ການສົນໃຈເລື່ອງເລົ່າລືເກືອບເຮັດໃຫ້ຂ້ານ້ອຍພາດຄວາມລອດພົ້ນແຫ່ງຍຸກສຸດທ້າຍຂອງພຣະເຈົ້າ

19 ເດືອນພະຈິກ 2022

ໂດຍ ສຽວຫຼິງ, ຮົງກົງ

ໝາຍເຫດຈາກຜູ້ກວດແກ້: ພຣະເຢຊູເຈົ້າຊົງກ່າວໄວ້ວ່າ: “ພຣະເຢຊູໄດ້ກ່າວກັບເຂົາວ່າ ເຮົາເປັນຫົນທາງ, ຄວາມຈິງ ແລະ ຊີວິດ(ໂຢຮັນ 14:6). ພຣະເຈົ້າເປັນຄວາມຈິງ, ຫົນທາງ ແລະ ຊີວິດ ແລະ ມີພຽງພຣະທຳຂອງພຣະເຈົ້າເທົ່ານັ້ນທີ່ສາມາດສະແດງຫົນທາງໃນອະນາຄົດຂ້າງໜ້າໃຫ້ແກ່ພວກເຮົາ ແລະ ປ່ອຍໃຫ້ພວກເຮົາເຫັນສິ່ງຕ່າງໆຢ່າງຊັດເຈນ. ແລ້ວຍັງມີອ້າຍເອື້ອຍນ້ອງຫຼາຍຄົນທີ່ບໍ່ສືບຄົ້ນຫົນທາງທີ່ແທ້ຈິງໃນແສງສະຫວ່າງແຫ່ງພຣະທຳຂອງພຣະເຈົ້າ, ແຕ່ກົງກັນຂ້າມ ພວກເຂົາສືບຄົ້ນຫົນທາງນັ້ນໃນແສງສະຫວ່າງຂອງສາລະຄະດີທີ່ພວກເຂົາເຫັນໃນອອນລາຍ. ແລ້ວບາງຄົນບໍ່ກ້າສືບຕໍ່ຄົ້ນຫາຫົນທາງນັ້ນ ຍ້ອນການລາຍງານທາງລົບທີ່ພວກເຂົາອ່ານໃນອອນລາຍ ແລະ ບາງຄົນກໍຖືກລໍ້ລວງໂດຍຄຳຂີ້ຕົວະທີ່ເຮັດໃຫ້ພວກເຂົາເກືອບພາດຄວາມລອດພົ້ນຂອງພຣະເຈົ້າໃນຍຸກສຸດທ້າຍ... ເອື້ອຍສຽວຫຼິງແມ່ນໜຶ່ງໃນບັນດາຄົນເຫຼົ່ານີ້, ແຕ່ຜ່ານການສະແຫວງຫາ ແລະ ການສົນທະນາ, ນາງເລີ່ມມີການເຂົ້າໃຈກ່ຽວກັບຄຳຂີ້ຕົວະໃນອິນເຕີເນັດ ແລະ ນາງຕ້ອນຮັບການກັບຄືນມາຂອງພຣະຜູ້ເປັນເຈົ້າ. ທ່ານຕ້ອງການທີ່ຈະຮູ້ຈັກກ່ຽວກັບປະສົບການຂອງນາງບໍ? ແລ້ວໃຫ້ອ່ານຕໍ່ໄປ...

ຂ້ານ້ອຍຮັບຮູ້ສຽງຂອງພຣະເຈົ້າ ແລະ ຕ້ອນຮັບການກັບຄືນມາຂອງພຣະຜູ້ເປັນເຈົ້າ

ໃນເດືອນຕຸລາ 2018, ຂ້ານ້ອຍໂຊກດີພໍທີ່ໄດ້ຍິນຂ່າວປະເສີດແຫ່ງອານາຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ຫຼັງຈາກຊ່ວງເວລາແຫ່ງການສະແຫວງຫາ ແລະ ການສືບຄົ້ນ, ຂ້ານ້ອຍໄດ້ມີຄວາມເຂົ້າໃຈບາງຢ່າງກ່ຽວກັບແຜນການຄຸ້ມຄອງຫົກພັນປີຂອງພຣະເຈົ້າເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ, ຄວາມລຶກລັບແຫ່ງການບັງເກີດເປັນມະນຸດຂອງພຣະເຈົ້າ ແລະ ຂໍ້ແທ້ຈິງແຫ່ງຄວາມເສື່ອມຊາມຂອງມະນຸດຊາດໂດຍຊາຕານ ແລະ ຂ້ານ້ອຍມາເຂົ້າໃຈວ່າ ມີພຽງແຕ່ໂດຍການຍອມຮັບພາລະກິດແຫ່ງການພິພາກສາຂອງພຣະເຈົ້າໃນຍຸກສຸດທ້າຍ, ການຜະເຊີນກັບການພິພາກສາ ແລະ ການຂ້ຽນຕີແຫ່ງພຣະທຳຂອງພຣະເຈົ້າ ແລະ ໂດຍການທີ່ອຸປະນິໄສແບບຊາຕານຂອງພວກເຮົາໄດ້ຮັບການປ່ຽນແປງ ແລະ ຖືກຊໍາລະໃຫ້ບໍລິສຸດເທົ່ານັ້ນ, ພວກເຮົາຈຶ່ງສາມາດຖືກຍົກຂຶ້ນສູ່ອານາຈັກສະຫວັນໂດຍພຣະເຈົ້າ. ຈາກພຣະທຳທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວ, ຂ້ານ້ອຍກໍແນ່ໃຈວ່າ ພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນພຣະເຢຊູເຈົ້າທີ່ກັບຄືນມາ ແລະ ຂ້ານ້ອຍກໍຍອມຮັບພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າຢ່າງມີຄວາມສຸກ. ຕະຫຼອດເວລາທີ່ຕາມມາ, ຂ້ານ້ອຍໄດ້ອ່ານພຣະທຳຂອງພຣະເຈົ້າຫຼາຍ, ຂ້ານ້ອຍເຂົ້າຮ່ວມການເຕົ້າໂຮມ ແລະ ສົນທະນາເລື້ອຍໆກັບອ້າຍເອື້ອຍນ້ອງຂອງຂ້ານ້ອຍ ແລະ ຂ້ານ້ອຍມາເຂົ້າໃຈຄວາມຈິງຫຼາຍຢ່າງທີ່ຂ້ານ້ອຍບໍ່ເຂົ້າໃຈ ເມື່ອຂ້ານ້ອຍພຽງແຕ່ເຊື່ອໃນພຣະຜູ້ເປັນເຈົ້າກ່ອນໜ້ານີ້. ຂ້ານ້ອຍຮູ້ສຶກເຖິງຄວາມຫວານທີ່ເຫຼືອເຊື່ອຢູ່ໃນຫົວໃຈຂອງຂ້ານ້ອຍ ແລະ ຂ້ານ້ອຍຮູ້ສຶກເຖິງການປົດປ່ອຍໃນວິນຍານຂອງຂ້ານ້ອຍທີ່ຂ້ານ້ອຍບໍ່ເຄີຍຮູ້ສຶກມາກ່ອນ.

ຂ້ານ້ອຍສະດຸດຄຳຂີ້ຕົວະທີ່ຢູ່ໃນອິນເຕີເນັດ ແລະ ຂໍ້ສົງໄສກໍເລີ່ມເກີດຂຶ້ນ

ມື້ໜຶ່ງ ສອງເດືອນຕໍ່ມາ ຂ້ານ້ອຍກໍຂໍໃຫ້ລູກຊາຍຂອງຂ້ານ້ອຍຊື້ມືຖືໃຫ້ກັບຂ້ານ້ອຍ ເພື່ອວ່າຂ້ານ້ອຍຈະສາມາດຟັງເພງນະມັດສະການ, ການທ່ອງຈຳພຣະທຳຂອງພຣະເຈົ້າ ແລະ ການສົນທະນາ ແລະ ຄຳເທດສະໜາກ່ຽວກັບທາງເຂົ້າສູ່ຊີວິດໄດ້ງ່າຍຂຶ້ນ. ມັນຫາກໍເກີດຂຶ້ນຄື ໝູ່ຂອງຂ້ານ້ອຍຢູ່ທີ່ເຮືອນຂອງຂ້ານ້ອຍໃນມື້ນັ້ນ ແລະ ລູກຊາຍຂອງຂ້ານ້ອຍ ແລະ ໝູ່ຂອງຂ້ານ້ອຍຢາກຮູ້ຢາກເຫັນກ່ຽວກັບຄຣິສຕະຈັກທີ່ຂ້ານ້ອຍເຂົ້າຮ່ວມ, ສະນັ້ນ ຂ້ານ້ອຍຈຶ່ງບອກພວກເຂົາວ່າ ຂ້ານ້ອຍເຂົ້າຮ່ວມຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ໝູ່ຂອງຂ້ານ້ອຍເວົ້າວ່າ ນາງບໍ່ເຄີຍໄດ້ຍິນກ່ຽວກັບຄຣິສຕະຈັກນັ້ນມາກ່ອນ, ສະນັ້ນ ນາງຈຶ່ງຄົ້ນຫາຄຣິສຕະຈັກນັ້ນໃນອອນລາຍ ແລະ ຫຼັງຈາກນັ້ນກໍກົດທີ່ໜຶ່ງໃນໜ້າເວບ. ດ້ວຍຄວາມຕົກໃຈຂອງຂ້ານ້ອຍ, ໝູ່ຂອງຂ້ານ້ອຍອ່ານໜ້າເວບ ແລະ ຫຼັງຈາກນັ້ນກໍເວົ້າຢ່າງມີຊີວິດຊີວາວ່າ “ເບິ່ງແມະ, ລັດຖະບານພັກກອມມູນິດຈີນເວົ້າວ່າ ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ຖືກຈັດຕັ້ງຂຶ້ນໂດຍມະນຸດທີ່ຊື່ວ່າ ຈາວ ແລະ ມັນເປັນອົງກອນຂອງມະນຸດ! ເຈົ້າຈະສາມາດເຂົ້າຮ່ວມຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ແນວໃດ?” ລູກຊາຍຂອງຂ້ານ້ອຍທີ່ຢູ່ໃນທີ່ນັ້ນເຊັ່ນກັນກໍຍັງເວົ້າຢ່າງຮ້ອນຮົນວ່າ “ແມ່ເອີຍ, ເຈົ້າຮູ້ຫຍັງກ່ຽວກັບຄຣິສຕະຈັກນີ້ບໍ? ຍັງມີຫຼາຍຄຣິສຕະຈັກໃນຮົງກົງ. ເປັນຫຍັງເຈົ້າຈຶ່ງເຂົ້າຮ່ວມຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ?” ຫຼັງຈາກທີ່ໄດ້ຍິນການລາຍງານໃນທາງລົບທີ່ສ້າງຂຶ້ນໂດຍລັດຖະບານກອມມູນິດຈີນ, ຂ້ານ້ອຍກໍໃຈຮ້າຍ ແລະ ເວົ້າຢ່າງກັງວົນວ່າ “ພັກກອມມູນິດຈີນບໍ່ໄດ້ສ້າງຂ່າວປອມຕະຫຼອດຫຼາຍປີເຫຼົ່ານີ້ບໍ? ເຈົ້າເຊື່ອໃນສິ່ງທີ່ພັກກອມມູນິດຈີນເວົ້າແທ້ໆບໍ? ຢ່າເວົ້າສິ່ງທີ່ໄຮ້ສາລະ ເມື່ອເຈົ້າບໍ່ຮູ້ຈັກຫຍັງກ່ຽວກັບຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ຂ້ອຍໄດ້ພົວພັນກັບຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຊົ່ວຂະນະໃນຕອນນີ້ ແລະ ເມື່ອອ້າຍເອື້ອຍນ້ອງເຕົ້າໂຮມຮ່ວມກັນ, ພວກເຂົາທຸກຄົນກໍອ່ານພຣະທຳຂອງພຣະເຈົ້າ ແລະ ສົນທະນາກ່ຽວກັບປະສົບການ ແລະ ຄວາມເຂົ້າໃຈຂອງພວກເຂົາ ແລະ ວິນຍານຂອງຂ້ອຍກໍໄດ້ຮັບການລໍ່ລ້ຽງ ແລະ ມັນມີຄວາມສຸກທີ່ໄດ້ຟັງພວກເຂົາ. ບັດນີ້ ຫຼາຍບັນຫາທີ່ຂ້ອຍບໍ່ເຂົ້າໃຈໃນຂະນະທີ່ຂ້ານ້ອຍຫາກໍເຊື່ອໃນພຣະຜູ້ເປັນເຈົ້າກໍໄດ້ຖືກແກ້ໄຂແລ້ວ ແລະ ບໍ່ມີຫຍັງທີ່ຂ້ານ້ອຍໄດ້ເຫັນ ຫຼື ໄດ້ຍິນມີຄວາມຄ້າຍຄືກັບສິ່ງທີ່ມັນກ່າວໃນອອນລາຍ...” ເຖິງຢ່າງໃດກໍຕາມ ລູກຊາຍຂອງຂ້ານ້ອຍ ແລະ ໝູ່ຂອງຂ້ານ້ອຍພຽງແຕ່ບໍ່ສົນໃຈໃນສິ່ງທີ່ຂ້ານ້ອຍກຳລັງເວົ້າ ແລະ ພວກເຂົາກໍຄົ້ນຫາໃນ Wikipedia. ແລ້ວພວກເຂົາກໍເວົ້າຢ່າງຮຸນແຮງຕໍ່ຂ້ານ້ອຍວ່າ “ເຈົ້າເຫັນບໍ? ມັນເຖິງກັບເວົ້າສິ່ງດຽວກັນໃນ Wikipedia! ໃຫ້ຢູ່ຫ່າງຈາກຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ເພື່ອຫຼີກລ່-ຽງບໍ່ໄດ້ຖືກລໍ້ລວງ!” ເມື່ອຜະເຊີນກັບການໂຈມຕີຢ່າງກະທັນຫັນໂດຍຂໍ້ມູນທີ່ເປັນລົບ, ເປັນຊ່ວງເວລາໃດໜຶ່ງ ຂ້ານ້ອຍຄິດບໍ່ອອກວ່າຈະແຍກແຍະຄວາມຈິງອອກຈາກຄວາມປອມໄດ້ແນວໃດ ແລະ ຂ້ານ້ອຍກໍເລີ່ມກັງວົນວ່າ ຂ້ານ້ອຍຫຼົງຜິດໃນຄວາມເຊື່ອຂອງຂ້ານ້ອຍ. ຂ້ານ້ອຍເລີ່ມໃຈຮ້າຍ, ສະນັ້ນ ຂ້ານ້ອຍຈຶ່ງຂໍໃຫ້ພວກເຂົາບໍ່ເວົ້າຫຍັງອີກ.

ໃນຕອນແລງນັ້ນ, ຂ້ານ້ອຍສົ່ງຂໍ້ຄວາມຫາໜຶ່ງໃນເອື້ອຍນ້ອງໃນຄຣິສຕະຈັກຂອງຂ້ານ້ອຍ ໂດຍເວົ້າວ່າ “ຂ້ານ້ອຍໄດ້ເຫັນຂໍ້ມູນທີ່ເປັນລົບຫຼາຍໃນອອນລາຍ ແລະ ຂ້ານ້ອຍຮູ້ສຶກເຕັມໄປດ້ວຍຄວາມສົງໄສ. ຂ້ານ້ອຍຈະບໍ່ເຂົ້າຮ່ວມການເຕົ້າໂຮມຂອງຄຣິສຕະຈັກອີກຕໍ່ໄປ”. ແລ້ວຂ້ານ້ອຍກໍໄດ້ສົ່ງການລາຍງານໃນທາງລົບເຫຼົ່ານີ້ໄປຫານ້ອງສາວ ແລະ ນາງກໍຕອບໂຕ້ຢ່າງໄວຫຼາຍ ໂດຍເວົ້າວ່າ “ເອື້ອຍສຽວຫຼິງ, ການລາຍງານໃນທາງລົບທຸກຢ່າງເຫຼົ່ານີ້ທີ່ຢູ່ໃນອອນລາຍແມ່ນຄຳຂີ້ຕົວະ. ຢ່າເຊື່ອພວກມັນຢ່າງໄວເກີນໄປ. ໃຫ້ພວກເຮົາລົມກ່ຽວກັບເລື່ອງນີ້ໃນຕອນທີ່ພວກເຮົາພົບກັນ, ໂອເຄບໍ?” ຫົວໃຈຂອງຂ້ານ້ອຍວຸ້ນວາຍໃນຕອນນີ້ ແລະ ຂ້ານ້ອຍພຽງແຕ່ຕ້ອງການໃຈເຢັນລົງ, ສະນັ້ນ ຂ້ານ້ອຍຈຶ່ງປະຕິເສດການສະເໜີຂອງນາງ.

ໃນຄືນນັ້ນ, ຂ້ານ້ອຍນອນຢູ່ເທິງຕຽງ ແລະ ຫັນໄປຫັນມາ ແລະ ບໍ່ສາມາດລັບຕານອນໄດ້. ໃນຄວາມຄິດຂອງຂ້ານ້ອຍ, ຂ້ານ້ອຍສືບຕໍ່ຄິດເຖິງທຸກສ່ວນເລັກນ້ອຍໃນໄລຍະສອງເດືອນທີ່ຜ່ານມາຂອງການເຊື່ອມຕິດກັນຂອງຂ້ານ້ອຍກັບອ້າຍເອື້ອຍນ້ອງໃນຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ເຄື່ອງນຸ່ງ ແລະ ການປາກົດຕົວຂອງພວກເຂົາຮຽບຮ້ອຍຢູ່ສະເໝີ, ພວກເຂົາທ່ຽງກົງ ແລະ ຊື່ສັດໃນຄຳເວົ້າ ແລະ ການກະທຳ, ພວກເຂົາມີລັກສະນະທາງສິນທຳທີ່ສູງ, ພວກເຂົາຈິງໃຈ, ພວກເຂົາຊ່ວຍເຫຼືອກັນໃນເວລາໃດກໍຕາມທີ່ຄົນໜຶ່ງມີບັນຫາ, ສິ່ງຕ່າງໆທີ່ພວກເຂົາສົນທະນາແມ່ນຖືກສ່ອງແສງ ແລະ ເປີດຂອດແຫ່ງຄວາມເຈັບປວດທີ່ແທງຢູ່ໃນຫົວໃຈຂອງຂ້ານ້ອຍເປັນເວລາດົນນັ້ນອອກ ແລະ ຂ້ານ້ອຍກໍຮູ້ສຶກວ່າ ສິ່ງຕ່າງໆທີ່ພວກເຂົາເວົ້າແມ່ນມາຈາກພຣະເຈົ້າ. ແລ້ວເປັນຫຍັງຈຶ່ງມີການເປີດເຜີຍທາງລົບສູ່ສາທາລະນະຫຼາຍໃນອອນລາຍ ກ່ຽວກັບຄຣິສຕະຈັກນີ້? ຂ້ານ້ອຍຫຼົງຜິດໃນຄວາມເຊື່ອຂອງຂ້ານ້ອຍ ຫຼື ບໍ່? ຄວາມຄິດດັ່ງກ່າວທີ່ໝູນຢູ່ໃນຫົວຂອງຂ້ານ້ອຍ, ແຕ່ຂ້ານ້ອຍບໍ່ສາມາດຄົ້ນພົບຄຳຕອບໃດໆ. ຂ້ານ້ອຍຮູ້ສຶກຄືກັບວ່າຂ້ານ້ອຍກຳລັງຖືກທໍລະມານ, ສະນັ້ນ ຂ້ານ້ອຍຈຶ່ງລຸກຂຶ້ນ ແລະ ອະທິຖານ: “ໂອ ພຣະເຈົ້າ! ຂ້ານ້ອຍຮູ້ສຶກບໍ່ສະບາຍໃຈໃນຕອນນີ້. ຕະຫຼອດເວລານີ້ທີ່ພົວພັນກັບຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ຂ້ານ້ອຍມາເຂົ້າໃຈຄວາມຈິງ ແລະ ຄວາມລຶກລັບຫຼາຍຢ່າງແທ້ໆ. ແຕ່ບັດນີ້ ຂ້ານ້ອຍໄດ້ຍິນສິ່ງທີ່ເປັນດ້ານລົບຫຼາຍຢ່າງ ແລະ ແມ່ນແຕ່ Wikipedia ກໍເວົ້າວ່າ ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແມ່ນອົງກອນຂອງມະນຸດ. ໂອ ພຣະເຈົ້າ! ຫົວໃຈຂອງຂ້ານ້ອຍວຸ້ນວາຍ ແລະ ຂ້ານ້ອຍບໍ່ຮູ້ວ່າຈະເລືອກແນວໃດ. ກະລຸນາມອບສະຕິປັນຍາໃຫ້ແກ່ຂ້ານ້ອຍເພື່ອເຂົ້າໃຈວ່າຈະເຮັດແນວໃດເພື່ອສອດຄ່ອງກັບຄວາມປະສົງຂອງພຣະອົງ”.

ມື້ຕໍ່ມາ, ນ້ອງສາວຄົນດັ່ງກ່າວກໍສົ່ງຂໍ້ຄວາມຫາຂ້ານ້ອຍອີກໂດຍຊັກຊວນໃຫ້ຂ້ານ້ອຍເຂົ້າຮ່ວມການເຕົ້າໂຮມ. ຂ້ານ້ອຍຮູ້ສຶກບໍ່ສະບາຍໃຈ ເມື່ອຂ້ານ້ອຍໄດ້ອ່ານຂໍ້ຄວາມຂອງນາງ ແລະ ຄິດວ່າ: “ຂ້ານ້ອຍຄວນໄປ ຫຼື ບໍ່? ຖ້າຂ້ານ້ອຍບໍ່ໄປ, ຂ້ານ້ອຍກໍຈະບໍ່ເຂົ້າໃຈວ່າເປັນຫຍັງຈຶ່ງມີການເປີດເຜີຍທາງລົບສູ່ສາທາລະນະຫຼາຍໃນອອນລາຍກ່ຽວກັບຄຣິສຕະຈັກ. ມັນດີທີ່ສຸດຖ້າຂ້ານ້ອຍໄປ ແລະ ຟັງສິ່ງທີ່ພວກເຂົາສົນທະນາກັນກ່ຽວກັບສິ່ງນີ້”. ແລ້ວຂ້ານ້ອຍກໍກ່າວໃນຄຳອະທິຖານຫາພຣະເຈົ້າໃນຫົວໃຈຂອງຂ້ານ້ອຍ, ຂໍໃຫ້ພຣະອົງເຮັດໃຫ້ຂ້ານ້ອຍໃຈເຢັນລົງ ແລະ ຊີ້ນຳ ແລະ ນຳພາຂ້ານ້ອຍ. ຫຼັງຈາກທີ່ຂ້ານ້ອຍໄດ້ອະທິຖານ, ຂ້ານ້ອຍກໍຮູ້ສຶກວ່າໃຈເຢັນຂຶ້ນຫຼາຍ ແລະ ຂ້ານ້ອຍຕອບຮັບການຊັກຊວນຂອງນ້ອງສາວຄົນດັ່ງກ່າວ.

ຫຼັງຈາກທີ່ໄດ້ວິເຄາະຄຳຂີ້ຕົວະຂອງພັກກອມມູນິດຈີນ, ທຸກສິ່ງກໍເລີ່ມຊັດເຈນ ແລະ ຂ້ານ້ອຍກໍຮູ້ສຶກສະບາຍໃຈ

ເມື່ອຂ້ານ້ອຍໄດ້ທີ່ສະຖານທີ່ພົບປະ, ຂ້ານ້ອຍກໍບອກນ້ອງສາວທີ່ຢູ່ໃນຄຣິສຕະຈັກກ່ຽວກັບຄວາມສົງໄສຂອງຂ້ານ້ອຍ. “ນ້ອງເອີຍ, ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ການສົນທະນາທີ່ເຈົ້າ ແລະ ອ້າຍເອື້ອຍນ້ອງຄົນອື່ນໆໄດ້ມອບໃຫ້ແກ່ຂ້ານ້ອຍ ແມ່ນໄດ້ແກ້ໄຂຄວາມສັບສົນຫຼາຍຢ່າງທີ່ຜ່ານມາຂອງຂ້ານ້ອຍ ແລະ ພວກມັນເຮັດໃຫ້ຂ້ານ້ອຍເຂົ້າໃຈຄວາມຈິງ ແລະ ຄວາມລຶກລັບຫຼາຍຢ່າງ. ເຖິງຢ່າງໃດກໍຕາມ, ສິ່ງທີ່ຂ້ານ້ອຍບໍ່ເຂົ້າໃຈບໍ່ແມ່ນພຽງແຕ່ວ່າ ເປັນຫຍັງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຈຶ່ງຖືກກ່າວໂທດໂດຍພັກກອມມູນິດຈີນ, ແຕ່ເປັນຫຍັງ Wikipedia ເຖິງກັບກ່າວບາງສິ່ງໃນທາງລົບອີກດ້ວຍ, ໂດຍເວົ້າວ່າ ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ຖືກຈັດຕັ້ງຂຶ້ນໂດຍມະນຸດທີ່ຊື່ວ່າ ຈາວ ແລະ ມັນແມ່ນອົງກອນຂອງມະນຸດ”. ນ້ອງສາວຄົນດັ່ງກ່າວກໍຟັງຂ້ານ້ອຍ ແລະ ຫຼັງຈາກນັ້ນກໍເວົ້າວ່າ “ເອື້ອຍສຽວຫຼິງ, ຂ້ອຍເຂົ້າໃຈວ່າເຈົ້າຕ້ອງມີຄວາມຮູ້ສຶກ, ແຕ່ພວກເຮົາຕ້ອງເຂົ້າໃຈວ່າ ບໍ່ວ່າຄຣິສຕະຈັກເປັນຄຣິສຕະຈັກຂອງພຣະເຈົ້າ ຫຼື ບໍ່ ແມ່ນບໍ່ໄດ້ຖືກກຳນົດໂດຍບຸກຄົນ, ກຸ່ມ ຫຼື ລັດຖະບານຂອງລັດໃດໜຶ່ງ, ແຕ່ກົງກັນຂ້າມ ມັນຖືກກຳນົດໂດຍການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າທັງສິ້ນ. ຕົວຢ່າງເຊັ່ນ: ລັດທິຢູດາເກີດຂຶ້ນຈາກພາລະກິດຂອງພຣະເຢໂຮວາ, ສາສະໜາຄຣິສ ແລະ ລັດທິກາໂຕລິກແມ່ນເກີດຂຶ້ນຈາກພາລະກິດຂອງພຣະເຢຊູເຈົ້າ ແລະ ໃນທຳນອງດຽວກັນ ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ໄດ້ເກີດຂຶ້ນຈາກການປາກົດຕົວ ແລະ ພາລະກິດຂອງພຣະເຢຊູເຈົ້າທີ່ກັບຄືນມາ ນັ້ນກໍຄື ພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ມັນແມ່ນຄຣິສຕະຈັກທີ່ຖືກຈັດຕັ້ງຂຶ້ນໂດຍພຣະເຈົ້າເອງທັງສິ້ນ. ໃຫ້ພວກເຮົາເບິ່ງວິດີໂອ ຕົ້ນກຳເນີດ ແລະ ການພັດທະນາຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ເຊິ່ງກ່ຽວກັບບັນຫານີ້ ແລະ ຫຼັງຈາກນັ້ນ ພວກເຮົາຈະເຂົ້າໃຈໄດ້ດີຂຶ້ນ”.

ໃນຂະນະທີ່ນ້ອງສາວຄົນດັ່ງກ່າວເວົ້າ, ນາງກໍເລີ່ມເປີດວິດີໂອ ແລະ ຂ້ານ້ອຍກໍເຫັນວ່າ ມັນກ່າວໃນວິດີໂອວ່າ: “ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດເກີດຂຶ້ນກໍເນື່ອງຈາກການປາກົດຕົວ ແລະ ດ້ວຍພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບ, ສູງສຸດດ້ວຍການກັບຄືນມາຂອງພຣະເຍຊູເຈົ້າ, ດ້ວຍພຣະຄຣິດແຫ່ງຍຸກສຸດທ້າຍ ແລະ ພ້ອມນີ້ກໍດ້ວຍພາຍໃຕ້ການພິພາກສາ ແລະ ການລົງໂທດທີ່ເປັນທໍາຂອງພຣະອົງ. ຄຣິສຕະຈັກປະກອບມີຜູ້ຄົນເຫຼົ່ານັ້ນທີ່ຍອມຮັບຢ່າງຈິງໃຈໃນພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ໄດ້ຮັບການເອົາຊະນະ ແລະ ການຊ່ວຍໃຫ້ລອດພົ້ນໂດຍພຣະທໍາຂອງພຣະເຈົ້າ. ຄຣິສຕະຈັກດັ່ງກ່າວແມ່ນໄດ້ຮັບການສ້າງຕັ້ງຂຶ້ນໂດຍພຣະເຈົ້າອົງຊົງລິດທານຸພາບສູງສຸດເປັນການສ່ວນຕົວ, ນຳພາ ແລະ ຊີ້ນຳໂດຍຕົວພຣະອົງເອງ ແລະ ບໍ່ແມ່ນມະນຸດຄົນໃດເປັນຜູ້ສ້າງມັນຂຶ້ນມາ. ນີ້ແມ່ນຄວາມຈິງທີ່ຮັບຮູ້ໂດຍຜູ້ຄົນທີ່ໄດ້ຮັບເລືອກທັງໝົດໃນຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ບຸກຄົນໃດກໍຕາມທີ່ຖືກໃຊ້ໂດຍພຣະເຈົ້າຜູ້ບັງເກີດເປັນມະນຸດແມ່ນຖືກກຳນົດຊີວິດໄວ້ລ່ວງໜ້າໂດຍພຣະເຈົ້າ ແລະ ໄດ້ຮັບການແຕ່ງຕັ້ງ ແລະ ການປະຈັກພະຍານໂດຍຕົວພຣະເຈົ້າເອງ, ເໝືອນດັ່ງພຣະເຍຊູໄດ້ເລືອກ ແລະ ແຕ່ງຕັ້ງສາວົກທັງສິບສອງຄົນໂດຍຕົວພຣະອົງເອງ. ຜູ້ທີ່ຖືກໃຊ້ໂດຍພຣະເຈົ້າພຽງແຕ່ເປັນຜູ້ຮ່ວມມືກັບພາລະກິດຂອງພຣະອົງເທົ່ານັ້ນ ແລະ ບໍ່ເຄີຍສາມາດປະຕິບັດພາລະກິດຂອງພຣະອົງແທນພຣະອົງໄດ້. ຍ້ອນວ່າມະນຸດຊາດທີ່ເສື່ອມຊາມປາສະຈາກຄວາມຈິງ ແລະ ບໍ່ມີວັນສາມາດກ່າວຄວາມຈິງໄດ້, ແຮງໄກທີ່ຈະກໍ່ຕັ້ງຄຣິສຕະຈັກໜຶ່ງຂຶ້ນມາ, ຄຣິສຕະຈັກບໍ່ແມ່ນຖືກສ້າງຕັ້ງຂຶ້ນໂດຍບຸກຄົນທີ່ຖືກໃຊ້ໂດຍພຣະເຈົ້າ ຫຼື ບຸກຄົນທີ່ພຣະເຈົ້າເລືອກ ຫຼື ຜູ້ຄົນທີ່ເຊື່ອ ແລະ ຕິດຕາມບຸກຄົນທີ່ພຣະເຈົ້າເລືອກ. ຄຣິສຕະຈັກຕ່າງໆໃນຍຸກແຫ່ງພຣະຄຸນບໍ່ໄດ້ຖືກສ້າງຂຶ້ນໂດຍ ໂປໂລ ແລະ ອັກຄະສາວົກຄົນອື່ນໆ, ແຕ່ແມ່ນຜົນງານຂອງພາລະກິດຂອງພຣະເຍຊູເຈົ້າ ແລະ ໄດ້ຖືກສ້າງຂຶ້ນໂດຍພຣະເຍຊູເຈົ້າເອງ. ເຊັ່ນດຽວກັນ ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກສຸດທ້າຍບໍ່ໄດ້ຖືກສ້າງຕັ້ງຂຶ້ນໂດຍມະນຸດຜູ້ທີ່ຮັບໃຊ້ພຣະເຈົ້າ ແຕ່ແມ່ນຜົນງານຂອງພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ມະນຸດຜູ້ທີ່ຮັບໃຊ້ພຣະເຈົ້າແມ່ນພຽງແຕ່ເປັນນໍ້າ, ເປັນເຄື່ອງຮັບໃຊ້ ແລະ ນຳພາຄຣິສຕະຈັກຕ່າງໆໂດຍປະຕິບັດໜ້າທີ່ຂອງມະນຸດເທົ່ານັ້ນ. ເຖິງແມ່ນວ່າຜູ້ຄົນທີ່ພຣະເຈົ້າເລືອກຈະໄດ້ຮັບການນຳພາ, ຫົດສົງ ແລະ ສະໜອງເຄື່ອງຮັບໃຊ້ໂດຍມະນຸດຜູ້ທີ່ຮັບໃຊ້ພຣະເຈົ້າກໍຕາມ, ແຕ່ພວກເຂົາບໍ່ເຊື່ອ ແລະ ບໍ່ຕິດຕາມໃຜນອກຈາກພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ຍອມຮັບ ເຊື່ອຟັງພຣະທໍາ ແລະ ພາລະກິດຂອງພຣະອົງເທົ່ານັ້ນ. ນີ້ແມ່ນຄວາມຈິງທີ່ບໍ່ມີໃຜສາມາດປະຕິເສດໄດ້”.

ຫຼັງຈາກທີ່ພວກເຮົາໄດ້ຮັບຊົມວິດີໂອ, ນ້ອງສາວຄົນດັ່ງກ່າວກໍສົນທະນາ ໂດຍເວົ້າວ່າ “ເອື້ອຍສຽວຫຼິງ, ບັດນີ້ ພວກເຮົາມີຄວາມເຂົ້າໃຈທີ່ດີຂຶ້ນກ່ຽວກັບຕົ້ນກຳເນີດ ແລະ ການພັດທະນາຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ແມ່ນບໍ? ພຣະຄຣິດແຫ່ງຍຸກສຸດທ້າຍ ນັ້ນກໍຄື ພຣະເຈົ້າອົງຊົງລິດທານຸພາບສູງສຸດ ໄດ້ກ່າວພຣະທຳຫຼາຍຂໍ້ ແລະ ກຳລັງປະຕິບັດພາລະກິດແຫ່ການພິພາກສາ ແລະ ເຮັດໃຫ້ມະນຸດບໍລິສຸດ ເຊິ່ງບັນລຸພຣະທຳທັງໝົດຂອງພຣະເຢຊູເຈົ້າ ໃນຕອນທີ່ພຣະອົງກ່າວວ່າ: ‘ຜູ້ທີ່ປະຕິເສດເຮົາ ແລະ ບໍ່ຮັບເອົາພຣະທໍາຂອງເຮົາ ກໍຈະມີສິ່ງທີ່ຕັດສິນພວກເຂົາ, ພຣະທໍາທີ່ເຮົາໄດ້ກ່າວກໍຈະຕັດສິນພວກເຂົາໃນວັນສຸດທ້າຍເຊັ່ນກັນ(ໂຢຮັນ 12:48). ‘ເຖິງເວລາທີ່ການຄໍາພິພາກສາເລີ້ມຕົ້ນທີ່ຄົວເຮືອນຂອງພຣະເຈົ້າ(1 ເປໂຕ 4:17). ‘ເຖິງຢ່າງໃດກໍຕາມເມື່ອພຣະອົງ ຜູ້ເປັນພຣະວິນຍານແຫ່ງຄວາມຈິງ ສະເດັດມາ, ພຣະອົງຈະນຳທາງພວກເຈົ້າໄປສູ່ຄວາມຈິງທັງໝົດ ເພາະພຣະອົງຈະບໍ່ກ່າວເຖິງເລື່ອງພຣະອົງ ແຕ່ ຈະກ່າວໃນສິ່ງທີ່ພຣະອົງໄດ້ຍິນ ແລະ ສະແດງໃຫ້ພວກເຈົ້າເຫັນສິ່ງທີ່ຈະເກີດຂຶ້ນ(ໂຢຮັນ 16:13). ຜ່ານທາງການສະແຫວງຫາ ແລະ ການສືບຄົ້ນພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກສຸດທ້າຍ, ທຸກຄົນທີ່ເຊື່ອໃນພຣະເຈົ້າຢ່າງຈິງໃຈ ແລະ ຜູ້ທີ່ປາຖະໜາຫາຄວາມຈິງໃນທຸກຊົນຊາດ, ທຸກທະວີບ ແລະ ໃນທຸກສາສະໜາ ແລະ ທຸກຄວາມເຊື່ອ, ແມ່ນໄດ້ຮັບຮູ້ໃຫ້ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດເປັນສຽງຂອງພຣະເຈົ້າ ແລະ ພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນພຣະເຢຊູເຈົ້າທີ່ກັບຄືນມາ. ພວກເຂົາກັບຄືນມາຢູ່ຕໍ່ໜ້າພຣະເຈົ້າເທື່ອລະຄົນ ແລະ ຜູ້ຄົນເຫຼົ່ານີ້ໄດ້ຮ່ວມກັບເພື່ອກໍ່ຕັ້ງ ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ໃນຄຣິສຕະຈັກ, ຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າໄດ້ອະທິຖານໃນນາມຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພວກເຂົາອ່ານ ແລະ ສົນທະນາກັນກ່ຽວກັບພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພວກເຂົາຜະເຊີນກັບການພິພາກສາແຫ່ງພຣະທຳຂອງພຣະເຈົ້າ, ພວກເຂົາເຊື່ອຟັງພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ພວກເຂົາສະແຫວງຫາການປ່ຽນແປງໃນອຸປະນິໄສຂອງພວກເຂົາເພື່ອທີ່ຈະຖືກຊ່ວຍໃຫ້ລອດພົ້ນໂດຍພຣະເຈົ້າ, ພວກເຂົາບໍ່ເຊື່ອໃນມະນຸດແທ້ໆ. ຈາກສິ່ງນີ້ ພວກເຮົາສາມາດເຫັນໄດ້ວ່າ ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ເກີດຈາກການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍ ແລະ ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແມ່ນຄຣິສຕະຈັກຂອງພຣະຄຣິດແຫ່ງຍຸກສຸດທ້າຍ, ສິ່ງນີ້ແມ່ນຢູ່ນອກເໜືອຂໍ້ສົງໄສທັງໝົດ.

“ແລ້ວມະນຸດທີ່ພຣະເຈົ້າໃຊ້ແມ່ນຖືກຈັດກຽມ ແລະ ເຮັດໃຫ້ສົມບູນລ່ວງໜ້າໂດຍພຣະເຈົ້າເພື່ອຮ່ວມມືກັບພາລະກິດຂອງພຣະອົງ ເພື່ອວ່າພາລະກິດຂອງພຣະອົງອາດບັນລຸຜົນທີ່ດີຂຶ້ນ. ມະນຸດຄົນນີ້ແບກຄວາມຮັບຜິດຊອບໃນການລໍ່ລ້ຽງ, ລ້ຽງດູ ແລະ ນໍາພາຄຣິສຕະຈັກທັງໝົດ, ແຕ່ສິ່ງທີ່ເພິ່ນເຮັດກໍເປັນພຽງໜ້າທີ່ຂອງມະນຸດ. ໃຫ້ພວກເຮົາອ່ານຂໍ້ຄວາມຈາກພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ຫຼັງຈາກນັ້ນພວກເຮົາຈະເຂົ້າໃຈໄດ້ດີຂຶ້ນ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: ‘ພາລະກິດທີ່ປະຕິບັດໂດຍຜູ້ທີ່ຖືກນຳໃຊ້ໂດຍພຣະເຈົ້າແມ່ນເພື່ອການຮ່ວມມືກັບພາລະກິດຂອງພຣະຄຣິດ ຫລື ພຣະວິນຍານບໍລິສຸດ. ຜູ້ຊາຍຄົນນີ້ໄດ້ຖືກຍົກຂຶ້ນມາໂດຍພຣະເຈົ້າໃນບັນດາມະນຸດ, ເພິ່ນຢູ່ທີ່ນັ້ນເພື່ອນໍາພາທຸກຄົນທີ່ຖືກເລືອກໂດຍພຣະເຈົ້າ ແລະ ເພິ່ນຍັງໄດ້ຖືກຍົກຂຶ້ນມາໂດຍພຣະເຈົ້າເພື່ອເຮັດວຽກຮ່ວມມືກັບມະນຸດ. ໂດຍຜ່ານບຸກຄົນນີ້, ຜູ້ທີ່ສາມາດເຮັດວຽກຮ່ວມມືກັບມະນຸດ... ກົງກັນຂ້າມ, ຜູ້ທີ່ຖືກນໍາໃຊ້ໂດຍພຣະເຈົ້າແມ່ນຜູ້ທີ່ໄດ້ຜ່ານການຈັດແຈງໂດຍພຣະເຈົ້າ ແລະ ຜູ້ທີ່ມີຄວາມສາມາດໃນລະດັບໃດໜຶ່ງ ແລະ ມີຄວາມເປັນມະນຸດ. ເພິ່ນໄດ້ຮັບການຈັດແຈງ ແລະ ເຮັດໃຫ້ສົມບູນໂດຍພຣະວິນຍານບໍລິສຸດ ແລະ ໄດ້ຮັບການນໍາພາຢ່າງສົມບູນໂດຍພຣະວິນຍານບໍລິສຸດ ແລະ ໂດຍສະເພາະກ່ຽວກັບການປະຕິບັດພາລະກິດຂອງພຣະອົງ, ເພິ່ນໄດ້ຮັບການຊີ້ນໍາ ແລະ ບັນຊາ ໂດຍພຣະວິນຍານບໍລິສຸດ, ດ້ວຍເຫດນັ້ນ, ຈຶ່ງບໍມີຄວາມຜິດພາດ ໃນເສັ້ນທາງແຫ່ງການນໍາພາຜູ້ຄົນທີ່ພຣະເຈົ້າເລືອກ, ເພາະວ່າພຣະເຈົ້າຮັບຜິດຊອບພາລະກິດຂອງພຣະອົງທັງໝົດ ແລະ ພຣະເຈົ້າປະຕິບັດພາະລກິດຂອງພຣະອົງເອງຕະຫຼອດເວລາ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ກ່ຽວກັບການນຳໃຊ້ມະນຸດຂອງພຣະເຈົ້າ)”.

ນ້ອງສາວສືບຕໍ່ການສົນທະນາຂອງນາງ. “ພວກເຮົາສາມາດເຫັນໄດ້ຈາກພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດວ່າ ມະນຸດທີ່ຖືກພຣະເຈົ້າໃຊ້ແມ່ນຖືກລ້ຽງດູໂດຍພຣະເຈົ້າເພື່ອໃຫ້ຮ່ວມມືໃນພາລະກິດຂອງພຣະອົງ. ຕົວຢ່າງເຊັ່ນ: ໃນຍຸກແຫ່ງພຣະບັນຍັດ, ພຣະເຈົ້າເຢໂຮວາໄດ້ເອີ້ນໂມເຊ ແລະ ຂໍໃຫ້ລາວນໍາພາຊາວອິດສະຣາເອັນອອກຈາກອີຢິບ. ຕໍ່ມາ, ພຣະເຈົ້າໃຊ້ໂມເຊອີກຄັ້ງເພື່ອປະກາດກົດ ແລະ ພຣະບັນຍັດ ແລະ ຖ່າຍທອດພຣະທຳຂອງພຣະເຢໂຮວາໃຫ້ແກ່ຊາວອິດສະຣາເອັນທັງໝົດ. ໃນຍຸກແຫ່ງພຣະຄຸນ, ເມື່ອພຣະເຢຊູເຈົ້າກຳລັງປະຕິບັດພາລະກິດເພື່ອໄຖ່ມະນຸດຊາດ, ພຣະອົງເລືອກສາວົກ 12 ຄົນດ້ວຍຕົວພຣະອົງເອງ ລວມເຖິງເປໂຕ ແລະ ໂຢຮັນ ແລະ ພຣະອົງຂໍໃຫ້ພວກເຂົາເປັນຄົນລ້ຽງແກະຂອງຄຣິສຕະຈັກໃນເວລານັ້ນ ແລະ ເຜີຍແຜ່ຂ່າວປະເສີດຂອງພຣະເຢຊູເຈົ້າ. ໃນທຳນອງດຽວກັນ, ຫຼັງຈາກທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ປາກົດຕົວ ແລະ ເລີ່ມຕົ້ນພາລະກິດຂອງພຣະອົງໃນຍຸກສຸດທ້າຍ, ພຣະອົງກໍເປັນພະຍານດ້ວຍຕົວເອງໃຫ້ແກ່ມະນຸດທີ່ຖືກໃຊ້ໂດຍພຣະວິນຍານບໍລິສຸດ. ມະນຸດຄົນນີ້ກໍຄືກັນກັບໂມເຊ ແລະ ເປໂຕ, ລາວເປັນຜູ້ໜຶ່ງທີ່ພຣະເຈົ້າໃຊ້. ພາລະກິດທີ່ລາວເຮັດກໍຢູ່ພາຍໃຕ້ການຕິດຕາມ ແລະ ການນໍາພາຂອງພຣະວິນຍານບໍລິສຸດທັງສິ້ນ ແລະ ຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າທີ່ຢູ່ພາຍໃນຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດກໍຍອມຮັບ ແລະ ເຊື່ອຟັງ ໂດຍເຮັດຕາມພຣະທຳຂອງພຣະເຈົ້າ, ການນໍາພາຂອງມະນຸດທີ່ຖືກໃຊ້ໂດຍພຣະວິນຍານບໍລິສຸດ; ສິ່ງນີ້ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ.

“ເຖິງຢ່າງໃດກໍຕາມ ລັດຖະບານພັກກອມມູນິດຈີນໄດ້ເຜີຍແຜ່ຄວາມເຊື່ອທີ່ຜິດຂອງຕົນ ໂດຍກ່າວວ່າ ‘ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ’ ຖືກສ້າງຕັ້ງຂຶ້ນໂດຍມະນຸດ ແລະ ເປັນອົງກອນຂອງມະນຸດ’. ເມື່ອຄິດຕາມເຫດຜົນຂອງພັກກອມມູນິດຈີນ, ແລ້ວລັດທິຢູດາກໍຕ້ອງຖືກສ້າງຕັ້ງຂຶ້ນໂດຍໂມເຊ ແລະ ສາສະໜາຄຣິສໃນຍຸກແຫ່ງພຣະຄຸນກໍຕ້ອງຖືກສ້າງຕັ້ງຂຶ້ນໂດຍເປໂຕ ແລະ ມຸມມອງນັ້ນກໍໄຮ້ເຫດຜົນ ແລະ ຜິດປົກກະຕິແທ້ໆ! ໃນຄວາມເປັນຈິງແລ້ວ, ຫາກປາສະຈາກການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ, ມັນກໍຈະເປັນໄປບໍ່ໄດ້ທີ່ຄຣິສຕະຈັກຈະເກີດຂຶ້ນ. ບໍ່ວ່າຄວາມສາມາດ ຫຼື ພອນສະຫວັນຂອງເຂົາຈະເປັນແນວໃດກໍຕາມ, ໃນແກ່ນແທ້ແລ້ວ ມະນຸດທີ່ພຣະເຈົ້າໃຊ້ກໍຍັງເປັນສິ່ງທີ່ຖືກສ້າງ ແລະ ເຂົາພຽງແຕ່ສາມາດປະຕິບັດໜ້າທີ່ຂອງເຂົາເອງຢູ່ພາຍໃຕ້ການນໍາພາແຫ່ງພາລະກິດຂອງພຣະວິນຍານບໍລິສຸດ. ບໍ່ມີທາງທີ່ເຂົາຈະສາມາດປະຕິບັດພາລະກິດຂອງພຣະເຈົ້າໄດ້. ແລ້ວເປັນຫຍັງລັດຖະບານພັກກອມມູນິດຈີນຈຶ່ງຕ້ອງການເຜີຍແຜ່ຄຳຂີ້ຕົວະ ແລະ ຄວາມເຊື່ອຜິດປະເພດເຫຼົ່ານີ້? ດັ່ງທີ່ພວກເຮົາທຸກຄົນໄດ້ຮູ້ແລ້ວ, ພັກກອມມູນິດຈີນເປັນລັດຖະບານທີ່ບໍ່ເຊື່ອໃນພຣະເຈົ້າ ທີ່ພຽງແຕ່ປະຕິເສດທີ່ຈະຮັບຮູ້ການມີຢູ່ຂອງພຣະເຈົ້າ, ແຮງໄກທີ່ຈະປ່ອຍໃຫ້ປະຊາຊົນຈີນເຊື່ອໃນພຣະເຈົ້າ ແລະ ຕິດຕາມເສັ້ນທາງທີ່ຖືກຕ້ອງໃນຊີວິດ. ພັກກອມມູນິດຈີນເວົ້າວ່າ ຄຣິສຕະຈັກຂອງພຣະເຈົ້າແມ່ນອົງກອນຂອງມະນຸດ ໂດຍມີຈຸດປະສົງໃນການນໍາພາສາທາລະນະຊົນຢ່າງຜິດໆ ແລະ ມັນມີເຈດຕະນາປິດບັງຂໍ້ແທ້ຈິງແຫ່ງການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ນັ້ນກໍຄື ພຣະຄຣິດແຫ່ງຍຸກສຸດທ້າຍ ເພື່ອວ່າຜູ້ຄົນຈະເຊື່ອໃນເລື່ອງເລົ່າລື ແລະ ຄຳຂີ້ຕົວະຂອງມັນ ແລະ ປະຕິເສດທີ່ຈະສືບຄົ້ນ ຫຼື ຍອມຮັບພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກສຸດທ້າຍ ແລະ ສະນັ້ນກໍພາດຄວາມລອດພົ້ນຂອງພຣະເຈົ້າໃນຍຸກສຸດທ້າຍ. ພັກກອມມູນິດຈີນເຖິງກັບຕ້ອງການລໍ້ລວງ ແລະ ນໍາກຸ່ມຄົນທີ່ບໍ່ຮູ້ຈັກແຍກແຍະໄປຢູ່ຂ້າງມັນ ພ້ອມກັບການທີ່ມັນຕັດສິນ ແລະ ກ່າວຮ້າຍພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າ ຜູ້ທີ່ໃນທີ່ສຸດແລ້ວຈະລົ້ມລົງໄປສູ່ນະຮົກພ້ອມກັບພັກກອມມູນິດຈີນ ເພື່ອທົນທຸກກັບການລົງໂທດຂອງພຣະເຈົ້າ. ເອື້ອຍສຽວຫຼິງເອີຍ ນັ້ນຄືເຫດຜົນທີ່ເມື່ອເວົ້າເຖິງການສືບຄົ້ນຫົນທາງທີ່ແທ້ຈິງ ພວກເຮົາຈຶ່ງຕ້ອງລະມັດລະວັງຫຼາຍ. ພວກເຮົາຕ້ອງບໍ່ເຊື່ອຢ່າງລັບຫູລັບຕາໃນເລື່ອງເລົ່າລືທີ່ລັດຖະບານພັກກອມມູນິດຈີນທີ່ບໍ່ເຊື່ອໃນພຣະເຈົ້າໄດ້ສ້າງຂຶ້ນ ແລະ ພວກເຮົາຕ້ອງຫຼີກລ່ຽງການຕົກເປັນເຍື່ອກົນອຸບາຍທີ່ມີເລ່ຫຼຽມຂອງຊາຕານ ແລະ ທຳລາຍໂອກາດທີ່ຈະຮັບເອົາຄວາມລອດພົ້ນຂອງພວກເຮົາ!”

ຫຼັງຈາກທີ່ໄດ້ຟັງການສົນທະນານີ້ທີ່ນ້ອງຄົນດັ່ງກ່າວໄດ້ເວົ້າ, ທຸກສິ່ງກໍເລີ່ມຊັດເຈນທັນທີສຳລັບຂ້ານ້ອຍ. ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຖືກສ້າງຕັ້ງໂດຍພຣະເຈົ້າເອງ ແລະ ມະນຸດທີ່ຊື່ວ່າ ຈາວ ກໍເປັນຄືກັບໂມເຊ ແລະ ເປໂຕຫຼາຍປີທີ່ຜ່ານມາ ນັ້ນກໍຄື ມະນຸດທີ່ຖືກໃຊ້ໂດຍພຣະວິນຍານບໍລິສຸດ ແລະ ມັນກໍສອດຄ່ອງກັບຄວາມປະສົງຂອງພຣະເຈົ້າສຳລັບພວກເຮົາທີ່ຈະຍອມຮັບການລໍ່ລ້ຽງ ແລະ ການເປັນຜູ້ນໍາຂອງລາວ. ເມື່ອຫວນຄິດເຖິງສອງເດືອນທີ່ຜ່ານມາ, ຂ້ານ້ອຍກໍເຫັນວ່າຂ້ານ້ອຍອະທິຖານໃນນາມຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ອ່ານ ແລະ ສົນທະນາກ່ຽວກັບພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ເຖິງແມ່ນບາງຄັ້ງ ອ້າຍເອື້ອຍນ້ອງອ່ານຄຳເທດສະໜາ ແລະ ການສົນທະນາບາງຢ່າງທີ່ມອບໃຫ້ໂດຍມະນຸດທີ່ຖືກໃຊ້ໂດຍພຣະວິນຍານບໍລິສຸດ, ຄຳເທດສະໜາ ແລະ ການສົນທະນາເຫຼົ່ານີ້ພຽງແຕ່ຊ່ວຍໃຫ້ພວກເຮົາເຂົ້າໃຈຄວາມປະສົງ ແລະ ເງື່ອນໄຂຂອງພຣະເຈົ້າໄດ້ດີຂຶ້ນ!

ການຫຼົງເຊື່ອຄຳຂີ້ຕົວະໃນອິນເຕີເຮັດພຽງແຕ່ສາມາດນໍາພາຜູ້ໃດຜູ້ໜຶ່ງທີ່ພາດຄວາມລອດພົ້ນຂອງພຣະເຈົ້າເທົ່ານັ້ນ

ແລ້ວນ້ອງສາວດັ່ງກ່າວກໍອ່ານຂໍ້ຄວາມຈາກຄຳເທດສະໜາ ແລະ ການສົນທະນາວ່າ: “ເມື່ອຫຼຽວເບິ່ງໃນຫົນທາງທີ່ແທ້ຈິງ ຍັງມີບາງຄົນທີ່ເບິ່ງຄຳຢືນຢັນໂດຍສະເພາະໃນເວບໄຊທີ່ມີຊື່ສຽງຈາກທາງໂລກ. ພວກເຂົາເວົ້າວ່າ ‘ສິ່ງທີ່ພວກເຂົາເວົ້າໃນເວບໄຊເຫຼົ່ານັ້ນຕ້ອງຖືກຕ້ອງ!’ ແຕ່ເວບໄຊເຫຼົ່ານັ້ນແມ່ນຫຍັງແທ້ໆ? ພວກມັນບໍ່ໄດ້ມາຈາກໂລກນີ້ເຊັ່ນກັນບໍ? ຄຳເວົ້າເຫຼົ່ານັ້ນບໍ່ໄດ້ຖືກຂຽນໂດຍມະນຸດທີ່ເສື່ອມຊາມບໍ? ພວກມັນບໍ່ແມ່ນສ່ວນຂອງລິດອຳນາດອັນຊົ່ວຮ້າຍຂອງຊາຕານບໍ? ພວກມັນປະກອບມີຄວາມຈິງບໍ? ພວກເຂົາບໍ່ໄດ້ຮັບໃຊ້ພຣະເຈົ້າ, ພວກເຂົາບໍ່ໄດ້ນະມັດສະການພຣະເຈົ້າຢ່າງແນ່ນອນ ແລະ ພວກເຂົາບໍ່ແມ່ນກຸ່ມທີ່ພຣະເຈົ້າເປັນພະຍານໃຫ້. ແລ້ວເປັນຫຍັງເຈົ້າຈຶ່ງຕ້ອງເຊື່ອພວກເຂົາ? ພວກເຂົາຂີ້ຕົວະຜ່ານແຂ້ວຂອງພວກເຂົາ ແລະ ເຜີຍແຜ່ຄວາມຂີ້ຕົວະ. ພວກເຂົາແຜ່ຂະຫຍາຍເລື່ອງເລົ່າລື ຫຼື ຄຳຂີ້ຕົວະຫຍັງກໍຕາມທີ່ລັດຖະບານຊາຕານອາດສ້າງຂຶ້ນ. ສິ່ງນັ້ນບໍ່ໄດ້ເຮັດໃຫ້ພວກເຂົາເປັນອົງກອນທີ່ເຜີຍແຜ່ຄຳຂີ້ຕົວະບໍ? ພວກເຂົາສົ່ງຕໍ່ເລື່ອງເລົ່າລືຫຍັງກໍຕາມທີ່ລັດຖະບານກອມມູນິດຈີນສ້າງຂຶ້ນ, ຄວາມພະຍາຍາມຫຍັງກໍຕາມທີ່ພວກເຂົາສ້າງເພື່ອທຳລາຍຊື່ສຽງຂອງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ແລ້ວພວກເຂົາບໍ່ແມ່ນເຄື່ອງມືໃຫ້ຊາຕານເຜີຍແຜ່ຄຳຂີ້ຕົວະຂອງມັນບໍ? ພວກເຂົາບໍ່ແມ່ນເຄື່ອງມືໃຫ້ຊາຕານລໍ້ລວງມະນຸດບໍ? ເປັນຫຍັງຜູ້ຄົນຈຶ່ງເຊື່ອສິ່ງເຫຼົ່ານັ້ນຂອງຊາຕານ ເມື່ອກຳລັງຄົ້ນຄວ້າຫົນທາງທີ່ແທ້ຈິງ? ພວກເຂົາເປັນບ້າບໍ? ພວກເຂົາເຊື່ອວ່າ ໂລກຊອບທຳ ແລະ ຍຸຕິທຳບໍ? ຖ້າລັດຖະບານ ຫຼື ຊຸມຊົນສາສະໜາສະແດງຄວາມຄິດເຫັນ ແລະ ອ້າງເຖິງສິ່ງທີ່ເປັນຫົນທາງທີ່ແທ້ຈິງ ແລະ ສິ່ງທີ່ເປັນພຣະເຈົ້າທີ່ແທ້ຈິງ, ແລ້ວພວກເຂົາກໍພຽງແຕ່ເຊື່ອໃນສິ່ງນັ້ນ. ຖ້າລັດຖະບານ ຫຼື ຊຸມຊົນສາສະໜາກ່າວສິ່ງທີ່ບໍ່ແມ່ນຫົນທາງທີ່ແທ້ຈິງ ຫຼື ເວົ້າວ່າພຣະເຈົ້າບາງອົງບໍ່ເປັນຈິງ, ແລ້ວພວກເຂົາກໍບໍ່ເຊື່ອໃນສິ່ງນັ້ນ. ຜູ້ຄົນເຫຼົ່ານີ້ເຊື່ອໃນຜູ້ໃດ? ພວກເຂົາເຊື່ອໃນລັດຖະບານ, ພວກເຂົາເຊື່ອໃນຄຳເວົ້າຂອງຊຸມຊົນສາສະໜາ ແລະ ຄຳເວົ້າຂອງສິດຍາພິບານ ແລະ ເຖົ້າແກ່ທາງສາສະໜາ. ຄົນທີ່ເປັນແບບນັ້ນແມ່ນຜູ້ເຊື່ອທີ່ແທ້ຈິງບໍ? ພວກເຂົາບໍ່ເຊື່ອໃນພຣະເຈົ້າ, ພວກເຂົາບໍ່ໄວ້ວາງໃຈໃນພຣະເຈົ້າ, ພວກເຂົາບໍ່ເຊື່ອວ່າພຣະເຈົ້າເປັນຈິງ ແລະ ພວກເຂົາບໍ່ຍອມຮັບວ່າພຣະເຈົ້າເປັນຄວາມຈິງ. ພວກເຂົາບໍ່ຮູ້ຈັກຄວາມຈິງໂດຍສະເພາະ. ສະນັ້ນ ເມື່ອຜູ້ໃດຜູ້ໜຶ່ງທີ່ເປັນແບບນັ້ນຫຼຽວເບິ່ງໃນຫົນທາງທີ່ແທ້ຈິງ, ພວກເຂົາກໍເປັນອຳມະພາດໃນຊ່ວງເວລາທີ່ພວກເຂົາໄດ້ຍິນຄຳຂີ້ຕົວະ ແລະ ເລື່ອງເລົ່າລືຂອງຊາຕານ” (ຄັດຈາກໜັງສືການເທດສະໜາ ແລະ ການສົນທະນາກ່ຽວກັບທາງເຂົ້າສູ່ຊີວິດ, ຊຸດທີ 138).

ຫຼັງຈາກທີ່ນາງສິ້ນສຸດການອ່ານ, ນ້ອງສາວຄົນດັ່ງກ່າວກໍສືບຕໍ່ກັບການສົນທະນາຂອງນາງ ໂດຍເວົ້າວ່າ “ໃນຍຸກແຫ່ງພຣະຄຸນ, ພຣະເຢຊູເຈົ້າຊົງກ່າວໄວ້ວ່າ: ‘ນີ້ແມ່ນຮຸ່ນທີ່ຊົ່ວຮ້າຍ’ (ລູກາ 11:29). ‘ໂລກທັງໃບນອນຢູ່ໃນຄວາມຊົ່ວຮ້າຍ’ (1 ໂຢຮັນ 5:19). ພຣະເຢຊູເຈົ້າຍັງທຳນາຍວ່າ: ‘ເປັນເໝືອນດັ່ງຟ້າແມບເຫຼື້ອມ ທີ່ສ່ອງແສງຈາກດ້ານໜຶ່ງຂອງສະຫວັນ, ສ່ອງໄປສູ່ອີກດ້ານໜຶ່ງຂອງສະຫວັນ; ບຸດມະນຸດກໍຈະເປັນດັ່ງນັ້ນໃນມື້ຂອງພຣະອົງ. ແຕ່ກ່ອນອື່ນ ພຣະອົງຕ້ອງທົນທຸກກັບຫຼາຍສິ່ງ ແລະ ຖືກປະຕິເສດໂດຍຄົນຮຸ່ນນີ້(ລູກາ 17:24-25). ເມື່ອພຣະເຈົ້າກາຍມາເປັນເນື້ອໜັງເປັນຄັ້ງທຳອິດ ແລະ ບັງເກີດເປັນມະນຸດດັ່ງພຣະເຢຊູເຈົ້າເພື່ອປະຕິບັດພາລະກິດແຫ່ງການໄຖ່ບາບຂອງພຣະອົງ, ພຣະອົງກໍຖືກກ່າວຮ້າຍ ແລະ ຂົ່ມເຫັງໂດຍຜູ້ນໍາຊາວຢິວ ແລະ ເຈົ້າໜ້າທີ່ໂຣມັນ ແລະ ໃນທີ່ສຸດແລ້ວກໍຖືກຄຶງໄວ້ທີ່ໄມ້ກາງແຂນ. ພຣະເຈົ້າໄດ້ກັບຄືນມາໃນເນື້ອໜັງເພື່ອປາກົດ ແລະ ປະຕິບັດພາລະກິດໃນຍຸກສຸດທ້າຍ ແລະ ເຊັ່ນດຽວກັນກັບແຕ່ກ່ອນ ພຣະອົງຜະເຊີນກັບການຕໍ່ຕ້ານທີ່ປ່າເຖື່ອນ ແລະ ການກ່າວຮ້າຍຂອງລັດຖະບານພັກກອມມູນິດຈີນທີ່ບໍ່ເຊື່ອໃນພຣະເຈົ້າ ແລະ ສິດຍາພິບານ ແລະ ເຖົ້າແກ່ຂອງໂລກແຫ່ງສາສະໜາ. ຈາກຂໍ້ແທ້ຈິງທີ່ການປາກົດຕົວ ແລະ ພາລະກິດຂອງການບັງເກີດເປັນມະນຸດສອງຄັ້ງຂອງພຣະເຈົ້າເຮັດໃຫ້ເກີດມີການພິພາກສາ, ການໝິ່ນປະໝາດ ແລະ ການກ່າວຮ້າຍໂລກແຫ່ງສາສະໜາ ແລະ ອຳນາດປົກຄອງທາງການເມືອງ, ພວກເຮົາສາມາດເຫັນໄດ້ວ່າ ໂລກນີ້ໜຽວແໜ້ນໃນກຳມືຂອງຊາຕານ ແລະ ມະນຸດຊາດໄດ້ໄປເຖິງຈຸດສູງຂອງຄວາມຊົ່ວຮ້າຍ. ຜູ້ຄົນສະໜັບສະໜູນຄວາມຊົ່ວຮ້າຍ, ພວກເຂົາເບື່ອໜ່າຍຄວາມຈິງ ແລະ ບໍ່ມີຜູ້ຄົນຕ້ອນຮັບການມາຂອງພຣະຄຣິດ. ໃນທາງກົງກັນຂ້າມ ພວກເຂົາກຽດຊັງພຣະຄຣິດ, ພວກເຂົາລ່າພຣະຄຣິດໃນທຸກບ່ອນ ແລະ ເຮັດໃຫ້ພຣະອົງໄດ້ຮັບຄວາມອັບອາຍ ແລະ ການທົນທຸກທີ່ຍິ່ງໃຫຍ່ທີ່ສຸດ ແລະ ພວກເຂົາເຮັດໃຫ້ພຣະຄຣິດບໍ່ມີບ່ອນວາງຫົວຂອງພຣະອົງ. ຍິ່ງໄປກວ່ານັ້ນ ບໍ່ມີກຸ່ມ ຫຼື ອົງກອນໃດເທິງແຜ່ນດິນໂລກທີ່ເປັນຄວາມຈິງ; ບໍ່ວ່າກອງກຳລັງຂອງພວກເຂົາຈະແຂງແຮງສໍ່າໃດ ຫຼື ຊື່ສຽງຂອງພວກເຂົາຈະມີຫຼາຍສໍ່າໃດ, ທຸກສິ່ງທີ່ພວກເຂົາແຜ່ຂ່າວກໍເກີດມາຈາກມະນຸດຊາດທີ່ເສື່ອມຊາມ, ມັນລ້ວນແລ້ວແຕ່ເຮັດໃຫ້ເກີດຄວາມຮູ້ ແລະ ເບື້ອງຫຼັງທາງສັງຄົມຂອງບ່ອນທີ່ມັນກຳເນີດ ແລະ ມັນລ້ວນແລ້ວແຕ່ໄດ້ຮັບອິດທິພົນຈາກທິດສະດີນາໆປະການ ເຊັ່ນ: ລັດທິທີ່ເຊື່ອວ່າບໍ່ມີພຣະເຈົ້າ ແລະ ລັດທິວັດຖຸນິຍົມ. ໂດຍສະເພາະແລ້ວ ຄວາມຄິດເຫັນຂອງພວກເຂົາກ່ຽວກັບພາລະກິດຂອງພຣະເຈົ້າເປັນພຽງການແຜ່ຂ່າວຄຳຂີ້ຕົວະ ແລະ ຄວາມເຊື່ອຜິດໆຂອງພັກປົກຄອງທາງການເມືອງ ແລະ ໂລກແຫ່ງສາສະໜາ, ແລ້ວພວກເຮົາຈະສາມາດຕັດສິນສິ່ງທີ່ຖືກ ຫຼື ຜິດຈາກສິ່ງທີ່ພວກເຂົາເວົ້າໄດ້ແນວໃດ? ດັ່ງທີ່ພວກເຮົາທຸກຄົນຮູ້, ພຣະເຈົ້າເປັນຄວາມຈິງ, ຫົນທາງ ແລະ ຊີວິດ, ມີພຽງພຣະເຈົ້າເທົ່ານັ້ນທີ່ສາມາດຊ່ວຍພວກເຮົາຈາກໂສ້ແຫ່ງຄວາມຜິດບາບ ແລະ ຊໍາລະພວກເຮົາໃຫ້ບໍລິສຸດ ແລະ ມີພຽງພຣະທຳຂອງພຣະເຈົ້າເທົ່ານັ້ນທີ່ສາມາດຊ່ວຍໃຫ້ພວກເຮົາແຍກແຍະຄວາມແຕກຕ່າງລະຫວ່າງສິ່ງທີ່ດີ ແລະ ສິ່ງທີ່ຊົ່ວຮ້າຍ, ລະຫວ່າງສິ່ງທີ່ສວຍງາມ ແລະ ສິ່ງທີ່ຂີ້ຮ້າຍ. ສະນັ້ນ ພວກເຮົາຕ້ອງສືບຄົ້ນພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າໃນແສງສະຫວ່າງແຫ່ງພຣະທຳຂອງພຣະເຈົ້າ. ຖ້າພວກເຮົາສືບຄົ້ນພາລະກິດນັ້ນໃນແສງສະຫວ່າງຂອງການໂຄສະນາຊວນເຊື່ອລົບໆໃນອອນລາຍ ຫຼື ຕາມສິ່ງທີ່ລັດຖະບານທີ່ບໍ່ເຊື່ອໃນພຣະເຈົ້າ ຫຼື ສິດຍາພິບານ ແລະ ເຖົ້າແກ່ຂອງໂລກແຫ່ງສາສະໜາໄດ້ກ່າວ, ແລ້ວພວກເຮົາກໍຈະຖືກລໍ້ລວງ ແລະ ຈະສູນເສຍຄວາມລອດພົ້ນຂອງພຣະເຈົ້າໃນຍຸກສຸດທ້າຍ!”

ເມື່ອໄດ້ຍິນນ້ອງສາວເວົ້າແບບນີ້, ຄວາມສົງໄສທີ່ຢູ່ໃນໃຈຂອງຂ້ານ້ອຍກໍຫາຍໄປ ແລະ ຂ້ານ້ອຍກໍຮູ້ສຶກອັບອາຍທັນທີ: ເມື່ອຜະເຊີນກັບພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າ, ເປັນຫຍັງຂ້ານ້ອຍຈຶ່ງບໍ່ສືບຄົ້ນພາລະກິດນັ້ນໃນແສງສະຫວ່າງແຫ່ງພຣະທຳຂອງພຣະເຈົ້າ, ແຕ່ກົງກັນຂ້າມ ຂ້ານ້ອຍພັດໄຫຼໄປຕາມກະແສຂອງໜ້າເວບເຫຼົ່ານັ້ນ? ຂ້ານ້ອຍໄດ້ເຫັນຢ່າງຊັດເຈນແລ້ວວ່າ ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນຄວາມຈິງ ແລະ ພຣະທຳເຫຼົ່ານີ້ມີສິດອຳນາດ ແລະ ລິດອຳນາດ ແລະ ເຖິງຢ່າງໃດກໍຕາມ ຂ້ານ້ອຍກໍຖືກລໍ້ລວງໂດຍຄຳຂີ້ຕົວະຂອງພັກກອມມູນິດຈີນ ແລະ ຂໍ້ອ້າງທີ່ຢູ່ໃນອອນລາຍ. ຂ້ານ້ອຍສົງໄສພາລະກິດຂອງພຣະເຈົ້າຫຼາຍຈົນຂ້ານ້ອຍເຖິງກັບຕ້ອງການຍອມແພ້ໃນການສືບຄົ້ນໃນພາລະກິດນັ້ນ, ຂ້ານ້ອຍໂງ່ຫຼາຍ! ຖ້າບໍ່ແມ່ນຍ້ອນການທີ່ພຣະເຈົ້າຮັກຂ້ານ້ອຍ ແລະ ຊ່ວຍເຫຼືອຂ້ານ້ອຍ ແລະ ຖ້ານ້ອງສາວບໍ່ໄດ້ສົນທະນາກັບຂ້ານ້ອຍ ເພື່ອຂ້ານ້ອຍຈະສາມາດມີຄວາມເຂົ້າໃຈກ່ຽວກັບຄຳຂີ້ຕົວະຂອງພັກກອມມູນິດຈີນ ແລະ ຂໍ້ມູນລົບໆໃນ Wikipedia, ແລ້ວຂ້ານ້ອຍກໍຈະຕົກເປັນເຍື່ອກົນອຸບາຍທີ່ເລ່ຫຼ່ຽມຂອງຊາຕານ, ຂ້ານ້ອຍຈະຫຼີກເວັ້ນພຣະເຈົ້າ ແລະ ຂ້ານ້ອຍຈະພາດຄວາມລອດພົ້ນແຫ່ງຍຸກສຸດທ້າຍຂອງພຣະເຈົ້າ!

ເປັນຫຍັງພຣະເຈົ້າຈຶ່ງອະນຸຍາດໃຫ້ຄຳຂີ້ຕົວະເຫຼົ່ານີ້ມີຢູ່?

ແລ້ວຂ້ານ້ອຍຖາມນ້ອງສາວວ່າ “ຄຳຂີ້ຕົວະເຫຼົ່ານີ້ໄດ້ຫຼອກລວງຫຼາຍຄົນ. ເປັນຫຍັງພຣະເຈົ້າຈຶ່ງປ່ອຍໃຫ້ຄຳຂີ້ຕົວະເຫຼົ່ານີ້ແຜ່ຂ່າວຢູ່ໃນອອນລາຍ?”

ນ້ອງສາວກໍເວົ້າວ່າ “ເປັນຄຳຖາມທີ່ດີ! ເບື້ອງຫຼັງທີ່ພຣະເຈົ້າອະນຸຍາດໃຫ້ການໂຄສະນາຊວນເຊື່ອທາງລົບນີ້ມີຢູ່ ກໍມີຄວາມປະສົງອັນດີຂອງພຣະເຈົ້າ. ໃຫ້ພວກເຮົາອ່ານອີກໜຶ່ງຂໍ້ຄວາມຈາກຄຳເທດສະໜາ ແລະ ການສົນທະນາ: ‘ມື້ນີ້ ພັກກອມມູນິດຈີນໄດ້ປັ້ນແຕ່ງເລື່ອງເລົ່າລືຫຼາຍຢ່າງເພື່ອທຳລາຍຊື່ສຽງຂອງພຣະເຈົ້າ ແລະ ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ບາງຄົນໄດ້ຖືກເປີດເຜີຍວ່າເຊື່ອເລື່ອງເລົ່າລືຂອງພັກກອມມູນິດຈີນ ແລະ ຄຳຂີ້ຕົວະຂອງຊາຕານ ແລະ ພວກເຂົາບໍ່ເຊື່ອວ່າພຣະເຈົ້າເປັນຄວາມຈິງ ແລະ ພຣະເຈົ້າບໍລິສຸດ. ນີ້ແມ່ນບັນຫາປະເພດໃດ? ສິ່ງນີ້ເປີດເຜີຍວ່າ ຜູ້ຄົນມີຄວາມເຊື່ອທີ່ແທ້ຈິງໃນການສະຖິດຂອງພຣະເຈົ້າ ຫຼື ບໍ່ ແລະ ພວກເຂົາເຊື່ອໃນຄວາມຈິງ ແລະ ພຣະເຈົ້າ ຫຼື ເຊື່ອໃນຊາຕານ? ນີ້ແມ່ນເວລາທີ່ຜູ້ຄົນຖືກເປີດເຜີຍ. ສະນັ້ນ ໃນພາລະກິດແຫ່ງຍຸກສຸດທ້າຍຂອງພຣະອົງ, ພຣະເຈົ້າຫວັງທີ່ຈະບັນລຸຫຍັງ ໂດຍການປ່ອຍໃຫ້ມະນຸດແດງທີ່ຍິ່ງໃຫຍ່ສະໜອງບໍລິການໃນລັກສະນະນີ້ ແລະ ໃຫ້ກອງກຳລັງທີ່ຊົ່ວຮ້າຍທັງໝົດຂອງຊາຕານເຮັດສິ່ງຕ່າງໆເຫຼົ່ານີ້? ໜຶ່ງລັກສະນະແມ່ນເພື່ອເຮັດໃຫ້ຄົນທີ່ສະແຫວງຫາຄວາມຈິງສົມບູນ ແລະ ອີກລັກສະນະແມ່ນເພື່ອເປີດເຜີຍທຸກຄົນທີ່ບໍ່ຮັກຄວາມຈິງ ແລະ ກຳຈັດຜູ້ເຊື່ອຈອມປອມທຸກຄົນ. ບັດນີ້ ຜູ້ຄົນເຫຼົ່ານັ້ນທີ່ບໍ່ມີຄວາມຮັກ ແລະ ບໍ່ເຊື່ອໃນພຣະເຈົ້າກໍໄດ້ຮັບການເປີດເຜີຍ ແລະ ຖືກກຳຈັດ. ເຈດຕະນາດີຂອງພຣະເຈົ້າບໍ່ໄດ້ຢູ່ເບື້ອງຫຼັງການທີ່ຊາຕານສະໜອງບໍລິການໃນລັກສະນະນີ້ບໍ? ບາງຄົນບໍ່ສາມາດເຫັນມັນໄດ້ ແລະ ນີ້ເປັນສິ່ງທີ່ດີແທ້ໆ! ... ສະນັ້ນ ສະຕິປັນຍາຂອງພຣະເຈົ້າຈຶ່ງຖືກໃຊ້ ໂດຍອີງໃສ່ກົນອຸບາຍທີ່ຫຼອກລວງຂອງຊາຕານ ແລະ ນີ້ເປັນຈິງທັງໝົດ. ພຣະເຈົ້າມີລິດທານຸພາບສູງສຸດຫຼາຍ’ (“ການເທດສະໜາ ແລະ ການສົນທະນາກ່ຽວກັບພຣະທຳຂອງພຣະເຈົ້າ ‘ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ III’ (III)” ໃນການເທດສະໜາ ແລະ ການສົນທະນາກ່ຽວກັບທາງເຂົ້າສູ່ຊີວິດ XI”).

ນ້ອງສາວສືບຕໍ່ກັບການສົນທະນາຂອງນາງ ໂດຍເວົ້າວ່າ “ເອື້ອຍສຽວຫຼິງ, ບັດນີ້ ພວກເຮົາຊັດເຈນໃນບັນຫານີ້ບໍ ເມື່ອພວກເຮົາໄດ້ອ່ານການສົນທະນານີ້? ພຣະເຈົ້າເປັນຜູ້ປົກຄອງສັບພະສິ່ງໃນສະຫວັນ ແລະ ເທິງແຜ່ນດິນໂລກ ແລະ ຄົນທີ່ເຊື່ອໃນພຣະເຈົ້າ, ຄົນທີ່ບໍ່ເຊື່ອໃນພຣະເຈົ້າ ພ້ອມທັງມານຮ້າຍເຫຼົ່ານັ້ນຂອງຊາຕານ ທີ່ຕໍ່ຕ້ານ ແລະ ກ່າວຮ້າຍພຣະເຈົ້າ ແມ່ນລ້ວນແລ້ວແຕ່ຖືກກຳໄວ້ຢູ່ໃນມືຂອງພຣະເຈົ້າ ແລະ ສະຕິປັນຍາຂອງພຣະເຈົ້າຖືກໃຊ້ ໂດຍອີງໃສ່ກົນອຸບາຍທີ່ເລ່ຫຼຽມຂອງຊາຕານ. ຈຸດປະສົງຂອງພຣະເຈົ້າໃນການປ່ອຍໃຫ້ການໂຄສະນາຊວນເຊື່ອລົບໆນີ້ມີຢູ່ ແມ່ນເພື່ອຊ່ວຍຜູ້ຄົນ ແລະ ເປີດໂປງຜູ້ຄົນໄດ້ດີຂຶ້ນ ແລະ ກຳຈັດຜູ້ຄົນໄດ້ດີຂຶ້ນ. ພຣະຄຣິດແຫ່ງຍຸກສຸດທ້າຍ ນັ້ນກໍຄື ພຣະເຈົ້າອົງຊົງລິດທານຸພາບສູງສຸດ ໄດ້ມາສະແດງຄວາມຈິງ ແລະ ປະຕິບັດພາລະກິດແຫ່ງການຊໍາລະລ້າງມະນຸດໃຫ້ບໍລິສຸດ ແລະ ຊ່ວຍເຂົາໃຫ້ລອດພົ້ນ ແລະ ຜ່ານທາງການອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ທຸກຄົນທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ, ຄົນທີ່ຮັກຄວາມຈິງ ແລະ ຄົນທີ່ປາຖະໜາຫາການປາກົດຕົວຂອງພຣະເຈົ້າ ກໍລ້ວນແລ້ວແຕ່ແນ່ໃຈວ່າ ພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນພຣະເຢຊູເຈົ້າທີ່ກັບຄືນມາ. ບໍ່ວ່າລັດຖະບານພັກກອມມູນິດຈີນ ແລະ ສິດຍາພິບານ ແລະ ເຖົ້າແກ່ໃນໂລກສາສະໜາຈະເຜີຍແຜ່ຄຳຂີ້ຕົວະ ແລະ ຄວາມເຊື່ອຜິດໆຫຼາຍສໍ່າໃດ, ຄົນເຫຼົ່ານີ້ກໍສາມາດຮັກສາຫົນທາງທີ່ແທ້ຈິງ ແລະ ຕັ້ງໃຈທີ່ຈະຕິດຕາມພຣະເຈົ້າອົງຊົງລິດທານຸພາບສູງສຸດ; ຄົນເຫຼົ່ານີ້ແມ່ນຄົນທີ່ພຣະເຈົ້າຈະຊ່ວຍໃຫ້ລອດພົ້ນ ແລະ ເຮັດໃຫ້ສົມບູນໃນຍຸກສຸດທ້າຍຢ່າງແນ່ນອນ. ໃນທາງກົງກັນຂ້າມ ຄົນທີ່ທຳທ່າເຊື່ອ, ຄົນທີ່ຂໍພຽງເຂົ້າຈີ່ເພື່ອອີ່ມທ້ອງຂອງພວກເຂົາ, ຄົນທີ່ບໍ່ສະແຫວງຫາຄວາມຈິງເລີຍ, ຄົນທີ່ພຽງແຕ່ເວົ້າຕາມຄົນອື່ນຄືກັບນົກແກ້ວ, ຄົນທີ່ເຊື່ອຢ່າງລັບຫູລັບຕາໃນຄຳຂີ້ຕົວະ ແລະ ເລື່ອງເລົ່າລືຂອງຊາຕານ ແລະ ຄົນທີ່ປະຕິເສດພາລະກິດຂອງພຣະເຈົ້າ ແມ່ນເຂົ້ານົກທີ່ຖືກເປີດໂປງໂດຍພຣະເຈົ້າ ແລະ ພວກເຂົາຖືກກຳນົດໃຫ້ຖືກກຳຈັດໂດຍພຣະເຈົ້າ. ກອງກຳລັງທີ່ຊົ່ວຮ້າຍເຫຼົ່ານັ້ນຂອງຊາຕານ ທີ່ຕໍ່ຕ້ານ ແລະ ກ່າວຮ້າຍພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ຄົນທີ່ໃຊ້ຄວາມເຊື່ອຜິດໆທຸກຮູບແບບເພື່ອລໍ້ລວງຜູ້ຄົນ ແລະ ຂັດຂວາງພວກເຂົາບໍ່ໃຫ້ຍອມຮັບຫົນທາງທີ່ແທ້ຈິງກໍເຮັດບົດບາດຂອງຊາຕານ ແລະ ພວກເຂົາເປັນຄົນທີ່ຈະຖືກລົງໂທດ ແລະ ຖືກກຳຈັດໂດຍພຣະເຈົ້າ. ພວກເຮົາສາມາດເຫັນໄດ້ຈາກສິ່ງນີ້ວ່າ ພາລະກິດຂອງພຣະເຈົ້າເປັນຈິງຫຼາຍ ແລະ ພຣະເຈົ້າມີອຳນາດໄພສານ ແລະ ມີສະຕິປັນຍາຫຼາຍ. ພຣະເຈົ້າໃຊ້ການໂຄສະນາຊວນເຊື່ອລົບໆ ແລະ ທຸກຄຳຂີ້ຕົວະຕ່າງໆ ແລະ ຄວາມເຊື່ອຜິດໆເພື່ອເປີດໂປງທຸກຄົນທີ່ເຊື່ອໃນພຣະອົງຢ່າງແທ້ຈິງ ແລະ ທຸກຄົນທີ່ພຽງແຕ່ທຳທ່າເຊື່ອໃນພຣະອົງທັງໝົດ ແລະ ພຣະອົງແຍກແຕ່ລະຄົນຕາມປະເພດຂອງພວກເຂົາ. ໃນເວລາດຽວກັນ, ພຣະເຈົ້າຍັງເປີດເຜີຍສູ່ສາທາລະນະເຖິງໂສມໜ້າທີ່ຂີ້ຮ້າຍຂອງກອງກຳລັງທີ່ຊົ່ວຮ້າຍຂອງຊາຕານ ເພື່ອວ່າຜູ້ຄົນຈະສາມາດມີຄວາມເຂົ້າໃຈກ່ຽວກັບສິ່ງລົບໆ. ໃນທີ່ສຸດແລ້ວ ພຣະເຈົ້າລົງໂທດ ແລະ ກຳຈັດກອງກຳລັທີ່ຊົ່ວຮ້າຍເຫຼົ່ານີ້ ແລະ ປ່ອຍໃຫ້ມະນຸດເຫັນອຸປະນິໄສທີ່ບໍລິສຸດ ແລະ ຊອບທຳຂອງພຣະອົງ ເຊິ່ງບໍ່ຍອມຕໍ່ການເຮັດຜິດ".

ເມື່ອຟັງນ້ອງສາວ, ຂ້ານ້ອຍຈຶ່ງເຂົ້າໃຈຄວາມປະສົງຂອງພຣະເຈົ້າ. ມັນກາຍເປັນວ່າ ພຣະເຈົ້າໃຊ້ຄວາມເຊື່ອຜິດໆເຫຼົ່ານີ້ ແລະ ການໂຄສະນາຊວນເຊື່ອລົບໆນີ້ເພື່ອເປີດໂປງຄົນທຸກປະເພດ ແລະ ເພື່ອແຍກແຕ່ລະຄົນຕາມປະເພດຂອງພວກເຂົາ. ພຣະເຈົ້າມີສະຕິປັນຍາ ແລະ ມີອຳນາດອັນໄພສານຫຼາຍ! ໃນຫົວໃຈຂອງຂ້ານ້ອຍ, ຂ້ານ້ອຍໄດ້ມອບການຂອບໃຈທີ່ແທ້ຈິງຂອງຂ້ານ້ອຍໃຫ້ແກ່ພຣະເຈົ້າ. ຫຼັງຈາກນັ້ນ, ຂ້ານ້ອຍກໍຄິດເຖິງການເດີນທາງຝ່າຍວິນຍານທີ່ຂ້ານ້ອຍມີ. ເມື່ອຂ້ານ້ອຍມີວຸດທິພາວະຕໍ່າ ແລະ ເຊື່ອຢ່າງລັບຫູລັບຕາໃນຂໍ້ມູນລົບໆໃນ Wikipedia ເຊິ່ງເຮັດໃຫ້ຂ້ານ້ອຍຫຼີກເວັ້ນພຣະເຈົ້າ, ພຣະເຈົ້າກໍເລືອກທີ່ຈະບໍ່ເຫັນຄວາມບໍ່ຮູ້ ແລະ ຄວາມໂງ່ຈ້າຂອງຂ້ານ້ອຍ, ແຕ່ກົງກັນຂ້າມ ພຣະອົງໃຊ້ອ້າຍເອື້ອຍນ້ອງເພື່ອສົນທະນາກ່ຽວກັບຄວາມຈິງກັບຂ້ານ້ອຍຢ່າງອົດທົນ, ເພື່ອຊ່ວຍ ແລະ ສະໜັບສະໜູນຂ້ານ້ອຍ, ເພື່ອເຮັດໃຫ້ຂ້ານ້ອຍສາມາດເຂົ້າໃຈຄວາມຈິງ ແລະ ເຫັນທະລຸກົນອຸບາຍທີ່ເລ່ຫຼ່ຽມຂອງຊາຕານ ແລະ ເຂົ້າໃຈຄວາມພະຍາຍາມອັນພາກພຽນທີ່ພຣະເຈົ້າໄປເພື່ອຊ່ວຍຜູ້ຄົນໃຫ້ລອດພົ້ນ. ຖ້າບໍ່ແມ່ນຍ້ອນການທີ່ພຣະເຈົ້າປົກປ້ອງຂ້ານ້ອຍ ແລະ ຊີ້ນໍາຂ້ານ້ອຍ, ຂ້ານ້ອຍກໍອາດຈະຖືກລໍ້ລວງໂດຍຄຳຂີ້ຕົວະຂອງຊາຕານ ແລະ ຈະສູນເສຍໂອກາດຂອງຂ້ານ້ອຍເພື່ອຮັບຄວາມລອດພົ້ນຂອງພຣະເຈົ້າ. ຂ້ານ້ອຍຕັດສິນໃຈຢ່າງງຽບໆ: ບໍ່ວ່າຜູ້ໃດກໍຕາມອາດພະຍາຍາມຂັດຂວາງຂ້ານ້ອຍໃນອະນາຄົດ, ຂ້ານ້ອຍຈະບໍ່ຢ້ານກົວ, ແຕ່ຈະເພິ່ງພາພຣະເຈົ້າ, ສະແຫວງຫາຄວາມຈິງ ແລະ ຍຶດໝັ້ນໃນຄຳພະຍານຂອງຂ້ານ້ອຍ! ຂ້ານ້ອຍຈະບໍ່ຕົກເປັນເຍື່ອກົນອຸບາຍທີ່ເລ່ຫຼ່ຽມຂອງຊາຕານອີກ!

ຄວາມເຊື່ອຂອງຂ້ານ້ອຍທີ່ຈະຕິດຕາມພຣະເຈົ້າຈົນເຖິງທີ່ສຸດແມ່ນເຂັ້ມແຂງຂຶ້ນ

ຫຼັງຈາກທີ່ຂ້ານ້ອຍເມືອເຮືອນ, ຂ້ານ້ອຍກໍເຂົ້າອອນລາຍ ແລະ ອ່ານຄວາມຄິດເຫັນທີ່ດີບາງອັນຈາກຜູ້ຊ່ຽວຊານ ແລະ ນັກວິຊາການນາໆຊາດ ແລະ ມີຊື່ສຽງຫຼາຍຄົນ ກ່ຽວກັບຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ເຊິ່ງຊ່ວຍໃຫ້ຂ້ານ້ອຍຍິ່ງໄດ້ເຫັນຄວາມຈິງໃນເລື່ອງນີ້ຢ່າງຊັດເຈນຂຶ້ນ. ຂ້ານ້ອຍຍັງຮັບຊົມການສະແດງຮູບພາບ: ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ປະຫວັດສາດຂອງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ.ໂດຍການຮັບຊົມວິດີໂອນີ້, ຂ້ານ້ອຍໄດ້ມາເຂົ້າໃຈຫຼາຍຂຶ້ນກ່ຽວກັບຕົ້ນກຳເນີດ ແລະ ການພັດທະນາຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ຂ້ານ້ອຍຍັງມີຄວາມເຂົ້າໃຈໃນແກ່ນແທ້ທີ່ທ້າທາຍພຣະເຈົ້າຂອງພັກກອມມູນິດຈີນ. ຂ້ານ້ອຍຄົ້ນພົບວ່າພັກກອມມູນິດຈີນເປັນລັດຖະບານທີ່ບໍ່ເຊື່ອໃນພຣະເຈົ້າ ແລະ ມັນຂົ່ມເຫັງຄວາມເຊື່ອທາງສາສະໜາຢ່າງໂຫດຮ້າຍຢູ່ສະເໝີ. ໂດຍສະເພາະແມ່ນຫຼັງຈາກທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ປາກົດຕົວ ແລະ ເລີ່ມຕົ້ນພາລະກິດຂອງພຣະອົງ, ຫຼາຍຄົນໄດ້ອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ຮັບຮູ້ວ່າພຣະທຳເຫຼົ່ານັ້ນເປັນສຽງຂອງພຣະເຈົ້າ, ພວກເຂົາຈຶ່ງແນ່ໃຈວ່າ ພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນພຣະເຢຊູເຈົ້າທີ່ກັບຄືນມາ ແລະ ພວກເຂົາຫັນກັບມາຫາພຣະເຈົ້າອົງຊົງລິດທານຸພາບສູງສຸດເທື່ອລະຄົນຕາມໆກັນ. ພັກກອມມູນິດຈີນຢ້ານວ່າ ຫຼັງຈາກທີ່ຜູ້ຄົນເລີ່ມເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພວກເຂົາກໍຈະເຂົ້າໃຈຄວາມຈິງຈາກພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ມີຄວາມເຂົ້າໃຈບາງຢ່າງກ່ຽວກັບແກ່ນແທ້ທີ່ທ້າທາຍພຣະເຈົ້າຂອງພັກກອມມູນິດຈີນ ແລະ ຫຼັງຈາກນັ້ນກໍປະຕິເສດມັນ ແລະ ບໍ່ເຊື່ອມັນອີກເລີຍ. ສະນັ້ນເພື່ອທີ່ຈະຮັກສາການປົກຄອງແບບຜະເດັດການຂອງມັນ, ພັກກອມມູນິດຈີນໃຊ້ສື່ເພື່ອປັ້ນແຕ່ງເລື່ອງເລົ່າລື ແລະ ທຳລາຍຊື່ສຽງ, ໝິ່ນປະໝາດ ແລະ ກ່າວຮ້າຍພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ມັນຂົ່ມເຫັງຄຣິສຕຽນຢ່າງໂຫດຮ້າຍ ແລະ ກົດຂີ່ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຢ່າງບ້າປ່ວງ ເພື່ອພະຍາຍາມກຳຈັດຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃຫ້ໝົດກ້ຽງ. ແຕ່ຂ້ານ້ອຍເຫັນໃນວິດີໂອວ່າ ບໍ່ວ່າພັກກອມມູນິດຈີນອາດປັ້ນແຕ່ງເລື່ອງລາວ ແລະ ຕໍ່ຕ້ານພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າຢ່າງບ້າປ່ວງສໍ່າໃດກໍຕາມ, ມັນກໍບໍ່ມີອຳນາດທີ່ຈະຢຸດພາລະກິດຂອງພຣະເຈົ້າເລີຍ. ໃນທຸກມທື້ນີ້, ພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ແຜ່ຂະຫຍາຍໄປທຸກຊົນຊົນໃນໂລກ ແລະ ຄຣິສຕະຈັກສຳລັບພຣະເຈົ້າອົງຊົງລິດທານຸພາບສູງສຸດກໍຖືກສ້າງຕັ້ງຂຶ້ນໃນຫຼາຍໆປະເທດ. ການສະແດງຮູບພາບທີ່ຖືກຈັດຂຶ້ນໂດຍຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ດຶງດູດຜູ້ຊ່ຽວຊານ, ນັກວິຊາການ ແລະ ສາສະດາຈານຈາກຂະແໜງການສືກສາດັ່ງກ່າວ ເຊັ່ນ: ສາສະໜາ ແລະ ການສຶກສາກ່ຽວກັບສັງຄົມຈາກເຈັດປະເທດ ລວມເຖິງສະຫະລັດອາເມຣິກາ, ການາດາ, ຝຣັ່ງເສດ ແລະ ອິຕາລີ. ໂດຍການຖືກແນະນໍາແກ່ຄວາມຈິງກ່ຽວກັບການຜະເຊີນພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າໂດຍຄຣິສຕຽນໃນຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພວກເຂົາທຸກຄົນໄດ້ມາເຖິງຄວາມເຂົ້າໃຈກ່ຽວກັບພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າ, ພວກເຂົາໄດ້ມາມີຄວາມເຂົ້າໃຈກ່ຽວກັບການກະທຳອັນຊົ່ວຮ້າຍທີ່ທ້າທາຍພຣະເຈົ້າທີ່ພັກກອມມູນິດຈີນໄດ້ເຮັດຜິດ ແລະ ພວກເຂົາປະຕິຍານຈະສະໜັບສະໜູນຄຣິສຕະຈັກເທື່ອລະຄົນ. ຂໍ້ແທ້ຈິງເຫຼົ່ານີ້ລ້ວນແລ້ວແຕ່ເປັນເຄື່ອງພິສູດທີ່ຈຳເປັນສຳລັບຄຳຢືນຢັນທີ່ວ່າ “ສິ່ງທີ່ມາຈາກພຣະເຈົ້າຕ້ອງຈະເລີນຮຸ່ງເຮືອງ”. ບໍ່ມີອຳນາດໃດສາມາດຢຸດພາລະກິດຂອງພຣະເຈົ້າ ແລະ ນີ້ແມ່ນການສະແດງອອກແຫ່ງສິດອຳນາດຂອງພຣະເຈົ້າ.

ຂ້ານ້ອຍຕ້ອງການສົ່ງບົດລາຍງານໄປຍັງລູກຊາຍຂອງຂ້ານ້ອຍເພື່ອໃຫ້ລາວອ່ານ, ເພື່ອວ່າລາວຈະສາມາດໄດ້ຍິນຄວາມຄິດເຫັນທີ່ຜູ້ຊ່ຽວຊານທົ່ວໂລກມີກ່ຽວກັບຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ຖ້າລາວພຽງແຕ່ໃຊ້ການແຍກແຍະໜ້ອຍດຽວ, ແລ້ວລາວກໍຈະສາມາດເຫັນວ່າ ທຸກຄວາມຄິດເຫັນທີ່ແຜ່ຂ່າວໂດຍພັກກອມມູນິດຈີນເປັນພຽງເລື່ອງເລົ່າລື ແລະ ຄຳຂີ້ຕົວະ ແລະ ພວກມັນບໍ່ສອດຄ່ອງກັບຂໍ້ແທ້ຈິງເລີຍ! ແລ້ວຂ້ານ້ອຍກໍສົ່ງວິດີໂອນີ້ໄປໃຫ້ລູກຊາຍຂອງຂ້ານ້ອຍ ແລະ ໃນຫົວໃຈຂອງຂ້ານ້ອຍ, ຂ້ານ້ອຍກໍໄດ້ກ່າວຄຳທິຖານຢ່າງງຽບໆຫາພຣະເຈົ້າ: “ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ບັດນີ້ ຂ້ານ້ອຍໄດ້ເຫັນພາລະກິດຂອງພຣະອົງແຜ່ຂະຫຍາຍໄປທົ່ວຈັກກະວານ ແລະ ຂ້ານ້ອຍປາຖະໜາທີ່ຈະບອກຂ່າວດີນີ້ໃຫ້ແກ່ລູກຊາຍຂອງຂ້ານ້ອຍ. ຂໍໃຫ້ປົກປ້ອງລາວດ້ວຍ ເພື່ອລາວຈະບໍ່ຖືກລໍ້ລວງໂດຍຊາຕານອີກຄັ້ງ”. ຂອບຄຸນພຣະເຈົ້າ! ຫຼັງຈາກທີ່ຮັບຊົມວິດີໂອນີ້, ລູກຊາຍຂອງຂ້ານ້ອຍກໍບໍ່ເວົ້າຫຍັງກັບຂ້ານ້ອຍກ່ຽວກັບຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດອີກ ແລະ ລາວບໍ່ຂັດຂວາງຄວາມເຊື່ອຂອງຂ້ານ້ອຍໃນພຣະເຈົ້າອີກຕໍ່ໄປ.

ຜ່ານປະສົບການຂອງຂ້ານ້ອຍ, ຂ້ານ້ອຍມາມີຄວາມເຂົ້າໃຈບາງຢ່າງກ່ຽວກັບແກ່ນແທ້ມານຮ້າຍຂອງຊາຕານທີ່ທ້າທາຍພຣະເຈົ້າ ແລະ ເຈດຕະນາອັນມຸ່ງຮ້າຍຂອງມັນທີ່ຈະລໍ້ລວງ ແລະ ທຳຮ້າຍຜູ້ຄົນ. ຂ້ານ້ອຍຍັງເຫັນວ່າ ຫາກປາສະຈາກຄວາມຈິງ ຜູ້ໃດກໍຕາມໃນບັນດາພວກເຮົາສາມາດຖືກຍົກອອກໄປໂດຍຊາຕານໃນຊ່ວງເວລາໃດກໍໄດ້; ມີພຽງແຕ່ໂດຍການສະແຫວງຫາຄວາມຈິງ ແລະ ການເຂົ້າໃຈຄວາມຈິງ, ພວກເຮົາຈຶ່ງຈະສາມາດຕິດຕາມພຣະເຈົ້າຈົນເຖິງທີ່ສຸດ ແລະ ປະສົບການຂອງຂ້ານ້ອຍຍິ່ງດົນບັນດານຄວາມຕັ້ງໃຈຂອງຂ້ານ້ອຍທີ່ຈະສະແຫວງຫາຄວາມຈິງ. ຈາກນີ້ເປັນຕົ້ນໄປ, ຂ້ານ້ອຍຈະອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຫຼາຍຂຶ້ນ, ຜະເຊີນກັບພາລະກິດຂອງພຣະເຈົ້າ, ອະທິຖານຫຼາຍຂຶ້ນ ແລະ ສະແຫວງຫາຄວາມຈິງຫຼາຍຂຶ້ນ ເມື່ອຂ້ານ້ອຍປະສົບກັບບັນຫາ ແລະ ຂ້ານ້ອຍຈະບໍ່ເຊື່ອຢ່າງລັບຫູລັບຕາໃນເລື່ອເລົ່າລື ແລະ ຄຳຂີ້ຕົວະຂອງຊາຕານອີກແລ້ວ, ເພື່ອບໍ່ໃຫ້ຕົກເປັນເຍື່ອກົນອຸບາຍທີ່ເລ່ຫຼ່ຽມຂອງຊາຕານ ແລະ ຈົບລົງດ້ວຍການປະຕິເສດ ແລະ ທໍລະຍົດພຣະເຈົ້າ. ຂອບຄຸນພຣະເຈົ້າ!

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ຂ້າພະເຈົ້າ ໄດ້ພົບເສັ້ນທາງ ສູ່ອານາຈັກສະຫວັນ

ໂດຍ ເໝີງອ໋າຍ, ໄຕ້ຫວັນ ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ເມື່ອພຣະເຢຊູສະເດັດມາສູ່ໂລກມະນຸດ, ພຣະອົງໄດ້ເລີ່ມຕົ້ນຍຸກແຫ່ງພຣະຄຸນ ແລະ...

ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ນຳພາຂ້ານ້ອຍເຂົ້າສູ່ເສັ້ນທາງແຫ່ງການໄດ້ຮັບການຊຳລະລ້າງ

ໂດຍ ກັງກີຢາງ, ສະຫະລັດອາເມຣິກາ ຂ້າພະເຈົ້າມາປະເທດສິງກາໂປດ້ວຍຕົວເອງໃນປີ 2007 ເພື່ອພະຍາຍາມຫາລ້ຽງຊີບ. ສິງກະໂປນັ້ນຮ້ອນຕະຫຼອດປີແທ້ໆ, ດັ່ງນັ້ນ...