ແມ່ນຫຍັງຄືການບັງເກີດເປັນມະນຸດ?

25 ເດືອນທັນວາ 2021

ພວກເຮົາທຸກຄົນຮູ້ວ່າ ສອງພັນປີກ່ອນ ພຣະເຈົ້າໄດ້ມາບັງເກີດເປັນມະນຸດໃນໂລກມະນຸດເປັນອົງພຣະເຢຊູເຈົ້າ ເພື່ອໄຖ່ມະນຸດຊາດ ແລະ ເທດສະໜາ “ຈົ່ງສຳນຶກຜິດ ຍ້ອນອານາຈັກແຫ່ງສະຫວັນໃກ້ມາເຖິງແລ້ວ(ມັດທາຍ 4:17). ພຣະອົງຍັງກ່າວຄວາມຈິງຫຼາຍຢ່າງ ແລະ ສຳເລັດພາລະກິດແຫ່ງການໄຖ່ບາບ, ພຣະອົງຖືກຄຶງເທິງໄມ້ກາງແຂນ ເປັນເຄື່ອງບູຊາແທນຄວາມຜິດບາບຂອງມະນຸດຊາດ, ແລ້ວກໍ່ສິ້ນສຸດຍຸກແຫ່ງພຣະບັນຍັດ ແລະ ເລີ່ມຕົ້ນຍຸກແຫ່ງພຣະຄຸນ. ນີ້ແມ່ນພາລະກິດທີ່ດຳເນີນການເພື່ອໄຖ່ມະນຸດຊາດເປັນຄັ້ງທຳອິດທີ່ພຣະເຈົ້າມາບັງເກີດເປັນມະນຸດ. ເຖິງແມ່ນນິກາຍຢູດາໄດ້ພະຍາຍາມຕັ້ງໃຈປະນາມອົງພຣະເຢຊູເຈົ້າ ແລະ ຮ່ວມມືກັບລັດຖະບານໂຣມັນເພື່ອຄຶງພຣະອົງເທິງໄມ້ກາງແຂນ, ສອງພັນປີຕໍ່ມາ ຂ່າວປະເສີດຂອງອົງພຣະເຢຊູເຈົ້າໄດ້ແຜ່ກະຈາຍໄປທຸກມຸມໂລກ. ສິ່ງນີ້ໄດ້ພິສູດວ່າ ອົງພຣະເຢຊູເຈົ້າຄືພຣະເຈົ້າທີ່ບັງເກີດເປັນມະນຸດ, ພຣະເຈົ້າທີ່ແທ້ຈິງອົງດຽວ ແລະ ພຣະຜູ້ສ້າງທີ່ປາກົດຕົວເພື່ອປະຕິບັດພາລະກິດໃນເນື້ອໜັງ. ແຕ່ຫຼາຍຄົນບໍ່ຮູ້ວ່າອົງພຣະເຢຊູເຈົ້າເປັນພຣະເຈົ້າທີ່ບັງເກີດເປັນມະນຸດ. ກົງກັນຂ້າມ, ພວກເຂົາປະຕິບັດຕໍ່ອົງພຣະເຢຊູເຈົ້າດັ່ງຄົນປົກກະຕິ. ແມ່ນແຕ່ສິດຍາພິບານຫຼາຍຄົນທີ່ຢູ່ໃນສາສະໜາກໍ່ບໍ່ຮູ້ວ່າອົງພຣະເຢຊູເຈົ້າເປັນພຣະເຈົ້າ ແລະ ພຽງແຕ່ຄິດວ່າພຣະອົງເປັນບຸດອັນເປັນທີ່ຮັກຂອງພຣະເຈົ້າ. ມື້ນີ້, ເຖິງແມ່ນມີຜູ້ເຊື່ອຫຼາຍຄົນຈົນນັບບໍ່ຖ້ວນທີ່ເຊື່ອໃນພຣະຜູ້ເປັນເຈົ້າ, ມີໜ້ອຍຄົນທີ່ຮູ້ແທ້ໆວ່າອົງພຣະເຢຊູເຈົ້າເປັນພຣະເຈົ້າ ແລະ ບໍ່ມີຜູ້ໃດຮູ້ເຖິງຄວາມໝາຍ ແລະ ຄຸນຄ່າຂອງຄວາມຈິງທຸກຢ່າງທີ່ອົງພຣະເຢຊູເຈົ້າໄດ້ກ່າວອອກ. ສະນັ້ນ ໃນເລື່ອງການຕ້ອນຮັບພຣະຜູ້ເປັນເຈົ້າ, ຫຼາຍຄົນໄດ້ຕົກລົງສູ່ໄພພິບັດ ເພາະພວກເຂົາບໍ່ສາມາດໄດ້ຍິນສຽງຂອງພຣະເຈົ້າ. ສຳລັບຄົນທີ່ບໍ່ສາມາດໄດ້ຍິນສຽງຂອງພຣະເຈົ້າ, ເຖິງແມ່ນພວກເຂົາປາກົດວ່າໄດ້ເຊື່ອຢ່າງເຫຼື້ອມໃສໃນພາຍນອກ ຖ້າພວກເຂົາເຫັນພາບລັກຂອງບຸດມະນຸດໃນອົງພຣະເຢຊູເຈົ້າ ພວກເຂົາຈະສາມາດສືບຕໍ່ເຊື່ອໃນພຣະຜູ້ເປັນເຈົ້າ ແລະ ຕິດຕາມພຣະອົງແທ້ໆບໍ? ພວກເຂົາຈະສາມາດປະນາມອົງພຣະເຢຊູເຈົ້າວ່າເປັນຄົນທຳມະດາ ແລະ ປະຕິເສດວ່າພຣະອົງເປັນພຣະເຈົ້າບໍ? ຖ້າພວກເຂົາໄດ້ຍິນວ່າອົງພຣະເຢຊູເຈົ້າກ່າວຄວາມຈິງຫຼາຍຢ່າງໃນມື້ນີ້, ພວກເຂົາຍັງຈະສາມາດປະນາມອົງພຣະເຢຊູເຈົ້າວ່າກ່າວຄຳໝິ່ນປະໝາດ ແລະ ຄຶງພຣະອົງເທິງໄມ້ກາງແຂນອີກຄັ້ງບໍ? ໂດຍອີງໃສ່ຂໍ້ແທ້ຈິງທີ່ພວກຟາຣີຊາຍປະນາມອົງພຣະເຢຊູເຈົ້າ, ພວກເຮົາສາມາດເວົ້າຢ່າງຊັດເຈນວ່າ ຖ້າທຸກຄົນທີ່ເຊື່ອໃນພຣະຜູ້ເປັນເຈົ້າໃນມື້ນີ້ເຫັນແທ້ໆວ່າພຣະອົງທີ່ຢູ່ໃນພາບລັກເດີມຂອງພຣະອົງເປັນບຸດມະນຸດ, ຫຼາຍຄົນກໍ່ມີແນວໂນ້ມທີ່ຈະແລ່ນໜີ ແລະ ອີກຫຼາຍຄົນຈະພິພາກສາ ແລະ ປະນາມອົງພຣະເຢຊູເຈົ້າ ເຊັ່ນດຽວກັນກັບພວກຟາຣີຊາຍ ແລະ ຈະຄຶງພຣະອົງເທິງໄມ້ກາງແຂນອີກຄັ້ງ. ບາງຄົນອາດຄັດຄ້ານ ເມື່ອຂ້ອຍເວົ້າສິ່ງຕ່າງໆແບບນີ້, ແຕ່ທຸກສິ່ງທີ່ຂ້ອຍເວົ້າແມ່ນເປັນຂໍ້ແທ້ຈິງ. ມັນເປັນເພາະມະນຸດຊາດເສື່ອມຊາມຢ່າງຮ້າຍແຮງຫຼາຍແທ້ໆ ແລະ ພຽງແຕ່ເພິ່ງພາສາຍຕາສຳລັບຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ, ບໍ່ມີຜູ້ໃດສາມາດຮັບຮູ້ວ່າບຸດມະນຸດທີ່ບັງເກີດເປັນມະນຸດແມ່ນການປາກົດຕົວຂອງພຣະເຈົ້າ. ສິ່ງນີ້ໄດ້ສະແດງໃຫ້ພວກເຮົາເຫັນວ່າ ການບັງເກີດເປັນມະນຸດຄືຄວາມເລິກລັບທີ່ຍິ່ງໃຫຍ່. ເປັນເວລາຫຼາຍພັນປີ, ບໍ່ມີຜູ້ໃດສາມາດເຂົ້າໃຈຄວາມຈິງໃນລັກສະນະນີ້. ເຖິງແມ່ນຜູ້ເຊື່ອຮູ້ວ່າອົງພຣະເຢຊູເຈົ້າເປັນພຣະເຈົ້າທີ່ບັງເກີດເປັນມະນຸດ, ບໍ່ມີຜູ້ໃດສາມາດອະທິບາຍຢ່າງຊັດເຈນວ່າການບັງເກີດເປັນມະນຸດແມ່ນຫຍັງ ແລະ ພວກເຮົາຄວນເຂົ້າໃຈພຣະເຈົ້າທີ່ບັງເກີດເປັນມະນຸດແນວໃດ.

ສະນັ້ນ ເປັນຫຍັງພຣະເຈົ້າຈຶ່ງຕັດສິນໃຈທີ່ຈະບັງເກີດເປັນມະນຸດໃນເນື້ອໜັງ ເພື່ອປາກົດຕົວ ແລະ ປະຕິບັດພາລະກິດ? ຖ້າຈະເວົ້າໃຫ້ຖືກຕ້ອງ, ຄວາມເສື່ອມຊາມຂອງມະນຸດຊາດຮຽກຮ້ອງໃຫ້ພຣະເຈົ້າມາບັງເກີດເປັນມະນຸດ ເພື່ອປະຕິບັດພາລະກິດແຫ່ງຄວາມລອດພົ້ນ. ເວົ້າອີກຢ່າງໜ່ຶງກໍ່ຄື ມີພຽງແຕ່ການມາບັງເກີດເປັນມະນຸດເທົ່ານັ້ນຈຶ່ງສາມາດສຳເລັດການຊ່ວຍໃຫ້ມະນຸດຊາດລອດພົ້ນຢ່າງສົມບູນ. ພຣະເຈົ້າມາບັງເກີດເປັນມະນຸດສອງຄັ້ງເພື່ອໄຖ່ບາບ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນ. ອົງພຣະເຢຊູເຈົ້າຄືພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ພຣະອົງມາເພື່ອປະຕິບັດພາລະກິດແຫ່ງການໄຖ່ບາບ. ບາງຄົນອາດຖາມວ່າ ເປັນຫຍັງພຣະເຈົ້າຈຶ່ງບໍ່ໃຊ້ຄົນໃຫ້ປະຕິບັດພາລະກິດແຫ່ງການໄຖ່ບາບ? ເປັນຫຍັງພຣະເຈົ້າຈຶ່ງບັງເກີດເປັນມະນຸດ? ເພາະສະມາຊິກທຸກຄົນໃນມະນຸດຊາດທີ່ເສື່ອມຊາມມີຄວາມຜິດບາບ, ພວກເຮົາທຸກຄົນແມ່ນຄົນເຮັດຜິດ, ເຊິ່ງໝາຍຄວາມວ່າບໍ່ມີເຄື່ອງບູຊາແທນຄວາມຜິດບາບທີ່ມີຄຸນສົມບັດ. ມີພຽງແຕ່ບຸດມະນຸດທີ່ບັງເກີດເປັນມະນຸດເທົ່ານັ້ນຈຶ່ງປາສະຈາກຄວາມຜິດບາບ, ສະນັ້ນ ພຣະເຈົ້າຈຶ່ງບັງເກີດເປັນມະນຸດດັ່ງບຸດມະນຸດ ເພື່ອດຳເນີນພາລະກິດແຫ່ງການໄຖ່ບາບດ້ວຍຕົວພຣະອົງເອງ. ມີພຽງແຕ່ສິ່ງນີ້ເທົ່ານັ້ນສະແດງເຖິງຄວາມຊອບທຳ ແລະ ຄວາມບໍລິສຸດຂອງພຣະເຈົ້າຢ່າງແທ້ຈິງ, ເຮັດໃຫ້ຊາຕານອັບອາຍຢ່າງສິ້ນເຊີງ ແລະ ເຮັດໃຫ້ມັນບໍ່ມີພື້ນຖານທີ່ຈະກ່າວຫາພຣະເຈົ້າ. ສິ່ງນີ້ຍັງເຮັດໃຫ້ມະນຸດຊາດຮູ້ຈັກເຖິງຄວາມຮັກທີ່ຈິງໃຈ ແລະ ຄວາມກະລຸນາຂອງພຣະເຈົ້າສຳລັບພວກເຂົາ. ເມື່ອອົງພຣະເຢຊູເຈົ້າສຳເລັດພາລະກິດແຫ່ງການໄຖ່ບາບ, ພຣະອົງກໍ່ທຳນາຍວ່າພຣະອົງຈະມາອີກຄັ້ງ. ມື້ນີ້, ອົງພຣະເຢຊູເຈົ້າໄດ້ກັບຄືນມາ ແລະ ເປັນພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ບັງເກີດເປັນມະນຸດ. ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວຄວາມຈິງຫຼາຍຢ່າງ ແລະ ປະຕິບັດພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍ ເພື່ອຊໍາລະລ້າງຄວາມເສື່ອມຊາມຂອງມະນຸດຊາດຢ່າງສົມບູນ, ເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນຈາກຄວາມຜິດບາບ ແລະ ລິດອຳນາດຂອງຊາຕານ ແລະ ນໍາພາມະນຸດຊາດໄປສູ່ຈຸດໝາຍປາຍທາງທີ່ສວຍງາມ. ແຕ່ສິ່ງທີ່ບໍ່ຄາດຄິດກໍ່ຄື ເຖິງແມ່ນພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວຄວາມຈິງຫຼາຍຢ່າງ, ພຣະອົງກໍ່ຍັງຖືກຕໍ່ຕ້ານ ແລະ ປະນາມຢ່າງບ້າປ່ວງໂດຍກອງກຳລັງຂອງຜູ້ຕໍ່ຕ້ານພຣະຄຣິດໃນໂລກແຫ່ງສາສະໜາ, ຜູ້ທີ່ເຖິງກັບຮ່ວມມືກັບພັກກອມມູນິດຈີນທີ່ປົກຄອງ ເພື່ອພະຍາຍາມຂັດຂວາງ, ທຳລາຍ ແລະ ສັ່ງຫ້າມການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍ. ພວກເຂົາເຮັດສຸດຄວາມສາມາດຂອງພວກເຂົາເພື່ອປະຕິເສດວ່າ ພຣະເຈົ້າອົງຊົງລິດທານຸພາບສູງສຸດເປັນການປາກົດຕົວຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ຍັງປະນາມ ແລະ ໝິ່ນປະໝາດພຣະເຈົ້າອົງຊົງລິດທານຸພາບສູງສຸດວ່າເປັນຄົນປົກກະຕິ ເຊິ່ງໄດ້ເປີດໂປງໃບໜ້າທີ່ຂີ້ຮ້າຍຂອງກອງກຳລັງຜູ້ຕໍ່ຕ້ານພຣະຄຣິດໃນໂລກແຫ່ງສາສະໜາ ວ່າເປັນຄົນທີ່ກຽດຊັງຄວາມຈິງ ແລະ ຕໍ່ຕ້ານພຣະເຈົ້າ. ຖ້າພວກເຮົາຫວນກັບເບິ່ງສອງພັນປີກ່ອນ, ພວກເຮົາກໍ່ເຫັນວ່າປະໂລຫິດໃຫຍ່, ພວກທຳມະຈານ ແລະ ພວກຟາຣີຊາຍໃນນິກາຍຢູດາ ຈະຕາຍດີກວ່າ ແທນທີ່ຈະຍອມຮັບ ອົງພຣະເຢຊູເຈົ້າໃຫ້ເປັນພຣະເມຊີອາ. ພວກເຂົາລະບຸວ່າອົງພຣະເຢຊູເຈົ້າເປັນຄົນທຳມະດາທີ່ເວົ້າໝິ່ນປະໝາດ, ພວກເຂົາເຮັດທຸກສິ່ງທີ່ພວກເຂົາສາມາດເຮັດໄດ້ເພື່ອຕໍ່ຕ້ານ, ປະນາມ ແລະ ໝິ່ນປະໝາດອົງພຣະເຢຊູເຈົ້າ ແລະ ໃນທີ່ສຸດ ພວກເຂົາກໍ່ຄຶງພຣະອົງເທິງໄມ້ກາງແຂນ ເຮັດຜິດຢ່າງຮ້າຍແຮງ ເຊິ່ງພວກເຂົາກໍ່ໄດ້ຖືກສາບແຊ່ງ ແລະ ລົງໂທດໂດຍພຣະເຈົ້າ. ມື້ນີ້, ພຣະເຈົ້າອົງຊົງລິດທານຸພາບສູງສຸດປາກົດຕົວ ແລະ ປະຕິບັດພາລະກິດໃນພາບລັກຂອງບຸດມະນຸດ. ຫຼາຍຄົນໄດ້ເຫັນວ່າພຣະທຳທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດກ່າວອອກແມ່ນເປັນຄວາມຈິງ, ພວກເຂົາໄດ້ຍິນສຽງຂອງພຣະເຈົ້າ ແລະ ພວກເຂົາທຸກຄົນກໍ່ຍອມຮັບພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍຢ່າງມີຄວາມສຸກ ແລະ ຕ້ອນຮັບພຣະຜູ້ເປັນເຈົ້າ. ເຖິງຢ່າງໃດກໍ່ຕາມ, ມີຫຼາຍຄົນທີ່ບໍ່ຮູ້ຈັກພຣະເຈົ້າທີ່ບັງເກີດເປັນມະນຸດ, ຄົນທີ່ຍັງປະຕິບັດກັບພຣະເຈົ້າອົງຊົງລິດທານຸພາບສູງສຸດວ່າເປັນຄົນທຳມະດາ ແລະ ຄົນທີ່ຍັງຕັດສິນ ແລະ ປະນາມທຸກຄົນທີ່ຍອມຮັບພຣະເຈົ້າອົງຊົງລິດທານຸພາບສູງສຸດ ໂດຍເວົ້າວ່າພວກເຂົາເຊື່ອໃນຄົນທຳມະດາ. ຄົນເຫຼົ່ານີ້ຄິດວ່າພວກເຂົາເຂົ້າໃຈພຣະຄຳພີ, ສະນັ້ນ ພວກເຂົາຈຶ່ງປະຕິເສດທີ່ຈະສືບຄົ້ນຫາຫົນທາງທີ່ແທ້ຈິງ ແລະ ປະນາມ ແລະ ຕໍ່ຕ້ານພຣະເຈົ້າອົງຊົງລິດທານຸພາບສູງສຸດຢ່າງບ້າປ່ວງ, ເຮັດຜິດບາບໂດຍການຄຶງພຣະເຈົ້າຊໍ້າອີກ. ເປັນຫຍັງການບັງເກີດເປັນມະນຸດທັງສອງຄັ້ງຂອງພຣະເຈົ້າຈຶ່ງຖືກປະນາມ ແລະ ຖືກປະຕິເສດໂດຍມະນຸດ? ມັນເປັນເພາະຜູ້ຄົນບໍ່ຮູ້ຈັກພຣະເຈົ້າ, ບໍ່ເຂົ້າໃຈວ່າຄວາມຈິງແມ່ນຫຍັງ ແລະ ແຮງໄກທີ່ຈະເຂົ້າໃຈເຖິງຄວາມເລິກລັບຂອງການບັງເກີດເປັນມະນຸດ. ມັນຍັງເປັນເພາະມະນຸດຖືກເຮັດໃຫ້ເສື່ອມຊາມຢ່າງຮ້າຍແຮງ ແລະ ມີທຳມະຊາດຂອງຊາຕານ. ພວກເຂົາບໍ່ພຽງແຕ່ລັງກຽດ ແລະ ກຽດຊັງຄວາມຈິງ, ພວກເຂົາຍັງເປັນປໍລະປັກຕໍ່ພຣະເຈົ້າຢ່າງບ້າປ່ວງ ແລະ ບໍ່ມີຄວາມຢ້ານກົວເລີຍ. ໃນຄວາມເປັນຈິງ, ມີບາງຄົນທີ່ເປັນຜູ້ເຊື່ອທີ່ເຫຼື້ອມໃສໃນພຣະເຈົ້າ ຄົນທີ່ຖືກຫຼອກລວງໂດຍພັກກອມມູນິດຈີນ, ກະສັດຂອງມານຮ້າຍ ແລະ ກອງກຳລັງຜູ້ຕໍ່ຕ້ານພຣະຄຣິດທີ່ເຄັ່ງສາສະໜາ ເນື່ອງຈາກຄວາມໂງ່ຈ້າຂອງພວກເຂົາ ແລະ ດຳເນີນຕາມເສັ້ນທາງແຫ່ງການຕໍ່ຕ້ານພຣະເຈົ້າ. ເຫດຜົນສຳລັບຄວາມລົ້ມເຫຼວຂອງພວກເຂົາຄືການຂາດຄວາມຮູ້ກ່ຽວກັບການບັງເກີດເປັນມະນຸດ ແລະ ຄວາມຈິງ, ສະນັ້ນ ພວກເຂົາຈຶ່ງບໍ່ສາມາດໄດ້ຍິນສຽງຂອງພຣະເຈົ້າ ແລະ ດ້ວຍເຫດນັ້ນຈຶ່ງປະຕິບັດຕໍ່ພຣະເຈົ້າທີ່ບັງເກີດເປັນມະນຸດຄືກັບເປັນຄົນທຳມະດາ ພ້ອມທັງປະນາມ ແລະ ໝິ່ນປະໝາດພຣະອົງ. ມັນເຫັນໄດ້ຢ່າງຊັດເຈນວ່າ ການເຂົ້າໃຈຄວາມຈິງກ່ຽວກັບການບັງເກີດເປັນມະນຸດ ເປັນສິ່ງທີ່ຈຳເປັນສຳລັບພວກເຮົາ ເພື່ອຕ້ອນຮັບພຣະຜູ້ເປັນເຈົ້າ ແລະ ຖືກຍົກຂຶ້ນສູ່ອານາຈັກສະຫວັນ. ມັນເປັນບັນຫາສຳຄັນຫຼາຍທີ່ກ່ຽວຂ້ອງກັບຈຸດໝາຍປາຍທາງສຸດທ້າຍຂອງພວກເຮົາ.

ຫຼາຍຄົນຈະຖາມວ່າ ຍ້ອນອົງພຣະເຢຊູເຈົ້າເປັນພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ໄດ້ປະຕິບັດພາລະກິດແຫ່ງການໄຖ່ບາບ ແລະ ມະນຸດຊາດກໍ່ຖືກຊ່ວຍໃຫ້ລອດພົ້ນ ແລະ ກັບຄືນມາຫາພຣະເຈົ້າແລ້ວ, ເປັນຫຍັງພຣະເຈົ້າຈຶ່ງຍັງຈຳເປັນຕ້ອງມາບັງເກີດເປັນມະນຸດໃນຍຸກສຸດທ້າຍ ເພື່ອປະຕິບັດພາລະກິດແຫ່ງການພິພາກສາ ເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ? ມີຄວາມໝາຍທີ່ເລິກເຊິ່ງຫຼາຍໃນເລື່ອງນີ້. ຖ້າຈະເວົ້າງ່າຍໆ, ການທີີ່ພຣະເຈົ້າມາບັງເກີດເປັນມະນຸດສອງຄັ້ງເພື່ອໄຖ່ມະນຸດຊາດ ແລະ ຫຼັງຈາກນັ້ນກໍ່ຊໍາລະລ້າງ ແລະ ຊ່ວຍພວກເຮົາໃຫ້ລອດພົ້ນຢ່າງສົມບູນ ແມ່ນຖືກກຳນົດໄວ້ລ່ວງໜ້າໂດຍພຣະເຈົ້ານັບຕັ້ງແຕ່ດົນກ່ອນທີ່ຈະເນລະມິດສ້າງໂລກ. ມີຄຳທຳນາຍຫຼາຍຢ່າງໃນພຣະຄຳພີທີ່ລະບຸວ່າພຣະເຈົ້າຈະມາບັງເກີດເປັນມະນຸດສອງຄັ້ງໃນຖານະບຸດມະນຸດ. ໃນຄັ້ງທຳອິດ, ຜ່ານການຖືກຄຶງເທິງໄມ້ກາງແຂນໂດຍເປັນເຄື່ອງບູຊາແທນຄວາມຜິດບາບ, ພຣະອົງໄດ້ສຳເລັດພາລະກິດແຫ່ງການໄຖ່ບາບ, ເພື່ອວ່າຄວາມຜິດບາບຂອງຜູ້ຄົນຈະໄດ້ຮັບການອະໄພ, ແຕ່ຜູ້ຄົນບໍ່ໄດ້ຫຼຸດພົ້ນຈາກຄວາມຜິດບາບ ແລະ ຮັບຄວາມບໍລິສຸດ. ຄັ້ງທີສອງ, ຜ່ານການກ່າວຄວາມຈິງ ແລະ ພາລະກິດແຫ່ງການພິພາກສາ, ພຣະອົງຈະຊໍາລະລ້າງມະນຸດຊາດຢ່າງທົ່ວເຖິງ, ຊ່ວຍມະນຸດຊາດໃຫ້ລອດພົ້ນຈາກຄວາມຜິດບາບ ແລະ ອິດທິພົນຂອງຊາຕານຢ່າງສົມບູນ, ນໍາຈຸດຈົບມາສູ່ຍຸກດັ່ງກ່າວ ແລະ ນໍາມະນຸດຊາດໄປສູ່ຈຸດໝາຍປາຍທາງທີ່ສວຍງາມ. ສະນັ້ນ ການບັງເກີດເປັນມະນຸດທັງສອງຄັ້ງແມ່ນມີເຈດຕະນາເພື່ອໄຖ່ມະນຸດຊາດ ແລະ ຫຼັງຈາກນັ້ນກໍ່ຊ່ວຍມະນຸດຊາດໃຫ້ລອດພົ້ນຢ່າງສົມບູນ. ພຣະເຈົ້າໄດ້ມາບັງເກີດເປັນມະນຸດສອງຄັ້ງ ເພື່ອສຳເລັດແຜນການຄຸ້ມຄອງຂອງພຣະອົງໃນການຊ່ວຍມະນຸດຊາດໃຫ້ລອດພົ້ນ. ມື້ນີ້, ພາລະກິດແຫ່ງການພິພາກສາຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກສຸດທ້າຍໄດ້ເອົາຊະນະ ແລະ ເຮັດໃຫ້ກຸ່ມຄົນສົມບູນເພື່ອກາຍເປັນຜູ້ເອົາຊະນະ, ພຣະເຈົ້າໄດ້ເອົາຊະນະຊາຕານ ແລະ ໄດ້ຮັບສະຫງ່າລາສີ ແລະ ມັນສາມາດເວົ້າໄດ້ວ່າພຣະເຈົ້າໄດ້ສຳເລັດພາລະກິດທີ່ຍິ່ງໃຫຍ່ຂອງພຣະອົງ. ສິ່ງເຫຼົ່ານີ້ແມ່ນສິ່ງທີ່ພຣະເຈົ້າໄດ້ເຮັດແລ້ວ. ຕອນນີ້, ພວກເຮົາສາມາດເຫັນໄດ້ເຖິງຄວາມໝາຍທີ່ເຫຼືອເຊື່ອໃນການບັງເກີດເປັນມະນຸດຂອງພຣະເຈົ້າໃນຍຸກສຸດທ້າຍ. ໃນດ້ານໜຶ່ງ, ມັນໄດ້ສິ້ນສຸດຍຸກເກົ່າ ນັ້ນກໍ່ຄື ຍຸກແຫ່ງພຣະຄຸນ ແລະ ເລີ່ມຕົ້ນຍຸກໃໝ່ ນັ້ນກໍ່ຄື ຍຸກແຫ່ງລາຊະອານາຈັກ. ໃນອີກດ້ານໜຶ່ງ, ມັນໄດ້ຊໍາລະລ້າງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນຢ່າງສົມບູນ ແລະ ນໍາມະນຸດຊາດໄປສູ່ຈຸດໝາຍປາຍທາງທີ່ສວຍງາມ. ທັງພາລະກິດແຫ່ງການໄຖ່ບາບ ແລະ ພາລະກິດແຫ່ງການພິພາກສາແມ່ນຖືກເຮັດສຳເລັດໂດຍພຣະເຈົ້າທີ່ບັງເກີດເປັນມະນຸດ, ສະນັ້ນ ການບັງເກີດເປັນມະນຸດທັງສອງຄັ້ງຂອງພຣະເຈົ້າຈຶ່ງມີຄວາມໝາຍທີ່ເລິກເຊິ່ງຢ່າງແນ່ນອນ. ມື້ນີ້, ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວຄວາມຈິງຫຼາຍຢ່າງ ແລະ ເຮັດສິ່ງທີ່ຍິ່ງໃຫຍ່ດັ່ງກ່າວໃນໂລກຂອງພວກເຮົາ, ສະນັ້ນ ເປັນຫຍັງຈຶ່ງຍັງມີຫຼາຍຄົນທີ່ບໍ່ຮູ້ຈັກພາລະກິດຂອງພຣະເຈົ້າ? ຫຼາຍຄົນຍັງປະຕິເສດທີ່ຈະຍອມຮັບວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດເປັນພຣະເຈົ້າທີ່ບັງເກີດເປັນມະນຸດ, ຍຶດຕິດກັບແນວຄິດທາງສາສະໜາ, ເຊື່ອວ່າມີພຽງແຕ່ອົງພຣະເຢຊູເຈົ້າເທົ່ານັ້ນທີ່ເປັນພຣະເຈົ້າ ແລະ ຢືນຢັນວ່າ ໂດຍການຍຶດຖືພຣະຄຳພີເທົ່ານັ້ນ ພວກເຮົາຈຶ່ງສາມາດເຂົ້າສູ່ອານາຈັກສະຫວັນໄດ້. ຊ່າງເປັນສິ່ງທີ່ໂງ່ຈ້າ ແລະ ບໍ່ມີຄວາມຮູ້ທີ່ຈະເຮັດແບບນັ້ນ! ຄົນທີ່ໂງ່ຈ້າດັ່ງກ່າວເຄີຍໄດ້ຍິນສຽງຂອງພຣະເຈົ້າບໍ? ແລ້ວພວກເຂົາສາມາດຄົ້ນພົບຄວາມຈິງທັງໝົດທີ່ກ່າວອອກໂດຍພຣະເຈົ້າອົງຊົງລິດທານຸພາບສູງສຸດບໍ? ໃນທີ່ສຸດແລ້ວ, ນີ້ເປັນເພາະຜູ້ຄົນຂາດຄວາມຮູ້ກ່ຽວກັບພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ບໍ່ສາມາດຮັບຮູ້ສຽງຂອງພຣະເຈົ້າ, ສະນັ້ນ ພວກເຂົາຈຶ່ງບໍ່ສາມາດຖືກຍົກຂຶ້ນຕໍ່ໜ້າບັນລັງຂອງພຣະເຈົ້າ. ຄົນທີ່ບໍ່ມີຄວາມຮູ້ເຫຼົ່ານີ້, ຍິງສາວບໍລິສຸດທີ່ໂງ່ຈ້າເຫຼົ່ານີ້ ຈະບໍ່ໄດ້ຮັບການຮອງຮັບຈາກພຣະເຈົ້າຈັກເທື່ອ ບໍ່ວ່າພວກເຂົາຈະເຊື່ອເປັນເວລາເທົ່າໃດປີກໍ່ຕາມ. ເຫັນໄດ້ຢ່າງຊັດເຈນວ່າ ຖ້າເຈົ້າຕ້ອງການຕ້ອນຮັບພຣະຜູ້ເປັນເຈົ້າ, ຄວາມຮູ້ກ່ຽວກັບພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ການເຂົ້າໃຈຄວາມຈິງກ່ຽວກັບການບັງເກີດເປັນມະນຸດເປັນສິ່ງທີ່ຈຳເປັນ! ສະນັ້ນ ການບັງເກີດເປັນມະນຸດແມ່ນຫຍັງແທ້ໆ? ແລ້ວພວກເຮົາຄວນເຂົ້າໃຈແນວໃດກ່ຽວກັບການບັງເກີດເປັນມະນຸດ? ພວກເຮົາສາມາດແຍກແຍະລະຫວ່າງພຣະຄຣິດທີ່ແທ້ຈິງ ແລະ ພຣະຄຣິດປອມໄດ້ແນວໃດ? ພວກເຮົາຈະເຂົ້າໃຈຫຼັງຈາກທີ່ໄດ້ອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ.

ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “‘ການບັງເກີດເປັນມະນຸດ’ ແມ່ນ ການປາກົດຕົວຂອງພຣະເຈົ້າໃນເນື້ອໜັງ; ພຣະອົງປະຕິບັດພາລະກິດທ່າມກາງມະນຸດຊາດໃນລັກສະນະຂອງເນື້ອໜັງ. ສະນັ້ນ ສຳລັບພຣະເຈົ້າທີ່ຕ້ອງບັງເກີດເປັນມະນຸດ ພຣະອົງຕ້ອງເປັນເນື້ອໜັງກ່ອນ, ເນື້ອໜັງທີ່ມີຄວາມເປັນມະນຸດທີ່ທຳມະດາ; ນີ້ແມ່ນຂໍ້ກໍານົດເບື້ອງຕົ້ນໂດຍພື້ນຖານທີ່ສຸດ. ຕາມຄວາມເປັນຈິງ ຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະເຈົ້າແມ່ນ ພຣະເຈົ້າມີຊີວິດ ແລະ ປະຕິບັດພາລະກິດໃນເນື້ອໜັງ, ພຣະເຈົ້າທີ່ຢູ່ໃນແກ່ນແທ້ຂອງພຣະອົງໄດ້ກາຍມາເປັນເນື້ອໜັງ, ກາຍມາເປັນມະນຸດ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ແກ່ນແທ້ຂອງເນື້ອໜັງທີ່ພຣະເຈົ້າສະຖິດຢູ່). “ພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນຖືກເອີ້ນວ່າ ພຣະຄຣິດ ແລະ ພຣະຄຣິດເປັນມະນຸດທີ່ຖືກສະຖິດໂດຍພຣະວິນຍານຂອງພຣະເຈົ້າ. ມະນຸດທີ່ກ່າວເຖິງບໍ່ຄືກັບມະນຸດທົ່ວໄປທີ່ເກີດຈາກເນື້ອໜັງ. ຄວາມແຕກຕ່າງກໍຍ້ອນພຣະຄຣິດບໍ່ໄດ້ເກີດຈາກເນື້ອໜັງ ແລະ ເລືອດເນື້ອ ແຕ່ເປັນການບັງເກີດເປັນມະນຸດຂອງພຣະວິນຍານ. ພຣະອົງມີທັງຄວາມເປັນມະນຸດທີ່ທຳມະດາ ແລະ ຄວາມເປັນພຣະເຈົ້າທີ່ສົມບູນ. ຄວາມເປັນພຣະເຈົ້າຂອງພຣະອົງບໍ່ໄດ້ຖືກຄອບງຳໂດຍມະນຸດຄົນໃດ. ຄວາມເປັນມະນຸດທີ່ທຳມະດາຂອງພຣະອົງປະຄັບປະຄອງກິດຈະກຳທີ່ທຳມະດາທັງໝົດຂອງພຣະອົງທີ່ເກີດຂຶ້ນທາງເນື້ອໜັງ ໃນຂະນະທີ່ຄວາມເປັນພຣະເຈົ້າຂອງພຣະອົງປະຕິບັດພາລະກິດຂອງພຣະເຈົ້າດ້ວຍຕົວພຣະອົງເອງ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ແກ່ນແທ້ຂອງພຣະຄຣິດຄືການເຊື່ອຟັງຄວາມປະສົງຂອງພຣະບິດາໃນສະຫວັນ). “ພຣະເຈົ້າທີ່ບັງເກີດເປັນມະນຸດຖືກເອີ້ນວ່າ ພຣະຄຣິດ ແລະ ດ້ວຍເຫດນັ້ນ ພຣະຄຣິດທີ່ສາມາດມອບຄວາມຈິງໃຫ້ກັບຜູ້ຄົນຖືກເອີ້ນວ່າ ພຣະເຈົ້າ. ບໍ່ມີຫຍັງທີ່ຫຼາຍເກີນໄປກວ່າສິ່ງນີ້ ຍ້ອນພຣະອົງມີທາດແທ້ຂອງພຣະເຈົ້າ ແລະ ມີຈິດໃຈຂອງພຣະເຈົ້າ, ສະຕິປັນຍາໃນພາລະກິດຂອງພຣະອົງ ເຊິ່ງມະນຸດບໍ່ສາມາດຢັ່ງເຖິງໄດ້. ຜູ້ຄົນທີ່ເອີ້ນຕົນເອງວ່າ ພຣະຄຣິດ ແຕ່ບໍ່ສາມາດປະຕິບັດພາລະກິດຂອງພຣະເຈົ້າໄດ້ ແມ່ນນັກຫຼອກລວງ. ພຣະຄຣິດບໍ່ແມ່ນພຽງແຕ່ເປັນການປາກົດຕົວຂອງພຣະເຈົ້າເທິງແຜ່ນດິນໂລກເທົ່ານັ້ນ ແຕ່ພຣະອົງຍັງເຮັດໜ້າທີ່ເປັນເນື້ອໜັງພິເສດ ໃນຂະນະທີ່ພຣະອົງປະຕິບັດ ແລະ ເຮັດໃຫ້ພາລະກິດຂອງພຣະອົງໃຫ້ສຳເລັດທ່າມກາງມະນຸດ. ເນື້ອໜັງນີ້ບໍ່ແມ່ນສິ່ງທີ່ມະນຸດຄົນໃດສາມາດທົດແທນໄດ້ ແຕ່ແມ່ນສິ່ງທີ່ສາມາດແບກຫາບພາລະກິດຂອງພຣະເຈົ້າເທິງແຜ່ນດິນໂລກໄດ້ຢ່າງເຕັມທີ່ ແລະ ສຳແດງຈິດໃຈຂອງພຣະເຈົ້າ ແລະ ເປັນຕົວແທນຂອງພຣະເຈົ້າໄດ້ຢ່າງຖືກຕ້ອງ ແລະ ສະໜອງຊີວິດໃຫ້ກັບມະນຸດ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງແຕ່ພຣະຄຣິດແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດມອບຫົນທາງແຫ່ງຊີວິດຊົ່ວນິດນິລັນໃຫ້ກັບມະນຸດໄດ້). ພຣະທຳຂອງພຣະເຈົ້າລະບຸໄວ້ຢ່າງຊັດເຈນວ່າ ການບັງເກີດເປັນມະນຸດຄືການເຮັດໃຫ້ພຣະວິນຍານຂອງພຣະເຈົ້າກາຍເປັນຈິງໃນເນື້ອໜັງ ເຊິ່ງໝາຍຄວາມວ່າພຣະວິນຍານຂອງພຣະເຈົ້າໄດ້ສວມໃສ່ເນື້ອໜັງເພື່ອກາຍມາເປັນຄົນທຳມະດາ ແລະ ຫຼັງຈາກນັ້ນກໍ່ປາກົດຕົວ ແລະ ເຮັດວຽກໃນໂລກຂອງມະນຸດ. ເວົ້າງ່າຍໆກໍ່ຄື ມັນໝາຍຄວາມວ່າພຣະວິນຍານຂອງພຣະເຈົ້າສວມໃສ່ເນື້ອໜັງ ແລະ ກາຍມາເປັນບຸດມະນຸດ. ໃນພາຍນອກ, ພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນຄົນທຳມະດາ ແລະ ປົກກະຕິ, ຄົນທີ່ບໍ່ໄດ້ສູງສົ່ງ ຫຼື ພິເສດ, ຄົນທີ່ກິນ, ນຸ່ງເຄື່ອງດ້ວຍຕົນເອງ ແລະ ເຄື່ອນຍ້າຍໄປມາດ້ວຍພຣະອົງເອງຄືກັບຄົນປົກກະຕິ ແລະ ດຳລົງຊີວິດທີ່ປົກກະຕິ. ພຣະອົງຈຳເປັນຕ້ອງກິນ ເມື່ອພຣະອົງຫິວ ແລະ ນອນເມື່ອພຣະອົງເມື່ອຍ, ພຣະອົງໄດ້ຜະເຊີນກັບອາລົມທີ່ປົກກະຕິຂອງມະນຸດ, ພຣະອົງດຳລົງຊີວິດຢູ່ທ່າມກາງມະນຸດຢ່າງແທ້ຈິງ ແລະ ຢ່າງເປັນຈິງ ແລະ ບໍ່ມີຜູ້ໃດສາມາດເຫັນວ່າພຣະອົງເປັນພຣະເຈົ້າທີ່ແທ້ຈິງທີ່ບັງເກີດເປັນມະນຸດ. ແຕ່ເຖິງແມ່ນຈະເປັນຄົນທີ່ປົກກະຕິ ແລະ ທຳມະດາແບບນັ້ນ, ມີຄວາມແຕກຕ່າງຢ່າງຫຼວງຫຼາຍລະຫວ່າງພຣະອົງ ແລະ ມະນຸດທີ່ຖືກສ້າງຂຶ້ນ. ພຣະອົງເປັນການບັງເກີດເປັນມະນຸດຂອງພຣະເຈົ້າ ແລະ ພຣະວິນຍານຂອງພຣະເຈົ້າແມ່ນຢູ່ພາຍໃນພຣະອົງ. ພຣະອົງມີຄວາມເປັນມະນຸດທີ່ທຳມະດາ, ແຕ່ຍັງມີຄວາມເປັນພຣະເຈົ້າທີ່ສົມບູນອີກດ້ວຍ ເຊິ່ງສາມາດເຫັນໄດ້ ແລະ ສາມາດຈັບຕ້ອງໄດ້. ມັນສະແດງອອກຫຼັກໆໃນການທີ່ພຣະອົງສາມາດກ່າວຄວາມຈິງ ແລະ ເປີດເຜີຍຄວາມເລິກລັບໄດ້ທຸກເວລາ ຫຼື ທຸກສະຖານທີ່. ພຣະອົງສາມາດສະແດງ ແລະ ເປັນພະຍານເຖິງອຸປະນິໄສຂອງພຣະເຈົ້າ, ທຸກສິ່ງທີ່ພຣະເຈົ້າມີ ແລະ ເປັນ, ຈິດໃຈ ແລະ ຄວາມຄິດຂອງພຣະເຈົ້າ, ຄວາມຮັກຂອງພຣະເຈົ້າ ແລະ ອຳນາດອັນໄພສານ ແລະ ສະຕິປັນຍາຂອງພຣະເຈົ້າ, ເພື່ອວ່າທຸກຄົນຈະສາມາດຮູ້ ແລະ ເຂົ້າໃຈພຣະເຈົ້າ. ພຣະອົງຍັງສາມາດເປີດເຜີຍຄວາມເລິກລັບທັງໝົດໃນພຣະຄຳພີ ເຊິ່ງໝາຍຄວາມວ່າພຣະອົງສາມາດເປີດໜັງສືມ້ວນທີ່ຖືກທຳນາຍໄວ້ໃນພຣະນິມິດ. ມັນພິສູດວ່າພຣະອົງມີຄວາມເປັນພຣະເຈົ້າທີ່ສົມບູນ. ໃນພາຍນອກ, ພຣະຄຣິດເປັນຄົນທຳມະດາ, ແຕ່ພຣະອົງສາມາດກ່າວຄວາມຈິງຫຼາຍຢ່າງ, ປຸກຜູ້ຄົນໃຫ້ຕື່ນ ແລະ ຊ່ວຍມະນຸດຊາດທີ່ເສື່ອມຊາມໃຫ້ລອດພົ້ນຈາກອິດທິພົນຂອງຊາຕານ. ຫາກປາສະຈາກພຣະວິນຍານຂອງພຣະເຈົ້າທີ່ຢູ່ພາຍໃນພວກເຂົາ, ຜູ້ໃດໜຶ່ງຈະສາມາດເຮັດສິ່ງເຫຼົ່ານີ້ໄດ້ແນວໃດ? ບໍ່ມີຄົນທີ່ມີຊື່ສຽງ ຫຼື ມະນຸດທີ່ຍິ່ງໃຫຍ່ຄົນໃດສາມາດເຮັດສິ່ງດັ່ງກ່າວໄດ້ຢ່າງແນ່ນອນ, ເພາະບໍ່ມີຄົນທີ່ມີຊື່ສຽງ ຫຼື ມະນຸດທີ່ຍິ່ງໃຫຍ່ຄົນໃດສາມາດກ່າວຄວາມຈິງໄດ້. ພວກເຂົາບໍ່ມີຄວາມຈິງເລີຍ. ພວກເຂົາບໍ່ສາມາດແມ່ນແຕ່ຊ່ວຍຕົນເອງໃຫ້ລອດພົ້ນ, ສະນັ້ນ ພວກເຂົາຈະສາມາດຊ່ວຍມະນຸດຊາດທັງປວງໄດ້ແນວໃດ? ພຣະເຈົ້າທີ່ບັງເກີດເປັນມະນຸດສາມາດກ່າວຄວາມຈິງ ແລະ ປະຕິບັດພາລະກິດແຫ່ງການພິພາກສາເພື່ອຊໍາລະລ້າງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນ ເຊິ່ງເປັນຄວາມສາມາດທີ່ບໍ່ມີມະນຸດຄົນໃດມີ. ໜັງສື ພຣະທໍາປາກົດໃນຮ່າງກາຍ ເປັນຖ້ອຍຄຳຂອງພຣະເຈົ້າໃນຍຸກສຸດທ້າຍ ແລະ ເປັນພະຍານເຖິງພາລະກິດແຫ່ງການພິພາກສາຂອງພຣະເຈົ້າໃນຍຸກສຸດທ້າຍ. ເມື່ອຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າໄດ້ປະສົບກັບພາລະກິດແຫ່ງການພິພາກສາຂອງພຣະເຈົ້າໃນຍຸກສຸດທ້າຍ ແລະ ຍອມຮັບການລ້ຽງດູ ແລະ ການເບິ່ງແຍງຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດເອງ, ພວກເຂົາທຸກຄົນກໍ່ຮູ້ເຖິງຄວາມເປັນຈິງທີ່ເລິກເຊິ່ງຂອງພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ. ພຣະເຈົ້າດຳລົງຊີວິດຢູ່ທ່າມກາງຜູ້ຄົນຢ່າງແທ້ຈິງ ແລະ ຢ່າງເປັນຈິງ ແລະ ກ່າວຄວາມຈິງໂດຍອີງໃສ່ສະຖານະການຕົວຈິງຂອງພວກເຮົາ ເພື່ອສະໜັບສະໜູນ ແລະ ສະໜອງໃຫ້ແກ່ພວກເຮົາ, ພ້ອມທັງເປີດໂປງຄວາມຫັນເຫຂອງພວກເຮົາໃນຄວາມເຊື່ອໃນພຣະເຈົ້າ, ການສະແຫວງຫາ ແລະ ມຸມມອງທີ່ຜິດໆ ແລະ ອຸປະນິໄສທຸກລັກສະນະຂອງຊາຕານທີ່ຢູ່ພາຍໃນຕົວພວກເຮົາ, ເພື່ອວ່າພວກເຮົາຈະສາມາດຮັບເອົາຄວາມຮູ້ ແລະ ການປ່ຽນແປງ. ພຣະເຈົ້າຍັງບອກພວກເຮົາເຖິງຄວາມປາຖະໜາ ແລະ ຂໍ້ກຳນົດຂອງພຣະອົງສຳລັບຜູ້ຄົນ, ມອບເປົ້າໝາຍທີ່ເປັນຈິງ ແລະ ຖືກຕ້ອງທີ່ສຸດໃນການສະແຫວງຫາ ແລະ ຫຼັກການແຫ່ງການປະຕິບັດໃຫ້ແກ່ພວກເຮົາ, ເພື່ອວ່າພວກເຮົາຈະສາມາດເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ, ຮັບເອົາຄວາມລອດພົ້ນຂອງພຣະເຈົ້າ ແລະ ຫຼຸດພົ້ນຈາກກອງກຳລັງທີ່ມືດມົວຂອງຊາຕານຢ່າງສົມບູນ. ຜູ້ໃດກໍ່ຕາມທີ່ຕິດຕາມພຣະເຈົ້າອົງຊົງລິດທານຸພາບສູງສຸດກໍ່ໄດ້ມີປະສົບການຢ່າງເລິກເຊິ່ງວ່າ ຖ້າຫາກພຣະເຈົ້າທີ່ບັງເກີດເປັນມະນຸດບໍ່ໄດ້ມາເພື່ອກ່າວຄວາມຈິງ ເພື່ອພິພາກສາ ແລະ ຂ້ຽນຕີຜູ້ຄົນ, ພວກເຂົາຈະບໍ່ສາມາດຮັບຮູ້ເຖິງທຳມະຊາດທີ່ຜິດບາບຂອງພວກເຂົາໄດ້ຈັກເທື່ອ ຫຼື ພວກເຂົາຈະບໍ່ສາມາດຫຼຸດພົ້ນຈາກພັນທະນາການ ແລະ ຂໍ້ຜູກມັດແຫ່ງຄວາມຜິດບາບ. ພວກເຂົາຍັງຮູ້ວ່າ ໂດຍການຍອມຮັບການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າເທົ່ານັ້ນ, ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາຈຶ່ງຈະສາມາດຖືກຊໍາລະລ້າງໄດ້, ມີແຕ່ຄວາມຮູ້ກ່ຽວກັບອຸປະນິໄສທີ່ຊອບທຳຂອງພຣະເຈົ້າເທົ່ານັ້ນ, ພວກເຂົາຈຶ່ງສາມາດຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຈາກສິ່ງຊົ່ວຮ້າຍ ແລະ ຜ່ານການດຳລົງຊີວິດໂດຍພຣະທຳຂອງພຣະເຈົ້າເທົ່ານັ້ນ, ພວກເຂົາຈຶ່ງສາມາດດຳລົງຊີວິດຕາມລັກສະນະທີ່ແທ້ຈິງຂອງມະນຸດ, ມີຄຸນສົມບັດທີ່ຈະຮັບຄຳສັນຍາ ແລະ ພອນຂອງພຣະເຈົ້າ ແລະ ຖືກນໍາເຂົ້າສູ່ອານາຈັກສະຫວັນ. ໃຫ້ພິຈາລະນາສິິ່ງນີ້: ຫາກພຣະເຈົ້າທີ່ບັງເກີດເປັນມະນຸດບໍ່ໄດ້ມາ ແລະ ກ່າວຄວາມຈິງຫຼາຍຢ່າງໃນຍຸກສຸດທ້າຍ, ພວກເຮົາຈະມີໂອກາດພຽງຄັ້ງດຽວໃນຊີວິດທີ່ຈະໄດ້ຮັບຄວາມລອດພົ້ນບໍ? ພວກເຮົາຈະສາມາດຮັບເອົາການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ ແລະ ມີຄວາມສຸກກັບພອນທີ່ອຸດົມສົມບູນຂອງພຣະເຈົ້າບໍ? ຫາກບໍ່ມີການບັງເກີດເປັນມະນຸດຂອງພຣະເຈົ້າໃນຍຸກສຸດທ້າຍ, ມະນຸດຊາດທັງປວງກໍ່ຈະຈິບຫາຍຈົນພິນາດ ແລະ ບໍ່ມີຜູ້ໃດຈະໄດ້ຮັບຄວາມລອດພົ້ນ. ມັນເປັນດັ່ງພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ກ່າວວ່າ, “ໃນຄັ້ງນີ້ ພຣະເຈົ້າສະເດັດມາເພື່ອດໍາເນີນພາລະກິດ ບໍ່ແມ່ນຜ່ານທາງພຣະວິນຍານ ແຕ່ຜ່ານຮ່າງກາຍທໍາມະດາ. ຮ່າງກາຍນັ້ນບໍ່ແມ່ນເປັນພຽງຮ່າງກາຍທີ່ພຣະເຈົ້າຊົງບັງເກີດຄັ້ງທີສອງເທົ່ານັ້ນ ແຕ່ເປັນຮ່າງກາຍທີ່ພຣະອົງສະເດັດມາ. ຮ່າງກາຍດັ່ງກ່າວເປັນຮ່າງກາຍເນື້ອໜັງທໍາມະດາ. ເຈົ້າຈະບໍ່ສັງເກດເຫັນຄວາມພິເສດໃດໆໃນຮ່າງກາຍນີ້ ແຕ່ເຈົ້າສາມາດຮັບເອົາຄວາມຈິງທີ່ເຈົ້າບໍ່ເຄີຍໄດ້ຍິນມາກ່ອນຈາກພຣະອົງ. ຮ່າງກາຍອັນເປັນເນື້ອໜັງທໍາມະດານີ້ເປັນສູນລວມຂອງພຣະທໍາແຫ່ງຄວາມຈິງທັງໝົດຈາກພຣະເຈົ້າ ເຊິ່ງເປັນຮ່າງກາຍທີ່ປະຕິບັດພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍ ແລະ ທັງເປັນສິ່ງສະແດງໃຫ້ມະນຸດຮູ້ອຸປະນິໄສທັງໝົດຂອງພຣະເຈົ້າ. ເຈົ້າບໍ່ປາຖະໜາຢາກເຫັນພຣະເຈົ້າແຫ່ງສະຫວັນບໍ? ເຈົ້າບໍ່ປາຖະໜາຢາກເຂົ້າໃຈພຣະເຈົ້າແຫ່ງສະຫວັນບໍ? ເຈົ້າບໍ່ປາຖະໜາຢາກຮູ້ຈຸດໝາຍປາຍທາງຂອງມະນຸດບໍ? ພຣະອົງຈະບອກຄວາມເລິກລັບທັງໝົດທີ່ບໍ່ມີມະນຸດຄົນໃດສາມາດບອກເຈົ້າໄດ້ ແລະ ພຣະອົງຍັງຈະບອກເຈົ້າໃຫ້ຮູ້ຄວາມຈິງທີ່ເຈົ້າບໍ່ເຂົ້າໃຈ. ພຣະອົງເປັນປະຕູສູ່ອານາຈັກຂອງພຣະເຈົ້າ ແລະ ເປັນເຂັມທິດນໍາພາໄປສູ່ຍຸກໃໝ່. ຮ່າງກາຍອັນເປັນເນື້ອໜັງທໍາມະດານີ້ມີຄວາມເລິກລັບທັງປວງທີ່ຄົນເຮົາບໍ່ສາມາດຢັ່ງເຫັນ. ການກະທໍາຂອງພຣະອົງ ເຈົ້າອາດຈະບໍ່ສາມາດຢັ່ງຮູ້ໄດ້ ແຕ່ເປົ້າໝາຍຂອງພາລະກິດທັງໝົດຂອງພຣະອົງພຽງພໍທີ່ຈະໃຫ້ເຈົ້າຮູ້ໄດ້ວ່າ ພຣະອົງບໍ່ແມ່ນຄົນທໍາມະດາຕາມຄວາມເຊື່ອຂອງມະນຸດ. ເພາະວ່າພຣະອົງເປັນຕົວແທນຄວາມປະສົງຂອງພຣະເຈົ້າ ແລະ ການດູແລທີ່ພຣະເຈົ້າໄດ້ສະແດງຕໍ່ມະນຸດໃນຍຸກສຸດທ້າຍ. ເຖິງວ່າເຈົ້າບໍ່ສາມາດໄດ້ຍິນສຽງຂອງພຣະອົງທີ່ເຮັດໃຫ້ສະຫວັນ ແລະ ໂລກສັ່ນສະທ້ານ ຫຼື ເຫັນແປວໄຟອອກມາຈາກຕາຂອງພຣະອົງ ແລະ ເຖິງວ່າເຈົ້າບໍ່ສາມາດສໍາຜັດການຕີສອນດ້ວຍຄ້ອນເຫຼັກຂອງພຣະອົງ ເຈົ້າສາມາດສໍາຜັດຄວາມຮ້າຍກາດຈາກຖ້ອຍຄໍາຂອງພຣະອົງໄດ້ ແລະ ຮູ້ວ່າ ພຣະເຈົ້າແມ່ນມີຄວາມເມດຕາຕໍ່ມະນຸດໂດຍແທ້ຈິງ. ເຈົ້າສາມາດເບິ່ງເຫັນອຸປະນິໄສ ແລະ ສະຕິປັນຍາຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນ ເຈົ້າສາມາດສໍາຜັດໄດ້ເຖິງຄວາມຫ່ວງໃຍ ແລະ ການດູແລທີ່ພຣະອົງມີຕໍ່ມະນຸດທັງປວງ. ພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍແມ່ນການອະນຸຍາດໃຫ້ມະນຸດເຫັນພຣະເຈົ້າແຫ່ງຟ້າສະຫວັນຊົງດໍາລົງຢູ່ທ່າມກາງມະນຸດ ໃນໂລກ ແລະ ເຮັດໃຫ້ມະນຸດສາມາດຮູ້ຈັກ, ເຊື່ອຟັງ, ຢໍາເກງ, ແລະ ຮັກພຣະອົງ. ດ້ວຍເຫດນີ້ ພຣະອົງຈິ່ງໄດ້ກັບມາເປັນມະນຸດຄັ້ງທີສອງ. ເຖິງແມ່ນວ່າໃນທຸກມື້ນີ້ ມະນຸດຈະເຫັນພຣະເຈົ້າໃນຮ່າງກາຍຄືມະນຸດ ທີ່ມີດັງກັບມີຕາສອງໜ່ວຍ ແລະ ເປັນພຽງພຣະເຈົ້າທໍາມະດາ ແຕ່ໃນທີ່ສຸດພຣະເຈົ້າຈະສະແດງໃຫ້ພວກເຈົ້າເຫັນວ່າ ຖ້າບໍ່ມີຮ່າງກາຍອັນເປັນເນື້ອໜັງທໍາມະດານີ້ດໍາລົງຢູ່ ຟ້າສະຫວັນກັບໂລກກໍຈະປ່ຽນແປງຢ່າງໃຫຍ່ຫຼວງ. ຖ້າບໍ່ມີຮ່າງກາຍອັນເປັນເນື້ອໜັງທໍາມະດານີ້ດໍາລົງຢູ່ ທ້ອງຟ້າກໍຈະມືດມົວ ໂລກຈະສົນລະວົນ ແລະ ມະນຸດຈະປະເຊີນກັບໄພອຶດຫິວ ແລະ ໂລກລະບາດ. ພຣະອົງຈະສະແດງໃຫ້ພວກເຈົ້າເຫັນວ່າ ຖ້າປາສະຈາກການຊ່ວຍໃຫ້ລອດພົ້ນຂອງພຣະເຈົ້າຜູ້ຊົງບັງເກີດເປັນເນື້ອໜັງໃນຍຸກສຸດທ້າຍແລ້ວ ພຣະເຈົ້າກໍຄົງທໍາລາຍມະນຸດທັງໝົດໃນນະຮົກໄປແລ້ວ, ຖ້າບໍ່ມີຮ່າງກາຍອັນເປັນເນື້ອໜັງທໍາມະດານີ້ດໍາລົງຢູ່, ພວກເຈົ້າກໍຈະເປັນຄົນບາບໜາຕະຫຼອດໄປ ແລະ ທັງຈະກາຍເປັນຊາກສົບ. ພວກເຈົ້າຄວນຮູ້ໄວ້ວ່າ ຖ້າບໍ່ມີຮ່າງກາຍອັນເປັນເນື້ອໜັງທໍາມະດານີ້ດໍາລົງຢູ່ ມະນຸດທັງໝົດຈະໄດ້ຮັບເຄາະຮ້າຍທີ່ຫຼີກລ່ຽງບໍ່ໄດ້ ແລະ ບໍ່ອາດໜີພົ້ນໂທດໜັກຂອງພຣະເຈົ້າໃນຍຸກສຸດທ້າຍ. ຖ້າບໍ່ມີຮ່າງກາຍອັນເປັນເນື້ອໜັງທໍາມະດານີ້ບັງເກີດມາ ພວກເຈົ້າກໍຈະຕົກຢູ່ໃນສະຖານະການທີ່ ແມ່ນແຕ່ຊີວິດຊີວາ ແລະ ຄວາມຕາຍ ພວກເຈົ້າກໍຊອກບໍ່ເຫັນ, ຖ້າບໍ່ມີຮ່າງກາຍອັນເປັນເນື້ອໜັງທໍາມະດານີ້ດໍາລົງຢູ່ ໃນທຸກມື້ນີ້ພວກເຈົ້າກໍຈະບໍ່ສາມາດຮັບເອົາຄວາມຈິງ ແລະ ເຂົ້າໃກ້ບັນລັງຂອງພຣະເຈົ້າໄດ້. ກົງກັນຂ້າມ ພວກເຈົ້າຈະຖືກພຣະເຈົ້າລົງໂທດ ຍ້ອນຄວາມບາບອັນຊົ່ວຊ້າຂອງພວກເຈົ້າ. ເຈົ້າຮູ້ບໍ? ຖ້າພຣະເຈົ້າບໍ່ກັບມາເປັນເນື້ອໜັງອີກຄັ້ງ ບໍ່ມີໃຜຈະໄດ້ຮັບຄວາມລອດພົ້ນ ແລະ ຖ້າຮ່າງກາຍອັນເປັນເນື້ອໜັງທໍາມະດານີ້ບໍ່ສະເດັດມາ ພຣະເຈົ້າກໍຄົງທໍາລາຍໂລກຕັ້ງແຕ່ດົນແລ້ວ. ໃນເມື່ອເປັນດັ່ງນັ້ນ ພວກເຈົ້າຍັງຈະປະຕິເສດການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າຢູ່ບໍ? ໃນເມື່ອພວກເຈົ້າຈະໄດ້ຮັບປະໂຫຍດຫຼວງຫຼາຍຈາກມະນຸດທໍາມະດາຄົນນີ້ ເປັນຫຍັງພວກເຈົ້າຈິ່ງບໍ່ພ້ອມຮັບເອົາເພິ່ນດ້ວຍໃຈຍິນດີ?(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າຮູ້ບໍ? ພຣະເຈົ້າໄດ້ກະທຳການອັນຍິ່ງໃຫຍ່ທ່າມກາງມະນຸດ).

ໃນຈຸດນີ້, ບາງຄົນອາດຖາມວ່າ ການປາກົດຕົວພາຍນອກຂອງພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນປົກກະຕິ ແລະ ຄວາມເປັນພຣະເຈົ້າຂອງພຣະອົງແມ່ນລີ້ລັບຢູ່ພາຍໃນເນື້ອໜັງຂອງພຣະອົງ, ສະນັ້ນ ຖ້າພຣະເຈົ້າໄດ້ມາ, ພວກເຮົາຈະສາມາດຮັບຮູ້ວ່າພຣະອົງເປັນພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ແນວໃດ? ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ສະແດງໃຫ້ພວກເຮົາເຫັນເຖິງຫົນທາງ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ພຣະອົງ ຜູ້ທີ່ບັງເກີດເປັນມະນຸດຈະມີແກ່ນແທ້ຂອງພຣະເຈົ້າ ແລະ ພຣະອົງ ຜູ້ທີ່ບັງເກີດເປັນມະນຸດຈະມີຮູບລັກສະນະໃນການສະແດງອອກຂອງພຣະເຈົ້າ. ຍ້ອນ ພຣະເຈົ້າກາຍເປັນເນື້ອໜັງ, ພຣະອົງຈະເຮັດໃຫ້ພາລະກິດທີ່ພຣະອົງມີເຈດຕະນາປະຕິບັດນັ້ນສໍາເລັດ ແລະ ຍ້ອນວ່າພຣະເຈົ້າກາຍເປັນເນື້ອໜັງ, ພຣະອົງຈະສະແດງເຖິງສິ່ງທີ່ພຣະອົງເປັນ ແລະ ຈະສາມາດນໍາເອົາຄວາມຈິງມາສູ່ມະນຸດ, ປະທານຊີວິດໃຫ້ແກ່ເຂົາ ແລະ ຊີ້ເສັ້ນທາງໃຫ້ກັບເຂົາ. ເນື້ອໜັງທີ່ບໍ່ມີແກ່ນແທ້ຂອງພຣະເຈົ້າບໍ່ແມ່ນພຣະເຈົ້າຜູ້ບັງເກີດເປັນມະນຸດຢ່າງແນ່ນອນ; ເລື່ອງນີ້ແມ່ນບໍ່ຕ້ອງສົງໄສເລີຍ. ຖ້າມະນຸດເຈດຕະນາທີ່ຈະສອບຖາມວ່ານັ້ນແມ່ນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ຫຼື ບໍ່, ແລ້ວເຂົາກໍຕ້ອງຫາຫຼັກຖານມາຢືນຢັນຈາກອຸປະນິໄສທີ່ພຣະອົງສະແດງອອກ ແລະ ພຣະທຳທີ່ພຣະອົງກ່າວ. ນັ້ນໝາຍຄວາມວ່າ, ເພື່ອຫາຫຼັກຖານມາຢືນຢັນວ່ານັ້ນແມ່ນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ຫຼື ບໍ່ ແລະ ມັນແມ່ນເສັ້ນທາງທີ່ແທ້ຈິງ ຫຼື ບໍ່ນັ້ນ, ຜູ້ຄົນຕ້ອງແຍກແຍະບົນພື້ນຖານແກ່ນແທ້ຂອງພຣະອົງ. ດັ່ງນັ້ນ, ໃນການຕັດສິນວ່າ ນັ້ນເປັນເນື້ອໜັງຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ຫຼື ບໍ່, ຈຸດສໍາຄັນແມ່ນນອນຢູ່ໃນແກ່ນແທ້ຂອງພຣະອົງ (ພາລະກິດຂອງພຣະອົງ, ພຣະທໍາຂອງພຣະອົງ, ອຸປະນິໄສຂອງພຣະອົງ ແລະ ລັກສະນະອື່ນໆ), ແທນທີ່ຈະເປັນລັກສະນະພາຍນອກ. ຖ້າມະນຸດພິຈາລະນາແຕ່ພຽງລັກສະນະພາຍນອກຂອງພຣະອົງ, ຜົນໄດ້ຮັບກໍຄື ການເບິ່ງຂ້າມແກ່ນແທ້ຂອງພຣະອົງ. ແລ້ວນີ້ກໍສະແດງວ່າມະນຸດໂງ່ຈ້າ ແລະ ຂາດຄວາມຮູ້(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄໍານໍາ). ຈາກພຣະທຳຂອງພຣະເຈົ້າ, ພວກເຮົາສາມາດເຫັນໄດ້ວ່າ ການຮັບຮູ້ພຣະເຈົ້າທີ່ບັງເກີດເປັນມະນຸດບໍ່ແມ່ນອີງໃສ່ການປາກົດຕົວຂອງພຣະອົງ ຫຼື ອີງໃສ່ຄອບຄົວທີ່ພຣະອົງເກີດ, ບໍ່ວ່າພຣະອົງຈະມີຕຳແໜ່ງ ຫຼື ລິດອຳນາດ ຫຼື ບໍ່ ຫຼື ບໍ່ວ່າພຣະອົງຈະມີກຽດຕິຍົດໃນໂລກແຫ່ງສາສະໜາ ຫຼື ບໍ່. ມັນບໍ່ໄດ້ອີງໃສ່ສິ່ງເຫຼົ່ານີ້. ກົງກັນຂ້າມ, ມັນອີງໃສ່ວ່າພຣະອົງມີແກ່ນແທ້ຂອງພຣະເຈົ້າ ຫຼື ບໍ່, ບໍ່ວ່າພຣະອົງສາມາດກ່າວຄວາມຈິງ ແລະ ປະຕິບັດພາລະກິດຂອງພຣະເຈົ້າເອງ ຫຼື ບໍ່. ນີ້ແມ່ນອົງປະກອບທີ່ສຳຄັນທີ່ສຸດ. ຖ້າພຣະອົງສາມາດກ່າວຄວາມຈິງ ແລະ ປະຕິບັດພາລະກິດເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ, ແລ້ວເຖິງແມ່ນວ່າພຣະອົງເກີດໃນຄອບຄົວທີ່ປົກກະຕິ ແລະ ຂາດລິດອຳນາດ ແລະ ຕຳແໜ່ງໃນສັງຄົມ, ພຣະອົງກໍ່ເປັນພຣະເຈົ້າ. ເຊັ່ນດຽວກັບໃນຍຸກແຫ່ງພຣະຄຸນ, ເມື່ອອົງພຣະເຢຊູເຈົ້າມາປະຕິບັດພາລະກິດ, ພຣະອົງກໍ່ເກີດໃນຄອບຄົວທຳມະດາ, ເຂົ້າມາໃນໂລກໃນຮາງຫຍ້າ, ພຣະອົງບໍ່ໄດ້ສູງສົ່ງ ຫຼື ມີລິດອຳນາດຄົບຖ້ວນ ແລະ ພຣະອົງບໍ່ມີສະຖານະ ຫຼື ລິດອຳນາດ, ແຕ່ພຣະອົງສາມາດກ່າວຄວາມຈິງ, ມອບຫົນທາງແຫ່ງການກັບໃຈໃຫ້ແກ່ຜູ້ຄົນ ແລະ ສາມາດໃຫ້ອະໄພຄວາມຜິດບາບຂອງຜູ້ຄົນ. ບັນດາຄົນທີ່ຮັກຄວາມຈິງ, ເຊັ່ນ: ສາວົກຂອງພຣະອົງ ນັ້ນກໍ່ຄື ເປໂຕ ແລະ ໂຢຮັນ ກໍ່ເຫັນໃນພາລະກິດຂອງອົງພຣະເຢຊູເຈົ້າ ແລະ ຄວາມຈິງທີ່ພຣະອົງກ່າວອອກວ່າ ພຣະອົງມີລິດອຳນາດ ແລະ ສິດອຳນາດຂອງພຣະເຈົ້າ ແລະ ຮັບຮູ້ວ່າອົງພຣະເຢຊູເຈົ້າເປັນພຣະເມຊີອາ, ສະນັ້ນ ພວກເຂົາຈຶ່ງໄດ້ຕິດຕາມພຣະອົງ ແລະ ຮັບຄວາມລອດພົ້ນຂອງພຣະຜູ້ເປັນເຈົ້າ. ມື້ນີ້, ພຣະເຈົ້າໄດ້ມາບັງເກີດເປັນມະນຸດໃນໂລກມະນຸດອີກຄັ້ງ ແລະ ເຖິງແມ່ນວ່າໃນພາຍນອກ ພຣະອົງປາກົດຕົວເປັນຄົນທຳມະດາ, ພຣະເຈົ້າອົງຊົງລິດທານຸພາບສູງສຸດກໍ່ສາມາດກ່າວຄວາມຈິງຫຼາຍຢ່າງ ແລະ ເປະຕິບັດພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍ. ຫຼາຍຄົນໃນທຸກປະເທດ ແລະ ທຸກຫົນແຫ່ງໄດ້ເຫັນເຖິງຄວາມຈິງທີ່ຖືກກ່າວອອກໂດຍພຣະເຈົ້າອົງຊົງລິດທານຸພາບສູງສຸດ, ຮັບຮູ້ສຽງຂອງພຣະເຈົ້າ, ຍອມຮັບພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ຖືກຍົກຂຶ້ນຕໍ່ໜ້າບັນລັງຂອງພຣະເຈົ້າ. ພວກເຂົາໄດ້ເລີ່ມມີປະສົບການກັບການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ ແລະ ເຂົ້າໃຈຄວາມຈິງບາງຢ່າງ. ພວກເຂົາທຸກຄົນມີປະສົບການ ແລະ ຄຳພະຍານທີ່ອັດສະຈັນ ແລະ ມອບທຸກສິ່ງຂອງພວກເຂົາເພື່ອເທດສະໜາຂ່າວປະເສີດ ແລະ ເປັນພະຍານໃຫ້ກັບພຣະເຈົ້າ. ຂໍ້ແທ້ຈິງໄດ້ພິສູດວ່າ ມີແຕ່ຄົນທີ່ສາມາດກ່າວຄວາມຈິງ, ພິພາກສາ ແລະ ຊໍາລະລ້າງຜູ້ຄົນ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນຢ່າງສົມບູນ ຈຶ່ງເປັນພຣະຄຣິດ ແລະ ພຣະເຈົ້າທີ່ບັງເກີດເປັນມະນຸດ. ນີ້ຄືສິ່ງທີ່ບໍ່ສາມາດປະຕິເສດໄດ້. ຖ້າຄົນໃດໜຶ່ງບໍ່ສາມາດກ່າວຄວາມຈິງ ແລະ ພຽງແຕ່ສາມາດຫຼອກລວງຄົນອື່ນ ໂດຍສະແດງໝາຍສຳຄັນ ແລະ ສິ່ງອັດສະຈັນ, ນີ້ແມ່ນພາລະກິດຂອງວິນຍານທີ່ຊົ່ວຮ້າຍ. ຖ້າພວກເຂົາເອີ້ນຕົນເອງວ່າເປັນພຣະເຈົ້າ, ພວກເຂົາກໍ່ເປັນພຣະຄຣິດປອມທີ່ກຳລັງປອມຕົວເປັນພຣະເຈົ້າ. ເພື່ອຮູ້ຈັກພຣະເຈົ້າທີ່ບັງເກີດເປັນມະນຸດ, ພວກເຮົາຈຳເປັນຕ້ອງແນ່ໃຈກັບຂໍ້ແທ້ຈິງນີ້ວ່າ: ມີພຽງແຕ່ພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນທີ່ສາມາດກ່າວຄວາມຈິງ, ປະຕິບັດພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນຈາກກອງກຳລັງຂອງຊາຕານຢ່າງສົມບູນ.

ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວຄວາມຈິງຫຼາຍຢ່າງ ແລະ ປະຕິບັດພາລະກິດທີ່ຍິ່ງໃຫຍ່ດັ່ງກ່າວໃນຍຸກສຸດທ້າຍ, ແຕ່ມີຫຼາຍຄົນທີ່ຫຼັບຫູຫຼັບຕາ ແລະ ພຽງແຕ່ລໍຖ້າໃຫ້ອົງພຣະເຢຊູເຈົ້າກັບລົງມາເທິງກ້ອນເມກຢ່າງເປີດເຜີຍ. ຜູ້ຄົນດັ່ງກ່າວຈະຮ້ອງໄຫ້ ແລະ ກັດແຂ້ວຂອງພວກເຂົາ ເມື່ອພວກເຂົາຖືກທຳລາຍໃນໄພພິບັດ. ສິ່ງນີ້ໄດ້ສຳເລັດຕາມຄຳທຳນາຍໃນພຣະນິມິດ: “ເບິ່ງແມ, ພຣະອົງສະເດັດມາກັບກ້ອນເມກ, ຕາທຸກໜ່ວຍຈະເຫັນພຣະອົງ ແລະ ພວກເຂົາທີ່ໄດ້ແທງພຣະອົງກໍຈະເຫັນເຊັ່ນກັນ ແລະ ທຸກຊົນຊາດເທິງແຜ່ນດິນໂລກນີ້ຈະຮ້ອງໄຫ້ຍ້ອນພຣະອົງ(ພຣະນິມິດ 1:7). ພຣະເຈົ້າອົງຊົງລິດທານຸພາບສູງສຸດຍັງເວົ້າວ່າ “ເວລາທີ່ເຈົ້າເຫັນຮ່າງກາຍຝ່າຍວິນຍານຂອງພຣະເຢຊູ, ພຣະເຈົ້າແມ່ນໄດ້ສ້າງສະຫວັນ ແລະ ແຜ່ນດິນໂລກຂຶ້ນໃໝ່ແລ້ວ”. ໃນທີ່ສຸດ, ໃຫ້ພວກເຮົາອ່ານຂໍ້ຄວາມຈາກພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ຜູ້ຄົນທີ່ຕ້ອງການໄດ້ຮັບຊີວິດໂດຍບໍ່ເພິ່ງພາຄວາມຈິງທີ່ພຣະຄຣິດກ່າວໄວ້ ແມ່ນຄົນທີ່ເປັນຕາໜ່າຍທີ່ສຸດໃນແຜ່ນດິນໂລກ ແລະ ຄົນທີ່ບໍ່ຍອມຮັບຫົນທາງແຫ່ງຊີວິດທີ່ພຣະຄຣິດນໍາມາໃຫ້ ແມ່ນຄົນທີ່ຫຼົງໃນຄວາມເພີ້ຝັນ. ດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ຄົນທີ່ບໍ່ຍອມຮັບພຣະຄຣິດໃນຍຸກສຸດທ້າຍຈະຖືກພຣະເຈົ້າກຽດຊັງຕະຫຼອດໄປ. ພຣະຄຣິດເປັນປະຕູໃຫ້ມະນຸດເຂົ້າສູ່ອານາຈັກໃນຍຸກສຸດທ້າຍ ເຊິ່ງບໍ່ມີໃຜທີ່ສາມາດຜ່ານໄປໄດ້. ບໍ່ມີໃຜທີ່ສາມາດຖືກພຣະເຈົ້າເຮັດໃຫ້ສົມບູນ ນອກຈາກຜ່ານທາງພຣະຄຣິດ. ເຈົ້າເຊື່ອໃນພຣະເຈົ້າ ແລະ ດ້ວຍເຫດນີ້ ເຈົ້າຕ້ອງຍອມຮັບພຣະທຳຂອງພຣະອົງ ແລະ ເຊື່ອຟັງຫົນທາງຂອງພຣະອົງ. ເຈົ້າຕ້ອງບໍ່ຄິດເຖິງພຽງແຕ່ການຮັບພອນ ໂດຍບໍ່ມີການຮັບຄວາມຈິງ ຫຼື ການຮັບການຈັດກຽມຂອງຊີວິດ. ພຣະຄຣິດມາໃນລະຫວ່າງຍຸກສຸດທ້າຍ ເພື່ອທຸກຄົນທີ່ເຊື່ອໃນພຣະອົງຢ່າງແທ້ຈິງຈະໄດ້ຮັບການສະໜອງຂອງຊີວິດ. ພາລະກິດຂອງພຣະອົງແມ່ນເພື່ອຜົນປະໂຫຍດຂອງການສິ້ນສຸດຍຸກເກົ່າ ແລະ ເລີ່ມຕົ້ນຍຸກໃໝ່ ແລະ ເປັນເສັ້ນທາງທີ່ທຸກຄົນຕ້ອງໄດ້ຮັບເອົາເພື່ອເຂົ້າສູ່ຍຸກໃໝ່. ຖ້າເຈົ້າບໍ່ສາມາດຮັບຮູ້ພຣະອົງ ແລະ ກົງກັນຂ້າມ ເຈົ້າກ່າວໂທດ, ກ່າວໝິ່ນປະໝາດ ຫຼື ແມ່ນແຕ່ຂົ່ມເຫັງພຣະເຈົ້າ ແລ້ວເຈົ້າກໍຈະຖືກເຜົາໄໝ້ຕະຫຼອດໄປເປັນນິດ, ແລະ ຈະບໍ່ໄດ້ເຂົ້າອານາຈັກຂອງພຣະເຈົ້າຈັກເທື່ອ. ຍ້ອນພຣະຄຣິດອົງນີ້ເອງເປັນການສະແດງຂອງພຣະວິນຍານບໍລິສຸດ, ການສະແດງຂອງພຣະເຈົ້າ, ຂອງຜູ້ທີ່ພຣະເຈົ້າໄວ້ໃຈໃຫ້ປະຕິບັດພາລະກິດຂອງພຣະອົງເທິງແຜ່ນດິນໂລກ ແລະ ດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ຖ້າເຈົ້າບໍ່ສາມາດຍອມຮັບທຸກສິ່ງທີ່ພຣະຄຣິດແຫ່ງຍຸກສຸດທ້າຍໄດ້ກະທຳ ແລ້ວເຈົ້າກ່າວໝິ່ນປະໝາດພຣະວິນຍານບໍລິສຸດ. ຜົນກຳທີ່ຄົນເຫຼົ່ານັ້ນທີ່ກ່າວໝິ່ນປະໝາດພຣະວິນຍານບໍລິສຸດຈະໄດ້ຮັບແມ່ນເຮັດໃຫ້ທຸກຄົນເຫັນໄດ້ຊັດເຈນໂດຍຕົວມັນເອງຢູ່ແລ້ວ. ພ້ອມນີ້ ເຮົາຂໍບອກເຈົ້າວ່າ ຖ້າເຈົ້າຕໍ່ຕ້ານພຣະຄຣິດແຫ່ງຍຸກສຸດທ້າຍ ແລະ ປະຕິເສດພຣະອົງ ແລ້ວຈະບໍ່ມີໃຜທີ່ສາມາດແບກຮັບຜົນຕາມມາແທນເຈົ້າໄດ້. ຍິ່ງໄປກວ່ານັ້ນ ນັບຕັ້ງແຕ່ມື້ນີ້ເປັນຕົ້ນໄປ ເຈົ້າຈະບໍ່ມີໂອກາດໃນການໄດ້ຮັບຄວາມເຫັນໃຈຂອງພຣະເຈົ້າອີກແລ້ວ; ເຖິງແມ່ນເຈົ້າພະຍາຍາມໄຖ່ຕົນເອງ ເຈົ້າກໍຈະບໍ່ໄດ້ເຫັນໃບໜ້າຂອງພຣະເຈົ້າອີກຕໍ່ໄປ. ຍ້ອນສິ່ງທີ່ເຈົ້າຕໍ່ຕ້ານບໍ່ແມ່ນມະນຸດ, ສິ່ງທີ່ເຈົ້າປະຕິເສດບໍ່ແມ່ນສິ່ງມີຊີວິດທີ່ອ່ອນແອ ແຕ່ເປັນພຣະຄຣິດ. ເຈົ້າຮູ້ສຶກຕົວກ່ຽວກັບຜົນຕາມມານີ້ບໍ? ເຈົ້າບໍ່ໄດ້ເຮັດຄວາມຜິດພາດນ້ອຍໆ ແຕ່ເປັນການກະທຳຄວາມຜິດອາຊະຍາກຳທີ່ຊົ່ວຮ້າຍຫຼາຍ. ດ້ວຍເຫດນີ້ ເຮົາແນະນຳໃຫ້ທຸກຄົນຍິ່ງແຂ້ວຂອງເຈົ້າຕໍ່ໜ້າຄວາມຈິງ ຫຼື ວິຈານຢ່າງບໍ່ລະມັດລະວັງ ຍ້ອນມີພຽງແຕ່ຄວາມຈິງເທົ່ານັ້ນທີ່ສາມາດນໍາຊີວິດມາໃຫ້ເຈົ້າໄດ້ ແລະ ບໍ່ມີຫຍັງ ນອກຈາກຄວາມຈິງ ທີ່ສາມາດເຮັດໃຫ້ເຈົ້າເກີດໃໝ່ ແລະ ເຫັນໃບໜ້າຂອງພຣະເຈົ້າໄດ້(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງແຕ່ພຣະຄຣິດແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດມອບຫົນທາງແຫ່ງຊີວິດຊົ່ວນິດນິລັນໃຫ້ກັບມະນຸດໄດ້).

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ພຣະເຢຊູເຈົ້າໄດ້ໄຖ່ມະນຸດຊາດ, ສະນັ້ນ ເປັນຫຍັງພຣະອົງຈຶ່ງເຮັດພາລະກິດແຫ່ງການພິພາກສາ ເມື່ອພຣະອົງກັບຄືນມາໃນຍຸກສຸດທ້າຍ?

ເມື່ອ 2.000 ປີກ່ອນ, ພຣະເຢຊູເຈົ້າທີ່ບັງເກີດເປັນມະນຸດໄດ້ຖືກຄຶງເທິງໄມ້ກາງແຂນເພື່ອໄຖ່ຄວາມຜິດບາບຂອງມະນຸດຊາດ,...

ຄວາມເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສູງສຸດຄືການທໍລະຍົດອົງພຣະເຢຊູເຈົ້າບໍ?

ມັນເປັນເວລາ 30 ປີຖ້ວນ ນັບຕັ້ງແຕ່ທີ່ພຣະຄຣິດແຫ່ງຍຸກສຸດທ້າຍ, ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ໄດ້ປາກົດຕົວ ແລະ ເລີ່ມເຮັດພາລະກິດ ແລະ...