ຂ້າພະເຈົ້າ ໄດ້ພົບເສັ້ນທາງ ສູ່ອານາຈັກສະຫວັນ

19 ເດືອນມີນາ 2022

ໂດຍ ເໝີງອ໋າຍ, ໄຕ້ຫວັນ

ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ເມື່ອພຣະເຢຊູສະເດັດມາສູ່ໂລກມະນຸດ, ພຣະອົງໄດ້ເລີ່ມຕົ້ນຍຸກແຫ່ງພຣະຄຸນ ແລະ ສິ້ນສຸດຍຸກແຫ່ງພຣະບັນຍັດ. ໃນລະຫວ່າງຍຸກສຸດທ້າຍນັ້ນ ພຣະເຈົ້າໄດ້ກາຍເປັນເນື້ອໜັງອີກເທື່ອໜຶ່ງ ແລະ ດ້ວຍການບັງເກີດເປັນມະນຸດນີ້ ພຣະເຈົ້າຈຶ່ງໄດ້ສິ້ນສຸດຍຸກແຫ່ງພຣະຄຸນ ແລະ ເລີ່ມຕົ້ນຍຸກແຫ່ງອານາຈັກ. ທຸກຄົນທີ່ສາມາດຮັບເອົາການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າກໍຈະຖືກນໍາພາໄປສູ່ຍຸກແຫ່ງອານາຈັກ ແລະ ຍິ່ງໄປກວ່ານັ້ນກໍຈະສາມາດຮັບເອົາການຊີ້ນໍາເປັນການສ່ວນຕົວຈາກພຣະເຈົ້າ. ເຖິງແມ່ນວ່າ ພຣະເຢຊູໄດ້ປະຕິບັດພາລະກິດຫຼາຍຢ່າງໃນທ່າມກາງມະນຸດ, ພຣະອົງພຽງສໍາເລັດການໄຖ່ບາບຂອງມວນມະນຸດຊາດ ແລະ ກາຍເປັນເຄື່ອງຖວາຍບູຊາແທນຄວາມຜິດບາບຂອງມະນຸດເທົ່ານັ້ນ; ພຣະອົງບໍ່ໄດ້ກໍາຈັດອຸປະນິໄສທີ່ເສື່ອມຊາມທັງໝົດຂອງເຂົາອອກຈາກມະນຸດ. ການຊ່ວຍໃຫ້ມະນຸດລອດພົ້ນຢ່າງສົມບູນຈາກອິດທິພົນຂອງຊາຕານບໍ່ແມ່ນພຽງຕ້ອງການໃຫ້ພຣະເຢຊູກາຍເປັນເຄື່ອງຖວາຍບູຊາແທນຄວາມຜິດບາບ ແລະ ແບກຮັບຄວາມຜິດບາບຂອງມະນຸດເທົ່ານັ້ນ, ແຕ່ມັນຍັງຮຽກຮ້ອງໃຫ້ພຣະເຈົ້າປະຕິບັດພາລະກິດທີ່ຍິ່ງໃຫຍ່ຂຶ້ນເພື່ອກຳຈັດອຸປະນິໄສເສື່ອມຊາມຂອງຊາຕານຂອງເຂົາໃຫ້ອອກຈາກມະນຸດ. ດັ່ງນັ້ນ ບັດນີ້ເມື່ອມະນຸດໄດ້ຮັບການໃຫ້ອະໄພຄວາມຜິດບາບຂອງເຂົາ, ພຣະເຈົ້າຈຶ່ງໄດ້ກັບຄືນສູ່ເນື້ອໜັງ ເພື່ອນໍາພາມະນຸດໄປສູ່ຍຸກໃໝ່ ແລະ ເລີ່ມຕົ້ນພາລະກິດຂອງການຂ້ຽນຕີ ແລະ ການພິພາກສາ. ພາລະກິດນີ້ໄດ້ນໍາພາມະນຸດໄປສູ່ອານາຈັກທີ່ສູງສົ່ງຍິ່ງຂຶ້ນ. ທຸກຄົນທີ່ຍອມຢູ່ພາຍໃຕ້ອຳນາດຂອງພຣະອົງຈະໄດ້ຮັບຄວາມຈິງທີ່ສູງສົ່ງຂຶ້ນ ແລະ ໄດ້ຮັບພອນທີ່ຍິ່ງໃຫຍ່ຂຶ້ນ. ພວກເຂົາຈະດຳລົງຊີວິດຢູ່ໃນແສງສະຫວ່າງຢ່າງແທ້ຈິງ ແລະ ພວກເຂົາຈະໄດ້ຮັບເອົາຄວາມຈິງ, ຫົນທາງ ແລະ ຊີວິດ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄໍານໍາ). ພຣະທໍາຂອງພຣະເຈົ້າມີຄວາມຊັດເຈນຫຼາຍ. ພຣະເຢຊູເຈົ້າປະຕິບັດພາລະກິດແຫ່ງການໄຖ່ບາບ ເຊິ່ງເປັນພຽງການໃຫ້ອະໄພຄວາມຜິດບາບຂອງມະນຸດຊາດ. ພຣະອົງບໍ່ໄດ້ກໍາຈັດທຳມະຊາດທີ່ຜິດບາບຂອງພວກເຮົາໃຫ້ອອກຈາກຕົວພວກເຮົາ. ພວກເຮົາຍັງຕ້ອງການໃຫ້ພຣະຜູ້ເປັນເຈົ້າກັບຄືນມາໃນຍຸກສຸດທ້າຍ ເພື່ອເຮັດພາລະກິດແຫ່ງການພິພາກສາ ແລະ ການຊໍາລະລ້າງ ເພື່ອມອບຄວາມຈິງໃຫ້ແກ່ພວກເຮົາຫຼາຍຂຶ້ນ ແລະ ແກ້ໄຂທໍາມະຊາດທີ່ຜິດບາບຂອງພວກເຮົາ ເພື່ອວ່າພວກເຮົາຈະສາມາດໂຍນຖິ້ມພັນທະນາການຂອງຄວາມບາບ. ດັ່ງນັ້ນ ພວກເຮົາຈຶ່ງຈະບໍ່ເຮັດບາບ ຫຼື ຕໍ່ຕ້ານພຣະເຈົ້າອີກຕໍ່ໄປ ແລະ ພວກເຮົາກໍຈະກາຍເປັນຜູ້ຄົນທີ່ເຊື່ອຟັງ ແລະ ຢໍາເກງພຣະເຈົ້າ. ນັ້ນຄືວິທີດຽວທີ່ພວກເຮົາຈະເໝາະສົມເຂົ້າສູ່ອານາຈັກຂອງພຣະເຈົ້າ. ກ່ອນໜ້ານີ້ ຂ້າພະເຈົ້າບໍ່ເຂົ້າໃຈພາລະກິດຂອງພຣະເຈົ້າ. ຂ້າພະເຈົ້າຄິດວ່າ ພຣະຜູ້ເປັນເຈົ້າໄດ້ໃຫ້ອະໄພຄວາມບາບຂອງເຮົາແລ້ວ ດັ່ງນັ້ນ ພວກເຮົາຈຶ່ງຖືກເຮັດໃຫ້ຊອບທໍາໂດຍຄວາມເຊື່ອ ແລະ ສາມາດເຂົ້າສູ່ສະຫວັນໄດ້. ແຕ່ຫຼັງຈາກທີ່ໄດ້ເຊື່ອເປັນເວລາຫຼາຍກວ່າ 10 ປີ, ຂ້າພະເຈົ້າກໍຍັງໄດ້ເຮັດບາບຢູ່ທຸກຄັ້ງ ແລະ ບໍ່ສາມາດປະຕິບັດຕາມພຣະທໍາຂອງພຣະຜູ້ເປັນເຈົ້າໄດ້. ພຣະເຈົ້າບໍລິສຸດ ແລະ ບໍ່ມີຜູ້ໃດທີ່ບໍ່ບໍລິສຸດສາມາດເຫັນພຣະເຈົ້າໄດ້, ສະນັ້ນ ຄົນໃດໜຶ່ງທີ່ດຳລົງຊີວິດໃນຄວາມບາບຄືກັບຂ້າພະເຈົ້າຈະສາມາດຖືກຍົກຂຶ້ນສູ່ອານາຈັກຂອງພຣະເຈົ້າໄດ້ແທ້ບໍ ເມື່ອພຣະຜູ້ເປັນເຈົ້າສະເດັດມາ? ຂ້າພະເຈົ້າສັບສົນ. ຂ້າພະເຈົ້າຄິດຫຍັງບໍ່ອອກເລີຍ. ພຽງແຕ່ຫຼັງຈາກອ່ານພຣະທໍາຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ຂ້າພະເຈົ້າຈຶ່ງໄດ້ເຂົ້າໃຈວ່າ ຂ້າພະເຈົ້າຂາດປະສົບການໃນຂັ້ນຕອນທີ່ສໍາຄັນທີ່ສຸດຂອງພາລະກິດຂອງພຣະເຈົ້າ ເຊິ່ງນັ້ນກໍຄືພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍ ໂດຍເລີ່ມຕົ້ນຈາກເຮືອນຂອງພຣະເຈົ້າ. ໃນຄວາມເຊື່ອຂອງພວກເຮົາ, ພວກເຮົາຕ້ອງຜ່ານການພິພາກສາຂອງພຣະເຈົ້າໃນຍຸກສຸດທ້າຍ ເພື່ອວ່າອຸປະນິໄສທີ່ເສື່ອມຊາມຂອງພວກເຮົາຈະສາມາດຖືກຊໍາລະລ້າງໄດ້. ມັນເປັນທາງດຽວທີ່ຈະຖືກຊ່ວຍໃຫ້ລອດພົ້ນ ແລະ ເຂົ້າສູ່ອານາຈັກ. ຂ້າພະເຈົ້າຢາກຈະແບ່ງປັນປະສົບການຂອງຂ້າພະເຈົ້າເອງກ່ຽວກັບສິ່ງນີ້.

ຂ້າພະເຈົ້າເຕີບໃຫຍ່ມາພ້ອມກັບການໄປໂບດນໍາພໍ່ແມ່ຂອງຂ້າພະເຈົ້າ. ຂ້າພະເຈົ້າມັກຟັງບັນດາອ້າຍເອື້ອຍນ້ອງສົນທະນາກັນກ່ຽວກັບພຣະທໍາຂອງພຣະຜູ້ເປັນເຈົ້າ. ຫຼັງຈາກທີ່ຂ້າພະເຈົ້າໄດ້ແຕ່ງງານແລ້ວ, ຜົວຂອງຂ້າພະເຈົ້າ ແລະ ຂ້າພະເຈົ້າກໍຍັງໃຫ້ຄວາມສຳຄັນກັບວຽກງານໃນໂບດຄືເກົ່າ. ພວກເຮົາໄດ້ເຂົ້າຮ່ວມການຊຸມນຸມຂອງຄຣິດຕະຈັກຢ່າງຫ້າວຫັນ ທັງໃຫຍ່ ແລະ ນ້ອຍ. ແຕ່ເມື່ອເວລາຜ່ານໄປ ຂ້າພະເຈົ້າໄດ້ຮູ້ວ່າ ຄໍາເທດສະໜາຂອງສິດຍາພິບານນັ້ນໄຮ້ປະໂຫຍດຫຼາຍ, ລາວເວົ້າຊໍ້າໆຊາກໆ ແລະ ຊຸກຍູ້ໃຫ້ພວກເຮົາຖວາຍຊັບສິນຢູ່ສະເໝີ. ລາວກັງວົນກ່ຽວກັບເລື່ອງເງິນຫຼາຍກວ່າຊີວິດຂອງພວກເຮົາ. ບັນດາສິດຍາພິບານ ແລະ ພວກເຖົ້າແກ່ຈະໂຕ້ຖຽງກັນຍາດເອົາເວທີ ແລະ ຕໍາແໜ່ງຂອງພວກເຂົາ ແລະ ສ້າງກົນອຸບາຍໃສ່ກັນເອງ. ຈໍານວນອ້າຍເອື້ອຍນ້ອງທີ່ເຂົ້າຮ່ວມການຊຸມນຸມກໍຈະຫຼຸດໜ້ອຍລົງເລື້ອຍໆ ແລະ ເມື່ອພວກເຂົາເຂົ້າຮ່ວມ ພວກເຂົາກໍຈະເວົ້າໃນເລື່ອງໄຮ້ສາລະ ຫຼື ລົມກັນກ່ຽວກັບຄວາມສຸກທາງຮ່າງກາຍ ແລະ ຈະພາກັນຫຼັບຕະຫຼອດການເທດສະໜາ ຂ້າພະເຈົ້າເອງບໍ່ສາມາດຮູ້ສຶກເຖິງການນໍາພາຂອງພຣະຜູ້ເປັນເຈົ້າເລີຍ ແລະ ການເຂົ້າຮ່ວມຊຸມນຸມໃນຄຣິສຕະຈັກກໍເປັນສິ່ງທີ່ໜ້າເບື່ອແທ້ໆ. ຂ້າພະເຈົ້າບໍ່ສາມາດປະຕິບັດຕາມພຣະທໍາຂອງພຣະຜູ້ເປັນເຈົ້າ ແລະ ໄດ້ແຕ່ດຳລົງຊີວິດຢູ່ໃນສະພາວະທີ່ເຮັດບາບ ແລ້ວຫຼັງຈາກນັ້ນກໍສາລະພາບບາບ. ແລະ ເມື່ອຂ້າພະເຈົ້າເຫັນຜົວຂອງຂ້າພະເຈົ້າກັບມາເຮືອນຈາກບ່ອນເຮັດວຽກ ແລ້ວຫຼິ້ນແຕ່ເກມອອນລາຍ ໂດຍບໍ່ເຮັດຫຍັງເລີຍ ຂ້າພະເຈົ້າບໍ່ສາມາດເຮັດຫຍັງໄດ້ ນອກຈາກຕໍ່ວ່າ ແລະ ຮ້າຍລາວ ສັ່ງການໃຫ້ລາວເຮັດນີ້ເຮັດນັ້ນ. ລາວຈະບໍ່ຟັງຂ້າພະເຈົ້າ ແລະ ຂ້າພະເຈົ້າກໍຈະໃຈຮ້າຍຂຶ້ນອີກ. ແມ່ນແຕ່ເມື່ອເຫັນລາວເຮັດບາງສິ່ງຊ້າໆ ຂ້າພະເຈົ້າກໍຈະຕໍາໜິລາວວ່າເຮັດວຽກບໍ່ໄດ້ປະສິດທິພາບ. ລາວກໍຕໍາໜິຂ້າພະເຈົ້າເຊັ່ນດຽວກັນ ໂດຍເວົ້າວ່າ “ຕະຫຼອດເວລາທີ່ເປັນຜູ້ເຊື່ອ ເຈົ້າບໍ່ໄດ້ປ່ຽນແປງແມ່ນແຕ່ໜ້ອຍດຽວເລີຍ”. ຂ້າພະເຈົ້າຮູ້ສຶກຜິດ ແລະ ຂ້າພະເຈົ້າຄິດເຖິງພຣະທໍາຂອງພຣະເຢຊູເຈົ້າ: “ແລ້ວເປັນຫຍັງເຈົ້າຈຶ່ງເຫັນຂີ້ຝຸ່ນທີ່ຢູ່ໃນຕາຂອງອ້າຍນ້ອງຂອງເຈົ້າ ແຕ່ບໍ່ພິຈາລະນາທ່ອນໄມ້ທີ່ຢູ່ໃນຕາຂອງເຈົ້າເອງ? ຫຼື ເຈົ້າຈະເວົ້າແນວໃດກັບອ້າຍນ້ອງຂອງເຈົ້າ, ໃຫ້ຂ້ອຍເອົາຂີ້ຝຸ່ນອອກຈາກຕາຂອງເຈົ້າ; ແລະ ເບິ່ງແມະມີທ່ອນໄມ້ຢູ່ໃນຕາຂອງເຈົ້າເອງບໍ?(ມັດທາຍ 7:3-4). ພຣະຜູ້ເປັນເຈົ້າໄດ້ສອນພວກເຮົາວ່າ ພວກເຮົາບໍ່ຄວນຫຼຽວເບິ່ງຂໍ້ບົກຜ່ອງຂອງຄົນອື່ນຢູ່ສະເໝີ ແຕ່ໃຫ້ກວດສອບຂໍ້ບົກຜ່ອງຂອງຕົນເອງຫຼາຍກວ່າ. ແຕ່ເມື່ອຜົວຂອງຂ້າພະເຈົ້າເວົ້າ ຫຼື ເຮັດບາງຢ່າງທີ່ຂ້າພະເຈົ້າບໍ່ມັກ ຂ້າພະເຈົ້າກໍບໍ່ມີຄວາມອົດທົນກັບລາວ. ຂ້າພະເຈົ້າອາລົມເສຍ ແລະ ຫາເລື່ອງຜິດຖຽງກັບລາວຢູ່ສະເໝີ. ຄວາມສໍາພັນຂອງພວກເຮົາຊຸດໂຊມລົງ ແລະ ຂ້າພະເຈົ້າກໍເປັນທຸກແທ້ໆ. ພຣະເຈົ້າກ່າວວ່າ: “ພວກເຈົ້າຕ້ອງບໍລິສຸດ ຍ້ອນວ່າເຮົາ ບໍລິສຸດ(ກົດລະບຽບການເລວີ 11:44). ພຣະເຈົ້າບໍລິສຸດ ແລະ ຜູ້ໃດກໍຕາມທີ່ບໍ່ບໍລິສຸດແມ່ນບໍ່ສາມາດເຫັນພຣະຜູ້ເປັນເຈົ້າໄດ້. ແຕ່ຂ້າພະເຈົ້າກໍບໍ່ສາມາດເຮັດຕາມຄໍາສັ່ງສອນຂອງພຣະຜູ້ເປັນເຈົ້າ ຫຼື ປະຕິບັດຕາມພຣະທໍາຂອງພຣະອົງໄດ້. ຂ້າພະເຈົ້າເຮັດບາບຢູ່ຕະຫຼອດເວລາ, ບໍ່ສາມາດຫຼົບໜີຈາກພັນທະນາການຂອງຄວາມບາບໄດ້. ຄົນແບບຂ້າພະເຈົ້າຈະເຂົ້າສູ່ອານາຈັກສະຫວັນໄດ້ແນວໃດ? ຄວາມຄິດນີ້ເຮັດໃຫ້ຂ້າພະເຈົ້າຮູ້ສຶກບໍ່ສະບາຍໃຈ.

ມີຄັ້ງໜຶ່ງຫຼັງຈາກຊຸມນຸມແລ້ວ, ຂ້າພະເຈົ້າກໍໄດ້ຖາມສິດຍາພິບານກ່ຽວກັບຄວາມລັງເລໃຈຂອງຂ້າພະເຈົ້າ. ລາວບອກວ່າ “ບໍ່ຕ້ອງເປັນຫ່ວງ. ເຖິງແມ່ນວ່າ ພວກເຮົາເຮັດບາບຢູ່ເລື້ອຍໆ, ພຣະເຢຊູເຈົ້າໄດ້ອະໄພຄວາມບາບຂອງເຮົາທັງໝົດແລ້ວ. ຕາບໃດທີ່ພວກເຮົາສືບຕໍ່ອະທິຖານ ແລະ ສາລະພາບຕໍ່ພຣະຜູ້ເປັນເຈົ້າ ເມື່ອພຣະອົງມາ, ພຣະອົງກໍຈະນໍາພວກເຮົາຂຶ້ນໄປສູ່ອານາຈັກສະຫວັນ”. ສິ່ງທີ່ລາວເວົ້າບໍ່ໄດ້ຊ່ວຍແກ້ໄຂຄວາມສັບສົນຂອງຂ້າພະເຈົ້າເລີຍ. ມັນຖືກກ່າວໄວ້ໃນພຣະຄໍາພີວ່າ, “ຈົ່ງຕິດຕາມມະນຸດທຸກຄົນຢ່າງສະຫງົບສຸກ ແລະ ຈົ່ງມີຄວາມບໍລິສຸດ, ຫາກປາສະຈາກສິ່ງນີ້ກໍຈະບໍ່ມີມະນຸດຄົນໃດ ເຫັນພຣະຜູ້ເປັນເຈົ້າໄດ້(ເຮັບເຣີ 12:14). “ຫຼັງຈາກທີ່ພວກເຮົາໄດ້ຮັບຄວາມຮູ້ແຈ້ງແຫ່ງຄວາມຈິງ ແລ້ວພວກເຮົາເຮັດບາບໂດຍຕັ້ງໃຈ ກໍຈະບໍ່ມີການເສຍສະຫຼະເພື່ອຄວາມຜິດບາບອີກຕໍ່ໄປ(ເຮັບເຣີ 10:26). ມັນຖືກຂຽນໄວ້ຢ່າງຊັດເຈນແລ້ວວ່າ ຖ້າພວກເຮົາບໍ່ປະຕິບັດຕາມພຣະທໍາຂອງພຣະເຈົ້າ, ຖ້າພວກເຮົາເຮັດບາບໂດຍຕັ້ງໃຈ ກໍຈະບໍ່ມີການເສຍສະຫຼະເພື່ອຄວາມບາບອີກຕໍ່ໄປ. ສະນັ້ນຜູ້ຄົນທີ່ເຮັດບາບຢູ່ຕະຫຼອດເວລາຈະຖືກຍົກຂຶ້ນສູ່ສະຫວັນໄດ້ແທ້ບໍ? ຂ້າພະເຈົ້າບໍ່ຮູ້ວ່າຈະເຊົາເຮັດບາບໄດ້ແນວໃດ, ສະນັ້ນ ຂ້າພະເຈົ້າຈຶ່ງພະຍາຍາມຢ່າງໜັກໃນຄວາມອົດທົນ ແລະ ການໃຫ້ອະໄພທີ່ພຣະຜູ້ເປັນເຈົ້າໄດ້ສັ່ງສອນ, ແຕ່ຂ້າພະເຈົ້າພຽງແຕ່ບໍ່ສາມາດນໍາໃຊ້ປະຕິບັດໄດ້. ໃນຄວາມເຈັບປວດຂອງຂ້າພະເຈົ້າ, ຂ້າພະເຈົ້າກໍໄດ້ປຶກສາສິດຍາພິບານອີກຄັ້ງ. ລາວແກວ່ງຫົວຢ່າງໝົດຫົນທາງ ແລະ ກ່າວວ່າ, “ຂ້ອຍບໍ່ມີວິທີແກ້ໄຂສໍາລັບບັນຫາຂອງການເຮັດບາບ ແລ້ວກໍສາລະພາບບາບເຊັ່ນກັນ. ແມ່ນແຕ່ໂປໂລກໍກ່າວວ່າ, ‘ຍ້ອນຄວາມປະສົງມີຢູ່ໃນຕົວເຮົາ; ແຕ່ເຮົາບໍ່ສາມາດຄົ້ນພົບວິທີປະຕິບັດທີ່ດີໄດ້. ຍ້ອນຄວາມດີທີ່ເຮົາຈະເຮັດ ເຮົາພັດບໍ່ໄດ້ເຮັດ: ແຕ່ສິ່ງຊົ່ວຮ້າຍທີ່ເຮົາຈະບໍ່ເຮັດ ເຮົາພັດເຮັດ’ (ໂຣມ 7:18-19) ພວກເຮົາບໍ່ສາມາດເຮັດຫຍັງໄດ້ ນອກຈາກເຮັດບາບ, ສະນັ້ນ ພຽງແຕ່ກັບໃຈ ແລະ ສາລະພາບຕໍ່ພຣະຜູ້ເປັນເຈົ້າໃຫ້ຫຼາຍຂຶ້ນ ແລະ ຂ້ອຍຈະອະທິຖານໃຫ້ເຈົ້າຫຼາຍຂຶ້ນເຊັ່ນກັນ”. ການໄດ້ຍິນສິ່ງນີ້ຈາກສິດຍາພິບານເຮັດໃຫ້ຂ້າພະເຈົ້າທໍ້ຖອຍໃຈຫຼາຍ. ໃນຄວາມເຈັບປວດຂອງຂ້າພະເຈົ້າ, ຂ້າພະເຈົ້າໄດ້ອະທິຖານຫາພຣະຜູ້ເປັນເຈົ້າວ່າ: “ໂອ ພຣະຜູ້ເປັນເຈົ້າ! ຂ້ານ້ອຍບໍ່ຕ້ອງການທີ່ຈະເຮັດບາບ ແຕ່ຂ້ານ້ອຍບໍ່ສາມາດຊ່ວຍຕົນເອງໄດ້ແທ້ໆ. ການດຳລົງຊີວິດຢູ່ໃນຄວາມບາບເປັນສິ່ງທີ່ເຈັບປວດແທ້ໆສໍາລັບຂ້ານ້ອຍ ແຕ່ຂ້ານ້ອຍບໍ່ຮູ້ວິທີທີ່ຈະຫຼົບໜີມັນ. ຂ້ານ້ອຍຢ້ານວ່າພຣະອົງຈະປະຖິ້ມຂ້ານ້ອຍ ຖ້າສິ່ງນີ້ສືບຕໍ່ເປັນແບບນີ້. ພຣະຜູ້ເປັນເຈົ້າໄດ້ໂຜດຊ່ວຍຂ້ານ້ອຍໃຫ້ລອດພົ້ນດ້ວຍ”.

ພຣະເຈົ້າຈະເລີ່ມຕົ້ນຂຶ້ນໃນບ່ອນທີ່ມະນຸດຈົບລົງ. ມື້ໜຶ່ງ ໃນເດືອນພຶດສະພາ ປີ 2018 ຂ້າພະເຈົ້າໄດ້ພົບກັບເອື້ອຍຊູຊານທາງອອນລາຍ. ພວກເຮົາໄດ້ສົນທະນາກັນກ່ຽວກັບພຣະຄໍາພີຢ່າງຫຼາຍ. ລາວມີຄວາມເຂົ້າໃຈທີ່ເປັນເອກະລັກຕໍ່ພຣະຄໍາພີ ແລະ ການສົນທະນາຂອງລາວກໍໃຫ້ແສງສະຫວ່າງຢ່າງແທ້ຈິງ, ສະນັ້ນ ຂ້າພະເຈົ້າຈຶ່ງແບ່ງປັນຄວາມກັງວົນຂອງຂ້າພະເຈົ້າ ແລະ ຄວາມລັງເລໃຈຂອງຂ້າພະເຈົ້າກັບລາວເພື່ອຄົ້ນຫາຄຳຕອບ. ຂ້າພະເຈົ້າໄດ້ກ່າວວ່າ, “ຂ້ອຍໄດ້ເຊື່ອໃນພຣະຜູ້ເປັນເຈົ້າເປັນເວລາຫຼາຍປີແລ້ວ, ແຕ່ຂ້ອຍບໍ່ສາມາດປະຕິບັດການໃຫ້ອະໄພ ແລະ ອົດທົນໄດ້. ຂ້ອຍໄດ້ເຮັດບາບຕະຫຼອດເວລາ. ຂ້ອຍເປັນຫ່ວງວ່າ ຂ້ອຍຈະບໍ່ໄດ້ເຂົ້າສູ່ອານາຈັກສະຫວັນ. ສິດຍາພິບານຂອງພວກເຮົາກ່າວວ່າ ພຣະເຢຊູເຈົ້າໄດ້ອະໄພຄວາມບາບທັງໝົດໃຫ້ກັບພວກເຮົາແລ້ວ ແລະ ຕາບໃດທີ່ພວກເຮົາອະທິຖານ ແລະ ສາລະພາບຕໍ່ພຣະຜູ້ເປັນເຈົ້າຢູ່ເລື້ອຍໆ, ພຣະອົງກໍຈະນໍາພວກເຮົາເຂົ້າສູ່ສະຫວັນເມື່ອພຣະອົງສະເດັດມາ. ແຕ່ຂ້ອຍກໍຍັງສັບສົນໃນຫົວໃຈຢູ່. ເຈົ້າຄິດວ່າແນວໃດກ່ຽວກັບເລື່ອງນີ້?” ເອື້ອຍຊູຊານເວົ້າວ່າ “ມັນເປັນຄວາມຈິງທີ່ພຣະເຢຊູເຈົ້າໃຫ້ອະໄພຄວາມບາບກັບພວກເຮົາ, ແຕ່ນັ້ນບໍ່ໄດ້ໝາຍຄວາມວ່າ ພວກເຮົາຖືກເຮັດໃຫ້ບໍລິສຸດ ຫຼື ພວກເຮົາຫຼຸດພົ້ນຈາກຄວາມບາບແລ້ວ. ພຣະເຢຊູເຈົ້າຊົງກ່າວໄວ້ວ່າ: ‘ຜູ້ໃດກໍຕາມທີ່ເຮັດບາບແມ່ນທາດຮັບໃຊ້ບາບ. ແລ້ວທາດຮັບໃຊ້ບໍ່ຢູ່ໃນເຮືອນຕະຫຼອດໄປ: ແຕ່ລູກຊາຍຈະຢູ່ໃນເຮືອນຕະຫຼອດໄປ(ໂຢຮັນ 8:34-35). ‘ບໍ່ແມ່ນໝົດທຸກຄົນທີ່ໄດ້ເວົ້າກັບເຮົາວ່າ “ພຣະຜູ້ເປັນເຈົ້າ ພຣະຜູ້ເປັນເຈົ້າ” ຈະໄດ້ເຂົ້າສູ່ອານາຈັກແຫ່ງສະຫວັນ, ມີພຽງແຕ່ຜູ້ທີ່ປະຕິບັດຕາມຄວາມປະສົງຂອງພຣະບິດາຂອງເຮົາຜູ້ເຊິ່ງຢູ່ໃນສະຫວັນເທົ່ານັ້ນ(ມັດທາຍ 7:21). ພຣະເຢຊູເຈົ້າບໍ່ເຄີຍເວົ້າວ່າ ພວກເຮົາຈະເຂົ້າສູ່ສະຫວັນໄດ້ ຍ້ອນຄວາມບາບຂອງພວກເຮົາໄດ້ຮັບການໃຫ້ອະໄພແລ້ວ ແລະ ພຣະອົງໄດ້ບອກພວກເຮົາຢ່າງຊັດເຈນແລ້ວວ່າ ມີພຽງແຕ່ຜູ້ທີ່ປະຕິບັດຕາມຄວາມປະສົງຂອງພຣະບິດາເທົ່ານັ້ນຈຶ່ງສາມາດເຂົ້າສູ່ອານາຈັກແຫ່ງສະວັນໄດ້. ພວກເຮົາສາມາດເຫັນໄດ້ວ່າ ການເຂົ້າສູ່ອານາຈັກຂອງພຣະເຈົ້າ ເພາະຄວາມບາບຂອງພວກເຮົາໄດ້ຮັບການໃຫ້ອະໄພແລ້ວ ເປັນພຽງແນວຄິດ ແລະ ຈິນຕະນາການຂອງມະນຸດ. ພຣະທໍາຂອງພຣະເຈົ້າບໍ່ໄດ້ກ່າວເຖິງສິ່ງນັ້ນເລີຍ. ໃນຫຼາຍປີທີ່ພວກເຮົາເຊື່ອ ພວກເຮົາໄດ້ເຫັນສິ່ງໜຶ່ງຢ່າງແນ່ນອນ: ຫຼັງຈາກທີ່ມະນຸດໄດ້ຮັບຄວາມເຊື່ອ ແລະ ໄດ້ຮັບການໃຫ້ອະໄພຄວາມບາບ, ພວກເຂົາສືບຕໍ່ອາໄສຢູ່ໃນສະພາວະທີ່ເຮັດບາບ ແລ້ວສາລະພາບບາບ, ສາລະພາບບາບ ແລ້ວກໍເຮັດບາບ. ສິ່ງນີ້ສະແດງໃຫ້ເຫັນວ່າ ການເຊື່ອໃນພຣະຜູ້ເປັນເຈົ້າ ແລະ ການໄດ້ຮັບການໃຫ້ອະໄພຄວາມບາບບໍ່ໄດ້ຄືກັບການໂຍນຖິ້ມພັນທະນາການ ແລະ ການຈຳກັດຄວາມບາບ ແລະ ແນ່ນອນ ມັນບໍ່ໄດ້ໝາຍຄວາມວ່າ ພວກເຮົາຖືກຊໍາລະລ້າງແລ້ວ. ພຣະເຈົ້າບໍລິສຸດ. ພຣະອົງຈະບໍ່ອະນຸຍາດໃຫ້ຜູ້ໃດຜູ້ໜຶ່ງທີ່ຍັງເຮັດບາບ ແລະ ຕໍ່ຕ້ານພຣະອົງນັ້ນເຂົ້າສູ່ອານາຈັກຂອງພຣະອົງ. ມີພຽງແຕ່ຜູ້ທີ່ສາມາດເຊື່ອຟັງພຣະເຈົ້າ ແລະ ເຮັດຕາມພຣະປະສົງຂອງພຣະອົງເທົ່ານັ້ນຈຶ່ງສາມາດເຂົ້າສູ່ອານາຈັກສະຫວັນໄດ້”. ເມື່ອໄດ້ຍິນການສົນທະນາຂອງລາວແລ້ວ, ຂ້າພະເຈົ້າກໍຄິດວ່າ “ແນ່ນອນ. ຖ້າພຣະເຈົ້າອະນຸຍາດໃຫ້ພວກເຮົາ ຜູ້ທີ່ເຮັດບາບຢູ່ສະເໝີ ເຂົ້າສູ່ອານາຈັກສະຫວັນ, ແລ້ວຄວາມບໍລິສຸດຂອງພຣະອົງຈະຖືກສະແດງອອກໄດ້ແນວໃດ?”

ລາວສືບຕໍ່ສົນທະນາວ່າ “ເຖິງແມ່ນວ່າ ພວກເຮົາຈະອະທິຖານ ແລະ ສາລະພາບຕໍ່ພຣະຜູ້ເປັນເຈົ້າ ແລະ ພະຍາຍາມຢ່າງໜັກທີ່ຈະປະຕິບັດຕາມຄໍາສັ່ງສອນຂອງພຣະອົງ, ບໍ່ວ່າພວກເຮົາຈະພະຍາຍາມຢ່າງໜັກສໍ່າໃດກໍຕາມ, ພວກເຮົາຍັງຖືກຈໍາກັດດ້ວຍຄວາມບາບ. ແມ່ນຫຍັງຄືເຫດຜົນແທ້ຈິງຢູ່ເບື້ອງຫຼັງສິ່ງນີ້?” ແລ້ວລາວກໍອ່ານຂໍ້ຄວາມຈາກພຣະທໍາຂອງພຣະອົງ. “ເຖິງແມ່ນວ່າ ພຣະເຢຊູໄດ້ປະຕິບັດພາລະກິດຫຼາຍຢ່າງໃນທ່າມກາງມະນຸດ, ພຣະອົງພຽງສໍາເລັດການໄຖ່ບາບຂອງມວນມະນຸດຊາດ ແລະ ກາຍເປັນເຄື່ອງຖວາຍບູຊາແທນຄວາມຜິດບາບຂອງມະນຸດເທົ່ານັ້ນ; ພຣະອົງບໍ່ໄດ້ກໍາຈັດອຸປະນິໄສທີ່ເສື່ອມຊາມທັງໝົດຂອງເຂົາອອກຈາກມະນຸດ. ການຊ່ວຍໃຫ້ມະນຸດລອດພົ້ນຢ່າງສົມບູນຈາກອິດທິພົນຂອງຊາຕານບໍ່ແມ່ນພຽງຕ້ອງການໃຫ້ພຣະເຢຊູກາຍເປັນເຄື່ອງຖວາຍບູຊາແທນຄວາມຜິດບາບ ແລະ ແບກຮັບຄວາມຜິດບາບຂອງມະນຸດເທົ່ານັ້ນ, ແຕ່ມັນຍັງຮຽກຮ້ອງໃຫ້ພຣະເຈົ້າປະຕິບັດພາລະກິດທີ່ຍິ່ງໃຫຍ່ຂຶ້ນເພື່ອກຳຈັດອຸປະນິໄສເສື່ອມຊາມຂອງຊາຕານຂອງເຂົາໃຫ້ອອກຈາກມະນຸດ. ດັ່ງນັ້ນ ບັດນີ້ເມື່ອມະນຸດໄດ້ຮັບການໃຫ້ອະໄພຄວາມຜິດບາບຂອງເຂົາ, ພຣະເຈົ້າຈຶ່ງໄດ້ກັບຄືນສູ່ເນື້ອໜັງ ເພື່ອນໍາພາມະນຸດໄປສູ່ຍຸກໃໝ່ ແລະ ເລີ່ມຕົ້ນພາລະກິດຂອງການຂ້ຽນຕີ ແລະ ການພິພາກສາ. ພາລະກິດນີ້ໄດ້ນໍາພາມະນຸດໄປສູ່ອານາຈັກທີ່ສູງສົ່ງຍິ່ງຂຶ້ນ. ທຸກຄົນທີ່ຍອມຢູ່ພາຍໃຕ້ອຳນາດຂອງພຣະອົງຈະໄດ້ຮັບຄວາມຈິງທີ່ສູງສົ່ງຂຶ້ນ ແລະ ໄດ້ຮັບພອນທີ່ຍິ່ງໃຫຍ່ຂຶ້ນ. ພວກເຂົາຈະດຳລົງຊີວິດຢູ່ໃນແສງສະຫວ່າງຢ່າງແທ້ຈິງ ແລະ ພວກເຂົາຈະໄດ້ຮັບເອົາຄວາມຈິງ, ຫົນທາງ ແລະ ຊີວິດ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄໍານໍາ). “ສຳລັບທຸກສິ່ງທີ່ເຮັດໃຫ້ມະນຸດຖືກໄຖ່ໃຫ້ພົ້ນ ແລະ ໄດ້ຮັບອະໄພຄວາມຜິດບາບ, ສາມາດພິຈາລະນາໄດ້ວ່າ ພຣະເຈົ້າບໍ່ຈົດຈໍາການລ່ວງລະເມີດຂອງມະນຸດ ແລະ ບໍ່ປະຕິບັດຕໍ່ມະນຸດຕາມການລ່ວງລະເມີດຂອງເຂົາ. ເຖິງຢ່າງໃດກໍຕາມ ເມື່ອມະນຸດທີ່ດຳລົງຊີວິດຢູ່ໃນຮ່າງກາຍຂອງເນື້ອໜັງບໍ່ໄດ້ເປັນອິດສະຫຼະຈາກຄວາມຜິດບາບ, ເຂົາກໍຈະສືບຕໍ່ສ້າງບາບ ແລະ ເປີດເຜີຍອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມຢ່າງບໍ່ມີວັນສິ້ນສຸດ. ນີ້ແມ່ນຊີວິດທີ່ມະນຸດໄດ້ດຳລົງຢູ່, ເປັນວົງຈອນຂອງການສ້າງບາບ ແລະ ໄດ້ຮັບອະໄພບາບຢ່າງບໍ່ສິ້ນສຸດ. ມະນຸດສ່ວນໃຫຍ່ສ້າງບາບໃນຕອນກາງເວັນ ແລ້ວກໍພາກັນສາລະພາບບາບໃນຕອນແລງ. ດ້ວຍເຫດນີ້, ເຖິງແມ່ນວ່າ ການຖວາຍຄວາມຜິດບາບຈະມີຜົນສຳລັບມະນຸດຕະຫຼອດໄປກໍຕາມ, ມັນກໍຈະບໍ່ສາມາດຊ່ວຍໃຫ້ມະນຸດລອດພົ້ນຈາກຄວາມຜິດບາບໄດ້. ມີພຽງແຕ່ເຄິ່ງໜຶ່ງຂອງພາລະກິດແຫ່ງຄວາມລອດພົ້ນຖືກເຮັດໃຫ້ສຳເລັດ, ຍ້ອນມະນຸດຍັງມີອຸປະນິໄສທີ່ເສື່ອມຊາມ... ມັນບໍ່ງ່າຍທີ່ມະນຸດຈະມາຮູ້ຈັກກັບຄວາມຜິດບາບຂອງເຂົາ; ເຂົາບໍ່ມີທາງຮູ້ຈັກທຳມະຊາດທີ່ຝັງແໜ້ນໃນຕົວເຂົາ ແລະ ຕ້ອງເພິ່ງພາການພິພາກສາຂອງພຣະທຳເພື່ອບັນລຸຜົນນີ້. ມີພຽງແຕ່ດ້ວຍວິທີນີ້ ມະນຸດຈຶ່ງຈະຖືກປ່ຽນແປງເທື່ອລະໜ້ອຍຈາກຈຸດນີ້ເປັນຕົ້ນໄປ”. “ດ້ວຍວິທີຂອງພາລະກິດແຫ່ງການພິພາກສາ ແລະ ການຂ້ຽນຕີນີ້, ມະນຸດຈະຮູ້ຈັກແກ່ນແທ້ທີ່ສົກກະປົກ ແລະ ເສື່ອມຊາມທີ່ຢູ່ພາຍໃນຕົວເຂົາເອງຢ່າງສົມບູນ ແລະ ເຂົາຈະສາມາດປ່ຽນແປງຢ່າງຄົບຖ້ວນ ແລະ ບໍລິສຸດຂຶ້ນ. ດ້ວຍວິທີນີ້ເທົ່ານັ້ນ ມະນຸດຈຶ່ງເໝາະສົມທີ່ຈະກັບຄືນມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ. ພາລະກິດທັງໝົດທີ່ປະຕິບັດໃນມື້ນີ້ແມ່ນເພື່ອໃຫ້ມະນຸດຖືກເຮັດໃຫ້ບໍລິສຸດ ແລະ ເພື່ອຮັບການປ່ຽນແປງ; ຜ່ານການພິພາກສາ ແລະ ການຂ້ຽນຕີຈາກພຣະທຳ ພ້ອມກັບຜ່ານການຫຼໍ່ຫຼອມ ມະນຸດສາມາດລົບລ້າງຄວາມເສື່ອມຊາມຂອງເຂົາ ແລະ ຖືກເຮັດໃຫ້ເປັນຄົນບໍລິສຸດ. ເຖິງແມ່ນວ່າ ຂັ້ນຕອນນີ້ຂອງພາລະກິດຈະຖືວ່າເປັນການຊ່ວຍໃຫ້ລອດພົ້ນ, ແຕ່ມັນອາດຈະເໝາະສົມກວ່າ ທີ່ຈະເວົ້າວ່າ ເປັນພາລະກິດແຫ່ງການຊໍາລະລ້າງໃຫ້ບໍລິສຸດ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)).

ເອື້ອຍຊູຊານສືບຕໍ່ສົນທະນາຫຼັງຈາກທີ່ໄດ້ອ່ານຂໍ້ຄວາມນີ້ວ່າ “ເຖິງແມ່ນວ່າພວກເຮົາຈະໄດ້ຮັບການໄຖ່ບາບຈາກພຣະເຢຊູເຈົ້າ ແລະ ຄວາມບາບຂອງພວກເຮົາໄດ້ຮັບການໃຫ້ອະໄພແລ້ວ ທໍາມະຊາດແບບຊາຕານຂອງພວກເຮົາ ທີ່ຂັບເຄື່ອນພວກເຮົາໃຫ້ເຮັດບາບຍັງບໍ່ ໄດ້ຖືກແກ້ໄຂເທື່ອ. ນັ້ນຄືເຫດຜົນທີ່ວ່າເປັນຫຍັງພວກເຮົາຈຶ່ງບໍ່ສາມາດເຮັດຫຍັງໄດ້ ນອກຈາກເຮັດບາບ ແລະ ຕໍ່ຕ້ານພຣະເຈົ້າຕະຫຼອດເວລາ ແລະ ພວກເຮົາກໍບໍ່ສາມາດປະຕິບັດພຣະທໍາຂອງພຣະຜູ້ເປັນເຈົ້າໄດ້. ໃນຍຸກແຫ່ງພຣະຄຸນ, ສິ່ງທີ່ພຣະເຢຊູເຈົ້າໄດ້ປະຕິບັດແມ່ນພາລະກິດຂອງການໄຖ່ບາບ, ແລະ ພຣະອົງໄດ້ກູ້ໄຖ່ພວກເຮົາຈາກຄວາມບາບ ເພື່ອວ່າພວກເຮົາຈະສາມາດຫຼຸດພົ້ນຈາກການປະນາມ ແລະ ການຖືກຜູກມັດໂດຍພຣະບັນຍັດ ເປັນຄົນເໝາະສົມທີ່ຈະມາຢູ່ຕໍ່ໜ້າພຣະເຈົ້າ ແລະ ໄດ້ຮັບພຣະຄຸນ ແລະ ຄວາມປິຕິຍິນດີທີ່ພຣະອົງໄດ້ມອບໃຫ້ແກ່ພວກເຮົາ. ເຖິງແມ່ນວ່າພຣະເຢຊູເຈົ້າໄດ້ໃຫ້ອະໄພຄວາມບາບແກ່ພວກເຮົາ, ອຸປະນິໄສ ແລະ ທໍາມະຊາດແບບຊາຕານຂອງພວກເຮົາຍັງບໍ່ໄດ້ຖືກແກ້ໄຂ. ພວກເຮົາຍັງອວດດີ, ຫຼອກລວງ ແລະ ຊົ່ວຮ້າຍແທ້ໆ. ພວກເຮົາຄິດເຖິງຕົນເອງຫຼາຍເກີນໄປ ແລະ ມັກໃຊ້ອໍານາດສະເໝີ ແລະ ໃຫ້ຄົນອື່ນເຮັດຕາມທາງຂອງພວກເຮົາ. ເມື່ອຄົນໃດໜຶ່ງເຮັດບາງສິ່ງທີ່ເຮົາບໍ່ມັກ, ພວກເຮົາກໍຮ້າຍດ່າພວກເຂົາ ແລະ ອັດປາກພວກເຂົາ. ນອກຈາກນີ້, ພວກເຮົາຍັງຕົວະ ແລະ ຫຼອກລວງຢູ່ສະເໝີ ແລະ ຄໍາອະທິຖານຂອງພວກເຮົາຕໍ່ພຣະເຈົ້າກໍເປັນພຽງຄໍາເວົ້າທີ່ວ່າງເປົ່າ, ຄໍາສັນຍາທີ່ວ່າງເປົ່າ. ພວກເຮົາສົນທະນາກັນກ່ຽວກັບການເຊື່ອງຟັງ ແລະ ຮັກພຣະເຈົ້າ, ແຕ່ໃນຄວາມເປັນຈິງແລ້ວ ພວກເຮົາເຮັດທຸກສິ່ງເພື່ອຜົນປະໂຫຍດຂອງພວກເຮົາເອງ. ພວກເຮົາສະຫຼະຕົນເອງ ແລະ ເສຍສະຫຼະເພື່ອພຣະເຈົ້າ ພຽງຫວັງຮັບພອນ ແລະ ເຂົ້າສູ່ອານາຈັກຂອງພຣະອົງ. ພວກເຮົາມີຄວາມສຸກ ເມື່ອພວກເຮົາໄດ້ຮັບພຣະຄຸນຂອງພຣະຜູ້ເປັນເຈົ້າ, ແຕ່ເມື່ອພວກເຮົາປະສົບກັບຄວາມທຸກຍາກ ຫຼື ການທົດລອງ, ພວກເຮົາກໍບໍ່ພໍໃຈ ແລະ ພາກັນຕໍ່ວ່າ. ພວກເຮົາເຖິງກັບປະຕິເສດ ຫຼື ທໍລະຍົດພຣະເຈົ້າ. ອຸປະນິໄສແບບຊາຕານເຫຼົ່ານີ້ຍິ່ງຮຸນແຮງຂຶ້ນກວ່າເກົ່າ ແລະ ຝັງແໜ້ນຫຼາຍກວ່າຄວາມບາບ. ຖ້າພວກມັນບໍ່ໄດ້ຮັບການແກ້ໄຂ, ພວກເຮົາກໍອາດຈະເຮັດສິ່ງຊົ່ວຮ້າຍ ແລະ ຕໍ່ຕ້ານພຣະເຈົ້າໄດ້ທຸກເວລາ. ພວກເຮົາຍັງເປັນພັກພວກຂອງຊາຕານ. ແລ້ວພວກເຮົາຈະເໝາະສົມກັບອານາຈັກຂອງພຣະເຈົ້າໄດ້ແນວໃດ? ນັ້ນຄືເຫດຜົນທີ່ພຣະເຢຊູເຈົ້າໄດ້ສັນຍາວ່າພຣະອົງຈະກັບຄືນມາ. ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພຣະຄຣິດແຫ່ງຍຸກສຸດທ້າຍ ແມ່ນພຣະເຢຊູເຈົ້າທີ່ກັບຄືນມາ. ພຣະອົງສະແດງຄວາມຈິງທັງໝົດເພື່ອຊໍາລະລ້າງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນຢ່າງສົມບູນ. ພຣະອົງປະຕິບັດພາລະກິດແຫ່ງການພິພາກສາ ໂດຍເລີ່ມຕົ້ນຈາກເຮືອນຂອງພຣະເຈົ້າ. ຫຼັກໆແລ້ວ ສິ່ງນີ້ແມ່ນເພື່ອແກ້ໄຂອຸປະນິໄສ ແລະ ທໍາມະຊາດແບບຊາຕານທີ່ເສື່ອມຊາມຂອງມະນຸດຊາດ ເພື່ອກໍາຈັດບັນຫາຂອງຄວາມບາບ ແລະ ການຕໍ່ຕ້ານພຣະເຈົ້າຢູ່ຕະຫຼອດເວລາ ແລະ ຊໍາລະລ້າງ ແລະ ຊ່ວຍໃຫ້ພວກເຮົາລອດພົ້ນຢ່າງສົມບູນ ແລະ ນໍາພວກເຮົາເຂົ້າສູ່ອານາຈັກສະຫວັນ. ພາລະກິດ ແລະ ພຣະທໍາຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດບັນລຸຄໍາທໍານວາຍເຫຼົ່ານີ້ຂອງພຣະເຢຊູເຈົ້າ: ‘ເຮົາຍັງມີຫລາຍສິ່ງທີ່ຈະບອກພວກເຈົ້າ ແຕ່ໃນເວລານີ້ພວກເຈົ້າອາດຈະບໍ່ສາມາດທົນໄດ້. ເຖິງຢ່າງໃດກໍຕາມເມື່ອພຣະອົງ ຜູ້ເປັນພຣະວິນຍານແຫ່ງຄວາມຈິງ ສະເດັດມາ, ພຣະອົງຈະນຳທາງພວກເຈົ້າໄປສູ່ຄວາມຈິງທັງໝົດ(ໂຢຮັນ 16:12-13). ‘ຍ້ອນເຮົາບໍ່ໄດ້ມາເພື່ອພິພາກສາໂລກ, ແຕ່ເພື່ອຊ່ວຍໂລກໃຫ້ພົ້ນ. ຜູ້ທີ່ປະຕິເສດເຮົາ ແລະ ບໍ່ຮັບເອົາພຣະທໍາຂອງເຮົາ ກໍຈະມີສິ່ງທີ່ຕັດສິນພວກເຂົາ, ພຣະທໍາທີ່ເຮົາໄດ້ກ່າວກໍຈະຕັດສິນພວກເຂົາໃນວັນສຸດທ້າຍເຊັ່ນກັນ(ໂຢຮັນ 12:47-48). ແລະ ໃນ 1 ເປໂຕກໍໄດ້ກ່າວວ່າ: ‘ເຖິງເວລາທີ່ການຄໍາພິພາກສາເລີ້ມຕົ້ນທີ່ຄົວເຮືອນຂອງພຣະເຈົ້າ(1 ເປໂຕ 4:17). ໂດຍການຍອມຮັບເອົາການພິພາກສາຈາກພຣະທໍາຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພຣະຄຣິດແຫ່ງຍຸກສຸດທ້າຍ, ພວກເຮົາກໍຈະໄດ້ຮັບຄວາມຈິງ. ອຸປະນິໄສແບບຊາຕານຂອງພວກເຮົາສາມາດໄດ້ຮັບການຊໍາລະລ້າງ ແລະ ຫຼັງຈາກນັ້ນພວກເຮົາກໍຈະສາມາດເຂົ້າສູ່ອານາຈັກຂອງພຣະເຈົ້າໄດ້”.

ຂ້າພະເຈົ້າເຫັນວ່າການສົນທະນາຂອງເອື້ອຍຊູຊານເຕັມໄປດ້ວຍແສງສະຫວ່າງ ແລະ ສອດຄ່ອງກັບພຣະຄໍາພີທັງໝົດ. ຂ້າພະເຈົ້າຈຶ່ງເຊື່ອຢ່າງທີ່ສຸດ. ຂ້າພະເຈົ້າຮູ້ວ່າ ໃນຍຸກແຫ່ງພຣະຄຸນ, ພຣະເຢຊູເຈົ້າພຽງແຕ່ປະຕິບັດພາລະກິດແຫ່ງການໄຖ່ບາບ, ແຕ່ນັ້ນບໍ່ແມ່ນພາລະກິດເພື່ອແກ້ໄຂທໍາມະຊາດຜິດບາບຂອງມະນຸດຊາດ. ຄວາມເຊື່ອຂອງພວກເຮົາໃນພຣະຜູ້ເປັນເຈົ້າພຽງແຕ່ສາມາດເຮັດໃຫ້ເຮົາໄດ້ຮັບການອະໄພຄວາມບາບຂອງເຮົາ ແລະ ພວກເຮົາກໍຕ້ອງຜ່ານພາລະກິດແຫ່ງການພິພາກສາຂອງພຣະເຈົ້າໃນຍຸກສຸດທ້າຍ ເພື່ອແກ້ໄຂຕົ້ນຕໍຂອງຄວາມຜິດບາບຂອງພວກເຮົາ, ເພື່ອຫຼຸດພົ້ນຈາກຄວາມບາບ ແລະ ໄດ້ຮັບການຊໍາລະລ້າງ. ຕາຂອງຂ້າພະເຈົ້າໄດ້ເປີດອອກ. ໃນຄວາມເຊື່ອຂອງຂ້າພະເຈົ້າ, ຂ້າພະເຈົ້າເຫັນວ່າມີຂັ້ນຕອນໃດໜຶ່ງແຫ່ງພາລະກິດຂອງພຣະເຈົ້າທີ່ຂ້າພະເຈົ້າບໍ່ທັນໄດ້ຜະເຊີນ. ຂ້າພະເຈົ້າໄດ້ຍິນໃນການສົນທະນາຂອງເອື້ອຍຜູ້ນີ້ວ່າ ພຣະເຢຊູເຈົ້າໄດ້ກັບຄືນມາແລ້ວ ແລະ ໄດ້ສະແດງຄວາມຈິງຫຼາຍຢ່າງເພື່ອປະຕິບັດພາລະກິດແຫ່ງການພິພາກສາ ໂດຍເລີ່ມຕົ້ນຈາກເຮືອນຂອງພຣະເຈົ້າ ເພື່ອຊໍາລະລ້າງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນ ແລະ ນໍາພວກເຮົາເຂົ້າສູ່ອານາຈັກຂອງພຣະເຈົ້າໃນທີ່ສຸດ. ຂ້າພະເຈົ້າຕື່ນເຕັ້ນຫຼາຍ, ຂ້າພະເຈົ້າຈຶ່ງໄດ້ຖາມເອື້ອຍຊູຊານທັນທີເພື່ອຄົ້ນຫາຄຳຕອບວ່າ: “ພຣະເຈົ້າອົງຊົງລິດທານຸພາບສູງສຸດປະຕິບັດພາລະກິດແຫ່ງການພິພາກສາຂອງພຣະອົງເພື່ອຊໍາລະລ້າງພວກເຮົາໄດ້ແນວໃດ?”

ລາວໄດ້ອ່ານຂໍ້ຄວາມຈາກພຣະທໍາຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃຫ້ແກ່ຂ້າພະເຈົ້າຟັງສອງສາມຂໍ້. “ພາລະກິດຂອງພຣະເຈົ້າໃນການບັງເກີດເປັນມະນຸດໃນປັດຈຸບັນແມ່ນເພື່ອສະແດງອອກເຖິງອຸປະນິໄສຂອງພຣະອົງ ເຊິ່ງສ່ວນໃຫຍ່ແມ່ນຜ່ານການຂ້ຽນຕີ ແລະ ການພິພາກສາ. ບົນພື້ນຖານນີ້, ພຣະອົງໄດ້ນໍາຄວາມຈິງມາສູ່ມະນຸດຫຼາຍຂຶ້ນ ແລະ ໄດ້ຊີ້ໃຫ້ພວກເຂົາເຫັນເຖິງຫຼາຍວິທີທາງຂອງການປະຕິບັດ, ນີ້ກໍເພື່ອບັນລຸຈຸດປະສົງຂອງພຣະອົງໃນການເອົາຊະນະມະນຸດ ແລະ ຊ່ວຍມະນຸດໃຫ້ລອດພົ້ນຈາກອຸປະນິໄສທີ່ເສື່ອມຊາມຂອງເຂົາເອງ. ນີ້ຄືສິ່ງທີ່ນອນຢູ່ເບື້ອງຫຼັງພາລະກິດຂອງພຣະເຈົ້າໃນຍຸກແຫ່ງອານາຈັກ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄໍານໍາ). “ພຣະຄຣິດແຫ່ງຍຸກສຸດທ້າຍໃຊ້ຄວາມຈິງຫຼາກຫຼາຍຢ່າງເພື່ອສັ່ງສອນມະນຸດ, ເພື່ອເປີດໂປງທາດແທ້ຂອງມະນຸດ ແລະ ວິເຄາະຄໍາເວົ້າ ແລະ ການກະທຳຂອງມະນຸດ. ພຣະທໍາເຫຼົ່ານີ້ປະກອບດ້ວຍຄວາມຈິງຫຼາຍປະການ, ເຊັ່ນ: ໜ້າທີ່ຂອງມະນຸດ, ວິທີມະນຸດຄວນເຊື່ອຟັງພຣະເຈົ້າ, ວິທີມະນຸດຄວນຈົງຮັກພັກດີຕໍ່ພຣະເຈົ້າ, ວິທີທີ່ມະນຸດຄວນສະແດງຄວາມປະພຶດຕົນແບບມະນຸດປົກກະຕິທົ່ວໄປ ພ້ອມດ້ວຍສະຕິປັນຍາ ແລະ ອຸປະນິໄສຂອງພຣະເຈົ້າ ແລະ ອື່ນໆ. ພຣະທໍາເຫຼົ່ານີ້ແມ່ນເນັ້ນໃສ່ທາດແທ້ ແລະ ອຸປະນິໄສທີ່ເສື່ອມຊາມຂອງມະນຸດໂດຍກົງ. ໂດຍສະເພາະແລ້ວ ພຣະທຳທີ່ເປີດໂປງວິທີມະນຸດທີ່ປະຕິເສດພຣະເຈົ້າໃນເລື່ອງທີ່ກ່ຽວກັບວິທີທີ່ມະນຸດເປັນຮູບຮ່າງປາກົດຂອງຊາຕານ ແລະ ເປັນກໍາລັງສັດຕູທີ່ຕໍ່ຕ້ານພຣະເຈົ້າ. ໃນການປະຕິບັດພາລະກິດພິພາກສາຂອງພຣະເຈົ້າ, ພຣະອົງບໍ່ພຽງແຕ່ເຮັດໃຫ້ທໍາມະຊາດຂອງມະນຸດຊັດເຈນດ້ວຍພຣະທໍາສອງສາມຂໍ້ເທົ່ານັ້ນ; ແຕ່ພຣະອົງເປີດໂປງ, ຈັດການ ແລະ ລິຮານມັນໃນໄລຍະຍາວ. ທັງໝົດຂອງວິທີການເປີດໂປງ, ຈັດການ ແລະ ລິຮານທີ່ແຕກຕ່າງກັນເຫຼົ່ານີ້ບໍ່ສາມາດທົດແທນດ້ວຍຄໍາກ່າວທໍາມະດາ ແຕ່ທົດແທນດ້ວຍຄວາມຈິງທີ່ມະນຸດບໍ່ມີແທ້ໆ. ມີພຽງວິທີການແບບນີ້ເທົ່ານັ້ນຈຶ່ງຖືກເອີ້ນວ່າເປັນການພິພາກສາ; ຜ່ານການພິພາກສາແບບນີ້ເທົ່ານັ້ນ ມະນຸດຈຶ່ງສາມາດຖືກເອົາຊະນະ ແລະ ເຊື່ອໝັ້ນຢ່າງແທ້ຈິງກ່ຽວກັບພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນກໍຮັບເອົາຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະອົງ. ສິ່ງທີ່ພາລະກິດແຫ່ງການພິພາກສານໍາມາ ກໍຄືຄວາມເຂົ້າໃຈຂອງມະນຸດຕໍ່ໃບໜ້າທີ່ແທ້ຈິງຂອງພຣະເຈົ້າ ແລະ ຄວາມຈິງກ່ຽວກັບການກະບົດຂອງເຂົາເອງ. ພາລະກິດແຫ່ງການພິພາກສາເຮັດໃຫ້ມະນຸດເຂົ້າໃຈຈຸດປະສົງຂອງພຣະເຈົ້າຫຼາຍຂຶ້ນ, ເຂົ້າໃຈຈຸດປະສົງຂອງພາລະກິດຂອງພຣະອົງ ແລະ ເຂົ້າໃຈເຖິງຄວາມລຶກລັບທີ່ເຂົາບໍ່ອາດສາມາດເຂົ້າໃຈໄດ້. ພາລະກິດດັ່ງກ່າວຍັງສາມາດເຮັດໃຫ້ມະນຸດຮັບຮູ້ ແລະ ຮູ້ຈັກແກ່ນແທ້ທີ່ເສື່ອມຊາມຂອງເຂົາ ແລະ ຕົ້ນຕໍຂອງຄວາມເສື່ອມຊາມຂອງຕົນ ພ້ອມທັງຄົ້ນພົບຄວາມໜ້າລັງກຽດຂອງມະນຸດອີກດ້ວຍ. ຜົນກະທົບເຫຼົ່ານີ້ແມ່ນເກີດຂຶ້ນໂດຍພາລະກິດແຫ່ງການພິພາກສາທັງໝົດ ເພາະວ່າແກ່ນແທ້ຂອງພາລະກິດນີ້ຄືພາລະກິດແຫ່ງການເປີດເຜີຍຄວາມເປັນຈິງ, ຫົນທາງ ແລະ ຊີວິດຂອງພຣະເຈົ້າ ໃຫ້ກັບຜູ້ທີ່ມີຄວາມສັດທາໃນພຣະອົງແທ້ໆ. ພາລະກິດນີ້ແມ່ນພາລະກິດແຫ່ງການພິພາກສາທີ່ພຣະເຈົ້າໄດ້ປະຕິບັດ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຣິດປະຕິບັດພາລະກິດແຫ່ງການພິພາກສາດ້ວຍຄວາມຈິງ).

ແລ້ວເອື້ອຍຊູຊານກໍສືບຕໍ່ສົນທະນາວ່າ: “ໃນຍຸກສຸດທ້າຍ, ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ສະແດງຄວາມຈິງເພື່ອປະຕິບັດພາລະກິດແຫ່ງການພິພາກສາ. ພຣະອົງໄດ້ສະແດງຄວາມຈິງທັງໝົດເພື່ອຊໍາລະລ້າງ ແລະ ຊ່ວຍໃຫ້ມະນຸດຊາດລອດພົ້ນຢ່າງສົມບູນ ແລະ ເປີດເຜີຍຄວາມລຶກລັບຂອງພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າ. ພຣະອົງເປີດເຜີຍແກ່ນແທ້ ແລະ ຄວາມຈິງແຫ່ງຄວາມເສື່ອມຊາມຂອງມະນຸດຊາດທີ່ກໍ່ຂຶ້ນໂດຍຊາຕານ ແລະ ເປີດໂປງ ແລະ ຜ່າທໍາມະຊາດແບບຊາຕານທີ່ຕໍ່ຕ້ານພຣະເຈົ້າຂອງພວກເຮົານັ້ນອອກ, ບອກພວກເຮົາວ່າ ແມ່ນຫຍັງຄືອຸປະນິໄສ ແລະ ພິດຂອງຊາຕານທີ່ຢູ່ໃນທໍາມະຊາດຂອງພວກເຮົາ, ແມ່ນຫຍັງຄືສະພາວະ ແລະ ຄວາມຄິດອັນເສື່ອມຊາມທີ່ເກີດຈາກພິດເຫຼົ່ານີ້ຂອງຊາຕານ ແລະ ຈະແກ້ໄຂສິ່ງເຫຼົ່ານີ້ໄດ້ແນວໃດ. ພຣະທໍາຂອງພຣະເຈົ້າຍັງຊີ້ແຈງເຖິງຄວາມຈິງທຸກດ້ານ ລວມເຖິງແມ່ນຫຍັງຄືການຍິນຍອມຕໍ່ພຣະເຈົ້າ. ແມ່ນຫຍັງຄືຄວາມຮັກທີ່ແທ້ຈິງສໍາລັບພຣະເຈົ້າ ແລະ ການເປັນຄົນທີ່ຊື່ສັດ. ພຣະທຳຂອງພຣະເຈົ້າສະແດງໃຫ້ເຫັນເຖິງຫົນທາງທີ່ຈະໂຍນຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຮົາ ແລະ ບັນລຸຄວາມລອດພົ້ນຢ່າງສົມບູນ. ພຣະທຳເຫຼົ່ານັ້ນຍັງເປີດເຜີຍອຸປະນິໄສທີ່ບໍລິສຸດ, ຊອບທໍາ ແລະ ບໍ່ສາມາດລ່ວງເກີນໄດ້ຂອງພຣະເຈົ້າຕໍ່ມະນຸດຊາດ. ໂດຍຜ່ານການພິພາກສາ ແລະ ການຂ້ຽນຕີຈາກພຣະທໍາຂອງພຣະເຈົ້າ, ພວກເຮົາຈຶ່ງສາມາດເຂົ້າໃຈຄວາມຈິງໄດ້ເທື່ອລະໜ້ອຍ ແລະ ມາເຂົ້າໃຈແກ່ນແທ້ ແລະ ຄວາມຈິງຂອງຄວາມເສື່ອມຊາມຂອງພວກເຮົາທີ່ເກີດຈາກຊາຕານ. ແລ້ວພວກເຮົາກໍຈະກຽດຊັງທີ່ຊາຕານເຮັດໃຫ້ພວກເຮົາເສື່ອມຊາມຢ່າງຮຸນແຮງ, ກົ້ມລົງຕໍ່ໜ້າພຣະເຈົ້າ ແລະ ກັບໃຈ ແລະ ໃຫ້ຄວາມສຳຄັນກັບການປະຕິບັດຄວາມຈິງ. ອຸປະນິໄສທີ່ເສື່ອມຊາມຂອງພວກເຮົາສາມາດຖືກຊໍາລະລ້າງ ແລະ ປ່ຽນແປງໄດ້ຢ່າງຊ້າໆ ແລະ ພວກເຮົາສາມາດໄດ້ຮັບຄວາມເຄົາລົບນັບຖື ແລະ ຄວາມເຊື່ອຟັງບາງຢ່າງສໍາລັບພຣະເຈົ້າ. ແລ້ວພວກເຮົາກໍຈະເຮັດບາບ ແລະ ຕໍ່ຕ້ານພຣະເຈົ້າໜ້ອຍລົງເລື້ອຍໆ”. ເອື້ອຍຊູຊານຍັງໄດ້ແບ່ງປັນປະສົບການສ່ວນຕົວຂອງລາວກັບຂ້າພະເຈົ້າອີກດ້ວຍ. ລາວບອກວ່າລາວຄິດຢູ່ສະເໝີວ່າ ລາວມີຄວາມສາມາດຫຼາຍກວ່າຄົນອື່ນ, ລາວເອົາແຕ່ໃຈຕົວເອງໃນທຸກສິ່ງ ແລະ ບັງຄັບໃຫ້ຜູ້ຄົນຍອມຮັບມຸມມອງຂອງຕົນເອງ. ລາວຈະກີດກັ້ນ ແລະ ຕໍ່ວ່າຄົນໃດກໍຕາມທີ່ບໍ່ເຫັນດີກັບລາວ. ມັນເຈັບປວດ ແລະ ອຶດອັດສໍາລັບຄົນອື່ນໆ. ຜ່ານການພິພາກສາ ແລະ ການເປີດເຜີຍໃນພຣະທໍາຂອງພຣະເຈົ້າ ລາວຮູ້ວ່າລາວດຳລົງຊີວິດໂດຍກົດເກນຂອງຊາຕານ ແລະ ເຫດຜົນທີ່ວ່າ “ມີພຽງແຕ່ຂ້ອຍເທົ່ານັ້ນທີ່ມີອໍານາດສູງສຸດ” ແລະ “ໂລກກໍຜັນປ່ຽນຍ້ອນຕົວຂ້ອຍ”. ລາວອວດດີຢ່າງບໍ່ໜ້າເຊື່ອ ແລະ ບໍ່ຍອມກົ້ມຫົວໃຫ້ຜູ້ໃດ, ມີແຕ່ຢາກໃຫ້ຄົນອື່ນປະຕິບັດຕາມ ແລະ ເຊື່ອຟັງແນວຄວາມຄິດຂອງລາວຄືກັບວ່າສິ່ງນັ້ນເປັນຄວາມຈິງ. ລາວບໍ່ມີຄວາມເຄົາລົບຫຍັງຕໍ່ພຣະເຈົ້າ ແລະ ບໍ່ມີເຫດຜົນຫຍັງທັງສິ້ນ. ສິ່ງນີ້ເຮັດໃຫ້ພຣະເຈົ້າລັງກຽດ ແລະ ເຮັດໃຫ້ຜູ້ຄົນກຽດຊັງ. ລາວຕ້ອງການໃຫ້ຄົນອື່ນຟັງລາວຢູ່ສະເໝີ ແລະ ນັ້ນກໍຄືຕົວຢ່າງຂອງອຸປະນິໄສອັນຊົ່ວຊ້າ. ຊາຕານອວດດີ ແລະ ຫຼອກລວງ, ຕ້ອງການຢາກມີຖານະເທົ່າທຽມກັບພຣະເຈົ້າສະເໝີ. ມັນຕ້ອງການຄວບຄຸມມະນຸດ, ໃຫ້ຜູ້ຄົນຟັງມັນ ແລະ ເຄົາລົບມັນ ແລະ ດ້ວຍເຫດນັ້ນ ມັນຈຶ່ງຖືກພຣະເຈົ້າສາບແຊ່ງ. ລາວຮູ້ສຶກຢ້ານອີກຄັ້ງ ເມື່ອລາວຮູ້ຈັກທໍາມະຊາດ ແລະ ຜົນຕາມມາຂອງບັນຫາດັ່ງກ່າວ ແລ້ວລາວກໍເລີ່ມກຽດຊັງຕົນເອງ ແລະ ໃສ່ໃຈໃນການປະຕິບັດຄວາມຈິງ. ລາວເລີ່ມຖ່ອມຕົວຫຼາຍຂຶ້ນ ເມື່ອລາວພົວພັນກັບຄົນອື່ນ. ລາວບໍ່ດູຖູກພວກເຂົາ ແລະ ບໍ່ບັງຄັບພວກເຂົາອີກຕໍ່ໄປຄືກັບທີ່ລາວເຄີຍເຮັດຜ່ານມາ. ລາວສາມາດຍອມຮັບມັນໄດ້ຫຼາຍຂຶ້ນ ເມື່ອຄົນອື່ນເປັນຝ່າຍຖືກ, ເມື່ອແນວຄວາມຄິດຂອງພວກເຂົາສອດຄ່ອງກັບຄວາມຈິງ ແລະ ລາວເຂົ້າກັບຄົນອື່ນໄດ້ດີຂຶ້ນຫຼາຍ. ຫົວໃຈຂອງຂ້າພະເຈົ້າເບີກບານ ເມື່ອໄດ້ຍິນລາວສົນທະນາກ່ຽວກັບພຣະທໍາຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ປະສົບການຂອງລາວ. ຂ້າພະເຈົ້າໄດ້ຮຽນຮູ້ວ່າ ພຣະເຈົ້າກຳລັງກ່າວພຣະທໍາເພື່ອພິພາກສາ ແລະ ຊໍາລະລ້າງອຸປະນິໄສທີ່ເສື່ອມຊາມຂອງພວກເຮົາ. ການທີ່ພຣະເຈົ້າປະຕິບັດພາລະກິດດ້ວຍວິທີນີ້ເພື່ອຊ່ວຍພວກເຮົາໃຫ້ລອດພົ້ນແມ່ນມີປະໂຫຍດຫຼາຍ! ຂ້າພະເຈົ້າເຊື່ອມາຫຼາຍປີ, ແຕ່ບໍ່ສາມາດໜີພົ້ນຈາກພັນທະນາການຂອງຄວາມບາບ. ຂ້າພະເຈົ້າດຳລົງຊີວິດຢູ່ກັບຄວາມເຈັບປວດທີ່ໂຫດຮ້າຍ, ແຕ່ໃນທີ່ສຸດ ຂ້າພະເຈົ້າກໍໄດ້ພົບເສັ້ນທາງ!

ຫຼັງຈາກນັ້ນ ຂ້າພະເຈົ້າກໍໄດ້ເລີ່ມອ່ານພຣະທໍາຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ເບິ່ງຮູບເງົາຂ່າວປະເສີດ ແລະ ຟັງເພງນະມັດສະການຈາກຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຢູ່ໃນແອັບໂທລະສັບທຸກໆມື້. ຂ້າພະເຈົ້າຍັງໄດ້ເຂົ້າຮ່ວມຊຸມນຸມກັບບັນດາອ້າຍເອື້ອຍນ້ອງ ເພື່ອສົນທະນາກ່ຽວກັບພຣະທໍາຂອງພຣະເຈົ້າ. ຂ້າພະເຈົ້າສາມາດຮູ້ສຶກເຖິງພາລະກິດ ແລະ ການນໍາພາຂອງພຣະວິນຍານບໍລິສຸດຢ່າງແທ້ຈິງ. ຂ້າພະເຈົ້າໄດ້ເຂົ້າໃຈເຖິງຄວາມລຶກລັບ ແລະ ຄວາມຈິງຫຼາຍຢ່າງທີ່ຂ້າພະເຈົ້າບໍ່ເຄີຍຮູ້ຕະຫຼອດຫຼາຍປີທີ່ຂ້າພະເຈົ້າເຊື່ອ. ຂ້າພະເຈົ້າມີຄວາມສຸກກັບມັນແທ້ໆ. ຂ້າພະເຈົ້າຮູ້ດີວ່າ ພຣະເຈົ້າອົງຊົງລິດທານຸພາບສູງສຸດຄືພຣະເຢຊູເຈົ້າທີ່ສະເດັດກັບຄືນມາ!

ຫຼັງຈາກນັ້ນ ຂ້າພະເຈົ້າກໍໄດ້ອ່ານພຣະທໍາຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຫຼາຍຂຶ້ນ ແລະ ໄດ້ຮັບຄວາມເຂົ້າໃຈບາງຢ່າງກ່ຽວກັບອຸປະນິໄສທີ່ອວດດີຂອງຂ້າພະເຈົ້າ. ຂ້າພະເຈົ້າເຫັນວ່າ ຂ້າພະເຈົ້າຈອງຫອງ ແລະ ມັກຕໍານິຄົນອື່ນ ແລະ ນັ້ນແມ່ນຂ້າພະເຈົ້າກຳລັງເປີດເຜີຍອຸປະນິໄສແບບຊາຕານຂອງຂ້າພະເຈົ້າ. ນັ້ນຄືສິ່ງທີ່ພຣະເຈົ້າກຽດຊັງ. ຂ້າພະເຈົ້າອະທິຖານຕໍ່ພຣະເຈົ້າເພື່ອກັບໃຈ. ຂ້າພະເຈົ້າບໍ່ຕ້ອງການທີ່ຈະເຮັດຕາມອຸປະນິໄສແບບຊາຕານອີກຕໍ່ໄປ ຫຼື ໃສ່ໃຈກັບບັນຫາຂອງຄົນອື່ນຢູ່ສະເໝີ. ມັນຊ່າງບໍ່ມີເຫດຜົນຫຼາຍ. ເມື່ອຂ້າພະເຈົ້າເຫັນຜົວຂອງຂ້າພະເຈົ້າກຳລັງຫຼິ້ນເກມ ຫຼື ເຮັດສິ່ງໃດກໍຕາມທີ່ຂ້າພະເຈົ້າບໍ່ມັກ, ຂ້າພະເຈົ້າຈະອະທິຖານຫາພຣະເຈົ້າເພື່ອເຮັດໃຫ້ຫົວໃຈຂອງຂ້າພະເຈົ້າສະຫງົບລົງ ເພື່ອວ່າຂ້າພະເຈົ້າຈະໄດ້ເວົ້າກັບລາວຢ່າງໃຈເຢັນ. ມື້ໜຶ່ງ, ຜົວຂອງຂ້າພະເຈົ້າເວົ້າກັບຂ້າພະເຈົ້າໂດຍທັນທີທັນໃດວ່າ “ເຈົ້າປ່ຽນໄປ! ເຈົ້າແຕກຕ່າງ ນັບຕັ້ງແຕ່ເຈົ້າເລີ່ມເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສູງສຸດ ເຈົ້າບໍ່ໃຈຮ້າຍ ຫຼື ຕໍານິຂ້ອຍຄືກັບທີ່ເຈົ້າເຄີຍເຮັດ ແລະ ເຈົ້າສາມາດເປີດໃຈລົມກັນ ເມື່ອມີບາງຢ່າງເກີດຂຶ້ນ”. ຂ້າພະເຈົ້າຂອບຄຸນພຣະເຈົ້າຄັ້ງແລ້ວຄັ້ງເລົ່າພາຍໃນຫົວໃຈຂອງຂ້າພະເຈົ້າ. ຂ້າພະເຈົ້າຮູ້ວ່າທຸກສິ່ງທີ່ຂ້າພະເຈົ້າໄດ້ບັນລຸແມ່ນຜ່ານພຣະທໍາຂອງພຣະເຈົ້າ. ສິ່ງທີ່ເຮັດໃຫ້ຂ້າພະເຈົ້າປະຫຼາດໃຈແທ້ໆກໍຄື ເມື່ອຜົວຂອງຂ້າພະເຈົ້າເຫັນການປ່ຽນແປງໃນຕົວຂ້າພະເຈົ້າ, ລາວກໍເລີ່ມອ່ານພຣະທໍາຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດເຊັ່ນດຽວກັນ ແລະ ລາວກໍຍອມຮັບພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າ. ຫຼັງຈາກນັ້ນ ຜົວຂອງຂ້າພະເຈົ້າໄດ້ຮັບຮູ້ຜ່ານທາງພຣະທໍາຂອງພຣະເຈົ້າວ່າ ເກມອອນລາຍເປັນໜຶ່ງໃນວິທີຂອງຊາຕານເພື່ອລໍ້ລວງ, ຄວບຄຸມ ແລະ ເຮັດໃຫ້ຜູ້ຄົນເສື່ອມຊາມ. ລາວເລີ່ມເຂົ້າໃຈແກ່ນແທ້ ແລະ ຄວາມອັນຕະລາຍຂອງການຫຼິ້ນເກມອອນລາຍ ແລະ ລາວບໍ່ຖືກພວກມັນສະກົດຈິດອີກຕໍ່ໄປ. ພວກເຮົາບໍ່ໂຕ້ຖຽງກັນອີກຕໍ່ໄປ. ພວກເຮົາອ່ານພຣະທໍາຂອງພຣະເຈົ້າຮ່ວມກັນຫຼາຍຄັ້ງ ແລະ ສົນທະນາກັນເອງ. ເມື່ອພວກເຮົາພົບກັບຄວາມຫຍຸ້ງຍາກ ຫຼື ບັນຫາ, ພວກເຮົາກໍສະແຫວງຫາຄວາມຈິງຈາກພຣະທໍາຂອງພຣະເຈົ້າ ເພື່ອຊອກຫາຫົນທາງແກ້ໄຂ. ຂ້າພະເຈົ້າຮູ້ສຶກຢ່າງແທ້ຈິງວ່າ ພາລະກິດແຫ່ງການພິພາກສາຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນສິ່ງທີ່ຂ້າພະເຈົ້າຕ້ອງການຢ່າງແທ້ຈິງ ແລະ ມັນສໍາຄັນເພື່ອຊໍາລະລ້າງພວກເຮົາ ແລະ ຊ່ວຍພວກເຮົາໃຫ້ລອດພົ້ນຢ່າງສົມບູນ. ໃນທີ່ສຸດ ຂ້າພະເຈົ້າກໍພົບຫົນທາງທີ່ຈະໄດ້ຮັບການຊໍາລະລ້າງ ແລະ ເຂົ້າສູ່ອານາຈັກສະຫວັນ. ຂອບຄຸນພຣະເຈົ້າອົງຊົງລິດທານຸພາບສູງສຸດ!

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ການສົນໃຈເລື່ອງເລົ່າລືເກືອບເຮັດໃຫ້ຂ້ານ້ອຍພາດຄວາມລອດພົ້ນແຫ່ງຍຸກສຸດທ້າຍຂອງພຣະເຈົ້າ

ໂດຍ ສຽວຫຼິງ, ຮົງກົງ ໝາຍເຫດຈາກຜູ້ກວດແກ້: ພຣະເຢຊູເຈົ້າຊົງກ່າວໄວ້ວ່າ: “ພຣະເຢຊູໄດ້ກ່າວກັບເຂົາວ່າ ເຮົາເປັນຫົນທາງ, ຄວາມຈິງ ແລະ ຊີວິດ” (ໂຢຮັນ...

ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ນຳພາຂ້ານ້ອຍເຂົ້າສູ່ເສັ້ນທາງແຫ່ງການໄດ້ຮັບການຊຳລະລ້າງ

ໂດຍ ກັງກີຢາງ, ສະຫະລັດອາເມຣິກາ ຂ້າພະເຈົ້າມາປະເທດສິງກາໂປດ້ວຍຕົວເອງໃນປີ 2007 ເພື່ອພະຍາຍາມຫາລ້ຽງຊີບ. ສິງກະໂປນັ້ນຮ້ອນຕະຫຼອດປີແທ້ໆ, ດັ່ງນັ້ນ...