ພາລະກິດແຫ່ງການພິພາກສາຂອງພຣະເຈົ້າໃນຍຸກສຸດທ້າຍຊໍາລະລ້າງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນແນວໃດ?

25 ເດືອນທັນວາ 2021

ຜູ້ຄົນຮູ້ວ່າໄພພິບັດທີ່ຍິ່ງໃຫຍ່ໄດ້ມາເຖິງພວກເຮົາ ແລະ ຄົນທີ່ກຳລັງຄາດຫວັງພຣະຜູ້ເປັນເຈົ້າລົງມາເທິງກ້ອນເມກກໍ່ກຳລັງລໍຖ້າດ້ວຍລົມຫາຍໃຈທີ່ອ່ອນແຮງລົງ. ຫຼັງຈາກຫຼາຍປີທີ່ລໍຖ້າ, ພວກເຂົາກໍ່ຍັງບໍ່ທັນເຫັນພຣະອົງລົງມາ. ກົງກັນຂ້າມ, ພວກເຂົາເຫັນວ່າ ສາຍຟ້າແມບຈາກທິດຕາເວັນອອກກຳລັງເປັນພະຍານໃຫ້ແກ່ພາລະກິດແຫ່ງການພິພາກສາຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກສຸດທ້າຍ. ນີ້ຄືຄວາມຜິດຫວັງທີ່ໃຫຍ່ຫຼາຍສຳລັບພວກເຂົາ. ພວກເຂົາຄາດຫວັງທີ່ຈະຖືກຮັບຂຶ້ນເມືອບ່ອນທີ່ພວກເຂົາຈະພົບກັບພຣະຜູ້ເປັນເຈົ້າໂດຍກົງ, ບໍ່ເຄີຍຄາດຫວັງວ່າພຣະອົງຈະປະຕິບັດພາລະກິດແຫ່ງການພິພາກສາເມື່ອພຣະອົງກັບຄືນມາ. ພວກເຂົາບໍ່ຕ້ອງການຍອມຮັບມັນ. ຫຼາຍຄົນກຳລັງປະຕິບັດຕາມກອງກຳລັງຜູ້ຕໍ່ຕ້ານພຣະຄຣິດໃນໂລກສາສະໜາ, ຕັດສິນ ແລະ ປະນາມການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພວກເຂົາຄິດວ່າ “ຄວາມຜິດບາບຂອງພວກເຮົາໄດ້ຮັບການອະໄພ ແລະ ພວກເຮົາຖືວ່າຊອບທຳໂດຍພຣະເຈົ້າ, ສະນັ້ນ ພວກເຮົາຈຶ່ງບໍ່ຕ້ອງການການພິພາກສາຂອງພຣະເຈົ້າ. ພວກເຮົາກຳລັງລໍຖ້າໃຫ້ພຣະຜູ້ເປັນເຈົ້າຮັບພວກເຮົາຂຶ້ນສູ່ອານາຈັກຂອງພຣະອົງ ເຊິ່ງເປັນບ່ອນທີ່ພວກເຮົາຈະມີຄວາມສຸກກັບພອນຂອງພຣະອົງ”. ພວກເຂົາຍຶດຕິດກັບແນວຄິດຂອງພວກເຂົາ, ບໍ່ເຕັມໃຈທີ່ຈະສະແຫວງຫາ ແລະ ສືບຄົ້ນຫາຫົນທາງທີ່ແທ້ຈິງ, ເຊິ່ງເປັນເຫດຜົນທີ່ພວກເຂົາຍັງບໍ່ໄດ້ຕ້ອນຮັບພຣະຜູ້ເປັນເຈົ້າ, ແຕ່ໄດ້ຕົກລົງສູ່ໄພພິບັດ. ສິ່ງນີ້ສຳເລັດຕາມພຣະທຳຂອງອົງພຣະເຢຊູເຈົ້າຢ່າງສົມບູນ: “ສຳລັບທຸກຄົນທີ່ມີກໍ່ຈະໄດ້ຮັບ ແລະ ເຂົາຈະມີຢ່າງອຸດົມສົມບູນ: ແຕ່ສຳລັບຄົນທີ່ບໍ່ມີ ແມ່ນແຕ່ສິ່ງທີ່ເຂົາມີກໍ່ຈະຖືກເອົາໄປ. ແລ້ວໂຍນເຈົ້າທີ່ເປັນຜູ້ຮັບໃຊ້ທີ່ໄຮ້ປະໂຫຍດສູ່ຄວາມມືດມົວຂ້າງນອກ: ບ່ອນທີ່ຈະມີການຮ້ອງໄຫ້ ແລະ ການກັດແຂ້ວ” (ມັດທາຍ 25:29-30). ແຕ່ມີຫຼາຍຄົນທີ່ຮັກຄວາມຈິງ ແລະ ເມື່ອພວກເຂົາໄດ້ອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພວກເຂົາກໍ່ເຫັນລິດອຳນາດ ແລະ ສິດອຳນາດຂອງພຣະທຳເຫຼົ່ານັ້ນ, ໄດ້ເຫັນວ່າພຣະທຳເຫຼົ່ານັ້ນລ້ວນແລ້ວແຕ່ເປັນຄວາມຈິງ. ພວກເຂົາຮັບຮູ້ສຽງຂອງພຣະເຈົ້າ ແລະ ບໍ່ຖືກຄວບຄຸມໂດຍແນວຄິດຂອງພວກເຂົາອີກຕໍ່ໄປ, ແຕ່ສືບຕໍ່ຄົ້ນຫາຫົນທາງທີ່ຖືກຕ້ອງ. ຄຳຖາມທຳອິດຂອງພວກເຂົາກໍ່ຄື ເປັນຫຍັງພຣະເຈົ້າຈຶ່ງຍັງຈຳເປັນຕ້ອງເຮັດພາລະກິດແຫ່ງການພິພາກສາ ເມື່ອຄວາມຜິດບາບຂອງພວກເຂົາໄດ້ຮັບການອະໄພ ແລະ ພວກເຂົາຖືກຖືວ່າຊອບທຳໂດຍພຣະເຈົ້າ ແລະ ພຣະເຈົ້າຊໍາລະລ້າງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນຜ່ານພາລະກິດນັ້ນໃນຍຸກສຸດທ້າຍແນວໃດ. ຄຳຖາມເຫຼົ່ານີ້ແມ່ນຄຳຖາມສອງຂໍ້ທີ່ສຳຄັນທີ່ສຸດ ແລະ ສັບສົນທີ່ສຸດເຊິ່ງທຸກຄົນທີ່ກຳລັງສືບຄົ້ນຫາຫົນທາງທີ່ແທ້ຈິງ ຕ້ອງໄດ້ເຂົ້າໃຈ.

ພາລະກິດແຫ່ງການພິພາກສາຂອງພຣະເຈົ້າໃນຍຸກສຸດທ້າຍຊໍາລະລ້າງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນແນວໃດ?

ໃຫ້ພວກເຮົາເລິ່ມຕົ້ນດ້ວຍ ເປັນຫຍັງພຣະເຈົ້າຈຶ່ງຕ້ອງເຮັດພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍ. ຄຳຖາມນີ້ສ້າງຄວາມສັບສົນໃຫ້ກັບຄົນທີ່ເຄັ່ງສາສະໜາຫຼາຍຄົນ. ພວກເຂົາຄິດວ່າ “ພຣະຜູ້ເປັນເຈົ້າໄດ້ໃຫ້ອະໄພຄວາມຜິດບາບຂອງພວກເຮົາແລ້ວ ແລະ ພຣະເຈົ້າບໍ່ເຫັນວ່າພວກເຮົາມີຄວາມບາບ, ສະນັ້ນ ພວກເຮົາສາມາດຖືກພາເຂົ້າສູ່ອານາຈັກຂອງພຣະອົງໂດຍກົງ ແລະ ພວກເຮົາບໍ່ຕ້ອງການການພິພາກສາຂອງພຣະເຈົ້າ”. ນີ້ຄືຄວາມຜິດພາດທີ່ໃຫຍ່ຫຼວງ. ມັນເປັນຈິງທີ່ພຣະຜູ້ເປັນເຈົ້າໄດ້ໃຫ້ອະໄພຄວາມຜິດບາບຂອງມະນຸດ, ແຕ່ການໃຫ້ອະໄພນັ້ນໝາຍຄວາມວ່າພວກເຮົາຖືກຊໍາລະລ້າງບໍ? ນັ້ນໝາຍຄວາມວ່າພວກເຮົາໄດ້ບັນລຸຄວາມອ່ອນນ້ອມຢ່າງແທ້ຈິງຕໍ່ພຣະເຈົ້າບໍ? ມັນບໍ່ໄດ້ໝາຍຄວາມວ່າແນວນັ້ນ. ພວກເຮົາທຸກຄົນໄດ້ເຫັນຂໍ້ແທ້ຈິງນີ້: ເຖິງຄວາມຜິດບາບຂອງພວກເຮົາຈະໄດ້ຮັບການອະໄພ, ຜູ້ເຊື່ອກໍ່ດຳລົງຊີວິດໃນວົງຈອນຂອງການເຮັດບາບ ແລະ ການສາລະພາບ ໂດຍບໍ່ມີການຍົກເວັ້ນ, ເຮັດບາບໃນຕອນກາງເວັນ ແລະ ຫຼັງຈາກນັ້ນກໍ່ສາລະພາບໃນຕອນກາງຄືນ, ພະຍາຍາມ ແລະ ລົ້ມເຫຼວທີ່ຈະຮັກສາພຣະບັນຍັດຂອງອົງພຣະເຢຊູເຈົ້າ, ພະຍາຍາມ ແລະ ລົ້ມເຫຼວທີ່ຈະຮັກ ແລະ ຍອມອ່ອນນ້ອມຕໍ່ພຣະຜູ້ເປັນເຈົ້າ, ຕັ້ງໃຈທີ່ຈະເຮັດດີ, ແຕ່ຍັງເວົ້າຕົວະ ແລະ ເຮັດບາບດ້ວຍຕົນເອງຢູ່, ລົ້ມເຫຼວບໍ່ວ່າພວກເຂົາຈະເຮັດວຽກໜັກສໍ່າໃດກໍ່ຕາມເພື່ອຫ້າມຕົນເອງ. ຫຼາຍຄົນຮູ້ສຶກວ່າເນື້ອໜັງເສື່ອມຊາມເກີນໄປ ແລະ ການດຳລົງຊີວິດຢູ່ໃນຄວາມຜິດບາບກໍ່ເຈັບປວດແທ້ໆ. ສະນັ້ນເປັນຫຍັງຜູ້ຄົນຈຶ່ງບໍ່ສາມາດປົດປ່ອຍຕົນເອງໃຫ້ຫຼຸດພົ້ນຈາກພັນທະນາການຂອງຄວາມຜິດບາບ? ເປັນຫຍັງພວກເຮົາຈຶ່ງບໍ່ສາມາດຫ້າມທີ່ຈະບໍ່ເຮັດບາບຊໍ້າແລ້ວຊໍ້າອີກໄດ້? ມັນເປັນເພາະທຳມະຊາດທີ່ຜິດບາບຂອງມະນຸດ ແລະ ອຸປະນິໄສຂອງຊາຕານ. ສິ່ງເຫຼົ່ານີ້ຄືຮາກຂອງຄວາມຜິດບາບ. ຖ້າບໍ່ມີການແກ້ໄຂຮາກຂອງຄວາມຜິດບາບ, ພວກເຮົາບໍ່ສາມາດເປັນອິດສະຫຼະຈາກມັນໄດ້, ແຕ່ພວກເຮົາຈະຕໍ່ຕ້ານພຣະເຈົ້າຕໍ່ໄປ, ປະນາມພຣະອົງ ແລະ ເປັນປໍລະປັກຕໍ່ພຣະອົງ. ໃຫ້ຄິດເຖິງພວກຟາຣີຊາຍ ຜູ້ທີ່ມີຄວາມເຊື່ອເປັນເວລາຫຼາຍຮຸ່ນຄົນ ແລະ ດຳເນີນການຖວາຍເຄື່ອງບູຊາແທນຄວາມຜິດບາບຢູ່ສະເໝີ. ເປັນຫຍັງເມື່ອພຣະເຈົ້າເຢໂຮວາກາຍມາເປັນເນື້ອໜັງດັ່ງອົງພຣະເຢຊູເຈົ້າ ແລະ ກ່າວຄວາມຈິງຫຼາຍຢ່າງ, ພວກເຂົາຈຶ່ງບໍ່ຮູ້ວ່າອົງພຣະເຢຊູເຈົ້າເປັນການປາກົດຕົວຂອງພຣະເຈົ້າເຢໂຮວາ, ແຕ່ປະນາມ ແລະ ຕັດສິນພຣະອົງ ແລະ ເຖິງກັບຄຶງພຣະອົງເທິງໄມ້ກາງແຂນ? ແມ່ນຫຍັງຄືບັນຫາ? ຕອນນີ້ໃນຍຸກສຸດທ້າຍ, ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ມາ ແລະ ກ່າວຄວາມຈິງ, ສະນັ້ນ ເປັນຫຍັງຄົນທີ່ເຄັ່ງສາສະໜາຫຼາຍຄົນຈຶ່ງປະຕິເສດທີ່ຈະແມ່ນແຕ່ພິຈາລະນາເບິ່ງມັນ, ແຕ່ປະນາມ ແລະ ໝິ່ນປະໝາດພຣະອົງຢ່າງບ້າປ່ວງ, ຕັດສິນທີ່ຈະຄຶງພຣະອົງເທິງໄມ້ກາງແຂນອີກຄັ້ງ? ທັງໝົດໝາຍຄວາມວ່າແນວໃດ? ມັນໄດ້ສະແດງໃຫ້ເຫັນຢ່າງຊັດເຈນວ່າ ໃນຂະນະທີ່ຄວາມຜິດບາບຂອງຜູ້ຄົນໄດ້ຮັບການອະໄພ, ພວກເຂົາຍັງຖືກປົກຄອງໂດຍທຳມະຊາດຊາຕານຂອງພວກເຂົາ ແລະ ອາດປະນາມ ແລະ ຕໍ່ຕ້ານພຣະອົງໄດ້ທຸກຊ່ວງເວລາ. ຄວາມຜິດບາບຂອງມະນຸດຊາດບໍ່ໄດ້ແມ່ນເລື່ອງການກະທຳທີ່ຜິດບາບເທົ່ານັ້ນ, ແຕ່ມັນຍັງຮ້າຍແຮງຫຼາຍຈົນພວກເຂົາຕ້ອງການຄຶງພຣະຄຣິດທີ່ກ່າວຄວາມຈິງ, ຢືນຕໍ່ຕ້ານພຣະເຈົ້າ, ຕໍ່ຕ້ານຄວາມຈິງ, ເຮັດໜ້າທີ່ ແລະ ເຮັດວຽກເພື່ອຕໍ່ຕ້ານພຣະເຈົ້າ ແລະ ກາຍມາເປັນສັດຕູຂອງພຣະອົງ. ຄົນທີ່ສົກກະປົກ ແລະ ເສື່ອມຊາມແບບນັ້ນທີ່ຕໍ່ຕ້ານພຣະເຈົ້າຈະສາມາດສົມຄວນເຂົ້າສູ່ອານາຈັກຂອງພຣະອົງໄດ້ແນວໃດ? ພຣະເຈົ້າຊອບທຳ ແລະ ບໍລິສຸດ ແລະ ອຸປະນິໄສຂອງພຣະອົງກໍ່ບໍ່ສາມາດເຮັດຜິດຕໍ່ໄດ້. ຖ້າຄົນເຫຼົ່ານັ້ນທີ່ໄດ້ຮັບການອະໄພບາບບໍ່ຖືກຊໍາລະລ້າງຜ່ານພາລະກິດແຫ່ງການພິພາກສາ, ແຕ່ສືບຕໍ່ເຮັດບາບ ແລະ ຕໍ່ຕ້ານພຣະເຈົ້າ, ພວກເຂົາຈະບໍ່ສົມຄວນເຂົ້າສູ່ອານາຈັກຂອງພຣະເຈົ້າຈັກເທື່ອ, ບໍ່ມີຂໍ້ສົງໄສກ່ຽວກັບສິ່ງນີ້. ສິ່ງນີ້ສຳເລັດຕາມພຣະທຳຂອງອົງພຣະເຢຊູເຈົ້າ: “ບໍ່ແມ່ນໝົດທຸກຄົນທີ່ໄດ້ເວົ້າກັບເຮົາວ່າ ‘ພຣະຜູ້ເປັນເຈົ້າ ພຣະຜູ້ເປັນເຈົ້າ’ ຈະໄດ້ເຂົ້າສູ່ອານາຈັກແຫ່ງສະຫວັນ, ມີພຽງແຕ່ຜູ້ທີ່ປະຕິບັດຕາມຄວາມປະສົງຂອງພຣະບິດາຂອງເຮົາຜູ້ເຊິ່ງຢູ່ໃນສະຫວັນເທົ່ານັ້ນ” (ມັດທາຍ 7:21). “ເຮົາບອກພວກເຈົ້າຕາມຄວາມຈິງວ່າ ຜູ້ໃດກໍຕາມທີ່ເຮັດບາບແມ່ນທາດຮັບໃຊ້ບາບ. ແລ້ວທາດຮັບໃຊ້ບໍ່ຢູ່ໃນເຮືອນຕະຫຼອດໄປ: ແຕ່ລູກຊາຍຈະຢູ່ໃນເຮືອນຕະຫຼອດໄປ” (ໂຢຮັນ 8:34-35). ຍັງມີເຮັບເລີ 12:14: “ຖ້າບໍ່ມີຄວາມບໍລິສຸດ, ບໍ່ມີມະນຸດຄົນໃດຈະເຫັນພຣະຜູ້ເປັນເຈົ້າ”. ນັ້ນຄືເຫດຜົນທີ່ອົງພຣະເຢຊູເຈົ້າໄດ້ກ່າວຫຼາຍຄັ້ງໃນລະຫວ່າງພາລະກິດແຫ່ງການໄຖ່ບາບຂອງພຣະອົງວ່າພຣະອົງຈະກັບມາອີກຄັ້ງ. ແລ້ວພຣະອົງຢູ່ທີ່ນີ້ເພື່ອເຮັດຫຍັງ? ມັນແມ່ນເພື່ອກ່າວຄວາມຈິງ ແລະ ປະຕິບັດພາລະກິດແຫ່ງການພິພາກສາຂອງພຣະອົງ ເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນຈາກຄວາມຜິດບາບຢ່າງສົມບູນ ແລະ ຈາກກອງກຳລັງຂອງຊາຕານ, ສະນັ້ນ ພວກເຮົາສາມາດຫັນກັບມາຫາພຣະເຈົ້າຢ່າງສົມບູນ ແລະ ກາຍມາເປັນຄົນທີ່ຍອມອ່ອນນ້ອມ ແລະ ນະມັດສະການພຣະເຈົ້າ. ຫຼັງພຣະອົງກໍ່ຈະພາພວກເຮົາເຂົ້າສູ່ຈຸດໝາຍປາຍທາງທີ່ສວຍງາມ. ດັ່ງທີ່ອົງພຣະເຢຊູເຈົ້າໄດ້ທຳນາຍວ່າ: “ເຮົາຍັງມີຫລາຍສິ່ງທີ່ຈະບອກພວກເຈົ້າ ແຕ່ໃນເວລານີ້ພວກເຈົ້າອາດຈະບໍ່ສາມາດທົນໄດ້. ເຖິງຢ່າງໃດກໍຕາມເມື່ອພຣະອົງ ຜູ້ເປັນພຣະວິນຍານແຫ່ງຄວາມຈິງ ສະເດັດມາ, ພຣະອົງຈະນຳທາງພວກເຈົ້າໄປສູ່ຄວາມຈິງທັງໝົດ” (ໂຢຮັນ 16:12-13). “ແລະ ຖ້າມະມຸດຄົນໃດໄດ້ຍິນພຣະທຳຂອງເຮົາ ແລະ ບໍ່ເຊື່ອ, ເຮົາບໍ່ພິພາກສາເຂົາ ຍ້ອນເຮົາບໍ່ໄດ້ມາເພື່ອພິພາກສາໂລກ, ແຕ່ເພື່ອຊ່ວຍໂລກໃຫ້ພົ້ນ. ຜູ້ທີ່ປະຕິເສດເຮົາ ແລະ ບໍ່ຮັບເອົາພຣະທໍາຂອງເຮົາ ກໍຈະມີສິ່ງທີ່ຕັດສິນພວກເຂົາ, ພຣະທໍາທີ່ເຮົາໄດ້ກ່າວກໍຈະຕັດສິນພວກເຂົາໃນວັນສຸດທ້າຍເຊັ່ນກັນ” (ໂຢຮັນ 12:47-48). ແລະ “ເຖິງເວລາທີ່ການຄໍາພິພາກສາເລີ້ມຕົ້ນທີ່ຄົວເຮືອນຂອງພຣະເຈົ້າ” (1 ເປໂຕ 4:17). ພວກເຮົາສາມາດເຫັນໄດ້ວ່າພຣະເຈົ້າໄດ້ວາງແຜນຕັ້ງແຕ່ດົນນານມາແລ້ວວ່າຈະປະຕິບັດພາະລກິດແຫ່ງການພິພາກສາໃນຍຸກສຸດທ້າຍ ແລະ ນີ້ແມ່ນສິ່ງທີ່ມະນຸດຊາດທີ່ເສື່ອມຊາມຈຳເປັນຕ້ອງມີເພື່ອທີ່ຈະໄດ້ຮັບຄວາມລອດພົ້ນຢ່າງສົມບູນ. ໃນຍຸກສຸດທ້າຍ, ພຣະເຈົ້າອົງຊົງລິດທານຸພາບສູງສຸດກຳລັງກ່າວຄວາມຈິງ ແລະ ເຮັດພາລະກິດແຫ່ງການພິພາກສາ ໂດຍເລີ່ມຕົ້ນຈາກເຮືອນຂອງພຣະເຈົ້າ. ພຣະອົງຄືພຣະວິນຍານແຫ່ງຄວາມຈິງທີ່ລົງມາຢູ່ທ່າມກາງມະນຸດ, ນໍາພາຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າເຂົ້າສູ່ຄວາມຈິງທັງໝົດ. ສິ່ງນີ້ແມ່ນສຳເລັດຕາມຄຳນາມຂອງອົງພຣະເຢຊູເຈົ້າຢ່າງສົມບູນ. ຕອນນີ້ ໃຫ້ພວກເຮົາອ່ານພຣະທຳບາງຂໍ້ຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ສຳລັບຄວາມຊັດເຈນເພີ່ມຂຶ້ນກ່ຽວກັບວ່າເປັນຫຍັງພຣະເຈົ້າຈຶ່ງຈຳເປັນຕ້ອງເຮັດພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍ.

ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ເຖິງແມ່ນວ່າ ພຣະເຢຊູໄດ້ປະຕິບັດພາລະກິດຫຼາຍຢ່າງໃນທ່າມກາງມະນຸດ, ພຣະອົງພຽງສໍາເລັດການໄຖ່ບາບຂອງມວນມະນຸດຊາດ ແລະ ກາຍເປັນເຄື່ອງຖວາຍບູຊາແທນຄວາມຜິດບາບຂອງມະນຸດເທົ່ານັ້ນ; ພຣະອົງບໍ່ໄດ້ກໍາຈັດອຸປະນິໄສທີ່ເສື່ອມຊາມທັງໝົດຂອງເຂົາອອກຈາກມະນຸດ. ການຊ່ວຍໃຫ້ມະນຸດລອດພົ້ນຢ່າງສົມບູນຈາກອິດທິພົນຂອງຊາຕານບໍ່ແມ່ນພຽງຕ້ອງການໃຫ້ພຣະເຢຊູກາຍເປັນເຄື່ອງຖວາຍບູຊາແທນຄວາມຜິດບາບ ແລະ ແບກຮັບຄວາມຜິດບາບຂອງມະນຸດເທົ່ານັ້ນ, ແຕ່ມັນຍັງຮຽກຮ້ອງໃຫ້ພຣະເຈົ້າປະຕິບັດພາລະກິດທີ່ຍິ່ງໃຫຍ່ຂຶ້ນເພື່ອກຳຈັດອຸປະນິໄສເສື່ອມຊາມຂອງຊາຕານຂອງເຂົາໃຫ້ອອກຈາກມະນຸດ. ດັ່ງນັ້ນ ບັດນີ້ເມື່ອມະນຸດໄດ້ຮັບການໃຫ້ອະໄພຄວາມຜິດບາບຂອງເຂົາ, ພຣະເຈົ້າຈຶ່ງໄດ້ກັບຄືນສູ່ເນື້ອໜັງ ເພື່ອນໍາພາມະນຸດໄປສູ່ຍຸກໃໝ່ ແລະ ເລີ່ມຕົ້ນພາລະກິດຂອງການຂ້ຽນຕີ ແລະ ການພິພາກສາ. ພາລະກິດນີ້ໄດ້ນໍາພາມະນຸດໄປສູ່ອານາຈັກທີ່ສູງສົ່ງຍິ່ງຂຶ້ນ. ທຸກຄົນທີ່ຍອມຢູ່ພາຍໃຕ້ອຳນາດຂອງພຣະອົງຈະໄດ້ຮັບຄວາມຈິງທີ່ສູງສົ່ງຂຶ້ນ ແລະ ໄດ້ຮັບພອນທີ່ຍິ່ງໃຫຍ່ຂຶ້ນ. ພວກເຂົາຈະດຳລົງຊີວິດຢູ່ໃນແສງສະຫວ່າງຢ່າງແທ້ຈິງ ແລະ ພວກເຂົາຈະໄດ້ຮັບເອົາຄວາມຈິງ, ຫົນທາງ ແລະ ຊີວິດ” (ຄັດຈາກບົດນໍາຂອງໜັງສືພຣະທຳປາກົດໃນຮ່າງກາຍ).

ກ່ອນທີ່ມະນຸດຈະຖືກໄຖ່ບາບ, ພິດຫຼາຍຢ່າງຂອງຊາຕານຖືກຝັງເລິກພາຍໃນໃຈຂອງເຂົາແລ້ວ ແລະ ຫຼັງຈາກເວລາຫຼາຍພັນປີທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ, ສິ່ງນັ້ນກາຍເປັນທໍາມະຊາດຢ່າງໝັ້ນຄົງຂອງມະນຸດໃນການຕໍ່ຕ້ານພຣະເຈົ້າ. ສະນັ້ນ ເມື່ອມະນຸດຖືກໄຖ່ບາບ, ມັນກໍບໍ່ຕ່າງຫຍັງຈາກການໄຖ່ບາບທີ່ມະນຸດໄດ້ຊື້ມາດ້ວຍລາຄາສູງ, ແຕ່ທຳມະຊາດທີ່ເປັນພິດຢູ່ພາຍໃນເຂົາແມ່ນບໍ່ໄດ້ຖືກກຳຈັດ. ມະນຸດທີ່ສົກກະປົກຫຼາຍຕ້ອງໄດ້ຜ່ານການປ່ຽນແປງກ່ອນພວກເຂົາຈະເໝາະສົມໃນການຮັບໃຊ້ພຣະເຈົ້າ. ດ້ວຍວິທີຂອງພາລະກິດແຫ່ງການພິພາກສາ ແລະ ການຂ້ຽນຕີນີ້, ມະນຸດຈະຮູ້ຈັກແກ່ນແທ້ທີ່ສົກກະປົກ ແລະ ເສື່ອມຊາມທີ່ຢູ່ພາຍໃນຕົວເຂົາເອງຢ່າງສົມບູນ ແລະ ເຂົາຈະສາມາດປ່ຽນແປງຢ່າງຄົບຖ້ວນ ແລະ ບໍລິສຸດຂຶ້ນ. ດ້ວຍວິທີນີ້ເທົ່ານັ້ນ ມະນຸດຈຶ່ງເໝາະສົມທີ່ຈະກັບຄືນມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ... ສຳລັບທຸກສິ່ງທີ່ເຮັດໃຫ້ມະນຸດຖືກໄຖ່ໃຫ້ພົ້ນ ແລະ ໄດ້ຮັບອະໄພຄວາມຜິດບາບ, ສາມາດພິຈາລະນາໄດ້ວ່າ ພຣະເຈົ້າບໍ່ຈົດຈໍາການລ່ວງລະເມີດຂອງມະນຸດ ແລະ ບໍ່ປະຕິບັດຕໍ່ມະນຸດຕາມການລ່ວງລະເມີດຂອງເຂົາ. ເຖິງຢ່າງໃດກໍຕາມ ເມື່ອມະນຸດທີ່ດຳລົງຊີວິດຢູ່ໃນຮ່າງກາຍຂອງເນື້ອໜັງບໍ່ໄດ້ເປັນອິດສະຫຼະຈາກຄວາມຜິດບາບ, ເຂົາກໍຈະສືບຕໍ່ສ້າງບາບ ແລະ ເປີດເຜີຍອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມຢ່າງບໍ່ມີວັນສິ້ນສຸດ. ນີ້ແມ່ນຊີວິດທີ່ມະນຸດໄດ້ດຳລົງຢູ່, ເປັນວົງຈອນຂອງການສ້າງບາບ ແລະ ໄດ້ຮັບອະໄພບາບຢ່າງບໍ່ສິ້ນສຸດ. ມະນຸດສ່ວນໃຫຍ່ສ້າງບາບໃນຕອນກາງເວັນ ແລ້ວກໍພາກັນສາລະພາບບາບໃນຕອນແລງ. ດ້ວຍເຫດນີ້, ເຖິງແມ່ນວ່າ ການຖວາຍຄວາມຜິດບາບຈະມີຜົນສຳລັບມະນຸດຕະຫຼອດໄປກໍຕາມ, ມັນກໍຈະບໍ່ສາມາດຊ່ວຍໃຫ້ມະນຸດລອດພົ້ນຈາກຄວາມຜິດບາບໄດ້. ມີພຽງແຕ່ເຄິ່ງໜຶ່ງຂອງພາລະກິດແຫ່ງຄວາມລອດພົ້ນຖືກເຮັດໃຫ້ສຳເລັດ, ຍ້ອນມະນຸດຍັງມີອຸປະນິໄສທີ່ເສື່ອມຊາມ... ມັນບໍ່ງ່າຍທີ່ມະນຸດຈະມາຮູ້ຈັກກັບຄວາມຜິດບາບຂອງເຂົາ; ເຂົາບໍ່ມີທາງຮູ້ຈັກທຳມະຊາດທີ່ຝັງແໜ້ນໃນຕົວເຂົາ ແລະ ຕ້ອງເພິ່ງພາການພິພາກສາຂອງພຣະທຳເພື່ອບັນລຸຜົນນີ້. ມີພຽງແຕ່ດ້ວຍວິທີ່ນີ້ ມະນຸດຈຶ່ງຈະຖືກປ່ຽນແປງເທື່ອລະໜ້ອຍຈາກຈຸດນີ້ເປັນຕົ້ນໄປ” (ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ).

ໃນຍຸກແຫ່ງພຣະຄຸນ, ອົງພຣະເຢຊູເຈົ້າເອງໄດ້ຖືກຄຶງເທິງໄມ້ກາງແຂນ, ກາຍມາເປັນເຄື່ອງບູຊາແທນຄວາມຜິດບາບຂອງມະນຸດຊາດ ແລະ ໄຖ່ມະນຸດຊາດຈາກຄວາມຜິດບາບ. ນັບຕັ້ງແຕ່ນັ້ນມາ, ຄວາມຜິດບາບຂອງມະນຸດກໍ່ໄດ້ຮັບການອະໄພ ແລະ ພຣະເຈົ້າບໍ່ເຫັນວ່າພວກເຮົາມີຄວາມຜິດບາບ, ສະນັ້ນ ພວກເຮົາຈຶ່ງສາມາດອະທິຖານຫາພຣະເຈົ້າໂດຍກົງ ແລະ ມາຢູ່ຕໍ່ໜ້າພຣະອົງ. ແຕ່ການທີ່ພຣະເຈົ້າບໍ່ເຫັນວ່າມະນຸດມີຄວາມຜິດບາບອີກຕໍ່ໄປ ພຽງແຕ່ໝາຍຄວາມວ່າພຣະອົງໄດ້ໃຫ້ອະໄພຄວາມຜິດບາບຂອງພວກເຮົາ, ບໍ່ແມ່ນວ່າພວກເຮົາເປັນອິດສະຫຼະຈາກຄວາມຜິດບາບ, ບໍ່ແມ່ນວ່າພວກເຮົາບໍລິສຸດຢ່າງສົມບູນ. ພວກເຮົາຍັງມີທຳມະຊາດທີ່ຜິດບາບ ແລະ ອຸປະນິໄສຂອງຊາຕານ. ພວກເຮົາຕ້ອງຜ່ານພາລະກິດແຫ່ງການພິພາກສາຂອງພຣະເຈົ້າໃນຍຸກສຸດທ້າຍ ເພື່ອວ່າຄວາມເສື່ອມຊາມຂອງພວກເຮົາຈະສາມາດຖືກຊໍາລະລ້າງ ແລະ ພວກເຮົາສາມາດໄດ້ຮັບຄວາມລອດພົ້ນຢ່າງສົມບູນ. ພາລະກິດແຫ່ງການໄຖ່ບາບຂອງພຣະເຈົ້າໃນຍຸກແຫ່ງພຣະຄຸນໄດ້ປູຫົນທາງສຳລັບພາລະກິດແຫ່ງການພິພາກສາຂອງພຣະອົງໃນຍຸກສຸດທ້າຍ. ນັ້ນກໍ່ຄື ພາລະກິດແຫ່ງການພິພາກສາຂອງພຣະອົງ ຖືກດຳເນີນການບົນພື້ນຖານຂອງພາລະກິດແຫ່ງການໄຖ່ບາບຂອງອົງພຣະເຢຊູເຈົ້າ. ພາລະກິດແຫ່ງການໄຖ່ບາບຂອງພຣະເຈົ້າ ສຳເລັດພຽງແຕ່ເຄິ່ງໜຶ່ງຂອງພາລະກິດແຫ່ງຄວາມລອດພົ້ນຂອງພຣະອົງ. ເປັນພາລະກິດແຫ່ງການພິພາກສາຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກສຸດທ້າຍທີ່ສາມາດຊໍາລະລ້າງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນຢ່າງສົມບູນ ແລະ ມັນເປັນຂັ້ນຕອນທີ່ສຳຄັນທີ່ສຸດໃນພາລະກິດແຫ່ງຄວາມລອດພົ້ນຂອງພຣະເຈົ້າ. ພວກເຮົາຈຳເປັນຕ້ອງຜະເຊີນໜ້າກັບການພິພາກສາ ແລະ ການຊໍາລະລ້າງໃນຍຸກສຸດທ້າຍ ເພື່ອທີ່ຈະໄດ້ເປັນອິດສະຫຼະຈາກຄວາມຜິດບາບ ແລະ ຖືກຊໍາລະລ້າງຢ່າງສົມບູນ ແລະ ຍອມອ່ອນນ້ອມຕໍ່ພຣະເຈົ້າຢ່າງແທ້ຈິງ ແລະ ເຮັດຕາມຄວາມປະສົງຂອງພຣະເຈົ້າເພື່ອທີ່ຈະຄູ່ຄວນກັບອານາຈັກຂອງພຣະອົງ.

ໃນຈຸດນີ້, ຂ້ອຍຄິດວ່າພວກເຮົາມີຄວາມເຂົ້າໃຈທີ່ດີຂຶ້ນກ່ຽວກັບວ່າເປັນຫຍັງພຣະເຈົ້າຈຶ່ງກຳລັງເຮັດພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍ. ບາງຄົນອາດສົງໄສວ່າພາລະກິດນີ້ຊໍາລະລ້າງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນແນວໃດ. ໃຫ້ພວກເຮົາເບິ່ງສິ່ງທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດ ເວົ້າກ່ຽວກັບສິ່ງນີ້. “ໃນຍຸກສຸດທ້າຍ ພຣະຄຣິດໃຊ້ຫຼາກຫຼາຍຄວາມຈິງເພື່ອສັ່ງສອນມະນຸດ, ເປີດໂປງແກ່ນແທ້ຂອງມະນຸດ ແລະ ວິເຄາະຄໍາເວົ້າ ແລະ ການກະທຳຂອງມະນຸດ. ພຣະທໍາເຫຼົ່ານີ້ປະກອບດ້ວຍຄວາມຈິງຫຼາຍປະການ, ເຊັ່ນ: ໜ້າທີ່ຂອງມະນຸດ, ວິທີມະນຸດຄວນເຊື່ອຟັງພຣະເຈົ້າ, ວິທີມະນຸດຄວນຈົງຮັກພັກດີຕໍ່ພຣະເຈົ້າ, ວິທີທີ່ມະນຸດຄວນສະແດງຄວາມປະພຶດຕົນແບບມະນຸດປົກກະຕິທົ່ວໄປ ພ້ອມດ້ວຍສະຕິປັນຍາ ແລະ ອຸປະນິໄສຂອງພຣະເຈົ້າ ແລະ ອື່ນໆ. ພຣະທໍາເຫຼົ່ານີ້ແມ່ນເນັ້ນໃສ່ແກ່ນແທ້ ແລະ ອຸປະນິໄສທີ່ເສື່ອມຊາມຂອງມະນຸດໂດຍກົງ. ໂດຍສະເພາະແລ້ວ ພຣະທຳທີ່ເປີດໂປງວິທີມະນຸດທີ່ປະຕິເສດພຣະເຈົ້າໃນເລື່ອງທີ່ກ່ຽວກັບວິທີທີ່ມະນຸດເປັນຮູບຮ່າງປາກົດຂອງຊາຕານ ແລະ ເປັນກໍາລັງສັດຕູທີ່ຕໍ່ຕ້ານພຣະເຈົ້າ. ໃນການປະຕິບັດພາລະກິດພິພາກສາຂອງພຣະເຈົ້າ, ພຣະອົງບໍ່ພຽງແຕ່ເຮັດໃຫ້ທໍາມະຊາດຂອງມະນຸດຊັດເຈນດ້ວຍພຣະທໍາສອງສາມຂໍ້ເທົ່ານັ້ນ; ແຕ່ພຣະອົງເປີດໂປງ, ຈັດການ ແລະ ລິຮານມັນໃນໄລຍະຍາວ. ວິທີການເປີດໂປງ, ຈັດການ ແລະ ລິຮານເຫຼົ່ານີ້ບໍ່ສາມາດທົດແທນດ້ວຍຄໍາກ່າວທໍາມະດາ ແຕ່ທົດແທນດ້ວຍຄວາມຈິງທີ່ມະນຸດບໍ່ມີແທ້ໆ. ມີພຽງວິທີການແບບນີ້ເທົ່ານັ້ນຈຶ່ງຖືກເອີ້ນວ່າເປັນການພິພາກສາ; ຜ່ານການພິພາກສາແບບນີ້ເທົ່ານັ້ນ ທີ່ຈະສາມາດເອົາຊະນະມະນຸດ ແລະ ເຮັດໃຫ້ມະນຸດຍອມອ່ອນນ້ອມຕໍ່ພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນກໍຮັບເອົາຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະອົງ. ສິ່ງທີ່ພາລະກິດແຫ່ງການພິພາກສານໍາມາ ກໍຄືຄວາມເຂົ້າໃຈຂອງມະນຸດຕໍ່ໃບໜ້າທີ່ແທ້ຈິງຂອງພຣະເຈົ້າ ແລະ ຄວາມຈິງກ່ຽວກັບການກະບົດຂອງເຂົາເອງ. ພາລະກິດແຫ່ງການພິພາກສາເຮັດໃຫ້ມະນຸດເຂົ້າໃຈຈຸດປະສົງຂອງພຣະເຈົ້າຫຼາຍຂຶ້ນ, ເຂົ້າໃຈຈຸດປະສົງຂອງພາລະກິດຂອງພຣະອົງ ແລະ ເຂົ້າໃຈເຖິງຄວາມລຶກລັບທີ່ເຂົາບໍ່ອາດສາມາດເຂົ້າໃຈໄດ້. ພາລະກິດດັ່ງກ່າວຍັງສາມາດເຮັດໃຫ້ມະນຸດຮັບຮູ້ ແລະ ຮູ້ຈັກທາດແທ້ທີ່ເສື່ອມຊາມຂອງເຂົາ ແລະ ຕົ້ນຕໍຂອງຄວາມເສື່ອມຊາມຂອງຕົນ ພ້ອມທັງຄົ້ນພົບຄວາມໜ້າລັງກຽດຂອງມະນຸດອີກດ້ວຍ. ຜົນກະທົບເຫຼົ່ານີ້ແມ່ນເກີດຂຶ້ນໂດຍພາລະກິດແຫ່ງການພິພາກສາທັງໝົດ ເພາະວ່າທາດແທ້ຂອງພາລະກິດນີ້ຄືພາລະກິດແຫ່ງການເປີດເຜີຍຄວາມເປັນຈິງ, ຫົນທາງ ແລະ ຊີວິດຂອງພຣະເຈົ້າ ໃຫ້ກັບຜູ້ທີ່ມີຄວາມສັດທາໃນພຣະອົງແທ້ໆ. ພາລະກິດນີ້ແມ່ນພາລະກິດແຫ່ງການພິພາກສາທີ່ພຣະເຈົ້າໄດ້ປະຕິບັດ” (ຄັດຈາກບົດ “ພຣະຄຣິດປະຕິບັດພາລະກິດແຫ່ງການພິພາກສາດ້ວຍຄວາມຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ).

ຜູ້ຄົນບໍ່ສາມາດປ່ຽນແປງອຸປະນິໄສຂອງພວກເຂົາເອງ; ພວກເຂົາຕ້ອງໄດ້ຜ່ານການພິພາກສາ ແລະ ການຂ້ຽນຕີ ແລະ ການທົນທຸກ ແລະ ການຫຼໍ່ຫຼອມແຫ່ງພຣະທຳຂອງພຣະເຈົ້າ ຫຼື ການຈັດການ, ການລົງວິໄນ ແລະ ການລິຮານໂດຍພຣະທຳຂອງພຣະອົງ. ເມື່ອນັ້ນ ພວກເຂົາຈຶ່ງຈະສາມາດບັນລຸຄວາມເຊື່ອຟັງ ແລະ ຄວາມຊື່ສັດຕໍ່ພຣະເຈົ້າ ແລະ ບໍ່ເຮັດພໍເປັນພິທີຕໍ່ພຣະອົງອີກຕໍ່ໄປ. ມັນແມ່ນພາຍໃຕ້ການຫຼໍ່ຫຼອມແຫ່ງພຣະທຳຂອງພຣະເຈົ້າທີ່ເຮັດໃຫ້ອຸປະນິໄສຂອງຜູ້ຄົນປ່ຽນແປງ. ຜ່ານການເປີດໂປງ, ການພິພາກສາ, ການລົງວິໄນ ແລະ ການຈັດການຈາກພຣະທຳຂອງພຣະອົງເທົ່ານັ້ນ ພວກເຂົາຈຶ່ງຈະບໍ່ກ້າປະພຶດຢ່າງໃຈຮ້ອນອີກຕໍ່ໄປ ແຕ່ກົງກັນຂ້າມ ພວກເຂົາຈະເລີ່ມໝັ້ນຄົງ ແລະ ສະຫງົບໃຈ. ຈຸດສຳຄັນທີ່ສຸດກໍຄືພວກເຂົາສາມາດຍອມຢູ່ພາຍໃຕ້ພຣະທຳໃນປັດຈຸບັນຂອງພຣະເຈົ້າ ແລະ ພາຍໃຕ້ພາລະກິດຂອງພຣະອົງ, ເຖິງແມ່ນມັນຈະບໍ່ສອດຄ່ອງກັບແນວຄິດຂອງມະນຸດ, ພວກເຂົາກໍສາມາດປະຖິ້ມແນວຄິດເຫຼົ່ານີ້ ແລະ ເຕັມໃຈທີ່ຈະຍອມຮັບ” (ຄັດຈາກບົດ “ຜູ້ຄົນທີ່ປ່ຽນແປງອຸປະນິໄສແມ່ນຄົນທີ່ໄດ້ເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ).

ພຣະເຈົ້າມີຫຼາຍວິທີທາງໃນການເຮັດໃຫ້ມະນຸດສົມບູນ. ພຣະອົງໃຊ້ສະພາບແວດລ້ອມທຸກຮູບແບບເພື່ອຈັດການກັບອຸປະນິໄສອັນເສື່ອມຊາມຂອງມະນຸດ ແລະ ໃຊ້ຫຼາກຫຼາຍສິ່ງເພື່ອເປີດເຜີຍມະນຸດ; ໃນດ້ານໜຶ່ງ ພຣະອົງຈັດການກັບມະນຸດ, ອີກດ້ານໜຶ່ງພຣະອົງເປີດໂປງມະນຸດ ແລະ ໃນອີກດ້ານໜຶ່ງພຣະອົງເປີດເຜີຍມະນຸດ, ຂຸດອອກ ແລະ ເປີດເຜີຍ ‘ຄວາມເລິກລັບຕ່າງໆ’ ໃນສ່ວນເລິກຂອງຫົວໃຈມະນຸດ ແລະ ສະແດງໃຫ້ມະນຸດເຫັນທຳມະຊາດຂອງເຂົາໂດຍການເປີດເຜີຍສະຖານະພາບຕ່າງໆຂອງເຂົາ. ພຣະເຈົ້າເຮັດໃຫ້ມະນຸດສົມບູນຜ່ານຫຼາກຫຼາຍວິທີການ, ຜ່ານການເປີດເຜີຍ, ຜ່ານການຈັດການກັບມະນຸດ, ຜ່ານການຫຼໍ່ຫຼອມມະນຸດ ແລະ ການຂ້ຽນຕີເພື່ອວ່າມະນຸດຈະໄດ້ຮູ້ຈັກວ່າພຣະເຈົ້າຄືຄວາມເປັນຈິງ” (ຄັດຈາກບົດ “ມີພຽງບັນດາຜູ້ທີ່ໃສ່ໃຈການປະຕິບັດເທົ່ານັ້ນທີ່ສາມາດຖືກເຮັດໃຫ້ສົມບູນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ).

ສິ່ງນີ້ຊ່ວຍສ່ອງແສງສະຫວ່າງບາງຢ່າງ ກ່ຽວກັບວ່າພຣະເຈົ້າເຮັດພາລະກິດແຫ່ງການພິພາກສາຂອງພຣະອົງແນວໃດ, ແມ່ນບໍ? ໃນພາລະກິດແຫ່ງການພິພາກສາຂອງພຣະເຈົ້າໃນຍຸກສຸດທ້າຍ, ພຣະອົງກຳລັງກ່າວຄວາມຈິງເປັນຫຼັກ ເພື່ອພິພາກສາ ແລະ ເປີດໂປງແກ່ນແທ້ທີ່ເສື່ອມຊາມຂອງມະນຸດ ແລະ ອຸປະນິໄສແບບຊາຕານຂອງພວກເຮົາ ເພື່ອວ່າພວກເຮົາຈະສາມາດເຫັນຄວາມຈິງໃນຄວາມເສື່ອມຊາມຂອງພວກເຮົາ, ມີຄວາມທຸກໃຈຢ່າງຈິງໃຈ, ກຽດຊັງ ແລະ ລັງກຽດພວກເຮົາເອງ, ປະຖິ້ມເນື້ອໜັງ ແລະ ນໍາພຣະທຳຂອງພຣະເຈົ້າເຂົ້າສູ່ການປະຕິບັດ ແລະ ບັນລຸການກັບໃຈ ແລະ ການປ່ຽນແປງທີ່ແທ້ຈິງ. ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ເປີດໂປງການສຳແດງອອກຂອງອຸປະນິໄສທີ່ເສື່ອມຊາມຂອງມະນຸດຢ່າງແທ້ຈິງ ເຊັ່ນ: ຄວາມອວດດີ, ຄວາມຫຼອກລວງ ແລະ ຄວາມຊົ່ວຮ້າຍ ພ້ອມທັງແຮງຈູງໃຈ ແລະ ການປົນເປື້ອນໃນຄວາມເຊື່ອຂອງພວກເຮົາ ແລະ ແມ່ນແຕ່ຄວາມຄິດ ແລະ ຄວາມຮູ້ສຶກທີ່ເລິກເຊິ່ງທີ່ສຸດ ແລະ ລີ້ລັບທີ່ສຸດຂອງພວກເຮົາ. ທຸກສິ່ງເຫຼົ່ານີ້ຖືກເປີດເຜີຍຢ່າງຫຼັກແຫຼມ. ເມື່ອໄດ້ອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ມັນຮູ້ສຶກຄືກັບວ່າພຣະເຈົ້າຢູ່ທີ່ນັ້ນກຳລັງພິພາກສາພວກເຮົາຕໍ່ໜ້າຂອງພວກເຮົາ. ພວກເຮົາເຫັນຕົວຕົນທີ່ສົກກະປົກ, ເສື່ອມຊາມ ແລະ ຂີ້ຮ້າຍຂອງພວກເຮົາເຊິ່ງຖືກເປີດເຜີຍໂດຍພຣະເຈົ້າຢ່າງລະອຽດ, ເຮັດໃຫ້ພວກເຮົາຮູ້ສຶກອັບອາຍ, ບໍ່ມີບ່ອນໃຫ້ລີ້ ແລະ ບໍ່ສົມຄວນດຳລົງຊີວິດຢູ່ຕໍ່ໜ້າພຣະເຈົ້າ. ໃນຂະນະທີ່ກຳລັງພິພາກສາມະນຸດດ້ວຍພຣະທຳຂອງພຣະອົງ, ພຣະເຈົ້າຍັງສ້າງສະຖານະການທີ່ເປັນຈິງຂຶ້ນເພື່ອເປີດໂປງພວກເຮົາ, ແລ້ວພວກເຮົາກໍ່ຖືກລິຮານ, ຖືກຈັດການ ແລະ ຖືກທົດສອບໂດຍຂໍ້ແທ້ຈິງດັ່ງກ່າວ, ເພື່ອວ່າພວກເຮົາຈະສາມາດໄຕ່ຕອງ ແລະ ຮູ້ຈັກຕົນເອງ. ເມື່ອຖືກເປີດໂປງໂດຍຄວາມເປັນຈິງ ແລະ ຫຼັງຈາກນັ້ນກໍ່ຖືກເປີດໂປງ ແລະ ພິພາກສາຜ່ານພຣະທຳຂອງພຣະເຈົ້າອີກ, ພວກເຮົາເຫັນໄດ້ຢ່າງຊັດເຈນຍິ່ງຂຶ້ນເຖິງຄວາມຂີ້ຮ້າຍຂອງການທີ່ພວກເຮົາດຳລົງຊີວິດໂດຍທຳມະຊາດແບບຊາຕານຂອງພວກເຮົາ. ພວກເຮົາເຕັມໄປດ້ວຍຄວາມເສຍໃຈ ແລະ ກຽດຊັງຕົນເອງ ແລະ ເລີ່ມມີຄວາມກັບໃຈທີ່ແທ້ຈິງເທື່ອລະໜ້ອຍ. ແລ້ວອຸປະນິໄສທີ່ເສື່ອມຊາມຂອງພວກເຮົາກໍ່ຖືກຊໍາລະລ້າງ ແລະ ຖືກປ່ຽນແປງ. ຕໍ່ໄປ, ໃຫ້ພວກເຮົາຟັງພຣະທຳບາງຂໍ້ຂອງພຣະເຈົ້າທີ່ກຳລັງເປີດໂປງອຸປະນິໄສທີ່ເສື່ອມຊາມຂອງມະນຸດ ເພື່ອຮັບແນວຄິດທີ່ຊັດເຈນຂຶ້ນກ່ຽວກັບວ່າພຣະເຈົ້າເຮັດພາລະກິດແຫ່ງການພິພາກສາຂອງພຣະອົງແນວໃດ.

ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ການກະທຳຂອງເຮົາແມ່ນຫຼາຍກວ່າຈໍານວນເມັດຊາຍທີ່ມີຢູ່ຕາມຫາດຊາຍ ແລະ ສະຕິປັນຍາຂອງເຮົາແມ່ນເໜືອກວ່າບັນດາລູກຊາຍທັງໝົດຂອງໂຊໂລໂມນ, ແຕ່ຜູ້ຄົນພຽງແຕ່ຄິດກ່ຽວກັບເຮົາຄືກັບແພດທີ່ບໍ່ມີຄວາມສໍາຄັນຫຍັງເລີຍ ແລະ ອາຈານທີ່ບໍ່ເປັນທີ່ຮັບຮູ້ຂອງມະນຸດ. ມີຈັກຄົນທີ່ເຊື່ອໃນເຮົາພຽງແຕ່ເພື່ອໃຫ້ເຮົາຮັກສາພວກເຂົາ? ມີຈັກຄົນທີ່ເຊື່ອໃນເຮົາພຽງແຕ່ເພື່ອໃຫ້ເຮົາໃຊ້ພະລັງຂອງເຮົາຂັບໄລ່ວິນຍານທີ່ບໍ່ສະອາດອອກຈາກຮ່າງກາຍຂອງພວກເຂົາ? ມີຈັກຄົນທີ່ເຊື່ອໃນເຮົາພຽງເພື່ອໄດ້ຮັບຄວາມສະຫງົບ ແລະ ຄວາມສຸກຈາກເຮົາ? ມີຈັກຄົນທີ່ເຊື່ອໃນເຮົາພຽງແຕ່ເພື່ອຕ້ອງການຄວາມຮັ່ງມີທາງວັດຖຸຈາກເຮົາຍິ່ງຂຶ້ນ? ມີຈັກຄົນທີ່ເຊື່ອໃນເຮົາພຽງແຕ່ເພື່ອໃຊ້ຊີວິດນີ້ຢ່າງສະຫງົບສຸກ ແລະ ເພື່ອຈະໄດ້ປອດໄພ ແລະ ຢູ່ລອດ ໃນໂລກທີ່ຈະມາເຖິງ? ມີຈັກຄົນທີ່ເຊື່ອໃນເຮົາເພື່ອຫຼີກເວັ້ນຄວາມທຸກທໍລະມານແຫ່ງນະຮົກ ແລະ ເພື່ອໄດ້ຮັບພອນແຫ່ງສະຫວັນ? ມີຈັກຄົນທີ່ເຊື່ອໃນເຮົາພຽງແຕ່ເພື່ອຄວາມສະດວກສະບາຍຊົ່ວຄາວ ແຕ່ບໍ່ສະແຫວງຫາທີ່ຈະໄດ້ຮັບສິ່ງໃດໆໃນໂລກທີ່ຈະມາເຖິງ? ໃນເວລາທີ່ເຮົານຳຄວາມໂກດຮ້າຍຂອງເຮົາລົງມາສູ່ມະນຸດ ແລະ ຍຶດເອົາຄວາມສຸກ ແລະ ຄວາມສະຫງົບສຸກທັງໝົດທີ່ຄັ້ງໜຶ່ງເຂົາເຄີຍມີ, ມະນຸດກໍຈະເກີດມີຄວາມສົງໄສ. ເມື່ອເຮົາມອບຄວາມທຸກທໍລະມານແຫ່ງນະຮົກໃຫ້ກັບມະນຸດ ແລະ ໄດ້ຮຽກກັບຄືນພອນແຫ່ງສະຫວັນ, ຄວາມອັບອາຍຂອງມະນຸດກໍຈະກາຍເປັນຄວາມໂກດແຄ້ນ. ເມື່ອມະນຸດ ຮ້ອງຂໍໃຫ້ເຮົາປິ່ນປົວເຂົາ, ເຮົາແມ່ນບໍ່ໄດ້ເອົາໃຈໃສ່ເຂົາ ແລະ ຮູ້ສຶກກຽດຊັງຕໍ່ເຂົາ; ມະນຸດກໍໜີອອກຈາກເຮົາໄປສະແຫວງຫາວິທີການແຫ່ງການແພດສາດ ແລະ ເວດມົນທີ່ຊົ່ວຮ້າຍ. ໃນເວລາທີ່ເຮົາເອົາທຸກສິ່ງທຸກຢ່າງທີ່ມະນຸດຕ້ອງການຈາກເຮົາໄປ, ທຸກຄົນກໍຫາຍໄປໂດຍບໍ່ມີຮ່ອງຮອຍ. ສະນັ້ນ, ເຮົາຈຶ່ງເວົ້າວ່າ ມະນຸດມີຄວາມສັດທາໃນເຮົາ ເພາະວ່າເຮົາໃຫ້ຄວາມກະລຸນາຫຼາຍເກີນໄປ ແລະ ມີສິ່ງທີ່ຈະໄດ້ຮັບຫລາຍເກີນໄປ” (ຄັດຈາກບົດ “ເຈົ້າຮູ້ຫຍັງແດ່ກ່ຽວກັບຄວາມສັດທາ?” ໃນໜັງສືພຣະທໍາປາກົດໃນຮ່າງກາຍ).

ຫຼາຍຄົນທີ່ຕິດຕາມພຣະເຈົ້າພຽງສົນໃຈໃນວິທີການຮັບພອນ ຫຼື ກຳຈັດໄພພິບັດ. ທັນທີທີ່ກ່າວເຖິງພາລະກິດ ແລະ ການຄຸ້ມຄອງຂອງພຣະເຈົ້າ, ພວກເຂົາພາກັນມິດງຽບ ແລະ ບໍ່ສົນໃຈຫຍັງທັງໝົດ. ພວກເຂົາຄິດວ່າ ການເຂົ້າໃຈບັນຫາທີ່ໜ້າເບື່ອດັ່ງກ່າວຈະບໍ່ຊ່ວຍໃຫ້ຊີວິດຂອງພວກເຂົາຈະເລີນເຕີບໂຕຂຶ້ນ ຫຼື ມີຜົນປະໂຫຍດຫຍັງ. ດ້ວຍເຫດນັ້ນ ເຖິງແມ່ນວ່າ ພວກເຂົາໄດ້ຍິນກ່ຽວກັບການຄຸ້ມຄອງຂອງພຣະເຈົ້າ, ພວກເຂົາກໍສົນໃຈມັນພຽງໜ້ອຍດຽວ. ພວກເຂົາບໍ່ເຫັນວ່າມັນເປັນສິ່ງທີ່ມີຄຸນຄ່າທີ່ຈະຮັບເອົາ ແຮງໄກທີ່ພວກເຂົາຈະຮັບເອົາມັນໃຫ້ກາຍເປັນສ່ວນໜຶ່ງໃນຊີວິດຂອງພວກເຂົາ. ຜູ້ຄົນດັ່ງກ່າວມີພຽງຈຸດປະສົງໜຶ່ງດຽວໃນການຕິດຕາມພຣະເຈົ້າ ແລະ ຈຸດປະສົງນັ້ນກໍຄືການຮັບພອນ. ຜູ້ຄົນດັ່ງກ່າວບໍ່ສາມາດໃສ່ໃຈກັບສິ່ງອື່ນໃດທີ່ບໍ່ພົວພັນກັບຈຸດປະສົງນີ້ໂດຍກົງ. ສໍາລັບພວກເຂົາແລ້ວ, ບໍ່ມີເປົ້າໝາຍໃດທີ່ຖືກຕ້ອງເກີນກວ່າການເຊື່ອໃນພຣະເຈົ້າເພື່ອການຮັບພອນ, ມັນເປັນຄຸນຄ່າທີ່ແທ້ຈິງແຫ່ງຄວາມເຊື່ອຂອງພວກເຂົາ. ຖ້າມີສິ່ງໃດໜຶ່ງບໍ່ໄດ້ປະກອບສ່ວນໃນເປົ້າໝາຍນີ້, ພວກເຂົາກໍຈະບໍ່ໄດ້ຮັບການດົນບັນດານຈາກມັນທັງສິ້ນ. ນີ້ຄືກໍລະນີຂອງຄົນສ່ວນໃຫຍ່ທີ່ເຊື່ອໃນພຣະເຈົ້າໃນປັດຈຸບັນ. ເປົ້າໝາຍ ແລະ ເຈດຕະນາຂອງພວກເຂົາເບິ່ງຄືວ່າຖືກຕ້ອງ ຍ້ອນວ່າໃນຂະນະທີ່ພວກເຂົາເຊື່ອໃນພຣະເຈົ້າ ພວກເຂົາຍັງເສຍສະຫຼະເພື່ອພຣະເຈົ້າ, ອຸທິດຕົນຕໍ່ພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງພວກເຂົາ. ພວກເຂົາຍອມສະລະຄວາມໜຸ່ມຂອງພວກເຂົາ, ປະຖິ້ມຄອບຄົວ ແລະ ອາຊີບ ແລະ ເຖິງກັບໃຊ້ເວລາຫຼາຍປີອອກຈາກເຮືອນເພື່ອເຮັດໃຫ້ຕົນເອງຫຍຸ້ງ. ເພື່ອເຫັນແກ່ເປົ້າໝາຍອັນສູງສຸດຂອງພວກເຂົາ, ພວກເຂົາປ່ຽນຄວາມສົນໃຈຂອງພວກເຂົາເອງ, ມຸມມອງກ່ຽວກັບຊີວິດຂອງພວກເຂົາ ແລະ ເຖິງກັບປ່ຽນທິດທາງທີ່ພວກເຂົາສະແຫວງຫາ; ແຕ່ເຖິງຢ່າງໃດກໍຕາມ ພວກເຂົາກໍບໍ່ສາມາດປ່ຽນແປງຈຸດປະສົງແຫ່ງຄວາມເຊື່ອຂອງພວກເຂົາໃນພຣະເຈົ້າໄດ້. ພວກເຂົາວຸ້ນວາຍຫາການຄຸ້ມຄອງອຸດົມຄະຕິຂອງພວກເຂົາເອງ; ບໍ່ວ່າຫົນທາງຈະຍາວໄກພຽງໃດ ແລະ ບໍ່ວ່າລະຫວ່າງທາງຈະມີຄວາມລໍາບາກ ແລະ ອຸປະສັກຫຼາຍພຽງໃດກໍຕາມ ພວກເຂົາກໍບໍ່ຍອມຖອຍ ແລະ ບໍ່ຢ້ານຄວາມຕາຍ. ອໍານາດຫຍັງທີ່ເຮັດໃຫ້ພວກເຂົາສືບຕໍ່ອຸທິດຕົນໃນລັກສະນະນີ້? ມັນແມ່ນຄວາມສໍານຶກຂອງພວກເຂົາບໍ? ມັນແມ່ນລັກສະນະທີ່ຍິ່ງໃຫຍ່ ແລະ ສູງສົ່ງຂອງພວກເຂົາບໍ? ມັນແມ່ນຄວາມຕັ້ງໃຈເພື່ອຕໍ່ສູ້ກັບກອງກຳລັງຊົ່ວຮ້າຍຈົນເຖິງທີ່ສຸດບໍ? ມັນແມ່ນຄວາມສັດທາຂອງພວກເຂົາທີ່ຈະເປັນພະຍານໃຫ້ກັບພຣະເຈົ້າໂດຍບໍ່ຫວັງຜົນຕອບແທນບໍ? ມັນແມ່ນຄວາມຊື່ສັດຂອງພວກເຂົາທີ່ຈະເຕັມໃຈສະຫຼະທຸກສິ່ງເພື່ອບັນລຸຄວາມປະສົງຂອງພຣະເຈົ້າບໍ? ຫຼື ມັນແມ່ນຈິດວິນຍານແຫ່ງການອຸທິດຕົນ ທີ່ຍອມປະຖິ້ມຄວາມຕ້ອງການສ່ວນຕົວທີ່ເກີນຂອບເຂດບໍ? ສໍາລັບຜູ້ຄົນທີ່ບໍ່ເຄີຍເຂົ້າໃຈພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າທີ່ມອບຢ່າງຫຼວງຫຼາຍຂະໜາດນັ້ນ ກໍຖືວ່າເປັນສິ່ງມະຫັດສະຈັນ ໄດ້ຂ້ອນຂ້າງງ່າຍ! ສໍາລັບຊ່ວງເວລານີ້, ໃຫ້ພວກເຮົາບໍ່ສົນທະນາກັນກ່ຽວກັບວິທີທີ່ຜູ້ຄົນເຫຼົ່ານີ້ໄດ້ມອບ. ເຖິງຢ່າງໃດກໍຕາມ, ພຶດຕິກໍາຂອງພວກເຂົາແມ່ນສົມຄວນເປັນຢ່າງສູງແກ່ການວິເຄາະຂອງພວກເຮົາ. ນອກຈາກຜົນປະໂຫຍດທີ່ກ່ຽວພັນກັບພວກເຂົາຢ່າງໃກ້ຊິດແລ້ວ, ຍັງຈະມີເຫດຜົນໃດອີກທີ່ຜູ້ຄົນທີ່ບໍ່ເຄີຍເຂົ້າໃຈພຣະເຈົ້າ ຈະມອບໃຫ້ແກ່ພຣະອົງຫຼາຍຂະໜາດນັ້ນ? ໃນນີ້ ພວກເຮົາກໍຄົ້ນພົບບັນຫາທີ່ບໍ່ໄດ້ລະບຸມາກ່ອນ: ຄວາມສໍາພັນຂອງມະນຸດກັບພຣະເຈົ້າເປັນພຽງຜົນປະໂຫຍດສ່ວນຕົວທົ່ວໆໄປເທົ່ານັ້ນ. ມັນເປັນຄວາມສໍາພັນລະຫວ່າງຜູ້ຮັບ ແລະ ຜູ້ໃຫ້ພອນ. ເວົ້າງ່າຍໆກໍຄື ມັນຄ້າຍຄືຄວາມສໍາພັນລະຫວ່າງພະນັກງານ ແລະ ນາຍຈ້າງ. ພະນັກງານເຮັດວຽກເພື່ອໄດ້ຮັບລາງວັນທີ່ນາຍຈ້າງປະທານໃຫ້. ບໍ່ມີຄວາມຮັກໄຄ່ໃນຄວາມສຳພັນດັ່ງກ່າວ, ມີພຽງແຕ່ການຕິດຕໍ່ທາງທຸລະກິດ. ບໍ່ມີການຮັກ ຫຼື ການບໍ່ຖືກຮັກ, ມີພຽງການກຸສົນ ແລະ ຄວາມເມດຕາ. ບໍ່ມີຄວາມເຂົ້າໃຈ, ມີແຕ່ຄວາມໂກດແຄ້ນທີ່ຖືກປາບປາມ ແລະ ການຫຼອກລວງເທົ່ານັ້ນ. ບໍ່ມີຄວາມສະໜິດສະໜົມ, ມີແຕ່ອ່າວທະເລທີ່ບໍ່ສາມາດຂ້າມຜ່ານໄດ້. ບັດນີ້ເມື່ອສິ່ງຕ່າງໆໄດ້ມາເຖິງຈຸດນີ້ແລ້ວ, ຜູ້ໃດຈະສາມາດປີ້ນກັບເສັ້ນທາງດັ່ງກ່າວໄດ້? ແລ້ວມີຈັກຄົນທີ່ສາມາດເຂົ້າໃຈວ່າ ຄວາມສໍາພັນແບບນີ້ໄດ້ຊົ່ວຮ້າຍຫຼາຍສໍ່າໃດ? ເຮົາເຊື່ອວ່າເມື່ອຜູ້ຄົນເຮັດໃຫ້ຕົນເອງຈົມປັກຢູ່ກັບຄວາມສຸກໃນການຮັບພອນ, ບໍ່ມີໃຜສາມາດຈິນຕະນາການໄດ້ວ່າ ຄວາມສຳພັນດັ່ງກ່າວກັບພຣະເຈົ້າເປັນຕາອັບອາຍ ແລະ ເປັນຕາລັງກຽດພຽງໃດ” (ຄັດຈາກບົດ “ມະນຸດພຽງແຕ່ສາມາດໄດ້ຮັບຄວາມລອດພົ້ນທ່າມກາງການຄຸ້ມຄອງຂອງພຣະເຈົ້າເທົ່ານັ້ນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ).

ມັນຈະເປັນການດີທີ່ສຸດສຳລັບພວກເຈົ້າໃນການອຸທິດຄວາມພະຍາຍາມຫຼາຍກວ່ານີ້ຕໍ່ກັບຄວາມຈິງໃນການຮູ້ຈັກຕົນເອງ. ເປັນຫຍັງພວກເຈົ້າຈິ່ງບໍ່ໄດ້ຮັບຄວາມກະລຸນາຈາກພຣະເຈົ້າ? ເປັນຫຍັງນິໄສຂອງພວກເຈົ້າຈິ່ງເປັນໜ້າລັງກຽດຕໍ່ພຣະອົງ? ເປັນຫຍັງຄຳເວົ້າຂອງພວກເຈົ້າຈິ່ງເຮັດໃຫ້ພຣະອົງກຽດຊັງ? ທັນທີທີ່ພວກເຈົ້າໄດ້ສະແດງຄວາມຈົງຮັກພັກດີພຽງເລັກນ້ອຍ, ພວກເຈົ້າກໍຮ້ອງເພງສັນລະເສີນຕົນເອງ ແລະ ພວກເຈົ້າຮຽກຮ້ອງຂໍລາງວັນຈາກການປະກອບສ່ວນພຽງເລັກນ້ອຍ; ພວກເຈົ້າດູຖູກຄົນອື່ນໃນເວລາທີ່ພວກເຈົ້າສະແດງຄວາມເຊື່ອພຽງເລັກນ້ອຍ ແລະ ກາຍເປັນການດູໝິ່ນພຣະເຈົ້າຫຼັງຈາກໄດ້ສໍາເລັດໜ້າທີ່ພຽງເລັກນ້ອຍ. ເພື່ອຮັບເອົາພຣະເຈົ້າ, ເຈົ້າຮ້ອງຂໍເອົາເງິນ, ຂອງຂວັນ ແລະ ຄຳຍ້ອງຍໍ. ມັນເຮັດໃຫ້ເຈົ້າໜັກໃຈໃນການໃຫ້ໜຶ່ງ ຫຼື ສອງຫຼຽນ; ໃນເວລາທີ່ເຈົ້າໃຫ້ສິບຫຼຽນ, ເຈົ້າປາດຖະໜາຢາກໄດ້ພອນມະຫາສານ ແລະ ໄດ້ຮັບການປະຕິບັດຕໍ່ຢ່າງພິເສດ. ຄວາມເປັນມະນຸດແບບນີ້ຂອງພວກເຈົ້າແມ່ນເປັນໜ້າລັງກຽດທີ່ສຸດທີ່ຈະເວົ້າເຖິງ ຫຼື ຮັບຟັງ. ມີອັນໃດທີ່ສົມຄວນໄດ້ຮັບການສັນລະເສີນໃນຄຳເວົ້າ ແລະ ການກະທຳຂອງພວກເຈົ້າແດ່? ຜູ້ທີ່ເຮັດໜ້າທີ່ຂອງພວກເຂົາ ແລະ ຜູ້ທີ່ບໍ່ເຮັດ; ຜູ້ທີ່ນຳພາ ແລະ ຜູ້ທີ່ປະຕິບັດຕາມ; ຜູ້ທີ່ຮັບເອົາພຣະເຈົ້າ ແລະ ຜູ້ທີ່ບໍ່ຍອມຮັບ; ຜູ້ທີ່ບໍລິຈາກ ແລະ ຜູ້ທີ່ບໍ່ເຮັດ; ຜູ້ທີ່ສອນພຣະທໍາ ແລະ ຜູ້ທີ່ຮັບເອົາພຣະທໍາ ແລະ ອື່ນໆ: ທັງໝົດນີ້ແມ່ນມະນຸດສັນລະເສີນຕົນເອງ. ພວກເຈົ້າບໍ່ເຫັນສິ່ງທັງໝົດນີ້ເປັນຕາຢາກຫົວບໍ? ຮູ້ດີຢູ່ແລ້ວວ່າເຈົ້າເຊື່ອໃນພຣະເຈົ້າ ແຕ່ເຈົ້າບໍ່ສາມາດເຂົ້າກັບພຣະເຈົ້າໄດ້. ຮູ້ດີຢູ່ແລ້ວວ່າ ພວກເຈົ້າແມ່ນບໍ່ມີກຸສົນຫຍັງທັງສິ້ນ ແຕ່ເຈົ້າກໍຍັງຢາກໂອ້ອວດ. ພວກເຈົ້າບໍ່ຮູ້ສຶກເລີຍບໍວ່າ ຄວາມສໍານຶກຂອງພວກເຈົ້ານັ້ນເສື່ອມໂຊມເຖິງຈຸດທີ່ເຈົ້າບໍ່ສາມາດຄວບຄຸມຕົນເອງໄດ້ແລ້ວ? ດ້ວຍຄວາມສໍານຶກແບບນີ້, ເຈົ້າເໝາະສົມທີ່ຈະພົວພັນກັບພຣະເຈົ້າຢູ່ບໍ? ພວກເຈົ້າບໍ່ກັງວົນໃຈເລີຍບໍ? ນິໄສຂອງເຈົ້າໄດ້ເສື່ອມໂຊມເຖິງຈຸດທີ່ເຈົ້າບໍ່ສາມາດເຂົ້າກັບພຣະເຈົ້າໄດ້ແລ້ວ. ຖ້າເປັນເຊັ່ນນັ້ນ, ຄວາມເຊື່ອຂອງພວກເຈົ້າແມ່ນບໍ່ມີຄຸນຄ່າຫຍັງໝົດ ແມ່ນບໍ່? ແລະ ສັດທາຂອງພວກເຈົ້າແມ່ນຜິດປົກກະຕິ ແມ່ນບໍ? ແລ້ວເຈົ້າຈະຈັດການກັບອະນາຄົດຂອງເຈົ້າແນວໃດ? ເຈົ້າຈະເລືອກເສັ້ນທາງທີ່ເຈົ້າຈະເດີນຕໍ່ໄປດ້ວຍວິທີໃດ?” (ຄັດຈາກບົດ “ຜູ້ທີ່ບໍ່ສາມາດເຂົ້າກັບພຣະຄຣິດເປັນປໍລະປັກກັບພຣະເຈົ້າຢ່າງແນ່ນອນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ).

ຫຼັງຈາກຫຼາຍພັນປີຂອງຄວາມເສື່ອມຊາມ, ມະນຸດໄດ້ຕາຍດ້ານ ແລະ ໂງ່ຈ້າ; ພວກເຂົາໄດ້ກາຍເປັນຜີສາດທີ່ຕໍ່ຕ້ານພຣະເຈົ້າ ເຖິງຂັ້ນທີ່ວ່າ ການຕໍ່ຕ້ານຂອງມະນຸດທີ່ມີຕໍ່ພຣະເຈົ້າຖືກບັນທຶກໄວ້ໃນໜັງສືແຫ່ງປະຫວັດສາດ ແລະ ແມ່ນແຕ່ມະນຸດເອງກໍບໍ່ສາມາດອະທິບາຍໄດ້ເຖິງພຶດຕິກໍາການຕໍ່ຕ້ານຂອງຕົນ ເນື່ອງຈາກວ່າ ມະນຸດໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງໜັກ ແລະ ຖືກຊາຕານນໍາພາໄປໃນທາງທີ່ຜິດຈົນບໍ່ຮູ້ວ່າຈະຫັນໄປທາງໃດດີ. ແມ່ນແຕ່ທຸກມື້ນີ້, ມະນຸດຍັງຄົງທໍລະຍົດຕໍ່ພຣະເຈົ້າ: ເມື່ອມະນຸດແນມເຫັນພຣະເຈົ້າ, ເຂົາກໍທໍລະຍົດຕໍ່ພຣະອົງ ແລະ ເມື່ອເຂົາບໍ່ສາມາດແນມເຫັນພຣະເຈົ້າ, ເຂົາກໍຍັງຄົງທໍລະຍົດຕໍ່ພຣະອົງ. ແລ້ວຍັງມີຜູ້ຄົນ ເຖິງວ່າໄດ້ເຫັນເຖິງການສາບແຊ່ງຂອງພຣະເຈົ້າ ແລະ ຄວາມໂກດຮ້າຍຂອງພຣະອົງ ແຕ່ກໍຍັງທໍລະຍົດຕໍ່ພຣະອົງ. ດ້ວຍເຫດນັ້ນ, ເຮົາຈຶ່ງກ່າວວ່າ ຄວາມຮູ້ຂອງມະນຸດແມ່ນໄດ້ສູນເສຍໜ້າທີ່ດັ່ງເດີມຂອງມັນໄປແລ້ວ ແລະ ລວມທັງສາມັນສໍານຶກຂອງມະນຸດກໍໄດ້ສູນເສຍໜ້າທີ່ດັ່ງເດີນຂອງມັນເຊັ່ນກັນ. ມະນຸດທີ່ເຮົາແນມເບິ່ງແມ່ນສັດເດຍລະສານທີ່ແຕ່ງກາຍເປັນຄົນ, ເຂົາເປັນງູທີ່ມີພິດຮ້າຍ ແລະ ບໍ່ວ່າເຂົາຈະພະຍາຍາມກະທໍາຕົວໃຫ້ໜ້າສົງສານພຽງໃດໃນສາຍຕາຂອງເຮົາກໍຕາມ, ເຮົາກໍຈະບໍ່ມີວັນເມດຕາເຂົາ ເນື່ອງຈາກວ່າ ມະນຸດບໍ່ເຂົ້າໃຈຄວາມແຕກຕ່າງ ລະຫວ່າງ ສີດໍາ ແລະ ສີຂາວ ຫຼື ຄວາມແຕກຕ່າງ ລະຫວ່າງ ຄວາມຈິງ ແລະ ຄວາມເທັດ. ຄວາມຮູ້ສຶກຂອງມະນຸດແມ່ນດ້ານຊາຫຼາຍ, ແຕ່ເຖິງຢ່າງນັ້ນ ເຂົາກໍຍັງປາດຖະໜາທີ່ຈະໄດ້ຮັບພອນ; ຄວາມເປັນມະນຸດຂອງເຂົາຕໍ່າຊ້າ ແຕ່ເຖິງຢ່າງນັ້ນ ເຂົາກໍຍັງປາດຖະໜາທີ່ຈະໄດ້ຄອບຄອງອໍານາດຂອງກະສັດ. ການມີຄວາມຮູ້ສຶກແບບນັ້ນເຂົາຈະເປັນກະສັດຂອງໃຜໄດ້? ຜູ້ທີ່ມີຄວາມເປັນມະນຸດແບບນັ້ນຈະນັ່ງເທິງບັນລັງໄດ້ແນວໃດ? ມະນຸດແມ່ນບໍ່ຮູ້ຈັກອາຍແທ້ໆ! ເຂົາເປັນຄົນອວດດີທີ່ໜ້າເວດທະນາທີ່ສຸດ! ສໍາລັບພວກເຈົ້າທີ່ປາດຖະໜາຢາກໄດ້ຮັບພອນ, ເຮົາຂໍແນະນໍາວ່າ ກ່ອນອື່ນໝົດ ໃຫ້ພວກເຈົ້າຊອກຫາແວ່ນ ແລະ ແຍງເບິ່ງຄວາມຂີ້ຮ້າຍຂອງພວກເຈົ້າເອງກ່ອນ. ເຈົ້າມີສິ່ງທີ່ເຮັດໃຫ້ເປັນກະສັດໄດ້ບໍ? ເຈົ້າມີໜ້າຕາຂອງຄົນທີ່ສາມາດໄດ້ຮັບພອນບໍ? ບໍ່ໄດ້ມີການປ່ຽນແປງແມ່ນແຕ່ໜ້ອຍດຽວໃນນິໄສຂອງເຈົ້າ ແລະ ເຈົ້າບໍ່ໄດ້ນໍາຄວາມຈິງໃດໆໄປປະຕິບັດ ແຕ່ເຖິງຢ່າງນັ້ນ ເຈົ້າກໍຍັງປາດຖະໜາເຖິງອະນາຄົດທີ່ສວຍງາມ. ເຈົ້າກໍາລັງຫຼອກລວງຕົນເອງ!” (ຄັດຈາກບົດ “ການບໍ່ປ່ຽນແປງອຸປະນິໄສຄືການເປັນປໍລະປັກຕໍ່ພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ).

ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດເກີດຂຶ້ນຈິງຫຼາຍ ແລະ ພຣະທຳທຸກຂໍ້ແມ່ນເປັນຈິງຫຼາຍ, ເປີດເຜີຍຄວາມປົນເປື້ອນ ແລະ ແຮງຈູງໃຈທີ່ຊົ່ວຮ້າຍໃນຄວາມເຊື່ອຂອງພວກເຮົາ ພ້ອມທັງທຳມະຊາດທີ່ຕໍ່ຕ້ານພຣະເຈົ້າຂອງພວກເຮົາ. ພວກເຮົາມັກເຄີຍຄິດວ່າພວກເຮົາສາມາດເສຍສະລະ, ທົນທຸກ ແລະ ຈ່າຍລາຄາສຳລັບພຣະເຈົ້າຢູ່ສະເໝີ, ເຊິ່ງໝາຍຄວາມວ່າພວກເຮົາເຫຼື້ອມໃສ ແລະ ເຊື່ອຟັງ ແລະ ສາມາດຮັບເອົາການຮອງຮັບຂອງພຣະເຈົ້າ. ແຕ່ຜ່ານການພິພາກສາຈາກພຣະທຳຂອງພຣະເຈົ້າ, ພວກເຮົາໄດ້ໄຕ່ຕອງ ແລະ ຮູ້ຈັກຕົນເອງ ແລະ ເຫັນວ່າການເສຍສະລະຂອງພວກເຮົາລ້ວນແລ້ວແຕ່ມີມົນທິນ ແລະ ພຽງແຕ່ເພື່ອໄດ້ຮັບພອນ. ເມື່ອພຣະເຈົ້າອວຍພອນພວກເຮົາດ້ວຍຊີວິດທີ່ສະຫງົບສຸກ, ພວກເຮົາກໍ່ຍອມອ່ອນນ້ອມຕໍ່ພຣະອົງ ແລະ ເຮັດວຽກສຳລັບພຣະອົງ, ແຕ່ເມື່ອຄວາມເຈັບປວດ ແລະ ໄພພິບັດໄດ້ໂຈມຕີ, ພວກເຮົາກໍ່ເຂົ້າໃຈພຣະເຈົ້າຜິດ ແລະ ໂທດພຣະອົງທີ່ບໍ່ປົກປ້ອງພວກເຮົາ ແລະ ອາດເຖິງກັບຢຸດເຮັດວຽກສຳລັບພຣະອົງ. ແລ້ວພວກເຮົາເຫັນວ່າຄວາມເຊື່ອ ແລະ ການເສຍສະລະຂອງພວກເຮົາແມ່ນລ້ວນແລ້ວແຕ່ເພື່ອທຸລະກຳ, ເພື່ອນາບຂູ່ຄວາມກະລຸນາ ແລະ ພອນຈາກພຣະເຈົ້າ. ນີ້ແມ່ນການສໍ້ໂກງ ແລະ ການໃຊ້ພຣະເຈົ້າ. ມັນຊ່າງເປັນການເຫັນແກ່ຕົວ ແລະ ມີເລ່ຫຼ່ຽມຫຼາຍ! ເມື່ອພວກເຮົາຂາດຄວາມສຳນຶກ ແລະ ເຫດຜົນຢ່າງສົມບູນ, ບໍ່ສົມຄວນແມ່ນແຕ່ທີ່ຈະຖືກເອີ້ນວ່າມະນຸດຊ້ຳ. ຊ່າງສົກກະປົກ ແລະ ເສື່ອມຊາມຫຼາຍ, ພວກເຮົາຍັງຄິດວ່າພວກເຮົາມີສິດທີ່ຈະໄດ້ຮັບພອນ ແລະ ເຂົ້າສູ່ອານາຈັກຂອງພຣະເຈົ້າ. ມັນຊ່າງໄຮ້ຢາງອາຍ ແລະ ປາສະຈາກເຫດຜົນ. ພຣະທຳແຫ່ງການພິພາກສາ ແລະ ການເປີດເຜີຍຂອງພຣະເຈົ້າ ໄດ້ສະແດງໃຫ້ພວກເຮົາເຫັນເຖິງອຸປະນິໄສທີ່ຊອບທຳ ແລະ ບໍລິສຸດຂອງພຣະອົງເຊິ່ງບໍ່ສາມາດເຮັດຜິດຕໍ່ໄດ້ ແລະ ສິ່ງທີ່ພຣະເຈົ້າຮຽກຮ້ອງຈາກພວກເຮົາກໍ່ເປັນຄວາມຈິງໃຈ ແລະ ຄວາມອຸທິດຕົນຂອງພວກເຮົາ. ການມີຄວາມເຊື່ອ ແລະ ການເຮັດໜ້າທີ່ດ້ວຍແຮງຈູງໃຈ ແລະ ມົນທິນດັ່ງກ່າວ ຄືການສໍ້ໂກງ ແລະ ການຕໍ່ຕ້ານພຣະເຈົ້າ ແລະ ມັນເປັນຕາລັງກຽດ ແລະ ເປັນຕາຂີ້ດຽດສຳລັບພຣະອົງ. ພຣະເຈົ້າບໍ່ຮັບຮູ້ຄວາມເຊື່ອປະເພດ. ຜ່ານການພິພາກສາຈາກພຣະທຳຂອງພຣະເຈົ້າ ແລະ ການຖືກຈັດການ ແລະ ຖືກທົດສອບຫຼາຍຄັ້ງ, ພວກເຮົາສາມາດເຫັນຄວາມຈິງໃນຄວາມເສື່ອມຊາມຂອງພວກເຮົາໃນທີ່ສຸດ, ກຽດຊັງພວກເຮົາເອງຢ່າງແທ້ຈິງ ແລະ ຮູ້ສຶກເສຍໃຈ ແລະ ກົ້ມຕົນເອງລົງຕໍ່ໜ້າພຣະເຈົ້າເພື່ອກັບໃຈ. ພວກເຮົາຍັງສາມາດເຫັນເຖິງຄວາມຊອບທຳຂອງພຣະເຈົ້າ ແລະ ພຣະອົງເຫັນຫົວໃຈ ແລະ ຈິດໃຈຂອງພວກເຮົາຢ່າງແທ້ຈິງ ແລະ ຮູ້ຈັກພວກເຮົາທັງດ້ານຫຼັງ ແລະ ດ້ານຫຼັງ. ພວກເຮົາເຊື່ອໝັ້ນຢ່າງສິ້ນເຊີງ ແລະ ເລີ່ມມີຫົວໃຈທີ່ຢຳເກງພຣະເຈົ້າ. ທັດສະນະຄະຕິຂອງພວກເຮົາກ່ຽວກັບຄວາມເຊື່ອໄດ້ມີການປ່ຽນແປງ, ພວກເຮົາເຂົ້າຫາໜ້າທີ່ຂອງພວກເຮົາຢ່າງບໍລິສຸດຍິ່ງຂຶ້ນ, ໂດຍບໍ່ມີຄວາມປາຖະໜາທີ່ເກີນຕົວຫຼາຍ ແລະ ພວກເຮົາດີໃຈທີ່ໄດ້ຍອມອ່ອນນ້ອມຕໍ່ການຈັດແຈງຂອງພຣະເຈົ້າ ແລະ ເຮັດໜ້າທີ່ຂອງສິ່ງຖືກສ້າງ ບໍ່ວ່າພຣະເຈົ້າຈະອວຍພອນພວກເຮົາ ຫຼື ບໍ່, ບໍ່ວ່າພວກເຮົາຈະໄດ້ຮັບພອນຈາກສະຫວັນ ຫຼື ບໍ່. ຫຼັງຈາກທີ່ພວກເຮົາເຫັນວ່າພວກເຮົາຖືກສ້າງມາຈາກຫຍັງແທ້ໆ, ພວກເຮົາກໍ່ບໍ່ອວດດີຄືກັບແຕ່ກ່ອນ. ພວກເຮົາມີຄວາມສົມເຫດສົມຜົນຫຼາຍຂຶ້ນໃນຄຳເວົ້າ ແລະ ການກະທຳ, ພວກເຮົາສະແຫວງຫາ ແລະ ຍອມອ່ອນນ້ອມຕໍ່ຄວາມຈິງ. ນີ້ຄືການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ, ເຊິ່ງຊໍາລະລ້າງ ແລະ ປ່ຽນແປງຄວາມເສື່ອມຊາມຂອງພວກເຮົາເທື່ອລະໜ້ອຍ. ພວກເຮົາທີ່ກຳລັງຜະເຊີນໜ້າກັບພາລະກິດຂອງພຣະເຈົ້າກໍ່ຮູ້ຢ່າງແທ້ຈິງວ່າ ພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍຂອງພຣະອົງເປັນຈິງສໍ່າໃດ, ມັນຊໍາລະລ້າງຢ່າງແທ້ຈິງ ແລະ ຊ່ວຍມະນຸດໃຫ້ລອດພົ້ນຢ່າງສົມບູນແນວໃດ. ຖ້າບໍ່ມີການພິພາກສາ ແລະ ການລິຮານນີ້, ພວກເຮົາຈະບໍ່ເຫັນເຖິງຄວາມເສື່ອມຊາມຂອງພວກເຮົາເອງຢ່າງແທ້ຈິງ, ແຕ່ຈະຕິດຢູ່ໃນຊີວິດທີ່ເຮັດບາບ ແລະ ສາລະພາບຢ່າງບໍ່ສິ້ນສຸດຂອງພວກເຮົາ, ຄິດວ່າພວກເຮົາສາມາດເຂົ້າສູ່ອານາຈັກຂອງພຣະເຈົ້າ ເພາະຄວາມຜິດບາບຂອງພວກເຮົາໄດ້ຮັບການອະໄພ, ພວກເຮົາມີການຮອງຮັບຂອງພຣະເຈົ້າ. ນັ້ນຄືສິ່ງທີ່ໂງ່ຈ້າ ແລະ ເປັນຕາສັງເວດແທ້ໆ! ຂອບໃຈການພິພາກສາຂອງພຣະເຈົ້າ, ພວກເຮົາສາມາດຮູ້ຈັກຕົນເອງຢ່າງແທ້ຈິງ, ພວກເຮົາຮຽນຮູ້ຄວາມຈິງຫຼາຍຢ່າງ ແລະ ອຸປະນິໄສທີ່ເສື່ອມຊາມຂອງພວກເຮົາຖືກຊໍາລະລ້າງ ແລະ ປ່ຽນແປງ. ມັນເປັນອິດສະຫຼະຢ່າງເຫຼືອເຊື່ອ. ການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າໄດ້ໃຫ້ພວກເຮົາຫຼາຍ. ພວກມັນຄືຄວາມຮັກທີ່ແທ້ຈິງຂອງພຣະເຈົ້າສຳລັບພວກເຮົາ, ຄວາມລອດພົ້ນທີ່ຍິ່ງໃຫຍ່ທີ່ສຸດຂອງພຣະອົງ. ມັນເປັນເວລາ 30 ປີເຕັມນັບຕັ້ງແຕ່ທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ເລີ່ມກ່າວຄວາມຈິງ ແລະ ເຮັດພາລະກິດແຫ່ງການພິພາກສາຂອງພຣະອົງ ແລະ ພຣະອົງໄດ້ສຳເລັດໃນການສ້າງກຸ່ມຂອງຜູ້ເອົາຊະນະກ່ອນໄພພິບັດ ເຊິ່ງເປັນໝາກຜົນທຳອິດ. ສິ່ງນີ້ສຳເລັດຕາມຄຳທຳນາຍໃນພຣະຄຳພີຢ່າງສົມບູນ: “ຄົນເຫຼົ່ານີ້ແມ່ນຄົນທີ່ຕິດຕາມພຣະເມສານ້ອຍໄປທຸກບ່ອນທີ່ພຣະອົງສະເດັດໄປ. ຜູ້ຄົນເຫຼົ່ານີ້ແມ່ນຖືກໄຖ່ຈາກກຸ່ມມະນຸດ ໃຫ້ເປັນຜົນທໍາອິດແກ່ພຣະເຈົ້າ ແລະ ພຣະເມສານ້ອຍ” (ພຣະນິມິດ 14:4). ຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າໄດ້ຜະເຊີນກັບການພິພາກສາ, ການຂ້ຽນຕີ, ການທົດລອງ ແລະ ການຫຼໍ່ຫຼອມຂອງພຣະອົງ, ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາໄດ້ຖືກຊໍາລະລ້າງ ແລະ ພວກເຂົາກໍ່ເປັນອິດສະລະຈາກກອງກຳລັງຂອງຊາຕານໃນທີ່ສຸດ. ພວກເຂົາໄດ້ເລີ່ມອ່ອນນ້ອມ ແລະ ນະມັດສະການພຣະເຈົ້າ, ຮັບເອົາຄວາມລອດພົ້ນທີ່ຍິ່ງໃຫຍ່ຂອງພຣະເຈົ້າ. ປະສົບການ ແລະ ຄຳພະຍານຂອງພວກເຂົາໄດ້ກາຍເປັນຮູບເງົາ ແລະ ວິດີໂອທີ່ຖືກເຜີຍແຜ່ໃນອອນລາຍທັງໝົດ, ເປັນພະຍານໃຫ້ແກ່ມະນຸດຊາດທັງປວງໃນພາລະກິດແຫ່ງການພິພາກສາຂອງພຣະເຈົ້າໃນຍຸກສຸດທ້າຍ, ເຮັດໃຫ້ບໍ່ມີຂໍ້ສົງໄສໃນຫົວໃຈຂອງຜູ້ຮັບຊົມ. ຂ່າວປະເສີດແຫ່ງອານາຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ແຜ່ກະຈາຍໄປທຸກມຸມໂລກ ແລະ ຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າທີ່ຢູ່ທຸກຫົນແຫ່ງກໍ່ກຳລັງເຜີຍແຜ່ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ການແຜ່ກະຈາຍຢ່າງສະຫງ່າຜາເຜີຍແບບບໍ່ເຄີຍມີມາກ່ອນຂອງຂ່າວປະເສີດແຫ່ງອານາຈັກໄດ້ມາເຖິງພວກເຮົາ. ເຫັນໄດ້ຢ່າງຊັດເຈນວ່າ ພາລະກິດແຫ່ງການພິພາກສາທີ່ເລີ່ມຕົ້ນດ້ວຍເຮືອນຂອງພຣະເຈົ້າຄືຄວາມສຳເລັດທີ່ຍິ່ງໃຫຍ່ແລ້ວ. ພຣະເຈົ້າໄດ້ເອົາຊະນະຊາຕານ ແລະ ໄດ້ຮັບສະຫງ່າລາສີທັງໝົດ. ດັ່ງທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວໄວ້ວ່າ “ພຣະເຈົ້າຊົງກະທໍາພາລະກິດແຫ່ງການພິພາກສາ ແລະ ການລົງໂທດ ເພື່ອວ່າມະນຸດຈະສາມາດໄດ້ຮັບຄວາມຮູ້ກ່ຽວກັບພຣະອົງ ແລະ ເພື່ອເປັນປະຈັກພະຍານໃຫ້ພຣະອົງ. ຖ້າບໍ່ມີການພິພາກສາຂອງພຣະອົງ ຕໍ່ອຸປະນິໄສທີ່ເສື່ອມຊາມຂອງມະນຸດ, ມະນຸດຈະບໍ່ສາມາດຮູ້ອຸປະນິໄສທີ່ທ່ຽງທໍາຂອງພຣະອົງ ເຊິ່ງຈະບໍ່ຍອມຮັບເອົາຄວາມຜິດ ຫຼື ມະນຸດຈະບໍ່ສາມາດປ່ຽນແປງຄວາມຮູ້ເດີມກ່ຽວກັບພຣະເຈົ້າໄປເປັນຄວາມຮູ້ ໃໝ່ໄດ້. ເພື່ອປະໂຫຍດຂອງການເປັນປະຈັກພະຍານໃຫ້ແກ່ພຣະອົງ ແລະ ເພື່ອການຄຸ້ມຄອງຂອງພຣະອົງ, ພຣະອົງຊົງເປີດເຜີຍຄວາມເປັນພຣະອົງທັງໝົດສູ່ສາທາລະນະຊົນ, ສະນັ້ນ ການປາກົດຕົວຂອງພຣະອົງໃນສາທາລະນະຊົນ ຈິ່ງໄດ້ເຮັດໃຫ້ມະນຸດມາຮູ້ຈັກພຣະເຈົ້າ, ເຮັດໃຫ້ອຸປະນິໄສຂອງມະນຸດໄດ້ຮັບການປ່ຽນແປງ ແລະ ເພື່ອການເປັນປະຈັກພະຍານໃຫ້ແກ່ພຣະເຈົ້າຢ່າງແທ້ຈິງ. ການປ່ຽນແປງອຸປະນິໄສຂອງມະນຸດ ແມ່ນເຮັດໄດ້ຜ່ານພາລະກິດຫຼາຍປະເພດຂອງພຣະເຈົ້າ; ຖ້າບໍ່ມີການປ່ຽນແປງດັ່ງກ່າວຕໍ່ອຸປະນິໄສຂອງມະນຸດ, ມະນຸດຈະບໍ່ສາມາດເປັນປະຈັກພະຍານໃຫ້ແກ່ພຣະເຈົ້າໄດ້ ຫຼື ສະແຫວງຫາຫົວໃຈຂອງພຣະເຈົ້າ. ການປ່ຽນແປງອຸປະນິໄສຂອງມະນຸດບົ່ງບອກວ່າ ມະນຸດໄດ້ຫຼຸດພົ້ນອອກຈາກການເປັນທາດຂອງຊາຕານ ແລະ ອອກຈາກອິດທິພົນຂອງຄວາມມືດ ແລະ ໄດ້ກາຍເປັນແບບຢ່າງ ແລະ ຕົວຢ່າງຂອງພາລະກິດຂອງພຣະເຈົ້າ, ເປັນພະຍານຂອງພຣະເຈົ້າ ແລະ ເປັນຜູ້ຄົນທີ່ສະແຫວງຫາຫົວໃຈຂອງພຣະເຈົ້າ. ໃນທຸກມື້ນີ້, ພຣະເຈົ້າຜູ້ບັງເກີດເປັນມະນຸດ ໄດ້ຊົງສະເດັດມາເພື່ອກະທໍາພາລະກິດຂອງພຣະອົງໃນແຜ່ນດິນໂລກ ແລະ ພຣະອົງຊົງກໍານົດໃຫ້ມະນຸດມີຄວາມຮູ້ກ່ຽວກັບພຣະອົງ, ເຊື່ອຟັງພຣະອົງ ແລະ ເປັນພະຍານໃຫ້ແກ່ພຣະອົງ ໂດຍທີ່ຮູ້ຈັກພາລະກິດແທ້ ແລະ ພາລະກິດປົກກະຕິຂອງພຣະອົງ, ເຊື່ອຟັງທຸກພຣະທໍາ ແລະ ພາລະກິດຂອງພຣະອົງ ເຊິ່ງບໍ່ໄດ້ສອດຄ່ອງກັບຄວາມຄິດຂອງມະນຸດ ແລະ ເປັນປະຈັກພະຍານຕໍ່ພາລະກິດທັງໝົດທີ່ພຣະອົງຊົງກະທໍາເພື່ອຊ່ວຍໃຫ້ມະນຸດລອດພົ້ນ ພ້ອມດ້ວຍການກະທໍາທັງໝົດທີ່ພຣະອົງຊົງກະທໍາສໍາເລັດໃນການປົກຄອງມະນຸດ. ຜູ້ຄົນທີ່ເປັນປະຈັກພະຍານໃຫ້ແກ່ພຣະເຈົ້າຕ້ອງມີຄວາມຮູ້ກ່ຽວກັບພຣະເຈົ້າ; ມີພຽງການເປັນປະຈັກພະຍານແບບນີ້ເທົ່ານັ້ນທີ່ຖືກຕ້ອງ ແລະ ເປັນຈິງ ແລະ ມີພຽງການເປັນປະຈັກພະຍານແບບນີ້ເທົ່ານັ້ນທີ່ສາມາດເຮັດໃຫ້ຊາຕານອັບອາຍໄດ້” (ຄັດຈາກບົດ “ມີພຽງຄົນທີ່ຮູ້ຈັກພຣະເຈົ້າເທົ່ານັ້ນທີ່ສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). “ຜູ້ທີ່ສາມາດຍຶດໝັ້ນໃນໄລຍະການປະຕິບັດພາລະກິດພິພາກສາ ແລະ ການຂ້ຽນຕີຂອງພຣະອົງໃນລະຫວ່າງຍຸກສຸດທ້າຍ ເຊິ່ງນັ້ນກໍຄື ໃນໄລຍະພາລະກິດຂັ້ນຕອນສຸດທ້າຍຂອງການຊໍາລະລ້າງບາບ ຈະເປັນຜູ້ໄດ້ເຂົ້າສູ່ບ່ອນພັກເຊົາກັບພຣະເຈົ້າ; ສະນັ້ນ, ທຸກຄົນທີ່ເຂົ້າສູ່ບ່ອນພັກເຊົາລ້ວນແລ້ວແຕ່ເປັນຄົນທີ່ຫຼຸດພົ້ນຈາກອິດທິພົນຂອງຊາຕານ ແລະ ໄດ້ຖືກຮັບເອົາໂດຍພຣະເຈົ້າ ຫຼັງຈາກທີ່ໄດ້ຜ່ານພາລະກິດຊໍາລະລ້າງໃຫ້ບໍລິສຸດບາບຂອງພຣະອົງ. ໃນທີ່ສຸດ ມະນຸດເຫຼົ່ານີ້ທີ່ຖືກຮັບເອົາໂດຍພຣະເຈົ້າຈະໄດ້ເຂົ້າສູ່ບ່ອນພັກເຊົາຢ່າງຖາວອນ. ຈຸດປະສົງສໍາຄັນຂອງພາລະກິດຂອງການຂ້ຽນຕີ ແລະ ການພິພາກສາຂອງພຣະເຈົ້າແມ່ນເພື່ອຊໍາລະລ້າງບາບໃຫ້ກັບມະນຸດ ແລະ ເພື່ອກະກຽມພວກເຂົາສໍາລັບການພັກເຊົາຄັ້ງສຸດທ້າຍຂອງພວກເຂົາ; ຖ້າບໍ່ມີການຊໍາລະລ້າງບາບ ມວນມະນຸດຊາດກໍຈະບໍ່ສາມາດຖືກຈັດຕາມປະເພດຂອງພວກເຂົາໄດ້ ຫຼື ເຂົ້າສູ່ບ່ອນພັກເຊົາໄດ້. ພາລະກິດນີ້ຄືເສັ້ນທາງດຽວຂອງມະນຸດເທົ່ານັ້ນທີ່ຈະເຂົ້າສູ່ບ່ອນພັກເຊົາໄດ້” (ຄັດຈາກບົດ “ພຣະເຈົ້າ ແລະ ມະນຸດຈະເຂົ້າບ່ອນພັກເຊົາພ້ອມກັນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ).

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ແມ່ນຫຍັງຄືການບັງເກີດເປັນມະນຸດ?

ພວກເຮົາທຸກຄົນຮູ້ວ່າ ສອງພັນປີກ່ອນ ພຣະເຈົ້າໄດ້ມາບັງເກີດເປັນມະນຸດໃນໂລກມະນຸດເປັນອົງພຣະເຢຊູເຈົ້າ ເພື່ອໄຖ່ມະນຸດຊາດ ແລະ ເທດສະໜາ “ຈົ່ງສຳນຶກຜິດ...

ເປັນຫຍັງພຣະເຈົ້າຈຶ່ງມາບັງເກີດເປັນມະນຸດໃນຍຸກສຸດທ້າຍ, ບໍ່ແມ່ນໃນຮູບຮ່າງພຣະວິນຍານ?

ຍ້ອນພຣະເຈົ້າອົງຊົງລິດທານຸພາບສູງສຸດ ເຊິ່ງເປັນພຣະຜູ້ໄຖ່ ໄດ້ກ່າວຄວາມຈິງສຳລັບພາລະກິດແຫ່ງການພິພາກສາຂອງພຣະອົງໃນຍຸກສຸດທ້າຍ, ຫຼາຍຄົນຈຶ່ງໄດ້ສະແຫວງຫາ...

Leave a Reply