ເປັນຫຍັງພວກເຮົາຈຶ່ງພຽງແຕ່ສາມາດຕ້ອນຮັບພຣະຜູ້ເປັນເຈົ້າໂດຍການຟັງສຽງຂອງພຣະເຈົ້າເທົ່ານັ້ນ?

25 ເດືອນທັນວາ 2021

ຕອນນີ້, ຜູ້ທີ່ມີຄວາມເຊື່ອທຸກຄົນປາຖະໜາ ໃຫ້ພຣະເຢຊູເຈົ້າລົງມາເທິງກ້ອນເມກ, ເພາະໄພພິບັດກຳລັງຮ້າຍແຮງຂຶ້ນ ແລະ ໂຣກລະບາດທຸກປະເພດກໍກໍາລັງຮຸນແຮງຂຶ້ນ ແລະ ໄພອຶດຢາກ ແລະ ສົງຄາມກຳລັງເກີດຂຶ້ນ. ຜູ້ທີ່ມີຄວາມເຊື່ອຮູ້ສຶກວ່າພຣະຜູ້ເປັນເຈົ້າສາມາດກັບຄືນມາໄດ້ທຸກເວລາ ແລະ ພວກເຂົາບໍ່ຮູ້ວ່າ ພຣະອົງຈະລົງມາເທິງກ້ອນເມກຢ່າງກະທັນຫັນໃນຊ່ວງເວລາໃດ, ສະນັ້ນ ພວກເຂົາຈຶ່ງເຝົ້າເບິ່ງ ແລະ ອະທິຖານທັງຕອນກາງເວັນ ແລະ ຕອນກາງຄືນ, ລໍຖ້າການມາເຖິງຂອງພຣະອົງ. ເຖິງຢ່າງໃດກໍຕາມ, ໄພພິບັດຕ່າງໆໄດ້ເລີ່ມປາກົດຂຶ້ນຮຽບຮ້ອຍແລ້ວ, ແຕ່ຈົນເຖິງທຸກມື້ນີ້ ພວກເຂົາກໍບໍ່ໄດ້ເຫັນພຣະຜູ້ເປັນເຈົ້າປາກົດຕົວເທິງກ້ອນເມກ. ຫຼາຍຄົນຮູ້ສຶກມຶນງົງ, ສົງໄສວ່າ: “ເປັນຫຍັງພຣະຜູ້ເປັນເຈົ້າຈຶ່ງບໍ່ທັນມາເທື່ອ? ພຣະອົງເວົ້າໂດຍບໍ່ມີຄວາມຊື່ສັດບໍ?” ບໍ່ແມ່ນຢ່າງແນ່ນອນ. ພຣະຜູ້ເປັນເຈົ້າຊື່ສັດ ແລະ ພຣະທຳຂອງພຣະຜູ້ເປັນເຈົ້າກໍຈະບໍ່ປາກົດຂຶ້ນໂດຍໄຮ້ປະໂຫຍດຈັກເທື່ອ. ເມື່ອບໍ່ມີຜູ້ໃດກຳລັງຄາດຫວັງ, ພຣະຜູ້ເປັນເຈົ້າກໍໄດ້ບັງເກີດເປັນມະນຸດດັ່ງບຸດມະນຸດ ແລະ ລົງມາຢ່າງລັບໆເປັນທີ່ຮຽບຮ້ອຍແລ້ວ ແລະ ຫຼາຍຄົນໄດ້ຕ້ອນຮັບພຣະອົງຕັ້ງແຕ່ດົນມາແລ້ວ. ຫຼັງຈາກທີ່ໄດ້ສະແຫວງຫາຮອຍຕີນໃນພາລະກິດຂອງພຣະວິນຍານບໍລິສຸດກ່ອນໜ້າຫຼາຍປີ, ພວກເຂົາກໍຄົ້ນພົບວ່າບຸດມະນຸດກຳລັງເວົ້າ ແລະ ສະແດງຄວາມຈິງຫຼາຍຢ່າງ. ຍິ່ງພວກເຂົາອ່ານພຣະທຳເຫຼົ່ານີ້ຫຼາຍເທົ່າໃດ, ພວກເຂົາກໍຍິ່ງຮູ້ສຶກວ່າມັນຄືສຽງຂອງພຣະວິນຍານບໍລິສຸດ, ສຽງຂອງພຣະເຈົ້າ ແລະ ໃນທີ່ສຸດ ພວກເຂົາກໍຄົ້ນພົບວ່າບຸດມະນຸດຜູ້ນີ້ຜູ້ທີ່ກຳລັງສະແດງຄວາມຈິງຕ່າງໆຄືພຣະເຢຊູເຈົ້າທີ່ໄດ້ກັບຄືນມາ, ພຣະອົງຄືພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ບັງເກີດເປັນມະນຸດ! ພວກເຂົາທຸກຄົນໄດ້ຊື່ນຊົມຢ່າງເຫຼືອລົ້ນ: “ພຣະເຢຊູເຈົ້າໄດ້ກັບຄືນມາ, ໃນທີ່ສຸດ ພວກເຮົາກໍໄດ້ຕ້ອນຮັບພຣະຜູ້ເປັນເຈົ້າ!” ຜູ້ທີ່ຖືກເລືອກຂອງພຣະເຈົ້າໄດ້ຟ້າວເຜີຍແຜ່ຂ່າວ, ເປັນພະຍານໃຫ້ກັບພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ກຳລັງສະແດງຄວາມຈິງ, ປາກົດຕົວ ແລະ ເຮັດພາລະກິດ. ຫຼາຍຄົນຈາກທຸກນິກາຍທີ່ຮັກຄວາມຈິງ ແລະ ປາຖະໜາຫາການປາກົດຕົວຂອງພຣະເຈົ້າ ໄດ້ອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ຮູ້ວ່າມັນຄືສຽງຂອງພຣະເຈົ້າ, ມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າຕາມໆກັນ ແລະ ເຂົ້າຮ່ວມງານລ້ຽງແຕ່ງດອງຂອງພຣະເມສານ້ອຍ. ສິ່ງນີ້ສຳເລັດຕາມຄຳທຳນາຍຕ່າງໆຂອງພຣະເຢຊູເຈົ້າ: “ຝູງແກະຂອງເຮົາໄດ້ຍິນສຽງຂອງເຮົາ ແລະ ເຮົາກໍຮູ້ຈັກຝູງແກະນັ້ນ ແລະ ຝູງແກະນັ້ນກໍຕິດຕາມເຮົາ(ໂຢຮັນ 10:27). “ເບິ່ງແມ, ເຮົາຢືນ ແລະ ເຄາະຢູ່ທີ່ປະຕູ: ຖ້າຄົນໃດໄດ້ຍິນສຽງຂອງເຮົາ ແລະ ໄຂປະຕູໃຫ້ເຮົາ, ເຮົາຈະເຂົ້າໄປຫາຄົນນັ້ນ ແລະ ເຮົາຈະກິນອາຫານຮ່ວມກັບຄົນນັ້ນ ແລະ ຄົນນັ້ນຈະກິນອາຫານຮ່ວມກັບເຮົາ(ພຣະນິມິດ 3:20). ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຍັງສຳເລັດຕາມຄຳທຳນາຍຂອງພຣະເຢຊູເຈົ້າຢ່າງສົມບູນອີກດ້ວຍ: “ເຮົາມາຢ່າງໄວວາ”, “ການສະເດັດມາຂອງບຸດມະນຸດ”, “ບຸດມະນຸດຈະມາ”, ແລະ “ບຸດມະນຸດກໍຈະເປັນດັ່ງນັ້ນໃນມື້ຂອງພຣະອົງ”. ສິ່ງນີ້ພິສູດວ່າພຣະເຈົ້າຊື່ສັດ ແລະ ພຣະທຳ ແລະ ຄຳທຳນາຍທັງໝົດຂອງພຣະອົງແມ່ນຈະສຳເລັດ. ດັ່ງທີ່ພຣະເຢຊູເຈົ້າໄດ້ກ່າວວ່າ: “ສະຫວັນ ແລະ ແຜ່ນດິນໂລກຈະລ່ວງລັບໄປ, ແຕ່ພຣະທຳຂອງເຮົາຈະບໍ່ລ່ວງລັບໄປຈັກເທື່ອ(ມັດທາຍ 24:35). ດັ່ງທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວວ່າ: “ສະຫວັນ ແລະ ແຜ່ນດິນໂລກອາດຈະຜ່ານພົ້ນໄປ ແຕ່ບໍ່ມີໜັງສືບົດໃດ ຫຼື ຂໍ້ຄວາມໃດທີ່ເຮົາກ່າວຈະຜ່ານພົ້ນໄປໄດ້(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຳຂອງພຣະຄຣິດໃນຕົ້ນເດີມ, ບົດທີ 53). ພຣະເຢຊູພຣະຜູ້ໄຖ່ຖອນຂອງພວກເຮົາໄດ້ກັບຄືນມາແລ້ວ ແລະ ພຣະອົງກໍເປັນພຣະເຈົ້າອົງຊົງລິດທານຸພາບສູງສຸດ. ພຣະອົງໄດ້ສະແດງຄວາມຈິງຫຼາຍຢ່າງ ແລະ ກໍາລັງເຮັດພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍ, ໄດ້ສຳເລັດການສ້າງກຸ່ມຜູ້ເອົາຊະນະຕັ້ງແຕ່ດົນມາແລ້ວ. ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ເອົາຊະນະຊາຕານ ແລະ ໄດ້ຮັບສະຫງ່າລາສີທັງໝົດ ແລະ ດ້ວຍສິ່ງນັ້ນ ໄພພິບັດທີ່ຍິ່ງໃຫຍ່ຕ່າງໆຈຶ່ງເລີ່ມຕົ້ນຂຶ້ນ. ພວກເຮົາສາມາດເຫັນວ່າພາລະກິດຂອງພຣະເຈົ້າລ້ວນແລ້ວແຕ່ເຊື່ອມໂຍງກັນຢ່າງສະໜິດແໜ້ນ. ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ສະແດງຄວາມຈິງຫຼາຍຢ່າງ, ສັ່ນສະເທືອນໂລກສາສະໜາທັງໝົດ ແລະ ໂລກທັງໃບ. ເຖິງຢ່າງໃດກໍຕາມ, ຄົນທີ່ເຄັ່ງສາສະໜາຫຼາຍຄົນຍັງຈ້ອງເບິ່ງທ້ອງຟ້າ, ລໍຖ້າໃຫ້ພຣະເຢຊູພຣະຜູ້ໄຖ່ຖອນລົງມາເທິງກ້ອນເມກ. ພວກເຂົາທຸກຄົນໄດ້ຕົກລົງສູ່ໄພພິບັດ ແລະ ຍັງບໍ່ຮູ້ວ່າກຳລັງເກີດຫຍັງຂຶ້ນ ແລະ ສາມາດເວົ້າໄດ້ວ່າພວກເຂົາເປັນຍິງສາວບໍລິສຸດທີ່ໂງ່ຈ້າເທົ່ານັ້ນ. ມີຄົນທີ່ໂງ່ຈ້າ ແລະ ຂາດຄວາມຮູ້ຫຼາຍຄົນທີ່ຖືກຫຼອກລວງ ແລະ ຖືກຄວບຄຸມໂດຍກອງກຳລັງຂອງຜູ້ຕໍ່ຕ້ານພຣະຄຣິດໃນໂລກສາສະໜາ, ຍັງຕັດສິນ ແລະ ປະນາມການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ພວກເຂົາຮູ້ເປັນຢ່າງດີວ່າພຣະທຳຂອງພຣະອົງເປັນຄວາມຈິງ, ແຕ່ບໍ່ທັນຍອມຮັບພວກມັນ. ພວກເຂົາຍັງຍຶດຕິດກັບພຣະທຳໃນພຣະຄຳພີໄບເບິນທີ່ບອກວ່າພຣະຜູ້ເປັນເຈົ້າຈະລົງມາເທິງກ້ອນເມກ ໂດຍບໍ່ພິຈາລະນາເບິ່ງຫົນທາງທີ່ແທ້ຈິງແມ່ນແຕ່ໜ້ອຍດຽວ, ແລ້ວແຮງໄກທີ່ຈະສະແຫວງຫາເພື່ອຟັງສຽງຂອງພຣະເຈົ້າ. ຜົນຕາມມາກໍຄື ພວກເຂົາໄດ້ຕົກລົງສູ່ໄພພິບັດຕ່າງໆ, ຈົ່ມຕໍ່ວ່າ, ຮ້ອງໄຫ້ ແລະ ກັດແຂ້ວຂອງພວກເຂົາ. ສິ່ງນີ້ເປັນເລື່ອງທີ່ເສົ້າໃຈແທ້ໆ. ບາງຄົນອາດຖາມວ່າ: “ເປັນຫຍັງພວກເຮົາຈຶ່ງຟັງຫາສຽງຂອງພຣະເຈົ້າເພື່ອຕ້ອນຮັບພຣະຜູ້ເປັນເຈົ້າ?” ມື້ນີ້, ຂ້ອຍຈະແບ່ງປັນຄວາມເຂົ້າໃຈເລັກນ້ອຍຂອງຂ້ອຍກ່ຽວກັບບັນຫານີ້.

ທໍາອິດ, ພວກເຮົາຕ້ອງຊັດເຈນ, ຖ້າພຣະຜູ້ເປັນເຈົ້າຕ້ອງກັບຄືນມາຈາກສະຫວັນໂດຍຢູ່ເທິງກ້ອນເມກແທ້ໆ ແລະ ທຸກຄົນສາມາດເຫັນໄດ້, ແລ້ວພວກເຮົາຈະບໍ່ຈຳເປັນຕ້ອງຟັງຫາສຽງຂອງພຣະອົງ, ແຕ່ອາໄສພຽງສາຍຕາຂອງພວກເຮົາ. ແຕ່ເພາະພຣະຜູ້ເປັນເຈົ້າໄດ້ກັບຄືນມາໃນເນື້ອໜັງ, ດັ່ງບຸດມະນຸດ, ໃນທາງຜິວເຜີນ ພຣະອົງເປັນພຽງແຕ່ຄົນທຳມະດາທີ່ບໍ່ມີພາບລັກຂອງພຣະເຈົ້າ ແລະ ບໍ່ໄດ້ຢູ່ເໜືອທຳມະຊາດເລີຍ. ມະນຸດຄືສິ່ງມີຊີວິດທີ່ສາມາດຕາຍໄດ້, ບໍ່ສາມາດເຫັນພຣະວິນຍານຂອງພຣະເຈົ້າ. ພວກເຮົາພຽງແຕ່ສາມາດເຫັນຮູບຮ່າງທາງຮ່າງກາຍຂອງບຸດມະນຸດ, ສະນັ້ນ ບໍ່ມີທາງທີ່ຈະຮູ້ບຸດມະນຸດໃນເນື້ອໜັງ ນອກຈາກການຟັງສຽງຂອງພຣະອົງ. ພຣະອົງສາມາດຖືກລະບຸໄດ້ໂດຍຖ້ອຍຄຳຂອງພຣະອົງເທົ່ານັ້ນ. ສິ່ງນັ້ນຄືເຫດຜົນທີ່ພຣະເຢຊູເຈົ້າເວົ້າວ່າ: “ຝູງແກະຂອງເຮົາໄດ້ຍິນສຽງຂອງເຮົາ ແລະ ເຮົາກໍຮູ້ຈັກຝູງແກະນັ້ນ ແລະ ຝູງແກະນັ້ນກໍຕິດຕາມເຮົາ(ໂຢຮັນ 10:27). ດັ່ງທີ່ພວກເຮົາທຸກຄົນຮູ້: 2.000 ປີກ່ອນ, ພຣະເຈົ້າໄດ້ກາຍມາເປັນເນື້ອໜັງດັ່ງພຣະເຢຊູເຈົ້າເພື່ອໄຖ່ຖອນມະນຸດຊາດ. ພຣະອົງໄດ້ດຳລົງຊີວິດຢູ່ໃນຄວາມເປັນມະນຸດທີ່ປົກກະຕິ ແລະ ກິນ, ນຸ່ງເຄື່ອງ, ນອນ ແລະ ເດີນທາງຄືກັບຄົນປົກກະຕິເທົ່ານັ້ນ. ບໍ່ມີຜູ້ໃດຮູ້ວ່າພຣະເຢຊູເຈົ້າເປັນພຣະເຈົ້າທີ່ບັງເກີດເປັນມະນຸດ, ບໍ່ມີແມ່ນແຕ່ຄອບຄົວຂອງພຣະອົງ ແລະ ແມ່ນແຕ່ພຣະເຢຊູເຈົ້າເອງກໍບໍ່ຮູ້ວ່າພຣະອົງເປັນພຣະເຈົ້າທີ່ບັງເກີດເປັນມະນຸດ. ພຣະອົງເທດສະໜາຂ່າວປະເສີດຂອງອານາຈັກສະຫວັນທຸກຫົນແຫ່ງ ແລະ ສະແດງຄວາມຈິງຫຼາຍຢ່າງ. ພຣະອົງສອນຜູ້ຄົນກ່ຽວກັບການສາລະພາບຄວາມຜິດບາບຕ່າງໆຂອງພວກເຂົາ ແລະ ການກັບໃຈ, ການອົດກັ້ນ ແລະ ການອົດທົນ, ການໃຫ້ອະໄພຄົນອື່ນ 70 ຄູນ 7 ເທົ່າ, ແບກໄມ້ກາງແຂນ ແລະ ຕິດຕາມພຣະອົງ. ພຣະອົງບອກໃຫ້ຜູ້ຄົນຮັກພຣະເຈົ້າດ້ວຍຫົວໃຈ, ວິນຍານ ແລະ ຄວາມຄິດຂອງພວກເຂົາທັງໝົດ ແລະ ຮັກຄົນອື່ນຄືກັບຕົວພວກເຂົາເອງ. ພຣະເຢຊູເຈົ້າຍັງເປີດເຜີຍຄວາມເລິກລັບຕ່າງໆຂອງອານາຈັກສະຫວັນ, ບອກຜູ້ຄົນວ່າຜູ້ໃດສາມາດເຂົ້າສູ່ອານາຈັກ ແລະ ອື່ນໆອີກ. ຄວາມຈິງເຫຼົ່ານີ້ເປັນຫົນທາງແຫ່ງການກັບໃຈທີ່ໄດ້ຖືກເນັ້ນຢໍ້າໂດຍພຣະເຈົ້າສຳລັບການໄຖ່ຖອນຂອງມະນຸດ ແລະ ບໍ່ເຄີຍມີມະນຸດຄົນໃດໄດ້ຍິນ ຫຼື ເຫັນ. ຫຼາຍຄົນທີ່ຕິດຕາມພຣະເຢຊູເຈົ້າ ຕິດຕາມເພາະພວກເຂົາໄດ້ຍິນວ່າພຣະທຳຂອງພຣະເຢຊູເຈົ້າມີສິດອຳນາດ ແລະ ລິດທານຸພາບຫຼາຍແນວໃດ, ສິ່ງຕ່າງໆທີ່ບໍ່ໄດ້ຖືກສ້າງໃຫ້ມີຊີວິດສາມາດສະແດງອອກໄດ້. ພວກເຂົາຮູ້ສຽງຂອງພຣະເຈົ້າ ແລະ ຕິດຕາມພຣະຜູ້ເປັນເຈົ້າ. ນີ້ຄືແກະຂອງພຣະເຈົ້າທີ່ຟັງສຽງຂອງພຣະອົງ ແລະ ຕ້ອນຮັບພຣະຜູ້ເປັນເຈົ້າ. ໃນຂະນະດຽວກັນ, ປະໂລຫິດໃຫຍ່, ພວກທຳມະຈານ ແລະ ພວກຟາຣີຊາຍເຫຼົ່ານັ້ນທີ່ຢູ່ໃນລັດທິຢາດາ, ເຖິງແມ່ນວ່າພວກເຂົາຍັງຮັບຮູ້ສິດອຳນາດ ແລະ ລິດທານຸພາບຂອງພຣະທໍາຂອງພຣະຜູ້ເປັນເຈົ້າ, ແຕ່ເພາະພຣະເຢຊູເຈົ້າຄ້າຍຄືກັບບຸດມະນຸດທີ່ທຳມະດາ ແລະ ປົກກະຕິ, ບໍ່ມີຄອບຄົວທີ່ໂດດເດັ່ນ, ບໍ່ມີສະຖານະທີ່ສູງສົ່ງ ແລະ ອຳນາດ, ເພາະພຣະທຳຂອງພຣະອົງບໍ່ໄດ້ຢູ່ໃນພຣະຄຳພີ ແລະ ນາມຂອງພຣະອົງບໍ່ແມ່ນພຣະເມຊີອາ ເຊິ່ງບໍ່ສອດຄ່ອງກັບຄຳທຳນາຍຕ່າງໆໃນພຣະຄຳພີ, ພວກເຂົາຈຶ່ງບໍ່ຮັບຮູ້ ແລະ ປະຕິເສດພຣະເຢຊູເຈົ້າ ແລະ ຍັງໄດ້ປະນາມພຣະອົງ ໂດຍເວົ້າວ່າພຣະອົງກ່າວໝິ່ນປະໝາດ. ໃນທີ່ສຸດ, ພວກເຂົາກໍ່ຄຶງພຣະອົງເທິງໄມ້ກາງແຂນ ແລະ ຖືກລົງໂທດ ແລະ ຖືກສາບແຊ່ງໂດຍພຣະເຈົ້າ. ສະນັ້ນ ພວກເຮົາສາມາດເຫັນໄດ້ວ່າມັນສຳຄັນແນວໃດທີ່ຈະຟັງຫາສຽງຂອງພຣະເຈົ້າເພື່ອຕ້ອນຮັບພຣະຜູ້ເປັນເຈົ້າ! ຖ້າພວກເຮົາບໍ່ຟັງຫາສຽງຂອງພຣະເຈົ້າ, ແຕ່ເບິ່ງລັກສະນະພາຍນອກຂອງບຸດມະນຸດ, ພວກເຮົາຈະບໍ່ເຫັນຈັກເທື່ອວ່າພຣະອົງເປັນພຣະເຈົ້າ. ພວກເຮົາຈະພຽງແຕ່ປະນາມ ແລະ ປະຕິເສດພຣະຜູ້ເປັນເຈົ້າໂດຍອີງໃສ່ແນວຄິດ ແລະ ຈິນຕະນາການຂອງພວກເຮົາ. ໃນຍຸກສຸດທ້າຍ, ພຣະເຈົ້າໄດ້ກາຍມາເປັນເນື້ອໜັງອີກຄັ້ງດັ່ງບຸດມະນຸດເພື່ອປາກົດຕົວ ແລະ ເຮັດພາລະກິດ. ຖ້າພວກເຮົາຕ້ອງການຕ້ອນຮັບພຣະຜູ້ເປັນເຈົ້າ, ພວກເຮົາຈຳເປັນຕ້ອງຟັງຫາສຽງຂອງພຣະເຈົ້າ, ເພື່ອຟັງຫາເບິ່ງວ່າສິ່ງເຫຼົ່ານີ້ຄືພຣະທຳຂອງພຣະເຈົ້າ ຫຼື ບໍ່, ຖ້າມັນເປັນຄວາມຈິງ, ຖ້າມັນມາຈາກພຣະວິນຍານບໍລິສຸດ. ພວກເຮົາຕ້ອງອີງຄວາມຕັ້ງໃຈຂອງພວກເຮົາໃສ່ສິ່ງນີ້. ເມື່ອນັ້ນເອງ ພວກເຮົາຈຶ່ງສາມາດຮູ້ຈັກພຣະຄຣິດ, ການສະແດງອອກຂອງພຣະເຈົ້າ ແລະ ໂດຍການໄດ້ຍິນສຽງຂອງພຣະເຈົ້າເທົ່ານັ້ນ, ພວກເຮົາຈຶ່ງສາມາດຕ້ອນຮັບພຣະຜູ້ເປັນເຈົ້າ. ດັ່ງທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວວ່າ: “ຍ້ອນພວກເຮົາກຳລັງຊອກຫາຮອຍພຣະບາດຂອງພຣະເຈົ້າ, ມັນໄດ້ເຮັດໃຫ້ພວກເຮົາຈຳເປັນທີ່ຈະຊອກຫາຄວາມປະສົງຂອງພຣະເຈົ້າ, ຫາພຣະທຳຂອງພຣະເຈົ້າ, ຫາຖ້ອຍຄຳຂອງພຣະອົງ, ຍ້ອນວ່າ ບ່ອນໃດກໍຕາມທີ່ພຣະເຈົ້າກ່າວພຣະທຳໃໝ່, ສຽງຂອງພຣະເຈົ້າກໍຢູ່ທີ່ນັ້ນ ແລະ ບ່ອນໃດກໍຕາມທີ່ມີບາດກ້າວຂອງພຣະເຈົ້າ, ການກະທຳຂອງພຣະເຈົ້າກໍຢູ່ທີ່ນັ້ນ. ບ່ອນໃດກໍຕາມທີ່ມີການສຳແດງຂອງພຣະເຈົ້າ, ພຣະເຈົ້າກໍຈະປາກົດຕົວໃນທີ່ນັ້ນ ແລະ ບ່ອນໃດກໍຕາມທີ່ພຣະເຈົ້າປາກົດຕົວ, ຄວາມຈິງ, ຫົນທາງ ແລະ ຊີວິດກໍຈະມີຢູ່ໃນທີ່ນັ້ນ. ໃນການສະແຫວງຫາຮອຍພຣະບາດຂອງພຣະເຈົ້າ, ພວກເຈົ້າໄດ້ເບິ່ງຂ້າມພຣະທຳທີ່ວ່າ ‘ພຣະເຈົ້າເປັນຄວາມຈິງ, ຫົນທາງ ແລະ ຊີວິດ’. ດ້ວຍເຫດນັ້ນ ເຖິງແມ່ນພວກເຂົາໄດ້ຮັບເອົາຄວາມຈິງ ຫຼາຍຄົນກໍບໍ່ເຊື່ອວ່າ ພວກເຂົາໄດ້ຄົ້ນພົບຮອຍພຣະບາດຂອງພຣະເຈົ້າ ແລ້ວແຮງໄກທີ່ພວກເຂົາຈະຮັບຮູ້ເຖິງການປາກົດຕົວຂອງພຣະເຈົ້າ. ມັນຊ່າງເປັນຄວາມຜິດພາດທີ່ຮ້າຍແຮງຫຼາຍ!(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາກພະໜວກ 1: ການປາກົດຕົວຂອງພຣະເຈົ້າໄດ້ນໍາພາໄປສູ່ຍຸກໃໝ່).

ພຣະອົງ ຜູ້ທີ່ບັງເກີດເປັນມະນຸດຈະມີແກ່ນແທ້ຂອງພຣະເຈົ້າ ແລະ ພຣະອົງ ຜູ້ທີ່ບັງເກີດເປັນມະນຸດຈະມີຮູບລັກສະນະໃນການສະແດງອອກຂອງພຣະເຈົ້າ. ຍ້ອນ ພຣະເຈົ້າກາຍເປັນເນື້ອໜັງ, ພຣະອົງຈະເຮັດໃຫ້ພາລະກິດທີ່ພຣະອົງມີເຈດຕະນາປະຕິບັດນັ້ນສໍາເລັດ ແລະ ຍ້ອນວ່າພຣະເຈົ້າກາຍເປັນເນື້ອໜັງ, ພຣະອົງຈະສະແດງເຖິງສິ່ງທີ່ພຣະອົງເປັນ ແລະ ຈະສາມາດນໍາເອົາຄວາມຈິງມາສູ່ມະນຸດ, ປະທານຊີວິດໃຫ້ແກ່ເຂົາ ແລະ ຊີ້ເສັ້ນທາງໃຫ້ກັບເຂົາ. ເນື້ອໜັງທີ່ບໍ່ມີແກ່ນແທ້ຂອງພຣະເຈົ້າບໍ່ແມ່ນພຣະເຈົ້າຜູ້ບັງເກີດເປັນມະນຸດຢ່າງແນ່ນອນ; ເລື່ອງນີ້ແມ່ນບໍ່ຕ້ອງສົງໄສເລີຍ. ຖ້າມະນຸດເຈດຕະນາທີ່ຈະສອບຖາມວ່ານັ້ນແມ່ນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ຫຼື ບໍ່, ແລ້ວເຂົາກໍຕ້ອງຫາຫຼັກຖານມາຢືນຢັນຈາກອຸປະນິໄສທີ່ພຣະອົງສະແດງອອກ ແລະ ພຣະທຳທີ່ພຣະອົງກ່າວ. ນັ້ນໝາຍຄວາມວ່າ, ເພື່ອຫາຫຼັກຖານມາຢືນຢັນວ່ານັ້ນແມ່ນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ຫຼື ບໍ່ ແລະ ມັນແມ່ນເສັ້ນທາງທີ່ແທ້ຈິງ ຫຼື ບໍ່ນັ້ນ, ຜູ້ຄົນຕ້ອງແຍກແຍະບົນພື້ນຖານແກ່ນແທ້ຂອງພຣະອົງ. ດັ່ງນັ້ນ, ໃນການຕັດສິນວ່າ ນັ້ນເປັນເນື້ອໜັງຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ຫຼື ບໍ່, ຈຸດສໍາຄັນແມ່ນນອນຢູ່ໃນແກ່ນແທ້ຂອງພຣະອົງ (ພາລະກິດຂອງພຣະອົງ, ພຣະທໍາຂອງພຣະອົງ, ອຸປະນິໄສຂອງພຣະອົງ ແລະ ລັກສະນະອື່ນໆ), ແທນທີ່ຈະເປັນລັກສະນະພາຍນອກ. ຖ້າມະນຸດພິຈາລະນາແຕ່ພຽງລັກສະນະພາຍນອກຂອງພຣະອົງ, ຜົນໄດ້ຮັບກໍຄື ການເບິ່ງຂ້າມແກ່ນແທ້ຂອງພຣະອົງ. ແລ້ວນີ້ກໍສະແດງວ່າມະນຸດໂງ່ຈ້າ ແລະ ຂາດຄວາມຮູ້(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄໍານໍາ).

ໃນຄັ້ງນີ້ ພຣະເຈົ້າສະເດັດມາເພື່ອດໍາເນີນພາລະກິດ ບໍ່ແມ່ນຜ່ານທາງພຣະວິນຍານ ແຕ່ຜ່ານຮ່າງກາຍທໍາມະດາ. ຮ່າງກາຍນັ້ນບໍ່ແມ່ນເປັນພຽງຮ່າງກາຍທີ່ພຣະເຈົ້າຊົງບັງເກີດຄັ້ງທີສອງເທົ່ານັ້ນ ແຕ່ເປັນຮ່າງກາຍທີ່ພຣະອົງສະເດັດມາ. ຮ່າງກາຍດັ່ງກ່າວເປັນຮ່າງກາຍເນື້ອໜັງທໍາມະດາ. ເຈົ້າຈະບໍ່ສັງເກດເຫັນຄວາມພິເສດໃດໆໃນຮ່າງກາຍນີ້ ແຕ່ເຈົ້າສາມາດຮັບເອົາຄວາມຈິງທີ່ເຈົ້າບໍ່ເຄີຍໄດ້ຍິນມາກ່ອນຈາກພຣະອົງ. ຮ່າງກາຍອັນເປັນເນື້ອໜັງທໍາມະດານີ້ເປັນສູນລວມຂອງພຣະທໍາແຫ່ງຄວາມຈິງທັງໝົດຈາກພຣະເຈົ້າ ເຊິ່ງເປັນຮ່າງກາຍທີ່ປະຕິບັດພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍ ແລະ ທັງເປັນສິ່ງສະແດງໃຫ້ມະນຸດຮູ້ອຸປະນິໄສທັງໝົດຂອງພຣະເຈົ້າ. ເຈົ້າບໍ່ປາຖະໜາຢາກເຫັນພຣະເຈົ້າແຫ່ງສະຫວັນບໍ? ເຈົ້າບໍ່ປາຖະໜາຢາກເຂົ້າໃຈພຣະເຈົ້າແຫ່ງສະຫວັນບໍ? ເຈົ້າບໍ່ປາຖະໜາຢາກຮູ້ຈຸດໝາຍປາຍທາງຂອງມະນຸດບໍ? ພຣະອົງຈະບອກຄວາມເລິກລັບທັງໝົດທີ່ບໍ່ມີມະນຸດຄົນໃດສາມາດບອກເຈົ້າໄດ້ ແລະ ພຣະອົງຍັງຈະບອກເຈົ້າໃຫ້ຮູ້ຄວາມຈິງທີ່ເຈົ້າບໍ່ເຂົ້າໃຈ. ພຣະອົງເປັນປະຕູສູ່ອານາຈັກຂອງພຣະເຈົ້າ ແລະ ເປັນເຂັມທິດນໍາພາໄປສູ່ຍຸກໃໝ່. ຮ່າງກາຍອັນເປັນເນື້ອໜັງທໍາມະດານີ້ມີຄວາມເລິກລັບທັງປວງທີ່ຄົນເຮົາບໍ່ສາມາດຢັ່ງເຫັນ. ການກະທໍາຂອງພຣະອົງ ເຈົ້າອາດຈະບໍ່ສາມາດຢັ່ງຮູ້ໄດ້ ແຕ່ເປົ້າໝາຍຂອງພາລະກິດທັງໝົດຂອງພຣະອົງພຽງພໍທີ່ຈະໃຫ້ເຈົ້າຮູ້ໄດ້ວ່າ ພຣະອົງບໍ່ແມ່ນຄົນທໍາມະດາຕາມຄວາມເຊື່ອຂອງມະນຸດ. ເພາະວ່າພຣະອົງເປັນຕົວແທນຄວາມປະສົງຂອງພຣະເຈົ້າ ແລະ ການດູແລທີ່ພຣະເຈົ້າໄດ້ສະແດງຕໍ່ມະນຸດໃນຍຸກສຸດທ້າຍ. ເຖິງວ່າເຈົ້າບໍ່ສາມາດໄດ້ຍິນສຽງຂອງພຣະອົງທີ່ເຮັດໃຫ້ສະຫວັນ ແລະ ໂລກສັ່ນສະທ້ານ ຫຼື ເຫັນແປວໄຟອອກມາຈາກຕາຂອງພຣະອົງ ແລະ ເຖິງວ່າເຈົ້າບໍ່ສາມາດສໍາຜັດການຕີສອນດ້ວຍຄ້ອນເຫຼັກຂອງພຣະອົງ ເຈົ້າສາມາດສໍາຜັດຄວາມຮ້າຍກາດຈາກຖ້ອຍຄໍາຂອງພຣະອົງໄດ້ ແລະ ຮູ້ວ່າ ພຣະເຈົ້າແມ່ນມີຄວາມເມດຕາຕໍ່ມະນຸດໂດຍແທ້ຈິງ. ເຈົ້າສາມາດເບິ່ງເຫັນອຸປະນິໄສ ແລະ ສະຕິປັນຍາຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນ ເຈົ້າສາມາດສໍາຜັດໄດ້ເຖິງຄວາມຫ່ວງໃຍ ແລະ ການດູແລທີ່ພຣະອົງມີຕໍ່ມະນຸດທັງປວງ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າຮູ້ບໍ? ພຣະເຈົ້າໄດ້ກະທຳການອັນຍິ່ງໃຫຍ່ທ່າມກາງມະນຸດ).

ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດສະແດງວິທີການສະແຫວງຫາການປາກົດຕົວຂອງພຣະເຈົ້າ ແລະ ວິທີການທີ່ຈະຮັບຮູ້ການບັງເກີດເປັນມະນຸດຂອງພຣະເຈົ້າ. ມັນຊັດເຈນຢ່າງສົມບູນ: ພຣະຄຣິດຄືຫົນທາງ, ຄວາມຈິງ ແລະ ຊີວິດ; ຄວາມເປັນພຣະເຈົ້າຂອງພຣະຄຣິດແມ່ນຖືກເປີດເຜີຍໂດຍການສະແດງຄວາມຈິງ ແລະ ສຽງຂອງພຣະເຈົ້າເປັນຫຼັກ. ສະນັ້ນ ບໍ່ວ່າການປາກົດຕົວຂອງພຣະຄຣິດຈະທຳມະດາ ແລະ ປົກກະຕິສໍ່າໃດກໍຕາມ, ຕາບໃດທີ່ພຣະອົງສາມາດສະແດງຄວາມຈິງ, ສະແດງອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ, ພຣະອົງກໍເປັນການສະແດງອອກຂອງພຣະເຈົ້າ. ບໍ່ວ່າຄວາມເປັນມະນຸດຂອງພຣະຄຣິດຈະທຳມະດາ ແລະ ປົກກະຕິສໍ່າໃດກໍຕາມ, ຕາບໃດທີ່ພຣະອົງສາມາດສະແດງຄວາມຈິງ ແລະ ສະແດງສຽງຂອງພຣະເຈົ້າ, ພຣະອົງກໍເປັນບຸກຄົນທີ່ມີແກ່ນແທ້ທີ່ສັກສິດ, ພຣະອົງຄືພຣະເຈົ້າທີ່ບັງເກີດເປັນມະນຸດ. ບໍ່ມີຂໍ້ສົງໄສກ່ຽວກັບສິ່ງນີ້. ຍ້ອນພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ປາກົດຕົວ ແລະ ເລີ່ມເຮັດພາລະກິດ, ຫຼາຍຄົນຈາກທຸກນິກາຍທີ່ຮັກຄວາມຈິງໄດ້ອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ຄົ້ນພົບວ່າພຣະທຳຂອງພຣະເຈົ້າລ້ວນແລ້ວແຕ່ເປັນຄວາມຈິງທັງໝົດ, ລ້ວນແລ້ວແຕ່ມາຈາກພຣະວິນຍານບໍລິສຸດ ແລະ ສຽງຂອງພຣະເຈົ້າທັງໝົດ. ແລ້ວພວກເຂົາໄດ້ຢືນຢັນວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດຄືການປາກົດຕົວຂອງພຣະເຈົ້າ, ພຣະອົງເປັນພຣະເຈົ້າທີ່ບັງເກີດເປັນມະນຸດ, ພຣະເຢຊູເຈົ້າທີ່ໄດ້ກັບຄືນມາ. ສິ່ງນີ້ຄືຄວາມຈິງທີ່ຜູ້ເລືອກສັນຂອງພຣະເຈົ້າທູກຄົນສາມາດຢືນຢັນໄດ້. ພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ບັງເກີດເປັນມະນຸດດຳລົງຊີວິດຢູ່ທ່າມກາງມະນຸດ, ກິນ, ດຳລົງຊີວິດ ແລະ ມີປະຕິສຳພັນກັບຄົນອື່ນໆ, ສະແດງຄວາມຈິງ, ລ້ຽງດູ, ບຳລຸງລ້ຽງ ແລະ ນໍາພາຜູ້ເລືອກສັນຂອງພຣະເຈົ້າໃນທຸກເວລາ ຫຼື ທຸກຫົນແຫ່ງ. ພວກເຮົາໄດ້ເປັນພະຍານເຖິງບົດຂຽນຕ່າງໆກ່ຽວກັບພຣະທຳຂອງພຣະເຈົ້າທີ່ຖືກສະແດງອອກແຕ່ລະບົດຕາມໆກັນ ແລະ ຕອນນີ້ ພວກມັນກໍໄດ້ຖືກຮຽບຮຽງໃຫ້ກາຍເປັນໜັງສືກ່ຽວກັບພຣະທຳຂອງພຣະເຈົ້າ ເຊັ່ນ: ພຣະທໍາປາກົດໃນຮ່າງກາຍ ໂດຍມີພຣະທຳຫຼາຍລ້ານບົດທັງໝົດ. ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ເປີດເຜີຍຄວາມເລິກລັບທັງໝົດກ່ຽວກັບພາລະກິດຄຸ້ມຄອງ 6.000 ຂອງພຣະເຈົ້າ ເຊັ່ນ: ເປົ້າໝາຍຂອງພຣະເຈົ້າໃນການຄຸ້ມຄອງມະນຸດຊາດ, ວິທີທີ່ຊາຕານເຮັດໃຫ້ມະນຸດຊາດເສື່ອມຊາມ, ວິທີທີ່ພຣະເຈົ້າໄດ້ເຮັດພາລະກິດເທື່ອລະບາດກ້າວເພື່ອຊ່ວຍພວກເຂົາໃຫ້ລອດພົ້ນ, ຄວາມເລິກລັບຕ່າງໆກ່ຽວກັບການບັງເກີດເປັນມະນຸດ, ເລື່ອງລາວພາຍໃນຂອງພຣະຄໍາພີໄບເບິນ, ວິທີທີ່ພາລະກິດແຫ່ງການພິພາກສາຂອງພຣະເຈົ້າໃນຍຸກສຸດທ້າຍຊໍາລະລ້າງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນ, ວິທີທີ່ພຣະເຈົ້າຈັດແບ່ງຜູ້ຄົນຕາມປະເພດຂອງພວກເຂົາ, ໃຫ້ລາງວັນຄົນດີ ແລະ ລົງໂທດຄົນຊົ່ວຮ້າຍ ເພື່ອນໍາຍຸກດັ່ງກ່າວມາເຖິງຈຸດສິ້ນສຸດ, ວິທີທີ່ອານາຈັກຂອງພຣະຄຣິດຖືກເຮັດໃຫ້ກາຍເປັນຈິງເທິງແຜ່ນດິນໂລກ ແລະ ອື່ນໆອີກ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຍັງພິພາກສາ ແລະ ເປີດເຜີຍແກ່ນແທ້ທີ່ຕໍ່ຕ້ານພຣະເຈົ້າຂອງມະນຸດຊາດ ແລະ ຄວາມຈິງກ່ຽວກັບຄວາມເສື່ອມຊາມຂອງພວກເຂົາ. ພຣະອົງໃຫ້ເສັ້ນທາງສຳລັບຜູ້ຄົນເພື່ອກຳຈັດອຸປະນິໄສທີ່ເສື່ອມຊາມຂອງພວກເຂົາອອກຈາກພວກເຂົາ ແລະ ບັນລຸຄວາມລອດພົ້ນ. ພຣະອົງຍັງບອກຜູ້ຄົນເຖິງວິທີສ້າງຄວາມສຳພັນທີ່ເໝາະສົມກັບພຣະເຈົ້າ, ວິທີທີ່ຈະປະຕິບັດໃນການເປັນຄົນທີ່ຊື່ສັດ, ວິທີທີ່ຈະຈົງຮັກພັກດີຕໍ່ພຣະເຈົ້າ, ວິທີທີ່ຈະຕິດຕາມແນວທາງຂອງພຣະເຈົ້າເພື່ອຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ, ວິທີທີ່ຈະບັນລຸຄວາມເຊື່ອຟັງ ແລະ ຄວາມຮັກສຳລັບພຣະເຈົ້າ ແລະ ອື່ນໆອີກ. ຄວາມຈິງທັງໝົດເຫຼົ່ານີ້ ຄືຄວາມຈິງທີ່ຈຳເປັນສໍາລັບຜູ້ຄົນໃນການບັນລຸອິດສະຫຼະພາບຈາກຄວາມຜິດບາບ ແລະ ຄວາມລອດພົ້ນທີ່ສົມບູນໂດຍພຣະເຈົ້າໃນຄວາມເຊື່ອຂອງພວກເຂົາ. ຄວາມຈິງທັງໝົດເຫຼົ່ານີ້ທີ່ຖືກສະແດງອອກໂດຍພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ສຳເລັດຄຳທຳນາຍຂອງພຣະເຢຊູເຈົ້າຢ່າງສົມບູນ: “ເຮົາຍັງມີຫລາຍສິ່ງທີ່ຈະບອກພວກເຈົ້າ ແຕ່ໃນເວລານີ້ພວກເຈົ້າອາດຈະບໍ່ສາມາດທົນໄດ້. ເຖິງຢ່າງໃດກໍຕາມເມື່ອພຣະອົງ ຜູ້ເປັນພຣະວິນຍານແຫ່ງຄວາມຈິງ ສະເດັດມາ, ພຣະອົງຈະນຳທາງພວກເຈົ້າໄປສູ່ຄວາມຈິງທັງໝົດ ເພາະພຣະອົງຈະບໍ່ກ່າວເຖິງເລື່ອງພຣະອົງ ແຕ່ ຈະກ່າວໃນສິ່ງທີ່ພຣະອົງໄດ້ຍິນ ແລະ ສະແດງໃຫ້ພວກເຈົ້າເຫັນສິ່ງທີ່ຈະເກີດຂຶ້ນ(ໂຢຮັນ 16:12-13). ຍິ່ງພວກເຮົາອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ຫົວໃຈຂອງພວກເຮົາກໍຍິ່ງສົດໃສຂຶ້ນເທົ່ານັ້ນ ແລະ ພຣະທຳເຫຼົ່ານີ້ກໍເອົາຊະນະພວກເຮົາຢ່າງສົມບູນ. ເມື່ອໄດ້ເຫັນຄວາມຊອບທຳ, ຄວາມບໍລິສຸດ ແລະ ຄວາມສະຫງ່າຜາເຜີຍ ແລະ ຄວາມພິໂລດຂອງພຣະເຈົ້າທີ່ຖືກສະແດງອອກຜ່ານພຣະທຳແຫ່ງການພິພາກສາຂອງພຣະອົງ ແລະ ເມື່ອປະສົບກັບອຸປະນິໄສທີ່ບໍ່ສາມາດລ່ວງເກີນໄດ້ຂອງພຣະເຈົ້າ, ພວກເຮົາຢືນຢັນວ່າພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດເປັນຄວາມຈິງ ແລະ ເປັນສຽງຂອງພຣະເຈົ້າ, ພວກມັນເປັນພຣະທຳຂອງພຣະວິນຍານບໍລິສຸດຕໍ່ຄຣິດຕະຈັກຕ່າງໆ. ໃຫ້ຄິດແບບນີ້ເບິ່ງ, ນອກຈາກພຣະເຈົ້າແລ້ວ, ຜູ້ໃດສາມາດເປີດເຜີຍຄວາມເລິກລັບຕ່າງໆກ່ຽວກັບພາລະກິດຂອງພຣະເຈົ້າ? ຜູ້ໃດສາມາດສະແດງອຸປະນິໄສຂອງພຣະເຈົ້າ ແລະ ທຸກສິ່ງທີ່ພຣະອົງມີ ແລະ ເປັນ? ນອກຈາກພຣະເຈົ້າ, ຜູ້ໃດສາມາດພິພາກສາ ແລະ ເປີດໂປງແກ່ນແທ້ທີ່ເສື່ອມຊາມຂອງມະນຸດຊາດ? ຜູ້ໃດສາມາດຊ່ວຍມະນຸດຊາດຈາກຄວາມຜິດບາບ? ບໍ່ຕ້ອງສົງໄສເລີຍວ່າມີແຕ່ພຣະເຈົ້າເທົ່ານັ້ນທີ່ສາມາດສະແດງຄວາມຈິງ, ມີແຕ່ພຣະເຈົ້າເທົ່ານັ້ນທີ່ສາມາດຊໍາລະລ້າງມະນຸດຊາດຈາກຄວາມເສື່ອມຊາມ ແລະ ຊ່ວຍພວກເຂົາໃຫ້ລອດພົ້ນຈາກຄວາມຜິດບາບ ແລະ ລິດທານຸພາບຂອງຊາຕານ. ພຣະເຈົ້າອົງຊົງລິດທານຸພາບສູງສຸດອາດເບິ່ງຄືກັບບຸດມະນຸດທີ່ທຳມະດາ ແລະ ປົກກະຕິ, ແຕ່ຈາກພຣະທຳ ແລະ ພາລະກິດຂອງພຣະອົງ, ພວກເຮົາສາມາດເຫັນວ່າພຣະອົງບໍ່ພຽງແຕ່ມີຄວາມເປັນມະນຸດທີ່ທຳມະດາ, ແຕ່ຍັງມີແກ່ນແທ້ຂອງພຣະເຈົ້າ. ພຣະອົງມີພຣະວິນຍານຂອງພຣະເຈົ້າທີ່ດຳລົງຊີວິດຢູ່ ແລະ ພຣະທຳຂອງພຣະອົງແມ່ນການສະແດງອອກໂດຍກົງຈາກພຣະວິນຍານຂອງພຣະເຈົ້າ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຄືຫົນທາງ, ຄວາມຈິງ ແລະ ຊີວິດ, ພຣະອົງຄືພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ເປັນພຣະເຢຊູເຈົ້າທີ່ໄດ້ກັບຄືນມາ. ດັ່ງທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວໄວ້ວ່າ: “ພຣະເຈົ້າສືບຕໍ່ກັບຖ້ອຍຄຳຂອງພຣະອົງ, ນໍາໃຊ້ຫຼາກຫຼາຍວິທີ ແລະ ທັດສະນະເພື່ອຕັກເຕືອນກ່ຽວກັບສິ່ງທີ່ພວກເຮົາຄວນເຮັດໃນຂະນະດຽວກັນກໍເປັນສຽງໃຫ້ກັບຫົວໃຈຂອງພຣະອົງ. ພຣະທຳຂອງພຣະອົງແບກພະລັງແຫ່ງຊີວິດ, ຊີ້ນໍາຫົນທາງທີ່ພວກເຮົາຄວນຍ່າງ ແລະ ເຮັດໃຫ້ພວກເຮົາເຂົ້າໃຈວ່າ ຄວາມຈິງແມ່ນຫຍັງ. ພວກເຮົາເລີ່ມຮັບການຊັກຈູງໂດຍພຣະທຳຂອງພຣະອົງ, ພວກເຮົາເລີ່ມຕົ້ນໃສ່ໃຈກັບນໍ້າສຽງ ແລະ ທ່າທາງໃນການເວົ້າຂອງພຣະອົງ ແລະ ໂດຍຈິດໃຕ້ສຳນຶກ ພວກເຮົາເລີ່ມສົນໃຈໃນຄວາມຮູ້ສຶກສ່ວນເລິກສຸດຂອງບຸກຄົນທີ່ບໍ່ໂດດເດັ່ນຄົນນີ້... ບໍ່ມີໃຜນອກຈາກພຣະອົງທີ່ສາມາດຮູ້ທຸກຄວາມຄິດຂອງພວກເຮົາ ຫຼື ມີຄວາມເຂົ້າໃຈທີ່ຊັດເຈນ ແລະ ສົມບູນໃນທຳມະຊາດ ແລະ ທາດແທ້ຂອງພວກເຮົາ ຫຼື ພິພາກສາຄວາມກະບົດ ແລະ ຄວາມເສື່ອມຊາມຂອງມະນຸດຊາດ ຫຼື ເວົ້າກັບພວກເຮົາ ແລະ ປະຕິບັດພາລະກິດທ່າມກາງພວກເຮົາແບບນີ້ແທນພຣະເຈົ້າທີ່ຢູ່ໃນສະຫວັນໄດ້. ບໍ່ມີໃຜນອກຈາກພຣະອົງທີ່ມີສິດອຳນາດ, ສະຕິປັນຍາ ແລະ ສັກສີຂອງພຣະເຈົ້າ; ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະເຈົ້າມີ ແລະ ເປັນທັງໝົດແມ່ນເກີດມາຈາກພຣະເຈົ້າ. ບໍ່ມີໃຜນອກຈາກພຣະອົງທີ່ສາມາດສຳແດງໃຫ້ພວກເຮົາເຫັນເຖິງຫົນທາງ ແລະ ນໍາແສງສະຫວ່າງມາສູ່ພວກເຮົາ. ບໍ່ມີໃຜນອກຈາກພຣະອົງທີ່ສາມາດເປີດເຜີຍສິ່ງລຶກລັບທີ່ພຣະເຈົ້າບໍ່ໄດ້ເປີດເຜີຍນັບຕັ້ງແຕ່ການເນລະມິດສ້າງຈົນຮອດປັດຈຸບັນ. ບໍ່ມີໃຜນອກຈາກພຣະອົງທີ່ສາມາດຊ່ວຍພວກເຮົາພົ້ນຈາກການເປັນທາດຂອງຊາຕານ ແລະ ອຸປະນິໄສທີ່ເສື່ອມຊາມຂອງພວກເຮົາເອງ. ພຣະອົງເປັນຕົວແທນຂອງພຣະເຈົ້າ. ພຣະອົງສຳແດງໃຫ້ເຫັນເຖິງຫົວໃຈໃນສ່ວນເລິກສຸດຂອງພຣະເຈົ້າ, ການຕັກເຕືອນຂອງພຣະເຈົ້າ ແລະ ພຣະທຳແຫ່ງການພິພາກສາຂອງພຣະເຈົ້າທີ່ມີຕໍ່ມະນຸດຊາດທັງໝົດ. ພຣະອົງໄດ້ເລີ່ມຕົ້ນຍຸກໃໝ່, ສະໄໝໃໝ່ ແລະ ນໍາພາໄປສູ່ສະຫວັນ ແລະ ແຜ່ນດິນໂລກໃໝ່ ແລະ ພາລະກິດໃໝ່; ແລະ ພຣະອົງນໍາຄວາມຫວັງມາສູ່ພວກເຮົາ, ສິ້ນສຸດຊີວິດທີ່ພວກເຮົາດໍາເນີນຢູ່ໃນຄວາມມືດມົວ ແລະ ເຮັດໃຫ້ການເປັນຢູ່ຂອງພວກເຮົາທັງໝົດເຫັນເຖິງເສັ້ນທາງສູ່ຄວາມລອດພົ້ນຢ່າງຊັດເຈນທີ່ສຸດ. ພຣະອົງໄດ້ເອົາຊະນະການເປັນຢູ່ທັງໝົດຂອງພວກເຮົາ ແລະ ໄດ້ຮັບຫົວໃຈຂອງພວກເຮົາ. ຈາກຊ່ວງເວລານັ້ນເປັນຕົ້ນໄປ, ຈິດໃຈຂອງພວກເຮົາເລີ່ມມີສະຕິ ແລະ ຈິດວິນຍານຂອງພວກເຮົາເລີ່ມຟື້ນຟູຂຶ້ນ: ບຸກຄົນທີ່ທຳມະດາ ແລະ ບໍ່ສຳຄັນຄົນນີ້ ຜູ້ເຊິ່ງມີຊີວິດຢູ່ທ່າມກາງພວກເຮົາ ແລະ ຖືກພວກເຮົາປະຕິເສດ, ບຸກຄົນນີ້ບໍ່ແມ່ນພຣະເຢຊູເຈົ້າບໍ ຜູ້ທີ່ຢູ່ໃນຄວາມຄິດ ໃນເວລາຕື່ນນອນ ຫຼື ໃນຄວາມຝັນຂອງພວກເຮົາສະເໝີມາ ແລະ ເປັນຜູ້ທີ່ພວກເຮົາປາຖະໜາທັງກາງເວັນ ແລະ ກາງຄືນ? ນັ້ນຄືພຣະອົງ! ຄືພຣະອົງແທ້ໆ! ພຣະອົງເປັນພຣະເຈົ້າຂອງພວກເຮົາ! ພຣະອົງເປັນຄວາມຈິງ, ເປັນຫົນທາງ ແລະ ເປັນຊີວິດ!(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາກພະໜວກ 4: ເບິ່ງການປາກົດຂອງພຣະເຈົ້າໃນການພິພາກສາ ແລະ ການຕີສອນຂອງພຣະອົງ).

ໃນຈຸດນີ້, ເຈົ້າຄວນມີຄວາມຊັດເຈນຫຼາຍຂຶ້ນກ່ຽວກັບວ່າເປັນຫຍັງພວກເຮົາຈຶ່ງຈຳເປັນຕ້ອງຟັງຫາ ສຽງຂອງພຣະເຈົ້າເພື່ອຕ້ອນຮັບພຣະຜູ້ເປັນເຈົ້າ. ໃນຄວາມເປັນຈິງແລ້ວ, ການຟັງຫາສຽງຂອງພຣະເຈົ້າບໍ່ໄດ້ເປັນເລື່ອງຍາກ, ແກະຂອງພຣະເຈົ້າສາມາດຟັງສຽງຂອງພຣະເຈົ້າ, ສິ່ງນີ້ແມ່ນຖືກກຳນົດໄວ້ໂດຍພຣະເຈົ້າ. ລະດັບຂອງການສຶກສາຂອງຜູ້ຄົນບໍ່ສຳຄັນ, ຄວາມຮູ້ກ່ຽວກັບພຣະຄຳພີໄບເບິນຂອງພວກເຂົາ ແລະ ຄວາມເລິກເຊິ່ງຂອງປະສົບການແມ່ນບໍ່ສຳຄັນເຊັ່ນກັນ. ຜູ້ໃດກໍຕາມທີ່ມີຫົວໃຈ ແລະ ວິນຍານທີ່ອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແມ່ນສາມາດຮູ້ສຶກໄດ້ວ່າພຣະທຳທັງໝົດຂອງພຣະເຈົ້າຄືຄວາມຈິງ, ພຣະທຳເຫຼົ່ານັ້ນມີສິດອຳນາດ ແລະ ລິດທານຸພາບ ແລະ ພຣະທໍາເຫຼົ່ານັ້ນຄືສຽງຂອງພຣະເຈົ້າ. ພວກເຂົາສາມາດຮູ້ສຶກເຖິງຄວາມຮັກຂອງພຣະເຈົ້າສຳລັບມະນຸດຊາດ ແລະ ອຸປະນິໄສທີ່ຊອບທຳ, ສະຫງ່າຜ່າເຜີຍຂອງພຣະເຈົ້າທີ່ບໍ່ອົດກັ້ນຕໍ່ການລ່ວງເກີນຂອງມະນຸດເລີຍ. ສິ່ງນີ້ແມ່ນໜ້າທີ່ຂອງຄວາມຮູ້ສຶກຝ່າຍວິນຍານ ແລະ ສັນຊາດຕະຍານ. ມັນຄືຄວາມຮູ້ສຶກດຽວກັນເມື່ອພວກເຮົາອ່ານພຣະທຳຂອງພຣະເຢຊູເຈົ້າ, ເພາະທັງພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ພຣະທໍາຂອງພຣະເຢຊູເຈົ້າເປັນການສະແດງອອກຂອງພຣະວິນຍານອົງດຽວກັນ. ພຣະທໍາເຫຼົ້່ານັ້ນມາຈາກແຫຼ່ງກຳເນີດດຽວກັນ. ພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ພຣະເຢຊູເຈົ້າເປັນພຣະເຈົ້າອົງດຽວກັນ. ໃຫ້ພວກເຮົາອ່ານບົດຄວາມອີກສອງສາມບົດກ່ຽວກັບພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ.

ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ໃນທົ່ວຈັກກະວານເຮົາກໍາລັງດຳເນີນພາລະກິດຂອງເຮົາ ແລະ ໃນທິດຕາເວັນອອກ, ສຽງຟ້າຮ້ອງດັງໄດ້ປາກົດຂຶ້ນຢ່າງບໍ່ສິ້ນສຸດ, ສັ່ນສະເທືອນທຸກຊົນຊາດ ແລະ ທຸກນິກາຍ. ມັນແມ່ນສຽງຂອງເຮົາທີ່ໄດ້ນໍາພາທຸກຄົນໃນປັດຈຸບັນ. ເຮົາຈະເຮັດໃຫ້ທຸກຄົນຖືກເອົາຊະນະດ້ວຍສຽງຂອງເຮົາ, ໃຫ້ຕົກລົງສູ່ກະແສນີ້ ແລະ ຍອມຈຳນົນຕໍ່ໜ້າເຮົາ, ເພາະວ່າເຮົາໄດ້ທວງສະຫງ່າລາສີຂອງເຮົາຈາກທົ່ວໂລກ ແລະ ໄດ້ສ້າງມັນຂຶ້ນໃໝ່ໃນພາກຕາເວັນອອກ. ຜູ້ໃດຈະບໍ່ຢາກເຫັນສະຫງ່າລາສີຂອງເຮົາ? ຜູ້ໃດຈະບໍ່ລໍຖ້າດ້ວຍໃຈຕື່ນເຕັ້ນໃນການກັບມາຂອງເຮົາ? ຜູ້ໃດຈະບໍ່ປາຖະໜາຢາກເຫັນການປາກົດຕົວຂອງເຮົາ? ຜູ້ໃດຈະບໍ່ຢາກເຫັນຄວາມສະຫງ່າລາສີຂອງເຮົາ? ຜູ້ໃດທີ່ຈະບໍ່ຢາກມາສູ່ແສງສະຫວ່າງ? ຜູ້ໃດຈະບໍ່ຢາກເບິ່ງ ບໍ່ຢາກເຫັນຄວາມຮັ່ງມີຂອງການາອານ? ຜູ້ໃດຈະບໍ່ປາຖະໜາການກັບມາຂອງພຣະຜູ້ໄຖ່? ຜູ້ໃດຈະບໍ່ນັບຖືພຣະເຈົ້າຜູ້ຊົງລິດທານຸພາບ? ສຽງຂອງເຮົາຈະແຜ່ຂະຫຍາຍໄປທົ່ວແຜ່ນດິນໂລກ; ເມື່ອຜະເຊີນກັບຜູ້ຄົນທີ່ຖືກເລືອກຂອງເຮົາ, ເຮົາປາຖະໜາທີ່ຈະກ່າວພຣະທຳຕໍ່ພວກເຂົາຫຼາຍຂຶ້ນ. ເໝືອນດັ່ງສຽງຟ້າຮ້ອງທີ່ດັງສະນັ້ນສັ່ນສະເທືອນພູເຂົາ ແລະ ແມ່ນໍ້າລຳທານ, ເຮົາກ່າວພຣະຄຳຂອງເຮົາຕໍ່ຈັກກະວານທັງປວງ ແລະ ມະນຸດຊາດ. ດັ່ງນັ້ນພຣະທຳທີ່ຢູ່ໃນປາກຂອງເຮົາໄດ້ກາຍເປັນສົມບັດຂອງມະນຸດ ແລະ ມະນຸດທຸກຄົນລ້ວນແຕ່ຖະໜອມພຣະຄຳຂອງເຮົາ. ສາຍຟ້າແມບຈາກຕາເວັນອອກໄປເຖິງຕາເວັນຕົກ. ພຣະຄຳຂອງເຮົາເຮັດໃຫ້ມະນຸດລັງເລທີ່ຈະຍອມສະຫຼະພວກມັນ ແລະ ໃນເວລາດຽວກັນກໍພົບວ່າພຣະທຳເຫຼົ່ານັ້ນເປັນສິ່ງທີ່ບໍ່ສາມາດຢັ່ງເຖິງ, ແຕ່ຊື່ນຊົມຍິນດີໃນທຸກສິ່ງຫຼາຍຂຶ້ນກວ່າເດີມ. ມະນຸດທຸກຄົນຍິນດີ ແລະ ມີຄວາມສຸກ, ສະເຫຼີມສະຫຼອງການມາຂອງເຮົາ ເປັນຄືກັບວ່າເດັກນ້ອຍຫາກໍ່ເກີດ. ດ້ວຍສຽງຂອງເຮົາ, ເຮົາຈະນໍາເອົາມະນຸດທັງປວງມາຢູ່ຕໍ່ໜ້າຂອງເຮົາ. ຈາກນັ້ນ ເຮົາຈະເຂົ້າສູ່ເຊື້ອຊາດມະນຸດຢ່າງເປັນທາງການ ເພື່ອວ່າພວກເຂົາໄດ້ມານະມັດສະການເຮົາ. ດ້ວຍສະຫງ່າລາສີທີ່ເຮົາສ່ອງແສງອອກມາ ແລະ ພຣະທຳທີ່ຢູ່ໃນປາກຂອງເຮົາ, ເຮົາຈະເຮັດໃຫ້ທຸກຄົນມາກົ້ມຫົວລົງຕໍ່ໜ້າເຮົາ ແລະ ເຫັນແສງຟ້າແມບສົ່ງແສງສະຫວ່າງມາຈາກທິດຕາເວັນອອກ ແລະ ນັ້ນໝາຍຄວາມວ່າເຮົາໄດ້ລົງມາຍັງ ‘ພູເຂົາໝາກກອກ’ ແຫ່ງທິດຕາເວັນອອກ. ພວກເຂົາຈະເຫັນວ່າເຮົາໄດ້ຢູ່ໂລກນີ້ມາດົນນານແລ້ວ, ບໍ່ແມ່ນບຸດຊາຍຂອງຊາວຢິວອີກຕໍ່ໄປແຕ່ເປັນແສງຟ້າແມບແຫ່ງທິດຕາເວັນອອກ. ເພາະວ່າເຮົາໄດ້ຟື້ນຄືນຊີບມາດົນນານແລ້ວ ແລະ ໄດ້ພັດພາກຈາກທ່າມກາງມະນຸດ ແລ້ວໄດ້ກັບມາປາກົດຕົວໃໝ່ດ້ວຍສະຫງ່າລາສີໃນທ່າມກາງມະນຸດ. ເຮົາເປັນຜູ້ທີ່ຖືກເຄົາລົບບູຊາມາຫຼາຍຍຸກຫຼາຍສະໄໝກ່ອນໜ້ານີ້ ແລະ ເຮົາຍັງເປັນເດັກນ້ອຍທີ່ຖືກຊາວອິດສະຣາເອນປະຖິ້ມມາຫຼາຍຍຸກຫຼາຍສະໄໝກ່ອນໜ້ານີ້. ຍິ່ງໄປກວ່ານັ້ນ ເຮົາເປັນພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ມີສະຫງ່າລາສີຢ່າງສົມບູນໃນຍຸກປັດຈຸບັນ! ໃຫ້ທຸກຄົນມາຢູ່ຕໍ່ຫນ້າບັນລັງຂອງເຮົາ ແລະ ເບິ່ງໃບໜ້າອັນສະຫງ່າລາສີຂອງເຮົາ, ຟັງສຽງຂອງເຮົາ ແລະ ຫຼຽວເບິ່ງການກະທໍາຂອງເຮົາ. ນີ້ແມ່ນຄວາມປະສົງທັງໝົດຂອງເຮົາ; ມັນແມ່ນຈຸດສິ້ນສຸດ ແລະ ຈຸດສູງສຸດຂອງແຜນການຂອງເຮົາ, ພ້ອມທັງເປັນຈຸດປະສົງຂອງການຄຸ້ມຄອງຂອງເຮົາ. ໃຫ້ທຸກຊົນຊາດນະມັດສະການເຮົາ, ໃຫ້ທຸກພາສາຮັບຮູ້ເຮົາ, ໃຫ້ມະນຸດທຸກຄົນຍຶດໝັ້ນຄວາມເຊື່ອຂອງເຂົາໃນຕົວເຮົາ ແລະ ໃຫ້ທຸກຄົນຂຶ້ນຢູ່ກັບເຮົາ!(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ສຽງຟ້າຮ້ອງທັງເຈັດກໍາລັງທໍານາຍວ່າ ຂ່າວປະເສີດແຫ່ງອານາຈັກຈະແຜ່ຂະຫຍາຍໄປທົ່ວຈັກກະວານ).

ຄັ້ງໜຶ່ງເຮົາເຄີຍຖືກຮັບຮູ້ໃນນາມພຣະເຢໂຮວາ. ຜູ້ຄົນຍັງເອີ້ນເຮົາວ່າ ພຣະເມຊີອາ ແລະ ຜູ້ຄົນຄັ້ງໜຶ່ງເຄີຍເອີ້ນເຮົາວ່າ ພຣະເຢຊູພຣະຜູ້ຊ່ວຍໃຫ້ລອດ ເພາະວ່າພວກເຂົາຮັກ ແລະ ເຄົາລົບເຮົາ. ແຕ່ມື້ນີ້ ເຮົາບໍ່ແມ່ນພຣະເຢໂຮວາ ຫຼື ພຣະເຢຊູທີ່ຜູ້ຄົນເຄີຍຮູ້ຈັກໃນອະດີດຜ່ານມາອີກແລ້ວ. ເຮົາແມ່ນພຣະເຈົ້າຜູ້ທີ່ກັບຄືນມາໃນຍຸກສຸດທ້າຍ ນັ້ນກໍຄືພຣະເຈົ້າຜູ້ທີ່ຈະນຳເອົາຍຸກໄປສູ່ຈຸດສິ້ນສຸດ. ເຮົາແມ່ນພຣະເຈົ້າທີ່ເກີດຂຶ້ນຈາກຂອບສຸດຂອງແຜ່ນດິນໂລກ ທີ່ພຽບພ້ອມໄປດ້ວຍອຸປະນິໄສທັງໝົດ ແລະ ເຕັມໄປດ້ວຍອຳນາດ, ກຽດຕິຍົດ ແລະ ຄວາມສະຫງ່າລາສີ. ຜູ້ຄົນບໍ່ເຄີຍໄດ້ພົວພັນກັບເຮົາ ບໍ່ເຄີຍຮູ້ຈັກເຮົາ ແລະ ບໍ່ເຄີຍຮູ້ຈັກອຸປະນິໄສຂອງເຮົາ. ນັບຕັ້ງແຕ່ການສ້າງໂລກຈົນມາຮອດມື້ນີ້ ບໍ່ທັນມີຜູ້ໃດເຄີຍເຫັນເຮົາ. ນີ້ແມ່ນພຣະເຈົ້າຜູ້ທີ່ປະກົດຕໍ່ກັບມະນຸດໃນລະຫວ່າງຍຸກສຸດທ້າຍ ແຕ່ຊ້ອນຕົວທ່າມກາງມະນຸດ. ພຣະອົງອາໄສຢູ່ທ່າມກາງມະນຸດຢ່າງແທ້ຈິງ ແລະ ເປັນຈິງຄືກັບດວງອາທິດທີ່ແຜດເຜົາ ແລະ ແປວໄຟທີ່ເຜົາໄໝເຕັມປ່ຽມໄປດ້ວຍລິດເດດ ແລະ ອຳນາດ. ບໍ່ມີບຸກຄົນ ຫຼື ສິ່ງໃດຈະບໍ່ຖືກພິພາກສາໂດຍພຣະທຳຂອງເຮົາ ແລະ ບໍ່ມີບຸກຄົນ ຫຼື ສິ່ງໃດຈະບໍ່ຖືກຊຳລະລ້າງໃຫ້ບໍລິສຸດຜ່ານແປວໄຟເຜົາໄໝ້. ສຸດທ້າຍ ທຸກຊາດຈະໄດ້ຮັບພອນເນື່ອງຈາກພຣະທຳຂອງເຮົາ ແລະ ຈະຖືກທໍາລາຍເປັນຊິ້ນໆດ້ວຍພຣະທຳຂອງເຮົາເຊັ່ນກັນ. ດ້ວຍວິທີນີ້ ຜູ້ຄົນທັງໝົດໃນຍຸກສຸດທ້າຍຈະເຫັນວ່າເຮົາແມ່ນພຣະຜູ້ຊ່ວຍໃຫ້ລອດທີ່ກັບຄືນມາ ເຮົາແມ່ນພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ເອົາຊະນະມວນມະນຸດທັງໝົດ ແລະ ຄັ້ງໜຶ່ງເຮົາເຄີຍເປັນເຄື່ອງບູຊາໄຖ່ບາບໃຫ້ແກ່ມະນຸດ ແຕ່ໃນຍຸກສຸດທ້າຍ ເຮົາຈະກາຍເປັນແປວໄຟຈາກດວງອາທິດທີ່ແຜດເຜົາທຸກສິ່ງຢ່າງ ເຊັ່ນກັນກັບດວງອາທິດແຫ່ງສິນທຳທີ່ເປີດເຜີຍທຸກສິ່ງຢ່າງ. ນັ້ນແມ່ນພາລະກິດຂອງເຮົາໃນຍຸກສຸດທ້າຍ. ເຮົາໃຊ້ຊື່ນີ້ ແລະ ມີອຸປະນິໄສດັ່ງນີ້ ເພື່ອໃຫ້ທຸກຄົນສາມາດເຫັນວ່າເຮົາແມ່ນພຣະເຈົ້າທີ່ມີສິນທຳ ແລະ ເປັນດວງອາທິດທີ່ແຜດເຜົາ ແລະ ເປັນແປວໄຟທີ່ເຜົາໄໝ້, ເພື່ອໃຫ້ທຸກຄົນສາມາດບູຊາເຮົາ ຜູ້ທີ່ເປັນພຣະເຈົ້າອົງດຽວທີ່ແທ້ຈິງ ແລະ ເພື່ອໃຫ້ພວກເຂົາສາມາດເຫັນໃບໜ້າແທ້ຈິງຂອງເຮົາ. ເຮົາບໍ່ແມ່ນພຣະເຈົ້າໜຶ່ງດຽວຂອງຊາວອິດສະຣາເອນ ແລະ ບໍ່ແມ່ນພຽງແຕ່ຜູ້ໄຖ່ບາບເທົ່ານັ້ນ. ເຮົາແມ່ນພຣະເຈົ້າຂອງສັບພະສິ່ງທັງປວງໃນສະຫວັນ, ແຜ່ນດິນໂລກ ແລະ ທະເລ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຜູ້ຊ່ວຍໃຫ້ລອດພົ້ນໄດ້ກັບຄືນມາເທິງ “ກ້ອນເມກສີຂາວ”).

ເມື່ອເວລາເຮົາຫັນໜ້າໄປສູ່ຈັກກະວານເພື່ອກ່າວ, ມະນຸດທຸກຄົນຈະໄດ້ຍິນສຽງຂອງເຮົາ ແລະ ຈາກນັ້ນຈະເຫັນຜົນງານທັງໝົດທີ່ເຮົາໄດ້ເຮັດໃນທົ່ວຈັກກະວານ. ຜູ້ໃດທີ່ເດີນກົງກັນຂ້າມກັບຄວາມປະສົງຂອງເຮົາ. ເວົ້າໄດ້ອີກວ່າ ຜູ້ໃດທີ່ຕໍ່ຕ້ານເຮົາດ້ວຍການກະທໍາຂອງມະນຸດ ຈະຕົກຢູ່ພາຍໃຕ້ການລົງໂທດຂອງເຮົາ. ເຮົາຈະເອົາດວງດາວຢ່າງຫຼວງຫຼາຍໃນສະຫວັນ ແລະ ເຮັດໃຫ້ດວງດາວເຫຼົ່ານັ້ນເປັນດວງດາວ ໃໝ່ ແລະ ຈົ່ງຂອບໃຈເຮົາທີ່ດວງອາທິດ ແລະ ດວງຈັນຈະໄດ້ຮັບການສ້າງໃໝ່. ທ້ອງຟ້າຈະບໍ່ຄືເກົ່າອີກຕໍ່ໄປ, ສັບພະສິ່ງທີ່ມະຫາສານຢູ່ເທິງແຜ່ນດິນໂລກຈະໄດ້ຮັບການສ້າງໃໝ່ອີກຄັ້ງ. ທັງໝົດຈະສົມບູນດ້ວຍພຣະທໍາຂອງເຮົາ. ຫຼາຍປະເທດຊາດທີ່ຢູ່ໃນຈັກກະວານຈະຖືກແບ່ງປັນໃໝ່ ແລະ ຖືກແທນທີ່ດ້ວຍອານາຈັກຂອງເຮົາ ເພື່ອໃຫ້ປະເທດຊາດຕ່າງໆໃນແຜ່ນດິນໂລກຫາຍໄປຕະຫຼອດການ ແລະ ຈະກາຍເປັນອານາຈັກທີ່ບູຊາເຮົາ, ເຊື້ອຊາດທັງໝົດຂອງແຜ່ນດິນໂລກຈະຖືກທໍາລາຍ ແລະ ຈະບໍ່ມີອີກຕໍ່ໄປ. ໃນບັນດາມະນຸດໃນຈັກກະວານ, ທຸກຄົນທີ່ເປັນຄົນຂອງຜີສາດຮ້າຍຈະຖືກກໍາຈັດ; ທຸກຄົນທີ່ບູຊາຊາຕານຈະຖືກວາງລົງໄປໃນເຕົາໄຟຂອງເຮົາ, ຍົກເວັ້ນແຕ່ສໍາລັບຜູ້ທີ່ຢູ່ພາຍໃນສາຍນໍ້າ, ສ່ວນທີ່ເຫລືອຈະຖືກປ່ຽນເປັນເຖົ່າທານ. ເມື່ອເຮົາລົງໂທດຜູ້ຄົນຈຳນວນຫຼວງຫຼາຍຢ່າງໜັກ, ຜູ້ທີ່ຢູ່ໃນໂລກຝ່າຍສາສະໜາ ໃນຫຼາກຫຼາຍຂອບເຂດຈະກັບຄືນມາຫາອານາຈັກຂອງເຮົາ, ຖືກເອົາຊະນະດ້ວຍພາລະກິດຂອງເຮົາ, ເພາະວ່າພວກເຂົາຈະໄດ້ເຫັນການມາເຖິງຂອງພຣະຜູ້ບໍລິສຸດໃນເທິງກ້ອນເມກສີຂາວ. ທຸກຄົນຈະຖືກແຍກອອກຕາມປະເພດຂອງພວກເຂົາເອງ ແລະ ຈະໄດ້ຮັບການຂ້ຽນຕີທີ່ເໝາະສົມກັບການກະທໍາຂອງພວກເຂົາ. ຜູ້ທີ່ຕໍ່ຕ້ານເຮົາຈະຖືກດັບສະຫຼາຍໄປ, ສໍາລັບຜູ້ທີ່ມີການກະທໍາໃນແຜ່ນດິນໂລກທີ່ບໍ່ກ່ຽວຂ້ອງກັບເຮົາ, ພວກເຂົາຈະສືບຕໍ່ຢູ່ເທິງແຜ່ນດິນໂລກພາຍໃຕ້ການປົກຄອງຂອງບຸດເຮົາ ແລະ ຜູ້ຄົນຂອງເຮົາ. ເຮົາຈະເປີດເຜີຍຕົວຕົນຕໍ່ບັນດາຜູ້ຄົນ ແລະ ເຊື້ອຊາດທີ່ນັບບໍ່ຖ້ວນດ້ວຍສຽງຂອງເຮົາເທິງແຜ່ນດິນໂລກ ເພື່ອປະກາດຄວາມສໍາເລັດຂອງພາລະກິດທີ່ຍິ່ງໃຫຍ່ຂອງເຮົາໃຫ້ມະນຸດທັງປວງໄດ້ເຫັນດ້ວຍຕາຂອງພວກເຂົາເອງ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ, ບົດທີ 26).

ພຣະທຳທຸກຂໍ້ຈາກພຣະເຈົ້າອົງຊົງລິດທານຸພາບສູງສຸດມີລິດທານຸພາບ ແລະ ສິດອຳນາດ, ສັ່ນສະເທືອນຫົວໃຈຂອງຜູ້ຄົນ. ພຣະເຈົ້າອົງຊົງລິດທານຸພາບສູງສຸດກ່າວຕໍ່ມະນຸດຊາດທັງປວງໃນຖານະພຣະຜູ້ສ້າງ. ສິດອຳນາດ ແລະ ຕົວຕົນຂອງພຣະເຈົ້າແມ່ນຖືກສະແດງອອກຢ່າງຊັດເຈນຜ່ານພຣະທຳຂອງພຣະອົງ ແລະ ນໍ້າສຽງຂອງພຣະທຳເຫຼົ່ານັ້ນ, ຕໍາແໜ່ງທີ່ພຣະອົງມີ, ອຸປະນິໄສ ແລະ ສິ່ງທີ່ພຣະອົງມີ ແລະ ເປັນທີ່ຖືກສະແດງອອກ ຄືລັກສະນະທີ່ເປັນເອກະລັກຂອງພຣະເຈົ້າ. ບໍ່ມີທູດສະຫວັນ, ບໍ່ມີສິ່ງມີຊີວິດທີ່ຖືກສ້າງຂຶ້ນ, ບໍ່ມີວິນຍານທີ່ຊົ່ວຮ້າຍໃດໆຂອງຊາຕານ ຈະສາມາດມີ ຫຼື ບັນລຸທັງໝົດນີ້ໄດ້ຈັກເທື່ອ. ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ເປີດເຜີຍສິດອຳນາດທີ່ເປັນເອກະລັກຂອງພຣະເຈົ້າຢ່າງສົມບູນ ແລະ ພຣະທຳເຫຼົ່ານັ້ນສະແດງເຖິງອຸປະນິໄສທີ່ຊອບທຳ ແລະ ທີ່ບໍ່ສາມາດລ່ວງເກີນໄດ້ຂອງພຣະເຈົ້າ. ພວກເຮົາທຸກຄົນໄດ້ເຫັນວ່າພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຄືການສະແດງອອກຕ່າງໆ ແລະ ສຽງຂອງພຣະເຈົ້າ.

ມື້ນີ້, ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນໜັງສືພຣະທໍາປາກົດໃນຮ່າງກາຍ, ແລະ ວີດີໂອຈໍານວນຫຼາຍກ່ຽວກັບການອ່ານພຣະທໍາຂອງພຣະເຈົ້າແມ່ນສາມາດຫາໄດ້ທາງອອນລາຍ ແລະ ອີກຫຼາຍຄົນຈາກທຸກປະເທດ ແລະ ທຸກນິກາຍກຳລັງສືບຄົ້ນ ແລະ ຍອມຮັບພຣະເຈົ້າອົງຊົງລິດທານຸພາບສູງສຸດ. ເຖິງຢ່າງໃດກໍຕາມ, ຍັງມີຫຼາຍຄົນພາຍໃນສາສະໜາທີ່ຍຶດຕິດກັບພຣະທຳໃນພຣະຄຳພີໄບເບິນ, ຜູ້ທີ່ຍຶດຕິດກັບແນວຄິດຂອງພວກເຂົາກ່ຽວກັບການທີ່ພຣະຜູ້ເປັນເຈົ້າລົງມາໂດຍຢູ່ເທິງກ້ອນເມກ. ພວກເຂົາເຫັນວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດສະແດງຄວາມຈິງຫຼາຍຢ່າງ, ແຕ່ພວກເຂົາບໍ່ໄດ້ສະແຫວງຫາ, ສືບຄົ້ນ ຫຼື ຟັງສຽງຂອງພຣະເຈົ້າ. ພວກເຂົາອາດຈະໄປຕາມກອງກຳລັງຂອງຜູ້ຕໍ່ຕ້ານພຣະຄຣິດໃນໂລກສາສະໜາ, ຕັດສິນ, ກ່າວຮ້າຍ ແລະ ປະນາມພຣະເຈົ້າອົງຊົງລິດທານຸພາບສູງສຸດ. ມັນເປັນຄືກັບວ່າຫົວໃຈຂອງພວກເຂົາຖືກເຮັດໃຫ້ມືດບອດ, ພວກເຂົາຟັງແຕ່ບໍ່ຮູ້ ແລະ ເຫັນແຕ່ບໍ່ເຂົ້າໃຈ. ຄົນດັ່ງກ່າວບໍ່ສາມາດໄດ້ຍິນສຽງຂອງພຣະເຈົ້າ ເຊິ່ງສະແດງໃຫ້ເຫັນວ່າພວກເຂົາບໍ່ແມ່ນແກະຂອງພຣະເຈົ້າ. ພວກເຂົາຄືເມັດຖົ່ວທີ່ຖືກເປີດເຜີຍໂດຍພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍ, ເປັນຍິງສາວບໍລິສຸດທີ່ໂງ່ຈ້າ, ເປັນຜູ້ທີ່ຖືກປະຖິ້ມ ແລະ ຖືກກຳຈັດໂດຍພຣະເຈົ້າໃນຕອນນີ້ ແລະ ຕົກລົງສູ່ໄພພິບັດຕ່າງໆ. ມັນຍາກທີ່ຈະເວົ້າວ່າພວກເຂົາຈະມີຊີວິດຢູ່ ຫຼື ຕາຍ. ຖ້າພວກເຂົາສາມາດຢູ່ລອດ, ພວກເຂົາກໍສາມາດລໍຖ້າພຣະເຢຊູເຈົ້າໃຫ້ລົງມາໂດຍຢູ່ເທິງກ້ອນເມກ ແລະ ປາກົດຕົວຢ່າງເປີດເຜີຍຕໍ່ທຸກຄົນຫຼັງຈາກໄພພິບັດຕ່າງໆ. ແຕ່ໃນເວລານັ້ນ, ເມື່ອພວກເຂົາເຫັນວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ພວກເຂົາປະນາມ ແລະ ຕໍ່ຕ້ານຄືພຣະເຢຊູເຈົ້າທີ່ໄດ້ກັບຄືນມາ, ພວກເຂົາຈະຕົກໃຈ, ແຕ່ມັນກໍຈະຊ້າເກີນໄປທີ່ຈະເສຍໃຈ. ພວກເຂົາຈະຖືກປະໃຫ້ຮ້ອງໄຫ້ ແລະ ກັດແຂ້ວຂອງພວກເຂົາ. ສິ່ງນີ້ແມ່ນສຳເລັດຕາມຄຳທຳນາຍໃນພຣະນິມິດຢ່າງສົມບູນ: “ເບິ່ງແມ, ພຣະອົງສະເດັດມາກັບກ້ອນເມກ, ຕາທຸກໜ່ວຍຈະເຫັນພຣະອົງ ແລະ ພວກເຂົາທີ່ໄດ້ແທງພຣະອົງກໍຈະເຫັນເຊັ່ນກັນ ແລະ ທຸກຊົນຊາດເທິງແຜ່ນດິນໂລກນີ້ຈະຮ້ອງໄຫ້ຍ້ອນພຣະອົງ(ພຣະນິມິດ 1:7).

ສຸດທ້າຍນີ້, ໃຫ້ພວກເຮົາອ່ານບົດຄວາມໃນພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ບ່ອນໃດກໍຕາມທີ່ພຣະເຈົ້າປາກົດຕົວ, ຄວາມຈິງກໍຈະສຳແດງອອກໃນບ່ອນນັ້ນ ແລະ ສຽງຂອງພຣະເຈົ້າກໍຈະຢູ່ບ່ອນນັ້ນ. ມີພຽງແຕ່ຄົນທີ່ສາມາດຍອມຮັບຄວາມຈິງທີ່ສາມາດໄດ້ຍິນສຽງຂອງພຣະເຈົ້າໄດ້ ແລະ ມີພຽງແຕ່ຄົນແບບນີ້ເທົ່ານັ້ນ ທີ່ມີຄຸນສົມບັດເປັນພະຍານໃນການປາກົດຕົວຂອງພຣະເຈົ້າໄດ້. ຈົ່ງປະຖິ້ມແນວຄິດຂອງເຈົ້າໄວ້ຕ່າງຫາກ! ຈົ່ງງຽບສະຫງົບລົງ ແລະ ອ່ານພຣະທຳເຫຼົ່ານີ້ຢ່າງລະອຽດ. ຖ້າເຈົ້າປາຖະໜາຫາຄວາມຈິງ, ພຣະເຈົ້າຈະສ່ອງແສງສະຫວ່າງໃຫ້ກັບເຈົ້າ ແລະ ເຈົ້າຈະເຂົ້າໃຈຄວາມປະສົງຂອງພຣະອົງ ແລະ ພຣະທຳຂອງພຣະອົງ. ຈົ່ງປະຖິ້ມຄວາມຄິດເຫັນຂອງພວກເຈົ້າກ່ຽວກັບ ‘ຄວາມເປັນໄປບໍ່ໄດ້!’ ຍິ່ງຜູ້ຄົນເຊື່ອວ່າ ບາງສິ່ງເປັນໄປບໍ່ໄດ້ຫຼາຍສໍ່າໃດ, ສິ່ງນັ້ນກໍຍິ່ງມີຄວາມເປັນໄປໄດ້ທີ່ຈະເກີດຂຶ້ນຫຼາຍສໍ່ານັ້ນ, ຍ້ອນສະຕິປັນຍາຂອງພຣະເຈົ້າບິນສູງກວ່າສະຫວັນ, ຄວາມຄິດຂອງພຣະເຈົ້າກໍສູງສົ່ງກວ່າຄວາມຄິດຂອງມະນຸດ ແລະ ພາລະກິດຂອງພຣະເຈົ້າກໍຢູ່ເໜືອຂອບເຂດຄວາມຄິດ ແລະ ແນວຄິດຂອງມະນຸດ. ຍິ່ງບາງສິ່ງເປັນໄປບໍ່ໄດ້ຫຼາຍສໍ່າໃດ, ມັນກໍຍິ່ງມີຄວາມຈິງທີ່ສາມາດສະແຫວງຫາໄດ້ຫຼາຍສໍ່ານັ້ນ; ຍິ່ງບາງສິ່ງຢູ່ເໜືອແນວຄິດ ແລະ ຈິນຕະນາການຂອງມະນຸດຫຼາຍສໍ່າໃດ, ກໍຍິ່ງມີສິ່ງນັ້ນໃນຄວາມປະສົງຂອງພຣະເຈົ້າຫຼາຍສໍ່ານັ້ນ. ນີ້ກໍຍ້ອນວ່າ ບໍ່ວ່າພຣະອົງຈະເປີດເຜີຍຕົວພຣະອົງເອງຢູ່ບ່ອນໃດກໍຕາມ, ພຣະເຈົ້າກໍຍັງຄົງເປັນພຣະເຈົ້າ ແລະ ທາດແທ້ຂອງພຣະອົງບໍ່ປ່ຽນແປງໄປຕາມສະຖານທີ່ ຫຼື ຮູບລັກສະນະຂອງການປາກົດຕົວຂອງພຣະອົງ... ສະນັ້ນ ໃຫ້ພວກເຮົາສະແຫວງຫາຄວາມປະສົງຂອງພຣະເຈົ້າ ແລະ ຄົ້ນພົບການປາກົດຕົວຂອງພຣະອົງໃນພຣະທໍາຂອງພຣະອົງ ແລະ ກ້າວເດີນໄປພ້ອມກັນກັບບາດກ້າວຂອງພຣະອົງ! ພຣະເຈົ້າເປັນຄວາມຈິງ, ຫົນທາງ ແລະ ຊີວິດ. ພຣະທຳຂອງພຣະອົງ ແລະ ການປາກົດຕົວຂອງພຣະອົງເກີດຂຶ້ນພ້ອມກັນ; ອຸປະນິໄສ ແລະ ຮອຍພຣະບາດຂອງພຣະອົງເປີດເຜີຍໃຫ້ກັບມະນຸດຊາດໄດ້ທຸກເວລາ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາກພະໜວກ 1: ການປາກົດຕົວຂອງພຣະເຈົ້າໄດ້ນໍາພາໄປສູ່ຍຸກໃໝ່).

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ເປັນຫຍັງພຣະເຈົ້າຈຶ່ງເຮັດພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍ?

ມື້ນີ້, ໂຣກພະຍາດກຳລັງແຜ່ລະບາດໄປທົ່ວໂລກ ແລະ ໄພພິບັດກຳລັງຮ້າຍແຮງຂຶ້ນ. ພວກເຮົາໄດ້ເຫັນແຜ່ນດິນໄຫວ, ໄພອຶດຫິວຢາກ ແລະ ສົງຄາມ ແລະ...

ມັນເປັນຈິງບໍທີ່ພາລະກິດ ແລະ ພຣະທຳທັງໝົດຂອງພຣະເຈົ້າຢູ່ໃນພຣະຄຳພີ?

ພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ເປັນພຣະຜູ້ໄຖ່ໄດ້ປາກົດຕົວ ແລະ ກຳລັງເຮັດພາລະກິດໃນຍຸກສຸດທ້າຍ ແລະ ພຣະອົງໄດ້ກ່າວພຣະທຳຫຼາຍລ້ານຄຳ....

ຜູ້ໃດສາມາດຊ່ວຍມະນຸດຊາດໃຫ້ລອດພົ້ນ ແລະ ປະຕິວັດໂຊກຊະຕາຂອງພວກເຮົາ?

ເມື່ອເວົ້າເຖິງໂຊກຊະຕາ, ຄົນສ່ວນໃຫຍ່ກໍທຽບມັນໃສ່ ການມີເງິນ ແລະ ສະຖານະ ແລະ ການປະສົບຄວາມສຳເລັດໂດຍມີຈຸດໝາຍປາຍທາງທີ່ດີ ແລະ ຄິດວ່າຄົນທຸກຍາກ,...

ຄວາມລອດພົ້ນຜ່ານຄວາມເຊື່ອອະນຸຍາດໃຫ້ເຂົ້າສູ່ອານາຈັກຂອງພຣະເຈົ້າບໍ?

ໂຣກລະບາດແຜ່ກະຈາຍຢ່າງບໍ່ຢຸດຢ່ອນ ແລະ ແຜ່ນດິນໄຫວ, ນໍ້າຖ້ວມ, ແມງໄມ້ລະບາດ, ໄພອຶດຢາກກໍເລີ່ມປາກົດຂຶ້ນ. ຫຼາຍຄົນຢູ່ໃນສະພາວະວິຕົກກັງວົນຢູ່ສະເໝີ ແລະ...