ພຣະຜູ້ເປັນເຈົ້າກັບມາເທິງກ້ອນເມກແທ້ໆບໍ?

25 ເດືອນທັນວາ 2021

ພວກເຮົາກຳລັງພົບກັບໄພພິບັດຄັ້ງແລ້ວຄັ້ງເລົ່າ ແລະ ໂຣກລະບາດກຳລັງແຜ່ກະຈາຍໄປທົ່ວໂລກ. ຜູ້ເຊື່ອໄດ້ລໍຖ້າໃຫ້ພຣະຜູ້ເປັນເຈົ້າກັບຄືນມາເທິງກ້ອນເມກຢ່າງຮີບດ່ວນ ແລະ ພາພວກເຂົາຂຶ້ນສູ່ທ້ອງຟ້າ, ເພື່ອຊ່ວຍໃຫ້ພວກເຂົາລອດພົ້ນຈາກໂລກທີ່ມືດມົວນີ້ ແລະ ຈາກໄພພິບັດ ແລະ ເພື່ອພາເຂົາເຂົ້າສູ່ອານາຈັກສະຫວັນ. ພວກເຂົາຈ້ອງເບິ່ງທ້ອງຟ້າ ແລະ ອະທິຖານໂດຍບໍ່ຢຸດ, ລໍຖ້າເພື່ອເຫັນພຣະຜູ້ເປັນເຈົ້າຢູ່ເທິງກ້ອນເມກ, ບໍ່ກ້າທີ່ຫຼຽວໜີ, ຢ້ານວ່າພຣະຜູ້ເປັນເຈົ້າຈະມາ ແລະ ພວກເຂົາຈະຖືກໂຍນຖິ້ມສູ່ໄພພິບັດ. ແຕ່ມັນໂຫດຮ້າຍແຮງທີ່ພວກເຂົາໄດ້ເຫັນວ່າ ໄພພິບັດໄດ້ມາເຖິງ, ແຕ່ພວກເຂົາຍັງບໍ່ໄດ້ຕ້ອນຮັບອົງພຣະເຢຊູເຈົ້າລົງຈາກທ້ອງຟ້າ. ຫຼາຍຄົນກຳລັງສົງໄສວ່າ ອົງພຣະເຢຊູເຈົ້າມາແທ້ໆ ຫຼື ບໍ່. ບາງຄົນຮູ້ສຶກບໍ່ສະບາຍໃຈ, ຄິດວ່າ ບາງທີ ພວກເຂົາໄດ້ຖືກໂຍນຖິ້ມສູ່ໄພພິບັດໂດຍພຣະຜູ້ເປັນເຈົ້າ. ດ້ວຍຄວາມຮູ້ສຶກສິ້ນຫວັງ, ສິດຍາພິບານຫຼາຍຄົນກຳລັງປ່ຽນແປງເລື່ອງລາວຂອງພວກເຂົາ, ເວົ້າວ່າພຣະຜູ້ເປັນເຈົ້າ ຈະມາໃນລະຫວ່າງ ຫຼື ຫຼັງຈາກໄພພິບັດ. ບາງຄົນເຖິງກັບກ້າກ່າວອ້າງວ່າ ພຣະຜູ້ເປັນເຈົ້າຈະມາໃນປີ 2028 ຫຼື ປີ 2030. ການຕີຄວາມໝາຍຂໍ້ພຣະທຳແບບນີ້ ສາມາດຈົບລົງໂດຍເຮັດໃຫ້ຜູ້ເຊື່ອເຂົ້າສູ່ໄພພິບັດ, ແຕ່ດ້ວຍຄວາມຮູ້ສຶກໝັ້ນໃຈວ່າທຸກສິ່ງປົກກະຕິດີ. ແຕ່ບໍ່ວ່າຫຍັງກໍ່ຕາມ ບໍ່ວ່າພວກເຂົາຈະມີຄວາມເຊື່ອດົນສໍ່າໃດ ຫຼື ພວກເຂົາໄດ້ເຮັດວຽກໜັກສໍ່າໃດ, ພວກເຂົາບໍ່ໄດ້ຕ້ອນຮັບພຣະຜູ້ເປັນເຈົ້າ. ພວກເຮົາສາມາດຈິນຕະນາການໄດ້ວ່າແບບນີ້ຕ້ອງລຳບາກສໍ່າໃດ. ຄົນທີ່ມີຄວາມເຊື່ອທຸກຄົນກໍ່ຮູ້ວ່າພຣະຄຳພີກ່າວວ່າແນວໃດ ແລະ ການຕົກລົງສູ່ໄພພິບັດແລ້ວຮ້ອງໄຫ້ ແລະ ກັດແຂ້ວຂອງເຈົ້າຄືເຄື່ອງໝາຍຂອງຄວາມອັບອາຍ, ໃນຂະນະທີ່ຄວາມສຳເລັດ ຫຼື ຄວາມລົ້ມເຫຼວໃນຄວາມເຊື່ອຂອງເຈົ້າໄດ້ຖືກກຳນົດໄວ້ໂດຍການຕ້ອນຮັບພຣະຜູ້ເປັນເຈົ້າກ່ອນໄພພິບັດ. ແລ້ວເປັນຫຍັງຄົນທີ່ຢູ່ໃນໂລກສາສະໜາຈຶ່ງບໍ່ໄດ້ຕ້ອນຮັບພຣະຜູ້ເປັນເຈົ້າ, ແຕ່ຕົກລົງສູ່ໄພພິບັດ? ມັນເປັນໄປໄດ້ບໍວ່າພຣະຜູ້ເປັນເຈົ້າບໍ່ຊື່ສັດ ເຊິ່ງເປັນເຫດຜົນທີ່ພຣະອົງຍັງບໍ່ໄດ້ປາກົດຕົວ? ບໍ່ແມ່ນຢ່າງແນ່ນອນ. ການທີ່ໂລກສາສະໜາບໍ່ສາມາດຕ້ອນຮັບພຣະຜູ້ເປັນເຈົ້າບໍ່ໄດ້ໝາຍຄວາມວ່າພຣະອົງບໍ່ໄດ້ກັບຄືນມາ. ໃນຄວາມເປັນຈິງແລ້ວ, ພຣະອົງໄດ້ກັບຄືນມາໃນເນື້ອໜັງຕັ້ງແຕ່ດົນແລ້ວ, ປາກົດ ແລະ ເຮັດພາລະກິດດັ່ງບຸດມະນຸດ. ຫຼາຍຄົນຈາກທຸກນິກາຍໄດ້ຍິນສຽງຂອງພຣະເຈົ້າ ແລະ ຕ້ອນຮັບພຣະຜູ້ເປັນເຈົ້າ. ແຕ່ຄົນເຫຼົ່ານັ້ນທີ່ຢູ່ໃນສາສະໜາຜູ້ທີ່ຍຶດຕິດກັບແນວຄິດທີ່ວ່າພຣະອົງລົງມາເທິງກ້ອນເມກ ຍັງບໍ່ທັນໄດ້ຕ້ອນຮັບພຣະຜູ້ເປັນເຈົ້າ. ຍ້ອນກັບໄປໃນປີ 1991, ສາຍຟ້າແມບເຫຼື້ອມຈາກທິດຕາເວັນອອກໄດ້ເລີ່ມເປັນພະຍານ ໃຫ້ກັບການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ນັ້ນຄືຄຳພະຍານຂອງພວກເຂົາສຳລັບທັງສາມທົດສະວັດເຕັມ. ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວພຣະທຳຫຼາຍລ້ານຂໍ້ ແລະ ຜູ້ຄົນຈາກທຸກນິກາຍທີ່ຮັກຄວາມຈິງ ໄດ້ອ່ານພຣະທຳຂອງພຣະອົງ, ຮັບຮູ້ວ່າພຣະທຳເຫຼົ່ານັ້ນເປັນຄວາມຈິງທີ່ບໍລິສຸດ, ຮູ້ວ່າພວກເຂົາກຳລັງໄດ້ຍິນສຽງຂອງພຣະເຈົ້າ ແລະ ມາຢູ່ຕໍ່ໜ້າພຣະເຈົ້າອົງຊົງລິດທານຸພາບສູງສຸດ, ຕ້ອນຮັບພຣະຜູ້ເປັນເຈົ້າ. ຄວາມຈິງທີ່ຖືກກ່າວອອກໂດຍພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ຖືກເຜີຍແຜ່ອອນລາຍເປັນເວລາດົນນານ, ສ່ອງແສ່ງຈາກທິດຕາເວັນອອກສູ່ທິດຕາເວັນຕົກຄືກັບແສງສະຫວ່າງທີ່ຍິ່ງໃຫຍ່, ສ່ອງໄປທົ່ວໂລກ, ເຊິ່ງສຳເລັດຕາມພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຢ່າງສິ້ນເຊີງ: “ດ້ວຍວ່າ ຟ້າແມບເຫຼື້ອມຈາກທິດຕາເວັນອອກ ຍັງເຫຼື້ອມໄປເຖິງທິດຕາເວັນຕົກ, ການສະເດັດມາຂອງບຸດມະນຸດກໍຈະເປັນດັ່ງນັ້ນ(ມັດທາຍ 24:27). ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ສັ່ນສະເທືອນໂລກທັງໃບ, ໃນຂະນະທີ່ກອງກຳລັງຜູ້ຕໍ່ຕ້ານພຣະຄຣິດໃນໂລກສາສະໜາ ກຳລັງຕັດສິນ, ປະນາມ ແລະ ຕໍ່ຕ້ານສາຍຟ້າແມບເຫຼື້ອມຈາກທິດຕາເວັນອອກ ໂດຍບໍ່ໄດ້ແມ່ນແຕ່ພິຈາລະນາເບິ່ງການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພື້ນຖານດຽວຂອງພວກເຂົາ ກໍ່ຄືອົງພຣະເຢຊູເຈົ້າທີ່ບໍ່ໄດ້ມາເທິງກ້ອນເມກແມ່ນບໍ່ຈິງ ແລະ ພຣະຜູ້ເປັນເຈົ້າທີ່ມາບັງເກີດເປັນມະນຸດຈະເປັນພຣະຄຣິດປອມ. ພວກເຮົາທຸກຄົນສາມາດເຫັນວ່າ ໂລກສາສະໜາບໍ່ໄດ້ຕ້ອນຮັບພຣະຜູ້ເປັນເຈົ້າ, ແຕ່ຕົກລົງສູ່ໄພພິບັດ ພຽງແຕ່ເພາະພວກເຂົາບໍ່ໄດ້ປະຕິບັດຕາມຄຳທຳນາຍຂອງອົງພຣະເຢຊູເຈົ້າທີ່ຈະຕ້ອນຮັບພຣະອົງ, ແຕ່ໄດ້ດຳເນີນໄປຕາມແນວຄິດຂອງພວກເຂົາເອງ, ຕັດສິນຕາມອຳເພີໃຈວ່າພຣະຜູ້ເປັນເຈົ້າຕ້ອງກັບຄືນມາເທິງກ້ອນເມກ. ພວກເຂົາປາຖະໜາໃຫ້ພຣະຜູ້ເປັນເຈົ້າມາ ແລະ ຮັບພວກເຂົາຂຶ້ນສູ່ອານາຈັກສະຫວັນໂດຍກົງ ໂດຍບໍ່ນໍາພຣະທຳຂອງພຣະຜູ້ເປັນເຈົ້າເອງເຂົ້າສູ່ການປະຕິບັດ. ການເຮັດຜິດຢ່າງຮ້າຍແຮງແບບນັ້ນໃນເລື່ອງທີ່ສຳຄັນສໍ່າການຕ້ອນຮັບພຣະຜູ້ເປັນເຈົ້າ ໝາຍເຖິງການສູນເສຍໂອກາດທີ່ຈະຖືກຮັບຂຶ້ນເມືອ ແລະ ພວກເຂົາຈະຈົບລົງໂດຍການຕົກລົງສູ່ໄພພິບັດ, ຮ້ອງໄຫ້ ແລະ ກັດແຂ້ວຂອງພວກເຂົາ. ສິ່ງນີ້ສຳເລັດຕາມພຣະທຳຂອງພຣະເຈົ້າ: “ປະຊາຊົນຂອງເຮົາຖືກທຳລາຍ ຍ້ອນຂາດຄວາມຮູ້(ໂຮເຊອາ 4:6).

ເພື່ອທີ່ຈະຮູ້ວ່າອົງພຣະເຢຊູເຈົ້າມາເທິງກ້ອນເມກ ຫຼື ບໍ່ ຫຼື ພຣະອົງປາກົດຕົວດັ່ງບຸດມະນຸດທີ່ບັງເກີດເປັນມະນຸດ ຫຼື ບໍ່, ຢ່າງທຳອິດ ພວກເຮົາຕ້ອງສູບຫາຍໃຈເຂົ້າເລິກໆ ແລະ ຄິດຢ່າງຈິງຈັງກ່ຽວກັບຄຳທຳນາຍບາງຢ່າງຂອງອົງພຣະເຢຊູເຈົ້າກ່ຽວກັບການມາຄັ້ງທີສອງຂອງພຣະອົງ ແລະ ພວກເຮົາອາດພົບວ່າຕົນເອງໄດ້ຮັບແສງສະຫວ່າງຢ່າງຫຼວງຫຼາຍ. ໃຫ້ພວກເຮົາເບິ່ງຂໍ້ພຣະຄຳບາງຂໍ້. “ດ້ວຍວ່າ ຟ້າແມບເຫຼື້ອມຈາກທິດຕາເວັນອອກ ຍັງເຫຼື້ອມໄປເຖິງທິດຕາເວັນຕົກ, ການສະເດັດມາຂອງບຸດມະນຸດກໍຈະເປັນດັ່ງນັ້ນ(ມັດທາຍ 24:27). “ຍ້ອນຟ້າແມບເຫຼື້ອມ ທີ່ສ່ອງແສງຈາກດ້ານໜຶ່ງຂອງສະຫວັນ, ສ່ອງໄປສູ່ອີກດ້ານໜຶ່ງຂອງໃຕ້ສະຫວັນ; ບຸດມະນຸດກໍຈະເປັນດັ່ງນັ້ນໃນມື້ຂອງພຣະອົງ. ແຕ່ກ່ອນອື່ນ ພຣະອົງຕ້ອງທົນທຸກກັບຫຼາຍສິ່ງ ແລະ ຖືກປະຕິເສດໂດຍຄົນຮຸ່ນນີ້(ລູກາ 17:24-25). “ສະນັ້ນ ພວກເຈົ້າຈົ່ງກຽມພ້ອມສະເໝີ ຍ້ອນບຸດມະນຸດຈະມາໃນເວລາທີ່ທ່ານຄິດບໍ່ເຖິງ(ມັດທາຍ 24:44). “ໃນຍຸກຂອງໂນອາເປັນແບບໃດນັ້ນ ການມາຂອງບຸດມະນຸດກໍຈະເປັນແບບນັ້ນເຊັ່ນກັນ(ມັດທາຍ 24:37). “ແລ້ວໃນເວລາທ່ຽງຄືນ ກໍມີສຽງຮ້ອງມາວ່າ, ເບິ່ງແມ, ເຈົ້າບ່າວມາແລ້ວ ເຈົ້າຈົ່ງອອກໄປພົບກັບເພິ່ນ(ມັດທາຍ 25:6). “ດັ່ງນັ້ນ ຖ້າເຈົ້າບໍ່ເຝົ້າລະວັງ, ເຮົາຈະມາຫາເຈົ້າດັ່ງຄົນຂີ້ລັກ ແລະ ເຈົ້າຈະບໍ່ຮູ້ວ່າເຮົາຈະມາຫາເຈົ້າຍາມໃດ(ພຣະນິມິດ 3:3). “ເບິ່ງແມ, ເຮົາມາເໝືອນກັບຄົນຂີ້ລັກ(ພຣະນິມິດ 16:15). “ເບິ່ງແມ, ເຮົາຢືນ ແລະ ເຄາະຢູ່ທີ່ປະຕູ: ຖ້າຄົນໃດໄດ້ຍິນສຽງຂອງເຮົາ ແລະ ໄຂປະຕູໃຫ້ເຮົາ, ເຮົາຈະເຂົ້າໄປຫາຄົນນັ້ນ ແລະ ເຮົາຈະກິນອາຫານຮ່ວມກັບຄົນນັ້ນ ແລະ ຄົນນັ້ນຈະກິນອາຫານຮ່ວມກັບເຮົາ(ພຣະນິມິດ 3:20). ຖ້າພວກເຮົາພິຈາລະນາສິ່ງເຫຼົ່ານີ້ຢ່າງຈິງຈັງ, ມັນກໍ່ງ່າຍທີ່ຈະເຫັນວ່າການທຳນາຍຂອງພຣະຜູ້ເປັນເຈົ້າ ກ່ຽວກັບການກັບຄືນມາຂອງພຣະອົງກ່າວເຖິງ “ບຸດມະນຸດ” ຢູ່ສະເໝີ “ການສະເດັດມາຂອງບຸດມະນຸດ”, “ບຸດມະນຸດຈະມາ”, “ບຸດມະນຸດກໍຈະເປັນດັ່ງນັ້ນໃນມື້ຂອງພຣະອົງ”, “ໃນຍຸກຂອງໂນອາເປັນແບບໃດນັ້ນ ການມາຂອງບຸດມະນຸດກໍຈະເປັນແບບນັ້ນເຊັ່ນກັນ”. ອົງພຣະເຢຊູເຈົ້າໄດ້ກ່າວວ່າ “ການສະເດັດມາຂອງບຸດມະນຸດ” ຫຼາຍຄັ້ງ, ເຊິ່ງສຳຄັນຫຼາຍສຳລັບພວກເຮົາທີ່ຈະຕ້ອນຮັບພຣະຜູ້ເປັນເຈົ້າໃນຍຸກສຸດທ້າຍ. ແລ້ວ “ບຸດມະນຸດ” ໝາຍເຖິງຫຍັງ? ໂດຍບໍ່ຕ້ອງສົງໄສ, ສິ່ງນີ້ໝາຍເຖິງພຣະວິນຍານຂອງພຣະເຈົ້າທີ່ສວມໃສ່ເນື້ອໜັງເປັນບຸດມະນຸດ. ສິ່ງນີ້ສາມາດກ່ຽວກັບການບັງເກີດເປັນມະນຸດຂອງພຣະເຈົ້າເທົ່ານັ້ນ. ພຣະຜູ້ເປັນເຈົ້າຍັງກ່າວຫຼາຍຄັ້ງວ່າພຣະອົງຈະກັບຄືນມາ “ເໝືອນກັບຄົນຂີ້ລັກ”. ແລ້ວ “ເໝືອນກັບຄົນຂີ້ລັກ” ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າພຣະຜູ້ເປັນເຈົ້າຈະມາຢ່າງງຽບໆ, ຢ່າງລັບໆ, ເມື່ອຜູ້ຄົນບໍ່ຮູ້, ພຣະເຈົ້າກາຍມາເປັນເນື້ອໜັງເປັນບຸດມະນຸດ, ລົງມາຢ່າງລັບໆເພື່ອເວົ້າ ແລະ ເຮັດພາລະກິດ. ພວກເຮົາສາມາດແນ່ໃຈໄດ້ວ່າການກັບຄືນມາຂອງພຣະຜູ້ເປັນເຈົ້າໃນຍຸກສຸດທ້າຍແມ່ນດັ່ງບຸດມະນຸດ ແລະ ມັນເກີດຂຶ້ນກ່ອນໄພພິບັດ ນັ້ນກໍ່ຄື ເມື່ອໂລກຢູ່ໃນຈຸດທີ່ມືດມົວທີ່ສຸດຂອງມັນ. “ແລ້ວໃນເວລາທ່ຽງຄືນ ກໍມີສຽງຮ້ອງມາວ່າ, ເບິ່ງແມ, ເຈົ້າບ່າວມາແລ້ວ ເຈົ້າຈົ່ງອອກໄປພົບກັບເພິ່ນ(ມັດທາຍ 25:6). ສາຍຟ້າແມບເຫຼື້ອມຈາກທິດຕາເວັນອອກໄດ້ເລີ່ມເປັນພະຍານໃຫ້ກັບພຣະເຈົ້າອົງຊົງລິດທານຸພາບສູງສຸດນັບຕັ້ງແຕ່ປີ 1991 ຈົນເຖິງປັດຈຸບັນໃນ ປີ 2021 ແລະ ຕະຫຼອດເວລາ 30 ປີເຫຼົ່ານີ້, ພວກເຂົາໄດ້ຜ່ານການຂົ່ມເຫັງ, ການຈັບກຸມ ແລະ ການທຳຮ້າຍຢ່າງບ້າປ່ວງຂອງພັກກອມມູນິດຈີນ. ພັກກອມມູນິດຈີນເຖິງກັບໃຊ້ເຄື່ອງຈັກລົນນະລົງຊວນເຊື່ອທົ່ວປະເທດຂອງມັນ, ເຜີຍແຜ່ນາມຂອງ “ພຣະເຈົ້າອົງຊົງລິດທານຸພາບສູງສຸດ” ທີ່ສາຍຟ້າແມບເຫຼື້ອມຈາກທິດຕາເວັນອອກເປັນພະຍານທົ່ວໂລກ, ເຮັດໃຫ້ມັນກາຍເປັນຊື່ຂອງຄົວເຮືອນທີ່ທຸກຄົນຄຸ້ນເຄີຍ. ສິ່ງນີ້ສຳເລັດຕາມຄຳທຳນາຍຂອງອົງພຣະເຢຊູເຈົ້າ: “ຍ້ອນຟ້າແມບເຫຼື້ອມ ທີ່ສ່ອງແສງຈາກດ້ານໜຶ່ງຂອງສະຫວັນ, ສ່ອງໄປສູ່ອີກດ້ານໜຶ່ງຂອງໃຕ້ສະຫວັນ; ບຸດມະນຸດກໍຈະເປັນດັ່ງນັ້ນໃນມື້ຂອງພຣະອົງ. ແຕ່ກ່ອນອື່ນ ພຣະອົງຕ້ອງທົນທຸກກັບຫຼາຍສິ່ງ ແລະ ຖືກປະຕິເສດໂດຍຄົນຮຸ່ນນີ້(ລູກາ 17:24-25). ຫຼັງຈາກສາຍຟ້າແມບເຫຼື້ອມຈາກທິດຕາເວັນອອກໄດ້ເປັນພະຍານໃຫ້ກັບພຣະເຈົ້າອົງຊົງລິດທານຸພາບສູງສຸດເປັນເວລາຫຼາຍປີ, ຜູ້ຄົນຈາກທຸກນິກາຍທີ່ຮັກຄວາມຈິງ ໄດ້ອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ຮັບຮູ້ວ່າພຣະທຳເຫຼົ່ານັ້ນຄືຄວາມຈິງ, ເປັນພຣະທຳຂອງພຣະວິນຍານບໍລິສຸດຕໍ່ຄຣິດຕະຈັກ. ພວກເຂົາໄດ້ຍິນສຽງຂອງພຣະເຈົ້າ ແລະ ຍອມຮັບພຣະເຈົ້າອົງຊົງລິດທານຸພາບສູງສຸດຢ່າງປິຕິຍິນດີ. ພວກເຂົາເປັນຍິງສາວບໍລິສຸດທີ່ສະຫຼາດ ທີ່ຖືກຍົກຂຶ້ນຕໍ່ໜ້າບັນລັງຂອງພຣະເຈົ້າ ແລະ ກຳລັງເຂົ້າຮ່ວມງານລ້ຽງຂອງພຣະຜູ້ເປັນເຈົ້າ. ເຖິງກັບມີຫຼາຍຄົນທີ່ເຄີຍຕັດສິນ ແລະ ປະນາມພຣະເຈົ້າອົງຊົງລິດທານຸພາບສູງສຸດ, ທີ່ໄດ້ອ່ານພຣະທຳຂອງພຣະອົງໃນພາຍຫຼັງ ແລະ ຈົບລົງດ້ວຍການໄດ້ຍິນສຽງຂອງພຣະເຈົ້າ ແລະ ມາຢູ່ຕໍ່ໜ້າພຣະເຈົ້າ. ພວກເຂົາເຖິງກັບເຕັມລົ້ນດ້ວຍຄວາມເສຍດາຍທີ່ໄດ້ຕໍ່ຕ້ານ ແລະ ປະນາມພຣະເຈົ້າອົງຊົງລິດທານຸພາບສູງສຸດ. ຍິງສາວບໍລິສຸດທີ່ສະຫຼາດເຫຼົ່ານີ້ທີ່ກຳລັງເຂົ້າຮ່ວມງານລ້ຽງແຕ່ງດອງຂອງພຣະເມສານ້ອຍ ກຳລັງເປັນພະຍານວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດຄືການປາກົດຕົວ, ເຊື້ອສາຍຂອງບຸດມະນຸດໃນຍຸກສຸດທ້າຍ. ແຕ່ຄົນທີ່ຍຶດຕິດກັບຂໍ້ພຣະທຳຕາມຕົວອັກສອນ, ປະຕິເສດທີ່ຈະຍອມຮັບສິ່ງໃດໜຶ່ງນອກຈາກພຣະຜູ້ເປັນເຈົ້າທີ່ລົງມາເທິງກ້ອນເມກ ກໍ່ເປັນຍິງສາວບໍລິສຸດທີ່ໂງ່ຈ້າ ທີ່ກຳລົງຕົກລົງສູ່ໄພພິບັດ. ພວກເຂົາພຽງແຕ່ສາມາດລໍຖ້າທີ່ຈະເຫັນອົງພຣະເຢຊູເຈົ້າປາກົດເທິງກ້ອນເມກຫຼັງຈາກໄພພິບັດທີ່ຍິ່ງໃຫຍ່. ເຫດຜົນຫຼັກທີ່ຜູ້ຄົນເຫຼົ່ານີ້ຈະບໍ່ຕ້ອນຮັບພຣະຜູ້ເປັນເຈົ້າ ກໍ່ຄືພວກເຂົາພຽງແຕ່ເຊື່ອໃນຄຳທຳນາຍໃນພຣະຄຳພີຈາກມະນຸດ, ບໍ່ແມ່ນຄຳທຳນາຍຈາກປາກຂອງອົງພຣະເຢຊູເຈົ້າເອງ. ພວກເຂົາຈະພຽງແຕ່ຍອມຮັບພຣະຜູ້ເປັນເຈົ້າລົງມາເທິງກ້ອນເມກ, ແຕ່ພວກເຂົາປະຕິເສດຂໍ້ແທ້ຈິງຂອງພຣະເຈົ້າໃນເນື້ອໜັງທີ່ກຳລັງປາກົດຕົວ ແລະ ເຮັດວຽກດັ່ງບຸດມະນຸດ. ພວກເຂົາຖືກນໍາພາຢ່າງຜິດໆ ແລະ ໂງ່ຈ້າແທ້ໆ! ພຣະຜູ້ເປັນເຈົ້າກ່າວເຖິງ “ບຸດມະນຸດ” ຫຼາຍຄັ້ງ ເມື່ອກຳລັງກ່າວເຖິງການກັບຄືນມາຂອງພຣະອົງ, ແຕ່ສິດຍາພິບານທີ່ “ສະຫຼາດ” ແລະ “ມີສະຕິປັນຍາ” ຫຼາຍຄົນ ແລະ ຜູ້ຊ່ຽວຊານດ້ານພຣະຄຳພີ ໄດ້ເຮັດໃຫ້ແນວຄິດກ່ຽວກັບບຸດມະນຸດສັບສົນ, ເຮັດຜິດພາດຢ່າງຮ້າຍແຮງ. ພວກເຂົາເປັນເຫຍື່ອຂອງຄວາມສະຫຼາດຂອງພວກເຂົາເອງ! ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວຄວາມຈິງຫຼາຍຢ່າງ, ແຕ່ພວກເຂົາຍັງປະຕິເສດທີ່ຈະເຫັນວ່າພຣະອົງເປັນບຸດມະນຸດ. ນັ້ນບໍ່ແມ່ນຄວາມຕາບອດແທ້ໆບໍ? ຖ້າພຣະອົງບໍ່ໄດ້ເປັນພຣະເຈົ້າທີ່ບັງເກີດເປັນມະນຸດ, ພຣະອົງຈະສາມາດກ່າວຄວາມຈິງຫຼາຍຢ່າງແບບນັ້ນໄດ້ແນວໃດ? ພວກເຂົາຍັງຍຶດຕິດກັບແນວຄິດທີ່ວ່າ ພວກເຂົາພຽງແຕ່ສາມາດຍອມຮັບອົງພຣະເຢຊູເຈົ້າທີ່ລົງມາເທິງກ້ອນເມກ ແລະ ນັ້ນຄືເຫດຜົນທີ່ພວກເຂົາກຳລັງສູນເສຍໂອກາດຂອງພວກເຂົາໃນການທີ່ຈະຖືກຮັບຂຶ້ນເມືອ, ແຕ່ຕົກລົງສູ່ໄພພິບັດ. ມັນຈະເປັນຄວາມເສຍໃຈຕະຫຼອດໄປເປັນນິດ.

ພວກເຮົາທຸກຄົນສາມາດເຫັນວ່າ ພຣະຜູ້ເປັນເຈົ້າໄດ້ກັບຄືນມາດັ່ງບຸດມະນຸດທີ່ບັງເກີດເປັນມະນຸດເພື່ອເຮັດພາລະກິດ. ນີ້ຄືຂໍ້ແທ້ຈິງທີ່ບໍ່ສາມາດໂຕ້ຖຽງໄດ້ ເຊິ່ງບໍ່ມີຜູ້ໃດສາມາດປະຕິເສດໄດ້ແທ້ໆ. ແຕ່ຫຼາຍຄົນຖາມ ກ່ຽວກັບ “ເບິ່ງແມ, ພຣະອົງສະເດັດມາກັບກ້ອນເມກ” ໃນພຣະນິມິດ 1:7, ຄິດວ່າມັນໝາຍຄວາມວ່າພຣະຜູ້ເປັນເຈົ້າຈະລົງມາເທິງກ້ອນເມກ. ແລ້ວການເວົ້າວ່າພຣະອົງຈະມາເທິງກ້ອນເມກ ແລະ ການເວົ້າວ່າພຣະອົງຈະມາດັ່ງບຸດມະນຸດບໍ່ແມ່ນຄຳເວົ້າທີ່ຂັດແຍ່ງກັນບໍ? ມັນອາດເບິ່ງຄືວ່າເປັນແບບນັ້ນ, ແຕ່ໃນຄວາມເປັນຈິງແມ່ນບໍ່ມີຂໍ້ຂັດແຍ່ງໃນທີ່ນີ້. ມັນເປັນພຽງແຕ່ຄວາມທ້າທາຍສຳລັບຄວາມເຂົ້າໃຈຂອງມະນຸດ. ຄຳທຳນາຍໃດໜຶ່ງໃນພຣະຄຳພີຈະຖືກສຳເລັດຢ່າງແນ່ນອນ, ແຕ່ມີຂະບວນການທີ່ແນ່ນອນ ແລະ ມີຂັ້ນຕອນ. ຍັງມີຄຳສັ່ງສຳລັບການປາກົດຕົວຂອງບຸດມະນຸດ ແລະ ການມາເຖິງຂອງພຣະຜູ້ເປັນເຈົ້າເທິງກ້ອນເມກ. ພຣະຜູ້ເປັນເຈົ້າໄດ້ບັງເກີດເປັນມະນຸດກ່ອນ ແລະ ມາເພື່ອເຮັດພາລະກິດຢ່າງລັບໆ ແລະ ຫຼັງຈາກນັ້ນ ພຣະອົງກໍ່ປາກົດຕົວເທິງກ້ອນເມກຢ່າງເປີດເຜີຍ. ເປັນຫຍັງສິ່ງນັ້ນຈຶ່ງເກີດຂຶ້ນໃນສອງບາດກ້າວ? ເປັນຫຍັງຈຶ່ງເກີດຂຶ້ນໃນເວລາດຽວກັນ? ມີຄວາມເລິກລັບພາຍໃນສິ່ງນີ້. ກ່ອນອື່ນ, ໃຫ້ພວກເຮົາເຫັນວ່າອົງພຣະເຢຊູເຈົ້າທຳນາຍເຖິງຫຍັງ. ພຣະເຢຊູເຈົ້າຊົງກ່າວໄວ້ວ່າ: “ເຮົາຍັງມີຫລາຍສິ່ງທີ່ຈະບອກພວກເຈົ້າ ແຕ່ໃນເວລານີ້ພວກເຈົ້າອາດຈະບໍ່ສາມາດທົນໄດ້. ເຖິງຢ່າງໃດກໍຕາມເມື່ອພຣະອົງ ຜູ້ເປັນພຣະວິນຍານແຫ່ງຄວາມຈິງ ສະເດັດມາ, ພຣະອົງຈະນຳທາງພວກເຈົ້າໄປສູ່ຄວາມຈິງທັງໝົດ(ໂຢຮັນ 16:12-13). “ໃຫ້ຊໍາລະລ້າງພວກເຂົາໃຫ້ບໍລິສຸດຜ່ານຄວາມຈິງຂອງພຣະອົງ: ພຣະທຳຂອງພຣະອົງເປັນຄວາມຈິງ(ໂຢຮັນ 17:17). “ແລະ ຖ້າມະມຸດຄົນໃດໄດ້ຍິນພຣະທຳຂອງເຮົາ ແລະ ບໍ່ເຊື່ອ, ເຮົາບໍ່ພິພາກສາເຂົາ ຍ້ອນເຮົາບໍ່ໄດ້ມາເພື່ອພິພາກສາໂລກ, ແຕ່ເພື່ອຊ່ວຍໂລກໃຫ້ພົ້ນ. ຜູ້ທີ່ປະຕິເສດເຮົາ ແລະ ບໍ່ຮັບເອົາພຣະທໍາຂອງເຮົາ ກໍຈະມີສິ່ງທີ່ຕັດສິນພວກເຂົາ, ພຣະທໍາທີ່ເຮົາໄດ້ກ່າວກໍຈະຕັດສິນພວກເຂົາໃນວັນສຸດທ້າຍເຊັ່ນກັນ(ໂຢຮັນ 12:47-48). “ເພາະວ່າ ພຣະບິດາບໍ່ພິພາກສາຄົນໃດຄົນໜຶ່ງ, ແຕ່ມອບການພິພາກສາທັງໝົດໃຫ້ແກ່ພຣະບຸດ... ແລະ ຍັງໄດ້ມອບສິດອຳນາດໃຫ້ພຣະອົງໃນການຕັດສິນລົງໂທດອີກດ້ວຍ, ເພາະວ່າພຣະອົງເປັນບຸດມະນຸດ(ໂຢຮັນ 5:22, 27). ແລະ “ເຖິງເວລາທີ່ການຄໍາພິພາກສາເລີ້ມຕົ້ນທີ່ຄົວເຮືອນຂອງພຣະເຈົ້າ(1 ເປໂຕ 4:17). ຄຳທຳນາຍຂອງອົງພຣະເຢຊູເຈົ້າໄດ້ຖືກສຳເລັດຢ່າງສິ້ນເຊີງ. ບຸດມະນຸດໄດ້ມາຢ່າງລັບໆ ເມື່ອມະນຸດຊາດບໍ່ໄດ້ຄາດຫວັງມັນແມ່ນແຕ່ໜ້ອຍດຽວ ແລະ ໄດ້ກ່າວຄວາມຈິງຫຼາຍຢ່າງ, ເຮັດພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍ. ພຣະອົງເປັນພຣະວິນຍານແຫ່ງຄວາມຈິງ ທີ່ກຳລັງຊີ້ນໍາຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າສູ່ຄວາມຈິງທັງໝົດ ແລະ ໄດ້ສຳເລັດການສ້າງກຸ່ມຂອງຜູ້ເອົາຊະນະກ່ອນໄພພິບັດ. ຂ່າວປະເສີດແຫ່ງອານາຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຍັງໄດ້ເຜີຍແຜ່ໄປທຸກປະເທດໃນໂລກ. ສິ່ງນີ້ໄດ້ສະແດງໃຫ້ເຫັນວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ເອົາຊະນະຊາຕານ ແລະ ໄດ້ຮັບສະຫງ່າລາສີທັງໝົດ. ຕອນນີ້ເມື່ອໄພພິບັດທີ່ຍິ່ງໃຫຍ່ໄດ້ເລີ່ມຕົ້ນຂຶ້ນ, ພຣະເຈົ້າໄດ້ສຳເລັດການສ້າງກຸ່ມຂອງຜູ້ເອົາຊະນະ ແລະ ພາລະກິດທີ່ຍິ່ງໃຫຍ່ຂອງພຣະອົງກໍ່ສຳເລັດ. ຫຼັງຈາກໄພພິບັດ, ພຣະເຈົ້າຈະປາກົດຕົວເທິງກ້ອນເມກຢ່າງເປີດເຜີຍໃຫ້ກັບທຸກຄົນ ແລະ ທຸກຊົນຊາດ. ໃນຈຸດນັ້ນ, ຄຳທຳນາຍຂອງບຸດມະນຸດທີ່ປາກົດຕົວ ແລະ ການມາເຖິງຂອງພຣະຜູ້ເປັນເຈົ້າເທິງກ້ອນເມກກໍ່ຈະສຳເລັດຢ່າງສິ້ນເຊີງ. ຍ້ອນພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ປາກົດ ແລະ ເລີ່ມການພິພາກສາຂອງພຣະອົງ ໂດຍເລີ່ມຕົ້ນຈາກເຮືອນຂອງພຣະເຈົ້າ, ຄົນທີ່ຍອມຮັບພຣະເຈົ້າອົງຊົງລິດທານຸພາບສູງສຸດກໍ່ກຳລັງກິນ ແລະ ດື່ມພຣະທຳຂອງພຣະເຈົ້າທຸກມື້ ແລະ ໂດຍການຍອມຮັບການພິພາກສາ ແລະ ການຊໍາລະລ້າງຂອງພຣະເຈົ້າ, ພວກເຂົາກໍ່ຫຼົບໜີຈາກຄວາມຜິດບາບ ແລະ ກອງກຳລັງຂອງຊາຕານເທື່ອລະໜ້ອຍ. ພຣະເຈົ້າໄດ້ເຮັດໃຫ້ພວກເຮົາເປັນຜູ້ເອົາຊະນະກ່ອນໄພພິບັດ ແລະ ພວກເຂົາກໍ່ເປັນໝາກຜົນທຳອິດ. ສິ່ງນີ້ໄດ້ສຳເລັດຕາມຄຳທຳນາຍໃນພຣະນິມິດຢ່າງສົມບູນ: “ເບິ່ງແມ, ເຮົາຢືນ ແລະ ເຄາະຢູ່ທີ່ປະຕູ: ຖ້າຄົນໃດໄດ້ຍິນສຽງຂອງເຮົາ ແລະ ໄຂປະຕູໃຫ້ເຮົາ, ເຮົາຈະເຂົ້າໄປຫາຄົນນັ້ນ ແລະ ເຮົາຈະກິນອາຫານຮ່ວມກັບຄົນນັ້ນ ແລະ ຄົນນັ້ນຈະກິນອາຫານຮ່ວມກັບເຮົາ(ພຣະນິມິດ 3:20). “ຜູ້ຄົນເຫຼົ່ານີ້ແມ່ນຖືກໄຖ່ຈາກກຸ່ມມະນຸດ ໃຫ້ເປັນຜົນທໍາອິດແກ່ພຣະເຈົ້າ ແລະ ພຣະເມສານ້ອຍ(ພຣະນິມິດ 14:4). ມັນເປັນເວລາສາມທົດສະວັດເຕັມນັບຕັ້ງແຕ່ທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ມາຢ່າງລັບໆເພື່ອເຮັດພາລະກິດແຫ່ງການພິພາກສາຂອງພຣະອົງໃນຍຸກສຸດທ້າຍ. ພຣະອົງໄດ້ກ່າວຄວາມຈິງຫຼາຍຢ່າງ, ເປີດເຜີຍຄວາມເລິກລັບທຸກຢ່າງໃນພຣະຄຳພີ ແລະ ແຜນການຄຸ້ມຄອງ 6.000 ປີຂອງພຣະເຈົ້າ. ພຣະອົງເວົ້າຫຼາຍຢ່າງເພື່ອພິພາກສາ ແລະ ເປີດໂປງແກ່ນແທ້ທີ່ເສື່ອມຊາມຂອງມະນຸດ ແລະ ພຣະທຳເຫຼົ່ານີ້ກໍ່ເປັນຫົນທາງແຫ່ງຄວາມຈິງທີ່ເຮັດໃຫ້ພວກເຮົາປະຖິ້ມຄວາມຜິດບາບ ແລະ ກອງກຳລັງຂອງຊາຕານ ແລະ ໄດ້ຮັບຄວາມລອດພົ້ນຢ່າງສົມບູນ. ຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າຖືກພິພາກສາ, ຖືກຂ້ຽນຕີ, ຖືກລິຮານ, ຖືກຈັດການ, ຖືກທົດສອບ ແລະ ຖືກຫຼໍ່ຫຼອມໂດຍພຣະເຈົ້າອົງຊົງລິດທານຸພາບສູງສຸດ, ເຫັນຢ່າງຊັດເຈນເຖິງຄວາມເສື່ອມຊາມຂອງພວກເຂົາເອງ, ຮູ້ສຶກອັບອາຍໂດຍບໍ່ມີບ່ອນໃຫ້ລີ້ ແລະ ກົ້ມລົງຕໍ່ໜ້າພຣະເຈົ້າ, ເຕັມໄປດ້ວຍຄວາມເສຍໃຈ, ກຽດຊັງ ແລະ ລັງກຽດຕົນເອງ. ພວກເຂົາຍັງເຫັນວ່າອຸປະນິໄສທີ່ຊອບທຳຂອງພຣະເຈົ້າຈະບໍ່ອົດກັ້ນຕໍ່ການເຮັດຜິດໃດໆ ແລະ ເລີ່ມມີຄວາມເຄົາລົບສຳລັບພຣະເຈົ້າ, ເລີ່ມຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຈາກສິ່ງຊົ່ວຮ້າຍເທື່ອລະໜ້ອຍ, ກັບໃຈ ແລະ ປ່ຽນແປງຢ່າງແທ້ຈິງ. ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ສຳເລັດການສ້າງກຸ່ມຂອງຜູ້ເອົາຊະນະກ່ອນໄພພິບັດ, ຮັບເອົາໝາກຜົນທຳອິດ. ຄຳພະຍານຂອງຜູ້ເອົາຊະນະເຫຼົ່ານີ້ໄດ້ຖືກເຮັດໃຫ້ກາຍເປັນວິດີໂອ ແລະ ຮູບເງົາທີ່ມີໃຫ້ຮັບຊົມໃນອອນລາຍ, ເຮັດໃຫ້ທຸກຄົນທີ່ເຫັນພວກມັນເຊື່ອໝັ້ນຢ່າງທີ່ສຸດ. ມັນບໍ່ສາມາດມີຄວາມຊັດເຈນຫຼາຍກວ່ານີ້ຄືການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍ! ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວຄວາມຈິງຫຼາຍຢ່າງ ແລະ ເຮັດພາລະກິດທີ່ຍິ່ງໃຫຍ່ດັ່ງກ່າວ, ບໍ່ພຽງແຕ່ສັ່ນສະເທືອນໂລກທັງໃບ, ແຕ່ຍັງສັ່ນສະເທືອນຈັກກະວານອີກດ້ວຍ. ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ປ່ຽນໂລກ, ນໍາຈຸດຈົບມາສູ່ຍຸກເກົ່າ ໂດຍເລີ່ມຕົ້ນຍຸກໃໝ່. ຍຸກແຫ່ງລາຊະອານາຈັກໄດ້ເລີ່ມຕົ້ນຂຶ້. ສິ່ງນີ້ໄດ້ພິສູດວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດຄືການປາກົດຕົວຂອງບຸດມະນຸດ, ອົງພຣະເຢຊູເຈົ້າທີ່ໄດ້ກັບຄືນມາ. ພຣະຜູ້ໄຖ່ຂອງພວກເຮົາໄດ້ປາກົດຕົວ ແລະ ກຳລັງເຮັດພາລະກິດ! ພາລະກິດແຫ່ງການພິພາກສາໂດຍເລີ່ມຕົ້ນຈາກເຮືອນຂອງພຣະເຈົ້າເກືອບສຳເລັດແລ້ວ ແລະ ດ້ວຍສິ່ງນັ້ນ ໄພພິບັດທີ່ຍິ່ງໃຫຍ່ຈຶ່ງໄດ້ເກີດຂຶ້ນ. ພວກເຮົາສາມາດເວົ້າໄດ້ວ່າໄພພິບັດກຳລັງເລີ່ມຕົ້ນຂຶ້ນແລ້ວ ແລະ ພວກເຂົາຈະຂະຫຍາຍໃຫຍ່ຂຶ້ນເທົ່ານັ້ນ. ຜູ້ເຮັດການຊົ່ວທຸກຄົນ ແລະ ກອງກຳລັງທີ່ຊົ່ວຮ້າຍທີ່ຕໍ່ຕ້ານພຣະເຈົ້າ ຈະຖືກລົງໂທດ ແລະ ຖືກທຳລາຍໃນໄພພິບັດ, ໃນຂະນະທີ່ຄົນທີ່ໄດ້ຮັບການຊໍາລະລ້າງຜ່ານການພິພາກສາ ແລະ ການຂ້ຽນຕີແຫ່ງຍຸກສຸດທ້າຍຂອງພຣະເຈົ້າ ຈະໄດ້ຮັບການປົກປ້ອງ ແລະ ຖືກຮັກສາໄວ້ໂດຍພຣະເຈົ້າຜ່ານໄພພິບັດ. ເມື່ອໄພພິບັດສິ້ນສຸດລົງ, ໂລກທີ່ຊົ່ວຮ້າຍນີ້ຂອງຊາຕານກໍ່ຈະຖືກທຳລາຍລ້າງ ແລະ ຫຼັງຈາກນັ້ນ ພຣະເຈົ້າກໍ່ຈະປາກົດຕົວໃຫ້ທຸກຄົນໄດ້ເຫັນຢ່າງເປີດເຜີຍເທິງກ້ອນເມກ. ສິ່ງນີ້ຈະສຳເລັດຕາມຄຳທຳນາຍໃນພຣະນິມິດ 1:7: “ເບິ່ງແມ, ພຣະອົງສະເດັດມາກັບກ້ອນເມກ, ຕາທຸກໜ່ວຍຈະເຫັນພຣະອົງ ແລະ ພວກເຂົາທີ່ໄດ້ແທງພຣະອົງກໍຈະເຫັນເຊັ່ນກັນ ແລະ ທຸກຊົນຊາດເທິງແຜ່ນດິນໂລກນີ້ຈະຮ້ອງໄຫ້ຍ້ອນພຣະອົງ”. ເປັນຫຍັງຍາດພີ່ນ້ອງທັງໝົດຈຶ່ງຈະຮ້ອງໄຫ້? ເພາະພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວຄວາມຈິງຫຼາຍຢ່າງ ແລະ ເຮັດພາລະກິດທີ່ຍິ່ງໃຫຍ່ແບບນັ້ນ ແລະ ພວກເຂົາບໍ່ພຽງແຕ່ປະຕິເສດທີ່ຈະພິຈາລະນາເບິ່ງມັນ, ແຕ່ພວກເຂົາປະນາມ, ຕັດສິນ ແລະ ໝິ່ນປະໝາດພຣະອົງພ້ອມກັບກອງກຳລັງຂອງຜູ້ຕໍ່ຕ້ານພຣະຄຣິດໃນໂລກສາສະໜາ. ພວກເຂົາໄດ້ເຮັດຜິດຕໍ່ອຸປະນິໄສຂອງພຣະເຈົ້າ ແລະ ຕົກລົງສູ່ໄພພິບັດ. ພວກເຂົາຈະພຽງແຕ່ຈົບລົງໂດຍການຕີໜ້າເອິກຂອງພວກເຂົາ, ຮ້ອງໄຫ້ ແລະ ກັດແຂ້ວຂອງພວກເຂົາ ເຊິ່ງຈະສຳເລັດຕາມຄຳທຳນາຍ ທີ່ເສົ້າໃຈໃນພຣະນິມິດວ່າ “ທຸກຊົນຊາດເທິງແຜ່ນດິນໂລກນີ້ຈະຮ້ອງໄຫ້ຍ້ອນພຣະອົງ”. ຄົນທີ່ຖືກຊໍາລະລ້າງ ແລະ ຖືກເຮັດໃຫ້ສົມບູນໂດຍການຍອມຮັບການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ກໍ່ຈະເຫັນພຣະເຈົ້າປາກົດຢ່າງເປີດເຜີຍ ແລະ ຈະຟ້ອນລຳດ້ວຍຄວາມປິຕິຍິນດີທີ່ບໍ່ສາມາດຫັກຫ້າມໄດ້, ສັນລະເສີນລິດທານຸພາບສູງສຸດ, ສະຕິປັນຍາ ແລະ ຄວາມຊອບທຳຂອງພຣະເຈົ້າ. ດັ່ງທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວວ່າ: “ຄວາມເມດຕາຂອງເຮົາຊົງສໍາແດງຕໍ່ບັນດາຜູ້ທີ່ຮັກເຮົາ ແລະ ຜູ້ທີ່ເອົາຊະນະຕົວເອງ ແລະ ການລົງໂທດທີ່ຄົນຜິດບາບທີ່ໄດ້ຮັບກໍເປັນການພິສູດອຸປະນິໄສອັນຊອບທໍາຂອງເຮົາແລ້ວ ແລະ ຍິ່ງກວ່ານັ້ນ ກໍຍັງເປັນພະຍານຄວາມຮ້າຍກາດຂອງເຮົາ. ເມື່ອໄພພິບັດມາເຖິງ, ຄວາມອຶດຫິວອາຫານ ແລະ ໂລກລະບາດຈະຕົກຖືກທຸກຄົນທີ່ຕໍ່ຕ້ານເຮົາ ແລະ ພວກເຂົາຈະຮ້ອງໄຫ້ນໍ້າຕາໄຫຼ. ບັນດາຜູ້ທີ່ເຮັດບາບທຸກຮູບແບບ ເຖິງວ່າຈະຕິດຕາມເຮົາໄດ້ຫຼາຍປີກໍຕາມ ຈະບໍ່ພົ້ນຈາກການຈ່າຍຄ່າບາບຂອງພວກເຂົາ; ພ້ອມນັ້ນ ພວກເຂົາກໍຍັງຈະຖືກຕົກສູ່ໄພພິບັດທີ່ຮ້າຍແຮງກວ່າເຄີຍປະກົດໃຫ້ເຫັນໃນຫຼາຍລ້ານປີຜ່ານມາ ແລະ ພວກເຂົາກໍຈະໃຊ້ຊີວິດຢູ່ກັບຄວາມຕື່ນຕົກໃຈ ແລະ ຢ້ານກົວ. ມີແຕ່ບັນດາຜູ້ທີ່ຕິດຕາມ ແລະ ຈົງຮັກພັກດີຕໍ່ເຮົາເທົ່ານັ້ນທີ່ຈະປິຕິຍິນດີ ແລະ ສັນລະເສີນຄວາມຍິ່ງໃຫຍ່ຂອງເຮົາ. ພວກເຂົາຈະໄດ້ພົບຄວາມເພິ່ງພໍໃຈເໜືອທີ່ຈະພັນລະນາ ແລະ ໄດ້ຮັບຄວາມເບີກບານໃຈທີ່ເຮົາບໍ່ເຄີຍປະທານໃຫ້ມະນຸດມາກ່ອນ. ຍ້ອນວ່າ ເຮົາຮັກການກະທໍາດີຂອງມະນຸດ ແລະ ກຽດຊັງການກະທໍາຊົ່ວຊ້າຂອງພວກເຂົາ. ນັບຕັ້ງແຕ່ເຮົາເລີ່ມຕົ້ນນໍາພາມະນຸດ ຈິດໃຈເຮົາຈົດຈໍ່ສະແຫວງຫາຄົນທີ່ເປັນຈິດໜຶ່ງໃຈດຽວກັນກັບເຮົາ. ເຮົາບໍ່ເຄີຍລືມຜູ້ທີ່ບໍ່ເປັນຈິດໜຶ່ງໃຈດຽວກັນກັບເຮົາ, ຈິດໃຈຂອງເຮົາກຽດຊັງຄົນເຫຼົ່ານັ້ນ ລໍຄອຍໃຫ້ຮອດເວລາລົງໂທດພວກເຂົາ ເຮົາຈິ່ງຈະເພິ່ງພໍໃຈ. ເວລາຂອງເຮົາມາຮອດມື້ນີ້ແລ້ວ ແລະ ເຮົາຈະບໍ່ລໍຖ້າອີກຕໍ່ໄປ!(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ກະກຽມຄວາມດີໃຫ້ພຽງພໍສຳລັບຈຸດໝາຍປາຍທາງຂອງເຈົ້າ).

ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວຄວາມຈິງສຳລັບພາລະກິດແຫ່ງການພິພາກສາຂອງພຣະອົງໃນຍຸກສຸດທ້າຍ ເພື່ອຊໍາລະລ້າງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນຢ່າງສົມບູນ. ນີ້ແມ່ນໂອກາດດຽວເທົ່ານັ້ນຂອງມະນຸດຊາດທີ່ຈະໄດ້ຮັບຄວາມລອດພົ້ນ ແລະ ເຂົ້າສູ່ອານາຈັກຂອງພຣະເຈົ້າ ແລະ ໂອກາດຕະຫຼອດຊີວິດ. ໄພພິບັດທີ່ຍິ່ງໃຫຍ່ກຳລັງເລີ່ມຕົ້ນຂຶ້ນ. ຄົນທີ່ຕື່ນຂຶ້ນ ແລະ ພິຈາລະນາເບິ່ງພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໂດຍບໍ່ຊັກຊ້າກໍ່ຈະທັນເວລາ, ເພາະພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວວ່າ “ເມື່ອເຮົາລົງໂທດຜູ້ຄົນຈຳນວນຫຼວງຫຼາຍຢ່າງໜັກ, ຜູ້ທີ່ຢູ່ໃນໂລກຝ່າຍສາສະໜາ ໃນຫຼາກຫຼາຍຂອບເຂດຈະກັບຄືນມາຫາອານາຈັກຂອງເຮົາ, ຖືກເອົາຊະນະດ້ວຍພາລະກິດຂອງເຮົາ, ເພາະວ່າພວກເຂົາຈະໄດ້ເຫັນການມາເຖິງຂອງພຣະຜູ້ບໍລິສຸດໃນເທິງກ້ອນເມກສີຂາວ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ, ບົດທີ 26). ພວກເຮົາສາມາດເຫັນວ່າ ບາງຄົນຈະໄດ້ຍິນສຽງຂອງພຣະເຈົ້າ ແລະ ເຫັນການກະທຳຂອງພຣະອົງ, ມາຢູ່ຕໍ່ໜ້າພຣະເຈົ້າ ແລະ ຮັບຄວາມລອດພົ້ນຂອງພຣະອົງໃນທ່າມກາງໄພພິບັດ. ນີ້ຄືການຖືກຮັບຂຶ້ນເມືອໃນໄພພິບັດ ແລະ ມັນເປັນໂອກາດສຸດທ້າຍຂອງພວກເຂົາແທ້ໆ ພ້ອມທັງຄວາມກະລຸນາທີ່ຍິ່ງໃຫຍ່ຂອງພຣະເຈົ້າສຳລັບມະນຸດຊາດ. ຄົນທີ່ສະຫຼາດກໍ່ຈະຮູ້ວ່າຈະຕັດສິນໃຈເລືອກທາງໃດ. ຄົນທີ່ລໍຖ້າໃຫ້ພຣະຜູ້ເປັນເຈົ້າມາເທິງກ້ອນເມກຢ່າງມີຄວາມປາຖະໜາ ກໍ່ຈະມີຈຸດຈົບທີ່ຊັດແຈ້ງໃນຕົວມັນເອງ. ໃຫ້ພວກເຮົາພິຈາລະນາເບິ່ງຂໍ້ຄວາມໜຶ່ງຂໍ້ສຸດທ້າຍໃນພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນມື້ນີ້. “ຫຼາຍຄົນອາດບໍ່ສົນໃຈໃນສິ່ງທີ່ເຮົາບອກກ່າວ ແຕ່ເຮົາຍັງຢາກບອກໄພ່ພົນທີ່ຕິດຕາມພຣະເຢຊູທຸກຄົນວ່າ ເມື່ອພວກເຈົ້າເຫັນພຣະເຢຊູລົງມາຈາກແຜ່ນດິນສະຫວັນເທິງເມກສີຂາວດ້ວຍຕາຂອງພວກເຈົ້າເອງ ນີ້ຈະເປັນການປາກົດຕົວຢ່າງເປີດເຜີຍຂອງພຣະອາທິດແຫ່ງຄວາມທ່ຽງທຳ. ບາງເທື່ອ ນັ້ນຈະເປັນເວລາແຫ່ງຄວາມຕື່ນເຕັ້ນຢ່າງໃຫຍ່ສໍາລັບເຈົ້າ ແຕ່ເຈົ້າຄວນຮູ້ວ່າ ເວລາທີ່ເຈົ້າເປັນພະຍານການລົງມາຂອງພຣະເຢຊູຈາກແຜ່ນດິນສະຫວັນຍັງເປັນເວລາທີ່ເຈົ້າຈະລົງນະຮົກເພື່ອຮັບການລົງໂທດອີກດ້ວຍ. ນັ້ນຈະເປັນເວລາແຫ່ງການສິ້ນສຸດຂອງແຜນການຄຸ້ມຄອງຂອງພຣະເຈົ້າ ແລະ ມັນເປັນເວລາທີ່ພຣະເຈົ້າໃຫ້ລາງວັນຄົນດີ ແລະ ລົງໂທດຄົນຊົ່ວ. ເນື່ອງຈາກວ່າ ການພິພາກສາຂອງພຣະເຈົ້າຈະສິ້ນສຸດລົງກ່ອນທີ່ມະນຸດຈະໄດ້ເຫັນໝາຍສໍາຄັນ ໃນເວລາມີການສະແດງຄວາມຈິງເທົ່ານັ້ນ. ສະນັ້ນ ມີພຽງຜູ້ທີ່ຍອມຮັບຄວາມຈິງ ແລະ ບໍ່ສະແຫວງຫາໝາຍສຳຄັນຈະໄດ້ຮັບການຊໍາລະລ້າງໃຫ້ບໍລິສຸດ ເຊິ່ງຜູ້ຄົນເຫຼົ່ານີ້ຈະກັບມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ ແລະ ເຂົ້າຮ່ວມໃນອ້ອມກອດຂອງພຣະຜູ້ສ້າງ. ຜູ້ຄົນທີ່ຍຶດຖືໃນຄວາມເຊື່ອທີ່ວ່າ ‘ພຣະເຢຊູ ຜູ້ທີ່ບໍ່ໄດ້ຂີ່ເມກສີຂາວ ແມ່ນພຣະເຢຊູຕົວປອມ’ ຈະໄດ້ຮັບການລົງໂທດຕະຫຼອດໄປເປັນນິດ ຍ້ອນພວກເຂົາເຊື່ອພຽງພຣະເຢຊູທີ່ກະທຳໝາຍສຳຄັນ ແຕ່ບໍ່ຮັບຮູ້ພຣະເຢຊູທີ່ປະກາດການພິພາກສາທີ່ຮ້າຍແຮງ ແລະ ສ້າງຫົນທາງທີ່ແທ້ຈິງແຫ່ງຊີວິດ. ດ້ວຍເຫດນັ້ນ ເມື່ອພຣະເຢຊູກັບມາເທິງເມກສີຂາວຢ່າງເປີດເຜີຍ ພຣະອົງອາດຈັດການກັບພວກເຂົາ ເພາະພວກເຂົາດື້ດ້ານເກີນໄປ, ໝັ້ນໃຈໃນຕົວເອງເກີນໄປ ແລະ ອວດດີຫຼາຍເກີນໄປ. ຄົນເສື່ອມຊາມແບບນີ້ຈະໄດ້ຮັບລາງວັນຈາກພຣະເຈົ້າໄດ້ແນວໃດ? ການກັບມາຂອງພຣະເຢຊູແມ່ນຄວາມລອດພົ້ນທີ່ຍິ່ງໃຫຍ່ສຳລັບຜູ້ທີ່ສາມາດຍອມຮັບເອົາຄວາມຈິງ ແຕ່ສຳລັບຜູ້ທີ່ບໍ່ສາມາດຍອມຮັບຄວາມຈິງແມ່ນຈະຖືກຕັດສິນລົງໂທດ. ພວກເຈົ້າຄວນເລືອກເສັ້ນທາງຂອງພວກເຈົ້າເອງ ແລະ ບໍ່ຄວນໝິ່ນປະໝາດພຣະວິນຍານບໍລິສຸດ ແລະ ປະຕິເສດຄວາມຈິງ. ພວກເຈົ້າບໍ່ຄວນເປັນຄົນທີ່ໂງ່ຈ້າ ແລະ ອວດດີ ແຕ່ເປັນຄົນທີ່ເຊື່ອຟັງການນໍາຂອງພຣະວິນຍານບໍລິສຸດ ແລະ ຈົ່ງປາດຖະໜາ ແລະ ສະແຫວງຫາຄວາມຈິງ; ດ້ວຍວິທີນີ້ເທົ່ານັ້ນທີ່ພວກເຈົ້າຈະໄດ້ຮັບຜົນປະໂຫຍດ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເວລາທີ່ເຈົ້າເຫັນຮ່າງກາຍຝ່າຍວິນຍານຂອງພຣະເຢຊູ, ພຣະເຈົ້າແມ່ນໄດ້ສ້າງສະຫວັນ ແລະ ແຜ່ນດິນໂລກຂຶ້ນໃໝ່ແລ້ວ).

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ຄວາມຜິດບາບຂອງພວກເຮົາໄດ້ຮັບອະໄພ, ພຣະຜູ້ເປັນເຈົ້າຈະພາພວກເຮົາເຂົ້າສູ່ອານາຈັກຂອງພຣະອົງ ເມື່ອພຣະອົງກັບຄືນມາບໍ?

ໄພພິບັດພຽງແຕ່ຂະຫຍາຍໃຫຍ່ຂຶ້ນຢ່າງຕໍ່ເນື່ອງ ແລະ ຜູ້ທີ່ມີຄວາມເຊື່ອທຸກຄົນກຳລັງລໍຖ້າຢ່າງກະຕືລືລົ້ນເຖິງການມາເຖິງຂອງພຣະຜູ້ຊ່ວຍໃຫ້ລອດພົ້ນ,...

ຄວາມລອດພົ້ນຜ່ານຄວາມເຊື່ອອະນຸຍາດໃຫ້ເຂົ້າສູ່ອານາຈັກຂອງພຣະເຈົ້າບໍ?

ໂຣກລະບາດແຜ່ກະຈາຍຢ່າງບໍ່ຢຸດຢ່ອນ ແລະ ແຜ່ນດິນໄຫວ, ນໍ້າຖ້ວມ, ແມງໄມ້ລະບາດ, ໄພອຶດຢາກກໍເລີ່ມປາກົດຂຶ້ນ. ຫຼາຍຄົນຢູ່ໃນສະພາວະວິຕົກກັງວົນຢູ່ສະເໝີ ແລະ...

ການຕິດຕາມຜູ້ນໍາສາສະໜາຄືການຕິດຕາມພຣະເຈົ້າບໍ?

ເມື່ອ 2.000 ປີກ່ອນ, ອົງພຣະເຢຊູເຈົ້າທີ່ເປັນພຣະຜູ້ໄຖ່ຂອງພວກເຮົາໄດ້ມາເພື່ອເຮັດພາລະກິດແຫ່ງການໄຖ່ບາບ ແລະ ຖືກປະນາມຢ່າງບ້າປ່ວງໂດຍຫົວໜ້າປະໂລຫິດ,...