ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ບົດທີ 6

ການເຂົ້າໃຈຢ່າງລະອຽດເຖິງເລື່ອງລາວຂອງວິນຍານ, ການເອົາໃຈໃສ່ກັບພຣະທໍາຂອງເຮົາ ແລະ ການມີຄວາມສາມາດຢ່າງແທ້ຈິງກ່ຽວກັບພຣະວິນຍານ ແລະ ຕົວຕົນຂອງເຮົາ, ກ່ຽວກັບພຣະທໍາ ແລະ ຕົວຕົນຂອງເຮົາ ແມ່ນເປັນສິ່ງທີ່ແຍກອອກຈາກກັນບໍ່ໄດ້ ເພື່ອວ່າ ທຸກຄົນຈະສາມາດເຮັດໃຫ້ເຮົາພໍໃຈໃນເວລາຢູ່ຕໍ່ໜ້າເຮົາ. ເຮົາໄດ້ໄປທຸກບ່ອນທີ່ມີຢູ່, ເຮົາໄດ້ແນມເບິ່ງທົ່ວຈັກກະວານທີ່ກວ້າງໃຫຍ່ໄພສານ ແລະ ເຮົາໄດ້ຍ່າງໃນທ່າມກາງທຸກຄົນ, ໄດ້ຊິມຄວາມຫວານ ແລະ ຄວາມຂົມໃນທ່າມກາງມະນຸດ ແຕ່ມະນຸດກໍບໍ່ເຄີຍຮູ້ຈັກເຮົາຢ່າງແທ້ຈິງ, ບໍ່ເຄີຍເອົາໃຈໃສ່ເຮົາໃນລະຫວ່າງການເດີນທາງຂອງເຮົາ. ຍ້ອນເຮົາມິດງຽບ ແລະ ບໍ່ເຄີຍປະຕິບັດສິ່ງທີ່ເໜືອທໍາມະຊາດ ຈຶ່ງບໍ່ມີໃຜເຄີຍເຫັນເຮົາຢ່າງແທ້ຈິງ. ປັດຈຸບັນແມ່ນບໍ່ຄືກັນກັບອະດີດ: ເຮົາຈະເຮັດໃນສິ່ງທີ່ບໍ່ເຄີຍເຫັນມາກ່ອນນັບແຕ່ເວລາຂອງການຊົງສ້າງ, ເຮົາຈະກ່າວພຣະທໍາທີ່ບໍ່ມີໃຜເຄີຍໄດ້ຍິນມາກ່ອນຕະຫຼອດຍຸກຕ່າງໆ ເພາະວ່າ ເຮົາຂໍໃຫ້ທຸກຄົນມາຮູ້ຈັກເຮົາໃນເນື້ອໜັງ. ສິ່ງເຫຼົ່ານີ້ແມ່ນຂັ້ນຕອນຂອງການຄຸ້ມຄອງຂອງເຮົາ, ແຕ່ມະນຸດບໍ່ມີຄວາມສົງໄສແມ່ນແຕ່ໜ້ອຍດຽວ. ເຖິງວ່າ ເຮົາຈະໄດ້ເວົ້າແບບທໍາມະດາ ແຕ່ຜູ້ຄົນກໍຍັງສັບສົນ; ມັນຍາກທີ່ຈະເຮັດໃຫ້ພວກເຂົາເຂົ້າໃຈ. ນີ້ບໍ່ແມ່ນຄວາມຕໍ່າຕ້ອຍຂອງມະນຸດບໍ? ນີ້ບໍ່ແມ່ນສິ່ງທີ່ເຮົາຕ້ອງການແກ້ໄຂບໍ? ເປັນເວລາຫຼາຍປີ ທີ່ເຮົາບໍ່ໄດ້ເຮັດຫຍັງໃນມະນຸດ; ເປັນເວລາຫຼາຍປີ ເຖິງຈະໄດ້ຕິດຕໍ່ພົວພັນກັບເນື້ອໜັງທີ່ບັງເກີດເປັນມະນຸດຂອງເຮົາໂດຍກົງ ແຕ່ກໍບໍ່ມີໃຜເຄີຍໄດ້ຍິນສຽງທີ່ອອກຈາກຄວາມເປັນພຣະເຈົ້າຂອງເຮົາໂດຍກົງ. ສະນັ້ນ ຜູ້ຄົນຈຶ່ງຂາດຄວາມຮູ້ກ່ຽວກັບເຮົາຢ່າງຫຼີກເວັ້ນບໍ່ໄດ້ ເຖິງແມ່ນວ່າ ສິ່ງນີ້ບໍ່ໄດ້ກະທົບຕໍ່ຄວາມຮັກຂອງພວກເຂົາ ທີ່ມີຕໍ່ເຮົາໃນຍຸກຕ່າງໆ. ຢ່າງໃດກໍຕາມ, ໃນປັດຈຸບັນ ເຮົາໄດ້ປະຕິບັດພາລະກິດຢ່າງມະຫັດສະຈັນໃນຕົວພວກເຈົ້າ ເຊິ່ງເປັນພາລະກິດທີ່ບໍ່ສາມາດຍັ່ງເຖິງ ແລະ ປະເມີນໄດ້ ແລະ ເຮົາກໍໄດ້ກ່າວພຣະທໍາຫຼາຍຂໍ້. ແຕ່ພາຍໃຕ້ສະຖານະການດັ່ງກ່າວ ຍັງມີຫຼາຍຄົນທີ່ຕໍ່ຕ້ານເຮົາໂດຍກົງໃນເວລາຢູ່ຕໍ່ໜ້າເຮົາ. ບັດນີ້ເຮົາຈະສະແດງຕົວຢ່າງເລັກນ້ອຍໃຫ້ເຈົ້າເຫັນ.

ທຸກມື້ ເຈົ້າຈະອະທິຖານເຖິງພຣະເຈົ້າທີ່ເລື່ອນລອຍ, ພະຍາຍາມເຂົ້າໃຈຄວາມປະສົງຂອງເຮົາ ແລະ ຕ້ອງການສໍາຜັດກັບຊີວິດ. ແຕ່ເມື່ອພະເຊີນກັບພຣະທໍາຂອງເຮົາ ເຈົ້າຈະເບິ່ງພຣະທໍາເຫຼົ່ານັ້ນດ້ວຍຄວາມແຕກຕ່າງ; ເຈົ້າຈະຮັບເອົາ ພຣະທໍາ ແລະ ພຣະວິນຍານຂອງເຮົາເປັນສິ່ງດຽວກັນ ແຕ່ເຕະຕົວຕົນຂອງເຮົາອອກໄປທາງຂ້າງ ໂດຍເຊື່ອວ່າຕົວ ເຮົາທີ່ເປັນເນື້ອໜັງບໍ່ສາມາດກ່າວພຣະທໍາດັ່ງກ່າວໄດ້ຢ່າງແທ້ຈິງ ເຊິ່ງສິ່ງເຫຼົ່ານັ້ນແມ່ນຖືກຄວບຄຸມໂດຍພຣະວິນຍານຂອງເຮົາ. ແລ້ວຄວາມຮູ້ຂອງເຈົ້າໃນສະຖານະການດັ່ງກ່າວແມ່ນຫຍັງ? ເຈົ້າເຊື່ອໃນພຣະທໍາຂອງເຮົາຈົນເຖິງຈຸດໃດໜຶ່ງ ແຕ່ພັດມີແນວຄິດຕ່າງໆຢ່າງຮຸນແຮງຕໍ່ເນື້ອໜັງທີ່ປົກຫຸ້ມຕົວເຮົາ. ເຈົ້າໃຊ້ເວລາທຸກມື້ໃນການສຶກສາສິ່ງນີ້ ແລະ ເວົ້າວ່າ “ເປັນຫຍັງພຣະອົງເຮັດສິ່ງຕ່າງໆດ້ວຍວິທີນີ້? ສິ່ງເຫຼົ່ານັ້ນແມ່ນມາຈາກພຣະເຈົ້າແທ້ບໍ? ເປັນໄປບໍ່ໄດ້! ພຣະອົງບໍ່ໄດ້ແຕກຕ່າງຈາກເຮົາຫຼາຍ. ພຣະອົງເປັນຄົນທໍາມະດາ ແລະ ປົກກະຕິຄືກັນ”. ແລ້ວສະຖານະການດັ່ງກ່າວຈະຖືກອະທິບາຍໄດ້ແນວໃດ?

ແມ່ນໃຜໃນທ່າມກາງພວກເຈົ້າ ທີ່ບໍ່ມີສິ່ງກ່າວມາຂ້າງເທິງ? ແມ່ນໃຜທີ່ບໍ່ວຸ້ນຢູ່ກັບສິ່ງດັ່ງກ່າວ? ສິ່ງເຫຼົ່ານັ້ນປະກົດວ່າເປັນສິ່ງທີ່ເຈົ້າຍຶດໄວ້ຄືກັບຊິ້ນສ່ວນຂອງຊັບສິນສ່ວນຕົວ ໂດຍບໍ່ເຄີຍເຕັມໃຈທີ່ຈະປ່ອຍສິ່ງເຫຼົ່ານັ້ນໄປ. ແຮງໄກທີ່ເຈົ້າຈະສະແຫວງຫາຄວາມພະຍາຍາມຕາມຄວາມຄິດຂອງຕົວເອງ; ກົງກັນຂ້າມ ເຈົ້າແມ່ນລໍຖ້າໃຫ້ເຮົາເຮັດສິ່ງນີ້ດ້ວຍຕົວເຮົາເອງ. ຂໍເວົ້າຕາມກົງ, ບໍ່ມີແມ່ນແຕ່ຄົນດຽວ ທີ່ບໍ່ສະແຫວງຫາ ທີ່ຈະມາຮູ້ຈັກເຮົາດ້ວຍຄວາມງ່າຍດາຍ. ສິ່ງເຫຼົ່ານີ້ບໍ່ແມ່ນພຣະທໍາທີ່ບໍ່ມີຄວາມໝາຍທີ່ເຮົາໄດ້ສອນພວກເຈົ້າ. ເພາະເຮົາສາມາດໃຫ້ຕົວຢ່າງອື່ນກັບເຈົ້າຈາກມຸມມອງອື່ນ ເພື່ອເປັນບ່ອນອີງໃຫ້ແກ່ເຈົ້າ.

ເມື່ອກ່າວເຖິງເປໂຕ, ຜູ້ຄົນແມ່ນມີແຕ່ສິ່ງດີໆທີ່ຈະເວົ້າກ່ຽວກັບລາວໂດຍບໍ່ມີວັນສິ້ນສຸດ. ພວກເຂົາສາມາດຈື່ໄດ້ເຖິງສາມຄັ້ງທີ່ລາວບໍ່ຍອມຮັບພຣະເຈົ້າ, ວິທີທີ່ລາວທົດສອບພຣະເຈົ້າໂດຍການໃຫ້ບໍລິການແກ່ຊາຕານ ແລະ ໃນທີ່ສຸດ ກໍຄືການຖືກຄຶງປີ້ນຫົວລົງຢູ່ເທິງໄມ້ກາງແຂນເພື່ອພຣະເຈົ້າ ແລະ ອື່ນໆ. ບັດນີ້ ເຮົາຈະສຸມໃສ່ການອະທິບາຍໃຫ້ພວກເຈົ້າຮູ້ວ່າ ເປໂຕຮູ້ຈັກເຮົາແນວໃດ ແລະ ຈຸດຈົບຂອງລາວເປັນແບບໃດ. ເປໂຕມີຄວາມສາມາດດີ ແຕ່ສະຖານະການຂອງລາວບໍ່ຄືກັນກັບໂປໂລ: ພໍ່ແມ່ຂອງລາວຂົ່ມເຫັງເຮົາ, ພວກເຂົາເປັນຜີສາດທີ່ຖືກຊາຕານຄອບງໍາ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງບໍ່ໄດ້ສອນຫຍັງກ່ຽວກັບພຣະເຈົ້າໃຫ້ເປໂຕ. ເປໂຕສະຫຼາດ, ມີພອນສະຫວັນ ແລະ ໄດ້ຮັບຄວາມຮັກຫຼາຍຈາກພໍ່ແມ່ຂອງລາວໃນຕອນອາຍຸຍັງນ້ອຍ. ແຕ່ເຖິງຢ່າງນັ້ນກໍຕາມ ໃນຕອນທີ່ເປັນຜູ້ໃຫຍ່ ລາວໄດ້ກາຍເປັນສັດຕູຂອງພວກເຂົາ ຍ້ອນລາວບໍ່ເຄີຍຢຸດທີ່ຈະສະແຫວງຫາຄວາມຮູ້ກ່ຽວກັບເຮົາ ແລະ ຕໍ່ມາກໍໄດ້ຫັນຫຼັງຂອງລາວໃຫ້ກັບພວກເຂົາ. ສໍາຄັນໄປກວ່ານັ້ນ ກໍຍ້ອນລາວເຊື່ອວ່າ ສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງແມ່ນຢູ່ໃນມືຂອງພຣະອົງຜູ້ຊົງລິດທານຸພາບສູງສຸດ ແລະ ທຸກສິ່ງທີ່ເປັນບວກແມ່ນມາຈາກພຣະເຈົ້າ ແລະ ອອກຈາກພຣະອົງໂດຍກົງ ໂດຍບໍ່ຖືກຄອບງໍາໂດຍຊາຕານ. ຄວາມຂັດແຍ້ງຂອງພໍ່ແມ່ຂອງເປໂຕໄດ້ມອບຄວາມຮູ້ທີ່ຍິ່ງໃຫຍ່ກ່ຽວກັບຄວາມເມດຕາ ແລະ ຄວາມກະລຸນາຂອງເຮົາໃຫ້ແກ່ລາວ ເຊິ່ງດ້ວຍເຫດນັ້ນ ລາວຈຶ່ງສະແຫວງຫາເຮົາຫຼາຍຂຶ້ນ. ພຣະອົງບໍ່ໄດ້ສຸມໃສ່ແຕ່ການກິນ ແລະ ການດື່ມພຣະທໍາ ແຕ່ຍິ່ງໄປກວ່ານັ້ນ ແມ່ນການເຂົ້າໃຈຄວາມປະສົງຂອງເຮົາ ແລະ ລະມັດລະວັງໃນໃຈຂອງພຣະອົງຕະຫຼອດເວລາ. ດ້ວຍເຫດນັ້ນ, ລາວຈຶ່ງມີຄວາມອ່ອນໄຫວໃນຈິດໃຈຂອງລາວສະເໝີ ແລະ ສະນັ້ນ ລາວຈຶ່ງປະຕິບັດຕາມໃຈເຮົາໃນທຸກສິ່ງທີ່ລາວເຮັດ. ລາວຕັ້ງໃຈຢ່າງໝັ້ນຄົງ ກ່ຽວກັບຄວາມລົ້ມເຫຼວຂອງຜູ້ຄົນໃນອະດີດ ເພື່ອກະຕຸ້ນຕົວເອງ ໂດຍມີຄວາມຢ້ານກົວຢູ່ເລິກໆວ່າຈະຕົກຢູ່ໃນຄວາມລົ້ມເຫຼວ. ພ້ອມນັ້ນ ລາວຍັງໄດ້ຕັ້ງໃຈກັບການຮັບເອົາຄວາມເຊື່ອ ແລະ ຄວາມຮັກຂອງທຸກຄົນ ທີ່ຮັກພຣະເຈົ້າຕະຫຼອດຍຸກຕ່າງໆເຊັ່ນກັນ. ບໍ່ພຽງແຕ່ໃນດ້ານລົບ ແຕ່ສໍາຄັນຫຼາຍໄປກວ່ານັ້ນ ແມ່ນໃນດ້ານບວກ, ລາວໄດ້ເຕີບໃຫຍ່ໄວຂຶ້ນ ຈົນຄວາມຮູ້ຂອງລາວໄດ້ກາຍເປັນສິ່ງທີ່ຍິ່ງໃຫຍ່ທີ່ສຸດເວລາຢູ່ຕໍ່ໜ້າເຮົາ. ໃນຕອນນັ້ນ ມັນບໍ່ຍາກທີ່ຈະຈິນຕະນາການເຖິງວິທີທີ່ລາວເອົາທຸກສິ່ງທີ່ລາວມີມາຢູ່ໃນມືຂອງເຮົາ, ແມ່ນແຕ່ວິທີທີ່ລາວຍອມສະຫຼະສິດໃນການຕັດສິນໃຈ ກ່ຽວກັບອາຫານ, ເຄື່ອງໜຸ່ງ, ການນອນ ແລະ ບ່ອນທີ່ລາວອາໄສຢູ່ ແລະ ກົງກັນຂ້າມ ມາມີຄວາມສຸກກັບຄວາມອຸດົມສົມບູນຂອງເຮົາ ບົນພື້ນຖານຂອງການເຮັດໃຫ້ເຮົາພໍໃຈໃນທຸກສິ່ງ. ເຮົາເຮັດໃຫ້ລາວໄດ້ຮັບການທົດລອງຈົນນັບບໍ່ຖ້ວນ ເຊິ່ງໂດຍທໍາມະຊາດແລ້ວ ແມ່ນການທົດລອງທີ່ເຮັດໃຫ້ລາວຕາຍໄປເຄີ່ງໜຶ່ງ ແຕ່ໃນທ່າມກາງການທົດລອງເປັນຮ້ອຍເຫຼົ່ານີ້ ລາວບໍ່ເຄີຍເສຍຄວາມເຊື່ອ ທີ່ມີໃນຕົວເຮົາ ຫຼື ຮູ້ສຶກຜິດຫວັງໃນຕົວເຮົາແມ່ນແຕ່ໜຶ່ງຄັ້ງ. ແມ່ນແຕ່ໃນເວລາທີ່ເຮົາໄດ້ເວົ້າວ່າ ເຮົາໄດ້ປະຖິ້ມລາວ, ລາວກໍຍັງບໍ່ໄດ້ໝົດກໍາລັງໃຈ ແລະ ໄດ້ສືບຕໍ່ຮັກເຮົາໃນທາງທີ່ເປັນຈິງ ແລະ ຕາມຫຼັກການຂອງການປະຕິບັດໃນອະດີດ. ເຮົາໄດ້ບອກລາວວ່າ ເຮົາຈະບໍ່ສັນລະເສີນລາວ ເຖິງແມ່ນວ່າ ລາວຈະໄດ້ຮັກເຮົາກໍຕາມ ແລະ ໃນທີ່ສຸດແລ້ວ ເຮົາຈະຂັບໄລ່ລາວໃຫ້ໄປຢູ່ໃນມືຂອງຊາຕານ. ແຕ່ໃນທ່າມກາງການທົດລອງດັ່ງກ່າວ ເຊິ່ງເປັນການທົດລອງທີ່ບໍ່ແມ່ນກັບເນື້ອໜັງຂອງລາວ ແຕ່ແມ່ນທາງພຣະທໍາ, ລາວຍັງອະທິຖານເຖິງເຮົາ ແລະ ເວົ້າວ່າ “ໂອ ພຣະເຈົ້າ! ໃນທ່າມກາງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງ ແມ່ນມີມະນຸດໃດໜຶ່ງ, ສິ່ງຊົງສ້າງໃດໜຶ່ງ ຫຼື ສິ່ງໃດໜຶ່ງບໍ ທີ່ບໍ່ໄດ້ຢູ່ໃນກໍາມືຂອງພຣະອົງຜູ້ຊົງລິດທານຸພາບສູງສຸດ? ເມື່ອພຣະອົງມີຄວາມເມດຕາຕໍ່ຂ້ານ້ອຍ, ຫົວໃຈຂອງຂ້ານ້ອຍກໍດີໃຈຫຼາຍກັບຄວາມເມດຕາຂອງພຣະອົງ. ໃນເວລາທີ່ພຣະອົງພິພາກສາຂ້ານ້ອຍ, ເຖິງວ່າ ຂ້ານ້ອຍຈະບໍ່ຄູ່ຄວນ ແຕ່ຂ້ານ້ອຍກໍໄດ້ຮັບຄວາມຮູ້ສຶກທີ່ຍິ່ງໃຫຍ່ ເຖິງຄວາມບໍ່ສາມາດຍັ່ງເຖິງການກະທໍາຂອງພຣະອົງ ຍ້ອນພຣະອົງແມ່ນເຕັມໄປດ້ວຍອໍານາດ ແລະ ສະຕິປັນຍາ. ເຖິງວ່າ ເນື້ອໜັງຂອງຂ້ານ້ອຍຈະທົນທຸກກັບຄວາມລໍາບາກ ແຕ່ຈິດວິນຍານຂອງຂ້ານ້ອຍກໍຢູ່ສຸກສະບາຍ. ຂ້ານ້ອຍຈະບໍ່ມອບຄໍາສັນລະເສີນໃຫ້ແກ່ສະຕິປັນຍາ ແລະ ການກະທໍາຂອງພຣະອົງໄດ້ແນວໃດ? ຖ້າວ່າ ຂ້ານ້ອຍຈະຕາຍຫຼັງຈາກຮູ້ຈັກພຣະອົງ ແລ້ວຂ້ານ້ອຍຈະບໍ່ຕາຍດ້ວຍຄວາມພໍໃຈ ແລະ ຍິນດີໄດ້ແນວໃດ? ພຣະອົງຜູ້ຊົງລິດທານຸພາບສູງສຸດ! ພຣະອົງບໍ່ປາດຖະໜາທີ່ຈະໃຫ້ຂ້ານ້ອຍເຫັນພຣະອົງແທ້ບໍ? ຂ້ານ້ອຍບໍ່ເໝາະສົມທີ່ຈະໄດ້ຮັບການພິພາກສາຂອງພຣະອົງແທ້ບໍ? ເປັນໄປໄດ້ບໍ ທີ່ມີບາງຢ່າງໃນຕົວຂ້ານ້ອຍ ທີ່ພຣະອົງບໍ່ປາດຖະໜາທີ່ຈະເຫັນ?” ໃນລະຫວ່າງການທົດລອງດັ່ງກ່າວ, ເຖິງວ່າ ເປໂຕບໍ່ສາມາດເຂົ້າໃຈຄວາມປະສົງຂອງເຮົາຢ່າງຖືກຕ້ອງ ແຕ່ມັນກໍສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ລາວພາກພູມໃຈ ແລະ ຮູ້ສຶກມີກຽດ ທີ່ຖືກເຮົາໃຊ້ (ເຖິງແມ່ນວ່າ ລາວຈະໄດ້ຮັບການພິພາກສາຈາກເຮົາ ເພື່ອວ່າ ມວນມະນຸດອາດຈະໄດ້ເຫັນລິດທານຸພາບ ແລະ ຄວາມໂກດຮ້າຍຂອງເຮົາ) ແລະ ລາວບໍ່ໂສກເສົ້າຈາກການທົດລອງເຫຼົ່ານີ້. ຍ້ອນຄວາມຈົງຮັກພັກດີຂອງລາວ ທີ່ມີຢູ່ຕໍ່ໜ້າເຮົາ ແລະ ຍ້ອນພອນຂອງເຮົາທີ່ມີໃຫ້ລາວ, ລາວຈຶ່ງເປັນຕົວຢ່າງ ແລະ ແບບຢ່າງໃຫ້ແກ່ມະນຸດເປັນພັນໆປີ. ນີ້ບໍ່ແມ່ນສິ່ງທີ່ພວກເຈົ້າຄວນເອົາເປັນແບບຢ່າງບໍ? ຈົ່ງຄິດຢ່າງລະອຽດ ແລະ ຄິດໃຫ້ດີ ກ່ຽວກັບວ່າ ເປັນຫຍັງເຮົາຈຶ່ງໃຫ້ການບັນຍາຍຢ່າງຍາວກ່ຽວກັບເປໂຕ; ສິ່ງເຫຼົ່ານີ້ຄວນເປັນຫຼັກການໃນການກະທໍາຂອງພວກເຈົ້າ.

ເຖິງແມ່ນວ່າ ຜູ້ຄົນສ່ວນໜ້ອຍຈະຮູ້ຈັກເຮົາ ແຕ່ເຮົາກໍບໍ່ປ່ອຍຄວາມໂກດຮ້າຍຂອງເຮົາໃສ່ມະນຸດ ຍ້ອນວ່າ ຜູ້ຄົນຍັງຂາດແຄນຫຼາຍ ແລະ ມັນຍາກສໍາລັບພວກເຂົາ ທີ່ຈະໄດ້ຮັບລະດັບ ທີ່ເຮົາຮຽກຮ້ອງຈາກພວກເຂົາ. ສະນັ້ນ, ເຮົາຈຶ່ງໄດ້ອົດທົນກັບມະນຸດເປັນເວລາຫຼາຍພັນປີຈົນຮອດປັດຈຸບັນ ແຕ່ເຮົາກໍຫວັງວ່າ ພວກເຈົ້າຈະບໍ່ໃຈເຢັນກັບຕົວເອງ ຍ້ອນຄວາມອົດທົນຂອງເຮົາ. ຜ່ານທາງເປໂຕ ເຈົ້າຄວນຮູ້ຈັກເຮົາ ແລະ ສະແຫວງຫາເຮົາ; ຈາກຄວາມສໍາເລັດທັງໝົດຂອງລາວ ເຈົ້າຄວນໄດ້ຮັບແສງສະຫວ່າງທີ່ບໍ່ເຄີຍໄດ້ຮັບມາກ່ອນ ແລະ ດ້ວຍເຫດນັ້ນ ກໍຈະໄດ້ຮັບຂອບເຂດທີ່ມະນຸດບໍ່ເຄີຍໄປຮອດມາກ່ອນ. ຕະຫຼອດທົ່ວຈັກກະວານ ແລະ ທ້ອງຟ້າໃນທ່າມກາງທຸກສິ່ງໃນສະຫວັນ ແລະ ເທິງແຜ່ນດິນໂລກ, ທຸກສິ່ງຢູ່ເທິງແຜ່ນດິນໂລກ ແລະ ໃນສະຫວັນແມ່ນໄດ້ມອບຄວາມພະຍາຍາມທັງໝົດຂອງພວກເຂົາ ເພື່ອຂັ້ນຕອນສຸດທ້າຍຂອງພາລະກິດຂອງເຮົາ. ແນ່ນອນ ພວກເຈົ້າຄົງບໍ່ປາດຖະໜາທີ່ຈະເປັນຜູ້ຊົມ ທີ່ຖືກສັ່ງການໄປມາໂດຍກອງກໍາລັງຂອງ ຊາຕານແມ່ນບໍ? ໃນທຸກມື້ນີ້ ຊາຕານແມ່ນກໍາລັງກືນກິນຄວາມຮູ້ກ່ຽວກັບເຮົາໃນໃຈຂອງຜູ້ຄົນ, ກັດແຂ້ວຂອງມັນ ແລະ ພື່ງເລັບຂອງມັນອອກ ໃນຄວາມພະຍາຍາມຂັ້ນສຸດທ້າຍຂອງມັນ. ພວກເຈົ້າປາດຖະໜາທີ່ຈະຕົກເປັນເຍື່ອຂອງແຜນການຫຼອກລວງຂອງມັນໃນເວລານີ້ບໍ? ພວກເຈົ້າປາດຖະໜາທີ່ຈະທໍາລາຍຊີວິດຂອງຕົວເອງ ໃນເວລາທີ່ພາລະກິດຂອງເຮົາສໍາເລັດໃນທີ່ສຸດບໍ? ພວກເຈົ້າກໍາລັງລໍຖ້າເຮົາ ເພື່ອໃຫ້ເຮົາສະແດງຄວາມອົດທົນຂອງເຮົາອີກຄັ້ງບໍ? ການສະແຫວງຫາຄວາມຮູ້ກ່ຽວກັບເຮົາແມ່ນກະແຈສໍາຄັນ ແຕ່ການເອົາໃຈໃສ່ກັບການປະຕິບັດແມ່ນຂາດບໍ່ໄດ້. ພຣະທໍາຂອງເຮົາແມ່ນຖືກເປີດເຜີຍຕໍ່ພວກເຈົ້າໂດຍກົງ ແລະ ເຮົາຫວັງວ່າ ພວກເຈົ້າຈະສາມາດປະຕິບັດຕາມການນໍາພາຂອງເຮົາ ແລະ ບໍ່ມີແຜນ ແລະ ຄວາມທະເຍີທະຍານເພື່ອຕົວເອງອີກຕໍ່ໄປ.

ວັນທີ 27 ກຸມພາ 1992

​ກ່ອນ​ນີ້ :ບົດທີ 5

ຕໍ່​ໄປ:ບົດທີ 7

ທ່ານອາດຈະຍັງມັກ