ຂ້ອຍມາຢູ່ກັບພຣະຜູ້ເປັນເຈົ້າອີກຄັ້ງ

19 ເດືອນມີນາ 2022

ໂດຍ ລີລານ, ເກົາຫຼີໃຕ້

ພຣະເຈົ້າອົງຊົງລິດທານຸພາບສູງສຸດກ່າວວ່າ: “ພຣະຄຣິດແຫ່ງຍຸກສຸດທ້າຍນໍາພາຊີວິດ ແລະ ນໍາພາຫົນທາງແຫ່ງຄວາມຈິງທີ່ຍືນນານ ແລະ ບໍ່ສິ້ນສຸດ. ຄວາມຈິງນີ້ແມ່ນເສັ້ນທາງທີ່ມະນຸດຈະໄດ້ຮັບຊີວິດ ແລະ ມັນເປັນເສັ້ນທາງດຽວທີ່ມະນຸດຈະຮູ້ຈັກພຣະເຈົ້າ ແລະ ເສັ້ນທາງທີ່ພຣະເຈົ້າເຫັນດີນໍາ. ຖ້າເຈົ້າບໍ່ສະແຫວງຫາຫົນທາງແຫ່ງຊີວິດທີ່ພຣະຄຣິດແຫ່ງຍຸກສຸດທ້າຍມອບໃຫ້ ແລ້ວເຈົ້າຈະບໍ່ໄດ້ຮັບການເຫັນດີຂອງພຣະເຢຊູຈັກເທື່ອ ແລະ ບໍ່ມີຄຸນສົມບັດໃນການເຂົ້າປະຕູຂອງອານາຈັກສະຫວັນຈັກເທື່ອ ຍ້ອນເຈົ້າເປັນທັງຫຸ່ນ ແລະ ນັກໂທດຂອງປະຫວັດສາດ. ຄົນເຫຼົ່ານັ້ນທີ່ຖືກຄວບຄຸມໂດຍຂໍ້ບັງຄັບ, ໂດຍຕົວໜັງສື ແລະ ຖືກປະຫວັດສາດໃສ່ໂສ້ ຈະບໍ່ສາມາດຮັບຊີວິດຈັກເທື່ອ ແລະ ຈະບໍ່ຮັບຫົນທາງແຫ່ງຊີວິດຕະຫຼອດໄປ. ນີ້ກໍຍ້ອນວ່າ ທຸກສິ່ງທີ່ພວກເຂົາມີແມ່ນນໍ້າສົກກະປົກທີ່ຂັງຢູ່ເປັນເວລາຫຼາຍພັນປີ ແທນທີ່ຈະເປັນນໍ້າແຫ່ງຊີວິດທີ່ຫຼັງໄຫລມາຈາກບັນລັງ... ຂັ້ນຕອນໃນພາລະກິດຂອງພຣະເຈົ້າກວ້າງໃຫຍ່ ແລະ ຍິ່ງໃຫຍ່ ຄືກັບຄື້ນທະເລທີ່ຍື່ງຂຶ້ນ ແລະ ສຽງຟ້າຮ້ອງທີ່ດັງສະນັ້ນ, ແຕ່ເຈົ້ານັ່ງ ແລະ ລໍຖ້າຄວາມພິນາດໂດຍບໍ່ດີ້ນຮົນ, ຍຶດໝັ້ນໃນຄວາມໂງ່ຂອງເຈົ້າ ແລະ ບໍ່ເຮັດຫຍັງເລີຍ. ດ້ວຍວິທີນີ້ ເຈົ້າຈະສາມາດຖືກພິຈາລະນາໃຫ້ເປັນຄົນທີ່ຕິດຕາມບາດຍ່າງຂອງພຣະເມສານ້ອຍໄດ້ແນວໃດ? ເຈົ້າຈະສາມາດພິສູດຄວາມຖືກຕ້ອງຂອງພຣະເຈົ້າທີ່ເຈົ້າຍຶດໝັ້ນວ່າເປັນພຣະເຈົ້າທີ່ໃໝ່ຢູ່ສະເໝີ ແລະ ບໍ່ເກົ່າເລີຍໄດ້ແນວໃດ? ພຣະທຳຂອງໜັງສືຫົວສີເຫຼືອງຂອງເຈົ້າຈະນໍາພາເຈົ້າເຂົ້າສູ່ຍຸກໃໝ່ໄດ້ແນວໃດ? ພຣະທໍາເຫຼົ່ານັ້ນຈະນໍາພາເຈົ້າໃຫ້ສະແຫວງຫາຂັ້ນຕອນໃນພາລະກິດຂອງພຣະເຈົ້າໄດ້ແນວໃດ? ພຣະທໍານັ້ນຈະນໍາເຈົ້າຂຶ້ນສູ່ແຜ່ນດິນສະຫວັນໄດ້ແນວໃດ? ສິ່ງທີ່ເຈົ້າມີຢູ່ໃນມືຂອງເຈົ້າແມ່ນຕົວໜັງສືທີ່ສາມາດສະໜອງພຽງແຕ່ເຄື່ອງປອບໃຈຊົ່ວຄາວ, ບໍ່ແມ່ນຄວາມຈິງທີ່ສາມາດໃຫ້ຊີວິດໄດ້. ຂໍ້ພຣະທຳທີ່ເຈົ້າອ່ານສາມາດພຽງແຕ່ໃຫ້ເຈົ້າເພີ່ມພູນລີ້ນຂອງເຈົ້າ ແລະ ບໍ່ແມ່ນພຣະທຳແຫ່ງປັດສະຍາທີ່ສາມາດຊ່ວຍໃຫ້ເຈົ້າຮູ້ຈັກຊີວິດຂອງມະນຸດ, ຢ່າວ່າແຕ່ຫົນທາງທີ່ສາມາດນໍາພາເຈົ້າໄປສູ່ຄວາມສົມບູນເລີຍ. ຄວາມບໍ່ກົງກັນນີ້ບໍ່ໄດ້ເຮັດໃຫ້ເຈົ້າໄຕ່ຕອງແດ່ບໍ? ມັນບໍ່ໄດ້ເຮັດໃຫ້ເຈົ້າຮູ້ຈັກເຖິງສິ່ງລຶກລັບທີ່ຢູ່ພາຍໃນບໍ? ເຈົ້າສາມາດນໍາພາຕົນເອງໄປສະຫວັນເພື່ອພົບກັບພຣະເຈົ້າດ້ວຍຕົນເອງບໍ? ຖ້າປາສະຈາກການມາຂອງພຣະເຈົ້າ, ເຈົ້າຈະສາມາດນໍາຕົວເອງເຂົ້າສູ່ສະຫວັນເພື່ອມີຄວາມສຸກແບບຄອບຄົວດຽວກັນກັບພຣະເຈົ້າບໍ? ໃນຕອນນີ້ ເຈົ້າຍັງກຳລັງຝັນຢູ່ບໍ? ດ້ວຍເຫດນັ້ນ ເຮົາຂໍແນະນໍາໃຫ້ເຈົ້າຢຸດຝັນ ແລະ ເບິ່ງວ່າ ແມ່ນໃຜທີ່ກຳລັງປະຕິບັດພາລະກິດໃນຕອນນີ້, ເບິ່ງວ່າໃຜທີ່ກຳລັງປະຕິບັດພາລະກິດໃນການຊ່ວຍມະນຸດໃນຍຸກສຸດທ້າຍ. ຖ້າເຈົ້າບໍ່ຢຸດ, ເຈົ້າຈະບໍ່ໄດ້ຮັບຄວາມຈິງຈັກເທື່ອ ແລະ ຈະບໍ່ໄດ້ຮັບຊີວິດອີກຕໍ່ໄປ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງແຕ່ພຣະຄຣິດແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດມອບຫົນທາງແຫ່ງຊີວິດຊົ່ວນິດນິລັນໃຫ້ກັບມະນຸດໄດ້). ພຣະທຳເຫຼົ່ານີ້ຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ເຮັດໃຫ້ຂ້ອຍຄິດເຖິງຄວາມເຊື່ອຂອງຂ້ອຍໃນອະດີດ. ຍ້ອນຂ້ອຍຍຶດຕິດກັບແນວຄິດທາງສາສະໜາ ແລະ ພຣະທຳໃນພຣະຄຳພີ ຂ້ອຍເກືອບຈະພາດຄວາມລອດພົ້ນຂອງພຣະເຈົ້າໃນຍຸກສຸດທ້າຍ. ພຣະເຈົ້າໃຊ້ວິທີທີ່ໜ້າອັດສະຈັນແທ້ໆ ເພື່ອຊ່ວຍໃຫ້ຂ້ອຍໂຊກດີທີ່ໄດ້ຍິນສຽງຂອງພຣະອົງ ແລະ ຕ້ອນຮັບການກັບຄືນມາຂອງພຣະຜູ້ເປັນເຈົ້າ.

ເຊົ້າມື້ໜຶ່ງເມື່ອສອງສາມປີກ່ອນ, ຂ້ອຍຕື່ນຂ້ອນຂ້າງເຊົ້າ. ຂ້ອຍເປີດພຣະຄຳພີທີ່ຢູ່ຂ້າງຕຽງຂອງຂ້ອຍ ແລະ ອ່ານກ່ຽວກັບພຣະເຢຊູເຈົ້າຕໍ່ວ່າພວກຟາຣີຊາຍ: “ແລ້ວພຣະເຢຊູກໍເຂົ້າໄປໃນພຣະວິຫານຂອງພຣະເຈົ້າ ແລະ ຂັບໄລ່ທຸກຄົນທີ່ຊື້ ແລະ ຂາຍຢູ່ໃນພຣະວິຫານ, ແລະ ຂວ້ຳໂຕະຂອງຄົນແລກປ່ຽນເງິນ ແລະ ບ່ອນນັ່ງຂອງຄົນທີ່ຂາຍນົກເຂົາ ແລະ ເວົ້າຕໍ່ພວກເຂົາວ່າ ມັນຖືກຂຽນໄວ້ວ່າ ເຮືອນຂອງເຮົາຈະຖືກເອີ້ນວ່າ ເຮືອນແຫ່ງການອະທິຖານ; ແຕ່ພວກເຈົ້າໄດ້ເຮັດໃຫ້ມັນກາຍເປັນຖ້ຳຂອງຄົນຂີ້ລັກ(ມັດທາຍ 21:12-13). ຂ້ອຍຄິດວ່າ ຂ້ອຍເສົ້າໃຈເລັກໜ້ອຍໃນຕອນນັ້ນ. ຂ້ອຍຮູ້ສຶກຄືກັບວ່າສະຖານະພາບປັດຈຸບັນຂອງຄຣິສຕະຈັກ ເປັນຄືກັນກັບພຣະວິຫານໃນຕອນທ້າຍຂອງຍຸກແຫ່ງພຣະບັນຍັດ. ສິດຍາພິບານ ແລະ ຜູ້ອາວຸໂສໃນຄຣິສຕະຈັກຈະເວົ້າຕະຫຼອດເວລາວ່າ ຜູ້ທີ່ເຊື່ອຄວນຮັກກັນແລະກັນ ຢ່າງໃດກໍຕາມ, ແມ່ນພວກເຂົາເອງທີ່ຕໍ່ສູ້ ແລະ ໂຕ້ຖຽງກັນກ່ຽວກັບເລື່ອງຖວາຍບູຊາຢູ່ສະເໝີ. ພວກເຂົາເຖິງກັບຍອມຮັບສິນບົນເພື່ອແລກກັບການອະທິຖານ ແລະ ບາງຄັ້ງກໍກຳນົດວ່າພວກເຂົາຈະອະທິຖານດົນປານໃດ ໂດຍອີງຕາມສັນຍາວ່າພວກເຂົາຈະໄດ້ຮັບຄ່າຈ້າງຫຼາຍປານໃດ. ສະມາຊິກຂອງຄຣິສຕະຈັກສ່ວນຫຼາຍອ່ອນແອ ແລະ ມີໜ້ອຍຄົນທີ່ຈະມາຮ່ວມການຊຸມນຸມ ສິດຍາພິບານ ແລະ ຜູ້ອາວຸໂສຂາດຄວາມກະຕືລືລົ້ນໃນການເທດສະໜາຂອງຕົນ, ແລະ ບໍ່ໄດ້ສະແຫວງຫາວິທີລ້ຽງດູຝູງສັດຂອງພຣະຜູ້ເປັນເຈົ້າ, ແຕ່ພວກເຂົາບໍ່ເຄີຍເມື່ອຍຈາກການເຮັດພິທີແຕ່ງດອງໃຫ້ກັບຜູ້ທີ່ເຊື່ອ. ຄຣິສຕະຈັກຄວນເປັນບ່ອນນະມັດສະການ, ແຕ່ມັນໄດ້ກາຍເປັນສະຖານທີ່ແຕ່ງດອງ. ຂ້ອຍຄິດກັບຕົວເອງວ່າ, “ສິດຍາພິບານໄດ້ຫຼົງທາງຈາກຫົນທາງຂອງພຣະຜູ້ເປັນເຈົ້າ. ຄຣິສຕະຈັກໃນປັດຈຸບັນກໍມີຄວາມຮູ້ສຶກທາງໂລກ. ມັນເປັນຄືກັບຕອນທ້າຍຂອງຍຸກແຫ່ງພຣະບັນຍັດ ເມືອພຣະວິຫານເປົ່າປ່ຽວ. ດັ່ງນັ້ນ, ເມື່ອພຣະຜູ້ເປັນເຈົ້າກັບຄືນມາ ພຣະອົງຈະປາກົດຕົວກັບຄຣິສຕະຈັກແບບນີ່ບໍ?”

ໃນຂະນະທີ່ຂ້ອຍກຳລັງຄິດເລື່ອງນີ້ຢູ່, ສຽງເຕືອນໃນໂທລະສັບຂອງຂ້ອຍກໍດັງຂຶ້ນ ແລະ ເມື່ອຂ້ອຍມອດມັນ, ຂ້ອຍສັງເກດເຫັນວ່າ ມີຄຳແນະນຳໃຫ້ເບິ່ງວີດີໂອຢູທູບ ທີ່ຂ້ອຍໄດ້ຮັບ ຈາກຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ຂ້ອຍງົງໄປໝົດ. ຂ້ອຍບໍ່ເຄີຍເຫັນຊ່ອງຂອງຄຣິສຕະຈັກ ຫຼື ຕິດຕາມຊ່ອງດັ່ງກ່າວເລີຍ, ແລ້ວເປັນຫຍັງຂ້ອຍຈຶ່ງໄດ້ຮັບການແຈ້ງເຕືອນນັ້ນ? ຈາກນັ້ນ ຂ້ອຍກໍຈື່ໄດ້ວ່າປະມານໜຶ່ງເດືອນກ່ອນເພື່ອນຂ້ອຍຄົນໜຶ່ງໄດ້ພາຂ້ອຍໄປຟັງການເທດສະໜາຢູ່ທີ່ນັ້ນ. ມັນເຮັດໃຫ້ຂ້ອຍປະທັບໃຈຫຼາຍ, ມັນເປັນສິ່ງໃໝ່ ແລະ ໃຫ້ຄວາມສະຫວ່າງແທ້ໆ. ມັນເປັນປະໂຫຍດ. ຂ້ອຍຢາກໄດ້ຍິນເພີ່ມເຕີມກ່ຽວກັບມັນ ແຕ່ພວກເຂົາທຸກຄົນຢືນຢັນວ່າອົງພຣະເຢຊູເຈົ້າໄດ້ກັບຄືນມາແລ້ວ, ວ່າພຣະອົງກຳລັງສະແດງຄວາມຈິງຫຼາຍຢ່າງ ແລະ ກຳລັງປະຕິບັດການພິພາກສາໃນຍຸກສຸດທ້າຍ ແລະ ໜັງສືພຣະທໍາປາກົດໃນຮ່າງກາຍບັນຈຸພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ພວກເຂົາເວົ້າວ່າ ໃນການຊຸມນຸມທັງໝົດຂອງພວກເຂົາ, ພວກເຂົາຈະສົນທະນາເຖິງພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ຂ້ອຍບໍ່ສາມາດຈັບກົກຊົນປາຍໄດ້. ສິດຍາພິບານ ແລະ ຜູ້ອາວຸໂສບອກພວກເຮົາສະເໝີວ່າ ພຣະທຳ ແລະ ພາລະກິດຂອງພຣະເຈົ້າທັງໝົດຢູ່ໃນພຣະຄຳພີ ແລະ ພຣະທຳ ແລະ ພາລກິດຂອງພຣະອົງບໍ່ມີຢູ່ນອກພຣະຄຳພີ. ແລ້ວພວກເຂົາສາມາດຢືນຢັນໄດ້ແນວໃດວ່າພຣະຜູ້ເປັນເຈົ້າໄດ້ກ່າວພຣະທຳໃໝ່? ຜູ້ເຊື່ອທຸກລຸ້ນອີງໃສ່ຄວາມເຊື່ອຂອງຕົນໃນພຣະຄຳພີ. ການເຊື່ອໃນພຣະຜູ້ເປັນເຈົ້າແມ່ນການເຊື່ອໃນພຣະຄຳພີ. ສິ່ງອື່ນໆຈະສາມາດເປັນຄວາມເຊື່ອໃນພຣະຜູ້ເປັນເຈົ້າໄດ້ແນວໃດ? ທຸກຄັ້ງທີ່ເພື່ອນຂອງຂ້ອຍຂໍໃຫ້ຂ້ອຍໄປຟັງການເທດສະໜາອີກຢູ່ຄຣິສຕະຈັກ, ຂ້ອຍກໍຈະປະຕິເສດ. ເພາະສະນັ້ນ, ເມື່ອຂ້ອຍເຫັນລິ້ງນັ້ນຈາກຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນໂທລະສັບຂອງຂ້ອຍ, ຂ້ອຍຈຶ່ງບໍ່ໄດ້ກົດເບິ່ງ.

ແຕ່ທີ່ເຮັດໃຫ້ຂ້ອຍປະຫຼາດໃຈກໍຄືຫຼາຍມື້ຕໍ່ມາ ຂ້ອຍຈະໄດ້ຮັບເປັນປະຈຳ ຄຳແນະນຳຢູ່ທູບສຳລັບໜັງ ແລະ ເພງນະມັດສະການຈາກຊ່ອງຂອງຄຣິສຕະຈັກ. ແລະ ຂ້ອຍຄິດວ່າ “ຂ້ອຍບໍ່ໄດ້ຕິດຕາມຊ່ອງຂອງພວກເຂົາ ແຕ່ຂ້ອຍຍັງສືບຕໍ່ໄດ້ຮັບການແຈ້ງເຕືອນເຫຼົ່ານີ້. ບາງທີ ພຣະຜູ້ເປັນເຈົ້າກຳລັງນຳພາຂ້ອຍຢູ່ບໍ? ແມ່ນຄວາມປະສົງຂອງພຣະຜູ້ເປັນເຈົ້າບໍທີ່ຂ້ອຍເບິ່ງຊ່ອງຂອງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ?” ໃນຄວາມຄິດນີ້, ຂ້ອຍອະທິຖານຫາພຣະຜູ້ເປັນເຈົ້າດັ່ງນີ້: “ໂອ ພຣະຜູ້ເປັນເຈົ້າ! ຕ້ອງມີເຫດຜົນວ່າເປັນຫຍັງວີດີໂອເຫຼົ່ານີ້ຈຶ່ງສືບຕໍ່ໂຜ່ຂຶ້ນມາໃນໂທລະສັບຂອງຂ້ານ້ອຍ. ພວກເຂົາຢືນຢັນວ່າພຣະອົງໄດ້ກັບຄືນມາແລ້ວ. ນັ້ນແມ່ນແທ້ບໍ? ຂ້ານ້ອຍຄວນເບິ່ງວີດີໂອເຫຼົ່ານີ້ບໍ? ພຣະຜູ້ເປັນເຈົ້າ, ໂຜດນຳພາຂ້ານ້ອຍດ້ວຍເທີດ”. ຫຼັງຈາກນັ້ນບໍ່ດົນ ພຣະທຳເຫຼົ່ານີ້ຈາກພຣະເຢຊູເຈົ້າກໍຢູ່ໃນຫົວຄິດ: “ພອນຈົ່ງເປັນຂອງຜູ້ທຸກຍາກຝ່າຍວິນຍານ, ຍ້ອນວ່າອານາຈັກສະຫວັນເປັນຂອງຜູ້ນັ້ນ(ມັດທາຍ 5:3). ການກັບມາຂອງພຣະຜູ້ເປັນເຈົ້າເປັນເລື່ອງໃຫຍ່ແທ້ໆ! ດັ່ງນັ້ນ ເມື່ອຂ້ອຍໄດ້ຍິນກ່ຽວກັບການມາຂອງພຣະຜູ້ເປັນເຈົ້າ ຂ້ອຍກໍຄວນສະແຫວງຫາດ້ວຍຄວາມຖ່ອມຕົວທີ່ສຸດ, ກວດສອບມັນ, ຄິດຢ່າງຮອບຄອບ ເພື່ອເບິ່ງວ່າພຣະເຈົ້າອົງຊົລິດທານຸພາບສູງສຸດອາດແມ່ນອົງພຣະເຢຊູເຈົ້າທີ່ກັບຄືນມາ. ຖ້າຂ້ອຍບໍ່ສະແຫວງຫາ ຫຼື ກວດສອບມັນ ແລະ ພຣະຜູ້ເປັນເຈົ້າໄດ້ກັບຄືນມາແທ້ໆ, ຂ້ອຍຈະບໍ່ພາດໂອກາດຕ້ອນຮັບການມາຂອງພຣະອົງບໍ? ໃນຄວາມຄິດນີ້, ຂ້ອຍຕັດສິນໃຈວ່າຂ້ອຍຄວນເບິ່ງບາງວີດີໂອຂອງຄຣິສຕະຈັກ. ເມື່ອຂ້ອຍກວດສອບເບິ່ງເວັບໄຊດັ່ງກ່າວນັ້ນ, ຂ້ອຍເຫັນວ່າຊ່າງມີເນື້ອຫາຫຼາກຫຼາຍ ລວມມີຮູບເງົາ, ວີດີໂອເພງນະມັດສະການ, ການຮ້ອງເພງປະສານສຽງພິເສດ ແລະ ບົດຂຽນກ່ຽວກັບປະຈັກພະຍານ. ໜຶ່ງໃນວີດີໂອເພງນະມັດສະການທີ່ບັນທຶກໄວ້ແມ່ນ: “ໂອຜູ້ເປັນທີ່ຮັກຂອງຂ້ານ້ອຍເອີຍ, ກາລຸນາລໍຖ້າຂ້ານ້ອຍດ້ວຍເທີ້ນ” ມີເນື້ອເພງທີ່ດົນໃຈຫຼາຍ ແລະ ມີພະລັງຫຼາຍ. ມັນເຮັດໃຫ້ຂ້ອຍຄິດເຖິງເວລາທີ່ຂ້ອຍຢູ່ໃນຄຣິສຕະຈັກທີ່ເປົ່າປ່ຽວ ແນມຫາທຸກບ່ອນເພື່ອຄຣິສຕະຈັກທີ່ມີພາລະກິດຂອງພຣະວິນຍານບໍລິສຸດ. ຍິ່ງຂ້ອຍສຳຫຼວດເວັບໄຊນີ້ຫຼາຍເທົ່າໃດ ຂ້ອຍຍິ່ງໄດ້ຮັບການຫຼໍ່ລ້ຽງຫຼາຍເທົ່ານັ້ນ. ຂ້ອຍຢາກເຂົ້າໃຈ ແລະ ເບິ່ງເຂົ້າໄປໃນຄຣິສຕະຈັກ ດັ່ງນັ້ນ ຂ້ອຍຈຶ່ງພົບວ່າມີຮູບເງົາອີກຫຼາຍເລື່ອງໃຫ້ເບິ່ງໃນເວັບໄຊ ແລະ ຂ້ອຍກໍໄດ້ເບິ່ງທຸກເລື່ອງ.

ມື້ໜຶ່ງ, ຂ້ອຍເບິ່ງຮູບເງົາຂ່າວປະເສີດ. ຮູບເງົາເລື່ອງນີ້ກວດສອບຄວາມສຳພັນລະຫວ່າງພຣະເຈົ້າ ແລະ ພຣະຄຳພີຢ່າງໃກ້ຊິດ. ຂ້ອຍຈະບໍ່ມີວັນລືມໜຶ່ງຂໍ້ຄວາມນີ້ໃນພຣະທຳຂອງພຣະເຈົ້າ: “ຕັ້ງແຕ່ເວລາທີ່ມີພຣະຄຳພີ, ຄວາມເຊື່ອໃນພຣະຜູ້ເປັນເຈົ້າຂອງຜູ້ຄົນແມ່ນຄວາມເຊື່ອໃນພຣະຄຳພີ. ແທນທີ່ຈະເວົ້າວ່າ ຜູ້ຄົນເຊື່ອໃນພຣະເຈົ້າ, ມັນດີກວ່າທີ່ຈະເວົ້າວ່າ ພວກເຂົາເຊື່ອໃນພຣະຄຳພີ; ແທນທີ່ຈະເວົ້າວ່າ ພວກເຂົາໄດ້ເລີ່ມອ່ານພຣະຄຳພີ, ມັນດີກວ່າທີ່ຈະເວົ້າວ່າ ພວກເຂົາໄດ້ເລີ່ມເຊື່ອໃນພຣະຄຳພີ; ແລະ ແທນທີ່ຈະເວົ້າວ່າ ພວກເຂົາໄດ້ກັບຄືນມາຢູ່ຕໍ່ໜ້າພຣະຜູ້ເປັນເຈົ້າ, ມັນດີກວ່າທີ່ຈະເວົ້າວ່າ ພວກເຂົາໄດ້ກັບຄືນມາຢູ່ຕໍ່ໜ້າພຣະຄຳພີ. ໃນລັກສະນະນີ້, ຜູ້ຄົນນະມັດສະການພຣະຄຳພີຄືກັບວ່າມັນເປັນພຣະເຈົ້າ, ຄືກັບວ່າມັນເປັນເລືອດເນື້ອແຫ່ງຊີວິດຂອງພວກເຂົາ ແລະ ການສູນເສຍມັນໄປກໍຈະເທົ່າກັບວ່າເປັນການສູນເສຍຊີວິດຂອງພວກເຂົາ. ຜູ້ຄົນເຫັນພຣະຄຳພີເປັນສິ່ງທີ່ສູງສົ່ງເທົ່າກັບພຣະເຈົ້າ ແລະ ຍິ່ງມີຄົນທີ່ເຫັນພຣະຄຳພີສູງສົ່ງກວ່າພຣະເຈົ້າອີກດ້ວຍ. ຖ້າຜູ້ຄົນປາສະຈາກພາລະກິດຂອງພຣະວິນຍານບໍລິສຸດ, ຖ້າພວກເຂົາບໍ່ສາມາດຮູ້ສຶກເຖິງພຣະເຈົ້າ, ພວກເຂົາກໍສາມາດສືບຕໍ່ດຳລົງຊີວິດໄດ້ ແຕ່ທັນທີທີ່ພວກເຂົາສູນເສຍພຣະຄຳພີ ຫຼື ສູນເສຍບົດ ແລະ ຂໍ້ຄວາມໂດດເດັ່ນໃນພຣະຄຳພີ ແລ້ວມັນກໍເທົ່າກັບວ່າ ພວກເຂົາໄດ້ສູນເສຍຊີວິດໄປ... ຄົນສ່ວນຫຼາຍບໍ່ເຂົ້າໃຈເລີຍວ່າ ເປັນຫຍັງພວກເຂົາຈຶ່ງຄວນເຊື່ອໃນພຣະເຈົ້າ ຫຼື ຈະເຊື່ອໃນພຣະເຈົ້າແນວໃດ ແລະ ບໍ່ເຮັດຫຍັງເລີຍນອກຈາກຄົ້ນຫາຮ່ອງຮອຍຢ່າງຕາບອດເພື່ອຖອດຄວາມໝາຍໃນບົດພຣະຄຳພີ. ຜູ້ຄົນບໍ່ເຄີຍສະແຫວງຫາທິດທາງແຫ່ງພາລະກິດຂອງພຣະວິນຍານບໍລິສຸດຈັກເທື່ອ; ຕະຫຼອດຜ່ານມາ ພວກເຂົາບໍ່ໄດ້ເຮັດຫຍັງເລີຍນອກຈາກສຶກສາ ແລະ ຄົ້ນຫາຄວາມຈິງໃນພຣະຄຳພີຢ່າງເອົາເປັນເອົາຕາຍ ແລະ ບໍ່ມີໃຜໄດ້ພົບພາລະກິດທີ່ໃໝ່ກວ່າຂອງພຣະວິນຍານບໍລິສຸດ ເຊິ່ງຢູ່ນອກພຣະຄຳພີ. ບໍ່ມີໃຜເຄີຍໜີຈາກພຣະຄຳພີ ຫຼື ພວກເຂົາບໍ່ກ້າເຮັດແບບນັ້ນ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ກ່ຽວກັບພຣະຄຳພີ (1)). ຫຼັງຈາກເບິ່ງພາກນີ້, ຂ້ອຍກໍຄິດວ່າ “ນັ້ນແມ່ນທັດສະນະຂອງຂ້ອຍທີ່ມີຕໍ່ພຣະຄຳພີ. ຂ້ອຍຮູ້ສຶກຄືກັບວ່າມັນເປັນຕົວແທນພຣະຜູ້ເປັນເຈົ້າ, ຄວາມເຊື່ອໃນພຣະອົງແມ່ນຄວາມເຊື່ອໃນພຣະຄຳພີ, ເພາະສະນັ້ນ ທັງສອງບໍ່ສາມາດແຍກອອກຈາກັນໄດ້. ແຕ່ສິ່ງທີ່ຂ້ອຍບໍ່ເຂົ້າໃຈຄື: ພຣະຄໍາພີເປັນຄໍາພະຍານຂອງພຣະຜູ້ເປັນເຈົ້າແລະ ເປັນຮາກຖານຄວາມເຊື່ອຂອງພວກເຮົາ. ໃນນາມຄົນຄຣິສຕຽນ ພວກເຮົາອີງໃສ່ຄວາມເຊື່ອຂອງພວກເຮົາໃນພຣະຄຳພີມາເປັນເວລາສອງພັນປີແລ້ວ. ເປັນໄປໄດ້ບໍວ່ານີ້ບໍ່ສອດຄ່ອງກັບຄວາມປະສົງຂອງພຣະຜູ້ເປັນເຈົ້າ? ແມ່ນຫຍັງແທ້ທີ່ກຳລັງເກີດຂຶ້ນໃນນີ້?”

ສະນັ້ນ ຂ້ອຍຈຶ່ງສືບຕໍ່ເບິ່ງຮູບເງົາ ເພື່ອຕ້ອງການຄຳຕອບຄຳຖາມເຫຼົ່ານີ້. ຕົວລະຄອນແບ່ງປັນຂ່າວປະເສີດໂດຍອ່ານຂໍ້ຄວາມອື່ນໃນພຣະທຳຂອງພຣະເຈົ້າວ່າ: “ພວກເຂົາເຊື່ອໃນການເປັນຢູ່ຂອງເຮາພຽງແຕ່ພາຍໃນຂອບເຂດພຣະຄຳພີເທົ່ານັ້ນ ແລະ ພວກເຂົາທຽບເຮົາໂດຍເທົ່າກັບພຣະຄຳພີ; ຖ້າປາສະຈາກພຣະຄຳພີ, ມັນກໍ່ຈະບໍ່ມີເຮົາ ແລະ ຖ້າປາສະຈາກເຮົາກໍ່ບໍ່ມີພຣະຄຳພີ. ພວກເຂົາບໍ່ສົນໃຈກັບການເປັນຢູ່ ຫຼື ການກະທຳຂອງເຮົາ, ແຕ່ກົງກັນຂ້າມ ພວກເຂົາອຸທິດຕົນ ແລະ ໃສ່ໃຈເປັນພິເສດຫຼາຍກັບທຸກຂໍ້ຄວາມໃນພຣະຄຳພີ. ພວກເຂົາທຸກຄົນເຖິງກັບເຊື່ອວ່າ ເຮົາບໍ່ຄວນເຮັດໃນສິ່ງທີ່ເຮົາປາດຖະໜາຢາກເຮັດ ນອກຈາກມັນຈະຖືກທຳນາຍໄວ້ລ່ວງໜ້າໃນຂໍ້ພຣະຄຳພ. ພວກເຂົາໃຫ້ຄວາມສຳຄັນກັບຂໍ້ຄວາມພຣະຄຳຫຼາຍເກີນໄປ. ມັນສາມາດເວົ້າໄດ້ວ່າ ພວກເຂົາເຫັນພຣະທຳ ແລະ ການສະແດງອອກເປັນສິ່ງສຳຄັນເກີນໄປ ຈົນເຖິງຂອບເຂດທີ່ພວກເຂົາໃຊ້ຂໍ້ພຣະຄຳເພື່ອວັດແທກພຣະທຳທຸກຂໍ້ທີ່ເຮົາເວົ້າ ແລະ ຕໍານິເຮົາ. ສິ່ງທີ່ພວກເຂົາສະແຫວງຫາບໍ່ແມ່ນຫົນທາງທີ່ຈະເຂົ້າກັບເຮົາ ຫຼື ຫົນທາງທີ່ສາມາດເຂົ້າກັບຄວາມຈິງໄດ້, ແຕ່ເປັນຫົນທາງທີ່ສາມາດເຂົ້າກັບພຣະທຳໃນພຣະຄຳພີ ແລະ ພວກເຂົາເຊື່ອວ່າ ສິ່ງໃດກໍ່ຕາມທີ່ບໍ່ສອດຄ່ອງກັບພຣະຄຳພີກໍ່ບໍ່ແມ່ນພາລະກິດຂອງເຮົາ, ບໍ່ຍົກເວັ້ນແມ່ນແຕ່ພາລະກິດຂອງເຮົາ. ຄົນເຫຼົ່ານີ້ບໍ່ແມ່ນເຊື້ອສາຍທີ່ເຮັດຕາມພວກຟາຣີຊາຍບໍ? ພວກຟາຣີຊາຍທີ່ເປັນຊາວຢິວໃຊ້ກົດບັນຍັດຂອງໂມເຊເພື່ອກ່າວໂທດພຣະເຢຊູ. ພວກເຂົາບໍ່ສະແຫວງຫາຫົນທາງທີ່ຈະເຂົ້າກັບພຣະເຢຊູໃນເວລານັ້ນ, ແຕ່ພາກັນປະຕິບັດຕາມກົດບັນຍັດ, ປະຕິບັດຕາມຕົວອັກສອນຢ່າງເຂັ້ມງວດ ຈົນເຖິງຂັ້ນທີ່ກ່າວຫາວ່າພຣະອົງບໍ່ປະຕິບັດຕາມກົດບັນຍັດໃນພັນທະສັນຍາເດີມ ແລະ ບໍ່ແມ່ນພຣະເມຊີອາ ແລ້ວໃນທີ່ສຸດ ພວກເຂົາກໍ່ຄຶງພຣະເຢຊູທີ່ໄຮ້ດຽງສາເທິງໄມ້ກາງແຂນ. ທາດແທ້ຂອງພວກເຂົາແມ່ນຫຍັງ? ມັນບໍ່ແມ່ນຍ້ອນພວກເຂົາບໍ່ໄດ້ສະແຫວງຫາຫົນທາງເພື່ອເຂົ້າກັບຄວາມຈິງບໍ? ພວກເຂົາຫຼົງໄຫຼກັບພຣະທຳທຸກຂໍ້ໃນພຣະຄຳພີ ໃນຂະນະທີ່ບໍ່ສົນໃຈຕໍ່ຄວາມປະສົງຂອງເຮົາ ຫຼື ຂັ້ນຕອນ ແລະ ວິທີການໃນພາລະກິດຂອງເຮົາ. ພວກເຂົາບໍ່ແມ່ນຄົນທີ່ສະແຫວງຫາຄວາມຈິງ, ແຕ່ເປັນຄົນທີ່ຍຶດຕິດກັບພຣະທຳຢ່າງເຂັ້ມງວດ; ພວກເຂົາບໍ່ແມ່ນຄົນທີ່ເຊື່ອໃນພຣະເຈົ້າ, ແຕ່ເປັນຄົນທີ່ເຊື່ອໃນພຣະຄຳພີ. ໂດຍແທ້ຈິງແລ້ວ, ພວກເຂົາເປັນໝາເຝົ້າພຣະຄຳພີ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າຄວນສະແຫວງຫາຫົນທາງທີ່ຈະເຂົ້າກັບພຣະຄຣິດ). ຫຼັງຈາກອ່ານຂໍ້ຄວາມນີ້, ພວກເຂົາກໍສືບຕໍ່ສົນທະນາ. ພວກເຂົາເວົ້າວ່າຜູ້ຄົນທີ່ມີຄວາມເຊື່ອຄິດວ່າການເຊື່ອໃນພຣະຜູ້ເປັນເຈົ້າເທົ່າກັບການເຊື່ອໃນພຣະຄຳພີ ແຕ່ມຸມມອງນີ້ແມ່ນບໍ່ຖືກຕ້ອງ. ພວກເຂົາຍັງເວົ້າວ່າ “ເມື່ອພຣະເຢຊູເຈົ້າກຳລັງເທດສະໜາ ແລະ ປະຕິບັດພາລະກິດ ຜູ້ຕິດຕາມຂອງພຣະອົງປະຖິ້ມພຣະຄຳພີ; ພວກເຂົາຍອມຮັບພຣະທຳຂອງພຣະອົງ ແລະ ພາລະກິດຂອງພຣະອົງ. ພວກເຮົາສາມາດເວົ້າໄດ້ແທ້ບໍວ່າ ພວກເຂົາບໍ່ໄດ້ເຊື່ອໃນພຣະຜູ້ເປັນເຈົ້າ? ພວກຟາຣີຊາຍຂອງສາສະໜາຢິວລ້ວນແລ້ວແຕ່ຍຶດຕິດກັບພຣະຄຳພີ ແຕ່ຄຶງກາງແຂນພຣະເຢຊູເຈົ້າ ຜູ້ທີ່ປະຕິບັດພາລະກິດແຫ່ງການໄຖ່ບາບ ແລະ ຜູ້ທີ່ກ່າວຄວາມຈິງ. ເຫັນບັນຫາຫຍັງໃນນັ້ນບໍ່? ການຍຶດຕິດກັບພຣະຄຳພີໝາຍເຖິງຄົນໆໜຶ່ງຮູ້ຈັກພຣະຜູ້ເປັນເຈົ້າບໍ? ແລະ ມັນສະແດງໃຫ້ເຫັນບໍ່ວ່າພວກເຂົາຍຶດໝັ້ນໃນເສັ້ນທາງຂອງພຣະຜູ້ເປັນເຈົ້າ, ພວກເຂົາເຄົາລົບ ແລະ ອ່ອນນ້ອມຕໍ່ພຣະອົງ? ພຣະເຈົ້າແມ່ນແຫຼ່ງກຳເນີດຂອງຊີວິດ, ພຣະອົງແມ່ນພຣະຜູ້ເປັນເຈົ້າແຫ່ງການຊົງສ້າງທັງປວງ ໃນຂະນະທີ່ພຣະຄຳພີບໍ່ໄດ້ເປັນຫຍັງຫຼາຍໄປກວ່າການບັນທຶກພາລະກິດ ແລະ ພຣະທຳໃນອະດີດຂອງພຣະເຈົ້າ. ມັນສາມາດຖືກວາງທຽບເທົ່າກັບພຣະເຈົ້າໄດ້ແນວໃດ? ຜູ້ທີ່ເຊື່ອເຫຼົ່ານີ້ເວົ້າວ່າພວກເຂົາເຊື່ອໃນພຣະຜູ້ເປັນເຈົ້າ ແຕ່ປະຕິບັດຕໍ່ພຣະຄຳພີທຽບເທົ່າກັບພຣະເຈົ້າ, ພວກເຂົານະມັດສະການພຣະຄຳພີ ແລະ ເຖິງຂັ້ນເອົາພຣະຄໍາພີມາແທນພາລະກິດຂອງພຣະຜູ້ເປັນເຈົ້າ. ນັ້ນບໍ່ແມ່ນການລົດຄຸນຄ່າ ແລະ ການໝິ່ນປະໝາດພຣະຜູ້ເປັນເຈົ້າບໍ? ຄົນທີ່ຍຶດຕິດກັບພຣະຄຳພີໂດຍບໍ່ໄດ້ສະແຫວງຫາພາລະກິດ ຫຼື ການປາກົດຕົວຂອງພຣະຜູ້ເປັນເຈົ້າ ແມ່ນຜູ້ຕິດຕາມຂອງພຣະຜູ້ເປັນເຈົ້າບໍ? ຈົ່ງພິຈາລະນາສິ່ງທີ່ພຣະເຢຊູເຈົ້າກ່າວກັບພວກຟາຣີຊາຍວ່າ: ‘ຈົ່ງຄົ້ນຫາໃນພຣະຄຳພີ; ເພາະໃນພຣະຄຳເຫຼົ່ານັ້ນ ເຈົ້າຄິດວ່າເຈົ້າມີຊີວິດນິລັນດອນ: ແລະ ພວກມັນແມ່ນພຣະຄຳທີ່ເປັນພະຍານໃຫ້ແກ່ເຮົາ. ແລ້ວເຈົ້າຈະບໍ່ມາຫາເຮົາ ເພື່ອເຈົ້າອາດມີຊີວິດ(ໂຢຮັນ 5:39-40). ພຣະອົງຍັງກ່າວອີກວ່າ: ‘ເຮົາເປັນຫົນທາງ, ຄວາມຈິງ ແລະ ຊີວິດ ບໍ່ມີມະນຸດຄົນໃດສາມາດມາເຖິງພຣະບິດາໄດ້ນອກຈາກຜ່ານທາງເຮົາ(ໂຢຮັນ 14:6). ພຣະເຢຊູເຈົ້າຊັດເຈນຫຼາຍກ່ຽວກັບວິທີທີ່ພຣະຄຳພີກ່ຽວຂ້ອງກັບພຣະເຈົ້າ. ພຣະຄຳພີພຽງແຕ່ເປັນພະຍານໃຫ້ກັບພຣະເຈົ້າ, ພວກມັນບໍ່ແມ່ນຕົວແທນພຣະຜູ້ເປັນເຈົ້າ ຫຼື ພວກມັນບໍ່ສາມາດແທນທີ່ພາລະກິດແຫ່ງຄວາມລອດພົ້ນຂອງພຣະອົງໄດ້. ການຍຶດໝັ້ນໃນພຣະຄຳພີບໍ່ສາມາດນຳເອົາຊີວິດນິລັນດອນມາໃຫ້ພວກເຮົາໄດ້. ມີພຽງພຣະຄຣິດທີ່ເປັນຫົນທາງ, ຄວາມຈິງ ແລະ ຊີວິດ, ເພື່ອໃຫ້ໄດ້ຮັບຊີວິດ, ພວກເຮົາຕ້ອງສະແຫວງຫາພຣະຜູ້ເປັນເຈົ້າ!”

ເມື່ອເບິ່ງຮູບເງົາສຸດແລ້ວ ຂ້ອຍກໍປະທັບໃຈຫຼາຍ. ທັງໝົດທີ່ພວກເຂົາເວົ້າ ຮູ້ສຶກຄືວ່າສອດຄ່ອງກັບພຣະທຳຂອງພຣະເຢຊູເຈົ້າ. ຂ້ອຍຮູ້ວ່າພຣະຄຳພີບໍ່ໄດ້ເປັນຕົວແທນຂອງພຣະຜູ້ເປັນເຈົ້າ. ແມ່ນພຣະອົງທີ່ໃຫ້ຊີວິດແກ່ພວກເຮົາ ບໍ່ແມ່ນພຣະຄຳພີ. ຄວາມເຊື່ອໃນພຣະຄຳພີບໍ່ຄືກັບຄວາມເຊື່ອໃນພຣະຜູ້ເປັນເຈົ້າ! ຂ້ອຍເຄີຍຄິດມາຕະຫຼອດວ່າພຣະຄຳພີເປັນຕົວແທນຂອງພຣະອົງ. ບໍ່ແມ່ນຂ້ອຍໄດ້ຖືພຣະຄຳພີສູງສົ່ງກວ່າພຣະຜູ້ເປັນເຈົ້າບໍ? ເມື່ອຂ້ອຍມາຄິດເບິ່ງແລ້ວ ຂ້ອຍຮູ້ວ່າ ຄວາມຈິງໃນພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດສາມາດແກ້ໄຂຄວາມສັບສົນຂອງຂ້ອຍໄດ້. ຂ້ອຍຕ້ອງສະແຫວງຫາ ແລະ ກວດສອບ ຫຼື ບໍ່ດັ່ງນັ້ນ ຂ້ອຍກໍຈະພາດໂອກາດທີ່ຈະຕ້ອນຮັບພຣະຜູ້ເປັນເຈົ້າ. ຈາກນັ້ນ ຂ້ອຍກໍຕັດສິນໃຈກັບໄປຫາຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດກັບເພື່ອນຂອງຂ້ອຍ. ເມື່ອພວກເຮົາມາຮອດຄຣິສຕະຈັກ, ອ້າຍເອື້ອຍນ້ອງກໍຕ້ອນຮັບພວກເຮົາຢ່າງອົບອຸ່ນ ແລະ ສົນທະນາກັບພວກເຮົາຢ່າງອົດທົນ. ຂ້ອຍອະທິບາຍຄວາມສັບສົນຂອງຂ້ອຍໃຫ້ພວກເຂົາຟັງ, “ໃນການຊຸມນຸມຂອງພວກເຮົາ ສິດຍາພິບານ ແລະ ຜູ້ອາວຸໂສເວົ້າຢູ່ສະເໝີວ່າ ພາລະກິດ ແລະ ພຣະທຳທັງໝົດຂອງພຣະເຈົ້າຢູ່ໃນພຣະຄຳພີ ແລະ ສິ່ງໃດກໍຕາມທີ່ຢູ່ນອກພຣະຄຳພີແມ່ນບໍ່ສາມາດເປັນພາລະກິດ ຫຼື ພຣະທຳຂອງພຣະອົງໄດ້. ແຕ່ເຈົ້າກຳລັງເປັນພະຍານວ່າພຣະເຢຊູເຈົ້າໄດ້ກັບຄືນມາເປັນພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ພຣະອົງກຳລັງປະຕິບັດພາລະກິດໃໝ່ໃນຍຸກສຸດທ້າຍ ແລະ ກຳລັງກ່າວພຣະທຳໃໝ່. ສະນັ້ນ ເກີດຫຍັງຂຶ້ນກັນແທ້?”

ເອື້ອຍຊູຕອບດ້ວຍການອ່ານພຮະທໍາສອງສາມຂໍ້ຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. “ຫຼາຍຄົນເຊື່ອວ່າ ການເຂົ້າໃຈ ແລະ ການສາມາດຕີຄວາມໝາຍພຣະຄຳພີໄດ້ນັ້ນ ແມ່ນຄືກັບການຄົ້ນພົບຫົນທາງທີ່ແທ້ຈິງ, ແຕ່ໃນຄວາມເປັນຈິງແລ້ວ ທຸກສິ່ງທຸກຢ່າງງ່າຍດາຍແບບນັ້ນແທ້ບໍ? ບໍ່ມີໃຜຮູ້ຈັກຄວາມເປັນຈິງແຫ່ງພຣະຄຳພີ ເຊິ່ງບໍ່ມີຫຍັງຫຼາຍນອກຈາກການບັນທຶກທາງປະຫວັດສາດຂອງພາລະກິດຂອງພຣະເຈົ້າ ແລະ ເປັນຫຼັກຖານພິສູດໃຫ້ກັບພາລະກິດສອງຂັ້ນຕອນທີ່ຜ່ານມາຂອງພຣະເຈົ້າ ແລະ ມັນບໍ່ໄດ້ເຮັດໃຫ້ເຈົ້າເຂົ້າໃຈສິ່ງໃດເລີຍກ່ຽວກັບຈຸດປະສົງຂອງພາລະກິດຂອງພຣະເຈົ້າ. ທຸກຄົນທີ່ໄດ້ອ່ານພຣະຄຳພີຮູ້ຈັກວ່າ ພຣະຄຳພີບັນທຶກພາລະກິດສອງຂັ້ນຕອນຂອງພຣະເຈົ້າໃນລະຫວ່າງຍຸກແຫ່ງພຣະບັນຍັດ ແລະ ຍຸກແຫ່ງພຣະຄຸນ. ພຣະສັນຍາເດີມບັນທຶກເຫດການປະຫວັດສາດຂອງອິດສະຣາເອນ ແລະ ພາລະກິດຂອງພຣະເຢໂຮວາຕັ້ງແຕ່ເວລາການຊົງສ້າງຈົນເຖິງເວລາສຸດທ້າຍຂອງຍຸກແຫ່ງພຣະບັນຍັດ. ພຣະສັນຍາໃໝ່ບັນທຶກພາລະກິດຂອງພຣະເຢຊູຢູ່ເທິງແຜ່ນດິນໂລກ ເຊິ່ງກໍຢູ່ໃນພຣະກິດຕິຄຸນທັງສີ່ ພ້ອມທັງພາລະກິດຂອງໂປໂລ, ສິ່ງເຫຼົ່ານີ້ບໍ່ແມ່ນການບັນທຶກທາງປະຫວັດສາດບໍ?(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ກ່ຽວກັບພຣະຄຳພີ (4)). “ສິ່ງຕ່າງໆທີ່ຖືກບັນທຶກໃນພຣະຄຳພີແມ່ນມີຈຳກັດ; ສິ່ງເຫຼົ່ານັ້ນບໍ່ສາມາດເປັນຕົວແທນໃຫ້ກັບພາລະກິດທັງໝົດຂອງພຣະເຈົ້າໄດ້. ພຣະກິດຕິຄຸນທັງສີ່ຮວມກັນມີໜ້ອຍກວ່າໜຶ່ງຮ້ອຍບົດ ທີ່ຂຽນເຖິງເຫດການໃນຈຳນວນທີ່ຈໍາກັດ ເຊັ່ນ: ການທີ່ພຣະເຢຊູສາບແຊ່ງຕົ້ນເດື່ອ, ການທີ່ເປໂຕປະຕິເສດພຣະຜູ້ເປັນເຈົ້າສາມຄັ້ງ, ການທີ່ພຣະເຢຊູປາກົດຕົວຕໍ່ອັກຄະສາວົກຫຼັງຈາກຖືກຄຶງເທິງໄມ້ກາງແຂນ ແລະ ການຟື້ນຄືນຊີບຂອງພຣະອົງ, ຄຳສັ່ງສອນກ່ຽວກັບການຖືອົດອາຫານ, ຄໍາສັ່ງສອນກ່ຽວກັບຄຳອະທິຖານ, ຄຳສັ່ງສອນກ່ຽວກັບການຢ່າຮ້າງ, ການກຳເນີດ ແລະ ວົງຕະກູນຂອງພຣະເຢຊູ, ການແຕ່ງຕັ້ງສາວົກຂອງພຣະເຢຊູ ແລະ ອື່ນໆອີກ. ເຖິງຢ່າງໃດກໍຕາມ ມະນຸດເຊີດຊູສິ່ງເຫຼົ່ານັ້ນເປັນຊັບສົມບັດ ເຖິງກັບຢືນຢັນພາລະກິດໃນປັດຈຸບັນໃສ່ກັບສິ່ງເຫຼົ່ານັ້ນ. ພວກເຂົາເຖິງກັບເຊື່ອວ່າ ພາລະກິດທັງໝົດທີ່ພຣະເຢຊູປະຕິບັດໃນຊີວິດຂອງພຣະອົງມີຫຼາຍພຽງແຕ່ສໍ່ານັ້ນ ຄືກັນກັບວ່າພຣະເຈົ້າພຽງແຕ່ສາມາດປະຕິບັດຫຼາຍສໍ່ານີ້ ແລະ ບໍ່ມີຫຼາຍກວ່ານີ້ອີກ. ນີ້ບໍ່ແມ່ນເລື່ອງໄຮ້ເຫດຜົນທີ່ສຸດບໍ?(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (1)). “ໃນເວລານັ້ນ ພຣະເຢຊູພຽງແຕ່ກ່າວຄຳເທດສະໜາເປັນຊຸດຕໍ່ສາວົກຂອງພຣະອົງໃນຍຸກແຫ່ງພຣະຄຸນ ກ່ຽວກັບຫົວຂໍ້ຕ່າງໆ ເຊັ່ນ: ວິທີການປະຕິບັດ, ວິທີການເຕົ້າໂຮມກັນ, ວິທີການອ້ອນວອນອະທິຖານ, ວິທີການປະຕິບັດຕໍ່ຄົນອື່ນ ແລະ ອື່ນໆອີກ. ພາລະກິດທີ່ພຣະອົງປະຕິບັດແມ່ນເປັນຂອງຍຸກແຫ່ງພຣະຄຸນ ແລະ ພຣະອົງພຽງອະທິບາຍຢ່າງລະອຽດເຖິງວິທີທີ່ສາວົກ ແລະ ຜູ້ຄົນເຫຼົ່ານັ້ນທີ່ຕິດຕາມພຣະອົງຄວນປະຕິບັດ. ພຣະອົງປະຕິບັດພຽງພາລະກິດໃນຍຸກແຫ່ງພຣະຄຸນ ແລະ ບໍ່ໄດ້ປະຕິບັດພາລະກິດແຫ່ງຍຸກສຸດທ້າຍ... ພາລະກິດຂອງພຣະເຈົ້າໃນແຕ່ລະຍຸກມີຂອບເຂດທີ່ຊັດເຈນ; ພຣະອົງພຽງປະຕິບັດພາລະກິດຂອງຍຸກປັດຈຸບັນ ແລະ ບໍ່ປະຕິບັດໃນຂັ້ນຕອນຖັດໄປຂອງພາລະກິດໃດໄວ້ລ່ວງໜ້າ. ມີພຽງແຕ່ດ້ວຍວິທີນີ້ເທົ່ານັ້ນ, ພາລະກິດຕົວແທນຂອງພຣະອົງໃນແຕ່ລະຍຸກຈຶ່ງຈະຖືກນໍາມາໄວ້ຢູ່ທາງໜ້າ. ພຣະເຢຊູໄດ້ກ່າວເຖິງສັນຍານກ່ຽວກັບຍຸກສຸດທ້າຍ, ເຖິງວິທີການອົດທົນ ແລະ ການຮັບເອົາຄວາມລອດພົ້ນ, ການກັບໃຈ ແລະ ສາລະພາບຄວາມຜິດ ແລະ ການແບກໄມ້ກາງແຂນ ແລະ ອົດທົນຕໍ່ການທົນທຸກທໍລະມານ; ພຣະອົງບໍ່ເຄີຍກ່າວເຖິງວິທີທີ່ມະນຸດໃນຍຸກສຸດທ້າຍຄວນເຂົ້າຫາ ຫຼື ວິທີທີ່ເຂົາຄວນສະແຫວງຫາເພື່ອປະຕິບັດຕາມຄວາມປະສົງຂອງພຣະເຈົ້າ. ເມື່ອເປັນດັ່ງນັ້ນ ມັນຈະບໍ່ເປັນຕາຫົວບໍທີ່ຈະຄົ້ນຫາພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍໃນພຣະຄຳພີ? ເຈົ້າສາມາດເບິ່ງຫຍັງໄດ້ ໂດຍການຍຶດຖືພຣະຄຳພີໄວ້ເທົ່ານັ້ນ? ບໍ່ວ່າຈະເປັນນັກແປຄວາມໝາຍພຣະຄຳພີ ຫຼື ນັກເທດສະໜາ ມີໃຜແດ່ທີ່ສາມາດທໍານາຍພາລະກິດຂອງປັດຈຸບັນໄດ້ລ່ວງໜ້າ?(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມະນຸດທີ່ຈໍາກັດພຣະເຈົ້າໃນແນວຄິດຂອງເຂົາຈະສາມາດຮັບການເປີດເຜີຍຂອງພຣະອົງໄດ້ແນວໃດ?). “ຖ້າເຈົ້າປາຖະໜາທີ່ຈະເຫັນພາລະກິດໃນຍຸກແຫ່ງພຣະບັນຍັດ ແລະ ເຫັນວ່າ ຊາວອິດສະຣາເອນຕິດຕາມວິທີທາງຂອງພຣະເຢໂຮວາແນວໃດ ແລ້ວເຈົ້າຕ້ອງອ່ານພຣະສັນຍາເດີມ; ຖ້າເຈົ້າປາຖະໜາທີ່ຈະເຂົ້າໃຈພາລະກິດໃນຍຸກແຫ່ງພຣະຄຸນ ແລ້ວເຈົ້າຕ້ອງອ່ານພຣະສັນຍາໃໝ່. ແຕ່ເຈົ້າຈະເຫັນພາລະກິດແຫ່ງຍຸກສຸດທ້າຍໄດ້ແນວໃດ? ເຈົ້າຕ້ອງຍອມຮັບການນໍາພາຂອງພຣະເຈົ້າແຫ່ງປັດຈຸບັນ ແລະ ເຂົ້າສູ່ພາລະກິດແຫ່ງປັດຈຸບັນ, ຍ້ອນນີ້ແມ່ນພາລະກິດທີ່ໃໝ່ ແລະ ບໍ່ມີໃຜເຄີຍບັນທຶກມັນໃນພຣະຄຳພີມາກ່ອນ... ພາລະກິດແຫ່ງປັດຈຸບັນແມ່ນເສັ້ນທາງທີ່ມະນຸດບໍ່ເຄີຍຍ່າງຈັກເທື່ອ ແລະ ເປັນຫົນທາງທີ່ບໍ່ມີໃຜເຄີຍໄດ້ເຫັນ. ມັນເປັນພາລະກິດທີ່ບໍ່ເຄີຍຖືກປະຕິບັດມາກ່ອນ, ມັນເປັນພາລະກິດຫຼ້າສຸດຂອງພຣະເຈົ້າເທິງແຜ່ນດິນໂລກ... ແມ່ນໃຜທີ່ສາມາດບັນທຶກລາຍລະອຽດທຸກສິ່ງໃນພາລະກິດຂອງປັດຈຸບັນໄວ້ລ່ວງໜ້າໄດ້ໂດຍບໍ່ມີການຕັດຕໍ່ເລີຍ? ແມ່ນໃຜສາມາດບັນທຶກພາລະກິດທີ່ຍິ່ງໃຫຍ່ ແລະ ເຕັມໄປດ້ວຍສະຕິປັນຍາທີ່ຂັດກັບທຳນຽມໃນໜັງສືສະພາບເກົ່າໆໄດ້? ພາລະກິດແຫ່ງປັດຈຸບັນບໍ່ແມ່ນປະຫວັດສາດ ແລະ ດ້ວຍເຫດນັ້ນ ຖ້າເຈົ້າປາຖະໜາທີ່ຈະຍ່າງໃນເສັ້ນທາງໃໝ່ໃນປັດຈຸບັນ, ເຈົ້າຕ້ອງຫ່າງອອກຈາກພຣະຄຳພີ, ເຈົ້າຕ້ອງເບິ່ງໄກກວ່າໜັງສືແຫ່ງການທໍານາຍ ຫຼື ປະຫວັດສາດໃນພຣະຄຳພີ. ມີພຽງແຕ່ທາງດຽວນີ້ເທົ່ານັ້ນ ເຈົ້າຈຶ່ງຈະສາມາດຍ່າງໃນເສັ້ນທາງໃໝ່ຢ່າງຖືກຕ້ອງ ແລະ ມີພຽງແຕ່ວິທີນີ້ເທົ່ານັ້ນ ເຈົ້າຈຶ່ງຈະສາມາດເຂົ້າສູ່ອານາຈັກໃໝ່ ແລະ ພາລະກິດໃໝ່ໄດ້(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ກ່ຽວກັບພຣະຄຳພີ (1)).

ເມື່ອລາວອ່ານພຣະທຳເຫຼົ່ານີ້, ເອື້ອຍຊູສືບຕໍ່ການສົນທະນາ ແລະ ເວົ້າວ່າ: “ທຸກຄົນທີ່ຮູ້ຈັກພຣະຄຳພີຮູ້ວ່າ ພັນທະສັນຍາເດີມ ແລະ ພັນທະສັນຍາໃໝ່ ເປັນພຽງການບັນທຶກພາລະກິດຂອງພຣະເຈົ້າໃນຍຸກແຫ່ງພຣະບັນຍັດ ແລະ ຍຸກແຫ່ງພຣະຄຸນ. ພວກມັນເປັນພະຍານເຖິງພາລະກິດຂອງພຣະເຈົ້າ. ເມື່ອພຣະເຈົ້າສຳເລັດຂັ້ນຕອນໜຶ່ງຂອງພາລະກິດ, ຜູ້ທີ່ປະສົບກັບສິ່ງນັ້ນກໍຈະບັນທຶກເລື່ອງລາວກ່ຽວກັບພາລະກິດ ແລະ ພຣະທຳຂອງພຣະອົງໄວ້. ຕໍ່ມາບົດບັນທຶກເຫຼົ່ານີ້ກໍໄດ້ຖືກຮວບຮວມເປັນພຣະຄຳພີ. ມັນຍັງເປັນທີ່ຮູ້ຈັກອີກວ່າພາລະກິດ ແລະ ພຣະທຳທັງໝົດຂອງພຣະເຈົ້າໃນສອງຍຸກນີ້ ບໍ່ໄດ້ຖືກບັນທຶກໄວ້ຢ່າງຄົບຖ້ວນໃນພຣະຄຳພີ. ພຣະທຳຂອງພຣະເຢຊູເຈົ້າໃນພຣະຄຳພີເປັນພຽງພາກສ່ວນໜຶ່ງຂອງບັນຫາໃຫຍ່ເທົ່ານັ້ນ. ດັ່ງທີ່ກ່າວຢູ່ໃນພຣະກິດຕິຄຸນຂອງໂຢຮັນວ່າ: ‘ແລະ ພຣະເຢຊູຍັງໄດ້ກະທຳສິ່ງອື່ນໆອີກຫຼາຍຢ່າງ. ຖ້າຈະຂຽນໄວ້ຕາມລໍາດັບທຸກປະການ, ແລ້ວຍັງມີອີກຫຼາຍສິ່ງທີ່ພຣະເຢຊູເຮັດ ເຊິ່ງຖ້າຈະຂຽນພວກມັນໄວ້ທຸກໆຢ່າງ, ຂ້າພະເຈົ້າຄາດການວ່າ ແມ່ນແຕ່ໂລກເອງກໍບໍ່ສາມາດເກັບຮັກສາປຶ້ມທີ່ຄວນຖືກຂຽນ’ (ໂຢຮັນ 21:25). ມີບາງຄຳທຳນວາຍຂອງຜູ້ປະກາດພຣະທໍາໃນຍຸກແຫ່ງພຣະບັນຍັດທີ່ບໍ່ໄດ້ຖືກບັນທຶກໄວ້. ນີ້ແມ່ນຄວາມຮູ້ທົ່ວໄປ. ສະນັ້ນ ເມື່ອສິດຍາພິບານ ແລະ ຜູ້ອາວຸໂສເວົ້າວ່າ ພຣະທຳທັງໝົດຂອງພຣະເຈົ້າຢູ່ໃນພຣະຄຳພີ ແລະ ບໍ່ມີພຣະທຳໃດ ຫຼື ພາລະກິດໃດຂອງພຣະອົງຢູ່ນອກພຣະຄຳພີ ບໍ່ແມ່ນພວກເຂົາຂັດແຍ້ງກັບຂໍ້ເທັດຈິງບໍ? ບໍ່ແມ່ນພວກເຂົາກຳລັງຕົວະ ແລະ ເປັນຄົນຫຼອກລວງບໍ! ພຣະເຈົ້າຄືພຣະຜູ້ເປັນເຈົ້າແຫ່ງການຊົງສ້າງ. ພຣະອົງຍິ່ງໃຫຍ່ ແລະ ອຸດົມສົມບູນຫຼາຍ, ໜັງສືເຫຼັ້ມໜຶ່ງຈະສາມາດຮວບຮວມພາລະກິດ ແລະ ພຣະທຳຂອງພຣະອົງໄດ້ຢ່າງຄົບຖ້ວນໄດ້ແນວໃດ ເຖິງແມ່ນວ່າຈະເປັນພຣະຄຳພີກໍຕາມ?” ຫຼັງຈາກນັ້ນ ລາວກໍອ່ານຂໍ້ຄວາມຕໍ່ໄປນີ້: “ແລະ ເຮົາເຫັນພາຍໃນມືຂວາຂອງພຣະອົງທີ່ນັ່ງຢູ່ເທິງບັນລັງມີໜັງສືເຫຼັ້ມໜຶ່ງ ທີ່ມີຂໍ້ຄວາມຂຽນໄວ້ຢູ່ດ້ານໃນ ແລະ ໃນດ້ານຫຼັງຖືກປະທັບດ້ວຍຕາເຈັດດວງ(ພຣະນິມິດ 5:1). “ແລະ ຜູ້ອາວຸໂສທ່ານໜຶ່ງບອກຂ້າພະເຈົ້າວ່າ ຢ່າຮ້ອງໃຫ້: ເບິ່ງແມ, ສິງໂຕແຫ່ງຊົນເຜົ່າຢູດາ, ຕົ້ນກໍາເນີດແຫ່ງເຊື້ອສາຍເດວິດ ໄດ້ມີໄຊຊະນະທີ່ຈະເປີດໜັງສື ແລະ ແກະກາປະທັບທັງເຈັດຈາກໜັງສືນັ້ນ(ພຣະນິມິດ 5:5). ລາວເວົ້າວ່າ “ດັ່ງນັ້ນ ໄດ້ຂຽນໄວ້ຢູ່ດ້ານໃນ ແລະ ດ້ານນອກຂອງໜັງສືເຫຼັ້ມນີ້ ແລະ ຖືກປະທັບດ້ວຍຕາທັງເຈັດດວງ ແລະ ມີພຽງພຣະຜູ້ເປັນເຈົ້າທີ່ກັບຄືນມາຂອງຍຸກສຸດທ້າຍທີ່ສາມາດເປີດໜັງສື ແລະ ແກະກາປະທັບທັງເຈັດນັ້ນໄດ້. ນັ້ນເປັນທາງດຽວທີ່ພວກເຮົາສາມາດເຫັນສິ່ງທີ່ຢູ່ດ້ານໃນໄດ້. ມັນຖືກກ່າວໄວ້ຫຼາຍຄັ້ງໃນພຣະນິມິດວ່າ: ‘ຄົນໃດມີຫູ ຄົນນັ້ນຈົ່ງຟັງສິ່ງທີ່ພຣະວິນຍານກ່າວຕໍ່ຄຣິສຕະຈັກ(ພຣະນິມິດ ບົດທີ 2-3). ຄຳທຳນວາຍທາງພຣະຄຳພີເຫຼົ່ານີ້ພິສູດວ່າພຣະຜູ້ເປັນເຈົ້າຈະກ່າວພຣະທຳຫຼາຍຂຶ້ນເມື່ອພຣະອົງກັບມາ. ສະນັ້ນ ພາລະກິດ ແລະ ພຣະທຳຂອງພຣະເຈົ້າທີ່ກັບຄືນມາສາມາດຖືກບັນທຶກໄວ້ໃນພຣະຄຳພີລ່ວງໜ້າໄດ້ບໍ? ພຣະທຳຂອງພຣະເຈົ້າໃນພຣະຄຳພີສາມາດແທນທີ່ສິ່ງທີ່ພຣະວິນຍານບໍລິສຸດກ່າວກັບຄຣິສຕະຈັກໃນຍຸກສຸດທ້າຍໄດ້ບໍ? ພວກມັນສາມາດແທນທີ່ໜັງສືທີ່ພຣະເມສານ້ອຍເປີດໄດ້ບໍ? ພວກມັນສາມາດແທນທີ່ພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍຂອງພຣະເຈົ້າໄດ້ບໍ?” ພາຍຫຼັງທີ່ໄດ້ຍິນທັງໝົດນີ້, ຂ້ອຍຄິດວ່າ “ຂ້ອຍໄດ້ອ່ານຂໍ້ຕ່າງໆເຫຼົ່ານີ້ຫຼາຍຄັ້ງແລ້ວ. ເປັນຫຍັງຄຳຖາມເຫຼົ່ານີ້ຈຶ່ງບໍ່ເຄີຍເກີດຂຶ້ນກັບຂ້ອຍເລີຍ?” ເອື້ອຍລາວສືບຕໍ່ເວົ້າວ່າ: “ພຣະຄຳພີແມ່ນການບັນທຶກ, ມັນບັນຈຸພາລະກິດຂອງພຣະເຈົ້າຈາກອະດີດ. ຫຼາຍປີຫຼັງຈາກທີ່ພັນທະສັນຍາເດີມຖືກສ້າງຂຶ້ນ ພຣະເຢຊູເຈົ້າຈຶ່ງໄດ້ມາ ແລະ ປະຕິບັດການໄຖ່ບາບສຳລັບຍຸກແຫ່ງພຣະຄຸນ. ສະນັ້ນ, ພາລະກິດຂອງພຣະອົງບັນຈຸຕົວເອງເຂົ້າໄວ້ໃນພຣະຄຳພີໂດຍອັດຕະໂນມັດບໍ? ພາລະກິດ ແລະ ພຣະທຳຂອງພຣະເຈົ້າຕ້ອງໄດ້ຖືກຮວບຮວມ ແລະ ຈາກນັ້ນສ້າງເປັນພຣະຄຳພີ. ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ມາໃນຍຸກສຸດທ້າຍເພື່ອກ່າວຄວາມຈິງເພື່ອເຮັດໃຫ້ມະນຸດຊາດບໍລິສຸດ. ຄວາມຈິງເຫຼົ່ານີ້ສາມາດບັນຈຸເຂົ້າໄວ້ໃນພຣະຄຳພີໄດ້ບໍ? ດັ່ງນັ້ນ, ການອ້າງວ່າ ພາລະກິດ ແລະ ພຣະທຳທັງໝົດຂອງພຣະເຈົ້າຢູ່ໃນພຣະຄຳພີ ແລະ ບໍ່ເຄີຍມີຢູ່ນອກພຣະຄຳພີນັ້ນ ເປັນມຸມມອງທີ່ບໍ່ມີເຫດຜົນ, ບໍ່ຖືກຕ້ອງ ແລະ ເປັນຜົນຂອງແນວຄິດ ແລະ ຈິນຕະນາການຂອງມະນຸດເອງ”.

ການໄດ້ຍິນຄໍາເວົ້າຂອງເອື້ອຍຊູ ຊ່າງໃຫ້ແສງສະຫວ່າງແທ້ໆ. ທຸກສິ່ງທີ່ລາວເວົ້າແມ່ນສອດຄ່ອງກັບຂໍ້ເທັດຈິງ. ພຣະຄຳພີແມ່ນການບັນທຶກສອງຂັ້ນຕອນຂອງພາລະກິດຂອງພຣະເຈົ້າໃນຍຸກແຫ່ງພຣະບັນຍັດ ແລະ ຍຸກແຫ່ງພຣະຄຸນ. ມັນເປັນພະຍານໃຫ້ພາລະກິດຂອງພຣະອົງ ແຕ່ມັນບໍ່ສາມາດເປັນຕົວແທນພຣະຜູ້ເປັນເຈົ້າ ຫຼື ພາລະກິດ ແລະ ພຣະທຳໃນຍຸກສຸດທ້າຍຂອງພຣະອົງໄດ້. ພາລະກິດ ແລະ ພຣະທຳຂອງພຣະເຢຊູເຈົ້າບໍ່ໄດ້ຖືກບັນທຶກໄວ້ໃນພຣະຄຳພີຢ່າງຄົບຖ້ວນ, ແລ້ວພາລະກິດ ແລະ ພຣະທຳຂອງພຣະເຈົ້າໃນຍຸກສຸດທ້າຍຈະສາມາດຖືກບັນທຶກໃນພຣະຄຳພີລ່ວງໜ້າໄດ້ແນວໃດ? ຂ້ອຍປະຕິບັດຕາມຄຳເວົ້າຂອງສິດຍາພິບານ ແລະ ຜູ້ອາວຸໂສ ຈຳກັດພາລະກິດ ແລະ ພຣະທຳຂອງພຣະເຈົ້າກັບສິ່ງທີ່ຢູ່ໃນພຣະຄຳພີ ແລະ ເຊື່ອວ່າບໍ່ມີຫຍັງທີ່ຢູ່ນອກພຣະຄໍາພີມາຈາກພຣະເຈົ້າ. ບໍ່ແມ່ນຂ້ອຍຫຼັບຕາເວົ້າຢ່າງໄຮ້ສາລະບໍ? ບໍ່ແມ່ນຂ້ອຍກຳນົດຂອບເຂດ ແລະ ໝິ່ນປະໝາດພຣະເຈົ້າບໍ? ຂ້ອຍເຕັມໄປດ້ວຍຄວາມເສຍໃຈ. ເປັນຫຍັງຂ້ອຍຈຶ່ງບໍ່ອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດກ່ອນໜ້ານີ້? ຂ້ອຍບໍ່ຄວນປະຕິບັດຕາມສິດຍາພິບານ ແລະ ຜູ້ອາວຸໂສໃນການກຳນົດຂອບເຂດພາລະກິດຂອງພຣະເຈົ້າຕາມແນວຄິດຕ່າງໆຢ່າງຕາບອດເລີຍ. ມຸມມອງເຫຼົ່ານີ້ຂ້ອນຂ້າງເປັນອັນຕະລາຍແທ້ໆ!

ຫຼັງຈາກນັ້ນ ເອື້ອຍຊກໍຍົກຫົວຂໍ້ອື່ນຂຶ້ນມາເວົ້າ: ເປັນຫຍັງຄືວ່າ ການຍຶດຖືພຣະຄຳພີໂດຍບໍ່ໄດ້ຍອມຮັບພາລະກິດ ແລະ ພຣະທຳຂອງພຣະເຈົ້າໃນຍຸກສຸດທ້າຍ ໝາຍຄວາມວ່າຄົນບໍ່ສາມາດເຂົ້າອານາຈັກຂອງພຣະເຈົ້າໄດ້? ລາວເວົ້າວ່າ “ພຣະຄຳພີເປັນການບັນທຶກສອງຂັ້ນຕອນຂອງພາລະກິດຂອງພຣະເຈົ້າ. ມັນບໍ່ສາມາດແທນທີ່ການພິພາກສາ ແລະ ການເຮັດໃຫ້ມະນຸດຊາດບໍລິສຸດຂອງພຣະເຈົ້າໃນຍຸກສຸດທ້າຍໄດ້. ໃນຊ່ວງຍຸກແຫ່ງພຣະບັນຍັດ ພາລະກິດຫຼັກຂອງພຣະເຈົ້າແມ່ນການປະກາດກົດໝາຍ ແລະ ພຣະບັນຍັດເພື່ອນຳພາຊີວິດຂອງຜູ້ຄົນເທິງແຜ່ນດິນໂລກ. ໃນຍຸກແຫ່ງພຣະຄຸນ, ພຣະເຢຊູເຈົ້າພຽງແຕ່ປະຕິບັດພາລະກິດແຫ່ງການໄຖ່ບາບ. ຫຼັງຈາກນັ້ນ ພຣະອົງກໍຖືກຄຶງກາງແຂນ ເພື່ອໄຖ່ມະນຸດຊາດຈາກການປົກຄອງຂອງຊາຕານ ໄຖ່ພວກເຮົາຈາກຄວາມບາບ ແລະ ເຮັດໃຫ້ພວກເຮົາມີຄຸນສົມບັດທີ່ຈະອະທິຖານຫາພຣະເຈົ້າ ເພື່ອໃຫ້ພວກເຮົາສາມາດໄດ້ຮັບພຣະຄຸນທັງໝົດຂອງພຣະເຈົ້າ. ຢ່າງໃດກໍຕາມ ທຳມະຊາດທີ່ເປັນບາບຂອງພວກເຮົາ ແລະ ຕົ້ນປາຍສາຍເຫດຂອງຄວາມບາບພວກເຮົາຍັງບໍ່ທັນໄດ້ຖືກແກ້ໄຂເທື່ອ. ນັ້ນຄືເຫດຜົນທີ່ວ່າເປັນຫຍັງພວກເຮົາຈຶ່ງຕົວະ, ເຮັດບາບ, ກະບົດ ແລະ ຕໍ່ຕ້ານພຣະເຈົ້າຢູ່ສະເໝີ. ພວກເຮົາບໍ່ຄູ່ຄວນທີ່ຈະເຂົ້າອານາຈັກຂອງພຣະເຈົ້າ. ດັ່ງນັ້ນພຣະເຢຊູເຈົ້າຈຶ່ງໄດ້ທຳນວາຍວ່າພຣະອົງຈະກັບຄືນມາ ແລະ ສະແດງຄວາມຈິງໃນຍຸກສຸດທ້າຍເພື່ອພິພາກສາ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນ. ໃນພຣະກິດຕິຄຸນຂອງໂຢຮັນໄດ້ກ່າວໄວ້ວ່າ: ‘ເຮົາຍັງມີຫຼາຍສິ່ງທີ່ຈະບອກພວກເຈົ້າ ແຕ່ໃນເວລານີ້ພວກເຈົ້າອາດຈະບໍ່ສາມາດທົນໄດ້. ເຖິງຢ່າງໃດກໍຕາມເມື່ອພຣະອົງຜູ້ເປັນພຣະວິນຍານແຫ່ງຄວາມຈິງສະເດັດມາ, ພຣະອົງຈະນຳທາງພວກເຈົ້າໄປສູ່ຄວາມຈິງທັງໝົດ(ໂຢຮັນ 16:12-13). ແລະຍັງໄດ້ກ່າວອີກວ່າ: ‘ຜູ້ທີ່ປະຕິເສດເຮົາ ແລະ ບໍ່ຮັບເອົາພຣະທໍາຂອງເຮົາກໍຈະມີສິ່ງທີ່ຕັດສິນພວກເຂົາ, ພຣະທໍາທີ່ເຮົາໄດ້ກ່າວກໍຈະຕັດສິນພວກເຂົາໃນວັນສຸດທ້າຍເຊັ່ນກັນ(ໂຢຮັນ 12:48). ພຣະເຈົ້າອົງຊົງລິດທານຸພາບສູງສຸດສະເດັດມາໃນຍຸກສຸດທ້າຍເພື່ອສະແດງຄວາມຈິງ ແລະ ປະຕິບັດການພິພາກສາ ບັນລຸຄຳທຳນວາຍຂອງພຣະເຢຊູເຈົ້າ. ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວພຣະທຳເປັນລ້ານໆຂໍ້ ແລະ ພຣະທຳເຫຼົ່ານີ້ກໍກວມເອົາທຸກສິ່ງ. ຄວາມລຶກລັບຂອງພຣະຄຳພີ, ຄຳທຳນວາຍແຫ່ງອານາຈັກ ຈຸດໝາຍປາຍທາງຂອງມະນຸດຊາດ ແລະ ຕົ້ນຕໍການຕໍ່ຕ້ານຂອງມະນຸດຕໍ່ພຣະເຈົ້າໄດ້ຖືກເປີດເຜີຍ. ພຣະເຈົ້າຍັງເປີດເຜີຍຄວາມຈິງຢ່າງຈະແຈ້ງ ທີ່ຄົນຕ້ອງການເພື່ອບັນລຸຄວາມລອດພົ້ນຢ່າງສົມບູນ. ນັ້ນປະກອບເລື່ອງລາວພາຍໃນສາມຂັ້ນຕອນຂອງພາລະກິດພຣະເຈົ້າ, ພາລະກິດການພິພາກສາຂອງພຣະເຈົ້າໃນຍຸກສຸດທ້າຍ ແລະ ການບັງເກີດເປັນມະນຸດຂອງພຣະເຈົ້າ. ພຣະເຈົ້າເປີດເຜີຍວິທີທີ່ຊາຕານເຮັດໃຫ້ມະນຸດຊາດເສື່ອມຊາມ, ວິທີທີ່ພຣະເຈົ້າປະຕິບັດພລະກິດເພື່ອຊ່ວຍມະນຸດໃຫ້ລອດພົ້ນ, ແກ່ນແທ້ ແລະ ຄວາມຈິງແຫ່ງຄວາມເສື່ອມຊາມຂອງມະນຸດຊາດທີ່ເກີດຈາກຊາຕານ, ແມ່ນຫຍັງຄືຄວາມເຊື່ອທີ່ແທ້ຈິງ, ຄວາມອ່ອນນ້ອມ ແລະ ຄວາມຮັກຕໍ່ພຣະເຈົ້າ, ວິທີການໃຊ້ຊີວິດທີ່ມີຄວາມໝາຍ ແລະ ອື່ນໆອີກ. ຄວາມຈິງທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດກ່າວໃນຍຸກສຸດທ້າຍແມ່ນຫົນທາງຂອງຊີວິດນິລັນດອນທີ່ພຣະອົງປະທານໃຫ້ພວກເຮົາ. ຖ້າພວເຮົາຍຶດຕິດກັບພຣະຄຳພີ ແລະ ປະຕິເສດການພິພາກສາ ແລະ ການເຮັດໃຫ້ບໍລິສຸດຂອງພຣະເຈົ້າໃນຍຸກສຸດທ້າຍ ພວກເຮົາກໍຈະບໍ່ມີວັນໄດ້ຮັບຄວາມຈິງ, ປະຖິ້ມຄວາມບາບ, ຖືກຊ່ວຍໃຫ້ລອດພົ້ນ ແລະ ເຂົ້າສູ່ອານາຈັກສະຫວັນໄດ້”.

ການສົນທະນາຈາກອ້າຍເອື້ອຍນ້ອງ ສະແດງໃຫ້ຂ້ອຍເຫັນວ່າພາລະກິດການພິພາກສາຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກສຸດທ້າຍບັນລຸຄຳທຳນວາຍໃນພຣະຄຳພີ. ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນຄວາມຈິງ, ພວກມັນແມ່ນສຽງຂອງພຣະເຈົ້າ, ແລະ ພວກມັນແມ່ນຫົນທາງຂອງຊີວິດນິລັນດອນທີ່ພຣະເຈົ້າປະທານໃຫ້ພວກເຮົາໃນຍຸກສຸດທ້າຍ! ຍ້ອນຂ້ອຍໄດ້ຟັງແນວຄິດທາງສາສະໜາຂອງສິດຍາພິບານ ແລະ ຜູ້ອາວຸໂສ ຂ້ອຍເລີຍຄິດວ່າພາລະກິດ ແລະ ພຣະທຳຂອງພຣະເຈົ້າຈຳກັດຢູ່ທີ່ພຣະຄຳພີ. ຂ້ອຍປະຕິເສດພາລະກິດໃນຍຸກສຸດທ້າຍຂອງພຣະເຈົ້າ. ປາດສະຈາກການຫຼໍ່ລ້ຽງຈາກພຣະທຳປັດຈຸບັນຂອງພຣະເຈົ້າ ຂ້ອຍກໍຕົກຢູ່ໃນຄວາມມືດມົນ. ປາດສະຈາກຄວາມເມດຕາ ແລະ ຄວາມລອດພົ້ນຂອງພຣະເຈົ້າ ໃນການສະແດງໃຫ້ຂ້ອຍເຫັນຮູບເງົາໃນຢູທູບຂອງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ທີ່ອະນຸຍາດໃຫ້ຂ້ອຍໄດ້ຍິນສຽງຂອງພຣະເຈົ້າ, ຂ້ອຍຄົງຈະປະຕິບັດຕາມສິດຍາພິບານ ແລະ ຂ້ອຍຈະບໍ່ມີວັນໄດ້ສະແຫວງຫາພາລະກິດໃນຍຸກສຸດທ້າຍຂອງພຣະເຈົ້າ. ຖ້າເປັນດັ່ງນັ້ນ ຂ້ອຍອາດຈະສາມາດອ່ານພຣະຄຳພີໄດ້ຫຼາຍສັດຕະວັດ ແຕ່ຂ້ອຍຈະບໍ່ມີວັນຕ້ອນຮັບການກັບມາຂອງພຣະຜູ້ເປັນເຈົ້າໄດ້. ຄວາມສາມາດຂອງຂ້ອຍໃນການໄດ້ຮັບຄວາມລອດພົ້ນຂອງພຣະເຈົ້າໃນຍຸກສຸດທ້າຍນັ້ນ, ຕອນນີ້ຂ້ອຍເຫັນແລ້ວວ່າ ຍ້ອນທຸກການນຳພາຂອງພຣະອົງ. ນີ້ແມ່ນຄວາມລອດພົ້ນທີ່ໜ້າອັດສະຈັນຂອງພຣະເຈົ້າ!

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ນຳພາຂ້ານ້ອຍເຂົ້າສູ່ເສັ້ນທາງແຫ່ງການໄດ້ຮັບການຊຳລະລ້າງ

ໂດຍ ກັງກີຢາງ, ສະຫະລັດອາເມຣິກາ ຂ້າພະເຈົ້າມາປະເທດສິງກາໂປດ້ວຍຕົວເອງໃນປີ 2007 ເພື່ອພະຍາຍາມຫາລ້ຽງຊີບ. ສິງກະໂປນັ້ນຮ້ອນຕະຫຼອດປີແທ້ໆ, ດັ່ງນັ້ນ...

ຂ້າພະເຈົ້າ ໄດ້ພົບເສັ້ນທາງ ສູ່ອານາຈັກສະຫວັນ

ໂດຍ ເໝີງອ໋າຍ, ໄຕ້ຫວັນ ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ເມື່ອພຣະເຢຊູສະເດັດມາສູ່ໂລກມະນຸດ, ພຣະອົງໄດ້ເລີ່ມຕົ້ນຍຸກແຫ່ງພຣະຄຸນ ແລະ...

ການສົນໃຈເລື່ອງເລົ່າລືເກືອບເຮັດໃຫ້ຂ້ານ້ອຍພາດຄວາມລອດພົ້ນແຫ່ງຍຸກສຸດທ້າຍຂອງພຣະເຈົ້າ

ໂດຍ ສຽວຫຼິງ, ຮົງກົງ ໝາຍເຫດຈາກຜູ້ກວດແກ້: ພຣະເຢຊູເຈົ້າຊົງກ່າວໄວ້ວ່າ: “ພຣະເຢຊູໄດ້ກ່າວກັບເຂົາວ່າ ເຮົາເປັນຫົນທາງ, ຄວາມຈິງ ແລະ ຊີວິດ” (ໂຢຮັນ...