ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ບົດທີ 30

ຄັ້ງໜຶ່ງໃນທ່າມກາງມະນຸດ ເຮົາເຄີຍສະຫຼຸບໂດຍຫຍໍ້ເຖິງຄວາມບໍ່ເຊື່ອຟັງ ແລະ ຄວາມອ່ອນແອຂອງມະນຸດ ແລະ ດ້ວຍເຫດນັ້ນ ເຮົາຈຶ່ງໄດ້ເຂົ້າໃຈຄວາມອ່ອນແອຂອງມະນຸດ ແລະ ໄດ້ຮູ້ຈັກຄວາມບໍ່ເຊື່ອຟັງຂອງເຂົາ. ກ່ອນທີ່ຈະມາຢູ່ທ່າມກາງມະນຸດ, ເຮົາໄດ້ເຂົ້າໃຈຄວາມສຸກ ແລະ ຄວາມໂສກເສົ້າໃນມະນຸດມາດົນນານແລ້ວ ແລະ ຍ້ອນສິ່ງນີ້ ເຮົາຈຶ່ງສາມາດເຮັດສິ່ງທີ່ມະນຸດບໍ່ສາມາດເຮັດໄດ້ ແລະ ເວົ້າໃນສິ່ງທີ່ມະນຸດບໍ່ສາມາດເວົ້າໄດ້ ແລະ ເຮົາກໍເຮັດໄດ້ຢ່າງງ່າຍດາຍ. ນີ້ບໍ່ແມ່ນຄວາມແຕກຕ່າງລະຫວ່າງເຮົາ ແລະ ມະນຸດບໍ? ນີ້ບໍ່ແມ່ນຄວາມແຕກຕ່າງທີ່ຊັດເຈນບໍ? ເປັນໄປໄດ້ບໍວ່າ ພາລະກິດຂອງເຮົາແມ່ນສາມາດບັນລຸໄດ້ໃນຜູ້ຄົນທີ່ມີເນື້ອໜັງ ແລະ ເລືອດ? ເປັນໄປໄດ້ບໍ ທີ່ເຮົາຄືປະເພດດຽວກັບສິ່ງທີ່ຖືກສ້າງຂຶ້ນ? ຜູ້ຄົນໄດ້ຈັດລໍາດັບໃຫ້ກັບເຮົາວ່າ ເປັນປະເພດດຽວກັນ ແລະ ນີ້ບໍ່ແມ່ນຍ້ອນວ່າ ພວກເຂົາບໍ່ຮູ້ຈັກເຮົາບໍ? ແທນທີຈະເປັນຜູ້ສູງສົ່ງທ່າມກາງມະນຸດ ແລ້ວເປັນຫຍັງເຮົາຕ້ອງຖ່ອມຕົນເອງ? ເປັນຫຍັງມະນຸດຈຶ່ງປະຖິ້ມເຮົາ, ເປັນຫຍັງມະນຸດຈຶ່ງບໍ່ສາມາດປ່າວປະກາດນາມຂອງເຮົາ? ໃນໃຈຂອງເຮົາແມ່ນມີຄວາມໂສກເສົ້າຢ່າງມະຫາສານ ແຕ່ຜູ້ຄົນຈະສາມາດຮູ້ໄດ້ແນວໃດ? ພວກເຂົາຈະສາມາດເຫັນໄດ້ແນວໃດ? ການທີ່ບໍ່ເຄີຍປະຕິບັດກັບສິ່ງທີ່ກ່ຽວຂ້ອງກັບເຮົາໃຫ້ ເປັນສິ່ງທີ່ສໍາຄັນທີ່ສຸດໃນຊີວິດຂອງພວກເຂົາ ໄດ້ເຮັດໃຫ້ຜູ້ຄົນມືດມົວ ແລະ ສັບສົນ ຄືກັບວ່າ ພວກເຂົາຫາກໍກິນຢານອນລັບ; ເມື່ອເຮົາເອີ້ນໃສ່ພວກເຂົາ, ພວກເຂົາພຽງແຕ່ສືບຕໍ່ຝັນ ແລະ ດ້ວຍເຫດນັ້ນ ຈຶ່ງບໍ່ມີໃຜເຄີຍຮູ້ຈັກເຖິງການກະທໍາຂອງເຮົາ. ໃນປັດຈຸບັນ, ຜູ້ຄົນສ່ວນໃຫຍ່ຍັງນອນຫຼັບສະນິດຢູ່. ເມື່ອມີສຽງເພງແຫ່ງອານາຈັກດັງຂຶ້ນເທົ່ານັ້ນ ພວກເຂົາຈຶ່ງຈະມືນຕາທີ່ຍັງເຫງົານອນຂອງເຂົາ ແລະ ຮູ້ສຶກໂສກເສົ້າເລັກນ້ອຍໃນໃຈຂອງພວກເຂົາ. ເມື່ອໄມ້ຄ້ອນເຫຼັກຂອງເຮົາຟາດລົງໃສ່ມະນຸດ, ພວກເຂົາຍັງໃຫ້ຄວາມສົນໃຈເລັກນ້ອຍ ຄືກັບວ່າ ຊາຕາກໍາຂອງພວກເຂົາແມ່ນບໍ່ມີຄ່າຄືກັບເມັດຊາຍໃນທະເລ. ເຖິງແມ່ນວ່າ ພວກເຂົາສ່ວນໃຫຍ່ຈະມີຄວາມຮູ້ສຶກຕົວບາງຢ່າງ ແຕ່ພວກເຂົາຍັງບໍ່ຮູ້ຈັກວ່າ ຂັ້ນຕອນຕ່າງໆຂອງເຮົາແມ່ນໄປໄກສໍ່າໃດແລ້ວ ເນື່ອງຈາກວ່າ ພວກເຂົາບໍ່ພະຍາຍາມເຂົ້າໃຈເຮົາ ແລະ ດ້ວຍເຫດນັ້ນ ຈຶ່ງບໍ່ເຄີຍສາມາດປົດປ່ອຍຕົນເອງອອກຈາກການເປັນທາດຂອງຊາຕານໄດ້. ເຮົາເຄື່ອນໄຫວເໜືອທຸກສິ່ງ ແລະ ດໍາລົງຢູ່ທ່າມກາງທຸກສິ່ງ ແລະ ໃນເວລາດຽວກັນ ເຮົາຈະເປັນຈຸດສູນກາງໃນຫົວໃຈຂອງທຸກຄົນ. ຍ້ອນເຫດຜົນນີ້ ຜູ້ຄົນຈຶ່ງເບິ່ງເຮົາຕ່າງອອກໄປ ໂດຍເຊື່ອວ່າ ເຮົາເໜືອທໍາມະຊາດ ຫຼື ວ່າເຮົາບໍ່ສາມາດຢັ່ງເຖິງໄດ້ ແລະ ດ້ວຍເຫດນັ້ນ ຄວາມໄວ້ໃຈຂອງພວກເຂົາທີ່ມີຕໍ່ເຮົາຈຶ່ງໜັກແໜ້ນຂຶ້ນແຕ່ລະມື້. ຄັ້ງໜຶ່ງເຮົາເຄີຍນອນເທີ້ງຢູ່ສະຫວັນຊັ້ນສາມ, ສັງເກດເບິ່ງທຸກຄົນ ແລະ ທຸກສິ່ງໃນຈັກກະວານ. ເມື່ອເຮົານອນ, ຜູ້ຄົນກໍງຽບລົງ, ມີຄວາມຢໍາເກງຢ່າງໃຫຍ່ທີ່ຈະລົບກວນການພັກຜ່ອນຂອງເຮົາ. ເມື່ອເຮົາຕື່ນ, ພວກເຂົາກໍມີຊີວິດຊີວາທັນທີ ຄືກັບວ່າ ພວກເຂົາກໍາລັງດໍາເນີນການເອົາຄວາມສຸກມາໃຫ້ເຮົາຢ່າງຮີບດ່ວນ. ນີ້ບໍ່ແມ່ນທັດສະນະຄະຕິທີ່ມີຕໍ່ເຮົາຂອງຜູ້ຄົນເທິງແຜ່ນດິນໂລກບໍ? ແມ່ນໃຜທີ່ຢູ່ໃນທ່າມກາງຜູ້ຄົນໃນປັດຈຸບັນ ທີ່ເຫັນວ່າ ເຮົາທີ່ຢູ່ໃນສະຫວັນ ແລະ ເທິງແຜ່ນດິນໂລກແມ່ນຜູ້ດຽວກັນແດ່? ແມ່ນໃຜແດ່ທີ່ບໍ່ເຄົາລົບເຮົາໃນສະຫວັນ? ແມ່ນໃຜແດ່ທີ່ບໍ່ດູຖູກເຮົາຢູ່ເທິງແຜ່ນດິນໂລກ? ເປັນຫຍັງມະນຸດຈຶ່ງຈີກເຮົາອອກເປັນທ່ອນໆຢູ່ຕະຫຼອດ? ເປັນຫຍັງມະນຸດຈຶ່ງມີສອງທັດສະນະຄະຕິກັບເຮົາ? ພຣະເຈົ້າທີ່ບັງເກີດເປັນມະນຸດຢູ່ເທິງແຜ່ນດິນໂລກບໍ່ແມ່ນພຣະເຈົ້າທີ່ບັນຊາທຸກສິ່ງຢູ່ໃນສະຫວັນບໍ? ເຮົາທີ່ຢູ່ສະຫວັນ ຕອນນີ້ບໍ່ໄດ້ຢູ່ເທິງແຜ່ນດິນໂລກບໍ? ເປັນຫຍັງຜູ້ຄົນຈຶ່ງເຫັນເຮົາ ແຕ່ບໍ່ຮູ້ຈັກເຮົາ? ເປັນຫຍັງສະຫວັນ ແລະ ແຜ່ນດິນໂລກຈຶ່ງຫ່າງໄກກັນຫຼາຍ? ສິ່ງເຫຼົ່ານີ້ບໍ່ຄູ່ຄວນທີ່ຈະໃຫ້ມະນຸດຄົ້ນຄວ້າຢ່າງເລິກເຊິ່ງຂຶ້ນບໍ?

ເມື່ອເຮົາເຮັດພາລະກິດ ແລະ ໃນຊ່ວງເວລາທີ່ເຮົາກ່າວພຣະຄໍາຂອງເຮົາ, ຜູ້ຄົນແມ່ນປາດຖະໜາທີ່ຈະເພີ່ມ “ລົດຊາດ” ໃສ່ສິ່ງນີ້ຕະຫຼອດ ຄືກັບວ່າ ປະສາດສໍາພັດທາງກິ່ນຂອງພວກເຂົາແມ່ນໄວກວ່າເຮົາ, ຄືກັບວ່າ ພວກເຂົາເລືອກລົດຊາດເຜັດ ແລະ ຄືກັບວ່າ ເຮົາບໍ່ຮູ້ສິ່ງທີ່ມະນຸດຕ້ອງການ ແລະ ດ້ວຍເຫດນັ້ນ ຈຶ່ງຕ້ອງໄດ້ “ລົບກວນ” ມະນຸດເພື່ອ “ເສີມ” ພາລະກິດຂອງເຮົາ. ເຮົາບໍ່ໄດ້ຈົງໃຈຕ້ານຄວາມຄິດບວກຂອງມະນຸດ ແຕ່ຮຽກຮ້ອງໃຫ້ພວກເຂົາຊໍາລະລ້າງຕົວເອງ ໂດຍອີງໃສ່ພື້ນຖານຂອງການຮູ້ຈັກເຮົາ. ຍ້ອນວ່າ ພວກເຂົາຂາດເຂີນຫຼາຍ ເຮົາຈຶ່ງແນະນໍາໃຫ້ພວກເຂົາໃຊ້ຄວາມພະຍາຍາມຫຼາຍຂຶ້ນ ແລະ ຊົດເຊີຍຄວາມຂາດເຂີນຂອງພວກເຂົາ ເພື່ອເຮັດໃຫ້ເຮົາພໍໃຈ. ຄັ້ງໜຶ່ງຜູ້ຄົນເຄີຍຮູ້ຈັກເຮົາໃນແນວຄວາມຄິດຂອງພວກເຂົາ ແຕ່ພວກເຂົາບໍ່ຮູ້ສິ່ງນີ້, ດ້ວຍເຫດນັ້ນ ຄວາມຖະໜຸຖະໜອມຂອງພວກເຂົາຈຶ່ງຄືກັບການເຫັນເມັດຊາຍວ່າເປັນກ້ອນຄໍາ. ເມື່ອເຮົາເຕືອນພວກເຂົາ, ພວກເຂົາກໍພຽງຖິ້ມບາງສ່ວນຂອງສິ່ງນີ້ເທົ່ານັ້ນ ແຕ່ແທນທີ່ຈະປ່ຽນເອົາສ່ວນທີ່ເປັນເງິນ ແລະ ຄໍາ, ພວກເຂົາແມ່ນສືບຕໍ່ຮັບເອົາສ່ວນທີ່ຍັງເຫຼືອຢູ່ໃນມືຂອງພວກເຂົາ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງຖ່ອມຕົວ ແລະ ອົດທົນຕະຫຼອດເວລາຢູ່ຕໍ່ໜ້າເຮົາ; ພວກເຂົາບໍ່ສາມາດເຂົ້າກັບເຮົາໄດ້ ຍ້ອນວ່າ ພວກເຂົາມີແນວຄວາມຄິດຫຼາຍ. ສະນັ້ນ, ເຮົາຈຶ່ງຕັດສິນໃຈທີ່ຈະຍຶດເອົາທຸກສິ່ງທີ່ມະນຸດມີ ແລະ ເປັນ ແລະ ໂຍນມັນໄປໄກໆ ເພື່ອວ່າ ທຸກຄົນຈະສາມາດອາໄສຢູ່ກັບເຮົາ ແລະ ບໍ່ແຍກຈາກເຮົາອີກຕໍ່ໄປ. ມັນເປັນຍ້ອນພາລະກິດຂອງເຮົາ ມະນຸດຈຶ່ງບໍ່ເຂົ້າໃຈຄວາມປະສົງຂອງເຮົາ. ບາງຄົນເຊື່ອວ່າ ເຮົາຈະສິ້ນສຸດພາລະກິດຂອງເຮົາເປັນຄັ້ງທີສອງ ແລະ ຖິ້ມພວກເຂົາລົງໃນນາຮົກ. ບາງຄົນເຊື່ອວ່າ ເຮົາຈະນໍາໃຊ້ວິທີໃໝ່ໃນການເວົ້າ ແລະ ພວກເຂົາສ່ວນໃຫຍ່ແມ່ນສັ່ນດ້ວຍຄວາມຢ້ານກົວ: ພວກເຂົາມີຄວາມຢ້ານກົວຫຼາຍວ່າ ເຮົາຈະເຮັດພາລະກິດຂອງເຮົາໃຫ້ສໍາເລັດ ແລະ ປະໃຫ້ພວກເຂົາບໍ່ມີບ່ອນໄປ ແລະ ກໍຢ້ານຫຼາຍວ່າ ເຮົາຈະປະຖິ້ມພວກເຂົາອີກຄັ້ງ. ຜູ້ຄົນໃຊ້ແນວຄວາມຄິດເກົ່າຕະຫຼອດເພື່ອປະເມີນພາລະກິດໃໝ່ຂອງເຮົາ. ເຮົາໄດ້ເວົ້າວ່າ ຜູ້ຄົນບໍ່ເຄີຍເຂົ້າໃຈວິທີການໃນການເຮັດພາລະກິດຂອງເຮົາ ແລ້ວໃນປັດຈຸບັນນີ້ ພວກເຂົາສາມາດພິຈາລະນາຕົວເອງໃຫ້ດີໄດ້ບໍ? ແນວຄວາມຄິດເກົ່າຂອງຜູ້ຄົນບໍ່ແມ່ນອາວຸດທີ່ລົບກວນພາລະກິດຂອງເຮົາບໍ? ເວລາເຮົາເວົ້າກັບຄົນ, ພວກເຂົາຈະເວັ້ນການຈ້ອງເບິ່ງຂອງເຮົາຕະຫຼອດ ໂດຍມີຄວາມຢ້ານຫຼາຍວ່າ ສາຍຕາຂອງເຮົາໝາຍເອົາພວກເຂົາ. ສະນັ້ນ, ພວກເຂົາຈຶ່ງກົ້ມຫົວຂອງພວກເຂົາລົງ ຄືກັບວ່າ ໄດ້ຍອມຮັບການກວດກາຈາກເຮົາ ແລະ ນີ້ແມ່ນເກີດຈາກແນວຄວາມຄິດຂອງພວກເຂົາບໍ? ເປັນຫຍັງເຮົາຈຶ່ງຖ່ອມຕົວເຮົາເອງຈົນເຖິງປັດຈຸບັນ ແຕ່ກໍບໍ່ມີໃຜເຄີຍສັງເກດເຫັນເລີຍ? ເຮົາຕ້ອງໄດ້ກົ້ມຂາບລົງໃຫ້ແກ່ມະນຸດບໍ? ເຮົາມາຈາກສະຫວັນສູ່ແຜ່ນດິນໂລກ, ເຮົາລົງມາຈາກບ່ອນສູງສູ່ສະຖານທີ່ລັບ ແລະ ມາຢູ່ທ່າມກາງມະນຸດ ແລະ ເປີດເຜີຍທຸກສິ່ງທີ່ເຮົາມີ ແລະ ສິ່ງທີ່ເຮົາເປັນຕໍ່ມະນຸດ. ພຣະທໍາຂອງເຮົາແມ່ນຈິງໃຈ ແລະ ຈິງຈັງ, ອົດທົດ ແລະ ມີຄວາມເມດຕາ ແຕ່ມີໃຜເຄີຍເຫັນສິ່ງທີ່ເຮົາເປັນ ແລະ ມີບໍ່? ເຮົາຍັງລີ້ລັບຕໍ່ມະນຸດບໍ? ເປັນຫຍັງມັນຈຶ່ງຍາກສໍາລັບເຮົາທີ່ຈະພົບປະກັບມະນຸດ? ມັນເປັນຍ້ອນວ່າ ຜູ້ຄົນຫຍຸ້ງກັບພາລະກິດຂອງພວກເຂົາບໍ? ມັນເປັນຍ້ອນວ່າ ເຮົາປະລະໜ້າທີ່ຂອງເຮົາ ແລະ ທຸກຄົນແມ່ນມີເຈດຕະນາທີ່ຈະສະແຫວງຫາຄວາມສໍາເລັດບໍ?

ໃນຄວາມຄິດຂອງຜູ້ຄົນ, ພຣະເຈົ້າແມ່ນພຣະເຈົ້າ ແລະ ມັນກໍບໍ່ງ່າຍທີ່ຈະພົວພັນນໍາ ໃນຂະນະທີ່ມະນຸດແມ່ນມະນຸດ ແລະ ບໍ່ຄວນກາຍເປັນຄົນໄຮ້ສິນທໍາ ແຕ່ເຖິງຢ່າງນັ້ນ ກໍຍັງບໍ່ສາມາດນໍາເອົາການກະທໍາຂອງຜູ້ຄົນມາຢູ່ຕໍ່ໜ້າເຮົາໄດ້. ເປັນໄປໄດ້ບໍ່ທີ່ຄວາມຕ້ອງການຂອງເຮົາສູງເກີນໄປ? ເປັນໄປໄດ້ບໍ່ທີ່ມະນຸດອ່ອນແອເກີນໄປ? ເປັນຫຍັງຜູ້ຄົນຈຶ່ງເບິ່ງມາດຕະຖານທີ່ເຮົາຕ້ອງການຈາກທາງໄກຕະຫຼອດ? ມະນຸດບໍ່ສາມາດບັນລຸສິ່ງເຫຼົ່ານັ້ນໄດ້ແທ້ບໍ? ຄວາມຕ້ອງການຂອງເຮົາແມ່ນຖືກຄໍານວນໂດຍອີງຕາມ “ກົດບັນຍັດ” ຂອງຜູ້ຄົນ ແລະ ດ້ວຍເຫດນັ້ນ ມັນຈຶ່ງບໍ່ເຄີຍນອກເໜືອໄປກວ່າວຸດທິພາວະຂອງມະນຸດ ແຕ່ເຖິງຢ່າງນັ້ນ ຜູ້ຄົນຍັງບໍ່ສາມາດບັນລຸມາດຕະຖານທີ່ເຮົາຕ້ອງການ. ເຮົາຖືກມະນຸດປະຖິ້ມຫຼາຍຄັ້ງຈົນນັບບໍ່ຖ້ວນ, ຜູ້ຄົນເບິ່ງເຮົາດ້ວຍສາຍຕາທີ່ເຍາະເຍີ້ຍຫຼາຍຄັ້ງຈົນນັບບໍ່ຖ້ວນ ຄືກັບວ່າ ຮ່າງກາຍຂອງເຮົາແມ່ນຖືກປົກຫຸ້ມດ້ວຍໜາມ ແລະ ເປັນສິ່ງທີ່ພວກເຂົາກຽດຊັງ ແລະ ດ້ວຍເຫດນັ້ນ ຈຶ່ງກຽດຊັງເຮົາ ແລະ ເຊື່ອວ່າ ເຮົາບໍ່ມີຄ່າ. ດ້ວຍວິທີນີ້ ເຮົາຈຶ່ງຖືກຊຸກໄປໆມາໆໂດຍມະນຸດ. ຜູ້ຄົນໄດ້ເອົາເຮືອນໃນລາຄາທີ່ຕໍ່າມາໃຫ້ເຮົາຫຼາຍຄັ້ງຈົນນັບບໍ່ຖ້ວນ ແລະ ພວກເຂົາໄດ້ຂາຍໃຫ້ເຮົາ ຫຼາຍຄັ້ງຈົນນັບບໍ່ຖ້ວນໃນລາຄາທີ່ສູງ ແລະ ຍ້ອນສິ່ງນີ້ ເຮົາຈຶ່ງພົບເຫັນຕົວເອງຢູ່ໃນສະພາບປັດຈຸບັນຂອງເຮົາ. ມັນເປັນຄືວ່າ ຜູ້ຄົນຍັງກໍາລັງວາງແຜນສໍາລັບເຮົາ; ພວກເຂົາສ່ວນໃຫຍ່ຕ້ອງການທີ່ຈະຂາຍໃຫ້ເຮົາເພື່ອຜົນກໍາໄລຫຼາຍຮ້ອຍລ້ານໂດລາ ເນື່ອງຈາກວ່າ ມະນຸດບໍ່ເຄີຍຖະໜອມເຮົາ. ມັນເປັນຄືວ່າ ເຮົາໄດ້ກາຍເປັນຄົນກາງລະຫວ່າງຜູ້ຄົນ ຫຼື ເປັນອາວຸດປະລະມະນູ ທີ່ພວກເຂົາໃຊ້ຕໍ່ສູ້ກັນເອງ ຫຼື ເປັນສັນຍາທີ່ເຊັນລະຫວ່າງພວກເຂົາ ແລະ ດ້ວຍເຫດນັ້ນ ຈຶ່ງສະຫຼຸບໄດ້ວ່າ ເຮົາບໍ່ມີຄຸນຄ່າໃນຫົວໃຈຂອງມະນຸດເລີຍ ແລະ ເຮົາເປັນພຽງເຄື່ອງເຮືອນທີ່ບໍ່ຈໍາເປັນ. ແຕ່ເຮົາບໍ່ໄດ້ປະນາມມະນຸດຍ້ອນສິ່ງນີ້; ເຮົາບໍ່ໄດ້ເຮັດຫຍັງ ນອກຈາກຊ່ວຍມະນຸດໃຫ້ລອດພົ້ນ ແລະ ເຫັນອົກເຫັນໃຈມະນຸດຢູ່ສະເໝີ.

ຜູ້ຄົນເຊື່ອວ່າ ເຮົາຈະຮູ້ສຶກສະບາຍໃຈ ເມື່ອເຮົາຖິ້ມຜູ້ຄົນລົງໄປນາຮົກ ຄືກັບວ່າ ເຮົາກໍາລັງເຮັດການຄ້າພິເສດກັບນາຮົກ ແລະ ຄືກັບວ່າ ເຮົາເປັນພະແນກປະເພດນັ້ນທີ່ຊ່ຽວຊານທາງດ້ານການຂາຍຜູ້ຄົນ, ຄືກັບວ່າ ເຮົາແມ່ນຊ່ຽວຊານໃນການຫຼອກລວງຜູ້ຄົນ ແລະ ຈະຂາຍພວກເຂົາໃນລາຄາທີ່ສູງເມື່ອເຮົາມີພວກເຂົາໃນມືຂອງເຮົາ. ເຖິງປາກຂອງຜູ້ຄົນຈະບໍ່ເວົ້າແນວນັ້ນ ແຕ່ໃນໃຈຂອງພວກເຂົາ ນີ້ຄືສິ່ງທີ່ພວກເຂົາເຊື່ອ. ເຖິງແມ່ນວ່າ ພວກເຂົາທຸກຄົນຮັກເຮົາ ແຕ່ພວກເຂົາກໍເຮັດແບບນັ້ນຢ່າງລັບໆ. ເຮົາບໍ່ໄດ້ຈ່າຍຄ່າດັ່ງກ່າວໃນລາຄາແພງ ແລະ ໃຊ້ຈ່າຍຢາງຫຼວງຫຼາຍ ເພື່ອແລກກັບຄວາມຮັກເລັກນ້ອຍນີ້ຈາກພວກເຂົາບໍ? ຜູ້ຄົນແມ່ນຄົນຫຼອກລວງ ແລະ ເຮົາແມ່ນຫຼິ້ນບົດບາດເປັນຜູ້ທີ່ຖືກຫຼອກລວງຕະຫຼອດ. ມັນເປັນຄືກັບວ່າ ເຮົາຊື່ຫຼາຍເກີນໄປ: ເມື່ອພວກເຂົາໄດ້ເຫັນຈຸດອ່ອນນີ້ ພວກເຂົາກໍຈະສືບຕໍ່ຫຼອກລວງເຮົາ. ພຣະທໍາຈາກປາກຂອງເຮົາບໍ່ໄດ້ໝາຍຄວາມວ່າ ຈະເຮັດໃຫ້ຜູ້ຄົນຕາຍ ຫຼື ເພື່ອຕິດສະຫຼາກໃສ່ພວກເຂົາແບບສຸ່ມເຮັດ, ພວກມັນແມ່ນຄວາມເປັນຈິງຂອງມະນຸດ. ບາງເທື່ອ ພຣະທໍາບາງຂໍ້ຂອງເຮົາອາດ “ຮ້າຍແຮງເກີນໄປ” ເຊິ່ງໃນກໍລະນີດັ່ງກ່າວ ເຮົາກໍໄດ້ແຕ່ “ຂໍ” ອະໄພຈາກຜູ້ຄົນເທົ່ານັ້ນ; ຍ້ອນເຮົາບໍ່ມີ “ທັກສະ” ໃນພາສາຂອງມະນຸດ ສິ່ງທີ່ເຮົາເວົ້າຈຶ່ງບໍ່ສາມາດຕອບສະໜອງຄວາມຕ້ອງການຂອງຜູ້ຄົນໄດ້. ບາງເທື່ອ ພຣະທໍາບາງຂໍ້ຂອງເຮົາແທງເຂົ້າຫົວໃຈຂອງມະນຸດ ສະນັ້ນ ເຮົາຈຶ່ງໄດ້ແຕ່ “ຂໍ” ໃຫ້ພວກເຂົາອົດທົນເທົ່ານັ້ນ; ຍ້ອນເຮົາບໍ່ຊໍານານໃນປັດຊະຍາຊີວິດຂອງມະນຸດ ແລະ ບໍ່ເກັ່ງໃນການເວົ້າ, ພຣະທໍາຂອງເຮົາຫຼາຍຂໍ້ຈຶ່ງອາດສ້າງຄວາມອັບອາຍໃນຜູ້ຄົນ. ບາງເທື່ອ ພຣະທໍາບາງຂໍ້ຂອງເຮົາກ່າວເຖິງຮາກເຫງົ້າຂອງຄວາມເຈັບເປັນຂອງຜູ້ຄົນ ແລະ ເປີດເຜີຍຄວາມເຈັບໄຂ້ຂອງພວກເຂົາ ແລະ ດ້ວຍເຫດນັ້ນ ເຮົາຈຶ່ງແນະນໍາໃຫ້ກິນຢາທີ່ເຮົາໄດ້ກະກຽມໄວ້ໃຫ້ພວກເຈົ້າ ເນື່ອງຈາກເຮົາບໍ່ມີເຈດຕະນາທີ່ຈະເຮັດໃຫ້ເຈົ້າເຈັບ ແລະ ຢານີ້ກໍບໍ່ມີຜົນຂ້າງຄຽງ. ບາງເທື່ອ ພຣະທໍາບາງຂໍ້ຂອງເຮົາແມ່ນຟັງເບິ່ງແລ້ວຄືບໍ່ “ສົມຈິງ” ແຕ່ເຮົາ “ຂໍຮ້ອງ” ຜູ້ຄົນບໍ່ໃຫ້ຕື່ນຕົກໃຈ. ເຮົາບໍ່ “ວ່ອງໄວ” ທັງມື ແລະ ຕີນ, ສະນັ້ນ ພຣະທໍາຂອງເຮົາຈຶ່ງຍັງບໍ່ໄດ້ຖືກປະຕິບັດເທື່ອ. ເຮົາຂໍໃຫ້ຜູ້ຄົນ “ອົດທົນ” ຕໍ່ເຮົາ. ພຣະທໍາເຫຼົ່ານີ້ແມ່ນມີປະໂຫຍດແກ່ມະນຸດບໍ? ເຮົາຫວັງວ່າ ຜູ້ຄົນຈະສາມາດໄດ້ຮັບບາງຢ່າງຈາກພຣະທໍາເຫຼົ່ານີ້ ເພື່ອວ່າ ພຣະທໍາຂອງເຮົາຈະບໍ່ໄຮ້ຄວາມໝາຍຕະຫຼອດ!

ວັນທີ 9 ເມສາ 1992

​ກ່ອນ​ນີ້ :ບົດທີ 29

ຕໍ່​ໄປ:ບົດທີ 31

ທ່ານອາດຈະຍັງມັກ