົງຂອງພຣະເຈົ້າໃນການທີ່ພຣະອົງຄຸ້ມຄອງມະນຸດຊາດ, ວິທີການທີ່ພຣະອົງດຳເນີນສາມຂັ້ນຕອນໃນພາລະກິດຂອງພຣະອົງເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ, ຄວາມເລິກລັບໃນການບັງເກີດເປັນມະນຸດ ແລະ ເລື່ອງລາວທີ່ແທ້ຈິງຢູ່ເບື້ອງຫຼັງພຣະຄຳພີ; ນອກເໜືອຈາກນັ້ນ ພຣະເຈົ້າອົງຊົງລິດທານຸພາບສູງສຸດຍັງໄດ້ເປີດເຜີຍຄວາມຈິງກ່ຽວກັບວ່າມະນຸດຊາດຖືກຊາຕານເຮັດໃຫ້ເສື່ອມຊາມໄດ້ແນວໃດ ແລະ ທຳມະຊາດທີ່ຊົ່ວຮ້າຍຂອງພວກເຮົາໃນການຕໍ່ຕ້ານພຣະອົງ, ໃນຂະນະທີ່ຊີ້ໃຫ້ເຫັນເຖິງເສັ້ນທາງຕົວຈິງເພື່ອໃຫ້ພວກເຮົາຈະປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຮົາ ແລະ ຖືກຊ່ວຍໃຫ້ລອດພົ້ນຢ່າງສົມບູນ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຍັງໄດ້ເປີດເຜີຍຜົນໄດ້ຮັບສຳລັບຄົນແຕ່ລະປະເພດ, ປາຍທາງສຸດທ້າຍທີ່ແທ້ຈິງຂອງຜູ້ຄົນ, ວິທີການທີ່ພຣະອົງຈະນໍາຈຸດຈົບມາສູ່ຍຸກດັ່ງກ່າວ ແລະ ວິທີການທີ່ອານາຈັກຂອງພຣະຄຣິດຈະປາກົດຂຶ້ນ. ທຸກໆຄວາມເລິກລັບເຫຼົ່ານີ້ໃນພຣະຄຳພີໄດ້ຖືກເປີດເຜີຍແກ່ພວກເຮົາ. ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວພຣະທຳຫຼາຍລ້ານຂໍ້ ແລະ ພຣະທຳເຫຼົ່ານີ້ກໍລ້ວນແລ້ວແຕ່ເປັນຄວາມຈິງທີ່ໃຊ້ເພື່ອພິພາກສາ ແລະ ຊໍາລະລ້າງມະນຸດຊາດ. ນີ້ແມ່ນພາລະກິດແຫ່ງການພິພາກສາທີ່ປະຕິບັດໂດຍພຣະເຈົ້າໃນຍຸກສຸດທ້າຍ. ມັນເປັນຂັ້ນຕອນໜຶ່ງຂອງພາລະກິດຜ່ານພຣະທຳພຽງຢ່າງດຽວເພື່ອຊໍາລະລ້າງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນຢ່າງສົມບູນ.

ແລ້ວຖ້າເປັນເຊັ່ນນັ້ນ, ພຣະເຈົ້າອົງຊົງລິດທານຸພາບສູງສຸດຈະໃຊ້ຄວາມຈິງເພື່ອສຳເລັດພາລະກິດແຫ່ງການພິພາກສາໄດ້ແນວໃດ? ມາເບິ່ງສິ່ງທີ່ພຣະທຳຂອງພຣະອົງເວົ້າກັນເທາະ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ພາລະກິດແຫ່ງການພິພາກສາແມ່ນພາລະກິດຂອງພຣະເຈົ້າເອງ, ສະນັ້ນ ແນ່ນອນມັນຄວນຖືກປະຕິບັດໂດຍພຣະເຈົ້າເອງ, ມະນຸດບໍ່ສາມາດປະຕິບັດແທນພຣະເຈົ້າໄດ້. ເພາະວ່າ ການພິພາກສາແມ່ນການໃຊ້ຄວາມຈິງເພື່ອເອົາຊະນະ, ແນ່ນອນວ່າພຣະເຈົ້າຈະຍັງປາກົດຢູ່ໃນລັກສະນະທີ່ບັງເກີດເປັນມະນຸດເພື່ອປະຕິບັດພາລະກິດດັ່ງກ່າວນີ້ໃນທ່າມກາງມະນຸດ. ນັ້ນໝາຍຄວາມວ່າ ພຣະຄຣິດແຫ່ງຍຸກສຸດທ້າຍຈະໃຊ້ຄວາມຈິງເພື່ອສອນມະນຸດໃນທົ່ວໂລກ ແລະ ເຮັດໃຫ້ພວກເຂົາຮູ້ຄວາມຈິງທັງໝົດ. ນີ້ແມ່ນພາລະກິດແຫ່ງການພິພາກສາຂອງພຣະເຈົ້າ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຣິດປະຕິບັດພາລະກິດແຫ່ງການພິພາກສາດ້ວຍຄວາມຈິງ). “ພາລະກິດຂອງພຣະເຈົ້າໃນການບັງເກີດເປັນມະນຸດໃນປັດຈຸບັນແມ່ນເພື່ອສະແດງອອກເຖິງອຸປະນິໄສຂອງພຣະອົງ ເຊິ່ງສ່ວນໃຫຍ່ແມ່ນຜ່ານການຂ້ຽນຕີ ແລະ ການພິພາກສາ. ບົນພື້ນຖານນີ້, ພຣະອົງໄດ້ນໍາຄວາມຈິງມາສູ່ມະນຸດຫຼາຍຂຶ້ນ ແລະ ໄດ້ຊີ້ໃຫ້ພວກເຂົາເຫັນເຖິງຫຼາຍວິທີທາງຂອງການປະຕິບັດ, ນີ້ກໍເພື່ອບັນລຸຈຸດປະສົງຂອງພຣະອົງໃນການເອົາຊະນະມະນຸດ ແລະ ຊ່ວຍມະນຸດໃຫ້ລອດພົ້ນຈາກອຸປະນິໄສທີ່ເສື່ອມຊາມຂອງເຂົາເອງ. ນີ້ຄືສິ່ງທີ່ນອນຢູ່ເບື້ອງຫຼັງພາລະກິດຂອງພຣະເຈົ້າໃນຍຸກແຫ່ງອານາຈັກ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄໍານໍາ). “ພຣະຄຣິດແຫ່ງຍຸກສຸດທ້າຍໃຊ້ຄວາມຈິງຫຼາກຫຼາຍຢ່າງເພື່ອສັ່ງສອນມະນຸດ, ເພື່ອເປີດໂປງທາດແທ້ຂອງມະນຸດ ແລະ ວິເຄາະຄໍາເວົ້າ ແລະ ການກະທຳຂອງມະນຸດ. ພຣະທໍາເຫຼົ່ານີ້ປະກອບດ້ວຍຄວາມຈິງຫຼາຍປະການ, ເຊັ່ນ: ໜ້າທີ່ຂອງມະນຸດ, ວິທີມະນຸດຄວນເຊື່ອຟັງພຣະເຈົ້າ, ວິທີມະນຸດຄວນຈົງຮັກພັກດີຕໍ່ພຣະເຈົ້າ, ວິທີທີ່ມະນຸດຄວນສະແດງຄວາມປະພຶດຕົນແບບມະນຸດປົກກະຕິທົ່ວໄປ ພ້ອມດ້ວຍສະຕິປັນຍາ ແລະ ອຸປະນິໄສຂອງພຣະເຈົ້າ ແລະ ອື່ນໆ. ພຣະທໍາເຫຼົ່ານີ້ແມ່ນເນັ້ນໃສ່ທາດແທ້ ແລະ ອຸປະນິໄສທີ່ເສື່ອມຊາມຂອງມະນຸດໂດຍກົງ. ໂດຍສະເພາະແລ້ວ ພຣະທຳທີ່ເປີດໂປງວິທີມະນຸດທີ່ປະຕິເສດພຣະເຈົ້າໃນເລື່ອງທີ່ກ່ຽວກັບວິທີທີ່ມະນຸດເປັນຮູບຮ່າງປາກົດຂອງຊາຕານ ແລະ ເປັນກໍາລັງສັດຕູທີ່ຕໍ່ຕ້ານພຣະເຈົ້າ. ໃນການປະຕິບັດພາລະກິດພິພາກສາຂອງພຣະເຈົ້າ, ພຣະອົງບໍ່ພຽງແຕ່ເຮັດໃຫ້ທໍາມະຊາດຂອງມະນຸດຊັດເຈນດ້ວຍພຣະທໍາສອງສາມຂໍ້ເທົ່ານັ້ນ; ແຕ່ພຣະອົງເປີດໂປງ, ຈັດການ ແລະ ລິຮານມັນໃນໄລຍະຍາວ. ທັງໝົດຂອງວິທີການເປີດໂປງ, ຈັດການ ແລະ ລິຮານທີ່ແຕກຕ່າງກັນເຫຼົ່ານີ້ບໍ່ສາມາດທົດແທນດ້ວຍຄໍາກ່າວທໍາມະດາ ແຕ່ທົດແທນດ້ວຍຄວາມຈິງທີ່ມະນຸດບໍ່ມີແທ້ໆ. ມີພຽງວິທີການແບບນີ້ເທົ່ານັ້ນຈຶ່ງຖືກເອີ້ນວ່າເປັນການພິພາກສາ; ຜ່ານການພິພາກສາແບບນີ້ເທົ່ານັ້ນ ມະນຸດຈຶ່ງສາມາດຖືກເອົາຊະນະ ແລະ ເຊື່ອໝັ້ນຢ່າງແທ້ຈິງກ່ຽວກັບພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນກໍຮັບເອົາຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະອົງ. ສິ່ງທີ່ພາລະກິດແຫ່ງການພິພາກສານໍາມາ ກໍຄືຄວາມເຂົ້າໃຈຂອງມະນຸດຕໍ່ໃບໜ້າທີ່ແທ້ຈິງຂອງພຣະເຈົ້າ ແລະ ຄວາມຈິງກ່ຽວກັບການກະບົດຂອງເຂົາເອງ. ພາລະກິດແຫ່ງການພິພາກສາເຮັດໃຫ້ມະນຸດເຂົ້າໃຈຈຸດປະສົງຂອງພຣະເຈົ້າຫຼາຍຂຶ້ນ, ເຂົ້າໃຈຈຸດປະສົງຂອງພາລະກິດຂອງພຣະອົງ ແລະ ເຂົ້າໃຈເຖິງຄວາມລຶກລັບທີ່ເຂົາບໍ່ອາດສາມາດເຂົ້າໃຈໄດ້. ພາລະກິດດັ່ງກ່າວຍັງສາມາດເຮັດໃຫ້ມະນຸດຮັບຮູ້ ແລະ ຮູ້ຈັກແກ່ນແທ້ທີ່ເສື່ອມຊາມຂອງເຂົາ ແລະ ຕົ້ນຕໍຂອງຄວາມເສື່ອມຊາມຂອງຕົນ ພ້ອມທັງຄົ້ນພົບຄວາມໜ້າລັງກຽດຂອງມະນຸດອີກດ້ວຍ. ຜົນກະທົບເຫຼົ່ານີ້ແມ່ນເກີດຂຶ້ນໂດຍພາລະກິດແຫ່ງການພິພາກສາທັງໝົດ ເພາະວ່າແກ່ນແທ້ຂອງພາລະກິດນີ້ຄືພາລະກິດແຫ່ງການເປີດເຜີຍຄວາມເປັນຈິງ, ຫົນທາງ ແລະ ຊີວິດຂອງພຣະເຈົ້າ ໃຫ້ກັບຜູ້ທີ່ມີຄວາມສັດທາໃນພຣະອົງແທ້ໆ. ພາລະກິດນີ້ແມ່ນພາລະກິດແຫ່ງການພິພາກສາທີ່ພຣະເຈົ້າໄດ້ປະຕິບັດ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຣິດປະຕິບັດພາລະກິດແຫ່ງການພິພາກສາດ້ວຍຄວາມຈິງ).

ຫຼັງຈາກທີ່ໄດ້ອ່ານພຣະທຳຂອງພຣະເຈົ້າ, ມັນຄວນຊັດເຈນວ່າພາລະກິດແຫ່ງການພິພາກສາຂອງພຣະເຈົ້າໃນຍຸກສຸດທ້າຍແມ່ນດຳເນີນການໂດຍການກ່າວຄວາມຈິງ, ການໃຊ້ຄວາມຈິງເພື່ອພິພາກສາ, ຊໍາລະລ້າງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນເປັນຫຼັກ. ນັ້ນກໍຄື ໃນຍຸກສຸດທ້າຍ ພຣະເຈົ້າຊໍາລະລ້າງຄວາມເສື່ອມຊາມຂອງມະນຸດຊາດຜ່ານພາລະກິດແຫ່ງການພິພາກສາຂອງພຣະອົງ, ຊ່ວຍໃຫ້ລອດພົ້ນ ແລະ ເຮັດໃຫ້ກຸ່ມຄົນສົມບູນ, ເຮັດໃຫ້ກຸ່ມຄົນທີ່ມີຫົວໃຈ ແລະ ຄວາມຄິດໜຶ່ງດຽວກັນກັບພຣະເຈົ້າ: ໝາກຜົນຈາກແຜນການຄຸ້ມຄອງ 6.000 ປີຂອງພຣະເຈົ້າ. ນີ້ຄືບ່ອນທີ່ມີຈຸດສຳຄັນໃນພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍ! ນີ້ຄືເຫດຜົນທີ່ພຣະຜູ້ຊ່ວຍໃຫ້ລອດພົ້ນ, ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ໄດ້ກ່າວຄວາມຈິງ ນັບຕັ້ງແຕ່ທີ່ພຣະອົງມາ, ເປີດໂປງ ແລະ ພິພາກສາອຸປະນິໄສເສື່ອມຊາມທຸກປະເພດທີ່ຜູ້ຄົນມີ. ພຣະອົງຍັງຊໍາລະລ້າງ ແລະ ປ່ຽນແປງອຸປະນິໄສທີ່ເສື່ອມຊາມຂອງພວກເຮົາໂດຍການລິຮານ ແລະ ການຈັດການກັບພວກເຮົາ, ໂດຍທົດສອບ ແລະ ຫຼໍ່ຫຼອມພວກເຮົາ; ສິ່ງນີ້ແກ້ໄຂຕົ້ນຕໍສາເຫດໃນຄວາມຜິດບາບຂອງມະນຸດ, ເຮັດໃຫ້ພວກເຮົາສາມາດປະຖິ້ມຄວາມຜິດບາບຢ່າງສົມບູນ, ເປັນອິດສະຫຼະຈາກອິດທິພົນຂອງຊາຕານ ແລະ ສາມາດຍອມ ແລະ ນະມັດສະການພຣະເຈົ້າ. ໃນຈຸດນີ້, ບາງຄົນອາດສັບສົນໜ້ອຍໜຶ່ງ, ຄິດວ່າພຣະເຢຊູເຈົ້າໄດ້ໄຖ່ບາບມະນຸດຊາດແລ້ວ, ສະນັ້ນເປັນຫຍັງພຣະເຈົ້າຈຶ່ງຍັງຈຳເປັນຕ້ອງກ່າວຄວາມຈິງໃນຍຸກສຸດທ້າຍເພື່ອພິພາກສາມະນຸດຊາດ? ສິ່ງນີ້ເປັນຍ້ອນພຣະເຢຊູເຈົ້າເຮັດພຽງແຕ່ພາລະກິດແຫ່ງການໄຖ່ບາບເທົ່ານັ້ນ ເຊິ່ງໝາຍຄວາມວ່າຄວາມເຊື່ອໃນພຣະເຢຊູເຈົ້າໄດ້ນໍາການອະໄພຄວາມຜິດບາບ ຫຼື ການສະແດງຄວາມບໍລິສຸດໂດຍຄວາມເຊື່ອເທົ່ານັ້ນ, ເຊິ່ງເຮັດໃຫ້ຜູ້ຄົນມີຄຸນສົມບັດທີ່ຈະມາຢູ່ຕໍ່ໜ້າພຣະເຈົ້າໃນຄຳອະທິຖານ, ໂອ້ລົມກັບພຣະເຈົ້າ ແລະ ມີຄວາມສຸກກັບພຣະຄຸນ ແລະ ພອນຂອງພຣະອົງ. ເຖິງຢ່າງໃດກໍຕາມ, ບົດບາດຂອງພຣະເຢຊູເຈົ້າໃນຖານະເຄື່ອງບູຊາແທນຄວາມຜິດບາບພຽງແຕ່ອະນຸຍາດໃຫ້ມີການອະໄພຄວາມຜິດບາບຂອງມະນຸດຊາດ; ມັນບໍ່ໄດ້ແກ້ໄຂບັນຫາຕົ້ນຕໍໃນຄວາມຜິດບາບຂອງມະນຸດຢ່າງສົມບູນ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນຄວາມຈິງ. ນີ້ຄືເຫດຜົນທີ່ທຸກຄົນທີ່ອາໄສຢູ່ໃນຍຸກແຫ່ງພຣະຄຸນຮັບຮູ້ຂໍ້ແທ້ຈິງທີ່ວ່າ ແມ່ນແຕ່ຫຼັງຈາກທີ່ຄວາມຜິດບາບຂອງມະນຸດໄດ້ຮັບການອະໄພ, ພວກເຮົາສືບຕໍ່ເຮັດຜິດບາບຕະຫຼອດເວລາ. ພວກເຮົາບໍ່ສາມາດຊ່ວຍເຫຼືອຕົນເອງ ແລະ ຕາບໃດທີ່ພວກເຮົາປາຖະໜາທີ່ຈະປະຖິ້ມຄວາມຜິດບາບ, ພວກເຮົາກໍບໍ່ສາມາດເຮັດເຊັ່ນນັ້ນ. ພວກເຮົາໃຊ້ຊີວິດໃນການເຮັດຜິດບາບໃນຕອນກາງເວັນ, ສາລະພາບໃນຕອນກາງຄືນ. ນີ້ຄືເຫດຜົນທີ່ພຣະເຢຊູເຈົ້າທຳນາຍວ່າ: “ເຮົາຍັງມີຫລາຍສິ່ງທີ່ຈະບອກພວກເຈົ້າ ແຕ່ໃນເວລານີ້ພວກເຈົ້າອາດຈະບໍ່ສາມາດທົນໄດ້. ເຖິງຢ່າງໃດກໍຕາມເມື່ອພຣະອົງ ຜູ້ເປັນພຣະວິນຍານແຫ່ງຄວາມຈິງ ສະເດັດມາ, ພຣະອົງຈະນຳທາງພວກເຈົ້າໄປສູ່ຄວາມຈິງທັງໝົດ ... ແລະ ສະແດງໃຫ້ພວກເຈົ້າເຫັນສິ່ງທີ່ຈະເກີດຂຶ້ນ(ໂຢຮັນ 16:12-13). ສິ່ງນີ້ອ້າງອີງເຖິງພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍທີ່ພຣະເຢຊູເຈົ້າຈະເຮັດເມື່ອພຣະອົງມາອີກຄັ້ງ, ຊໍາລະລ້າງມະນຸດອອກຈາກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາຢ່າງສົມບູນ ແລະ ແກ້ໄຂສາເຫດໃນຄວາມຜິດບາບຂອງພວກເຂົາ. ນີ້ຄືວິທີການທີ່ຜູ້ຄົນສາມາດໄດ້ຮັບຄວາມລອດພົ້ນຢ່າງທີ່ສຸດ ແລະ ຢ່າງຄົບຖ້ວນສົມບູນ. ນັ້ນໝາຍຄວາມວ່າ ຄົນທີ່ມີປະສົບການກັບການໄຖ່ບາບຈາກພຣະເຢຊູເຈົ້າເທົ່ານັ້ນໂດຍບໍ່ໄດ້ມີປະສົບການກັບພາລະກິດແຫ່ງຍຸກສຸດທ້າຍ ບໍ່ສາມາດເຮັດຫຍັງໄດ້ຫຼາຍກວ່າການຮັບຮູ້ວ່າການກະທຳໃດຂອງພວກເຂົາທີ່ເປັນການເຮັດບາບ; ພວກເຂົາບໍ່ສາມາດເຫັນສາເຫດຕົ້ນຕໍໃນຄວາມຜິດບາບຂອງມະນຸດ. ນັ້ນກໍຄື ພວກເຂົາບໍ່ສາມາດເຂົ້າໃຈທຳມະຊາດຂອງຊາຕານ ແລະ ອຸປະນິໄສແບບຊາຕານຂອງມະນຸດ, ແຮງໄກທີ່ຈະແກ້ໄຂພວກມັນ. ວິທີການດຽວທີ່ຈະແກ້ໄຂບັນຫາໃນອຸປະນິໄສທີ່ເສື່ອມຊາມ, ເຊິ່ງເປັນສາເຫດຕົ້ນຕໍໃນຄວາມຜິດບາບຂອງມະນຸດ, ແມ່ນເພື່ອປະສົບກັບພາລະກິດແຫ່ງການພິພາກສາຂອງພຣະເຈົ້າ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ກ່ອນທີ່ມະນຸດຈະຖືກໄຖ່ບາບ, ພິດຫຼາຍຢ່າງຂອງຊາຕານຖືກຝັງເລິກພາຍໃນໃຈຂອງເຂົາແລ້ວ ແລະ ຫຼັງຈາກເວລາຫຼາຍພັນປີທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ, ສິ່ງນັ້ນກາຍເປັນທໍາມະຊາດຢ່າງໝັ້ນຄົງຂອງມະນຸດໃນການຕໍ່ຕ້ານພຣະເຈົ້າ. ສະນັ້ນ ເມື່ອມະນຸດຖືກໄຖ່ບາບ, ມັນກໍບໍ່ຕ່າງຫຍັງຈາກການໄຖ່ບາບທີ່ມະນຸດໄດ້ຊື້ມາດ້ວຍລາຄາສູງ, ແຕ່ທຳມະຊາດທີ່ເປັນພິດຢູ່ພາຍໃນເຂົາແມ່ນບໍ່ໄດ້ຖືກກຳຈັດ. ມະນຸດທີ່ສົກກະປົກຫຼາຍຕ້ອງໄດ້ຜ່ານການປ່ຽນແປງກ່ອນພວກເຂົາຈະເໝາະສົມໃນການຮັບໃຊ້ພຣະເຈົ້າ. ດ້ວຍວິທີຂອງພາລະກິດແຫ່ງການພິພາກສາ ແລະ ການຂ້ຽນຕີນີ້, ມະນຸດຈະຮູ້ຈັກແກ່ນແທ້ທີ່ສົກກະປົກ ແລະ ເສື່ອມຊາມທີ່ຢູ່ພາຍໃນຕົວເຂົາເອງຢ່າງສົມບູນ ແລະ ເຂົາຈະສາມາດປ່ຽນແປງຢ່າງຄົບຖ້ວນ ແລະ ບໍລິສຸດຂຶ້ນ. ດ້ວຍວິທີນີ້ເທົ່ານັ້ນ ມະນຸດຈຶ່ງເໝາະສົມທີ່ຈະກັບຄືນມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ. ພາລະກິດທັງໝົດທີ່ປະຕິບັດໃນມື້ນີ້ແມ່ນເພື່ອໃຫ້ມະນຸດຖືກເຮັດໃຫ້ບໍລິສຸດ ແລະ ເພື່ອຮັບການປ່ຽນແປງ; ຜ່ານການພິພາກສາ ແລະ ການຂ້ຽນຕີຈາກພຣະທຳ ພ້ອມກັບຜ່ານການຫຼໍ່ຫຼອມ ມະນຸດສາມາດລົບລ້າງຄວາມເສື່ອມຊາມຂອງເຂົາ ແລະ ຖືກເຮັດໃຫ້ເປັນຄົນບໍລິສຸດ. ເຖິງແມ່ນວ່າ ຂັ້ນຕອນນີ້ຂອງພາລະກິດຈະຖືວ່າເປັນການຊ່ວຍໃຫ້ລອດພົ້ນ, ແຕ່ມັນອາດຈະເໝາະສົມກວ່າ ທີ່ຈະເວົ້າວ່າ ເປັນພາລະກິດແຫ່ງການຊໍາລະລ້າງໃຫ້ບໍລິສຸດ. ໃນຄວາມຈິງແລ້ວ, ຂັ້ນຕອນນີ້ແມ່ນຂັ້ນຕອນຂອງການເອົາຊະນະ ເຊັ່ນກັນກັບຂັ້ນຕອນທີສອງໃນພາລະກິດແຫ່ງຄວາມລອດພົ້ນ. ຜ່ານການພິພາກສາ ແລະ ການຂ້ຽນຕີໂດຍພຣະທຳ ມະນຸດຈຶ່ງມາເຖິງຈຸດຖືກຮັບເອົາໂດຍພຣະເຈົ້າ; ແລະ ມັນແມ່ນຜ່ານການໃຊ້ພຣະທຳເພື່ອຫຼໍ່ຫຼອມ, ພິພາກສາ ແລະ ເປີດເຜີຍ ທຸກສິ່ງທີ່ບໍ່ບໍລິສຸດ, ແນວຄິດ, ແຮງຈູງໃຈ ແລະ ຄວາມປາຖະໜາພາຍໃນຫົວໃຈຂອງມະນຸດຈຶ່ງຖືກເປີດເຜີຍອອກຢ່າງຄົບຖ້ວນ. ສຳລັບທຸກສິ່ງທີ່ເຮັດໃຫ້ມະນຸດຖືກໄຖ່ໃຫ້ພົ້ນ ແລະ ໄດ້ຮັບອະໄພຄວາມຜິດບາບ, ສາມາດພິຈາລະນາໄດ້ວ່າ ພຣະເຈົ້າບໍ່ຈົດຈໍາການລ່ວງລະເມີດຂອງມະນຸດ ແລະ ບໍ່ປະຕິບັດຕໍ່ມະນຸດຕາມການລ່ວງລະເມີດຂອງເຂົາ. ເຖິງຢ່າງໃດກໍຕາມ ເມື່ອມະນຸດທີ່ດຳລົງຊີວິດຢູ່ໃນຮ່າງກາຍຂອງເນື້ອໜັງບໍ່ໄດ້ເປັນອິດສະຫຼະຈາກຄວາມຜິດບາບ, ເຂົາກໍຈະສືບຕໍ່ສ້າງບາບ ແລະ ເປີດເຜີຍອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມຢ່າງບໍ່ມີວັນສິ້ນສຸດ. ນີ້ແມ່ນຊີວິດທີ່ມະນຸດໄດ້ດຳລົງຢູ່, ເປັນວົງຈອນຂອງການສ້າງບາບ ແລະ ໄດ້ຮັບອະໄພບາບຢ່າງບໍ່ສິ້ນສຸດ. ມະນຸດສ່ວນໃຫຍ່ສ້າງບາບໃນຕອນກາງເວັນ ແລ້ວກໍພາກັນສາລະພາບບາບໃນຕອນແລງ. ດ້ວຍເຫດນີ້, ເຖິງແມ່ນວ່າ ການຖວາຍຄວາມຜິດບາບຈະມີຜົນສຳລັບມະນຸດຕະຫຼອດໄປກໍຕາມ, ມັນກໍຈະບໍ່ສາມາດຊ່ວຍໃຫ້ມະນຸດລອດພົ້ນຈາກຄວາມຜິດບາບໄດ້. ມີພຽງແຕ່ເຄິ່ງໜຶ່ງຂອງພາລະກິດແຫ່ງຄວາມລອດພົ້ນຖືກເຮັດໃຫ້ສຳເລັດ, ຍ້ອນມະນຸດຍັງມີອຸປະນິໄສທີ່ເສື່ອມຊາມ... ມັນບໍ່ງ່າຍທີ່ມະນຸດຈະມາຮູ້ຈັກກັບຄວາມຜິດບາບຂອງເຂົາ; ເຂົາບໍ່ມີທາງຮູ້ຈັກທຳມະຊາດທີ່ຝັງແໜ້ນໃນຕົວເຂົາ ແລະ ຕ້ອງເພິ່ງພາການພິພາກສາຂອງພຣະທຳເພື່ອບັນລຸຜົນນີ້. ມີພຽງແຕ່ດ້ວຍວິທີນີ້ ມະນຸດຈຶ່ງຈະຖືກປ່ຽນແປງເທື່ອລະໜ້ອຍຈາກຈຸດນີ້ເປັນຕົ້ນໄປ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)). “ເຖິງແມ່ນວ່າ ພຣະເຢຊູໄດ້ປະຕິບັດພາລະກິດຫຼາຍຢ່າງໃນທ່າມກາງມະນຸດ, ພຣະອົງພຽງສໍາເລັດການໄຖ່ບາບຂອງມວນມະນຸດຊາດ ແລະ ກາຍເປັນເຄື່ອງຖວາຍບູຊາແທນຄວາມຜິດບາບຂອງມະນຸດເທົ່ານັ້ນ; ພຣະອົງບໍ່ໄດ້ກໍາຈັດອຸປະນິໄສທີ່ເສື່ອມຊາມທັງໝົດຂອງເຂົາອອກຈາກມະນຸດ. ການຊ່ວຍໃຫ້ມະນຸດລອດພົ້ນຢ່າງສົມບູນຈາກອິດທິພົນຂອງຊາຕານບໍ່ແມ່ນພຽງຕ້ອງການໃຫ້ພຣະເຢຊູກາຍເປັນເຄື່ອງຖວາຍບູຊາແທນຄວາມຜິດບາບ ແລະ ແບກຮັບຄວາມຜິດບາບຂອງມະນຸດເທົ່ານັ້ນ, ແຕ່ມັນຍັງຮຽກຮ້ອງໃຫ້ພຣະເຈົ້າປະຕິບັດພາລະກິດທີ່ຍິ່ງໃຫຍ່ຂຶ້ນເພື່ອກຳຈັດອຸປະນິໄສເສື່ອມຊາມຂອງຊາຕານຂອງເຂົາໃຫ້ອອກຈາກມະນຸດ. ດັ່ງນັ້ນ ບັດນີ້ເມື່ອມະນຸດໄດ້ຮັບການໃຫ້ອະໄພຄວາມຜິດບາບຂອງເຂົາ, ພຣະເຈົ້າຈຶ່ງໄດ້ກັບຄືນສູ່ເນື້ອໜັງ ເພື່ອນໍາພາມະນຸດໄປສູ່ຍຸກໃໝ່ ແລະ ເລີ່ມຕົ້ນພາລະກິດຂອງການຂ້ຽນຕີ ແລະ ການພິພາກສາ. ພາລະກິດນີ້ໄດ້ນໍາພາມະນຸດໄປສູ່ອານາຈັກທີ່ສູງສົ່ງຍິ່ງຂຶ້ນ. ທຸກຄົນທີ່ຍອມຢູ່ພາຍໃຕ້ອຳນາດຂອງພຣະອົງຈະໄດ້ຮັບຄວາມຈິງທີ່ສູງສົ່ງຂຶ້ນ ແລະ ໄດ້ຮັບພອນທີ່ຍິ່ງໃຫຍ່ຂຶ້ນ. ພວກເຂົາຈະດຳລົງຊີວິດຢູ່ໃນແສງສະຫວ່າງຢ່າງແທ້ຈິງ ແລະ ພວກເຂົາຈະໄດ້ຮັບເອົາຄວາມຈິງ, ຫົນທາງ ແລະ ຊີວິດ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄໍານໍາ).

ພຣະເຈົ້າເອງໄດ້ຮັບເອົາຮູບຮ່າງທາງເນື້ອໜັງເພື່ອມາ ແລະ ປະຕິບັດພາລະກິດແຫ່ງການພິພາກສາ, ກ່າວຄວາມຈິງທີ່ຍິ່ງໃຫຍ່ຫຼາຍຢ່າງ ແລະ ພຣະອົງເປີດໂປງ ແລະ ພິພາກສາຜູ້ຄົນໃນໄລຍະຍາວ. ນີ້ຄືວິທີການດຽວທີ່ຜູ້ຄົນສາມາດເຫັນເຖິງຄວາມຈິງໃນຄວາມເສື່ອມຊາມຂອງພວກເຂົາຢ່າງຊັດເຈນ ແລະ ຮັບຮູ້ທຳມະຊາດ ແລະ ແກ່ນແທ້ຂອງພວກເຂົາເອງ. ຜ່ານການພິພາກສານີ້, ຜູ້ຄົນຍັງຈະເຫັນເຖິງຄວາມຊອບທຳ ແລະ ຄວາມບໍລິສຸດຂອງພຣະເຈົ້າ, ແລ້ວເລີ່ມມີການເຄົາລົບຢຳເກງສຳລັບພຣະເຈົ້າ. ນີ້ແມ່ນວິທີການດຽວທີ່ພວກເຮົາຈະສາມາດປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຮົາເທື່ອລະໜ້ອຍ ແລະ ໃຊ້ຊີວິດຕາມລັກສະນະທີ່ແທ້ຈິງຂອງມະນຸດ. ມັນສາມາດເວົ້າໄດ້ວ່າວິທີການດຽວທີ່ຈະສຳເລັດສິ່ງນີ້ໄດ້ແມ່ນການໃຫ້ພຣະເຈົ້າບັງເກີດເປັນມະນຸດກ່າວຄວາມຈິງເພື່ອປະຕິບັດພາລະກິດແຫ່ງການພິພາກສາ. ນີ້ແມ່ນເຫດຜົນທີ່ການທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດກ່າວພຣະທຳ, ໃຊ້ຄວາມຈິງເພື່ອເຮັດພາລະກິດແຫ່ງການພິພາກສາຈຶ່ງເປັນສິ່ງທີ່ສຳຄັນຫຼາຍ, ຈຳເປັນຫຼາຍ ແລະ ມີຄວາມໝາຍຫຼາຍ!

ສິ່ງສຳຄັນທີ່ວ່າຜູ້ເຊື່ອສາມາດໄດ້ຮັບຄວາມລອດພົ້ນຢ່າງສົມບູນ ແລະ ມີປາຍທາງທີ່ດີ ຫຼື ບໍ່ແມ່ນຢູ່ທີ່ວ່າພວກເຂົາສາມາດຕ້ອນຮັບການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ ຫຼື ບໍ່. ເມື່ອເປັນເຊັ່ນນັ້ນ, ປະເດັນທີ່ສຳຄັນກໍຄືຄົນໃດໜຶ່ງສາມາດໄດ້ຍິນສຽງຂອງພຣະເຈົ້າ ຫຼື ບໍ່. ຫຼາຍຄົນເຊື່ອໃນພຣະຜູ້ເປັນເຈົ້າຕະຫຼອດຊີວິດຂອງພວກເຂົາ, ແຕ່ໃຊ້ຊີວິດຮອດຊ່ວງສຸດທ້າຍຂອງພວກເຂົາໂດຍບໍ່ເຄີຍໄດ້ຍິນສຽງຂອງພຣະເຈົ້າ ຫຼື ຕ້ອນຮັບພຣະຜູ້ເປັນເຈົ້າ, ເຊິ່ງໝາຍຄວາມວ່າຄວາມພະຍາຍາມທັງໝົດຂອງພວກເຂົາບໍ່ເກີດຜົນຫຍັງ. ນີ້ຄືເຫດຜົນທີ່ວ່າການທີ່ສາມາດໄດ້ຍິນສຽງຂອງພຣະເຈົ້າຄືສິ່ງສຳຄັນເພື່ອກຳນົດວ່າຄົນໃດໜຶ່ງສາມາດບັນລຸຄວາມລອດພົ້ນທີ່ສົມບູນ ແລະ ໄດ້ຮັບປາຍທາງທີ່ດີ. ຫຼາຍຄົນໄດ້ອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ຮັບຮູ້ວ່າພວກມັນຄືຄວາມຈິງ, ແຕ່ຍັງບໍ່ສາມາດຮັບຮູ້ໄດ້ວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດຄືພຣະຜູ້ເປັນເຈົ້າທີ່ໄດ້ກັບຄືນມາ. ນີ້ຄືຄວາມອັບອາຍແທ້ໆ ແລະ ເປັນຜົນມາຈາກຄວາມໂງ່ຈ້າ ແລະ ຄວາມຕາບອດຂອງມະນຸດ. ຄົນທີ່ບໍ່ຮູ້ຈັກພຣະເຈົ້າແມ່ນຈະຕົກຢູ່ໃນໄພພິບັດ, ຮ້ອງໄຫ້ ແລະ ກັດແຂ້ວຂອງພວກເຂົາຢ່າງແນ່ນອນ.

ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ໃນຍຸກແຫ່ງລາຊະອານາຈັກ ພຣະເຈົ້າໃຊ້ພຣະທໍາເພື່ອນໍາໄປສູ່ຍຸກໃໝ່, ປ່ຽນແປງວິທີປະຕິບັດພາລະກິດຂອງພຣະອົງ ແລະ ປະຕິບັດພາລະກິດຂອງຍຸກທັງໝົດ. ນີ້ແມ່ນຫຼັກການທີ່ພຣະເຈົ້າປະຕິບັດພາລະກິດໃນຍຸກແຫ່ງພຣະທໍາ. ພຣະອົງກາຍມາເປັນເນື້ອໜັງເພື່ອກ່າວຈາກມຸມມອງທີ່ແຕກຕ່າງກັນ ເພື່ອວ່າມະນຸດຈະສາມາດເຫັນພຣະເຈົ້າຢ່າງແທ້ຈິງ ເຊິ່ງເປັນພຣະທໍາທີ່ປາກົດໃນເນື້ອໜັງ ແລະ ສາມາດເບິ່ງເຫັນສະຕິປັນຍາ ແລະ ຄວາມອັດສະຈັນຂອງພຣະອົງ. ພາລະກິດດັ່ງກ່າວແມ່ນຖືກປະຕິບັດເພື່ອບັນລຸເປົ້າໝາຍຂອງການເອົາຊະນະມະນຸດໄດ້ດີຂຶ້ນ, ເຮັດໃຫ້ມະນຸດສົມບູນແບບ ແລະ ກໍາຈັດມະນຸດ ເຊິ່ງເປັນຄວາມໝາຍທີ່ແທ້ຈິງຂອງການໃຊ້ພຣະທໍາເພື່ອດໍາເນີນພາລະກິດໃນຍຸກແຫ່ງພຣະທໍາ. ຜ່ານພຣະທໍາເຫຼົ່ານີ້, ຜູ້ຄົນມາຮູ້ຈັກພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ, ທາດແທ້ຂອງມະນຸດ ແລະ ສິ່ງທີ່ມະນຸດຄວນເຂົ້າເຮັດ. ຜ່ານພຣະທໍາ, ພາລະກິດທີ່ພຣະເຈົ້າຕ້ອງການເຮັດໃນຍຸກແຫ່ງພຣະທໍາຈະເກີດຜົນຢ່າງສົມບູນ. ຜ່ານພຣະທໍາເຫຼົ່ານີ້, ຜູ້ຄົນຈະຖືກເປີດເຜີຍ, ກໍາຈັດ ແລະ ທົດລອງ. ຜູ້ຄົນໄດ້ເຫັນພຣະທໍາຂອງພຣະເຈົ້າ, ໄດ້ຍິນພຣະທໍາເຫຼົ່ານີ້ ແລະ ຮັບຮູ້ວ່າການມີຢູ່ຈິງຂອງພຣະທໍາເຫຼົ່ານີ້. ຜົນຕາມມາກໍ່ຄື ພວກເຂົາໄດ້ມາເຊື່ອໃນການມີຢູ່ຈິງຂອງພຣະເຈົ້າ, ໃນລິດອໍານາດທີ່ຍິ່ງໃຫຍ່ ແລະ ສະຕິປັນຍາຂອງພຣະເຈົ້າ ພ້ອມທັງໃນຄວາມຮັກທີ່ພຣະອົງມີຕໍ່ມະນຸດ ແລະ ຄວາມປາຖະໜາຂອງພຣະອົງເພື່ອຊ່ວຍໃຫ້ມະນຸດລອດພົ້ນ. ຄໍາວ່າ ‘ພຣະທໍາ’ ອາດເປັນສິ່ງທີ່ງ່າຍດາຍ ແລະ ທໍາມະດາ, ແຕ່ພຣະທໍາທີ່ອອກຈາກປາກຂອງພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ສັ່ນສະເທືອນຈັກກະວານ, ພວກມັນປ່ຽນຫົວໃຈຂອງຜູ້ຄົນ, ປ່ຽນແປງແນວຄິດ ແລະ ອຸປະນິໄສເດີມຂອງພວກເຂົາ ແລະ ປ່ຽນແປງລັກສະນະທີ່ໂລກທັງປວງເຄີຍເປັນ. ຕະຫຼອດຍຸກຕ່າງໆ, ມີພຽງແຕ່ພຣະເຈົ້າໃນປັດຈຸບັນທີ່ປະຕິບັດພາລະກິດໃນລັກສະນະນີ້ ແລະ ມີພຽງແຕ່ພຣະອົງທີ່ກ່າວແບບນີ້ ແລະ ມາຊ່ວຍມະນຸດໃຫ້ລອດພົ້ນແບບນີ້. ນັບຕັ້ງແຕ່ນີ້ຕໍ່ໄປ ມະນຸດຈະດໍາລົງຊີວິດຢູ່ພາຍໃຕ້ການຊີ້ນໍາຈາກພຣະທໍາຂອງພຣະເຈົ້າ, ໄດ້ຮັບການລ້ຽງດູ ແລະ ການສະໜອງໂດຍພຣະທຳຂອງພຣະອົງ. ຜູ້ຄົນດຳລົງຊີວິດຢູ່ໃນໂລກແຫ່ງພຣະທຳຂອງພຣະເຈົ້າ, ທ່າມກາງຄໍາສາບແຊ່ງ ແລະ ພອນຈາກພຣະທໍາຂອງພຣະເຈົ້າ ແລະ ເຖິງກັບມີອີກຫຼາຍຄົນທີ່ມາດໍາລົງຊີວິດຢູ່ພາຍໃຕ້ການພິພາກສາ ແລະ ການຕີສອນຈາກພຣະທໍາຂອງພຣະອົງ. ພຣະທໍາເຫຼົ່ານີ້ ແລະ ພາລະກິດນີ້ແມ່ນລ້ວນແລ້ວແຕ່ເຫັນແກ່ຄວາມລອດພົ້ນຂອງມະນຸດ, ເຫັນແກ່ການສຳເລັດຕາມຄວາມປະສົງຂອງພຣະເຈົ້າ ແລະ ເຫັນແກ່ການປ່ຽນແປງພາບລັກເດີມຂອງໂລກແຫ່ງການສ້າງ. ພຣະເຈົ້າເນລະມິດສ້າງໂລກໂດຍໃຊ້ພຣະທໍາ, ພຣະອົງນໍາພາມະນຸດທົ່ວຈັກກະວານໂດຍໃຊ້ພຣະທໍາ ແລະ ພຣະອົງເອົາຊະນະ ແລະ ຊ່ວຍພວກເຂົາໃຫ້ລອດພົ້ນໂດຍໃຊ້ພຣະທໍາ. ໃນທີ່ສຸດແລ້ວ, ພຣະອົງກໍ່ຈະໃຊ້ພຣະທໍານໍາໂລກເດີມທັງປວງໄປສູ່ຈຸດສິ້ນສຸດ, ແລ້ວສຳເລັດແຜນການຄຸ້ມຄອງທັງໝົດຂອງພຣະອົງ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຍຸກແຫ່ງລາຊະອານາຈັກແມ່ນຍຸກແຫ່ງພຣະທໍາ).

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ການຕິດຕາມຜູ້ນໍາສາສະໜາຄືການຕິດຕາມພຣະເຈົ້າບໍ?

ເມື່ອ 2.000 ປີກ່ອນ, ອົງພຣະເຢຊູເຈົ້າທີ່ເປັນພຣະຜູ້ໄຖ່ຂອງພວກເຮົາໄດ້ມາເພື່ອເຮັດພາລະກິດແຫ່ງການໄຖ່ບາບ ແລະ ຖືກປະນາມຢ່າງບ້າປ່ວງໂດຍຫົວໜ້າປະໂລຫິດ,...

Leave a Reply