ຜູ້ໃດສາມາດຊ່ວຍມະນຸດຊາດໃຫ້ລອດພົ້ນ ແລະ ປະຕິວັດໂຊກຊະຕາຂອງພວກເຮົາ?
ເມື່ອເວົ້າເຖິງໂຊກຊະຕາ, ຄົນສ່ວນໃຫຍ່ກໍທຽບມັນໃສ່ ການມີເງິນ ແລະ ສະຖານະ ແລະ ການປະສົບຄວາມສຳເລັດໂດຍມີຈຸດໝາຍປາຍທາງທີ່ດີ ແລະ ຄິດວ່າຄົນທຸກຍາກ, ຄົນທີ່ບໍ່ໂດດເດັ່ນ, ຄົນທີ່ທົນທຸກກັບເຄາະຮ້າຍ ແລະ ຄວາມລຳບາກ, ຄົນທີ່ຖືກດູຖູກ ແມ່ນມີໂຊກຊະຕາທີ່ບໍ່ດີ. ສະນັ້ນ ເພື່ອປ່ຽນແປງໂຊກຊະຕາ ພວກເຂົາໄດ້ສະແຫວງຫາຄວາມຮູ້ຢ່າງກະຕືລືລົ້ນ ໂດຍຫວັງວ່າສິ່ງນີ້ຈະຊ່ວຍໃຫ້ພວກເຂົາໄດ້ຮັບຄວາມຮັ່ງມີ ແລະ ສະຖານະ ແລະ ປ່ຽນແປງຊະຕາກຳຂອງພວກເຂົາ. ການມີເງິນ, ສະຖານະ ແລະ ຄວາມສຳເລັດໃນຊີວິດໝາຍເຖິງການມີໂຊກຊະຕາທີ່ດີແທ້ໆບໍ? ການທົນທຸກກັບເຄາະຮ້າຍ ແລະ ຄວາມໂຊກຮ້າຍໝາຍເຖິງການມີໂຊກຊະຕາທີ່ບໍ່ດີແທ້ໆບໍ? ຄົນສ່ວນໃຫຍ່ບໍ່ມີຄວາມເຂົ້າໃຈທີ່ດີກ່ຽວກັບສິ່ງນີ້ ແລະ ຍັງສະແຫວງຫາຄວາມຮູ້ເພື່ອປ່ຽນແປງໂຊກຊະຕາຂອງພວກເຂົາຢ່າງກະຕືລືລົ້ນ. ແຕ່ຄວາມຮູ້ສາມາດປ່ຽນແປງໂຊກຊະຕາຂອງບຸກຄົນໜຶ່ງບໍ? ຜູ້ໃດສາມາດຊ່ວຍມະນຸດຊາດໃຫ້ລອດພົ້ນ ແລະ ປະຕິວັດໂຊກຊະຕາຂອງພວກເຮົາໄດ້ແທ້ໆ? ໃຫ້ພວກເຮົາລົງເລິກຄຳຖາມນີ້ໃນມື້ນີ້.
ໃນຊີວິດແຕ່ລະມື້, ພວກເຮົາສາມາດເຫັນວ່າ ຫຼາຍຄົນທີ່ໄດ້ຮັບຄວາມຮູ້ຍັງສາມາດຮັບເງິນ ແລະ ສະຖານະ. ພວກເຂົາຈະເລີນໃນຊີວິດ ແລະ ອາດເຖິງກັບມີຊື່ສຽງ ຫຼື ໄດ້ຮັບຄຳສັນລະເສີນ. ດ້ວຍຄວາມສຳເລັດ ແລະ ການເປັນທີ່ຮູ້ຈັກດີ, ມັນເບິ່ງຄືກັບວ່າພວກເຂົາມີໂຊກຊະຕາທີ່ຍິ່ງໃຫຍ່. ແຕ່ນັ້ນແມ່ນຄວາມຈິງບໍ? ພວກເຂົາມີຄວາມສຸກແທ້ໆບໍ? ພວກເຂົາອາດມີອຳນາດ ແລະ ອິດທິພົນ ແລະ ເບິ່ງຄືມີຊື່ສຽງ, ແຕ່ພວກເຂົາຍັງມີຄວາມຮູ້ສຶກວ່າງເປົ່າ ແລະ ທຸກທໍລະມານ ແລະ ສູນເສຍຈຸດປະກາຍຂອງພວກເຂົາສຳລັບຊີວິດ. ບາງຄົນເຖິງກັບເສບຢາ ຫຼື ຂ້າຕົນເອງ. ແລ້ວບາງຄົນ ກໍສວຍໃຊ້ອຳນາດ ແລະ ອິດທິພົນຂອງພວກເຂົາເພື່ອເຮັດແມ່ນຫຍັງກໍຕາມທີ່ພວກເຂົາຕ້ອງການ, ເຮັດສິ່ງທີ່ຊົ່ວຮ້າຍ ແລະ ກໍ່ອາຊະຍາກຳ ແລະ ຈົບລົງດ້ວຍການຕິດຄຸກ ໂດຍຕົກຢູ່ໃນຄວາມອັບອາຍທີ່ສຸດ. ຄົນເຫຼົ່ານີ້ບໍ່ໄດ້ເປັນປັນຍາຊົນເປັນສ່ວນໃຫຍ່ບໍ? ເປັນຫຍັງຄົນທີ່ເບິ່ງຄືມີສຳນຶກແບບນັ້ນ, ຄົນທີ່ເຂົ້າໃຈກົດໝາຍເຮັດສິ່ງທີ່ໂຫດຮ້າຍແບບນັ້ນ? ເປັນຫຍັງພວກເຂົາຈຶ່ງເຮັດສິ່ງທີ່ເປັນຕາຫົວແບບນັ້ນ? ເປັນຫຍັງສິ່ງຕ່າງໆຈຶ່ງກັບກາຍເປັນແບບນັ້ນ? ໃນທຸກມື້ນີ້ ທຸກຄົນຕ້ອງການການສຶກສາ, ທຸກຄົນກຳລັງສະແຫວງຫາຄວາມຮູ້ ແລະ ຊົນຊັ້ນປົກຄອງສຳລັບປະເທດທັງໝົດ, ປະຊາຊົນທັງປວງແມ່ນປັນຍາຊົນ. ພວກເຂົາເປັນຄົນທີ່ມີອຳນາດ, ພວກເຂົາຄືຄຸນນະທຳນິຍົມໄປທົ່ວໂລກ. ມີເຫດຜົນທີ່ຊັດເຈນວ່າ ເມື່ອປັນຍາຊົນຄວບຄຸມ, ໂລກຄວນມີສີວິໄລຫຼາຍຍິ່ງຂຶ້ນ ແລະ ເປັນຕາຮັກຫຼາຍຂຶ້ນເລື້ອຍໆ. ແຕ່ແມ່ນຫຍັງກຳລັງເກີດຂຶ້ນກັບໂລກແທ້ໆ? ມັນໄດ້ຕົກລົງສູ່ຄວາມໂກລາຫົນ ແລະ ຄວາມວຸ້ນວາຍ ໂດຍທີ່ຜູ້ຄົນສໍ້ໂກງ, ຕໍ່ສູ້ ຫຼື ເຖິງກັບຂ້າກັນເອງ. ພວກເຂົາທຸກຄົນກຳລັງປະຕິເສດ ແລະ ຕໍ່ຕ້ານພຣະເຈົ້າ, ພວກເຂົາກຽດຊັງຄວາມຈິງ ແລະ ຍົກຍ້ອງຄົນຊົ່ວຮ້າຍໂດຍບໍ່ມີຄວາມປາຖະໜາທີ່ຈະກັບໃຈ, ກະຕຸ້ນຄວາມໂມໂຫຂອງພຣະເຈົ້າ ແລະ ຄວາມບໍ່ພໍໃຈຂອງມະນຸດ. ໄພພິບັດເກີດຂຶ້ນຊໍາ້ແລ້ວຊໍ້າອີກ ແລະ ໂລກໃກ້ຈະມີເສິກສົງຄາມຄັ້ງໃຫຍ່ຢູ່ສະເໝີ. ມັນຊັດເຈນແລ້ວວ່າ ການທີ່ປັນຍາຊົນມີອຳນາດ, ການມີຄຸນນະທຳນິຍົມບໍ່ແມ່ນການກໍ່ໃຫ້ເກີດສັງຄົມທີ່ສະຫງົບ ແລະ ມີຄວາມສຸກ, ແຕ່ກົງກັນຂ້າມ ມັນກຳລັງນໍາໄພພິບັດ ແລະ ການທົນທຸກມາສູ່ພວກເຮົາຫຼາຍຂຶ້ນເລື້ອຍໆ. ການແຜ່ລະບາດຂອງເຊື້ອພະຍາດແມ່ນເພີ່ມຂຶ້ນເລ້ືອຍໆ, ສົງຄາມເກີດຂຶ້ນໂດຍບໍ່ສິ້ນສຸດ ແລະ ແຜ່ນດິນໄຫວ ແລະ ໄພແຫ້ງແລ້ງກໍ່ຕາມມາ. ຜູ້ຄົນເຕັມໄປດ້ວຍຄວາມຢ້ານ ຄືກັບວ່າຈຸດຈົບຂອງໂລກໄດ້ມາເຖິງແລ້ວ. ແມ່ນຫຍັງຄືເຫດຜົນທີ່ແທ້ຈິງສຳລັບສິ່ງນີ້? ເປັນຫຍັງເມື່ອຜູ້ຄົນໄດ້ຮັບຄວາມຮູ້, ອຳນາດ ແລະ ສະຖານະ, ພວກເຂົາຈຶ່ງເຮັດສິ່ງທີ່ໂຫດຮ້າຍຫຼາຍແບບນັ້ນ? ເປັນຫຍັງການມີປັນຍາຊົນ ແລະ ຄຸນນະທຳນິຍົມ ຈຶ່ງນໍາໄພພິບັດຢ່າງຫຼວງຫຼາຍມາສູ່ປະເທດ ແລະ ຜູ້ຄົນ? ນີ້ຄືສິ່ງທີ່ສົມຄວນແກ່ການຄຳນຶງຫຼາຍ! ການຮັບເອົາຄວາມຮູ້ສາມາດເຮັດໃຫ້ຄົນໃດໜຶ່ງດີຂຶ້ນ ແລະ ເປັນອິດສະຫຼະຈາກຄວາມຜິດບາບບໍ? ການຮັບເອົາຄວາມຮູ້ສາມາດເຮັດໃຫ້ຜູ້ຄົນມີເມດຕາ ແລະ ຫ້າມພວກເຂົາບໍ່ໃຫ້ເຮັດສິ່ງທີ່ຊົ່ວຮ້າຍບໍ? ຄວາມຮູ້ສາມາດຊ່ວຍຜູ້ຄົນຈາກຄວາມຜິດບາບ ແລະ ຊ່ວຍຜູ້ຄົນຈາກກອງກຳລັງຂອງຊາຕານບໍ? ຂ້ອຍຍິ່ງສົງໄສຂຶ້ນເລື້ອຍໆກ່ຽວກັບຂີດຄວາມສາມາດຂອງຄວາມຮູ້ທີ່ຈະປ່ຽນແປງຈຸດໝາຍປາຍທາງຂອງບຸກຄົນໜຶ່ງ. ເປັນຫຍັງຫຼັງຈາກທີ່ໄດ້ຮັບຄວາມຮູ້ ແລະ ສະຖານະ, ຄົນສ່ວນໃຫຍ່ຈຶ່ງອວດດີ ແລະ ຖືວ່າຕົນເອງຊອບທຳຫຼາຍຂຶ້ນເລື້ອຍໆ? ເປັນຫຍັງຍິ່ງພວກເຂົາຮູ້ຫຼາຍຂຶ້ນສໍ່າໃດ, ພວກເຂົາກໍຖືວ່າຕົນເອງສຳຄັນຫຼາຍສໍ່ານັ້ນ? ຫຼັງຈາກທີ່ມີອຳນາດ, ພວກເຂົາກໍເຮັດຜິດ ແລະ ເຮັດຕາມອຳເພີໃຈ, ກໍ່ໃຫ້ເກີດຫາຍະນະ ແລະ ເຮັດໃຫ້ເກີດໄພພິບັດ. ມັນເບິ່ງຄືກັບວ່າ ຄຽງຄູ່ກັບການສຶກສາທີ່ດີຂຶ້ນ ແລະ ວິທະຍາສາດທີ່ພັດທະນາຂຶ້ນ, ປະເທດໜຶ່ງຄວນຖືກປົກຄອງໄດ້ດີຂຶ້ນ ແລະ ປະຊາຊົນຄວນມີສີວິໄລ, ມີຄວາມສຸກ ແລະ ມີສຸຂະພາບທີ່ດີຂຶ້ນ. ແຕ່ປະເທດແບບນັ້ນມີຢູ່ແທ້ໆບໍ? ມັນບໍ່ເຄີຍມີຢູ່. ສິ່ງນັ້ນໄດ້ເຮັດໃຫ້ຜູ້ຄົນເກົາຫົວຂອງພວກເຂົາແທ້ໆ! ຂ້ອຍໄດ້ອ່ານສິ່ງນີ້ໃນພຣະທຳຂອງພຣະເຈົ້າ: “ຈາກຕອນທີ່ມະນຸດໄດ້ມີວິທະຍາສາດສັງຄົມເປັນຄັ້ງທໍາອິດ, ຄວາມຄິດຂອງມະນຸດກໍວຸ້ນຢູ່ນໍາວິທະຍາສາດ ແລະ ຄວາມຮູ້. ແລ້ວວິທະຍາສາດ ແລະ ຄວາມຮູ້ກາຍມາເປັນເຄື່ອງມືສຳລັບການປົກຄອງຂອງມະນຸດ ແລະ ບໍ່ມີພື້ນທີ່ພຽງພໍອີກຕໍ່ໄປສຳລັບໃຫ້ມະນຸດ ນະມັດສະການພຣະເຈົ້າ ແລະ ບໍ່ມີເງື່ອນໄຂທີ່ຈະນະມັດສະການພຣະເຈົ້າດ້ວຍຄວາມຊື່ນຊົມຍິນດີອີກຕໍ່ໄປ. ຕໍາແໜ່ງຂອງພຣະເຈົ້າໄດ້ຫຼຸດຕໍ່າລົງຫຼາຍຍິ່ງຂຶ້ນໃນຫົວໃຈຂອງມະນຸດ. ໂລກໃນຫົວໃຈຂອງມະນຸດເຊິ່ງປາສະຈາກພື້ນທີ່ໃຫ້ກັບພຣະເຈົ້າເປັນໂລກທີ່ມືດ, ຫວ່າງເປົ່າໂດຍປາສະຈາກຄວາມຫວັງ. ແລ້ວດ້ວຍເຫດນັ້ນ ຈຶ່ງໄດ້ເກີດມີນັກວິທະຍາສາດສັງຄົມຫຼາຍຄົນ, ນັກປະຫວັດສາດ ແລະ ນັກການເມືອງເພື່ອອະທິບາຍທິດສະດີແຫ່ງວິທະຍາສາດສັງຄົມ, ທິດສະດີແຫ່ງການວິວັດທະນາການ ແລະ ທິດສະດີອື່ນໆທີ່ລະເມີດຄວາມຈິງທີ່ພຣະເຈົ້າໄດ້ສ້າງມະນຸດ, ເພື່ອເຕີມເຕັມຫົວໃຈ ແລະ ຄວາມຄິດຂອງມະນຸດ. ແລ້ວໃນລັກສະນະນີ້, ຄົນທີ່ເຊື່ອວ່າ ພຣະເຈົ້າໄດ້ສ້າງທຸກສິ່ງ ກໍຍິ່ງໜ້ອຍລົງ ແລະ ຄົນທີ່ເຊື່ອໃນທິດສະດີແຫ່ງວິວັດທະນາການກໍຍິ່ງຫຼາຍຂຶ້ນ. ນອກຈາກນັ້ນ ກໍມີຄົນຈຳນວນຫຼາຍຄົນທີ່ເຫັນການບັນທຶກແຫ່ງພາລະກິດຂອງພຣະເຈົ້າ ແລະ ພຣະທຳຂອງພຣະອົງໃນລະຫວ່າງຍຸກແຫ່ງພຣະສັນຍາເດີມນັ້ນ ເປັນເໝືອນກັບເລື່ອງເລົ່າລື ແລະ ຕຳນານ. ໃນຫົວໃຈຂອງພວກເຂົາ, ຜູ້ຄົນເລີ່ມບໍ່ສົນໃຈຕໍ່ກຽດສັກສີ ແລະ ຄວາມຍິ່ງໃຫຍ່ຂອງພຣະເຈົ້າ, ບໍ່ສົນໃຈຕໍ່ຂໍ້ຄິດເຫັນທີ່ວ່າ ພຣະເຈົ້າມີຢູ່ ແລະ ມີອຳນາດເໜືອທຸກສິ່ງ. ຄວາມຢູ່ລອດຂອງມະນຸດຊາດ ແລະ ຊະຕາກໍາຂອງປະເທດ ແລະ ຊົນຊາດບໍ່ສຳຄັນກັບພວກເຂົາອີກຕໍ່ໄປແລ້ວ. ມະນຸດດຳລົງຊີວິດຢູ່ໃນໂລກທີ່ຫວ່າງເປົ່າ ເຊິ່ງສົນໃຈແຕ່ການກິນ, ດື່ມ ແລະ ສະແຫວງຫາຄວາມພໍໃຈເທົ່ານັ້ນ... ມີຄົນສ່ວນໜ້ອຍທີ່ຈະສະແຫວງຫາດ້ວຍຕົນເອງວ່າ ພຣະເຈົ້າປະຕິບັດພາລະກິດຂອງພຣະອົງໃນປັດຈຸບັນຢູ່ທີ່ໃດ ຫຼື ຄົ້ນຫາວິທີທີ່ພຣະອົງປົກຄອງ ແລະ ປັ້ນແຕ່ງຈຸດໝາຍປາຍທາງຂອງມະນຸດ. ດ້ວຍວິທີນີ້, ໂດຍມະນຸດບໍ່ຮູ້ຕົວ, ອາລິຍະທຳຂອງມະນຸດກໍຍິ່ງມີຄວາມສາມາດໜ້ອຍລົງທີ່ຈະຍຶດຕິດກັບຄວາມປາຖະໜາຂອງມະນຸດ ແລະ ຍັງມີຄົນຢ່າງຫຼວງຫຼາຍທີ່ຮູ້ສຶກວ່າ ການດຳລົງຊີວິດແບບນີ້ໃນໂລກ ພວກເຂົາແມ່ນມີຄວາມສຸກໜ້ອຍກວ່າຄົນທີ່ຈາກໄປ. ແມ່ນແຕ່ຄົນໃນປະເທດທີ່ເຄີຍມີຄວາມສີວິໄລສູງກໍຈົ່ມກັບຄວາມທຸກດັ່ງກ່າວ. ຍ້ອນວ່າຫາກປາສະຈາກການນໍາພາຂອງພຣະເຈົ້າ, ບໍ່ວ່າຜູ້ປົກຄອງ ແລະ ນັກສັງຄົມສາດໃດໆ ຈະພະຍາຍາມຄົ້ນຄິດຢ່າງໜັກເພື່ອຮັກສາອາລິຍະທຳຂອງມະນຸດຫຼາຍສໍ່າໃດ, ມັນກໍບໍ່ມີປະໂຫຍດຫຍັງ. ບໍ່ມີໃຜສາມາດຕື່ມເຕັມຄວາມຫວ່າງເປົ່າໃນຫົວໃຈຂອງມະນຸດໄດ້, ຍ້ອນບໍ່ມີໃຜສາມາດເປັນຊີວິດຂອງມະນຸດໄດ້ ແລະ ບໍ່ມີທິດສະດີທາງສັງຄົມໃດທີ່ສາມາດປ່ອຍມະນຸດໃຫ້ເປັນອິດສະລະຈາກຄວາມຫວ່າງເປົ່າທີ່ເຂົາທົນທຸກຢູ່. ວິທະຍາສາດ, ຄວາມຮູ້, ອິດສະລະພາບ, ປະຊາທິປະໄຕ, ເວລາຫວ່າງ, ຄວາມສະດວກສະບາຍ, ສິ່ງເຫຼົ່ານີ້ແມ່ນການບັນເທົາພຽງຊົ່ວຄາວ. ເຖິງວ່າຈະມີສິ່ງເຫຼົ່ານີ້, ມະນຸດກໍຈະເຮັດບາບໂດຍຫຼີກເວັ້ນບໍ່ໄດ້ ແລະ ສະແດງຄວາມໂສກເສົ້າກັບຄວາມບໍ່ຍຸຕິທຳຂອງສັງຄົມ. ສິ່ງເຫຼົ່ານີ້ບໍ່ສາມາດຍັບຍັ້ງຄວາມຢາກໄດ້ ແລະ ຄວາມປາຖະໜາຂອງມະນຸດໃນການຄົ້ນຫາ... ໃນທີ່ສຸດ ມະນຸດກໍຍັງເປັນມະນຸດ. ຕໍາແໜ່ງ ແລະ ຊີວິດຂອງພຣະເຈົ້າບໍ່ສາມາດແທນທີ່ໂດຍມະນຸດຄົນໃດໄດ້. ມະນຸດຊາດບໍ່ພຽງແຕ່ຕ້ອງການສັງຄົມທີ່ຍຸຕິທຳ ເຊິ່ງທຸກຄົນໄດ້ຮັບການລ້ຽງດູເປັນຢ່າງດີ ແລະ ເທົ່າທຽມກັນ ແລະ ສະເໝີພາບກັນ ແລະ ເປັນອິດສະລະ, ແຕ່ພວກເຂົາຍັງຕ້ອງການຄວາມລອດພົ້ນຂອງພຣະເຈົ້າ ແລະ ການຈັດກຽມຊີວິດທີ່ພຣະອົງມີໃຫ້ກັບພວກເຂົາ. ມີພຽງແຕ່ເມື່ອມະນຸດໄດ້ຮັບຄວາມລອດພົ້ນຈາກພຣະເຈົ້າ ແລະ ການຈັດກຽມຊີວິດຂອງພຣະອົງທີ່ມີໃຫ້ພວກເຂົາເທົ່ານັ້ນ ຄວາມຕ້ອງການ, ຄວາມປາຖະໜາເພື່ອຄົ້ນຫາ ແລະ ຄວາມຫວ່າງເປົ່າຝ່າຍວິນຍານຂອງມະນຸດຈຶ່ງຈະໄດ້ຮັບການແກ້ໄຂ. ຖ້າປະຊາຊົນຂອງປະເທດ ຫຼື ຊົນຊາດໃດໜຶ່ງບໍ່ສາມາດຮັບເອົາຄວາມລອດພົ້ນ ແລະ ການເບິ່ງແຍງຈາກພຣະເຈົ້າ, ແລ້ວປະເທດ ຫຼື ຊົນຊາດດັ່ງກ່າວກໍຈະເດີນຢູ່ບົນເສັ້ນທາງຄວາມພິນາດ, ເສັ້ນທາງສູ່ຄວາມມືດ ແລະ ຈະຖືກທຳລາຍລ້າງໂດຍພຣະເຈົ້າ” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາກພະໜວກ 2: ພຣະເຈົ້າຊົງຄຸ້ມຄອງຢູ່ເໜືອຊະຕາກໍາຂອງມະນຸດຊາດທັງມວນ).
ພຣະທຳຂອງພຣະເຈົ້າຖືກຕ້ອງຫຼາຍ ແລະ ພຣະທຳເຫຼົ່ານັ້ນໄດ້ເປີດເຜີຍຄວາມຈິງໃນເລື່ອງດັ່ງກ່າວແທ້ໆ. ຄວາມຮູ້ຖືກຜະລິດຂຶ້ນແນວໃດແທ້ໆ? ໂດຍບໍ່ຕ້ອງສົງໄສ, ມັນມາຈາກຄົນທີ່ມີຊື່ສຽງ ແລະ ຄົນທີ່ຍິ່ງໃຫຍ່ທີ່ເປັນສິ່ງຂອງໃຫ້ຍົກຍໍສັນລະເສີນຕະຫຼອດປະຫວັດສາດ. ມີລັດທິຂົງຈື້, ທິດສະດີການວິວັດທະນາການຂອງດາວິນ, ຄຳຖະແຫຼງນະໂຍບາຍຂອງພັກກອມມູນິດຂອງມາກ ແລະ ທິດສະດີຂອງລັດທິກອມມູນິດ. ລັດທິອະເທວານິຍົມ, ລັດທິວັດຖຸນິຍົມ ແລະ ທິດສະດີການວິວັດທະນາການ ລ້ວນແລ້ວແຕ່ເກີດຈາກຄວາມຄິດ ແລະ ທິດສະດີທີ່ຄົນມີຊື່ສຽງເຫຼົ່ານີ້ໄດ້ຂຽນໃຫ້ເປັນໜັງສື ແລະ ເປັນພື້ນຖານສຳລັບວິທະຍາສາດ ແລະ ທິດສະດີໃນສັງຄົມສະໄໝໃໝ່ຂອງພວກເຮົາ. ຫຼັກຄຳສອນ ແລະ ທິດສະດີທັງໝົດເຫຼົ່ານີ້ຖືກສົ່ງເສີມໂດຍຊົນຊັ້ນປົກຄອງຕະຫຼອດຍຸກຕ່າງໆ. ພວກເຂົາໄດ້ໃສ່ມັນເຂົ້າໃນຕຳລາຮຽນ ແລະ ຫ້ອງຮຽນ ແລະ ກາຍມາເປັນຫຼັກຄຳສອນສຳລັບມະນຸດຊາດ. ພວກເຂົາໄດ້ອົບຮົມ, ກັດເຊາະ ແລະ ເຮັດໃຫ້ມຶນຊາຮຸ່ນແລ້ວຮຸ່ນເລົ່າ, ກາຍມາເປັນເຄື່ອງມືສຳລັບຊົນຊັ້ນປົກຄອງທີ່ຈະນໍາພາຢ່າງຜິດໆ ແລະ ເຮັດໃຫ້ມະນຸດຊາດເສື່ອມຊາມ. ມະນຸດຊາດທັງປວງ ຍິ່ງເສື່ອມຊາມຂຶ້ນເລື້ອຍໆພາຍໃຕ້ການສຶກສາ ແລະ ອິດທິພົນຂອງຄວາມຮູ້ ແລະ ວິທະຍາສາດ ແລະ ດ້ວຍເຫດນັ້ນ ສັງຄົມໄດ້ມຶດມົວຂຶ້ນ ແລະ ວຸ້ນວາຍຂຶ້ນ ຈົນເຖິງຈຸດທີ່ທັງພຣະເຈົ້າ ແລະ ມະນຸດໃຈຮ້າຍ. ຕອນນີ້ ໄພພິບັດແມ່ນເກີດຂຶ້ນເລື້ອຍຂຶ້ນ ແລະ ຄວາມຈິບຫາຍຈະບໍ່ເຊົາໂຈມຕີ. ສົງຄາມຄັ້ງໃຫຍ່ສາມາດເກີດຂຶ້ນໄດ້ທຸກເວລາ. ຜູ້ຄົນກຳລັງດຳລົງຊີວິດດ້ວຍຄວາມຢ້ານກົວຄືກັບວ່າພວກເຂົາກຳລັງຜະເຊີນໜ້າກັບຈຸດຈົບຂອງໂລກ. ສິ່ງນີ້ເຮັດໃຫ້ພວກເຮົາສົງໄສແທ້ໆວ່າ ວິທະຍາສາດ ແລະ ຄວາມຮູ້ເປັນຄວາມຈິງທີ່ແທ້ຈິງ ຫຼື ບໍ່. ຜູ້ຄົນສະແຫວງຫາ ແລະ ຍອມຮັບຫຼາຍຍິ່ງຂຶ້ນວ່າພວກມັນເປັນຄວາມຈິງ, ແຕ່ພວກເຂົາບໍ່ສາມາດຫຼົບຫຼີກຈາກຄວາມຜິດບາບ ຫຼື ຊອກຫາຄວາມສຸກໄດ້ ໂດຍເສື່ອມຊາມ ແລະ ຊົ່ວຮ້າຍຫຼາຍຍິ່ງຂຶ້ນແທນ ຈົມລົງສູ່ຄວາມຜິດບາບ ແລະ ຄວາມເຈັບປວດທີ່ພວກເຂົາບໍ່ສາມາດຫຼົບຫຼີກໄດ້. ໃຫ້ພວກເຮົາພິຈາລະນາເບິ່ງ ແກ່ນແທ້ທີ່ແທ້ຈິງຂອງຄົນທີ່ມີຊື່ສຽງ ແລະ ຍິ່ງໃຫຍ່ເຫຼົ່ານັ້ນທີ່ທຸກຄົນນະມັດສະການ. ພວກເຂົາລ້ວນແລ້ວແຕ່ເປັນຜູ້ທີ່ເຊື່ອໃນລັດທິອະເທວານິຍົມ ແລະ ນັກວິວັດທະນາການທີ່ປະຕິເສດ ແລະ ບໍ່ຍອມຮັບພຣະເຈົ້າ. ພວກເຂົາບໍ່ເຊື່ອວ່າພຣະເຈົ້າມີຢູ່ ຫຼື ເຊື່ອວ່າພຣະອົງປົກຄອງເໜືອທຸກສິ່ງ. ໂດຍສະເພາະແລ້ວ ພວກເຂົາບໍ່ຍອມຮັບຄວາມຈິງທີ່ພຣະເຈົ້າສະແດງອອກ. ໃນການສົນທະນາທັງໝົດຂອງພວກເຂົາ, ບໍ່ມີແມ່ນແຕ່ຄຳເວົ້າດຽວທີ່ເປີດໂປງຄວາມມືດມົວຂອງສັງຄົມ; ບໍ່ມີແມ່ນແຕ່ຄຳເວົ້າດຽວທີ່ເປີດໂປງແກ່ນແທ້ ແລະ ຄວາມເປັນຈິງໃນຄວາມເສື່ອມຊາມຂອງມະນຸດທີ່ເກີດຂຶ້ນຈາກຊາຕານ; ບໍ່ມີແມ່ນແຕ່ຄຳເວົ້າດຽວທີ່ເປີດໂປງທຳມະຊາດ ແລະ ແກ່ນແທ້ທີ່ຊົ່ວຮ້າຍຂອງຊົນຊັ້ນປົກຄອງ ຫຼື ເປັນພະຍານໃຫ້ກັບການມີຢູ່ຂອງພຣະເຈົ້າ ແລະ ພາລະກິດຂອງພຣະເຈົ້າ ຫຼື ເປັນພະຍານໃຫ້ກັບການກະທຳຂອງພຣະເຈົ້າ ແລະ ຄວາມຮັກຂອງພຣະເຈົ້າ ຫຼື ສອດຄ່ອງກັບຄວາມຈິງໃນພຣະທຳຂອງພຣະເຈົ້າ. ຄຳເວົ້າທຸກຄຳຂອງພວກເຂົາຄືຄວາມເຫັນນອກຮີດ ແລະ ຄວາມເຊື່ອຜິດໆທີ່ປະຕິເສດ ແລະ ຕໍ່ຕ້ານພຣະເຈົ້າ. ໂດຍລວມແລ້ວ, ການສົນທະນາຂອງພວກເຂົາແມ່ນເພື່ອຄໍ້າຊູຜົນປະໂຫຍດຂອງຊົນຊັ້ນປົກຄອງ, ເພື່ອນໍາພາຢ່າງຜິດໆ, ເຮັດໃຫ້ເສື່ອມຊາມ ແລະ ທຳຮ້າຍມະນຸດຊາດ ແລະ ຜົນຕາມມາກໍຄື ພວກເຂົາໄດ້ນໍາພາມະນຸດຊາດຢ່າງຜິດໆສູ່ເສັ້ນທາງທີ່ມືດມົວ ແລະ ຊົ່ວຮ້າຍ ແລະ ມະນຸດຊາດໄດ້ກາຍມາເປັນພັກພວກຂອງຊາຕານທີ່ຕໍ່ຕ້ານ ແລະ ທໍລະຍົດພຣະເຈົ້າ. ຄົນປະເພດໃດຢູ່ໃນຊົນຊັ້ນປົກຄອງ? ພວກເຂົາມີຄຸນນະທຳ ແລະ ມີສະຕິປັນຍາບໍ? ບໍ່ເລີຍ. ຍັງບໍ່ທັນມີຄົນທີ່ມີຄຸນນະທຳ ແລະ ມີສະຕິປັນຍາແມ່ນແຕ່ຄົນດຽວເທື່ອ. ສິ່ງທີ່ພວກເຂົາເອີ້ນວ່າຄຸນນະທຳ ແລະ ສະຕິປັນຍາ ໄດ້ສະແດງໃຫ້ເຫັນເຖິງສິ່ງທີ່ມັນເປັນ ແລະ ອາຊະຍາກຳທັງໝົດຂອງພວກເຂົາທີ່ຢູ່ເບື້ອງຫຼັງໄດ້ປາກົດແຈ້ງອອກມາ. ມັນຊັດແຈ້ງແລ້ວວ່າ ຕະຫຼອດປະຫວັດສາດທັງໝົດທີ່ຊາຕານເຮັດໃຫ້ມະນຸດຊາດເສື່ອມຊາມ, ບໍ່ມີຜູ້ປົກຄອງທີ່ມີຄຸນນະທຳ ຫຼື ມີສະຕິປັນຍາ ແລະ ທຸກຄົນທີ່ມີອຳນາດກໍເປັນຮູບຮ່າງຂອງຊາຕານ ແລະ ມານຮ້າຍ. ແນວຄິດ ແລະ ທິດສະດີໃດຂອງພວກເຂົາໄດ້ເຮັດໃຫ້ມະນຸດຊາດເສື່ອມຊາມຢ່າງຮ້າຍແຮງທີ່ສຸດ? ລັດທິອະເທວານິຍົມ, ລັດທິວັດຖຸນິຍົມ, ລັດທິການວິວັດທະນາການ ແລະ ລັດທິກອມມູນິດ. ພວກເຂົາໄດ້ແຜ່ກະຈາຍຄວາມເຫັນນອກຮີດ ແລະ ຄວາມເຊື່ອຜິດໆທີ່ນັບບໍ່ຖ້ວນ ເຊິ່ງລວມເຖິງ “ບໍ່ມີພຣະເຈົ້າເລີຍ”, “ບໍ່ເຄີຍມີພຣະຜູ້ໄຖ່ຈັກເທື່ອ”, “ໂຊກຊະຕາຂອງຄົນໆໜຶ່ງແມ່ນຢູ່ໃນມືຂອງເຂົາເອງ” ແລະ “ຄວາມຮູ້ສາມາດປ່ຽນແປງຊະຕາກໍາຂອງທ່ານໄດ້”. ສິ່ງເຫຼົ່ານີ້ຝັງຮາກໃນຫົວໃຈຂອງຜູ້ຄົົນນັບຕັ້ງແຕ່ທີ່ອາຍຸຍັງນ້ອຍ ແລະ ເຕີບໃຫຍ່ເທື່ອລະໜ້ອຍ. ຜົນຕາມມາແມ່ນຫຍັງ? ຜູ້ຄົນເລີ່ມປະຕິເສດພຣະເຈົ້າ ແລະ ທຸກສິ່ງທີ່ມາຈາກພຣະອົງ, ແມ່ນແຕ່ການທີ່ພຣະເຈົ້າເນລະມິດສ້າງສະຫວັນ, ແຜ່ນດິນໂລກ ແລະ ສິ່ງທັງປວງ ແລະ ການທີ່ພຣະອົງປົກຄອງເໜືອສິ່ງທັງປວງ. ມະນຸດຖືກເນລະມິດສ້າງໂດຍພຣະເຈົ້າ, ແຕ່ພວກເຂົາປະຕິເສດຂໍ້ແທ້ຈິງນີ້ ແລະ ພວກເຂົາບິດເບືອນຄວາມຈິງ ໂດຍເວົ້າວ່າມະນຸດວິວັດທະນາຈາກລີງຄືກັບວ່າມະນຸດຢູ່ໃນໝວດດຽວກັນກັບສັດ. ທິດສະດີຄວາມຮູ້ທີ່ເປັນຄວາມເຊື່ອຜິດໆ ແລະ ໂງ່ຈ້າເຫຼົ່ານີ້ໄດ້ຄອບງຳຈິດໃຈຂອງຜູ້ຄົນ, ຍຶດຄອງຫົວໃຈຂອງພວກເຂົາ ແລະ ກາຍມາເປັນສ່ວນໜຶ່ງໃນທຳມະຊາດຂອງພວກເຂົາ, ສະນັ້ນ ພວກເຂົາທຸກຄົນຈຶ່ງປະຕິເສດພຣະເຈົ້າ ແລະ ເຮັດໃຫ້ຕົນເອງອອກຫ່າງຈາກພຣະອົງ ແລະ ມັນຍາກຂຶ້ນເລື້ອຍໆທີ່ພວກເຂົາຈະຍອມຮັບຄວາມຈິງ. ພວກເຂົາຍັງອວດດີ, ຊົ່ວຮ້າຍ ແລະ ເສື່ອມຊາມຫຼາຍຍິ່ງຂຶ້ນຕະຫຼອດເວລາ. ພວກເຂົາສູນເສຍຄວາມສຳນຶກ ແລະ ເຫດຜົນທັງໝົດ, ສູນເສຍຄວາມເປັນມະນຸດຂອງພວກເຂົາຢ່າງສິ້ນເຊີງ ແລະ ຈົບລົງໂດຍທີ່ບໍ່ສາມາດຮັບເອົາຄວາມລອດພົ້ນໄດ້. ນີ້ຄືວິທີການທີ່ຊາຕານເຮັດໃຫ້ມະນຸດຊາດເສື່ອມຊາມໄປຈົນເຖິງຈຸດທີ່ກາຍມາເປັນມານຮ້າຍ. ນີ້ແມ່ນຜົນຕາມມາທີ່ເປັນຕາຢ້ານຂອງການທີ່ຜູ້ຄົນສະແຫວງຫາຄວາມຮູ້ ແລະ ໃຊ້ສິ່ງນັ້ນເພື່ອປ່ຽນແປງໂຊກຊະຕາຂອງພວກເຂົາ. ຂໍ້ແທ້ຈິງໄດ້ສະແດງໃຫ້ເຫັນວ່າ ວິທະຍາສາດ ແລະ ຄວາມຮູ້ບໍ່ແມ່ນຄວາມຈິງ ແລະ ບໍ່ສາມາດກາຍມາເປັນຊີວິດຂອງພວກເຮົາໄດ້, ແຕ່ພວກມັນຂັດກັບຄວາມຈິງ ແລະ ພວກມັນບໍ່ສາມາດເຂົ້າກັບຄວາມຈິງໄດ້. ສິ່ງທີ່ພວກມັນສາມາດເຮັດໄດ້ຄືພຽງແຕ່ເຮັດໃຫ້ເສື່ອມຊາມ, ເປັນອັນຕະລາຍ ແລະ ທຳຮ້າຍມະນຸດຊາດ.
ສະນັ້ນ ເປັນຫຍັງຈຶ່ງເວົ້າວ່າສິ່ງເຫຼົ່ານີ້ບໍ່ແມ່ນຄວາມຈິງ? ມັນເປັນເພາະຄວາມຮູ້ບໍ່ໄດ້ມາຈາກພຣະເຈົ້າ, ແຕ່ມັນມາຈາກການທີ່ຊາຕານເຮັດໃຫ້ມະນຸດເສື່ອມຊາມ. ມັນມາຈາກຜູ້ຄົນທີ່ຍິ່ງໃຫຍ່ ແລະ ມີຊື່ສຽງທີ່ມະນຸດຊາດທີ່ເສື່ອມຊາມໄດ້ເຄົາລົບບູຊາ. ສະນັ້ນ ພວກເຮົາສາມາດເວົ້າດ້ວຍຄວາມໝັ້ນໃຈວ່າຄວາມຮູ້ບໍ່ແມ່ນຄວາມຈິງ. ຢ່າງທຳອິດ, ຄວາມຮູ້ບໍ່ສາມາດຊ່ວຍໃຫ້ຜູ້ຄົນຮູ້ຈັກແກ່ນແທ້ທີ່ເສື່ອມຊາມຂອງພວກເຂົາ ຫຼື ເຮັດໃຫ້ພວກເຂົາຮູ້ຈັກກ່ຽວກັບຕົນເອງ. ຢ່າງທີສອງ, ຄວາມຮູ້ບໍ່ສາມາດຊໍາລະລ້າງອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນ, ແຕ່ເຮັດໃຫ້ຜູ້ຄົນອວດດີຫຼາຍຍິ່ງຂຶ້ນເທົ່ານັ້ນ. ຢ່າງທີສາມ, ຄວາມຮູ້ບໍ່ສາມາດຊ່ວຍມະນຸດຊາດໃຫ້ລອດພົ້ນຈາກຄວາມຜິດບາບ ແລະ ຊໍາລະລ້າງພວກເຂົາ. ຢ່າງທີສີ່, ຄວາມຮູ້ບໍ່ສາມາດຊ່ວຍໃຫ້ພວກເຂົາຮຽນຮູ້ຄວາມຈິງ ແລະ ມາຮູ້ຈັກ ແລະ ຍອມອ່ອນນ້ອມຕໍ່ພຣະເຈົ້າ. ຢ່າງທີຫ້າ, ຄວາມຮູ້ບໍ່ສາມາດຊ່ວຍໃຫ້ຜູ້ຄົນໄດ້ຮັບຄວາມສຸກທີ່ແທ້ຈິງ ຫຼື ນໍາແສງສະຫວ່າງມາສູ່ພວກເຂົາ ແລະ ໂດຍສະເພາະແລ້ວແມ່ນບໍ່ສາມາດມອບຈຸດໝາຍປາຍທາງທີ່ສວຍງາມໃຫ້ກັບພວກເຂົາ. ແລ້ວດ້ວຍເຫດນັ້ນ ຄວາມຮູ້ບໍ່ແມ່ນຄວາມຈິງ ແລະ ມັນບໍ່ສາມາດຊ່ວຍມະນຸດຊາດໃຫ້ລອດພົ້ນຈາກຄວາມຜິດບາບ ຫຼື ກອງກຳລັງຂອງຊາຕານ. ສະນັ້ນ ພວກເຮົາສາມາດໝັ້ນໃຈໄດ້ວ່າຄວາມຮູ້ບໍ່ສາມາດປ່ຽນແປງໂຊກຊະຕາຂອງບຸກຄົນໜຶ່ງໄດ້. ສິ່ງທີ່ມາຈາກພຣະເຈົ້າຄືຄວາມຈິງເທົ່ານັ້ນ; ມີພຽງແຕ່ພຣະທຳຂອງພຣະເຈົ້າທີ່ເປັນຄວາມຈິງ. ມີພຽງແຕ່ຄວາມຈິງເທົ່ານັ້ນທີ່ສາມາດເປັນຊີວິດຂອງຜູ້ຄົນ ແລະ ສາມາດຊໍາລະລ້າງຄວາມເສື່ອມຊາມຂອງພວກເຂົາ, ເຮັດໃຫ້ພວກເຂົາຫຼົບຫຼີກຈາກຄວາມຜິດບາບ ແລະ ມີຄວາມບໍລິສຸດ. ມີພຽງແຕ່ຄວາມຈິງເທົ່ານັ້ນທີ່ປ່ອຍໃຫ້ຜູ້ຄົນຟື້ນຟູຄວາມສຳນຶກ ແລະ ເຫດຜົນຂອງພວກເຂົາ ແລະ ດຳລົງຊີວິດຕາມລັກສະນະທີ່ແທ້ຈິງຂອງມະນຸດ. ມີພຽງແຕ່ຄວາມຈິງເທົ່ານັ້ນທີ່ສາມາດມອບທິດທາງ ແລະ ເປົ້າໝາຍທີ່ແທ້ຈິງໃນຊີວິດໃຫ້ກັບຜູ້ຄົນ ແລະ ມີພຽງແຕ່ຄວາມຈິງເທົ່ານັ້ນທີ່ສາມາດຊ່ວຍໃຫ້ຜູ້ຄົນຮູ້ຈັກພຣະເຈົ້າ, ຮັບເອົາພອນຂອງພຣະອົງ ແລະ ຮັບເອົາຈຸດໝາຍປາຍທາງທີ່ສວຍງາມ. ນັ້ນຄືເຫດຜົນທີ່ມີພຽງແຕ່ຄວາມຈິງເຊິ່ງຖືກກ່າວອອກໂດຍພຣະເຈົ້າໃນເນື້ອໜັງ ຈຶ່ງສາມາດຊ່ວຍມະນຸດຊາດຈາກກອງກຳລັງຂອງຊາຕານ, ເຮັດໃຫ້ພວກເຂົາຫັນກັບມາຫາພຣະເຈົ້າຢ່າງສົມບູນ. ມີພຽງແຕ່ພຣະຜູ້ຊ່ວຍໃຫ້ລອດພົ້ນເທົ່ານັ້ນທີ່ສາມາດຊ່ວຍມະນຸດຊາດໃຫ້ລອດພົ້ນ ແລະ ປະຕິວັດໂຊກຊະຕາຂອງມະນຸດຊາດ, ເຮັດໃຫ້ພວກເຮົາມີຈຸດໝາຍປາຍທາງທີ່ອັດສະຈັນ. ສະນັ້ນ ເປັນຫຍັງຄວາມຮູ້ຈຶ່ງບໍ່ສາມາດຊ່ວຍມະນຸດໃຫ້ລອດພົ້ນ? ມັນເປັນເພາະມະນຸດຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງຮ້າຍແຮງເກີນໄປ ໂດຍມີທຳມະຊາດຂອງຊາຕານ ແລະ ດຳລົງຊີວິດໃນອຸປະນິໄສຂອງຊາຕານ, ເຮັດບາບ ແລະ ເຮັດຄວາມຊົ່ວຮ້າຍຢູ່ສະເໝີ. ພວກເຂົາສາມາດເຮັດຄວາມຊົ່ວຮ້າຍຫຍັງກໍຕາມໃນສະຖານະການທີ່ຖືກຕ້ອງ ແລະ ໃນຊ່ວງເວລາທີ່ພວກເຂົາໄດ້ຮັບອຳນາດ, ພວກເຂົາສະແດງທາດແທ້ຂອງພວກເຂົາ ແລະ ອອກອາລະວາດ. ແລ້ວຄວາມຮູ້ມາຈາກຄວາມເປັນມະນຸດທີ່ເສື່ອມຊາມ, ຈາກຊາຕານ, ສະນັ້ນ ຄວາມຮູ້ຈຶ່ງບໍ່ແມ່ນຄວາມຈິງ. ບໍ່ວ່າມະນຸດຊາດທີ່ເສື່ອມຊາມຈະຮຽນຮູ້ຫຼາຍສໍ່າໃດກໍຕາມ, ພວກເຂົາບໍ່ສາມາດຮູ້ຈັກແກ່ນແທ້ ແລະ ຄວາມຈິງໃນຄວາມເສື່ອມຊາມຂອງພວກເຂົາເອງ ແລະ ພວກເຂົາບໍ່ສາມາດກັບໃຈ ແລະ ຫັນມາຫາພຣະເຈົ້າຢ່າງແທ້ຈິງ. ບໍ່ມີຄວາມຮູ້ໃນປະລິມານໃດທີ່ສາມາດແກ້ໄຂທຳມະຊາດທີ່ຜິດບາບຂອງບຸກຄົນໜຶ່ງ, ແລ້ວແຮງໄກທີ່ຈະປ່ຽນແປງອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ. ບໍ່ວ່າມະນຸດຊາດຈະຮູ້ຫຼາຍສໍ່າໃດກໍຕາມ, ພວກເຂົາບໍ່ສາມາດຫຼົບຫຼີກຈາກຄວາມຜິດບາບ ຫຼື ກອງກຳລັງຂອງຊາຕານ ແລະ ບັນລຸຄວາມບໍລິສຸດ. ໂດຍທີ່ບໍ່ຍອມຮັບຄວາມຈິງ, ພວກເຂົາບໍ່ສາມາດບັນລຸການຍອມອ່ອນນ້ອມຕໍ່ພຣະເຈົ້າ ແລະ ບໍ່ສາມາດແກ້ໄຂບັນຫາໃນທຳມະຊາດທີ່ຜິດບາບຂອງພວກເຂົາຈັກເທື່ອ. ຍິ່ງຄວາມຮູ້ຂອງມະນຸດຊາດສູງສົ່ງຫຼາຍສໍ່າໃດ, ມັນກໍຍາກທີ່ຈະຍອມຮັບຄວາມຈິງຫຼາຍສໍ່ານັ້ນ ແລະ ພວກເຂົາຍິ່ງມີແນວໂນ້ມທີ່ຈະປະຕິເສດ ແລະ ຕໍ່ຕ້ານພຣະເຈົ້າຫຼາຍສໍ່ານັ້ນ. ເມື່ອຜູ້ຄົນສະແຫວງຫາຄວາມຮູ້ຫຼາຍສໍ່າໃດ, ພວກເຂົາຍິ່ງອວດດີ ແລະ ຖືວ່າຕົນເອງຊອບທຳ ແລະ ມີຄວາມທະເຍີທະຍານຫຼາຍສໍ່ານັ້ນ. ພວກເຂົາບໍ່ສາມາດຫ້າມໃຫ້ຕົນເອງບໍ່ກ້າວສູ່ເສັ້ນທາງແຫ່ງຄວາມຜິດບາບໄດ້. ນັ້ນຄືເຫດຜົນ ທີ່ຄວາມຮູ້ສາມາດພຽງແຕ່ເຮັດໃຫ້ຜູ້ຄົນເສື່ອມຊາມ, ເປັນອັນຕະລາຍ ແລະ ທຳຮ້າຍຜູ້ຄົນ. ຫຼາຍຄົນບໍ່ສາມາດເຫັນແກ່ນແທ້ທີ່ແທ້ຈິງຂອງຄວາມຮູ້ ຫຼື ເຫັນວ່າມັນມີຈຸດດີຫຍັງແທ້ໆ. ພວກເຂົາບໍ່ສາມາດເຫັນຕົ້ນກຳເນີດ, ແຫຼ່ງກຳເນີດຂອງຄວາມຮູ້, ແຕ່ນະມັດສະການ ແລະ ສະແຫວງຫາມັນຢ່າງຫຼັບຫູຫຼັບຕາ ແທນທີ່ຈະສະແຫວງຫາຄວາມຈິງ. ເປັນຫຍັງທຸກຄົນທີ່ມີຊື່ສຽງເຫຼົ່ານີ້ຈຶ່ງເຮັດຫຼາຍສິ່ງທີ່ຊົ່ວຮ້າຍ, ນໍາການທົນທຸກມາສູ່ຜູ້ຄົນ ແລະ ທຳຮ້າຍປະເທດຫຼັງຈາກທີ່ໄດ້ຮັບອຳນາດ, ກໍ່ໃຫ້ເກີດຄວາມຫາຍະນະທຸກປະເພດ, ເຮັດສິ່ງທີ່ຜິດຢ່າງໂຫດຮ້າຍຈົນບໍ່ສາມາດຮັບເອົາການໄຖ່ບາບໄດ້? ສິ່ງເຫຼົ່ານັ້ນເປັນຜົນຕາມມາຂອງການນະມັດສະການ ແລະ ການສະແຫວງຫາຄວາມຮູ້. ສິ່ງນີ້ສະແດງໃຫ້ພວກເຮົາເຫັນວ່າຄວາມຮູ້ບໍ່ສາມາດປ່ຽນແປງໂຊກຊະຕາຂອງບຸກຄົນໜຶ່ງ ແລະ ບໍ່ວ່າຄວາມຮູ້ຂອງຄົນໆໜຶ່ງຈະສູງສົ່ງສໍ່າໃດກໍຕາມ, ພວກເຂົາບໍ່ສາມາດໄດ້ຮັບຄວາມລອດພົ້ນຈາກພຣະເຈົ້າໄດ້ ຖ້າພວກເຂົາບໍ່ມີຄວາມເຊື່ອ ແລະ ຍອມຮັບຄວາມຈິງ. ພວກເຂົາຈະບໍ່ໄດ້ຮັບພອນຈາກພຣະເຈົ້າ ຫຼື ມີໂຊກຊະຕາທີ່ດີ ບໍ່ວ່າຄວາມຮູ້ຂອງພວກເຂົາຈະສູງສົ່ງສໍ່າໃດກໍຕາມ, ແຕ່ຈະໄປນະຮົກ ເມື່ອພວກເຂົາຕາຍ. ພຣະເຈົ້າຊອບທຳ ແລະ ພຣະອົງປົກຄອງເໜືອຊະຕາກຳຂອງມະນຸດຊາດ, ສະນັ້ນ ຜູ້ໃດກໍຕາມທີ່ບໍ່ໄດ້ຮັບການຮອງຮັບ ຫຼື ພອນຈາກພຣະອົງກໍບໍ່ສາມາດມີໂຊກຊະຕາທີ່ດີ, ແຕ່ຖືກກຳນົດໃຫ້ໄດ້ຮັບຄວາມພິນາດ, ຄວາມຫາຍະນະ ແລະ ນະຮົກຢ່າງແນ່ນອນ.
ຕອນນີ້ ຄົນທີ່ມີສະຕິປັນຍາໄດ້ຢຸດຍົກຍໍຄວາມຮູ້ ແຕ່ກຳລັງປາຖະໜາໃຫ້ຜູ້ບໍລິສຸດມາເຖິງ, ໃຫ້ພຣະຜູ້ຊ່ວຍໃຫ້ລອດພົ້ນໄດ້ລົງມາ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນ. ບໍ່ມີຜູ້ໃດຫວັງວ່າຄົນທີ່ມີຊື່ສຽງ ແລະ ຍິ່ງໃຫຍ່ຄົນໃດຈະຊ່ວຍມະນຸດຊາດໃຫ້ລອດພົ້ນ. ພວກເຂົາບໍ່ສາມາດຊ່ວຍແມ່ນແຕ່ຕົນເອງໃຫ້ລອດພົ້ນ, ສະນັ້ນ ພວກເຂົາຈະສາມາດຊ່ວຍມະນຸດຊາດທັງປວງໃຫ້ລອດພົ້ນໄດ້ແນວໃດ? ຂໍ້ແທ້ຈິງໄດ້ສະແດງໃຫ້ພວກເຮົາເຫັນວ່າ ຄວາມຮູ້ບໍ່ສາມາດຮັບປະກັນໂຊກຊະຕາທີ່ດີ ແລະ ແນວຄິດການພັດທະນາຜ່ານວິທະຍາສາດ ແລະ ການສຶກສາເປັນພຽງສິ່ງທີ່ໄຮ້ສາລະ. ມີພຽງແຕ່ພຣະຜູ້ຊ່ວຍໃຫ້ລອດພົ້ນເທົ່ານັ້ນທີ່ສາມາດຊ່ວຍມະນຸດຊາດຈາກຄວາມຜິດບາບ ແລະ ກອງກຳລັງຂອງຊາຕານ; ມີພຽງແຕ່ພຣະຜູ້ຊ່ວຍໃຫ້ລອດພົ້ນທີ່ກ່າວຄວາມຈິງເທົ່ານັ້ນທີ່ສາມາດນໍາພາພວກເຮົາສູ່ເສັ້ນທາງແຫ່ງແສງສະຫວ່າງ; ມີພຽງແຕ່ການຍອມຮັບຄວາມຈິງທັງໝົດທີ່ພຣະຜູ້ຊ່ວຍໃຫ້ລອດພົ້ນໄດ້ກ່າວອອກເທົ່ານັ້ນ ທີ່ສາມາດເຮັດໃຫ້ພວກເຮົາເປັນອິດສະຫຼະຈາກຄວາມເສື່ອມຊາມຂອງຊາຕານ ເພື່ອວ່າພວກເຮົາຈະສາມາດໄດ້ຮັບຄວາມລອດພົ້ນຢ່າງສົມບູນຈາກພຣະເຈົ້າ ແລະ ຮັບເອົາການຮອງຮັບ ແລະ ພອນຂອງພຣະອົງ. ນີ້ເປັນວິທີດຽວທີ່ຈະປ່ຽນແປງໂຊກຊະຕາຂອງພວກເຮົາຢ່າງສົມບູນ. ມັນເປັນທີ່ຊັດເຈນແລ້ວວ່າການປ່ຽນແປງຊະຕາກຳຂອງບຸກຄົນໜຶ່ງ ເກີດຂຶ້ນໂດຍການຍອມຮັບການປາກົດຕົວ ແລະ ພາລະກິດຂອງພຣະຜູ້ຊ່ວຍໃຫ້ລອດພົ້ນ ໂດຍການຍອມຮັບຄວາມຈິງທັງໝົດທີ່ກ່າວອອກໂດຍພຣະຜູ້ຊ່ວຍໃຫ້ລອດພົ້ນໃນຍຸກສຸດທ້າຍ ແລະ ໂດຍການຖືກຊໍາລະລ້າງຜ່ານການຍອມຮັບການພິພາກສາແຫ່ງຍຸກສຸດທ້າຍຂອງພຣະເຈົ້າ. ຖ້າຈະເວົ້າໃຫ້ງ່າຍໆ, ວິທີດຽວທີ່ຈະປະຕິວັດໂຊກຊະຕາຂອງຄົນໃດໜຶ່ງຄືການຍອມຮັບຄວາມຈິງ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ພຣະເຈົ້າໄດ້ສ້າງໂລກນີ້, ພຣະອົງໄດ້ສ້າງມະນຸດຊາດນີ້ ແລະ ຍິ່ງໄປກວ່ານັ້ນ ພຣະອົງເປັນຜູ້ສ້າງວັດທະນະທຳຂອງຊາວເກຣັກບູຮານ ແລະ ອາລິຍະທຳຂອງມະນຸດ. ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ປອບໂຍນມະນຸດຊາດ ແລະ ມີພຽງພຣະເຈົ້າເທົ່ານັ້ນທີ່ດູແລມະນຸດຊາດທັງກາງຄືນ ແລະ ກາງເວັນ. ການພັດທະນາ ແລະ ຄວາມກ້າວໜ້າຂອງມະນຸດແມ່ນບໍ່ສາມາດແຍກອອກຈາກອຳນາດການປົກຄອງຂອງພຣະເຈົ້າໄດ້ ແລະ ປະຫວັດສາດ ແລະ ອະນາຄົດຂອງມະນຸດຊາດບໍ່ສາມາດໜີລອດຈາກການປະດິດສ້າງຂອງພຣະເຈົ້າໄດ້. ຖ້າເຈົ້າເປັນຄຣິດສຕຽນທີ່ແທ້ຈິງ ແລ້ວເຈົ້າກໍຈະເຊື່ອຢ່າງແນ່ນອນວ່າ ຄວາມຈະເລີນຮຸ່ງເຮືອງ ແລະ ຄວາມຫຼົ້ມຈົມຂອງປະເທດ ຫຼື ຊົນຊາດໃດກໍຕາມແມ່ນເກີດຂຶ້ນຕາມການປະດິດສ້າງຂອງພຣະເຈົ້າ. ພຣະເຈົ້າເທົ່ານັ້ນທີ່ຮູ້ຈັກຊະຕາກໍາຂອງປະເທດຊາດ ຫຼື ຊົນຊາດໄດ້ ແລະ ພຣະເຈົ້າເທົ່ານັ້ນທີ່ຄວບຄຸມວິທີທາງຂອງມະນຸດຊາດ. ຖ້າມະນຸດຊາດປາຖະໜາທີ່ຈະມີຊະຕາກໍາທີ່ດີ, ຖ້າປະເທດໃດໜຶ່ງປາຖະໜາທີ່ຈະມີຊະຕາກໍາທີ່ດີ ແລ້ວມະນຸດຕ້ອງກົ້ມລົງນະມັດສະການພຣະເຈົ້າ, ສຳນຶກຜິດ ແລະ ສາລະພາບບາບຕໍ່ໜ້າພຣະເຈົ້າ ຫຼື ບໍ່ດັ່ງນັ້ນ ຊະຕາກໍາ ແລະ ຈຸດໝາຍປາຍທາງຂອງມະນຸດຈະສິ້ນສຸດລົງດ້ວຍຄວາມຫາຍຍະນະຢ່າງແນ່ນອນ” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາກພະໜວກ 2: ພຣະເຈົ້າຊົງຄຸ້ມຄອງຢູ່ເໜືອຊະຕາກໍາຂອງມະນຸດຊາດທັງມວນ).
ຕອນນີ້ ພວກເຮົາສາມາດເຫັນໄດ້ຢ່າງຊັດເຈນວ່າ ປັນຍາຊົນບໍ່ສາມາດຊ່ວຍແມ່ນແຕ່ຕົນເອງໃຫ້ລອດພົ້ນ, ສະນັ້ນ ພວກເຂົາຈະສາມາດຊ່ວຍມະນຸດຊາດໃຫ້ລອດພົ້ນໄດ້ແນວໃດ? ມີພຽງແຕ່ພຣະຜູ້ຊ່ວຍໃຫ້ລອດພົ້ນເທົ່ານັ້ນທີ່ສາມາດຊ່ວຍມະນຸດຊາດຈາກຄວາມຜິດບາບ ແລະ ນໍາແສງສະຫວ່າງ, ຄວາມສຸກ ແລະ ຈຸດໝາຍປາຍທາງທີ່ສວຍງາມມາສູ່ມະນຸດຊາດ. ແລ້ວຜູ້ໃດຄືພຣະຜູ້ຊ່ວຍໃຫ້ລອດພົ້ນ? ບໍ່ຕ້ອງສົງໄສເລີຍວ່າ ພຣະອົງເປັນພຣະເຈົ້າທີ່ບັງເກີດເປັນມະນຸດໃນຮູບຮ່າງຂອງມະນຸດ, ມາຢູ່ທ່າມກາງມະນຸດຊາດເພື່ອພາລະກິດແຫ່ງຄວາມລອດພົ້ນ. ພຣະອົງເປັນພຣະຜູ້ຊ່ວຍໃຫ້ລອດພົ້ນຂອງພວກເຮົາ. ພວກເຮົາສາມາດເວົ້າໄດ້ວ່າພຣະຜູ້ຊ່ວຍໃຫ້ລອດພົ້ນເປັນຮູບຮ່າງຂອງພຣະເຈົ້າ, ພຣະອົງເປັນພຣະເຈົ້າທີ່ສວມໃສ່ເນື້ອໜັງຂອງມະນຸດ. ນັ້ນຄືຄວາມໝາຍຂອງການບັງເກີດເປັນມະນຸດ. ສະນັ້ນ ພຣະເຈົ້າທີ່ບັງເກີດເປັນມະນຸດເປັນພຣະຜູ້ຊ່ວຍໃຫ້ລອດພົ້ນທີ່ລົງມາຢູ່ທ່າມກາງພວກເຮົາ. ພຣະເຈົ້າໄດ້ບັງເກີດເປັນມະນຸດສອງຄັ້ງເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ ນັບຕັ້ງແຕ່ທີ່ພຣະອົງໄດ້ເນລະມິດສ້າງມະນຸດຊາດ. 2.000 ປີກ່ອນ, ພຣະອົງໄດ້ກາຍມາເປັນເນື້ອໜັງດັ່ງພຣະເຢູເຈົ້າ ແລະ ກ່າວໃນຄຳເທດສະໜາວ່າ “ຈົ່ງສຳນຶກຜິດ ຍ້ອນອານາຈັກແຫ່ງສະຫວັນໃກ້ມາເຖິງແລ້ວ” (ມັດທາຍ 4:17). ພຣະອົງກ່າວຄວາມຈິງຫຼາຍຢ່າງ ແລະ ຖືກຄຶງເທິງໄມ້ກາງແຂນເພື່ອໄຖ່ມະນຸດຊາດໃນທີ່ສຸດ ໂດຍເຮັດໜ້າທີ່ເປັນເຄື່ອງບູຊາແທນຄວາມຜິດບາບສຳລັບມະນຸດຊາດ. ນີ້ຄືການສຳແດງອອກທີ່ຊັດເຈນກ່ຽວກັບຄວາມຮູ້ຂອງພຣະເຈົ້າສຳລັບມະນຸດ. ຜູ້ຄົນຈາກທົ່ວໂລກໄດ້ຍອມຮັບພຣະເຢູເຈົ້າເປັນພຣະຜູ້ຊ່ວຍໃຫ້ລອດພົ້ນຂອງພວກເຂົາ, ສາລະພາບ ແລະ ກັບໃຈມາຫາພຣະເຈົ້າ ແລະ ໄດ້ຮັບການອະໄພຄວາມຜິດບາບຂອງພວກເຂົາ. ພວກເຂົາໄດ້ຮັບຄວາມສະຫງົບ ແລະ ຄວາມປິຕິຍິນດີທີ່ພຣະເຈົ້າໄດ້ປະທານໃຫ້ພ້ອມກັບຄວາມກະລຸນາຈຳນວນຫຼວງຫຼາຍຈາກພຣະອົງ. ເມື່ອພຣະເຢຊູເຈົ້າສຳເລັດພາລະກິດແຫ່ງການໄຖ່ບາບຂອງພຣະອົງ, ພຣະອົງໄດ້ທຳນາຍຫຼາຍຄັ້ງວ່າ “ເຮົາມາຢ່າງໄວວາ” ແລະ “ການສະເດັດມາຂອງບຸດມະນຸດ”. “ຍ້ອນບຸດມະນຸດຈະມາໃນເວລາທີ່ທ່ານຄິດບໍ່ເຖິງ” (ມັດທາຍ 24:44). ນັ້ນຄືເຫດຜົນທີ່ທຸກຄົນທີ່ໄດ້ຍອມຮັບພຣະເຢຊູເຈົ້າເປັນພຣະຜູ້ຊ່ວຍໃຫ້ລອດພົ້ນຂອງພວກເຂົາ ກຳລັງລໍຖ້າໃຫ້ພຣະອົງກັບມາໃນຍຸກສຸດທ້າຍເພື່ອໃຫ້ພຣະຜູ້ຊ່ວຍໃຫ້ລອດພົ້ນລົງມາ ແລະ ຊ່ວຍພວກເຂົາໃຫ້ລອດພົ້ນ ແລະ ພາພວກເຂົາເຂົ້າສູ່ອານາຈັກສະຫວັນ. ພຣະເຢຊູເຈົ້າໄດ້ທຳນາຍວ່າ “ເຮົາຍັງມີຫລາຍສິ່ງທີ່ຈະບອກພວກເຈົ້າ ແຕ່ໃນເວລານີ້ພວກເຈົ້າອາດຈະບໍ່ສາມາດທົນໄດ້. ເຖິງຢ່າງໃດກໍຕາມເມື່ອພຣະອົງ ຜູ້ເປັນພຣະວິນຍານແຫ່ງຄວາມຈິງ ສະເດັດມາ, ພຣະອົງຈະນຳທາງພວກເຈົ້າໄປສູ່ຄວາມຈິງທັງໝົດ” (ໂຢຮັນ 16:12-13). “ໃຫ້ຊໍາລະລ້າງພວກເຂົາໃຫ້ບໍລິສຸດຜ່ານຄວາມຈິງຂອງພຣະອົງ: ພຣະທຳຂອງພຣະອົງເປັນຄວາມຈິງ” (ໂຢຮັນ 17:17). ໂດຍອີງໃສ່ຄຳທຳນາຍຂອງພຣະອົງ, ພຣະເຈົ້າຈະກາຍມາເປັນເນື້ອໜັງດັ່ງບຸດມະນຸດໃນຍຸກສຸດທ້າຍ ແລະ ກ່າວຄວາມຈິງເພື່ອຊໍາລະລ້າງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນຢ່າງສົມບູນ ເພື່ອພາມະນຸດຊາດໄປສູ່ຈຸດໝາຍປາຍທາງທີ່ສວຍງາມ. ສະນັ້ນ ພຣະເຈົ້າທີ່ບັງເກີດເປັນມະນຸດໃນຍຸກສຸດທ້າຍເປັນພຣະຜູ້ຊ່ວຍໃຫ້ລອດພົ້ນທີ່ປາກົດຕົວຕໍ່ມະນຸດຊາດ. ສະນັ້ນ ພວກເຮົາຄວນຕ້ອນຮັບພຣະຜູ້ຊ່ວຍໃຫ້ລອດພົ້ນແນວໃດ? ພຣະເຢຊູເຈົ້າຊົງກ່າວໄວ້ວ່າ: “ຝູງແກະຂອງເຮົາໄດ້ຍິນສຽງຂອງເຮົາ” (ໂຢຮັນ 10:27). “ຄົນໃດມີຫູ ຄົນນັ້ນຈົ່ງຟັງສິ່ງທີ່ພຣະວິນຍານກ່າວຕໍ່ຄຣິສຕະຈັກ” (ພຣະນິມິດ 2:7). ພຣະເຢຊູເຈົ້າໄດ້ເຕືອນພວກເຮົາຊໍ້າແລ້ວຊໍ້າອີກວ່າ ກະແຈສູ່ການຕ້ອນຮັບພຣະຜູ້ເປັນເຈົ້າຄືການຟັງສຽງຂອງພຣະເຈົ້າ ແລະ ການຍອມຮັບຄວາມຈິງທີ່ພຣະເຈົ້າໄດ້ກ່າວອອກ ເມື່ອພຣະອົງກັບຄືນມາໃນຍຸກສຸດທ້າຍ. ໄພພິບັດຢູ່ຕໍ່ໜ້າຕໍ່ຕາພວກເຮົາໃນຕອນນີ້. ພວກເຮົາສາມາດເຫັນວ່າໃນທົ່ວໂລກ ມີພຽງແຕ່ພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ໄດ້ກ່າວຄວາມຈິງທັງໝົດທີ່ຊ່ວຍມະນຸດຊາດໃຫ້ລອດພົ້ນ ແລະ ບໍ່ມີຜູ້ໃດນອກຈາກພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ໄດ້ກ່າວຄວາມຈິງ. ສິ່ງນີ້ໄດ້ພິສູດວ່າ ພຣະເຈົ້າອົງຊົງລິດທານຸພາບສູງສຸດເປັນພຣະເຢຊູເຈົ້າທີ່ກັບຄືນມາ, ພຣະອົງເປັນພຣະຜູ້ຊ່ວຍໃຫ້ລອດພົ້ນທີ່ມາເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນໃນຍຸກສຸດທ້າຍ. ນີ້ຄືຂ່າວສ່ວນທີ່ດີຫຼາຍແທ້ໆ. ວິທີດຽວທີ່ພວກເຮົາສາມາດປ່ຽນແປງໂຊກຊະຕາຂອງພວກເຮົາຄືການຍອມຮັບຄວາມລອດພົ້ນຂອງພຣະຜູ້ຊ່ວຍໃຫ້ລອດພົ້ນ ແລະ ຍອມຮັບຄວາມຈິງທີ່ພຣະເຈົ້າໄດ້ກ່າວອອກ.
ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ໃນຍຸກສຸດທ້າຍ ພຣະຄຣິດໃຊ້ຫຼາກຫຼາຍຄວາມຈິງເພື່ອສັ່ງສອນມະນຸດ, ເປີດໂປງແກ່ນແທ້ຂອງມະນຸດ ແລະ ວິເຄາະຄໍາເວົ້າ ແລະ ການກະທຳຂອງມະນຸດ. ພຣະທໍາເຫຼົ່ານີ້ປະກອບດ້ວຍຄວາມຈິງຫຼາຍປະການ, ເຊັ່ນ: ໜ້າທີ່ຂອງມະນຸດ, ວິທີມະນຸດຄວນເຊື່ອຟັງພຣະເຈົ້າ, ວິທີມະນຸດຄວນຈົງຮັກພັກດີຕໍ່ພຣະເຈົ້າ, ວິທີທີ່ມະນຸດຄວນສະແດງຄວາມປະພຶດຕົນແບບມະນຸດປົກກະຕິທົ່ວໄປ ພ້ອມດ້ວຍສະຕິປັນຍາ ແລະ ອຸປະນິໄສຂອງພຣະເຈົ້າ ແລະ ອື່ນໆ. ພຣະທໍາເຫຼົ່ານີ້ແມ່ນເນັ້ນໃສ່ແກ່ນແທ້ ແລະ ອຸປະນິໄສທີ່ເສື່ອມຊາມຂອງມະນຸດໂດຍກົງ. ໂດຍສະເພາະແລ້ວ ພຣະທຳທີ່ເປີດໂປງວິທີມະນຸດທີ່ປະຕິເສດພຣະເຈົ້າໃນເລື່ອງທີ່ກ່ຽວກັບວິທີທີ່ມະນຸດເປັນຮູບຮ່າງປາກົດຂອງຊາຕານ ແລະ ເປັນກໍາລັງສັດຕູທີ່ຕໍ່ຕ້ານພຣະເຈົ້າ. ໃນການປະຕິບັດພາລະກິດພິພາກສາຂອງພຣະເຈົ້າ, ພຣະອົງບໍ່ພຽງແຕ່ເຮັດໃຫ້ທໍາມະຊາດຂອງມະນຸດຊັດເຈນດ້ວຍພຣະທໍາສອງສາມຂໍ້ເທົ່ານັ້ນ; ແຕ່ພຣະອົງເປີດໂປງ, ຈັດການ ແລະ ລິຮານມັນໃນໄລຍະຍາວ. ວິທີການເປີດໂປ່ງ, ຈັດການ ແລະ ລິຮານເຫຼົ່ານີ້ບໍ່ສາມາດທົດແທນດ້ວຍຄໍາກ່າວທໍາມະດາ ແຕ່ທົດແທນດ້ວຍຄວາມຈິງທີ່ມະນຸດບໍ່ມີແທ້ໆ. ມີພຽງວິທີການແບບນີ້ເທົ່ານັ້ນຈຶ່ງຖືກເອີ້ນວ່າເປັນການພິພາກສາ; ຜ່ານການພິພາກສາແບບນີ້ເທົ່ານັ້ນ ທີ່ຈະສາມາດເອົາຊະນະມະນຸດ ແລະ ເຮັດໃຫ້ມະນຸດຍອມອ່ອນນ້ອມຕໍ່ພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນກໍຮັບເອົາຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະອົງ. ສິ່ງທີ່ພາລະກິດແຫ່ງການພິພາກສານໍາມາ ກໍຄືຄວາມເຂົ້າໃຈຂອງມະນຸດຕໍ່ໃບໜ້າທີ່ແທ້ຈິງຂອງພຣະເຈົ້າ ແລະ ຄວາມຈິງກ່ຽວກັບການກະບົດຂອງເຂົາເອງ. ພາລະກິດແຫ່ງການພິພາກສາເຮັດໃຫ້ມະນຸດເຂົ້າໃຈຈຸດປະສົງຂອງພຣະເຈົ້າຫຼາຍຂຶ້ນ, ເຂົ້າໃຈຈຸດປະສົງຂອງພາລະກິດຂອງພຣະອົງ ແລະ ເຂົ້າໃຈເຖິງຄວາມລຶກລັບທີ່ເຂົາບໍ່ອາດສາມາດເຂົ້າໃຈໄດ້. ພາລະກິດດັ່ງກ່າວຍັງສາມາດເຮັດໃຫ້ມະນຸດຮັບຮູ້ ແລະ ຮູ້ຈັກທາດແທ້ທີ່ເສື່ອມຊາມຂອງເຂົາ ແລະ ຕົ້ນຕໍຂອງຄວາມເສື່ອມຊາມຂອງຕົນ ພ້ອມທັງຄົ້ນພົບຄວາມໜ້າລັງກຽດຂອງມະນຸດອີກດ້ວຍ. ຜົນກະທົບເຫຼົ່ານີ້ແມ່ນເກີດຂຶ້ນໂດຍພາລະກິດແຫ່ງການພິພາກສາທັງໝົດ ເພາະວ່າທາດແທ້ຂອງພາລະກິດນີ້ຄືພາລະກິດແຫ່ງການເປີດເຜີຍຄວາມເປັນຈິງ, ຫົນທາງ ແລະ ຊີວິດຂອງພຣະເຈົ້າ ໃຫ້ກັບຜູ້ທີ່ມີຄວາມສັດທາໃນພຣະອົງແທ້ໆ. ພາລະກິດນີ້ແມ່ນພາລະກິດແຫ່ງການພິພາກສາທີ່ພຣະເຈົ້າໄດ້ປະຕິບັດ” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຣິດປະຕິບັດພາລະກິດແຫ່ງການພິພາກສາດ້ວຍຄວາມຈິງ).
ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວຄວາມຈິງຫຼາຍຢ່າງ ເຊິ່ງຖືກເກັບຮັກສາໄວ້ໃນໜັງສືພຣະທຳຂອງພຣະເຈົ້າ ເຊັ່ນ: ພຣະທໍາປາກົດໃນຮ່າງກາຍ ເຊິ່ງມີພຣະທຳທັງໝົດຫຼາຍລ້ານຂໍ້ ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນຄວາມຈິງທັງໝົດທີ່ພຣະເຈົ້າໄດ້ກ່າວອອກສຳລັບພາລະກິດແຫ່ງການພິພາກສາຂອງພຣະອົງໃນຍຸກສຸດທ້າຍ ແລະ ມີຫຼາຍກວ່າຄວາມຈິງທີ່ພຣະເຈົ້າໄດ້ກ່າວອອກໃນຍຸກແຫ່ງພຣະບັນຍັດ ແລະ ຍຸກແຫ່ງພຣະຄຸນ. ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ເປີດເຜີຍຄວາມເລິກລັບທັງໝົດໃນພາລະກິດຄຸ້ມຄອງຂອງພຣະອົງເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ, ພຣະອົງໄດ້ເປີດເຜີຍຄວາມເລິກລັບທັງໝົດໃນພຣະຄຳພີທີ່ຜູ້ຄົນບໍ່ເຄີຍເຂົ້າໃຈຈັກເທື່ອ ແລະ ພຣະອົງໄດ້ເປີດເຜີຍຄວາມຈິງກ່ຽວກັບຄວາມເສື່ອມຊາມຂອງມະນຸດຊາດທີ່ເກີດຂຶ້ນໂດຍຊາຕານ ແລະ ທຳມະຊາດແບບຊາຕານທີ່ຕໍ່ຕ້ານພຣະເຈົ້າຂອງພວກເຮົາ. ສິ່ງນີ້ເຮັດໃຫ້ພວກເຮົາຮັບຮູ້ເຖິງຕົ້ນຕໍຄວາມຜິດບາບຂອງພວກເຮົາ ແລະ ຄວາມຈິງກ່ຽວກັບຄວາມເສື່ອມຊາມຂອງພວກເຮົາ. ທຸກຄົນໄດ້ໝັ້ນໃຈຢ່າງສົມບູນເມື່ອຜະເຊີນໜ້າກັບຂໍ້ແທ້ຈິງ ແລະ ເລີ່ມກຽດຊັງຕົນເອງ, ມີຄວາມເສຍໃຈ ແລະ ກັບໃຈຢ່າງແທ້ຈິງ. ພຣະເຈົ້າຍັງກ່າວຄວາມຈິງທັງໝົດທີ່ຜູ້ຄົນຈຳເປັນຕ້ອງປະຕິບັດ ແລະ ເຂົ້າໃຈ, ເພື່ອວ່າພວກເຮົາຈະສາມາດດຳລົງຊີວິດໂດຍພຣະທຳຂອງພຣະອົງ ແລະ ດຳລົງຊີວິດຕາມລັກສະນະທີ່ແທ້ຈິງຂອງມະນຸດ ແລະ ລັກສະນະຂອງຄວາມຈິງ. ນັ້ນເປັນວິທີດຽວທີ່ຈະຮັບເອົາຄຳສັນຍາ ແລະ ພອນຂອງພຣະເຈົ້າ. ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວຄວາມຈິງຫຼາຍຢ່າງ ເຊິ່ງລ້ວນແລ້ວແຕ່ເພື່ອຊໍາລະລ້າງຄວາມເສື່ອມຊາມຂອງມະນຸດຊາດ ແລະ ຊ່ວຍພວກເຮົາໃຫ້ລອດພົ້ນຈາກກອງກຳລັງຂອງຊາຕານ ເພື່ອວ່າພວກເຮົາຈະສາມາດຫັນມາຫາພຣະເຈົ້າ ແລະ ຮູ້ຈັກພຣະເຈົ້າ. ຄວາມຈິງເຫຼົ່ານີ້ເປັນຫຼັກຄຳສອນດຽວທີ່ເປັນຈິງສຳລັບຊີວິດ ແລະ ຄຳສັ່ງສອນເພື່ອຮັບເອົາຄວາມລອດພົ້ນ ແລະ ພຽງພໍທີ່ຈະປ່ຽນແປງໂຊກຊະຕາຂອງບຸກຄົນໜຶ່ງໃນພື້ນຖານ, ເຮັດໃຫ້ພວກເຂົາຮັບເອົາການເຂົ້າເຖິງຈຸດໝາຍປາຍທາງທີ່ສວຍງາມ ເຊິ່ງນັ້ນກໍຄື ອານາຈັກຂອງພຣະເຈົ້າ. ໄພພິບັດທີ່ຍິ່ງໃຫຍ່ໄດ້ເລີ່ມຂຶ້ນແລ້ວ. ວິທີດຽວທີ່ຈະເຮັດໃຫ້ຄວາມຫວັງທີ່ດີຂອງພວກເຂົາກາຍມາເປັນຈິງກໍຄືການຍອມຮັບການປາກົດຕົວ ແລະ ພາລະກິດຂອງພຣະຜູ້ຊ່ວຍໃຫ້ລອດພົ້ນ. ການຍອມຮັບຄວາມຈິງທັງໝົດທີ່ຖືກກ່າວອອກໂດຍພຣະເຈົ້າອົງຊົງລິດທານຸພາບສູງສຸດເປັນວິທີດຽວທີ່ຈະຮັບເອົາການຮອງຮັບຈາກພຣະເຈົ້າ, ຮັບເອົາການປົກປ້ອງ ແລະ ພອນຂອງພຣະເຈົ້າຜ່ານໄພພິບັດທີ່ຍິ່ງໃຫຍ່ເພື່ອເຮັດໃຫ້ພວກເຂົາຢູ່ລອດ ແລະ ຖືກພຣະເຈົ້າພາເຂົ້າໄປໃນອານາຈັກຂອງພຣະອົງ. ຖ້າຜູ້ຄົນບໍ່ຍອມຮັບຄວາມຈິງທັງໝົດທີ່ຖືກກ່າວອອກໂດຍພຣະຜູ້ຊ່ວຍໃຫ້ລອດພົ້ນ, ແຕ່ລໍຖ້າໃຫ້ພຣະເຈົ້າປອມຈາກຈິນຕະນາການຂອງພວກເຂົາ ຫຼື ວິນຍານຊົ່ວຮ້າຍມາເຖິງ ແລະ ຊ່ວຍພວກເຂົາຈາກໄພພິບັດເທົ່ານັ້ນ, ນັ້ນເປັນພຽງພາບລວງຕາ. ພວກເຂົາຈະຈົບລົງໂດຍມີມືເປົ່າ, ບໍ່ໄດ້ຮັບຫຍັງເລີຍຈາກຄວາມພະຍາຍາມຂອງພວກເຂົາ. ພຣະເຈົ້າປອມ ແລະ ວິນຍານທີ່ຊົ່ວຮ້າຍບໍ່ສາມາດຊ່ວຍຜູ້ຄົນໃຫ້ລອດພົ້ນໄດ້. ມີພຽງແຕ່ພຣະເຈົ້າໃນເນື້ອໜັງ, ພຣະຜູ້ຊ່ວຍໃຫ້ລອດພົ້ນເທົ່ານ້ັນທີ່ສາມາດຊ່ວຍມະນຸດຊາດໄດ້ ແລະ ນັ້ນເປັນວິທີດຽວທີ່ຜູ້ຄົນຈະໄດ້ຮັບໂຊກຊະຕາ ແລະ ຈຸດໝາຍປາຍທາງທີ່ດີ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ພຣະຄຣິດແຫ່ງຍຸກສຸດທ້າຍນໍາພາຊີວິດ ແລະ ນໍາພາຫົນທາງແຫ່ງຄວາມຈິງທີ່ຍືນນານ ແລະ ບໍ່ສິ້ນສຸດ. ຄວາມຈິງນີ້ແມ່ນເສັ້ນທາງທີ່ມະນຸດຈະໄດ້ຮັບຊີວິດ ແລະ ເປັນເສັ້ນທາງດຽວທີ່ມະນຸດຈະຮູ້ຈັກພຣະເຈົ້າ ແລະ ເສັ້ນທາງທີ່ພຣະເຈົ້າເຫັນດີນໍາ. ຖ້າເຈົ້າບໍ່ສະແຫວງຫາຫົນທາງແຫ່ງຊີວິດທີ່ພຣະຄຣິດແຫ່ງຍຸກສຸດທ້າຍຈັດຕຽມໄວ້ໃຫ້ ແລ້ວເຈົ້າຈະບໍ່ໄດ້ຮັບການເຫັນດີຂອງພຣະເຢຊູຈັກເທື່ອ ແລະ ບໍ່ມີຄຸນສົມບັດໃນການເຂົ້າປະຕູຂອງອານາຈັກສະຫວັນຈັກເທື່ອ” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງແຕ່ພຣະຄຣິດແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດມອບຫົນທາງແຫ່ງຊີວິດຊົ່ວນິດນິລັນໃຫ້ກັບມະນຸດໄດ້). “ຜູ້ຄົນທີ່ຕ້ອງການໄດ້ຮັບຊີວິດໂດຍບໍ່ເພິ່ງພາຄວາມຈິງທີ່ພຣະຄຣິດກ່າວໄວ້ ແມ່ນຄົນທີ່ເປັນຕາໜ່າຍທີ່ສຸດໃນແຜ່ນດິນໂລກ ແລະ ຄົນທີ່ບໍ່ຍອມຮັບຫົນທາງແຫ່ງຊີວິດທີ່ພຣະຄຣິດນໍາມາໃຫ້ ແມ່ນຄົນທີ່ຫຼົງໃນຄວາມເພີ້ຝັນ. ດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ຄົນທີ່ບໍ່ຍອມຮັບພຣະຄຣິດໃນຍຸກສຸດທ້າຍຈະຖືກພຣະເຈົ້າກຽດຊັງຕະຫຼອດໄປ. ພຣະຄຣິດເປັນປະຕູໃຫ້ມະນຸດເຂົ້າສູ່ອານາຈັກໃນຍຸກສຸດທ້າຍ ເຊິ່ງບໍ່ມີໃຜທີ່ສາມາດຜ່ານໄປໄດ້. ບໍ່ມີໃຜທີ່ສາມາດຖືກພຣະເຈົ້າເຮັດໃຫ້ສົມບູນ ນອກຈາກຜ່ານທາງພຣະຄຣິດ. ເຈົ້າເຊື່ອໃນພຣະເຈົ້າ ແລະ ດ້ວຍເຫດນີ້ ເຈົ້າຕ້ອງຍອມຮັບພຣະທຳຂອງພຣະອົງ ແລະ ເຊື່ອຟັງຫົນທາງຂອງພຣະອົງ. ເຈົ້າຕ້ອງບໍ່ຄິດເຖິງພຽງແຕ່ການຮັບພອນ ໂດຍບໍ່ມີການຮັບຄວາມຈິງ ຫຼື ການຮັບການຈັດກຽມຂອງຊີວິດ. ພຣະຄຣິດມາໃນລະຫວ່າງຍຸກສຸດທ້າຍ ເພື່ອທຸກຄົນທີ່ເຊື່ອໃນພຣະອົງຢ່າງແທ້ຈິງຈະໄດ້ຮັບການສະໜອງຂອງຊີວິດ. ພາລະກິດຂອງພຣະອົງແມ່ນເພື່ອຜົນປະໂຫຍດຂອງການສິ້ນສຸດຍຸກເກົ່າ ແລະ ເລີ່ມຕົ້ນຍຸກໃໝ່ ແລະ ເປັນເສັ້ນທາງທີ່ທຸກຄົນຕ້ອງໄດ້ຮັບເອົາເພື່ອເຂົ້າສູ່ຍຸກໃໝ່. ຖ້າເຈົ້າບໍ່ສາມາດຮັບຮູ້ພຣະອົງ ແລະ ກົງກັນຂ້າມ ເຈົ້າກ່າວໂທດ, ກ່າວໝິ່ນປະໝາດ ຫຼື ແມ່ນແຕ່ຂົ່ມເຫັງພຣະເຈົ້າ ແລ້ວເຈົ້າກໍຈະຖືກເຜົາໄໝ້ຕະຫຼອດໄປເປັນນິດ, ແລະ ຈະບໍ່ໄດ້ເຂົ້າອານາຈັກຂອງພຣະເຈົ້າຈັກເທື່ອ. ຍ້ອນພຣະຄຣິດອົງນີ້ເອງເປັນການສະແດງຂອງພຣະວິນຍານບໍລິສຸດ, ການສະແດງຂອງພຣະເຈົ້າ, ຂອງຜູ້ທີ່ພຣະເຈົ້າໄວ້ໃຈໃຫ້ປະຕິບັດພາລະກິດຂອງພຣະອົງເທິງແຜ່ນດິນໂລກ ແລະ ດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ຖ້າເຈົ້າບໍ່ສາມາດຍອມຮັບທຸກສິ່ງທີ່ພຣະຄຣິດແຫ່ງຍຸກສຸດທ້າຍໄດ້ກະທຳ ແລ້ວເຈົ້າກ່າວໝິ່ນປະໝາດພຣະວິນຍານບໍລິສຸດ. ຜົນກຳທີ່ຄົນເຫຼົ່ານັ້ນທີ່ກ່າວໝິ່ນປະໝາດພຣະວິນຍານບໍລິສຸດຈະໄດ້ຮັບແມ່ນເຮັດໃຫ້ທຸກຄົນເຫັນໄດ້ຊັດເຈນໂດຍຕົວມັນເອງຢູ່ແລ້ວ” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງແຕ່ພຣະຄຣິດແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດມອບຫົນທາງແຫ່ງຊີວິດຊົ່ວນິດນິລັນໃຫ້ກັບມະນຸດໄດ້).
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?