ຄວາມເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສູງສຸດຄືການທໍລະຍົດອົງພຣະເຢຊູເຈົ້າບໍ?

25 ເດືອນທັນວາ 2021

ມັນເປັນເວລາ 30 ປີຖ້ວນ ນັບຕັ້ງແຕ່ທີ່ພຣະຄຣິດແຫ່ງຍຸກສຸດທ້າຍ, ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ໄດ້ປາກົດຕົວ ແລະ ເລີ່ມເຮັດພາລະກິດ ແລະ ກ່າວຄວາມຈິງໃນປີ 1991. ພຣະອົງໄດ້ກ່າວໃນໜັງສືພຣະທໍາປາກົດໃນຮ່າງກາຍ, ເຊິ່ງເປັນພຣະທຳຂອງພຣະອົງຈຳນວນຫຼາຍລ້ານຄຳ ເຊິ່ງລ້ວນແລ້ວແຕ່ຢູ່ໃນອອນລາຍ, ສ່ອງແສງຈາກທິດຕາເວັນອອກຫາທິດຕາເວັນຕົກຄືກັບແສງສະຫວ່າງທີ່ຍິ່ງໃຫຍ່, ສັ່ນສະເທືອນໂລກທັງໃບ. ຫຼາຍຄົນຈາກທຸກນິກາຍທີ່ຮັກຄວາມຈິງ ໄດ້ເຫັນວ່າພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດລ້ວນແລ້ວແຕ່ເປັນຄວາມຈິງ, ເປັນການທີ່ພຣະວິນຍານບໍລິສຸດກ່າວຕໍ່ຄຣິດຕະຈັກຕ່າງໆ. ເມື່ອໄດ້ຍິນສຽງຂອງພຣະເຈົ້າ, ພວກເຂົາກໍຍອມຮັບພຣະເຈົ້າອົງຊົງລິດທານຸພາບສູງສຸດຢ່າງກະຕືລືລົ້ນ. ພວກເຂົາຖືກຍົກຂຶ້ນຕໍ່ໜ້າບັນລັງຂອງພຣະເຈົ້າ ແລະ ກຳລັງເຂົ້າຮ່ວມງານລ້ຽງແຕ່ງດອງຂອງພຣະເມສານ້ອຍ, ກິນ ແລະ ດື່ມພຣະທຳປະຈໍາວັນໃນປັດຈຸບັນຂອງພຣະເຈົ້າ, ມີຄວາມສຸກກັບການບຳລຸງລ້ຽງຈາກນໍ້າແຫ່ງຊີວິດ. ຫົວໃຈຂອງພວກເຂົາຍິ່ງສະຫວ່າງຂຶ້ນຫຼາຍກວ່າເດີມ ແລະ ພວກເຂົາໄດ້ຮຽນຮູ້ຄວາມຈິງຫຼາຍຢ່າງ. ພວກເຂົາມີການຊີ້ນໍາ ແລະ ການລ້ຽງດູເປັນການສ່ວນຕົວຈາກພຣະເຈົ້າ. ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາກຳລັງຖືກຊໍາລະລ້າງ ແລະ ປ່ຽນແປງຜ່ານການພິພາກສາຂອງພຣະເຈົ້າ ແລະ ພວກເຂົາມີຄຳພະຍານທີ່ສວຍງາມ. ພວກເຂົາໄດ້ຖືກເຮັດໃຫ້ກາຍເປັນຜູ້ເອົາຊະນະກ່ອນໄພພິບັດໂດຍພຣະເຈົ້າ ໂດຍກາຍມາເປັນໝາກຜົນທຳອິດ, ຮັບເອົາການຮອງຮັບ ແລະ ພອນຂອງພຣະເຈົ້າ. ມື້ນີ້, ຄຣິດຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດກຳລັງງອກຂຶ້ນໃນປະເທດຕ່າງໆທົ່ວໂລກຄືກັບໜໍ່ໄມ້ໜໍ່ທຳອິດທີ່ປົ່ງຂຶ້ນຫຼັງຈາກຝົນຕົກໃນລະດູໃບໄມ້ປົ່ງ ແລະ ຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າກໍກຳລັງທຸ້ມເທສຸດກຳລັງຂອງພວກເຂົາເພື່ອເຜີຍແຜ່ຂ່າວປະເສີດແຫ່ງອານາຈັກຂອງພຣະເຈົ້າ, ເປັນພະຍານໃຫ້ກັບນາມຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ອີກຫຼາຍຄົນຈາກທຸກປະເພດ, ທຸກພາກພື້ນ ແລະ ທຸກນິກາຍກຳລັງຍອມຮັບພາລະກິດໃນຍຸກສຸດທ້າຍຂອງພຣະເຈົ້າ. ຂ່າວປະເສີດແຫ່ງອານາຈັກນີ້ກຳລັງເຜີຍແຜ່ ແລະ ແຜ່ຂະຫຍາຍອອກດ້ວຍກຳລັງ ແລະ ແຮງຂັບເຄື່ອນທີ່ບໍ່ສາມາດຢຸດໄດ້, ສຳເລັດຕາມຄຳທຳນາຍໃນພຣະຄຳພີຢ່າງສົມບູນ: “ແລ້ວມັນຈະເກີດຂຶ້ນໃນຍຸກສຸດທ້າຍ, ພູເຂົາໃນເຮືອນຂອງພຣະເຢໂຮວາຈະຖືກຕັ້ງຂຶ້ນເທິງຍອດພູເຂົາ ແລະ ຈະຖືກສັນລະເສີນຢູ່ເນີນພູ ແລະ ທຸກຊົນຊາດຈະຫຼັ່ງໄຫຼເຂົ້າສູ່ແຫ່ງນັ້ນ(ເອຊາຢາ 2:2). “ດ້ວຍວ່າ ຟ້າແມບເຫຼື້ອມຈາກທິດຕາເວັນອອກ ຍັງເຫຼື້ອມໄປເຖິງທິດຕາເວັນຕົກ, ການສະເດັດມາຂອງບຸດມະນຸດກໍຈະເປັນດັ່ງນັ້ນ(ມັດທາຍ 24:27). ເຖິງຢ່າງໃດກໍຕາມ, ເຖິງແມ່ນວ່າຜູ້ທີ່ມີຄວາມເຊື່ອຫຼາຍຄົນ ໄດ້ອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ເຊື່ອໝັ້ນ ແລະ ຮັບຮູ້ວ່າພວກເຂົາທຸກຄົນຄືຄວາມຈິງ, ຍ້ອນພຣະເຈົ້າອົງຊົງລິດທານຸພາບສູງສຸດມີລັກສະນະຄືກັບຄົນປົກກະຕິ ແລະ ບໍ່ແມ່ນອົງພຣະເຢຊູເຈົ້າທີ່ມາເທິງກ້ອນເມກ, ພວກເຂົາບໍ່ກ້າທີ່ຈະຍອມຮັບພຣະອົງ. ບາງຄົນຍຶດຕິດກັບພຣະທຳຕາມຕົວອັກສອນໃນພຣະຄຳພີໄບເບິນ, ນໍາເອົາຂໍ້ຄວາມທີ່ວ່າ “ພຣະເຢຊູຄຣິດເປັນເໝືອນເດີມ ໃນມື້ວານ, ມື້ນີ້ແລະຕະຫຼອດໄປ” (ເຮັບເຣີ 13:8) ເພື່ອໝາຍຄວາມວ່ານາມຂອງອົງພຣະເຢຊູເຈົ້າຈະບໍ່ປ່ຽນແປງຈັກເທື່ອ. ເມື່ອເຫັນວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດບໍ່ໄດ້ຖືກເອີ້ນວ່າພຣະເຢຊູ ແລະ ພຣະຄຳພີໄບເບິນບໍ່ເຄີຍກ່າວເຖິງນາມ “ພຣະເຈົ້າອົງຊົງລິດທານຸພາບສູງສຸດ”, ພວກເຂົາຈຶ່ງຈະບໍ່ຍອມຮັບພຣະອົງ. ພວກເຂົາເວົ້າວ່າ ຖ້າພວກເຂົາຍອມຮັບພຣະອົງ ແລະ ພຽງແຕ່ອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ບໍ່ແມ່ນພຣະຄຳພີໄບເບິນ ແລະ ເຊົາອະທິຖານໃນນາມຂອງພຣະເຢຊູ, ນັ້ນກໍຈະເປັນການທໍລະຍົດອົງພຣະເຢຊູເຈົ້າຢ່າງຊັດເຈນ. ຫຼັງຈາກຕະຫຼອດເວລາເຫຼົ່ານີ້ທີ່ເຊື່ອໃນພຣະຜູ້ເປັນເຈົ້າ, ເມື່ອໄດ້ຮັບຄວາມກະລຸນາຫຼາຍຢ່າງຂອງພຣະອົງ, ພວກເຂົາກໍບໍ່ສາມາດທໍລະຍົດພຣະອົງໄດ້. ນີ້ຄືເຫດຜົນຂອງພວກເຂົາ ແລະ ພວກເຂົາຍັງປະນາມຄົນທີ່ເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສູງສຸດວ່າເປັນຄົນທໍລະຍົດອົງພຣະເຢຊູເຈົ້າ, ເປັນຜູ້ທີ່ປະຖິ້ມສາສະໜາ. ສິ່ງນີ້ໄດ້ເຮັດໃຫ້ຫຼາຍຄົນບໍ່ສືບຄົ້ນຫາຫົນທາງທີ່ແທ້ຈິງ ແລະ ພວກເຂົາອາດຮັບຮູ້ວ່າພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຄືຄວາມຈິງ ແລະ ສຽງຂອງພຣະເຈົ້າ, ແຕ່ພວກເຂົາຍັງບໍ່ກ້າທີ່ຈະຍອມຮັບພຣະອົງ. ຜົນຕາມມາກໍຄື ພວກເຂົາຍອມຕົກລົງໃນໄພພິບັດໃນຊີວິດຂອງພວກເຂົາ. ນີ້ຄືສິ່ງທີ່ເສົ້າໃຈ, ໂງ່ຈ້າ ແລະ ຂາດຄວາມຮູ້ແທ້ໆ. ສິ່ງນີ້ໄດ້ສຳເລັດຕາມສິ່ງອື່ນໃນພຣະຄຳພີ: “ຄົນໂງ່ຕາຍຍ້ອນຂາດການຕັດສິນ” (ສຸພາສິດ 10:21). “ປະຊາຊົນຂອງເຮົາຖືກທຳລາຍ ຍ້ອນຂາດຄວາມຮູ້(ໂຮເຊອາ 4:6). ສະນັ້ນ ການຍອມຮັບພຣະເຈົ້າອົງຊົງລິດທານຸພາບສູງສຸດເປັນການທໍລະຍົດອົງພຣະເຢຊູເຈົ້າຢ່າງແທ້ຈິງ ຫຼື ບໍ່? ໃຫ້ພວກເຮົາສົນທະນາອີກໜ້ອຍໜຶ່ງກ່ຽວກັບສິ່ງນີ້.

ຄວາມເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສູງສຸດຄືການທໍລະຍົດອົງພຣະເຢຊູເຈົ້າບໍ?

ຫຼາຍຄົນຄິດວ່າການຍອມຮັບພຣະເຈົ້າອົງຊົງລິດທານຸພາບສູງສຸດຄືການທໍລະຍົດພຣະຜູ້ເປັນເຈົ້າ. ແມ່ນຫຍັງຄືວິທີການທີ່ດີທີ່ສຸດໃນການເຂົ້າຫາບັນຫານີ້? ພວກເຮົາບໍ່ສາມາດຍອມຮັບຂໍ້ແທ້ຈິງທີ່ວ່ານາມຂອງພວກພຣະອົງແຕກຕ່າງກັນ, ແຕ່ພວກເຮົາຕ້ອງຄິດໃຫ້ອອກວ່າພຣະອົງທັງສອງເປັນພຣະວິນຍານອົງດຽວກັນ ຫຼື ບໍ່, ເປັນພຣະເຈົ້າອົງດຽວກັນທີ່ເຮັດພາລະກິດ ຫຼື ບໍ່. ໃນຍຸກແຫ່ງພຣະບັນຍັດ, ເປັນພຣະເຈົ້າເຢໂຮວາທີ່ເຮັດພາລະກິດ ແລະ ເປັນອົງພຣະເຢຊູເຈົ້າທີ່ເຮັດພາລະກິດໃນຍຸກແຫ່ງພຣະຄຸນ. ພວກເຮົາສາມາດເຫັນໃນທີ່ນີ້ວ່ານາມຂອງພຣະເຈົ້າມີການປ່ຽນແປງ, ພຣະອົງບໍ່ຖືກເອີ້ນວ່າພຣະເຢໂຮວາອີກຕໍ່ໄປ, ແຕ່ຖືກເອີ້ນວ່າພຣະເຢຊູແທນ. ແຕ່ເຈົ້າສາມາດເວົ້າໄດ້ບໍວ່າອົງພຣະເຢຊູເຈົ້າຄືພຣະເຈົ້າທີ່ແຕກຕ່າງກັນຈາກພຣະເຢໂຮວາ? ເຈົ້າສາມາດເວົ້າໄດ້ບໍວ່າການເຊື່ອໃນອົງພຣະເຢຊູເຈົ້າຄືການທໍລະຍົດພຣະເຈົ້າເຢໂຮວາ? ບໍ່ໄດ້ຢ່າງແນ່ນອນ. ແຕ່ຄົນສ່ວນໃຫຍ່ໃນລັດທິຢູດາປະຕິເສດທີ່ຈະຍອມຮັບອົງພຣະເຢຊູເຈົ້າ ໂດຍເວົ້າວ່ານັ້ນຄືການທໍລະຍົດພຣະເຢໂຮວາ ແລະ ພວກເຂົາເຖິງກັບຊ່ວຍໃຫ້ພຣະອົງຖືກຄຶງເທິງໄມ້ກາງແຂນ. ເປັນຫຍັງຈຶ່ງເປັນແບບນັ້ນ? ມັນເປັນເພາະ ພວກເຂົາບໍ່ຮູ້ວ່າອົງພຣະເຢຊູເຈົ້າຄືການທີ່ພຣະວິນຍານຂອງພຣະເຈົ້າເຢໂຮວາປາກົດຕົວ ແລະ ເຮັດພາລະກິດໃນເນື້ອໜັງ. ນາມຂອງພຣະອົງມີຄວາມແຕກຕ່າງ, ແຕ່ອົງພຣະເຢຊູເຈົ້າ ແລະ ພຣະເຢໂຮວາຄືພຣະວິນຍານອົງດຽວກັນ, ພຣະເຈົ້າອົງດຽວກັນ. ມີເລື່ອງລາວທີ່ອັດສະຈັນທີ່ຖືກບັນທຶກໄວ້ໃນພຣະຄຳພີໄບເບິນ ກ່ຽວກັບການທີ່ຟີລິບເວົ້າຕໍ່ອົງພຣະເຢຊູເຈົ້າວ່າ “ພຣະຜູ້ເປັນເຈົ້າເອີຍ, ຂໍໃຫ້ສະແດງພຣະບິດາແກ່ພວກເຮົາ ແລະ ມັນພຽງພໍສຳລັບພວກເຮົາ” (ໂຢຮັນ 14:8). ພຣະເຢຊູໄດ້ຕອບກັບວ່າ “ເຮົາໄດ້ຢູ່ກັບເຈົ້າແຕ່ດົນນານ, ແຕ່ເຈົ້າບໍ່ຮູ້ຈັກເຮົາບໍ ຟິລິບ? ຜູ້ໃດທີ່ໄດ້ເຫັນເຮົາກໍໄດ້ເຫັນພຣະບິດາ; ແລະ ເຈົ້າຈະເວົ້າແນວໃດ, ຈົ່ງສະແດງພຣະບິດາຕໍ່ພວກຂ້ານ້ອຍບໍ? ເຈົ້າບໍ່ເຊື່ອວ່າ ເຮົາຢູ່ໃນພຣະບິດາ ແລະ ພຣະບິດາກໍຢູ່ໃນເຮົາ ບໍ? ພຣະທຳທີ່ເຮົາກ່າວກັບເຈົ້າ ເຮົາບໍ່ໄດ້ກ່າວກ່ຽວກັບເຮົາ: ແຕ່ກ່ຽວກັບພຣະບິດາທີ່ສະຖິດຢູ່ໃນເຮົາ, ພຣະອົງກະທໍາການເອງ(ໂຢຮັນ 14:9-10). ພຣະທຳຂອງອົງພຣະເຢຊູເຈົ້າມີຄວາມຊັດເຈນຫຼາຍ. ພຣະອົງ ແລະ ພຣະເຢໂຮວາເປັນພຣະເຈົ້າອົງດຽວ ແລະ ພຣະວິນຍານຂອງພຣະອົງກໍເປັນພຣະວິນຍານຂອງພຣະເຢໂຮວາ. ອົງພຣະເຢຊູເຈົ້າຄືການປາກົດຕົວຂອງພຣະເຈົ້າເຢໂຮວາ, ພຣະເຈົ້າທີ່ແທ້ຈິງໜຶ່ງດຽວ. ແລ້ວດ້ວຍເຫດນັ້ນ ການເຊື່ອໃນອົງພຣະເຢຊູເຈົ້າຈຶ່ງບໍ່ແມ່ນການທໍລະຍົດພຣະເຈົ້າເຢໂຮວາ, ແຕ່ເປັນການອ່ອນນ້ອມຕໍ່ພຣະເຢໂຮວາ. ມັນເປັນສິ່ງທີ່ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ. ຖ້າເຈົ້າຍຶດຕິດກັບນາມດຽວໃນຄວາມເຊື່ອຂອງເຈົ້າ ແລະ ພຣະທຳຕາມຕົວອັກສອນໃນພຣະຄຳພີໄບເບິນ ໂດຍບໍ່ເຂົ້າໃຈພຣະວິນຍານ ແລະ ພາລະກິດຂອງພຣະອົງ, ເຈົ້າກໍມີແນວໂນ້ມທີ່ຈະຫຼົງທາງ ແລະ ຕໍ່ຕ້ານພຣະເຈົ້າ. ຫຼັງຈາກນັ້ນ ເຈົ້າກໍມີແນວໂນ້ມທີ່ຈະທໍລະຍົດພຣະເຈົ້າ ເຊິ່ງມີຜົນຕາມມາທີ່ບໍ່ສາມາດຄາດຄິດໄດ້. ເມື່ອພຣະຜູ້ເປັນເຈົ້າປາກົດຕົວ ແລະ ເຮັດພາລະກິດ, ຜູ້ຄົນໃນລັດທິຢູດາກໍໄດ້ປະຕິເສດພຣະອົງ. ນັ້ນບໍ່ແມ່ນການທໍລະຍົດພຣະເຈົ້າເຢໂຮວາບໍ? ແກ່ນແທ້ຂອງການກະທຳຂອງພວກເຂົາຄືການທໍລະຍົດ ເຊິ່ງເປັນເຫດຜົນທີ່ຄົນອິດສະຣາເອັນຖືກສາບແຊ່ງໂດຍພຣະເຈົ້າ. ນອກຈາກນັ້ນ, ເປັນເວລາດົນກ່ອນການປາກົດຕົວ ແລະ ພາລະກິດຂອງອົງພຣະເຢຊູເຈົ້າ, ມີຄຳນາຍໃນພຣະຄຳພີໄບເບິນກ່ຽວກັບພຣະອົງ ໂດຍເວົ້າວ່າ “ເບິ່ງແມະ, ຍິງສາວບໍລິສຸດຈະຢູ່ກັບເດັກນ້ອຍ ແລະ ຈະກຳເນີດລູກຊາຍ ແລະ ພວກເຂົາຈະເອີ້ນນາມຂອງພຣະອົງວ່າ ເອມານູເອວ(ມັດທາຍ 1:23). ແຕ່ເມື່ອພຣະອົງມາເຖິງ, ພຣະອົງກໍບໍ່ຖືກເອີ້ນວ່າເອັມມານູເອັນ, ພຣະອົງຖືກເອີ້ນວ່າພຣະເຢຊູ. ພວກຟາຣີຊາຍໃນລັດທິຢູດາຍຶດຕິດກັບຂໍ້ພຣະຄຳຕາມຕົວອັກສອນຢ່າງໜັກແໜ້ນ ແລະ ເພາະນາມໃໝ່ຂອງພຣະເຈົ້າບໍ່ສອດຄ່ອງກັນ, ພວກເຂົາຈຶ່ງເຮັດສຸດຄວາມພະຍາຍາມຂອງພວກເຂົາເພື່ອປະຕິເສດ ແລະ ປະນາມພຣະຜູ້ເປັນເຈົ້າ. ບໍ່ວ່າຄຳສັ່ງສອນຂອງອົງພຣະເຢຊູເຈົ້າຈະມີສິດອຳນາດ ແລະ ລິດອຳນາດຫຼາຍສໍ່າໃດກໍຕາມ, ພວກເຂົາປະຕິເສດທີ່ຈະຍອມຮັບຄໍາສອນເຫຼົ່ານັ້ນ ແລະ ໃນທີ່ສຸດກໍຄຶງພຣະອົງເທິງໄມ້ກາງແຂນ, ເຮັດຜິດບາບຢ່າງຮ້າຍແຮງ, ຖືກພຣະເຈົ້າສາບແຊ່ງ ແລະ ລົງໂທດ. ນີ້ຄືບົດຮຽນທີ່ເຮັດໃຫ້ຄິດແທ້ໆ! ສະນັ້ນ ເມື່ອກ່ຽວຂ້ອງກັບການຕ້ອນຮັບພຣະຜູ້ເປັນເຈົ້າ, ພວກເຮົາຄວນຍຶດຕິດກັບຂໍ້ພຣະຄຳຕາມຕົວອັກສອນຢ່າງໜັກແໜ້ນ ແລະ ພຽງແຕ່ນາມຂອງພຣະເຢຊູບໍ? ການເຮັດແບບນັ້ນເຮັດໃຫ້ມັນງ່າຍເກີນໄປທີ່ຈະຈົບລົງດ້ວຍການຕໍ່ຕ້ານ ແລະ ການປະນາມພຣະເຈົ້າ. ນີ້ຄືສິ່ງທີ່ຜູ້ທີ່ມີຄວາມເຊື່ອຫຼາຍຄົນບໍ່ມີຄວາມເຂົ້າໃຈ, ສະນັ້ນ ພວກເຂົາຈຶ່ງຍຶດຕິດຢ່າງໜຽວແໜ້ນກັບພຣະທຳຕາມຕົວອັກສອນໃນພຣະຄຳພີໄບເບິນ ແລະ ນາມຂອງພຣະເຢຊູ ແລະ ເມື່ອກຳລັງສືບຄົ້ນຫາຫົນທາງທີ່ແທ້ຈິງ, ພວກເຂົາກໍສືບຕໍ່ຖາມວ່າ “ມີພື້ນຖານໃນພຣະຄຳພີໄບເບິນສຳລັບນາມຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດບໍ? ຖ້ານາມຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດບໍ່ໄດ້ຢູ່ໃນພຣະຄຳພີໄບເບິນ, ຂ້ອຍກໍບໍ່ສາມາດຍອມຮັບພຣະອົງໄດ້”. ຖ້າເຈົ້າເວົ້າວ່າເຈົ້າບໍ່ຍອມຮັບພຣະອົງ ນອກຈາກນາມຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຈະຢູ່ໃນພຣະຄຳພີໄບເບິນ, ແລ້ວເປັນຫຍັງເຈົ້າຈຶ່ງເຊື່ອໃນອົງພຣະເຢຊູເຈົ້າ ໃນເມື່ອນາມຂອງພຣະອົງບໍ່ໄດ້ຢູ່ໃນພຣະສັນຍາເດີມ? ສິ່ງນັ້ນບໍ່ເປັນການຄັດກັນບໍ? ເຫັນໄດ້ຢ່າງຊັດເຈນວ່າ ມີຫຼາຍຄົນບໍ່ເຂົ້າໃຈພຣະຄຳພີໄບເບິນຢ່າງແທ້ຈິງ, ແຕ່ຍຶດຕິດກັບຂໍ້ພຣະທຳຕາມຕົວອັກສອນ ແລະ ກົດລະບຽບຢ່າງຫຼັບຫູຫຼັບຕາ. ພວກເຂົາບໍ່ອະທິຖານ, ສະແຫວງຫາຄວາມຈິງຈາກພຣະທຳຂອງພຣະເຈົ້າ ຫຼື ການຢືນຢັນຈາກພຣະວິນຍານບໍລິສຸດ ແລະ ນີ້ຈະເປັນການທຳລາຍພວກເຂົາໃນທີ່ສຸດ. ໃນຄວາມເປັນຈິງແລ້ວ, ມີຄຳທຳນາຍໃນພຣະຄຳພີໄບເບິນກ່ຽວກັບການທີ່ພຣະເຈົ້າປາກົດຕົວ ແລະ ເຮັດພາລະກິດໃນຍຸກສຸດທ້າຍ ເຊິ່ງມີນາມວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດ. “ແລະ ຕ່າງຊາດຈະເຫັນຄວາມຊອບທຳຂອງເຈົ້າ ແລະ ກະສັດທັງໝົດຈະເຫັນສະຫງ່າລາສີຂອງເຈົ້າ ແລະ ເຈົ້າຈະຖືກເອີ້ນໂດຍຊື່ໃໝ່ທີ່ຖືຕັ້ງຂຶ້ນຈາກປາກຂອງພຣະເຢໂຮວາ(ເອຊາຢາ 62:2). “ຜູ້ໃດທີ່ໄດ້ຮັບໄຊຊະນະ ເຮົາຈະເຮັດໃຫ້ຜູ້ນັ້ນເປັນຫຼັກເສົາໃນພຣະວິຫານຂອງພຣະເຈົ້າຂອງເຮົາ ແລະ ຄົນນັ້ນຈະບໍ່ອອກໄປນອກພຣະວິຫານອີກຕໍ່ໄປ, ເຮົາຈະຂຽນພຣະນາມຂອງພຣະເຈົ້າຂອງເຮົາໃສ່ຄົນນັ້ນ ແລະ ພ້ອມດ້ວຍຊື່ນະຄອນຂອງພຣະເຈົ້າຂອງເຮົາ ນັ້ນກໍຄືນະຄອນເຢຣູຊາເລັມໃໝ່ ທີ່ລົງມາຈາກສະຫວັນແຫ່ງພຣະເຈົ້າຂອງເຮົາ ແລະ ເຮົາຈະຂຽນຊື່ໃໝ່ຂອງເຮົາໃສ່ຄົນນັ້ນ(ພຣະນິມິດ 3:12). “ເຮົາຄືອາຟາ ແລະ ໂອເມກາ, ເຮົາຄືການເລີ່ມຕົ້ນ ແລະ ການສິ້ນສຸດ, ເຮົາຄືປັດຈຸບັນ, ອະດີດ ແລະ ອະນາຄົດ ນັ້ນກໍຄື ຜູ້ຊົງລິດທານຸພາບສູງສຸດ(ພຣະນິມິດ 1:8). “ພວກຂ້ານ້ອຍຂໍຂອບພຣະຄຸນພຣະອົງ, ໂອ ພຣະຜູ້ເປັນເຈົ້າ ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ຜູ້ຊົງເປັນຢູ່ໃນປັດຈຸບັນ, ໃນອະດີດ ແລະ ໃນອະນາຄົດ ເພາະວ່າພຣະອົງໄດ້ຊົງໃຊ້ລິດອໍານາດທີ່ຍິ່ງໃຫຍ່ຂອງພຣະອົງ ແລະ ຊົງຂຶ້ນຄອງລາດແລ້ວ(ພຣະນິມິດ 11:17). “ແລ້ວ ເຮົາໄດ້ຍິນຄືກັບສຽງຜູ້ຄົນຈໍານວນຫຼວງຫຼາຍ, ຄືດັ່ງສຽງສາຍນ້ຳໄຫຼຢ່າງແຮງ ແລະ ຄືດັ່ງສຽງຟ້າຮ້ອງສະທ້ານຟ້າວ່າ ອາເລລູຢາ! ພຣະຜູ້ເປັນເຈົ້າ ພຣະເຈົ້າອົງລິດອໍານາດຍິ່ງໃຫຍ່ໄດ້ຂຶ້ນຄອງລາດແລ້ວ(ພຣະນິມິດ 19:6). ເຈົ້າຍັງສາມາດກວດເບິ່ງໃນພຣະນິມິດ 4:8 ແລະ 16:7 ແລະ ອື່ນໆອີກ. ຂໍ້ຄວາມເຫຼົ່ານີ້ໃນຂໍ້ພຣະທຳໄດ້ທຳນາຍວ່າພຣະເຈົ້າຈະມີນາມໃໝ່ໃນຍຸກສຸດທ້າຍ, “ອົງຊົງລິດທານຸພາບສູງສຸດ” ເຊິ່ງນັ້ນກໍຄື ພຣະເຈົ້າອົງຊົງລິດທານຸພາບສູງສຸດ. ພວກເຮົາສາມາດເຫັນໄດ້ວ່າພຣະເຈົ້າປາກົດຕົວ ແລະ ເຮັດພາລະກິດໃນຍຸກສຸດທ້າຍພາຍໃຕ້ນາມຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ພຣະເຈົ້າໄດ້ວາງແຜນສິ່ງນີ້ໄວ້ຕັ້ງແຕ່ດົນແລ້ວ. ທຸກຄົນທີ່ຍອມຮັບພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ຍິນສຽງຂອງພຣະຜູ້ເປັນເຈົ້າ ແລະ ຮູ້ວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດຄືອົງພຣະເຢຊູເຈົ້າທີ່ໄດ້ກັບຄືນມາ. ພວກເຂົາໄດ້ຕ້ອນຮັບພຣະຜູ້ເປັນເຈົ້າ, ຖືກຍົກຂຶ້ນຕໍ່ໜ້າບັນລັງຂອງພຣະອົງ ແລະ ກຳລັງເຂົ້າຮ່ວມງານລ້ຽງແຕ່ງດອງຂອງພຣະເມສານ້ອຍ. ພວກເຂົາເປັນຜູ້ທີ່ມີຄວາມເຊື່ອທີ່ແທ້ຈິງ, ເປັນຄົນທີ່ມີຄວາມເຊື່ອທີ່ຖືກຕ້ອງ. ພວກເຂົາໄດ້ຕ້ອນຮັບ ແລະ ຮັບເອົາພຣະຜູ້ເປັນເຈົ້າໃນທີ່ສຸດ. ຄົນທີ່ບໍ່ສາມາດຕ້ອນຮັບພຣະຜູ້ເປັນເຈົ້າຈະພົບວ່າຄວາມເຊື່ອຂອງພວກເຂົາສູນເສຍ ແລະ ຫາຍໄປ. ພວກເຂົາຈະສູນເສຍພຣະຜູ້ເປັນເຈົ້າ. ຄົນທີ່ຍຶດຕິດກັບນາມຂອງພຣະເຢຊູ ບໍ່ຮູ້ຈັກສຽງຂອງພຣະຜູ້ເປັນເຈົ້າ ເມື່ອພຣະອົງມາເຖິງ. ພວກເຂົາບໍ່ຮູ້ວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດເປັນພຣະວິນຍານຂອງອົງພຣະເຢຊູເຈົ້າທີ່ປາກົດຕົວ ແລະ ເຮັດພາລະກິດ. ຖ້າບໍ່ມີການຍອມຮັບການກັບຄືນມາຂອງອົງພຣະເຢຊູເຈົ້າ, ພວກເຂົາກໍເຊື່ອໃນພຣະຜູ້ເປັນເຈົ້າໂດຍບໍ່ຮູ້ຈັກພຣະອົງ. ນັ້ນຄືການຕໍ່ຕ້ານພຣະຜູ້ເປັນເຈົ້າ ແລະ ພວກເຂົາກໍເປັນຄົນທີ່ທໍລະຍົດອົງພຣະເຢຊູເຈົ້າຢ່າງແທ້ຈິງ. ແມ່ນຫຍັງຄືການທໍລະຍົດພຣະຜູ້ເປັນເຈົ້າ? ມັນຄືການເຊື່ອໃນພຣະອົງໂດຍບໍ່ຮູ້ຈັກພຣະອົງ! ຕອນນີ້ ທຸກສິ່ງຊັດເຈນຂຶ້ນ, ແມ່ນບໍ?

ແລ້ວເປັນຫຍັງນາມຂອງພຣະເຈົ້າຈຶ່ງປ່ຽນແປງຢູ່ເລື້ອຍໆ? ເປັນຫຍັງພຣະອົງຈຶ່ງໃຊ້ນາມໃໝ່ສຳລັບແຕ່ລະຍຸກ? ຄວາມເລິກລັບໃນຄວາມຈິງແມ່ນຢູ່ພາຍໃນສິ່ງນີ້. ໃຫ້ພວກເຮົາເບິ່ງພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດເພື່ອສ່ອງແສງສະຫວ່າງໜ້ອຍໜຶ່ງໃສ່ກັບສິ່ງນີ້. ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ແຕ່ລະຄັ້ງທີ່ພຣະເຈົ້າສະເດັດມາສູ່ແຜ່ນດິນໂລກ, ພຣະອົງປ່ຽນພຣະນາມຂອງພຣະອົງ, ເພດຂອງພຣະອົງ, ລັກສະນະຂອງພຣະອົງ ແລະ ພາລະກິດຂອງພຣະອົງ; ພຣະອົງບໍ່ເຮັດຊໍ້າພາລະກິດຂອງພຣະອົງ. ພຣະອົງເປັນພຣະເຈົ້າທີ່ໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າຈັກເທື່ອ. ເມື່ອພຣະອົງມາກ່ອນໜ້ານີ້, ພຣະອົງຖືກເອີ້ນວ່າ ພຣະເຢຊູ; ແລ້ວພຣະອົງຈະຍັງສາມາດຖືກເອີ້ນວ່າ ພຣະເຢຊູ ໃນການສະເດັດມາຂອງພຣະອົງໃນຄັ້ງນີ້ໄດ້ບໍ? ເມື່ອພຣະອົງມາກ່ອນໜ້ານີ້, ພຣະອົງເປັນຜູ້ຊາຍ; ແລ້ວພຣະອົງຈະສາມາດເປັນຜູ້ຊາຍໃນເທື່ອນີ້ໄດ້ອີກບໍ? ພາລະກິດຂອງພຣະອົງໃນເວລາທີ່ພຣະອົງສະເດັດມາໃນລະຫວ່າງຍຸກແຫ່ງພຣະຄຸນນັ້ນ ແມ່ນການຖືກຄຶງເທິງໄມ້ກາງແຂນ; ເມື່ອພຣະອົງສະເດັດມາອີກຄັ້ງ, ພຣະອົງຈະຍັງໄຖ່ມະນຸດຊາດອອກຈາກຄວາມຜິດບາບບໍ? ພຣະອົງຈະຖືກຄຶງເທິງໄມ້ກາງແຂນອີກຄັ້ງບໍ? ແລ້ວນັ້ນຈະບໍ່ເປັນການເຮັດຊໍ້າພາລະກິດຂອງພຣະອົງບໍ? ເຈົ້າບໍ່ຮູ້ບໍວ່າ ພຣະເຈົ້າໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າຈັກເທື່ອ? ມີຄົນເວົ້າວ່າ ພຣະເຈົ້າບໍ່ສາມາດປ່ຽນແປງໄດ້, ສິ່ງນັ້ນແມ່ນຖືກຕ້ອງ, ແຕ່ມັນໝາຍເຖິງການບໍ່ປ່ຽນແປງຂອງອຸປະນິໄສຂອງພຣະເຈົ້າ ແລະ ທາດແທ້ຂອງພຣະອົງ. ການປ່ຽນແປງຊື່ ແລະ ພາລະກິດຂອງພຣະອົງ ບໍ່ໄດ້ໝາຍຄວາມວ່າ ທາດແທ້ຂອງພຣະອົງໄດ້ປ່ຽນໄປ; ເວົ້າອີກຢ່າງໜຶ່ງກໍຄື ພຣະເຈົ້າກໍຍັງເປັນພຣະເຈົ້າຢູ່ສະເໝີ ແລະ ສິ່ງນີ້ຈະບໍ່ປ່ຽນແປງຈັກເທື່ອ. ຖ້າເຈົ້າເວົ້າວ່າ ພາລະກິດຂອງພຣະເຈົ້າບໍ່ປ່ຽນແປງ, ແລ້ວພຣະອົງຈະສາມາດສຳເລັດແຜນການຄຸ້ມຄອງຫົກພັນປີຂອງພຣະອົງໄດ້ບໍ? ເຈົ້າຮູ້ແຕ່ວ່າພຣະເຈົ້າບໍ່ປຽນແປງຕະຫຼອດໄປ, ແຕ່ເຈົ້າຮູ້ບໍວ່າ ພຣະເຈົ້າໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າຈັກເທື່ອ? ຖ້າພາລະກິດຂອງພຣະເຈົ້າບໍ່ປ່ຽນແປງ, ແລ້ວພຣະອົງຈະນໍາພາມະນຸດຊາດທັງໝົດມາເຖິງປັດຈຸບັນໄດ້ແນວໃດ? ຖ້າພຣະເຈົ້າບໍ່ປ່ຽນແປງ, ແລ້ວເປັນຫຍັງພຣະອົງຈຶ່ງສຳເລັດພາລະກິດຂອງສອງຍຸກໄດ້? ... ດ້ວຍເຫດນັ້ນ ພຣະທຳທີ່ວ່າ ‘ພຣະເຈົ້າໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າຈັກເທື່ອ’ ກໍໝາຍເຖິງພາລະກິດຂອງພຣະອົງ ແລະ ພຣະທຳທີ່ວ່າ ‘ພຣະເຈົ້າບໍ່ປ່ຽນແປງ’ ກໍໝາຍເຖິງສິ່ງທີ່ພຣະເຈົ້າມີ ແລະ ເປັນໂດຍທຳມະຊາດ. ຢ່າງໃດກໍຕາມ ເຈົ້າບໍ່ສາມາດເຮັດໃຫ້ພາລະກິດຫົກພັນປີຂຶ້ນຢູ່ກັບຈຸດໜຶ່ງດຽວ ຫຼື ຈຳກັດມັນດ້ວຍຄຳເວົ້າທີ່ຕາຍແລ້ວ. ສິ່ງດັ່ງກ່າວເປັນຄວາມໂງ່ຈ້າຂອງມະນຸດ. ພຣະເຈົ້າບໍ່ໄດ້ງ່າຍຕາມທີ່ມະນຸດຈິນຕະນາການ ແລະ ພາລະກິດຂອງພຣະອົງກໍບໍ່ໄດ້ຄ້າງຢູ່ໃນຍຸກໃດໜຶ່ງ. ຕົວຢ່າງ ພຣະເຢໂຮວາບໍ່ສາມາດເປັນຕົວແທນໃຫ້ກັບພຣະນາມຂອງພຣະເຈົ້າຕະຫຼອດໄປ; ພຣະເຈົ້າສາມາດປະຕິບັດພາລະກິດຂອງພຣະອົງພາຍໃຕ້ພຣະນາມຂອງພຣະເຢຊູເຊັ່ນດຽວກັນ. ສິ່ງນີ້ສະແດງໃຫ້ເຫັນວ່າ ພາລະກິດຂອງພຣະເຈົ້າເຄື່ອນໄຫວໄປຂ້າງໜ້າສະເໝີ.

ພຣະເຈົ້າກໍເປັນພຣະເຈົ້າຢູ່ສະເໝີ ແລະ ຈະບໍ່ກາຍມາເປັນຊາຕານຈັກເທື່ອ; ຊາຕານກໍເປັນຊາຕານຢູ່ສະເໝີ ແລະ ຈະບໍ່ກາຍມາເປັນພຣະເຈົ້າຈັກເທື່ອ. ສະຕິປັນຍາຂອງພຣະເຈົ້າ, ຄວາມອັດສະຈັນຂອງພຣະເຈົ້າ, ຄວາມຊອບທຳຂອງພຣະເຈົ້າ ແລະ ຄວາມສະຫງ່າງາມຂອງພຣະເຈົ້າຈະບໍ່ປ່ຽນແປງຈັກເທື່ອ. ທາດແທ້ຂອງພຣະອົງ, ສິ່ງທີ່ພຣະອົງມີ ແລະ ເປັນຈະບໍ່ປ່ຽນແປງຈັກເທື່ອ. ແຕ່ວ່າ ສຳລັບພາລະກິດຂອງພຣະອົງແລ້ວ ແມ່ນພັດທະນາໄປຂ້າງໜ້າຢູ່ສະເໝີ ແລະ ລົງເລິກເຂົ້າໄປເລື້ອຍໆ ຍ້ອນວ່າ ພຣະອົງໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າຈັກເທື່ອ. ໃນແຕ່ລະຍຸກພຣະເຈົ້ານໍາໃຊ້ພຣະນາມໃໝ່, ໃນແຕ່ລະຍຸກພຣະອົງປະຕິບັດພາລະກິດໃໝ່ ແລະ ໃນແຕ່ລະຍຸກພຣະອົງຍອມໃຫ້ສິ່ງຊົງສ້າງຂອງພຣະອົງເຫັນເຖິງຄວາມປະສົງໃໝ່ ແລະ ອຸປະນິໄສໃໝ່ຂອງພຣະອົງ. ໃນຍຸກໃໝ່ນັ້ນ ຖ້າຜູ້ຄົນບໍ່ສາມາດເຫັນເຖິງການສຳແດງອອກແຫ່ງອຸປະນິໄສໃໝ່ຂອງພຣະເຈົ້າ, ພວກເຂົາຈະບໍ່ຄຶງພຣະອົງເທິງໄມ້ກາງແຂນຕະຫຼອດໄປບໍ? ແລ້ວການເຮັດແບບນັ້ນ, ພວກເຂົາຈະບໍ່ຄັດຄ້ານພຣະເຈົ້າບໍ?(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)).

‘ພຣະເຢໂຮວາ’ ແມ່ນພຣະນາມທີ່ເຮົາໃຊ້ໃນລະຫວ່າງພາລະກິດຂອງເຮົາຢູ່ດິນແດນອິດສະຣາເອນ ແລະ ນັ້ນໝາຍເຖິງ ພຣະເຈົ້າຂອງຊາວອິດສະຣາເອນ (ຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າ) ຜູ້ທີ່ສາມາດມີຄວາມເມດຕາຕໍ່ມະນຸດ ຊາບແສ່ງມະນຸດ ແລະ ນຳທາງຊີວິດຂອງມະນຸດໄດ້. ພຣະອົງໝາຍເຖິງພຣະເຈົ້າຜູ້ທີ່ມີອຳນາດຍິ່ງໃຫຍ່ ແລະ ເຕັມໄປດ້ວຍສະຕິປັນຍາ. ‘ພຣະເຢຊູ’ ແມ່ນເອມະນູເອນ ແລະ ໝາຍເຖິງການຖວາຍບາບທີ່ເຕັມໄປດ້ວຍຄວາມຮັກ ຄວາມເມດຕາ ແລະ ໄຖ່ບາບໃຫ້ມະນຸດ. ພຣະອົງປະຕິບັດພາລະກິດໃນຍຸກແຫ່ງພຣະກະລຸນາ ແລະ ເປັນຕົວແທນໃຫ້ແກ່ຍຸກແຫ່ງພຣະກະລຸນາ ແລະ ສາມາດເປັນພຽງສ່ວນໜຶ່ງໃນແຜນການຄຸ້ມຄອງຂອງພຣະເຈົ້າ... ພຣະນາມຂອງພຣະເຢຊູເກີດຂຶ້ນເພື່ອເຮັດໃຫ້ຜູ້ຄົນຂອງຍຸກແຫ່ງພຣະກະລຸນາໄດ້ເກີດໃໝ່ ແລະ ໄດ້ຮັບການຊ່ວຍໃຫ້ລອດ ແລະ ແມ່ນພຣະນາມໂດຍສະເພາະສຳລັບການໄຖ່ບາບຂອງມະນຸດຊາດທັງໝົດ. ສະນັ້ນ ພຣະນາມພຣະເຢຊູຈຶ່ງເປັນຕົວແທນໃຫ້ແກ່ພາລະກິດໄຖ່ບາບ ແລະ ສະແດງເຖິງຍຸກແຫ່ງພຣະກະລຸນາ. ພຣະນາມພຣະເຢໂຮວາແມ່ນພຣະນາມສະເພາະສຳລັບຊາວອິດສະຣາເອນຜູ້ທີ່ດຳເນີນຊີວິດອີງຕາມພຣະບັນຍັດ. ໃນແຕ່ລະຍຸກ ແລະ ແຕ່ລະຂັ້ນຕອນຂອງພາລະກິດນັ້ນ ພຣະນາມຂອງເຮົາບໍ່ແມ່ນບໍ່ມີບ່ອນອ້າງອີງ ແຕ່ເປັນຕົວແທນທີ່ມີຄວາມໝາຍສໍາຄັນ ແລະ ພຣະນາມແຕ່ລະນາມເປັນຕົວແທນໃຫ້ແກ່ຍຸກໜຶ່ງ. ‘ພຣະເຢໂຮວາ’ ເປັນຕົວແທນໃຫ້ແກ່ຍຸກແຫ່ງພຣະບັນຍັດ ແລະ ເປັນກຽດຕິຍົດຂອງພຣະເຈົ້າທີ່ຜູ້ຄົນແຫ່ງດິນແດນອິດສະຣາເອນເຄົາລົບບູຊາ. ‘ພຣະເຢຊູ’ ເປັນຕົວແທນໃຫ້ແກ່ຍຸກແຫ່ງພຣະກະລຸນາ ແລະ ເປັນພຣະນາມຂອງພຣະເຈົ້າຂອງຜູ້ຄົນທັງໝົດທີ່ໄດ້ຮັບການໄຖ່ບາບໃນຊ່ວງຍຸກແຫ່ງພຣະກະລຸນາ. ຖ້າມະນຸດຍັງສະແຫວງຫາການລົງມາຂອງພຣະເຢຊູຜູ້ຊ່ວຍໃຫ້ລອດໃນຊ່ວງຍຸກສຸດທ້າຍນີ້ ແລະ ຍັງຄາດຫວັງໃຫ້ພຣະອົງກັບມາໃນຮູບແບບທີ່ພຣະອົງຊົງບັງເກີດໃນຈູເດຍ, ຖ້າເປັນເຊັ່ນນັ້ນ ແຜນການຄຸ້ມຄອງຫົກພັນປີທັງໝົດຈະຢຸດຢູ່ໃນຍຸກແຫ່ງການໄຖ່ບາບ ແລະ ຈະບໍ່ສາມາດສືບຕໍ່ກ້າວໄປຂ້າງໜ້າໄດ້. ຍິ່ງໄປກວ່ານັ້ນ ຍຸກສຸດທ້າຍຈະບໍ່ມີວັນເກີດຂຶ້ນ ແລະ ຍຸກການໄຖ່ບາບກໍຈະບໍ່ມີວັນສິ້ນສຸດລົງ. ນັ້ນເປັນເພາະວ່າພຣະເຢຊູພຣະຜູ້ຊ່ວຍໃຫ້ລອດແມ່ນເພື່ອການໄຖ່ບາບ ແລະ ການຊ່ວຍໃຫ້ມະນຸດລອດເທົ່ານັ້ນ. ເຮົາໃຊ້ຊື່ພຣະເຢຊູເພື່ອຜົນປະໂຫຍດຂອງຄົນບາບທັງໝົດໃນຍຸກແຫ່ງພຣະກະລຸນາເທົ່ານັ້ນ ແລະ ມັນບໍ່ແມ່ນຊື່ທີ່ເຮົາຈະນຳເອົາມະນຸດຊາດທັງໝົດໄປສູ່ຈຸດສິ້ນສຸດ. ເຖິງແມ່ນວ່າພຣະເຢໂຮວາ ພຣະເຢຊູ ແລະ ພຣະເມຊີອາ ທັງໝົດເປັນຕົວແທນໃຫ້ແກ່ພຣະວິນຍານຂອງເຮົາກໍຕາມ ແຕ່ຊື່ເຫຼົ່ານີ້ພຽງແຕ່ສະແດງເຖິງຍຸກຕ່າງໆໃນແຜນການຄຸ້ມຄອງຂອງເຮົາເທົ່ານັ້ນ ແລະ ບໍ່ແມ່ນຕົວແທນເຮົາທັງໝົດ. ຊື່ທີ່ມະນຸດໃນໂລກຮຽກເອີ້ນເຮົາ ກໍບໍ່ສາມາດອະທິບາຍເຖິງຈິດໃຈທັງໝົດຂອງເຮົາ ແລະ ທັງໝົດທີ່ເຮົາເປັນ. ພວກມັນພຽງແຕ່ເປັນຊື່ຕ່າງໆທີ່ມະນຸດເອີ້ນເຮົາໃນຍຸກຕ່າງໆເທົ່ານັ້ນ. ສະນັ້ນ ເມື່ອຍຸກສຸດທ້າຍ ນັ້ນກໍຄືຍຸກແຫ່ງມື້ສຸດທ້າຍມາເຖິງ ຊື່ຂອງເຮົາຈະປ່ຽນອີກຄັ້ງ. ເຮົາຈະບໍ່ຖືກເອີ້ນວ່າພຣະເຢໂຮວາ ຫຼື ພຣະເຢຊູ ແລະ ບໍ່ແມ່ນພຣະເມຊີອາ, ແຕ່ຈະຖືກເອີ້ນວ່າ ພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ພາຍໃຕ້ນາມມະນົດນີ້ ເຮົາຈະນຳເອົາທຸກຍຸກໄປສູ່ຈຸດສິ້ນສຸດ. ຄັ້ງໜຶ່ງເຮົາເຄີຍຖືກຮັບຮູ້ໃນນາມພຣະເຢໂຮວາ. ຜູ້ຄົນຍັງເອີ້ນເຮົາວ່າ ພຣະເມຊີອາ ແລະ ຜູ້ຄົນຄັ້ງໜຶ່ງເຄີຍເອີ້ນເຮົາວ່າ ພຣະເຢຊູພຣະຜູ້ຊ່ວຍໃຫ້ລອດ ເພາະວ່າພວກເຂົາຮັກ ແລະ ເຄົາລົບເຮົາ. ແຕ່ມື້ນີ້ ເຮົາບໍ່ແມ່ນພຣະເຢໂຮວາ ຫຼື ພຣະເຢຊູທີ່ຜູ້ຄົນເຄີຍຮູ້ຈັກໃນອະດີດຜ່ານມາອີກແລ້ວ. ເຮົາແມ່ນພຣະເຈົ້າຜູ້ທີ່ກັບຄືນມາໃນຍຸກສຸດທ້າຍ ນັ້ນກໍຄືພຣະເຈົ້າຜູ້ທີ່ຈະນຳເອົາຍຸກໄປສູ່ຈຸດສິ້ນສຸດ. ເຮົາແມ່ນພຣະເຈົ້າທີ່ເກີດຂຶ້ນຈາກຂອບສຸດຂອງແຜ່ນດິນໂລກ ທີ່ພຽບພ້ອມໄປດ້ວຍອຸປະນິໄສທັງໝົດ ແລະ ເຕັມໄປດ້ວຍອຳນາດ, ກຽດຕິຍົດ ແລະ ຄວາມສະຫງ່າລາສີ. ຜູ້ຄົນບໍ່ເຄີຍໄດ້ພົວພັນກັບເຮົາ ບໍ່ເຄີຍຮູ້ຈັກເຮົາ ແລະ ບໍ່ເຄີຍຮູ້ຈັກອຸປະນິໄສຂອງເຮົາ. ນັບຕັ້ງແຕ່ການສ້າງໂລກຈົນມາຮອດມື້ນີ້ ບໍ່ທັນມີຜູ້ໃດເຄີຍເຫັນເຮົາ. ນີ້ແມ່ນພຣະເຈົ້າຜູ້ທີ່ປະກົດຕໍ່ກັບມະນຸດໃນລະຫວ່າງຍຸກສຸດທ້າຍ ແຕ່ຊ້ອນຕົວທ່າມກາງມະນຸດ. ພຣະອົງອາໄສຢູ່ທ່າມກາງມະນຸດຢ່າງແທ້ຈິງ ແລະ ເປັນຈິງຄືກັບດວງອາທິດທີ່ແຜດເຜົາ ແລະ ແປວໄຟທີ່ເຜົາໄໝເຕັມປ່ຽມໄປດ້ວຍລິດເດດ ແລະ ອຳນາດ. ບໍ່ມີບຸກຄົນ ຫຼື ສິ່ງໃດຈະບໍ່ຖືກພິພາກສາໂດຍພຣະທຳຂອງເຮົາ ແລະ ບໍ່ມີບຸກຄົນ ຫຼື ສິ່ງໃດຈະບໍ່ຖືກຊຳລະລ້າງໃຫ້ບໍລິສຸດຜ່ານແປວໄຟເຜົາໄໝ້. ສຸດທ້າຍ ທຸກຊາດຈະໄດ້ຮັບພອນເນື່ອງຈາກພຣະທຳຂອງເຮົາ ແລະ ຈະຖືກທໍາລາຍເປັນຊິ້ນໆດ້ວຍພຣະທຳຂອງເຮົາເຊັ່ນກັນ. ດ້ວຍວິທີນີ້ ຜູ້ຄົນທັງໝົດໃນຍຸກສຸດທ້າຍຈະເຫັນວ່າເຮົາແມ່ນພຣະຜູ້ຊ່ວຍໃຫ້ລອດທີ່ກັບຄືນມາ ເຮົາແມ່ນພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ເອົາຊະນະມວນມະນຸດທັງໝົດ ແລະ ຄັ້ງໜຶ່ງເຮົາເຄີຍເປັນເຄື່ອງບູຊາໄຖ່ບາບໃຫ້ແກ່ມະນຸດ ແຕ່ໃນຍຸກສຸດທ້າຍ ເຮົາຈະກາຍເປັນແປວໄຟຈາກດວງອາທິດທີ່ແຜດເຜົາທຸກສິ່ງຢ່າງ ເຊັ່ນກັນກັບດວງອາທິດແຫ່ງສິນທຳທີ່ເປີດເຜີຍທຸກສິ່ງຢ່າງ. ນັ້ນແມ່ນພາລະກິດຂອງເຮົາໃນຍຸກສຸດທ້າຍ. ເຮົາໃຊ້ຊື່ນີ້ ແລະ ມີອຸປະນິໄສດັ່ງນີ້ ເພື່ອໃຫ້ທຸກຄົນສາມາດເຫັນວ່າເຮົາແມ່ນພຣະເຈົ້າທີ່ມີສິນທຳ ແລະ ເປັນດວງອາທິດທີ່ແຜດເຜົາ ແລະ ເປັນແປວໄຟທີ່ເຜົາໄໝ້, ເພື່ອໃຫ້ທຸກຄົນສາມາດບູຊາເຮົາ ຜູ້ທີ່ເປັນພຣະເຈົ້າອົງດຽວທີ່ແທ້ຈິງ ແລະ ເພື່ອໃຫ້ພວກເຂົາສາມາດເຫັນໃບໜ້າແທ້ຈິງຂອງເຮົາ. ເຮົາບໍ່ແມ່ນພຣະເຈົ້າໜຶ່ງດຽວຂອງຊາວອິດສະຣາເອນ ແລະ ບໍ່ແມ່ນພຽງແຕ່ຜູ້ໄຖ່ບາບເທົ່ານັ້ນ. ເຮົາແມ່ນພຣະເຈົ້າຂອງສັບພະສິ່ງທັງປວງໃນສະຫວັນ, ແຜ່ນດິນໂລກ ແລະ ທະເລ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຜູ້ຊ່ວຍໃຫ້ລອດພົ້ນໄດ້ກັບຄືນມາເທິງ “ກ້ອນເມກສີຂາວ”).

ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ອະທິບາຍນາມທີ່ພຣະເຈົ້າໃຊ້ສຳລັບພາລະກິດຂອງພຣະອົງໃນແຕ່ລະຍຸກຢ່າງຊັດເຈນຫຼາຍ ແລະ ຄວາມເລິກລັບກ່ຽວກັບຄວາມຈິງທີ່ຢູ່ອ້ອມນາມຂອງພຣະອົງ. ນາມຂອງພຣະອົງປ່ຽນແປງຕາມຍຸກ ແລະ ພາລະກິດທີ່ພຣະອົງກຳລັງເຮັດ. ແຕ່ລະນາມຂອງພຣະອົງເປັນຕົວແທນໃຫ້ກັບພາລະກິດທີ່ພຣະອົງກຳລັງເຮັດໃນຍຸກນັ້ນ. ແຕ່ບໍ່ວ່ານາມ ຫຼື ພາລະກິດຂອງພຣະເຈົ້າອາດຈະປ່ຽນແປງໃນແບບໃດກໍຕາມ, ແກ່ນແທ້ຂອງພຣະອົງບໍ່ປ່ຽນແປງຈັກເທື່ອ, ພຣະເຈົ້າກໍເປັນພຣະເຈົ້າຢູ່ສະເໝີ. ພຣະເຈົ້າເຮັດພາລະກິດໃນນາມຂອງພຣະເຢໂຮວາໃນຍຸກແຫ່ງພຣະບັນຍັດ, ອອກພຣະບັນຍັດໃໝ່ ແລະ ນໍາພາຊີວິດຂອງມະນຸດຊາດເທິງແຜ່ນດິນໂລກ, ສັ່ງສອນຜູ້ຄົນວ່າຄວາມບາບແມ່ນຫຍັງ ແລະ ຈະນະມັດສະການພຣະເຈົ້າເຢໂຮວາແບບໃດ. ໃນຍຸກແຫ່ງພຣະຄຸນ, ພຣະວິນຍານຂອງພຣະເຈົ້າຖືກສວມໃສ່ໃນເນື້ອໜັງດັ່ງບຸດມະນຸດ. ພຣະອົງກ່າວຄວາມຈິງ ແລະ ເຮັດພາລະກິດແຫ່ງການໄຖ່ບາບພາຍໃຕ້ນາມຂອງພຣະເຢຊູ. ໃນທີ່ສຸດແລ້ວ, ພຣະອົງກໍຖືກຄຶງເທິງໄມ້ກາງແຂນ ແລະ ກາຍມາເປັນເຄື່ອງບູຊາແທນຄວາມຜິດບາບຂອງມະນຸດຊາດ, ໄຖ່ພວກເຮົາຈາກຄວາມຜິດບາບຂອງພວກເຮົາ. ຕອນນີ້ໃນຍຸກສຸດທ້າຍ, ພຣະເຈົ້າໄດ້ບັງເກີດເປັນມະນຸດອີກຄັ້ງ ແລະ ກຳລັງເຮັດພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍພາຍໃຕ້ນາມຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ກ່າວຄວາມຈິງເພື່ອພິພາກສາ ແລະ ຊໍາລະລ້າງມະນຸດຊາດ, ຊ່ວຍພວກເຮົາໃຫ້ລອດພົ້ນຈາກຄວາມຜິດບາບຢ່າງສົມບູນ, ຊ່ວຍພວກເຮົາໃຫ້ລອດພົ້ນຈາກກອງກຳລັງຂອງຊາຕານ ແລະ ເຮັດໃຫ້ໂລກໃບເດີມທີ່ມືດມົວ ແລະ ຊົ່ວຮ້າຍນີ້ສິ້ນສຸດລົງ. ພຣະອົງຈະນໍາພາມະນຸດໄປສູ່ຈຸດໝາຍປາຍທາງທີ່ສວຍງາມ. ນີ້ແມ່ນວິທີການເຮັດໃຫ້ແຜນການຄຸ້ມຄອງ 6.000 ປີຂອງພຣະເຈົ້າເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນສໍາເລັດຢ່າງສົມບູນ. ຂໍ້ແທ້ຈິງໃນພາລະກິດຂອງພຣະເຈົ້າໄດ້ສະແດງໃຫ້ພວກເຮົາເຫັນວ່າ ທັງສາມນາມຂອງພຣະເຢໂຮວາ, ພຣະເຢຊູ ແລະ ພຣະເຈົ້າອົງຊົງລິດທານຸພາບສູງສຸດ ແຕ່ລະນາມເປັນຕົວແທນໃຫ້ກັບສາມຂັ້ນຕອນທີ່ແຕກຕ່າງກັນໃນພາລະກິດຂອງພຣະເຈົ້າເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ. ໃນພາຍນອກ, ມັນເບິ່ງຄືກັບວ່ານາມຂອງພຣະເຈົ້າ ແລະ ພາລະກິດຂອງພຣະອົງກຳລັງປ່ຽນແປງ, ແຕ່ແກ່ນແທ້ຂອງພຣະເຈົ້າບໍ່ໄດ້ປ່ຽນແປງ. ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນບໍ່ເຄີຍປ່ຽນແປງຈັກເທື່ອ. ພຣະອົງຍັງຄົງເປັນພຣະເຈົ້າໜຶ່ງດຽວ, ນໍາພາ, ໄຖ່ບາບ ແລະ ຊໍາລະລ້າງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນຢ່າງສົມບູນ. ເມື່ອພວກເຮົາເບິ່ງທີ່ພຣະທຳຂອງພຣະເຈົ້າເຢໂຮວາໃນພຣະສັນຍາເດີມຈາກຍຸກແຫ່ງພຣະບັນຍັດ, ພຣະທຳຂອງອົງພຣະເຢຊູເຈົ້າໃນຍຸກແຫ່ງພຣະຄຸນ ແລະ ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກແຫ່ງລາຊະອານາຈັກໃນຕອນນີ້, ພວກເຮົາສາມາດເຫັນວ່າຄວາມຈິງເຫຼົ່ານີ້ລ້ວນແລ້ວແຕ່ມາຈາກພຣະວິນຍານອົງດຽວກັນ ແລະ ເປັນຖ້ອຍຄຳຂອງພຣະວິນຍານອົງດຽວກັນ ເພາະຖ້ອຍຄຳຂອງພຣະເຈົ້າໃນຍຸກທີ່ແຕກຕ່າງກັນກໍລ້ວນແລ້ວແຕ່ມີຄວາມຮັກຂອງພຣະອົງ ແລະ ອຸປະນິໄສທີ່ຊອບທຳຂອງພຣະອົງ. ສິ່ງທີ່ພຣະເຈົ້າມີ ແລະ ເປັນແມ່ນນອນຢູ່ພາຍໃນສິ່ງເຫຼົ່ານີ້. ຄວາມຮັກຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ ລ້ວນແລ້ວແຕ່ປະກອບເປັນແກ່ນແທ້ຂອງພຣະເຈົ້າທີ່ແທ້ຈິງໜຶ່ງດຽວ, ຊັບສິນ ແລະ ການເປັນຢູ່ຂອງພຣະເຈົ້າທີ່ແທ້ຈິງໜຶ່ງດຽວ. ໃນຍຸກແຫ່ງພຣະຄຸນ, ການໄດ້ຍິນອົງພຣະເຢຊູເຈົ້າເວົ້າກໍຄືກັບການໄດ້ຍິນສຽງຂອງພຣະເຈົ້າເຢໂຮວາ. ເມື່ອພວກເຮົາຟັງພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ມັນເປັນດັ່ງທີ່ອົງພຣະເຢຊູເຈົ້າກຳລັງເວົ້າກັບພວກເຮົາດ້ວຍຕົນເອງ ແລະ ການທີ່ພຣະເຈົ້າເຢໂຮວາກຳລັງເວົ້າກັບພວກເຮົາ. ສິ່ງນີ້ລ້ວນແລ້ວແຕ່ພິສູດວ່າສາມຂັ້ນຕອນໃນພາລະກິດຂອງພຣະເຈົ້າຖືກປະຕິບັດໂດຍພຣະເຈົ້າອົງດຽວ. ນາມຂອງພຣະເຈົ້າປ່ຽນແປງ, ແຕ່ແກ່ນແທ້ຂອງພຣະອົງ, ສິ່ງທີ່ພຣະອົງມີ ແລະ ເປັນ ແລະ ອຸປະນິໄສທີ່ຊອບທຳທີ່ພຣະອົງສະແດງອອກມາ ຄືເປັນສິ່ງດຽວກັນ ໂດຍບໍ່ມີການປ່ຽນແປງແມ່ນແຕ່ໜ້ອຍດຽວ. ພາລະກິດທັງໝົດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນມື້ນີ້ຕາມມາຈາກພາລະກິດຂອງອົງພຣະເຢຊູເຈົ້າ. ມັນຄືຂັ້ນຕອນຂອງພາລະກິດບົນພື້ນຖານຂອງພາລະກິດແຫ່ງການໄຖ່ບາບທີ່ເລິກເຊິ່ງຫຼາຍກວ່າ ແລະ ສູງສົ່ງຫຼາຍກວ່າ, ພາລະກິດເພື່ອຊໍາລະລ້າງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນຢ່າງສົມບູນ. ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວຄວາມຈິງຢ່າງຫຼວງຫຼາຍ, ບໍໍ່ພຽງແຕ່ເປີດເຜີຍຄວາມເລິກລັບໃນພຣະຄຳພີໄບເບິນ, ແຕ່ຍັງເປີດເຜີຍຄວາມເລິກລັບທັງໝົດໃນແຜນການຄຸ້ມຄອງ 6.000 ປີຂອງພຣະເຈົ້າເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ ເຊັ່ນ: ເປົ້າໝາຍຂອງພຣະເຈົ້າໃນພາລະກິດຄຸ້ມຄອງຂອງພຣະອົງ, ວິທີການທີ່ພຣະເຈົ້າໃຊ້ທັງສາມຂັ້ນຕອນໃນພາລະກິດຂອງພຣະອົງເພື່ອຊ່ວຍມະນຸດໃຫ້ລອດພົ້ນ, ຄວາມເລິກລັບຂອງການບັງເກີດເປັນມະນຸດ, ວິທີທີ່ພຣະເຈົ້າພິພາກສາ, ຊໍາລະລ້າງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນຢ່າງສົມບູນ, ວິທີການກຳນົດຜົນໄດ້ຮັບ ແລະ ຈຸດໝາຍປາຍທາງຂອງຄົນທຸກປະເພດ, ວິທີການທີ່ອານາຈັກຂອງພຣະຄຣິດຖືກເຮັດໃຫ້ກາຍເປັນຈິງເທິງແຜ່ນດິນໂລກ ແລະ ອື່ນໆອີກ. ພຣະເຈົາຍັງເປີດເຜີຍຄວາມຈິງໃນການທີ່ຊາຕານເຮັດໃຫ້ມະນຸດເສື່ອມຊາມ, ພຣະອົງພິພາກສາ ແລະ ເປີດໂປງທຳມະຊາດແບບຊາຕານທີ່ຕໍ່ຕ້ານພຣະເຈົ້າຂອງມະນຸດ. ພຣະອົງຍັງອະທິບາຍທຸກລັກສະນະຂອງຄວາມຈິງທີ່ມະນຸດຊາດຄວນນໍາໄປປະຕິບັດ, ມອບເສັ້ນທາງຕົວຈິງໃຫ້ພວກເຮົາໄດ້ປະຖິ້ມຄວາມເສື່ອມຊາມຂອງພວກເຮົາ ແລະ ປ່ຽນແປງອຸປະນິໄສຂອງພວກເຮົາ. ຄວາມຈິງທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວອອກ ລ້ວນແລ້ວແຕ່ເປັນຄວາມຈິງທີ່ມະນຸດຕ້ອງຖືກຊໍາລະລ້າງ ແລະ ຮັບເອົາຄວາມລອດພົ້ນຢ່າງສົມບູນ ແລະ ສຳເລັດຕາມຄຳທຳນາຍຂອງອົງພຣະເຢຊູເຈົ້າຢ່າງສິ້ນເຊີງ: “ເຮົາຍັງມີຫລາຍສິ່ງທີ່ຈະບອກພວກເຈົ້າ ແຕ່ໃນເວລານີ້ພວກເຈົ້າອາດຈະບໍ່ສາມາດທົນໄດ້. ເຖິງຢ່າງໃດກໍຕາມເມື່ອພຣະອົງ ຜູ້ເປັນພຣະວິນຍານແຫ່ງຄວາມຈິງ ສະເດັດມາ, ພຣະອົງຈະນຳທາງພວກເຈົ້າໄປສູ່ຄວາມຈິງທັງໝົດ(ໂຢຮັນ 16:12-13). ພາລະກິດແຫ່ງການພິພາກສາຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກສຸດທ້າຍໄດ້ຊໍາລະລ້າງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນຢ່າງສົມບູນ ແລະ ນໍາທຸກຄົນທີ່ພຣະເຈົ້າໄດ້ກຳນົດໄວ້ລ່ວງໜ້າວ່າຈະຊ່ວຍໃຫ້ລອດພົ້ນນັ້ນມາຢູ່ຕໍ່ໜ້າພຣະອົງ ເພື່ອຮັບການຊໍາລະລ້າງຜ່ານການພິພາກສາ ແລະ ການຂ້ຽນຕີ. ພຣະອົງໄດ້ສ້າງກຸ່ມຂອງຜູ້ເອົາຊະນະກ່ອນໄພພິບັດແລ້ວ. ຕອນນີ້ ໄພພິບັດທີ່ຍິ່ງໃຫຍ່ໄດ້ເລີ່ມຕົ້ນຂຶ້ນ ແລະ ພຣະເຈົ້າໄດ້ເລີ່ມໃຫ້ລາງວັນແກ່ຄົນດີ ແລະ ລົງໂທດຄົນຊົ່ວຮ້າຍ. ທຸກຄົນທີ່ເປັນຂອງຊາຕານ, ຄົນທີ່ຕໍ່ຕ້ານພຣະເຈົ້າ ແມ່ນຈະຖືກທຳລາຍ, ໃນຂະນະທີ່ຄົນທີ່ໄດ້ຮັບການຊໍາລະລ້າງຜ່ານການພິພາກສາຂອງພຣະເຈົ້າຈະໄດ້ຮັບການປົກປ້ອງ ແລະ ຖືກຮັກສາໄວ້ໂດຍພຣະເຈົ້າ ຜ່ານໄພພິບັດຕ່າງໆ. ຫຼັງຈາກໄພພິບັດ, ອານາຈັກຂອງພຣະຄຣິດຈະປາກົດຂຶ້ນເທິງແຜ່ນດິນໂລກ, ຮັບຮູ້ຄຳທຳນາຍທັງໝົດເຫຼົ່ານີ້ຈາກພຣະນິມິດ: “ອານາຈັກຂອງແຜ່ນດິນໂລກນີ້ຈະກາຍເປັນອານາຈັກຂອງພຣະຜູ້ເປັນເຈົ້າຂອງເຮົາ ແລະ ຂອງພຣະຄຣິດຂອງພຣະອົງ ແລະ ພຣະອົງຈະປົກຄອງຕະຫຼອດໄປເປັນນິດ(ພຣະນິມິດ 11:15). “ອາເລລູຢາ! ພຣະຜູ້ເປັນເຈົ້າ ພຣະເຈົ້າອົງລິດອໍານາດຍິ່ງໃຫຍ່ໄດ້ຂຶ້ນຄອງລາດແລ້ວ(ພຣະນິມິດ 19:6). “ເບິ່ງແມະ, ພຣະວິຫານຂອງພຣະເຈົ້າຢູ່ກັບມະນຸດແລ້ວ ແລະ ພຣະອົງຈະອາໄສຢູ່ກັບພວກເຂົາ ແລະ ພວກເຂົາຈະເປັນປະຊາຊົນຂອງພຣະອົງ ແລະ ພຣະເຈົ້າເອງຈະຢູ່ຮ່ວມກັບພວກເຂົາ ແລະ ຈະເປັນພຣະເຈົ້າຂອງພວກເຂົາ. ແລ້ວພຣະເຈົ້າຈະເຊັດນໍ້າຕາທັງໝົົດຈາກຕາຂອງພວກເຂົາ; ແລະ ຈະບໍ່ມີຄວາມຕາຍອີກຕໍ່ໄປ, ບໍ່ມີຄວາມໂສກເສົ້າ ຫຼື ການຮ້ອງໄຫ້ ແລະ ຈະບໍ່ມີຄວາມເຈັບປວດອີກຕໍ່ໄປ: ເພາະສິ່ງເກົ່າໆໄດ້ລ່ວງຫຼັບໄປແລ້ວ(ພຣະນິມິດ 21:3-4). ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວຄວາມຈິງຫຼາຍຢ່າງ ແລະ ບັນລຸພາລະກິດທີ່ຍິ່ງໃຫຍ່ແບບນັ້ນ. ສິ່ງນີ້ໄດ້ພິສູດວ່າພຣະອົງເປັນພຣະວິນຍານຂອງພຣະເຈົ້າໃນເນື້ອໜັງ, ປາກົດຕົວເພື່ອເຮັດພາລະກິດດັ່ງບຸດມະນຸດ. ພຣະອົງບໍ່ໄດ້ຖືກເອີ້ນວ່າພຣະເຢຊູ ແລະ ບໍ່ໄດ້ຢູ່ໃນພາບລັກຂອງອົງພຣະເຢຊູເຈົ້າທີ່ເປັນຄົນຢິວ, ແຕ່ພຣະວິນຍານຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນພຣະວິນຍານຂອງອົງພຣະເຢຊູເຈົ້າ, ພຣະອົງຄືອົງພຣະເຢຊູເຈົ້າທີ່ໄດ້ກັບຄືນມາ. ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ອົງພຣະເຢຊູເຈົ້າ ແລະ ພຣະເຢໂຮວາແມ່ນລ້ວນແລ້ວແຕ່ເປັນພຣະເຈົ້າໜຶ່ງດຽວ. ຫຼັງຈາກທີ່ເຈົ້າເຂົ້າໃຈສິ່ງນີ້ຢ່າງຖືກຕ້ອງ, ເຈົ້າຈະບໍ່ສາມາດອ້າງໄດ້ວ່າການເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສູງສຸດຄືການທໍລະຍົດອົງພຣະເຢຊູເຈົ້າ ເພາະການຕ້ອນຮັບພຣະເຈົ້າອົງຊົງລິດທານຸພາບສູງສຸດຄືການຕ້ອນຮັບພຣະຜູ້ເປັນເຈົ້າ, ການຕິດຕາມຮອຍຕີນຂອງພຣະເມສານ້ອຍ ແລະ ການຖືກຍົກຂຶ້ນຕໍ່ໜ້າພຣະເຈົ້າ! ຫຼາຍຄົນໃນໂລກສາສະໜາຍັງຍຶດຕິດກັບຂໍ້ພຣະທຳຕາມຕົວອັກສອນ, ຍຶດຕິດກັບນາມຂອງອົງພຣະເຢຊູເຈົ້າ, ລໍຖ້າໃຫ້ພຣະອົງລົງມາເທິງກ້ອນເມກ, ປະຕິເສດທີ່ຈະສະແຫວງຫາ ແລະ ສືບຄົ້ນຫາພາລະກິດໃນຍຸກສຸດທ້າຍຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ບໍ່ວ່າພຣະອົງຈະສະແດງຄວາມຈິງຫຼາຍສໍ່າໃດກໍຕາມ, ພວກເຂົາກໍປະຕິເສດທີ່ຈະຮັບຮູ້ວ່າສິ່ງນີ້ມາຈາກພຣະວິນຍານຂອງພຣະເຈົ້າ, ນີ້ຄືການທີ່ພຣະວິນຍານຂອງອົງພຣະເຢຊູເຈົ້າກຳລັງປາກົດຕົວ ແລະ ເຮັດພາລະກິດ. ພວກເຂົາເຖິງກັບປະນາມ ແລະ ປະຕິເສດພຣະເຈົ້າອົງຊົງລິດທານຸພາບສູງສຸດ ທີ່ນໍາຄວາມຈິງມາໃຫ້ພວກເຮົາ. ພວກເຂົາບໍ່ໄດ້ເຮັດຜິດແບບດຽວກັນກັບທີ່ພວກຟາຣີຊາຍໄດ້ເຮັດບໍ? ພວກເຂົາຄິດວ່ານີ້ຄືການອຸທິດຕໍ່ອົງພຣະເຢຊູເຈົ້າ, ແຕ່ພຣະຜູ້ເປັນເຈົ້າໄດ້ປະນາມພວກເຂົາວ່າເປັນຜູ້ເຮັດຄວາມຊົ່ວ. ພຣະເຢຊູເຈົ້າຊົງກ່າວໄວ້ວ່າ: “ໃນມື້ນັ້ນ ຫຼາຍຄົນຈະເວົ້າກັບເຮົາວ່າ ພຣະຜູ້ເປັນເຈົ້າ, ພຣະຜູ້ເປັນເຈົ້າ, ພວກຂ້າພຣະເຈົ້າບໍ່ໄດ້ທຳນາຍດ້ວຍນາມຂອງພຣະອົງບໍ? ແລະ ໃນນາມຂອງພຣະອົງ ໄດ້ຂັບໄລ່ມານຮ້າຍອອກໄປບໍ? ແລະ ໃນນາມຂອງພຣະອົງ ໄດ້ປະຕິບັດພາລະກິດທີ່ໜ້າອັດສະຈັນຫຼາຍຢ່າງບໍ? ແລະ ຫຼັງຈາກນັ້ນ ເຮົາຈະປະກາດຕໍ່ພວກເຂົາວ່າ, ເຮົາບໍ່ເຄີຍຮູ້ຈັກພວກເຈົ້າ: ຈົ່ງໄປຈາກເຮົາເສຍ, ພວກເຈົ້າທີ່ກະທຳການຊົ່ວຊ້າເອີຍ(ມັດທາຍ 7:22-23). ແລ້ວດ້ວຍເຫດນັ້ນ ພຣະຜູ້ເປັນເຈົ້າຈະກຳຈັດພວກເຂົາ.

ໃຫ້ພວກເຮົາເບິ່ງພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດອີກເພື່ອທີ່ຈະສະຫຼຸບ. “ພຣະຄຣິດແຫ່ງຍຸກສຸດທ້າຍນໍາພາຊີວິດ ແລະ ນໍາພາຫົນທາງແຫ່ງຄວາມຈິງທີ່ຍືນນານ ແລະ ບໍ່ສິ້ນສຸດ. ຄວາມຈິງນີ້ແມ່ນເສັ້ນທາງທີ່ມະນຸດຈະໄດ້ຮັບຊີວິດ ແລະ ເປັນເສັ້ນທາງດຽວທີ່ມະນຸດຈະຮູ້ຈັກພຣະເຈົ້າ ແລະ ເສັ້ນທາງທີ່ພຣະເຈົ້າເຫັນດີນໍາ. ຖ້າເຈົ້າບໍ່ສະແຫວງຫາຫົນທາງແຫ່ງຊີວິດທີ່ພຣະຄຣິດແຫ່ງຍຸກສຸດທ້າຍຈັດຕຽມໄວ້ໃຫ້ ແລ້ວເຈົ້າຈະບໍ່ໄດ້ຮັບການເຫັນດີຂອງພຣະເຢຊູຈັກເທື່ອ ແລະ ບໍ່ມີຄຸນສົມບັດໃນການເຂົ້າປະຕູຂອງອານາຈັກສະຫວັນຈັກເທື່ອ ຍ້ອນເຈົ້າເປັນທັງຫຸ່ນ ແລະ ນັກໂທດຂອງປະຫວັດສາດ. ຄົນເຫຼົ່ານັ້ນທີ່ຖືກຄວບຄຸມໂດຍຂໍ້ບັງຄັບ, ໂດຍຕົວໜັງສື ແລະ ຖືກປະຫວັດສາດໃສ່ໂສ້ ຈະບໍ່ສາມາດຮັບຊີວິດຈັກເທື່ອ ແລະ ຈະບໍ່ຮັບຫົນທາງແຫ່ງຊີວິດຕະຫຼອດໄປຈັກເທື່ອ. ນີ້ກໍຍ້ອນວ່າ ທຸກສິ່ງທີ່ພວກເຂົາມີແມ່ນນໍ້າສົກກະປົກທີ່ຂັງຢູ່ເປັນເວລາຫຼາຍພັນປີ ແທນທີ່ຈະເປັນນໍ້າແຫ່ງຊີວິດທີ່ຫຼັງໄຫລມາຈາກບັນລັງ. ຄົນເຫຼົ່ານັ້ນທີ່ບໍ່ໄດ້ຮັບການເຕີມເຕັມໂດຍນໍ້າແຫ່ງຊີວິດຈະຍັງຄົງເປັນສາກສົບຕະຫຼອດໄປ, ເປັນຂອງຫຼິ້ນໃຫ້ກັບຊາຕານ ແລະ ເປັນບຸດຊາຍແຫ່ງນະຮົກ. ແລ້ວ ພວກເຂົາຈະສາມາດເຫັນພຣະເຈົ້າໄດ້ແນວໃດ? ຖ້າເຈົ້າພຽງແຕ່ພະຍາຍາມຍຶດຕິດກັບອະດີດ, ພຽງແຕ່ຮັກສາສິ່ງຕ່າງໆຄ້າຍຄືກັບວ່າພວກມັນຍັງບໍ່ເໜັງຕີງເລີຍ ແລະ ບໍ່ພະຍາຍາມປ່ຽນແປງສະຖານະພາບໃນປັດຈຸບັນ ແລະ ປະຖິ້ມປະຫວັດສາດ, ແລ້ວເຈົ້າຈະບໍ່ຕໍ່ຕ້ານພຣະເຈົ້າຢູ່ຕະຫຼອດເວລາບໍ? ຂັ້ນຕອນໃນພາລະກິດຂອງພຣະເຈົ້າກວ້າງໃຫຍ່ ແລະ ຍິ່ງໃຫຍ່ ຄືກັບຄື້ນທະເລຍື່ງຂຶ້ນ ແລະ ສຽງຟ້າຮ້ອງທີ່ດັງສະນັ້ນ, ແຕ່ເຈົ້ານັ່ງ ແລະ ລໍຖ້າຄວາມພິນາດໂດຍບໍ່ດີ້ນຮົນ, ຍຶດໝັ້ນໃນຄວາມໂງ່ຂອງເຈົ້າ ແລະ ບໍ່ເຮັດຫຍັງເລີຍ. ດ້ວຍວິທີນີ້ ເຈົ້າຈະສາມາດຖືກພິຈາລະນາໃຫ້ເປັນຄົນທີ່ຕິດຕາມບາດຍ່າງຂອງພຣະເມສານ້ອຍໄດ້ແນວໃດ? ເຈົ້າຈະສາມາດພິສູດຄວາມຖືກຕ້ອງຂອງພຣະເຈົ້າທີ່ເຈົ້າຍຶດໝັ້ນວ່າເປັນພຣະເຈົ້າທີ່ໃໝ່ຢູ່ສະເໝີ ແລະ ບໍ່ເກົ່າເລີຍໄດ້ແນວໃດ? ແລະ ພຣະທຳຂອງໜັງສືຫົວສີເຫຼືອງຂອງເຈົ້າຈະນໍາພາເຈົ້າເຂົ້າສູ່ຍຸກໃໝ່ໄດ້ແນວໃດ? ພຣະທໍາເຫຼົ່ານັ້ນຈະນໍາພາເຈົ້າໃຫ້ສະແຫວງຫາຂັ້ນຕອນໃນພາລະກິດຂອງພຣະເຈົ້າໄດ້ແນວໃດ? ແລະພຣະທໍານັ້ນຈະນໍາເຈົ້າຂຶ້ນສູ່ແຜ່ນດິນສະຫວັນໄດ້ແນວໃດ? ສິ່ງທີ່ເຈົ້າມີຢູ່ໃນມືຂອງເຈົ້າແມ່ນຕົວໜັງສືທີ່ສາມາດສະໜອງພຽງແຕ່ເຄື່ອງປອບໃຈຊົ່ວຄາວ ບໍ່ແມ່ນຄວາມຈິງທີ່ສາມາດໃຫ້ຊີວິດໄດ້. ຂໍ້ພຣະທຳທີ່ເຈົ້າອ່ານແມ່ນສິ່ງທີ່ສາມາດພຽງແຕ່ໃຫ້ເຈົ້າເພີ່ມພູນລີ້ນຂອງເຈົ້າ ບໍ່ແມ່ນພຣະທຳແຫ່ງສະຕິປັນຍາທີ່ສາມາດຊ່ວຍໃຫ້ເຈົ້າຮູ້ຈັກຊີວິດຂອງມະນຸດ ຢ່າວ່າແຕ່ຫົນທາງທີ່ສາມາດນໍາພາເຈົ້າໄປສູ່ຄວາມສົມບູນເລີຍ. ຄວາມບໍ່ກົງກັນນີ້ບໍ່ໄດ້ເຮັດໃຫ້ເຈົ້າໄຕ່ຕອງແດ່ບໍ? ມັນບໍ່ໄດ້ເຮັດໃຫ້ເຈົ້າເຂົ້າໃຈເຖິງສິ່ງລຶກລັບທີ່ຢູ່ພາຍໃນບໍ? ເຈົ້າສາມາດນໍາພາຕົນເອງໄປສະຫວັນເພື່ອພົບກັບພຣະເຈົ້າດ້ວຍຕົນເອງບໍ? ປາສະຈາກການມາຂອງພຣະເຈົ້າ ເຈົ້າສາມາດນໍາຕົວເອງເຂົ້າສູ່ສະຫວັນເພື່ອມີຄວາມສຸກແບບຄອບຄົວດຽວກັນກັບພຣະເຈົ້າບໍ? ໃນຕອນນີ້ ເຈົ້າຍັງກຳລັງຝັນຢູ່ບໍ? ດ້ວຍເຫດນັ້ນ ເຮົາແນະນໍາໃຫ້ເຈົ້າຢຸດຝັນ ແລະ ເບິ່ງວ່າ ແມ່ນໃຜທີ່ກຳລັງປະຕິບັດພາລະກິດໃນຕອນນີ້, ໃຜທີ່ກຳລັງປະຕິບັດພາລະກິດໃນການຊ່ວຍມະນຸດໃນຍຸກສຸດທ້າຍ. ຖ້າເຈົ້າບໍ່ຢຸດ ເຈົ້າຈະບໍ່ໄດ້ຮັບຄວາມຈິງຈັກເທື່ອ ແລະ ຈະບໍ່ໄດ້ຮັບຊີວິດອີກຕໍ່ໄປ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງແຕ່ພຣະຄຣິດແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດມອບຫົນທາງແຫ່ງຊີວິດຊົ່ວນິດນິລັນໃຫ້ກັບມະນຸດໄດ້).

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ແມ່ນຫຍັງຄືການບັງເກີດເປັນມະນຸດ?

ພວກເຮົາທຸກຄົນຮູ້ວ່າ ສອງພັນປີກ່ອນ ພຣະເຈົ້າໄດ້ມາບັງເກີດເປັນມະນຸດໃນໂລກມະນຸດເປັນອົງພຣະເຢຊູເຈົ້າ ເພື່ອໄຖ່ມະນຸດຊາດ ແລະ ເທດສະໜາ “ຈົ່ງສຳນຶກຜິດ...

ຄວາມຜິດບາບຂອງພວກເຮົາໄດ້ຮັບອະໄພ, ພຣະຜູ້ເປັນເຈົ້າຈະພາພວກເຮົາເຂົ້າສູ່ອານາຈັກຂອງພຣະອົງ ເມື່ອພຣະອົງກັບຄືນມາບໍ?

ໄພພິບັດພຽງແຕ່ຂະຫຍາຍໃຫຍ່ຂຶ້ນຢ່າງຕໍ່ເນື່ອງ ແລະ ຜູ້ທີ່ມີຄວາມເຊື່ອທຸກຄົນກຳລັງລໍຖ້າຢ່າງກະຕືລືລົ້ນເຖິງການມາເຖິງຂອງພຣະຜູ້ຊ່ວຍໃຫ້ລອດພົ້ນ,...

Leave a Reply