ເປັນຫຍັງພຣະເຈົ້າຈຶ່ງມາບັງເກີດເປັນມະນຸດໃນຍຸກສຸດທ້າຍ, ບໍ່ແມ່ນໃນຮູບຮ່າງພຣະວິນຍານ?

25 ເດືອນທັນວາ 2021

ຍ້ອນພຣະເຈົ້າອົງຊົງລິດທານຸພາບສູງສຸດ ເຊິ່ງເປັນພຣະຜູ້ໄຖ່ ໄດ້ກ່າວຄວາມຈິງສຳລັບພາລະກິດແຫ່ງການພິພາກສາຂອງພຣະອົງໃນຍຸກສຸດທ້າຍ, ຫຼາຍຄົນຈຶ່ງໄດ້ສະແຫວງຫາ ແລະ ສືບຄົ້ນຫາຫົນທາງທີ່ແທ້ຈິງ ແລະ ຫຼັງຈາກນັ້ນກໍ່ຕ້ອນຮັບການກັບຄືນມາຂອງພຣະຜູ້ໄຖ່. ພວກເຂົາໄດ້ເຫັນວ່າພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດມີສິດອຳນາດ ແລະ ມີລິດອຳນາດຢ່າງເຫຼືອລົ້ນສໍ່າໃດ, ພຣະທຳເຫຼົ່ານັ້ນເປັນຄວາມຈິງແທ້ໆ ແລະ ຢືນຢັນວ່ານີ້ແມ່ນສຽງຂອງພຣະວິນຍານບໍລິສຸດ ເຊິ່ງບໍ່ມີມະນຸດທຳມະດາຄົນໃດສາມາດເປ່ງພຣະທຳເຫຼົ່ານີ້ອອກມາໄດ້. ເມື່ອໄດ້ຍິນສຽງຂອງພຣະເຈົ້າ, ພວກເຂົາກໍ່ຍອມຮັບພຣະເຈົ້າອົງຊົງລິດທານຸພາບສູງສຸດ, ຖືກຍົກຂຶ້ນຕໍ່ໜ້າບັນລັງຂອງພຣະເຈົ້າ ແລະ ເຂົ້າຮ່ວມງານລ້ຽງແຕ່ງດອງຂອງພຣະເມສານ້ອຍ. ຜູ້ຄົນທີ່ພຣະເຈົ້າເລືອກໄວ້ໄດ້ກິນ, ດື່ມ ແລະ ຊີມລົດຊາດພຣະທຳຂອງພຣະເຈົ້າທຸກໆມື້ ເຊິ່ງເຮັດໃຫ້ຫົວໃຈຂອງພວກເຂົາສົດໃສຍິ່ງຂຶ້ນເລື້ອຍໆ. ພວກເຂົາບໍ່ພຽງແຕ່ມີຄວາມສຸກກັບການສະຖິດຂອງພຣະເຈົ້າ, ແຕ່ພວກເຂົາໄດ້ຮັບແສງສະຫວ່າງຈາກພຣະທຳຂອງພຣະອົງ, ໄດ້ຮຽນຮູ້ຄວາມຈິງຫຼາຍຢ່າງ ແລະ ເຂົ້າໃຈຫຼາຍສິ່ງ. ພວກເຂົາຍັງຮຽນຮູ້ຄວາມລຶກລັບຫຼາຍຢ່າງໃນພຣະຄຳພີ ເຊິ່ງເປັນຄວາມພໍໃຈຫຼາຍ. ພວກເຂົາເຕັມລົ້ນດ້ວຍຄວາມເຊື່ອ ແລະ ຄວາມຮັກຂອງພວກເຂົາສຳລັບພຣະເຈົ້າກໍ່ເລິກເຊິ່ງຫຼາຍຂຶ້ນ. ຫຼາຍຄົນທີ່ພຣະເຈົ້າເລືອກໄວ້ແມ່ນບໍ່ຢ້ານກົວເມື່ອຜະເຊີນໜ້າກັບການກົດຂີ່, ການຈັບກຸມ ແລະ ການຂົ່ມເຫັງຂອງພັກກອມມູນິດຈີນ. ພວກເຂົາປະຄອບຄົວ ແລະ ສາຍສຳພັນທາງໂລກຂອງພວກເຂົາໄວ້ເບື້ອງຫຼັງ, ມີໜ້າທີ່ຜູກມັດທີ່ຈະແບ່ງປັນຂ່າວປະເສີດເພື່ອເປັນພະຍານໃຫ້ກັບພຣະເຈົ້າ. ພວກເຂົາທົນທຸກຈາກການຈັບກຸມ ແລະ ການຂົ່ມເຫັງທີ່ໂຫດຮ້າຍຂອງພັກກອມມູນິດຈີນ, ແຕ່ສືບຕໍ່ຕິດຕາມພຣະເຈົ້າ ແລະ ເປັນພະຍານໃຫ້ກັບພຣະອົງຢ່າງກ້າຫານ ແລະ ບໍ່ທໍ້ຖອຍ. ພວກເຂົາບໍ່ໄດ້ປາລະໄຊ ແລະ ພວກເຂົາບໍ່ຖືກກວາດລ້າງຢ່າງແນ່ນອນ. ພວກເຂົາເປັນພະຍານທີ່ດັງກຶກກ້ອງສຳລັບພຣະເຈົ້າ. ໃນຕອນນີ້ ຂ່າວປະເສີດແຫ່ງອານາຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ແຜ່ຂະຫຍາຍໄປທຸກປະເທດເທິງແຜ່ນດິນໂລກ ແລະ ຄຣິດຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ຖືກສ້າງຕັ້ງຂຶ້ນໃນຫຼາຍປະເທດ. ອີກຫຼາຍໆຄົນໄດ້ຟັງສຽງຂອງພຣະເຈົ້າ ແລະ ກຳລັງຫັນມາຫາພຣະເຈົ້າອົງຊົງລິດທານຸພາບສູງສຸດ. ຈຳນວນຄົນທີ່ສືບຄົ້ນພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນອອນລາຍກໍ່ເພີ່ມຂຶ້ນ. ສິ່ງນີ້ສຳເລັດຕາມຄຳທຳນາຍຂອງອົງພຣະເຢຊູເຈົ້າຢ່າງສົມບູນ: “ດ້ວຍວ່າ ຟ້າແມບເຫຼື້ອມຈາກທິດຕາເວັນອອກ ຍັງເຫຼື້ອມໄປເຖິງທິດຕາເວັນຕົກ, ການສະເດັດມາຂອງບຸດມະນຸດກໍຈະເປັນດັ່ງນັ້ນ(ມັດທາຍ 24:27). ດັ່ງທີ່ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວໄວ້ວ່າ: “ໃນທົ່ວຈັກກະວານເຮົາກໍາລັງດຳເນີນພາລະກິດຂອງເຮົາ ແລະ ໃນທິດຕາເວັນອອກ, ສຽງຟ້າຮ້ອງດັງໄດ້ປາກົດຂຶ້ນຢ່າງບໍ່ສິ້ນສຸດ, ສັ່ນສະເທືອນທຸກຊົນຊາດ ແລະ ທຸກນິກາຍ. ມັນແມ່ນສຽງຂອງເຮົາທີ່ໄດ້ນໍາພາທຸກຄົນໃນປັດຈຸບັນ. ເຮົາຈະເຮັດໃຫ້ທຸກຄົນຖືກເອົາຊະນະດ້ວຍສຽງຂອງເຮົາ, ໃຫ້ຕົກລົງສູ່ກະແສນີ້ ແລະ ຍອມຈຳນົນຕໍ່ໜ້າເຮົາ, ເພາະວ່າເຮົາໄດ້ທວງສະຫງ່າລາສີຂອງເຮົາຈາກທົ່ວໂລກ ແລະ ໄດ້ສ້າງມັນຂຶ້ນໃໝ່ໃນພາກຕາເວັນອອກ. ຜູ້ໃດຈະບໍ່ຢາກເຫັນສະຫງ່າລາສີຂອງເຮົາ? ຜູ້ໃດຈະບໍ່ລໍຖ້າດ້ວຍໃຈຕື່ນເຕັ້ນໃນການກັບມາຂອງເຮົາ? ຜູ້ໃດຈະບໍ່ປາຖະໜາຢາກເຫັນການປາກົດຕົວຂອງເຮົາ? ຜູ້ໃດຈະບໍ່ຢາກເຫັນຄວາມສະຫງ່າລາສີຂອງເຮົາ? ຜູ້ໃດທີ່ຈະບໍ່ຢາກມາສູ່ແສງສະຫວ່າງ? ຜູ້ໃດຈະບໍ່ຢາກເບິ່ງ ບໍ່ຢາກເຫັນຄວາມຮັ່ງມີຂອງການາອານ? ຜູ້ໃດຈະບໍ່ປາຖະໜາການກັບມາຂອງພຣະຜູ້ໄຖ່? ຜູ້ໃດຈະບໍ່ນັບຖືພຣະເຈົ້າຜູ້ຊົງລິດທານຸພາບ? ສຽງຂອງເຮົາຈະແຜ່ຂະຫຍາຍໄປທົ່ວແຜ່ນດິນໂລກ; ເມື່ອຜະເຊີນກັບຜູ້ຄົນທີ່ຖືກເລືອກຂອງເຮົາ, ເຮົາປາຖະໜາທີ່ຈະກ່າວພຣະທຳຕໍ່ພວກເຂົາຫຼາຍຂຶ້ນ. ເໝືອນດັ່ງສຽງຟ້າຮ້ອງທີ່ດັງສະນັ້ນສັ່ນສະເທືອນພູເຂົາ ແລະ ແມ່ນໍ້າລຳທານ, ເຮົາກ່າວພຣະຄຳຂອງເຮົາຕໍ່ຈັກກະວານທັງປວງ ແລະ ມະນຸດຊາດ. ດັ່ງນັ້ນພຣະທຳທີ່ຢູ່ໃນປາກຂອງເຮົາໄດ້ກາຍເປັນສົມບັດຂອງມະນຸດ ແລະ ມະນຸດທຸກຄົນລ້ວນແຕ່ຖະໜອມພຣະຄຳຂອງເຮົາ. ສາຍຟ້າແມບຈາກຕາເວັນອອກໄປເຖິງຕາເວັນຕົກ. ພຣະຄຳຂອງເຮົາເຮັດໃຫ້ມະນຸດລັງເລທີ່ຈະຍອມສະຫຼະພວກມັນ ແລະ ໃນເວລາດຽວກັນກໍພົບວ່າພຣະທຳເຫຼົ່ານັ້ນເປັນສິ່ງທີ່ບໍ່ສາມາດຢັ່ງເຖິງ, ແຕ່ຊື່ນຊົມຍິນດີໃນທຸກສິ່ງຫຼາຍຂຶ້ນກວ່າເດີມ. ມະນຸດທຸກຄົນຍິນດີ ແລະ ມີຄວາມສຸກ, ສະເຫຼີມສະຫຼອງການມາຂອງເຮົາ ເປັນຄືກັບວ່າເດັກນ້ອຍຫາກໍ່ເກີດ. ດ້ວຍສຽງຂອງເຮົາ, ເຮົາຈະນໍາເອົາມະນຸດທັງປວງມາຢູ່ຕໍ່ໜ້າຂອງເຮົາ. ຈາກນັ້ນ ເຮົາຈະເຂົ້າສູ່ເຊື້ອຊາດມະນຸດຢ່າງເປັນທາງການ ເພື່ອວ່າພວກເຂົາໄດ້ມານະມັດສະການເຮົາ. ດ້ວຍສະຫງ່າລາສີທີ່ເຮົາສ່ອງແສງອອກມາ ແລະ ພຣະທຳທີ່ຢູ່ໃນປາກຂອງເຮົາ, ເຮົາຈະເຮັດໃຫ້ທຸກຄົນມາກົ້ມຫົວລົງຕໍ່ໜ້າເຮົາ ແລະ ເຫັນແສງຟ້າແມບສົ່ງແສງສະຫວ່າງມາຈາກທິດຕາເວັນອອກ ແລະ ນັ້ນໝາຍຄວາມວ່າເຮົາໄດ້ລົງມາຍັງ ‘ພູເຂົາໝາກກອກ’ ແຫ່ງທິດຕາເວັນອອກ. ພວກເຂົາຈະເຫັນວ່າເຮົາໄດ້ຢູ່ໂລກນີ້ມາດົນນານແລ້ວ, ບໍ່ແມ່ນບຸດຊາຍຂອງຊາວຢິວອີກຕໍ່ໄປແຕ່ເປັນແສງຟ້າແມບແຫ່ງທິດຕາເວັນອອກ. ເພາະວ່າເຮົາໄດ້ຟື້ນຄືນຊີບມາດົນນານແລ້ວ ແລະ ໄດ້ພັດພາກຈາກທ່າມກາງມະນຸດ ແລ້ວໄດ້ກັບມາປາກົດຕົວໃໝ່ດ້ວຍສະຫງ່າລາສີໃນທ່າມກາງມະນຸດ. ເຮົາເປັນຜູ້ທີ່ຖືກເຄົາລົບບູຊາມາຫຼາຍຍຸກຫຼາຍສະໄໝກ່ອນໜ້ານີ້ ແລະ ເຮົາຍັງເປັນເດັກນ້ອຍທີ່ຖືກຊາວອິດສະຣາເອນປະຖິ້ມມາຫຼາຍຍຸກຫຼາຍສະໄໝກ່ອນໜ້ານີ້. ຍິ່ງໄປກວ່ານັ້ນ ເຮົາເປັນພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ມີສະຫງ່າລາສີຢ່າງສົມບູນໃນຍຸກປັດຈຸບັນ! ໃຫ້ທຸກຄົນມາຢູ່ຕໍ່ຫນ້າບັນລັງຂອງເຮົາ ແລະ ເບິ່ງໃບໜ້າອັນສະຫງ່າລາສີຂອງເຮົາ, ຟັງສຽງຂອງເຮົາ ແລະ ຫຼຽວເບິ່ງການກະທໍາຂອງເຮົາ. ນີ້ແມ່ນຄວາມປະສົງທັງໝົດຂອງເຮົາ; ມັນແມ່ນຈຸດສິ້ນສຸດ ແລະ ຈຸດສູງສຸດຂອງແຜນການຂອງເຮົາ, ພ້ອມທັງເປັນຈຸດປະສົງຂອງການຄຸ້ມຄອງຂອງເຮົາ. ໃຫ້ທຸກຊົນຊາດນະມັດສະການເຮົາ, ໃຫ້ທຸກພາສາຮັບຮູ້ເຮົາ, ໃຫ້ມະນຸດທຸກຄົນຍຶດໝັ້ນຄວາມເຊື່ອຂອງເຂົາໃນຕົວເຮົາ ແລະ ໃຫ້ທຸກຄົນຂຶ້ນຢູ່ກັບເຮົາ!(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ສຽງຟ້າຮ້ອງທັງເຈັດກໍາລັງທໍານາຍວ່າ ຂ່າວປະເສີດແຫ່ງອານາຈັກຈະແຜ່ຂະຫຍາຍໄປທົ່ວຈັກກະວານ).

ຖ້ອຍຄຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ເຊິ່ງເປັນຄືກັບແສງສະຫວ່າງທີ່ຍິ່ງໃຫຍ່ ໄດ້ແຜ່ກະຈາຍຈາກທິດຕາເວັນອອກໄປສູ່ທິດຕາເວັນຕົກແລ້ວ. ຜູ້ຄົນທີ່ພຣະເຈົ້າເລືອກໄວ້ຈາກທຸກປະເທດໄດ້ເທດສະໜາຂ່າວປະເສີດ, ເປັນພະຍານໃຫ້ກັບພຣະອົງ ແລະ ສັນລະເສີນພຣະເຈົ້າຢ່າງປິຕິຍິນດີ ຍ້ອນໄດ້ເອົາຊະນະຊາຕານ ແລະ ຮັບສະຫງ່າລາສີທັງໝົດແລ້ວ. ພຣະຜູ້ໄຖ່ທີ່ເປັນພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ປາກົດຂຶ້ນ ແລະ ເລີ່ມປະຕິບັດພາລະກິດກ່ອນໄພພິບັດ ແລະ ພຣະອົງໄດ້ສ້າງກຸ່ມຜູ້ເອົາຊະນະ. ຂ່າວປະເສີດແຫ່ງອານາຈັກຂອງພຣະອົງໄດ້ແຜ່ກະຈາຍໄປທຸກຊົນຊາດ ແລະ ໄພພິບັດໄດ້ເກີດຂຶ້ນໃນພາຍຫຼັງ. ພວກເຮົາສາມາດເຫັນໄດ້ວ່າພາລະກິດແຫ່ງການພິພາກສາທີ່ເລີ່ມຕົ້ນດ້ວຍເຮືອນຂອງພຣະເຈົ້າເປັນຄວາມສຳເລັດທີ່ຍິ່ງໃຫຍ່ແລ້ວ ແລະ ຫຼັງຈາກນັ້ນ ພຣະເຈົ້າກໍ່ໄດ້ນໍາໃຊ້ໄພພິບັດທຸກຮູບແບບເພື່ອພິພາກສາ ແລະ ຂ້ຽນຕີໂລກໃບນີ້. ໄພພິບັດເຫຼົ່ານີ້ຊ່ວຍໃຫ້ຂະຫຍາຍຂ່າວປະເສີດແຫ່ງອານາຈັກ, ຊ່ວຍອີກຫຼາຍຄົນຈາກຄວາມຜິດບາບ ແລະ ຈາກກອງກຳລັງຂອງຊາຕານ. ອີກດ້ານໜຶ່ງຂອງສິ່ງນີ້ກໍ່ຄືພຣະເຈົ້າໄດ້ນໍາໃຊ້ໄພພິບັດເພື່ອຂ້ຽນຕີ ແລະ ເຮັດໃຫ້ຍຸກທີ່ມືດມົວ ແລະ ຊົ່ວຮ້າຍນີ້ສິ້ນສຸດລົງ, ກວາດລ້າງກອງກຳລັງທີ່ຊົ່ວຮ້າຍທັງປວງທີ່ຕໍ່ຕ້ານພຣະເຈົ້າ. ນີ້ແມ່ນໝາກຜົນທີ່ພາລະກິດແຫ່ງການພິພາກສາຂອງພຣະເຈົ້າໃນຍຸກສຸດທ້າຍຈະເປັນ. ພຣະເຈົ້າອົງຊົງລິດທານຸພາບສູງສຸດ ນັ້ນກໍ່ຄືພຣະຜູ້ໄຖ່ ໄດ້ກ່າວຄວາມຈິງຫຼາຍຢ່າງ, ປະຕິບັດພາລະກິດທີ່ຍິ່ງໃຫຍ່ ແລະ ພຣະອົງໄດ້ສັ່ນສະເທືອນແຜ່ນດິນໂລກ. ແຕ່ຫຼາຍຄົນໃນໂລກສາສະໜາຍັງຖືກນໍາພາຢ່າງຜິດໆໂດຍມັງກອນແດງທີ່ຍິ່ງໃຫຍ່, ພັກກອມມູນິດຈີນ ແລະ ຍັງຖືກລ່າມໂສ້ໂດຍກອງກຳລັງຂອງຜູ້ຕໍ່ຕ້ານພຣະຄຣິດທີ່ຢູ່ພາຍໃນສາສະໜາ. ພວກເຂົາຍຶດຕິດກັບແນວຄິດທີ່ວ່າພຣະຜູ້ເປັນເຈົ້າຄວນລົງມາເທິງກ້ອນເມກດ້ວຍຮູບຮ່າງວິນຍານ, ພຣະອົງບໍ່ສາມາດກັບຄືນມາໃນເນື້ອໜັງໃນຖານະບຸດມະນຸດ. ນັ້ນຄືເຫດຜົນທີ່ພວກເຂົາແນ່ໃຈວ່າ ສິ່ງໃດໜຶ່ງທີ່ບໍ່ໄດ້ມາເທິງກ້ອນເມກແມ່ນສິ່ງທີ່ປອມ, ຄຳພະຍານໃດໜຶ່ງທີ່ວ່າພຣະອົງເປັນບຸດມະນຸດແມ່ນສິ່ງທີ່ປອມ, ມັນເປັນພຽງຄວາມເຊື່ອໃນມະນຸດ. ພວກເຂົາບໍ່ພຽງແຕ່ລົ້ມເຫຼວທີ່ຈະສະແຫວງຫາ ແລະ ສືບຄົ້ນຫາພຣະທຳຂອງພຣະວິນຍານບໍລິສຸດຕໍ່ຄຣິດຕະຈັກ ຫຼື ສະແຫວງຫາ ແລະ ຮັບຟັງສຽງຂອງພຣະເຈົ້າ, ແຕ່ພວກເຂົາຕິດຕາມຜູ້ຕໍ່ຕ້ານພຣະຄຣິດທີ່ເຄັ່ງສາສະໜາ, ສືບຕໍ່ຕັດສິນ, ປະນາມ ແລະ ໝິ່ນປະໝາດການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ນັ້ນຄືເຫດຜົນທີ່ພວກເຂົາຍັງບໍ່ໄດ້ຕ້ອນຮັບເອົາພຣະຜູ້ເປັນເຈົ້າ, ແຕ່ໄດ້ຕົກລົງສູ່ໄພພິບັດ, ຮ້ອງໄຫ້ ແລະ ກັດແຂ້ວຂອງພວກເຂົາ ແລະ ບໍ່ມີຜູ້ໃດຮູ້ວ່າພວກເຂົາມີຊີວິດຢູ່ ຫຼື ຕາຍ. ຫຼາຍຄົນມີຄຳຖາມ. ອົງພຣະເຢຊູເຈົ້າໄດ້ປາກົດຕົວໃນຮູບຮ່າງວິນຍານເປັນເວລາສີ່ສິບມື້ຫຼັງຈາກທີ່ພຣະອົງໄດ້ຟື້ນຄືນຊີບ, ສະນັ້ນ ພຣະອົງຄວນກັບຄືນມາໃນຮູບຮ່າງວິນຍານ. ເປັນຫຍັງພຣະເຈົ້າອົງຊົງລິດທານຸພາບສູງສຸດຈຶ່ງບໍ່ປາກົດຕົວເປັນພຣະວິນຍານ, ແຕ່ເປັນບຸດມະນຸດທີ່ບັງເກີດເປັນມະນຸດ? ຫຼາຍຄົນຖາມຄຳຖາມນີ້ ແລະ ຫຼາຍຄົນຈະບໍ່ຍອມຮັບພຣະເຈົ້າອົງຊົງລິດທານຸພາບສູງສຸດ, ເພາະພຣະອົງເປັນເນື້ອໜັງ, ບໍ່ແມ່ນວິນຍານ. ຊ່າງໜ້າອັບອາຍ! ພວກເຂົາພາດໂອກາດດຽວຂອງພວກເຂົາທີ່ຈະໄດ້ຮັບຄວາມລອດພົ້ນ ເຊິ່ງພວກເຂົາຈະເສຍໃຈຕະຫຼອດໄປເປັນນິດ. ຕໍ່ໄປ ຂ້ອຍຂໍແບ່ງປັນການສົນທະນາໜ້ອຍໜຶ່ງເພື່ອຕອບຄຳຖາມທີ່ວ່າ ເປັນຫຍັງພຣະເຈົ້າຈຶ່ງປາກົດຕົວໃນເນື້ອໜັງ, ບໍ່ແມ່ນວິນຍານ ໃນຍຸກສຸດທ້າຍ.

ກ່ອນອື່ນ, ສຳລັບວິທີການທີ່ພຣະຜູ້ເປັນເຈົ້າປາກົດຕົວ ແລະ ປະຕິບັດພາລະກິດ ໃນຍຸກສຸດທ້າຍ, ພວກເຮົາສາມາດຢືນຢັນໄດ້ວ່າ ອົງພຣະເຢຊູເຈົ້າ ກັບຄືນມາສູ່ແຜ່ນດິນໂລກເປັນເນື້ອໜັງ ໃນຖານະບຸດມະນຸດໃນຍຸກສຸດທ້າຍ ເພື່ອປະຕິບັດພາລະກິດຂອງພຣະອົງ. ສິ່ງນີ້ແມ່ນອີງໃສ່ຄຳທຳນາຍຫຼາຍຢ່າງຈາກປາກຂອງອົງພຣະເຢຊູເຈົ້າເອງ, ບໍ່ແມ່ນຈາກສິ່ງທີ່ມະນຸດກຳນົດໄວ້. ບໍ່ວ່າພຣະຜູ້ເປັນເຈົ້າຈະກັບຄືນມາໃນຮູບຮ່າງວິນຍານ ຫຼື ບັງເກີດເປັນມະນຸດໃນຖານະບຸດມະນຸດ ຫຼື ບໍ່ ແມ່ນຖືກກຳນົດໄວ້ລ່ວງໜ້າໂດຍພຣະເຈົ້ານັບຕັ້ງແຕ່ດົນນານມາແລ້ວ ແລະ ບໍ່ມີທາງເລືອກຂອງມະນຸດໃນເລື່ອງນີ້. ໃນຖານະມະນຸດ, ສິ່ງທີ່ພວກເຮົາສາມາດເຮັດໄດ້ແມ່ນພຽງແຕ່ຍອມອ່ອນນ້ອມ, ບໍ່ຈຳກັດສິ່ງຕ່າງໆໂດຍອີງໃສ່ແນວຄິດ ແລະ ຈິນຕະນາການຂອງພວກເຮົາເອງ. ໃນຄວາມເປັນຈິງ, ເຖິງແມ່ນວ່າລັກສະນະການປາກົດຕົວທີ່ຖືກກຳນົດໄວ້ລ່ວງໜ້າຂອງພຣະເຈົ້າບໍ່ສອດຄ່ອງກັບແນວຄິດຂອງມະນຸດ, ມັນກໍ່ດີທີ່ສຸດ ແລະ ມີຄວາມໝາຍ ແລະ ເປັນປະໂຫຍດສຳລັບຄວາມລອດພົ້ນຂອງພວກເຮົາ. ມັນບໍ່ສາມາດຜິດພາດໄດ້. ພວກເຮົາບໍ່ສາມາດເຂົ້າຫາມັນໂດຍອີງໃສ່ສິ່ງທີ່ພວກເຮົາອາດຈິນຕະນາການ ພວກເຮົາຕ້ອງເປັນຍິງສາວບໍລິສຸດທີ່ສະຫຼາດ, ບໍ່ແມ່ນຍິງສາວບໍລິສຸດທີ່ໂງ່ຈ້າ. ນັ້ນເປັນພຽງວິທີດຽວທີ່ຈະຕ້ອນຮັບການປາກົດຕົວຂອງພຣະຜູ້ເປັນເຈົ້າ. ຜູ້ຄົນອາດສືບຕໍ່ປະຕິບັດຕາມຂໍ້ຈຳກັດຂອງພວກເຂົາເອງ, ປະຕິເສດທີ່ຈະຍອມຮັບແມ່ນຫຍັງກໍ່ຕາມທີ່ຢູ່ນອກເໜືອຈາກການທີ່ພຣະຜູ້ເປັນເຈົ້າລົງມາເທິງກ້ອນເມກ, ປະຕິເສດບຸດມະນຸດທີ່ບັງເກີດເປັນມະນຸດ. ແມ່ນຫຍັງຄືຜົນຕາມມາຂອງທ່າທີນີ້? ພວກເຂົາຈະຕົກລົງສູ່ໄພພິບັດຢ່າງແນ່ນອນ ແລະ ຖືກລົງໂທດ, ເຮັດໃຫ້ພວກເຂົາເອງຈິບຫາຍ. ຖ້າພວກເຮົາເປັນຍິງສາວບໍລິສຸດທີ່ສະຫຼາດ, ພວກເຮົາຄວນເຮັດຕາມທີ່ພຣະຜູ້ເປັນເຈົ້າຮຽກຮ້ອງ, ສະແຫວງຫາ ແລະ ຮັບຟັງສຽງຂອງພຣະເຈົ້າ ເພື່ອຕ້ອນຮັບພຣະຜູ້ເປັນເຈົ້າ, ຍອມຮັບ ແລະ ອ່ອນນ້ອມຕໍ່ພຣະເຈົ້າຢ່າງປິຕິຍິນດີ ບໍ່ວ່າພຣະອົງຈະມາໃນຮູບຮ່າງຫຍັງ, ບໍ່ພະຍາຍາມເລືອກສຳລັບຕົນເອງ. ຖ້າບໍ່ດັ່ງນັ້ນ, ພວກເຮົາຈະກາຍມາເປັນຍິງສາວບໍລິສຸດທີ່ໂງ່ຈ້າ, ຕົກລົງສູ່ໄພພິບັດ, ຮ້ອງໄຫ້ ແລະ ກັດແຂ້ວຂອງພວກເຮົາ. ສະນັ້ນ ແມ່ນຫຍັງເກີດຂຶ້ນໃນຍຸກສຸດທ້າຍແທ້ໆ? ພຣະເຈົ້າກັບຄືນມາໃນຮູບຮ່າງວິນຍານ ຫຼື ໃນຖານະບຸດມະນຸດ? ກ່ອນອື່ນ, ໃຫ້ພວກເຮົາເວົ້າກ່ຽວກັບວ່າມັນງ່າຍກວ່າ ຫຼື ບໍ່ທີ່ຈະມີປະຕິສຳພັນກັບພຣະວິນຍານຂອງພຣະເຈົ້າ ຫຼື ກັບບຸດມະນຸດ. ມັນງ່າຍກວ່າບໍທີ່ພຣະອົງຈະເວົ້າກັບພວກເຮົາຜ່ານພຣະວິນຍານ ຫຼື ຜ່ານເນື້ອໜັງ? ຫຼາຍຄົນຈະຕອບວ່າ ມັນງ່າຍກວ່າທີ່ບຸດມະນຸດຈະເຮັດທັງສອງຢ່າງ. ນັ້ນແມ່ນຖືກຕ້ອງ. ນັ້ນຄືເຫດຜົນທີ່ພຣະເຈົ້າກາຍມາເປັນເນື້ອໜັງ ເມື່ອພຣະອົງປາກົດຕົວ ແລະ ປະຕິບັດພາລະກິດໃນຍຸກແຫ່ງພຣະຄຸນ. ອົງພຣະເຢຊູເຈົ້າຄືບຸດມະນຸດ. ພຣະອົງດຳລົງຊີວິດຢູ່ທ່າມກາງມະນຸດຊາດ, ກິນ, ດື່ມ ແລະ ດຳລົງຊີວິດຢູ່ກັບພວກເຮົາ. ຫຼາຍຄົນຕິດຕາມພຣະຜູ້ເປັນເຈົ້າ, ສົນທະນາ, ເວົ້າ ແລະ ມີປະຕິສຳພັນກັບພຣະອົງ. ມັນເປັນສິ່ງທີ່ບໍ່ເສຍຄ່າຫຍັງເລີຍ ແລະ ງ່າຍທັງສິ້ນ, ໂດຍບໍ່ມີການຄວບຄຸມ ຫຼື ຂໍ້ຈຳກັດໃດໜຶ່ງ. ພວກເຂົາທຸກຄົນເປັນພະຍານເຖິງຄວາມເປັນຕາຮັກຂອງອົງພຣະເຢຊູເຈົ້າ. ເມື່ອໄດ້ຮັບການລ້ຽງດູ, ການບຳລຸງລ້ຽງ ແລະ ການສະໜັບສະໜູນໂດຍພຣະຜູ້ເປັນເຈົ້າ, ຜູ້ຄົນກໍ່ສາມາດຮຽນຮູ້ຄວາມຈິງຫຼາຍຢ່າງ. ຫຼັງຈາກທີ່ພຣະຜູ້ເປັນເຈົ້າໄດ້ກ່າວຄວາມຈິງຫຼາຍຢ່າງ, ພຣະອົງກໍ່ຖືກຄຶງເທິງໄມ້ກາງແຂນ, ກາຍມາເປັນເຄື່ອງບູຊາແທນຄວາມຜິດບາບຂອງມະນຸດຊາດ. ຜູ້ໃດກໍ່ຕາມ ສາມາດໄດ້ຮັບການອະໄພຄວາມຜິດບາບຂອງພວກເຂົາ ໂດຍພຽງແຕ່ຍອມຮັບວ່າອົງພຣະເຢຊູເຈົ້າເປັນພຣະຜູ້ໄຖ່ຂອງພວກເຂົາ, ສາລະພາບ ແລະ ກັບໃຈຕໍ່ພຣະອົງ. ແລ້ວພວກເຂົາກໍ່ສາມາດມີຄວາມສຸກກັບສັນຕິສຸກ ແລະ ຄວາມປິຕິຍິນດີທີ່ໄດ້ຮັບການອະໄພຄວາມຜິດບາບຂອງພວກເຂົາ ແລະ ຄວາມກະລຸນາທີ່ພຣະເຈົ້າໄດ້ປະທານໃຫ້. ຫຼັງຈາກທີ່ພຣະຜູ້ເປັນເຈົ້າຖືກຄຶງເທິງໄມ້ກາງແຂນ, ຟື້ນຄືນຊີບ ແລະ ຫຼັງຈາກນັ້ນ ພຣະອົງກໍ່ຂຶ້ນສູ່ສະຫວັນ, ມີອີກຫຼາຍຄົນເລີ່ມແບ່ງປັນຂ່າວປະເສີດຂອງພຣະອົງ, ເປັນພະຍານວ່າພຣະເຢຊູຄຣິດເປັນພຣະຜູ້ໄຖ່, ເປັນການປາກົດຕົວຂອງພຣະເຈົ້າ. ຂ່າວປະເສີດຂອງອົງພຣະເຢຊູເຈົ້າໄດ້ໄປເຖິງທຸກປະເທດໃນໂລກນັບຕັ້ງແຕ່ດົນມານານແລ້ວ. ສິ່ງນັ້ນໄດ້ພິສູດວ່າ ການທີ່ພຣະເຈົ້າກາຍມາເປັນເນື້ອໜັງໃນຖານະບຸດມະນຸດເພື່ອໄຖ່ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນ ເປັນສິ່ງທີ່ມີປະສິດທິພາບທີ່ສຸດ. ຜູ້ຄົນບໍ່ສາມາດເຫັນ ຫຼື ສຳຜັດພຣະວິນຍານຂອງພຣະເຈົ້າ, ພວກເຂົາບໍ່ສາມາດມີປະຕິສຳພັນກັບພຣະອົງໃນລັກສະນະນັ້ນ. ພວກເຮົາບໍ່ສາມາດສື່ສານກັບພຣະວິນຍານຂອງພຣະເຈົ້າ. ເມື່ອພຣະວິນຍານຂອງພຣະເຈົ້າເວົ້າຂຶ້ນ, ທູກຄົນກໍ່ສັ່ນດ້ວຍຄວາມຢ້ານ. ພວກເຮົາຈະສາມາດສື່ສານໃນລັກສະນະນັ້ນໄດ້ແນວໃດ? ນອກຈາກນັ້ນ, ບໍ່ມີທາງທີ່ພຣະວິນຍານຂອງພຣະເຈົ້າຈະສາມາດຖືກຄຶງເທິງໄມ້ກາງແຂນ. ສິ່ງທີ່ຜູ້ຄົນບໍ່ສາມາດເຫັນ ຫຼື ສຳຜັດຈະສາມາດຖືກຄຶງເທິງໄມ້ກາງແຂນໄດ້ແນວໃດ, ແມ່ນບໍ? ສິ່ງນີ້ໄດ້ສະແດງໃຫ້ພວກເຮົາເຫັນວ່າມັນດີທີ່ສຸດທີ່ພຣະເຈົ້າຈະປະຕິບັດພາລະກິດໃນຖານະບຸດມະນຸດ. ພຣະເຈົ້າໄດ້ຮັບສະຫງ່າລາສີ ເມື່ອອົງພຣະເຢຊູເຈົ້າສຳເລັດພາລະກິດຂອງພຣະອົງເພື່ອໄຖ່ມະນຸດຊາດ. ສິ່ງນີ້ແມ່ນຊັດເຈນເພື່ອໃຫ້ທຸກຄົນໄດ້ເຫັນ. ພວກເຮົາສາມາດແນ່ໃຈໄດ້ວ່າ ຈາກຂໍ້ແທ້ຈິງໃນພາລະກິດຂອງອົງພຣະເຢຊູເຈົ້າ, ໃນພາລະກິດຂອງພຣະເຈົ້າເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ, ບໍ່ວ່າມັນຈະເປັນພາລະກິດແຫ່ງການໄຖ່ບາບຂອງພຣະອົງ ຫຼື ພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍ, ການບັງເກີດເປັນມະນຸດໃນຖານະບຸດມະນຸດກໍ່ເປັນສິ່ງທີ່ເໝາະສົມທີ່ສຸດ. ສິ່ງນັ້ນເຮັດໃຫ້ເກີດຜົນປະໂຫຍດທີ່ດີທີ່ສຸດ. ອີກຢ່າງ, ການທີ່ພຣະເຈົ້າບັງເກີດເປັນມະນຸດໃນຖານະບຸດມະນຸດໃນຍຸກສຸດທ້າຍ ກໍ່ສຳເລັດຕາມຄຳທຳນາຍຂອງອົງພຣະເຢຊູເຈົ້າຢ່າງສິ້ນເຊີງ: “ການສະເດັດມາຂອງບຸດມະນຸດ”, “ບຸດມະນຸດຈະມາ” ແລະ “ບຸດມະນຸດກໍຈະເປັນດັ່ງນັ້ນໃນມື້ຂອງພຣະອົງ”. ຄົນທີ່ຮູ້ຈັກພຣະຄຳພີເປັນຢ່າງດີກໍ່ສາມາດເຫັນໄດ້ວ່າ ພຣະທຳຂອງພຣະຜູ້ເປັນເຈົ້າເປັນທີ່ສຳເລັດແລ້ວ. ສະນັ້ນ ເປັນຫຍັງຫຼາຍຄົນຈຶ່ງຍຶດຕິດກັບແນວຄິດທີ່ຢູ່ອ້ອມຮອບການທີ່ບຸດມະນຸດປາກົດຕົວ ແລະ ປະຕິບັດພາລະກິດ? ເປັນຫຍັງຫຼາຍຄົນຈຶ່ງຍັງຢືນຢັນວ່າພຣະເຈົ້າຈະລົງມາເທິງກ້ອນເມກໃນຮູບຮ່າງວິນຍານ? ສິ່ງນີ້ເປັນສິ່ງທີ່ໂງ່ຈ້າ ແລະ ບໍ່ມີຄວາມຮູ້ແທ້ໆ. ພຣະເຈົ້າປາກົດຕົວ ແລະ ເຮັດວຽກໃນຖານະບຸດມະນຸດ, ອ່ອນນ້ອມ ແລະ ລີ້ລັບ, ບໍ່ແມ່ນພຽງແຕ່ຍ້ອນວ່ານີ້ເປັນສິ່ງທີ່ມີປະສິດທິພາບທີ່ສຸດ, ແຕ່ຍັງເພື່ອໃຫ້ພວກເຮົາສາມາດເຫັນເຖິງອຸປະນິໄສຂອງພຣະເຈົ້າ ແລະ ເຫັນວ່າຄວາມຖ່ອມຕົວ ແລະ ຄວາມລີ້ລັບຂອງພຣະອົງເປັນຕາຮັກຫຼາຍສໍ່າໃດ. ພຣະເຈົ້າຜະເຊີນໜ້າກັບມະນຸດຊາດໂດຍກົງໃນຖານະບຸດມະນຸດ, ຢູ່ຊ່ອງໜ້າກັບພວກເຮົາ, ກິນ, ດື່ມ ແລະ ດຳລົງຊີວິດຢູ່ກັບພວກເຮົາ, ກ່າວຄວາມຈິງເພື່ອລ້ຽງດູ, ເບິ່ງແຍງ ແລະ ຊ່ວຍພວກເຮົາໃຫ້ລອດພົ້ນ. ນີ້ແມ່ນຄວາມຮັກທີ່ຍິ່ງໃຫຍ່ຂອງພຣະເຈົ້າ! ເປັນຫຍັງຜູ້ຄົນຈຶ່ງບໍ່ສາມາດເຫັນສິ່ງນີ້ໄດ້? ດັ່ງທີ່ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວໄວ້ວ່າ: “ການຊ່ວຍມະນຸດໃຫ້ລອດພົ້ນຂອງພຣະເຈົ້າບໍ່ໄດ້ປະຕິບັດໂດຍໃຊ້ວິທີການຂອງພຣະວິນຍານ ແລະ ຕົວຕົນຂອງພຣະວິນຍານໂດຍກົງ, ຍ້ອນມະນຸດບໍ່ສາມາດສຳຜັດ ຫຼື ເຫັນພຣະວິນຍານຂອງພຣະອົງໄດ້ ຫຼື ມະນຸດບໍ່ສາມາດຫຍັບເຂົ້າໃກ້ໄດ້. ຖ້າພຣະອົງພະຍາຍາມຊ່ວຍມະນຸດໃຫ້ລອດພົ້ນໃນລັກສະນະຂອງພຣະວິນຍານ, ມະນຸດກໍຈະບໍ່ສາມາດຮັບເອົາຄວາມລອດພົ້ນຂອງພຣະອົງໄດ້. ຖ້າພຣະເຈົ້າບໍ່ໄດ້ສວມໃສ່ຮູບຮ່າງພາຍນອກຂອງມະນຸດທີ່ຖືກສ້າງ, ມັນກໍຈະບໍ່ມີທາງທີ່ມະນຸດຈະຮັບເອົາຄວາມລອດພົ້ນນີ້ໄດ້. ຍ້ອນມະນຸດບໍ່ມີຫົນທາງໃນການເຂົ້າຫາພຣະອົງ, ເຊັ່ນດຽວກັນ ບໍ່ມີຜູ້ໃດສາມາດເຂົ້າໃກ້ກ້ອນເມກຂອງພຣະເຢໂຮວາໄດ້. ມີພຽງການກາຍມາເປັນມະນຸດທີ່ຖືກສ້າງເທົ່ານັ້ນ, ນັ້ນກໍຄື ມີພຽງແຕ່ການເອົາພຣະທຳຂອງພຣະອົງສະຖິດເຂົ້າໃນຮ່າງກາຍຂອງມະນຸດທີ່ພຣະອົງບັງເກີດເຂົ້າສູ່ເທົ່ານັ້ນ ພຣະອົງຈຶ່ງຈະສາມາດປະຕິບັດພາລະກິດພຣະທຳໃນທຸກຄົນທີ່ຕິດຕາມພຣະອົງໄດ້ເປັນການສ່ວນຕົວ. ແລ້ວເມື່ອນັ້ນ ມະນຸດຈຶ່ງຈະສາມາດເຫັນ ແລະ ໄດ້ຍິນພຣະທຳຂອງພຣະອົງດ້ວຍຕົວເຂົາເອງ ແລະ ຍິ່ງໄປກວ່ານັ້ນກໍຈະໄດ້ເຂົ້າສູ່ການຄອບຄອງຂອງພຣະທຳຂອງພຣະອົງ ແລະ ດ້ວຍວິທີນີ້ຈຶ່ງຈະຖືກຊ່ວຍໃຫ້ລອດພົ້ນຢ່າງສົມບູນ. ຖ້າພຣະເຈົ້າບໍ່ໄດ້ກາຍມາເປັນເນື້ອໜັງ, ບໍ່ມີມະນຸດຄົນໃດທີ່ມາຈາກເນື້ອໜັງ ແລະ ເລືອດເນື້ອສາມາດຮັບເອົາຄວາມລອດພົ້ນອັນຍິ່ງໃຫຍ່ດັ່ງກ່າວນີ້ໄດ້ ຫຼື ບໍ່ມີມະນຸດແມ່ນແຕ່ຄົນດຽວທີ່ຈະຖືກຊ່ວຍໃຫ້ລອດພົ້ນໄດ້. ຖ້າພຣະວິນຍານຂອງພຣະເຈົ້າປະຕິບັດພາລະກິດໂດຍກົງໃນທ່າມກາງມະນຸດ, ມະນຸດຊາດທັງປວງກໍຈະຖືກໂຈມຕີໃຫ້ລົ້ມລົງ ຫຼື ບໍ່ດັ່ງນັ້ນ ພວກເຂົາກໍບໍ່ມີທາງຈະໄດ້ສຳຜັດກັບພຣະເຈົ້າ, ພວກເຂົາຈະຖືກຊາຕານຈັບເປັນຊະເລີຍຢ່າງສົມບູນ... ມີພຽງແຕ່ການກາຍມາເປັນເນື້ອໜັງເທົ່ານັ້ນ ພຣະເຈົ້າຈຶ່ງສາມາດດຳລົງຊີວິດຢູ່ຄຽງຂ້າງກັບມະນຸດ, ຜະເຊີນກັບການທົນທຸກໃນໂລກ ແລະ ດຳລົງຊີວິດໃນຮ່າງກາຍເນື້ອໜັງທຳມະດາ. ມີພຽງແຕ່ໃນວິທີນີ້ເທົ່ານັ້ນ ພຣະອົງຈຶ່ງສາມາດສະໜອງຫົນທາງທີ່ເປັນຈິງໃຫ້ກັບມະນຸດໄດ້ ເຊິ່ງເປັນສິ່ງທີ່ພວກເຂົາຕ້ອງການໃນຖານະສິ່ງຖືກສ້າງ. ມັນແມ່ນຜ່ານການບັງເກີດເປັນມະນຸດຂອງພຣະເຈົ້າ ມະນຸດຈຶ່ງໄດ້ຮັບຄວາມລອດພົ້ນຈາກພຣະເຈົ້າຢ່າງສົມບູນ ແລະ ບໍ່ແມ່ນໄດ້ຮັບມາຈາກສະຫວັນໂດຍກົງຍ້ອນຄໍາອະທິຖານຂອງເຂົາ. ເພາະວ່າມະນຸດມາຈາກເນື້ອໜັງ ເຂົາຈຶ່ງບໍ່ມີທາງເຫັນພຣະວິນຍານຂອງພຣະເຈົ້າໄດ້, ແຮງໄກທີ່ເຂົາຈະເຂົ້າເຖິງພຣະວິນຍານຂອງພຣະອົງ. ສິ່ງທີ່ມະນຸດສຳຜັດລ້ວນແລ້ວແຕ່ເປັນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ແລະ ມີພຽງແຕ່ວິທີນີ້ເທົ່ານັ້ນ ມະນຸດຈຶ່ງສາມາດເຂົ້າໃຈຫົນທາງທັງໝົດ ແລະ ຄວາມຈິງທັງໝົດ ແລະ ຮັບເອົາຄວາມລອດພົ້ນຢ່າງສົມບູນ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)). “ພາລະກິດທີ່ມີຄຸນຄ່າສູງສຸດຕໍ່ມະນຸດທີ່ເສື່ອມຊາມແມ່ນພາລະກິດທີ່ສະໜອງພຣະທຳທີ່ຖືກຕ້ອງ, ມີເປົ້າໝາຍທີ່ຊັດເຈນໃນການສະແຫວງຫາ ແລະ ສາມາດເຫັນ ແລະ ສຳຜັດໄດ້. ມີພຽງແຕ່ພາລະກິດທີ່ເປັນຈິງ ແລະ ການນໍາພາທີ່ຖືກກັບສະພາບການເທົ່ານັ້ນຈຶ່ງເໝາະສົມກັບລົດນິຍົມຂອງມະນຸດ ແລະ ມີພຽງແຕ່ພາລະກິດທີ່ເປັນຈິງເທົ່ານັ້ນຈຶ່ງສາມາດຊ່ວຍເຫຼືອມະນຸດໃຫ້ລອດພົ້ນຈາກອຸປະນິໄສທີ່ເສື່ອມຊາມ ແລະ ຊົ່ວຊ້ານັ້ນໄດ້. ມີພຽງແຕ່ພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນທີ່ສາມາດບັນລຸສິ່ງນີ້ໄດ້; ມີພຽງແຕ່ພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນທີ່ສາມາດຊ່ວຍມະນຸດໃຫ້ລອດພົ້ນຈາກອຸປະນິໄສເສື່ອມຊາມ ແລະ ຄວາມຊົ່ວຊ້າທີ່ຜ່ານມາຂອງພວກເຂົາ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມະນຸດຊາດທີ່ເສື່ອມຊາມຕ້ອງການຄວາມລອດພົ້ນຈາກພຣະເຈົ້າທີ່ບັງເກີດເປັນມະນຸດຫຼາຍຍິ່ງຂຶ້ນ).

ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນຊັດເຈນຫຼາຍ. ພຽງແຕ່ໂດຍການກາຍມາເປັນເນື້ອໜັງສຳລັບພາລະກິດແຫ່ງການພິພາກສາຂອງພຣະອົງໃນຍຸກສຸດທ້າຍເທົ່ານັ້ນ ພຣະເຈົ້າຈຶ່ງສາມາດຊຳລະລ້າງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນໄດ້ຢ່າງສົມບູນ ແລະ ນໍາພາພວກເຮົາໄປສູ່ຈຸດໝາຍປາຍທາງທີ່ສວຍງາມ. ພວກເຮົາໄດ້ເປັນພະຍານເປັນການສ່ວນຕົວເຖິງພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ຢູ່ທ່າມກາງພວກເຮົາ, ດຳລົງຊີວິດຢູ່ຄຽງຂ້າງພວກເຮົາ, ພ້ອມທີ່ຈະສົນທະນາກ່ຽວກັບຄວາມຈິງ ແລະ ແກ້ໄຂບັນຫາຕົວຈິງຢູ່ສະເໝີ. ພຣະອົງສັງເກດເບິ່ງຄວາມເສື່ອມຊາມຂອງມະນຸດຊາດ, ຂຽນພຣະທຳຂອງພຣະອົງ ແລະ ສະໜອງຄວາມຈິງໃຫ້ກັບພວກເຮົາ. ພວກເຮົາມີຄວາມສຸກກັບພຣະທຳຂອງພຣະເຈົ້າຢ່າງແທ້ຈິງ ແລະ ວິນຍານຂອງພວກເຮົາກໍ່ຖືກປົດປ່ອຍໃຫ້ເປັນອິດສະຫຼະ. ເມື່ອພຣະເຈົ້າໂອ້ລົມເຖິງຄວາມຈິງກັບພວກເຮົາ, ພວກເຮົາສາມາດຕັ້ງຄຳຖາມກັບພຣະອົງ ແລະ ພຣະອົງກໍ່ຕອບຢ່າງໃຈເຢັນ. ພຣະເຈົ້າອົງຊົງລິດທານຸພາບສູງສຸດດຳລົງຊີວິດຢູ່ທ່າມກາງມະນຸດຊາດ, ເວົ້າ ແລະ ໂອ້ລົມກັບພວກເຮົາ. ຄຳເວົ້າທຸກຂໍ້ຂອງພວກເຮົາ, ທ່າທາງທຸກຢ່າງຂອງພວກເຮົາ ແລະ ແມ່ນແຕ່ທຸກຄວາມຄິດຂອງພວກເຮົາ ແມ່ນເຂົ້າໃຈໄດ້ງ່າຍຫຼາຍສຳລັບພຣະເຈົ້າ, ຕໍ່ໜ້າຕໍ່ຕາຂອງພຣະອົງ. ພຣະອົງສາມາດກ່າວຄວາມຈິງໃນທຸກເວລາ ຫຼື ທຸກສະຖານທີ່, ເຮັດໃຫ້ຮູ້ຈັກອຸປະນິໄສແບບຊາຕານຂອງພວກເຮົາ ແລະ ແນວຄິດ ແລະ ຈິນຕະນາການຂອງພວກເຮົາກ່ຽວກັບພຣະອົງ, ແກ້ໄຂຄວາມຜິດພາດໃນຄວາມເຊື່ອຂອງພວກເຮົາ ແລະ ທັດສະນະຄະຕິທີ່ຜິດພາດຂອງພວກເຮົາໃນການສະແຫວງຫາ. ນີ້ແມ່ນວິທີການທີ່ພຣະເຈົ້າໃນເນື້ອໜັງລ້ຽງດູ ແລະ ເບິ່ງແຍງພວກເຮົາເປັນການສ່ວນຕົວ, ສັ່ງສອນ ແລະ ສະໜັບສະໜູນພວກເຮົາຊ່ອງໜ້າ. ມັນເປັນປະສົບການທີ່ອັດສະຈັນ ແລະ ອຸ່ນໃຈສຳລັບພວກເຮົາ. ພຣະເຈົ້າເປັນຕາຮັກ ແລະ ສາມາດເຂົ້າເຖິງໄດ້ງ່າຍຢ່າງບໍ່ໜ້າເຊື່ອ. ພວກເຮົາເຫັນເຖິງລັກສະນະທີ່ເປັນຕາຮັກຂອງພຣະເຈົ້າຢ່າງນັບບໍ່ຖ້ວນ ແລະ ຮັກພຣະອົງຈາກກົ້ນເລິກຫົວໃຈຂອງພວກເຮົາ. ພຣະຄຣິດກ່າວຄວາມຈິງຫຼາຍຢ່າງ ແລະ ກຳລັງປະຕິບັດພາລະກິດທີ່ຍິ່ງໃຫຍ່ດັ່ງກ່າວ, ແຕ່ພຣະອົງຖ່ອມຕົວ ແລະ ລີ້ລັບຫຼາຍ, ບໍ່ສະແດງອອກ ຫຼື ໂອ້ອວດວ່າພຣະອົງເອງເປັນພຣະເຈົ້າຈັກເທື່ອ. ພຣະອົງເປັນກັນເອງ ແລະ ອົບອຸ່ນຫຼາຍໃນການປະຕິສຳພັນຂອງພຣະອົງກັບພວກເຮົາ, ບໍ່ເຄີຍບັງຄັບໃຫ້ຜູ້ໃດຮັບຟັງພຣະອົງຈັກເທື່ອ. ພຣະຄຣິດບໍ່ມີຄວາມອວດດີ ຫຼື ຄວາມຈອງຫອງແມ່ນແຕ່ເສດສ້ຽວດຽວ. ພຣະທຳຂອງພຣະຄຣິດໜ້າເຊື່ອຖື, ປາສະຈາກຄຳຂີ້ຕົວະ, ການທຳທ່າ ແລະ ກົນອຸບາຍ. ພຣະອົງປະຕິບັດຕໍ່ພວກເຮົາຄືກັບສະມາຊິກຄອບຄົວ, ເວົ້າ ແລະ ລົມກັບພວກເຮົາຢ່າງຈິງໃຈ. ມັນເປັນສິ່ງທີ່ອຸ່ນໃຈຫຼາຍສຳລັບພວກເຮົາ. ພວກເຮົາສາມາດເຫັນໄດ້ວ່າບໍ່ມີຄວາມເສື່ອມຊາມໃນຄວາມເປັນມະນຸດຂອງພຣະຄຣິດ. ພຣະອົງມີຄວາມເປັນມະນຸດທີ່ປົກກະຕິ ນັ້ນກໍ່ຄື ຄວາມເປັນມະນຸດທີ່ເມດຕາ ແລະ ບໍລິສຸດ. ພຣະຄຣິດສາມາດກ່າວຄວາມຈິງໄດ້ທຸກສະຖານທີ່, ທຸກເວລາ ເພື່ອບຳລຸງລ້ຽງ, ສະໜັບສະໜູນ ແລະ ຊີ້ນໍາພວກເຮົາ. ພວກເຮົາຍິ່ງແນ່ໃຈຫຼາຍຂຶ້ນວ່າພຣະຄຣິດບໍ່ພຽງແຕ່ມີຄວາມເປັນມະນຸດທີ່ປົກກະຕິ, ແຕ່ຍັງມີແກ່ນແທ້ທີ່ສັກສິດ. ພຣະອົງເປັນການປາກົດຕົວຂອງພຣະເຈົ້າຢ່າງແທ້ຈິງ, ພຣະເຈົ້າທີ່ແທ້ຈິງໃນເນື້ອໜັງ. ເມື່ອຕິດຕາມພຣະຄຣິດຈົນເຖິງຕອນນີ້, ພວກເຮົາກໍ່ຮູ້ວ່າພຣະຄຣິດເປັນຄວາມຈິງ, ຫົນທາງ ແລະ ຊີວິດ. ນອກຈາກພຣະຄຣິດແລ້ວ, ບໍ່ມີຄົນມີຊື່ສຽງ ຫຼື ຄົນຍິ່ງໃຫຍ່ຄົນໃດສາມາດກ່າວຄວາມຈິງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນ. ໃນຮູບຮ່າງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ, ພວກເຮົາເຫັນຫຼາຍຢ່າງຈາກສິ່ງທີ່ພຣະເຈົ້າມີ ແລະ ເປັນ. ພວກເຮົາເຫັນເຖິງແກ່ນແທ້ທີ່ສັກສິດຂອງພຣະຄຣິດ ແລະ ພວກເຮົາສາມາດເຫັນວ່າອຸປະນິໄສຂອງພຣະເຈົ້າບໍລິສຸດ ແລະ ຊອບທຳ. ພວກເຮົາຍັງເຫັນວ່າພຣະເຈົ້າຖ່ອມຕົວ ແລະ ລີ້ລັບຫຼາຍສໍ່າໃດ ແລະ ພຣະອົງມີເມດຕາ ແລະ ສວຍງາມແທ້ໆ. ສິ່ງນີ້ນໍາພວກເຮົາໃຫ້ຍັບເຂົ້າໃກ້ພຣະເຈົ້າ, ຍອມອ່ອນນ້ອມຕໍ່ພຣະອົງ ແລະ ຮັກພຣະອົງ. ພາລະກິດຂອງພຣະເຈົ້າໃນເນື້ອໜັງເພື່ອຊ່ວຍມະນຸດຊາດແມ່ນມີຄວາມໝາຍຫຼາຍ. ມັນບໍ່ພຽງແຕ່ປິດຊ່ອງວ່າງລະຫວ່າງພຣະເຈົ້າ ແລະ ມະນຸດ, ແຕ່ມັນຍັງປ່ອຍໃຫ້ພວກເຮົາຮັບຄວາມຮູ້ຕົວຈິງ ແລະ ການເຂົ້າໃຈກ່ຽວກັບພຣະເຈົ້າ. ຜ່ານພາລະກິດຕົວຈິງຂອງພຣະເຈົ້າ, ພວກເຮົາເຂົ້າໃຈຄວາມຈິງເທື່ອລະໜ້ອຍ ແລະ ເຂົ້າສູ່ຄວາມເປັນຈິງ, ປະຖິ້ມອຸປະນິໄສທີ່ເສື່ອມຊາມຫຼາຍຢ່າງ ເຊັ່ນ: ຄວາມອວດດີ ແລະ ຄວາມຫຼອກລວງ ຈາກພວກເຮົາເອງ. ພວກເຮົາດຳລົງຊີວິດຕາມລັກສະນະຂອງມະນຸດທີ່ແທ້ຈິງ ແລະ ຮັບຄວາມກະລຸນາຈາກຄວາມລອດພົ້ນຂອງພຣະເຈົ້າ. ຜ່ານພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພວກເຮົາຮູ້ສຶກເລິກເຊິ່ງຫຼາຍວ່າ ພາລະກິດຂອງພຣະເຈົ້າໃນເນື້ອໜັງເປັນຈິງສໍ່າໃດ ແລະ ແທ້ຈິງສໍ່າໃດ. ຖ້າພຣະເຈົ້າບໍ່ໄດ້ບັງເກີດເປັນມະນຸດ, ພວກເຮົາຈະບໍ່ສາມາດຮັບການລ້ຽງດູ ແລະ ການບຳລຸງລ້ຽງທີ່ເປັນຮູບປະທຳດັ່ງກ່າວຈາກພຣະເຈົ້າ, ແຮງໄກທີ່ຈະເຂົ້າໃຈ ແລະ ຮັບເອົາຄວາມຈິງ, ປະຖິ້ມຄວາມຜິດບາບ ແລະ ຖືກພຣະເຈົ້າຊ່ວຍໃຫ້ລອດພົ້ນຢ່າງສົມບູນ. ສິ່ງນັ້ນສາມາດຖືກເຮັດໃຫ້ສຳເລັດໂດຍການທີ່ພຣະເຈົ້າປະຕິບັດພາລະກິດແຫ່ງການພິພາກສາຂອງພຣະອົງໃນເນື້ອໜັງເທົ່ານັ້ນ.

ສະນັ້ນ ໃນຕອນນີ້ ທຸກຄົນຄວນເຫັນໄດ້ຢ່າງຊັດເຈນວ່າ ພຣະເຈົ້າກາຍມາເປັນເນື້ອໜັງໃນຍຸກສຸດທ້າຍ, ກ່າວຄວາມຈິງ ແລະ ປະຕິບັດພາລະກິດແຫ່ງການພິພາກສາຂອງພຣະອົງ ລ້ວນແລ້ວແຕ່ເຫັນແກ່ການຊຳລະລ້າງ ແລະ ການຊ່ວຍມະນຸດຊາດໃຫ້ລອດພົ້ນ. ຖ້າພຣະເຈົ້າຕ້ອງປາກົດຕົວ ແລະ ປະຕິບັດພາລະກິດໃນວິນຍານ, ພວກເຮົາ ເຊິ່ງເປັນຜູ້ຄົນທີ່ເສື່ອມຊາມ ຈະບໍ່ມີໂອກາດເຂົ້າໃຈ ແລະ ຮັບເອົາຄວາມຈິງ ແລະ ພວກເຮົາຈະບໍ່ສາມາດປະຖິ້ມຄວາມເສື່ອມຊາມຂອງພວກເຮົາ ແລະ ໄດ້ຮັບຄວາມລອດພົ້ນຈາກພຣະເຈົ້າ. ບໍ່ມີຂໍ້ສົງໄສແມ່ນແຕ່ໜ້ອຍດຽວ. ເຖິງຢ່າງໃດກໍ່ຕາມ, ຫຼາຍຄົນໃນໂລກສາສະໜາໄດ້ເຫັນວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວຄວາມຈິງຫຼາຍຢ່າງ ແລະ ຮັບຮູ້ວ່າພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດມີສິດອຳນາດ ແລະ ລິດອຳນາດ, ແຕ່ເພາະພຣະອົງເປັນບຸດມະນຸດທີ່ມີການປາກົດຕົວທີ່ທຳມະດາ ແລະ ເປັນປົກກະຕິ, ພວກເຂົາຈຶ່ງຕັດສິນ ແລະ ປະນາມພຣະເຈົ້າອົງຊົງລິດທານຸພາບສູງສຸດ ໂດຍເວົ້າວ່າພຣະອົງເປັນມະນຸດ, ບໍ່ແມ່ນພຣະເຈົ້າ. ພວກເຂົາເຖິງກັບຕໍ່ຕ້ານຢ່າງບ້າປ່ວງ, ປະນາມ ແລະ ໝິ່ນປະໝາດການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ພວກເຮົາບໍ່ສາມາດເຮັດຫຍັງໄດ້ ນອກຈາກຄິດເຖິງ 2.000 ປີກ່ອນ, ເມື່ອອົງພຣະເຢຊູເຈົ້າມາປະຕິບັດພາລະກິດ. ຍ້ອນອົງພຣະເຢຊູເຈົ້າມີການປາກົດຕົວທີ່ປົກກະຕິ, ພວກຟາຣີຊາຍຈຶ່ງປະຕິບັດຕໍ່ພຣະອົງຄືກັບວ່າພຣະອົງເປັນພຽງແຕ່ຄົນທົ່ວໄປ ໂດຍເວົ້າຢ່າງວິພາກວິຈານວ່າ “ຄົນນີ້ບໍ່ແມ່ນຄົນນາຊາເຣັດບໍ?” “ຄົນນີ້ບໍ່ແມ່ນລູກຂອງຊ່າງໄມ້ບໍ?” ບໍ່ວ່າພຣະອົງຈະກ່າວຄວາມຈິງຫຼາຍສໍ່າໃດ, ບໍ່ວ່າພຣະອົງຈະເຮັດສິ່ງອັດສະຈັນຫຍັງກໍ່ຕາມທີ່ຍິ່ງໃຫຍ່, ພວກຟາຣີຊາຍກໍ່ບໍ່ໄດ້ສະແຫວງຫາ ແລະ ຈະບໍ່ຍອມຮັບພຣະອົງ. ກົງກັນຂ້າມ, ພວກເຂົາຕັດສິນ ແລະ ປະນາມອົງພຣະເຢຊູເຈົ້າ ໂດຍເວົ້າວ່າພຣະອົງກຳລັງຂັບໄລ່ມານຮ້າຍດ້ວຍຄວາມຊ່ວຍເຫຼືອຈາກເຈົ້າຊາຍແຫ່ງມານຮ້າຍ ແລະ ໃນທີ່ສຸດແລ້ວກໍ່ຄຶງພຣະອົງເທິງໄມ້ກາງແຂນ ເຊິ່ງເປັນການເຮັດຜິດບາບທີ່ຊົ່ວຮ້າຍທີ່ສຸດ. ພວກເຂົາຖືກສາບແຊ່ງ ແລະ ຖືກລົງໂທດໂດຍພຣະເຈົ້າ. ຕອນນີ້, ພຣະເຈົ້າໄດ້ປາກົດຕົວ ແລະ ປະຕິບັດພາລະກິດໃນເນື້ອໜັງໃນຖານະບຸດມະນຸດສອງຄັ້ງ. ສະນັ້ນ ເປັນຫຍັງຜູ້ຄົນຈຶ່ງບໍ່ຮັບຮູ້ພຣະອົງ, ແຕ່ຕໍ່ຕ້ານ, ປະນາມ ແລະ ປະຕິເສດພຣະຄຣິດ? ພວກເຂົາຜິດພາດຢູ່ບ່ອນໃດ? ມັນເປັນຍ້ອນພວກເຂົາພຽງແຕ່ເບິ່ງທີ່ພາຍນອກ, ເບິ່ງວ່າພຣະຄຣິດເບິ່ງຄືກັບຄົນທຳມະດາ. ພວກເຂົາບໍ່ໄດ້ສືບຄົ້ນ ແລະ ພວກເຂົາບໍ່ຮັບຮູ້ຄວາມຈິງທີ່ພຣະຄຣິດສະແດງອອກເລີຍ. ພວກເຂົາບໍ່ເຫັນແກ່ນແທ້ທີ່ສັກສິດຂອງພຣະຄຣິດ, ແຕ່ຕໍ່ສູ້ ແລະ ປະນາມພຣະຄຣິດຍ້ອນແນວຄິດແບບມະນຸດຂອງພວກເຂົາເທົ່ານັ້ນ. ສະນັ້ນ ພວກເຂົາຈຶ່ງຖືກລົງໂທດ ແລະ ຖືກສາບແຊ່ງສຳລັບສິ່ງນີ້. ພຣະຄຳພີໄດ້ກ່າວວ່າ: “ຄົນທີ່ເຊື່ອໃນພຣະບຸດກໍ່ມີີຊີວິດຕະຫຼອດໄປເປັນນິດ: ແລະ ຄົນທີ່ບໍ່ເຊື່ອໃນພຣະບຸດກໍ່ຈະບໍ່ເຫັນຊີວິດ; ແຕ່ຄວາມໂກດຮ້າຍຂອງພຣະເຈົ້າຢູ່ໃນເຂົາ(ໂຢຮັນ 3:36). ຜູ້ໃດກໍ່ຕາມທີ່ປະນາມ ແລະ ຕໍ່ຕ້ານບຸດມະນຸດທີ່ກ່າວຄວາມຈິງ ກໍ່ກຳລັງເຮັດຜິດໂດຍການໝິ່ນປະໝາດພຣະວິນຍານບໍລິສຸດ ແລະ ບໍ່ສາມາດໄດ້ຮັບການອະໄພໃນໂລກນີ້ ຫຼື ໂລກໜ້າ. ຍິງສາວບໍລິສຸດທີ່ສະຫຼາດຕ້ອງຮຽນຮູ້ທີ່ຈະສະແຫວງຫາຄວາມຈິງ ແລະ ໃສ່ໃຈສຽງຂອງພຣະເຈົ້າ. ການກັບຄືນມາຂອງພຣະຜູ້ເປັນເຈົ້າໃນຍຸກສຸດທ້າຍເກີດຂຶ້ນໃນຖານະບຸດມະນຸດ, ເວົ້າ ແລະ ປະຕິບັດພາລະກິດ. ຄົນທີ່ຍອມຮັບພຣະອົງແມ່ນຄົນທີ່ຮັກຄວາມຈິງ. ຄົນທີ່ປະຕິເສດ, ຕໍ່ຕ້ານ ແລະ ປະນາມບຸດມະນຸດກໍ່ລ້ວນແລ້ວແຕ່ກຽດຊັງຄວາມຈິງ. ພຣະເຈົ້າເປີດໂປງທຸກຄົນສຳລັບສິ່ງທີ່ພວກເຂົາເປັນ ຜ່ານການປາກົດຕົວ ແລະ ພາລະກິດຂອງບຸດມະນຸດ. ນີ້ແມ່ນສະຕິປັນຍາຂອງພຣະເຈົ້າ ແລະ ມັນສະແດງອອກເຖິງຄວາມມີລິດທານຸພາບສູງສຸດຂອງພຣະອົງ.

ເພື່ອສະຫຼຸບສັ້ນໆ, ໃຫ້ພວກເຮົາເບິ່ງທີ່ຂໍ້ຄວາມສອງສາມຂໍ້ໃນພຣະທຳຂອງພຣະເຈົ້າ.

ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ໃນຄັ້ງນີ້ ພຣະເຈົ້າສະເດັດມາເພື່ອດໍາເນີນພາລະກິດ ບໍ່ແມ່ນຜ່ານທາງພຣະວິນຍານ ແຕ່ຜ່ານຮ່າງກາຍທໍາມະດາ. ຮ່າງກາຍນັ້ນບໍ່ແມ່ນເປັນພຽງຮ່າງກາຍທີ່ພຣະເຈົ້າຊົງບັງເກີດຄັ້ງທີສອງເທົ່ານັ້ນ ແຕ່ເປັນຮ່າງກາຍທີ່ພຣະອົງສະເດັດມາ. ຮ່າງກາຍດັ່ງກ່າວເປັນຮ່າງກາຍເນື້ອໜັງທໍາມະດາ. ເຈົ້າຈະບໍ່ສັງເກດເຫັນຄວາມພິເສດໃດໆໃນຮ່າງກາຍນີ້ ແຕ່ເຈົ້າສາມາດຮັບເອົາຄວາມຈິງທີ່ເຈົ້າບໍ່ເຄີຍໄດ້ຍິນມາກ່ອນຈາກພຣະອົງ. ຮ່າງກາຍອັນເປັນເນື້ອໜັງທໍາມະດານີ້ເປັນສູນລວມຂອງພຣະທໍາແຫ່ງຄວາມຈິງທັງໝົດຈາກພຣະເຈົ້າ ເຊິ່ງເປັນຮ່າງກາຍທີ່ປະຕິບັດພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍ ແລະ ທັງເປັນສິ່ງສະແດງໃຫ້ມະນຸດຮູ້ອຸປະນິໄສທັງໝົດຂອງພຣະເຈົ້າ. ເຈົ້າບໍ່ປາຖະໜາຢາກເຫັນພຣະເຈົ້າແຫ່ງສະຫວັນບໍ? ເຈົ້າບໍ່ປາຖະໜາຢາກເຂົ້າໃຈພຣະເຈົ້າແຫ່ງສະຫວັນບໍ? ເຈົ້າບໍ່ປາຖະໜາຢາກຮູ້ຈຸດໝາຍປາຍທາງຂອງມະນຸດບໍ? ພຣະອົງຈະບອກຄວາມເລິກລັບທັງໝົດທີ່ບໍ່ມີມະນຸດຄົນໃດສາມາດບອກເຈົ້າໄດ້ ແລະ ພຣະອົງຍັງຈະບອກເຈົ້າໃຫ້ຮູ້ຄວາມຈິງທີ່ເຈົ້າບໍ່ເຂົ້າໃຈ. ພຣະອົງເປັນປະຕູສູ່ອານາຈັກຂອງພຣະເຈົ້າ ແລະ ເປັນເຂັມທິດນໍາພາໄປສູ່ຍຸກໃໝ່. ຮ່າງກາຍອັນເປັນເນື້ອໜັງທໍາມະດານີ້ມີຄວາມເລິກລັບທັງປວງທີ່ຄົນເຮົາບໍ່ສາມາດຢັ່ງເຫັນ. ການກະທໍາຂອງພຣະອົງ ເຈົ້າອາດຈະບໍ່ສາມາດຢັ່ງຮູ້ໄດ້ ແຕ່ເປົ້າໝາຍຂອງພາລະກິດທັງໝົດຂອງພຣະອົງພຽງພໍທີ່ຈະໃຫ້ເຈົ້າຮູ້ໄດ້ວ່າ ພຣະອົງບໍ່ແມ່ນຄົນທໍາມະດາຕາມຄວາມເຊື່ອຂອງມະນຸດ. ເພາະວ່າພຣະອົງເປັນຕົວແທນຄວາມປະສົງຂອງພຣະເຈົ້າ ແລະ ການດູແລທີ່ພຣະເຈົ້າໄດ້ສະແດງຕໍ່ມະນຸດໃນຍຸກສຸດທ້າຍ. ເຖິງວ່າເຈົ້າບໍ່ສາມາດໄດ້ຍິນສຽງຂອງພຣະອົງທີ່ເຮັດໃຫ້ສະຫວັນ ແລະ ໂລກສັ່ນສະທ້ານ ຫຼື ເຫັນແປວໄຟອອກມາຈາກຕາຂອງພຣະອົງ ແລະ ເຖິງວ່າເຈົ້າບໍ່ສາມາດສໍາຜັດການຕີສອນດ້ວຍຄ້ອນເຫຼັກຂອງພຣະອົງ ເຈົ້າສາມາດສໍາຜັດຄວາມຮ້າຍກາດຈາກຖ້ອຍຄໍາຂອງພຣະອົງໄດ້ ແລະ ຮູ້ວ່າ ພຣະເຈົ້າແມ່ນມີຄວາມເມດຕາຕໍ່ມະນຸດໂດຍແທ້ຈິງ. ເຈົ້າສາມາດເບິ່ງເຫັນອຸປະນິໄສ ແລະ ສະຕິປັນຍາຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນ ເຈົ້າສາມາດສໍາຜັດໄດ້ເຖິງຄວາມຫ່ວງໃຍ ແລະ ການດູແລທີ່ພຣະອົງມີຕໍ່ມະນຸດທັງປວງ. ພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍແມ່ນການອະນຸຍາດໃຫ້ມະນຸດເຫັນພຣະເຈົ້າແຫ່ງຟ້າສະຫວັນຊົງດໍາລົງຢູ່ທ່າມກາງມະນຸດ ໃນໂລກ ແລະ ເຮັດໃຫ້ມະນຸດສາມາດຮູ້ຈັກ, ເຊື່ອຟັງ, ຢໍາເກງ, ແລະ ຮັກພຣະອົງ. ດ້ວຍເຫດນີ້ ພຣະອົງຈິ່ງໄດ້ກັບມາເປັນມະນຸດຄັ້ງທີສອງ. ເຖິງແມ່ນວ່າໃນທຸກມື້ນີ້ ມະນຸດຈະເຫັນພຣະເຈົ້າໃນຮ່າງກາຍຄືມະນຸດ ທີ່ມີດັງກັບມີຕາສອງໜ່ວຍ ແລະ ເປັນພຽງພຣະເຈົ້າທໍາມະດາ ແຕ່ໃນທີ່ສຸດພຣະເຈົ້າຈະສະແດງໃຫ້ພວກເຈົ້າເຫັນວ່າ ຖ້າບໍ່ມີຮ່າງກາຍອັນເປັນເນື້ອໜັງທໍາມະດານີ້ດໍາລົງຢູ່ ຟ້າສະຫວັນກັບໂລກກໍຈະປ່ຽນແປງຢ່າງໃຫຍ່ຫຼວງ. ຖ້າບໍ່ມີຮ່າງກາຍອັນເປັນເນື້ອໜັງທໍາມະດານີ້ດໍາລົງຢູ່ ທ້ອງຟ້າກໍຈະມືດມົວ ໂລກຈະສົນລະວົນ ແລະ ມະນຸດຈະປະເຊີນກັບໄພອຶດຫິວ ແລະ ໂລກລະບາດ. ພຣະອົງຈະສະແດງໃຫ້ພວກເຈົ້າເຫັນວ່າ ຖ້າປາສະຈາກການຊ່ວຍໃຫ້ລອດພົ້ນຂອງພຣະເຈົ້າຜູ້ຊົງບັງເກີດເປັນເນື້ອໜັງໃນຍຸກສຸດທ້າຍແລ້ວ ພຣະເຈົ້າກໍຄົງທໍາລາຍມະນຸດທັງໝົດໃນນະຮົກໄປແລ້ວ, ຖ້າບໍ່ມີຮ່າງກາຍອັນເປັນເນື້ອໜັງທໍາມະດານີ້ດໍາລົງຢູ່, ພວກເຈົ້າກໍຈະເປັນຄົນບາບໜາຕະຫຼອດໄປ ແລະ ທັງຈະກາຍເປັນຊາກສົບ. ພວກເຈົ້າຄວນຮູ້ໄວ້ວ່າ ຖ້າບໍ່ມີຮ່າງກາຍອັນເປັນເນື້ອໜັງທໍາມະດານີ້ດໍາລົງຢູ່ ມະນຸດທັງໝົດຈະໄດ້ຮັບເຄາະຮ້າຍທີ່ຫຼີກລ່ຽງບໍ່ໄດ້ ແລະ ບໍ່ອາດໜີພົ້ນໂທດໜັກຂອງພຣະເຈົ້າໃນຍຸກສຸດທ້າຍ. ຖ້າບໍ່ມີຮ່າງກາຍອັນເປັນເນື້ອໜັງທໍາມະດານີ້ບັງເກີດມາ ພວກເຈົ້າກໍຈະຕົກຢູ່ໃນສະຖານະການທີ່ ແມ່ນແຕ່ຊີວິດຊີວາ ແລະ ຄວາມຕາຍ ພວກເຈົ້າກໍຊອກບໍ່ເຫັນ, ຖ້າບໍ່ມີຮ່າງກາຍອັນເປັນເນື້ອໜັງທໍາມະດານີ້ດໍາລົງຢູ່ ໃນທຸກມື້ນີ້ພວກເຈົ້າກໍຈະບໍ່ສາມາດຮັບເອົາຄວາມຈິງ ແລະ ເຂົ້າໃກ້ບັນລັງຂອງພຣະເຈົ້າໄດ້. ກົງກັນຂ້າມ ພວກເຈົ້າຈະຖືກພຣະເຈົ້າລົງໂທດ ຍ້ອນຄວາມບາບອັນຊົ່ວຊ້າຂອງພວກເຈົ້າ. ເຈົ້າຮູ້ບໍ? ຖ້າພຣະເຈົ້າບໍ່ກັບມາເປັນເນື້ອໜັງອີກຄັ້ງ ບໍ່ມີໃຜຈະໄດ້ຮັບຄວາມລອດພົ້ນ ແລະ ຖ້າຮ່າງກາຍອັນເປັນເນື້ອໜັງທໍາມະດານີ້ບໍ່ສະເດັດມາ ພຣະເຈົ້າກໍຄົງທໍາລາຍໂລກຕັ້ງແຕ່ດົນແລ້ວ. ໃນເມື່ອເປັນດັ່ງນັ້ນ ພວກເຈົ້າຍັງຈະປະຕິເສດການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າຢູ່ບໍ? ໃນເມື່ອພວກເຈົ້າຈະໄດ້ຮັບປະໂຫຍດຫຼວງຫຼາຍຈາກມະນຸດທໍາມະດາຄົນນີ້ ເປັນຫຍັງພວກເຈົ້າຈິ່ງບໍ່ພ້ອມຮັບເອົາເພິ່ນດ້ວຍໃຈຍິນດີ?(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າຮູ້ບໍ? ພຣະເຈົ້າໄດ້ກະທຳການອັນຍິ່ງໃຫຍ່ທ່າມກາງມະນຸດ).

ພາລະກິດທັງໝົດຂອງພຣະເຈົ້າໃນຍຸກສຸດທ້າຍຈະສໍາເລັດຜ່ານມະນຸດທໍາມະດາຄົນນີ້. ພຣະອົງຈະປະທານທຸກສິ່ງໃຫ້ເຈົ້າ ແລະ ຍິ່ງໄປກວ່ານັ້ນ ພຣະອົງສາມາດກໍານົດທຸກຢ່າງກ່ຽວກັບເຈົ້າ. ມະນຸດຄົນນີ້ຈະເປັນດັ່ງທີ່ພວກເຈົ້າຄິດບໍ ຄືເປັນພຽງຄົນທໍາມະດາ ບໍ່ສົມຄວນໄດ້ຮັບການກ່າວຂານ? ຄວາມຈິງຂອງພຣະອົງບໍ່ມີນໍ້າໜັກພໍທີ່ຈະເຮັດໃຫ້ພວກເຈົ້າເຊື່ອບໍ? ການກະທໍາຂອງພຣະອົງບໍ່ພຽງພໍທີ່ຈະເຮັດໃຫ້ພວກເຈົ້າເຊື່ອບໍ? ຫຼືວ່າ ທາງທີ່ພຣະອົງຊົງນໍາທາງໄປນັ້ນບໍ່ສົມຄວນໃຫ້ພວກເຈົ້າຕິດຕາມບໍ? ແມ່ນຫຍັງທີ່ເຮັດໃຫ້ເຈົ້າຮູ້ສຶກລັງກຽດພຣະອົງ ແລະ ປະຕິເສດພຣະອົງ ແລະ ບໍ່ຍອມຕິດຕາມພຣະອົງ? ພຣະອົງເປັນຜູ້ສະແດງຄວາມຈິງ, ພຣະອົງເປັນຜູ້ປະທານຄວາມຈິງ ແລະ ພຣະອົງເປັນຜູ້ປະທານຫົນທາງໃຫ້ເຈົ້າກ້າວເດີນ. ເປັນໄປໄດ້ບໍວ່າພວກເຈົ້າຍັງບໍ່ສາມາດເບິ່ງເຫັນພາລະກິດຂອງພຣະອົງໃນຄວາມຈິງເຫຼົ່ານີ້? ຖ້າປາສະຈາກການເສຍສະຫຼະຂອງພຣະຄຣິດ ມະນຸດກໍຈະບໍ່ສາມາດລົງມາຈາກໄມ້ກາງແຂນໄດ້ ແຕ່ວ່າຖ້າປາສະຈາກການບັງເກີດເປັນມະນຸດໃນຍຸກນີ້ ບັນດາຜູ້ທີ່ລົງມາຈາກໄມ້ກາງແຂນກໍຈະບໍ່ໄດ້ຮັບການຍົກຍ້ອງຈາກພຣະເຈົ້າ ຫຼື ກ້າວເຂົ້າສູ່ຍຸກໃໝ່ໄດ້. ຖ້າມະນຸດທໍາມະດາຄົນນີ້ບໍ່ສະເດັດມາ ພວກເຈົ້າກໍຈະບໍ່ມີໂອກາດ ຫຼື ມີສິດໄດ້ເຫັນໜ້າຕາທີ່ແທ້ຈິງຂອງພຣະເຈົ້າ ເພາະວ່າພວກເຈົ້າທັງໝົດສົມຄວນຖືກທໍາລາຍຕັ້ງແຕ່ດົນແລ້ວ. ຍ້ອນການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າ ພຣະອົງຈິ່ງໄດ້ໃຫ້ອະໄພພວກເຈົ້າ ແລະ ສະແດງຄວາມກະລຸນາຕໍ່ເຈົ້າ. ຢ່າງໃດກໍຕາມ ທ້າຍສຸດນີ້ ເຮົາຂໍຝາກຂໍ້ຄິດເຫຼົ່ານີ້ໄວ້ກັບພວກເຈົ້າ, ມະນຸດທໍາມະດາຄົນນີ້ ແມ່ນພຣະເຈົ້າຜູ້ຊົງບັງເກີດເປັນມະນຸດ ທີ່ສໍາຄັນຕໍ່ພວກເຈົ້າຫຼາຍ. ນີ້ເປັນສິ່ງຍິ່ງໃຫຍ່ທີ່ພຣະເຈົ້າໄດ້ກະທໍາໃນທ່າມກາງມະນຸດ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າຮູ້ບໍ? ພຣະເຈົ້າໄດ້ກະທຳການອັນຍິ່ງໃຫຍ່ທ່າມກາງມະນຸດ).

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ຄວາມຜິດບາບຂອງພວກເຮົາໄດ້ຮັບອະໄພ, ພຣະຜູ້ເປັນເຈົ້າຈະພາພວກເຮົາເຂົ້າສູ່ອານາຈັກຂອງພຣະອົງ ເມື່ອພຣະອົງກັບຄືນມາບໍ?

ໄພພິບັດພຽງແຕ່ຂະຫຍາຍໃຫຍ່ຂຶ້ນຢ່າງຕໍ່ເນື່ອງ ແລະ ຜູ້ທີ່ມີຄວາມເຊື່ອທຸກຄົນກຳລັງລໍຖ້າຢ່າງກະຕືລືລົ້ນເຖິງການມາເຖິງຂອງພຣະຜູ້ຊ່ວຍໃຫ້ລອດພົ້ນ,...

ການຕິດຕາມຜູ້ນໍາສາສະໜາຄືການຕິດຕາມພຣະເຈົ້າບໍ?

ເມື່ອ 2.000 ປີກ່ອນ, ອົງພຣະເຢຊູເຈົ້າທີ່ເປັນພຣະຜູ້ໄຖ່ຂອງພວກເຮົາໄດ້ມາເພື່ອເຮັດພາລະກິດແຫ່ງການໄຖ່ບາບ ແລະ ຖືກປະນາມຢ່າງບ້າປ່ວງໂດຍຫົວໜ້າປະໂລຫິດ,...

ເປັນຫຍັງພວກເຮົາຈຶ່ງພຽງແຕ່ສາມາດຕ້ອນຮັບພຣະຜູ້ເປັນເຈົ້າໂດຍການຟັງສຽງຂອງພຣະເຈົ້າເທົ່ານັ້ນ?

ຕອນນີ້, ຜູ້ທີ່ມີຄວາມເຊື່ອທຸກຄົນປາຖະໜາ ໃຫ້ພຣະເຢຊູເຈົ້າລົງມາເທິງກ້ອນເມກ, ເພາະໄພພິບັດກຳລັງຮ້າຍແຮງຂຶ້ນ ແລະ ໂຣກລະບາດທຸກປະເພດກໍກໍາລັງຮຸນແຮງຂຶ້ນ...

ເປັນຫຍັງພຣະເຈົ້າຈຶ່ງເຮັດພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍ?

ມື້ນີ້, ໂຣກພະຍາດກຳລັງແຜ່ລະບາດໄປທົ່ວໂລກ ແລະ ໄພພິບັດກຳລັງຮ້າຍແຮງຂຶ້ນ. ພວກເຮົາໄດ້ເຫັນແຜ່ນດິນໄຫວ, ໄພອຶດຫິວຢາກ ແລະ ສົງຄາມ ແລະ...