ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ບົດທີ 4

ປະຊາຊົນຂອງເຮົາທຸກຄົນທີ່ຮັບໃຊ້ຢູ່ຕໍ່ໜ້າເຮົາຄວນຄິດຄືນຫຼັງເຖິງອະດີດ: ຄວາມຮັກຂອງເຈົ້າທີ່ມີຕໍ່ເຮົາແມ່ນມີຮອຍດ່າງຈາກຄວາມບໍ່ບໍລິສຸດບໍ? ຄວາມຈົງຮັກພັກດີຂອງເຈົ້າທີ່ມີຕໍ່ເຮົາບໍລິສຸດ ແລະ ດ້ວຍຄວາມເຕັມໃຈບໍ? ຄວາມຮູ້ຂອງເຈົ້າກ່ຽວກັບເຮົາແມ່ນແທ້ຈິງບໍ? ເຮົາມີຈັກຫ້ອງຢູ່ໃນຫົວໃຈຂອງພວກເຈົ້າ? ເຮົາໄດ້ເຕີມເຕັມຫົວໃຈຂອງພວກເຈົ້າທັງໝົດບໍ? ພຣະທໍາຂອງເຮົາໄດ້ບັນລຸຜົນພາຍໃນພວກເຈົ້າຫຼາຍຊໍ່າໃດ? ຢ່າຄິດວ່າເຮົາໂງ່! ສິ່ງເຫຼົ່ານີ້ແມ່ນຊັດເຈນສໍາລັບເຮົາໝົດແລ້ວ! ປັດຈຸບັນ ໃນຂະນະທີ່ສຽງຂອງຄວາມລອດພົ້ນຂອງເຮົາໄດ້ດັງອອກ, ຄວາມຮັກຂອງພວກເຈົ້າທີ່ມີຕໍ່ເຮົາແມ່ນໄດ້ເພີ່ມຂຶ້ນບໍ? ມີສ່ວນໃດຂອງຄວາມຈົງຮັກພັກດີຂອງເຈົ້າທີ່ມີຕໍ່ເຮົາບໍລິສຸດບໍ? ຄວາມຮູ້ຂອງເຈົ້າກ່ຽວກັບເຮົາໄດ້ມີຄວາມເລິກເຊິ່ງບໍ? ການສັນລະເສີນທີ່ມອບໃຫ້ໃນອະດີດໄດ້ປູພື້ນຖານຢ່າງໜາແໜ້ນໃຫ້ແກ່ຄວາມຮູ້ຂອງພວກເຈົ້າໃນປັດຈຸບັນບໍ? ພຣະວິນຍານຂອງເຮົາຄອບຄອງພວກເຈົ້າຫຼາຍຊໍ່າໃດ? ພາບລັກຂອງເຮົາມີຢູ່ພາຍໃນພວກເຈົ້າຈັກບ່ອນ? ພຣະວັດຈະນະຂອງເຮົາໄດ້ຕີຖືກຈຸດອ່ອນຂອງພວກເຈົ້າຢູ່ບໍ? ພວກເຈົ້າຮູ້ສຶກວ່າ ພວກເຈົ້າບໍ່ມີບ່ອນເຊື່ອງຄວາມອັບອາຍຂອງຕົວເອງແທ້ບໍ? ພວກເຈົ້າເຊື່ອວ່າ ພວກເຈົ້າບໍ່ມີຄຸນສົມບັດເປັນປະຊາຊົນຂອງເຮົາແທ້ບໍ? ຖ້າພວກເຈົ້າບໍ່ສົນໃຈຕໍ່ຄໍາຖາມຂ້າງເທິງ, ແລ້ວນີ້ກໍສະແດງໃຫ້ເຫັນວ່າ ພວກເຈົ້າກໍາລັງຕຶກເບັດຢູ່ນໍ້າຂຸ່ນ, ພວກເຈົ້າພຽງມີຢູ່ເພື່ອເພີ່ມຈໍານວນຄົນເທົ່ານັ້ນ ແລະ ເມື່ອເຖິງເວລາທີ່ເຮົາກໍານົດລ່ວງໜ້າ ພວກເຈົ້າກໍຈະຖືກກໍາຈັດ ແລະ ຖືກຖິ້ມລົງໃນຂຸມເລິກທີ່ສຸດເປັນຄັ້ງທີ່ສອງຢ່າງແນ່ນອນ. ສິ່ງເຫຼົ່ານີ້ແມ່ນພຣະທໍາແຫ່ງການຕັກເຕືອນຂອງເຮົາ ແລະ ຜູ້ໃດທີ່ຖືເບົາກັບພຣະທໍາເຫຼົ່ານີ້ຈະຖືກໂຈມຕີດ້ວຍການພິພາກສາຂອງເຮົາ ແລະ ຜະເຊີນດ້ວຍໄພພິບັດຕາມເວລາທີ່ໄດ້ກໍານົດໄວ້. ແລ້ວມັນບໍ່ແມ່ນແບບນີ້ບໍ? ເຮົາຍັງຈໍາເປັນຕ້ອງຍົກຕົວຢ່າງເພື່ອອະທິບາຍສິ່ງນີ້ອີກບໍ? ເຮົາຕ້ອງເວົ້າໃຫ້ແຈ້ງຂຶ້ນກວ່ານີ້ບໍ ເພື່ອຍົກເປັນຕົວຢ່າງແກ່ພວກເຈົ້າ? ຕັ້ງແຕ່ເວລາຂອງການຊົງສ້າງຈົນເຖິງປັດຈຸບັນ, ຫຼາຍຄົນບໍ່ໄດ້ເຊື່ອຟັງພຣະທໍາຂອງເຮົາ ແລະ ດ້ວຍເຫດນັ້ນ ຈຶ່ງຖືກຂັບໄລ່ ແລະ ກໍາຈັດຈາກກະແສຂອງການຟື້ນຟູຂອງເຮົາ; ໃນທີ່ສຸດ ຮ່າງກາຍຂອງພວກເຂົາກໍຈະດັບສູນ ແລະ ວິນຍານຂອງພວກເຂົາກໍຈະຖືກສົ່ງໄປຍັງແດນມໍລະນາ ແລະ ແມ່ນແຕ່ໃນປັດຈຸບັນ ພວກເຂົາກໍຍັງຈະຢູ່ພາຍໃຕ້ການລົງໂທດຢ່າງທຸກທໍລະມານ. ຫຼາຍຄົນໄດ້ຕິດຕາມພຣະທໍາຂອງເຮົາ ແຕ່ພວກເຂົາໄດ້ຕໍ່ຕ້ານແສງສະຫວ່າງ ແລະ ແສງເຍືອງທາງຂອງເຮົາ ແລະ ດ້ວຍເຫດນັ້ນ ຈຶ່ງຖືກເຮົາເຕະອອກໄປທາງຂ້າງ ແລ້ວຕົກໄປຢູ່ພາຍໃຕ້ອໍານາດຂອງຊາຕານ ແລະ ກາຍເປັນບຸກຄົນເຫຼົ່ານັ້ນທີ່ຕໍ່ຕ້ານເຮົາ. (ໃນປັດຈຸບັນ ທຸກຄົນທີ່ຕໍ່ຕ້ານເຮົາໂດຍກົງ ແມ່ນເຊື່ອຟັງພຣະທໍາຂອງເຮົາແບບຜິວເຜີນເທົ່ານັ້ນ ແລະ ບໍ່ໄດ້ເຊື່ອຟັງແກ່ນແທ້ຂອງພຣະທໍາຂອງເຮົາ). ເຊັ່ນດຽວກັນ ຍັງມີຫຼາຍຄົນທີ່ຟັງແຕ່ພຣະທໍາທີ່ເຮົາກ່າວໃນມື້ວານ, ຜູ້ທີ່ຍຶດຕິດຢູ່ກັບ “ຂີ້ເຫຍື້ອ” ຈາກອະດີດ ແລະ ບໍ່ເຫັນຄຸນຄ່າຂອງ “ຜົນຜະລິດ” ໃນປັດຈຸບັນ. ຜູ້ຄົນເຫຼົ່ານີ້ບໍ່ພຽງແຕ່ຖືກຊາຕານຈັບກຸມຕົວເທົ່ານັ້ນ ແຕ່ໄດ້ກາຍເປັນຄົນບາບຕະຫຼອດການ ແລະ ກາຍເປັນສັດຕູຂອງເຮົາ ແລະ ພວກເຂົາແມ່ນຕໍ່ຕ້ານເຮົາໂດຍກົງ. ຜູ້ຄົນດັ່ງກ່າວແມ່ນເປົ້າໝາຍຂອງການພິພາກສາໃນຂັ້ນດຸເດືອດແຫ່ງການໂກດຮ້າຍຂອງເຮົາ ແລະ ໃນປັດຈຸບັນ ພວກເຂົາຍັງຕາບອດຢູ່, ຍັງຢູ່ໃນຄຸກມືດໃຕ້ດິນ (ໝາຍຄວາມວ່າ ຜູ້ຄົນດັ່ງກ່າວແມ່ນເນົ່າເປື່ອຍ, ເປັນຊາກສົບທີ່ບໍ່ມີຄວາມຮູ້ສຶກ ທີ່ຖືກຄວບຄຸມໂດຍຊາຕານ; ຍ້ອນດວງຕາຂອງພວກເຂົາຖືກເຮົາປິດບັງ ເຮົາຈຶ່ງເວົ້າວ່າ ພວກເຂົາຕາບອດ). ມັນຈະເປັນການດີທີ່ຈະຍົກຕົວຢ່າງເພື່ອເປັນບ່ອນອ້າງອີງໃຫ້ແກ່ພວກເຈົ້າ ເພື່ອວ່າ ພວກເຈົ້າຈະສາມາດຮຽນຮູ້ຈາກມັນ:

ເມື່ອກ່າວເຖິງໂປໂລ, ພວກເຈົ້າຈະຄິດເຖິງປະຫວັດຂອງລາວ ແລະ ບາງເລື່ອງກ່ຽວກັບລາວທີ່ບໍ່ຖືກຕ້ອງ ແລະ ບໍ່ສອດຄ່ອງກັບຄວາມເປັນຈິງ. ລາວຖືກສອນໂດຍພໍ່ແມ່ຂອງລາວແຕ່ອາຍຸຍັງນ້ອຍ ແລະ ໄດ້ຮັບຊີວິດຂອງເຮົາ ແລະ ເນື່ອງຈາກການກໍານົດລ່ວງໜ້າຂອງເຮົາ ລາວຈຶ່ງມີຄວາມສາມາດທີ່ເຮົາຕ້ອງການ. ຕອນອາຍຸ 19 ປີ, ລາວໄດ້ອ່ານໜັງສືຫຼາຍເຫຼັ້ມກ່ຽວກັບຊີວິດ; ດ້ວຍເຫດນັ້ນ ເຮົາຈຶ່ງບໍ່ຈໍາເປັນຕ້ອງເຂົ້າສູ່ລາຍລະອຽດ ກ່ຽວກັບວິທີທີ່ລາວບໍ່ພຽງແຕ່ສາມາດເວົ້າດ້ວຍຄວາມເຂົ້າໃຈຢ່າງຈະແຈ້ງກ່ຽວກັບເລື່ອງຝ່າຍວິນຍານ ແຕ່ຍັງສາມາດເຂົ້າໃຈເຈດຕະນາຂອງເຮົາອີກດ້ວຍ ນັ້ນກໍຍ້ອນຄວາມສາມາດຂອງລາວ ແລະ ຍ້ອນແສງສະຫວ່າງ ແລະ ແສງເຍືອງທາງຂອງເຮົາ. ແນ່ນອນ ນີ້ບໍ່ໄດ້ຍົກເວັ້ນປັດໄຈທີ່ປະກອບທັງພາຍໃນ ແລະ ພາຍນອກ. ຢ່າງໃດກໍຕາມ, ຄວາມບົກຜ່ອງຂອງລາວກໍຄື ຍ້ອນພອນສະຫວັນຂອງລາວ ລາວຈຶ່ງມັກເວົ້າໂວຫານ ແລະ ໂອ້ອວດ. ຜົນຕາມມາກໍຄື, ເນື່ອງຈາກຄວາມບໍ່ເຊື່ອຟັງຂອງລາວ ເຊິ່ງບາງສ່ວນແມ່ນເປັນຕົວແທນໃຫ້ແກ່ເທວະທູດໂດຍກົງ, ເມື່ອເຮົາກາຍເປັນເນື້ອໜັງເປັນຄັ້ງທໍາອິດ ລາວຈຶ່ງໃຊ້ທຸກຄວາມພະຍາຍາມເພື່ອຕໍ່ຕ້ານເຮົາ. ລາວແມ່ນໜຶ່ງໃນບັນດາຜູ້ຄົນເຫຼົ່ານັ້ນທີ່ບໍ່ຮູ້ຈັກພຣະທໍາຂອງເຮົາ ແລະ ຫ້ອງວ່າງສໍາລັບເຮົາໃນຫົວໃຈຂອງລາວແມ່ນໄດ້ຫາຍໄປແລ້ວ. ຜູ້ຄົນດັ່ງກ່າວຕໍ່ຕ້ານຄວາມເປັນພຣະເຈົ້າຂອງເຮົາ ໂດຍກົງ ແລະ ຖືກເຮົາໂຈມຕີ ແລະ ໃນທີ່ສຸດກໍໄດ້ແຕ່ກົ້ມຂາບລົງ ແລະ ສາລະພາບບາບຂອງພວກເຂົາເທົ່ານັ້ນ. ສະນັ້ນ, ພາຍຫຼັງທີ່ເຮົາໄດ້ໃຊ້ຈຸດແຂງຂອງລາວ ເຊິ່ງໝາຍຄວາມວ່າ ຫຼັງຈາກທີ່ລາວໄດ້ເຮັດພາລະກິດໃຫ້ເຮົາໃນໄລຍະເວລາໃດໜຶ່ງ ລາວກໍກັບໄປສູ່ວິທີທາງເກົ່າຂອງລາວອີກຄັ້ງ ແລະ ເຖິງແມ່ນວ່າ ລາວບໍ່ໄດ້ເປັນຄົນທີ່ບໍ່ເຊື່ອຟັງພຣະທໍາຂອງເຮົາໂດຍກົງ ແຕ່ລາວກໍບໍ່ໄດ້ເຊື່ອຟັງການຊີ້ນໍາພາຍໃນ ແລະ ແສງສະຫວ່າງຂອງເຮົາ ແລະ ດ້ວຍເຫດນັ້ນ ທຸກສິ່ງທີ່ລາວໄດ້ເຮັດໃນອະດີດຈຶ່ງບໍ່ມີປະໂຫຍດຫຍັງ; ເວົ້າອີກຢ່າງໜຶ່ງກໍຄື ມົງກຸດແຫ່ງຄວາມສະຫງ່າລາສີທີ່ລາວເວົ້າເຖິງແມ່ນໄດ້ກາຍເປັນຄໍາເວົ້າທີ່ວ່າງເປົ່າ ແລະ ເປັນຜົນຜະລິດຈາກຈິນຕະນາການຂອງລາວເອງ ເນື່ອງຈາກວ່າ ແມ່ນແຕ່ໃນປັດຈຸບັນລາວກໍຍັງຢູ່ພາຍໃຕ້ການພິພາກສາພາຍໃນຂອບເຂດຂໍ້ຜູກມັດຂອງເຮົາ.

ຈາກຕົວຢ່າງຂ້າງເທິງ ສາມາດເຫັນໄດ້ວ່າ ໃຜກໍຕາມທີ່ຕໍ່ຕ້ານເຮົາ (ໂດຍບໍ່ພຽງແຕ່ຕໍ່ຕ້ານຕົວຕົນຂອງເຮົາທີ່ເປັນເນື້ອໜັງເທົ່ານັ້ນ ແຕ່ສໍາຄັນໄປກວ່ານັ້ນ ແມ່ນຕໍ່ຕ້ານພຣະທໍາ ແລະ ພຣະວິນຍານຂອງເຮົາ ນັ້ນກໍຄື ຄວາມເປັນພຣະເຈົ້າຂອງເຮົາ) ແມ່ນໄດ້ຮັບການພິພາກສາຈາກເຮົາໃນເນື້ອໜັງຂອງພວກເຂົາ. ເມື່ອພຣະວິນຍານຂອງເຮົາອອກຈາກເຈົ້າ, ເຈົ້າກໍຕົກຕໍ່າລົງສູ່ແດນມໍລະນະໂດຍກົງ. ເຖິງແມ່ນວ່າ ຮ່າງກາຍທີ່ເປັນເນື້ອໜັງຂອງເຈົ້າແມ່ນຢູ່ເທິງແຜ່ນດິນໂລກ, ເຈົ້າກໍຄືກັບບາງຄົນທີ່ທົນທຸກຈາກອາການເຈັບປ່ວຍທາງຈິດ: ເຈົ້າໄດ້ສູນເສຍເຫດຜົນຂອງເຈົ້າ ແລະ ຮູ້ສຶກທັນທີ ຄືກັບວ່າ ເຈົ້າເປັນຊາກສົບ ຈົນເຈົ້າຕ້ອງໄດ້ອ້ອນວອນໃຫ້ເຮົາກໍາຈັດເນື້ອໜັງຂອງເຈົ້າໂດຍໄວ. ພວກເຈົ້າສ່ວນຫຼາຍທີ່ມີຈິດວິວານແມ່ນມີຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ສະຖານະການເຫຼົ່ານີ້ ແລະ ເຮົາບໍ່ຈໍາເປັນຕ້ອງເຂົ້າສູ່ລາຍລະອຽດເພີ່ມເຕີມອີກ. ໃນອະດີດ, ເມື່ອເຮົາປະຕິບັດພາລະກິດໃນຄວາມເປັນມະນຸດທໍາມະດາ, ຜູ້ຄົນສ່ວນໃຫຍ່ແມ່ນໄດ້ປະເມີນພວກເຂົາເອງຕໍ່ຄວາມໂກດຮ້າຍ ແລະ ລິດທານຸພາບຂອງເຮົາ ແລະ ໄດ້ຮູ້ຈັກກ່ຽວກັບສະຕິປັນຍາ ແລະ ອຸປະນິໄສຂອງເຮົາເລັກໜ້ອຍແລ້ວ. ໃນປັດຈຸບັນ, ເຮົາເວົ້າ ແລະ ກະທໍາໃນຄວາມເປັນພຣະເຈົ້າໂດຍກົງ ແລະ ຍັງມີບາງຄົນທີ່ຈະເຫັນຄວາມໂກດຮ້າຍ ແລະ ການພິພາກສາຂອງເຮົາດ້ວຍສາຍຕາຂອງພວກເຂົາເອງ; ຍິ່ງໄປກວ່ານັ້ນ, ພາລະກິດຫຼັກໃນຂັ້ນຕອນທີສອງຂອງຍຸກແຫ່ງການພິພາກສາ ແມ່ນເພື່ອເຮັດໃຫ້ປະຊາຊົນຂອງເຮົາທຸກຄົນຮູ້ຈັກການກະທໍາຂອງເຮົາໃນເນື້ອໜັງໂດຍກົງ ແລະ ເພື່ອເຮັດໃຫ້ພວກເຈົ້າທຸກຄົນເຫັນອຸປະນິໄສຂອງເຮົາໂດຍກົງ. ແຕ່ຍ້ອນວ່າ ເຮົາຢູ່ໃນເນື້ອໜັງ, ເຮົາຈຶ່ງໃສ່ໃຈຄວາມອ່ອນແອຂອງພວກເຈົ້າ. ຄວາມຫວັງຂອງເຮົາກໍຄື ພວກເຈົ້າຈະບໍ່ປະຕິບັດຕໍ່ຈິດໃຈ, ຈິດວິນຍານ ແລະ ຮ່າງກາຍຂອງພວກເຈົ້າຄືຂອງຫຼິ້ນ ໂດຍອຸທິດສິ່ງເຫຼົ່ານັ້ນໃຫ້ກັບຊາຕານຢ່າງບໍ່ຄິດ. ມັນດີກວ່າ ທີ່ຈະຖະໜອມທຸກສິ່ງທີ່ພວກເຈົ້າມີ ແລະ ບໍ່ໃຫ້ປະຕິບັດຕໍ່ມັນເປັນຄືກັບເກມ ເນື່ອງຈາກສິ່ງດັ່ງກ່າວນີ້ແມ່ນກ່ຽວພັນກັບຊະຕາກໍາຂອງພວກເຈົ້າ. ພວກເຈົ້າສາມາດເຂົ້າໃຈຄວາມໝາຍທີ່ແທ້ຈິງຂອງພຣະທໍາຂອງເຮົາແທ້ບໍ? ພວກເຈົ້າສາມາດໃສ່ໃຈຄວາມຮູ້ສຶກທີ່ແທ້ຈິງຂອງເຮົາແທ້ບໍ?

ພວກເຈົ້າເຕັມໃຈຮັບເອົາພອນຂອງເຮົາຢູ່ເທິງແຜ່ນດິນໂລກບໍ ເຊິ່ງເປັນພອນດຽວກັນກັບພອນໃນສະຫວັນ? ພວກເຈົ້າເຕັມໃຈທີ່ຈະຖະໜອມຄວາມເຂົ້າໃຈກ່ຽວກັບເຮົາ, ຄວາມສຸກຈາກພຣະທໍາຂອງເຮົາ ແລະ ຄວາມຮູ້ກ່ຽວກັບເຮົາດັ່ງສິ່ງທີ່ມີຄ່າ ແລະ ມີຄວາມໝາຍທີ່ສຸດໃນຊີວິດຂອງພວກເຈົ້າບໍ? ພວກເຈົ້າສາມາດອ່ອນນ້ອມຕໍ່ເຮົາຢ່າງສົມບູນໄດ້ຢ່າງແທ້ຈິງບໍ ໂດຍທີ່ບໍ່ຄິດໃສ່ຄວາມຄາດຫວັງຂອງພວກເຈົ້າເອງ? ພວກເຈົ້າສາມາດຍອມໃຫ້ພວກເຈົ້າເອງຖືກເຮົາເຮັດໃຫ້ຕາຍ ແລະ ຖືກເຮົານໍາພາຄືກັນກັບໂຕແກະໄດ້ແທ້ບໍ? ມີໃຜແດ່ໃນບັນດາພວກເຈົ້າທີ່ສາມາດເຮັດສໍາເລັດສິ່ງດັ່ງກ່າວນີ້ໄດ້? ເປັນໄປໄດ້ບໍ ທີ່ທຸກຄົນຖືກເຮົາຮັບເອົາ ແລະ ໄດ້ຮັບຄໍາໝັ້ນສັນຍາຈາກເຮົາ ແມ່ນຜູ້ທີ່ໄດ້ຮັບພອນຂອງເຮົາ? ພວກເຈົ້າໄດ້ເຂົ້າໃຈຫຍັງບໍຈາກພຣະທໍາເຫຼົ່ານີ້? ຖ້າເຮົາທົດສອບພວກເຈົ້າ, ພວກເຈົ້າຈະສາມາດເອົາພວກເຈົ້າເອງໄປຢູ່ໃນການປັ້ນແຕ່ງຂອງເຮົາໄດ້ບໍ ແລະ ໃນທ່າມກາງຂອກການທົດລອງເຫຼົ່ານີ້ ພວກເຈົ້າຈະສາມາດຄົ້ນຫາຈຸດປະສົງ ແລະ ເຂົ້າໃຈຫົວໃຈຂອງເຮົາໄດ້ບໍ? ເຮົາບໍ່ໄດ້ຕ້ອງການໃຫ້ເຈົ້າສາມາດເວົ້າດ້ວຍຄໍາເວົ້າທີ່ປະທັບໃຈ ຫຼື ເລົ່າເລື່ອງຕ່າງໆທີ່ໜ້າຕື່ນເຕັ້ນ; ກົງກັນຂ້າມ, ເຮົາຮຽກຮ້ອງໃຫ້ເຈົ້າສາມາດເປັນພະຍານທີ່ດີໃຫ້ແກ່ເຮົາ ແລະ ເພື່ອວ່າ ເຈົ້າຈະໄດ້ເຂົ້າສູ່ຄວາມເປັນຈິງຢ່າງສົມບູນ ແລະ ຢ່າງເລິກເຊິ່ງ. ຖ້າເຮົາບໍ່ເວົ້າໂດຍກົງ ແລ້ວເຈົ້າຈະສາມາດປະຖິ້ມທຸກຢ່າງທີ່ຢູ່ອ້ອມຂ້າງເຈົ້າ ແລະ ຍອມໃຫ້ເຮົາໃຊ້ເຈົ້າຢູ່ບໍ? ນີ້ບໍ່ແມ່ນຄວາມເປັນຈິງທີ່ເຮົາຕ້ອງການບໍ? ໃຜສາມາດເຂົ້າໃຈຄວາມໝາຍໃນພຣະທໍາຂອງເຮົາແດ່? ເຖິງຢ່າງໃດກໍຕາມ ເຮົາຮຽກຮ້ອງບໍ່ໃຫ້ພວກເຈົ້າຊັ່ງຊາດ້ວຍຄວາມສົງໄສອີກຕໍ່ໄປ ແລະ ຂໍໃຫ້ພວກເຈົ້າເອົາໃຈໃສ່ໃນການເຂົ້າສູ່ຂອງພວກເຈົ້າ ແລະ ເຂົ້າໃຈແກ່ນແທ້ຂອງພຣະທໍາຂອງເຮົາ. ສິ່ງນີ້ຈະປ້ອງກັນບໍ່ໃຫ້ເຈົ້າເຂົ້າໃຈພຣະທໍາຂອງເຮົາຜິດ ແລະ ບໍ່ໃຫ້ມີຄວາມບໍ່ຊັດເຈນຕໍ່ຄວາມໝາຍຂອງເຮົາ ເຊິ່ງມັນຈະເຮັດໃຫ້ເຈົ້າລະເມີດຕໍ່ບົດບັນຍັດແຫ່ງການປົກຄອງຂອງເຮົາ. ເຮົາຫວັງວ່າ ພວກເຈົ້າຈະເຂົ້າໃຈເຈດຕະນາໃນພຣະທໍາຂອງເຮົາສໍາລັບພວກເຈົ້າ. ບໍ່ໃຫ້ຄິດເຖິງຄວາມຄາດຫວັງຂອງພວກເຈົ້າເອງອີກຕໍ່ໄປ ແລະ ຈົ່ງປະຕິບັດຕາມທີ່ພວກເຈົ້າໄດ້ຕັ້ງໝັ້ນຢູ່ຕໍ່ໜ້າເຮົາ ເພື່ອຍອມຮັບເອົາການປັ້ນແຕ່ງຂອງພຣະເຈົ້າໃນທຸກສິ່ງ. ທຸກຄົນທີ່ຢືນຢູ່ພາຍໃນຄົວເຮືອນຂອງເຮົາຄວນເຮັດເທົ່າທີ່ພວກເຂົາສາມາດເຮັດໄດ້; ເຈົ້າຄວນຖວາຍສິ່ງທີ່ດີທີ່ສຸດຂອງເຈົ້າເອງໃຫ້ແກ່ຂັ້ນຕອນສຸດທ້າຍຂອງພາລະກິດຂອງເຮົາຢູ່ເທິງແຜ່ນດິນໂລກ. ເຈົ້າເຕັມໃຈທີ່ຈະນໍາເອົາສິ່ງດັ່ງກ່າວໄປປະຕິບັດຢ່າງແທ້ຈິງບໍ?

ວັນທີ 23 ກຸມພາ 1992

​ກ່ອນ​ນີ້ :ບົດທີ 3

ຕໍ່​ໄປ:ບົດທີ 5

ທ່ານອາດຈະຍັງມັກ