ພຣະຜູ້ຊ່ວຍໃຫ້ລອດພົ້ນຊ່ວຍມະນຸດຊາດແນວໃດ ເມື່ອພຣະອົງມາເຖິງ?

25 ເດືອນທັນວາ 2021

ເມື່ອພວກເຮົາເວົ້າກ່ຽວກັບພຣະຜູ້ຊ່ວຍໃຫ້ລອດພົ້ນ, ຜູ້ທີ່ມີຄວາມເຊື່ອທຸກຄົນກໍເຫັນດີວ່າ ໃນຍຸກສຸດທ້າຍ ພຣະອົງຈະມາເທິງແຜ່ນດິນໂລກເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນຢ່າງແນ່ນອນ. ຜູ້ທຳນາຍຫຼາຍຄົນໄດ້ເວົ້າວ່າພຣະຜູ້ຊ່ວຍໃຫ້ລອດພົ້ນຈະມາໃນຍຸກສຸດທ້າຍ. ແລ້ວຜູ້ໃດທີ່ເປັນພຣະຜູ້ຊ່ວຍໃຫ້ລອດພົ້ນ? ນິກາຍທີ່ແຕກຕ່າງກັນຕີຄວາມໝາຍທີ່ແຕກຕ່າງກັນ ແລະ ສາສະໜາທີ່ແຕກຕ່າງກັນກໍເວົ້າສິ່ງທີ່ແຕກຕ່າງກັນກ່ຽວກັບພຣະອົງ. ຜູ້ໃດເປັນພຣະຜູ້ຊ່ວຍໃຫ້ລອດພົ້ນທີ່ແທ້ຈິງ? ພຣະຜູ້ຊ່ວຍໃຫ້ລອດພົ້ນທີ່ແທ້ຈິງເປັນພຣະຜູ້ເປັນເຈົ້າທີ່ເນລະມິດສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ສິ່ງທັງປວງ ແລະ ເປັນພຣະເຈົ້າທີ່ແທ້ຈິງພຽງອົງດຽວ ເຊິ່ງກໍຄື ພຣະຜູ້ສ້າງ. ມີພຽງແຕ່ພຣະຜູ້ເປັນເຈົ້າທີ່ເນລະມິດສ້າງທຸກສິ່ງເທົ່ານັ້ນທີ່ເປັນພຣະເຈົ້າທີ່ແທ້ຈິງພຽງອົງດຽວ ແລະ ມີພຽງແຕ່ພຣະເຈົ້າທີ່ແທ້ຈິງໃນເນື້ອໜັງເທົ່ານັ້ນທີ່ເປັນພຣະຜູ້ຊ່ວຍໃຫ້ລອດພົ້ນທີ່ສາມາດຊ່ວຍມະນຸດຊາດໃຫ້ລອດພົ້ນ. ຖ້າບໍ່ແມ່ນພຣະເຈົ້າທີ່ແທ້ຈິງທີ່ເນລະມິດສ້າງສິ່ງທັງປວງ, ແລ້ວບຸກຄົນນີ້ກໍບໍ່ແມ່ນພຣະຜູ້ສ້າງ ແລະ ບໍ່ສາມາດຊ່ວຍມະນຸດຊາດໃຫ້ລອດພົ້ນໄດ້. ນີ້ແມ່ນສິ່ງທີ່ພວກເຮົາຈຳເປັນຕ້ອງມີຄວາມຊັດເຈນ. ຈົ່ງຈື່ໄວ້! ມີແຕ່ພຣະເຈົ້າທີ່ແທ້ຈິງພຽງອົງດຽວເທົ່ານັ້ນ ແລະ ພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນທີ່ເປັນພຣະຜູ້ຊ່ວຍໃຫ້ລອດພົ້ນ. ມີພຽງແຕ່ພຣະເຈົ້າທີ່ແທ້ຈິງໃນເນື້ອໜັງເທົ່ານັ້ນທີ່ສາມາດສະແດງຄວາມຈິງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນຢ່າງສົມບູນ ແລະ ພາພວກເຮົາໄປສູ່ຈຸດໝາຍປາຍທາງທີ່ສວຍງາມ. ມີພຣະເຈົ້າປອມຫຼາຍອົງ, ສະນັ້ນຈຶ່ງບໍ່ຈຳເປັນຕ້ອງລະບຸຊື່ພວກເຂົາທັງໝົດ, ແຕ່ມີພຣະເຈົ້າທີ່ແທ້ຈິງພຽງອົງດຽວເທົ່ານັ້ນ. ສະນັ້ນຜູ້ໃດເປັນພຣະຜູ້ຊ່ວຍໃຫ້ລອດພົ້ນອົງນີ້ແທ້ໆ? ເມື່ອ 2.000 ປີກ່ອນ, ພຣະເຢຊູເຈົ້າໄດ້ເຂົ້າມາ ແລະ ເວົ້າວ່າ “ຈົ່ງສຳນຶກຜິດ ຍ້ອນອານາຈັກແຫ່ງສະຫວັນໃກ້ມາເຖິງແລ້ວ(ມັດທາຍ 4:17). ແລ້ວພຣະອົງກໍຖືກຄຶງໄວ້ທີ່ໄມ້ກາງແຂນເພື່ອໄຖ່ຄວາມຜິດບາບຂອງມະນຸດ. ພຣະອົງໄດ້ສຳເລັດພາລະກິດແຫ່ງການໄຖ່ບາບ ແລະ ເລີ່ມຍຸກແຫ່ງພຣະຄຸນ, ປ່ອຍໃຫ້ຜູ້ຄົນມາຢູ່ຕໍ່ໜ້າພຣະເຈົ້າ, ອະທິຖານ, ສື່ສານກັບພຣະເຈົ້າ ແລະ ຕິດຕາມພຣະເຈົ້າຈົນເຖິງຕອນນີ້. ນີ້ແມ່ນພາລະກິດແຫ່ງການໄຖ່ບາບຂອງພຣະເຢຊູເຈົ້າ. ພຣະເຢຊູເຈົ້າເປັນພຣະຜູ້ຊ່ວຍໃຫ້ລອດພົ້ນ, ຜູ້ທີ່ມາຢູ່ທ່າມກາງມະນຸດ ແລະ ປະຕິບັດພາລະກິດ. ໂດຍອີງໃສ່ສິ່ງທີ່ພວກເຮົາໄດ້ເຫັນຈົນເຖິງຈຸດນີ້, ຜູ້ໃດແມ່ນພຣະຜູ້ຊ່ວຍໃຫ້ລອດພົ້ນ? ພຣະເຈົ້າໃນເນື້ອໜັງທີ່ມາເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນດ້ວຍຕົວເອງ. ພຣະເຢຊູເຈົ້າປະຕິບັດພາລະກິດແຫ່ງການໄຖ່ບາບ, ໃຫ້ອະໄພຄວາມຜິດບາບຂອງຜູ້ຄົນ, ແຕ່ຜູ້ຄົນຍັງເຮັດຜິດຢູ່ເລື້ອຍໆ ແລະ ບໍ່ສາມາດກັບໃຈໄດ້ຢ່າງແທ້ຈິງ. ຄວາມລອດພົ້ນຂອງພຣະເຈົ້າຄືການໃຫ້ຜູ້ຄົນໄດ້ກັບໃຈຢ່າງແທ້ຈິງ, ບໍ່ແມ່ນພຽງແຕ່ໃຫ້ອະໄພຄວາມຜິດບາບຂອງພວກເຮົາ ແລະ ຕັດສິນໃຈທີ່ຈະເຊົາ. ນັ້ນຄືເຫດຜົນທີ່ພຣະເຢຊູເຈົ້າໄດ້ສັນຍາວ່າພຣະອົງຈະກັບຄືນມາໃນຍຸກສຸດທ້າຍ ເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນຢ່າງສົມບູນ. ຕອນນີ້, ພຣະຜູ້ຊ່ວຍໃຫ້ລອດພົ້ນໄດ້ກັບຄືນມາ ແລະ ຢູ່ທ່າມກາງພວກເຮົາ. ພຣະອົງໄດ້ສະແດງຄວາມຈິງຫຼາຍຢ່າງ ເພື່ອຊໍາລະລ້າງມະນຸດ ແລະ ຊ່ວຍພວກເຮົາໃຫ້ລອດພົ້ນຈາກຄວາມຜິດບາບ ເພື່ອວ່າພວກເຮົາຈະສາມາດຫັນກັບມາຫາພຣະເຈົ້າຢ່າງສົມບູນ ແລະ ຖືກຮັບເອົາໂດຍພຣະອົງ ແລ້ວເຂົ້າສູ່ຈຸດໝາຍປາຍທາງທີ່ສວຍງາມທີ່ພຣະອົງໄດ້ຈັດກຽມສຳລັບພວກເຮົາ ເຊິ່ງນັ້ນກໍຄື ອານາຈັກຂອງພຣະອົງ. ຕອນນີ້, ມີຄົນທົ່ວເທິງແຜ່ນດິນໂລກທີ່ໄດ້ຍິນສຽງຂອງພຣະເຈົ້າ ແລະ ຖືກຍົກຂຶ້ນມາຢູ່ຕໍ່ໜ້າບັນລັງຂອງພຣະອົງ. ພວກເຂົາກຳລັງຖືກພິພາກສາ ແລະ ຖືກຊໍາລະລ້າງໂດຍພຣະເຈົ້າ ແລະ ພວກເຂົາກໍມີຄຳພະຍານທີ່ໜ້າຮັກ. ພວກເຂົາເປັນຜູ້ເອົາຊະນະທີ່ຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ. ແຕ່ເປັນຕາເສຍດາຍທີ່ຍັງມີຫຼາຍຄົນທີ່ບໍ່ທັນໄດ້ຍິນສຽງຂອງພຣະເຈົ້າ, ຜູ້ທີ່ບໍ່ທັນໄດ້ເຫັນການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ນັ້ນຄືເຫດຜົນ ທີ່ພວກເຮົາກຳລັງເປັນພະຍານໃນຕອນນີ້ກ່ຽວກັບວິທີການທີ່ພຣະຜູ້ຊ່ວຍໃຫ້ລອດພົ້ນໄດ້ຊ່ວຍມະນຸດຊາດໃຫ້ລອດພົ້ນ.

ພຣະຜູ້ຊ່ວຍໃຫ້ລອດພົ້ນຊ່ວຍມະນຸດຊາດແນວໃດ ເມື່ອພຣະອົງມາເຖິງ?

ເມື່ອພວກເຮົາເວົ້າກ່ຽວກັບຄວາມລອດພົ້ນ, ບາງຄົນກໍມີແນວຄິດທີ່ບໍ່ຊັດເຈນນີ້ທີ່ວ່າ ພຣະເຈົ້າຈະລົງມາຈາກທ້ອງຟ້າຢ່າງກະທັນຫັນ ແລະ ຮັບເອົາຜູ້ທີ່ມີຄວາມເຊື່ອຂຶ້ນໄປ, ຫຼົບໜີຈາກໄພພິບັດ ແລະ ໄປສູ່ສະຫວັນ. ນີ້ແມ່ນແນວຄິດ ແລະ ຄວາມເພີ້ຝັນຂອງມະນຸດ, ແຕ່ມັນບໍ່ເປັນຈິງ. ມີອີກໜຶ່ງບັນຫາທີ່ສຳຄັນ. ທຸກຄົນຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງຮຸນແຮງ ແລະ ມີທຳມະຊາດຂອງຊາຕານ. ທຸກຄົນກຳລັງດຳລົງຊີວິດຢູ່ໃນຄວາມຜິດບາບ, ເຕັມໄປດ້ວຍຄວາມສົກກະປົກ ແລະ ຄວາມເສື່ອມຊາມ. ພວກເຮົາຈະສາມາດຖືກຮັບຂຶ້ນເມືອໄດ້ໂດຍກົງແທ້ໆບໍ? ພວກເຮົາສົມຄວນກັບອານາຈັກສະຫວັນບໍ? ຖ້າທຸກຄົນລໍຖ້າໃຫ້ພຣະຜູ້ຊ່ວຍໃຫ້ລອດພົ້ນລົງມາ ໂດຍຍຶດຕິດກັບແນວຄິດນີ້, ມັນຈະໄຮ້ປະໂຫຍດຢ່າງແນ່ນອນ. ພວກເຂົາຈະຕົກລົງສູ່ໄພພິບັດ, ຮ້ອງໄຫ້ ແລະ ກັດແຂ້ວຂອງພວກເຂົາ. ແລ້ວພຣະຜູ້ຊ່ວຍໃຫ້ລອດພົ້ນຈະຊ່ວຍມະນຸດຊາດໃຫ້ລອດພົ້ນໄດ້ແນວໃດ ເມື່ອພຣະອົງມາເຖິງ? ຢ່າງທຳອິດ, ພຣະອົງຊ່ວຍພວກເຮົາໃຫ້ລອດພົ້ນຈາກຄວາມຜິດບາບ. ພຣະເຢຊູເຈົ້າພຽງແຕ່ປະຕິບັດພາລະກິດແຫ່ງການໄຖ່ບາບ ເພື່ອວ່າຄວາມຜິດບາບຂອງພວກເຮົາຈະໄດ້ຮັບການອະໄພ, ແຕ່ເຖິງວ່າຈະໄດ້ຮັບການອະໄພນັ້ນ, ພວກເຂົາຍັງບໍ່ສາມາດຫ້າມທີ່ຈະບໍ່ເຮັດບາບຕໍ່. ພວກເຮົາບໍ່ໄດ້ຫຼົບໜີຈາກໂສ້ຂອງຄວາມຜິດບາບ. ນີ້ຄືຂໍ້ແທ້ຈິງທີ່ບໍ່ສາມາດປະຕິເສດໄດ້. ພຣະເຈົ້າບໍລິສຸດ ແລະ ຊອບທຳ. ພຣະອົງປາກົດໃນສະຖານທີ່ໆບໍລິສຸດ ແລະ ເຊື່ອງຕົນເອງຈາກດິນແດນທີ່ສົກກະປົກ. ເມື່ອບໍ່ບໍລິສຸດ, ຜູ້ຄົນບໍ່ສາມາດຫຼຽວເບິ່ງພຣະຜູ້ເປັນເຈົ້າໄດ້, ສະນັ້ນ ພວກເຮົາທີ່ດຳລົງຊີວິດຢູ່ໃນຄວາມຜິດບາບຈະສົມຄວນເຂົ້າສູ່ອານາຈັກຂອງພຣະເຈົ້າໄດ້ແນວໃດ? ນັ້ນຄືເຫດຜົນທີ່ພຣະເຈົ້າບັງເກີດເປັນມະນຸດອີກຄັ້ງໃນຍຸກສຸດທ້າຍ ແລະ ກຳລັງສະແດງຄວາມຈິງ ແລະ ກຳລັງປະຕິບັດພາລະກິດແຫ່ງການພິພາກສາ ແລະ ການຂ້ຽນຕີ ເພື່ອຊໍາລະລ້າງຜູ້ຄົນຢ່າງສົມບູນ ແລະ ຊ່ວຍພວກເຮົາໃຫ້ລອດພົ້ນຈາກຄວາມຜິດບາບ, ຈາກຊາຕານ. ດັ່ງທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວໄວ້ວ່າ: “ເຖິງແມ່ນວ່າ ພຣະເຢຊູໄດ້ປະຕິບັດພາລະກິດຫຼາຍຢ່າງໃນທ່າມກາງມະນຸດ, ພຣະອົງພຽງສໍາເລັດການໄຖ່ບາບຂອງມວນມະນຸດຊາດ ແລະ ກາຍເປັນເຄື່ອງຖວາຍບູຊາແທນຄວາມຜິດບາບຂອງມະນຸດເທົ່ານັ້ນ; ພຣະອົງບໍ່ໄດ້ກໍາຈັດອຸປະນິໄສທີ່ເສື່ອມຊາມທັງໝົດຂອງເຂົາອອກຈາກມະນຸດ. ການຊ່ວຍໃຫ້ມະນຸດລອດພົ້ນຢ່າງສົມບູນຈາກອິດທິພົນຂອງຊາຕານບໍ່ແມ່ນພຽງຕ້ອງການໃຫ້ພຣະເຢຊູກາຍເປັນເຄື່ອງຖວາຍບູຊາແທນຄວາມຜິດບາບ ແລະ ແບກຮັບຄວາມຜິດບາບຂອງມະນຸດເທົ່ານັ້ນ, ແຕ່ມັນຍັງຮຽກຮ້ອງໃຫ້ພຣະເຈົ້າປະຕິບັດພາລະກິດທີ່ຍິ່ງໃຫຍ່ຂຶ້ນເພື່ອກຳຈັດອຸປະນິໄສເສື່ອມຊາມຂອງຊາຕານຂອງເຂົາໃຫ້ອອກຈາກມະນຸດ. ດັ່ງນັ້ນ ບັດນີ້ເມື່ອມະນຸດໄດ້ຮັບການໃຫ້ອະໄພຄວາມຜິດບາບຂອງເຂົາ, ພຣະເຈົ້າຈຶ່ງໄດ້ກັບຄືນສູ່ເນື້ອໜັງ ເພື່ອນໍາພາມະນຸດໄປສູ່ຍຸກໃໝ່ ແລະ ເລີ່ມຕົ້ນພາລະກິດຂອງການຂ້ຽນຕີ ແລະ ການພິພາກສາ. ພາລະກິດນີ້ໄດ້ນໍາພາມະນຸດໄປສູ່ອານາຈັກທີ່ສູງສົ່ງຍິ່ງຂຶ້ນ. ທຸກຄົນທີ່ຍອມຢູ່ພາຍໃຕ້ອຳນາດຂອງພຣະອົງຈະໄດ້ຮັບຄວາມຈິງທີ່ສູງສົ່ງຂຶ້ນ ແລະ ໄດ້ຮັບພອນທີ່ຍິ່ງໃຫຍ່ຂຶ້ນ. ພວກເຂົາຈະດຳລົງຊີວິດຢູ່ໃນແສງສະຫວ່າງຢ່າງແທ້ຈິງ ແລະ ພວກເຂົາຈະໄດ້ຮັບເອົາຄວາມຈິງ, ຫົນທາງ ແລະ ຊີວິດ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄໍານໍາ).

ພຣະຜູ້ຊ່ວຍໃຫ້ລອດພົ້ນໄດ້ມາເຖິງແລ້ວ. ພຣະເຢຊູເຈົ້າໄດ້ກັບຄືນມາໃນເນື້ອໜັງ ດັ່ງພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ບັງເກີດເປັນມະນຸດ. ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ສະແດງຄວາມຈິງທັງໝົດທີ່ຊໍາລະລ້າງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນ, ປະຕິບັດພາລະກິດແຫ່ງການພິພາກສາ ໂດຍເລີ່ມຕົ້ນຈາກເຮືອນຂອງພຣະເຈົ້າ. ບໍ່ມີຜູ້ໃດນອກຈາກພຣະເຈົ້າໃນເນື້ອໜັງ ທີ່ສາມາດສະແດງຄວາມຈິງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນ, ບໍ່ວ່າຈະຍິ່ງໃຫຍ່ ຫຼື ມີຊື່ສຽງສໍ່າໃດກໍຕາມ. ມີພຽງແຕ່ພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນ ທີ່ມາແຜ່ນດິນໂລກ ທີ່ເປັນພຣະຄຣິດ, ເປັນພຣະຜູ້ຊ່ວຍໃຫ້ລອດພົ້ນຂອງພວກເຮົາ. “ພຣະຄຣິດ” ໝາຍຄວາມວ່າແນວໃດ? ມັນໝາຍເຖິງ ພຣະຜູ້ຊ່ວຍໃຫ້ລອດພົ້ນ. ສະນັ້ນ, ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພຣະຄຣິດແຫ່ງຍຸກສຸດທ້າຍ, ປະຕິບັດພາລະກິດແຫ່ງການພິພາກສາເພື່ອຊໍາລະລ້າງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນແນວໃດ?

ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ບອກພວກເຮົາວ່າ: “ໃນຍຸກສຸດທ້າຍ ພຣະຄຣິດໃຊ້ຫຼາກຫຼາຍຄວາມຈິງເພື່ອສັ່ງສອນມະນຸດ, ເປີດໂປງແກ່ນແທ້ຂອງມະນຸດ ແລະ ວິເຄາະຄໍາເວົ້າ ແລະ ການກະທຳຂອງມະນຸດ. ພຣະທໍາເຫຼົ່ານີ້ປະກອບດ້ວຍຄວາມຈິງຫຼາຍປະການ, ເຊັ່ນ: ໜ້າທີ່ຂອງມະນຸດ, ວິທີມະນຸດຄວນເຊື່ອຟັງພຣະເຈົ້າ, ວິທີມະນຸດຄວນຈົງຮັກພັກດີຕໍ່ພຣະເຈົ້າ, ວິທີທີ່ມະນຸດຄວນສະແດງຄວາມປະພຶດຕົນແບບມະນຸດປົກກະຕິທົ່ວໄປ ພ້ອມດ້ວຍສະຕິປັນຍາ ແລະ ອຸປະນິໄສຂອງພຣະເຈົ້າ ແລະ ອື່ນໆ. ພຣະທໍາເຫຼົ່ານີ້ແມ່ນເນັ້ນໃສ່ແກ່ນແທ້ ແລະ ອຸປະນິໄສທີ່ເສື່ອມຊາມຂອງມະນຸດໂດຍກົງ. ໂດຍສະເພາະແລ້ວ ພຣະທຳທີ່ເປີດໂປງວິທີມະນຸດທີ່ປະຕິເສດພຣະເຈົ້າໃນເລື່ອງທີ່ກ່ຽວກັບວິທີທີ່ມະນຸດເປັນຮູບຮ່າງປາກົດຂອງຊາຕານ ແລະ ເປັນກໍາລັງສັດຕູທີ່ຕໍ່ຕ້ານພຣະເຈົ້າ. ໃນການປະຕິບັດພາລະກິດພິພາກສາຂອງພຣະເຈົ້າ, ພຣະອົງບໍ່ພຽງແຕ່ເຮັດໃຫ້ທໍາມະຊາດຂອງມະນຸດຊັດເຈນດ້ວຍພຣະທໍາສອງສາມຂໍ້ເທົ່ານັ້ນ; ແຕ່ພຣະອົງເປີດໂປງ, ຈັດການ ແລະ ລິຮານມັນໃນໄລຍະຍາວ. ວິທີການເປີດໂປ່ງ, ຈັດການ ແລະ ລິຮານເຫຼົ່ານີ້ບໍ່ສາມາດທົດແທນດ້ວຍຄໍາກ່າວທໍາມະດາ ແຕ່ທົດແທນດ້ວຍຄວາມຈິງທີ່ມະນຸດບໍ່ມີແທ້ໆ. ມີພຽງວິທີການແບບນີ້ເທົ່ານັ້ນຈຶ່ງຖືກເອີ້ນວ່າເປັນການພິພາກສາ; ຜ່ານການພິພາກສາແບບນີ້ເທົ່ານັ້ນ ທີ່ຈະສາມາດເອົາຊະນະມະນຸດ ແລະ ເຮັດໃຫ້ມະນຸດຍອມອ່ອນນ້ອມຕໍ່ພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນກໍຮັບເອົາຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະອົງ. ສິ່ງທີ່ພາລະກິດແຫ່ງການພິພາກສານໍາມາ ກໍຄືຄວາມເຂົ້າໃຈຂອງມະນຸດຕໍ່ໃບໜ້າທີ່ແທ້ຈິງຂອງພຣະເຈົ້າ ແລະ ຄວາມຈິງກ່ຽວກັບການກະບົດຂອງເຂົາເອງ. ພາລະກິດແຫ່ງການພິພາກສາເຮັດໃຫ້ມະນຸດເຂົ້າໃຈຈຸດປະສົງຂອງພຣະເຈົ້າຫຼາຍຂຶ້ນ, ເຂົ້າໃຈຈຸດປະສົງຂອງພາລະກິດຂອງພຣະອົງ ແລະ ເຂົ້າໃຈເຖິງຄວາມລຶກລັບທີ່ເຂົາບໍ່ອາດສາມາດເຂົ້າໃຈໄດ້. ພາລະກິດດັ່ງກ່າວຍັງສາມາດເຮັດໃຫ້ມະນຸດຮັບຮູ້ ແລະ ຮູ້ຈັກທາດແທ້ທີ່ເສື່ອມຊາມຂອງເຂົາ ແລະ ຕົ້ນຕໍຂອງຄວາມເສື່ອມຊາມຂອງຕົນ ພ້ອມທັງຄົ້ນພົບຄວາມໜ້າລັງກຽດຂອງມະນຸດອີກດ້ວຍ. ຜົນກະທົບເຫຼົ່ານີ້ແມ່ນເກີດຂຶ້ນໂດຍພາລະກິດແຫ່ງການພິພາກສາທັງໝົດ ເພາະວ່າທາດແທ້ຂອງພາລະກິດນີ້ຄືພາລະກິດແຫ່ງການເປີດເຜີຍຄວາມເປັນຈິງ, ຫົນທາງ ແລະ ຊີວິດຂອງພຣະເຈົ້າ ໃຫ້ກັບຜູ້ທີ່ມີຄວາມສັດທາໃນພຣະອົງແທ້ໆ. ພາລະກິດນີ້ແມ່ນພາລະກິດແຫ່ງການພິພາກສາທີ່ພຣະເຈົ້າໄດ້ປະຕິບັດ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຣິດປະຕິບັດພາລະກິດແຫ່ງການພິພາກສາດ້ວຍຄວາມຈິງ).

ໃນຍຸກສຸດທ້າຍ, ພຣະເຈົ້າໄດ້ຊ່ວຍມະນຸດຊາດໃຫ້ລອດພົ້ນໂດຍການສະແດງຄວາມຈິງເພື່ອເປີດໂປງທຳມະຊາດທີ່ຜິດບາບຂອງພວກເຮົາ, ສະນັ້ນ ພວກເຮົາຈຶ່ງສາມາດເຫັນຕົ້ນຕໍຂອງຄວາມຜິດບາບຂອງພວກເຮົາ ແລະ ຄວາມຈິງໃນຄວາມເສື່ອມຊາມຂອງພວກເຮົາທີ່ເກີດຂຶ້ນໂດຍຊາຕານ. ຫຼັງຈາກທີ່ບຸກຄົນໜຶ່ງຮັບຮູ້ສິ່ງນີ້, ພວກເຂົາຈະສາມາດມີຄວາມເສຍໃຈທີ່ແທ້ຈິງ ແລະ ລັງກຽດ ແລະ ກຽດຊັງຕົນເອງ. ແລ້ວພວກເຂົາຈຶ່ງສາມາດເລີ່ມກັບໃຈຢ່າງແທ້ຈິງ ແລະ ພວກເຂົາພຽງແຕ່ປາຖະໜາທີ່ຈະເຂົ້າໃຈ ແລະ ຮັບເອົາຄວາມຈິງ. ເມື່ອພວກເຂົາສາມາດປະຕິບັດຄວາມຈິງ, ພວກເຂົາກໍຮຽນຮູ້ວິທີທີ່ຈະອ່ອນນ້ອມຕໍ່ພຣະເຈົ້າ. ພວກເຂົາເຂົ້າໃຈຄວາມຈິງ ແລະ ດຳລົງຊີວິດຕາມພຣະທຳຂອງພຣະເຈົ້າ ແລະ ຄວາມຈິງ, ສະນັ້ນ ຊີວິດ-ອຸປະນິໄສຂອງພວກເຂົາຈຶ່ງເລີ່ມປ່ຽນແປງ. ໂດຍການປະສົບກັບການພິພາກສາແຫ່ງພຣະທຳຂອງພຣະເຈົ້າຢ່າງສະໝໍ່າສະເໝີ, ໃນທີ່ສຸດແລ້ວ ພວກເຂົາກໍຖືກຊໍາລະລ້າງຈາກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ. ນີ້ແມ່ນຄົນທີ່ໄດ້ຮັບຄວາມລອດພົ້ນຢ່າງສົມບູນ ແລະ ຫຼັງຈາກນັ້ນ ພວກເຂົາກໍສາມາດເຂົ້າສູ່ຈຸດໝາຍປາຍທາງທີ່ສວຍງາມທີ່ພຣະເຈົ້າໄດ້ຈັດກຽມສຳລັບມະນຸດ. ນັ້ນຄືເຫດຜົນທີ່ພວກເຮົາຈຳເປັນຕ້ອງຍອມຮັບການພິພາກສາ ແລະ ການຂ້ຽນຕີຈາກພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ພວກເຮົາຕ້ອງກັບໃຈຢ່າງແທ້ຈິງ, ປ່ຽນແປງຢ່າງແທ້ຈິງ ແລະ ກາຍມາເປັນຄົນທີ່ຍອມອ່ອນນ້ອມ ແລະ ນະມັດສະການພຣະເຈົ້າ. ມີພຽງສິ່ງນີ້ເທົ່ານັ້ນທີ່ເປັນຄວາມລອດພົ້ນທີ່ແທ້ຈິງ ແລະ ມີພຽງສິ່ງນີ້ເທົ່ານັ້ນທີ່ເຮັດໃຫ້ພວກເຮົາສົມຄວນແກ່ການເຂົ້າສູ່ອານາຈັກຂອງພຣະອົງ.

ຕອນນີ້, ມີສິ່ງໜຶ່ງທີ່ພວກເຮົາຕ້ອງມີຄວາມຊັດເຈນແທ້ໆ. ມີພຽງພຣະເຈົ້າເທົ່ານັ້ນ, ມີພຽງພຣະຜູ້ສ້າງເທົ່ານັ້ນທີ່ສາມາດຊ່ວຍມະນຸດຊາດໃຫ້ລອດພົ້ນ ແລະ ພາພວກເຮົາໄປສູ່ຈຸດໝາຍປາຍທາງທີ່ສວຍງາມນັ້ນ. ພຣະເຈົ້າອົງນີ້, ພຣະຜູ້ສ້າງອົງນີ້ກຳລັງເວົ້າ ແລະ ກຳລັງປະຕິບັດພາລະກິດເພື່ອຊີ້ນໍາ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນຕະຫຼອດເວລານີ້, ຈົນເຖິງມື້ນີ້. ພຣະຄຳພີທັງໝົດຄືຄຳພະຍານໃຫ້ແກ່ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມັນໃຫ້ຄຳພະຍານວ່າສະຫວັນ ແລະ ແຜ່ນດິນໂລກ, ສິ່ງທັງປວງ ແມ່ນຖືກເນລະມິດສ້າງໂດຍພຣະເຈົ້າ ແລະ ເປັນພະຍານໃຫ້ກັບການປາກົດຕົວ ແລະ ພາລະກິດຂອງພຣະຜູ້ສ້າງ. ມີພຽງແຕ່ພຣະເຈົ້າທີ່ບັງເກີດເປັນມະນຸດທີ່ແທ້ຈິງພຽງອົງດຽວນີ້ ທີ່ມາຢູ່ທ່າມກາງພວກເຮົາ ທີ່ເປັນພຣະຜູ້ຊ່ວຍໃຫ້ລອດພ້ົນ. ມີພຽງແຕ່ພຣະອົງເທົ່ານັ້ນທີ່ສາມາດຊ່ວຍມະນຸດຊາດໃຫ້ລອດພົ້ນ. ພຣະຜູ້ຊ່ວຍໃຫ້ລອດພົ້ນອົງນີ້ຕ້ອງເປັນພຣະເຈົ້າໃນເນື້ອໜັງ ແລະ ຕ້ອງສະແດງຄວາມຈິງ. ນີ້ແມ່ນພຣະຜູ້ຊ່ວຍໃຫ້ລອດພົ້ນທີ່ແທ້ຈິງພຽງອົງດຽວ. ຄົນໃດກໍຕາມທີ່ຖືກເອີ້ນວ່າພຣະຜູ້ຊ່ວຍໃຫ້ລອດພົ້ນທີ່ບໍ່ສາມາດສະແດງຄວາມຈິງ ແມ່ນເປັນວິນຍານຊົ່ວຮ້າຍທີ່ກຳລັງຫຼອກລວງຜູ້ຄົນ. ມີພຣະເຈົ້າປອມຢ່າງຫຼວງຫຼາຍ ເຊັ່ນ: ຜູ້ທີ່ມີຊື່ສຽງທີ່ຖືກປະຈົບປະແຈງ ແລະ ຫຼັງຈາກນັ້ນກໍຖືກກຳນົດໃຫ້ເປັນພຣະເຈົ້າໂດຍຈັກກະພັດ ຫຼັງຈາກທີ່ພວກເຂົາໄດ້ຕາຍໄປ. ສິ່ງນີ້ສົມເຫດສົມຜົນແທ້ໆບໍ? ຄົນເຫຼົ່ານັ້ນເປັນພຽງແຕ່ມະນຸດທີ່ເສື່ອມຊາມ ຜູ້ທີ່ຈະໄປນະຮົກເມື່ອພວກເຂົາຕາຍ, ສະນັ້ນ ພວກເຂົາຈະສາມາດຊ່ວຍຜູ້ໃດໃຫ້ລອດພົ້ນໄດ້? ພວກເຂົາບໍ່ສາມາດຊ່ວຍແມ່ນແຕ່ຕົນເອງໃຫ້ລອດພົ້ນ ແລະ ພຣະເຈົ້າລົງໂທດພວກເຂົາສຳລັບຄວາມຜິດບາບຂອງພວກເຂົາ. ສະນັ້ນ ພວກເຂົາຈະສາມາດຊ່ວຍມະນຸດຊາດໃຫ້ລອດພົ້ນບໍ? ຈັກກະພັດທັງໝົດເຫຼົ່ານັ້ນໄດ້ຕາຍໄປຕັ້ງແຕ່ດົນແລ້ວ ແລະ ພວກເຂົາທຸກຄົນຢູ່ໃນນະຮົກໃນຕອນນີ້. ພຣະເຈົ້າປອມທີ່ພວກເຂົາກຳນົດບໍ່ສາມາດຊ່ວຍມະນຸດຊາດໃຫ້ລອດພົ້ນແທ້ໆ. ບໍ່ວ່າຫຍັງກໍຕາມ, ຢ່າເຊື່ອໃນພຣະເຈົ້າປອມ. ນັ້ນເປັນສິ່ງທີ່ໂງ່ຈ້າ ແລະ ບໍ່ມີຄວາມຮູ້ ແລະ ຈະພາເຈົ້າໄປສູ່ຫາຍະນະຢ່າງແນ່ນອນ. ໃຫ້ຈື່ໄວ້ວ່າພຣະຜູ້ຊ່ວຍໃຫ້ລອດພົ້ນຕ້ອງເປັນພຣະເຈົ້າທີ່ບັງເກີດເປັນມະນຸດ, ພຣະອົງຕ້ອງສະແດງຄວາມຈິງ. ສິ່ງນີ້ສາມາດມາຈາກພຣະເຈົ້າເທົ່ານັ້ນ. ຜູ້ໃດກໍຕາມທີ່ຖືກເອີ້ນວ່າພຣະຜູ້ຊ່ວຍໃຫ້ລອດພົ້ນທີ່ບໍ່ສາມາດສະແດງຄວາມຈິງ ແມ່ນເປັນພຣະເຈົ້າປອມ ແລະ ກຳລັງນໍາພາຜູ້ຄົນໃຫ້ຫຼົງທາງ. ຜູ້ໃດກໍຕາມທີ່ບໍ່ແມ່ນພຣະເຈົ້າໃນເນື້ອໜັງ ແຕ່ອ້າງວ່າເປັນພຣະເຈົ້າ ແມ່ນເປັນພຣະຄຣິດປອມ ແລະ ວິນຍານຊົ່ວຮ້າຍ. ຄົນເຫຼົ່ານັ້ນບໍ່ແມ່ນພຣະຜູ້ຊ່ວຍໃຫ້ລອດພົ້ນ ແລະ ບໍ່ສາມາດຊ່ວຍມະນຸດຊາດໃຫ້ລອດພົ້ນ. ຊາຕານ ແລະ ວິນຍານຊົ່ວຮ້າຍທັງປວງທຳທ່າເປັນພຣະເຈົ້າ, ແຕ່ພວກເຂົາຍັງບໍ່ກ້າອ້າງວ່າເປັນພຣະຜູ້ສ້າງສິ່ງທັງປວງ ແລະ ໂດຍສະເພາະແລ້ວ ພວກເຂົາບໍ່ກ້າອ້າງວ່າພວກເຂົາເນລະມິດສ້າງມະນຸດ. ພວກເຂົາຍັງບໍ່ກ້າອ້າງວ່າພວກເຂົາປົກຄອງເໜືອໂຊກຊະຕາຂອງມະນຸດ. ພວກເຂົາພຽງແຕ່ສະແດງໝາຍສຳຄັນ ແລະ ຄວາມອັດສະຈັນບາງຢ່າງຢູ່ບ່ອນນີ້ຢູ່ບ່ອນນັ້ນ ເພື່ອນໍາພາໃຫ້ຜູ້ຄົນຫຼົງທາງ, ເພື່ອຮັບເອົາຄວາມຈົງຮັກພັກດີຂອງພວກເຂົາ. ພຣະເຈົ້າປອມ ແລະ ວິນຍານຊົ່ວຮ້າຍເຫຼົ່ານີ້ລ້ວນແລ້ວແຕ່ເປັນມານຮ້າຍ, ສິ່ງຊົ່ວຮ້າຍທີ່ນໍາພາຢ່າງຜິດໆ ແລະ ເຮັດໃຫ້ຜູ້ຄົນເສື່ອມຊາມ. ພວກເຂົາເປັນສັດຕູຂອງພຣະຜູ້ສ້າງ ເຊິ່ງເປັນພຣະເຈົ້າທີ່ແທ້ຈິງພຽງອົງດຽວ ແລະ ກຳລັງພະຍາຍາມຍາດເອົາມະນຸດຊາດໄປຈາກພຣະອົງ. ນັ້ນຄືເຫດຜົນທີ່ມານຮ້າຍ ແລະ ວິນຍານຊົ່ວຮ້າຍເຫຼົ່ານີ້ລ້ວນແລ້ວແຕ່ເປັນສັດຕູທີ່ຂົ່ມຂືນຂອງພຣະເຈົ້າ, ຄືເຫດຜົນທີ່ພວກເຂົາເປັນທີ່ລັງກຽດ ແລະ ຖືກສາບແຊ່ງຈາກພຣະອົງ. ທຸກຄົນທີ່ຢຳເກງ ແລະ ນະມັດສະການມານຮ້າຍ ແລະ ວິນຍານຊົ່ວຮ້າຍເຫຼົ່ານີ້ ຈະຖືກສາບແຊ່ງ ແລະ ຖືກທຳລາຍໂດຍພຣະເຈົ້າ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ຕາບໃດທີ່ໂລກເກົ່າຍັງຢູ່, ເຮົາຈະໂຍນຄວາມໂກດຮ້າຍຂອງເຮົາລົງໃສ່ເຊື້ອຊາດຕ່າງໆ, ປະກາດພຣະບັນຍັດການປົກຄອງຂອງເຮົາໄປທົ່ວຈັກກະວານຢ່າງເປີດເຜີຍ ແລະ ຕິດຕາມການລົງໂທດຕໍ່ຜູ້ທີ່ລະເມີດພຣະບັນຍັດດັ່ງກ່າວນັ້ນ: ເມື່ອເວລາເຮົາຫັນໜ້າໄປສູ່ຈັກກະວານເພື່ອກ່າວ, ມະນຸດທຸກຄົນຈະໄດ້ຍິນສຽງຂອງເຮົາ ແລະ ຈາກນັ້ນຈະເຫັນຜົນງານທັງໝົດທີ່ເຮົາໄດ້ເຮັດໃນທົ່ວຈັກກະວານ. ຜູ້ໃດທີ່ເດີນກົງກັນຂ້າມກັບຄວາມປະສົງຂອງເຮົາ. ເວົ້າໄດ້ອີກວ່າ ຜູ້ໃດທີ່ຕໍ່ຕ້ານເຮົາດ້ວຍການກະທໍາຂອງມະນຸດ ຈະຕົກຢູ່ພາຍໃຕ້ການລົງໂທດຂອງເຮົາ. ເຮົາຈະເອົາດວງດາວຢ່າງຫຼວງຫຼາຍໃນສະຫວັນ ແລະ ເຮັດໃຫ້ດວງດາວເຫຼົ່ານັ້ນເປັນດວງດາວ ໃໝ່ ແລະ ຈົ່ງຂອບໃຈເຮົາທີ່ດວງອາທິດ ແລະ ດວງຈັນຈະໄດ້ຮັບການສ້າງໃໝ່. ທ້ອງຟ້າຈະບໍ່ຄືເກົ່າອີກຕໍ່ໄປ, ຊັບພະສິ່ງທີ່ມະຫາສານຢູ່ເທິງແຜ່ນດິນໂລກຈະໄດ້ຮັບການສ້າງໃໝ່ອີກຄັ້ງ. ທັງໝົດຈະສົມບູນດ້ວຍພຣະທໍາຂອງເຮົາ. ຫຼາຍປະເທດຊາດທີ່ຢູ່ໃນຈັກກະວານຈະຖືກແບ່ງປັນໃໝ່ ແລະ ຖືກແທນທີ່ດ້ວຍອານາຈັກຂອງເຮົາ ເພື່ອໃຫ້ປະເທດຊາດຕ່າງໆໃນແຜ່ນດິນໂລກຫາຍໄປຕະຫຼອດການ ແລະ ຈະກາຍເປັນອານາຈັກທີ່ບູຊາເຮົາ, ເຊື້ອຊາດທັງໝົດຂອງແຜ່ນດິນໂລກຈະຖືກທໍາລາຍ ແລະ ຈະບໍ່ມີອີກຕໍ່ໄປ. ໃນບັນດາມະນຸດໃນຈັກກະວານ, ທຸກຄົນທີ່ເປັນຄົນຂອງຜີສາດຮ້າຍຈະຖືກກໍາຈັດ; ທຸກຄົນທີ່ບູຊາຊາຕານຈະຖືກວາງລົງໄປໃນເຕົາໄຟຂອງເຮົາ, ຍົກເວັ້ນແຕ່ສໍາລັບຜູ້ທີ່ຢູ່ພາຍໃນສາຍນໍ້າ, ສ່ວນທີ່ເຫລືອຈະຖືກປ່ຽນເປັນເຖົ່າທານ. ເມື່ອເຮົາລົງໂທດຜູ້ຄົນຈຳນວນຫຼວງຫຼາຍຢ່າງໜັກ, ຜູ້ທີ່ຢູ່ໃນໂລກຝ່າຍສາສະໜາ ໃນຫຼາກຫຼາຍຂອບເຂດຈະກັບຄືນມາຫາອານາຈັກຂອງເຮົາ, ຖືກເອົາຊະນະດ້ວຍພາລະກິດຂອງເຮົາ, ເພາະວ່າພວກເຂົາຈະໄດ້ເຫັນການມາເຖິງຂອງພຣະຜູ້ບໍລິສຸດໃນເທິງກ້ອນເມກສີຂາວ. ທຸກຄົນຈະຖືກແຍກອອກຕາມປະເພດຂອງພວກເຂົາເອງ ແລະ ຈະໄດ້ຮັບການຂ້ຽນຕີທີ່ເໝາະສົມກັບການກະທໍາຂອງພວກເຂົາ. ຜູ້ທີ່ຕໍ່ຕ້ານເຮົາຈະຖືກດັບສະຫຼາຍໄປ, ສໍາລັບຜູ້ທີ່ມີການກະທໍາໃນແຜ່ນດິນໂລກທີ່ບໍ່ກ່ຽວຂ້ອງກັບເຮົາ, ພວກເຂົາຈະສືບຕໍ່ຢູ່ເທິງແຜ່ນດິນໂລກພາຍໃຕ້ການປົກຄອງຂອງບຸດເຮົາ ແລະ ຜູ້ຄົນຂອງເຮົາ. ເຮົາຈະເປີດເຜີຍຕົວຕົນຕໍ່ບັນດາຜູ້ຄົນ ແລະ ເຊື້ອຊາດທີ່ນັບບໍ່ຖ້ວນດ້ວຍສຽງຂອງເຮົາເທິງແຜ່ນດິນໂລກ ເພື່ອປະກາດຄວາມສໍາເລັດຂອງພາລະກິດທີ່ຍິ່ງໃຫຍ່ຂອງເຮົາໃຫ້ມະນຸດທັງປວງໄດ້ເຫັນດ້ວຍຕາຂອງພວກເຂົາເອງ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ, ບົດທີ 26).

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ເປັນຫຍັງພຣະເຈົ້າຈຶ່ງມາບັງເກີດເປັນມະນຸດໃນຍຸກສຸດທ້າຍ, ບໍ່ແມ່ນໃນຮູບຮ່າງພຣະວິນຍານ?

ຍ້ອນພຣະເຈົ້າອົງຊົງລິດທານຸພາບສູງສຸດ ເຊິ່ງເປັນພຣະຜູ້ໄຖ່ ໄດ້ກ່າວຄວາມຈິງສຳລັບພາລະກິດແຫ່ງການພິພາກສາຂອງພຣະອົງໃນຍຸກສຸດທ້າຍ, ຫຼາຍຄົນຈຶ່ງໄດ້ສະແຫວງຫາ...

ແມ່ນຫຍັງຄືການບັງເກີດເປັນມະນຸດ?

ພວກເຮົາທຸກຄົນຮູ້ວ່າ ສອງພັນປີກ່ອນ ພຣະເຈົ້າໄດ້ມາບັງເກີດເປັນມະນຸດໃນໂລກມະນຸດເປັນອົງພຣະເຢຊູເຈົ້າ ເພື່ອໄຖ່ມະນຸດຊາດ ແລະ ເທດສະໜາ “ຈົ່ງສຳນຶກຜິດ...

Leave a Reply