ບົດທີ 17

ພຣະວັດຈະນະຂອງເຮົາໄດ້ດັງກ້ອງຄືສຽງຟ້າຮ້ອງ ໂດຍປ່ອຍແສງໄປທຸກທິດທາງ ແລະ ທົ່ວແຜ່ນດິນໂລກທັງໝົດ ແລະ ໃນທ່າມກາງສຽງຟ້າຮ້ອງ ແລະ ຟ້າແມບເຫຼື້ອມນັ້ນ ມະນຸດຖຶກໂຈມຕີ. ບໍ່ມີມະນຸດຜູ້ໃດທີ່ເຄີຍເຂັ້ມແຂງໃນທ່າມກາງສຽງຟ້າຮ້ອງ ແລະ ຟ້າເຫຼື້ອມ; ມະນຸດສ່ວນໃຫຍ່ແມ່ນຢ້ານກົວຫຼາຍ ຕໍ່ການມາຂອງແສງສະຫວ່າງຂອງເຮົາ ແລະ ບໍ່ຮູ້ວ່າຈະຕ້ອງເຮັດແນວໃດ. ເມື່ອແສງຮິບຮີ່ເລີ່ມປາກົດຂຶ້ນໃນທິດຕາເວັນອອກ, ຫຼາຍຄົນທີ່ຖືກດົນບັນດານດ້ວຍແສງຮິບຮີ່ນີ້ ກໍຖືກປຸກໃຫ້ຕື່ນຈາກພາບລວງຕາຂອງພວກເຂົາທັນທີ. ແຕ່ບໍ່ມີໃຜເຄີຍຮູ້ວ່າ ມື້ນັ້ນໄດ້ມາເຖິງແລ້ວ ທີ່ແສງສະຫວ່າງຂອງເຮົາໄດ້ລົງມາສູ່ແຜ່ນດິນໂລກ. ມະນຸດສ່ວນໃຫຍ່ແມ່ນຕົກຕະລຶງຈາກການມາເຖິງຂອງແສງສະຫວ່າງຢ່າງກະທັນຫັນ ແລະ ບາງຄົນທີ່ຈ້ອງເບິ່ງດ້ວຍຄວາມຕື່ນເຕັ້ນຢາກຮູ້ຢາກເຫັນ ກໍພາກັນສັງເກດເບິ່ງການເຄື່ອນໄຫວຂອງແສງສະຫວ່າງ ແລະ ທິດທາງຂອງການມາຂອງມັນ ໃນຂະນະທີ່ບາງຄົນຢືນຕຽມພ້ອມເມື່ອພວກເຂົາຜະເຊີນກັບແສງສະຫວ່າງ ເພື່ອພວກເຂົາອາດຈະເຂົ້າໃຈຢ່າງຊັດເຈນຫຼາຍຂຶ້ນ ກ່ຽວກັບແຫຼ່ງທີ່ມາຂອງມັນ. ເຖິງຢ່າງນັ້ນກໍຕາມມີໃຜເຄີຍຄົ້ນພົບວ່າ ແສງສະຫວ່າງໃນມື້ນີ້ມີຄ່າສໍ່າໃດບໍ? ມີໃຜເຄີຍຕື່ນຂຶ້ນສູ່ຄວາມເປັນເອກະລັກຂອງແສງສະຫວ່າງໃນປັດຈຸບັນບໍ? ມະນຸດສ່ວນໃຫຍ່ໄດ້ແຕ່ສັບສົນ; ພວກເຂົາມີບາດແຜໃນຕາ ແລະ ຖືກໂຍນລົງໃສ່ຂີ້ຕົມໂດຍແສງສະຫວ່າງ. ພາຍໃຕ້ແສງທີ່ມືດມົວນີ້, ຜູ້ຄົນອາດເວົ້າວ່າ ຄວາມວຸ້ນວາຍປົກຄຸມໄປທົ່ວແຜ່ນດິນໂລກ ເຊິ່ງເປັນພາບທີ່ໜ້າສົມເພດທີ່ບໍ່ອາດທົນເບິ່ງໄດ້ ເມື່ອກວດສອບຢ່າງຖີ່ຖ້ວນແລ້ວ ກໍຈະໂຈມຕີຜູ້ຄົນດ້ວຍຄວາມໂສກເສົ້າຢ່າງແຮງ. ເມື່ອແສງສະຫວ່າງສ່ອງແສງກ້າຢ່າງແຮງ, ຜູ້ຄົນກໍຈະເຂົ້າໃຈຈາກສິ່ງນີ້ວ່າ ສະພາບຂອງແຜ່ນດິນໂລກຈະມີຄວາມສາມາດໜ້ອຍລົງ ທີ່ຈະເຮັດໃຫ້ມະນຸດມາຢືນຢູ່ຕໍ່ໜ້າເຮົາ. ມະນຸດນອນຢູ່ໃນລັດສະໝີຂອງແສງສະຫວ່າງ; ອີກເທື່ອໜຶ່ງ ມະນຸດນອນຢູ່ໃນຄວາມລອດພົ້ນຂອງແສງສະຫວ່າງ ແຕ່ໃນເວລາດຽວກັນ ກໍຢູ່ພາຍໃຕ້ບາດແຜທີ່ໄດ້ຮັບຈາກແສງສະຫວ່າງ: ມີຜູ້ໃດທີ່ບໍ່ຢູ່ພາຍໃຕ້ການໂຈມຕີອັນໂຫດຮ້າຍຂອງແສງສະຫວ່າງແດ່? ມີຜູ້ໃດທີ່ສາມາດໜີຈາກການເຜົາໄໝ້ຂອງແສງສະຫວ່າງແດ່? ເຮົາໄດ້ຍ່າງໄປທົ່ວຈັກກະວານ ໂດຍຫວ່ານເມັດພືດຂອງພຣະວິນຍານຂອງເຮົາດ້ວຍມືຂອງເຮົາ ເພື່ອວ່າມະນຸດທຸກຄົນ ທີ່ຢູ່ເທິງແຜ່ນດິນໂລກຈະຖືກເຮົາດົນບັນດານ ຍ້ອນສິ່ງນີ້. ຈາກຈຸດສູງສຸດຂອງສະຫວັນ, ເຮົາເບິ່ງລົງມາທົ່ວແຜ່ນດິນໂລກ ໂດຍແນມເບິ່ງປາກົດການທີ່ຜິດປົກກະຕິ ແລະ ແປກປະຫຼາດຂອງສິ່ງທີ່ມີຊີວິດເທິງແຜ່ນດິນໂລກ. ເບິ່ງຄືວ່າ ໜ້ານໍ້າມະຫາສະໝຸດກໍາລັງໄດ້ຮັບການສະເທືອນຂອງແຜ່ນດິນໄຫວ: ນົກທະເລບິນໄປທາງນີ້ ແລະ ທາງນັ້ນ ໂດຍຊອກຫາປາເພື່ອທີ່ຈະກິນ. ໃນຂະນະດຽວກັນ, ພື້ນທະເລຍັງຢູ່ໃນສະພາບທີ່ສະຫງົບ ແລະ ສະພາບຂອງໜ້ານໍ້າທະເລກໍບໍ່ສາມາດປຸກມັນໃຫ້ຕື່ນຂຶ້ນມີສະຕິ ຍ້ອນພື້ນທະເລນັ້ນງຽບສະຫງົບຄືກັບສະຫວັນຊັ້ນສາມ: ໃນນີ້ ສິ່ງທີ່ມີຊີວິດທັງໃຫຍ່ ແລະ ນ້ອຍແມ່ນຢູ່ຮ່ວມກັນດ້ວຍຄວາມສັນຕິ ໂດຍບໍ່ເຄີຍມີ “ການຂັດແຍ້ງດ້ວຍປາກ ແລະ ລິ້ນ” ແມ່ນແຕ່ຄັ້ງດຽວ. ໃນທ່າມກາງປາກົດການທີ່ຜິດປົກກະຕິ ແລະ ແປກປະຫຼາດທີ່ນັບບໍ່ຖ້ວນນີ້, ມັນຍາກທີ່ສຸດສໍາລັບມະນຸດທີ່ຈະເຮັດໃຫ້ເຮົາພໍໃຈ. ນີ້ກໍຍ້ອນວ່າ ຕໍາແໜ່ງທີ່ເຮົາໄດ້ມອບໃຫ້ມະນຸດແມ່ນສູງຫຼາຍ ແລະ ດ້ວຍເຫດນັ້ນ ຄວາມທະເຍີທະຍານຂອງເຂົາຈຶ່ງສູງ ແລະ ໃນສາຍຕາຂອງເຂົາຈຶ່ງມີແຕ່ການວັດແທກຂອງ “ຄວາມບໍ່ເຊື່ອຟັງ” ຕະຫຼອດ. ໃນການລົງວິໄນຂອງເຮົາທີ່ມີຕໍ່ມະນຸດ ແລະ ພາຍໃນການພິພາກສາຂອງເຮົາທີ່ມີຕໍ່ເຂົາ ແມ່ນມີຄວາມພະຍາຍາມຢ່າງເຈັບປວດຫຼາຍ ແລະ ຄວາມເມດຕາຢ່າງຫຼວງຫຼາຍ ແຕ່ຈາກສິ່ງເຫຼົ່ານີ້ ມະນຸດແມ່ນບໍ່ຮູ້ຫຍັງເລີຍ. ເຮົາບໍ່ເຄີຍປະຕິບັດຕໍ່ມະນຸດຢ່າງໂຫດຮ້າຍ; ເຮົາມີແຕ່ດັດສ້າງຢ່າງເໝາະສົມເທົ່ານັ້ນ ເມື່ອມະນຸດບໍ່ເຊື່ອຟັງ ແລະ ມີແຕ່ມອບຄວາມຊ່ວຍເຫຼືອທີ່ເໝາະສົມເທົ່ານັ້ນ ເມື່ອເຂົາອ່ອນແອ. ແຕ່ເມື່ອມະນຸດເຫີນຫ່າງຈາກເຮົາ ແລະ ຍິ່ງໄປກວ່ານັ້ນ ນໍາໃຊ້ກົນອຸບາຍຂອງຊາຕານເພື່ອກະບົດຕໍ່ເຮົາ, ເຮົາກໍຈະກໍາຈັດມະນຸດທັນທີ ໂດຍບໍ່ປ່ອຍໃຫ້ພວກເຂົາມີໂອກາດອີກຄັ້ງ ເພື່ອສະແດງທັກສະອັນຍິ່ງໃຫຍ່ຂອງພວກເຮົາຕໍ່ໜ້າເຮົາ ເພື່ອວ່າ ພວກເຂົາຈະບໍ່ສາມາດຍ່າງວາງທາຢ່າງໂອ້ອວດ ໂດຍຂົ່ມເຫັງຜູ້ອື່ນຢູ່ເທິງແຜ່ນດິນໂລກ.

ເຮົາແກວ່ງອໍານາດຂອງເຮົາໃສ່ແຜ່ນດິນໂລກ ແລະ ເປິດເຜີຍພາລະກິດຂອງເຮົາອອກທັງໝົດ. ທຸກສິ່ງທີ່ຢູ່ໃນພາລະກິດຂອງເຮົາ ແມ່ນສະທ້ອນໃຫ້ເຫັນຢູ່ເທິງແຜ່ນດິນໂລກ; ມະນຸດທີ່ຢູ່ເທິງແຜ່ນດິນໂລກບໍ່ເຄີຍເຂົ້າໃຈການເຄື່ອນໄຫວຂອງເຮົາໃນສະຫວັນ ແລະ ບໍ່ເຄີຍພິຈາລະນາຢ່າງລະອຽດເຖິງວົງໂຄຈອນ ແລະ ເສັ້ນໂຄຈອນຂອງພຣະວິນຍານຂອງເຮົາ. ມະນຸດສ່ວນໃຫຍ່ເຂົ້າໃຈພຽງແຕ່ເລື່ອງເລັກນ້ອຍ ທີ່ນອນຢູ່ນອກຈິດໃຈ ໂດຍບໍ່ສາມາດເຂົ້າໃຈສະພາບຕົວຈິງຂອງຈິດໃຈ. ຄວາມຮຽກຮ້ອງທີ່ເຮົາມີຕໍ່ມວນມະນຸດແມ່ນບໍ່ໄດ້ອອກມາຈາກຕົວຕົນຂອງເຮົາທີ່ເລື່ອນລອຍຢູ່ໃນສະຫວັນ ຫຼື ມາຈາກຕົວຕົນທີ່ບໍ່ສາມາດປະເມີນໄດ້ຂອງເຮົາຢູ່ເທິງແຜ່ນດິນໂລກ; ເຮົາຮຽກຮ້ອງຢ່າງເໝາະສົມຕາມວຸດທິພາວະຂອງມະນຸດທີ່ຢູ່ເທິງແຜ່ນດິນໂລກ. ເຮົາບໍ່ເຄີຍເຮັດໃຫ້ຜູ້ໃດຢູ່ໃນຄວາມລໍາບາກ ແລະ ເຮົາບໍ່ເຄີຍຂໍໃຫ້ຜູ້ໃດ “ບີບເລືອດຂອງເຂົາອອກມາ” ເພື່ອຄວາມສຸກຂອງເຮົາ. ຄວາມຮຽກຮ້ອງຂອງເຮົາພຽງສາມາດຈໍາກັດສະເພາະສະພາບການດັ່ງກ່າວບໍ? ໃນບັນດາສັບພະສິ່ງທີ່ນັບບໍ່ຖ້ວນເທິງແຜ່ນດິນໂລກ, ສັບພະສິ່ງໃດທີ່ບໍ່ອ່ອນນ້ອມຕໍ່ອຸປະນິໄສຂອງພຣະທໍາໃນປາກຂອງເຮົາ? ສັບພະສິ່ງໃດໃນບັນດາສັບພະສິ່ງເຫຼົ່ານີ້ ທີ່ເມື່ອມາຢູ່ຕໍ່ໜ້າເຮົາບໍ່ໄດ້ຖືກເຜົາຢ່າງສິ້ນເຊີງດ້ວຍພຣະທໍາຂອງເຮົາ ແລະ ດ້ວຍແປວໄຟຂອງເຮົາ? ສັບພະສິ່ງໃດໃນບັນດາສັບພະສິ່ງເຫຼົ່ານີ້ ກ້າທີ່ຈະ “ຍ່າງວາງທ່າ” ດ້ວຍຄວາມພາກພູມໃຈເມື່ອຢູ່ຕໍ່ໜ້າເຮົາ? ສັບພະສິ່ງໃດໃນບັນດາສັບພະສິ່ງເຫຼົ່ານີ້ ທີ່ບໍ່ຍອມກົ້ມຂາບລົງເມື່ອຢູ່ຕໍ່ໜ້າເຮົາ? ເຮົາເປັນພຣະເຈົ້າທີ່ພຽງແຕ່ກໍານົດຄວາມມິດງຽບໃສ່ສິ່ງຊົງສ້າງບໍ? ໃນບັນດາສິ່ງຕ່າງໆທີ່ນັບບໍ່ຖ້ວນໃນການຊົງສ້າງ, ເຮົາໄດ້ເລືອກສິ່ງຊົງສ້າງເຫຼົ່ານັ້ນເພື່ອຕອບສະໜອງຄວາມປະສົງຂອງເຮົາ; ໃນບັນດາມະນຸດຊາດທັງຫຼາຍ, ເຮົາໄດ້ເລືອກຜູ້ທີ່ໃສ່ໃຈໃນຫົວໃຈເຮົາ. ເຮົາໄດ້ເລືອກດວງດາວ ທີ່ດີທີ່ສຸດໃນໝູ່ດາວທັງໝົດ ເພື່ອເພີ່ມແສງສະວີວາວໃສ່ອານາຈັກຂອງເຮົາ. ເຮົາໄປຍ່າງເທິງແຜ່ນດິນໂລກ, ກະຈາຍກິນຫ້ອມຫວນຂອງເຮົາໄປທຸກບ່ອນ ແລະ ປະຮູບຮ່າງຂອງເຮົາໄວ້ໃນທຸກແຫ່ງ. ແຕ່ລະບ່ອນແມ່ນມີສຽງຂອງເຮົາດັງສະນັ່ນ. ຜູ້ຄົນທຸກແຫ່ງຫົນຄອງຄອຍກັບທິວທັດທີ່ສວຍງາມຂອງອະດີດ ຍ້ອນວ່າມະນຸດທັງໝົດກໍາລັງຈົດຈໍາອະດີດ...

ມະນຸດທຸກຄົນປາດຖະໜາທີ່ຈະເຫັນໜ້າຂອງເຮົາ ແຕ່ເມື່ອເຮົາລົງໄປຢູ່ແຜ່ນດິນໂລກດ້ວຍຕົວເອງ ພວກເຂົາທຸກຄົນກໍລັງກຽດການມາຮອດຂອງເຮົາ ແລະ ພວກເຂົາຂັບໄລ່ການມາຮອດຂອງແສງສະຫວ່າງ ຄືກັບວ່າ ເຮົາແມ່ນສັດຕູຂອງມະນຸດຢູ່ສະຫວັນ. ມະນຸດທັກທາຍເຮົາດ້ວຍແສງປ້ອງກັນໃນສາຍຕາຂອງເຂົາ ແລະ ຍັງລະມັດລະວັງຢູ່ຕະຫຼອດເວລາ ໂດຍຢ້ານຢູ່ເລິກໆວ່າ ເຮົາອາດຈະມີແຜນການອື່ນສໍາລັບເຂົາ. ຍ້ອນມະນຸດຖືວ່າ ເຮົາເປັນໝູ່ທີ່ບໍ່ຄຸ້ນເຄີຍ ພວກເຂົາຈຶ່ງຮູ້ສຶກຄືກັບວ່າ ເຮົາມີເຈດຕະນາຂ້າພວກເຂົາໂດຍບໍ່ເລືອກໜ້າ. ໃນສາຍຕາຂອງມະນຸດ ເຮົາແມ່ນຕົວປໍລະປັກທີ່ຮ້າຍກາດ. ຢ່າງໃດກໍຕາມ ຫຼັງຈາກໄດ້ຊິມຄວາມອົບອຸ່ນຂອງເຮົາໃນທ່າມກາງໄພພິບັດ ມະນຸດກໍຍັງບໍ່ຮູ້ເຖິງຄວາມຮັກຂອງເຮົາ ແລະ ຍັງຄົດທີ່ຈະຂັບໄລ່່ເຮົາອອກຫ່າງ ແລະ ຕໍ່ຕ້ານເຮົາ. ເຮົາກອດມະນຸດໃນອ້ອມກອດດ້ວຍຄວາມອົບອຸ່ນ, ປ້ອນປາກເຂົາດ້ວຍຄວາມຫວານຊື່ນ ແລະ ປ້ອນອາຫານທີ່ຈໍາເປັນລົງໃສ່ທ້ອງຂອງເຂົາ ໂດຍບໍ່ໄດ້ສວຍໂອກາດຈາກສະພາບການຂອງເຂົາ ເພື່ອຈັດການກັບເຂົາ. ແຕ່ຍ້ອນຄວາມຂີ້ຢ້ານຂອງມະນຸດ, ເມື່ອຄວາມໂກດຮ້າຍຂອງເຮົາເຮັດໃຫ້ພູເຂົາ ແລະ ແມ່ນໍ້າສັ່ນສະເທືອນ ເຮົາຈະບໍ່ປະທານຄວາມຊ່ວຍເຫຼືອເຫຼົ່ານີ້ໃນຮູບແບບຕ່າງໆໃຫ້ເຂົາອີກຕໍ່ໄປ. ໃນຂະນະນີ້ ເຮົາຈະເພີ່ມຄວາມໃຈຮ້າຍ ໂດຍປະຕິເສດບໍ່ໃຫ້ສິ່ງມີຊີວິດທັງໝົດໄດ້ມີໂອກາດສໍານຶກ ແລະ ໂດຍປະຖິ້ມຄວາມຫວັງຂອງເຮົາທັງໝົດທີ່ມີຕໍ່ມະນຸດ ເຮົາຈະຈັດການລົງໂທດເຂົາຢ່າງສະສົມ. ໃນເວລານີ້ ຟ້າໄດ້ຮ້ອງ ແລະ ຟ້າແມບເຫຼື້ອມ ຄືກັບຄື້ນມະຫາສະໝຸດສັດສາດດ້ວຍຄວາມໂກດຮ້າຍ ແລະ ຄືກັບພູເຂົາສິບພັນໜ່ວຍທີ່ຕົກລົງມາ. ເນື່ອງຈາກຄວາມກະບົດຂອງເຂົາ ມະນຸດຈຶ່ງລົ້ມລົງໂດຍສຽງຟ້າຮ້ອງ ແລະ ຟ້າແມບເຫຼື້ອມ ແລະ ສັບພະສິ່ງອື່ນໆກໍຖືກກວາດລ້າງດ້ວຍການໂຈມຕີຂອງຟ້າຮ້ອງ ແລະ ຟ້າແມບເຫຼື້ອມ ແລະ ຈັກກະວານທັງໝົດຕົກສູ່ຄວາມວຸ້ນວາຍຢ່າງກະທັນຫັນ ແລະ ສິ່ງຊົງສ້າງບໍ່ສາມາດຟື້ນຟູລົມຫາຍໃຈທີ່ສໍາຄັນແຫ່ງຊີວິດຄືນມາໄດ້. ມະນຸດນັບບໍ່ຖ້ວນບໍ່ສາມາດໜີພົ້ນຈາກສຽງແຜດຂອງຟ້າຮ້ອງ; ໃນທ່າມກາງແສງຟ້າແມບເຫຼື້ອມ ມະນຸດຖືກພັດລົ້ມລົງ ເທື່ອລະກຸ່ມສູ່ກະແສນໍ້າໄຫຼແຮງ, ຖືກກະແສນໍ້າທີ່ໄຫຼແຮງພັດຕົກຈາກພູເຂົາ. ທັນໃດນັ້ນ ໂລກຂອງ “ມະນຸດ” ກໍໄຫຼມາກອງກັນຢູ່ທີ່ “ປາຍທາງ” ຂອງມະນຸດ. ຊາກສົບໄຫຼໄປມາຢູ່ໜ້ານໍ້າມະຫາສະໝຸດ. ມະນຸດທຸກຄົນໄດ້ໄປໄກຈາກເຮົາ ຍ້ອນຄວາມໂກດຮ້າຍຂອງເຮົາ, ເພາະວ່າມະນຸດໄດ້ເຮັດບາບຕໍ່ແກ່ນແທ້ຂອງພຣະວິນຍານຂອງເຮົາ ແລະ ການກະບົດຂອງເຂົາກໍໄດ້ເຮັດຜິດຕໍ່ເຮົາ. ແຕ່ຢູ່ໃນບ່ອນທີ່ບໍ່ມີນໍ້າ, ມະນຸດຄົນອື່ນແມ່ນຍັງມີຄວາມສຸກໃນທ່າມກາງສຽງຫົວ ແລະ ສຽງເພງ ເຊິ່ງເປັນຄໍາສັນຍາທີ່ເຮົາໄດ້ມອບໃຫ້ພວກເຂົາ.

ເມື່ອທຸກຄົນມິດງຽບ ເຮົາປ່ອຍແສງວີແວວອອກຕໍ່ສາຍຕາຂອງພວກເຂົາ. ດັ່ງນັ້ນ, ມະນຸດຈຶ່ງມີຈິດໃຈທີ່ແຈ່ມໃສ ແລະ ສາຍຕາທີ່ແຈ້ງສະຫວ່າງ ໂດຍບໍ່ເຕັມໃຈທີ່ຈະມິດງຽບອີກຕໍ່ໄປ; ສະນັ້ນ, ຄວາມຮູ້ສຶກທາງວິນຍານຈຶ່ງຖືກປຸກຂຶ້ນໃນຫົວໃຈຂອງພວກເຂົາທັນທີ. ເມື່ອສິ່ງນີ້ເກີດຂຶ້ນ, ມະນຸດທຸກຄົນກໍຖືກຟື້ນຄືນຊີບມາໃໝ່. ເມື່ອໄດ້ປະຖິ້ມຄວາມທຸກທີ່ບໍ່ອາດເວົ້າໄດ້ຂອງພວກເຂົາ ມະນຸດທຸກຄົນກໍມາຢູ່ຕໍ່ໜ້າເຮົາ ແລະ ໄດ້ຮັບໂອກາດອີກຄັ້ງໃນການຢູ່ລອດຜ່ານພຣະທໍາທີ່ເຮົາໄດ້ປ່າວປະກາດ. ນີ້ກໍຍ້ອນວ່າ ມະນຸດທຸກຄົນປາດຖະໜາທີ່ຈະດໍາລົງຊີວິດຢູ່ເທິງແຜ່ນດິນໂລກ. ແຕ່ແມ່ນໃຜໃນບັນດາພວກເຂົາ ທີ່ເຄີຍມີເຈດຕະນາໃນການດໍາລົງຊີວິດເພື່ອເຮົາບໍ່? ແມ່ນໃຜໃນທ່າມກາງພວກເຂົາ ທີ່ເຄີຍເປີດເຜີຍສິ່ງທີ່ງົດງາມໃນຕົວເຂົາເອງ ທີ່ເຂົາຖວາຍເພື່ອຄວາມສຸກຂອງເຮົາບໍ່? ແມ່ນໃຜໃນທ່າມກາງພວກເຂົາ ທີ່ເຄີຍກວດພົບອາຍກິ່ນທີ່ດຶງດູດໃຈຂອງເຮົາບໍ່? ມະນຸດທຸກຄົນແມ່ນສິ່ງທີ່ມືນຊາ ແລະ ບໍ່ບໍລິສຸດ: ທາງດ້ານພາຍນອກ, ພວກເຂົາແມ່ນເບິ່ງຄືເຫຼື້ອມຕາ ແຕ່ທາດແທ້ຂອງພວກເຂົາແມ່ນບໍ່ມີຄວາມຮັກຕໍ່ເຮົາຢ່າງຈິງໃຈ, ຍ້ອນໃນສ່ວນເລິກຂອງຫົວໃຈຂອງມະນຸດ ແມ່ນບໍ່ເຄີຍມີອົງປະກອບຂອງເຮົາ. ມະນຸດຂາດເຂີນຫຼາຍເກີນໄປ: ການປຽບທຽບເຂົາກັບເຮົາເບິ່ງຄືກັບວ່າ ເປີດເຜີຍອ່າວອັນກວາງໃຫຍ່ລະຫວ່າງສະຫວັນ ແລະ ແຜ່ນດິນໂລກ. ເຖິງຢ່າງນັ້ນກໍຕາມ ເຮົາກໍບໍ່ໂຈມຕີຈຸດອ່ອນ ແລະ ຈຸດບອບບາງຂອງມະນຸດ ແລະ ເຮົາບໍ່ຫົວຂວັນເຍາະເຍີ້ຍເຂົາ ຍ້ອນຂໍ້ບົກຜ່ອງຂອງເຂົາ. ມືຂອງເຮົາແມ່ນໄດ້ເຮັດພາລະກິດຢູ່ແຜ່ນດິນໂລກເປັນເວລາຫຼາຍພັນປີ ແລະ ຕະຫຼອດເວລາ ຕາຂອງເຮົາໄດ້ເຝົ້າເບິ່ງມະນຸດທຸກຄົນ. ແຕ່ເຮົາບໍ່ເຄີຍເອົາຊີວິດມະນຸດແມ່ນແຕ່ຊີວິດດຽວຢ່າງສະບາຍ ເພື່ອເອົາມາລໍ້ຫຼິ້ນ ຄືກັບວ່າ ມັນເປັນຂອງຫຼິ້ນ. ເຮົາສັງເກດເບິ່ງຄວາມເຈັບປວດທີ່ມະນຸດໄດ້ຮັບ ແລະ ເຂົ້າໃຈເຖິງລາຄາທີ່ເຂົາໄດ້ຈ່າຍ. ເມື່ອເວລາທີ່ເຂົາຢືນຢູ່ຕໍ່ໜ້າເຮົາ, ເຮົາບໍ່ປາດຖະໜາທີ່ຈະລັກລອບຈັບເອົາມະນຸດເພື່ອຂ້ຽນຕີເຂົາ ແລະ ເຮົາບໍ່ຕ້ອງການທີ່ຈະປະທານສິ່ງທີ່ບໍ່ປາດຖະໜາໃຫ້ກັບເຂົາ. ກົງກັນຂ້າມ, ຕະຫຼອດເວລາ ເຮົາໄດ້ສະໜອງໃຫ້ມະນຸດ ແລະ ມອບໃຫ້ກັບເຂົາເທົ່ານັ້ນ. ສະນັ້ນ, ມະນຸດທຸກຄົນແມ່ນມີຄວາມສຸກໃນພຣະຄຸນຂອງເຮົາ ເຊິ່ງມັນແມ່ນລາງວັນທັງໝົດທີ່ມາຈາກມືຂອງເຮົາ. ຍ້ອນເຮົາຢູ່ເທິງແຜ່ນດິນໂລກ ມະນຸດຈຶ່ງບໍ່ເຄີຍທົນທຸກກັບຄວາມອຶດຢາກ. ກົງກັນຂ້າມ, ເຮົາເຮັດໃຫ້ມະນຸດໄດ້ຮັບສິ່ງຕ່າງໆໃນມືຂອງເຮົາທີ່ເຂົາອາດມີຄວາມສຸກ ແລະ ເຮົາເຮັດໃຫ້ມະນຸດດໍາລົງຊີວິດພາຍໃນພອນຂອງເຮົາ. ມະນຸດທຸກຄົນບໍ່ໄດ້ດໍາລົງຊີວິດຢູ່ພາຍໃຕ້ການຂ້ຽນຕີຂອງເຮົາບໍ? ດັ່ງທີ່ຄວາມອຸດົມສົມບູນໃນສ່ວນເລິກຂອງພູເຂົາ ແລະ ຄວາມສົມບູນໃນສິ່ງຕ່າງໆທີ່ໜ້າຊື່ນຊົມຢູ່ໃນນໍ້າ, ຜູ້ຄົນທີ່ດໍາລົງຊີວິດພາຍໃນພຣະທໍາຂອງເຮົາໃນປັດຈຸບັນ ບໍ່ໄດ້ມີອາຫານເພື່ອໃຫ້ຊື່ນຊົມ ແລະ ຊີມລົດຊາດບໍ? ເຮົາຢູ່ເທິງແຜ່ນດິນໂລກ ແລະ ມະນຸດມີຄວາມສຸກກັບພອນຂອງເຮົາຢູ່ເທິງແຜ່ນດິນໂລກ. ເມື່ອເຮົາຈາກແຜ່ນດິນໂລກໄປ ເຊິ່ງຈະເປັນເວລາທີ່ພາລະກິດຂອງເຮົາສໍາເລັດລົງເຊັ່ນກັນ, ມະນຸດແມ່ນຈະບໍ່ໄດ້ຮັບຄວາມພໍໃຈຈາກເຮົາອີກຕໍ່ໄປ ຍ້ອນຄວາມອ່ອນແອຂອງພວກເຂົາ.

ວັນທີ 16 ມີນາ 1992

ກ່ອນນີ້ : ບົດທີ 26

ຕໍ່ໄປ : ບົດທີ 27

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ຄໍາເຕືອນເຖິງຜູ້ຄົນທີ່ບໍ່ປະຕິບັດຄວາມຈິງ

ໃນບັນດາອ້າຍເອື້ອຍນ້ອງຜູ້ທີ່ມັກລະບາຍຄວາມຄິດລົບຂອງພວກເຂົາອອກແມ່ນລູກສະໝຸນຂອງຊາຕານ ແລະ ພວກເຂົາລົບກວນຄຣິສຕະຈັກ. ຜູ້ຄົນດັ່ງກ່າວຈະຕ້ອງຖືກຂັບໄລ່...

ເມື່ອໃບໄມ້ທີ່ລົ່ນໄດ້ກັບຄືນສູ່ຮາກເຫງົ້າຂອງມັນ, ເຈົ້າຈະເສຍໃຈກັບສິ່ງຊົ່ວຮ້າຍທີ່ເຈົ້າໄດ້ເຮັດ

ພວກເຈົ້າທຸກຄົນໄດ້ເຫັນພາລະກິດທີ່ເຮົາໄດ້ເຮັດທ່າມກາງພວກເຈົ້າດ້ວຍຕາຂອງພວກເຈົ້າເອງ, ພວກເຈົ້າເອງແມ່ນໄດ້ຮັບຟັງພຣະທໍາທີ່ເຮົາໄດ້ກ່າວ ແລະ...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້