ເມື່ອພຣະຜູ້ໄຖ່ກັບຄືນມາ, ພຣະອົງຍັງຈະຖືກເອີ້ນວ່າພຣະເຢຊູບໍ?

01 ເດືອນມັງກອນ 2022

ໃນຍຸກສຸດທ້າຍ, ພຣະຜູ້ໄຖ່ ນັ້ນກໍຄື ພຣະເຈົ້າອົງຊົງລິດທານຸພາບສູງສຸດ ໄດ້ມາເທິງແຜ່ນດິນໂລກ, ກ່າວຄວາມຈິງ, ປາກົດຕົວ ແລະ ເຮັດພາລະກິດເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນຢ່າງສົມບູນ. ນັບຕັ້ງແຕ່ທີ່ ໜັງສືພຣະທໍາປາກົດໃນຮ່າງກາຍ ຖືກເຜີຍແຜ່ໃນອອນລາຍທົ່ວໂລກ, ຜູ້ຄົນຈາກທົ່ວແຜ່ນດິນໂລກໄດ້ເຫັນວ່າ ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນເປັນຄວາມຈິງ ແລະ ໄດ້ຍິນສຽງຂອງພຣະເຈົ້າ. ພວກເຂົາອາດບໍ່ໄດ້ເຫັນໃບໜ້າຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ແຕ່ພວກເຂົາແນ່ໃຈວ່າພຣະທຳຂອງພຣະອົງຄືພຣະທຳຂອງພຣະວິນຍານບໍລິສຸດຢ່າງສິ້ນເຊີງ, ນີ້ຄືການທີ່ພຣະເຈົ້າກຳລັງເວົ້າກັບມະນຸດຊາດ ແລະ ການທີ່ພຣະເຈົ້າປາກົດໃນເນື້ອໜັງ. ໃນທີ່ສຸດ, ພວກເຂົາໄດ້ເປັນພະຍານໃຫ້ແກ່ການປາກົດຕົວ ແລະ ພາລະກິດຂອງບຸດມະນຸດ ແລະ ຄົ້ນພົບຮອຍຕີນຂອງພຣະເຈົ້າ. ດ້ວຍຄວາມຕື່ນເຕັ້ນ, ພວກເຂົາທຸກຄົນເດີນທາງໄປມາເພື່ອແບ່ງປັນຂ່າວປະເສີດ, ຍອມຮັບພຣະເຈົ້າອົງຊົງລິດທານຸພາບສູງສຸດຢ່າງປິຕິຍິນດີ, ມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ. ພວກເຂົາກິນ ແລະ ດື່ມພຣະທຳໃນປັດຈຸບັນຂອງພຣະເຈົ້າທຸກມື້, ໄດ້ຮັບແສງສະຫວ່າງຫຼາຍຂຶ້ນເມື່ອພວກເຂົາອ່ານ, ມີຄວາມສຸກກັບການລ້ຽງດູ ແລະ ການເບິ່ງແຍງຈາກພຣະທຳຂອງພຣະເຈົ້າ. ພວກເຂົາຮຽນຮູ້ຄວາມຈິງຫຼາຍຢ່າງ ແລະ ຄວາມເຊື່ອຂອງພວກເຂົາກໍ່ເຕີບໃຫຍ່. ພວກເຂົາຟ້າວເຜີຍແຜ່ນາມຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ເປັນພະຍານວ່າພຣະຜູ້ໄຖ່ໄດ້ມາເທິງແຜ່ນດິນໂລກເພື່ອຊ່ວຍມະນຸດໃຫ້ລອດພົ້ນ. ພວກເຂົາເຕັມລົ້ນດ້ວຍຄວາມເຊື່ອ ແລະ ກຳລັງ ແລະ ຄົ້ນພົບຄວາມສະບາຍຈາກພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ພວກເຂົາມີເປົ້າໝາຍທີ່ຖືກຕ້ອງໃນການສະແຫວງຫາຂອງພວກເຂົາ ແລະ ທິດທາງໃນຊີວິດ ແລະ ມອບທັງໝົດຂອງພວກເຂົາໃຫ້ກັບພຣະເຈົ້າ, ເປັນພະຍານໃຫ້ກັບພຣະເຈົ້າ. ອີກຫຼາຍຄົນທົ່ວໂລກກຳລັງສືບຄົ້ນຫາຫົນທາງທີ່ແທ້ຈິງ. ຕອນນີ້ ເມື່ອໄພພິບັດທຸກຮູບແບບໄດ້ເລີ່ມຖອກເທລົງມາ, ທຸກຄົນໄດ້ຖືກບັງຄັັບໃຫ້ສະແຫວງຫາຫົນທາງທີ່ແທ້ຈິງ, ບາດກ້າວຂອງພຣະວິນຍານບໍລິສຸດ ແລະ ການປາກົດຕົວ ແລະ ພາລະກິດຂອງພຣະຜູ້ໄຖ່. ນີ້ຄືແນວໂນ້ມທີ່ບໍ່ສາມາດຫຼີກເວັ້ນໄດ້. ໃນຊຸມຊົນສາສະໜາຈາກທຸກປະເທດໃນໂລກ, ຫຼາຍຄົນກຳລັງຍອມຮັບຫົນທາງທີ່ແທ້ຈິງ ແລະ ກຳລັງຫັນມາຫາພຣະເຈົ້າອົງຊົງລິດທານຸພາບສູງສຸດໃນທຸກໆມື້. ຄຣິດຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດກຳລັງຖືກສ້າງຕັ້ງຂຶ້ນໃນຫຼາຍປະເທດ, ສຳເລັດຕາມຄຳນີ້ໃນເອຊາຢາຢ່າງສົມບູນ: “ແລ້ວມັນຈະເກີດຂຶ້ນໃນຍຸກສຸດທ້າຍ, ພູເຂົາໃນເຮືອນຂອງພຣະເຢໂຮວາຈະຖືກຕັ້ງຂຶ້ນເທິງຍອດພູເຂົາ ແລະ ຈະຖືກສັນລະເສີນຢູ່ເນີນພູ ແລະ ທຸກຊົນຊາດຈະຫຼັ່ງໄຫຼເຂົ້າສູ່ແຫ່ງນັ້ນ(ເອຊາຢາ 2:2). ໃນຂະນະທີ່ຫຼາຍຄົນກຳລັງສືບຄົ້ນຫາຫົນທາງທີ່ແທ້ຈິງຢ່າງຫິວກະຫາຍ, ມີບາງຄົນທີ່ໄດ້ຢືນຢັນວ່າພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນເປັນຄວາມຈິງ, ພຣະທຳເຫຼົ່ານັ້ນມີສິດອຳນາດ ແລະ ລິດອຳນາດ, ແຕ່ເມື່ອເຫັນວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດມີລັກສະນະພາຍນອກຂອງບຸກຄົນທຳມະດາ, ພຣະອົງບໍ່ໄດ້ປາກົດຕົວໃນຮູບຮ່າງວິນຍານຂອງອົງພຣະເຢຊູເຈົ້າ ແລະ ພຣະອົງບໍ່ໄດ້ສະແດງໝາຍສຳຄັນ ແລະ ຄວາມມະຫັດສະຈັນ, ພວກເຂົາຈຶ່ງຄາຢູ່ສິ່ງນັ້ນ ແລະ ປະຕິເສດທີ່ຈະຍອມຮັບພຣະອົງ. ແລ້ວບາງຄົນກໍເບິ່ງໂດຍບໍ່ມີຄວາມສົງໄສແມ່ນແຕ່ໜ້ອຍດຽວວ່າ ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນລ້ວນແລ້ວແຕ່ເປັນຄວາມຈິງ, ແຕ່ເພາະພຣະທຳເຫຼົ່ານັ້ນບໍ່ໄດ້ຖືກບັນທຶກໄວ້ໃນພຣະຄຳພີໄບເບິນ, ພວກເຂົາຈຶ່ງບໍ່ສາມາດແນ່ໃຈໄດ້ວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດຄືອົງພຣະເຢຊູເຈົ້າທີ່ກັບຄືນມາ. ນີ້ຄືບ່ອນທີ່ພວກເຂົາຄາ ແລະ ຈະບໍ່ຍອມຮັບພຣະອົງ. ຍັງມີຄົນອື່ນທີ່ຮັບຮູ້ວ່າພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດເປັນຄວາມຈິງ ແລະ ມາຈາກພຣະເຈົ້າ, ແຕ່ເມື່ອເຫັນພຣະຄຳພີໄບເບິນກ່າວວ່າ “ພຣະເຢຊູຄຣິດເປັນເໝືອນເດີມ ໃນມື້ວານ, ມື້ນີ້ແລະຕະຫຼອດໄປ” (ເຮັບເຣີ 13:8), ພວກເຂົາກໍເຊື່ອວ່ານາມພຣະເຢຊູຈະບໍ່ປ່ຽນແປງຈັກເທື່ອ. ພວກເຂົາຄິດວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດບໍ່ໄດ້ມີນາມວ່າພຣະເຢຊູ ແລະ ພຣະຄຳພີໄບເບິນບໍ່ເຄີຍກ່າວເຖິງນາມຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ສະນັ້ນ ພວກເຂົາຈຶ່ງບໍ່ຍອມຮັບຮູ້ວ່າພຣະອົງເປັນພຣະຜູ້ໄຖ່ທີ່ໄດ້ລົງມາ. ພວກເຂົາຄິດວ່າການຍອມຮັບພຣະເຈົ້າອົງຊົງລິດທານຸພາບສູງສຸດຈະເປັນການທໍລະຍົດຕໍ່ອົງພຣະເຢຊູເຈົ້າ, ສະນັ້ນ ພວກເຂົາຈຶ່ງຄາກັບສິ່ງນັ້ນ ແລະ ຈະບໍ່ຍອມຮັບພຣະອົງ. ສະຖານະການສາມຢ່າງເຫຼົ່ານີ້ລ້ວນແລ້ວແຕ່ກັບມາສູ່ບັນຫາໜຶ່ງທີ່ຍັງແອບແຝງຢູ່: ພຣະເຈົ້າອົງຊົງລິດທານຸພາບສູງສຸດພຽງແຕ່ເບິ່ງຄືກັບຄົນປົກກະຕິ ແລະ ທຸກສິ່ງທີ່ພຣະອົງເວົ້າກໍເປັນຄວາມຈິງ ແລະ ມີລິດອຳນາດ ແລະ ສິດອຳນາດ, ແຕ່ພຣະອົງບໍ່ໄດ້ຖືກເອີ້ນວ່າພຣະເຢຊູເຈົ້າ ແລະ ພຣະອົງບໍ່ໄດ້ປາກົດໃນຮູບຮ່າງວິນຍານຂອງພຣະເຢຊູ, ສະນັ້ນ ພວກເຂົາຈະບໍ່ຍອມຮັບຮູ້ວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດຄືອົງພຣະເຢຊູເຈົ້າທີ່ກັບຄືນມາ. ສິ່ງນີ້ແມ່ນສາມາດເຂົ້າໃຈໄດ້ໂດຍອີງໃສ່ແນວຄິດ ແລະ ຈິນຕະນາການຂອງມະນຸດເທົ່ານັ້ນ, ແຕ່ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າປະກອບມີຄວາມລຶກລັບຍິ່ງໃຫຍ່ທີ່ມະນຸດບໍ່ສາມາດຢັ່ງເຖິງໄດ້. ຖ້າບໍ່ມີການສະແຫວງຫາຄວາມຈິງ ແລະ ການກຳນົດສິ່ງຕ່າງໆຕາມພຣະທຳຂອງພຣະເຈົ້າ ແລະ ຂໍ້ແທ້ຈິງກ່ຽວກັບພາລະກິດຂອງພຣະອົງ, ຄົນໆໜຶ່ງບໍ່ສາມາດຄົ້ນຫາຄຳຕອບທີ່ຖືກຕ້ອງ. ການຍຶດຕິດກັບຂໍ້ຄວາມຕາມຕົວອັກສອນໃນພຣະຄຳພີໄບເບິນ ແລະ ແນວຄິດຂອງພວກເຂົາຢ່າງຫຼັບຫູຫຼັບຕາ, ການປະຕິເສດທີ່ຈະຍອມຮັບພຣະຄຣິດທີ່ກ່າວຄວາມຈິງ ຈະນໍາເອົາຜົນຕາມມາທີ່ບໍ່ສາມາດຄາດຄິດໄດ້. ສິ່ງນີ້ພຽງແຕ່ເປັນຄືກັບຄົນທີ່ມີຄວາມເຊື່ອຂອງຄົນຢິວທີ່ປະຕິເສດຈະຍອມຮັບການໄຖ່ບາບຂອງອົງພຣະເຢຊູເຈົ້າ ແລະ ຖືກສາບແຊ່ງ. ບົດຮຽນທີ່ເຈັບປວດນີ້ແມ່ນຢູ່ຕໍ່ໜ້າພວກເຮົາເປັນເວລາດົນນານ. ຕອນນີ້ເມື່ອພຣະຜູ້ໄຖ່ໄດ້ມາເຖິງ, ພວກເຮົາສາມາດຈິນຕະນາການເຖິງຜົນຕາມມາຂອງການລົ້ມເຫຼວໃນການສະແຫວງຫາຄວາມຈິງ. ແລ້ວພຣະຜູ້ໄຖ່ຈະຍັງຖືກເອີ້ນວ່າ “ພຣະເຢຊູ” ບໍ ເມື່ອພຣະອົງກັບຄືນມາ? ຂ້ອຍຈະແບ່ງປັນຄວາມເຂົ້າໃຈເລັກໆນ້ອຍໆຂອງຂ້ອຍເອງກ່ຽວກັບຫົວຂໍ້ນີ້.

ກ່ອນອື່ນ ພວກເຮົາຈຳເປັນຕ້ອງເຂົ້າໃຈວິທີການຢືນຢັນວ່ານີ້ແມ່ນພຣະຜູ້ໄຖ່ທີ່ໄດ້ລົງມາ. ພວກເຮົາບໍ່ສາມາດດຳເນີນການຕໍ່ດ້ວຍພຽງຄຳຖາມທີ່ວ່າ ພຣະອົງມີນາມຂອງອົງພຣະເຢຊູເຈົ້າ ຫຼື ບໍ່, ພຣະອົງເບິ່ງຄືກັບອົງພຣະເຢຊູເຈົ້າ ຫຼື ບໍ່. ສິ່ງທີ່ສຳຄັນກໍຄືພຣະອົງສາມາດກ່າວຄວາມຈິງ ແລະ ເຮັດພາລະກິດຂອງພຣະເຈົ້າ ຫຼື ບໍ່ ຖ້າພຣະອົງສາມາດຊໍາລະລ້າງໃຫ້ບໍລິສຸດ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນ. ຕາບໃດທີ່ພຣະອົງສາມາດກ່າວຄວາມຈິງ, ເປ່ງສຽງຂອງພຣະເຈົ້າ ແລະ ເຮັດພາລະກິດໃນການຊ່ວຍມະນຸດຊາດໃຫ້ລອດພົ້ນ, ມັນບໍ່ສຳຄັນວ່າພຣະອົງຈະຖືກເອີ້ນວ່າແນວໃດ ຫຼື ພຣະອົງປາກົດວ່າເປັນຄົນປົກກະຕິສໍ່າໃດ. ພວກເຮົາສາມາດແນ່ໃຈໄດ້ວ່ານີ້ຄືພຣະເຈົ້າໃນເນື້ອໜັງ, ອົງພຣະເຢຊູເຈົ້າທີ່ກັບຄືນມາ. ພຣະອົງເປັນພຣະຜູ້ໄຖ່ທີ່ລົງມາເທິງແຜ່ນດິນໂລກ. ຖ້າພວກເຮົາພຽງແຕ່ດຳເນີນການຕໍ່ດ້ວຍນາມຂອງພຣະອົງ ຫຼື ລັກສະນະພາຍນອກຂອງພຣະອົງ ມັນກໍງ່າຍເກີນໄປທີ່ຈະຄິດຜິດ. ພວກເຮົາທຸກຄົນຮູ້ວ່າພຣະເຈົ້າມີນາມຂອງພຣະເຢໂຮວາໃນຍຸກແຫ່ງພຣະບັນຍັດ ແລະ ມີນາມຂອງພຣະເຢຊູໃນຍຸກແຫ່ງພຣະຄຸນ. ພຣະອົງບໍ່ໄດ້ຖືກເອີ້ນວ່າພຣະເຢໂຮວາອີກຕໍ່ໄປ, ກົງກັນຂ້າມແມ່ນຮັບເອົານາມຂອງພຣະເຢຊູແທນ, ແຕ່ອົງພຣະເຢຊູເຈົ້າເປັນພຣະເຈົ້າເຢໂຮວາທີ່ບັງເກີດເປັນມະນຸດ. ພຣະອົງຄືພຣະເຈົ້າເຢໂຮວາທີ່ສວມໃສ່ເນື້ອໜັງຂອງບຸດມະນຸດ, ມາເປັນມະນຸດເພື່ອປາກົດຕົວ ແລະ ເຮັດພາລະກິດ. ອົງພຣະເຢຊູເຈົ້າ ແລະ ພຣະເຈົ້າເຢໂຮວາມີພຣະວິນຍານໜຶ່ງດຽວຮ່ວມກັນ ແລະ ເປັນພຣະເຈົ້າອົງດຽວ. ລັກສະນະການກັບໃຈ ແລະ ຄວາມລຶກລັບແຫ່ງອານາຈັກທີ່ຖືກເປີດເຜີຍໂດຍອົງພຣະເຢຊູເຈົ້າ, ພ້ອມກັບພາລະກິດແຫ່ງການໄຖ່ຂອງພຣະອົງ, ລ້ວນແລ້ວແຕ່ພິສູດວ່າພຣະອົງເປັນພຣະເຈົ້າໃນເນື້ອໜັງ, ການປາກົດຕົວຂອງພຣະເຈົ້າທີ່ແທ້ຈິງໜຶ່ງດຽວ ແລະ ພຣະຜູ້ໄຖ່. ຄົນທີ່ຢູ່ພາຍໃນລັດທິຢູດາບໍ່ສາມາດເຫັນໄດ້ໃນເວລານັ້ນ. ເຖິງແມ່ນວ່າພວກເຂົາຫຼາຍຄົນຈະຮັບຮູ້ວ່າຫົນທາງຂອງອົງພຣະເຢຊູເຈົ້າມີລິດອຳນາດ ແລະ ສິດອຳນາດ, ເພາະພຣະອົງບໍ່ໄດ້ຖືກເອີ້ນວ່າ “ພຣະເມຊີອາ” ແລະ ເບິ່ງຄືກັບຄົນປົກກະຕິ, ພວກເຂົາກໍປະຕິເສດ ແລະ ປະນາມພຣະອົງ. ບໍ່ວ່າຫົນທາງຂອງອົງພຣະເຢຊູເຈົ້າຈະສູງສົ່ງສໍ່າໃດກໍ່ຕາມ, ພວກເຂົາຈະບໍ່ສະແຫວງຫາ ຫຼື ສືບຄົ້ນຫາມັນ, ແຕ່ກ່າວຫາວ່າພຣະອົງໝິ່ນປະໝາດ ແລະ ເຖິງກັບຄຶງພຣະອົງເທິງໄມ້ກາງແຂນ. ພວກເຂົາຖືກສາບແຊ່ງ ແລະ ຖືກລົງໂທດໂດຍພຣະເຈົ້າ. ພວກເຂົາຜິດບ່ອນໃດ? ພວກເຂົາບໍ່ໄດ້ຮູ້ວ່າການບັງເກີດເປັນມະນຸດແມ່ນຫຍັງ ແລະ ພວກເຂົາບໍ່ຮູ້ວ່າຄວາມສັກສິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດຖືກສະແດງຜ່ານການກ່າວຄວາມຈິງ, ສະນັ້ນ ບໍ່ວ່າບຸດມະນຸດຈະກ່າວຄວາມຈິງຫຼາຍສໍ່າໃດ ຫຼື ພາລະກິດຂອງພຣະອົງຈະຍິ່ງໃຫຍ່ສໍ່າໃດກໍຕາມ, ພວກເຂົາຈະບໍ່ຍອມຮັບວ່າພຣະອົງເປັນພຣະເຈົ້າ. ພວກເຂົາກຳນົດວ່າພຣະອົງເປັນມະນຸດ; ພວກເຂົາແນ່ນອນແທ້ໆກ່ຽວກັບສິ່ງນີ້ ແລະ ປະຕິເສດທີ່ຈະເຊື່ອ. ຜົນຕາມມາກໍຄື ພວກເຂົາພາດໂອກາດທີ່ຈະໄດ້ຮັບຄວາມລອດພົ້ນຂອງພຣະເຈົ້າ ແລະ ຈົບລົງໂດຍການຖືກລົງໂທດ ແລະ ຖືກສາບແຊ່ງ. ນັ້ນບໍ່ແມ່ນຄວາມໂງ່ຈ້າ ແລະ ການບໍ່ມີຄວາມຮູ້ຂອງມະນຸດບໍ? ແລ້ວໃນຕອນນີ້ ເຖິງແມ່ນວ່າຫຼາຍຄົນໃນໂລກສາສະໜາຈະຮູ້ວ່າພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດເປັນຄວາມຈິງ ແລະ ມາຈາກພຣະເຈົ້າ, ພວກເຂົາກໍຍັງຍຶດຕິດກັບຂໍ້ພຣະຄຳຕາມຕົວອັກສອນ, ເຮັດຕາມແນວຄິດ ແລະ ຈິນຕະນາການຂອງພວກເຂົາ, ຢືນຢັນວ່າພຣະເຈົ້າມີນາມຂອງພຣະເຢຊູເຈົ້າ ແລະ ຈະບໍ່ປ່ຽນແປງຈັກເທື່ອ ແລະ ນັ້ນແມ່ນສິ່ງທີ່ພຣະອົງຈະຖືກເອີ້ນ ເມື່ອພຣະອົງກັບຄືນມາ. ຍ້ອນພຣະເຈົ້າອົງຊົງລິດທານຸພາບສູງສຸດບໍ່ໄດ້ມີຊື່ຂອງພຣະເຢຊູ ແລະ ພຣະອົງບໍ່ໄດ້ມາເທິງກ້ອນເມກໃນຮູບຮ່າງຂອງພຣະເຢຊູ, ພວກເຂົາຈຶ່ງປະຕິເສດຢ່າງເດັດດ່ຽວທີ່ຈະຍອມຮັບວ່າພຣະອົງຄືອົງພຣະເຢຊູເຈົ້າທີ່ກັບຄືນມາ. ພວກເຂົາບໍ່ໄດ້ກຳລັງເຮັດຜິດຄືກັບຄົນຢິວບໍ? ຜົນຕາມມາກໍຄື ພວກເຂົາຍັງບໍ່ໄດ້ຕ້ອນຮັບພຣະຜູ້ເປັນເຈົ້າ, ສະນັ້ນ ພວກເຂົາຈະຕົກລົງສູ່ໄພພິບັດທີ່ຍິ່ງໃຫຍ່, ທຸບເອິກຂອງພວກເຂົາ, ຮ້ອງໄຫ້ ແລະ ກັດແຂ້ວຂອງພວກເຂົາ. ຄວາມຫວັງຂອງພວກເຂົາທີ່ຈະຕ້ອນຮັບພຣະຜູ້ເປັນເຈົ້າ ແລະ ຖືກຮັບຂຶ້ນເມືອກ່ອນໄພພິບັດກໍຈະບໍ່ສຳເລັດແທ້ໆ. ນັ້ນບໍ່ແມ່ນສິ່ງທີ່ໜ້າເສົ້າໃຈບໍ? ມັນເປັນຈິງບໍວ່າ ນາມພຣະເຢຊູຂອງພຣະເຈົ້າຈະບໍ່ປ່ຽນແປງຈັກເທື່ອ? ສິ່ງນີ້ມີການຮອງຮັບຈາກພຣະຄຳພີໄບເບິນ, ຈາກພຣະທຳຂອງພຣະເຈົ້າບໍ? ໃນຄວາມເປັນຈິງ, ພຣະຄຳພີໄດ້ທຳນາຍໄວ້ຕັ້ງແຕ່ດົນມາແລ້ວວ່າພຣະຜູ້ເປັນເຈົ້າຈະມາດ້ວຍນາມໃໝ່. ເອຊາຢາທຳນາຍຢ່າງຊັດເຈນວ່າ: “ແລະ ຕ່າງຊາດຈະເຫັນຄວາມຊອບທຳຂອງເຈົ້າ ແລະ ກະສັດທັງໝົດຈະເຫັນສະຫງ່າລາສີຂອງເຈົ້າ ແລະ ເຈົ້າຈະຖືກເອີ້ນໂດຍຊື່ໃໝ່ທີ່ຖືຕັ້ງຂຶ້ນຈາກປາກຂອງພຣະເຢໂຮວາ(ເອຊາຢາ 62:2). ແລ້ວພຣະນິມິດກ່າວວ່າ: “ຜູ້ໃດທີ່ໄດ້ຮັບໄຊຊະນະ ເຮົາຈະເຮັດໃຫ້ຜູ້ນັ້ນເປັນຫຼັກເສົາໃນພຣະວິຫານຂອງພຣະເຈົ້າຂອງເຮົາ ແລະ ຄົນນັ້ນຈະບໍ່ອອກໄປນອກພຣະວິຫານອີກຕໍ່ໄປ, ເຮົາຈະຂຽນພຣະນາມຂອງພຣະເຈົ້າຂອງເຮົາໃສ່ຄົນນັ້ນ ແລະ ພ້ອມດ້ວຍຊື່ນະຄອນຂອງພຣະເຈົ້າຂອງເຮົາ ນັ້ນກໍຄືນະຄອນເຢຣູຊາເລັມໃໝ່ ທີ່ລົງມາຈາກສະຫວັນແຫ່ງພຣະເຈົ້າຂອງເຮົາ ແລະ ເຮົາຈະຂຽນຊື່ໃໝ່ຂອງເຮົາໃສ່ຄົນນັ້ນ(ພຣະນິມິດ 3:12). ພຣະທຳທັງສອງນີ້ໄດ້ກ່າວເຖິງການທີ່ພຣະເຈົ້າມີນາມໃໝ່ຢ່າງຊັດເຈນ. ຍ້ອນມັນເປັນນາມໃໝ່ ເຊິ່ງເປັນນາມທີ່ພຣະອົງບໍ່ເຄີຍມີມາກ່ອນ, ມັນຈຶ່ງແນ່ນອນແລ້ວວ່າ ເມື່ອພຣະຜູ້ເປັນເຈົ້າກັບຄືນມາ ພຣະອົງຈະບໍ່ຖືກເອີ້ນວ່າ ພຣະເຢຊູ. ແລ້ວແມ່ນຫຍັງຄືນາມໃໝ່ຂອງພຣະອົງ? ມັນຄືພຣະເຈົ້າອົງຊົງລິດທານຸພາບສູງສຸດ. ສິ່ງນີ້ແມ່ນສອດຄ່ອງກັບຄຳທຳນາຍໃນພຣະນິມິດຢ່າງສົມບູນ: “ເຮົາຄືອາຟາ ແລະ ໂອເມກາ, ເຮົາຄືການເລີ່ມຕົ້ນ ແລະ ການສິ້ນສຸດ, ເຮົາຄືປັດຈຸບັນ, ອະດີດ ແລະ ອະນາຄົດ ນັ້ນກໍຄື ຜູ້ຊົງລິດທານຸພາບສູງສຸດ(ພຣະນິມິດ 1:8). “ອາເລລູຢາ! ພຣະຜູ້ເປັນເຈົ້າ ພຣະເຈົ້າອົງລິດອໍານາດຍິ່ງໃຫຍ່ໄດ້ຂຶ້ນຄອງລາດແລ້ວ(ພຣະນິມິດ 19:6). ແລ້ວໃນອີກຫຼາຍຂໍ້ ເຊັ່ນ: ພຣະນິມິດ 4:8, 11:17 ແລະ 16:7, ນາມ “ອົງຊົງລິດທານຸພາບສູງສຸດ” ແມ່ນຖືກກ່າວເຖິງ. ເຫັນໄດ້ຢ່າງຊັດເຈນວ່າ ເມື່ອພຣະຜູ້ເປັນເຈົ້າກັບຄືນມາໃນຍຸກສຸດທ້າຍ, ພຣະອົງແມ່ນຖືກເອີ້ນວ່າອົງຊົງລິດທານຸພາບສູງສຸດ, ພຣະເຈົ້າອົງຊົງລິດທານຸພາບສູງສຸດ. ບໍ່ມີຂໍ້ສົງໄສກ່ຽວກັບສິ່ງນີ້. ຄວາມເຊື່ອນີ້ທີ່ວ່ານາມພຣະເຢຊູຂອງພຣະເຈົ້າຈະບໍ່ປ່ຽນແປງຈັກເທື່ອ, ພຣະຜູ້ໄຖ່ໃນຍຸກສຸດທ້າຍຂອງພວກເຮົາຈະຖືກເອີ້ນວ່າ ພຣະເຢຊູ, ແມ່ນແນວຄິດຂອງມະນຸດຢ່າງສິ້ນເຊີງ ເຊິ່ງບໍ່ສອດຄ່ອງກັບຄວາມເປັນຈິງແມ່ນແຕ່ໜ້ອຍດຽວ.

ໃນຈຸດນີ້, ບາງຄົນອາດຖາມວ່າ ເປັນຫຍັງພຣະເຈົ້າຈຶ່ງຈະປ່ຽນນາມຂອງພຣະອົງ. ແມ່ນຫຍັງຄືຄວາມໝາຍທີ່ຢູ່ເບື້ອງຫຼັງສິ່ງນີ້? ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ເປີດເຜີຍຄວາມເລິກລັບແຫ່ງຄວາມຈິງເຫຼົ່ານີ້ທັງໝົດ. ໃຫ້ພວກເຮົາພິຈາລະນາເບິ່ງພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ເພື່ອທີ່ຈະເຂົ້າໃຈສິ່ງນີ້ໄດ້ດີຂຶ້ນ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ບາງຄົນເວົ້າວ່າ ນາມຂອງພຣະເຈົ້າບໍ່ປ່ຽນແປງ. ແລ້ວເປັນຫຍັງຊື່ ເຢໂຮວາ ຈຶ່ງກາຍມາເປັນ ເຢຊູ? ມີການທຳນາຍວ່າພຣະເມຊີອາຈະມາ, ແລ້ວເປັນຫຍັງຈຶ່ງມີມະນຸດທີ່ມີຊື່ວ່າ ເຢຊູ ມາແທນ? ເປັນຫຍັງຊື່ຂອງພຣະເຈົ້າຈຶ່ງປ່ຽນແປງ? ພາລະກິດດັ່ງກ່າວບໍ່ໄດ້ຖືກປະຕິບັດແຕ່ດົນນານມາແລ້ວບໍ? ໃນມື້ນີ້ ພຣະເຈົ້າບໍ່ສາມາດດຳເນີນພາລະກິດໃໝ່ບໍ? ພາລະກິດຂອງມື້ວານສາມາດປ່ຽນແປງໄດ້ ແລະ ພາລະກິດຂອງພຣະເຢຊູສາມາດສືບຕໍ່ຈາກພາລະກິດຂອງພຣະເຢໂຮວາໄດ້. ແລ້ວພາລະກິດຂອງພຣະເຢຊູບໍ່ສາມາດຖືກສືບຕໍ່ໂດຍພາລະກິດອື່ນບໍ? ຖ້າຊື່ພຣະເຢໂຮວາສາມາດປ່ຽນເປັນ ພຣະເຢຊູ, ແລ້ວ ຊື່ພຣະເຢຊູບໍ່ສາມາດປ່ຽນແປງບໍ? ບໍ່ມີຫຍັງໃນສິ່ງນີ້ທີ່ຜິດປົກກະຕິ; ມັນເປັນພຽງຍ້ອນຜູ້ຄົນມັກງ່າຍເກີນໄປ. ພຣະເຈົ້າຈະເປັນພຣະເຈົ້າຢູ່ສະເໝີ. ບໍ່ວ່າພາລະກິດຂອງພຣະອົງຈະປ່ຽນແປງ ແລະ ບໍ່ວ່າຊື່ຂອງພຣະອົງອາດປ່ຽນແປງ, ອຸປະນິໄສ ແລະ ສະຕິປັນຍາຂອງພຣະອົງຈະບໍ່ປ່ຽນແປງຈັກເທື່ອ. ຖ້າເຈົ້າເຊື່ອວ່າ ພຣະເຈົ້າສາມາດພຽງແຕ່ຖືກເອີ້ນໃນນາມ ເຢຊູ, ແລ້ວຄວາມຮູ້ຂອງເຈົ້າກໍມີໜ້ອຍເກີນໄປ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມະນຸດທີ່ຈໍາກັດພຣະເຈົ້າໃນແນວຄິດຂອງເຂົາຈະສາມາດຮັບການເປີດເຜີຍຂອງພຣະອົງໄດ້ແນວໃດ?).

ໃນແຕ່ລະຍຸກ, ພຣະເຈົ້າໄດ້ປະຕິບັດພາລະກິດໃໝ່ ແລະ ຖືກເອີ້ນໂດຍພຣະນາມໃໝ່; ພຣະອົງຈະສາມາດປະຕິບັດພາລະກິດເກົ່າໆໃນຍຸກທີ່ແຕກຕ່າງກັນໄດ້ແນວໃດ? ພຣະອົງຈະຍຶດຕິດກັບສິ່ງເກົ່າໄດ້ແນວໃດ? ພຣະນາມຂອງພຣະເຢຊູແມ່ນຖືກໃຊ້ ໂດຍເຫັນແກ່ພາລະກິດແຫ່ງການໄຖ່ບາບ, ສະນັ້ນ ພຣະອົງຍັງຈະຖືກເອີ້ນໂດຍພຣະນາມເດີມເມື່ອພຣະອົງກັບຄືນມາໃນຍຸກສຸດທ້າຍນີ້ບໍ? ພຣະອົງຍັງຈະປະຕິບັດພາລະກິດແຫ່ງການໄຖ່ບາບອີກບໍ? ເປັນຫຍັງພຣະເຢໂຮວາ ແລະ ພຣະເຢຊູທີ່ເປັນໜຶ່ງດຽວກັນ, ແຕ່ພຣະອົງທັງສອງພັດຖືກເອີ້ນຊື່ຕ່າງກັນໃນຍຸກທີ່ແຕກຕ່າງກັນ? ບໍ່ແມ່ນຍ້ອນຍຸກແຫ່ງພາລະກິດຂອງພຣະອົງທັງສອງແຕກຕ່າງກັນບໍ? ພຣະນາມດຽວຈະສາມາດເປັນຕົວແທນທັງໝົດໃຫ້ກັບພຣະອົງໄດ້ແນວໃດ? ຖ້າເປັນແບບນັ້ນ, ພຣະເຈົ້າກໍຕ້ອງຖືກເອີ້ນຫຼາຍຊື່ທີ່ແຕກຕ່າງກັນຕາມແຕ່ລະຍຸກທີ່ແຕກຕ່າງ ແລະ ຕ້ອງໃຊ້ພຣະນາມເພື່ອປ່ຽນແປງຍຸກ ແລະ ເປັນຕົວແທນໃຫ້ກັບຍຸກດັ່ງກ່າວ. ຍ້ອນບໍ່ມີພຣະນາມໃດໜຶ່ງສາມາດເປັນຕົວແທນໃຫ້ກັບພຣະເຈົ້າເອງຢ່າງສົມບູນໄດ້ ແລະ ພຣະນາມແຕ່ລະຢ່າງກໍພຽງແຕ່ສາມາດເປັນຕົວແທນໃຫ້ກັບລັກສະນະຊົ່ວຄາວຂອງອຸປະນິໄສຂອງພຣະເຈົ້າໃນຍຸກທີ່ຖືກກຳນົດໄວ້ເທົ່ານັ້ນ; ທຸກສິ່ງທີ່ຕ້ອງເຮັດກໍຄືການເປັນຕົວແທນໃຫ້ກັບພາລະກິດຂອງພຣະອົງ. ສະນັ້ນ, ພຣະເຈົ້າສາມາດເລືອກພຣະນາມໃດກໍຕາມທີ່ເໝາະສົມກັບອຸປະນິໄສຂອງພຣະອົງເພື່ອແທນໃຫ້ກັບຍຸກທັງໝົດ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)).

‘ພຣະເຢໂຮວາ’ ແມ່ນພຣະນາມທີ່ເຮົາໃຊ້ໃນລະຫວ່າງພາລະກິດຂອງເຮົາຢູ່ດິນແດນອິດສະຣາເອນ ແລະ ນັ້ນໝາຍເຖິງ ພຣະເຈົ້າຂອງຊາວອິດສະຣາເອນ (ຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າ) ຜູ້ທີ່ສາມາດມີຄວາມເມດຕາຕໍ່ມະນຸດ ຊາບແສ່ງມະນຸດ ແລະ ນຳທາງຊີວິດຂອງມະນຸດໄດ້. ພຣະອົງ ໝາຍເຖິງພຣະເຈົ້າຜູ້ທີ່ມີອຳນາດຍິ່ງໃຫຍ່ ແລະ ເຕັມໄປດ້ວຍສະຕິປັນຍາ. ‘ພຣະເຢຊູ’ ແມ່ນເອມະນູເອນ ແລະ ໝາຍເຖິງການຖວາຍບາບທີ່ເຕັມໄປດ້ວຍຄວາມຮັກ ຄວາມເມດຕາ ແລະ ໄຖ່ບາບໃຫ້ມະນຸດ. ພຣະອົງປະຕິບັດພາລະກິດໃນຍຸກແຫ່ງພຣະກະລຸນາ ແລະ ເປັນຕົວແທນໃຫ້ແກ່ຍຸກແຫ່ງພຣະກະລຸນາ ແລະ ສາມາດເປັນພຽງສ່ວນໜຶ່ງຂອງແຜນການຄຸ້ມຄອງຂອງພຣະເຈົ້າເທົ່ານັ້ນ... ມີພຽງພຣະເຢຊູເທົ່ານັ້ນເປັນຜູ້ໄຖ່ບາບຂອງມະນຸດ. ພຣະອົງແມ່ນການຖວາຍບາບທີ່ໄຖ່ບາບແກ່ມະນຸດໃຫ້ຫຼຸດພົ້ນຈາກບາບ. ນັ້ນໝາຍຄວາມວ່າ ພຣະນາມພຣະເຢຊູແມ່ນມາຈາກຍຸກແຫ່ງພຣະກະລຸນາ ແລະ ເກີດຂຶ້ນເນື່ອງຈາກພາລະກິດໄຖ່ບາບໃນຍຸກແຫ່ງພຣະກະລຸນາ. ພຣະນາມຂອງພຣະເຢຊູເກີດຂຶ້ນເພື່ອເຮັດໃຫ້ຜູ້ຄົນຂອງຍຸກແຫ່ງພຣະກະລຸນາໄດ້ເກີດໃໝ່ ແລະ ໄດ້ຮັບການຊ່ວຍໃຫ້ລອດ ແລະ ແມ່ນພຣະນາມໂດຍສະເພາະສຳລັບການໄຖ່ບາບຂອງມະນຸດຊາດທັງໝົດ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຜູ້ຊ່ວຍໃຫ້ລອດພົ້ນໄດ້ກັບຄືນມາເທິງ “ກ້ອນເມກສີຂາວ”).

ຖ້າມະນຸດຍັງສະແຫວງຫາການລົງມາຂອງພຣະເຢຊູຜູ້ຊ່ວຍໃຫ້ລອດໃນຊ່ວງຍຸກສຸດທ້າຍນີ້ ແລະ ຍັງຄາດຫວັງໃຫ້ພຣະອົງກັບມາໃນຮູບແບບທີ່ພຣະອົງຊົງບັງເກີດໃນຈູເດຍ, ຖ້າເປັນເຊັ່ນນັ້ນ ແຜນການຄຸ້ມຄອງຫົກພັນປີທັງໝົດຈະຢຸດຢູ່ໃນຍຸກແຫ່ງການໄຖ່ບາບ ແລະ ຈະບໍ່ສາມາດສືບຕໍ່ກ້າວໄປຂ້າງໜ້າໄດ້. ຍິ່ງໄປກວ່ານັ້ນ ຍຸກສຸດທ້າຍຈະບໍ່ມີວັນເກີດຂຶ້ນ ແລະ ຍຸກການໄຖ່ບາບກໍຈະບໍ່ມີວັນສິ້ນສຸດລົງ. ນັ້ນເປັນເພາະວ່າພຣະເຢຊູພຣະຜູ້ຊ່ວຍໃຫ້ລອດແມ່ນເພື່ອການໄຖ່ບາບ ແລະ ການຊ່ວຍໃຫ້ມະນຸດລອດເທົ່ານັ້ນ. ເຮົາໃຊ້ຊື່ພຣະເຢຊູເພື່ອຜົນປະໂຫຍດຂອງຄົນບາບທັງໝົດໃນຍຸກແຫ່ງພຣະກະລຸນາເທົ່ານັ້ນ ແລະ ມັນບໍ່ແມ່ນຊື່ທີ່ເຮົາຈະນຳເອົາມະນຸດຊາດທັງໝົດໄປສູ່ຈຸດສິ້ນສຸດ. ເຖິງແມ່ນວ່າພຣະເຢໂຮວາ ພຣະເຢຊູ ແລະ ພຣະເມຊີອາ ທັງໝົດເປັນຕົວແທນໃຫ້ແກ່ພຣະວິນຍານຂອງເຮົາກໍຕາມ ແຕ່ຊື່ເຫຼົ່ານີ້ພຽງແຕ່ສະແດງເຖິງຍຸກຕ່າງໆໃນແຜນການຄຸ້ມຄອງຂອງເຮົາເທົ່ານັ້ນ ແລະ ບໍ່ແມ່ນຕົວແທນເຮົາທັງໝົດ. ຊື່ທີ່ມະນຸດໃນໂລກຮຽກເອີ້ນເຮົາ ກໍບໍ່ສາມາດອະທິບາຍເຖິງຈິດໃຈທັງໝົດຂອງເຮົາ ແລະ ທັງໝົດທີ່ເຮົາເປັນ. ພວກມັນພຽງແຕ່ເປັນຊື່ຕ່າງໆທີ່ມະນຸດເອີ້ນເຮົາໃນຍຸກຕ່າງໆເທົ່ານັ້ນ. ສະນັ້ນ ເມື່ອຍຸກສຸດທ້າຍ ນັ້ນກໍຄືຍຸກແຫ່ງມື້ສຸດທ້າຍມາເຖິງ ຊື່ຂອງເຮົາຈະປ່ຽນອີກຄັ້ງ. ເຮົາຈະບໍ່ຖືກເອີ້ນວ່າພຣະເຢໂຮວາ ຫຼື ພຣະເຢຊູ ແລະ ບໍ່ແມ່ນພຣະເມຊີອາ, ແຕ່ຈະຖືກເອີ້ນວ່າ ພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ພາຍໃຕ້ນາມມະນົດນີ້ ເຮົາຈະນຳເອົາທຸກຍຸກໄປສູ່ຈຸດສິ້ນສຸດ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຜູ້ຊ່ວຍໃຫ້ລອດພົ້ນໄດ້ກັບຄືນມາເທິງ “ກ້ອນເມກສີຂາວ”).

ຕອນນີ້ ຂ້ອຍຄິດວ່າພວກເຮົາສາມາດເຫັນຄວາມໝາຍຂອງການທີ່ພຣະເຈົ້າປ່ຽນນາມຂອງພຣະອົງ. ພຣະເຈົ້າໃໝ່ຢູ່ສະເໝີ, ບໍ່ເຄີຍເກົ່າຈັກເທື່ອ ແລະ ພາລະກິດຂອງພຣະອົງຂັບເຄື່ອນໄປຂ້າງໜ້າຢູ່ສະເໝີ. ນາມຂອງພຣະອົງສືບຕໍ່ປ່ຽນແປງ ເມື່ອຍຸກປ່ຽນແປງ, ເມື່ອພາລະກິດຂອງພຣະອົງປ່ຽນແປງ. ດ້ວຍແຕ່ລະຂັ້ນຕອນໃນພາລະກິດຂອງພຣະອົງ, ດ້ວຍຍຸກໃໝ່ແຕ່ລະຍຸກ, ພຣະເຈົ້າຈະມີນາມທີ່ມີຄວາມໝາຍສະເພາະ ເພື່ອເປັນຕົວແທນໃຫ້ກັບພາລະກິດທີ່ພຣະອົງກຳລັງເຮັດ ແລະ ອຸປະນິໄສທີ່ພຣະອົງກຳລັງສະແດງອອກສຳລັບຍຸກນັ້ນ. ເມື່ອເຫັນແບບນີ້, ພວກເຮົາຈະບໍ່ຈຳກັດພຣະເຈົ້າພາຍໃນ ສອງນາມພຣະເຢໂຮວາ ແລະ ພຣະເຢຊູເທົ່ານັ້ນ. ພວກເຮົາຈະບໍ່ຈຳກັດພຣະເຈົ້າພາຍໃນແນວຄິດ ແລະ ຈິນຕະນາການຂອງພວກເຮົາເອງ. ພວກເຮົາທຸກຄົນຮູ້ວ່າສິ່ງທີ່ພຣະເຈົ້າມີ ແລະ ເປັນແມ່ນຄອບຄຸມໝົດທຸກສິ່ງ. ພຣະອົງມີສະຕິປັນຍາ ແລະ ມີລິດທານຸພາບສູງສຸດຢ່າງສິ້ນເຊີງ! ບໍ່ມີພາສາໃດຂອງມະນຸດທີ່ສາມາດສະແດງສິ່ງນີ້ອອກ, ສະນັ້ນ ໜຶ່ງ ຫຼື ສອງນາມຈະສາມາດເຮັດໄດ້ແນວໃດ? ບໍ່ມີນາມຈຳນວນໃດທີ່ສາມາດເປັນຕົວແທນໃຫ້ກັບສິ່ງທີ່ພຣະເຈົ້າມີ ແລະ ເປັນຢ່າງສົມບູນ. ນີ້ຄືເຫດຜົນທີ່ພຣະເຈົ້າມີຊື່ທີ່ແຕກຕ່າງກັນສຳລັບແຕ່ລະຍຸກ. ພຣະເຈົ້າຖືກເອີ້ນວ່າພຣະເຢໂຮວາໃນຍຸກແຫ່ງພຣະບັນຍັດ ແລະ ພຣະອົງອອກກົດລະບຽບ ແລະ ພຣະບັນຍັດພາຍໃຕ້ນາມນັ້ນ. ພຣະອົງຊີ້ນໍາຊີວິດຂອງມະນຸດຊາດເທິງແຜ່ນດິນໂລກ, ເຮັດໃຫ້ພວກເຂົາຮູ້ວ່າຄວາມຜິດບາບແມ່ນຫຍັງ, ພວກເຂົາຄວນດຳລົງຊີວິດແນວໃດ, ພວກເຂົາຄວນນະມັດສະການພຣະເຈົ້າເຢໂຮວາແນວໃດ. ພຣະເຢໂຮວາເປັນນາມທີ່ພຣະເຈົ້າໄດ້ກຳນົດສຳລັບຍຸກແຫ່ງພຣະບັນຍັດ ແລະ ມັນເປັນຕົວແທນໃຫ້ກັບພາລະກິດຂອງພຣະອົງໃນຍຸກນັ້ນເທົ່ານັ້ນ ແລະ ອຸປະນິໄສແຫ່ງຄວາມກະລຸນາ, ຄວາມສະຫງ່າຜ່າເຜີຍ ແລະ ຄວາມໂກດຮ້າຍຂອງພຣະອົງທີ່ພຣະອົງໄດ້ກ່າວອອກໃນຕອນນັ້ນ. ໃນຕອນທ້າຍຂອງຍຸກແຫ່ງພຣະບັນຍັດ, ຜູ້ຄົນຖືກຊາຕານເຮັດໃຫ້ເສື່ອມຊາມຫຼາຍຍິ່ງຂຶ້ນ, ມີຄວາມຜິດບາບຫຼາຍຍິ່ງຂຶ້ນ. ບໍ່ມີຜູ້ໃດສາມາດເຮັດຕາມພຣະບັນຍັດ. ຖ້າມັນສືບຕໍ່ແບບນັ້ນ, ພວກເຂົາທຸກຄົນຈະຖືກປະນາມ ແລະ ຖືກຂ້າຕາຍພາຍໃຕ້ພຣະບັນຍັດ. ເພື່ອໄຖ່ມະນຸດຊາດ, ພຣະເຈົ້າໄດ້ກາຍມາເປັນເນື້ອໜັງດ້ວຍຕົວເອງໃນຖານະບຸດມະນຸດ ເພື່ອເຮັດພາລະກິດ, ເຮັດພາລະກິດແຫ່ງການໄຖ່ບາບພາຍໃຕ້ນາມຂອງພຣະເຢໂຮວາ. ພຣະອົງເລີ່ມຍຸກແຫ່ງພຣະຄຸນ ແລະ ນໍາຍຸກແຫ່ງພຣະບັນຍັດມາເຖິງຈຸດສິ້ນສຸດ. ອົງພຣະເຢຊູເຈົ້າໄດ້ນໍາຫົນທາງແຫ່ງການກັບໃຈມາໃຫ້ມະນຸດຊາດ ແລະ ໃຫ້ອະໄພຄວາມຜິດບາບຂອງພວກເຮົາ, ປະທານສັນຕິສຸກ ແລະ ຄວາມປິຕິຍິນດີ ແລະ ຄວາມກະລຸນາທີ່ເຫຼືອລົ້ນຕໍ່ພວກເຮົາ. ໃນທີ່ສຸດແລ້ວ, ພຣະອົງກໍຖືກຄຶງເທິງໄມ້ກາງແຂນ ໂດຍການໄຖ່ມະນຸດຊາດທັງປວງ. ພຣະເຢຊູແມ່ນນາມທີ່ຖືກກຳນົດໄວ້ຂອງພຣະເຈົ້າສຳລັບຍຸກແຫ່ງພຣະຄຸນ ແລະ ມັນເປັນຕົວແທນໃຫ້ກັບພາລະກິດແຫ່ງການໄຖ່ບາບຂອງພຣະອົງສຳລັບຍຸກນັ້ນ ພ້ອມກັບອຸປະນິໄສແຫ່ງຄວາມຮັກ ແລະ ຄວາມກະລຸນາຂອງພຣະອົງ. ຈາກທັງສອງຂັ້ນຕອນເຫຼົ່ານີ້ໃນພາລະກິດຂອງພຣະເຈົ້າ ພວກເຮົາສາມາດເຫັນໄດ້ວ່າ ແຕ່ລະນາມຂອງພຣະອົງມີຄວາມໝາຍທີ່ພິເສດ. ພວກມັນເປັນຕົວແທນໃຫ້ກັບພາລະກິດ ແລະ ອຸປະນິໄສຂອງພຣະເຈົ້າສະເພາະຍຸກນັ້ນ. ໃຫ້ພວກເຮົາຄິດກ່ຽວກັບສິ່ງນັ້ນ. ຖ້າອົງພຣະເຢຊູເຈົ້າໄດ້ຮັກສານາມພຣະເຢໂຮວາໃນຍຸກແຫ່ງພຣະຄຸນ, ພາລະກິດຂອງພຣະເຈົ້າຈະຢຸດໃນຍຸກແຫ່ງພຣະບັນຍັດ. ແລ້ວມະນຸດຊາດທີ່ເສື່ອມຊາມຈະບໍ່ຖືກໄຖ່ບາບຈັກເທື່ອ ແລະ ພວກເຮົາທຸກຄົນຈະຖືກປະນາມ ແລະ ຖືກຂ້າຕາຍພາຍໃຕ້ພຣະບັນຍັດສຳລັບຄວາມຜິດບາບຂອງພວກເຮົາ. ພວກເຮົາຈະບໍ່ມາຮອດທຸກມື້ນີ້ຈັກເທື່ອ. ມັນເປັນແບບດຽວກັນໃນຍຸກສຸດທ້າຍ, ຖ້າອົງພຣະເຢຊູເຈົ້າກັບຄືນມາດ້ວຍນາມພຣະເຢຊູ, ພາລະກິດຂອງພຣະເຈົ້າຈະພຽງແຕ່ຢູ່ໃນຂັ້ນຕອນແຫ່ງການໄຖ່ບາບ ແລະ ຜູ້ຄົນພຽງແຕ່ຈະສາມາດຮັບເອົາການໄຖ່ບາບ ແລະ ການອະໄພບາບຈາກອົງພຣະເຢຊູເຈົ້າເທົ່ານັ້ນ. ທຳມະຊາດທີ່ຜິດບາບທີ່ພວກເຮົາທຸກຄົນມີແມ່ນບໍ່ສາມາດຖືກແກ້ໄຂໄດ້. ພວກເຮົາບໍ່ມີທາງຫຼົບຫຼີກຈາກຄວາມຜິດບາບ ແລະ ຖືກຊໍາລະລ້າງ ແລະ ພວກເຮົາຈະບໍ່ສົມຄວນໄດ້ເຂົ້າສູ່ອານາຈັກສະຫວັນຈັກເທື່ອ. ອົງພຣະເຢຊູເຈົ້າທຳນາຍເຖິງການກັບຄືນມາຂອງພຣະອົງໃນຍຸກສຸດທ້າຍຫຼາຍຄັ້ງ, ພຣະອົງຈະກ່າວຄວາມຈິງ ແລະ ເຮັດພາລະກິດແຫ່ງການພິພາກສາ ເພື່ອຊໍາລະລ້າງມະນຸດຊາດ, ຊ່ວຍມະນຸດຊາດໃຫ້ລອດພົ້ນຈາກຄວາມຜິດບາບຢ່າງສົມບູນ ແລະ ຮັບເອົາພວກເຮົາເຂົ້າສູ່ອານາຈັກຂອງພຣະເຈົ້າ. ດັ່ງທີ່ອົງພຣະເຢຊູເຈົ້າໄດ້ກ່າວໄວ້ວ່າ “ແລະ ຖ້າມະມຸດຄົນໃດໄດ້ຍິນພຣະທຳຂອງເຮົາ ແລະ ບໍ່ເຊື່ອ, ເຮົາບໍ່ພິພາກສາເຂົາ ຍ້ອນເຮົາບໍ່ໄດ້ມາເພື່ອພິພາກສາໂລກ, ແຕ່ເພື່ອຊ່ວຍໂລກໃຫ້ພົ້ນ. ຜູ້ທີ່ປະຕິເສດເຮົາ ແລະ ບໍ່ຮັບເອົາພຣະທໍາຂອງເຮົາ ກໍຈະມີສິ່ງທີ່ຕັດສິນພວກເຂົາ, ພຣະທໍາທີ່ເຮົາໄດ້ກ່າວກໍຈະຕັດສິນພວກເຂົາໃນວັນສຸດທ້າຍເຊັ່ນກັນ(ໂຢຮັນ 12:47-48). “ເຮົາຍັງມີຫລາຍສິ່ງທີ່ຈະບອກພວກເຈົ້າ ແຕ່ໃນເວລານີ້ພວກເຈົ້າອາດຈະບໍ່ສາມາດທົນໄດ້. ເຖິງຢ່າງໃດກໍຕາມເມື່ອພຣະອົງ ຜູ້ເປັນພຣະວິນຍານແຫ່ງຄວາມຈິງ ສະເດັດມາ, ພຣະອົງຈະນຳທາງພວກເຈົ້າໄປສູ່ຄວາມຈິງທັງໝົດ(ໂຢຮັນ 16:12-13). ສະນັ້ນ ໃນຍຸກສຸດທ້າຍ ເມື່ອພຣະເຈົ້າເລີ່ມຕົ້ນຍຸກໃໝ່ ແລະ ພາລະກິດໃໝ່ຂອງພຣະອົງ, ພຣະອົງຍັງຈະຖືກເອີ້ນວ່າພຣະເຢຊູແທ້ໆບໍ? ບໍ່ແມ່ນຢ່າງແນ່ນອນ. ອົງພຣະເຢຊູເຈົ້າໄດ້ກັບຄືນມາໃນຍຸກສຸດທ້າຍ ເພື່ອເຮັດພາລະກິດໃນຖານະພຣະເຈົ້າອົງຊົງລິດທານຸພາບສູງສຸດ, ໂດຍເລີ່ມຕົ້ນຈາກຍຸກແຫ່ງລາຊະອານາຈັກ ແລະ ສິ້ນສຸດດ້ວຍຍຸກແຫ່ງພຣະຄຸນ. ພຣະອົງກ່າວຄວາມຈິງເພື່ອເຮັດພາລະກິດແຫ່ງການພິພາກສາ ໂດຍເລີ່ມຕົ້ນດ້ວຍເຮືອນຂອງພຣະເຈົ້າ ເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນຈາກຄວາມຜິດບາບ ແລະ ຈາກກອງກຳລັງຂອງຊາຕານຢ່າງສົມບູນ, ເພື່ອສ້າງກຸ່ມຂອງຜູ້ເອົາຊະນະໃຫ້ສໍາເລັດ. ຫຼັງຈາກນັ້ນ, ພຣະອົງຈະຖອກເທໄພພິບັດທີ່ຍິ່ງໃຫຍ່ລົງມາເພື່ອລົງໂທດຄົນຊົ່ວ ແລະ ໃຫ້ລາງວັນຄົນດີ, ທຳລາຍລ້າງຍຸກເກົ່າທີ່ມືດມົວ ແລະ ຊົ່ວຮ້າຍ ແລະ ຫຼັງຈາກນັ້ນ ອານາຈັກຂອງພຣະຄຣິດກໍຈະຖືກເຮັດໃຫ້ກາຍເປັນຈິງເທິງແຜ່ນດິນໂລກ. ສິ່ງນີ້ໄດ້ສຳເລັດຕາມຄຳທຳນາຍຂອງພຣະນິມິດຢ່າງສົມບູນ: “ເຮົາຄືອາຟາ ແລະ ໂອເມກາ, ເຮົາຄືການເລີ່ມຕົ້ນ ແລະ ການສິ້ນສຸດ, ເຮົາຄືປັດຈຸບັນ, ອະດີດ ແລະ ອະນາຄົດ ນັ້ນກໍຄື ຜູ້ຊົງລິດທານຸພາບສູງສຸດ(ພຣະນິມິດ 1:8). “ອາເລລູຢາ! ພຣະຜູ້ເປັນເຈົ້າ ພຣະເຈົ້າອົງລິດອໍານາດຍິ່ງໃຫຍ່ໄດ້ຂຶ້ນຄອງລາດແລ້ວ(ພຣະນິມິດ 19:6).

ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ຄັ້ງໜຶ່ງເຮົາເຄີຍຖືກຮັບຮູ້ໃນນາມພຣະເຢໂຮວາ. ຜູ້ຄົນຍັງເອີ້ນເຮົາວ່າ ພຣະເມຊີອາ ແລະ ຜູ້ຄົນຄັ້ງໜຶ່ງເຄີຍເອີ້ນເຮົາວ່າ ພຣະເຢຊູພຣະຜູ້ຊ່ວຍໃຫ້ລອດ ເພາະວ່າພວກເຂົາຮັກ ແລະເຄົາລົບເຮົາ. ແຕ່ມື້ນີ້ ເຮົາບໍ່ແມ່ນພຣະເຢໂຮວາ ຫຼື ພຣະເຢຊູທີ່ຜູ້ຄົນເຄີຍຮູ້ຈັກໃນອະດີດຜ່ານມາອີກແລ້ວ. ເຮົາແມ່ນພຣະເຈົ້າຜູ້ທີ່ກັບຄືນມາໃນຍຸກສຸດທ້າຍ ນັ້ນກໍຄືພຣະເຈົ້າຜູ້ທີ່ຈະນຳເອົາຍຸກໄປສູ່ຈຸດສິ້ນສຸດ. ເຮົາແມ່ນພຣະເຈົ້າທີ່ເກີດຂຶ້ນຈາກຂອບສຸດຂອງແຜ່ນດິນໂລກ ທີ່ພຽບພ້ອມໄປດ້ວຍອຸປະນິໄສທັງໝົດ ແລະ ເຕັມໄປດ້ວຍອຳນາດ ກຽດຕິຍົດ ແລະ ຄວາມສະຫງ່າລາສີ. ຜູ້ຄົນບໍ່ເຄີຍໄດ້ພົວພັນກັບເຮົາ ບໍ່ເຄີຍຮູ້ຈັກເຮົາ ແລະ ບໍ່ເຄີຍຮູ້ຈັກອຸປະນິໄສຂອງເຮົາ. ນັບຕັ້ງແຕ່ການສ້າງໂລກຈົນມາຮອດມື້ນີ້ ບໍ່ທັນມີຜູ້ໃດເຄີຍເຫັນເຮົາ. ນີ້ແມ່ນພຣະເຈົ້າຜູ້ທີ່ປະກົດຕໍ່ກັບມະນຸດໃນລະຫວ່າງຍຸກສຸດທ້າຍ ແຕ່ຊ້ອນຕົວທ່າມກາງມະນຸດ. ພຣະອົງອາໄສຢູ່ທ່າມກາງມະນຸດຢ່າງແທ້ຈິງ ແລະ ເປັນຈິງຄືກັບດວງອາທິດທີ່ແຜດເຜົາ ແລະ ແປວໄຟທີ່ເຜົາໄໝ້ ເຕັມປ່ຽມໄປດ້ວຍລິດເດດ ແລະ ອຳນາດ. ບໍ່ມີບຸກຄົນ ຫຼື ສິ່ງໃດຈະບໍ່ຖືກພິພາກສາໂດຍພຣະທຳຂອງເຮົາ ແລະ ບໍ່ມີບຸກຄົນ ຫຼື ສິ່ງໃດຈະບໍ່ຖືກຊຳລະລ້າງໃຫ້ບໍລິສຸດຜ່ານແປວໄຟເຜົາໄໝ້. ສຸດທ້າຍ ທຸກຊາດຈະໄດ້ຮັບພອນເນື່ອງຈາກພຣະທຳຂອງເຮົາ ແລະ ຈະຖືກທໍາລາຍເປັນຊິ້ນໆດ້ວຍພຣະທຳຂອງເຮົາເຊັ່ນກັນ. ດ້ວຍວິທີນີ້ ຜູ້ຄົນທັງໝົດໃນຍຸກສຸດທ້າຍຈະເຫັນວ່າເຮົາແມ່ນພຣະຜູ້ຊ່ວຍໃຫ້ລອດທີ່ກັບຄືນມາ ເຮົາແມ່ນພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ເອົາຊະນະມວນມະນຸດທັງໝົດ ແລະ ຄັ້ງໜຶ່ງເຮົາເຄີຍເປັນເຄື່ອງບູຊາໄຖ່ບາບໃຫ້ແກ່ມະນຸດ ແຕ່ໃນຍຸກສຸດທ້າຍ ເຮົາຈະກາຍເປັນແປວໄຟຈາກດວງອາທິດທີ່ແຜດເຜົາທຸກສິ່ງຢ່າງ ເຊັ່ນກັນກັບດວງອາທິດແຫ່ງສິນທຳທີ່ເປີດເຜີຍທຸກສິ່ງຢ່າງ. ນັ້ນແມ່ນພາລະກິດຂອງເຮົາໃນຍຸກສຸດທ້າຍ. ເຮົາໃຊ້ຊື່ນີ້ ແລະ ມີອຸປະນິໄສດັ່ງນີ້ ເພື່ອໃຫ້ທຸກຄົນສາມາດເຫັນວ່າເຮົາແມ່ນພຣະເຈົ້າທີ່ມີສິນທຳ ແລະ ເປັນດວງອາທິດທີ່ແຜດເຜົາ ແລະ ເປັນແປວໄຟທີ່ເຜົາໄໝ້, ເພື່ອໃຫ້ທຸກຄົນສາມາດບູຊາເຮົາ ຜູ້ທີ່ເປັນພຣະເຈົ້າອົງດຽວທີ່ແທ້ຈິງ ແລະ ເພື່ອໃຫ້ພວກເຂົາສາມາດເຫັນໃບໜ້າແທ້ຈິງຂອງເຮົາ. ເຮົາບໍ່ແມ່ນພຣະເຈົ້າໜຶ່ງດຽວຂອງຊາວອິດສະຣາເອນ ແລະ ບໍ່ແມ່ນພຽງແຕ່ຜູ້ໄຖ່ບາບເທົ່ານັ້ນ. ເຮົາແມ່ນພຣະເຈົ້າຂອງສັບພະສິ່ງທັງປວງໃນສະຫວັນ, ແຜ່ນດິນໂລກ ແລະ ທະເລ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຜູ້ຊ່ວຍໃຫ້ລອດພົ້ນໄດ້ກັບຄືນມາເທິງ “ກ້ອນເມກສີຂາວ”).

ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນຊັດເຈນຢ່າງແນ່ນອນ. ພຣະເຢໂຮວາ, ພຣະເຢຊູ ແລະ ພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນນາມ ຂອງພຣະເຈົ້າທີ່ແທ້ຈິງໜຶ່ງດຽວ. ພຣະອົງມີນາມທີ່ແຕກຕ່າງກັນສຳລັບຍຸກແຫ່ງພຣະບັນຍັດ, ຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງລາຊະອານາຈັກ. ເຖິງແມ່ນວ່າພາລະກິດຂອງພຣະອົງ ແລະ ນາມຂອງພຣະອົງ ຈະປ່ຽນແປງໄປຕາມຍຸກ ແລະ ພຣະອົງປາກົດໃນວິທີການທີ່ແຕກຕ່າງກັນ, ແກ່ນແທ້ຂອງພຣະອົງກໍບໍ່ປ່ຽນແປງຈັກເທື່ອ ແລະ ອຸປະນິໄສຂອງພຣະອົງ ແລະ ສິ່ງທີ່ພຣະອົງມີ ແລະ ເປັນກໍຈະບໍ່ປ່ຽນແປງຈັກເທື່ອ. ພຣະອົງເປັນພຣະເຈົ້າໜຶ່ງດຽວ, ເປັນພຣະວິນຍານໜຶ່ງດຽວຕະຫຼອດການ, ເຮັດພາລະກິດເພື່ອນໍາພາ, ໄຖ່ບາບ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນຢ່າງສົມບູນ. ໃນຍຸກສຸດທ້າຍ, ພຣະອົງໄດ້ບັງເກີດເປັນມະນຸດໃນຖານະພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ເຖິງແມ່ນວ່າພຣະອົງຈະບໍ່ໄດ້ຖືກເອີ້ນວ່າພຣະເຢຊູ ແລະ ພຣະອົງເບິ່ງຄືກັບວ່າເປັນບຸກຄົນປົກກະຕິ, ພຣະອົງໄດ້ກ່າວຄວາມຈິງທັງໝົດທີ່ຊໍາລະລ້າງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນ, ເຮັດພາລະກິດແຫ່ງການພິພາກສາ ໂດຍເລີ່ມຕົ້ນຈາກເຮືອນຂອງພຣະເຈົ້າ. ພຣະອົງພິພາກສາ ແລະ ເປີດໂປງຜູ້ຄົນ ດ້ວຍພຣະທຳຂອງພຣະອົງ, ເປີດເຜີຍຄວາມເສື່ອມຊາມທີ່ຮ້າຍແຮງຂອງພວກເຮົາ ທີ່ເກີດມາຈາກຊາຕານ ແລະ ທຳມະຊາດແບບຊາຕານຂອງພວກເຮົາ ແລະ ພຣະອົງໄດ້ສະແດງໃຫ້ພວກເຮົາເຫັນເຖິງທຸກລັກສະນະໃນຄວາມຈິງທີ່ພວກເຮົາຈຳເປັນຕ້ອງຖືກຊໍາລະລ້າງ ແລະ ຖືກຊ່ວຍໃຫ້ລອດພົ້ນ. ຜູ້ຄົນທີ່ຖືກເລືອກຂອງພຣະອົງກິນ ແລະ ດື່ມພຣະທຳຂອງພຣະອົງທຸກໆມື້, ຍອມຮັບການຖືກພິພາກສາ, ຖືກຂ້ຽນຕີ, ຖືກຈັດການ, ຖືກທົດສອບ ແລະ ຖືກຫຼໍ່ຫຼອມໂດຍພຣະທຳຂອງພຣະອົງ ແລະ ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາກໍຖືກຊໍາລະລ້າງ ແລະ ປ່ຽນແປງເທື່ອລະໜ້ອຍ. ພວກເຂົາຫຼົບໜີຈາກຄວາມຊົ່ວຮ້າຍ ແລະ ກອງກຳລັງຂອງຊາຕານເທື່ອລະໜ້ອຍ ແລະ ຖືກພຣະເຈົ້າຊ່ວຍໃຫ້ລອດພົ້ນຢ່າງສົມບູນ. ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ສ້າງກຸ່ມຂອງຜູ້ເອົາຊະນະຈົນສໍາເລັດກ່ອນໄພພິບັດ, ສະແດງເຖິງສະຕິປັນຍາ ແລະ ລິດທານຸພາບສູງສຸດຂອງພຣະເຈົ້າຢ່າງສົມບູນ. ໃນລະຫວ່າງພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ເຖິງແມ່ນວ່າຈະມີການຂົ່ມເຫັງ ແລະ ການຈັບກຸມທີ່ໂຫດຮ້າຍຢ່າງບໍ່ຢຸດຢັ້ງຈາກກອງກຳລັງຊາຕານຂອງພັກກອມມູນິດ ບວກກັບການປະນາມ ແລະ ການໝິ່ນປະໝາດທີ່ບ້າປ່ວງຂອງກອງກຳລັງຜູ້ຕໍ່ຕ້ານພຣະຄຣິດໃນໂລກສາສະໜາ, ຂ່າວປະເສີດແຫ່ງອານາຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ແຜ່ກະຈາຍຈາກທິດຕາເວັນອອກໄປທິດຕາເວັນຕົກ, ຂ້າມຜ່ານໄປທົ່ວໂລກ. ສິ່ງນີ້ສະແດງໃຫ້ເຫັນວ່າ ພາລະກິດທີ່ຍິ່ງໃຫຍ່ຂອງພຣະເຈົ້າກຳລັງຖືກເຮັດໃຫ້ສຳເລັດລົງ, ພຣະເຈົ້າອົງຊົງລິດທານຸພາບສູງສຸດກຳລັງມີໄຊຊະນະເໜືອຊາຕານຢ່າງສິ້ນເຊີງ ແລະ ຮັບເອົາຄວາມສະຫງ່າລາສີທັງໝົດ! ໄພພິບັດທີ່ຍິ່ງໃຫຍ່ໄດ້ເລີ່ມຕົ້ນຂຶ້ນ ແລະ ໂລກສາສະໜາກໍຕົກລົງສູ່ຄວາມວຸ້ນວາຍ, ແຕ່ພວກເຂົາຫຼາຍຄົນຍັງຍຶດຕິດກັບນາມຂອງອົງພຣະເຢຊູເຈົ້າຢ່າງດື້ດ້ານ, ລໍຖ້າໃຫ້ພຣະອົງລົງມາເທິງກ້ອນເມກ. ພວກເຂົາປະຕິເສດທີ່ຈະຮັບຮູ້ ແລະ ຍອມຮັບມັນ, ບໍ່ວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດຈະກ່າວຄວາມຈິງຫຼາຍສໍ່າໃດກໍຕາມ, ພາລະກິດຂອງພຣະອົງຈະຍິ່ງໃຫຍ່ສໍ່າໃດກໍຕາມ. ພວກເຂົາເຖິງກັບປະນາມ ແລະ ຕໍ່ຕ້ານການປາກົດຕົວ ແລະ ພາລະກິດຂອງພຣະອົງຢ່າງບ້າປ່ວງ. ພວກເຂົາແຕກຕ່າງແນວໃດຈາກພວກຟາຣີຊາຍເຫຼົ່ານັ້ນທີ່ຍຶດຕິດກັບ ນາມຂອງພຣະເມຊີຢາ, ຕໍ່ຕ້ານອົງພຣະເຢຊູເຈົ້າຢ່າງບ້າປ່ວງ? ໂດຍພື້ນຖານແລ້ວ ພວກເຂົາທຸກຄົນບໍ່ໄດ້ຄຶງພຣະເຈົ້າໃສ່ໄມ້ກາງແຂນບໍ? ພວກເຂົາຍຶດຕິດກັບນາມຂອງອົງພຣະເຢຊູເຈົ້າໂດຍບໍ່ໄດ້ຮັບຫຍັງ, ແຕ່ຕໍ່ຕ້ານ ແລະ ປະນາມພຣະເຈົ້າອົງຊົງລິດທານຸພາບສູງສຸດຢ່າງບ້າປ່ວງ. ພວກເຈົ້າຄິດວ່າແມ່ນຫຍັງກຳລັງລໍຖ້າພວກເຂົາໃນຕອນຈົບ?

ເພື່ອເປັນການສະຫຼຸບ, ໃຫ້ພວກເຮົາຮັບຊົມວິດີໂອກ່ຽວກັບພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ພວກເຈົ້າຕ້ອງການຮູ້ເຖິງຕົ້ນຕໍຂອງເຫດຜົນທີ່ພວກຟາຣີຊາຍຕໍ່ຕ້ານພຣະເຢຊູບໍ? ພວກເຈົ້າຕ້ອງການຮູ້ທາດແທ້ຂອງພວກຟາຣີຊາຍບໍ່? ພວກເຂົາເຕັມໄປດ້ວຍຄວາມເພີ້ຝັນກ່ຽວກັບພຣະເມຊີອາ. ນອກເໜືອໄປກວ່ານັ້ນ ພວກເຂົາພຽງແຕ່ເຊື່ອວ່າ ພຣະເມຊີອາຈະລົງມາ ແຕ່ບໍ່ສະແຫວງຫາຄວາມຈິງແຫ່ງຊີວິດ. ດ້ວຍເຫດນັ້ນ ພວກເຂົາຍັງຄົງລໍຖ້າພຣະເມຊີອາໃນປັດຈຸບັນ ເພາະພວກເຂົາບໍ່ມີຄວາມຮູ້ກ່ຽວກັບຫົນທາງແຫ່ງຊີວິດ ແລະ ບໍ່ຮູ້ວ່າ ຫົນທາງແຫ່ງຄວາມຈິງຄືຫຍັງ. ພວກເຈົ້າເວົ້າວ່າ ຄົນທີ່ໂງ່ຈ້າ, ດື້ດ້ານ ແລະ ຂາດຄວາມຮູ້ແບບນີ້ຈະຮັບພອນຂອງພຣະເຈົ້າໄດ້ແນວໃດ? ພວກເຂົາຈະເຫັນພຣະເມຊີອາໄດ້ແນວໃດ? ພວກເຂົາຕໍ່ຕ້ານພຣະເຢຊູ ກໍຍ້ອນພວກເຂົາບໍ່ຮູ້ທິດທາງຂອງພາລະກິດຂອງພຣະວິນຍານບໍລິສຸດ ຍ້ອນພວກເຂົາບໍ່ຮູ້ຫົນທາງແຫ່ງຄວາມຈິງທີ່ພຣະເຢຊູກ່າວເຖິງ ແລະ ນອກເໜືອໄປກວ່ານັ້ນ ກໍຍ້ອນພວກເຂົາບໍ່ເຂົ້າໃຈກ່ຽວກັບພຣະເມຊີອາ. ເນື່ອງຈາກວ່າ ພວກເຂົາບໍ່ເຄີຍເຫັນພຣະເມຊີອາ ແລະ ບໍ່ເຄີຍຢູ່ຮ່ວມກັບພຣະເມຊີອາ ພວກເຂົາໄດ້ເຮັດຜິດພາດໃນການຍຶດຕິດຢ່າງໄຮ້ປະໂຫຍດກັບນາມມະຍົດຂອງພຣະເມຊີອາ ໃນຂະນະດຽວກັນພວກເຂົາກໍຕໍ່ຕ້ານທາດແທ້ຂອງພຣະເມຊີອາດ້ວຍທຸກວິທີທາງທີ່ເປັນໄປໄດ້. ທາດແທ້ຂອງພວກຟາຣີຊາຍແມ່ນຄວາມດື້ດ້ານ, ຄວາມອວດດີ ແລະ ບໍ່ເຊື່ອຟັງຄວາມຈິງ. ຫຼັກການແຫ່ງຄວາມເຊື່ອໃນພຣະເຈົ້າຂອງພວກເຂົາແມ່ນ: ເຖິງວ່າເຈົ້າຈະມີການເທດສະໜາທີ່ມີຄວາມໝາຍເລິກເຊິ່ງ, ເຖິງເຈົ້າຈະມີອຳນາດທີ່ສູງສົ່ງ ເຈົ້າກໍບໍ່ແມ່ນພຣະຄຣິດ ນອກຈາກເຈົ້າຈະຖືກເອີ້ນວ່າ ພຣະເມຊີອາ. ຄວາມຄິດເຫັນເຫຼົ່ານີ້ບໍ່ແມ່ນສິ່ງທີ່ຂັດກັບເຫດຜົນ ແລະ ເປັນຕາເບື່ອໜ່າຍບໍ່? ເຮົາຖາມພວກເຈົ້າອີກຄັ້ງ: ມັນບໍ່ງ່າຍສຳລັບພວກເຈົ້າຫຼາຍໄປບໍທີ່ຈະເຮັດຜິດພາດຄືກັບພວກຟາຣີຊາຍກ່ອນໜ້ານີ້ ໂດຍທີ່ພວກເຈົ້າບໍ່ມີຄວາມເຂົ້າໃຈກ່ຽວກັບພຣະເຢຊູແມ່ນແຕ່ໜ້ອຍດຽວ? ເຈົ້າສາມາດເບິ່ງຫົນທາງແຫ່ງຄວາມຈິງອອກບໍ່? ເຈົ້າສາມາດຮັບປະກັນໄດ້ບໍ່ວ່າ ເຈົ້າຈະບໍ່ຕໍ່ຕ້ານພຣະຄຣິດ? ເຈົ້າສາມາດຕິດຕາມພາລະກິດຂອງພຣະວິນຍານບໍລິສຸດໄດ້ບໍ່? ຖ້າເຈົ້າບໍ່ຮູ້ຈັກວ່າ ເຈົ້າຈະຕໍ່ຕ້ານພຣະຄຣິດ ຫຼື ບໍ່, ແລ້ວເຮົາເວົ້າວ່າ ເຈົ້າດຳລົງຊີວິດຢູ່ໃນຂອບເຂດໃກ້ຄວາມຕາຍແລ້ວ. ຄົນເຫຼົ່ານັ້ນທີ່ບໍ່ຮູ້ຈັກພຣະເມຊີອາສາມາດຕໍ່ຕ້ານພຣະເຢຊູ, ປະຕິເສດພຣະເຢຊູ ແລະ ກ່າວຮ້າຍພຣະອົງໄດ້ທັງໝົດ. ຄົນທີ່ບໍ່ເຂົ້າໃຈພຣະເຢຊູສາມາດປະຕິເສດພຣະອົງ ແລະ ດ່າພຣະອົງໄດ້ທັງໝົດ. ຍິ່ງໄປກວ່ານັ້ນ ພວກເຂົາສາມາດເຫັນການກັບມາຂອງພຣະເຢຊູເປັນການຫຼອກລວງຂອງຊາຕານ ແລະ ມີຄົນຈຳນວນຫຼາຍຂຶ້ນຈະກ່າວໂທດພຣະເຢຊູທີ່ກັບມາເປັນມະນຸດ. ສິ່ງທັງໝົດນີ້ບໍ່ເຮັດໃຫ້ພວກເຈົ້າຢ້ານບໍ? ສິ່ງທີ່ພວກເຈົ້າຜະເຊີນຈະເປັນການໝິ່ນປະໝາດພຣະວິນຍານບໍລິສຸດ, ການຫຼົ້ມຈົມຂອງພຣະທຳຂອງພຣະວິນຍານບໍລິສຸດທີ່ມີຕໍ່ຄຣິສຕະຈັກ ແລະ ການປະຕິເສດແບບດູຖູກໃນທຸກສິ່ງທີ່ພຣະເຢຊູໄດ້ສຳແດງອອກ. ພວກເຈົ້າສາມາດຮັບຫຍັງຈາກພຣະເຢຊູຖ້າພວກເຈົ້າສັບສົນມືນເມົາເຊັ່ນນີ້? ຖ້າພວກເຈົ້າປະຕິເສດບໍ່ຍອມຮັບເອົາຄວາມຜິດພາດຂອງພວກເຈົ້າຢ່າງດື້ດ້ານ, ພວກເຈົ້າຈະສາມາດເຂົ້າໃຈພາລະກິດຂອງພຣະເຢຊູເມື່ອພຣະອົງກັບມາເປັນມະນຸດເທິງເມກສີຂາວໄດ້ແນວໃດ? ເຮົາບອກພວກເຈົ້າສິ່ງນີ້: ຄົນທີ່ບໍ່ຍອມຮັບຄວາມຈິງ ແຕ່ລໍຖ້າການມາເຖິງຂອງພຣະເຢຊູເທິງເມກສີຂາວຢ່າງຕາບອດຈະໝິ່ນປະໝາດພຣະວິນຍານບໍລິສຸດຢ່າງແນ່ນອນ ແລະ ພວກເຂົາເປັນກຸ່ມຄົນທີ່ສົມຄວນຖືກທຳລາຍ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເວລາທີ່ເຈົ້າເຫັນຮ່າງກາຍຝ່າຍວິນຍານຂອງພຣະເຢຊູ, ພຣະເຈົ້າແມ່ນໄດ້ສ້າງສະຫວັນ ແລະ ແຜ່ນດິນໂລກຂຶ້ນໃໝ່ແລ້ວ).

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ເປັນຫຍັງພວກເຮົາຈຶ່ງພຽງແຕ່ສາມາດຕ້ອນຮັບພຣະຜູ້ເປັນເຈົ້າໂດຍການຟັງສຽງຂອງພຣະເຈົ້າເທົ່ານັ້ນ?

ຕອນນີ້, ຜູ້ທີ່ມີຄວາມເຊື່ອທຸກຄົນປາຖະໜາ ໃຫ້ພຣະເຢຊູເຈົ້າລົງມາເທິງກ້ອນເມກ, ເພາະໄພພິບັດກຳລັງຮ້າຍແຮງຂຶ້ນ ແລະ ໂຣກລະບາດທຸກປະເພດກໍກໍາລັງຮຸນແຮງຂຶ້ນ...

ເປັນຫຍັງພຣະເຈົ້າທີ່ບັງເກີດເປັນມະນຸດແຫ່ງຍຸກສຸດທ້າຍຈຶ່ງເປັນແມ່ຍິງ?

ໃນຍຸກສຸດທ້າຍ, ພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ບັງເກີດເປັນມະນຸດໄດ້ປາກົດຕົວເພື່ອປະຕິບັດພາລະກິດ ແລະ ສະແດງຄວາມຈິງຫຼາຍຢ່າງ....