ຄວາມລອດພົ້ນຜ່ານຄວາມເຊື່ອອະນຸຍາດໃຫ້ເຂົ້າສູ່ອານາຈັກຂອງພຣະເຈົ້າບໍ?

25 ເດືອນທັນວາ 2021

ໂຣກລະບາດແຜ່ກະຈາຍຢ່າງບໍ່ຢຸດຢ່ອນ ແລະ ແຜ່ນດິນໄຫວ, ນໍ້າຖ້ວມ, ແມງໄມ້ລະບາດ, ໄພອຶດຢາກກໍເລີ່ມປາກົດຂຶ້ນ. ຫຼາຍຄົນຢູ່ໃນສະພາວະວິຕົກກັງວົນຢູ່ສະເໝີ ແລະ ຜູ້ທີ່ມີຄວາມເຊື່ອກໍລໍຖ້າການມາເຖິງຂອງພຣະຜູ້ເປັນເຈົ້າເທິງກ້ອນເມກຢ່າງໃຈຈົດໃຈຈໍ່ ເພື່ອທີ່ຈະຖືກຮັບຂຶ້ນສູ່ທ້ອງຟ້າ, ເພື່ອຫຼົບໜີຈາກຄວາມທຸກຜ່ານໄພພິບັດ ແລະ ຫຼີກໜີຈາກຄວາມຕາຍ. ພວກເຂົາບໍ່ຮູ້ວ່າເປັນຫຍັງ ພວກເຂົາຈຶ່ງຍັງບໍ່ຖືກຍົກຂຶ້ນເພື່ອພົບກັບພຣະຜູ້ເປັນເຈົ້າ ແລະ ຈ້ອງເບິ່ງທ້ອງຟ້າໝົດມື້ໂດຍບໍ່ເຫັນຫຍັງເລີຍ. ຫຼາຍຄົນເປັນທຸກໃຈຫຼາຍທີ່ສຸດ, ໂດຍສະເພາະເມື່ອເຫັນຊີວິດຂອງສະມາຊິກນັກບວດໃນຄຣິດຕະຈັກຖືກເອົາໄປໂດຍໂຣກລະບາດ. ພວກເຂົາຮູ້ສຶກບໍ່ສະບາຍໃຈ, ຮູ້ສຶກວ່າພວກເຂົາຖືກປະຖິ້ມໂດຍພຣະຜູ້ເປັນເຈົ້າ ແລະ ຕົກລົງສູ່ໄພພິບັດ ແລະ ການຢູ່ລອດຂອງພວກເຂົາກໍບໍ່ແນ່ນອນ. ພວກເຂົາຮູ້ສຶກສັບສົນ ແລະ ຫຼົງທາງ. ພຣະນິມິດໄດ້ທຳນາຍວ່າ ອົງພຣະເຢຊູເຈົ້າຈະມາກ່ອນໄພພິບັດ ແລະ ຮັບພວກເຮົາຂຶ້ນສູ່ທ້ອງຟ້າ ເພື່ອເຮັດໃຫ້ພວກເຮົາບໍ່ຕົກລົງສູ່ໄພພິບັດ. ນັ້ນຄືຄວາມຫວັງຂອງພວກເຮົາ. ຄວາມເຊື່ອຂອງພວກເຮົາຄືການຫຼົບໜີຈາກໄພພິບັດ ແລະ ຮັບເອົາຊີວິດນິລັນ. ແຕ່ໄພພິບັດໄດ້ເລີ່ມຖອກເທລົງມາແລ້ວ, ສະນັ້ນ ເປັນຫຍັງພຣະຜູ້ເປັນເຈົ້າຈຶ່ງບໍ່ມາເທິງກ້ອນເມກເພື່ອຮັບເອົາຜູ້ທີ່ມີຄວາມເຊື່ອ? ຜ່ານຄວາມເຊື່ອຂອງພວກເຮົາ, ຄວາມຜິດບາບຂອງພວກເຮົາໄດ້ຮັບການອະໄພ ແລະ ພວກເຮົາຖືກເຮັດໃຫ້ຊອບທຳ ແລະ ໄດ້ຮັບພຣະຄຸນດ້ວຍຄວາມລອດພົ້ນ. ເປັນຫຍັງພວກເຮົາຈຶ່ງບໍ່ຖືກຮັບຂຶ້ນສູ່ອານາຈັກສະຫວັນ? ພວກເຮົາລໍຖ້າພຣະຜູ້ເປັນເຈົ້າເປັນເວລາຫຼາຍປີຢ່າງເຈັບປວດ ແລະ ທົນທຸກຫຼາຍ. ເປັນຫຍັງພຣະອົງຈຶ່ງຍັງບໍ່ມາຮັບເອົາພວກເຮົາ, ຮັບພວກເຮົາຂຶ້ນເພື່ອພົບກັບພຣະອົງ ແລະ ຫຼົບໜີຈາກຄວາມທຸກຍາກຂອງໄພພິບັດ? ພຣະອົງໄດ້ໂຍນພວກເຮົາຖິ້ມແທ້ໆບໍ? ສິ່ງເຫຼົ່ານີ້ຄືຄຳຖາມທີ່ຫຼາຍຄົນມີ. ແລ້ວຄວາມລອດພົ້ນຜ່ານຄວາມເຊື່ອຈະເຮັດໃຫ້ພວກເຮົາເຂົ້າສູ່ອານາຈັກແທ້ໆບໍ? ຂ້ອຍຈະແບ່ງປັນຄວາມເຂົ້າໃຈໜ້ອຍໜຶ່ງທີ່ເປັນເລື່ອງສ່ວນຕົວຂອງຂ້ອຍເອງສຳລັບເລື່ອງນີ້.

ແຕ່ກ່ອນທີ່ຈະສົນທະນາກ່ຽວກັບສິ່ງນີ້, ໃຫ້ພວກເຮົາມີຄວາມຊັດເຈນໃນສິ່ງໜຶ່ງກ່ອນ. ແນວຄິດກ່ຽວກັບການຖືກເຮັດໃຫ້ຊອບທຳຜ່ານຄວາມເຊື່ອນີ້ ມີການຮອງຮັບຈາກພຣະທຳຂອງພຣະເຈົ້າແທ້ໆບໍ? ອົງພຣະເຢຊູເຈົ້າເຄີຍເວົ້າບໍວ່າການຖືກເຮັດໃຫ້ຊອບທຳຜ່ານຄວາມເຊື່ອແມ່ນສິ່ງດຽວທີ່ພວກເຮົາຈຳເປັນຕ້ອງມີເພື່ອເຂົ້າສູ່ອານາຈັກຂອງພຣະອົງ? ພຣະອົງບໍ່ເຄີຍເວົ້າ. ພຣະວິນຍານບໍລິສຸດເຄີຍເປັນພະຍານກ່ຽວກັບສິ່ງນີ້ບໍ? ບໍ່ເຄີຍ. ແລ້ວພວກເຮົາສາມາດແນ່ໃຈໄດ້ວ່າ ແນວຄິດນີ້ເປັນແນວຄິດຂອງມະນຸດທັງສິ້ນ ແລະ ພວກເຮົາບໍ່ສາມາດອາໄສແນວຄິດນັ້ນເພື່ອເຮັດໃຫ້ພວກເຮົາເຂົ້າສູ່ອານາຈັກ. ໃນຄວາມເປັນຈິງ, ອົງພຣະເຢຊູເຈົ້າຊັດເຈນຫຼາຍ ກ່ຽວກັບວ່າຜູ້ໃດສາມາດເຂົ້າສູ່ອານາຈັກ. ພຣະເຢຊູເຈົ້າຊົງກ່າວໄວ້ວ່າ: “ບໍ່ແມ່ນໝົດທຸກຄົນທີ່ໄດ້ເວົ້າກັບເຮົາວ່າ ‘ພຣະຜູ້ເປັນເຈົ້າ ພຣະຜູ້ເປັນເຈົ້າ’ ຈະໄດ້ເຂົ້າສູ່ອານາຈັກແຫ່ງສະຫວັນ, ມີພຽງແຕ່ຜູ້ທີ່ປະຕິບັດຕາມຄວາມປະສົງຂອງພຣະບິດາຂອງເຮົາຜູ້ເຊິ່ງຢູ່ໃນສະຫວັນເທົ່ານັ້ນ. ໃນມື້ນັ້ນ ຫຼາຍຄົນຈະເວົ້າກັບເຮົາວ່າ ພຣະຜູ້ເປັນເຈົ້າ, ພຣະຜູ້ເປັນເຈົ້າ, ພວກຂ້າພຣະເຈົ້າບໍ່ໄດ້ທຳນາຍດ້ວຍນາມຂອງພຣະອົງບໍ? ແລະ ໃນນາມຂອງພຣະອົງ ໄດ້ຂັບໄລ່ມານຮ້າຍອອກໄປບໍ? ແລະ ໃນນາມຂອງພຣະອົງ ໄດ້ປະຕິບັດພາລະກິດທີ່ໜ້າອັດສະຈັນຫຼາຍຢ່າງບໍ? ແລະ ຫຼັງຈາກນັ້ນ ເຮົາຈະປະກາດຕໍ່ພວກເຂົາວ່າ, ເຮົາບໍ່ເຄີຍຮູ້ຈັກພວກເຈົ້າ: ຈົ່ງໄປຈາກເຮົາເສຍ, ພວກເຈົ້າທີ່ກະທຳການຊົ່ວຊ້າເອີຍ” (ມັດທາຍ 7:21-23). “ເຮົາບອກພວກເຈົ້າຕາມຄວາມຈິງວ່າ ຜູ້ໃດກໍຕາມທີ່ເຮັດບາບແມ່ນທາດຮັບໃຊ້ບາບ. ແລ້ວທາດຮັບໃຊ້ບໍ່ຢູ່ໃນເຮືອນຕະຫຼອດໄປ: ແຕ່ລູກຊາຍຈະຢູ່ໃນເຮືອນຕະຫຼອດໄປ” (ໂຢຮັນ 8:34-35). “ສະນັ້ນ ເຈົ້າຕ້ອງບໍລິສຸດ, ຍ້ອນເຮົາກໍ່ບໍລິສັດ” (ກົດລະບຽບການເລວີ 11:45). “ຖ້າບໍ່ມີຄວາມບໍລິສຸດ, ບໍ່ມີມະນຸດຄົນໃດຈະເຫັນພຣະຜູ້ເປັນເຈົ້າ” (ເຮັບເຣີ 12:14). ອົງພຣະເຢຊູເຈົ້າໄດ້ບອກພວກເຮົາຢ່າງຊັດເຈນວ່າ ມີພຽງແຕ່ຄົນທີ່ເຮັດຕາມຄວາມປະສົງຂອງພຣະເຈົ້າຈຶ່ງສາມາດເຂົ້າສູ່ອານາຈັກສະຫວັນ, ມີພຽງແຕ່ຄົນທີ່ຫຼົບໜີຈາກຄວາມຜິດບາບ ແລະ ຖືກຊໍາລະລ້າງຈຶ່ງຈະມີພື້ນທີ່ໃນອານາຈັກ. ນັ້ນຄືມາດຕະຖານດຽວເພື່ອຮັບເອົາທາງເຂົ້າ. ການຖືກໄຖ່ຈາກຄວາມຜິດບາບ ແລະ ຖືກເຮັດໃຫ້ຊອບທຳຜ່ານຄວາມເຊື່ອໝາຍຄວາມວ່າຄົນໜຶ່ງກຳລັງເຮັດຕາມຄວາມປະສົງຂອງພຣະເຈົ້າບໍ? ມັນໝາຍຄວາມວ່າພວກເຂົາບໍ່ເຮັດບາບອີກຕໍ່ໄປ ຫຼື ກະບົດ ແລະ ຕໍ່ຕ້ານພຣະເຈົ້າບໍ? ບໍ່ແມ່ນຢ່າງແນ່ນອນ. ຜູ້ທີ່ມີຄວາມເຊື່ອທຸກຄົນໃນພຣະຜູ້ເປັນເຈົ້າສາມາດເຫັນເຖິງຂໍ້ແທ້ຈິງວ່າ ເຖິງວ່າພວກເຮົາຈະຖືກໄຖ່ ແລະ ຖືກເຮັດໃຫ້ຊອບທຳຜ່ານຄວາມເຊື່ອ, ພວກເຮົາກໍເຮັດບາບຢູ່ສະເໝີ, ດຳລົງຊີວິດຢູ່ໃນວົງຈອນຂອງການເຮັດບາບໃນຕອນກາງເວັນ ແລະ ສາລະພາບໃນຕອນກາງຄືນ. ພວກເຮົາດຳລົງຊີວິດກັບຄວາມເຈັບປວດໃນການທີ່ບໍ່ສາມາດຫຼົບໜີຈາກຄວາມຜິດບາບ, ພວກເຮົາບໍ່ສາມາດຫ້າມຕົນເອງໄດ້. ມີຄົນທີ່ຢູ່ພາຍໃນນິກາຍທັງໝົດ ທີ່ອິດສາ ແລະ ມັກໂຕ້ຖຽງກັນ, ຕໍ່ສູ່ເພື່ອເອົາຊື່ສຽງ ແລະ ຜົນປະໂຫຍດ, ນິນທາລັບຫຼັງກັນ. ນີ້ຄືສິ່ງທີ່ມັກເກີດຂຶ້ນຫຼາຍ. ແລ້ວຄວາມເຊື່ອຂອງຄົນສ່ວນໃຫຍ່ກໍເປັນເພາະພວກເຂົາໂລບມາກຢາກໄດ້ຄວາມກະລຸນາຂອງພຣະເຈົ້າ, ແຕ່ພວກເຂົາບໍ່ສາມາດເຮັດຕາມທີ່ພຣະອົງເວົ້າ. ພວກເຂົາຟ້າວໄປຄຣິດຕະຈັກ ເມື່ອຜະເຊີນໜ້າກັບວິກິດ, ແຕ່ໃນເວລາທີ່ສະຫງົບສຸກ ພວກເຂົາກໍຕິດຕາມແນວໂນ້ມທາງໂລກ. ແລ້ວຄຣິດຕະຈັກກໍພຽງແຕ່ເປັນເຈົ້າພາບໃຫ້ກັບຝ່າຍໜຶ່ງແລ້ວອີກຝ່າຍໜຶ່ງ. ບໍ່ມີຜູ້ໃດຈະສົນທະນາກັນກ່ຽວກັບຄວາມຈິງ ຫຼື ແບ່ງປັນຄຳພະຍານສ່ວນຕົວ, ແຕ່ຕໍ່ສູ້ກັນວ່າຜູ້ໃດຈະໄດ້ຮັບຄວາມກະລຸນາຫຼາຍທີ່ສຸດ, ພອນທີ່ຍິ່ງໃຫຍ່ທີ່ສຸດເທົ່ານັ້ນ. ດ້ວຍການມາເຖິງຂອງໄພພິບັດທີ່ຍິ່ງໃຫຍ່ ແລະ ເມື່ອເຫັນວ່າພຣະຜູ້ເປັນເຈົ້າຍັງບໍ່ລົງມາເທິງກ້ອນເມກເພື່ອຮັບພວກເຂົາຂຶ້ນເມືອ, ຄວາມເຊື່ອ ແລະ ຄວາມຮັກຂອງຫຼາຍຄົນກໍເຢັນລົງ ແລະ ພວກເຂົາເລີ່ມກ່າວໂທດ ແລະ ຕັດສິນພຣະເຈົ້າ. ບາງຄົນເຖິງກັບປະຕິເສດ ແລະ ທໍລະຍົດພຣະອົງ. ຂໍ້ແທ້ຈິງໄດ້ສະແດງໃຫ້ພວກເຮົາເຫັນວ່າ ການໄດ້ຮັບອະໄພຄວາມຜິດບາບ ແລະ ການໄດ້ຮັບຄວາມກະລຸນາດ້ວຍຄວາມລອດພົ້ນອາດໝາຍຄວາມວ່າຜູ້ຄົນປະພຶດດີຂຶ້ນ, ແຕ່ມັນບໍ່ໄດ້ໝາຍຄວາມວ່າພວກເຂົາຫຼົບໜີຈາກຄວາມຜິດບາບພ້ອມໆກັນ, ພວກເຂົາເຊື່ອຟັງພຣະເຈົ້າ ແລະ ໂດຍສະເພາະແລ້ວ ບໍ່ແມ່ນວ່າພວກເຂົາຖືກຊໍາລະລ້າງ ແລະ ສົມຄວນແກ່ອານາຈັກ. ນັ້ນເປັນພຽງຄວາມຄິດທີ່ປາຖະໜາຢາກໃຫ້ເປັນ. ແລ້ວຕອນນີ້ ພວກເຮົາສາມາດເຫັນຂໍ້ແທ້ຈິງນີ້ ແລະ ເຂົ້າໃຈວ່າເປັນຫຍັງອົງພຣະເຢຊູເຈົ້າ ຈຶ່ງເວົ້າວ່າຜູ້ທີ່ເທດສະໜາ ແລະ ຂັບໄລ່ມານຮ້າຍໃນນາມຂອງພຣະອົງເປັນຜູ້ເຮັດຄວາມຊົ່ວ ແລະ ພຣະອົງບໍ່ເຄີຍຮູ້ຈັກພວກເຂົາ. ມັນເປັນເພາະຜູ້ຄົນຍັງເຮັດບາບຢູ່ສະເໝີ ເຖິງແມ່ນວ່າຄວາມຜິດບາບຂອງພວກເຂົາໄດ້ຮັບການອະໄພ ແລະ ພວກເຂົາກ່າວໂທດ ແລະ ຕັດສິນພຣະຜູ້ເປັນເຈົ້າ. ພວກເຂົາເຕັມໄປດ້ວຍຄຳຕໍານິຕໍ່ວ່າ ເມື່ອພວກເຂົາເຫັນວ່າພຣະຜູ້ເປັນເຈົ້າຍັງບໍ່ທັນມາ ແລະ ພວກເຂົາເລີ່ມປະຕິເສດ ແລະ ທໍລະຍົດພຣະອົງ. ບາງຄົນເຖິງກັບເວົ້າວ່າ ພວກເຂົາຈະຕໍານິຕໍ່ວ່າພຣະຜູ້ເປັນເຈົ້າ ຖ້າພຣະອົງບໍ່ຮັບພວກເຂົາຂຶ້ນສູ່ອານາຈັກ. ຄົນເຫຼົ່ານີ້ບໍ່ໄດ້ດີໄປກວ່າພວກຟາຣີຊາຍທີ່ກົດຂີ່ ແລະ ປະນາມອົງພຣະເຢຊູເຈົ້າ ຫຼື ບາງເທື່ອກໍອາດຮ້າຍແຮງກວ່າ. ຄົນອື່ນສາມາດເຫັນໄດ້ຢ່າງຊັດເຈນຫຼາຍວ່າພວກເຂົາປະພຶດແນວໃດ ແລະ ໃນສາຍຕາຂອງພຣະເຈົ້າ, ພວກເຂົາຄືຜູ້ເຮັດຄວາມຊົ່ວໂດຍບໍ່ຕ້ອງສົງໄສ. ພຣະເຈົ້າບໍລິສຸດ ແລະ ຊອບທຳ, ສະນັ້ນ ພຣະເຈົ້າຈະອະນຸຍາດໃຫ້ຄົນທີ່ເຮັດບາບຢູ່ສະເໝີ, ຄົນທີ່ຕັດສິນ ແລະ ຕໍ່ຕ້ານພຣະເຈົ້າໃຫ້ເຂົ້າສູ່ສະຫວັນບໍ? ບໍ່ໃຫ້ເຂົ້າຢ່າງແນ່ນອນ. ແລ້ວດ້ວຍເຫດນັ້ນ ຄວາມເຊື່ອຂອງຜູ້ຄົນທີ່ວ່າ ການຖືກເຮັດໃຫ້ຊອບທຳໂດຍຄວາມເຊື່ອຈະເຮັດໃຫ້ພວກເຂົາເຂົ້າສູ່ອານາຈັກ ຈຶ່ງເປັນແນວຄິດທີ່ຄັດກັບພຣະທຳຂອງພຣະຜູ້ເປັນເຈົ້າເອງ ແລະ ຄັດກັບຄວາມຈິງ. ມັນເປັນແນວຄິດ ແລະ ຈິນຕະນາການຂອງມະນຸດທັງສິ້ນທີ່ມາຈາກຄວາມປາຖະໜາທີ່ເກີນຕົວຂອງພວກເຮົາ.

ໃນຈຸດນີ້, ບາງຄົນອາດກ່າວວ່າ ການຖືກຊ່ວຍໃຫ້ລອດພົ້ນຜ່ານຄວາມເຊື່ອໂດຍຄວາມກະລຸນາມີພື້ນຖານໃນພຣະຄຳພີໄບເບິນ: “ດ້ວຍຫົວໃຈທີ່ມະນຸດເຊື່ອຈຶ່ງມີຄວາມຊອບທຳ; ແລະ ດ້ວຍການສາລະພາບຜ່ານປາກຈຶ່ງເຮັດໃຫ້ໄດ້ຮັບຄວາມລອດພົ້ນ” (ໂລມ 10:10). “ເພາະດ້ວຍພຣະຄຸນ ເຈົ້າຈຶ່ງໄດ້ລອດພົ້ນຜ່ານທາງຄວາມເຊື່ອ; ແລະ ຄວາມລອດພົ້ນນັ້ນບໍ່ແມ່ນຂອງເຈົ້າເອງ ແຕ່ແມ່ນຂອງຂວັນຈາກພຣະເຈົ້າ” (ເອເຟໂຊ 2:8). ສະນັ້ນ ຖ້າພວກເຮົາບໍ່ສາມາດເຂົ້າສູ່ອານາຈັກໄດ້ໃນລັກສະນະນັ້ນ, “ການຖືກຊ່ວຍໃຫ້ລອດພົ້ນ” ຈະໝາຍຄວາມວ່າແນວໃດແທ້ໆ? ພຣະເຈົ້າອົງຊົງລິດທານຸພາບສູງສຸດບອກພວກເຮົາກ່ຽວກັບຄວາມເລິກລັບໃນຄວາມຈິງນີ້. ໃຫ້ພວກເຮົາເບິ່ງສິ່ງທີ່ໄດ້ກ່າວໄວ້ໃນພຣະທຳຂອງພຣະອົງ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ໃນເວລານັ້ນ ພາລະກິດຂອງພຣະເຢຊູແມ່ນການໄຖ່ບາບໃຫ້ກັບມວນມະນຸດຊາດ. ຄວາມຜິດບາບຂອງທຸກຄົນທີ່ເຊື່ອໃນພຣະອົງແມ່ນໄດ້ຮັບການອະໄພ; ຕາບໃດທີ່ເຈົ້າເຊື່ອໃນພຣະອົງ, ພຣະອົງກໍຈະໄຖ່ບາບໃຫ້ກັບເຈົ້າ; ຖ້າເຈົ້າເຊື່ອໃນພຣະອົງ ເຈົ້າກໍບໍ່ແມ່ນຄົນບາບອີກຕໍ່ໄປ ແລະ ເຈົ້າກໍໄດ້ພົ້ນຈາກຄວາມຜິດບາບຂອງເຈົ້າແລ້ວ. ນີ້ຄືຄວາມໝາຍທີ່ວ່າ ໄດ້ຮັບຄວາມລອດພົ້ນ ແລະ ເປັນຄົນຊອບທໍາເພາະດ້ວຍຄວາມເຊື່ອ. ແຕ່ເຖິງຢ່າງນັ້ນກໍຕາມ ໃນບັນດາຄົນທີ່ເຊື່ອກໍຍັງມີສິ່ງທີ່ກະບົດ ແລະ ຕໍ່ຕ້ານພຣະເຈົ້າ ເຊິ່ງຈໍາເປັນຕ້ອງຄ່ອຍໆຖືກກຳຈັດອອກໄປ” (ຄັດຈາກບົດ “ນິມິດແຫ່ງພາລະກິດຂອງພຣະເຈົ້າ (2)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). “ມະນຸດ ... ໄດ້ຮັບການອະໄພຈາກຄວາມບາບຂອງເຂົາ ແຕ່ສໍາລັບວິທີການລົບລ້າງອຸປະນິໄສອັນເສື່ອມຊາມແບບຊາຕານໃນມະນຸດນັ້ນ, ພາລະກິດນີ້ຍັງບໍ່ໄດ້ປະຕິບັດເທື່ອ. ມະນຸດພຽງແຕ່ໄດ້ຮັບຄວາມພົ້ນ ແລະ ຮັບການອະໄພຈາກຄວາມບາບຂອງພວກເຂົາຍ້ອນຄວາມເຊື່ອເທົ່ານັ້ນ ແຕ່ທໍາມະຊາດຄວາມຜິດບາບຂອງມະນຸດບໍ່ໄດ້ຖືກທໍາລາຍ ແລະ ຍັງຝັງຢູ່ໃນຈິດໃຈຂອງພວກເຂົາ... ຄວາມຜິດບາບຂອງມະນຸດໄດ້ຮັບການອະໄພ ແລະ ນີ້ກໍຍ້ອນພາລະກິດແຫ່ງການຖືກຄຶງທີ່ໄມ້ກາງແຂນຂອງພຣະເຈົ້າ ແຕ່ມະນຸດຍັງສືບຕໍ່ດໍາລົງຊີວິດຢູ່ກັບອຸປະນິໄສອັນເສື່ອມຊາມແບບຊາຕານຄືເກົ່າ. ເມື່ອເປັນເຊັ່ນນີ້ ມະນຸດຕ້ອງໄດ້ຊ່ວຍໃຫ້ລອດພົ້ນຢ່າງສົມບູນຈາກອຸປະນິໄສທີ່ເສື່ອມຊາມແບບຊາຕານຂອງພວກເຂົາ ເພື່ອທໍາມະຊາດແຫ່ງຄວາມຜິດບາບຂອງພວກເຂົາຈະໄດ້ຖືກທຳລາຍລ້າງຢ່າງສົມບູນ ແລະ ຈະບໍ່ມີຄວາມເສື່ອມຊາມເກີດຂຶ້ນອີກຕໍ່ໄປ, ດ້ວຍວິທີນີ້ຈະເຮັດໃຫ້ອຸປະນິໄສຂອງມະນຸດໄດ້ຮັບການປ່ຽນແປງໃໝ່” (ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ພວກເຮົາສາມາດເຫັນໄດ້ຈາກສິ່ງນີ້ວ່າ ອົງພຣະເຢຊູເຈົ້າຖືກຄຶງເທິງໄມ້ກາງແຂນເພື່ອເປັນເຄື່ອງບູຊາແທນຄວາມບາບຂອງມະນຸດຊາດ, ໄຖ່ພວກເຮົາຈາກຄວາມຜິດບາບ. ສິ່ງທີ່ພວກເຮົາຕ້ອງເຮັດຄືພຽງແຕ່ສາລະພາບ ແລະ ກັບໃຈຫາພຣະຜູ້ເປັນເຈົ້າ ເພື່ອຮັບການອະໄພສຳລັບຄວາມຜິດບາບຂອງພວກເຮົາ. ພວກເຮົາບໍ່ຖືກປະນາມ ແລະ ຖືກຂ້າໃຫ້ຕາຍຕາມພຣະບັນຍັດອີກຕໍ່ໄປ. ພຣະຜູ້ເປັນເຈົ້າບໍ່ເຫັນວ່າພວກເຮົາເປັນຄົນບາບອີກຕໍ່ໄປ ແລະ ຊາຕານບໍ່ສາມາດກ່າວໂທດພວກເຮົາອີກຕໍ່ໄປ. ພວກເຮົາຖືກປ່ອຍໃຫ້ມາຢູ່ຕໍ່ໜ້າພຣະຜູ້ເປັນເຈົ້າດ້ວຍຄຳອະທິຖານ ແລະ ມີຄວາມສຸກກັບຄວາມສະຫງົບສຸກ ແລະ ຄວາມປິຕິຍິນດີທີ່ພຣະອົງປະທານໃຫ້, ພ້ອມກັບຄວາມກະລຸນາທີ່ອຸດົມສົມບູນຂອງພຣະອົງ. ນີ້ຄືຄວາມໝາຍຂອງ “ການຖືກຊ່ວຍໃຫ້ລອດພົ້ນ” ໃນທີ່ນີ້. ການຖືກຊ່ວຍໃຫ້ລອດພົ້ນຍ້ອນຄວາມເຊື່ອໝາຍເຖິງການໄດ້ຮັບອະໄພສຳລັບຄວາມຜິດບາບເທົ່ານັ້ນ ແລະ ບໍ່ແມ່ນເພື່ອໃຫ້ຖືກປະນາມພາຍໃຕ້ພຣະບັນຍັດ. ມັນບໍ່ໄດ້ເປັນດັ່ງທີ່ຜູ້ຄົນຈິນຕະນາການທີ່ວ່າຫຼັງຈາກທີ່ໄດ້ຮັບຄວາມລອດພົ້ນ, ພວກເຂົາຈະຖືກຊ່ວຍໃຫ້ລອດພົ້ນຢູ່ສະເໝີ ແລະ ສົມຄວນເຂົ້າສູ່ອານາຈັກ. ການທີ່ພຣະຄຳພີໄບເບິນກ່າວວ່າ “ການຖືກຊ່ວຍໃຫ້ລອດພົ້ນ” ຄືວິທີການທີ່ໂປໂລໄດ້ອະທິບາຍກ່ຽວກັບມັນ, ແຕ່ທັງອົງພຣະເຢຊູເຈົ້າ ຫຼື ພຣະວິນຍານບໍລິສຸດບໍ່ເຄີຍເວົ້າແບບນັ້ນ. ພວກເຮົາບໍ່ສາມາດໃຊ້ປະໂຫຍກຂອງມະນຸດທີ່ຖືກບັນທຶກໄວ້ໃນພຣະຄຳພີໄບເບິນເພື່ອເປັນພື້ນຖານຂອງພວກເຮົາ, ມີແຕ່ພຣະທຳຂອງອົງພຣະເຢຊູເຈົ້າເທົ່ານັ້ນ. ບາງຄົນອາດຈະຖາມວ່າ ຍ້ອນພຣະຜູ້ເປັນເຈົ້າໄດ້ໃຫ້ອະໄພຄວາມຜິດບາບຂອງພວກເຮົາ, ພຣະເຈົ້າຈຶ່ງບໍ່ເຫັນອີກຕໍ່ໄປວ່າພວກເຮົາມີຄວາມບາບ ແລະ ເອີ້ນພວກເຮົາວ່າເປັນຄົນຊອບທຳ, ສະນັ້ນ ເປັນຫຍັງພວກເຮົາຈຶ່ງບໍ່ສາມາດຖືກຍົກຂຶ້ນສູ່ອານາຈັກ? ມັນແມ່ນແທ້ທີ່ພຣະເຈົ້າໄດ້ເອີ້ນພວກເຮົາວ່າເປັນຄົນຊອບທຳ, ແຕ່ພຣະອົງບໍ່ໄດ້ເວົ້າວ່າການໄດ້ຮັບອະໄພສຳລັບຄວາມຜິດບາບຂອງພວກເຮົາໄດ້ເຮັດໃຫ້ພວກເຮົາສົມຄວນເຂົ້າສູ່ອານາຈັກ ຫຼື ຍ້ອນພວກເຮົາໄດ້ຮັບການອະໄພ, ພວກເຮົາຍັງສາມາດເຮັດບາບປະເພດໃດໜຶ່ງ ແລະ ຍັງບໍລິສຸດ. ພວກເຮົາຕ້ອງເຂົ້າໃຈວ່າອຸປະນິໄສຂອງພຣະເຈົ້າເປັນສິ່ງທີ່ບໍລິສຸດ ແລະ ຊອບທຳ ແລະ ພຣະອົງບໍ່ເຄີຍເອີ້ນຜູ້ໃດທີ່ເຮັັດຜິດບາບຢູ່ສະເໝີວ່າເປັນຄົນບໍລິສຸດ ຫຼື ເອີ້ນຄົນທີ່ຍັງເປັນຄົນບາບວ່າປາສະຈາກຄວາມຜິດບາບ. ແມ່ນແຕ່ຜູ້ທີ່ມີຄວາມເຊື່ອທີ່ໄດ້ຮັບການອະໄພສຳລັບຄວາມຜິດບາບຂອງພວກເຂົາ ກໍສາມາດຖືກສາບແຊ່ງ ຖ້າພວກເຂົາຕໍ່ຕ້ານ ແລະ ໝິ່ນປະໝາດພຣະເຈົ້າ. ດັ່ງທີ່ພຣະຄຳພີໄບເບິນໄດ້ກ່າວວ່າ “ຫຼັງຈາກທີ່ພວກເຮົາໄດ້ຮັບຄວາມຮູ້ແຈ້ງແຫ່ງຄວາມຈິງ ແລ້ວພວກເຮົາເຮັດບາບໂດຍຕັ້ງໃຈກໍຈະບໍ່ມີການເສຍສະຫຼະເພື່ອຄວາມຜິດບາບອີກຕໍ່ໄປ” (ເຮັບເຣີ 10:26). ພວກຟາຣີຊາຍຖືກສາບແຊ່ງໂດຍອົງພຣະເຢຊູເຈົ້າຍ້ອນໄດ້ຕັດສິນ, ປະນາມ ແລະ ຕໍ່ຕ້ານພຣະອົງ. ນັ້ນບໍ່ແມ່ນຂໍ້ແທ້ຈິງບໍ? ຜູ້ທີ່ມີຄວາມເຊື່ອທຸກຄົນຮູ້ວ່າອຸປະນິໄສຂອງພຣະເຈົ້າຈະບໍ່ອົດກັ້ນຕໍ່ການເຮັດຜິດໃດໜຶ່ງ ແລະ ອົງພຣະເຢຊູເຈົ້າໄດ້ກ່າວໄວ້ວ່າ “ມະນຸດຈະໄດ້ຮັບການອະໄພຕໍ່ຄວາມບາບ ແລະ ການໝິ່ນປະໝາດທຸກປະເພດ: ແຕ່ມະນຸດຈະບໍ່ໄດ້ຮັບການອະໄພຕໍ່ການໝິ່ນປະໝາດຕໍ່ພຣະວິນຍານບໍລິສຸດ. ໃຜກໍຕາມທີ່ກ່າວຄຳເວົ້າຕໍ່ຕ້ານບຸດມະນຸດ, ເຂົາຈະໄດ້ຮັບການອະໄພ ແຕ່ໃຜກໍຕາມທີ່ເວົ້າຕໍ່ຕ້ານພຣະວິນຍານບໍລິສຸດ ເຂົາຈະບໍ່ໄດ້ຮັບການອະໄພ ບໍ່ວ່າໃນໂລກນີ້ ຫຼື ໃນໂລກທີ່ກຳລັງຈະມາເຖິງ” (ມັດທາຍ 12:31-32). ການໄດ້ຮັບອະໄພສຳລັບຄວາມຜິດບາບຄືຄວາມກະລຸນາຂອງພຣະເຈົ້າແທ້ໆ, ແຕ່ຖ້າຜູ້ຄົນສືບຕໍ່ເຮັດຜິດຕໍ່ອຸປະນິໄສຂອງພຣະເຈົ້າຫຼັງຈາກທີ່ໄດ້ຮັບການອະໄພ, ພວກເຂົາຍັງສາມາດຖືກສາບແຊ່ງ ແລະ ຖືກລົງໂທດໂດຍພຣະເຈົ້າ. ຖ້າພວກເຮົາຄຶງພຣະເຈົ້າອີກຄັ້ງ, ຜົນຕາມມາກໍຈະຮຸນແຮງ. ແຕ່ພຣະເຈົ້າຄືຄວາມຮັກ ແລະ ຄວາມເມດຕາ, ສະນັ້ນ ພຣະອົງຕ້ອງການຊ່ວຍພວກເຮົາໃຫ້ລອດພົ້ນຈາກຄວາມຜິດບາບ ແລະ ຄວາມຊົ່ວຮ້າຍ, ສະນັ້ນ ພວກເຮົາຈຶ່ງບໍລິສຸດ. ນັ້ນຄືເຫດຜົນທີ່ອົງພຣະເຢຊູເຈົ້າສັນຍາວ່າພຣະອົງຈະກັບຄືນມາອີກຫຼັງຈາກພາລະກິດແຫ່ງການໄຖ່ບາບຂອງພຣະອົງ. ເປັນຫຍັງພຣະອົງຈຶ່ງຈະກັບຄືນມາ? ເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນຈາກຄວາມຜິດບາບ ແລະ ຈາກກອງກຳລັງຂອງຊາຕານ, ເພື່ອພວກເຮົາຈະສາມາດຫັນມາຫາພຣະເຈົ້າ ແລະ ຖືກຮັບເອົາໂດຍພຣະອົງ. ມີພຽງແຕ່ຜູ້ທີ່ມີຄວາມເຊື່ອທີ່ຕ້ອນຮັບການກັບຄືນມາຂອງພຣະຜູ້ເປັນເຈົ້າ ຈຶ່ງມີຄວາມຫວັງທີ່ຈະເຂົ້າສູ່ອານາຈັກສະຫວັນ. ໃນຈຸດນີ້, ບາງຄົນອາດສົງໄສວ່າ ຍ້ອນຄວາມຜິດບາບຂອງພວກເຮົາໄດ້ຮັບການອະໄພ, ພວກເຮົາຈະສາມາດຫຼົບໜີຈາກຄວາມຜິດບາບ ແລະ ກາຍເປັນຄົນບໍລິສຸດຢ່າງແທ້ຈິງ ແລະ ຮັບເອົາທາງເຂົ້າສູ່ອານາຈັກໄດ້ແນວໃດ? ສິ່ງນັ້ນໄດ້ນໍາພວກເຮົາໄປສູ່ປະເດັນຫຼັກ. ການຍອມຮັບການອະໄພຈາກອົງພຣະເຢຊູເຈົ້າແມ່ນບໍ່ພຽງພໍ. ພວກເຮົາຍັງຕ້ອງຕ້ອນຮັບການມາເຖິງຂອງພຣະຜູ້ເປັນເຈົ້າ ແລະ ຍອມຮັບຂັ້ນຕອນຖັດໄປໃນພາລະກິດຂອງພຣະອົງ ເພື່ອຫຼົບໜີຈາກຄວາມຜິດບາບ, ຖືກຊ່ວຍໃຫ້ລອດພົ້ນໂດຍພຣະເຈົ້າຢ່າງສົມບູນ ແລະ ດ້ວຍເຫດນັ້ນກໍສົມຄວນເຂົ້າສູ່ອານາຈັກ. ດັ່ງທີ່ອົງພຣະເຢຊູເຈົ້າໄດ້ທຳນາຍໄວ້ວ່າ “ເຮົາຍັງມີຫລາຍສິ່ງທີ່ຈະບອກພວກເຈົ້າ ແຕ່ໃນເວລານີ້ພວກເຈົ້າອາດຈະບໍ່ສາມາດທົນໄດ້. ເຖິງຢ່າງໃດກໍຕາມເມື່ອພຣະອົງ ຜູ້ເປັນພຣະວິນຍານແຫ່ງຄວາມຈິງ ສະເດັດມາ, ພຣະອົງຈະນຳທາງພວກເຈົ້າໄປສູ່ຄວາມຈິງທັງໝົດ” (ໂຢຮັນ 16:12-13). “ແລະ ຖ້າມະມຸດຄົນໃດໄດ້ຍິນພຣະທຳຂອງເຮົາ ແລະ ບໍ່ເຊື່ອ, ເຮົາບໍ່ພິພາກສາເຂົາ ຍ້ອນເຮົາບໍ່ໄດ້ມາເພື່ອພິພາກສາໂລກ, ແຕ່ເພື່ອຊ່ວຍໂລກໃຫ້ພົ້ນ. ຜູ້ທີ່ປະຕິເສດເຮົາ ແລະ ບໍ່ຮັບເອົາພຣະທໍາຂອງເຮົາ ກໍຈະມີສິ່ງທີ່ຕັດສິນພວກເຂົາ, ພຣະທໍາທີ່ເຮົາໄດ້ກ່າວກໍຈະຕັດສິນພວກເຂົາໃນວັນສຸດທ້າຍເຊັ່ນກັນ” (ໂຢຮັນ 12:47-48). “ເພາະວ່າ ພຣະບິດາບໍ່ພິພາກສາຄົນໃດຄົນໜຶ່ງ, ແຕ່ມອບການພິພາກສາທັງໝົດໃຫ້ແກ່ພຣະບຸດ... ແລະ ຍັງໄດ້ມອບສິດອຳນາດໃຫ້ພຣະອົງໃນການຕັດສິນລົງໂທດອີກດ້ວຍ, ເພາະວ່າພຣະອົງເປັນບຸດມະນຸດ” (ໂຢຮັນ 5:22, 27). ແລະ “ເຖິງເວລາທີ່ການຄໍາພິພາກສາເລີ້ມຕົ້ນທີ່ຄົວເຮືອນຂອງພຣະເຈົ້າ” (1 ເປໂຕ 4:17). ຖ້າພວກເຮົາຄິດກ່ຽວກັບສິ່ງນີ້ຢ່າງຮອບຄອບ, ພວກເຮົາກໍສາມາດເຫັນວ່າ ອົງພຣະເຢຊູເຈົ້າກັບຄືນມາໃນຍຸກສຸດທ້າຍດັ່ງບຸດມະນຸດ, ກ່າວຄວາມຈິງ ແລະ ເຮັດພາລະກິດແຫ່ງການພິພາກສາ, ຊີ້ນໍາພວກເຮົາເຂົ້າສູ່ຄວາມຈິງທັງໝົດ, ເພື່ອວ່າພວກເຮົາຈະສາມາດເປັນອິດສະຫຼະຈາກຄວາມຜິດບາບຢ່າງສົມບູນ, ຈາກກອງກຳລັງຂອງຊາຕານ ແລະ ບັນລຸຄວາມລອດພົ້ນທີ່ສົມບູນ. ສະນັ້ນ ການຍອມຮັບການພິາກສາຂອງພຣະເຈົ້າໃນຍຸກສຸດທ້າຍ ແລະ ການຊໍາລະລ້າງຄວາມເສື່ອມຊາມຂອງພວກເຮົາ ຄືເສັ້ນທາງດຽວຂອງພວກເຮົາສູ່ອານາຈັກສະຫວັນ. ໃຫ້ພວກເຮົາພິຈາລະນາເບິ່ງຂໍ້ຄວາມອີກສອງຂໍ້ຈາກພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ກ່ອນທີ່ມະນຸດຈະຖືກໄຖ່ບາບ, ພິດຫຼາຍຢ່າງຂອງຊາຕານຖືກຝັງເລິກພາຍໃນໃຈຂອງເຂົາແລ້ວ ແລະ ຫຼັງຈາກເວລາຫຼາຍພັນປີທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ, ສິ່ງນັ້ນກາຍເປັນທໍາມະຊາດຢ່າງໝັ້ນຄົງຂອງມະນຸດໃນການຕໍ່ຕ້ານພຣະເຈົ້າ. ສະນັ້ນ ເມື່ອມະນຸດຖືກໄຖ່ບາບ, ມັນກໍບໍ່ຕ່າງຫຍັງຈາກການໄຖ່ບາບທີ່ມະນຸດໄດ້ຊື້ມາດ້ວຍລາຄາສູງ, ແຕ່ທຳມະຊາດທີ່ເປັນພິດຢູ່ພາຍໃນເຂົາແມ່ນບໍ່ໄດ້ຖືກກຳຈັດ. ມະນຸດທີ່ສົກກະປົກຫຼາຍຕ້ອງໄດ້ຜ່ານການປ່ຽນແປງກ່ອນພວກເຂົາຈະເໝາະສົມໃນການຮັບໃຊ້ພຣະເຈົ້າ. ດ້ວຍວິທີຂອງພາລະກິດແຫ່ງການພິພາກສາ ແລະ ການຂ້ຽນຕີນີ້, ມະນຸດຈະຮູ້ຈັກແກ່ນແທ້ທີ່ສົກກະປົກ ແລະ ເສື່ອມຊາມທີ່ຢູ່ພາຍໃນຕົວເຂົາເອງຢ່າງສົມບູນ ແລະ ເຂົາຈະສາມາດປ່ຽນແປງຢ່າງຄົບຖ້ວນ ແລະ ບໍລິສຸດຂຶ້ນ. ດ້ວຍວິທີນີ້ເທົ່ານັ້ນ ມະນຸດຈຶ່ງເໝາະສົມທີ່ຈະກັບຄືນມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ” (ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). “ເຖິງແມ່ນວ່າ ພຣະເຢຊູໄດ້ປະຕິບັດພາລະກິດຫຼາຍຢ່າງໃນທ່າມກາງມະນຸດ, ພຣະອົງພຽງສໍາເລັດການໄຖ່ບາບຂອງມວນມະນຸດຊາດ ແລະ ກາຍເປັນເຄື່ອງຖວາຍບູຊາແທນຄວາມຜິດບາບຂອງມະນຸດເທົ່ານັ້ນ; ພຣະອົງບໍ່ໄດ້ກໍາຈັດອຸປະນິໄສທີ່ເສື່ອມຊາມທັງໝົດຂອງເຂົາອອກຈາກມະນຸດ. ການຊ່ວຍໃຫ້ມະນຸດລອດພົ້ນຢ່າງສົມບູນຈາກອິດທິພົນຂອງຊາຕານບໍ່ແມ່ນພຽງຕ້ອງການໃຫ້ພຣະເຢຊູກາຍເປັນເຄື່ອງຖວາຍບູຊາແທນຄວາມຜິດບາບ ແລະ ແບກຮັບຄວາມຜິດບາບຂອງມະນຸດເທົ່ານັ້ນ, ແຕ່ມັນຍັງຮຽກຮ້ອງໃຫ້ພຣະເຈົ້າປະຕິບັດພາລະກິດທີ່ຍິ່ງໃຫຍ່ຂຶ້ນເພື່ອກຳຈັດອຸປະນິໄສເສື່ອມຊາມຂອງຊາຕານຂອງເຂົາໃຫ້ອອກຈາກມະນຸດ. ດັ່ງນັ້ນ ບັດນີ້ເມື່ອມະນຸດໄດ້ຮັບການໃຫ້ອະໄພຄວາມຜິດບາບຂອງເຂົາ, ພຣະເຈົ້າຈຶ່ງໄດ້ກັບຄືນສູ່ເນື້ອໜັງ ເພື່ອນໍາພາມະນຸດໄປສູ່ຍຸກໃໝ່ ແລະ ເລີ່ມຕົ້ນພາລະກິດຂອງການຂ້ຽນຕີ ແລະ ການພິພາກສາ. ພາລະກິດນີ້ໄດ້ນໍາພາມະນຸດໄປສູ່ອານາຈັກທີ່ສູງສົ່ງຍິ່ງຂຶ້ນ. ທຸກຄົນທີ່ຍອມຢູ່ພາຍໃຕ້ອຳນາດຂອງພຣະອົງຈະໄດ້ຮັບຄວາມຈິງທີ່ສູງສົ່ງຂຶ້ນ ແລະ ໄດ້ຮັບພອນທີ່ຍິ່ງໃຫຍ່ຂຶ້ນ. ພວກເຂົາຈະດຳລົງຊີວິດຢູ່ໃນແສງສະຫວ່າງຢ່າງແທ້ຈິງ ແລະ ພວກເຂົາຈະໄດ້ຮັບເອົາຄວາມຈິງ, ຫົນທາງ ແລະ ຊີວິດ” (ຄັດຈາກບົດນໍາຂອງໜັງສືພຣະທຳປາກົດໃນຮ່າງກາຍ). ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດເຮັດໃຫ້ທຸກສິ່ງຊັດເຈນຂຶ້ນບໍ? ອົງພຣະເຢຊູເຈົ້າເຮັດພາລະກິດແຫ່ງການໄຖ່ບາບໃນຍຸກແຫ່ງພຣະຄຸນ, ເຊິ່ງເປັນການໃຫ້ອະໄພຄວາມຜິດບາບຂອງມະນຸດ ແລະ ໄຖ່ພວກເຮົາຈາກຄວາມຜິດບາບ, ນັ້ນຄືຄວາມຈິງ. ແຕ່ທຳມະຊາດທີ່ຜິດບາບຂອງຜູ້ຄົນບໍ່ໄດ້ຮັບການແກ້ໄຂ ແລະ ພວກເຮົາຕໍ່ຕ້ານພຣະເຈົ້າຕໍ່, ສະນັ້ນ ສິ່ງນັ້ນຈຶ່ງບໍ່ຖືວ່າເປັນການໄດ້ຮັບຄວາມລອດພົ້ນຢ່າງສົມບູນ. ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ມາເຖິງໃນຍຸກສຸດທ້າຍ, ກ່າວຄວາມຈິງຫຼາຍຢ່າງ ແລະ ກຳລັງເຮັດພາລະກິດແຫ່ງການພິພາກສາ ໂດຍເລີ່ມຕົ້ນກັບເຮືອນຂອງພຣະເຈົ້າ ບົນພື້ນຖານຂອງການໄຖ່ບາບຂອງອົງພຣະເຢຊູເຈົ້າ. ພຣະອົງໄດ້ມາເພື່ອຊໍາລະລ້າງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນຢ່າງສິ້ນເຊີງ, ເພື່ອຮັບເອົາພວກເຮົາເຂົ້າສູ່ອານາຈັກຂອງພຣະເຈົ້າ. ພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍຂອງພຣະເຈົ້າຄືພາລະກິດທີ່ສຳຄັນທີ່ສຸດ ແລະ ເປັນພື້ນຖານທີ່ສຸດຂອງພຣະອົງສຳລັບການຊ່ວຍມະນຸດໃຫ້ລອດພົ້ນ ແລະ ມັນເປັນເສັ້ນທາງດຽວທີ່ພວກເຮົາຈະຖືກຊໍາລະລ້າງ ແລະ ຊ່ວຍໃຫ້ລອດພົ້ນຢ່າງສົມບູນ. ນີ້ຄືໂອກາດທອງ ແລະ ໂອກາດດຽວຂອງພວກເຮົາທີ່ຈະເຂົ້າສູ່ອານາຈັກສະຫວັນ. ພວກເຮົາສາມາດເວົ້າໄດ້ວ່າ ພາລະກິດແຫ່ງການພິພາກສາຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ເລີ່ມຕົ້ນຈາກເຮືອນຂອງພຣະເຈົ້າ ຄືພາລະກິດແຫ່ງການຍົກຜູ້ທີ່ມີຄວາມເຊື່ອຂຶ້ນເມືອ. ຜ່ານການພິພາກສາ ແລະ ການຂ້ຽນຕີ, ຄວາມເສື່ອມຊາມຂອງພວກເຮົາໄດ້ຮັບການຊໍາລະລ້າງ ແລະ ຫຼັງຈາກນັ້ນ ພວກເຮົາກໍຈະໄດ້ຮັບການປົກປ້ອງຜ່ານໄພພິບັດທີ່ຍິ່ງໃຫຍ່ ແລະ ເຂົ້າສູ່ອານາຈັກຂອງພຣະເຈົ້າ. ນີ້ຄືສິ່ງທີ່ເປັນການຖືກຍົກຂຶ້ນເມືອແທ້ໆ. ຖ້າພວກເຮົາບໍ່ຕາມພາລະກິດນີ້ໃຫ້ທັນ, ບໍ່ວ່າຄວາມເຊື່ອຂອງພວກເຮົາຈະດົນສໍ່າໃດກໍຕາມ, ພວກເຮົາທົນທຸກ ຫຼື ຈ່າຍລາຄາສໍ່າໃດກໍຕາມ, ມັນກໍຈະສູນເປົ່າທັງສິ້ນ. ນັ້ນຄືການຍອມແພ້ເຄິ່ງໜຶ່ງ ແລະ ຄວາມພະຍາຍາມທີ່ຜ່ານມາທັງໝົດຂອງພວກເຮົາກໍຈະສູນເປົ່າ. ພວກເຮົາຈະພຽງແຕ່ຈົບລົງໂດຍການຕົກລົງສູ່ໄພພິບັດ, ຮ້ອງໄຫ້ ແລະ ກັດແຂ້ວຂອງພວກເຮົາ. ພຣະເຈົ້າຈະບໍ່ນໍາຄົນທີ່ຍັງສາມາດກະບົດຕໍ່ພຣະອົງ ເຂົ້າສູ່ອານາຈັກຂອງພຣະອົງຈັກເທື່ອ. ນັ້ນຄືສິ່ງທີ່ຖືກກຳນົດໄວ້ໂດຍອຸປະນິໄສທີ່ຊອບທຳຂອງພຣະອົງ.

ບາງຄົນອາດຈະຖາມວ່າ ພຣະເຈົ້າອົງຊົງລິດທານຸພາບສູງສຸດເຮັດພາລະກິດແຫ່ງການພິພາກສານີ້ເພື່ອຊໍາລະລ້າງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນແນວໃດ. ໃຫ້ພວກເຮົາເບິ່ງວ່າພຣະອົງຈະເວົ້າຫຍັງກ່ຽວກັບສິ່ງນັ້ນ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ໃນຍຸກສຸດທ້າຍ ພຣະຄຣິດໃຊ້ຫຼາກຫຼາຍຄວາມຈິງເພື່ອສັ່ງສອນມະນຸດ, ເປີດໂປງແກ່ນແທ້ຂອງມະນຸດ ແລະ ວິເຄາະຄໍາເວົ້າ ແລະ ການກະທຳຂອງມະນຸດ. ພຣະທໍາເຫຼົ່ານີ້ປະກອບດ້ວຍຄວາມຈິງຫຼາຍປະການ, ເຊັ່ນ: ໜ້າທີ່ຂອງມະນຸດ, ວິທີມະນຸດຄວນເຊື່ອຟັງພຣະເຈົ້າ, ວິທີມະນຸດຄວນຈົງຮັກພັກດີຕໍ່ພຣະເຈົ້າ, ວິທີທີ່ມະນຸດຄວນສະແດງຄວາມປະພຶດຕົນແບບມະນຸດປົກກະຕິທົ່ວໄປ ພ້ອມດ້ວຍສະຕິປັນຍາ ແລະ ອຸປະນິໄສຂອງພຣະເຈົ້າ ແລະ ອື່ນໆ. ພຣະທໍາເຫຼົ່ານີ້ແມ່ນເນັ້ນໃສ່ແກ່ນແທ້ ແລະ ອຸປະນິໄສທີ່ເສື່ອມຊາມຂອງມະນຸດໂດຍກົງ. ໂດຍສະເພາະແລ້ວ ພຣະທຳທີ່ເປີດໂປງວິທີມະນຸດທີ່ປະຕິເສດພຣະເຈົ້າໃນເລື່ອງທີ່ກ່ຽວກັບວິທີທີ່ມະນຸດເປັນຮູບຮ່າງປາກົດຂອງຊາຕານ ແລະ ເປັນກໍາລັງສັດຕູທີ່ຕໍ່ຕ້ານພຣະເຈົ້າ. ໃນການປະຕິບັດພາລະກິດພິພາກສາຂອງພຣະເຈົ້າ, ພຣະອົງບໍ່ພຽງແຕ່ເຮັດໃຫ້ທໍາມະຊາດຂອງມະນຸດຊັດເຈນດ້ວຍພຣະທໍາສອງສາມຂໍ້ເທົ່ານັ້ນ; ແຕ່ພຣະອົງເປີດໂປງ, ຈັດການ ແລະ ລິຮານມັນໃນໄລຍະຍາວ. ວິທີການເປີດໂປງ, ຈັດການ ແລະ ລິຮານເຫຼົ່ານີ້ບໍ່ສາມາດທົດແທນດ້ວຍຄໍາກ່າວທໍາມະດາ ແຕ່ທົດແທນດ້ວຍຄວາມຈິງທີ່ມະນຸດບໍ່ມີແທ້ໆ. ມີພຽງວິທີການແບບນີ້ເທົ່ານັ້ນຈຶ່ງຖືກເອີ້ນວ່າເປັນການພິພາກສາ; ຜ່ານການພິພາກສາແບບນີ້ເທົ່ານັ້ນ ທີ່ຈະສາມາດເອົາຊະນະມະນຸດ ແລະ ເຮັດໃຫ້ມະນຸດຍອມອ່ອນນ້ອມຕໍ່ພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນກໍຮັບເອົາຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະອົງ. ສິ່ງທີ່ພາລະກິດແຫ່ງການພິພາກສານໍາມາ ກໍຄືຄວາມເຂົ້າໃຈຂອງມະນຸດຕໍ່ໃບໜ້າທີ່ແທ້ຈິງຂອງພຣະເຈົ້າ ແລະ ຄວາມຈິງກ່ຽວກັບການກະບົດຂອງເຂົາເອງ. ພາລະກິດແຫ່ງການພິພາກສາເຮັດໃຫ້ມະນຸດເຂົ້າໃຈຈຸດປະສົງຂອງພຣະເຈົ້າຫຼາຍຂຶ້ນ, ເຂົ້າໃຈຈຸດປະສົງຂອງພາລະກິດຂອງພຣະອົງ ແລະ ເຂົ້າໃຈເຖິງຄວາມລຶກລັບທີ່ເຂົາບໍ່ອາດສາມາດເຂົ້າໃຈໄດ້. ພາລະກິດດັ່ງກ່າວຍັງສາມາດເຮັດໃຫ້ມະນຸດຮັບຮູ້ ແລະ ຮູ້ຈັກທາດແທ້ທີ່ເສື່ອມຊາມຂອງເຂົາ ແລະ ຕົ້ນຕໍຂອງຄວາມເສື່ອມຊາມຂອງຕົນ ພ້ອມທັງຄົ້ນພົບຄວາມໜ້າລັງກຽດຂອງມະນຸດອີກດ້ວຍ. ຜົນກະທົບເຫຼົ່ານີ້ແມ່ນເກີດຂຶ້ນໂດຍພາລະກິດແຫ່ງການພິພາກສາທັງໝົດ ເພາະວ່າທາດແທ້ຂອງພາລະກິດນີ້ຄືພາລະກິດແຫ່ງການເປີດເຜີຍຄວາມເປັນຈິງ, ຫົນທາງ ແລະ ຊີວິດຂອງພຣະເຈົ້າ ໃຫ້ກັບຜູ້ທີ່ມີຄວາມສັດທາໃນພຣະອົງແທ້ໆ. ພາລະກິດນີ້ແມ່ນພາລະກິດແຫ່ງການພິພາກສາທີ່ພຣະເຈົ້າໄດ້ປະຕິບັດ” (ຄັດຈາກບົດ “ພຣະຄຣິດປະຕິບັດພາລະກິດແຫ່ງການພິພາກສາດ້ວຍຄວາມຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວພຣະທຳຫຼາຍຮ້ອຍຂໍ້ໃນຍຸກສຸດທ້າຍ, ບອກພວກເຮົາກ່ຽວກັບຄວາມຈິງທັງໝົດທີ່ພວກເຮົາຈຳເປັນຕ້ອງມີເພື່ອຊໍາລະລ້າງຄວາມເສື່ອມຊາມຂອງພວກເຮົາ ແລະ ຄວາມລອດພົ້ນ. ພຣະອົງພິພາກສາ ແລະ ເປີດໂປງທຳມະຊາດຜິດບາບທີ່ຕໍ່ຕ້ານພຣະເຈົ້າຂອງພວກເຮົາ ແລະ ທຸກລັກສະນະຂອງອຸປະນິໄສທີ່ເສື່ອມຊາມຂອງພວກເຮົາ ແລະ ພຣະອົງເປີດໂປງທຸກແຮງຈູງໃຈ ແລະ ແນວຄິດ ທີ່ເລິກເຊິ່ງທີ່ສຸດ, ລີ້ລັບ ແລະ ເປັນຕາລັງກຽດທີ່ສຸດຂອງພວກເຮົາ. ຍິ່ງພວກເຮົາອ່ານພຣະທຳຂອງພຣະເຈົ້າຫຼາຍສໍ່າໃດ, ພວກເຮົາຍິ່ງປະສົບກັບການພິພາກສານັ້ນຫຼາຍສໍ່ານັ້ນ ແລະ ພວກເຮົາສາມາດເຫັນວ່າຊາຕານເຮັດໃຫ້ພວກເຮົາເສື່ອມຊາມຢ່າງຮ້າຍແຮງຢ່າງເຫຼືອເຊື່ອສໍ່າໃດ, ພວກເຮົາອວດດີ ແລະ ເປັນປໍລະປັກສໍ່າໃດ. ພວກເຮົາມີເລ່ຫຼ່ຽມ, ເຫັນແກ່ຕົວ ແລະ ໂລບມາກຫຼາຍ ແລະ ພວກເຮົາດຳລົງຊີວິດຕາມປັດຊະຍາຂອງຊາຕານ ແລະ ກົດບັນຍັດໃນທຸກສິ່ງ, ປົກປ້ອງຜົນປະໂຫຍດຂອງພວກເຮົາຢູ່ສະເໝີ. ແມ່ນແຕ່ຄວາມເຊື່ອ ແລະ ວຽກງານຂອງພວກເຮົາສຳລັບຄຣິດຕະຈັກແມ່ນເພື່ອລາງວັນ ແລະ ທາງເຂົ້າສູ່ອານາຈັກ. ພວກເຮົາບໍ່ມີຄວາມສຳນຶກ ຫຼື ເຫດຜົນ, ແຕ່ດຳລົງຊີວິດຕາມລັກສະນະຂອງຊາຕານທັງສິ້ນ. ຜ່ານການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ, ໃນທີ່ສຸດ, ພວກເຮົາກໍສາມາດເຫັນເຖິງຄວາມຊອບທຳຂອງພຣະອົງທີ່ບໍ່ອົດກັ້ນຕໍ່ການເຮັດຜິດໃດເລີຍ. ພຣະເຈົ້າເຫັນເຂົ້າໄປໃນຫົວໃຈ ແລະ ຄວາມຄິດຂອງພວກເຮົາຢ່າງແທ້ຈິງ ແລະ ເຖິງແມ່ນວ່າພວກເຮົາຈະບໍ່ໄດ້ເວົ້າມັນອອກມາ, ພຣະເຈົ້າກໍຈະເປີດເຜີຍສິ່ງທີ່ພວກເຮົາກຳລັງຄິດ, ຄວາມເສື່ອມຊາມທີ່ອາໄສຢູ່ ໃນສ່ວນເລິກພາຍໃນຫົວໃຈຂອງພວກເຮົາ. ເມື່ອບໍ່ມີບ່ອນໃຫ້ລີ້, ພວກເຮົາຈຶ່ງຮູ້ສຶກອັບອາຍຫຼາຍ ແລະ ພວກເຮົາເລີ່ມຢ້ານກົວພຣະເຈົ້າ. ພວກເຮົາສາມາດອະທິຖານກ່ຽວກັບສິ່ງທີ່ຢູ່ໃນຫົວໃຈຂອງພວກເຮົາ ແລະ ເປີດໃຈຢ່າງກົງໄປກົງມາກ່ຽວກັບຄວາມຄິດ ແລະ ແນວຄິດທີ່ຜິດພາດຂອງພວກເຮົາ, ຮັບເອົາຄວາມສຳນຶກ ແລະ ເຫດຜົນ. ຖ້າພວກເຮົາເວົ້າຕົວະ, ພວກເຮົາຈະເປີດເຜີຍມັນໃນທັນທີ ແລະ ດຳເນີນການຮຽກຮ້ອງ. ເມື່ອປະສົບກັບພຣະທຳຂອງພຣະເຈົ້າໃນລັກສະນະນີ້, ອຸປະນິໄສທີ່ເສື່ອມຊາມຂອງພວກເຮົາຈຶ່ງຖືກຊໍາລະລ້າງ ແລະ ຖືກປ່ຽນແປງເທື່ອລະໜ້ອຍ ແລະ ພວກເຮົາສາມາດຳລົງຊີວິດຕາມລັກສະນະຂອງມະນຸດ. ຜ່ານການພິພາກສາ ແລະ ການຊໍາລະລ້າງຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພວກເຮົາສາມາດຮູ້ສຶກຢ່າງເລິກເຊິ່ງວ່າພາລະກິດຂອງພຣະເຈົ້າເພື່ອຊ່ວຍມະນຸດໃຫ້ລອດພົ້ນນັ້ນເປັນຈິງສໍ່າໃດ! ຖ້າບໍ່ມີສິ່ງນີ້, ພວກເຮົາຈະບໍ່ສາມາດເຫັນເຖິງຄວາມເສື່ອມຊາມຕົວຈິງຂອງພວກເຮົາ ແລະ ພວກເຮົາຈະບໍ່ກັບໃຈ ຫຼື ປ່ຽນແປງຢ່າງແທ້ຈິງຈັກເທື່ອ. ພວກເຮົາສາມາດເຫັນວ່າການຫຼົບໜີຈາກຄວາມຊົ່ວຮ້າຍບໍ່ສາມາດຖືກດຳເນີນການຜ່ານການເຮັດວຽກໜັກຂອງພວກເຮົາເອງ ແລະ ການຄວບຄຸມຕົນເອງ, ແຕ່ມັນຈຳເປັນທີ່ພວກເຮົາຈະຖືກພິພາກສາ, ຂ້ຽນຕີ ແລະ ຖືກທົດສອບໂດຍພຣະເຈົ້າ. ພວກເຮົາຍັງຕ້ອງຖືກລິຮານ, ຖືກຈັດການ ແລະ ຖືກລົງວິໄນ. ນັ້ນແມ່ນວິທີດຽວທີ່ຈະປ່ຽນແປງຊີວິດ-ອຸປະນິໄສຂອງພວກເຮົາ ແລະ ທີ່ຈະໃຫ້ພວກເຮົາຍອມອ່ອນນ້ອມ ແລະ ຢຳເກງພຣະເຈົ້າຢ່າງແທ້ຈິງ. ສະນັ້ນ ຖ້າພວກເຮົາພຽງແຕ່ມີການໄຖ່ບາບຂອງອົງພຣະເຢຊູເຈົ້າໃນຄວາມເຊື່ອຂອງພວກເຮົາ, ຄວາມຜິດບາບຂອງພວກເຮົາກໍໄດ້ຮັບການອະໄພ ແລະ ພວກເຮົາຖືກເຮັດໃຫ້ຊອບທຳໂດຍຄວາມເຊື່ອ, ແຕ່ພວກເຮົາບໍ່ສົມຄວນເຂົ້າສູ່ອານາຈັກ. ພວກເຮົາຍັງຈຳເປັນຕ້ອງຕ້ອນຮັບການກັບຄືນມາຂອງພຣະຜູ້ເປັນເຈົ້າ ແລະ ຍອມຮັບການພິພາກສາຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ເພື່ອວ່າພວກເຮົາຈະສາມາດປະຖິ້ມຄວາມເສື່ອມຊາມ ແລະ ແກ້ໄຂທຳມະຊາດທີ່ຜິດບາບຂອງພວກເຮົາຢ່າງສົມບູນ. ແລ້ວດ້ວຍເຫດນັ້ນ ພຣະເຈົ້າອົງຊົງລິດທານຸພາບສູງສຸດກໍເປັນອົງພຣະເຢຊູເຈົ້າທີ່ໄດ້ກັບຄືນມາ, ເຮັດພາລະກິດແຫ່ງການພິພາກສາ. ພຣະອົງຄືພຣະຜູ້ໄຖ່ທີ່ລົງມາເພື່ອເຮັດພາລະກິດດ້ວຍຕົນເອງເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນຢ່າງສົມບູນ. ຫຼາຍຄົນຈາກທຸກນິກາຍໄດ້ຍິນສຽງຂອງພຣະເຈົ້າ ແລະ ກຳລັງຍອມຮັບພຣະເຈົ້າອົງຊົງລິດທານຸພາບສູງສຸດ. ພວກເຂົາເປັນຍິງສາວບໍລິສຸດທີ່ສະຫຼາດ ແລະ ກຳລັງເຂົ້າຮ່ວມງານລ້ຽງແຕ່ງດອງຂອງພຣະເມສານ້ອຍ. ແຕ່ຄົນທີ່ປະຕິເສດພຣະເຈົ້າອົງຊົງລິດທານຸພາບສູງສຸດ ກຳລັງກາຍມາເປັນຍິງສາວບໍລິສຸດທີ່ໂງ່ຈ້າທີ່ຈະຕົກລົງສູ່ໄພພິບັດ ແລ້ວຮ້ອງໄຫ້. ຕອນນີ້ ພວກເຮົາຄວນເຫັນວ່າ ເປັນຫຍັງໂລກສາສະໜາຈຶ່ງບໍ່ເຫັນວ່າອົງພຣະເຢຊູເຈົ້າລົງມາເທິງກ້ອນເມກ. ພວກເຂົາຍຶດຕິດກັບຂໍ້ພຣະທຳຕາມຕົວອັກສອນຢ່າງດື້ດ້ານ, ແນ່ໃຈວ່າພຣະຜູ້ເປັນເຈົ້າກຳລັງລົງມາເທິງກ້ອນເມກເພື່ອຮັບເອົາພວກເຂົາຂຶ້ນເມືອ ໂດຍອີງໃສ່ແນວຄິດຂອງພວກເຂົາເອງ. ແຕ່ໃນຄວາມເປັນຈິງ, ພຣະຜູ້ເປັນເຈົ້າໄດ້ມາຢ່າງລັບໆເພື່ອເຮັດພາລະກິດ. ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວຄວາມຈິງຫຼາຍຢ່າງທີ່ພວກເຂົາປະຕິເສດທີ່ຈະສະແຫວງຫາ. ພວກເຂົາໄດ້ຍິນ ແຕ່ບໍ່ຟັງ ແລະ ໄດ້ເຫັນ ແຕ່ບໍ່ເຂົ້າໃຈ. ພວກເຂົາຕໍ່ຕ້ານ ແລະ ປະນາມພຣະເຈົ້າອົງຊົງລິດທານຸພາບສູງສຸດຢ່າງຫຼັບຫູຫຼັບຕາ. ພວກເຂົາສືບຕໍ່ຈ້ອງເບິ່ງທ້ອງຟ້າ, ລໍຖ້າໃຫ້ພຣະຜູ້ໄຖ່ເຢຊູລົງມາເທິງກ້ອນເມກ. ສິ່ງນີ້ຈະນໍາພາພວກເຂົາເຂົ້າສູ່ໄພພິບັດ. ຈະໂທດຜູ້ໃດ?

ມື້ນີ້, ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ສ້າງກຸ່ມຂອງຜູ້ເອົາຊະນະຜ່ານພາລະກິດແຫ່ງການພິພາກສາຂອງພຣະອົງໃນຍຸກສຸດທ້າຍ. ໄພພິບັດໄດ້ເລີ່ມຕົ້ນຂຶ້ນ ແລະ ຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າກຳລັງທຸ້ມເທຕົນເອງເຂົ້າໃນການເຜີຍແຜ່ຂ່າວປະເສີດແຫ່ງອານາຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ເປັນພະຍານໃຫ້ກັບການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ອີກຫຼາຍຄົນກຳລັງສືບຄົ້ນ ແລະ ຍອມຮັບຫົນທາງທີ່ແທ້ຈິງ ແລະ ຄຣິດຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດກຳລັງຖືກສ້າງຕັ້ງຂຶ້ນໃນອີກຫຼາຍປະເທດ. ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດກຳລັງຖືກເຜີຍແຜ່ ແລະ ຖືກເປັນພະຍານທົ່ວໂລກ. ຄົນທີ່ກະຫາຍຄວາມຈິງ ແລະ ສະແຫວງຫາການປາກົດຕົວຂອງພຣະເຈົ້າ ກຳລັງມາຢູ່ຕໍ່ໜ້າບັນລັງຂອງພຣະອົງຕາມໆກັນ. ສິ່ງນີ້ແມ່ນບໍ່ສາມາດຢຸດໄດ້! ມັນສຳເລັດຕາມຄຳທຳນາຍໃນພຣະຄຳພີໄບເບິນນີ້: “ແລ້ວມັນຈະເກີດຂຶ້ນໃນຍຸກສຸດທ້າຍ, ພູເຂົາໃນເຮືອນຂອງພຣະເຢໂຮວາຈະຖືກຕັ້ງຂຶ້ນເທິງຍອດພູເຂົາ ແລະ ຈະຖືກສັນລະເສີນຢູ່ເນີນພູ ແລະ ທຸກຊົນຊາດຈະຫຼັ່ງໄຫຼເຂົ້າສູ່ແຫ່ງນັ້ນ” (ເອຊາຢາ 2:2). ແຕ່ກອງກຳລັງຂອງຜູ້ຕໍ່ຕ້ານພຣະຄຣິດເຫຼົ່ານີ້ທີ່ຢູ່ໃນໂລກສາສະໜາທີ່ຕໍ່ຕ້ານພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ຜູ້ທີ່ຖືກເອີ້ນວ່າຜູ້ທີ່ມີຄວາມເຊື່ອທີ່ຖືກນໍາພາຢ່າງຜິດໆ ແລະ ຖືກຄວບຄຸມໂດຍພວກເຂົາ ກໍຕົກລົງສູ່ໄພພິບັດແລ້ວ, ສູນເສຍໂອກາດຂອງພວກເຂົາໃນການຖືກຍົກຂຶ້ນເມືອ. ພວກເຂົາກຳລັງຮ້ອງໄຫ້ ແລະ ກັດແຂ້ວຂອງພວກເຂົາ. ມັນເປັນໂສກຄະນາດຕະກຳແທ້ໆ. ໃຫ້ພວກເຮົາຮັບຊົມວິດີໂອການອ່ານພຣະທຳຂອງພຣະເຈົ້າເພື່ອສະຫຼຸບສຳລັບມື້ນີ້. ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ພຣະຄຣິດແຫ່ງຍຸກສຸດທ້າຍນໍາພາຊີວິດ ແລະ ນໍາພາຫົນທາງແຫ່ງຄວາມຈິງທີ່ຍືນນານ ແລະ ບໍ່ສິ້ນສຸດ. ຄວາມຈິງນີ້ແມ່ນເສັ້ນທາງທີ່ມະນຸດຈະໄດ້ຮັບຊີວິດ ແລະ ເປັນເສັ້ນທາງດຽວທີ່ມະນຸດຈະຮູ້ຈັກພຣະເຈົ້າ ແລະ ເສັ້ນທາງທີ່ພຣະເຈົ້າເຫັນດີນໍາ. ຖ້າເຈົ້າບໍ່ສະແຫວງຫາຫົນທາງແຫ່ງຊີວິດທີ່ພຣະຄຣິດແຫ່ງຍຸກສຸດທ້າຍຈັດຕຽມໄວ້ໃຫ້ ແລ້ວເຈົ້າຈະບໍ່ໄດ້ຮັບການເຫັນດີຂອງພຣະເຢຊູຈັກເທື່ອ ແລະ ບໍ່ມີຄຸນສົມບັດໃນການເຂົ້າປະຕູຂອງອານາຈັກສະຫວັນຈັກເທື່ອ ຍ້ອນເຈົ້າເປັນທັງຫຸ່ນ ແລະ ນັກໂທດຂອງປະຫວັດສາດ. ຄົນເຫຼົ່ານັ້ນທີ່ຖືກຄວບຄຸມໂດຍຂໍ້ບັງຄັບ, ໂດຍຕົວໜັງສື ແລະ ຖືກປະຫວັດສາດໃສ່ໂສ້ ຈະບໍ່ສາມາດຮັບຊີວິດຈັກເທື່ອ ແລະ ຈະບໍ່ຮັບຫົນທາງແຫ່ງຊີວິດຕະຫຼອດໄປຈັກເທື່ອ. ນີ້ກໍຍ້ອນວ່າ ທຸກສິ່ງທີ່ພວກເຂົາມີແມ່ນນໍ້າສົກກະປົກທີ່ຂັງຢູ່ເປັນເວລາຫຼາຍພັນປີ ແທນທີ່ຈະເປັນນໍ້າແຫ່ງຊີວິດທີ່ຫຼັງໄຫລມາຈາກບັນລັງ. ຄົນເຫຼົ່ານັ້ນທີ່ບໍ່ໄດ້ຮັບການເຕີມເຕັມໂດຍນໍ້າແຫ່ງຊີວິດຈະຍັງຄົງເປັນສາກສົບຕະຫຼອດໄປ, ເປັນຂອງຫຼິ້ນໃຫ້ກັບຊາຕານ ແລະ ເປັນບຸດຊາຍແຫ່ງນະຮົກ. ແລ້ວ ພວກເຂົາຈະສາມາດເຫັນພຣະເຈົ້າໄດ້ແນວໃດ? ຖ້າເຈົ້າພຽງແຕ່ພະຍາຍາມຍຶດຕິດກັບອະດີດ, ພຽງແຕ່ຮັກສາສິ່ງຕ່າງໆຄ້າຍຄືກັບວ່າພວກມັນຍັງບໍ່ເໜັງຕີງເລີຍ ແລະ ບໍ່ພະຍາຍາມປ່ຽນແປງສະຖານະພາບໃນປັດຈຸບັນ ແລະ ປະຖິ້ມປະຫວັດສາດ, ແລ້ວເຈົ້າຈະບໍ່ຕໍ່ຕ້ານພຣະເຈົ້າຢູ່ຕະຫຼອດເວລາບໍ? ຂັ້ນຕອນໃນພາລະກິດຂອງພຣະເຈົ້າກວ້າງໃຫຍ່ ແລະ ຍິ່ງໃຫຍ່ ຄືກັບຄື້ນທະເລຍື່ງຂຶ້ນ ແລະ ສຽງຟ້າຮ້ອງທີ່ດັງສະນັ້ນ, ແຕ່ເຈົ້ານັ່ງ ແລະ ລໍຖ້າຄວາມພິນາດໂດຍບໍ່ດີ້ນຮົນ, ຍຶດໝັ້ນໃນຄວາມໂງ່ຂອງເຈົ້າ ແລະ ບໍ່ເຮັດຫຍັງເລີຍ. ດ້ວຍວິທີນີ້ ເຈົ້າຈະສາມາດຖືກພິຈາລະນາໃຫ້ເປັນຄົນທີ່ຕິດຕາມບາດຍ່າງຂອງພຣະເມສານ້ອຍໄດ້ແນວໃດ? ເຈົ້າຈະສາມາດພິສູດຄວາມຖືກຕ້ອງຂອງພຣະເຈົ້າທີ່ເຈົ້າຍຶດໝັ້ນວ່າເປັນພຣະເຈົ້າທີ່ໃໝ່ຢູ່ສະເໝີ ແລະ ບໍ່ເກົ່າເລີຍໄດ້ແນວໃດ? ແລະພຣະທຳຂອງໜັງສືຫົວສີເຫຼືອງຂອງເຈົ້າຈະນໍາພາເຈົ້າເຂົ້າສູ່ຍຸກໃໝ່ໄດ້ແນວໃດ? ພຣະທໍາເຫຼົ່ານັ້ນຈະນໍາພາເຈົ້າໃຫ້ສະແຫວງຫາຂັ້ນຕອນໃນພາລະກິດຂອງພຣະເຈົ້າໄດ້ແນວໃດ? ແລະພຣະທໍານັ້ນຈະນໍາເຈົ້າຂຶ້ນສູ່ແຜ່ນດິນສະຫວັນໄດ້ແນວໃດ? ສິ່ງທີ່ເຈົ້າມີຢູ່ໃນມືຂອງເຈົ້າແມ່ນຕົວໜັງສືທີ່ສາມາດສະໜອງພຽງແຕ່ເຄື່ອງປອບໃຈຊົ່ວຄາວ ບໍ່ແມ່ນຄວາມຈິງທີ່ສາມາດໃຫ້ຊີວິດໄດ້. ຂໍ້ພຣະທຳທີ່ເຈົ້າອ່ານແມ່ນສິ່ງທີ່ສາມາດພຽງແຕ່ໃຫ້ເຈົ້າເພີ່ມພູນລີ້ນຂອງເຈົ້າ ບໍ່ແມ່ນພຣະທຳແຫ່ງສະຕິປັນຍາທີ່ສາມາດຊ່ວຍໃຫ້ເຈົ້າຮູ້ຈັກຊີວິດຂອງມະນຸດ ຢ່າວ່າແຕ່ຫົນທາງທີ່ສາມາດນໍາພາເຈົ້າໄປສູ່ຄວາມສົມບູນເລີຍ. ຄວາມບໍ່ກົງກັນນີ້ບໍ່ໄດ້ເຮັດໃຫ້ເຈົ້າໄຕ່ຕອງແດ່ບໍ? ມັນບໍ່ໄດ້ເຮັດໃຫ້ເຈົ້າເຂົ້າໃຈເຖິງສິ່ງລຶກລັບທີ່ຢູ່ພາຍໃນບໍ? ເຈົ້າສາມາດນໍາພາຕົນເອງໄປສະຫວັນເພື່ອພົບກັບພຣະເຈົ້າດ້ວຍຕົນເອງບໍ? ປາສະຈາກການມາຂອງພຣະເຈົ້າ ເຈົ້າສາມາດນໍາຕົວເອງເຂົ້າສູ່ສະຫວັນເພື່ອມີຄວາມສຸກແບບຄອບຄົວດຽວກັນກັບພຣະເຈົ້າບໍ? ໃນຕອນນີ້ ເຈົ້າຍັງກຳລັງຝັນຢູ່ບໍ? ດ້ວຍເຫດນັ້ນ ເຮົາແນະນໍາໃຫ້ເຈົ້າຢຸດຝັນ ແລະ ເບິ່ງວ່າ ແມ່ນໃຜທີ່ກຳລັງປະຕິບັດພາລະກິດໃນຕອນນີ້, ໃຜທີ່ກຳລັງປະຕິບັດພາລະກິດໃນການຊ່ວຍມະນຸດໃນຍຸກສຸດທ້າຍ. ຖ້າເຈົ້າບໍ່ຢຸດ ເຈົ້າຈະບໍ່ໄດ້ຮັບຄວາມຈິງຈັກເທື່ອ ແລະ ຈະບໍ່ໄດ້ຮັບຊີວິດອີກຕໍ່ໄປ” (ຄັດຈາກບົດ “ມີພຽງແຕ່ພຣະຄຣິດແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດມອບຫົນທາງແຫ່ງຊີວິດຊົ່ວນິດນິລັນໃຫ້ກັບມະນຸດໄດ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ).

ໄພພິບັດ, ສົງຄາມ,ໄພນ້ຳຖ້ວມ ແລະ ອື່ນໆ ໄດ້ເກີດຂຶ້ນຢ່າງຕໍ່ເນື່ອງ, ໃຜສາມາດຊ່ວຍພວກເຮົາໃຫ້ຫຼຸດພົ້ນຈາກໄພພິບັດໄດ້? ເຂົ້າຮ່ວມການເຕົ້າໂຮມຟຣີເພື່ອຊອກຮູ້.

ເນື້ອຫາທີ່ກ່ຽວຂ້ອງ

ພຣະເຢຊູເຈົ້າໄດ້ໄຖ່ມະນຸດຊາດ, ສະນັ້ນ ເປັນຫຍັງພຣະອົງຈຶ່ງເຮັດພາລະກິດແຫ່ງການພິພາກສາ ເມື່ອພຣະອົງກັບຄືນມາໃນຍຸກສຸດທ້າຍ?

ເມື່ອ 2.000 ປີກ່ອນ, ພຣະເຢຊູເຈົ້າທີ່ບັງເກີດເປັນມະນຸດໄດ້ຖືກຄຶງເທິງໄມ້ກາງແຂນເພື່ອໄຖ່ຄວາມຜິດບາບຂອງມະນຸດຊາດ,...

Leave a Reply