ຄວາມຜິດບາບຂອງພວກເຮົາໄດ້ຮັບອະໄພ, ພຣະຜູ້ເປັນເຈົ້າຈະພາພວກເຮົາເຂົ້າສູ່ອານາຈັກຂອງພຣະອົງ ເມື່ອພຣະອົງກັບຄືນມາບໍ?

25 ເດືອນທັນວາ 2021

ໄພພິບັດພຽງແຕ່ຂະຫຍາຍໃຫຍ່ຂຶ້ນຢ່າງຕໍ່ເນື່ອງ ແລະ ຜູ້ທີ່ມີຄວາມເຊື່ອທຸກຄົນກຳລັງລໍຖ້າຢ່າງກະຕືລືລົ້ນເຖິງການມາເຖິງຂອງພຣະຜູ້ຊ່ວຍໃຫ້ລອດພົ້ນ, ປາຖະໜາທີ່ຈະຖືກຍົກຂຶ້ນສູ່ທ້ອງຟ້າເມື່ອພວກເຂົາຫຼັບນອນ ເພື່ອພົບກັບພຣະຜູ້ເປັນເຈົ້າ ແລະ ຫຼົບໜີຈາກຄວາມທຸກຍາກຂອງໄພພິບັດທີ່ຮຸນແຮງຂຶ້ນໃນມື້ນີ້. ເປັນຫຍັງພວກເຂົາຈຶ່ງລໍຖ້າຢ່າງໝັ້ນໃຈໃຫ້ພຣະເຢຊູເຈົ້າລົງມາ ແລະ ຍົກພວກເຂົາຂຶ້ນເມືອເພື່ອພົບກັບພຣະອົງ? ພວກເຂົາເຊື່ອວ່າ ຍ້ອນຄວາມຜິດບາບຂອງພວກເຂົາໄດ້ຮັບການອະໄພຜ່ານຄວາມເຊື່ອຂອງພວກເຂົາໃນພຣະເຢຊູເຈົ້າ, ພຣະຜູ້ເປັນເຈົ້າບໍ່ເຫັນວ່າພວກເຂົາມີຄວາມບາບອີກຕໍ່ໄປ, ພວກເຂົາມີທຸກສິ່ງທີ່ພວກເຂົາຕ້ອງການ ແລະ ຈະຖືກຮັບຂຶ້ນສູ່ອານາຈັກ ເມື່ອພຣະຜູ້ເປັນເຈົ້າມາເຖິງ. ແຕ່ສິ່ງທີ່ເປັນຕາສັບສົນສຳລັບຫຼາຍຄົນ ກໍຄືໄພພິບັດທີ່ຍິ່ງໃຫຍ່ໄດ້ມາເຖິງແລ້ວ, ສະນັ້ນ ເປັນຫຍັງພຣະຜູ້ເປັນເຈົ້າຍັງບໍ່ທັນມາເຖິງເທື່ອ? ຫຼາຍຄົນເລີ່ມສົງໄສວ່າພຣະຜູ້ເປັນເຈົ້າຈະມາແທ້ໆ ຫຼື ບໍ່. ຖ້າບໍ່ມາ, ນັ້ນຈະບໍ່ໝາຍຄວາມວ່າພວກເຂົາສາມາດຕົກລົງສູ່ໄພພິບັດ ແລະ ຕາຍໄດ້ທຸກເວລາບໍ? ຕອນນີ້ ສິດຍາພິບານຫຼາຍຄົນ ໄດ້ເວົ້າວ່າພຣະຜູ້ເປັນເຈົ້າຈະມາເຖິງໃນລະຫວ່າງ ຫຼື ໃນຕອນທ້າຍຂອງໄພພິບັດ ໂດຍບໍ່ຮູ້ວ່າຈະອະທິບາຍມັນໄດ້ແນວໃດ. ແຕ່ນັ້ນເປັນສິ່ງທີ່ຖືກຕ້ອງບໍ? ໂລກສາສະໜາບໍ່ໄດ້ຕ້ອນຮັບພຣະຜູ້ເປັນເຈົ້າ, ແຕ່ນັ້ນໝາຍຄວາມວ່າພຣະອົງບໍ່ໄດ້ມາບໍ? ພວກເຮົາທຸກຄົນຮູ້ວ່າພຣະຜູ້ເປັນເຈົ້າສັນຍາວ່າຄຣິສຕະຈັກໃນເມືອງຟິລາເດວເຟຍຈະຖືກຮັບຂຶ້ນເມືອກ່ອນໄພພິບັດ ແລະ ພຣະອົງຈະເຮັດໃຫ້ພວກເຂົາສົມບູນຈາກການທົນທຸກໃນໄພພິບັດ. ພຣະຜູ້ເປັນເຈົ້າເຮັດຜິດສັນຍາຂອງພຣະອົງແທ້ໆບໍ? ບໍ່ແມ່ນຢ່າງແນ່ນອນ. ມັນເປັນຄວາມຈິງທີ່ພຣະຜູ້ເປັນເຈົ້າບໍ່ໄດ້ລົງມາເທິງກ້ອນເມກເພື່ອຮັບເອົາຜູ້ເຊື່ອຂຶ້ນສູ່ສະຫວັນຄືກັບທີ່ຜູ້ຄົນຈິນຕະນາການ, ແຕ່ພວກເຮົາທຸກຄົນຮູ້ວ່າ ສາຍຟ້າແມບເຫຼື້ອມຈາກທິດຕາເວັນອອກໄດ້ເປັນພະຍານຢ່າງສະໝໍ່າສະເໝີວ່າພຣະອົງໄດ້ກັບຄືນມາດັ່ງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ກ່າວຄວາມຈິງຫຼາຍຢ່າງ ແລະ ເຮັດພາລະກິດແຫ່ງການພິພາກສາ ໂດຍເລີ່ມຕົ້ນຈາກເຮືອນຂອງພຣະເຈົ້າ. ຜູ້ຄົນຈາກນິກາຍທັງໝົດທີ່ຮັກຄວາມຈິງໄດ້ຍິນສຽງຂອງພຣະເຈົ້າໃນ ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ຫັນກັບມາຫາພຣະອົງ, ຖືກຮັບຂຶ້ນເມືອຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ, ກິນ ແລະ ດື່ມພຣະທຳຂອງພຣະເຈົ້າທຸກມື້, ເຂົ້າຮ່ວມງານລ້ຽງງານແຕ່ງດອງຂອງພຣະເມສານ້ອຍ. ພວກເຂົາໄດ້ປະສົບກັບການພິພາກສາ ແລະ ການຊໍາລະລ້າງຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ມີຄຳພະຍານທີ່ດັງກຶກກ້ອງ. ພວກເຂົາດຳລົງຊີວິດຢູ່ໃນການສະຖິດຂອງພຣະເຈົ້າ, ສັນລະເສີນພຣະອົງຢ່າງປິຕິຍິນດີ. ເມື່ອປຽບທຽບກັບສະພາວະທີ່ບໍ່ສິ້ນສຸດຂອງໂລກສາສະໜາຕໍ່ໄພພິບັດ, ນີ້ຄືສິ່ງທີ່ເກີດຂຶ້ນຢູ່ສະເໝີ. ຜູ້ທີ່ມີຄວາມເຊື່ອຫຼາຍຄົນຄິດວ່າ ພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ສາຍຟ້າແມບເຫຼື້ອມຈາກທິດຕາເວັນອອກເປັນພະຍານໃຫ້ແມ່ນພຣະຜູ້ເປັນເຈົ້າທີ່ກັບຄືນມາບໍ? ພຣະຜູ້ເປັນເຈົ້າກຳລັງເຮັດບາດກ້າວໃນພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍຢ່າງແທ້ຈິງບໍ? ຫຼາຍຄົນຍັງສົງໄສປະມານວ່າ “ພຣະຜູ້ເປັນເຈົ້າໄດ້ອະໄພຄວາມຜິດບາບຂອງຂ້ອຍແລ້ວ ແລະ ພຣະອົງບໍ່ໄດ້ເບິ່ງຂ້ອຍເປັນຄົນຜິດບາບ. ພຣະອົງຄວນພາຂ້ອຍຂຶ້ນສູ່ສະຫວັນ ເມື່ອພຣະອົງກັບຄືນມາ. ເປັນຫຍັງພຣະອົງຈຶ່ງຈະບໍ່ຮັບຂ້ອຍຂຶ້ນເມືອ, ແຕ່ຈະເຮັດບາດກ້າວໃນພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍ?” ໃຫ້ພວກເຮົາຄົ້ນຄວ້າຫົວຂໍ້ນີ້ໜ້ອຍໜຶ່ງໃນມື້ນີ້. ການໄດ້ຮັບອະໄພຄວາມຜິດບາບຂອງພວກເຮົາໝາຍຄວາມວ່າພວກເຮົາສາມາດເຂົ້າສູ່ອານາຈັກບໍ?

ຢ່າງທຳອິດ, ໃຫ້ພວກເຮົາເບິ່ງວ່າ ມີພື້ນຖານໃດໜຶ່ງໃນພຣະຄຳພີສຳລັບແນວຄິດທີ່ວ່າຄົນທີ່ໄດ້ຮັບການອະໄພ ສາມາດເຂົ້າສູ່ອານາຈັກໃນທັນທີ ຫຼື ບໍ່. ມີພຣະທຳຈາກພຣະຜູ້ເປັນເຈົ້າທີ່ສະໜັບສະໜູນສິ່ງນີ້ບໍ? ພຣະເຢຊູເຈົ້າໄດ້ເວົ້າວ່າຄົນທີ່ໄດ້ຮັບການອະໄພຄວາມຜິດບາບສາມາດເຂົ້າສູ່ອານາຈັກສະຫວັນໂດຍກົງໃນຕອນໃດ? ພຣະວິນຍານບໍລິສຸດບໍ່ໄດ້ເວົ້າວ່າ ສິ່ງນັ້ນຈະເຮັດໃຫ້ຄົນໆໜຶ່ງເຂົ້າສູ່ອານາຈັກເຊັ່ນກັນ. ຍ້ອນບໍ່ມີພື້ນຖານໃນພຣະຄຳພີ ຫຼື ພຣະທຳຈາກພຣະຜູ້ເປັນເຈົ້າເປັນເຄື່ອງພິສູດ, ເປັນຫຍັງຜູ້ຄົນຈຶ່ງໝັ້ນໃຈຈົນຕາຍວ່າພວກເຂົາຈະຖືກຮັບຂຶ້ນເມືອ ເມື່ອພຣະຜູ້ເປັນເຈົ້າມາເຖິງ? ມັນຊ່າງບໍ່ມີຄວາມໝາຍຫຍັງເລີຍ. ພຣະຜູ້ເປັນເຈົ້າກ່າວຖ້ອຍຄຳທີ່ຊັດເຈນນີ້ກ່ຽວກັບຜູ້ທີ່ສາມາດເຂົ້າສູ່ອານາຈັກສະຫວັນ: “ບໍ່ແມ່ນໝົດທຸກຄົນທີ່ໄດ້ເວົ້າກັບເຮົາວ່າ ‘ພຣະຜູ້ເປັນເຈົ້າ ພຣະຜູ້ເປັນເຈົ້າ’ ຈະໄດ້ເຂົ້າສູ່ອານາຈັກແຫ່ງສະຫວັນ, ມີພຽງແຕ່ຜູ້ທີ່ປະຕິບັດຕາມຄວາມປະສົງຂອງພຣະບິດາຂອງເຮົາຜູ້ເຊິ່ງຢູ່ໃນສະຫວັນເທົ່ານັ້ນ(ມັດທາຍ 7:21). ຈາກສິ່ງນີ້, ພວກເຮົາສາມາດແນ່ໃຈວ່າ ການໄດ້ຮັບການອະໄພດ້ວຍຕົນເອງບໍ່ພຽງພໍທີ່ຈະເຂົ້າສູ່ອານາຈັກ. ເປັນຫຍັງຈຶ່ງບໍ່ພຽງພໍ? ຫຼັກໆແລ້ວ ມັນຄື ການທີ່ໄດ້ຮັບການອະໄພຄວາມຜິດບາບບໍ່ໄດ້ໝາຍຄວາມວ່າເຈົ້າຖືກຊໍາລະລ້າງ, ເຈົ້າຍອມອ່ອນນ້ອມຕໍ່ພຣະເຈົ້າ ຫຼື ເຈົ້າປະຕິບັດຄວາມປະສົງຂອງພຣະເຈົ້າ. ພວກເຮົາທຸກຄົນໄດ້ເຫັນຢ່າງຊັດເຈນວ່າ ແມ່ນແຕ່ຜູ້ທີ່ມີຄວາມເຊື່ອທີ່ໄດ້ຮັບການອະໄພຄວາມຜິດບາບກໍເວົ້າຕົວະ, ສໍ້ໂກງ, ຄົດໂກງ ແລະ ຫຼອກລວງຢູ່ສະເໝີ. ພວກເຂົາອວດດີ ແລະ ຈະບໍ່ຮັບຟັງຜູ້ໃດເລີຍ ຫຼັງຈາກທີ່ພວກເຂົາມີຄວາມຮູ້ເລັກນ້ອຍກ່ຽວກັບພຣະຄຳພີ. ພວກເຂົາຕໍ່ສູ້ເພື່ອອຳນາດ ແລະ ກຳໄລ ແລະ ດຳລົງຊີວິດຢູ່ໃນຄວາມຜິດບາບທີ່ພວກເຂົາບໍ່ສາມາດເຮັດໃຫ້ຕົນເອງຫຼຸດພົ້ນໄດ້. ສິ່ງນີ້ໄດ້ສະແດງໃຫ້ເຫັນຢ່າງຊັດເຈນວ່າ ເຖິງວ່າຈະໄດ້ຮັບການອະໄພ ຜູ້ຄົນຍັງສົກກະປົກ ແລະ ເສື່ອມຊາມ ແລະ ກຳລັງເຮັດບາບຢູ່ຕະຫຼອດເວລາ. ພວກເຂົາບໍ່ພຽງແຕ່ບໍ່ສາມາດທີ່ຈະຍອມຮັບ ແລະ ຍອມອ່ອນນ້ອມຕໍ່ຄວາມຈິງ, ແຕ່ພວກເຂົາຕັດສິນ ແລະ ຕໍ່ຕ້ານພຣະເຈົ້າ. ຄ້າຍຄືກັບພວກຟາຣີຊາຍ, ພວກເຂົາປະນາມ, ຕັດສິນ ແລະ ໝິ່ນປະໝາດພຣະຜູ້ເປັນເຈົ້າ ແລະ ເຖິງກັບຄຶງພຣະອົງເທິງໄມ້ກາງແຂນອີກຄັ້ງ. ສິ່ງນີ້ໄດ້ພິສູດວ່າ ຄວາມຜິດບາບຂອງມະນຸດຊາດອາດໄດ້ຮັບການອະໄພ, ແຕ່ພວກເຮົາຍັງສົກກະປົກ ແລະ ເສື່ອມຊາມ ແລະ ແກ່ນແທ້ທີ່ເສື່ອມຊາມຂອງພວກເຮົາຕໍ່ຕ້ານພຣະເຈົ້າ. ພຣະທຳຂອງພຣະເຈົ້າເວົ້າວ່າ “ສະນັ້ນ ເຈົ້າຕ້ອງບໍລິສຸດ, ຍ້ອນເຮົາກໍ່ບໍລິສັດ(ກົດລະບຽບການເລວີ 11:45). “ຄວາມບໍລິສຸດ, ຫາກປາສະຈາກສິ່ງນີ້ກໍຈະບໍ່ມີມະນຸດຄົນໃດ ເຫັນພຣະຜູ້ເປັນເຈົ້າໄດ້(ເຮັບເຣີ 12:14). ສະນັ້ນ ຄົນທີ່ດຳລົງຊີວິດຢູ່ໃນຄວາມຜິດບາບບໍ່ຄູ່ຄວນສຳລັບອານາຈັກ, ສິ່ງນີ້ເປັນຈິງໂດຍບໍ່ຕ້ອງສົງໄສ ແລະ ຖືກກຳນົດໂດຍອຸປະນິໄສທີ່ຊອບທຳ ແລະ ບໍລິສຸດຂອງພຣະເຈົ້າຢ່າງສິ້ນເຊີງ. ຜູ້ທີ່ມີຄວາມເຊື່ອຄົນໃດຈະກ້າກ່າວອ້າງວ່າພວກເຂົາປາສະຈາກຄວາມຜິດບາບ, ພວກເຂົາບໍ່ເຮັດບາບອີກຕໍ່ໄປ ແລະ ບັນລຸຄວາມບໍລິສຸດ? ບໍ່ມີແມ່ນແຕ່ຄົນດຽວ. ແມ່ນແຕ່ບຸກຄົນຝ່າຍວິນຍານທີ່ຍິ່ງໃຫຍ່ ແລະ ມີຊື່ສຽງທີ່ໄດ້ຂຽນຜົນງານກ່ຽວກັບວິນຍານຫຼາຍຢ່າງ ກໍຈະບໍ່ກ້າເວົ້າວ່າພວກເຂົາໄດ້ປະຖິ້ມຄວາມຜິດບາບ ແລະ ບໍລິສຸດ. ແທ້ຈິງແລ້ວ, ຜູ້ທີ່ມີຄວາມເຊື່ອທຸກຄົນແມ່ນຄືກັນໝົດ, ດຳລົງຊີວິດຢູ່ໃນສະພາວະທີ່ເຮັດບາບໃນຕອນກາງເວັນ ແລະ ສາລະພາບໃນຕອນກາງຄືນ, ດີ້ນຮົນໃນຄວາມຜິດບາບຢ່າງຂົມຂື່ນ. ພວກເຂົາທຸກຄົນໄດ້ປະສົບກັບຄວາມເຈັບປວດທີ່ສຸດຈາກການຕິດກັບດັກຢູ່ໃນພັນທະນາການຂອງຄວາມຜິດບາບ. ຂໍ້ແທ້ຈິງໄດ້ສະແດງເຖິງຫຍັງ? ມັນສະແດງວ່າຄົນທີ່ໄດ້ຮັບການອະໄພຄວາມຜິດບາບບໍ່ໄດ້ຫຼົບໜີຈາກຄວາມຜິດບາບ ແລະ ບໍລິສຸດ, ສະນັ້ນ ພວກເຂົາສາມາດເວົ້າໄດ້ຢ່າງໝັ້ນໃຈວ່າພວກເຂົາບໍ່ຄູ່ຄວນກັບອານາຈັກສະຫວັນ. ດັ່ງທີ່ພຣະເຢຊູເຈົ້າໄດ້ເວົ້າວ່າ “ເຮົາບອກພວກເຈົ້າຕາມຄວາມຈິງວ່າ ຜູ້ໃດກໍຕາມທີ່ເຮັດບາບແມ່ນທາດຮັບໃຊ້ບາບ. ແລ້ວທາດຮັບໃຊ້ບໍ່ຢູ່ໃນເຮືອນຕະຫຼອດໄປ: ແຕ່ລູກຊາຍຈະຢູ່ໃນເຮືອນຕະຫຼອດໄປ(ໂຢຮັນ 8:34-35). ພວກເຮົາສາມາດເຫັນໄດ້ວ່າ ບໍ່ມີພື້ນຖານໃນພຣະຄຳພີສຳລັບການເຂົ້າສູ່ອານາຈັກ ເພາະຄວາມຜິດບາບຂອງເຈົ້າໄດ້ຮັບການອະໄພ, ແຕ່ນີ້ເປັນພຽງແນວຄິດຂອງມະນຸດເທົ່ານັ້ນ.

ໃນຈຸດນີ້, ຄຳຖາມທຳອິດກ່ຽວກັບຄວາມຄິດຂອງຫຼາຍຄົນກໍຄື ເນື່ອງຈາກສິ່ງນັ້ນບໍ່ໄດ້ເຮັດໃຫ້ພວກເຮົາເຂົ້າສູ່ອານາຈັກສະຫວັນ, ແມ່ນຫຍັງຈະເຮັດໃຫ້ເຂົ້າໄດ້? ແມ່ນຫຍັງຄືເສັ້ນທາງສູ່ອານາຈັກ? ພຣະເຢຊູເຈົ້າຊົງກ່າວໄວ້ວ່າ: “ມີພຽງແຕ່ຜູ້ທີ່ປະຕິບັດຕາມຄວາມປະສົງຂອງພຣະບິດາຂອງເຮົາຜູ້ເຊິ່ງຢູ່ໃນສະຫວັນເທົ່ານັ້ນ”. ນີ້ຄືສິ່ງທີ່ຈຳເປັນໂດຍບໍ່ຕ້ອງສົງໄສ. ສະນັ້ນ ພວກເຮົາຈະສາມາດບັນລຸການປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ແລະ ການເຂົ້າສູ່ອານາຈັກໄດ້ແນວໃດ? ແທ້ຈິງແລ້ວ, ພຣະເຢຊູເຈົ້າໄດ້ຊີ້ໃຫ້ພວກເຮົາເຫັນເສັ້ນທາງດັ່ງກ່າວຕັ້ງແຕ່ດົນມາແລ້ວ. ໃຫ້ພວກເຮົາເບິ່ງທີ່ຄຳທຳນາຍຂອງພຣະເຢຊູເຈົ້າສຳລັບການເຂົ້າໃຈທີ່ດີຂຶ້ນ. ພຣະເຢຊູເຈົ້າຊົງກ່າວໄວ້ວ່າ: “ເຮົາຍັງມີຫລາຍສິ່ງທີ່ຈະບອກພວກເຈົ້າ ແຕ່ໃນເວລານີ້ພວກເຈົ້າອາດຈະບໍ່ສາມາດທົນໄດ້. ເຖິງຢ່າງໃດກໍຕາມເມື່ອພຣະອົງ ຜູ້ເປັນພຣະວິນຍານແຫ່ງຄວາມຈິງ ສະເດັດມາ, ພຣະອົງຈະນຳທາງພວກເຈົ້າໄປສູ່ຄວາມຈິງທັງໝົດ(ໂຢຮັນ 16:12-13). “ໃຫ້ຊໍາລະລ້າງພວກເຂົາໃຫ້ບໍລິສຸດຜ່ານຄວາມຈິງຂອງພຣະອົງ: ພຣະທຳຂອງພຣະອົງເປັນຄວາມຈິງ(ໂຢຮັນ 17:17). “ແລະ ຖ້າມະມຸດຄົນໃດໄດ້ຍິນພຣະທຳຂອງເຮົາ ແລະ ບໍ່ເຊື່ອ, ເຮົາບໍ່ພິພາກສາເຂົາ ຍ້ອນເຮົາບໍ່ໄດ້ມາເພື່ອພິພາກສາໂລກ, ແຕ່ເພື່ອຊ່ວຍໂລກໃຫ້ພົ້ນ. ຜູ້ທີ່ປະຕິເສດເຮົາ ແລະ ບໍ່ຮັບເອົາພຣະທໍາຂອງເຮົາ ກໍຈະມີສິ່ງທີ່ຕັດສິນພວກເຂົາ, ພຣະທໍາທີ່ເຮົາໄດ້ກ່າວກໍຈະຕັດສິນພວກເຂົາໃນວັນສຸດທ້າຍເຊັ່ນກັນ(ໂຢຮັນ 12:47-48). “ເພາະວ່າ ພຣະບິດາບໍ່ພິພາກສາຄົນໃດຄົນໜຶ່ງ, ແຕ່ມອບການພິພາກສາທັງໝົດໃຫ້ແກ່ພຣະບຸດ(ໂຢຮັນ 5:22). ພຣະເຢຊູເຈົ້າໄດ້ທຳນາຍເຖິງການກັບຄືນມາຂອງພຣະອົງຫຼາຍຄັ້ງ ແລະ ຂໍ້ເຫຼົ່ານີ້ແມ່ນຄຳທຳນາຍຂອງພຣະອົງສຳລັບພາລະກິດທີ່ພຣະອົງຈະເຮັດເມື່ອພຣະອົງກັບຄືນມາ ເຊິ່ງກຳລັງກ່າວຄວາມຈິງຫຼາຍຢ່າງເພື່ອເຮັດພາລະກິດແຫ່ງການພິພາກສາ, ນໍາພາຜູ້ຄົນເຂົ້າສູ່ຄວາມຈິງທັງໝົດ, ຊ່ວຍມະນຸດຊາດໃຫ້ລອດພົ້ນຈາກຄວາມຜິດບາບ ແລະ ຈາກກອງກຳລັງຂອງຊາຕານຢ່າງສົມບູນ ແລະ ພາພວກເຮົາເຂົ້າສູ່ອານາຈັກຂອງພຣະອົງໃນທີ່ສຸດ ເພື່ອວ່າພວກເຮົາຈະມີຈຸດໝາຍປາຍທາງທີ່ສວຍງາມ. ນັ້ນຄືເຫດຜົນທີ່ພວກເຮົາຕ້ອງຍອມຮັບພາລະກິດແຫ່ງການພິພາກສາຂອງພຣະຜູ້ເປັນເຈົ້າແທ້ໆ ເມື່ອພຣະອົງກັບຄືນມາ. ຈົນກວ່າພວກເຮົາຈະໄດ້ຮັບຄວາມຈິງ, ພວກເຮົາບໍ່ສາມາດຖືກຊໍາລະລ້າງຈາກຄວາມເສື່ອມຊາມຢ່າງສົມບູນ ແລະ ທຳມະຊາດຄວາມຜິດບາບຂອງພວກເຮົາກໍບໍ່ສາມາດໄດ້ຮັບການແກ້ໄຂໄດ້. ນັ້ນຄືວິທີດຽວທີ່ຈະໂຍນຖິ້ມຄວາມຜິດບາບ ແລະ ກາຍເປັນຄົນບໍລິສຸດ ແລະ ຄູ່ຄວນເຂົ້າສູ່ອານາຈັກຂອງພຣະເຈົ້າ. ອຸປະນິໄສທີ່ເສື່ອມຊາມຂອງພວກເຮົາຈຳເປັນຕ້ອງຖືກຊໍາລະລ້າງ ເພື່ອແກ້ໄຂທຳມະຊາດທີ່ຜິດບາບຂອງພວກເຮົາຢ່າງສົມບູນ. ພວກເຮົາຕ້ອງປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຮົາເພື່ອທີ່ຈະເປັນອິດສະຫຼະຈາກກອງກຳລັງຂອງຊາຕານ ແລະ ຍອມອ່ອນນ້ອມຕໍ່ພຣະເຈົ້າ ແລະ ປະຕິບັດຕາມຄວາມປະສົງຂອງພຣະອົງ. ຖ້າບໍ່ດັ່ງນັ້ນ, ພວກເຮົາຈະບໍ່ມີສິດເຂົ້າສູ່ອານາຈັກ. ສະນັ້ນ ພວກເຮົາສາມາດໝັ້ນໃຈເລີຍວ່າມີພຽງແຕ່ຄົນທີ່ຖືກຊໍາລະລ້າງຜ່ານການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າໃນຍຸກສຸດທ້າຍເທົ່ານັ້ນ ສາມາດກາຍມາເປັນຄົນທີ່ປະຕິບັດຕາມຄວາມປະສົງຂອງພຣະເຈົ້າ. ສິ່ງນີ້ໄດ້ພິສູດວ່າການຍອມຮັບການພິພາກສາ ແລະ ການຊໍາລະລ້າງຂອງພຣະເຈົ້າໃນຍຸກສຸດທ້າຍ ແມ່ນເສັ້ນທາງດຽວທີ່ຈະເຂົ້າສູ່ອານາຈັກ. ໃຫ້ພວກເຮົາອ່ານຂໍ້ຄວາມສອງສາມຂໍ້ໃນພຣະທຳຂອງພຣະເຈົ້າກ່ຽວກັບສິ່ງນີ້. “ຄົນບາບແບບພວກເຈົ້າ ຜູ້ທີ່ຫາກໍຖືກໄຖ່ບາບ ແລະ ຍັງບໍ່ໄດ້ປ່ຽນແປງ ຫຼື ຖືກພຣະເຈົ້າເຮັດໃຫ້ສົມບູນ, ເຈົ້າຈະເປັນທີ່ພໍໃຈພຣະເຈົ້າໄດ້ບໍ? ສຳລັບເຈົ້າທີ່ຍັງມີຕົວຕົນເກົ່າຂອງເຈົ້າ, ມັນຄືຄວາມຈິງທີ່ເຈົ້າຖືກພຣະເຢຊູຊ່ວຍໃຫ້ລອດພົ້ນ ແລະ ເຈົ້າບໍ່ຖືກນັບວ່າເປັນຄົນບາບ ຍ້ອນຄວາມລອດພົ້ນຂອງພຣະເຈົ້າ, ແຕ່ສິ່ງນີ້ບໍ່ໄດ້ພິສູດວ່າເຈົ້າບໍ່ມີຄວາມບາບ ແລະ ບໍລິສຸດແລ້ວ. ເຈົ້າຈະບໍລິສຸດໄດ້ແນວໃດ ຖ້າເຈົ້າຍັງບໍ່ໄດ້ປ່ຽນແປງ? ຢູ່ພາຍໃນຕົວເຈົ້າ, ເຈົ້າຖືກອ້ອມລ້ອມໄປດ້ວຍຄວາມບໍ່ບໍລິສຸດ, ຄວາມເຫັນແກ່ຕົວ ແລະ ຄວາມໂຫດຮ້າຍ, ແຕ່ເຈົ້າກໍຍັງປາຖະໜາທີ່ຈະລົງມາພ້ອມກັບພຣະເຢຊູ, ເຈົ້າຄືຈະບໍ່ໂຊກດີຫຼາຍປານນັ້ນ! ເຈົ້າພາດຂັ້ນຕອນໜຶ່ງໃນຄວາມເຊື່ອຂອງເຈົ້າໃນພຣະເຈົ້າ: ເຈົ້າພຽງແຕ່ຖືກໄຖ່ບາບ, ແຕ່ຍັງບໍ່ໄດ້ຖືກປ່ຽນແປງ. ເພື່ອຈະໃຫ້ເຈົ້າເປັນທີ່ພໍໃຈພຣະເຈົ້າ, ພຣະເຈົ້າຕ້ອງປະຕິບັດພາລະກິດແຫ່ງການປ່ຽນແປງ ແລະ ການຊໍາລະເຈົ້າດ້ວຍຕົວພຣະອົງເອງ; ຖ້າເຈົ້າພຽງແຕ່ຖືກໄຖ່ບາບ, ເຈົ້າຈະບໍ່ສາມາດບັນລຸຄວາມຊອບທໍາໄດ້. ໃນວິທີນີ້ ເຈົ້າຈະບໍ່ມີຄຸນສົມບັດທີ່ຈະມີສ່ວນແບ່ງໃນພອນອັນປະເສີດຂອງພຣະເຈົ້າ, ຍ້ອນເຈົ້າໄດ້ພາດຂັ້ນຕອນໜຶ່ງໃນພາລະກິດແຫ່ງການຄຸ້ມຄອງມະນຸດຂອງພຣະເຈົ້າ ເຊິ່ງເປັນຂັ້ນຕອນສຳຄັນໃນການປ່ຽນແປງ ແລະ ເຮັດໃຫ້ມະນຸດສົມບູນ. ດ້ວຍເຫດນັ້ນເຈົ້າເຊິ່ງເປັນຄົນບາບທີ່ຫາກໍຖືກໄຖ່ ແມ່ນບໍ່ສາມາດຮັບເອົາມໍລະດົກຂອງພຣະເຈົ້າໂດຍກົງ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ວ່າດ້ວຍເລື່ອງຕໍາແໜ່ງ ແລະ ຕົວຕົນ). “ເຖິງແມ່ນວ່າ ພຣະເຢຊູໄດ້ປະຕິບັດພາລະກິດຫຼາຍຢ່າງໃນທ່າມກາງມະນຸດ, ພຣະອົງພຽງສໍາເລັດການໄຖ່ບາບຂອງມວນມະນຸດຊາດ ແລະ ກາຍເປັນເຄື່ອງຖວາຍບູຊາແທນຄວາມຜິດບາບຂອງມະນຸດເທົ່ານັ້ນ; ພຣະອົງບໍ່ໄດ້ກໍາຈັດອຸປະນິໄສທີ່ເສື່ອມຊາມທັງໝົດຂອງເຂົາອອກຈາກມະນຸດ. ການຊ່ວຍໃຫ້ມະນຸດລອດພົ້ນຢ່າງສົມບູນຈາກອິດທິພົນຂອງຊາຕານບໍ່ແມ່ນພຽງຕ້ອງການໃຫ້ພຣະເຢຊູກາຍເປັນເຄື່ອງຖວາຍບູຊາແທນຄວາມຜິດບາບ ແລະ ແບກຮັບຄວາມຜິດບາບຂອງມະນຸດເທົ່ານັ້ນ, ແຕ່ມັນຍັງຮຽກຮ້ອງໃຫ້ພຣະເຈົ້າປະຕິບັດພາລະກິດທີ່ຍິ່ງໃຫຍ່ຂຶ້ນເພື່ອກຳຈັດອຸປະນິໄສເສື່ອມຊາມຂອງຊາຕານຂອງເຂົາໃຫ້ອອກຈາກມະນຸດ. ດັ່ງນັ້ນ ບັດນີ້ເມື່ອມະນຸດໄດ້ຮັບການໃຫ້ອະໄພຄວາມຜິດບາບຂອງເຂົາ, ພຣະເຈົ້າຈຶ່ງໄດ້ກັບຄືນສູ່ເນື້ອໜັງ ເພື່ອນໍາພາມະນຸດໄປສູ່ຍຸກໃໝ່ ແລະ ເລີ່ມຕົ້ນພາລະກິດຂອງການຂ້ຽນຕີ ແລະ ການພິພາກສາ. ພາລະກິດນີ້ໄດ້ນໍາພາມະນຸດໄປສູ່ອານາຈັກທີ່ສູງສົ່ງຍິ່ງຂຶ້ນ. ທຸກຄົນທີ່ຍອມຢູ່ພາຍໃຕ້ອຳນາດຂອງພຣະອົງຈະໄດ້ຮັບຄວາມຈິງທີ່ສູງສົ່ງຂຶ້ນ ແລະ ໄດ້ຮັບພອນທີ່ຍິ່ງໃຫຍ່ຂຶ້ນ. ພວກເຂົາຈະດຳລົງຊີວິດຢູ່ໃນແສງສະຫວ່າງຢ່າງແທ້ຈິງ ແລະ ພວກເຂົາຈະໄດ້ຮັບເອົາຄວາມຈິງ, ຫົນທາງ ແລະ ຊີວິດ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄໍານໍາ). ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດມີຄວາມຊັດເຈນຢ່າງສົມບູນ. ພຣະເຢຊູເຈົ້າປະຕິບັດພາລະກິດແຫ່ງການໄຖ່ບາບໃນຍຸກແຫ່ງພຣະຄຸນ. ນີ້ແມ່ນເພື່ອໃຫ້ອະໄພຄວາມຜິດບາບຂອງມະນຸດ ແລະ ພຽງແຕ່ສຳເລັດເຄິ່ງໜຶ່ງຂອງພາລະກິດແຫ່ງຄວາມລອດພົ້ນ. ມີພຽງແຕ່ພາລະກິດແຫ່ງການພິພາກສາຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກສຸດທ້າຍເທົ່ານັ້ນທີ່ສາມາດຊໍາລະລ້າງ ແລະ ຊ່ວຍມະນຸດຊາດຢ່າງສົມບູນ. ຜູ້ຄົນຕ້ອງຍອມຮັບຄວາມຈິງທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວ ແລະ ການພິພາກສາ ແລະ ການຂ້ຽນຕີຂອງພຣະອົງ, ແລ້ວຄວາມເສື່ອມຊາມຂອງພວກເຂົາຈຶ່ງສາມາດຖືກຊໍາລະລ້າງ ແລະ ຖືກປ່ຽນແປງໃໝ່ ແລະ ພວກເຂົາຈະສາມາດເປັນປະຊາຊົນທີ່ເຊື່ອຟັງພຣະເຈົ້າ ແລະ ເຮັດຕາມຄວາມປະສົງຂອງພຣະອົງ ແລະ ຄູ່ຄວນສຳລັບອານາຈັກຂອງພຣະອົງ. ເວົ້າອີກຢ່າງໜຶ່ງກໍຄື ພວກເຂົາຈຳເປັນຕ້ອງມີໜັງສືຜ່ານແດນເພື່ອເຂົ້າສູ່ອານາຈັກສະຫວັນ. ພວກເຮົາສາມາດເວົ້າໄດ້ວ່າ ພາລະກິດແຫ່ງການພິພາກສາຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ເປັນບາດກ້າວທີ່ຈຳເປັນທີ່ສຸດ ແລະ ສຳຄັນທີ່ສຸດໃນພາລະກິດຂອງພຣະເຈົ້າເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ ແລະ ມັນເປັນບາດກ້າວທີ່ຈະກຳນົດທາງເຂົ້າສູ່ອານາຈັກຂອງຄົນໆໜຶ່ງ. ການພາດບາດກ້າວທີ່ສຳຄັນທີ່ສຸດ, ການພາດການພິພາກສາຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ຖືກຊໍາລະລ້າງ ໝາຍເຖິງຄວາມລົ້ມເຫຼວທັງໝົດໃນຄວາມເຊື່ອຂອງເຈົ້າ. ບໍ່ວ່າເຈົ້າຈະເຊື່ອດົນສໍ່າໃດ, ບໍ່ວ່າເຈົ້າຈະເຮັດວຽກດົນສໍ່າໃດ ຫຼື ເຈົ້າໄດ້ຍອມສະລະຫຼາຍສໍ່າໃດ ຖ້າເຈົ້າປະຕິເສດພຣະເຈົ້າອົງຊົງລິດທານຸພາບສູງສຸດ ມັນກໍໄຮ້ປະໂຫຍດທັງສິ້ນ ແລະ ມັນຄືການຍອມຜ່າຍແພ້ໃນເຄິ່ງທາງ. ເຈົ້າຈະບໍ່ເຂົ້າສູ່ອານາຈັກ. ນັ້ນຈະເປັນຄວາມເສຍໃຈຕະຫຼອດຊີວິດ!

ສະນັ້ນ ພຣະເຈົ້າເຮັດພາລະກິດເພື່ອພິພາກສາ, ຊໍາລະລ້າງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນ ເພື່ອນໍາພວກເຮົາເຂົ້າສູ່ອານາຈັກຂອງພຣະອົງໄດ້ແນວໃດ? ໃຫ້ພວກເຮົາອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ: “ໃນຍຸກສຸດທ້າຍ ພຣະຄຣິດໃຊ້ຫຼາກຫຼາຍຄວາມຈິງເພື່ອສັ່ງສອນມະນຸດ, ເປີດໂປງແກ່ນແທ້ຂອງມະນຸດ ແລະ ວິເຄາະຄໍາເວົ້າ ແລະ ການກະທຳຂອງມະນຸດ. ພຣະທໍາເຫຼົ່ານີ້ປະກອບດ້ວຍຄວາມຈິງຫຼາຍປະການ, ເຊັ່ນ: ໜ້າທີ່ຂອງມະນຸດ, ວິທີມະນຸດຄວນເຊື່ອຟັງພຣະເຈົ້າ, ວິທີມະນຸດຄວນຈົງຮັກພັກດີຕໍ່ພຣະເຈົ້າ, ວິທີທີ່ມະນຸດຄວນສະແດງຄວາມປະພຶດຕົນແບບມະນຸດປົກກະຕິທົ່ວໄປ ພ້ອມດ້ວຍສະຕິປັນຍາ ແລະ ອຸປະນິໄສຂອງພຣະເຈົ້າ ແລະ ອື່ນໆ. ພຣະທໍາເຫຼົ່ານີ້ແມ່ນເນັ້ນໃສ່ແກ່ນແທ້ ແລະ ອຸປະນິໄສທີ່ເສື່ອມຊາມຂອງມະນຸດໂດຍກົງ. ໂດຍສະເພາະແລ້ວ ພຣະທຳທີ່ເປີດໂປງວິທີມະນຸດທີ່ປະຕິເສດພຣະເຈົ້າໃນເລື່ອງທີ່ກ່ຽວກັບວິທີທີ່ມະນຸດເປັນຮູບຮ່າງປາກົດຂອງຊາຕານ ແລະ ເປັນກໍາລັງສັດຕູທີ່ຕໍ່ຕ້ານພຣະເຈົ້າ. ໃນການປະຕິບັດພາລະກິດພິພາກສາຂອງພຣະເຈົ້າ, ພຣະອົງບໍ່ພຽງແຕ່ເຮັດໃຫ້ທໍາມະຊາດຂອງມະນຸດຊັດເຈນດ້ວຍພຣະທໍາສອງສາມຂໍ້ເທົ່ານັ້ນ; ແຕ່ພຣະອົງເປີດໂປງ, ຈັດການ ແລະ ລິຮານມັນໃນໄລຍະຍາວ. ວິທີການເປີດໂປ່ງ, ຈັດການ ແລະ ລິຮານເຫຼົ່ານີ້ບໍ່ສາມາດທົດແທນດ້ວຍຄໍາກ່າວທໍາມະດາ ແຕ່ທົດແທນດ້ວຍຄວາມຈິງທີ່ມະນຸດບໍ່ມີແທ້ໆ. ມີພຽງວິທີການແບບນີ້ເທົ່ານັ້ນຈຶ່ງຖືກເອີ້ນວ່າເປັນການພິພາກສາ; ຜ່ານການພິພາກສາແບບນີ້ເທົ່ານັ້ນ ທີ່ຈະສາມາດເອົາຊະນະມະນຸດ ແລະ ເຮັດໃຫ້ມະນຸດຍອມອ່ອນນ້ອມຕໍ່ພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນກໍຮັບເອົາຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະອົງ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຣິດປະຕິບັດພາລະກິດແຫ່ງການພິພາກສາດ້ວຍຄວາມຈິງ). ທຸກຄົນທີ່ໄດ້ປະສົບກັບການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າເຂົ້າໃຈຢ່າງເລິກເຊິ່ງວ່າ ໂດຍປາສະຈາກພຣະທຳຂອງພຣະເຈົ້າທີ່ເປີດໂປງຄວາມເສື່ອມຊາມ ແລະ ແກ່ນແທ້ຂອງພວກເຮົາ, ພວກເຮົາຈະບໍ່ເຫັນວ່າພວກເຮົາເສື່ອມຊາມຢ່າງຮຸນແຮງສໍ່າໃດ, ຄວາມເສື່ອມຊາມຂອງພວກເຮົາຈະຮ້າຍແຮງສໍ່າໃດ. ຖ້າບໍ່ຖືກພິພາກສາ, ຂ້ຽນຕີ, ລິຮານ, ຈັດການ ແລະ ລົງວິໄນໂດຍພຣະເຈົ້າ, ພວກເຮົາຈະບໍ່ໂຍນຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຮົາຈັກເທື່ອ ແລະ ພວກເຮົາຈະເຖິງກັບດີ້ນຮົນເພື່ອຮູ້ຈັກຕົນເອງຢ່າງແທ້ຈິງ. ບໍ່ຕ້ອງສົງໄສເລີຍວ່າຜູ້ທີ່ມີຄວາມເຊື່ອຫຼາຍຄົນສາມາດເຮັດໄດ້ພຽງແຕ່ເຮັດບາບ ແລະ ສາລະພາບ, ແລ້ວສາລະພາບ ແລະ ເຮັດບາບອີກຄັ້ງ ໂດຍບໍ່ເຫັນວ່າຮາກຄວາມຜິດບາບຂອງພວກເຂົານອນຢູ່ໃນການທີ່ຊາຕານເຮັດໃຫ້ເສື່ອມຊາມຢ່າງຮຸນແຮງຫຼາຍ. ພວກເຂົາຍັງເຊື່ອຢ່າງຜິດໆວ່າພວກເຂົາສາມາດໄປສະຫວັນ ເພາະພວກເຂົາໄດ້ຮັບການອະໄພ. ນີ້ເປັນສິ່ງທີ່ຕາບອດ ແລະ ໂງ່ຈ້າແທ້ໆ ແລະ ຂາດຄວາມຮູ້ກ່ຽວກັບຕົນເອງຢ່າງສິ້ນເຊີງ. ການກັບໃຈຢ່າງແທ້ຈິງພຽງແຕ່ເກີດຂຶ້ນຜ່ານການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ການຢຳເກງພຣະເຈົ້າ ແລະ ການຫຼົບຫຼີກຄວາມຊົ່ວຮ້າຍພຽງແຕ່ເກີດຂຶ້ນຜ່ານການຮູ້ຈັກອຸປະນິໄສທີ່ຊອບທຳຂອງພຣະເຈົ້າ. ມີແຕ່ເມື່ອນັ້ນ ພວກເຮົາຈຶ່ງສາມາດນະມັດສະການ ແລະ ຍອມອ່ອນນ້ອມຕໍ່ພຣະເຈົ້າ ແລະ ກາຍມາເປັນປະຊາຊົນທີ່ປະຕິບັດຕາມຄວາມປະສົງຂອງພຣະອົງ. ເຈົ້າພຽງແຕ່ສາມາດຮູ້ຈັກສິ່ງນີ້ ຫຼັງຈາກທີ່ໄດ້ປະສົບກັບການພິພາກສາຂອງພຣະເຈົ້າໃນຍຸກສຸດທ້າຍ ແລະ ຖືກຊໍາລະລ້າງ.

ຕອນນີ້ ຂ້ອຍຄິດວ່າພວກເຮົາທຸກຄົນມີຄວາມຊັດເຈນແລ້ວວ່າ ເສັ້ນທາງສູ່ອານາຈັກເປັນຮູບປະທຳຫຼາຍ, ເປັນຈິງຫຼາຍ, ມັນບໍ່ແມ່ນການໄດ້ຮັບອະໄພ ແລະ ລໍຖ້າໃຫ້ພຣະຜູ້ເປັນເຈົ້າຍົກພວກເຮົາຂຶ້ນເມືອ, ແລ້ວຖືກພາເຂົ້າສູ່ສະຫວັນໂດຍກົງ. ນັ້ນບໍ່ເປັນຈິງ, ນັ້ນເປັນຄວາມເຊື່ອວ່າເປັນຈິງ. ຖ້າພວກເຮົາຕ້ອງການເຂົ້າສູ່ອານາຈັກສະຫວັນ, ສິ່ງທີ່ສຳຄັນທີ່ສຸດຄືການຍອມຮັບການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ເພື່ອວ່າອຸປະນິໄສຂອງພວກເຮົາຈະສາມາດຖືກຊໍາລະລ້າງ ແລະ ພວກເຮົາສາມາດເຮັດຕາມຄວາມປະສົງຂອງພຣະເຈົ້າ. ແລ້ວພວກເຮົາຈະຄູ່ຄວນໄດ້ຮັບຄຳສັນຍາ ແລະ ພອນຂອງພຣະເຈົ້າ ແລະ ຖືກພາເຂົ້າສູ່ອານາຈັກຂອງພຣະອົງ. ຖ້າພວກເຮົາປະຕິເສດທີ່ຈະຍອມຮັບພາລະກິດແຫ່ງການພິພາກສາຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພວກເຮົາຈະບໍ່ມີວັນໄດ້ຮັບຄວາມຈິງ ແລະ ຊີວິດ ຫຼື ຊໍາລະລ້າງຄວາມເສື່ອມຊາມຂອງພວກເຮົາ. ພຽງແຕ່ການປາຖະໜາໃຫ້ພຣະຜູ້ເປັນເຈົ້າພາພວກເຮົາເຂົ້າສູ່ສະຫວັນໃນລັກສະນະນີ້ ເປັນກິດຈະການຂອງຄົນໂງ່ ແລະ ຄົນເຫຼົ່ານີ້ກໍເປັນຍິງສາວບໍລິສຸດທີ່ໂງ່ຈ້າ ທີ່ຈະຕົກລົງສູ່ໄພພິບັດ, ຮ້ອງໄຫ້ ແລະ ກັດແຂ້ວຂອງພວກເຂົາ. ພວກເຮົາສາມາດເວົ້າໄດ້ວ່າການຍອມຮັບພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຄືການຖືກຮັບຂຶ້ນຢູ່ຕໍ່ໜ້າບັນລັງຂອງພຣະອົງ. ພວກເຮົາຍັງຈຳເປັນຕ້ອງຍອມຮັບຄວາມຈິງທີ່ພຣະອົງໄດ້ກ່າວໄວ້ ແລະ ການພິພາກສາ ແລະ ການຂ້ຽນຕີຂອງພຣະອົງ, ປະຖິ້ມຄວາມເສື່ອມຊາມ ແລະ ຖືກຊໍາລະລ້າງ, ເພື່ອວ່າພວກເຮົາຈະສາມາດໄດ້ຮັບການປົກປ້ອງໃນທີ່ສຸດ ແລະ ຖືກພຣະເຈົ້າດູແລຕະຫຼອດໄພພິບັດ ແລະ ເຂົ້າສູ່ຈຸດໝາຍປາຍທາງທີ່ສວຍງາມເຊິ່ງພຣະອົງໄດ້ກະກຽມໄວ້ໃຫ້. ການຮັບໃຊ້ແຕ່ປາກເພື່ອຍອມຮັບພຣະເຈົ້າອົງຊົງລິດທານຸພາບສູງສຸດໂດຍບໍ່ຍອມຮັບຄວາມຈິງ, ການບໍ່ຍອມອ່ອນນ້ອມຕໍ່ການພິພາກສາ ແລະ ການຂ້ຽນຕີຂອງພຣະອົງ ບໍ່ແມ່ນຄວາມເຊື່ອທີ່ແທ້ຈິງ ແລະ ມັນບໍ່ແມ່ນການເປັນຄົນທີ່ຮັກຄວາມຈິງຢ່າງແທ້ຈິງ. ພວກເຂົາຈະຈົບລົງໂດຍຖືກເປີດໂປງ ແລະ ຖືກກຳຈັດ. ໃຫ້ພວກເຮົາສະຫຼຸບໃນອີກຂໍ້ຄວາມໜຶ່ງຈາກພຣະເຈົ້າອົງຊົງລິດທານຸພາບສູງສຸດ. “ຜູ້ຄົນທີ່ຕ້ອງການໄດ້ຮັບຊີວິດໂດຍບໍ່ເພິ່ງພາຄວາມຈິງທີ່ພຣະຄຣິດກ່າວໄວ້ ແມ່ນຄົນທີ່ເປັນຕາໜ່າຍທີ່ສຸດໃນແຜ່ນດິນໂລກ ແລະ ຄົນທີ່ບໍ່ຍອມຮັບຫົນທາງແຫ່ງຊີວິດທີ່ພຣະຄຣິດນໍາມາໃຫ້ ແມ່ນຄົນທີ່ຫຼົງໃນຄວາມເພີ້ຝັນ. ດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ຄົນທີ່ບໍ່ຍອມຮັບພຣະຄຣິດໃນຍຸກສຸດທ້າຍຈະຖືກພຣະເຈົ້າກຽດຊັງຕະຫຼອດໄປ. ພຣະຄຣິດເປັນປະຕູໃຫ້ມະນຸດເຂົ້າສູ່ອານາຈັກໃນຍຸກສຸດທ້າຍ ເຊິ່ງບໍ່ມີໃຜທີ່ສາມາດຜ່ານໄປໄດ້. ບໍ່ມີໃຜທີ່ສາມາດຖືກພຣະເຈົ້າເຮັດໃຫ້ສົມບູນ ນອກຈາກຜ່ານທາງພຣະຄຣິດ. ເຈົ້າເຊື່ອໃນພຣະເຈົ້າ ແລະ ດ້ວຍເຫດນີ້ ເຈົ້າຕ້ອງຍອມຮັບພຣະທຳຂອງພຣະອົງ ແລະ ເຊື່ອຟັງຫົນທາງຂອງພຣະອົງ. ເຈົ້າຕ້ອງບໍ່ຄິດເຖິງພຽງແຕ່ການຮັບພອນ ໂດຍບໍ່ມີການຮັບຄວາມຈິງ ຫຼື ການຮັບການຈັດກຽມຂອງຊີວິດ. ພຣະຄຣິດມາໃນລະຫວ່າງຍຸກສຸດທ້າຍ ເພື່ອທຸກຄົນທີ່ເຊື່ອໃນພຣະອົງຢ່າງແທ້ຈິງຈະໄດ້ຮັບການສະໜອງຂອງຊີວິດ. ພາລະກິດຂອງພຣະອົງແມ່ນເພື່ອຜົນປະໂຫຍດຂອງການສິ້ນສຸດຍຸກເກົ່າ ແລະ ເລີ່ມຕົ້ນຍຸກໃໝ່ ແລະ ເປັນເສັ້ນທາງທີ່ທຸກຄົນຕ້ອງໄດ້ຮັບເອົາເພື່ອເຂົ້າສູ່ຍຸກໃໝ່. ຖ້າເຈົ້າບໍ່ສາມາດຮັບຮູ້ພຣະອົງ ແລະ ກົງກັນຂ້າມ ເຈົ້າກ່າວໂທດ, ກ່າວໝິ່ນປະໝາດ ຫຼື ແມ່ນແຕ່ຂົ່ມເຫັງພຣະເຈົ້າ ແລ້ວເຈົ້າກໍຈະຖືກເຜົາໄໝ້ຕະຫຼອດໄປເປັນນິດ, ແລະ ຈະບໍ່ໄດ້ເຂົ້າອານາຈັກຂອງພຣະເຈົ້າຈັກເທື່ອ. ຍ້ອນພຣະຄຣິດອົງນີ້ເອງເປັນການສະແດງຂອງພຣະວິນຍານບໍລິສຸດ, ການສະແດງຂອງພຣະເຈົ້າ, ຂອງຜູ້ທີ່ພຣະເຈົ້າໄວ້ໃຈໃຫ້ປະຕິບັດພາລະກິດຂອງພຣະອົງເທິງແຜ່ນດິນໂລກ ແລະ ດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ຖ້າເຈົ້າບໍ່ສາມາດຍອມຮັບທຸກສິ່ງທີ່ພຣະຄຣິດແຫ່ງຍຸກສຸດທ້າຍໄດ້ກະທຳ ແລ້ວເຈົ້າກ່າວໝິ່ນປະໝາດພຣະວິນຍານບໍລິສຸດ. ຜົນກຳທີ່ຄົນເຫຼົ່ານັ້ນທີ່ກ່າວໝິ່ນປະໝາດພຣະວິນຍານບໍລິສຸດຈະໄດ້ຮັບແມ່ນເຮັດໃຫ້ທຸກຄົນເຫັນໄດ້ຊັດເຈນໂດຍຕົວມັນເອງຢູ່ແລ້ວ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງແຕ່ພຣະຄຣິດແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດມອບຫົນທາງແຫ່ງຊີວິດຊົ່ວນິດນິລັນໃຫ້ກັບມະນຸດໄດ້).

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ແມ່ນຫຍັງຄືການບັງເກີດເປັນມະນຸດ?

ພວກເຮົາທຸກຄົນຮູ້ວ່າ ສອງພັນປີກ່ອນ ພຣະເຈົ້າໄດ້ມາບັງເກີດເປັນມະນຸດໃນໂລກມະນຸດເປັນອົງພຣະເຢຊູເຈົ້າ ເພື່ອໄຖ່ມະນຸດຊາດ ແລະ ເທດສະໜາ “ຈົ່ງສຳນຶກຜິດ...

ຄວາມລອດພົ້ນຜ່ານຄວາມເຊື່ອອະນຸຍາດໃຫ້ເຂົ້າສູ່ອານາຈັກຂອງພຣະເຈົ້າບໍ?

ໂຣກລະບາດແຜ່ກະຈາຍຢ່າງບໍ່ຢຸດຢ່ອນ ແລະ ແຜ່ນດິນໄຫວ, ນໍ້າຖ້ວມ, ແມງໄມ້ລະບາດ, ໄພອຶດຢາກກໍເລີ່ມປາກົດຂຶ້ນ. ຫຼາຍຄົນຢູ່ໃນສະພາວະວິຕົກກັງວົນຢູ່ສະເໝີ ແລະ...

ເປັນຫຍັງພຣະເຈົ້າຈຶ່ງມາບັງເກີດເປັນມະນຸດໃນຍຸກສຸດທ້າຍ, ບໍ່ແມ່ນໃນຮູບຮ່າງພຣະວິນຍານ?

ຍ້ອນພຣະເຈົ້າອົງຊົງລິດທານຸພາບສູງສຸດ ເຊິ່ງເປັນພຣະຜູ້ໄຖ່ ໄດ້ກ່າວຄວາມຈິງສຳລັບພາລະກິດແຫ່ງການພິພາກສາຂອງພຣະອົງໃນຍຸກສຸດທ້າຍ, ຫຼາຍຄົນຈຶ່ງໄດ້ສະແຫວງຫາ...

Leave a Reply