ມັນເປັນຈິງບໍທີ່ພາລະກິດ ແລະ ພຣະທຳທັງໝົດຂອງພຣະເຈົ້າຢູ່ໃນພຣະຄຳພີ?

25 ເດືອນທັນວາ 2021

ພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ເປັນພຣະຜູ້ໄຖ່ໄດ້ປາກົດຕົວ ແລະ ກຳລັງເຮັດພາລະກິດໃນຍຸກສຸດທ້າຍ ແລະ ພຣະອົງໄດ້ກ່າວພຣະທຳຫຼາຍລ້ານຄຳ. ພຣະອົງກຳລັງເຮັດພາລະກິດແຫ່ງການພິພາກສາ ໂດຍເລີ່ມຕົ້ນຈາກເຮືອນຂອງພຣະເຈົ້າເພື່ອຊໍາລະລ້າງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນຢ່າງສົມບູນ. ພຣະທໍາປາກົດໃນຮ່າງກາຍ ເຊິ່ງເປັນການຮວບຮວມພຣະທຳຂອງພຣະເຈົ້າ, ແມ່ນມີໃຫ້ໃນອອນລາຍ. ມັນບໍ່ພຽງແຕ່ສັນສະເທືອນໂລກສາສະໜາ, ແຕ່ໄດ້ສັນສະເທືອນໂລກທັງໃບເອງ. ບາງຄົນເຫຼົ່ານີ້ທີ່ຮັກຄວາມຈິງ ແລະ ປາຖະໜາຫາການປາກົດຕົວຂອງພຣະເຈົ້າ, ຈາກທຸກປະເທດ ແລະ ທຸກນິກາຍ, ໄດ້ອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ເຫັນວ່າພວກມັນຄືຄວາມຈິງ ແລະ ຖ້ອຍຄຳຂອງພຣະວິນຍານບໍລິສຸດ. ພວກເຂົາໄດ້ຍິນສຽງຂອງພຣະເຈົ້າ, ຮັບຮູ້ວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດເປັນອົງພຣະເຢຊູເຈົ້າທີ່ໄດ້ກັບຄືນມາ ແລະ ມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ. ດັ່ງທີ່ອົງພຣະເຢຊູເຈົ້າໄດ້ກ່າວວ່າ “ຝູງແກະຂອງເຮົາໄດ້ຍິນສຽງຂອງເຮົາ ແລະ ເຮົາກໍຮູ້ຈັກຝູງແກະນັ້ນ ແລະ ຝູງແກະນັ້ນກໍຕິດຕາມເຮົາ(ໂຢຮັນ 10:27). ແຕ່ໃນຂະນະທີ່ຫຼາຍຄົນໃນໂລກສາສະໜາຮັບຮູ້ວ່າພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດເປັນຄວາມຈິງ, ພວກມັນມີລິດອຳນາດ ແລະ ມີສິດອຳນາດ, ເນື່ອງຈາກວ່າພຣະທຳຂອງພຣະອົງບໍ່ໄດ້ຖືກບັນທຶກໄວ້ໃນພຣະຄຳພີ, ພວກເຂົາຈຶ່ງປະຕິເສດທີ່ຈະຍອມຮັບພວກມັນ. ພວກເຂົາເຊື່ອວ່າ ພາລະກິດ ແລະ ພຣະທຳຂອງພຣະເຈົ້າລ້ວນແລ້ວແຕ່ຖືກບັນທຶກໄວ້ໃນພຣະຄຳພີ ແລະ ບໍ່ມີຂໍ້ໃດສາມາດຖືກຄົ້ນພົບນອກພຣະຄຳພີ. ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດເປັນຄວາມຈິງ, ແຕ່ເນື່ອງຈາກວ່າພວກມັນບໍ່ໄດ້ຢູ່ໃນພຣະຄຳພີ, ພວກມັນຈະສາມາດເປັນພາລະກິດ ແລະ ພຣະທຳຂອງພຣະເຈົ້າໄດ້ແນວໃດ? ແລ້ວເມື່ອເຫັນວ່າສະມາຊິກໃນຄຣິດຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດອ່ານພຣະທໍາປາກົດໃນຮ່າງກາຍ ແທນທີ່ຈະເປັນພຣະຄຳພີ, ບາງຄົນກໍ່ປະນາມສິ່ງນີ້, ເວົ້າວ່າການອອກຈາກພຣະຄຳພີຄືການທໍລະຍົດພຣະຜູ້ເປັນເຈົ້າ, ມັນຄືຄວາມເຫັນນອກຮີດ. ສິ່ງນີ້ເຕືອນຂ້ອຍກ່ຽວກັບ ພວກຟາຣີຊາຍທີ່ເປັນຄົນຢິວ, ຜູ້ທີ່ຕັດສິນ, ປະນາມ ແລະ ຕໍ່ສູ້ອົງພຣະເຢຊູເຈົ້າພຽງແຕ່ເພາະ ພາລະກິດ ແລະ ພຣະທຳຂອງພຣະເຈົ້າຢູ່ນອກຈາກຂໍ້ພຣະທຳຂອງພວກເຂົາ ແລະ ພຣະອົງບໍ່ໄດ້ຖືກເອີ້ນວ່າພຣະເມຊີອາ. ພວກເຂົາເຖິງກັບຄືງພຣະອົງເທິງໄມ້ກາງແຂນ ແລະ ຈົບລົງດ້ວຍການຖືກລົງໂທດ ແລະ ຖືກສາບແຊ່ງໂດຍພຣະເຈົ້າ, ຊີ້ຊະຕາຊົນຊາດອິດສະຣາເອນ. ນີ້ຄືບົດຮຽນທີ່ຊວນໃຫ້ຄິດ! ຄົນທີ່ເຄັ່ງສາສະໜາຫຼາຍຄົນໃນມື້ນີ້ຢືນຢັນວ່າ ພາລະກິດ ແລະ ພຣະທຳຂອງພຣະເຈົ້າລ້ວນແລ້ວແຕ່ຢູ່ໃນພຣະຄຳພີ ແລະ ບໍ່ມີຂໍ້ໃດສາມາດຖືກຄົ້ນພົບນອກພຣະຄຳພີ. ພວກເຂົາປະຕິເສດ ແລະ ປະນາມພາລະກິດ ແລະ ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ຍຶດຕິດກັບແນວຄິດທີ່ຜິດໆນີ້. ບາງຄົນເຖິງກັບຍອມຮັບຢ່າງສິ້ນເຊີງວ່າພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຄືຄວາມຈິງ, ແຕ່ຍັງບໍ່ໄດ້ສືບຄົ້ນພວກມັນ ແລະ ຜົນຕາມມາກໍ່ຄື ພວກເຂົາພາດໂອກາດຂອງພວກເຂົາທີ່ຈະຕ້ອນຮັບພຣະຜູ້ເປັນເຈົ້າກ່ອນໄພພິບັດ. ສິ່ງທີ່ເສົ້າໃຈກໍ່ຄືພວກເຂົາໄດ້ຕົກລົງສູ່ໄພພິບັດ. “ພາລະກິດ ແລະ ພຣະທຳຂອງພຣະເຈົ້າລ້ວນແລ້ວແຕ່ຢູ່ໃນພຣະຄຳພີ ແລະ ບໍ່ມີຂໍ້ໃດສາມາດຖືກຄົ້ນພົບນອກພຣະຄຳພີ”. ແນວຄິດນີ້ໄດ້ເຮັດໃຫ້ຄົນຈຳນວນນັບບໍ່ຖ້ວນພາດໂອກາດຂອງພວກເຂົາທີ່ຈະຕ້ອນຮັບພຣະຜູ້ເປັນເຈົ້າ, ສ້າງຄວາມເສຍຫາຍໂດຍເວົ້າບໍ່ອອກ. ແມ່ນຫຍັງຄືຂໍ້ຜິດພາດກັບແນວຄິດນີ້ແທ້ໆ? ຂ້ອຍຈະສືບຕໍ່ ແລະ ແບ່ງປັນສິ່ງທີ່ຂ້ອຍຮູ້ກ່ຽວກັບມັນ.

ກ່ອນທີ່ຈະລົງເລິກໃນສິ່ງນັ້ນ, ໃຫ້ພວກເຮົາຊີ້ແຈ້ງວ່າພຣະຄຳພີມາຈາກໃສ. ມັນປະກອບມີສອງສ່ວນ: ພຣະສັນຍາເດີມ ແລະ ພຣະສັນຍາໃໝ່. ຄົນຢິວມີຄວາມເຊື່ອໃນພຣະເຢໂຮວາ ແລະ ໃຊ້ຂໍ້ພຣະທຳໃນພຣະສັນຍາເດີມ, ໃນຂະນະທີ່ຄຣິດສະຕຽນທີ່ເຊື່ອໃນອົງພຣະເຢຊູເຈົ້າໃຊ້ພຣະສັນຍາໃໝ່. ທັງພຣະສັນຍາເດີມ ແລະ ໃໝ່ ຖືກຮຽບຮຽງໂດຍມະນຸດເປັນເວລາຫຼາຍສັດຕະວັດຫຼັງຈາກທີ່ພຣະເຈົ້າໄດ້ສຳເລັດພາລະກິດຂອງພຣະອົງ. ພຣະຄຳພີບໍ່ໄດ້ຕົກລົງມາຈາກສະຫວັນ ແລະ ແນ່ນອນ ພຣະເຈົ້າບໍ່ໄດ້ຂຽນມັນເປັນການສ່ວນຕົວ ແລະ ຍື່ນມອບມັນໃຫ້ກັບພວກເຮົາ. ມັນຖືກຮວບຮວມຜ່ານການຮ່ວມມືກັນທ່າມກາງຜູ້ນໍາສາສະໜາໃນເວລານັ້ນ. ແນ່ນອນ ພວກເຂົາມີແສງສະຫວ່າງ ແລະ ການຊີ້ນໍາຂອງພຣະວິນຍານບໍລິສຸດ, ບໍ່ຕ້ອງສົງໄສເລີຍ. ຍ້ອນພຣະຄຳພີຖືກຮຽບຮຽງໂດຍມະນຸດ, ບໍ່ມີທາງທີ່ພຣະສັນຍາເດີມຈະສາມາດປະກອບມີເນື້ອຫາໃນພຣະສັນຍາໃໝ່ ແລະ ບໍ່ມີທາງທີ່ພຣະສັນຍາໃໝ່ສາມາດປະກອບມີພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍ. ນັ້ນກໍ່ເພາະຜູ້ຄົນບໍ່ສາມາດເບິ່ງເຫັນອະນາຄົດ. ຂໍ້ ແລະ ໜັງສືທີ່ປະກອບເປັນພຣະຄຳພີກໍ່ຖືກຄັດເລືອກ ແລະ ບໍ່ແມ່ນບົດຂຽນຂອງຜູ້ປະກາດພຣະທຳ ຫຼື ພວກອັກຄະສາວົກທັງໝົດຖືກຮຽບຮຽງເປັນພຣະຄຳພີ. ມີອີກສອງສາມບົດຂຽນທີ່ຂາດຫາຍ ຫຼື ຖືກນໍາອອກ. ແຕ່ນັ້ນບໍ່ແມ່ນບັນຫາ. ຍ້ອນມັນຖືກຮຽບຮຽງໂດຍມະນຸດ, ມັນເປັນເລື່ອງປົກກະຕິທີ່ຈະມີການຄັດເລືອກ, ການນຳອອກ ແລະ ການຂາດຫາຍບາງຢ່າງ. ບ່ອນທີ່ຜູ້ຄົນຜິດພາດໃນສິ່ງນີ້ກໍ່ຄື ການຢືນຢັນວ່າພາລະກິດ ແລະ ພຣະທຳທັງໝົດຂອງພຣະເຈົ້າແມ່ນຢູ່ໃນພຣະຄຳພີ, ຄືວ່າມັນເປັນທຸກສິ່ງທີ່ພຣະເຈົ້າໄດ້ເວົ້າ ແລະ ເຮັດໃນຍຸກເຫຼົ່ານັ້ນ. ນີ້ແມ່ນບັນຫາແບບໃດ? ໜັງສືບາງເຫຼັ້ມຂອງຜູ້ປະກາດພຣະທຳບໍ່ໄດ້ຖືກບັນທຶກໄວ້ໃນພຣະສັນຍາເດີມ ແລະ ໜັງສືສອງສາມເຫຼັ້ມທີ່ພວກເຮົາຮູ້ ເຊັ່ນ: ໜັງສືຂອງເອນົກ ແລະ ເອຊະຣາ ກໍ່ບໍ່ໄດ້ຢູ່ໃນພຣະຄຳພີ. ແລ້ວພວກເຮົາສາມາດໝັ້ນໃຈໄດ້ວ່າຕ້ອງມີໜັງສືເຫຼັ້ມອື່ນໆຂອງພວກອັກຄາສາວົກທີ່ບໍ່ໄດ້ຖືກຮຽບຮຽງເຂົ້າໃນພຣະສັນຍາໃໝ່, ບໍ່ຕ້ອງກ່າວເຖິງວ່າອົງພຣະເຢຊູເຈົ້າກຳລັງເທດສະໜາຫຼາຍກວ່າສາມປີ ແລະ ຕ້ອງເວົ້າຫຼາຍຢ່າງ ແຕ່ມີຄຳເທດສະໜາຂອງພຣະອົງໜ້ອຍຫຼາຍໃນພຣະຄຳພີ. ດັ່ງທີ່ອັກຄະສາວົກໂຢຮັນໄດ້ກ່າວວ່າ “ແລະ ພຣະເຢຊູຍັງໄດ້ກະທຳສິ່ງອື່ນໆອີກຫຼາຍຢ່າງ. ຖ້າຈະຂຽນໄວ້ຕາມລໍາດັບທຸກປະການ,ແລ້ວຍັງມີອີກຫຼາຍສິ່ງທີ່ພຣະເຢຊູເຮັດ ເຊິ່ງຖ້າຈະຂຽນພວກມັນໄວ້ທຸກໆຢ່າງ, ຂ້າພະເຈົ້າຄາດການວ່າ ແມ່ນແຕ່ໂລກເອງກໍບໍ່ສາມາດເກັບຮັກສາປຶ້ມທີ່ຄວນຖືກຂຽນ” (ໂຢຮັນ 21:25). ມັນຊັດເຈນວ່າການບັນທຶກພາລະກິດ ແລະ ພຣະທຳຂອງພຣະເຈົ້າໃນພຣະຄຳພີກໍ່ມີຢ່າງຈຳກັດຫຼາຍ! ພວກເຮົາຮູ້ໂດຍບໍ່ຕ້ອງສົງໄສວ່າ ບໍ່ວ່າພຣະສັນຍາເດີມ ຫຼື ໃໝ່ ແມ່ນປະກອບມີໂຄງຮ່າງສົມບູນຂອງພາລະກິດ ແລະ ພຣະທຳຂອງພຣະເຈົ້າ ສຳລັບຍຸກນັ້ນ. ນີ້ແມ່ນຂໍ້ແທ້ຈິງທີ່ທຸກຄົນຈະຮັບຮູ້. ມີຫຼາຍຄົນໃນໂລກສາສະໜາທີ່ບໍ່ເຂົ້າໃຈພຣະຄຳພີ ຫຼື ວິທີການຮຽບຮຽງມັນເຂົ້າກັນ. ພວກເຂົາເຊື່ອວ່າພາລະກິດ ແລະ ພຣະທຳທັງໝົດຂອງພຣະເຈົ້າແມ່ນຢູ່ໃນພຣະຄຳພີ ແລະ ປະຕິເສດ ແລະ ປະນາມສິ່ງໃດໜຶ່ງທີ່ຢູ່ນອກພຣະຄຳພີ. ສິ່ງນັ້ນບໍ່ໄດ້ສອດຄ່ອງກັບຂໍ້ແທ້ຈິງທາງປະຫວັດສາດບໍ? ການຢືນຢັນນັ້ນບໍ່ໄດ້ຕັດສິນພາລະກິດຂອງພຣະເຈົ້າບໍ? ມັນບໍ່ແມ່ນການຕໍ່ຕ້ານພຣະເຈົ້າບໍ? ພຣະຄຳພີຖືກຮຽບຮຽງຂຶ້ນຕາມຂໍ້ແທ້ຈິງ ແລະ ມັນຖືກຮຽບຮຽງໂດຍມະນຸດ, ສະນັ້ນ ມະນຸດຈະສາມາດນໍາຂັ້ນຕອນຖັດໄປໃນພາລະກິດຂອງພຣະເຈົ້າມາປະກອບໃສ່ພຣະຄຳພີກ່ອນເວລາໄດ້ແນວໃດ? ສິ່ງນັ້ນແມ່ນຈະເປັນໄປບໍ່ໄດ້, ເພາະຜູ້ຄົນຂາດອຳນາດໃນການເຫັນລ່ວງໜ້າ. ຄົນທີ່ຮຽບຮຽງພຣະສັນຍາເດີມກໍ່ບໍ່ໄດ້ມີຊີວິດຢູ່ໃນຍຸກຂອງອົງພຣະເຢຊູເຈົ້າ ແລະ ພວກເຂົາບໍ່ໄດ້ປະສົບກັບພາລະກິດຂອງອົງພຣະເຢຊູເຈົ້າ. ພວກເຂົາຈະສາມາດນໍາພາລະກິດ ແລະ ພຣະທຳຂອງພຣະອົງ ແລະ ໜັງສືຂອງພວກອັກຄະສາວົກ ມາປະກອບໃນພຣະສັນຍາເດີມກ່ອນເວລາໄດ້ແນວໃດ? ຍັງບໍ່ມີທາງທີ່ ຄົນທີ່ຮຽບຮຽງພຣະສັນຍາໃໝ່ຈະສາມາດນໍາພາລະກິດ ແລະ ພຣະທຳຂອງພຣະເຈົ້າ ສຳລັບຍຸກສຸດທ້າຍ ເຊິ່ງເປັນເວລາ 2.000 ຕໍ່ມາ ເຂົ້າໃສ່ຂໍ້ພຣະທຳລ່ວງໜ້າໄດ້. ໂລກສາສະໜາທັງໝົດໃນມື້ນີ້ໄດ້ເປັນພະຍານພາລະກິດ ແລະ ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ບາງຄົນກໍ່ໄດ້ພິຈາລະນາເບິ່ງພວກມັນ ແລະ ຮັບຮູ້ວ່າພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດລ້ວນແລ້ວແຕ່ເປັນຄວາມຈິງ ແລະ ມີສິດອຳນາດ. ແຕ່ຍ້ອນພຣະຄຳພີບໍ່ໄດ້ປະກອບມີພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ພຣະນາມຂອງພຣະອົງ ແລະ ພວກມັນບໍ່ສາມາດຖືກຄົ້ນພົບໃນນັ້ນ, ພວກເຂົາຈຶ່ງປະຕິເສດວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດເປັນການປາກົດຕົວຂອງພຣະເຈົ້າເອງ. ບໍ່ແມ່ນຄວາມຜິດຂອງພວກເຂົາເປັນຄືກັບຄວາມຜິດຂອງພວກຟາຣີຊາຍ ເມື່ອພວກເຂົາຕໍ່ຕ້ານ ແລະ ປະນາມອົງພຣະເຢຊູເຈົ້າບໍ? ພວກຟາຣີຊາຍຄິດວ່າ ຍ້ອນນາມຂອງອົງພຣະເຢຊູເຈົ້າບໍ່ແມ່ນພຣະເມຊີອາ ແລະ ພາລະກິດ ແລະ ພຣະທຳຂອງພຣະອົງບໍ່ສອດຄ່ອງກັບຂໍ້ພຣະທຳຂອງພວກເຂົາ, ພວກເຂົາສາມາດປະຕິເສດວ່າພຣະອົງຄືພຣະເມຊີອາ. ຄົນທີ່ເຄັ່ງສາສະໜາໃນມື້ນີ້ໄດ້ເຫັນວ່ານາມຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດບໍ່ໄດ້ຖືກທຳນາຍໄວ້ໃນພຣະຄຳພີ ແລະ ພຣະທຳຂອງພຣະອົງກໍ່ບໍ່ສາມາດຖືກຄົ້ນພົບໃນນັ້ນເຊັ່ນກັນ, ສະນັ້ນ ພວກເຂົາຈຶ່ງປະຕິເສດ ແລະ ປະນາມພາລະກິດ ແລະ ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ພວກເຂົາກຳລັງເຮັດຜິດບາບໂດຍການຄຶງພຣະເຈົ້າເທິງໄມ້ກາງແຂນອີກຄັ້ງ. ໃນຄວາມເປັນຈິງ, ເຖິງແມ່ນພຣະຄຳພີບໍ່ໄດ້ປະກອບມີພາລະກິດ ແລະ ພຣະທຳຂອງພຣະເຈົ້າໃນຍຸກສຸດທ້າຍ, ມີຄຳທຳນາຍກ່ຽວກັບນາມໃໝ່ຂອງພຣະເຈົ້າໃນຍຸກສຸດທ້າຍ, ເຊັ່ນຂໍ້ນີ້ໃນໜັງສືເອຊາຢາ: “ແລະ ຕ່າງຊາດຈະເຫັນຄວາມຊອບທຳຂອງເຈົ້າ ແລະ ກະສັດທັງໝົດຈະເຫັນສະຫງ່າລາສີຂອງເຈົ້າ ແລະ ເຈົ້າຈະຖືກເອີ້ນໂດຍຊື່ໃໝ່ທີ່ຖືຕັ້ງຂຶ້ນຈາກປາກຂອງພຣະເຢໂຮວາ(ເອຊາຢາ 62:2). ແລ້ວພວກເຮົາສາມາດເຫັນໃນພຣະນິມິດ: “ຜູ້ໃດທີ່ໄດ້ຮັບໄຊຊະນະ ເຮົາຈະເຮັດໃຫ້ຜູ້ນັ້ນເປັນຫຼັກເສົາໃນພຣະວິຫານຂອງພຣະເຈົ້າຂອງເຮົາ ແລະ ຄົນນັ້ນຈະບໍ່ອອກໄປນອກພຣະວິຫານອີກຕໍ່ໄປ, ເຮົາຈະຂຽນພຣະນາມຂອງພຣະເຈົ້າຂອງເຮົາໃສ່ຄົນນັ້ນ ແລະ ພ້ອມດ້ວຍຊື່ນະຄອນຂອງພຣະເຈົ້າຂອງເຮົາ ນັ້ນກໍຄືນະຄອນເຢຣູຊາເລັມໃໝ່ ທີ່ລົງມາຈາກສະຫວັນແຫ່ງພຣະເຈົ້າຂອງເຮົາ ແລະ ເຮົາຈະຂຽນຊື່ໃໝ່ຂອງເຮົາໃສ່ຄົນນັ້ນ(ພຣະນິມິດ 3:12). “ເຮົາຄືອາຟາ ແລະ ໂອເມກາ, ເຮົາຄືການເລີ່ມຕົ້ນ ແລະ ການສິ້ນສຸດ, ເຮົາຄືປັດຈຸບັນ, ອະດີດ ແລະ ອະນາຄົດ ນັ້ນກໍຄື ຜູ້ຊົງລິດທານຸພາບສູງສຸດ(ພຣະນິມິດ 1:8). “ອາເລລູຢາ! ພຣະຜູ້ເປັນເຈົ້າ ພຣະເຈົ້າອົງລິດອໍານາດຍິ່ງໃຫຍ່ໄດ້ຂຶ້ນຄອງລາດແລ້ວ(ພຣະນິມິດ 19:6). ພຣະຄຳພີຍັງທຳນາຍວ່າ ພຣະເຈົ້າຈະກ່າວຫຼາຍຂຶ້ນ ແລະ ເຮັດພາລະກິດຫຼາຍຂຶ້ນໃນຍຸກສຸດທ້າຍ ດັ່ງທີ່ອົງພຣະເຢຊູເຈົ້າໄດ້ກ່າວວ່າ: “ເຮົາຍັງມີຫລາຍສິ່ງທີ່ຈະບອກພວກເຈົ້າ ແຕ່ໃນເວລານີ້ພວກເຈົ້າອາດຈະບໍ່ສາມາດທົນໄດ້. ເຖິງຢ່າງໃດກໍຕາມເມື່ອພຣະອົງ ຜູ້ເປັນພຣະວິນຍານແຫ່ງຄວາມຈິງ ສະເດັດມາ, ພຣະອົງຈະນຳທາງພວກເຈົ້າໄປສູ່ຄວາມຈິງທັງໝົດ ເພາະພຣະອົງຈະບໍ່ກ່າວເຖິງເລື່ອງພຣະອົງ ແຕ່ ຈະກ່າວໃນສິ່ງທີ່ພຣະອົງໄດ້ຍິນ ແລະ ສະແດງໃຫ້ພວກເຈົ້າເຫັນສິ່ງທີ່ຈະເກີດຂຶ້ນ(ໂຢຮັນ 16:12-13). ຍັງມີຄຳເຕືອນທີ່ປາກົດໃນພຣະນິມິດເປັນຈຳນວນເຈັດຄັ້ງ: “ຄົນໃດມີຫູ ຄົນນັ້ນຈົ່ງຟັງສິ່ງທີ່ພຣະວິນຍານກ່າວຕໍ່ຄຣິສຕະຈັກ(ພຣະນິມິດ ບົດທີ 2, 3). ພຣະນິມິດຍັງທຳນາຍວ່າພຣະເຈົ້າຈະເປີດເຜີຍແຜ່ນມ້ວນທີ່ປິດຜະລຶກໃນຍຸກສຸດທ້າຍ. ເຫັນໄດ້ຢ່າງຊັດເຈນວ່າ ພຣະເຈົ້າຖືກທຳນາຍໃຫ້ເວົ້າຕໍ່ຄຣິດຕະຈັກໃນຍຸກສຸດທ້າຍ ແລະ ນໍາພາມະນຸດຊາດເຂົ້າສູ່ຄວາມຈິງທັງໝົດ. ພາລະກິດ ແລະ ພຣະທຳນີ້ຈາກພຣະເຈົ້າສຳລັບຍຸກສຸດທ້າຍ ຈະສາມາດປາກົດໃນພຣະຄຳພີກ່ອນລ່ວງໜ້າໄດ້ແນວໃດ? ສິ່ງນັ້ນແມ່ນເປັນໄປບໍ່ໄດ້! ດ້ວຍຄຳທຳນາຍເຫຼົ່ານີ້ ແລະ ຂໍ້ແທ້ຈິງທີ່ຊັດເຈນທັງໝົດ, ເປັນຫຍັງຫຼາຍຄົນຈຶ່ງຕາບອດ ທັງທີ່ເປີດຕາຂອງພວກເຂົາກວ້າງ, ຕັດສິນ ແລະ ຢືນຢັນວ່າພາລະກິດ ແລະ ພຣະທຳຂອງພຣະເຈົ້າລ້ວນແລ້ວແຕ່ຢູ່ໃນພຣະຄຳພີ ແລະ ບໍ່ມີຫຍັງສາມາດຖືກຄົ້ນພົບນອກພຣະຄຳພີ? ເຫັນໄດຢ່າງຊັດເຈນວ່າ ດ້ວຍຄວາມກ້າທີ່ຈະຕັດສິນ ແລະ ຕໍ່ຕ້ານພຣະເຈົ້າໃນຕອນນີ້ເມື່ອພຣະອົງໄດ້ປາກົດຕົວ ແລະ ກຳລັງເຮັດພາລະກິດ, ຜູ້ຄົນເຫຼົ່ານີ້ບໍ່ເຂົ້າໃຈພາລະກິດຂອງພຣະເຈົ້າ ແລະ ບໍ່ເຂົ້າໃຈຄວາມຈິງແມ່ນແຕ່ໜ້ອຍດຽວ. ພວກເຂົາຖືກປະນາມ ແລະ ຖືກກຳຈັດໂດຍພຣະເຈົ້າ ແລະ ພວກເຂົາໄດ້ຕົກລົງສູ່ໄພພິບັດແລ້ວ. ສິ່ງນີ້ສຳເລັດຕາມຂໍ້ຄວາມໃນພຣະຄຳພີ: “ຄົນໂງ່ຕາຍຍ້ອນຂາດການຕັດສິນ” (ສຸພາສິດ 10:21). “ປະຊາຊົນຂອງເຮົາຖືກທຳລາຍ ຍ້ອນຂາດຄວາມຮູ້(ໂຮເຊອາ 4:6).

ໃຫ້ພວກເຮົາເບິ່ງພຣະທຳບາງຂໍ້ຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ສິ່ງຕ່າງໆທີ່ຖືກບັນທຶກໃນພຣະຄຳພີແມ່ນມີຈຳກັດ; ສິ່ງເຫຼົ່ານັ້ນບໍ່ສາມາດເປັນຕົວແທນໃຫ້ກັບພາລະກິດທັງໝົດຂອງພຣະເຈົ້າໄດ້. ພຣະກິດຕິຄຸນທັງສີ່ຮວມກັນມີໜ້ອຍກວ່າໜຶ່ງຮ້ອຍບົດ ທີ່ຂຽນເຖິງເຫດການໃນຈຳນວນທີ່ຈໍາກັດ ເຊັ່ນ: ການທີ່ພຣະເຢຊູສາບແຊ່ງຕົ້ນເດື່ອ, ການທີ່ເປໂຕປະຕິເສດພຣະຜູ້ເປັນເຈົ້າສາມຄັ້ງ, ການທີ່ພຣະເຢຊູປາກົດຕົວຕໍ່ອັກຄະສາວົກຫຼັງຈາກຖືກຄຶງເທິງໄມ້ກາງແຂນ ແລະ ການຟື້ນຄືນຊີບຂອງພຣະອົງ, ຄຳສັ່ງສອນກ່ຽວກັບການຖືອົດອາຫານ, ຄໍາສັ່ງສອນກ່ຽວກັບຄຳອະທິຖານ, ຄຳສັ່ງສອນກ່ຽວກັບການຢ່າຮ້າງ, ການກຳເນີດ ແລະ ວົງຕະກູນຂອງພຣະເຢຊູ, ການແຕ່ງຕັ້ງສາວົກຂອງພຣະເຢຊູ ແລະ ອື່ນໆອີກ. ເຖິງຢ່າງໃດກໍຕາມ ມະນຸດເຊີດຊູສິ່ງເຫຼົ່ານັ້ນເປັນຊັບສົມບັດ ເຖິງກັບຢືນຢັນພາລະກິດໃນປັດຈຸບັນໃສ່ກັບສິ່ງເຫຼົ່ານັ້ນ. ພວກເຂົາເຖິງກັບເຊື່ອວ່າ ພາລະກິດທັງໝົດທີ່ພຣະເຢຊູປະຕິບັດໃນຊີວິດຂອງພຣະອົງມີຫຼາຍພຽງແຕ່ສໍ່ານັ້ນ ຄືກັນກັບວ່າພຣະເຈົ້າພຽງແຕ່ສາມາດປະຕິບັດຫຼາຍສໍ່ານີ້ ແລະ ບໍ່ມີຫຼາຍກວ່ານີ້ອີກ. ນີ້ບໍ່ແມ່ນເລື່ອງໄຮ້ເຫດຜົນທີ່ສຸດບໍ?(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (1)).

ໃນທີ່ສຸດແລ້ວ ສິ່ງໃດຍິ່ງໃຫຍ່ກວ່າກັນ: ພຣະເຈົ້າ ຫຼື ພຣະຄຳພີ? ເປັນຫຍັງພາລະກິດຂອງພຣະເຈົ້າຈຶ່ງຕ້ອງສອດຄ່ອງກັບພຣະຄຳພີ? ມັນເປັນຍ້ອນພຣະເຈົ້າບໍ່ມີສິດໃຫຍ່ກວ່າພຣະຄຳພີບໍ? ພຣະເຈົ້າບໍ່ສາມາດອອກຈາພຣະຄຳພີ ແລະ ປະຕິບັດພາລະກິດອື່ນໄດ້ບໍ? ເປັນຫຍັງພຣະເຢຊູ ແລະ ພວກສາວົກຂອງພຣະອົງຈຶ່ງບໍ່ຮັກສາວັນຊະບາໂຕ? ຖ້າພຣະເຈົ້າຕ້ອງຮັກສາວັນຊະບາໂຕ ແລະ ປະຕິບັດຕາມພຣະບັນຍັດແຫ່ງພຣະສັນຍາເດີມ, ເປັນຫຍັງພຣະເຢຊູຈຶ່ງບໍ່ຮັກສາວັນຊະບາໂຕຫຼັງຈາກທີ່ພຣະອົງສະເດັດມາ ແຕ່ກົງກັນຂ້າມ ພຣະອົງລ້າງຕີນ, ຜ້າຄຸມຫົວ, ຫັກເຂົ້າຈີ່ ແລະ ດື່ມເຫຼົ້າແວງ? ທຸກສິ່ງທີ່ກ່າວມານີ້ບໍ່ໄດ້ຢູ່ພຣະບັນຍັດແຫ່ງພຣະສັນຍາເດີມບໍ່ແມ່ນບໍ? ຖ້າພຣະເຢຊູນັບຖືພຣະສັນຍາເດີມ, ເປັນຫຍັງພຣະອົງຈຶ່ງບໍ່ເຊື່ອຟັງຄຳສັ່ງສອນເຫຼົ່ານີ້? ເຈົ້າຄວນຮູ້ຈັກວ່າ ສິ່ງໃດມາກ່ອນ ພຣະເຈົ້າ ຫຼື ພຣະຄຳພີ! ເມື່ອເປັນພຣະຜູ້ເປັນເຈົ້າແຫ່ງວັນຊະບາໂຕ, ພຣະອົງບໍ່ສາມາດເປັນພຣະຜູ້ເປັນເຈົ້າແຫ່ງພຣະຄຳພີບໍ?(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ກ່ຽວກັບພຣະຄຳພີ (1)).

ບໍ່ມີໃຜຮູ້ຈັກຄວາມເປັນຈິງແຫ່ງພຣະຄຳພີ ເຊິ່ງບໍ່ມີຫຍັງຫຼາຍນອກຈາກການບັນທຶກທາງປະຫວັດສາດຂອງພາລະກິດຂອງພຣະເຈົ້າ ແລະ ເປັນຫຼັກຖານພິສູດໃຫ້ກັບພາລະກິດສອງຂັ້ນຕອນທີ່ຜ່ານມາຂອງພຣະເຈົ້າ ແລະ ບໍ່ໄດ້ເຮັດໃຫ້ເຈົ້າເຂົ້າໃຈສິ່ງໃດເລີຍກ່ຽວກັບຈຸດປະສົງຂອງພາລະກິດຂອງພຣະເຈົ້າ. ທຸກຄົນທີ່ໄດ້ອ່ານພຣະຄຳພີຮູ້ຈັກວ່າ ພຣະຄຳພີບັນທຶກພາລະກິດສອງຂັ້ນຕອນຂອງພຣະເຈົ້າໃນລະຫວ່າງຍຸກແຫ່ງພຣະບັນຍັດ ແລະ ຍຸກແຫ່ງພຣະຄຸນ. ພຣະສັນຍາເດີມບັນທຶກເຫດການປະຫວັດສາດຂອງອິດສະຣາເອນ ແລະ ພາລະກິດຂອງພຣະເຢໂຮວາຕັ້ງແຕ່ເວລາການຊົງສ້າງຈົນເຖິງເວລາສຸດທ້າຍຂອງຍຸກແຫ່ງພຣະບັນຍັດ. ພຣະສັນຍາໃໝ່ບັນທຶກພາລະກິດຂອງພຣະເຢຊູຢູ່ເທິງແຜ່ນດິນໂລກ ເຊິ່ງກໍຢູ່ໃນພຣະກິດຕິຄຸນທັງສີ່ ພ້ອມທັງພາລະກິດຂອງໂປໂລ; ພວກມັນບໍ່ແມ່ນການບັນທຶກທາງປະຫວັດສາດບໍ? ການນໍາເອົາສິ່ງທີ່ຢູ່ໃນອະດີດມາເວົ້າເຮັດໃຫ້ພວກມັນກາຍເປັນປະຫວັດສາດ ແລະ ບໍ່ວ່າ ພວກມັນອາດເປັນຈິງ ຫຼື ແທ້ຈິງຫຼາຍສໍ່າໃດກໍຕາມ, ພວກມັນກໍຍັງເປັນປະຫວັດສາດ ແລະ ປະຫວັດສາດບໍ່ສາມາດກ່າວເຖິງປັດຈຸບັນ. ຍ້ອນພຣະເຈົ້າບໍ່ໄດ້ຫັນເບິ່ງທີ່ປະຫວັດສາດ! ເພາະສະນັ້ນ ຖ້າເຈົ້າພຽງແຕ່ເຂົ້າໃຈພຣະຄຳພີເທົ່ານັ້ນ ແລະ ບໍ່ເຂົ້າໃຈຫຍັງເລີຍກ່ຽວກັບພາລະກິດທີ່ພຣະເຈົ້າຕັ້ງໃຈປະຕິບັດໃນປັດຈຸບັນ ແລະ ຖ້າເຈົ້າເຊື່ອໃນພຣະເຈົ້າ ແຕ່ບໍ່ໄດ້ສະແຫວງຫາພາລະກິດຂອງພຣະວິນຍານບໍລິສຸດ ແລ້ວເຈົ້າກໍບໍ່ເຂົ້າໃຈວ່າ ການສະແຫວງຫາພຣະເຈົ້າໝາຍເຖິງຫຍັງ. ຖ້າເຈົ້າອ່ານພຣະຄຳພີເພື່ອສຶກສາປະຫວັດສາດຂອງອິດສະຣາເອນ, ເພື່ອຄົ້ນຄວ້າປະຫວັດສາດຂອງການຊົງສ້າງສະຫວັນ ແລະ ແຜ່ນດິນໂລກຂອງພຣະເຈົ້າ ແລ້ວເຈົ້າກໍບໍ່ໄດ້ເຊື່ອໃນພຣະເຈົ້າ. ແຕ່ໃນປັດຈຸບັນ, ຍ້ອນເຈົ້າເຊື່ອໃນພຣະເຈົ້າ ແລະ ສະແຫວງຫາຊີວິດ, ຍ້ອນເຈົ້າສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ບໍ່ໄດ້ສະແຫວງຫາຕົວອັກສອນ ແລະ ຄຳສັ່ງສອນທີ່ຕາຍໄປແລ້ວ ຫຼື ການເຂົ້າໃຈປະຫວັດສາດ, ເຈົ້າຕ້ອງສະແຫວງຫາຄວາມປະສົງຂອງພຣະເຈົ້າແຫ່ງປັດຈຸບັນ ແລະ ຕ້ອງຊອກຫາທິດທາງຂອງພາລະກິດຂອງພຣະວິນຍານບໍລິສຸດ. ຖ້າເຈົ້າເປັນນັກບູຮານຄະດີ ເຈົ້າສາມາດອ່ານພຣະຄຳພີ, ແຕ່ເຈົ້າບໍ່ແມ່ນ, ເຈົ້າເປັນໜຶ່ງໃນກຸ່ມຄົນທີ່ເຊື່ອໃນພຣະເຈົ້າ ແລະ ທາງທີ່ດີເຈົ້າຄວນສະແຫວງຫາຄວາມປະສົງຂອງພຣະເຈົ້າແຫ່ງປັດຈຸບັນ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ກ່ຽວກັບພຣະຄຳພີ (4)).

ຖ້າເຈົ້າປາຖະໜາທີ່ຈະເຫັນພາລະກິດໃນຍຸກແຫ່ງພຣະບັນຍັດ ແລະ ເຫັນວ່າ ຊາວອິດສະຣາເອນຕິດຕາມວິທີທາງຂອງພຣະເຢໂຮວາແນວໃດ ແລ້ວເຈົ້າຕ້ອງອ່ານພຣະສັນຍາເດີມ; ຖ້າເຈົ້າປາຖະໜາທີ່ຈະເຂົ້າໃຈພາລະກິດໃນຍຸກແຫ່ງພຣະຄຸນ ແລ້ວເຈົ້າຕ້ອງອ່ານພຣະສັນຍາໃໝ່. ແຕ່ເຈົ້າຈະເຫັນພາລະກິດແຫ່ງຍຸກສຸດທ້າຍໄດ້ແນວໃດ? ເຈົ້າຕ້ອງຍອມຮັບການນໍາພາຂອງພຣະເຈົ້າແຫ່ງປັດຈຸບັນ ແລະ ເຂົ້າສູ່ພາລະກິດແຫ່ງປັດຈຸບັນ, ຍ້ອນນີ້ແມ່ນພາລະກິດທີ່ໃໝ່ ແລະ ບໍ່ມີໃຜເຄີຍບັນທຶກມັນໃນພຣະຄຳພີມາກ່ອນ. ໃນປັດຈຸບັນ, ພຣະເຈົ້າໄດ້ກາຍມາເປັນເນື້ອໜັງ ແລະ ຄັດເລືອກຜູ້ຄົນອື່ນໆທີ່ຖືກເລືອກໃນປະເທດຈີນ. ພຣະເຈົ້າປະຕິບັດພາລະກິດໃນຜູ້ຄົນເຫຼົ່ານີ້, ພຣະອົງສືບຕໍ່ຈາກພາລະກິດຂອງພຣະອົງເທິງແຜ່ນດິນໂລກ, ສືບຕໍ່ຈາກພາລະກິດໃນຍຸກແຫ່ງພຣະຄຸນ. ພາລະກິດແຫ່ງປັດຈຸບັນແມ່ນເສັ້ນທາງທີ່ມະນຸດບໍ່ເຄີຍຍ່າງຈັກເທື່ອ ແລະ ເປັນຫົນທາງທີ່ບໍ່ມີໃຜເຄີຍໄດ້ເຫັນ. ມັນເປັນພາລະກິດທີ່ບໍ່ເຄີຍຖືກປະຕິບັດມາກ່ອນ, ມັນເປັນພາລະກິດຫຼ້າສຸດຂອງພຣະເຈົ້າເທິງແຜ່ນດິນໂລກ. ດ້ວຍເຫດນັ້ນ, ພາລະກິດທີ່ບໍ່ເຄີຍມີການປະຕິບັດມາກ່ອນຈຶ່ງບໍ່ແມ່ນປະຫວັດສາດ ເພາະປັດຈຸບັນກໍຄືປັດຈຸບັນ ແລະ ຍັງບໍ່ໄດ້ເປັນອະດີດເທື່ອ. ຜູ້ຄົນບໍ່ຮູ້ຈັກວ່າ ພຣະເຈົ້າໄດ້ປະຕິບັດພາລະກິດທີ່ຍິ່ງໃຫຍ່ກວ່າ, ໃໝ່ກວ່າເທິງແຜ່ນດິນໂລກ ແລະ ຢູ່ນອກອິດສະຣາເອນ, ມັນໄດ້ຂະຫຍາຍອອກນອກຂອບເຂດອິດສະຣາເອນແລ້ວ ແລະ ນອກເໜືອຄຳທຳນາຍຂອງພວກຜູ້ປະກາດພຣະທຳອີກດ້ວຍ, ມັນເປັນພາລະກິດທີ່ໃໝ່ ແລະ ມະຫັດສະຈັນ ເຊິ່ງຢູ່ນອກຄຳທຳນາຍ ແລະ ເປັນພາລະກິດທີ່ໃໝ່ກວ່າ ເຊິ່ງຢູ່ນອກເໜືອອິດສະຣາເອນ ແລະ ພາລະກິດທີ່ຜູ້ຄົນບໍ່ສາມາດສັງເກດເຫັນ ຫຼື ຈິນຕະນາການໄດ້. ແລ້ວພຣະຄຳພີຈະບັນທຶກຢ່າງຊັດເຈນກ່ຽວກັບພາລະກິດດັ່ງກ່າວໄດ້ແນວໃດ? ແມ່ນໃຜທີ່ສາມາດບັນທຶກລາຍລະອຽດທຸກສິ່ງໃນພາລະກິດຂອງປັດຈຸບັນໄວ້ລ່ວງໜ້າໄດ້ໂດຍບໍ່ມີການຕັດຕໍ່ເລີຍ? ແມ່ນໃຜທີ່ສາມາດບັນທຶກພາລະກິດທີ່ຍິ່ງໃຫຍ່ ແລະ ເຕັມໄປດ້ວຍສະຕິປັນຍາຢ່າງສູງ ທີ່ຕໍ່ຕ້ານທຳນຽມໃນໜັງສືເກົ່າໆທີ່ຢູ່ໃນສະພາບບໍ່ດີໄດ້? ພາລະກິດແຫ່ງປັດຈຸບັນບໍ່ແມ່ນປະຫວັດສາດ ແລະ ດ້ວຍເຫດນັ້ນ ຖ້າເຈົ້າປາຖະໜາທີ່ຈະຍ່າງໃນເສັ້ນທາງໃໝ່ໃນປັດຈຸບັນ, ເຈົ້າຕ້ອງຫ່າງອອກຈາກພຣະຄຳພີ, ເຈົ້າຕ້ອງເບິ່ງໄກກວ່າໜັງສືແຫ່ງການທໍານາຍ ຫຼື ປະຫວັດສາດໃນພຣະຄຳພີ. ມີພຽງແຕ່ທາງດຽວນີ້ເທົ່ານັ້ນ ເຈົ້າຈຶ່ງຈະສາມາດຍ່າງໃນເສັ້ນທາງໃໝ່ຢ່າງຖືກຕ້ອງ ແລະ ມີພຽງແຕ່ວິທີນີ້ເທົ່ານັ້ນ ເຈົ້າຈຶ່ງຈະສາມາດເຂົ້າສູ່ອານາຈັກໃໝ່ ແລະ ພາລະກິດໃໝ່ໄດ້... ໃນເມື່ອມີຫົນທາງທີ່ສູງສົ່ງກວ່າ, ເປັນຫຍັງຈຶ່ງຕ້ອງຮຽນຮູ້ຫົນທາງທີ່ຕໍ່າ ແລະ ລ້າສະໄໝນັ້ນ? ໃນເມື່ອມີພຣະທໍາທີ່ໃໝ່ກວ່າ ແລະ ພາລະກິດທີ່ໃໝ່ກວ່າ, ເປັນຫຍັງຈຶ່ງຕ້ອງດຳລົງຊີວິດທ່າມກາງການບັນທຶກທາງປະຫວັດສາດທີ່ເກົ່າແກ່ນັ້ນ? ຖ້ອຍຄຳໃໝ່ສາມາດສະໜອງໃຫ້ກັບເຈົ້າ ເຊິ່ງພິສູດໃຫ້ເຫັນວ່າ ນີ້ແມ່ນພາລະກິດທີ່ໃໝ່; ການບັນທຶກທີ່ເກົ່າແກ່ບໍ່ສາມາດເຮັດໃຫ້ເຈົ້າອີ່ມອົກອີ່ມໃຈໄດ້ ແລະ ຕອບສະໜອງຄວາມຕ້ອງການຂອງເຈົ້າໃນປັດຈຸບັນໄດ້ ເຊິ່ງພິສູດໃຫ້ເຫັນວ່າ ພວກມັນເປັນປະຫວັດສາດ ແລະ ບໍ່ແມ່ນພາລະກິດໃນຍຸກປັດຈຸບັນ. ຫົນທາງທີ່ສູງສົ່ງທີ່ສຸດແມ່ນພາລະກິດທີ່ໃໝ່ທີ່ສຸດ ແລະ ດ້ວຍພາລະກິດທີ່ໃໝ່ ບໍ່ວ່າຫົນທາງໃນອະດີດຈະສູງສົ່ງສໍ່າໃດ, ມັນກໍ່ເປັນພຽງປະຫວັດສາດທີ່ຜູ້ຄົນຫຼຽວເບິ່ງຄືນຫຼັງ ແລະ ບໍ່ວ່າມັນຈະມີຄຸນຄ່າໃນການອ້າງອີງແນວໃດກໍຕາມ ມັນກໍຍັງເປັນວິທີທາງທີ່ເກົ່າແກ່. ເຖິງແມ່ນວ່າ ມັນຖືກບັນທຶກໄວ້ໃນ ‘ໜັງສືສັກສິດ’, ວິທີທາງທີ່ເກົ່າແກ່ກໍຍັງເປັນປະຫວັດສາດຢູ່ດີ; ເຖິງແມ່ນ ບໍ່ມີການບັນທຶກກ່ຽວກັບມັນໃນ ‘ໜັງສືສັກສິດ’, ວິທີທາງທີ່ໃໝ່ແມ່ນຢູ່ໃນຍຸກປັດຈຸບັນ. ຫົນທາງນີ້ສາມາດຊ່ວຍເຈົ້າໄດ້ ແລະ ຫົນທາງນີ້ສາມາດປ່ຽນແປງເຈົ້າໄດ້ ຍ້ອນນີ້ແມ່ນພາລະກິດຂອງພຣະວິນຍານບໍລິສຸດ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ກ່ຽວກັບພຣະຄຳພີ (1)).

ຄວາມຈິງທີ່ເຮົາຕ້ອງການອະທິບາຍໃນນີ້ກໍຄື: ສິ່ງທີ່ພຣະເຈົ້າເປັນ ແລະ ມີ ແມ່ນໄຮ້ຈຸດສິ້ນສຸດ ແລະ ບໍ່ມີຂອບເຂດ. ພຣະເຈົ້າເປັນແຫຼ່ງກໍາເນີດຂອງຊີວິດ ແລະ ສັບພະສິ່ງທັງປວງ; ພຣະເຈົ້າບໍ່ສາມາດຢັ່ງເຖິງໄດ້ໂດຍສິ່ງທີ່ຖືກສ້າງ. ສະຫຼຸບກໍຄື ເຮົາຕ້ອງສືບຕໍ່ເຕືອນທຸກຄົນວ່າ: ຢ່າຈໍາກັດພຣະເຈົ້າພຽງໃນໜັງສື, ພຣະທໍາ ຫຼື ພຣະຄໍາທີ່ຜ່ານມາຂອງພຣະອົງອີກ. ມີພຽງຄໍາສັບດຽວທີ່ອະທິບາຍລັກສະນະພາລະກິດຂອງພຣະເຈົ້າ ນັ້ນກໍຄື ໃໝ່. ພຣະອົງບໍ່ມັກໃຊ້ເສັ້ນທາງເກົ່າ ຫຼື ກະທໍາພາລະກິດຂອງພຣະອົງຊ້ຳແລ້ວຊໍ້າອີກ; ຍິ່ງໄປກວ່ານັ້ນ ພຣະອົງບໍ່ຕ້ອງການໃຫ້ຜູ້ຄົນນະມັດສະການພຣະອົງໂດຍການຈໍາກັດພຣະອົງຢູ່ໃນຂອບເຂດໃດໜຶ່ງ. ນີ້ແມ່ນອຸປະນິໄສຂອງພຣະເຈົ້າ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ບົດສົ່ງທ້າຍ).

ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວໄວ້ຢ່າງຊັດເຈນທັງໝົດ, ບໍ່ແມ່ນບໍ? ພຣະຄຳພີເປັນພຽງການບັນທຶກສອງຂັ້ນຕອນຂອງພາລະກິດຂອງພຣະເຈົ້າໃນຍຸກແຫ່ງພຣະບັນຍັດ ແລະ ຍຸກແຫ່ງພຣະຄຸນ. ມັນຄືໜັງສືປະຫວັດສາດ ແລະ ມັນບໍ່ສາມາດເປັນຕົວແທນໃຫ້ພາລະກິດ ແລະ ພຣະທຳຂອງພຣະເຈົ້າທັງໝົດຢ່າງແນ່ນອນ. ພຣະເຈົ້າຄືພຣະຜູ້ສ້າງ, ແຫຼ່ງຊີວິດຂອງມະນຸດ. ພຣະອົງໄດ້ເວົ້າ ແລະ ເຮັດພາລະກິດເປັນເວລາຫຼາຍພັນປີ ແລະ ພຣະອົງເປັນແຫຼ່ງການບຳລຸງລ້ຽງສຳລັບມະນຸດຊາດຢ່າງບໍ່ໝົດສິ້ນຈັກເທື່ອ, ນໍາພາພວກເຮົາໄປຂ້າງໜ້າຢູ່ສະເໝີ. ພຣະທຳຂອງພຣະອົງຄືນຳ້ພຸທີ່ມີນໍ້າແຫ່ງຊີວິດທີ່ໄຫຼວຽນຢູ່ສະເໝີ. ພາລະກິດ ແລະ ພຣະທຳຂອງພຣະເຈົ້າບໍ່ສາມາດຖືກຈຳກັດໂດຍບຸກຄົນ ຫຼື ສິ່ງໃດໜຶ່ງ, ແຮງໄກທີ່ຈະຖືກຈຳກັດໂດຍພຣະຄຳພີ. ພຣະອົງບໍ່ຢຸດເວົ້າອີກ ແລະ ເຮັດພາລະກິດໃໝ່ຕາມ ແຜນການຄຸ້ມຄອງຂອງພຣະອົງ ແລະ ຕາມຄວາມຕ້ອງການຂອງມະນຸດຊາດ. ພຣະເຈົ້າເຢໂຮວາໄດ້ອອກບົດບັນຍັດເພື່ອຊີ້ນໍາຊີວິດຂອງມະນຸດຊາດເທິງແຜ່ນດິນໂລກໃນຍຸກແຫ່ງພຣະບັນຍັດ ເມື່ອບໍ່ມີພຣະຄຳພີເລີຍ. ອົງພຣະເຢຊູເຈົ້າໄດ້ເທດສະໜາຫົນທາງແຫ່ງການກັບໃຈໃນຍຸກແຫ່ງພຣະຄຸນ ແລະ ເຮັດພາລະກິດແຫ່ງການໄຖ່ບາບ, ອອກນອກພຣະສັນຍາເດີມ. ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ມາໃນຍຸກສຸດທ້າຍ ແລະ ກຳລັງເຮັດພາລະກິດແຫ່ງການພິພາກສາໂດຍເລີ່ມຕົ້ນຈາກເຮືອນຂອງພຣະເຈົ້າ. ພຣະອົງໄດ້ເປີດຕາປະທັບທັງເຈັດ ແລະ ໜັງສືມ້ວນ, ກ່າວຄວາມຈິງທັງໝົດທີ່ຊໍາລະລ້າງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນຢ່າງສົມບູນ. ນີ້ແມ່ນຂັ້ນຕອໃໝ່ທີ່ສູງສົ່ງຍິ່ງຂຶ້ນຂອງພາລະກິດ ທີ່ດຳເນີນຂຶ້ນບົນພື້ນຖານພາລະກິດແຫ່ງການໄຖ່ບາບໃນຍຸກແຫ່ງພຣະຄຸນ. ມັນເປັນພາລະກິດທີ່ໃໝ່ຂຶ້ນ ແລະ ເປັນຈິງຍິ່ງຂຶ້ນ ແລະ ບໍ່ສາມາດປາກົດໃນພຣະຄຳພີກ່ອນລ່ວງໜ້າ. ພວກເຮົາສາມາດເຫັນຈາກສິ່ງນີ້ວ່າ ພາລະກິດຂອງພຣະເຈົ້າໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າຈັກເທື່ອ, ຂັບເຄື່ອນໄປຂ້າງໜ້າ, ບໍ່ເຄີຍເຮັດຊໍ້າຈັກເທື່ອ. ພາລະກິດໃໝ່ຂອງພຣະອົງຢູ່ເໜືອສິ່ງທີ່ຢູ່ໃນພຣະຄຳພີ, ມອບເສັ້ນທາງໃໝ່ໃຫ້ແກ່ມະນຸດ ແລະ ແມ່ນແຕ່ຄວາມຈິງທີ່ສູງສົ່ງຍິ່ງຂຶ້ນ. ສະນັ້ນ ຄວາມເຊື່ອຂອງພວກເຮົາຈຶ່ງບໍ່ສາມາດອີງໃສ່ພຣະຄຳພີພຽງຢ່າງດຽວ ແລະ ພວກເຮົາບໍ່ສາມາດເວົ້າຢ່າງແນ່ນອນວ່າພາລະກິດ ແລະ ພຣະທຳທັງໝົດຂອງພຣະເຈົ້າຢູ່ໃນພຣະຄຳພີ. ພວກເຮົາຈຳເປັນຕ້ອງສະແຫວງຫາພາລະກິດຂອງພຣະວິນຍານບໍລິສຸດ ແລະ ນຳທັນບາດກ້າວໃນພາລະກິດຂອງພຣະເຈົ້າ, ເພື່ອຮັບເອົາການບຳລຸງລ້ຽງ ແລະ ການລ້ຽງດູຈາກພຣະທຳໃນປັດຈຸບັນຂອງພຣະເຈົ້າ. ດັ່ງທີ່ພຣະນິມິດໄດ້ກ່າວວ່າ: “ຄົນເຫຼົ່ານີ້ແມ່ນຄົນທີ່ຕິດຕາມພຣະເມສານ້ອຍໄປທຸກບ່ອນທີ່ພຣະອົງສະເດັດໄປ(ພຣະນິມິດ 14:4). ຄົນເຫຼົ່ານີ້ຄືຍິງສາວບໍລິສຸດທີ່ສະຫຼາດທີ່ສາມາດເຂົ້າຮ່ວມງານລ້ຽງແຕ່ງດອງຂອງພຣະເມຊີອານ້ອຍ ແລະ ຮັບເອົາຄວາມລອດພົ້ນຂອງພຣະເຈົ້າໃນຍຸກສຸດທ້າຍ.

ພຣະເຈົ້າອົງຊົງລິດທານຸພາບສູງສຸດກຳລັງເຮັດພາລະກິດການພິພາກສາແຫ່ງຍຸກສຸດທ້າຍຂອງພຣະອົງເປັນເວລາ 30 ປີ ແລະ ພຣະອົງໄດ້ກ່າວພຣະທຳຫຼາຍລ້ານຄຳ. ຖ້ອຍຄຳຂອງພຣະອົງອຸດົມສົມບູນ ແລະ ບໍ່ໄດ້ຂາດເຂີນຫຍັງເລີຍ. ພວກມັນເປີດເຜີຍຄວາມເລິກລັບໃນພຣະຄຳພີ ພ້ອມກັບຄວາມລັບທັງໝົດໃນແຜນການຄຸ້ມຄອງ 6.000 ປີຂອງພຣະເຈົ້າ ເຊັ່ນ: ຈຸດປະສົງຂອງພຣະອົງໃນການຄຸ້ມຄອງມະນຸດຊາດ, ວິທີການທີ່ຊາຕານເຮັດໃຫ້ມະນຸດເສື່ອມຊາມ, ວິທີການທີ່ພຣະເຈົ້າຊ່ວຍມະນຸດຊາດໃຫ້ລອດພົ້ນຈາກກອງກຳລັງຂອງຊາຕານເທື່ອລະບາດກ້າວ, ວິທີການທີ່ພຣະເຈົ້າຊໍາລະລ້າງມະນຸດຊາດ ແລະ ເຮັດໃຫ້ມະນຸດບໍລິສຸດຜ່ານການທົດລອງ ແລະ ການຫຼໍ່ຫຼອມ, ຄວາມໝາຍຂອງພາລະກິດແຫ່ງການພິພາກສາຂອງພຣະອົງໃນຍຸກສຸດທ້າຍ,ຄວາມເລິກລັບກ່ຽວກັບການບັງເກີດເປັນມະນຸດ ແລະ ພຣະນາມຂອງພຣະອົງ, ເລື່ອງລາວທີ່ແທ້ຈິງຂອງພຣະຄຳພີ, ຜົນຕາມມາຂອງຄົນທຸກປະເພດ, ຈຸດໝາຍປາຍທາງສຸດທ້າຍຂອງມະນຸດຊາດ ແລະ ວິທີການທີ່ອານາຈັກຂອງພຣະຄຣິດຖືກເຮັດໃຫ້ກາຍເປັນຈິງເທິງແຜ່ນດິນໂລກ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຍັງພິພາກສາ ແລະ ເປີດໂປງ ຄວາມຈິງກ່ຽວກັບຄວາມເສື່ອມຊາມຂອງມະນຸດຊາດ ແລະ ທຳມະຊາດທີ່ຕໍ່ຕ້ານພຣະເຈົ້າແບບຊາຕານຂອງພວກເຂົາ. ພຣະອົງສະແດງໃຫ້ພວກເຮົາເຫັນເຖິງເສັ້ນທາງທີ່ຈະຫຼົບໜີຈາກຄວາມຜິດບາບ ແລະ ຮັບເອົາຄວາມລອດພົ້ນຈາກພຣະເຈົ້າຢ່າງສົມບູນ ເຊັ່ນ: ວິທີການກັບໃຈຢ່າງແທ້ຈິງ, ວິທີການປະຖິ້ມເນື້ອໜັງ ແລະ ປະຕິບັດຄວາມຈິງ, ວິທີການເປັນຄົນທີ່ຊື່ສັດ, ວິທີການປະຕິບັດຕາມຄວາມປະສົງຂອງພຣະເຈົ້າ, ວິທີການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ, ວິທີການບັນລຸຄວາມຮູ້ ແລະ ການຍອມຟັງພຣະເຈົ້າ, ຄວາມຮັກສຳລັບພຣະເຈົ້າ ແລະ ອື່ນໆອີກ. ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ອຸດົມສົມບູນ ແລະ ສູງສົ່ງຫຼາຍຂຶ້ນກວ່າພຣະທຳຂອງພຣະເຈົ້າໃນຍຸກແຫ່ງພຣະບັນຍັດ ແລະ ຍຸກແຫ່ງພຣະຄຸນ ແລະ ພວກມັນລ້ວນແລ້ວແຕ່ເປັນຄວາມຈິງທີ່ພວກເຮົາຕ້ອງມີເພື່ອຮັບເອົາຄວາມລອດພົ້ນຂອງພຣະເຈົ້າ. ພວກມັນໄດ້ເປີດຕາ ແລະ ສຳເລັດຢ່າງເຫຼືອເຊື່ອ ແລະ ມອບເສັ້ນທາງແຫ່ງການປະຕິບັດໃນທຸກສິ່ງໃຫ້ແກ່ພວກເຮົາ. ໃນພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພວກເຮົາຄົ້ນພົບ ທຸກຄຳຕອບ ແລະ ວິທີແກ້ບັນຫາສຳລັບຄວາມດີ້ນຮົນທຸກຢ່າງຂອງພວກເຮົາ ແລະ ຄຳຖາມໃນຄວາມເຊື່ອຂອງພວກເຮົາ. ພຣະທໍາປາກົດໃນຮ່າງກາຍຈາກພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນພຣະຄຳພີສຳລັບຍຸກແຫ່ງລາຊະອານາຈັກ ແລະ ມັນເປັນຫົນທາງແຫ່ງຊີວິດອັນຕະຫຼອດໄປເປັນນິດທີ່ພຣະເຈົ້າໄດ້ປະທານໃຫ້ກັບມະນຸດໃນຍຸກສຸດທ້າຍ. ໂດຍການກິນ, ການດື່ມ ແລະ ການປະຕິບັດພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ການຖືກພິພາກສາ, ຂ້ຽນຕີຜ່ານພຣະທຳຂອງພຣະອົງ ແລະ ການເຂົ້າໃຈຄວາມຈິງບາງຢ່າງ, ຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າໄດ້ຮັບຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບພຣະເຈົ້າ. ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາໄດ້ຖືກຊໍາລະລ້າງ ແລະ ປ່ຽນແປງຕາມລະດັບທີ່ແຕກຕ່າງກັນ ແລະ ພວກເຂົາກໍ່ຫຼົບໜີຈາກພັນທະນາການແຫ່ງຄວາມຜິດບາບໃນທີ່ສຸດ ແລະ ເປັນພະຍານເຖິງການເອົາຊະນະຊາຕານ. ພວກເຂົາເປັນຜູ້ເອົາຊະນະທີ່ພຣະເຈົ້າໄດ້ສ້າງໃຫ້ສຳເລັດກ່ອນໄພພິບັດ. ນາມ, ພາລະກິດ ແລະ ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດອາດບໍ່ຖືກບັນທຶກໄວ້ໃນພຣະຄຳພີ, ແຕ່ໝາກຜົນໄດ້ເກີດຂຶ້ນ, ຜົນຕາມມາທີ່ແທ້ຈິງໄດ້ບັນລຸໂດຍພາລະກິດ ແລະ ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ສຳເລັດຕາມຄຳທຳນາຍຂອງພຣະຄຳພີຢ່າງສິ້ນເຊີງ. ມີວິດີໂອ ແລະ ຮູບເງົາກ່ຽວກັບຄຳພະຍານຂອງຄົນທີ່ຖືກເລືອກຂອງພຣະເຈົ້າໃນອອນລາຍໃນຕອນນີ້, ເປັນພະຍານກ່ຽວກັບການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຕໍ່ໜ້າໂລກ. ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດເປັນຄືກັບແສງສະຫວ່າງທີ່ຍິ່ງໃຫຍ່, ສ່ອງແສງຈາກທິດຕາເວັນອອກສູ່ທິດຕາເວັນຕົກ, ເຍືອງແສງໃຫ້ກັບໂລກທັງໃບ. ມີອີກຫຼາຍຄົນຈາກທຸກມຸມໂລກທີ່ຮັກຄວາມຈິງກຳລັງສືບຄົ້ນຫົນທາງທີ່ແທ້ຈິງ ແລະ ຫັນກັບມາຫາພຣະເຈົ້າອົງຊົງລິດທານຸພາບສູງສຸດ. ນີ້ຄືຄື້ນລູກໃຫຍ່ທີ່ຊັດໄປທົ່ວໂລກເຊິ່ງບໍ່ມີກອງກຳລັງໃດສາມາດຢຸດມັນໄດ້. ດັ່ງທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວວ່າ “ມື້ໜຶ່ງ ເມື່ອຈັກກະວານທັງໝົດກັບຄືນຫາພຣະເຈົ້າ ສູນກາງພາລະກິດຂອງພຣະອົງໃນທົ່ວຈັກກະວານຈະປະຕິບັດຕາມພຣະວັດຈະນະຂອງພຣະອົງ; ໃນຂະນະຢູ່ບ່ອນອື່ນ, ບາງຄົນຈະໃຊ້ໂທລະສັບ, ບາງຄົນຈະຂີ່ຍົນ, ບາງຄົນຈະຂີ່ເຮືອຂ້າມທະເລ ແລະ ບາງຄົນຈະໃຊ້ເລເຊີເພື່ອຮັບເອົາພຣະວັດຈະນະຂອງພຣະເຈົ້າ. ທຸກຄົນຈະຮັກໄຄ່ ແລະ ເຕັມໄປດ້ວຍຄວາມປາດຖະໜາ, ພວກເຂົາທັງໝົດຈະມາໃກ້ພຣະເຈົ້າ, ຮວມກັນເຂົ້າຫາພຣະເຈົ້າ ແລະ ທຸກຄົນຈະນະມັດສະການພຣະເຈົ້າ. ທັງໝົດນີ້ຈະເປັນການກະທຳຂອງພຣະເຈົ້າ. ຈົ່ງຈື່ສິ່ງນີ້ໄວ້! ພຣະເຈົ້າຈະບໍ່ເລີ່ມຕົ້ນຢູ່ບ່ອນອື່ນອີກຢ່າງແນ່ນອນ. ພຣະເຈົ້າຈະບັນລຸຄວາມຈິງນີ້: ພຣະອົງຈະເຮັດໃຫ້ທຸກຄົນໃນທົ່ວຈັກກະວານມາຢູ່ຕໍ່ໜ້າພຣະອົງ ແລະ ນະມັດສະການພຣະເຈົ້າຢູ່ເທິງແຜ່ນດິນໂລກ ແລະ ພາລະກິດຂອງພຣະອົງຢູ່ບ່ອນອື່ນຈະຢຸດ ແລະ ຜູ້ຄົນຈະຖືກບັງຄັບໃຫ້ຊອກຫາຫົນທາງທີ່ແທ້ຈິງ. ມັນຈະເປັນຄືໂຢເຊັບ: ທຸກຄົນມາຫາລາວເພື່ອຂໍອາຫານ ແລະ ກົ້ມກາບລາວ ເພາະລາວມີອາຫານໃຫ້ກິນ. ເພື່ອຫຼີກລ່ຽງຄວາມອຶດຫິວ ຜູ້ຄົນຈະຖືກບັງຄັບເພື່ອຊອກຫາຫົນທາງທີ່ແທ້ຈິງ. ຊຸມຊົນສາສະໜາທັງໝົດຈະປະສົບກັບຄວາມອຶດຫິວຢ່າງຮ້າຍແຮງ ແລະ ພຽງແຕ່ພຣະເຈົ້າໃນຍຸກປັດຈຸບັນເທົ່ານັ້ນທີ່ເປັນແຫຼ່ງນໍ້າແຫ່ງຊີວິດ ທີ່ມີແຫຼ່ງນໍ້າທີ່ໄຫຼຕະຫຼອດເພື່ອສະໜອງຄວາມສຸກໃຫ້ແກ່ມະນຸດ ແລະ ຜູ້ຄົນຈະມາຫາ ແລະ ເພິ່ງພາອາໄສພຣະອົງ. ນັ້ນຈະແມ່ນເວລາທີ່ການກະທຳຂອງພຣະເຈົ້າຖືກເປີດເຜີຍ ແລະ ພຣະເຈົ້າໄດ້ຮັບການສັນລະເສີນ; ທຸກຄົນໃນທົ່ວຈັກກະວານຈະນະມັດສະການ ‘ມະນຸດ’ ທີ່ທຳມະດາຄົນນີ້. ນີ້ບໍ່ແມ່ນມື້ແຫ່ງລັດສະໝີຂອງພຣະເຈົ້າບໍ? ... ເມື່ອອານາຈັກທັງໝົດມີຄວາມປິຕິຍິນດີ ນັ້ນກໍຄືມື້ແຫ່ງລັດສະໝີຂອງພຣະເຈົ້າ ແລະ ໃຜກໍຕາມທີ່ມາຫາພວກເຈົ້າ ແລະ ຮັບເອົາຂ່າວດີຈາກພຣະເຈົ້າຈະໄດ້ຮັບພອນຈາກພຣະເຈົ້າ ແລະ ປະເທດຕ່າງໆ ແລະ ຜູ້ຄົນທີ່ເຮັດເຊັ່ນນັ້ນຈະໄດ້ຮັບພອນ ແລະ ການດູແລເບິ່ງແຍງຈາກພຣະເຈົ້າ. ທິດທາງໃນອະນາຄົດຈະເປັນດັ່ງນີ້: ຜູ້ຄົນທີ່ໄດ້ຮັບພຣະວັດຈະນະຈາກປາກຂອງພຣະເຈົ້າຈະມີເສັ້ນທາງໃຫ້ຍ່າງຢູ່ເທິງແຜ່ນດິນໂລກ ແລະ ບໍ່ວ່າຈະເປັນນັກທຸລະກິດ ຫຼື ນັກວິທະຍາສາດ ຫຼື ຜູ້ໃຫ້ການສຶກສາ ຫຼື ນັກອຸດສາຫະກຳຕ່າງໆ, ຜູ້ຄົນທີ່ບໍ່ມີພຣະທຳຂອງພຣະເຈົ້າຈະມີຄວາມຍາກລຳບາກແມ່ນແຕ່ບາດກ້າວດຽວ ແລະ ຈະຖືກບັງຄັບໃຫ້ຊອກຫາຫົນທາງທີ່ແທ້ຈິງ. ນີ້ຄືຄວາມໝາຍທີ່ວ່າ ‘ດ້ວຍຄວາມຈິງ ເຈົ້າຈະໄປໄດ້ທົ່ວໂລກ; ປາສະຈາກຄວາມຈິງ ເຈົ້າກໍຈະໄປໃສບໍ່ໄດ້’(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ອານາຈັກພັນປີມາຮອດແລ້ວ). ຍຸກແຫ່ງພຣະບັນຍັດຄືຍຸກແຫ່ງພຣະທຳ. ພຣະເຈົ້າກຳລັງໃຊ້ພຣະທຳຂອງພຣະອົງເພື່ອເອົາຊະນະ, ຊໍາລະລ້າງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນ ແລະ ໄດ້ສຳເລັດການສ້າງກຸ່ມຂອງຜູ້ເອົາຊະນະ. ສິ່ງນີ້ສະແດງເຖິງສິດອຳນາດ ແລະ ລິດອຳນາດໃນພຣະທຳຂອງພຣະເຈົ້າຢ່າງສົມບູນ. ແຕ່ໂລກສາສະໜາຍຶດຕິດກັບພຣະຄຳພີ, ປະຕິເສດທີ່ຈະຍອມຮັບການພິພາກສາ ແລະ ການຊໍາລະລ້າງຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ຄົນເຫຼົ່ານີ້ຕິດຢູ່ໃນຊີວິດເດີມຂອງພວກເຂົາໃນການເຮັດບາບ, ການສາລະພາບ ແລະ ການເຮັດບາບອີກຄັ້ງ ແລະ ໄດ້ຖືກກຳຈັດຜ່ານພາລະກິດຂອງພຣະເຈົ້າແລ້ວ, ຕົກລົງສູ່ໄພພິບັດ, ຮ້ອງໄຫ້ ແລະ ກັດແຂ້ວຂອງພວກເຂົາ. ພວກເຂົາຍັງລໍຖ້າໃຫ້ພຣະຜູ້ເປັນເຈົ້າລົງມາເທິງກ້ອນເມກ ແລະ ຮັບພວກເຂົາຂຶ້ນສູ່ອານາຈັກສະຫວັນສຳລັບຊີວິດນິລັນດອນ. ນັ້ນບໍ່ມີຄວາມຄິດທີ່ເຊື່ອວ່າເປັນຈິງບໍ? ດັ່ງທີ່ອົງພຣະເຢຊູເຈົ້າໄດ້ກ່າວວ່າ “ຈົ່ງຄົ້ນຫາໃນພຣະຄຳພີ; ເພາະໃນພຣະຄຳເຫຼົ່ານັ້ນ ເຈົ້າຄິດວ່າເຈົ້າມີຊີວິດນິລັນດອນ: ແລະ ພວກມັນແມ່ນພຣະຄຳທີ່ເປັນພະຍານໃຫ້ແກ່ເຮົາ. ແລ້ວເຈົ້າຈະບໍ່ມາຫາເຮົາ ເພື່ອເຈົ້າອາດມີຊີວິດ(ໂຢຮັນ 5:39-40). ຄົນທີ່ຍຶດຕິດກັບພຣະຄຳພີຈະບໍ່ໄດ້ຮັບຄວາມຈິງ ຫຼື ຊີວິດ. ມີພຽງແຕ່ຄົນທີ່ເຊື່ອໃນພຣະຄຣິດ, ຄົນທີ່ຕິດຕາມ ແລະ ຍອມຕໍ່ພຣະຄຣິດຈຶ່ງຈະໄດ້ຮັບຄວາມຈິງ ແລະ ຊີວິດ. ພຣະຄຣິດແຫ່ງຍຸກສຸດທ້າຍ, ພຣະເຈົ້າອົງຊົງລິດທານຸພາບສູງສຸດກຳລັງກ່າວຄວາມຈິງໃນຕອນນີ້ເພື່ອຊໍາລະລ້າງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນຢ່າງສົມບູນ. ຖ້າພວກເຮົາຕ້ອງການຄວາມຈິງ ແລະ ຊີວິດ, ພວກເຮົາຈຳເປັນຕ້ອງອອກຈາກພຣະຄຳພີ ແລະ ຕາມທັນບາດກ້າວຂອງພຣະເຈົ້າ, ຍອມຮັບ ແລະ ຍອມຕໍ່ການພິພາກສາ ແລະ ການຊໍາລະລ້າງຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ນັ້ນເປັນວິທີດຽວທີ່ຈະຫຼົບໜີຄວາມຜິດບາບ ແລະ ຖືກພຣະເຈົ້າຊ່ວຍໃຫ້ລອດພົ້ນຢ່າງສົມບູນ ແລະ ເປັນວິທີດຽວທີ່ຈະໄດ້ຮັບການປົກປ້ອງຈາກພຣະເຈົ້າຜ່ານໄພພິບັດ ແລະ ເຂົ້າສູ່ອານາຈັກຂອງພຣະອົງ. ຄົນທີ່ຈະບໍ່ປະຖິ້ມພຣະຄຳພີ, ແຕ່ຕິດຢູ່ໃນພາລະກິດ ແລະ ພຣະທຳໃນອະດີດຂອງພຣະເຈົ້າ, ຄົນທີ່ປະຕິເສດຈະຍອມຮັບຫົນທາງແຫ່ງຄວາມຈິງທີ່ພຣະເຈົ້າໄດ້ປະທານໃຫ້ແກ່ພວກເຮົາໃນຍຸກສຸດທ້າຍ ຈະພາດໂອກາດໃນພາລະກິດຂອງພຣະເຈົ້າເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນຢ່າງສົມບູນ ແລະ ສາມາດຕົກລົງສູ່ໄພພິບັດ ແລະ ຖືກລົງໂທດເທົ່ານັ້ນ. ດັ່ງທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວວ່າ “ພາລະກິດຂອງພຣະເຈົ້າບໍ່ເຄີຍລໍຖ້າສໍາລັບຄົນທີ່ບໍ່ສາມາດກ້າວທັນພຣະອົງໄດ້ ແລະ ອຸປະນິໄສຊອບທໍາຂອງພຣະເຈົ້າຈະບໍ່ສະແດງຄວາມເມດຕາຕໍ່ມະນຸດຄົນໃດ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຣິດປະຕິບັດພາລະກິດແຫ່ງການພິພາກສາດ້ວຍຄວາມຈິງ).

ໃຫ້ພວກເຮົາສະຫຼຸບອີກຂໍ້ຄວາມໜຶ່ງໃນພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ: “ພຣະຄຣິດແຫ່ງຍຸກສຸດທ້າຍນໍາພາຊີວິດ ແລະ ນໍາພາຫົນທາງແຫ່ງຄວາມຈິງທີ່ຍືນນານ ແລະ ບໍ່ສິ້ນສຸດ. ຄວາມຈິງນີ້ແມ່ນເສັ້ນທາງທີ່ມະນຸດຈະໄດ້ຮັບຊີວິດ ແລະ ເປັນເສັ້ນທາງດຽວທີ່ມະນຸດຈະຮູ້ຈັກພຣະເຈົ້າ ແລະ ເສັ້ນທາງທີ່ພຣະເຈົ້າເຫັນດີນໍາ. ຖ້າເຈົ້າບໍ່ສະແຫວງຫາຫົນທາງແຫ່ງຊີວິດທີ່ພຣະຄຣິດແຫ່ງຍຸກສຸດທ້າຍຈັດຕຽມໄວ້ໃຫ້ ແລ້ວເຈົ້າຈະບໍ່ໄດ້ຮັບການເຫັນດີຂອງພຣະເຢຊູຈັກເທື່ອ ແລະ ບໍ່ມີຄຸນສົມບັດໃນການເຂົ້າປະຕູຂອງອານາຈັກສະຫວັນຈັກເທື່ອ ຍ້ອນເຈົ້າເປັນທັງຫຸ່ນ ແລະ ນັກໂທດຂອງປະຫວັດສາດ. ຄົນເຫຼົ່ານັ້ນທີ່ຖືກຄວບຄຸມໂດຍຂໍ້ບັງຄັບ, ໂດຍຕົວໜັງສື ແລະ ຖືກປະຫວັດສາດໃສ່ໂສ້ ຈະບໍ່ສາມາດຮັບຊີວິດຈັກເທື່ອ ແລະ ຈະບໍ່ຮັບຫົນທາງແຫ່ງຊີວິດຕະຫຼອດໄປຈັກເທື່ອ. ນີ້ກໍຍ້ອນວ່າ ທຸກສິ່ງທີ່ພວກເຂົາມີແມ່ນນໍ້າສົກກະປົກທີ່ຂັງຢູ່ເປັນເວລາຫຼາຍພັນປີ ແທນທີ່ຈະເປັນນໍ້າແຫ່ງຊີວິດທີ່ຫຼັງໄຫລມາຈາກບັນລັງ. ຄົນເຫຼົ່ານັ້ນທີ່ບໍ່ໄດ້ຮັບການເຕີມເຕັມໂດຍນໍ້າແຫ່ງຊີວິດຈະຍັງຄົງເປັນສາກສົບຕະຫຼອດໄປ, ເປັນຂອງຫຼິ້ນໃຫ້ກັບຊາຕານ ແລະ ເປັນບຸດຊາຍແຫ່ງນະຮົກ. ແລ້ວ ພວກເຂົາຈະສາມາດເຫັນພຣະເຈົ້າໄດ້ແນວໃດ? ຖ້າເຈົ້າພຽງແຕ່ພະຍາຍາມຍຶດຕິດກັບອະດີດ, ພຽງແຕ່ຮັກສາສິ່ງຕ່າງໆຄ້າຍຄືກັບວ່າພວກມັນຍັງບໍ່ເໜັງຕີງເລີຍ ແລະ ບໍ່ພະຍາຍາມປ່ຽນແປງສະຖານະພາບໃນປັດຈຸບັນ ແລະ ປະຖິ້ມປະຫວັດສາດ, ແລ້ວເຈົ້າຈະບໍ່ຕໍ່ຕ້ານພຣະເຈົ້າຢູ່ຕະຫຼອດເວລາບໍ? ຂັ້ນຕອນໃນພາລະກິດຂອງພຣະເຈົ້າກວ້າງໃຫຍ່ ແລະ ຍິ່ງໃຫຍ່ ຄືກັບຄື້ນທະເລຍື່ງຂຶ້ນ ແລະ ສຽງຟ້າຮ້ອງທີ່ດັງສະນັ້ນ, ແຕ່ເຈົ້ານັ່ງ ແລະ ລໍຖ້າຄວາມພິນາດໂດຍບໍ່ດີ້ນຮົນ, ຍຶດໝັ້ນໃນຄວາມໂງ່ຂອງເຈົ້າ ແລະ ບໍ່ເຮັດຫຍັງເລີຍ. ດ້ວຍວິທີນີ້ ເຈົ້າຈະສາມາດຖືກພິຈາລະນາໃຫ້ເປັນຄົນທີ່ຕິດຕາມບາດຍ່າງຂອງພຣະເມສານ້ອຍໄດ້ແນວໃດ? ເຈົ້າຈະສາມາດພິສູດຄວາມຖືກຕ້ອງຂອງພຣະເຈົ້າທີ່ເຈົ້າຍຶດໝັ້ນວ່າເປັນພຣະເຈົ້າທີ່ໃໝ່ຢູ່ສະເໝີ ແລະ ບໍ່ເກົ່າເລີຍໄດ້ແນວໃດ? ແລະ ພຣະທຳຂອງໜັງສືຫົວສີເຫຼືອງຂອງເຈົ້າຈະນໍາພາເຈົ້າເຂົ້າສູ່ຍຸກໃໝ່ໄດ້ແນວໃດ? ພຣະທໍາເຫຼົ່ານັ້ນຈະນໍາພາເຈົ້າໃຫ້ສະແຫວງຫາຂັ້ນຕອນໃນພາລະກິດຂອງພຣະເຈົ້າໄດ້ແນວໃດ? ແລະພຣະທໍານັ້ນຈະນໍາເຈົ້າຂຶ້ນສູ່ແຜ່ນດິນສະຫວັນໄດ້ແນວໃດ? ສິ່ງທີ່ເຈົ້າມີຢູ່ໃນມືຂອງເຈົ້າແມ່ນຕົວໜັງສືທີ່ສາມາດສະໜອງພຽງແຕ່ເຄື່ອງປອບໃຈຊົ່ວຄາວ ບໍ່ແມ່ນຄວາມຈິງທີ່ສາມາດໃຫ້ຊີວິດໄດ້. ຂໍ້ພຣະທຳທີ່ເຈົ້າອ່ານແມ່ນສິ່ງທີ່ສາມາດພຽງແຕ່ໃຫ້ເຈົ້າເພີ່ມພູນລີ້ນຂອງເຈົ້າ ບໍ່ແມ່ນພຣະທຳແຫ່ງສະຕິປັນຍາທີ່ສາມາດຊ່ວຍໃຫ້ເຈົ້າຮູ້ຈັກຊີວິດຂອງມະນຸດ ຢ່າວ່າແຕ່ຫົນທາງທີ່ສາມາດນໍາພາເຈົ້າໄປສູ່ຄວາມສົມບູນເລີຍ. ຄວາມບໍ່ກົງກັນນີ້ບໍ່ໄດ້ເຮັດໃຫ້ເຈົ້າໄຕ່ຕອງແດ່ບໍ? ມັນບໍ່ໄດ້ເຮັດໃຫ້ເຈົ້າເຂົ້າໃຈເຖິງສິ່ງລຶກລັບທີ່ຢູ່ພາຍໃນບໍ? ເຈົ້າສາມາດນໍາພາຕົນເອງໄປສະຫວັນເພື່ອພົບກັບພຣະເຈົ້າດ້ວຍຕົນເອງບໍ? ປາສະຈາກການມາຂອງພຣະເຈົ້າ ເຈົ້າສາມາດນໍາຕົວເອງເຂົ້າສູ່ສະຫວັນເພື່ອມີຄວາມສຸກແບບຄອບຄົວດຽວກັນກັບພຣະເຈົ້າບໍ? ໃນຕອນນີ້ ເຈົ້າຍັງກຳລັງຝັນຢູ່ບໍ? ດ້ວຍເຫດນັ້ນ ເຮົາແນະນໍາໃຫ້ເຈົ້າຢຸດຝັນ ແລະ ເບິ່ງວ່າ ແມ່ນໃຜທີ່ກຳລັງປະຕິບັດພາລະກິດໃນຕອນນີ້, ໃຜທີ່ກຳລັງປະຕິບັດພາລະກິດໃນການຊ່ວຍມະນຸດໃນຍຸກສຸດທ້າຍ. ຖ້າເຈົ້າບໍ່ຢຸດ ເຈົ້າຈະບໍ່ໄດ້ຮັບຄວາມຈິງຈັກເທື່ອ ແລະ ຈະບໍ່ໄດ້ຮັບຊີວິດອີກຕໍ່ໄປ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງແຕ່ພຣະຄຣິດແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດມອບຫົນທາງແຫ່ງຊີວິດຊົ່ວນິດນິລັນໃຫ້ກັບມະນຸດໄດ້).

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ການຕິດຕາມຜູ້ນໍາສາສະໜາຄືການຕິດຕາມພຣະເຈົ້າບໍ?

ເມື່ອ 2.000 ປີກ່ອນ, ອົງພຣະເຢຊູເຈົ້າທີ່ເປັນພຣະຜູ້ໄຖ່ຂອງພວກເຮົາໄດ້ມາເພື່ອເຮັດພາລະກິດແຫ່ງການໄຖ່ບາບ ແລະ ຖືກປະນາມຢ່າງບ້າປ່ວງໂດຍຫົວໜ້າປະໂລຫິດ,...

ຄວາມຜິດບາບຂອງພວກເຮົາໄດ້ຮັບອະໄພ, ພຣະຜູ້ເປັນເຈົ້າຈະພາພວກເຮົາເຂົ້າສູ່ອານາຈັກຂອງພຣະອົງ ເມື່ອພຣະອົງກັບຄືນມາບໍ?

ໄພພິບັດພຽງແຕ່ຂະຫຍາຍໃຫຍ່ຂຶ້ນຢ່າງຕໍ່ເນື່ອງ ແລະ ຜູ້ທີ່ມີຄວາມເຊື່ອທຸກຄົນກຳລັງລໍຖ້າຢ່າງກະຕືລືລົ້ນເຖິງການມາເຖິງຂອງພຣະຜູ້ຊ່ວຍໃຫ້ລອດພົ້ນ,...

ພາລະກິດແຫ່ງການພິພາກສາຂອງພຣະເຈົ້າໃນຍຸກສຸດທ້າຍຊໍາລະລ້າງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນແນວໃດ?

ຜູ້ຄົນຮູ້ວ່າໄພພິບັດທີ່ຍິ່ງໃຫຍ່ໄດ້ມາເຖິງພວກເຮົາ ແລະ ຄົນທີ່ກຳລັງຄາດຫວັງພຣະຜູ້ເປັນເຈົ້າລົງມາເທິງກ້ອນເມກກໍ່ກຳລັງລໍຖ້າດ້ວຍລົມຫາຍໃຈທີ່ອ່ອນແຮງລົງ....

ເປັນຫຍັງພຣະເຈົ້າຈຶ່ງມາບັງເກີດເປັນມະນຸດໃນຍຸກສຸດທ້າຍ, ບໍ່ແມ່ນໃນຮູບຮ່າງພຣະວິນຍານ?

ຍ້ອນພຣະເຈົ້າອົງຊົງລິດທານຸພາບສູງສຸດ ເຊິ່ງເປັນພຣະຜູ້ໄຖ່ ໄດ້ກ່າວຄວາມຈິງສຳລັບພາລະກິດແຫ່ງການພິພາກສາຂອງພຣະອົງໃນຍຸກສຸດທ້າຍ, ຫຼາຍຄົນຈຶ່ງໄດ້ສະແຫວງຫາ...