ຜູ້ໃດແມ່ນພຣະເຈົ້າທີ່ແທ້ຈິງແຕ່ຜູ້ດຽວ?

25 ເດືອນທັນວາ 2021

ທຸກມື້ນີ້ ຄົນສ່ວນໃຫຍ່ມີຄວາມເຊື່ອ ແລະ ເຊື່ອວ່າມີພຣະເຈົ້າ. ພວກເຂົາເຊື່ອໃນພຣະເຈົ້າທີ່ຢູ່ໃນຫົວໃຈຂອງພວກເຂົາ. ສະນັ້ນ ເມື່ອເວລາຜ່ານໄປ ໃນສະຖານທີ່ໆແຕກຕ່າງກັນ ຜູ້ຄົນໄດ້ມາເຊື່ອໃນພຣະເຈົ້າຫຼາຍອົງ, ຮ້ອຍອົງ ຫຼື ອາດເຖິງກັບມີພັນອົງ. ສາມາດມີພຣະເຈົ້າຫຼາຍອົງແບບນັ້ນໄດ້ບໍ? ບໍ່ໄດ້ຢ່າງແນ່ນອນ. ແລ້ວມີພຣະເຈົ້າຈັກອົງ ແລະ ຜູ້ໃດແມ່ນພຣະເຈົ້າທີ່ແທ້ຈິງ? ບໍ່ມີບຸກຄົນໃດທີ່ມີຊື່ສຽງ ຫຼື ທີ່ຍິ່ງໃຫຍ່ທີ່ສາມາດໃຫ້ຄຳຕອບທີ່ຊັດເຈນກ່ຽວກັບສິ່ງນີ້ໄດ້ ເພາະບໍ່ມີມະນຸດຄົນໃດທີ່ສາມາດເຫັນພຣະເຈົ້າ ຫຼື ສຳຜັດພຣະອົງໂດຍກົງໄດ້. ທຸກຄົນມີອາຍຸໄຂທີ່ສັ້ນ ແລະ ສິ່ງທີ່ພວກເຂົາປະສົບກັບ ແລະ ເປັນພະຍານໃຫ້ແມ່ນມີຢ່າງຈຳກັດຫຼາຍ, ສະນັ້ນ ຜູ້ໃດສາມາດເປັນພະຍານໃຫ້ກັບພຣະເຈົ້າຢ່າງຊັດເຈນໄດ້? ຄົນເຫຼົ່ານັ້ນທີ່ສາມາດເປັນພະຍານໄດ້ແມ່ນມີໜ້ອຍ ແລະ ຫາຍາກຫຼາຍ. ພວກເຮົາຮູ້ວ່າພຣະຄຳພີເປັນຜົນງານທີ່ດີເລີດ ແລະ ເຊື່ອຖືໄດ້ຫຼາຍທີ່ສຸດ ເຊິ່ງເປັນພະຍານໃຫ້ກັບພຣະເຈົ້າ. ມັນປະກອບມີຄຳພະຍານທີ່ພຣະເຈົ້າເນລະມິດສ້າງທຸກສິ່ງ ແລະ ນັບຕັ້ງແຕ່ທີ່ເນລະມິດສ້າງມະນຸດຊາດ ພຣະອົງບໍ່ເຄີຍຢຸດຊີ້ນໍາຊີວິດຂອງມະນຸດເທິງແຜ່ນດິນໂລກ. ພຣະອົງໄດ້ອອກກົດເກນ ແລະ ພຣະບັນຍັດສຳລັບມະນຸດ ແລະ ມັນຍັງເປັນພະຍານໃຫ້ກັບພຣະເຈົ້າໃນເນື້ອໜັງ, ພຣະເຢຊູເຈົ້າໄດ້ມາເພື່ອໄຖ່ມະນຸດຊາດ. ມັນໄດ້ທຳນາຍການກັບຄືນມາຂອງພຣະເຈົ້າໃນຍຸກສຸດທ້າຍເພື່ອເຮັດພາລະກິດແຫ່ງການພິພາກສາ ເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນຢ່າງສົມບູນ ແລະ ຮັບເອົາມະນຸດໄປສູ່ຈຸດໝາຍປາຍທາງທີ່ສວຍງາມ. ສະນັ້ນ ມັນຈຶ່ງຊັດເຈນວ່າ ພຣະເຈົ້າທີ່ພຣະຄຳພີເປັນພະຍານໃຫ້ແມ່ນພຣະຜູ້ສ້າງ, ພຣະເຈົ້າທີ່ແທ້ຈິງພຽງອົງດຽວ. ສິ່ງນີ້ແມ່ນສົມເຫດສົມຜົນ. ບາງຄົນຖາມວ່າ “ຜູ້ໃດແມ່ນພຣະເຈົ້າອົງນີ້ທີ່ພຣະຄຳພີເປັນພະຍານເຖິງແທ້ໆ? ຊື່ຂອງພຣະອົງແມ່ນຫຍັງ? ພວກເຮົາຈະເອີ້ນພຣະອົງວ່າແນວໃດ?” ພຣະອົງຖືກເອີ້ນວ່າພຣະເຢໂຮວາ, ແລ້ວຕໍ່ມາໃນເນື້ອໜັງ ພຣະອົງຖືກເອີ້ນວ່າພຣະເຢຊູເຈົ້າ ແລະ ຫຼັງຈາກນັ້ນ ພຣະທຳພຣະນິມິດໄດ້ທຳນາຍເຖິງຜູ້ອົງຊົງລິດທານຸພາບສູງສຸດທີ່ຈະມາໃນຍຸກສຸດທ້າຍ ເຊິ່ງນັ້ນກໍຄື ພຣະເຈົ້າອົງຊົງລິດທານຸພາບສູງສຸດ. ພຣະເຈົ້າອົງນີ້ເປັນຜູ້ທີ່ເນລະມິດສ້າງສະຫວັນ, ແຜ່ນດິນໂລກ, ສິ່ງທັງປວງ ແລະ ມະນຸດຊາດ. ພຣະອົງເປັນພຣະເຈົ້າທີ່ແທ້ຈິງພຽງອົງດຽວທີ່ຊີ້ນໍາ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນຢູ່ສະເໝີ. ພຣະອົງຢູ່ນິດນິລັນ, ພຣະອົງມີອຳນາດເໜືອທຸກສິ່ງ ແລະ ປົກຄອງເໜືອທຸກສິ່ງ. ສະນັ້ນ ຜູ້ໃດກໍຕາມທີ່ບໍ່ແມ່ນພຣະຜູ້ສ້າງອົງນີ້ ແລະ ພຣະເຈົ້າທີ່ແທ້ຈິງພຽງອົງດຽວແມ່ນພຣະເຈົ້າປອມ. ຊາຕານແມ່ນພຣະເຈົ້າປອມ ແລະ ທູດສະຫວັນທີ່ເສື່ອມຊາມເຫຼົ່ານັ້ນທີ່ຕິດຕາມມັນກໍເປັນພຣະເຈົ້າທີ່ຮຽນແບບ ເພື່ອຫຼອກລວງຜູ້ຄົນ ໂດຍບໍ່ມີຂໍ້ຍົກເວັ້ນ. ຕົວຢ່າງ: ພຣະພຸດທະເຈົ້າ, ເຈົ້າແມ່ກວນອິນ ແລະ ເງັກຊຽນຮອງເຕ້ແຫ່ງລັດທິເຕົ໋າກໍລ້ວນແລ້ວແຕ່ເປັນພຣະເຈົ້າປອມ. ມີພຣະເຈົ້າປອມອີກຫຼາຍ ເຊັ່ນ: ພຣະເຈົ້າທີ່ຖືກກຳນົດໂດຍຈັກກະພັດໃນອະດີດ ແລະ ບໍ່ຈຳເປັນຕ້ອງເວົ້າເຖິງພຣະເຈົ້າໃນສາສະໜາ. ສະນັ້ນ ເປັນຫຍັງພວກເຮົາຈຶ່ງເວົ້າວ່າພວກເຂົາເປັນພຣະເຈົ້າປອມ? ເພາະພວກເຂົາບໍ່ໄດ້ເນລະມິດສ້າງທຸກສິ່ງໃນສະຫວັນ ແລະ ເທິງແຜ່ນດິນໂລກ ຫຼື ເນລະມິດສ້າງມະນຸດຊາດ. ນີ້ຄືຫຼັກຖານທີ່ສົມເຫດສົມຜົນທີ່ສຸດ. ທຸກຄົນທີ່ບໍ່ສາມາດເນລະມິດສ້າງສິ່ງທັງປວງ, ບໍ່ສາມາດປົກຄອງເໜືອທຸກສິ່ງ, ແມ່ນພຣະເຈົ້າປອມ. ເຈົ້າຄິດວ່າພຣະເຈົ້າປອມຈະກ້າອ້າງວ່າມັນເນລະມິດສ້າງທຸກສິ່ງບໍ? ບໍ່. ແລ້ວມະນຸດເດ? ມັນຈະບໍ່ກ້າ. ມັນຈະກ້າອ້າງວ່າມັນສາມາດຊ່ວຍມະນຸດຊາດຈາກຊາຕານບໍ? ບໍ່ກ້າຢ່າງແນ່ນອນ. ເມື່ອໄພພິບັດເກີດຂຶ້ນແທ້ໆ, ຖ້າເຈົ້າອ້ອນວອນຮ້ອງຫາພຣະເຈົ້າປອມ, ມັນຈະປາກົດຕົວບໍ? ມັນຈະບໍ່ສາມາດປາກົດຕົວໄດ້, ມັນຈະລີ້ແມ່ນບໍ? ສະນັ້ນ ພວກເຮົາສາມາດເຫັນໄດ້ວ່າ ພຣະເຈົ້າປອມບໍ່ສາມາດຊ່ວຍມະນຸດຊາດໃຫ້ລອດພົ້ນ ແລະ ການເຊື່ອໃນພວກເຂົາກໍເປັນຄວາມເຊື່ອທີ່ໄຮ້ປະໂຫຍດ. ການເຊື່ອໃນພວກເຂົາຈະເປັນການຂ້າຕົວຕາຍ ແລະ ສາມາດຈົບລົງໂດຍການຈົມລົງສູ່ຫາຍະນະເທົ່ານັ້ນ. ນີ້ຄືເຫດຜົນ ທີ່ການຕັດສິນວ່າຜູ້ໃດເປັນພຣະເຈົ້າທີ່ແທ້ຈິງ, ເປັນພຣະຜູ້ເປັນເຈົ້າທີ່ເນລະມິດສ້າງທຸກສິ່ງ ຈຶ່ງມີຄວາມສຳຄັນຫຼາຍ.

ໃຫ້ພວກເຮົາເບິ່ງສິ່ງທີ່ກ່າວໄວ້ໃນພຣະທຳປະຖົມມະການ 1:1, “ໃນຕົ້ນເດີມ ພຣະເຈົ້າສ້າງສະຫວັນ ແລະ ແຜ່ນດິນໂລກ”. ນີ້ແມ່ນຂໍ້ທຳອິດໃນພຣະຄຳພີ. ຂໍ້ນີ້ເປັນສິ່ງທີ່ໜ້າເຊື່ອຖື ແລະ ມີຄວາມໝາຍຫຼາຍ. ມັນແບ່ງປັນຄວາມເລິກລັບຂອງການທີ່ພຣະເຈົ້າເນລະມິດສ້າງສະຫວັນ, ແຜ່ນດິນໂລກ ແລະ ສິ່ງທັງປວງກັບມະນຸດຊາດ. ພຣະທຳປະຖົມມະການຍັງເປັນການບັນທຶກການທີ່ພຣະເຈົ້າເນລະມິດສ້າງແສງສະຫວ່າງ ແລະ ອາກາດດ້ວຍພຣະທຳຂອງພຣະອົງ ພ້ອມທັງສັດຕ່າງໆ, ພືດຜັກທັງປວງ ແລະ ອື່ນໆ, ແລະ ການເນລະມິດສ້າງມະນຸດດ້ວຍມືຂອງພຣະອົງເອງ. ພຣະເຈົ້າເນລະມິດສ້າງສິ່ງທັງປວງ ແລະ ພຣະອົງຄໍ້າຊູ ແລະ ບຳລຸງລ້ຽງທຸກສິ່ງ. ພຣະອົງມອບທຸກສິ່ງໃຫ້ແກ່ພວກເຮົາເພື່ອຄວາມຢູ່ລອດຂອງພວກເຮົາ. ມະນຸດຊາດ ແລະ ສິ່ງທັງປວງທີ່ມີຊີວິດໄດ້ຢູ່ລອດພາຍໃຕ້ກົດເກນທີ່ພຣະເຈົ້າໄດ້ກຳນົດໄວ້. ນີ້ແມ່ນລິດອຳນາດ ແລະ ສິດອຳນາດທີ່ເປັນເອກະລັກຂອງພຣະຜູ້ສ້າງ ແລະ ເປັນສິ່ງທີ່ບໍ່ມີມະນຸດ, ທູດສະຫວັນ ຫຼື ວິນຍານຊົ່ວຮ້າຍຕົນໃດຂອງຊາຕານສາມາດມີ ຫຼື ໄດ້ຮັບຈັກເທື່ອ. ພວກເຮົາສາມາດເວົ້າໄດ້ຢ່າງໝັ້ນໃຈວ່າ ມີພຽງແຕ່ຜູ້ທີ່ສາມາດເນລະມິດສ້າງສິ່ງທັງປວງ ແລະ ມະນຸດຊາດເທົ່ານັ້ນ ທີ່ເປັນພຣະຜູ້ສ້າງ, ເປັນພຣະເຈົ້າທີ່ແທ້ຈິງພຽງອົງດຽວ.

ພຣະເຈົ້າເນລະມິດສ້າງສິ່ງທັງປວງ ແລະ ພຣະອົງເນລະມິດສ້າງມະນຸດຊາດ; ພຣະອົງປົກຄອງເໜືອທຸກສິ່ງ. ໃນຂະນະດຽວກັນ, ພຣະອົງກຳລັງນໍາພາ ແລະ ຊ່ວຍມະນຸດຊາດທັງປວງໃຫ້ລອດພົ້ນ. ໃຫ້ພວກເຮົາເບິ່ງສິ່ງທີ່ພຣະຄຳພີໄດ້ກ່າວໄວ້. ໃນຕົ້ນເດີມ, ພຣະເຈົ້າເນລະມິດສ້າງມະນຸດຊາດ ແລະ ຫຼັງຈາກທີ່ອາດາມ ແລະ ເອວາຖືກລໍ້ລວງໂດຍຊາຕານມະນຸດກໍອາໄສຢູ່ໃນຄວາມຜິດບາບ. ເຊື້ອສາຍຂອງອາດາມ ແລະ ເອວາໄດ້ແຜ່ຂະຫຍາຍເທິງແຜ່ນດິນໂລກ, ແຕ່ພວກເຂົາບໍ່ຮູ້ວິທີການດຳລົງຊີວິດ ຫຼື ວິທີການນະມັດສະການພຣະເຈົ້າທີ່ແທ້ຈິງ. ໂດຍອີງໃສ່ແຜນການຄຸ້ມຄອງຂອງພຣະອົງ, ພຣະເຈົ້າໄດ້ເລີ່ມຕົ້ນພາລະກິດຂອງຍຸກແຫ່ງພຣະບັນຍັດຂອງພຣະອົງ, ໂດຍອອກກົດເກນ ແລະ ພຣະບັນຍັດ, ສັ່ງສອນມະນຸດຊາດວ່າຄວາມຜິດບາບແມ່ນຫຍັງ, ສິ່ງທີ່ພວກເຂົາຄວນເຮັດ ແລະ ສິ່ງທີ່ພວກເຂົາບໍ່ຄວນເຮັດ, ສະນັ້ນ ພວກເຂົາຈຶ່ງຮູ້ວິທີການດຳລົງຊີວິດ ແລະ ວິທີການນະມັດສະການພຣະເຈົ້າເຢໂຮວາ. ນີ້ແມ່ນວິທີການທີ່ພຣະເຈົ້າຊີ້ນໍາມະນຸດຊາດສູ່ເສັ້ນທາງທີ່ຖືກຕ້ອງສຳລັບຊີວິດ. ໃນຕອນທ້າຍຂອງຍຸກແຫ່ງພຣະບັນຍັດ, ມະນຸດຊາດຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງຮຸນແຮງຫຼາຍ ຈົນພວກເຂົາບໍ່ສາມາດຕິດຕາມກົດເກນ ແລະ ກຳລັງເຮັດຜິດບາບຫຼາຍຂຶ້ນເລື້ອຍໆ. ບໍ່ມີແມ່ນແຕ່ເຄື່ອງເຜົາບູຊາໃຫ້ຖວາຍ. ມະນຸດຊາດທັງປວງຈະຖືກປະນາມ ແລະ ຖືກຂ້າໃຫ້ຕາຍພາຍໃຕ້ກົດເກນ ຖ້າມັນສືບຕໍ່ເປັນແນວນັ້ນ. ເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ, ພຣະເຈົ້າໄດ້ກາຍມາເປັນເນື້ອໜັງດັ່ງພຣະເຢຊູເຈົ້າ. ພຣະອົງຖືກຄຶງເທິງໄມ້ກາງແຂນສຳລັບມະນຸດຊາດ ເພື່ອເປັນເຄື່ອງຖວາຍແທນຄວາມຜິດບາບຂອງພວກເຮົາ, ຮັບເອົາຄວາມຜິດບາບຂອງມະນຸດ. ຫຼັງຈາກນັ້ນ, ບໍ່ມີຜູ້ໃດຖວາຍເຄື່ອງເຜົາບູຊາແທນຄວາມຜິດບາບສຳລັບຄວາມຜິດບາບຂອງພວກເຂົາ. ຕາບໃດທີ່ພວກເຂົາເຊື່ອ, ສາລະພາບ ແລະ ກັບໃຈມາຫາພຣະຜູ້ເປັນເຈົ້າ, ຄວາມຜິດບາບຂອງພວກເຂົາຈະໄດ້ຮັບການອະໄພ ແລະ ພວກເຂົາຈະສາມາດມາຢູ່ຕໍ່ໜ້າພຣະເຈົ້າເພື່ອຮັບເອົາທຸກສິ່ງທີ່ພຣະອົງປະທານຄວາມເມດຕາໃຫ້ກັບພວກເຂົາ. ຖ້າບໍ່ມີເຄື່ອງເຜົາບູຊາແທນຄວາມຜິດບາບຂອງພຣະເຢຊູເຈົ້າ, ທຸກຄົນຈະຖືກປະນາມ ແລະ ຖືກຂ້າໃຫ້ຕາຍພາຍໃຕ້ກົດເກນ ແລະ ບໍ່ມີທາງທີ່ພວກເຮົາຈະຍັງຢູ່ທີ່ນີ້ໃນມື້ນີ້. ສະນັ້ນ ພວກເຮົາຮູ້ວ່າພຣະເຢຊູເຈົ້າເປັນພຣະຜູ້ໄຖ່ມະນຸດຊາດທັງປວງ, ເປັນການປາກົດຕົວຂອງພຣະເຈົ້າທີ່ແທ້ຈິງພຽງອົງດຽວ. ພຣະວິນຍານຂອງພຣະອົງຄືພຣະວິນຍານຂອງພຣະເຈົ້າເຢໂຮວາ. ພຣະອົງເປັນການປາກົດຕົວຂອງພຣະເຈົ້າເຢໂຮວາໃນເນື້ອໜັງ. ຖ້າຈະເວົ້າຢ່າງບໍ່ເປັນທາງການກວ່ານັ້ນ, ພຣະເຈົ້າເຢໂຮວາໄດ້ມາເທິງແຜ່ນດິນໂລກດັ່ງມະນຸດ ເພື່ອໄຖ່ມະນຸດຊາດ ແລະ ພຣະອົງເປັນພຣະເຈົ້າທີ່ແທ້ຈິງພຽງອົງດຽວ.

ໃນຍຸກແຫ່ງພຣະຄຸນ, ພຣະເຢຊູເຈົ້າໄດ້ປະຕິບັດພາລະກິດແຫ່ງການໄຖ່ຄວາມຜິດບາບ, ແລະ ທຸກຄົນທີ່ເຊື່ອໃນພຣະຜູ້ເປັນເຈົ້າກໍ່ໄດ້ຮັບການອະໄພສຳລັບຄວາມຜິດບາບຂອງພວກເຂົາ. ເຖິງວ່າຈະໄດ້ຮັບຄວາມສະຫງົບສຸກ ແລະ ຄວາມປິຕິຍິນດີຈາກການອະໄພຄວາມຜິດບາບ ແລະ ຄວາມກະລຸນາທັງໝົດທີ່ພຣະເຈົ້າປະທານໃຫ້ກັບມະນຸດ, ມະນຸດຊາດບໍ່ເຄີຍເຊົາເຮັດບາບຈັກເທື່ອ. ຜູ້ຄົນອາໄສຢູ່ໃນວົງຈອນຂອງການເຮັດບາບ, ສາລະພາບ ແລະ ເຮັດບາບອີກຄັ້ງ. ພວກເຂົາບໍ່ໄດ້ຮັບຄວາມບໍລິສຸດ ຫຼື ກາຍເປັນຄົນທີ່ສົມຄວນເຂົ້າສູ່ອານາຈັກຂອງພຣະເຈົ້າ. ພຣະເຢຊູເຈົ້າໄດ້ສັນຍາວ່າພຣະອົງຈະກັບມາອີກຄັ້ງໃນຍຸກສຸດທ້າຍ ເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນຈາກຄວາມຜິດບາບ ແລະ ເຮັດໃຫ້ພວກເຮົາຖືກຊຳລະບ້າງໃຫ້ບໍລິສຸດ, ພາພວກເຮົາໄປສູ່ອານາຈັກຂອງພຣະອົງ. ດັ່ງທີ່ພຣະອົງໄດ້ສັນຍາໄວ້, ໃນຕອນນີ້ ພຣະເຈົ້າໄດ້ມາເທິງແຜ່ນດິນໂລກດ້ວຍຕົນເອງໃນເນື້ອໜັງ. ພຣະອົງເປັນພຣະເຈົ້າອົງຊົງລິດທານຸພາບສູງສຸດ, ສະແດງຄວາມຈິງ ແລະ ເຮັດພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍຂອງພຣະອົງ. ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວພຣະທຳຫຼາຍລ້ານຂໍ້, ເປີດເຜີຍຄວາມເລິກລັບໃນແຜນການຄຸ້ມຄອງ 6.000 ປີຂອງພຣະເຈົ້າ ແລະ ບອກມະນຸດຊາດໃຫ້ຮູ້ທຸກສິ່ງກ່ຽວກັບສາເຫດການເຮັດບາບຂອງມະນຸດ ແລະ ການຕໍ່ຕ້ານພຣະເຈົ້າ, ວິທີການທີ່ຊາຕານເຮັດໃຫ້ມະນຸດເສື່ອມຊາມ, ວິທີການທີ່ພຣະເຈົ້າປະຕິບັດພາລະກິດເປັນຂັ້ນຕອນເພື່ອຊ່ວຍມະນຸດໃຫ້ລອດພົ້ນ, ວິທີການປະຕິບັດຄວາມເຊື່ອເພື່ອທີ່ຈະຖືກຊໍາລະລ້າງ ແລະ ເຂົ້າສູ່ອານາຈັກຂອງພຣະອົງ, ວິທີການບັນລຸການຍອມອ່ອນນ້ອມ ແລະ ຮັກພຣະເຈົ້າ ພ້ອມທັງຜົນທີ່ຕາມມາ ແລະ ຈຸດໝາຍປາຍທາງໃນທີ່ສຸດຂອງຄົນທຸກປະເພດ. ມີຄວາມຫຼາກຫຼາຍທີ່ອຸດົມສົມບູນໃນຄວາມຈິງທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວອອກ, ບໍ່ມີຫຍັງຂາດຫາຍ. ເມື່ອໄດ້ເຫັນວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ສະແດງຄວາມຈິງຫຼາຍສໍ່າໃດ, ພວກເຮົາກໍສາມາດຢືນຢັນວ່າພຣະອົງເປັນພຣະເຢຊູເຈົ້າທີ່ກັບຄືນມາ ເພາະພຣະຜູ້ເປັນເຈົ້າໄດ້ທຳນາຍວ່າ “ເມື່ອພຣະອົງ ຜູ້ເປັນພຣະວິນຍານແຫ່ງຄວາມຈິງ ສະເດັດມາ, ພຣະອົງຈະນຳທາງພວກເຈົ້າໄປສູ່ຄວາມຈິງທັງໝົດ(ໂຢຮັນ 16:13). ການທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດກຳລັງເປີດເຜີຍຄວາມຈິງຫຼາຍຢ່າງ ບໍ່ໄດ້ເປັນການສຳເລັດຕາມຄຳທຳນາຍຂອງພຣະເຢຊູເຈົ້າບໍ? ສິ່ງນີ້ບໍ່ໄດ້ພິສູດບໍວ່າພຣະອົງເປັນພຣະວິນຍານຂອງພຣະເຢຊູເຈົ້າທີ່ກັບຄືນມາເພື່ອປະຕິບັດພາລະກິດໃນເນື້ອໜັງ? ແລ້ວດ້ວຍເຫດນັ້ນ ພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ພຣະເຢຊູເຈົ້າກໍເປັນພຣະວິນຍານດຽວກັນ ແລະ ພຣະເຈົ້າອົງຊົງລິດທານຸພາບສູງສຸດເປັນພຣະຜູ້ຊ່ວຍໃຫ້ລອດພົ້ນທີ່ມາແຜ່ນດິນໂລກເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນຢ່າງສົມບູນ. ມີພຽງແຕ່ພຣະເຈົ້າເອງເທົ່ານັ້ນທີ່ສາມາດສະແດງຄວາມຈິງ. ນອກຈາກພຣະເຈົ້າ, ບໍ່ມີມະນຸດຄົນໃດທີ່ສາມາດເຮັດສິ່ງນີ້ໄດ້. ຕະຫຼອດປະຫວັດສາດທັງໝົດຂອງມະນຸດຊາດ, ບໍ່ມີມະນຸດຄົນໃດທີ່ສາມາດສະແດງຄວາມຈິງ. ສິ່ງຕ່າງໆທີ່ຖືກກ່າວໂດຍຄົນທີ່ມີຊື່ສຽງ ແລະ ຄົນທີ່ຍິ່ງໃຫຍ່ທຸກຄົນ ແລະ ມານຮ້າຍເຫຼົ່ານັ້ນ ແລະ ວິນຍານຊົ່ວຮ້າຍທີ່ຮຽນແບບເປັນພຣະເຈົ້າ ກໍລ້ວນແລ້ວແຕ່ເປັນຄວາມເຊື່ອຜິດໆ ແລະ ຄຳຂີ້ຕົວະທີ່ຊີ້ນໍາຢ່າງຜິດໆ ໂດຍບໍ່ມີຄຳເວົ້າທີ່ເປັນຈິງແມ່ນແຕ່ຄຳດຽວ. ມີພຽງແຕ່ພຣະເຈົ້າເອງເທົ່ານັ້ນທີ່ສາມາດສະແດງຄວາມຈິງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນ. ບໍ່ມີຂໍ້ສົງໄສກ່ຽວກັບສິ່ງນັ້ນ.

ພຣະເຈົ້າເນລະມິດສ້າງສະຫວັນ, ແຜ່ນດິນໂລກ, ສິ່ງທັງປວງ ແລະ ພຣະອົງເນລະມິດສ້າງມະນຸດຊາດ. ພຣະອົງໄດ້ປາກເວົ້າ ແລະ ປະຕິບັດພາລະກິດເພື່ອຊີ້ນໍາ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນຕະຫຼອດເວລານີ້. ພວກເຮົາສາມາດເວົ້າໄດ້ຢ່າງໝັ້ນໃຈວ່າ ມີພຽງແຕ່ພຣະຜູ້ສ້າງເທົ່ານັ້ນທີ່ສາມາດສ້າງສະຫວັນ, ແຜ່ນດິນໂລກ ແລະ ສິ່ງທັງປວງ ແລະ ປົກຄອງຢູ່ເໜືອໂຊກຊະຕາຂອງມວນມະນຸດ ເປັນພຣະເຈົ້າທີ່ແທ້ຈິງພຽງອົງດຽວ. ພຣະເຈົ້າເນລະມິດສ້າງມະນຸດຊາດ ແລະ ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ພົວພັນກັບໂຊກຊະຕາ ແລະ ຄວາມກ້າວໜ້າຂອງມະນຸດ. ນັບຕັ້ງແຕ່ສຳເລັດພາລະກິດຂອງການສ້າງໂລກ, ພຣະເຈົ້າໄດ້ສຸມໃສ່ມະນຸດຊາດ, ລ້ຽງດູພວກເຮົາ ແລະ ສະໜອງທຸກສິ່ງທີ່ພວກເຮົາຕ້ອງການໃຫ້ແກ່ພວກເຮົາ, ສະໜອງຄວາມອຸດົມສົມບູນອັນໃຫຍ່ຫຼວງໃຫ້ແກ່ພວກເຮົາ. ພຣະອົງບໍ່ໄດ້ຈາກໄປ ແລະ ປະຖິ້ມພວກເຮົາຫຼັງຈາກສ້າງພວກເຮົາ. ເມື່ອມະນຸດເລີ່ມອາໄສຢູ່ເທິງແຜ່ນດິນໂລກຢ່າງເປັນທາງການ, ພຣະເຈົ້າກໍ່ເລີ່ມພາລະກິດຍຸກແຫ່ງພຣະບັນຍັດຂອງພຣະອົງ, ໂດຍອອກພຣະບັນຍັດເພື່ອນໍາພາຊີວິດຂອງມະນຸດຢູ່ເທິງແຜ່ນດິນໂລກ. ເມື່ອມະນຸດຖືກຊາຕານເຮັດໃຫ້ເສື່ອມຊາມຫຼາຍເກີນໄປທີ່ຈະຮັກສາພຣະບັນຍັດຕ່າງໆ, ທຸກຄົນກໍ່ຜະເຊີນໜ້າກັບການກ່າວໂທດພາຍໃຕ້ບົດບັນຍັດຕ່າງໆ ແລະ ຢູ່ໃນຈຸດທີ່ບໍ່ມີວັນກັບ, ດັ່ງນັ້ນ ພຣະເຈົ້າຈຶ່ງກາຍເປັນເນື້ອໜັງເປັນພຣະເຢຊູເຈົ້າ ແລະ ສຳເລັດພາລະກິດແຫ່ງການໄຖ່ຄວາມຜິດບາບດ້ວຍພຣະອົງເອງ ເພື່ອໃຫ້ອະໄພມວນມະນຸດສຳລັບຄວາມຜິດບາບຂອງພວກເຂົາ, ເຮັດໃຫ້ພວກເຂົາໄດ້ຊື່ນຊົມພຣະຄຸນ ແລະ ພຣະພອນທີ່ພຣະເຈົ້າປະທານໃຫ້. ເມື່ອຍຸກນັ້ນສິ້ນສຸດລົງ, ພຣະເຈົ້າກໍ່ບັງເກີດເປັນມະນຸດອີກຄັ້ງໜຶ່ງ, ຄັ້ງນີ້ແມ່ນເປັນພຣະເຈົ້າອົງຊົງລິດທານຸພາບສູງສຸດ ເພື່ອປະຕິບັດພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍ ເພື່ອຊ່ວຍມວນມະນຸດໃຫ້ລອດພົ້ນຈາກຄວາມຜິດບາບ ແລະ ກອງກຳລັງຂອງຊາຕານຢ່າງສົມບູນ, ເພື່ອນຳພາມະນຸດຊາດໄປສູ່ຈຸດໝາຍປາຍທາງທີ່ສວຍງາມ. ເຖິງແມ່ນວ່າພາລະກິດຂອງພຣະເຈົ້າໃນແຕ່ລະຍຸກມີຊື່ທີ່ແຕກຕ່າງກັນ ແລະ ພຣະອົງໄດ້ເຮັດສຳເລັດພາລະກິດທີ່ແຕກຕ່າງກັນ, ທັງໝົດລ້ວນຖືກເຮັດສຳເລັດໂດຍພຣະເຈົ້າອົງດຽວ. ພຣະອົງມີພຣະວິນຍານພຽງອົງດຽວ ແລະ ພຣະອົງແມ່ນພຣະເຈົ້າທີ່ແທ້ຈິງພຽງອົງດຽວ. ສິ່ງນີ້ແມ່ນບໍ່ສາມາດໂຕ້ແຍ່ງໄດ້. ດັ່ງທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວໄວ້ວ່າ “ພາລະກິດແຫ່ງແຜນການຄຸ້ມຄອງທັງໝົດຂອງພຣະເຈົ້າແມ່ນຖືກປະຕິບັດໂດຍພຣະເຈົ້າເອງ. ຂັ້ນຕອນທຳອິດ ເຊິ່ງເປັນພາລະກິດຂອງຍຸກແຫ່ງພຣະບັນຍັດຫຼັງຈາກການສ້າງໂລກ ຖືກປະຕິບັດໂດຍພຣະເຈົ້າເອງ ແລະ ຖ້າບໍ່ເປັນດັ່ງນັ້ນ ກໍບໍ່ມີໃຜສາມາດສ້າງມະນຸດຊາດໄດ້; ຂັ້ນຕອນທີສອງແມ່ນການໄຖ່ມະນຸດຊາດທັງປວງ ແລະ ມັນກໍຖືກປະຕິບັດດ້ວຍຕົວພຣະອົງເອງ; ຂັ້ນຕອນທີສາມເປັນທີ່ແນ່ຊັດແລ້ວວ່າ ມີຄວາມຕ້ອງການທີ່ຫຼາຍຂຶ້ນສຳລັບເວລາສຸດທ້າຍຂອງທຸກພາລະກິດຂອງພຣະເຈົ້າທີ່ຖືກປະຕິບັດດ້ວຍຕົວພຣະອົງເອງ. ພາລະກິດແຫ່ງການໄຖ່, ການເອົາຊະນະ, ການຮັບ ແລະ ການເຮັດໃຫ້ບັນດາມວນມະນຸດຊາດສົມບູນແມ່ນຖືກປະຕິບັດໂດຍພຣະເຈົ້າເອງ. ຖ້າພຣະອົງບໍ່ໄດ້ປະຕິບັດພາລະກິດນີ້ດ້ວຍຕົວພຣະອົງເອງ ແລ້ວມະນຸດກໍບໍ່ສາມາດເປັນຕົວແທນໃຫ້ກັບຕົວຕົນຂອງພຣະອົງໄດ້ ຫຼື ມະນຸດບໍ່ສາມາດປະຕິບັດພາລະກິດຂອງພຣະອົງໄດ້. ເພື່ອທີ່ຈະເອົາຊະນະຊາຕານ, ເພື່ອທີ່ຈະຮັບມະນຸດຊາດ ແລະ ເພື່ອທີ່ຈະມອບຊີວິດປົກກະຕິໃຫ້ກັບມະນຸດເທິງແຜ່ນດິນໂລກ, ພຣະອົງແມ່ນນໍາພາມະນຸດດ້ວຍຕົວພຣະອົງເອງ ແລະ ປະຕິບັດພາລະກິດທ່າມກາງມະນຸດດ້ວຍຕົວພຣະອົງເອງ; ເພື່ອຜົນປະໂຫຍດແຫ່ງແຜນການຄຸ້ມຄອງທັງໝົດຂອງພຣະອົງ ແລະ ເພື່ອພາລະກິດທັງໝົດຂອງພຣະອົງ, ພຣະອົງຈຶ່ງຕ້ອງປະຕິບັດພາລະກິດນີ້ດ້ວຍຕົວພຣະອົງເອງ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຟື້ນຟູຊີວິດປົກກະຕິຂອງມະນຸດ ແລະ ການນໍາພາເຂົາໄປສູ່ປາຍທາງທີ່ມະຫັດສະຈັນ). “ພາລະກິດສາມຂັ້ນຕ້ອນທີ່ປະຕິບັດຕັ້ງແຕ່ເລີ່ມຕົ້ນຈົນຮອດປັດຈຸບັນແມ່ນຖືກປະຕິບັດໂດຍພຣະເຈົ້າພຣະອົງເອງ ແລະ ຖືກປະຕິບັດໂດຍພຣະເຈົ້າອົງດຽວ. ຄວາມຈິງຂອງພາລະກິດສາມຂັ້ນຕອນນີ້ແມ່ນຄວາມຈິງຂອງຄວາມເປັນຜູ້ນໍາບັນດາມວນມະນຸດຂອງພຣະເຈົ້າ ເຊິ່ງເປັນຄວາມຈິງທີ່ບໍ່ມີໃຜສາມາດປະຕິເສດໄດ້. ໃນຕອນສຸດທ້າຍຂອງພາລະກິດສາມຂັ້ນຕອນ, ທຸກສິ່ງຢ່າງຈະຖືກຈັດແບ່ງອອກເປັນແຕ່ລະປະເພດ ແລະ ກັບຄືນສູ່ອຳນາດຂອງພຣະເຈົ້າ ຍ້ອນວ່າ ທົ່ວທັງຈັກກະວານທັງໝົດ ມີພຽງພຣະເຈົ້າອົງນີ້ອົງດຽວ ແລະ ບໍ່ມີສາສະໜາອື່ນໆອີກເລີຍ. ຄົນນັ້ນທີ່ບໍ່ສາມາດສ້າງແຜ່ນດິນໂລກຈະບໍ່ສາມາດນໍາຈຸດສິ້ນສຸດມາເຖິງມັນໄດ້ ໃນຂະນະທີ່ພຣະອົງຜູ້ສ້າງແຜ່ນດິນໂລກຈະນໍາຈຸດສິ້ນສຸດມາເຖິງຢ່າງແນ່ນອນ ແລະ ດ້ວຍເຫດນັ້ນ ຖ້າຄົນໃດໜຶ່ງບໍ່ສາມາດນໍາຈຸດສິ້ນສຸດມາເຖິງຍຸກ ແລະ ພຽງແຕ່ສາມາດຊ່ວຍມະນຸດໃຫ້ຝຶກຝົນຄວາມຄິດຂອງເຂົາ ແລ້ວເຂົາກໍບໍ່ແມ່ນພຣະເຈົ້າຢ່າງແນ່ນອນ ແລະ ຈະບໍ່ແມ່ນພຣະຜູ້ເປັນເຈົ້າຂອງມະນຸດຊາດຢ່າງແນ່ນອນ. ຄົນນັ້ນຈະບໍ່ສາມາດປະຕິບັດພາລະກິດທີ່ຍິ່ງໃຫຍ່ດັ່ງກ່າວໄດ້; ມີພຽງຄົນດຽວທີ່ສາມາດປະຕິບັດພາລະກິດດັ່ງກ່າວ ແລະ ທຸກຄົນທີ່ບໍ່ສາມາດປະຕິບັດພາລະກິດນີ້ໄດ້ກໍເປັນສັດຕູຢ່າງແນ່ນອນ ນອກເໜືອຈາກພຣະເຈົ້າ. ສາສະໜາທີ່ຊົ່ວຮ້າຍທັງໝົດບໍ່ເຂົ້າກັບພຣະເຈົ້າ ແລະ ເມື່ອພວກມັນບໍ່ເຂົ້າກັບພຣະເຈົ້າ ພວກມັນກໍຈະກາຍເປັນສັດຕູຂອງພຣະເຈົ້າ. ມີພຽງແຕ່ພຣະເຈົ້າທີ່ແທ້ຈິງພຣະອົງດຽວທີ່ສາມາດປະຕິບັດພາລະກິດທັງໝົດໄດ້ ແລະ ຈັກກະວານທັງໝົດແມ່ນຖືກບັນຊາໂດຍພຣະເຈົ້າພຣະອົງດຽວນີ້. ບໍ່ວ່າພຣະເຈົ້າຈະປະຕິບັດພາລະກິດໃນປະເທດອິດສະຣາແອນ ຫຼື ປະເທດຈີນ, ບໍ່ວ່າ ພາລະກິດຖືກປະຕິບັດໂດຍພຣະວິນຍານ ຫຼື ເນື້ອໜັງ, ພຣະເຈົ້າກໍປະຕິບັດພາລະກິດທັງໝົດດ້ວຍຕົວພຣະອົງເອງ ແລະ ບໍ່ໃຜສາມາດປະຕິບັດໄດ້. ແນ່ນອນຢູ່ແລ້ງທີ່ມັນເປັນຍ້ອນວ່າ ພຣະອົງເປັນພຣະເຈົ້າຂອງບັນດາມວນມະນຸດທີ່ພຣະເຈົ້າປະຕິບັດພາຢ່າງມີອິດສະຫຼະ ໂດຍບໍ່ມີສະພາບໃດໆມາບັງຄັບ-ແລະ ນີ້ເປັນສິ່ງທີ່ຍິ່ງໃຫຍ່ທີ່ສຸດຂອງນິມິດທັງໝົດ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນເສັ້ນທາງໄປສູ່ການຮູ້ຈັກພຣະເຈົ້າ). ພວກເຮົາສາມາດເຫັນໄດ້ຈາກພຣະທຳຂອງພຣະເຈົ້າວ່າ ມີພຽງແຕ່ພຣະເຈົ້າອົງດຽວເທົ່ານັ້ນ, ມີພຽງແຕ່ພຣະຜູ້ສ້າງອົງດຽວເທົ່ານັ້ນ, ມີພຽງແຕ່ພຣະເຈົ້າເອງເທົ່ານັ້ນທີ່ສາມາດເນລະມິດສ້າງທຸກສິ່ງ, ປົກຄອງເໜືອໂຊກຊະຕາທັງໝົດຂອງມະນຸດຊາດ, ຊີ້ນໍາຊີວິດຂອງມະນຸດຊາດເທິງແຜ່ນດິນໂລກ, ຊ່ວຍມະນຸດໃຫ້ລອດພົ້ນ ແລະ ຊີ້ນໍາມະນຸດສູ່ຈຸດໝາຍປາຍທາງທີ່ສວຍງາມ. ດັ່ງທີ່ໄດ້ກ່າວໄວ້ໃນພຣະທຳພຣະນິມິດ, “ເຮົາຄືອາລະຟາ ແລະ ໂອເມຄາ, ເປັນເບື້ອງຕົ້ນ ແລະ ເບື້ອງປາຍ, ຜູ້ທຳອິດ ແລະ ຜູ້ສຸດທ້າຍ(ພຣະນິມິດ 22:13). ພຣະເຈົ້າປອມບໍ່ສາມາດເນລະມິດສ້າງທຸກສິ່ງ ແລ້ວແຮງໄກທີ່ຈະຊ່ວຍມະນຸດຊາດໃຫ້ລອດພົ້ນ ຫຼື ເຮັດໃຫ້ຍຸກໃດໜຶ່ງສິ້ນສຸດລົງ. ພຣະເຈົ້າປອມບໍ່ສາມາດປະຕິບັດພາລະກິດທີ່ພຣະເຈົ້າທີ່ແທ້ຈິງໄດ້ປະຕິບັດຈັກເທື່ອ. ພຣະເຈົ້າປອມພຽງແຕ່ສາມາດສະແດງໝາຍສຳຄັນ ແລະ ສິ່ງອັດສະຈັນບາງຢ່າງ ຫຼື ເຜີຍແຜ່ຄວາມເຫັນນອກຮີດ ແລະ ຄວາມເຊື່ອຜິດໆ ເພື່ອຊີ້ນໍາຢ່າງຜິດໆ ແລະ ເຮັດໃຫ້ຜູ້ຄົນເສື່ອມຊາມ. ພວກເຂົາອາດມອບຄວາມຊ່ວຍເຫຼືອບາງຢ່າງທີ່ເລັກນ້ອຍເພື່ອເອົາຊະນະໃຈຂອງຜູ້ຄົນ ແລະ ເພື່ອໃຫ້ຜູ້ຄົນເຜົາທູບບູຊາໃຫ້ກັບພວກເຂົາ ແລະ ນະມັດສະການພວກເຂົາໃຫ້ເປັນພຣະເຈົ້າ. ແຕ່ພຣະເຈົ້າປອມບໍ່ສາມາດໃຫ້ອະໄພຄວາມຜິດບາບ ຫຼື ສະແດງຄວາມຈິງເພື່ອຊຳລະລ້າງຄວາມເສື່ອມຊາມຂອງຜູ້ຄົນ. ໂດຍສະເພາະແລ້ວ, ພວກເຂົາບໍ່ສາມາດຊ່ວຍມະນຸດຊາດໃຫ້ລອດພົ້ນຈາກກອງກຳລັງຂອງຊາຕານ. ການທີ່ພຣະເຈົ້າປອມກ້າຮຽນແບບພຣະເຈົ້າທີ່ແທ້ຈິງສະແດງໃຫ້ເຫັນວ່າພວກເຂົາຊົ່ວຮ້າຍ ແລະ ໄຮ້ຢາງອາຍຈົນເຖິງທີ່ສຸດ ແລະ ໃນທີ່ສຸດແລ້ວ ພວກເຂົາຈະຖືກລ່າມໂສ້ ແລະ ຖືກພຣະເຈົ້າໂຍນລົງສູ່ເຫວເລິກທີ່ບໍ່ມີທີ່ສິ້ນສຸດ, ພວກເຂົາຈະຖືກລົງໂທດ. ທຸກຄົນທີ່ຕໍ່ຕ້ານພຣະເຈົ້າຈະຖືກທຳລາຍລ້າງໂດຍພຣະອົງໃນທີ່ສຸດ.

ສະນັ້ນ ເພື່ອທີ່ຈະສະແຫວງຫາພຣະເຈົ້າທີ່ແທ້ຈິງ, ເຈົ້າຕອງຊອກຫາຜູ້ທີ່ເນລະມິດສ້າງສິ່ງທັງປວງ, ຜູ້ທີ່ປົກຄອງເໜືອທຸກສິ່ງ, ຜູ້ທີ່ສາມາດສະແດງຄວາມຈິງ ແລະ ປະຕິບັດພາລະກິດເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ. ນີ້ຄືສິ່ງທີ່ສໍາຄັນ. ພຽງແຕ່ການເຊື່ອ ແລະ ການນະມັດສະການພຣະເຈົ້າທີ່ແທ້ຈິງພຽງອົງດຽວນີ້, ການຍອມຮັບຄວາມຈິງທີ່ພຣະອົງໄດ້ສະແດງອອກ ແລະ ການຮັບເອົາຄວາມຈິງໃຫ້ເປັນຊີວິດຂອງເຈົ້າ, ເຈົ້າຈຶ່ງສາມາດຫຼຸດພົ້ນຈາກຄວາມຜິດບາບ, ຮັບເອົາຄວາມລອດພົ້ນຂອງພຣະເຈົ້າ ແລະ ເຂົ້າສູ່ຈຸດໝາຍປາຍທາງທີ່ສວຍງາມ. ຖ້າເຈົ້າບໍ່ຮູ້ວ່າພຣະເຈົ້າທີ່ແທ້ຈິງແມ່ນຜູ້ໃດ, ເຈົ້າຈຳເປັນຕ້ອງສະແຫວງຫາ ແລະ ສືບຄົ້ນ. ພວກເຮົາບໍ່ສາມາດເຂົ້າໃຈຜິດວ່າພຣະເຈົ້າປອມເປັນພຣະເຈົ້າທີ່ແທ້ຈິງ ພຽງແຕ່ເພາະພວກເຂົາສະແດງສິ່ງອັດສະຈັນບາງຢ່າງ ຫຼື ຮັກສາຄວາມເຈັບປ່ວຍບາງຢ່າງ. ສິ່ງນີ້ຈະເປັນຂໍ້ຫ້າມ, ເພາະພວກເຂົາບໍ່ແມ່ນພຣະເຈົ້າທີ່ແທ້ຈິງ. ການນະມັດສະການພຣະເຈົ້າປອມຄືການໝິ່ນປະໝາດ, ມັນຈະກາຍເປັນການຕໍ່ຕ້ານພຣະເຈົ້າ ແລະ ທຽບເທົ່າກັບການທໍລະຍົດພຣະເຈົ້າທີ່ແທ້ຈິງ. ອຸປະນິໄສຂອງພຣະເຈົ້າຈະບໍ່ອົດກັ້ນຕໍ່ການເຮັດຜິດຂອງມະນຸດຄົນໃດ, ສະນັ້ນ ທຸກຄົນທີ່ເຊື່ອໃນພຣະເຈົ້າປອມຈະຖືກສາບແຊ່ງ ແລະ ຖືກທຳລາຍໂດຍພຣະເຈົ້າ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ຕາບໃດທີ່ໂລກເກົ່າຍັງຢູ່, ເຮົາຈະໂຍນຄວາມໂກດຮ້າຍຂອງເຮົາລົງໄສ່ເຊື້ອຊາດຕ່າງໆ, ປະກາດພຣະບັນຍັດການປົກຄອງຂອງເຮົາໄປທົ່ວຈັກກະວານຢ່າງເປີດເຜີຍ ແລະ ຕິດຕາມການລົງໂທດຕໍ່ຜູ້ທີ່ລະເມີດພຣະບັນຍັດດັ່າກ່າວນັ້ນ: ເມື່ອເວລາເຮົາຫັນໜ້າໄປສູ່ຈັກກະວານເພື່ອກ່າວ, ມະນຸດທຸກຄົນຈະໄດ້ຍິນສຽງຂອງເຮົາ ແລະ ຈາກນັ້ນຈະເຫັນຜົນງານທັງໝົດທີ່ເຮົາໄດ້ເຮັດໃນທົ່ວຈັກກະວານ. ຜູ້ໃດທີ່ເດີນກົງກັນຂ້າມກັບຄວາມປະສົງຂອງເຮົາ. ເວົ້າໄດ້ອີກວ່າ ຜູ້ໃດທີ່ຕໍ່ຕ້ານເຮົາດ້ວຍການກະທໍາຂອງມະນຸດ ຈະຕົກຢູ່ພາຍໃຕ້ການລົງໂທດຂອງເຮົາ. ເຮົາຈະເອົາດວງດາວຢ່າງຫຼວງຫຼາຍໃນສະຫວັນ ແລະ ເຮັດໃຫ້ດວງດາວເຫຼົ່ານັ້ນເປັນດວງດາວ ໃໝ່ ແລະ ຈົ່ງຂອບໃຈເຮົາທີ່ດວງອາທິດ ແລະ ດວງຈັນຈະໄດ້ຮັບການສ້າງໃໝ່. ທ້ອງຟ້າຈະບໍ່ຄືເກົ່າອີກຕໍ່ໄປ, ຊັບພະສິ່ງທີ່ມະຫາສານຢູ່ເທິງແຜ່ນດິນໂລກຈະໄດ້ຮັບການສ້າງໃໝ່ອີກຄັ້ງ. ທັງໝົດຈະສົມບູນດ້ວຍພຣະທໍາຂອງເຮົາ. ຫຼາຍປະເທດຊາດທີຢູ່ໃນຈັກກະວານຈະຖືກແບ່ງປັນໃໝ່ ແລະ ຖືກແທນທີ່ດ້ວຍອານາຈັກຂອງເຮົາ ເພື່ອໃຫ້ປະເທດຊາດຕ່າງໆໃນແຜ່ນດິນໂລກຫາຍໄປຕະຫຼອດການ ແລະ ຈະກາຍເປັນອານາຈັກທີ່ບູຊາເຮົາ, ເຊື້ອຊາດທັງໝົດຂອງແຜ່ນດິນໂລກຈະຖືກທໍາລາຍ ແລະ ຈະບໍ່ມີອີກຕໍ່ໄປ. ໃນບັນດາມະນຸດໃນຈັກກະວານ, ທຸກຄົນທີ່ເປັນຄົນຂອງຜີສາດຮ້າຍຈະຖືກກໍາຈັດ; ທຸກຄົນທີ່ບູຊາຊາຕານຈະຖືກວາງລົງໄປໃນເຕົາໄຟຂອງເຮົາ, ຍົກເວັ້ນແຕ່ສໍາລັບຜູ້ທີ່ຢູ່ພາຍໃນສາຍນໍ້າ, ສ່ວນທີ່ເຫລືອຈະຖືກປ່ຽນເປັນເຖົ່າທານ. ເມື່ອເຮົາລົງໂທດຜູ້ຄົນຈຳນວນຫຼວງຫຼາຍຢ່າງໜັກ, ຜູ້ທີ່ຢູ່ໃນໂລກຝ່າຍສາສະໜາ ໃນຫຼາກຫຼາຍຂອບເຂດຈະກັບຄືນມາຫາອານາຈັກຂອງເຮົາ, ຖືກເອົາຊະນະດ້ວຍພາລະກິດຂອງເຮົາ, ເພາະວ່າພວກເຂົາຈະໄດ້ເຫັນການມາເຖິງຂອງພຣະຜູ້ບໍລິສຸດໃນເທິງກ້ອນເມກສີຂາວ. ທຸກຄົນຈະຖືກແຍກອອກຕາມປະເພດຂອງພວກເຂົາເອງ ແລະ ຈະໄດ້ຮັບການຂ້ຽນຕີທີ່ເໝາະສົມກັບການກະທໍາຂອງພວກເຂົາ. ຜູ້ທີ່ຕໍ່ຕ້ານເຮົາຈະຖືກດັບສະຫຼາຍໄປ, ສໍາລັບຜູ້ທີ່ມີການກະທໍາໃນແຜ່ນດິນໂລກທີ່ບໍ່ກ່ຽວຂ້ອງກັບເຮົາ, ພວກເຂົາຈະສືບຕໍ່ຢູ່ເທິງແຜ່ນດິນໂລກພາຍໃຕ້ການປົກຄອງຂອງບຸດເຮົາ ແລະ ຜູ້ຄົນຂອງເຮົາ. ເຮົາຈະເປີດເຜີຍຕົວຕົນຕໍ່ບັນດາຜູ້ຄົນ ແລະ ເຊື້ອຊາດທີ່ນັບບໍ່ຖ້ວນດ້ວຍສຽງຂອງເຮົາເທິງແຜ່ນດິນໂລກ ເພື່ອປະກາດຄວາມສໍາເລັດຂອງພາລະກິດທີ່ຍິ່ງໃຫຍ່ຂອງເຮົາໃຫ້ມະນຸດທັງປວງໄດ້ເຫັນດ້ວຍຕາຂອງພວກເຂົາເອງ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ, ບົດທີ 26).

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ເປັນຫຍັງພຣະເຈົ້າທີ່ບັງເກີດເປັນມະນຸດແຫ່ງຍຸກສຸດທ້າຍຈຶ່ງເປັນແມ່ຍິງ?

ໃນຍຸກສຸດທ້າຍ, ພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ບັງເກີດເປັນມະນຸດໄດ້ປາກົດຕົວເພື່ອປະຕິບັດພາລະກິດ ແລະ ສະແດງຄວາມຈິງຫຼາຍຢ່າງ....

ຄວາມລອດພົ້ນຜ່ານຄວາມເຊື່ອອະນຸຍາດໃຫ້ເຂົ້າສູ່ອານາຈັກຂອງພຣະເຈົ້າບໍ?

ໂຣກລະບາດແຜ່ກະຈາຍຢ່າງບໍ່ຢຸດຢ່ອນ ແລະ ແຜ່ນດິນໄຫວ, ນໍ້າຖ້ວມ, ແມງໄມ້ລະບາດ, ໄພອຶດຢາກກໍເລີ່ມປາກົດຂຶ້ນ. ຫຼາຍຄົນຢູ່ໃນສະພາວະວິຕົກກັງວົນຢູ່ສະເໝີ ແລະ...

Leave a Reply