ແມ່ນຫຍັງຄືການຖືກຮັບຂຶ້ນເມືອແທ້ໆ?

25 ເດືອນທັນວາ 2021

2.000 ປີກ່ອນ, ຫຼັງຈາກທີ່ອົງພຣະເຢຊູເຈົ້າຖືກຄຶງເທິງໄມ້ກາງແຂນ ແລະ ສຳເລັດພາລະກິດແຫ່ງການໄຖ່ບາບຂອງພຣະອົງ, ພຣະອົງສັນຍາວ່າພຣະອົງຈະກັບຄືນມາ. ນັບຕັ້ງແຕ່ນັ້ນມາ, ຜູ້ເຊື່ອທຸກຄົນກໍ່ປາຖະໜາໃຫ້ພຣະຜູ້ໄຖ່ຂອງພວກເຮົາລົງມາເທິງກ້ອນເມກ ເພື່ອທີ່ຈະຖືກຮັບຂຶ້ນເມືອຫາພຣະອົງ. ຜູ້ເຊື່ອຄາດຫວັງທີ່ຈະຖືກຮັບຂຶ້ນເມືອໃນທຸກຊ່ວງເວລາ, ແຕ່ພວກເຂົາກຳລັງເຝົ້າເບິ່ງໄພພິບັດທີ່ຖືກເປີດເຜີຍອອກຕໍ່ໜ້າພວກເຂົາ ແລະ ຍັງບໍ່ທັນໄດ້ຕ້ອນຮັບພຣະຜູ້ເປັນເຈົ້າທີ່ກັບຄືນມາເທິງກ້ອນເມກ. ຫຼາຍຄົນກຳລັງຮູ້ສຶກທໍ້ໃຈຫຼາຍ. ພວກເຂົາສົງໄສຢູ່ສະເໝີວ່າ ພຣະຜູ້ເປັນເຈົ້າໄດ້ກັບຄືນມາແທ້ໆ ຫຼື ບໍ່ ແລະ ຜູ້ເຊື່ອຄົນໃດໜຶ່ງຖືກຮັບຂຶ້ນເມືອ ຫຼື ບໍ່, ແຕ່ບໍ່ມີຜູ້ໃດໄດ້ເຫັນແມ່ນຫຍັງແບບນັ້ນ. ແຕ່ສິ່ງທີ່ພວກເຂົາເຫັນກໍ່ຄືໄພພິບັດກຳລັງຂະຫຍາຍໂຕຂຶ້ນເລື້ອຍໆ, ໂຣກລະບາດຮຸນແຮງຍິ່ງຂຶ້ນ ແລະ ອີກຫຼາຍຄົນກຳລັງຕາຍໃນໄພພິບັດ, ແມ່ນແຕ່ສິດຍາພິບານ ແລະ ຜູ້ອາວຸໂສ. ຜູ້ຄົນກຳລັງຮູ້ສຶກຢ້ານ ຫຼື ອາດເຖິງກັບຖືກປະຖິ້ມໂດຍພຣະຜູ້ເປັນເຈົ້າ, ຮູ້ສຶກຄືກັບວ່າພວກເຂົາຈະຕາຍໃນໄພພິບັດໃນທຸກຊ່ວງເວລາ. ພວກເຂົາຄິດບໍ່ອອກວ່າ ເປັນຫຍັງພຣະຜູ້ເປັນເຈົ້າຈຶ່ງບໍ່ໄດ້ກັບຄືນມາ ແລະ ຮັບພວກເຂົາຂຶ້ນເມືອໃນຕອນນີ້ເມື່ອໄພພິບັດໄດ້ເລີ່ມຕົ້ນຂຶ້ນ. ມັນສ້າງຄວາມປະຫຼາດໃຈໃຫ້ກັບພວກເຂົາທີ່ ສາຍຟ້າແມບເຫຼື້ອມຈາກທິດຕາເວັນອອກໄດ້ເປັນພະຍານວ່າອົງພຣະເຢຊູເຈົ້າໄດ້ກັບຄືນມາແລ້ວ ເປັນພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ບັງເກີດເປັນມະນຸດ, ກ່າວຄວາມຈິງ ແລະ ເຮັດພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍ. ຫຼາຍຄົນທີ່ປາຖະໜາຫາຄວາມຈິງກໍ່ໄດ້ອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ຮັບຮູ້ສຽງຂອງພຣະເຈົ້າ ແລະ ກັບຄືນມາຫາພຣະເຈົ້າອົງຊົງລິດທານຸພາບສູງສຸດ. ພວກເຂົາກຳລັງກິນ ແລະ ດື່ມພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດທຸກມື້, ຖືກຄໍ້າຈູນ ແລະ ບຳລຸງລ້ຽງໂດຍພຣະທຳເຫຼົ່ານັ້ນ ແລະ ເຂົ້າຮ່ວມງານລ້ຽງແຕ່ງດອງຂອງພຣະເມຊີອານ້ອຍ. ພວກເຂົາເປັນຄົນທີ່ໄດ້ຕ້ອນຮັບພຣະຜູ້ເປັນເຈົ້າ ແລະ ຖືກຮັບຂຶ້ນເມືອຕໍ່ໜ້າບັນລັງຂອງພຣະເຈົ້າກ່ອນໄພພິບັດ. ຫຼາຍຄົນທີ່ເຄັ່ງໃນສາສະໜາສັບສົນ ໂດຍຄິດວ່າ “ສາຍຟ້າແມບເຫຼື້ອມຈາກທິດຕາເວັນອອກຕ້ອງເຂົ້າໃຈຜິດກ່ຽວກັບການທີ່ພຣະຜູ້ເປັນເຈົ້າໄດ້ກັບຄືນມາ ແລະ ການທີ່ພວກເຂົາຖືກຮັບຂຶ້ນເມືອ, ເພາະພຣະຄຳພີກ່າວວ່າ ‘ແລ້ວພວກເຮົາຜູ້ທີ່ຍັງມີຊີວິດຢູ່ກໍຈະຖືກຍົກຂຶ້ນໄປພ້ອມກັບພວກເຂົາໃນກ້ອນເມກ ເພື່ອພົບກັບພຣະຜູ້ເປັນເຈົ້າໃນທ້ອງຟ້າ: ແລ້ວສະນັ້ນ ພວກເຮົາຈຶ່ງຈະຢູ່ຮ່ວມກັບພຣະຜູ້ເປັນເຈົ້າຕະຫຼອດໄປ’ (1 ໂທສະໂລນິກ 4:17). ຖ້າພຣະຜູ້ເປັນເຈົ້າໄດ້ກັບຄືນມາ, ເປັນຫຍັງພວກເຮົາຈຶ່ງບໍ່ຖືກຮັບຂຶ້ນເມືອ? ພຣະອົງບໍ່ໄດ້ມາເພື່ອພາຜູ້ຄົນຂຶ້ນສູ່ທ້ອງຟ້າບໍ? ຜູ້ເຊື່ອໃນສາຍຟ້າແມບເຫຼື້ອມຈາກທິດຕາເວັນອອກຍັງຢູ່ເທິງແຜ່ນດິນໂລກຢ່າງຊັດເຈນ, ແລ້ວພວກເຂົາຈະຖືກຮັບຂຶ້ນເມືອໄດ້ແນວໃດ?” ມັນບໍ່ສົມເຫດສົມຜົນກັບພວກເຂົາເລີຍ. ໂອເຄ, ແລ້ວການຖືກຮັບຂຶ້ນເມືອໝາຍຄວາມວ່າແນວໃດແທ້ໆ? ຫຼາຍຄົນບໍ່ເຂົ້າໃຈຄວາມໝາຍທີ່ແທ້ຈິງຂອງການຖືກຮັບຂຶ້ນເມືອ, ແຕ່ຄິດວ່າມັນໝາຍເຖິງການຖືກຮັບຂຶ້ນສູ່ທ້ອງຟ້າ, ສະນັ້ນ ຄົນໃດໜຶ່ງທີ່ຍັງຢູ່ເທິງແຜ່ນດິນໂລກກໍ່ບໍ່ໄດ້ຖືກຮັບຂຶ້ນເມືອ. ພວກເຂົາເຂົ້າໃຈຜິດຫຼາຍ.

ແມ່ນຫຍັງຄືການຖືກຮັບຂຶ້ນເມືອແທ້ໆ?

ການຫວັງໃຫ້ພຣະຜູ້ເປັນເຈົ້າກັບຄືນມາ ແລະ ຮັບພວກເຂົາຂຶ້ນເມືອແມ່ນສິ່ງທີ່ຖືກຕ້ອງແທ້ໆ, ຍ້ອນອົງພຣະເຢຊູເຈົ້າໄດ້ບອກໃຫ້ຜູ້ເຊື່ອຕ້ອນຮັບພຣະອົງ. ແຕ່ໂປໂລກ່າວວ່າ “ຈະຖືກຍົກຂຶ້ນໄປພ້ອມກັບພວກເຂົາໃນກ້ອນເມກ ເພື່ອພົບກັບພຣະຜູ້ເປັນເຈົ້າໃນທ້ອງຟ້າ”. ນັ້ນຄືສິ່ງທີ່ຖືກຕ້ອງບໍ? ອົງພຣະເຢຊູເຈົ້າເຄີຍເວົ້າບໍວ່າເມື່ອພຣະອົງກັບຄືນມາ, ພຣະອົງຈະພາຜູ້ເຊື່ອຂຶ້ນເມືອເພື່ອພົບກັບພຣະອົງໃນອາກາດ? ພຣະອົງບໍ່ໄດ້ເວົ້າ. ມີຄຳພະຍານກ່ຽວກັບສິ່ງນີ້ຈາກພຣະວິນຍານບໍລິສຸດບໍ? ບໍ່ມີ. ໂປໂລສາມາດເວົ້າແທນອົງພຣະເຢຊູເຈົ້າກ່ຽວກັບເລື່ອງນີ້ບໍ? ພຣະຜູ້ເປັນເຈົ້າຮັບຮູ້ສິ່ງນັ້ນບໍ? ບໍ່. ວິທີທີ່ພຣະຜູ້ເປັນເຈົ້າຮັບຜູ້ເຊື່ອຂຶ້ນເມືອແມ່ນຖືກຈັດແຈງໂດຍພຣະເຈົ້າ. ພຣະເຢຊູເຈົ້າຊົງກ່າວໄວ້ວ່າ: “ແຕ່ສຳລັບມື້ນີ້ ແລະ ຊົ່ວໂມງນັ້ນ, ບໍ່ມີຜູ້ໃດຮູ້, ບໍ່ຮູ້ແມ່ນແຕ່ທູດສະຫວັນທີ່ຢູ່ໃນສະຫວັນ, ບໍ່ແມ່ນພຣະບຸດ, ແຕ່ເປັນພຣະບິດາ(ມາຣະໂກ 13:32). ໂປໂລເປັນມະນຸດ, ເປັນພຽງອັກຄະສາວົກ, ສະນັ້ນ ລາວຈະສາມາດຮູ້ໄດ້ແນວໃດວ່າພຣະຜູ້ເປັນເຈົ້າຈະຮັບຜູ້ເຊື່ອຂຶ້ນເມືອແນວໃດ? ສິ່ງທີ່ໂປໂລເວົ້າແມ່ນລ້ວນແລ້ວແຕ່ອີງໃສ່ຈິນຕະນາການຂອງລາວເອງ ແລະ ບໍ່ໄດ້ເປັນຕົວແທນໃຫ້ກັບພຣະຜູ້ເປັນເຈົ້າ. ພວກເຮົາບໍ່ສາມາດອີງໃສ່ວິທີການທີ່ພວກເຮົາຕ້ອນຮັບພຣະຜູ້ເປັນເຈົ້າກ່ຽວກັບເລື່ອງນີ້ຢ່າງແນ່ນອນ. ພວກເຮົາຈຳເປັນຕ້ອງປະຕິບັດຕາມພຣະທຳຂອງອົງພຣະເຢຊູເຈົ້າກ່ຽວກັບວິທີການທີ່ພຣະອົງກັບຄືນມາ ແລະ ຮັບຜູ້ເຊື່ອຂຶ້ນເມືອໃນຍຸກສຸດທ້າຍ, ເພາະພຣະອົງເປັນພຣະຄຣິດ, ພຣະຜູ້ເປັນເຈົ້າແຫ່ງອານາຈັກ ແລະ ມີພຽງແຕ່ພຣະທຳຂອງພຣະອົງເທົ່ານັ້ນທີ່ເປັນຄວາມຈິງ ແລະ ມີສິດອຳນາດ. ການຕ້ອນຮັບພຣະຜູ້ເປັນເຈົ້າຕາມພຣະທຳຂອງພຣະອົງບໍ່ສາມາດຜິດໄດ້. ໃຫ້ພວກເຮົາເບິ່ງສິ່ງທີ່ອົງພຣະເຢຊູເຈົ້າໄດ້ກ່າວໄວ້. ພຣະເຢຊູເຈົ້າຊົງກ່າວໄວ້ວ່າ: “ດ້ວຍວ່າ ຟ້າແມບເຫຼື້ອມຈາກທິດຕາເວັນອອກ ຍັງເຫຼື້ອມໄປເຖິງທິດຕາເວັນຕົກ, ການສະເດັດມາຂອງບຸດມະນຸດກໍຈະເປັນດັ່ງນັ້ນ(ມັດທາຍ 24:27). “ສະນັ້ນ ພວກເຈົ້າຈົ່ງກຽມພ້ອມສະເໝີ ຍ້ອນບຸດມະນຸດຈະມາໃນເວລາທີ່ທ່ານຄິດບໍ່ເຖິງ(ມັດທາຍ 24:44). “ແລ້ວໃນເວລາທ່ຽງຄືນ ກໍມີສຽງຮ້ອງມາວ່າ, ເບິ່ງແມ, ເຈົ້າບ່າວມາແລ້ວ ເຈົ້າຈົ່ງອອກໄປພົບກັບເພິ່ນ(ມັດທາຍ 25:6). “ເບິ່ງແມ, ເຮົາຢືນ ແລະ ເຄາະຢູ່ທີ່ປະຕູ: ຖ້າຄົນໃດໄດ້ຍິນສຽງຂອງເຮົາ ແລະ ໄຂປະຕູໃຫ້ເຮົາ, ເຮົາຈະເຂົ້າໄປຫາຄົນນັ້ນ ແລະ ເຮົາຈະກິນອາຫານຮ່ວມກັບຄົນນັ້ນ ແລະ ຄົນນັ້ນຈະກິນອາຫານຮ່ວມກັບເຮົາ(ພຣະນິມິດ 3:20). “ຝູງແກະຂອງເຮົາໄດ້ຍິນສຽງຂອງເຮົາ ແລະ ເຮົາກໍຮູ້ຈັກຝູງແກະນັ້ນ ແລະ ຝູງແກະນັ້ນກໍຕິດຕາມເຮົາ(ໂຢຮັນ 10:27). “ຄົນໃດມີຫູ ຄົນນັ້ນຈົ່ງຟັງສິ່ງທີ່ພຣະວິນຍານກ່າວຕໍ່ຄຣິສຕະຈັກ(ພຣະນິມິດ ບົດທີ 2, 3). ພວກເຮົາສາມາດເຫັນໃນຄຳທຳນາຍຂອງພຣະອົງກ່ຽວກັບການກັບຄືນມາຂອງພຣະອົງ, ພຣະຜູ້ເປັນເຈົ້າກ່າວເຖິງ “ບຸດມະນຸດ” ຢູ່ສະເໝີ, “ການສະເດັດມາຂອງບຸດມະນຸດ”, “ບຸດມະນຸດຈະມາ” “ໄດ້ຍິນສຽງຂອງເຮົາ ແລະ ໄຂປະຕູໃຫ້ເຮົາ” ແລະ “ຝູງແກະຂອງເຮົາໄດ້ຍິນສຽງຂອງເຮົາ”. ປະໂຫຍກທີ່ສຳຄັນເຫຼົ່ານີ້ ກຳລັງບອກພວກເຮົາວ່າ ພຣະຜູ້ເປັນເຈົ້າກັບຄືນມາໃນເນື້ອໜັງດັ່ງບຸດມະນຸດ, ມາເທິງແຜ່ນດິນໂລກເພື່ອເວົ້າ, ເພື່ອເຄາະທີ່ປະຕູຂອງພວກເຮົາ. ຄົນທີ່ໄດ້ຍິນສຽງຂອງພຣະຜູ້ເປັນເຈົ້າ ແລະ ເປີດປະຕູ ຄືຍິງສາວບໍລິສຸດທີ່ສະຫຼາດທີ່ຕ້ອນຮັບພຣະຜູ້ເປັນເຈົ້າ ແລະ ເຂົ້າຮ່ວມງານລ້ຽງຂອງພຣະອົງ. ພວກເຂົາຖືກຮັບຂຶ້ນເມືອຕໍ່ໜ້າພຣະຜູ້ເປັນເຈົ້າ. ອົງພຣະເຢຊູເຈົ້າບໍ່ເຄີຍກ່າວວ່າພຣະອົງຈະພາຜູ້ຄົນຂຶ້ນເມື່ອເພື່ອພົບກັບພຣະອົງໃນທ້ອງຟ້າ, ແຕ່ພຣະອົງບອກຜູ້ຄົນໃຫ້ຟັງສຽງຂອງພຣະອົງເພື່ອຕ້ອນຮັບພຣະອົງ, ມາຢູ່ຕໍ່ໜ້າພຣະອົງ ແລະ ເຂົ້າຮ່ວມງານລ້ຽງຂອງພຣະອົງ. ເພື່ອທີ່ຈະຕ້ອນຮັບພຣະຜູ້ເປັນເຈົ້າ ແລະ ພົບກັບພຣະອົງ, ພວກເຮົາຈຳເປັນຕ້ອງປະຕິບັດຕາມພຣະທຳຂອງພຣະອົງ ແລະ ຟັງສຽງຂອງພຣະເຈົ້າ. ທັນທີ່ພວກເຮົາໄດ້ຍິນຄົນເອີ້ນຂຶ້ນວ່າເຈົ້າບ່າວກຳລັງມາ, ພວກເຮົາຕ້ອງອອກໄປເພື່ອພົບກັບພຣະອົງ, ບໍ່ລໍຖ້າຢ່າງໂງ່ຈ້າເພື່ອທີ່ຈະຖືກຮັບຂຶ້ນສູ່ທ້ອງຟ້າ ໂດຍອີງໃສ່ຈິນຕະນາການຂອງພວກເຮົາເອງ. ຖ້າພວກເຮົາເຮັດແບບນັ້ນ, ພວກເຮົາຈະບໍ່ສາມາດໄດ້ຍິນສຽງຂອງພຣະຜູ້ເປັນເຈົ້າ ແລະ ຕ້ອນຮັບພຣະອົງຈັກເທື່ອ. ພຣະຜູ້ເປັນເຈົ້າກັບຄືນມາດັ່ງບຸດມະນຸດ ແລະ ມາຢູ່ທ່າມກາງພວກເຮົາ, ເວົ້າກັບພວກເຮົາ, ສະນັ້ນ ຖ້າພວກເຮົາພຽງແຕ່ລໍຖ້າທີ່ຈະຖືກຮັບຂຶ້ນສູ່ທ້ອງຟ້າ, ພວກເຮົາກໍ່ຢູ່ໃນເສັ້ນທາງທີ່ແຕກຕ່າງຈາກພຣະຜູ້ເປັນເຈົ້າ. ສະນັ້ນ ຄວາມເຊື່ອຂອງຜູ້ຄົນທີ່ວ່າພວກເຂົາຈະຖືກຮັບຂຶ້ນເພື່ອພົບກັບພຣະຜູ້ເປັນເຈົ້າໃນທ້ອງຟ້າ ກໍ່ບໍ່ສົມເຫດສົມຜົນເລີຍ. ມັນບໍ່ສອດຄ່ອງກັບພຣະທຳຂອງພຣະເຈົ້າເອງທັງສິ້ນ ແລະ ບໍ່ມີຫຍັງເລີຍນອກຈາກເປັນພຽງແນວຄິດຂອງມະນຸດ. ສະນັ້ນ ແມ່ນຫຍັງຄືການຖືກຮັບຂຶ້ນເມືອແທ້ໆ? ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ຊີ້ແຈງສິ້ງນີ້ໃຫ້ກັບພວກເຮົາ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “‘ຖືກຍົກຂຶ້ນມາ’ ບໍ່ແມ່ນຖືກຍົກຈາກບ່ອນຕ່ຳຂຶ້ນໄປບ່ອນສູງແບບທີ່ຄົນຈິນຕະນາການ. ມັນແມ່ນຄວາມຜິດພາດຢ່າງໃຫຍ່ຫຼວງ. ‘ຖືກຍົກຂຶ້ນມາ’ ແມ່ນໝາຍເຖິງການກຳນົດໄວ້ລ່ວງໜ້າ ແລະ ແລ້ວການຄັດເລືອກຂອງເຮົາ. ມັນແນໃສ່ບັນດາຜູ້ທີ່ເຮົາໄດ້ກຳນົດໄວ້ລ່ວງໜ້າ ແລະ ໄດ້ເລືອກໄວ້ທັງໝົດ. ຜູ້ທີ່ໄດ້ຮັບສະຖານະເປັນລູກຊາຍກົກ, ສະຖານະເປັນລູກຊາຍ ຫຼື ຄົນ ແມ່ນບັນດາຜູ້ທີ່ໄດ້ຖືກຍົກຂຶ້ນມາທັງໝົດ. ນີ້ແມ່ນສິ່ງທີ່ບໍ່ສອດຄ່ອງທີ່ສຸດກັບຄວາມຄິດຂອງຄົນ. ຜູ້ທີ່ໄດ້ຮັບການແບ່ງປັນຢູ່ໃນເຮືອນຂອງເຮົາໃນອະນາຄົດແມ່ນຜູ້ທີ່ໄດ້ຖືກຍົກຂຶ້ນມາຢູ່ຕໍ່ໜ້າເຮົາ. ນີ້ແມ່ນເລື່ອງແທ້ແນ່ນອນ, ບໍ່ເຄີຍປ່ຽນແປງ ແລະ ບໍ່ມີໃຜສາມາດໂຕ້ຖຽງໄດ້. ນີ້ແມ່ນການຕອບໂຕ້ຊາຕານ. ທຸກຄົນທີ່ເຮົາໄດ້ກຳນົດໄວ້ລ່ວງໜ້າຈະຖືກຍົກຂຶ້ນມາຢູ່ຕໍ່ໜ້າເຮົາ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຳຂອງພຣະຄຣິດໃນຕົ້ນເດີມ, ບົດທີ 104). “ຍ້ອນພວກເຮົາກຳລັງຊອກຫາຮອຍພຣະບາດຂອງພຣະເຈົ້າ, ມັນໄດ້ເຮັດໃຫ້ພວກເຮົາຈຳເປັນທີ່ຈະຊອກຫາຄວາມປະສົງຂອງພຣະເຈົ້າ, ຫາພຣະທຳຂອງພຣະເຈົ້າ, ຫາຖ້ອຍຄຳຂອງພຣະອົງ, ຍ້ອນວ່າ ບ່ອນໃດກໍຕາມທີ່ພຣະເຈົ້າກ່າວພຣະທຳໃໝ່, ສຽງຂອງພຣະເຈົ້າກໍຢູ່ທີ່ນັ້ນ ແລະ ບ່ອນໃດກໍຕາມທີ່ມີບາດກ້າວຂອງພຣະເຈົ້າ, ການກະທຳຂອງພຣະເຈົ້າກໍຢູ່ທີ່ນັ້ນ. ບ່ອນໃດກໍຕາມທີ່ມີການສຳແດງຂອງພຣະເຈົ້າ, ພຣະເຈົ້າກໍຈະປາກົດຕົວໃນທີ່ນັ້ນ ແລະ ບ່ອນໃດກໍຕາມທີ່ພຣະເຈົ້າປາກົດຕົວ, ຄວາມຈິງ, ຫົນທາງ ແລະ ຊີວິດກໍຈະມີຢູ່ໃນທີ່ນັ້ນ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາກພະໜວກ 1: ການປາກົດຕົວຂອງພຣະເຈົ້າໄດ້ນໍາພາໄປສູ່ຍຸກໃໝ່). ສິ່ງນີ້ເຮັດໃຫ້ມັນງ່າຍຂຶ້ນທີ່ຈະເຂົ້າໃຈ, ແມ່ນບໍ? “ການຮັບຂຶ້ນເມືອ” ບໍ່ແມ່ນສິ່ງທີ່ພວກເຮົາຄິດ, ການຖືກຮັບຂຶ້ນເມືອຈາກບ່ອນຕໍ່າສູ່ບ່ອນສູງ, ຈາກແຜ່ນດິນໂລກສູ່ທ້ອງຟ້າ. ມັນບໍ່ໄດ້ຄຸມເຄືອ ແລະ ເໜືອທຳມະຊາດຫຼາຍ. “ການຮັບຂຶ້ນເມືອ” ເກີດຂຶ້ນ ເມື່ອພຣະເຈົ້າທີ່ບັງເກີດເປັນມະນຸດດັ່ງບຸດມະນຸດເທິງແຜ່ນດິນໂລກເພື່ອເວົ້າ ແລະ ເຮັດພາລະກິດ, ພວກເຮົາໄດ້ຍິນຖ້ອຍຄຳຂອງພຣະອົງ, ຮັບຮູ້ວ່ານີ້ຄືຄວາມຈິງ ແລະ ສຽງຂອງພຣະເຈົ້າ, ແລ້ວສາມາດຍອມຟັງ ແລະ ຍອມຮັບພາລະກິດຂອງພຣະເຈົ້າ. ພວກເຮົາກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ພວກເຮົາໄດ້ຮັບການຫົດນໍ້າ ແລະ ການລ້ຽງດູຈາກພຣະອົງເປັນການສ່ວນຕົວ ແລະ ພວກເຮົາໄດ້ຮັບຄວາມລອດພົ້ນຂອງພຣະເຈົ້າ. ນີ້ຄືການຖືກຮັບຂຶ້ນເມືອຕໍ່ໜ້າພຣະເຈົ້າ. ເມື່ອອົງພຣະເຢຊູເຈົ້າໄດ້ມາເພື່ອເຮັດພາລະກິດແຫ່ງການໄຖ່ບາບຂອງພຣະອົງ, ທຸກຄົນທີ່ຮັບຮູ້ວ່າພຣະທຳຂອງພຣະອົງຄືສຽງຂອງພຣະເຈົ້າ, ແລ້ວຍອມຮັບ ແລະ ຕິດຕາມພຣະອົງ, ຄືກັບເປໂຕ, ໂຢຮັນ ແລະ ສາວົກຄົນອື່ນໆ, ກໍ່ລ້ວນແລ້ວແຕ່ຈະຖືກຮັບຂຶ້ນເມືອຕໍ່ໜ້າພຣະເຈົ້າ. ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ມາໃນຍຸກສຸດທ້າຍ ແລະ ກຳລັງກ່າວຄວາມຈິງ, ກຳລັງເຮັດພາລະກິດແຫ່ງການພິພາກສາ. ຜູ້ຄົນຈາກທຸກນິກາຍທີ່ຮັກຄວາມຈິງ ແລະ ປາຖະໜາຫາການປາກົດຕົວຂອງພຣະເຈົ້າ ເມື່ອເຫັນວ່າພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຄືຄວາມຈິງ ແລະ ສຽງຂອງພຣະເຈົ້າ, ກໍ່ຍອມຮັບພາລະກິດແຫ່ງການພິພາກສາຂອງພຣະອົງ. ພວກເຂົາກິນ ແລະ ດື່ມພຣະທຳຂອງພຣະເຈົ້າໃນທຸກມື້, ໄດ້ຮັບການຫົດນໍ້າ ແລະ ການລ້ຽງດູໂດຍພຣະທຳເຫຼົ່ານັ້ນ ແລະ ຜະເຊີນກັບການພິພາກສາ ແລະ ການຊໍາລະລ້າງຂອງພຣະເຈົ້າ. ພວກເຂົາເປັນຍິງສາວບໍລິສຸດທີ່ສະຫຼາດທີ່ຖືກຮັບຂຶ້ນເມືອຕໍ່ໜ້າພຣະເຈົ້າ ແລະ ເຂົ້າຮ່ວມງານລ້ຽງແຕ່ງດອງຂອງພຣະເມຊີອານ້ອຍ, ເຊິ່ງສຳເລັດຕາມຄຳທຳນາຍໃນພຣະນິມິດຢ່າງສົມບູນ: “ເບິ່ງແມ, ເຮົາຢືນ ແລະ ເຄາະຢູ່ທີ່ປະຕູ: ຖ້າຄົນໃດໄດ້ຍິນສຽງຂອງເຮົາ ແລະ ໄຂປະຕູໃຫ້ເຮົາ, ເຮົາຈະເຂົ້າໄປຫາຄົນນັ້ນ ແລະ ເຮົາຈະກິນອາຫານຮ່ວມກັບຄົນນັ້ນ ແລະ ຄົນນັ້ນຈະກິນອາຫານຮ່ວມກັບເຮົາ(ພຣະນິມິດ 3:20).

ຕອນນີ້ ຂ້ອຍຄິດວ່າພວກເຮົາເຂົ້າໃຈຢ່າງຊັດເຈນແລ້ວກ່ຽວກັບຄວາມໝາຍຂອງການຖືກຍົກຂຶ້ນເມືອ. ເມື່ອຄິດເຖິງແນວຄິດຂອງການພົບກັບພຣະຜູ້ເປັນເຈົ້າໃນທ້ອງຟ້າໃນຕອນນີ້, ມັນບໍ່ເປັນການເພີ້ຝັນ ແລະ ໂງ່ຈ້າບໍ? ອົງພຣະເຢຊູເຈົ້າໄດ້ທຳນາຍຫຼາຍຄັ້ງກ່ຽວກັບ “ການສະເດັດມາຂອງບຸດມະນຸດ”, ເຕືອນມະນຸດຄັ້ງແລ້ວຄັ້ງເລົ່າໃຫ້ຟັງສຽງຂອງພຣະອົງ. ສະນັ້ນ ເປັນຫຍັງຜູ້ຄົນຈຶ່ງຢືນຢັນທີ່ຈະເຮັດຕາມຄຳເວົ້າຂອງມະນຸດເພື່ອຕ້ອນຮັບພຣະອົງ, ແທນທີ່ຈະເປັນພຣະທຳຂອງພຣະອົງເອງ? ເປັນຫຍັງພວກເຂົາຈຶ່ງຍຶດຕິດກັບ ປະໂຫຍກທີ່ແປກປະຫຼາດທີ່ວ່າ “ຈະຖືກຍົກຂຶ້ນໄປພ້ອມກັບພວກເຂົາໃນກ້ອນເມກ ເພື່ອພົບກັບພຣະຜູ້ເປັນເຈົ້າໃນທ້ອງຟ້າ”? ນີ້ແມ່ນບັນຫາແບບໃດ? ມັນບໍ່ຊີ້ໃຫ້ເຫັນເຖິງຄວາມກະຕືລືລົ້ນເກີນໄປທີ່ຈະຮັບເອົາພອນບໍ? ມັນບໍ່ແມ່ນເພາະພວກເຂົາຕ້ອງຖືກຮັບຂຶ້ນສູ່ອານາຈັກຂອງພຣະເຈົ້າໃນທັນທີ ໂດຍອອກຈາກໄພພິບັດ ເຊິ່ງເປັນບ່ອນທີ່ພວກເຂົາຊື່ນຊົມກັບພອນບໍ? ໃຫ້ພວກເຮົາຄິດກ່ຽວກັບສິ່ງນັ້ນ. ຄົນທີ່ໄດ້ຮັບການອະໄພຄວາມຜິດບາບ ແຕ່ຍັງເຮັດບາບຢູ່ສະເໝີ ຈະສາມາດຖືກຮັບຂຶ້ນເມືອສູ່ອານາຈັກ ເມື່ອພຣະຜູ້ເປັນເຈົ້າມາເຖິງໄດ້ບໍ? ພວກເຂົາມີສິດທີ່ຈະຮັບເອົາພອນຂອງອານາຈັກບໍ? ມັນເປັນຈິງທີ່ພຣະຜູ້ເປັນເຈົ້າໄດ້ໄຖ່ພວກເຮົາຈາກຄວາມຜິດບາບ, ແຕ່ພວກເຮົາບໍ່ສາມາດປະຕິເສດວ່າ ພວກເຮົາຍັງຖືກຄວບຄຸມໂດຍທຳມະຊາດທີ່ຜິດບາບຂອງພວກເຮົາ ແລະ ບໍ່ສາມາດເຮັດຫຍັງໄດ້ ນອກຈາກເຮັດຜິດ ແລະ ຕໍ່ຕ້ານພຣະເຈົ້າ. ພວກເຮົາບໍ່ໄດ້ຫຼົບໜີຈາກພັນທະນາການຂອງຄວາມຜິດບາບ ແລະ ບັນລູຄວາມບໍລິສຸດ. ພຣະເຈົ້າບໍລິສຸດ ແລະ ຊອບທຳ. “ຖ້າບໍ່ມີຄວາມບໍລິສຸດ, ບໍ່ມີມະນຸດຄົນໃດຈະເຫັນພຣະຜູ້ເປັນເຈົ້າ(ເຮັບເຣີ 12:14). ສະນັ້ນ ຜູ້ຄົນທີ່ປົນເປື້ອນດ້ວຍຄວາມສົກກະປົກ ແລະ ຄວາມເສື່ອມຊາມຈະສາມາດເຂົ້າສູ່ອານາຈັກຂອງພຣະອົງໄດ້ບໍ? ນັ້ນບໍ່ແມ່ນນິຍາຍຂອງມະນຸດ, ເປັນພຽງຄວາມຄິດທີ່ເຊື່ອວ່າເປັນຈິງບໍ? ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ເຈົ້າພຽງແຕ່ຮູ້ວ່າ ພຣະເຢຊູຈະລົງມາໃນລະຫວ່າງຍຸກສຸດທ້າຍ, ແຕ່ພຣະອົງຈະລົງມາແນວໃດແທ້? ຄົນບາບແບບພວກເຈົ້າ ຜູ້ທີ່ຫາກໍຖືກໄຖ່ບາບ ແລະ ຍັງບໍ່ໄດ້ປ່ຽນແປງ ຫຼື ຖືກພຣະເຈົ້າເຮັດໃຫ້ສົມບູນ, ເຈົ້າຈະເປັນທີ່ພໍໃຈພຣະເຈົ້າໄດ້ບໍ? ສຳລັບເຈົ້າທີ່ຍັງມີຕົວຕົນເກົ່າຂອງເຈົ້າ, ມັນຄືຄວາມຈິງທີ່ເຈົ້າຖືກພຣະເຢຊູຊ່ວຍໃຫ້ລອດພົ້ນ ແລະ ເຈົ້າບໍ່ຖືກນັບວ່າເປັນຄົນບາບ ຍ້ອນຄວາມລອດພົ້ນຂອງພຣະເຈົ້າ, ແຕ່ສິ່ງນີ້ບໍ່ໄດ້ພິສູດວ່າເຈົ້າບໍ່ມີຄວາມບາບ ແລະ ບໍລິສຸດແລ້ວ. ເຈົ້າຈະບໍລິສຸດໄດ້ແນວໃດ ຖ້າເຈົ້າຍັງບໍ່ໄດ້ປ່ຽນແປງ? ຢູ່ພາຍໃນຕົວເຈົ້າ, ເຈົ້າຖືກອ້ອມລ້ອມໄປດ້ວຍຄວາມບໍ່ບໍລິສຸດ, ຄວາມເຫັນແກ່ຕົວ ແລະ ຄວາມໂຫດຮ້າຍ, ແຕ່ເຈົ້າກໍຍັງປາຖະໜາທີ່ຈະລົງມາພ້ອມກັບພຣະເຢຊູ, ເຈົ້າຄືຈະບໍ່ໂຊກດີຫຼາຍປານນັ້ນ! ເຈົ້າພາດຂັ້ນຕອນໜຶ່ງໃນຄວາມເຊື່ອຂອງເຈົ້າໃນພຣະເຈົ້າ: ເຈົ້າພຽງແຕ່ຖືກໄຖ່ບາບ, ແຕ່ຍັງບໍ່ໄດ້ຖືກປ່ຽນແປງ. ເພື່ອຈະໃຫ້ເຈົ້າເປັນທີ່ພໍໃຈພຣະເຈົ້າ, ພຣະເຈົ້າຕ້ອງປະຕິບັດພາລະກິດແຫ່ງການປ່ຽນແປງ ແລະ ການຊໍາລະເຈົ້າດ້ວຍຕົວພຣະອົງເອງ; ຖ້າເຈົ້າພຽງແຕ່ຖືກໄຖ່ບາບ, ເຈົ້າຈະບໍ່ສາມາດບັນລຸຄວາມຊອບທໍາໄດ້. ໃນວິທີນີ້ ເຈົ້າຈະບໍ່ມີຄຸນສົມບັດທີ່ຈະໄດ້ຮັບສ່ວນແບ່ງໃນພອນທີ່ປະເສີດຂອງພຣະເຈົ້າ, ຍ້ອນເຈົ້າໄດ້ພາດຂັ້ນຕອນໜຶ່ງໃນພາລະກິດແຫ່ງການຄຸ້ມຄອງມະນຸດຂອງພຣະເຈົ້າ ເຊິ່ງເປັນຂັ້ນຕອນສຳຄັນໃນການປ່ຽນແປງ ແລະ ເຮັດໃຫ້ມະນຸດສົມບູນ. ດ້ວຍເຫດນັ້ນເຈົ້າເຊິ່ງເປັນຄົນບາບທີ່ຫາກໍຖືກໄຖ່ ແມ່ນບໍ່ສາມາດຮັບເອົາມໍລະດົກຂອງພຣະເຈົ້າໂດຍກົງ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ວ່າດ້ວຍເລື່ອງຕໍາແໜ່ງ ແລະ ຕົວຕົນ). “ເຖິງແມ່ນວ່າ ພຣະເຢຊູໄດ້ປະຕິບັດພາລະກິດຫຼາຍຢ່າງໃນທ່າມກາງມະນຸດ, ພຣະອົງພຽງສໍາເລັດການໄຖ່ບາບຂອງມວນມະນຸດຊາດ ແລະ ກາຍເປັນເຄື່ອງຖວາຍບູຊາແທນຄວາມຜິດບາບຂອງມະນຸດເທົ່ານັ້ນ; ພຣະອົງບໍ່ໄດ້ກໍາຈັດອຸປະນິໄສທີ່ເສື່ອມຊາມທັງໝົດຂອງເຂົາອອກຈາກມະນຸດ. ການຊ່ວຍໃຫ້ມະນຸດລອດພົ້ນຢ່າງສົມບູນຈາກອິດທິພົນຂອງຊາຕານບໍ່ແມ່ນພຽງຕ້ອງການໃຫ້ພຣະເຢຊູກາຍເປັນເຄື່ອງຖວາຍບູຊາແທນຄວາມຜິດບາບ ແລະ ແບກຮັບຄວາມຜິດບາບຂອງມະນຸດເທົ່ານັ້ນ, ແຕ່ມັນຍັງຮຽກຮ້ອງໃຫ້ພຣະເຈົ້າປະຕິບັດພາລະກິດທີ່ຍິ່ງໃຫຍ່ຂຶ້ນເພື່ອກຳຈັດອຸປະນິໄສເສື່ອມຊາມຂອງຊາຕານຂອງເຂົາໃຫ້ອອກຈາກມະນຸດ. ດັ່ງນັ້ນ ບັດນີ້ເມື່ອມະນຸດໄດ້ຮັບການໃຫ້ອະໄພຄວາມຜິດບາບຂອງເຂົາ, ພຣະເຈົ້າຈຶ່ງໄດ້ກັບຄືນສູ່ເນື້ອໜັງ ເພື່ອນໍາພາມະນຸດໄປສູ່ຍຸກໃໝ່ ແລະ ເລີ່ມຕົ້ນພາລະກິດຂອງການຂ້ຽນຕີ ແລະ ການພິພາກສາ. ພາລະກິດນີ້ໄດ້ນໍາພາມະນຸດໄປສູ່ອານາຈັກທີ່ສູງສົ່ງຍິ່ງຂຶ້ນ. ທຸກຄົນທີ່ຍອມຢູ່ພາຍໃຕ້ອຳນາດຂອງພຣະອົງຈະໄດ້ຮັບຄວາມຈິງທີ່ສູງສົ່ງຂຶ້ນ ແລະ ໄດ້ຮັບພອນທີ່ຍິ່ງໃຫຍ່ຂຶ້ນ. ພວກເຂົາຈະດຳລົງຊີວິດຢູ່ໃນແສງສະຫວ່າງຢ່າງແທ້ຈິງ ແລະ ພວກເຂົາຈະໄດ້ຮັບເອົາຄວາມຈິງ, ຫົນທາງ ແລະ ຊີວິດ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄໍານໍາ). ອົງພຣະເຢຊູເຈົ້າເຮັດພາລະກິດແຫ່ງການໄຖ່ບາບ ເຊິ່ງພຽງແຕ່ເພື່ອໄຖ່ຜູ້ຄົນ ແລະ ໃຫ້ອະໄພຄວາມຜິດບາບຂອງພວກເຮົາ, ແຕ່ທຳມະຊາດທີ່ຜິດບາບຂອງພວກເຮົາກໍ່ຍັງຄົງຢູ່. ພວກເຮົາສືບຕໍ່ກະບົດຕໍ່ພຣະເຈົ້າ ແລະ ບໍ່ໄດ້ຮັບຄວາມລອດພົ້ນຢ່າງສົມບູນ. ມີພຽງແຕ່ການທີ່ອົງພຣະເຢຊູເຈົ້າອະໄພຄວາມຜິດບາບຂອງພວກເຮົາເທົ່ານັ້ນແມ່ນບໍ່ພຽງພໍ. ພວກເຮົາຍັງຕ້ອງຕ້ອນຮັບພຣະຜູ້ເປັນເຈົ້າ ແລະ ຖືກຮັບຂຶ້ນເມືອຕໍ່ໜ້າພຣະອົງ, ຍອມຮັບການພິພາກສາຂອງພຣະອົງໃນຍຸກສຸດທ້າຍ ແລະ ຫຼັງຈາກນັ້ນ ພວກເຮົາກໍ່ສາມາດເປັນອິດສະຫຼະຈາກຄວາມຜິດບາບ ແລະ ຮັບເອົາຄວາມລອດພົ້ນຢ່າງສົມບູນ, ກາຍມາເປັນຄົນທີ່ຍອມອ່ອນນ້ອມ ແລະ ຢຳເກງພຣະເຈົ້າ. ແລ້ວພວກເຮົາກໍ່ສາມາດເຂົ້າສູ່ອານາຈັກຂອງພຣະອົງໄດ້. ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ມາໃນຍຸກສຸດທ້າຍ ເພື່ອກ່າວຄວາມຈິງ ແລະ ເຮັດພາລະກິດແຫ່ງການພິພາກສາ ບົນພື້ນຖານຂອງພາລະກິດແຫ່ງການໄຖ່ບາບຂອງອົງພຣະເຢຊູເຈົ້າ. ນີ້ແມ່ນເພື່ອແກ້ໄຂທຳມະຊາດທີ່ຜິດບາບຂອງມະນຸດ ແລະ ອຸປະນິໄສທີ່ເສື່ອມຊາມຂອງມະນຸດຢ່າງສົມບູນ, ສະນັ້ນ ພວກເຮົາສາມາດເປັນອິດສະຫຼະຈາກຄວາມຜິດບາບ ແລະ ກອງກຳລັງຂອງຊາຕານ ແລະ ໄດ້ຮັບຄວາມລອດພົ້ນຈາກພຣະເຈົ້າຢ່າງສົມບູນ. ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ປາກົດຕົວ ແລະ ກ່າວຄວາມຈິງຫຼາຍຢ່າງ, ບອກພວກເຮົາກ່ຽວກັບທຸກສິ່ງທີ່ພວກເຮົາຕ້ອງການໃນຖານະມະນຸດທີ່ເສື່ອມຊາມເພື່ອທີ່ຈະຖືກຊໍາລະລ້າງ ແລະ ຮັບເອົາຄວາມລອດພົ້ນຢ່າງສົມບູນ. ພຣະອົງໄດ້ເປີດເຜີຍຄວາມເລິກລັບກ່ຽວກັບແຜນການຄຸ້ມຄອງຂອງພຣະເຈົ້າ ເຊັ່ນ: ຈຸດປະສົງຂອງພຣະເຈົ້າໃນການຄຸ້ມຄອງມະນຸດຊາດ, ວິທີການທີ່ຊາຕານເຮັດໃຫ້ມະນຸດຊາດເສື່ອມຊາມ, ວິທີການທີ່ສາມຂັ້ນຕອນຂອງພາລະກິດຂອງພຣະເຈົ້າຈະຊ່ວຍມະນຸດໃຫ້ລອດພົ້ນຢ່າງສົມບູນ, ຄວາມໝາຍຂອງພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍຂອງພຣະອົງ, ຄວາມເລິກລັບກ່ຽວກັບການບັງເກີດເປັນມະນຸດ ແລະ ພຣະນາມຂອງພຣະເຈົ້າ, ຜົນຕາມມາ ແລະ ຈຸດໝາຍປາຍທາງຂອງຄົນທຸກປະເພດ ແລະ ຄວາມສວຍງາມຂອງອານາຈັກ. ຄຳເວົ້າເຫຼົ່ານີ້ໄດ້ເປີດຕາແທ້ໆ ແລະ ເຮັດໃຫ້ເຊື່ອໝັ້ນຢ່າງສິ້ນເຊີງ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຍັງພິພາກສາ ແລະ ເປີດໂປງຮາກຂອງຄວາມຜິດບາບ ແລະ ການຕໍ່ຕ້ານພຣະເຈົ້າຂອງມະນຸດ ເຊິ່ງເປັນທຳມະຊາດ ແລະ ອຸປະນິໄສຊາຕານຂອງພວກເຮົາ. ພຣະອົງຍັງເປີດເຜີຍຄວາມຈິງກ່ຽວກັບວິທີການທີ່ຊາຕານເຮັດໃຫ້ພວກເຮົາເສື່ອມຊາມຢ່າງຮ້າຍແຮງ ແລະ ສະແດງໃຫ້ພວກເຮົາເຫັນເຖິງເສັ້ນທາງທີ່ຈະຫຼົບໜີຈາກຄວາມເສື່ອມຊາມ ແລະ ຮັບເອົາຄວາມລອດພົ້ນຢ່າງສົມບູນ. ຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າກິນ, ດື່ມ ແລະ ຊື່ນຊົມກັບພຣະທຳຂອງພຣະເຈົ້າໃນທຸກໆມື້. ພວກເຮົາຖືກພິພາກສາ, ຖືກຂ້ຽນຕີ, ຖືກຈັດການ ແລະ ຖືກລິຮານໂດຍພຣະທຳຂອງພຣະອົງ ແລະ ຜະເຊີນໜ້າກັບການທົດລອງທຸກຮູບແບບ, ພວກເຮົາໄດ້ຮຽນຮູ້ຄວາມຈິງຫຼາຍຢ່າງ ແລະ ມາຮູ້ຈັກທຳມະຊາດຊາຕານຂອງພວກເຮົາຢ່າງແທ້ຈິງ. ພວກເຮົາເຫັນວ່າພວກເຮົາດຳລົງຊີວິດຢູ່ພາຍໃນຄວາມເສື່ອມຊາມຢູ່ສະເໝີ, ກະບົດຕໍ່ພຣະເຈົ້າ ແລະ ເຮັດໃຫ້ພຣະອົງລັງກຽດ ແລະ ພວກເຮົາຈະຖືກກຳຈັດ ແລະ ຖືກລົງໂທດໂດຍພຣະເຈົ້າ ຖ້າພວກເຮົາບໍ່ກັບໃຈ ແລະ ປ່ຽນແປງ. ພວກເຮົາໄດ້ຜະເຊີນກັບອຸປະນິໄສທີ່ຊອບທຳ, ບໍ່ສາມາດລ່ວງເກີນໄດ້ຂອງພຣະເຈົ້າ ແລະ ເລີ່ມມີຄວາມເຄົາລົບພຣະອົງ. ຄວາມເສື່ອມຊາມຂອງພວກເຮົາຖືກຊໍາລະລ້າງ ແລະ ປ່ຽນແປງເທື່ອລະໜ້ອຍ ແລະ ພວກເຮົາສາມາດຫຼົບໜີຈາກພັນທະນາການຂອງຄວາມຜິດບາບ ແລະ ເປັນພະຍານທີ່ອັດສະຈັນໃຫ້ກັບພຣະເຈົ້າໃນທີ່ສຸດ. ພຣະເຈົ້າໄດ້ສຳເລັດການສ້າງກຸ່ມຂອງຜູ້ເອົາຊະນະກ່ອນໄພພິບັດແລ້ວ ແລະ ໄພພິບັດກໍ່ກຳລັງມາເຖິງ. ທຸກຄົນທີ່ປະຕິເສດ ແລະ ຕໍ່ຕ້ານພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ຄົນທີ່ເປັນຂອງຊາຕານກໍ່ຈະຖືກທຳລາຍໃນໄພພິບັດ. ຄົນທີ່ປະສົບກັບການພິພາກສາຂອງພຣະເຈົ້າ ແລະ ຖືກຊໍາລະລ້າງ ກໍ່ຈະໄດ້ຮັບການປົກປ້ອງຈາກພຣະເຈົ້າໃຫ້ຜ່ານພົ້ນໄພພິບັດ, ຖືກຮັບເຂົ້າສູ່ອານາຈັກຂອງພຣະອົງ ແລະ ຈະມີຈຸດໝາຍປາຍທາງທີ່ສວຍງາມ. ນີ້ຄືການຖືກຮັບເຂົ້າສູ່ອານາຈັກຂອງພຣະເຈົ້າຢ່າງແທ້ຈິງ. ຜູ້ເອົາຊະນະເຫຼົ່ານີ້ທີ່ໄດ້ຮັບຄວາມລອດພົ້ນຢ່າງສົມບູນ ແລະ ຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ ແມ່ນຄົນທີ່ປະຕິບັດພຣະທຳຂອງພຣະເຈົ້າ ແລະ ເຮັດພາລະກິດຂອງພຣະອົງເທິງແຜ່ນດິນໂລກ. ພວກເຂົາເປັນປະຊາຊົນແຫ່ງອານາຈັກຂອງພຣະເຈົ້າ. ນີ້ແມ່ນວິທີການທີ່ອານາຈັກຂອງພຣະຄຣິດຖືກເຮັດໃຫ້ເປັນຈິງເທິງແຜ່ນດິນໂລກ ແລະ ສິ່ງນີ້ກໍ່ບັນລຸຕາມຄຳທຳນາຍຂອງອົງພຣະເຢຊູເຈົ້າ: “ພຣະບິດາຂອງພວກຂ້ານ້ອຍ ຜູ້ທີ່ຢູ່ໃນສະຫວັນ, ຂໍໃຫ້ນາມຂອງພຣະອົງເປັນທີ່ເຄົາລົບບູຊາ. ອານາຈັກຂອງພຣະອົງຊົງມາ, ຄວາມປະສົງຂອງພຣະອົງຈະຖືກເຮັດໃຫ້ສຳເລັດເທິງແຜ່ນດິນໂລກ ເໝືອນດັ່ງມັນຖືກເຮັດໃຫ້ສຳເລັດໃນສະຫວັນ(ມັດທາຍ 6:9-10). “ແລ້ວເຮົາ ໂຢຮັນໄດ້ເຫັນເມືອງສັກສິດ ຄືເຢຣູຊາເລັມໃໝ່ລົງມາຈາກພຣະເຈົ້າຈາກສະຫວັນ, ຖືກກຽມພ້ອມຄືກັບເຈົ້າສາວທີ່ແຕ່ງເຄື່ອງສໍາລັບຜົວຂອງນາງ. ແລ້ວເຮົາໄດ້ຍິນພຣະສຸລະສຽງທີ່ຍິ່ງໃຫຍ່ມາຈາກສະຫວັນ ໂດຍກ່າວວ່າ ເບິ່ງແມະ, ພຣະວິຫານຂອງພຣະເຈົ້າຢູ່ກັບມະນຸດແລ້ວ ແລະ ພຣະອົງຈະອາໄສຢູ່ກັບພວກເຂົາ ແລະ ພວກເຂົາຈະເປັນປະຊາຊົນຂອງພຣະອົງ ແລະ ພຣະເຈົ້າເອງຈະຢູ່ຮ່ວມກັບພວກເຂົາ ແລະ ຈະເປັນພຣະເຈົ້າຂອງພວກເຂົາ. ແລ້ວພຣະເຈົ້າຈະເຊັດນໍ້າຕາທັງໝົົດຈາກຕາຂອງພວກເຂົາ; ແລະ ຈະບໍ່ມີຄວາມຕາຍອີກຕໍ່ໄປ, ບໍ່ມີຄວາມໂສກເສົ້າ ຫຼື ການຮ້ອງໄຫ້ ແລະ ຈະບໍ່ມີຄວາມເຈັບປວດອີກຕໍ່ໄປ: ເພາະສິ່ງເກົ່າໆໄດ້ລ່ວງຫຼັບໄປແລ້ວ(ພຣະນິມິດ 21:2-4). “ອານາຈັກຂອງແຜ່ນດິນໂລກນີ້ຈະກາຍເປັນອານາຈັກຂອງພຣະຜູ້ເປັນເຈົ້າຂອງເຮົາ ແລະ ຂອງພຣະຄຣິດຂອງພຣະອົງ ແລະ ພຣະອົງຈະປົກຄອງຕະຫຼອດໄປເປັນນິດ(ພຣະນິມິດ 11:15). ດັ່ງທີ່ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວວ່າ “ເມື່ອພາລະກິດແຫ່ງການເອົາຊະນະຖືກເຮັດໃຫ້ສຳເລັດ ມະນຸດຈະຖືກນໍາໄປສູ່ໂລກທີ່ສວຍງາມ. ແນ່ນອນ ຊີວິດນີ້ກໍຈະຍັງຢູ່ເທິງແຜ່ນດິນໂລກ ແຕ່ມັນຈະບໍ່ເປັນຄືກັບຊີວິດມະນຸດໃນປັດຈຸບັນຢ່າງສິ້ນເຊີງ. ມັນເປັນຊີວິດທີ່ມະນຸດຊາດຈະມີຫຼັງຈາກທີ່ໄດ້ເອົາຊະນະບັນດາມວນມະນຸດຊາດ, ມັນຈະເປັນການເລີ່ມຕົ້ນໃໝ່ສຳລັບມະນຸດເທິງແຜ່ນດິນໂລກ ແລະ ການທີ່ມະນຸດຊາດມີຊີວິດດັ່ງກ່າວຈະເປັນເຄື່ອງພິສູດວ່າ ມະນຸດຊາດໄດ້ເຂົ້າສູ່ອານາຈັກໃໝ່ທີ່ສວຍງາມແລ້ວ. ມັນຈະເປັນການເລີ່ມຕົ້ນຂອງຊີວິດຂອງມະນຸດ ແລະ ພຣະເຈົ້າເທິງແຜ່ນດິນໂລກ. ຫຼັງຈາກທີ່ມະນຸດໄດ້ຮັບການເຮັດໃຫ້ບໍລິສຸດ ແລະ ຖືກເອົາຊະນະ, ຂໍ້ສັນຍາສໍາລັບຊີວິດທີ່ສວຍງາມດັ່ງກ່າວກໍຄື ເຂົາຈະຕ້ອງຍອມຢູ່ພາຍໃຕ້ພຣະຜູ້ສ້າງ. ດ້ວຍເຫດນັ້ນ ພາລະກິດແຫ່ງການເອົາຊະນະແມ່ນຂັ້ນຕອນສຸດທ້າຍຂອງພາລະກິດຂອງພຣະເຈົ້າກ່ອນທີ່ມະນຸດຊາດຈະເຂົ້າສູ່ຈຸດໝາຍປາຍທາງທີ່ມະຫັດສະຈັນນັ້ນ. ຊີວິດດັ່ງກ່າວແມ່ນຊີວິດໃນອະນາຄົດຂອງມະນຸດເທິງແຜ່ນດິນໂລກ, ມັນເປັນຊີວິດທີ່ສວຍງາມທີ່ສຸດເທິງແຜ່ນດິນໂລກ, ເປັນຊີວິດປະເພດທີ່ມະນຸດປາຖະໜາ ເຊິ່ງເປັນປະເພດທີ່ມະນຸດບໍ່ເຄີຍໄດ້ຮັບໃນປະຫວັດສາດຂອງໂລກ. ມັນເປັນຜົນໄດ້ຮັບສຸດທ້າຍຂອງ 6.000 ປີຂອງພາລະກິດແຫ່ງການຄຸ້ມຄອງ, ມັນເປັນສິ່ງທີ່ມະນຸດຊາດປາຖະໜາຫຼາຍທີ່ສຸດ ແລະ ມັນຍັງເປັນຄຳສັນຍາທີ່ພຣະເຈົ້າມີໃຫ້ມະນຸດ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຟື້ນຟູຊີວິດປົກກະຕິຂອງມະນຸດ ແລະ ການນໍາພາເຂົາໄປສູ່ປາຍທາງທີ່ມະຫັດສະຈັນ).

ເມື່ອມະນຸດໄດ້ຖືກຟື້ນຟູສູ່ລັກສະນະດັ່ງເດີມ ແລະ ເມື່ອພວກເຂົາສາມາດບັນລຸຜົນຕາມໜ້າທີ່ຂອງພວກເຂົາເອງ, ສາມາດຮັກສາຕໍາແໜ່ງຂອງພວກເຂົາເອງຢ່າງເໝາະສົມ ແລະ ເຊື່ອຟັງການຈັດແຈງທັງໝົດຂອງພຣະເຈົ້າ, ພຣະເຈົ້າຈະຮັບເອົາກຸ່ມຄົນທີ່ນະມັດສະການພຣະອົງຢູ່ເທິງແຜ່ນດິນໂລກ ແລະ ພຣະອົງຍັງຈະໄດ້ສ້າງຕັ້ງອານາຈັກເທິງແຜ່ນດິນໂລກທີ່ນະມັດສະການພຣະອົງ. ພຣະອົງຈະຮັບໄຊຊະນະຢູ່ເທິງແຜ່ນດິນໂລກໂດຍນິລັນດອນ ແລະ ຜູ້ທີ່ຕໍ່ຕ້ານພຣະອົງຈະຖືກທໍາລາຍລົງຢ່າງນິລັນດອນ. ນີ້ຈະເປັນການຟື້ນຟູເຈດຕະນາດັ່ງເດີມຂອງພຣະອົງໃນການສ້າງມະນຸດຊາດ; ມັນຈະເປັນການຟື້ນຟູເຈດຕະນາໃນການສ້າງສັບພະສິ່ງທັງປວງ ແລະ ມັນຍັງຈະຟື້ນຟູສິດອໍານາດຂອງພຣະອົງຢູ່ເທິງແຜ່ນດິນໂລກ ນັ້ນກໍຄື ທ່າມກາງສັບພະທຸກສິ່ງ ແລະ ທ່າມກາງສັດຕູຂອງພຣະອົງ. ສິ່ງເຫຼົ່ານີ້ຈະເປັນສັນຍາລັກແຫ່ງໄຊຊະນະທັງໝົດຂອງພຣະອົງ. ຕໍ່ຈາກນີ້ໄປ ມະນຸດຊາດຈະເຂົ້າສູ່ບ່ອນພັກເຊົາ ແລະ ເລີ່ມຕົ້ນຊີວິດບົນເສັ້ນທາງທີ່ຖືກຕ້ອງ. ພຣະເຈົ້າຈະເຂົ້າສູ່ບ່ອນພັກເຊົາຢ່າງນິລັນດອນກັບມະນຸດຊາດເຊັ່ນກັນ ແລະ ເລີ່ມຕົ້ນຊີວິດຢ່າງນິດນິລັນຮ່ວມກັນ ລະຫວ່າງ ພຣະອົງເອງ ແລະ ມະນຸດ. ຄົນສົກກະປົກ ແລະ ຄົນບໍ່ເຊື່ອຟັງເທິງແຜ່ນດິນໂລກຈະສູນຫາຍໄປ ແລະ ຜູ້ທີ່ຮ້ອງໄຫ້ເສຍໃຈຈະຖືກດັບສູນ ແລະ ທຸກສິ່ງໃນໂລກນີ້ທີ່ຕໍ່ຕ້ານພຣະເຈົ້າຈະບໍ່ມີຢູ່ອີກຕໍ່ໄປ. ມີແຕ່ພຣະເຈົ້າ ແລະ ຜູ້ຄົນທີ່ພຣະອົງຊ່ວຍໃຫ້ລອດເທົ່ານັ້ນທີ່ຈະຍັງຢູ່; ມີແຕ່ການຊົງສ້າງຂອງພຣະອົງເທົ່ານັ້ນທີ່ຈະຍັງຢູ່(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າ ແລະ ມະນຸດຈະເຂົ້າບ່ອນພັກເຊົາພ້ອມກັນ).

ໃນຈຸດນີ້, ພວກເຮົາມີຄວາມເຂົ້າໃຈທີ່ສົມບູນກ່ຽວກັບວ່າການຖືກຮັບຂຶ້ນເມືອແມ່ນຫຍັງແທ້ໆ. ການຖືກຮັບຂຶ້ນເມືອ ແມ່ນກ່ຽວກັບການຟັງສຽງຂອງພຣະເຈົ້າເປັນຫຼັກ, ການຕິດຕາມບາດກ້າວຂອງພຣະອົງ ແລະ ການຫັນມາຫາພຣະເຈົ້າອົງຊົງລິດທານຸພາບສູງສຸດ, ຍອມຮັບພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍຂອງພຣະເຈົ້າ. ເປັນຫຍັງໂລກສາສະໜາຈຶ່ງບໍ່ປະສົບກັບການຖືກຮັບຂຶ້ນເມືອກ່ອນໄພພິບັດ? ຫຼັກໆກໍ່ເພາະພວກເຂົາບໍ່ສະແຫວງຫາຄວາມຈິງ ຫຼື ຟັງສຽງຂອງພຣະເຈົ້າ, ແຕ່ຢືນຢັນກັບແນວຄິດຂອງພວກເຂົາ ແລະ ຂໍ້ພຣະຄຳພີຕາມຕົວອັກສອນ. ພວກເຂົາພຽງແຕ່ຟັງຄຳເວົ້າຂອງມະນຸດ, ແຕ່ບໍ່ຕ້ອນຮັບພຣະຜູ້ເປັນເຈົ້າຕາມພຣະທຳຂອງພຣະອົງ. ນີ້ຄືເຫດຜົນທີ່ພວກເຂົາໄດ້ຕົກລົງສູ່ໄພພິບັດ. ຜູ້ຄົນພຽງແຕ່ຕ້ອງການລໍຖ້າໃຫ້ພຣະຜູ້ເປັນເຈົ້າມາເທິງກ້ອນເມກ ແລະ ປາຖະໜາທີ່ຈະປ່ຽນຮູບຮ່າງໃນທັນທີ ແລະ ຖືກຮັບຂຶ້ນສູ່ທ້ອງຟ້າເພື່ອພົບກັບພຣະອົງ, ສະນັ້ນ ພວກເຂົາຈຶ່ງລໍຖ້າຢ່າງຂີ້ຄ້ານເທົ່ານັ້ນ ໂດຍບໍ່ໄດ້ກະກຽມຕົນເອງ ຫຼື ສະແຫວງຫາເພື່ອຟັງສຽງຂອງພຣະເຈົ້າ. ຫົວໃຈຂອງພວກເຂົາດ້ານຊາ. ພວກເຂົາຈະສາມາດຕ້ອນຮັບພຣະຜູ້ເປັນເຈົ້າໃນລັກສະນະນີ້ໄດ້ແນວໃດ? ພວກເຂົາຈະຕົກລົງສູ່ໄພພິບັດ, ຮ້ອງໄຫ້ ແລະ ກັດແຂ້ວຂອງພວກເຂົາ. ພຣະເຈົ້າອົງຊົງລິດທານຸພາບສູງສຸດກຳລັງເຮັດພາລະກິດແຫ່ງການພິພາກສາຂອງພຣະອົງເປັນເວລາສາມທົດສະວັດແລ້ວໃນຕອນນີ້. ພຣະອົງໄດ້ສຳເລັດການສ້າງກຸ່ມຂອງຜູ້ເອົາຊະນະກ່ອນໄພພິບັດ ແລະ ຕອນນີ້ ໄພພິບັດກໍ່ກຳລັງມາເຖິງ. ຄົນທີ່ຟັງສຽງຂອງພຣະເຈົ້າ ແລະ ຕ້ອນຮັບພຣະຜູ້ເປັນເຈົ້າໃນໄພພິບັດ ກໍ່ຍັງມີໂອກາດທີ່ຈະຖືກຮັບຂຶ້ນເມືອ. ນີ້ຄືການຖືກຮັບຂຶ້ນເມືອໃນທ່າມກາງໄພພິບັດ ແລະ ພວກເຂົາມີຄວາມຫວັງທີ່ຈະຖືກຮັກສາໄວ້. ຄົນທີ່ເຮັດຕາມແນວຄິດຂອງພວກເຂົາ, ຢືນຢັນວ່າພຣະຜູ້ເປັນເຈົ້າຈະຕ້ອງມາເທິງກ້ອນເມກ ກໍ່ຈະຕົກລົງສູ່ໄພພິບັດ ແລະ ບໍ່ສາມາດໄດ້ຮັບຄວາມລອດພົ້ນໄດ້. ຫຼັງຈາກທີ່ໄພພິບັດຜ່ານພົ້ນໄປ, ພຣະເຈົ້າຈະປາກົດຕົວຢ່າງເປີດເຜີຍຕໍ່ທຸກຊົນຊາດ ແລະ ທຸກຄົນ, ສຳເລັດຕາມຄຳທຳນາຍໃນພຣະນິມິດ 1:7 “ເບິ່ງແມ, ພຣະອົງສະເດັດມາກັບກ້ອນເມກ, ຕາທຸກໜ່ວຍຈະເຫັນພຣະອົງ ແລະ ພວກເຂົາທີ່ໄດ້ແທງພຣະອົງກໍຈະເຫັນເຊັ່ນກັນ ແລະ ທຸກຊົນຊາດເທິງແຜ່ນດິນໂລກນີ້ຈະຮ້ອງໄຫ້ຍ້ອນພຣະອົງ”. ມີຂໍ້ຄວາມສອງຂໍ້ໃນພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ພວກເຮົາສາມາດສະຫຼຸບໄດ້. ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ຫຼາຍຄົນອາດບໍ່ສົນໃຈໃນສິ່ງທີ່ເຮົາບອກກ່າວ ແຕ່ເຮົາຍັງຢາກບອກໄພ່ພົນທີ່ຕິດຕາມພຣະເຢຊູທຸກຄົນວ່າ ເມື່ອພວກເຈົ້າເຫັນພຣະເຢຊູລົງມາຈາກແຜ່ນດິນສະຫວັນເທິງເມກສີຂາວດ້ວຍຕາຂອງພວກເຈົ້າເອງ ນີ້ຈະເປັນການປາກົດຕົວຢ່າງເປີດເຜີຍຂອງພຣະອາທິດແຫ່ງຄວາມທ່ຽງທຳ. ບາງເທື່ອ ນັ້ນຈະເປັນເວລາແຫ່ງຄວາມຕື່ນເຕັ້ນຢ່າງໃຫຍ່ສໍາລັບເຈົ້າ ແຕ່ເຈົ້າຄວນຮູ້ວ່າ ເວລາທີ່ເຈົ້າເປັນພະຍານການລົງມາຂອງພຣະເຢຊູຈາກແຜ່ນດິນສະຫວັນຍັງເປັນເວລາທີ່ເຈົ້າຈະລົງນະຮົກເພື່ອຮັບການລົງໂທດອີກດ້ວຍ. ນັ້ນຈະເປັນເວລາແຫ່ງການສິ້ນສຸດຂອງແຜນການຄຸ້ມຄອງຂອງພຣະເຈົ້າ ແລະ ມັນເປັນເວລາທີ່ພຣະເຈົ້າໃຫ້ລາງວັນຄົນດີ ແລະ ລົງໂທດຄົນຊົ່ວ. ເນື່ອງຈາກວ່າ ການພິພາກສາຂອງພຣະເຈົ້າຈະສິ້ນສຸດລົງກ່ອນທີ່ມະນຸດຈະໄດ້ເຫັນໝາຍສໍາຄັນ ໃນເວລາມີການສະແດງຄວາມຈິງເທົ່ານັ້ນ. ສະນັ້ນ ມີພຽງຜູ້ທີ່ຍອມຮັບຄວາມຈິງ ແລະ ບໍ່ສະແຫວງຫາໝາຍສຳຄັນຈະໄດ້ຮັບການຊໍາລະລ້າງໃຫ້ບໍລິສຸດ ເຊິ່ງຜູ້ຄົນເຫຼົ່ານີ້ຈະກັບມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ ແລະ ເຂົ້າຮ່ວມໃນອ້ອມກອດຂອງພຣະຜູ້ສ້າງ. ຜູ້ຄົນທີ່ຍຶດຖືໃນຄວາມເຊື່ອທີ່ວ່າ ‘ພຣະເຢຊູ ຜູ້ທີ່ບໍ່ໄດ້ຂີ່ເມກສີຂາວ ແມ່ນພຣະເຢຊູຕົວປອມ’ ຈະໄດ້ຮັບການລົງໂທດຕະຫຼອດໄປເປັນນິດ ຍ້ອນພວກເຂົາເຊື່ອພຽງພຣະເຢຊູທີ່ກະທຳໝາຍສຳຄັນ ແຕ່ບໍ່ຮັບຮູ້ພຣະເຢຊູທີ່ປະກາດການພິພາກສາທີ່ຮ້າຍແຮງ ແລະ ສ້າງຫົນທາງທີ່ແທ້ຈິງແຫ່ງຊີວິດ. ດ້ວຍເຫດນັ້ນ ເມື່ອພຣະເຢຊູກັບມາເທິງເມກສີຂາວຢ່າງເປີດເຜີຍ ພຣະອົງອາດຈັດການກັບພວກເຂົາ ເພາະພວກເຂົາດື້ດ້ານເກີນໄປ, ໝັ້ນໃຈໃນຕົວເອງເກີນໄປ ແລະ ອວດດີຫຼາຍເກີນໄປ. ຄົນເສື່ອມຊາມແບບນີ້ຈະໄດ້ຮັບລາງວັນຈາກພຣະເຈົ້າໄດ້ແນວໃດ? ການກັບມາຂອງພຣະເຢຊູແມ່ນຄວາມລອດພົ້ນທີ່ຍິ່ງໃຫຍ່ສຳລັບຜູ້ທີ່ສາມາດຍອມຮັບເອົາຄວາມຈິງ ແຕ່ສຳລັບຜູ້ທີ່ບໍ່ສາມາດຍອມຮັບຄວາມຈິງແມ່ນຈະຖືກຕັດສິນລົງໂທດ. ພວກເຈົ້າຄວນເລືອກເສັ້ນທາງຂອງພວກເຈົ້າເອງ ແລະ ບໍ່ຄວນໝິ່ນປະໝາດພຣະວິນຍານບໍລິສຸດ ແລະ ປະຕິເສດຄວາມຈິງ. ພວກເຈົ້າບໍ່ຄວນເປັນຄົນທີ່ໂງ່ຈ້າ ແລະ ອວດດີ ແຕ່ເປັນຄົນທີ່ເຊື່ອຟັງການນໍາຂອງພຣະວິນຍານບໍລິສຸດ ແລະ ຈົ່ງປາດຖະໜາ ແລະ ສະແຫວງຫາຄວາມຈິງ; ດ້ວຍວິທີນີ້ເທົ່ານັ້ນທີ່ພວກເຈົ້າຈະໄດ້ຮັບຜົນປະໂຫຍດ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເວລາທີ່ເຈົ້າເຫັນຮ່າງກາຍຝ່າຍວິນຍານຂອງພຣະເຢຊູ, ພຣະເຈົ້າແມ່ນໄດ້ສ້າງສະຫວັນ ແລະ ແຜ່ນດິນໂລກຂຶ້ນໃໝ່ແລ້ວ).

ພຣະຄຣິດແຫ່ງຍຸກສຸດທ້າຍນໍາພາຊີວິດ ແລະ ນໍາພາຫົນທາງແຫ່ງຄວາມຈິງທີ່ຍືນນານ ແລະ ບໍ່ສິ້ນສຸດ. ຄວາມຈິງນີ້ແມ່ນເສັ້ນທາງທີ່ມະນຸດຈະໄດ້ຮັບຊີວິດ ແລະ ເປັນເສັ້ນທາງດຽວທີ່ມະນຸດຈະຮູ້ຈັກພຣະເຈົ້າ ແລະ ເສັ້ນທາງທີ່ພຣະເຈົ້າເຫັນດີນໍາ. ຖ້າເຈົ້າບໍ່ສະແຫວງຫາຫົນທາງແຫ່ງຊີວິດທີ່ພຣະຄຣິດແຫ່ງຍຸກສຸດທ້າຍຈັດຕຽມໄວ້ໃຫ້ ແລ້ວເຈົ້າຈະບໍ່ໄດ້ຮັບການເຫັນດີຂອງພຣະເຢຊູຈັກເທື່ອ ແລະ ບໍ່ມີຄຸນສົມບັດໃນການເຂົ້າປະຕູຂອງອານາຈັກສະຫວັນຈັກເທື່ອ ຍ້ອນເຈົ້າເປັນທັງຫຸ່ນ ແລະ ນັກໂທດຂອງປະຫວັດສາດ. ຄົນເຫຼົ່ານັ້ນທີ່ຖືກຄວບຄຸມໂດຍຂໍ້ບັງຄັບ, ໂດຍຕົວໜັງສື ແລະ ຖືກປະຫວັດສາດໃສ່ໂສ້ ຈະບໍ່ສາມາດຮັບຊີວິດຈັກເທື່ອ ແລະ ຈະບໍ່ຮັບຫົນທາງແຫ່ງຊີວິດຕະຫຼອດໄປຈັກເທື່ອ. ນີ້ກໍຍ້ອນວ່າ ທຸກສິ່ງທີ່ພວກເຂົາມີແມ່ນນໍ້າສົກກະປົກທີ່ຂັງຢູ່ເປັນເວລາຫຼາຍພັນປີ ແທນທີ່ຈະເປັນນໍ້າແຫ່ງຊີວິດທີ່ຫຼັງໄຫລມາຈາກບັນລັງ. ຄົນເຫຼົ່ານັ້ນທີ່ບໍ່ໄດ້ຮັບການເຕີມເຕັມໂດຍນໍ້າແຫ່ງຊີວິດຈະຍັງຄົງເປັນສາກສົບຕະຫຼອດໄປ, ເປັນຂອງຫຼິ້ນໃຫ້ກັບຊາຕານ ແລະ ເປັນບຸດຊາຍແຫ່ງນະຮົກ. ແລ້ວ ພວກເຂົາຈະສາມາດເຫັນພຣະເຈົ້າໄດ້ແນວໃດ? ຖ້າເຈົ້າພຽງແຕ່ພະຍາຍາມຍຶດຕິດກັບອະດີດ, ພຽງແຕ່ຮັກສາສິ່ງຕ່າງໆຄ້າຍຄືກັບວ່າພວກມັນຍັງບໍ່ເໜັງຕີງເລີຍ ແລະ ບໍ່ພະຍາຍາມປ່ຽນແປງສະຖານະພາບໃນປັດຈຸບັນ ແລະ ປະຖິ້ມປະຫວັດສາດ, ແລ້ວເຈົ້າຈະບໍ່ຕໍ່ຕ້ານພຣະເຈົ້າຢູ່ຕະຫຼອດເວລາບໍ? ຂັ້ນຕອນໃນພາລະກິດຂອງພຣະເຈົ້າກວ້າງໃຫຍ່ ແລະ ຍິ່ງໃຫຍ່ ຄືກັບຄື້ນທະເລຍື່ງຂຶ້ນ ແລະ ສຽງຟ້າຮ້ອງທີ່ດັງສະນັ້ນ, ແຕ່ເຈົ້ານັ່ງ ແລະ ລໍຖ້າຄວາມພິນາດໂດຍບໍ່ດີ້ນຮົນ, ຍຶດໝັ້ນໃນຄວາມໂງ່ຂອງເຈົ້າ ແລະ ບໍ່ເຮັດຫຍັງເລີຍ. ດ້ວຍວິທີນີ້ ເຈົ້າຈະສາມາດຖືກພິຈາລະນາໃຫ້ເປັນຄົນທີ່ຕິດຕາມບາດຍ່າງຂອງພຣະເມສານ້ອຍໄດ້ແນວໃດ? ເຈົ້າຈະສາມາດພິສູດຄວາມຖືກຕ້ອງຂອງພຣະເຈົ້າທີ່ເຈົ້າຍຶດໝັ້ນວ່າເປັນພຣະເຈົ້າທີ່ໃໝ່ຢູ່ສະເໝີ ແລະ ບໍ່ເກົ່າເລີຍໄດ້ແນວໃດ? ແລະ ພຣະທຳຂອງໜັງສືຫົວສີເຫຼືອງຂອງເຈົ້າຈະນໍາພາເຈົ້າເຂົ້າສູ່ຍຸກໃໝ່ໄດ້ແນວໃດ? ພຣະທໍາເຫຼົ່ານັ້ນຈະນໍາພາເຈົ້າໃຫ້ສະແຫວງຫາຂັ້ນຕອນໃນພາລະກິດຂອງພຣະເຈົ້າໄດ້ແນວໃດ? ແລະພຣະທໍານັ້ນຈະນໍາເຈົ້າຂຶ້ນສູ່ແຜ່ນດິນສະຫວັນໄດ້ແນວໃດ? ສິ່ງທີ່ເຈົ້າມີຢູ່ໃນມືຂອງເຈົ້າແມ່ນຕົວໜັງສືທີ່ສາມາດສະໜອງພຽງແຕ່ເຄື່ອງປອບໃຈຊົ່ວຄາວ ບໍ່ແມ່ນຄວາມຈິງທີ່ສາມາດໃຫ້ຊີວິດໄດ້. ຂໍ້ພຣະທຳທີ່ເຈົ້າອ່ານແມ່ນສິ່ງທີ່ສາມາດພຽງແຕ່ໃຫ້ເຈົ້າເພີ່ມພູນລີ້ນຂອງເຈົ້າ ບໍ່ແມ່ນພຣະທຳແຫ່ງສະຕິປັນຍາທີ່ສາມາດຊ່ວຍໃຫ້ເຈົ້າຮູ້ຈັກຊີວິດຂອງມະນຸດ ຢ່າວ່າແຕ່ຫົນທາງທີ່ສາມາດນໍາພາເຈົ້າໄປສູ່ຄວາມສົມບູນເລີຍ. ຄວາມບໍ່ກົງກັນນີ້ບໍ່ໄດ້ເຮັດໃຫ້ເຈົ້າໄຕ່ຕອງແດ່ບໍ? ມັນບໍ່ໄດ້ເຮັດໃຫ້ເຈົ້າເຂົ້າໃຈເຖິງສິ່ງລຶກລັບທີ່ຢູ່ພາຍໃນບໍ? ເຈົ້າສາມາດນໍາພາຕົນເອງໄປສະຫວັນເພື່ອພົບກັບພຣະເຈົ້າດ້ວຍຕົນເອງບໍ? ປາສະຈາກການມາຂອງພຣະເຈົ້າ ເຈົ້າສາມາດນໍາຕົວເອງເຂົ້າສູ່ສະຫວັນເພື່ອມີຄວາມສຸກແບບຄອບຄົວດຽວກັນກັບພຣະເຈົ້າບໍ? ໃນຕອນນີ້ ເຈົ້າຍັງກຳລັງຝັນຢູ່ບໍ? ດ້ວຍເຫດນັ້ນ ເຮົາແນະນໍາໃຫ້ເຈົ້າຢຸດຝັນ ແລະ ເບິ່ງວ່າ ແມ່ນໃຜທີ່ກຳລັງປະຕິບັດພາລະກິດໃນຕອນນີ້, ໃຜທີ່ກຳລັງປະຕິບັດພາລະກິດໃນການຊ່ວຍມະນຸດໃນຍຸກສຸດທ້າຍ. ຖ້າເຈົ້າບໍ່ຢຸດ ເຈົ້າຈະບໍ່ໄດ້ຮັບຄວາມຈິງຈັກເທື່ອ ແລະ ຈະບໍ່ໄດ້ຮັບຊີວິດອີກຕໍ່ໄປ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງແຕ່ພຣະຄຣິດແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດມອບຫົນທາງແຫ່ງຊີວິດຊົ່ວນິດນິລັນໃຫ້ກັບມະນຸດໄດ້).

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ພາລະກິດແຫ່ງການພິພາກສາຂອງພຣະເຈົ້າໃນຍຸກສຸດທ້າຍຊໍາລະລ້າງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນແນວໃດ?

ຜູ້ຄົນຮູ້ວ່າໄພພິບັດທີ່ຍິ່ງໃຫຍ່ໄດ້ມາເຖິງພວກເຮົາ ແລະ ຄົນທີ່ກຳລັງຄາດຫວັງພຣະຜູ້ເປັນເຈົ້າລົງມາເທິງກ້ອນເມກກໍ່ກຳລັງລໍຖ້າດ້ວຍລົມຫາຍໃຈທີ່ອ່ອນແຮງລົງ....

ພຣະເຢຊູເຈົ້າໄດ້ໄຖ່ມະນຸດຊາດ, ສະນັ້ນ ເປັນຫຍັງພຣະອົງຈຶ່ງເຮັດພາລະກິດແຫ່ງການພິພາກສາ ເມື່ອພຣະອົງກັບຄືນມາໃນຍຸກສຸດທ້າຍ?

ເມື່ອ 2.000 ປີກ່ອນ, ພຣະເຢຊູເຈົ້າທີ່ບັງເກີດເປັນມະນຸດໄດ້ຖືກຄຶງເທິງໄມ້ກາງແຂນເພື່ອໄຖ່ຄວາມຜິດບາບຂອງມະນຸດຊາດ,...

ພວກເຈົ້າໄດ້ຍິນສຽງຂອງພຣະເຈົ້າບໍ?

ສະບາຍດີ ອ້າຍເອື້ອຍນ້ອງ, ພວກເຮົາໂຊກດີຫຼາຍທີ່ໄດ້ເຕົ້າໂຮມຮ່ວມກັນ, ຂອບໃຈພຣະຜູ້ເປັນເຈົ້າ! ພວກເຮົາທຸກຄົນເປັນຄົນທີ່ມັກຟັງພຣະທຳຂອງພຣະເຈົ້າ ແລະ...

Leave a Reply