ເປັນຫຍັງພຣະເຈົ້າຈຶ່ງເຮັດພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍ?

25 ເດືອນທັນວາ 2021

ມື້ນີ້, ໂຣກພະຍາດກຳລັງແຜ່ລະບາດໄປທົ່ວໂລກ ແລະ ໄພພິບັດກຳລັງຮ້າຍແຮງຂຶ້ນ. ພວກເຮົາໄດ້ເຫັນແຜ່ນດິນໄຫວ, ໄພອຶດຫິວຢາກ ແລະ ສົງຄາມ ແລະ ຜູ້ທີ່ມີຄວາມເຊື່ອທຸກຄົນກໍລໍຄອຍຢ່າງກະຕືລືລົ້ນກັບການມາເຖິງຂອງພຣະຜູ້ໄຖ່ ເຊິ່ງນັ້ນກໍຄື ອົງພຣະເຢຊູເຈົ້າ, ການຖືກຍົກຂຶ້ນສູ່ອາກາດເພື່ອພົບກັບພຣະຜູ້ເປັນເຈົ້າ ແລະ ການຫຼົບໜີຈາກການທົນທຸກຂອງໄພພິບັດເຫຼົ່ານີ້ໃຫ້ໄວເທົ່າທີ່ເປັນໄປໄດ້. ແຕ່ຫຼັງຈາກທີ່ໄດ້ລໍຖ້າເປັນເວລາຫຼາຍປີ, ພວກເຂົາຍັງບໍ່ໄດ້ເຫັນພຣະຜູ້ໄຖ່ ເຊິ່ງນັ້ນກໍຄື ອົງພຣະເຢຊູເຈົ້າ, ລົງມາເທິງກ້ອນເມກ, ແລ້ວແຮງໄກທີ່ພວກເຂົາຈະໄດ້ເຫັນຄົນໃດໜຶ່ງຖືກຍົກຂຶ້ນສູ່ອາກາດເພື່ອພົບກັບພຣະຜູ້ເປັນເຈົ້າ ເຊິ່ງນີ້ໄດ້ເຮັດໃຫ້ຫຼາຍຄົນຜິດຫວັງ. ມັນສ້າງຄວາມປະຫຼາດໃຈຫຼາຍໃຫ້ກັບຜູ້ຄົນວ່າ ແທນທີ່ຈະຕ້ອນຮັບການມາເຖິງຂອງພຣະເຢຊູເທິງກ້ອນເມກ, ພວກເຂົາໄດ້ເຫັນສາຍຟ້າແມບເຫຼື້ອມຈາກທິດຕາເວັນອອກເປັນພະຍານຊໍ້າແລ້ວຊໍ້າອີກກ່ຽວກັບການກັບຄືນມາຂອງພຣະຜູ້ເປັນເຈົ້າ ດັ່ງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ຜູ້ເຊິ່ງກ່າວຄວາມຈິງ ແລະ ເຮັດພາລະກິດແຫ່ງການພິພາກສາ. ຄຳພະຍານນີ້ໄດ້ດຶງດູດຄວາມສົນໃຈຂອງຜູ້ຄົນ, ເພື່ອໃຫ້ພວກເຂົາເຫັນມັນໄດ້ຢ່າງຊັດເຈນພໍສົມຄວນ. ເຖິງຢ່າງໃດກໍຕາມ, ເນື່ອງຈາກການຂົ່ມເຫັງທີ່ບ້າປ່ວງ ແລະ ການຖືກຈັບໂດຍພັກກອມມູນິດຈີນ ແລະ ການໝິ່ນປະໝາດ ແລະ ການໃສ່ຮ້າຍປ້າຍສີຢ່າງປ່າເຖື່ອນໂດຍກອງກຳລັງຂອງຜູ້ຕໍ່ຕ້ານພຣະຄຣິດໃນໂລກສາສະໜາ, ຜູ້ຄົນບໍ່ຮູ້ ແລະ ບໍ່ສົນໃຈເລື່ອງການສືບຄົ້ນຫາຫົນທາງທີ່ແທ້ຈິງ. ໂດຍບໍ່ຄາດຄິດ, ພາຍໃນເວລາພຽງແຕ່ສອງສາມປີ, ບຸດມະນຸດ ທີ່ຖືກດູຖູກ, ກໍໄດ້ກ່າວຄວາມຈິງຫຼາຍຢ່າງ, ມີອີກຫຼາຍຄົນທີ່ໄດ້ຍິນສຽງຂອງພຣະເຈົ້າ, ທຸກຄົນໄດ້ຢືນຂຶ້ນເພື່ອຕິດຕາມພຣະເຈົ້າອົງຊົງລິດທານຸພາບສູງສຸດ. ສິ່ງນີ້ບໍ່ພຽງແຕ່ສັ່ນຄອນໂລກສາສະໜາທັງປວງ, ແຕ່ຍັງສັ່ນຄອນໂລກທັງໃບ. ພຣະທໍາປາກົດໃນຮ່າງກາຍສ່ອງແສງຄືກັບແສງສະຫວ່າງທີ່ແທ້ຈິງ ຈາກທິດຕາເວັນອອກສູ່ທິດຕາເວັນຕົກ, ເປັ່ງປະກາຍທົ່ວໂລກ ແລະ ຄົນທີ່ຮັກຄວາມຈິງ ແລະ ປາຖະໜາຫາການປາກົດຕົວຂອງພຣະເຈົ້າກໍມາພົບກັບແສງສະຫວ່າງ, ໄດ້ຍິນສຽງຂອງພຣະເຈົ້າ ແລະ ເຂົ້າຮ່ວມງານລ້ຽງແຕ່ງດອງຂອງພຣະເມສານ້ອຍ. ຂໍ້ແທ້ຈິງເຫຼົ່ານີ້ໄດ້ເຮັດໃຫ້ທຸກຄົນປະຫຼາດໃຈ: ບຸກຄົນນີ້ແມ່ນຄົນປະເພດໃດ? ພຣະອົງມາຈາກໃສ? ພຣະອົງເຮັດບາງສິ່ງໂດຍມີລິດອຳນາດຫຼາຍແບບນັ້ນໄດ້ແນວໃດ? ຫຼາຍຄົນໄດ້ຖາມວ່າ: ສາຍຟ້າແມບເຫຼື້ອມຈາກທິດຕາເວັນອອກຄືການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າແທ້ໆບໍ? ມັນເປັນໄປໄດ້ບໍວ່າພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຄືສຽງຂອງພຣະຜູ້ສ້າງທີ່ກຳລັງເວົ້າກັບມະນຸດຊາດ? ພວກເຂົາຄິດວ່າ “ເປັນໄປບໍ່ໄດ້”, “ເມື່ອພຣະຜູ້ເປັນເຈົ້າກັບຄືນມາ, ສິ່ງທຳອິດທີ່ພຣະອົງຈະເຮັດກໍຄືຍົກຜູ້ທີ່ມີຄວາມເຊື່ອຂຶ້ນເພື່ອພົບກັບພຣະອົງໃນທ້ອງຟ້າ. ພຣະອົງຈະບໍ່ອະນຸຍາດໃຫ້ຜູ້ທີ່ມີຄວາມເຊື່ອຂອງພຣະອົງຕົກລົງສູ່ໄພພິບັດ ແລະ ກ່າວເພື່ອເຮັດພາລະກິດແຫ່ງການພິພາກສາ. ສິ່ງນັ້ນບໍ່ສາມາດເກີດຂຶ້ນໄດ້”. ມື້ນີ້, ຫຼາຍຄົນກຳລັງຮັບຊົມ ຮູບເງົາ, ເພງນະມັດສະການ ແລະ ວິດີໂອຄຳພະຍານຈາກຄຣິດຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ສິ່ງທີ່ສຳຄັນທີ່ສຸດກໍຄືການອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ມີບໍ່ທີ່ອຸດົມສົມບູນໄປດ້ວຍເນື້ອຫາ ແລະ ຊີວິດໃນການາອານກໍເປັນປະສົບການທີ່ອັດສະຈັນແທ້ໆ. ຂໍ້ແທ້ຈິງນີ້ໄດ້ບັງຄັບໃຫ້ຜູ້ຄົນຍອມຮັບວ່າ ມີພຽງແຕ່ພາລະກິດຂອງພຣະວິນຍານບໍລິສຸດ ແລະ ບໍ່ມີຜູ້ໃດອີກ ຈຶ່ງສາມາດບັນລຸສິ່ງນີ້ໄດ້. ຖ້າບໍ່ມີການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ, ບໍ່ມີຜູ້ໃດຈະສາມາດສຳເລັດສິ່ງທີ່ຍິ່ງໃຫຍ່ແບບນັ້ນໄດ້. ສິ່ງນີ້ເຮັດໃຫ້ຜູ້ທີ່ມີຄວາມເຊື່ອຫຼາຍຄົນໃນພຣະຜູ້ເປັນເຈົ້າສົງໄສວ່າ: ເປັນຫຍັງພຣະເຈົ້າຈຶ່ງເຮັດພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍ? ພວກເຮົາໄດ້ຮັບການອະໄພສຳລັບຄວາມຜິດບາບຂອງພວກເຮົາ ແລະ ພຣະເຈົ້າໄດ້ເຮັດໃຫ້ພວກເຮົາຊອບທຳ, ສະນັ້ນ ເປັນຫຍັງພວກເຮົາຈຶ່ງຕ້ອງຜະເຊີນກັບການພິພາກສາ ແລະ ການຂ້ຽນຕີ? ການພິພາກສາຂອງພຣະເຈົ້າໃນຍຸກສຸດທ້າຍຄວນແນ່ໃສ່ຜູ້ທີ່ບໍ່ມີຄວາມເຊື່ອ, ສະນັ້ນ ເປັນຫຍັງການພິພາກສາຈຶ່ງເລີ່ມຕົ້ນກັບເຮືອນຂອງພຣະເຈົ້າ? ແມ່ນຫຍັງກຳລັງເກີດຂຶ້ນໃນທີ່ນີ້? ຫົວຂໍ້ນີ້ຈະເປັນປະເດັນໃນການສົນທະນາຂອງພວກເຮົາໃນມື້ນີ້.

ເປັນຫຍັງພຣະເຈົ້າຈຶ່ງເຮັດພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍ?

ກ່ອນທີ່ພວກເຮົາຈະເລີ່ມການສົນທະນາຂອງພວກເຮົາ, ໃຫ້ພວກເຮົາມີຄວາມຊັດເຈນກ່ອນ, ຂໍ້ແທ້ຈິງທີ່ພຣະເຈົ້າມາບັງເກີດເປັນມະນຸດດັ່ງບຸດມະນຸດໃນຍຸກສຸດທ້າຍເພື່ອເຮັດພາລະກິດແຫ່ງການພິພາກສາ ຄືສິ່ງທີ່ຖືກຈັດແຈງໂດຍພຣະເຈົ້າຕັ້ງແຕ່ດົນນານມາແລ້ວ. ບໍ່ວ່າແນວຄິດຂອງຜູ້ຄົນຈະແມ່ນຫຍັງກໍຕາມ ຫຼື ອຸປະສັກຈະໃຫຍ່ສໍ່າໃດກໍຕາມ, ພາລະກິດແຫ່ງການພິພາກສາຂອງພຣະເຈົ້າໃນຍຸກສຸດທ້າຍແມ່ນບໍ່ສາມາດຖືກປ່ຽນແປງໂດຍຄວາມປະສົງຂອງມະນຸດ ແລະ ມັນບໍ່ສາມາດຖືກຢຸດໄດ້ໂດຍປະເທດ ຫຼື ກອງກຳລັງໃດໜຶ່ງ. ສະນັ້ນ ບາງຄົນຈະຖາມວ່າ ມີພື້ນຖານໃນພຣະຄຳພີສຳລັບພາລະກິດແຫ່ງການພິພາກສາຂອງພຣະເຈົ້າໃນຍຸກສຸດທ້າຍບໍ? ແນ່ນອນ, ບໍ່ມີພື້ນຖານໃນພຣະຄຳພີ ແລະ ມັນກໍຂ້ອນຂ້າງໜັກແໜ້ນພໍສົມຄວນ. ມີການອ້າງອີງຢ່າງໜ້ອຍສອງຮ້ອຍຢ່າງກ່ຽວກັບ “ການພິພາກສາ” ໃນພຣະຄຳພີໄບເບິນ ແລະ ອົງພຣະເຢຊູເຈົ້າຍັງທຳນາຍດ້ວຍຕົວເອງ ວ່າ ພຣະອົງຈະກັບຄືນມາໃນຍຸກສຸດທ້າຍດັ່ງບຸດມະນຸດທີ່ບັງເກີດເປັນມະນຸດເພື່ອກ່າວຄວາມຈິງ ແລະ ເຮັດພາລະກິດແຫ່ງການພິພາກສາ. ຕອນນີ້, ໃຫ້ພວກເຮົາລະບຸສອງສາມຕອນໃນຄຳນາມຂອງອົງພຣະເຢຊູເຈົ້າ. “ແລະ ຖ້າມະມຸດຄົນໃດໄດ້ຍິນພຣະທຳຂອງເຮົາ ແລະ ບໍ່ເຊື່ອ, ເຮົາບໍ່ພິພາກສາເຂົາ ຍ້ອນເຮົາບໍ່ໄດ້ມາເພື່ອພິພາກສາໂລກ, ແຕ່ເພື່ອຊ່ວຍໂລກໃຫ້ພົ້ນ. ຜູ້ທີ່ປະຕິເສດເຮົາ ແລະ ບໍ່ຮັບເອົາພຣະທໍາຂອງເຮົາ ກໍຈະມີສິ່ງທີ່ຕັດສິນພວກເຂົາ, ພຣະທໍາທີ່ເຮົາໄດ້ກ່າວກໍຈະຕັດສິນພວກເຂົາໃນວັນສຸດທ້າຍເຊັ່ນກັນ(ໂຢຮັນ 12:47-48). “ເພາະວ່າ ພຣະບິດາບໍ່ພິພາກສາຄົນໃດຄົນໜຶ່ງ, ແຕ່ມອບການພິພາກສາທັງໝົດໃຫ້ແກ່ພຣະບຸດ... ແລະ ຍັງໄດ້ມອບສິດອຳນາດໃຫ້ພຣະອົງໃນການຕັດສິນລົງໂທດອີກດ້ວຍ, ເພາະວ່າພຣະອົງເປັນບຸດມະນຸດ(ໂຢຮັນ 5:22, 27). “ເຮົາຍັງມີຫລາຍສິ່ງທີ່ຈະບອກພວກເຈົ້າ ແຕ່ໃນເວລານີ້ພວກເຈົ້າອາດຈະບໍ່ສາມາດທົນໄດ້. ເຖິງຢ່າງໃດກໍຕາມເມື່ອພຣະອົງ ຜູ້ເປັນພຣະວິນຍານແຫ່ງຄວາມຈິງ ສະເດັດມາ, ພຣະອົງຈະນຳທາງພວກເຈົ້າໄປສູ່ຄວາມຈິງທັງໝົດ(ໂຢຮັນ 16:12-13). ຍັງມີ 1 ເປໂຕ 4:17 ອີກ “ເຖິງເວລາທີ່ການຄໍາພິພາກສາເລີ້ມຕົ້ນທີ່ຄົວເຮືອນຂອງພຣະເຈົ້າ”. ພຣະທຳເຫຼົ່ານີ້ຊັດເຈນຫຼາຍ: “ພຣະທໍາທີ່ເຮົາໄດ້ກ່າວກໍຈະຕັດສິນພວກເຂົາໃນວັນສຸດທ້າຍເຊັ່ນກັນ”, “ມອບການພິພາກສາທັງໝົດໃຫ້ແກ່ພຣະບຸດ”, “ການພິພາກສາເລີ້ມຕົ້ນທີ່ຄົວເຮືອນຂອງພຣະເຈົ້າ”, ແລະ “ພຣະອົງຈະນຳທາງພວກເຈົ້າໄປສູ່ຄວາມຈິງທັງໝົດ”. ພວກເຮົາສາມາດເຫັນໄດ້ວ່າພຣະຜູ້ເປັນເຈົ້າຈະມາດັ່ງບຸດມະນຸດ ເມື່ອພຣະອົງກັບຄືນມາໃນຍຸກສຸດທ້າຍ, ເພື່ອກ່າວຄວາມຈິງ ແລະ ເຮັດພາລະກິດແຫ່ງການພິພາກສາ ໂດຍເລີ່ມຕົ້ນຈາກເຮືອນຂອງພຣະເຈົ້າ. ສິ່ງນີ້ແມ່ນບໍ່ສາມາດໂຕ້ຖຽງໄດ້. ມື້ນີ້, ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວຄວາມຈິງຫຼາຍຢ່າງ ແລະ ປະຕິບັດພາລະກິດແຫ່ງການພິພາກສາ ໂດຍເລີ່ມຕົ້ນຈາກເຮືອນຂອງພຣະເຈົ້າ ເຊິ່ງເປັນການພິພາກສາ ແລະ ຊໍາລະລ້າງທຸກຄົນທີ່ມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າໃຫ້ບໍລິສຸດ ແລະ ຊີ້ນໍາຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າໃນການເຂົ້າສູ່ຄວາມຈິງທັງໝົດ. ແລ້ວພຣະເຈົ້າໄດ້ສ້າງກຸ່ມຂອງຜູ້ເອົາຊະນະກ່ອນໄພພິບັດ. ສິ່ງນີ້ເຮັດໃຫ້ພວກເຮົາເຫັນວ່າຄຳທຳນາຍເຫຼົ່ານີ້ຖືກເຮັດໃຫ້ສຳເລັດ ແລະ ຖືກໄຖ່ຄືນທັງໝົດ.

ສະນັ້ນ ບາງຄົນຈະຖາມວ່າ ຄວາມຜິດບາບຂອງພວກເຮົາໄດ້ຮັບການອະໄພແລ້ວ ເພາະພວກເຮົາເຊື່ອໃນພຣະຜູ້ເປັນເຈົ້າ, ສະນັ້ນ ເປັນຫຍັງພວກເຮົາຈຶ່ງຈຳເປັນຕ້ອງຍອມຮັບການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າໃນຍຸກສຸດທ້າຍ? ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ເປີດເຜີຍຄວາມເລິກລັບນີ້ໃນຄວາມຈິງ, ສະນັ້ນ ໃຫ້ພວກເຮົາພິຈາລະນາເບິ່ງສິ່ງທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ກ່ອນທີ່ມະນຸດຈະຖືກໄຖ່ບາບ, ພິດຫຼາຍຢ່າງຂອງຊາຕານຖືກຝັງເລິກພາຍໃນໃຈຂອງເຂົາແລ້ວ ແລະ ຫຼັງຈາກເວລາຫຼາຍພັນປີທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ, ສິ່ງນັ້ນກາຍເປັນທໍາມະຊາດຢ່າງໝັ້ນຄົງຂອງມະນຸດໃນການຕໍ່ຕ້ານພຣະເຈົ້າ. ສະນັ້ນ ເມື່ອມະນຸດຖືກໄຖ່ບາບ, ມັນກໍບໍ່ຕ່າງຫຍັງຈາກການໄຖ່ບາບທີ່ມະນຸດໄດ້ຊື້ມາດ້ວຍລາຄາສູງ, ແຕ່ທຳມະຊາດທີ່ເປັນພິດຢູ່ພາຍໃນເຂົາແມ່ນບໍ່ໄດ້ຖືກກຳຈັດ. ມະນຸດທີ່ສົກກະປົກຫຼາຍຕ້ອງໄດ້ຜ່ານການປ່ຽນແປງກ່ອນພວກເຂົາຈະເໝາະສົມໃນການຮັບໃຊ້ພຣະເຈົ້າ. ດ້ວຍວິທີຂອງພາລະກິດແຫ່ງການພິພາກສາ ແລະ ການຂ້ຽນຕີນີ້, ມະນຸດຈະຮູ້ຈັກແກ່ນແທ້ທີ່ສົກກະປົກ ແລະ ເສື່ອມຊາມທີ່ຢູ່ພາຍໃນຕົວເຂົາເອງຢ່າງສົມບູນ ແລະ ເຂົາຈະສາມາດປ່ຽນແປງຢ່າງຄົບຖ້ວນ ແລະ ບໍລິສຸດຂຶ້ນ. ດ້ວຍວິທີນີ້ເທົ່ານັ້ນ ມະນຸດຈຶ່ງເໝາະສົມທີ່ຈະກັບຄືນມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ... ສຳລັບທຸກສິ່ງທີ່ເຮັດໃຫ້ມະນຸດຖືກໄຖ່ໃຫ້ພົ້ນ ແລະ ໄດ້ຮັບອະໄພຄວາມຜິດບາບ, ສາມາດພິຈາລະນາໄດ້ວ່າ ພຣະເຈົ້າບໍ່ຈົດຈໍາການລ່ວງລະເມີດຂອງມະນຸດ ແລະ ບໍ່ປະຕິບັດຕໍ່ມະນຸດຕາມການລ່ວງລະເມີດຂອງເຂົາ. ເຖິງຢ່າງໃດກໍຕາມ ເມື່ອມະນຸດທີ່ດຳລົງຊີວິດຢູ່ໃນຮ່າງກາຍຂອງເນື້ອໜັງບໍ່ໄດ້ເປັນອິດສະຫຼະຈາກຄວາມຜິດບາບ, ເຂົາກໍຈະສືບຕໍ່ສ້າງບາບ ແລະ ເປີດເຜີຍອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມຢ່າງບໍ່ມີວັນສິ້ນສຸດ. ນີ້ແມ່ນຊີວິດທີ່ມະນຸດໄດ້ດຳລົງຢູ່, ເປັນວົງຈອນຂອງການສ້າງບາບ ແລະ ໄດ້ຮັບອະໄພບາບຢ່າງບໍ່ສິ້ນສຸດ. ມະນຸດສ່ວນໃຫຍ່ສ້າງບາບໃນຕອນກາງເວັນ ແລ້ວກໍພາກັນສາລະພາບບາບໃນຕອນແລງ. ດ້ວຍເຫດນີ້, ເຖິງແມ່ນວ່າ ການຖວາຍຄວາມຜິດບາບຈະມີຜົນສຳລັບມະນຸດຕະຫຼອດໄປກໍຕາມ, ມັນກໍຈະບໍ່ສາມາດຊ່ວຍໃຫ້ມະນຸດລອດພົ້ນຈາກຄວາມຜິດບາບໄດ້. ມີພຽງແຕ່ເຄິ່ງໜຶ່ງຂອງພາລະກິດແຫ່ງຄວາມລອດພົ້ນຖືກເຮັດໃຫ້ສຳເລັດ, ຍ້ອນມະນຸດຍັງມີອຸປະນິໄສທີ່ເສື່ອມຊາມ... ມັນບໍ່ງ່າຍທີ່ມະນຸດຈະມາຮູ້ຈັກກັບຄວາມຜິດບາບຂອງເຂົາ; ເຂົາບໍ່ມີທາງຮູ້ຈັກທຳມະຊາດທີ່ຝັງແໜ້ນໃນຕົວເຂົາ ແລະ ຕ້ອງເພິ່ງພາການພິພາກສາຂອງພຣະທຳເພື່ອບັນລຸຜົນນີ້. ມີພຽງແຕ່ດ້ວຍວິທີ່ນີ້ ມະນຸດຈຶ່ງຈະຖືກປ່ຽນແປງເທື່ອລະໜ້ອຍຈາກຈຸດນີ້ເປັນຕົ້ນໄປ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)). ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດມີຄວາມຊັດເຈນຫຼາຍ. ສິ່ງທີ່ອົງພຣະເຢຊູເຈົ້າເຮັດໃນຍຸກແຫ່ງພຣະຄຸນຄືພາລະກິດແຫ່ງການໄຖ່ບາບ. ຖ້າພວກເຮົາເຊື່ອໃນພຣະຜູ້ເປັນເຈົ້າ, ສາລະພາບຄວາມຜິດບາບຂອງພວກເຮົາ ແລະ ກັບໃຈ, ຄວາມຜິດບາບຂອງພວກເຮົາກໍໄດ້ຮັບການອະໄພ. ພວກເຮົາບໍ່ຖືກປະນາມ ແລະ ຖືກປະຫານຊີວິດສຳລັບການລະເມີດພຣະບັນຍັດອີກຕໍ່ໄປ ແລະ ພວກເຮົາສາມາດມີຄວາມສຸກກັບຄວາມກະລຸນາທີ່ອຸດົມສົມບູນຂອງພຣະຜູ້ເປັນເຈົ້າ. ແຕ່ການອະໄພຄວາມຜິດບາບໝາຍຄວາມວ່າພວກເຮົາເປັນອິດສະຫຼະຈາກຄວາມຜິດບາບ ແລະ ຖືກເຮັດໃຫ້ບໍລິສຸດບໍ? ການອະໄພຄວາມຜິດບາບໝາຍຄວາມວ່າພວກເຮົາໄດ້ບັນລຸການເຊື່ອຟັງພຣະເຈົ້າຢ່າງແທ້ຈິງບໍ? ບໍ່ແມ່ນຢ່າງແນ່ນອນ. ພວກເຮົາທຸກຄົນໄດ້ເຫັນຢ່າງຊັດເຈນວ່າ ຜູ້ທີ່ມີຄວາມເຊື່ອເຮັດບາບໃນຕອນກາງເວັນ, ສາລະພາບຄວາມຜິດບາບຂອງພວກເຂົາໃນຕອນກາງຄືນ. ພວກເຮົາດໍາລົງຊີວິດໂດຍຕິດຢູ່ໃນວົງຈອນນີ້, ພວກເຮົາມັກເຮັດບາບໂດຍບໍ່ຮູ້ຕົວ ແລະ ພວກເຮົາທຸກຄົນກໍອະທິຖານຫາພຣະຜູ້ເປັນເຈົ້າເພື່ອເວົ້າວ່າ “ຂ້ານ້ອຍທົນທຸກແທ້ໆ, ເປັນຫຍັງຂ້ານ້ອຍຈຶ່ງບໍ່ສາມາດປົດປ່ອຍຕົນເອງຈາກຂໍ້ຈຳກັດຂອງຄວາມຜິດບາບໄດ້?” ພວກເຮົາທຸກຄົນຕ້ອງການເປັນອິດສະຫຼະຈາກຄວາມຫຍຸ້ງຍາກທາງໂລກ ແລະ ເສຍສະລະສຳລັບພຣະຜູ້ເປັນເຈົ້າ, ພວກເຮົາຕ້ອງການຮັກພຣະຜູ້ເປັນເຈົ້າຢ່າງແທ້ຈິງ ແລະ ຮັກເພື່ອນບ້ານຂອງພວກເຮົາຄືກັບຕົນເອງ, ແຕ່ສິ່ງທີ່ພວກເຮົາເຮັດແມ່ນບໍ່ໄດ້ເຈດຕະນາ ແລະ ພວກເຮົາເຖິງກັບບໍ່ສາມາດແກ້ໄຂບັນຫາຂອງການເວົ້າຕົວະຢູ່ເລື້ອຍໆ. ເປັນຫຍັງຈຶ່ງເປັນແບບນີ້? ເພາະຜູ້ຄົນມີທຳມະຊາດທີ່ຜິດບາບ ແລະ ອຸປະນິໄສທີ່ເສື່ອມຊາມ ແລະ ນີ້ຄືຮາກຂອງຄວາມຜິດບາບ. ຖ້າພວກເຮົາບໍ່ແກ້ໄຂຮາກຄວາມຜິດບາບ, ເຖິງແມ່ນວ່າພວກເຮົາຈະພະຍາຍາມຈຳກັດຕົນເອງ, ພວກເຮົາກໍຍັງເຮັດບາບໂດຍບໍ່ເຈດຕະນາ. ເຖິງແມ່ນວ່າບາງຄົນສາມາດເສຍສະລະເພື່ອພຣະຜູ້ເປັນເຈົ້າຢ່າງຈິງໃຈ, ທົນທຸກ, ຈ່າຍລາຄາ ແລະ ອົດກັ້ນໂດຍບໍ່ມີການຈົ່ມວ່າ, ແຕ່ໃນສ່ວນເລິກໃນຫົວໃຈຂອງພວກເຂົາ, ພວກເຂົາສາມາດເຊື່ອຟັງພຣະເຈົ້າໄດ້ຢ່າງແທ້ຈິງບໍ? ພວກເຂົາຮັກພຣະເຈົ້າຢ່າງແທ້ຈິງບໍ? ຫຼາຍຄົນບໍ່ເຫັນເລື່ອງນີ້ຢ່າງຊັດເຈນ. ເພື່ອຮັບພອນ, ເຂົ້າສູ່ອານາຈັກສະຫວັນ ແລະ ຮັບເອົາລາງວັນ, ຜູ້ຄົນສາມາດເຮັດຫຼາຍສິ່ງທີ່ດີ, ແຕ່ແມ່ນຫຍັງຄືມົນທິນທີ່ປະສົມຢູ່ໃນການກະທຳທີ່ດີເຫຼົ່ານີ້? ພວກມັນຖືກປົນເປື້ອນໂດຍການຈັດການ ຫຼື ເຈດຕະນາໃດໜຶ່ງບໍ? ຖ້າໄພພິບັດມາເຖິງ ແລະ ພວກເຮົາບໍ່ໄດ້ຖືກຍົກຂຶ້ນ ແຕ່ຖືກໂຍນລົງໃສ່ໄພພິບັດແທນ, ພວກເຮົາຈະຈົ່ມໃຫ້ພຣະເຈົ້າບໍ? ພວກເຮົາຈະກ່າວໂທດ ແລະ ປະຕິເສດພຣະເຈົ້າບໍ? ເມື່ອພາລະກິດຂອງພຣະເຈົ້າສອດຄ່ອງກັບແນວຄິດຂອງມະນຸດ, ພວກເຮົາຈະຂອບໃຈ ແລະ ສັນລະເສີນພຣະເຈົ້າ, ແຕ່ຖ້າພາລະກິດຂອງພຣະເຈົ້າບໍ່ໄດ້ສອດຄ່ອງກັບແນວຄິດຂອງພວກເຮົາ ແລະ ບໍ່ແມ່ນສິ່ງທີ່ພວກເຮົາຕ້ອງການ, ພວກເຮົາຈະຕັດສິນ ແລະ ປະນາມພຣະເຈົ້າບໍ? ຕົວຢ່າງ: ເມື່ອອົງພຣະເຢຊູເຈົ້າເວົ້າຕໍ່ຄົນທີ່ເທດສະໜາ ແລະ ຂັບໄລ່ມານຮ້າຍໃນນາມຂອງພຣະອົງວ່າ “ຈົ່ງໄປຈາກເຮົາເສຍ, ພວກເຈົ້າທີ່ກະທຳການຊົ່ວຊ້າເອີຍ(ມັດທາຍ 7:23). ຄົນເຫຼົ່ານັ້ນຈະເລີ່ມມີແນວຄິດ ແລະ ຕໍ່ຕ້ານ ແລະ ປະນາມພຣະຜູ້ເປັນເຈົ້າບໍ? ໃຫ້ພິຈາລະນາເບິ່ງວ່າອົງພຣະເຢຊູເຈົ້າຈະມາໃນຮູບຮ່າງຂອງບຸດມະນຸດທີ່ເປັນຄົນຢິວ ຫຼື ບໍ່, ເພື່ອກ່າວຄວາມຈິງໃນຄຣິດຕະຈັກຕ່າງໆ, ມີເທົ່າໃດຄົນໃນໂລກສາສະໜາທີ່ຈະປະຕິເສດ ແລະ ອອກຈາກພຣະຜູ້ເປັນເຈົ້າ? ມີເທົ່າໃດຄົນຈະຍອມຮັບຄວາມຈິງທີ່ອົງພຣະເຢຊູເຈົ້າໄດ້ກ່າວໄວ້ ແລະ ເວົ້າວ່າພຣະອົງຄືພຣະເຈົ້າທີ່ແທ້ຈິງໜຶ່ງດຽວ? ມີເທົ່າໃດຄົນຈະະນາມອົງພຣະເຢຊູເຈົ້າວ່າເປັນມະນຸດ ແທນທີ່ຈະເປັນພຣະເຈົ້າ? ມັນຄຸ້ມຄ່າທີ່ຈະໄຕ່ຕອງກ່ຽວກັບຂໍ້ແທ້ຈິງເຫຼົ່ານີ້. ພວກຟາຣີຊາຍໃນລັດທິຢູດາເປັນຄົນທີ່ເຊື່ອໃນພຣະເຈົ້າເປັນເວລາຫຼາຍຮຸ່ນຄົນ ແລະ ຄົນທີ່ມັກມອບເຄື່ອງບູຊາແທນຄວາມຜິດບາບໃຫ້ແກ່ພຣະເຈົ້າ. ເມື່ອພຣະເຈົ້າເຢໂຮວາໄດ້ບັງເກີດເປັນມະນຸດ ແລະ ກາຍມາເປັນອົງພຣະເຢຊູເຈົ້າ, ເປັນຫຍັງພວກຟາຣີຊາຍຈຶ່ງບໍ່ຮູ້ວ່າພຣະອົງຄືການປາກົດຕົວຂອງພຣະເຈົ້າເຢໂຮວາ? ເປັນຫຍັງພວກເຂົາຈຶ່ງປະນາມອົງພຣະເຢຊູເຈົ້າຜູ້ທີ່ກ່າວຄວາມຈິງ? ເປັນຫຍັງອົງພຣະເຢຊູເຈົ້າຈຶ່ງຖືກຄຶງເທິງໄມ້ກາງແຂນ? ແມ່ນຫຍັງຄືແກ່ນແທ້ຂອງບັນຫາໃນທີ່ນີ້? ເປັນຫຍັງພວກຟາຣີຊາຍຈຶ່ງບໍ່ຮູ້ຈັກການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ, ເຖິງແມ່ນວ່າບັນພະບຸລຸດຂອງພວກເຂົາໄດ້ເຊື່ອໃນພຣະເຈົ້າເປັນເວລາຫຼາຍຮຸ່ນຄົນ? ເປັນຫຍັງພວກເຂົາຈຶ່ງຍັງປະນາມ ແລະ ຕໍ່ຕ້ານພຣະເຈົ້າ? ພວກເຮົາທຸກຄົນກໍໄດ້ເຫັນດ້ວຍຕາຂອງພວກເຮົາເອງວ່າ ພຣະເຈົ້າໄດ້ປາກົດຕົວ ແລະ ເຮັດພາລະກິດດັ່ງບຸດມະນຸດທີ່ບັງເກີດເປັນມະນຸດໃນຍຸກສຸດທ້າຍ ແລະ ກ່າວຄວາມຈິງຫຼາຍຢ່າງ. ສະນັ້ນ ເປັນຫຍັງຫຼາຍຄົນໃນໂລກສາສະໜາຈຶ່ງຕໍ່ຕ້ານຢ່າງບ້າປ່ວງ, ປະນາມ ແລະ ເຖິງກັບໝິ່ນປະໝາດພຣະເຈົ້າອົງຊົງລິດທານຸພາບສູງສຸດ? ຖ້າອົງພຣະເຢຊູເຈົ້າໄດ້ກັບຄືນມາ, ຍັງມີພາບລັກຂອງບຸດມະນຸດທີ່ເປັນຄົນຢິວ ແລະ ກ່າວຄວາມຈິງໃນໂລກສາສະໜາ, ພຣະອົງຈະຖືກຂັບໄລ່ອອກຈາກຄຣິດຕະຈັກ ຫຼື ເຖິງກັບຖືກພິສູດວ່າເຮັດຜິດ ແລະ ຖືກຂ້າໃຫ້ຕາຍບໍ? ມັນລ້ວນແລ້ວແຕ່ສາມາດເກີດຂຶ້ນໄດ້ຫຼາຍເກີນໄປ. ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວຄວາມຈິງໃນລັກສະນະດຽວກັນກັບອົງພຣະເຢຊູເຈົ້າ ແລະ ທັງສອງກໍເປັນບຸດມະນຸດທີ່ປົກກະຕິ ແລະ ທຳມະດາ. ໂລກສາສະໜາຕໍ່ຕ້ານພຣະເຈົ້າອົງຊົງລິດທານຸພາບສູງສຸດຢ່າງບ້າປ່ວງຫຼາຍ, ສະນັ້ນ ພວກເຂົາຈະເປີດຮັບອົງພຣະເຢຊູເຈົ້າໃນພາບລັກຂອງບຸດມະນຸດຫຼາຍກວ່າບໍ? ເປັນຫຍັງໂລກສາສະໜາຈຶ່ງຍັງຕັດສິນຜູ້ຄົນທີ່ຕິດຕາມພຣະເຈົ້າອົງຊົງລິດທານຸພາບສູງສຸດ ວ່າເປັນຜູ້ທີ່ມີຄວາມເຊື່ອໃນບຸກຄົນແທນທີ່ຈະເປັນພຣະເຈົ້າ? ຖ້າພວກເຂົາເກີດໃນເວລາດຽວກັນກັບອົງພຣະເຢຊູເຈົ້າ, ພວກເຂົາຈະບໍ່ຕັດສິນຄົນທີ່ຕິດຕາມອົງພຣະເຢຊູເຈົ້າວ່າເປັນຜູ້ທີ່ມີຄວາມເຊື່ອໃນບຸກຄົນແທນທີ່ຈະເປັນພຣະເຈົ້າບໍ? ແມ່ນຫຍັງຄືແກ່ນແທ້ຂອງບັນຫານີ້ແທ້ໆ? ສິ່ງນີ້ເກີດຂຶ້ນ ເພາະມະນຸດທີ່ເສື່ອມຊາມລ້ວນແລ້ວແຕ່ມີທຳມະຊາດຂອງຊາຕານ ແລະ ພວກເຮົາທຸກຄົນດຳລົງຊີວິດຕາມອຸປະນິໄສແບບຊາຕານຂອງພວກເຮົາ. ນີ້ຄືເຫດຜົນທີ່ວ່າເປັນຫຍັງມັນຈຶ່ງບໍ່ໄດ້ແປກເລີຍທີ່ພວກເຮົາຕໍ່ຕ້ານ ແລະ ປະນາມພຣະເຈົ້າ. ຫຼາຍຄົນບໍ່ເຫັນສິ່ງນີ້ຢ່າງຊັດເຈນ. ພວກເຂົາຄິດວ່າ ຫຼັງຈາກທີ່ຄວາມຜິດບາບຂອງພວກເຮົາໄດ້ຮັບການອະໄພ ແລະ ພຣະເຈົ້າບໍ່ເຫັນວ່າພວກເຮົາຜິດ, ພວກເຮົາກໍກາຍເປັນຄົນບໍລິສຸດ. ພວກເຂົາຄິດວ່າ ຫຼັງຈາກທີ່ຄວາມຜິດບາບຂອງພວກເຮົາໄດ້ຮັບການອະໄພ, ພວກເຮົາກໍສາມາດໄດ້ຮັບການຮອງຮັບຂອງພຣະເຈົ້າຜ່ານການກະທຳທີ່ດີ. ມຸມມອງເຫຼົ່ານີ້ແມ່ນບໍ່ຖືກຕ້ອງຫຼາຍ. ຂໍ້ແທ້ຈິງທີ່ວ່າພວກຟາຣີຊາຍຕໍ່ຕ້ານ ແລະ ປະນາມອົງພຣະເຢຊູເຈົ້າແມ່ນພຽງພໍທີ່ຈະເຫັນໄດ້ຢ່າງຊັດເຈນວ່າ ຜູ້ຄົນມີທຳມະຊາດຂອງຊາຕານ ແລະ ອຸປະນິໄສທີ່ເສື່ອມຊາມ, ສະນັ້ນ ບໍ່ວ່າພວກເຮົາຈະເຊື່ອໃນພຣະເຈົ້າເປັນເວລາເທົ່າໃດປີກໍຕາມ, ພວກເຮົາເຂົ້າໃຈພຣະຄຳພີຫຼາຍສໍ່າໃດກໍຕາມ ຫຼື ພວກເຮົາເກີດໃນປີໃດກໍຕາມ, ພວກເຮົາທຸກຄົນຍັງກຽດຊັງຄວາມຈິງ, ຕໍ່ຕ້ານພຣະເຈົ້າ, ປະນາມພຣະເຈົ້າ ແລະ ເປັນປໍລະປັກຕໍ່ພຣະເຈົ້າ. ດ້ວຍເຫດຜົນນີ້ພຽງຢ່າງດຽວ, ພາລະກິດແຫ່ງການພິພາກສາຂອງພຣະເຈົ້າໃນຍຸກສຸດທ້າຍກໍຈຳເປັນຫຼາຍ! ເພາະທຳມະຊາດແບບຊາຕານຂອງພວກເຮົາ, ມະນຸດຊາດທີ່ເສື່ອມຊາມຄວນຍອມຮັບການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ. ຖ້າບໍ່ມີການພິພາກສາ ແລະ ການຂ້ຽນຕີນີ້, ຍ້ອນພວກເຮົາເສື່ອມຊາມ, ພວກເຮົາຈຶ່ງຈະເຮັດບາບ ແລະ ຕໍ່ຕ້ານພຣະເຈົ້າຢູ່ສະເໝີ, ພວກເຮົາຈະບໍ່ເຊື່ອຟັງພຣະເຈົ້າ ຫຼື ເຂົ້າກັບພຣະເຈົ້າໄດ້ຈັກເທື່ອ ແລະ ພວກເຮົາຈະບໍ່ມີຄຸນສົມບັດທີ່ຈະເຂົ້າສູ່ອານາຈັກສະຫວັນ. ເຖິງແມ່ນວ່າພວກເຮົາທຸກຄົນຮູ້ ແລະ ເຂົ້າໃຈວ່າອຸປະນິໄສຂອງພຣະເຈົ້າຄືຄວາມຊອບທຳ, ບໍ່ມີຜູ້ໃດສາມາດເຫັນເຖິງສະພາວະທີ່ເປັນຕາຢ້ານຂອງການທີ່ພວກເຮົາຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງຮ້າຍແຮງ, ຈົນເຖິງຂັ້ນທີ່ພວກເຮົາສາມາດຕໍ່ຕ້ານພຣະເຈົ້າ ຫຼື ຈົນເຖິງຂັ້ນທີ່ພວກເຮົາສາມາດກຽດຊັງບຸດມະນຸດທີ່ກ່າວຄວາມຈິງຫຼາຍ ເຊິ່ງໝາຍຄວາມວ່າຈົນເຖິງຂັ້ນທີ່ພວກເຮົາລັງກຽດຄວາມຈິງ. ຜູ້ຄົນບໍ່ສາມາດເຫັນຫຍັງເລີຍໃນສິ່ງເຫຼົ່ານີ້ຢ່າງຊັດເຈນ. ສະນັ້ນ, ພວກເຮົາມີແນວຄິດ ແລະ ຂໍ້ສົງໄສຫຼາຍຢ່າງກ່ຽວກັບພາລະກິດແຫ່ງການພິພາກສາຂອງພຣະເຈົ້າໃນຍຸກສຸດທ້າຍຢູ່ສະເໝີ. ທຸກຄົນຄິດວ່າການໄດ້ຮັບອະໄພສຳລັບຄວາມຜິດບາບຂອງພວກເຮົາເຮັດໃຫ້ພວກເຮົາບໍລິສຸດ. ຖ້າພຣະເຈົ້າບໍ່ຖືວ່າພວກເຮົາມີບາບ, ພວກເຮົາກໍບໍລິສຸດ. ພາລະກິດແຫ່ງຄວາມລອດພົ້ນຂອງພຣະເຈົ້າສົມບູນ, ພຣະເຈົ້າບໍ່ຈຳເປັນຕ້ອງເຮັດພາລະກິດແຫ່ງການພິພາກສາອີກຕໍ່ໄປ. ເມື່ອອົງພຣະເຢຊູເຈົ້າກັບຄືນມາ, ພຣະອົງຈະນໍາພວກເຮົາເຂົ້າສູ່ອານາຈັກສະຫວັນ ແລະ ຫຼັງຈາກທີ່ພວກເຮົາຢູ່ໃນສະຫວັນ, ກໍຮັບປະກັນໄດ້ວ່າພວກເຮົາຕ້ອງເຊື່ອຟັງພຣະເຈົ້າ ແລະ ນະມັດສະການພຣະເຈົ້າຕະຫຼອດໄປ. ແຕ່ນີ້ບໍ່ແມ່ນພຽງເລື່ອງໄຮ້ສາລະທີ່ຊັດແຈ້ງບໍ? ຜູ້ຄົນເຊື່ອໃນພຣະເຈົ້າເທິງແຜ່ນດິນໂລກ ແລະ ມີຄວາມສຸກກັບຄວາມກະລຸນາຂອງພຣະເຈົ້າ, ແຕ່ພວກເຂົາຍັງຕັດສິນ ແລະ ປະນາມພຣະເຈົ້າ, ແລ້ວພວກເຮົາຈະສາມາດເຊື່ອຟັງ ແລະ ນະມັດສະການພຣະເຈົ້າໃນສະຫວັນໄດ້ແນວໃດ? ສິ່ງນີ້ແມ່ນເປັນໄປບໍ່ໄດ້ທີ່ສຸດ. ພຣະທຳຂອງພຣະເຈົ້າໄດ້ກ່າວວ່າ “ຖ້າບໍ່ມີຄວາມບໍລິສຸດ, ບໍ່ມີມະນຸດຄົນໃດຈະເຫັນພຣະຜູ້ເປັນເຈົ້າ(ເຮັບເຣີ 12:14). ປະໂຫຍກນີ້ຄືຄວາມຈິງ ແລະ ກົດລະບຽບແຫ່ງສະຫວັນ! ຕອນນີ້ ພວກເຮົາໄດ້ເຂົ້າໃຈວ່າເປັນຫຍັງພຣະເຈົ້າຈຶ່ງເຮັດພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍ. ໃນການວິເຄາະສຸດທ້າຍ, ພຣະເຈົ້າໄດ້ມາເພື່ອຊ່ວຍຜູ້ຄົນໃຫ້ລອດພົ້ນຢ່າງສົມບູນ ເຊິ່ງໝາຍຄວາມເຖິງການຊໍາລະລ້າງ ແລະ ການປ່ຽນແປງອຸປະນິໄສທີ່ເສື່ອມຊາມຂອງພວກເຮົາ ພ້ອມທັງຊ່ວຍກູ້ພວກເຮົາຈາກຄວາມຜິດບາບ ແລະ ອຳນາດຂອງຊາຕານຢ່າງສົມບູນ. ມື້ນີ້, ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວຄວາມຈິງທັງໝົດທີ່ຈຳເປັນເພື່ອຊໍາລະລ້າງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນ ແລະ ກຳລັງເຮັດພາລະກິດແຫ່ງການພິພາກສາ ໂດຍເລີ່ມຕົ້ນຈາກເຮືອນຂອງພຣະເຈົ້າ. ຫຼາຍຄົນທີ່ຖືກພຣະເຈົ້າເລືອກໄວ້ໄດ້ຜະເຊີນໜ້າກັບການພິພາກສາຂອງພຣະເຈົ້າ, ຊໍາລະລ້າງອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ຕອນນີ້ກໍສັນລະເສີນຄວາມຊອບທຳຂອງພຣະເຈົ້າ ແລະ ຄວາມບໍລິສຸດຈາກກົ້ນເລິກຫົວໃຈຂອງພວກເຂົາ. ພວກເຂົາໄດ້ເຫັນວ່າຜູ້ຄົນຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງຮ້າຍແຮງສໍ່າໃດ, ພວກເຂົາສາມາດເຮັດຄວາມຜິດບາບຫຍັງແທ້ໆ ແລະ ພວກເຂົາສາມາດຕໍ່ຕ້ານພຣະເຈົ້າໄດ້ຫຼາຍສໍ່າໃດ. ພວກເຂົາໄດ້ບັນລຸຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບພວກເຂົາເອງ, ເຫັນຄວາມຂີ້ຮ້າຍໃນຄວາມເສື່ອມຊາມແບບຊາຕານຂອງພວກເຂົາ ແລະ ພວກເຂົາທຸກຄົນກໍຮູ້ສຶກວ່າ ຖ້າພວກເຂົາບໍ່ຜະເຊີນໜ້າກັບການພິພາກສາ ແລະ ການຊໍາລະລ້າງຂອງພຣະເຈົ້າ ແລະ ດຳລົງຊີວິດໃນອຸປະນິໄສແບບຊາຕານຂອງພວກເຂົາແທນ, ພວກເຂົາກໍກຳລັງຕໍ່ຕ້ານພຣະເຈົ້າ, ທໍລະຍົດພຣະເຈົ້າ, ດຳລົງຊີວິດດັ່ງມານຮ້າຍ, ຈະຖືກສົ່ງລົງນະຮົກ ແລະ ຖືກລົງໂທດໂດຍພຣະເຈົ້າ ແລະ ບໍ່ສົມຄວນທີ່ຈະດຳລົງຊີວິດຢູ່ຕໍ່ໜ້າພຣະເຈົ້າ, ສະນັ້ນ ພວກເຂົາຈຶ່ງຮູ້ສຶກເສົ້າໃຈຢ່າງຮຸນແຮງ, ກຽດຊັງຕົນເອງ ແລະ ບັນລຸການກັບໃຈ ແລະ ການປ່ຽນແປງທີ່ແທ້ຈິງ. ມີແຕ່ເມື່ອພວກເຮົາໄດ້ຜະເຊີນໜ້າກັບການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ, ພວກເຮົາຈຶ່ງຮູ້ວ່າພາລະກິດແຫ່ງການພິພາກສາຂອງພຣະເຈົ້າຄືຄວາມລອດພົ້ນທີ່ຍິ່ງໃຫຍ່ຂອງພຣະອົງ ແລະ ຄວາມຮັກທີ່ຍິ່ງໃຫຍ່ສຳລັບມະນຸດຊາດ.

ຫຼາຍຄົນບໍ່ເຂົ້າໃຈຄວາມໝາຍຂອງພາລະກິດແຫ່ງການພິພາກສາຂອງພຣະເຈົ້າໃນຍຸກສຸດທ້າຍ ແລະ ຄິດວ່າຫຼັງຈາກທີ່ອົງພຣະເຢຊູເຈົ້າສຳເລັດພາລະກິດແຫ່ງການໄຖ່ບາບ, ມະນຸດຊາດກໍຖືກຊ່ວຍໃຫ້ລອດພົ້ນຢ່າງສົມບູນ ແລະ ພາລະກິດຂອງພຣະເຈົ້າທີ່ຊ່ວຍມະນຸດຊາດໃຫ້ລອດພົ້ນກໍສຳເລັດລົງ, ແຕ່ນີ້ຄືຄວາມຜິດພາດທີ່ໃຫຍ່ຫຼວງ! ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດມີຄວາມຊັດເຈນຫຼາຍ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ເຖິງແມ່ນວ່າ ພຣະເຢຊູໄດ້ປະຕິບັດພາລະກິດຫຼາຍຢ່າງໃນທ່າມກາງມະນຸດ, ພຣະອົງພຽງສໍາເລັດການໄຖ່ບາບຂອງມວນມະນຸດຊາດ ແລະ ກາຍເປັນເຄື່ອງຖວາຍບູຊາແທນຄວາມຜິດບາບຂອງມະນຸດເທົ່ານັ້ນ; ພຣະອົງບໍ່ໄດ້ກໍາຈັດອຸປະນິໄສທີ່ເສື່ອມຊາມທັງໝົດຂອງເຂົາອອກຈາກມະນຸດ. ການຊ່ວຍໃຫ້ມະນຸດລອດພົ້ນຢ່າງສົມບູນຈາກອິດທິພົນຂອງຊາຕານບໍ່ແມ່ນພຽງຕ້ອງການໃຫ້ພຣະເຢຊູກາຍເປັນເຄື່ອງຖວາຍບູຊາແທນຄວາມຜິດບາບ ແລະ ແບກຮັບຄວາມຜິດບາບຂອງມະນຸດເທົ່ານັ້ນ, ແຕ່ມັນຍັງຮຽກຮ້ອງໃຫ້ພຣະເຈົ້າປະຕິບັດພາລະກິດທີ່ຍິ່ງໃຫຍ່ຂຶ້ນເພື່ອກຳຈັດອຸປະນິໄສເສື່ອມຊາມຂອງຊາຕານຂອງເຂົາໃຫ້ອອກຈາກມະນຸດ. ດັ່ງນັ້ນ ບັດນີ້ເມື່ອມະນຸດໄດ້ຮັບການໃຫ້ອະໄພຄວາມຜິດບາບຂອງເຂົາ, ພຣະເຈົ້າຈຶ່ງໄດ້ກັບຄືນສູ່ເນື້ອໜັງ ເພື່ອນໍາພາມະນຸດໄປສູ່ຍຸກໃໝ່ ແລະ ເລີ່ມຕົ້ນພາລະກິດຂອງການຂ້ຽນຕີ ແລະ ການພິພາກສາ. ພາລະກິດນີ້ໄດ້ນໍາພາມະນຸດໄປສູ່ອານາຈັກທີ່ສູງສົ່ງຍິ່ງຂຶ້ນ. ທຸກຄົນທີ່ຍອມຢູ່ພາຍໃຕ້ອຳນາດຂອງພຣະອົງຈະໄດ້ຮັບຄວາມຈິງທີ່ສູງສົ່ງຂຶ້ນ ແລະ ໄດ້ຮັບພອນທີ່ຍິ່ງໃຫຍ່ຂຶ້ນ. ພວກເຂົາຈະດຳລົງຊີວິດຢູ່ໃນແສງສະຫວ່າງຢ່າງແທ້ຈິງ ແລະ ພວກເຂົາຈະໄດ້ຮັບເອົາຄວາມຈິງ, ຫົນທາງ ແລະ ຊີວິດ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄໍານໍາ). “ໃນຍຸກສຸດທ້າຍ ພຣະຄຣິດໃຊ້ຫຼາກຫຼາຍຄວາມຈິງເພື່ອສັ່ງສອນມະນຸດ, ເປີດໂປງແກ່ນແທ້ຂອງມະນຸດ ແລະ ວິເຄາະຄໍາເວົ້າ ແລະ ການກະທຳຂອງມະນຸດ. ພຣະທໍາເຫຼົ່ານີ້ປະກອບດ້ວຍຄວາມຈິງຫຼາຍປະການ, ເຊັ່ນ: ໜ້າທີ່ຂອງມະນຸດ, ວິທີມະນຸດຄວນເຊື່ອຟັງພຣະເຈົ້າ, ວິທີມະນຸດຄວນຈົງຮັກພັກດີຕໍ່ພຣະເຈົ້າ, ວິທີທີ່ມະນຸດຄວນສະແດງຄວາມປະພຶດຕົນແບບມະນຸດປົກກະຕິທົ່ວໄປ ພ້ອມດ້ວຍສະຕິປັນຍາ ແລະ ອຸປະນິໄສຂອງພຣະເຈົ້າ ແລະ ອື່ນໆ. ພຣະທໍາເຫຼົ່ານີ້ແມ່ນເນັ້ນໃສ່ແກ່ນແທ້ ແລະ ອຸປະນິໄສທີ່ເສື່ອມຊາມຂອງມະນຸດໂດຍກົງ. ໂດຍສະເພາະແລ້ວ ພຣະທຳທີ່ເປີດໂປງວິທີມະນຸດທີ່ປະຕິເສດພຣະເຈົ້າໃນເລື່ອງທີ່ກ່ຽວກັບວິທີທີ່ມະນຸດເປັນຮູບຮ່າງປາກົດຂອງຊາຕານ ແລະ ເປັນກໍາລັງສັດຕູທີ່ຕໍ່ຕ້ານພຣະເຈົ້າ. ໃນການປະຕິບັດພາລະກິດພິພາກສາຂອງພຣະເຈົ້າ, ພຣະອົງບໍ່ພຽງແຕ່ເຮັດໃຫ້ທໍາມະຊາດຂອງມະນຸດຊັດເຈນດ້ວຍພຣະທໍາສອງສາມຂໍ້ເທົ່ານັ້ນ; ແຕ່ພຣະອົງເປີດໂປງ, ຈັດການ ແລະ ລິຮານມັນໃນໄລຍະຍາວ. ວິທີການເປີດໂປງ, ຈັດການ ແລະ ລິຮານເຫຼົ່ານີ້ບໍ່ສາມາດທົດແທນດ້ວຍຄໍາກ່າວທໍາມະດາ ແຕ່ທົດແທນດ້ວຍຄວາມຈິງທີ່ມະນຸດບໍ່ມີແທ້ໆ. ມີພຽງວິທີການແບບນີ້ເທົ່ານັ້ນຈຶ່ງຖືກເອີ້ນວ່າເປັນການພິພາກສາ; ຜ່ານການພິພາກສາແບບນີ້ເທົ່ານັ້ນ ທີ່ຈະສາມາດເອົາຊະນະມະນຸດ ແລະ ເຮັດໃຫ້ມະນຸດຍອມອ່ອນນ້ອມຕໍ່ພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນກໍຮັບເອົາຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະອົງ. ສິ່ງທີ່ພາລະກິດແຫ່ງການພິພາກສານໍາມາ ກໍຄືຄວາມເຂົ້າໃຈຂອງມະນຸດຕໍ່ໃບໜ້າທີ່ແທ້ຈິງຂອງພຣະເຈົ້າ ແລະ ຄວາມຈິງກ່ຽວກັບການກະບົດຂອງເຂົາເອງ. ພາລະກິດແຫ່ງການພິພາກສາເຮັດໃຫ້ມະນຸດເຂົ້າໃຈຈຸດປະສົງຂອງພຣະເຈົ້າຫຼາຍຂຶ້ນ, ເຂົ້າໃຈຈຸດປະສົງຂອງພາລະກິດຂອງພຣະອົງ ແລະ ເຂົ້າໃຈເຖິງຄວາມລຶກລັບທີ່ເຂົາບໍ່ອາດສາມາດເຂົ້າໃຈໄດ້. ພາລະກິດດັ່ງກ່າວຍັງສາມາດເຮັດໃຫ້ມະນຸດຮັບຮູ້ ແລະ ຮູ້ຈັກທາດແທ້ທີ່ເສື່ອມຊາມຂອງເຂົາ ແລະ ຕົ້ນຕໍຂອງຄວາມເສື່ອມຊາມຂອງຕົນ ພ້ອມທັງຄົ້ນພົບຄວາມໜ້າລັງກຽດຂອງມະນຸດອີກດ້ວຍ. ຜົນກະທົບເຫຼົ່ານີ້ແມ່ນເກີດຂຶ້ນໂດຍພາລະກິດແຫ່ງການພິພາກສາທັງໝົດ ເພາະວ່າທາດແທ້ຂອງພາລະກິດນີ້ຄືພາລະກິດແຫ່ງການເປີດເຜີຍຄວາມເປັນຈິງ, ຫົນທາງ ແລະ ຊີວິດຂອງພຣະເຈົ້າ ໃຫ້ກັບຜູ້ທີ່ມີຄວາມສັດທາໃນພຣະອົງແທ້ໆ. ພາລະກິດນີ້ແມ່ນພາລະກິດແຫ່ງການພິພາກສາທີ່ພຣະເຈົ້າໄດ້ປະຕິບັດ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຣິດປະຕິບັດພາລະກິດແຫ່ງການພິພາກສາດ້ວຍຄວາມຈິງ).

ພາລະກິດແຫ່ງການພິພາກສາຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກສຸດທ້າຍໄດ້ເຮັດໃຫ້ຍຸກແຫ່ງພຣະຄຸນສິ້ນສຸດລົງ. ໃນເວລາດຽວກັນ, ມັນໄດ້ເລີ່ມຕົ້ນຍຸກແຫ່ງລາຊະອານາຈັກ. ໜຶ່ງລັກສະນະຂອງການພິພາກສາໃນຍຸກສຸດທ້າຍກໍຄືການຊໍາລະລ້າງ ແລະ ການຊ່ວຍຜູ້ຄົນໃຫ້ລອດພົ້ນຢ່າງສົມບູນ, ປົດປ່ອຍພວກເຮົາໃຫ້ເປັນອິດສະຫຼະຈາກຄວາມຜິດບາບ ແລະ ອຳນາດຂອງຊາຕານ ແລະ ເຮັດໃຫ້ພວກເຮົາຖືກຮັບເອົາໂດຍພຣະເຈົ້າຢ່າງສົມບູນ. ອີກລັກສະນະໜຶ່ງ ກໍຄືການເປີດໂປງຜູ້ຄົນແຕ່ລະປະເພດ ແລະ ແຍກພວກເຂົາຕາມປະເພດຂອງພວກເຂົາ, ທຳລາຍກອງກຳລັງທັງໝົດຂອງສິ່ງຊົ່ວຮ້າຍທີ່ຕໍ່ຕ້ານພຣະເຈົ້າ ແລະ ສິ້ນສຸດຍຸກເດີມທີ່ມືດ ແລະ ຊົ່ວຮ້າຍນີ້. ນີ້ແມ່ນຄວາມໝາຍຂອງພາລະກິດແຫ່ງການພິພາກສາຂອງພຣະເຈົ້າໃນຍຸກສຸດທ້າຍ. ໃຫ້ພວກເຮົາອ່ານອີກໜຶ່ງຂໍ້ຄວາມຈາກພຣະເຈົ້າອົງຊົງລິດທານຸພາບສູງສຸດ. “ໃນພາລະກິດສຸດທ້າຍຂອງການສິ້ນສຸດຍຸກຂອງພຣະອົງ, ອຸປະນິໄສຂອງພຣະອົງແມ່ນການຂ້ຽນຕີ ແລະ ການພິພາກສາ ເຊິ່ງພຣະອົງເປີດເຜີຍທຸກສິ່ງທີ່ບໍ່ຊອບທໍາ ເພື່ອພິພາກສາທຸກຄົນຢ່າງເປີດເຜີຍ ແລະ ເພື່ອເຮັດໃຫ້ຄົນທີ່ຮັກພຣະອົງດ້ວຍຈິງໃຈສົມບູນແບບ. ພຽງການກະທໍາແບບນີ້ເທົ່ານັ້ນທີ່ສາມາດນໍາການສິ້ນສຸດມາສູ່ຍຸກໄດ້. ຍຸກສຸດທ້າຍໄດ້ມາເຖິງແລ້ວ. ສັບພະທຸກສິ່ງໃນການຊົງສ້າງຈະຖືກຈັດແບ່ງອອກຕາມປະເພດຂອງພວກເຂົາ ແລະ ແບ່ງແຕ່ລະປະເພດອອກອີງຕາມທໍາມະຊາດຂອງພວກເຂົາ. ນີ້ແມ່ນຊ່ວງເວລາທີ່ພຣະເຈົ້າເປີດເຜີຍຜົນສະຫຼຸບທີ່ມະນຸດຈະໄດ້ຮັບ ແລະ ຈຸດໝາຍປາຍທາງຂອງພວກເຂົາ. ຖ້າຜູ້ຄົນບໍ່ໄດ້ຜ່ານການຂ້ຽນຕີ ແລະ ການພິພາກສາ ແລ້ວກໍຈະບໍ່ມີທາງເປີດເຜີຍຄວາມບໍ່ເຊື່ອຟັງ ແລະ ຄວາມບໍ່ຊອບທຳຂອງພວກເຂົາໄດ້. ພຽງແຕ່ຜ່ານການຂ້ຽນຕີ ແລະ ການພິພາກສາເທົ່ານັ້ນຈຶ່ງຈະສາມາດເປີດເຜີຍຜົນຕາມມາຂອງການສ້າງສັບພະສິ່ງ. ມະນຸດພຽງແຕ່ສະແດງທາດແທ້ຂອງເຂົາເມື່ອເຂົາຖືກຂ້ຽນຕີ ແລະ ຖືກພິພາກສາ. ຄົນຊົ່ວຮ້າຍຈະຖືກຈັດໄວ້ຢູ່ນໍາຄົນຊົ່ວຮ້າຍ, ຄົນດີໄວ້ກັບຄົນດີ ແລະ ມະນຸດທຸກຄົນຈະຖືກຈັດແບ່ງຕາມປະເພດຂອງພວກເຂົາ. ຜົນຕາມມາຂອງການຊົງສ້າງຈະຖືກເປີດເຜີຍຜ່ານການຂ້ຽນຕີ ແລະ ການພິພາກສາ ເພື່ອຄົນຊົ່ວຮ້າຍຈະຖືກລົງໂທດ ແລະ ຄົນດີຈະໄດ້ຮັບລາງວັນ ແລະ ທຸກຄົນຈະໄດ້ຢູ່ພາຍໃຕ້ອຳນາດຂອງພຣະເຈົ້າ. ພາລະກິດທັງໝົດນີ້ຕ້ອງຖືກເຮັດໃຫ້ສຳເລັດຜ່ານການຂ້ຽນຕີ ແລະ ພິພາກສາຢ່າງຊອບທຳ. ເນື່ອງຈາກຄວາມເສື່ອມຊາມຂອງມະນຸດໄດ້ເຖິງຂັ້ນຮ້າຍແຮງທີ່ສຸດ ແລະ ຄວາມບໍ່ເຊື່ອຟັງຂອງພວກເຂົານັ້ນຮ້າຍແຮງຢ່າງລົ້ນເຫຼືອ, ມີພຽງແຕ່ອຸປະນິໄສທີ່ຊອບທຳຂອງພຣະເຈົ້າເທົ່ານັ້ນ ເຊິ່ງເປັນສິ່ງທີ່ປະກອບດ້ວຍການຂ້ຽນຕີ ແລະ ການພິພາກສາເປັນສ່ວນໃຫຍ່ ທີ່ຖືກເປີດເຜີຍໃນຍຸກສຸດທ້າຍຈຶ່ງສາມາດປ່ຽນແປງ ແລະ ເຮັດໃຫ້ມະນຸດສົມບູນແບບຢ່າງແທ້ຈິງໄດ້. ມີພຽງອຸປະນິໄສນີ້ເທົ່ານັ້ນທີ່ສາມາດເປີດເຜີຍຄົນຊົ່ວຮ້າຍ ແລະ ລົງໂທດຄົນທີ່ບໍ່ຊອບທຳທຸກຄົນຢ່າງຮຸນແຮງໄດ້... ໃນລະຫວ່າງຍຸກສຸດທ້າຍ ມີພຽງການພິພາກສາທີ່ຊອບທຳເທົ່ານັ້ນສາມາດຈັດແບ່ງມະນຸດຕາມປະເພດຂອງພວກເຂົາ ແລະ ນໍາເອົາມະນຸດເຂົ້າສູ່ໂລກໃໝ່. ດ້ວຍວິທີນີ້ ຍຸກທັງໝົດຈະຖືກນໍາມາສູ່ການສິ້ນສຸດ ຜ່ານອຸປະນິໄສທີ່ຊອບທຳແຫ່ງການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)). ໃນຍຸກສຸດທ້າຍ, ພຣະເຈົ້າໄດ້ກ່າວຄວາມຈິງ ແລະ ເຮັດພາລະກິດແຫ່ງການພິພາກສາ ເຊິ່ງໄດ້ເປີດໂປງທຸກປະເພດຂອງທັດສະນະຂອງຜູ້ຄົນຕໍ່ຄວາມຈິງ ແລະ ຕໍ່ພຣະເຈົ້າ. ຄົນທີ່ຮັກຄວາມຈິງ ແລະ ສະແຫວງຫາຄວາມຮັກສຳລັບພຣະເຈົ້າ ຄືເປົ້າໝາຍຂອງການທີ່ພຣະເຈົ້າຊ່ວຍໃຫ້ລອດພົ້ນ ແລະ ເຮັດໃຫ້ສົມບູນ. ພວກເຂົາໄດ້ຍິນສຽງຂອງພຣະເຈົ້າ, ກັບຄືນສູ່ບັນລັງຂອງພຣະອົງ, ກິນ ແລະ ດື່ມພຣະທຳຂອງພຣະເຈົ້າທຸກມື້, ປະສົບກັບການພິພາກສາ, ການຂ້ຽນຕີ, ການທົດລອງ ແລະ ການຫຼໍ່ຫຼອມຂອງພຣະເຈົ້າ, ເປັນອິດສະຫຼະຈາກພັນທະນາການ ແລະ ການຄວບຄຸມຂອງຄວາມຜິດບາບໃນທີ່ສຸດ, ບັນລຸການຊໍາລະລ້າງ ແລະ ການປ່ຽນແປງຂອງອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ຫຼັງຈາກນັ້ນ ພວກເຂົາກໍຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ ແລະ ກາຍມາເປັນຜູ້ເອົາຊະນະ ເຊິ່ງໝາຍຄວາມເຖິງໝາກຜົນທຳອິດ. ເຖິງຢ່າງໃດກໍຕາມ, ຄົນທີ່ລັງກຽດຄວາມຈິງ ແລະ ຕໍ່ຕ້ານພຣະເຈົ້າກໍເປັນເປົ້າໝາຍຂອງການປະຖິ້ມ ແລະ ການກຳຈັດຂອງພຣະເຈົ້າ. ພວກເຂົາຍຶດຕິດກັບຂໍ້ຄວາມໃນພຣະຄຳພີໄບເບິນຢ່າງດື້ດ້ານ ແລະ ພຽງແຕ່ລໍຖ້າໃຫ້ພຣະຜູ້ເປັນເຈົ້າມາເທິງກ້ອນເມກ ໃນຂະນະທີ່ຕໍ່ຕ້ານ ແລະ ປະນາມພຣະເຈົ້າອົງຊົງລິດທານຸພາບສູງສຸດຢ່າງບ້າປ່ວງ. ໃນການເຮັດແບບນັ້ນ, ພວກເຂົາໄດ້ສູນເສຍໂອກາດຂອງພວກເຂົາທີ່ຈະຖືກຍົກຂຶ້ນກ່ອນໄພພິບັດ ແລະ ຈະຕົກລົງສູ່ຫາຍະນະ, ຮ້ອງໄຫ້ ແລະ ກັດແຂ້ວຂອງພວກເຂົາ. ມີຄົນອື່ນທີ່ພຽງແຕ່ສະແຫວງຫາພອນ ແລະ ລັງເລທີ່ຈະຍອມຮັບພຣະເຈົ້າອົງຊົງລິດທານຸພາບສູງສຸດເພື່ອຫຼົບຫຼີກຈາກໄພພິບັດ. ພວກເຂົາເຊື່ອໃນພຣະທຳເທົ່ານັ້ນ ແລະ ທຳມະຊາດຂອງພວກເຂົາກໍຄືການກຽດຊັງຄວາມຈິງ. ພວກເຂົາເຊື່ອໃນພຣະເຈົ້າເປັນເວລາຫຼາຍປີ, ແຕ່ບໍ່ເຄີຍປະຕິບັດຄວາມຈິງ, ປະຕິເສດທີ່ຈະຍອມຮັບ ຫຼື ເຊື່ອຟັງການພິພາກສາ, ການຂ້ຽນຕີ, ການລິຮານ ແລະ ການຈັດການຂອງພຣະເຈົ້າ ແລະ ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາບໍ່ເຄິີຍປ່ຽນແປງແມ່ນແຕ່ໜ້ອຍດຽວ. ຜູ້ຄົນດັ່ງກ່າວຄືຜູ້ທີ່ບໍ່ມີຄວາມເຊື່ອ ແລະ ຜູ້ເຮັດຄວາມຊົ່ວທີ່ໄດ້ປະປົນເຂົ້າໃນເຮືອນຂອງພຣະເຈົ້າ ແລະ ພວກເຂົາຈະຖືກເປີດໂປງ ແລະ ຖືກກຳຈັດ. ສິ່ງນີ້ໄດ້ສະແດງວ່າພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍໄດ້ເປີດເຜີຍຄົນທຸກປະເພດແລ້ວ. ຍິງສາວບໍລິສຸດທີ່ສະຫຼາດ ແລະ ຍິງສາວບໍລິສຸດທີ່ໂງ່ຈ້າ, ຄົນທີ່ຮັກຄວາມຈິງ ແລະ ຄົນທີ່ພຽງແຕ່ສະແຫວງຫາເພື່ອເຮັດໃຫ້ທ້ອງຂອງພວກເຂົາເຕັມໄປດ້ວຍເຂົ້າຈີ່, ເຂົ້າດີ ແລະ ເຂົ້ານົກ ແລະ ແບ້ ແລະ ແກະ ກໍ່ລ້ວນແລ້ວແຕ່ຖືກແບ່ງແຍກອອກເປັນປະເພດທີ່ແຕກຕ່າງກັນ. ໃນທີ່ສຸດແລ້ວ, ພຣະເຈົ້າຈະໃຫ້ລາງວັນແກ່ຄົນດີ ແລະ ລົງໂທດຄົນຊົ່ວຮ້າຍ ແລະ ຕອບແທນແຕ່ລະຄົນຕາມສິ່ງທີ່ພວກເຂົາໄດ້ເຮັດ. ສິ່ງນີ້ໄດ້ສະແດງເຖິງອຸປະນິໄສທີ່ຊອບທຳຂອງພຣະເຈົ້າຢ່າງສົມບູນ ແລະ ຍັງສຳເລັດຕາມຄຳພະຍານເຫຼົ່ານີ້ໃນພຣະນິມິດ “ຄົນທີ່ບໍ່ຊອບທຳ ກໍ່ປ່ອຍໃຫ້ເຂົາບໍ່ຊອບທຳຕໍ່ໄປ: ແລະ ຄົນທີ່ສົກກະປົກ ກໍ່ປ່ອຍໃຫ້ເຂົາສົກກະປົກຕໍ່ໄປ: ແລະ ຄົນທີ່ຊອບທຳ ກໍ່ປ່ອຍໃຫ້ເຂົາຊອບທຳຕໍ່ໄປ: ແລະ ຄົນທີ່ບໍລິສຸດ ກໍ່ປ່ອຍໃຫ້ເຂົາບໍລິສຸດຕໍ່ໄປ(ພຣະນິມິດ 22:11). “ແລະ ເບິ່ງແມ ເຮົາມາຢ່າງໄວວາ; ແລະ ລາງວັນຂອງເຮົາກໍຢູ່ກັບເຮົາ, ຈະມອບໃຫ້ກັບທຸກຄົນຕາມພາລະກິດຂອງເຂົາເອງ(ພຣະນິມິດ 22:12).

ມື້ນີ້, ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ສ້າງກຸ່ມຂອງຜູ້ເອົາຊະນະກ່ອນໄພພິບັດ ແລະ ພາລະກິດແຫ່ງການພິພາກສາ ໂດຍເລີ່ມຕົ້ນຈາກເຮືອນຂອງພຣະເຈົ້າກໍໄດ້ບັນລຸຄວາມສຳເລັດທີ່ຍິ່ງໃຫຍ່. ພຣະທຳທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວອອກກໍແຜ່ກະຈາຍໄປທົ່ວທຸກຊົນຊາດເທິງແຜ່ນດິນໂລກ ແລະ ສັ່ນສະເທືອນໂລກ, ພິສູດວ່າພຣະເຈົ້າໄດ້ເອົາຊະນະຊາຕານ ແລະ ໄດ້ຮັບສະຫງ່າລາສີ. ຫຼັງຈາກນີ້, ພຣະເຈົ້າຈະຖອກເທຄວາມຫາຍະນະ ແລະ ເລີ່ມພິພາກສາທຸກຊົນຊາດ ແລະ ທຸກຄົນ. ການມາເຖິງຂອງຄວາມຫາຍະນະຄືການພິພາກສາຂອງພຣະເຈົ້າສຳລັບຍຸກທີ່ຊົ່ວຮ້າຍນີ້ ແລະ ຍັງເປັນການຊ່ວຍມະນຸດຊາດໃຫ້ລອດພົ້ນ. ພຣະເຈົ້າໃຊ້ໄພພິບັດເພື່ອບັງຄັບໃຫ້ຜູ້ຄົນສະແຫວງຫາ ແລະ ສືບຄົ້ນຫາຫົນທາງທີ່ແທ້ຈິງ, ຄົ້ນຫາການປາກົດຕົວ ແລະ ພາລະກິດຂອງພຣະຜູ້ໄຖ່, ມາຫາພຣະເຈົ້າ ແລະ ຍອມຮັບຄວາມລອດພົ້ນຂອງພຣະອົງ. ໃນເວລາດຽວກັນ, ພຣະອົງຍັງໃຊ້ໄພພິບັດເພື່ອແກ້ໄຂກອງກຳລັງທີ່ຊົ່ວຮ້າຍທັງໝົດ ແລະ ຄົນຊົ່ວຮ້າຍທີ່ຕໍ່ຕ້ານພຣະເຈົ້າ ແລະ ສິ້ນສຸດຍຸກທີ່ຊົ່ວຮ້າຍນີີ້ທີ່ຊາຕານມີອຳນາດຢ່າງສົມບູນ. ໃນທີ່ສຸດ, ທຸກຄົນທີ່ໄດ້ຜະເຊີນໜ້າກັບການພິພາກສາຂອງພຣະເຈົ້າ ແລະ ຖືກຊໍາລະລ້າງ ກໍຈະຖືກປົກປ້ອງໂດຍພຣະເຈົ້າໃນທ່າມກາງໄພພິບັດ, ຫຼັງຈາກນັ້ນ ພຣະອົງກໍຈະນໍາພວກເຂົາໄປສູ່ຈຸດໝາຍປາຍທາງທີ່ສວຍງາມ. ນີ້ແມ່ນວິທີການທີ່ພາລະກິດແຫ່ງການພິພາກສາຂອງພຣະເຈົ້າໃນຍຸກສຸດທ້າຍຈະສຳເລັດລົງ. ຫຼັງຈາກນັ້ນ, ໃນໂລກໃໝ່ ອານາຈັກຂອງພຣະຄຣິດກໍຈະຖືກເຮັດໃຫ້ກາຍເປັນຈິງເທິງແຜ່ນດິນໂລກຢ່າງສົມບູນ.

ສຸດທ້າຍນີ້, ໃຫ້ພວກເຮົາຮັບຊົມວິດີໂອການອ່ານພຣະທຳຂອງພຣະເຈົ້າ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ຕອນນີ້ ເຈົ້າເຂົ້າໃຈແລ້ວບໍ ວ່າສິ່ງໃດຄືການພິພາກສາ ແລະ ສິ່ງໃດຄືຄວາມຈິງ? ຖ້າເຈົ້າໄດ້ເຂົ້າໃຈແລ້ວ, ແລ້ວເຮົາຂໍແນະນໍາເຈົ້າໃຫ້ຍອມເຊື່ອຟັງຮັບເອົາການຖືກພິພາກສາ, ບໍ່ດັ່ງນັ້ນ ເຈົ້າຈະບໍ່ໄດ້ມີໂອກາດທີ່ຈະຖືກຍົກຍ້ອງໂດຍພຣະເຈົ້າ ຫຼື ຖືກພຣະອົງນໍາພາໄປສູ່ອານາຈັກຂອງພຣະອົງ. ຜູ້ທີ່ພຽງຍອມຮັບເອົາຄໍາພິພາກສາ ແຕ່ບໍ່ສາມາດຖືກຊໍາລະລ້າງໃຫ້ບໍລິສຸດຈັກເທື່ອ, ນັ້ນກໍຄື ຜູ້ທີ່ຫຼົບໜີໄປໃນທ່າມກາງພາລະກິດແຫ່ງການພິພາກສາ ຈະຖືກລັງກຽດ ແລະ ປະຕິເສດໂດຍພຣະເຈົ້າຕະຫຼອດໄປ. ຄວາມບາບຂອງພວກເຂົາຈະມີຢ່າງຫຼວງຫຼາຍກວ່າ ແລະ ຮ້າຍແຮງກວ່າຄວາມບາບພວກຟາຣິຊາຍ ຍ້ອນວ່າພວກເຂົາໄດ້ທໍລະຍົດພຣະເຈົ້າ ແລະ ເປັນກະບົດຕໍ່ພຣະເຈົ້າ. ຜູ້ຄົນດັ່ງກ່າວ ຜູ້ທີ່ບໍ່ມີສົມຄວນແມ່ນແຕ່ຈະເຮັດບໍລິການ ກໍຈະໄດ້ຮັບການລົງໂທດທີ່ຮ້າຍແຮງຂຶ້ນກວ່າເກົ່າ, ຍິ່ງໄປກວ່ານັ້ນກໍເປັນການລົງໂທດຊົ່ວນິລັນດອນ. ພຣະເຈົ້າຈະບໍ່ຍົກເວັ້ນຄົນທໍລະຍົດ ຜູ້ທີ່ໄດ້ສະແດງຄວາມສັດຊື່ດ້ວຍຄຳເວົ້າ ແຕ່ຕໍ່ມາແມ່ນທໍລະຍົດຕໍ່ພຣະອົງ. ຄົນປະເພດນີ້ຈະໄດ້ຮັບຜົນກໍາຜ່ານການລົງໂທດຕໍ່ວິນຍານ, ຈິດໃຈ ແລະ ຮ່າງກາຍ. ແລ້ວນີ້ບໍ່ແມ່ນເປັນການເປີດເຜີຍແທ້ຈິງເຖິງອຸປະນິໄສທີ່ຊອບທໍາຂອງພຣະເຈົ້າບໍ? ນີ້ບໍ່ແມ່ນຈຸດປະສົງຂອງພຣະເຈົ້າໃນການຕັດສິນລົງໂທດ ແລະ ເປີດເຜີຍເຂົາບໍ? ພຣະເຈົ້າໄດ້ມອບໝາຍທຸກຄົນທີ່ປະຕິບັດຄວາມປະພຶດຊົ່ວຊ້າທຸກປະເພດໃນລະຫວ່າງເວລາແຫ່ງການພິພາກສາໄປສະຖານທີ່ໆເຕັມໄປດ້ວຍວິນຍານຊົ່ວ ແລະ ປ່ອຍໃຫ້ວິນຍານຊົ່ວເຫຼົ່ານີ້ທໍາລາຍຮ່າງກາຍຝ່າຍເນື້ອໜັງຂອງພວກເຂົາຕາມໃຈມັກ ແລະ ຮ່າງກາຍຂອງຜູ້ຄົນເຫຼົ່ານີ້ກໍສົ່ງກິ່ນເໝັນເນົ່າຂອງຊາກສົບ. ສິ່ງດັ່ງກ່າວແມ່ນຜົນກຳທີ່ເໝາະສົມສຳລັບພວກເຂົາ. ພຣະເຈົ້າຈົດບັນທຶກຄວາມບາບທຸກຢ່າງຂອງຜູ້ເຊື່ອຈອມປອມທີ່ບໍ່ຊື່ສັດ, ອັກຄະສາວົກປອມ ແລະ ຜູ້ປະຕິບັດພາລະກິດຈອມປອມ; ຫລັງຈາກນັ້ນ ເມື່ອເຖິງເວລາທີ່ເໝາະສົມ ພຣະອົງຈະໂຍນພວກເຂົາໄປຢູ່ທ່າມກາງວິນຍານທີ່ສົກກະປົກ, ປ່ອຍໃຫ້ວິນຍານທີ່ສົກກະປົກເຫຼົ່ານີ້ເຮັດໃຫ້ຮ່າງກາຍຂອງພວກເຂົາທັງໝົດເປິເປື້ອນຢ່າງຕາມໃຈມັກ ເພື່ອວ່າພວກເຂົາຈະບໍ່ໄດ້ເກີດໃໝ່ອີກຄັ້ງ ແລະ ບໍ່ໄດ້ເຫັນແສງສະຫວ່າງອີກຈັກເທື່ອ. ຜູ້ໜ້າຊື່ໃຈຄົດເຫຼົ່ານັ້ນ ທີ່ໄດ້ເຮັດບໍລິການໃນໄລຍະເວລາໃດໜຶ່ງ ແຕ່ບໍ່ສາມາດສືບຕໍ່ຈົງຮັກພັກດີເຖິງທີ່ສຸດແມ່ນຖືກພຣະເຈົ້ານັບໃຫ້ຢູ່ກຸ່ມຄົນຊົ່ວຊ້າ ເພື່ອວ່າພວກເຂົາຈະໄດ້ເດີນຢູ່ໃນການຊີ້ນໍາຂອງຄົນຊົ່ວຊ້ານັ້ນ ແລະ ກາຍເປັນສ່ວນໜຶ່ງຂອງກຸ່ມຄົນທີ່ຂາດລະບຽບວິໄນ; ໃນທີ່ສຸດ ພຣະເຈົ້າຈະທໍາລາຍລ້າງພວກເຂົາ. ພຣະເຈົ້າປະຖິ້ມ ແລະ ບໍ່ສົນໃຈກັບຜູ້ທີ່ບໍ່ເຄີຍມີຄວາມຊື່ສັດຕໍ່ພຣະຄຣິດ ຫຼື ບໍ່ປະກອບສ່ວນຫຍັງດ້ວຍກຳລັງຂອງພວກເຂົາ ແລະ ເມື່ອຍຸກໄດ້ປ່ຽນແປງໄປ ພຣະອົງຈະທໍາລາຍລ້າງພວກເຂົາທັງໝົດ. ພວກເຂົາຈະບໍ່ມີຊີວິດຢູ່ເທິງແຜ່ນດິນໂລກອີກຕໍ່ໄປ, ແຮງໄກທີ່ພວກເຂົາຈະໄດ້ຮັບເສັ້ນທາງເຂົ້າສູ່ອານາຈັກຂອງພຣະເຈົ້າ. ຜູ້ທີ່ບໍ່ເຄີຍຈິງໃຈຕໍ່ພຣະເຈົ້າ ແຕ່ຖືກບັງຄັບໂດຍສະຖານະການໃຫ້ປະຕິບັດຕໍ່ພຣະອົງພໍເປັນພິທີ ແມ່ນຈະຖືກນັບໄວ້ກັບຜູ້ຄົນທີ່ເຮັດບໍລິການສຳລັບຄົນຂອງພຣະອົງ. ໃນບັນດາມະນຸດເຫຼົ່ານັ້ນ ມີພຽງຈໍານວນນ້ອຍຄົນທີ່ສາມາດຢູ່ລອດໄດ້ ໃນຂະນະທີ່ສ່ວນຫຼາຍແມ່ນຈະດັບສູນໄປກັບຜູ້ທີ່ບໍ່ມີຄຸນສົມບັດທີ່ແມ່ນແຕ່ຈະເຮັດບໍລິການ. ໃນທີ່ສຸດແລ້ວ, ພຣະເຈົ້າຈະນໍາເອົາທຸກຄົນຜູ້ທີ່ມີຄວາມຄິດອັນໜຶ່ງອັນດຽວກັບພຣະເຈົ້າເຂົ້າສູ່ອານາຈັກຂອງພຣະອົງ ເຊັ່ນ: ຜູ້ຄົນ ແລະ ລູກຊາຍຂອງພຣະເຈົ້າ ແລະ ຄົນທີ່ຖືກກໍານົດໄວ້ລ່ວງໜ້າໂດຍພຣະເຈົ້າໃຫ້ເປັນປະໂລຫິດ. ພວກເຂົາຈະເປັນໝາກຜົນຂອງພາລະກິດຂອງພຣະເຈົ້າ. ແຕ່ສໍາລັບຄົນທີ່ບໍ່ສາມາດຖືກຈັດຢູ່ໃນປະເພດທີ່ພຣະເຈົ້າໄດ້ກໍານົດໄວ້, ພວກເຂົາຈະຖືກນັບໃຫ້ຢູ່ທ່າມກາງຜູ້ບໍ່ເຊື່ອ ແລະ ແນ່ນອນ ພວກເຈົ້າສາມາດຈິນຕະນາການໄດ້ເລີຍວ່າ ຜົນຮັບຂອງພວກເຂົາຈະອອກມາແບບໃດ. ເຮົາໄດ້ເວົ້າທຸກສິ່ງທີ່ເຮົາຄວນເວົ້າກັບພວກເຈົ້າໄປແລ້ວ; ເສັ້ນທາງທີ່ພວກເຈົ້າເລືອກແມ່ນທາງເລືອກຂອງພວກເຈົ້າເອງ. ສິ່ງທີ່ພວກເຈົ້າຄວນເຂົ້າໃຈກໍຄື: ພາລະກິດຂອງພຣະເຈົ້າບໍ່ເຄີຍລໍຖ້າສໍາລັບຄົນທີ່ບໍ່ສາມາດກ້າວທັນພຣະອົງໄດ້ ແລະ ອຸປະນິໄສທີ່ຊອບທໍາຂອງພຣະເຈົ້າຈະບໍ່ສະແດງຄວາມເມດຕາຕໍ່ມະນຸດຄົນໃດ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຣິດປະຕິບັດພາລະກິດແຫ່ງການພິພາກສາດ້ວຍຄວາມຈິງ).

ຜູ້ທີ່ສາມາດຍຶດໝັ້ນໃນໄລຍະການປະຕິບັດພາລະກິດພິພາກສາ ແລະ ການຂ້ຽນຕີຂອງພຣະອົງໃນລະຫວ່າງຍຸກສຸດທ້າຍ ເຊິ່ງນັ້ນກໍຄື ໃນໄລຍະພາລະກິດຂັ້ນຕອນສຸດທ້າຍຂອງການຊໍາລະລ້າງບາບ ຈະເປັນຜູ້ໄດ້ເຂົ້າສູ່ບ່ອນພັກເຊົາກັບພຣະເຈົ້າ; ສະນັ້ນ, ທຸກຄົນທີ່ເຂົ້າສູ່ບ່ອນພັກເຊົາລ້ວນແລ້ວແຕ່ເປັນຄົນທີ່ຫຼຸດພົ້ນຈາກອິດທິພົນຂອງຊາຕານ ແລະ ໄດ້ຖືກຮັບເອົາໂດຍພຣະເຈົ້າ ຫຼັງຈາກທີ່ໄດ້ຜ່ານພາລະກິດຊໍາລະລ້າງໃຫ້ບໍລິສຸດບາບຂອງພຣະອົງ. ໃນທີ່ສຸດ ມະນຸດເຫຼົ່ານີ້ທີ່ຖືກຮັບເອົາໂດຍພຣະເຈົ້າຈະໄດ້ເຂົ້າສູ່ບ່ອນພັກເຊົາຢ່າງຖາວອນ. ຈຸດປະສົງສໍາຄັນຂອງພາລະກິດຂອງການຂ້ຽນຕີ ແລະ ການພິພາກສາຂອງພຣະເຈົ້າແມ່ນເພື່ອຊໍາລະລ້າງບາບໃຫ້ກັບມະນຸດ ແລະ ເພື່ອກະກຽມພວກເຂົາສໍາລັບການພັກເຊົາຄັ້ງສຸດທ້າຍຂອງພວກເຂົາ; ຖ້າບໍ່ມີການຊໍາລະລ້າງບາບ ມວນມະນຸດຊາດກໍຈະບໍ່ສາມາດຖືກຈັດຕາມປະເພດຂອງພວກເຂົາໄດ້ ຫຼື ເຂົ້າສູ່ບ່ອນພັກເຊົາໄດ້. ພາລະກິດນີ້ຄືເສັ້ນທາງດຽວຂອງມະນຸດເທົ່ານັ້ນທີ່ຈະເຂົ້າສູ່ບ່ອນພັກເຊົາໄດ້. ມີພຽງພາລະກິດແຫ່ງການຊໍາລະລ້າງບາບຂອງພຣະເຈົ້າເທົ່ານັ້ນທີ່ຈະຊໍາລະລ້າງມະນຸດອອກຈາກຄວາມບໍ່ຊອບທໍາຂອງພວກເຂົາໄດ້ ແລະ ມີພຽງພາລະກິດຂອງການຂ້ຽນຕີ ແລະ ການພິພາກສາຂອງພຣະອົງເທົ່ານັ້ນທີ່ຈະນໍາເອົາແສງສະຫວ່າງມາສູ່ອົງປະກອບທີ່ບໍ່ເຊື່ອຟັງຂອງມະນຸດຊາດ ເພື່ອແຍກຜູ້ທີ່ຈະສາມາດໄດ້ຮັບການຊ່ວຍໃຫ້ລອດພົ້ນອອກຈາກຜູ້ທີ່ຈະບໍ່ສາມາດໄດ້ຮັບການຊ່ວຍໃຫ້ລອດພົ້ນ ແລະ ແຍກຜູ້ທີ່ຈະຍັງຢູ່ອອກຈາກຜູ້ທີ່ຈະບໍ່ຍັງຢູ່. ເມື່ອພາລະກິດນີ້ຂອງພຣະອົງສິ້ນສຸດລົງ, ຜູ້ທີ່ອະນຸຍາດໃຫ້ມີຊີວິດຢູ່ຈະຖືກຊໍາລະລ້າງ ແລະ ເຂົ້າສູ່ສະພາບທີ່ສູງຂຶ້ນຂອງມະນຸດ ເຊິ່ງພວກເຂົາຈະມີຄວາມສຸກກັບຊີວິດມະນຸດອັນງົດງາມອີກຄັ້ງໃໝ່ເທິງແຜ່ນດິນໂລກ; ເວົ້າອີກຢ່າງໜຶ່ງກໍຄື ພວກເຂົາຈະເລີ່ມວັນແຫ່ງການພັກເຊົາຂອງມະນຸດ ແລະ ໃຊ້ຊີວິດຢູ່ຮ່ວມກັບພຣະເຈົ້າ. ຫຼັງຈາກຜູ້ທີ່ບໍ່ໄດ້ຮັບອະນຸຍາດໃຫ້ມີຊີວິດຢູ່ໄດ້ຖືກຂ້ຽນຕີ ແລະ ຖືກພິພາກສາ, ທາດແທ້ຂອງພວກເຂົາກໍຈະຖືກເປີດເຜີຍທັງໝົດ ເຊິ່ງຫຼັງຈາກນັ້ນ ພວກເຂົາທຸກຄົນກໍຈະຖືກທໍາລາຍ ແລະ ພວກເຂົາຈະບໍ່ໄດ້ຮັບອະນຸຍາດໃຫ້ມີຊີວິດຢູ່ໃນແຜ່ນດິນໂລກນີ້ອີກຕໍ່ໄປຄືດັ່ງຊາຕານ. ມະນຸດໃນອະນາຄົດຈະບໍ່ມີຜູ້ຄົນປະເພດນີ້ອີກ; ຜູ້ຄົນດັ່ງກ່າວບໍ່ເໝາະທີ່ຈະເຂົ້າສູ່ດິນແດນແຫ່ງຄວາມສະຫງົບສຸດທ້າຍ ຫຼື ພວກເຂົາບໍ່ເໝາະທີ່ຈະເຂົ້າຮ່ວມວັນແຫ່ງຄວາມສະຫງົບທີ່ພຣະເຈົ້າ ແລະ ມະນຸດຈະແບ່ງປັນກັນ ເນື່ອງຈາກວ່າ ພວກເຂົາຄືເປົ້າໝາຍໃນການລົງໂທດ ແລະ ເປັນຄົນຊົ່ວຊ້າ ແລະ ຄົນໄຮ້ສິນທໍາ. ພວກເຂົາໄດ້ຮັບການໄຖ່ບາບຄັ້ງໜຶ່ງ ແລະ ພວກເຂົາກໍຖືກພິພາກສາ ແລະ ຂ້ຽນຕີ; ພວກເຂົາຍັງໄດ້ໃຫ້ການຮັບໃຊ້ຄັ້ງໜຶ່ງແກ່ພຣະເຈົ້າ. ຢ່າງໃດກໍຕາມ, ເມື່ອວັນສຸດທ້າຍມາເຖິງ, ພວກເຂົາຈະຖືກກໍາຈັດ ແລະ ຖືກທໍາລາຍ ຍ້ອນຄວາມຊົ່ວຮ້າຍຂອງພວກເຂົາເອງ ແລະ ຍ້ອນການບໍ່ເຊື່ອຟັງ ແລະ ຄວາມບໍ່ສາມາດທີ່ຈະໄດ້ຮັບການໄຖ່ບາບຂອງພວກເຂົາ; ພວກເຂົາຈະບໍ່ມີຢູ່ໃນໂລກແຫ່ງອະນາຄົດ ແລະ ພວກເຂົາຈະບໍ່ມີຊີວິດໃນທ່າມກາງເຊື້ອຊາດຂອງມະນຸດໃນອະນາຄົດ... ຈຸດປະສົງທັງໝົດທີ່ຢູ່ເບື້ອງຫຼັງພາລະກິດແທ້ຈິງຂອງພຣະເຈົ້າໃນການລົງໂທດຄົນຊົ່ວ ແລະ ການມອບລາງວັນໃຫ້ແກ່ຄົນດີນັ້ນ ແມ່ນເພື່ອຊໍາລະລ້າງມະນຸດທັງປວງໃຫ້ບໍລິສຸດ ເພື່ອວ່າພຣະອົງຈະສາມາດນໍາເອົາມວນມະນຸດຜູ້ທີ່ບໍລິສຸດເຂົ້າສູ່ບ່ອນພັກເຊົາຢ່າງນິລັນດອນ. ຂັ້ນຕອນພາລະກິດນີ້ຂອງພຣະອົງແມ່ນສໍາຄັນທີ່ສຸດ; ມັນແມ່ນຂັ້ນຕອນສຸດທ້າຍຂອງພາລະກິດຄຸ້ມຄອງທັງໝົດຂອງພຣະອົງ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າ ແລະ ມະນຸດຈະເຂົ້າບ່ອນພັກເຊົາພ້ອມກັນ).

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ພວກເຈົ້າໄດ້ຍິນສຽງຂອງພຣະເຈົ້າບໍ?

ສະບາຍດີ ອ້າຍເອື້ອຍນ້ອງ, ພວກເຮົາໂຊກດີຫຼາຍທີ່ໄດ້ເຕົ້າໂຮມຮ່ວມກັນ, ຂອບໃຈພຣະຜູ້ເປັນເຈົ້າ! ພວກເຮົາທຸກຄົນເປັນຄົນທີ່ມັກຟັງພຣະທຳຂອງພຣະເຈົ້າ ແລະ...

ການຕິດຕາມຜູ້ນໍາສາສະໜາຄືການຕິດຕາມພຣະເຈົ້າບໍ?

ເມື່ອ 2.000 ປີກ່ອນ, ອົງພຣະເຢຊູເຈົ້າທີ່ເປັນພຣະຜູ້ໄຖ່ຂອງພວກເຮົາໄດ້ມາເພື່ອເຮັດພາລະກິດແຫ່ງການໄຖ່ບາບ ແລະ ຖືກປະນາມຢ່າງບ້າປ່ວງໂດຍຫົວໜ້າປະໂລຫິດ,...

ຄວາມເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສູງສຸດຄືການທໍລະຍົດອົງພຣະເຢຊູເຈົ້າບໍ?

ມັນເປັນເວລາ 30 ປີຖ້ວນ ນັບຕັ້ງແຕ່ທີ່ພຣະຄຣິດແຫ່ງຍຸກສຸດທ້າຍ, ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ໄດ້ປາກົດຕົວ ແລະ ເລີ່ມເຮັດພາລະກິດ ແລະ...

ພາລະກິດແຫ່ງການພິພາກສາຂອງພຣະເຈົ້າໃນຍຸກສຸດທ້າຍຊໍາລະລ້າງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນແນວໃດ?

ຜູ້ຄົນຮູ້ວ່າໄພພິບັດທີ່ຍິ່ງໃຫຍ່ໄດ້ມາເຖິງພວກເຮົາ ແລະ ຄົນທີ່ກຳລັງຄາດຫວັງພຣະຜູ້ເປັນເຈົ້າລົງມາເທິງກ້ອນເມກກໍ່ກຳລັງລໍຖ້າດ້ວຍລົມຫາຍໃຈທີ່ອ່ອນແຮງລົງ....

Leave a Reply