ພຣະຜູ້ເປັນເຈົ້າໄດ້ປາກົດຕົວຢູ່ພາກຕາເວັນອອກ

19 ເດືອນພະຈິກ 2022

ໂດຍ ກຸຍເຊັນ, ປະເທດຈີນ

ມື້ໜຶ່ງ, ນ້ອງສາວຂອງຂ້ານ້ອຍໂທຫາຂ້ານ້ອຍເພື່ອບອກວ່ານາງກັບມາແຕ່ພາກເໜືອ ແລະ ນາງມີບາງສິ່ງທີ່ສຳຄັນທີ່ຈະບອກຂ້ານ້ອຍ. ນາງຂໍໃຫ້ຂ້ານ້ອຍເຂົ້າມາຫາທັນທີ. ຂ້ານ້ອຍມີຄວາມຮູ້ສຶກວ່າອາດມີບາງສິ່ງທີ່ບໍ່ດີເກີດຂຶ້ນ, ດັ່ງນັ້ນ ຂ້ານ້ອຍຈຶ່ງໄປທີ່ເຮືອນຂອງນາງທັນທີ. ເມື່ອຂ້ານ້ອຍໄປຮອດສະຖານທີ່ຂອງນາງ ແລະ ເຫັນນາງກຳລັງອ່ານໜັງສືເຫຼັ້ມໜຶ່ງພຽງເທົ່ານັ້ນ ຄວາມບໍ່ສະບາຍໃຈຂອງຂ້ານ້ອຍໝົດໄປ. ນ້ອງສາວຂອງຂ້ານ້ອຍເຫັນຂ້ານ້ອຍເຂົ້າມາ, ກະໂດດຂຶ້ນ ແລະ ເວົ້າຢ່າງເບີກບານວ່າ “ກຸຍເຊັນ! ຄັ້ງນີ້ຢູ່ພາກເໜືອ ຂ້ອຍໄດ້ຍິນຂ່າວດີບາງຢ່າງ: ພຣະເຢຊູເຈົ້າໄດ້ກັບຄືນມາແລ້ວ!”

ຫຼັງຈາກທີ່ໄດ້ຍິນນ້ອງສາວຂອງຂ້ານ້ອຍເວົ້າແບບນີ້, ຂ້ານ້ອຍຄິດລອຍໆວ່າ: “ໃນໄລຍະສອງສາມປີທີ່ຜ່ານມາ ສາຍຟ້າເຫຼື້ອມທາງທິດຕາເວັນອອກໄດ້ເປັນພະຍານວ່າ ພຣະເຢຊູເຈົ້າໄດ້ກັບຄືນມາ; ເປັນໄປໄດ້ບໍວ່ານ້ອງສາວຂອງຂ້ານ້ອຍໄດ້ຍອມຮັບສາຍຟ້າເຫຼື້ອມທາງທິດຕາເວັນອອກ?” ກ່ອນທີ່ຂ້ານ້ອຍຈະສາມາດເວົ້າໄດ້, ນ້ອງສາວຂອງຂ້ານ້ອຍກໍເວົ້າຢ່າງຈິງຈັງວ່າ “ໂອ ກຸຍເຊັນ! ພຣະຜູ້ເປັນເຈົ້າໄດ້ບັງເກີດເປັນມະນຸດອີກຄັ້ງ ແລະ ໄດ້ມາທີ່ປະເທດຈີນຂອງພວກເຮົາ”. ຂ້ານ້ອຍກໍເວົ້າຢ່າງຟ້າວຟັ່ງວ່າ “ຢ່າເຊື່ອທຸກສິ່ງທີ່ເຈົ້າໄດ້ຍິນ. ພຣະເຈົ້າສາມາດມາປະເທດຈີນໄດ້ບໍ? ໃນພຣະຄຳພີມີກ່າວໄວ້ຢ່າງເຊັດເຈນວ່າ: ‘ແລະ ໃນມື້ນັ້ນ ພຣະອົງຈະຢືນຢູ່ເທິງພູໝາກກອກເທດ ເຊິ່ງຢູ່ດ້ານໜ້າກຸງເຢລູຊາເລັມໃນທາງທິດຕາເວັນອອກ ແລະ ພູໝາກກອກເທດນັ້ນຈະແຍກອອກເປັນສອງສ່ວນໄປທາງທິດຕາເວັນອອກ ແລະ ທິດຕາເວັນຕົກ, ແລ້ວຈະມີຮ່ອມພູຂະໜາດໃຫຍ່ຢູ່ຫວ່າງກາງ; ພູເຄິ່ງໜຶ່ງຈະເຄື່ອນໄປທາງທິດເໜືອ ແລະ ອີກເຄິ່ງໜຶ່ງຈະເຄື່ອນໄປທາງທິດໃຕ້(ເສກາລີຢາາ14:4). ການມາຂອງພຣະເຈົ້າຈະຢູ່ອິດສະຣາເອນ. ພຣະອົງບໍ່ສາມາດມາປະເທດຈີນໄດ້. ເຈົ້າເຮັດວຽກເພື່ອພຣະເຈົ້າ ແຕ່ວ່າເຈົ້າຮອດບໍ່ຮູ້ຈັກເລື່ອງນີ້ຊ້ຳ!”

ນ້ອງສາວຂ້ານ້ອຍເວົ້າຢ່າງຈິງໃຈວ່າ “ຂ້ອຍເຄີຍຄິດແບບທີ່ເຈົ້າຄິດ, ແຕ່ຜ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ການສົນທະນາຂອງອ້າຍເອື້ອຍນ້ອງ, ຂ້ອຍໄດ້ຮັບຮູ້ວ່າ ພຣະຜູ້ເປັນເຈົ້າໄດ້ບັງເກີດເປັນມະນຸດຢູ່ປະເທດຈີນແທ້ໆ. ພຣະຄຳພີທີ່ເຈົ້າເວົ້າເຖິງແມ່ນຄຳທຳນາຍ, ແຕ່ວ່າຄຳທຳນາຍບໍ່ສາມາດຖືກຕີຄວາມໝາຍຕາມທີ່ພວກເຮົາຕ້ອງການໄດ້. ພວກມັນຖືກເຮັດໃຫ້ສຳເລັດ ແລະ ຖືກເຮັດໃຫ້ມະນຸດເຫັນໄດ້ຜ່ານຄວາມຈິງແຫ່ງພາລະກິດຂອງພຣະເຈົ້າ. ເມື່ອພຣະເຢຊູເຈົ້າມາເພື່ອປະຕິບັດພາລະກິດ, ທັງເປໂຕ ແລະ ຍິງຊາວຊາມາຣີ ຫຼື ຂ້າລາຊະການແຫ່ງເອທີໂອເປຍ ກໍຍຶດຕິດກັບຄວາມໝາຍຕາມຕົວໜັງສືຂອງຄຳທຳນາຍໃນພຣະຄຳພີ, ແຕ່ກົງກັນຂ້າມ ມັນແມ່ນຄວາມຈິງເຖິງສິ່ງທີ່ອົງພຣະເຢຊູເຈົ້າໄດ້ກ່າວ ແລະ ພາລະກິດທີ່ພຣະອົງປະຕິບັດນັ້ນໄດ້ຢືນຢັນກັບພວກເຂົາວ່າພຣະເມຊີອາໄດ້ມາດັ່ງພຣະເຢຊູເຈົ້າ. ພວກເຂົາທັງໝົດໄດ້ຕິດຕາມບາດກ້າວຂອງພຣະເຈົ້າ ແລະ ໄດ້ຮັບຄວາມລອດພົ້ນຂອງພຣະຜູ້ເປັນເຈົ້າ. ແລ້ວບັນດາພວກຟາຣີຊາຍຜູ້ຍຶດຕິດກັບຄວາມໝາຍຕາມຕົວອັກໜັງສືຂອງຄຳທຳນາຍໃນພຣະຄຳພີ ລ້ວນແລ້ວແຕ່ປະຕິບັດກັບພຣະເຢຊູເຈົ້າ ເຊິ່ງເປັນພຣະເມຊີອາທີ່ໄດ້ມາແລ້ວ ດັ່ງຄົນທຳມະດາສາມັນ ແລະ ໄດ້ປະຕິເສດ, ຕໍ່ຕ້ານ ແລະ ກ່າວໂທດພຣະເຢຊູເຈົ້າ. ໃນທີ່ສຸດ ພວກເຂົາກໍຄຶງພຣະເຢຊູເຈົ້າເທິງໄມ້ກາງແຂນ ແລະ ສະນັ້ນຈຶ່ງໄດ້ຖືກພຣະເຈົ້າລົງໂທດ. ກຸຍເຊັນ, ພວກເຮົາຕ້ອງຮັບມືກັບການມາຂອງພຣະຜູ້ເປັນເຈົ້າຢ່າງຮອບຄອບ ແລະ ພວກເຮົາຕ້ອງມີຫົວໃຈທີ່ຢຳເກງພຣະເຈົ້າ. ເຈົ້າຕ້ອງບໍ່ຕັດສິນເລື່ອງນີ້ໄວເກີນໄປ!”

ຂ້ານ້ອຍຫຼຽວເບິ່ງນ້ອງສາວ ແລະ ຈັບພຣະຄຳພີຂຶ້ນມາ ແລະ ເວົ້າວ່າ “ພຣະເຈົ້າເຢໂຮວາປະກາດໃຊ້ພຣະບັນຍັດຢູ່ອິດສະຣາເອນ ແລະ ພຣະເຢຊູເຈົ້າກໍຖືກຄຶງກາງແຂນຢູ່ປະເທດອິດສະຣາເອນເຊັ່ນກັນ. ຈີນເປັນປະເທດທີ່ຖືກປົກຄອງໂດຍພັກທີ່ບໍ່ເຊື່ອໃນພຣະເຈົ້າ, ດັ່ງນັ້ນ ພຣະເຈົ້າຈະມາປະເທດແບບນີ້ບໍ? ພວກເຮົາໄດ້ເຊື່ອໃນພຣະຜູ້ເປັນເຈົ້າມາເປັນເວລາຫຼາຍປີ ແລະ ແນ່ນອນວ່າພວກເຮົາຕ້ອງບໍ່ເຊື່ອທຸກສິ່ງທີ່ພວກເຮົາໄດ້ຍິນ!”

ນ້ອງສາວຂອງຂ້ານ້ອຍເວົ້າຢ່າງຮ້ອນຮົນວ່າ “ກຸຍເຊັນ, ເມື່ອອົງພຣະເຢຊູເຈົ້າປະຕິບັດພາລະກິດຂອງພຣະອົງໃນເວລານັ້ນ, ພວກຟາຣີຊາຍຕໍ່ຕ້ານພຣະຜູ້ເປັນເຈົ້າ ແລະ ເວົ້າວ່າ: ‘ຈົ່ງຊອກຫາ ແລະ ເບິ່ງ: ບໍ່ມີຜູ້ປະກາດພຣະທໍາຄົນໃດມາຈາກຄາລີເລ’ (ໂຢຮັນ 7:52). ‘ພຣະຄຣິດຈະມາຈາກຄາລີເລບໍ?’ (ໂຢຮັນ 7:41). ແຕ່ຄວາມຈິງແລ້ວ, ພຣະເຢຊູເຈົ້າເຕີບໃຫຍ່ຢູ່ນາຊາເຣັດໃນກາລິລີ. ພຣະຄຳພີເວົ້າວ່າ: ‘ໂອ ຄວາມຮັ່ງມີທັງດ້ານສະຕິປັນຍາ ແລະ ຄວາມຮູ້ຂອງພຣະເຈົ້າກໍມີຢ່າງເຫຼືອລົ້ນ! ການພິພາກສາຂອງພຣະອົງບໍ່ສາມາດຄົ້ນຫາໄດ້ ແລະ ວິທີທາງຂອງພຣະອົງກໍເໜືອການຄົ້ນພົບ! ໃຜນໍທີ່ຮູ້ຈັກຄວາມຄິດຂອງພຣະຜູ້ເປັນເຈົ້າ? ຫຼື ໃຜນໍໄດ້ເປັນທີ່ປຶກສາຂອງພຣະອົງ’ (ໂລມ 11:33-34). ພວກເຮົາຈະສາມາດເຂົ້າໃຈສະຕິປັນຍາຂອງພຣະເຈົ້າໄດ້ແນວໃດ? ພວກເຮົາບໍ່ສາມາດວິເຄາະພາລະກິດຂອງພຣະເຈົ້າດ້ວຍຄວາມຄິດຂອງພວກເຮົາເອງ. ພວກເຮົາລໍຖ້າການມາຂອງພຣະຜູ້ເປັນເຈົ້າທຸກໆວັນ. ຕອນນີ້ ພຣະຜູ້ເປັນເຈົ້າໄດ້ກັບຄືນມາແທ້ແລ້ວ, ຖ້າພວກເຮົາຍັງຍຶດໝັ້ນໃນຄວາມຄິດຂອງພວກເຮົາເອງ ແລະ ບໍ່ສະແຫວງຫາ ຫຼື ກວດສອບ, ພວກເຮົາຈະພາດໂອກາດທີ່ຈະຕ້ອນຮັບພຣະຜູ້ເປັນເຈົ້າ ແລະ ພວກເຮົາກໍຈະເຕັມໄປດ້ວຍຄວາມເສຍໃຈ!”

ເມື່ອເຫັນວ່ານ້ອງສາວຂອງຂ້ານ້ອຍຈິງຈັງຫຼາຍ, ຂ້ານ້ອຍຈຶ່ງຄິດວ່າ: “ນ້ອງສາວຂອງຂ້ອຍເຊື່ອໃນພຣະເຈົ້າຢ່າງຈິງຈັງ ແລະ ເປັນຄົນຮອບຄອບທີ່ຮູ້ຈັກຄວາມຄິດຂອງຕົວເອງ. ໂດຍທົ່ວໄປແລ້ວ, ນາງລະມັດລະວັງກັບສິ່ງທີ່ນາງເຮັດ ແລະ ສຳລັບເລື່ອງໃຫຍ່ເຊັ່ນເລື່ອງການມາຂອງພຣະເຈົ້າ ນາງຍິ່ງບໍ່ຄ່ອຍເຊື່ອຢ່າງຕາບອດໃນສິ່ງທີ່ຄົນອື່ນເວົ້າ. ຕອນນີ້ ນາງໄດ້ຍອມຮັບສາຍຟ້າເຫຼື້ອມທາງທິດຕາເວັນອອກແລ້ວ, ສະນັ້ນ ສາມາດເປັນໄປໄດ້ບໍວ່າພຣະຜູ້ເປັນເຈົ້າໄດ້ກັບຄືນມາຈິງແທ້ ແລະ ກຳລັງປະຕິບັດພາລະກິດຂອງພຣະອົງຢູ່ປະເທດຈີນ?” ແຕ່ຫຼັງຈາກນັ້ນຄວາມຄິດອື່ນອີກກໍມາຫາຂ້ານ້ອຍ: “ພຣະຜູ້ເປັນເຈົ້າຈະສາມາດປະຕິບັດພາລະກິດຂອງພຣະອົງຢູ່ປະເທດຈີນໄດ້ແນວໃດ? ມັນເປັນສິ່ງທີ່ບໍ່ຄາດຄິດເກີນໄປ!” ດັ່ງນັ້ນ ຂ້ານ້ອຍຈຶ່ງເວົ້າຢ່າງໜັກແໜ້ນວ່າ “ພຣະຄຳພີເປັນຄືກັບເຄັກທີ່ມີພັນຊັ້ນ ແລະ ວິທີການຕີຄວາມໝາຍພຣະຄຳພີຂອງແຕ່ລະຄົນກໍແຕກຕ່າງກັນ. ແທ້ຈິງແລ້ວ ພຣະຄຳພີທຳນາຍວ່າ ພຣະເຈົ້າຈະລົງມາສູ່ອິດສະຣາເອນໃນຍຸກສຸດທ້າຍ. ຍິ່ງໄປກວ່ານັ້ນ, ຄົນຈີນສ່ວນໃຫຍ່ນະມັດສະການພຣະພຸດທະເຈົ້າ ແລະ ລັດຖະບານແຫ່ງຊາດກໍຂົ່ມເຫັງຄວາມເຊື່ອທາງສາສະໜາມາໂດຍຕະຫຼອດ. ພຣະເຈົ້າຈະບໍ່ມາປະເທດຈີນເພື່ອປະຕິບັດພາລະກິດຂອງພຣະອົງ!”

ນ້ອງສາວຂອງຂ້ານ້ອຍເວົ້າຢ່າງກະຕືລືລົ້ນວ່າ “ກຸຍເຊັນ, ພຣະຜູ້ເປັນເຈົ້າໄດ້ກັບຄືນມາ ແລະ ໄດ້ປາກົດຕົວຢູ່ປະເທດຈີນເພື່ອປະຕິບັດພາລະກິດຂອງພຣະອົງ. ນີ້ແມ່ນສິ່ງທີ່ສຳຄັນຫຼາຍ.​ ຂ້ອຍຫາກໍຍອມຮັບພາລະກິດຂອງຍຸກສຸດທ້າຍຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ສະນັ້ນ ຂ້ອຍຈຶ່ງຍັງບໍ່ສາມາດອະທິບາຍຄວາມຈິງດ້ານນີ້ໄດ້ຢ່າງຊັດເຈນ, ແຕ່ອ້າຍເອື້ອຍນ້ອງແຫ່ງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດເປັນພະຍານດ້ວຍວິທີທີ່ໃຫ້ແສງສະຫວ່າງຫຼາຍ. ຂ້ອຍຈະໃຫ້ພວກເຂົາສົນທະນາກັບເຈົ້າ!” ຂ້ານ້ອຍໂບກມືຂອງຂ້ານ້ອຍ ແລະ ເວົ້າວ່າ “ບໍ່ຈຳເປັນ. ຂ້ອຍກຳລັງຊິໄປແລ້ວ”. ຫຼັງຈາກກັບມາເຮືອນ, ຂ້ານ້ອຍກໍນັ່ງເສີຍໆຢູ່ເທິງໂຊຟາ ແລະ ຄິດເຖິງສິ່ງທີ່ນ້ອງສາວຂອງຂ້ານ້ອຍໄດ້ເວົ້າ. ຈິດໃຈຂອງຂ້ານ້ອຍກຳລັງວຸ້ນວາຍ ແລະ ຂ້ານ້ອຍບໍ່ສາມາດສະຫງົບລົງໄດ້. ຂ້ານ້ອຍໄດ້ລໍຖ້າໃຫ້ອົງພຣະເຢຊູເຈົ້າວາງຕີນເທິງພູໝາກກອກເທດຢູ່ສະເໝີມາ, ແລ້ວຢູ່ດີໆ ນ້ອງສາວຂອງຂ້ານ້ອຍສາມາດເວົ້າໄດ້ແນວໃດວ່າພຣະຜູ້ເປັນເຈົ້າໄດ້ມາປະເທດຈີນ? ສິ່ງນີ້ຈະເປັນໄປໄດ້ແນວໃດ? ຂ້ານ້ອຍໄດ້ອ່ານພຣະຄຳພີຢ່າງບໍ່ຢຸດເຊົາ ແຕ່ກໍບໍ່ສາມາດເຫັນບົດໃດ ຫຼື ຂໍ້ໃດທີ່ບອກລ່ວງໜ້າວ່າພຣະຜູ້ເປັນເຈົ້າຈະມາປະຕິບັດພາລະກິດຂອງພຣະອົງຢູ່ປະເທດຈີນ. “ເມື່ອພຣະເຢຊູເຈົ້າປະຕິບັດພາລະກິດຂອງພຣະອົງໃນເວລານັ້ນ, ພວກຟາຣີຊາຍຕໍ່ຕ້ານພຣະຜູ້ເປັນເຈົ້າ ແລະ ເວົ້າວ່າ: ‘ຈົ່ງຊອກຫາ ແລະ ເບິ່ງ: ບໍ່ມີຜູ້ປະກາດພຣະທໍາຄົນໃດມາຈາກຄາລີເລ’ (ໂຢຮັນ 7:52). ‘ພຣະຄຣິດຈະມາຈາກຄາລີເລບໍ?’ (ໂຢຮັນ 7:41). ແຕ່ຄວາມຈິງແລ້ວ, ອົງພຣະເຢຊູເຈົ້າເຕີບໃຫຍ່ຢູ່ນາຊາເຣດໃນກາລິລີ...” ຄຳເວົ້າຂອງນ້ອງສາວຂອງຂ້ານ້ອຍລອຍຜ່ານຄວາມຄິດຂອງຂ້ານ້ອຍເປັນໄລຍະ ແລະ ຂ້ານ້ອຍຄິດວ່າສິ່ງທີ່ນາງໄດ້ເວົ້ານັ້ນເປັນຄວາມຈິງ. ຂ້ານ້ອຍສະຫຼັບໄປມາລະຫວ່າງການເບິ່ງພຣະຄຳພີ ແລະ ຄິດເຖິງສິ່ງທີ່ນ້ອງສາວຂອງຂ້ານ້ອຍໄດ້ເວົ້າ. ຈິດໃຈຂອງຂ້ານ້ອຍວຸ້ນວາຍ ແລະ ຂ້ານ້ອຍບໍ່ຮູ້ວ່າຈະເຮັດຫຍັງດີທີ່ສຸດ, ສະນັ້ນ ຂ້ານ້ອຍຈຶ່ງຮ້ອງຫາພຣະຜູ້ເປັນເຈົ້າໃນໃຈຂອງຂ້ານ້ອຍວ່າ “ແດ່ພຣະຜູ້ເປັນເຈົ້າ, ຂ້ານ້ອຍຄວນເຮັດແນວໃດ? ໂອພຣະຜູ້ເປັນເຈົ້າ, ພຣະອົງຈະລົງມາບ່ອນໃດແທ້?”

ສອງສາມມື້ຕໍ່ມາ ນ້ອງສາວຂອງຂ້ານ້ອຍໄດ້ມາຫາຂ້ານ້ອຍອີກ. ທັນທີທີ່ນາງເຂົ້າໃນເຮືອນ ນາງກໍຍິ້ມ ແລະ ເວົ້າວ່າ “ກຸຍເຊັນ, ເອື້ອຍຊີ ແລະ ເອື້ອຍຮາວ ຈາກຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ມາທີ່ບ່ອນຂອງນ້ອງເພື່ອໃຫ້ການຊ່ວຍເຫຼືອນ້ອງ. ພວກເຂົາໄດ້ເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສູງສຸດມາເປັນເວລາດົນແລ້ວ ແລະ ເຂົ້າໃຈຫຼາຍກວ່ານ້ອງອີກ. ຖ້າມີສິ່ງໃດທີ່ເຈົ້າບໍ່ເຂົ້າໃຈກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າ, ໃຫ້ໄປສົນທະນາກັບພວກເຂົາ”. ຂ້ານ້ອຍຄິດວ່າ: “ຂ້ອຍໄດ້ເຊື່ອໃນພຣະຜູ້ເປັນເຈົ້າມາຫຼາຍປີແລ້ວ ແລະ ໄດ້ຫວັງເຖິງການມາຂອງພຣະຜູ້ເປັນເຈົ້າສະເໝີມາ. ພຣະຜູ້ເປັນເຈົ້າໄດ້ມາແທ້ໆບໍ? ບາງທີຂ້ອຍຄວນໃຊ້ປະໂຫຍດຈາກໂອກາດນີ້ເພື່ອສົນທະນາກັບພວກເຂົາ”. ສະນັ້ນ, ຂ້ານ້ອຍກັບນ້ອງສາວຂອງຂ້ານ້ອຍຈຶ່ງໄປທີ່ເຮືອນຂອງນາງ. ທັນທີທີ່ພວກຂ້ານ້ອຍເຂົ້າໄປໃນຫ້ອງ, ສອງເອື້ອຍນ້ອງກໍທັກທາຍຂ້ານ້ອຍຢ່າງອົບອຸ່ນ ແລະ ເວົ້າຢ່າງເປັນກັນເອງຫຼາຍ. ພວກເຂົາຂໍໃຫ້ຂ້ານ້ອຍເວົ້າອອກມາຖ້າວ່າຂ້ານ້ອຍມີຄຳຖາມໃດໆ ແລະ ຫຼັງຈາກນັ້ນ ທຸກໆຄົນກໍ່ສາມາດສົນທະນາຮ່ວມກັນ. ຂ້ານ້ອຍຖາມວ່າ “ເອື້ອຍເວົ້າວ່າອົງພຣະເຢຊູເຈົ້າໄດ້ກັບຄືນມາແລ້ວ ແລະ ກຳລັງປະຕິບັດພາລະກິດຢູ່ປະເທດຈີນ. ມີຫຼັກຖານໃດສຳລັບການກ່າວອ້າງນີ້ໃນພຣະຄຳພີບໍ?” ເອື້ອຍຮາວຍິ້ມ ແລະ ເວົ້າວ່າ “ນ້ອງເອີຍ! ແທ້ຈິງແລ້ວ ມີຄຳທຳນາຍໃນພຣະຄຳພີກ່ຽວກັບການມາຂອງພຣະເຈົ້າເພື່ອປະຕິບັດພາລະກິດຂອງພຣະອົງຢູ່ປະເທດຈີນໃນຍຸກສຸດທ້າຍ”. ຂ້ານ້ອຍຕົກຕະລຶງ ແລະ ເວົ້າວ່າ “ສິ່ງນີ້ຈະເປັນໄປໄດ້ແນວໃດ? ຂ້ານ້ອຍໄດ້ອ່ານຜ່ານພຣະຄຳພີຫຼາຍເທື່ອແລ້ວ ແຕ່ຍັງບໍ່ຄົ້ນພົບການບັນທຶກໃນພຣະຄຳພີແມ່ນແຕ່ອັນດຽວທີ່ກ່ຽວຂ້ອງກັບເລື່ອງນີ້. ຢູ່ບ່ອນໃດໃນພຣະຄຳພີທີ່ເປັນພື້ນຖານສຳລັບການກ່າວອ້າງຂອງເອື້ອຍ?” ເອື້ອຍຮາວເວົ້າຢ່າງອົດທົນວ່າ “ນ້ອງເອີຍ, ພວກເຮົາມາອ່ານພຣະຄຳພີສອງສາມຂໍ້ ແລະ ເຈົ້າຈະຮູ້. ໃນ ມາລາກີ 1:11 ເວົ້າວ່າ: ‘ດ້ວຍວ່າ ແຕ່ຕາເວັນຂຶ້ນຈົນຮອດຕາເວັນຕົກ, ນາມຂອງເຮົາຈະຍິ່ງໃຫຍ່ຢູ່ທ່າມກາງຄົນຕ່າງຊາດ... ພຣະເຈົ້າເຢໂຮວ່າຜູ້ເປັນເຈົ້າພາບກ່າວ’. ໃນມັດທາຍ 24:27 ເວົ້າວ່າ: “ດ້ວຍວ່າ ຟ້າແມບເຫຼື້ອມຈາກທິດຕາເວັນອອກ ຍັງເຫຼື້ອມໄປເຖິງທິດຕາເວັນຕົກ, ການສະເດັດມາຂອງບຸດມະນຸດກໍຈະເປັນດັ່ງນັ້ນ”. ຈາກພຣະຄຳພີສອງຂໍ້ນີ້, ພວກເຮົາສາມາດເຫັນໄດ້ຢ່າງຊັດເຈນວ່າບ່ອນທີ່ພຣະເຈົ້າຈະລົງມາອີກຄັ້ງນັ້ນແມ່ນຢູ່ພາກຕາເວັນອອກຂອງໂລກ ແລະ ແມ່ນຢູ່ດິນແດນຂອງຄົນຕ່າງຊາດ. ພວກເຮົາທຸກຄົນຮູ້ວ່າປະເທດຈີນແມ່ນຢູ່ພາກຕາເວັນອອກຂອງໂລກ. ສອງຂັ້ນຕອນທຳອິດຂອງພາລະກິດຂອງພຣະເຈົ້າ ທັງສອງແມ່ນຢູ່ປະເທດອິດສະຣາເອນ. ເມື່ອເວົ້າເຖິງສະພາບການຂອງປະເທດອິດສະຣາເອນ, ປະເທດຈີນກໍເປັນປະເທດຕ່າງຊາດ. ເພາະສະນັ້ນ, ການທີ່ພຣະເຈົ້າມາປະເທດຈີນເພື່ອປາກົດຕົວ ແລະ ປະຕິບັດພາລະກິດຂອງພຣະອົງໃນຍຸກສຸດທ້າຍໄດ້ເຕີມເຕັມຄຳທຳນາຍເຫຼົ່ານີ້”. ຫຼັງຈາກທີ່ໄດ້ຟັງການສົນທະນາຂອງເອື້ອຍ ແລະ ໄຕ່ຕອງຄວາມໝາຍຂອງພຣະຄຳພີສອງຂໍ້ນີ້ແລ້ວ, ຂ້ານ້ອຍຄິດວ່າການສົນທະນາຂອງພວກເຂົາໃຫ້ຄວາມສະຫວ່າງຫຼາຍ. ເຖິງແມ່ນວ່າຂ້ານ້ອຍໄດ້ອ່ານສອງຂໍ້ນີ້ມາກ່ອນແລ້ວ, ຂ້ານ້ອຍກໍບໍ່ເຄີຍເຫັນຄວາມໝາຍຂອງການກັບມາຂອງພຣະຜູ້ເປັນເຈົ້າວ່າຢູ່ພາກຕາເວັນອອກ ນັ້ນກໍຄືປະເທດຈີນ. ໃນຂະນະທີ່ຂ້ານ້ອຍຟັງການອະທິບາຍຂອງພວກເຂົາ, ຂ້ານ້ອຍຮູ້ສຶກວ່າ ການສົນທະນາຂອງພວກເຂົາມີຕົ້ນກຳເນີດໃນການສ່ອງສະຫວ່າງຂອງພຣະວິນຍານບໍລິສຸດ.

ເອື້ອຍຮາວສືບຕໍ່ເວົ້າວ່າ, ພວກເຮົາມາເບິ່ງສິ່ງທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດກ່າວ. ‘ໃນທົ່ວຈັກກະວານເຮົາກໍາລັງດຳເນີນພາລະກິດຂອງເຮົາ ແລະ ໃນທິດຕາເວັນອອກ, ສຽງຟ້າຮ້ອງດັງໄດ້ປາກົດຂຶ້ນຢ່າງບໍ່ສິ້ນສຸດ, ສັ່ນສະເທືອນທຸກຊົນຊາດ ແລະ ທຸກນິກາຍ. ມັນແມ່ນສຽງຂອງເຮົາທີ່ໄດ້ນໍາພາທຸກຄົນໃນປັດຈຸບັນ. ເຮົາຈະເຮັດໃຫ້ທຸກຄົນຖືກເອົາຊະນະດ້ວຍສຽງຂອງເຮົາ, ໃຫ້ຕົກລົງສູ່ກະແສນີ້ ແລະ ຍອມຈຳນົນຕໍ່ໜ້າເຮົາ, ເພາະວ່າເຮົາໄດ້ທວງສະຫງ່າລາສີຂອງເຮົາຈາກທົ່ວໂລກ ແລະ ໄດ້ສ້າງມັນຂຶ້ນໃໝ່ໃນພາກຕາເວັນອອກ. ຜູ້ໃດຈະບໍ່ຢາກເຫັນສະຫງ່າລາສີຂອງເຮົາ? ຜູ້ໃດຈະບໍ່ລໍຖ້າດ້ວຍໃຈຕື່ນເຕັ້ນໃນການກັບມາຂອງເຮົາ? ຜູ້ໃດຈະບໍ່ປາຖະໜາຢາກເຫັນການປາກົດຕົວຂອງເຮົາ? ຜູ້ໃດຈະບໍ່ຢາກເຫັນຄວາມສະຫງ່າລາສີຂອງເຮົາ? ຜູ້ໃດທີ່ຈະບໍ່ຢາກມາສູ່ແສງສະຫວ່າງ? ຜູ້ໃດຈະບໍ່ຢາກເບິ່ງ ບໍ່ຢາກເຫັນຄວາມຮັ່ງມີຂອງການາອານ? ຜູ້ໃດຈະບໍ່ປາຖະໜາການກັບມາຂອງພຣະຜູ້ໄຖ່? ຜູ້ໃດຈະບໍ່ນັບຖືພຣະເຈົ້າຜູ້ຊົງລິດທານຸພາບ? ສຽງຂອງເຮົາຈະແຜ່ຂະຫຍາຍໄປທົ່ວແຜ່ນດິນໂລກ; ເມື່ອຜະເຊີນກັບຜູ້ຄົນທີ່ຖືກເລືອກຂອງເຮົາ, ເຮົາປາຖະໜາທີ່ຈະກ່າວພຣະທຳຕໍ່ພວກເຂົາຫຼາຍຂຶ້ນ. ເໝືອນດັ່ງສຽງຟ້າຮ້ອງທີ່ດັງສະນັ່ນສັ່ນສະເທືອນພູເຂົາ ແລະ ແມ່ນໍ້າລຳທານ, ເຮົາກ່າວພຣະຄຳຂອງເຮົາຕໍ່ຈັກກະວານທັງປວງ ແລະ ມະນຸດຊາດ. ດັ່ງນັ້ນພຣະທຳທີ່ຢູ່ໃນປາກຂອງເຮົາໄດ້ກາຍເປັນສົມບັດຂອງມະນຸດ ແລະ ມະນຸດທຸກຄົນລ້ວນແຕ່ຖະໜອມພຣະຄຳຂອງເຮົາ. ສາຍຟ້າແມບຈາກຕາເວັນອອກໄປເຖິງຕາເວັນຕົກ. ພຣະຄຳຂອງເຮົາເຮັດໃຫ້ມະນຸດລັງເລທີ່ຈະຍອມສະຫຼະພວກມັນ ແລະ ໃນເວລາດຽວກັນກໍພົບວ່າພຣະທຳເຫຼົ່ານັ້ນເປັນສິ່ງທີ່ບໍ່ສາມາດຢັ່ງເຖິງ, ແຕ່ຊື່ນຊົມຍິນດີໃນທຸກສິ່ງຫຼາຍຂຶ້ນກວ່າເດີມ. ມະນຸດທຸກຄົນຍິນດີ ແລະ ມີຄວາມສຸກ, ສະເຫຼີມສະຫຼອງການມາຂອງເຮົາ ເປັນຄືກັບວ່າເດັກນ້ອຍຫາກໍ່ເກີດ. ດ້ວຍສຽງຂອງເຮົາ, ເຮົາຈະນໍາເອົາມະນຸດທັງປວງມາຢູ່ຕໍ່ໜ້າຂອງເຮົາ. ຈາກນັ້ນ ເຮົາຈະເຂົ້າສູ່ເຊື້ອຊາດມະນຸດຢ່າງເປັນທາງການ ເພື່ອວ່າພວກເຂົາໄດ້ມານະມັດສະການເຮົາ. ດ້ວຍສະຫງ່າລາສີທີ່ເຮົາສ່ອງແສງອອກມາ ແລະ ພຣະທຳທີ່ຢູ່ໃນປາກຂອງເຮົາ, ເຮົາຈະເຮັດໃຫ້ທຸກຄົນມາກົ້ມຫົວລົງຕໍ່ໜ້າເຮົາ ແລະ ເຫັນແສງຟ້າແມບສົ່ງແສງສະຫວ່າງມາຈາກທິດຕາເວັນອອກ ແລະ ນັ້ນໝາຍຄວາມວ່າເຮົາໄດ້ລົງມາຍັງ ‘ພູເຂົາໝາກກອກ’ ແຫ່ງທິດຕາເວັນອອກ. ພວກເຂົາຈະເຫັນວ່າເຮົາໄດ້ຢູ່ໂລກນີ້ມາດົນນານແລ້ວ, ບໍ່ແມ່ນບຸດຊາຍຂອງຊາວຢິວອີກຕໍ່ໄປແຕ່ເປັນແສງຟ້າແມບແຫ່ງທິດຕາເວັນອອກ. ເພາະວ່າເຮົາໄດ້ຟື້ນຄືນຊີບມາດົນນານແລ້ວ ແລະ ໄດ້ພັດພາກຈາກທ່າມກາງມະນຸດ ແລ້ວໄດ້ກັບມາປະກົດຕົວໃໝ່ດ້ວຍສະຫງ່າລາສີໃນທ່າມກາງມະນຸດ. ເຮົາເປັນຜູ້ທີ່ຖືກເຄົາລົບບູຊາມາຫຼາຍຍຸກຫຼາຍສະໄໝກ່ອນໜ້ານີ້ ແລະ ເຮົາຍັງເປັນເດັກນ້ອຍທີ່ຖືກຊາວອິດສະຣາເອັນປະຖິ້ມມາຫຼາຍຍຸກຫຼາຍສະໄໝກ່ອນໜ້ານີ້. ຍິ່ງໄປກວ່ານັ້ນ ເຮົາເປັນພຣະເຈົ້າອົງຊົງລິດທານຸພາບທີ່ມີສະຫງ່າລາສີຢ່າງສົມບູນໃນຍຸກປັດຈຸບັນ! ໃຫ້ທຸກຄົນມາຢູ່ຕໍ່ຫນ້າບັນລັງຂອງເຮົາ ແລະ ເບິ່ງໃບໜ້າອັນສະຫງ່າລາສີຂອງເຮົາ, ຟັງສຽງຂອງເຮົາ ແລະ ຫຼຽວເບິ່ງການກະທໍາຂອງເຮົາ. ນີ້ແມ່ນຄວາມປະສົງທັງໝົດຂອງເຮົາ; ມັນແມ່ນຈຸດສິ້ນສຸດ ແລະ ຈຸດສູງສຸດຂອງແຜນການຂອງເຮົາ, ພ້ອມທັງເປັນຈຸດປະສົງຂອງການຄຸ້ມຄອງຂອງເຮົາ. ໃຫ້ທຸກຊົນຊາດນະມັດສະການເຮົາ, ໃຫ້ທຸກພາສາຮັບຮູ້ເຮົາ, ໃຫ້ມະນຸດທຸກຄົນຍຶດໝັ້ນຄວາມເຊື່ອຂອງເຂົາໃນຕົວເຮົາ ແລະ ໃຫ້ທຸກຄົນຂຶ້ນຢູ່ກັບເຮົາ!’ (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ສຽງຟ້າຮ້ອງທັງເຈັດກໍາລັງທໍານາຍວ່າ ຂ່າວປະເສີດແຫ່ງອານາຈັກຈະແຜ່ຂະຫຍາຍໄປທົ່ວຈັກກະວານ). ພວກເຮົາທຸກຄົນຮູ້ວ່າພຣະເຈົ້າໄດ້ນຳເອົາຂ່າວປະເສີດແຫ່ງອານາຈັກສະຫວັນໃນຄັ້ງທຳອິດທີ່ພຣະອົງບັງເກີດເປັນມະນຸດ ແລະ ຂ່າວປະເສີດນີ້ແຜ່ຂະຫຍາຍໄປຈາກພາກຕາເວັນຕົກຫາພາກຕາເວັນອອກ. ແຕ່ພວກເຮົາບໍ່ເຄີຍຄິດມາກ່ອນວ່າພຣະເຈົ້າຈະກັບມາໃນເນື້ອໜັງຢູ່ພາກຕາເວັນອອກຂອງໂລກ, ຢູ່ປະເທດຈີນ, ນຳເອົາຂ່າວປະເສີດນິລັນດອນມາ ແລະ ປະຕິບັດພາລະກິດແຫ່ງການພິພາກສາ, ການເຮັດໃຫ້ບໍລິສຸດ ແລະ ການຊ່ວຍຄົນໃຫ້ລອດພົ້ນ. ຄັ້ງນີ້ ພາລະກິດຂອງພຣະເຈົ້າຈະແຜ່ຂະຫຍາຍໄປຈາກພາກຕາເວັນອອກຫາພາກຕາເວັນຕົກ”

ເມື່ອຂ້ານ້ອຍໄດ້ຍິນເລື່ອງນີ້, ຂ້ານ້ອຍກໍຂັດຈັງຫວະຂອງເອື້ອຍ ແລະ ຖາມໃນລັກສະນະມຶນງົງວ່າ “ເອື້ອຍ, ພຣະຄຳພີບັນທຶກວ່າ ພຣະເຈົ້າເຢໂຮວາປະຕິບັດພາລະກິດຂອງພຣະອົງຢູ່ປະເທດອິດສະຣາເອນ ແລະ ພາລະກິດຂອງອົງພຣະເຢຊູເຈົ້າແມ່ນຢູ່ຢູດາຍ. ສອງຂັ້ນຕອນແຫ່ງພາລະກິດຂອງພຣະເຈົ້າ ທັງສອງແມ່ນຢູ່ປະເທດອິດສະຣາເອນ, ສະນັ້ນ ການກັບມາຂອງພຣະເຈົ້າກໍຄວນຢູ່ປະເທດອິດສະຣາເອນເຊັ່ນກັນ. ເອື້ອຍເວົ້າໄດ້ແນວໃດວ່າແມ່ນຢູ່ປະເທດຈີນ?” ເອື້ອຍຮາວຍິ້ມ ແລະ ເວົ້າວ່າ “ພວກເຮົາຄິດວ່າຍ້ອນສອງຂັ້ນຕອນທຳອິດແຫ່ງພາລະກິດຂອງພຣະເຈົ້າ ທັງສອງແມ່ນຢູ່ປະເທດອິດສະຣາເອນ, ພຣະເຈົ້າກໍຈະປະຕິບັດພາລະກິດຂອງພຣະອົງຢູ່ອິດສະຣາເອນຢ່າງແນ່ນອນເມື່ອພຣະອົງກັບມາ. ແຕ່ວ່າຄວາມຄິດເຊັ່ນນັ້ນສອດຄ່ອງກັບຄວາມເປັນຈິງບໍ? ເປັນໄປໄດ້ບໍວ່າພຣະເຈົ້າເປັນພຽງພຣະເຈົ້າຂອງຊາວອິດສະຣາເອນເທົ່ານັ້ນ? ເປັນໄປໄດ້ບໍວ່າພຣະເຈົ້າເປັນພຽງແຕ່ປົກຄອງ ແລະ ຊ່ວຍຊາວອິດສະຣາເອນໃຫ້ລອດພົ້ນເທົ່ານັ້ນ? ມາເບິ່ງສິ່ງທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດກ່າວ”.

ເອື້ອຍຊີເປີດໜັງສືພຣະທຳຂອງພຣະເຈົ້າ ແລະ ອ່ານ: “ເມື່ອພຣະຜູ້ຊ່ວຍໃຫ້ລອດມາເຖິງໃນຍຸກສຸດທ້າຍນີ້ ຖ້າຍັງເອີ້ນພຣະອົງວ່າພຣະເຢຊູ ເຊິ່ງຄັ້ງໜຶ່ງເຄີຍບັງເກີດຢູ່ຈູເດຍ ແລະ ດຳເນີນພາລະກິດຂອງພຣະອົງຢູ່ຈູເດຍ. ເມື່ອເປັນເຊັ່ນນີ້ ກໍພິສູດໃຫ້ເຫັນວ່າເຮົາພຽງແຕ່ສ້າງຊາວອິສຣາເອນ ແລະ ໄຖ່ບາບໃຫ້ແກ່ຊາວອິສຣາເອນເທົ່ານັ້ນ ແລະ ພິສູດວ່າເຮົາບໍ່ມີຫຍັງກ່ຽວຂ້ອງກັບຄົນຕ່າງຊາດທີ່ບໍ່ແມ່ນຊາວຢິວ. ນີ້ຈະບໍ່ຂັດກັບພຣະທຳຂອງເຮົາທີ່ບອກວ່າ “ເຮົາແມ່ນພຣະຜູ້ເປັນເຈົ້າທີ່ສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ສັບພະສິ່ງທັງປວງ” ບໍ? ເຮົາໄດ້ອອກຈາກຈູເດຍ ແລະ ກະທໍາພາລະກິດຂອງເຮົາທ່າມກາງຄົນຕ່າງຊາດທີ່ບໍ່ແມ່ນຊາວຢິວ ເພາະວ່າເຮົາບໍ່ແມ່ນພຽງແຕ່ພຣະເຈົ້າຂອງຊາວອິສຣາເອນເທົ່ານັ້ນ ແຕ່ເປັນພຣະເຈົ້າຂອງທຸກສັບພະສິ່ງທັງປວງ. ເຮົາປະກົດຢູ່ທ່າມກາງ ຜູ້ຄົນຕ່າງຊາດທີ່ບໍ່ແມ່ນຊາວຢິວໃນລະຫວ່າງຍຸກສຸດທ້າຍນີ້ ກໍເພາະວ່າເຮົາບໍ່ແມ່ນພຣະເຢໂຮວາ ເຊິ່ງເປັນພຣະເຈົ້າຂອງຄົນອິສຣາເອນ, ແຕ່ຍິ່ງໄປກວ່ານັ້ນ ເຮົາເປັນພຣະຜູ້ສ້າງຂອງຄົນທີ່ເຮົາເລືອກທັງໝົດໃນກຸ່ມຄົນຕ່າງຊາດທີ່ບໍ່ແມ່ນຊາວຢິວ. ເຮົາບໍ່ພຽງແຕ່ສ້າງອິສຣາເອນ, ອີຢິບ ແລະ ເລບານອນເທົ່ານັ້ນ, ແຕ່ຍັງສ້າງຊາດອື່ນທັງໝົດທີ່ບໍ່ແມ່ນຊາວຢິວທີ່ຢູ່ນອກດິນແດນອິສຣາເອວອີກດ້ວຍ. ດ້ວຍເຫດນີ້, ເຮົາຈິ່ງແມ່ນພຣະຜູ້ເປັນເຈົ້າຂອງສັບພະສິ່ງທັງປວງ. ເຮົາພຽງແຕ່ໃຊ້ອິສຣາເອນເປັນຈຸດເລີ່ມຕົ້ນສຳລັບພາລະກິດຂອງເຮົາເທົ່ານັ້ນໂດຍນຳໃຊ້ຈູເດຍ ແລະ ກາລີລີເປັນຖານທີ່ໝັ້ນຂອງພາລະກິດໄຖ່ບາບຂອງເຮົາ ແລະ ໃຊ້ຊາດອື່ນທີ່ບໍ່ແມ່ນຊາວຢິວເປັນຖານທີ່ເຮົາຈະນຳເອົາຍຸກທັງໝົດນີ້ໄປສູ່ຈຸດສິ້ນສຸດ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຜູ້ຊ່ວຍໃຫ້ລອດພົ້ນໄດ້ກັບຄືນມາເທິງ “ກ້ອນເມກສີຂາວ”). “ເຮົາຈະເຮັດໃຫ້ມະນຸດທຸກຄົນຮູ້ວ່າເຮົາບໍ່ພຽງແຕ່ແມ່ນພຣະເຈົ້າຂອງຊາວອິສຣາເອວເທົ່ານັ້ນ, ແຕ່ຍັງແມ່ນພຣະເຈົ້າຂອງທຸກຊາດທີ່ບໍ່ແມ່ນຊາວຢິວຮວມທັງຜູ້ທີ່ເຮົາໄດ້ສາບແຊ່ງມາແລ້ວ. ເຮົາຈະໃຫ້ທຸກຄົນເຫັນວ່າເຮົາແມ່ນພຣະເຈົ້າແຫ່ງການນິລະມິດສ້າງທັງໝົດ. ນີ້ແມ່ນພາລະກິດທີ່ຍິ່ງໃຫຍ່ທີ່ສຸດຂອງເຮົາ ແລະ ເປັນຈຸດປະສົງຂອງແຜນພາລະກິດຂອງເຮົາສຳລັບຍຸກສຸດທ້າຍ ແລະ ແມ່ນພາລະກິດໜຶ່ງດຽວທີ່ຕ້ອງບັນລຸໄດ້ໃນຍຸກສຸດທ້າຍນີ້(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດເຜີຍແຜ່ຄຳສອນຂອງພຣະເຈົ້າເປັນພາລະກິດຊ່ວຍໃຫ້ມະນຸດລອດພົ້ນ). “ພຣະອົງນໍາພາຊາວອິດສະຣາເອນ ແລະ ບັງເກີດໃນຢູດາຍ ແລະ ພຣະອົງຍັງບັງເກິດໃນດິນແດນຕ່າງຊາດອີກດ້ວຍ. ພາລະກິດທັງໝົດທີ່ພຣະອົງປະຕິບັດບໍ່ແມ່ນເພື່ອມະນຸດຊາດທັງປວງທີ່ພຣະອົງໄດ້ສ້າງຂຶ້ນບໍ? ພຣະອົງຮັກຊາວອິດສະຣາເອນຮ້ອຍເທົ່າ ແລະ ກຽດຊັງຊາວຕ່າງຊາດພັນເທົ່າບໍ? ນັ້ນບໍ່ແມ່ນແນວຄິດຂອງພວກເຈົ້າບໍ? ມັນບໍ່ແມ່ນໃນກໍລະນີທີ່ວ່າພຣະເຈົ້າບໍ່ເຄີຍເປັນພຣະເຈົ້າຂອງພວກເຈົ້າ, ແຕ່ກົງກັນຂ້າມ ມັນເປັນພຽງຍ້ອນວ່າພວກເຈົ້າບໍ່ຮັບຮູ້ພຣະອົງ; ມັນບໍ່ແມ່ນໃນກໍລະນີທີ່ວ່າ ພຣະເຈົ້າບໍ່ເຕັມໃຈທີ່ຈະເປັນພຣະເຈົ້າຂອງພວກເຈົ້າ, ແຕ່ກົງກັນຂ້າມ ມັນເປັນພຽງຍ້ອນວ່າພວກເຈົ້າປະຕິເສດພຣະອົງ. ຜູ້ໃດທ່າມກາງສິ່ງຖືກສ້າງທີ່ບໍ່ໄດ້ຢູ່ໃນກໍາມືຂອງອົງຊົງລິດທານຸພາບສູງສຸດ? ໃນການເອົາຊະນະພວກເຈົ້າໃນປັດຈຸບັນ, ເປົ້າໝາຍບໍ່ແມ່ນເພື່ອເຮັດໃຫ້ພວກເຈົ້າຮັບຮູ້ວ່າພຣະເຈົ້າບໍ່ໄດ້ແມ່ນຜູ້ໃດນອກຈາກພຣະເຈົ້າຂອງພວກເຈົ້າບໍ? ຖ້າພວກເຈົ້າຍັງຢືນຢັນວ່າພຣະເຈົ້າເປັນພຣະເຈົ້າຂອງຊາວອິດສະຣາເອນເທົ່ານັ້ນ ແລະ ຍັງຢືນຢັນວ່າ ຄົວເຮືອນຂອງເດວິດໃນອິດສະຣາເອນແມ່ນບ່ອນກຳເນີດດັ່ງເດີມຂອງພຣະເຈົ້າ ແລະ ບໍ່ມີຊົນຊາດອື່ນນອກຈາກຊາດອິດສະຣາເອນທີ່ມີຄຸນສົມບັດ ‘ຜະລິດ’ ພຣະເຈົ້າ, ແຮງໄກທີ່ຄອບຄົວຕ່າງຊາດຈະສາມາດຮັບເອົາພາລະກິດຂອງພຣະເຢໂຮວາເປັນການສ່ວນຕົວໄດ້, ຖ້າເຈົ້າຍັງຄິດແບບນີ້, ແລ້ວສິ່ງນັ້ນຈະບໍ່ເຮັດໃຫ້ເຈົ້າເປັນຄົນຕໍ່ຕ້ານຢ່າງດື້ດຶງບໍ? ... ເຈົ້າບໍ່ເຊື່ອໃນພຣະເຈົ້າເປັນເວລາດົນ, ແຕ່ເຈົ້າກໍມີແນວຄິດຫຼາຍຢ່າງກ່ຽວກັບພຣະອົງ ຈົນເຖິງຈຸດທີ່ເຈົ້າບໍ່ກ້າຄິດແມ່ນແຕ່ວິນາທີດຽວວ່າ ພຣະເຈົ້າຂອງຊາວອິດສະຣາເອນຈະຍອມລົດກຽດເພື່ອໃຫ້ກຽດພວກເຈົ້າດ້ວຍການສະຖິດຂອງພຣະອົງ. ແຮງໄກທີ່ພວກເຈົ້າຈະກ້າຄິດວ່າພວກເຈົ້າຈະສາມາດເຫັນພຣະເຈົ້າປາກົດຕົວເປັນການສ່ວນຕົວໄດ້ແນວໃດ ໃນເມື່ອພວກເຈົ້າສົກກະປົກຢ່າງເຫຼືອທົນຂະໜາດນີ. ພວກເຈົ້າບໍ່ເຄີຍຄິດເລີຍວ່າພຣະເຈົ້າຈະສາມາດລົງມາໃນດິນແດນຕ່າງຊາດເປັນການສ່ວນຕົວ. ພຣະອົງຄວນລົງມາເທິງພູເຂົາຊີນາຍ ຫຼື ພູເຂົາໝາກກອກເທດ ແລະ ປາກົດຕໍ່ຊາວອິດສະຣາເອນ. ຊາວຕ່າງຊາດ (ນັ້ນກໍຄື ຜູ້ຄົນທີ່ຢູ່ນອກອິດສະຣາເອນ) ບໍ່ລ້ວນແລ້ວແຕ່ເປັນເປົ້າໝາຍແຫ່ງການກຽດຊັງຂອງພຣະອົງບໍ? ພຣະອົງຈະສາມາດປະຕິບັດພາລະກິດເປັນການສ່ວນຕົວທ່າມກາງພວກເຂົາໄດ້ແນວໃດ? ທຸກສິ່ງເຫຼົ່ານີ້ແມ່ນແນວຄິດຝັງເລິກທີ່ພວກເຈົ້າໄດ້ມີເປັນເວລາຫຼາຍປີແລ້ວ. ຈຸດປະສົງຂອງການເອົາຊະນະພວກເຈົ້າໃນປັດຈຸບັນແມ່ນເພື່ອພັງທະລາຍແນວຄິດເຫຼົ່ານີ້ຂອງພວກເຈົ້າ. ສະນັ້ນ ພວກເຈົ້າຈຶ່ງຈະໄດ້ເຫັນເຖິງການປາກົດຕົວຂອງພຣະເຈົ້າເປັນການສ່ວນຕົວທ່າມກາງພວກເຈົ້າ, ບໍ່ແມ່ນເທິງພູເຂົາຊີນາຍ ຫຼື ເທິງພູເຂົາໝາກກອກເທດ, ແຕ່ຢູ່ໃນທ່າມກາງຜູ້ຄົນທີ່ພຣະອົງບໍ່ເຄີຍນໍາພາມາກ່ອນ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເບື້ອງຫຼັງແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (3)). “ຖ້າວ່າພາລະກິດໃນປະຈຸບັນຂອງພຣະອົງຖືກດຳເນີນຕໍ່ຊາວອິດສະຣາເອນ ຈົນເຖິງເວລາແຜນການຄຸ້ມຄອງຫົກພັນປີຂອງພຣະອົງສິ້ນສຸດລົງ, ທຸກຄົນກໍຄົງຈະເຊື່ອວ່າພຣະເຈົ້າແມ່ນເປັນພຽງພຣະເຈົ້າຂອງຊາວອິດສະຣາເອນເທົ່ານັ້ນ, ມີແຕ່ຊາວອິດສະຣາເອນເທົ່ານັ້ນທີ່ເປັນຜູ້ຄົນທີ່ພຣະເຈົ້າເລືອກ, ແລ້ວກໍມີແຕ່ຊາວອິດສະຣາເອນເທົ່ານັ້ນທີ່ສົມຄວນໄດ້ຮັບພອນ ແລະ ຄໍາສັນຍາຂອງພຣະອົງ. ໃນລະຫວ່າງຍຸກສຸດທ້າຍ, ພຣະບຸດພຣະເຈົ້າໄດ້ກັບລົງມາປະຕິບັດພາລະກິດຂອງພຣະອົງໃນຊາດທີ່ບໍ່ແມ່ນຊາວຢິວໃນປະເທດຂອງມັງກອນແດງທີ່ຍິ່ງໃຫຍ່; ພຣະອົງໄດ້ສຳເລັດພາລະກິດຂອງພຣະອົງໃນຖານະເປັນພຣະເຈົ້າທີ່ສ້າງສັບພະສິ່ງທັງປວງ. ພຣະອົງໄດ້ສຳເລັດພາລະກິດຄຸ້ມຄອງຂອງພຣະອົງທັງໝົດ ແລະ ພຣະອົງຈະສຳເລັດສ່ວນສຳຄັນໃນພາລະກິດຂອງພະອົງໃນຊາດມັງກອນແດງທີ່ຍິ່ງໃຫຍ່. ສິ່ງອັນສຳຄັນຂອງສາມຂັ້ນຕອນຂອງພາລະກິດເຫຼົ່ານີ້ແມ່ນການໄຖ່ບາບໃຫ້ມະນຸດ, ເຊັ່ນ: ການເຮັດໃຫ້ສັບພະສິ່ງທັງປວງບູຊາພຣະຜູ້ເປັນເຈົ້າຜູ້ເຮັດການເນລະມິດສ້າງ. ສະນັ້ນ, ທຸກຂັ້ນຕອນຂອງພາລະກິດດັ່ງກ່າວນີ້ຈິ່ງມີຄວາມໝາຍສຳຄັນຫຼາຍ; ພຣະເຈົ້າຈະບໍ່ເຮັດໃນສິ່ງທີ່ທີ່ບໍ່ມີຄວາມໝາຍ ຫຼື ບໍ່ມີຄຸນຄ່າຢ່າງເດັດຂາດ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າແມ່ນພຣະຜູ້ເປັນເຈົ້າແຫ່ງການຊົງສ້າງທັງປວງ).

ຈາກນັ້ນ ເອື້ອຍຮາວກໍໃຫ້ການສົນທະນາ ໂດຍເວົ້່າວ່າ “ໃນອະດີດ ພວກເຮົາກຳນົດຢູ່ໃນໃຈພວກເຮົາວ່າ ພຣະເຈົ້າເປັນພຣະເຈົ້າຂອງຊາວອິດສະຣາເອນ ຍ້ອນວ່າສອງຂັ້ນຕອນທຳອິດແຫ່ງພາລະກິດຂອງພຣະເຈົ້າລ້ວນແລ້ວຖືກປະຕິບັດຢູ່ອິດສະຣາເອນ. ອິດສະຣາເອນເປັນບ່ອນເກີດແຫ່ງພາລະກິດຂອງພຣະເຈົ້າ ແລະ ຍັງເປັນເຂດພື້ນຖານສຳລັບພາລະກິດຂອງພຣະເຈົ້າດ້ວຍ, ດັ່ງນັ້ນ ພວກເຮົາຈຶ່ງຄິດວ່າ ພາລະກິດຂອງພຣະເຈົ້າຄວນຈະແມ່ນຢູ່ອິດສະຣາເອນເທົ່ານັ້ນ, ຂ່າວປະເສີດຂອງພຣະເຈົ້າຄວນມາຈາກອິດສະຣາເອນເທົ່ານັ້ນ ແລະ ມີພຽງຊາວອິດສະຣາເອນເທົ່ານັ້ນທີ່ເປັນຜູ້ທີ່ຖືກເລືອກຂອງພຣະເຈົ້າຢ່າງແທ້ຈິງ. ເພາະສະນັ້ນ, ຖ້າພຣະເຈົ້າຍັງປະຕິບັດຂັ້ນຕອນສຸດທ້າຍນີ້ຂອງພາລະກິດໃນອິດສະຣາເອນ, ແລ້ວພວກເຮົາກໍຈະເຊື່ອຢ່າງຍິ່ງວ່າພຣະເຈົ້າສາມາດປະຕິບັດພາລະກິດຂອງພຣະອົງແຕ່ຢູ່ອິດສະຣາເອນເທົ່ານັ້ນ, ພຣະເຈົ້າສາມາດອວຍພອນແຕ່ຊາວອິດສະຣາເອນເທົ່ານັ້ນ ແລະ ພຣະອົງບໍ່ມີຫຍັງກ່ຽວຂ້ອງກັບຊາວຕ່າງຊາດ. ໃນຍຸກສຸດທ້າຍ, ພຣະເຈົ້າໄດ້ເລືອກທີ່ຈະປະຕິບັດພາລະກິດແຫ່ງການພິພາກສາ ແລະ ການເຮັດໃຫ້ບໍລິສຸດຂອງພຣະອົງໃນປະເທດຕ່າງຊາດ ເຊິ່ງເປັນດິນແດນບ່ອນທີ່ມັງກອນແດງຜູ້ຍິ່ງໃຫຍ່ນອນຂົດຢູ່ ນັ້ນກໍຄືປະເທດຈີນ. ໂດຍການເຮັດແບບນີ້, ພຣະອົງໄດ້ຫັນປ່ຽນຄວາມຄິດຂອງແຕ່ລະຄົນ ເພື່ອວ່າຄົນຈະສາມາດເຫັນໄດ້ຢ່າງແທ້ຈິງວ່າພຣະເຈົ້າບໍ່ແມ່ນພຣະເຈົ້າຂອງຊາວອິດສະຣາເອນເທົ່ານັ້ນ ແຕ່ຍັງແມ່ນພຣະເຈົ້າຂອງທຸກຊາດຂອງຊາວຕ່າງຊາດ ແລະ ຍັງເປັນພຣະເຈົ້າຂອງສິ່ງມີຊີວິດທັງໝົດທີ່ໄດ້ຖືກສ້າງຂຶ້ນອີກດ້ວຍ. ພຣະເຈົ້າບໍ່ພຽງແຕ່ອວຍພອນຊາວອິດສະຣາເອນເທົ່ານັ້ນ ແຕ່ຍັງອວຍພອນຊາວຕ່າງຊາດດ້ວຍ. ສິ່ງນີ້ເຮັດໃຫ້ພາລະກິດຂອງ ‘ພຣະເຈົ້າແມ່ນພຣະຜູ້ເປັນເຈົ້າແຫ່ງການຊົງສ້າງທັງປວງ’ ສຳເລັດໄປ. ເປັນທີ່ຊັດເຈນວ່າ ພຣະເຈົ້າເລືອກທີ່ຈະປະຕິບັດພາລະກິດຂອງພຣະອົງໃນຍຸກສຸດທ້າຍຢູ່ປະເທດຈີນນັ້ນ ມີຄວາມສຳຄັນຢ່າງເລິກເຊິ່ງ. ພຣະເຈົ້າມີອຳນາດອັນໄພສານ ແລະ ມີສະຕິປັນຍາຫຼາຍແທ້ໆ”.

ເມື່ອຟັງການສົນທະນາຂອງເອື້ອຍ, ຂ້ານ້ອຍກໍຈົມຢູ່ໃນການໄຕ່ຕອງ: “ແມ່ນແລ້ວ” ຂ້ານ້ອຍຄິດ, “ພຣະເຈົ້າແມ່ນພຣະຜູ້ເປັນເຈົ້າແຫ່ງການຊົງສ້າງທັງປວງ. ບໍ່ແມ່ນມະນຸດຊາດທັງປວງໄດ້ຖືກພຣະເຈົ້າສ້າງຂຶ້ນບໍ? ພຣະເຈົ້າບໍ່ພຽງແຕ່ຊ່ວຍຊາວອິດສະຣາເອນໃຫ້ລອດພົ້ນເທົ່ານັ້ນ ແຕ່ຍັງຊ່ວຍປະຊາຊົນຂອງປະເທດຈີນໃຫ້ລອດພົ້ນເຊັ່ນກັນ. ພຣະເຈົ້າທີ່ມາປະຕິບັດພາລະກິດຂອງພຣະອົງຢູ່ປະເທດຈີນໃນປັດຈຸບັນນີ້ບໍ່ໄດ້ສະແດງຄວາມຂອງພຣະອົງກັບຊາວຕ່າງຊາດບໍ? ມັນເບິ່ງຄືວ່າ ຂ້ອຍບໍ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າແທ້ໆ!” ເມື່ອຄິດແບບນີ້, ຂ້ານ້ອຍກໍຮູ້ສຶກອັບອາຍແນວໃດບໍ່ຮູ້. ຂ້ານ້ອຍເບົານ້ຳສຽງລົງ ແລະ ເວົ້າວ່າ “ເອື້ອຍ, ຂ້ານ້ອຍເຂົ້າໃຈສິ່ງທີ່ເອື້ອຍເວົ້າ. ຖ້າພຣະເຈົ້າປະຕິບັດພາລະກິດຂອງພຣະອົງຢູ່ອິດສະຣາເອນອີກຄັ້ງ, ພວກເຮົາກໍຈະກຳນົດຂອບເຂດພຣະເຈົ້າ ແລະ ຄິດວ່າພຣະເຈົ້າເປັນພຽງພຣະເຈົ້າຂອງຊາວອິດສະຣາເອນ. ມື້ນີ້ ພຣະເຈົ້າປະຕິບັດພາລະກິດດ້ວຍວິທີນີ້ເພື່ອທຳລາຍແນວຄິດຂອງຄົນ ແລະ ເພື່ອເຮັດໃຫ້ຄົນເຂົ້າໃຈວ່າພຣະເຈົ້າແມ່ນພຣະຜູ້ເປັນເຈົ້າຂອງສິ່ງມີຊີວິດທັງປວງທີ່ຖືກສ້າງຂຶ້ນ, ພຣະເຈົ້າສາມາດປະຕິບັດພາລະກິດຂອງພຣະອົງໃນອິດສະຣາເອນ ແລະ ຢູ່ປະເທດຈີນອີກດ້ວຍ, ສະນັ້ນພວກເຮົາຈຶ່ງບໍ່ກຳນົດຂອບເຂດພາລະກິດຂອງພຣະເຈົ້າຕາມນັ້ນ. ເບິ່ງຄືວ່າໂດຍການກຳນົດຂອບເຂດພາລະກິດຂອງພຣະເຈົ້າອີງຕາມແນວຄິດ ແລະ ຈິນຕະນາການຂອງຂ້ານ້ອຍເອງ, ຂ້ານ້ອຍໂງ່ຈ້າ ແລະ ບໍ່ມີຄວາມຮູ້ຫຼາຍແທ້ໆ! ແນວໃດກໍຕາມ, ຍັງມີສິ່ງໜຶ່ງທີ່ຂ້ານ້ອຍບໍ່ເຂົ້າໃຈ. ມີຫຼາຍປະເທດຢູ່ໃນໂລກ ເຊັ່ນ: ຫຼາຍໆປະເທດຢູ່ເອີຣົບ ແລະ ອາເມຣິກາເໜືອ ບ່ອນທີ່ສາສະໜາໂປຣເຕັດສະຕັງ ແລະ ສາສະໜາຄາໂທລິກເປັນສາສະໜາຂອງຊາດ ແລະ ບ່ອນທີ່ພຣະເຈົ້າໄດ້ຮັບການນະມັດສະການສະເໝີມາ. ມັນຈະບໍ່ງ່າຍກວ່າບໍສຳລັບພຣະເຈົ້າທີ່ຈະມາ ແລະ ປະຕິບັດພາລະກິດແຫ່ງການພິພາກສາຂອງພຣະອົງ ແລະ ການເຮັດໃຫ້ຄົນບໍລິສຸດຢູ່ປະເທດເຫຼົ່ານີ້? ປະເທດຈີນເປັນປະເທດທີ່ບໍ່ເຊື່ອໃນພຣະເຈົ້າ ເຊິ່ງເຕັມໄປດ້ວຍຄົນທີ່ເຄົາລົບຮູບປັ້ນ. ລັດຖະບານແຫ່ງຊາດກົດຂີ່ຂົ່ມເຫັງຄົນທີ່ເຊື່ອໃນພຣະເຈົ້າຢ່າງຕາເຫຼືອກຕາຟອງ, ແລ້ວເປັນຫຍັງພຣະເຈົ້າຈຶ່ງປະຕິບັດພາລະກິດຢູ່ປະເທດຈີນ?”

ເອື້ອຍຊີຍິ້ມ ແລະ ເວົ້າວ່າ “ນ້ອງເອີຍ, ຄຳຖາມຂອງເຈົ້າຍອດຍ້ຽມຫຼາຍ! ເປັນຫຍັງພຣະເຈົ້າຈຶ່ງເລືອກປະຕິບັດພາລະກິດແຫ່ງການພິພາກສາຂອງພຣະອົງ ແລະ ການເຮັດໃຫ້ບໍລິສຸດຢູ່ປະເທດຈີນ? ມີພຽງໂດຍການເຂົ້າໃຈຈຸດປະສົງ ແລະ ຄວາມສຳຄັນຂອງການທີ່ພຣະເຈົ້າປະຕິບັດພາລະກິດຂອງພຣະອົງຢູ່ປະເທດອິດສະຣາເອນ ແລະ ຢູ່ປະເທດຈີນເທົ່ານັ້ນ ພວກເຮົາຈຶ່ງຈະເຂົ້າໃຈຄວາມຈິງດ້ານນີ້ໄດ້. ໃຫ້ພວກເຮົາມາເບິ່ງສິ່ງທີ່ພຣະທຳຂອງພຣະເຈົ້າກ່າວ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ພຣະສັນຍາເດີມບັນທຶກພຣະທຳຂອງພຣະເຢໂຮວາທີ່ມີຕໍ່ຊາວອິດສະຣາເອັນ ແລະ ພາລະກິດຂອງພຣະອົງທີ່ຢູ່ໃນອິດສະຣາເອັນ; ພຣະສັນຍາໃໝ່ບັນທຶກພາລະກິດຂອງພຣະເຢຊູທີ່ຢູ່ໃນຢູດາຍ. ແຕ່ເປັນຫຍັງພຣະຄຳພີຈຶ່ງບໍ່ມີຊື່ຈີນເລີຍ? ເພາະວ່າສອງສ່ວນທຳອິດຂອງພາລະກິດຂອງພຣະເຈົ້າແມ່ນຖືກປະຕິບັດໃນອິດສະຣາເອັນ, ເພາະປະຊາຊົນອິດສະຣາເອັນແມ່ນຄົນທີ່ຖືກເລືອກ, ເຊິ່ງເວົ້າໄດ້ວ່າ ພວກເຂົາແມ່ນຄົນທຳອິດທີ່ຍອມຮັບພາລະກິດຂອງພຣະເຢໂຮວາ. ພວກເຂົາເປັນຄົນທີ່ເສື່ອມຊາມໜ້ອຍທີ່ສຸດໃນບັນດາມະນຸດຊາດ ແລະ ໃນຕອນເລີ່ມຕົ້ນນັ້ນ ພວກເຂົາກໍມີຈິດໃຈທີ່ນັບຖືພຣະເຈົ້າ ແລະ ເຄົາລົບພຣະອົງ. ພວກເຂົາເຊື່ອຟັງພຣະທຳຂອງພຣະເຢໂຮວາ ແລະ ຮັບໃຊ້ໃນພຣະວິຫານຢູ່ຕະຫຼອດເວລາ ແລະ ນຸ່ງເສື້ອຄຸມ ຫຼື ສວມມົງກຸດຂອງປະໂລຫິດ. ພວກເຂົາແມ່ນຄົນກຸ່ມທຳອິດທີ່ນະມັດສະການພຣະເຈົ້າ ແລະ ເປັນເຄື່ອງມືທຳອິດໃນພາລະກິດຂອງພຣະເຈົ້າ. ຄົນເຫຼົ່ານີ້ເປັນຕົວຢ່າງ ແລະ ແບບຢ່າງໃຫ້ກັບມວນມະນຸດຊາດ. ພວກເຂົາເປັນຕົວຢ່າງ ແລະ ແບບຢ່າງຂອງຄວາມບໍລິສຸດ ແລະ ຄວາມຊອບທຳ. ຄົນແບບ ໂຢບ, ໂລດ ຫຼື ເປໂຕ ແລະ ທິໂມທຽວ, ພວກເຂົາເປັນຊາວອິດສະຣາເອັນ ແລະ ເປັນຕົວຢ່າງ ແລະ ແບບຢ່າງທີ່ບໍລິສຸດທີ່ສຸດ. ອິດສະຣາເອັນເປັນປະເທດທຳອິດທີ່ນະມັດສະການພຣະເຈົ້າທ່າມກາງມະນຸດຊາດ ແລະ ມີຄົນທີ່ຊອບທຳມາຈາກນີ້ຫຼາຍກວ່າຈາກບ່ອນອື່ນ. ພຣະເຈົ້າປະຕິບັດພາລະກິດໃນພວກເຂົາ ເພື່ອວ່າພຣະອົງຈະສາມາດຄຸ້ມຄອງມະນຸດທົ່ວດິນແດນໄດ້ດີຂຶ້ນໃນອະນາຄົດ. ຄວາມສຳເລັດຂອງພວກເຂົາ ແລະ ຄວາມຊອບທຳໃນການນະມັດສະການພຣະເຢໂຮວາຂອງພວກເຂົາໄດ້ຖືກບັນທຶກໄວ້ ເພື່ອພວກເຂົາຈະສາມາດເຮັດໜ້າທີ່ເປັນຕົວຢ່າງ ແລະ ແບບຢ່າງໃຫ້ກັບຜູ້ຄົນທີ່ຢູ່ນອກອິດສະຣາເອັນໃນລະຫວ່າງຍຸກແຫ່ງພຣະຄຸນ; ແລ້ວການກະທຳຂອງພວກເຂົາກໍໄດ້ສະໜັບສະໜູນພາລະກິດເປັນເວລາຫຼາຍພັນປີຈົນມາເຖິງປັດຈຸບັນ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ນິມິດແຫ່ງພາລະກິດຂອງພຣະເຈົ້າ (2)). “ພາລະກິດຂອງພຣະເຢໂຮວາແມ່ນການສ້າງແຜ່ນດິນໂລກ, ມັນຄືຈຸດເລີ່ມຕົ້ນ; ພາລະກິດຂັ້ນຕອນນີ້ແມ່ນຈຸດສິ້ນສຸດຂອງພາລະກິດ ແລະ ມັນແມ່ນບົດສະຫຼຸບ. ໃນຕອນເລີ່ມຕົ້ນ, ພາລະກິດຂອງພຣະເຈົ້າຖືກປະຕິບັດທ່າມກາງປະຊາຊົນທີ່ຖືກເລືອກແຫ່ງອິດສະຣາເອັນ ແລະ ມັນແມ່ນຈຸດເລີ່ມຕົ້ນຂອງຍຸກໃໝ່ໃນສະຖານທີ່ສັກສິດທີ່ສຸດ. ພາລະກິດຂັ້ນຕອນສຸດທ້າຍແມ່ນຖືກປະຕິບັດໃນບັນດາປະເທດທີ່ບໍ່ບໍລິສຸດທີ່ສຸດ, ເພື່ອພິພາກສາໂລກ ແລະ ນໍາຍຸກດັ່ງກ່າວມາເຖິງຈຸດສິ້ນສຸດ. ໃນຂັ້ນຕອນທຳອິດ, ພາລະກິດຂອງພຣະເຈົ້າຖືກປະຕິບັດໃນສະຖານທີ່ໆສະຫວ່າງທີ່ສຸດ ແລະ ຂັ້ນຕອນສຸດທ້າຍແມ່ນຖືກປະຕິບັດໃນສະຖານທີ່ໆມືດມົນທີ່ສຸດ ແລະ ຄວາມມືດກໍຈະຖືກຂັບໄລ່ອອກໄປ, ນໍາມາດ້ວຍແສງສະຫວ່າງ ແລະ ທຸກຄົນກໍຈະຖືກເອົາຊະນະ. ເມື່ອຜູ້ຄົນໃນສະຖານທີ່ໆບໍ່ບໍລິສຸດ ແລະ ມືດມົນທີ່ສຸດໄດ້ຖືກເອົາຊະນະ ແລະ ປະຊາກອນທັງໝົດຮັບຮູ້ວ່າ ມີພຣະເຈົ້າ ເຊິ່ງເປັນພຣະເຈົ້າທີ່ແທ້ຈິງ ແລະ ທຸກຄົນໄດ້ເຊື່ອທັງໝົດ, ແລ້ວຄວາມຈິງນີ້ກໍຈະຖືກໃຊ້ເພື່ອປະຕິບັດພາລະກິດແຫ່ງການເອົາຊະນະທົ່ວຈັກກະວານທັງປວງ. ພາລະກິດຂັ້ນຕອນນີ້ເປັນສັນຍາລັກ ນັ້ນກໍຄື ເມື່ອພາລະກິດແຫ່ງຍຸກນີ້ສຳເລັດລົງ, ພາລະກິດແຫ່ງການຄຸ້ມຄອງ 6.000 ປີກໍຈະມາເຖິງຈຸດສິ້ນສຸດຢ່າງສົມບູນ. ເມື່ອທຸກຄົນທີ່ຢູ່ໃນສະຖານທີ່ມືດມົນທີ່ສຸດໄດ້ຖືກເອົາຊະນະ, ແນ່ນອນ ມັນກໍຈະເປັນແບບນັ້ນໃນບ່ອນອື່ນໆເຊັ່ນດຽວກັນ. ເມື່ອເປັນແນວນັ້ນ ມີພຽງພາລະກິດແຫ່ງການເອົາຊະນະໃນປະເທດຈີນເທົ່ານັ້ນທີ່ມີຄວາມໝາຍທາງສັນຍາລັກ. ປະເທດຈີນຄືຕົວຢ່າງຂອງອໍານາດແຫ່ງຄວາມມືດ ແລະ ປະຊາຊົນຈີນກໍເປັນຕົວແທນໃຫ້ກັບທຸກຄົນທີ່ເປັນເນື້ອໜັງ, ເປັນຊາຕານ, ເປັນເນື້ອໜັງ ແລະ ເລືອດ. ແມ່ນຄົນຈີນນີ້ເອງທີ່ຖືກມັງກອນແດງໃຫຍ່ເຮັດໃຫ້ເສື່ອມຊາມ, ຜູ້ເຊິ່ງຕໍ່ຕ້ານພຣະເຈົ້າຢ່າງໜັກໜ່ວງ, ຜູ້ເຊິ່ງມີຄວາມເປັນມະນຸດທີ່ຊົ່ວຊ້າ ແລະ ບໍ່ບໍລິສຸດ ແລະ ສະນັ້ນ ພວກເຂົາຈຶ່ງເປັນແມ່ພິມຂອງບັນດາມະນຸດຊາດທີ່ເສື່ອມຊາມ. ນີ້ບໍ່ໄດ້ເວົ້າວ່າ ປະເທດອື່ນບໍ່ມີບັນຫາຫຍັງເລີຍ; ແນວຄິດຂອງມະນຸດກໍຄືກັນໝົດ ແລະ ເຖິງແມ່ນວ່າ ປະຊາຊົນໃນປະເທດເຫຼົ່ານີ້ອາດມີຄວາມສາມາດສູງ, ຖ້າພວກເຂົາບໍ່ຮູ້ຈັກພຣະເຈົ້າ, ແລ້ວມັນກໍໝາຍຄວາມວ່າ ພວກເຂົາຕໍ່ຕ້ານພຣະເຈົ້າ. ເປັນຫຍັງຊາວຢິວຈຶ່ງຕໍ່ຕ້ານ ແລະ ທ້າທາຍພຣະເຈົ້າເຊັ່ນກັນ? ເປັນຫຍັງພວກຟາລີຊາຍຈຶ່ງຕໍ່ຕ້ານພຣະອົງເຊັ່ນກັນ? ເປັນຫຍັງຢູດາຈຶ່ງທໍລະຍົດພຣະເຢຊູ? ໃນເວລານັ້ນ, ສາວົກຫຼາຍຄົນບໍ່ໄດ້ຮູ້ຈັກພຣະເຢຊູ. ເປັນຫຍັງຫຼັງຈາກທີ່ພຣະເຢຊູຖືກຄຶງໃສ່ໄມ້ກາງແຂນ ແລະ ຟື້ນຄືນມາອີກ ຜູ້ຄົນກໍຍັງບໍ່ເຊື່ອໃນພຣະອົງ? ຄວາມບໍ່ເຊື່ອຟັງຂອງມະນຸດບໍ່ຄືກັນໝົດເລີຍບໍ? ພຽງແຕ່ວ່າ ປະຊາຊົນຈີນຖືກລົງໂທດໃຫ້ເປັນແບບຢ່າງ ແລະ ເມື່ອພວກເຂົາຖືກເອົາຊະນະ ພວກເຂົາກໍຈະກາຍເປັນແບບຢ່າງ ແລະ ຕົວຢ່າງ ແລະ ຈະເຮັດໜ້າທີ່ເປັນບ່ອນອ້າງອີງໃຫ້ກັບຄົນອື່ນໆ. ເປັນຫຍັງເຮົາຈຶ່ງເວົ້າຢູ່ສະເໝີວ່າ ພວກເຈົ້າເປັນສ່ວນປະກອບໃຫ້ກັບແຜນການຄຸ້ມຄອງຂອງເຮົາ? ມັນແມ່ນຢູ່ໃນປະຊາຊົນຈີນນີ້ເອງທີ່ການເສື່ອມຊາມ, ຄວາມບໍ່ບໍລິສຸດ, ຄວາມບໍ່ຊອບທຳ, ການຕໍ່ຕ້ານ ແລະ ຄວາມກະບົດຖືກສະແດງອອກຢ່າງຄົບຖ້ວນ ແລະ ຖືກເປີດເຜີຍໃນຮູບແບບຕ່າງໆນາໆ. ໃນດ້ານໜຶ່ງ ພວກເຂົາມີຄວາມສາມາດໜ້ອຍ ແລະ ໃນອີກດ້ານໜຶ່ງ ຊີວິດ ແລະ ແນວຄວາມຄິດຂອງພວກເຂົາກໍຫຼ້າຫຼັງ ແລະ ນິໄສ, ສະພາບແວດລ້ອມທາງສັງຄົມ ແລະ ຄອບຄົວທີ່ໃຫ້ກຳເນີດພວກເຂົາ, ທຸກສິ່ງນັ້ນແມ່ນບໍ່ດີ ແລະ ຫຼ້າຫຼັງທີ່ສຸດ. ສະຖານະຂອງພວກເຂົາກໍຕໍ່າຕ້ອຍເຊັ່ນດຽວກັນ. ພາລະກິດໃນສະຖານທີ່ແຫ່ງນີ້ເປັນສັນຍາລັກ ແລະ ຫຼັງຈາກທີ່ພາລະກິດທົດສອບນີ້ຖືກປະຕິບັດຢ່າງຄົບຖ້ວນ, ພາລະກິດຂອງພຣະອົງທີ່ເກີດຂຶ້ນພາຍຫຼັງກໍຈະດຳເນີນໄປໄດ້ດີກວ່າ. ຖ້າບາດກ້າວນີ້ຂອງພາລະກິດສາມາດເຮັດສຳເລັດໄດ້ ແລ້ວພາລະກິດຕໍ່ມາກໍຈະດຳເນີນໄປຢ່າງແນ່ນອນ. ເມື່ອບາດກ້າວນີ້ຂອງພາລະກິດຖືກເຮັດໃຫ້ສຳເລັດລົງ, ຄວາມສຳເລັດທີ່ຍິ່ງໃຫຍ່ກໍຈະຖືກບັນລຸຢ່າງສົມບູນ ແລະ ພາລະກິດແຫ່ງການເອົາຊະນະທົ່ວຈັກກະວານທັງປວງກໍຈະສິ້ນສຸດລົງຢ່າງສົມບູນ. ຄວາມຈິງແລ້ວ ເມື່ອພາລະກິດທ່າມກາງພວກເຈົ້າປະສົບຜົນສຳເລັດ, ສິ່ງນີ້ກໍເທົ່າກັບຄວາມສຳເລັດທົ່ວຈັກກະວານແລ້ວ. ນີ້ຄືຄວາມໝາຍທີ່ວ່າ ເປັນຫຍັງເຮົາຈຶ່ງໃຫ້ພວກເຈົ້າເຮັດໜ້າທີ່ເປັນແບບຢ່າງ ແລະ ຕົວຢ່າງ. ຄວາມກະບົດ, ການຕໍ່ຕ້ານ, ຄວາມບໍ່ບໍລິສຸດ, ຄວາມບໍ່ຊອບທຳ, ທຸກສິ່ງແມ່ນພົບເຫັນໄດ້ໃນຜູ້ຄົນເຫຼົ່ານີ້ ແລະ ຄວາມກະບົດທັງໝົດຂອງມະນຸດຊາດກໍຖືກສະແດງອອກໃນຕົວຂອງພວກເຂົາ. ພວກເຂົາຊ່າງໜ້າປະທັບໃຈແທ້ໆ. ສະນັ້ນ ພວກເຂົາຈຶ່ງຖືກຍົກຂຶ້ນໃຫ້ເປັນຕົວຢ່າງທີ່ດີທີ່ສຸດຂອງການເອົາຊະນະ ແລະ ເມື່ອພວກເຂົາຖືກເອົາຊະນະ ພວກເຂົາກໍຈະກາຍມາເປັນຕົວຢ່າງ ແລະ ແບບຢ່າງໃຫ້ກັບຄົນອື່ນໆໂດຍທຳມະຊາດ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ນິມິດແຫ່ງພາລະກິດຂອງພຣະເຈົ້າ (2)).

ຫຼັງຈາກອ່ານພຣະທຳຂອງພຣະເຈົ້າ, ເອື້ອຍຊີສືບຕໍ່ດ້ວຍການສົນທະນາຂອງລາວ. “ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດບອກພວກເຮົາຢ່າງແຈ່ມແຈ້ງວ່າ ສຳລັບທຸກໆຂັ້ນຕອນຂອງພາລະກິດຂອງພຣະເຈົ້າ, ປະເພດຂອງສະຖານທີ່ ແລະ ວັດຖຸຂອງພາລະກິດຂອງພຣະອົງລ້ວນແລ້ວແຕ່ຖືກເລືອກຕາມຄວາມຕ້ອງການຂອງພາລະກິດຂອງພຣະອົງ ແລະ ພວກມັນລ້ວນແລ້ວແຕ່ມີຄວາມໝາຍຢ່າງຫຼວງຫຼາຍ. ຕົວຢ່າງ: ສອງຂັ້ນຕອນທຳອິດຂອງພາລະກິດຂອງພຣະເຈົ້າແມ່ນຢູ່ປະເທດອິດສະຣາເອນ ຍ້ອນວ່າຊາວອິດສະຣາເອນແມ່ນຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າ. ພວກເຂົາແມ່ນຜູ້ທີ່ຖືກເຮັດໃຫ້ເສື່ອມຊາມໜ້ອຍທີ່ສຸດຂອງມະນຸດຊາດທັງປວງ ແລະ ພວກເຂົາມີຫົວໃຈທີ່ຢຳເອງພຣະເຈົ້າ. ເມື່ອປະຕິບັດພາລະກິດຢູ່ທ່າມກາງພວກເຂົາ, ມັນງ່າຍທີ່ສຸດສຳລັບພຣະເຈົ້າທີ່ຈະສ້າງກຸ່ມແບບຢ່າງ ແລະ ຕົວຢ່າງໃຫ້ນະມັດສະການພຣະອົງ. ສະນັ້ນ, ພາລະກິດຂອງພຣະເຈົ້າຈຶ່ງສາມາດແຜ່ຂະຫຍາຍໄດ້ໄວຂຶ້ນ ແລະ ງ່າຍຂຶ້ນ ເພື່ອວ່າເຊື້ອຊາດມະນຸດທັງໝົດຈະຮູ້ຈັກການດຳລົງຢູ່ຂອງພຣະເຈົ້າ ແລະ ພາລະກິດຂອງພຣະເຈົ້າ ແລະ ເພື່ອວ່າຫຼາຍຄົນຈະສາມາດມາຢູ່ຕໍ່ໜ້າພຣະເຈົ້າ ແລະ ໄດ້ຮັບຄວາມລອດພົ້ນຂອງພຣະເຈົ້າ. ເພາະສະນັ້ນ,​ ມັນຈຶ່ງມີຄວາມໝາຍທີ່ສຸດສຳລັບພຣະເຈົ້າທີ່ຈະປະຕິບັດສອງຂັ້ນຕອນທຳອິດຂອງພາລະກິດຂອງພຣະອົງຢູ່ອິດສະຣາເອນ. ໃນຍຸກສຸດທ້າຍ, ພຣະເຈົ້າປະຕິບັດພາລະກິດແຫ່ງການເອົາຊະນະ ແລະ ເຮັດໃຫ້ຄົນບໍລິສຸດ. ພຣະອົງກໍຕ້ອງການຕົວແທນບາງຄົນທີ່ຍອມຮັບໄຊຊະນະ ແລະ ການເຮັດໃຫ້ບໍລິສຸດຂອງພຣະເຈົ້າກ່ອນ. ໃນບັນດາມະນຸດຊາດທັງປວງ, ຄົນຈີນແມ່ນຄົນທີ່ເສື່ອມຊາມ ແລະ ລ້າສະໄໝທີ່ສຸດ ແລະ ຈີນແມ່ນຊາດທີ່ເຊື່ອໃນພຣະເຈົ້າໜ້ອຍທີ່ສຸດ ແລະ ສະເໜີການຕໍ່ຕ້ານທີ່ເດັດດ່ຽວຕໍ່ພຣະເຈົ້າ. ເພາະສະນັ້ນ, ໂດຍການທີ່ພຣະເຈົ້າປະຕິບັດພາລະກິດແຫ່ງການພິພາກສາ ແລະ ການເອົາຊະນະຂອງພຣະອົງຢູ່ປະເທດຈີນກ່ອນໃນຍຸກສຸດທ້າຍ, ໂດຍການປະຕິບັດພາລະກິດແຫ່ງການຂ້ຽນຕີ ແລະ ການພິພາກສາຂອງພຣະອົງຕໍ່ບັນດາຜູ້ທີ່ຖືກເຮັດໃຫ້ເສື່ອມຊາມຮ້າຍແຮງທີ່ສຸດ ແລະ ໂດຍການເອົາຊະນະ ແລະ ເຮັດໃຫ້ຄົນຈີນຜູ້ທີ່ເສື່ອມຊາມທີ່ສຸດໃນໂລກບໍລິສຸດ, ອຳນາດອັນໄພສານ, ຄວາມບໍລິສູດ ແລະ ຄວາມຊອບທຳຂອງພຣະເຈົ້າໄດ້ຖືກສະແດງອອກດີທີ່ສຸດ ແລະ ຊາຕານກໍໄດ້ຮັບຄວາມອັບອາຍທີ່ສຸດ. ເມື່ອບັນດາຜູ້ທີ່ເສື່ອມຊາມທີ່ສຸດໄດ້ຖືກພຣະເຈົ້າເອົາຊະນະແລ້ວ, ບໍ່ຕ້ອງສົງໄສວ່າມະນຸດຊາດທີ່ຍັງເຫຼືອກໍຈະຖືກເອົາຊະນະ ແລະ ຊາຕານກໍຈະຖືກປະລາໄຊຢ່າງສິ້ນເຊີງ. ຈາກສະຖານທີ່ ແລະ ວັດຖຸຂອງພາລະກິດຂອງພຣະອົງທີ່ຖືກເລືອກໂດຍພຣະເຈົ້າໃນທຸກຂັ້ນຕອນແຫ່ງພາລະກິດຂອງພຣະອົງ ແລະ ຈາກຜົນຮັບສຸດທ້າຍທີ່ບັນລຸໄດ້, ພວກເຮົາສາມາດເຫັນໄດ້ດີຍິ່ງຂຶ້ນວ່າພາລະກິດຂອງພຣະເຈົ້ານັ້ນມີສະຕິປັນຍາ ແລະ ມະຫັດສະຈັນຫຼາຍ!”

ຫຼັງຈາກທີ່ໄດ້ຟັງພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ການສົນທະນາຂອງເອື້ອຍໆ, ຂ້ານ້ອຍເຂົ້າໃຈວ່າ: ກ່ອນໜ້ານີ້ ພຣະເຈົ້າປະຕິບັດພາລະກິດຂອງພຣະອົງຢູ່ອິດສະຣາເອນ ຍ້ອນວ່າພຣະອົງຕ້ອງການສ້າງກຸ່ມແບບຢ່າງ ແລະ ຕົວຢ່າງທ່າມກາງມະນຸດຊາດທີ່ເສື່ອຊາມໜ້ອຍທີ່ສຸດ ແລະ ຜ່ານການເປັນພະຍານ ແລະ ການເທດສະໜາຂ່າວປະເສີດຂອງພຣະເຈົ້າຂອງພວກເຂົາ ເພື່ອເຮັດໃຫ້ຫຼາຍຄົນໄດ້ຮັບຄວາມລອດພົ້ນຂອງພຣະເຈົ້າ. ພາລະກິດທີ່ພຣະເຈົ້າປະຕິບັດໃນຍຸກສຸດທ້າຍແມ່ນພາລະກິດແຫ່ງການເອົາຊະນະ ແລະ ການເຮັດໃຫ້ມະນຸດບໍລິສຸດ ແລະ ພຣະອົງໄດ້ເລືອກເອົາຄົນຈີນ ຜູ້ທີ່ເສື່ອມຊາມທີ່ສຸດ ແລະ ມີມົນທິນຫຼາຍທີ່ສຸດໃນໂລກ ເຊິ່ງເປັນເປົ້າໝາຍຂອງພາລະກິດຂອງພຣະອົງ ເພື່ອເຮັດໃຫ້ຄົນເຫຼົ່ານີ້ແບບຢ່າງ ແລະ ຕົວຢ່າງ ເຊິ່ງໄດ້ຖືກເອົາຊະນະ ແລະ ຖືກຊ່ວຍໃຫ້ລອດພົ້ນ. ນີ້ເປັນການເປີດເຜີຍສະຕິປັນຍາ ແລະ ຄວາມຊົງລິດທານຸພາບສູງສຸດຂອງພຣະເຈົ້າຫຼາຍຍິ່ງຂຶ້ນ. ຂ້ານ້ອຍບໍ່ເຄີຍເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແລະ ເມື່ອຂ້ານ້ອຍອ່ານໃນພຣະຄຳພີວ່າພຣະຜູ້ເປັນເຈົ້າຈະກັບຄືນມາໂດຍລົງມາເທິງພູໝາກກອກຂອງປະເທດອິດສະຣາເອນ, ຂ້ານ້ອຍກໍຍອມຮັບຄວາມໝາຍຕາມຕົວໜັງສື ແລະ ຄິດວ່າພຣະເຈົ້າຈະປະຕິບັດພາລະກິດຂອງພຣະອົງຢູ່ອິດສະຣາເອນຢ່າງແນ່ນອນ. ຂ້ານ້ອຍບໍ່ເຄີຍຄາດຫວັງວ່າພຣະເຈົ້າຈະໄດ້ມາປະເທດຈີນແຕ່ດົນແລ້ວ! ມັນເບິ່ງຄືກັບວ່າພາລະກິດຂອງພຣະເຈົ້າບໍ່ໄດ້ລຽບງ່າຍດັ່ງທີ່ຄົນຈິນຕະນາການ!

ໃນເວລານີ້, ເອື້ອຍຊີສືບຕໍ່ເວົ້າວ່າ “ບໍ່ວ່າພຣະເຈົ້າປະຕິບັດພາລະກິດຂອງພຣະອົງຢູ່ປະເທດໃດກໍຕາມ ທັງໝົດນັ້ນແມ່ນເພື່ອເຫັນແກ່ພາລະກິດຂອງພຣະອົງ ແລະ ເພື່ອຊ່ວຍມະນຸດຊາດໃຫ້ດີຂຶ້ນ ແລະ ທັງໝົດນັ້ນລ້ວນມີຄວາມໝາຍຫຼາຍແທ້ໆ. ຖ້າພວກເຮົາຕ້ອງການສະແຫວງຫາການປາກົດຕົວຂອງພຣະເຈົ້າໃນມື້ນີ້, ກ່ອນອື່ນ ພວກເຮົາຕ້ອງປະຖິ້ມຈິນຕະນາການ ແລະ ແນວຄິດຂອງພວກເຮົາເສຍກ່ອນ. ພວກເຮົາຕ້ອງບໍ່ກຳນົດຂອບເຂດບາດຍ່າງຂອງພຣະເຈົ້າພາຍໃນຂອບເຂດໃດໜຶ່ງ, ຄິດວ່າພຣະເຈົ້າຄວນມາທີ່ປະເທດນີ້ ຫຼື ປະເທດນັ້ນ. ພຣະເຈົ້າແມ່ນພຣະເຈົ້າຂອງມວນມະນຸດທັງປວງ. ພຣະອົງສາມາດເລືອກສະຖານທີ່ພາລະກິດຂອງພຣະອົງຢ່າງອິດສະຫຼະຕາມຄວາມຕ້ອງການຂອງພາລະກິດຂອງພຣະອົງ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: ‘ພຣະເຈົ້າເປັນພຣະເຈົ້າຂອງມະນຸດຊາດທັງໝົດ. ພຣະອົງບໍ່ໄດ້ເຫັນວ່າ ພຣະອົງເອງເປັນຊັບສິນສ່ວນຕົວຂອງຊົນຊາດ ຫຼື ຜູ້ຄົນໃດໜຶ່ງ, ແຕ່ເລີ່ມປະຕິບັດພາລະກິດຕາມທີ່ພຣະອົງໄດ້ວາງແຜນໄວ້, ບໍ່ຖືກຈຳກັດໃນຮູບແບບ, ຊົນຊາດ ຫຼື ຜູ້ຄົນໃດໜຶ່ງ. ບາງເທື່ອ ເຈົ້າບໍ່ເຄີຍຈິນຕະນາການເຖິງຮູບແບບນີ້ ຫຼື ບາງເທື່ອ ທ່າທີ່ຂອງເຈົ້າກ່ຽວກັບຮູບແບບນີ້ແມ່ນການປະຕິເສດ ຫຼື ບາງເທື່ອ ຊົນຊາດທີ່ພຣະເຈົ້າເປີດເຜີຍຕົວພຣະອົງເອງ ແລະ ຜູ້ຄົນທີ່ພຣະອົງເປີດເຜີຍຕົວພຣະອົງເອງໃຫ້ເຫັນນັ້ນ ອາດຖືກທຸກຄົນແບ່ງແຍກ ແລະ ອາດເປັນຄົນທີ່ຫຼ້າຫຼັງທີ່ສຸດເທິງແຜ່ນດິນໂລກ. ເຖິງຢ່າງໃດກໍຕາມ ພຣະເຈົ້າມີສະຕິປັນຍາຂອງພຣະອົງ. ດ້ວຍລິດອຳນາດທີ່ຍິ່ງໃຫຍ່ຂອງພຣະອົງ ແລະ ດ້ວຍວິທີແຫ່ງຄວາມຈິງຂອງພຣະອົງ ແລະ ອຸປະນິໄສຂອງພຣະອົງ, ພຣະອົງໄດ້ຮັບເອົາກຸ່ມຄົນທີ່ຢູ່ໃນຄວາມຄິດດຽວກັບພຣະອົງຢ່າງແທ້ຈິງ ແລະ ກຸ່ມຄົນທີ່ພຣະອົງປາຖະໜາທີ່ຈະເຮັດໃຫ້ສຳເລັດ ນັ້ນກໍຄື ກຸ່ມທີ່ຖືກພຣະອົງເອົາຊະນະ ແລະ ໄດ້ອົດທົນຕໍ່ການທົດລອງ ແລະ ຄວາມຫຍຸ້ງຍາກລຳບາກທຸກປະການ ແລະ ການຂົ່ມເຫັງທຸກປະເພດ ຈະສາມາດຕິດຕາມພຣະອົງໄປຈົນເຖິງທີ່ສຸດໄດ້(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາກພະໜວກ 1: ການປາກົດຕົວຂອງພຣະເຈົ້າໄດ້ນໍາພາໄປສູ່ຍຸກໃໝ່).”

ຫຼັງຈາກທີ່ໄດ້ຍິນພຣະທຳຂອງພຣະເຈົ້າ, ຂ້ານ້ອຍຮ້ອງໄຫ້ດ້ວຍຄວາມຕື່ນເຕັ້ນ ແລະ ເວົ້າກັບເອື້ອຍນ້ອງວ່າ “ພຣະທຳເຫຼົ່ານີ້ມີພະລັງ ແລະ ສິດອຳນາດຂອງພຣະເຈົ້າ ແລະ ມາຈາກພຣະເຈົ້າ. ບັດນີ້ ໃນທີ່ສຸດຂ້ານ້ອຍກໍເຂົ້າໃຈ: ພຣະເຈົ້າບໍ່ພຽງແຕ່ເປັນພຣະເຈົ້າຂອງຊາວອິດສະຣາເອນເທົ່ານັ້ນ ແຕ່ຍັງເປັນພຣະເຈົ້າຂອງຄົນຈີນ ແລະ ຍິ່ງໄປກວ່ານັ້ນ, ພຣະອົງແມ່ນພຣະເຈົ້າຂອງມວນມະນຸດທັງປວງ. ພຣະເຈົ້າໄດ້ກັບຄືນມາແທ້ໆແລ້ວ! ໃນສອງສາມມື້ທີ່ຜ່ານມາ, ຂ້ານ້ອຍບໍ່ສາມາດກິນ ຫຼື ນອນຫຼັບດີ ຍ້ອນວ່າຂ້ານ້ອຍຢ້ານຍ່າງທາງຜິດ! ຂອບໃຈການສົນທະນາກັບພວກເອື້ອຍໃນມື້ນີ, ຄວາມໜັກໃຈຂອງຂ້ານ້ອຍໄດ້ຫາຍໄປແລ້ວ. ຂ້ານ້ອຍຂໍຂອບໃຈພຣະເຈົ້າແທ້ໆທີ່ບໍ່ຍອມປ່ອຍຂ້ານ້ອຍ!” ຫຼັງຈາກນັ້ນ ເອື້ອຍທັງສອງກໍເອົາສຳເນົາໜັງສືພຣະທຳປາກົດໃນຮ່າງກາຍໃຫ້ຂ້ານ້ອຍ ແລະ ຂ້ານ້ອຍກັບເມືອເຮືອນຢ່າງມີຄວາມສຸກ ໂດຍກຳໜັງສືໄວ້ໃນມືທັງສອງຂ້າງ. ຜ່ານການອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ຂ້ານ້ອຍເຊື່ອໝັ້ນວ່າ ພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນອົງພຣະເຢຊູເຈົ້າຜູ້ໄດ້ກັບຄືນມາ. ອົງພຣະເຢຊູເຈົ້າຂອງພວກເຮົາໄດ້ກັບຄືນມາຢ່າງຈິງແທ້!

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ການສົນໃຈເລື່ອງເລົ່າລືເກືອບເຮັດໃຫ້ຂ້ານ້ອຍພາດຄວາມລອດພົ້ນແຫ່ງຍຸກສຸດທ້າຍຂອງພຣະເຈົ້າ

ໂດຍ ສຽວຫຼິງ, ຮົງກົງ ໝາຍເຫດຈາກຜູ້ກວດແກ້: ພຣະເຢຊູເຈົ້າຊົງກ່າວໄວ້ວ່າ: “ພຣະເຢຊູໄດ້ກ່າວກັບເຂົາວ່າ ເຮົາເປັນຫົນທາງ, ຄວາມຈິງ ແລະ ຊີວິດ” (ໂຢຮັນ...

ຂ້າພະເຈົ້າ ໄດ້ພົບເສັ້ນທາງ ສູ່ອານາຈັກສະຫວັນ

ໂດຍ ເໝີງອ໋າຍ, ໄຕ້ຫວັນ ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ເມື່ອພຣະເຢຊູສະເດັດມາສູ່ໂລກມະນຸດ, ພຣະອົງໄດ້ເລີ່ມຕົ້ນຍຸກແຫ່ງພຣະຄຸນ ແລະ...

ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ນຳພາຂ້ານ້ອຍເຂົ້າສູ່ເສັ້ນທາງແຫ່ງການໄດ້ຮັບການຊຳລະລ້າງ

ໂດຍ ກັງກີຢາງ, ສະຫະລັດອາເມຣິກາ ຂ້າພະເຈົ້າມາປະເທດສິງກາໂປດ້ວຍຕົວເອງໃນປີ 2007 ເພື່ອພະຍາຍາມຫາລ້ຽງຊີບ. ສິງກະໂປນັ້ນຮ້ອນຕະຫຼອດປີແທ້ໆ, ດັ່ງນັ້ນ...

Leave a Reply