ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ເສັ້ນທາງ ... (4)

ການທີ່ຜູ້ຄົນສາມາດຄົ້ນພົບຄວາມເປັນຕາຮັກຂອງພຣະເຈົ້າ, ສະແຫວງຫາຫົນທາງແຫ່ງການຮັກພຣະເຈົ້າໃນຍຸກປັດຈຸບັນ ແລະ ການທີ່ພວກເຂົາເຕັມໃຈທີ່ຈະຍອມຮັບການຝຶກຝົນຂອງອານາຈັກໃນປັດຈຸບັນ, ທຸກສິ່ງນີ້ຄືຄວາມກະລຸນາຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ ມັນຄືການທີ່ພຣະອົງຍົກລະດັບຂອງມະນຸດຊາດ. ເມື່ອໃດກໍຕາມທີ່ເຮົາຄິດເຖິງສິ່ງນີ້,​ ເຮົາກໍມີຄວາມຮູ້ສຶກຢ່າງແຮງເຖິງຄວາມເປັນຕາຮັກຂອງພຣະເຈົ້າ. ພຣະເຈົ້າຮັກພວກເຮົາຢ່າງແທ້ຈິງ; ຖ້າພຣະອົງບໍ່ໄດ້ຮັກ, ຜູ້ໃດຈະສາມາດຄົ້ນພົບຄວາມເປັນຕາຮັກຂອງພຣະອົງ? ມີພຽງດ້ວຍເຫດນັ້ນ ເຮົາຈຶ່ງໄດ້ເຫັນວ່າ ພາລະກິດທັງໝົດນີ້ຖືກປະຕິບັດໂດຍພຣະເຈົ້າເອງ ແລະ ຜູ້ຄົນຖືກນໍາພາ ແລະ ຖືກຊີ້ນໍາໂດຍພຣະເຈົ້າ. ເຮົາຂອບຄຸນພຣະເຈົ້າສຳລັບສິ່ງນີ້ ແລະ ເຮົາຕ້ອງການໃຫ້ອ້າຍເອື້ອຍນ້ອງຂອງເຮົາຮ່ວມກັບເຮົາໃນການສັນລະເສີນພຣະເຈົ້າ ວ່າ: “ສະຫງ່າລາສີທັງໝົດຈົ່ງມີແກ່ພຣະອົງ, ພຣະເຈົ້າອົງສູງສຸດ! ຂໍໃຫ້ສະຫງ່າລາສີຂອງພຣະອົງເພີ່ມພູນ ແລະ ຖືກເປີດເຜີຍໃນພວກຂ້ານ້ອຍເຫຼົ່ານັ້ນທີ່ຖືກເລືອກ ແລະ ຖືກຮັບເອົາໂດຍພຣະອົງ”. ພຣະເຈົ້າໃຫ້ແສງສະຫວ່າງແກ່ເຮົາວ່າ: ພຣະອົງໄດ້ສະແດງໃຫ້ເຮົາເຫັນວ່າ ພວກເຮົາໄດ້ຖືກກຳນົດໄວ້ລ່ວງໜ້າເປັນເວລາຫຼາຍຍຸກກ່ອນແລ້ວ ແລະ ພຣະອົງປາຖະໜາທີ່ຈະຮັບເອົາພວກເຮົາໃນຍຸກສຸດທ້າຍ, ແລ້ວກໍເຮັດໃຫ້ຈັກກະວານ ແລະ ສິ່ງທັງປວງໄດ້ເຫັນສະຫງ່າລາສີທັງໝົດຂອງພຣະເຈົ້າຜ່ານທາງພວກເຮົາ. ແລ້ວພວກເຮົາກໍເປັນຜະລຶກແຫ່ງເວລາຫົກພັນປີຂອງແຜນການຄຸ້ມຄອງຂອງພຣະເຈົ້າ; ພວກເຮົາເປັນແບບຢ່າງ ແລະ ຕົວຢ່າງຂອງພາລະກິດຂອງພຣະເຈົ້າໃນຈັກກະວານທັງປວງ. ມີພຽງຕອນນີ້ເທົ່ານັ້ນ ເຮົາຈຶ່ງຮູ້ວ່າພຣະເຈົ້າຮັກພວກເຮົາຫຼາຍສໍ່າໃດແທ້ ແລະ ພາລະກິດທີ່ພຣະອົງປະຕິບັດໃນພວກເຮົາ ແລະ ສິ່ງຕ່າງໆທີ່ພຣະອົງກ່າວກໍມີຫຼາຍກວ່າໃນຍຸກທີ່ຜ່ານມາລ້ານເທົ່າ. ບໍ່ມີແມ່ນແຕ່ໃນອິດສະຣາເອນ ຫຼື ໃນເປໂຕທີ່ພຣະເຈົ້າໄດ້ປະຕິບັດພາລະກິດຫຼາຍແບບນີ້ ຫຼື ກ່າວພຣະທຳຫຼາຍເຊັ່ນນີ້, ເຊິ່ງສະແດງວ່າ ພວກເຮົາ ເຊິ່ງເປັນຄົນກຸ່ມນີ້ ໄດ້ຮັບພອນຢ່າງເຫຼືອເຊື່ອ, ໄດ້ຮັບພອນຫຼາຍກວ່າໄພພົ່ນໃນຍຸກທີ່ຜ່ານມາໂດຍຫາສິ່ງໃດປຽບປານໄດ້. ນີ້ຄືເຫດຜົນທີ່ພຣະເຈົ້າກ່າວຢູ່ສະເໝີວ່າ ຜູ້ຄົນໃນຍຸກສຸດທ້າຍແມ່ນຖືກອວຍພອນ. ບໍ່ວ່າຄົນອື່ນຈະເວົ້າຫຍັງກໍຕາມ, ເຮົາເຊື່ອວ່າພວກເຮົາຖືກອວຍພອນໂດຍພຣະເຈົ້າຫຼາຍທີ່ສຸດ. ພວກເຮົາຄວນຮັບເອົາພອນຕ່າງໆທີ່ພຣະເຈົ້າໄດ້ປະທານໃຫ້ແກ່ພວກເຮົາ; ອາດມີບາງຄົນທີ່ຈົ່ມຕໍ່ພຣະເຈົ້າ, ແຕ່ເຮົາເຊື່ອວ່າ ຖ້າພອນເຫຼົ່ານີ້ມາຈາກພຣະເຈົ້າ, ແລ້ວສິ່ງນີ້ກໍພິສູດແລ້ວວ່າ ພວກເຮົາສົມຄວນໄດ້ຮັບພວກມັນ. ເຖິງແມ່ນຄົນອື່ນຈະຕໍ່ວ່າ ຫຼື ບໍ່ດີໃຈກັບພວກເຮົາ, ເຮົາກໍຍັງເຊື່ອວ່າ ບໍ່ມີຜູ້ໃດອີກແລ້ວທີ່ສາມາດສືບທອດ ຫຼື ເອົາພອນທີ່ພຣະເຈົ້າໄດ້ມອບໃຫ້ແກ່ພວກເຮົານັ້ນໄປຈາກພວກເຮົາ. ຍ້ອນພາລະກິດຂອງພຣະເຈົ້າຖືກປະຕິບັດໃນພວກເຮົາ ແລະ ພຣະອົງກ່າວຕໍ່ພວກເຮົາເຊິ່ງໜ້າ, ກ່າວຕໍ່ພວກເຮົາ ແລະ ບໍ່ແມ່ນຄົນອື່ນ, ພຣະເຈົ້າເຮັດຕາມທີ່ພຣະອົງປາຖະໜາຈະເຮັດ. ແລ້ວຖ້າຜູ້ຄົນບໍ່ເຊື່ອໝັ້ນ, ພວກເຂົາຈະບໍ່ພຽງສ້າງບັນຫາໃຫ້ກັບພວກເຂົາເອງບໍ? ພວກເຂົາຈະບໍ່ນໍາການດູຖູກມາສູ່ພວກເຂົາເອງໂດຍການເຮັດແບບນັ້ນບໍ? ເປັນຫຍັງເຮົາຈຶ່ງເວົ້າສິ່ງດັ່ງກ່າວ? ຍ້ອນເຮົາເຫັນຄຸນຄ່າໃນສິ່ງນີ້ຢ່າງເລິກເຊິ່ງ. ຍົກຕົວຢ່າງເຊັ່ນ ພາລະກິດທີ່ພຣະເຈົ້າປະຕິບັດໃນຕົວເຮົາ: ມີພຽງແຕ່ເຮົາທີ່ສາມາດດຳເນີນພາລະກິດນີ້ໄດ້, ຄົນອື່ນສາມາດເຮັດໄດ້ບໍ? ເຮົາໂຊກດີພໍທີ່ໄດ້ຮັບການຝາກຝັງນີ້ຈາກພຣະເຈົ້າ, ຄົນອື່ນສາມາດເຮັດສິ່ງນີ້ຕາມອຳເພີໃຈໄດ້ບໍ? ເຖິງຢ່າງໃດກໍຕາມ, ມັນຄືຄວາມຫວັງຂອງເຮົາທີ່ອ້າຍເອື້ອຍນ້ອງຂອງເຮົາຈະເຂົ້າໃຈເຖິງຫົວໃຈຂອງເຮົາ. ເຮົາບໍ່ໄດ້ອວດໂອ້ເຖິງຄຸນສົມບັດຂອງເຮົາ, ແຕ່ກຳລັງອະທິບາຍເຖິງບັນຫາ. ເຮົາຂໍໃຫ້ສະຫງ່າລາສີທັງໝົດເປັນຂອງພຣະເຈົ້າ ແລະ ຂໍໃຫ້ພຣະເຈົ້າເຝົ້າເບິ່ງຫົວໃຈຂອງພວກເຮົາແຕ່ລະຄົນ, ເພື່ອວ່າຫົວໃຈຂອງພວກເຮົາຈະຖືກເຮັດໃຫ້ສະອາດຕໍ່ໜ້າພຣະອົງ. ໃນຫົວໃຈຂອງເຮົາ, ເຮົາປາຖະໜາທີ່ຈະຖືກຮັບເອົາໂດຍພຣະເຈົ້າຢ່າງສົມບູນ, ເພື່ອກາຍມາເປັນຜູ້ບໍລິສຸດທີ່ຖືກຖວາຍເທິງແທ່ນບູຊາ ແລະ ຍິ່ງໄປກວ່ານັ້ນ ແມ່ນເພື່ອໃຫ້ມີຄວາມເຊື່ອຟັງຂອງລູກແກະ, ປາກົດທ່າມກາງມະນຸດຊາດທັງປວງດັ່ງຮ່າງກາຍຂອງວິນຍານທີ່ບໍລິສຸດ. ນີ້ຄືສັນຍາຂອງເຮົາ, ຄຳສາບານທີ່ເຮົາໄດ້ກຳນົດໄວ້ຕໍ່ໜ້າພຣະເຈົ້າ. ເຮົາປາຖະໜາທີ່ຈະບັນລຸສິ່ງນັ້ນ ແລະ ຕອບແທນຄວາມຮັກຂອງພຣະເຈົ້າຜ່ານສິ່ງນີ້. ເຈົ້າເຕັມໃຈທີ່ຈະເຮັດສິ່ງນີ້ບໍ? ເຮົາເຊື່ອວ່າ ຄຳສັນຍານີ້ຂອງເຮົາຈະເຮັດໃຫ້ອ້າຍເອື້ອຍນ້ອງຊາວໜຸ່ມໄດ້ມີຊີວິດຊີວາຫຼາຍຂຶ້ນ ແລະ ມັນຈະນໍາຄວາມຫວັງມາສູ່ຄົນໜຸ່ມໄດ້ຫຼາຍຂຶ້ນ. ສຳລັບເຮົາແລ້ວ ມັນເບິ່ງຄືກັບວ່າພຣະເຈົ້າເບິ່ງຄົນໜຸ່ມເປັນຄົນທີ່ສຳຄັນເປັນພິເສດ. ບາງເທື່ອ ມັນແມ່ນອະຄະຕິຂອງເຮົາເອງ, ແຕ່ເຮົາກໍຮູ້ສຶກຢູ່ສະເໝີວ່າຄົນໜຸ່ມມີໂອກາດ ແລະ ຄວາມຫວັງ; ມັນເບິ່ງຄືກັບວ່າພຣະເຈົ້າປະຕິບັດພາລະກິດພິເສດໃນຄົນໜຸ່ມ. ພວກເຂົາອາດຂາດຄວາມເຂົ້າໃຈ ແລະ ສະຕິປັນຍາ ແລະ ພວກເຂົາອາດມຸ່ງໝັ້ນ ແລະ ລ່າເລີງຄືກັບລູກງົວເກີດໃໝ່, ແຕ່ເຮົາກໍເຊື່ອວ່າ ພວກເຂົາບໍ່ໄດ້ປາສະຈາກຄຸນຄວາມດີຂອງພວກເຂົາ. ເຈົ້າສາມາດເຫັນໄດ້ເຖິງຄວາມໄຮ້ດຽງສາຂອງໄວໜຸ່ມຢູ່ໃນພວກເຂົາ ແລະ ພວກເຂົາກໍໄວໃນການຍອມຮັບເອົາສິ່ງໃໝ່ໆ. ເຖິງແມ່ນຄົນໜຸ່ມມັກເອນອ່ຽງໄປທາງຄວາມອວດດີ, ຄວາມດຸເດືອດ ແລະ ຄວາມໃຈຮ້ອນ, ສິ່ງນີ້ກໍບໍ່ໄດ້ກະທົບຄວາມສາມາດຂອງພວກເຂົາໃນການຮັບເອົາແສງສະຫວ່າງໃໝ່, ຍ້ອນຄົນໜຸ່ມແມ່ນຫາຍາກທີ່ຈະຍຶດຕິດກັບສິ່ງເດີມໆ ແລະ ຫຼ້າສະໄໝ. ນັ້ນຄືເຫດຜົນທີ່ເຮົາເຫັນເຖິງສັນຍາທີ່ບໍ່ມີຂອບເຂດໃນຄົນໜຸ່ມ ແລະ ພາລະກຳລັງຂອງພວກເຂົາ; ມັນແມ່ນຍ້ອນເຫດຜົນນີ້ ເຮົາຈຶ່ງມີຄວາມຮູ້ສຶກທີ່ອ່ອນໂຍນສຳລັບພວກເຂົາ. ເຮົາບໍ່ໄດ້ວ່າບໍ່ມັກອ້າຍເອື້ອຍນ້ອງຜູ້ອາວຸໂສ, ແຕ່ພວກເຂົາບໍ່ໄດ້ມີຄວາມສົນໃຈໃນເຮົາ ຍ້ອນເຫດນັ້ນ ເຮົາຈຶ່ງຂໍໂທດພວກເຂົາຢ່າງຈິງໃຈ. ບາງເທື່ອ ສິ່ງທີ່ເຮົາເວົ້າແມ່ນອອກນອກຂອບເຂດ ຫຼື ບໍ່ເກງໃຈຜູ້ອື່ນ, ແຕ່ເຮົາຫວັງວ່າ ພວກເຈົ້າທຸກຄົນຈະສາມາດໃຫ້ອະໄພຄວາມບໍ່ຮອບຄອບຂອງເຮົາ, ຍ້ອນເຮົາກໍໜຸ່ມເກີນໄປທີ່ຈະໃສ່ໃຈກັບວິທີທີ່ເຮົາກ່າວ. ແຕ່ຖ້າຈະເວົ້າຄວາມຈິງແລ້ວ, ອ້າຍເອື້ອຍນ້ອງຜູ້ອາວຸໂສກໍໄດ້ເຮັດໜ້າທີ່ຂອງພວກເຂົາ, ພວກເຂົາບໍ່ແມ່ນວ່າບໍ່ມີປະໂຫຍດຫຍັງເລີຍ. ນີ້ກໍຍ້ອນວ່າ ພວກເຂົາມີປະສົບການໃນການຈັດການກັບສິ່ງຕ່າງ; ພວກເຂົາໝັ້ນຄົງໃນວິທີທີ່ພວກເຂົາຈັດການກັບສິ່ງຕ່າງໆ ແລະ ພວກເຂົາບໍ່ສ້າງຄວາມຜິດພາດຫຍັງຫຼາຍ. ສິ່ງເຫຼົ່ານີ້ບໍ່ແມ່ນຈຸດແຂງຂອງພວກເຂົາບໍ? ໃຫ້ພວກເຮົາທຸກຄົນກ່າວຕໍ່ໜ້າພຣະເຈົ້າວ່າ: “ໂອ ພຣະເຈົ້າ! ຂໍໃຫ້ພວກຂ້ານ້ອຍທຸກຄົນປະຕິບັດຕາມໜ້າທີ່ຂອງພວກຂ້ານ້ອຍເອງໃນຕໍາແໜ່ງທີ່ແຕກຕ່າງກັນຂອງພວກຂ້ານ້ອຍ ແລະ ຂໍໃຫ້ພວກຂ້ານ້ອຍທຸກຄົນເຮັດສຸດຄວາມສາມາດຂອງພວກຂ້ານ້ອຍເພື່ອຄວາມປະສົງຂອງພຣະອົງ!” ເຮົາເຊື່ອວ່າ ສິ່ງນີ້ຕ້ອງເປັນຄວາມປະສົງຂອງພຣະເຈົ້າ!

ໃນປະສົບການຂອງເຮົາ, ສ່ວນໃຫຍ່ຄົນທີ່ຕໍ່ຕ້ານກະແສນີ້ຢ່າງເປີດເຜີຍ ແລະ ຜູ້ທີ່ຕໍ່ຕ້ານພຣະວິນຍານຂອງພຣະເຈົ້າໂດຍກົງ ແມ່ນຄົນອາວຸໂສ. ຄົນເຫຼົ່ານີ້ມີແນວຄິດດ້ານສາສະໜາທີ່ເຂັ້ມແຂງຫຼາຍ; ພວກເຂົາປຽບທຽບພຣະທຳຂອງພຣະເຈົ້າກັບສິ່ງທີ່ຫຼ້າສະໄໝ ແລະ ພະຍາຍາມເຮັດໃຫ້ສິ່ງທີ່ຖືກຍອມຮັບໃນອະດີດສອດຄ່ອງກັບພຣະທຳຂອງພຣະເຈົ້າຕະຫຼອດເວລາ. ພວກເຂົາບໍ່ໄດ້ເປັນຄົນບໍ່ສົມເຫດສົມຜົນບໍ? ຜູ້ຄົນດັ່ງກ່າວຈະສາມາດປະຕິບັດພາລະກິດຂອງພຣະເຈົ້າໄດ້ບໍ? ພຣະເຈົ້າຈະໃຊ້ຜູ້ຄົນດັ່ງກ່າວໃນພາລະກິດຂອງພຣະອົງໄດ້ບໍ? ພຣະວິນຍານບໍລິສຸດມີວິທີການໃນແຕ່ລະມື້ທີ່ຖືກກຳນົດໄວ້ໃນພາລະກິດຂອງພຣະອົງ; ຖ້າຜູ້ຄົນຍຶດຕິດກັບສິ່ງທີ່ຫຼ້າສະໄໝ, ມັນກໍຈະມາເຖິງມື້ທີ່ພວກເຂົາຖືກຍູ້ໃຫ້ຕົກຈາກເວທີແຫ່ງປະຫວັດສາດ. ດ້ວຍພາລະກິດແຕ່ລະຂັ້ນຕອນຂອງພຣະອົງ, ພຣະເຈົ້າຈະໃຊ້ຄົນໃໝ່. ຄົນທີ່ພະຍາຍາມສັ່ງສອນຄົນອື່ນໃນສິ່ງທີ່ຫຼ້າສະໄໝແລ້ວຈະບໍ່ນໍາຄວາມພິນາດມາສູ່ຜູ້ຄົນບໍ? ແລ້ວພວກເຂົາຈະບໍ່ເຮັດໃຫ້ພາລະກິດຂອງພຣະເຈົ້າຊັກຊ້າບໍ? ແລ້ວຖ້ານັ້ນເປັນຄວາມຈິງ, ເມື່ອໃດພາລະກິດຂອງພຣະເຈົ້າຈຶ່ງຈະສຳເລັດ? ອາດມີຄົນທີ່ມີແນວຄິດບາງຢ່າງກ່ຽວກັບສິ່ງທີ່ເຮົາຫາກໍເວົ້າ. ບາງເທື່ອ ພວກເຂົາບໍ່ເຊື່ອ. ແຕ່ເຮົາບໍ່ຢາກໃຫ້ເຈົ້າເປັນຫ່ວງກັງວົນ: ໃນອີກບໍ່ດົນ, ຫຼາຍສິ່ງແບບນີ້ຈະເກີດຂຶ້ນ ແລະ ມີພຽງຂໍ້ແທ້ຈິງທີ່ຈະສາມາດອະທິບາຍພວກມັນໄດ້. ໃຫ້ພວກເຮົາໄປເບິ່ງບຸກຄົນທີ່ສຳຄັນ ເຊັ່ນ: ສິດຍາພິບານບາງຄົນທີ່ມີຊື່ສຽງ ຫຼື ຜູ້ອະທິບາຍພຣະຄຳພີ ແລະ ເທດສະໜາກະແສນີ້ໃຫ້ແກ່ພວກເຂົາ. ພວກເຂົາຈະຕໍ່ຕ້ານຢ່າງເປີດເຜີຍໃນຄັ້ງທຳອິດ, ນັ້ນຄືສິ່ງທີ່ແນ່ນອນ, ແຕ່ພວກເຂົາຈະເອົາພຣະຄຳພີອອກມາເພື່ອທ້າທາຍເຈົ້າ. ພວກເຂົາຈະໃຫ້ເຈົ້າເລົ່າເລື່ອງຈາກໜັງສືເອຊາຢາ ແລະ ໜັງສືດານີເອນ ແລະ ພວກເຂົາເຖິງກັບຈະໃຫ້ເຈົ້າອະທິບາຍໜັງສືພຣະນິມິດ. ແລ້ວຖ້າເຈົ້າບໍ່ສາມາດເວົ້າກ່ຽວກັບສິ່ງນັ້ນໄດ້,​ ພວກເຂົາກໍຈະປະຕິເສດເຈົ້າ ແລະ ເອີ້ນເຈົ້າວ່າພຣະຄຣິດປອມ ແລະ ເວົ້າວ່າເຈົ້າກຳລັງເຜີຍແຜ່ໄປໃນທາງໄຮ້ສາລະ. ຫຼັງຈາກຊົ່ວໂມງໜຶ່ງ ພວກເຂົາກໍຈະກ່າວຫາເຈົ້າຢ່າງຜິດໆ ເຊິ່ງຈະເຮັດໃຫ້ເຈົ້າຕຶງຄຽດ. ນີ້ບໍ່ແມ່ນການຕໍ່ຕ້ານແບບເປີດເຜີຍບໍ? ແຕ່ນັ້ນເປັນພຽງການເລີ່ມຕົ້ນ. ພວກເຂົາບໍ່ສາມາດກີດກັ້ນຂັ້ນຕອນຕໍ່ໄປໃນພາລະກິດຂອງພຣະເຈົ້າ ແລະ ໃນອີກບໍ່ດົນ ພຣະວິນຍານບໍລິສຸດກໍຈະບັງຄັບໃຫ້ພວກເຂົາຍອມຮັບເອົາມັນ. ນີ້ຄືແນວທາງທີ່ບໍ່ມີການປານີປານອມ;​ ມັນຄືສິ່ງທີ່ມະນຸດບໍ່ສາມາດເຮັດໄດ້ ແລະ ສິ່ງທີ່ຜູ້ຄົນບໍ່ສາມາດແມ່ນແຕ່ຈະຈິນຕະນາການໄດ້. ເຮົາເຊື່ອວ່າພາລະກິດຂອງພຣະເຈົ້າຈະແຜ່ຂະຫຍາຍໄປທົ່ວຈັກກະວານໂດຍບໍ່ມີຫຍັງກີດກັ້ນໄດ້. ນີ້ຄືຄວາມປະສົງຂອງພຣະເຈົ້າ ແລະ ບໍ່ມີຜູ້ໃດສາມາດຢຸດມັນໄດ້. ຂໍໃຫ້ພຣະເຈົ້າສ່ອງແສງສະຫວ່າງແກ່ພວກເຮົາ ແລະ ອະນຸຍາດໃຫ້ພວກເຮົາຮັບເອົາແສງສະຫວ່າງໃໝ່ ແລະ ບໍ່ລົບກວນການຄຸ້ມຄອງຂອງພຣະເຈົ້າໃນເລື່ອງນີ້. ຂໍໃຫ້ພຣະເຈົ້າມີຄວາມເມດຕາຕໍ່ພວກເຮົາ ເພື່ອວ່າພວກເຮົາທຸກຄົນຈະສາມາດເຫັນການມາເຖິງຂອງມື້ແຫ່ງສະຫງ່າລາສີຂອງພຣະອົງ. ເວລາທີ່ພຣະເຈົ້າຈະໄດ້ຮັບສະຫງ່າລາສີທົ່ວຈັກກະວານທັງປວງກໍຈະເປັນເວລາທີ່ພວກເຮົາໄດ້ຮັບເອົາສະຫງ່າລາສີຄຽງຂ້າງພຣະອົງ. ມັນເບິ່ງຄືກັບວ່າ ນັ້ນຈະເປັນເວລາທີ່ເຮົາຈະຈາກຄົນທີ່ຍ່າງກັບເຮົາໄປອີກດ້ວຍ. ເຮົາຫວັງວ່າ ອ້າຍເອື້ອຍນ້ອງຂອງເຮົາຈະຍົກສຽງຂອງພວກເຂົາຂຶ້ນພ້ອມກັບເຮົາເພື່ອອ້ອນວອນຫາພຣະເຈົ້າ: ຂໍໃຫ້ພາລະກິດອັນຍິ່ງໃຫຍ່ຂອງພຣະເຈົ້າສຳເລັດລົງໂດຍໄວ, ເພື່ອວ່າພວກເຮົາຈະໄດ້ເຫັນມື້ແຫ່ງສະຫງ່າລາສີຂອງພຣະອົງໃນຊ່ວງຊີວິດຂອງພວກເຮົາ. ເຮົາຍັງຫວັງທີ່ຈະບັນລຸຄວາມປະສົງຂອງພຣະເຈົ້າພາຍໃນຊ່ວງຊີວິດຂອງເຮົາ ແລະ ເຮົາຫວັງວ່າພຣະເຈົ້າຈະສືບຕໍ່ປະຕິບັດພາລະກິດຂອງພຣະອົງໃນພວກເຮົາ ແລະ ຈະບໍ່ມີອຸປະສັກໃດໆ. ນີ້ຄືຄວາມປາຖະໜາຊົ່ວນິດນິລັນຂອງເຮົາ. ຂໍໃຫ້ພຣະເຈົ້າຢູ່ທ່າມກາງພວກເຮົາ ແລະ ຂໍໃຫ້ຄວາມຮັກຂອງພຣະອົງສ້າງຂົວລະຫວ່າງພວກເຮົາ ເພື່ອວ່າມິດຕະພາບລະຫວ່າງພວກເຮົາຈະລໍ້າຄ່າຍິ່ງຂຶ້ນ. ເຮົາຫວັງວ່າ ຄວາມຮັກຈະສ້າງຄວາມເຂົ້າໃຈຫຼາຍຂຶ້ນລະຫວ່າງພວກເຮົາ ແລະ ຄວາມຮັກຈະສາມາດນໍາພວກເຮົາໃຫ້ໃກ້ຊິດກັນຫຼາຍຍິ່ງຂຶ້ນ, ກຳຈັດໄລຍະຫ່າງລະຫວ່າງພວກເຮົາ ເພື່ອວ່າ ຄວາມຮັກລະຫວ່າງພວກເຮົາຈະເລິກເຊິ່ງ, ກວ້າງອອກ ແລະ ຫວານຍິ່ງຂຶ້ນ. ເຮົາເຊື່ອວ່າ ສິ່ງນີ້ຕ້ອງເປັນຄວາມປະສົງຂອງພຣະເຈົ້າຂອງເຮົາ. ເຮົາຫວັງວ່າ ອ້າຍເອື້ອຍນ້ອງຂອງເຮົາຈະໃກ້ຊິດກັບເຮົາຍິ່ງຂຶ້ນ ແລະ ພວກເຮົາທຸກຄົນຈະເຫັນຄຸນຄ່າເວລາອັນສັ້ນໆທີ່ພວກເຮົາຢູ່ຮ່ວມກັນນີ້ ເພື່ອວ່າເວລາເຫຼົ່ານັ້ນຈະເຮັດໜ້າທີ່ເປັນຄວາມຊົງຈຳອັນສວຍງາມສຳລັບພວກເຮົາ.

ອາດມີຂັ້ນຕອນຕື່ມອີກໃນພາລະກິດຂອງພຣະເຈົ້າໃນປະເທດຈີນແຜ່ນດິນໃຫຍ່, ແຕ່ມັນອາດຈະບໍ່ສັບຊ້ອນ. ເມື່ອຄິດບິ່ງແລ້ວ, ມັນຈະມີຄວາມໝາຍໃນທຸກຂັ້ນຕອນຂອງພາລະກິດຂອງພຣະອົງ; ແຕ່ລະຂັ້ນຕອນແມ່ນຖືກປະຕິບັດໂດຍພຣະເຈົ້າເອງ ແລະ ທຸກຄົນກໍຈະມີບົດບາດໃນພາລະກິດນີ້. ແຕ່ລະ “ສາກ” ແມ່ນເປັນຕາຫົວແທ້ໆ ແລະ ຜູ້ໃດຈະຈິນຕະນາການວ່າ ຄົນເຫຼົ່ານີ້ຈະສະແດງບົດລະຄອນດັ່ງກ່າວໄດ້, ການສະແດງຂອງພວກເຂົາເປັນຈິງໃນຊີວິດທີ່ຢູ່ທ່າມກາງການທົດລອງຫຼາຍ, ບຸກຄະລິກຂອງແຕ່ລະຄົນໄດ້ສະແດງອອກຢ່າງແຈ່ມແຈ້ງຫຼາຍ ແລະ ພາຍໃຕ້ປາກກາຂອງພຣະເຈົ້າ, ແຕ່ລະຢ່າງໄດ້ເປີດເຜີຍຕໍ່ສາທາລະນະຢ່າງກວ້າງຂວາງບໍ? ແຕ່ດ້ວຍສິ່ງນີ້, ເຮົາບໍ່ໄດ້ໝາຍຄວາມວ່າ ພຣະເຈົ້າກໍາລັງລໍ້ຫຼິ້ນກັບຜູ້ຄົນຜ່ານທາງພາລະກິດຂອງພຣະອົງ. ສິ່ງນັ້ນຈະບໍ່ສົມເຫດສົມຜົນເລີຍ; ພາລະກິດຂອງພຣະເຈົ້າມີເປົ້າໝາຍ ແລະ ພຣະອົງຈະບໍ່ເຮັດຫຍັງທີ່ໄຮ້ຈຸດໝາຍ ຫຼື ໄຮ້ຄ່າ. ທຸກສິ່ງທີ່ພຣະອົງກະທໍາແມ່ນເພື່ອເຮັດໃຫ້ຜູ້ຄົນສົມບູນ, ເພື່ອຮັບເອົາພວກເຂົາ. ຈາກສິ່ງນີ້ ເຮົາຈະເຫັນໄດ້ຢ່າງແທ້ຈິງວ່າຫົວໃຈຂອງພຣະເຈົ້າແມ່ນເພື່ອຜົນປະໂຫຍດຂອງມະນຸດ. ເຮົາອາດເອີ້ນສິ່ງນີ້ວ່າບົດລະຄອນ, ແຕ່ມັນຍັງສາມາດເວົ້າໄດ້ວ່າ ບົດລະຄອນນີ້ແມ່ນເອົາມາຈາກຊີວິດຈິງ. ມັນເປັນພຽງຍ້ອນວ່າ ສຳລັບພຣະເຈົ້າ ເຊິ່ງເປັນຜູ້ກຳກັບຫຼັກຂອງບົດລະຄອນເລື່ອງນີ້, ຜູ້ຄົນຈຶ່ງພຽງແຕ່ຮ່ວມມືກັບພຣະອົງໃນການເຮັດໃຫ້ພາລະກິດນີ້ສຳເລັດເທົ່ານັ້ນ. ເຖິງຢ່າງໃດກໍຕາມ ໃນອີກດ້ານໜຶ່ງ ພຣະເຈົ້າໃຊ້ສິ່ງນີ້ເພື່ອຮັບເອົາຜູ້ຄົນ ແລະ ເພື່ອເຮັດໃຫ້ພວກເຂົາຮັກພຣະອົງຍິ່ງຂຶ້ນ. ນີ້ບໍ່ແມ່ນຄວາມປະສົງຂອງພຣະເຈົ້າບໍ? ສະນັ້ນ ເຮົາຈຶ່ງຫວັງວ່າຈະບໍ່ມີຜູ້ໃດມີຄວາມກັງວົນກັບສິ່ງນີ້. ເຈົ້າບໍ່ຮູ້ຈັກຄວາມປະສົງຂອງພຣະເຈົ້າແທ້ບໍ? ເຮົາໄດ້ເວົ້າຫຼາຍຄັ້ງແລ້ວ, ເຮົາຫວັງວ່າ ອ້າຍເອື້ອຍນ້ອງຈະເຂົ້າໃຈມັນທັງໝົດ ແລະ ຈະບໍ່ຕີຄວາມໝາຍຫົວໃຈຂອງເຮົາຢ່າງຜິດໆ. ເຮົາໝັ້ນໃຈວ່າພວກເຈົ້າທຸກຄົນຈະຖືກຮັບເອົາໂດຍພຣະເຈົ້າ. ທຸກຄົນແມ່ນຍ່າງໃນເສັ້ນທາງທີ່ແຕກຕ່າງກັນ. ຂໍໃຫ້ສິ່ງທີ່ຢູ່ພາຍໃຕ້ຕີນຂອງພວກເຈົ້າຖືກເປີດອອກໂດຍພຣະເຈົ້າ ແລະ ຂໍໃຫ້ພວກເຈົ້າອະທິຖານຫາພຣະອົງ ແລະ ເວົ້າວ່າ: ໂອ ພຣະເຈົ້າ! ຂ້ານ້ອຍປາຖະໜາໃຫ້ພຣະອົງຮັບເອົາຂ້ານ້ອຍ, ເພື່ອວ່າວິນຍານຂອງຂ້ານ້ອຍຈະກັບຄືນໄປຫາພຣະອົງ. ເຈົ້າພ້ອມທີ່ຈະສະແຫວງຫາການນໍາພາຂອງພຣະເຈົ້າໃນສ່ວນເລິກຂອງຈິດວິນຍານຂອງເຈົ້າແລ້ວບໍ?

​ກ່ອນ​ນີ້ :ເສັ້ນທາງ ... (3)

ຕໍ່​ໄປ:ເສັ້ນທາງ ... (5)

ທ່ານອາດຈະຍັງມັກ