ເປັນຫຍັງພຣະເຈົ້າທີ່ບັງເກີດເປັນມະນຸດແຫ່ງຍຸກສຸດທ້າຍຈຶ່ງເປັນແມ່ຍິງ?

25 ເດືອນທັນວາ 2021

ໃນຍຸກສຸດທ້າຍ, ພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ບັງເກີດເປັນມະນຸດໄດ້ປາກົດຕົວເພື່ອປະຕິບັດພາລະກິດ ແລະ ສະແດງຄວາມຈິງຫຼາຍຢ່າງ. ສິ່ງເຫຼົ່ານີ້ໄດ້ຖືກສະແດງໃນອິນເຕີເນັດ ແລະ ສັ່ນສະເທືອນທົ່ວໂລກ ຍ້ອນມີຫຼາຍໆຄົນສືບຄົ້ນຫາການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ມັນຊັດເຈນວ່າການທີ່ພຣະເຈົ້າມາບັງເກີດເປັນມະນຸດ ແລະ ສະແດງຄວາມຈິງ ໄດ້ສະແດງເຖິງລິດອຳນາດແຫ່ງພຣະທຳຂອງພຣະເຈົ້າ ແລະ ອຳນາດອັນໄພສານຂອງພຣະເຈົ້າຢ່າງສົມບູນ. ໃນຂະນະທີ່ພວກເຂົາສືບຄົ້ນຫາຫົນທາງທີ່ແທ້ຈິງ, ຫຼາຍຄົນໄດ້ເຫັນວ່າພຣະທຳທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວອອກນັ້ນເປັນສິ່ງທີ່ມີສິດອຳນາດ, ມີລິດອຳນາດ, ພວກມັນເປັນຄວາມຈິງ, ພວກມັນມາຈາກພຣະເຈົ້າ ແລະ ພວກມັນໜ້າເຊື່ອຖື ແລະ ປາສະຈາກຂໍ້ສົງໄສໃດໆອີກ. ແຕ່ເມື່ອພວກເຂົາໄດ້ຍິນວ່າພຣະຄຣິດແຫ່ງຍຸກສຸດທ້າຍ ເຊິ່ງນັ້ນກໍຄື ພຣະເຈົ້າອົງຊົງລິດທານຸພາບສູງສຸດ ເປັນແມ່ຍິງ, ຫຼາຍຄົນກໍແກວ່ງຫົວຂອງພວກເຂົາ ແລະ ປະຕິເສດທີ່ຈະຍອມຮັບພຣະອົງ. ພວກເຂົາຄິດວ່າ ເມື່ອພຣະເຢຊູເຈົ້າມາ ພຣະອົງແມ່ນເປັນຜູ້ຊາຍ, ພຣະວິນຍານບໍລິສຸດຍັງເປັນພະຍານວ່າ ພຣະເຢຊູເຈົ້າເປັນ “ພຣະບຸດອັນເປັນທີ່ຮັກ” ໃນເວລານັ້ນ ແລະ ພຣະຄຳພີຍັງປະກອບມີການບັນທຶກດັ່ງກ່າວ, ສະນັ້ນ ເມື່ອພຣະຜູ້ເປັນເຈົ້າກັບຄືນມາ, ພຣະອົງຈະເປັນຜູ້ຊາຍ ໃນຮູບຮ່າງຂອງພຣະເຢຊູເຈົ້າທີ່ເປັນຊາວຢູດາ. ພຣະອົງຈະບໍ່ເປັນແມ່ຍິງຢ່າງແນ່ນອນ. ບໍ່ວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດຈະສະແດງຄວາມຈິງຫຼາຍສໍ່າໃດກໍຕາມ ແລະ ພາລະກິດທີ່ພຣະອົງປະຕິບັດຈະຍິ່ງໃຫຍ່ສໍ່າໃດກໍຕາມ, ພວກເຂົາປະຕິເສດທີ່ຈະຍອມຮັບ, ແລ້ວແຮງໄກທີ່ຈະສະແຫວງຫາ ແລະ ສືບຄົ້ນ. ເຫດຜົນຂອງພວກເຂົາແມ່ນ “ຖ້າພຣະເຈົ້າອົງຊົງລິດທານຸພາບສູງສຸດເປັນຜູ້ຊາຍ, ຂ້ອຍຈະເຊື່ອ, ແຕ່ຖ້າພຣະອົງເປັນແມ່ຍິງ, ບໍ່ວ່າເຈົ້າຈະເວົ້າແນວໃດກໍຕາມ, ຂ້ອຍຈະບໍ່ເຊື່ອຈັກເທື່ອ ເພາະພຣະເຢຊູເຈົ້າເປັນຜູ້ຊາຍ”. ເນື່ອງຈາກເຫດຜົນນີ້, ພວກເຂົາຈຶ່ງພາດໂອກາດທີ່ຈະຕ້ອນຮັບການກັບຄືນມາຂອງພຣະຜູ້ເປັນເຈົ້າ ແລະ ຕົົກລົງສູ່ໄພພິບັດ ເຊິ່ງເປັນຕາສົມເພດພໍສົມຄວນ. ສະນັ້ນ ຄຳເວົ້າ ແລະ ມຸມມອງຂອງຄົນເຫຼົ່ານີ້ທີ່ເຄັ່ງສາສະໜາແມ່ນຖືກຕ້ອງບໍ? ພວກມັນສອດຄ່ອງກັບຄຳທຳນາຍໃນພຣະຄຳພີບໍ? ພວກມັນມີພື້ນຖານໃນພຣະທຳຂອງພຣະເຈົ້າບໍ? ບໍ່ເລີຍ. ນີ້ເປັນຍ້ອນພຣະເຢຊູເຈົ້າບໍ່ໄດ້ລະບຸວ່າພຣະອົງຈະເປັນຜູ້ຊາຍ ຫຼື ແມ່ຍິງ ເມື່ອພຣະອົງກັບຄືນມາ ແລະ ພຣະວິນຍານບໍລິສຸດບໍ່ໄດ້ເປັນພະຍານວ່າບຸດມະນຸດຈະເປັນຜູ້ຊາຍ ຫຼື ແມ່ຍິງ ເມື່ອພຣະອົງກັບມາ. ພຣະຄຳພີຍັງບໍ່ໄດ້ທຳນາຍວ່າພຣະເຈົ້າຈະເປັນຜູ້ຊາຍ ຫຼື ແມ່ຍິງ ເມື່ອພຣະອົງກັບຄືນມາໃນຍຸກສຸດທ້າຍ. ນີ້ແມ່ນຫຼັກຖານທີ່ພຽງພໍວ່າ ຄຳເວົ້າ ແລະ ມຸມມອງຂອງມະນຸດບໍ່ມີພື້ນຖານໃນພຣະຄຳພີ ແລະ ເປັນໄດ້ພຽງແນວຄິດ ແລະ ຈິນຕະນາການຂອງຜູ້ຄົນ. ຫຼາຍຄົນຖາມວ່າ “ເປັນຫຍັງພຣະເຈົ້າທີ່ບັງເກີດເປັນມະນຸດໃນຍຸກສຸດທ້າຍຈຶ່ງເປັນແມ່ຍິງ ແທນທີ່ຈະເປັນຜູ້ຊາຍ?” ໃນທີ່ນີ້, ຂ້ອຍຈະແບ່ງປັນຄວາມເຂົ້າໃຈສ່ວນຕົວບາງຢ່າງຂອງຂ້ອຍກ່ຽວກັບຄຳຖາມນີ້.

ເປັນຫຍັງພຣະເຈົ້າທີ່ບັງເກີດເປັນມະນຸດແຫ່ງຍຸກສຸດທ້າຍຈຶ່ງເປັນແມ່ຍິງ?

ມີຄຳທຳນາຍຫຼາຍຢ່າງໃນພຣະຄຳພີກ່ຽວກັບການທີ່ພຣະເຈົ້າມາບັງເກີດເປັນມະນຸດດັ່ງບຸດມະນຸດໃນຍຸກສຸດທ້າຍ, ແຕ່ມັນບໍ່ໄດ້ລະບຸວ່າພຣະຜູ້ເປັນເຈົ້າຈະເປັນຜູ້ຊາຍ ຫຼື ແມ່ຍິງ ເມື່ອພຣະອົງກັບຄືນມາໃນຍຸກສຸດທ້າຍ. ມັນພຽງແຕ່ເວົ້າວ່າ “ການສະເດັດມາຂອງບຸດມະນຸດ”, “ບຸດມະນຸດຈະມາ” ແລະ “ບຸດມະນຸດກໍຈະເປັນດັ່ງນັ້ນໃນມື້ຂອງພຣະອົງ”. ໃນປັດຈຸບັນ, ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ມາ, ສະແດງຄວາມຈິງຫຼາຍຢ່າງ ແລະ ເຮັດພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍ ເຊິ່ງສຳເລັດຕາມຄຳທຳນາຍເຫຼົ່ານີ້. ແຕ່ມັນກໍເຮັດໃຫ້ຜູ້ຄົນປະຫຼາດໃຈ ເມື່ອພວກເຂົາຄົ້ນພົບວ່າພຣະຄຣິດແຫ່ງຍຸກສຸດທ້າຍເປັນແມ່ຍິງ. ສິ່ງນີ້ບໍ່ສອດຄ່ອງກັບແນວຄິດຂອງພວກເຮົາເລີຍ. ຍ້ອນເປັນການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ, ມັນຈຶ່ງເປັນເລື່ອງປົກກະຕິໂດຍສິ້ນເຊີງທີ່ຜູ້ຄົນຈະມີແນວຄິດກ່ຽວກັບມັນ. ຜູ້ຄົນມີຄວາມເຂົ້າໃຈຜິດຫຼາຍກວ່າເກົ່າ ເມື່ອພຣະເຢຊູເຈົ້າມາເຖິງ. ແຕ່ຍິ່ງຜູ້ຄົນມີແນວຄິດກ່ຽວກັບບາງສິ່ງຫຼາຍສໍ່າໃດ, ສິ່ງນັ້ນຍິ່ງເປັນຄວາມເລິກລັບຫຼາຍສໍ່ານັ້ນ. ຖ້າພຣະເຈົ້າບໍ່ໄດ້ເປີດເຜີຍຄວາມເລິກລັບເຫຼົ່ານີ້, ພວກເຮົາຈະບໍ່ເຂົ້າໃຈພວກມັນຈັກເທື່ອ. ສະນັ້ນ, ໃຫ້ພວກເຮົາເບິ່ງສິ່ງທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວໄວ້. ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ຖ້າພຣະເຈົ້າ ສະເດັດມາເປັນມະນຸດໃນເພດຊາຍເທົ່ານັ້ນ, ຜູ້ຄົນກໍຈະຈຳກັດພຣະອົງເປັນຜູ້ຊາຍ, ເປັນພຣະເຈົ້າຂອງຜູ້ຊາຍ ແລະ ຈະບໍ່ເຊື່ອວ່າພຣະອົງເປັນພຣະເຈົ້າຂອງຜູ້ຍິງ. ແລ້ວຜູ້ຊາຍກໍຈະຖືວ່າ ພຣະເຈົ້າມີເພດດຽວກັນກັບຜູ້ຊາຍ, ພຣະເຈົ້າເປັນຫົວໜ້າຂອງຜູ້ຊາຍ, ແລ້ວຜູ້ຍິງເດ? ສິ່ງນີ້ບໍ່ຍຸຕິທຳເລີຍ; ມັນບໍ່ແມ່ນເປັນການປະຕິບັດແບບລຳອຽງບໍ? ຖ້າເປັນແບບນັ້ນ, ແລ້ວທຸກຄົນທີ່ພຣະເຈົ້າຊ່ວຍໃຫ້ລອດພົ້ນກໍຈະເປັນຜູ້ຊາຍຄືກັນກັບພຣະອົງ ແລະ ບໍ່ມີຜູ້ຍິງແມ່ນແຕ່ຄົນດຽວທີ່ຈະຖືກຊ່ວຍໃຫ້ລອດພົ້ນ. ເມື່ອພຣະເຈົ້າ ສ້າງມະນຸດຊາດ, ພຣະອົງສ້າງອາດາມ ແລະ ພຣະອົງສ້າງເອວາ. ພຣະອົງບໍ່ພຽງແຕ່ສ້າງອາດາມ, ແຕ່ສ້າງທັງຜູ້ຊາຍ ແລະ ຜູ້ຍິງ ໃນພາບຫຼັກຂອງພຣະອົງ. ພຣະເຈົ້າບໍ່ໄດ້ເປັນພຽງແຕ່ພຣະເຈົ້າຂອງຜູ້ຊາຍ, ພຣະອົງຍັງເປັນພຣະເຈົ້າຂອງຜູ້ຍິງ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)). “ແຕ່ລະຂັ້ນຕອນຂອງພາລະກິດທີ່ປະຕິບັດໂດຍພຣະເຈົ້າແມ່ນມີຄວາມສໍາຄັນຕົວຈິງຂອງມັນເອງ. ໃນເວລານັ້ນ ເມື່ອພຣະເຢຊູມາ ພຣະອົງເປັນເພດຊາຍ ແລະ ເມື່ອພຣະເຈົ້າມາໃນຄັ້ງນີ້ ພຣະອົງເປັນເພດຍິງ. ຈາກສິ່ງນີ້ ເຈົ້າສາມາດເຫັນໄດ້ວ່າ ເພື່ອເຫັນແກ່ພາລະກິດຂອງພຣະອົງ ພຣະເຈົ້າສ້າງທັງເພດຊາຍ ແລະ ຍິງ ແລະ ສໍາລັບພຣະອົງແລ້ວ ບໍ່ມີຄວາມແບ່ງແຍກທາງດ້ານເພດ. ເມື່ອພຣະວິນຍານຂອງພຣະອົງມາ ພຣະອົງສາມາດສະຖິດເຂົ້າໃນເນື້ອໜັງໃດກໍໄດ້ທີ່ພຣະອົງພໍໃຈ ແລະ ເນື້ອໜັງນັ້ນສາມາດເປັນຕົວແທນຂອງພຣະອົງໄດ້; ບໍ່ວ່າຈະເປັນເພດຊາຍ ຫຼື ຍິງ, ມັນສາມາດເປັນຕົວແທນໃຫ້ແກ່ພຣະເຈົ້າໄດ້ ຕາບໃດທີ່ມັນຄືເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະອົງ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການບັງເກີດເປັນມະນຸດທັງສອງຄັ້ງໄດ້ເຮັດໃຫ້ຄວາມສຳຄັນຂອງການບັງເກີດເປັນມະນຸດສຳເລັດ). ຈາກພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພວກເຮົາສາມາດເຫັນວ່າ ບໍ່ວ່າການບັງເກີດເປັນມະນຸດຂອງພຣະເຈົ້າຈະເປັນຜູ້ຊາຍ ຫຼື ແມ່ຍິງ, ມັນກໍມີຄວາມໝາຍ. ມີຄວາມຈິງໃຫ້ສະແຫວງຫາໃນສິ່ງນັ້ນ ແລະ ມັນສາມາດເຮັດໃຫ້ພວກເຮົາເຂົ້າໃຈເຖິງຄວາມປະສົງຂອງພຣະເຈົ້າ ແລະ ຮູ້ຈັກອຸປະນິໄສຂອງພຣະເຈົ້າ. ຖ້າພຣະເຈົ້າທີ່ບັງເກີດເປັນມະນຸດເປັນຜູ້ຊາຍຢູ່ສະເໝີ, ຜົນຕາມມາຈະເປັນແນວໃດ? ຜູ້ຄົນຈະຈຳກັດພຣະເຈົ້າໃຫ້ເປັນຜູ້ຊາຍຕະຫຼອດການ ແລະ ບໍ່ເປັນແມ່ຍິງຈັກເທື່ອ ແລະ ຜູ້ຍິງຈະທົນທຸກກັບການເລືອກປະຕິບັດ ແລະ ຈະບໍ່ສາມາດມີຊີວິດເປັນສະມາຊິກຂອງສັງຄົມຢ່າງສົມບູນ. ນັ້ນຈະເປັນສິ່ງທີ່ຍຸຕິທຳສຳລັບແມ່ຍິງບໍ? ພຣະເຈົ້າເປັນພຣະເຈົ້າທີ່ຊອບທຳ ແລະ ພຣະເຈົ້າສ້າງຜູ້ຊາຍ ແລະ ແມ່ຍິງ, ສະນັ້ນ ພຣະເຈົ້າຈຶ່ງກາຍມາເປັນຜູ້ຊາຍສຳລັບການບັງເກີດເປັນມະນຸດຄັ້ງທຳອິດຂອງພຣະອົງ ແລະ ໃນຍຸກສຸດທ້າຍ ພຣະເຈົ້າກໍບັງເກີດເປັນມະນຸດໂດຍເປັນແມ່ຍິງ. ສິ່ງນີ້ມີຄວາມໝາຍຫຼາຍ ແລະ ເປັນສິ່ງທີ່ແມ່ຍິງທຸກຄົນຄວນປິຕິ ແລະ ຍິນດີນໍາ ແລະ ບໍ່ມີແນວຄິດໃດອີກຕໍ່ໄປ. ຖ້າແມ່ຍິງສາມາດປະຕິເສດ ແລະ ເລືອກປະຕິບັດຕໍ່ພຣະເຈົ້າທີ່ບັງເກີດເປັນມະນຸດທີ່ເປັນແມ່ຍິງ, ແລ້ວແມ່ຍິງຄົນນັ້ນກໍໜ້າສົມເພດເກີນໄປ! ໃນຄວາມເປັນຈິງແລ້ວ, ມັນບໍ່ສຳຄັນວ່າການບັງເກີດເປັນມະນຸດຂອງພຣະເຈົ້າຈະເປັນຜູ້ຊາຍ ຫຼື ແມ່ຍິງ. ສິ່ງທີ່ສຳຄັນຄືພຣະອົງສາມາດສະແດງຄາມຈິງ ແລະ ປະຕິບັດພາລະກິດແຫ່ງຄວາມລອດພົ້ນ. ຜູ້ຄົນບໍ່ຄວນຄິດວ່າພຣະເຈົ້າທີ່ບັງເກີດເປັນມະນຸດພຽງແຕ່ສາມາດປະຕິບັດພາລະກິດຂອງພຣະເຈົ້າ ຖ້າພຣະອົງເປັນຜູ້ຊາຍ ແລະ ພຣະອົງບໍ່ສາມາດປະຕິບັດພາລະກິດຂອງພຣະເຈົ້າ ຖ້າພຣະອົງເປັນແມ່ຍິງ. ມັນເປັນສິ່ງທີ່ຫຼ້າຫຼັງ ແລະ ໂງ່ຈ້າທີ່ຈະຄິດແບບນີ້. ມື້ນີ້, ພວກເຮົາທຸກຄົນໄດ້ເຫັນວ່າແມ່ຍິງສາມາດເຮັດທຸກສິ່ງທີ່ຜູ້ຊາຍສາມາດເຮັດໄດ້. ຕົວຢ່າງ: ຜູ້ຊາຍສາມາດຂັບເຮືອບິນ, ແມ່ຍິງກໍສາມາດເຮັດໄດ້ເຊັ່ນກັນ. ຜູ້ຊາຍສາມາດເປັນນັກບິນອາວະກາດ, ແມ່ຍິງກໍສາມາດເປັນໄດ້ເຊັ່ນກັນ. ຜູ້ຊາຍສາມາດເປັນປະທານາທິບໍດີ, ແມ່ຍິງກໍສາມາດເປັນໄດ້ເຊັ່ນກັນ. ຜູ້ຊາຍສາມາດດຳເນີນທຸລະກິດ ແລະ ຮັກສາອາຊີບໃຫ້ໝັ້ນຄົງ ແລະ ແມ່ຍິງຍັງສາມາດດຳເນີນທຸລະກິດ ແລະ ຮັກສາອາຊີບໃຫ້ໝັ້ນຄົງເຊັ່ນກັນ. ຂໍ້ແທ້ຈິງຕ່າງໆໄດ້ພິສູດວ່າແມ່ຍິງບໍ່ໄດ້ມີຄວາມສາມາດຕໍ່າກວ່າຜູ້ຊາຍ. ແລ້ວເປັນຫຍັງພຣະເຈົ້າທີ່ບັງເກີດເປັນມະນຸດຈຶ່ງຕ້ອງເປັນຜູ້ຊາຍເທົ່ານັ້ນ ແລະ ບໍ່ສາມາດເປັນແມ່ຍິງ? ລອງເບິ່ງທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດ ຜູ້ທີ່ໄດ້ສະແດງຄວາມຈິງຫຼາຍຢ່າງ ແລະ ປະຕິບັດພາລະກິດຢ່າງຫຼວງຫຼາຍ. ການເປັນແມ່ຍິງໄດ້ຂັດຂວາງພາລະກິດຂອງພຣະອົງແທ້ໆບໍ? ພາລະກິດແຫ່ງການພິພາກສາຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກສຸດທ້າຍຍິ່ງໃຫຍ່ກວ່າພາລະກິດທີ່ພຣະເຢຊູເຈົ້າໄດ້ປະຕິບັດຫຼາຍເທົ່າ. ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ສະແດງຄວາມຈິງທີ່ຫຼາຍກວ່າ ແລະ ເລິກເຊິ່ງກວ່າທີ່ພຣະເຢຊູເຈົ້າໄດ້ສະແດງອອກ. ຂໍ້ແທ້ຈິງຕ່າງໆແມ່ນຊັດເຈນຕໍ່ທຸກຄົນ, ສະນັ້ນ ເປັນຫຍັງຜູ້ຄົນຈຶ່ງບໍ່ສາມາດຍອມຮັບພວກເຂົາໄດ້? ມີຜູ້ຍິງເທົ່າໃດຄົນທີ່ຖືກຂົ່ມເຫັງ, ເລືອກປະຕິບັດ ແລະ ກຳລັງທົນທຸກໃນໂລກປັດຈຸບັນ? ພວກເຂົາຈຳເປັນຕ້ອງມີສະຖານະເທົ່າທຽມກັບຜູ້ຊາຍ ແລະ ຍິ່ງໄປກວ່ານັ້ນ ພວກເຂົາຕ້ອງການຄວາມລອດພົ້ນ ແລະ ອິດສະລະພາບ. ຜູ້ໃດສາມາດຊ່ວຍເພື່ອນແມ່ຍິງຂອງພວກເຮົາໃຫ້ລອດພົ້ນໄດ້? ໃນປັດຈຸບັນ, ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ມາເຖິງ ແລະ ພຣະອົງໄດ້ສະແດງຄວາມຈິງເພື່ອພິພາກສາໂລກ ແລະ ມະນຸດຊາດທີ່ຊົ່ວຮ້າຍນີ້, ຜູ້ເຊິ່ງຖືກເຮັດໃຫ້ເສື່ອມຊາມຢ່າງຮຸນແຮງ. ມີແມ່ຍິງຫຼາຍຄົນທີ່ໄດ້ເຫັນວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ບັງເກີດເປັນມະນຸດນັ້ນເປັນແມ່ຍິງ, ສາມາດສະແດງຄວາມຈິງ ແລະ ປະຕິບັດພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງຮູ້ສຶກພູມໃຈທີ່ເປັນແມ່ຍິງ. ພວກເຂົາເຊີດໜ້າຊູຕາຂອງພວກເຂົາ, ພວກເຂົາໄດ້ຮັບຄວາມຮູ້ສຶກທີ່ມີອິດສະລະພາບ ແລະ ການປົດປ່ອຍ ແລະ ພວກເຂົາທຸກຄົນສະເຫຼີມສະຫຼອງ ແລະ ສັນລະເສີນພຣະເຈົ້າອົງຊົງລິດທານຸພາບສູງສຸດ. ການທີ່ພຣະເຈົ້າໄດ້ມາບັງເກີດເປັນມະນຸດໂດຍເປັນແມ່ຍິງໄດ້ສະແດງເຖິງອຸປະນິໄສທີ່ຊອບທຳຂອງພຣະເຈົ້າ. ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ຮັກມະນຸດຊາດ ແລະ ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ສາມາດປະຕິບັດຕໍ່ຜູ້ຄົນຢ່າງຍຸຕິທຳແທ້ໆ. ພຣະເຈົ້າເປັນຕາຮັກຫຼາຍ! ຕອນນີ້ ໃຫ້ພວກເຮົາພິຈາລະນາອີກເລື່ອງໜຶ່ງ. ພຣະເຢຊູເຈົ້າທີ່ເປັນຜູ້ຊາຍສາມາດແບກຮັບຄວາມຜິດບາບຂອງຜູ້ຄົນ ແລະ ສຳເລັດພາລະກິດແຫ່ງການໄຖ່ບາບໂດຍການຖືກຄຶງທີ່ໄມ້ກາງແຂນ. ຖ້າພຣະເຢຊູເຈົ້າໄດ້ມາເຖິງໂດຍເປັນແມ່ຍິງ, ພຣະອົງຈະສາມາດສຳເລັດພາລະກິດແຫ່ງການໄຖ່ບາບໂດຍຖືກຄຶງທີ່ໄມ້ກາງແຂນບໍ? ບໍ່ຕ້ອງສົງໄສເລີຍວ່າພຣະອົງຈະສາມາດເຮັດໄດ້. ການບັງເກີດເປັນມະນຸດຂອງພຣະເຈົ້າໝາຍຄວາມວ່າພຣະວິນຍານຂອງພຣະເຈົ້າສວມໃສ່ເປືອກນອກຂອງມະນຸດ ແລະ ບໍ່ວ່າເປືອກນອກນີ້ຈະເປັນຜູ້ຊາຍ ຫຼື ແມ່ຍິງ, ພຣະອົງເອງແມ່ນພຣະເຈົ້າ. ພຣະອົງສະແດງຄວາມຈິງ ແລະ ປະຕິບັດພາລະກິດ, ເຊິ່ງທຸກສິ່ງແມ່ນຖືກປະຕິບັດ ແລະ ຄວບຄຸມໂດຍພຣະວິນຍານຂອງພຣະເຈົ້າ. ສະນັ້ນ, ບໍ່ວ່າເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າຈະເປັນຜູ້ຊາຍ ຫຼື ແມ່ຍິງ, ພຣະອົງມີຄຸນສົມບັດທີ່ຈະເປັນຕົວແທນໃຫ້ກັບຕົວຕົນຂອງພຣະເຈົ້າ ແລະ ປະຕິບັດພາລະກິດຂອງພຣະເຈົ້າເອງ ແລະ ໃນທີ່ສຸດແລ້ວ ພາລະກິດຈະສຳເລັດ ແລະ ພຣະເຈົ້າຈະໄດ້ຮັບສະຫງ່າລາສີ. ມັນເປັນດັ່ງທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວໄວ້. “ຖ້າພຣະເຢຊູປາກົດເປັນເພດຍິງໃນເວລາພຣະອົງມາ, ເວົ້າອີກຢ່າງໜຶ່ງກໍຄື ຖ້າພຣະວິນຍານບໍລິສຸດບັງເກີດເປັນເດັກຍິງເຍົາໄວ ແລະ ບໍ່ແມ່ນເດັກຊາຍ ຂັ້ນຕອນພາລະກິດກໍຈະຖືກເຮັດໃຫ້ສໍາເລັດທັງໝົດເຊັ່ນດຽວກັນ. ຖ້າເປັນເຊັ່ນນັ້ນ, ຂັ້ນຕອນພາລະກິດໃນປັດຈຸບັນກໍຈະຕ້ອງເຮັດໂດຍເພດຊາຍແທນ ແຕ່ພາລະກິດດັ່ງກ່າວກໍຈະຖືກເຮັດໃຫ້ສໍາເລັດທັງໝົດຄືເກົ່າ. ພາລະກິດທີ່ສໍາເລັດໃນຂັ້ນຕອນໃດກໍຕາມແມ່ນສໍາຄັນເທົ່າໆກັນ, ບໍ່ມີຂັ້ນຕອນໃດຂອງພາລະກິດທີ່ຖືກເຮັດຊໍ້າກັນ ຫຼື ມັນບໍ່ຂັດແຍ້ງກັນເອງ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການບັງເກີດເປັນມະນຸດທັງສອງຄັ້ງໄດ້ເຮັດໃຫ້ຄວາມສຳຄັນຂອງການບັງເກີດເປັນມະນຸດສຳເລັດ). ນີ້ໝາຍຄວາມວ່າ ມັນບໍ່ສຳຄັນວ່າເນື້ອໜັງທີ່ບັງເກີດເປັນມະນຸດຈະເປັນຜູ້ຊາຍ ຫຼື ແມ່ຍິງ. ຕາບໃດທີ່ພຣະອົງສາມາດສະແດງຄວາມຈິງ ແລະ ສຳເລັດພາລະກິດທີ່ພຣະເຈົ້າຕ້ອງການໃຫ້ສຳເລັດ, ພ້ອມທັງການຊໍາລະລ້າງ ແລະ ການຊ່ວຍມະນຸດຊາດໃຫ້ລອດພົ້ນ, ພຣະອົງແມ່ນເປັນພຣະເຈົ້າທີ່ບັງເກີດເປັນມະນຸດ. ຖ້າຜູ້ຄົນຄິດວ່າພຣະເຈົ້າທີ່ບັງເກີດເປັນມະນຸດພຽງແຕ່ສາມາດເປັນຜູ້ຊາຍ ແລະ ບໍ່ແມ່ນແມ່ຍິງ, ນີ້ບໍ່ແມ່ນຜົນຜະລິດຂອງກົດລະບຽບ, ແນວຄິດ ແລະ ຈິນຕະນາການຂອງຜູ້ຄົນແທ້ໆບໍ? ພວກເຂົາຄິດວ່າພຣະເຈົ້າສ້າງມະນຸດ ແລະ ບໍ່ໄດ້ສ້າງແມ່ຍິງບໍ? ເພາະພຣະເຈົ້າທີ່ບັງເກີດເປັນມະນຸດເປັນແມ່ຍິງ, ບໍ່ວ່າພຣະອົງຈະສະແດງຄວາມຈິງຫຼາຍສໍ່າໃດ ຫຼື ພຣະອົງຈະປະຕິບັດພາລະກິດທີ່ຍິ່ງໃຫຍ່ສໍ່າໃດ, ຜູ້ຄົນບໍ່ຮັບຮູ້ ຫຼື ຍອມຮັບພຣະອົງ. ນີ້ບໍ່ແມ່ນເພາະຜູ້ຄົນປະຕິເສດ ແລະ ເລືອກປະຕິບັດຕໍ່ແມ່ຍິງແທ້ໆບໍ? ນີ້ບໍ່ແມ່ນພຽງໜຶ່ງໃນອຸປະນິໄສທີ່ເສື່ອມຊາມຂອງມະນຸດຊາດບໍ? ຜູ້ຄົນບໍ່ມີສິດທີ່ຈະເລືອກວ່າພຣະເຈົ້າຕ້ອງປາກົດຕົວ ແລະ ປະຕິບັດພາລະກິດແນວໃດ. ຕາບໃດທີ່ພຣະອົງເປັນການບັງເກີດເປັນມະນຸດຂອງພຣະເຈົ້າ ແລະ ຕາບໃດທີ່ພຣະອົງສະແດງຄວາມຈິງ ແລະ ປະຕິບັດພາລະກິດຂອງພຣະເຈົ້າ, ບໍ່ວ່າເນື້ອໜັງຈະເປັນຜູ້ຊາຍ ຫຼື ແມ່ຍິງ, ຜູ້ຄົນຄວນຍອມຮັບ ແລະ ເຊື່ອຟັງ. ນີ້ແມ່ນເສັ້ນທາງທີ່ສົມເຫດສົມຜົນ ແລະ ມີສະຕິປັນຍາ. ພຣະເຈົ້າມີລິດທານຸພາບສູງສຸດ ແລະ ມີສະຕິປັນຍາທີ່ຮອບຮູ້ ແລະ ຄວາມຄິດຂອງພຣະເຈົ້າກໍຢູ່ເໜືອຄວາມຄິດຂອງມະນຸດ. ມະນຸດຈະສາມາດຄາດຫວັງທີ່ຈະຢັ່ງເຖິງພາລະກິດຂອງພຣະເຈົ້າໄດ້ແນວໃດ? ນັບຕັ້ງແຕ່ຍຸກບູຮານຈົນເຖິງປັດຈຸບັນ, ທຸກຂັ້ນຕອນໃນພາລະກິດຂອງພຣະເຈົ້າໄດ້ລື່ນ ແລະ ຂັດກັບແນວຄິດຂອງມະນຸດ. ເມື່ອພຣະເຢຊູເຈົ້າໄດ້ປາກົດຕົວ ແລະ ປະຕິບັດພາລະກິດ, ການປາກົດຕົວ, ການກຳເນີດ ແລະ ຄອບຄົວຂອງພຣະອົງແມ່ນຢູ່ນອກແນວຄິດຂອງມະນຸດຫຼາຍແທ້ໆ. ນີ້ຄືເຫດຜົນທີ່ພວກຟາຣີຊາຍບໍ່ຍອມຮັບວ່າພຣະອົງເປັນພຣະເມຊີອາທີ່ຖືກທຳນາຍໄວ້ໃນຂໍ້ພຣະຄຳພີ ແລະ ໃນທີ່ສຸດ ພວກເຂົາກໍຄຶງພຣະອົງໃສ່ໄມ້ກາງແຂນ, ເຮັດຜິດຢ່າງຊົ່ວຮ້າຍ ເຊິ່ງພວກເຂົາກໍຖືກລົງໂທດ ແລະ ສາບແຊ່ງໂດຍພຣະເຈົ້າ. ມັນເປັນບົດຮຽນທີ່ກະຕຸ້ນໃຫ້ຄິດທີ່ຊໍາລະດ້ວຍເລືອດ. ສະນັ້ນ ທຸກສິ່ງທີ່ກ່ຽວຂ້ອງກັບການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າຈຶ່ງເປັນເຫດການສຳຄັນ ແລະ ຄວາມເລິກລັບ. ຖ້າຜູ້ຄົນບໍ່ສະແຫວງຫາຄວາມຈິງ, ສືບຕໍ່ຍຶດຕິດກັບແນວຄິດຂອງພວກເຂົາ ແລະ ລົງຄຳເຫັນ ແລະ ຕັດສິນຢ່າງງ່າຍດາຍຫຼາຍ, ພວກເຂົາກໍມີແນວໂນ້ມຫຼາຍທີ່ຈະເຮັດຜິດຕໍ່ອຸປະນິໄສຂອງພຣະເຈົ້າ. ຖ້າເຈົ້າຖືກປະຕິເສດ ແລະ ຖືກກຳຈັດໂດຍພຣະເຈົ້າ ແລະ ສູນເສຍຄວາມລອດພົ້ນຂອງພຣະອົງ, ເຈົ້າຈະບໍ່ເສຍໃຈທີ່ຫຼາຍກວ່ານີ້.

ໃນປັດຈຸບັນ, ຍັງມີຄົນຈຳນວນຫຼວງຫຼາຍ ທີ່ປະຕິເສດໃນການຍອມຮັບການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກສຸດທ້າຍ ເພາະພຣະອົງເປັນແມ່ຍິງ ແລະ ເຖິງວ່າຈະຮູ້ວ່າພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດເປັນຄວາມຈິງ, ພວກເຂົາກໍເຖິງກັບບໍ່ຍອມຮັບພຣະອົງ. ແມ່ນຫຍັງຄືບັນຫາໃນທີ່ນີ້? ເປັນຫຍັງແນວຄິດຂອງຜູ້ຄົນເຫຼົ່ານີ້ຈຶ່ງໜັກແໜ້ນຫຼາຍ? ເປັນຫຍັງພວກເຂົາຈຶ່ງບໍ່ເຊີດຊູຄວາມຈິງ ແລະ ການສະແດງອອກຂອງຄວາມຈິງເໜືອທຸກສິ່ງ? ໃນຖານະທີ່ເປັນຄົນ ເຊິ່ງເປັນສະມາຊິກຂອງມະນຸດຊາດ ຜູ້ເຊິ່ງເປັນສິ່ງຖືກສ້າງ, ພວກເຮົາຄວນປະຕິບັດຕໍ່ພຣະເຈົ້າ ແລະ ພາລະກິດຂອງພຣະອົງຢ່າງສົມເຫດສົມຜົນ. ຖ້າພວກເຮົາຮູ້ຢ່າງຊັດເຈນວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດເປັນພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ຮູ້ຢ່າງຊັດເຈນວ່າພຣະທຳທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວອອກນັ້ນເປັນຄວາມຈິງ, ແຕ່ພວກເຮົາຍັງຍຶດຕິດກັບແນວຄິດຂອງພວກເຮົາ ແລະ ປະຕິເສດທີ່ຈະຍອມຮັບພຣະອົງ ເພາະພຣະອົງເປັນແມ່ຍິງ, ນີ້ກໍເປັນບັນຫາທີ່ຮ້າຍແຮງຫຼາຍ. ການເຮັດແບບນີ້ຄືການປະຕິເສດ ແລະ ຕໍ່ຕ້ານພຣະເຈົ້າ. ການປະຕິເສດທີ່ຈະຮັບຮູ້ພຣະເຈົ້າທີ່ບັງເກີດເປັນມະນຸດ ຫຼື ຄວາມຈິງທີ່ພຣະອົງໄດ້ສະແດງອອກ ຍັງເປັນຫຼາຍກວ່າບັນຫາກ່ຽວກັບແນວຄິດ ແລະ ຈິນຕະນາການທີ່ທຳມະດາເທົ່ານັ້ນ. ມັນເຮັດໃຫ້ເຈົ້າເປັນຜູ້ຕໍ່ຕ້ານພຣະຄຣິດ, ສັດຕູຂອງພຣະເຈົ້າ ແລະ ເປັນຄົນທີ່ຄວນຖືກສາບແຊ່ງ! ດັ່ງທີ່ໄດ້ກ່າວໄວ້ໃນຂໍ້ພຣະຄຳພີ: “ຍ້ອນຜູ້ຫຼອກລວງຫຼາຍຄົນໄດ້ອອກໄປໃນໂລກ ໂດຍປະຕິເສດທີ່ຈະຍອມຮັບການມາເຖິງຂອງພຣະເຢຊູຄຣິດໃນເນື້ອໜັງ. ບຸກຄົນໃດກໍຕາມທີ່ເປັນແບບນັ້ນກໍເປັນຜູ້ຫຼອກລວງ ແລະ ເປັນຜູ້ຕໍ່ຕ້ານພຣະຄຣິດ” (2 ໂຢຮັນ 1:7). “ທຸກວິນຍານທີ່ສາລະພາບວ່າພຣະເຢຊູຄຣິດທີ່ມາໃນເນື້ອໜັງບໍ່ແມ່ນມາຈາກພຣະເຈົ້າ ແລະ ນີ້ກໍ່ເປັນວິນຍານຂອງຜູ້ຕໍ່ຕ້ານພຣະຄຣິດ ເຊິ່ງເຈົ້າໄດ້ຍິນກ່ຽວກັບສິ່ງນັ້ນທີ່ມັນຄວນມາເຖິງ ແລະ ແມ່ນແຕ່ຕອນນີ້ ມັນກໍ່ຢູ່ໃນໂລກແລ້ວ” (1 ໂຢຮັນ 4:3). ສະນັ້ນ ພວກເຮົາສາມາດໝັ້ນໃຈໄດ້ວ່າ ຜູ້ໃດກໍຕາມທີ່ບໍ່ຍອມຮັບການກັບຄືນມາຂອງບຸດມະນຸດ ແລະ ຜູ້ໃດກໍຕາມທີ່ບໍ່ຍອມຮັບພຣະເຈົ້າທີ່ບັງເກີດເປັນມະນຸດທີ່ໄດ້ກັບຄືນມາ ແມ່ນເປັນຜູ້ຕໍ່ຕ້ານພຣະຄຣິດ. ເຈົ້າຄິດວ່າພຣະເຈົ້າຈະຊ່ວຍຜູ້ຕໍ່ຕ້ານພຣະຄຣິດໃຫ້ລອດພົ້ນບໍ ເມື່ອພຣະອົງກັບຄືນມາ? ບໍ່ຊ່ວຍຢ່າງແນ່ນອນ. ສະນັ້ນ ແມ່ນຫຍັງຄືຈຸດຈົບສຳລັບຜູ້ຕໍ່ຕ້ານພຣະຄຣິດ? ແມ່ນຫຍັງຄືສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິດເຮັດຜິດ? ພວກເຂົາບໍ່ໄດ້ພຽງແຕ່ຕໍ່ຕ້ານບຸກຄົນ, ພວກເຂົາກຳລັງຕໍ່ຕ້ານພຣະຄຣິດແຫ່ງຍຸກສຸດທ້າຍ ເຊິ່ງກໍຄືພຣະເຈົ້າເອງ. ແມ່ນຫຍັງຄືແກ່ນແທ້ຂອງການປະນາມ ແລະ ການຕັດສິນພຣະເຈົ້າອົງຊົງລິດທານຸພາບສູງສຸດ? ມັນຄືຄວາມຜິດບາບແຫ່ງການໝິ່ນປະໝາດຕໍ່ພຣະວິນຍານບໍລິສຸດ. ຄວາມຜິດບາບນີ້ຈະບໍ່ໄດ້ຮັບການອະໄພຈັກເທື່ອ, ບໍ່ແມ່ນໃນຕອນນີ້ ຫຼື ໃນອະນາຄົດ.

ຫຼາຍຄົນໃນມື້ນີ້ເຊື່ອໃນພຣະເຈົ້າ ແຕ່ບໍ່ຮູ້ພາລະກິດຂອງພຣະເຈົ້າ ຫຼື ພວກເຂົາບໍ່ຮູ້ວ່າບຸດມະນຸດແມ່ນຫຍັງ, ການບັງເກີດເປັນມະນຸດແມ່ນຫຍັງ ຫຼື ຜູ້ໃດເປັນພຣະເຈົ້າທີ່ແທ້ຈິງພຽງໜຶ່ງດຽວ. ເມື່ອເປັນແບບນີ້, ມັນງ່າຍທີ່ຈະຕໍ່ຕ້ານພຣະເຈົ້າທີ່ບັງເກີດເປັນມະນຸດ. ສະນັ້ນ ພວກເຮົາຕ້ອງບໍ່ໃຊ້ແນວຄິດ ແລະ ຈິນຕະນາການຂອງພວກເຮົາເພື່ອຈຳກັດພາລະກິດຂອງພຣະເຈົ້າຈັກເທື່ອ. ກົງກັນຂ້າມ, ພວກເຮົາຄວນສະແຫວງຫາຄວາມຈິງ ແລະ ປະຖິ້ມແນວຄິດຂອງພວກເຮົາ. ໃນລັກສະນະນີ້ເທົ່ານັ້ນ, ພວກເຮົາຈຶ່ງສາມາດຮັບເອົາພອນຂອງພຣະເຈົ້າ. ຄວາມໝາຍຂອງພາລະກິດໃນລະຫວ່າງການບັງເກີດເປັນມະນຸດທັງສອງຄັ້ງຂອງພຣະເຈົ້າມີຜົນກະທົບຢ່າງກວ້າງຂວາງ ແລະ ເລິກເຊິ່ງ. ນີ້ຄືສິ່ງທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວໄວ້. “ພຣະເຈົ້າບໍ່ພຽງແຕ່ແມ່ນພຣະວິນຍານບໍລິສຸດ, ແຕ່ຍັງເປັນພຣະວິນຍານທີ່ມີຄວາມຮຸນແຮງຫຼາຍຂຶ້ນເຖິງເຈັດເທົ່າ ແຕ່ກໍ່ຍັງແມ່ນຄົນນໍາ, ແມ່ນຄົນທໍາມະດາ, ຄົນທຳມະດາສາມັນນຳອີກ. ພຣະອົງບໍ່ພຽງແຕ່ເປັນເພດຊາຍເທົ່ານັ້ນ, ແຕ່ຍັງເປັນເພດຍິງອີກດ້ວຍ. ພວກພຣະອົງຄ້າຍຄືກັນຢູ່ບ່ອນທີ່ວ່າ ພວກພຣະອົງເກີດຈາກມະນຸດ ແລະ ມີຄວາມແຕກຕ່າງກັນຢູ່ບ່ອນວ່າ ພຣະອົງໜຶ່ງເກີດຈາກພຣະວິນຍານບໍລິສຸດ ແລະ ອີກພຣະອົງໜຶ່ງເກີດຈາກມະນຸດ ແຕ່ກໍ່ມາຈາກພຣະວິນຍານໂດຍກົງ. ທັງສອງມີຄວາມຄ້າຍຄືກັນຢູ່ບ່ອນວ່າ ທັງສອງບັງເກີດເປັນມະນຸດຈາກພຣະເຈົ້າ ເຊິ່ງເຮັດພາລະກິດຂອງພຣະເຈົ້າ ຜູ້ທີ່ເປັນພຣະບິດາ ແລະ ມີຄວາມແຕກຕ່າງກັນຢູ່ບ່ອນວ່າ ພຣະອົງໜຶ່ງປະຕິບັດພາລະກິດດ້ານການໄຖ່ບາບ ແລະ ອີກພຣະອົງໜຶ່ງປະຕິບັດພາລະກິດດ້ານການປົກຄອງ. ທັງສອງເປັນຕົວແທນຂອງພຣະເຈົ້າ ແຕ່ຝ່າຍໜຶ່ງແມ່ນພຣະຜູ້ເປັນເຈົ້າແຫ່ງການໄຖ່ບາບ ທີ່ເຕັມໄປດ້ວຍຄວາມຮັກຄວາມເມດຕາ ແລະ ຄວາມກະລຸນາປານີ ແລະ ອີກຝ່າຍໜຶ່ງແມ່ນພຣະເຈົ້າແຫ່ງຄວາມຖືກຕ້ອງ ທີ່ເຕັມໄປດ້ວຍຄວາມໂກດຮ້າຍ ແລະ ການຕັດສິນພິພາກສາ. ຝ່າຍໜຶ່ງແມ່ນຜູ້ບັນຊາການສູງສຸດ ເພື່ອດໍາເນີນພາລະກິດໄຖ່ບາບ ແລະ ອີກຝ່າຍໜຶ່ງແມ່ນພຣະເຈົ້າແຫ່ງຄວາມຖືກຕ້ອງ ເພື່ອເຮັດສຳເລັດພາລະກິດໃນການປົກຄອງ. ຝ່າຍໜຶ່ງແມ່ນຈຸດເລີ່ມຕົ້ນ ແລະ ອີກຝ່າຍໜຶ່ງແມ່ນຈຸດຈົບ. ຝ່າຍໜຶ່ງແມ່ນເນື້ອໜັງທີ່ບໍ່ມີບາບ, ສ່ວນອີກຝ່າຍໜຶ່ງແມ່ນເນື້ອໜັງທີ່ໄຖ່ບາບສຳເລັດ, ສືບຕໍ່ພາລະກິດ ແລະ ບໍ່ເຄີຍມີບາບຈັກເທື່ອ. ທັງສອງແມ່ນພຣະວິນຍານອັນດຽວ ແຕ່ສະຖິດຢູ່ໃນເນື້ອໜັງທີ່ແຕກຕ່າງກັນ ແລະ ເກີດຢູ່ໃນສະຖານທີ່ແຕກຕ່າງກັນ. ພວກພຣະອົງຖືກແຍກອອກຈາກກັນດ້ວຍການເວລາຫຼາຍພັນປີ. ແຕ່ພາລະກິດທັງໝົດຂອງພວກພຣະອົງກໍ່ຍັງສອດຄ່ອງກັນ ໂດຍບໍ່ເຄີຍຂັດແຍ້ງກັນ ແລະ ສາມາດເວົ້າເຖິງຈາກລົມຫາຍໃຈອັນດຽວກັນ. ທັງສອງແມ່ນຄົນ ແຕ່ຝ່າຍໜຶ່ງແມ່ນເດັກທາລົກຊາຍ ແລະ ອີກຝ່າຍໜຶ່ງແມ່ນເດັກອ່ອນທີ່ເປັນເພດຍິງ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ແມ່ນຫຍັງຄືຄວາມເຂົ້າໃຈຂອງເຈົ້າກ່ຽວກັບພຣະເຈົ້າ?). ພວກເຮົາໄດ້ເຫັນຈາກພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດວ່າ ເມື່ອພຣະເຈົ້າມາບັງເກີດເປັນມະນຸດເພື່ອປະຕິບັດພາລະກິດແຫ່ງການຊ່ວຍມະນຸດຊາດໃຫ້ລອດພົ້ນ, ມັນບໍ່ສຳຄັນວ່າພຣະເຈົ້າຈະເປັນຜູ້ຊາຍ ຫຼື ແມ່ຍິງ, ພຣະອົງມາຈາກຄອບຄົວໃດ ຫຼື ພຣະອົງມີໜ້າຕາແນວໃດ. ບໍ່ມີຫຍັງໃນສິ່ງເຫຼົ່ານີ້ທີ່ສຳຄັນ. ສິ່ງທີ່ສຳຄັນທີ່ສຸດຄືພຣະອົງສາມາດປະຕິບັດພາລະກິດຂອງພຣະເຈົ້າ, ປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ແລະ ນໍາຄວາມສະຫງ່າລາສີມາສູ່ພຣະອົງ. ສອງພັນປີກ່ອນ, ພຣະເຢຊູເຈົ້າໄດ້ເກີດໃນຮາງຫຍ້າກັບຄອບຄົວທີ່ເປັນສາມັນຊົນຫຼາຍໃນແຂວງຢູດາຍ. ຜູ້ຄົນມີແນວຄິດກ່ຽວກັບສິ່ງນີ້. ພວກເຂົາທຸກຄົນຕັດສິນພຣະເຢຊູເຈົ້າ ຍ້ອນເປັນລູກຊາຍຂອງຊ່າງໄມ້ຈາກເມືອງນາຊາເຣັດ ແລະ ປະຕິເສດທີ່ຈະຍອມຮັບພາລະກິດຂອງພຣະອົງດ້ວຍເຫດຜົນນັ້ນ. ຜົນຕາມມາກໍຄື ພວກເຂົາຖືກພຣະເຈົ້າສາບແຊ່ງ ແລະ ສູນເສຍຄວາມລອດພົ້ນຂອງພວກເຂົາ. ໃນຍຸກສຸດທ້າຍ, ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ມາ. ພຣະອົງເກີດໃນຄອບຄົວທີ່ເປັນສາມັນຊົນ ແລະ ມີຮູບຮ່າງຂອງຄົນອາຊີ. ໃນພາຍນອກ, ພຣະອົງປາກົດເປັນຄົນທຳມະດາສາມັນ, ແຕ່ພຣະອົງສະແດງຄວາມຈິງຫຼາຍຢ່າງ, ປະຕິບັດພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍ, ເອົາຊະນະຜູ້ຄົນ ແລະ ສ້າງກຸ່ມຜູ້ເອົາຊະນະ. ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ເຮັດພາລະກິດທີ່ມີພະລັງດັ່ງກ່າວ ເຊິ່ງສັ່ນສະເທືອນໄປທົ່ວໂລກ ແລະ ຍັງໄດ້ຢຸດປະຫວັດສາດຂອງການທີ່ຊາຕານສ້າງຄວາມເສື່ອມຊາມຕໍ່ມະນຸດຊາດເປັນເວລາຫຼາຍພັນປີ ແລະ ເລີ່ມຕົ້ນຍຸກໃໝ່. ແມ່ນຫຍັງເຮັດໃຫ້ຜູ້ຄົນສາມາດມີແນວຄິດກ່ຽວກັບການທີ່ພຣະເຈົ້າມາບັງເກີດເປັນມະນຸດໂດຍເປັນແມ່ຍິງ? ຜູ້ຄົນດັ່ງກ່າວອວດດີ ແລະ ໄຮ້ເຫດຜົນເກີນໄປ. ໃນປັດຈຸບັນ, ຂ່າວປະເສີດກ່ຽວກັບອານາຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ຖືກເທດສະໜາໄປທົ່ວແຜ່ນດິນໂລກ. ບາດກ້າວໃນພາລະກິດຂອງພຣະເຈົ້າກວ້າງໃຫຍ່, ມີລິດທານຸພາບ ແລະ ບໍ່ສາມາດຢຸດໄດ້ ແລະ ພຣະທຳຂອງພຣະເຈົ້າຈະບັນລຸທຸກສິ່ງ. ມັນເປີດເຜີຍເຖິງອຸປະນິໄສທີ່ຊອບທຳ, ອຳນາດອັນໄພສານ ແລະ ສະຕິປັນຍາຂອງພຣະເຈົ້າຢ່າງສົມບູນ. ເໝືອນດັ່ງພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ພາລະກິດທັງໝົດຂອງພຣະເຈົ້າໃນຍຸກສຸດທ້າຍຈະສໍາເລັດຜ່ານມະນຸດທໍາມະດາຄົນນີ້. ພຣະອົງຈະປະທານທຸກສິ່ງໃຫ້ເຈົ້າ ແລະ ຍິ່ງໄປກວ່ານັ້ນ ພຣະອົງສາມາດກໍານົດທຸກຢ່າງກ່ຽວກັບເຈົ້າ. ມະນຸດຄົນນີ້ຈະເປັນດັ່ງທີ່ພວກເຈົ້າຄິດບໍ ຄືເປັນພຽງຄົນທໍາມະດາ ບໍ່ສົມຄວນໄດ້ຮັບການກ່າວຂານ? ຄວາມຈິງຂອງພຣະອົງບໍ່ມີນໍ້າໜັກພໍທີ່ຈະເຮັດໃຫ້ພວກເຈົ້າເຊື່ອບໍ? ການກະທໍາຂອງພຣະອົງບໍ່ພຽງພໍທີ່ຈະເຮັດໃຫ້ພວກເຈົ້າເຊື່ອບໍ? ຫຼືວ່າ ທາງທີ່ພຣະອົງຊົງນໍາທາງໄປນັ້ນບໍ່ສົມຄວນໃຫ້ພວກເຈົ້າຕິດຕາມບໍ? ແມ່ນຫຍັງທີ່ເຮັດໃຫ້ເຈົ້າຮູ້ສຶກລັງກຽດພຣະອົງ ແລະ ປະຕິເສດພຣະອົງ ແລະ ບໍ່ຍອມຕິດຕາມພຣະອົງ? ພຣະອົງເປັນຜູ້ສະແດງຄວາມຈິງ, ພຣະອົງເປັນຜູ້ປະທານຄວາມຈິງ ແລະ ພຣະອົງເປັນຜູ້ປະທານຫົນທາງໃຫ້ເຈົ້າກ້າວເດີນ. ເປັນໄປໄດ້ບໍວ່າພວກເຈົ້າຍັງບໍ່ສາມາດເບິ່ງເຫັນພາລະກິດຂອງພຣະອົງໃນຄວາມຈິງເຫຼົ່ານີ້? ຖ້າປາສະຈາກການເສຍສະລະຂອງພຣະຄຣິດ ມະນຸດກໍຈະບໍ່ສາມາດລົງມາຈາກໄມ້ກາງແຂນໄດ້ ແຕ່ວ່າຖ້າປາສະຈາກການບັງເກີດເປັນມະນຸດໃນຍຸກນີ້ ບັນດາຜູ້ທີ່ລົງມາຈາກໄມ້ກາງແຂນກໍຈະບໍ່ໄດ້ຮັບການຍົກຍ້ອງຈາກພຣະເຈົ້າ ຫຼື ກ້າວເຂົ້າສູ່ຍຸກໃໝ່ໄດ້. ຖ້າມະນຸດທໍາມະດາຄົນນີ້ບໍ່ສະເດັດມາ ພວກເຈົ້າກໍຈະບໍ່ມີໂອກາດ ຫຼື ມີສິດໄດ້ເຫັນໜ້າຕາທີ່ແທ້ຈິງຂອງພຣະເຈົ້າ ເພາະວ່າພວກເຈົ້າທັງໝົດສົມຄວນຖືກທໍາລາຍຕັ້ງແຕ່ດົນແລ້ວ. ຍ້ອນການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າ ພຣະອົງຈິ່ງໄດ້ໃຫ້ອະໄພພວກເຈົ້າ ແລະ ສະແດງຄວາມກະລຸນາຕໍ່ເຈົ້າ. ຢ່າງໃດກໍຕາມ ທ້າຍສຸດນີ້ ເຮົາຂໍຝາກຂໍ້ຄິດເຫຼົ່ານີ້ໄວ້ກັບພວກເຈົ້າ, ມະນຸດທໍາມະດາຄົນນີ້ ແມ່ນພຣະເຈົ້າຜູ້ຊົງບັງເກີດເປັນມະນຸດ ທີ່ສໍາຄັນຕໍ່ພວກເຈົ້າຫຼາຍ. ນີ້ເປັນສິ່ງຍິ່ງໃຫຍ່ທີ່ພຣະເຈົ້າໄດ້ກະທໍາໃນທ່າມກາງມະນຸດ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າຮູ້ບໍ? ພຣະເຈົ້າໄດ້ກະທຳການອັນຍິ່ງໃຫຍ່ທ່າມກາງມະນຸດ).

ຄວາມຈິງແລ້ວ ພວກເຈົ້າມາຮອດມື້ນີ້ໄດ້ກໍຍ້ອນການບັງເກີດເປັນເນື້ອໜັງນີ້. ເປັນຍ້ອນພຣະເຈົ້າສະຖິດຢູ່ໃນເນື້ອໜັງນີ້ ພວກເຈົ້າຈິ່ງສາມາດມີຊີວິດຢູ່ໄດ້. ພອນປະເສີດທັງໝົດນີ້ໄດ້ມາກໍຍ້ອນມະນຸດທໍາມະດາຄົນນີ້. ບໍ່ພຽງເທົ່ານັ້ນ, ແຕ່ໃນທີ່ສຸດ ທຸກຊາດຈະນະມັດສະການມະນຸດທໍາມະດາຄົນນີ້ ພ້ອມທັງຂອບພຣະໄທ ແລະ ເຊື່ອຟັງມະນຸດທີ່ສໍາຄັນຄົ້ນນີ້. ເພາະວ່າຄວາມຈິງ, ຊີວິດ, ແລະ ຫົນທາງທີ່ພຣະອົງນໍາມາໄດ້ຊ່ວຍມະນຸດຊາດໃຫ້ລອດພົ້ນ, ໄດ້ກໍາຈັດຄວາມຄັດແຍ່ງລະຫວ່າງພຣະເຈົ້າກັບມະນຸດ, ເຮັດໃຫ້ມະນຸດກັບພຣະເຈົ້າຫຍັບເຂົ້າໃກ້ກັນ ແລະ ເປີດຄວາມເຊື່ອມໂຍງລະຫວ່າງຄວາມຄິດມະນຸດ ແລະ ພຣະເຈົ້າ. ພຣະອົງຍັງເປັນຜູ້ທີ່ນໍາສະຫງ່າລາສີຍິ່ງໃຫຍ່ກວ່າເກົ່າໄປສູ່ພຣະເຈົ້າ. ບໍ່ແມ່ນມະນຸດທໍາມະດາຄົນນີ້ບໍທີ່ສົມຄວນໄດ້ຮັບການໄວ້ວາງໃຈ ແລະ ສັກກະລະບູຊາຈາກເຈົ້າ? ມະນຸດທໍາມະດາຄົນນີ້ບໍ່ສົມຄວນໄດ້ຮັບນາມວ່າ ພຣະຄຣິດ ບໍ? ມະນຸດທໍາມະດາຄົນນີ້ບໍ່ແມ່ນພຣະເຈົ້າຊົງບັງເກີດໃນທ່າມກາງມະນຸດບໍ? ມະນຸດຄົນນີ້ທີ່ຊ່ວຍມະນຸດຊາດໃຫ້ພົ້ນຈາກໄພພິບັດບໍ່ສົມຄວນໄດ້ຮັບຄວາມຮັກຈາກພວກເຈົ້າ ແລະ ເປັນບ່ອນເພິ່ງພາຂອງພວກເຈົ້າບໍ? ຖ້າພວກເຈົ້າປະຕິເສດຄວາມຈິງທີ່ກ່າວອອກມາຈາກປາກຂອງພຣະອົງ ແລະ ກຽດຊັງການທີ່ມີພຣະອົງຢູ່ກັບພວກເຈົ້າ ແລ້ວຊະຕາກໍາຂອງພວກເຈົ້າຈະເປັນຢ່າງໃດ?(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າຮູ້ບໍ? ພຣະເຈົ້າໄດ້ກະທຳການອັນຍິ່ງໃຫຍ່ທ່າມກາງມະນຸດ).

ໃນຍຸກແຫ່ງອານາຈັກ ພຣະເຈົ້າໃຊ້ພຣະທໍາເພື່ອນໍາໄປສູ່ຍຸກໃໝ່, ປ່ຽນແປງວິທີປະຕິບັດພາລະກິດຂອງພຣະອົງ ແລະ ເພື່ອປະຕິບັດພາລະກິດຂອງຍຸກທັງໝົດ. ນີ້ແມ່ນຫຼັກການທີ່ພຣະເຈົ້າປະຕິບັດພາລະກິດໃນຍຸກແຫ່ງພຣະທໍາ. ພຣະອົງບັງເກີດເປັນເນື້ອໜັງມະນຸດເພື່ອກ່າວຈາກຫຼາກຫຼາຍມຸມມອງ ເຊິ່ງຊ່ວຍໃຫ້ມະນຸດສາມາດເຫັນພຣະເຈົ້າຜູ້ທີ່ເປັນພຣະທໍາປາກົດໃນເນື້ອໜັງມະນຸດ, ສະຕິປັນຍາ ແລະ ຄວາມມະຫັດສະຈັນຂອງພຣະອົງຢ່າງແທ້ຈິງ. ການປະຕິບັດພາລະກິດດັ່ງກ່າວແມ່ນເພື່ອບັນລຸເປົ້າໝາຍຂອງການເອົາຊະນະມະນຸດ, ເຮັດໃຫ້ມະນຸດສົມບູນແບບ ແລະ ກໍາຈັດມະນຸດ. ນີ້ແມ່ນຄວາມໝາຍແທ້ຈິງຂອງການໃຊ້ພຣະທໍາເພື່ອດໍາເນີນພາລະກິດໃນຍຸກພຣະທໍາ. ຜ່ານພຣະທໍາ, ມະນຸດຈະຮູ້ຈັກພາລະກິດຂອງພຣະເຈົ້າ, ຮູ້ຈັກຈິດໃຈຂອງພຣະເຈົ້າ ແລະ ທາດແທ້ຂອງມະນຸດ ແລະ ສິ່ງທີ່ມະນຸດຄວນກະທໍາ. ຜ່ານພຣະທໍາ, ພາລະກິດທີ່ພຣະເຈົ້າຕ້ອງການກະທໍາໃນຍຸກແຫ່ງພຣະທໍາຈະສໍາເລັດຜົນທັງໝົດ. ຜ່ານພຣະທໍາ, ມະນຸດຈະຖືກເປີດເຜີຍ, ກໍາຈັດ ແລະ ທົດລອງ. ມະນຸດໄດ້ເຫັນພຣະທໍາ, ໄດ້ຍິນພຣະທໍາ ແລະ ຮູ້ວ່າພຣະທໍາມີຈິງ. ດ້ວຍເຫດນີ້, ມະນຸດຈຶ່ງເຊື່ອໃນການມີຕົວຕົນຂອງພຣະເຈົ້າ, ເຊື່ອໃນລິດອໍານາດທີ່ຍິ່ງໃຫຍ່ ແລະ ສະຕິປັນຍາພ້ອມດ້ວຍເຊື່ອໃນຄວາມຮັກທີ່ພຣະອົງມີຕໍ່ມະນຸດ ແລະ ຄວາມປາຖະໜາຂອງພຣະອົງເພື່ອຊ່ວຍໃຫ້ມະນຸດລອດພົ້ນ. ເຖິງແມ່ນວ່າ ຄໍາທີ່ວ່າ ‘ພຣະທໍາ’ ຈະງ່າຍດາຍ ແລະ ທໍາມະດາ, ແຕ່ພຣະທໍາທີ່ອອກຈາກປາກຂອງພຣະເຈົ້າຜູ້ບັງເກີດເປັນມະນຸດຈະເຮັດໃຫ້ຈັກກະວານສັ່ນສະເທືອນໄປໝົດ; ຈະປ່ຽນແປງຈິດໃຈ, ແນວຄິດ, ນິໄສເດີມຂອງມະນຸດ ແລະ ເສັ້ນທາງແຫ່ງໂລກທີ່ເຄີຍເປັນມາ. ໃນຫຼາຍຍຸກຜ່ານມາ, ມີພຽງແຕ່ພຣະເຈົ້າໃນປັດຈຸບັນທີ່ປະຕິບັດພາລະກິດໃນລັກສະນະແບບນີ້, ກ່າວແບບນີ້ ແລະ ສະເດັດລົງມາຊ່ວຍມະນຸດໃຫ້ລອດພົ້ນແບບນີ້. ຕໍ່ຈາກນີ້ໄປ ມະນຸດຈະດໍາລົງຊີວິດຢູ່ພາຍໃຕ້ການຊີ້ນໍາ, ດູແລ ແລະ ການສະໜອງຈາກພຣະທໍາ. ມະນຸດທຸກຄົນໄດ້ມາຢູ່ໃນໂລກແຫ່ງພຣະທໍາພາຍໃຕ້ຄໍາສາບແຊ່ງ ແລະ ການໃຫ້ພອນຈາກພຣະທໍາຂອງພຣະເຈົ້າ. ນອກຈາກນີ້ຍັງມີມະນຸດອີກຫຼາຍຄົນທີ່ດໍາລົງຊີວິດຢູ່ພາຍໃຕ້ການພິພາກສາ ແລະ ການຕີສອນຈາກພຣະທໍາ. ພຣະທໍາເຫຼົ່ານີ້ ແລະ ພາລະກິດທັງໝົດນີ້ແມ່ນເພື່ອການໄຖ່ບາບໃຫ້ກັບມະນຸດ, ເພື່ອປະຕິບັດຕາມຈຸດປະສົງຂອງພຣະເຈົ້າ ແລະ ຜົນປະໂຫຍດໃນການປ່ຽນແປງພາບລັກຂອງໂລກດັ່ງເດີມແຫ່ງການສ້າງ. ພຣະເຈົ້າເນລະມິດສ້າງໂລກດ້ວຍພຣະທໍາ, ນໍາພາມະນຸດທົ່ວຈັກກະວານດ້ວຍພຣະທໍາ ແລະ ພ້ອມນັ້ນຍັງໄດ້ເອົາຊະນະ ແລະ ຊ່ວຍໃຫ້ພວກເຂົາລອດພົ້ນດ້ວຍພຣະທໍາ. ໃນທີ່ສຸດ, ພຣະອົງຈະໃຊ້ພຣະທໍາເພື່ອຈົບສິ້ນໂລກເກົ່ານີ້ທັງໝົດ. ແລ້ວເມື່ອນັ້ນ ແຜນການຄຸ້ມຄອງມະນຸດກໍຈະສໍາເລັດລົງຢ່າງສົມບູນ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຍຸກແຫ່ງລາຊະອານາຈັກແມ່ນຍຸກແຫ່ງພຣະທໍາ).

ຄັ້ງໜຶ່ງເຮົາເຄີຍຖືກຮັບຮູ້ໃນນາມພຣະເຢໂຮວາ. ຜູ້ຄົນຍັງເອີ້ນເຮົາວ່າ ພຣະເມຊີອາ ແລະ ຜູ້ຄົນຄັ້ງໜຶ່ງເຄີຍເອີ້ນເຮົາວ່າ ພຣະເຢຊູພຣະຜູ້ຊ່ວຍໃຫ້ລອດ ເພາະວ່າພວກເຂົາຮັກ ແລະເຄົາລົບເຮົາ. ແຕ່ມື້ນີ້ ເຮົາບໍ່ແມ່ນພຣະເຢໂຮວາ ຫຼື ພຣະເຢຊູທີ່ຜູ້ຄົນເຄີຍຮູ້ຈັກໃນອະດີດຜ່ານມາອີກແລ້ວ. ເຮົາແມ່ນພຣະເຈົ້າຜູ້ທີ່ກັບຄືນມາໃນຍຸກສຸດທ້າຍ ນັ້ນກໍຄືພຣະເຈົ້າຜູ້ທີ່ຈະນຳເອົາຍຸກໄປສູ່ຈຸດສິ້ນສຸດ. ເຮົາແມ່ນພຣະເຈົ້າທີ່ເກີດຂຶ້ນຈາກຂອບສຸດຂອງແຜ່ນດິນໂລກ ທີ່ພຽບພ້ອມໄປດ້ວຍອຸປະນິໄສທັງໝົດ ແລະ ເຕັມໄປດ້ວຍອຳນາດ ກຽດຕິຍົດ ແລະ ຄວາມສະຫງ່າລາສີ. ຜູ້ຄົນບໍ່ເຄີຍໄດ້ພົວພັນກັບເຮົາ ບໍ່ເຄີຍຮູ້ຈັກເຮົາ ແລະ ບໍ່ເຄີຍຮູ້ຈັກອຸປະນິໄສຂອງເຮົາ. ນັບຕັ້ງແຕ່ການສ້າງໂລກຈົນມາຮອດມື້ນີ້ ບໍ່ທັນມີຜູ້ໃດເຄີຍເຫັນເຮົາ. ນີ້ແມ່ນພຣະເຈົ້າຜູ້ທີ່ປະກົດຕໍ່ກັບມະນຸດໃນລະຫວ່າງຍຸກສຸດທ້າຍ ແຕ່ຊ້ອນຕົວທ່າມກາງມະນຸດ. ພຣະອົງອາໄສຢູ່ທ່າມກາງມະນຸດຢ່າງແທ້ຈິງ ແລະ ເປັນຈິງຄືກັບດວງອາທິດທີ່ແຜດເຜົາ ແລະ ແປວໄຟທີ່ເຜົາໄໝ້ ເຕັມປ່ຽມໄປດ້ວຍລິດເດດ ແລະ ອຳນາດ. ບໍ່ມີບຸກຄົນ ຫຼື ສິ່ງໃດຈະບໍ່ຖືກພິພາກສາໂດຍພຣະທຳຂອງເຮົາ ແລະ ບໍ່ມີບຸກຄົນ ຫຼື ສິ່ງໃດຈະບໍ່ຖືກຊຳລະລ້າງໃຫ້ບໍລິສຸດຜ່ານແປວໄຟເຜົາໄໝ້. ສຸດທ້າຍ ທຸກຊາດຈະໄດ້ຮັບພອນເນື່ອງຈາກພຣະທຳຂອງເຮົາ ແລະ ຈະຖືກທໍາລາຍເປັນຊິ້ນໆດ້ວຍພຣະທຳຂອງເຮົາເຊັ່ນກັນ. ດ້ວຍວິທີນີ້ ຜູ້ຄົນທັງໝົດໃນຍຸກສຸດທ້າຍຈະເຫັນວ່າເຮົາແມ່ນພຣະຜູ້ຊ່ວຍໃຫ້ລອດທີ່ກັບຄືນມາ ເຮົາແມ່ນພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ເອົາຊະນະມວນມະນຸດທັງໝົດ ແລະ ຄັ້ງໜຶ່ງເຮົາເຄີຍເປັນເຄື່ອງບູຊາໄຖ່ບາບໃຫ້ແກ່ມະນຸດ ແຕ່ໃນຍຸກສຸດທ້າຍ ເຮົາຈະກາຍເປັນແປວໄຟຈາກດວງອາທິດທີ່ແຜດເຜົາທຸກສິ່ງຢ່າງ ເຊັ່ນກັນກັບດວງອາທິດແຫ່ງສິນທຳທີ່ເປີດເຜີຍທຸກສິ່ງຢ່າງ. ນັ້ນແມ່ນພາລະກິດຂອງເຮົາໃນຍຸກສຸດທ້າຍ. ເຮົາໃຊ້ຊື່ນີ້ ແລະ ມີອຸປະນິໄສດັ່ງນີ້ ເພື່ອໃຫ້ທຸກຄົນສາມາດເຫັນວ່າເຮົາແມ່ນພຣະເຈົ້າທີ່ມີສິນທຳ ແລະ ເປັນດວງອາທິດທີ່ແຜດເຜົາ ແລະ ເປັນແປວໄຟທີ່ເຜົາໄໝ້, ເພື່ອໃຫ້ທຸກຄົນສາມາດບູຊາເຮົາ ຜູ້ທີ່ເປັນພຣະເຈົ້າອົງດຽວທີ່ແທ້ຈິງ ແລະ ເພື່ອໃຫ້ພວກເຂົາສາມາດເຫັນໃບໜ້າແທ້ຈິງຂອງເຮົາ. ເຮົາບໍ່ແມ່ນພຣະເຈົ້າໜຶ່ງດຽວຂອງຊາວອິດສະຣາເອນ ແລະ ບໍ່ແມ່ນພຽງແຕ່ຜູ້ໄຖ່ບາບເທົ່ານັ້ນ. ເຮົາແມ່ນພຣະເຈົ້າຂອງສັບພະສິ່ງທັງປວງໃນສະຫວັນ, ແຜ່ນດິນໂລກ ແລະ ທະເລ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຜູ້ຊ່ວຍໃຫ້ລອດພົ້ນໄດ້ກັບຄືນມາເທິງ “ກ້ອນເມກສີຂາວ”).

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ເປັນຫຍັງພຣະເຈົ້າຈຶ່ງມາບັງເກີດເປັນມະນຸດໃນຍຸກສຸດທ້າຍ, ບໍ່ແມ່ນໃນຮູບຮ່າງພຣະວິນຍານ?

ຍ້ອນພຣະເຈົ້າອົງຊົງລິດທານຸພາບສູງສຸດ ເຊິ່ງເປັນພຣະຜູ້ໄຖ່ ໄດ້ກ່າວຄວາມຈິງສຳລັບພາລະກິດແຫ່ງການພິພາກສາຂອງພຣະອົງໃນຍຸກສຸດທ້າຍ, ຫຼາຍຄົນຈຶ່ງໄດ້ສະແຫວງຫາ...

ຄວາມເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສູງສຸດຄືການທໍລະຍົດອົງພຣະເຢຊູເຈົ້າບໍ?

ມັນເປັນເວລາ 30 ປີຖ້ວນ ນັບຕັ້ງແຕ່ທີ່ພຣະຄຣິດແຫ່ງຍຸກສຸດທ້າຍ, ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ໄດ້ປາກົດຕົວ ແລະ ເລີ່ມເຮັດພາລະກິດ ແລະ...

ຜູ້ໃດສາມາດຊ່ວຍມະນຸດຊາດໃຫ້ລອດພົ້ນ ແລະ ປະຕິວັດໂຊກຊະຕາຂອງພວກເຮົາ?

ເມື່ອເວົ້າເຖິງໂຊກຊະຕາ, ຄົນສ່ວນໃຫຍ່ກໍທຽບມັນໃສ່ ການມີເງິນ ແລະ ສະຖານະ ແລະ ການປະສົບຄວາມສຳເລັດໂດຍມີຈຸດໝາຍປາຍທາງທີ່ດີ ແລະ ຄິດວ່າຄົນທຸກຍາກ,...

Leave a Reply