ການຮູ້ຈັກສິດອຳນາດ ແລະ ອຳນາດອະທິປະໄຕຂອງພຣະເຈົ້າໃນຊີວິດ

24 ເດືອນທັນວາ 2021

ໂດຍ ຊິ່ນຊິນ, ສະຫະລັດອາເມຣິກາ

ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ, “ຄວາມຮູ້ກ່ຽວກັບສິດອຳນາດຂອງພຣະເຈົ້າ, ລິດອຳນາດຂອງພຣະເຈົ້າ, ຕົວຕົນຂອງພຣະເຈົ້າເອງ ແລະ ທາດແທ້ຂອງພຣະເຈົ້າບໍ່ສາມາດບັນລຸໄດ້ໂດຍເພິ່ງພາຈິນຕະນາການຂອງເຈົ້າ. ຍ້ອນເຈົ້າບໍ່ສາມາດເພິ່ງພາຈິນຕະນາການເພື່ອຮູ້ຈັກສິດອຳນາດຂອງພຣະເຈົ້າ, ແລ້ວເຈົ້າສາມາດບັນລຸຄວາມຮູ້ກ່ຽວກັບສິດອຳນາດຂອງພຣະເຈົ້າດ້ວຍວິທີໃດ? ວິທີທີ່ຈະສາມາດບັນລຸສິ່ງນີ້ແມ່ນຜ່ານທາງການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ຜ່ານທາງການສົນທະນາ ແລະ ຜ່ານການຜະເຊີນກັບພຣະທຳຂອງພຣະເຈົ້າ. ດ້ວຍເຫດນັ້ນ, ເຈົ້າຈະມີປະສົບການ ແລະ ການພິສູດເທື່ອລະໜ້ອຍກ່ຽວກັບສິດອຳນາດຂອງພຣະເຈົ້າ ແລະ ເຈົ້າຈະຮັບເອົາຄວາມເຂົ້າໃຈເທື່ອລະໜ້ອຍ ແລະ ຄວາມຮູ້ກ່ຽວກັບສິດອຳນາດເພີ່ມຂຶ້ນ. ນີ້ແມ່ນວິທີດຽວເທົ່ານັ້ນທີ່ຈະບັນລຸຄວາມຮູ້ກ່ຽວກັບສິດອຳນາດຂອງພຣະເຈົ້າ; ບໍ່ມີທາງລັດ. ການຂໍໃຫ້ພວກເຈົ້າບໍ່ຈິນຕະນາການ ບໍ່ຄືກັນກັບການເຮັດໃຫ້ພວກເຈົ້ານັ່ງຢູ່ລ້າໆເພື່ອລໍຖ້າຄວາມພິນາດ ຫຼື ການຫ້າມພວກເຈົ້າບໍ່ໃຫ້ເຮັດຫຍັງເລີຍ. ການບໍ່ໃຊ້ສະໝອງຂອງເຈົ້າເພື່ອຄິດ ແລະ ຈິນຕະນາການໝາຍເຖິງການບໍ່ໃຊ້ເຫດຜົນເພື່ອຄາດຄະເນ, ບໍ່ໃຊ້ຄວາມຮູ້ເພື່ອວິເຄາະ, ບໍ່ໃຊ້ວິທະຍາສາດເປັນພື້ນຖານ, ແຕ່ກົງກັນຂ້າມກໍຄືການເຫັນຄຸນຄ່າ, ການພິສູດ ແລະ ການຢືນຢັນວ່າພຣະເຈົ້າທີ່ເຈົ້າເຊື່ອແມ່ນມີສິດອຳນາດ, ຢືນຢັນວ່າພຣະອົງປົກຄອງເໜືອໂຊກຊະຕາຂອງເຈົ້າ ແລະ ລິດອຳນາດຂອງພຣະອົງກໍພິສູດໃຫ້ພຣະອົງເປັນພຣະເຈົ້າທີ່ແທ້ຈິງຢູ່ຕະຫຼອດເວລາ, ຜ່ານທາງພຣະທຳຂອງພຣະເຈົ້າ, ຜ່ານຄວາມຈິງ, ຜ່ານທຸກສິ່ງທີ່ປະສົບໃນຊີວິດ. ນີ້ແມ່ນວິທີດຽວທີ່ຜູ້ຄົນຈະສາມາດບັນລຸຄວາມເຂົ້າໃຈກ່ຽວກັບພຣະເຈົ້າໄດ້” (ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ I” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ຂ້ອຍເຄີຍຄິດວ່າການຜ່ານຜ່າບາງສິ່ງທີ່ສຳຄັນ ຫຼື ການເປັນພະຍານເຖິງສິ່ງອັດສະຈັນແມ່ນທາງດຽງທີ່ຈະຮູ້ຈັກສິດອຳນາດຂອງພຣະເຈົ້າ. ຄວາມເຂົ້າໃຈຂອງຂ້ອຍກ່ຽວກັບສິດອຳນາດຂອງພຣະເຈົ້ານັ້ນຈຳກັດແທ້ໆ. ຂ້ອຍໄດ້ເຫັນຈາກພຣະທຳຂອງພຣະເຈົ້າວ່າສິ່ງສຳຄັນທີ່ສຸດໃນການຮູ້ຈັກສິດອຳນາດຂອງພຣະອົງແມ່ນການມີປະສົບການກັບພຣະທຳຂອງພຣະອົງໃນຊີວິດປົກກະຕິ ແລະ ໂດຍການປະສົບກັບພຣະທຳຂອງພຣະອົງ, ພວກເຮົາຈະເຫັນສິດອຳນາດ ແລະ ອຳນາດອະທິປະໄຕຂອງພຣະອົງເໜືອທຸກສິ່ງ. ນັ້ນແມ່ນວິທີທີ່ຄວາມເຊື່ອຂອງພວກເຮົາໃນພຣະເຈົ້າເຕີບໃຫຍ່ຂຶ້ນ.

ໃນປີກາຍນີ້, ມີແມງໄມ້ລະບາດໜັກຢ່າງກະທັນຫັນຢູ່ໃນສວນໝາກເລັ່ນໃນພື້ນທີ່ເກືອບໜຶ່ງສ່ວນສີ່ເອເຄີຂອງໝາກເລັ່ນທີ່ຄອບຄົວຂ້ອຍປູກ ແລະ ພວກມັນກິນໝົດທຸກຢ່າງ ບໍ່ວ່າຈະເປັນໝາກ, ດອກໄມ້ ແລະ ໃບ. ຂ້ອຍກັງວົນແທ້ໆກ່ຽວກັບເລື່ອງນີ້ ແລະ ສົນທະນາເຖິງວິທີກຳຈັດພວກມັນກັບຄອບຄົວຂອງຂ້ອຍ. ການໃຊ້ນ້ຳຢາຂ້າສັດຕູພືດຈະທຳລາຍດິນ ແລະ ປ່ອຍໃຫ້ເກີດສານກໍ່ມະເຮັງໄວ້ ເຊິ່ງຈະເຮັດໃຫ້ສິ່ງຕ່າງທີ່ປູກຢູ່ທີ່ນັ້ນເປັນອັນຕະລາຍແກ່ການກິນ. ພວກເຮົາພະຍາຍາມຈັບພວກມັນດ້ວຍມື ແຕ່ພວກມັນແຜ່ພັນໄດ້ໄວເກີນໄປ. ພວກເຮົາເຮັດວຽກສາມສີ່ ຫຼື ມື້ແລ້ວ ແຕ່ບໍ່ໄດ້ຫຼຸດລົງເລີຍ. ຈຳນວນຂອງພວກມັນພຽງແຕ່ເພີ່ມຂຶ້ນ. ຂ້ອຍຟ້າວລອງວິທີອື່ນເພື່ອກຳຈັດພວກມັນ. ເຖິງແມ່ນວ່າຂ້ອຍອະທິຖານຫາພຣະເຈົ້າເມື່ອເລື່ອງນີ້ເກີດຂຶ້ນ, ຂ້ອຍບໍ່ໄດ້ເຂົ້າໃຈສິດອຳນາດ ແລະ ກົດເກນຂອງພຣະເຈົ້າ, ດັ່ງນັ້ນ ພຣະອົງຈຶ່ງບໍ່ມີພື້ນທີ່ໃນໃຈຂອງຂ້ອຍ. ຂ້ອຍບໍ່ຮູ້ວິທີເພິ່ງພາພຣະເຈົ້າຢ່າງແທ້ຈິງ ແລະ ສະແຫວງຫາຄວາມປະສົງຂອງພຣະອົງ. ຂ້ອຍບໍ່ເຄີຍຜະເຊີນກັບແມງໄມ້ແບບນັ້ນມາກ່ອນ, ແຕ່ຂ້ອຍໄດ້ປູກພືດຜັກມາໄດ້ຫຼາຍທົດສະວັດ ແລະ ມີປະສົບການໃນການຄວບຄຸມສັດຕູພືດຫຼາຍພໍສົມຄວນ. ຂ້ອຍຄິດວ່າຂ້ອຍສາມາດຜ່ານບັນຫານີ້ໄດ້ ຖ້າຂ້ອຍສືບຕໍ່ພິຈາລະນາເບິ່ງມັນຕໍ່ໄປ. ຂ້ອຍພະຍາຍາມແກ້ໄຂທຸກວິທີທີ່ຂ້ອຍຮູ້ເທື່ອລະວິທີ, ແຕ່ຂ້ອຍໄດ້ພະຍາຍາມຫົກ ຫຼື ເຈັດຄັ້ງໂດຍບໍ່ມີຜົນຫຍັງເລີຍ. ຕະຫຼອດຫຼາຍທົດສະວັດຂອງການປູກພືດ, ຂ້ອຍບໍ່ເຄີຍເຫັນແມງໄມ້ທີ່ກຳຈັດຍາກປານນີ້ມາກ່ອນ. ໃນອະດີດ ຂ້ອຍສາມາດດູແລການລະບາດໄດ້ສະເໝີ, ແຕ່ເທື່ອນີ້ ບໍ່ມີວິທີການໃດທີ່ຂ້ອຍໄດ້ພັດທະນາຂຶ້ນຢ່າງພາກພຽນທີ່ໃຊ້ໄດ້ຜົນ. ຕໍ່ມາ ມີໝູ່ຄົນໜຶ່ງບອກຂ້ອຍວ່າ ສາສະດາຈານຄົນໜຶ່ງຢູ່ມະຫາວິທະຍາໄລກະສິກຳເວົ້າວ່າ ນ້ຳມັນກົກກະເດົາເປັນນ້ຳຢາຂ້າແມງໄມ້ທີ່ດີ, ດັ່ງນັ້ນ ຂ້ອຍຈຶ່ງຊື້ມາຈຳນວນໜຶ່ງທັນທີ, ແຕ່ນັ້ນກໍ່ບໍ່ໄດ້ຜົນເຊັ່ນກັນ. ຂ້ອຍຄິດບໍ່ອອກ ແລະ ຂ້ອຍຍັງບໍ່ພົບວິທີແກ້ໄຂເທື່ອ. ຂ້ອຍອອກໄປກວດເບິ່ງທຸກໆເຊົ້າໃນສອງສາມມື້ຕໍ່ມາ ແລະ ເຫັນຕົ້ນໝາກເລັ່ນທັງໝົດນັ້ນຖືກແມງໄມ້ທຳລາຍ. ບາງຕົ້ນກໍ່ດອກຫຼົ່ນອີກ, ປາຍໃບບາງສ່ວນກໍ່ຫ່ຽວແຫ້ງ, ແລະ ໝາກບາງສ່ວນກໍ່ເໜົ່າເປື່ອຍ. ຂ້ອຍໜ້າສັງເວດ. ອ້າຍເອື້ອຍນ້ອງໄດ້ມາຊ່ວຍປູກໝາກເລັ່ນເຫຼົ່ານັ້ນທຸກໆມື້. ພວກເຂົາໄດ້ເຮັດວຽກຫຼາຍຢ່າງ, ສ້າງໂຄງບັງຕາ, ຕັດກິ່ງງ່າ ແລະ ປັກຕົ້ນ, ແຕ່ເມື່ອໝາກເລັ່ນກຳລັງເຕີບໃຫຍ່ຂຶ້ນ ແລະ ແນມເຫັນການເກັບກ່ຽວທີ່ດີ, ແມງໄມ້ເຫຼົ່ານີ້ໄດ້ບຸກເຂົ້າມາທັນທີ. ຂ້ອຍຄິດວ່າການເກັບກ່ຽວໃນປີນີ້ຈະລົ້ມເຫຼວ. ການເຫັນພືດພັນທັງໝົດຖືກປົກຄຸມດ້ວຍແມງໄມ້, ຂ້ອຍສັບສົນຢ່າງສິ້ນເຊີງ. ຫວັງ ເຊິ່ງເປັນເພື່ອນບ້ານຂອງຂ້ອຍມີປະສົບການຫຼາຍກ່ຽວກັບການປູກພືດ ແລະ ຮູ້ຫຼາຍຢ່າງກ່ຽວກັບສັດຕູພືດ, ສະນັ້ນ ຂ້ອຍຄິດວ່າລາວອາດຈະມີວິທີແກ້ໄຂບັນຫາ. ຂ້ອຍໄປຖາມລາວ, ແຕ່ລາວເວົ້າວ່າ “ຂ້ອຍບໍ່ເຄີຍເຫັນຫຍັງແບບນີ້ໃນຕະຫຼອດ 30 ປີຂອງການປູກຝັງ. ຂ້ອຍໄດ້ພົ່ນຢາປາບສັດຕູພືດສາມຄັ້ງຕໍ່ມີ ແລະ ມັນພຽງຂ້າໝາກເລັ່ນຂອງຂ້ອຍ, ບໍ່ແມ່ນຂ້າແມງໄມ້”. ຈາງ ເຊິ່ງເພື່ອນບ້ານອີກຄົນເວົ້າຢ່າງໝົດຫວັງວ່າ “ຂ້ອຍເຖິງກັບປະສົມຢາປາບສັດຕູພືດສາມ ຫຼື ສີ່ຊະນິດເຂົ້າກັນ, ແຕ່ບໍ່ມີຫຍັງຂ້າພວກມັນໄດ້!” ເມື່ອໄດ້ຍິນດັ່ງນີ້ກໍ່ເຮັດໃຫ້ຂ້ອຍໝົດຫວັງແທ້ໆ. ນີ້ແມ່ນແມງໄມ້ລະບາດ ແລະ ບໍ່ມີທາງກຳຈັດພວກມັນໄດ້. ເບິ່ງຄືວ່າໝາກເລັ່ນຂອງຂ້ອຍຈະຖືກທຳລາຍທັງໝົດ. ໂດຍທີ່ຮູ້ສຶກໝົດຫວັງ, ຂ້ອຍອະທິຖານຫາພຣະເຈົ້າ: “ໂອ ພຣະເຈົ້າ! ຂ້ອຍບໍ່ຮູ້ວ່າຈະເຮັດແນວໃດກັບການລະບາດນີ້. ຂ້ອຍສູນເສຍ. ກະລຸນາສ່ອງສະຫວ່າງ ແລະ ຊີ້ນຳຂ້ອຍ ເພື່ອໃຫ້ຂ້ອຍຮູ້ວ່າຂ້ອຍຄວນປະສົບກັບເລື່ອງນີ້ແນວໃດ ແລະ ບົດຮຽນໃດທີ່ຂ້ອຍຄວນຮຽນຮູ້”.

ຂ້ອຍອ່ານພຣະທຳເຫຼົ່ານີ້ຂອງພຣະເຈົ້າໃນການຊຸມນຸມອີກຄັ້ງໜຶ່ງ, “ພາຍໃຕ້ອຳນາດອະທິປະໄຕ ແລະ ການຄວບຄຸມຂອງພຣະເຈົ້າ ທຸກສິ່ງເກີດມີຊີວິດ ຫຼື ຫາຍໄປຕາມຄວາມຄິດຂອງພຣະອົງ, ກົດໝາຍເກີດຂຶ້ນເພື່ອປົກຄອງການເປັນຢູ່ຂອງພວກມັນ, ພວກມັນເຕີບໃຫຍ່ຂຶ້ນ ແລະ ເພີ່ມທະວີຈຳນວນຂຶ້ນເລື້ອຍໆເພື່ອຮັບຮອງພວກມັນ. ບໍ່ມີມະນຸດຄົນໃດ ຫຼື ສິ່ງໃດຢູ່ເໜືອກົດໝາຍເຫຼົ່ານີ້. ຍ້ອນຫຍັງ? ຄຳຕອບດຽວກໍ່ຄື: ຍ້ອນສິດອຳນາດຂອງພຣະເຈົ້າ. ຫຼື ເວົ້າອີກຢ່າງໜຶ່ງກໍຄື ມັນເປັນຍ້ອນຄວາມຄິດຂອງພຣະເຈົ້າ ແລະ ພຣະທຳຂອງພຣະເຈົ້າ; ຍ້ອນການກະທຳສ່ວນຕົວຂອງພຣະເຈົ້າເອງ. ເຊິ່ງເວົ້າໄດ້ວ່າ ມັນແມ່ນສິດອຳນາດຂອງພຣະເຈົ້າ ແລະ ຄວາມຄິດຂອງພຣະເຈົ້າທີ່ກໍ່ໃຫ້ເກີດກົດໝາຍເຫຼົ່ານີ້ ທີ່ຖືກຜັດປ່ຽນ ຫຼື ປ່ຽນແປງຕາມຄວາມຄິດຂອງພຣະອົງ, ການຜັດປ່ຽນ ແລະ ການປ່ຽນແປງເຫຼົ່ານີ້ລ້ວນແລ້ວແຕ່ເກີດຂຶ້ນ ຫຼື ຈາງຫາຍໄປເພື່ອແຜນການຂອງພຣະອົງ. ຕົວຢ່າງ ເຊັ່ນພະຍາດລະບາດ. ມັນລະບາດໂດຍບໍ່ມີການແຈ້ງເຕືອນໃດໆ, ບໍ່ມີໃຜຮູ້ທີ່ມາຂອງມັນ ຫຼື ເຫດຜົນແທ້ຈິງວ່າເປັນຫຍັງມັນຈິ່ງເກີດຂຶ້ນ ແລະ ເມື່ອໃດພະຍາດລະບາດເກີດຂຶ້ນ ບໍ່ວ່າສະຖານທີ່ໃດກໍຕາມ, ບັນດາຜູ້ທີ່ຕິດເຊື້ອແມ່ນຈະບໍ່ສາມາດໜີພົ້ນໄພພິບັດນັ້ນໄດ້. ວິທະຍາສາດຂອງມະນຸດເຂົ້າໃຈພະຍາດລະບາດທີ່ເກີດຈາກການແຜ່ກະຈາຍຂອງແມ່ພະຍາດທີ່ໂຫດຮ້າຍ ຫຼື ເປັນອັນຕະລາຍ ແລະ ຄວາມໄວ, ຂອດເຂດ ແລະ ວິທີການສົ່ງຕໍ່ຂອງພວກມັນບໍ່ສາມາດຖືກຄາດເດົາໄດ້ ຫຼື ຄວບຄຸມໄດ້ໂດຍວິທະຍາສາດຂອງມະນຸດ. ເຖິງແມ່ນວ່າຄົນຕໍ່ຕ້ານພະຍາດລະບາດດ້ວຍທຸກວິທີທາງທີ່ເປັນໄປໄດ້ ແຕ່ພວກເຂົາບໍ່ສາມາດຄວບຄຸມໄດ້ວ່າບຸກຄົນໃດ ຫຼື ສັດໂຕໃດຈະໄດ້ຮັບຜົນກະທົບຢ່າງບໍ່ສາມາດຫຼີກເວັ້ນໄດ້ເມື່ອມີພະຍາດລະບາດເກີດຂຶ້ນ. ສິ່ງດຽວທີ່ມະນຸດສາມາດເຮັດໄດ້ກໍ່ຄືພະຍາຍາມປ້ອງກັນພວກມັນ, ຕໍ່ຕ້ານພວກມັນ ແລະ ວິໄຈພວກມັນ. ແຕ່ບໍ່ມີໃຜຮູ້ຕົ້ນປາຍສາເຫດໃນການເລີ່ມຕົ້ນ ແລະ ການສິ້ນສຸດຂອງພະຍາດລະບາດໃດໜຶ່ງໄດ້ ແລະ ກໍບໍ່ມີໃຜສາມາດຄວບຄຸມພວກມັນໄດ້. ເມື່ອຜະເຊີນກັບການເພີ່ມຂຶ້ນ ຫຼື ການແຜ່ກະຈາຍຂອງພະຍາດລະບາດ, ມາດຕະການທຳອິດທີ່ມະນຸດໃຊ້ຄືການພັດທະນາຢາວັກຊີນ, ແຕ່ຫຼາຍຄັ້ງພະຍາດລະບາດໄດ້ຕາຍໄປເອງກ່ອນທີ່ຢາວັກຊິນຈະມີໃຊ້. ເປັນຫຍັງພະຍາດລະບາດຈິ່ງຕາຍໄປ? ບາງຄົນເວົ້າວ່າ ຍ້ອນພະຍາດໄດ້ຖືກຄວບຄຸມໄວ້ ແລະ ບາງຄົນເວົ້າວ່າ ພວກມັນຕາຍຍ້ອນການປ່ຽນແປງຂອງລະດູການ... ບໍ່ວ່າການສັນນິຖານລົມໆແລ້ງໆເຫຼົ່ານີ້ຈະສາມາດຢັ້ງຢືນໄດ້ ຫຼື ບໍ່ນັ້ນ, ທາງວິທະຍາສາດແມ່ນບໍ່ສາມາດອະທິບາຍ ແລະ ສາມາດໃຫ້ຄຳຕອບໄດ້ຢ່າງແນ່ນອນ. ມະນຸດຕ້ອງບໍ່ຄິດໃສ່ພຽງແຕ່ການສັນນິຖານເຫຼົ່ານີ້ເທົ່ານັ້ນ ແຕ່ຍັງຕ້ອງຄິດໃສ່ການຂາດຄວາມເຂົ້າໃຈ ແລະ ຄວາມຢ້ານກົວພະຍາດລະບາດຂອງມະນຸດອີກດ້ວຍ. ໃນການວິເຄາະສຸດທ້າຍ ບໍ່ມີໃຜຮູ້ວ່າເປັນຫຍັງພະຍາດລະບາດຈິ່ງເລີ່ມຕົ້ນຂຶ້ນ ຫຼື ເປັນຫຍັງມັນຈິ່ງສິ້ນສຸດລົງ. ຍ້ອນວ່າມະນຸດມີຄວາມເຊື່ອພຽງໃນວິທະຍາສາດເທົ່ານັ້ນ, ເພິ່ງພາອາໄສທຸກສິ່ງຕໍ່ວິທະຍາສາດ ແລະ ບໍ່ຍອມຮັບຮູ້ສິດອຳນາດຂອງພຣະຜູ້ຊົງສ້າງ ຫຼື ຍອມຮັບອຳນາດອະທິປະໄຕຂອງພຣະອົງ, ພວກເຂົາຈຶ່ງຈະບໍ່ໄດ້ຮັບຄຳຕອບໃດໆເລີຍ” (ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ III” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ພຣະເຈົ້າປົກຄອງທຸກສິ່ງ. ທຸກຢ່າງຢູ່ໃນມືຂອງພຣະອົງ. ບໍ່ວ່າຈະໃຫຍ່ ຫຼື ນ້ອຍ, ເຫັນໄດ້ ຫຼື ບໍ່ເຫັນໄດ້, ສິ່ງທີ່ມີຊີວິດ ຫຼື ຕາຍ, ທຸກຢ່າງມີຢູ່ ຫຼື ຫາຍໄປຕາມທີ່ຄວາມປະສົງຂອງພຣະເຈົ້າປ່ຽນໄປ. ໄພພິບັດທຸກຢ່າງຢູ່ພາຍໃຕ້ການປົກຄອງຂອງພຣະເຈົ້າ. ຜູ້ຄົນບໍ່ຮູ້ວ່າໄພພິບັດ ແລະ ພະຍາດລະບາດມາຈາກໃສ ຫຼື ຈະປ້ອງກັນພວກມັນໄດ້ແນວໃດ. ພວກເຮົາບໍ່ຮູ້ເລີຍວ່າພວກມັນຈະຫາຍໄປເມື່ອໃດ. ທັງໝົດນີ້ແມ່ນຖືກປົກຄອງໂດຍພຣະເຈົ້າ. ແຕ່ຂ້ອຍບໍ່ເຂົ້າໃຈສິດອຳນາດ ແລະ ອຳນາດອະທິປະໄຕຂອງພຣະເຈົ້າແທ້ໆ, ດັ່ງນັ້ນ ເມື່ອແມງໄມ້ເຫຼົ່ານັ້ນເຂົ້າທຳລາຍໝາກເລັ່ນຂອງຂ້ອຍ ຂ້ອຍບໍ່ໄດ້ມາຢູ່ຕໍ່ໜ້າພຣະເຈົ້າເພື່ອສະແຫວງຫາ ແລະ ເພິ່ງພາພຣະອົງກ່ອນ, ແຕ່ພະຍາຍາມຫາວິທີແກ້ໄຂດ້ວຍວິທີຂອງຂ້ອຍເອງ. ນັ້ນແມ່ນບໍ່ໄດ້ຜົນ, ແຕ່ຂ້ອຍກໍ່ຍັງບໍ່ຫັນໄປຫາພຣະເຈົ້າ ຫຼື ເພິ່ງພາພຣະອົງ. ຂ້ອຍຮູ້ສຶກໝົດຫວັງ ແລະ ໄຮ້ຫົນທາງເມື່ອຂ້ອຍພົບວ່າແມ່ນແຕ່ຢາປາບສັດຕູພືດກໍ່ບໍ່ໄດ້ຜົນ. ຂ້ອຍມີຄວາມສັດທາໃນພຣະເຈົ້າ ແລະ ກ່າວຄຳອະທິຖານຫາພຣະອົງ, ແຕ່ພຣະອົງບໍ່ມີບ່ອນໃນໃຈຂອງຂ້ອຍ. ຂ້ອຍຄິດວ່າຂ້ອຍສາມາດກຳຈັດແມງໄມ້ເຫຼົ່ານີ້ໄດ້ດ້ວຍໂຕເອງ. ຊ່າງອວດດີ ແລະ ໂງ່ຈ້າ! ແລ້ວຂ້ອຍກໍ່ຮັບຮູ້ວ່າພຣະເຈົ້າຕັດສິນໃຈວ່າເມື່ອໃດພວກມັນປາກົດຕົວ ແລະ ເມື່ອໃດພວກມັນໜີໄປ. ມັນເກີນການຄວບຄຸມຂອງພວກເຮົາ. ຂ້ອຍຍັງບໍ່ເຂົ້າໃຈວ່າແມ່ນຫຍັງຄືຄວາມປະສົງຂອງພຣະເຈົ້າໃນການລະບາດນັ້ນ, ແຕ່ຂ້ອຍຮູ້ວ່າຂ້ອຍພຽງແຕ່ຕ້ອງເຮັດສ່ວນຂອງຂ້ອຍເອງ ແລະ ປ່ອຍແມງໄມ້ໃຫ້ຂຶ້ນກັບພຣະເຈົ້າ. ຂ້ອຍຕ້ອງອ່ອນນ້ອມຕໍ່ການຈັດແຈງຂອງພຣະເຈົ້າ. ການຮັບຮູ້ນັ້ນເຮັດໃຫ້ຂ້ອຍສະຫງົບສຸກ. ຂ້ອຍອະທິຖານຫາພຣະເຈົ້າ, ເຕັມໃຈທີ່ຈະອ່ອນນ້ອມ ແລະ ປະສົບກັບສິ່ງທີ່ພຣະອົງໄດ້ຈັດແຈງໄວ້.

ສອງສາມມື້ຕໍ່ມາ, ຂ້ອຍໄດ້ໄປທີ່ສວນ ແລະ ໄດ້ເຫັນໃຍແມງມຸມຈໍານວນຫຼາຍຢູ່ໃນຕົ້ນໝາກເລັ່ນ. ຂ້ອຍສົງໄສວ່າພວກມັນທັງໝົດມາຈາກໃສ. ຂ້ອຍເບິ່ງໃກ້ໆ ແລະ ເຫັນແມງກະເບື້ອກາງຄືນໂຕນ້ອຍໆຈຳນວນຫຼາຍຢູ່ໃນໃຍ ແລະ ຂ້ອຍຈື່ໄດ້ວ່າ ແມງມຸມມັກກິນພວກມັນ. ຖ້າບໍ່ມີແມງກະເບື້ອກາງຄືນ, ກໍ່ຈະບໍ່ມີໄຂ່, ດັ່ງນັ້ນ ໂດຍທຳມະຊາດແລ້ວກໍ່ຈະມີແມງໄມ້ໜ້ອຍລົງ. ຂ້ອຍຮັບຮູ້ວ່າມີແມງໄມ້ໜ້ອຍລົງຫຼາຍກວ່າທີ່ມີໃນສອງມື້ກ່ອນ. ຂ້ອຍຮູ້ວ່ານີ້ແມ່ນການກະທຳຂອງພຣະເຈົ້າ, ພຣະອົງໄດ້ນຳເອົາແມງມຸມມາເພື່ອກິນແມງໄມ້. ຂ້ອຍຮູ້ສຶກຂອບໃຈພຣະເຈົ້າຫຼາຍແທ້ໆ! ຫຼັງຈາກນັ້ນເຈັດ ຫຼື ແປດມື້ ຂ້ອຍເຫັນວ່າແມງໄມ້ເຫຼົ່ານັ້ນທັງໝົດໄດ້ໜີໄປຈາກໝາກ, ກິ່ງກ້ານ, ດອກ ແລະ ໃບຂອງຕົ້ນໝາກເລັ່ນ. ຂ້ອຍຕື່ນເຕັ້ນຫຼາຍ. ຂ້ອຍບໍ່ເຄີຍຄິດມາກ່ອນວ່າພາຍໃນສອງສາມມື້ສັ້ນໆ ແມງມຸມຈະກິນແມງໄມ້ເຫຼົ່ານັ້ນທັງໝົດ. ພຣະເຈົ້າຊົງລິດທານຸພາບສູງສຸດແທ້ໆ! ຖ້າຂ້ອຍບໍ່ໄດ້ເຫັນມັນດ້ວຍຕາຕົວເອງ, ຂ້ອຍເກືອບຈະບໍ່ເຊື່ອວ່າມັນເປັນຄວາມຈິງ. ຂ້ອຍເຕັມໄປດ້ວຍຄວາມຂອບໃຈ ແລະ ສັນລະເສີນພຣະເຈົ້າ. ຄົນທີ່ບໍ່ເຊື່ອບໍ່ເຂົ້າໃຈກົດເກນ ແລະ ສິດອໍານາດຂອງພຣະເຈົ້າ. ພວກເຂົາພຽງເຊື່ອ ແລະ ເພິ່ງພາວິທະຍາສາດເພື່ອຮຽນຮູ້ ແລະ ຫຼົບຫຼີກໄພພິບັດ, ແຕ່ພວກເຂົາບໍ່ສາມາດເຂົ້າໃຈພວກມັນໄດ້ຢ່າງເຕັມທີ່. ພວກເຂົາບໍ່ມີຫຍັງໃຫ້ເພິ່ງພາ, ພວກເຂົາເຮັດຫຍັງບໍ່ຖືກເມື່ອຜະເຊີນໜ້າກັບໄພພິບັດ, ດັ່ງນັ້ນ ຜົນລະປູກຂອງພວກເຂົາຈຶ່ງໄດ້ຮັບຜົນກະທົບຫຼາຍ. ແຕ່ເມື່ອຂ້ອຍຫັນໄປຫາພຣະເຈົ້າ, ເຕັມໃຈທີ່ຈະອ່ອນນ້ອມ ແລະ ເພິ່ງພາພຣະເຈົ້າ, ພຣະອົງໃຊ້ແມງມຸມທີ່ຖ່ອມຕົນເຫຼົ່ານີ້ໃຫ້ກິນແມງໄມ້ທັງໝົດ, ງ່າຍຕໍ່ການເບິ່ງແຍງການລະບາດ. ສິ່ງນີ້ສະແດງໃຫ້ຂ້ອຍເຫັນແທ້ໆວ່າພຣະເຈົ້າປົກຄອງທຸກສິ່ງ ແລະ ລະດົມສິ່ງຕ່າງໆທັງໝົດ. ພຣະອົງສະຫຼາດ ແລະ ຊົງລິດທານຸພາບສຸງສຸດຫຼາຍ! ເມື່ອຮອດເວລາທີ່ໝາກເລັ່ນສຸກ, ຂ້ອຍຄິດວ່າມັນຈະເປັນການເກັບກ່ຽວທີ່ເປັນຕາຢ້ານເພາະວ່າມີການລະບາດ, ແຕ່ທີ່ເຮັດໃຫ້ຂ້ອຍປະຫຼາດໃຈຄື ມັນເປັນພືດລົ້ມລຸກ. ພຣະເຈົ້າເຮັດວຽກດ້ວຍວິທີທີ່ໜ້າອັດສະຈັນ! ຄືກັບທີ່ກ່າວໃນພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດວ່າ: “ການກະທໍາຂອງພຣະອົງຢູ່ທົ່ວທຸກຫົນແຫ່ງ, ລິດອຳນາດຂອງພຣະອົງຢູ່ທົ່ວທຸກຫົນແຫ່ງ, ສະຕິປັນຍາຂອງພຣະອົງຢູ່ທົ່ວທຸກຫົນແຫ່ງ ແລະ ສິດອໍານາດຂອງພຣະອົງຢູ່ທຸກຫົນແຫ່ງ. ແຕ່ລະກົດເກນ ແລະ ກົດລະບຽບເຫຼົ່ານີ້ຄືຈຸດສູນລວມຂອງການກະທໍາຂອງພຣະອົງ ແລະ ແຕ່ລະຢ່າງເປີດເຜີຍສະຕິປັນຍາ ແລະ ສິດອໍານາດຂອງພຣະອົງ. ມີໃຜແດ່ທີ່ສາມາດຍົກເວັ້ນຕົນເອງອອກຈາກອໍານາດອະທິປະໄຕຂອງພຣະອົງໄດ້? ແລ້ວໃຜສາມາດຍົກເວັ້ນຕົນເອງອອກຈາກການອອກແບບຂອງພຣະອົງ? ທຸກສິ່ງມີຊີວິດແມ່ນຢູ່ພາຍໃຕ້ການເບິ່ງແຍງຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນ ສິ່ງທັງປວງແມ່ນຢູ່ພາຍໃຕ້ອໍານາດອະທິປະໄຕຂອງພຣະອົງ. ການກະທໍາ ແລະ ລິດອໍານາດຂອງພຣະອົງປ່ອຍໃຫ້ມະນຸດບໍ່ມີທາງເລືອກນອກຈາກຮັບຮູ້ຂໍ້ແທ້ຈິງທີ່ວ່າ ພຣະອົງດໍາລົງຢູ່ແທ້ໆ ແລະ ມີສິດອໍານາດອະທິປະໄຕສິ່ງທັງປວງ” (ຄັດຈາກບົດ “ມະນຸດພຽງແຕ່ສາມາດໄດ້ຮັບຄວາມລອດພົ້ນທ່າມກາງການຄຸ້ມຄອງຂອງພຣະເຈົ້າເທົ່ານັ້ນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ຂ້ອຍມີປະສົບການຜ່ານເລື່ອງນີ້ແທ້ໆວ່າ ສິດອຳນາດ ແລະ ສະຕິປັນຍາຂອງພຣະເຈົ້າຢູ່ທົ່ວທຸກບ່ອນ. ສະພາບອາກາດ, ແດດ ແລະ ຝົນ ແມ່ນຖືກພຣະເຈົ້າປົກຄອງ ແລະ ແມງໄມ້ທຸກຊະນິດກໍ່ເຊັ່ນກັນ. ບໍ່ມີສິ່ງມີຊີວິດທີ່ຖືກສ້າງຂຶ້ນໃດທີ່ສາມາດຄວບຄຸມສິ່ງໃດໜຶ່ງໃນນັ້ນໄດ້. ໃນທຸກໆລາຍລະອຽດນ້ອຍໆໃນການຊົງສ້າງຂອງພຣະເຈົ້າ ແລະ ການຄຸ້ມຄອງສິ່ງຕ່າງໆທັງໝົດ, ພວກເຮົາສາມາດເຫັນສິດອຳນາດທີ່ເປັນເອກະລັກຂອງພຣະເຈົ້າໄດ້ຢ່າງແທ້ຈິງ. ພຣະອົງມີສະຕິປັນຍາ ແລະ ຊົງລິດທານຸພາບສູງສຸດຫຼາຍ! ຂ້ອຍຄິດກັບໂຕເອງວ່າ ບໍ່ວ່າຈະເກີດຫຍັງຂຶ້ນໃນອະນາຄົດ, ຂ້ອຍຕ້ອງເພິ່ງພາພຣະເຈົ້າ ແລະ ເຂົ້າໃຈການກະທຳຂອງພຣະອົງໃຫ້ດີຂຶ້ນ.

ສອງເດືອນຕໍ່ມາ ພວກເຮົາໄດ້ປູກຜັກຂົມຊຸດໜຶ່ງ ແລະ ຫຼັງຈາກນັ້ນສອງສາມອາທິດກໍ່ມີພືດສີຂຽວງາມປາກົດຂຶ້ນ. ຂ້ອຍຄິດວ່າ ພວກເຮົາຈະມີການເກັບກ່ຽວທີ່ດີ. ແຕ່ເຊົ້າມື້ໜຶ່ງ, ເມຍຂອງຂ້ອຍບອກກັບຂ້ອຍວ່າມີບົ້ງແມງກະເບື້ອຫຼັງເພັດຢູ່ໃນຕົ້ນຜັກ ແລະ ຂໍໃຫ້ຂ້ອຍຈັດການກັບເລື່ອງນີ້. ເມື່ອໄດ້ຍິນເລື່ອງນີ້ກໍ່ເຮັດໃຫ້ຂ້ອຍຢ້ານ. ບົ້ງເຫຼົ່ານັ້ນດີ້ນໄວແທ້ໆ ແລະ ຈັບຍາກດ້ວຍມື ແລະ ພວກມັນແຜ່ພັນໄດ້ຢ່າງບ້າປ່ວງ. ພວກມັນແກ່ໂຕພາຍໃນໜຶ່ງ ຫຼື ສອງມື້ເທົ່ານັ້ນ. ພວກມັນເຕີບໃຫຍ່ໃນໝາກໂມບາງໜ່ວຍທີ່ພວກເຮົາໄດ້ປູກໄວ້ກ່ອນໜ້າແລ້ວ ແລະ ຂ້ອຍໄດ້ລອງຫຼາຍສິບຢ່າງແລ້ວ ແຕ່ກໍ່ບໍ່ໄດ້ຜົນຫຍັງ. ພວກມັນໄດ້ກິນຜັກຂອງພວກເຮົາຈົນໝົດພາຍໃນສອງສາມມື້ເທົ່ານັ້ນ ແລະ ສວນທີ່ຈະຮຸ່ງເຮືອງຂອງພວກເຮົາໄດ້ກາຍເປັນທີ່ດິນເປົ່າວ່າງ. ຂ້ອຍກັງວົນເລັກນ້ອຍ, ສົງໄສວ່າພວກມັນຈະກິນຜັກຂົມທັງໝົດຂອງພວກເຮົາພາຍໃນສອງສາມມື້ບໍ. ຂ້ອຍບໍ່ຮູ້ວ່າຕ້ອງເຮັດຫຍັງ. ຂ້ອຍຟ້າວອະທິຖານຫາພຣະເຈົ້າ ແລະ ຂໍໃຫ້ພຣະອົງຊີ້ນຳຂ້ອຍໃຫ້ເຂົ້າໃຈຄວາມປະສົງຂອພຣະອົງ.

ຕໍ່ມາ ຂ້ອຍອ່ານສິ່ງນີ້ໃນພຣະທຳຂອງພຣະເຈົ້າ: “ໂຢບມີ ແລະ ສະແຫວງຫາສິ່ງເຫຼົ່ານີ້ ໃນຂະນະທີ່ບໍ່ສາມາດເຫັນພຣະເຈົ້າ ຫຼື ໄດ້ຍິນພຣະທຳຂອງພຣະເຈົ້າ; ເຖິງແມ່ນເພິ່ນບໍ່ເຄີຍໄດ້ເຫັນພຣະເຈົ້າ, ເພິ່ນກໍໄດ້ມາຮູ້ຈັກວິທີການທີ່ພຣະເຈົ້າປົກຄອງເໜືອສິ່ງທັງປວງ ແລະ ເພິ່ນເຂົ້າໃຈສະຕິປັນຍາທີ່ພຣະເຈົ້າໃຊ້ເພື່ອກະທໍາສິ່ງນັ້ນ. ເຖິງແມ່ນເພິ່ນບໍ່ເຄີຍຮູ້ຈັກພຣະທຳທີ່ພຣະເຈົ້າໄດ້ກ່າວ, ໂຢບກໍຮູ້ວ່າການກະທຳເພື່ອໃຫ້ລາງວັນແກ່ມະນຸດ ແລະ ການເອົາທຸກສິ່ງໄປຈາກມະນຸດແມ່ນລ້ວນແລ້ວແຕ່ມາຈາກພຣະເຈົ້າ. ເຖິງແມ່ນຊ່ວງເວລາໃນຊີວິດຂອງເພິ່ນບໍ່ໄດ້ແຕກຕ່າງຈາກຄົນທຳມະດາ, ເພິ່ນບໍ່ໄດ້ຍອມໃຫ້ຄວາມບໍ່ໂດດເດັ່ນໃນຊີວິດຂອງເພິ່ນສົ່ງຜົນກະທົບຕໍ່ຄວາມຮູ້ຂອງເພິ່ນກ່ຽວກັບອຳນາດປົກຄອງສູງສຸດເໜືອສິ່ງທັງປວງຂອງພຣະເຈົ້າ ຫຼື ສົ່ງຜົນກະທົບຕໍ່ການທີ່ເພິ່ນປະຕິບັດຕາມຫົນທາງແຫ່ງການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ. ໃນສາຍຕາຂອງເພິ່ນນັ້ນ, ກົດເກນຂອງສິ່ງທັງປວງແມ່ນເຕັມໄປດ້ວຍການກະທຳຂອງພຣະເຈົ້າ ແລະ ອຳນາດປົກຄອງສູງສຸດຂອງພຣະເຈົ້າແມ່ນສາມາດເຫັນໄດ້ໃນສ່ວນໃດໜຶ່ງໃນຊີວິດຂອງຄົນ. ເພິ່ນບໍ່ໄດ້ເຫັນພຣະເຈົ້າ, ແຕ່ເພິ່ນກໍສາມາດຮູ້ຈັກວ່າ ການກະທຳຂອງພຣະເຈົ້າຢູ່ທຸກຫົນແຫ່ງ ແລະ ໃນໄລຍະເວລາທີ່ບໍ່ໂດດເດັ່ນຂອງເພິ່ນເທິງແຜ່ນດິນໂລກ, ໃນທຸກມຸມຂອງຊີວິດເພິ່ນ, ເພິ່ນກໍສາມາດເຫັນ ແລະ ຮູ້ຈັກການກະທຳທີ່ພິເສດ ແລະ ມະຫັດສະຈັນຂອງພຣະເຈົ້າ ແລະ ເພິ່ນສາມາດເຫັນການຈັດແຈງທີ່ມະຫັດສະຈັນຂອງພຣະເຈົ້າ. ຄວາມລີ້ລັບ ແລະ ຄວາມມິດງຽບຂອງພຣະເຈົ້າບໍ່ໄດ້ກີດຂວາງຄວາມເຂົ້າໃຈຂອງໂຢບທີ່ກ່ຽວກັບການກະທຳຂອງພຣະເຈົ້າ ຫຼື ພວກມັນບໍ່ໄດ້ສົ່ງຜົນກະທົບຕໍ່ຄວາມຮູ້ຂອງເພິ່ນກ່ຽວກັບອຳນາດປົກຄອງສູງສຸດເໜືອສິ່ງທັງປວງຂອງພຣະເຈົ້າ. ໃນລະຫວ່າງຊີວິດປະຈຳວັນຂອງເພິ່ນ, ຊີວິດຂອງເພິ່ນຄືຄວາມເຂົ້າໃຈເຖິງອຳນາດປົກຄອງສູງສຸດ ແລະ ການຈັດແຈງຂອງພຣະເຈົ້າ ຜູ້ເຊິ່ງລີ້ລັບທ່າມກາງສິ່ງທັງປວງ. ໃນຊີວິດປະຈຳວັນຂອງເພິ່ນ, ເພິ່ນຍັງໄດ້ຍິນ ແລະ ເຂົ້າໃຈສຽງຂອງຫົວໃຈຂອງພຣະເຈົ້າ ແລະ ພຣະທຳຂອງພຣະເຈົ້າ, ຜູ້ເຊິ່ງມິດງຽບໃນທ່າມກາງສິ່ງທັງປວງ ແຕ່ສະແດງສຽງແຫ່ງຫົວໃຈຂອງພຣະອົງ ແລະ ພຣະທຳຂອງພຣະອົງ ໂດຍປົກຄອງກົດເກນແຫ່ງທຸກສິ່ງທັງປວງ. ເຈົ້າໄດ້ເຫັນແລ້ວວ່າ ຖ້າຜູ້ຄົນມີຄວາມເປັນມະນຸດ ແລະ ການສະແຫວງຫາແບບດຽວກັບໂຢບ, ພວກເຂົາກໍຈະສາມາດຮັບເອົາຄວາມເຂົ້າໃຈ ແລະ ຄວາມຮູ້ແບບດຽວກັບໂຢບ ແລະ ສາມາດຮັບເອົາຄວາມເຂົ້າໃຈ ແລະ ຄວາມຮູ້ກ່ຽວກັບອຳນາດປົກຄອງສູງສຸດເໜືອສິ່ງທັງປວງຂອງພຣະເຈົ້າແບບດຽວກັບໂຢບ” (ຄັດຈາກບົດ “ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ II” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ຂ້ອຍເຫັນໃນພຣະທຳຂອງພຣະເຈົ້າວ່າໂຢບໃຫ້ຄວາມສຳຄັນກັບການເຂົ້າໃຈສິດອຳນາດຂອງພຣະເຈົ້າໃນຊີວິດປະຈຳວັນຂອງລາວ ແລະ ການປະສົບກັບກົດເກນ ແລະ ຄວາມຊົງລິດທານຸພາບສູງສຸດຂອງພຣະເຈົ້າ. ຜ່ານເລື່ອງນີ້, ລາວເຫັນວ່າທຸກສິ່ງມາຈາກພຣະເຈົ້າ ແລະ ພຣະເຈົ້າປົກຄອງ ແລະ ຄວບຄຸມສິ່ງທັງປວງ ແລະ ຊະຕາກຳຂອງມະນຸດ. ໂຢບຮູ້ຢ່າງບໍ່ຕ້ອງສົງໄສວ່າລາວມີຄວາມຮັ່ງມີທັງໝົດນັ້ນກໍ່ຍ້ອນພອນ ແລະ ກົດເກນຂອງພຣະເຈົ້າ, ມັນບໍ່ໄດ້ມາຈາກການເຮັດວຽກໜັກຂອງຕົວລາວເອງ. ເມື່ອຄວາມຮັ່ງມີຂອງລາວຖືກເອົາໄປ, ລາວຍັງເຊື່ອວ່າທັງໝົດແມ່ນໄດ້ຮັບອະນຸຍາດຈາກພຣະເຈົ້າ. ສິ່ງທີ່ຖືກມອບໃຫ້ ແລະ ສິ່ງທີ່ຖືກເອົາໄປ ແມ່ນຖືກປົກຄອງ ແລະ ຖືກກຳນົດໂດຍພຣະເຈົ້າ. ນັ້ນແມ່ນເຫດຜົນທີ່ລາວບໍ່ໄດ້ຈົ່ມຕໍ່ວ່າ, ແຕ່ລາວສັນລະເສີນພຣະເຈົ້າ. ແຕ່ເມື່ອມີບາງສິ່ງທີ່ຍາກ ຫຼື ທີ່ຂ້ອຍບໍ່ມັກເກີດຂຶ້ນ, ຂ້ອຍບໍ່ສາມາດຍອມຮັບມັນ ແລະ ອ່ອນນ້ອມຕໍ່ພຣະເຈົ້າໄດ້. ຂ້ອຍເຫັນວ່າພຣະເຈົ້າບໍ່ມີບ່ອນໃນໃຈຂອງຂ້ອຍ ແລະ ຂ້ອຍກໍ່ຂາດຄວາມສັດທາ. ຄວາມຄິດນີ້ເຮັດໃຫ້ຂ້ອຍຮູ້ສຶກອັບອາຍ ແລະ ຂ້ອຍເຂົ້າໃຈວ່າພຣະເຈົ້າກຳລັງອະນຸຍາດໃຫ້ສິ່ງທັງໝົດນີ້ເກີດຂຶ້ນ. ພຣະເຈົ້າຕ້ອງການໃຫ້ຂ້ອຍຮູ້ຈັກລິດທານຸພາບສູງສຸດ ແລະ ກົດເກນຂອງພຣະອົງ ແລະ ອ່ອນນ້ອມຕໍ່ພຣະອົງໃນຊີວິດປະຈຳວັນຢ່າງແທ້ຈິງ. ບໍ່ວ່າພວກເຮົາຈະສາມາດກຳຈັດແມງໄມ້ ແລະ ບໍ່ວ່າຜັກຂົມຈະປົກກະຕິດີ ຫຼື ບໍ່ນັ້ນແມ່ນລ້ວນແລ້ວຢູ່ໃນມືຂອງພຣະເຈົ້າ. ຄືກັບຄຳບູຮານທີ່ວ່າ “ມະນຸດວາງແກ່ນພືດ, ແຕ່ສະຫວັນກຳນົດການເກັບກ່ຽວ”. ຂ້ອຍຮູ້ວ່າຂ້ອຍຄວນປ່ອຍໃຫ້ສິ່ງຕ່າງໆເປັນໄປຕາມແນວທາງຂອງພວກມັນ, ຮຽນຮູ້ທີ່ຈະສະແຫວງຫາພຣະປະສົງຂອງພຣະເຈົ້າ ແລະ ອ່ອນນ້ອມຕໍ່ການຈັດຕຽມຂອງພຣະອົງ. ຂ້ອຍຮູ້ສຶກດີຂຶ້ນຫຼາຍໃນຄວາມຄິດນັ້ນ ແລະ ຂ້ອຍໄດ້ອະທິຖານຫາພຣະເຈົ້າຢ່າງງຽບໆວ່າ “ໂອ ພຣະເຈົ້າ, ຂ້ອຍເຊື່ອວ່າຜັກຂົມຈະດີສໍ່າໃດຢູ່ໃນມືຂອງພຣະອົງ. ຂ້ອຍຈະປ່ອຍວາງແຜນການ ແລະ ຄວາມກັງວົນຂອງຂ້ອຍ, ປະສົບກັບພຣະທຳຂອງພຣະອົງໃນສະພາບແວດລ້ອມນີ້ ແລະ ເຊື່ອຟັງພຣະອົງ”. ຫຼັງຈາກນັ້ນພວກເຮົາກໍ່ທົດລອງສອງສາມຢ່າງເພື່ອກຳຈັດບົ້ງ, ແຕ່ບໍ່ໄດ້ຜົນຫຍັງເລີຍ. ເຖິງປານນັ້ນ ຂ້ອຍກໍ່ໃຈເຢັນ. ຂ້ອຍຮູ້ວ່າມັນລ້ວນແລ້ວແຕ່ຢູ່ໃນມືຂອງພຣະເຈົ້າ ແລະ ເຖິງແມ່ນວ່າຂ້ອຍບໍ່ໄດ້ລົງເອີຍໂດຍການໄດ້ຮັບການເກັບກ່ຽວທີ່ດີ, ນັ້ນກໍ່ຈະເປັນຄວາມປະສົງຂອງພຣະເຈົ້າ. ຂ້ອຍບອມອ່ອນນ້ອມຕໍ່ສິ່ງທີ່ພຣະອົງໄດ້ຈັດຕຽມໄວ້. ສອງສາມມື້ຕໍ່ມາຂ້ອຍໄດ້ໄປທີ່ສວນຜັກບ່ອນທີ່ຂ້ອຍເຫັນຝູງນົກກະຈາບກິນແມງໄມ້ອອກຈາກຜັກຂົມ. ຂ້ອຍປະຫຼາດໃຈທີ່ໄດ້ເຫັນພຣະເຈົ້າເປີດທາງໃຫ້ຂ້ອຍອີກຄັ້ງ ແລະ ແກ້ໄຂບັນຫາທີ່ຂ້ອຍບໍ່ສາມາດແກ້ໄຂໄດ້ດ້ວຍຕົນເອງ. ຂ້ອຍຂອບໃຈພຣະເຈົ້າຫຼາຍໆ! ອີກສອງສາມື້ຕໍ່ມາ ບົ້ງໄດ້ຖືກນົກກະຈາບກິນຈົນໝົດກ້ຽງ. ພວກເຮົາຕື່ນເຕັ້ນ, ຂອບໃຈ ແລະ ສັນລະເສີນພຣະເຈົ້າຊ້ຳແລ້ວຊ້ຳອີກ. ພຣະເຈົ້າຊົງລິດທານຸພາບສູງສຸດແທ້ໆ!

ຕໍ່ມາ, ຂ້ອຍອ່ານສິ່ງນີ້ໃນພຣະທຳຂອງພຣະເຈົ້າ: “ເມື່ອພຣະເຈົ້າສ້າງທຸກສິ່ງ, ພຣະອົງໃຊ້ທຸກວິທີທາງ ແລະ ວິທີການຕ່າງໆເພື່ອສ້າງຄວາມສົມດຸນ, ເພື່ອຊັ່ງຊາສະພາບການດຳລົງຢູ່ຂອງພູ ແລະ ທະເລສາບ, ຂອງພືດ ແລະ ສັດທຸກຊະນິດ, ນົກ ແລະ ແມງໄມ້. ເປົ້າໝາຍຂອງພຣະອົງແມ່ນເພື່ອເຮັດໃຫ້ສິ່ງມີຊີວິດທຸກຊະນິດອາໄສຢູ່ ແລະ ອອກແມ່ແຜ່ລູກຢູ່ໃຕ້ກົດເກນທີ່ພຣະອົງໄດ້ສ້າງຂຶ້ນ. ບໍ່ມີສິ່ງໃດແຫ່ງການຊົງສ້າງສາມາດຢູ່ນອກເໜືອກົດເກນເຫຼົ່ານີ້ໄດ້ ແລະ ກົດເກນເຫຼົ່ານີ້ກໍບໍ່ສາມາດທໍາລາຍໄດ້. ຢູ່ໃນສະພາບແວດລ້ອມພື້ນຖານແບບນີ້ເທົ່ານັ້ນມະນຸດຈຶ່ງສາມາດມີຊີວິດຢູ່ໄດ້ ແລະ ເພີ່ມທະວີຈຳນວນໄດ້ຢ່າງປອດໄພຈາກຮຸນສູ່ຮຸ່ນ” (ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ IX” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ຂ້ອຍເຫັນຈາກພຣະທຳຂອງພຣະເຈົ້າວ່າ ເມື່ອພຣະອົງສ້າງສິ່ງທັງປວງ, ພຣະອົງເຮັດໃຫ້ເງື່ອນໄຂການດຳລົງຊີວິດຂອງພວກມັນສົມດຸນໃນທຸກຮູບແບບ ເພື່ອໃຫ້ທຸກສິ່ງທີ່ມີຊີວິດຢູ່ພາຍໃຕ້ການປົກຄອງຂອງພຣະອົງມີຊີວິດຢູ່ ແລະ ສືບພັນໄດ້ຢ່າງເປັນລະບຽບຮຽບຮ້ອຍ, ເກື້ອກູນເຊິ່ງກັນ ແລະ ກັນ ແລະ ເບິ່ງແຍງກັນ ແລະ ກັນຕາມທີ່ພຣະເຈົ້າໄດ້ກຳນົດໄວ້. ບໍ່ມີຫຍັງສາມາດຝ່າຝືນກົດເກນເຫຼົ່ານີ້ທີ່ພຣະເຈົ້າໄດ້ສ້າງຂຶ້ນໄດ້. ພຣະເຈົ້າໄດ້ສ້າງສັດທັງປວງ, ພືດພັນ ແລະ ແມງໄມ້ເພື່ອຄວາມສົມດຸນທາງດ້ານນິເວດເພື່ອປົກປ້ອງສະພາບແວດລ້ອມການດໍາລົງຊີວິດຂອງພວກເຮົາ ແລະ ໃຫ້ຄວາມໝັ້ນຄົງ. ຖ້າປາສະຈາກການຈັດແຈງເຫຼົ່ານີ້ໂດຍພຣະເຈົ້າ, ປາສະຈາກກົດທີ່ພຣະອົງຕັ້ງຂຶ້ນ, ສັດ ແລະ ແມງໄມ້ກໍ່ຈະຕົກຢູ່ໃນຄວາມວຸ້ນວາຍ ແລະ ນັ້ນຈະໂຍນຊີວິດຂອງພວກເຮົາເຂົ້າສູ່ຄວາມວຸ້ນວາຍ. ພວກເຮົາບໍ່ສາມາດຢູ່ລອດໄດ້. ການພິຈາລະນາຂອງພຣະເຈົ້າລະອຽດຖີ່ຖ້ວນ. ທຸກສິ່ງເປີດເຜີຍອຳນາດອັນຍິ່ງໃຫຍ່, ສະຕິປັນຍາ ແລະ ຄວາມມະຫັດສະຈັນຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນແມ່ນຄວາມຮັກຂອງພຣະອົງທີ່ມີຕໍ່ມະນຸດ. ດັ່ງທີ່ພວກເຮົາເຫັນ, ມັນບໍ່ມີວິທີແກ້ໄຂແມງໄວ້ທີ່ປາກົດໃນຜັກຂອງພວກເຮົາໄດ້, ແຕ່ພຣະເຈົ້າໃຊ້ນົກກະຈາບ ແລະ ແມງມຸມເພື່ອກິນພວກມັນ ເພື່ອໃຫ້ພວກເຮົາໄດ້ຊື່ນຊົມອາຫານທີ່ພຣະເຈົ້າສະໜອງໃຫ້ແກ່ພວກເຮົາ. ທຸກສິ່ງທີ່ພຣະເຈົ້າສ້າງຂຶ້ນມີຈຸດປະສົງຂອງມັນ, ແມ່ນແຕ່ແມງມຸມຜູ້ຖ່ອມຕົນ ແລະ ນົກກະຈາບກໍ່ມີພາລະກິດຂອງຕົນເອງ. ພຣະເຈົ້າໃຊ້ພວກມັນເພື່ອເຮັດໃຫ້ສະພາບແວດລ້ອມສົມດຸນ. ພຣະເຈົ້າເຮັດໃຫ້ທຸກສິ່ງສຳພັນກັນ. ທັງໝົດນັ້ນແມ່ນເພື່ອໃຫ້ພວກເຮົາມີຊີວິດທີ່ດີຂຶ້ນ.

ຕໍ່ມາ, ແມງໄມ້ສີດຳບາງຊະນິດ ແລະ ແມງແຄງປະກົດຢູ່ເທິງຜັກອື່ນທີ່ພວກເຮົາປູກ. ຂ້ອຍອະທິຖານຫາພຣະເຈົ້າ ແລະ ຈາກນັ້ນກໍ່ຄິດເຖິງຄັນຄາກ ເຊິ່ງເປັນສັດຕູຕາມທຳມະຊາດຂອງແມງໄມ້ເຫຼົ່ານັ້ນ. ພວກເຮົາປ່ອຍຄັນຄາກຫ້າໂຕລົງໃນສວນ ແລະ ໃນໄລຍະພຽງສອງເດືອນ, ພວກມັນໄດ້ເພີ່ມຈຳນວນຂຶ້ນເປັນປະມານ 30 ໂຕ. ມີແມງໄມ້ໜ້ອຍລົງເລື້ອຍໆ ແລະ ພວກເຮົາມີການເກັບກ່ຽວທີ່ດີ. ຂ້ອຍຂອບໃຈພຣະເຈົ້າຫຼາຍໆສຳລັບເລື່ອງນີ້. ຂ້ອຍຄິດເຖິງພຣະທຳຂອງພຣະເຈົ້າ, “ເຖິງແມ່ນວ່າປະໂຫຍກ ‘ສິດອຳນາດຂອງພຣະເຈົ້າ’ ອາດຈະເບິ່ງຄືວ່າ ບໍ່ສາມາດເຂົ້າໃຈໄດ້, ສິດອຳນາດຂອງພຣະເຈົ້າບໍ່ແມ່ນນາມມະທຳເລີຍ. ພຣະອົງສະຖິດຢູ່ກັບມະນຸດຕະຫຼອດທຸກນາທີໃນຊີວິດຂອງມະນຸດ, ຊົງນຳພາເຂົາທຸກວັນ. ດັ່ງນັ້ນ, ໃນຊີວິດຈິງ ທຸກຄົນຈຳເປັນຈະຕ້ອງເຫັນ ແລະ ປະສົບກັບລັກສະນະທີ່ເປັນຮູບປະທໍາທີ່ສຸດກ່ຽວກັບສິດອຳນາດຂອງພຣະເຈົ້າ. ລັກສະນະຮູບປະທຳນີ້ພິສູດວ່າ ສິດອຳນາດຂອງພຣະເຈົ້ານັ້ນມີຢູ່ຈິງ ແລະ ມັນຊ່ວຍໃຫ້ຄົນຮັບຮູ້ ແລະ ເຂົ້າໃຈຄວາມຈິງທີ່ວ່າ ພຣະເຈົ້າຄອບຄອງສິດອຳນາດນີ້” (ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ III” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ຂ້ອຍເຄີຍຄິດວ່າ ຂ້ອຍຕ້ອງໄດ້ຜ່ານບາງເຫດການທີ່ສຳຄັນເພື່ອເຂົ້າໃຈສິດອຳນາດຂອງພຣະເຈົ້າ, ດັ່ງນັ້ນ ຂ້ອຍຈຶ່ງບໍ່ໄດ້ເອົາໃຈໃສ່ໃນການປະສົບກັບມັນຜ່ານສິ່ງເລັກນ້ອຍໃນຊີວິດປະຈຳວັນ. ຫຼັງຈາກນັ້ນ, ຂ້ອຍເຫັນວ່າສິດອຳນາດຂອງພຣະເຈົ້າບໍ່ໄດ້ເຂົ້າໃຈຍາກແບບທີ່ຂ້ອຍຄິດ. ສິດອຳນາດ ແລະ ລິດອຳນາດຂອງພຣະອົງເຫັນໄດ້ຊັດເຈນສະເໝີ ແລະ ພວກມັນຢູ່ກັບພວກເຮົາໃນຊີວິດປະຈຳວັນຂອງພວກເຮົາ. ບໍ່ວ່າມັນເປັນສິ່ງທີ່ໃຫຍ່ ຫຼື ນ້ອຍ, ຕາບໃດທີ່ພວກເຮົາໃຫ້ຄວາມສຳຄັນກັບການມີປະສົບກັບພຣະທຳຂອງພຣະເຈົ້າ, ພວກເຮົາຈະເຫັນສິດອຳນາດຂອງພຣະອົງ.

ໃນລະຫວ່າງສອງສາມເດືອນນັ້ນເມື່ອຂ້ອຍປະເຊີນກັບການລະບາດເຫຼົ່ານັ້ນ, ຕອນທໍາອິດຂ້ອຍຮູ້ພຽງແຕ່ວ່າຕ້ອງອີງໃສ່ປະສົບການ ແລະ ຄວາມຮູ້ທາງວິທະຍາສາດຂອງຂ້ອຍ, ແຕ່ນັ້ນເຮັດໃຫ້ຂ້ອຍບໍ່ໄປໃສເລີຍ. ເມື່ອຂ້ອຍອ່ອນນ້ອມ ແລະ ປະສົບກັບພຣະທຳຂອງພະເຈົ້າ, ຂ້ອຍໄດ້ເຫັນການກະທໍາຂອງພຣະອົງ ແລະ ໄດ້ຮັບຄວາມເຂົ້າໃຈໃນທາງປະຕິບັດກ່ຽວກັບສິດອໍານາດ ແລະ ອໍານາດອະທິປະໄຕຂອງພຣະເຈົ້າ. ຄວາມເຊື່ອຂອງຂ້ອຍໃນພະເຈົ້າກໍເຕີບໃຫຍ່ຂຶ້ນຄືກັນ. ຂອບໃຈພຣະເຈົ້າ!

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ຂ້ອຍໄດ້ເຫັນເຖິງຄວາມຈິງຂອງການເປັນຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ

ໂດຍ ໜູລີ່, ຈີນຂ້ອຍເຄີຍໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍເພື່ອຮັກສາຄວາມສຳພັນສ່ວນຕົວໃນການທີ່ຂ້ອຍພົວພັນກັບໝູ່ເພື່ອນ, ຄອບຄົວ ແລະ ເພື່ອນບ້ານ....

Leave a Reply