ບົດທີ 19

ການຖືເອົາພຣະທຳຂອງເຮົາໃຫ້ເປັນພື້ນຖານໃນການຢູ່ລອດຂອງເຂົາ, ນີ້ແມ່ນພັນທະຂອງມະນຸດ. ຜູ້ຄົນຕ້ອງກຳນົດສ່ວນແບ່ງຂອງພວກເຂົາເອງໃນທຸກພາກສ່ວນຂອງພຣະທຳຂອງເຮົາ; ການບໍ່ເຮັດຕາມຈະເປັນການສະແຫວງຫາຄວາມພິນາດຂອງພວກເຂົາເອງ ແລະ ເປັນການເຊີນໃຫ້ເກີດການດູຖູກ. ມະນຸດຊາດບໍ່ຮູ້ຈັກເຮົາ ແລະ ຍ້ອນສິ່ງນີ້ ແທນທີ່ຈະນໍາຊີວິດຂອງເຂົາເອງມາຫາເຮົາ ເພື່ອສະເໜີການແລກປ່ຽນກັນ ສິ່ງທີ່ເຂົາເຮັດກໍ່ຄືການແຫ່ນຂະບວນຕໍ່ໜ້າເຮົາພ້ອມດ້ວຍຂີ້ເຫຍື້ອຢູ່ໃນມືຂອງເຂົາ, ເພື່ອພະຍາຍາມເຮັດໃຫ້ເຮົາພໍໃຈ. ເຖິງຢ່າງໃດກໍ່ຕາມ, ໄກຈາກຄວາມພໍໃຈສິ່ງຕ່າງໆທີ່ພວກມັນເປັນ, ເຮົາສືບຕໍ່ຮຽກຮ້ອງຈາກມະນຸດຊາດ. ເຮົາຮັກການປະກອບສ່ວນຂອງຜູ້ຄົນ, ແຕ່ກຽດຊັງຄວາມຮຽກຮ້ອງຂອງເຂົາ. ມະນຸດທຸກຄົນມີຫົວໃຈທີ່ເຕັມໄປດ້ວຍຄວາມໂລບ; ມັນເປັນຄືກັບວ່າຫົວໃຈຂອງມະນຸດຕົກເປັນທາດໃຫ້ກັບມານຮ້າຍ ແລະ ບໍ່ມີຜູ້ໃດສາມາດເປັນອິດສະຫຼະ ແລະ ຖວາຍຫົວໃຈຂອງພວກເຂົາໃຫ້ກັບເຮົາໄດ້. ເວລາທີ່ເຮົາກ່າວ ຜູ້ຄົນຈະຟັງສຽງຂອງເຮົາດ້ວຍຄວາມເອົາໃຈໃສ່ຢ່າງຕັ້ງອົກຕັ້ງໃຈ; ແຕ່ເມື່ອເຮົາງຽບ ພວກເຂົາກໍເລີ່ມ “ກິດຈະການ” ຂອງພວກເຂົາອີກຄັ້ງ ແລະ ເຊົາໃສ່ໃຈຕໍ່ພຣະທຳຂອງເຮົາໂດຍສິ້ນເຊີງ, ຄືກັບວ່າພຣະທຳຂອງເຮົາເປັນເຄື່ອງປະກອບສຳລັບ “ກິດຈະການ” ຂອງພວກເຂົາ. ເຮົາບໍ່ເຄີຍຍຸຍານກັບມະນຸດຊາດຈັກເທື່ອ ແລະ ເຖິງຢ່າງໃດກໍຕາມ ເຮົາກໍຍັງອົດທົນ ແລະ ອົດກັ້ນຕໍ່ມະນຸດຊາດ. ແລ້ວດ້ວຍເຫດນັ້ນ ຍ້ອນຄວາມຜ່ອນຜັນຂອງເຮົາ ມະນຸດທຸກຄົນແມ່ນປະເມີນຄ່າຕົວເອງສູງເກີນໄປ ແລະ ບໍ່ສາມາດຮູ້ຈັກຕົນເອງ ແລະ ບໍ່ໄຕ່ຕອງກ່ຽວກັບຕົນເອງ; ພວກເຂົາພຽງແຕ່ເອົາປຽບຄວາມອົດທົນຂອງເຮົາເພື່ອຫຼອກລວງເຮົາ. ບໍ່ມີແມ່ນແຕ່ໜຶ່ງຄົນທ່າມກາງພວກເຂົາທີ່ໃສ່ໃຈເຮົາຢ່າງຈິງໃຈ ແລະ ບໍ່ມີແມ່ນແຕ່ໜຶ່ງຄົນທີ່ເຊີດຊູເຮົາໃຫ້ເປັນສິ່ງທີ່ມີຄ່າສຳລັບຫົວໃຈຂອງພວກເຂົາ; ມີແຕ່ເມື່ອພວກເຂົາມີຊ່ວງເວລາວ່າງ ພວກເຂົາຈຶ່ງສົນໃຈເຮົາພໍເປັນພິທີ. ຄວາມພະຍາຍາມທີ່ເຮົາໄດ້ສະຫຼະໃຫ້ກັບມະນຸດເກີນກວ່າຈະວັດແທກໄດ້; ຍິ່ງໄປກວ່ານັ້ນ ເຮົາໄດ້ປະຕິບັດພາລະກິດປະເພດທີ່ບໍ່ເຄີຍມີມາກ່ອນໃນມະນຸດ ແລະ ນອກຈາກນີ້ ເຮົາກໍໄດ້ມອບພາລະເພີ່ມເຕີມໃຫ້ກັບເຂົາ ເພື່ອວ່ານອກຈາກສິ່ງທີ່ເຮົາມີ ແລະ ສິ່ງທີ່ເຮົາເປັນ, ພວກເຂົາອາດໄດ້ຮັບຄວາມຮູ້ບາງຢ່າງ ແລະ ຜ່ານການປ່ຽນແປງບາງຢ່າງ. ເຮົາບໍ່ໄດ້ຂໍໃຫ້ຜູ້ຄົນເປັນພຽງ “ຜູ້ບໍລິໂພກ”; ເຮົາຂໍໃຫ້ພວກເຂົາເປັນ “ຜູ້ຜະລິດ” ທີ່ເອົາຊະນະຊາຕານເຊັ່ນກັນ. ເຖິງແມ່ນເຮົາບໍ່ຮຽກຮ້ອງໃຫ້ມະນຸດເຮັດຫຍັງ, ແຕ່ເຮົາກໍມີມາດຕະຖານສຳລັບຄວາມຮຽກຮ້ອງຂອງເຮົາ, ຍ້ອນມີເປົ້າໝາຍໃນສິ່ງທີ່ເຮົາເຮັດ, ຍ້ອນມີພື້ນຖານສໍາລັບການປະຕິບັດຂອງເຮົາ: ເຮົາຈະບໍ່ເຮັດຫຼິ້ນໆໂດຍບໍ່ມີການວາງແຜນ ຕາມທີ່ມະນຸດຈິນຕະນາການ ຫຼື ເຮົາບໍ່ໄດ້ອອກແບບສະຫວັນ ແລະ ແຜ່ນດິນໂລກ ແລະ ສັບພະສິ່ງທັງປວງໃນແບບໃດກໍ່ຕາມທີ່ເຮົາຕ້ອງການ. ໃນພາລະກິດຂອງເຮົາ, ມະນຸດຄວນສາມາດເຫັນບາງສິ່ງ ແລະ ໄດ້ຮັບບາງສິ່ງ. ພວກເຂົາບໍ່ຄວນປະຖິ້ມຄວາມໜຸ່ມຂອງເຂົາໃນລະດູໃບໄມ້ປົ່ງຂອງພວກເຂົາ ຫຼື ປະຕິບັດຕໍ່ຊີວິດຂອງພວກເຂົາເອງ ຄືກັບເສື້ອຜ້າທີ່ເຮັດໃຫ້ຂີ້ຝຸ່ນຕິດໂດຍບໍ່ລະມັດລະວັງ; ກົງກັນຂ້າມ ພວກເຂົາຄວນຢືນເຝົ້າເບິ່ງຕົນເອງຢ່າງເຄັ່ງຄັດ, ຮັບເອົາຄວາມອຸດົມສົມບູນ ເພື່ອສະໜອງໃຫ້ກັບຄວາມສຸກຂອງເຂົາເອງ ຈົນກວ່າເຂົາບໍ່ສາມາດຫັນກັບໄປຫາຊາຕານຍ້ອນເຫັນແກ່ເຮົາ ແລະ ຍ້ອນເຫັນແກ່ເຮົາ ພວກເຂົາຈະໂຈມຕີຊາຕານ. ສິ່ງທີ່ເຮົາຮຽກຮ້ອງຈາກມະນຸດບໍ່ງ່າຍແບບນີ້ບໍ?

ເມື່ອແສງສະຫວ່າງຄ່ອຍໆເລີ່ມປາກົດຂຶ້ນໃນທິດຕາເວັນອອກ, ທຸກຄົນພາຍໃນຈັກກະວານຈະໃຫ້ຄວາມສົນໃຈຕໍ່ແສງສະຫວ່າງນັ້ນຫຼາຍຂຶ້ນ. ເມື່ອນອນບໍ່ຫຼັບ, ມະນຸດກໍອອກໄປສັງເກດແຫຼ່ງກຳເນີດຂອງແສງສະຫວ່າງຈາກທິດຕາເວັນອອກນີ້. ເນື່ອງຈາກຄວາມສາມາດທີ່ຈໍາກັດຂອງພວກເຂົາ ຈຶ່ງບໍ່ມີຜູ້ໃດສາມາດເຫັນແຫຼ່ງທີ່ມາຂອງແສງສະຫວ່າງນັ້ນໄດ້. ເມື່ອທຸກສິ່ງທີ່ຢູ່ພາຍໃນຈັກກະວານຖືກສ່ອງສະຫວ່າງຢ່າງສົມບູນ, ມະນຸດຕື່ນຈາກການນອນຫຼັບ ແລະ ຄວາມຝັນ ແລະ ພຽງເມື່ອນັ້ນ ພວກເຂົາຈຶ່ງຮູ້ວ່າ ມື້ຂອງເຮົາໄດ້ມາຮອດພວກເຂົາເທື່ອລະໜ້ອຍແລ້ວ. ມະນຸດທຸກຄົນສະເຫຼີມສະຫຼອງເພາະການມາຂອງແສງສະຫວ່າງ ແລະ ຍ້ອນສິ່ງນີ້ຈຶ່ງບໍ່ມີການນອນຫຼັບດີອີກຕໍ່ໄປ ຫຼື ຈະບໍ່ໄຮ້ສະຕິອີກຕໍ່ໄປ. ພາຍໃຕ້ການເປັ່ງແສງຂອງແສງສະຫວ່າງຂອງເຮົາ, ມະນຸດທຸກຄົນຈະມີຄວາມຄິດ ແລະ ການເບິ່ງເຫັນຢ່າງຊັດເຈນ ແລະ ທັນໃດນັ້ນກໍຕື່ນຂຶ້ນສູ່ຄວາມປິຕິຍິນດີຂອງການເປັນຢູ່. ພາຍໃຕ້ການປົກຄຸມຂອງໝອກ, ເຮົາເຝົ້າເບິ່ງໂລກ. ສັດຕ່າງໆລ້ວນແລ້ວແຕ່ຢູ່ໃນການພັກຜ່ອນ; ຍ້ອນການມາຂອງແສງສະຫວ່າງທີ່ສ່ອງແສງຄ່ອຍໆ, ທຸກສິ່ງທີ່ຢູ່ໃນສັບພະສິ່ງທັງປວງຮູ້ສຶກວ່າ ຊີວິດໃໝ່ກຳລັງເຂົ້າມາໃກ້. ຍ້ອນເຫດຜົນນີ້, ສັດຕ່າງໆຈຶ່ງຄານອອກຈາກຖໍ້າຂອງພວກມັນທັງໝົດເພື່ອຊອກຫາອາຫານ. ແນ່ນອນ ພືດພັນຕ່າງໆກໍບໍ່ຖືກຍົກເວັ້ນ ແລະ ການເປັ່ງແສງສະຫວ່າງ ໃບໄມ້ສີຂຽວເປັ່ງປະກາຍໄປດ້ວຍຄວາມສົດໃສທີ່ງົດງາມ, ທີ່ລໍຖ້າຫຼິ້ນບົດບາດຂອງຕົວເອງເພື່ອເຮົາ ໃນຂະນະທີ່ເຮົາຢູ່ແຜ່ນດິນໂລກ. ມະນຸດທຸກຄົນປາຖະໜາການມາຂອງແສງສະຫວ່າງ ແລະ ເຖິງຢ່າງໃດກໍຕາມ ພວກເຂົາຢ້ານການມາຂອງມັນ, ກັງວົນໃນສ່ວນເລິກວ່າຄວາມຂີ້ຮ້າຍຂອງພວກເຂົາເອງຈະບໍ່ຖືກປິດບັງອີກຕໍ່ໄປ, ນີ້ກໍ່ຍ້ອນມະນຸດປະເປືອຍ ແລະ ບໍ່ມີເຄື່ອງປົກປິດຫຍັງເລີຍ. ສະນັ້ນ ຫຼາຍຄົນທີ່ຕື່ນຕົກໃຈຍ້ອນການມາຂອງແສງສະຫວ່າງ ແລະ ຢູ່ໃນສະພາວະຕົກສະເງີ້ ຍ້ອນການປາກົດຕົວຂອງແສງສະຫວ່າງ. ເມື່ອໄດ້ເຫັນແສງສະຫວ່າງ ມີຫຼາຍຄົນທີ່ເຕັມໄປດ້ວຍຄວາມສຳນຶກຜິດຢ່າງໃຫຍ່ຫຼວງ, ກຽດຊັງຄວາມບໍ່ສະອາດຂອງພວກເຂົາເອງ, ແຕ່ບໍ່ມີພະລັງທີ່ຈະປ່ຽນແປງຄວາມຈິງ, ບໍ່ສາມາດເຮັດຫຍັງໄດ້ ນອກຈາກຖ້າໃຫ້ເຮົາປະກາດການຕັດສິນ. ເມື່ອຖືກຫຼໍ່ຫຼອມໂດຍການທົນທຸກໃນຄວາມມືດ, ມີຫຼາຍຄົນທີ່ເມື່ອໄດ້ເຫັນແສງສະຫວ່າງ ແລ້ວຖືກໂຈມຕີໂດຍຄວາມໝາຍທີ່ເລິກເຊິ່ງຂອງມັນໃນທັນທີ ແລະ ນັບແຕ່ນັ້ນເປັນຕົ້ນມາໄດ້ກອດແສງສະຫວ່າງໄວ້ໃນອ້ອມກອດຂອງພວກເຂົາ, ຢ້ານຢ່າງເລິກໆທີ່ຈະສູນເສຍມັນໄປອີກຄັ້ງ. ມີຫຼາຍຄົນທີ່ເດີນທາງໄປມາໃນວຽກປະຈຳວັນທີ່ກຳລັງເຮັດຢູ່ ແທນທີ່ຈະຖືກໂຍນຖິ້ມອອກຈາກການໂຄຈອນຂອງການປາກົດຕົວຢ່າງກະທັນຫັນຂອງແສງສະຫວ່າງ, ເພາະພວກເຂົາໄດ້ຕາບອດເປັນເວລາຫຼາຍປີ ແລະ ດ້ວຍເຫດນັ້ນ ພວກເຂົາສັງເກດເຫັນວ່າ ແສງສະຫວ່າງໄດ້ມາເຖິງ, ແຕ່ບໍ່ພໍໃຈກັບແສງສະຫວ່າງນັ້ນ. ໃນໃຈຂອງມະນຸດ ເຮົາຈຶ່ງບໍ່ໄດ້ສູງສົ່ງ ຫຼື ຕໍ່າຕ້ອຍ. ສໍາລັບພວກເຂົາແລ້ວ ມັນບໍ່ໄດ້ມີຫຍັງແຕກຕ່າງ ຖ້າເຮົາມີຕົວຕົນ ຫຼື ບໍ່ມີກໍຕາມ; ມັນຄືກັບວ່າຊີວິດຂອງຜູ້ຄົນຈະບໍ່ດຽວດາຍໄປກວ່ານີ້ຖ້າເຮົາບໍ່ມີຢູ່ ແລະ ຖ້າເຮົາມີຢູ່ຈິງ ຊີວິດຂອງພວກເຂົາກໍ່ຈະບໍ່ໄດ້ຮັບຄວາມພໍໃຈຫຼາຍກວ່ານີ້. ເພາະມະນຸດບໍ່ຊື່ນຊົມເຮົາ, ຄວາມສຸກທີ່ເຮົາສາມາດມອບໃຫ້ກັບພວກເຂົາກໍມີໜ້ອຍ. ເຖິງຢ່າງໃດກໍ່ຕາມ, ທັນທີທີ່ມະນຸດຊາດເຄົາລົບບູຊາເຮົາແມ່ນແຕ່ເລັກນ້ອຍ, ເຮົາກໍຈະເຮັດໃຫ້ເກີດການປ່ຽນແປງໃນທ່າທີທີ່ເຮົາມີຕໍ່ພວກເຂົາ. ຍ້ອນເຫດຜົນນີ້, ມີແຕ່ເມື່ອມະນຸດຊາດເຂົ້າໃຈກົດເກນນີ້, ພວກເຂົາຈຶ່ງຈະໂຊກດີພໍທີ່ຈະອຸທິດຕົນເອງໃຫ້ກັບເຮົາ ແລະ ຮຽກຮ້ອງສິ່ງຕ່າງໆທີ່ເຮົາຖືຢູ່ໃນມື. ແນ່ນອນ ຄວາມຮັກທີ່ມະນຸດມີໃຫ້ກັບເຮົາ ບໍ່ໄດ້ຜູກມັດກັບຜົນປະໂຫຍດຂອງເຂົາເອງເທົ່ານັ້ນບໍ? ແນ່ນອນ ຄວາມເຊື່ອທີ່ເຂົາມີຕໍ່ເຮົາກໍບໍ່ໄດ້ຜູກມັດກັບສິ່ງທີ່ເຮົາໄດ້ມອບໃຫ້ບໍ? ເປັນໄປໄດ້ບໍວ່າ ນອກຈາກເຂົາໄດ້ເຫັນແສງສະຫວ່າງຂອງເຮົາ, ມະນຸດກໍບໍ່ສາມາດຮັກເຮົາຢ່າງຈິງໃຈໂດຍວິທີທາງແຫ່ງຄວາມເຊື່ອຂອງພວກເຂົາ? ແນ່ນອນ ກຳລັງ ແລະ ພະລັງຂອງມະນຸດບໍ່ໄດ້ຈຳກັດຢູ່ໃນເງື່ອນໄຂຂອງປັດຈຸບັນແທ້ໆບໍ? ເປັນໄປໄດ້ບໍວ່າ ມະນຸດຕ້ອງການຄວາມກ້າຫານເພື່ອຮັກເຮົາ?

ຜົນຕາມມາຂອງການເປັນຢູ່ຂອງເຮົາກໍ່ຄື ບັນດາສັບພະສິ່ງທັງປວງແມ່ນຍອມຈຳນົນຢ່າງເຊື່ອຟັງໃນບ່ອນທີ່ພວກເຂົາອາໄສຢູ່ ແລະ ເມື່ອປາສະຈາກການລົງວິໄນຂອງເຮົາ ພວກເຂົາກໍພາກັນເຮັດໃນສິ່ງທີ່ໄຮ້ສິນທຳ. ສະນັ້ນ, ພູເຂົາຈຶ່ງກາຍເປັນຊາຍແດນລະຫວ່າງປະເທດຕ່າງໆຢູ່ແຜ່ນດິນໂລກ, ນໍ້າກາຍເປັນຮົ້ວກັ້ນເພື່ອແຍກປະຊາຊົນຂອງດິນແດນຕ່າງໆອອກຈາກກັນ ແລະ ອາກາດກາຍເປັນສິ່ງທີ່ໄຫຼຈາກຄົນໜຶ່ງສູ່ຄົນໜຶ່ງໃນອາວະກາດຢູ່ເທິງແຜ່ນດິນໂລກ. ມີພຽງແຕ່ມະນຸດເທົ່ານັ້ນທີ່ບໍ່ສາມາດເຊື່ອການຮຽກຮ້ອງຈາກຄວາມປະສົງຂອງເຮົາຢ່າງແທ້ຈິງ; ນີ້ແມ່ນເຫດຜົນທີ່ເຮົາເວົ້າວ່າ ຈາກບັນດາສັບພະສິ່ງທັງປວງ ມະນຸດເທົ່ານັ້ນທີ່ຢູ່ໃນປະເພດທີ່ບໍ່ເຊື່ອຟັງ. ມະນຸດບໍ່ເຄີຍຍອມອ່ອນນ້ອມຕໍ່ເຮົາຢ່າງແທ້ຈິງ ແລະ ຍ້ອນເຫດຜົນນີ້ ເຮົາຈຶ່ງຮັກສາເຂົາໃຫ້ຢູ່ພາຍໃຕ້ວິໄນທີ່ເຄັ່ງຄັດສະເໝີມາ. ຖ້າໃນທ່າມກາງມະນຸດ, ສິ່ງທີ່ຄວນເກີດຂຶ້ນຄືການຂະຫຍາຍສະຫງ່າລາສີຂອງເຮົາທົ່ວຈັກກະວານທັງປວງ, ແລ້ວເຮົາກໍຈະນໍາເອົາສະຫງ່າລາສີຂອງເຮົາທັງໝົດ ແລະ ເຮັດໃຫ້ມັນເປັນທີ່ປະຈັກຕໍ່ມະນຸດຊາດ. ເພາະໃນຄວາມສົກກະປົກຂອງພວກເຂົາ ມະນຸດບໍ່ເໝາະສົມທີ່ຈະເບິ່ງສະຫງ່າລາສີຂອງເຮົາ, ເປັນເວລາຫຼາຍພັນປີ ເຮົາບໍ່ເຄີຍອອກມາສູ່ສາທາລະນະຈັກເທື່ອ, ແຕ່ຍັງລີ້ລັບ; ຍ້ອນເຫດຜົນນີ້ ສະຫງ່າລາສີຂອງເຮົາຈຶ່ງບໍ່ເຄີຍຖືກເຮັດໃຫ້ເປັນທີ່ປະຈັກຕໍ່ໜ້າພວກເຂົາ ແລະ ພວກເຂົາຈຶ່ງຈົມຢູ່ໃນເຫວເລິກແຫ່ງຄວາມຜິດບາບຢູ່ສະເໝີ. ເຮົາໄດ້ໃຫ້ອະໄພຄວາມບໍ່ຊອບທຳຂອງພວກເຂົາ, ແຕ່ພວກເຂົາບໍ່ຮູ້ຈັກວິທີຮັກສາຕົນເອງ ແລະ ກົງກັນຂ້າມ ເປີດຕົນເອງອອກສູ່ຄວາມຜິດບາບຢູ່ສະເໝີ, ເຮັດໃຫ້ຄວາມບາບທຳຮ້າຍພວກເຂົາ. ນີ້ບໍ່ແມ່ນການຂາດຄວາມເຄົາລົບຕົນເອງ ແລະ ຂາດການຮັກຕົນເອງຂອງມະນຸດບໍ? ໃນທ່າມກາງມະນຸດ, ມີໃຜທີ່ສາມາດຮັກຢ່າງແທ້ຈິງບໍ? ຄວາມອຸທິດຂອງມະນຸດຊັ່ງໄດ້ຈັກກິໂລ? ບໍ່ມີສິ່ງເປິເປື້ອນເຈືອປົນເຂົ້າໃນສິ່ງທີ່ເອີ້ນວ່າຄວາມແທ້ຈິງຂອງມະນຸດບໍ? ຄວາມອຸທິດຂອງເຂົາບໍ່ໄດ້ປະສົມກັບຄວາມສັບສົນທັງສິ້ນບໍ? ສິ່ງທີ່ເຮົາຮຽກຮ້ອງແມ່ນຄວາມຮັກທີ່ອຸທິດຢ່າງສົມບູນຂອງພວກເຂົາ. ມະນຸດບໍ່ຮູ້ຈັກເຮົາ ແລະ ເຖິງແມ່ນເຂົາສະແຫວງເພື່ອຮູ້ຈັກເຮົາ, ເຂົາກໍຈະບໍ່ມອບຫົວໃຈທີ່ແທ້ຈິງ ແລະ ຈິງໃຈຂອງເຂົາໃຫ້ກັບເຮົາ. ເຮົາບໍ່ບີບບັງຄັບສິ່ງທີ່ມະນຸດບໍ່ເຕັມໃຈທີ່ຈະມອບຈາກມະນຸດ. ຖ້າພວກເຂົາມອບຄວາມອຸທິດຂອງພວກເຮົາໃຫ້ກັບເຮົາ, ເຮົາກໍຈະຮັບເອົາມັນໂດຍບໍ່ມີການຄັດຄ້ານຢ່າງໃດເລີຍ. ເຖິງຢ່າງໃດກໍ່ຕາມ, ຖ້າພວກເຂົາບໍ່ໄວ້ວາງໃຈເຮົາ ແລະ ປະຕິເສດທີ່ຈະຖວາຍແມ່ນແຕ່ສ່ວນເລັກນ້ອຍຂອງພວກເຂົາເອງໃຫ້ກັບເຮົາ, ແລ້ວແທນທີ່ຈະເປັນທຸກໃຈກັບເລື່ອງນັ້ນ, ເຮົາຈະກຳຈັດເຂົາດ້ວຍວິທີໃດໜຶ່ງ ແລະ ຈັດແຈງຈຸດໝາຍປາຍທາງທີ່ເໝາະສົມສໍາລັບພວກເຂົາ. ສຽງຟ້າຮ້ອງດັງກຶກກ້ອງໄປທົ່ວທ້ອງຟ້າຈະໂຈມຕີມະນຸດໃຫ້ລົ້ມລົງ; ໃນຂະນະທີ່ພວກເຂົາລົ້ມລົງ ພູເຂົາສູງກໍຈະຝັງພວກເຂົາ; ສັດຮ້າຍທີ່ຫິວໂຫຍຈະກິນພວກເຂົາ; ແລະ ມະຫາສະໝຸດຍິ່ງຂຶ້ນຈະຖ້ວມຫົວພວກເຂົາ. ໃນຂະນະທີ່ມະນຸດມີຂໍ້ຂັດແຍ້ງເຊິ່ງກັນແລະກັນ, ມະນຸດທຸກຄົນຈະສະແຫວງຫາຄວາມພິນາດຂອງພວກເຂົາເອງໃນໄພພິບັດທີ່ເກີດຂຶ້ນຈາກພວກເຂົາ.

ອານາຈັກກຳລັງຂະຫຍາຍທ່າມກາງມະນຸດ, ມັນກຳລັງເກີດຂຶ້ນຢູ່ໃນທ່າມກາງມະນຸດ ແລະ ມັນກຳລັງຕັ້ງຂຶ້ນທ່າມກາງມະນຸດ; ບໍ່ມີກອງກຳລັງໃດສາມາດທຳລາຍອານາຈັກຂອງເຮົາໄດ້. ຈາກປະຊາຊົນຂອງເຮົາທີ່ຢູ່ໃນອານາຈັກໃນປັດຈຸບັນ, ແມ່ນໃຜໃນພວກເຈົ້າທີ່ບໍ່ແມ່ນມະນຸດທ່າມກາງມະນຸດ? ແມ່ນໃຜໃນພວກເຈົ້າທີ່ຢູ່ນອກສະພາບການຂອງມະນຸດ? ເມື່ອຈຸດເລີ່ມຕົ້ນໃໝ່ຂອງເຮົາຖືກປະກາດອອກໃຫ້ກັບຝູງຊົນ, ມະນຸດຈະມີປະຕິກິລິຍາແນວໃດ? ເຈົ້າໄດ້ເຫັນດ້ວຍຕາຂອງເຈົ້າເອງເຖິງສະພາວະຂອງມະນຸດຊາດ; ແນ່ນອນ ເຈົ້າຍັງບໍ່ມີຄວາມຫວັງທີ່ຈະອົດກັ້ນຢູ່ໃນໂລກໃບນີ້ຕະຫຼອດໄປ ແມ່ນບໍ? ເຮົາກຳລັງຍ່າງທ່າມກາງປະຊາຊົນຂອງເຮົາ, ເຮົາດຳລົງຊີວິດຢູ່ທ່າມກາງປະຊາຊົນຂອງເຮົາ. ໃນປັດຈຸບັນ ຄົນທີ່ມີຄວາມຮັກທີ່ແທ້ຈິງຕໍ່ເຮົາ, ຄົນແບບນີ້ກໍເປັນສຸກ; ສັນຕິສຸກມີແກ່ຄົນທີ່ຍອມອ່ອນນ້ອມຕໍ່ເຮົາ, ພວກເຂົາຈະອາໄສຢູ່ໃນອານາຈັກຂອງເຮົາຢ່າງແນ່ນອນ. ສັນຕິສຸກມີແກ່ຄົນທີ່ຮູ້ຈັກເຮົາ, ພວກເຂົາຈະມີລິດອຳນາດໃນອານາຈັກຂອງເຮົາຢ່າງແນ່ນອນ. ສັນຕິສຸກມີແກ່ຄົນທີ່ສະແຫວງຫາເຮົາ, ພວກເຂົາຈະຫຼົບໜີຈາກພັນທະນາການຂອງຊາຕານ ແລະ ໄດ້ຮັບພອນຈາກເຮົາຢ່າງແນ່ນອນ. ສັນຕິສຸກມີແກ່ຄົນທີ່ສາມາດປະຖິ້ມຕົນເອງ, ພວກເຂົາຈະເຂົ້າສູ່ການຄອບຄອງຂອງເຮົາຢ່າງແນ່ນອນ ແລະ ສືບທອດຮັບເອົາຄວາມກະລຸນາຮັ່ງມີແຫ່ງອານາຈັກຂອງເຮົາ. ເຮົາຈະຈື່ຄົນທີ່ເຮັດນັ້ນເຮັດນີ້ເພື່ອເຫັນແກ່ເຮົາ, ເຮົາຈະໂອບກອດຄົນທີ່ສະຫຼະເພື່ອເຫັນແກ່ເຮົາຢ່າງເບີກບານໃຈ ແລະເຮົາຈະມອບຄວາມສຸກໃຫ້ກັບຄົນທີ່ຖວາຍໃຫ້ກັບເຮົາ. ເຮົາຈະອວຍພອນຄົນທີ່ຄົ້ນພົບຄວາມສຸກໃນພຣະທຳຂອງເຮົາ; ພວກເຂົາຈະເປັນເສົາທີ່ຄໍ້າຫຼັງຄາເຮືອນໃນອານາຈັກຂອງເຮົາຢ່າງແນ່ນອນ, ພວກເຂົາຈະມີຄວາມຮັ່ງມີທີ່ບໍ່ສາມາດທຽບໄດ້ໃນເຮືອນຂອງເຮົາຢ່າງແນ່ນອນ ແລະ ບໍ່ມີໃຜສາມາດທຽບກັບພວກເຂົາໄດ້. ພວກເຈົ້າເຄີຍຮັບເອົາພອນທີ່ໄດ້ມອບໃຫ້ກັບພວກເຈົ້າບໍ? ພວກເຈົ້າເຄີຍສະແຫວງຫາສັນຍາທີ່ສ້າງຂຶ້ນສຳລັບພວກເຈົ້າບໍ? ພາຍໃຕ້ແສງສະຫວ່າງແຫ່ງການນຳທາງຂອງເຮົາ ພວກເຈົ້າຈະສາມາດຜ່ານພົ້ນຈາກກຳມືຂອງອໍານາດແຫ່ງຄວາມມືດໄປໄດ້ຢ່າງແນ່ນອນ. ພວກເຈົ້າຈະບໍ່ສູນເສຍແສງສະຫວ່າງແຫ່ງການນຳທາງໃນທ່າມກາງຄວາມມືດຢ່າງແນ່ນອນ. ພວກເຈົ້າຈະເປັນເຈົ້ານາຍຂອງສັບພະສິ່ງທັງປວງຢ່າງແນ່ນອນ. ພວກເຈົ້າຈະຜູ້ເອົາຊະນະຕໍ່ໜ້າຊາຕານຢ່າງແນ່ນອນ. ພວກເຈົ້າຈະໄດ້ຢືນຢູ່ທ່າມກາງຝູງຄົນຈໍານວນຫຼວງຫລາຍທີ່ເປັນພະຍານເຖິງການເອົາຊະນະຂອງເຮົາ ຕໍ່ກັບການພັງທະລາຍຂອງອານາຈັກມັງກອນແດງທີ່ຍິ່ງໃຫຍ່ຢ່າງແນ່ນອນ. ແນ່ນອນວ່າ ພວກເຈົ້າຈະຕ້ອງຍຶດໝັ້ນ ແລະ ບໍ່ສັ່ນຄອນໃນແຜ່ນດິນຊິນິມ. ຜ່ານການທົນທຸກທີ່ພວກເຈົ້າໄດ້ອົດກັ້ນ, ພວກເຈົ້າຈະໄດ້ສືບທອດພອນຂອງເຮົາ ແລະ ເຈົ້າຈະສົ່ງແສງລັດສະໝີຂອງເຮົາໄປທົ່ວຈັກກະວານທັງໝົດຢ່າງແນ່ນອນ.

ວິນທີ 19 ມີນາ 1992

ກ່ອນນີ້: ບົດທີ 18

ຕໍ່ໄປ: ບົດທີ 20

ໄພພິບັດ, ສົງຄາມ,ໄພນ້ຳຖ້ວມ ແລະ ອື່ນໆ ໄດ້ເກີດຂຶ້ນຢ່າງຕໍ່ເນື່ອງ, ໃຜສາມາດຊ່ວຍພວກເຮົາໃຫ້ຫຼຸດພົ້ນຈາກໄພພິບັດໄດ້? ເຂົ້າຮ່ວມການເຕົ້າໂຮມຟຣີເພື່ອຊອກຮູ້.

ເນື້ອຫາທີ່ກ່ຽວຂ້ອງ

ສຽງຟ້າຮ້ອງທັງເຈັດກໍາລັງທໍານາຍວ່າ ຂ່າວປະເສີດແຫ່ງອານາຈັກຈະແຜ່ຂະຫຍາຍໄປທົ່ວຈັກກະວານ

ເຮົາກຳລັງເຜີຍແຜ່ພາລະກິດຂອງເຮົາທ່າມກາງຊາວຕ່າງຊາດ. ສະຫງ່າລາສີຂອງເຮົາແມບເຫຼື້ອມທົ່ວຈັກກະວານ; ຄວາມປະສົງຂອງເຮົາສະຖິດຢູ່ພາຍໃນດາວ-ດາວ-ຈຸດ-ຈຸດ,...

ຫຼາຍຄົນຖືກເອີ້ນມາ, ແຕ່ໜ້ອຍຄົນຈະຖືກເລືອກ

ເຮົາໄດ້ຊອກຫາຫຼາຍຄົນໃນໂລກທີ່ຈະເປັນຜູ້ຕິດຕາມຂອງເຮົາ. ທ່າມກາງຜູ້ຕິດຕາມເຫຼົ່ານີ້, ມີຜູ້ຄົນທີ່ຮັບໃຊ້ເປັນນັກບວດ, ເປັນຜູ້ນໍາພາ, ຜູ້ທີ່ສ້າງໂອລົດ,...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້

ຕິດຕໍ່ພວກເຮົາຜ່ານທາງ Messenger