ບົດທີ 21
ມະນຸດຕົກລົງຢູ່ໃນທ່າມກາງແສງສະຫວ່າງຂອງເຮົາ ແລະ ຍຶດໝັ້ນຢູ່ໄດ້ຍ້ອນຄວາມລອດພົ້ນຂອງເຮົາ. ເມື່ອເຮົານໍາຄວາມລອດພົ້ນມາສູ່ຈັກກະວານທັງປວງ, ມະນຸດກໍພະຍາຍາມຄົ້ນຫາວິທີຕ່າງໆເພື່ອເຂົ້າສູ່ກະແສແຫ່ງການຟື້ນຟູຂອງເຮົາ, ແຕ່ກໍມີຄົນທີ່ຖືກກະແສຮຸນແຮງຂອງການຟື້ນຟູນີ້ພັດອອກໄປໂດຍບໍ່ເຫຼືອຮ່ອງຮອຍເລີຍ; ມີຫຼາຍຄົນທີ່ຈົມລົງ ແລະ ຖືກກະແສນໍ້າຮຸນແຮງກືນກິນ; ແລະ ກໍມີຫຼາຍຄົນທີ່ຍຶດໝັ້ນທ່າມກາງກະແສຮຸນແຮງດັ່ງກ່າວເຊັ່ນກັນ ຜູ້ເຊິ່ງບໍ່ເຄີຍຫຼົງທາງ ແລະ ຜູ້ເຊິ່ງຕິດຕາມກະແສທີ່ຮຸນແຮງດັ່ງກ່າວຈົນເຖິງປັດຈຸບັນ. ເຮົາກ້າວໜ້າຕາມຂັ້ນຕອນກັບມະນຸດ, ແຕ່ເຖິງຢ່າງນັ້ນ ມະນຸດກໍບໍ່ເຄີຍຮູ້ຈັກເຮົາເລີຍ; ເຂົາພຽງແຕ່ຮູ້ຈັກເສື້ອຜ້າທີ່ເຮົາໃສ່ຢູ່ດ້ານນອກ ແຕ່ບໍ່ສົນໃຈໃນຄວາມຮັ່ງມີທີ່ເຊື່ອງຊ້ອນຢູ່ພາຍໃນຕົວເຮົາ. ເຖິງແມ່ນເຮົາຈັດກຽມໃຫ້ມະນຸດ ແລະ ສະໜອງໃຫ້ກັບເຂົາໃນແຕ່ລະມື້ ເຂົາກໍບໍ່ສາມາດຮັບເອົາຢ່າງແທ້ຈິງ, ບໍ່ສາມາດຮັບເອົາຄວາມຮັ່ງມີທຸກຢ່າງທີ່ເຮົາໄດ້ມອບໃຫ້. ບໍ່ມີຄວາມເສື່ອມຊາມໃດຂອງມະນຸດສາມາດຫຼົບໜີຈາກການສັງເກດຂອງເຮົາໄດ້; ສຳລັບເຮົາແລ້ວ ໂລກພາຍໃນຂອງເຂົາກໍແຈ້ງຄືກັບເດືອນແຈ້ງຢູ່ເທິງໜ້ານໍ້າ. ເຮົາບໍ່ປະຕິບັດກັບມະນຸດໃນລັກສະນະທີ່ບໍ່ຮອບຄອບ ຫຼື ທຳທ່າປະຕິບັດຕໍ່ເຂົາ; ມັນພຽງແຕ່ເປັນຍ້ອນວ່າມະນຸດບໍ່ສາມາດຮັບຜິດຊອບຕົນເອງ ແລະ ສະນັ້ນ ມະນຸດຊາດທັງປວງຈຶ່ງຊົ່ວຊ້າຢູ່ສະເໝີ ແລະ ແມ່ນແຕ່ປັດຈຸບັນ ເຂົາກໍຍັງບໍ່ສາມາດເຮັດໃຫ້ຕົນເອງຫຼຸດອອກຈາກຄວາມຊົ່ວຊ້າດັ່ງກ່າວນັ້ນໄດ້. ມະນຸດຊາດທີ່ຕໍ່າຊ້າ ແລະ ເປັນຕາສົມເພດເອີຍ! ເປັນຫຍັງມະນຸດຈຶ່ງຮັກເຮົາ ແຕ່ບໍ່ສາມາດປະຕິບັດຕາມເຈດຕະນາຂອງພຣະວິນຍານຂອງເຮົາ? ເຮົາບໍ່ໄດ້ເປີດເຜີຍຕົນເອງຕໍ່ມະນຸດຊາດຢ່າງແທ້ຈິງບໍ? ມະນຸດຊາດບໍ່ເຄີຍໄດ້ເຫັນໜ້າຂອງເຮົາແທ້ບໍ? ເປັນໄປໄດ້ບໍ່ວ່າ ເຮົາໄດ້ສະແດງຄວາມເມດຕາເລັກນ້ອຍເກີນໄປຕໍ່ມະນຸດຊາດ? ໂອ ມະນຸດຊາດທີ່ກະບົດທຸກຄົນເອີຍ! ພວກເຂົາຕ້ອງຖືກທຳລາຍລົງພາຍໃຕ້ຕີນຂອງເຮົາ; ພວກເຂົາຕ້ອງຫາຍໄປທ່າມກາງການຂ້ຽນຕີຂອງເຮົາ ແລະ ພວກເຂົາຕ້ອງຖືກໂຍນຖິ້ມຈາກບັນດາມະນຸດຊາດໃນມື້ທີ່ກິດຈະການອັນຍິ່ງໃຫຍ່ຂອງເຮົາຖືກເຮັດໃຫ້ສົມບູນ, ເພື່ອວ່າມະນຸດຊາດທັງປວງຈະຮູ້ຈັກໜ້າຂີ້ເຮິຂອງພວກເຂົາ. ຄວາມຈິງທີ່ວ່າມະນຸດບໍ່ຄ່ອຍເຫັນໜ້າເຮົາ ຫຼື ໄດ້ຍິນສຽງຂອງເຮົາ ກໍຍ້ອນແຜ່ນດິນໂລກທັງປວງສັບສົນເກີນໄປ ແລະ ສຽງວຸ້ນວາຍຂອງແຜ່ນດິນໂລກກໍຫຼາຍເກີນໄປ ແລະ ດ້ວຍເຫດນັ້ນ ມະນຸດຈຶ່ງຂີ້ຄ້ານເກີນໄປທີ່ຈະຄົ້ນຫາໃບໜ້າຂອງເຮົາ ແລະ ເພື່ອພະຍາຍາມເຂົ້າໃຈຈິດໃຈຂອງເຮົາ. ສິ່ງນີ້ບໍ່ແມ່ນຕົ້ນເຫດຂອງຄວາມເສື່ອມຊາມຂອງມະນຸດບໍ? ສິ່ງນີ້ບໍ່ແມ່ນເຫດຜົນທີ່ວ່າເປັນຫຍັງມະນຸດຈຶ່ງຂັດສົນບໍ? ມະນຸດຊາດທັງປວງໄດ້ຢູ່ທ່າມກາງການປັ້ນແຕ່ງຂອງເຮົາຢູ່ສະເໝີ; ຖ້າມັນບໍ່ໄດ້ເປັນແບບນັ້ນ, ຖ້າເຮົາບໍ່ໄດ້ເມດຕາ, ຜູ້ໃດຈະຢູ່ລອດຈົນເຖິງປັດຈຸບັນ? ຄວາມຮັ່ງມີທີ່ຢູ່ໃນຕົວເຮົາແມ່ນບໍ່ມີຫຍັງທຽບເທົ່າໄດ້, ແມ່ນແຕ່ໄພພິບັດທຸກຢ່າງກໍຍັງຢູ່ໃນກໍາມືຂອງເຮົາ ແລະ ຜູ້ໃດຈະສາມາດຫຼົບໜີຈາກໄພພິບັດເມື່ອໃດກໍໄດ້ທີ່ພວກເຂົາຕ້ອງການບໍ? ຄຳອະທິຖານຂອງມະນຸດ ຫຼື ການຮ້ອງໄຫ້ພາຍໃນໃຈຂອງເຂົາເຮັດອະນຸຍາດໃຫ້ເຂົາເຮັດແບບນັ້ນບໍ? ມະນຸດບໍ່ເຄີຍອະທິຖານຫາເຮົາຢ່າງແທ້ຈິງ ແລະ ດ້ວຍເຫດນັ້ນ ທ່າມກາງມະນຸດຊາດທັງປວງ ບໍ່ມີໃຜເຄີຍດຳລົງຊີວິດທັງໝົດຂອງພວກເຂົາຢູ່ທ່າມກາງແສງສະຫວ່າງແຫ່ງຄວາມຈິງເລີຍ; ຜູ້ຄົນພຽງແຕ່ດຳລົງຊີວິດໃນແສງສະຫວ່າງສ່ອງແສງແມບມາບເປັນບາງຄັ້ງບາງຄາວເທົ່ານັ້ນ. ນີ້ຄືສິ່ງທີ່ນໍາໄປສູ່ຄວາມບົກຜ່ອງຂອງມະນຸດໃນປັດຈຸບັນ.
ທຸກຄົນຮ້ອນຮົນທີ່ຈະເລີ່ມປະຕິບັດ, ເຕັມໃຈທີ່ຈະພະຍາຍາມສຸດກຳລັງເພື່ອຮັບເອົາບາງຢ່າງຈາກເຮົາ ແລະ ດ້ວຍເຫດນັ້ນ ເພື່ອໃຫ້ສອດຄ່ອງກັບຈິດໃຈຂອງມະນຸດ, ເຮົາໄດ້ມອບສັນຍາໃຫ້ກັບເຂົາເພື່ອດົນບັນດານຄວາມຮັກທີ່ແທ້ຈິງໃນຕົວເຂົາ. ມັນແມ່ນຄວາມຮັກທີ່ແທ້ຈິງຂອງມະນຸດແທ້ບໍ ທີ່ໃຫ້ກຳລັງກັບເຂົາ? ມັນແມ່ນຄວາມຈົງຮັກພັກດີຂອງມະນຸດທີ່ມີຕໍ່ເຮົາບໍ ທີ່ໄດ້ດົນບັນດານພຣະວິນຍານຂອງເຮົາໃນສະຫວັນ? ສະຫວັນບໍ່ເຄີຍໄດ້ຮັບຜົນກະທົບຈາກການກະທຳຂອງມະນຸດແມ່ນແຕ່ໜ້ອຍດຽວ ແລະ ຖ້າການປະຕິບັດຂອງເຮົາຕໍ່ມະນຸດແມ່ນອີງຕາມການກະທຳທຸກຢ່າງຂອງມະນຸດ, ແລ້ວມະນຸດຊາດທັງປວງກໍຈະດຳລົງຊີວິດທ່າມກາງການຂ້ຽນຕີຂອງເຮົາ. ເຮົາໄດ້ເຫັນຫຼາຍຄົນທີ່ມີນໍ້າຕາໄຫຼລົງອາບແກ້ມຂອງພວກເຂົາ ແລະ ເຮົາໄດ້ເຫັນຫຼາຍຄົນຖວາຍຫົວໃຈຂອງພວກເຂົາເພື່ອແລກປ່ຽນກັບຄວາມຮັ່ງມີຂອງເຮົາ. ເຖິງແມ່ນວ່າຈະມີ “ຄວາມອຸທິດຕົນຢ່າງແຮງກ້າ” ດັ່ງກ່າວ, ເຮົາກໍບໍ່ເຄີຍເຕັມໃຈມອບທັງໝົດຂອງເຮົາໃຫ້ກັບມະນຸດຍ້ອນຄວາມປາຖະໜາທັນທີທັນໃດຂອງເຂົາ, ເພາະວ່າ ມະນຸດບໍ່ເຄີຍເຕັມໃຈທີ່ຈະອຸທິດຕົນຕໍ່ໜ້າເຮົາດ້ວຍຄວາມຍິນດີ. ເຮົາໄດ້ລອກໜ້າກາກຂອງທຸກຄົນອອກ ແລະ ໂຍນໜ້າກາກເຫຼົ່ານີ້ລົງສູ່ທະເລໄຟ ແລະ ຜົນຕາມມາກໍຄື ຄວາມຈົງຮັກພັກດີ ແລະ ການອ້ອນວອນທີ່ມະມຸດຄວນມີແມ່ນບໍ່ເຄີຍຍຶດໝັ້ນຕໍ່ໜ້າເຮົາຈັກເທື່ອ. ມະນຸດເປັນຄືກັບກ້ອນເມກທີ່ຢູ່ໃນທ້ອງຟ້າ: ເມື່ອລົມພັດຢ່າງແຮງ, ເຂົາກໍຢ້ານພະລັງອັນຍິ່ງໃຫຍ່ຂອງມັນ ແລະ ຈຶ່ງຮີບລອຍໄປຕາມມັນ, ຢ້ານຢູ່ເລິກໆວ່າເຂົາຈະຖືກໂຈມຕີໃຫ້ລົ້ມລົງຍ້ອນຄວາມບໍ່ເຊື່ອຟັງຂອງເຂົາ. ສິ່ງນີ້ບໍ່ແມ່ນໃບໜ້າຂີ້ຮ້າຍຂອງມະນຸດບໍ? ສິ່ງນີ້ບໍ່ແມ່ນສິ່ງທີ່ອ້າງວ່າຄວາມເຊື່ອຟັງຂອງມະນຸດບໍ? ສິ່ງນີ້ບໍ່ແມ່ນ “ຄວາມຮູ້ສຶກທີ່ແທ້ຈິງ” ແລະ ຄວາມປາຖະໜາດີແບບຈອມປອມຂອງມະນຸດບໍ? ຫຼາຍຄົນປະຕິເສດທີ່ຈະໝັ້ນໃຈໃນທຸກຖ້ອຍຄຳທີ່ອອກຈາກປາກຂອງເຮົາ ແລະ ຫຼາຍຄົນກໍບໍ່ຍອມຮັບເອົາການປະເມີນຂອງເຮົາ ແລະ ສະນັ້ນ ຄຳເວົ້າ ແລະ ການກະທຳຂອງພວກເຂົາຈຶ່ງບໍ່ກົງກັບເຈດຕະນາທີ່ເປັນກະບົດຂອງພວກເຂົາ. ສິ່ງທີ່ເຮົາເວົ້າເຖິງແມ່ນກົງກັນຂ້າມກັບທຳມະຊາດດັ່ງເດີມຂອງມະນຸດບໍ? ເຮົາບໍ່ໄດ້ໃຫ້ນິຍາມທີ່ເໝາະສົມກັບມະນຸດໂດຍອີງຕາມ “ກົດເກນແຫ່ງທຳມະຊາດ” ບໍ? ມະນຸດບໍ່ເຊື່ອຟັງເຮົາແທ້ໆ; ຖ້າເຂົາຄົ້ນຫາເຮົາຢ່າງແທ້ຈິງ, ເຮົາກໍຈະບໍ່ເວົ້າຫຼາຍແບບນີ້. ມະນຸດເປັນຂີ້ເຫຍື້ອທີ່ໄຮ້ຄຸນຄ່າ ແລະ ເຮົາຕ້ອງໃຊ້ການຂ້ຽນຕີຂອງເຮົາເພື່ອບັງຄັບເຂົາຕໍ່ໄປ; ຖ້າເຮົາບໍ່ເຮັດແບບນັ້ນ, ເຖິງແມ່ນສັນຍາທີ່ເຮົາໄດ້ມອບໃຫ້ກັບເຂົານັ້ນພຽງພໍສຳລັບຄວາມສຸກຂອງເຂົາ, ແລ້ວຫົວໃຈຂອງເຂົາຈະຖືກດົນບັນດານໄດ້ແນວໃດ? ມະນຸດໄດ້ດຳລົງຊີວິດຢ່າງສະເໝີມາຢູ່ທ່າມກາງຄວາມດີ້ນລົນຢ່າງເຈັບປວດເປັນເວລາຫຼາຍປີ; ສາມາດເວົ້າໄດ້ວ່າ ເຂົາໄດ້ດຳລົງຊີວິດຢູ່ກັບຄວາມສິ້ນຫວັງຕະຫຼອດເວລາ. ຜົນຕາມມາກໍຄື ເຂົາຖືກຖິ້ມໃຫ້ຢູ່ກັບຄວາມສິ້ນຫວັງ, ອ່ອນເພຍທັງກາຍ ແລະ ໃຈ; ສະນັ້ນ ເຂົາຈຶ່ງບໍ່ຮັບເອົາຄວາມຮັ່ງມີທີ່ເຮົາມອບໃຫ້ກັບເຂົາຢ່າງມີຄວາມສຸກ. ແມ່ນແຕ່ໃນປັດຈຸບັນ, ບໍ່ມີໃຜສາມາດຮັບເອົາຄວາມຫວານຊື່ນຈາກຈິດວິນຍານຂອງເຮົາໄດ້ທຸກຢ່າງ. ຜູ້ຄົນຈຶ່ງຍັງທຸກຍາກ ແລະ ລໍຖ້າມື້ສຸດທ້າຍ.
ຫຼາຍຄົນປາຖະໜາທີ່ຈະຮັກເຮົາແທ້ຈິງ, ແຕ່ຍ້ອນຫົວໃຈຂອງພວກເຂົາບໍ່ແມ່ນຂອງພວກເຂົາເອງ, ພວກເຂົາຈຶ່ງບໍ່ສາມາດຄວບຄຸມເໜືອຕົນເອງ; ຫຼາຍຄົນຮັກເຮົາແທ້ຈິງໃນຂະນະທີ່ພວກເຂົາປະສົບກັບການທົດລອງທີ່ເຮົາໄດ້ມອບໃຫ້, ແຕ່ພວກເຂົາກໍບໍ່ສາມາດເຂົ້າໃຈວ່າເຮົາມີຊີວິດຢູ່ຢ່າງແທ້ຈິງ ແລະ ພຽງແຕ່ຮັກເຮົາໃນຄວາມວ່າງເປົ່າ ແລະ ບໍ່ແມ່ນຍ້ອນການເປັນຢູ່ທີ່ແທ້ຈິງຂອງເຮົາ; ຫຼາຍຄົນວາງຫົວໃຈຂອງພວກເຂົາຢູ່ຕໍ່ໜ້າເຮົາ ແລະ ກໍບໍ່ສົນໃຈຫົວໃຈຂອງພວກເຂົາ ແລະ ສະນັ້ນ ຫົວໃຈຂອງພວກເຂົາຈຶ່ງຖືກຊາຕານຍາດເອົາໄປ ເມື່ອໃດກໍຕາມທີ່ມັນມີໂອກາດ ແລະ ຫຼັງຈາກນັ້ນ ພວກເຂົາກໍປະຖິ້ມເຮົາ; ຫຼາຍຄົນຮັກເຮົາຢ່າງແທ້ຈິງ ເມື່ອເຮົາສະໜອງພຣະທຳຂອງເຮົາໃຫ້, ແຕ່ບໍ່ຖະໜຸຖະໜອມພຣະທຳຂອງເຮົາໃນຈິດວິນຍານຂອງພວກເຂົາ, ກົງກັນຂ້າມ ພວກເຂົາໃຊ້ພຣະທຳເຫຼົ່ານັ້ນແບບຊົ່ວຄາວຄືກັນກັບຊັບສິນສາທາລະນະ ແລະ ໂຍນພຣະທຳເຫຼົ່ານັ້ນກັບຄືນບ່ອນເກົ່າເມື່ອໃດກໍຕາມທີ່ພວກເຂົາຮູ້ສຶກຢາກເຮັດ. ມະນຸດຄົ້ນຫາເຮົາໃນທ່າມກາງຄວາມເຈັບປວດ ແລະ ເຂົາຫຼຽວເບິ່ງເຮົາທ່າມກາງການທົດລອງ. ໃນເວລາມີຄວາມສະຫງົບສຸກ ເຂົາກໍຊື່ນຊົມໃນຕົວເຮົາ, ເມື່ອຢູ່ໃນອັນຕະລາຍ ເຂົາກໍປະຕິເສດເຮົາ, ເມື່ອເຂົາຫຍຸ້ງ ເຂົາກໍລືມເຮົາ ແລະ ເມື່ອເຂົາຂີ້ຄ້ານ ເຂົາກໍທຳທ່າປະຕິບັດຕໍ່ເຮົາ, ແຕ່ບໍ່ເຄີຍມີໃຜຮັກເຮົາຕະຫຼອດທັງຊີວິດຂອງພວກເຂົາເລີຍ. ເຮົາປາຖະໜາໃຫ້ມະນຸດຈິງໃຈຕໍ່ໜ້າເຮົາ: ເຮົາບໍ່ຂໍໃຫ້ເຂົາມອບສິ່ງໃດສິ່ງໜຶ່ງໃຫ້ກັບເຮົາ, ຂໍພຽງແຕ່ໃຫ້ທຸກຄົນຈິງຈັງກັບເຮົາ, ແທນທີ່ຈະໂນ້ມນ້າວເຮົາ, ພວກເຂົາຍອມໃຫ້ເຮົານໍາຄວາມຈິງໃຈຂອງມະນຸດກັບຄືນມາ. ແສງສະຫວ່າງ, ແສງເຍືອງທາງ ແລະ ຄ່າຄວາມພະຍາຍາມຂອງເຮົາປົກຄຸມໄປທົ່ວທຸກຄົນ, ເຊັ່ນດຽວກັນ ຄວາມເປັນຈິງໃນການກະທຳທຸກຢ່າງຂອງມະນຸດກໍແຜ່ລາມໄປທົ່ວທຸກຄົນ ພ້ອມກັບການຫຼອກລວງຂອງພວກເຂົາທີ່ມີຕໍ່ເຮົາ. ມັນເປັນຄືກັບວ່າ ສ່ວນປະກອບໃນການຫຼອກລວງຂອງມະນຸດຕິດຢູ່ກັບເຂົາຕັ້ງແຕ່ຢູ່ໃນທ້ອງ, ຄືກັບວ່າ ເຂົາມີທັກສະພິເສດໃນການຫຼອກລວງຕັ້ງແຕ່ເກີດ. ຍິ່ງໄປກວ່ານັ້ນ ເຂົາບໍ່ເຄີຍເປີດເຜີຍຄວາມລັບ; ບໍ່ມີໃຜເຄີຍເຫັນຜ່ານແຫຼ່ງກໍາເນີດຂອງທັກສະທີ່ຫຼອກລວງເຫຼົ່ານີ້. ຜົນຕາມມາກໍຄື ມະນຸດດຳລົງຊີວິດຢູ່ທ່າມກາງການຫຼອກລວງໂດຍບໍ່ຮູ້ຕົວ ແລະ ມັນເປັນຄືກັບວ່າເຂົາໄດ້ໃຫ້ອະໄພຕົນເອງ, ຄືກັບວ່າ ມັນເປັນການປັ້ນແຕ່ງຂອງພຣະເຈົ້າແທນທີ່ຈະເປັນການຫຼອກລວງເຮົາຢ່າງຕັ້ງໃຈ. ສິ່ງນີ້ບໍ່ແມ່ນແຫຼ່ງທີ່ມາຂອງການຫຼອກລວງຂອງມະນຸດທີ່ມີຕໍ່ເຮົາຢ່າງແທ້ຈິງບໍ? ສິ່ງນີ້ບໍ່ແມ່ນກົນອຸບາຍທີ່ມີເລ່ຫຼຽມຂອງເຂົາບໍ? ເຮົາບໍ່ເຄີຍສັບສົນຍ້ອນການຍົກຍໍ ແລະ ກົນອຸບາຍຂອງມະນຸດຈັກເທື່ອ, ຍ້ອນເຮົາເຂົ້າໃຈທາດແທ້ຂອງເຂົາຕັ້ງແຕ່ດົນແລ້ວ. ຜູ້ໃດຮູ້ຈັກຄວາມບໍ່ບໍລິສຸດໃນເລືອດຂອງເຂົາມີຫຼາຍປານໃດ ແລະ ມີພິດຂອງຊາຕານຫຼາຍສໍ່າໃດໃນກະດູກຂອງເຂົາ? ມະນຸດເລີ່ມລຶ້ງເຄີຍກັບສິ່ງນັ້ນໃນແຕ່ລະມື້ ຈົນວ່າເຂົາບໍ່ມີຄວາມຮູ້ສຶກເຖິງອັນຕະລາຍຈາກຊາຕານ ແລະ ດ້ວຍເຫດນັ້ນ ເຂົາຈຶ່ງບໍ່ສົນໃຈໃນການຄົ້ນຫາ “ສິລະປະແຫ່ງການເປັນຢູ່ທີ່ສົມບູນ”.
ເມື່ອມະນຸດຫ່າງເຫີນຈາກເຮົາ ແລະ ເມື່ອເຂົາທົດສອບເຮົາ, ເຮົາກໍເຊື່ອງຊ້ອນຕົນເອງຈາກເຂົາໃນກ້ອນເມກ. ຜົນຕາມມາກໍຄື ເຂົາບໍ່ສາມາດຄົ້ນພົບຮ່ອງຮອຍຂອງເຮົາໄດ້ເລີຍ ແລະ ພຽງແຕ່ດຳລົງຊີວິດດ້ວຍມືຂອງຄົນຊົ່ວຮ້າຍ, ເຮັດທຸກສິ່ງທີ່ພວກເຂົາຮ້ອງຂໍ. ເມື່ອມະນຸດຢູ່ໃກ້ເຮົາ, ເຮົາກໍປາກົດຕໍ່ເຂົາ ແລະ ເຮົາບໍ່ໄດ້ເຊື່ອງໜ້າຂອງເຮົາຈາກເຂົາ ແລະ ໃນເວລານີ້ ມະນຸດກໍເຫັນໃບໜ້າແຫ່ງຄວາມກະລຸນາຂອງເຮົາ. ເຂົາກໍມີສະຕິທັນທີ ແລະ ເຖິງແມ່ນວ່າເຂົາຈະບໍ່ຮູ້ສຶກຕົວ, ຄວາມຮັກທີ່ມີຕໍ່ເຮົາແມ່ນໄດ້ເກີດຂຶ້ນໃນຕົວເຂົາແລ້ວ. ໃນຫົວໃຈຂອງເຂົາ, ເຂົາຮູ້ສຶກທັນທີເຖິງຄວາມຫວານຊື່ນທີ່ບໍ່ສາມາດປຽບທຽບໄດ້ ແລະ ນຶກແປກໃຈວ່າ ເຂົາບໍ່ສາມາດຮູ້ຈັກການເປັນຢູ່ຂອງເຮົາໃນຈັກກະວານໄດ້ແນວໃດ. ສະນັ້ນ ມະນຸດຈຶ່ງມີຄວາມຮູ້ສຶກຫຼາຍຂຶ້ນກ່ຽວກັບຄວາມເປັນຕາຮັກຂອງເຮົາ ແລະ ຍິ່ງໄປກວ່ານັ້ນ ຮູ້ສຶກເຖິງຄວາມລໍ້າຄ່າຂອງເຮົາ. ຜົນຕາມມາກໍຄື ເຂົາບໍ່ປາຖະໜາທີ່ຈະຈາກເຮົາໄປອີກ, ເຂົາເຫັນເຮົາເປັນແສງສະຫວ່າງແຫ່ງຄວາມຢູ່ລອດຂອງເຂົາ ແລະ ຢ້ານຢູ່ເລິກໆວ່າເຮົາຈະປະຖິ້ມເຂົາ, ເຂົາຈຶ່ງກອດເຮົາໄວ້ຢ່າງແໜ້ນ. ເຮົາບໍ່ໄດ້ຕື່ນຕັນໃຈຍ້ອນຄວາມກະຕືລືລົ້ນຂອງມະນຸດ, ແຕ່ເມດຕາຕໍ່ເຂົາ ຍ້ອນຄວາມຮັກຂອງເຮົາ. ໃນເວລານີ້ ມະນຸດດຳລົງຊີວິດທ່າມກາງການທົດລອງຂອງເຮົາ. ເມື່ອໜ້າຂອງເຮົາຫາຍໄປຈາກຫົວໃຈຂອງເຂົາ ແລະ ທັນໃດນັ້ນ ເຂົາກໍຮູ້ສຶກວ່າຊີວິດຂອງເຂົາວ່າງເປົ່າ ແລະ ເຂົາກໍມີຄວາມຄິດທີ່ຈະຫຼົບໜີ. ໃນໄລຍະນີ້, ຫົວໃຈຂອງມະນຸດຖືກເປີດອອກ. ເຂົາບໍ່ໄດ້ໂອບກອດເຮົາໄວ້ຍ້ອນອຸປະນິໄສຂອງເຮົາ, ແຕ່ຍ້ອນຄວາມຮັກຂອງເຮົາ ເຂົາຂໍໃຫ້ເຮົາປົກປ້ອງເຂົາ. ແຕ່ເມື່ອຄວາມຮັກຂອງເຮົາໂຈມຕີມະນຸດຄືນ, ເຂົາກໍປ່ຽນໃຈຂອງເຂົາທັນທີ; ເຂົາຈີກພັນທະສັນຍາຂອງເຂົາກັບເຮົາ ແລະ ໜີອອກຈາກການພິພາກສາຂອງເຮົາ, ບໍ່ເຕັມໃຈທີ່ຈະຫຼຽວເບິ່ງໜ້າແຫ່ງຄວາມກະລຸນາຂອງເຮົາອີກຄັ້ງ ແລະ ພ້ອມນັ້ນ ເຂົາກໍປ່ຽນແປງມຸມມອງຂອງເຂົາທີ່ມີກ່ຽວກັບເຮົາ ແລະ ເວົ້າວ່າເຮົາບໍ່ເຄີຍຊ່ວຍມະນຸດໃຫ້ລອດພົ້ນຈັກເທື່ອ. ຄວາມຮັກທີ່ແທ້ຈິງແມ່ນກ່ຽວພັນພຽງແຕ່ຄວາມເມດຕາແທ້ບໍ? ມະນຸດພຽງແຕ່ຮັກເຮົາຖ້າເຂົາດຳລົງຊີວິດຢູ່ພາຍໃຕ້ປະກາຍແສງສະຫວ່າງຂອງເຮົາບໍ? ເຂົາຫວນຄືນເບິ່ງມື້ວານ ແຕ່ດຳລົງຊີວິດຢູ່ໃນປັດຈຸບັນ, ນີ້ບໍ່ແມ່ນສະພາບຂອງມະນຸດບໍ? ພວກເຈົ້າຍັງຈະເປັນແບບນີ້ແທ້ບໍໃນມື້ອື່ນ? ສິ່ງທີ່ເຮົາຕ້ອງການກໍຄືໃຫ້ມະນຸດມີຫົວໃຈປາດຖະໜາເຮົາໃນສ່ວນເລິກທີ່ສຸດ, ບໍ່ມີຜູ້ໃດເຮັດໃຫ້ເຮົາພໍໃຈກັບຄວາມຜິວເຜີນ.
ວັນທີ 21 ມີນາ 1992