ແນວຄິດກ່ຽວກັບພຣະເຈົ້າຕຣີເອກະນຸພາບເປັນສິ່ງທີ່ສົມເຫດສົມຜົນບໍ?

25 ເດືອນທັນວາ 2021

ຍ້ອນພຣະເຢຊູເຈົ້າທີ່ບັງເກີດເປັນມະນຸດເຮັດພາລະກິດໃນຍຸກແຫ່ງພຣະຄຸນ ເປັນເວລາ 2.000 ປີ, ຊາວຄຣິດທຸກຄົນຈຶ່ງໄດ້ໃຫ້ນິຍາມພຣະເຈົ້າທີ່ແທ້ຈິງພຽງອົງດຽວວ່າເປັນ “ພຣະເຈົ້າຕຣີເອກະນຸພາບ”. ຍ້ອນພຣະຄຳພີກ່າວເຖິງພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດ, ພວກເຂົາຈຶ່ງຖືວ່າພຣະເຈົ້າຕ້ອງເປັນພຣະເຈົ້າຕຣີເອກະນຸພາບ. ມີຂໍ້ໂຕ້ແຍ່ງບາງຢ່າງ, ແຕ່ຄົນສ່ວນໃຫຍ່ຍຶດຖືແນວຄິດກ່ຽວກັບພຣະເຈົ້າຕຣີເອກະນຸພາບໂດຍບໍ່ມີການປ່ຽນແປງໃດໆເລີຍ. ບາງຄົນເວົ້າວ່າ “ພຣະເຈົ້າຕຣີເອກະນຸພາບ” ແລະ ຄົນອື່ນເວົ້າວ່າ “ພຣະເຈົ້າສາມອົງໃນພຣະເຈົ້າອົງດຽວ” ເຊິ່ງເປັນສິ່ງດຽວກັນແທ້ໆ ແລະ ໝາຍເຖິງສິ່ງດຽວກັນ. ບໍ່ວ່າພວກເຮົາຈະເວົ້າວ່າ “ພຣະເຈົ້າຕຣີເອກະນຸພາບ” ຫຼື “ພຣະເຈົ້າສາມອົງໃນພຣະເຈົ້າອົງດຽວ”, ມັນກໍຄືການເວົ້າວ່າພຣະເຈົ້າປະກອບດ້ວຍສາມສ່ວນ ເຊິ່ງເປັນພຣະເຈົ້າເມື່ອພຣະອົງຢູ່ຮ່ວມກັນ ແລະ ຖ້າບໍ່ມີສ່ວນໜຶ່ງ ພຣະອົງກໍບໍ່ແມ່ນພຣະເຈົ້າທີ່ແທ້ຈິງອົງດຽວ. ມີແຕ່ເມື່ອພຣະອົງຢູ່ຮ່ວມກັນ, ພຣະອົງຈຶ່ງຈະສາມາດເປັນພຣະເຈົ້າທີ່ແທ້ຈິງອົງດຽວ. ນີ້ເປັນສິ່ງທີ່ເປັນຕາຫົວແທ້ໆທີ່ຈະເວົ້າເຖິງ. ເຈົ້າສາມາດເວົ້າໄດ້ແທ້ໆບໍວ່າພຣະເຢໂຮວາບໍ່ແມ່ນພຣະເຈົ້າທີ່ແທ້ຈິງອົງດຽວ? ຫຼື ພຣະເຢຊູເຈົ້າບໍ່ແມ່ນພຣະເຈົ້າທີ່ແທ້ຈິງອົງດຽວ? ພຣະວິນຍານບໍລິສຸດບໍ່ແມ່ນພຣະເຈົ້າທີ່ແທ້ຈິງອົງດຽວບໍ? ແນວຄວາມຄິດນີ້ກ່ຽວກັບພຣະເຈົ້າຕຣີເອກະນຸພາບເປັນພຽງວິທີທີ່ຈະປະຕິເສດ ແລະ ບໍ່ໃຫ້ຄວາມໜ້າເຊື່ອຖືແກ່ພຣະເຈົ້າທີ່ແທ້ຈິງອົງດຽວບໍ? ມັນບໍ່ໄດ້ແບ່ງແຍກ ແລະ ໝິ່ນປະໝາດພຣະເຈົ້າທີ່ແທ້ຈິງອົງດຽວບໍ? ພວກເຮົາສາມາດເຫັນໄດ້ວ່າແນວຄິດກ່ຽວກັບພຣະເຈົ້າຕຣີເອກະນຸພາບນີ້ໄຮ້ສາລະແນວໃດແທ້ໆ. ສະນັ້ນ ໃນລັກສະນະນັ້ນເອງ, ໂລກສາສະໜາໄດ້ໃຫ້ນິຍາມພຣະເຈົ້າທີ່ແທ້ຈິງອົງດຽວວ່າເປັນພຣະເຈົ້າຕຣີເອກະນຸພາບ ໂດຍແຍກພຣະອົງຕະຫຼອດຊ່ວງເວລານີ້. ສິ່ງນີ້ເປັນຄວາມເຈັບປວດຫຼາຍສຳລັບພຣະເຈົ້າ. ໂລກສາສະໜາຍຶດຕິດກັບສິ່ງນີ້ຢ່າງດື້ດ້ານ ແລະ ປະຕິເສດທີ່ຈະປ່ຽນແປງຕະຫຼອດເວລາ. ຕອນນີ້ ພຣະເຈົ້າອົງຊົງລິດທານຸພາບສູງສຸດແຫ່ງຍຸກສຸດທ້າຍໄດ້ມາເພື່ອເຮັດພາລະກິດແຫ່ງການພິພາກສາ, ກ່າວຄວາມຈິງທັງໝົດທີ່ຊ່ວຍມະນຸດຊາດໃຫ້ລອດພົ້ນ. ພຣະອົງໄດ້ຫັກລ້າງຄວາມເຊື່ອທີ່ຜິດພາດທີ່ສຸດຂອງສາສະໜາຄຣິດ ເຊິ່ງນັ້ນກໍຄື ພຣະເຈົ້າຕຣີເອກະນຸພາບ. ສິ່ງນີ້ໄດ້ເປີດຕາຂອງພວກເຮົາ ແລະ ພວກເຮົາສັນລະເສີນພຣະຄຣິດຈາກຫົວໃຈຂອງພວກເຮົາດັ່ງຫົນທາງ, ຄວາມຈິງ ແລະ ຊີວິດ ແລະ ສັນລະເສີນສະຕິປັນຍາ ແລະ ລິດທານຸພາບສູງສຸດຂອງພຣະເຈົ້າ. ຖ້າພຣະເຈົ້າບໍ່ໄດ້ເປີດເຜີຍຄວາມຜິດພາດນີ້ໂດຍກົງ, ພວກເຮົາຈະບໍ່ຄົ້ນພົບຄວາມໂງ່ຈ້າທີ່ຢູ່ພາຍໃນແນວຄິດກ່ຽວກັບພຣະເຈົ້າຕຣິເອກະນຸພາບຈັກເທື່ອ. ໃຫ້ພວກເຮົາເບິ່ງສິ່ງນີ້ຢ່າງໃກ້ຊິດໂດຍອ່ານພຣະທຳບາງຂໍ້ຂອງພຣະເຈົ້າ.

ແນວຄິດກ່ຽວກັບພຣະເຈົ້າຕຣີເອກະນຸພາບເປັນສິ່ງທີ່ສົມເຫດສົມຜົນບໍ?

ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ຖ້າມີຜູ້ໃດກໍຕາມໃນທ່າມກາງພວກເຈົ້າເວົ້າວ່າ ພຣະເຈົ້າຕຣີເອການຸພາບມີແທ້ຈິງຢ່າງແນ່ນອນ, ແລ້ວໃຫ້ອະທິບາຍວ່າ ພຣະເຈົ້າໜຶ່ງດຽວທີ່ຢູ່ໃນສາມຕົວຕົນນີ້ແມ່ນຫຍັງແທ້ໆ. ແມ່ນຫຍັງຄືພຣະບິດາບໍລິສຸດ? ພຣະບຸດແມ່ນຫຍັງ? ພຣະວິນຍານບໍລິສຸດແມ່ນຫຍັງ? ພຣະເຢໂຮວາແມ່ນພຣະບິດາບໍລິສຸດບໍ? ພຣະເຢຊູແມ່ນພຣະບຸດບໍ? ແລ້ວພຣະວິນຍານບໍລິສຸດເດ? ພຣະບິດາບໍ່ແມ່ນພຣະວິນຍານບໍ? ທາດແທ້ຂອງພຣະບຸດບໍ່ແມ່ນພຣະວິນຍານເຊັ່ນກັນບໍ? ພາລະກິດຂອງພຣະເຢຊູບໍ່ແມ່ນພາລະກິດຂອງພຣະວິນຍານບໍລິສຸດບໍ? ພາລະກິດຂອງພຣະເຢໂຮວາໃນເວລານັ້ນ ບໍ່ໄດ້ຖືກປະຕິບັດໂດຍພຣະວິນຍານຄືກັນກັບພຣະເຢຊູບໍ? ພຣະເຈົ້າສາມາດມີພຣະວິນຍານໄດ້ຈັກອົງ? ອີງຕາມຄຳອະທິບາຍຂອງເຈົ້າ, ສາມຕົວຕົນທີ່ມີພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດແມ່ນອັນໜຶ່ງອັນດຽວກັນ; ຖ້າເປັນແບບນີ້ ແລ້ວກໍມີພຣະວິນຍານສາມອົງ, ແຕ່ການມີພຣະວິນຍານສາມອົງແມ່ນໝາຍຄວາມວ່າມີພຣະເຈົ້າສາມອົງ. ສິ່ງນີ້ໝາຍຄວາມວ່າບໍ່ມີພຣະເຈົ້າທີ່ແທ້ຈິງໜຶ່ງດຽວ; ພຣະເຈົ້າປະເພດນີ້ຈະຍັງສາມາດມີທາດແທ້ໂດຍທຳມະຊາດຂອງພຣະເຈົ້າໄດ້ແນວໃດ? ຖ້າເຈົ້າຍອມຮັບວ່າ ມີແຕ່ພຣະເຈົ້າພຽງໜຶ່ງດຽວ, ແລ້ວພຣະອົງຈະສາມາດມີລູກຊາຍ ແລະ ເປັນບິດາໄດ້ແນວໃດ? ສິ່ງເຫຼົ່ານີ້ບໍ່ແມ່ນລ້ວນແລ້ວແຕ່ເປັນແນວຄິດຂອງເຈົ້າບໍ? ມີພຣະເຈົ້າພຽງໜຶ່ງດຽວ, ມີພຽງຕົວຕົນໜຶ່ງດຽວໃນພຣະເຈົ້າອົງນີ້ ແລະ ມີພຽງພຣະວິນຍານອົງດຽວຂອງພຣະເຈົ້າເທົ່ານັ້ນ ດັ່ງທີ່ໄດ້ຂຽນລົງໃນພຣະຄຳພີວ່າ ‘ມີພຣະວິນຍານບໍລິສຸດພຽງໜຶ່ງດຽວ ແລະ ມີພຣະເຈົ້າພຽງໜຶ່ງດຽວ’. ບໍ່ວ່າພຣະບິດາ ແລະ ພຣະບຸດທີ່ເຈົ້າກ່າວເຖິງນັ້ນມີຢູ່ຈິງ ຫຼື ບໍ່, ໃນທີ່ສຸດແລ້ວກໍມີພຽງແຕ່ພຣະເຈົ້າໜຶ່ງດຽວ ແລະ ທາດແທ້ຂອງພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດທີ່ພວກເຈົ້າເຊື່ອກໍເປັນທາດແທ້ຂອງພຣະວິນຍານບໍລິສຸດ. ເວົ້າອີກຢ່າງໜຶ່ງກໍຄື ພຣະເຈົ້າເປັນພຣະວິນຍານ, ແຕ່ພຣະອົງສາມາດກາຍເປັນເນື້ອໜັງ ແລະ ດຳລົງຊີວິດທ່າມກາງມະນຸດ ພ້ອມທັງຢູ່ເໜືອສິ່ງທັງປວງ. ພຣະວິນຍານຂອງພຣະອົງປົກຄຸມທຸກສິ່ງ ແລະ ຢູ່ທຸກຫົນທຸກແຫ່ງ. ພຣະອົງສາມາດຢູ່ໃນເນື້ອໜັງ ແລະ ຢູ່ທົ່ວທັງຈັກກະວານໃນເວລາດຽວກັນ. ໃນເມື່ອທຸກຄົນເວົ້າວ່າ ພຣະເຈົ້າເປັນພຣະເຈົ້າໜຶ່ງດຽວທີ່ແທ້ຈິງ, ດັ່ງນັ້ນກໍຈະມີພຽງພຣະເຈົ້າໜຶ່ງດຽວ ເຊິ່ງບໍ່ມີໃຜສາມາດແບ່ງແຍກອອກໄດ້ຕາມອຳເພີໃຈ! ພຣະເຈົ້າເປັນພຣະວິນຍານໜຶ່ງດຽວເທົ່ານັ້ນ ແລະ ມີອົງດຽວເທົ່ານັ້ນ; ແລະ ນັ້ນກໍແມ່ນພຣະວິນຍານຂອງພຣະເຈົ້າ... ແນວຄິດທີ່ວ່າ ມີພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດແມ່ນບໍ່ສົມເຫດສົມຜົນທີ່ສຸດ! ສິ່ງນີ້ເປັນການແບ່ງພຣະເຈົ້າ ແລະ ແຍກພຣະອົງອອກເປັນສາມຕົວຕົນ ເຊິ່ງແຕ່ລະຕົວຕົນກໍມີສະຖານະ ແລະ ພຣະວິນຍານ; ແລ້ວພຣະອົງຈະຍັງສາມາດເປັນພຣະວິນຍານໜຶ່ງດຽວ ແລະ ພຣະເຈົ້າໜຶ່ງດຽວໄດ້ແນວໃດ? ໃຫ້ບອກເຮົາເບິ່ງ, ສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທີ່ຢູ່ພາຍໃນໂລກແມ່ນຖືກສ້າງໂດຍພຣະບິດາ, ພຣະບຸດ ຫຼື ພຣະວິນຍານບໍລິສຸດແທ້ໆບໍ? ບາງຄົນເວົ້າວ່າທັງສາມພຣະອົງສ້າງທຸກສິ່ງນໍາກັນ. ແລ້ວແມ່ນໃຜໄຖ່ບາບມະນຸດຊາດ? ພຣະວິນຍານບໍລິສຸດ, ພຣະບຸດ ຫຼື ພຣະບິດາ? ບາງຄົນເວົ້າວ່າ ພຣະບຸດຄືຜູ້ໄຖ່ບາບມະນຸດຊາດ. ແລ້ວແມ່ນໃຜເປັນພຣະບຸດທີ່ຢູ່ໃນທາດແທ້? ພຣະອົງບໍ່ແມ່ນການບັງເກີດເປັນມະນຸດຂອງພຣະວິນຍານຂອງພຣະເຈົ້າບໍ? ການບັງເກີດເປັນມະນຸດເອີ້ນພຣະເຈົ້າທີ່ຢູ່ໃນສະຫວັນ ໂດຍນາມຂອງພຣະບິດາຈາກທັດສະນະຂອງມະນຸດທີ່ຖືກສ້າງ. ເຈົ້າບໍ່ຮູ້ບໍວ່າ ພຣະເຢຊູເກີດຈາກການປະຕິສົນທິຂອງພຣະວິນຍານບໍລິສຸດ? ພາຍໃນພຣະອົງແມ່ນພຣະວິນຍານບໍລິສຸດ; ບໍ່ວ່າເຈົ້າຈະເວົ້າຫຍັງກໍຕາມ, ພຣະອົງກໍຍັງເປັນຜູ້ດຽວກັບພຣະເຈົ້າທີ່ຢູ່ໃນສະຫວັນ, ຍ້ອນວ່າ ພຣະອົງເປັນການບັງເກີດເປັນມະນຸດຂອງພຣະວິນຍານຂອງພຣະເຈົ້າ. ແນວຄິດນີ້ກ່ຽວກັບພຣະບຸດແມ່ນບໍ່ເປັນຈິງແທ້ໆ. ມີພຣະວິນຍານໜຶ່ງດຽວທີ່ປະຕິບັດພາລະກິດທຸກຢ່າງ; ມີພຽງພຣະເຈົ້າເອງ ນັ້ນກໍຄື ພຣະວິນຍານຂອງພຣະເຈົ້າທີ່ປະຕິບັດພາລະກິດຂອງພຣະອົງ. ແມ່ນໃຜຄືພຣະວິນຍານຂອງພຣະເຈົ້າ? ມັນບໍ່ແມ່ນພຣະວິນຍານບໍລິສຸດບໍ? ບໍ່ແມ່ນພຣະວິນຍານບໍລິສຸດບໍ ທີ່ປະຕິບັດພາລະກິດໃນພຣະເຢຊູ? ຖ້າພາລະກິດບໍ່ໄດ້ຖືກປະຕິບັດໂດຍພຣະວິນຍານບໍລິສຸດ (ນັ້ນກໍຄື ພຣະວິນຍານຂອງພຣະເຈົ້າ), ແລ້ວພາລະກິດຂອງພຣະອົງຈະສາມາດເປັນຕົວແທນໃຫ້ກັບພຣະເຈົ້າເອງໄດ້ບໍ?(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າຕຣີເອການຸພາບມີແທ້ບໍ?). ພຣະທຳຂອງພຣະເຈົ້າຊັດເຈນ ແລະ ແຫຼມຄົມ. ພຣະເຈົ້າເປັນພຣະເຈົ້າທີ່ແທ້ຈິງອົງດຽວ ແລະ ມີພຽງພຣະວິນຍານຂອງພຣະເຈົ້າອົງດຽວ, ຕົວຕົນດຽວໃນພຣະເຈົ້າອົງນີ້. ບໍ່ມີສາມຕົວຕົນທີ່ເປັນພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດຢ່າງແນ່ນອນ. ກ່ອນທີ່ພຣະເຈົ້າຈະກາຍມາເປັນເນື້ອໜັງໃນຖານະພຣະເຢຊູເຈົ້າ, ບໍ່ໄດ້ມີການກ່າວເຖິງພຣະບຸດ. ມີພຽງພຣະວິນຍານຂອງພຣະເຈົ້າ ເຊິ່ງເປັນພຣະວິນຍານບໍລິສຸດ. ເມື່ອພຣະເຈົ້າເນລະມິດສ້າງສະຫວັນ, ແຜ່ນດິນໂລກ ແລະ ສິ່ງທັງປວງ, ພວກມັນຖືກສ້າງຂຶ້ນຜ່ານພຣະທຳຂອງພຣະວິນຍານຂອງພຣະອົງ, ສະນັ້ນ ພຣະວິນຍານຂອງພຣະເຈົ້າຈຶ່ງບໍ່ແມ່ນພຣະເຈົ້າທີ່ແທ້ຈິງອົງດຽວບໍ? ເມື່ອພຣະເຈົ້າເຮັດພາລະກິດຂອງຍຸກແຫ່ງພຣະບັນຍັດ, ມັນແມ່ນຜ່ານມະນຸດໂດຍກົງ. ບໍ່ມີສິ່ງທີ່ເອີ້ນວ່າ “ພຣະບຸດ” ໃນເວລານັ້ນ, ແຕ່ພຣະເຈົ້າເປັນພຽງພຣະເຈົ້າອົງດຽວ, ເຊິ່ງກໍຄືພຣະຜູ້ສ້າງ. ບໍ່ມີຜູ້ໃດເຄີຍເວົ້າວ່າພຣະເຈົ້າເປັນພຣະເຈົ້າຕຣິເອກະນຸພາບ ແລະ ພຣະວິນຍານບໍລິສຸດບໍ່ເຄີຍເປັນພະຍານໃຫ້ກັບພຣະເຈົ້າຕຣີເອກະນຸພາບຈັກເທື່ອ. ສະນັ້ນ ເປັນຫຍັງຜູ້ຄົນຈຶ່ງເລີ່ມໃຫ້ນິຍາມພຣະເຈົ້າວ່າເປັນພຣະເຈົ້າຕຣີເອກະນຸພາບ ຫຼັງຈາກທີ່ພຣະອົງບັງເກີດເປັນມະນຸດ, ມາເປັນພຣະເຢຊູເຈົ້າ? ພຣະເຢຊູເຈົ້າເປັນພຣະວິນຍານຂອງພຣະເຈົ້າທີ່ສວມໃສ່ເນື້ອໜັງ ແລະ ພາລະກິດທັງໝົດຂອງພຣະອົງກໍຖືກຄວບຄຸມ ແລະ ກ່າວອອກໂດຍກົງ ໂດຍພຣະວິນຍານຂອງພຣະເຈົ້າ. ພຣະວິນຍານທີ່ຢູ່ພາຍໃນພຣະເຢຊູເຈົ້າແມ່ນພຣະວິນຍານຂອງພຣະເຢໂຮວາ ເຊິ່ງນັ້ນກໍຄືພຣະວິນຍານບໍລິສຸດ. ສະນັ້ນ ພຣະເຢຊູເຈົ້າແມ່ນພຣະເຈົ້າທີ່ແທ້ຈິງອົງດຽວບໍ? ແມ່ນ, ພຣະອົງເປັນພຣະເຈົ້າ. ສະນັ້ນ, ມັນບໍ່ແມ່ນພຣະເຈົ້າແຍກອອກເປັນສາມສ່ວນ ເຊິ່ງກໍຄື ພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດ, ເພາະພຣະອົງໄດ້ກາຍມາເປັນເນື້ອໜັງ, ແຕ່ຜູ້ຄົນຢືນຢັນທີ່ຈະແບ່ງພຣະເຈົ້າອອກ ເພາະພວກເຂົາບໍ່ເຂົ້າໃຈເຖິງແກ່ນແທ້ຂອງການບັງເກີດເປັນມະນຸດ. ນີ້ແມ່ນຂໍ້ຜິດພາດຂອງມະນຸດ ແລະ ເປັນຍ້ອນສັກກະຍາພາບຂອງມະນຸດໃນການເຂົ້າໃຈແມ່ນມີຢ່າງຈຳກັດ. ພຮະເຈົ້າເປັນພຣະເຈົ້າທີ່ແທ້ຈິງອົງດຽວ. ມີພຽງພຣະເຈົ້າອົງດຽວເທົ່ານັ້ນ ແລະ ພຣະອົງມີພຣະວິນຍານໜຶ່ງດຽວ. ພຣະອົງເປັນພຣະເຈົ້າທີ່ແທ້ຈິງອົງດຽວກ່ອນການບັງເກີດເປັນມະນຸດໃນຄັ້ງໃດໜຶ່ງ ແລະ ພຣະອົງຍັງເປັນພຣະເຈົ້າທີ່ແທ້ຈິງອົງດຽວຫຼັງຈາກທີ່ໄດ້ບັງເກີດເປັນມະນຸດ. ຜູ້ຄົນແຍກພຣະເຈົ້າອອກເປັນສາມສ່ວນ, ສາມຕົວຕົນ ເພາະພຣະອົງໄດ້ກາຍມາເປັນເນື້ອໜັງ ເຊິ່ງໄດ້ແຍກພຣະເຈົ້າແທ້ໆ ແລະ ປະຕິເສດພຣະເຈົ້າທີ່ແທ້ຈິງອົງດຽວ. ນັ້ນບໍ່ແມ່ນສິ່ງທີ່ໂງ່ຈ້າບໍ? ມັນສາມາດເປັນໄປໄດ້ບໍວ່າ ເມື່ອພຣະອົງເນລະມິດສ້າງໂລກ, ພຣະອົງບໍ່ໄດ້ເປັນພຣະເຈົ້າທີ່ແທ້ຈິງອົງດຽວ? ຫຼື ໃນລະຫວ່າງຍຸກແຫ່ງພຣະບັນຍັດ, ພຣະອົງບໍ່ໄດ້ເປັນພຣະເຈົ້າທີ່ແທ້ຈິງອົງດຽວ? ເປັນຫຍັງພຣະເຈົ້າທີ່ແທ້ຈິງອົງດຽວໄດ້ກາຍມາເປັນພຣະເຈົ້າຕຣີເອກະນຸພາບ ຫຼັງຈາກທີ່ພຣະອົງປາກົດຕົວ ແລະ ເຮັດພາລະກິດໃນເນື້ອໜັງໃນຍຸກແຫ່ງພຣະຄຸນ? ນີ້ບໍ່ແມ່ນຂໍ້ຜິດພາດທີ່ເກີດຂຶ້ນຈາກຄວາມໂງ່ຈ້າ ແລະ ຄວາມໄຮ້ສາລະຂອງມະນຸດບໍ? ຖ້າແນວຄິດກ່ຽວກັບພຣະເຈົ້າຕຣີເອກະນຸພາບເປັນສິ່ງທີ່ຖືກຕ້ອງ, ເປັນຫຍັງພຣະເຈົ້າຈຶ່ງບໍ່ເປັນພະຍານເຖິງຕົວຕົນທັງສາມຂອງພຣະອົງ ເມື່ອພຣະອົງເນລະມິດສ້າງໂລກ? ແລ້ວເປັນຫຍັງຈຶ່ງບໍ່ມີຜູ້ໃດເປັນພະຍານກ່ຽວກັບສິ່ງນີ້ໃນລະຫວ່າງຍຸກແຫ່ງພຣະບັນຍັດ? ເປັນຫຍັງຈຶ່ງບໍ່ມີຄຳພະຍານໃດໜຶ່ງໃນພຣະນິມິດຈາກພຣະວິນຍານບໍລິສຸດກ່ຽວກັບພຣະເຈົ້າຕຣິເອກະນຸພາບ? ນີ້ຄືສິ່ງທີ່ເຮັດໃຫ້ພວກເຮົາສາມາດແນ່ໃຈໄດ້ວ່າ ພຣະວິນຍານຂອງພຣະເຈົ້າ, ພຣະວິນຍານບໍລິສຸດ, ພຣະບິດາ ແລະ ພຣະບຸດ ບໍ່ເຄີຍຮ່ວມເປັນພະຍານຈັກເທື່ອວ່າພຣະເຈົ້າເປັນພຣະເຈົ້າຕຣີເອກະນຸພາບ. ມະນຸດທີ່ເສື່ອມຊາມ ແລະ ໂລກສາສະໜາ ໄດ້ປັ້ນແຕ່ງທິດສະດີທີ່ໄຮ້ສາລະນີ້ກ່ຽວກັບພຣະເຈົ້າຕຣີເອກະນຸພາບໃນຫຼາຍສັດຕະວັດຫຼັງຈາກ ພາລະກິດຂອງພຣະເຢຊູເຈົ້າໃນເນື້ອໜັງ. ມັນຊັດເຈນແລ້ວວ່າແນວຄິດກ່ຽວກັບພຣະເຈົ້າຕຣີເອກະນຸພາບບໍ່ໄດ້ເປັນສິ່ງທີ່ສົມເຫດສົມຜົນແທ້ໆ ແລະ ເປັນພຽງແນວຄິດ ແລະ ຈິນຕະນາການຂອງມະນຸດ. ມັນຄືຄວາມເຊື່ອທີ່ຜິດພາດທີ່ສຸດຂອງໂລກສາສະໜາຕະຫຼອດເວລາ 2.000 ປີ ເຊິ່ງໄດ້ນໍາພາຢ່າງຜິດໆ ແລະ ທຳຮ້າຍຜູ້ຄົນໂດຍນັບບໍ່ຖ້ວນ.

ໃນຈຸດນີ້, ເຈົ້າອາດສົງໄສວ່າ ເປັນຫຍັງພຣະວິນຍານບໍລິສຸດຈຶ່ງເປັນພະຍານວ່າ ພຣະເຢຊູເຈົ້າເປັນ “ພຣະບຸດອັນເປັນທີ່ຮັກ” ແລະ ເປັນຫຍັງພຣະເຢຊູເຈົ້າຈຶ່ງເອີ້ນພຣະເຈົ້າໃນສະຫວັນວ່າ “ພຣະບິດາ” ໃນຄຳອະທິຖານຂອງພຣະອົງ? ແມ່ນຫຍັງຄືຄວາມໝາຍຂອງສິ່ງນັ້ນ? ໃຫ້ພວກເຮົາເບິ່ງໃນສິ່ງທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວໄວ້ກ່ຽວກັບຄຳຖາມນີ້. ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ຍັງມີຄົນທີ່ເວົ້າວ່າ ‘ພຣະເຈົ້າບໍ່ໄດ້ລະບຸຢ່າງແຈ່ມແຈ້ງບໍວ່າ ພຣະເຢຊູເປັນພຣະບຸດອັນເປັນທີ່ຮັກຂອງພຣະອົງ?’ ພຣະເຢຊູຄືພຣະບຸດອັນເປັນທີ່ຮັກຂອງພຣະເຈົ້າ ທີ່ພຣະອົງພໍໃຈເປັນຢ່າງຍິ່ງ, ສິ່ງນີ້ຖືກກ່າວໂດຍພຣະເຈົ້າເອງຢ່າງແນ່ນອນ. ນັ້ນຄືການທີ່ພຣະເຈົ້າເປັນພະຍານໃຫ້ກັບພຣະອົງເອງ, ແຕ່ຈາກທັດສະນະທີ່ແຕກຕ່າງກັນເທົ່ານັ້ນ, ພຣະວິນຍານໃນສະຫວັນເປັນພະຍານໃຫ້ກັບການບັງເກີດເປັນມະນຸດຂອງພຣະອົງເອງ. ພຣະເຢຊູຄືການບັງເກີດເປັນມະນຸດຂອງພຣະອົງ ບໍ່ແມ່ນພຣະບຸດຂອງພຣະອົງທີ່ຢູ່ໃນສະຫວັນ. ເຈົ້າເຂົ້າໃຈບໍ? ພຣະທຳຂອງພຣະເຢຊູທີ່ກ່າວວ່າ ‘ເຮົາຢູ່ໃນພຣະບິດາ ແລະ ພຣະບິດາກໍຢູ່ໃນເຮົາ’ ບໍ່ໄດ້ຊີ້ບອກບໍວ່າ ທັງສອງພຣະອົງເປັນພຣະວິນຍານໜຶ່ງດຽວ? ແລ້ວບໍ່ແມ່ນຍ້ອນການບັງເກີດເປັນມະນຸດບໍ ທີ່ເຮັດໃຫ້ທັງສອງພຣະອົງຖືກແຍກອອກລະຫວ່າງສະຫວັນ ແລະ ແຜ່ນດິນໂລກ? ໃນຄວາມເປັນຈິງແລ້ວ, ພຣະອົງທັງສອງຍັງເປັນໜຶ່ງດຽວ; ບໍ່ວ່າໃນກໍລະນີໃດກໍຕາມ ນີ້ຄືການທີ່ພຣະເຈົ້າເປັນພະຍານໃຫ້ກັບພຣະອົງເອງແທ້ໆ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າຕຣີເອການຸພາບມີແທ້ບໍ?). “ເມື່ອພຣະເຢຊູເອີ້ນຫາພຣະເຈົ້າທີ່ຢູ່ໃນສະຫວັນ ດ້ວຍນາມຂອງພຣະບິດາເມື່ອພຣະອົງອະທິຖານ, ສິ່ງນີ້ແມ່ນເກີດຂຶ້ນໃນທັດສະນະຂອງມະນຸດທີ່ຖືກສ້າງເທົ່ານັ້ນ, ນີ້ກໍຍ້ອນວ່າ ພຣະວິນຍານຂອງພຣະເຈົ້າໄດ້ສວມໃສ່ເນື້ອໜັງທີ່ສາມັນ ແລະ ທຳມະດາ ແລະ ມີສິ່ງປົກຫຸ້ມພາຍນອກຄືກັບສິ່ງທີ່ຖືກສ້າງ. ເຖິງແມ່ນວ່າພາຍໃນພຣະອົງເປັນພຣະວິນຍານຂອງພຣະເຈົ້າ, ລັກສະນະພາຍນອກຂອງພຣະອົງກໍຍັງເປັນມະນຸດທຳມະດາ; ເວົ້າອີກຢ່າງໜຶ່ງກໍຄື ພຣະອົງໄດ້ກາຍມາເປັນ ‘ບຸດມະນຸດ’ ທີ່ມະນຸດທັງປວງ ລວມເຖິງພຣະເຢຊູເອງ ໄດ້ເວົ້າໄວ້. ເນື່ອງຈາກວ່າ ພຣະອົງຖືກເອີ້ນວ່າບຸດມະນຸດ, ພຣະອົງກໍເປັນມະນຸດ (ບໍ່ວ່າຜູ້ຊາຍ ຫຼື ແມ່ຍິງ, ໃນກໍລະນີໃດກໍຕາມແມ່ນເປັນບຸກຄົນມີເປືອກນອກຂອງມະນຸດ) ທີ່ເກີດໃນຄອບຄົວທຳມະດາຂອງຜູ້ຄົນສາມັນ. ສະນັ້ນ ພຣະເຢຊູທີ່ເອີ້ນຫາພຣະເຈົ້າຢູ່ໃນສະຫວັນ ໂດຍນາມຂອງພຣະບິດານັ້ນ ກໍຄືກັນກັບທີ່ພວກເຈົ້າເອີ້ນພຣະອົງວ່າພຣະບິດາໃນຕອນທຳອິດ; ພຣະອົງເຮັດແບບນັ້ນແມ່ນຈາກທັດສະນະຂອງມະນຸດທີ່ຖືກສ້າງ... ການທີ່ພຣະອົງເອີ້ນພຣະເຈົ້າ (ນັ້ນກໍຄື ພຣະວິນຍານທີ່ຢູ່ໃນສະຫວັນ) ໃນລັກສະນະນັ້ນ ແມ່ນບໍ່ໄດ້ພິສູດວ່າ ພຣະອົງເປັນພຣະບຸດຂອງພຣະວິນຍານຂອງພຣະເຈົ້າທີ່ຢູ່ໃນສະຫວັນ. ກົງກັນຂ້າມ, ມັນເປັນພຽງແຕ່ຍ້ອນທັດສະນະຂອງພຣະອົງແຕກຕ່າງກັນ, ບໍ່ແມ່ນວ່າພຣະອົງມີຕົວຕົນທີ່ແຕກຕ່າງກັນ. ການມີຢູ່ຂອງຕົວຕົນທີ່ແຕກຕ່າງກັນແມ່ນຄວາມເຊື່ອທີ່ຜິດ!(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າຕຣີເອການຸພາບມີແທ້ບໍ?). ພວກເຮົາສາມາດເຫັນໄດ້ຈາກພຣະທຳຂອງພຣະເຈົ້າວ່າ ການທີ່ພຣະວິນຍານບໍລິສຸດເອີ້ນພຣະເຢຊູເຈົ້າວ່າເປັນພຣະບຸດອັນເປັນທີ່ຮັກ ຄືການທີ່ພຣະເຈົ້າເປັນພະຍານໃຫ້ແກ່ການບັງເກີດເປັນມະນຸດຂອງພຣະອົງຈາກທັດສະນະຂອງພຣະວິນຍານ. ຖ້າພຣະວິນຍານບໍລິສຸດບໍ່ໄດ້ເຮັດສິ່ງນີ້, ບໍ່ມີຜູ້ໃດຈະຮູ້ຈັກເຖິງຕົວຕົນທີ່ແທ້ຈິງຂອງພຣະເຢຊູເຈົ້າ. ສະນັ້ນ ຄຳພະຍານແບບເປີດນີ້ ຈຶ່ງເຮັດໃຫ້ຜູ້ຄົນຮຽນຮູ້ວ່າພຣະເຢຊູເຈົ້າເປັນການບັງເກີດເປັນມະນຸດຂອງພຣະເຈົ້າ. ແລ້ວພຣະເຢຊູເຈົ້າເອີ້ນພຣະເຈົ້າໃນສະຫວັນວ່າພຣະບິດາ ເມື່ອພຣະອົງອະທິຖານ ເພາະໃນເນື້ອໜັງ ພຣະອົງບໍ່ໄດ້ເປັນສິ່ງທີ່ເໜືອທຳມະຊາດ ແຕ່ດຳລົງຊີວິດກັບຄວາມເປັນມະນຸດປົກກະຕິ ແລະ ພຣະອົງຮູ້ສຶກຄືເປັນຄົນປົກກະຕິ. ນັ້ນຄືເຫດຜົນ ທີ່ພຣະອົງໄດ້ເອີ້ນພຣະວິນຍານຂອງພຣະເຈົ້າໃນສະຫວັນວ່າພຣະບິດາ ທີ່ຢືນຢູ່ໃນຕໍາແໜ່ງຂອງສິ່ງຖືກສ້າງ. ການອະທິຖານໃນລັກສະນະນີ້ໄດ້ຮວບຮວມເປັນຄວາມຖ່ອມຕົວ ແລະ ຄວາມເຊື່ອຟັງຂອງພຣະຄຣິດຢ່າງສົມບູນ. ແຕ່ອີງໃສ່ຄຳອະທິຖານຂອງພຣະເຢຊູເຈົ້າຫາພຣະບິດາ, ໂລກສາສະໜາໄດ້ແບ່ງພຣະເຈົ້າອອກເປັນສອງ ໂດຍເວົ້າວ່າພຣະເຢຊູ ແລະ ພຣະເຢໂຮວາມີຄວາມສຳພັນແບບພໍ່-ລູກຊາຍ. ຊ່າງໄຮ້ສາລະແທ້ໆ! ຟີລິບ ເຊິ່ງເປັນສາວົກຂອງພຣະເຢຊູເຈົ້າ ໄດ້ຖາມພຣະອົງກ່ຽວກັບສິ່ງນີ້ ໂດຍເວົ້າວ່າ “ພຣະຜູ້ເປັນເຈົ້າເອີຍ, ຂໍໃຫ້ສະແດງພຣະບິດາແກ່ພວກເຮົາ ແລະ ມັນພຽງພໍສຳລັບພວກເຮົາ” (ໂຢຮັນ 14:8). ແມ່ນຫຍັງຄືຄຳຕອບຂອງພຣະອົງ? ພຣະຜູ້ເປັນເຈົ້າເວົ້າວ່າ “ເຮົາໄດ້ຢູ່ກັບເຈົ້າແຕ່ດົນນານ, ແຕ່ເຈົ້າບໍ່ຮູ້ຈັກເຮົາບໍ ຟິລິບ? ຜູ້ໃດທີ່ໄດ້ເຫັນເຮົາກໍໄດ້ເຫັນພຣະບິດາ; ແລະ ເຈົ້າຈະເວົ້າແນວໃດ, ຈົ່ງສະແດງພຣະບິດາຕໍ່ພວກຂ້ານ້ອຍບໍ? ເຈົ້າບໍ່ເຊື່ອວ່າ ເຮົາຢູ່ໃນພຣະບິດາ ແລະ ພຣະບິດາກໍຢູ່ໃນເຮົາ ບໍ?(ໂຢຮັນ 14:9-10). ພຣະອົງຍັງກ່າວວ່າ “ເຮົາ ແລະ ພຣະບິດາຂອງເຮົາເປັນໜຶ່ງດຽວກັນ(ໂຢຮັນ 10:30). ເຫັນໄດ້ຢ່າງຊັດເຈນວ່າພຣະບິດາ ແລະ ພຣະບຸດເປັນພຣະເຈົ້າອົງດຽວ ແລະ ບໍ່ມີຄວາມສຳພັນແບບພໍ່-ລູກຊາຍດັ່ງທີ່ຜູ້ຄົນຄິດ. ເຫດຜົນດຽວທີ່ແນວຄິດນີ້ກ່ຽວກັບພຣະບິດາ ແລະ ພຣະບຸດເກີດຂຶ້ນແມ່ນເປັນເພາະພຣະເຈົ້າໄດ້ບັງເກີດເປັນມະນຸດ ແລະ ມັນພຽງແຕ່ໃຊ້ໄດ້ກັບເວລາທີ່ພຣະອົງເຮັດພາລະກິດໃນເນື້ອໜັງ. ທັນທີທີ່ພາລະກິດຂອງພຣະເຈົ້າໃນເນື້ອໜັງໃຫ້ຈະສຳເລັດ, ພຣະອົງໄດ້ຮັບຮູບຮ່າງເດີມຂອງພຣະອົງ ແລະ ບໍ່ມີສິ່ງດັ່ງກ່າວເຊັ່ນພຣະບິດາ ແລະ ພຣະບຸດອີກຕໍ່ໄປ.

ໃຫ້ພວກເຮົາເບິ່ງອີກຂໍ້ຄວາມໜຶ່ງໃນພຣະທຳຂອງພຣະເຈົ້າ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ພຣະວິນຍານທີ່ຢູ່ພາຍໃນພຣະເຢຊູ, ພຣະວິນຍານທີ່ຢູ່ໃນສະຫວັນ ແລະ ພຣະວິນຍານຂອງພຣະເຢໂຮວາລ້ວນແລ້ວແຕ່ເປັນໜຶ່ງດຽວກັນ. ມັນສາມາດເອີ້ນໄດ້ວ່າ ພຣະວິນຍານບໍລິສຸດ, ພຣະວິນຍານຂອງພຣະເຈົ້າ, ພຣະວິນຍານທີ່ຮຸນແຮງຂຶ້ນເຈັດເທົ່າ ແລະ ພຣະວິນຍານຄຸ້ມຄອງທຸກສິ່ງ. ພຣະວິນຍານຂອງພຣະເຈົ້າສາມາດປະຕິບັດພາລະກິດຫຼາຍຢ່າງ. ພຣະອົງສາມາດສ້າງແຜ່ນດິນໂລກ ແລະ ທຳລາຍມັນໂດຍເຮັດໃຫ້ນໍ້າຖ້ວມແຜ່ນດິນໂລກ; ພຣະອົງສາມາດໄຖ່ບາບມະນຸດຊາດທັງປວງ ແລະ ຍິ່ງໄປກວ່ານັ້ນ ພຣະອົງສາມາດເອົາຊະນະ ແລະ ທຳລາຍມະນຸດຊາດທັງປວງ. ພາລະກິດນີ້ລ້ວນແລ້ວແຕ່ຖືກປະຕິບັດໂດຍພຣະເຈົ້າເອງ ແລະ ບໍ່ມີຕົວຕົນໃດໜຶ່ງຂອງພຣະເຈົ້າທີ່ສາມາດປະຕິບັດແທນພຣະອົງໄດ້. ພຣະວິນຍານຂອງພຣະອົງແມ່ນຖືກເອີ້ນດ້ວຍນາມຂອງພຣະເຢໂຮວາ ແລະ ພຣະເຢຊູ ພ້ອມທັງອົງຊົງລິດທານຸພາບສູງສຸດ. ພຣະອົງເປັນພຣະຜູ້ເປັນເຈົ້າ ແລະ ພຣະຄຣິດ. ພຣະອົງຍັງສາມາດກາຍເປັນບຸດມະນຸດໄດ້ອີກ. ພຣະອົງຢູ່ໃນສະຫວັນ ແລະ ຢູ່ເທິງແຜ່ນດິນໂລກອີກດ້ວຍ; ພຣະອົງຢູ່ເໜືອຈັກກະວານ ແລະ ທ່າມກາງຝູງຊົນ. ພຣະອົງເປັນເຈົ້ານາຍໜຶ່ງດຽວຂອງສະຫວັນ ແລະ ແຜ່ນດິນໂລກ! ຕັ້ງແຕ່ເວລາແຫ່ງການເນລະມິດສ້າງຈົນເຖິງປັດຈຸບັນ, ພາລະກິດນີ້ຖືກປະຕິບັດໂດຍພຣະວິນຍານຂອງພຣະເຈົ້າເອງ. ບໍ່ວ່າຈະເປັນພາລະກິດທີ່ຢູ່ໃນສະຫວັນ ຫຼື ຢູ່ໃນເນື້ອໜັງ, ທຸກຢ່າງແມ່ນຖືກປະຕິບັດໂດຍພຣະວິນຍານຂອງພຣະອົງເອງ. ສິ່ງຖືກສ້າງທັງປວງ ບໍ່ວ່າຈະຢູ່ໃນສະຫວັນ ຫຼື ຢູ່ເທິງແຜ່ນດິນໂລກ ແມ່ນຢູ່ໃນກໍາມືທີ່ມີລິດທານຸພາບສູງສຸດຂອງພຣະອົງ; ທຸກສິ່ງນີ້ແມ່ນພາລະກິດຂອງພຣະເຈົ້າເອງ ແລະ ຄົນອື່ນບໍ່ສາມາດປະຕິບັດແທນພຣະອົງໄດ້. ໃນສະຫວັນ, ພຣະອົງເປັນພຣະວິນຍານ ແຕ່ຍັງຄົງເປັນພຣະເຈົ້າເອງ; ທ່າມກາງມະນຸດ, ພຣະອົງເປັນເນື້ອໜັງ ແຕ່ຍັງຄົງເປັນພຣະເຈົ້າເອງ. ເຖິງແມ່ນວ່າ ພຣະອົງຈະຖືກເອີ້ນຫຼາຍຮ້ອຍຫຼາຍພັນຊື່, ພຣະອົງກໍຍັງເປັນພຣະອົງເອງ ແລະ ພາລະກິດທັງໝົດກໍເປັນການສຳແດງອອກໂດຍກົງຂອງພຣະວິນຍານຂອງພຣະອົງ. ການໄຖ່ບາບມະນຸດຊາດທັງປວງຜ່ານການຄຶງໃສ່ໄມ້ກາງແຂນຂອງພຣະອົງ ກໍເປັນພາລະກິດໂດຍກົງຂອງພຣະວິນຍານຂອງພຣະອົງ ແລະ ການປະກາດຕໍ່ບັນດາປະຊາຊາດ ແລະ ແຜ່ນດິນທັງໝົດໃນລະຫວ່າງຍຸກສຸດທ້າຍເຊັ່ນດຽວກັນ. ຕະຫຼອດເວລາ ພຣະເຈົ້າພຽງສາມາດຖືກເອີ້ນໄດ້ວ່າ ອົງຊົງລິດທານຸພາບສູງສຸດ ແລະ ພຣະເຈົ້າແທ້ຈິງໜຶ່ງດຽວ, ພຣະເຈົ້າທີ່ຄຸ້ມຄອງສັບພະສິ່ງທັງປວງ. ຕົວຕົນທີ່ແຕກຕ່າງກັນແມ່ນບໍ່ມີຢູ່ຈິງ ແລ້ວແຮງໄກທີ່ຈະມີແນວຄິດກ່ຽວກັບພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດ. ມີພຽງພຣະເຈົ້າໜຶ່ງດຽວທີ່ຢູ່ໃນສະຫວັນ ແລະ ເທິງແຜ່ນດິນໂລກ!(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າຕຣີເອການຸພາບມີແທ້ບໍ?). ຈາກພຣະທຳຂອງພຣະເຈ້ົາອົງຊົງລິດທານຸພາບສູງສຸດ, ພວກເຮົາສາມາດເຫັນໄດ້ວ່າພຣະເຈົ້າເປັນພຣະວິນຍານ ເຊິ່ງເປັນພຣະວິນຍານບໍລິສຸດ. ພຣະອົງມີລິດທານຸພາບສູງສຸດ; ພຣະອົງເນລະມິດສ້າງສະຫວັນ, ແຜ່ນດິນໂລກ ແລະ ສິ່ງທັງປວງ ແລະ ປົກຄອງເໜືອທຸກສິ່ງ. ພຣະອົງສາມາດກາຍມາເປັນເນື້ອໜັງເພື່ອພາລະກິດຂອງພຣະອົງ ແລະ ດຳລົງຊີວິດທ່າມກາງມະນຸດໃນລັກສະນະທີ່ເປັນຈິງ. ພຣະອົງເບິ່ງຄືຄົນປົກກະຕິຈາກພາຍນອກ, ແຕ່ພາລະກິດທັງໝົດຂອງພຣະອົງຖືກຄວບຄຸມໂດຍພຣະວິນຍານຂອງພຣະເຈົ້າ. ເມື່ອພາລະກິດຂອງພຣະອົງໃນເນື້ອໜັງສຳເລັດແລ້ວ, ພຣະເຈົ້າຈະຮັບຮູບຮ່າງເດີມຂອງພຣະອົງຄືນ. ຮູບຮ່າງເນື້ອໜັງເປັນພຽງແຕ່ວິທີທີ່ພຣະເຈົ້າປາກົດຕົວຕໍ່ມະນຸດຊາດໃນຊ່ວງໄລຍະເຮັດພາລະກິດຂອງພຣະອົງ. ແລ້ວດ້ວຍເຫດນັ້ນ ບໍ່ວ່າພຣະເຈົ້າຈະກຳລັງເຮັດວຽກຈາກພຣະວິນຍານໂດຍກົງ ຫຼື ເຮັດວຽກໃນເນື້ອໜັງ, ບໍ່ວ່າພຣະອົງຈະຖືກເອີ້ນວ່າພຣະເຢໂຮວາ, ພຣະເຢຊູ ຫຼື ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພຣະອົງກໍແມ່ນພຣະວິນຍານອົງດຽວກັນ. ພຣະອົງເປັນພຣະເຈົ້າເອງ, ພຣະອົງມີຢູ່ເອງ ແລະ ຢູ່ຕະຫຼອດໄປເປັນນິດ ແລະ ພຣະອົງເນລະມິດສ້າງ ແລະ ປົກຄອງເໜືອສິ່ງທັງປວງ. ໃນຈຸດນີ້ໃນການໂອ້ລົມຂອງພວກເຮົາ, ຂ້ອຍຄິດວ່າທຸກຄົນຊັດເຈນແລ້ວວ່າ ມີພຽງແຕ່ພຣະເຈົ້າອົງດຽວ, ພຣະເຈົ້າທີ່ແທ້ຈິງອົງດຽວ. ບໍ່ມີຂໍ້ສົງໄສແມ່ນແຕ່ໜ້ອຍດຽວ. ສາສະໜາຄຣິດຢືນຢັນວ່າພຣະເຈົ້າທີ່ແທ້ຈິງອົງດຽວເປັນພຣະເຈົ້າຕຣີເອກະນຸພາບ ໂດຍຢືນຢັນທີ່ຈະແບ່ງພຣະເຈົ້າອອກເປັນສາມສ່ວນ, ເຜີຍແຜ່ເຊື່ອທີ່ວ່າມີພຽງແຕ່ພຣະເຈົ້າທັງສອງອົງຈຶ່ງປະກອບເປັນພຣະເຈົ້າທີ່ແທ້ຈິງອົງດຽວ ແລະ ຖ້າແຍກອອກຈາກກັນ ພຣະອົງກໍບໍ່ແມ່ນພຣະເຈົ້າທີ່ແທ້ຈິງອົງດຽວ. ນີ້ບໍ່ແມ່ນການປະຕິເສດພຣະເຈົ້າແທ້ໆບໍ? ການທີ່ມະນຸດຊາດມີຄວາມເຂົ້າໃຈຜິດຢ່າງໃຫຍ່ຫຼວງຕໍ່ພຣະເຈົ້າ ໄດ້ພິສູດວ່າພວກເຂົາບໍ່ໄດ້ເຂົ້າໃຈພຣະຄຳພີ ຫຼື ຮູ້ຈັກແກ່ນແທ້ຂອງພຣະເຈົ້າແມ່ນແຕ່ໜ້ອຍດຽວ ແລະ ພວກເຂົາອວດດີຫຼາຍແທ້ໆໃນການເຂົ້າໃຈເນື້ອຫາຕາມຕົວອັກສອນໃນພຣະຄຳພີ, ຈຳກັດ ແລະ ແບ່ງແຍກພຣະເຈົ້າໂດຍອີງໃສ່ແນວຄິດ ແລະ ຈິນຕະນາການຂອງມະນຸດ. ໃນຄວາມເປັນຈິງແລ້ວ, ສິ່ງນີ້ຄືການຕໍ່ຕ້ານ ແລະ ການໝິ່ນປະໝາດພຣະເຈົ້າ.

ແລ້ວໃນຕອນນີ້ ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພຣະຄຣິດແຫ່ງຍຸກສຸດທ້າຍໄດ້ມາເຖິງ, ກ່າວຄວາມຈິງເພື່ອເຮັດພາລະກິດຂອງພຣະອົງ, ເປີດໂປງຄວາມເຊື່ອທີ່ຜິດພາດທີ່ສຸດຂອງໂລກສາສະໜາ ເຊິ່ງນັ້ນກໍຄື ພຣະເຈົ້າຕຣິເອກະນຸພາບ. ຕອນນີ້ ພວກເຮົາແນ່ໃຈວ່າພຣະເຈົ້າເປັນພຣະເຈົ້າທີ່ແທ້ຈິງອົງດຽວ. ພຣະວິນຍານຂອງພຣະອົງເປັນພຣະເຈົ້າທີ່ແທ້ຈິງອົງດຽວ, ພຣະວິນຍານບໍລິສຸດແມ່ນພຣະເຈົ້າທີ່ແທ້ຈິງອົງດຽວ ແລະ ການບັງເກີດເປັນມະນຸດຂອງພຣະອົງເປັນພຣະເຈົ້າທີ່ແທ້ຈິງອົງດຽວ. ໃນຖານະພຣະວິນຍານຂອງພຣະອົງ, ໃນຖານະພຣະວິນຍານບໍລິສຸດ ແລະ ໃນການບັງເກີດເປັນມະນຸດຂອງພຣະອົງ, ພຣະອົງເປັນພຣະເຈົ້າທີ່ແທ້ຈິງອົງດຽວ ແລະ ພຣະອົງເປັນພຣະເຈົ້າພຽງໜຶ່ງດຽວ. ພຣະອົງບໍ່ສາມາດຖືກແຍກອອກຈາກກັນໄດ້. ຖ້າຜູ້ຄົນບໍ່ສາມາດຍອມຮັບຄວາມຈິງເຫຼົ່ານີ້, ແຕ່ຍຶດຕິດກັບແນວຄິດ ແລະ ຈິນຕະນາການຂອງພວກເຂົາຢ່າງດື້ດ້ານ, ຢືນຢັນທີ່ຈະເຊື່ອໃນພຣະເຈົ້າຕຣີເອກະນຸພາບ, ເຫັນພຣະເຈົ້າທີ່ແທ້ຈິງອົງດຽວເປັນພຣະເຈົ້າສາມອົງ, ນັ້ນຄືຄວາມຜິດບາບໃນການປະນາມ ແລະ ການໝິ່ນປະໝາດພຣະເຈົ້າ. ການໝິ່ນປະໝາດພຣະວິນຍານຂອງພຣະເຈົ້າຄືການໝິ່ນປະໝາດພຣະວິນຍານບໍລິສຸດ ແລະ ບໍ່ມີຜູ້ໃດສາມາດແບກຮັບຜົນຕາມມາຂອງສິ່ງນັ້ນໄດ້. ຄົນທີ່ສະຫຼາດມີໂອກາດທີ່ຈະຕື່ນຂຶ້ນໂດຍບໍ່ຊັກຊ້າ ແລະ ຢຸດຍຶດຕິດກັບທັດສະນະທີ່ບໍ່ຖືກຕ້ອງນີ້ ເພື່ອຫຼົບຫຼີກຈາກການເຮັດຜິດໃນການຕໍ່ພຣະເຈົ້າ. ພຣະເຢຊູເຈົ້າກ່າວໄວ້ວ່າ “ມະນຸດຈະໄດ້ຮັບການອະໄພຕໍ່ຄວາມບາບ ແລະ ການໝິ່ນປະໝາດທຸກປະເພດ: ແຕ່ມະນຸດຈະບໍ່ໄດ້ຮັບການອະໄພຕໍ່ການໝິ່ນປະໝາດຕໍ່ພຣະວິນຍານບໍລິສຸດ. ໃຜກໍຕາມທີ່ກ່າວຄຳເວົ້າຕໍ່ຕ້ານບຸດມະນຸດ, ເຂົາຈະໄດ້ຮັບການອະໄພ ແຕ່ໃຜກໍຕາມທີ່ເວົ້າຕໍ່ຕ້ານພຣະວິນຍານບໍລິສຸດ ເຂົາຈະບໍ່ໄດ້ຮັບການອະໄພ ບໍ່ວ່າໃນໂລກນີ້ ຫຼື ໃນໂລກທີ່ກຳລັງຈະມາເຖິງ(ມັດທາຍ 12:31-32). ໂລກສາສະໜາຍັງຢືນຢັນຢ່າງດື້ດ້ານຕໍ່ຄວາມເຊື່ອຜິດໆກ່ຽວກັບພຣະເຈົ້າຕຣີເອກະນຸພາບນີ້. ພວກເຂົາຈະຕໍ່ຕ້ານພຣະເຈົ້າຕໍ່ອີກດົນສໍ່າໃດ? ມັນຮອດເວລາທີ່ຈະຕ້ອງຕື່ນແລ້ວ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ຕະຫຼອດຫຼາຍປີທີ່ຜ່ານມາ, ພຣະເຈົ້າຖືກພວກເຈົ້າແຍກອອກໃນລັກສະນະນີ້, ຖືກແຍກອອກໃຫ້ໄກອອກໄປເລື້ອຍໆໃນແຕ່ລະຮຸ່ນຄົນ, ຈົນເຖິງຂັ້ນທີ່ວ່າພຣະເຈົ້າອົງດຽວຖືກແບ່ງອອກເປັນພຣະເຈົ້າສາມອົງຢ່າງເປີດເຜີຍ. ແລ້ວບັດນີ້ ມັນກໍເປັນໄປບໍ່ໄດ້ສຳລັບມະນຸດທີ່ຈະລວມພຣະເຈົ້າໃຫ້ເຂົ້າເປັນໜຶ່ງດຽວ, ຍ້ອນພວກເຈົ້າໄດ້ແຍກພຣະອົງອອກດີເກີນໄປ! ຖ້າບໍ່ແມ່ນເພື່ອພາລະກິດອັນຮີບດ່ວນຂອງເຮົາ ກ່ອນທີ່ມັນຈະຊ້າເກີນໄປ, ມັນຍາກທີ່ຈະເວົ້າໄດ້ວ່າ ອີກດົນປານໃດພວກເຈົ້າຈະສືບຕໍ່ປະຕິບັດແບບນີ້ຢ່າງບໍ່ມີຢາງອາຍ! ຖ້າຈະສືບຕໍ່ແຍກພຣະເຈົ້າອອກໃນລັກສະນະນີ້, ພຣະອົງຈະຍັງເປັນພຣະເຈົ້າຂອງພວກເຈົ້າຢູ່ບໍ? ພວກເຈົ້າຍັງຈະຮັບຮູ້ພຣະເຈົ້າຢູ່ບໍ?(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າຕຣີເອການຸພາບມີແທ້ບໍ?). “ເຫດຜົນຂອງເຈົ້າສາມາດວິເຄາະພາລະກິດຂອງພຣະເຈົ້າໄດ້ຢ່າງທົ່ວເຖິງບໍ? ເຈົ້າສາມາດຮັບເອົາຄວາມເຂົ້າໃຈໃນພາລະກິດທັງໝົດຂອງພຣະເຢໂຮວາບໍ່? ແມ່ນເຈົ້າບໍ ທີ່ເປັນມະນຸດຜູ້ທີ່ເຫັນຜ່ານທຸກສິ່ງ ຫຼື ແມ່ນພຣະເຈົ້າເອງທີ່ສາມາດເຫັນຕະຫຼອດໄປເປັນນິດນິລັນ? ແມ່ນເຈົ້າບໍ ທີ່ສາມາດເຫັນຈາກອະດີດຈົນເຖິງອະນາຄົດຕະຫຼອດໄປເປັນນິດ ຫຼື ເປັນພຣະເຈົ້າທີ່ສາມາດເຮັດແບບນັ້ນໄດ້? ເຈົ້າຈະເວົ້າແນວໃດ? ເຈົ້າຈະສົມຄວນອະທິບາຍພຣະເຈົ້າໄດ້ແນວໃດ? ການອະທິບາຍຂອງເຈົ້າແມ່ນອີງບົນພື້ນຖານຫຍັງ? ເຈົ້າເປັນພຣະເຈົ້າບໍ? ສະຫວັນ ແລະ ແຜ່ນດິນໂລກ ແລະ ສິ່ງທັງປວງທີ່ຢູ່ໃນໂລກແມ່ນຖືກສ້າງໂດຍພຣະເຈົ້າເອງ. ບໍ່ແມ່ນເຈົ້າທີ່ເຮັດສິ່ງນີ້, ແລ້ວເປັນຫຍັງເຈົ້າຈຶ່ງອະທິບາຍຢ່າງບໍ່ຖືກຕ້ອງ? ບັດນີ້, ເຈົ້າຈະສືບຕໍ່ເຊື່ອໃນພຣະເຈົ້າຕຣີເອການຸພາບຢູ່ບໍ? ເຈົ້າບໍ່ຄິດບໍ່ວ່າ ການເຊື່ອແບບນັ້ນແມ່ນມີພາລະຫຼາຍເກີນໄປ? ມັນຈະເປັນການດີທີ່ສຸດ ຖ້າເຈົ້າເຊື່ອໃນພຣະເຈົ້າໜຶ່ງດຽວ, ບໍ່ແມ່ນໃນພຣະເຈົ້າສາມພຣະອົງ. ມັນເປັນການດີທີ່ສຸດທີ່ຈະເປັນແສງສະຫວ່າງ ເພາະວ່າ ພາລະຂອງພຣະຜູ້ເປັນເຈົ້າຄືແສງສະຫວ່າງ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າຕຣີເອການຸພາບມີແທ້ບໍ?).

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ເປັນຫຍັງພວກເຮົາຈຶ່ງພຽງແຕ່ສາມາດຕ້ອນຮັບພຣະຜູ້ເປັນເຈົ້າໂດຍການຟັງສຽງຂອງພຣະເຈົ້າເທົ່ານັ້ນ?

ຕອນນີ້, ຜູ້ທີ່ມີຄວາມເຊື່ອທຸກຄົນປາຖະໜາ ໃຫ້ພຣະເຢຊູເຈົ້າລົງມາເທິງກ້ອນເມກ, ເພາະໄພພິບັດກຳລັງຮ້າຍແຮງຂຶ້ນ ແລະ ໂຣກລະບາດທຸກປະເພດກໍກໍາລັງຮຸນແຮງຂຶ້ນ...

ເປັນຫຍັງພຣະເຈົ້າທີ່ບັງເກີດເປັນມະນຸດແຫ່ງຍຸກສຸດທ້າຍຈຶ່ງເປັນແມ່ຍິງ?

ໃນຍຸກສຸດທ້າຍ, ພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ບັງເກີດເປັນມະນຸດໄດ້ປາກົດຕົວເພື່ອປະຕິບັດພາລະກິດ ແລະ ສະແດງຄວາມຈິງຫຼາຍຢ່າງ....

Leave a Reply