ພຣະເຢຊູເຈົ້າໝາຍຄວາມວ່າແນວໃດແທ້ໆ ເມື່ອພຣະອົງເວົ້າວ່າ “ມັນສຳເລັດແລ້ວ” ເທິງໄມ້ກາງແຂນ?

25 ເດືອນທັນວາ 2021

ຊາວຄຣິດເຊື່ອວ່າ ເມື່ອພຣະເຢຊູເຈົ້າເວົ້າວ່າ “ມັນສຳເລັດແລ້ວ” ເທິງໄມ້ກາງແຂນ, ພຣະອົງກຳລັງເວົ້າວ່າພາລະກິດໃນການຊ່ວຍມະນຸດຊາດໃຫ້ລອດພົ້ນຂອງພຣະເຈົ້າໄດ້ສຳເລັດລົງແລ້ວ. ສະນັ້ນ ທຸກຄົນຈຶ່ງຮູ້ສຶກໝັ້ນໃຈວ່າ ເມື່ອພຣະຜູ້ເປັນເຈົ້າກັບຄືນມາ, ພຣະອົງຈະບໍ່ເຮັດພາລະກິດແຫ່ງຄວາມລອດພົ້ນອີກຕໍ່ໄປ, ແຕ່ພຣະອົງຈະພຽງແຕ່ຍົກຜູ້ທີ່ມີຄວາມເຊື່ອທຸກຄົນຂຶ້ນສູ່ທ້ອງຟ້າ ເພື່ອພົບກັບພຣະຜູ້ເປັນເຈົ້າ, ພາພວກເຮົາຂຶ້ນສູ່ສະຫວັນ ແລະ ມັນກໍຈະມີພຽງເທົ່ານັ້ນ. ນີ້ແມ່ນສິ່ງທີ່ຜູ້ທີ່ມີຄວາມເຊື່ອໃນພຣະຜູ້ເປັນເຈົ້າເຊື່ອຢ່າງໜັກແໜ້ນ. ນັ້ນຄືເຫດຜົນທີ່ຫຼາຍຄົນຈ້ອງເບິ່ງທ້ອງຟ້າຢູ່ສະເໝີ, ລໍຖ້າໂດຍບໍ່ເຮັດຫຍັງ ເພື່ອໃຫ້ພຣະຜູ້ເປັນເຈົ້າພາພວກເຂົາຂຶ້ນສູ່ອານາຈັກຂອງພຣະອົງ. ແຕ່ຕອນນີ້ ໄພພິບັດທີ່ຍິ່ງໃຫຍ່ໄດ້ມາເຖິງແລ້ວ ແລະ ຄົນສ່ວນໃຫຍ່ຍັງບໍ່ໄດ້ເຫັນການມາເຖິງຂອງພຣະຜູ້ເປັນເຈົ້າ, ສະນັ້ນ ຄວາມເຊື່ອຂອງພວກເຂົາຈຶ່ງຫຼຸດໜ້ອຍລົງ ແລະ ພວກເຂົາກຳລັງຮູ້ສຶກທໍ້ໃຈ. ບາງຄົນເຖິງກັບສົງໄສວ່າ: ຄຳສັນຍາຂອງພຣະຜູ້ເປັນເຈົ້າເປັນຈິງແທ້ໆບໍ? ພຣະອົງຈະມາ ຫຼື ບໍ່? ໃນຄວາມເປັນຈິງແລ້ວ, ພຣະເຢຊູເຈົ້າໄດ້ກັບມາຢ່າງລັບໆດັ່ງບຸດມະນຸດຕັ້ງແຕ່ດົນນານມາແລ້ວ, ສະແດງຄວາມຈິງຫຼາຍຢ່າງ ແລະ ເຮັດພາລະກິດແຫ່ງການພິພາກສາ ໂດຍເລີ່ມຕົ້ນຈາກເຮືອນຂອງພຣະເຈົ້າ. ແຕ່ຄົນສ່ວນໃຫຍ່ບໍ່ໄດ້ພະຍາຍາມຮັບຟັງສຽງຂອງພຣະເຈົ້າ ຫຼື ສະແຫວງຫາເພື່ອຟັງພຣະທຳຂອງພຣະວິນຍານບໍລິສຸດທີ່ມີຕໍ່ຄຣິສຕະຈັກ ແລະ ພວກເຂົາໄດ້ສັນນິຖານມາຕະຫຼອດວ່າ ພຣະຜູ້ເປັນເຈົ້າຕ້ອງມາເທິງກ້ອນເມກເພື່ອຮັບພວກເຂົາໄປສູ່ສະຫວັນ, ສະນັ້ນ ພວກເຂົາຈຶ່ງພາດໂອກາດທີ່ຈະຕ້ອນຮັບພຣະຜູ້ເປັນເຈົ້າ. ນັ້ນຈະເປັນເລື່ອງທີ່ໜ້າເສຍດາຍຕະຫຼອດຊີວິດ. ສິ່ງນີ້ອາດເຊື່ອມໂຍງຢ່າງສະໜິດແໜ້ນກັບວິທີທີ່ຜູ້ຄົນຕີຄວາມໝາຍພຣະທຳຂອງພຣະເຢຊູເຈົ້າເທິງໄມ້ກາງແຂນ: “ມັນສຳເລັດແລ້ວ”.

ພຣະເຢຊູເຈົ້າໝາຍຄວາມວ່າແນວໃດແທ້ໆ ເມື່ອພຣະອົງເວົ້າວ່າ “ມັນສຳເລັດແລ້ວ” ເທິງໄມ້ກາງແຂນ?

ໃຫ້ພວກເຮົາເລີ່ມຕົ້ນດ້ວຍສິ່ງນີ້. ເປັນຫຍັງຄົນທີ່ມີຄວາມເຊື່ອຫຼາຍຄົນຈຶ່ງຄິດວ່າການທີ່ພຣະເຢຊູເຈົ້າເວົ້າວ່າ “ມັນສຳເລັດແລ້ວ” ໝາຍຄວາມວ່າພາລະກິດຂອງພຣະເຈົ້າໃນການຊ່ວຍມະນຸດຊາດໃຫ້ລອດພົ້ນໄດ້ສຳເລັດແລ້ວ? ມີພື້ນຖານຫຍັງທາງພຣະຄຳພີສຳລັບສິ່ງນີ້? ສິ່ງນີ້ໄດ້ຮັບການຢືນຢັນຈາກພຣະວິນຍານບໍລິສຸດ? ພຣະຜູ້ເປັນເຈົ້າເຄີຍເວົ້າບໍວ່າ ພຣະອົງຈະບໍ່ປະຕິບັດພາລະກິດໃດອີກເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ? ພຣະວິນຍານບໍລິສຸດໄດ້ເປັນພະຍານວ່າພຣະທຳເຫຼົ່ານີ້ ກຳລັງໝາຍເຖິງການທີ່ພຣະເຈົ້າສຳເລັດພາລະກິດແຫ່ງຄວາມລອດພົ້ນຂອງພຣະອົງບໍ? ພວກເຮົາສາມາດເວົ້າດ້ວຍຄວາມໝັ້ນໃຈວ່າ: ບໍ່. ສະນັ້ນ ເປັນຫຍັງທຸກຄົນຈຶ່ງໃຫ້ນິຍາມພຣະທຳເຫຼົ່ານີ້ຈາກພຣະເຢຊູເຈົ້າວ່າ ໝາຍເຖິງພາລະກິດແຫ່ງຄວາມລອດພົ້ນຂອງພຣະເຈົ້າໄດ້ສຳເລັດລົງຢ່າງສົມບູນແລ້ວ? ນັ້ນເປັນສິ່ງທີ່ໂງ່ຈ້າໜ້ອຍໜຶ່ງ, ບໍ່ແມ່ນບໍ? ການເຂົ້າໃຈພຣະທຳຂອງພຣະເຈົ້າບໍ່ແມ່ນວຽກງ່າຍ. ມີການກ່າວໄວ້ໃນພຣະທຳ 2 ເປໂຕ 1:20 ວ່າ “ໃຫ້ຮູ້ສິ່ງນີ້ກ່ອນ, ເຊິ່ງບໍ່ມີຄຳທຳນາຍໃດໃນພຣະຄຳພີເປັນການຕີຄວາມໝາຍເປັນການສ່ວນຕົວໄດ້”. ຜົນຕາມມາຂອງການຕີຄວາມໝາຍຂໍ້ພຣະຄຳພີດ້ວຍວິທີການຂອງເຈົ້າເອງເປັນສິ່ງທີ່ຮ້າຍແຮງຫຼາຍ. ໃຫ້ຄິດເຖິງພວກຟາຣີຊາຍ, ພວກເຂົາຕີຄວາມໝາຍຄຳທຳນາຍກ່ຽວກັບພຣະເມຊີອາດ້ວຍຕົວເອງ ແລະ ຜົນຕາມມາກໍຄື ພຣະເມຊີອາໄດ້ມາເຖິງ ແລະ ພວກເຂົາເຫັນວ່າພຣະເຢຊູເຈົ້າບໍ່ໄດ້ສອດຄ່ອງກັບການຕີຄວາມໝາຍຂອງພວກເຂົາ. ສະນັ້ນ ພວກເຂົາຈຶ່ງປະນາມພາລະກິດຂອງພຣະອົງ ແລະ ເຖິງກັບຄຶງພຣະອົງເທິງໄມ້ກາງແຂນ. ພວກເຂົາຜະເຊີນໜ້າກັບຜົນຕາມມາທີ່ຮ້າຍແຮງຫຼາຍ. ສິ່ງນີ້ເຮັດໃຫ້ພວກເຮົາຖືກສາບແຊ່ງໂດຍພຣະເຢຊູເຈົ້າໂດຍກົງ. ພວກເຂົາຖືກສາບແຊ່ງ!

ສະນັ້ນ ເມື່ອພຣະເຢຊູເຈົ້າກ່າວວ່າ “ມັນສຳເລັດແລ້ວ” ເທິງໄມ້ກາງແຂນ, ພຣະອົງກຳລັງເວົ້າກ່ຽວກັບຫຍັງ? ການເຂົ້າໃຈສິ່ງນີ້ ຈຳເປັນຕ້ອງໃຊ້ຄວາມຄິດຢ່າງຮອບຄອບກັບຄຳທຳນາຍໃນພຣະຄຳພີທີ່ກ່ຽວກັບການກັບຄືນມາຂອງພຣະຜູ້ເປັນເຈົ້າໃນຍຸກສຸດທ້າຍ, ໂດຍສະເພາະສິ່ງຕ່າງໆທີ່ພຣະເຢຊູເຈົ້າໄດ້ກ່າວດ້ວຍຕົວເອງວ່າພຣະອົງຈະເຮັດ ແລະ ຄຳອຸປະມາຂອງພຣະອົງກ່ຽວກັບອານາຈັກສະຫວັນ. ສິ່ງເຫຼົ່ານີ້ແມ່ນເຊື່ອມໂຍງກັບພາລະກິດຂອງພຣະອົງໃນຍຸກສຸດທ້າຍໂດຍກົງ. ພວກເຮົາຈຳເປັນຕ້ອງມີຄວາມເຂົ້າໃຈໂດຍພື້ນຖານກ່ຽວກັບຄຳທຳນາຍ ແລະ ຄຳອຸປະມາເຫຼົ່ານີ້ ເພື່ອທີ່ຈະເຂົ້າໃຈຢ່າງຖືກຕ້ອງ ກ່ຽວກັບສິ່ງທີ່ພຣະເຢຊູເຈົ້າກຳລັງເວົ້າເຖິງແທ້ໆ ເມື່ອພຣະອົງເວົ້າສິ່ງນີ້ເທິງໄມ້ກາງແຂນ. ເຖິງວ່າພວກເຮົາບໍ່ເຂົ້າໃຈມັນຢ່າງຄົບຖ້ວນ, ມັນກໍບໍ່ຖືກຕ້ອງທີ່ຈະສັນນິຖານວ່າພຣະອົງໝາຍຄວາມວ່າ ພາລະກິດຂອງພຣະເຈົ້າໃນການຊ່ວຍມະນຸດຊາດໃຫ້ລອດພົ້ນສຳເລັດຢ່າງຄົບຖ້ວນແລ້ວ. ນີ້ແມ່ນຄວາມເຊື່ອຕາມອຳເພີໃຈ ແລະ ເປັນຕາຫົວ. ໃນຄວາມເປັນຈິງແລ້ວ, ຖ້າພວກເຮົາຄຳນຶງກ່ຽວກັບຄຳທຳນາຍ ແລະ ຄຳອຸປະມາຂອງພຣະເຢຊູເຈົ້າທີ່ກ່ຽວຂ້ອງກັບອານາຈັກສະຫວັນຢ່າງຈິງຈັງ, ພວກເຮົາກໍສາມາດໄດ້ຮັບຄວາມເຂົ້າໃຈໂດຍພື້ນຖານກ່ຽວກັບອານາຈັກ ແລະ ພາລະກິດຂອງພຣະຜູ້ເປັນເຈົ້າເມື່ອພຣະອົງກັບຄືນມາ. ແລ້ວພວກເຮົາຈະບໍ່ຕີຄວາມໝາຍຄຳເວົ້າຂອງພຣະອົງທີ່ວ່າ “ມັນສຳເລັດແລ້ວ” ຢ່າງຜິດໆ. ພຣະເຢຊູເຈົ້າທຳນາຍວ່າ: “ເຮົາຍັງມີຫລາຍສິ່ງທີ່ຈະບອກພວກເຈົ້າ ແຕ່ໃນເວລານີ້ພວກເຈົ້າອາດຈະບໍ່ສາມາດທົນໄດ້. ເຖິງຢ່າງໃດກໍຕາມເມື່ອພຣະອົງ ຜູ້ເປັນພຣະວິນຍານແຫ່ງຄວາມຈິງ ສະເດັດມາ, ພຣະອົງຈະນຳທາງພວກເຈົ້າໄປສູ່ຄວາມຈິງທັງໝົດ(ໂຢຮັນ 16:12-13). “ແລະ ຖ້າມະມຸດຄົນໃດໄດ້ຍິນພຣະທຳຂອງເຮົາ ແລະ ບໍ່ເຊື່ອ, ເຮົາບໍ່ພິພາກສາເຂົາ ຍ້ອນເຮົາບໍ່ໄດ້ມາເພື່ອພິພາກສາໂລກ, ແຕ່ເພື່ອຊ່ວຍໂລກໃຫ້ພົ້ນ. ຜູ້ທີ່ປະຕິເສດເຮົາ ແລະ ບໍ່ຮັບເອົາພຣະທໍາຂອງເຮົາ ກໍຈະມີສິ່ງທີ່ຕັດສິນພວກເຂົາ, ພຣະທໍາທີ່ເຮົາໄດ້ກ່າວກໍຈະຕັດສິນພວກເຂົາໃນວັນສຸດທ້າຍເຊັ່ນກັນ(ໂຢຮັນ 12:47-48). “ເພາະວ່າ ພຣະບິດາບໍ່ພິພາກສາຄົນໃດຄົນໜຶ່ງ, ແຕ່ມອບການພິພາກສາທັງໝົດໃຫ້ແກ່ພຣະບຸດ... ແລ້ວໄດ້ມອບສິດອຳນາດໃຫ້ກັບພຣະອົງໃນການດຳເນີນການພິພາກສາເຊັ່ນກັນ, ເພາະພຣະອົງເປັນບຸດມະນຸດ(ໂຢຮັນ 5:22, 27). ແລ້ວໃນ 1 ເປໂຕ, ໄດ້ມີການກ່າວໄວ້ວ່າ: “ເຖິງເວລາທີ່ການຄໍາພິພາກສາເລີ້ມຕົ້ນທີ່ຄົວເຮືອນຂອງພຣະເຈົ້າ(1 ເປໂຕ 4:17). ໃນພຣະນິມິດ, ພວກເຮົາສາມາດເຫັນວ່າ: “ເບິ່ງແມ, ສິງໂຕແຫ່ງຊົນເຜົ່າຢູດາ, ຕົ້ນກໍາເນີດແຫ່ງເຊື້ອສາຍເດວິດ ໄດ້ມີໄຊຊະນະທີ່ຈະເປີດໜັງສື ແລະ ແກະກາປະທັບທັງເຈັດຈາກໜັງສືນັ້ນ(ພຣະນິມິດ 5:5). “ຄົນໃດມີຫູ ຄົນນັ້ນຈົ່ງຟັງສິ່ງທີ່ພຣະວິນຍານກ່າວຕໍ່ຄຣິສຕະຈັກ(ພຣະນິມິດ 2:7). ພຣະເຢຊູເຈົ້າຍັງໃຊ້ຄຳອຸປະມາຫຼາຍຢ່າງເພື່ອອະທິບາຍເຖິງອານາຈັກສະຫວັນ ເຊັ່ນ: “ອີກຄັ້ງ, ອານາຈັກສະຫວັນເປັນຄືກັບແຫທີ່ຖືກໂຍນລົງສູ່ທະເລ ແລະ ກວາດຕ້ອນເອົາທຸກສິ່ງຢ່າງ: ເຊິ່ງເມື່ອມັນເຕັມແລ້ວ, ພວກເຂົາກໍ່ດຶງຂຶ້ນຝັ່ງ ແລະ ນັ່ງລົງ ແລະ ເກັບເອົາສ່ວນທີ່ດີຂຶ້ນເຮືອ, ແຕ່ໂຍນສ່ວນທີ່ບໍ່ດີຖິ້ມ. ມັນຈະເປັນແບບນັ້ນໃນຕອນຈົບຂອງໂລກ: ທູດສະຫວັນຈະອອກມາ ແລະ ແຍກຄົນຊົ່ວຮ້າຍອອກຈາກຄົນທີ່ຊອບທຳ ແລະ ຈະໂຍນພວກເຂົາລົງສູ່ເຕົາອົບໄຟ: ຈະມີການຮ້ອງໄຫ້ ແລະ ການກັດແຂ້ວ(ມັດທາຍ 13:47-50). ພວກເຮົາສາມາດເຫັນໄດ້ຈາກຄຳທຳນາຍ ແລະ ຄຳອຸປະມາເຫຼົ່ານີ້ວ່າ ພຣະເຢຊູເຈົ້າເວົ້າວ່າພຣະອົງຈະເຮັດວຽກຫຼາຍຢ່າງ ເມື່ອພຣະອົງກັບຄືນມາ. ແຕ່ສິ່ງທີ່ສຳຄັນທີ່ສຸດໃນສິ່ງນັ້ນກໍຄືການສະແດງຄວາມຈິງ ແລະ ການປະຕິບັດພາລະກິດແຫ່ງການພິພາກສາ. ສິ່ງນີ້ຈະເຮັດໃຫ້ຜູ້ຄົນເຂົ້າສູ່ຄວາມຈິງທັງໝົດ ແລະ ຫຼັງຈາກນັ້ນກໍຈັດແບ່ງທຸກຄົນຕາມປະເພດຂອງພວກເຂົາ. ຄົນທີ່ສາມາດຖືກເຮັດໃຫ້ສົມບູນຈະຖືກເຮັດໃຫ້ສົມບູນ ແລະ ຄົນທີ່ຕ້ອງຖືກກຳຈັດຈະຖືກກຳຈັດ. ສິ່ງນີ້ຈະເຮັດໃຫ້ທຸກສິ່ງທີ່ພຣະເຊູເຈົ້າໄດ້ກ່າວກ່ຽວກັບອານາຈັກນັ້ນເປັນຈິງຢ່າງສົມບູນ. ໃຫ້ຄິດເຖິງເຂົ້າດີ ແລະ ເຂົ້ານົກ, ແຫຈັບປາ, ຍິງສາວບໍລິສຸດທີ່ສະຫຼາດ ແລະ ທີ່ໂງ່ຈ້າ, ແກະ ແລະ ແບ້ ແລະ ຜູ້ຮັບໃຊ້ທີ່ດີ ແລະ ທີ່ຊົ່ວ. ພາລະກິດແຫ່ງການພິພາກສາທີ່ເລີ່ມຕົ້ນກັບເຮືອນຂອງພຣະເຈົ້າ ຈະແຍກເຂົ້າດີອອກຈາກເຂົ້ານົກ, ຄົນຮັບໃຊ້ທີ່ດີອອກຈາກຄົນຮັບໃຊ້ທີ່ຊົ່ວ, ຄົນທີ່ຮັກຄວາມຈິງຈາກຄົນທີ່ປາຖະໜາຫາຄວາມສະບາຍເທົ່ານັ້ນ. ຍິງສາວບໍລິສຸດທີ່ສະຫຼາດຈະເຂົ້າຮ່ວມງານລ້ຽງແຕ່ງດອງຂອງພຣະເມສານ້ອຍ ແລະ ຖືກພຣະເຈົ້າເຮັດໃຫ້ສົມບູນ. ແລ້ວຍິງສາວບໍລິສຸດທີ່ໂງ່ຈ້າເດ? ພວກເຂົາທຸກຄົນຈະຕົກລົງສູ່ໄພພິບັດ, ຮ້ອງໄຫ້ ແລະ ກັດແຂ້ວຂອງພວກເຂົາເພາະພວກເຂົາບໍ່ໄດ້ຟັງສຽງຂອງພຣະເຈົ້າ. ນີ້ແມ່ນພາລະກິດແຫ່ງການພິພາກສາເພື່ອຈັດແບ່ງທຸກຄົນຕາມປະເພດຂອງພວກເຂົາ, ໃຫ້ລາງວັນຄົນທີ່ດີ ແລະ ລົງໂທດຄົນທີ່ຊົ່ວ ແລະ ສິ່ງນີ້ຈະສຳເລັດຕາມຄຳທຳນາຍນີ້ໃນພຣະນິມິດຢ່າງສົມບູນ: “ຄົນທີ່ບໍ່ຊອບທຳ ກໍ່ປ່ອຍໃຫ້ເຂົາບໍ່ຊອບທຳຕໍ່ໄປ: ແລະ ຄົນທີ່ສົກກະປົກ ກໍ່ປ່ອຍໃຫ້ເຂົາສົກກະປົກຕໍ່ໄປ: ແລະ ຄົນທີ່ຊອບທຳ ກໍ່ປ່ອຍໃຫ້ເຂົາຊອບທຳຕໍ່ໄປ: ແລະ ຄົນທີ່ບໍລິສຸດ ກໍ່ປ່ອຍໃຫ້ເຂົາບໍລິສຸດຕໍ່ໄປ(ພຣະນິມິດ 22:11). “ເບິ່ງແມ ເຮົາມາຢ່າງໄວວາ; ແລະ ລາງວັນຂອງເຮົາກໍຢູ່ກັບເຮົາ, ຈະມອບໃຫ້ກັບທຸກຄົນຕາມພາລະກິດຂອງເຂົາເອງ(ພຣະນິມິດ 22:12). ເມື່ອພວກເຮົາເຂົ້າໃຈຄຳທຳນາຍຂອງພຣະເຢຊູເຈົ້າແທ້ໆ, ພວກເຮົາສາມາດເຫັນໄດ້ວ່າການມາເຖິງຂອງພຣະຜູ້ເປັນເຈົ້າໃນຍຸກສຸດທ້າຍແມ່ນເພື່ອສະແດງຄວາມຈິງ ແລະ ປະຕິບັດພາລະກິດແຫ່ງການພິພາກສາເປັນຫຼັກ, ຈັດແບ່ງທຸກຄົນຕາມປະເພດຂອງພວກເຂົາ ແລະ ກຳນົດຜົນໄດ້ຮັບຂອງພວກເຂົາ. ສະນັ້ນ ພວກເຮົາສາມາດອ້າງໄດ້ແທ້ໆບໍວ່າ ເມື່ອພຣະເຢຊູເຈົ້າເວົ້າວ່າ “ມັນສຳເລັດແລ້ວ” ເທິງໄມ້ກາງແຂນ, ພຣະອົງກຳລັງເວົ້າວ່າພາລະກິດຂອງພຣະເຈົ້າເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນໄດ້ສຳເລັດແລ້ວ? ພວກເຮົາຈະສືບຕໍ່ຈ້ອງເບິ່ງທ້ອງຟ້າຢ່າງໂງ່ໆ, ລໍຖ້າໃຫ້ພຣະເຢຊູເຈົ້າລົງມາເທິງກ້ອນເມກ ແລະ ຮັບພວກເຮົາຂຶ້ນສູ່ທ້ອງຟ້າເພື່ອພົບກັບພຣະອົງບໍ? ພວກເຮົາຍັງຈະປະນາມຄວາມຈິງທັງໝົດທີ່ພຣະເຈົ້າໄດ້ສະແດງອອກຢ່າງບໍ່ສົນໃຈຫຍັງ ເມື່ອພຣະອົງປະຕິບັດພາລະກິດໃນຍຸກສຸດທ້າຍບໍ? ພວກເຮົາຈະໜ້າດ້ານປະຕິເສດວ່າພຣະຜູ້ເປັນເຈົ້າໄດ້ກັບຄືນມາໃນເນື້ອໜັງເປັນບຸດມະນຸດ ເພື່ອເຮັດພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍບໍ? ໄພພິບັດທີ່ຍິ່ງໃຫຍ່ໄດ້ມາເຖິງແລ້ວ ແລະ ຜູ້ເຄັ່ງສາສະໜາຫຼາຍຄົນ ຍັງຫຼົງທາງໃນຄວາມຝັນຂອງພວກເຂົາກ່ຽວກັບການກັບຄືນມາຂອງພຣະຜູ້ເປັນເຈົ້າ ໂດຍຄິດວ່າພຣະອົງຈະບໍ່ໂຍນພວກເຂົາອອກຈັກເທື່ອ. ມັນຮອດເວລາທີ່ຈະຕື່ນຂຶ້ນແລ້ວ. ຖ້າພວກເຂົາບໍ່ຕື່ນ, ຫຼັງຈາກທີ່ໄພພິບັດໝົດໄປ ແລະ ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ປາກົດຕົວຕໍ່ທຸກຄົນຢ່າງເປີດເຜີຍ, ພຣະເຈົ້າຈະສ້າງສະຫວັນ ແລະ ແຜ່ນດິນໂລກໃໝ່ ແລະ ທຸກຄົນທີ່ຢູ່ໃນໂລກສາສະໜາຈະຮ້ອງໄຫ້ ແລະ ກັດແຂ້ວຂອງພວກເຂົາ. ນັ້ນຈະສຳເລັດຕາມຄຳທຳນາຍນີ້ໃນພຣະນິມິດ: “ເບິ່ງແມ, ພຣະອົງສະເດັດມາກັບກ້ອນເມກ, ຕາທຸກໜ່ວຍຈະເຫັນພຣະອົງ ແລະ ພວກເຂົາທີ່ໄດ້ແທງພຣະອົງກໍຈະເຫັນເຊັ່ນກັນ ແລະ ທຸກຊົນຊາດເທິງແຜ່ນດິນໂລກນີ້ຈະຮ້ອງໄຫ້ຍ້ອນພຣະອົງ(ພຣະນິມິດ 1:7).

ຫຼາຍຄົນມັກທີ່ຈະຖາມວ່າ ພຣະເຢຊູເຈົ້າໝາຍເຖິງຫຍັງກັນແທ້ເມື່ອພຣະອົງເວົ້າວ່າ “ມັນສຳເລັດແລ້ວ” ເທິງໄມ້ກາງແຂນ. ໃນຄວາມເປັນຈິງແລ້ວ, ມັນງ່າຍຫຼາຍ. ພຣະທຳຂອງພຣະເຢຊູເຈົ້າເນັ້ນການປະຕິບັດຢູ່ສະເໝີ, ສະນັ້ນ ເມື່ອພຣະອົງເວົ້າສິ່ງນີ້, ພຣະອົງກຳລັງໝາຍເຖິງພາລະກິດແຫ່ງການໄຖ່ບາບຂອງພຣະອົງຢ່າງແນ່ນອນ. ແຕ່ຜູ້ຄົນສືບຕໍ່ເຂົ້າໃຈວ່າ ພຣະທຳທີ່ເນັ້ນການປະຕິບັດເຫຼົ່ານີ້ຈາກພຣະຜູ້ເປັນເຈົ້າແມ່ນກ່ຽວກັບພາລະກິດຂອງພຣະເຈົ້າໃນການຊ່ວຍມະນຸດໃຫ້ລອດພົ້ນ, ແຕ່ສິ່ງນີ້ເກີດຂຶ້ນຕາມອຳເພີໃຈຢ່າງສິ້ນເຊີງ ເພາະພຣະເຈົ້າໄດ້ສຳເລັດພາລະກິດຂອງພຣະອົງເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນແຕ່ບາງສ່ວນເທົ່ານັ້ນ. ຍັງມີອີກໜຶ່ງບາດກ້າວທີ່ສຳຄັນທີ່ສຸດ ເຊິ່ງນັ້ນກໍຄື ພາລະກິດແຫ່ງການພິພາກສາຂອງພຣະອົງໃນຍຸກສຸດທ້າຍ. ເປັນຫຍັງເຈົ້າຈຶ່ງຢືນຢັນວ່າ “ມັນສຳເລັດແລ້ວ” ໝາຍຄວາມວ່າພາລະກິດແຫ່ງຄວາມລອດພົ້ນທັງໝົດຂອງພຣະເຈົ້າໄດ້ສຳເລັດແລ້ວ? ນັ້ນບໍ່ແມ່ນສິ່ງທີ່ຂ້ອນຂ້າງໂງ່ຈ້າ ແລະ ໄຮ້ເຫດຜົນບໍ? ເປັນຫຍັງພຣະເຢຊູເຈົ້າຈຶ່ງຖືກຄຶງເທິງໄມ້ກາງແຂນໃນຕອນທຳອິດ? ພຣະອົງສຳເລັດຫຍັງແທ້ໆຜ່ານສິ່ງນີ້? ຜົນຕາມມາຄືຫຍັງ? ຜູ້ທີ່ມີຄວາມເຊື່ອທຸກຄົນຮູ້ສິ່ງນີ້ ເພາະສິ່ງນີ້ຖືກບັນທຶກໄວ້ຢ່າງຊັດເຈນຫຼາຍພາຍໃນພຣະຄຳພີ. ພຣະເຢຊູເຈົ້າໄດ້ມາເພື່ອໄຖ່ບາບມະນຸດຊາດ. ໂດຍການຖືກຄຶງເທິງໄມ້ກາງແຂນ, ພຣະເຢຊູເຈົ້າໄດ້ເຮັດໜ້າທີ່ເປັນເຄື່ອງຖວາຍຄວາມຜິດບາບເພື່ອມະນຸດຊາດ, ຮັບເອົາຄວາມຜິດບາບຂອງທຸກຄົນ ເພື່ອວ່າຜູ້ຄົນຈະບໍ່ຕ້ອງຖືກປະນາມ ແລະ ຖືກຂ້າໃຫ້ຕາຍພາຍໃຕ້ກົດເກນອີກຕໍ່ໄປ. ຫຼັງຈາກນັ້ນ ຜູ້ຄົນກໍສາມາດໄດ້ຮັບການອະໄພສຳລັບຄວາມຜິດບາບຂອງພວກເຂົາ ຕາບໃດທີ່ພວກເຂົາເຊື່ອໃນພຣະຜູ້ເປັນເຈົ້າ ແລະ ອະທິຖານ ແລະ ສາລະພາບຕໍ່ພຣະອົງ ແລະ ຮັບຄວາມກະລຸນາທີ່ເຫຼືອລົ້ນຈາກພຣະອົງ. ນັ້ນຄືຄວາມລອດພົ້ນໂດຍຄວາມກະລຸນາ ແລະ ມັນເປັນສິ່ງທີ່ພາລະກິດແຫ່ງການໄຖ່ບາບຂອງພຣະເຢຊູເຈົ້າໄດ້ບັນລຸ. ເຖິງວ່າຄວາມຜິດບາບຂອງພວກເຮົາຈະໄດ້ຮັບການອະໄພຜ່ານຄວາມເຊື່ອຂອງພວກເຮົາ, ບໍ່ມີຜູ້ໃດສາມາດປະຕິເສດໄດ້ວ່າ ພວກເຮົາຍັງບໍ່ສາມາດຢຸດເຮັດບາບໄດ້ຕະຫຼອດເວລາ. ພວກເຮົາອາໄສຢູ່ໃນວົງຈອນການເຮັດບາບ, ສາລະພາບບາບ ແລະ ເຮັດບາບອີກຄັ້ງ. ພວກເຮົາບໍ່ໄດ້ຫຼົບໜີຈາກຄວາມຜິດບາບເລີຍ. ສິ່ງນີ້ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າພວກເຮົາຍັງມີທຳມະຊາດທີ່ເປັນຄວາມຜິດບາບ ແລະ ພວກເຮົາມີອຸປະນິໄສຂອງຊາຕານ, ສະນັ້ນ ພວກເຮົາບໍ່ສາມາດແກ້ໄຂບັນຫາການສືບຕໍ່ເຮັດບາບ ຫຼັງຈາກທີ່ຄວາມຜິດບາບຂອງພວກເຮົາໄດ້ຮັບການອະໄພ. ສິ່ງນີ້ເຮັດໃຫ້ຜູ້ເຊື່ອທຸກຄົນມຶນງົງ, ມັນເປັນສິ່ງທີ່ເຈັບປວດຫຼາຍ. ພຣະທຳຂອງພຣະເຈົ້າກ່າວວ່າ “ສະນັ້ນ ເຈົ້າຕ້ອງບໍລິສຸດ, ຍ້ອນເຮົາກໍ່ບໍລິສັດ(ກົດລະບຽບການເລວີ 11:45). ພຣະເຈົ້າຊອບທຳ ແລະ ບໍລິສຸດ, ສະນັ້ນ ຜູ້ໃດກໍຕາມທີ່ບໍ່ບໍລິສຸດກໍບໍ່ສາມາດເຫັນພຣະອົງ. ສະນັ້ນ ຄົນທີ່ເຮັດບາບ ແລະ ຕໍ່ຕ້ານພຣະເຈົ້າຢູ່ສະເໝີຈະສາມາດ ສົມຄວນເຂົ້າສູ່ອານາຈັກຂອງພຣະເຈົ້າໄດ້ແນວໃດ? ຍ້ອນຜູ້ຄົນບໍ່ໄດ້ຫຼົບໜີຈາກຄວາມຜິດບາບ ແລະ ຖືກຊຳລະລ້າງຢ່າງສົມບູນ, ພາລະກິດຂອງພຣະເຈົ້າໃນການຊ່ວຍມະນຸດຊາດໃຫ້ລອດພົ້ນຈະສາມາດຜ່ານພົ້ນໄປໄດ້ແທ້ໆບໍ? ຄວາມລອດພົ້ນຂອງພຣະເຈົ້າຈະເປັນຄວາມລອດພົ້ນຢ່າງສົມບູນ. ພຣະອົງຈະບໍ່ປະຖິ້ມພາລະກິດຂອງພຣະອົງໄວ້ກາງທາງ. ນັ້ນຄືເຫດຜົນທີ່ພຣະເຢຊູເຈົ້າໄດ້ທຳນາຍໄວ້ເຖິງການກັບຄືນມາຂອງພຣະອົງຢູ່ຫຼາຍຄັ້ງ. ພຣະອົງໄດ້ກັບຄືນມາໃນຍຸກສຸດທ້າຍຕັ້ງແຕ່ດົນນານມາແລ້ວ ໂດຍເປັນພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ບັງເກີດເປັນມະນຸດ. ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ສະແດງຄວາມຈິງເພື່ອເຮັດພາລະກິດແຫ່ງການພິພາກສາ ບົນພື້ນຖານພາລະກິດແຫ່ງການໄຖ່ບາບຂອງພຣະຜູ້ເປັນເຈົ້າ. ສິ່ງນີ້ແມ່ນເພື່ອຊໍາລະລ້າງອຸປະນິໄສທີ່ເສື່ອມຊາມອອກຈາກມະນຸດຊາດ ເພື່ອວ່າພວກເຮົາຈະສາມາດເປັນອິດສະລະຈາກໂສ້ຂອງຄວາມຜິດບາບ. ມັນຄືການຊ່ວຍພວກເຮົາໃຫ້ລອດພົ້ນຈາກກອງກຳລັງຂອງຊາຕານຢ່າງສົມບູນ ແລະ ນໍາພວກເຮົາເຂົ້າສູ່ອານາຈັກຂອງພຣະເຈົ້າໃນທີ່ສຸດ. ຈົນກວ່າພາລະກິດແຫ່ງການພິພາກສາຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກສຸດທ້າຍຈະສຳເລັດລົງ, ພາລະກິດຂອງພຣະເຈົ້າເພື່ອຊ່ວຍມະນຸດຊາດເຖິງຈະສຳເລັດລົງ.

ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ເຖິງແມ່ນວ່າ ພຣະເຢຊູໄດ້ປະຕິບັດພາລະກິດຫຼາຍຢ່າງໃນທ່າມກາງມະນຸດ, ພຣະອົງພຽງສໍາເລັດການໄຖ່ບາບຂອງມວນມະນຸດຊາດ ແລະ ກາຍເປັນເຄື່ອງຖວາຍບູຊາແທນຄວາມຜິດບາບຂອງມະນຸດເທົ່ານັ້ນ; ພຣະອົງບໍ່ໄດ້ກໍາຈັດອຸປະນິໄສທີ່ເສື່ອມຊາມທັງໝົດຂອງເຂົາອອກຈາກມະນຸດ. ການຊ່ວຍໃຫ້ມະນຸດລອດພົ້ນຢ່າງສົມບູນຈາກອິດທິພົນຂອງຊາຕານບໍ່ແມ່ນພຽງຕ້ອງການໃຫ້ພຣະເຢຊູກາຍເປັນເຄື່ອງຖວາຍບູຊາແທນຄວາມຜິດບາບ ແລະ ແບກຮັບຄວາມຜິດບາບຂອງມະນຸດເທົ່ານັ້ນ, ແຕ່ມັນຍັງຮຽກຮ້ອງໃຫ້ພຣະເຈົ້າປະຕິບັດພາລະກິດທີ່ຍິ່ງໃຫຍ່ຂຶ້ນເພື່ອກຳຈັດອຸປະນິໄສເສື່ອມຊາມຂອງຊາຕານຂອງເຂົາໃຫ້ອອກຈາກມະນຸດ. ດັ່ງນັ້ນ ບັດນີ້ເມື່ອມະນຸດໄດ້ຮັບການໃຫ້ອະໄພຄວາມຜິດບາບຂອງເຂົາ, ພຣະເຈົ້າຈຶ່ງໄດ້ກັບຄືນສູ່ເນື້ອໜັງ ເພື່ອນໍາພາມະນຸດໄປສູ່ຍຸກໃໝ່ ແລະ ເລີ່ມຕົ້ນພາລະກິດຂອງການຂ້ຽນຕີ ແລະ ການພິພາກສາ. ພາລະກິດນີ້ໄດ້ນໍາພາມະນຸດໄປສູ່ອານາຈັກທີ່ສູງສົ່ງຍິ່ງຂຶ້ນ. ທຸກຄົນທີ່ຍອມຢູ່ພາຍໃຕ້ອຳນາດຂອງພຣະອົງຈະໄດ້ຮັບຄວາມຈິງທີ່ສູງສົ່ງຂຶ້ນ ແລະ ໄດ້ຮັບພອນທີ່ຍິ່ງໃຫຍ່ຂຶ້ນ. ພວກເຂົາຈະດຳລົງຊີວິດຢູ່ໃນແສງສະຫວ່າງຢ່າງແທ້ຈິງ ແລະ ພວກເຂົາຈະໄດ້ຮັບເອົາຄວາມຈິງ, ຫົນທາງ ແລະ ຊີວິດ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄໍານໍາ).

ດ້ວຍວິທີຂອງພາລະກິດແຫ່ງການພິພາກສາ ແລະ ການຂ້ຽນຕີນີ້, ມະນຸດຈະຮູ້ຈັກແກ່ນແທ້ທີ່ສົກກະປົກ ແລະ ເສື່ອມຊາມທີ່ຢູ່ພາຍໃນຕົວເຂົາເອງຢ່າງສົມບູນ ແລະ ເຂົາຈະສາມາດປ່ຽນແປງຢ່າງຄົບຖ້ວນ ແລະ ບໍລິສຸດຂຶ້ນ. ດ້ວຍວິທີນີ້ເທົ່ານັ້ນ ມະນຸດຈຶ່ງເໝາະສົມທີ່ຈະກັບຄືນມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ. ພາລະກິດທັງໝົດທີ່ປະຕິບັດໃນມື້ນີ້ແມ່ນເພື່ອໃຫ້ມະນຸດຖືກເຮັດໃຫ້ບໍລິສຸດ ແລະ ເພື່ອຮັບການປ່ຽນແປງ; ຜ່ານການພິພາກສາ ແລະ ການຂ້ຽນຕີຈາກພຣະທຳ ພ້ອມກັບຜ່ານການຫຼໍ່ຫຼອມ ມະນຸດສາມາດລົບລ້າງຄວາມເສື່ອມຊາມຂອງເຂົາ ແລະ ຖືກເຮັດໃຫ້ເປັນຄົນບໍລິສຸດ. ເຖິງແມ່ນວ່າ ຂັ້ນຕອນນີ້ຂອງພາລະກິດຈະຖືວ່າເປັນການຊ່ວຍໃຫ້ລອດພົ້ນ, ແຕ່ມັນອາດຈະເໝາະສົມກວ່າ ທີ່ຈະເວົ້າວ່າ ເປັນພາລະກິດແຫ່ງການຊໍາລະລ້າງໃຫ້ບໍລິສຸດ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)).

ຈຸດປະສົງສໍາຄັນຂອງພາລະກິດຂອງການຂ້ຽນຕີ ແລະ ການພິພາກສາຂອງພຣະເຈົ້າແມ່ນເພື່ອຊໍາລະລ້າງບາບໃຫ້ກັບມະນຸດ ແລະ ເພື່ອກະກຽມພວກເຂົາສໍາລັບການພັກເຊົາຄັ້ງສຸດທ້າຍຂອງພວກເຂົາ; ຖ້າບໍ່ມີການຊໍາລະລ້າງບາບ ມວນມະນຸດຊາດກໍຈະບໍ່ສາມາດຖືກຈັດຕາມປະເພດຂອງພວກເຂົາໄດ້ ຫຼື ເຂົ້າສູ່ບ່ອນພັກເຊົາໄດ້. ພາລະກິດນີ້ຄືເສັ້ນທາງດຽວຂອງມະນຸດເທົ່ານັ້ນທີ່ຈະເຂົ້າສູ່ບ່ອນພັກເຊົາໄດ້. ມີພຽງພາລະກິດແຫ່ງການຊໍາລະລ້າງບາບຂອງພຣະເຈົ້າເທົ່ານັ້ນທີ່ຈະຊໍາລະລ້າງມະນຸດອອກຈາກຄວາມບໍ່ຊອບທໍາຂອງພວກເຂົາໄດ້ ແລະ ມີພຽງພາລະກິດຂອງການຂ້ຽນຕີ ແລະ ການພິພາກສາຂອງພຣະອົງເທົ່ານັ້ນທີ່ຈະນໍາເອົາແສງສະຫວ່າງມາສູ່ອົງປະກອບທີ່ບໍ່ເຊື່ອຟັງຂອງມະນຸດຊາດ ເພື່ອແຍກຜູ້ທີ່ຈະສາມາດໄດ້ຮັບການຊ່ວຍໃຫ້ລອດພົ້ນອອກຈາກຜູ້ທີ່ຈະບໍ່ສາມາດໄດ້ຮັບການຊ່ວຍໃຫ້ລອດພົ້ນ ແລະ ແຍກຜູ້ທີ່ຈະຍັງຢູ່ອອກຈາກຜູ້ທີ່ຈະບໍ່ຍັງຢູ່. ເມື່ອພາລະກິດນີ້ຂອງພຣະອົງສິ້ນສຸດລົງ, ຜູ້ທີ່ອະນຸຍາດໃຫ້ມີຊິວິດຢູ່ຈະຖືກຊໍາລະລ້າງ ແລະ ເຂົ້າສູ່ສະພາບທີ່ສູງຂຶ້ນຂອງມະນຸດ ເຊິ່ງພວກເຂົາຈະມີຄວາມສຸກກັບຊີວິດມະນຸດອັນງົດງາມອີກຄັ້ງໃໝ່ເທິງແຜ່ນດິນໂລກ; ເວົ້າອີກຢ່າງໜຶ່ງກໍຄື ພວກເຂົາຈະເລີ່ມວັນແຫ່ງການພັກເຊົາຂອງມະນຸດ ແລະ ໃຊ້ຊີວິດຢູ່ຮ່ວມກັບພຣະເຈົ້າ. ຫຼັງຈາກຜູ້ທີ່ບໍ່ໄດ້ຮັບອະນຸຍາດໃຫ້ມີຊີວິດຢູ່ໄດ້ຖືກຂ້ຽນຕີ ແລະ ຖືກພິພາກສາ, ທາດແທ້ຂອງພວກເຂົາກໍຈະຖືກເປີດເຜີຍທັງໝົດ ເຊິ່ງຫຼັງຈາກນັ້ນ ພວກເຂົາທຸກຄົນກໍຈະຖືກທໍາລາຍ ແລະ ພວກເຂົາຈະບໍ່ໄດ້ຮັບອະນຸຍາດໃຫ້ມີຊີວິດຢູ່ໃນແຜ່ນດິນໂລກນີ້ອີກຕໍ່ໄປຄືດັ່ງຊາຕານ. ມະນຸດໃນອະນາຄົດຈະບໍ່ມີຜູ້ຄົນປະເພດນີ້ອີກ; ຜູ້ຄົນດັ່ງກ່າວບໍ່ເໝາະທີ່ຈະເຂົ້າສູ່ດິນແດນແຫ່ງຄວາມສະຫງົບສຸດທ້າຍ ຫຼື ພວກເຂົາບໍ່ເໝາະທີ່ຈະເຂົ້າຮ່ວມວັນແຫ່ງຄວາມສະຫງົບທີ່ພຣະເຈົ້າ ແລະ ມະນຸດຈະແບ່ງປັນກັນ ເນື່ອງຈາກວ່າ ພວກເຂົາຄືເປົ້າໝາຍໃນການລົງໂທດ ແລະ ເປັນຄົນຊົ່ວຊ້າ ແລະ ຄົນໄຮ້ສິນທໍາ... ຈຸດປະສົງທັງໝົດທີ່ຢູ່ເບື້ອງຫຼັງພາລະກິດແທ້ຈິງຂອງພຣະເຈົ້າໃນການລົງໂທດຄົນຊົ່ວ ແລະ ການມອບລາງວັນໃຫ້ແກ່ຄົນດີນັ້ນ ແມ່ນເພື່ອຊໍາລະລ້າງມະນຸດທັງປວງໃຫ້ບໍລິສຸດ ເພື່ອວ່າພຣະອົງຈະສາມາດນໍາເອົາມວນມະນຸດຜູ້ທີ່ບໍລິສຸດເຂົ້າສູ່ບ່ອນພັກເຊົາຢ່າງນິລັນດອນ. ຂັ້ນຕອນພາລະກິດນີ້ຂອງພຣະອົງແມ່ນສໍາຄັນທີ່ສຸດ; ມັນແມ່ນຂັ້ນຕອນສຸດທ້າຍຂອງພາລະກິດຄຸ້ມຄອງທັງໝົດຂອງພຣະອົງ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າ ແລະ ມະນຸດຈະເຂົ້າບ່ອນພັກເຊົາພ້ອມກັນ).

ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດເປັນສິ່ງທີ່ຊັດເຈນຫຼາຍ. ໃນຍຸກແຫ່ງພຣະຄຸນ, ພາລະກິດແຫ່ງການໄຖ່ບາບຂອງພຣະເຢຊູເຈົ້າແມ່ນເພື່ອອະໄພຄວາມຜິດບາບຂອງມະນຸດເທົ່ານັ້ນ. ມັນຄືພາລະກິດແຫ່ງການພິພາກສາຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກສຸດທ້າຍທີ່ຊໍາລະລ້າງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນຢ່າງສົມບູນ. ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ພິພາກສາ ແລະ ເປີດໂປງທຳມະຊາດ ແລະ ແກ່ນແທ້ທີ່ກະບົດ ແລະ ຕໍ່ຕ້ານພຣະເຈົ້າຂອງພຣະເຈົ້າ, ເຮັດໃຫ້ພວກເຮົາຮູ້ຈັກເຖິງອຸປະນິໄສຂອງຊາຕານ ແລະ ຄວາມເສື່ອມຊາມຂອງພວກເຮົາເອງ. ມັນສະແດງໃຫ້ພວກເຮົາເຫັນວ່າພວກເຮົາເຕັມໄປດ້ວຍອຸປະນິໄສຂອງຊາຕານ, ເຊັ່ນ: ຄວາມອວດດີ, ເລ່ຫຼ່ຽມ ແລະ ຄວາມຊົ່ວຮ້າຍ ໂດຍບໍ່ມີລັກສະນະຂອງມະນຸດແມ່ນແຕ່ໜ້ອຍດຽວ. ນີ້ເປັນທາງດຽວທີ່ຜູ້ຄົນຈະໄດ້ເຫັນຄວາມຈິງກ່ຽວກັບວ່າພວກເຂົາຖືກຊາຕານເຮັດໃຫ້ເສື່ອມຊາມຫຼາຍສໍ່າໃດ, ເພື່ອວ່າພວກເຂົາຈຶ່ງລັງກຽດຕົນເອງຢ່າງແທ້ຈິງ ແລະ ເລີ່ມມີຄວາມສຳນຶກຜິດຢ່າງແທ້ຈິງ, ແລ້ວກັບໃຈມາຫາພຣະເຈົ້າ. ຫຼັງຈາກນັ້ນ ພວກເຂົາຈະເຫັນວ່າຄວາມຈິງລໍ້າຄ່າສໍ່າໃດ ແລະ ເລີ່ມເອົາໃຈໃສ່ກັບການນໍາພຣະທຳຂອງພຣະເຈົ້າເຂົ້າສູ່ການປະຕິບັດ ແລະ ເຂົ້າສູ່ຄວາມຈິງ-ຄວາມເປັນຈິງ. ສິ່ງນີ້ເຮັດໃຫ້ພວກເຂົາປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາເທື່ອລະໜ້ອຍ ແລະ ເລີ່ມປ່ຽນແປງຊີວິດ-ອຸປະນິໄສຂອງພວກເຂົາ ແລະ ສາມາດຍອມອ່ອນນ້ອມ ແລະ ຢຳເກງພຣະເຈົ້າໃນທີ່ສຸດ ແລະ ດຳລົງຊີວິດໂດຍພຣະທຳຂອງພຣະອົງ. ນີ້ແມ່ນວິທີທີ່ຜູ້ຄົນສາມາດປະຖິ້ມກອງກຳລັງຂອງຊາຕານຢ່າງສິ້ນເຊີງ ແລະ ຖືກຊ່ວຍໃຫ້ລອດພົ້ນໂດຍພຣະເຈົ້າຢ່າງສົມບູນ, ແລ້ວພວກເຂົາກໍສາມາດໄດ້ຮັບການປົກປ້ອງຈາກພຣະເຈົ້າ ແລະ ຢູ່ລອດຈາກໄພພິບັດທີ່ຍິ່ງໃຫຍ່ໃນຍຸກສຸດທ້າຍ ແລະ ເຂົ້າສູ່ຈຸດໝາຍປາຍທາງທີ່ສວຍງາມທີ່ພຣະເຈົ້າໄດ້ຈັດກຽມໄວ້ໃຫ້ກັບມະນຸດຊາດ. ສິ່ງນີ້ສຳເລັດຕາມຄຳທຳນາຍໃນພຣະນິມິດ 21:3-6. “ແລ້ວເຮົາໄດ້ຍິນພຣະສຸລະສຽງທີ່ຍິ່ງໃຫຍ່ມາຈາກສະຫວັນ ໂດຍກ່າວວ່າ ເບິ່ງແມະ, ພຣະວິຫານຂອງພຣະເຈົ້າຢູ່ກັບມະນຸດແລ້ວ ແລະ ພຣະອົງຈະອາໄສຢູ່ກັບພວກເຂົາ ແລະ ພວກເຂົາຈະເປັນປະຊາຊົນຂອງພຣະອົງ ແລະ ພຣະເຈົ້າເອງຈະຢູ່ຮ່ວມກັບພວກເຂົາ ແລະ ຈະເປັນພຣະເຈົ້າຂອງພວກເຂົາ. ແລ້ວພຣະເຈົ້າຈະເຊັດນໍ້າຕາທັງໝົົດຈາກຕາຂອງພວກເຂົາ; ແລະ ຈະບໍ່ມີຄວາມຕາຍອີກຕໍ່ໄປ, ບໍ່ມີຄວາມໂສກເສົ້າ ຫຼື ການຮ້ອງໄຫ້ ແລະ ຈະບໍ່ມີຄວາມເຈັບປວດອີກຕໍ່ໄປ: ເພາະສິ່ງເກົ່າໆໄດ້ລ່ວງຫຼັບໄປແລ້ວ. ແລ້ວພຣະອົງທີ່ນັ່ງເທິງບັນລັງກໍ່ເວົ້າວ່າ ເບິ່ງແມະ ເຮົາເຮັດໃຫ້ທຸກສິ່ງເປັນສິ່ງໃໝ່. ແລ້ວພຣະອົງກໍ່ເວົ້າກັບຂ້ານ້ອຍວ່າ ຈົ່ງຂຽນ ຍ້ອນພຣະທຳເຫຼົ່ານີ້ເປັນຈິງ ແລະ ຊື່ສັດ. ແລ້ວພຣະອົງກໍ່ເວົ້າກັບຂ້ານ້ອຍວ່າ ມັນສຳເລັດແລ້ວ. ເຮົາເປັນອານຟາ ແລະ ໂອເມກາ, ເປັນຕອນເລີ່ມຕົ້ນ ແລະ ຕອນສຸດທ້າຍ. ເຮົາຈະປະທານນໍ້າພຸຂອງນໍ້າແຫ່ງຊີວິດ ແກ່ຄົນທີ່ຫິວກະຫາຍໂດຍບໍ່ເສຍຄ່າຫຍັງ”. ໃນທີ່ນີ້, ພຣະເຈົ້າເວົ້າວ່າ “ມັນສຳເລັດລົງແລ້ວ”. ພຣະທຳນີ້ແຕກຕ່າງຈາກສິ່ງທີ່ພຣະເຢຊູເຈົ້າເວົ້າເທິງໄວ້ກາງແຂນທີ່ວ່າ: “ມັນສຳເລັດແລ້ວ” ຢ່າງສິ້ນເຊີງ. ສິ່ງເຫຼົ່ານີ້ແມ່ນບໍລິບົດທີ່ແຕກຕ່າງກັນ, ໂລກທີ່ແຕກຕ່າງກັນ. ເມື່ອພຣະເຢຊູເຈົ້າເວົ້າວ່າ “ມັນສຳເລັດແລ້ວ” ເທິງໄມ້ກາງແຂນ, ພຣະອົງກຳລັງເວົ້າກ່ຽວກັບການສຳເລັດພາລະກິດແຫ່ງການໄຖ່ບາບຂອງພຣະອົງ. ພຣະທຳທີ່ວ່າ “ມັນສຳເລັດລົງແລ້ວ” ໃນໜັງສືພຣະນິມິດ ຄືການທີ່ພຣະເຈົ້າກຳລັງເວົ້າກ່ຽວກັບການສຳເລັດພາລະກິດຂອງພຣະອົງເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນຢ່າງສົມບູນ, ເມື່ອຫີບພັນທະສັນຍາຂອງພຣະເຈົ້າຢູ່ກັບມະນຸດ, ພຣະອົງຈະດຳລົງຊີວິດຢູ່ທ່າມກາງພວກເຂົາ ແລະ ພວກເຂົາຈະເປັນປະຊາຊົນໃນອານາຈັກຂອງພຣະອົງ ເຊິ່ງເປັນບ່ອນທີ່ຈະບໍ່ມີນໍ້າຕາ, ຄວາມຕາຍ ຫຼື ຄວາມທຸກໃຈອີກຕໍ່ໄປ. ນີ້ແມ່ນເຄື່ອງໝາຍດຽວທີ່ສະແດງວ່າພຣະເຈົ້າໄດ້ສຳເລັດພາລະກິດແຫ່ງຄວາມລອດພົ້ນຂອງພຣະອົງ.

ໃນຈຸດນີ້, ມັນຄວນເປັນທີ່ຊັດເຈນສຳລັບທຸກຄົນວ່າ ການອ້າງວ່າພຣະທຳຂອງພຣະເຢຊູເຈົ້າເທິງໄມ້ກາງແຂນ ໝາຍຄວາມເຖິງພາລະກິດແຫ່ງຄວາມລອດພົ້ນຂອງພຣະເຈົ້າໄດ້ສຳເລັດລົງ ແມ່ນສິ່ງທີ່ຂັດກັບຄວາມເປັນຈິງໃນພາລະກິດຂອງພຣະເຈົ້າຢ່າງສິ້ນເຊີງ ແລະ ເປັນແນວຄິດຂອງມະນຸດແທ້ໆ. ມັນຄືການຕີຄວາມໝາຍຢ່າງຜິດໆກ່ຽວກັບພຣະທຳຂອງພຣະຜູ້ເປັນເຈົ້າ ເຊິ່ງເປັນການຫຼອກລວງ ແລະ ການຊີ້ນໍາຢ່າງຜິດໆ ແລະ ບໍ່ສາມາດບອກໄດ້ວ່າມັນໄດ້ເຮັດແບບນັ້ນກັບຈັກຄົນແລ້ວ. ຄົນທີ່ຍຶດຕິດກັບສິ່ງນີ້ຢ່າງຫຼັບຫູຫຼັບຕາ, ພຽງແຕ່ລໍຖ້າໃຫ້ພຣະຜູ້ເປັນເຈົ້າປາກົດຕົວເທິງກ້ອນເມກຢ່າງກະທັນຫັນ ເພື່ອວ່າພວກເຂົາຈະສາມາດຖືກຮັບຂຶ້ນສູ່ອານາຈັກ, ໃນຂະນະດຽວກັນກໍປະຕິເສດທີ່ຈະກວດສອບຄວາມຈິງຫຼາຍຢ່າງທີ່ຖືກສະແດງອອກໂດຍພຣະເຈົ້າອົງຊົງລິດທານຸພາບສູງສຸດ, ຈະພາດໂອກາດຂອງພວກເຂົາທີ່ຈະພົບກັບພຣະຜູ້ເປັນເຈົ້າຢ່າງສົມບູນ. ແລ້ວແນ່ນອນ ພວກເຂົາຈະບໍ່ຫຼົບໜີຈາກຄວາມຜິດບາບ ແລະ ຖືກຊ່ວຍໃຫ້ລອດພົ້ນຢ່າງສົມບູນຈັກເທື່ອ. ຫຼັງຈາກນັ້ນ ຄວາມເຊື່ອຕະຫຼອດຊີວິດກໍຈະໄຮ້ປະໂຫຍດ ແລະ ພວກເຂົາຈະຕົກລົງສູ່ໄພພິບັດ ແລະ ຖືກກຳຈັດໂດຍພຣະເຈົ້າຢ່າງແນ່ນອນ.

ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ພຣະຄຣິດແຫ່ງຍຸກສຸດທ້າຍນໍາພາຊີວິດ ແລະ ນໍາພາຫົນທາງແຫ່ງຄວາມຈິງທີ່ຍືນນານ ແລະ ບໍ່ສິ້ນສຸດ. ຄວາມຈິງນີ້ແມ່ນເສັ້ນທາງທີ່ມະນຸດຈະໄດ້ຮັບຊີວິດ ແລະ ເປັນເສັ້ນທາງດຽວທີ່ມະນຸດຈະຮູ້ຈັກພຣະເຈົ້າ ແລະ ເສັ້ນທາງທີ່ພຣະເຈົ້າເຫັນດີນໍາ. ຖ້າເຈົ້າບໍ່ສະແຫວງຫາຫົນທາງແຫ່ງຊີວິດທີ່ພຣະຄຣິດແຫ່ງຍຸກສຸດທ້າຍຈັດຕຽມໄວ້ໃຫ້ ແລ້ວເຈົ້າຈະບໍ່ໄດ້ຮັບການເຫັນດີຂອງພຣະເຢຊູຈັກເທື່ອ ແລະ ບໍ່ມີຄຸນສົມບັດໃນການເຂົ້າປະຕູຂອງອານາຈັກສະຫວັນຈັກເທື່ອ ຍ້ອນເຈົ້າເປັນທັງຫຸ່ນ ແລະ ນັກໂທດຂອງປະຫວັດສາດ. ຄົນເຫຼົ່ານັ້ນທີ່ຖືກຄວບຄຸມໂດຍຂໍ້ບັງຄັບ, ໂດຍຕົວໜັງສື ແລະ ຖືກປະຫວັດສາດໃສ່ໂສ້ ຈະບໍ່ສາມາດຮັບຊີວິດຈັກເທື່ອ ແລະ ຈະບໍ່ຮັບຫົນທາງແຫ່ງຊີວິດຕະຫຼອດໄປຈັກເທື່ອ. ນີ້ກໍຍ້ອນວ່າ ທຸກສິ່ງທີ່ພວກເຂົາມີແມ່ນນໍ້າສົກກະປົກທີ່ຂັງຢູ່ເປັນເວລາຫຼາຍພັນປີ ແທນທີ່ຈະເປັນນໍ້າແຫ່ງຊີວິດທີ່ຫຼັງໄຫລມາຈາກບັນລັງ. ຄົນເຫຼົ່ານັ້ນທີ່ບໍ່ໄດ້ຮັບການເຕີມເຕັມໂດຍນໍ້າແຫ່ງຊີວິດຈະຍັງຄົງເປັນສາກສົບຕະຫຼອດໄປ, ເປັນຂອງຫຼິ້ນໃຫ້ກັບຊາຕານ ແລະ ເປັນບຸດຊາຍແຫ່ງນະຮົກ. ແລ້ວ ພວກເຂົາຈະສາມາດເຫັນພຣະເຈົ້າໄດ້ແນວໃດ? ຖ້າເຈົ້າພຽງແຕ່ພະຍາຍາມຍຶດຕິດກັບອະດີດ, ພຽງແຕ່ຮັກສາສິ່ງຕ່າງໆຄ້າຍຄືກັບວ່າພວກມັນຍັງບໍ່ເໜັງຕີງເລີຍ ແລະ ບໍ່ພະຍາຍາມປ່ຽນແປງສະຖານະພາບໃນປັດຈຸບັນ ແລະ ປະຖິ້ມປະຫວັດສາດ, ແລ້ວເຈົ້າຈະບໍ່ຕໍ່ຕ້ານພຣະເຈົ້າຢູ່ຕະຫຼອດເວລາບໍ? ຂັ້ນຕອນໃນພາລະກິດຂອງພຣະເຈົ້າກວ້າງໃຫຍ່ ແລະ ຍິ່ງໃຫຍ່ ຄືກັບຄື້ນທະເລຍື່ງຂຶ້ນ ແລະ ສຽງຟ້າຮ້ອງທີ່ດັງສະນັ່ນ, ແຕ່ເຈົ້ານັ່ງ ແລະ ລໍຖ້າຄວາມພິນາດໂດຍບໍ່ດີ້ນຮົນ, ຍຶດໝັ້ນໃນຄວາມໂງ່ຂອງເຈົ້າ ແລະ ບໍ່ເຮັດຫຍັງເລີຍ. ດ້ວຍວິທີນີ້ ເຈົ້າຈະສາມາດຖືກພິຈາລະນາໃຫ້ເປັນຄົນທີ່ຕິດຕາມບາດຍ່າງຂອງພຣະເມສານ້ອຍໄດ້ແນວໃດ? ເຈົ້າຈະສາມາດພິສູດຄວາມຖືກຕ້ອງຂອງພຣະເຈົ້າທີ່ເຈົ້າຍຶດໝັ້ນວ່າເປັນພຣະເຈົ້າທີ່ໃໝ່ຢູ່ສະເໝີ ແລະ ບໍ່ເກົ່າເລີຍໄດ້ແນວໃດ? ແລະພຣະທຳຂອງໜັງສືຫົວສີເຫຼືອງຂອງເຈົ້າຈະນໍາພາເຈົ້າເຂົ້າສູ່ຍຸກໃໝ່ໄດ້ແນວໃດ? ພຣະທໍາເຫຼົ່ານັ້ນຈະນໍາພາເຈົ້າໃຫ້ສະແຫວງຫາຂັ້ນຕອນໃນພາລະກິດຂອງພຣະເຈົ້າໄດ້ແນວໃດ? ແລະພຣະທໍານັ້ນຈະນໍາເຈົ້າຂຶ້ນສູ່ແຜ່ນດິນສະຫວັນໄດ້ແນວໃດ? ສິ່ງທີ່ເຈົ້າມີຢູ່ໃນມືຂອງເຈົ້າແມ່ນຕົວໜັງສືທີ່ສາມາດສະໜອງພຽງແຕ່ເຄື່ອງປອບໃຈຊົ່ວຄາວ ບໍ່ແມ່ນຄວາມຈິງທີ່ສາມາດໃຫ້ຊີວິດໄດ້. ຂໍ້ພຣະທຳທີ່ເຈົ້າອ່ານແມ່ນສິ່ງທີ່ສາມາດພຽງແຕ່ໃຫ້ເຈົ້າເພີ່ມພູນລີ້ນຂອງເຈົ້າ ບໍ່ແມ່ນພຣະທຳແຫ່ງສະຕິປັນຍາທີ່ສາມາດຊ່ວຍໃຫ້ເຈົ້າຮູ້ຈັກຊີວິດຂອງມະນຸດ ຢ່າວ່າແຕ່ຫົນທາງທີ່ສາມາດນໍາພາເຈົ້າໄປສູ່ຄວາມສົມບູນເລີຍ. ຄວາມບໍ່ກົງກັນນີ້ບໍ່ໄດ້ເຮັດໃຫ້ເຈົ້າໄຕ່ຕອງແດ່ບໍ? ມັນບໍ່ໄດ້ເຮັດໃຫ້ເຈົ້າເຂົ້າໃຈເຖິງສິ່ງລຶກລັບທີ່ຢູ່ພາຍໃນບໍ? ເຈົ້າສາມາດນໍາພາຕົນເອງໄປສະຫວັນເພື່ອພົບກັບພຣະເຈົ້າດ້ວຍຕົນເອງບໍ? ປາສະຈາກການມາຂອງພຣະເຈົ້າ ເຈົ້າສາມາດນໍາຕົວເອງເຂົ້າສູ່ສະຫວັນເພື່ອມີຄວາມສຸກແບບຄອບຄົວດຽວກັນກັບພຣະເຈົ້າບໍ? ໃນຕອນນີ້ ເຈົ້າຍັງກຳລັງຝັນຢູ່ບໍ? ດ້ວຍເຫດນັ້ນ ເຮົາແນະນໍາໃຫ້ເຈົ້າຢຸດຝັນ ແລະ ເບິ່ງວ່າ ແມ່ນໃຜທີ່ກຳລັງປະຕິບັດພາລະກິດໃນຕອນນີ້, ໃຜທີ່ກຳລັງປະຕິບັດພາລະກິດໃນການຊ່ວຍມະນຸດໃນຍຸກສຸດທ້າຍ. ຖ້າເຈົ້າບໍ່ຢຸດ ເຈົ້າຈະບໍ່ໄດ້ຮັບຄວາມຈິງຈັກເທື່ອ ແລະ ຈະບໍ່ໄດ້ຮັບຊີວິດອີກຕໍ່ໄປ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງແຕ່ພຣະຄຣິດແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດມອບຫົນທາງແຫ່ງຊີວິດຊົ່ວນິດນິລັນໃຫ້ກັບມະນຸດໄດ້).

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ມັນເປັນຈິງບໍທີ່ພາລະກິດ ແລະ ພຣະທຳທັງໝົດຂອງພຣະເຈົ້າຢູ່ໃນພຣະຄຳພີ?

ພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ເປັນພຣະຜູ້ໄຖ່ໄດ້ປາກົດຕົວ ແລະ ກຳລັງເຮັດພາລະກິດໃນຍຸກສຸດທ້າຍ ແລະ ພຣະອົງໄດ້ກ່າວພຣະທຳຫຼາຍລ້ານຄຳ....

ຜູ້ໃດສາມາດຊ່ວຍມະນຸດຊາດໃຫ້ລອດພົ້ນ ແລະ ປະຕິວັດໂຊກຊະຕາຂອງພວກເຮົາ?

ເມື່ອເວົ້າເຖິງໂຊກຊະຕາ, ຄົນສ່ວນໃຫຍ່ກໍທຽບມັນໃສ່ ການມີເງິນ ແລະ ສະຖານະ ແລະ ການປະສົບຄວາມສຳເລັດໂດຍມີຈຸດໝາຍປາຍທາງທີ່ດີ ແລະ ຄິດວ່າຄົນທຸກຍາກ,...

ຄວາມລອດພົ້ນຜ່ານຄວາມເຊື່ອອະນຸຍາດໃຫ້ເຂົ້າສູ່ອານາຈັກຂອງພຣະເຈົ້າບໍ?

ໂຣກລະບາດແຜ່ກະຈາຍຢ່າງບໍ່ຢຸດຢ່ອນ ແລະ ແຜ່ນດິນໄຫວ, ນໍ້າຖ້ວມ, ແມງໄມ້ລະບາດ, ໄພອຶດຢາກກໍເລີ່ມປາກົດຂຶ້ນ. ຫຼາຍຄົນຢູ່ໃນສະພາວະວິຕົກກັງວົນຢູ່ສະເໝີ ແລະ...

ເປັນຫຍັງພຣະເຈົ້າທີ່ບັງເກີດເປັນມະນຸດແຫ່ງຍຸກສຸດທ້າຍຈຶ່ງເປັນແມ່ຍິງ?

ໃນຍຸກສຸດທ້າຍ, ພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ບັງເກີດເປັນມະນຸດໄດ້ປາກົດຕົວເພື່ອປະຕິບັດພາລະກິດ ແລະ ສະແດງຄວາມຈິງຫຼາຍຢ່າງ....

Leave a Reply