ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (2)

ໃນເວລານັ້ນ ພຣະເຢຊູປະຕິບັດພາລະກິດໃນຢູດາຍ, ພຣະອົງກໍປະຕິບັດຢ່າງເປີດເຜີຍ, ແຕ່ໃນປັດຈຸບັນນີ້, ເຮົາປະຕິບັດພາລະກິດ ແລະ ກ່າວທ່າມກາງພວກເຈົ້າຢ່າງລັບໆ. ຄົນທີ່ບໍ່ເຊື່ອແມ່ນບໍ່ຮູ້ຈັກເຖິງສິ່ງນີ້ເລີຍ. ພາລະກິດຂອງເຮົາທີ່ຢູ່ທ່າມກາງພວກເຈົ້າແມ່ນປິດລັບຕໍ່ຄົນທີ່ຢູ່ຂ້າງນອກ. ພຣະທຳເຫຼົ່ານີ້, ການຂ້ຽນຕີ ແລະ ການພິພາກສາເຫຼົ່ານີ້ແມ່ນເປັນທີ່ຮູ້ຈັກຕໍ່ພວກເຈົ້າເທົ່ານັ້ນ ແລະ ບໍ່ແມ່ນຄົນອື່ນ. ທັງໝົດຂອງພາລະກິດນີ້ແມ່ນຖືກປະຕິບັດໃນທ່າມກາງພວກເຈົ້າ ແລະ ເປີດເຜີຍໃຫ້ກັບພວກເຈົ້າເທົ່ານັ້ນ; ບໍ່ມີໃຜທ່າມກາງຄົນບໍ່ເຊື່ອທີ່ຮູ້ຈັກເຖິງສິ່ງນີ້, ຍ້ອນເວລານັ້ນຍັງບໍ່ທັນມາເຖິງ. ຜູ້ຄົນເຫຼົ່ານີ້ທີ່ຢູ່ໃນນີ້ແມ່ນໃກ້ຖືກເຮັດໃຫ້ສົມບູນແລ້ວຫຼັງຈາກທີ່ໄດ້ອົດກັ້ນກັບການຂ້ຽນຕີ, ແຕ່ຄົນທີ່ຢູ່ຂ້າງນອກບໍ່ຮູ້ຈັກຫຍັງກ່ຽວກັບເລື່ອງນີ້ເທື່ອ. ພາລະກິດນີ້ແມ່ນລີ້ລັບຫຼາຍເກີນໄປ! ສຳລັບພວກເຂົາແລ້ວ, ພຣະເຈົ້າທີ່ກາຍມາເປັນເນື້ອໜັງແມ່ນລີ້ລັບ, ແຕ່ສຳລັບຄົນທີ່ຢູ່ໃນກະແສນີ້, ສາມາດເວົ້າໄດ້ວ່າພຣະອົງເປີດເຜີຍ. ເຖິງແມ່ນວ່າ ສໍາລັບພຣະເຈົ້າ ທຸກສິ່ງໄດ້ເປີດອອກ, ທຸກສິ່ງຖືກເປີດເຜີຍ ແລະ ທຸກສິ່ງຖືກເຮັດໃຫ້ເປັນອິດສະຫຼະ, ສິ່ງນີ້ແມ່ນເປັນຈິງສຳລັບຄົນທີ່ເຊື່ອໃນພຣະອົງເທົ່ານັ້ນ; ສໍາລັບຄົນອື່ນທີ່ເປັນຄົນບໍ່ເຊື່ອແລ້ວ, ບໍ່ມີຫຍັງໃຫ້ຮູ້ຈັກ. ພາລະກິດທີ່ກຳລັງຖືກປະຕິບັດໃຫ້ສໍາເລັດທ່າມກາງເຈົ້າ ແລະ ໃນປະເທດຈີນໃນປັດຈຸບັນ ແມ່ນຖືກປົກປິດຢ່າງເຄັ່ງຄັດເພື່ອບໍ່ໃຫ້ພວກເຂົາຮູ້. ຖ້າພວກເຂົາຮູ້ຈັກເຖິງພາລະກິດນີ້, ແລ້ວສິ່ງທີ່ພວກເຂົາຈະເຮັດກໍມີແຕ່ກ່າວໂທດພາລະກິດນັ້ນ ແລະ ເຮັດໃຫ້ພາລະກິດນັ້ນຕົກຢູ່ໃນການຂົ່ມເຫັງ. ພວກເຂົາຈະບໍ່ເຊື່ອໃນພາລະກິດນັ້ນ. ການປະຕິບັດພາລະກິດໃນຊົນຊາດຂອງມັງກອນແດງໃຫຍ່ ເຊິ່ງເປັນສະຖານທີ່ຫຼ້າຫຼັງທີ່ສຸດ ກໍບໍ່ແມ່ນໜ້າວຽກທີ່ງ່າຍດາຍ. ຖ້າພາລະກິດນີ້ຕ້ອງຖືກປະຕິບັດໃນທີ່ເປີດເຜີຍ, ມັນກໍຈະສືບຕໍ່ໄປໄດ້ຍາກ. ຂັ້ນຕອນນີ້ຂອງພາລະກິດບໍ່ສາມາດຖືກປະຕິບັດໃນສະຖານທີ່ນີ້ໄດ້ຢ່າງແທ້ຈິງ. ຖ້າພາລະກິດນີ້ຕ້ອງຖືກປະຕິບັດໃນທີ່ເປີດເຜີຍ, ພວກເຂົາຈະຍອມໃຫ້ພາລະກິດນີ້ດຳເນີນໄປຂ້າງໜ້າໄດ້ແນວໃດ? ສິ່ງນີ້ຈະຍິ່ງບໍ່ເຮັດໃຫ້ພາລະກິດຢູ່ພາຍໃຕ້ຄວາມສ່ຽງຫຼາຍຂຶ້ນບໍ? ຖ້າພາລະກິດນີ້ບໍ່ຖືກປົກປິດ, ແຕ່ກົງກັນຂ້າມ ມັນຖືກປະຕິບັດຄືດັ່ງໃນເວລາຂອງພຣະເຢຊູ, ເມື່ອພຣະອົງຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍຢ່າງໜ້າປະທັບໃຈ, ແລ້ວພາລະກິດນັ້ນຈະບໍ່ໄດ້ຖືກ “ຍຶດຄອງ” ໂດຍມານຮ້າຍຕັ້ງແຕ່ດົນແລ້ວບໍ? ພວກເຂົາຈະສາມາດອົດກັ້ນຕໍ່ການເປັນຢູ່ຂອງພຣະເຈົ້າໄດ້ບໍ? ບັດນີ້ ຖ້າເຮົາເຂົ້າສູ່ໂຮງທຳເພື່ອເທດສະໜາ ແລະ ສັ່ງສອນມະນຸດ, ແລ້ວເຮົາຈະບໍ່ໄດ້ຖືກທຸບຫົວໃຫ້ແຕກແຕ່ດົນແລ້ວບໍ? ແລ້ວຖ້າສິ່ງນີ້ເກີດຂຶ້ນ, ພາລະກິດຂອງເຮົາຈະສືບຕໍ່ປະຕິບັດໄດ້ແນວໃດ? ເຫດຜົນທີ່ບໍ່ມີໝາຍສຳຄັນ ແລະ ການອັດສະຈັນຖືກສະແດງອອກຢ່າງເປີດເຜີຍນັ້ນ ກໍເພາະເຫັນແກ່ການປົກປິດ. ສະນັ້ນ ສຳລັບຄົນທີ່ບໍ່ເຊື່ອແລ້ວ ພາລະກິດຂອງເຮົາບໍ່ສາມາດເຫັນໄດ້, ຮູ້ຈັກໄດ້ ຫຼື ຄົ້ນພົບໄດ້. ຖ້າຂັ້ນຕອນນີ້ຂອງພາລະກິດຕ້ອງຖືກປະຕິບັດໃນລັກສະນະດຽວກັນກັບພຣະເຢຊູໃນຍຸກແຫ່ງພຣະຄຸນ, ມັນກໍບໍ່ສາມາດໝັ້ນຄົງໄດ້ສໍ່າກັບທີ່ມັນເປັນໃນຕອນນີ້. ສະນັ້ນ ການປະຕິບັດພາລະກິດຢ່າງລັບໆໃນລັກສະນະນີ້ແມ່ນເປັນປະໂຫຍດແກ່ພວກເຈົ້າ ແລະ ແກ່ພາລະກິດໂດຍລວມ. ເມື່ອພາລະກິດຂອງພຣະເຈົ້າທີ່ຢູ່ເທິງແຜ່ນດິນມາເຖິງຈຸດຈົບ ນັ້ນກໍຄື ເມື່ອພາລະກິດລັບນີ້ສິ້ນສຸດລົງ, ຂັ້ນຕອນນີ້ຂອງພາລະກິດກໍຈະເຜີຍອອກມາສູ່ສາທາລະນະ. ທຸກຄົນຈະຮູ້ຈັກວ່າມີກຸ່ມຂອງຜູ້ຊະນະໃນປະເທດຈີນ; ທຸກຄົນຈະຮູ້ຈັກວ່າພຣະເຈົ້າທີ່ກາຍເປັນເນື້ອໜັງໄດ້ຢູ່ໃນປະເທດຈີນ ແລະ ພາລະກິດຂອງພຣະອົງກໍໄດ້ມາເຖິງຈຸດສຸດທ້າຍ. ເມື່ອນັ້ນ ມັນຈະເຮັດໃຫ້ມະນຸດຮູ້ແຈ້ງວ່າ ເປັນຫຍັງປະເທດຈີນຈຶ່ງຍັງບໍ່ທັນສະແດງເຖິງຄວາມຕົກຕໍ່າ ຫຼື ການລົ້ມສະຫຼາຍເທື່ອ? ນັ້ນກໍຍ້ອນວ່າ ພຣະເຈົ້າກຳລັງປະຕິບັດພາລະກິດຂອງພຣະອົງໃນປະເທດຈີນເປັນການສ່ວນຕົວ ແລະ ໄດ້ເຮັດໃຫ້ກຸ່ມຄົນສົມບູນກາຍເປັນຜູ້ຊະນະ.

ພຣະເຈົ້າທີ່ກາຍມາເປັນເນື້ອໜັງພຽງແຕ່ສະແດງຕົວພຣະອົງເອງຕໍ່ຄົນບາງສ່ວນທີ່ຕິດຕາມພຣະອົງໃນລະຫວ່າງເວລາທີ່ພຣະອົງປະຕິບັດພາລະກິດຂອງພຣະອົງເປັນການສ່ວນຕົວເທົ່ານັ້ນ ແລະ ບໍ່ໄດ້ສະແດງຕົວຕໍ່ສິ່ງຖືກສ້າງທັງໝົດ. ພຣະອົງກາຍມາເປັນເນື້ອໜັງພຽງແຕ່ເພື່ອເຮັດໃຫ້ຂັ້ນຕອນໜຶ່ງຂອງພາລະກິດຂອງພຣະອົງສຳເລັດລົງ ແລະ ບໍ່ແມ່ນເພື່ອສະແດງໃຫ້ມະນຸດເຫັນເຖິງລັກສະນະຂອງພຣະອົງ. ເຖິງຢ່າງໃດກໍຕາມ ພາລະກິດຂອງພຣະອົງຕ້ອງຖືກປະຕິບັດດ້ວຍຕົວພຣະອົງເອງ, ສະນັ້ນ ມັນຈຶ່ງຈຳເປັນທີ່ພຣະອົງຈະປະຕິບັດໃນເນື້ອໜັງ. ເມື່ອພາລະກິດນີ້ສິ້ນສຸດລົງ, ພຣະອົງກໍຈະຈາກໂລກມະນຸດໄປ; ພຣະອົງບໍ່ສາມາດຄົງຢູ່ເປັນໄລຍະເວລາຍາວນານໃນທ່າມກາງມະນຸດຊາດ ເພາະຢ້ານຢືນຂວາງທາງພາລະກິດທີ່ຈະມາເຖິງ. ສິ່ງທີ່ພຣະອົງສະແດງອອກໃຫ້ກັບປວງຊົນກໍເປັນພຽງອຸປະນິໄສທີ່ຊອບທຳຂອງພຣະອົງ ແລະ ການກະທຳທຸກຢ່າງຂອງພຣະອົງ ແລະ ບໍ່ແມ່ນລັກສະນະ ເມື່ອພຣະອົງກາຍມາເປັນເນື້ອໜັງຄັ້ງທີ່ສອງ, ຍ້ອນລັກສະນະຂອງພຣະເຈົ້າພຽງແຕ່ສາມາດເຫັນໄດ້ຜ່ານອຸປະນິໄສຂອງພຣະອົງ ແລະ ບໍ່ສາມາດແທນໄດ້ໂດຍລັກສະນະຂອງເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະອົງ. ລັກສະນະຂອງເນື້ອໜັງຂອງພຣະອົງແມ່ນຖືກເປີດເຜີຍໃຫ້ກັບຈຳນວນຄົນທີ່ຈຳກັດ ແລະ ໃຫ້ກັບຄົນທີ່ຕິດຕາມພຣະອົງເມື່ອພຣະອົງປະຕິບັດພາລະກິດໃນເນື້ອໜັງເທົ່ານັ້ນ. ນີ້ຄືເຫດຜົນທີ່ວ່າເປັນຫຍັງພາລະກິດທີ່ຖືກປະຕິບັດໃນຕອນນີ້ຈຶ່ງຖືກປະຕິບັດຢ່າງລັບໆ. ໃນລັກສະນະດຽວກັນ, ພຣະເຢຊູກໍພຽງແຕ່ສະແດງຕົວພຣະອົງເອງໃຫ້ກັບຊາວຢິວເມື່ອພຣະອົງປະຕິບັດພາລະກິດຂອງພຣະອົງ ແລະ ພຣະອົງບໍ່ໄດ້ສະແດງຕົວພຣະອົງເອງຢ່າງເປີດເຜີຍຕໍ່ບັນດາປະເທດຊາດອື່ນໆ. ສະນັ້ນ ຫຼັງຈາກທີ່ພຣະອົງໄດ້ເຮັດໃຫ້ພາລະກິດຂອງພຣະອົງສຳເລັດລົງ, ພຣະອົງກໍຈາກໂລກມະນຸດໄປທັນທີ ແລະ ບໍ່ໄດ້ຢູ່ຕໍ່; ຫຼັງຈາກນັ້ນຈຶ່ງບໍ່ແມ່ນພຣະອົງ ທີ່ມີຮູບລັກສະນະຂອງມະນຸດສະແດງຕົວພຣະອົງຕໍ່ມະນຸດ, ແຕ່ເປັນພຣະວິນຍານບໍລິສຸດທີ່ປະຕິບັດພາລະກິດໂດຍກົງ. ຫຼັງຈາກທີ່ພາລະກິດຂອງພຣະເຈົ້າທີ່ກາຍມາເປັນເນື້ອໜັງຖືກເຮັດໃຫ້ສຳເລັດຢ່າງສົມບູນແລ້ວ, ພຣະອົງຈະຈາກໂລກຂອງມະນຸດໄປ ແລະ ພຣະອົງຈະບໍ່ປະຕິບັດພາລະກິດໃດໆທີ່ຄ້າຍຄືກັນກັບສິ່ງທີ່ພຣະອົງໄດ້ປະຕິບັດເມື່ອພຣະອົງຢູ່ໃນເນື້ອໜັງອີກຄັ້ງ. ຫຼັງຈາກນີ້, ພາລະກິດທຸກຢ່າງຈຶ່ງຖືກປະຕິບັດໂດຍພຣະວິນຍານບໍລິສຸດໂດຍກົງ. ໃນໄລຍະເວລານີ້, ມະນຸດເກືອບບໍ່ສາມາດເຫັນລັກສະນະຂອງຮ່າງກາຍຝ່າຍເນື້ອໜັງຂອງພຣະອົງ; ພຣະອົງບໍ່ສະແດງຕົນເອງຕໍ່ມະນຸດເລີຍ, ແຕ່ຍັງຄົງລີ້ລັບຢູ່ຕະຫຼອດໄປ. ເວລາສຳລັບພາລະກິດຂອງພຣະເຈົ້າທີ່ກາຍມາເປັນເນື້ອໜັງແມ່ນຈຳກັດ. ພາລະກິດຖືກປະຕິບັດໃນຍຸກ, ໄລຍະເວລາ, ປະຊາຊາດໂດຍສະເພາະ ແລະ ໃນທ່າມກາງຜູ້ຄົນໂດຍສະເພາະ. ພາລະກິດນີ້ເປັນຕົວແທນໃຫ້ກັບພາລະກິດທີ່ຢູ່ໃນໄລຍະເວລາຂອງການບັງເກີດເປັນມະນຸດຂອງພຣະເຈົ້າເທົ່ານັ້ນ, ມັນເປັນທົວແທນຂອງຍຸກນັ້ນ ແລະ ມັນເປັນຕົວແທນໃຫ້ກັບພາລະກິດຂອງພຣະວິນຍານຂອງພຣະເຈົ້າໃນຍຸກໃດໜຶ່ງໂດຍສະເພາະ ແລະ ບໍ່ແມ່ນພາລະກິດທັງໝົດຂອງພຣະອົງ. ສະນັ້ນ ລັກສະນະຂອງພຣະເຈົ້າທີ່ກາຍເປັນເນື້ອໜັງຈຶ່ງຈະບໍ່ຖືກເປີດເຜີຍໃຫ້ກັບທຸກຄົນ. ສິ່ງທີ່ຖືກເປີດເຜີຍອອກໃຫ້ກັບປວງຊົນແມ່ນຄວາມຊອບທຳຂອງພຣະເຈົ້າ ແລະ ອຸປະນິໄສທັງໝົດຂອງພຣະອົງ, ແທນທີ່ຈະເປັນຮູບລັກສະນະຂອງພຣະອົງເມື່ອພຣະອົງກາຍມາເປັນເນື້ອໜັງສອງຄັ້ງ. ມັນບໍ່ແມ່ນລັກສະນະຢ່າງໜຶ່ງຢ່າງດຽວທີ່ຖືກສະແດງໃຫ້ກັບມະນຸດ ຫຼື ບໍ່ແມ່ນສອງລັກສະນະລວມກັນ. ສະນັ້ນ ມັນຈຶ່ງສຳຄັນສໍາລັບເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າຄວນຈາກໂລກນີ້ໄປຫຼັງຈາກສຳເລັດພາລະກິດທີ່ພຣະອົງຈຳເປັນຕ້ອງປະຕິບັດ, ຍ້ອນພຣະອົງພຽງແຕ່ມາເພື່ອປະຕິບັດພາລະກິດທີ່ພຣະອົງຄວນປະຕິບັດ ແລະ ບໍ່ແມ່ນເພື່ອສະແດງຮູບລັກສະນະຂອງພຣະອົງໃຫ້ຜູ້ຄົນເຫັນ. ເຖິງແມ່ນວ່າ ຄວາມໝາຍຂອງການບັງເກີດເປັນມະນຸດຈະຖືກເຮັດໃຫ້ສຳເລັດໂດຍການທີ່ພຣະເຈົ້າໄດ້ກາຍເປັນເນື້ອໜັງທັງສອງຄັ້ງແລ້ວກໍຕາມ, ພຣະອົງກໍຍັງຈະບໍ່ສະແດງຕົນເອງອອກຢ່າງເປີດເຜີຍໃຫ້ກັບປະຊາຊາດໃດໜຶ່ງທີ່ບໍ່ເຄີຍເຫັນພຣະອົງມາກ່ອນ. ພຣະເຢຊູຈະບໍ່ສະແດງພຣະອົງເອງໃຫ້ກັບຊາວຢິວດັ່ງດວງຕາເວັນແຫ່ງຄວາມຊອບທຳອີກຄັ້ງ ຫຼື ພຣະອົງຈະບໍ່ຢືນຂຶ້ນຢູ່ເທິງຈອມພູເຂົາໝາກກອກເທດ ແລະ ປາກົດຕົວຕໍ່ທຸກຄົນອີກ; ສິ່ງທີ່ຊາວຢິວໄດ້ເຫັນມີພຽງແຕ່ພາບຂອງພຣະເຢຊູໃນເວລາທີ່ພຣະອົງຢູ່ໃນຢູດາຍ. ນີ້ກໍຍ້ອນວ່າພາລະກິດຂອງພຣະເຢຊູໃນການບັງເກີດເປັນມະນຸດຂອງພຣະອົງຈົບລົງຕັ້ງແຕ່ສອງພັນປີກ່ອນແລ້ວ; ພຣະອົງຈະບໍ່ກັບຄືນສູ່ຢູດາຍໃນຮູບລັກສະນະຂອງຊາວຢິວອີກ, ແລ້ວແຮງໄກທີ່ພຣະອົງຈະສະແດງຕົນເອງໃນຮູບລັກສະນະຂອງຊາວຢິວໃຫ້ຊົນຕ່າງຊາດໄດ້ເຫັນ, ຍ້ອນຮູບລັກສະນະຂອງພຣະເຢຊູທີ່ກາຍມາເປັນເນື້ອໜັງກໍເປັນພຽງຮູບລັກສະນະຂອງຊາວຢິວ ແລະ ບໍ່ແມ່ນລັກສະນະຂອງບຸດມະນຸດທີ່ໂຢຮັນໄດ້ເຫັນ. ເຖິງແມ່ນພຣະເຢຊູສັນຍາກັບຜູ້ຕິດຕາມຂອງພຣະອົງວ່າພຣະອົງຈະກັບຄືນມາອີກຄັ້ງ, ພຣະອົງຈະບໍ່ສະແດງພຣະອົງເອງໃນຮູບລັກສະນະຂອງຊາວຢິວຕໍ່ທຸກຄົນໃນຕ່າງຊາດຢ່າງງ່າຍດາຍ. ພວກເຈົ້າຄວນຮູ້ຈັກວ່າພາລະກິດຂອງພຣະເຈົ້າທີ່ກາຍມາເປັນເນື້ອໜັງກໍຄືການເປີດຍຸກ. ພາລະກິດນີ້ຈຳກັດແຕ່ສອງສາມປີ ແລະ ພຣະອົງບໍ່ສາມາດເຮັດໃຫ້ພາລະກິດທັງໝົດຂອງພຣະວິນຍານຂອງພຣະເຈົ້າສຳເລັດລົງໄດ້ເຊິ່ງເປັນຄືກັບຮູບລັກສະນະຂອງພຣະເຢຊູທີ່ເປັນຊາວຢິວກໍພຽງແຕ່ສາມາດເປັນຕົວແທນໃຫ້ກັບຮູບລັກສະນະຂອງພຣະເຈົ້າໃນຂະນະທີ່ພຣະອົງປະຕິບັດພາລະກິດໃນຢູດາຍເທົ່ານັ້ນ ແລະ ພຣະອົງພຽງແຕ່ສາມາດປະຕິບັດພາລະກິດແຫ່ງການຖືກຄຶງທີ່ໄມ້ກາງແຂນເທົ່ານັ້ນ. ໃນລະຫວ່າງທີ່ພຣະເຢຊູຢູ່ໃນເນື້ອໜັງນັ້ນ, ພຣະອົງບໍ່ສາມາດປະຕິບັດພາລະກິດແຫ່ງການນໍາຍຸກດັ່ງກ່າວມາເຖິງຈຸດສິ້ນສຸດໄດ້ ຫຼື ສາມາດທຳລາຍມະນຸດຊາດໄດ້. ສະນັ້ນ ຫຼັງຈາກທີ່ພຣະອົງໄດ້ຖືກຄຶງໃສ່ໄມ້ກາງແຂນ ແລະ ໄດ້ສິ້ນສຸດພາລະກິດຂອງພຣະອົງແລ້ວ, ພຣະອົງກໍຂຶ້ນເມືອສູ່ທີ່ສູງສຸດ ແລະ ເຊື່ອງຊ້ອນພຣະອົງເອງຈາກມະນຸດຕະຫຼອດໄປ. ຈາກນັ້ນເປັນຕົ້ນມາ, ຜູ້ເຊື່ອທີ່ມີສັດທາເຫຼົ່ານັ້ນຈາກຊົນຕ່າງຊາດກໍບໍ່ສາມາດເຫັນການສະແດງອອກຂອງພຣະເຢຊູເຈົ້າໄດ້ອີກ, ພຽງແຕ່ຮູບພາບຂອງພຣະອົງທີ່ພວກເຂົາຕິດຢູ່ເທິງຝາ. ຮູບພາບນີ້ແມ່ນຖືກແຕ້ມຂຶ້ນໂດຍມະນຸດເທົ່ານັ້ນ ແລະ ບໍ່ແມ່ນຮູບພາບລັກສະນະຂອງພຣະເຈົ້າດັ່ງທີ່ພຣະອົງສະແດງພຣະອົງເອງຕໍ່ມະນຸດ. ພຣະເຈົ້າຈະບໍ່ສະແດງຕົນເອງຕໍ່ປວງຊົນຢ່າງເປີດເຜີຍໃນຮູບພາບລັກສະນະທີ່ພຣະອົງກາຍມາເປັນເນື້ອໜັງທັງສອງຄັ້ງ. ພາລະກິດທີ່ພຣະອົງປະຕິບັດທ່າມກາງມະນຸດຊາດແມ່ນເພື່ອເຮັດໃຫ້ພວກເຂົາເຂົ້າໃຈອຸປະນິໄສຂອງພຣະອົງ. ທຸກສິ່ງນີ້ແມ່ນສະແດງຕໍ່ມະນຸດດ້ວຍລັກສະນະຂອງພາລະກິດຂອງຍຸກທີ່ແຕກຕ່າງກັນ; ມັນຖືກເຮັດໃຫ້ສຳເລັດຜ່ານທາງອຸປະນິໄສທີ່ພຣະອົງເຮັດໃຫ້ເປັນທີ່ຮູ້ຈັກ ແລະ ພາລະກິດທີ່ພຣະອົງໄດ້ປະຕິບັດ, ແທນທີ່ຈະຜ່ານທາງການສະແດງອອກຂອງພຣະເຢຊູ. ນັ້ນໝາຍຄວາມວ່າ ລັກສະນະຂອງພຣະເຈົ້າຖືກເຮັດໃຫ້ເປັນທີ່ຮູ້ຈັກຕໍ່ມະນຸດບໍ່ແມ່ນຜ່ານທາງຮູບຮ່າງທີ່ບັງເກີດເປັນມະນຸດ, ແຕ່ກົງກັນຂ້າມແມ່ນຜ່ານທາງພາລະກິດທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດໄດ້ປະຕິບັດ ຜູ້ທີ່ມີທັງລັກສະນະ ແລະ ຮູບຮ່າງ; ແລະ ຜ່ານທາງພາລະກິດຂອງພຣະອົງ, ລັກສະນະຂອງພຣະອົງຈຶ່ງຖືກສະແດງອອກ ແລະ ອຸປະນິໄສຂອງພຣະອົງກໍຖືກເຮັດໃຫ້ເປັນທີ່ຮູ້ຈັກ. ນີ້ຄືຄວາມໝາຍຂອງພາລະກິດທີ່ພຣະອົງປາຖະໜາທີ່ຈະປະຕິບັດໃນເນື້ອໜັງ.

ຫຼັງຈາກທີ່ພາລະກິດຂອງການບັງເກີດເປັນມະນຸດທັງສອງຄັ້ງຂອງພຣະເຈົ້າໄດ້ມາເຖິງຈຸດສິ້ນສຸດ, ພຣະອົງກໍຈະເລີ່ມຕົ້ນສະແດງອຸປະນິໄສທີ່ຊອບທຳຂອງພຣະອົງໃຫ້ກັບຊົນຊາດຂອງຜູ້ທີ່ບໍ່ເຊື່ອທັງຫຼາຍໄດ້ເຫັນ, ອະນຸຍາດໃຫ້ປວງຊົນທັງຫຼາຍເຫັນເຖິງຮູບລັກສະນະຂອງພຣະອົງ. ພຣະອົງຈະສະແດງອຸປະນິໄສຂອງພຣະອົງອອກ ແລະ ດ້ວຍວິທີນີ້ກໍຈະເຮັດໃຫ້ເຫັນແຈ້ງເຖິງຈຸດສິ້ນສຸດຂອງມະນຸດທຸກປະເພດ, ນໍາຍຸກເກົ່າມາເຖິງຈຸດສິ້ນສຸດທັງໝົດ. ເຫດຜົນທີ່ວ່າເປັນຫຍັງພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງຈຶ່ງບໍ່ຂະຫຍາຍໄປສູ່ຂອບເຂດທີ່ໃຫຍ່ (ດັ່ງທີ່ພຣະເຢຊູພຽງແຕ່ປະຕິບັດພາລະກິດໃນຢູດາຍເທົ່ານັ້ນ ແລະ ປັດຈຸບັນ ເຮົາປະຕິບັດພາລະກິດທ່າມກາງພວກເຈົ້າເທົ່ານັ້ນ) ກໍຍ້ອນພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງແມ່ນມີຂອບເຂດ ແລະ ຈຳກັດ. ພຣະອົງພຽງແຕ່ປະຕິບັດພາລະກິດໃນໄລຍະເວລາສັ້ນໆໃນລັກສະນະຂອງເນື້ອໜັງປົກກະຕິ ແລະ ທຳມະດາ; ພຣະອົງບໍ່ໃຊ້ເນື້ອໜັງທີ່ບັງເກີດເປັນມະນຸດນີ້ເພື່ອປະຕິບັດພາລະກິດຕະຫຼອດໄປ ຫຼື ພາລະກິດແຫ່ງການປາກົດຕົວຕໍ່ຜູ້ຄົນໃນຊົນຊາດຂອງຜູ້ທີ່ບໍ່ເຊື່ອ. ພາລະກິດທີ່ຢູ່ໃນເນື້ອໜັງແມ່ນໄດ້ຈຳກັດຢູ່ໃນຂອບເຂດເທົ່ານັ້ນ (ເຊັ່ນການປະຕິບັດພາລະກິດໃນຢູດາຍ ຫຼື ທ່າມກາງພວກເຈົ້າເທົ່ານັ້ນ) ແລະ ຫຼັງຈາກນັ້ນ ເນື່ອງຈາກວ່າ ພາລະກິດດັ່ງກ່າວໄດ້ຖືກປະຕິບັດພາຍໃນຂອບເຂດເຫຼົ່ານີ້, ມັນກໍຈະມີໂອກາດສາມາດຖືກຂະຫຍາຍອອກໄປໄດ້. ແນ່ນອນ ພາລະກິດແຫ່ງການຂະຫຍາຍແມ່ນຈະຖືກປະຕິບັດໂດຍພຣະວິນຍານຂອງພຣະອົງໂດຍກົງ ແລະ ຈະບໍ່ແມ່ນພາລະກິດຂອງເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະອົງອີກຕໍ່ໄປ. ຍ້ອນພາລະກິດທີ່ຢູ່ໃນເນື້ອໜັງມີຂອບເຂດ ແລະ ບໍ່ຂະຫຍາຍໄປທຸກມຸມຂອງຈັກກະວານ, ດ້ວຍເຫດນີ້ ມັນຈຶ່ງບໍ່ສາມາດເຮັດໃຫ້ສຳເລັດໄດ້. ຜ່ານທາງພາລະກິດທີ່ຢູ່ໃນເນື້ອໜັງ, ພຣະວິນຍານຂອງພຣະອົງປະຕິບັດພາລະກິດທີ່ຈະຕາມມາ. ສະນັ້ນ ພາລະກິດທີ່ຖືກປະຕິບັດໃນເນື້ອໜັງແມ່ນມີທຳມະຊາດຂອງການເລີ່ມຕົ້ນ ເຊິ່ງຖືກປະຕິບັດພາຍໃນຂອບເຂດໃດໜຶ່ງ; ຫຼັງຈາກນີ້, ກໍຈະເປັນພຣະວິນຍານຂອງພຣະອົງເປັນຜູ້ສືບຕໍ່ພາລະກິດນີ້ ແລະ ພຣະອົງປະຕິບັດໃນຂອບເຂດທີ່ໄດ້ຂະຫຍາຍອອກນັ້ນຫຼາຍຂຶ້ນກວ່າເກົ່າ.

ພຣະເຈົ້າສະເດັດມາເພື່ອປະຕິບັດພາລກິດເທິງໂລກນີ້ກໍແມ່ນເພື່ອນໍາພາຍຸກນັ້ນ, ພຣະອົງໝາຍເຖິງເພື່ອການເປີດຍຸກໃໝ່ ແລະ ນໍາຍຸກເກົ່າໄປສູ່ຈຸດສິ້ນສຸດເທົ່ານັ້ນ. ພຣະອົງບໍ່ໄດ້ມາເພື່ອດຳລົງຊີວິດຕາມເສັ້ນທາງຊີວິດຂອງມະນຸດເທິງແຜ່ນດິນໂລກ, ເພື່ອພົບກັບກັບຄວາມສຸກ ແລະ ຄວາມທຸກຂອງຊີວິດຂອງໂລກມະນຸດດ້ວຍຕົວພຣະອົງເອງ ຫຼື ເພື່ອເຮັດໃຫ້ຄົນໃດຄົນໜຶ່ງສົມບູນດ້ວຍມືຂອງພຣະອົງ ຫຼື ເຝົ້າເບິ່ງຄົນໃດຄົນໜຶ່ງດ້ວຍຕົວພຣະອົງເອງໃນຂະນະທີ່ເຂົາເຕີບໂຕ. ນີ້ບໍ່ແມ່ນພາລະກິດຂອງພຣະອົງ; ພາລະກິດຂອງພຣະອົງແມ່ນພຽງແຕ່ເປັນການເລີ່ມຕົ້ນຍຸກໃໝ່ ແລະ ນໍາຍຸກເກົ່າມາສູ່ຈຸດສິ້ນສຸດ. ນັ້ນກໍຄື ພຣະອົງຈະເລີ່ມຕົ້ນຍຸກໃດໜຶ່ງດ້ວຍຕົວພຣະອົງເອງ, ນໍາພາອີກຍຸກມາເຖິງຈຸດສິ້ນສຸດດ້ວຍຕົວພຣະອົງເອງ ແລະ ເອົາຊະນະຊາຕານດ້ວຍການປະຕິບັດພາລະກິດຂອງພຣະອົງເອງ. ໃນແຕ່ລະຄັ້ງ ພຣະອົງປະຕິບັດພາລະກິດຂອງພຣະອົງດ້ວຍຕົວພຣະອົງເອງ, ມັນຄືກັບວ່າພຣະອົງໄດ້ກ້າວຕີນເຂົ້າໄປໃນສະໜາມຮົບ. ທໍາອິດ ພຣະອົງມີໄຊຊະນະເໜືອໂລກ ແລະ ມີໄຊຊະນະເໜືອຊາຕານໃນຂະນະທີ່ຢູ່ໃນເນື້ອໜັງ; ພຣະອົງຮັບເອົາສະຫງ່າລາສີທັງໝົດ ແລະ ເປີດຜ້າກັ້ງໃຫ້ກັບພາລະກິດທັງໝົດແຫ່ງເວລາສອງພັນປີ, ເຮັດແບບນັ້ນເພື່ອໃຫ້ຄົນທຸກຄົນເທິງແຜ່ນດິນໂລກມີເສັ້ນທາງຍ່າງທີ່ຖືກຕ້ອງ ແລະ ມີຊີວິດແຫ່ງສັນຕິສຸກ ແລະ ຄວາມຍິນດີທີ່ຈະດຳລົງຊີວິດ. ເຖິງຢ່າງໃດກໍຕາມ ພຣະເຈົ້າບໍ່ສາມາດດຳລົງຊີວິດຢູ່ທ່າມກາງມະນຸດເທິງແຜ່ນດິນໂລກໄດ້ດົນ, ຍ້ອນພຣະເຈົ້າກໍເປັນພຣະເຈົ້າ ແລະ ບໍ່ແມ່ນມະນຸດ. ພຣະອົງບໍ່ສາມາດດຳລົງຊີວິດຕາມຊົ່ວຊີວິດຂອງຄົນທຳມະດາໄດ້ ນັ້ນກໍຄື ພຣະອົງບໍ່ສາມາດອາໄສຢູ່ເທິງແຜ່ນດິນໂລກແບບຄົນທີ່ບໍ່ມີຫຍັງແຕກຕ່າງຈາກຄົນປົກກະຕິທົ່ວໄປ, ຍ້ອນພຣະອົງມີຄວາມເປັນມະນຸດທໍາດາພຽງເລັກນ້ອຍຂອງຄົນທຳມະດາເພື່ອລໍ່ລ້ຽງຊີວິດມະນຸດຂອງພຣະອົງເທົ່ານັ້ນ. ເວົ້າອີກຢ່າງກໍຄື ພຣະເຈົ້າຈະເລີ່ມສ້າງຄອບຄົວ, ມີອາຊີບ ແລະ ລ້ຽງດູລູກເທິງແຜ່ນດິນໂລກນີ້ໄດ້ແນວໃດ? ສິ່ງນີ້ຈະບໍ່ສ້າງຄວາມເສື່ອມເສຍຊື່ສຽງໃຫ້ກັບພຣະອົງບໍ? ການທີ່ພຣະອົງມີຄວາມເປັນມະນຸດທຳມະດາໂດຍທຳມະຊາດນັ້ນ ແມ່ນເພື່ອຈຸດປະສົງຂອງການປະຕິບັດພາລະກິດໃນລັກສະນະທີ່ທຳມະດາເທົ່ານັ້ນ, ບໍ່ແມ່ນເພື່ອເຮັດໃຫ້ພຣະອົງສາມາດມີຄອບຄົວ ແລະ ອາຊີບດັ່ງຄົນທໍາມະດາ. ຄວາມຮູ້ສຶກທີ່ທຳມະດາຂອງພຣະອົງ, ຄວາມຄິດທີ່ທຳມະດາ ແລະ ການລ້ຽງດູ ແລະ ເສື້ອຜ້າທີ່ທຳມະດາສຳລັບເນື້ອໜັງຂອງພຣະອົງແມ່ນພຽງພໍທີ່ຈະພິສູດວ່າພຣະອົງມີຄວາມເປັນມະນຸດທຳມະດາ; ບໍ່ຈຳເປັນທີ່ຈະໃຫ້ພຣະອົງມີຄອບຄົວ ຫຼື ອາຊີບເພື່ອພິສູດວ່າພຣະອົງປະກອບມີຄວາມເປັນມະນຸດທຳມະດາ. ສິ່ງນີ້ບໍ່ຈຳເປັນແທ້ໆ! ການທີ່ພຣະເຈົ້າມາເທິງແຜ່ນດິນໂລກກໍຄືການທີ່ພຣະທຳກາຍມາເປັນເນື້ອໜັງ; ພຣະອົງຍອມໃຫ້ມະນຸດເຂົ້າໃຈພຣະທຳຂອງພຣະອົງ ແລະ ເຫັນພຣະທຳຂອງພຣະອົງເທົ່ານັ້ນ ນັ້ນກໍຄື ຍອມໃຫ້ມະນຸດເຫັນເຖິງພາລະກິດທີ່ເນື້ອໜັງປະຕິບັດ. ເຈດຕະນາຂອງພຣະອົງບໍ່ແມ່ນໃຫ້ຜູ້ຄົນປະຕິບັດຕໍ່ເນື້ອໜັງຂອງພຣະອົງໃນລັກສະນະໃດໜຶ່ງ, ແຕ່ເພື່ອໃຫ້ມະນຸດເຊື່ອຟັງຈົນເຖິງທີ່ສຸດເທົ່ານັ້ນ ນັ້ນກໍຄື ເຊື່ອຟັງພຣະທຳທຸກຂໍ້ທີ່ອອກມາຈາກປາກຂອງພຣະອົງ ແລະ ຍອມຢູ່ພາຍໃຕ້ພາລະກິດທຸກຢ່າງທີ່ພຣະອົງປະຕິບັດ. ພຣະອົງພຽງແຕ່ປະຕິບັດພາລະກິດໃນເນື້ອໜັງ; ພຣະອົງບໍ່ໄດ້ມີເຈດຕະນາຂໍໃຫ້ມະນຸດຍົກຍ້ອງສັນລະເສີນຄວາມຍິ່ງໃຫຍ່ ແລະ ຄວາມບໍລິສຸດຂອງເນື້ອໜັງຂອງພຣະອົງ, ແຕ່ກົງກັນຂ້າມ ກັບສະແດງໃຫ້ມະນຸດເຫັນເຖິງສະຕິປັນຍາຂອງພາລະກິດຂອງພຣະອົງ ແລະ ສິດອຳນາດທຸກຢ່າງທີ່ພຣະອົງມີ. ສະນັ້ນ ເຖິງແມ່ນພຣະອົງມີຄວາມເປັນມະນຸດທີ່ໂດດເດັ່ນ, ພຣະອົງກໍບໍ່ໄດ້ປ່າວປະກາດຫຍັງ ແລະ ໃສ່ໃຈແຕ່ກັບພາລະກິດທີ່ພຣະອົງຄວນປະຕິບັດ. ພວກເຈົ້າຄວນຮູ້ວ່າເປັນຫຍັງພຣະເຈົ້າຈຶ່ງກາຍມາເປັນເນື້ອໜັງ ແລະ ບໍ່ຍອມປ່າວປະກາດ ຫຼື ເປັນພະຍານໃຫ້ກັບຄວາມເປັນມະນຸດທຳມະດາຂອງພຣະອົງ, ແຕ່ກົງກັນຂ້າມ ພຣະອົງພຽງແຕ່ປະຕິບັດພາລະກິດທີ່ພຣະອົງປາຖະໜາຈະປະຕິບັດ. ສະນັ້ນ ທຸກສິ່ງທີ່ພວກເຈົ້າສາມາດເຫັນໄດ້ຈາກພຣະເຈົ້າທີ່ບັງເກີດເປັນມະນຸດກໍມີພຽງແຕ່ຄວາມສັກສິດທີ່ພຣະອົງເປັນ; ນີ້ກໍຍ້ອນວ່າ ພຣະອົງບໍ່ເຄີຍປະກາດຄວາມເປັນມະນຸດທີ່ພຣະອົງເປັນໃຫ້ມະນຸດເອົາແບບຢ່າງ. ມີແຕ່ເວລາທີ່ມະນຸດນໍາພາຜູ້ຄົນເທົ່ານັ້ນ ເຂົາຈຶ່ງກ່າວເຖິງຄວາມເປັນມະນຸດທີ່ເຂົາເປັນ, ເວົ້າດີຂຶ້ນເພື່ອຮັບເອົາການຊົມເຊີຍ ແລະ ຄວາມເຊື່ອໃຈ, ດ້ວຍເຫດນັ້ນຈຶ່ງບັນບຸພາວະຄວາມເປັນຜູ້ນຳຂອງຄົນອື່ນໄດ້. ໃນທາງກົງກັນຂ້າມ ພຣະເຈົ້າເອົາຊະນະມະນຸດຜ່ານທາງພາລະກິດຂອງພຣະອົງແຕ່ຢ່າງດຽວ (ນັ້ນກໍຄື ພາລະກິດທີ່ມະນຸດບໍ່ສາມາດບັນລຸໄດ້); ມັນບໍ່ສຳຄັນວ່າພຣະອົງຖືກຊື່ນຊົມໂດຍມະນຸດ ຫຼື ເຮັດໃຫ້ມະນຸດບູຊາພຣະອົງກໍ່ຕາມ. ສິ່ງທີ່ພຣະອົງເຮັດກໍມີແຕ່ສັ່ງສອນມະນຸດກ່ຽວກັບຄວາມຮູ້ສຶກເຄົາລົບນັບຖືພຣະອົງ ຫຼື ຄວາມຮູ້ສຶກເຖິງຄວາມບໍ່ສາມາດຢັ່ງເຖິງໄດ້ຂອງພຣະອົງ. ພຣະເຈົ້າບໍ່ຈຳເປັນຕ້ອງເຮັດໃຫ້ມະນຸດປະທັບໃຈ; ສິ່ງທີ່ພຣະອົງຕ້ອງການກໍມີພຽງໃຫ້ເຈົ້າເຄົາລົບພຣະອົງຫຼັງຈາກທີ່ເຈົ້າໄດ້ເປັນພະຍານເຖິງອຸປະນິໄສຂອງພຣະອົງ. ພາລະກິດທີ່ພຣະເຈົ້າປະຕິບັດແມ່ນພາລະກິດຂອງພຣະອົງເອງ; ມະນຸດບໍ່ສາມາດປະຕິບັດພາລະກິດນັ້ນແທນພຣະອົງໄດ້ ຫຼື ມະນຸດບໍ່ສາມາດບັນລຸໄດ້. ມີພຽງພຣະເຈົ້າເທົ່ານັ້ນ ທີ່ສາມາດປະຕິບັດພາລະກິດຂອງພຣະອົງໄດ້ ແລະ ເລີ່ມຕົ້ນຍຸກໃໝ່ເພື່ອນໍາພາມະນຸດໄປສູ່ຊີວິດໃໝ່ໄດ້. ພາລະກິດທີ່ພຣະອົງປະຕິບັດແມ່ນເພື່ອເຮັດໃຫ້ມະນຸດສາມາດຄອບຄອງຊີວິດໃໝ່ ແລະ ເຂົ້າສູ່ຍຸກໃໝ່. ພາລະກິດທີ່ເຫຼືອແມ່ນຖືກສົ່ງໃຫ້ກັບຄົນທີ່ມີຄວາມເປັນມະນຸດທຳມະດາທີ່ຖືກຄົນອື່ນຊື່ນຊົມ. ສະນັ້ນ ໃນຍຸກແຫ່ງພຣະຄຸນ ພຣະອົງເຮັດໃຫ້ພາລະກິດສອງພັນປີສຳເລັດໃນເວລາພຽງແຕ່ສາມປີເຄິ່ງຈາກເວລາສາມສິບສາມປີທີ່ພຣະອົງຢູ່ໃນເນື້ອໜັງ. ເມື່ອພຣະເຈົ້າມາເທິງແຜ່ນດິນໂລກເພື່ອປະຕິບັດພາລະກິດຂອງພຣະອົງ, ພຣະອົງເຮັດໃຫ້ພາລະກິດສອງພັນປີ ຫຼື ພາລະກິດຂອງຍຸກທັງໝົດສຳເລັດລົງພາຍໃນໄລຍະເວລາສອງສາມປີເທົ່ານັ້ນ. ພຣະອົງບໍ່ຖ່ວງເວລາ ແລະ ພຣະອົງບໍ່ຊັກຊ້າ; ພຣະອົງຫຍໍ້ພາລະກິດທີ່ໃຊ້ເວລາຫຼາຍປີເຂົ້າກັນ ເພື່ອວ່າພາລະກິດນັ້ນຈະຖືກເຮັດໃຫ້ສຳເລັດພາຍໃນເວລາສັ້ນໆພຽງສອງສາມປີເທົ່ານັ້ນ. ນີ້ກໍຍ້ອນວ່າ ພາລະກິດທີ່ພຣະອົງປະຕິບັດດ້ວຍຕົວພຣະອົງເອງນັ້ນ ແມ່ນເພື່ອການເປີດທາງອອກ ແລະ ນໍາພາໄປສູ່ຍຸກໃໝ່ທັງໝົດ.

ກ່ອນນີ້: ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (1)

ຕໍ່ໄປ: ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (3)

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້