ບົດທີ 15

ມະນຸດລ້ວນແລ້ວແຕ່ເປັນສິ່ງມີຊີວິດທີ່ບໍ່ມີຄວາມຮູ້ກ່ຽວກັບຕົວເອງ ແລະ ພວກເຂົາບໍ່ສາມາດຮູ້ຈັກຕົວເອງໄດ້. ເຖິງຢ່າງໃດກໍຕາມ, ພວກເຂົາຮູ້ຈັກຄົນອື່ນໆຄືກັບຫຼັງມືຂອງພວກເຂົາ ຄືກັບວ່າທຸກສິ່ງທີ່ຄົນອື່ນໄດ້ເຮັດ ແລະ ໄດ້ເວົ້າໄດ້ຖືກ “ກວດສອບ” ໂດຍພວກເຂົາ, ຢູ່ຕໍ່ໜ້າພວກເຂົາ ແລະ ໄດ້ຮັບການອະນຸມັດຈາກພວກເຂົາກ່ອນທີ່ຈະເຮັດ. ດ້ວຍເຫດນັ້ນ, ມັນຈຶ່ງຄືກັບວ່າພວກເຂົາໄດ້ໃຊ້ມາດຕະການເຕັມກັບທຸກຄົນຕະຫຼອດເຖິງສະພາບທາງຈິດໃຈຂອງພວກເຂົາ. ມະນຸດລ້ວນແລ້ວແຕ່ເປັນແບບນີ້. ເຖິງວ່າໃນປັດຈຸບັນ ມະນຸດໄດ້ເຂົ້າສູ່ຍຸກແຫ່ງອານາຈັກ, ແຕ່ທຳມະຊາດຂອງເຂົາກໍຍັງບໍ່ໄດ້ປ່ຽນແປງ. ພວກເຂົາຍັງເຮັດແບບທີ່ເຮົາເຮັດເມື່ອຢູ່ຕໍ່ໜ້າເຮົາ, ແຕ່ເມື່ອລັບຫຼັງເຮົາ ພວກເຂົາກໍເລີ່ມລຸກຂຶ້ນເຮັດ “ທຸລະກິດ” ພິເສດຂອງເຂົາເອງ. ຢ່າງໃດກໍຕາມ, ຫຼັງຈາກນັ້ນ ເມື່ອພວກເຂົາມາຢູ່ຕໍ່ໜ້າເຮົາ, ພວກເຂົາກໍເປັນຄົນທີ່ແຕກຕ່າງຈາກເດີມ, ເຊິ່ງເບິ່ງຄືໃຈເຢັນ ແລະ ບໍ່ຢ້ານ, ໃບໜ້າສະຫງົບ ແລະ ໃຈເຕັ້ນປົກກະຕິ. ສິ່ງນີ້ບໍ່ແມ່ນສິ່ງທີ່ເຮັດໃຫ້ມະນຸດຊົ່ວຊ້າຫຼາຍແທ້ບໍ? ມີຈັກຄົນທີ່ມີສອງໜ້າທີ່ແຕກຕ່າງກັນຢ່າງສິ້ນເຊີງ, ໜ້າໜຶ່ງເມື່ອຢູ່ຕໍ່ໜ້າເຮົາ ແລະ ອີກໜ້າເມື່ອຢູ່ລັບຫຼັງເຮົາ? ມີພວກເຂົາຫຼາຍຄົນທີ່ເຮັດຄືກັບແກະນ້ອຍເກີດໃໝ່ເມື່ອຢູ່ຕໍ່ໜ້າເຮົາ ແຕ່ເມື່ອຢູ່ລັບຫຼັງເຮົາ ພວກເຂົາກໍກາຍເປັນເສືອທີ່ດຸຮ້າຍ ແລະ ຫຼັງຈາກນັ້ນກໍເຮັດຄືກັນກັບນົກນ້ອຍທີ່ບິນໄປມາໃນພູເຂົາຢ່າງລ່າເລີງ. ມີຈັກຄົນທີ່ສະແດງຈຸດປະສົງ ແລະ ປະນິທານເມື່ອຢູ່ຕໍ່ໜ້າເຮົາ? ມີຫຼາຍຄົນທີ່ມາຢູ່ຕໍ່ໜ້າເຮົາໂດຍສະແຫວງຫາພຣະທຳຂອງເຮົາດ້ວຍຄວາມກະຫາຍ ແລະ ຄວາມປາຖະໜາ, ແຕ່ເມື່ອຢູ່ລັບຫຼັງເຮົາ ພວກເຂົາກໍເມື່ອຍກັບພຣະທຳເຫຼົ່ານັ້ນ ແລະ ປະຖິ້ມ ຄືກັບວ່າພຣະວັດຈະນະຂອງເຮົາເປັນພາລະ. ມີຫຼາຍຄັ້ງ ເມື່ອເຫັນວ່າເຜົ່າພັນມະນຸດຖືກສັດຕູຂອງເຮົາເຮັດໃຫ້ເສື່ອມຊາມ, ເຮົາກໍປະຖິ້ມຄວາມຄາດຫວັງຂອງເຮົາໃນມະນຸດ. ມີຫຼາຍຄັ້ງ ເມື່ອເຫັນພວກເຂົາມາຢູ່ຕໍ່ໜ້າເຮົາດ້ວຍນໍ້າຕາເພື່ອຮຽກຮ້ອງການອະໄພໂທດ, ແຕ່ຍ້ອນຄວາມທີ່ເຂົາຂາດການເຄົາລົບຕົນເອງ ແລະ ຄວາມດື້ດຶງຂອງພວກເຂົາທີ່ແກ້ໄຂບໍ່ໄດ້, ເຮົາໄດ້ປິດຕາຂອງເຮົາຕໍ່ການກະທຳຂອງພວກເຂົາດ້ວຍຄວາມໂກດຮ້າຍ, ເຖິງແມ່ນວ່າຫົວໃຈຂອງພວກເຂົາແມ່ນຂອງແທ້ ແລະ ເຈດຕະນາຂອງພວກເຂົາແມ່ນຈິງໃຈກໍຕາມ. ມີຫຼາຍຄັ້ງ ເຮົາເຫັນຜູ້ຄົນມີຄວາມເຊື່ອໝັ້ນພໍທີ່ຈະຮ່ວມມືກັບເຮົາ ເຊິ່ງເມື່ອຢູ່ຕໍ່ໜ້າເຮົາ ຜູ້ຄົນກໍເບິ່ງຄືວ່າ ຢູ່ໃນອ້ອມກອດຂອງເຮົາ ແລະ ຊິມຄວາມອົບອຸ່ນຂອງມັນ. ມີຫຼາຍຄັ້ງທີ່ໄດ້ເຫັນຄວາມໄຮ້ດຽງສາ, ຄວາມມີຊີວິດຊີວາ ແລະ ຄວາມເປັນຕາຮັກຂອງຜູ້ຄົນທີ່ຖືກເລືອກຂອງເຮົາ, ແລ້ວເຮົາຈະບໍ່ມີຄວາມສຸກກັບສິ່ງເຫຼົ່າໄດ້ແນວໃດ? ມະນຸດບໍ່ຮູ້ວິທີການເພີດເພີນກັບພອນຂອງພວກເຂົາທີ່ຖືກກຳນົດລ່ວງໜ້າດ້ວຍມືຂອງເຮົາ, ເພາະພວກເຂົາບໍ່ຮູ້ຈັກວ່າ ແມ່ນຫຍັງໝາຍເຖິງ “ພອນ” ແລະ “ການທົນທຸກ” ກັນແທ້. ຍ້ອນເຫດຜົນນີ້, ມະນຸດຊາດຈຶ່ງຍັງຢູ່ໄກຫຼາຍໃນການສະແຫວງຫາເຮົາ. ຖ້າບໍ່ມີສິ່ງທີ່ເອີ້ນວ່າມື້ອື່ນ, ຜູ້ໃດໃນບັນດາພວກເຈົ້າທີ່ກໍາລັງຢືນຢູ່ຕໍ່ໜ້າເຮົາ ທີ່ກຳລັງຢືນຢູ່ຕໍ່ໜ້າເຮົາທີ່ຂາວດັ່ງຫິມະບໍລິສຸດ ແລະ ບໍ່ມີມົນທິນດັ່ງແກ້ວຢົກ? ເປັນໄປໄດ້ບໍ ທີ່ ຄວາມຮັກຂອງພວກເຈົ້າທີ່ມີຕໍ່ເຮົາບໍ່ແມ່ນສິ່ງທີ່ສາມາດແລກປ່ຽນດ້ວຍອາຫານທີ່ແຊບ, ຊຸດເສື້ອຜ້າທີ່ຫຼູຫຼາ ຫຼື ຕໍາແໜ່ງທີ່ມີເງິນເດືອນສູງ? ມັນສາມາດຖືກແລກປ່ຽນກັບຄວາມຮັກທີ່ຄົນອື່ນມີໃຫ້ກັບເຈົ້າບໍ? ມັນແມ່ນບໍ ທີ່ການຜະເຊີນກັບການທົດສອບຈະບໍ່ເຮັດໃຫ້ຜູ້ຄົນປະຖິ້ມຄວາມຮັກຂອງພວກເຂົາທີ່ມີຕໍ່ເຮົາ? ການທົນທຸກ ແລະ ຄວາມລຳບາກຍາກແຄ້ນຈະບໍ່ເຮັດໃຫ້ພວກເຂົາຕໍ່ວ່າສິ່ງທີ່ເຮົາໄດ້ຈັດແຈງໄວ້ບໍ? ບໍ່ມີໃຜທີ່ເຂົ້າໃຈດາບທີ່ແຫຼມຄົມທີ່ຢູ່ໃນປາກຂອງເຮົາ: ພວກເຂົາຮູ້ພຽງແຕ່ຄວາມໝາຍພາຍນອກ ໂດຍບໍ່ເຂົ້າໃຈຄວາມໝາຍພາຍໃນຂອງມັນຢ່າງແທ້ຈິງ. ຖ້າມະນຸດສາມາດເຫັນຄວາມຄົມຂອງດາບຂອງເຮົາຢ່າງແທ້ຈິງ, ພວກເຂົາຈະແລ່ນໜີສູ່ຮູຂອງພວກເຂົາຄືກັບໜູ. ຍ້ອນຄວາມມຶນຊາຂອງພວກເຂົາ, ມະນຸດບໍ່ເຂົ້າໃຈຫຍັງເລີຍກ່ຽວກັບຄວາມໝາຍທີ່ແທ້ຈິງຂອງພຣະທຳຂອງເຮົາ ແລະ ສະນັ້ນ ພວກເຂົາຈຶ່ງບໍ່ຮູ້ເລີຍວ່າ ພຣະວັດຈະນະຂອງເຮົາເປັນຕາຢໍາເກງພຽງໃດ ຫຼື ພວກມັນເປີດເຜີຍທຳມະຊາດຂອງພວກມະນຸດຫຼາຍສໍ່າໃດ ແລະ ຄວາມເສື່ອມຊາມຂອງພວກເຂົາຖືກພິພາກສາໂດຍພຣະທໍາເຫຼົ່ານັ້ນຫຼາຍສໍ່າໃດ. ດ້ວຍເຫດຜົນນີ້, ເນື່ອງຈາກແນວຄວາມຄິດເກິ່ງໆກາງໆທີ່ພວກເຂົາມີກ່ຽວກັບສິ່ງທີ່ເຮົາກ່າວ, ຄົນສ່ວນໃຫຍ່ຈຶ່ງມີທັດສະນະທີ່ບໍ່ເຕັມໃຈ.

ພາຍໃນອານາຈັກ, ບໍ່ແມ່ນແຕ່ພຣະຄຳເທົ່ານັ້ນທີ່ຖືກປະກາດອອກມາຈາກປາກຂອງເຮົາ ແຕ່ຕີນຂອງເຮົາກໍຍ່າງໄປທຸກຫົນແຫ່ງທົ່ວທຸກດິນແດນຢ່າງເປັນພິທີ. ໃນວິທີນີ້, ເຮົາໄດ້ເອົາຊະນະເໜືອທຸກຫົນແຫ່ງທີ່ບໍ່ສະອາດ ແລະ ສົກກະປົກ ເພື່ອວ່າບໍ່ແມ່ນພຽງແຕ່ສະຫວັນເທົ່ານັ້ນທີ່ໄດ້ຮັບການປ່ຽນແປງ, ແຕ່ແຜ່ນດິນໂລກກໍຍັງຢູ່ໃນຂະບວນການປ່ຽນແປງເຊັ່ນກັນ ແລະ ຫຼັງຈາກນັ້ນອີກກໍຈະຖືກສ້າງໃໝ່. ພາຍໃນຈັກກະວານ, ທຸກສິ່ງເຫຼື້ອມໃສຄືກັບສິ່ງໃໝ່ຢູ່ໃນຄວາມເປັ່ງປະກາຍແຫ່ງສະຫງ່າລາສີຂອງເຮົາ, ສະແດງເຖິງຄວາມອົບອຸ່ນໃຈທີ່ເຮັດໃຫ້ຮູ້ສຶກຫຼົງໄຫຼ ແລະ ເຮັດໃຫ້ຈິດໃຈຜູ້ຄົນເບີກບານ ຄືກັບວ່າ ໃນປັດຈຸບັນນີ້ ມັນຢູ່ໃນສະຫວັນທີ່ເໜືອສະຫວັນ ຕາມຄວາມຄິດໃນຈິນຕະນາການຂອງມະນຸດ, ບໍ່ຖືກບຽດບຽນໂດຍຊາຕານ ແລະ ເປັນອິດສະຫຼະຈາກການໂຈມຕີຂອງສັດຕູພາຍນອກ. ໃນຈຸດສູງສຸດຂອງຈັກກະວານ, ດວງດາວຈຳນວນຫຼວງຫຼາຍປະຈໍາຕໍາແໜ່ງທີ່ກຳນົດໄວ້ຂອງພວກມັນຕາມຄຳສັ່ງຂອງເຮົາ ໂດຍເຍືອງແສງໄປທົ່ວທ້ອງຟ້າໃນຍາມມືດມົວ. ບໍ່ມີແມ່ນແຕ່ດວງດຽວທີ່ກ້າມີຄວາມຄິດບໍ່ເຊື່ອຟັງ ແລະ ສະນັ້ນ ອີງຕາມທາດແທ້ແຫ່ງກົດບັນຍັດແຫ່ງການບໍລິຫານຂອງເຮົາ, ຈັກກະວານທັງປວງແມ່ນຖືກຄວບຄຸມຢ່າງເປັນລະບຽບ ແລະ ຢູ່ໃນສະພາບທີ່ສົມບູນ: ບໍ່ເຄີຍເກີດມີການລົບກວນໃດໆ ຫຼື ຈັກກະວານບໍ່ເຄີຍຖືກແບ່ງແຍກ. ເຮົາບິນໄປມາເໜືອດວງດາວ ແລະ ເມື່ອດວງຕາເວັນກະຈາຍແສງຂອງມັນອອກມາ, ເຮົາກໍປິດບັງຄວາມອົບອຸ່ນນັ້ນ ໂດຍສົ່ງກ້ອນຫິມະທີ່ໃຫຍ່ສໍ່າກັບຂົນຫ່ານລອຍລົງຈາກມືຂອງເຮົາ. ເມື່ອເຮົາປ່ຽນໃຈຂອງເຮົາ ຫິມະທັງໝົດນັ້ນກໍລະລາຍສູ່ແມ່ນໍ້າ ແລະ ໃນທັນໃດນັ້ນ, ລະດູໃບໄມ້ປົ່ງກໍເກີດຂຶ້ນຢູ່ທຸກຫົນແຫ່ງພາຍໃຕ້ທ້ອງຟ້າ ແລະ ສີຂຽວມໍລະກົດກໍປ່ຽນພູມມີປະເທດທັງໝົດຢູ່ເທິງແຜ່ນດິນໂລກ. ເຮົາຍ່າງໄປມາເທິງທ້ອງຟ້າ ແລະ ທັນໃດນັ້ນ ແຜ່ນດິນໂລກກໍຖືກປົກຄຸມໄປດ້ວຍຄວາມມືດມົວທີ່ມືດສະໜິດ ຍ້ອນຮູບຮ່າງຂອງເຮົາ: ໂດຍບໍ່ມີການແຈ້ງເຕືອນ, “ກາງຄືນ” ກໍມາເຖິງ ແລະ ທົ່ວໂລກກໍມືດມົວຈົນບໍ່ມີໃຜສາມາດເຫັນມືຢູ່ຕໍ່ໜ້າຕົນເອງ. ເມື່ອແສງສະຫວ່າງດັບສິ້ນລົງ, ມະນຸດກໍຖືເອົາໂອກາດນີ້ອາລະວາດທຳລາຍກັນແລະກັນ ໂດຍຍາດ ແລະ ປຸ້ນສະດົມຈາກກັນເອງ. ປະຊາຊາດເທິງແຜ່ນດິນໂລກ ກໍຕົກຢູ່ໃນຄວາມແຕກແຍກກັນຢ່າງວຸ້ນວາຍ ແລະ ເຂົ້າສູ່ສະພາວະສັບສົນວຸ້ນວາຍ ຈົນເຖິງຈຸດທີ່ບໍ່ສາມາດໄຖ່ບາບພວກເຂົາທັງໝົດໄດ້. ມະນຸດດິ້ນຮົນຢູ່ໃນສະພາບແຫ່ງຄວາມທົນທຸກ, ຈົ່ມຄວນຄາງທ່າມກາງຄວາມເຈັບປວດ, ຮ້ອງໄຫ້ຢ່າງໜ້າເວດທະນາກັບຄວາມທຸກຂອງພວກເຂົາ, ປາຖະໜາໃຫ້ແສງສະຫວ່າງກັບມາໂລກມະນຸດອີກຄັ້ງ ແລະ ດ້ວຍເຫດນັ້ນ ກໍເຮັດໃຫ້ຍຸກແຫ່ງຄວາມມືດສິ້ນສຸດລົງ ແລະ ຟື້ນຟູຄວາມມີຊີວິດຊີວາທີ່ເຄີຍມີຢູ່. ຢ່າງໃດກໍຕາມ, ເຮົາໄດ້ປະຖິ້ມມະນຸດຊາດດ້ວຍສົ້ນແຂນເສື້ອຂອງເຮົາ, ບໍ່ສົງສານພວກເຂົາສຳລັບຄວາມຜິດພາດເທິງແຜ່ນດິນໂລກອີກຕໍ່ໄປ: ເຮົາກຽດຊັງ ແລະ ປະຕິເສດຜູ້ຄົນເທິງແຜ່ນດິນໂລກທັງປວງແຕ່ດົນມາແລ້ວ, ປິດຕາຂອງເຮົາຕໍ່ສະພາບການຕ່າງໆທີ່ຢູ່ເທິງແຜ່ນດິນໂລກ, ຫັນໜ້າຂອງເຮົາໜີຈາກການເຄື່ອນໄຫວ ແລະ ທ່າທາງທຸກຢ່າງຂອງມະນຸດ ແລະ ຢຸດພໍໃຈໃນຄວາມເປັນເດັກນ້ອຍ ແລະ ຄວາມໄຮ້ດຽງສາຂອງພວກເຂົາ. ເຮົາໄດ້ເລີ່ມຕົ້ນແຜນການອື່ນທີ່ຈະສ້າງໂລກໃໝ່, ເພື່ອວ່າໂລກໃໝ່ນີ້ຈະພົບກັບການເກີດໃໝ່ໄດ້ທັນເວລາ ແລະ ບໍ່ຈົມລົງໃຕ້ນໍ້າອີກຕໍ່ໄປ. ໃນທ່າມກາງມະນຸດ, ມີສະພາວະແປກປະຫຼາດຈຳນວນຫຼາຍທີ່ກຳລັງລໍຖ້າໃຫ້ເຮົາໃຫ້ພວກມັນຖືກຕ້ອງ, ມີຄວາມຜິດພາດຈໍານວນຫຼາຍທີ່ລໍຖ້າໃຫ້ເຮົາປ້ອງກັນເພື່ອບໍ່ໃຫ້ພວກມັນເກີດຂຶ້ນ, ມີຂີ້ຝຸ່ນຈໍານວນຫຼາຍທີ່ລໍຖ້າໃຫ້ເຮົາກວາດອອກ, ມີຄວາມເລິກລັບຈໍານວນຫຼາຍທີ່ຖ້າໃຫ້ເຮົາເປີດເຜີຍອອກ: ມະນຸດທັງປວງລໍຖ້າເຮົາ ແລະ ປາຖະໜາການມາເຖິງຂອງເຮົາ.

ເທິງແຜ່ນດິນໂລກ, ເຮົາຄຶພຣະເຈົ້າທີ່ແທ້ຈິງທີ່ປະຕິບັດຢູ່ໃນຫົວໃຈຂອງມະນຸດ; ໃນສະຫວັນ, ເຮົາເປັນເຈົ້ານາຍຂອງສັບພະສິ່ງທັງປວງ. ເຮົາໄດ້ປີນພູເຂົາ ແລະ ລຸຍຂ້າມແມ່ນໍ້າ ແລະ ເຮົາຍັງລອຍເຂົ້າ ແລະ ອອກທ່າມກາງມະນຸດ. ແມ່ນໃຜກ້າຕໍ່ຕ້ານພຣະເຈົ້າທີ່ແທ້ຈິງຢ່າງເປີດເຜີຍແດ່? ແມ່ນໃຜກ້າໜີໄປຈາກອຳນາດຂອງອົງຊົງລິດທານຸພາບສູງສຸດ? ແມ່ນໃຜກ້າຢືນຢັນວ່າເຮົາຢູ່ໃນສະຫວັນໂດຍບໍ່ສົງໄສແມ່ນແຕ່ໜ້ອຍດຽວເລີຍ? ຍິ່ງໄປກວ່ານັ້ນ, ແມ່ນໃຜກ້າຢືນຢັນວ່າເຮົາໂຕ້ແຍ້ງບໍ່ໄດ້ຢູ່ແຜ່ນດີນໂລກ? ບໍ່ມີໃຜໃນມະນຸດຊາດທີ່ສາມາດກ່າວເຖິງສະຖານທີ່ທຸກແຫ່ງທີ່ເຮົາອາໄສເປັນລາຍລະອຽດໄດ້. ເປັນໄປໄດ້ບໍວ່າ ເມື່ອເຮົາຢູ່ໃນສະຫວັນ, ເຮົາກໍເປັນພຣະເຈົ້າທີ່ຢູ່ເໜືອທຳມະຊາດ ແລະ ເມື່ອເຮົາຢູ່ເທິງແຜ່ນດິນໂລກ, ເຮົາກໍເປັນພຣະເຈົ້າທີ່ແທ້ຈິງ? ແນ່ນອນຢູ່ແລ້ວວ່າ ການທີ່ເຮົາເປັນພຣະເຈົ້າທີ່ແທ້ຈິງ ຫຼື ບໍ່ນັ້ນ ແມ່ນບໍ່ສາມາດຖືກກໍານົດໂດຍການທີ່ເຮົາເປັນຜູ້ປົກຄອງຂອງສັບພະສິ່ງທັງປວງ ຫຼື ຄວາມຈິງທີ່ວ່າ ເຮົາປະສົບກັບຄວາມທົນທຸກຂອງໂລກມະນຸດ, ມັນສາມາດເປັນໄປໄດ້ບໍ? ຖ້າເປັນແບບນັ້ນ, ແລ້ວມະນຸດຈະບໍ່ໂງ່ຈ້າຈົນຄາດຫວັງນໍາບໍ່ໄດ້ເລີຍບໍ? ເຮົາຢູ່ໃນສະຫວັນ, ເຮົາຍັງຢູ່ເທິງແຜ່ນດິນໂລກ; ເຮົາຢູ່ທ່າມກາງບັນດາສັບພະສິ່ງທັງປວງ ແລະ ຍັງຢູ່ທ່າມກາງຄົນຈຳນວນຫຼວງຫຼາຍ. ມະນຸດສາມາດສຳຜັດເຮົາໃນແຕ່ລະມື້; ຍິ່ງໄປກວ່ານັ້ນ ພວກເຂົາສາມາດເຫັນເຮົາໃນແຕ່ລະມື້. ສໍາລັບມະນຸດແລ້ວ, ເຮົາເບິ່ງຄືກັບວ່າລີ້ລັບໃນບາງເທື່ອ ແລະ ບາງເທື່ອກໍສາມາດເຫັນໄດ້; ເບິ່ງຄືວ່າ ເຮົາມີຕົວຕົນແທ້ຈິງ ແຕ່ກໍເບິ່ງຄືວ່າ ເຮົາບໍ່ມີຕົວຕົນ. ໃນຕົວເຮົາແມ່ນມີຄວາມເລິກລັບທີ່ມະນຸດບໍ່ສາມາດຢັ່ງເຖິງໄດ້. ມັນຄືກັບວ່າມະນຸດທຸກຄົນກຳລັງເບິ່ງເຮົາຢ່າງລະອຽດຜ່ານກ້ອງຈຸລະທັດເພື່ອຄົ້ນຫາຄວາມເລິກລັບທີ່ຫຼາຍຂຶ້ນຕື່ມໃນຕົວເຮົາ ໂດຍຫວັງວ່າຈະກຳຈັດຄວາມຮູ້ສຶກອຶດອັດທີ່ຢູ່ໃນຫົວໃຈຂອງພວກເຂົາ. ຢ່າງໃດກໍຕາມ, ເຖິງແມ່ນວ່າພວກເຂົາຈະໃຊ້ການສ່ອງລັງສີ, ມະນຸດກໍຈະສາມາດຄົ້ນພົບຄວາມລັບທີ່ເຮົາມີໄດ້ແນວໃດ?

ເມື່ອຄົນຂອງເຮົາຖືກຍົກຍ້ອງຮ່ວມກັບເຮົາຜ່ານການປະຕິບັດພາລະກິດຂອງເຮົາ, ໃນເວລານັ້ນ ບ່ອນຫຼົບຊ້ອນຂອງມັງກອນແດງທີ່ຍິ່ງໃຫຍ່ກໍຈະຖືກຂຸດພໍ້, ຂີ້ຕົມ ແລະ ຂີ້ຝຸ່ນທັງໝົດຈະຖືກກວາດໃຫ້ສະອາດ ແລະ ນໍ້າທີ່ຖືກມົນລະພິດ ທີ່ສະສົມເປັນເວລາຫຼາຍປີໂດຍນັບບໍ່ຖ້ວນ ກໍຈະເຫືອດແຫ້ງດ້ວຍໄຟທີ່ເຜົາໄໝ້ຂອງເຮົາຈົນບໍ່ມີຢູ່ອີກຕໍ່ໄປ. ດັ່ງນັ້ນ ມັງກອນແດງທີ່ຍິ່ງໃຫຍ່ຈະດັບສະຫຼາຍໄປໃນທະເລສາບແຫ່ງແປວໄຟ ແລະ ມາດ. ພວກເຈົ້າເຕັມໃຈຢ່າງແທ້ຈິງທີ່ຈະຍັງຢູ່ພາຍໃຕ້ການດູແລດ້ວຍຄວາມຮັກຂອງເຮົາບໍ ເພື່ອຈະບໍ່ຖືກມັງກອນຍາດເອົາໄປ? ພວກເຈົ້າກຽດຊັງກົນອຸບາຍທີ່ຫຼອກລວງຂອງມັນແທ້ບໍ? ແມ່ນໃຜສາມາດເປັນພະຍານທີ່ຊື່ສັດໃຫ້ກັບເຮົາໄດ້? ເພື່ອຊື່ຂອງເຮົາ, ເພື່ອພຣະວິນຍານຂອງເຮົາ ແລະ ເພື່ອແຜນການຄຸ້ມຄອງທັງໝົດຂອງເຮົາ, ມີຜູ້ໃດສາມາດຖວາຍກໍາລັງທັງໝົດຂອງພວກເຂົາບໍ? ໃນປັດຈຸບັນ ເມື່ອອານາຈັກຢູ່ໃນໂລກມະນຸດ, ນັ້ນກໍເປັນເວລາທີ່ເຮົາໄດ້ມາຢູ່ໃນທ່າມກາງມະນຸດດ້ວຍຕົວເອງ. ຖ້າບໍ່ເປັນແບບນີ້, ມີຜູ້ໃດສາມາດເຂົ້າສູ່ສະໜາມຮົບແທນເຮົາໂດຍບໍ່ມີຄວາມຢ້ານກົວໃດໆບໍ? ເພື່ອວ່າ ອານາຈັກຈະໄດ້ເປັນຮູບປະທໍາ, ເພື່ອຫົວໃຈຂອງເຮົາຈະຖືກເຮັດໃຫ້ພໍໃຈ ແລະ ຍິ່ງໄປກວ່ານັ້ນແມ່ນເພື່ອມື້ຂອງເຮົາຈະມາເຖິງ, ເພື່ອວ່າ ເວລານັ້ນອາດມາເຖິງເມື່ອສັບພະສິ່ງທັງປວງຈະໄດ້ເກີດໃໝ່ ແລະ ອຸດົມສົມບູນ, ເພື່ອມະນຸດຈະຖືກຊ່ວຍໃຫ້ພົ້ນຈາກທະເລແຫ່ງການທົນທຸກ, ເພື່ອວ່າມື້ອື່ນຈະມາເຖິງ ແລະ ເພື່ອວ່າ ມື້ນັ້ນຈະມະຫັດສະຈັນ ແລະ ເກີດດອກອອກຜົນ ແລະ ຈະເລີນຮຸ່ງເຮືອງ ແລະ ຍິ່ງໄປກວ່ານັ້ນກໍເພື່ອວ່າ ຄວາມສຸກໃນອະນາຄົດຈະເກີດຂຶ້ນ, ມະນຸດທຸກຄົນກຳລັງດິ້ນຮົນດ້ວຍກຳລັງທັງໝົດຂອງພວກເຂົາ, ເສຍສະຫຼະຕົນເອງສຳລັບເຮົາໂດຍບໍ່ຈົ່ງຫຍັງໄວ້ເລີຍ. ນີ້ບໍ່ແມ່ນສັນຍານບົ່ງບອກບໍວ່າ ໄຊຊະນະເປັນຂອງເຮົາແລ້ວບໍ? ມັນບໍ່ແມ່ນເຄື່ອງໝາຍໃນການເຮັດແຜນການຂອງເຮົາໃຫ້ສໍາເລັດບໍ?

ຍິ່ງຜູ້ຄົນດຳລົງຊີວິດໃນຍຸກສຸດທ້າຍຫຼາຍສໍ່າໃດ, ພວກເຂົາຍິ່ງຮູ້ສຶກເຖິງຄວາມວ່າງເປົ່າຂອງໂລກຫຼາຍສໍ່ານັ້ນ ແລະ ພວກເຂົາຍິ່ງມີຄວາມກ້າຫານທີ່ຈະດຳລົງຊີວິດໜ້ອຍລົງສໍ່ານັ້ນ. ຍ້ອນເຫດຜົນນີ້, ຜູ້ຄົນຈຳນວນຫຼວງຫຼາຍໄດ້ຕາຍຍ້ອນຄວາມຜິດຫວັງ, ຄົນອື່ນໆອີກຫຼວງຫຼາຍກໍຖືກເຮັດໃຫ້ຜິດຫວັງໃນການຄົ້ນຫາຂອງພວກເຂົາ ແລະ ຄົນອື່ນໆອີກຫຼວງຫຼາຍແມ່ນທົນທຸກກັບການຖືກຄວບຄຸມໂດຍມືຂອງຊາຕານ. ເຮົາໄດ້ຊ່ວຍຊີວິດຜູ້ຄົນຈຳນວນຫຼວງຫຼາຍ ແລະ ສະໜັບສະໜູນຫຼາຍຄົນ ແລະ ຫຼາຍຄັ້ງ ເມື່ອມະນຸດໄດ້ສູນເສຍແສງສະຫວ່າງ, ເຮົາກໍຍ້າຍພວກເຂົາກັບຄືນໄປສູ່ບ່ອນທີ່ມີແສງສະຫວ່າງ, ເພື່ອວ່າ ພວກເຂົາອາດຮູ້ຈັກເຮົາພາຍໃນແສງສະຫວ່າງ ແລະ ຮັບເອົາເຮົາຢ່າງມີຄວາມສຸກ. ເພາະການມາເຖິງຂອງແສງສະຫວ່າງຂອງເຮົາ, ການບູຊາຈຶ່ງເກີດຂຶ້ນໃນຫົວໃຈຂອງຜູ້ຄົນທີ່ອາໄສຢູ່ໃນອານາຈັກຂອງເຮົາ, ຍ້ອນເຮົາເປັນພຣະເຈົ້າເພື່ອໃຫ້ມະນຸດຮັກ, ເປັນພຣະເຈົ້າທີ່ມະນຸດຍຶດຕິດດ້ວຍຄວາມຮັກ ແລະ ມະນຸດແມ່ນເຕັມໄປດ້ວຍຄວາມປະທັບໃຈ ໄປຕໍ່ຮູບຮ່າງຂອງເຮົາ. ຢ່າງໃດກໍຕາມ ເມື່ອທຸກຢ່າງຖືກກ່າວ ແລະ ເຮັດໃຫ້ສຳເລັດແລ້ວ ກໍບໍ່ມີຜູ້ໃດທີ່ເຂົ້າໃຈວ່າ ສິ່ງນີ້ແມ່ນການປະຕິບັດພາລະກິດຂອງພຣະວິນຍານ ຫຼື ເປັນໜ້າທີ່ຂອງເນື້ອໜັງ. ຜູ້ຄົນຈະຕ້ອງໄດ້ໃຊ້ເວລາທັງຊີວິດພຽງເພື່ອປະສົບກັບສິ່ງນີ້ສິ່ງດຽວຢ່າງລະອຽດ. ມະນຸດບໍ່ເຄີຍກຽດຊັງເຮົາໃນສ່ວນເລິກທີ່ສຸດຂອງຫົວໃຈຂອງພວກເຂົາ; ກົງກັນຂ້າມ ພວກເຂົາຍຶດຕິດກັບເຮົາໃນສ່ວນເລິກຂອງຈິດວິນຍານຂອງພວກເຂົາ. ສະຕິປັນຍາຂອງເຮົາເຮັດໃຫ້ເກີດການເຄົາລົບຂອງພວກເຂົາ, ສິ່ງມະຫັດສະຈັນທີ່ເຮົາກຳລັງປະຕິບັດເປັນອາຫານຕໍ່ສາຍຕາຂອງພວກເຂົາ, ພຣະທຳຂອງເຮົາເຮັດໃຫ້ຄວາມຄິດຂອງພວກເຂົາສັບສົນ ແຕ່ພວກເຂົາກໍຖະໜອມພຣະທຳເຫຼົ່ານັ້ນຢ່າງສຸດຊຶ້ງ. ຄວາມເປັນຈິງຂອງເຮົາເຮັດໃຫ້ມະນຸດເວົ້າບໍ່ອອກ, ຕົກສະເງີ້ ແລະ ມຶນງົງ ແຕ່ເຖິງຢ່າງໃດ ພວກເຂົາກໍເຕັມໃຈທີ່ຈະຍອມຮັບສິ່ງນີ້. ນີ້ບໍ່ແມ່ນການວັດແທກມະນຸດຕາມສິ່ງທີ່ເຂົາເປັນແທ້ບໍ?

ວັນທີ 13 ມີນາ 1992

ກ່ອນນີ້: ບົດທີ 14

ຕໍ່ໄປ: ບົດທີ 16

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້